ກົດໝາຍວ່າດ້ວຍຄອບຄົວ(ສະບັບປັບປຸງ) 26-07-2008

From Wikisource
Jump to navigation Jump to search

.ຄອບຄົວ(ສະບັບປັບປຸງ) 26-07-2008


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 (ປັບປຸງ) ຈຸດປະສົງ

ມາດຕາ 1 (ປັບປຸງ) ຈຸດປະສົງ ກົດໝາຍວ່າດ້ວຍຄອບຄົວກໍານົດຫຼັກການ,ລະບຽບການແລະ ມາດຕະການກ່ຽວກັບການສູ່ຂໍ,ການແຕ່ງດອງ,ການຢ່າຮ້າງ,ການເອົາ ເດັກມາເປັນລູກລ້ຽງ,ສາຍພົວພັນຜົວເມຍ,ຊັບສົມບັດຂອງຄູ່ຜົວເມຍ,ສິດ ແລະພັນທະຂອງພໍ່ແມ່ແລະລູກແນໃສ່ຄຸ້ມຄອງ,ປົກປັກຮັກສາ,ສ້າງຄອບ ຄົວໃຫ້ມີຄວາມຜາສຸກ,ໃຫ້ເປັນຈຸລັງອັນເຂັ້ມແຂງຂອງສັງຄົມລາວ,ເປັນ ຄອບຄົວວັດທະນະທໍາ,ສ້າງສາຍພົວພັນຄອບຄົວດ້ວຍການແຕ່ງດອງບົນ ພື້ນຖານຄວາມສະໝັກໃຈ,ຄວາມສະເໝີພາບລະຫວ່າງຍິງຊາຍ,ເສີມຂະ ຫຍາຍມູນເຊື້ອແລະຮີດຄອງປະເພນີອັນດີງາມຂອງລາວ,ເຮັດໃຫ້ສັງຄົມ ມີຄວາມສະຫງົບ,ມີຄວາມເປັນລະບຽບຮຽບຮ້ອຍແລະເປັນຫົວໜ່ວຍເສດ ຖະກິດປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.

...ມາດຕາ 1/1 (ໃໝ່) ຄອບຄົວ

ມາດຕາ 1/1 (ໃໝ່) ຄອບຄົວ ຄອບຄົວແມ່ນຈຸລັງໜຶ່ງຂອງສັງຄົມຊຶ່ງມີຜົຍ,ເມຍ,ລູກຫຼືສະ ມາຊິກອື່ນໃນຄອບຄົວທີ່ມີສາຍພົວພັນຊຶ່ງກັນແລະກັນແລະດໍາລົງຊີວິດ ຮ່ວມກັນໂດຍມີສໍາມະໂນຄົວຢັ້ງຢືນຢ່າງຖືກຕ້ອງ.

...ມາດຕາ 1/2 (ໃໝ່) ສາຍພົວພັນຄອບຄົວ

ມາດຕາ 1/2 (ໃໝ່) ສາຍພົວພັນຄອບຄົວ ສາຍພົວພັນຄອບຄົວແມ່ນສາຍພົວພັນທີ່ເນື່ອງມາຈາກການ ຈົດທະບຽນແຕ່ງດອງ,ການມີລູກຮ່ວມກັນແລະການເອົາລູກຂອງບຸກຄົນ ອື່ນມາເປັນລູກລ້ຽງຊຶ່ງພາໃຫ້ເກີດມີສິດແລະພັນທະທາງຄອບຄົວຕໍ່ກັນ.

...ມາດຕາ 1/3 (ໃໝ່) ການອະທິບາຍຄໍາສັບ

ມາດຕາ 1/3 (ໃໝ່) ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1. ສະມາຊິກອື່ນໃນຄອບຄົວ ໝາຍເຖິງ ພໍ່ເຖົ້າ,ແມ່ເຖົ້າ,ປູ່ ຍ່າ,ລຸງ,ປ້າ,ອາວ,ອາ,ນ້າບ່າວ,ນ້າສາວ,ຫຼານ ແລະ ຜູ້ອື່ນໆ; 2. ການໝັ້ນໝາຍໝາຍເຖິງການຕົກລົງລະຫວ່າງພໍ່ແມ່, ເຖົ້າແກ່ຂອງຝ່າຍຍິງແລະຝ່າຍຊາຍໂດຍມີຈຸດປະສົງຜູກມັດໃຫ້ຄູ່ບ່າວ ສາວເອົາກັນເປັນຜົວເມຍໃນອະນາຄົດດ້ວຍການເຮັດບົດບັນທຶກນໍາກັນ ຫຼືໂດຍຝ່າຍຊາຍໄດ້ເອົາວັດຖຸມີຄ່າ,ເງິນໄປວາງໄວ້ນໍາຝ່າຍຍິງ; 3. ການສູ່ຂໍໝາຍເຖິງການຕົກລົງລະຫວ່າງຝ່າຍຊາຍກັບ ຝ່າຍຍິງເພື່ອໃຫ້ຄູ່ບ່າວສາວເອົາກັນເປັນຜົວເມຍ; 4. ຄ່າດອງຄ້າງໝາຍເຖິງຄ່າດອງທີ່ຍັງບໍ່ທັນໄດ້ຈ່າຍຄົບ ຖ້ວນຕາມທີ່ໄດ້ຕົກລົງກັນໃນເວລາສູ່ຂໍ; 5. ຈຸລັງໝາຍເຖິງຫົວໜ່ວຍການຈັດຕັ້ງຕໍ່າສຸດຂອງສັງຄົມ; 6. ຄວາມສາມາດທາງດ້ານການປະພຶດໝາຍເຖິງຄວາມ ສາມາດຂອງບຸກຄົນໃດໜຶ່ງທີ່ຮອດກະສຽນອາຍຸສິບແປດປີແລະບໍ່ເປັນບ້າ ເສຍຈິດໃນການນໍາໃຊ້ສິດແລະປະຕິບັດພັນທະຂອງຕົນດ້ວຍຕົນເອງ.

...ມາດຕາ 2 ຄວາມສະເໝີພາບລະຫວ່າງຍິງຊາຍໃນສາຍພົວພັນຄອບຄົວ

ມາດຕາ 2 ຄວາມສະເໝີພາບລະຫວ່າງຍິງຊາຍໃນສາຍພົວພັນຄອບຄົວ ຍິງຊາຍມີສິດເທົ່າທຽມກັນໃນທຸກດ້ານກ່ຽວກັບສາຍພົວພັນ ຄອບຄົວ. ສາຍພົວພັນຄອບຄົວເກີດຂຶ້ນໂດຍບໍ່ຂຶ້ນກັບຕົ້ນກໍາເນີດ,ຖານະ ທາງດ້ານເສດຖະກິດແລະສັງຄົມ,ເຊື້ອຊາດ,ເຜົ່າຊົນ,ລະດັບວັດທະນະທໍາ, ອາຊີບ,ສາດສະໜາ,ພູມລໍາເນົາແລະອື່ນໆ.

...ມາດຕາ 3 ສິດເສລີພາບໃນການແຕ່ງດອງ

ມາດຕາ 3 ສິດເສລີພາບໃນການແຕ່ງດອງ ລັດປົກປ້ອງສິດເສລີພາບຂອງຍິງຊາຍໃນການແຕ່ງດອງ. ຍິງຊາຍທີ່ຮອດກະສຽນອາຍຸສິບແປດປີມີສິດເສລີພາບໃນ ການເລືອກເອົາຄູ່ຮັກຕາມຄວາມສະໝັກໃຈແລະຄວາມຮັກມັກຂອງທັງ ສອງຝ່າຍເພື່ອເອົາກັນເປັນຜົວເມຍຕາມຮີດຄອງປະເພນີອັນດີງາມຂອງ ຊາດລາວ. ລັດບໍ່ອະນຸຍາດໃຫ້ບຸກຄົນ,ຄອບຄົວຫຼືການຈັດຕັ້ງໃດໜຶ່ງບັງ ຄັບຫຼືຂັດຂວາງການແຕ່ງດອງຂອງລູກຫຼານ,ສະມາຊິກອື່ນໃນຄອບຄົວ, ພະນັກງານແລະລັດຖະກອນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ.

...ມາດຕາ 4 ການເປັນຜົວໜຶ່ງເມຍດຽວ

ມາດຕາ 4 ການເປັນຜົວໜຶ່ງເມຍດຽວ ຍິງແລະຊາຍທີ່ຮອດກະສຽນອາຍຸເອົາກັນເປັນຜົວເມຍຕ້ອງ ປະຕິບັດຫຼັກການຜົວໜຶ່ງເມຍດຽວເທົ່ານັ້ນ. ລັດບໍ່ອະນຸຍາດໃຫ້ຍິງແລະຊາຍມີຫຼາຍຜົວຫຼາຍເມຍ.

...ມາດຕາ 5 ການປົກປ້ອງສິດແລະຜົນປະໂຫຍດຂອງແມ່ແລະເດັກ

ມາດຕາ 5 ການປົກປ້ອງສິດແລະຜົນປະໂຫຍດຂອງແມ່ແລະເດັກ ລົດລະສັງຄົມຖືເອົາການປົກປ້ອງສິດແລະຜົນປະໂຫຍດອັນ ຊອບທໍາຂອງຜູ້ເປັນແມ່ແລະເດັກເປັນບູລິມະສິດໃນເວລາຜົວເມຍຢູ່ຮ່ວມ ກັນ,ແຍກກັນຢູ່ຫຼືຢ່າຮ້າງກັນ.

...ມາດຕາ 5/1 (ໃໝ່) ການພັດທະນາຄອບຄົວ

ມາດຕາ 5/1 (ໃໝ່) ການພັດທະນາຄອບຄົວ ລັດມີນະໂຍບາຍສົ່ງເສີມໃຫ້ທຸກອົງການຈັດຕັ້ງຂອງລັດ,ສັງ ຄົມ,ຫົວໜ່ວຍທຸລະກິດແລະພົນລະເມືອງທຸກຄົນພັດທະນາຄອບຄົວໃຫ້ມີ ຄວາມຜາສຸກ,ເປັນຄອບຄົວຕົວແບບ,ຄອບຄົວວັດທະນະທໍາ,ມີຄວາມກ້າວ ໜ້າ,ສາມັກຄີປອງດອງ,ອົບອຸ່ນ,ຍຸຕິທໍາແລະສີວິໄລ.

..ພາກທີ 2 ການໝັ້ນໝາຍ,ການສູ່ຂໍແລະການແຕ່ງດອງ


...ໝວດທີ 1 ການໝັ້ນໝາຍແລະການສູ່ຂໍ


....ມາດຕາ 6 (ໃໝ່) ການໝັ້ນໝາຍ

ມາດຕາ 6 (ໃໝ່) ການໝັ້ນໝາຍ ເມື່ອຄູ່ບ່າວສາວຫາກມັກຮັກກັນແຕ່ຍັງບໍ່ທັນມີເງື່ອນໄຂແຕ່ງ ດອງກັນເວລານັ້ນທັງສອງຝ່າຍກໍ່ຈະເຮັດບົດບັນທຶກຕົກລົງກ່ຽວກັບການ ໝັ້ນໝາຍຕາມຮີດຄອງປະເພນີໂດຍຝ່າຍຊາຍຈະນໍາເອົາຊັບສິນ,ວັດຖຸມີ ຄ່າໄປໄວ້ນໍາຫຼືບໍ່ໄວ້ນໍາຝ່າຍຍິງກໍ່ໄດ້.

....ມາດຕາ 6/1 ການສູ່ຂໍ

ມາດຕາ 6/1 ການສູ່ຂໍ ເມື່ອຄູ່ບ່າວສາວຫາກມັກຮັກກັນແລະຕົກລົງຈະເອົາກັນເປັນ ຜົວເມຍແລ້ວຝ່າຍຊາຍກໍ່ເອົາພໍ່ແມ່,ເຖົ້າແກ່ຫຼືການຈັດຕັ້ງຂອງຕົນໄປສູ່ຂໍ ນໍາພໍ່ແມ່,ເຖົ້າແກ່ຂອງຝ່າຍຍິງຕາມຮີດຄອງປະເພນີເພື່ອຕົກລົງກ່ຽວກັບ ຄ່າດອງແລະພິທີແຕ່ງດອງຕາມຄວາມສາມາດແລະເງື່ອນໄຂຕົວຈິງ ຂອງຝ່າຍຍິງແລະຝ່າຍຊາຍໂດຍໃຫ້ເຮັດບົດບັນທຶກໄວ້ຢ່າງຖືກຕ້ອງ.

....ມາດຕາ 7 (ປັບປຸງ) ການທົດແທນຄວາມເສຍຫາຍເນື່ອງມາຈາກການບໍ່ປະຕິບັດຕາມການໝັ້ນໝາຍແລະການສູ່ຂໍ

ມາດຕາ 7 (ປັບປຸງ) ການທົດແທນຄວາມເສຍຫາຍເນື່ອງມາຈາກການບໍ່ ປະຕິບັດຕາມການໝັ້ນໝາຍແລະການສູ່ຂໍ ໃນກໍລະນີທີ່ມີການໝັ້ນໝາຍຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 6 ຂອງກົດໝາຍສະບັບນີ້ ຖ້າຫາກຝ່າຍຊາຍລະເມີດການໝັ້ນໝາຍໂດຍ ບໍ່ມີເຫດຜົນພຽງພໍແລ້ວຊັບສິນ,ວັດຖຸມີຄ່າທີ່ບໍ່ທັນໄດ້ມອບຕາມບົດບັນທຶກ ນັ້ນຕ້ອງນໍາມາມອບໃຫ້ຝ່າຍຍິງຫຼືຊັບສິນ,ວັດຖຸມີຄ່າທີ່ໄດ້ມອບໃຫ້ແລ້ວນັ້ນ ກໍ່ໃຫ້ຕົກເປັນຂອງຝ່າຍຍິງ. ໃນກໍລະນີທີ່ຝ່າຍຍິງຫາກເປັນຜູ້ລະເມີດການໝັ້ນໝາຍໂດຍບໍ່ ມີເຫດຜົນພຽງພໍແລ້ວຊັບສິນ,ວັດຖຸມີຄ່າທີ່ບໍ່ທັນໄດ້ມອບຕາມບົດບັນທຶກນັ້ນ ກໍ່ຈະຕົກໄປ,ສໍາລັບຊັບສິນ,ວັດຖຸມີຄ່າທີ່ໄດ້ຮັບຈາກຜ່າຍຊາຍແລ້ວນັ້ນຝ່າຍ ຍິງກໍ່ຕ້ອງສົ່ງຄືນໃຫ້ແກ່ຝ່າຍຊາຍ. ກໍລະນີທີ່ມີຄວາມເສຍຫາຍຕໍ່ກຽດສັກສີຂອງຝ່າຍຍິງຫຼືຝ່າຍ ຊາຍຫຼືມີການໃຊ້ຈ່າຍເຂົ້າໃນການກະກຽມແຕ່ງດອງແລ້ວຝ່າຍທີ່ບໍ່ປະຕິ ບັດຕາມການສູ່ຂໍໂດຍບໍ່ມີເຫດຜົນພຽງພໍນັ້ນກໍ່ຈະໄດ້ຮັບຜິດຊອບໃຊ້ແທນ ຄ່າເສຍຫາຍນັ້ນ.

....ມາດຕາ 7/1 (ໃໝ່) ຄ່າດອງຄ້າງ

ມາດຕາ 7/1 (ໃໝ່) ຄ່າດອງຄ້າງ ໃນກໍລະນີທີ່ມີການຢ່າຮ້າງກັນຄ່າດອງທີ່ຝ່າຍຊາຍຍັງບໍ່ທັນ ມອບໃຫ້ຝ່າຍຍິງຄົບຖ້ວນໃນເວລາແຕ່ງດອງເອົາກັນເປັນຜົວເມຍນັ້ນ ຕ້ອງນໍາມາປະຕິບັດຖາຫາກຝ່າຍຊາຍເປັນຜູ້ມີຄວາມຜິດ. ໃນກໍລະນີທີ່ຝ່າຍຍິງຫາກເປັນຜູ້ມີຄວາມຜິດຄ່າດອງຄ້າງນັ້ນ ກໍ່ຈະຕົກໄປ.

....ມາດຕາ 8 (ປັບປຸງ) ການຮ່ວມປະເວນີກັນກ່ອນການເປັນຜົວເມຍ

ມາດຕາ 8 (ປັບປຸງ) ການຮ່ວມປະເວນີກັນກ່ອນການເປັນຜົວເມຍ ເມື່ອຊູ້ສາວໄດ້ຮ່ວມປະເວນີກັນກ່ອນການເປັນຜົວເມຍຖ້າ ຫາກຊາຍຊູ້ບໍ່ເອົາຍິງຊູ້ເປັນເມຍແລ້ວຊາຍຊູ້ນັ້ນກໍ່ຈະໄດ້ເສຍຄ່າປົວແປງ ຈິດໃຈ,ຄ່າທໍາຂວັນຍິງຊູ້ຫຼືຄອບຄົວຂອງຍິງຊູ້ຕາມຮີດຄອງປະເພນີ.ໃນກໍ ລະນີທີ່ຍິງຊູ້ຫາກບໍ່ເອົາຊາຍຊູ້ເປັນຜົວກໍ່ຈະບໍ່ມີການເສຍຄ່າປົວແປງຈິດ ໃຈ,ຄ່າທໍາຂວັນນັ້ນແຕ່ຢ່າງໃດ. ໃນກໍລະນີທີ່ມີການຖືພານອກຈາກຈະໄດ້ເສຍຄ່າທໍາຂວັນ ແລ້ວຊາຍຊູ່ຍັງຈະຕ້ອງເສຍຄ່າອອກລູກ,ຄ່າຢູ່ກໍາແລະຄ່າໃຊ້ຈ່າຍອື່ນ ຕື່ມອີກ. ບໍ່ວ່າໃນກໍລະນີໃດກໍ່ຕາມຊາຍຊູ້ມີພັນທະລ້ຽງດູລູກທີ່ເກີດມາ ນັ້ນຈົນກວ່າຈະເດັກຈະຮອດກະສຽນອາຍຸສິບແປດປີ.

...ໝວດທີ 2 ການແຕ່ງດອງ


....ມາດຕາ 9 (ປັບປຸງ) ເງື່ອນໄຂການເອົາກັນເປັນຜົວເມຍ

ມາດຕາ 9 (ປັບປຸງ) ເງື່ອນໄຂການເອົາກັນເປັນຜົວເມຍ ຍິງແລະຊາຍທີ່ຈະເອົາກັນເປັນຜົວເມຍຕ້ອງມີເງື່ອນໄຂດັ່ງ ນີ້: 1. ມີອາຍຸແຕ່ສິບແປດປີຂຶ້ນໄປ; 2. ມີຄວາມມັກຮັກ,ການຕົກລົງແລະຄວາມສະໝັກໃຈຂອງ ຄູ່ບ່າວສາວ; 3. ເປັນໂສດ,ເປັນຮ້າງຫຼືເປັນໝ້າຍໂດຍມີເອກະສານຢັ້ງຢືນ ຢ່າງຖືກຕ້ອງ; 4. ບໍ່ເປັນບ້າເສຍຈິດຫຼືບໍ່ເປັນພະຍາດຮ້າຍແຮງຫຼືຕິດແປດ. ....ມາດຕາ 10 (ປັບປຸງ) ການບໍ່ອະນຸຍາດໃຫ້ແຕ່ງດອງ

ມາດຕາ 10 (ປັບປຸງ) ການບໍ່ອະນຸຍາດໃຫ້ແຕ່ງດອງ ການແຕ່ງດອງຈະບໍ່ອະນຸຍາດໄດ້ໃນກໍລະນີດັ່ງນີ້: 1. ບຸກຄົນທີ່ເປັນເພດດຽວກັນ,ເປັນບ້າເສຍຈິດຫຼືເປັນພະຍາດ ຮ້າຍແຮງຫຼືຕິດແປດທີ່ຈະເປັນອັນຕະລາຍຕໍ່ຊີວິດຫຼືສຸກຂະພາບຂອງຜົວຫຼື ເມຍຫຼືລູກ; 2. ບຸກຄົນທີ່ຢູ່ໃນຕະກູນຊິງຊາວດຽວກັນບາງຊົນເຜົ່າຫຼືເປັນ ຍາດໃກ້ຊິດກັນຄືພໍ່ແມ່,ປູ່ຍ່າ,ພໍ່ເຖົ້າແມ່ນເຖົ້າຂຶ້ນໄປ ກັບລູກ,ຫຼານ,ເຫຼນຕໍ່ ໆລົງມາ,ລະຫວ່າງພໍ່ລ້ຽງ,ແມ່ລ້ຽງກັບລູກລ້ຽງ,ລະຫວ່າງພໍ່ນ່າ,ແມ່ນ້າ ກັບລູກນ້າ,ລະຫວ່າງລູກຄີງກັບລູກຄີງ,ກັບລູກລ້ຽງ,ກັບລູກນ້າ,ລະຫວ່າງ ລູກລ້ຽງກັບລູກລ້ຽງ,ກັບລູກນ້າ,ລະຫວ່າງລູກນ່້າກັບລູກນ້າ,ລະຫວ່າງລຸງ, ປ້າ,ອາວ,ອາ,ນ້າບ່າວ,ນ້າສາວກັບຫຼານ. ສໍາລັບລູກນ້າກັບລູກນ້ານັ້ນສາມາດເອົາກັນເປັນຜົວເມຍໄດ້ ໃນກໍລະນີທີ່ພໍ່ແມ່ໄດ້ຢ່າຮ້າງກັນແລ້ວ.

...ໝວດທີ 3 ວິທີການແຕ່ງດອງ


....ມາດຕາ 11 ການພິຈາລະນາແລະການຈົດທະບຽນການແຕ່ງດອງ

ມາດຕາ 11 ການພິຈາລະນາແລະການຈົດທະບຽນການແຕ່ງດອງ ຄູ່ບ່າວສາວທີ່ມີຈຸດປະສົງຢາກແຕ່ງດອງນໍາກັນຕ້ອງເຮັດຄໍາ ຮ້ອງເປັນລາຍລັກອັກສອນແລ້ວຍື່ນຕໍ່ເຈົ້າໜ້າທີ່ທະບຽນຄອບຄົວເມືອງ, ເທດສະບານໂດຍຜ່ານອົງການປົກຄອງບ້ານບ່ອນຍິງຫຼືຊາຍອາໄສຢູ່. ເຈົ້າໜ້າທີ່ທະບຽນຄອບຄົວດັ່ງກ່າວຕ້ອງພິຈາລະນາຄໍາຮ້ອງ ຂໍແຕ່ງດອງພາຍໃນກໍານົດເວລາບໍ່ໃຫ້ເກີນໜຶ່ງເດືອນນັບແຕ່ວັນໄດ້ຮັບ ຄໍາຮ້ອງຂໍນັ້ນເປັນຕົ້ນໄປ. ຖ້າຫາກເຫັນວ່າຄູ່ບ່າວສາວນັ້ນມີເງື່ອນໄຂຄົບຖ້ວນເຈົ້າໜ້າ ທີ່ທະບຽນຄອບຄົວນັ້ນກໍ່ຈະຮຽກພວກກ່ຽວເຂົ້າມາທໍາການຈົດທະບຽນ ການແຕ່ງດອງໂດຍຊ້ອງໜ້າພະຍານສາມຄົນ.

....ມາດຕາ 12 (ປັບປຸງ) ພິທີແຕ່ງດອງ

ມາດຕາ 12 (ປັບປຸງ) ພິທີແຕ່ງດອງ ພິທີແຕ່ງດອງຕາມຮີດຄອງປະເພນີຈະເຮັດຫຼືບໍ່ເຮັດກໍ່ໄດ້,ຈະ ເຮັດພ້ອມຫຼືລຸນຫຼັງການຈົດທະບຽນການແຕ່ງດອງນັ້ນກໍ່ໄດ້ແຕ່ບໍ່ໃຫ້ມີຜົນ ສະທ້ອນທາງດ້ານກົດໝາຍ. ໃນກໍລະນີທີ່ມີການຈັດງານແຕ່ງດອງນັ້ນກໍ່ໃຫ້ມີລັກສະນະກະ ທັດຮັດເບົາບາງ,ເໝາະສົມແລະປະຢັດມັດທະຍັດ. ຄູ່ບ່າວສາວຈະມີຖານະເປັນຜົວເມຍກັນນັບແຕ່ວັນຈົດທະບຽນ ການແຕ່ງດອງເປັນນຕົ້ນໄປ.

...ໝວດທີ 4 ສາຍພົວພັນລະຫວ່າງຜົວເມຍ


....ມາດຕາ 13 ສິດແລະພັນທະຂອງຜົວເມຍ

ມາດຕາ 13 ສິດແລະພັນທະຂອງຜົວເມຍ ຢູ່ໃນຄອບຄົວຜົວແລະເມຍມີສິດສະເໝີພາບກັນໃນທຸກດ້ານ. ຜົວເມຍພ້ອມກັນຕົກລົງບັນຫາພາຍໃນຄອບຄົວຢ່າງເປັນເອກະພາບ. ຜົວ ເມຍມີພັນທະຮັກແພງ,ເຄົາລົບນັບຖື,ເບິ່ງແຍງ,ໃຫ້ກຽດ,ຮູ້ຈັກໃຫ້ອະໄພ ແລະຊ່ວຍເຫຼືອຊຶ່ງກັນແລະກັນພ້ມກັນລ້ຽງດູລູກ,ສຶກສາອົບຮົມລູກແລະກໍ່ ສ້າງກັນໃຫ້ກາຍເປັນຄອບຄົວທີ່ມີຄວາມສາມັກຄີ,ມີຄວາມສຸກແລະກ້າວ ໜ້າ.

....ມາດຕາ 14 ສິດໃນການເຄື່ອນໄຫວຂອງຜົວເມຍ

ມາດຕາ 14 ສິດໃນການເຄື່ອນໄຫວຂອງຜົວເມຍ ຜົວເມຍມີສິດເຄື່ອນໄຫວທາງດ້ານການເມືອງ,ເສດຖະກິດ, ວັດທະນະທໍາແລະສັງຄົມ. ການເລືອກບ່ອນຢູ່ຂອງຄອບຄົວຕ້ອງມີການຕົກລົງເປັນເອກະ ພາບຂອງຄູ່ຜົວເມຍ.

....ມາດຕາ 15 ສິດໃນການເລືອກນາມສະກຸນ

ມາດຕາ 15 ສິດໃນການເລືອກນາມສະກຸນ ຜົວເມຍມີສິດເລືອກເອົານາມສະກຸນຂອງຜົວຫຼືເມຍເພື່ອເປັນ ນາມສະກຸນຂອງຄອບຄົວຫຼືຜົວເມຍຈະຮັກສານາມສະກຸນເດີມຂອງໃຜລາວ ໄວ້ກໍ່ໄດ້.

..ພາກທີ 3 ການສິ້ນສຸດການເປັນຜົວເມຍກັນ


...ມາດຕາ 16 (ປັບປຸງ) ສາເຫດຂອງການສິ້ນສຸດການເປັນຜົວເມຍກັນ

ມາດຕາ 16 (ປັບປຸງ) ສາເຫດຂອງການສິ້ນສຸດການເປັນຜົວເມຍກັນ ການເປັນຜົວເມຍກັນຈະສິ້ນສຸດລົງໃນກໍລະນີດັ່ງນີ້: 1. ຄໍາຕັດສິນຂອງສານທີ່ຮັບຮູ້ການແຕ່ງດອງເປັນໂມຄະ; 2. ການຢ່າຮ້າງ; 3. ຄໍາຕັດສິນຂອງສານຂັ້ນຕົ້ນຫຼືຄໍາພິພາກສາຂອງສານຂັ້ນ ອຸທອນໃຫ້ຜົວເມຍຢ່າຮ້າງກັນໂດຍບໍ່ມີການຂໍອຸທອນຫຼືການຂໍລົບລ້າງກ່ຽວ ກັບການຢ່າຮ້າງ; ຈະຖືວ່າມີການຢ່າຮ້າງໄດ້ກໍ່ຕໍ່ເມື່ອມີການຈົດທະບຽນການຢ່າ ຮ້າງຢູ່ຫ້ອງການທະບຽນຄອບຄົວເມືອງ,ເທດສະບານເທົ່ານັ້ນ; 4. ການເສຍຊີວິດຂອງຜົວຫຼືເມຍ; 5. ຄໍາຕັດສິນຂອງສານວ່າຜົວຫຼືເມຍເປັນຜູ້ເສຍຊີວິດໃນກໍລະ ນີທີ່ຜົວຫຼືເມຍນັ້ນຫາກໜີຈາກຄອບຄົວໂດຍບໍ່ຮູ້ບ່ອນຢູ່ແລະຂ່າວຄາວເປັນ ເວລາສາມປີ.

...ມາດຕາ 17 (ປັບປຸງ) ການແຕ່ງດອງເປັນໂມຄະ

ມາດຕາ 17 (ປັບປຸງ) ການແຕ່ງດອງເປັນໂມຄະ ການແຕ່ງດອງເປັນໂມຄະແມ່ນການແຕ່ງດອງທີ່ລະເມີດ: 1. ການເປັນຜົວນຶ່ງເມຍດຽວຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 4 ຂອງກົດໝາຍສະບັບນີ້; 2. ເງື່ອນໄຂການເອົາກັນເປັນຜົວເມຍຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 9 ຂອງກົດໝາຍສະບັບນີ້; 3. ການບໍ່ອະນຸຍາດໃຫ້ແຕ່ງດອງຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 10 ຂອງກົດໝາຍສະບັບນີ້.

...ມາດຕາ 18 ການລົບລ້າງການແຕ່ງດອງທີ່ເປັນໂມຄະ

ມາດຕາ 18 ການລົບລ້າງການແຕ່ງດອງທີ່ເປັນໂມຄະ ການລົບລ້າງການແຕ່ງດອງທີ່ເປັນໂມຄະແມ່ນສິດອໍານາດ ຂອງສານປະຊາຊົນ. ໄອຍະການປະຊາຊົນ,ເຈົ້າໜ້າທີ່ທະບຽນຄອບຄົວ,ພໍ່ແມ່ຂອງ ຜົວຫຼືເມຍ,ຜົວຫຼືເມຍເອງມີສິດຮ້ອງຂໍໃຫ້ລົບລ້າງການແຕ່ງດອງທີ່ເປັນໂມ ຄະ.

...ມາດຕາ 19 ຜົນສະທ້ອນຂອງການແຕ່ງດອງທີ່ເປັນໂມຄະ

ມາດຕາ 19 ຜົນສະທ້ອນຂອງການແຕ່ງດອງທີ່ເປັນໂມຄະ ເມື່ອການແຕ່ງດອງທີ່ເປັນໂມຄະຫາກຖືກລົບລ້າງແລ້ວສາຍ ຜົວເມຍກໍ່ຈະຂາດຈາກກັນແຕ່ລູກທີ່ມີຢູ່ໃນທ້ອງຫຼືເກີດໃນເວລາເປັນຜົວ ເມຍກັນນັ້ນກໍ່ໃຫ້ຖືວ່າເປັນລູກທີ່ຖືກຕ້ອງຕາມກົດໝາຍ. ຊັບສົມບັດທີ່ໄດ້ມາໃນເວລາຜົວເມຍຢູ່ຮ່ວມກັນກ່ອນການລົບ ລ້າງການແຕ່ງດອງທີ່ເປັນໂມຄະນັ້ນກໍ່ໃຫ້ແລ່ງປັນຕາມລະບຽບການທີ່ໄດ້ ກໍານົດໄວ້ໃນກົດໝາຍສະບັບນີ້ແລະກົດໝາຍວ່າດ້ວຍກໍາມະສິດ.

...ມາດຕາ 20 (ປັບປຸງ) ສາເຫດຂອງການຢ່າຮ້າງ

ມາດຕາ 20 (ປັບປຸງ) ສາເຫດຂອງການຢ່າຮ້າງ ຜົວຫຼືເມຍຈະຂໍຢ່າຮ້າງກັນໄດ້ເມື່ອມາສາເຫດໃດໜຶ່ງດັ່ງນີ້: 1. ທໍາມິດສະຈານ; 2. ໃຊ້ຄວາມຮຸນແຮງຫຼືປ້ອຍດ່າດ້ວຍຄວາມຫຍາບຊ້າຕໍ່ກັນ ຫຼືຕໍ່ພໍ່ແມ່ແລະຍາດພີ່ນ້ອງຫຼືມີການປະພຶດທີ່ບໍ່ເໝາະສົມຢ່າງຮ້າຍແຮງ ເຊັ່ນ:ຕິດເຫຼົ້າ,ຕິດຢາເສບຕິດຢ່າງໜັກໜ່ວງຫຼືຫຼິ້ນການພະນັນເປັນອາຈິນ, ຫຼິ້ນກິນຟຸມເຟືອຍ; 3. ໜີໄປໂດຍບໍ່ຄອບກັນແລະບໍ່ໄດ້ສົ່ງຂ່າວຫຼືສິ່ງຊັບມາລ້ຽງ ຄອບຄົວເປັນເວລາສາມປີຂຶ້ນໄປ; 4. ຜົວໄປບວດເປັນພິກສຸ,ສາມະເນນຫຼືພໍ່ຂາວຫຼືເມຍໄປບວດ ເປັນແມ່ຂາວເກີນກວ່າສາມປີໂດຍບໍ່ມີຄວາມເຫັນດີນໍາກັນ. 5. ເປັນຜູ້ຫາຍສາບສູນຕາມຄໍາຕັດສິນຂອງສານໃນກໍລະນີ ທີ່ຜົວຫຼືເມຍນັ້ນຫາກໜີຈາກຄອບຄົວໂດຍບໍ່ຮູ້ບ່ອນຢູ່ແລະບໍ່ຮູ້ຂ່າວຄາວ ເປັນເວລາສອງປີຫຼືໃນກໍລະນີທີ່ເກີດອຸປະຕິເຫດຫາກບໍ່ຮູ້ຂ່າວຄາວເປັນ ເວລາຫົກເດືອນ; 6. ຖືກສານຕັດສິນລົງໂທດຕັດອິດສະລະພາບແຕ່ຫ້າປີຂຶ້ນ ໄປ; 7. ເປັນພະຍາດຊຶ່ງເປັນອັນຕະລາຍຢ່າງຮ້າຍແຮງທີ່ບໍ່ສາ ມາດຈະຢູ່ນໍາກັນໄດ້; 8. ເປັນຄົນບ້າເສຍຈິດຈົນບໍ່ສາມາດຈະຢູ່ນໍາກັນໄດ້; 9. ບໍ່ສາມາດຮ່ວມປະເວນີທາງເພດ; 10. ບໍ່ສາມາດດໍາລົງຊີວິດເປັນຜົວເມຍກັນຕໍ່ໄປໄດ້ຍ້ອນສາ ເຫດຕ່າງໆເຊັ່ນ:ບໍ່ສັດຊື່ຕໍ່ກັນ,ທໍລະມານຈິດໃນກັນ.

...ມາດຕາ 21 ປະເພດການຢ່າງຮ້າງ

ມາດຕາ 21 ປະເພດການຢ່າງຮ້າງ ການຢ່າຮ້າງມີສອງປະເພດດັ່ງນີ້: 1. ການຢ່າຮ້າງດ້ວຍຄວາມສະໝັກໃຈ; 2. ການຢ່າຮ້າງດ້ວຍການຕັດສິນຂອງສານ. ບໍ່ວ່າໃນກໍລະນີໃດບໍ່ອະນຸຍາດໃຫ້ມີການຊື້ຮ້າງ. ...ມາດຕາ 21/1 (ໃໝ່) ການຢ່າຮ້າງດ້ວຍຄວາມສະໝັກໃຈ

ມາດຕາ 21/1 (ໃໝ່) ການຢ່າຮ້າງດ້ວຍຄວາມສະໝັກໃຈ ການຢ່າຮ້າງດ້ວຍຄວາມສະໝັກໃຈຕ້ອງມີເງື່ອນໄຂດັ່ງນີ້: 1. ຄູ່ຜົວເມຍມີຄວາມເຫັນດີເຫັນພ້ອມຢ່າຮ້າງກັນ; 2. ຄູ່ຜົວເມຍບໍ່ມີຂໍ້ຂັດແຍ່ງກ່ຽວກັບບັນຫາລູກເປັນຕົ້ນການ ລ້ຽງດູລູກ; 3. ຄູ່ຜົວເມຍບໍ່ມີຂໍ້ຂັດແຍ່ງກ່ຽວກັບສິນສົມສ້າງ; 4. ຄູ່ຜົວເມຍບໍ່ມີຂໍ້ຂັດແຍ່ງກ່ຽວກັບໜີ້ສິນ.

...ມາດຕາ 21/2 (ໃໝ່) ອົງການພິຈາລະນາການຢ່າຮ້າງດ້ວຍຄວາມສະໝັກໃຈ

ມາດຕາ 21/2 (ໃໝ່) ອົງການພິຈາລະນາການຢ່າຮ້າງດ້ວຍຄວາມ ສະໝັກໃຈ ຜູ້ຜົວເມຍທີ່ມີຈຸດປະສົງຢ່າຮ້າງກັນດ້ວຍຄວາມສະໝັກໃຈ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 21/1 ເທິງນີ້ຕ້ອງເຮັດຄໍາຮ້ອງຂໍຢ່າ ຮ້າງໂດຍຊ້ອງນ້າພໍ່ແມ່,ເຖົ້າແກ່ທັງສອງຝ່າຍພ້ອມດ້ວຍພະຍານຢ່າງ ໜ້ອຍສາມຄົນແລ້ວຍື່ນຕໍ່ນາຍບ້ານບ່ອນພວກຕົນອາໄສຢູ່.ເມື່ອໄດ້ຮັບຄໍາ ຮ້ອງຂໍຢ່າຮ້າງນັ້ນແລ້ວນາຍບ້ານຕ້ອງສຶກສາອົບຮົມໃຫ້ຜົວເມຍຄືນດີ ກັນ,ຖ້າວ່າພວກກ່ຽວຫາກບໍ່ສົມຍອມຄືນດີກັນໃນທັນໃດກໍ່ຕ້ອງໃຫ້ເວລາ ໄປຄົ້ນຄິດໃນກໍານົດສາມເດືອນ. ພາຍຫຼັງທີ່ຜົວເມຍໄດ້ຄົ້ນຄິດແລະບໍ່ຕົກລົງດີກັນແລ້ວນາຍ ບ້ານຕ້ອງເຮັດບົດບັນທຶກການຢ່າຮ້າງແລ້ວສົ່ງໃຫ້ເຈົ້າໜ້າທີ່ທະບຽນ ຄອບຄົວເມືອງ,ເທດສະບານເພື່ອຈົດທະບຽນການຢ່າຮ້າງແລ້ວອອກ ໃບຢ່າຮ້າງໃຫ້ຄູ່ຜົວເມຍຜູ້ລະສະບັບເພື່ອເປັນຫຼັກຖານ.

...ມາດຕາ 21/3 (ປັບປຸງ) ການພິຈາລະນາຄະດີຢ່າຮ້າງ

ມາດຕາ 21/3 (ປັບປຸງ) ການພິຈາລະນາຄະດີຢ່າຮ້າງ ການຢ່າຮ້າງທີ່ຈະຖືກພິຈາລະນາຢູ່ສານມີດັ່ງນີ້: 1. ມີການຮ້ອງຂໍຢ່າຮ້າງຂອງຜົວຫຼືເມຍແຕ່ອີກຝ່າຍໜຶ່ງບໍ່ ເຫັນດີຢ່າຮ້າງ; 2. ມີຂໍ້ຂັດແຍ່ງກ່ຽວກັບບາງບັນຫາເປັນຕົ້ນການລ້ຽງດູລູກ, ສິນສົມສ້າງຫຼືໜີ້ສິນຂອງຄູ່ຜົວເມຍ; 3. ມີສາເຫດຂອງການຢ່າຮ້າງຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 20 ຂອງກົດໝາຍວ່າດ້ວຍຄອບຄົວສະບັບນີ້. ເມື່ອໄດ້ຮັບຄໍາຮ້ອງຂໍຢ່າຮ້າງແລ້ວສານປະຊົນຕ້ອງສຶກສາ ອົບຮົມໃຫ້ຜົວເມຍຄືນດີກັນ.ຖ້າວ່າພວກກ່ຽວຫາກບໍ່ສົມຍອມຄືນດີກັນໃນ ທັນໃດກໍ່ຕ້ອງໃຫ້ເວລາໄປຄົ້ນຄິດໃນກໍານົດສາມເດືອນ. ພາຍຫຼັງທີ່ຜົວເມຍຫາກໄດ້ຄົ້ນຄິດແລະບໍ່ຕົກລົງຄືນດີກັນແລ້ວ ສານກໍ່ຈະຕັດສິນໃຫ້ຜົວເມຍຢ່າຮ້າງກັນ.ໃນການຕັດສິນກ່ຽວກັບການຢ່າ ຮ້າງສານຕ້ອງວາງມາດຕະການປົກປັກຮັກສາຜົນປະໂຫຍດຂອງເດັກທີ່ ຍັງບໍ່ທັນຮອດກະສຽນອາຍຸແລະຂອງຜົວຫຼືເມຍທີ່ບໍ່ສາມາດອອກແຮງງານ ເພື່ອດໍາລົງຊີວິດໄດ້. ພາຍຫຼັງທີ່ສານໄດ້ຕັດສິນຢ່າຮ້າງແລ້ວຕ້ອງສໍາເນົາຄໍາຕັດ ສິນທີ່ໃຊ້ໄດ້ຢ່າງເດັດຂາດນັ້ນເປັນສອງສະບັບແລ້ວສົ່ງໃຫ້ເຈົ້າໜ້າທີ່ທະ ບຽນຄອບຄົວເພື່ອຈົດທະບຽນການຢ່າຮ້າງແລ້ວມອບໃຫ້ຄູ່ຜົວເມຍຜູ້ລະ ສະບັບ.


...ມາດຕາ 22 (ປັບປຸງ) ການບໍ່ອະນຸຍາດໃຫ້ຂໍຢ່າຮ້າງ

ມາດຕາ 22 (ປັບປຸງ) ການບໍ່ອະນຸຍາດໃຫ້ຂໍຢ່າຮ້າງ ຜົວບໍ່ມີສິດຈະຂໍຢ່າຮ້າງໄດ້ໃນເວລາທີ່ເມຍພວມຖືພາຫຼືຫຼັງ ຈາກທີ່ລູກນັ້ນເກີດມາບໍ່ທັນຮອດໜຶ່ງປີເວັ້ນເສຍແຕ່ຜູ້ເປັນເມຍຫາກເປັນ ຜູ້ຂໍຢ່າຮ້າງ.

...ມາດຕາ 23 ການຮັກສາແລະລ້ຽງດູລູກ

ມາດຕາ 23 ການຮັກສາແລະລ້ຽງດູລູກ ຖ້າວ່າຜົວເມຍຫາກບໍ່ເຫັນດີນໍາກັນກ່ຽວກັບການຮັກສາແລະ ລ້ຽງດູລູກພາຍຫຼັງການຢ່າຮ້າງແລ້ວສານຕ້ອງຕັດສິນມອບເດັກໃຫ້ຢູ່ນໍາ ພໍ່ຫຼືແມ່ໂດຍຖືເອົົາຕາມຜົນປະໂຫຍດຂອງເດັກແລະຕາມລະບຽບກົດໝາຍ. ຜົວເມຍທີ່ໄດ້ຢ່າຮ້າງກັນແລ້ວຕ້ອງໄດ້ເບິ່ງແຍງ,ລ້ຽງດູແລະ ສຶກສາອົບຮົມລູກ.ສານກໍານົດການໃຊ້ຈ່າຍໃນການລ້ຽງດູລູກຈົນຮອດກະ ສຽນອາຍຸສິບແປດປີຕາມການຕົກລົງຂອງຜົວເມຍຫຼືຕາມຄໍາຕັດສິນຂອງ ສານໃນກໍລະນີທີ່ຜົວເມຍຫາກຕົກລົງກັນບໍ່ໄດ້.

...ມາດຕາ 24 ການຮ້ອງຂໍຄ່າລ້ຽງດູ

ມາດຕາ 24 ການຮ້ອງຂໍຄ່າລ້ຽງດູ ພາຍຫຼັງການຢ່າຮ້າງກັນແລ້ວເມຍຫຼືຜົວທີ່ເຈັບເປັນເນື່ອງ ຈາກສາຍພົວພັນຜົວເມຍໃນເມື່ອກ່ອນແລະຂາດເຂີນຊຶ່ງບໍ່ສາມາດຈະ ລ້ຽງຕົນເອງໄດ້ກໍ່ມີສິດຮ້ອງຂໍໃຫ້ສານພິຈາລະນາຕັດສິນໃຫ້ຜົວຫຼືເມຍ ຈ່າຍຄ່າລ້ຽງດູໄດ້ ໃນກໍລະນີທີ່ຝ່າຍທີ່ຖືກຮ້ອງຂໍຫາກມີຄວາມສາມາດ ທາງດ້ານເສດຖະກິດແຕ່ການຈ່າຍຄ່າລ້ຽງດູນັ້ນບໍ່ໃຫ້ເກີນສອງປີ.

...ມາດຕາ 25 ການເອົາກັນຄືນເປັນຜົວເມຍ

ມາດຕາ 25 ການເອົາກັນຄືນເປັນຜົວເມຍ ຜົວເມຍທີ່ໄດ້ຢ່າຮ້າງກັນແລ້ວຈະເອົາກັນຄືນອີກກໍ່ຕ້ອງຈົດ ທະບຽນການແຕ່ງດອງຄືນໃໝ່.

..ພາກທີ 4 ຊົບສົມບັດຂອງຄູ່ຜົວເມຍ


...ມາດຕາ 26 (ປັບປຸງ) ຊັບເດີມແລະສິນສົມສ້າງ

ມາດຕາ 26 (ປັບປຸງ) ຊັບເດີມແລະສິນສົມສ້າງ ຊັບເດີມແມ່ນຊັບສົມບັດທີ່ຜົວຫຼືເມຍໄດ້ມາກ່ອນການແຕ່ງ ດອງຫຼືແມ່ນຊັບສົມບັດທີ່ໄດ້ມາຈາກການສືບທອດມູນມໍລະດົກຫຼືຈາກ ການມອບຫຼືການຍົກຊັບໃຫ້ຜົວຫຼືເມຍສະເພາະພາຍຫຼັງການແຕ່ງດອງ ແລະແມ່ນຊັບສົມບັດຂອງຜົວຫຼືເມຍທີ່ຍັງຄົງຢູ່ຫຼືປ່ຽນສະພາບໄປເປັນຊັບ ສິ່ງຂອງໃໝ່ແລ້ວ. ນອກຈາກນີ້ດອກເບ້ຍ,ລາຍໄດ້ແລະໝາກຜົນທີ່ເກີດຈາກຊັບ ເດີມຂອງຜົວຫຼືເມຍໃຫ້ຖືເປັນຊັບເດີມຂອງຜູ້ນັ້ນເວັ້ນເສຍແຕ່ຜົວຫຼືເມຍ ຫາກໄດ້ປະກອບສ່ວນເຂົ້າໃນການຜະລິດຫຼືການສ້າງສາຮ່ວມກັນນັ້ນລາຍ ໄດ້ແລະໝັກຜົນໃຫ້ຖືເປັນສິນສົມສ້າງ. ສິນສົມສ້າງແມ່ນຊົບສົມບັດທີ່ຄູ່ຜົວເມຍນັ້ນສ້າງສາແລະຫາ ມາໄດ້ໃນເວລາເປັນຜົວເມຍນໍາກັນເວັ້ນເສຍແຕ່ຊັບສິ່ງຂອງທີ່ເປັນເຄື່ອງ ໃຊ້ສ່ວນຕົວຊຶ່ງບໍ່ມີມູນຄ່າສູງ. ລາຍໄດ້ທັງໝົດທີ່ຜົວຫຼືເມຍໄດ້ຮັບໃນເວລາຢູ່ຮ່ວມກັນຫຼືແຍກ ກັນຢູ່ນັ້ນໃຫ້ຖືເປັນສິນສົມສ້າງ.ສໍາລັບໜີ້ສິນທີ່ກູ້ຢືມມາພາຍຫຼັງທີ່ໄດ້ແຍກ ກັນຢູ່ເພື່ອຜົນປະໂຫຍດຂອງຄອບຄົວຫຼືໂດຍມີການຕົກລົງເຫັນດີນໍາກັນນັ້ນ ຜົວເມຍຕ້ອງຮັບຜິດຊອບຮ່ວມກັນ,ຖ້າຫາກກູ້ຢືມມາເພື່ອຜົນປະໂຫຍດ ສ່ວນຕົວຫຼືໂດຍບໍ່ມີການຕົກລົງເຫັນດີນໍາກັນໃຫ້ແຕ່ລະຄົນຮັບຜິດຊອບຕໍ່ໜີ້ ສິນນັ້ນເອົາເອງ. ນອກຈາກນີ້ການນໍາເອົາສິນສົມສ້າງຫຼືຊັບເດີມຂອງຝ່າຍໃດ ຝ່າຍໜຶ່ງທີ່ມີມູນຄ່າເກີນກວ່າສອງສ່ວນສາມຂອງມູນຄ່າຊັບເດີມນັ້ນໃຊ້ ຈ່າຍເຂົ້າໃນການສ້ອມແປງຊັບເດີມຂອງອີກຝ່າຍໜຶ່ງກໍ່ໃຫ້ຖືເປັນສິນສົມ ສ້າງ.

...ມາດຕາ 26/1 (ໃໝ່) ຄ່າປົວແປງຈິດໃຈ

ມາດຕາ 26/1 (ໃໝ່) ຄ່າປົວແປງຈິດໃຈ ຄ່າປົວແປງຈິດໃຈແມ່ນຈໍານວນເງິນທີ່ຄອບຄົວຂອງຜູ້ຖືກ ເສຍຫາຍໄດ້ຮັບເພື່ອເປັນການທົດແທນຄ່າເສຍຫາຍທີ່ເນື່ອງຈາກການ ເສຍຊີວິດຂອງຜູ້ກ່ຽວ. ຄ່າປົວແປງຈິດໃຈແລະເງິນອຸດໜູນການເສຍຊີວິດໃຫ້ນໍາມາ ແບ່ງເປັນສາມພູດສະເໝີກັນແລ້ວມອບໃຫ້ຜູ້ເປັນພໍ່ແມ່,ຜົວຫຼືເມຍແລະລູກ ຂອງຜູ້ເສຍຊີວິດຜູ້ລະພູດ.ໃນກໍລະນີທີ່ຜູ້ເສຍຊີວິດຫາກບໍ່ມີລູກໃຫ້ແບ່ງເປັນ ສອງພູດສະເໝີກັນແລ້ວມອບໃຫ້ຜູ້ເປັນພໍ່ແມ່ແລະຜົວຫຼືເມຍຂອຜູ້ເສຍຊີວິດ ຜູ້ລະພູດ.ໃນກໍລະນີທີ່ຜູ້ເສຍຊີວິດຫາກບໍ່ມີພໍ່ແມ່ກໍ່ໃຫ້ແບ່ງເປັນສອງພູດສະ ເໝີກັນແລ້ວມອບໃຫ້ຜົວຫຼືເມຍແລະລູກຂອງຜູ້ເສຍຊີວິດຜູ້ລະພູດ.ໃນກໍລະ ນີທີ່ຜູ້ເສຍຊີວິດຫາກບໍ່ມີພໍ່ແມ່ແລະລູກກໍ່ໃຫ້ມອບແກ່ຜູ້ເປັນຜົວຫຼືເມຍທີ່ຍັງ ມີຊີວິດຢູ່ພຽງຜູ້ດຽວ.ໃນກໍລະນີອື່ນການແບ່ງປັນຄ່າປົວແປງຈິດໃຈແລະ ເງິນອຸດໜູນການເສຍຊີວິດໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການສືບ ທອດມູນມໍລະດົກ.ກ່ອນຈະນໍາເອົາຄ່າປົວແປງຈິດໃຈແລະເງິນອຸດໜູນ ການເສຍຊີວິດມາແບ່ງປັນໃຫ້ກັນນັ້ນຕ້ອງຫັກຄ່າມ້ຽນຄາບສົ່ງສະການ, ເຮັດບຸນກິນທານ,ໃຊ້ແທນໜີ້ສິນແລະພັນທະອື່ນຂອງຜູ້ເສຍຊີວິດເສຍກ່ອນ.

...ມາດຕາ 27 (ປັບປຸງ) ການນໍາໃຊ້ສິນສົມສ້າງ

ມາດຕາ 27 (ປັບປຸງ) ການນໍາໃຊ້ສິນສົມສ້າງ ຜົວເມຍມີສິດເທົ່າທຽມກັນກ່ຽວກັບສິນສົມສ້າງໂດຍບໍ່ຂຶ້ນກັບ ວ່າຈະແມ່ນຜົວຫຼືເມຍເປັນຜູ້ຫາຊັບສິ່ງຂອງນັ້ນມາໄດ້.ຜົວເມຍມີສິດນໍາໃຊ້ ສິດສົມສ້າງຢ່າງສົມເຫດສົມຜົນຕາມຄວາມຮຽກຮ້ອງຕ້ອງການຂອງຄອບ ຄົວ.ສໍາລັບສິດໄດ້ຮັບໝາກຜົນແລະຊີ້ຂາດກ່ຽວກັບສິນສົມສ້າງຊຶ່ງມີມູນຄ່າ ສູງນັ້ນຕ້ອງມີຄວາມເປັນເອກະພາບນໍາກັນເສຍກ່ອນເຊັ່ນ:ການຊື້ຂາຍສິດ ນໍາໃຊ້ທີ່ດິນຫຼືເຮືອນ,ການນໍາເອົາສິນສົມສ້າງໄປຄໍ້າປະກັນ.

...ມາດຕາ 28 (ປັບປຸງ) ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ

ມາດຕາ 28 (ປັບປຸງ) ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍໃຫ້ປະຕິບັດດັ່ງນນີ້: 1. ຊັບເດີມຂອງຝ່າຍໃດກໍ່ໃຫ້ເປັນກໍາມະສິດຂອງຝ່າຍນັ້ນ; 2. ສິນສົມສ້າງຂອງຄູ່ຜົວເມຍໃຫ້ແບ່ງປັນກັນຄົນລະເຄິ່ງ ເວັ້ນເສຍແຕ່ຜົວຫຼືເມຍຫາກເປັນຜູ້ກະທໍາຜິດໃນສະຖານທໍາມິດສະຈານ,ສໍ້ ໂກງຫຼືຍັກຍອກສິນສົມສ້າງໂດຍມີຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ,ຝ່າຍ ທີ່ຜິດນັ້ນກໍ່ຈະໄດ້ຮັບພຽງແຕ່ໜຶ່ງສ່ວນສາມຂອງສິນສົມສ້າງເທົ່ານັ້ນ. ໃນກໍລະນີທີ່ລູກຍັງບໍ່ທັນຮອດກະສຽນອາຍຸຫາກໄດ້ຢູ່ນໍາຜູ້ໃດ ຜູ້ນັ້ນກໍ່ຈະໄດ້ຮັບສ່ວນແບ່ງໜຶ່ງສ່ວນສາມຂອງສິນສົມສ້າງນັ້ນເພື່ອເປັນ ການລ້ຽງດູລູກ,ສ່ວນທີ່ເຫຼືອນັ້ນໃຫ້ຜົວເມຍແບ່ງປັນກັນຄົນລະເຄິ່ງ. ໃນກໍລະນີທີ່ສິນສົມສ້າງຫາກບໍ່ພຽງພໍກັບການລ້ຽງດູລູກກໍ່ ໃຫ້ສືບຕໍ່ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 35 ຂອງກົດໝາຍສະ ບັບນີ້ຈົນກວ່າເດັກຈະຮອດກະສຽນອາຍຸສິບແປດປີ. ສິນສົມສ້າງຈະໄດ້ແບ່ງປັນກັນພາຍຫຼັງທີ່ຜົວເມຍນັ້ນໄດ້ຢ່າ ຮ້າງກັນ.ໃນກໍລະນີທີ່ຜົວເມຍຫາກໄດ້ແຍກກັນຢູ່ຫຼືຜົວເມຍຫາກໄດ້ລັກ ເອົາສິນສົມສ້າງໄປນໍາໃຊ້ໃນທາງທີ່ບໍ່ຖືກຕ້ອງຫຼືບໍ່ມີຄວາມບໍລິສຸດໃຈຕໍ່ສິນ ສົມສ້າງນັ້ນສິນສົມສ້າງອາດຈະຖືກແບ່ງປັນຕາມການສະເໜີຂອງຝ່າຍ ໃດຝ່າຍໜຶ່ງກໍ່ໄດ້.

..ພາກທີ 5 ສິດແລະພັນທະຂອງພໍ່ແມ່ແລະລູກ


...ໝວດທີ 1 ການຮັບຮູ້ເດັກເປັນລູກ


....ມາດຕາ 29 ການໄດ້ສິດແລະພັນທະຂອງພໍ່ແມ່ແລະລູກ

ມາດຕາ 29 ການໄດ້ສິດແລະພັນທະຂອງພໍ່ແມ່ແລະລູກ ສິດແລະພັນທະຂອງພໍ່ແມ່ແລະລູກເກີດຂຶ້ນບົນພື້ນຖານການ ດໍາເນີດຂອງເດັກທີ່ກົດໝາຍໄດ້ກໍານົດໄວ້. ເດັກອາດຈະເກີດມາຈາກພໍ່ແມ່ທີ່ແຕ່ງດອງນໍາກັນຢ່າງຖືກ ຕ້ອງຫຼືເກີດຈາກພໍ່ແມ່ທີ່ບໍ່ໄດ້ແຕ່ງດອງນໍາກັນແຕ່ຜູ້ເປັນພໍ່ໄດ້ສະໝັກໃຈ ຮັບຮູ້ດ້ວຍຕົນເອງວ່າເປັນພໍ່ຂອງເດັກນັ້ນແທ້ຫຼືຜູ້ເປັນພໍ່ໄດ້ຖືກຮັບຮູ້ຕາມ ຄໍາຕັດສິນຂອງສານ.

....ມາດຕາ 30 ການຮັບຮູ້ການເປັນພໍ່

ມາດຕາ 30 ການຮັບຮູ້ການເປັນພໍ່ ການຮັບຮູ້ການເປັນພໍ່ຈະເຮັດຂຶ້ນໄດ້ໃນກໍລະນີທີ່ລູກຫາກເກີດ ຈາກພໍ່ແມ່ທີ່ບໍ່ໄດ້ແຕ່ງດອງນໍາກັນ. ການຮັບຮູ້ການເປັນພໍ່ດ້ວຍຄວາມສະໝັກໃຈຕ້ອງໃຫ້ພໍ່ແມ່ ຂອງເດັກຍື່ນຄໍາຮ້ອງຮ່ວມກັນຊຶ່ງໃນຄໍາຮ້ອງນັ້ນພໍ່ຂອງເດັກໄດ້ຮັບຮູ້ວ່າ ຕົນເປັນພໍ່ແທ້ແລະແມ່ກໍ່ເຫັນດີນໍາຄໍາຮ້ອງນັ້ນ.ຖ້າວ່າແມ່ຫາກເສຍຊີວິດ ແລ້ວການນຮັບຮູ້ການເປັນພໍ່ນັ້ນຈະເຮັດຄໍາຮ້ອງແຕ່ຝ່າຍດຽວກໍ່ໄດ້. ໃນກໍລະນີທີ່ເດັກຫາກຮອດກະສຽນອາຍຸແລ້ວການຮັບຮູ້ການ ເປັນພໍ່ຈະເຮັດຂຶ້ນໄດ້ກໍ່ຕໍ່ເມື່ອຫາກມີຄວາມເຫັນດີຂອງເດັກເທົ່ານັ້ນ.ການ ທີ່ພໍ່ຂອງເດັກໄດ້ແຕ່ງດອງກັບຜູ້ຍິງອື່ນແລ້ວນັ້ນກໍ່ບໍ່ໃຫ້ເປັນອຸບປະສັກຕໍ່ ການຮັບຮູ້ການເປັນພໍ່ແຕ່ຢ່າງໃດ. ເມື່ອຜູ້ເປັນພໍ່ຫາກປະຕິເສດວ່າຕົນບໍ່ໄດ້ເປັນພໍ່ຂອງເດັກແລ້ວ ຜູ້ເປັນແມ່,ຜູ້ຮັບຜິດຊອບຫຼືຜູ້ປົກຄອງເດັກກໍ່ມີສິດເຮັດຄໍາຮ້ອງເຊັ່ນດຽວ ກັນເພື່ອໃຫ້ສານພິຈາລະນາຕັດສິນໃຫ້ຮັບຮູ້ການເປັນພໍ່. ສານຈະຕັດສິນໃຫ້ມີການຮັບຮູ້ການເປັນພໍ່ໄດ້ກໍ່ຕໍ່ເມື່ອຫາກມີ ກໍາລະນີດັ່ງນີ້: ການຢູ່ຮ່ວມກັນແລະການສ້າງເສດຖະກິດລວມລະຫວ່າງແມ່ ຂອງເດັກກັບຜູ້ຈະຮັບຮູ້ການເປັນພໍ່ກ່ອນເດັກເກີດ; ການເອົາໃຈໃສ່ເບິ່ງແຍງລ້ຽງດູລູກຫຼືການສຶກສາອົບຮົມລູກ ຮ່ວມກັນ; ການມີຫຼັກຖານຢັ້ງຢືນວ່າຜູ້ກ່ຽວເປັນພໍ່ເຊັ່ນ:ຫຼັກຖານທາງ ດ້ານວິທະຍາສາດການແພດ.

....ມາດຕາ 31 (ປັບປຸງ) ຊື່,ນາມສະກຸນແລະສັນຊາດຂອງເດັກ

ມາດຕາ 31 (ປັບປຸງ) ຊື່,ນາມສະກຸນແລະສັນຊາດຂອງເດັກ ພໍ່ແມ່ນເປັນຜູ້ມີສິດເລືອກຊື່ຂອງເດັກໃຫ້ຕາມໃນມັກແລະຕາມ ການເຫດນດີນໍາກັນ.ຜູ້ເປັນລູກມີສິດປ່ຽນຊື່ຂອງຕົນຕາມລະບຽບການທີ່ ໄດ້ກໍານົດໄວ້ຖ້າວ່າຕົນຫາກຮອດອາຍຸສິບແປດປີແລ້ວ. ນາມສະກຸນຂອງເດັກໃຫ້ໃສ່ຕາມສະກູນຂອງພໍ່ແມ່ຖ້າວ່າພໍ່ ແລະແມ່ຫາກໃຊ້ນາມສະກຸນດຽວກັນ. ຖ້າວ່າພໍ່ແມ່ຫາກຖືນາມສະກຸນຕ່າງກັນເດັກອາດໃສ່ນາມສະ ກຸນຂອງພໍ່ຫຼືຂອງແມ່ກໍ່ໄດ້ຕາມການເຫັນດີຂອງພໍ່ແມ່,ຖ້າຫາກຕົກລົງກັນ ບໍ່ໄດ້ແລ້ວເດັກຈະໃສ່ນາມສະກຸນຕາມຄໍາຕັດສິນຂອງສານ. ເມື່ອມີການຢ່າຮ້າງຫຼືຮັບຮູ້ວ່າການແຕ່ງດອງເປັນໂມຄະ ແລ້ວນາມສະກຸນຂອງລູກຈະບໍ່ມີການປ່ຽນແປງ.ຖ້າວ່າພໍ່ຫຼືແມ່ທີ່ລູກຢູ່ນໍາ ຫາກຕ້ອງການໃຫ້ລູກໃສ່ນາມສະກຸນຂອງຕົນພາຍຫຼັງການຢ່າຮ້າງຫຼືການ ຮັບຮູ້ການແຕ່ງດອງເປັນໂມຄະແລ້ວກໍ່ມີສິດໃຫ້ລູກທີ່ຍັງບໍ່ທັນຮອດກະສຽນ ອາຍຸນັ້ນປ່ຽນນາມສະກຸນນໍາຕົນໄດ້. ສັນຊາດຂອງເດັກໃຫ້ກໍານົດຕາມສັນຊາດຂອງພໍ່ແມ່ຖ້າວ່າ ພໍ່ແມ່ຫາກມີສັນຊາດດຽວກັນ. ເມື່ອພໍ່ແມ່ຫາກມີສັນຊາດຕ່າງກັນເດັກອາດຈະເອົາສັນຊາດ ຂອງພໍ່ຫຼືແມ່ກໍ່ໄດ້ໂດຍປະຕິບັດຕາມກົດໝາຍວ່າດ້ວຍສັນຊາດລາວ. ໃນກໍລະນີທີ່ຕ້ອງການປ່ຽນຊື່ຫຼືນາມສະກຸນນັ້ນໃຫ້ໄປສະເໜີ ປ່ຽນຢູ່ຫ້ອງການທະບຽນຄອບຄົວເມືອງ,ເທດສະບານບ່ອນຕົນອາໄສຢູ່.

....ມາດຕາ 32 (ປັບປຸງ) ພັນທະຂອງພໍ່ແມ່ໃນການສຶກສາອົບຮົມລູກ

ມາດຕາ 32 (ປັບປຸງ) ພັນທະຂອງພໍ່ແມ່ໃນການສຶກສາອົບຮົມລູກ ພໍ່ແມ່ຕ້ອງສຶກສາອົບຮົມລູກຂອງຕົນໃຫ້ມີແນວຄິດຮັກຊາດ, ຮັກຄວາມກ້າວໜ້າ,ເປັນຄົນດີ,ມີຄວາມກະຕັນຍູ,ມີແບບແຜນການດໍາລົງ ຊີວິດທີ່ຜ່ອງໄສແລະສ້າງເງື່ອນໄຂໃຫ້ລູກໄດ້ຮັບການສຶກສາຮໍ່າຮຽນແລະ ເຄື່ອນໄຫວວຽກງານທີ່ເປັນປະໂຫຍດແກ່ສັງຄົມ. ຖ້າວ່າພໍ່ແມ່ຫາກບໍ່ປະຕິບັດພັນທະຂອງຕົນໃນການສຶກສາອົບ ຮົມລູກ,ໃຊ້ສິດໃນການເປັນພໍ່ແມ່ນເກີນຂອບເຂດ,ໃຊ້ການກະທໍາຕໍ່ລູກ ຢ່າງໂຫດຮ້າຍ,ເຮັດສິ່ງຫຍາບຊ້າແລະບໍ່ຈົບງາມຕໍ່ລູກຫຼືລູກຫາກໄດ້ເນ ລະຄຸນເຊັ່ນ:ທໍາຮ້າຍຮ່າງກາຍ,ບັງຄັບນາບຂູ່ພໍ່,ແມ່ແລ້ວຜູ້ກ່ຽວກໍ່ຈະຖືກ ສານປົດສິດໃນການເປັນພໍ່ແມ່ຫຼືການເປັນລູກຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 59 ຂອງກົດມາຍວ່າດ້ວຍການດໍາເນີນຄະດີແພ່ງ. ສໍາລັບການປົດສິດໃນການເປັນພໍ່ແມ່ນັ້ນພໍ່ແມ່ຍັງຕ້ອງສືບຕໍ່ ປະຕິບັດພັນທະໃນການເບິ່ງແຍງລ້ຽງດູລູກຢູ່. ໃນກໍລະນີທີ່ພໍແມ່ຫຼືລູກຊຶ່ງໄດ້ຖືກປົດສິດແລ້ວນັ້ນຫາກໄດ້ສ້າງ ຕົນດີຂຶ້ນສານກໍ່ອາດຈະຄືນສິດໃນການເປັນພໍ່ແມ່ຫຼືລູກຕາມການຮ້ອງຂໍ ຂອງຜູ້ກ່ຽວ.

....ມາດຕາ 33 (ປັບປຸງ) ສິດແລະພັນທະຂອງພໍ່ແມ່ໃນການປົກປ້ອງສິດແລະຜົນປະໂຫຍດຂອງລູກ

ມາດຕາ 33 (ປັບປຸງ) ສິດແລະພັນທະຂອງພໍ່ແມ່ໃນການປົກປ້ອງສິດ ແລະຜົນປະໂຫຍດຂອງລູກ ພໍ່ແມ່ມີສິດແລະພັນທະເທົ່າທຽມກັນໃນການປົກປ້ອງສິດແລະ ຜົນປະໂຫຍດຂອງລູກ,ພໍ່ແມ່ເປັນຜູ້ຕາງໜ້າຢ່າງຖືກກົດໝາຍຂອງລູກທີ່ ຍັງບໍ່ທັນຮອດກະສຽນອາຍຸສິບແປດປີ,ມີພັນທະປົກປ້ອງສິດແລະຜົນປະ ໂຫຍດຂອງລູກຢູ່ໃນສານ,ສະຖານທີ່ເຮັດວຽກ,ໂຮງຮຽນແລະສະຖານທີ່ ອື່ນ. ຖ້າວ່າເດັກທີ່ຍັງບໍ່ທັນຮອດກະສຽນອາຍຸສິບແປດປີຫາກເຮັດ ສັນຍາໂດຍບໍ່ມີການເຫັນດີຂອງພໍ່ແມ່ແລ້ວພໍ່ແມ່ມີສິດຮ້ອງຂໍຕໍ່ສານເພື່ອ ໃຫ້ລົບລ້າງສັນຍາທີ່ເປັນໂມຄະ.ນອກຈາກນີ້ພໍ່ແມ່ຍັງເປັນຜູ້ຕາງໜ້າຂອງ ລູກຕົນເຂົ້າຮ່ວມໃນການພິຈາລະນາຄະດີຊຶ່ງລູກຂອງຕົນເປັນຈໍາເລີຍແລະ ຈະໄດ້ຮັບຜິດຊອບທາງແພ່ງແທນລູກຂອງຕົນເຖິງວ່າຈະມີການຢ່າຮ້າງ ກັນແລ້ວກໍ່ຕາມ.

....ມາດຕາ 34 ຊັບສົມບັດຂອງພໍ່ແມ່ແລະລູກ

ມາດຕາ 34 ຊັບສົມບັດຂອງພໍ່ແມ່ແລະລູກ ເມື່ອພໍ່ແມ່ຫາກຍັງມີຊີວິດຢູ່ນັ້ນລູກຈະບໍ່ມີກໍາມະສິດກ່ຽວກັບ ຊັບສົມບັດຂອງພໍ່ແມ່ແລະພໍ່ແມ່ກໍ່ບໍ່ມີກໍາມະສິດກ່ຽວກັບຊັບສົມບັດຂອງ ລູກ.ຖ້າວ່າຊັບສົມບັດຫາກເປັນຂອງເດັກທີ່ຍັງບໍ່ທັນຮອດກະສຽນອາຍຸສິບ ແປດປີ ເວລານັ້ນພໍ່ແມ່ເປັນຜູ້ມີສິດຄຸ້ມຄອງຊັບສົມບັດດັ່ງກ່າວຕາມລະ ບຽບການທີ່ກໍານົດໄວ້ສະເພາະ.ໃນກໍລະນີທີ່ມີກໍາມະສິດລວມລະຫວ່າງພໍ່ ແມ່ກັບລູກສາຍພົວພັນໃນກໍາມະສິດນັ້ນຈະໄດ້ປະຕິບັດຕາມ ມາດຕາ 25 ຂອງກົດໝາຍວ່າດ້ວຍກໍາມະສິດ.

....ມາດຕາ 35 (ປັບປຸງ) ພັນທະຂອງພໍ່ແມ່ໃນການເບິ່ງແຍງລ້ຽງດູລູກ

ມາດຕາ 35 (ປັບປຸງ) ພັນທະຂອງພໍ່ແມ່ໃນການເບິ່ງແຍງລ້ຽງດູລູກ ພໍ່ແມ່ມີພັນທະເບິ່ງແຍງລ້ຽງດູລູກຂອງຕົນທີ່ຍັງບໍ່ທັນຮອດ ກະສຽນອາຍຸແລະລູກທີ່ຮອດກະສຽນອາຍຸສິບແປດປີແລ້ວແຕ່ຫາກຂາດ ຄວາມສາມາດອອກແຮງງານເຊັ່ນ:ພິການຫຼືບ້າເສຍຈິດ. ພັນທະລ້ຽງດູລູກນີ້ຈະຕ້ອງໄດ້ປະຕິບັດຕໍ່ໄປເຖິງວ່າພໍ່ແມ່ຈະ ຍັງຢູ່ຮ່ວມກັນຫຼືຢ່າຮ້າງກັນແລ້ວກໍ່ຕາມ,ຄ່າເບິ່ງແຍງລ້ຽງດູລູກອາດຈະ ຮ້ອງຂໍເອົາໄດ້ທຸກເວລາເມື່ອເດັກນັ້ນຍັງບໍ່ທັນຮອດອາຍຸສິບແປດປີໂດຍ ບໍ່ມີອາຍຸຄວາມໃນການຮ້ອງຟ້ອງແຕ່ຢ່າງໃດ.ຄ່າເບິ່ງແຍງລ້ຽງດູລູກຕໍ່ ໜຶ່ງຄົນນັ້ນໃຫ້ອີງໃສ່ຄ່າຄອງຊີບໃນແຕ່ລະໄລຍະໂດຍເອົາເຄິ່ງໜຶ່ງຂອງ ເງິນເດືອນຕໍ່ສຸດຂອງພະນັກງານລັດເປັນພື້ນຖານຄິດໄລ່. ພໍແລະແມ່ມີສິດຮ້ອງຂໍໃຫ້ສານຫຼຸດຜ່ອນຄ່າເບິ່ງແຍງລ້ຽງ ດູລູກໃນກໍລະນີທີ່ຕົນຫາກຕົກຢູ່ໃນສະພາບທີ່ຫຍຸ້ງຍາກທາງດ້ານເສດຖະ ກິດ.

....ມາດຕາ 36 ພັນທະຂອງລູກໃນການລ້ຽງດູ,ການເບິ່ງແຍງແລະຊ່ວຍເຫຼືອພໍ່ແມ່

ມາດຕາ 36 ພັນທະຂອງລູກໃນການລ້ຽງດູ,ການເບິ່ງແຍງແລະຊ່ວຍ ເຫຼືອພໍ່ແມ່ ລູກມີພັນທະເບິ່ງແຍງລ້ຽງດູແລະຊ່ວຍເຫຼືອພໍ່ແມ່ທີ່ເຖົ້າແກ່, ເຈັບເປັນ,ຂາດຄວາມສາມາດອອກແຮງງານແລະຕ້ອງການຄວາມຊ່ວຍ ເຫຼືອ.ຈໍານວນເງິນຄ່າລ້ຽງດູພໍ່ແມ່ນັ້ນໃຫ້ພໍ່ແມ່ແລະລູກຕົກລົງກັນເອງ.ຖ້າ ຫາກຕົກລົງກັນບໍ່ໄດ້ແລ້ວຈຶ່ງໃຫ້ສານເປັນຜູ້ກໍານົດໂດຍອີງໃສ່ຄວາມສາ ມາດທາງດ້ານເສດຖະກິດຂອງລູກແລະຈ່າຍເປັນແຕ່ລະເດືອນ. ລູກອາດຈະພົ້ນຈາກພັນທະໃນການລ້ຽງດູພໍ່ແມ່ຂອງຕົນຖ້າວ່າ ພໍ່ແມ່ນັ້ນຫາກມີການກະທໍາທີ່ບໍ່ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນມາດຕາ 32 ຂອງກົດໝາຍສະບັບນີ້.

...ໝວດທີ 2 ການເອົາເດັກມາເປັນລູກລ້ຽງ


....ມາດຕາ 37 (ປັບປຸງ) ການເອົາເດັກມາເປັນລູກລ້ຽງ

ມາດຕາ 37 (ປັບປຸງ) ການເອົາເດັກມາເປັນລູກລ້ຽງ ການເອົາລູກຂອງຜູ້ອື່ນມາເປັນລູກລ້ຽງນັ້ນພໍ່ລ້ຽງແມ້ລ້ຽງ ແລະຍາດພີ່ນ້ອງຂອງພໍ່ລ້ຽງແມ່ລ້ຽງໃຫ້ຖືວ່າເດັກຜູ້ນັ້ນເປັນຄືກັນກັບລູກ ຄີງ,ອ້າຍເອື້ອຍນ້ອງຄີງແລະຫຼານຄີງຂອງຕົນ,ສ່ວນເດັກຜູ້ນັ້ນກໍ່ຈະໝົດ ສິດແລະພັນທະຈາກພໍ່ແມ່ແລະຍາດພີ່ນ້ອງຄີງຂອງຕົນ. ການເປັນລູກລ້ຽງນັ້ນຕ້ອງໃຫ້ມີເອກະສານຢັ້ງຢືນຖືກຕ້ອງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

....ມາດຕາ 38 (ປັບປຸງ) ເງື່ອນໄຂຂອງການເອົາເດັກມາເປັນລູກລ້ຽງ

ມາດຕາ 38 (ປັບປຸງ) ເງື່ອນໄຂຂອງການເອົາເດັກມາເປັນລູກລ້ຽງ ລູກລ້ຽງຕ້ອງແມ່ນເດັກທີ່ຍັງບໍ່ທັນຮອດກະສຽນອາຍຸສິບແປດ ປີ,ພໍ່ລ້ຽງແມ່ລ້ຽງຕ້ອງແມ່ນບຸກຄົນທີ່ມີອາຍຸແຕ່ສິບແປດປີຂຶ້ນໄປ.ລູກລ້ຽງ ແລະພໍ່ລ້ຽງຫຼືແມ່ລ້ຽງຕ້ອງໃຫ້ມີອາຍຸຫ່າງກັນຢ່າງໜ້ອຍສິບປີແລະບໍ່ຖືກ ປົດສິດໃນການເປັນພໍ່ແມ່ທັງມີເງື່ອນໄຂທາງດ້ານເສດຖະກິດທີ່ເໝາະ ສົມ. ໃນການເອົາເດັກມາເປັນລູກລ້ຽງນັ້ນຕ້ອງໃຫ້ມີການເຫັນດີ ເຫັນພ້ອມເປັນລາຍລັກອັກສອນຂອງຜົວເມຍແລະພໍ່ແມ່ຂອງເດັກນັ້ນເສຍ ກ່ອນເວັ້ນເສຍແຕ່ພໍ່ຫຼືແມ່ຂອງເດັກຫາກໄດ້ຖືກປົດສິດໃນການເປັນພໍ່ແມ່ ຫຼືຮັບຮູ້ວ່າເປັນຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດຫຼືເປັນຜູ້ຫາຍ ສາບສູນ. ຖ້າວ່າເດັກນັ້ນຫາກຮອດອາຍຸສິບປີແລ້ວຕ້ອງໃຫ້ມີການເຫັນ ດີຂອງເດັກຕື່ມອີກ.

....ມາດຕາ 39 ວິທີການເອົາເດັກມາເປັນລູກລ້ຽງ

ມາດຕາ 39 ວິທີການເອົາເດັກມາເປັນລູກລ້ຽງ ບຸກຄົນທີ່ຈະເປັນພໍ່ລ້ຽງແມ່ລ້ຽງຕ້ອງຍື່ນຄໍາຮ້ອງຕໍ່ນາຍບ້ານ ບ່ອນເດັກອາໄສຢູ່ເພື່ອພິຈາລະນາພາຍໃນກໍານົດບໍ່ໃຫ້ເກີນໜຶ່ງເດືອນ,ຖ້າ ເຫັນສົມຄວນຈຶ່ງອອກຄໍາຕົກລົງກ່ຽວກັບການເປັນລູກລ້ຽງແລ້ວສົ່ງໃຫ້ ເຈົ້າໜ້າທີ່ທະບຽນຄອບຄົວເພື່ອຈົດທະບຽນພາຍໃນກໍານົດສາມວັນແລ້ວ ມອບໃຫ້ພໍ່ລ້ຽງແມ່ລ້ຽງໄວ້ເປັນຫຼັກຖານ.

....ມາດຕາ 40 ການຮັກສາຄວາມລັບກ່ຽວກັບການເປັນລູກລ້ຽງ

ມາດຕາ 40 ການຮັກສາຄວາມລັບກ່ຽວກັບການເປັນລູກລ້ຽງ ບຸກຄົນຜູ້ໃດທີ່ໄດ້ເປີດເຜີຍຄວາມລັບກ່ຽວກັບການເປັນລູກ ລ້ຽງໂດຍບໍ່ມີການເຫັນດີຂອງພໍ່ລ້ຽງແມ່ລ້ຽງຫຼືໃນກໍລະນີທີ່ພໍ່ລ້ຽງແມ່ ລ້ຽງຫາກໄດ້ເສຍຊີວິດຖ້າບໍ່ມີການເຫັນດີຂອງເຈົ້າໜ້າທີ່ທະບຽນຄອບ ຄົວແລ້ວບຸກຄົນຜູ້ນັ້ນກໍ່ຈະມີຄວາມຮັບຜິດຊອບທາງອາຍາຕາມທີ່ໄດ້ກໍາ ນົດໄວ້ໃນວັກທີ 1 ຂອງມາດຕາ 104 ຂອງກົດໝາຍອາຍາ.

....ມາດຕາ 41 ຜົນຂອງການເປັນລູກລ້ຽງ

ມາດຕາ 41 ຜົນຂອງການເປັນລູກລ້ຽງ ສາຍພົວພັນລະຫວ່າງພໍ່ລ້ຽງແມ່ລ້ຽງກັບລູກລ້ຽງໄດ້ເກີດຂຶ້ນ ນັບແຕ່ວັນຈົດທະບຽນເປັນຕົ້ນໄປ. ລູກລ້ຽງຕ້ອງໃສ່ນາມສະກຸນນໍາພໍ່ລ້ຽງແມ່ລ້ຽງຖ້າວ່າພໍ່ລ້ຽງ ແມ່ລ້ຽງຫາກຍື່ນຄໍາຮ້ອງຂໍໃຫ້ປ່ຽນນາມສະກຸນ. ສໍາຫຼັບເດັກທີ່ໃສ່ຊື່ມາກ່ອນແລ້ວຖ້າວ່າພໍ່ລ້ຽງແມ່ລ້ຽງຫາກ ເຫັນວ່າບໍ່ເໝາະສົມກໍ່ອາດຈະປ່ຽນຊື່ໃໝ່ໃຫ້ເດັກກໍ່ໄດ້.ໃນກໍລະນີທີ່ເດັກນັ້ນ ຫາກມີອາຍຸຮອດສິບປີແລ້ວຈະປ່ຽນຊື່ໃໝ່ໄດ້ກໍ່ຕໍ່ເມື່ອໄດ້ຮັບການເຫັນດີ ຈາກເດັກນັ້ນເສຍກ່ອນ.

....ມາດຕາ 42 ການສິ້ນສຸດການເປັນລູກລ້ຽງ

ມາດຕາ 42 ການສິ້ນສຸດການເປັນລູກລ້ຽງ ການເປັນລູກລ້ຽງຈະສິ້ນສຸດລົງຕາມຄໍາຕັດສິນຂອງສານເມື່ອ ມີການຮັບຮູ້ວ່າການເອົາເດັກມາເປັນລູກລ້ຽງນັ້ນເປັນໂມຄະຫຼືມີການລົບ ລ້າງການເປັນລູກລ້ຽງ. ການເອົາເດັກມາເປັນລູກລ້ຽງຈະເປັນໂມຄະຖ້າຫາກໄດ້ເຮັດ ຂຶ້ນດ້ວຍການໃຊ້ເອກະສານປອມຫຼືໂດຍບຸກຄົນທີ່ບໍ່ສາມາດເປັນພໍ່ລ້ຽງແມ່ ລ້ຽງໄດ້. ການເປັນລຸກລ້ຽງທີ່ບໍ່ຕອບສະໜອງຜົນປະໂຫຍດຂອງເດັກຫຼື ພໍ່ລ້ຽງແມ່ລ້ຽງນັ້ນໄດ້ຫຼືເຮັດຂຶ້ນດ້ວຍການລະເມີດເງື່ອນໄຂຂອງການເອົາ ເດັກມາເປັນລູກລ້ຽງຊຶ່ງໄດ້ກໍານົດໄວ້ໃນມາດຕາ 38 ຂອງກົດໝາຍສະ ບັບນີ້ກໍ່ຈະຖືກລົບລ້າງ. ພໍ່ຄີງແມ່ຄີງ,ພໍ່ລ້ຽງແມ່ລ້ຽງຫຼືບຸກຄົນອື່ນທີ່ມີຜົນປະໂຫຍດ ກ່ຽວຂ້ອງກໍ່ມີສິດຮ້ອງຂໍລົບລ້າງການເອົາເດັກມາເປັນລູກລ້ຽງໄດ້.

...ໝວດທີ 3 ການແຕ່ງຕັ້ງຜູ້ປົກຄອງເດັກຫຼືຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ


....ມາດຕາ 43 ໜ້າທີ່ຂອງຜູ້ປົກຄອງເດັກຫຼືຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ

ມາດຕາ 43 ໜ້າທີ່ຂອງຜູ້ປົກຄອງເດັກຫຼືຜູ້ບໍ່ມີຄວາມສາມາດທາງດ້ານ ການປະພຶດ ຜູ້ປົກຄອງເດັກຫຼືຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດມີ ໜ້າທີ່ລ້ຽງດູ,ສຶກສາອົບຮົມເດັກທີ່ຍັງບໍ່ທັນຮອດກະສຽນອາຍຸສິບແປດປີຊຶ່ງ ຂາດການເບິ່ງແຍງຈາກພໍ່ແມ່ທີ່ໄດ້ເສຍຊີວິດຫຼືໄດ້ຖືກປົດສິດໃນການເປັນ ພໍ່ແມ່ຫຼືເຈັບເປັນຫຼືຍ້ອນສາເຫດອື່ນ. ຜູ້ປົກຄອງດັ່ງກ່າວຍັງມີໜ້າທີ່ປົກປ້ອງສິດແລະຜົນປະໂຫຍດ ຂອງເດັກຫຼືຂອງຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດຕື່ມອີກ.


....ມາດຕາ 44 ວິທີການແຕ່ງຕັ້ງຜູ້ປົກຄອງເດັກຫຼືຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ

ມາດຕາ 44 ວິທີການແຕ່ງຕັ້ງຜູ້ປົກຄອງເດັກຫຼືຜູ້ບໍ່ມີຄວາມສາມາດທາງ ດ້ານການປະພຶດ ພາຍຫຼັງທີ່ໄດ້ຮັບແຈ້ງການກ່ຽວກັບບຸກຄົນທີ່ຂາດການເບິ່ງ ແຍງແລ້ວນາຍບ້ານຕ້ອງແຕ່ງຕັ້ງຜູ້ປົກຄອງເດັກຫຼືຜູ້ບໍ່ມີຄວາມສາມາດ ທາງດ້ານການປະພຶດຢ່າງຊ້າພາຍໃນໜຶ່ງເດືອນໂດຍໃຫ້ເລືອກເອົາຈາກ ຍາດພີ່ນ້ອງທີ່ໃກ້ຊິດ,ຖ້າວ່າຍາດໃກ້ຊິດຫຼືບຸກຄົນດັ່ງກ່າວຫາກບໍ່ຮັບເປັນຜູ້ ປົກຄອງແລ້ວຈຶ່ງໃຫ້ເລືອກເອົາບຸກຄົນອື່ນເປັນຜູ້ປົກຄອງເດັກຫຼືຜູ້ບໍ່ມີ ຄວາມສາມາດທາງດ້ານການປະພຶດ. ນາຍບ້ານທີ່ແຕ່ງຕັ້ງຜູ້ປົກຄອງດັ່ງກ່າວມີໜ້າທີ່ປະຕິບັດການ ກວດກາການເຄື່ອນໄຫວຂອງຜູ້ປົກຄອງນັ້ນຢ່າງເປັນປະຈໍາ. ຫ້າມແຕ່ງຕັ້ງຜູ້ທີ່ຍັງບໍ່ທັນຮອດກະສຽນອາຍຸສິບແປດປີ,ຜູ້ບໍ່ມີ ຄວາມສາມາດທາງດ້ານການປະພຶດ,ຜູ້ທີ່ຖືກປົດສິດໃນການເປັນພໍ່ແມ່ແລະ ຜູ້ທີ່ມີການປະພຶດບໍ່ເໝາະສົມມາເປັນຜູ້ປົກຄອງ.

....ມາດຕາ 45 ສິດແລະພັນທະຂອງຜູ້ປົກຄອງເດັກຫຼືຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ

ມາດຕາ 45 ສິດແລະພັນທະຂອງຜູ້ປົກຄອງເດັກຫຼືຜູ້ບໍ່ມີຄວາມສາມາດ ທາງດ້ານການປະພຶດ ຜູ້ປົກຄອງເດັກຫຼືຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ ມີສິດເປັນຜູ້ຕາງໜ້າຂອງບຸກຄົນດັ່ງກ່າວໃນການເຮັດສັນຍາແລະໃນການ ເຄື່ອນໄຫວຕ່າງໆ. ຜູ້ປົກຄອງເດັກຫຼືຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ ມີພັນທະລ້ຽງດູ,ສຶກສາອົບຮົມ,ເອົາໃຈໃສ່ຕໍ່ສຸກຂະພາບ,ການຮໍ່າຮຽນແລະ ປົກປ້ອງສິດແລະຜົນປະໂຫຍດຂອງບຸກຄົນດັ່ງກ່າວ.


....ມາດຕາ 46 ການສິ້ນສຸດການເປັນຜູ້ປົກຄອງເດັກຫຼືຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ

ມາດຕາ 46 ການສິ້ນສຸດການເປັນຜູ້ປົກຄອງເດັກຫຼືຜູ້ບໍ່ມີຄວາມສາມາດ ທາງດ້ານການປະພຶດ ການເປັນຜູ້ປົກຄອງເດັກຫຼືຜູ້ບໍ່ມີຄວາມສາມາດທາງດ້ານການ ປະພຶດຈະສິ້ນສຸດລົງເມື່ອບຸກຄົນນັ້ນຫາກຮອດກະສຽນອາຍຸສິບແປດປີຫຼືເປັນ ຜູ້ມີຄວາມສາມາດທາງດ້ານການປະພຶດແລ້ວ.ນອກຈາກນີ້ຖ້າວ່າຜູ້ປົກຄອງ ນັ້ນຫາກບໍ່ມີຄວາມສາມາດໃນການປະຕິບັດໜ້າທີ່ຂອງຕົນໄດ້ຫຼືປະຕິບັດພັນ ທະຂອງຕົນບໍ່ໄດ້ຢ່າງເໝາະສົມແລ້ວອາດຈະລົບລ້າງຫຼືປ່ຽນຜູ້ປົກຄອງນັ້ນ ກໍ່ໄດ້.

..ພາກທີ 6 ການນໍາໃຊ້ກົດໝາຍວ່າດ້ວຍຄອບຄົວລາວຕໍ່ຄົນຕ່າງປະເທດ,ຄົນຕ່າງດ້າວ,ຄົນບໍ່ມີສັນຊາດແລະຕໍ່ພົນລະເມືອງລາວ


...ໝວດທີ 1 ການແຕ່ງດອງແລະການຢ່າຮ້າງລະວ່າງພົນລະເມືອງລາວກັບຄົນຕ່າງປະເທດ,ຄົນຕ່າງດ້າວ,ຄົນບໍ່ມີສັນຊາດແລະລະຫວ່


....ມາດຕາ 47 ການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ,ຄົນຕ່າງດ້າວ,ຄົນບໍ່ມີສັນຊາດແລະລະຫວ່າງຄົນຕ່າງປະ

ມາດຕາ 47 ການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງ ປະເທດ,ຄົນຕ່າງດ້າວ,ຄົນບໍ່ມີສັນຊາດແລະລະຫວ່າງຄົນຕ່າງປະເທດ, ຄົນຕ່າງດ້າວ,ຄົນບໍ່ມີສັນຊາດດ້ວຍກັນຢູ່ສປປລາວ ຄົນຕ່າງປະເທດ,ຄົນຕ່າງດ້າວ,ຄົນບໍ່ມີສັນຊາດມີສິດແລະພັນ ທະຄືກັນກັບພົນລະເມືອງລາວກ່ຽວກັບສາຍພົວພັນແຕ່ງດອງແລະຄອບ ຄົວ. ການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະ ເທດ,ຄົນຕ່າງດ້າວ,ຄົນບໍ່ມີສັນຊາດແລະລະຫວ່າງຄົນຕ່າງປະເທດ,ຄົນ ຕ່າງດ້າວ,ຄົນບໍ່ມີສັນຊາດດ້ວຍກັນຢູ່ສປປລາວ ໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍຄອບຄົວລາວສະບັບນີ້ເຖິງວ່າກົດໝາຍຂອງປະເທດທີ່ຜູ້ຂໍແຕ່ງ ດອງນັ້ນຈະອະນຸຍາດໃຫ້ແຕ່ງດອງກັບຜູ້ທີ່ຍັງບໍ່ທັນຮອດກະສຽນອາຍຸຫຼື ໃຫ້ມີເມຍຫຼາຍຄົນກໍ່ຕາມ. ການຈົດທະບຽນການແຕ່ງດອງລະຫວ່າງຄົນຕ່າງປະເທດ, ຄົນຕ່າງດ້າວ,ຄົນບໍ່ມີສັນຊາດດ້ວຍກັນຢູ່ ສປປລາວ ອາດຈະເຮັດຂຶ້ນຢູ່ສະ ຖານທູດຫຼືກົງສຸນຂອງປະເທດທີ່ກ່ຽວຂ້ອງກໍ່ໄດ້. ການຈົດທະບຽນການແຕ່ງດອງລະຫວ່າງຄົນບໍ່ມີສັນຊາດ ດ້ວຍກັນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍຄອບຄົວລາວສະບັບນີ້.ສໍາລັບ ພົນລະເມືອງລາວທີ່ແຕ່ງດອງກັບຄົນຕ່າງປະເທດ,ຄົນຕ່າງດ້າວ,ຄົນບໍ່ມີ ສັນຊາດນັ້ນຕ້ອງໄປຈົດທະບຽນຢູ່ນໍາເຈົ້າໜ້າທີ່ທະບຽນຄອບຄົວລາວ. ລະບຽບການແຕ່ງດອງລະຫວ່າງພັນລະເມືອງລາວກັບຄົນ ຕ່າງປະເທດ,ຄົນຕ່າງດ້າວ,ຄົນບໍ່ມີສັນຊາດແມ່ນໃຫ້ລັດຖະບານເປັນຜູ້ກໍາ ນົດ.

....ມາດຕາ 48 ການຢ່າຮ້າງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ,ຄົນຕ່າງດ້າວ,ຄົນບໍ່ມີສັນຊາດແລະລະຫວ່າງຄົນຕ່າງປະ

ມາດຕາ 48 ການຢ່າຮ້າງລະຫວ່າງພົນລະເມືອງລາວກັບຄົນຕ່າງປະ ເທດ,ຄົນຕ່າງດ້າວ,ຄົນບໍ່ມີສັນຊາດແລະລະຫວ່າງຄົນຕ່າງປະເທດ,ຄົນ ຕ່າງດ້າວ,ຄົນບໍ່ມີສັນຊາດດ້ວຍກັນຢູ່ ສປປລາວ ການຢ່າຮ້າງລະຫວ່າງພົນລະເມືອງລາວກັບຄົນຕ່າງປະ ເທດ,ຄົນຕ່າງດ້າວ,ຄົນບໍ່ມີສັນຊາດແລະລະຫວ່າງຄົນຕ່າງປະເທດ,ຄົນ ຕ່າງກ້າວ,ຄົນບໍ່ມີສັນຊາດດ້ວຍກັນຢູ່ ສປປລາວ ໃຫ້ປະຕິບັດຕາມກົດ ໝາຍວ່າດ້ວຍຄອບຄົວສະບັບນີ້. ການຢ່າຮ້າງລະຫວ່າງພັນລະເມືອງລາວກັບຄົນຕ່າງປະ ເທດຢູ່ນອກດິນແດນ ສປປລາວ ໃຫ້ປະຕິບັດຕາມກົດໝາຍຂອງປະເທດ ນັ້ນ.


...ໝວດທີ 2 ການແຕ່ງດອງແລະການຢ່າຮ້າງລະຫວ່າງພົນລະເມືອງລາວດ້ວຍກັນຢູ່ຕ່າງປະເທດ


....ມາດຕາ 49 ການແຕ່ງດອງລະຫວ່າງພົນລະເມືອງລາວດ້ວຍການຢູ່ຕ່າງປະເທດ

ມາດຕາ 49 ການແຕ່ງດອງລະຫວ່າງພົນລະເມືອງລາວດ້ວຍການຢູ່ ຕ່າງປະເທດ ການແຕ່ງດອງລະຫວ່າງພົນລະເມືອງລາວດ້ວຍກັນຢູ່ຕ່າງ ປະເທດຕ້ອງໃຫ້ສະຖານທູດຫຼືກົງສຸນລາວຮັບຮູ້ນໍາ. ລະບຽບການແຕ່ງດອງລະຫວ່າງພົນລະເມືອງລາວດ້ວຍ ກັນຢູ່ຕ່າງປະເທດນັ້ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍ ຄອບຄົວລາວ. ລັດຮັບຮູ້ການແຕ່ງດອງລະຫວ່າງພົນລະເມືອງລາວດ້ວຍ ກັນຢູ່ຕ່າງປະເທດທີ່ເຮັດຂຶ້ນໂດຍສອດຄ່ອງກັບເນື້ອໃນຂອງກົດໝາຍວ່າ ດ້ວຍຄອບຄົວສະບັບນີ້.

....ມາດຕາ 50 ການຢ່າຮ້າງລະຫວ່າງພົນລະເມືອງລາວດ້ວຍກັນຢູ່ຕ່າງປະເທດ

ມາດຕາ 50 ການຢ່າຮ້າງລະຫວ່າງພົນລະເມືອງລາວດ້ວຍກັນຢູ່ຕ່າງ ປະເທດ ການຢ່າຮ້າງລະຫວ່າງພົນລະເມືອງລາວດ້ວຍກັນຢູ່ຕ່າງປະ ເທດໃຫ້ປະຕິບັດຕາມກົດໝາຍຂອງປະເທດນັ້ນຖ້າວ່າຄູ່ຜົວເມຍຫາກຢູ່ ປະເທດນັ້ນ. ເມື່ອຜົວຫຼືເມຍຫາກຢູ່ ສປປລາວ ກໍ່ໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍຄອບຄົວສະບັບນີ້. ...ໝວດທີ 3 ການເອົາເດັກທີ່ເປັນພົນລະເມືອງລາວມາເປັນລູກລ້ຽງ


....ມາດຕາ 51 ການເອົາເດັກທີ່ເປັນພົນລະເມືອງລາວມາເປັນລູກລ້ຽງ

ມາດຕາ 51 ການເອົາເດັກທີ່ເປັນພົນລະເມືອງລາວມາເປັນລູກລ້ຽງ ຄົນລາວຢູ່ຕ່າງປະເທດຈະເອົາເດັກທີ່ເປັນພົນລະເມືອງລາວ ຊຶ່ງຢູ່ຕ່າງປະເທດມາເປັນລູກລ້ຽງນັ້ນໃຫ້ຍື່ນຄໍາຮ້ອງແລະຂໍຈົດທະບຽນ ຢູ່ສະຖານທູດຫຼືກົງສຸນລາວໂດຍປະຕິບັດຕາມກົດໝາຍວ່າດ້ວຍຄອບຄົວ ລາວ.ຖ້າວ່າພໍ່ລ້ຽງແມ່ລ້ຽງຫາກບໍ່ແມ່ນພົນລະເມືອງລາວແລ້ວການເອົາ ເດັກມາເປັນລູກລ້ຽງນັ້ນຕ້ອງໄດ້ຮັບອະນຸຍາດຈາກອົງການທີ່ມີສິດອໍາ ນາດກ່ຽວຂ້ອງຂອງ ສປປລາວ ເສຍກ່ອນ. ຄົນຕ່າງປະເທດ,ຄົນຕ່າງດ້າວຫຼືຄົນບໍ່ມີສັນຊາດຈະເອົາເດັກ ທີ່ເປັນພົນລະເມືອງລາວຊຶ່ງຢູ່ ສປປລາວ ແລະ ພົນລະເມືອງລາວຈະເອົາ ເດັກທີ່ເປັນຄົນຕ່າງປະເທດຫຼືຄົນຕ່າງດ້າວຊຶ່ງຢູ່ ສປປລາວ ມາເປັນລູກ ລ້ຽງໃຫ້ປະຕິບັດຕາມກົດໝາຍວ່າດ້ວຍຄອບຄົວລາວ.

..ພາກທີ 7 ນະໂຍບາຍຕໍ່ຜູູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 52 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 52 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດ ຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນການໄກ່ເກ່ຍ,ສຶກສາອົບຮົມຜົວ,ເມຍ ,ລູກຫຼືສະມາຊິກອື່ນໃນຄອບຄົວໃຫ້ມີຄວາມຖືກຕ້ອງປອງດອງກັນ,ການ ເປັນຄອບຄົວຕົວແບບ,ຄອບຄົວວັດທະນາທໍາຈະໄດ້ຮັບການຍ້ອງຍໍຫຼືນະ ໂຍບາຍອື່ນຕາມລະບຽບການ.

...ມາດຕາ 53 (ໃໝ່) ມາດຕະການຕໍ່ຜູ້ລະເມີດ

ມາດຕາ 53 (ໃໝ່) ມາດຕະການຕໍ່ຜູ້ລະເມີດ ບຸກຄົນທີ່ໄດ້ລະເມີດເງື່ອນໄຂຂອງການແຕ່ງດອງ,ສວຍໃຊ້ ໜ້າທີ່,ຕໍາແໜ່ງ,ຂັດຂວາງການແຕ່ງດອງ,ປອມແປງເອກະສານຈົດທະ ບຽນການແຕ່ງດອງ,ຈົດທະບຽນການເອົາເດັກມາເປັນລູກລ້ຽງ,ບັງຄັບ ນາບຂູ່,ສ້າງຄວາມເສຍຫາຍຕໍ່ກຽດສັກສີຂອງພໍ່ເຖົ້າແມ່ເຖົ້າ,ປູ່ຍ່າແລະ ຍາດພີ່ນ້ອງອື່ນ,ສວຍໃຊ້ການລ້ຽງດູລູກເພື່ອຜົນປະໂຫຍດສ່ວນຕົວ,ບໍ່ປະ ຕິບັດພັນທະໃນການລ້ຽງດູລູກ,ພໍ່ແມ່ຫຼືຜົວເມຍຫຼືມີການກະທໍາອື່ນທີ່ຜິດຕໍ່ ກົດໝາຍວ່າດ້ວຍຄອບຄົວຈະຖືກສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝ,ຮັບ ຜິດຊອບທາງແພ່ງຫຼືລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ.

..ພາກທີ 8 ບົດບັນຍັດສຸດທ້າຍ


...ມາດຕາ 54 (ໃໝ່) ວັນຄອບຄົວແຫ່ງຊາດ

ມາດຕາ 54 (ໃໝ່) ວັນຄອບຄົວແຫ່ງຊາດ ລັດກໍານົດເອົາວັນທີ 24 ທັນວາເປັນວັນຄອບຄົວແຫ່ງຊາດ, ວັນດັ່ງກ່າວເປັນສັນຍາລັກແຫ່ງຄວາມຮັກແພງ,ສາມັກຄີ,ຄວາມຜາສຸກ ແລະຄວາມໝັ້ນຄົງຂອງຄອບຄົວ.

...ມາດຕາ 55 (ໃໝ່) ການຈັດຕັ້ງປະຕິບັດ

ມາດຕາ 55 (ໃໝ່) ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 56 (ໃໝ່) ຜົນສັກສິດ

ມາດຕາ 56 (ໃໝ່) ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສປປລາວ ປະກາດໃຊ້ເປັນຕົ້ນໄປ. ສໍາລັບບັນດາມາດຕາປັບປຸງແມ່ນມີຜົນສັກສິດພາຍຫຼັງສາມ ສິບວັນນັບແຕ່ວັນປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະ ກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ.