ກົດໝາຍວ່າດ້ວຍຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ 18-12-2013
ຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ 18-12-2013
ພາກທີ1ບົດບັນຍັດທົ່ວໄປ
ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງ,ຕິດຕາມກວດກາວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບເພື່ອຮັບປະກັນໃຫ້ມີຄວາມປອດໄພສໍລັບການຄົ້ນຄວ້າ,ການພັດທະນາ,ການຄອບຄອງ,ການເຄື່ອນຍ້າຍແລະການນໍາໃຊ້ສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທະກໍາຊຶ່ງເກີດຈາກການນໍາໃຊ້ເຕັກໂນໂລຊີຊີວະພາບທີ່ອາດມີຜົນກະທົບອັນບໍ່ດີຕໍ່ການອະນຸລັກແລະການນໍາໃຊ້ແບບຍືນຍົງຂອງຊະວະນາໆພັນແນໃສ່ຈໍາກັດແລະຫຼຸດຜ່ອນຄວາມສ່ຽງຕໍ່ຊີວິດ,ສຸຂະພາບຄົນ,ສັດ,ພືດແລະສິ່ງແວດລ້ອມສາມາເຊື່ອມໂຍງກັບພາກພື້ນແລະສາກົນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສົງຄົມແຫ່ງຊາດ.
ມາດຕາ2ຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ ຄວາມປອດໄພດ້ານເຕັກໂນໂລຊີຊີວະພາບແມ່ນການຮັບປະກັນໃນການຈໍາກັດ,ຫຼຸດຜ່ອນຄວາມສ່ຽງຂອງສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຕໍ່ຊີວິດ,ສຸຂະພາບຂອງຄົນ,ສັດ,ພືດ,ສິ່ງແວດລ້ອມແລະການພັດທະນາເສດຖະກິດສັງຄົມໂດຍອີງໃສ່ຜົນຂອງການວິເຄາະຄວາມສ່ຽງແບບວິທະຍາສາດດ້ານເຕັກໂນໂລຊີຊີວະພາບເປັນພື້ນຖານ.
ມາດຕາ3ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ເຕັກໂນໂລຊີຊີວະພາບໝາຍເຖິງການນໍາໃຊ້ອົງຄວາມຮູ້ດ້ານວິທະຍາສາດກ່ຽວກັບລະບົບຊີວະວິທະຍາຫຼືສ່ວນປະກອບຂອງສິ່ງທີ່ມີຊີວິດນັ້ນເພື່ອນໍາມາສ້າງຫຼືປ່ຽນແປງຜະລິດຕະພັນແລະຂະບວນການປຸງແຕ່ງສະເພາະໃດໜຶ່ງ; 2.ອົງຄວາມຮູ້ໝາຍເຖິງລະບົບຄວາມຮູ້ແລະຄວາມເຂົ້າໃຈກ່ຽວກັບການຄົ້ນຄວ້າ,ພັດທະນາແລະນໍາໃຊ້ວິທະຍາສາດ; 3.ຊີວະພາບໝາຍເຖິງສິ່ງທີ່ກ່ຽວຂ້ອງກັບສິ່ງທີ່ມີຊີວິດຊຶ່ງໄດ້ສະແດງອອກດ້ວຍການປ່ຽນແປງຮູບພາບຫຼືຄຸນລັກສະນະຄວາມຫຼາຍຫຼາຍຂອງຊີວະນາໆພັນ; 4.ຊີວະນາໆພັນໝາຍເຖິງຄວາມຫຼາກຫຼາຍຂອງຊະນິດພັນພືດ,ສັດແລະຈຸລິນຊີຢູ່ໃນຂອບເຂດທໍາມະຊາດໃດໜຶ່ງ; 5.ຊັບພະຍາກອນພັນທຸກໍາໝາຍເຖິງຊັບພະຍາກອນຕ່າງໆຂອງຊີວະນາໆພັນສາມາດຖ່ອຍທອດລະຫັດດ້ານພັນທຸກໍາທີ່ເປັນຄຸນລັກສະນະພື້ນຖານຂອງສິ່ງທີ່ມີຊີວິດຢູ່ໃນຂອບເຂດລະບົບນິເວດໃດໜຶ່ງ; 6.ພັນທຸກໍາໝາຍເຖິງຄຸນລັກສະນະພື້ນຖານຂອງສິ່ງທີ່ມີຊີວິດທີ່ເປັນລະຫັດໃນການສືບທອດຫຼືການສົ່ງຕໍ່ຈາກລຸ້ນໜຶ່ງໄປສູ່ອີກລຸ້ນໜຶ່ງ; 7.ລະບົບນິເວດໝາຍເຖິງສາຍກ່ຽວພັນຊຶ່ງກັນແລະກັນທາງທາງບວກແລະທາງລົບລະຫວ່າງສິ່ງທີ່ມີຊີວິດແລະສິ່ງທີ່ບໍ່ມີຊີວິດຊຶ່ງຄົງຕົວຢູ່ຕາມທໍາມະຊາດ; 8.ສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາໝາຍເຖິງສິ່ງທີ່ມີຊີວິດທີ່ເກີດຈາກການຕັດຕໍ່,ສ້າງຄຸນລັກສະນະດ້ານພັນທຸກໍາອັນໃໝ່ດ້ວຍການນໍາໃຊ້ເຕັກນິກແລະການເຊື່ອມຕໍ່ຂອງຈຸລັງໃນສາຍພັນດຽວກັນ; 9.ພູມປັນຍາພື້ນບ້ານອັນເປັນມູນເຊື້ອໝາຍເຖິງຄວາມຮູ້ຂອງປະຊາຊົນບັນດາເຜົ່າທີ່ໄດ້ສືບທອດຕາມຮີດຄອງປະເພນີແລະວັດທະນະທໍາແບບຍາວນານດ້ວຍການບັນທຶກຫຼືມີຫຼັກຖານອ້າງອີງອື່ນໆ; 10.ການນໍາໃຊ້ແບບຈໍາກັດໝາຍເຖິງການດໍາເນີນການຫຼືກິດຈະກໍາໃດໜຶ່ງໂດຍໃຫ້ມີຂອບເຂດໃນການພົວພັນແລະປ້ອງກັນຜົນກະທົບຂອງສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຊຶ່ງມີຕໍ່ສະພາບແວດລ້ອມພາຍນອກແລະປະຊາກອນທົ່ວໄປ; 11.ການນໍາເຂົ້າເພື່ອໃຊ້ເປັນອາຫານໂດຍກົງໝາຍເຖິງການນໍາເຂົ້າສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຫຼືມີສ່ວນປະສົມຂອງສິ່ງດັ່ງກ່າວເພື່ອນໍາໃຊ້ເປັນອາຫານຂອງຄົນແລະສັດ; 12.ການນໍາເຂົ້າເພື່ອປຸງແຕ່ງເປັນຜະລິດຕະພັນໝາຍເຖິງການນໍາເຂົ້າສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຫຼືມີສ່ວນປະສົມຂອງສິ່ງດັ່ງກ່າວເພື່ອປຸງແຕ່ງເປັນຜະລິດຕະພັນ; 13.ການນໍາອອກສູ່ຕະຫຼາດໝາຍເຖິງການສະໜອງຜະລິດຕະພັນຈາກສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາກາຍເປັນສິນຄ້າອອກສູ່ຕະຫຼາດ; 14.ການນໍາເຂົ້າສູ່ສິ່ງແວດລ້ອມໂດຍເຈດຕະນາໝາຍເຖິງການນໍາເຂົ້າສິ່ງທີ່ີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາດ້ວຍຄວາມຕັ້ງໃຈຊຶ່ງບໍ່ແມ່ນການນໍາໃຊ້ແບບຈໍາກັດແລະການນໍາເຂົ້າເພື່ອໃຊ້ເປັນອາຫານໂດຍກົງຫຼືປຸງແຕ່ງເປັນຜະລິດຕະພັນ; 15.ການປ່ອຍອອກສູ່ທໍາມະຊາດໝາຍເຖິງການນໍາເອົາສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາອອກສູ່ທໍາມະຊາດໂດຍບໍ່ກວມເອົາການນໍາໃຊ້ແບບຈໍາກັດແລະການນໍາເຂົ້າເພື່ອໃຊ້ເປັນອາຫານໂດຍກົງຫຼືປຸງແຕ່ງເປັນຜະລິດຕະພັນ; 16.ການນໍາໃຊ້ເປັນຢາປົວພະຍາດໝາຍເຖິງການນໍາໃຊ້ສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຫຼືມີສ່ວນປະສົມຂອງສິ່ງດັ່ງກ່າວເພື່ອນໍາໃຊ້ເປັນຢາປົວພະຍາດ; 17.ບັນດາມາດຕະການຮອງຮັບໝາຍເຖິງມາດຕະການເພື່ອກວດສອບແລະຟື້ນຟູຄວາມຫຼາກຫຼາຍດ້ານຊີວະພາບທີ່ຖືກລໍາລາຍ; 18.ຜົນກະທົບທາງດ້ານເສດຖະກິດສັງຄົມໝາຍເຖິງຜົນສະທ້ອນທາງກົງຫຼືທາງອ້ອມຂອງສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຫຼືຜະລິດຕະພັນສິ່ງທີ່ມີຊີວິດດັ່ງກ່າວຕໍ່ສະພາບເສດຖະກິດສັງຄົມ.
ມາດຕາ4ນະໂຍບາຍຂອງລັດກ່ຽວກັບວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ ລັດເອົາໃຈໃສ່ຄຸ້ມຄອງວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບເພື່ອຮັບປະກັນຄວາມປອດໄພ,ຈໍາກັດແລະຫຼຸດຜ່ອນຄວາມສ່ຽງຕໍ່ຊີວິດ,ສຸຂະພາບຂອງຄົນ,ສັດ,ພືດແລະສິ່ງແວດລ້ອມແນໃສ່ໃຫ້ຜູ້ຊົມໃຊ້ມີຄວາມເຊື່ອໝັ້ນຕໍ່ທຸລະກໍາດ້ານເຕັກໂນໂລຊີຊີວະພາບ. ລັດຊຸກຍູ້ແລະສົ່ງເສີມວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບດ້ວຍການສະໜອງງົບປະມານ,ສ້າງພື້ນຖານໂຄງລ່າງ,ພັດທະນາແລະປະກອບຊັບພະຍາກອນມະນຸດ,ປະກອບພາຫະນະເຄື່ອງມືອຸປະກອນເຂົ້າໃນການຄົ້ນຄວ້າ,ການພັດທະນາ,ການນໍາໃຊ້,ການບໍລິການກ່ຽວກັບຊັບພະຍາກອນດ້ານພັນທຸກໍາເພື່ອສາມາດເຊື່ອມໂຍງກັບພາກພື້ນແລະສາກົນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ. ລັດສົ່ງເສີມ,ປົກປ້ອງ,ໂຄສະນາເຜີຍແຜ່ຜົນການຄົ້ນຄວ້າແລະພູມປັນຍາພື້ນບ້ານອັນເປັນມູນເຊື້ອໄປຄຽງຄູ່ກັບການນໍາໃຊ້ເຕັກໂນໂລຊີຊີວະພາບ.
ມາດຕາ5ຫຼັກການກ່ຽວກັບວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ ວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບໃຫ້ປະຕິບັດຕາມຫຼັກການຕົ້ນຕໍດັ່ງນີ້: 1.ຮັບປະກັນຄວາມສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ,ແຜນຍຸດທະາດກ່ຽວກັບວິທະຍາສາດແລະເຕັກໂນໂລຊີແລະແຜນແມ່ບົດກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ; 2.ຮັບປະກັນຄວາມສະເໝີພາບຕໍ່ໜ້າກົດໝາຍຂອງຜູ້ດໍາເນີນວຽກງານເຕັກໂນໂລຊີຊີວະພາບ; 3.ຮັບປະກັນຄວາມປອດໄພ,ໂປ່ງໃສ,ຍຸຕິທໍາແລະສາມາດກວດສອບໄດ້; 4.ຮັບປະກັນໃຫ້ໄດ້ມາດຕະຖານສາກົນໂດຍນໍາໃຊ້ເຕັກໂນໂລຊີຊີວະພາບທີ່ທັນສະໄໝ; 5.ຮັບປະກັນຄວາມສອດຄ່ອງກັບສັນຍາສາກົນແລະສົນທິສັນຍາກ່ຽວກັບວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບທີ່ສປປລາວເປັນພາຄີ.
ມາດຕາ6ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ເຄື່ອນໄຫວວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຢູ່ສປປລາວ. ກົດໝາຍສະບັບນີ້ບໍ່ນໍາໃຊ້ສໍາລັບຢາປົວພະຍາດທີ່ໄດ້ຈາກສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ.
ມາດຕາ7ການຮ່ວມມືສາກົນ ລັດສົ່ງເສີມການພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນ,ຂ່າວສານ,ເຕັກນິກ,ເຕັກໂນໂລຊີ,ການຄົ້ນຄວ້າດ້ານວິທະຍາສາດ,ການສຶກສາ,ການພັດທະນາຊັບພະຍາກອນມະນຸດ,ຍາດແຍ່ງການຊ່ວຍເຫຼືອແລະປະຕິບັດຕາມສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.
ພາກທີ2ວຽກງານເຕັກໂນໂລຊີຊີວະພາບ
ໝວດທີ1ປະເພດການຄົ້ນຄວ້າແລະການພັດທະນາ
ມາດຕາ8ການຄົ້ນຄວ້າແລະການພັດທະນາເຕັກໂນໂລຊີຊີວະພາບ ການຄົ້ນຄວ້າແລະການພັດທະນາເຕັກໂນໂລຊີຊີວະພາບແມ່ນຂະບວນການຄົ້ນຫາປາກົດການ,ກົດເກນຂອງທໍາມະຊາດເພື່ອເປັນຫຼັກມູນພື້ນຖານທາງດ້ານວິທະຍາສາດກ່ຽວກັບສິ່ງທີ່ມີຊີວິດແລະນໍາໃຊ້ເຂົ້າໃນການພັດທະນາເສດຖະກິດສັງຄົມ,ການປ້ອງກັນຊາດປ້ອງກັນຄວາມສະຫງົບ,ການຮັກສາສຸຂະພາບ,ການປົກປັກຮັກສາສິ່ງແວດລ້ອມແລະການນໍາໃຊ້ຊັບພະຍາກອນພັນທຸກໍາແບບຍືນຍົງລວມທັງການຄົ້ນຫາສາເຫດ,ວິທີການຄຸ້ມຄອງແລະຫຼຸດຜ່ອນຜົນກະທົບຈາກການນໍາໃຊ້ເຕັກໂນໂລຊີຊີວະພາບ.
ມາດຕາ9ປະເພດການຄົ້ນຄວ້າແລະການພັດທະນາເຕັກໂນໂລຊີຊີວະພາບ ການຄົ້ນຄວ້າແລະການພັດທະນາເຕັກໂນໂລຊີຊີວະພາບມີສາມປະເພດດັ່ງນີ້: 1.ການຄົ້ນຄວ້າແລະການພັດທະນາວິທະຍາສາດພື້ນຖານ; 2.ການຄົ້ນຄວ້າແລະການພັດທະນາວິທະຍາສາດນໍາໃຊ້; 3.ການຄົ້ນຄວ້າຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບ.
ມາດຕາ10ການຄົ້ນຄວ້າແລະການພັດທະນາວິທະຍາສາດພື້ນຖານ ການຄົ້ນຄວ້າແລະການພັດທະນາວິທະຍາສາດພື້ນຖານແມ່ນການນໍາໃຊ້ເຕັກໂນໂລຊີຊີວະພາບສະໄໝໃໝ່ໃນການຕັດຕໍ່ຄຸນລັກສະນະດ້ານພັນທຸກໍາທີ່ມີລັກສະນະເດັ່ນຂອງຊະນິດພັນໜຶ່ງໄປເຊື່ອມໃສ່ຊະນິດພັນອັນອື່ນເພື່ອສ້າງສິ່ງທີ່ມີຊີວິດຊະນິດພັນໃໝ່ຂຶ້ນມາພາຍໃນຫ້ອງທົດລອງ.
ມາດຕາ11ການຄົ້ນຄວ້າແລະການພັດທະນາວິທະຍາສາດນໍາໃຊ້ ການຄົ້ນຄວ້າແລະການພັດທະນາວິທະຍາສາດນໍາໃຊ້ແມ່ນການນໍາເອົາສິ່ງທີ່ມີຊີວິດຊະນິດພັນໃໝ່ໄປທົດສອບກັບສະພາບແວດລ້ອມ,ປຸງແຕ່ງ,ເພີ່ມມູນຄ່າຜະລິດຕະພັນແລະປັບໃຫ້ສອດຄ່ອງກັບຄວາມຕ້ອງການຂອງການພັດທະນາເສດຖະກິດສັງຄົມ.
ມາດຕາ12ການຄົ້ນຄວ້າຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບ ການຄົ້ນຄວ້າຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບແມ່ນການຊອກຫາປັດໃຈສ່ຽງຂອງສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາທີ່ອາດມີຜົນກະທົບອັນບໍ່ດີຕໍ່ການອະນຸລັກແລະການນໍາໃຊ້ຄວາມຫຼາກຫຼາຍດ້ານຊີວະນາໆພັນແບບຍືນຍົງແນໃສ່ຈໍາກັດແລະຫຼຸດຜ່ອນຄວາມສ່ຽງຕໍ່ຊີວິດ,ສຸຂະພາບຂອງຄົນ,ສັດ,ພືດແລະສິ່ງແວດລ້ອມ.
ໝວດທີ2ການຄົ້ນຄວ້າແລະການພັດທະນາ
ມາດຕາ13ບູລິມະສິດການຄົ້ນຄວ້າແລະການພັດທະນາ ການຄົ້ນຄວ້າແລະການພັດທະນາເຕັກໂນໂລຊີຊີວະພາບໄດ້ຮັບການເປີດກວ້າງແລະສົ່ງເສີມເຂົ້າໃນການອະນຸລັກແລະການນໍາໃຊ້ຊັບພະຍາກອນພັນທຸກໍາແບບຍືນຍົງໂດຍມີການກໍານົດແຜນງານການຄົ້ນຄວ້າແລະການພັດທະນາລະດັບຊາດໃນຂົງເຂດບູລິມະສິດທີ່ເປັນທ່າແຮງຂອງການພັດທະນາເສດຖະກິດສັງຄົມດັ່ງນີ້: 1.ເຮັກໂນໂລຊີຊີວະພາບດ້ານຊັບພະຍາກອນພັນທຸກໍາ; 2.ເຕັກໂນໂລຊີຊີວະພາບດ້ານກະສິກໍາແລະປ່າໄມ້; 3.ເຕັກໂນໂລຊີຊີວະພາບດ້ານສາທາລະນະສຸກ; 4.ເຕັກໂນໂລຊີຊີວະພາບດ້ານອຸດສາຫະກໍາປຸງແຕ່ງ; 5.ເຕັກໂນໂລຊີຊີວະພາບດ້ານສິ່ງແວດລ້ອມ.
ມາດຕາ14ເຕັກໂນໂລຊີຊີວະພາບດ້ານຊັບພະຍາກອນພັນທຸກໍາ ຫົວຂໍ້ຂອງການຄົ້ນຄວ້າແລະການພັດທະນາລະດັບຊາດໃນຂົງເຂດເຕັກໂນໂລຊີຊີວະພາບດ້ານຊັບພະຍາກອນພັນທຸກໍາມີດັ່ງນີ້: 1.ການກວດກສອບຄຸນລັກສະນະແລການສ້າງຖານຂໍ້ມູນດ້ານພັນທຸກໍາ; 2.ການອະນຸລັກຊັບພະຍາກອນພັນທຸກໍາຢູ່ໃນພື້ນທີ່ດັ້ງເດີມເຊັ່ນປ່າສະຫງວນ,ເຂດອະນຸລັກ; 3.ການອະນຸລັກຊັບພະຍາກອນພັນທຸກໍາຢູ່ນອກພື້ນທີ່ດັ້ງເດີມເຊັ່ນສວນພຶກສາສດ,ສວນຊຸມຊົນ; 4.ການນໍາໃຊ້ຊັບພະຍາກອນພັນທຸກໍາແບບຍືນຍົງ; 5.ຫົວຂໍ້ອື່ນຕາມຄວາມຕ້ອງການຂອງການພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ.
ມາດຕາ15ເຕັກໂນໂລຊີຊີວະພາບດ້ານກະສິກໍາແລະປ່າໄມ້ ຫົວຂໍ້ຂອການຄົ້ນຄວ້າແລະການພັດທະນາລະດັບຊາດໃນຂົງເຂດເຕັກໂນໂລຊີຊີວະພາບດ້ານກະສິກໍາແລະປ່າໄມ້ມີດັ່ງນີ້: 1.ການພັດທະນາແລະການປັບປຸງແນວພັນພືດ; 2.ການພັດທະນາແລະການປັບປຸງແນວພັນສັດ; 3.ການພັດທະນາແລະການປັບປຸງຊັບພະຍາກອນດິນແລະນໍ້າ; 4.ການພັດທະນາແລະການປັບປຸງຊັບພະຍາກອນປ່າໄມ້; 5.ຫົວຂໍ້ອື່ນຕາມຄວາມຕ້ອງການຂອງການພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ.
ມາດຕາ16ເຕັກໂນໂລຊີຊີວະພາບດ້ານສາທາລະນະສຸກ ຫົວຂໍ້ຂອງການຄົ້ນຄວ້າແລະການພັດທະນາລະດັບຊາດໃນຂົງເຂດເຕັກໂນໂລຊີຊີວະພາບດ້ານສາທາລະນະສຸກມີດັ່ງນີ້: 1.ອາຫານແລະຄຸນຄ່າດ້ານໂພຊະນາການ; 2.ການກວດແລະການບົ່ງມະຕິພະຍາດ; 3.ການພັດທະນາຢາພື້ນເມືອງແລະຢາຫຼວງ; 4.ການກັນພະຍາດ,ການປິ່ນປົວແລະການສົ່ງເສີມສຸຂະພາບ; 5.ຫົວຂໍ້ອື່ນຕາມຄວາມຕ້ອງການຂອງການພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ.
ມາດຕາ17ເຕັກໂນໂລຊີຊີວະພາບດ້ານອຸດສາຫະກໍາປຸງແຕ່ງ ຫົວຂໍ້ຂອງການຄົ້ນຄວ້າແລະການພັດທະນາລະດັບຊາດໃນຂົງເຂດເຕັກໂນໂລຊີຊີວະພາບດ້ານອຸດສາຫະກໍາປຸງແຕ່ງມີດັ່ງນີ້: 1.ການແປຮູບແລະການເພີ່ມມູນຄ່າຜະລິດຕະພັນ; 2.ການຫຸ້ມຫໍ່ແລະເຄື່ອງໝາຍການຄ້າ; 3.ມາດຕະຖານແລະຄຸນນພາບການຜະລິດ; 4.ພະລັງງານຊີວະພາບ; 5.ຫົວຂໍ້ອື່ນຕາມຄວາມຕ້ອງການຂອງການພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ.
ມາດຕາ18ເຕັກໂນໂລຊີຊີວະພາບດ້ານສິ່ງແວດລ້ອມ ຫົວຂໍ້ຂອງການຄົ້ນຄວ້າແລະການພັດທະນາລະດັບຊາດໃນຂົງເຂດເຕັກໂນໂລຊີຊີວະພາບດ້ານສິ່ງແວດລ້ອມມີດັ່ງນີ້: 1.ດັດສະນີດ້ານຊີວະພາບໃນລະບົບນິເວດວິທະຍາ; 2.ການກວດກາຄຸນນະພາບດ້ານສິ່ງແວດລ້ອມ; 3.ການບໍາບັດສິ່ງເສດເຫຼືອທີ່ເປັນມົນລະພິດຕໍ່ສິ່ງແວດລ້ອມ; 4.ການອະນຸລັກແລະການບູລະນະຟື້ນຟູສິ່ງແວດລ້ອມ; 5.ຫົວຂໍ້ອື່ນຕາມຄວາມຕ້ອງການຂອງການພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ.
ໝວດທີ3ການນໍາໃຊ້ເຕັກໂນໂລຊີຊີວະພາບ
ມາດຕາ19ການນໍາໃຊ້ເຕັກໂນໂລຊີຊີວະພາບ ການນໍາໃຊ້ເຕັກໂນໂລຊີຊີວະພາບແມ່ນການຜັນຂະຫຍາຍຜົນສໍາເລັດຂອງການຄົ້ນຄວ້າແລະການພັດທະນາເຕັກໂນໂລຊີຊີວະພາບຕາມທີ່ໄດ້ກໍານົດໄວ້ໃນມາດຕາ14,15,16,17ແລະ18ຂອງກົດໝາຍສະບັບນີ້.
ມາດຕາ20ຮູບການນໍາໃຊ້ເຕັກໂນໂລຊີຊີວະພາບມີດັ່ງນີ້: 1.ການນໍາໃຊ້ແບບຈໍາກັດເພື່ອການຄົ້ນຄວ້າແລະການພັດທະນາ; 2.ການນໍາເຂົ້າເພື່ອໃຊ້ເປັນອາຫານໂດຍກົງຫຼືປຸງແຕ່ງເປັນຜະລິດຕະພັນ; 3.ການນໍາອອກສູ່ຕະຫຼາດ; 4.ການນໍາເຂົ້າສູ່ສິ່ງແວດລ້ອມໂດຍເຈດຕະນາ; 5.ການປ່ອຍອອກສູ່ທໍາມະຊາດ; 6.ການນໍາໃຊ້ເປັນຢາປົວພະຍາດ.
ໝວດທີ4ການປົກປ້ອງຜົນຂອງການຄົ້ນຄວ້າແລະການພັດທະນາ
ມາດຕາ21ສິດທິບັດດ້ານເຕັກໂນໂລຊີຊີວະພາບ ໃນກໍລະນີທີ່ເຕັກໂນໂລຊີຊີວະພາບມີຄວາມກ່ຽວພັນກັບສິດທິບັດໃນຂົງເຂດຕ່າງໆດ້ວຍການນໍາໃຊ້ແລະການປ່ຽນໂອນສິດທິດັ່ງກ່າວກໍ່ຈະໄດ້ຮັບການຄຸ້ມຄອງແລະປົກປ້ອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຊັບສິນທາງປັນຍາ.
ມາດຕາ22ພູມປັນຍາພື້ນບ້ານອັນເປັນມູນເຊື້ອ ພູມປັນຍາພື້ນບ້ານອັນເປັນມູນເຊື້ອໄດ້ຮັບການສົ່ງເສີມແລະປົກປ້ອງດັ່ງນີ້: 1.ນັບຖື,ຮັກສາແລະເສີມຂະຫຍາຍຫົວຄິດປະດິດສ້າງແລະພຶດຕິກໍາຕົວຈິງຂອງປະຊາຊົນບັນດາເຜົ່າທີ່ກ່ຽວພັນກັບການອະນຸລັກແລະການນໍາໃຊ້ຄວາມຫຼາກຫຼາຍດ້ານພັນທຸກໍາແບບຍືນຍົງ; 2.ນໍາໃຊ້ຢ່າງກວ້າງຂວາງດ້ວຍຮູບການອະນຸຍາດແລະສົ່ງເສີມຫົວຄິດປະສິດສ້າງແລະຄວາມຊໍານານງານໂດຍການມີສ່ວນຮ່ວມຂອງຜູ້ເປັນເຈົ້າຂອງແລະໃຫ້ມີການແບ່ງປັນສິດຜົນປະໂຫຍດຈາກຄວາມຮູ້,ຫົວຄິດປະດິດສ້າງແລະຄວາມຊໍານານງານຢ່າງເໝາະສົມ; 3.ປົກປ້ອງແລະຊຸກຍູ້ໃຫ້ຜູ້ນໍາໃຊ້ແຫຼ່ງຊັບພະຍາກອນພັນທຸກໍາທີ່ກ່ຽວພັນກັບວັດທະນະທໍາທີ່ເປັນມູນເຊື້ອປະຕິບັດກັນມາໂດຍສອດຄ່ອງກັບເນື້ອໃນຂອງການອະນຸລັກແລະການນໍາໃຊ້ແບບຍືນຍົງ; 4.ຊຸກຍູ້,ຊ່ວຍເຫຼືອປະຊາຊົນໃນທ້ອງຖິ່ນໃຫ້ພັດທະນາແລະຈັດຕັ້ງປະຕິບັດມາດຕະການອະນຸລັກແລະປົກປັກຮັກສາເຂດຄວາມຫຼາກຫຼາຍດ້ານພັນທຸກໍາທີ່ຫາຍາກບໍ່ໃຫ້ເສື່ອມໂຊມລົງ; 5.ຊຸກຍູ້ທຸກພາກສ່ວນທັງພາກລັດແລະເອກະຊົນໃຫ້ມີການຮ່ວມມືກັນໃນການອະນຸລັກແລະນໍາໃຊ້ຊັບພະຍາກອນພັນທຸກໍາແບບຍືນຍົງ.
ມາດຕາ23ການກ່າຍແບບພັນທຸກໍາມະນຸດ ການກ່າຍແບບພັນທຸກໍາມະນຸດແມ່ນການຄົ້ນຄວ້າເຕັກໂນໂລຊີຊີວະພາບດ້ານສາທາລະນະສຸກໂດຍການກ່າຍແອບເອົາລັກສະນະດ້ານຊີວະພາບທີ່ສາມາດຖ່າຍທອດຄຸນລັກສະນະດ້ານພັນທຸກໍາດ້ວຍການເຄື່ອນຍ້າຍແກ່ນຂອງຈຸລັງແລະຄຸນລັກສະນະດ້ານພັນທຸກໍາຈາກຈຸລັງໜຶ່ງໄປສູ່ອີກຈຸລັງໜຶ່ງ. ການຄົ້ນຄວ້າ,ພັດທະນາແລະເສີມສ້າງຄວາມອາດສາມາດໃນການກ່າຍແບບພັນທຸກໍາມະນຸດເພື່ອຈຸດປະສົງການປິ່ນປົວໂດຍມີການຄວບຄຸມການຂະຫຍາຍຕົວຂອງຈຸລັງໄປສູ່ການພັດທະນາເປັນອະໄວຍະວະໃດໜຶ່ງທີ່ມີຄວາມຈໍາເປັນໃນການປ່ຽນຖ່າຍແລະປິ່ນປົວແມ່ນໄດ້ຮັບການສົ່ງເສີມແລະປົກປ້ອງ. ບໍ່ອະນຸຍາດໃຫ້ກ່າຍແບບພັນທຸກໍາມະນຸດເພື່ອການຈະເລີນພັນໂດຍສ້າງຕົວຕົນມະນຸດທີ່ມີຈິດວິນຍານ.
ມາດຕາ24ການເຂົ້າເຖິງແລະການແບ່ງປັນສິດຜົນປະໂຫຍດຈາກຊັບພະຍາກອນພັນທຸກໍາ ທຸກພາກສ່ວນສາມາດເຂົ້າເຖິງຊັບພະຍາກອນພັນທຸກໍາດ້ວຍການນໍາໃຊ້ຊັບພະຍາກອນດັ່ງກ່າວຢ່າງກົມກຽມກັບເງື່ອນໄຂສະພາບແວດລ້ອມ,ການອະນຸລັກແລະການນໍາໃຊ້ສ່ວນປະກອບຊັບພະຍາກອນພັນທຸກໍາແບບຍືນຍົງແລະໄດ້ຮັບການແບ່ງປັນສິດຜົນປະໂຫຍດຈາກການນໍາໃຊ້ຊັບພະຍາກອນດັ່ງກ່າວຢ່າງສະເໝີພາບແລະຖືກຕ້ອງຕາມກົດມາຍລວມທັງສາມາດເຂົ້າເຖິງການຖ່າຍທອດເຕັກໂນໂລຊີຊີວະພາບທີ່ກ່ຽວຂ້ອງຢ່າງເໝາະສົມ.
ມາດຕາ25ຂໍ້ມູນທີ່ເປັນຄວາມລັບ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຕ້ອງຮັກສາຜົນການຄົ້ນຄວ້າວິທະຍາສາດດ້ານເຕັກໂນໂລຊີຊີວະພາບແລະພັນທຸວິສະວະກໍາໃຫ້ເປັນຄວາມລັບເພື່ອປົກປ້ອງສິດແລະຜົນປະໂຫຍດດ້ານການຄ້າແລະຄວາມໝັ້ນຄົງຂອງຊາດເວັ້ນເສຍແຕ່ກົດໝາຍໄດ້ກໍານົດໄວ້ຢ່າງອື່ນ.
ພາກທີ3ການວິເຄາະຄວາມສ່ຽງດ້ານເຕັກໂນໂລຍຊີຊີວະພາບ
ມາດຕາ26ການວິເຄາະຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບ ການວິເຄາະຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບແມ່ນຂະບວນການດ້ານວິທະຍາສາດທີ່ຕ້ອງດໍາເນີນການປະເມີນການຄຸ້ມຄອງແລະການສື່ສານຂໍ້ມູນກ່ຽວກັບທີ່ຕັ້ງ,ສະພາບພູມສັນຖານ,ດິນຟ້າອາກາດແລະຄຸນລັກສະນະຂອງລະບົບນິເວດວິທະຍາລວມທັງຂໍ້ມູນທີ່ກ່ຽວຂ້ອງກັບຄວາມຫຼາຍຫຼາຍດ້ານຊີວະພາບແລະແຫຼ່ງກໍາເນີດຂອງສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ.
ມາດຕາ27ການຍື່ນຄໍາຮ້ອງແລະການວິເຄາະຄວາມສ່ຽງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນກິດຈະກໍາກ່ຽວກັບສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຕ້ອງຍື່ນຄໍາຮ້ອງຕໍ່ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບພິຈາລະນາອະນຸມັດ. ການວິເຄາະຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບຕ້ອງດໍາເນີນຕາມຂັ້ນຕອນດັ່ງນີ້: 1.ການປະເມີນຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບ; 2.ການຄຸ້ມຄອງຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບ; 3.ການສື່ສານຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບ.
ມາດຕາ28ລະບຽບການທາງດ້ານເຕັກນິກກ່ຽວກັບການວິເຄາະຄວາມສ່ຽງ ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອຄົ້ນຄວ້າສ້າງລະບຽບການທາງດ້ານເຕັກນິກກ່ຽວກັບການວິເຄາະຄວາມສ່ຽງໃນການພັດທະນາແລະການນໍາໃຊ້ສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ.
ໝວດທີ1ການປະເມີນຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບ ມາດຕາ29ການປະເມີນຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບ ການປະເມີນຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບຂອງສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຫຼືຜະລິດຕະພັນຂອງສິ່ງທີ່ມີຊີວິດແມ່ນການປະເມີນໂດຍກົງຫຼືທາງອ້ອມດ້ວຍຂະບວນການທາງດ້ານວິທະຍາສາດກ່ຽວກັບຄວາມສ່ຽງຕໍ່ຊີວະດ,ສຸຂະພາບຂອງຄົນ,ສັດ,ພືດແລະສິ່ງແວດລ້ອມລວມທັງເງື່ອນໄຂທາງດ້ານເສດຖະກິດສັງຄົມແລະຄຸນຄ່າທາງດ້ານວັດທະນະທໍາ. ການປະເມີນຄວາມສ່ຽງດໍາເນີນຕາມແຕ່ລະກໍລະນີຂອງການປ່ຽນແປງຂໍ້ມູນຂ່າວສານທີ່ຈໍາເປັນທາງດ້ານເນື້ອໃນແລະຄວາມລະອຽດໂດຍຂຶ້ນກັບສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຫຼືຜະລິດຕະພັນຂອງສິ່ງທີ່ມີຊີວິດທີ່ຕ້ອງການນໍາໃຊ້ໂດຍເຈດຕະນາ.
ມາດຕາ30ຂະບວນການປະເມີນຄວາມສ່ຽງ ຂະບວນການປະເມີນຄວາມສ່ຽງຕ້ອງດໍາເນີນຕາມຂັ້ນຕອນດັ່ງນີ້: 1.ການກໍານົດຄຸນລັກສະນະດ້ານພັນທຸກໍາອັນໃໝ່ແລະການສະແດງອອກຂອງຄຸນລັກສະນະພາຍນອກຂອງສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາທີ່ອາດມີຜົນກະທົບຕໍ່ຄວາມຫຼາກຫຼາຍຂອງຊັບພະຍາກອນພັນທຸກໍາໃນສະພາບແວດລ້ອມຊຶ່ງຕ້ອງເອົາໃຈໃສ່ຄວາມສ່ຽງຕໍ່ຊີວິດ,ສຸຂະພາບຂອງຄົນ,ສັດ,ພືດແລະສິ່ງແວດລ້ອມ; 2.ການປະເມີນຜົນສະພາບຊີວິດການເປັນຢູ່ຂອງສິ່ງທີ່ຄາດວ່າຈະໄດ້ຮັບຜົນກະທົບຈາກສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຊຶ່ງຕ້ອງເອົາໃຈໃສ່ເຖິງການຈັດລະດັບແລະປະເພດຂອງການແຜ່ກະຈາຍຄວາມສ່ຽງໃນສະພາບແວດລ້ອມ; 3.ການປະເມີນຜົນສະທ້ອນຈາກຜົນກະທົບອັນບໍ່ດີທີ່ອາດຈະເກີດຂຶ້ນ; 4.ການຄາດຄະເນຄວາມສ່ຽງລວມຂອງສິ່ງທີ່ມີຊີວິດທີ່ມີການປ່ຽນແຜງຄຸນລັກສະນະດ້ານພັນທຸກໍາໂດຍອີງໃສ່ການປະເມີນສະພາບຊີວິດການເປັນຢູ່ແລະຜົນກະທົບທີ່ຮ້າຍແຮງທີ່ອາດຈະເກີດຂຶ້ນ; 5.ຄໍາແນະນໍາກ່ຽວກັບຄວາມສ່ຽງຊຶ່ງຕ້ອງບອກໃຫ້ຮູ້ວ່າພໍຮັບໄດ້ຫຼືຄຸ້ມຄອງໄດ້ລວມທັງການສະເໜີມາດຕະການແກ້ໄຂຫຼືວິທີການຄຸ້ມຄອງຄວາມສ່ຽງດັ່ງກ່າວຖ້າຫາກເຫັນວ່າມີຄວາມຈໍາເປັນ. ໃນກໍລະນີມີຄວາມຈໍາເປັນທີ່ຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບບັນຫາໃດໜຶ່ງຜູ້ຮ້ອງຂໍຕ້ອງສະໜອງຂໍ້ມູນນັ້ນຕາມແຕ່ກໍລະນີໃນເວລາດໍາເນີນການປະເມີນຄວາມສ່ຽງ.
ມາດຕາ31ເປົ້າໝາຍຂອງການປະເມີນຄວາມສ່ຽງ ການປະເມີນຄວາມສ່ຽງຕ້ອງຄໍານຶງເຖິງລາຍລະອຽດທາງດ້ານວິທະຍາສາດແລະເຕັກນິກທີ່ກ່ຽວຂ້ອງກັບຄຸນລັກສະນະຕ່າງທຊຶ່ງມີເປົ້າໝາຍດັ່ງນີ້: 1.ຄົນລັກສະນະດ້ານຊີວະພາບຂອງສິ່ງທີ່ມີຊີວິດທີ່ເປັນຕົວຮັບເອົາລະຫັດພັນທຸກໍາຫຼືຕົວໃຫ້ກໍາເນີດ,ລວມເອົາຂໍ້ມູນຂ່າວສານກ່ຽວກັບສະພາບການຈັດແບ່ງຊະນິດພັນ,ຊື່ທົ່ວໄປ,ແຫຼ່ງກໍາເນີດ,ສູນຂອງຄວາມຫຼາກຫຼາຍດ້ານພັນທຸກໍາແລະການອະທິບາຍກ່ຽວກັບສະພາບການເປັນຢູ່ຂອງສິ່ງດັ່ງກ່າວທີ່ສາມາດຄົງຕົວແລະຂະຫຍາຍຕົວໄດ້; 2.ຄຸນລັກສະນະຂອງຕົວສະໜອງລະຫັດພັນທຸກໍາລວມທັງເອກະລັກສະເພາະ,ແຫຼ່ງກໍາເນີນແລະບ່ອນອາໄສຂອງສິ່ງດັ່ງກ່າວ; 3.ຄຸນລັກສະນະດ້ານພັນທຸກໍາທີ່ໄດ້ມີການຕັດຕໍ່ເຂົ້າກັນລວມທັງໜ້າທີ່ແລະລັກສະນະຂອງການປ່ຽນແປງທີ່ເກີດຂຶ້ນ; 4.ການຈໍາແນກສິ່ງທີ່ມີຊີວິດທີ່ມີການປ່ຽນແຜງຄຸນລັກສະນະດ້ານພັນທຸກໍາແລະຄວາມແຕກຕ່າງລະຫວ່າງຄຸນລັກສະນະດ້ານຊີວະພາບຂອງສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາແລະສິ່ງທີ່ມີຊີວິດທີ່ເປັນເປົ້າໝາຍຮັບເອົາລະຫັດພັນທຸກໍາຫຼືຕົວໃຫ້ກໍາເນີດ; 5.ການສະເໜີວິທີການພິສູດສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາແລະລັກສະນະສະເພາະທີ່ຢັ້ງຢືນເຖິງຄວາມຊັດເຈນ; 6.ຂໍ້ມູນຂ່າວສານກ່ຽວກັບການຕັ້ງໃຈນໍາໃຊ້ສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາລວມທັງການນໍາໃຊ້ໃໝ່ຫຼືປັບປ່ຽນຂອງສິ່ງທີ່ມີຊີວິດແລະການສົມທຽບກັບຂໍ້ມູນຂອງສິ່ງທີ່ມີຊີວິດທີ່ເປັນເປົ້າໝາຍຮັບເອົາລະກັດພັນທູກໍາຫຼືຕົວໃຫ້ກໍາເນີດ; 7.ຂໍ້ມູນຂ່າວສານກ່ຽວກັບທີ່ຕັ້ງ,ສະພາບພູມສັນຖານ,ດິນຟ້າອາກາດແລະຄຸນລັກສະນະຂອງລະບົບນິເວດລວມທັງຂໍ້ມູນທີ່ກ່ຽວຂ້ອງກັບຄວາມຫຼາກຫຼາຍດ້ານຊີວະພາບແລະແຫຼ່ງກໍາເນີດໃນສະພາບແວດລ້ອມຂອງສິ່ງທີ່ມີຊີວິດທີ່ເປັນການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ.
ໝວດທີ2ການຄຸ້ມຄອງຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບ
ມາດຕາ32ການຄຸ້ມຄອງຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບ ການຄຸ້ມຄອງຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບແມ່ນການນໍາຜົນການປະເມີນໂດຍກົງຫຼືທາງອ້ອມດ້ວຍຂະບວນການທາງດ້ານວິທະຍາສາດກ່ຽວກັບຄວາມສ່ຽງຕໍ່ຊີວະດ,ສຸຂະພາບຂອງຄົນ,ສັດ,ພືດແລະສິ່ງແວດລ້ອມເພື່ອເປັນບ່ອນອີງໃນການບໍລິຫານແລະຄຸ້ມຄອງບັນດາກິດຈະການກ່ຽວກັບສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ.
ມາດຕາ33ຫຼັກການພື້ນຖານກ່ຽວກັບການຄຸ້ມຄອງຄວາມສ່ຽງ ການຄຸ້ມຄອງຄວາມສ່ຽງໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1.ສ້າງຍຸດທະສາດ,ກົນໄກແລະວິທີການທີ່ເໝາະສົມເພື່ອຄຸ້ມຄອງແລະກວດກາຄວາມສ່ຽງກ່ຽວກັບການໄດ້ຮັບສິດຄອບຄອງ,ການນໍາໃຊ້ແລະການເຄື່ອນຍ້າຍຂ້າມຊາຍແດນຂອງສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 2.ສ້າງມາດຕະການໃນການປະເມີນຄວາມສ່ຽງເພື່ອສະກັດກັ້ນຜົນກະທົບທີ່ບໍ່ດີຂອງສິ່ງທີ່ມີຊີວະດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຕໍ່ການອະນຸລັກແລະການນໍາໃຊ້ຊັບພະຍາກອນພັນທຸກໍາແບບຍືນຍົງໂດຍສະເພາະຄວາມສ່ຽງຕໍ່ຊີວິດ,ສຸຂະພາບຂອງຄົນ,ສັດ,ພືດແລະສິ່ງແວດລ້ອມ; 3.ນໍາໃຊ້ມາດຕະການທີ່ເໝາະສົມເພື່ອສະກັດກັ້ນການເຄື່ອນຍ້າຍສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຂ້າມຊາຍແດນໂດຍບໍ່ໄດ້ຕັ້ງໃຈແລະຕ້ອງໃຫ້ປະເມີນຄວາມສ່ຽງກ່ອນຈະອະນຸຍາດໃຫ້ປ່ອຍອອກສູ່ທໍາມະຊາດເປັນຄັ້ງທໍາອິດ; 4.ສົ່ງອອກແລະນໍາເຂົ້າສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຫຼືພັດທະນາຂຶ້ນເອງນັ້ນຕ້ອງໄດ້ຜ່ານໄລຍະການສັງເກດຕິດຕາມໃນໄລຍະວົງຈອນຊີວິດຂອງ ສິ່ງທີ່ມີຊີວິດຫຼືຊົ່ວໄລຍະຊີວິດໜຶ່ງກ່ອນຈະມີການນໍາໃຊ້.
ມາດຕາ34ວິທີການກ່ຽວກັບການຄຸ້ມຄອງການປະເມີນຄວາມສ່ຽງ
ວິທີການກ່ຽວກັບການຄຸ້ມຄອງການປະເມີນຄວາມສ່ຽງໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:
1.ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຕ້ອງຮັບປະກັນການປະເມີນຄວາມສ່ຽງທີ່ໄດ້ຈັດຕັ້ງປະຕິບັດຕາມຄວາມເໝາະສົມແລະທົ່ວເຖິງໃນກິດຈະກໍາທັງໝົດທີ່ກ່ຽວຂ້ອງກັບສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ;
2.ຄະນະປະສານງານດ້ານວິຊາການຕ້ອງໄດ້ປະເມີນຄວາມສ່ຽງລວມທັງການກວດສອບຜົນການປະເມີນຄວາມສ່ຽງທີ່ໄດ້ດໍາເນີນຕາມຫຼັກການວິທະຍາສາດແລະເຕັກນິກຂອງການປະເມີນຄວາມສ່ຽງ;
3.ຄະນະປະສານງານດ້ານວິຊາການຕ້ອງເອົາໃຈໃສ່ບັນດາຂໍ້ມູນທີ່ສະແດງອອກຂອງສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ,ການປະເມີນຄວາມສ່ຽງຕ້ອງອີງໃສ່ຂໍ້ມູນທີ່ເປັນພື້ນຖານທີ່ຢູ່ໃນຄໍາຮ້ອງແລະຂໍ້ມູນອື່ນດ້ານວິທະຍາສາດ;
4.ຄະນະປະສານງານດ້ານວິຊາການຕ້ອງໄດ້ກວດສອບການປະເມີນຄວາມສ່ຽງຕາມຄໍາຮ້ອງທີ່ຕ້ອງດໍາເນີນຫຼືເຫດການທີ່ພາໃຫ້ດໍາເນີນການປະເມີນຄວາມສ່ຽງເພີ່ມເຕີມຕາມແຕ່ລະກໍລະນີ;
5.ຄະນະປະສານງານດ້ານວິຊາການຕ້ອງໄດ້ເອົາໃຈໃສ່ຕໍ່ມາດຕະການກ່ຽວກັບການປະເມີນຄວາມສ່ຽງທີ່ຜູ້ຍື່ນຄໍາຮ້ອງຂໍແລະມາດຕະການການປະເມີນຄວາມສ່ຽງເພີ່ມເຕີມທີ່ຕ້ອງການໃຫ້ຫຼຸດຜ່ອນລົງເຫຼືອໜ້ອຍທີ່ສຸດ.ໃນກໍລະນີທີ່ບໍ່ມີຄວາມພໍໃຈຕໍ່ຜົນຂອງການປະເມີນນັ້ນຜູ້ຮ້ອງຂໍ,ຄະນະປະສານງານດ້ານວິຊາການ,ຜູ້ຊ່ຽວຊານຫຼືທີ່ປຶກສາກໍ່ສາມາດດໍາເນີນຕາມການເຫັນດີຂອງຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ;
6.ຄະນະປະສານງານດ້ານວິຊາການຕ້ອງສະຫຼຸບລາຍງານຜົນການປະເມີນຄວາມສ່ຽງແລະຂະບວນການກວດກສອບຂອງຕົນໃຫ້ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບດ້ວຍການໃຫ້ທັດສະນະລວມທັງຢັ້ງຢືນກ່ຽວກັບທາງເລືອກອື່ນທີ່ມີຄວາມຈໍາເປັນເພື່ອຮັບປະກັນຄວາມປອດໄພຈາກການນໍາໃຊ້ສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ;
7.ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຕ້ອງຮັບປະກັນໃຫ້ມີກົນໄກແລະມາດຕະການທີ່ເໝາະສົມແລະວິທີການກ່ຽວກັບການຄຸ້ມຄອງ,ການບໍລິຫານແລະການກວດກາຄວາມສ່ຽງທີ່ພົບເຫັນ;
8.ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຕ້ອງສະໜອງບົດລາຍງານການປະເມີນຄວາມສ່ຽງໃຫ້ແກ່ຜູ້ຍື່ນຄໍາຮ້ອງຂໍພາຍໃນກໍານົດເວລາສາມສິບວັນນັບແຕ່ວັນໄດ້ຮັບບົດລາຍງານຈາກຄະນະປະສານງານດ້ານວິຊາການເປົນຕົ້ນໄປ;
9.ຜູ້ຍື່ນຄໍາຮ້ອງຂໍຕ້ອງປະກອບຄໍາເຫັນຕໍ່ບົດລາຍງານຂອງຄະນະປະສານງານດ້ານວິຊາການຢ່າງເປັນລາຍລັກອັກສອນພາຍໃນກໍານົດເວລາສາມສິບວັນນັບແຕ່ວັນໄດ້ຮັບບົດລາຍງານດັ່ງກ່າວແລະຕ້ອງໄດ້ຮັບການພິຈາລະນາໂດຍຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ.
ໝວດທີ3ການສື່ສານຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບ
ມາດຕາ35ການສື່ສານຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບ ການສື່ສານຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບແມ່ນການນໍາຜົນການບໍລິຫານແລະການຄຸ້ມຄອງຄວາມສ່ຽງເພື່ອເປັນບ່ອນອີງໃນການພິຈາລະນາຕົກລົງແລະການສື່ສານກ່ຽວກັບຜົນການຕົກລົງ,ການທົບທວນຄືນການຕົກລົງ,ການຕິດຕາມກວດກາ,ການສະໜອງຂໍ້ມູນໃໝ່ແລະການສະເໜີອອກຄໍາສັ່ງໃຫ້ຍົກເລີກບັນດາກິດຈະກໍາກ່ຽວກັບສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ.
ມາດຕາ36ການພິຈາລະນາຕົກລົງແລະການສື່ສານກ່ຽວກັບຜົນການຕົກລົງ ການພິຈາລະນາຕົກລົງແລະການສື່ສານກ່ຽວກັບຜົນການຕົກລົງໃຫ້ປະຕິບັດດັ່ງນີ້: 1.ພາຍຫຼັງທີ່ໄດ້ຮັບບົດລາຍງານການປະເມີນຄວາມສ່ຽງແລ້ວຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບເປັນຜູ້ຕົກລົງຂັ້ນສຸດທ້າຍກ່ຽວກັບການໃຫ້ສິດຄຸ້ມຄອງຕາມການຮ້ອງຂໍ; 2.ການຕົກລົງທີ່ກ່ຽວຂ້ອງກັບຂໍ້ທີ1ເທິງນີ້ໃຫ້ອີງໃສ່ພື້ນຖານດັ່ງນີ້: ກ)ຂໍ້ມູນທີ່ປະກອບໃຫ້ຕາມແບບພິມຄໍາຮ້ອງ; ຂ)ບົດລາຍງານການປະເມີນຄວາມສ່ຽງໂດຍຄະນະປະສານງານດ້ານວິຊາການ; ຄ)ຄໍາເຫັນທີ່ເປັນລາຍລັກອັກສອນຂອງຜູ້ຍື່ນຄໍາຮ້ອງ; ງ)ຄໍາເຫັນຈາກສັງຄົມ. 3.ໃນການພິຈາລະນາຕົກລົງນັ້ນຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຕ້ອງເອົາໃຈໃສ່ໃນສິ່ງທີ່ຕິດພັນກັບພັນທະສາກົນຂອງສປປລາວແລະບັນຫາເສດຖະກິດສັງຄົມ; 4.ການຂາດຂໍ້ມູນອັນແນ່ນອນດ້ານວິທະຍາສາດ,ຄວາມຮູ້,ພູມປັນຍາກ່ຽວກັບການຈໍາກັດຂອບເຂດຜົນກະທົບອັນບໍ່ດີຂອງສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຈະບໍ່ເປັນອຸປະສັກຕໍ່ການປະເມີນຂອງຄະນະປະສານງານດ້ານວິຊາການ; 5.ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຕ້ອງພິຈາລະນາຕົກລົງເປັນຂັ້ນສຸດທ້າຍແລ້ວແຈ້ງຜົນການຕົກລົງໃຫ້ຜູ້ຍື່ນຄໍາຮ້ອງພາຍໃນກໍານົດເວລາໜຶ່ງຮ້ອຍຊາວວັນນັບແຕ່ວັນຮ້ອງຂໍນໍາເຂົ້າສູ່ສິ່ງແວດລ້ອມຂອງສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາເປັນຕົ້ນໄປ.ສໍາລັບເປົ້າໝາຍທີ່ນອກຈາກການນໍາອອກສູ່ຕະຫຼາດນັ້ນໃຫ້ແຈ້ງພາຍໃນກໍານົດເວລາສອງຮ້ອຍເຈັດສິບວັນນັບແຕ່ວັນໄດ້ຮັບຄໍາຮ້ອງຂໍເປັນຕົ້ນໄປ; 6.ການຕົກລົງຂັ້ນສຸດທ້າຍຂອງຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຕ້ອງໄດ້ບັນທຶກເນື້ອໃນຂອງເອກະສານປະກອບກ່ຽວກັບ: ກ)ການຢັ້ງຢືນສະຖານະພາບຂອງຜູ້ຍື່ນຄໍາຮ້ອງແລະສັງລວມເນື້ອໃນກ່ຽວກັບສະພາບຂອງການຮ້ອງຂໍ; ຂ)ການອະທິບາຍຂະບວນການທີ່ດໍາເນີນໃນການກວດກາຄໍາຮ້ອງ; ຄ)ຜົນສະຫຼຸບການປະເມີນຄວາມສ່ຽງ; ງ)ແຈ້ງການກ່ຽວກັບກິດຈະກໍາທີ່ໄດ້ຮັບການອະນຸຍາດແລະການປະຕິເສດ; ຈ)ການອະທິບາຍເຫດຜົນຂອງການຕົກລົງຫຼືການປະຕິເສດ. 7.ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງບໍ່ມີສິດປ່ຽນແປງເປົ້າມາຍຂອງກິດຈະກໍາການຄອບຄອງຕາມທີ່ໄດ້ຕົກລົງເວັ້ນເສຍແຕ່ໄດ້ຮັບການອະນຸຍາດຈາກຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ; 8.ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຈົດທະບຽນສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຫຼືກິດຈະກໍາທີ່ຄຸ້ມຄອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້: 9.ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີສິດສະເໜີຕໍ່ອົງການຄຸ້ມຄອງເພື່ອໃຫ້ພິຈາລະນາຄືນໃໝ່ກ່ຽວກັບການປະຕິເສດບໍ່ໃຫ້ສິດໃນການຄອບຄອງສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຫຼືໂຈະແລະຖອນສິດດັ່ງກ່າວ.ອົງການຄຸ້ມຄອງທີ່ກ່ຽວຂ້ອງຕ້ອງໄດ້ແກ້ໄຂຄໍາສະເໜີຕາມລະບຽບການພາຍໃນກໍານົດເວລາສາມສິບວັນລັດຖະການນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.
ມາດຕາ37ການທົບທວນຄືນການຕົກລົງ ໃນການທົບທວນຄືນການຕົກລົງໃຫ້ປະຕິບັດດັ່ງນີ້: 1.ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບສາມາດປຶກສາຫາລືກັບຄະນະປະສານງານດ້ານວິຊາການທຸກເວລາເມື່ອໄດ້ຮັບຂໍ້ມູນໃໝ່ດ້ານວິທະຍາສາດໂດຍໃຫ້ເອົາໃຈໃສ່ຜົນກະທົບຕໍ່ຊີວິດ,ສຸຂະພາບຂອງຄົນ,ສັດ,ພືດແລະສິ່ງແວດລ້ອມ; 2.ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຕ້ອງແຈ້ງໃຫ້ຜູ້ຍື່ນຄໍາຮ້ອງກ່ຽວກັບແຜນເພື່ອບັນລຸເປົ້າໝາຍແລະເຫດຜົນໃນການທົບທວນຄືນ; 3.ຜູ້ຍື່ນຄໍາຮ້ອງສາມາດສະເໜີຕໍ່ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບໃຫ້ທົບທວນຄືນການຕົກລົງເມື່ອມີ: ກ)ການປ່ຽນແປງເງື່ອນໄຂທີ່ເຮັດໃຫ້ມີຜົນກະທົບເກີດຂຶ້ນ; ຂ)ຂໍ້ມູນເພີ່ມເຕີມດ້ານວິທະຍາສາດຫຼືເຕັກນິກ. 4.ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຕ້ອງປຶກສາຫາລືກັບຄະນະປະສານງານດ້ານວິຊາການຕາມສະພາບຂອງການປ່ຽນແປງທີ່ເປັນມູນເຫດຫຼືເປັນປັດໄຈຫຼັກທີ່ສາມາດຢັ້ງຢືນແລະວັດແທກໄດ້ຕາມວິທີການທາງດ້ານວິທະຍາສາດ; 5.ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຕ້ອງໄດ້ແຈ້ງໃຫ້ຜູ້ຍື່ນຄໍາຮ້ອງຢ່າງເປັນລາຍລັກອັກສອນພ້ອມດ້ວຍເຫດຜົນພາຍໃນກໍານົດເວລາເກົ້າສິບວັນນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ.
ມາດຕາ38ການຕິດຕາມກວດກາແລະການສະໜອງຂໍ້ມູນໃໝ່ ການຕິດຕາມກວດກາແລະການສະໜອງຂໍ້ມູນໃໝ່ໃຫ້ປະຕິບັດດັ່ງນີ້: 1.ຜູ້ໄດ້ຮັບສິດຕ້ອງຕິດຕາມກວດກາກິດຈະກໍາຂອງຕົນໃຫ້ສອດຄ່ອງກັບສິດ,ພັນທະແລະບັນດາເງື່ອນໄຂທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 2.ຜູ້ໄດ້ຮັບສິດທີ່ເຫັນວ່າມີຂໍ້ມູນໃໝ່ດ້ານວິທະຍາສາດທີ່ບໍ່ເຄີຍພົບຜ່ານມາຫຼືບໍ່ໄດ້ຖືກພິຈາລະນາຕ້ອງລາຍງານຕໍ່ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ; 3.ຜູ້ໄດ້ຮັບສິດຕ້ອງສະໜອງຂໍ້ມູນທີ່ເປັນຄວາມລັບໃຫ້ແກ່ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຕາມການສະເໜີ.
ມາດຕາ39ການສະເໜີອອກຄໍາສັ່ງ ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຕ້ອງສະເໜີຕໍ່ລັດຖະມົນຕີວ່າການກະຊວງວິທະຍາສາດແລະເຕັກໂນໂລຊີອອກຄໍາສັ່ງຕາມແຕ່ລະກໍລະນີດັ່ງນີ້: 1.ໃຫ້ຍົກເລີກກິດຈະກໍາທີ່ໄດ້ຮັບອະນຸຍາດເພື່ອເຫັນວ່າມີສິ່ງທີ່ກໍ່ໃຫ້ເກີດອັນຕະລາຍຕໍ່ການອະນຸລັກແລະການນໍາໃຊ້ແບບຍືນຍົງຄວາມຫຼາກຫຼາຍດ້ານຊີວະພາບ,ຊີວິດ,ສຸຂະພາບຂອງຄົນ,ສັດ,ພືດແລະສິ່ງແວດລ້ອມ; 2.ໃຫ້ປະຕິບັດມາດຕະການເພີ່ມເຕີມໃນການປະເມີນຄວາມສ່ຽງກ່ຽວກັບກິດຈະກໍາດັ່ງກ່າວ; 3.ໃຫ້ຍົກເລີກກິດຈະກໍາໂດຍກົງໃນກໍລະນີທີ່ເຫັນວ່າຜູ້ໄດ້ຮັບສິດມີຄວາມຜິດຫຼືບໍ່ປະຕິບັດຕາມລະບຽບກົດໝາຍ; 4.ໃຫ້ຍົກລີກກິດຈະກໍາເມື່ອບົດສະຫຼຸບລາຍງານບໍ່ຖືກຕ້ອງຕາມຄວາມຈິງ.
ພາກທີ4ການພັດທະນາຊັບພະຍາກອນມະນຸແແລະການເຂົ້າຮ່ວມຂອງມວນຊົນ
ມາດຕາ40ການພັດທະນາຊັບພະຍາກອນມະນຸດ ການພັດທະນາຊັບພະຍາກອນມະນຸດໃນຂົງເຂດສິດວິທະຍາສາດແລະເຕັກໂນໂລຊີຊີວະພາບຕ້ອງໄດ້ຮັບການສົ່ງເສີມແລະຊ່ວຍເຫຼືອດ້າຍການສຶກສາແລະການຝຶກອົບຮົມໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ.
ມາດຕາ41ຜູ້ຊ່ຽວຊານສະເພາະດ້ານ ຜູ້ຊ່ຽວຊາຍສະເພາະດ້ານແມ່ນນັກວິຊາການຜູ້ມີຄວາມຊໍານານງານຕາມຂະແໜງການຫຼືຜູ້ມີວຸດທິການສຶກສາລະດັບປະລິນຍາເອກທີ່ລົງເລິກວິຊາສະເພາະໃດໜຶ່ງຊຶ່ງມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ສະໜອງຂໍ້ມູນພ້ອມດ້ວຍບົດຄົ້ນຄວ້າປະເມີນຄວາມສ່ຽງດ້ານວິທະຍາສາດແລະເຕັກນິກກ່ຽວກັບສະພາບຊັບພະຍາກອນພັນທຸກໍາແລະສ່ວນປະກອບຕ່າງໆ; 2.ປະເມີນຄວາມສ່ຽງດ້ານວິທະຍາສາດແລະເຕັກນິກຕາມວິທີການທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້; 3.ຢັ້ງຢືນມາດຕະການແລະວິທີການທີ່ເປັນທາງເລືອກໃໝ່,ປະສິດທິພາບແລະສະພາບຂອງເຕັກໂນໂລຊີຊີວະພາບແລະຄວາມຮູ້ກ່ຽວກັບການອະນຸລັກແລະການນໍາໃຊ້ຊັບພະຍາກອນພັນທຸກໍາແບບຍືນຍົງ; 4.ໃຫ້ການປຶກສາກ່ຽວກັບວິທີການສົ່ງເສີມພັດທະນາແລະການຖ່າຍທອດເຕັກໂນໂລຊີ,ແຜນງານວິທະຍາສາດແລະການຮ່ວມມືສາກົນໃນການຄົ້ນຄວ້າແລະພັດທະນາກ່ຽວກັບການອະນຸລັກແລະການນໍາໃຊ້ຊັບພະຍາກອນພັນທຸກໍາແບບຍືນຍົງ; 5.ຮັບຕອບຄໍາຖາມກ່ຽວກັບວິທະຍາສາດ,ເຕັກນິກ,ເຕັກໂນໂລຊີແລະວິທະຍາການຕ່າງໆ; 6.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກກົດໝາຍ.
ມາດຕາ42ການເຂົ້າຮ່ວມຂອງມວນຊົນ ການເຂົ້າຮ່ວມຂອງມວນຊົນໃນວຽກງານຄວາມປອດໄພກ່ຽວກັບການຖ່າຍທອດ,ການເກັບຮັກສາແລະການນໍາໃຊ້ສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຕ້ອງໃຫ້ຕິດພັນກັບການສຶກສາອົບຮົມເພື່ອສ້າງຈິດສໍານຶກໃນການອະນຸລັກແລະການນໍາໃຊ້ຊັບພະຍາກອນພັນທຸກໍາແບບຍືນຍົງໂດຍໄດ້ຮັບການສົ່ງເສີມຢ່າງກວ້າງຂວາງແລະເພື່ອປ້ອງກັນຄວາມສ່ຽງຕໍ່ຊີວິດ,ສຸຂະພາບຂອງຄົນ,ສັດ,ພືດແລະສິ່ງແວດລ້ອມ.
ມາດຕາ43ການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄົ້ນຄວ້າ ຂະແໜງການທີ່ກ່ຽວຂ້ອງຕ້ອງແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຜົນສໍາເລັດຂອງການຄົ້ນຄ້ວາທາງດ້ານວິທະຍາສາດ,ເຕັກນິກ,ເສດຖະກິດ,ວັດທະນະທໍາ,ສັງຄົມແລະພູມປັນຍາພື້ນບ້ານອັນເປັນມູນເຊື້ອກ່ຽວກັບການອະນຸລັກແລະການນໍາໃຊ້ຊັບພະຍາກອນພັນທຸກໍາແບບຍືນຍົງ.
ມາດຕາ44ສູນປະສານງານຂໍ້ມູນຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ ຂະແໜງການທີ່ກ່ຽວຂ້ອງຕ້ອງສ້າງສູນປະສານງານຂໍ້ມູນຄວາມປອດໄພດ້ານເຕັກໂນໂລຊີຊີວະພາບເພື່ອອໍານວຍຄວາມສະດວກໃນການແລກປ່ຽນຂໍ້ມູນທາງດ້ານວິທະຍາສາດ,ເຕັກນິກ,ສິ່ງແວດລ້ອມ,ລະບຽບກົດໝາຍແລະປະສົບການກ່ຽວກັບສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ.
ພາກທີ5ຂໍ້ຫ້າມ
ມາດຕາ45ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີພຶດຕິກໍາດັ່ງນີ້: 1.ດໍາເນີນວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບໂດຍບໍ່ໄດ້ຮັບອະນຸຍາດ; 2.ສ້າງອຸປະສັກ,ຂັດຂວາງການສົ່ງເສີມແລະການພັດທະນາວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ; 3.ນໍາເຂົ້າເຕັກໂນໂລຊີຊີວະພາບທີ່ຫຼ້າຫຼັງແລະສິ້ນເປືອງແຫຼ່ງຊັບພະຍາກອນທໍາມະຊາດ,ມີຄວາມສ່ຽງຕໍ່ຊີວິດ,ສຸຂະພາບຂອງຄົນ,ສັດ,ພືດແລະສິ່ງແວດລ້ອມ; 4.ປອມແປງ,ທໍາລາຍແລະນໍາໃຊ້ເອກກະສານປອມກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.
ມາດຕາ46ຂໍ້ຫ້າມສໍາລັບພະນັກງານທີ່ກ່ຽວຂ້ອງຂັງລັດ ຫ້າມພະນັກງານທີ່ກ່ຽວຂ້ອງຂອງລັດມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ອໍານາດ,ໜ້າທີ່,ຕໍາແໜ່ງ,ຂົ່ມຂູ່ຜູ້ອື່ນເພື່ອຫາຜົນປະໂຫຍດສ່ວນຕົວແລະພັກພວກຂອງຕົນ; 2.ທວງເອົາ,ຂໍເອົາ,ຮັບເອົາສິນບົນຫຼືຜົນປະໂຫຍດອື່ນ; 3.ເປີດເຜີຍຄວາມລັບຂອງຊາດ,ຄວາມລັບທາງລັດຖະການແລະຂອງຜູ້ດໍາເນີນວຽກງານກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ; 4.ກົດໜ່ວງຖ່ວງດຶງແລະແກ່ຍາວເວລາໃນການພິຈາລະນາເອກະສານກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບໂດຍບໍ່ມີເຫດຜົນ; 5.ປອມແປງ,ທໍາລາຍແລະນໍາໃຊ້ເອກະສານປອມກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.
ມາດຕາ47ຂໍ້ຫ້າມສໍາລັບຜູ້ປະກອບການ ຫ້າມຜູ້ປະກອບການວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບມີພຶດຕິກໍາດັ່ງນີ້: 1.ປະກອບການວຽກງານໂດຍບໍ່ຖືກຕ້ອງຕາມເປົ້າໝາຍຂອງການອະນຸຍາດ; 2.ເອົາໃບອະນຸຍາດຂອງຕົນໄປຄໍ້າປະກັນຫຼືປະກອບເປັນຮຸ້ນ,ໃຫ້ຢືມ,ໃຫ້ເຊົ່າ,ໂອນຫຼືຂາຍໃຫ້ຜູ້ອື່ນ; 3.ຊື້ຈ້າງ,ໃຫ້ສິນບົນແກ່ພະນັກງານທີ່ກ່ຽວຂ້ອງຂອງລັດຫຼືເອກະຊົນ; 4.ໃຊ້ຄວາມຮຸນແຮງຫຼືແອບອ້າງຊື່ຂອງຜູ້ອື່ນເພື່ອນາບຂູ່ພະນັກງານທີ່ກ່ຽວຂ້ອງຂອງລັດ; 5.ປອມແປງ,ທໍາລາຍແລະນໍາໃຊ້ເອກະສານປອມກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.
ພາກທີ4ການແກ້ໄຂຂໍ້ຂັດແຍ່ງ
ມາດຕາ48ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງໃຫ້ດໍາເນີນຕາມຮູບການໃດໜຶ່ງດັ່ງນີ້: 1.ການແກ້ໄຂດ້ວຍການປະນີປະນອມ; 2.ການແກ້ໄຂທາງດ້ານບໍລິຫານ; 3.ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4.ການຮ້ອງຟ້ອງຕໍ່ສານ; 5.ການແກ້ໄຂທີ່ມີລັກສະນະສາກົນ.
ມາດຕາ49ການແກ້ໄຂດ້ວຍການປະນີປະນອມ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຄູ່ກໍລະນີສາມາດແກ້ໄຂຂໍ້ຂັດແຍ່ງດັ່ງກ່າວດ້ວຍການປຶກສາຫາລືແລະປະນີປະນອມກັນເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ມາດຕາ50ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບທີ່ມີລັກສະນະທາງດ້ານບໍລິຫານຊຶ່ງຢູ່ພາຍໃຕ້ຄວາມຮັບຜິດຊອບຂອງອົງການຄຸ້ມຄອງຄູ່ກໍລະນີມີສິດສະເໜີຕໍ່ອົງການດັ່ງກ່າວເພື່ອແກ້ໄຂ.
ມາດຕາ51ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນກໍລະນີມີຂໍ້ຂັດແຍ່ງທາງດ້ານເສດຖະກິດກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຄູ່ກໍລະນີສາມາດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເພື່ອແກ້ໄຂຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.
ມາດຕາ52ການຮ້ອງຟ້ອງຕໍ່ສານ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຄູ່ກໍລະນີສາມາດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມລະບຽບກົດໝາຍ.
ມາດຕາ53ການແກ້ໄຂທີ່ມີລັກສະນະສາກົນ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບທີ່ມີລັກສະນະສາກົນໃຫ້ປະຕິບັດຕາມສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.
ພາກທີ7ຄະນະກໍາມະການຄຸ້ມຄອງຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ
ມາດຕາ54ຄະນະກໍາມະການຄຸ້ມຄອງຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ ຄະນະກໍາມະການຄຸ້ມຄອງຄວາມປອດໄພດ້ານເຕັກໂນໂລຊີຊີວະພາບປະກອບດ້ວຍ: 1.ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ; 2.ຄະນະປະສານງານດ້ານວິຊາການ. ໃນກໍລະນີມີຄວາມຈໍາເປັນອາດຈະສ້າງຕັ້ງຄະນະກໍາມະການຄຸ້ມຄອງຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຂຶ້ນຢູ່ທ້ອງຖິ່ນກໍ່ໄດ້.
ມາດຕາ55ທີ່ຕັ້ງແລະພາລະບົດບາດຂອງຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບເປັນອົງການບໍ່ປະຈໍາການແລະມີພາລະບົດບາດຮັບຜິດຊອບດ້ານວິຊາການໃນການຈັດຕັ້ງປະຕິບັດວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຊຶ່ງປະກອບດ້ວຍບັນດາຜູ້ຕາງໜ້າຈາກກະຊວງແລະອົງການທີ່ກ່ຽວຂ້ອງກັບເຕັກໂນໂລຊີຊີວະພາບແລະຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ.
ມາດຕາ56ໂຄງປະກອບຂອງຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບປະກອບດ້ວຍ: 1.ລັດຖະມົນຕີວ່າການກະຊວງວິທະຍາສາດແລະເຕັກໂນໂລຊີເປັນປະທານ; 2.ລັດຖະມົນຕີຊ່ວຍວ່າການກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມເປັນຮອງປະທານ; 3.ລັດຖະມົນຕີຊ່ວຍວ່າການກະຊວງກະສິກໍາແລະປ່າໄມ້ເປັນຮອງປະທານ; 4.ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກເປັນກໍາມະການ; 5.ລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດແລະເຕັກໂນໂລຊີເປັນກໍາມະການທັງເປັນຫົວໜ່າຄະນະປະສານງານດ້ານວິຊາການ; 6.ລັດຖະມົນຕີຊ່ວຍວ່າການກະຊວງອື່ນທີ່ກ່ຽວຂ້ອງເປັນກໍາມະການ. ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຖືກແຕ່ງຕັ້ງໂດຍນາຍົກລັດຖະມົນຕີແລະມີຄະນະປະສານງານດ້ານວິຊາການເປັນກອງເລຂາຕັ້ງຢູ່ກະຊວງວິທະຍາສາດແລະເຕັກໂນໂລຊີ.
ມາດຕາ57ສິດແລະໜ້າທີ່ຂອງຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບມີສິດແລະໜ້າທີ່ດັ່ງນີ້: 1.ຜັນຂະຫຍາຍບັນດາເງື່ອນໄຂ,ມາດຕະຖານ,ຄູ່ມືແລະລະບຽບການຂອງກະຊວງວິທະຍາສາດແລະເຕັກໂນໂລຊີແລະກະຊວງອື່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດການວິເຄາະຄວາມສ່ຽງດ້ານເຕັກໂນໂລຊີຊີວະພາບ; 2.ໃຫ້ຄໍາແນະນໍາແກ່ຄະນະປະສານງານດ້ານວິຊາການກ່ຽວກັບການປະເມີນຄວາມສ່ຽງ,ການໃຫ້ສິດຄອບຄອງ,ການນໍາເຂົ້າ,ການເຄື່ອນຍ້າຍຂ້າມຊາຍແດນ,ການນໍາໃຊ້ແບບຈໍາກັດ,ການປ່ອຍອອກສູ່ທໍາມະຊາດແລະການນໍາອອກສູ່ຕະຫຼາດ; 3.ສ້າງລະບຽບພາຍໃນແລະລະບຽບການທາງດ້ານເຕັກນິກກ່ຽວກັບການວິເຄາະຄວາມສ່ຽງ; 4.ສ້າງຕັ້ງສູນຂໍ້ມູນຂ່າວສານແລະອໍານວຍຄວາມສະດວກໃຫ້ແກ່ມວນຊົນໃນການເຂົ້າເຖິງຂໍ້ມູນຂອງສິ່ງທີ່ມີຊີວະດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຫຼືຜະລິດຕະພັນຂອງສິ່ງທີ່ມີຊີວິດ; 5.ສົ່ງເສີມການສຶກສາອົບຮົມ,ສ້າງຈິດສໍານຶກແລະການເຂົ້າຮ່ວມຂອງມວນຊົນທີ່ກ່ຽວຂ້ອງກັບກິດຈະກໍາທີ່ມີການຄຸ້ມຄອງຕາມກົດໝາຍສະບັບນີ້ລວມທັງການຈັດພິມເຜີຍແຜ່ຄູ່ມືແລະອຸປະກອນສິ່ງພິມອື່ນກ່ຽວກັບວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ; 6.ສ້າງຕັ້ງກົນໄກບໍລິຫານເພື່ອຮັບປະກັນຄວາມເໝາະສົມໃນການໄດ້ຮັບສິດຄອບຄອງ,ການແຈກຢາຍແລະການເກັບຮັກສາບັນດາເອກະສານແລະຂໍ້ມູນໃນການເຊື່ອມຕໍ່ກັບຂະບວນການທີ່ກ່ຽວຂ້ອງກັບການຍື່ນຄໍາຮ້ອງຂໍ,ເອກະສານກໍາກັບແລະສິ່ງອື່ນທີ່ກ່ຽວຂ້ອງ; 7.ຄົ້ນຄວ້າຄໍາຮ້ອງແລະສະເໜີການອະນຸມັດຫຼືຍົກເລີກກ່ຽວກັບການໄດ້ຮັບສິດຄອບຄອງ,ການນໍາເຂົ້າ,ການສົ່ງອອກ,ການເຄື່ອນຍ້າຍຂ້າມຊາຍແດນ,ການນໍາໃຊ້ແບບຈໍາກັດ,ການປ່ອຍອອກສູ່ທໍາມະຊາດແລະການນໍາອອກສູ່ຕະຫຼາດ; 8.ສະຫຼຸບລາຍງານຜົນການປະຕິບັດວຽກງານດັ່ງກ່າວຕໍ່ລັດຖະບານຢ່າງເປັນປົກກະຕິ; 9.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ມາດຕາ58ໂຄງປະກອບຂອງຄະນະປະສານງານດ້ານວິຊາການ ຄະນະປະສານງານດ້ານວິຊາການປະກອບດ້ວຍ: 1.ລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດແລະເຕັກໂນໂລຊີເປັນຫົວໜ້າ; 2.ຫົວໜ້າກົມ,ສະຖາບັນຂະແໜງການທີ່ກ່ຽວຂ້ອງຕົ້ນຕໍເປັນຮອງຫົວໜ້າ; 3.ຫົວໜ້າກົມ,ສະຖາບັນຂະແໜງການອື່ນທີ່ກ່ຽວຂ້ອງເປັນກໍາມະການ; 4.ຜູ້ຊ່ຽວຊານສະເພາະດ້ານຈາກຂະແໜງການທີ່ກ່ຽວຂ້ອງເປັນກໍາມະການ; 5.ຜູ້ຕາງໜ້າອົງການຈັດຕັ້ງທີ່ກ່ຽວຂ້ອງເປັນກໍາມະການ; 6.ນັກວິຊາການຈໍານວນໜຶ່ງເປັນຜູ້ຊ່ວຍວຽກ.
ມາດຕາ60ສິດແລະໜ້າທີ່ຂອງຄະນະປະສານງານດ້ານວິຊາການ ຄະນະປະສານງານດ້ານວິຊາການມີສິດແລະໜ້າທີ່ດັ່ງນີ້: 1.ດໍາເນີນແລະທົບທວນຄືນການປະເມີນຄວາມສ່ຽງ; 2.ສ້າງແລະທົບທວນຄືນມາດຕະການຂອງການຄຸ້ມຄອງຈັດການຄວາມສ່ຽງ; 3.ສ້າງກົນໄກໃນການລາຍງານ,ສະເໜີມາດຕະການໃນການແກ້ໄຂບັນຫາກ່ຽວກັບຄວາມສ່ຽງແລະຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ; 4.ໃຫ້ຄໍາປຶກສາທາງດ້ານເຕັກນິກວິທະຍາການແລະກວດສອບຄໍາຮ້ອງຂໍຕໍ່ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບພິຈາລະນາ; 5.ສະຫຼຸບລາຍງານຜົນການປະຕິບັດວຽກງານດັ່ງກ່າວຕໍ່ຄະນະກໍາມະການແຫ່ງຊາດເພື່ອຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຢ່າງເປັນປົກກະຕິ; 6.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ພາກທີ8ການຄຸ້ມຄອງແລະການກວດກາ
ໝວດທີ1ການຄຸ້ມຄອງວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ
ມາດຕາ61ອົງການຄຸ້ມຄອງ ລັດຖະບານເປັນຜູ້ຄຸ້ມຄອງວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງວິທະຍາສາດແລະເຕັກໂນໂລຊີເປັນເຈົ້າການຮັບຜິດຊອບໂດຍກົງແລະປະສານສົມທົບກັບບັນດາກະຊວງ,ອົງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານຄວາມປອດໄພທາງດ້ານເຕັກໂນໂລຊີຊີວະພາບປະກອບດ້ວຍ: 1.ກະຊວງວິທະຍາສາດແລະເຕັກໂນໂລຊີ; 2.ພະແນກວິທະຍາສາດແລະເຕັກໂນໂລຊີແຂວງນະຄອນ; 3.ຫ້ອງການວິທະຍາສາດແລະເຕັກໂນໂລຊີເມືອງເທດສະບານ. ໃນກໍລະນີຈໍາເປັນອາດຈະສ້າງໜ່ວຍງານວິທະຍາສາດແລະເຕັກໂນໂລຊີປະຈໍາບ້ານຂຶ້ນກໍ່ໄດ້.
ມາດຕາ62ສິດແລະໜ້າທີ່ຂອງກະຊວງວິທະຍາສາດແລະເຕັກໂນໂລຊີ ໃນການຄຸ້ມຄອງວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບກະຊວງວິທະຍາສາດແລະເຕັກໂນໂລຊີມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າ,ສ້າງນະໂຍບາຍດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາໃຫ້ກາຍເປັນແຜນດໍາເນີນງານແຫ່ງຊາດແລະລະບຽບກົດໝາຍບົດແນະນໍາທາງດ້ານເຕັກນິກ,ແຜນການແລະໂຄງການລະອຽດເພື່ອຄຸ້ມຄອງແລະຕິດຕາມ; 2.ຈັດຕັ້ງປະຕິບັດວຽກງານຄຸ້ມຄອງແລະຕິດຕາມພ້ອມທັງລາຍງານສະພາບດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາພາຍໃນຂອບເຂດທົ່ວປະເທດ; 3.ເປັນໃຈກາງປະສານສົມທົບກັບບັນດາຂະແໜງການແລະອົງການປົກຄອງທ້ອງຖິ່ນ,ສຶກສາວິໄຈແລະແກ້ໄຂບັນຫາກ່ຽວກັບວຽກງານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 4.ແນະນໍາໃຫ້ໂຄງການພັດທະນາແລະກິດຈະການຕ່າງໆກຽມບົດລາຍງານດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 5.ຕິດຕາມການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດ,ລະບຽບກົດໝາຍ,ບົດແນະນໍາທາງດ້ານເຕັກນິກ,ແຜນການແລະໂຄງການລະອຽດດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 6.ອະນຸຍາດຫຼືຖອບອະນຸຍາດການຈັດຕັ້ງໃດໜຶ່ງທີ່ດໍາເນີນການບໍລິການດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 7.ສົມທົບກັບພາກສ່ວນທີ່ກ່ຽວຂ້ອງທີ່ມີສິດດັດແກ້,ໂຈະ,ຍົກຍ້າຍຫຼືຍົກເລີກກິດຈະກໍາໃດໜຶ່ງທີ່ກໍ່ໃຫ້ເກີດຜົນສະທ້ອນອັນບໍ່ດີຕໍ່ຄວາມຫຼາກຫຼາຍດ້ານຊີວະພາບທີ່ເກີດຈາກການນໍາໃຊ້ເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 8.ຮັບແລະພິຈາລະນາແກ້ໄຂຄໍາສະເໜີຂອງປະຊາຊົນແລະພາກສ່ວນທີ່ກ່ຽວຂ້ອງກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 9.ປຶກສາຫາລືກ່ຽວກັບວຽກງານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 10.ສ້າງ,ບໍາລຸງຍົກລະດັບພະນັກງານວິຊາການພ້ອມທັງສຶກສາອົບຮົມສ້າງຈິດສໍານຶກດ້ານເຕັດໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາໃຫ້ທຸກພາກສ່ວນຂອງສັງຄົມໃນທົ່ວປະເທດໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງແລະອົງການປົກຄອງທ້ອງຖິ່ນ; 11.ຈັດຕັ້ງເຜີຍແຜ່,ສັງລວມແລະຕີລາຄາລະບົບຂໍ້ມູນຂ່າວສານດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 12.ປະສານງານແລະຮ່ວມມືກັບສາກົນໃນຂົງເຂດເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 13.ສະຫຼຸບລາຍງານການເຄື່ອນໄຫວວຽກງານກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບໃຫ້ລັດຖະບານຢ່າງເປັນປົກກະຕິ; 14.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ມາດຕາ63ສິດແລະໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ ໃນການຄຸ້ມຄອງວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ; 2.ສ້າງແລະຈັດຕັ້ງປະຕິບັດແຜນການດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາໂດຍອີງໃສ່ແຜນການລວມຂອງກະຊວງວິທະຍາສາດແລະເຕັກໂນໂລຊີ; 3.ສຶກສາວິໄຈແລະແກ້ໄຂບັນຫາກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາທີ່ຕັດພັນກັບທ້ອງຖິ່ນຂອງຕົນ; 4.ຕິດຕາມການຈັດຕັ້ງປະຕິບັດລະບຽບກົດໝາຍທີ່ພົວພັນກັບຂະແໜງການທ້ອງຖິ່ນຂອງຕົນກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 5.ຮັບແລະຄົ້ນຄວ້າຄໍາສະເໜີຂອງປະຊາຊົນແລະພາກສ່ວນຕ່າງໆທີ່ພົວພັນກັບຂະແໜງການທ້ອງຖິ່ນຂອງຕົນກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາແລະນໍາສະເໜີໃຫ້ກະຊວງວິທະຍາສາດແລະເຕັກໂນໂລຊີພິຈາລະນາແກ້ໄຂ; 6.ລາຍງານ,ເຂົ້າຮ່ວມປຶກສາຫາລືແລະແລກປ່ຽນປະສົບການດ້ານວິທະຍາສາດແລະເຕັກໂນໂລຊີກັບກະຊວງວິທະຍາສາດແລະເຕັກໂນໂລຊີແລະພາກສ່ວນທີ່ກ່ຽວຂ້ອງພາຍໃນຂະແໜງການທ້ອງຖິ່ນຂອງຕົນເພື່ອແກ້ໄຂບັນຫາກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 7.ສ້າງ,ບໍາລຸງຍົກລະດັບພະນັກງານວິຊາການທາງດ້ານວິທະຍາສາດແລະເຕັກໂນໂລຊີ,ສຶກສາອົບຮົມ,ສ້າງຈິດສໍານຶກກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາໃຫ້ແກ່ປະຊາຊົນແລະພາກສ່ວນຕ່າງໆ; 8.ເກັບກໍາສັງລວມ,ຄົ້ນຄວ້າແລະເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 9.ປະສານງານແລະຮ່ວມມືກັບສາກົນກ່ຽວກັບເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາຕາມການມອບໝາຍ; 10.ສະຫຼຸບລາຍງານການເຄື່ອນໄຫວວຽກງານກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບໃຫ້ກະຊວງວິທະຍາສາດແລະເຕັກໂນໂລຊີແລະເຈົ້າແຂວງ,ເຈົ້າຄອງນະຄອນຢ່າງເປັນປົກກະຕິ; 11.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ມາດຕາ64ສິດແລະໜ້າທີ່ຂອງຫ້ອງການວິທະຍາສາດແລະເຕັກໂນໂລຊີເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຫ້ອງການວິທະຍາສາດແລະເຕັກໂນໂລຊີເມືອງ,ເທດສະບານມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ສ້າງແລະຈັດຕັ້ງປະຕິບັດແຜນການ,ລະບຽບການຄວາມປອດໄພດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາພາຍໃນເມືອງແລະເທດສະບານຂອງຕົນໂດຍອີງໃສ່ແຜນການແລະລະບຽບການຂອງພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນທີ່ຕົນຂຶ້ນກັບ; 2.ສຶກສາວິໄຈແລະແກ້ໄຂບັນຫາກ່ຽວກັບເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 3.ຕິດຕາມການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 4.ຮັບແລະຄົ້ນຄວ້າຄໍາສະເໜີຂອງປະຊາຊົນແລະພາກສ່ວນຕ່າງໆກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາແລະນໍາສະເໜີໃຫ້ພະແນກວິທະຍາສາດແລະເຕັກໂນໂລຊີພິຈາລະນາແກ້ໄຂ; 5.ເຂົ້າຮ່ວມປຶກສາຫາລືແລະແລກປ່ຽນປະສົບການທາງດ້ານວິທະຍາສາດແລະເຕັກໂນໂລຊີກັບໜ່ວຍງານຄຸ້ມຄອງແລະກວດກາແຂວງ,ນະຄອນ,ອົງການປົກຄອງທ້ອງຖິ່ນແລະຫ້ອງການອື່ນທີ່ກ່ຽວຂ້ອງເພື່ອແກ້ໄຂບັນຫາກ່ຽວກັບເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 6.ສຶກສາອົບຮົມແລະສ້າງຈິດສໍານຶກຄວາມຮັບຮູ້ກ່ຽວກັບເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາໃຫ້ແກ່ປະຊາຊົນແລະພາກສ່ວນຕ່າງໆ; 7.ເກັບກໍາສັງລວມຄົ້ນຄວ້າແລະເຜີຍແຜ່ຂໍ້ມູນຂ່າວສານດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 8.ສະຫຼຸບລາຍງານການເຄື່ອນໄຫວວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາໃຫ້ພະແນກວິທະຍາສາດແລະເຕັກໂນໂລຊີແລະເຈົ້າເມືອງ,ຫົວໜ້າເທດສະບານຢ່າງເປັນປົກກະຕິ; 9.ປະຕິບັດສິດແລະໜ້າທີ່ອື່ນຕາມກໍານົດໄວ້ໃນລະບຽບກົດໝາຍແລະຕາມການມອບໝາຍຂອງຂັ້ນເທິງ.
ມາດຕາ65ສິດແລະໜ້າທີ່ຂອງຂະແໜງການອື່ນ ໃນການຄຸ້ມຄອງວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຂະແໜງການອື່ນເປັນຕົ້ນຂະແໜງການຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ,ກະສິກໍາແລະປ່າໄມ້,ສາທາລະນະສຸກ,ອຸດສາຫະກໍາແລະການຄ້າ,ແຜນການແລະການລົງທຶນມີສິດແລະໜ້າທີ່ປະສານສົມທົບແລະຮ່ວມມືກັບຂະແໜງການວິທະຍາສາດແລະເຕັກໂນໂລຊີຕາມພາລະບົດບາດແລະຂອບເຂດຄວາມຮັບຜິດຊອບຂອງຕົນ.
ໝວດທີ2ການກວດກາວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບ
ມາດຕາ66ອົງການກວດກາ ອົງການກວດກາວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບປະກອບດ້ວຍ: 1.ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຕາມທີ່ໄດ້ກໍານົດໄວ້ໃນມາດຕາ61ຂອງກົດໝາຍສະບັບນີ້: 2.ອົງການກວດກພາພາຍນອກຊຶ່ງມີສະພາແຫ່ງຊາດ,ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ,ອົງການກວດສອບແຫ່ງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະສື່ມວນຊົນຕາມກົດໝາຍທີ່ກ່ຽວຂ້ອງ.
ມາດຕາ67ເນື້ອໃນການກວດກາ ການກວດກາວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບແມ່ນການກວດກາທຸກການເຄື່ອນໄຫວກ່ຽວກັບການຄຸ້ມຄອງເປັນຕົ້ນການຄົ້ນຄວ້າ,ການພັດທະນາ,ການບໍລິການແລະການນໍາໃຊ້ເຕັກໂນໂລຊີຊີວະພາບແລະສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາໃຫ້ຖືກຕ້ອງຕາມລະບຽບກົດມາຍແນໃສ່ປ້ອງກັນຄວາມສ່ຽງທີ່ອາດມີຜົນກະທົບອັນບໍ່ດີຕໍ່ຊີວິດແລະສຸຂະພາບຂອງຄົນ,ສັດ,ພືດແລະສິ່ງແວດລ້ອມ.
ມາດຕາ68ຮູບການການກວດກາ ການກວດກາມີສາມຮູບການດັ່ງນີ້: 1.ການກວດກາຕາມຜົກກະຕິຊຶ່ງແມ່ນການກວດກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ; 2.ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າຊຶ່ງແມ່ນການກວດກາໂດຍຮີບດ່ວນຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ. ໃນການດໍາເນີນການກວດກາວຽກງານຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຕ້ອງປະຕິບັດໃຫ້ຖືກຕ້ອງຕາລະບຽບກົດໝາຍຢ່າງເຂັ້ມງວດ.
ພາກທີ9ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ
ມາດຕາ69ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານການຄົ້ນຄວ້າພັດທະນາແລະນໍາໃຊ້ເຕັກໂນໂລຊີຊີວະພາບເຂົ້າໃນການພັດທະນາເສດຖະກິດສັງຄົມແລະປົກປັກຮັກສາສິ່ງແວດລ້ອມຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.
ມາດຕາ70ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັນີ້ຫຼືລະບຽບການຕ່າງໆກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຈະຖືກສຶກສາອົບຮົມ,ຕັກເຕືອນ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍຫຼືລົງໂທດທາງອາຍາຕາມແຕ່ກໍລະນີເບົາຫຼືໜັກ.
ມາດຕາ71ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຫຼືລະບຽບການຕ່າງໆກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບໃນສະຖານເບົາຈະຖືກສຶກສາອົບຮົມແລະກ່າວເຕືອນ.
ມາດຕາ72ມາດຕະການທາງວິໄນ ພະນັກງານທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຊຶ່ງບໍ່ເປັນການກະທໍາຜິດທາງອາຍາ,ກໍ່ຄວາມເສຍຫາຍທີ່ມີມູນຄ່າບໍ່ຫຼວງຫຼາຍ,ບໍ່ຈິງໃຈລາຍງານຈະຖືກລົງວິໄນຕາມແຕ່ລະກໍລະນີດັ່ງນີ້: 1.ກ່າວເຕືອນຄວາມຜິດຕາມລະບຽບກົດໝາຍກ່ຽວກັບລັດຖະກອນພ້ອມທັງບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງຜູ້ກ່ຽວ; 2.ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນ,ການຍ້ອງຍໍ; 3.ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າເກົ່າ; 4.ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ຖືກລົງວິໄນຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນຄືນໃຫ້ແກ່ກັນຈັດຕັ້ງຢ່າງຄົບຖ້ວນ.
ມາດຕາ73ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຈະຖືກປັບໃໝໃນກໍລະນີດັ່ງນີ້: 1.ຖືກຕັກເຕືອນແລະສຶກສາອົບຮົມແຕ່ບໍ່ຂັດຫຼາບ; 2.ສ້າງຜົນກະທົບອັນບໍ່ດີຫຼືກໍ່ຄວາມເສຍຫາຍຕໍ່ການອະນຸລັກແລະການນໍາໃຊ້ຊີວະນາໆພັນແບບຍືນຍົງ; 3.ເຮັດໃຫ້ຄຸນນະພາບສິ່ງແວດລ້ອມເສື່ອມໂຊມລົງເກີນມາດຕະຖານທີ່ໄດ້ກໍານົດໄວ້; 4.ຄົ້ນຄວ້າ,ພັດທະນາ,ບໍລິການແລະນໍາໃຊ້ສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາທີ່ບໍ່ຖືກຕ້ອງຊຶ່ງກໍ່ໃຫ້ເກີດອັນຕະລາຍຕໍ່ຊີວິດ,ສຸຂະພາບຂອງຄົນ,ສັດ,ພືດແລະສິ່ງແວດລ້ອມ; 5.ບໍ່ປະຕິບັດຕາມການກໍານົດໃນບົດລາຍງານກ່ຽວກັບການປະເມີນຄວາມສ່ຽງຂອງສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກໍາ; 6.ປະຕິເສດຫຼືບໍ່ໃຫ້ຄວາມຮ່ວມມືແກ່ພະນັກງານທີ່ກ່ຽວຂ້ອງຂອງລັດ. ສໍາລັບອັດຕາການປັບໃໝໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ74ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ແລະລະບຽບການຕ່າງໆກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຊຶ່ງກໍ່ຄວາມເສຍຫາຍແກ່ຊັບສິນຂອງລັດ,ຂອງລວມໝູ່ຫຼືຂອງບຸກຄົນຈະຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.
ມາດຕາ75ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ແລະລະບຽບການຕ່າງໆກ່ຽວກັບຄວາມປອດໄພດ້ານເຕັກໂນໂລຊີຊີວະພາບຊຶ່ງເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມກົດໝາຍອາຍາຕາມແຕ່ກໍລະນີເບົາຫຼືໜັກ.
ມາດຕາ76ມາດຕະການໂທດເພີ່ມ ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດໄວ້ໃນມາດຕາ75ຂອງກົດໝາຍສະບັບນີ້ຜູ້ກະທໍາຜິດຈະຖືກປະຕິບັດມາດຕະການໂທດເພີ່ມອີກເຊັ່ນໂຈະ,ຖອນໃບອະນຸຍາດຫຼືຍຸບເລີກກິດຈະການແລະຮິບພາຫະນະອຸປະກອນທີ່ນໍາໃຊ້ເຂົ້າໃນການກະທໍາຜິດນັ້ນ.
ພາກທີ10ບົບບັນຍັດສຸດທ້າຍ
ມາດຕາ77ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.
ມາດຕາ78ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.
ປະທານສະພາແຫ່ງຊາດ