ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ 02-07-2007

From Wikisource
Jump to navigation Jump to search

.ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ 02-07-2007


..ໝວດທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກໍານົດຫຼັກການ,ລະບຽບການແລະມາດຕະການຕ່າງໆກ່ຽວກັບການຈັດ ຕັ້ງແລະການເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອຮັບປະກັນໃຫ້ກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີຄວາມໜັກ ແໜ້ນທາງດ້ານການເມືອງແນວຄິດ,ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ,ມີລະບຽບວິໄນເຂັ້ມງວດ, ແບບແຜນວິທີເຮັດວຽກນັບມື້ນັບກ້າວໜ້າແລະປະຊາຊົນບັນດາເຜົ່າ, ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ,ຄວາມສະຫງົບແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ...ມາດຕາສອງກໍາລັງປ້ອງກັນຄວາມສະຫງົບຂອງປະຊາຊົນ

ມາດຕາສອງກໍາລັງປ້ອງກັນຄວາມສະຫງົບຂອງປະຊາຊົນ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນແມ່ນກໍາລັງປະ ກອບອາວຸດຂອງພັກ-ລັດ,ມາຈາກປະຊາຊົນ,ໂດຍປະຊາຊົນແລະຮັບ ໃຊ້ປະຊາຊົນບັນດາເຜົ່າໃນການປົກປັກຮັກສາຄວາມສະຫງົບຂອງປະ ເທດຊາດແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ເປັນກໍາລັງ ທີ່ມີຫຼາຍເຫຼົ່າລົບຊຶ່ງປະກອບດ້ວຍນັກຮົບຊັ້ນສອງເຖິງນາຍພົນທີ່ມີເຄື່ອງ ແບບ,ເຄື່ອງໝາຍຊັ້ນ,ເຄື່ອງໝາຍເຫຼົ່າລົບສະເພາະແລະເປັນບຸກຄົນ ຊຶ່ງໄດ້ຮັບການຄັດເລືອກ,ບັນຈຸ,ແຕ່ງຕັ້ງຕາມກົດໝາຍສະບັບນີ້. ນອກຈາກນີ້ກໍາລັງປ້ອງກັນຄວາມສະຫງົບປະຊາຊົນຍັງປະ ກອບດ້ວຍກໍາລັງເຄິ່ງອາຊີບຊຶ່ງໄດ້ຮັບການແຕ່ງຕັ້ງໃຫ້ເຮັດໜ້າທີ່ປົກ ປັກຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງ ຄົມຢູ່ຮາກຖານ. ...ມາດຕາສາມການອະທິບາຍຄໍາສັບ

ມາດຕາສາມການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ປກສໝາຍເຖິງປ້ອງກັນຄວາມສະຫງົບ. 2. ກໍາລັງປ້ອງກັນຄວາມສະຫງົບປະຊາຊົນໝາຍເຖິງກໍາ ລັງທີ່ເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບແລະຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມຊຶ່ງປະກອບດ້ວຍກໍາລັງອາຊີບແລະເຄິ່ງອາຊີບ. 3. ກໍາລັງອາຊີບໝາຍເຖິງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນທີ່ໄດ້ຮັບການກໍ່ສ້າງ,ບໍາລຸງວິຊາສະເພາະຢ່າງເປັນລະບົບ, ຖືກບັນຈຸເຂົ້າໃນກົງຈັກການຈັດຕັ້ງຂອງກະຊວງປ້ອງກັນຄວາມສະຫງົບ ແລະໄດ້ຮັບການປະກອບອາວຸດ,ເຕັກນິກວິຊາສະເພາະຢ່າງຄົບຖ້ວນ. 4. ກໍາລັງເຄິ່ງອາຊີບໝາຍເຖິງກໍາລັງປ້ອງກັນຮັກສາ ຄວາມສະຫງົບຂອງບ້ານ,ປ້ອງກັນພາຍໃນ,ປ້ອງກັນຕົນແລະບໍລິການ ຄວາມປອດໄພທີ່ເຮັດວຽກງານປ້ອງກັນຄວາມສະຫງົບຢູ່ຮາກຖານ ບ້ານ,ສໍານັກງານ,ອົງການ,ຫົວໜ່ວຍທຸລະກິດຕ່າງໆຊຶ່ງບໍ່ໄດ້ຮັບການ ປະດັບຊັ້ນຄືກັນກັບກໍາລັງອາຊີບ. 5. ກໍາລັງວິຊາສະເພາະຕໍາຫຼວດໝາຍເຖິງກໍາລັງທີ່ເຮັດ ໜ້າທີ່ຜົກປັກຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ,ປ້ອງກັນ,ສະກັດກັ້ນ,ຕ້ານອາຊະຍາກໍາ,ດໍາເນີນຄະດີອາ ຍາ,ຄຸ້ມຄອງພົນລະເມືອງ,ການຈະລາຈອນ,ກັນແລະສະກັດກັ້ນອັກຄີໄພ. 6. ກໍາລັງຕໍາຫຼວດສັນຕິບານໝາຍເຖິງກໍາລັງທີ່ເຮັດໜ້າ ທີ່ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ,ປ້ອງກັນ,ສະກັດ ກັ້ນ,ຕໍ່ສູ້,ທັບມ້າງກົນອຸບາຍແລະການເຄື່ອນໄຫວທໍາລາຍຄວາມໝັ້ນຄົງ ຂອງປະເທດຊາດ. 7. ການປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ໝາຍເຖິງການຊອກຮູ້,ສະກັດກັ້ນແລະຕ້ານກົນອຸບາຍມ້າງເພທໍາລາຍ ຄວາມໝັ້ນຄົງຂອງປະເທດຊາດ. 8. ການປົກປັກຮັກສາຄວາມສະຫງົບແລະຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມໝາຍເຖິງການຊອກຮູ້,ສະກັດກັ້ນ,ຕ້ານອາດ ຊະຍາກໍາແລະປາກົດການຫຍໍ້ທໍ້ອື່ນໆໃນສັງຄົມ. 9. ອາຊະຍາກໍາໝາຍເຖິງການກະທໍາຜິດທາງອາຍາ. 10. ນາຍແລະພັນຕໍາຫຼວດໝາຍເຖິງກໍາລັງປ້ອງກັນຄວາມ ສະຫງົບປະຊາຊົນອາຊີບ. 11. ນາຍຕໍາຫຼວດໝາຍເຖິງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນອາຊີບຜູ້ມີຊັ້ນແຕ່ຮ້ອຍຕີເຖິງນາຍພົນ. 12. ພົນຕໍາຫຼວດໝາຍເຖິງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນອາຊີບຜູ້ມີຊັ້ນແຕ່ນັກຮົບຊັ້ນຂອງເຖິງວາທີຮ້ອຍຕີ. 13. ຊັ້ນສອງໝາຍເຖິງຊັ້ນຕໍ່າສຸດຂອງກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນ. 14. ວາທີຮ້ອຍຕີໝາຍເຖິງຊັ້ນກຽມຮ້ອຍຕີ. 15. ປກສກຸ່ມບ້ານໝາຍເຖິງກໍາລັງອາຊີບຊຶ່ງປະຕິບັດໜ້າ ທີ່ຢູ່ຕາມກຸ່ມບ້ານພັດທະນາແລະຂຶ້ນກັບປກສເມືອງ. 16. ປກສບ້ານໝາຍເຖິງກໍາລັງເຄິ່ງອາຊີບທີ່ເຮັດວຽກງານ ປ້ອງກັນຄວາມສະຫງົບຢູ່ບ້ານ. ...ມາດຕາສີ່ຫຼັກການຈັດຕັ້ງແລະການເຄື່ອນໄຫວ

ມາດຕາສີ່ຫຼັກການຈັດຕັ້ງແລະການເຄື່ອນໄຫວ ໃນການຈັດຕັ້ງແລະການເຄື່ອນໄຫວຂອງຕົນກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນປະຕິບັດຫຼັກການພື້ນຖານດັ່ງນີ້: 1. ຢູ່ພາຍໃຕ້ການນໍາພາເດັດຂາດ,ໂດຍກົງແລະຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ. 2. ປະທານປະເທດເປັນຜູ້ບັນຊາການສູງສຸດຂອງກໍາລັງ ປ້ອງກັນຄວາມສະຫງົບຂອງປະຊາຊົນ. 3. ນາຍົກລັດຖະມົນຕີເປັນຜູ້ຊີນໍາ,ນໍາພາລວມແລະກວດກາ ການຈັດຕັ້ງແລະການເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບປະ ຊາຊົນ. 4. ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບເປັນ ຜູ້ບັນຊາໂດຍກົງກໍາລັງປ້ອງກັນຄວາມສະຫງົບປະຊາຊົນທັງເປັນຜູ້ຈັດ ຕັ້ງ,ນໍ້າພາ,ຊີ້ນໍາ,ບັນຊາ,ຄຸ້ມຄອງແລະກວດກາຕາມສາຍຕັ້ງວິຊາສະ ເພາະ.ການຈັດຕັ້ງປະຕິບັດໜ້າທີ່ຂອງກໍາລັງປ້ອງກັນຄວາມສະຫງົບປະ ຊາຊົນ. 5. ຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຕ່ລະຂັ້ນ ເປັນຜູ້ຊີ້ນໍາ,ນໍາພາແລະກວດກາໂດຍກົງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ. 6. ນາຍແລະພົນຕໍາຫຼວດທີ່ມີຕໍາແໜ່ງຫຼືຊັ້ນສູງກວ່າແມ່ນ ຂັ້ນເທິງຂອງນາຍແລະພົນຕໍາຫຼວດຜູ້ທີ່ມີຕໍາແໜ່ງຫຼືຊັ້ນຕໍ່າກວ່າ: ຜູ້ທີ່ມີຕໍາແໜ່ງສູງກວ່າແຕ່ມີຊັ້ນເທົ່າກັນຫຼືຕໍ່າກວ່າແມ່ນ ຂັ້ນເທິງຂອງຜູ້ທີ່ມີຊັ້ນເທົ່າກັນຫຼືສູງກວ່າ. 7. ປະຕິບັດຫຼັກການລວມສູນປະຊາທິປະໄຕ,ຜູ້ບັນຊາການ ຂັ້ນລຸ່ມຕ້ອງມີຄວາມຮັບຜິດຊອບຕໍ່ຜູ້ບັນຊາການຂັ້ນເທິງໃນການຈັດຕັ້ງ ປະຕິບັດວຽກງານຂອງກົມກອງທີ່ຕົນຮັບຜິດຊອບ. 8. ເປັນຜູ້ປົກປ້ອງກົດໝາຍ,ເຄື່ອນໄຫວຕາມລັດຖະທໍາມະ ນູນແລະກົດໝາຍ,ອີງໃສ່ປະຊາຊົນແລະຢູ່ໃຕ້ການກວດກາຂອງປະຊາ ຊົນ.


...ມາດຕາຫ້ານະໂຍບາຍຂອງລັດຕໍ່ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ

ມາດຕາຫ້ານະໂຍບາຍຂອງລັດຕໍ່ກໍາລັງປ້ອງກັນຄວາມສະຫງົບປະຊາ ຊົນ ລັດມີນະໂຍບາຍສົ່ງເສີມກໍ່ສ້າງແລະພັດທະນາກໍາລັງປ້ອງ ກັນຄວາມສະຫງົບປະຊາຊົນໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານ,ມີຄວາມ ໜັກແໜ້ນທາງດ້ານການເມືອງແນວຄິດ,ຄວາມຮູ້,ຄວາມສາມາດ;ປະ ກອບພາຫະນະ,ອາວຸດຍຸດໂທປະກອນ,ເຕັກນິກ,ເຕັກໂນໂລຊີທີ່ທັນສະ ໄໝ;ສະໜອງງົບປະມານ,ແກ້ໄຂຊີວິດການເປັນຢູ່ທາງດ້ານວັດຖຸແລະ ຈິດໃຈໃຫ້ກໍາລັງປ້ອງກັນຄວາມສະຫງົບປະຊາຊົນເພື່ອຮັບປະກັນໃຫ້ເຮັດ ສໍາເລັດໜ້າທີ່ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ,ຄວາມ ສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ຊີວິດ,ຊັບສິນ, ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ.

...ມາດຕາຫົກພັນທະຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ

ມາດຕາຫົກພັນທະຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີພັນທະດັ່ງນີ້: 1. ປັກປັກຮັກສາພັກປະຊາຊົນປະຕິວັດລາວແລະລັດແຫ່ງ ສປປລາວທັງເຂົ້າຮ່ວມໃນການສ້າງສາພັດທະນາປະເທດຊາດ. 2. ປົກປ້ອງອຸດົມການສັງຄົມນິຍົມ,ຮັບໃຊ້ປະເທດຊາດແລະ ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ. 3. ຝຶກຝົນຫຼໍ່ຫຼອມຄົນສົມບັດສິນທໍາປະຕິວັດ,ຈັນຍາທໍາຂອງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ;ຮໍ່າຮຽນ,ຝຶກແອບວິຊາສະ ເພາະໃຫ້ຊໍານິຊໍານານແລະເຄົາລົບນັບຖືຮີດຄອງປະເພນີອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ. 4. ກຽມພ້ອມປະຕິບັດໜ້າທີ່ແລະສູ້ຮົບ,ຍອມເສຍສະລະຊີວິດ ເພື່ອປະເທດຊາດແລະປະຊາຊົນລາວບັນດາເຜົ່າ. 5. ເຄົາລົບການຈັດຕັ້ງ,ປະຕິບັດມະຕິຄໍາສັ່ງຂອງຜູ້ບັງຄັບ ບັນຊາ,ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ແລະເດັດຂາດ. 6. ປົກປ້ອງແລະຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມງວດ. 7. ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ. ...ມາດຕາເຈັດພັນທະຂອງສັງຄົມ

ມາດຕາເຈັດພັນທະຂອງສັງຄົມ ການປ້ອງກັນຄວາມສະຫງົບແມ່ນວຽກງານຂອງທົ່ວປວງ ຊົນ;ບຸກຄົນແລະການຈັດຕັ້ງມີພັນທະປົກປັກຮັກສາຄວາມສະຫງົບແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມດ້ວຍການເຂົ້າຮ່ວມ,ຊ່ວຍ ເຫຼືອ,ປະກອບພາຫະນະ,ຊັບສິນແລະອື່ນໆທີ່ຈໍາເປັນຕາມຄວາມສາມາດ ຕົວຈິງໃຫ້ແກ່ວຽກງານດັ່ງກ່າວ.

...ມາດຕາແປດການພົວພັນຮ່ວມມືສາກົນ

ມາດຕາແປດການພົວພັນຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ, ສາກົນກ່ຽວກັບວຽກງານປ້ອງກັນຄວາມສະຫງົບບົນພື້ນຖານແນວທາງ ການຕ່າງປະເທດດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກ ໂນໂລຢີ,ການກໍ່ສ້າງຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະໃຫ້ກໍາ ລັງປ້ອງກັນຄວາມສະຫງົບປະຊາຊົນແລະການແກ້ໄຂບັນຫາຕ່າງໆທີ່ ພົວພັນເຖິງວຽກງານປ້ອງກັນຄວາມສະຫງົບ. ..ໝວດທີສອງທີ່ຕັ້ງ,ພາລະບົດບາດ,ໜ້າທີ່,ຂອບເຂດສິດແລະຄວາມຮັບຜິດຊອບຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ


...ມາດຕາເກົ້າທີ່ຕັ້ງແລະພາລະບົດບາດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນອາຊີບ

ມາດຕາເກົ້າທີ່ຕັ້ງແລະພາລະບົດບາດຂອງກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນອາຊີບ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນອາຊີບແມ່ນກໍາ ລັງປະກອບອາວຸດທີ່ຂຶ້ນກັບກະຊວງປ້ອງກັນຄວາມສະຫງົບຊຶ່ງເປັນເສ ນາທິການໃຫ້ແກ່ລັດຖະບານໃນວຽກງານປ້ອງກັນຄວາມສະຫງົບ,ມີ ພາລະບົດບາດປົກປັກຮັກສາຄວາມໝັ້ນຄົງຂອງຊາດ,ລະບອບປະຊາ ທິປະໄຕປະຊາຊົນ,ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ,ປົກປ້ອງຜົນປະໂຫຍດຂອງລັດແລະລວມໝູ່,ສິດແລະຜົນ ປະໂຫຍດອັນຊອບທໍາຂອງພົນລະເມືອງ.

...ມາດຕາສິບໜ້າທີ່

ມາດຕາສິບໜ້າທີ່ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນອາຊີບມີໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ເຊື່ອມຊຶມ,ຜັນຂະຫຍາຍແລະຈັດຕັ້ງປະຕິບັດ ແນວທາງ,ແຜນນະໂຍບາຍ,ມະຕິ,ຄໍາສັ່ງຂອງພັກ,ລະບຽບກົດໝາຍ ຂອງລັດ,ກົດລະບຽບ,ຂໍ້ຕົກລົງແລະມະຕິຄໍາສັ່ງຂອງກະຊວງປ້ອງກັນ ຄວາມສະຫງົບ. 2. ປ້ອງກັນຜູ້ນໍາພັກ-ລັດຂັ້ນຕ່າງໆ,ແຂກຕ່າງປະເທດ,ທີ່ຕັ້ງ ກິດຈະການສໍາຄັນ,ກອງປະຊຸມ,ງານບຸນຕ່າງໆ,ບັນດາການຈັດຕັ້ງພາຍ ໃນແລະຕ່າງປະເທດປະຈໍາລາວ,ຊີວິດ,ຊັບສົນ,ຜົນປະໂຫຍດຂອງລັດ, ລວມໝູ່,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ,ຮັບປະກັນ ຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບແລະຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ. 3. ໂຄສະນາເຜີຍແຜ່ແນວທາງນະໂຍບາຍ,ລະບຽບກົດ ໝາຍກ່ຽວກັບວຽກງານປ້ອງກັນຄວາມສະຫງົບ,ປຸກລະດົມຂົນຂວາຍ ປະຊາຊົນລາວບັນດາເຜົ່າ,ກໍ່ສ້າງຮາກຖານການເມືອງ,ສ້າງທ່າສະ ໜາມປ້ອງກັນຄວາມສະຫງົບໃນຂອບເຂດທົ່ວປະເທດ. 4. ປັບປຸງ,ກໍ່ສ້າງກໍາລັງໃຫ້ໜັກແໜ້ນທາງດ້ານການ ເມືອງແນວຄິດ,ເຂັ້ມແຂງທາງດ້ານການຈັດຕັ້ງ,ມີລະດັບຄວາມຮູ້ຄວາມ ສາມາດທາງດ້ານວິຊາສະເພາະ,ມີລະບຽບວິໄນເຂັ້ມງວດ,ມີແບບແຜນ ທັນສະໄໝ,ວິທະຍາສາດ,ເຕັກໂນໂລຊີທີ່ກ້າວໜ້າເພື່ອເຮັດສໍາເລັດໜ້າ ທີ່ຂອງຕົນ. 5. ກວດກາການເຄົາລົບແລະການປະຕິບັດກົດໝາຍຢູ່ໃນ ສັງຄົມ. 6. ປ້ອງກັນ,ສະກັດກັ້ນ,ຕ້ານທຸກກົນອຸບາຍເລ່ຫຼ່ຽມທີ່ຫວັງ ທໍາລາຍມ້າງເພ,ແບ່ງແຍກ,ສ້າງຄວາມປັ່ນປ່ວນກໍ່ຄວາມບໍ່ສະຫງົບໃນ ດິນແດນຂອງສປປລາວ,ຄ້ານອາຊະຍາກໍາແລະຮັກສາຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ. 7. ກຽມພ້ອມສູ້ຮົບ,ສູ້ຮົບພິລາອາດຫານ,ຍອມເສຍສະຫຼະ ຊີວິດເພື່ອປະເທດຊາດແລະປະຊາຊົນລາວບັນດາເຜົ່າ.ຍາມໃດກໍ່ຖືເອົາ ຜົນປະໂຫຍດສ່ວນລວມສູງກວ່າຜົນປະໂຫຍດສ່ວນຕົວ. 8. ຮັກສາຄວາມລັບຂອງປະເທດຊາດແລະຂອງກໍາລັງປ້ອງ ກັນຄວາມສະຫງົບປະຊາຊົນຢ່າງເດັດຂາດ. 9. ປະຕິບັດຫຼັກການລວມສູນປະຊາທິປະໄຕ,ສ້າງຄວາມ ສາມັກຄີເປັນເອກະພາບພາຍໃນ,ຕິຊົມຕົນເອງແລະຕິຊົມກັນເພື່ອພ້ອມ ກັນກ້າວໜ້າ;ເຄົາລົບນັບຖືວັດທະນະທໍາ,ຮີດຄອງປະເພນີອັນດີງາມຂອງ ປະຊາຊົນບັນດາເຜົ່າ. 10. ເກັບກໍາ,ຄົ້ນຄວ້າ,ຕິລາຄາ,ຄາດຄະເນສະພາບການ ເພື່ອນໍາສະເໜີຕໍ່ຂັ້ນເທິງແລ້ວວາງທິດທາງຈັດຕັ້ງປະຕິບັດ. 11. ຄົ້ນຄວ້າວິທະຍາສາດ,ກົດໝາຍ,ສະຫຼຸບຖອດຖອນບົດ ຮຽນ,ສັງລວມພຶດຕິກໍາກ່ຽວກັບວຽງກງານປ້ອງກັນຄວາມສະຫງົບ. 12. ຄຸ້ມຄອງຊິວິດການເປັນຢູ່ທາງດ້ານວັດຖຸແລະຈິດໃຈ ຂອງນາຍແລະພົນຕໍາຫຼວດບົນພື້ນຖານຍົກສູງຈິດໃຈເພິ່ງຕົນເອງກຸ້ມຕົນ ເອງແລະອອກແຮງສ້າງພະລາທິການກັບທີ່ຕິດພັນກັບວຽກງານວິຊາສະ ເພາະ. 13. ປະສານສົມທົບຢ່າງກົມກຽວລະຫວ່າງຍຸດທະສາດ ປ້ອງກັນຄວາມສະຫງົບແຫ່ງຊາດກັບການພັດທະນາເສດຖະກິດ-ສັງຄົມ; ຮ່ວມມືແລະປະສານສົມທົບກັບບັນດາຂະແໜງການອື່ນເປັນຕົ້ນຂະແໜງ ການປ້ອງກັນຊາດ,ອົງການໄອຍະການປະຊາຊົນ,ສານປະຊາຊົນ,ຄົມ ມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ,ສາທາລະນະສຸກ,ການຕ່າງປະເທດ ແລະອົງການປົກຄອງທ້ອງຖິ່ນໃນວຽກງານປ້ອງກັນຄວາມສະຫງົບ. 14. ກໍ່ສ້າງຮາກຖານການເມືອງ,ເຂົ້າຮ່ວມການພັດທະ ນາເສດຖະກິດ,ວັດທະນະທໍາ-ສັງຄົມແລະຊ່ວຍເຫຼືອປະຊາຊົນລາວບັນ ດາເຜົ່າ. 15. ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ...ມາດຕາສິບເອັດຂອບເຂດສິດ

ມາດຕາສິບເອັດຂອບເຂດສິດ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີສິດດັ່ງນີ້: 1. ກວດກາການເຄົາລົບແລະການປະຕິບັດກົດໝາຍໃນສັງ ຄົມເພື່ອປົກປັກຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ,ຊີວິດ,ຊັບສິນ,ຜົນປະໂຫຍດຂອງລັດແລະລວມໝູ່,ສິດແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ. 2. ຈັດຕັ້ງ,ວາງກໍາລັງຢູ່ໃນພື້ນທີ່,ຂົງເຂດ,ຂະແໜງການທີ່ ເຫັນວ່າຈໍາເປັນ. 3. ຊອກຮູ້,ເກັບກໍາ,ຄົ້ນຄວ້າ-ວິໃຈ,ນໍາໃຊ້ຂໍ້ມູນຂ່າວສານທີ່ ກ່ຽວພັນກັບວຽກງານປ້ອງກັນຄວາມສະຫງົບແລະຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ. 4. ທວງໃຫ້ການຈັດຕັ້ງແລະບຸກຄົນທີ່ກ່ຽວຂ້ອງໃຫ້ຄວາມ ຮ່ວມມື,ສະໜອງຂໍ້ມູນຂ່າວສານທີ່ພົວພັນເຖິງຄວາມໝັ້ນຄົງແລະຄວາມ ສະຫງົບຂອງປະເທດຊາດ. 5. ອອກຄໍາສັງໂຈະຫຼືໃຫ້ຢຸດເຊົາຊົ່ວຄາວການເຄື່ອນໄຫວ ຂອງການຈັດຕັ້ງຫຼືບຸກຄົນທີ່ແຕະຕ້ອງເຖິງຄວາມໝັ້ນຄົງຂອງປະເທດ ຊາດ,ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນ ກໍລະນີຈໍາເປັນຮີບດ້ວນແລ້ວນໍາສະເໜີຂັ້ນເທິງໃຫ້ທິດຊີ້ນໍາ. 6. ປະກອບແລະນໍາໃຊ້ອາວຸດ,ຍານພາຫະນະ,ເຄື່ອງມື,ອຸ ປະກອນເຕັກນິກວິຊາສະເພາະຕາມລະບຽບການຂອງກະຊວງປ້ອງກັນ ຄວາມສະຫງົບວາງອອກເພື່ອຮັບປະກັນການປະຕິບັດໜ້າທີ່ຂອງຕົນ. 7. ສືບສວນ-ສອບສວນຄະດີອາຍາ,ນໍາໃຊ້ມາດຕະການສືບ ສວນ-ສອບສວນແລະມາດຕະການສະກັດກັ້ນເຊັ່ນ:ການກັກຕົວ,ການຈັບ ຕົວ,ການປ່ອຍຕົວ,ການກວດຄົ້ນ,ການຍຶດຊັບຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍການດໍາເນີນຄະດີອາຍາ. 8. ຮໍ່າຮຽນ,ຍົກລະດັບ,ຮັບຕໍາແໜ່ງໜ້າທີ່,ປະດັບຊັ້ນ, ເລື່ອນຊັ້ນ,ຮັບນະໂຍບາຍຕ່າງໆຕາມລະບຽບກົດໝາຍ,ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາຂອງຕົນ. 9. ເຂົ້າຮ່ວມທຸກການເຄື່ອນໄຫວທາງດ້ານການເມືອງ,ເສດ ຖະກິດ,ວັດທະນະທໍາ-ສັງຄົມແລະການຕ່າງປະເທດຕາມລະບຽບການ. 10. ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.


...ມາດຕາສິບສອງຄວາມຮັບຜິດຊອບ

ມາດຕາສິບສອງຄວາມຮັບຜິດຊອບ ຄວາມຮັບຜິດຊອບຂອງນາຍແລະພົນຕໍາຫຼວດມີດັ່ງນີ້: 1. ນາຍຕໍາຫຼວດມີຄວາມຮັບຜິດຊອບນໍາພາ,ຊີ້ນໍາ,ບັນຊາ, ຄຸ້ມຄອງກົມກອງ,ເຫຼົ່າລົບວິຊາສະເພາະທັງຈັດຕັ້ງປະຕິບັດວຽກງານຕົວ ຈິງໃນຄວາມຮັບຜິດຊອບຂອງຕົນ. 2. ພົນຕໍາຫຼວດມີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ຕາມການນໍາພາ,ຊີ້ນໍາ,ບັນຊາຂອງຂັ້ນເທິງຢ່າງເຂັ້ມງວດ. 3. ນາຍແລະພົນຕໍາຫຼວດລ້ວນແຕ່ມີຄວາມຮັບຜິດຊອບຕໍ່ຜົນ ສໍາເລັດແລະຂໍ້ຂາດຕົກບົກພ່ອງຂອງຕົນໃນການປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ. ...ມາດຕາສິບສາມທີ່ຕັ້ງ,ພາລະບົດບາດ,ໜ້າທີ່,ຂອບເຂດສິແລະຄວາມຮັບຜິດຊອບຂອງກໍາລັງເຄິ່ງອາຊີບປ້ອງກັນຄວາມສະຫງົບ

ມາດຕາສິບສາມທີ່ຕັ້ງ,ພາລະບົດບາດ,ໜ້າທີ່,ຂອບເຂດສິແລະຄວາມຮັບ ຜິດຊອບຂອງກໍາລັງເຄິ່ງອາຊີບປ້ອງກັນຄວາມສະຫງົບ ທີ່ຕັ້ງ,ພາລະບົດບາດ,ໜ້າທີ່,ຂອບເຂດສິດແລະຄວາມຮັບ ຜິດຊອບຂອງກໍາລັງເຄິ່ງອາຊີບປ້ອງກັນຄວາມສະຫງົບໄດ້ກໍານົດໄວ້ໃນ ລະບຽບການສະເພາະ.

..ໝວດທີສາມໂຄງປະກອບການຈັດຕັ້ງແລະບຸກຄະລາກອນຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ


...ມາດຕາສິບສີ່ໂຄງປະກອບການຈັດຕັ້ງ

ມາດຕາສິບສີ່ໂຄງປະກອບການຈັດຕັ້ງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີໂຄງປະກອບການ ຈັດຕັ້ງດັ່ງນີ້: -ກະຊວງປ້ອງກັນຄວາມສະຫງົບ. -ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນ. -ກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະ ບານ. -ປກສບ້ານ.

ສໍາລັບການຈັດຕັ້ງລະອຽດຂອງກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນແຕ່ລະຂັ້ນໄດ້ກໍານົດໄວ້ໃນລະບຽບການສະເພາະ. ...ມາດຕາສິບຫ້າໂຄງປະກອບບຸກຄະລາກອນຂັ້ນນໍາພາ,ບັນຊາ

ມາດຕາສິບຫ້າໂຄງປະກອບບຸກຄະລາກອນຂັ້ນນໍາພາ,ບັນຊາ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີໂຄງປະກອບບຸກ ຄະລາກອນຂັ້ນນໍາພາ,ບັນຊາດັ່ງນີ້: ກະຊວງປ້ອງກັນຄວາມສະຫງົບມີລັດຖະມົນຕີວ່າການ,ລັດ ຖະມົນຕີຊ່ວຍວ່າການ,ຫົວໜ້າແລະຮອງຫົວໜ້າກົມໃຫຍ່,ຫົວໜ້າແລະ ຮອງຫົວໜ້າຫ້ອງວ່າການ,ຫົວໜ້າແລະຮອງຫົວໜ້າກົມ,ຫົວໜ້າແລະ ຮອງຫົວໜ້າກອງບັນຊາການ,ຜູ້ອໍານວຍການແລະຮອງຜູ້ອໍານວຍການ ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດແລະອື່ນໆ. ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນມີ ຫົວໜ້າແລະຮອງຫົວໜ້າ. ກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ ມີຫົວໜ້າແລະຮອງຫົວໜ້າ. ປກສບ້ານມີຫົວໜ້າແລະຮອງຫົວໜ້າ. ...ມາດຕາສິບຫົກສິດແລະໜ້າທີ່ຂອງລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ

ມາດຕາສິບຫົກສິດແລະໜ້າທີ່ຂອງລັດຖະມົນຕີວ່າການກະຊວງປ້ອງກັນ ຄວາມສະຫງົບ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບມີສິດ ແລະໜ້າທີ່ດັ່ງນີ້: 1. ນໍາພາ,ຊີ້ນໍາການຜັນຂະຫຍາຍແນວທາງ,ແຜນນະໂຍ ບາຍ,ມະຕິ,ຄໍາສັ່ງ,ລະບຽບກົດໝາຍກ່ຽວກັບວຽກງານປ້ອງກັນຄວາມ ສະຫງົບເປັນແຜນການ,ແຜນງານຂອງຕົນແລ້ວຈັດຕັ້ງປະຕິບັດ. 2. ຄຸ້ມຄອງ,ບັນຊາ,ກວດກາກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ. 3. ສະເໜີສ້າງຫຼືປັບປຸງກົດໝາຍແລະລະບຽບການກ່ຽວກັບ ວຽກງານໃນຂະແໜງການຂອງຕົນ. 4. ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການກ່ຽວ ກັບການຈັດຕັ້ງແລະການເຄື່ອນໄຫວວຽກງານໃນຂະແໜງການຂອງຕົນ ໃຫ້ມີປະສິດທິພາບ. 5. ໂຈະການປະຕິບັດ,ລົບລ້າງລືຍົກເລີກຂໍ້ຕົກລົງ,ຄໍາສັ່ງ, ຄໍາແນະນໍາຫຼືແຈ້ງການທີ່ຂັດກັບລະບຽບກົດໝາຍຂອງການຈັດຕັ້ງຂັ້ນ ລຸ່ມທີ່ຂຶ້ນກັບກະຊວງປ້ອງກັນຄວາມສະຫງົບ. 6. ສະເໜີນາຍົກລັດຖະມົນຕີເພື່ອໂຈະການປະຕິບັດ,ດັດ ແປງ,ລົບລ້າງຫຼືຍົກເລີກນິຕິກໍາຂອງຂະແໜງການອື່ນຫຼືຂອງອົງການ ປົກຄອງທ້ອງຖິ່ນທີ່ຂັດກັບນິຕິກໍາຂອງກະຊວງຕົນຫຼືກໍ່ຄວາມເສຍຫາຍໃຫ້ ແກ່ຄວາມສະຫງົບຂອງປະເທດຊາດ. 7. ປະສານສົມທົບກັບຂະແໜງການຕ່າງໆແລະອົງການປົກ ຄອງທ້ອງຖິ່ນໃນການປະຕິບັດວຽກງານຂອງຂະແໜງການຕົນ. 8. ພົວພັນ,ຮ່ວມມື,ເຊັນສັນຍາແລະອະນຸສັນຍາກັບຕ່າງປະ ເທດຕາມການມອບໝາຍຂອງລັດຖະບານ. 9. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງລັດ ຖະບານຫຼືຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.


...ມາດຕາສິບເຈັດສິດແລະໜ້າທີ່ຂອງລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບ

ມາດຕາສິບເຈັດສິດແລະໜ້າທີ່ຂອງລັດຖະມົນຕີຊ່ວຍວ່າການກະຊວງ ປ້ອງກັນຄວາມສະຫງົບ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບ ມີສິດແລະໜ້າທີ່ດັ່ງນີ້: 1. ເປັນຜູ້ຊ່ວຍລັດຖະມົນຕີວ່າການໃນການນໍາພາ,ຊີ້ນໍາ,ບັນ ຊາວຽກງານລວມຂອງກະຊວງປ້ອງກັນຄວາມສະຫງົບ. 2. ຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງ ລັດຖະມົນຕີວ່າການ. 3. ໃນກໍລະນີທີ່ລັດຖະມົນຕີວ່າການບໍ່ຢູ່ຫຼືບໍ່ສາມາດປະຕິບັດ ໜ້າທີ່ໄດ້ນັ້ນແມ່ນລັດຖະມົນຕີຊ່ວຍວ່າການຜູ້ທີ່ໄດ້ຮັບມອບໝາຍຈາກລັດ ຖະມົນຕີວ່າການເປັນຜູ້ວ່າການແທນ.

...ມາດຕາສິບແປດສິດແລະໜ້າທີ່ຂອງຫົວໜ້າແລະຮອງຫົວໜ້າການຈັດຕ້ອງຂັ້ນຕ່າງໆ

ມາດຕາສິບແປດສິດແລະໜ້າທີ່ຂອງຫົວໜ້າແລະຮອງຫົວໜ້າການຈັດ ຕ້ອງຂັ້ນຕ່າງໆ ສິດແລະໜ້າທີ່ຂອງຫົວໜ້າແລະຮອງຫົວໜ້າການຈັດຕັ້ງ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຂັ້ນຕ່າງໆທີ່ໄດ້ບົ່ງໄວ້ໃນ ມາດຕາສິບສີ່ຂອງກົດໝາຍສະບັບນີ້ໄດ້ກໍານົດໄວ້ໃນລະບຽບການສະ ເພາະ. ..ໝວດທີສີ່ປະເພດ,ແຫຼ່ງທີ່ມາ,ມາດຕະຖານແລະການກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ


...ມາດຕາສິບເກົ້າປະເພດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ

ມາດຕາສິບເກົ້າປະເພດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນແບ່ງອອກເປັນປະ ເພດຕາມວິຊາສະເພາະດັ່ງນີ້: 1. ກໍາລັງຕໍາຫຼວດສັນຕິບານຊຶ່ງເຮັດໜ້າທີ່ປ້ອງກັນ,ສະກັດ ກັ້ນ,ຕໍ່ສູ້,ທັບມ້າງທຸກກົນອຸບາຍແລະການເຄື່ອນໄຫວທໍາລາຍຄວາມໝັ້ນ ຄົງຂອງປະເທດຊາດ. 2. ກໍາລັງວິຊາສະເພາະຕໍາຫຼວດຊຶ່ງເຮັດໜ້າທີ່ປ້ອງກັນ,ສະ ກັດກັ້ນ,ຕ້ານອາຊະຍາກໍາ,ຄຸ້ມຄອງພົນລະເມືອງ,ການຈະລາຈອນ,ກັນ ແລະສະກັດກັ້ນອັກຄີໄພ,ດໍາເນີນຄະດີອາຍາເພື່ອປົກປັກຮັກສາຄວາມສະ ຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. 3. ກໍາລັງວິຊາສະເພາະການເມືອງຊຶ່ງເຮັດໜ້າທີ່ວຽກງານ ການເມືອງ,ແນວຄິດແລະການຈັດຕັ້ງ,ນະໂຍບາຍ,ການກໍ່ສ້າງ,ພັດທະ ນາກໍາລັງແລະວຽກງານອົງການຈັດຕັ້ງມະຫາຊົນ. 4. ກໍາລັງວິຊາສະເພາະເສນາທິການຊຶ່ງເຮັດໜ້າທີ່ຄົ້ນຄ້ວາ ວາງແຜນຍຸດທະສາດ,ວິທະຍາສາດ,ກົດໝາຍ,ກວດກາການປະຕິບັດລະ ບຽບກົດໝາຍ,ນິຕິກໍາອື່ນໆໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແລະເຮັດໜ້າທີ່ວຽກງານບໍລິຫານ. 5. ກໍາລັງວິຊາສະເພາະພະລາທິການຊຶ່ງເຮັດໜ້າທີ່ຮັບປະ ກັນທາງກ້ານພະລາທິການແລະການລ້ຽງດູກໍາລັງ. 6. ກໍາລັງເຄິ່ງອາຊີບປ້ອງກັນຄວາມສະຫງົບຊຶ່ງເຮັດໜ້າ ທີ່ຮັກສາຄວາມສະຫງົບຢູ່ຮາກຖານບ້ານ,ສໍານັກງານ,ອົງການ,ຫົວໜ່ວຍ ທຸລະກິດແລະອື່ນໆ.


...ມາດຕາຊາວແຫຼ່ງທີ່ມາຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ

ມາດຕາຊາວແຫຼ່ງທີ່ມາຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີແຫຼ່ງທີ່ມາດັ່ງນີ້: 1. ພົນລະເມືອງລາວບັນດາເຜົ່າທີ່ໄດ້ສະໝັກແລະສອບເສັງ ຄັດເລືອກເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ. 2. ນັກຮຽນ,ນັກສຶກສາທີ່ໄດ້ຮຽນຈົບວິຊາຊີບໃດໜຶ່ງໂດຍ ມີເງື່ອນໄຂຄົບຖ້ວນ. 3. ພະນັກງານ-ລັດຖະກອນທີ່ໄດ້ຮັບການຄັດເລືອກມາຈາກ ອົງການຈັດຕັ້ງຂອງພັກແລະລັດ. ...ມາດຕາຊາວເອັດມາດຕະຖານຂອງນາຍແລະພົນຕໍາຫຼວດ

ມາດຕາຊາວເອັດມາດຕະຖານຂອງນາຍແລະພົນຕໍາຫຼວດ ນາຍແລະພົນຕໍາຫຼວດມີມາດຕະຖານດັ່ງນີ້: 1. ຕ້ອງເປັນຄົນລາວຖືສັນຊາດລາວມີອາຍຸແຕ່ສິບແປດປີ ຂຶ້ນໄປ. 2. ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ,ມີຄວາມຈົງ ຮັກພັກດີຕໍ່ພັກ-ລັດແລະປະຊາຊົນ,ມີອຸດົມການສັງຄົມນິຍົມ,ມີນໍ້າໃຈຮັກ ຊາດ,ຮັກລະບອບປະຊາທິປະໄຕປະຊາຊົນ,ຈໍາແນກໄດ້ມິດ-ສັດຕູ,ມີ ຄຸນສົມບັດສິນທໍາປະຕິວັດ,ມີນໍ້າໃຈກ້າຫານເສຍສະລະ,ມີສະຕິຕໍ່ການຈັດ ຕັ້ງ,ເຄົາລົບແລະປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ. 3. ມີປະກາດສະນີຍະບັດມັດທະຍົມຕອນປາຍ,ວິຊາຊີບໃດ ໜຶ່ງ,ມີຊີວິປະຫວັດດີ;ສໍາລັບພົນລະເມືອງລາວທີ່ຢູ່ຊົນນະບົດຫ່າງໄກສອກ ຫຼີກຊຶ່ງບໍ່ມີປະກາສະນີຍະບັດມັດທະຍົມຕອນປາຍກໍ່ຈະໄດ້ຮັບການພິຈາລະ ນາເຊັ່ນດຽວກັນ. 4. ມີຄວາມຮູ້ພື້ນຖານດ້ານແນວທາງນະໂຍບາຍຂອງພັກ,ວິ ຊາສະເພາະແລະພາສາຕ່າງປະເທດໃດໜຶ່ງ. 5. ມີສຸຂະພາບແຂງແຮງ,ຮ່າງກາຍສົມບູນ.

ສໍາລັບນາຍຕໍາຫຼວດຕ້ອງມີເງື່ອນໄຂຕື່ມດັ່ງນີ້: - ຂັ້ນນາຍຮ້ອຍຕ້ອງມີປະກາສະນີຍະບັດວິຊາສະເພາະຊັ້ນ ກາງຂຶ້ນໄປຫຼືໄດ້ຜ່ານປະສົບການດ້ານການນໍາພາ,ຊີ້ນໍາ,ບັນຊາແລະ ມີຜົນສໍາເລັດໃນວຽກງານຕົວຈິງ. - ຂັ້ນນາຍພັນຕ້ອງມີປະກາສະນີຍະບັດວິຊາສະເພາະຊັ້ນສູງ ຂຶ້ນໄປແລະມີປະກາສະນີຍະບັດດ້ານທິດສະດີການເມືອງ-ການປົກຄອງ ຊັ້ນກາງຫຼືທຽບເທົ່າຂຶ້ນໄປ.

ຂັ້ນນາຍຮ້ອຍແລະຂັ້ນນາຍພັນທີ່ກ່າວເທິງນີ້ຕ້ອງມີຄວາມ ສາມາດໃນການນໍາພາ,ຊີ້ນໍາ,ບັນຊາ,ມີຄວາມຕື່ນຕົວທາງການເມືອງ ສູງ,ມີຄວາມເປັນແບບຢ່າງນໍາໜ້າແລະມີບົດບາດອິດທິພົນຕໍ່ພະນັກງານ ນັກຮົບ. ...ມາດຕາຊາວສອງການກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ

ມາດຕາຊາວສອງການກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ການກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບປະຊາຊົນແມ່ນ ຄວາມຮັບຜິດຊອບຂອງພາກສ່ວນຕ່າງໆດັ່ງນີ້: 1. ຄະນະພັກ,ຄະນະບັນຊາຂັ້ນຕ່າງໆຂອງກະຊວງປ້ອງກັນ ຄວາມສະຫງົບມີຄວາມຮັບຜິດຊອບກໍ່ສ້າງກໍາລັງຂອງຕົນໃຫ້ເຕີບໃຫຍ່, ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ,ເຂັ້ມແຂງທາງດ້ານ ການຈັດຕັ້ງ,ມີລະບຽບວະໄນເຂັ້ມງວດ,ແບບແຜນວິທີເຮັດວຽກທີ່ນັບມື້ ກ້າວໜ້າແລະທັນສະໄໝ,ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. 2. ອົງການຈັດຕັ້ງຂອງພັກ-ລັດ,ແນວລາວສ້າງຊາດ,ອົງ ການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມແລະພົນລະເມືອງລາວມີ ພັນທະປະກອບສ່ວນກໍ່ສ້າງ,ບໍາລຸງແລະສຶກສາອົບຮົມກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນ. ..ໝວດທີຫ້າລະບົບຂັ້ນແລະຊັ້ນຂອງນາຍແລະພົນຕໍາຫຼວດ


...ມາດຕາຊາວສາມຂັ້ນແລະຊັ້ນຂອງນາຍແລະພົນຕໍາຫຼວດ

ມາດຕາຊາວສາມຂັ້ນແລະຊັ້ນຂອງນາຍແລະພົນຕໍາຫຼວດ ນາຍແລະພົນຕໍາຫຼວດປະກອບມີຫ້າຂັ້ນແລະສິບຫົວຊັ້ນດັ່ງນີ້: 1. ຂັ້ນນັກຮົບມີສອງຊັ້ນຄື:ຊັ້ນສອງ,ຊັ້ນໜຶ່ງ. 2. ຂັ້ນນາຍສິບມີສີ່ຊັ້ນຄື:ຊັ້ນສິບຕີ,ຊັ້ນສິບໂທ,ຊັ້ນສິບເອກ,ຊັ້ນ ວາທີຮ້ອຍຕີ. 3. ຂັ້ນນາຍຮ້ອຍມີສາມຊັ້ນຄື:ຊັ້ນຮ້ອຍຕີ,ຊັ້ນຮ້ອຍໂທ,ຊັ້ນ ຮ້ອຍເອກ. 4. ຊັ້ນນາຍພັນມີສາມຊັ້ນຄື:ຊັ້ນພັນຕີ,ຊັ້ນພັນໂທ,ຊັ້ນພັນເອກ. 5. ຂັ້ນນາຍພົນມີສີ່ຊັ້ນຄື:ຊັ້ນພົນຈັດຕະວາ,ຊັ້ນພົນຕີ,ຊັ້ນພົນ ໂທ,ຊັ້ນພົນເອກ. ...ມາດຕາຊາວສີ່ອາຍຸກະສຽນຂອງນາຍແລະພົນຕໍາຫຼວດ

ມາດຕາຊາວສີ່ອາຍຸກະສຽນຂອງນາຍແລະພົນຕໍາຫຼວດ ອາຍຸກະສຽນຂອງນາຍແລະພົນຕໍາຫຼວດມີດັ່ງນີ້: 1. ອາຍຸກະສຽນປະດັບຊັ້ນແລະເລື່ອນຊັ້ນ: ຂັ້ນນັກຮົບອາຍຸບໍ່ໃຫ້ເກີນຊາວປີ. ຂັ້ນນາຍສິບອາຍຸບໍ່ໃຫ້ເກີນສາມສິບປີ. ຂັ້ນນາຍລ້ອຍອາຍຸບໍ່ໃຫ້ເກີນສີ່ສິບປີ. ຂັ້ນນາຍພັນອາຍຸບໍ່ໃຫ້ເກີນຫ້າສິບປີ. ຂັ້ນນາຍພົນອາຍຸບໍ່ໃຫ້ເກີນຫົກສິບປີ.

2.​ ອາຍຸກະສຽນປະຈໍາການ. ອາຍຸກະສຽນຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ທີ່ປະຈໍາການຢູ່ກະຊວງ,ກົມກອງວິຊາສະເພາະ,ກອງບັນຊາການຕ່າງໆ ຕໍ່າສຸດບໍ່ໃຫ້ຫຼຸດສິບແປດປີແລະສູງສຸດບໍ່ໃຫ້ເກີນຫົກສິບຫ້າປີ.

3. ອາຍຸກະສຽນຮັບບໍານານ. ອາຍຸກະສຽນຮັບບໍານານຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນເພດຊາຍແມ່ນຫົກສິບປີແລະມີອາຍຸການຊາວຫ້າປີ,ໃນກໍລະນີ ພິເສດທີ່ມີຄວາມຮຽກຮ້ອງຕ້ອງການບໍ່ໃຫ້ເກີນຫົກສິບຫ້າປີ.ເພດຍິງແມ່ນ ຫ້າສິບຫ້າປີແລະມີອາຍຸການຊາວປີ,ໃນກໍລະນີພິເສດທີ່ມີຄວາມຮຽກຮ້ອງ ຕ້ອງການບໍ່ໃຫ້ເກີນຫົກສິບປີ,ສໍາລັບປູ້ທີ່ເຮັດວຽກງກັບທາດເບື່ອ,ທາດ ເຄມີຫຼືເຮັດວຽກຢູ່ເຂດຫຍຸ້ງຍາກທຸລະກັນດານເປັນເວລາສິບຫ້າປີຢ່າງ ຕໍ່ເນື່ອງມີສິດໄດ້ຮັບບໍານານກ່ອນກໍານົດ.


...ມາດຕາຊາວຫ້າການປະດັບຊັ້ນໃຫ້ນາຍແລະພົນຕໍາຫຼວດ

ມາດຕາຊາວຫ້າການປະດັບຊັ້ນໃຫ້ນາຍແລະພົນຕໍາຫຼວດ ການປະດັບຊັ້ນໃຫ້ນາຍແລະພົນຕໍາຫຼວດປະຕິບັດດັ່ງນີ້: 1. ນັກຮຽນທີ່ຮຽນຈົບຈາກໂຮງຮຽນນາຍສິບຈະໄດ້ຮັບ ການປະດັບຊັ້ນສິບໂທ,ຖ້າຫາກເສັງບໍ່ຜ່ານຈະໄດ້ຮັບການປະດັບຊັ້ນສິບ ຕີ. 2. ນັກຮຽນທີ່ຮຽນຈົບຈາກໂຮງຮຽນຕໍາຫຼວດຊັ້ນກາງຈະໄດ້ ຮັບການປະດັບຊັ້ນຮ້ອຍຕີ,ຖ້າຫາກເສັງບໍ່ຜ່ານຈະໄດ້ຮັບການປະດັບຊັ້ນ ວາທີຮ້ອຍຕີ. 3. ນັກສຶກສາທີ່ຮຽນຈົບຈາກໂຮງຮຽນນາຍຕໍາຫຼວດຂັ້ນປະ ລິນຍາຕີຈະໄດ້ຮັບການປະດັບຊັ້ນຮ້ອຍໂທ,ຖ້າຫາກເສັງບໍ່ຜ່ານຈະໄດ້ຮັບ ການປະດັບຊັ້ນຮ້ອຍຕີ. 4. ນັກສຶກສາທີ່ຮຽນຈົບຈາກໂຮງຮຽນນາຍຕໍາຫຼວດຂັ້ນປະ ລິນຍາໂທຂຶ້ນໄປຈະໄດ້ຮັບການປະດັບຊັ້ນຮ້ອຍເອກຂຶ້ນໄປ.

ພະນັກງານ,ລັດຖະກອນແລະນັກຮຽນ,ນັກສຶກສາທີ່ໄດ້ຮັບ ການຄັດເລືອກເຂົ້າໃນກໍາລັງປ້ອງກັນຄວາມສະຫງົບປະຊາົຊນຈະໄດ້ ຮັບການປະດັບຊັ້ນຕາມລະບຽບການສະເພາະ. ພະນັກງານທີ່ຍົກຍ້າຍມາແຕ່ອົງການປົກຄອງຕາມຄວາມ ຕ້ອງການຂອງກະຊວງປ້ອງກັນຄວາມສະຫງົບຕ້ອງໄດ້ຮັບການປະດັບ ຊັ້ນຕາມລະບຽບທຽບຊັ້ນແລະຕາມການມອບໝາຍຕໍາແໜ່ງທີ່ໄດ້ກໍາ ນົດໄວ້ໃນມາດຕາສາມສິບຂອງກົດໝາຍສະບັບນີ້.

ສໍາລັບຕໍາແໜ່ງລັດຖະມົນຕີວ່າການທີ່ຍົກຍ້າຍມາຈາກອົງ ການປົກຄອງນັ້ນບໍ່ໄດ້ຮັບການປະດັບຊັ້ນ.

...ມາດຕາຊາວຫົກສິດຕົກລົງກ່ຽວກັບຊັ້ນຂອງນາຍແລະພົນຕໍາຫຼວດ

ມາດຕາຊາວຫົກສິດຕົກລົງກ່ຽວກັບຊັ້ນຂອງນາຍແລະພົນຕໍາຫຼວດ ສິດໃນການຕົກລົງປະດັບຊັ້ນ,ເລື່ອນຊັ້ນ,ທຽບຊັ້ນ,ປົດຊັ້ນ ນາຍແລະພົນຕໍາຫຼວດມີດັ່ງນີ້: 1. ປະທານປະເທດເປັນຜູ້ຕົກລົງປະດັບຊັ້ນ,ເລື່ອນຊັ້ນ,ທຽບ ຊັ້ນແລະປົດຊັ້ນຂັ້ນນາຍພົນຕາມການສະເໜີຂອງນາຍົກລັດຖະມົນຕີ. 2. ນາຍົກລັດຖະມົນຕີເປັນຜູ້ຕົກລົງປະດັບຊັ້ນ,ເລື່ອນຊັ້ນ, ທຽບຊັ້ນແລະປົດຊັ້ນຂັ້ນນາຍພັນເອກຕາມການສະເໜີຂອງລັດຖະມົນຕີ ວ່າການກະຊວງປ້ອງກັນຄວາມສະຫງົບ. 3. ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບເປັນ ຜູ້ຕົກລົງປະດັບຊັ້ນ,ເລື່ອນຊັ້ນ,ທຽບຊັ້ນແລະປົດຊັ້ນຂັ້ນນາຍຮ້ອຍເອກ,ພັນ ຕີແລະພັນໂທຕາມການສະເໜີຂອງຫົວໜ້າກົມໃຫຍ່ການເມືອງປ້ອງກັນ ຄວາມສະຫງົບ. 4. ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບເປັນ ຜູ້ຕົກລົງປະດັບຊັ້ນ,ເລື່ອນຊັ້ນ,ທຽບຊັ້ນແລະປົດຊັ້ນຂັ້ນນາຍຮ້ອຍຕີແລະ ຮ້ອຍໂທຕາມການສະເໜີຂອງກົມກ່ຽວຂ້ອງ. 5. ຫົວໜ້າກົມໃຫຍ່,ຫ້ອງວ່າການກະຊວງ,ກົມ,ກອງບັນຊາ ການ,ຜູ້ອໍານວຍການວິທິຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ,ກອງ ບັນຊາການ,ຜູ້ອໍານວຍການວິທິຍາຄານປ້ອງກັນຄວາມສະຫງົບແຫ່ງ ຊາດ,ກອງບັນຊາການປກສແຂວງ,ນະຄອນເປັນຜູ້ຕົກລົງປະດັບຊັ້ນ, ເລື່ອນຊັ້ນ,ທຽບຊັ້ນແລະປົດຊັ້ນຂັ້ນວາທີຮ້ອຍຕີລົງມາເຖິງພົນຕໍາຫຼວດ ຊັ້ນສອງທີ່ຢູ່ໃນການຄຸ້ມຄອງຂອງຕົນ. ...ມາດຕາຊາວເຈັດເງື່ອນໄຂການເລື່ອນຊັ້ນນາຍແລະພົນຕໍາຫຼວດ

ມາດຕາຊາວເຈັດເງື່ອນໄຂການເລື່ອນຊັ້ນນາຍແລະພົນຕໍາຫຼວດ ການເລື່ອນຊັ້ນນານແລະພົນຕໍາຫຼວດຕ້ອງມີເງື່ອນໄຂຄົບ ຖ້ວນດັ່ງນີ້: 1. ເຖິງກໍານົດເວລາການເລື່ອນຊັ້ນຕາມທີ່ໄດ້ກໍານົດໄວ້ໃນ ມາດຕາຊາວແປດຂອງກົດໝາຍສະບັບນີ້: 2. ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານວິຊາສະ ເພາະຫຼືມີຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານອື່ນໆ. 3. ມີມາດຕະຖານແລະອາຍຸກະສຽນຄົບຖ້ວນຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາຊາວເອັດແລະຊາວສີ່ຂອງກົດໝາຍສະບັບນີ້.

...ມາດຕາຊາວແປດກໍານົດເວລາການເລື່ອນຊັ້ນນາຍແລະພົນຕໍາຫຼວດ

ມາດຕາຊາວແປດກໍານົດເວລາການເລື່ອນຊັ້ນນາຍແລະພົນຕໍາຫຼວດ ການພິຈາລະນາການເລື່ອນຊັ້ນນາຍແລະພົນຕໍາຫຼວດໃຫ້ ປະຕິບັດຕາມກໍານົດເວລາດັ່ງນີ້: ຊັ້ນສອງຂຶ້ນຊັ້ນໜຶ່ງກໍານົດໜຶ່ງປີ. ຊັ້ນໜຶ່ງຂຶ້ນສິບຕີກໍານົດໜຶ່ງປີ. ຊັ້ນສິບຕີຂຶ້ນສິບໂທກໍານົດໜຶ່ງປີ. ຊັ້ນສິບໂທຂຶ້ນສິບເອກກໍານົດໜຶ່ງປີ. ຊັ້ນສິບເອກຂຶ້ນວາທີຮ້ອຍຕີກໍານົດສອງປີ. ຊັ້ນວາທີຮ້ອຍຕີຂຶ້ນຮ້ອຍຕີກໍານົດສອງປີ. ຊັ້ນຮ້ອຍຕີຂຶ້ນຮ້ອຍໂທກໍານົດສາມປີ. ຊັ້ນຮ້ອຍໂທຂຶ້ນຮ້ອຍເອກກໍານົດສາມປີ. ຊັ້ນຮ້ອຍເອກຂຶ້ນພັນຕີກໍານົດສີ່ປີ. ຊັ້ນພັນຕີຂຶ້ນພັນໂທກໍານົດສີ່ປີ. ຊັ້ນພັນໂທຂຶ້ນພັນເອກກໍານົດສີ່ປີ.

ສ່ວນການເລື່ອນຊັ້ນພັນເອກຂຶ້ນນາຍພົນແລະນາຍພົນຂຶ້ນ ນາຍພົນຕາມລະດັບຊັ້ນນັ້ນແມ່ນບໍ່ມີກໍານົດເວລາໂດຍອີງໃສ່ຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການເມືອງ. ໄລຍະເວລາທີ່ນາຍແລະພົນຕໍາຫຼວດຮໍ່າຮຽນຫຼືສຶກສາຢູ່ນັ້ນ ໃຫ້ຄິດໄລ່ໃສ່ກໍານົດເວລາການເລື່ອນຊັ້ນຕາມມາດຕານີ້. ນາຍແລະພົນຕໍາລວດທີ່ມີຜົນງານດີເດັ່ນພິເສດໃນການປະຕິ ບັດໜ້າທີ່ວິຊາສະເພາະທີ່ຂັ້ນເທິງມອບໝາຍໃຫ້ຈະໄດ້ເລື່ອນຂ້າມຊັ້ນ;ມີ ຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານ,ຄົ້ນຄວ້າວິທິຍາສາດ,ກົດ ໝາຍ,ການຮໍ່າຮຽນກໍ່ຈະໄດ້ຮັບການພິຈາລະນາເລື່ອນຊັ້ນກ່ອນກໍານົດ. ໃນກໍລະນີທີ່ຮອດກໍານົດເວລາການເລື່ອນຊັ້ນທີ່ໄດ້ກໍານົດໄວ້ ໃນມາດຕານີ້ແຕ່ຫາກບໍ່ຄົບມາດຕະຖານແລະເງື່ອນໄຂກໍ່ຈະບໍ່ທັນໄດ້ ເລື່ອນຊັ້ນແຕ່ຈະມີການພິຈາລະນາໄປແຕ່ລະປີໂດຍບໍ່ໃຫ້ເກີນໜຶ່ງຮອບ ຂອງກໍານົດເວລາການເລື່ອນຂອງແຕ່ລະຊັ້ນຫຼືອາດຈະຍົກຍ້າຍຜູ້ກ່ຽວ ໄປເຮັດໜ້າທີ່ໃໝ່ຕາມຄວາມອາດສາມາດຫຼືຮັບບໍານານຫຼືອຸດໜູນຕາມ ລະບຽບການ. ນາຍແລະພົນຕໍາຫຼວດທີ່ຖືກຍົກຍ້າຍໄປປະຕິບັດໜ້າທີ່ຢູ່ຝ່າຍ ປົກຄອງເມື່ອກັບຄືນກໍາລັງປ້ອງກັນຄວາມສະຫງົບປະຊາຊົນຈະໄດ້ຮັບ ການພິຈາລະນາກ່ຽວກັບຊັ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕານີ້,ມາດຕາ ຊາວເຈັດແລະສາມສິບຂອງກົດໝາຍສະບັບນີ້.

..ໝວດທີຫົກຕໍາແໜ່ງຂອງນາຍແລະພົນຕໍາຫຼວດ


...ມາດຕາຊາວເກົ້າຕໍາແໜ່ງຂອງນາຍແລະພົນຕໍາຫຼວດ

ມາດຕາຊາວເກົ້າຕໍາແໜ່ງຂອງນາຍແລະພົນຕໍາຫຼວດ ຕໍາແໜ່ງຂອງນາຍແລະພົນຕໍາຫຼວດແບ່ງອອກເປັນສາມຂັ້ນ ດັ່ງນີ້:

ກະຊວງປ້ອງກັນຄວາມສະຫງົບ: 1. ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ. 2. ຫົວໜ້າກົມໃຫຍ່,ຫ້ອງວ່າການກະຊວງ,ກົມ,ກອງບັນຊາ ການແລະຜູ້ອໍານວຍການວິທິຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ. 3. ຫົວໜ້າຫ້ອງການ,ກົມ,ຫ້ອງທຽບເທົ່າກົມແລະໂຮງຮຽນ ທີ່ຂຶ້ນກັບກົມໃຫຍ່. 4. ຫົວໜ້າພະແນກແລະກອງວິຊາສະເພາະ.

ກອງບັນຊາການປ້ອງກັນຄວາມສະຫງົບຂັ້ນແຂວງ: 1. ຫົວໜ້າກອງບັນຊາການປກສແຂວງ,ນະຄອນ. 2. ຫົວໜ້າຫ້ອງການ,ຫ້ອງວິຊາສະເພາະແລະໂຮງຮຽນ. 3. ຫົວໜ້າພະແນກແລະກອງວິຊາສະເພາະ.

ກອງບັນຊາການປ້ອງກັນຄວາມສະຫງົບຂັ້ນເມືອງ. 1. ຫົວໜ້າກອງບັນຊາການປກສເມືອງ,ເທດສະບານ. 2. ຫົວໜ້າຫ້ອງການ,ພະແນກວິຊາສະເພາະແລະປກສກຸ່ມ ບ້ານ.

ສໍາລັບຫົວໜ້າກອງພັນ,ກອງຮ້ອຍ,ໝວດ,ໝູ່ມີລະບຽບການ ສະເພາະ. ນອກຈາກຕໍາແໜ່ງຕ່າງໆທີ່ກ່າວມາຂ້າງເທິງນີ້ຍັງມີຕໍາ ແໜ່ງທຽບເທົ່າແລະຕໍາແໜ່ງຮອງຫົວໜ້າອີກ.


...ມາດຕາສາມສິບການກໍານົດຊັ້ນໃສ່ຕໍາແໜ່ງຂອງຜູ້ບັນຊາແຕ່ລະຂັ້ນ

ມາດຕາສາມສິບການກໍານົດຊັ້ນໃສ່ຕໍາແໜ່ງຂອງຜູ້ບັນຊາແຕ່ລະຂັ້ນ ການກໍານົດຊັ້ນໃສ່ແຕ່ລະຕໍາແໜ່ງຂອງຜູ້ບັນຊາແຕ່ລະຂັ້ນ ໃຫ້ປະຕິບັດດັ່ງນີ້:

ກະຊວງປ້ອງກັນຄວາມສະຫງົບ: 1. ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ:ຊັ້ນ ພົນຕີຂຶ້ນໄປ. 2. ຫົວໜ້າກົມໃຫຍ່,ຫ້ອງວ່າການກະຊວງປ້ອງກັນຄວາມສະ ຫງົບແຫ່ງຊາດ:ຊັ້ນພັນເອກຫຼືຊັ້ນພົນຈັດຕະວາ. 3. ຫົວໜ້າຫ້ອງການ,ກົມ,ຫ້ອງທຽບເທົ່າກົມແລະໂຮງຮຽນ ທີ່ຂຶ້ນກັບກົມໃຫຍ່:ຊັ້ນພັນໂທຫຼືພັນເອກ. 4. ຫົວໜ້າພະແນກ,ກອງວິຊາສະເພາະທີ່ຂຶ້ນກັບກົມ,ກອງ ບັນຊາການແລະວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ:ຊັ້ນພັນ ຕີຫຼືພັນໂທ. 5. ຫົວໜ້າພະແນກແລະກອງວິຊາສະເພາະຂອງກົມທີ່ຂຶ້ນ ກັບກົມໃຫຍ່:ຊັ້ນຮ້ອຍເອກຫຼືພັນຕີ.

ກອງບັນຊາການປ້ອງກັນຄວາມສະຫງົບຂັ້ນແຂວງ: 1. ຫົວໜ້າກອງບັນຊາການປກສແຂວງ,ນະຄອນ:ຊັ້ນພັນ ໂທຫຼືພັນເອກ. 2. ຫົວໜ້າຫ້ອງການ,ຫ້ອງວິຊາສະເພາະແລະໂຮງຮຽນ: ຊັ້ນພັນຕີຫຼືພັນໂທ. 3. ຫົວໜ້າພະແນກແລະກອງວິຊາສະເພາະ:ຊັ້ນຮ້ອຍເອກ ຫຼືພັນຕີ.

ກອງບັນຊາການປ້ອງກັນຄວາມສະຫງົບຂັ້ນເມືອງ: 1. ຫົວໜ້າກອງບັນຊາການປກສເມືອງ,ເທດສະບານ:ຊັ້ນ ພັນຕີຫຼືພັນໂທ. 2. ຫົວໜ້າຫ້ອງການ,ພະແນກວິຊາສະເພາະແລະປກສກຸ່ມ ບ້ານ:ຊັ້ນຮ້ອຍໂທ,ຮ້ອຍເອກຫຼືພັນຕີ.

ຊັ້ນຂອງຮອງຫົວໜ້າແຕ່ລະຂັ້ນອາດຈະຫຼຸດຫຼືເທົ່າກັບຊັ້ນ ຂອງຜູ້ເປັນຫົວໜ້າກໍ່ໄດ້.ສໍາລັບຊັ້ນຫົວໜ້າ,ຮອງຫົວໜ້າກອງພັນ,ກອງ ຮ້ອຍ,ໝວດ,ໝູ່ມີລະບຽບການສະເພາະ. ຊັ້ນຂອງນາຍແລະພົນຕໍາຫຼວດທີ່ເຮັດວຽກງານພິເສດ,ຢູ່ເຂດ ຫຍຸ່ງຍາກທຸລະກັນດານຈະສູງກວ່າຊັ້ນທີ່ໄດ້ກໍານົດໄວ້ເທິງນີ້ກໍ່ໄດ້ແຕ່ບໍ່ໃຫ້ ກາຍໜຶ່ງຊັ້ນ.


...ມາດຕາສາມສິບເອັດການແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງຂອງນາຍແລະພົນຕໍາຫຼວດ

ມາດຕາສາມສິບເອັດການແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງຂອງ ນາຍແລະພົນຕໍາຫຼວດ ການແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງຂອງນາຍແລະ ພົນຕໍາຫຼວດມີດັ່ງນີ້: 1. ປະທານປະເທດເປັນຜູ້ແຕ່ງຕັ້ງຫຼືປົດຕໍາແໜ່ງລັດຖະມົນ ຕີວ່າການກະຊວງປ້ອງກັນຄວາມສະຫງົບຕາມການສະເໜີຂອງນາຍົກ ລັດຖະມົນຕີພາຍຫຼັງທີ່ສະພາແຫ່ງຊາດຮັບຮອງເອົາ. 2. ນາຍົກລັດຖະມົນຕີເປັນຜູ້ແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາ ແໜ່ງລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ,ຫົວໜ້າແລະ ຮອງຫົວໜ້າກົມໃຫຍ່,ຫົວໜ້າແລະຮອງຫົວໜ້າຫ້ອງວ່າການກະຊວງ, ຫົວໜ້າກົມ,ຫົວໜ້າກອງບັນຊາການ,ຜູ້ອໍານວຍການວິທະຍາຄານປ້ອງ ກັນຄວາມສະຫງົບແຫ່ງຊາດຕາມການສະເໜີຂອງລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ. 3. ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບເປັນ ຜູ້ແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງຕາມການສະເໜີຂອງຫົວໜ້າກົມ ໃຫຍ່ການເມືອງປ້ອງກັນຄວາມສະຫງົບ: - ຂັ້ນກະຊວງ:ຮອງຫົວໜ້າກົມ,ຮອງຫົວໜ້າກອງບັນຊາ ການ,ຮອງຜູ້ອໍານວຍການວິທະຍາຄານປ້ອງກັນຄວາມສະຫງົບແຫ່ງ ຊາດ,ຫົວໜ້າແລະຮອງຫົວໜ້າກົມ,ຫົວໜ້າແລະຮອງຫົວໜ້າຫ້ອງທຽບ ເທົ່າກົມທີ່ຂຶ້ນກັບກົມໃຫຍ່. - ຂັ້ນແຂວງແລະເມືອງ:ຫົວໜ້າແລະຮອງຫົວໜ້າກອງບັນ ຊາການປກສແຂວງ,ນະຄອນ,ຫົວໜ້າແລະຮອງຫົວໜ້າຫ້ອງການ,ກອງ ພັນ,ກອງຮ້ອຍເອກະລາດ,ຫົວໜ້າແລະຮອງຫົວໜ້າກອງບັນຊາການ ປກສເມືອງ,ເທດສະບານ,ຫົວໜ້າແລະຮອງຫົວໜ້າໂຮງຮຽນປກສຊັ້ນ ກາງ: 4. ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບເປັນຜູ້ ແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງຫົວໜ້າແລະຮອງຫົວໜ້າຫ້ອງ,ພະ ແນກທີ່ຂຶ້ນກັບກົມແລະວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ, ຫົວໜ້າແລະຮອງຫົວໜ້າຫ້ອງ,ກອງພັນ,ກອງຮ້ອຍຂອງກອງບັນຊາການ ,ຫົວໜ້າແລະຮອງຫົວໜ້າກອງວິຊາສະເພາະ,ຫົວໜ້າແລະຮອງຫົວໜ້າ ກອງຮ້ອຍ,ຫົວໜ້າແລະຮອງຫົວໜ້າໂຮງຮຽນປກສຊັ້ນຕົ້ນຕາມການສະ ເໜີຂອງກົມກອງທີ່ກ່ຽວຂ້ອງ. 5. ຫົວໜ້າກົມໃຫຍ່,ຫົວໜ້າຫ້ອງວ່າການກະຊວງ,ຫົວໜ້າ ກົມ,ຜູ້ອໍານວຍການວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ,ຫົວ ໜ້າກອງບັນຊາການເປັນຜູ້ແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງຫົວໜ້າ ແລະຮອງຫົວໜ້າພະແນກຂອງກົມຫຼືຫ້ອງທຽບເທົ່າທີ່ຂຶ້ນກັບຕົນຕາມຄໍາ ເຫັນດີຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ. 6. ຫົວໜ້າກອງບັນຊາການປກສແຂວງ,ນະຄອນເປັນຜູ້ ແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງຫົວໜ້າແລະຮອງຫົວໜ້າຫ້ອງການ, ພະແນກແລະກອງວິຊາສະເພາະທີ່ຂຶ້ນກັບຕົນຕາມຄໍາເຫັນດີຂອງກົມໃຫຍ່ ການເມືອງປ້ອງກັນຄວາມສະຫງົບ.


...ມາດຕາສາມສິບສອງການງົດຕໍາແໜ່ງແລະການແຕ່ງຕັ້ງນາຍຕໍາຫຼວດໃຫ້ດໍາລົງຕໍາແໜ່ງຊົ່ວຄາວ

ມາດຕາສາມສິບສອງການງົດຕໍາແໜ່ງແລະການແຕ່ງຕັ້ງນາຍຕໍາ ຫຼວດໃຫ້ດໍາລົງຕໍາແໜ່ງຊົ່ວຄາວ ໃນກໍລະນີຮີບດ່ວນລັດຖະມົນຕີ,ຫົວໜ້າກົມໃຫຍ່,ຫົວໜ້າຫ້ອງ ວ່າການກະຊວງ,ຫົວໜ້າກົມ,ຫົວໜ້າກອງບັນຊາການ,ຜູ້ອໍານວຍການວິ ທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ,ຫົວໜ້າກອງບັນຊາການ ປກສແຂວງ,ນະຄອນມີສິດງົດຫຼືຂໍອະນຸມັດປົດຕໍາແໜ່ງຂອງຜູ້ຢູ່ໃຕ້ການ ບັງຄັບບັນຊາຂອງຕົນທີ່ບໍ່ປະຕິບັດຄໍາສັ່ງຫຼືລະເມີດລະບຽບກົດໝາຍຊຶ່ງ ຈະກໍ່ຄວາມເສຍຫາຍໃຫ້ແກ່ກົມກອງແລະຜົນປະໂຫຍດຂອງປະເທດຊາດ ແລ້ວແຕ່ງຕັ້ງຜູ້ໃໝ່ມາຮັບຜິດຊອບແທນຊົ່ວຄາວ.ພ້ອມກັນນັ້ນກໍ່ຕ້ອງລາຍ ງານໃຫ້ຂັ້ນເທິງຖັດຕົນຊາບໃນທັນໃດແລະສະເໜີຂັ້ນເທິງແຕ່ງຕັ້ງເປັນ ທາງການຕາມຂອບເຂດສິດທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

...ມາດຕາສາມສິບສາມການມອບຕໍາແໜ່ງຕໍ່າກວ່າຊັ້ນ

ມາດຕາສາມສິບສາມການມອບຕໍາແໜ່ງຕໍ່າກວ່າຊັ້ນ ການມອບຕໍາແໜ່ງຕໍ່າກວ່າຊັ້ນຈະປະຕິບັດໄດ້ໃນກໍລະນີດັ່ງນີ້: 1. ມີການເພີ່ມທະວີການບັນຊາໃນການປະຕິບັດໜ້າທີ່ພິເສດ. 2. ມີການປ່ຽນແປງການຈັດຕັ້ງຂອງກົມກອງ:ກົງຈັກການ ຈັດຕັ້ງມີການປ່ຽນແປງຊຶ່ງບໍ່ຈໍາເປັນຕ້ອງມີຕໍາແໜ່ງທີ່ກ່ຽວຂ້ອງນັ້ນອີກ. 3. ມີການສັບຊ້ອນໃໝ່ທີ່ແພດເໝາະກັບຄວາມຮູ້ຄວາມສາ ມາດແລະສຸຂະພາບຂອງນາຍແລະພົນຕໍາຫຼວດ. 4. ນາຍແລະພົນຕໍາຫຼວດບໍ່ມີເງື່ອນໄຂຄົບທີ່ຈະຮັບຕໍາແໜ່ງ ເທົ່າກັບຊັ້ນ.


..ໝວດທີເຈັດອົງການຄຸ້ມຄອງແລະກວດກາຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ


...ມາດຕາສາມສິບສີ່ອົງການຄຸ້ມຄອງຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ

ມາດຕາສາມສິບສີ່ອົງການຄຸ້ມຄອງຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ອົງການຄຸ້ມຄອງຂອງກໍາລັງປ້ອງກັນຄວາມສະຫງົບປະຊາ ຊົນມີດັ່ງນີ້: -ກະຊວງປ້ອງກັນຄວາມສະຫງົບ. -ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນ. -ກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະ ບານ. -ປກສບ້ານ.

...ມາດຕາສາມສິບຫ້າສິດແລະໜ້າທີ່ຂອງກະຊວງປ້ອງກັນຄວາມສະຫງົບ

ມາດຕາສາມສິບຫ້າສິດແລະໜ້າທີ່ຂອງກະຊວງປ້ອງກັນຄວາມສະຫງົບ ກະຊວງປ້ອງກັນຄວາມສະຫງົບມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າຮ່າງນະໂຍບາຍແລະແຜນຍຸດທະສາດວຽກງານ ປ້ອງກັນຄວາມສະຫງົບເພື່ອສະເໜີຕໍ່ລັດຖະບານ. 2. ຄົ້ນຄວ້າຫັນເອົານະໂຍບາຍ,ແຜນການ,ມະຕິຕົກລົງຂອງ ລັດຖະບານມາເປັນແຜນການ,ແຜນງານແລະໂຄງການລະອຽດຂອງຂະ ແໜງການພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດ. 3. ສະເໜີປັບປຸງຫຼືສ້າງຮ່າງກົດໝາຍ,ຮ່າງລັດຖະບັນຍັດ, ຮ່າງລັດຖະດໍາລັດ,ຮ່າງດໍາລັດກ່ຽວກັບວຽກງານປ້ອງກັນຄວາມສະຫງົບ ເພື່ອສະເໜີຕໍ່ລັດຖະບານ. 4. ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການເພື່ອ ຄຸ້ມຄອງມະຫາພາກໃນຂະແໜງການຂອງຕົນ. 5. ຄຸ້ມຄອງ,ຊີ້ນໍາແລະກວດກາຕາມສາຍຕັ້ງໃນການຈັດຕັ້ງ ປະຕິບັດວຽກງານແລະບຸກຄະລາກອນຂອງຂະແໜງການຕົນ. 6. ພະຈາລະນາແກ້ໄຂຄໍາສະເໜີ,ຄໍາຮ້ອງຂອງນາຍຕໍາ ຫຼວດ,ພົນຕໍາຫຼວດແລະພົນລະເມືອງ. 7. ກໍ່ສ້າງບຸກຄະລາກອນໃນຂະແໜງການຂອງຕົນ. 8. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກ່ຽວກັບວຽກ ງານປ້ອງກັນຄວາມສະຫງົບ. 9. ພົວພັນວຽກງານການຕ່າງປະເທດຕາມການເຫັນດີຂອງ ລັດຖະບານ. 10. ສະຫຼຸບສັງລວມສະພາບການຈັດຕັ້ງປະຕິບັດວຽກງານ ຂະແໜງການຂອງຕົນແລ້ວລາຍງານຕໍ່ລັດຖະບານແລະນາຍົກລັດຖະ ມົນຕີ. 11. ປະຕິບັດສິດແລະໜ້າທີ່ອື່ນທີ່ລັດຖະບານມອບໝາຍໃຫ້ ແລະຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.


...ມາດຕາສາມສິບຫົກສິດແລະໜ້າທີ່ຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນ.

ມາດຕາສາມສິບຫົກສິດແລະໜ້າທີ່ຂອງກອງບັນຊາການປ້ອງກັນຄວາມ ສະຫງົບແຂວງ,ນະຄອນ. ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນມີ ສິດແລະໜ້າທີ່ດັ່ງນີ້: 1. ປົກປັກຮັກສາຄວາມສະຫງົບແລະຄວາມເປັນລະບຽບ ຮຽບຮ້ອຍໃນຂອບເຂດແຂວງ,ນະຄອນ, 2. ຄົນຄວ້າ,ເຊື່ອມຊຶມ,ກໍາແໜ້ນແນວທາງນະໂຍບາຍ ຂອງພັກ-ລັດ;ມະຕິຄໍາສັ່ງ,ແຜນການຂອງກະຊວງປ້ອງກັນຄວາມສະ ຫງົບເພື່ອຫັນເປັນແຜນການ,ແຜນງານແລະໂຄງການລະອຽດຂອງ ຕົນແລ້ວຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ. 3. ຈັດຕັ້ງປະຕິບັດວຽກງານຕາມຄໍາສັ່ງຂອງສາຍຕັ້ງແລະ ຂອງຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນຂອງຕົນຢ່າງເຂັ້ມ ງວດ. 4. ຄຸ້ມຄອງ,ຊີ້ນໍາແລະກວດກາການຈັດຕັ້ງປະຕິບັດວຽກ ງານຂອງກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ. 5. ຈັດຕັ້ງປະຕິບັດແຜນການກໍ່ສ້າງ,ບໍາລຸງ,ພັດທະນາແລະ ຄຸ້ມຄອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຕາມຄວາມຮັບຜິດຊອບ ຂອງຕົນ. 6. ສ້າງແຜນແລະຄຸ້ມຄອງນໍາໃຊ້ງົບປະມານ,ວັດຖຸ,ຍຸດ ໂທປະກອນ,ພະຫະນະເຕັກນິກວິຊາສະເພາະ,ບໍລິຫານແລະອອກແຮງ ສ້າງພະລາທິການກັບທີ່. 7. ປະສານສົມທົບກັບກອງບັນຊາການທະຫານແຂວງ,ນະ ຄອນແລະພາກສ່ວນອື່ນກ່ຽວກັບວຽກງານປ້ອງກັນຄວາມສະຫງົບ. 8. ພົວພັນຮ່ວມມືກັບຕ່າງປະເທດຕາມການອະນຸຍາດຂອງ ຂັ້ນເທິງ. 9. ສະຫຼຸບແລະລາຍງານກ່ຽວກັບການປະຕິບັດວຽກງານ ຂອງຕົນຕໍ່ຂັ້ນເທິງ. 10. ປະຕິບັດສິດແລະໜ້າທີ່ອື່ນທີ່ການຈັດຕັ້ງຂັ້ນເທິງຂອງ ຕົນມອບໝາຍໃຫ້ແລະຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.


...ມາດຕາສາມສິບເຈັດສິດແລະໜ້າທີ່ຂອງກອງບັນຊາການປກສເມືອງ,ເທດສະບານ

ມາດຕາສາມສິບເຈັດສິດແລະໜ້າທີ່ຂອງກອງບັນຊາການປກສເມືອງ, ເທດສະບານ ກອງບັນຊາການປ້ອງການຄວາມສະຫງົບເມືອງ,ເທດສະ ບານມີສິດແລະໜ້າທີ່ດັ່ງນີ້: 1. ປົກປັກຮັກສາຄວາມສະຫງົບແລະຄວາມເປັນລະບຽບ ຮຽບຮ້ອຍໃນຂອບເຂດເມືອງ,ເທດສະບານ. 2. ຈັດຕັ້ງປະຕິບັດມະຕິ,ຄໍາສັ່ງ,ແຜນການຂອງຂັ້ນເທິງແລະ ຂອງຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນຂອງຕົນຢ່າງເຂັ້ມ ງວດ. 3. ຊີ້ນໍາແລະກວດກາການຈັດຕັ້ງປະຕິບັດວຽກງານຂອງ ປກສກຸ່ມບ້ານແລະປກສບ້ານ. 4. ປະສານສົມທົບກັບກອງບັນຊາການທະຫານເມືອງ,ເທດ ສະບານແລະພາກສ່ວນອື່ນກ່ຽວກັບວຽກງານປ້ອງກັນຄວາມສະຫງົບ. 5. ສະຫຼຸບແລະລາຍງານກ່ຽວກັບການປະຕິບັດວຽກງານ ຂອງຕົນຕໍ່ຂັ້ນເທິງ. 6. ປະຕິບັດສິດແລະໜ້າທີ່ອື່ນທີ່ການຈັດຕັ້ງຂັ້ນເທິງຂອງຕົນ ມອບໝາຍໃຫ້ແລະຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ...ມາດຕາສາມສິບແປດສິດແລະໜ້າທີ່ຂອງປກສບ້ານ

ມາດຕາສາມສິບແປດສິດແລະໜ້າທີ່ຂອງປກສບ້ານ ປກສບ້ານມີສິດແລະໜ້າທີ່ດັ່ງນີ້: 1. ປົກປັກຮັກສາຄວາມສະຫງົບແລະຄວາມເປັນລະບຽບ ຮຽບຮ້ອຍຢູ່ພາຍໃນບ້ານຂອງຕົນ. 2. ສຶກສາອົບຮົມປະຊາຊົນເຊື່ອມຊຶມແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ,ລະບຽບກົດໝາຍກ່ຽວກັບ ວຽກງານປ້ອງກັນຄວາມສະຫງົບແລະກົດລະບຽບບ້ານ. 3. ກວດກາເກັບກໍາສະພາບສໍາມະໂນຄົວລວມທັງຄົນຖິ່ນອື່ນ ທີ່ມາພັກເຊົາໃນຂອບເຂດບ້ານຂອງຕົນໃນແຕ່ລະໄລຍະ. 4. ຮັກສາຄວາມປອດໄພໃຫ້ຊາວຕ່າງປະເທດທີ່ມາເຄື່ອນ ໄຫວພັກເຊົາຢູ່ບ້ານຂອງຕົນ. 5. ປະສານສົມທົບກັບກໍາລັງກອງຫຼອນ,ກໍາລັງປ້ອງກັນຕົວ, ກໍາລັງຮັກສາຄວາມປອດໄພກ່ຽວກັບວຽກງານປ້ອງກັນຄວາມສະຫງົບ ໃນຂອບເຂດບ້ານຂອງຕົນ. 6. ສະຫຼຸບແລະລາຍງານກ່ຽວກັບການປະຕິບັດວຽກງານ ຂອງຕົນຕໍ່ກອງບັນຊາການປກສເມືອງ,ເທດສະບານ. 7. ປະຕິບັດສິດແລະໜ້າທີ່ອື່ນທີ່ການຈັດຕັ້ງຂັ້ນເທິງຂອງຕົນ ມອບໝາຍໃຫ້ແລະຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ...ມາດຕາສາມສິບເກົ້າພັນທະຂອງບັນດາກະຊວງ,ອົງການທຽບເທົ່າກະຊວງ,ອົງການປົກຄອງທ້ອງຖິ່ນແລະອົງການຈັດຕັ້ງອື່ນ

ມາດຕາສາມສິບເກົ້າພັນທະຂອງບັນດາກະຊວງ,ອົງການທຽບເທົ່າກະ ຊວງ,ອົງການປົກຄອງທ້ອງຖິ່ນແລະອົງການຈັດຕັ້ງອື່ນ ບັນດາກະຊວງ,ອົງການທຽບເທົ່າກະຊວງ,ອົງການປົກຄອງ ທ້ອງຖິ່ນແລະອົງການຈັດຕັ້ງອື່ນມີພັນທະປະກອບສ່ວນດັ່ງນີ້: 1. ສຶກສາອົບຮົມ,ກໍ່ສ້າງ,ບໍາລຸງແລະສະໜອງພະນັກງານວິ ຊາການ,ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນເພື່ອປະຕິບັດສໍາເລັດໜ້າທີ່ວຽກງານ. 2. ຄົ້ນຄວ້າ,ຊັບຊ້ອນແລະມອບໝາຍໜ້າທີ່ໃຫ້ນາຍແລະພົນ ຕໍາຫຼວດທີ່ຍົກຍ້າຍຈາກກໍາລັງປ້ອງກັນຄວາມສະຫງົບປະຊາຊົນມາເຮັດ ໜ້າທີ່ຢູ່ຝ່າຍປົກຄອງຢ່າງເໝາະສົມ. 3. ຊ່ວຍເຫຼືອດ້ານງົບປະມານ,ສະຖານທີ່ເຮັດວຽກ,ທີ່ພັກອາ ໃສ,ພາຫະນະ,ອຸປະກອນເຕັກນິກ,ວິຊາສະເພາະຕາມເງື່ອນໄຂແລະຄວາມ ສາມາດຂອງຕົນ. 4. ຊ່ວຍເຫຼືອເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸແລະ ຈິດໃຈຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ,ຄອບຄົວຜູ້ເສຍສະລະ ຊີວິດ,ຜູ້ເສຍອົງຄະ,ວິລະຊົນແຫ່ງຊາດ,ນັກຮົບແຂ່ງຂັນ,ພະນັກງານບໍາ ນານແລະຜູ້ທີ່ພວມປະຕິບັດໜ້າທີ່ໃນຂອບເຂດທີ່ຕົນຮັບຜິດຊອບ.




...ມາດຕາສີ່ສິບການແຕ່ງຕັ້ງພະນັກງານປ້ອງກັນຄວາມສະຫງົບໄປປະຕິບັດໜ້າທີ່ຢູ່ຂະແໜງການອື່ນ

ມາດຕາສີ່ສິບການແຕ່ງຕັ້ງພະນັກງານປ້ອງກັນຄວາມສະຫງົບໄປປະຕິ ບັດໜ້າທີ່ຢູ່ຂະແໜງການອື່ນ ພະນັກງານປ້ອງກັນຄວາມສະຫງົບຈະຖືກແຕ່ງຕັ້ງໄປປະຕິ ບັດໜ້າທີ່ຢູ່ຂະແໜງການອື່ນໃນກໍລະນີທີ່ມີຄວາມຮຽກຮ້ອງຕ້ອງການອັນ ຈໍາເປັນໃນການປົກປັກຮັກສາຄວາມສະຫງົບຂອງປະເທດຊາດແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຕາມການມອບໝາຍຂອງຂັ້ນ ເທິງ. ພະນັກງານປ້ອງກັນຄວາມສະຫງົບທີ່ໄດ້ຮັບການແຕ່ງຕັ້ງໃຫ້ ໄປປະຕິບັດໜ້າທີ່ນັ້ນຈະໄດ້ຮັບນະໂຍບາຍຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງ. ບັນດາຂະແໜງການທີ່ພະນັກງານປ້ອງກັນຄວາມສະຫງົບໄດ້ ໄປປະຕິບັດໜ້າທີ່ຢູ່ນັ້ນຕ້ອງມີຄວາມຮັບຜິດຊອບໃນການຮັກສາຄວາມລັບ, ຮັບປະກັນເງື່ອນໄຂເຮັດວຽກແລະການດໍາລົງຊີວິດໃຫ້ພະນັກງານຜູ້ນັ້ນ ເພື່ອເຮັດສໍາເລັດໜ້າທີ່ຕາມການມອບໝາຍ. ...ມາດຕາສີ່ສິບເອັດອົງການກວດກາຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ

ມາດຕາສີ່ສິບເອັດອົງການກວດກາຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ອົງການກວດກາຂອງກໍາລັງປ້ອງກັນຄວາມສະຫງົບປະຊາ ຊົນມີດັ່ງນີ້: -ກະຊວງປ້ອງກັນຄວາມສະຫງົບ. -ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນ. -ກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະ ບານ.

ອົງການກວດກາອາດມອບໃຫ້ອົງການທີ່ເປັນເສນາທິການ ໃດໜຶ່ງປະຕິບັດການກວດກາແທນກໍ່ໄດ້ຕາມລະບຽບກົດໝາຍ.

..ໝວດທີແປດນະໂຍບາຍ,ຂໍ້ຫ້າມ,ການຍ້ອງຍໍແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາສີ່ສິບສອງການປະຕິບັດນະໂຍບາຍ

ມາດຕາສີ່ສິບສອງການປະຕິບັດນະໂຍບາຍ ການປະຕິບັດນະໂຍບາຍຕໍ່ກໍາລັງປ້ອງກັນຄວາມສະຫງົບປະ ຊາຊົນມີດັ່ງນີ້: 1. ນາຍແລະພົນຕໍາຫຼວດປະຈໍາການຈະໄດ້ຮັບເງິນເດືອນ, ເງິນອຸດໜຸນ,ເຄື່ອງອຸປະໂພກແລະບໍລິໂພກຕາມລະບຽບການ;ສ່ວນນາຍ ຕໍາຫຼວດທີ່ເຊົາປະຈໍາການຈະໄດ້ຮັບບໍານານຫຼືເງິນອຸດໜູນເທື່ອດຽວຕາມ ລະບຽບການເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບຫ້າຂອງ ກົດໝາຍສະບັບນີ້. 2. ນາຍຕໍາຫຼວດຜູ້ທີ່ໄດ້ຮັບຫຼາຍຕໍາແໜ່ງຈະໄດ້ຮັບນະໂຍ ບາຍຕາມຕໍາແໜ່ງສູງສຸດ. 3. ນາຍແລະພົນຕໍາຫຼວດທີ່ຍົກຍ້າຍໄປເຮັດວຽກຢູ່ກົມກອງ ໃໝ່ຈະໄດ້ຮັບນະໂຍບາຍຕາມຕໍາແໜ່ງ,ໜ້າທີ່ໃໝ່. 4. ນາຍແລະພົນຕໍາຫຼວດປະຈໍາການມີສິດລາພັກປະຈໍາປີ ຕາມລະບຽບການ,ເວັ້ນເສຍແຕ່ໃນກໍລະນີພາວະສຸກເສີນຫຼືສົງຄາມ;ໃນ ກໍລະນີເກີດພາວະສຸກເສີນຫຼືສົງຄາມນາຍແລະພົນຕໍາຫຼວດທີ່ກໍາລັງລາ ພັກຢູ່ນັ້ນຕ້ອງກັບຄືນກົມກອງດ່ວນ. 5. ນາຍແລະພົນຕໍາຫຼວດປະຈໍາການ,ພະນັກງານບໍານານ,ວິ ລະຊົນແຫ່ງຊາດ,ນັກຮົບແຂ່ງຂັນ,ຜູ້ເສຍອົງຄະຈະໄດ້ຮັບການເບິ່ງແຍງ ທາງດ້ານສຸຂະພາບ,ຖ້າມີການເຈັບເປັນຈະໄດ້ຮັບການປິ່ນປົວຕາມນະ ໂຍບາຍທີ່ໄດ້ກໍານົດໄວ້;ສໍາລັບນາຍແລະພົນຕໍາຫຼວດທີ່ມີການເຈັບເປັນ, ຖືກບາດເຈັບໃນເວລາປະຕິບັດໜ້າທີ່ຫຼືຢູ່ເຂດຫຍຸ່ງຍາກທຸລະກັນດານຈະ ໄດ້ຮັບການປິ່ນປົວໂດຍແມ່ນການຈັດຕັ້ງຮັບຜິດຊອບ. 6. ນາຍແລະພົນຕໍາຫຼວດຊຶ່ງເຮັດໜ້າທີ່ສູ້ຮົບ,ຮັບໃຊ້ການ ສູ້ຮົບຢ່າງພິລະອາດຫານຫຼືຖືກເສຍສະລະຊີວິດຈະໄດ້ຮັບການເລື່ອນຊັ້ນ ຕື່ມໜຶ່ງຊັ້ນ,ຂ້າມຊັ້ນຫຼືຂ້າມຂັ້ນແລະໃຫ້ນາມມະຍົດຕາມຄວາມເໝາະ ສົມ,ຖ້າຖືກເສຍຊີວິດໃນເວລາຮັບໃຊ້ສູ້ຮົບຫຼືໃນເວລາປະຕິບັດໜ້າທີ່ສໍາ ເລັດຢູ່ເຂດຫຍຸ່ງຍາກທຸລະກັນດານຈະໄດ້ຮັບການເລື່ອນຊັ້ນໃຫ້ຕື່ມໜຶ່ງ ຊັ້ນ. 7. ນາຍແລະພົນຕໍາຫຼວດຈະໄດ້ຮັບນະໂຍບາຍໄປສຶກສາຍົກ ລະດັບຢູ່ພາຍໃນແລະຕ່າງປະເທດ. 8. ນາຍຕໍາຫຼວດແຕ່ຊັ້ນພັນເອກລົງມາທີ່ອອກຮັບບໍານານ ຈະບໍ່ໄດ້ເລື່ອນຊັ້ນຕື່ມອີກແຕ່ຈະໄດ້ຍົກເງິນເດືອນຕື່ມໜຶ່ງຊັ້ນ. 9. ນາຍແລະພົນຕໍາຫຼວດທີ່ໄດ້ອອກຈາກກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນຊຶ່ງບໍ່ໄດ້ຖືກວິໄນຖອນຊັ້ນຂອງຜູ້ກ່ຽວໃຫ້ຮັກ ສານາມມະຍົດຊັ້ນຂອງຜູ້ກ່ຽວທີ່ຂັ້ນເທິງຕົກລົງໃຫ້ນັ້ນໄວ້ຄືເກົ່າ. 10. ນາຍແລະພົນຕໍາຫຼວດ,ວິລະຊົນແຫ່ງຊາດ,ນັກຮົບແຂ່ງ ຂັນ,ບໍານານຈະໄດ້ຮັບການເຊື້ອເຊີນເຂົ້າຮ່ວມໃນວັນບຸນສໍາຄັນຕ່າງໆ ຂອງຊາດແລະມີສິດນໍາໃຊ້ເຄື່ອງແບບ,ເຄື່ອງໝາຍຍົດ,ໝາຍຊັ້ນຂອງ ຕົນຄືກັນກັບນາຍແລະພົນຕໍາຫຼວດປະຈໍາການ.

ສໍາລັບນະໂຍບາຍລະອຽດຕໍ່ນາຍແລະພົນຕໍາຫຼວດປະຈໍາ ການ,ວິລະຊົນແຫ່ງຊາດ,ນັກຮົບແຂ່ງຂັນ,ຜູ້ເສຍສະລະຊີວິດ,ຜູ້ເສຍຊີວິດ, ພະນັກງານບໍານານ,ຜູ້ເສຍອົງຄະ,ຄອບຄົວພໍ່ແມ່ຂອງນາຍແລະພົນຕໍາ ຫຼວດທີ່ເສຍສະລະຊີວິດ,ເສຍຊີວິດແລະກໍາລັງເຄິ່ງອາຊີບປ້ອງກັນຄວາມ ສະຫງົບໄດ້ກໍານົດໄວ້ໃນລະບຽບການສະເພາະ.



...ມາດຕສີ່ສິບສາມຂໍ້ຫ້າມ

ມາດຕສີ່ສິບສາມຂໍ້ຫ້າມ ຂໍ້ຫ້າມຕົ້ນຕໍສໍາລັບກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີ ດັ່ງນີ້: 1. ຫ້າມລະເມີດລະບຽບກົດໝາຍຂອງລັດ,ກົດລະບຽບແລະ ວິໄນຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນແລະຮີດຄອງປະເພນີ ອັນດີງາມຂອງປະຊາຊົນລາວບັນດາເຜົ່າ. 2. ຫ້າມອອກຄໍາສັ່ງ,ລະບຽບການ,ນະໂຍບາຍຕ່າງໆທີ່ຂັດ ກັບກົດໝາຍ,ຄໍາສັ່ງຫຼືກົດລະບຽບທີ່ການຈັດຕັ້ງຂັ້ນເທິງວາງອອກ. 3. ຫ້າມປະລະໜ້າທີ່,ບໍ່ປະຕິບັດຕາມມະຕິຕົກລົງຫຼືຄໍາສັ່ງ ຂອງຂັ້ນເທິງ. 4. ຫ້າມໃຊ້ສິດ,ໜ້າທີ່ຕໍາແໜ່ງເກີນຂອບເຂດຄວາມຮັບຜິດ ຊອບຂອງຕົນ. 5. ຫ້າມໃຊ້ສິດ,ໜ້າທີ່ແລະອາວຸດນາບຂູ່ປະຊາຊົນ. 6. ຫ້າມສວຍໃຊ້ສິດ,ໜ້າທີ່ຕໍາແໜ່ງເພື່ອຜົນປະໂຫຍດສ່ວນ ຕົວ. 7. ຫ້າມເອົາອາວຸດ,ລູກປືນ,ເຄື່ອງແບບ,ບັດຂອງກໍາລັງ ປ້ອງກັນຄວາມສະຫງົບປະຊາຊົນໃຫ້ບຸກຄົນໃນຄອບຄົວແລະຜູ້ອື່ນຢືມ, ນໍາໃຊ້,ແລກປ່ຽນ,ຊື້ຂາຍຢ່າງເດັດຂາດ. 8. ຫ້າມທຸກການກະທໍາທີ່ເປັນການແບ່ງແຍກມ້າງເພຄວາມ ສາມັກຄິພາຍໃນ.


...ມາດຕາສີ່ສິບສີ່ການຍ້ອງຍໍ

ມາດຕາສີ່ສິບສີ່ການຍ້ອງຍໍ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດ ໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມຄວາມເໝາະ ສົມ. ສໍາລັບກໍາລັງປ້ອງກັນຄວາມສະຫງົບປະຊາຊົນທີ່ມີຜົນງານດີ ເດັ່ນໃນການສູ້ຮົບ,ໃນການປະຕິບັດໜ້າທີ່ວິຊາສະເພາະແລະວຽກງານອື່ນ ຈະໄດ້ຮັບການຍ້ອງຍໍຕາມຄວາມເໝາະສົມເຊັ່ນ:ນາມມະຍົດ,ວິລະຊົນ,ນັກ ຮົບແຂ່ງຂັນ,ຫຼຽນໄຊ,ໃບຍ້ອງຍໍ,ເລື່ອນຊັ້ນຫຼືນະໂຍບາຍອື່ນຕາມລະບຽບ ກົດໝາຍ. ...ມາດຕາສີ່ສິບຫ້າມາດຕະການຕໍ່ຜູ້ລະເມີດ

ມາດຕາສີ່ສິບຫ້າມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຈະຖືກປະຕິ ບັດມາດຕະການສຶກສາອົບຮົມ,ປະຕິບັດວິໄນຫຼືດໍາເນີນຄະດີຕາມລະບຽບ ກົດໝາຍ. ສໍາລັບນາຍແລະພົນຕໍາຫຼວດທີ່ໄດ້ລະເມີດລະບຽບກົດໝາຍ, ກົດລະບຽບ,ວິໄນຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຈະຖືກປະ ຕິບັດວິໄນຕາມສະຖານເບົາຫຼືໜັກເຊັ່ນ:ສຶກສາອົບຮົມ,ຕໍານິ,ກ່າວເຕືອນ, ງົດການເລື່ອນຊັ້ນ,ຍົກຍ້າຍໜ້າທີ່,ປົດຊັ້ນ,ປົດຕໍາແໜ່ງຫຼືໃຫ້ອອກຈາກກໍາ ລັງປ້ອງກັນຄວາມສະຫງົບປະຊາຊົນໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ກໍາລັງປ້ອງກັນຄວາມສະຫງົບປະຊາຊົນທີ່ໄດ້ກະທໍາຜິດທາງ ອາຍາຈະຖືກດໍາເນີນຄະດີຕາມກົດໝາຍລວມທັງການໃຊ້ແທນຄ່າເສຍ ຫາຍທາງແພ່ງ. ໃນກໍລະນີທີ່ໄດ້ກະທໍາຜິດໂດຍເຈດຕະນາແລະຖືກສານຕັດສິດ ລົງໂທດຕັດອິດສະລະພາບທີ່ໃຊ້ໄດ້ຢ່າງເດັດຂາດແລ້ວຈະໝົດສິດເປັນກໍາ ລັງປ້ອງກັນຄວາມສະຫງົບປະຊາຊົນ.


..ໝວດທີເກົ້າວັນສ້າງຕັ້ງແລະເຄື່ອງໝາຍຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ


...ມາດຕາສີ່ສິບຫົກວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ

ມາດຕາສີ່ສິບຫົກວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນແມ່ນ ວັນທີຫ້າເມສາປີພັນເກົ້າລ້ອຍຫົກສິບເອັດ. ທຸກໆປີກໍາລັງປ້ອງກັນຄວາມສະຫງົບປະຊາຊົນພ້ອມກັບປະ ຊາຊົນລາວບັນດາເຜົ່າຈັດຕັ້ງການສະເຫຼີມສະຫຼອງວັນດັ່ງກ່າວ. ...ມາດຕາສີ່ສິບເຈັດເຄື່ອງໝາຍຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ

ມາດຕາສີ່ສິບເຈັດເຄື່ອງໝາຍຂອງກໍາລັງປ້ອງກັນຄວາມສະຫງົບປະຊາ ຊົນ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີເຄື່ອງແບບ,ເຄື່ອງ ໝາຍ,ເຄື່ອງໝາຍຊັ້ນ,ເຄື່ອງໝາຍເລົ່າຮົບ,ຕາປະທັບ,ບັດປະຈໍາການຂອງ ຕົນຊຶ່ງກໍານົດໄວ້ໃນລະບຽບການສະເພາະ. ..ໝວດທີສິບບົດບັນຍັດສຸດທ້າຍ


...ມາດຕາສີ່ສິບແປດການຈັດຕັ້ງປະຕິບັດ

ມາດຕາສີ່ສິບແປດການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້. ...ມາດຕາສີ່ສິບເກົ້າຜົນສັກສິດ

ມາດຕາສີ່ສິບເກົ້າຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນ ປະທ່ານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນ ໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ.