ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ(ສະບັບປັບປຸງ) 09-05-2017

From Wikisource
Jump to navigation Jump to search

ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ(ສະບັບປັບປຸງ) 09-05-2017

ພາກທີ1ບັດບັນຍັດທົ່ວໄປ

ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນເພື່ອຮັບປະກັນໃຫ້ກໍາລັງດັ່ງກ່າວມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ,ເຂັ້ມແຂງທາງດ້ານການຈັດຕັ້ງ,ມີລະບຽບວິໄນເຂັ້ມງວດ,ມີຄວາມຊໍານານທາງດ້ານວິຊາສະເພາະ,ມີແບບແຜນວິທີເຮັດວຽກທີ່ກ້າວໜ້າແລະທັນສະໄໝແນໃສ່ເຮັດສໍາເລັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ,ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມປະກອບສ່ວນເຂົ້າໃນການປົກປັກຮັກສາ,ສ້າງສາແລະພັດທະນາປະເທດຊາດ.

ມາດຕາ2(ປັບປຸງ)ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນແມ່ນກໍາລັງປະກອບອາວຸດ,ມາຈາກປະຊາຊົນ,ໂດຍປະຊາຊົນ,ຮັບໃຊ້ປະຊາຊົນແລະເພື່ອຜົນປະໂຫຍດຂອງປະຊາຊົນລາຍບັນດາເຜົ່າຊຶ່ງຢູ່ໃຕ້ການຊີ້ນໍາ,ນໍາພາເດັດຂາດ,ໂດຍກົງຮອບດ້ານຂອງພັກປະຊາຊົນປະຕິວັດລາວແລະຢູ່ພາຍໃຕ້ການຄຸ້ມຄອງຂອງລັດ,ມີພາລະບົດບາດປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ,ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຊຶ່ງປະກອບມີກໍາລັງປ້ອງກັນຄວາມສະຫງົບອາຊີບແລະເຄິ່ງອາຊີບ.

ມາດຕາ3(ປັບປຸງ)ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ນາຍແລະພົນຕໍາຫຼວດໝາຍເຖິງກໍາລັງປ້ອງກັນຄວາມສະຫງົບອາຊີບ; 2.ນາຍຕໍາຫຼວດໝາຍເຖິງກໍາລັງປ້ອງກັນຄວາມສະຫງົບອາຊີບຜູ້ມີຊັ້ນແຕ່ຮ້ອຍຕີເຖິງນາຍພົນ; 3.ພົນຕໍາຫຼວດໝາຍເຖິງກໍາລັງປ້ອງກັນຄວາມສະຫງົບອາຊີຜູ້ມີຊັ້ນແຕ່ຊັ້ນສອງເຖິງວາທີຮ້ອຍຕີ; 4.ຊັ້ນສອງໝາຍເຖິງຊັ້ນຕໍ່າສຸດຂອງກໍາລັງປ້ອງກັນຄວາມສະຫງົບອາຊີບ; 5.ວາທີ່ຮ້ອຍຕີໝາຍເຖິງຊັ້ນກຽມຂຶ້ນຮ້ອຍຕີ; 6.ກໍາລັງປ້ອງກັນຄວາມສະຫງົບກຸ່ມບ້ານໝາຍເຖິງກໍາລັງອາຊີບຊຶ່ງປະຕິບັດໜ້າທີ່ຢູ່ຕາມກຸ່ມບ້ານທີ່ຂຶ້ນກັບກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນ; 7.ກໍາລັງປ້ອງກັນຄວາມສະຫງົບບ້ານໝາຍເຖິງກໍາລັງເຄິ່ງອາຊີບທີ່ເຮັດວຽກງານປ້ອງກັນຄວາມສະຫງົບຢູ່ບ້ານແລະມີເຄື່ອງແບບສະເພາະ; 8.ອາຊະຍາກໍາໝາຍເຖິງການກະທໍາຜິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາແລະກົດໝາຍອື່ນທີ່ກໍານົດໂທດທາງອາຍາ; 9.ທາດແຕກໝາຍເຖິງທາດເຄມີທີ່ພາໃຫ້ເກີດປະຕິກິລິຍາກໍ່ໃຫ້ເກີດການໄໝ້,ລະເບີດແລະເປັນພິດ; 10.ສັດວິຊາສະເພາະໝາຍເຖິງສັດລ້ຽງທີ່ໄດ້ຮັບການຝຶກແອບເພື່ອນໍາໃຊ້ເຂົ້າໃນວຽກງານເຫຼົ່າວິຊາສະເພາະຕ່າງໆໃນກໍາລັງປ້ອງກັນຄວາມສະຫງົບ.

ມາດຕາ4(ປັບປຸງ)ນະໂຍບາຍຂອງລັດຕໍ່ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ລັດໃຫ້ຄວາມສໍາຄັນໃນການສ້າງແລະພັດທະນາກໍາລັງປ້ອງກັນຄວາມສະຫງົບປະຊາຊົນໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານ,ມີຄວາມໜັກແໜ້ນທາງດານການເມືອງແນວຄິດ,ຄວາມຮຸ້,ຄວາມສາມາດປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ. ລັດກໍ່ສ້າງພື້ນຖານໂຄງລ່າງ,ສະໜອງທີ່ດິນ,ງົບປະມານ,ພາຫະນະ,ວັດຖຸປະກອນ,ເຕັກນິກເຕັກໂນໂລຊີທີ່ທັນສະໄໝ,ອາວຸດຍຸດໂທປະກອນແລະແກ້ໄຂຊີວິດການເປັນຢູ່ທາງດ້ານວັດຖຸແລະຈິດໃຈໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບປະຊາຊົນເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະຕາມເງື່ອນໄຂແລະຄວາມສາມາດຕົວຈິງ.

ມາດຕາ5(ປັບປຸງ)ຫຼັກການຈັດຕັ້ງແລະການເຄື່ອນໄຫວ ໃນການຈັດຕັ້ງແລະການເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນໃຫ້ປະຕິບັດຕາມຫຼັກການດັ່ງນີ້: 1.ຢູ່ພາຍໃຕ້ການຊີ້ນໍາ,ນໍາພາເດັດຂາດ,ໂດຍກົງແລະຮອບດ້ານຂອງພັກປະຊາຊົນປະຕິວັດລາວ; 2.ຊີ້ນໍາ,ນໍາພາແລະກວດກາໂດຍຄະນະກໍາມະການປ້ອງກັນຊາດປ້ອງກັນຄວາມສະຫງົບແຕ່ລະຂັ້ນ; 3.ປະທານປະເທດເປັນຜູ້ບັນຊາການສູງສຸດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; 4.ນາຍົກລັດຖະມົນຕີເປັນຜູ້ຊີ້ນໍາ,ອໍານວຍຄວບຄຸມ,ຕິດຕາມແລະກວດກາການຈັດຕັ້ງແລະການເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; 5.ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເປັນຜູ້ບັນຊາໂດຍກົງກໍາລັງປ້ອງກັນຄວາມສະຫງົບປະຊາຊົນທັງເປັນຜູ້ຈັດຕັ້ງຊີ້ນໍາ,ນໍາພາ,ບັນຊາ,ຄຸ້ມຄອງແລະກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; 6.ນາຍແລະພົນຕໍາຫຼວດຜູ້ທີ່ມີຕໍາແໜ່ງຫຼືຊັ້ນສູງກວ່າແມ່ນຂັ້ນເທິງຂອງນາຍແລະພົນຕໍາຫຼວດຜູ້ທີ່ມີຕໍາແໜ່ງຫຼືຊັ້ນຕໍ່າກວ່າ,ຜູ້ທີ່ມີຕໍາແໜ່ງສູງກວ່າແຕ່ມີຊັ້ນເທົ່າກັນຫຼືຕໍ່າກວ່າແມ່ນຂັ້ນເທິງຂອງຜູ້ທີ່ມີຊັ້ນເທົ່າກັນຫຼືສູງກວ່າ; 7.ເຄົາລົບແລະປະຕິບັດລັດຖະທໍາມະນູນ,ກົດໝາຍຢ່າງເຂັ້ມງວດ; 8.ປະຕິບັດລະບອບຫົວໜ້າດຽວ,ລວມສູນປະຊາທິປະໄຕ,ເຮັດວຽກເປັນໝູ່ຄະນະ,ແບ່ງງານໃຫ້ບຸກຄົນຮັບຜິດຊອບ,ຕິດຕາມກວດກາ,ພິຈາລະນາຕົກລົງວຽກງານຕາມສຽງສ່ວນຫຼາຍ,ບຸກຄົນຂຶ້ນກັບການຈັດຕັ້ງແລະຂັ້ນລຸ່ມຂຶ້ນກັບຂັ້ນເທິງ; 9.ລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດບົນພື້ນຖານແບ່ງຂັ້ນຄຸ້ມຄອງ,ແບ່ງຄວາມຮັບຜິດຊອບແລະປະສານສົມທົບຢ່າງກົມກຽວລະຫວ່າງສູນກາງແລະທ້ອງຖິ່ນ; 10.ກະທັດຮັດ,ມີປະສິດທິພາບ,ທັນສະໄໝ,ເປີດເຜີຍ,ໂປ່ງໃສ,ຍຸຕິທໍາ,ພາວະວິໄສແລະສາມາດກວດກາໄດ້ໂດຍອີງໃສ່ປະຊາຊົນແລະຢູ່ພາຍໃຕ້ການກວດກາຂອງປະຊາຊົນ; 11.ຮັບປະກັນຄວາມລັບຂອງຊາດ,ຂອງວຽກງານປ້ອງກັນຄວາມສະຫງົບ.

ມາດຕາ6(ປັບປຸງ)ພັນທະຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີພັນທະດັ່ງນີ້: 1.ປົກປັກຮັກສາພັກປະຊາຊົນປະຕິວັດລາວແລະລັດແກ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວທັງເຂົ້າຮ່ວມໃນການສ້າງສາພັດທະນາປະເທດຊາດ; 2.ປົກປ້ອງອຸດົມການສັງຄົມນິຍົມ,ຮັບໃຊ້ປະເທດຊາດແລະປະຊາຊົນດ້ວຍຄວາມສັດຊື່ບໍລະສຸດ; 3.ເຄົາລົບປະແລະປະຕິບັດລັດຖະທໍາມະນູນແລະກົດໝາຍຢ່າງເຂັ້ມງວດ; 4.ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ,ຈັນຍາທໍາຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ;ຮໍ່າຮຽນ,ຝຶກແອບວິຊາສະເພາະໃຫ້ຊໍານານແລະເຄົາລົບນັບຖືກຮີດຄອງປະເພນີອັນດີງາມຂອງຊາດແລະຂອງປະຊາຊົນລາວບັນດາເຜົ່າ; 5.ກຽມພ້ອມປະຕິບັດໜ້າທີ່ແລະສູ້ຮົບ,ຍອມເສຍສະລະຊີວິດເພື່ອປະເທດຊາດແລະປະຊາຊົນລາວບັນດາເຜົ່າ; 6.ເຄົາລົບການຈັດຕັ້ງ,ປະຕິບັດມະຕິຄໍາສັ່ງຂອງຜູ້ບັງຄັບບັນຊາ,ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຢ່າງເຂັ້ມງວດແລະເດັດຂາດ; 7.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ7(ປັບປຸງ)ພັນທະຂອງສັງຄົມ ການປ້ອງກັນຄວາມສະຫງົບແມ່ນຄວາມຮັບຜິດຊອບຂອງທົ່ວປວງຊົນ;ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງມີພັນທະປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ,ເສດຖະກິດແລະສັງຄົມດ້ວຍການສະກັດກັ້ນ,ແຈ້ງ,ລາຍງານ,ສະໜອງຂໍ້ມູນ,ເຂົ້າຮ່ວມແລະຊ່ວຍເຫຼືອປະກອບພາຫະນະ,ວັດຖຸ,ຊັບສິນແລະອື່ນໆທີ່ຈໍາເປັນຕາມຄວາມສາມາດຕົວຈິງເຂົ້າໃນວຽກງານປ້ອງກັນຄວາມສະຫງົບ.

ມາດຕາ8(ໃໝ່)ການປົກປ້ອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ຮັບການປົກປ້ອງຕາມກົດໝາຍຈາກການຖືກກ່າວຫາ,ຮ້ອງຟ້ອງ,ໃສ່ຮ້າຍປ້າຍສີ,ຂົ່ມຂູ່ຫຼືນາບຂູ່ໃນເວລາເຄື່ອນໄຫວປະຕິບັດໜ້າທີ່ທີ່ຖືກຕ້ອງຕາມກົດໝາຍ.

ມາດຕາ9(ໃໝ່)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບທັງພາຍໃນແລະຕ່າງປະເທດ.

ມາດຕາ10(ປັບປຸງ)ການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນດ້ວຍການແລກປ່ຽນບົດຮຽນ,ເຕັກໂນໂລຊີ,ຂໍ້ມູນຂ່າວສານ,ການບໍາລຸງສ້າງ,ຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະໃຫ້ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ,ແກ້ໄຂບັນຫາທີ່ພົວພັນເຖິງວຽກງານປ້ອງກັນຄວາມສະຫງົບບົນພື້ນຖານຫຼັກການເຄົາລົບເອກະລາດ,ອໍານາດອະທິປະໄຕ,ຜືນແຜ່ນດິນອັນຄົບຖ້ວນດບໍ່ແຊກແຊງກິດຈະການພາຍໃນຊຶ່ງກັນແລະກັນ,ສະເໝີພາບ,ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ,ປະຕິບັດສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ. ລັດສົ່ງເສີມການພົວພັນຮ່ວມມືຮອບດ້ານກັບປະເທດເພື່ອນມິດຍຸດທະສາດກ່ຽວກັບວຽກງານປ້ອງກັນຄວາມສະຫງົບ.

ພາກທີ2ການຈັດຕັ້ງແລະການເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ

ໝວດທີ1ທີ່ຕັ້ງ,ພາລະບົດບາດ,ຂອບເຂດສິດແລະໜ້າທີ່

ມາດຕາ11(ປັບປຸງ)ທີ່ຕັ້ງແລະພາລະບົດບາດຂອງກໍາລັງປ້ອງກັນຄວາມສະຫງົບອາຊີບ ກໍາລັງປ້ອງກັນຄວາມສະຫງົບອາຊີບແມ່ນກໍາລັງປະກອບອາວຸດທີ່ມີຫຼາຍເຫຼົ່າວິຊາສະເພາະໄດ້ຮັບການບໍາລຸງສ້າງວິຊາສະເພາະຢ່າງເປັນລະບົບ,ສັງກັດຢູ່ໃນກົງຈັກການຈັດຕັ້ງຂອງກໍາລັງປ້ອງກັນຄວາມສະຫງົບ,ປະກອບດ້ວຍນາຍແລະພົນຕໍາຫຼວດ,ໄດ້ຮັບການປະກອບອາວຸດ,ເຕັກນິກວິຊາສະເພາະຢ່າງຄົບຖ້ວນ. ກໍາລັງປ້ອງກັນຄວາມສະຫງົບອາຊີບມີພາລະບົດບາດປົກປັກຮັກສາລະບອບປະຊາທິປະໄຕປະຊາຊົນ,ຄວາມສະຫງົບທາງດ້ານການເມືອງ,ເສດຖະກິດແລະສັງຄົມ,ປົກປ້ອງຜົນປະໂຫຍດຂອງລັດ,ລວມໝູ່,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ.

ມາດຕາ12(ປັບປຸງ)ຂອບເຂດສິດຂອງກໍາລັງປ້ອງກັນຄວາມສະຫງົບອາຊີບ ກໍາລັງປ້ອງກັນຄວາມສະຫງົບອາຊີບມີຂອບເຂດສິດດັ່ງນີ້: 1.ກວດກາການເຄົາລົບແລະປະຕິບັດລັດຖະທໍາມະນູນ,ກົດໝາຍຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 2.ຊອກຮູ້,ເກັບກໍາ,ຄົ້ນຄວ້າ,ວິໄຈ,ນໍາໃຊ້ຂໍ້ມູນຂ່າວສານທີ່ກ່ຽວພັນກັບວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ,ເສດຖະກິດແລະສັງຄົມ; 3.ສືບສວນສອບສວນຄະດີອາຍາ,ນໍາໃຊ້ວິທີການສືບສວນສອບສວນ,ມາດຕະການສະກັດກັ້ນເຊັ່ນການກັກຕົວ,ການຈັບຕົວ,ການປ່ອຍຕົວ,ການກວດຄົ້ນ,ການຍຶດຊັບແລະປັບໃໝຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 4.ນໍາໃຊ້ວິທີການມະຫາຊົນ,ວິທີການຄຸ້ມຄອງບໍລິຫານ,ວິທີການວິຊາສະເພາະ,ວິທີການເຕັກນິກເຕັກໂນໂລຊີແລະວິທີການປະກອບອາວຸດເຂົ້າໃນການຮັກສາຄວາມສະຫງົບທາງດ້ານການເມືອງ,ເສດຖະກິດແລະສັງຄົມ; 5.ເຂົ້າຮ່ວມທຸກການເຄື່ອນໄຫວທາງດ້ານການເມືອງ,ເສດຖະກິດ,ສັງຄົມແລະການຕ່າງປະເທດຕາມລະບຽບການ; 6.ທວງໃຫ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງໃຫ້ຄວາມຮ່ວມມື,ສະໜອງຂໍ້ມູນຂ່າວສານທີ່ພົວພັນເຖິງຄວາມໝັ້ນຄົງແລະຄວາມສະຫງົບຂອງປະເທດຊາດ; 7.ອອກຄໍາສັ່ງໂຈະຫຼືໃຫ້ຢຸດເຊົາຊົ່ວຄາວການເຄື່ອນໄຫວຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ແຕະຕ້ອງເຖິງຄວາມສະຫງົບທາງດ້ານການເມືອງ,ເສດຖະກິດແລະສັງຄົມໃນກໍລະນີຈໍາເປັນຮີບດ່ວນແລ້ວນໍາສະເໜີຂັ້ນເທິງໃຫ້ທິດຊີ້ນໍາ; 8.ປະກອບແລະນໍາໃຊ້ອາວຸດຍຸດໂທປະກອນ,ທາດແຕກ,ວັດຖຸລະເບີດ,ຍານພາຫະນະທາງບົກ,ທາງນໍ້າ,ທາງອາກາດ,ສັດວິຊາສະເພາະ,ເຄື່ອງມື,ອຸປະກອນເຕັກນິກວິຊາສະເພາະຕາມກົດໝາຍແລະລະບຽບການເພື່ອຮັບປະກັນການປະຕິບັດໜ້າທີ່ຂອງຕົນ; 9.ຈັດຕັ້ງ,ວາງກໍາລັງຢູ່ໃນພື້ນທີ່,ຂົງເຂດ,ຂະແໜງການທີ່ເຫັນວ່າຈໍາເປັນ; 10.ຕິດຕາມແລະກວດກາຄື້ນຄວາມຖີ່,ທຸລະກໍາທາງເອເລັກໂຕຼນິກ,ການຄຸ້ມຄອງຂໍ້ມູນຂ່າວສານແລະລະບົບຄັອມພິວເຕີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 11.ຮໍ່າຮຽນ,ຍົກລະດັບ,ຮັບຕໍາແໜ່ງໜ້າທີ່,ປະດັບຊັ້ນ,ເລື່ອນຊັ້ນ,ຮັບນະໂຍບາຍຕ່າງໆຕາມກົດໝາຍແລະລະບຽບການ,ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ; 12.ຄົ້ນຄວ້າວິທະຍາສາດ,ຜະລິດແລະດໍາເນີນທຸລະກິດທີ່ຖືກຕ້ອງຕາມກົດໝາຍ; 13.ນໍາໃຊ້ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ13(ປັບປຸງ)ໜ້າທີ່ຂອງກໍາລັງປ້ອງກັນຄວາມສະຫງົບອາຊີບ ກໍາລັງປ້ອງກັນຄວາມສະຫງົບອາຊີບມີໜ້າທີ່ດັ່ງນີ້: 1.ຄົ້ນຄວ້າ,ຜັນຂະຫຍາຍແນວທາງ,ນະໂຍບາຍ,ແຜນຍຸດທະສາດ,ກົດໝາຍເປັນແຜນການ,ແຜນງານແລະໂຄງການພ້ອມທັງຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ; 2.ເຄົາລົບແລະປະຕິບັດລັດຖະທໍາມະນູນແລະກົດໝາຍ; 3.ໂຄສະນາເຜີຍແຜ່ແລະສຶກສາອົບຮົມແນວທາງ,ນະໂຍບາຍ,ລັດຖະທໍາມະນູນ,ກົດໝາຍແລະລະບຽບການກ່ຽວກັບວຽກງານປ້ອງກັນຄວາມສະຫງົບ; 4.ກໍ່ສ້າງຮາກຖານການເມືອງ,ປຸກລະດົມຂົນຂວາຍປະຊາຊົນ,ສ້າງທ່າສະໜາມປ້ອງກັນຄວາມສະຫງົບໃນຂອບເຂດທົ່ວປະເທດ,ເຂົ້າຮ່ວມການພັດທະນາເສດຖະກິດ,ວັດທະນະທໍາ,ສັງຄົມແລະຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າ; 5.ປ້ອງກັນຜູ້ນໍາພັກ,ລັດຂັ້ນຕ່າງໆ,ແຂກຕ່າງປະເທດ,ທີ່ຕັ້ງກິດຈະການ,ກອງປະຊຸມ,ງານສໍາຄັນຕ່າງໆ,ບັນດາການຈັດຕັ້ງພາຍໃນແລະຕ່າງປະເທດປະຈໍາຢູ່ສປປລາວ,ຊີວິດ,ຊັບສິນ,ຜົນປະໂຫຍດຂອງລັດ,ລວມໝູ່,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ,ຮັບປະກັນຄວາມໝັ້ນຄົງຂອງຊາດ; 6.ປັບປຸງ,ສ້າງກໍລັງໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ,ເຂັ້ມແຂງທາງດ້ານການຈັດຕັ້ງ,ມີລະດັບຄວາມຮູ້,ຄວາມສາມາດທາງດ້ານວິຊາສະເພາະ,ມີລະບຽບວິໄນເຂັ້ມງວດ,ມີແບບແຜນທັນສະໄໝ,ວິທະຍາສາດ,ເຕັກໂນໂລຊີທີ່ກ້າວໜ້າເພື່ອເຮັດສໍາເລັດໜ້າທີ່ຂອງຕົນ; 7.ປ້ອງກັນ,ສະກັດກັ້ນ,ຕ້ານທຸກກົນອຸບາຍເລ່ຫຼ່ຽມທີ່ຫວັງທາລາຍມ້າງເພ,ແບ່ງແຍກ,ສ້າງຄວາມປັ່ນປ່ວນກໍ່ຄວາມບໍ່ສະຫງົບໃນດິນແດນຂອງສປປລາວ; 8.ດໍາເນີນວຽກງານສືບຂ່າວ; 9.ຕ້ານແລະສະກັດກັ້ນອາຊະຍາກໍາ,ກວດກາ,ຄວບຄຸມ,ອໍານວຍຄວາມສະດວກໃຫ້ແກ່ການຈະລາຈອນທາງບົກ,ທາງນໍ້າແລະທາງລົດໄຟ;ຕ້ານແລະສະກັດກັ້ນອັກຄີໄພແລະໄພພິບັດ; 10.ຕ້ານອາຊະຍາກໍາຂ້າມຊາດ,ການກໍ່ການຮ້າຍ,ຕ້ານການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 11.ອໍານວຍຄວາມສະດວກ,ຄວບຄຸມ,ຕິດຕາມແລະກວດກາການເຂົ້າອອກສປປລາວ,ຄຸ້ມຄອງຄົນຕ່າງປະເທດແລະນັກທ່ອງທ່ຽວ; 12.ຄຸ້ມຄອງຜູ້ຖືກຫາ,ນັກໂທດແລະຜູ້ຖືກດັດສ້າງ; 13.ຄຸ້ມຄອງສໍາມະໂນຄົວ,ບັດປະຈໍາຕົວ,ອາວຸດ,ທາດແຕກ,ວັດຖຸລະເບີດ,ຕາປະທັບແລະອາຊີບພິເສດ; 14.ກຽມພ້ອມສູ້ຮົບ,ສູ້ຮົບພິລະອາດຫານ,ຍອມເສຍສະລະຊີວິດເພື່ອປະເທດຊາດແລະປະຊາຊົນລາວບັນດາເຜົ່າ,ຖືເອົາຜົນປະໂຫຍດສ່ວນລວມສູງກວ່າຜົນປະໂຫຍດສ່ວນຕົວ; 15.ຮັກສາຄວາມລັບຂອງປະເທດຊາດແລະຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; 16.ເກັບກໍາ,ຄົ້ນຄວ້າ,ຕີລາຄາ,ຄາດຄະເນສະພາບການເພື່ອນໍາສະເໜີຕໍ່ຂັ້ນເທິງແລ້ວວາງທິດທາງຈັດຕັ້ງປະຕິບັດ; 17.ຄົ້ນຄວ້າວິທະຍາສາດ,ສະຫຼຸບຖອດຖອນບົດຮຽນ,ສັງລວມພຶດຕິກໍາກ່ຽວກັບວຽກງານປ້ອງກັານຄວາມສະຫງົບ; 18.ຄຸ້ມຄອງຊີວິດການເປັນຢູ່ທາງດ້ານວັດຖຸແລະຈິດໃຈຂອງນາຍແລະພົນຕໍາຫຼວດບົນພື້ນຖານຍົກສູງຈິດໃຈເພິ່ງຕົນເອງກຸ້ມຕົນເອງແລະອອກແຮງສ້າງພະລາທິການກັບທີ່ຕິດພັນກັບວຽກງານວິຊາສະເພາະ; 19.ປະສານສົມທົບຢ່າງກົມກຽວລະຫວ່າງຢຸດທະສາດປ້ອງກັນຄວາມສະຫງົບແຫ່ງຊາດກັບການພັດທະນາເສດຖະກິດສັງຄົມ;ຮ່ວມມືແລະປະສານສົມທົບກັບບັນດາຂະແໜງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນກ່ຽວກັບວຽກງານປ້ອງກັນຄວາມສະຫງົບ; 20.ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ14(ປັບປຸງ)ຄວາມຮັບຜິດຊອບຂອງນາຍແລະພົນຕໍາຫຼວດ ນາຍແລະພົນຕໍາຫຼວດຮັບຜິດຊອບດັ່ງນີ້: 1.ນາຍຕໍາຫຼວດຮັບຜິດຊອບຊີ້ນໍາ,ນໍາພາ,ບັນຊາ,ຄຸ້ມຄອງກົມກອງ,ເຫຼົ່າວິຊາສະເພາະທັງຈັດຕັ້ງປະຕິບັດວຽກງານຕົວຈິງ; 2.ພົນຕໍາຫຼວດຮັບຜິດຊອບໃນການຈັດຕັ້ງປະຕິບັດຕາມການຊີ້ນໍາ,ນໍາພາ,ບັນຊາຂອງຂັ້ນເທິງຢ່າງເຂັ້ມງວດ; 3.ນາຍແລະພົນຕໍາຫຼວດຮັບຜິດຊອບຕໍ່ຜົນສໍາເລັດແລະຂໍ້ຂາດຕົກບົກພ່ອງຂອງຕົນໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.

ມາດຕາ15(ປັບປຸງ)ທີ່ຕັ້ງ,ພາລະບົດບາດ,ຂອບເຂດສິດແລະໜ້າທີ່ຂອງກໍາລັງປ້ອງກັນຄວາມສະຫງົບເຄິ່ງອາຊີບ ກໍາລັງປ້ອງກັນຄວາມສະຫງົບເຄິ່ງອາຊີບແມ່ນກໍາລັງປ້ອງກັນຄວາມສະຫງົບບ້ານ,ກໍາລັງປ້ອງກັນພາຍໃນ,ກໍາລັງປ້ອງກັນຕົວແລະກໍາລັງຮັກສາຄວາມປອດໄພທີ່ເຮັດວຽກງານປ້ອງກັນຄວາມສະຫງົບຢູ່ຮາກຖານບ້ານ,ສໍານັກງານ,ອົງການ,ຫົວໜ່ວຍທຸລະກິດຕ່າງໆຊຶ່ງບໍ່ໄດ້ຮັບການປະດັບຊັ້ນຄືກັນກັບກໍາລັງອາຊີບ. ທີ່ຕັ້ງ,ພາລະບົດບາດ,ຂອບເຂດສິດແລະໜ້າທີ່ຂອງກໍາລັງປ້ອງກັນຄວາມສະຫງົບເຄິ່ງອາຊີບໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ.

ໝວດທີ2ໂຄງປະກອບການຈັດຕັ້ງແລະບຸຄະລາກອນ

ມາດຕາ16(ປັບປຸງ)ໂຄງປະກອບການຈັດຕັ້ງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີໂຄງປະກອບການຈັດຕັ້ງດັ່ງນີ້: 1.ກະຊວງປ້ອງກັນຄວາມສະຫງົບ; 2.ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງ; 3.ກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນ; 4.ປ້ອງກັນຄວາມສະຫງົບບ້ານ. ສໍາລັບການຈັດຕັ້ງລະອຽດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນແຕ່ລະຂັ້ນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ17(ປັບປຸງ)ໂຄງປະກອບບຸກຄະລາກອນນໍາພາ,ບັນຊາແຕ່ລະຂັ້ນ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີໂຄງປະກອບບຸກຄະລາກອນນໍາພາ,ບັນຊາແຕ່ລະຂັ້ນດັ່ງນີ້: 1.ກະຊວງປ້ອງກັນຄວາມສະຫງົບມີລັດຖະມົນຕີແລະຮອງລັດຖະມົນຕີ; 2.ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງມີຫົວໜ້າແລະຮອງຫົວໜ້າ; 3.ກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນມີຫົວໜ້າແລະຮອງຫົວໜ້າ; 4.ປ້ອງກັນຄວາມສະຫງົບບ້ານມີຫົວນ້າແລະຮອງຫົວໜ້າ.

ມາດຕາ18(ປັບປຸງ)ສິດແລະໜ້າທີ່ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບມີສິດແລະໜ້າທີ່ດັ່ງນີ້: 1.ຊີ້ນໍາ,ນໍາພາຜັນຂະຫຍາຍແລະຈັດຕັ້ງປະຕິບັດແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງຊົນ,ແຜນຍຸດທະສາດ,ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານປ້ອງກັນຄວາມສະຫງົບ; 2.ບັນຊາ,ຄຸ້ມຄອງແລະກວດກາກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; 3.ສະໜີສ້າງຫຼືປັບປຸງກົດໝາຍ,ລັດຖະບັນຍັດແລະດໍາລັດກ່ຽວກັບວຽກງານໃນຂະແໜງການຂອງຕົນຕໍ່ລັດຖະບານ; 4.ຊີ້ນໍາການຄົ້ນຄວ້າວິທະຍາສາດ,ການເຜີຍແຜ່ແລະແນະນໍາກ່ຽວກັບການນໍາໃຊ້ວິທະຍາສາດໃໝ່ເຂົ້າໃນການພັດທະນາວຽກງານປ້ອງກັນຄວາມສະຫງົບ; 5.ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍແລະແຈ້ງການກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວວຽກງານໃນຂະແໜງການຂອງຕົນໃຫ້ມີປະສິດທິພາບ; 6.ໂຈະການປະຕິບັດ,ລົບລ້າງຫຼືຍົກເລີກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາຫຼືແຈ້ງການທີ່ຂັດກັບກົດໝາຍຫຼືລະບຽບການຂອງການຈັດຕັ້ງຂັ້ນລຸ່ມທີ່ຂຶ້ນກັບກະຊວງປ້ອງກັນຄວາມສະຫງົບ; 7.ສະເໜີນາຍົກລັດຖະມົນຕີໂຈະການປະຕິບັດ,ປັບປຸງ,ລົບລ້າງຫຼືຍົກເລີກນິຕິກໍາຂອງຂະແໜງການອື່ນຫຼືຂອງອົງການປົກຄອງທ້ອງຖິ່ນທີ່ຂັດກັບນິຕິກໍາຂອງກະຊວງຕົນຫຼືກໍ່ຄວາມເສຍຫາຍໃຫ້ແກ່ຄວາມສະຫງົບຂອງປະເທດຊາດ; 8.ປະສານສົມທົບກັບຂະແໜງການຕ່າງໆແລະອົງການປົກຄອງທ້ອງຖິ່ນໃນການປະຕິບັດວຽກງານປ້ອງກັນຄວາມສະຫງົບ; 9.ພົວພັນ,ຮ່ວມມືກັບຕ່າງປະເທດ,ເຊັນສັນຍາສາກົນຕາມການມອບໝາຍຂອງລັດຖະບານ; 10.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະຕາມການມອບໝາຍ.

ມາດຕາ19(ປັບປຸງ)ສິດແລະໜ້າທີ່ຂອງຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບມີສິດແລະໜ້າທີ່ດັ່ງນີ້: 1.ຊ່ວຍລັດຖະມົນຕີໃນການຊີ້ນໍາ,ນໍາພາ,ບັນຊາ,ກວດກາວຽກງານລວມຂອງກະຊວງປ້ອງກັນຄວາມສະຫງົບ; 2.ຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງລັດຖະມົນຕີ; 3.ໃນກໍລະນີທີ່ລັດຖະມົນຕີຢູ່ຫຼືບໍ່ສາມາດປະຕິບັດໜ້າທີ່ໄດ້ນັ້ນແມ່ນຮອງລັດຖະມົນຕີຜູ້ທີ່ໄດ້ຮັບມອບໝາຍເປັນຜູ້ຮັກສາການແທນ; 4.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະຕາມການມອບໝາຍ.

ມາດຕາ20(ປັບປຸງ)ສິດແລະໜ້າທີ່ຂອງຫົວໜ້າແລະຮອງຫົວໜ້າການຈັດຕັ້ງຂັ້ນຕ່າງໆ ສິດແລະໜ້າທີ່ຂອງຫົວໜ້າແລະຮອງຫົວໜ້າກົມກອງອ້ອມຂ້າງກະຊວງ,ຫົວໜ້າແລະຮອງຫົວໜ້າກອງບົນຊາການປ້ອງກັນຄວາມສະຫງົບຂັ້ນແຂວງແລະຂັ້ນເມືອງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ພາກທີ3ເຫຼົ່າວິຊາສະເພາະ,ທີ່ມາ,ມາດຕະຖານ,ການກໍ່ສ້າງແລະອາຍຸກະສຽນ

ມາດຕາ21(ປັບປຸງ)ເຫຼົ່າວິຊາສະເພາະຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເຫຼົ່າວິຊາສະເພາະຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີດັ່ງນີ້: 1.ເຫຼົ່າວິຊາສະເພາະສັນຕິບານແມ່ນກໍາລັງທີ່ເຮັດໜ້າທີ່ປ້ອງກັນ,ສະກັດກັ້ນແລະຕ້ານອາຊະຍາກໍາທາງດ້ານການເມືອງແລະດໍາເນີນຄະດີ;ອໍານວຍຄວາມສະດວກ,ຄວບຄຸມ,ຕິດຕາມແລະກວດກາການເຂົ້າອອກສປປລາວ,ຄຸ້ມຄອງຄົນຕ່າງປະເທດແລະນັກທ່ອງທ່ຽວເພື່ອຮັບປະກັນຄວາມສະຫງົບທາງດ້ານການເມືອງແລະຄວາມໝັ້ນຄົງຂອງຊາດ; 2.ເຫຼົ່າວິຊາສະເພາະຕໍາຫຼວດແມ່ນກໍາລັງທີ່ເຮັດໜ້າທີ່ປ້ອງກັນ,ສະກັດກັ້ນ,ຕ້ານອາຊະຍາກໍາທາງດ້ານເສດຖະກິດສັງຄົມແລະດໍາເນີນຄະດີອາຍາ,ກວດກາ,ຄວບຄຸມແລະອໍານວຍຄວາມສະດວກການຈະລາຈອນທາງບົກ,ທາງນໍ້າແລະທາງລົດໄຟ,ສະກັດກັ້ນແລະຕ້ານອັກຄີໄພ,ໄພພິບັດເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍແລະປອດໄພ; 3.ເຫຼົ່າວິຊາສະເພາະການເມືອງແມ່ນກໍາລັງທີ່ເຮັດໜ້າທີ່ວຽກງານການເມືອງແນວຄິດ,ການຈັດຕັ້ງ,ນະໂຍບາຍ,ການກໍ່ສ້າງ,ການກວດກາ,ການປ້ອງກັນກໍາລັງ;ໂຄສະນາ,ຂະບວນການກິລາສິລະປະແລະວຽກງານອົງການຈັດຕັ້ງມະຫາຊົນ; 4,ເຫຼົ່າວິຊາສະເພາະເສນາທິການແມ່ນກໍາລັງທີ່ເຮັດໜ້າທີ່ຄົ້ນຄວ້າວາງແຜນຍຸດທະາດ,ວິທະຍາສາດ,ພົວພັນຕ່າງປະເທດ,ຄຸ້ມຄອງເອກະສານ,ສື່ສານ,ກົດລັບ,ກົດໝາຍ,ກວດກາປະເມີນຜົນການປະຕິບັດກົດໝາຍແລະນິຕິກໍາອື່ນໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນແລະເຮັດໜ້າທີ່ວຽກງານບໍລິຫານ; 5.ເຫຼົ່າວິຊາສະເພາະພະລາທິການແມ່ນກໍາລັງທີ່ເຮັດໜ້າທີ່ຮັບປະກັນທາງດ້ານພະລາທິການແລະການລ້ຽງດູກໍາລັງ; 6.ເຫຼົ່າວິຊາສະເພາະສືບຂ່າວຍຸດທະສາດແມ່ນກໍາລັງທີ່ເຮັດໜ້າທີ່ຊອກຮູ້,ເກັບກໍາສະພາບການກ່ຽວກັບກົນອຸບາຍ,ເລ່ຫຼ່ຽມ,ການຈັດຕັ້ງແລະການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ຫວັງທໍາລາຍຄວາມສະຫງົບທາງດານການເມືອງ,ເສະຖະກິດແລະສັງຄົມ; 7.ເຫຼົ່າວິຊາສະເພາະຄຸມຂັງ,ດັດສ້າງແມ່ນກໍາລັງທີ່ເຮັດໜ້າທີ່ຄຸ້ມຄອງ,ສຶກສາອົບຮົມ,ຝຶກວິຊາຊີບໃຫ້ນັກໂທດແລະຜູ້ຖືກດັດສ້າງ; 8.ເຫຼົ່າວິຊາສະເພາະຄຸ້ມຄອງສໍາມະໂນຄົວແລະກໍ່ສ້າງຮາກຖານແມ່ນກໍາລັງທີ່ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ,ຄຸ້ມຄອງສໍາມະໂນຄົວ,ບັດປະຈໍາຕົວ,ອາວຸດ,ທາດແຕກ,ຕາປະທັບແລະອາຊີບພິເສດ; 9.ເຫຼົ່າວິຊາສະເພາະປ້ອງກັນເຄື່ອນທີ່ແມ່ນກໍາລັງທີ່ເຮັດໜ້າທີ່ເຄື່ອນໄຫວກວດກາລາດຕະເວນ,ປ້ອງກັນງານງານສໍາຄັນ,ແກ້ໄຂການຈະລາຈົນແລະການກໍ່ຄວາມບໍ່ສະຫງົບໃນສັງຄົມ; 10.ເຫຼົ່າວິຊາສະເພາະປ້ອງກັນທີ່ຕັ້ງແມ່ນກໍາລັງທີ່ເຮັດໜ້າທີ່ປ້ອງກັນສະຖານທີ່ສໍາຄັນຂອງັກ,ລັດ,ອົງການຈັດຕັ້ງສາກົນແລະສະຖານທີ່ສໍາຄັນທາງດ້ານເສດຖະກິດ,ວັດທະນະທໍາແລະສັງຄົມ; 11.ເຫຼົ່າວິຊາສະເພາະປ້ອງກັນສູນກາງແມ່ນກໍາລັງທີ່ເຮັດໜ້າທີ່ປ້ອງກັນການນໍາພັກ,ລັດ,ແຂກການນໍາຂັ້ນສູງຂອງພັກແລະລັດ; 12.ກໍາລັງປ້ອງກັນຄວາມສະຫງົບເຄິ່ງອາຊີບແມ່ນກໍາລັງທີ່ເຮັດວຽກງານປ້ອງກັນຄວາມສະຫງົບປະຈໍາທີ່ຢູ່ຮາກຖານບ້ານ,ສໍານັກງານ,ອົງການ,ຫົວໜ່ວຍທຸລະກິດແລະອື່ນໆ.

ມາດຕາ22(ປັບປຸງ)ທີ່ມາຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກໍາລັງປ້ອງກັນຄວາມສະຫງົບອາຊີບທີ່ມີມາດັ່ງນີ້: 1.ພົນລະເມືອງລາວບັນດາເຜົ່າທີ່ໄດ້ສະໝັກ,ຄັດເລືອກ,ກວດກາແລະສອບເສັງເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; 2.ນັກຮຽນຫຼືນັກສຶກສາທີ່ໄດ້ຮຽນຈົບວິຊາຊີບໃດໜຶ່ງໂດຍມີເງື່ອນໄຂຄົບຖ້ວນ; 3.ພະນັກງານລັດຖະກອນທີ່ໄດ້ຮັບການຄັດເລືອກມາຈາກອົງການຈັດຕັ້ງຂອງພັກແລະລັດ; 4.ກໍາລັງເຄິ່ງອາຊີບແລະພາກສ່ວນເອກະຊົນທີ່ໄດ້ຮັບການຄັດເລືອກ. ສໍາລັບທີ່ມາຂອງກໍາລັງປ້ອງກັນຄວາມສະຫງົບເຄິ່ງອາຊີບໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ23(ປັບປຸງ)ມາດຕະຖານຂອງນາຍແລະພົນຕໍາຫຼວດ ນາຍແລະພົນຕໍາຫຼວດມີມາດຕະຖານດັ່ງນີ້: 1.ຕ້ອງເປັນຄົນເຊື້ອຊາດແລະສັນຊາດລາວທີ່ມີອາຍຸແຕ່ສິບແປດປີຂຶ້ນໄປ; 2.ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ,ມີຄວາມຈົງຮັກພັກດີຕໍ່ພັກ,ລັດແລະປະຊາຊົນ,ມີອຸດົມການສັງຄົມນິຍົມ,ມີນໍ້າໃຈຮັກຊາດ,ຮັກລະບອບປະຊາທິປະໄຕປະຊາຊົນ,ມີຫຼັກໝັ້ນຈໍາແນກໄດ້ມິດແລະສັດຕູ,ມີຄຸນສົມບັດສິນທໍາປະຕິວັດ,ມີນໍ້າໃຈກ້າຫານເສຍສະລະ,ມີສະຕິຕໍ່ການຈັດຕັ້ງ,ເຄົາລົບແລະປະຕິບັດລັດຖະທໍາມະນູນ,ກົດໝາຍຢ່າງເຂັ້ມງວດ; 3.ມີຊີວະປະຫວັດຈະແຈ້ງ; 4.ມີປະກາສະນີຍະບັດຈົບຊັ້ນມັດທະຍົມສຶກສາຕອນປາຍຫຼືວິຊາຊີບໃດໜຶ່ງ,ສໍາລັບຜູ້ທີ່ຢູ່ຊົນນະບົດຫ່າງໄກສອກຫຼີກຊຶ່ງບໍ່ມີປະກາດສະນີຍະບັດຈົບຊັ້ນມັດທະຍົມສຶກສາຕອນປາຍກໍ່ຈະໄດ້ຮັບການພິຈາລະນາຕາມຄວາມເໝາະສົມ; 5.ມີຄວາມຮູ້ພື້ນຖານດ້ານແນວທາງ,ນະໂຍບາຍຂອງພັກແລະວິຊາສະເພາະໃດໜຶ່ງທີ່ແນ່ນອນ; 6.ມີສຸຂະພາບແຂງແຮງ,ຮ່າງກາຍສົມບູນ. ສໍາລັບນາຍຕໍາຫຼວດຕ້ອງມີມາດຕະຖານຕື່ມດັ່ງນີ້: -ຂັ້ນນາຍຮ້ອຍຕ້ອງມີປະກາສະນີຍະບັດວິຊາສະເພາະຊັ້ນກາງຂຶ້ນໄປຫຼືໄດ້ຜ່ານປະສົບການດ້ານການຊີ້ນໍາ,ນໍາພາ,ບັນຊາແລະມີຜົນສໍາເລັດໃນວຽກງານຕົວຈິງ; -ຂັ້ນນາຍພັນຕ້ອງມີປະກາສະນີຍະບັດວິຊາສະເພາະຊັ້ນສູງຫຼືປະກາສະນີຍະບັດດ້ານທິດສະດີການເມືອງການປົກຄອງຊັ້ນກາງຫຼືທຽບເທົ່າຂຶ້ນໄປແລະໄດ້ຜ່ານປະສົບການດ້ານການຊີ້ນໍາ,ນໍາພາ,ບັນຊາແລະມີຜົນສໍາເລັດໃນວຽກງານຕົວຈິງ. ຂັ້ນນາຍຮ້ອຍແລະຂັ້ນພາຍພັນທີ່ກ່າວເທິງນີ້ຕ້ອງມີຄວາມສາມາດໃນການຊີ້ນໍາ,ນໍາພາ,ບັນຊາ,ມີຄວາມຕື່ນຕົວທາງການເມືອງສູງ,ມີຄວາມເປັນແບບຢ່າງນໍາໜ້າແລະມີບົດບາດອິດທິພົນຕໍ່ນາຍແລະພົນຕໍາຫຼວດ.

ມາດຕາ24(ປັບປຸງ)ການກໍ່ສ້າງແລະບໍາລຸງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ການກໍ່ສ້າງແລະບໍາລຸງກໍາລັງປ້ອງກັນຄວາມສະຫງົບປະຊາຊົນແມ່ນຄວາມຮັບຜິດຊອບຂອງພາກສ່ວນຕ່າງໆດັ່ງນີ້: 1.ຄະນະພັກ,ຄະນະບັນຊາຂັ້ນຕ່າງໆຂອງກະຊວງປ້ອງກັນຄວາມສະຫງົບມີຄວາມຮັບຜິດຊອບກໍ່ສ້າງກໍາລັງຂອງຕົນໃຫ້ເຕີບໃຫຍ່,ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ,ເຂັ້ມແຂງທາງດ້ານການຈັດຕັ້ງ,ມີລະບຽບວິໄນເຂັ້ມງວດ,ມີແບບແຜນວິທີເຮັດວຽກທີ່ກ້າວໜ້າແລະທັນສະໄໝ,ມີຄວາມຊໍານານທາງດ້ານວິຊາສະເພາະ; 2.ອົງການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມແລະພົນລະເມືອງລາວມີພັນທະປະກອບສ່ວນກໍ່ສ້າງ,ບໍາລຸງແລະສຶກສາອົບຮົມກໍາລັງປ້ອງກັນຄວາມສະຫງົບປະຊາຊົນ.

ມາດຕາ25(ປັບປຸງ)ອາຍຸກະສຽນຂອງນາຍແລະພົນຕໍາຫຼວດ ອາຍຸກະສຽນຂອງນາຍແລະພົນຕໍາຫຼວດມີດັ່ງນີ້: 1.ອາຍຸກະສຽນປະຈໍາການ: ອາຍຸກະສຽນຂອງກໍາລັງປ້ອງກັນຄວາມສະຫງົບອາຊີບທີ່ປະຈໍາການສູງສຸດຫົກສິບປີ,ໃນກໍລະນີພິເສດບໍ່ໃຫ້ເກີນຫົກສິບຫ້າປີ. 2.ອາຍຸກະສຽນຮັບບໍານານ: ອາຍຸກະສຽນຮັບບໍານານຂອງກໍາລັງປ້ອງກັນຄວາມສະຫງົບອາຊີບເພດຊາຍແລະເພດຍິງແມ່ນຫົກສິບປີ,ໃນກໍລະນີພິເສດທີ່ມີຄວາມຮຽກຮ້ອງຕ້ອງການບໍ່ໃຫ້ເກີນຫົກສິບຫ້າປີ,ອາຍຸການເຮັດວຽກຊາວຫ້າປີຂຶ້ນໄປ.ສໍາລັບເພດຍິງຈະອອກຮັບອຸດໜູນບໍານານກ່ອນກໍ່ໄດ້ແຕ່ອາຍຸກະສຽນບໍ່ໃຫ້ຫຼຸດຫ້າສິບຫ້າປີ. ສໍາລັບຜູ້ທີ່ເຮັດວຽກກັນທາດເບື່ອ,ທາດເຄມີຫຼືເຮັດວຽກຢູ່ເຂດຫຍຸ້ງຍາກທຸລະກັນດານເປັນເວລາຫ້າປີຢ່າງຕໍ່ເນື່ອງຂຶ້ນໄປມີສິດໄດ້ຮັບບໍານານກ່ອນກໍານົດແລະຕ້ອງມີອາຍຸຫ້າສິບຫ້າປີສໍາລັບເພດຊາຍ;ຫ້າສິບປີສໍາລັບເພດຍິງແລະມີອາຍຸການຊາວປີຂຶ້ນໄປໂດຍໄດ້ຮັບອຸດໜູນບໍານານຄືກັນກັບເງື່ອນໄຂການຮັບອຸດໜູນບໍານານທົ່ວໄປ. ນາຍຕໍາຫຼວດເມື່ອເຖິງກະສຽນບໍານານແລະຄົບປີການແລ້ວຕ້ອງໄດ້ຮັບອຸດໜູນບໍານານໂດຍບໍ່ຈໍາເປັນຕ້ອງຂຽນຄໍາຮ້ອງຊຶ່ງການຈັດຕັ້ງບ່ອນຜູ້ກ່ຽວສັງກັດເປັນຜູ້ແຈ້ງໃຫ້ຮູ້ກ່ອນລ່ວງໜ້າໜຶ່ງປີ.

ພາກທີ4ລະບົບຂັ້ນ,ຊັ້ນແລະຕໍາແໜ່ງ

ໝວກທີ1ຂັ້ນແລະຊັ້ນຂອງນາຍແລະພົນຕໍາຫຼວດ

ມາດຕາ26ຂັ້ນແລະຊັ້ນຂອງນາຍແລະພົນຕໍາຫຼວດ ນາຍແລະພົນຕໍາຫຼວດປະກອບມີຫ້າຂັ້ນແລະສິບຫົກຊັ້ນດັ່ງນີ້: 1.ຂັ້ນນັກຮົບມີສອງຊັ້ນຄື: -ຊັ້ນສອງ; -ຊັ້ນໜຶ່ງ. 2.ຂັ້ນນາຍສິບມີສີ່ຊັ້ນຄື: -ຊັ້ນສິບຕີ; -ຊັ້ນສິບໂທ; -ຊັ້ນສິບເອກ; -ຊັ້ນວທີຮ້ອຍຕີ. 3.ຂັ້ນນາຍຮ້ອຍມີສາມຊັ້ນຄື: -ຊັ້ນຮ້ອຍຕີ; -ຊັ້ນຮ້ອຍຖທ; -ຊັ້ນຮ້ອຍເອກ. 4.ຂັ້ນນາຍພັນມີສາມຊັ້ນຄື: -ຊັ້ນພັນຕີ; -ຊັ້ນພັນໂທ; -ຊັ້ນພັນເອກ. 5.ຂັ້ນນາຍພົນມີສີ່ຊັ້ນຄື: -ຊັ້ນພົນຈັດຕະວາ; -ຊັ້ນພົນຕີ; -ຊັ້ນພົນໂທ; -ຊັ້ນພົນເອກ.

ມາດຕາ27(ປັບປຸງ)ການປະດັບຊັ້ນໃຫ້ນາຍແລະພົນຕໍາຫຼວດ ການປະດັບຊັ້ນໃຫ້ນາຍແລະພົນຕໍາຫຼວດໃຫ້ປະຕິບັດດັ່ງນີ້: 1.ນາຍແລະພົນຕໍາຫຼວດທີ່ຈົບມາຈາກໂຮງຮຽນວິຊາສະເພາະປ້ອງກັນຄວາມສະຫງົບທັງພາຍໃນແລະຕ່າງປະເທດຈະໄດ້ຮັບການປະດັບຊັ້ນຄື: -ສິບໂທສໍາລັບພົນຕໍາຫຼວດທີ່ຈົບໂຮງຮຽນນາຍສິບ; -ຮ້ອຍຕີສໍາລັບພົນຕໍາຫຼວດທີ່ຈົບຈາກໂຮງຮຽນນາຍຕໍາຫຼວດຊັ້ນກາງແລະຊັ້ນສູງ; -ຮ້ອຍໂທສໍາລັບພົນຕໍາຫຼວດທີ່ຈົບຈາກສະຖາບັນນາຍຕໍາຫຼວດຊັ້ນປະລິນຍາຕີ; -ຮ້ອຍເອກສໍາລັບນາຍຕໍາຫຼວດທີ່ຈົບຊັ້ນປະລິນຍາໂທ; -ພັນຕີສໍາລັບນາຍຕໍາຫຼວດທີ່ຈົບຊັ້ນປະລິນຍາເອກ. ນາຍຕໍາຫຼວດທີ່ໄປຮຽນວິຊາສະເພາະຊັ້ນກາງ,ຊັ້ນສູງແລະປະລິນຍາຕີໄດ້ຮັບການເລື່ອນຊັ້ນຕາມອາຍຸການການເລື່ອນຊັ້ນທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 2.ນັກຮຽນທີ່ຈົບການສຶກສາສາຍສາມັນແລະຈົບຈາກໂຮງຮຽນຂະແໜງການອື່ນທັງພາຍໃນແລະຕ່າງປະເທດທີ່ຖືກຄັດເລືອກເຂົ້າໃນກໍາລັງປ້ອງກັນຄວາມສະຫງົບຈະໄດ້ຮັບການປະດັບຊັ້ນຄື: -ຊັ້ນສອງ ສໍາລັບຜູ້ຈົບມັດທະຍົມຕອນປາຍ; -ສິບຕີ ສໍາລັບຜູ້ຈົບຊັ້ນຕົ້ນ; -ສິບເອກ ສໍາລັບຜູ້ຈົບຊັ້ນກາງ; -ວາທີຮ້ອຍຕີ ສໍາລັບຜູ້ຈົບຊັ້ນສູງ; -ຮ້ອຍຕີ ສໍາລັບຜູ້ຈົບປະລິນຍາຕີ; -ຮ້ອຍໂທ ສໍາລັບຜູ້ຈົບປະລິນຍາໂທ; -ຮ້ອຍເອກ ສໍາລັບຜູ້ຈົບປະລິນຍາເອກ. ແຕ່ພາຍຫຼັງໄດ້ເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບແລ້ວຕ້ອງໄດ້ຜ່ານການບໍາລຸງຫຼືກໍ່ສ້າງວິຊາສະເພາະປ້ອງກັນຄວາມສະຫງົບຈົບມາແລ້ວຈະໄດ້ຮັບເລື່ອນຊັ້ນໃຫ້ເທົ່າກັບນາຍແລະພົນຕໍາຫຼວດທີ່ຮຽນຈົບຈາກໂຮງຮຽນວິຊາສະເາພະປ້ອງກັນຄວາມສະຫງົບຕາມວຸດທິການສຶກສາທີ່ຈົບມາ,ຖ້າບໍ່ໄດ້ຜ່ານການບໍລຸງຫຼືກໍ່ສ້າງວິຊາສະເພາະປ້ອງກັນຄວາມສະຫງົບຈະໄດ້ຮັບການເລື່ອນຊັ້ນຕາມອາຍຸການເລື່ອນຊັ້ນຫຼືຕາມຕໍາແໜ່ງ,ໜ້າທີ່ຄວາມຮັບຜິດຊອບຂອງວຽກງານ; 3.ນາຍແລະພົນຕໍາຫຼວດທີ່ຖືກຄັດເລືອກໄປຮຽນຕາມທຶນແບ່ງປັນຂອງຂະແໜງການອື່ນພາຍຫຼັງຮຽນຈົບມາຈະໄດ້ຮັບການປະດັບຊັ້ນຄືກັບຮຽນຈົບຢູ່ພາຍໃນໂຮງຮຽນກໍາລັງປ້ອງກັນຄວາມສະຫງົບຕາມທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຂອງມາດຕານີ້; 4.ນາຍແລະພົນຕໍາຫຼວດທີ່ໄດ້ຮັບທຶນຫຼືສະໝັກໃຈໄປຮຽນດ້ວຍທຶນຕົນເອງຕ້ອງໄດ້ຮັບການຕົກລົງເຫັນດີຈາກະຊວງປ້ອງກັນຄວາມສະຫງົບຈຶ່ງຈະໄດ້ຮັບການປະດັບຊັ້ນຄືກັບຮຽນຈົບຢູ່ພາຍໃນໂຮງຮຽນກໍາລັງປ້ອງກັນຄວາມສະຫງົບຈຶ່ງຈະໄດ້ຮັບການປະດັບຊັ້ນຄືກັບຮຽນຈົບຢູ່ພາຍໃນໂຮງຮຽນກໍາລັງປ້ອງກັນຄວາມສະຫງົບຕາມທີ່ໄດ້ກໍານົດໄວ້ໃນຂໍ້1ຂອງມາດຕານີ້; 5.ພະນັກງານລັດຖະກອນທີ່ຍົກຍ້າຍມາແຕ່ຝ່າຍພົນລະເຮືອນຕາມຄວາມຕ້ອງການຂອງກະຊວງປ້ອງກັນຄວາມສະຫງົບຕ້ອງໄດ້ຮັບການປະດັບຊັ້ນຕາມເງື່ອນໄຂດັ່ງນີ້: -ຈົບຊັ້ນກາງເປັນພະນັກງານລັດຖະກອນສາມປີຫາເກົ້າປີແມ່ນຈະໄດ້ຮັບການປະດັບທຽບຊັ້ນຮ້ອຍຕີ,ເປັນພະນັກງານລັດຖະກອນສິບປີຂຶ້ນໄປແມ່ນຈະໄດ້ຮັບການປະດັບຫຼຍນຊັ້ນຮ້ອຍໂທ; -ຈົບຊັ້ນສູງຫຼືປະລິນຍາຕີເປັນພະນັກງານລັດຖະກອນສາມປີຫາເກົ້າປີແມ່ນຈະໄດ້ຮັບການປະດັບທຽບຊັ້ນຮ້ອຍໂທ,ເປັນພະນັກງານລັດຖະກອນສິບປີຂຶ້ນໄປແມ່ນຈະໄດ້ຮັບການປະດັບທຽບຊັ້ນຮ້ອຍເອກ; -ຈົບປະລິນຍາໂທເປັນພະນັກງານລັດຖະກອນສາມປີຫາເກົ້າປີແມ່ນຈະໄດ້ຮັບການປະດັບທຽບຊັ້ນຮ້ອຍເອກ,ເປັນພະນັກງານລັດຖະກອນສິບປີຂຶ້ນໄປແມ່ນຈະໄດ້ຮັບການປະດັບທຽບຊັ້ນພັນຕີ; -ຈົບປະລິນຍາເອກຂຶ້ນໄປເປັນພະນັກງານລັດຖະກອນສາມປີປາເກົ້າປີແມ່ນຈະໄດ້ຮັບການປະດັບທຽບຊັ້ນພັນຕີ,ເປັນພະນັກງານລັດຖະກອນສິບປີຂຶ້ນໄປແມ່ນຈະໄດ້ຮັບການປະດັບທຽບຊັ້ນພັນໂທ. ການທຽບປະດັບຊັ້ນຍັງໃຫ້ອີກຕາມຕໍາແໜ່ງທີ່ໄດ້ກໍານົດໄວ້ໃນມາດຕາ32ຂອງກົກໝາຍສະບັບນີ້ຫຼືອີງຕາມຂັ້ນເງິນເດືອນທີ່ຖືກຍົກຍ້າຍມາຈາກຝ່າຍພົນລະເຮືອນ.

ມາດຕາ28(ປັບປຸງ)ກໍານົດເວລາການເລື່ອນຊັ້ນນາຍແລະພົນຕໍາຫຼວດ ການພິຈາລະນາການເລື່ອນຊັ້ນນາຍແລະພົນຕໍາຫຼວດໃຫ້ປະຕິບັດຕາມກໍານົດເວລາດັ່ງນີ້: 1.ຊັ້ນ2ຂຶ້ນຊັ້ນ1 ກໍານົດ1ປີ; 2.ຊັ້ນ1ຂຶ້ນສິບຕີ ກໍານົດ1ປີ; 3.ຊັ້ນສິບຕີຂຶ້ນສິບໂທ ກໍານົດ1ປີ6ເດືອນ; 4.ຊັ້ນສິບໂທຂຶ້ນສິບເອກ ກໍານົດ1ປີ6ເດືອນ; 5.ຊັ້ນສິບເອກຂຶ້ນວ່າທີຮ້ອຍຕີ ກໍານົດ2ປີ; 6.ຊັ້ນວາທີຮ້ອຍຕີຂຶ້ນຮ້ອຍຕີ ກໍານົດ3ປີ; 7.ຊັ້ນຮ້ອຍຕີຂຶ້ນຮ້ອຍໂທ ກໍານົດ3ປີ; 8.ຊັ້ນຮ້ອຍໂທຂຶ້ນຮ້ອຍເອກ ກໍານົດ3ປີ; 9.ຊັ້ນຮ້ອຍເອກຂຶ້ນພັນຕີ ກໍານົດ4ປີ; 10.ຊັ້ນພັນຕີຂຶ້ນພັນໂທ ກໍານົດ4ປີ; 11.ຊັ້ນພັນໂທຂຶ້ນພັນເອກ ກໍານົດ4ປີ; ສ່ວນການເລື່ອນຊັ້ນພັນເອກຂຶ້ນນາຍພົນແລະນາຍພົນຂຶ້ນນາຍພົນຕາມລະດັບຊັ້ນແມ່ນບໍ່ມີກໍານົດເວລາໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ. ໄລຍະເວລາທີ່ນາຍຕໍາຫຼວດຮໍ່າຮຽນຫຼືສຶກສາຢູ່ນັ້ນໃຫ້ຄິດໄລ່ໃສ່ກໍານົດເວລາການເລື່ອນຊັ້ນຕາມມາດຕານີ້. ນາຍແລະພົນຕໍາຫຼວດທີ່ມີຜົນງານດີເດັ່ນພິເສດໃນການປະຕິບັດໜ້າທີ່ວິຊາສະເພາະທີ່ຂັ້ນເທິງມອບໝາຍໃຫ້ຈະໄດ້ເລື່ອນຂ້າມຊັ້ນ;ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານ,ຄົ້ນຄວ້າວິທະຍາສາດ,ກົດມາຍ,ການຮໍ່າຮຽນກໍ່ຈະໄດ້ຮັບການພິຈາລະນາເລື່ອນຊັ້ນກ່ອນກໍານົດ. ນາຍແລະພົນຕໍາຫຼວດທີ່ຖືກຍົກຍ້າຍໄປປະຕິບັດໜ້າທີ່ຢູ່ຝ່າຍພົນລະເຮືອນເມື່ອກັບຄືນກໍາລັງປ້ອງກັນຄວາມສະຫງົບປະຊາຊົນຈະໄດ້ຮັບການພິຈາລະນາກ່ຽວກັບຊັ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕານີ້ແລະມາດຕາ32ຂອງກົດໝາຍສະບັບນີ້.

ມາດຕາ29(ປັບປຸງ)ເງື່ອນໄຂການເລື່ອນຊັ້ນນາຍແລະພົນຕໍາຫຼວດ ການເລື່ອນຊັ້ນນາຍແລະພົນຕໍາຫຼວດຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1.ເຖິງກໍານົດເວລາການເລື່ອນຊັ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາ28ຂອງກົດໝາຍສະບັບນີ້; 2.ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຫຼືມີຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານອື່ນໆ; 3.ມີມາດຕະຖານຕາມທີ່ໄດ້ກໍານົດໄວ້ໃນມາດຕາ23ຂອງກົດໝາຍສະບັບນີ້. ນາຍຕໍາຫຼວດທີ່ໄດ້ຮັບການແຕ່ງຕັ້ງຕໍາແໜ່ງສູງກວ່າຊັ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາ32ຂອງກົດໝາຍສະບັບນີ້ຕ້ອງໄດ້ມີການດັດແກ້ຊັ້ນໃຫ້ເໝາະສົມແລະສອດຄ່ອງກັບກົດໝາຍສະບັບນີ້ແຕ່ກໍານົດເວລາການເລື່ອນຊັ້ນຕ້ອງເຖິງສອງສ່ວນສາມ. ໃນກໍລະນີນາຍຕໍາຫຼວດທີ່ມີຊັ້ນແຕ່ພັນໂທລົງມາເມື່ອຮອດກໍານົດເວລາເລື່ອນຊັ້ນແຕ່ຫາກຍັງບໍ່ຄົບມາດຕະຖານແລະເງື່ອນໄຂກໍ່ຈະບໍ່ໄດ້ຮັບການເລື່ອນຊັ້ນແຕ່ມີການພິຈາລະນາໄປແຕ່ລະປີຊຶ່ງບໍ່ໃຫ້ເກີນໜຶ່ງຮອບຂອງກໍານົດເວລາການເລື່ອນຊັ້ນຂອງແຕ່ລະຊັ້ນ,ຖ້າຮອດກໍານົດໜຶ່ງຮອບຫາກຍັງບໍ່ໄດ້ຮັບການເລື່ອນຊັ້ນຈະໄດ້ຮັບນະໂຍບາຍຍົກຂັ້ນເງິນເດືອນຂຶ້ນອີກໜຶ່ງຂັ້ນ,ຖ້າວ່າມີມາດຕະຖານແລະເງື່ອນໄຂຄົບຖ້ວນກໍ່ຈະໄດ້ຮັບການພິຈາລະນາໃຫ້ເລື່ອນຊັ້ນ.

ມາດຕາ30(ປັບປຸງ)ສິດຕົກລົງກ່ຽວກັບຊັ້ນຂອງນາຍແລະພົນຕໍາຫຼວດ ສິດໃນການຕົກລົງປະດັບຊັ້ນ,ເລື່ອນຊັ້ນ,ທຽບຊັ້ນ,ປົດຊັ້ນນາຍແລະພົນຕໍາຫຼວດມີດັ່ງນີ້: 1.ປະທານປະເທດເປັນຜູ້ຕົກລົງປະດັບຊັ້ນ,ເລື່ອນຊັ້ນ,ທຽບຊັ້ນແລະປົດຊັ້ນນາຍພົນຕາມການສະເໜີຂອງນາຍົກລັດຖະມົນຕີ; 2.ນາຍົກລັດຖະມົນຕີເປັນຜູ້ຕົກລົງປະດັບຊັ້ນ,ເລື່ອນຊັ້ນ,ທຽບຊັ້ນແລະປົດຊັ້ນພັນເອກຕາມການສະເໜີຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; 3.ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເປັນຜູ້ຕົກລົງປະດັບຊັ້ນ,ເລື່ອນຊັ້ນ,ທຽບຊັ້ນແລະປົດຊັ້ນຮ້ອຍເອກ,ພັນຕີແລະພັນໂທຕາມການສະເໜີຂອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ; 4.ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບເປັນຜູ້ຕົກລົງປະດັບຊັ້ນ,ເລື່ອນຊັ້ນ,ທຽບຊັ້ນແລະປົດຊັ້ນຮ້ອຍຕີແລະຮ້ອຍໂທຕາມການສະເໜີຂອງກົມກ່ຽວຂ້ອງ; 5.ຫົວໜ້າຫ້ອງວ່າການກະຊວງ,ກົມໃຫຍ່,ກົມ,ກອງບັນຊາການ,ຜູ້ອໍານວຍການວິທະຍາຄານ,ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງເປັນຜູ້ຕົກລົງປະດັບຊັ້ນ,ເລື່ອນຊັ້ນ,ທຽບຊັ້ນແລະປົດຊັ້ນວາທີຮ້ອຍຕີລົງມາເຖິງພົນຕໍາຫຼວດຊັ້ນສອງທີ່ຢູ່ໃນການຄຸ້ມຄອງຂອງຕົນຕາມການເຫັນດີຂອງກົມໃຫຍການເມືອງປ້ອງກັນຄວາມສະຫງົບ.

ໝວດທີ2ຕໍາແໜ່ງຂອງນາຍຕໍາຫຼວດ

ມາດຕາ31(ປັບປຸງ)ຕໍາແໜ່ງຂອງນາຍຕໍາຫຼວດ ຕໍາແໜ່ງຂອງນາຍຕໍາຫຼວດແບ່ງອອກເປັນສາມຂັ້ນດັ່ງນີ້: ກະຊວງປ້ອງກັນຄວາມສະຫງົບປະກອບດ້ວຍ: 1.ລັດຖະມົນຕີແລະຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; 2.ຫົວໜ້າແລະຮອງຫົວໜ້າຫ້ອງວ່າການກະຊວງ,ຫົມໃຫຍ່,ກົມ,ກອງບັນຊາການ,ຜູ້ອໍານວຍການວິທະຍາຄານທີ່ຂຶ້ນກັບກະຊວງ; 3.ຫົວໜ້າແລະຮອງຫົວໜ້າຫ້ອງການ,ກົມ,ຫ້ອງທຽບເທົ່າກົມ,ໂຮງຮຽນ,ໂຮງໝໍ,ສູນທີ່ຂຶ້ນກັບຫ້ອງວ່າການກະຊວງ,ກົມໃຫຍ່; 4.ຫົວນ້າແລະຮອງຫົວໜ້າພະແນກ,ຫ້ອງຄູ,ຄະນະພາກວິຊາທີ່ຂຶ້ນກັບວະທະຍາຄານ,ຄ້າຍຂຶ້ນກັບກົມ,ກອງພັນ,ໂຮງຮຽນທີ່ຂຶ້ນກັບກົມ,ກອງບັນຊາການແລະກອງວິຊາສະເພາະ; 5.ຫົວໜ້າແລະຮອງຫົວໜ້າພະແນກ,ຄ້າຍແລະດ່ານສາກົນຂອງກົມທີ່ຂຶ້ນກັບຫ້ອງວ່າການກະຊວງ,ກົມໃຫຍ່; 6.ຫົວໜ້າແລະຮອງຫົວໜ້າໜ່ວຍງານ,ໝວດແລະໝູ່ວິຊາສະເພາະ. ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງປະກອບດ້ວຍ: 1.ຫົວໜ້າແລະຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງ; 2.ຫົວໜ້າແລະຮອງຫົວໜ້າຫ້ອງການ,ຫ້ອງ,ກອງພັນ,ກອງຮ້ອຍແລະໂຮງຮຽນຊັ້ນກາງທີ່ຂຶ້ນກັບກອງບັນຊາການ; 3.ຫົວໜ້າແລະຮອງຫົວໜ້າພະແນກ,ຄ້າຍ,ໂຮງໝໍ,ໂຮງຮຽນຊັ້ນຕົ້ນແລະດ່ານສາກົນ; 4.ຫົວໜ້າແລະຮອງຫົວໜ້າໜ່ວຍງານ,ກອງວິຊາສະເພາະ,ໝວດແລະໝູ່ວິຊາສະເພາະ.

ກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນປະກອບດ້ວຍ: 1.ຫົວໜ້າແລະຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນ; 2.ຫົວໜ້າແລະຮອງຫົວໜ້າຫ້ອງການ,ພະແນກ,ດ່ານທ້ອງຖິ່ນ,ສະຖານີແລະປ້ອງກັນຄວາມສະຫງົບກຸ່ມບ້ານ; 3.ຫົວໜ້າແລະຮອງຫົວໜ້າໜ່ວຍງ່ານ,ກອງວິຊາສະເພາະ,ໝວດ,ໝູ່ແລະດ່ານປະເພນີວິຊາສະເພາະ. ນອກຈາກຕໍາແໜ່ງທີ່ກ່າວມາເທິງນີ້ຍັງມີຕໍາແໜ່ງທຽບເທົ່າ.

ມາດຕາ32(ປັບປຸງ)ການດໍານົດຊັ້ນໃສ່ຕໍາແໜ່ງຂອງຜູ້ບັນຊາແຕ່ລະຂັ້ນ ການກໍານົດຊັ້ນໃສ່ແຕ່ລະຕໍາແໜ່ງຂອງຜູ້ບັນຊາແຕ່ລະຂັ້ນໃຫ້ປະຕິບັດດັ່ງນີ້: ກະຊວງປ້ອງກັນຄວາມສະຫງົບ: 1.ລັດຖະມົນຕີຕ້ອງມາຈາກກໍາລັງປະກອບອາວຸດແລະຕ້ອງແມ່ນຊັ້ນພົນຕີຫາພົນເອກ; 2.ຮອງລັດຖະມົນຕີຕ້ອງແມ່ນຊັ້ນພົນຈັດຕະວາຂຶ້ນໄປ; 3.ຫົວໜ້າແລະຮອງຫົວໜ້າຫ້ອງວ່າການກະຊວງ,ກົມໃຫຍ່,ຫົວໜ້າກົມ,ຫົວໜ້າກອງບັນຊາການແລະຜູ້ອໍານວຍການວິທະຍາຄານຂຶ້ນກັບກະຊວງຕ້ອງແມ່ນຊັ້ນພົນຈັດຕະວາຂຶ້ນໄປ; 4.ຮອງຫົວໜ້າກົມ,ກອງບັນຊາການແລະຮອງຜູ້ອໍານວຍການວິທະຍາຄານຂຶ້ນກັບກະຊວງ,ຫົວໜ້າແລະຮອງຫົວໜ້າກົມ,ຫ້ອງ,ສູນ,ໂຮງຮຽນ,ໂຮງໝໍຂຶ້ນກັບຫ້ອງວ່າການກະຊວງ,ກົມໃກຍ່ຕ້ອງແມ່ນຊັ້ນພັນເອກຂຶ້ນໄປ; 5.ຫົວໜ້າແລະຮອງຫົວໜ້າພະແນກ,ຫ້ອງຄູ,ຄະນະພາກວິຊາ,ກອງພັນ,ຄ້າຍ,ກອງວິຊາສະເພາະທີ່ຂຶ້ນກັບກົມ,ກອງບັນຊາການ,ວິທະຍາຄານຕ້ອງແມ່ນຊັ້ນພັນໂທຂຶ້ນໄປ; 6.ຫົວໜ້າແລະຮອງຫົວໜ້າພະແນກ,ດ້ານສາກົນ,ຄ້າຍ,ກອງຮ້ອຍ,ກອງວິຊາສະເພາະຂອງກົມທີ່ຂຶ້ນກັບຫ້ອງວ່າການກະຊວງ,ກົມໃຫຍ່ຕ້ອງແມ່ນຊັ້ນພັນຕີຂຶ້ນໄປ; 7.ຫົວໜ້າແລະຮອງຫົວໜ້າໜ່ວຍງານ,ໝວດວິຊາສະເພາະຕ້ອງແມ່ນຊັ້ນຮ້ອຍເອກຂຶ້ນໄປ; 8.ຫົວໜ້າແລະຮອງຫົວໜ້າໝູ່ວິຊາສະເພາະຕ້ອງແມ່ນຊັ້ນຮ້ອຍໂທຂຶ້ນໄປ.

ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງ: 1.ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງຕ້ອງແມ່ນຊັ້ນພັນເອກຂຶ້ນໄປ; 2.ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງຕ້ອງແມ່ນຊັ້ນພັນໂທຂຶ້ນໄປ; 3.ຫົວໜ້າແລະຮອງຫົວໜ້າຫ້ອງການ,ຫ້ອງວິຊາສະເພາະກອງພັນແລະໂຮງຮຍນຊັ້ນກາງຕ້ອງແມ່ນຊັ້ນພັນໂທຂຶ້ນໄປ; 4.ຫົວໜ້າແລະຮອງຫົວໜ້າພະແນກ,ດ່ານສາກົນ,ຄ້າຍ,ໂຮງໝໍ,ໂຮງຮຽນຊັ້ນຕົ້ນແລະກອງຮ້ອຍຕ້ອງແມ່ນຊັ້ນພັນຕີຂຶ້ນໄປ; 5.ຫົວໜ້າແລະຮອງຫົວໜ້າໜ່ວຍງານ,ກອງວິຊາສະເພາະແລະໝວກວິຊາສະເພາະຕ້ອງແມ່ນຊັ້ນຮ້ອຍເອກຂຶ້ນໄປ; 6.ຫົວໜ້າແລະຮອງຫົວໜ້າໝູ່ວິຊາສະເພາະຕ້ອງແມ່ນຊັ້ນຮ້ອຍໂທຂຶ້ນໄປ.

ກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນ: 1.ຫົວໜ້າແລະຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນຕ້ອງແມ່ນຊັ້ນພັນໂທຂຶ້ນໄປ; 2.ຫົວນ້າແລະຮອງຫົວໜ້າຫ້ອງການ,ພະແນກ,ດ່ານທ້ອງຖິ່ນ,ສະຖານີແລະປ້ອງກັນຄວາມສະຫງົບກຸ່ມບ້ານຕ້ອງແມ່ນຊັ້ນພັນຕີຂຶ້ນໄປ; 3.ຫົວໜ້າແລະຮອງຫົວໜ້າໜ່ວຍງານ,ດ່ານປະເພນີ,ກອງວິຊາສະເພາະ,ໝວດວິຊາສະເພາະຕ້ອງແມ່ນຊັ້ນຮ້ອຍເອກຂຶ້ນໄປ; 4.ຫົວໜ້າແລະຮອງຫົວໜ້າໝູ່ວິຊາສະເພາະຊັ້ນຮ້ອຍໂທຂຶ້ນໄປ. ໃນກໍລະນີນາຍຕໍາຫຼວດທີ່ເຮັດວຽກງານພິເສດ,ຢູ່ເຂດຫຍຸ້ງຍາກທຸລະກັນດານຈະປະດັບຊັ້ນສູງກວ່າຊັ້ນທີ່ໄດ້ກໍານົດໄວ້ໃນມາດຕານີ້ກໍ່ໄດ້ແຕ່ບໍ່ໃຫ້ກາຍໜຶ່ງຊັ້ນ.

ມາດຕາ33(ໃໝ່)ການທຽບຂັ້ນຕໍາແໜ່ງຂອງນາຍຕໍາຫຼວດ ການທຽບຂັ້ນຕໍາແໜ່ງບັນຊາຂອງນາຍຕໍາຫຼວດຈັດເປັນ16ຂັ້ນດັ່ງນີ້: 1.ຕໍາແໜ່ງບັນຊາຂັ້ນ1ແມ່ນລັດຖະມົນຕີ; 2.ຕໍາແໜ່ງບັນຊາຂັ້ນ2ແມ່ນຮອງລັດຖະມົນຕີ; 3.ຕໍາແໜ່ງບັນຊາຂັ້ນ3ແມ່ນ: -ຫົວໜ້າຫ້ອງວ່າການກະຊວງ; -ຫົວໜ້າບັນດາກົມໃຫຍ່. 4.ຕໍາແໜ່ງບັນຊາຂັ້ນ4ແມ່ນ: -ບັນດາຮອງຫົວໜ້າຫ້ອງວ່າການກະຊວງແລະກົມໃຫຍ່; -ຫົວໜ້າບັນດາກົມ,ກອງບັນຊາການ,ຜູ້ອໍານວຍການວິທະຍາຄານທີ່ຂຶ້ນກັບກະຊວງ. 5.ຕໍາແໜ່ງບັນຊາຂັ້ນ5ແມ່ນ: -ບັນດາຮອງຫົວໜ້າໃນຕໍາແໜ່ງບັນຊາຂັ້ນ4ຂີດຫຍໍ້ໜ້າ2ຂອງມາດຕານີ້; -ຫົວໜ້າບັນດາກົມ,ຫົວໜ້າບັນດາຫ້ອງ,ຫົວໜ້າອໍານວຍການໂຮງຮຽນ,ໂຮງໝໍ,ຄະນະບັນນາທິການຂ່າວສານແລະສູນທີ່ຂຶ້ນກັບຫ້ອງວ່າການກະຊວງແລະກົມໃຫຍ່; -ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງ. 6.ຕໍາແໜ່ງບັນຊາຂັ້ນ6ແມ່ນ: -ບັນດາຮອງຫົວໜ້າໃນຕໍາແໜ່ງບັນຊາຂັ້ນ5ຂີຫຍໍ້ໜ້າ2ແລະ3ຂອງມາດຕານີ້; -ຫົວໜ້າບັນດາຫ້ອງ,ພະແນກ,ກອງພັນ,ຄ້າຍ,ກອງວິຊາສະເພາະຂອງກົມ,ກອງບັນຊາການທີ່ຂຶ້ນກັບກະຊວງ; -ຫົວໜ້າຫ້ອງ,ຫົວໜ້າຄະນະພາກວິຊາທີ່ຂຶ້ນກັບວິທະຍາຄານ. 7.ຕໍາແໜ່ງບັນຊາຂັ້ນ7ແມ່ນ: -ບັນດາຮອງຫົວໜ້າໃນຕໍາແໜ່ງບັນຊາຂັ້ນ5ຂີດຫຍໍ້ໜ້າ2ແລະ3ຂອງມາດຕານີ້; -ຫົວໜ້າພະແນກແລະດ່ານສາກົນຂອງກົມ,ຫ້ອງ,ໂຮງຮຽນ,ໂຮງໝໍ,ຄະນະບັນນາທິການຂ່າວສານແລະສູນທີ່ຂຶ້ນກັບຫ້ອງວ່າການກະຊວງແລະກົມໃຫຍ່; -ຫົວໜ້າບັນດາກອງພັນຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງ; -ຫົວໜ້າບັນດາຫ້ອງ,ໂຮງຮຽນຊັ້ນກາງທີ່ຂຶ້ນກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງ; -ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນ. 8.ຕໍາແໜ່ງບັນຊາຂັ້ນ8ແມ່ນ: -ບັນດາຮອງຫົວໜ້າໃນຕໍາແໜ່ງບັນຊາຂັ້ນ7ຂີດຫຍໍ້ໜ້າ2,3,4ແລະ5ຂອງມາດຕານີ້; -ຫົວໜ້າພະແນກຂອງຫ້ອງ,ຄະນະພາກວິຊາທີ່ຂຶ້ນກັບກົມ,ວິທະຍາຄານແລະກອງບັນຊາການທີ່ຂຶ້ນກັບກະຊວງໂດຍກົງ; -ຫົວໜ້າໜ່ວຍງານຂອງພະແນກຂຶ້ນກັບກົມທີ່ຂຶ້ນກັບກະຊວງ; -ຫົວໜ້າບັນດາກອງຮ້ອຍເອກະລາດແລະກອງວິຊາສະເພາະຂອງກອງບັນຊາການທີ່ຂຶ້ນກັບກະຊວງແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງ. 9.ຕໍາແໜ່ງບັນຊາຂັ້ນ9ແມ່ນ: -ບັນດາຮອງຫົວໜ້າໃນຕໍາແໜ່ງບັນຊາຂັ້ນ8ຂີດຫຍໍ້ໜ້າ2,3ແລະ4ຂອງມາດຕານີ້; -ຫົວໜ້າພະແນກແລະດ່ານສາກົນຂອງຫ້ອງ,ໂຮງຮຽນຊັ້ນກາງທີ່ຂຶ້ນກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງ; -ຫົວໜ້າບັນດາກອງຮ້ອຍທີ່ຂຶ້ນກັບກອງພັນຂອງກອງບັນຊາການທີ່ຂຶ້ນກັບກະຊວງໂດຍກົງແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງ; -ຫົວໜ້າບັນດາພະແນກ,ສະຖານີທີ່ຂຶ້ນກັບກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນ; -ຫົວໜ້າບັນດາຄ້າຍທີ່ຂຶ້ນກັບຫ້ອງຄຸມຂັງ,ດັດສ້າງຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງ; -ຫົວນ້າບັນດາປ້ອງກັນຄວາມສະຫງົບກຸ່ມບ້ານ. 10.ຕໍາແໜ່ງບັນຊາຂັ້ນ10ແມ່ນ: -ບັນດາຮອງຫົວໜ້າໃນຕໍາແໜ່ງບັນຊາຂັ້ນ9ຂີດຫຍໍ້ໜ້າ2,3,4ແລະ5ຂອງມາດຕານີ້; -ຫົວໜ້າບັນດາກອງ,ໜ່ວຍງານຂອງບັນດາພະແນກແລະສູນທີ່ຂຶ້ນກັບຫ້ອງວ່າການແລະບັນດາກົມໃຫຍ່; -ຫົວໜ້າດ່ານທ້ອງຖິ່ນ; -ຫົວໜ້າພະແນກໂຮງຮຽນປ້ອງກັນຄວາມສະຫງົບຊັ້ນຕົ້ນ; -ຫົວໜ້າໝວດປ້ອງກັນເລຂາທິການໃຫຍ່,ປະທານປະເທດ,ປະທານສະພາແຫ່ງຊາດແລະນາຍົກລັດຖະມົນຕີ. 11.ຕໍາແໜ່ງບັນຊາຂັ້ນ11ແມ່ນ: -ບັນດາຮອງຫົວໜ້າໃນຕໍາແໜ່ງບັນຊາຂັ້ນ10ຂີດຫຍໍ້ໜ້າ2,3,4ແລະ5ຂອງມາດຕານີ້; -ຫົວໜ້າໜ່ວຍງານ,ກອງວິຊາສະເພາະຂອງພະແນກສັງກັດຫ້ອງຂຶ້ນກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງ; -ຫົວໜ້າໜ່ວຍງານ,ກອງວິຊາສະເພາະ,ດ່ານປະເພນີຂອງກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນ; -ຫົວໜ້າຄ້າຍກັກຂັງຊົ່ວຄາວ; -ຫົວໜ້າໝູ່ປ້ອງກັນກົມການເມືອງແລະຄະນະເລຂາທິການສູນກາງພັກ. 12.ຕໍາແໜ່ງບັນຊາຂັ້ນ12ແມ່ນ: -ບັນດາຮອງຫົວນ້າໃນຕໍາແໜ່ງບັນຊາຂັ້ນ11ຂີດຫຍໍ້ໜ້າ2,3ແລະ4ຂອງມາດຕານີ້; -ຫົວໜ້າໂຮງຮຽນອະນຸບານຂຶ້ນກັບກົມ,ວິທະຍາຄານ. 13.ຕໍາແໜ່ງບັນຊາຂັ້ນ13ແມ່ນ: -ຮອງຫົວໜ້າໃນຕໍາແໜ່ງບັນຊາຂັ້ນ12ຂີດຫຍໍ້ໜ້າ2ຂອງມາດຕານີ້; -ຫົວໜ້າໝວດ; 14.ຕໍາແໜ່ງບັນຊາຂັ້ນ14ແມ່ນຮອງຫົວໜ້າໝວດ. 15.ຕໍາແໜ່ງບັນຊາຂັ້ນ15ແມ່ນຫົວໜ້າໝູ່. 16.ຕໍາແໜ່ງບັນຊາຂັ້ນ16ແມ່ນຮອງຫົວໜ້າໝູ່.

ມາດຕາ34(ປັບປຸງ)ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຂອງນາຍຕໍາຫຼວດ ນາຍຕໍາຫຼວດຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງມີດັ່ງນີ້: 1.ປະທານປະເທດເປັນຜູ້ແຕ່ງຕັ້ງຫຼືປົດຕໍາແໜ່ງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຕາມການສະເໜີຂອງນາຍົກລັດຖະມົນຕີພາຍຫຼັງທີ່ສະພາແຫ່ງຊາດຮັບຮອງເອົາ; 2.ນາຍົກລັດຖະມົນຕີເປັນຜູ້ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,ຫົວໜ້າແລະຮອງຫົວໜ້າຫ້ອງວ່າການກະຊວງ,ຫົວໜ້າແລະຮອງຫົວໜ້າກົມໃຫຍ່,ຫົວໜ້າກົມ,ຫົວໜ້າກອງບັນຊາການ,ຜູ້ອໍານວຍການວິທະຍາຄານທີ່ຂຶ້ນກັບກະຊວງແລະຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງຕາມການສະເໜີຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; 3.ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເປັນຜູ້ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຕາມການສະເໜີຂອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບຄື: -ຂັ້ນກະຊວງ:ຮອງຫົວໜ້າກົມ,ຮອງຫົວໜ້າກອງບັນຊາການ,ຮອງຜູ້ອໍານວຍການວິທະຍາຄານ,ຫົວໜ້າແລະຮອງຫົວໜ້າກົມ,ຫ້ອງ,ສູນ,ໂຮງໝໍແລະໂຮງຮຽນທີ່ຂຶ້ນກັບຫ້ອງວ່າການກະຊວງ,ກົມໃຫຍ່; -ຂັ້ນແຂວງແລະຂັ້ນເມືອງ:ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງ,ຫົວໜ້າແລະຮອງຫົວໜ້າຫ້ອງ,ກອງພັນ,ກອງຮ້ອຍເອກະລາດ,ຫົວນ້າແລະຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນ,ຫົວໜ້າແລະຮອງຫົວໜ້າໂຮງຮຽນຊັ້ນກາງ. 4.ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບເປັນຜູ້ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າແລະຮອງຫົວໜ້າຫ້ອງ,ພະແນກ,ຄ້າຍທີ່ຂຶ້ນກັບກົມແລະຫ້ອງຄູ,ຄະນະພາກວິຊາທີ່ຂຶ້ນກັບວິທະຍຄານ,ຫົວໜ້າແລະຮອງຫົວໜ້າຫ້ອງ,ກອງພັນ,ກອງຮ້ອຍຂອງກອງບັນຊາການ,ຫົວໜ້າແລະຮອງຫົວໜ້າກອງວິຊາສະເພາະ,ຫົວໜ້າແລະຮອງຫົວໜ້າກອງຮ້ອຍ,ຫົວໜ້າແລະຮອງຫົວໜ້າໂຮງຮຽນຊັ້ນຕົນຕາມການສະເໜີຂອງກົມກອງທີ່ກ່ຽວຂ້ອງ; 5.ຫົວໜ້າຫ້ອງວ່າການກະຊວງ,ກົມໃຫຍ່,ຫົວໜ້າກົມ,ຜູ້ອໍານວຍການວິທະຍາຄານ,ຫົວໜ້າກອງບັນຊາການເປັນຜູ້ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າແລະຮອງຫົວໜ້າພະແນກ,ຄ້າຍ,ດ່ານສາກົນ,ໂຮງໝໍ,ຫົວໜ້າແລະຮອງຫົວໜ້າໜ່ວຍງານ,ຫົວນ້າແລະຮອງຫົວໜ້າໝວດ,ຫົວໜ້າແລະຮອງຫົວໜ້າໝູ່ຂອງກົມຫຼືຫ້ອງທຽບເທົ່າທີ່ຂຶ້ນກັບຕົນຕາມການເຫັນດີຂອງກົມໃກຍ່ການເມືອງປ້ອງກັນຄວາມສະຫງົບ; 6.ຫົວນ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງເປັນຜູ້ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າແລະຮອງຫົວໜ້າພະແນກ,ສະຖານີ,ຄ້າຍ,ດ່ານສາກົນ,ດ່ານທ້ອງຖິ່ນ,ດ່ານປະເພນີ,ກອງ,ໝວດແລະໝູ່ວິຊາສະເພາະທີ່ຂຶ້ນກັບຕົນຕາມການເຫັນດີຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ.

ມາດຕາ35(ປັບປຸງ)ການງົດຕໍາແໜ່ງແລະການແຕ່ງຕັ້ງນາຍຕໍາຫຼວດໃຫ້ດໍາລົງຕໍາແໜ່ງຊົ່ວຄາວ ໃນກໍລະນີຮີບດ່ວນລັດຖະມົນຕີ,ຫົວໜ້າຫ້ອງວ່າການກະຊວງ,ຫົວໜ້າກົມໃຫຍ່,ຫົວໜ້າກົມ,ຫົວໜ້າກອງບັນຊາການ,ຜູ້ອໍານວຍການວິທະຍາຄານ,ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງມີສິດງົດຫຼືຂໍການຕົກລົງປົດຕໍາແໜ່ງຂອງຜູ້ຢູ່ໃຕ້ການບັງຄັບບັນຊາຂອງຕົນທີ່ບໍ່ປະຕິບັດຄໍາສັ່ງຫຼືລະເມີດກົດໝາຍແລະລະບຽບການຊຶ່ງຈະກໍ່ຄວາມເສຍຫາຍໃຫ້ແກ່ກົມກອງແລະຜົນປະໂຫຍດຂອງປະເທດຊາດແລ້ວແຕ່ງຕັ້ງຜູ້ໃໝ່ມາຮັບຜິດຊອບແທນຊົ່ວຄາວ,ພ້ອມກັນນັ້ນກໍ່ຕ້ອງລາຍງານໃຫ້ຂັ້ນເທິງຖັດຕົນຊາບໃນທັນໃດແລະສະເໜີຂັ້ນເທິງແຕ່ງຕັ້ງເປັນທາງການຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້.

ມາດຕາ36(ປັບປຸງ)ການໃຫ້ຕໍາແໜ່ງຕໍ່າກວ່າຊັ້ນ ການໃຫ້ຕໍາແໜ່ງຕໍ່າກວ່າຊັ້ນຈະປະຕິບັດໄດ້ໃນກໍລະນີໃດໜຶ່ງດັ່ງນີ້: 1.ມີການເພີ່ມທະວີການບັນຊາໃນການປະຕິບັດໜ້າທີ່ພິເສດ; 2.ມີການປ່ຽນແປງການຈັດຕັ້ງຂອງກົມກອງ:ກົງຈັກການຈັດຕັ້ງມີການປ່ຽນແປງຊຶ່ງບໍ່ຈໍາເປັນຕ້ອງມີຕໍາແໜ່ງທີ່ກ່ຽວຂ້ອງນັ້ນອີກ; 3.ມີການສັບຊ້ອນໃໝ່ທີ່ແທດເໝາະກັບຄວາມຮູ້,ຄວາມສາມາດແລະສຸຂະພາບຂອງນາຍຕໍາຫຼວດ; 4.ນາຍຕໍາຫຼວດບໍ່ມີເງື່ອນໄຂຄົບທີ່ຈະຮັບຕໍາແໜ່ງເທົ່າກັບຊັ້ນ.

ມາດຕາ37(ປັບປຸງ)ການແຕ່ງຕັ້ງນາຍຕໍາຫຼວດໄປປະຕິບັດໜ້າທີ່ຢູ່ຂະແໜງການອື່ນ ນາຍຕໍາຫຼວດຈະຖືກແຕ່ງຕັ້ງໄປປະຕິບັດໜ້າທີ່ຢູ່ຂະແໜງການອື່ນຢູ່ທັງພາຍໃນແລະຕ່າງປະເທດໃນກໍລະນີທີ່ມີຄວາມຮຽກຮ້ອງຕ້ອງການອັນຈໍາເປັນໃນການປົກປັກຮັກສາຄວາມສະຫງົບຂອງປະເທດຊາດແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຕາມການມອບໝາຍຂອງຂັ້ນເທິງ. ນາຍຕໍາຫຼວດທີ່ໄດ້ຮັບການແຕ່ງຕັ້ງໃຫ້ໄປປະຕິບັດໜ້າທີ່ນັ້ນຈະໄດ້ຮັບນະໂຍບາຍຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງ. ບັນດາຂະແໜງການທີ່ນາຍຕໍາຫຼວດໄດ້ໄປປະຕິບັດໜ້າທີ່ຢູ່ນັ້ນຕ້ອງມີຄວາມຮັບຜິດຊອບໃນການຮັກສາຄວາມລັບ,ຮັບປະກັນເງື່ອນໄຂເຮັດວຽກແລະການດໍາລົງຊີວິດໃຫ້ພະນັກງານຜູ້ນັ້ນເພື່ອເຮັດສໍາເລັດໜ້າທີ່ຕາມການມອບໝາຍ.

ພາກທີ5ຂໍ້ຫ້າມ

ມາດຕາ38(ໃໝ່)ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງມີພຶດຕິກໍາດັ່ງນີ້: 1.ຂັດຂວາງ,ນາບຂູ່,ໃຊ້ຄວາມຮຸນແຮງ,ບໍ່ໃຫ້ການຮ່ວມືຕໍ່ການປະຕິບັດໜ້າທີ່ຂອງນາຍແລະພົນຕໍາຫຼວດ; 2.ປັ່ນປ່ວນ,ໝິ່ນປະໝາດ,ໃສ່ຮ້າຍປ້າຍສີ,ແບ່ງແຍກ,ມ້າງເພຄວາມສາມັກຄີລະຫວ່າງກໍາລັງປ້ອງກັນຄວາມສະຫງົບປະຊາຊົນກັບປະຊາຊົນແລະການຈັດຕັ້ງ; 3.ສວຍໃຊ້,ແອບອ້າງແລະປອມແປງເປັນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; 4.ສວຍໃຊ້ອໍານາດ,ໜ້າທີ່,ຕໍາແໜ່ງເພື່ອແຊກແຊງການຈັດຕັ້ງແລະການເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນໂດຍບໍ່ຖືກຕ້ອງຕາມລັດຖະທໍາມະນູນ,ກົດໝາຍແລະລະບຽບການ; 5.ແຈ້ງຂໍ້ມູນຫຼືລາຍງານເທັດໃຫ້ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ39(ປັບປຸງ)ຂໍ້ຫ້າມສໍາລັບກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຫ້າມກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີພຶດຕິກໍາດັ່ງນີ້: 1.ລະເມີດລັດຖະທໍາມະນູນ,ກົດໝາຍ,ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນແລະຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ; 2.ອອກຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາ,ນະໂຍບາຍທີ່ຂັດກັບລັດຖະທໍາມະນູນ,ກົດໝາຍ,ຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາທີ່ການຈັດຕັ້ງຂັ້ນເທິງວາງອອກ; 3.ປະລະໜ້າທີ່,ເມີນເສີຍ,ບໍ່ປະຕິບັດຕາມມະຕິຫຼືຄໍາສັ່ງຂອງຂັ້ນເທິງ; 4.ຍອມຈໍານົນແລະປະອາວຸດໃນເວລາສູ້ຮົບ; 5.ປະຊາກສົບຫຼືຜູ້ທີ່ໄດ້ຮັບບາດເຈັບໃນເວລາປະຕິບັດໜ້າທີ່; 6.ໃຊ້ສິດ,ໜ້າທີ່ຕໍາແໜ່ງເກີນຂອບເຂດຄວາມຮັບຜິດຊອບຂອງຕົນ; 7.ໃຊ້ສິດ,ໜ້າທີ່ແລະອາວຸດນາບຂູ່ປະຊາຊົນ; 8.ສວຍໃຊ້ສິດ,ໜ້າທີ່ຕໍາແໜ່ງເພື່ອຜົນປະໂຫຍດສ່ວນຕົວ; 9.ເອົາອາວຸດ,ລູກປືນ,ເຄື່ອງແບບ,ບັດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນໃຫ້ບຸກຄົນໃນຄອບຄົວແລະຜູ້ອື່ນຢືມ,ນໍາໃຊ້,ແລກປ່ຽນ,ຊື້ຂາຍຢ່າງເດັດຂາດ; 10.ທຸກການກະທໍາທີ່ເປັນການແບ່ງແຍກມ້າງເພຄວາມສາມັກຄີພາຍໃນ; 11.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ພາກທີ6ການຄຸ້ມຄອງແລະກວດກາວຽກງານກໍາລັງປ້ອງກັນຄວາມສະຫງົບປະຊາຊົນ

ໝວດທີ1ການຄຸ້ມຄອງວຽກງານກໍາລັງປ້ອງກັນຄວາມສະຫງົບປະຊາຊົນ

ມາດຕາ40(ປັບປຸງ)ອົງການຄຸ້ມຄອງວຽກງານກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ອົງການຄຸ້ມຄອງວຽກງານກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີດັ່ງນີ້: 1.ກະຊວງປ້ອງກັນຄວາມສະຫງົບ; 2.ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງ; 3.ກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນ; 4.ປ້ອງກັນຄວາມສະຫງົບບ້ານ.

ມາດຕາ41(ປັບປຸງ)ສິດແລະໜ້າທີ່ຂອງກະຊວງປ້ອງກັນຄວາມສະຫງົບ ໃນການຄຸ້ມຄອງວຽກງານກໍາລັງປ້ອງກັນຄວາມສະຫງົບປະຊາຊົນກະຊວງປ້ອງກັນຄວາມສະຫງົບມີສິດແລແະໜ້າທີ່ດັ່ງນນີ້: 1.ຄົ້ນຄວ້າສ້າງນະໂຍບາຍ,ແຜນຍຸດທະສາດ,ກົດໝາຍກ່ຽວກັບວຽກງານປ້ອງກັນຄວາມສະຫງົບເພື່ອສະເໜີຕໍ່ລັດຖະບານພິຈາລະນາ; 2.ຜົນຂະຫຍາຍແນວທາງ,ແຜນນະໂຍບາຍ,ແຜນຍຸດທະສາດ,ກົດໝາຍເປັນແຜນການ,ແຜນງານ,ໂຄງການລະອຽດແລະຈັດຕັ້ງປະຕິບັດ; 3.ໂຄສະນາ,ເຜີຍແຜ່,ສຶກສາອົບຮົມແນວທາງ,ນະໂຍບາຍ,ລັດຖະທໍາມິນູນ,ກົດໝາຍແລະລະບຽບການຂອງກໍາລັງປ້ອງກັນຄວາມສະຫງົບໃຫ້ນາຍແລະພົນຕໍາຫຼວດໃນຂອບເຂດທົ່ວປະເທດ; 4.ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການແລະເອກະສານທາງລັດຖະການເພື່ອຄຸ້ມຄອງມະຫາພາກໃນຂະແໜງການຂອງຕົນ; 5.ຊີ້ນໍາ,ຄຸ້ມຄອງແລະກວດກາຕາມສາຍຕັ້ງໃນການຈັດຕັ້ງປະຕິບັດວຽກງານແລະບຸກຄະລາກອນຂອງຂະແໜງການຕົນ; 6.ກໍານົດແຜນການສ້າງ,ບໍາລຸງຍົກລະດັບ,ຝຶກອົບຮົມນາຍແລະພົນຕໍາຫຼວດໃນຂອບເຂດທົ່ວປະເທດໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານກໍາລັງປ້ອງກັນຄວາມສະຫງົບໃນແຕ່ລະໄລຍະ; 7.ກໍານົດການຈັດຕັ້ງ,ມາດຕະຖານ,ເງື່ອນໄຂການບັນຈຸນາຍແລະພົນຕໍາຫຼວດ; 8.ຕິດຕາມ,ກວດກາການຈັດຕັ້ງ,ຍົກຍ້າຍ,ການບັນຈຸ,ສັບຊ້ອນນາຍແລະພົນຕໍາຫຼວດ; 9.ຄົ້ນຄວ້າວິທະຍາສາດ,ເຜີຍແຜ່ແລະແນະນໍາການນໍາໃຊ້ວິທະຍາສາດ,ວິທະຍາການໃໝ່ເຂົ້າໃນການພັດທະນາຂະແໜງການຂອງຕົນ; 10.ພິຈາລະນາແກ້ໄຂຄໍາສະເໜີ,ຄໍາຮ້ອງຂອງນາຍແລະພົນຕໍາຫຼວດຫຼືພົນລະເມືອງ; 11.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງກ່ຽວກັບວຽກງານປ້ອງກັນຄວາມສະຫງົບ; 12.ພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນຕາມການເຫັນດີຂອງລັດຖະບານ; 13.ສະຫຼຸບ,ລາຍງານສະພາບການຈັດຕັ້ງປະຕິບັດວຽກງານກໍາລັງປ້ອງກັນຄວາມສະຫງົບປະຊາຊົນຕໍ່ລັດຖະບານຢ່າງເປັນປົກກະຕິ; 14.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະຕາມການມອບໝາຍ.

ມາດຕາ42(ປັບປຸງ)ສິດແລະໜ້າທີ່ຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງ ໃນການຄຸ້ມຄອງວຽກງານກໍາລັງປ້ອງກັນຄວາມສະຫງົບປະຊາຊົນກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງມີສິດແລະໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ,ເສດຖະກິດແລະສັງຄົມ; 2.ຄົ້ນຄວ້າ,ເຊື່ອມຊຶມ,ກໍາແໜ້ນແນວທາງ,ນະໂຍບາຍຂອງພັກ,ລັດ;ມະຕິ,ຄໍາສັ່ງ,ແຜນການຂອງກະຊວງປ້ອງກັນຄວາມສະຫງົບເພື່ອຫັນເປັນແຜນການ,ແຜນງານແລະໂຄງການລະອຽດຂອງຕົນແລ້ວຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ; 3.ໂຄສະນາສຶກສາອົບຮົມການເມືອງ,ແນວຄິດ,ແນວທາງຂອງພັກ,ລັດຖະທໍາມະນູນ,ກົດໝາຍແລະລະບຽບການຂອງກໍາລັງປ້ອງກັນຄວາມສະຫງົບໃຫ້ນາຍແລະພົນຕໍາຫຼວດ; 4.ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການແລະເອກະສານທາງລັດຖະການ; 5.ຈັດຕັ້ງປະຕິບັດວຽກງານຕາມຄໍາສັ່ງຂອງສາຍຕັ້ງແລະຂອງຄະນະປ້ອງກັນຊາດປ້ອງກັນຄວາມສະຫງົບຂັ້ນຂອງຕົນຢ່າງເຂັ້ມງວດ; 6.ຊີ້ນໍາ,ຄຸ້ມຄອງແລະກວດກາການຈັດຕັ້ງປະຕິບັດວຽກງານຂອງກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນ; 7.ຈັດຕັ້ງປະຕິບັດແຜນການກໍ່ສ້າງ,ບໍາລຸງ,ພັດທະນາແລະຄຸ້ມຄອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; 8.ສ້າງແຜນແລະຄຸ້ມຄອງນໍາໃຊ້ງົບປະມານ,ວັດຖຸ,ຍຸດໂທປະກອນ,ພາຫະນະເຕັກນິກວິຊາສະເພາະ,ບໍລິຫານແລະອອກແຮງສ້າງພະລາທິການກັບທີ່; 9.ປະສານສົມທົບກັບຂອງບັນຊາການທະຫານແຂວງ,ນະຄອນຫຼວງແລະພາກສ່ວນອື່ນກ່ຽວກັບວຽກງານປ້ອງກັນຄວາມສະຫງົບ; 10.ພົວພັນຮ່ວມມືກັບຕ່າງປະເທດຕາມການມອບໝາຍຂອງຂັ້ນເທິງ; 11.ສະຫຼຸບ,ລາຍງານການປະຕິບັດວຽກງານກໍາລັງປ້ອງກັນຄວາມສະຫງົບປະຊຊົນຕໍ່ກະຊວງປ້ອງກັນຄວາມສະຫງົບແລະອົງການປົກຄອງແຂວງ,ນະຄອນຫຼວງຢ່າງເປັນປົກກະຕິ; 12.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະຕາມການມອບໝາຍ.

ມາດຕາ43(ປັບປຸງ)ສິດແລະໜ້າທີ່ຂອງກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນ ໃນການຄຸ້ມຄອງວຽກງານກໍາລັງປ້ອງກັນຄວາມສະຫງົບປະຊາຊົນກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ,ເສດຖະກິດແລະສັງຄົມ; 2.ຈັດຕັ້ງປະຕິບັດມະຕິ,ຄໍາສັ່ງ,ແຜນການຂອງຂັ້ນເທິງແລະຂອງຄະນະປ້ອງກັນຊາດປ້ອງກັນຄວາມສະຫງົບຂັ້ນຂອງຕົ້ນຢ່າງເຂັ້ມງວດ; 3.ໂຄສະນາສຶກສາອົບຮົມການເມືອງ,ແນວຄິດ,ແນວທາງຂອງພັກ,ລັດຖະທໍາມະນູນ,ກົດໝາຍແລະລະບຽບການຂອງກໍາລັງປ້ອງກັນຄວາມສະຫງົບໃຫ້ນາຍແລະພົນຕໍາຫຼວດ; 4.ຊີ້ນໍາແລະກວດກາການຈັດຕັ້ງປະຕິບັດວຽກງານຂອງປ້ອງກັນຄວາມສະຫງົບກຸ່ມບ້ານແລະປ້ອງກັນຄວາມສະຫງົບບ້ານ; 5.ປະສານສົມທົບກັບກອງບັນຊາການທະຫານເມືອງ,ເທດສະບານ,ນະຄອນແລະພາກສ່ວນອື່ນກ່ຽວກັບວຽກງານປ້ອງກັນຄວາມສະຫງົບ; 6.ສະຫຼຸບ,ລາຍງານການປະຕິບັດວຽກງານກໍາລັງປ້ອງກັນຄວາມສະຫງົບປະຊາຊົນຕໍ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງແລະອົງການປົກຄອງເມືອງ,ເທດສະບານ,ນະຄອນຢ່າງເປັນປົກກະຕິ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະຕາມການມອບໝາຍ.

ມາດຕາ44(ປັບປຸງ)ສິດແລະໜ້າທີ່ຂອງປ້ອງກັນຄວາມສະຫງົບບ້ານ ປ້ອງກັນຄວາມສະຫງົບບ້ານມີສິດແລະໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຄົ້ນຄວ້າ,ຈັດຕັ້ງປະຕິບັດແນວທາງນະໂຍບາຍ,ກົດໝາຍ,ລະບຽບການແລະຄໍາສັ່ງຂອງຂັ້ນເທິງກ່ຽວກັບວຽກງານປ້ອງກັນຄວາມສະຫງົບ; 2.ຈັດຕັ້ງຝຶກຝົນຫຼໍ່ຫຼອມຕົນເອງ,ຍົກສູງລະດັບການສຶກສາ,ວັດທະນະທໍາ,ວິຊາສະເພາະຕໍາຫຼວດ; 3.ປົກປັກຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ; 4.ສຶກສາອົບຮົມປະຊາຊົນໃຫ້ເຊື່ອມຊືມແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງຊົນ,ເຄົາລົບແລະປະຕິບັດລັດຖະທໍາມະນູນ,ກົດໝາຍ,ລະບຽບການແລະກົດລະບຽບບ້ານ,ປຸກລະດົມ,ຂົນຂວາຍປະຊາຊົນປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ; 5.ຊອກຮູ້,ເກັບກໍາສະພາບການ,ກົນອຸບາຍ,ເລ່ລ່ຽມການເຄື່ອນໄຫວຂອງບຸກຄົນຫຼືກຸ່ມຄົນບໍ່ດີ,ຍົກສູງສະຕິລະວັງຕົວ,ກຽມພ້ອມປ້ອງກັນ,ສະກັດກັ້ນ,ຕອບຕ້ານທຸກການລະເມີດກົດໝາຍແລະລະບຽບການ; 6.ຈັດຕັ້ງກໍາລັງອອກເຄື່ອນໄຫວ,ກວດກາລາດຕະເວນ,ຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຢ່າງເປັນປົກກະຕິ; 7.ໄດ້ຮັບການປະກອບອາວຸດແລະອຸປະກອນທີ່ຈໍາເປັນເພື່ອຮັບໃຊ້ເຂົ້າໃນການເຮັດໜ້າທີ່ຂອງຕົນ; 8.ໄດ້ຮັບນະໂຍບາຍອຸດໜູນແລະນະໂຍບາຍອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ; 9.ກວດກາ,ເກັບກໍາສໍາມະໂນຄົວລວມທັງຄົນຖິ່ນອື່ນທີ່ມາພັກເຊົາໃນແຕ່ລະໄລຍະ; 10.ຮັກສາຄວາມປອດໄພໃຫ້ຊາວຕ່າງປະເທດທີ່ມາເຄື່ອນໄຫວພັກເຊົາ; 11.ປະສານສົມທົບກັບກໍາລັງກອນຫຼອນ,ກໍາລັງປ້ອງກັນຕົວ,ກໍາລັງຮັກສາຄວາມປອດໄພ,ກໍາລັງປ້ອງກັນຄວາມສະຫງົບກຸ່ມບ້ານກ່ຽວກັບວຽກງານປ້ອງກັນຄວາມສະຫງົບ; 12.ສະຫຼຸບ,ລາຍງານການປະຕິບັດວຽກງານຂອງຕົນຕໍ່ກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ,ນະຄອນຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະຕາມການມອບໝາຍ.

ມາດຕາ45(ປັບປຸງ)ສິດແລະໜ້າທີ່ຂອງກະຊວງ,ອົງການລັດທຽບເທົ່າກະຊວງ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງ. ກະຊວງ,ອົງການລັດທຽບເທົ່າກະຊວງ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງມີສິດແລະໜ້າທີ່ດັ່ງນີ້: 1.ສຶກສາອົບຮົມ,ກໍ່ສ້າງ,ບໍາລຸງແລະສະໜອງພະນັກງານວິຊາການ,ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບປະຊາຊົນເພື່ອປະຕິບັດສໍາເລັດໜ້າທີ່ວຽກງານ; 2.ຄົ້ນຄວ້າ,ສັບຊ້ອນແລະມອບໝາຍໜ້າທີ່ໃຫ້ນາຍແລະພົນຕໍາຫຼວດທີ່ຍົກຍ້າຍຈາກກໍາລັງປ້ອງກັນຄວາມສະຫງົບປະຊາຊົນມາເຮັດໜ້າທີ່ຢູ່ຝ່າຍປົກຄອງຢ່າງເໝາະສົມ; 3.ຊ່ວຍເຫຼືອດ້ານງົບປະມານ,ສະຖານທີ່ເຮັດວຽກ,ທີ່ພັກອາໄສ,ພາຫະນະ,ອຸປະກອນເຕັກນິກ,ວິຊາສະເພາະຕາມເງື່ອນໄຂແລະຄວາມສາມາດຂອງຕົນ; 4.ຊ່ວຍເຫຼືອເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸແລະຈິດໃຈຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ,ຄອບຄົວຜູ້ເສຍສະລະຊີວິດ,ຜູ້ເສຍອົງຄະ,ວິລະຊົນແຫ່ງຊາດ,ນັກຮົບແຂ່ງຂັນ,ພະນັກງານບໍານານແລະຜູ້ທີ່ພວມປະຕິບັດໜ້າທີ່ໃນຂອບເຂດທີ່ຕົນຮັບຜິດຊອບ.

ໝວດທີ2ການກວດກາ

ມາດຕາ46(ປັບປຸງ)ອົງການກວດກາວຽກງານກກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ອົງການກວດກາວຽກງານກໍາລັງປ້ອງກັນຄວາມສະຫງົບປະຊາຊົນປະກອບດ້ວຍ: 1.ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານກໍາລັງປ້ອງກັນຄວາມສະຫງົບປະຊາຊົນຕາມທີ່ໄດ້ກໍານົດໄວ້ໃນມາດຕາ40ຂອງກົດໝາຍສະບັບນີ້; 2.ອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ,ອົງການກວດສອບແຫ່ງລັດ,ອົງການກວດກາລັດຖະບານ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນ.

ມາດຕາ47(ໃໝ່)ເນື້ອໃນການກວດກາ ການກວດກາມີເນື້ອໃນດັ່ງນີ້: 1.ການອອກນິຕິກໍາຂອງອົງການຄຸ້ມຄອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; 2.ການຈັດຕັ້ງປະຕິບັດວຽກງານກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; 3.ການປະຕິບັດຫຼັກຖານ,ການນໍາໃຊ້ສິດ,ການປະຕິບັດໜ້າທີ່,ພັນທະ,ຂໍ້ຫ້າມແລະການດໍາລົງຊີວິດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; 4.ການປະຕິບັດນະໂຍບາຍແລະການນໍາໃຊ້ມາດຕະການຕໍ່ຜູ້ລະເມີດກົດໝາຍແລະລະບຽບການກ່ຽວກັບກໍາລັງປ້ອງັນຄວາມສະຫງົບປະຊາຊົນ; 5.ບັນຫາອື່ນທີ່ພັວພັນກັບກໍາລັງປ້ອງກັນຄວາມສະຫງົບປະຊາຊົນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ48(ໃໝ່)ຮູບການການກວດກາ ການກວດກາມີສາມຮູບການດັ່ງນີ້: 1.ການກວດກາປົກກະຕິ; 2.ການກວດກາໂດຍມີການແຈ້ງການໃຫ້ຮູ້ລ່ວງໜ້າ; 3.ການກວດກາແບບກະທັນຫັນ. ການກວດກາປົກກະຕິແມ່ນການກວດກາຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາທີ່ແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໃນເວລາທີ່ຈໍາເປັນແລະຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ. ໃນການດໍາເນີນການກວດກາໃຫ້ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.

ພາກທີ7ວັນສ້າງຕັ້ງ,ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ

ມາດຕາ49ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນແມ່ນວັນທີ5ເມສາ1961. ທຸກໆປີກໍາລັງປ້ອງກັນຄວາມສະຫງົບປະຊາຊົນພ້ອມກັບປະຊາຊົນລາວບັນດາເຜົ່າຈັດຕັ້ງການສະເຫຼີມສະຫຼອງວັນດັ່ງກ່າວ.

ມາດຕາ50(ປັບປຸງ)ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີເຄື່ອງໝາຍ,ເຄື່ອງແບບ,ຕາປະທັບ,ເຄື່ອງໝາຍຊັ້ນ,ເຄື່ອງແບບເຫຼົ່າວິຊາສະເພາະ,ຕາປະທັບ,ບັດປະຈໍາການຂອງຕົນຊຶ່ງກໍານົດໄວ້ໃນລະບຽບການຕ່າງຫາກ.

ພາກທີ8ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ51(ປັບປຸງ)ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບການ. ສໍາລັບກໍາລັງປ້ອງກັນຄວາມສະຫງົບປະຊາຊົນທີ່ີຜົນງານດີເດັ່ນໃນການສູ້ຮົບ,ໃນການປະຕິບັດໜ້າທີ່ວິຊາສະເພາະແລະວຽກງານອື່ນຈະໄດ້ຮັບການຍ້ອງຍໍເຊັ່ນນາມມະຍົດວິລະຊົນ,ນັກຮົບແຂ່ງຂັນ,ຫຼຽນໄຊ,ຫຼຽນກາ,ຫຼຽນພິລາດອາດຫານ,ໃບຍ້ອງຍໍ,ເລື່ອນຊັ້ນຫຼືນະໂຍບາຍອື່ນຕາມລະບຽບການ.

ມາດຕາ52(ປັບປຸງ)ການປະຕິບັດນະໂຍບາຍ ການປະຕິບັດນະໂຍບາຍຕໍ່ກໍາລັງປ້ອງກັນຄວາມສະຫງົບປະຊາຊົນມີດັ່ງນີ້: 1.ນາຍແລະພົນຕໍາຫຼວດປະຈໍາການຈະໄດ້ຮັບເງິນເດືອນ,ເງິນຊັ້ນ,ເງິນຕໍາແໜ່ງ,ເງິນໃນການລົງເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະ,ເງິນອຸດໜູນເຂດທຸລະກັນດານແລະເງິນອຸດໜູນອື່ນ,ເຄື່ອງອຸປະໂພກ,ບໍລິໂພກຕາມລະບຽບການ;ສ່ວນນາຍຕໍາຫຼວມທີ່ເຊົາປະຈໍາການຈະໄດ້ຮັບບໍານານຫຼືເງິນອຸດໜູນເທື່ອດຽວຕາມລະບຽບການເວັ້ນເສຍແຕ່ກໍ່ລະນີທີ່ມີການລະເມີດຕາມທີ່ໄດ້ກໍານົດໄວ້ໃນມາດຕາ39ຂອງກົດໝາຍສະບັບນີ້; 2.ນາຍຕໍາຫຼວດຜູ້ທີ່ໄດ້ຮັບຫຼາຍຕໍາແໜ່ງຈະໄດ້ຮັບນະໂຍບາຍຕາມຕໍາແໜ່ງສູງສຸດ; 3.ນາຍແລະພົນຕໍາຫຼວດປະຈໍາການມີສິດລາພັກປະຈໍາປີຕາມລະບຽບການ,ເວັ້ນເສຍແຕ່ໃນກໍລະນີພາວະສຸກເສີນຫຼືສົງຄາມ;ໃນກໍລະນີເກີດພາວະສຸກເສີນຫຼືສົງຄາມນາຍແລະພົນຕໍາຫຼວດທີ່ກໍາລັງລາພັນຢູ່ນັ້ນຕ້ອງກັບຄືນກົມກອງດ່ວນ; 4.ການລາພັກອອກລູກຂອງນາຍແລະພົນຕໍາຫຼວດທີ່ເປັນເພດຍິງໃຫ້ປະປິຕັດບຄືກັນກັບພະນັກງານລັດຖະກອນເພດຍິງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ; 5.ນາຍແລະພົນຕໍາຫຼວດປະຈໍາການ,ພະນັກງານບໍານານ,ວິລະຊົນແຫ່ງຊາດ,ນັກຮົບແຂ່ງຂັນ,ຜູ້ເສຍອົງຄະຈະໄດ້ຮັບການເບິ່ງແຍງທາງດ້ານສຸຂະພາບ,ຖ້າມີການເຈັບເປັນຈະໄດ້ຮັບການປິ່ນປົວຕາມນະໂຍບາຍທີ່ໄດ້ກໍານົດໄວ້;ສໍາລັບນາຍແລະພົນຕໍາຫຼວດທີ່ມີການເຈັບເປັນ,ຖືກບາດເຈັບໃນເວລາປະຕິບັດໜ້າທີ່ຫຼືຢູ່ເຂດຫຍຸ້ງຍາກທຸລະກັນດານຈະໄດ້ຮັບການປິ່ນປົວໂດຍແມ່ນການຈັດຕັ້ງທີ່ກ່ຽວຂ້ອງຮັບຜິດຊອບ; 6.ນາຍແລະພົນຕໍາຫຼວດຊຶ່ງເຮັດໜ້າທີ່ສູ້ຮັບ,ຮັບໃຊ້ການສູ້ຮົບຢ່າງພິລະອາດຫານຫຼືປະຕິບັດໜ້າທີ່ສໍາເລັດຢູ່ເຂດຫຍຸ້ງຍາກທຸລະກັນດານຫຼືເສຍຊີວິດໃນການປະຕິບັດໜ້າທີ່ຈະໄດ້ຮັບການເລື່ອນຊັ້ນຕື່ມໜຶ່ງຊັ້ນ,ຂ້າມຊັ້ນຫຼືຂ້າມຂັ້ນແລະໃຫ້ນາມມະຍົດຕາມຄວາມເໝາະສົມ,ຖ້າຫາກເສຍຊີວິດໃນເວລາສູ້ຮົບຫຼືຮັບໃຊ້ສູ້ຮົບຢ່າງພິລະອາດຫານຈະໄດ້ຮັບການເລື່ອນຊັ້ນໃຫ້ຕື່ມສາມຊັ້ນ,ພ້ອມແບ່ງແຍງຄອບຄົວຂອງຜູ້ກ່ຽວແລະຮັບເອົາລູກຜູ້ທີ່ມີມາດຕະຖານ,ເງື່ອນໄຂເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບອາຊີບຕາມຄວາມເໝາະສົມ; 7.ນາຍແລະພົນຕໍາຫຼວດຈະໄດ້ຮັບນະໂຍບາຍໄປຍົກລະດັບວິຊາສະເພາະຢູ່ພາຍໃນແລະຕ່າງປະເທດຖ້າຫາກການໄປຍົກລະດັບວິຊາສະເພາະທີ່ໄດ້ຮັບການອະນຸຍາດຈາກກະຊວງປອງກັນຄວາມສະຫງົບຈະໄດ້ຮັບເງິນເດືອນຕາມຊັ້ນ,ເງິນອຸດໜູນແລະນະໂຍລາຍອື່ນຕາມລະບຽບການ; 8.ນາຍຕໍາຫຼວດແຕ່ຊັ້ນພັນເອກລົງມາທີ່ອອກຮັບບໍານານຈະບໍ່ໄດ້ເລື່ອນຊັ້ນຕື່ມອີກແຕ່ຈະໄດ້ຍົກຂັ້ນເງິນເດືອນຕື່ມໜຶ່ງຂັ້ນ,ນາຍຕໍາຫຼວດແຕ່ຊັ້ນພົນຈັດຕະວາຫາພົນໂທທີ່ອອກຮັບບໍານານຈະບໍ່ໄດ້ຍົກຂັ້ນເງິນເດືອນຕື່ມອີກ; 9.ນາຍແລະພົນຕໍາຫຼວດທີ່ໄດ້ອອກຈາກໍາລັງປ້ອງກັນຄວາມສະຫງົບປະຊາຊົນຊຶ່ງບໍ່ໄດ້ຖືກວິໄນຖອນຊັ້ນຂອງຜູ້ກ່ຽວໃຫ້ຮັກສານາມມະຍົດຊັ້ນຂອງຜູ້ກ່ຽວທີ່ຂັ້ນເທິງຕົກລົງໃຫ້ນັ້ນໄວ້ຄືເກົ່າ; 10.ນາຍແລະພົນຕໍາຫຼວດ,ວິລະຊົນແຫ່ງຊາດ,ນັກຮົບແຂ່ງຂັນ,ພະນັກງານບໍານານຈະໄດ້ຮັບການເຊື້ອເຊີນເຂົ້າຮ່ວມໃນວັນບຸນສໍາຄັນຕ່າງໆຂອງຊາດແລະມີສິດນໍາໃຊ້ເຄື່ອງແບບ,ເຄື່ອງມາຍຍົດ,ໝາຍຊັ້ນຂອງຕົນຄືກັນກັບນາຍແລະພົນຕໍາຫຼວດປະຈໍາການ. ສໍາລັບນະໂຍບາຍລະອຽດຕໍ່ນາຍແລະພົນຕໍາຫຼວດປະຈໍາການ,ວິລະຊົນແຫ່ງຊາດ,ນັກຮົບແຂ່ງຂັນ,ຜູ້ເສຍສະລະຊີວິດ,ຜູ້ເສຍຊີວິດ,ພະນັກງານບໍານານ,ຜູ້ເສຍອົງຄະ,ຄອບຄົວພໍ່ແມ່ຂອງນາຍແລະພົນຕໍາຫຼວດທີ່ເສຍສະລະຊີວິດ,ເສຍຊີວິດແລະກໍາລັງເຄິ່ງອາຊີບປ້ອງກັນຄວາມສະຫງົບໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ53(ປັບປຸງ)ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ,ນາຍແລະພົນຕໍາຫຼວດທີ່ລະເມີດກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືຖືກລົງໂທດທາງອາຍາຕາມກໍລະນີເບົາຫຼືໜັກ.

ພາກທີ9ບົດບັນຍັດສຸດທ້າຍ

ມາດຕາ54ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ55(ປັບປຸງ)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນສະບັບເລກທີ03/ສພຊ,ລົງວັນທີ2ກໍລະກົດ2007. ຂໍ້ກໍານົດ,ບົດບັດນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ