ກົດໝາຍວ່າດ້ວຍກໍາມະບານ(ສະບັບປັບປຸງ) 15-11-2017

From Wikisource
Jump to navigation Jump to search

ກໍາມະບານ(ສະບັບປັບປຸງ) 15-11-2017

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງແລະກວດກາວຽກງານຂອງກໍາມະບານລາວເພື່ອຮັບປະກັນການປະຕິບັດພາລະບົດບາດ,ສິດແລະໜ້າທີ່ຂອງຕົນໃຫ້ມີປະສິດທິຜົນສູງແນໃສ່ເຕົ້າໂຮມກໍາລັງແຮງ,ປົກປ້ອງສິດແລະຜົນປະໂຫຍດຂອງສະມາຊິກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນປະກອບສ່ວນເຂົ້າໃນພາລະກິດການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.

ມາດຕາ2(ປັບປຸງ)ກໍາມະບານລາວ ກໍາມະບານລາວແມ່ນການຈັດຕັ້ງມະຫາຊົນທີ່ກວ້າງຂວາງໃນລະບົບການເມືອງຂອງລະບອບປະຊາທິປະໄຕປະຊາຊົນທີ່ມີພັກປະຊາຊົນປະຕິວັດລາວເປັນແກນນໍາ,ເປັນຕົວແທນແຫ່ງສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນໆ.

ມາດຕາ3(ປັບປຸງ)ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ພະນັກງານກໍາມະການອາຊີບໝາຍເຖິງບຸກຄົນທີ່ໄດ້ຮັບການເລືອກຕັ້ງງຫຼືແຕ່ງຕັ້ງຫຼືມອບໝາຍໃຫ້ປະຕິບັດໜ້າທີ່ວຽກງານເປັນປະຈໍາໃນກົງຈັກການຈັດຕັ້ງສະຫະພັນກໍາມະບານລາວ. 2.ພະນັກງານກໍາມະບານເຄິ່ງອາຊີບໝາຍເຖິງບຸກຄົນທີ່ໄດ້ຮັບເລືອກຕັ້ງຫຼືແຕ່ງຕັ້ງຫຼືມອບໝາຍໃຫ້ປະຕິບັັດໜ້າທີ່ວຽກງານກໍາມະບານທີ່ບໍ່ປະຈໍາການໂດຍຄວບຕໍາແໜ່ງບໍລິຫານຫຼືວິຊາສະເພາະໃດໜຶ່ງ; 3.ກໍາມະບານຮາກຖານໝາຍເຖິງການຈັດຕັ້ງກໍາມະບານຢູ່ໃນການຈັດຕັ້ງຂັ້ນຮາກຖານ,ຫົວໜ່ວຍແຮງງານທີ່ມີສະມາຊິກກໍາມະບານໜ້ອຍກວ່າໜຶ່ງຮ້ອຍຄົນ; 4.ສະຖາບັນການສຶກສາໃຫຍ່,ໂຮງງານໃຫຍ່,ກຸ່ມບໍລິສັດໃຫຍ່ໝາຍເຖິງການຈັດຕັ້ງ,ຫົວໜ່ວຍແຮງງານທີ່ມີສະມາຊິກກໍາມະບານແຕ່ໜຶ່ງຮ້ອຍຄົນຂຶ້ນໄປ; 5.ຜູ້ອອກແຮງງານອື່ນໝາຍເຖິງພະນັກງານ-ລັດຖະກອນ,ນັກສຶກສາ,ປັນຍາຊົນ,ຊາວກະສິກອນ,ນາຍຊ່າງ,ຜູ້ບໍລິຫານແລະຜູ້ປະກອບອາຊີບອິດສະລະທີ່ອອກແຮງງານດ້ວຍຮ່າງກາຍ,ດ້ວຍມັນສະໝອງ,ຊາວຜູ້ອອກແຮງງານອື່ນລວມມີຜູ້ອອກແຮງງານໃນລະບົບແລະຜູ້ອອກແຮງງານນອກລະບົບ;; 6.ຜູ້ອອກແຮງງານໃນລະບົບໝາຍເຖິງຜູ້ອອກແຮງງານທີ່ເຮັດວຽກຢູ່ໃນຫົວໜ່ວຍແຮງງານຊຶ່ງໄດ້ຂຶ້ນທະບຽນຕາມກົດໝາຍ; 7.ຜູ້ອອກແຮງງານນອກລະບົບໝາຍເຖິງຜູ້ອອກແຮງງານທີ່ເຮັດວຽກຢູ່ນອກຫົວໜ່ວຍແຮງງານລວມທັງຜູ້ເຮັດວຽກຫຼືປະກອບອາຊີບແບບອິດສະລະ; 8.ຫົວໜ່ວຍແຮງງານໝາຍເຖິງຫົວໜ່ວຍການຜະລິດ,ທຸລະກິດຫຼືການບໍລິການຂອງທຸກພາກສ່ວນເສດຖະກິດ-ສັງຄົມທີ່ໄດ້ຂຶ້ນທະບຽນຕາມກົດໝາຍ; 9.ກຸ່ມການຜະລິດໝາຍເຖິງການຈັດຕັ້ງກຸ່ມ,ສະຫະກອນຫຼືສະມາຄົມການຜະລິດຕາມສາຂາອາຊີບເປັນຕົ້ນກຸ່ມອຸດສາຫະກໍາ,ຊ່າງຫັດຖະກໍາ,ຊາວກະສິກອນຫຼືອາຊີບອື່ນໆ; 10.ພະຍາດອາຊີບໝາຍເຖິງພະຍາດທຸກຊະນິດທີ່ເກີດຂຶ້ນຈາກການອອກແຮງງານ; 11.ຫຼັກການສາມຝ່າຍໝາຍເຖິງກົນໄກການປຶກສາຫາລືເພື່ອແກ້ໄຂບັນກາແຮງງານໂດຍຄະນະກໍາມະການສາມຝ່າຍຊຶ່ງລວມມີອົງການຕ່າງໜ້າລັດຖະບານ,ອົງການຕາງໜ້າຜູ້ໃຊ້ແຮງງານແລະອົງການຕາງໜ້າຜູ້ອອກແຮງງານ. 12.ອົງການຕາງໜ້າລັດຖະບານໝາຍເຖິງອົງການຈັດຕັ້ງລັດທີ່ຖືກມອບໝາຍ:ກະຊວງແຮງງານແລະສະຫວັດດີການສັງຄົມ;ພະແນກແຮງງານແລະສະຫວັດດີການສັງຄົມແຂວງ,ນະຄອນຫຼວງ,ຫ້ອງການແຮງງານແລະສະຫວັດດີການສັງຄົມເມືອງ,ເທດສະບານ,ນະຄອນແລະໜ່ວຍງານແຮງງານແລະສະຫວັດດີການສັງຄົມຂັ້ນບ້ານ; 13.ອົງການຕາງໜ້າຜູ້ໃຊ້ແຮງງານໝາຍເຖິງອົງານຈັດຕັ້ງທີ່ຖືກມອບໝາຍ:ສະພາການຄ້າແລະອຸດສາຫະກໍາແຫ່ງຊາດ,ສະກາພານຄ້າແລະອຸດສາຫະກໍາແຂວງ,ນະຄອນຫຼວງ; 14.ອົງການຕາງໜ້າຜູ້ອອກແຮງງານໝາຍເຖິງສູນກາງສະຫະພັນກໍາມະບານລາວ;ສະຫະພັນກໍາມະບານກະຊວງ,ອົງການ,ສະຫະພັນກໍາມະບານແຂວງ,ນະຄອນຫຼວງ,ສະຫະພັນກໍາມະບານເມືອງ,ເທດສະບານ,ນະຄອນແລະກໍາມະບານຮາກຖານ.

ມາດຕາ4(ປັບປຸງ)ນະຖຍບາຍຂອງລັດກ່ຽວກັບວຽກງານກໍາມະບານ ລັດປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງກໍາມະກອນແລະຊາວຜູ້ອອກແຮງງານອື່ນໂດຍສະຫະພັນກໍາມະບານລາວເປັນຕົວແທນ. ລັດຊຸກຍູ້ແລະສົ່ງເສີມການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນທຸກຂັ້ນ,ຫົວໜ່ວຍແຮງງານທັງພາກລັດ,ເອກະຊົນແລະຫົວໜ່ວຍແຮງງານການລົງທຶນຂອງຕ່າງປະເທດໃຫ້ມີການຈັດຕັ້ງແລະເຄື່ອນໄຫວວຽກງານກໍາມະບານ;ສະໜອງງົບປະມານ,ບຸກຄະລາກອນແລະສິ່ງອໍານວຍຄວາມສະດວກໃຫ້ການຈັດຕັ້ງດັ່ງກ່າວຢ່າງເໝາະສົມ.

ມາດຕາ5(ປັບປຸງ)ຫຼັກການກ່ຽວກັບວຽກງານກໍາມະບານ ການເຄື່ອນໄຫວວຽກງານກໍາມະບານໃຫ້ປະຕິບັດຕາມຫຼັກການດັ່ງນີ້: 1.ເຄົາລົບແລະປະຕິບັດລັດຖະທໍາມະນູນ,ກົດໝາຍແລະກົດລະບຽບຂອງສະຫະພັນກໍາມະບານລາວ; 2.ລວມສູນປະຊາທິປະໄຕພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ; 3.ຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກແລະເຄື່ອນໄຫວວຽກງານກໍາມະບານ; 4.ປະຕິບັດຫຼັກການສາມຝ່າຍແລະປະສານສົມທົບກັບອົງການລັດທີ່ກ່ຽວຂ້ອງ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ; 5.ປະຕິບັດສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ມາດຕາ6(ໃໝ່)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບສະມາຊິກກໍາມະບານ,ພະນັກງານ-ລັດຖະກອນ,ນັກສຶກສາ-ປັນຍາຊົນຢູ່ໃນການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ;ກໍາມະກອນແລະຜູ້ອອກແຮງງານໃນລະບົບ,ນອກລະບົບຢູ່ຫົວໜ່ວຍແຮງງານໃນສປປລາວ. ສໍາລັບການຈັດຕັ້ງແລະການເຄື່ອນໄຫວວຽກງານກໍາມະບານໃນກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ7(ປັບປຸງ)ການຮ່ວມມືສາກົນ ລັດສົ່ງເສີມການພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານກໍາມະບານດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ການຝຶກອົບຮົມ,ການສ້າງບຸກຄະລາກອນແລະການປະຕິບັດສົນທິສັນຍາ,ສັນຍາສາກົນທີ່ສປປລາວເປັນພາຄີ.

ພາກທີ2ການຈັດຕັ້ງຂອງກໍາມະບານລາວ

ໝວດທີ1ສະຫະພັນກໍາມະບານລາວ

ມາດຕາ8(ປັບປຸງ)ສະຫະພັນກໍາມະບານລາວ ສະຫະພັນກໍາມະບານລາວແມ່ນລະບົບການຈັດຕັ້ງຂອງກໍາມະບານລາວ,ເປັນການຈັດຕັ້ງການເມືອງ-ສັງຄົມຂອງຊົນຊັ້ນກໍາມະກອນແລະຊາວຜູ້ອອກແຮງງານລາວຊຶ່ງໄດ້ຮັບການສ້າງຕັ້ງ,ນໍາພາແລະສຶກສາອົບຮົມໂດຍພັກປະຊາຊົນປະຕິວັດລາວ.

ມາດຕາ9(ປັບປຸງ)ການຈັດຕັ້ງແລະການເຄື່ອນໄຫວຂອງສະຫະພັນກໍາມະບານລາວ ສະຫະພັນກໍາມະບານລາວຈັດຕັ້ງຂຶ້ນຢູ່ບັນດາການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະຫົວໜ່ວຍແຮງງານມີຖານະທຽບເທົ່າອົງການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງອະຫາຊົນອື່ນໃນຂັ້ນດຽວກັນ. ສະຫະພັນກໍາມະບານລາວແມ່ນອົງການເລືອກຕັ້ງ,ຄະນະບໍລິຫານງານສະຫະພັນກໍາມະບານແຕ່ລະຂັ້ນໄດ້ມາຈາກການເລືອກຕັ້ງໂດຍກົງຂອງຜູ້ແທນກອງປະຊຸມໃຫຍ່ແລະເຄື່ອນໄຫວວຽກງານຢູ່ພາຍໃຕ້ການນໍາພາໂດຍກົງແລະຮອບດ້ານຂອງຄະນະພັກຂັ້ນຂອງຕົນ. ສະຫະພັນກໍາມະບານເຄື່ອນໄຫວວຽກງານປົກປ້ອງສິດແລະຜົນປະໂຫຍດຂອງສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນດ້ວຍຮູບແບບບໍລິການສາທາລະນະແລະປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ,ເຮັດວຽກເປັນມູ່ຄະນະ,ບຸກຄົນຮັບຜິດຊອບ,ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ,ບຸກຄົນປະຕິບັດຕາມການຈັດຕັ້ງແລະທົ່ວສະຫະພັນກໍາມະບານລາວປະຕິບັດຕາມມະຕິກອງປະຊຸມ.

ມາດຕາ10(ປັບປຸງ)ພາລະບົດບາດຂອງສະຫະພັນກໍາມະບານລາວ ສະຫະພັນກໍາມະບານລາວມີພາລະບົດບາດດັ່ງນີ້: 1.ໂຄສະນາ,ສຶກສາອົບຮົມ,ປຸກລະດົມ,ເຕົ້າໂຮມຄວາມສາມັກຄີສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນມີຄວາມຕື່ນຕົວທາງການເມືອງ,ຮູ້ສິດ,ພັນທະແລະຜົນປະໂຫຍດຂອງຕົນ,ມີຄວາມຮູ້ຄວາມສາມາດທາງດ້ານວິທະຍາສາດເຕັກໂນໂລຊີ,ມີອະລິຍະທໍາທາງດ້ານຈິດໃຈແລະມີວິໄນການອອກແຮງງານ; 2.ເປັນຕົວແທນແຫ່ງການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນໆ; 3.ຕິດຕາມ,ກວດກາການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດ,ວັດທະນະທໍາ-ສັງຄົມຂອງອົງການລັດແຕ່ລະຂັ້ນແລະຫົວໜ່ວຍແຮງງານ; 4.ເຂົ້າຮ່ວມຕິດຕາມ,ກວດກາການເຄື່ອນໄຫວຂອງສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງແລະສະມາຊິກຂອງສະພາດັ່ງກ່າວ.

ໝວດທີ2ລະບົບການຈັດຕັ້ງຂອງສະຫະພັນກໍາມະບານລາວ

ມາດຕາ11(ປັບປຸງ)ລະບົບການຈັດຕັ້ງຂອງສະຫະພັນກໍາມະບານລາວ ລະບົບການຈັດຕັ້ງຂອງສະຫະພັນກໍາມະບານລາວມີສີ່ຂັ້ນດັ່ງນີ້: 1.ສູນກາງສະຫະພັນກໍາມະບານລາວ; 2.ສະຫະພັນກໍາມະບານກະຊວງ,ອົງການ,ແຂວງ,ນະຄອນຫຼວງ; 3.ສະຫະພັນກໍາມະບານເມືອງ,ເທດສະບານ,ນະຄອນ,ສະຖາບັນການສຶກສາໃຫຍ່,ໂຮງງານໃຫຍ່,ກຸ່ມບໍລິສັດໃຫຍ່; 4.ກໍາມະບານຮາກຖານ.

ມາດຕາ12(ປັບປຸງ)ສິດແລະໜ້າທີ່ຂອງສູນກາງສະຫະພັນກໍາມະບານລາວ ສຸນກາງສະຫະພັນກໍາມະບານລາວມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າຫັນເອົາແນວທາງ,ນະໂຍບາຍແລະມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະເທດໃຫ້ເປັນແຜນການ,ແຜນງານ,ໂຄງການແລະກິດຈະກໍາລະອຽດໃນແຕ່ລະໄລຍະ; 2.ສຶກສາອົບຮົມ,ໂຄສະນາ,ເຜີຍແຜ່ແນວທາງ,ນະໂຍບາຍ,ກົດໝາຍ,ມະຕິກອງປະຊຸມໃຫຍ່ຂອງກໍາມະບານລາວໃຫ້ແກ່ສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນຮັບຮູ້ເຊື່ອມຊຶມຢ່າງທົ່ວເຖິງ; 3.ເຕົ້າໂຮມຄວາມສາມັກຄີ,ປຸກລະດົມສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນເຂົ້າຮ່ວມຂະບວນການແຂ່ງຂັນ,ສ້າງເງື່ອນໄຂໃຫ້ເຂົ້າເຈົ້າໄດ້ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ; 4.ສະເໜີສ້າງແລະປັບປຸງກົດໝາຍທີ່ກ່ຽວຂ້ອງ,ພິຈາລະນາຮັບຮອງເອົາແລະປະກາດໃຊ້ນິຕິກໍາໃຕ້ກົດໝາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ;ປະກາດລົບລ້າງຫຼືໂຈະການປະຕິບັດມະຕິ,ຄໍາແນະນໍາ,ແຈ້ງການ,ລະບຽບການຂອງສະຫະພັນກໍາມະບານຂັ້ນລຸ່ມທີ່ບໍ່ສອດຄ່ອງກັບກົດໝາຍ,ກົດລະບຽບຫຼືມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ; 5.ພິຈາລະນາສ້າງຕັ້ງຫຼືຍຸບເລີກກົງຈັກຊ່ວຍວຽກຂັ້ນຂອງຕົນ;ອະນຸຍາດສ້າງຕັ້ງຫຼືຍຸບເລີກການຈັດຕັ້ງກໍາມະບານຂັ້ນລຸ່ມຂອງຕົນ;ກໍ່ສ້າງ,ບໍາລຸງ,ຍົກລະດັບທິດສະດີ,ວິຊາສະເພາະວຽກງານກໍາມະບານໃຫ້ພະນັກງານກໍາມະບານແຕ່ລະຂັ້ນ; 6.ຮັບຮອງເອົາການແຕ່ງຕັ້ງຜູ້ຕາງນ້າຜູ້ອອກແຮງງານຢູ່ຫົວໜ່ວຍແຮງງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 7.ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະແກ້ໄຂບັນຫາທີ່ພົວພັນເຖິງສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນຕາມກົນໄກການປະສານງານສາມຝ່າຍ; 8.ເກັບກໍາສະຖິຕິ,ອອກບັດໃຫ້ສະມາຊິກກໍາມະບານທັງຢູ່ພາຍໃນ,ຢູ່ຕ່າງປະເທດເພື່ອຕິດຕາມການເຄື່ອນໄຫວແລະປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງເຂົາເຈົ້າ; 9.ຕິດຕາມສະພາບແວດລ້ອມການອອກແຮງງານ,ຮັບຟັງຄໍາຄິດຄໍາເຫັນ,ຄວາມມຸ່ງມາດປາຖະໜາແລະຕາງໜ້າກໍາມະກອນ,ຊາວຜູ້ອອກແຮງງານອື່ນສ້າງສັນຍາແຮງງານລວມໝູ່ຢູ່ຫົວໜ່ວຍແຮງງານຂຶ້ນຂອງຕົນ; 10.ຂົນຂວາຍແລະຊຸກຍູ້ຈັດຕັ້ງກໍາມະບານຮາກຖານຢູ່ກຸ່ມການຜະລິດ,ກຸ່ມວິຊາຊີບໃຫ້ແກ່ແຮງງານນອກລະບົບ; 11.ປະກອບສ່ວນຊຸກຍູ້,ສົ່ງເສີມການຝຶກອົບຮົມພັດທະນາສີມືແຮງງານ,ສະໜອງຂໍ້ມູນຂ່າວສານແລະຝຶກອົບຮົມໃຫ້ຄວາມຮູ້ກ່ຽວກັບຄວາມປອດໄພແຮງງານແກ່ກໍາມະກອນແລະຊາວຜູ້ອອກແຮງງານອື່ນໆ; 12.ສ້າງແຫຼ່ງລາວຮັບທີ່ຖືກຕ້ອງຕາມກົດໝາຍ,ຄຸມຄອງແລະນໍາໃຊ້ລາຍຮັບນັ້ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງແລະການເຄື່ອນໄຫວວຽກງານກໍາມະບານ; 13.ເຂົ້າຮ່ວມໃນການຕິດຕາມ,ກວດກາການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງແລະສະມາຊິກສະພາດັ່ງກ່າວ; 14.ພົວພັນແລະຮ່ວມມືກັບອົງການຈັດຕັ້ງກໍາມະບານປະເທດເພື່ອນມິດ,ອົງການຈັດຕັ້ງສາກົນ,ອົງການບໍ່ສັກກັດລັດຖະບານທັງພາຍໃນແລະຕ່າງປະເທດ; 15.ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານກໍາມະບານໃນຂອບເຂດທົ່ວປະເທດໃຫ້ຂັ້ນເທິງທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 16.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ13(ປັບປຸງ)ສິດແລະໜ້າທີ່ຂອງສະຫະພັນກໍາມະບານກະຊວງ,ອົງການ,ແຂວງ,ນະຄອນຫຼວງ ສະຫະພັນກໍາມະບານກະຊວງ,ອົງການ,ແຂວງ,ນະຄອນຫຼວງມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າເຊື່ອມຊິມມະຕິຂອງຄະນະພັກ,ແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ,ຂອງກະຊວງ,ອົງການ,ມະຕິກອງປະຊຸມກໍາມະບານຂັ້ນເທິງເພື່ອສ້າງເປັນແຜນການ,ໂຄງການ,ກິດຈະກໍາໃນແຕ່ລະໄລຍະ; 2.ສຶກສາອົບຮົມ,ໂຄສະນາ,ເຜີຍແຜ່ແນວທາງ,ນະໂຍບາຍ,ກົດໝາຍ,ມະຕິກອງປະຊຸມໃຫຍ່ຂອງກໍາມະບານລາວໃຫ້ແກ່ສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນຮັບຮູ້ເຊື່ອມຊຶມຢ່າງທົ່ວເຖິງ; 3.ເຕົ້າໂຮມຄວາມສາມັກຄີ,ປຸກລະດົມສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນເຂົ້າຮ່ວມຂະບວນການແຂ່ງຂັນ,ສ້າງເງື່ອນໄຂໃຫ້ເຂົ້າເຈົ້າໄດ້ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ; 4.ສະເໜີສ້າງຕັ້ງຫຼືຍຸບເລີກກົງຈັກຊ່ວຍວຽກຂັ້ນຂອງຕົນ,ສະເໜີສ້າງຕັ້ງຫຼືຍຸບເລີກການຈັດຕັ້ງກໍາມະບານຂັ້ນລຸມຂອງຕົນ;ສ້າງ,ບໍາລຸງ,ຍົກລະດັບທິດສະດີ,ວິຊາສະເພາະວຽກງານກໍາມະບານໃຫ້ພະນັກງານກໍາມະບານ; 5.ຮັບຮອງເອົາການແຕ່ງຕັ້ງຜູ້ຕາງໜ້າຜູ້ອອກແຮງງານຢູ່ຫົວໜ່ວຍແຮງງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 6.ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະແກ້ໄຂບັນຫາທີ່ພົວພັນເຖິງສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ,ກໍາມະກອນແລະຜູ້ອອກແຮງງານອື່ນຕາມກົນໄກການປະສານງານສາມຝ່າຍ; 7.ເກັກກໍາສະຖິຕິແລະອອກບັດໃຫ້ສະມາຊິກກໍາມະບານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 8.ຕິດຕາມສະພາບແວກລ້ອມການອອກແຮງງານ,ຮັບຟັງຄໍາຄິດຄໍາເຫັນ,ຄວາມມຸ່ງມາດປາຖະໜາແລະຕາງໜ້າກໍາມະກອນ,ຜູ້ອອກແຮງງານສ້າງສັນຍາແຮງງານລວມໝູ່ຢູ່ຫົວໜ່ວຍແຮງງານຂັ້ນຂອງຕົນ; 9.ຂົນຂວາຍແລະຊຸກຍູ້ຈັດຕັ້ງກໍາມະບານຮາກຖານຢູ່ກຸ່ມການຜະລິດ,ກຸ່ມວິຊາຊີບໃຫ້ແກ່ແຮງງານນອກລະບົບ; 10.ປະກອບສ່ວນຊຸກຍູ້,ສົ່ງເສີມການຝຶກອົບຮົມພັດທະນາສີມືແຮງງານ,ສະໜອງຂໍ້ມູນຂ່າວສານແລະຝຶກອົບຮົມໃຫ້ຄວາມຮູ້ກ່ຽວກັບຄວາມປອດໄພແຮງງານແກ່ຊາວຜູ້ອອກແຮງງານອື່ນໆ; 11.ສ້າງແຫຼ່ງລາຍຮັບທີ່ຖືກຕ້ອງຕາມກົດໝາຍ,ຄຸ້ມຄອງແລະນໍາໃຊ້ລາຍຮັບນັ້ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງແລະການເຄື່ອນໄຫວວຽກງານກໍາມະບານ; 12.ເຂົ້າຮ່ວມໃນການຕິດຕາມ,ກວດກາການເຄື່ອນໄຫວວຽກງານຂອງສະພາປະຊາຊົນຂັ້ນແຂວງແລະສະມາຊິກຂອງສະພາດັ່ງກ່າວ; 13.ພົວພັນແລະຮ່ວມມືກັບອົງການຈັດຕັ້ງກໍາມະບານປະເທດເພື່ອນມິດ,ອົງການຈັດຕັ້ງສາກົນ,ອົງການບໍ່ສັງກັດລັດຖະບານທີ່ພາຍໃນແລະຕ່າງປະເທດຕາມການຕົກລົງຂອງຂັ້ນເທິງ; 14.ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານຂອງຕົນໃຫ້ຂັ້ນເທິງທີ່ກ່ຽວຂ້ອງຢ່າງເປັນປົກກະຕິດີ; 15.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ14(ປັບປຸງ)ສິດແລະໜ້າທີ່ຂອງສະຫະພັນກໍາມະບານເມືອງ,ເທດສະບານ,ນະຄອນ,ສະຖາບັນການສຶກສາໃຫຍ່,ໂຮງງານໃຫຍ່ແລະກຸ່ມບໍລິສັດໃຫຍ່. ສະຫະພັນກໍາມະບານເມືອງ,ເທດສະບານ,ນະຄອນ,ສະຖາບັນການສຶກສາໃຫຍ່,ໂຮງງານໃຫຍ່,ກຸ່ມບໍລິສັດໃຫຍ່ມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າເຊື່ອມຊຶມມະຕິຂອງພະນະພັກ,ແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ,ຂອງກະຊວງ,ອົງການ,ມະຕິກອງປະຊຸມກໍາມະບານຂັ້ນເທິງເພື່ອສ້າງເປັນແຜນການ,ໂຄງການ,ກິດຈະກໍາໃນແຕ່ລະໄລຍະ; 2.ສຶກສາອົບຮົມ,ໂຄສະນາ,ເຜີຍແຜ່ແນວທາງ,ນະໂຍບາຍ,ກົດໝາຍ,ມະຕິກອງປະຊຸມໃຫຍ່ຂອງກໍາມະບານລາວໃຫ້ແກ່ສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນຮັບຮູ້ເຊື່ອມຊຶມຢ່າງທົ່ວເຖິງ; 3.ເຕົ້າໂຮມຄວາມສາມັກຄີ,ປຸກລະດົມສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນເຂົ້າຮ່ວມຂະບວນການແຂ່ງຂັນ,ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ; 4.ສະເໜີສ້າງຕັ້ງຫຼືຍຸບເລີກກົງຈັກຊ່ວຍວຽກຂັ້ນຂອງຕົນ;ສະເໜີສ້າງຕັ້ງຫຼືຍຸບເລີກການຈັດຕັ້ງກໍາມະບານຂັ້ນລຸ່ມຂອງຕົນ;ສ້າງ,ບໍາລຸງ,ຍົກລະດັບທິດສະດີ,ວິຊາສະເພາະວຍກງານກໍາມະບານໃຫ້ພະນັກງານກໍາມະບານ; 5.ຮັບຮອງເອົາການແຕ່ງຕັ້ງຜູ້ຕາງນ້າຜູ້ອອກແຮງງານຢູ່ຫົວໜ່ວຍແຮງງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 6.ເກັບກໍາສະຖິຕິແລະອອກບັດໃຫ້ສະມາຊິກກໍາມະບານໃນຂອບເຂດຄວາມຮັບຜິດຊອງຂອງຕົນ; 7.ຕິດຕາມສະພາບແວດລ້ອມການອອກແຮງງານ,ຮັບຟັງຄໍາຄິດຄໍາເຫັນ,ຄວາມມຸ່ງມາດປາຖະໜາແລະຕາງໜ້າກໍາມະກອນ,ຜູ້ອອກແຮງງານສ້າງສັນຍາແຮງງານລວມໝູ່ຢູ່ຫົວນ່ວຍແຮງງານຂັ້ນຂອງຕົນ; 8.ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອແກ້ໄຂຂໍ້ຂັດແຍ່ງທາງດ້ານສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນໆ; 9.ຂົນຂວາຍແລະຊຸກຍູ້ຈັດຕັ້ງກໍາມະບານຮາກຖານຢູ່ກຸ່ມການຜະລິດ,ກຸ່ມວິຊາຊີບໃຫ້ແກ່ແຮງງານນອກລະບົບ; 10.ຝຶກອົບຮົມໃຫ້ຄວາມຮູ້ກ່ຽວກັບວຽກງານກໍາມະບານ,ປະກອບສ່ວນວຽກງານຝຶກອົບຮົມພັດທະນາສີມືແຮງງານ,ສະນອງຂໍ້ມູນຂ່າວສານລະຄວາມປອດໄພແຮງງານແກ່ສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນໆ; 11.ສ້າງແຫຼ່ງລາຍຮັບທີ່ຖືກຕ້ອງຕາມກົດໝາຍ,ຄຸ້ມຄອງແລະນໍາໃຊ້ລາຍຮັບນັ້ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງແລະການເຄື່ອນໄຫວວຽກງານກໍາມະບານ; 12.ສະຫຼຸບ,ລາຍງານການເຄື່ອນໄຫວວຽກງາຂອງຕົນໃຫ້ຂັ້ນເທິງທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ15(ປັບປຸງ)ສິດແລະໜ້າທີ່ຂອງກໍາມະບານຮາກຖານ ກໍາມະບານຮາກຖານມີສິດແລະໜ້າທີ່ດັ່ງນີ້: 1.ສຶກສາອົບຮົມ,ເຕົ້າໂຮມຄວາມສາມັກຄີ,ປຸກລະດົມສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນຢູ່ຫົວໜ່ວຍແຮງງານປະຕິບັດແນວທາງນະໂຍບາຍ,ລັດຖະທໍາມະນູນ,ກົດໝາຍແລະກົດລະບຽບຂອງຫົວໜ່ວຍແຮງງານ; 2.ສະເໜີສ້າງ,ປັບປຸງການຈັດຕັ້ງ,ຂະຫຍາຍສະມາຊິກກໍາມະບານແລະນໍາພາສະມາຊິກກໍາມະບານຈັດຕັ້ງປະຕິບັດລະບອບຮ່ວມຊີວິດ,ເສຍເງິນບໍາລຸງຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງສະຫະພັນກໍາມະບານລາວ; 3.ຕາງໜ້າກໍາມະກອນແລະຊາວຜູ້ອອກແຮງງານອື່ນດໍາເນີນການຕໍ່ລອງລວມໝູ່,ສ້າງສັນຍາແຮງງານລວມໝູ່ແລະປະກອບຄໍາເຫັນຕໍ່ການສ້າງແລະປັບປຸງກົດລະບຽບພາຍໃນຂອງຫົວໜ່ວຍແຮງງານ; 4.ຈັດຕັ້ງແລະນໍາພາຂະບວນການແຂ່ງຂັນຂອງສະຫະພັນກໍາມະບານລາວຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ,ປະຕິບັດແຜນການຂອງຫົວໜ່ວຍແຮງງານໃນແຕ່ລະໄລຍະດ້ວຍຮູບການແລະວິທີການທີ່ເໝາະສົມ; 5.ເກັບກໍາສະຖິຕິແລະຄຸ້ມຄອງບັດສະມາຊິກກໍາມະບານໃຫ້ຫົວນ່ວຍແຮງງານຂອງຕົນ; 6.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຕິດຕາມ,ກວດກາ,ຊຸກຍູ້ການປະຕິບັດນະໂຍບາຍ,ສະຫວັດດີການສັງຄົມ,ຄ່າແຮງງານຂັ້ນຕໍ່າຕໍ່ສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນໆ; 7.ປະກອບສ່ວນສະໜອງຂໍ້ມູນແລະອົບຮົມຄວາມປອດໄພແຮງງານໃຫ້ແກ່ສະມາຊິກກໍາມະບານ,ກໍາມະກອນແລະຜູ້ອອກແຮງງານຢູ່ຫົວໜ່ວຍແຮງງານ; 8.ເປັນຕົວແທນເຂົ້າຮ່ວມໃນການໄກ່ເກ່ຍປະນີປະນອມ,ແກ້ໄຂຂໍ້ຂັດແຍ່ງທາງດ້ານສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ,ກໍາມະກອນແລະຜູ້ອອກແຮງງານຢູ່ຫົວໜ່ວຍແຮງງານ; 9.ສະຫຼຸບ,ລາຍງານວຽກງານຂອງຕົນໃຫ້ຂັ້ນເທິງຢ່າງເປັນປົກກະຕິ; 10.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ໝວດທີ3ໂຄງປະກອບຄະນະບໍລິຫານງານ

ມາດຕາ16(ປັບປຸງ)ໂຄງປະກອບຄະນະບໍລິຫານງານຂອງສະຫະພັນກໍາມະບານລາວ ຄະນະບໍລິຫານງານຂອງສະຫະພັນກໍາມະບານແຕ່ລະຂັ້ນປະກອບດ້ວຍ; -ປະທານຄະນະບໍລິຫານງານ; -ຮອງປະທານຄະນະບໍລິຫານງານ; -ປະທານກວດກາຂອງຄະນະບໍລິຫານງານ; -ກໍາມະການຄະນະບໍລິຫານງານ. ຄະນະບໍລິຫານງານສະຫະພັນກໍາມະບານລາວແມ່ນພະນັກງານກໍາມະບານອາຊີບແລະເຄິ່ງອາຊີບທີ່ໄດ້ມາຈາກການເລືອກຕັ້ງຂອງກອງປະຊຸມໃຫຍ່ແຕ່ລະຂັ້ນ.ໃນກໍລະນີມີຄວາມຈໍາເປັນກອງປະຊຸມຄົບຄະນະບໍລິຫານງານຈະເປັນຜູ້ຮັບຮອງເອົາຕາມການແຕ່ງຕັ້ງຈາກຄະນະພັກຫຼືຄະນະປົກຄອງບ່ອນຜູ້ກ່ຍວສັງກັດຢູ່.

ມາດຕາ17(ປັບປຸງ)ສິດແລະໜ້າທີ່ຂອງປະທານຄະນະບໍລິຫານງານ ປະທານຄະນະບໍລິຫານງານສະຫະພັນກໍາມະບານແຕ່ລະຂັ້ນມີສິດແລະໜ້າທີ່ດັ່ງນີ້: 1.ຊີ້ນໍາ,ນໍາພາໂດຍກົງໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ;ຕົກລົງຮັບຮອງບັນດາແຜນງານ,ໂຄງການເຄື່ອນໄຫວຮອບດ້ານໃນລະຫວ່າງສອງສະໄໝກອງປະຊຸມໃຫຍ່; 2.ຕົກລົງບັນຫາສໍາຄັນໃນວຽກງານຂອງສະຫະພັນກໍາມະບານລາວໃນຂອບເຂດຄວາມຮັບຜິດຊອບຂອງຕົນບົນພື້ນຖານຄວາມເປັນເອກະພາບຂອງໝູ່ຄະນະ; 3.ປະສານສົມທົບ,ປຶກສາຫາລືວຽກງານກໍາມະບານລາວແລະວຽກງານອື່ນທີ່ສໍາຄັນກັບອົງການຈັດຕັ້ງພັກ-ລັດ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນອື່ນຂັ້ນຂອງຕົນທີ່ເຫັນວ່າມີຄວາມຈໍາເປັນ; 4.ຕົກລົງ,ຮຽກໂຮມທັງເປັນປະທານກອງປະຊຸມໃຫຍ່ດກອງປະຊຸມສາມັນແລະກອງປະຊຸມວິສາມັນ; 5.ຊຸກຍູ້,ຕິດຕາມແລະກວດກາການເຄື່ອນໄຫວວຽກງານພາຍໃນແລະຕ່າງປະເທດຂອງສະຫະພັນກໍາມະບານຂັ້ນຂອງຕົນ; 6.ປະກອບຄໍາຄິດຄໍາເຫັນນໍາການຈັດຕັ້ງພັກ,ລັດທີ່ກ່ຽວຂ້ອງໃນການປະຕິບັດນະໂຍບາຍຕໍ່ສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນເປັນຕົ້ນການບໍາລຸງ,ສ້າງ,ການເລື່ອນຊັ້ນຕໍາແໜ່ງ,ການປ່ຽນແປງຊັ້ນຂັ້ນເງິນເດືອນ,ການຍ້ອງຍໍຫຼືລົງວິໄນແລະນະໂຍບາຍອື່ນທີ່ພົວພັນເຖິງສິດແລະຜົນປະໂຫຍດອັນຊອບທໍາຂອງເຂົາເຈົ້າ; 7.ສະຫຼຸບ,ລາຍງານສະພາບຮອບດ້ານຂອງວຽກງານກໍາມະບານໃຫ້ຄະນະບໍລິຫານງານແລະໃຫ້ຂັ້ນເທິງຖັດຕົນເປັນປົກກະຕິ; 8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ18(ປັບປຸງ)ສິດແລະໜ້າທີ່ຂອງຮອງປະທານຄະນະບໍລິຫານງານ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານແຕ່ລະຂັ້ນມີສິດແລະໜ້າທີ່ດັ່ງນີ້: 1.ຮັບຜິດຊອບລົງເລິກຊີ້ນໍາ,ນໍາພາວຽກງານຈໍານວນໜຶ່ງຕາມການມອບໝາຍຂອງປະທານຄະນະບໍລິຫານງານສະຫະພັນກໍາມະບານຂັ້ນຂອງຕົນ; 2.ໃຫ້ຄໍາປຶກສາ,ປະກອບຄໍາຄິດຄໍາເຫັນຊ່ວຍປະທານຄະນະບໍລິການງານສະຫະພັນກໍາມະບານຂັ້ນຂອງຕົນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານກໍາມະບານຫຼືວຽກງານອື່ນທີ່ກ່ຽວຂ້ອງ; 3.ຮັກສາການແທນປະທານຄະນະບໍລິຫານງານສະຫະພັນກໍາມະບານຂັ້ນຂອງຕົນໃນເວລາປະທານຕິດຂັດຫຼືຕາມການມອບໝາຍ; 4.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ19(ໃໝ່)ສິດແລະໜ້າທີ່ຂອງກໍາມະການຄະນະບໍລິຫານງານ ກໍາມະການຄະນະບໍລິຫານງານສະຫະພັນກໍາມະບານລາວມີສິດແລະໜ້າທີ່ດັ່ງນີ້: 1.ຮັບຜິດຊອບລົງເລິກວຽກງານໃດໜຶ່ງຕາມການມອບໝາຍຂອງຄະນະບໍລິຫານງານຂັ້ນຂອງຕົນ; 2.ເຂົ້າຮ່ວມປອງປະຊຸມ,ປຶກສາຫາລື,ປະກອບຄໍາເຫັນແລະລົງຄະແນນສຽງຮັບຮອງເອົາບັນຫາສໍາຄັນຕ່າງໆກ່ຽວກັບວຽກງານກໍາມະບານຂັ້ນຂອງຕົນແລະຂັ້ນລຸ່ມຂອງຕົນ; 3.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ໝວດທີ4ສະມາຊິກກໍາມະບານ

ມາດຕາ20(ປັບປຸງ)ສະມາຊິກກໍາມະບານ ສະມາຊິກກໍາມະບານແມ່ນບຸກຄົນທີ່ເປັນພະນັກງານ-ລັດຖະກອນ,ນັກສຶກສາ,ປັນຍາຊົນຢູ່ໃນການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະກໍາມະກອນ,ຊາວຜູ້ອອກແຮງງານອື່ນຢູ່ຫົວໜ່ວຍແຮງງານທີ່ໄດ້ຮັບເຂົ້າແລະຂຶ້ນທະບຽນເປັນສະມາຊິກກໍາມະບານ. ສໍາລັບວິທີການແລະຂັ້ນຕອນຮັບເຂົ້າເປັນສະມາຊິກກໍາມະບານໄດ້ກໍານົດໄວ້ໃນກົດລະບຽບຂອງສະຫະພັນກໍາມະບານລາວ.

ມາດຕາ21(ປັບປຸງ)ມາດຕະຖານແລະເງື່ອນໄຂຕົ້ນຕໍຂອງສະມາຊິກກໍາມະບານ ສະມາຊິກກໍາມະບານມີມາດຕະຖານແລະເງື່ອນໄຂຕົ້ນຕໍດ່ັງນີ້: 1.ເປັນພະນັກງານດລັດຖະກອນ,ນັກສຶກສາ,ປັນຍາຊົນ,ກໍາມະກອນ,ຊາວຜູ້ອອກແຮງງານອື່ນທັງໃນແລະນອກລະບົບໂດຍບໍ່ຈໍາແນກເພດ,ຊົນເຜົ່າ,ລະດັບການສຶກສາ,ການເຊື່ອຖື,ຖານະທາງດ້ານເສດຖະກິດ-ສັງຄົມ,ຖືສັນຊາດລາວແລະມີອາຍຸ18ປີຂຶ້ນໄປ; 2.ມີສະຕິຕື່ນຕົວປະຕິບັດກົດໝາຍ,ກົດລະບຽບຂອງຫົວໜ່ວຍແຮງງານ,ເຫັນດີເຫັນພ້ອມປະຕິບັດກົດລະບຽບຂອງສະຫະພັນກໍາມະບານລາວແລະເຂົ້າຮ່ວມການເຄື່ອນໄຫວວຽກງານກໍາມະບານ; 3.ຕ້ອງເປັນຜູ້ທີ່ມີຄຸນສົມບັດສິນທໍາປະຕິວັດ,ໄດ້ຜ່ານການຝຶກຝົນຫຼໍ່ຫຼອມໃນຂະບວນການວຽກງານຕົວຈິງ,ມີຄວາມຫ້າວຫັນ,ເປັນແບບຢ່າງທີ່ດີແລະມີຄວາມຮັບຜິດຊອບໃນໜ້າທີ່ວຽກງານ; 4.ມີຄວາມສະໝັກໃຈເຂົ້າເປັນສະມາຊິກກໍາມະບານດ້ວຍຕົນເອງ.

ມາດຕາ22(ປັບປຸງ)ສິດແລະໜ້າທີ່ຂອງສະມາຊິກກໍາມະບານ ສະມາຊິກກໍາມະບານມີສິດແລະໜ້າທີ່ດັ່ງນີ້: 1.ໂຄສະນາຂົນຂວາຍແລະເປັນແບບຢ່າງທີ່ດີໃຫ້ກໍາມະກອນ,ຊາວຜູ້ອອກແຮງງານອື່ນໃນການປະຕິບັດແນວທາງນະໂຍບາຍ,ລັດຖະທໍາມະນູນແລະກົດໝາຍຂອງລັດ;ປະຕິບັດກົດລະບຽບຂອງສະຫະພັນກໍາມະບານລາວແລະກົດລະບຽບພາຍໃນຂອງຫົວໜ່ວຍແຮງງານຢ່າງຖືກຕ້ອງແລະເຂັ້ມງວດ. 2.ເປັນເຈົ້າການເຄື່ອນໄຫວວຽກງານກໍາມະບານ,ເຂົ້າຮ່ວມຊີວິດການເມືອງໃນກໍາມະບານຮາກຖານ,ເສຍເງິນບໍາລຸງຕາມກໍານົດໄວ້ຢູ່ໃນກົດລະບຽບຂອງສະຫະພັນກໍາມະບານລາວ; 3.ເຂົ້າຮ່ວມການເຄື່ອນໄຫວວຽກງານຂອງອົງການຈັດຕັ້ງປະມາຊົນແລະການຈັດຕັ້ງສັງຄົມທີ່ຖືກຕ້ອງຕາມກົດໝາຍ; 4.ຕິດຕາມກວດກາ,ປຶກສາຫາລື,ສະເໜີ,ປະກອບຄໍາຄິດຄໍາເຫັນກ່ຽວກັບວຽກງານກໍາມະບານແລະວຽກງານອື່ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 5.ໄດ້ຮັບຂໍ້ມູນຂ່າວສານທີ່ຈໍາເປັນ,ໄດ້ຮັບການຍົກລະດັບຄວາມຮູ້,ຄວາມສາມາດ; 6.ເລືອກຕັ້ງແລະສະໝັກຮັບເລືອກຕັ້ງເຂົ້າໃນຕໍາແໜ່ງນໍາພາຂອງສະຫະພັນກໍາມະບານລາວທຸກຂັ້ນ,ລົງຄະແນນສຽງເພື່ອຕົກລົງວຽກງານສໍາຄັນຢູ່ໃນກອງປະຊຸມກໍາມະບານຂັ້ນຂອງຕົນ; 7.ສະເໜີໃຫ້ສະຫະພັນກໍາມະບານລາວປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນໃນເມື່ອຖືກລະເມີດ; 8.ໄດ້ຮັບນະໂຍບາຍເບິ່ງແຍງຊ່ວຍເຫຼືອໃນເວລາເຈັບເປັນແລະພົບຄວາມຫຍຸ້ງຍາກຈາກສະຫະພັນກໍາມະບານຂັ້ນຂອງຕົນຕາມລະບຽບການ; 9.ເຂົ້າຮ່ວມການປັບປຸງ,ກໍ່ສ້າງການຈັດຕັ້ງກໍາມະບານຂັ້ນຂອງຕົນ,ໂຄສະນາຂົນຂວາຍມະຫາຊົນເຂົ້າເປັນສະມາຊິກກໍາມະບານ; 10.ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ການເປັນພົນລະເມືອງດີ,ເປັນສະມາຊິກກໍາມະບານທີ່ມີຄວາມຮູ້,ມີຄວາມສາມາດແລະປະຕິບັດລະບຽບວິໄນດີ; 11.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ23(ປັບປຸງ)ຜົນປະໂຫຍດຂອງສະມາຊິກກໍາມະບານ ຜົນປະໂຫຍດຕົ້ນຕໍຂອງສະມາຊິກກໍາມະບານມີດັ່ງນີ້: 1.ໄດ້ຮັບການຍົກລະດັບ,ການບັນຈຸ,ຊັບສ້ອນເຂົ້າໃນຕໍາແໜ່ງຂອງອົງານຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະຫົວໜ່ວຍແຮງງານຢ່າງເໝາະສົມຕາມລະບຽບການ; 2.ໄດ້ຮັບການບໍລິການຂໍ້ມູນຂ່າວສານກ່ຽວກັບການອອກແຮງງານ,ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ; 3.ໄດ້ຮັບການຊ່ວຍເຫຼືອໃນການແກ້ໄຂຂໍ້ຂັດແຍ່ງດ້ານສິດແລະຜົນປະໂຫຍດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 4.ເຂົ້າຮ່ວມກິດຈະກໍາການເຄື່ອນໄຫວວຽກງານຕ່າງໆທີ່ອົງການກໍາມະບານຈັດຂຶ້ນ; 5.ໄດ້ຮັບຜົນປະໂຫຍດ,ນະໂຍບາຍອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ໝວດທີ5ການສ້າງຕັ້ງການຈັດຕັ້ງແລະການຂະຫຍາຍສະມາຊິກກໍາມະບານ

ມາດຕາ24(ໃໝ່)ການສ້າງຕັ້ງການຈັດຕັ້ງກໍາມະບານຢູ່ຫົວໜ່ວຍແຮງງານ ຫົວໜ່ວຍແຮງງານ,ກຸ່ມການຜະລິດທີ່ມີກໍາມະກອນແລະຜູ້ອອກແຮງງານແຕ່ສິບຄົນຂຶ້ນໄປສາມາດສ້າງຕັ້ງການຈັດຕັ້ງກໍາມະບານ,ໃນກໍລະນີບໍ່ສາມາດສ້າງຕັ້ງກໍາມະບານຮາກຖານໄດ້ກໍ່ໃຫ້ຜູ້ອອກແຮງງານຄັດເລືອກຜູ້ຕາງໜ້າຂອງຕົນເປັນການຊົ່ວຄາວໂດຍແມ່ນຄະນະສະຫະພັນກໍາມະບານຂອງກົມກອງຫຼືການຈັດຕັ້ງທີ່ຫົວໜ່ວຍແຮງງານນັ້ນຂຶ້ນກັບເປັນຜູ້ແນະນໍາ,ຮັບຮອງຕາມກົດໝາຍແລະກົດລະບຽບຂອງສະຫະພັນກໍາມະບານລາວ.

ມາດຕາ25(ໃໝ່)ການຂະຫຍາຍສະມາຊິກກໍາມະບານຢູ່ຫົວໜ່ວຍແຮງງານ ການຂະຫຍາຍສະມາຊິກກໍາມະບານໃນຫົວໜ່ວຍແຮງງານແລະກຸ່ມການຜະລິດທີ່ບໍ່ທັນມີການຈັດຕັ້ງກໍາມະບານແມ່ນສະຫະພັນກໍາມະບານຂອງກົມກອງ,ການຈັດຕັ້ງທີ່ຫົວໜ່ວຍແຮງງານນັ້ນຂຶ້ນກັບຫຼືຜູ້ຕາງໜ້າຜູ້ອອກແຮງງານຫົວໜ່ວຍແຮງງານນັ້ນເປັນຜູ້ໂຄສະນາຂົນຂວາຍຜູ້ອອກແຮງງານໃຫ້ເຂົ້າເປັນສະມາຊິກກໍາມະບານ.

ໝວດທີ6ຜູ້ຕາງນ້າຜູ້ອອກແຮງງານ

ມາດຕາ26(ໃໝ່)ຜູ້ຕາງໜ້າຜູ້ອອກແຮງງານ ຜູ້ຕາງໜ້າຜູ້ອອກແຮງງານແມ່ນບຸກຄົນທີ່ໄດ້ຮັບການຄັດເລືອກໂດຍກໍາມະກອນແລະຜູ້ອອກແຮງງານຢູ່ຫົວໜ່ວຍແຮງງານໃຫ້ເປັນຕົວແທນປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນຕາມທີ່ໄດ້ກໍານົດໄວ້ໃນມາດຕາ24ຂອງກົດໝາຍສະບັບນີ້. ຜູ້ຕາງໜ້າຜູ້ອອກແຮງງານຕ້ອງໄດ້ຖືກຮັບຮອງຈາກສະຫະພັນກໍາມະບານຂອງກົມກອງຫຼືການຈັດຕັ້ງທີ່ຫົວໜ່ວຍແຮງງານນັ້ນຂຶ້ນກັບພາຍໃນສິບຫ້າວັນ.ຜູ້ຕາງໜ້າຜູ້ອອກແຮງງານຈະສິ້ນສຸດໜ້າທີ່ໃນເມື່ອຢູ່ຫົວໜ່ວຍແຮງງານນັ້ນໄດ້ສ້າງຕັ້ງການຈັດຕັ້ງກໍາມະລານຂຶ້ນ.

ມາດຕາ27(ໃໝ່)ສິດແລະໜ້າທີ່ຂອງຜູ້ຕາງໜ້າຜູ້ອອກແຮງງານລາວ ຜູ້ຕາງໜ້າຜູ້ອອກແຮງງານມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ເຕົ້າໂຮມຄວາມສາມັກຄີ,ສຶກສາອົບຮົມແລະປຸກລະດົມກໍາມະກອນແລະຜູ້ອອກແຮງງານຕັ້ງໜ້າປະຕິບັດວຽກງານວິຊາສະເພາະແລະມີວິໄນການອອກແຮງງານ; 2.ເຂົ້າຮ່ວມໃນການຕໍ່ລອງລວມໝູ່,ຕາງໜ້າກໍາມະກອນ,ຜູ້ອອກແຮງງານສ້າງສັນຍາແຮງງານລວມໝູ່ແລະປະກອບຄໍາເຫັນຕໍ່ກັບການສ້າງ,ການປັບປຸງກົດລະບຽບພາຍໃນຂອງຫົວໜ່ວຍແຮງງານ; 3.ໄກ່ເກ່ຍແກ້ໄຂຂໍ້ຂັດແຍ່ງແບບປະນີປະນອມ;ກໍລະນີບໍ່ສາມາດໄກ່ເກ່ຍແກ້ໄຂຂໍ້ຂັດແຍ່ງນັ້ນໄດ້ຜູ້ຕາງນ້າຜູ້ອອກແຮງງານມີສິດລາຍງານໃຫ້ການຈັດຕັ້ງກໍາມະບານຂັ້ນເທິງແລະການຈັດຕັ້ງທີ່ກ່ຽວຂ້ອງຮັບຊາບຜົນຂອງການໄກ່ເກ່ຍ; 4.ຕິດຕາມການປະຕິບັດລະດັບຄ່າແຮງງານຂັ້ນຕໍ່າ,ເງື່ອນໄຂສະພາບແວດລ້ອມການອອກແຮງງານແລະການປະຕິບັດລະບອບປະກັນສັງຄົມຕໍ່ກໍາມະກອນແລະຜູ້ອອກແຮງງານອື່ນຢູ່ຫົວໜ່ວຍແຮງງານຂອງຕົນ; 5.ດໍາເນີນການຂົນຂວາຍສ້າງຕັ້ງກໍາມະບານຮາກຖານຢູ່ຫົວໜ່ວຍແຮງງານຂອງຕົນ; 6.ໄດ້ຮັບການປົກປ້ອງຕາມກົດໝາຍ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ພາກທີ3ກອງປະຊຸມຂອງກໍາມະບານລາວ

ມາດຕາ28ປະເພດກອງປະຊຸມຂອງກໍາມະບານລາວ ກອງປະຊຸມຂອງກໍາມະບານລາວມີສາມປະເພດດັ່ງນີ້: 1.ກອງປະຊຸມໃຫຍ່; 2.ກອງປະຊຸມສາມັນ; 3.ກອງປະຊຸມວິສາມັນ.

ມາດຕາ29(ປັບປຸງ)ກອງປະຊຸມໃຫຍ່ ກອງປະຊຸມໃຫຍ່ຂອງກໍາມະບານລາວລວມມີກອງປະຊຸມໃຫຍ່ຜູ້ແທນແລະກອງປະຊຸມໃຫຍ່ສະມາຊິກ. ກອງປະຊຸມໃຫຍ່ຜູ້ແທນແມ່ນກອງປະຊຸມຕົວແທນສະມາຊິກກໍາມະບາຍທົ່ວປະເທດ,ແຂວງ,ນະຄອນຫຼວງ,ກະຊວງຫຼືອົງການ,ເມືອງ,ເທດສະບານ,ນະຄອນຊຶ່ງຫ້າປີໃດດໍາເນີນເທື່ອໜຶ່ງໂດຍແມ່ນປະທານສະຫະພັນກໍາມະບານຂັ້ນນັ້ນເປັນຜູ້ຮຽກໂຮມ;ກ່ອນຈະເປີດກອງປະຊຸມໃຫຍ່ຜູ້ແທນນັ້ນປະທານສະຫະພັນກໍາມະບານລາວຕ້ອງໄດ້ແຈ້ງໄປຍັງກໍາມະການໃນຄະນະບໍລິຫານງານສະຫະພັນກໍາມະບານລາວຂັ້ນຂອງຕົນແລະຂັ້ນລຸ່ມຮັບຊາບກ່ອນລ່ວງໜ້າຫົກເດືອນ. ກອງປະຊຸມໃຫຍ່ສະມາຊິກກໍາມະບານແມ່ນກອງປະຊຸມໃຫຍ່ກໍາມະບານຮາກຖານຊຶ່ງຫ້າປີໃດດໍາເນີນເທື່ອໜຶ່ງໂດຍແມ່ນປະທານກໍາມະບານຮາກຖານນັ້ນເປັນຜູ້ຮຽກໂຮມແລະແຈ້ງໃຫ້ສະມາຊິກຮັບຊາບກ່ອນລ່ວງໜ້າສາມເດືອນ. ກໍລະນີມີຄວາມຈໍາເປັນກອງປະຊຸມໃຫຍ່ສາມາດເປີດຂຶ້ນໄວຫຼືຊ້າກວ່າເວລາທີ່ກໍານົດໄວ້ກໍ່ໄດ້ແຕ່ຕ້ອງບໍ່ເກີນຫົກເດືອນພ້ອມທັງລາຍງານເຫດຜົນນັ້ນໃຫ້ສະຫະພັນກໍາມະບານລາວຂັ້ນເທິງແລະແຈ້ງໃຫ້ຄະນະບໍລິຫານງານສະຫະພັນກໍາມະບານຂັ້ນຂອງຕົນ,ຂັ້ນລຸ່ມຂອງຕົນຮັບຊາບກ່ອນສອງເດືອນ.

ມາດຕາ30(ປັບປຸງ)ສິດແລະໜ້າທີ່ຂອງກອງປະຊຸມໃຫຍ່ ກອງປະຊຸມໃຫຍ່ມີສິດແລະໜ້າທີ່ຕົນຕໍດັ່ງນີ້: 1.ຄົ້ນຄວ້າພິຈາລະນາແລະຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານສະຫະພັນກໍາມະບານລາວຕະຫຼອດໄລຍະການນໍາພາຂອງຕົນ; 2.ຮັບຮອງແຜນຍຸດທະສາດພັດທະນາວຽກງານກໍາມະບານໄລຍະສັ້ນ,ໄລຍະຍາວຂັ້ນຂອງຕົນ; 3.ສໍາລັບກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະເທດແມ່ນຄົ້ນຄວ້າພິຈາລະນາຮັບຮອງເອົາການປັບປຸງເນື້ອໃນຂໍ້ແຂ່ງຂັນແລະການປັບປຸງກົດລະບຽບຂອງສະຫະພັນກໍາມະບານລາວ; 4.ດໍາເນີນຊີວິດການເມືອງຂອງຄະນະບໍລິຫານງານສະຫະພັນກໍາມະບານຂັ້ນຂອງຕົນ; 5.ເລືອກຕັ້ງຄະນະບໍລິຫານງານສະຫະພັນກໍາມະບານແລະເລືອກເອົາຜູ້ແທນຂັ້ນຂອງຕົນໄປຮ່ວມກອງປະຊຸມໃຫຍ່ຂັ້ນເທິງຖັດຕົນ; 6.ພະຈາລະນາຮັບຮອງເອົາຜົນຂອງກອງປະຊຸມຄົບຄະນະບໍລິຫານງານຄັ້ງປະຖົມມະລຶກກ່ຽວກັບການເລືອກຕັ້ງເອົາປະທານ,ຮອງປະທານຄະນະບໍລິຫານງານແລະປະທານກວດກາວຽກງານກໍາມະບານຂັ້ນຂອງຕົນ; 7.ຮັບຮອງເອົາມະຕິກອງປະຊຸມໃຫຍ່ສະຫະພັນກໍາມະບານລາວຂັ້ນຂອງຕົນ.

ມາດຕາ31ກອງປະຊຸມສາມັນ ກອງປະຊຸມສາມັນຄົບຄະນະບໍລິຫານງານສະຫະພັນກໍາມະບານລາວເປີດຂຶ້ນປີລະໜຶ່ງເທື່ອໂດຍແມ່ນປະທານສະຫະພັນກໍາມະບານຂັ້ນນັ້ນເປັນຜູ້ຮຽກໂຮມ,ກ່ອນຈະເປີດກອງປະຊຸມຄົບຄະນະປະຈໍາປີນັ້ນປະທານຕ້ອງໄດ້ແຈ້ງໄປຍັງຄະນະບໍລິຫານງານຂັ້ນຂອງຕົນແລະສະຫະພັນກໍາມະບານຂັ້ນລຸ່ມຮັບຊາບກ່ອນສາມເດືອນ,ກອງປະຊຸມສາມັນຕ້ອງມີຄະນະບໍລິຫານງານເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມຈຶ່ງສາມາດໍາເນີນກອງປະຊຸມໄດ້.

ມາດຕາ32(ປັບປຸງ)ສິດແລະໜ້າທີ່ຂອງກອງປະຊຸມສາມັນ ກອງປະຊຸມສາມັນຄົບຄະນະບໍລິຫານງານສະຫະພັນກໍາມະບານລາວມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຄົ້ນຄວ້າແລະຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານດສະພາບເສດຖະກິດ,ການເງິນປະຈໍາປີແລະທິດທາງໜ້າທີ່ວຽກງານປີຕໍ່ໜ້າຂອງສະຫະພັນກໍາມະບານຂັ້ນຂອງຕົນ; 2.ຄົ້ນຄວ້າປະກອບຄໍາເຫັນຕໍ່ເນື້ອໃນວຽກງານສໍາຄັນຕາມການສະເໜີຫຼືເຈາະຈີ້ມຂອງຄະນະປະທານ(ຖ້າມີ); 3.ດໍາເນີນຊີວິດການເມືອງເພື່ອສໍາຫຼວດການນໍາພາວຽກງານປະຈໍາປີຂອງຄະນະບໍລິຫານງານສະຫະພັນກໍາມະບານຂັ້ນຂອງຕົນ; 4.ເລືອກຕັ້ງຫຼືຮັບຮອງເອົາການແຕ່ງຕັ້ງເພີ່ມເຕີມຄະນະບໍລິຫານງານຂັ້ນຂອງຕົນທີ່ວ່າງລົງ; 5.ຕົກລົງບັນຫາສໍາຄັນຕ່າງໆໃນການບໍລິຫານວຽກງານຂອງສະຫະພັນກໍາມະບານຂັ້ນຂອງຕົນ; 6.ຮັບຮອງເອົາມະຕິກອງປະຊຸມຄົບຄະນະບໍລິຫານງານສະຫະພັນກໍາມະບານຂັ້ນຂອງຕົນ.

ມາດຕາ33ກອງປະຊຸມວິສາມັນ ກອງປະຊຸມວິສາມັນແມ່ນກອງປະຊຸມທີ່ໄດ້ເປີດຂຶ້ນໃນລະຫວ່າງສອງກອງປະຊຸມສາມັນເພື່ອພິຈາລະນາບັນຫາສໍາຄັນ,ຈໍາເປັນແລະຮີບດ່ວນຕາມການສະເໜີຂອງຄະນະປະທານຫຼືຢ່າງໜ້ອຍໜຶ່ງສ່ວນສີ່ຂອງຄະນະບໍລິຫານງານໂດຍແມ່ນປະທານສະຫະພັນກໍາມະບານຂັ້ນນັ້ນເປັນຜູ້ຮຽກໂຮມແລະມີຈໍານວນຄະນະບໍລິຫານງານເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມຈຶ່ງສາມາດດໍາເນີນກອງປະຊຸມວິສາມັນໄດ້.

ມາດຕາ34ມະຕິກອງປະຊຸມ ມະຕິກອງປະຊຸມໃຫຊ່,ກອງປະຊຸມສາມັນແລະກອງປະຊຸມວິສາມັນແມ່ນການຮັບຮອງເອົາເນື້ອໃນຂອງກອງປະຊຸມດັ່ງກ່າວຈາກຜູ້ແທນກອງປະຊຸມ,ມະຕິກອງປະຊຸມນັ້ນຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງເຫັນດີຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.

ພາກທີ5ຄວາມຮັບຜິດຊອບຂອງລັດແລະຫົວໜ່ວຍແຮງງານຕໍ່ວຽກງານກໍາມະບານ

ມາດຕາ35(ໃໝ່)ຄວາມຮັບຜິດຊອບຂອງລັດຕໍ່ວຽກງານກໍາມະບານ ລັດມີຄວາມຮັບຜິດຊອບຕໍ່ວຽກງານກໍາມະບານດັ່ງນີ້: 1.ສ້າງເງື່ອນໄຂ,ສົ່ງເສີມໃຫ້ການຈັດຕັ້ງກໍາມະບານໄດ້ຮັບການສ້າງຕັ້ງຂຶ້ນແລະເຄື່ອນໄຫວວຽກງານຕາມພາລະບົດບາດແລະໜ້າທີ່ຂອງຕົນ; 2.ເຄົາລົບລະບຽບແລະຫຼັກການເຄື່ອນໄຫວວຽກງານຂອງສະຫະພັນກໍາມະບານລາວ; 3.ຮັບຮູ້ຜົນການເລືອກຕັ້ງຄະນະບໍລິຫານງານສະຫະພັນກໍາມະບານຂັ້ນຂອງຕົນ; 4.ເສີມຂະຫຍາຍບົດບາດ,ຫົວຄິດປະດິດສ້າງ,ຄວາມເປັນເຈົ້າການຂອງສະມາຊິກກໍາມະບານໃນການປະກອບສ່ວນພັດທະນາເສດຖະກິດ,ວັດທະນະທໍາ-ສັງຄົມຂອງຊາດ; 5.ອໍານວຍຄວາມສະດວກທີ່ຈໍາເປັນໃນການປະຕິບັດໜ້າທີ່ຂອງພະນັກງານທີ່ເຮັດວຽກງານກໍາມະບານເປັນຕົ້ນງົບປະມານ,ສະຖານທີ່ເຮັດວຽກ,ຫ້ອງປະຊຸມ,ອຸປະກອນ,ພາຫະນະຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານກໍາມະບານຂັ້ນຂອງຕົນ.

ມາດຕາ36(ໃໝ່)ຄວາມຮັບຜິດຊອບຂອງຫົວໜ່ວຍແຮງງານຕໍ່ວຽກງານກໍາມະບານ ຫົວໜ່ວຍແຮງງາານມີຄວາມຮັບຜິດຊອບຕໍ່ວຽກງານກໍາມະບານດັ່ງນີ້: 1.ສ້າງເງື່ອນໄຂ,ສົ່ງເສີມໃຫ້ການຈັດຕັ້ງກໍາມະບານໄດ້ຮັບການສ້າງຕັ້ງຂຶ້ນຢູ່ຫົວໜ່ວຍແຮງງານແລະເຄື່ອນໄຫວວຽກງານຕາມພາລະບົດບາດແລະໜ້າທີ່ຂອງຕົນ; 2.ຮັບຮູ້ຜົນການເລືອກຕັ້ງຄະນະບໍລິຫານງານສະຫະພັນກໍາມະບານຫຼືຜູ້ຕາງໜ້າຜູ້ອອກແຮງງານທີ່ໄດ້ຮັບການເລືອກໃນຂັ້ນຂອງຕົນ; 3.ສ້າງເງື່ອນໄຂໃຫ້ພະນັກງານກໍາມະບານໄດ້ຄົ້ນຄວ້າຮໍ່າຮຽນຍົກລະດັບຄວາມຮູ້ທາງດ້ານທິດສະດີແລະວິຊາສະເພາະເພື່ອພັດທະນາຕົນເອງຢ່າງຮອບດ້ານ; 4.ອະນຸຍາດໃຫ້ປະທານ,ຮອງປະທານທີ່ຮັບຜິດຊອບຂອງວຽກງານດໍາມະບານໄດ້ໃຊ້ເວລາເຮັດວຽກງານກໍາມະບານຕາມຄວາມເໝາະສົມໂດຍໄດ້ຮັບການເຫັນດີຈາກຜູ້ອໍານວຍການແລະໄດ້ຮັບຄ່າແຮງງານເຕັມຕາມປົກກະຕິ; 5.ອໍານວຍຄວາມສະດວກທີ່ຈໍາເປັນໃນການປະຕິບັດໜ້າທີ່ຂອງຜູ້ຮັບຜິດຊອບວຽກງານກໍາມະບານເປັນຕົ້ນສະຖານທີ່ເຮັດວຽກ,ຫ້ອງປະຊຸມ,ອຸປະກອນ,ພາຫະນະຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານກໍາມະບານຂັ້ນຂອງຕົນ; 6.ເສີມຂະຫຍາຍບົດບາດ,ຫົວຄິດປະດິດສ້າງ,ຄວາມເປັນເຈົ້າການຂອງສະມາຊິກກໍາມະບານໃນການປະກອບສ່ວນພັດທະນາເສດຖະກິດ,ວັດທະນະທໍາສັງຄັມຂອງຊາດແລະຂອງຫົວໜ່ວຍແຮງງານ.

ມາດຕາ5ວຽກງານການເງິນຂອງກໍາມະບານລາວ

ມາດຕາ37(ປັບປຸງ)ແຫຼ່ງລາຍຮັບ ແຫຼ່ງລາຍຮັບຂອງກໍາມະບານໄດ້ມາຈາກ: 1.ງົບປະມານຂອງລັດ; 2.ເງິນບໍາລົງຂອງສະມາຊິກກໍາມະບານ; 3.ກອງທຶນຊ່ວຍເຫຼືອຊຶ່ງກັນແລະກັນຂອງສະມາຊິກກໍາມະບານ; 4.ການຊ່ວຍເຫຼືອຈາກບຸກຄົນ,ນິຕິບຸກຄົນ,ການຈັດຕັ້ງທັງພາຍໃນແລະຕ່າງປະເທດ; 5.ລາຍຮັບອື່ນທີ່ຖືກຕ້ອງຕາມກົດໝາຍ.

ມາດຕາ38(ໃໝ່)ການຄຸ້ມຄອງແລະການນໍາໃຊ້ງົບປະມານ ສະຫະພັນກໍາມະບານແຕ່ລະຂັ້ນເປັນຜູ້ຂຶ້ນແຜນເພື່ອຂໍນໍາໃຊ້ງົບປະມານພ້ອມທັງຄຸ້ມຄອງແລະນໍາໃຊ້ງົບປະມານນັ້ນຢ່າງມີປະສິດທິຜົນ,ໂປ່ງໃສແລະກວດສອບໄດ້. ສະຫະພັນກໍາມະບານລາວແຕ່ລະຂັ້ນປະຕິບັດລະບອບບັນຊີລາຍຮັບ-ລາຍຈາຍແລະສະຫຼຸບລາຍງານໃຫ້ພາກສ່ວນກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ39(ໃໝ່)ການຄຸ້ມຄອງແລະນໍາໃຊ້ເງິນບໍາລຸງຂອງສະມາຊິກກໍາມະບານ ການຄຸ້ມຄອງແລະການນໍາໃຊ້ເງິນບໍາລຸງໃຫ້ປະຕິບັດຕາມກົດລະບຽບຂອງສະຫະພັນກໍາມະບານລາວ.

ມາດຕາ40(ໃໝ່)ກອງທຶນຊ່ວຍອຫຼືຊຶ່ງກັນແລະກັນ ກອງທຶນຊ່ວຍເຫຼືອຊຶ່ງກັນແລະກັນແມ່ນການປະກອບທຶນຮອນຂອງສະມາຊິກກອງທຶນເພື່ອຊ່ວຍເຫຼືອຊຶ່ງກັນແລະກັນໃນເວລາເຈັບເປັນຫຼືພົບຄວາມຫຍຸ້ງຍາກ. ການຄຸ້ມຄອງແລະການນໍາໃຊ້ກອງທຶນຊ່ວຍເຫຼືອຊຶ່ງກັນແລະກັນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ພາກທີ6ການແກ້ໄຂຂໍ້ຂັດແຍ່ງດ້ານສິດແລະຜົນປະໂຫຍດ

ມາດຕາ41(ໃໝ່)ຂໍ້ຂັດແຍ່ງດ້ານສິດແລະຜົນປະໂຫຍດ ຂໍ້ຂັດແຍ່ງດ້ານສິດແລະຜົນປະໂຫຍດແມ່ນຂໍ້ຂັດແຍ່ງລະວ່າງກໍາມະກອນຫຼືຊາວຜູ້ອອກແຮງງານອື່ນກັບຜູ້ໃຊ້ແຮງງານກ່ຽວກັບບັນຫາສິດແລະຜົນປະໂຫຍດໃນເວລາປະຕິບັດສັນຍາແຮງງານ.

ມາດຕາ42(ປັບປຸງ)ວິທີການແກ້ໄຂຂໍ້ຂັດແຍ່ງດ້ານສິດແລະຜົນປະໂຫຍດ ການແກ້ໄຂຂໍ້ຂັດແຍ່ງດ້ານສິດແລະຜົນປະໂຫຍດລະຫວ່າງກໍາມະກອນຫຼືຊາວຜູ້ອອກແຮງງານອື່ນກັບຜູ້ໃຊ້ແຮງງານຢູ່ຫົວໜ່ວຍແຮງງານໃຫ້ປະຕິບັດດ້ວຍວິທີການໄກ່ເກ່ຍແບບປະນີປະນອມ. ການໄກ່ເກ່ຍແບບປະນີປະນອມສາມາດປະຕິບັດໂດຍສະຫະພັນກໍາມະບານຫຼືຜູ້ຕາງໜ້າຜູ້ອອກແຮງງານກັບຜູ້ໃຊ້ແຮງງານຢູ່ຫົວໜ່ວຍແຮງງານນັ້ນ. ໃນກໍລະນີທີ່ບໍ່ສາມາດແກ້ໄຂຂໍ້ຂັດແຍ່ງແບບປະນີປະນອມໄດ້ຄູ່ກໍລະນີກໍ່ສາມາດສະເໜີຕໍ່ອົງການຈັດຕັ້ງທີ່ກ່ຽວຂ້ອງເພື່ອແກ້ໄຂຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ພາກທີ7ຂໍ້ຫ້າມ

ມາດຕາ43(ປັບປຸງ)ຂໍ້ຫ້າມສໍາລັບຄະນະບໍລິຫານງານ,ສະມາຊິກກໍາມະບານແລະຜູ້ຕາງໜ້າຜູ້ອອອກແຮງງານ ຫ້າມຄະນະບໍລິການງານ,ສະມາຊິກກໍາມະບານແລະຜູ້ຕາງໜ້າຜູ້ອອກແຮງງານມີພຶດຕິກໍາດ່ັງນີ້: 1.ບໍ່ປະຕິບັດພັນທະຂອງພົນລະເມືອງ,ຢຸດເຊົາການເຮັດວຽກຫຼືຍົກເລີກສັນຍາແຮງງານໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງຫຼືບໍ່ຖືກຕ້ອງຕາມກົດໝາຍ; 2.ສວຍໃຊ້ໜ້າທີ່ຕໍາແໜ່ງທາງລັດຖະການ,ໃຊ້ບົດສະມາຊິກກໍາມະບານໄປເຄື່ອນໄຫວກະທໍາສຶ່ງທີ່ຜິດກົດໝາຍ; 3.ນໍາພາ,ປຸກລະດົມຂົນຂວາຍ,ຈັດຕັ້ງເປັນກຸ່ມກ້ອນ,ພັກພວກ,ແບ່ງແຍກຄວາມສາມັກຄີ,ຊຸມນຸມປະທ້ວງຫຼືກະທໍາສິ່ງທີ່ກໍ່ໃຫ້ມີຄວາມປັ່ນປ່ວນ,ສ້າງຄວາມບໍ່ສະຫງົບ,ສ້າງຜົນເສຍຫາຍຕໍ່ການຈັດຕັ້ງ,ຕໍ່ຊີວິດ,ສຸຂະພາບຂອງບຸກຄົນ,ຊັບສິນຂອງລັດ,ລວມໝູ່ແລະບຸກຄົນລວມທັງຂອງຫົວໜ່ວຍແຮງງານ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ44(ປັບປຸງ)ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1.ຍົກຍ້າຍ,ຍົກເລີກສັນຍາແຮງງານຂອງປະທານ,ຮອງປະທານ,ປະທານກວດກາຫຼືກໍາມະການໃນຄະນະບໍລິຫານງານສະຫະພັນກໍາມະບານອອກຈາກວຽກໂດຍບໍ່ມີເຫດຜົນແລະແຕ່ງຕັ້ງປ່ຽນແທນຕໍາແໜ່ງນັ້ນໄດ້ບໍ່ໄດ້ສົມທົບແລະບໍ່ໄດ້ຮັບຄວາມເຫັນດີເປັນລາຍລັກອັກສອນຈາກສະຫະພັນກໍາມະບານຂັ້ນເທິງຖັດນັ້ນ; 2.ປອມແປງ,ຜະລິດ,ຈໍາໜ່າຍຫຼືນໍາໃຊ້ເຄື່ອງໝາຍ,ເຄື່ອງແບບ,ຕາປະທັບຂອງສະຫະພັນກໍາມະບານລາວໂດຍບໍ່ໄດ້ຮັບອະນຸຍາດຈາກສູນກາງສະຫະພັນກໍາມະບານລາວ; 3.ລະເມີດສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນ;ສວຍໃຊ້ໜ້າທີ່,ຕໍາແໜ່ງຍັກຍອກ,ສໍ້ໂກງເອົາຊັບສິນຂອງສະຫະພັນກໍາມະບານລາວໄປເປັນຂອງຕົນ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ພາກທີ8ການກວດກາວຽກງານຂອງກໍາມະບານລາວ

ມາດຕາ45(ໃໝ່)ການກວດກາວຽກງານຂອງກໍາມະບານລາວ ການກວດກາວຽກງານຂອງກໍາມະບານລາວແມ່ນການຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່,ກົດໝາຍ,ກົດລະບຽບແລະລະບຽບການຕ່າງໆຂອງສະຫະພັນກໍາມະບານລາວຢູ່ການຈັດຕັ້ງແລະຫົວໜ່ວຍແຮງງານທີ່ມີການຈັດຕັ້ງກໍາມະບານ;ກວດກາການປະຕິບັດໜ້າທີ່,ພາລະບົດບາດແລະຄວາມຮັບຜິດຊອບຂອງຄະນະບໍລິການງານ,ພະນັກງານກໍາມະບານ,ສະມາຊິກກໍາມະບານຂັ້ນຂອງຕົນແລະຂັ້ນລຸ່ມຂອງຕົນ.

ມາດຕາ46(ປັບປຸງ)ຄະນະກວດກາວຽກງານຂອງກໍາມະບານລາວ ຄະນະກວດກາວຽກງານຂອງກໍາມະບານລາວແມ່ນຢູ່ໃນໂຄງປະກອບກົງຈັກການຈັດຕັ້ງຂອງສະຫະພັນກໍາມະບານລາວ. ຄະນະກວດກາວຽກງານຂອງກໍາມະບານລາວແຕ່ລະຂັ້ນມີອາຍຸການເທົ່າກັນກັບອາຍຸການຂອງຄະນະບໍລິຫານງານສະຫະພັນກໍາມະບານຂັ້ນດຽວກັນ,ປະທານກວດກາແມ່ນໄດ້ມາຈາກການເລືອກຕັ້ງໃນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານຂັ້ນຂອງຕົນ,ຮອງປະທານແລະກໍາມະການຄະນະກວດກາແມ່ນປະທານສະຫະພັນກໍາມະບານຂັ້ນນັ້ນເປັນຜູ້ແຕ່ງຕັ້ງຫຼືປົດຕໍາແໜ່ງ.

ມາດຕາ47(ປັບປຸງ)ສິດແລະໜ້າທີ່ຂອງຄະນະກວດກາວຽກງານຂອງກໍາມະບານລາວ ຄະນະກວດກາວຽກງານຂອງກໍາມະບານລາວມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າຈັດຕັ້ງຜັນຂະຫຍາຍວຍກງານກວດກາເປັນແຜນການ,ແຜນງານ,ໂຄງການວຽກງານກວດກາກໍາມະບານຂັ້ນຂອງຕົນ; 2.ກວດກາການປະຕິບັດແນວທາງນະໂຍບາຍ,ກົດໝາຍແລະການປະຕິບັດສົນທິສັນຍາ,ສັນຍາສາກົນທີ່ພົວພັນວຽກງານກໍາມະບານ; 3.ກວດກາການຈັດຕັ້ງແລະການເຄື່ອນໄຫວວຽກງານຮອບດ້ານຂອງສະຫະພັນກໍາມະບານຂັ້ນດຽວກັນແລະຂັ້ນລຸ່ມຂອງຕົນ; 4.ສະເໜີຄະນະປະທານສະຫະພັນກໍາມະບານພິຈາລະນາໂຈະຫຼືລົບລ້າງການປະຕິບັດນິຕິກໍາຂອງສະຫະພັນກໍາມະບານຂັ້ນລຸ່ມທີ່ຂັດກັບກົດໝາຍ,ຂັດກັບມະຕິ,ຄໍາສັ່ງຂອງຂັ້ນເທິງ; 5.ປະສານສົມທົບກັບຄະນະກວດກາພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນອື່ນໃນຂັ້ນດຽວກັນເພື່ອປະຕິບັດໜ້າທີ່ວຽກງານຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 6.ສະເໜີວິທີການແລະມາດຕະການແກ້ໄຂຜົນຂອງການກວດກາຂອງຕົນ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ48(ໃໝ່)ເນື້ອໃນການກວດກາ ເນື້ອໃນການກວດກາວຽກງານຂອງກໍາມະບານລາວມີດັ່ງນີ້: 1.ກວດກາການປະຕິບັດໜ້າທີ່ຕາມພາລະບົດບາດ,ສິດ,ໜ້າທີ່,ຄວາມຮັບຜິດຊອບແລະແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານ,ພະນັກງານກໍາມະບານ,ສະມາຊິກກໍາມະບານຂັ້ນຂອງຕົນແລະຂັ້ນລຸ່ມຂອງຕົນ; 2.ກວດກາການຈັດຕັ້ງປະຕິບັດກົດໝາຍຂອງລັດ,ປະຕິບັດມະຕິກອງປະຊຸມ,ກົດລະບຽບຂອງສະຫະພັນກໍາມະບານລາວ; 3.ກວດກາການປະຕິບັດຫຼັກການແລະແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານຂັ້ນຂອງຕົນ; 4.ກວດກາການສ້າງ,ການຄຸ້ມຄອງ,ການນໍາໃຊ້,ການປະຕິບັດນະໂຍບາຍ,ການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານອື່ນໆ; 5.ກວດກາສະພາບການຄຸ້ມຄອງ,ການນໍາໃຊ້ຊັບສິນ,ການເງິນລວມທັງກອງທຶນຊ່ວຍເຫຼືອຊຶ່ງກັນແລະກັນຂອງສະຫະພັນກໍາມະບານຂັ້ນຂອງຕົນແລະຂັ້ນລຸ່ມຂອງຕົນ.

ມາດຕາ49ຮູບການການກວດກາ ຮູບການການກວດກາວຽກງານກໍາມະບານມີດັ່ງນີ້: 1.ການກວດກາປົກກະຕິຕາມແຜນການວຽກງານຊຶ່ງແມ່ນການກວດກາຕາມແຜນການແລະມີກໍານົດເວລາຢ່າງແນ່ນອນຂອງຄະນະກວດກາແຕ່ລະຂັ້ນ; 2.ການກວດກາໂດຍແຈ້ງໃຫ້ຊາບລ່ວງໜ້າຊຶ່ງແມ່ນການກວດກາຕາມຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາຂອງຄະນະກວດກາແລະຄໍາສະເໜີຂອງສະຫະພັນກໍາມະບານລາວແຕ່ລະຂັ້ນໂດຍແຈ້ງໃຫ້ເປົ້າໝາຍທີ່ຖືກກວດກາຊາບລ່ວງໜ້າ; 3.ການກວດກາແບບກະທັນຫັນຊຶ່ງແມ່ນການກວດກາຢ່າງຮີບດ່ວນໂດຍບໍ່ແຈ້ງໃຫ້ເປົ້າໝາຍທີ່ຖືກກວດກາຊາບລ່ວງໜ້າ.

ພາກທີ9ວັນສ້າງຕັ້ງ,ເຄື່ອງມາຍ,ເຄື່ອງແບບແລະຕາປະທັບ

ມາດຕາ50(ປັບປຸງ)ວັນສ້າງຕັ້ງສະຫະພັນກໍາມະບານລາວ ວັນສ້າງຕັ້ງສະຫະພັນກໍາມະບານລາວແມ່ນວັນທີ1ກຸມພາ1956. ສະຫະພັນກໍາມະບານແຕ່ລະຂັ້ນຈັດຕັ້ງຂະບວນການສະເຫຼີມສະຫຼອງວັນດັ່ງກ່າວທຸກປີ.

ມາດຕາ51(ປັບປຸງ)ເຄື່ອງໝາຍຂອງສະຫະພັນກໍາມະບານລາວ ສະຫະພັນກໍາມະບານລາວມີເຄື່ອງໝາຍ,ກາໝາຍແລະທຸງໄຊສະເພາະຂອງຕົນຊຶ່ງເນື້ອໃນຄວາມໝາຍ,ການຄຸ້ມຄອງແລະການນໍາໃຊ້ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ52(ໃໝ່)ເຄື່ອງແບບຂອງສະຫະພັນກໍາມະບານລາວ ສະຫະພັນກໍາມະບານລາວມີເຄື່ອງແບບສະເພາະຂອງຕົນຊຶ່ງໄດ້ກໍານົດຮູບແບບ,ການຄຸ້ມຄອງແລະການນໍາໃຊ້ໄວ້ໃນລະບຽບການຕ່າງຫາກ.

ມາດຕາ53(ປັບປຸງ)ຕາປະທັບ ສະຫະພັນກໍາມະບານລາວແຕ່ລະຂັ້ນມີຕາປະທັບສະເພາະຂອງຕົນເພື່ອນໍາໃຊ້ໃນການເຄື່ອນໄຫວວຽກງານທາງລັດຖະການ.

ພາກທີ10ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ54ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

ມາດຕາ55ມາດຕະການຕໍ່ທີ່ທີ່ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຈະຖືກປະຕິບັດມາດຕະການສຶກສາອົບຮົມ,ກ່າວເຕືອນ,ລົງວິໄນຫຼືລົງໂທດຕາມກໍລະນີເບົາຫຼືໜັກພ້ອມທັງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ພາກທີ11ບົດບັດຍັດສຸດທ້າຍ

ມາດຕາ56(ປັບປຸງ)ການຈັດຕັ້ງປະຕິບັດ ລັດຖະບານແປ່ງສປປລາວແລະສະຫະພັນກໍາມະບານລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ57(ປັບປຸງ)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍກໍາມະບານລາວສະບັບເລກທີ12/ສພຊລົງວັນທີ25ທັນວາ2007. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້