ກົດໝາຍວ່າດ້ວຍກິລາ-ກາຍຍະກໍາ 25-12-2007

From Wikisource
Jump to navigation Jump to search

.ກິລາ-ກາຍຍະກໍາ 25-12-2007


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍກິລາ-ກາຍຍະກໍາສະບັບນີ້ກໍານົດຫຼັກການ, ລະບຽບການແລະມາດຕະການກ່ຽວກັບການສົ່ງເສີມ,ການພັດທະນາ, ການຄຸ້ມຄອງ,ການບໍລິຫານກິລາ-ກາຍຍະກໍາເພື່ອເຮັດໃຫ້ວຽກງານດັ່ງ ກ່າວມີການຂະຫຍາຍຕົວ,ກ້າວໜ້າ,ເສີມສ້າງບັນຍາກາດສົດໃສຢູ່ໃນສັງ ຄົມ,ເຮັດໃຫ້ພົນລະເມືອງລາວມີສຸຂະພາບເຂັ້ມແຂງທາງດ້ານຮ່າງກາຍ ແລະຈິດໃຈ,ມີນໍ້າໃຈກິລາທີ່ຜ່ອງໃສ,ສ້າງສະຕິຊາດ,ສາມາດປະກອບ ສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ,ຍົກຖານະບົດບາດ ຂອງຊາດ,ເພີ່ມທະວີຄວາມສາມັກຄີ,ມິດຕະພາບ,ສັນຕິພາບ,ການຮ່ວມ ມືກັບບັນດາປະເທດຢູ່ພາກພື້ນແລະສາກົນແນໃສ່ຮັບໃຊ້ພາລະກິດປົກປັກ ຮັກສາແລະສ້າງສາປະເທດຊາດ.

...ມາດຕາ 2 ກິລາ-ກາຍຍະກໍາ

ມາດຕາ 2 ກິລາ-ກາຍຍະກໍາ ກິລາ-ກາຍຍະກໍາແມ່ນຂະບວນການເຄື່ອນໄຫວກິດຈະກໍາ ຕ່າງໆໃນການຝຶກແອບ,ການແຂ່ງຂັນ,ການສະແດງ,ການແລກປ່ຽນ ແບບບຸກຄົນ,ລວມໝູ່ທີ່ມີສິນລະປະ,ລວດລາຍສະເພາະເພື່ອເຮັດໃຫ້ຮ່າງ ກາຍແຂັງແຮງ,ສວຍງາມ,ຈິດໃຈເບີກບານ,ສະໝອງໄດ້ຮັບການພັດທະ ນາ,ສ້າງຄວາມຊໍານານ,ປະສົບການທາງດ້ານເຕັກນິກ,ຍຸດທະວິທີເປັນ ທີ່ນິຍົມຊົມຊອບຂອງມວນຊົນກ້າວໄປເຖິງການສະແດງ,ການແຂ່ງຂັນ ເພື່ອຄວາມເປັນເລີດນໍາກຽດສັກສີແລະຊື່ສຽງມາສູ່ຂະແໜງການ,ທ້ອງ ຖິ່ນ,ປະເທດຊາດ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍ ດັ່ງນີ້: 1. ກິລາ-ກາຍຍະກໍາສະໝັກຫຼິ້ນ ໝາຍເຖິງ ການດໍາເນີນ ການຝຶກແອບ,ການສະແດງ,ການແລກປ່ຽນ,ການແຂ່ງຂັນຂອງບຸກຄົນ ຫຼືການຈັດຕັ້ງມວນຊົນທົ່ວໄປເພື່ອຄວາມມ່ວນຊື່ນ,ຄວາມສາມັກຄີ,ມິດຕະ ພາບໂດຍບໍ່ຍຶດຖືເປັນອາຊີບແຕ່ປະຕິບັດຕາມກົດລະບຽບແລະກະຕິກາທີ່ ແນ່ນອນຂອງກິລາ-ກາຍຍະກໍາ; 2. ກິລາ-ກາຍຍະກໍາອາຊີບໝາຍເຖິງການດໍາເນີນການ ຝຶກແອບ,ການສະແດງ,ການແຂ່ງຂັນຂອງບຸກຄົນຫຼືການຈັດຕັ້ງທີ່ຍຶດຖື ເປັນອາຊີບແລະປະຕິບັດຕາມກົດລະບຽບແລະກະຕິກາຂອງກິລາ-ກາຍ ຍະກໍາອາຊີບ; 3. ນັກກິລາ ໝາຍເຖິງ ຜູ້ທີ່ໄດ້ຮັບການຄັດເລືອກເຂົ້າຮ່ວມ ຝຶກຊ້ອມ,ສະແດງ,ແຂ່ງຂັນກິລາ-ກາຍຍະກໍາປະເພດໃດໜຶ່ງ; 4. ຄູຝຶກ ໝາຍເຖິງ ຜູ້ທີ່ມີວິຊາສະເພາະ,ມີຄວາມຮູ້,ຄວາມ ສາມາດ,ປະສົບການ,ຄວາມຊໍານານແລະເປັນຜູ້ສິດສອນ,ແນະນໍາ,ຝຶກ ແອບກິລາ-ກາຍຍະກໍາປະເພດໃດໜຶ່ງໃຫ້ແກ່ນັກກິລາຫຼືຜູ້ຫຼິ້ນກິລາ-ກາຍ ຍະກໍາ; 5. ກໍາມະການຕັດສິນໝາຍເຖິງຜູ້ທີ່ມີຄວາມຮູ້,ມີວິຊາສະ ເພາະ,ມີປະສົບການ,ຄວາມສາມາດ,ກໍາໄດ້ກົດລະບຽບ,ກະຕິກາແລະ ເປັນຜູ້ຖືກແຕ່ງຕັ້ງໃຫ້ຕັດສິນການແຂ່ງຂັນກິລາ-ກາຍຍະກໍາປະເພດໃດ ໜຶ່ງ,ໃນໄລຍະໃດໜຶ່ງ; 6. ບຸກຄະລາກອນກິລາ ໝາຍເຖິງ ຜູ້ທີ່ມີສ່ວນຮ່ວມໃນການ ຝຶກແອບ,ການສະແດງ,ການແຂ່ງຂັນ,ການຄຸ້ມຄອງແລະການພັດທະນາ ກິລາ-ກາຍຍະກໍາເຊັ່ນ:ຄູຝຶກ,ກໍາມະການຕັດສິນ,ການຄຸ້ມຄອງແລະການ ພັດທະນາກິລາ-ກາຍຍະກໍາເຊັ່ນ:ຄູຝຶກ,ກໍາມະການຕັດສິນ,ຜູ້ບໍລິຫານ ການກິລາ,ແພດກິລາ,ນັກຈິດຕະສາດ,ນັກວິທະຍາສາດການກິລາ,ຜູ້ຊ່ຽວ ຊານ; 7. ກິລາ-ກາຍຍະກໍາໃນໂຮງຮຽນ ໝາຍເຖິງການສິດສອນ, ຮໍ່າຮຽນ,ຝຶກແອບ,ສະແດງ,ແຂ່ງຂັນກິລາ-ກາຍຍະກໍາໃນໂຮງຮຽນ,ສູນ ແລະສະຖາບັນການສຶກສາ; 8: ເຕັ້ນແອໂຣບິກໝາຍເຖິງ ການອອກກໍາລັງການຕາມຈັງ ຫວະສຽງເພງ.

...ມາດຕາ 4 ນະໂຍບາຍກ່ຽວກັບກິລາ-ກາຍຍະກໍາ

ມາດຕາ 4 ນະໂຍບາຍກ່ຽວກັບກິລາ-ກາຍຍະກໍາ ລັດຖືເອົາກິລາ-ກາຍຍະກໍາເປັນວຽກງານໜຶ່ງທີ່ສໍາຄັນໃນ ການປະກອບສ່ວນພັດທະນາຊັບພະຍາກອນມະນຸດທາງດ້ານສຸຂະພາບ ຮ່າງກາຍແລະຈິດໃຈ,ສ້າງໃຫ້ຄົນເຮົາເປັນຜູ້ທີ່ມີຄວາມອົດທົນ,ມີຄວາມ ເສຍສະລະ,ມີລະບຽບວິໄນ,ມີນໍ້າໃຈຮັກຊາດເຮັດໃຫ້ສັງຄົມມີຊີວິດຊີວາ ແລະມີບັນຍາກາດເບີກບານມ່ວນຊື່ນ. ລັດຖືເອົາການສ້າງຂະບວນການກິລາ-ກາຍຍະກໍາມວນຊົນ ເປັນພື້ນຖານແລະການສ້າງກິລາ-ກາຍຍະກໍາລະດັບສູງເປັນສໍາຄັນກ້າວ ໄປເຖິງການສ້າງກິລາ-ກາຍຍະກໍາອາຊີບເທື່ອລະກ້າວ,ສົ່ງເສີມການ ແລກປ່ຽນ,ການແຂ່ງຂັນໃນລະດັບຕ່າງໆເປັນຕົ້ນລະດັບຊາດ,ພາກພື້ນ ແລະສາກົນ. ລັດເອົາໃຈໃສ່ລົງທຶນຫ້ແກ່ກິລາ-ກາຍຍະກໍາເພື່ອກໍ່ສ້າງພື້ນ ຖານໂຄງລ່າງ,ກໍ່ສ້າງບໍາລຸງພະນັກງານ,ນັກກິລາ-ກາຍຍະກໍາເປັນຕົ້ນ ແມ່ນເຍົາວະຊົນຜູ້ທີ່ມີພອນສະຫວັນໃຫ້ມີຄວາມສາມາດໃນການຝຶກແອບ ແລະແຂ່ງຂັນ.ນອກຈາກນີ້ລັດຍັງເອົາໃຈໃສ່ລົງທຶນໃນການຄົ້ນຄວ້າ,ນໍາ ໃຊ້ວິທະຍາສາດ-ເຕັກໂນໂລຊີລວມທັງການແພດເຂົ້າໃນການເຄື່ອນໄຫວ ແລະພັດທະນາກິລາ-ກາຍຍະກໍາ. ລັດສົ່ງເສີມໃຫ້ມີການອະນຸລັກແລະພັດທະນາກິລາ-ກາຍຍະ ກໍາພື້ນເມອງຂອງປະຊາຊົນບັນດາເຜົ່າ,ສົ່ງເສີມກິລາ-ກາຍຍະກໍາຜູ້ອາ ຍຸສູງ,ແມ່ນຍິງແລະຄົນພິການ. ລັດສົ່ງເສີມແລະຊຸກຍູ້ໃຫ້ບຸກຄົນ,ການຈັດຕັ້ງຕ່າງໆທັງພາກ ລັດ,ເອກະຊົນ,ພາຍໃນແລະຕ່າງປະເທດລົງທຶນເຂົ້າໃສ່ການພັດທະນາ ກິລາ-ກາຍຍະກໍາດ້ວຍນະໂຍບາຍຕ່າງໆ.

...ມາດຕາ 5 ຫຼັກການກ່ຽວກັບກິລາ-ກາຍຍະກໍາ

ມາດຕາ 5 ຫຼັກການກ່ຽວກັບກິລາ-ກາຍຍະກໍາ ກິລາ-ກາຍຍະກໍາມີຫຼັກການພື້ນຖານດັ່ງນີ້: 1. ຕ້ອງມີລັກສະນະຊາດ,ມະຫາຊົນ,ວິທະຍາສາດແລະທັນ ສະໄໝ; 2. ຕ້ອງຕິດພັນກັບການສຶກສາ,ວັດທະນະທໍາ,ການພັດທະ ນາຄົນລຸ້ນໜຸ່ມ,ສ້າງນັກກິລາເປັນຜູ້ຮັກຊາດ,ມີຄວາມອົດທົນ,ມີຈິດໃຈ ເຂັ້ມແຂງ,ມີຄວາມດຸໝັ່ນ,ຫ່າງໄກຈາກສິ່ງເສບຕິດແລະສິ່ງຫຍໍ້ທໍ້ອື່ນໆ; 3. ຕ້ອງຮັບປະກັນໃຫ້ທິດສະດີຕິດພັນກັບພຶດຕິກໍາຕົວຈິງ,ຕິດ ພັນກັບການຝຶກແອບ,ການສະແດງແລະການແຂ່ງຂັນທີ່ມີການປະສານ ສົມທົບລະຫວ່າງກິລາ-ກາຍຍະກໍາທ້ອງຖິ່ນ,ລະດັບຊາດ,ພາກພື້ນແລະ ສາກົນ; 4. ຕ້ອງຮັບໃຊ້ພາລະກິດພັດທະນາເສດຖະກິດ-ສັງຄົມໃນ ແຕ່ລະໄລຍະແລະສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງ.

...ມາດຕາ 6 ສິດແລະພັນທະຂອງພົນລະເມືອງຕໍ່ກິລາ-ກາຍຍະກໍາ

ມາດຕາ 6 ສິດແລະພັນທະຂອງພົນລະເມືອງຕໍ່ກິລາ-ກາຍຍະກໍາ ພົນລະເມືອງລາວທຸກຄົນໂດຍບໍ່ຈໍາແນກອາຍຸ,ເພດ,ໄວ, ສຸຂະພາບ,ການພິການ,ຖານະທາງດ້ານເສດຖະກິດ-ສັງຄົມລ້ວນແຕ່ມີ ສິດເຄື່ອນໄຫວຝຶກແອບ,ສະແດງ,ແຂ່ງຂັນ,ພັດທະນາກິລາ-ກາຍຍະກໍາ ດ້ວຍຄວາມຕື່ນຕົວເພື່ອສຸຂະພາບ,ການມ່ວນຊື່ນແລະການພັກຜ່ອນ. ບຸກຄົນແລະການຈັດຕັ້ງມີພັນທະປະກອບສ່ວນທຶນຮອນ,ພາ ຫະນະ,ວັດຖຸອຸປະກອນ,ເຫື່ອແຮງແລະສະຕິປັນຍາເຂົ້າໃນການພັດທະນາ ກິລາ-ກາຍຍະກໍາໃຫ້ມີການຂະຫຍາຍຕົວແລະເຂັ້ມແຂງ.

...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພັວພັນແລະຮ່ວມມືກັບຕ່າງປະເທດ, ພາກພື້ນ,ອົງການຈັດຕັ້ງສາກົນເພື່ອພັດທະນາກິລາ-ກາຍຍະກໍາດ້ວຍ ການຍາດແຍ່ງການສະໜັບສະໜູນ,ການແລກປ່ຽນບົດຮຽນ,ຂໍ້ມູນຂ່າວ ສານ,ຜູ້ຊ່ຽວຊານ,ການຈັດຕັ້ງແຂ່ງຂັນ,ການເຂົ້າຮ່ວມການສະແດງ ແລະການແຂ່ງຂັນ,ການສ້າງບຸກຄະລາກອນກິລາ-ກາຍຍະກໍາ,ການກໍ່ ສ້າງພື້ນຖານໂຄງລ່າງແລະອື່ນໆ.

..ພາກທີ 2 ກິລາ-ກາຍຍະກໍາ


...ໝວດທີ 1 ປະເພດ,ລາຍການ,ລະດັບ,ຮູບແບບກິລາ-ກາຍຍະກໍາ


....ມາດຕາ 8 ປະເພດກິລາ-ກາຍຍະກໍາ

ມາດຕາ 8 ປະເພດກິລາ-ກາຍຍະກໍາ ປະເພດກິລາ-ກາຍຍະກໍາແມ່ນຊື່ກິລາ-ກາຍຍະກໍາໃດໜຶ່ງ ທີ່ມີການຝຶກແອບ,ການສະແດງ,ການແຂ່ງຂັນຕາມເຕັກນິກ,ກົດລະ ບຽບ,ກະຕິກາສະເພາະເຊັ່ນ:ປະເພດບານເຕະ,ບານສົ່ງ,ບານບ້ວງ,ກະ ຕໍ່,ເປຕັງ,ມວຍ,ລອຍນໍ້າ,ແລ່ນ-ລານ,ກາຍຍະສິນ,ຍົກນໍ້າໜັກ,ເຕັ້ນແອ ໂຣບິກ. ກິລາ-ກາຍຍະກໍາປະເພດໃດໜຶ່ງທີ່ຈະນໍາເຂົ້າແຂ່ງຂັນນັ້ນ ຕ້ອງມີການຢັ້ງຢືນແລະຮັບຮອງຈາກສະຫະພັນກິລາ-ກາຍຍະກໍາທີ່ກ່ຽວ ຂ້ອງລະດັບທ້ອງຖິ່ນ,ລະດັບຊາດ,ອານຸພາກພື້ນ,ພາກພື້ນຫຼືສາກົນ. ປະເພດກິລາ-ກາຍຍະກໍາມີບັນຊີລະອຽດຊ້ອນທ້າຍ. ບາງປະເພດກິລາ-ກາຍຍະກໍາມີຫຼາຍຊະນິດເຊັ່ນ: - ບານເຕະມີຊະນິດກາງແຈ້ງແລະຊະນິດໃນຮົ່ມ; - ບານສົ່ງມີຊະນິດໃນຮົ່ວມແລະຊະນິດຫາຍຊາຍ; - ກິລາທາງນໍ້າມີຊະນິດລອຍນໍ້າ,ໂດດນໍ້າແລະຟ້ອນໃນນໍ້າ.

....ມາດຕາ 9 ລາຍການກິລາ-ກາຍຍະກໍາ

ມາດຕາ 9 ລາຍການກິລາ-ກາຍຍະກໍາ ລາຍການກິລາ-ກາຍຍະກໍາແມ່ນການແຍກກິດຈະກໍາປະ ເພດກິລາ-ກາຍຍະກໍາໃດໜຶ່ງອອກເປັນລາຍການຊຶ່ງຄະນະກໍາມະການ ຈັດການແຂ່ງຂັນແຕ່ລະຄັ້ງເປັນຜູ້ກໍານົດເຊັ່ນ: - ປະເພດແລ່ນມີລາຍການແລ່ນ 100 ແມັດ, 200 ແມັດ, 400 ແມັດ, 1500 ແມັດ, 10,000 ແມັດ, ແລ່ນມາຣາທອນ ແລະ ອື່ນໆ; - ປະເພດບານເຕະມີລາຍການເຕະບານຊາຍ,ເຕະບານຍິງ; - ປະເພດລອຍນໍ້າມີ ລາຍການ 100 ແມັດ, 200 ແມັດ, 4 x 100 ແມັດ, 1,500 ແມັດແລະອື່ນໆ. ....ມາດຕາ 10 ລະດັບກິລາ-ກາຍຍະກໍາ

ມາດຕາ 10 ລະດັບກິລາ-ກາຍຍະກໍາ ລະດັບກິລາ-ກາຍຍະກໍາແມ່ນການຈັດອັນດັບຄວາມສໍາຄັນ ແລະຄວາມສາມາດຂອງກິລາ-ກາຍຍະກໍາ. ກິລາ-ກາຍຍະກໍາມີສອງລະດັບດັ່ງນີ້: 1. ລະດັບມວນຊົນທົ່ວໄປ: - ຮາກຖານມີບ້ານ,ໂຮງຮຽນ,ຫົວໜ່ວຍທຸລະກິດແລະອື່ນໆ; - ຂະແໜງການແລະທ້ອງຖິ່ນມີກະຊວງ,ອົງການ,ແຂວງ, ເມືອງ; 2. ລະດັບສູງ: - ລະດັບຊາດ; - ລະດັບອານຸພາກພື້ນ,ພາກພື້ນແລະສາກົນ.

....ມາດຕາ 11 ຮູບແບບກິລາ-ກາຍຍະກໍາ

ມາດຕາ 11 ຮູບແບບກິລາ-ກາຍຍະກໍາ ຮູບແບບກິລາ-ກາຍຍະກໍາແມ່ນການຈັດລະບົບການເຄື່ອນ ໄຫວກິລາ-ກາຍຍະກໍາຕາມລະບຽບການທີ່ກ່ຽວຂ້ອງ. ກິລາ-ກາຍຍະກໍາມີສອງຮູບແບບຄື: 1. ສະໝັກຫຼິ້ນ; 2. ອາຊີບ.

...ໝວດທີ 2 ກິລາ-ກາຍຍະກໍາສະໝັກຫຼິ້ນແລະອາຊີບ


....ມາດຕາ 12 ນັກກິລາ-ກາຍຍະກໍາສະໝັກຫຼິ້ນ

ໝາດຕາ 12 ນັກກິລາ-ກາຍຍະກໍາສະໝັກຫຼິ້ນ ນັກກິລາ-ກາຍຍະກໍາສະໝັກຫຼິ້ນແມ່ນຜູ້ຫຼິ້ນກິລາ-ກາຍຍະກໍາ ໂດຍບໍ່ຍຶດຖືເປັນອາຊີບ,ຫຼິ້ນເພື່ອສຸຂະພາບ,ຄວາມມ່ວນຊື່ນ,ການສະແດງ ແລະການແຂ່ງຂັນ. ນັກກິລາ-ກາຍຍະກໍາສະໝັກຫຼິ້ນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຂຶ້ນທະບຽນກັບສະໂມສອນຫຼືສະຫະພັນໃດໜຶ່ງຕາມຄວາມ ສະໝັກໃຈຂອງຕົນ; 2. ຝຶກແອບ,ເຄື່ອນໄຫວກິລາ-ກາຍຍະກໍາຕາມສະໂມສອນ ຫຼືສະຫະພັນທີ່ຕົນສັງກັດຢູ່; 3. ເຂົ້າຮ່ວມການສະແດງ,ການແຂ່ງຂັນໃນນາມສະໂມ ສອນຫຼືສະຫະພັນທີ່ຕົນສັງກັດຢູ່; 4. ຖືກຄັດເລືອກ,ຮັບຮອງເປັນນັກກິລາທີມຊາດຕາມມາດ ຕະຖາດແລະຄວາມຮຽກຮ້ອງຕ້ອງການຂອງທີມຊາດ; 5. ໄດ້ຮັບການຍ້ອງຍໍ,ລາງວັນແລະນະໂຍບາຍອື່ນຕາມຜົນ ງານຂອງປະເພດກິລາ-ກາຍຍະກໍາທີ່ຕົນໄດ້ແຂ່ງຂັນ; 6. ໄດ້ຮັບນະໂຍບາຍເມື່ອມີການເຈັບເປັນ,ເສຍຊີວິດໃນເວ ລາປະຕິບັດໜ້າທີ່ຕາມລະບຽບການ; 7. ຍົກຍ້າຍໄປສັງກັດຢູ່ສະໂມສອນອື່ນທັງພາຍໃນແລະຕ່າງ ປະເທດຕາມການຕົກລົງເຫັນດີຂອງສະໂມສອນແລະສະຫະພັນທີ່ກ່ຽວ ຂ້ອງ; 8. ຮັບໃຊ້ສະໂມມອນ,ສະຫະພັນແລະຮັບໃຊ້ຊາດຕາມຄວາມ ຮຽກຮ້ອງຕ້ອງການ; ສໍາລັບນັກກິລາ-ກາຍຍະກໍາທີ່ຢູ່ໃນທີມຊາດຍັງຕ້ອງປະຕິບັດ ລະບຽບການຂອງສູນຝຶກແລະການຈັດຕັ້ງທີ່ກ່ຽວຂ້ອງຢ່າງເຂັ້ມງວດ ລວມທັງເວລາຝຶກແອບ,ສະແດງ,ແຂ່ງຂັນແລະການເຄື່ອນໄຫວອື່ນໆ. ....ມາດຕາ 13 ນັກກິລາ-ກາຍຍະກໍາອາຊີບ

ມາດຕາ 13 ນັກກິລາ-ກາຍຍະກໍາອາຊີບ ນັກກິລາ-ກາຍຍະກໍາອາຊີບແມ່ນຜູ້ຫຼິ້ນກິລາ-ກາຍຍະກໍາທີ່ ຍຶດຖືເປັນອາຊີບ. ນັກກິລາ-ກາຍຍະກໍາອາຊີບມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ເຮັດສັນຍາ,ຂຶ້ນທະບຽນກັບສະໂມສອນ,ສະຫະພັນກິລາ -ກາຍຍະກໍາອາຊີບໂດຍສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປລາວແລະລະບຽບການຂອງກິລາ-ກາຍຍະກໍາສາກົນ; 2. ປະຕິບັດຕາມສັນຍາທີ່ໄດ້ເຊັນກັນລະຫວ່າງນັກກິລາກັບ ສະໂມສອນ,ສະຫະພັນກິລາ-ກາຍຍະກໍາອາຊີບ; 3. ເຂົ້າຮ່ວມການຄັດເລືອກແລະແຂ່ງຂັນໃນນາມທີມຊາດ, ຮັບໃຊ້ຊາດຕາມຄວາມຮຽກຮ້ອງຕ້ອງການ; 4. ໄດ້ຮັບການຍ້ອງຍໍ,ລາງວັນແລະນະໂຍບາຍອື່ນຕາມຜົນ ງານທີ່ຕົນໄດ້ແຂ່ງຂັນ; 5. ໄດ້ຮັບນະໂຍບາຍເມື່ອມີການເຈັບເປັນ,ເສຍຊີວິດໃນເວ ລາປະຕິບັດໜ້າທີ່ຕາມລະບຽບການແລະສັນຍາ; 6. ຍົກຍ້າຍໄປສັງກັດຢູ່ສະໂມສອນອື່ນທັງພາຍໃນແລະຕ່າງ ປະເທດຕາມການຕົກລົງເຫັນດີຂອງສະໂມສອນແລະສະຫະພັນທີ່ກ່ຽວ ຂ້ອງ; 7. ເສຍພັນທະລາຍໄດ້ໃຫ້ລັດຕາມລະບຽບກົດໝາຍ. ສໍາລັບມາດຕະຖານແລະເງື່ອນໄຂຂອງນັກກິລາອາຊີບໄດ້ ກໍານົດໄວ້ໃນລະບຽບການສະເພາະ. ....ມາດຕາ 14 ປະເພດຄູຝຶກກິລາ-ກາຍຍະກໍາ

ມາດຕາ 14 ປະເພດຄູຝຶກກິລາ-ກາຍຍະກໍາ ຄູຝຶກກິລາ-ກາຍຍະກໍາມີສອງປະເພດຄື: 1. ຄູຝຶກກິລາ-ກາຍຍະກໍາສະໝັກຫຼິ້ນ; 2. ຄູຝຶກກິລາ-ກາຍຍະກໍາອາຊີບ. ....ມາດຕາ 15 ມາດຕະຖານຂອງຄູຝຶກ

ມາດຕາ 15 ມາດຕະຖານຂອງຄູຝຶກ ຄູຝຶກຕ້ອງມີມາດຕະຖານຕົ້ນຕໍດັ່ງນີ້: 1. ມີຄຸນສົມບັດ,ຄຸນວຸດທິ,ຈັນຍາບັນແລະຄວາມຮູ້,ຄວາມ ສາມາດກ່ຽວກັບການຝຶກແອບ,ການສິດສອນກິລາ-ກາຍຍະກໍາ; 2. ມີໃບປະກາດສະນີຍະບັດຫຼືໃບຢັ້ງຢືນຈາກສະຖາບັນຫຼື ສະຫະພັນກິລາທັງພາຍໃນແລະຕ່າງປະເທດ; 3. ມີປະສົບການ,ຜົນງານທີ່ຖືກຮັບຮອງຈາກສະຫະພັນກິ ລາ-ກາຍຍະກໍາທີ່ກ່ຽວຂ້ອງ; 4. ມີສຸຂະພາບ,ພະລະນາໄມສົມບູນ. ສໍາລັບຄູຝຶກນັກກິລາ-ກາຍຍະກໍາອາຊີບນັ້ນຍັງຕ້ອງມີໃບ ປະກາສະນີຍະບັດອາຊີບແລະການຢັ້ງຢືນຈາກສະຫະພັນກິລາອາຊີບສາ ກົນ.

....ມາດຕາ 16 ສິດແລະໜ້າທີ່ຂອງຄູຝຶກ

ມາດຕາ 16 ສິດແລະໜ້າທີ່ຂອງຄູຝຶກ ຄູຝຶກນັກກິລາ-ກາຍຍະກໍາສະໝັກຫຼິ້ນມີສິດແລະໜ້າທີ່ຕົ້ນຕໍ ດັ່ງນີ້: 1. ສິດສອນ,ແນະນໍາ,ນໍາພານັກກິລາ-ກາຍຍະກໍາຝຶກແອບ, ເຂົ້າຮ່ວມການສະແດງ,ການແຂ່ງຂັນຕາມລາຍການກິລາ-ກາຍຍະກໍາ ປະເພດຕ່າງໆ; 2. ຍ້ອງຍໍ,ຊົມເຊີຍ,ຢັ້ງຢືນ,ສະເໜີປະຕິບັດນະໂຍບາຍ,ຕໍາ ນິ,ກ່າວເຕືອນນັກກິລາ-ກາຍຍະກໍາທີ່ຕົນຮັບຜິດຊອບ; 3. ໄດ້ຮັບການຍ້ອງຍໍ,ລາງວັນແລະນະໂຍບາຍອື່ນຕາມຜົນ ງານຕົວຈິງຂອງຕົນ; 4. ສະຫຼຸບລາຍງານ,ຕີລາຄາາແລະປະເມີນຜົນກ່ຽວກັບ ວຽກງານກິລາ-ກາຍຍະກໍາໃຫ້ສະໂມສອນຫຼືສະຫະພັນຂອງຕົນ; 5. ປະຕິບັດຕາມລະບຽບການເຄື່ອນໄຫວຂອງສະໂມສອນ, ສະຫະພັນກິລາທີ່ກ່ຽວຂ້ອງ. ສໍາລັບຄູຝຶກນັກກິລາ-ກາຍຍະກໍາອາຊີບນອກຈາກສິດແລະ ໜ້າທີ່ດັ່ງກ່າວນີ້ແລ້ວຍັງມີສິດແລະໜ້າທີ່ໃນການເຮັດສັນຍາກັບສະໂມ ສອນກິລາ-ກາຍຍະກໍາອາຊີບ,ສະຫະພັນກິລາແຫ່ງຊາດແລະສະຫະພັນ ກິລາສາກົນໂດຍສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງຂອງສປປ ລາວແລະລະບຽບການຂອງກິລາ-ກາຍຍະກໍາສາກົນພ້ອມທັງປະຕິບັດ ສັນຍາດັ່ງກ່າວ.

....ມາດຕາ 17 ມາດຕະຖານຂອງກໍາມະການຕັດສິນ

ມາດຕາ 17 ມາດຕະຖານຂອງກໍາມະການຕັດສິນ ກໍາມະການຕັດສິນກິລາ-ກາຍຍະກໍາມີມາດຕະຖານຕົ້ນຕໍ ດັ່ງນີ້: 1. ມີຄຸນສົມບັດ,ຄຸນວຸດທິ,ຈັນຍາບັນ,ມີຄວາມຍຸດຕິທໍາ,ມີ ຄວາມຮູ້,ຄວາມສາມາດ,ປະສົບການ,ວິຊາສະເພາະໃນການຕັດສິນກິ ລາ-ກາຍຍະກໍາ; 2. ມີໃບປະກາສະນີຍະບັດ,ໃບຢັ້ງຢືນຈາກສະຖາບັນຫຼືສະຫະ ພັນກິລາທີ່ກ່ຽວຂ້ອງທັງພາຍໃນແລະຕ່າງປະເທດ; 3. ມີຜົນງານທີ່ຖືກຮັບຮອງຈາກສະຫະພັນກິລາທີ່ກ່ຽວຂ້ອງ; 4. ມີສຸຂະພາບ,ພະລະນາໄມສົມບູນ.

....ມາດຕາ 18 ສິດແລະໜ້າທີ່ຂອງກໍາມະການຕັດສິນ

ມາດຕາ 18 ສິດແລະໜ້າທີ່ຂອງກໍາມະການຕັດສິນ ກໍາມະການຕັດສິນກິລາ-ກາຍຍະກໍາມີສິດແລະໜ້າທີ່ຕົ້ນຕໍ ດັ່ງນີ້: 1. ແນະນໍາກົດລະບຽບ,ກະຕິກາ,ກວດກາທາງດ້ານເຕັກ ນິກກ່ອນການສະແດງ,ການແຂ່ງຂັນ; 2. ຕັດສິນດ້ວຍຄວາມຖືກຕ້ອງແລະຍຸດຕິທໍາຕາມກົດລະ ບຽບ,ກະຕິກາຂອງການແຂ່ງຂັນ; 3. ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນເວລາແຂ່ງ ຂັນ; 4. ໄດ້ຮັບການປົກປ້ອງຈາກການຈັດຕັ້ງທີ່ກ່ຽວຂ້ອງໃນເວ ລາປະຕິບັດໜ້າທີ່ຕາມລະບຽບກົດໝາຍ; 5. ໄດ້ຮັບການຍ້ອງຍໍ,ລາງວັນແລະນະໂຍບາຍອື່ນຕາມຜົນ ງານແລະລະບຽບການທີ່ໄດ້ກໍານົດໄວ້.

....ມາດຕາ 19 ການມອບໂອນ,ຍົກຍ້າຍນັກກິລາ

ມາດຕາ 19 ການມອບໂອນ,ຍົກຍ້າຍນັກກິລາ ການມອບໂອນ,ຍົກຍ້າຍນັກກິລາ-ກາຍຍະກໍາສະໝັກຫຼິ້ນຫຼື ອາຊີບລະຫວ່າງສະໂມສອນກິລາ-ກາຍຍະກໍາພາຍໃນປະເທດຫຼືຕ່າງປະ ເທດໃຫ້ປະຕິບັດຕາມການຕົກລົງນໍາກັນໂດຍມີການຮັບຮູ້ຈາກສະຫະພັນ ກິລາ-ກາຍຍະກໍາທີ່ກ່ຽວຂ້ອງໂດຍສອດຄ່ອງກັບລະບຽບກົດໝາຍຂອງ ສປປລາວ ແລະ ລະບຽບການຂອງສະຫະພັນກິລາສາກົນ.

...ໝວດທີ 3 ກິລາ-ກາຍຍະກໍາມວນຊົນ


....ມາດຕາ 20 ກິລາກາຍຍະກໍາມວນຊົນ

ມາດຕາ 20 ກິລາກາຍຍະກໍາມວນຊົນ ກິລາ-ກາຍຍະກໍາມວນຊົນແມ່ນກິດຈະກໍາການຝຶກແອບ, ການສະແດງ,ການຫຼິ້ນ,ການແຂ່ງຂັນກິລາ-ກາຍຍະກໍາຂອງພົນລະ ເມືອງທົ່ວໄປໂດຍບໍ່ຈໍາແນກເຊື້ອຊາດ,ອາຍຸ,ເພດ,ໄວ,ສຸຂະພາບ,ການ ພິການ,ຖານະທາງເສດຖະກິດ-ສັງຄົມຢູ່ໃນລະດັບບ້ານ,ໂຮງຮຽນ,ໂຮງ ງານ,ເມືອງແລະອື່ນໆແນໃສ່ສົ່ງເສີມສຸຂະພາບ,ພະລະນາໄມ,ຄວາມ ມ່ວນຊື່ນເປັນຕົ້ນຕໍໂດຍປະຕິບັດຕາມກົດລະບຽບ,ກະຕິກາທີ່ແນ່ນອນ.

....ມາດຕາ 21 ພະລະສຶກສາແລະກິລາ-ກາຍຍະກໍາໃນໂຮງຮຽນ

ມາດຕາ 21 ພະລະສຶກສາແລະກິລາ-ກາຍຍະກໍາໃນໂຮງຮຽນ ພະລະສຶກສາແລະກິລາ-ກາຍຍະກໍາໃນໂຮງຮຽນແມ່ນວິຊາ ຮຽນໜຶ່ງໃນຫຼັກສູດການສຶກສາແນໃສ່ເຮັດໃຫ້ຜູ້ຮຽນມຄວາມຮູ້,ຄວາມ ສາມາດພື້ນຖານກ່ຽວກັບກິລາ-ກາຍຍະກໍາໂດຍຜ່ານບົດຮຽນ,ການ ເຄື່ອນໄຫວດັ່ງກ່າວເພື່ອເປັນການສົ່ງເສີມຄວາມເບີກບານມ່ວນຊື່ນ,ສຸຂະ ພາບ,ພະລະນາໄມ,ລະບຽບວິໄນ,ຜູ້ທີ່ມີພອນສະຫວັນດ້ານກິລາ-ກາຍຍະ ກໍາທັງເປັນການປະກອບສ່ວນປະຕິບັດການສຶກສາຮອບດ້ານ.

....ມາດຕາ 22 ຄວາມຮັບຜິດຊອບຂອງລັດຕໍ່ພະລະສຶກສາແລະກິລາ-ກາຍຍະກໍາໂຮງຮຽນ

ມາດຕາ 22 ຄວາມຮັບຜິດຊອບຂອງລັດຕໍ່ພະລະສຶກສາແລະກິລາ-ກາຍ ຍະກໍາໂຮງຮຽນ ລັດຖະບານມີນະໂຍບາຍລົງທຶນຕົ້ນຕໍເພື່ອຈັດສັນທີ່ດິນ,ສ້າງ ພື້ນຖານໂຄງລ່າງ,ສະໜອງວັດຖຸອຸປະກອນ,ພາຫະນະໃຫ້ແກ່ວຽກງານ ພະລະສຶກສາແລະກິລາ-ກາຍຍະກໍາໃນໂຮງຮຽນຂອງລັດ. ຄະນະກໍາມະການກິລາ-ກາຍຍະກໍາແຫ່ງຊາດມີໜ້າທີ່ສົມ ທົບກັບກະຊວງສຶກສາທິການສ້າງຫຼັກສູດພະລະສຶກສາແລະກິລາ-ກາຍຍະ ກໍາສໍາລັບໂຮງຮຽນຕ່າງໆລວມທັງການກໍ່ສ້າງ,ບໍາລຸງຄູອາຈານ,ການ ແນະນໍາການເຄື່ອນໄຫວກິລາ-ກາຍຍະກໍາ. ກະຊວງ,ອົງການ,ອົງການປົກຄອງທ້ອງຖິ່ນແລະພາກເອກະ ຊົນທີ່ມີໂຮງຮຽນ,ສູນ,ສະຖາບັນການສຶກສາຕ້ອງມີຄວາມຮັບຜິດຊອບໃນ ການຈັດຕັ້ສທີ່ດິນ,ກໍ່ສ້າງພື້ນຖານໂຄງລ່າງ,ສະໜອງວັດຖຸອຸປະກອນ,ສັບ ຊ້ອນຄູ-ອາຈານກິລາ-ກາຍຍະກໍາໃຫ້ແກ່ວຽກງານພະລະສຶກສາແລະກິ ລາ-ກາຍຍະກໍາໃນໂຮງຮຽນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ. ສໍາລັບນັກຮຽນ,ນັກສຶກສາທີ່ເປັນທັງນັກກິລາ-ກາຍຍະກໍາລະ ດັບທ້ອງຖິ່ນຫຼືລະດັບຊາດພາຍຫຼັງສໍາເລັດການຝຶກແອບ,ການສະແດງ, ການແຂ່ງຂັນແລ້ວລັດມີນະໂຍບາຍໃຫ້ນັກຮຽນ,ນັກສຶກສາດັ່ງກ່າວໄດ້ ສືບຕໍ່ຮໍ່າຮຽນ,ບໍາລຸງແລະສອບເສັງຕາມລະບຽບການ.

....ມາດຕາ 23 ຄວາມຮັບຜິດຊອບຂອງໂຮງຮຽນ

ມາດຕາ 23 ຄວາມຮັບຜິດຊອບຂອງໂຮງຮຽນ ໂຮງຮຽນ,ສູນແລະສະຖາບັນການສຶກສາລວມທັງພາກລັດ ແລະເອກະຊົນມີຄວາມຮັບຜິດຊອບຕົ້ນຕໍຕໍ່ພະລະສຶກສາແລະກິລາ-ກາຍ ຍະກໍາໃນໂຮງຮຽນດັ່ງນີ້: 1. ປະຕິບັດຕາມຫຼັກສູດ,ໂຄງການກ່ຽວກັບພະລະສຶກສາ ແລະກິລາ-ກາຍຍະກໍາ; 2. ຄຸ້ມຄອງ,ນໍາໃຊ້ພື້ນຖານວັດຖຸອຸປະກອນພະລະສຶກສາ ແລະກິລາ-ກາຍຍະກໍາໃຫ້ມີປະສິດທິຜົນ; 3. ຈັດຕັ້ງໃຫ້ນັກຮຽນ,ນັກສຶກສາໄດ້ເຂົ້າຮ່ວມການເຄື່ອນ ໄຫວກິລາ-ກາຍຍະກໍາໃນໂຮງຮຽນແລະສັງຄົມຢ່າງເປັນປົກກະຕິ; 4. ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ສອນແລະຜູ້ຮຽນໃນ ເວລາເຄື່ອນໄຫວພະລະສຶກສາແລະກິລາ-ກາຍຍະກໍາ; 5. ສົ່ງເສີມນັກຮຽນ,ນັກສຶກສາຜູ້ທີ່ມີພອນສະຫວັນທາງດ້ານ ກິລາ-ກາຍຍະກໍາເພື່ອໃຫ້ໄດ້ເຂົ້າຮ່ວມໃນຂະບວນການກິລາ-ກາຍຍະກໍາ ທັງຮັບປະກັນການສຶກສາຮໍ່າຮຽນຂອງນັກຮຽນ,ນັກສຶກສານັ້ນ.

....ມາດຕາ 24 ສິດແລະໜ້າທີ່ຂອງຄູ-ອາຈານ

ມາດຕາ 24 ສິດແລະໜ້າທີ່ຂອງຄູ-ອາຈານ ຄູ-ອາຈານມີສິດແລະໜ້າທີ່ຕົ້ນຕໍຕໍ່ພະລະສຶກສາແລະກິລາ- ກາຍຍະກໍາໃນໂຮງຮຽນດັ່ງນີ້: 1. ປະຕິບັດການສິດສອນວິຊາພະລະສຶກສາແລະກິລາ-ກາຍ ຍະກໍາໃຫ້ຖືກຕ້ອງຕາມຫຼັກສູດ; 2. ຈັດຕັ້ງການເຄື່ອນໄຫວກິລາ-ກາຍຍະກໍາໃນໂຮງຮຽນ ຢ່າງເປັນປົກກະຕິ; 3. ສົ່ງເສີມ,ບໍາລຸງນັກຮຽນ,ນັກສຶກສາເປັນຕົ້ນຜູ້ທີ່ມີພອນ ສະຫວັນດ້ານກິລາ-ກາຍຍະກໍາໃຫ້ສາມາດເຄື່ອນໄຫວເລີ່ມມາແຕ່ເຍົາ ໄວ; 4. ຮັບປະກັນຄວາມປອດໄພໃຫ້ແກ່ນັກຮຽນ,ນັກສຶກສາໃນ ການເຄື່ອນໄຫວພະລະສຶກສາແລະກິລາ-ກາຍຍະກໍາ; 5. ໄດ້ຮັບນະໂຍບາຍຕ່າງໆຕາມລະບຽບການທີ່ໄດ້ກໍານົດ ໄວ້.

....ມາດຕາ 25 ສິດແລະໜ້າທີ່ຂອງນັກຮຽນ,ນັກສຶກສາ

ມາດຕາ 25 ສິດແລະໜ້າທີ່ຂອງນັກຮຽນ,ນັກສຶກສາ ນັກຮຽນ,ນັກສຶກສາມີສິດແລະໜ້າທີ່ຕົ້ນຕໍຕໍ່ພະລະສຶກສາແລະ ກິລາ-ກາຍຍະກໍາໃນໂຮງຮຽນດັ່ງນີ້: 1. ຕັ້ງໜ້າຮໍ່າຮຽນວິຊາພະລະສຶກສາແລະກິລາ-ກາຍຍະກໍາ ຢ່າງເປັນປົກກະຕິແລະເຂັ້ມງວດ; 2. ເຂົ້າຮ່ວມການເຄື່ອນໄຫວກິດຈະກໍາພະລະສຶກສາແລະກິ ລາ-ກາຍຍະກໍາຕາມພອນສະຫວັນຂອງຕົນ; 3. ເຂົ້າຮ່ວມການຝຶກແອບ,ການສະແດງ,ການແຂ່ງຂັນ ແລະສາມາດຖືກຄັດເລືອກເປັນນັກກິລາ-ກາຍຍະກໍາລະດັບສູງ; 4. ນໍາໃຊ້,ປົກປັກຮັກສາພື້ນຖານໂຄງລ່າງ,ວັດຖຸອຸປະກອນ, ພາຫະນະຂອງວຽກງານພະລະສຶກສາແລະກິລາ-ກາຍຍະກໍາໃນໂຮງ ຮຽນໃຫ້ມີປະສິດທິຜົນ.

....ມາດຕາ 26 ກິລາ-ກາຍຍະກໍາໃນກໍາລັງປະກອບອາວຸດ

ມາດຕາ 26 ກິລາ-ກາຍຍະກໍາໃນກໍາລັງປະກອບອາວຸດ ກິລາ-ກາຍຍະກໍາໃນກໍາລັງປະກອບອາວຸດແມ່ນການຝຶກ ແອບ,ການສະແດງ,ການແຂ່ງຂັນກິລາ-ກາຍຍະກໍາທົ່ວໄປແລະກິລາ- ກາຍຍະກໍາຂອງກໍາລັງປະກອບອາວຸດເພື່ອສົ່ງເສີມສຸຂະພາບ,ພະລະນາ ໄມ,ຄວາມເບີກບານມ່ວນຊື່ນ,ມີລະບຽບວິໄນ,ຄວາມສາມັກຄີພາຍໃນ, ປະກອບສ່ວນເຮັດໃຫ້ກໍາລັງປະກອບອາວຸດມີສິນລະປະຍຸດ,ຄວາມເຂັ້ມ ແຂງ,ມີແບບແຜນແລະທັນສະໄໝ.

....ມາດຕາ 27 ຄວາມຮັບຜິດຊອບຂອງລັດຕໍ່ກິລາ-ກາຍຍະກໍາໃນກໍາລັງປະກອບອາວຸດ

ມາດຕາ 27 ຄວາມຮັບຜິດຊອບຂອງລັດຕໍ່ກິລາ-ກາຍຍະກໍາໃນກໍາລັງ ປະກອບອາວຸດ ລັດມີຄວາມຮັບຜິດຊອບຕົ້ນຕໍຕໍ່ກິລາ-ກາຍຍະກໍາໃນກໍາລັງ ປະກອບອາວຸດດັ່ງນີ້: 1. ຈັດສັນທີ່ດິນ,ສ້າງພື້ນຖານວັດຖຸ,ສະໜອງພາຫະນະ,ອຸ ປະກອນ,ງົບປະມານ,ສ້າງນັກກິລາ,ຄູຝຶກທັງຢູ່ພາຍໃນແລະຕ່າງປະ ເທດໃຫ້ແກ່ກໍາລັງປະກອບອາວຸດ; 2. ປະກາດໃຊ້ມາດຕະຖານກ່ຽວກັບການຝຶກແອບ,ການ ສ້າງ,ການບໍາລຸງຄູຝຶກ,ນັກກິລາແລະກໍານົດນະໂຍບາຍ,ລາງວັນສໍາລັບ ນັກກິລາ-ກາຍຍະກໍາໃນກໍາລັງປະກອບອາວຸດ.


....ມາດຕາ 28 ຄວາມຮັບຜິດຊອບຂອງກໍາລັງປະກອບອາວຸດ

ມາດຕາ 28 ຄວາມຮັບຜິດຊອບຂອງກໍາລັງປະກອບອາວຸດ ກໍາລັງປະກອບອາວຸດມີຄວາມຮັບຜິດຊອບຕົ້ນຕໍຕໍ່ກິລາ-ກາຍ ຍະກໍາດັ່ງນີ້: 1. ຈັດຕັ້ງແຜນການຝຶກແອບກິລາ-ກາຍຍະກໍາໃຫ້ແກ່ພະນັກ ງານ,ນັກຮົມຂອງຕົນຢ່າງຄົບຖ້ວນ,ເປັນປົກກະຕິແລະທົ່ວເຖິງ; 2. ສ້າງທຸກເງື່ອນໄຂໃຫ້ແກ່ພະນັກງານ,ນັກຮົບໄດ້ມີໂອກາດ ເຂົ້າຮ່ວມຂະບວນການກິລາ-ກາຍຍະກໍາໃນກົມກອງຂອງຕົນແລະໃນສັງ ຄົມ; 3. ນໍາໃຊ້,ປົກປັກຮັກສາພື້ນຖານວັດຖຸ,ພາຫະນະແລະອຸປະ ກອນກິລາ-ກາຍຍະກໍາໃຫ້ມີປະສິດທິຜົນ.

....ມາດຕາ 29 ສິດແລະໜ້າທີ່ຂອງພະນັກງານ,ນັກຮົບ

ມາດຕາ 29 ສິດແລະໜ້າທີ່ຂອງພະນັກງານ,ນັກຮົບ ພະນັກງານ,ນັກຮົບມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ເອົາໃຈໃສ່ຝຶກແອບກິລາ-ກາຍຍະກໍາຕາມແຜນການ ຂອງກົມກອງຕົນຢ່າງເປັນປົກກະຕິ; 2. ເຂົ້າຮ່ວມການເຄື່ອນໄຫວກິລາ-ກາຍຍະກໍາໃນກົມກອງ ຂອງຕົນແລະໃນສັງຄົມ; 3. ສາມາດໄດ້ຮັບການຄັດເລືອກເຂົ້າເປັນນັກກິລາ-ກາຍຍະ ກໍາລະດັບສູງ; 4. ໄດ້ຮັບນະໂຍບາຍຕ່າງໆຕາມລະບຽບການທີ່ໄດ້ກໍານົດ ໄວ້.

....ມາດຕາ 30 ກິລາ-ກາຍຍະກໍາສໍາລັບພະນັກງານ,ຜູ້ອາຍຸສູງແລະແມ່ຍິງ

ມາດຕາ 30 ກິລາ-ກາຍຍະກໍາສໍາລັບພະນັກງານ,ຜູ້ອາຍຸສູງແລະແມ່ ຍິງ ກິລາ-ກາຍຍະກໍາສໍາລັບພະນັກງານ,ຜູ້ອາຍຸສູງ,ແມ່ຍິງແມ່ນ ການຝຶກແອບ,ການອອກກໍາລັງກາຍ,ການສະແດງ,ການແຂ່ງຂັນເພື່ອສົ່ງ ເສີມສຸຂະພາບ,ພະລະນາໄມທາງດ້ານຮ່າງກາຍ,ຈິດໃຈເພື່ອເຮັດຫຼ້ອນໜ້າ ທີ່ຂອງຕົນແລະສືບຕໍ່ປະກອບສ່ວນໃຫ້ແກ່ສັງຄົມ. ລັດແລະສັງຄົມສ້າງເງື່ອນໄຂ,ສົ່ງເສີມໃຫ້ພະນັກງານ,ຜູ້ອາຍຸ ສູງ,ແມ່ຍິງໄດ້ເຄື່ອນໄຫວຝຶກແອບ,ຫຼິ້ນ,ສະແດງ,ແຂ່ງຂັນກິລາ-ກາຍຍະ ກໍາຢ່າງເປັນປົກກະຕິ. ອົງການຈັດຕັ້ງມະປາຊົນທຸກຂັ້ນຕ້ອງເອົາໃຈໃສ່ໂຄສະນາສຶກ ສາອົບຮົມໃຫ້ປະນັກງານ,ຜູ້ອາຍຸສູງ,ແມ່ຍິງມີຄວາມຕື່ນຕົວແລະຕັ້ງໜ້າ ເຂົ້າຮ່ວມການເຄື່ອນໄຫວກິລາ-ກາຍຍະກໍາໃຫ້ເປັນຂະບວນຟົດຟື້ນແລະສະ ໝໍ່າສະເໝີ. ....ມາດຕາ 31 ກິລາ-ກາຍຍະກໍາສໍາລັບຄົນພິການ

ມາດຕາ 31 ກິລາ-ກາຍຍະກໍາສໍາລັບຄົນພິການ ລັດມີນະໂຍບາຍສົ່ງເສີມໃຫ້ຄົນພິການໄດ້ເຂົ້າຮ່ວມການ ເຄື່ອນໄຫວກິລາ-ກາຍຍະກໍາເພື່ອສຸຂະພາບ,ພະລະນາໄມທາງດ້ານຮ່າງ ກາຍ,ສ້າງຄວາມເບີກບານມ່ວນຊື່ນ,ຄວາມເຂັ້ມແຂງທາງດ້ານຈິດໃຈ ເຊື່ອມຕົວເຂົ້າສັງຄົມໄດ້ເປັນຢ່າງດີ,ພ້ອມກັນນັ້ນລັດມີນະໂຍບາຍສົ່ງເສີມ ໃຫ້ບຸກຄົນ,ການຈັດຕັ້ງສັງຄົມໃຫ້ການອຸປະຖໍາກິລາ-ກາຍຍະກໍາສໍາລັບຄົນ ພິການ. ລັດແລະສັງຄົມປະຕິບັດລະບອບອຸດໜູນຕໍ່ນັກກິລາ-ກາຍຍະກໍາ ຄົນພິການໃນການຝຶກແອບແລະການເຂົ້າຮ່ວມແຂ່ງຂັນຊິງລາງວັນລະດັບ ຕ່າງໆເປັນຕົ້ນລະດັບຊາດແລະສາກົນ. ອົງການຄຸ້ມຄອງກິລາ-ກາຍຍະກໍາທຸກຂັ້ນຕ້ອງປະສານສົມທົບ ກັບອົງການຈັດຕັ້ງສັງຄົມສ້າງເງື່ອນໄຂໃຫ້ຄົນພິການເຂົ້າຮ່ວມຂະບວນ ການກິລາ-ກາຍຍະກໍາພ້ອມກັນນັ້ນກໍ່ຕ້ອງຄົ້ນຄວ້າອອກແບບກິດຈະກໍາ,ຫຼັກ ສູດ,ຕໍາລາກິລາ-ກາຍຍະກໍາໃຫ້ສອດຄ່ອງກັບຄົນພິການແຕ່ລະປະເພດ.

....ມາດຕາ 32 ກິລາ-ກາຍຍະກໍາສໍາລັບຜູ້ອອກແຮງງານ

ມາດຕາ 32 ກິລາ-ກາຍຍະກໍາສໍາລັບຜູ້ອອກແຮງງານ ການຈັດຕັ້ງແລະບຸກຄົນທັງພາກລັດ,ເອກະຊົນທີ່ນໍາໃຊ້ແຮງ ງານຕ້ອງຈັດຕັ້ງໃຫ້ຜູ້ອອກແຮງງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໄດ້ເຄື່ອນໄຫວກິລາ-ກາຍຍະກໍາເພື່ອສຸຂະພາບໃຫ້ສາມາດປະຕິບັດໜ້າທີ່ ຂອງຕົນຢ່າງເປັນປົກກະຕິ. ຄະນະກໍາມະການກິລາ-ກາຍຍະກໍາແຫ່ງຊາດຕ້ອງສົມທົບ ກັບກະຊວງສາທາລະນະສຸກ,ກະຊວງແຮງງານແລະສະຫວັດດິການ-ສັງ ຄົມແລະພາກສ່ວນອື່ນທີ່ກ່ຽວຂ້ອງສ້າງປຶ້ມຄູ່ມືຫັດກາຍຍະບໍລິຫານ,ອອກ ແບບກິດຈະກໍາກິລາ-ກາຍຍະກໍາເພື່ອສຸຂະພາບແລະນໍາໄປເຜີຍແຜ່ຈັດ ຕັ້ງປະຕິບັດຢ່າງກວ້າງຂວາງ. ຜູ້ອອກແຮງງານກໍ່ຕ້ອງມີຄວາມຮັບຜິດຊອບແລະຕື່ນຕົວ ເຄື່ອນໄຫວກິລາ-ກກາຍຍະກໍາຢ່າງເປັນປົກກະຕິຕາມເງື່ອນໄຂແລະ ຄວາມສາມາດຂອງຕົນ. ....ມາດຕາ 33 ກິລາ-ກາຍຍະກໍາພື້ນເມືອງ

ມາດຕາ 33 ກິລາ-ກາຍຍະກໍາພື້ນເມືອງ ກິລາ-ກາຍຍະກໍາພື້ນເມືອງແມ່ນກິດຈະກໍາທີ່ມີຮູບແບບການ ຫຼິ້ນ,ການສະແດງ,ການແຂ່ງຂັນດັ້ງເດີມຂອງປະຊາຊົນບັນດາເຜົ່າໃນ ວັນບຸນ,ງານປະເພນີຕ່າງໆເພື່ອເສີມສ້າງສຸຂະພາບທາງດ້ານຮ່າງກາຍ ແລະຈິດໃຈເຊັ່ນ:ກິລາໝາກຂ່າງ,ຍິງໜ້າ,ເຮືອຊ່ວງ,ແຂ່ງກອງຄູ່,ກອງ ຫາງ,ມວຍລາຍລາວ,ຕີຄີ,ໂຍນໝາຍຄອນ. ລັດມີນະໂຍບາຍເພື່ອອະນຸລັກແລະສົ່ງເສີມກິລາ-ກາຍຍະກໍາ ພື້ນເມືອງຂອງປະຊາຊົນບັນດາເຜົ່າໃຫ້ມີການພັດທະນາ,ຍືນຍົງແລະຖືກ ຕ້ອງຕາມລະບຽບກົດໝາຍ. ອົງການຄຸ້ມຄອງກິລາ-ກາຍຍະກໍາແຕ່ລະຂັ້ນແລະສັງຄົມມີ ຄວາມຮັບຜິດຊອບໃນການຈັດຕັ້ງ,ເຄື່ອນໄຫວກິລາ-ກາຍຍະກໍາພື້ນເມືອງ ຂອງປະຊາຊົນບັນດາເຜົ່າຢ່າງເປັນປົກກະຕິ.

....ມາດຕາ 34 ກິລາ-ກາຍຍະກໍາເພື່ອການບັນເທີງ

ມາດຕາ 34 ກິລາ-ກາຍຍະກໍາເພື່ອການບັນເທີງ ກິລາ-ກາຍຍະກໍາເພື່ອການບັນເທີງແມ່ນກິດຈະກໍາຊຶ່ງຜູ້ຫຼິ້ນ ນໍາມາສະແດງເພື່ອການບັນເທີງ,ຄວາມມ່ວນຊື່ນ,ເອກອ້າງຄວາມສາ ມາດໃນງານຕ່າງໆເຊັ່ນ:ກາຍຍະສິນ,ເຕັ້ນແອໂຣບິກ. ລັດສ້າງເງື່ອນໄຂໃຫ້ແກ່ການພັດທະນາກິລາ-ກາຍຍະກໍາ ເພື່ອການບັນເທີງແນ່ໃສ່ສົ່ງເສີມຜູ້ທີ່ມີພອນສະຫວັນ,ຄວາມສາມາດພິ ເສດແລະຕອບສະໜອງຄວາມຕ້ອງການຂອງສັງຄົມ. ອົງການຄຸ້ມຄອງກິລາ-ກາຍຍະກໍາແຕ່ລະຂັ້ນຮັບຜິດຊອບ ໃນການຈັດຕັ້ງ,ເຄື່ອນໄຫວກິລາ-ກາຍຍະກໍາເພື່ອການບັນເທີງໃຫ້ຖືກ ຕ້ອງຕາມລະບຽບກົດໝາຍ.

....ມາດຕາ 35 ການແຂ່ງຂັນກິລາ-ກາຍຍະກໍາມວນຊົນ

ມາດຕາ 35 ການແຂ່ງຂັນກິລາ-ກາຍຍະກໍາມວນຊົນ ການແຂ່ງຂັນກິລາ-ກາຍຍະກໍາມວນຊົນແມ່ນການແຂ່ງຂັນ ທົ່ວໄປກ່ຽວກັບປະເພດກິລາ-ກາຍຍະກໍາໃດໜຶ່ງໂດຍບໍ່ເຈາະຈົງເຖິງສະ ຖິຕິ,ມາດຕະຖານແຕ່ຕ້ອງດໍາເນີນໄປຕາມກົດລະບຽບແລະກະຕິກາການ ແຂ່ງຂັນປະເພດດັ່ງກ່າວແນໃສ່ສ້າງຄວາມເບີກບານມ່ວນຊື່ນ,ຄວາມສາ ມັກຄີ,ສຸຂະພາບ,ມິດຕະພາບ,ຄວາມເຂົ້າໃຈເຊິ່ງກັນແລະກັນທັງເປັນການ ປະກອບສ່ວນເຮັດໃຫ້ສັງຄົມມີຄວາມປອດໃສ,ຫ່າງໄກຈາກສິ່ງເສບຕິດ. ການຈັດການແຂ່ງຂັນກິລາ-ກາຍຍະກໍາມວນຊົນແມ່ນຄວາມ ຮັບຜິດຊອບຂອງບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງແລະມີການຄຸ້ມຄອງໃຫ້ ຖືກຕ້ອງຕາມລະບຽບກົດໝາຍ.

...ໝວດທີ 4 ກິລາ-ກາຍຍະກໍາລະດັບສູງ


....ມາດຕາ 36 ກິລາ-ກາຍຍະກໍາລະດັບສູງ

ມາດຕາ 36 ກິລາ-ກາຍຍະກໍາລະດັບສູງ ກິລາ-ກາຍຍະກໍາລະດັບສູງແມ່ນກິດຈະກໍາການແຂ່ງຂັນ ຫວັງຜົນທາງດ້ານມາດຕະຖານ,ເຕັກນິກ,ຍຸດທະວິທີ,ວິທະຍາສາດ,ສະຖິ ຕິ,ຄຸນນະພາບໃນລະດັບຊາດແລະສາກົນ.

....ມາດຕາ 37 ການຈັດການແຂ່ງຂັນ

ມາດຕາ 37 ການຈັດການແຂ່ງຂັນ ການຈັດການແຂ່ງຂັນກິລາ-ກາຍຍະກໍາລະດັບສູງແມ່ນການ ຈັດຕັ້ງແຂ່ງຂັນກິລາ-ກາຍຍະກໍາປະເພດໃດໜຶ່ງຫຼືຫຼາຍປະເພດໃນທົ່ວປະ ເທດລວມທັງງານມະຫະກໍາກິລາ-ກາຍຍະກໍາແຫ່ງຊາດ,ອານຸພາກພື້ນ, ພາກພື້ນແລະສາກົນ.

....ມາດຕາ 38 ການອະນຸຍາດຈັດການແຂ່ງຂັນກິລາ-ກາຍຍະກໍາລະດັບສູງ

ມາດຕາ 38 ການອະນຸຍາດຈັດການແຂ່ງຂັນກິລາ-ກາຍຍະກໍາລະດັບ ສູງ ການຈັດການແຂ່ງຂັນກິລາ-ກາຍຍະກໍາລະດັບສູງປະເພດໃດ ໜຶ່ງຫຼືຫຼາຍປະເພດໃນທົ່ວປະເທດແມ່ນປະທານຄະນະກໍາມະການກິລາ- ກາຍຍະກໍາແຫ່ງຊາດເປັນຜູ້ອະນຸຍາດຕາມການສະເໜີຂອງສະຫະພັນກິ ລາ-ກາຍຍະກໍາແຫ່ງຊາດທີ່ກ່ຽວຂ້ອງ. ການຈັດງານມະຫາກໍາກິລາແຫ່ງຊາດ,ອານຸພາກພື້ນ,ພາກ ພື້ນແລະສາກົນຢູ່ ສປປລາວ ແມ່ນນາຍົກລັດຖະມົນຕີເປັນຜູ້ອະນຸຍາດ ຕາມການສະເໜີຂອງປະທານຄະນະກໍາມະການກິລາ-ກາຍຍະກໍາແຫ່ງ ຊາດ.

....ມາດຕາ 39 ຄະນະກິລາ-ກາຍຍະກໍາທີມຊາດ

ມາດຕາ 39 ຄະນະກິລາ-ກາຍຍະກໍາທີມຊາດ ຄະນະກິລາ-ກາຍຍະກໍາທີມຊາດປະເພດໃດໜຶ່ງຫຼືຫຼາຍປະ ເພດແມ່ນຄະນະທີ່ຖືກແຕ່ງຕັ້ງໂດຍຄະນະກໍາມະການກິລາ-ກາຍຍະກໍາ ແຫ່ງຊາດຕາມການສະເໜີຂອງສະຫະພັນກິລາທີ່ກ່ຽວຂ້ອງເພື່ອໄປເຄື່ອນ ໄຫວຢູ່ພາຍໃນແລະຕ່າງປະເທດຊຶ່ງປະກອບດ້ວຍນັກກິລາ-ກາຍຍະກໍາ, ຄະນະນໍາ,ຄູຝຶກ,ກໍາມະການຕັດສິນ,ຜູ້ບໍລິຫານການກິລາ,ແພດກິລາ,ນັກ ຈິດຕະສາດ,ນັກວິທະຍາສາດການກິລາແລະຜູ້ຊ່ຽວຊານ.

....ມາດຕາ 40 ມາດຕະຖານຂອງນັກກິລາ-ກາຍຍະກໍາທີມຊາດ

ມາດຕາ 40 ມາດຕະຖານຂອງນັກກິລາ-ກາຍຍະກໍາທີມຊາດ ນັກກິລາ-ກາຍຍະກໍາທີມຊາດມີມາດຕະຖານຕົ້ນຕໍດັ່ງນີ້: 1. ເປັນຄົນທີ່ຖືກສັນຊາດລາວຫຼືສັນຊາດອື່ນທີ່ລັດຖະບານ ຕົກລົງ; 2. ມີຈິດໃຈຮັກຊາດ,ມີຄຸນສົມບັດ,ຈັນຍາບັນ,ມີນໍາໃຈນັກກິ ລາ,ຄວາມເສຍສະລະ,ຄວາມມຸ່ງຫວັງພັດທະນາຕົວເອງ,ມີລະບຽບວິໄນ, ມີລະບຽບວິໄນ,ສະຕິຕໍ່ການຈັດຕັ້ງແລະລະບຽບກົດໝາຍ; 3. ມີພອນສະຫວັນດ້ານກິລາ-ກາຍຍະກໍາ; 4. ມີສຸຂະພາບແຂງແຮງ,ມີຮູບຮ່າງເໝາະສົມກັບກິລາປະ ເພດທີ່ຕົນຫຼິ້ນ. ນັກກິລາ-ກາຍຍະກໍາທີມຊາດທີ່ຖືກຄັດເລືອກຕາມມາດຕະ ຖານດັ່ງກ່າວແລ້ວຕ້ອງໄດ້ຂຶ້ນທະບຽນຕາມຫຼັກວິຊາການ.

....ມາດຕາ 41 ການຮັບຮອງຜົນງານແລະສະຖິຕິການແຂ່ງຂັນ

ມາດຕາ 41 ການຮັບຮອງຜົນງານແລະສະຖິຕິການແຂ່ງຂັນ ຄະນະສະຫະພັນກິລາ-ກາຍຍະກໍາແຫ່ງຊາດຂອງກິລາ-ກາຍ ຍະກໍາປະເພດຕ່າງໆເປັນຜູ້ຮັບຮອງຜົນງານ,ຈັດລະດັບ,ສະຖິຕິການແຂ່ງ ຂັນຂອງນັກກິລາ-ກາຍຍະກໍາທັງຢູ່ພາຍໃນແລະຕ່າງປະເທດ.

....ມາດຕາ 42 ການກໍານົດລາງວັນ

ມາດຕາ 42 ການກໍານົດລາງວັນ ການກໍານົດລາງວັນ,ບໍາເນັດສໍາລັບຜູ້ເຂົ້າຮ່ວມການແຂ່ງຂັນ ກິລາ-ກາຍຍະກໍາລະດັບສູງແມ່ນຄະນະກໍາມະການຈັດການແຂ່ງຂັນເປັນ ຜູ້ກໍານົດແຕ່ລະຄັ້ງ.

..ພາກທີ 3 ການພັດທະນາກິລາ-ກາຍຍະກໍາ


...ໝວດທີ 1 ການພັດທະນາບຸກຄະລາກອນ


....ມາດຕາ 43 ການພັດທະນານັກກິລາ-ກາຍຍະກໍາ

ມາດຕາ 43 ການພັດທະນານັກກິລາ-ກາຍຍະກໍາ ການພັດທະນານັກກິລາ-ກາຍຍະກໍາແມ່ນການເລືອກເຟັ້ນ, ເຕົ້າໂຮມ,ບໍາລຸງ,ສ້າງ,ຝຶກແອບ,ທົດສອບນັກກິລາໃນລະດັບລຸ້ນອາຍຸ ຕ່າງໆເຮັດໃຫ້ມີຄວາມຊໍານິຊໍານານ,ສຸຂະພາບແຂງແຮງ,ມີນໍ້າໃຈຮັກ ຊາດ,ອົດທົນ,ດຸໝັ່ນ,ມີພິກໄຫວເພື່ອເຂົ້າຮ່ວມການຫຼິ້ນ,ການສະແດງ, ການແຂ່ງຂັນໃຫ້ມີປະສິດທະຜົນສູງລວມທັງກິລາ-ກາຍຍະກໍາມວນຊົນ ທົ່ວໄປ.

....ມາດຕາ 44 ການພັດທະນານັກກິລາ-ກາຍຍະກໍາພອນສະຫວັນ

ມາດຕາ 44 ການພັດທະນານັກກິລາ-ກາຍຍະກໍາພອນສະຫວັນ ການພັດທະນານັກກິລາ-ກາຍຍະກໍາພອນສະຫວັນແມ່ນການ ເລືອກເຟັ້ນຜູ້ທີ່ມີພອນສະຫວັນແຕ່ເຍົາໄວໃນກິລາ-ກາຍຍະກໍາປະເພດໃດ ໜຶ່ງມາເຕົ້ມໂຮມ,ບໍາລຸງ,ສ້າງ,ຝຶກແອບໃຫ້ເປັນລະບົບຕໍ່ເນື່ອງເຮັດໃຫ້ມີ ຄວາມຊໍານິຊໍານານຂຶ້ນເລື້ອຍໆເພື່ອຮັບໃຊ້ການແຂ່ງຂັນລະດັບສູງໃນອະ ນາຄົດ. ລັດແລະສັງຄົມເອົາໃຈໃສ່ເປັນພິເສດຕໍ່ການພັດທະນານັກກິ ລາ-ກາຍຍະກໍາພອນສະຫວັນດ້ວຍການສ້າງໂຮງຮຽນພອນສະຫວັນກິລາ -ກາຍຍະກໍາຢູ່ສູນກາງແລະທ້ອງຖິ່ນລວມທັງການປະຕິບັດນະໂຍບາຍ ຢ່າງເໝາະສົມ.

....ມາດຕາ 45 ການພັດທະນາບຸກຄະລາກອນກິລາ-ກາຍຍະກໍາອື່ນ

ມາດຕາ 45 ການພັດທະນາບຸກຄະລາກອນກິລາ-ກາຍຍະກໍາອື່ນ ການພັດທະນາບຸກຄະລາກອນກິລາ-ກາຍຍະກໍາອື່ນແມ່ນ ການຝຶກອົບຮົມ,ບໍາລຸງ,ຍົກລະດັບຄວາມຮູ້ທາງດ້ານທິດສະດີແລະພາກ ປະຕິບັດຕົວຈິງກ່ຽວກັບວິຊາການທີ່ກ່ຽວຂ້ອງໃຫ້ແກ່ຄູຝຶກ,ກໍາມະການ ຕັດສິນ,ຜູ້ບໍລິຫານການກິລາ,ແພດກິລາ,ນັກຈະຕະສາດ,ນັກວິທະຍາສາດ ແລະຜູ້ຊ່ຽວຊານກິລາ-ກາຍຍະກໍາເພື່ອຮັບໃຊ້ວຽກງານກິລາ-ກາຍຍະ ກໍາໃຫ້ມີປະສິດທະພາບສູງ. ລັດແລະສັງຄົມເອົາໃຈໃສ່ພັດທະນາບຸກຄະລາກອນກິລາ- ກາຍຍະກໍາອື່ນດ້ວຍການລົງທຶນສ້າງໂຮງຮຽນ,ສູນ,ສະຖາບັນ,ສະໜອງ ງົບປະມານ,ພາຫະນະ,ວັດຖະອຸປະກອນ,ຄູ,ອາຈານ,ຜູ້ຊ່ຽວຊານທັງພາຍ ໃນແລະຕ່າງປະເທດໃຫ້ແກ່ການພັດທະນາບຸກຄະລາກອນດັ່ງກ່າວແນໃສ່ ເຮັດໃຫ້ກິລາ-ກາຍຍະກໍາມີການຂະຫຍາຍຕົວຂຶ້ນເລື້ອຍໆ.

...ໝວດທີ 2 ການພັດທະນາວິຊາການແລະວິທະຍາສາດກິລາ-ກາຍຍະກໍາ


....ມາດຕາ 46 ວິຊາການແລະວິທະຍາສາດ

ມາດຕາ 46 ວິຊາການແລະວິທະຍາສາດ ວິຊາການແລະວິທະຍາສາດກິລາ-ກາຍຍະກໍາແມ່ນທິດສະ ດີແລະພຶດຕິກໍາກ່ຽວກັບເຕັກນິກ,ຍຸດທະວິທີທີ່ສົມບູນຊຶ່ງໄດ້ຄົ້ນຄວ້າ,ວິໄຈ, ທົດລອງແລະຖືກນໍາໃຊ້ເຂົ້າໃນການສິດສອນ,ອົບຮົມ,ຝຶກແອບ,ທົດສອບ, ສະແດງແລະແຂ່ງຂັນໃຫ້ມີປະສິດທິຜົນ.

....ມາດຕາ 47 ການພັດທະນາວິຊາການແລະວິທະຍາສາດ

ມາດຕາ 47 ການພັດທະນາວິຊາການແລະວິທະຍາສາດ ການພັດທະນາວິຊາການແລະວິທະຍາສາດກິລາ-ກາຍຍະ ກໍາແມ່ນການຄົ້ນຄວ້າ,ຊອກຮູ້,ວິໄຈ,ສະຫຼຸບເປັນທິດສະດີ,ບົດຮຽນໃໝ່ທີ່ ທັນສະໄໝຂຶ້ນຢູ່ເລື້ອຍໆແລະນໍາເອົາໄປປະຕິບັດຢູ່ໃນພຶດຕິກໍາຕົວຈິງໃນ ການຝຶກແອບ,ທົດສອບ,ສະແດງແລະແຂ່ງຂັນ. ການພັດທະນາວິຊາການແລະວິທະຍາສາດກິລາ-ກາຍຍະ ກໍາແມ່ນຄວາມຮັບຜິດຊອບຂອງລັດ,ສັງຄົມ,ບຸກຄົນທັງພາຍໃນແລະຕ່າງ ປະເທດດ້ວຍການລົງທຶນເຂົ້າໃສ່ການຄົ້ນຄວ້າ,ວິໄຈ,ກໍ່ສ້າງພື້ນຖານວັດ ຖຸ,ສະໜອງພາຫະນະ,ອຸປະກອນ,ງົບປະມານ,ບຸກຄະລາກອນໃຫ້ແກ່ວຽກ ງານດັ່ງກ່າວເປັນຕົ້ນການສ້າງໂຮງຮຽນ,ສູນ,ສະຖາບັນການສຶກສາ,ສະ ຖາບັນວິທະຍາສາດການກິລາ.

...ໝວດທີ 3 ການພັດທະນາພື້ນຖານໂຄງລ່າງ,ພາຫະນະແລະອຸປະກອນກິລາ-ກາຍຍະກໍາ


....ມາດຕາ 48 ພື້ນຖານໂຄງລ່າງກິລາ-ກາຍຍະກໍາ

ມາດຕາ 48 ພື້ນຖານໂຄງລ່າງກິລາ-ກາຍຍະກໍາ ພື້ນຖານໂຄງລ່າງກິລາ-ກາຍຍະກໍາແມ່ນສະຖານທີ່ຮໍ່າຮຽນ, ຝຶກແອບ,ສະແດງ,ແຂ່ງຂັນຊຶ່ງມີດັ່ງນີ້: 1. ໂຮງຮຽນ,ສູນແລະສະຖາບັນກິລາ-ກາຍຍະກໍາທັງພາກ ລັດແລະເອກະຊົນ; 2. ສະໂມສອນກິລາ-ກາຍຍະກໍາ; 3. ໂຮງຮຽນພອນສະຫວັນກິລາ-ກາຍຍະກໍາ; 4. ສະຖານທີ່ຝຶກແອບ,ສະແດງແລະແຂ່ງຂັນ; 5. ສະຖານທີ່ບໍລິການກິລາ-ກາຍຍະກໍາ.

....ມາດຕາ 49 ຄວາມຮັບຜິດຊອບໃນການພັດທະນາພື້ນຖານໂຄງລ່າງ,ພາຫະນະແລະອຸປະກອນ

ມາດຕາ 49 ຄວາມຮັບຜິດຊອບໃນການພັດທະນາພື້ນຖານໂຄງລ່າງ, ພາຫະນະແລະອຸປະກອນ ການຈັດຕັ້ງແລະບຸກຄົນທີ່ກ່ຽວຂ້ອງມີຄວາມຮັບຜິດຊອບຈັດ ສັນທີ່ດິນ,ສ້າງແລະປັບປຸງພື້ນຖານໂຄງລ່າງ,ປະກອບພາຫະນະ,ອຸປະ ກອນກິລາ-ກາຍຍະກໍາທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນໃຫ້ດີຂຶ້ນເລື້ອຍ ໆເປັນຕົ້ນຢູ່ໂຮງຮຽນ,ສະຖາບັນການສຶກສາ,ບ້ານ,ເມືອງ,ໂຮງງານ,ສໍາ ນັກງານ,ອົງການແລະອື່ນໆ.


....ມາດຕາ 50 ຄວາມຮັບຜິດຊອບຂອງລັດ

ມາດຕາ 50 ຄວາມຮັບຜິດຊອບຂອງລັດ ລັດຖະບານມີຄວາມຮັບຜິດຊອບຈັດສັນທີ່ດິນ,ສ້າງພື້ນຖານ ໂຄງລ່າງ,ປະກອບພາຫະນະ,ອຸປະກອນກິລາ-ກາຍຍະກໍາລະດັບຊາດ,ອາ ນຸພາກພື້ນ,ພາກພື້ນແລະສາກົນເພື່ອຮອງຮັບການຝຶກແອບ,ສະແດງ, ແຂ່ງຂັນແລະເປັນເຈົ້າພາບຈັດການແຂ່ງຂັນລະດັບຕ່າງໆ.

...ໝວດທີ 4 ການພັດທະນາການເຂົ້າຮ່ວມການແຂ່ງຂັນກິລາ-ກາຍຍະກໍາລະດັບຊາດ,ອານຸພາກພື້ນ,ພາກພື້ນແລະສາກົນ


....ມາດຕາ 51 ການພັດທະນາການເຂົ້າຮ່ວມການແຂ່ງຂັນ

ມາດຕາ 51 ການພັດທະນາການເຂົ້າຮ່ວມການແຂ່ງຂັນ ການພັດທະນາການເຂົ້າຮ່ວມການແຂ່ງຂັນກິລາ-ກາຍຍະ ກໍາລະດັບຊາດ,ອານຸພາກພື້ນ,ພາກພື້ນແລະສາກົນປະກອບດ້ວຍຂັ້ນຕອນ ຕ່າງໆດັ່ງນີ້: 1. ການວາງແຜນ; 2. ການຄັດເລືອກແລະເຕົ້າໂຮມ; 3. ການບໍາລຸງ,ຝຶກແອບ; 4. ການທົດສອບ; 5. ການເຂົ້າຮ່ວມການແຂ່ງຂັນ; 6. ການສະຫຼຸບ,ຍ້ອງຍໍ,ໃຫ້ລາຍວັນ.

....ມາດຕາ 52 ການວາງແຜນ

ມາດຕາ 52 ການວາງແຜນ ເພື່ອເຮັດໃຫ້ການເຂົ້າຮ່ວມການແຂ່ງຂັນມີປະສິດທິຜົນຕ້ອງ ມີການກະກຽມຮ້ອບດ້ານໃນນັ້ນແມ່ນການວາງແລະປະຕິບັດແຜນການ ທີ່ສອດຄ່ອງກັບສະພາບການຕົວຈິງ,ໃນແຜນການຕ້ອງກໍານົດເຖິງການ ຄັດເລືອກ,ເຕົ້າໂຮມ,ບໍາລຸງ,ຝຶກແອບ,ທົດສອບນັກກິລາ-ກາຍຍະກໍາພ້ອມ ທັງການກະກຽມບຸກຄະລາກອນອື່ນ,ສະຖານທີ່,ອຸປະກອນແລະງົບປະມານ ຮັບໃຊ້.

....ມາດຕາ 53 ການຄັດເລືອກແລະເຕົ້າໂຮມນັກກິລາ-ກາຍຍະກໍາ

ມາດຕາ 53 ການຄັດເລືອກແລະເຕົ້າໂຮມນັກກິລາ-ກາຍຍະກໍາ ການຄັດເລືອກນັກກິລາ-ກາຍຍະກໍາຕ້ອງດໍາເນີນຢ່າງຖືກ ຕ້ອງຕາມຫຼັກການ,ມາດຕະຖານ,ວິທະຍາສາດ,ຄວາມສາມາດຕົວຈິງ, ຍຸຕິທໍາເພື່ອໃຫ້ໄດ້ນັກກິລາ-ກາຍຍະກໍາເປັນຕົ້ນຜູ້ທີ່ມີພອນສະຫວັນ,ຄວາມ ແຂງແຮງ,ຄວາມສາມາດ,ປະສົບການຢ່າງແທ້ຈິງແລະເຕົ້າໂຮມເຂົ້າ ສູນໃຫ້ທັນເວລາ.

....ມາດຕາ 54 ການບໍາລຸງ,ຝຶກແອບນັກກິລາ-ກາຍຍະກໍາ

ມາດຕາ 54 ການບໍາລຸງ,ຝຶກແອບນັກກິລາ-ກາຍຍະກໍາ ການບໍາລຸງ,ຝຶກແອບນັກກິລາ-ກາຍຍະກໍາໃຫ້ປະຕິບັດຕາມ ແຜນການລວມຂອງການເຂົ້າຮ່ວມການແຂ່ງຂັນແລະການຝຶກແອບຂອງ ຄູຝຶກໂດຍອີງໃສ່ຈຸດພິເສດຂອງຕົນເອງແລະຄູ່ແຂ່ງຂັນເພື່ອໃຫ້ສາມາດ ຍາດໄດ້ໄຊຊະນະ.

....ມາດຕາ 55 ການທົດສອບນັກກິລາ-ກາຍຍະກໍາ

ມາດຕາ 55 ການທົດສອບນັກກິລາ-ກາຍຍະກໍາ ຜ່ານການຝຶກແອບຢ່າງຕໍ່ເນື່ອງຕາມແຜນການທີ່ໄດ້ກໍານົດ ມາແລ້ວນັ້ນນັກກະລາ-ກາຍຍະກໍາຕ້ອງໄດ້ຜ່ານການທົດສອບດ້ວຍການ ກວດກາ,ແຂ່ງຂັນເພື່ອປະເມີນຜົນດ້ານຄວາມຮູ້,ຄວາມສາມາດຂອງນັກ ກິລາ-ກາຍະກໍາກ່ຽວກັບເຕັກນິກ,ຍຸດທະວິທີ,ພະລະກໍາລັງແນໃສ່ເສີມສ້າງ ແລະປັບປຸງຄຸນນະພາບຂອງນັກກິລາ-ກາຍຍະກໍາກ່ອນການເຂົ້າຮ່ວມ ການແຂ່ງຂັນຕົວຈິງ.

....ມາດຕາ 56 ການເຂົ້າຮ່ວມການແຂ່ງຂັນ

ມາດຕາ 56 ການເຂົ້າຮ່ວມການແຂ່ງຂັນ ນັກກິລາ-ກາຍຍະກໍາ,ຄູຝຶກ,ຜູ້ບໍລິການການກິລາຕ້ອງໄດ້ຍົກ ສູງຈິດໃຈຊາດ,ຄວາມຮັບຜິດຊອບ,ຄວາມເສຍສະລະ,ຄວາມກ້າຫານ, ຄວາມອົດທົນ,ຄວາມສາມັກຄີ,ຄວາມເປັນເອກະພາບໃນທີມງານ,ມີນໍ້າໃຈ ນັກກິລາ,ສຸມທຸກສະຕິປັນຍາແລະທຸ້ມເທທຸກກໍາລັງວັງຊາເຂົ້າໃນການແຂ່ງ ຂັນແນໃສ່ໃຫ້ສາມາດຍາດໄດ້ໄຊຊະນະແລະກຽດຊື່ສຽງ. ....ມາດຕາ 57 ການສະຫຼຸບ,ຍ້ອງຍໍ,ໃຫ້ລາງວັນນັກກິລາ-ກາຍຍະກໍາ

ມາດຕາ 57 ການສະຫຼຸບ,ຍ້ອງຍໍ,ໃຫ້ລາງວັນນັກກິລາ-ກາຍຍະກໍາ ຜ່ານການເຂົ້າຮ່ວມການແຂ່ງຂັນແຕ່ລະຄັ້ງຕ້ອງມີການສະ ຫຼຸບຕີລາຄາ,ຖອດຖອນບົດຮຽນ.ສໍາລັບຜູ້ໄດ້ຮັບໄຊຊະນະນອກຈາກລາງ ວັນທີ່ໄດ້ຮັບຈາກການແຂ່ງຂັນແລ້ວຍັງໄດ້ຄ່າບໍາເນັດ,ການຍ້ອງຍໍແລະ ນະໂຍບາຍອື່ນຈາກລັດແລະສັງຄົມຢ່າງເໝາະສົມ. ການປະຕິບັດນະໂຍບາຍລະອຽດຕໍ່ຜູ້ໄດ້ຮັບໄຊຊະນະນັ້ນໄດ້ ກໍານົດໄວ້ໃນລະບຽບການສະເພາະ.

...ໝວດທີ 5 ການພັດທະນາການຈັດການແຂ່ງຂັນກິລາ-ກາຍຍະກໍາລະດັບຊາດ,ອານຸພາກພື້ນ,ພາກພື້ນແລະສາກົນ


....ມາດຕາ 58 ການພັດທະນາການຈັດການແຂ່ງຂັນ

ມາດຕາ 58 ການພັດທະນາການຈັດການແຂ່ງຂັນ ການພັດທະນາການຈັດການແຂ່ງຂັນກິລາ-ກາຍຍະກໍາລະ ດັບຊາດ,ອານຸພາກພື້ນ,ພາກພື້ນແລະສາກົນຢູ່ສປປລາວປະກອບດ້ວຍ ວຽກງານຕົ້ນຕໍດັ່ງນີ້: 1. ແຕ່ງຕັ້ງຄະນະຮັບຜິດຊອບແລະກໍາມະການດ້ານຕ່າງໆ; 2. ສ້າງກົດລະບຽບ; 3. ກະກຽມສະຖານທີ່,ການຂົນສົ່ງ,ພິທີເປີດ-ປິດ; 4. ໂຄສະນາ,ປຸກລະດົມມວນຊົນເຂົ້າຮ່ວມ; 5. ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ.

....ມາດຕາ 59 ຄະນະຮັບຜິດຊອບຈັດການແຂ່ງຂັນ

ມາດຕາ 59 ຄະນະຮັບຜິດຊອບຈັດການແຂ່ງຂັນ ໃນການຈັດການແຂ່ງຂັນກິລາ-ກາຍຍະກໍາແຕ່ລະລະດັບ ຕ້ອງມີການແຕ່ງຕັ້ງຄະນະຮັບຜິດຊອບແລະກໍາມະການດ້ານຕ່າງໆຄື: ດານເຕັກນິກ,ສະຖານທີ່ແຂ່ງຂັນ,ການປ້ອງກັນຄວາມສະຫງົບ,ແພດ, ທີ່ພັກ-ອາຫານ,ການຂົນສົ່ງແລະອື່ນໆ. ຄະນະຮັບຜິດຊອບແລະກໍາມະການຈັດການແຂ່ງຂັນດ້ານ ຕ່າງໆຕ້ອງໄດ້ກໍານົດສິດ,ໜ້າທີ່,ຄວາມຮັບຜິດຊອບໃຫ້ລະອຽດ,ຄົບຖ້ວນ ແລະແບ່ງງານກັນຢ່າງຈະແຈ້ງ.

....ມາດຕາ 60 ກົດລະບຽບ

ມາດຕາ 60 ກົດລະບຽບ ໃນການຈັດການແຂ່ງຂັນກິລາ-ກາຍຍະກໍາແຕ່ລະລະດັບຄະ ນະຮັບຜິດຊອບແລະກໍາມະການດ້ານຕ່າງໆຕ້ອງວາງຂໍ້ກໍານົດ,ກົດລະ ບຽບ,ກິຕິກາການແຂ່ງຂັນໃຫ້ເໝາະສົມຕາມຄວາມເປັນຈິງຂອງການ ແຂ່ງຂັນດັ່ງກ່າວແລະສອດຄ່ອງກັບລະບຽບກົດໝາຍຂອງສປປລາວ,ກົດ ລະບຽບແລະກະຕິກາຂອງສາກົນ.

....ມາດຕາ 61 ສະຖານທີ່,ການຂົນສົ່ງແລະພິທີເປີດປິດ

ມາດຕາ 61 ສະຖານທີ່,ການຂົນສົ່ງແລະພິທີເປີດປິດ ເພື່ອກະກຽມໃຫ້ແກ່ການເປັນເຈົ້າພາບຈັດການແຂ່ງຂັນລະ ດັບຊາດ,ອານຸພາກພື້ນ,ພາກພື້ນແລະສາກົນຢູ່ສປປລາວຕ້ອງມີສະຖານ ທີ່ຝຶກແອບ,ສະແດງແລະແຂ່ງຂັນລວມທັງທີ່ພັກ-ອາຫານ,ພາຫະນະຂົນ ສົ່ງ,ອຸປະກອນກິລາ-ກາຍຍະກໍາທີ່ໄດ້ມາດຕະຖານຂອງປະເພດກິລາ- ກາຍຍະກໍາທີ່ທໍາການແຂ່ງຂັນນັ້ນ.ພ້ອມກັນນີ້ກໍ່ຕ້ອງກະກຽພິທີເປີດ-ປິດ ຢ່າງເໝາະສົມ. ....ມາດຕາ 62 ການໂຄສະນາ,ປຸກລະດົມມວນຊົນເຂົ້າຮ່ວມ

ມາດຕາ 62 ການໂຄສະນາ,ປຸກລະດົມມວນຊົນເຂົ້າຮ່ວມ ໃນການເປັນເຈົ້າພາບຈັດການແຂ່ງຂັນລະດັບຊາດ,ອານຸ ພາກພື້ນ,ພາກພື້ນແລະສາກົນຢູ່ສປປລາວ ພາກສ່ວນທີ່ກ່ຽວຂ້ອງຕ້າງໆ ເປັນຕົ້ນຄະນະຮັບຜິດຊອບຈັດການແຂ່ງຂັນຕ້ອງເອົາໃຈໃສ່ໂຄສະນາ,ປຸກ ລະດົມເພື່ອໃຫ້ມວນຊົນມີຄວາມຕື່ນຕົວເຂົ້າຮ່ວມແລະເປັນເຈົ້າພາບຮ່ວມ ກັນ.

....ມາດຕາ 63 ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ

ມາດຕາ 63 ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ ການຈັດການແຂ່ງຂັນແຕ່ລະຄັ້ງຕ້ອງຮັບປະກັນຄວາມສະ ຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ຄວາມປອດໄພກ່ອນການແຂ່ງຂັນ, ໄລຍະແຂ່ງຂັນແລະຫຼັງການແຂ່ງຂັນ.ເພື່ອຮັບປະກັນວຽກງານດັ່ງກ່າວ ນອກຈາກຄະນະຮັບຜິດຊອບດ້ານຄວາມສະຫງົບເປັນກໍາລັງຫຼັກແຫຼ່ງ ແລ້ວການຈັດຕັ້ງແລະບຸກຄົນອື່ນທີ່ກ່ຽວຂ້ອງຕ້ອງມີຄວາມຮັບຜິດຊອບ ເຂົ້າຮ່ວມໃນວຽກງານປ້ອງກັນຄວາມສະຫງົບອີກດ້ວຍ.

...ໝວດທີ 6 ທຸລະກິດກະລາ-ກາຍຍະກໍາ


....ມາດຕາ 64 ທຸລະກິດກິລາ-ກາຍຍະກໍາ

ມາດຕາ 64 ທຸລະກິດກິລາ-ກາຍຍະກໍາ ທຸລະກິດກິລາ-ກາຍຍະກໍາແມ່ນການລົງທຶນພັດທະນາກິລາ- ກາຍຍະກໍາເພື່ອເປັນການຫາລາຍໄດ້ແລະຜົນຕອບແທນທາງດ້ານເສດ ຖະກິດຊຶ່ງປະກອບດ້ວຍທຸລະກິດຕົ້ນຕໍດັ່ງນີ້: 1. ການເຄື່ອນໄຫວຈັດການແຂ່ງຂັນກິລາ-ກາຍຍະກໍາ; 2. ການຜະລິດແລະນໍາເຂົ້າພາຫະນະ,ວັດຖຸອຸປະກອນ, ການອອກແບບແລະການສ້າງພື້ນຖານໂຄງລ່າງກິລາ-ກາຍຍະກໍາ; 3. ການບໍລິການກ່ຽວກັບກິລາ-ກາຍຍະກໍາ.

....ມາດຕາ 65 ການສ້າງຕັ້ງແລະດໍາເນີນທຸລະກິດກິລາ-ກາຍຍະກໍາ

ມາດຕາ 65 ການສ້າງຕັ້ງແລະດໍາເນີນທຸລະກິດກິລາ-ກາຍຍະກໍາ ບຸກຄົນ,ການຈັດຕັ້ງພາຍໃນແລະຕ່າງປະເທດສາມາດສ້າງ ຕັ້ງວິສາຫະກິດຫຼືສະໂມສອນເພື່ອດໍາເນີນທຸລະກິດກິລາ-ກາຍຍະກໍາໄດ້. ການສ້າງຕັ້ງແລະດໍາເນີນທຸລະກິດດັ່ງກ່າວຕ້ອງໄດ້ຮັບອະນຸຍາດຈາກ ຂະແໜງການກິລາ-ກາຍຍະກໍາແລະພາກສ່ວນອື່ນທີ່ກ່ຽວຂ້ອງ. ເງື່ອນໄຂການສ້າງຕັ້ງແລະດໍາເນີນທຸລະກິດກະລາ-ກາຍຍະ ກໍາມີດັ່ງນີ້: 1. ມີສໍານັກງານຢູ່ສປປລາວ; 2. ມີພື້ນຖານໂຄງລ່າງ,ພາຫະນະ,ວັດຖຸອຸປະກອນຮັບໃຊ້ ການເຄື່ອນໄຫວ; 3. ມີບຸກຄະລາກອນທີ່ມີວິຊາສະເພາະ; 4. ມີແຫຼ່ງການເງິນເພື່ອສາມາດເຄື່ອນໄຫວ. ການຮ້ອງຂໍເພື່ອດໍາເນີນທຸລະກິດກິລາ-ກາຍຍະກໍາໃຫ້ປະຕິ ບັດຕາມກົດໝາຍວ່າດ້ວຍວິສາຫະກິດແລະກົດໝາຍອື່ນທີ່ກ່ຽວຂ້ອງຂອງ ສປປລາວ.

....ມາດຕາ 66 ສິດແລະໜ້າທີ່ຂອງວິສາຫະກິດກິລາ-ກາຍຍະກໍາ

ມາດຕາ 66 ສິດແລະໜ້າທີ່ຂອງວິສາຫະກິດກິລາ-ກາຍຍະກໍາ ວິສາຫະກິດກິລາ-ກາຍຍະກໍາມີສິດແລະໜ້າທີ່ດັ່ງນີ້: 1. ເຄື່ອນໄຫວທຸລະກິດຖືກຕ້ອງຕາມກົດໝາຍທີ່ກ່ຽວຂ້ອງ ຂອງສປປລາວ; 2. ໄດ້ຮັບການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາ ຕາມລະບຽບກົດໝາຍ; 3. ປະຕິບັດພັນທະເສຍພາສີ,ອາກອນ,ຄ່າທໍານຽມ,ການບໍ ລິການຕ່າງໆໃຫ້ລັດຕາມລະບຽບກົດໝາຍ; 4. ປົກປັກຮັກສາສິ່ງແວດລ້ອມ,ຮີດຄອງປະເພນີ,ວັດທະນະ ທໍາອັນດີງາມຂອງຊາດ,ຮັບປະກັນຄວາມປອດໄພແລະຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ.

...ໝວດທີ 7 ການໂຄສະນາກິລາ-ກາຍຍະກໍາ


....ມາດຕາ 67 ການໂຄສະນາກິລາ-ກາຍຍະກໍາ

ມາດຕາ 67 ການໂຄສະນາກິລາ-ກາຍຍະກໍາ ການໂຄສະນາກິລາ-ກາຍຍະກໍາແມ່ນການສຶກສາອົບຮົມ, ເຜີຍແຜ່,ແນະນໍາ,ການປະຊາສໍາພັນໃຫ້ສັງຄົມຮູ້ໄດ້ຄຸນປະໂຫຍດ,ຈຸດ ປະສົງ,ຂະບວນການ,ວິທີການເຄື່ອນໄຫວ,ເຕັກນິກຂອງກິລາ-ກາຍຍະ ກໍາແລະອື່ນໆແນໃສ່ສ້າງຄ່ານິຍົມ,ສ້າງສະຕິຊາດ,ລະບຽບວິໄນ,ຈັນຍາ ບັນແລະເຮັດໃຫ້ສັງຄົມໄດ້ເຂົ້າຮ່ວມການເຄື່ອນໄຫວນັບມື້ນັບກວ້າງ ຂວາງແລະມີການພັດທະນາກິລາ-ກາຍຍະກໍາໃຫ້ນັບມື້ນັບດີຂຶ້ນ.

....ມາດຕາ 68 ເນື້ອໃນໂຄສະນາ

ມາດຕາ 68 ເນື້ອໃນໂຄສະນາ ເນື້ອໃນໂຄສະນາປະກອບດ້ວຍ: 1. ການສະນອງຄວາມຮູ້ທົ່ວໄປກ່ຽວກັບກົດລະບຽບ,ກະຕິ ກາ,ຫຼັກການ,ການເຄື່ອນໄຫວ,ການຝຶກແອບ,ການສະແດງ,ການແຂ່ງ ຂັນກິລາ-ກາຍຍະກໍາ; 2. ການເຜີຍແຜ່ຄຸນປະໂຫຍດ,ເຕັກນິກ,ຍຸດທະວິທີ,ວິທະຍາ ສາດ,ຄູ່ມີການສິດສອນກ່ຽວກັບກິລາ-ກາຍຍະກໍາຕ່າງໆ. 3. ການປຸກລະດົມ,ຂົນຂວາຍໃຫ້ສັງຄົມເຂົ້າຮ່ວມການເຄື່ອນ ໄຫວຢ່າງກວ້າງຂວາງ,ພັດທະນາກິລາ-ກາຍຍະກໍາດ້ວຍການປະກອບ ແຫຼ່ງທຶນ,ສະໜອງພາຫະນະ,ວັດຖຸອຸປະກອນໃຫ້ແກ່ວຽກງານດັ່ງກ່າວ; 4. ການເຜີຍແຜ່ຜົນສໍາເລັດ,ຜົນງານ,ການເຂົ້າຮ່ວມການ ແຂ່ງຂັນຂອງນັກກິລາ-ກາຍຍະກໍາແຕ່ລະລຸ້ນ,ແຕ່ລະຄັ້ງ; 5. ການພົວພັນ,ຮ່ວມມື,ແລກປ່ຽນບົດຮຽນດ້ານກິລາ-ກາຍ ຍະກໍາກັບຕ່າງປະເທດ,ອະນຸພາກພື້ນ,ພາກພື້ນແລະສາກົນ.

....ມາດຕາ 69 ຮູບການແລະວິທີການໂຄສະນາກິລາ-ກາຍຍະກໍາ

ມາດຕາ 69 ຮູບການແລະວິທີການໂຄສະນາກິລາ-ກາຍຍະກໍາ ການໂຄສະນາກິລາ-ກາຍຍະກໍານໍາໃຊ້ຮູບການແລະວິທີ ການດັ່ງນີ້: 1. ຜ່ານລະບົບສື່ມວນຊົນຂອງພາກລັດແລະເອກະຊົນເຊັ່ນ: ສິ່ງພິມ,ວິທະຍຸດ,ໂທລະພາບແລະອື່ນໆ. 2. ຜ່ານການປະຊາສໍາພັນໃນການແຂ່ງຂັນກິລາ-ກາຍຍະ ກໍາເປັນຕົ້ນງານມະຫາກໍາກິລາແຫ່ງຊາດ; 3. ຜ່ານລະບົບສື່ສານເອເລັກໂຕຼນິກເຊັ່ນ:ອິນເຕີເນັດ,ອີເມລ, ເວບໄຊ; 4. ຜ່ານຮູບການແລະວິທີການໂຄສະນາອື່ນ.

...ໝວດທີ 8 ກອງທຶນກິລາ-ກາຍຍະກໍາ


....ມາດຕາ 70 ການສ້າງຕັ້ງກອງທຶນ

ມາດຕາ 70 ການສ້າງຕັ້ງກອງທຶນ ລັດສົ່ງເສີມໃຫ້ມີການສ້າງຕັ້ງກອງທຶນຂຶ້ນເພື່ອພັດທະນາກິ ລາ-ກາຍຍະກໍາໃຫ້ກວ້າງຂວາງ,ກ້າວໜ້າ,ທັນສະໄໝແລະມີຄຸນນະພາບ ສູງຂຶ້ນເທື່ອລະກ້າວ.

....ມາດຕາ 71 ແຫຼ່ງກອງທຶນ

ມາດຕາ 71 ແຫຼ່ງກອງທຶນ ກອງທຶນກິລາ-ກາຍຍະກໍາແມ່ນໄດ້ມາຈາກ: 1. ງົບປະມານຂອງລັດ; 2. ລາຍໄດ້ຈາກການຈັດການແຂ່ງຂັນແລະລາຍໄດ້ອື່ນທີ່ຖືກ ຕ້ອງຕາມລະບຽບກົດໝາຍເປັນຕົ້ນການຂາຍລິຂະສິດກ່ຽວກັບກິລາ-ກາຍ ຍະກໍາຊະນິດໃດໜຶ່ງ; 3. ການອຸປະຖໍາຈາກບຸກຄົນແລະການຈັດຕັ້ງ; 4. ການຊ່ວຍເຫຼືອຈາກພາຍໃນແລະຕ່າງປະເທດ.

....ມາດຕາ 72 ການຄຸ້ມຄອງແລະນໍາໃຊ້ກອງທຶນ

ມາດຕາ 72 ການຄຸ້ມຄອງແລະນໍາໃຊ້ກອງທຶນ ການຄຸ້ມຄອງແລະນໍາໃຊ້ກອງທຶນກິລາ-ກາຍຍະກໍາໄດ້ກໍານົດ ໄວ້ໃນລະບຽບການສະເພາະ. ..ພາກທີ 4 ການຈັດຕັ້ງກິລາ-ກາຍຍະກໍາທາງສັງຄົມ


...ໝວດທີ 1 ຄະນະກໍາະການກິລາໂອແລມປິກແຫ່ງຊາດລາວ


....ມາດຕາ 73 ຄະນະກໍາມະການກິລາໂອແລມປິກແຫ່ງຊາດລາວ

ມາດຕາ 73 ຄະນະກໍາມະການກິລາໂອແລມປິກແຫ່ງຊາດລາວ ຄະນະກໍາມະການກິລາໂອແລມປິກແຫ່ງຊາດລາວມີຊື່ຫຍໍ້ວ່າ "ຄອລ" ເປັນອົງການຈັດຕັ້ງທາງສັງຄົມກ່ຽວກັບກິລາ-ກາຍຍະກໍາຊຶ່ງເປັນ ຕົວແທນໃຫ້ແກ່ ສປປລາວ ໃນການເຂົ້າຮ່ວມຂະບວນການເຄື່ອນໄຫວກິລາ ໂອແລມປິກສາກົນ,ພາກພື້ນແລະອານຸພາກພື້ນ,ມີພາລະບົດບາດພັດທະນາ ກິລາ-ກາຍຍະກໍາລາວ,ປົກປ້ອງສິດແລະຜົນປະໂຫຍດຂອງຕົນໃນເວທີສາ ກົນ.

....ມາດຕາ 74 ສິດແລະໜ້າທີ່ຂອງຄະນະກໍາມະການໂອແລມປິກແຫ່ງຊາດລາດ

ມາດຕາ 74 ສິດແລະໜ້າທີ່ຂອງຄະນະກໍາມະການໂອແລມປິກແຫ່ງ ຊາດລາດ ຄະນະກໍາມະການໂອແລມປິກແຫ່ງຊາດລາວມີສິດແລະໜ້າ ທີ່ຕົ້ນຕໍດັ່ງນີ້: 1. ເຂົ້າຮ່ວມການສ້າງຕັ້ງແລະພັດທະນາຂະບວນການກິລາ -ກາຍຍະກໍາພາຍໃນປະເທດ; 2. ໂຄສະນາເຜີຍແຜ່ໃຫ້ສັງຄົມຮູ້ໄດ້ຄຸນປະໂຫຍດຂອງກິລາ -ກາຍຍະກໍາ,ມີຄວາມັກແລະມີນໍ້າໃຈນັກກິລາ; 3. ສະໜັບສະໜູນສະຫະພັນກິລາ-ກາຍຍະກໍາແຫ່ງຊາດ,ຂະ ແໜງການແລະທ້ອງຖິ່ນ; 4. ນໍາໃຊ້ເງິນຊ່ວຍເຫຼືອ,ອຸປະຖໍາຈາກອົງການໂອແລມປິກ ອານຸພາກພື້ນ,ພາກພື້ນແລະສາກົນຕາມລະບຽບການ; 5. ປະສານສົມທົບກັບຄະນະກໍາມະການກິລາ-ກາຍຍະກໍາ ແຫ່ງຊາດເພື່ອພັດທະນາກິລາ-ກາຍຍະກໍາປະເພດຕ່າງໆໃຫ້ໄດ້ຕາມ ມາດຕະຖານສາກົນເທື່ອລະກ້າວ; 6. ສົມທົບກັບຄະນະກໍາມະການກິລາ-ກາຍຍະກໍາແຫ່ງຊາດ ກຽມເຂົ້າຮ່ວມງານແຂ່ງຂັນກິລາ,ກາຍຍະກໍາໃນລະດັບອານຸພາກພື້ນ, ພາກພື້ນແລະສາກົນຫຼືການເປັນເຈົ້າພາບງານກິລາ-ກາຍຍະກໍາລະດັບ ຕ່າງໆ; 7. ເຂົ້າຮ່ວມເຄື່ອນໄຫວກິດຈະກໍາກິລາ-ກາຍຍະກໍາທີ່ຄະນະ ກໍາມະການໂອແລມປິກສາກົນຮັບຮອງແລະວາງອອກເຊັ່ນ:ຊີເກມ,ເອ ຊຽນເກມ,ໂອແລມປິກເກມ; 8. ເປັນຕົວແທນຂອງຊາດໃນການເຄື່ອນໄຫວ,ພົວພັນ,ຮ່ວມ ມືກັບການຈັດຕັ້ງກິລາໂອແລມປິກຂອງຕ່າງປະເທດ,ອານຸພາກພື້ນ,ພາກ ພື້ນແລະສາກົນ; 9. ສາມາດຖືກຄັດເລືອກເຂົ້າໃນຄະນະບໍລິຫານງານຂອງຄະ ນະກໍາມະການໂອແລມປິກອານຸພາກພື້ນ,ພາພື້ນແລະສາກົນ; 10. ຮຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ຖອດຖອນ ບົດຮຽນ,ລາຍງານຕໍ່ຂັ້ນເທິງກ່ຽວກັບການເຄື່ອນໄຫວຂອງຕົນຢ່າງເປັນ ປົກກະຕິ.

...ໝວດທີ 2 ສະຫະພັນກິລາ-ກາຍຍະກໍາ


....ມາດຕາ 75 ສະຫະພັນກິລາ-ກາຍຍະກໍາ

ມາດຕາ 75 ສະຫະພັນກິລາ-ກາຍຍະກໍາ ສະຫະພັນກິລາ-ກາຍຍະກໍາແມ່ນອົງການຈັດຕັ້ງທາງສັງຄົມ ກ່ຽວກັບກິລາ-ກາຍຍະກໍາປະເພດໃດໜຶ່ງ,ມີພາລະບົດບາດເຄື່ອນໄຫວ ແລະພັດທະນາກິລາ-ກາຍຍະກໍາປະເພດດັ່ງກ່າວໃຫ້ກ້າວໜ້າຂຶ້ນເລື້ອຍໆ. ສະຫະພັນກິລາ-ກາຍຍະກໍາມີສອງຂັ້ນຄື: 1. ສະຫະພັນກິລາ-ກາຍຍະກໍາແຫ່ງຊາດໂດຍແມ່ນຄະນະ ກໍາມະການກິລາ-ກາຍຍະກໍາແຫ່ງຊາດເປັນຜູ້ອະນຸມັດແລະຄຸ້ມຄອງ; 2. ສະຫະພັນກິລາ-ກາຍຍະກໍາຂັ້ນແຂວງໂດຍແມ່ນພະແນກ ກິລາ-ກາຍຍະກໍາຂັ້ນແຂວງເປັນຜູ້ອະນຸມັດແລະຄຸ້ມຄອງ.

....ມາດຕາ 76 ສິດແລະໜ້າທີ່ຂອງສະຫະພັນກິລາ-ກາຍຍະກໍາແຫ່ງຊາດ

ມາດຕາ 76 ສິດແລະໜ້າທີ່ຂອງສະຫະພັນກິລາ-ກາຍຍະກໍາແຫ່ງຊາດ ສະຫະພັນກິລາ-ກາຍຍະກໍາແຫ່ງຊາດມີສິດແລະໜ້າທີ່ຕົ້ນຕໍ ດັ່ງນີ້: 1. ເປັນຕົວແທນຂອງຊາດເພື່ອເຄື່ອນໄຫວໃນລະດັບອານຸ ພາກພື້ນ,ພາກພື້ນແລະສາກົນ; 2. ພັດທະນານັກກິລາ,ບຸກຄະລາກອນກິລາ,ພື້ນຖານໂຄງ ລ່າງ,ສະໜອງພາຫະນະ,ອຸປະກອນກິລາປະເພດທີ່ກ່ຽວຂ້ອງ; 3. ເຂົ້າຮ່ວມການແຂ່ງຂັນກິລາ-ກາຍຍະກໍາປະເພດໃດໜຶ່ງ ໃນລະດັບຊາດ,ອະນຸພາກພື້ນ,ພາກພື້ນແລະສາກົນ; 4. ຈັດການແຂ່ງຂັນກິລາ-ກາຍຍະກໍາໃນລະດັບຊາດ,ອານຸ ພາກພື້ນ,ພາກພື້ນແລະສາກົນຢູ່ສປປລາວ; 5. ຮ່ວມມື,ຍາດແຍ່ງການຊ່ວຍເຫຼືອຈາກສັງຄົມດສະຫະພັນ ກິລາອານຸພາກພື້ນ,ພາກພື້ນແລະສາກົນເພື່ອພັດທະນາກິລາ-ກາຍຍະກໍາ ຂອງຊາດ; 6. ສະໜັບສະໜຸນແລະຊ່ວຍເຫຼືອສະຫະພັນກິລາ-ກາຍຍະກໍາ ຂັ້ນແຂວງ; 7. ສາມາດຖືກຄັດເລືອກເຂົ້າໃນຄະນະບໍລິຫານງານຂອງສະ ຫະພັນກິລາອານຸພາກພື້ນ,ພາກພື້ນແລະສາກົນ; 8. ຮຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ຖອດຖອນບົດ ຮຽນ,ລາຍງານຕໍ່ຂັ້ນເທິງກ່ຽວກັບການເຄື່ອນໄຫວຂອງຕົນຢ່າງເປັນປົກ ກະຕິລວມທັງການສະເໜີປະຕິບັດນະໂຍບາຍຕໍ່ນັກກິລາແລະບຸກຄະລາ ກອນກິລາ.

....ມາດຕາ 77 ສິດແລະໜ້າທີ່ຂອງສະຫະພັນກິລາ-ກາຍຍະກໍາຂັ້ນແຂວງ

ມາດຕາ 77 ສິດແລະໜ້າທີ່ຂອງສະຫະພັນກິລາ-ກາຍຍະກໍາຂັ້ນແຂວງ ສະຫະພັນກິລາ-ກາຍຍະກໍາຂັ້ນແຂວງມີສິດແລະໜ້າທີ່ຕົ້ນຕໍ ດັ່ງນີ້: 1. ຄັດເລືອກ,ຝຶກແອບ,ທົດສອບນັກກິລາຂັ້ນແຂວງແລະ ເຂົ້າຮ່ວມການແຂ່ງຂັນກິລາ-ກາຍຍະກໍາພາຍໃນແລະຕ່າງປະເທດ; 2. ຈັດການຝຶກອົບຮົມແລະພັດທະນາບຸກຄະລາກອນກິລາ ປະເພດຂອງຕົນ; 3. ຈັດການແຂ່ງຂັນປະຈໍາປີແລະຈັດກິດຈະກໍາກິລາ-ກາຍ ຍະກໍາຂັ້ນແຂວງ; 4. ປຸກລະດົມ,ຂົນຂວາຍ,ຊອກແຫຼ່ງທຶນເພື່ອການເຄື່ອນ ໄຫວກິລາ-ກາຍຍະກໍາຂອງຕົນ; 5. ຮຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ຖອດຖອນບົດ ຮຽນ,ລາຍງານຕໍ່ຂັ້ນເທິງກ່ຽວກັບການເຄື່ອນໄຫວຂອງຕົນຢ່າງເປັນປົກ ກະຕິລວມທັງການສະເໜີປະຕິບັດນະໂຍບາຍຕໍ່ນັກກິລາແລະບຸກຄະລາ ກອນກິລາ.

...ໝວດທີ 3 ສະມາຄົມກິລາ-ກາຍຍະກໍາ


....ມາດຕາ 78 ສະມາຄົມກິລາ-ກາຍຍະກໍາ

ມາດຕາ 78 ສະມາຄົມກິລາ-ກາຍຍະກໍາ ສະມາຄົມກິລາ-ກາຍຍະກໍາແມ່ນອົງການຈັດຕັ້ງທາງສັງຄົມ ຂອງກະຊວງ,ອົງການ,ແຂວງ,ນະຄອນໂດຍແມ່ນການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ແຕ່ງຕັ້ງແລະຮັບຮູ້ໂດຍຄະນະກໍາມະການກິລາ-ກາຍຍະກໍາແຫ່ງ ຊາດ,ມີພາລະບົດບາດເຄື່ອນໄຫວແລະພັດທະນາກິລາ-ກາຍຍະກໍາປະເພດ ຕ່າງໆຂອງຕົນໃຫ້ກ້າວໜ້າຂຶ້ນເລື້ອຍໆ.

....ມາດຕາ 79 ສິດແລະໜ້າທີ່ຂອງສະມາຄົມກິລາ-ກາຍຍະກໍາ

ມາດຕາ 79 ສິດແລະໜ້າທີ່ຂອງສະມາຄົມກິລາ-ກາຍຍະກໍາ ສະມາຄົມກິລາ-ກາຍຍະກໍາມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ເຂົ້າຮ່ວມການສ້າງຕັ້ງແລະພັດທະນາຂະບວນການກິລາ -ກາຍຍະກໍາພາຍໃນກະຊວງ,ອົງການ,ແຂວງ,ນະຄອນ; 2. ໂຄສະນາເຜີຍແຜ່ໃຫ້ສັງຄົມຮູ້ໄດ້ຄຸນປະໂຫຍດຂອງກິລາ -ກາຍຍະກໍາ,ມີຄວາມມັກແລະມີນໍ້າໃຈນັກກິລາ; 3. ສະໜັບສະໜູນການຈັດຕັ້ງເຄື່ອນໄຫວແລະພັດທະນາກິ ລາ-ກາຍຍະກໍາຢູ່ໃນຂະແໜງການແລະທ້ອງຖິ່ນຂອງຕົນ; 4. ປຸກລະດົມ,ຂົນຂວາຍ,ຊອກແຫຼ່ງທຶນເພື່ອການເຄື່ອນໄຫວ ກິລາ-ກາຍຍະກໍາໃນສະມາຄົມຂອງຕົນ; 5. ເຂົ້າຮ່ວມເຄື່ອນໄຫວພົວພັນ,ຮ່ວມມືກັບການຈັດຕັ້ງກິລາ -ກາຍຍະກໍາຢູ່ພາຍໃນແລະຕ່າງປະເທດ; 6. ຣຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ຖອດຖອນບົດ ຮຽນ,ລາຍງານຕໍ່ຂັ້ນເທິງກ່ຽວກັບການເຄື່ອນໄຫວຂອງຕົນຢ່າງເປັນປົກ ກະຕິລວມທັງການສະເໜີປະຕິບັດນະໂຍບາຍຕໍ່ນັກກິລາແລະບຸກຄະລາ ກອນກິລາ.

...ໝວດທີ 4 ສະໂມສອນກິລາ-ກາຍຍະກໍາ


....ມາດຕາ 80 ສະໂມສອນກິລາ-ກາຍຍະກໍາ

ມາດຕາ 80 ສະໂມສອນກິລາ-ກາຍຍະກໍາ ສະໂມສອນກິລາ-ກາຍຍະກໍາມີສອງປະເພດຄືສະໂມສອນກິ ລາ-ກາຍຍະກໍາສະໝັກຫຼິ້ນແລະອາຊີບ. ສະໂມສອນກິລາ-ກາຍຍະກໍາສະໝັກຫຼິ້ນແມ່ນການຈັດຕັ້ງຫຼື ບຸກຄົນເປັນຜູ້ສ້າງຕັ້ງຂຶ້ນໂດຍມີການຮັບຮອງຈາກສະຫະພັນຫຼືສະມາຄົມ ກິລາ-ກາຍຍະກໍາທີ່ກ່ຽວຂ້ອງແລະອົງການຄຸ້ມຄອງກິລາ-ກາຍຍະກໍາຂັ້ນ ນັ້ນ. ສະໂມສອນກິລາ-ກາຍຍະກໍາສະໝັກຫຼິ້ນຕ້ອງເປັນສະມາຊິກ ຂອງສະຫະພັນກິລາ-ກາຍຍະກໍາແຫຼ່ງຊາດ,ມີຄະນະບໍລິຫານງານຂອງ ສະໂມສອນ,ມີບຸກຄະລາກອນກິລາ,ມີພື້ນຖານໂຄງລ່າງ,ວັດຖຸອຸປະກອນ, ການເງິນ,ລະບຽບການຈັດຕັ້ງແລະເຄື່ອນໄຫວຂອງສະໂມສອນ. ສະໂມສອນກິລາ-ກາຍຍະກໍາອາຊີບແມ່ນການຈັດຕັ້ງຫຼືບຸກ ຄົນເປັນຜູ້ສ້າງຕັ້ງຂຶ້ນໂດຍໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງກິລາ- ກາຍຍະກໍາຂັ້ນນັ້ນແລະພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອກໍ່ສ້າງ,ຝຶກແອບ ນັກກິລາແລະແຂ່ງຂັນເປັນອາຊີບ. ສະໂມສອນກິລາ-ກາຍຍະກໍາອາຊີບເປັນວິສາຫະກິດດ້ານກິ ລາ-ກາຍຍະກໍາ.

....ມາດຕາ 81 ສິດແລະໜ້າທີ່ຂອງສະໂມສອນກິລາ-ກາຍຍະກໍາ

ມາດຕາ 81 ສິດແລະໜ້າທີ່ຂອງສະໂມສອນກິລາ-ກາຍຍະກໍາ ສະໂມສອນກິລາ-ກາຍຍະກໍາມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ພັດທະນານັກກິລາ,ບຸກຄະລາກອນກິລາ,ພື້ນຖານໂຄງ ລ່າງ,ສະໜອງພາຫະນະ,ອຸປະກອນກິລາ-ກາຍຍະກໍາໃຫ້ສະໂມສອນຂອງ ຕົນ; 2. ເຂົ້າຮ່ວມແລະຈັດການແຂ່ງຂັນກິລາ-ກາຍຍະກໍາໃນລະ ດັບຕ່າງໆ; 3. ປຸກລະດົມ,ຂົນຂວາຍ,ຊອກແຫຼ່ງທຶນເພື່ອການເຄື່ອນໄຫວ ກິລາ-ກາຍຍະກໍາໃນສະໂມສອນຂອງຕົນ; 4. ຮຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ຖອດຖອນບົດ ຮຽນ,ລາຍງານຕໍ່ຂັ້ນເທິງກ່ຽວກັບການເຄື່ອນໄຫວຂອງຕົນຢ່າງເປັນປົກ ກະຕິລວມທັງການສະເໜີປະຕິບັດນະໂຍບາຍຕໍ່ນັກກິລາແລະບຸກຄະລາ ກອນກິລາ. ..ພາກທີ 5 ຂໍ້ຫ້າມໃນການເຄື່ອນໄຫວກິລາ-ກາຍຍະກໍາ


...ມາດຕາ 82 ຂໍ້ຫ້າມສໍາລັບນັກກິລາ-ກາຍຍະກໍາ

ມາດຕາ 82 ຂໍ້ຫ້າມສໍາລັບນັກກິລາ-ກາຍຍະກໍາ ຂໍ້ຫ້າມສໍາລັບນັກກິລາ-ກາຍຍະກໍາມີດັ່ງນີ້: 1. ຫ້າມໃຊ້ສານກະຕຸ້ນໃນເວລາຝຶກແອບ,ສະແດງແລະແຂ່ງ ຂັນ; 2. ຫ້າມໃຊ້ພຶດຕິກໍາ,ອາລົມຈິດທີ່ສ້າງຄວາມເສຍຫາຍຕໍ່ສຸຂະ ພາບ,ກຽດສັກສີ,ຊີວິດ,ຊັບສິນຂອງຄົນອື່ນໂດຍເຈດຕະນາທີ່ບໍ່ຖືກຕ້ອງຕາມ ກົດລະບຽບແລະກະຕິກາ; 3. ຫ້າມໃຊ້ການແຂ່ງຂັນກິລາ-ກາຍຍະກໍາເປັນການພະນັນ; 4. ຫ້າມພົວພັນສິ່ງເສບຕິດ,ສິ່ງລາມົກອະນາຈານ; 5. ຫ້າມໃຫ້ແລະຮັບສິນບົນ,ສວຍໂອກາດສໍ້ໂກງໃນການເຄື່ອນ ໄຫວກິລາ-ກາຍຍະກໍາເຮັດໃຫ້ເຊື່ອມເສຍກຽດສັກສີຂອງທີມງານແລະປະ ເທດຊາດ.

...ມາດຕາ 83 ຂໍ້ຫ້າມສໍາລັບບຸກຄະລາກອນກິລາ

ມາດຕາ 83 ຂໍ້ຫ້າມສໍາລັບບຸກຄະລາກອນກິລາ ຂໍ້ຫ້າມສໍາລັບຄູຝຶກ,ກໍາມະການຕັດສິນ,ຜູ້ບໍລິຫານກິລາ,ແພດ ກິລາ,ນັດຈິດຕະສາດ,ນັກວິທະຍາສາດການກິລາ,ຜູ້ຊ່ຽວຊານມີດັ່ງນີ້: 1. ຫ້າມຂັດຂວາງ,ກັ່ນແກ້ງການເຄື່ອນໄຫວກິລາ-ກາຍຍະ ກໍາຂອງບຸກຄົນແລະການຈັດຕັ້ງ; 2. ຫ້າມສວຍໃຊ້ໜ້າທີ່,ຕໍາແໜ່ງ,ສິດອໍານາດຂອງຄົນເພື່ອ ຜົນປະໂຫຍດສ່ວນຕົວທີ່ບໍ່ຊອບທໍາ; 3. ຫ້າມມີການລໍາອຽງໃນການຄັດເລືອກ,ຝຶກແອບ,ທົດສອບ ນັກກິລາ-ກາຍຍະກໍາ,ການຕັດສິນທີ່ບໍ່ຍຸຕິທໍາໃນເວລາສະແດງ,ແຂ່ງຂັນ; 4. ຫ້າມໃຊ້ອາລົມຮ້າຍດ່າ,ໃຊ້ຄວາມຫຍາບຊ້າ,ທ່າທີ່ທີ່ບໍ່ ເໝາະສົມແກ່ບຸກຄົນອື່ນເປັນຕົ້ນນັກກິລາ-ກາຍຍະກໍາໃນເວລາສະແດງ, ແຂ່ງຂັນ; 5. ຫ້າມສວຍໃຊ້ກິລາ-ກາຍຍະກໍາເປັນການພະນັນ,ໃຫ້ແລະ ຮັບສິນບົນ.

...ມາດຕາ 84 ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດກິລາ-ກາຍຍະກໍາ

ມາດຕາ 84 ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດກິລາ-ກາຍຍະກໍາ ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດກິລາ-ກາຍຍະກໍາມີດັ່ງນີ້: 1. ຫ້າມດໍາເນີນທຸລະກິດກິລາ-ກາຍຍະກໍາທີ່ແຕະຕ້ອງເຖິງ ຄວາມໝັ້ນຄົງແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 2. ຫ້າມດໍາເນີນທຸລະກິດກິລາ-ກາຍຍະກໍາທີ່ບໍ່ສອດຄ່ອງກັບ ແຜນພັດທະນາການກິລາ-ກາຍຍະກໍາຂອງທ້ອງຖິ່ນຫຼືຂອງຊາດ; 3. ຫ້າມດໍາເນີນທຸລະກິດກິລາ-ກາຍຍະກໍາທີ່ຜິດຕໍ່ລະບຽບ ກົດໝາຍ,ຮີດຄອງປະເພນີ,ວັດທະນາທໍາອັນດີງາມຂອງຊາດ; 4. ຫ້າມດໍາເນີນທຸລະກິດກິລາ-ກາຍຍະກໍາເພື່ອການພະນັນ, ພົວພັນກັບສິ່ງເສບຕິດ,ໂຄສະນາເຜີຍແຜ່ສາສະໜາແລະທໍາລາຍສິ່ງແວດ ລ້ອມ.

...ມາດຕາ 85 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 85 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນມີດັ່ງນີ້: 1. ຫ້າມນໍາໃຊ້ການຫຼິ້ນ,ການແຂ່ງຂັນກິລາ-ກາຍຍະກໍາ ເພື່ອການພະນັນ; 2. ຫ້າມນໍາໃຊ້ກິລາ-ກາຍຍະກໍາທີ່ແຕະຕ້ອງເຖິງຜົນປະ ໂຫຍດຂອງລັດ,ສິດແລະຜົນປະໂຫຍດອັນຊອບທໍາຂອງການຈັດຕັ້ງແລະ ບຸກຄົນ,ກໍ່ຄວາມເສຍຫາຍຕໍ່ກຽດສັກສີ,ສຸຂະພາບ,ຊີວິດ,ຊັບສິນຂອງຜູ້ ອື່ນ,ຝ່າຝືນຄຸນນະທໍາ,ຮີດຄອງປະເພນີ,ວັດທະນາທໍາອັນດີງາມຂອງຊາດ; 3. ຫ້າມໃຊ້ອາລົມຮ້າຍດ່າ,ໃຊ້ຄວາມຫຍາບຊ້າ,ທ່າທີທີ່ບໍ່ ເໝາະສົມແກ່ຜູ້ອື່ນເປັນຕົ້ນນັກກະລາ-ກາຍຍະກໍາໃນເວລາສະແດງຫຼື ແຂ່ງຂັນ.

..ພາກທີ 6 ອົງການຄຸ້ມຄອງແລະກວດກາກິລາ-ກາຍຍະກໍາ


...ໝວດທີ 1 ການຄຸ້ມຄອງກິລາ-ກາຍຍະກໍາແຫ່ງຊາດ


....ມາດຕາ 86 ອົງການຄຸ້ມຄອງກິລາ-ກາຍຍະກໍາແຫ່ງຊາດ

ມາດຕາ 86 ອົງການຄຸ້ມຄອງກິລາ-ກາຍຍະກໍາແຫ່ງຊາດ ລັດຖະບານຄຸ້ມຄອງກິລາ-ກາຍຍະກໍາຢ່າງລວມສູນແລະເປັນ ເອກະພາບໃນທົ່ວປະເທດໂດຍມອບໃຫ້ຄະນະກໍາມະການກິລາ-ກາຍຍະກໍາ ແຫ່ງຊາດເປັນໃຈກາງໃນການຄຸ້ມຄອງບົນພື້ນຖານການປະສານສົມທົບ ກັບຂະແໜງການແລະທ້ອງຖິ່ນທີ່ກ່ຽວຂ້ອງ; ອົງການຄຸ້ມຄອງກິລາ-ກາຍຍະກໍາປະກອບດ້ວຍ: - ຄະນະກໍາມະການກິລາ-ກາຍຍະກໍາແຫ່ງຊາດ; - ພະແນກກິລາ-ກາຍຍະກໍາແຂວງ,ນະຄອນ; - ຫ້ອງການກິລາ-ກາຍຍະກໍາເມືອງ,ເທດສະບານ.

....ມາດຕາ 87 ຄະນະກໍາມະການກິລາ-ກາຍຍະກໍາແຫ່ງຊາດ

ມາດຕາ 87 ຄະນະກໍາມະການກິລາ-ກາຍຍະກໍາແຫ່ງຊາດ ຄະນະກໍາມະການກິລາ-ກາຍຍະກໍາແຫ່ງຊາດມີຊື່ຫຍໍ້ວ່າ "ຄກຊ" ມີພາລະບົດບາດເປັນເສນາທິການໃຫ້ລັດຖະບານໃນການຄຸ້ມຄອງ ມະຫາພາກກ່ຽວກັບວຽກງານກິລາ-ກາຍຍະກໍາໃນຂອບເຂດທົ່ວປະເທດ, ຄຸ້ມຄອງຊີ້ນໍາແລະປະສານສົມທົບກັບຄະນະກໍາມະການກິລາໂອແລມປິກ ແລະສະຫະພັນກິລາ-ກາຍຍະກໍາແຫ່ງຊາດປະເພດຕ່າງໆໃນການເຄື່ອນ ໄຫວກິລາ-ກາຍຍະກໍາພາຍໃນປະເທດແລະໃນເວລາສາກົນ. ....ມາດຕາ 88 ສິດແລະໜ້າທີ່ຂອງຄະນະກໍາມະການກິລາ-ກາຍຍະກໍາແຫ່ງຊາດ

ມາດຕາ 88 ສິດແລະໜ້າທີ່ຂອງຄະນະກໍາມະການກິລາ-ກາຍຍະກໍາ ແຫ່ງຊາດ ໃນການຄຸ້ມຄອງວຽກງານກິລາ-ກາຍຍະກໍາຄະນະກໍາມະ ການກິລາ-ກາຍຍະກໍາແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້ານະໂຍບາຍ,ແຜນຍຸດທະສາດ,ແຜນການແລະ ໂຄງການພັດທະນາການກິລາ-ກາຍຍະກໍາໃນຂອບເຂດທົ່ວປະເທດເພື່ອ ສະເໜີຕໍ່ລັດຖະບານພິຈາລະນາ; 2. ຈັດຕັ້ງປະຕິບັດແນວທາງນະໂຍບາຍ,ລະບຽບກົດໝາຍ, ມະຕິຄໍາສັ່ງຂອງລັດຖະບານກ່ຽວກັບວຽກງານກິລາ-ກາຍຍະກໍາ; 3. ຊີ້ນໍາການປັບປຸງ,ບູລະນະກົງຈັກການຈັດຕັ້ງຂອງຂະ ແໜງການກິລາ-ກາຍຍະກໍາແຕ່ສູນກາງຮອດທ້ອງຖິ່ນ.ຄຸ້ມຄອງ,ກໍ່ສ້າງ ຖັນແຖວພະນັກງານ,ຄູຝຶກ,ກໍາມະການຕັດສິນ,ນັກກິລາ-ກາຍຍະກໍາປະ ເພດຕ່າງໆນັບທັງນັກກິລາ-ກາຍຍະກໍາຄົນພິການຕາມລະບຽບກົດມາຍ; 4. ແຕ່ງຕັ້ງ,ປັບປຸງ,ສັບຊ້ອນ,ເລືອກເຟັ້ນ,ຍົກຍ້າຍ,ປະຕິບັດ ນະໂຍບາຍຕໍ່ພະນັກງານ,ລັດຖະກອນແລະນັກກິລາ-ກາຍຍະກໍາທີ່ຢູ່ໃນ ຄວາມຮັບຜິດຊອບຂອງຕົນ; 5. ສ້າງສູນຝຶກກິລາ-ກາຍຍະກໍາ,ສະໂມສອນແລະໂຮງ ຮຽນພອນສະຫວັນກິລາ-ກາຍຍະກໍາລະດັບຊາດ; 6. ອະນຸມັດການຈັດຕັ້ງການແຂ່ງຂັນແລະເຂົ້າຮ່ວມການ ແຂ່ງຂັນກິລາ-ກາຍຍະກໍາປະເພດຕ່າງໆຢູ່ພາຍໃນແລະຕ່າງປະເທດ ຕາມຄວາມຮັບຜິດຊອບຂອງຕົນ; 7. ຄົ້ນຄວ້າ,ນໍາສະເໜີຂໍອະນຸມັດຈາກລັດຖະບານເພື່ອການ ຈັດງານມະຫາຫໍາກິລາ-ກາຍຍະກໍາແຫ່ງຊາດ,ເຂົ້າຮ່ວມງານມະຫາກໍາ ກິລາຊີເກມ,ເອຊຽນເກມ,ໂອແລມປິກເກມ; 8. ສ້າງ,ຄຸ້ມຄອງ,ນໍາໃຊ້ພື້ນຖານໂຄງລ່າງ,ສະຖານທີ່ຝຶກ ແອບ,ການແຂ່ງຂັນ,ພາຫະນະ,ອຸປະກອນກິລາ-ກາຍຍະກໍາ,ງົບປະມານ ຂອງຕົນໃຫ້ມີປະສິດທິຜົນ,ພ້ອມກັນນັ້ນກໍປຸກລະດົມ,ຍາດແຍ່ງທຶນຮອນ ຈາກສັງຄົມທີ່ຖືກຕ້ອງຕາມກົດໝາຍເພື່ອພັດທະນາກິລາ-ກາຍຍະກໍາ; 9. ຄົ້ນຄວ້າ,ວິໄຈວິທະຍາສາດ,ເຕັກນິກ,ຍຸດທະວິທີ,ການ ແພດ,ເກັບກໍາຂໍ້ມູນ,ຂ່າວສານກ່ຽວກັບກິລາ-ກາຍຍະກໍາແລະແນະນໍາ, ເຜີຍແຜ່ໃຫ້ແກ່ສັງຄົມເປັນຕົ້ນຢູ່ໂຮງຮຽນ,ສູນແລະສະຖາບັນກິລາ-ກາຍ ຍະກໍາຕ່າງໆ. 10. ຊີ້ນໍາ,ແນະນໍາ,ເຜີຍແຜ່ດ້ານວິຊາການໃຫ້ແກ່ຂະແໜງ ການກິລາ-ກາຍຍະກໍາໃນທົ່ວປະເທດ; 11. ອະນຸມັດການສ້າງຕັ້ງ,ປັບປຸງຫຼືຍົກເລີກສະໂມສອນ,ສະ ຫະພັນກິລາ-ກາຍຍະກໍາລະດັບຊາດ; 12. ສະເໜີລັດຖະບານເພື່ອຮັບຮອງການສ້າງຕັ້ງ,ປັບປຸງຫຼື ຍົກເລີກຄະນະກໍາມະການກິລາໂອແລມປິກແຫ່ງຊາດລາວ; 13. ເຊັນສັນຍາ,ອະນຸສັນຍາກັບຕ່າງປະເທດ,ອົງການຈັດ ຕັ້ງສາກົນເພື່ອຍາດແຍ່ງການຊ່ວຍເຫຼືອ,ການຮ່ວມມືດ້ານວຽກງານກິລາ -ກາຍຍະກໍາບົນພື້ນຖານການເຫັນດີຂອງລັດຖະບານ; 14. ຣຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ລາຍງານ ການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ລັດຖະບານຢ່າງເປັນປົກກະຕິ; 15. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍຫຼືຕາມການມອບໝາຍຂອງລັດຖະບານ.

....ມາດຕາ 89 ພະນແກກິລາ-ກາຍຍະກໍາ ແຂວງ,ນະຄອນ

ມາດຕາ 89 ພະນແກກິລາ-ກາຍຍະກໍາ ແຂວງ,ນະຄອນ ພະແນກກິລາ-ກາຍຍະກໍາແຂວງ,ນະຄອນເປັນເສນາທິການ ຂອງອົງການປົກຄອງແຂວງ,ນະຄອນ,ປະຕິບັດພາລະບົດບາດຄຸ້ມຄອງກິ ລາ-ກາຍຍະກໍາໃນທົ່ວແຂວງ,ນະຄອນແລະພາຍໃຕ້ການຊີ້ນໍາດ້ານວິຊາ ການຂອງຄະນະກໍາມະການກິລາ-ກາຍຍະກໍາແຫ່ງຊາດ.

....ມາດຕາ 90 ສິດແລະໜ້າທີ່ຂອງພະແນກການກິລາ-ກາຍຍະກໍາແຂວງ,ນະຄອນ

ມາດຕາ 90 ສິດແລະໜ້າທີ່ຂອງພະແນກການກິລາ-ກາຍຍະກໍາແຂວງ, ນະຄອນ ໃນການຄຸ້ມຄອງວຽກງານກິລາ-ກາຍຍະກໍາພະແນກກິລາ- ກາຍຍະກໍາແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດແຜນການ,ລະບຽບກົດໝາຍ,ຂໍ້ຕົກລົງ, ກົດລະບຽບແລະກະຕິກາກ່ຽວກັບການຄຸ້ມຄອງການພັດທະນາກິລາ- ກາຍຍະກໍາຂອງຂັ້ນເທິງ; 2. ຄົ້ນຄວ້າ,ວາງແຜນການ,ໂຄງການພັດທະນາກິລາ- ກາຍຍະກໍາພາຍໃນແຂວງ,ນະຄອນເພື່ອສະເໜີຕໍ່ຂັ້ນເທິງຂອງຕົນອະນຸ ມັດແລ້ວຈັດຕັ້ງປະຕິບັດ; 3. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄົ້ນຄວ້າເພື່ອ ສະເໜີສ້າງຕັ້ງ,ປັບປຸງຫຼືຍົກເລີກສະມຄົມກິລາ-ກາຍຍະກໍາພາຍໃນ ແຂວງ,ນະຄອນເພື່ອໃຫ້ຂັ້ນເທິງພິຈາລະນາ; 4. ອະນຸມັດການສ້າງຕັ້ງ,ປັບປຸງຫຼືຍົກເລີກສະຫະພັນ,ສະໂມ ສອນກິລາ-ກາຍຍະກໍາພາຍໃນແຂວງ,ນະຄອນ; 5. ສັບຊ້ອນ,ຍົກຍ້າຍ,ແຕ່ງຕັ້ງ,ປະຕິບັດນະໂຍບາຍຕໍ່ລັດຖະ ກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຫຼືສະເໜີຕໍ່ຂັ້ນເທິງເພື່ອພິຈາລະ ນາ; 6. ຊີ້ນໍາ,ແນະນໍາ,ເຜີຍແຜ່ວິຊາການກິລາ-ກາຍຍະກໍາໃຫ້ ແກ່ຫ້ອງການກິລາ-ກາຍຍະກໍາຂັ້ນເມືອງ,ຮາກຖານແລະພາກສ່ວນອື່ນ ທີ່ກ່ຽວຂ້ອງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; 7. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄັດ ເລືອກ,ຝຶກແອບ,ທົດສອບນັກກິລາ,ກໍ່ສ້າງ,ບໍາລຸງດ້ານວິຊາການໃຫ້ແກ່ ບຸກຄະລາກອນກິລາພ້ອມທັງຈັດການແຂ່ງຂັນແລະເຂົ້າຮ່ວມການແຂ່ງ ຂັນລະດັບຕ່າງໆ; 8. ຄຸ້ມຄອງ,ພັດທະນາ,ນໍາໃຊ້ພື້ນຖານໂຄງລ່າງ,ພາຫະນະ, ອຸປະກອນ,ການເງິນກິລາ-ກາຍຍະກໍາຂັ້ນຂອງຕົນໃຫ້ມີປະສິດທິຜົນພ້ອມ ກັນນັ້ນກໍ່ປຸກລະດົມ,ຍາດແຍ່ງທຶນຮອນຈາກສັງຄົມເພື່ອພັດທະນາກິລາ- ກາຍຍະກໍາໃນທ້ອງຖິ່ນຂອງຕົນ; 9. ພົວພັນ,ຮ່ວມມືກັບຕ່າງປະເທດໃນວຽກງານກິລາ-ກາຍ ຍະກໍາຕາມການມອບໝາຍຂອງຂັ້ນເທິງ; 10. ຮຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ລາຍງານ ການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ຂັ້ນເທິງຢ່າງເປັນປົກກະຕິ; 11. ປະຕິບັດສິດແລະໜ້າທີ່ອື່ນຕາມມລະບຽບກົດໝາຍຫຼື ຕາມການມອບໝາຍຂອງຂັ້ນເທິງ.

....ມາດຕາ 91 ຫ້ອງການກິລາ-ກາຍຍະກໍາເມືອງ,ເທດສະບານ

ມາດຕາ 91 ຫ້ອງການກິລາ-ກາຍຍະກໍາເມືອງ,ເທດສະບານ ຫ້ອງການກິລາ-ກາຍຍະກໍາເມືອງ,ເທດສະບານເປັນເສນາ ທິການຂອງອົງການປົກຄອງເມືອງ,ເທດສະບານ,ປະຕິບັດພາລະບົດບາດ ຄຸ້ມຄອງກິລາ-ກາຍຍະກໍາໃນທົ່ວເມືອງ,ເທດສະບານແລະຢູ່ພາຍໃຕ້ການ ຊີ້ນໍາດ້າວິຊາການຂອງພະແນກກິລາ-ກາຍຍະກໍາຂັ້ນແຂວງ.

....ມາດຕາ 92 ສິດແລະໜ້າທີ່ຂອງຫ້ອງການກິລາ-ກາຍຍະກໍາເມືອງ,ເທດສະບານ

ມາດຕາ 92 ສິດແລະໜ້າທີ່ຂອງຫ້ອງການກິລາ-ກາຍຍະກໍາເມືອງ, ເທດສະບານ ໃນການຄຸ້ມຄອງວຽກງານກິລາ-ກາຍຍະກໍາຫ້ອງການກິລາ -ກາຍຍະກໍາເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດແຜນການ,ລະບຽບກົດໝາຍ,ຂໍ້ຕົກລົງ, ກົດລະບຽບແລະກະຕິກາກ່ຽວກັບການຄຸ້ມຄອງ,ການພັດທະນາກິລາ- ກາຍຍະກໍາທີ່ຂັ້ນເທິງວາງອອກ; 2. ຄົ້ນຄວ້າ,ວາງແຜນການ,ໂຄງການພັດທະນາກິລາ- ກາຍຍະກໍາພາຍໃນເມືອງ,ເທດສະບານເພື່ອສະເໜີຕໍ່ຂັ້ນເທິງຂອງຕົນອະ ນຸມັດແລ້ວຈັດຕັ້ງປະຕິບັດ; 3. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄົ້ນຄວ້າເພື່ອ ສະເໜີສ້າງຕັ້ງ,ປັບປຸງຫຼືຍົກເລີກສະໂມສອນກິລາ-ກາຍຍະກໍາພາຍໃນ ເມືອງ,ເທດສະບານເພື່ອໃຫ້ຂັ້ນເທິງພິຈາລະນາ; 4. ອະນຸມັດການສ້າງຕັ້ງ,ປັບປຸງຫຼືຍົກເລີກໜ່ວຍກິລາ- ກາຍຍະກໍາຮາກຖານ; 5. ສັບຊ້ອນ,ຍົກຍ້າຍ,ແຕ່ງຕັ້ງ,ປະຕິບັດນະໂຍບາຍຕໍ່ລັດຖະ ກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຫຼືສະເໜີຕໍ່ຂັ້ນເທິງເພື່ອພິຈາລະ ນາ; 6. ຊີ້ນໍາ,ແນະນໍາ,ເຜີຍແຜ່ວິຊາການກິລາ-ກາຍຍະກໍາໃຫ້ ແກ່ສະໂມສອນ,ໜ່ວຍກິລາ-ກາຍຍະກໍາຮາກຖານ; 7. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄັດ ເລືອກ,ຝຶກແອບ,ທົດສອບນັກກິລາ,ກໍ່ສ້າງ,ບໍາລຸງດ້ານວິຊາການໃຫ້ແກ່ ບຸກຄະລາກອນກິລາພ້ອມທັງຈັດການແຂ່ງຂັນແລະເຂົ້າຮ່ວມການແຂ່ງ ຂັນລະດັບຕ່າງໆ; 8. ຄຸ້ມຄອງ,ພັດທະນາ,ນໍາໃຊ້ພື້ນຖານໂຄງລ່າງ,ພາຫະນະ, ອຸປະກອນ,ການເງິນກິລາ-ກາຍຍະກໍາຂັ້ນຂອງຕົນໃຫ້ມີປະສິດທິຜົນພ້ອມ ກັນນັ້ນກໍ່ປຸກລະດົມ,ຍາດແຍ່ງທຶນຮອນຈາກສັງຄົມເພື່ອພັດທະນາກິລາ- ກາຍຍະກໍາໃນທ້ອງຖິ່ນຂອງຕົນ; 9. ຣຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ລາຍງານການ ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ຂັ້ນເທິງຢ່າງເປັນປົກກະຕິ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍຫຼືຕາມ ການມອບໝາຍຂອງຂັ້ນເທິງ.

...ໝວດທີ 2 ການກວດກາກິລາ-ກາຍຍະກໍາ


....ມາດຕາ 38 ອົງການກວດກາກິລາ-ກາຍຍະກໍາ

ມາດຕາ 93 ອົງການກວດກາກິລາ-ກາຍຍະກໍາ ອົງການກວດກາກິລາ-ກາຍຍະກໍາແມ່ນອົງການດຽວກັນກັບ ອົງການຄຸ້ມຄອງກິລາ-ກາຍຍະກໍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ 86 ຂອງກົດໝາຍສະບັບນີ້. ນອກຈາກນັ້ນຍັງມີອົງການກວດກາພາຍນອກຄື ອົງການກວດກາລັດ,ອົງການກວດສອບແຫ່ງລັດ,ການກວດກາຂອງອົງ ການຈັດຕັ້ງມະຫາຊົນ,ການຕິດຕາມກວດກາຂອງສະພາແຫ່ງຊາດ.

....ມາດຕາ 94 ເນື້ອໃນການກວດກາ

ມາດຕາ 94 ເນື້ອໃນການກວດກາ ເນື້ອໃນການກວດກາກ່ຽວກັບກິລາ-ກາຍຍະກໍາມີດັ່ງນີ້: 1. ກວດກາການປະຕິບັດແຜນຍຸດທະສາດ,ນະໂຍບາຍ, ແຜນການ,ໂຄງການ,ລະບຽບກົດໝາຍກ່ຽວກັບກິລາ-ກາຍຍະກໍາ; 2. ກວດກາການເຄື່ອນໄຫວຂອງການຈັດຕັ້ງກິລາ-ກາຍ ຍະກໍາປະເພດຕ່າງໆເຊັ່ນ:ສະຫະພັນ,ສະມາຄົມ,ສະໂມສອນຕາມຄວາມ ຮັບຜິດຊອບແລະພາລະບົດບາດຂອງຕົນ; 3. ກວດກາການແກ້ໄຂຄໍາສະເໜີຂອງບຸກຄົນ,ການຈັດຕັ້ງ ກ່ຽວກັບວຽກງານກິລາ-ກາຍຍະກໍາ.

....ມາດຕາ 95 ຮູບການການກວດກາ

ມາດຕາ 95 ຮູບການການກວດກາ ການກວດກາວຽກງານກິລາ-ກາຍຍະກໍາມີສາມຮູບການດັ່ງ ນີ້: - ການກວດກາຕາມແຜນການປົກກະຕິ; - ການກວດການອກແຜນການໂດຍມີການແຈ້ງໃຫ້ຮູ້ລ່ວງ ໜ້າ; - ການກວດກາແບບກະທັນຫັນ.

ການກວດກາຕາມແຜນການປົກກະຕິແມ່ນການກວດກາທີ່ ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ ນອນ. ການກວດການອກແຜນການໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງ ໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາຮີບດ່ວນ ໂດຍບໍ່ໄດ້ແຈ້ງລ່ວງໜ້າໃຫ້ຜູ້ຖືກກວດກາ.

..ພາກທີ 7 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 96 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 96 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິ ບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບ ກົດໝາຍ.

...ມາດຕາ 97 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 97 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກສຶກ ສາອົບຮົມ,ປະຕິບັດວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືດໍາ ເນີນຄະດີຕາມກໍລະນີເບົາຫຼືໜັກ.

...ມາດຕາ 98 ມາດຕະການສຶກສາອົບຮົມ

ມາດຕາ 98 ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງບໍ່ເປັນ ການກະທໍາຜິດທາງອາຍາແລະຮັບສາລະພາບຕໍ່ການກະທໍາທີ່ບໍ່ຖືກຕ້ອງ ຂອງຕົນຈະຖືກຕັກເຕືອນແລະສຶກສາອົບຮົມ.

...ມາດຕາ 99 ມາດຕະການທາງວິໄນ

ມາດຕາ 99 ມາດຕະການທາງວິໄນ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງບໍ່ເປັນ ການກະທໍາຜິດທາງອາຍາແຕ່ບໍ່ຈິງໃຈລາຍງານ,ຫຼົບຫຼີກຈາກຄວາມຜິດ ຂອງຕົນຈະຖືກປະຕິບັດວິໄນຕາມແຕ່ລະກໍລະນີດັ່ງນີ້: 1. ຕິຕຽນ,ກ່າວເຕືອນຄວາມຜິດໂດຍບັນທຶກໄວ້ໃນສໍານວນ ເອກະສານຊີວະປະຫວັດຂອງຕົນ; 2. ໂຈະທຸການເຄື່ອນໄຫວໃນວຽກງານກິລາ-ກາຍຍະກໍາ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ; 3. ປະຕິບັດວິໄນອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 100 ມາດຕະການປົບໄໝ

ມາດຕາ 100 ມາດຕະການປົບໄໝ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງບໍ່ເປັນ ການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍເລັກໜ້ອຍຈະຖືກປັບ ໃໝຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ມາດຕາ 101 ມາດຕະການທາງແພ່ງ

ມາດຕາ 101 ມາດຕະການທາງແພ່ງ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງກໍ່ ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ບຸກຄົນແລະການຈັດຕັ້ງ ອື່ນເນື່ອງມາຈາກການກະທໍາທີ່ບໍ່ຖືກຕ້ອງຂອງຕົນກ່ຽວກັບວຽກງານ ກິລາ-ກາຍຍະກໍາຈະຕ້ອງໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 102 ມາດຕະການທາງອາຍາ

ມາດຕາ 102 ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງເປັນການກະທໍາຜິດ ທາງອາຍາຈະຖືກລົງໂທດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ.

..ພາກທີ 8 ວັນສ້າງຕັ້ງກິລາ-ກາຍຍະກໍາແຫ່ງຊາດ,ເຄື່ອງໝາຍແລະເຄື່ອງແບບກິລາ-ກາຍຍະກໍາ


...ມາດຕາ 103 ວັນສ້າງຕັ້ງກິລາ-ກາຍຍະກໍາແຫ່ງຊາດ

ມາດຕາ 103 ວັນສ້າງຕັ້ງກິລາ-ກາຍຍະກໍາແຫ່ງຊາດ ສປປລາວ ຖືເອົາ ວັນທີ 22 ພະຈິກ 1985 ເປັນວັນສ້າງຕັ້ງ ກິລາ-ກາຍຍະກໍາແຫ່ງຊາດ. ແຕ່ລະປີຢູ່ສູນກາງແລະທ້ອງຖິ່ນຕ້ອງຈັດຕັ້ງການສະເຫຼີມສະ ຫຼອງວັນດັ່ງກ່າວດ້ວຍຮູບການຕ່າງໆທີ່ເໝາະສົມ.

...ມາດຕາ 104 ເຄື່ອງໝາຍກິລາ-ກາຍຍະກໍາ

ມາດຕາ 104 ເຄື່ອງໝາຍກິລາ-ກາຍຍະກໍາ ເຄື່ອງໝາຍກິລາ-ກາຍຍະກໍາເປັນຮູບທວນໄຟ,ສີແດງກວມ ຫົວນາກສີຄໍາ,ມີສັນຍາລັກທາງແລ່ນຢູ່ເລື້ອງລຸ່ມ,ມີໜັງສືສາພາສາກົນ "Laos".

...ມາດຕາ 105 ເຄື່ອງແບບກິລາ-ກາຍຍະກໍາ

ມາດຕາ 105 ເຄື່ອງແບບກິລາ-ກາຍຍະກໍາ ເຄື່ອງແບບກິລາ-ກາຍຍະກໍາໄດ້ກໍານົດໄວ້ໃນລະບຽບການ ສະເພາະ.

..ພາກທີ 9 ບົດບັນຍັດສຸດທ້າຍ


...ມາດຕາ 106 ການຈັດຕັ້ງປະຕິບັດ

ມາດຕາ 106 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 107 ຜັນສັກສິດ

ມາດຕາ 107 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນ ປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ.