ກົດໝາຍວ່າດ້ວຍກິລາ-ກາຍຍະກໍາ(ສະບັບປັບປຸງ) 06-07-2012

From Wikisource
Jump to navigation Jump to search

.ກິລາ-ກາຍຍະກໍາ(ສະບັບປັບປຸງ) 06-07-2012


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການສົ່ງເສີມ,ການພັດທະນາ,ການຄຸ້ມຄອງ,ການບໍລິຫານ ກິລາ-ກາຍຍະກໍາເພື່ອເຮັດໃຫ້ວຽກງານດັ່ງກ່າວມີການຂະຫຍາຍຕົວ, ກ້າວໜ້າ,ເສີມສ້າງບັນຍາກາດສົດໃສຢູ່ໃນສັງຄົມ,ເຮັດໃຫ້ພົນລະເມືອງ ລາວມີສຸຂະພາບແຂັງແຮງທາງດ້ານຮ່າງກາຍແລະຈິດໃຈ,ມີນໍ້າໃຈກິ ລາທີ່ຜ່ອງໃສ,ສ້າງສະຕິຊາດ,ສາມາດປະກອບສ່ວນເຂົ້າໃນການພັດທະ ນາຊັບພະຍາກອນມະນຸດ,ຍົກຖານະບົດບາດຂອງຊາດ,ແນໃສ່ເພີ່ມທະວີ ຄວາມສາມັກຄີ,ມິດຕະພາບ,ສັນຕິພາບ,ການຮ່ວມມືກັບບັນດາປະເທດ ຢູ່ພາກພື້ນແລະສາກົນ,ຮັບໃຊ້ພາລະກິດປົກປັກຮັກສາແລະສ້າງສາປະ ເທດຊາດ.

...ມາດຕາ 2 ກິລາ-ກາຍຍະກໍາ

ມາດຕາ 2 ກິລາ-ກາຍຍະກໍາ ກິລາ-ກາຍຍະກໍາແມ່ນຂະບວນການເຄື່ອນໄຫວກິດຈະກໍາ ຕ່າງໆໃນການຝຶກແອບ,ການແຂ່ງຂັນ,ການສະແດງ,ການແລກປ່ຽນ ແບບບຸກຄົນ,ລວມໝູ່ທີ່ມີສິນລະປະ,ລວດລາຍສະເພາະເພື່ອເຮັດໃຫ້ຮ່າງ ກາຍແຂງແຮງ,ສວຍງາມ,ຈິດໃຈເບີກບານ,ສະໝອງໄດ້ຮັບການພັດທະ ນາ,ສ້າງຄວາມຊໍານານ,ປະສົບການທາງດ້ານເຕັກນິກ,ຍຸດທະວິທີເປັນ ທີ່ນິຍົມຊົມຊອບຂອງມວນຊົນກ້າວໄປເຖິງການສະແດງ,ການແຂ່ງຂັນ ເພື່ອຄວາມເປັນເລີດ,ນໍາກຽດສັກສີແລະຊື່ສຽງມາສູ່ຂະແໜງການ,ທ້ອງ ຖິ່ນ,ປະເທດຊາດ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1. ກິລາ-ກາຍຍະກໍາສະໝັກຫຼິ້ນ ໝາຍເຖິງ ການດໍາເນີນ ການຝຶກແອບ,ການສະແດງ,ການແລກປ່ຽນ,ການແຂ່ງຂັນຂອງບຸກຄົນ ຫຼືການຈັດຕັ້ງມວນຊົນທົ່ວໄປເພື່ອຄວາມມ່ວນຊື່ນ,ຄວາມສາມັກຄີ,ມິດຕະ ພາບໂດຍບໍ່ຍຶດຖືເປັນອາຊີບແຕ່ປະຕິບັດຕາມກົດລະບຽບແລະກະຕິກາທີ່ ແນ່ນອນຂອງກິລາ-ກາຍຍະກໍາ; 2. ກິລາ-ກາຍຍະກໍາອາຊີບ ໝາຍເຖິງ ການດໍາເນີນການ ຝຶກແອບ,ການສະແດງ,ການແຂ່ງຂັນຂອງບຸກຄົນຫຼືການຈັດຕັ້ງທີ່ຍຶດຖື ເປັນອາຊີບແລະປະຕິບັດຕາມກົດລະບຽບແລະກະຕິກາຂອງກິລາ-ກາຍ ຍະກໍາອາຊີບຢ່າງເຂັ້ມແຂງ. 3. ກິລາ-ກາຍຍະກໍາໃນໂຮງຮຽນ ໝາຍເຖິງການສິດສອນ, ຮໍ່າຮຽນ,ຝຶກແອບ,ສະແດງ,ແຂ່ງຂັນກິລາ,ກາຍຍະກໍາໃນໂຮງຮຽນ,ສູນ ແລະສະຖາບັນການສຶກສາ. 4. ນັກກິລາ ໝາຍເຖິງ ຜູ້ທີ່ໄດ້ຮັບການຄັດເລືອກເຂົ້າຮ່ວມ ການຝຶກແອບ,ຝຶກຊ້ອມ,ສະແດງ,ແຂ່ງຂັນກິລາ-ກາຍຍະກໍາປະເພດໃດ ໜຶ່ງ. 5. ບຸກຄະລາກອນກິລາ-ກາຍຍະກໍາ ໝາຍເຖິງ ຄູຝຶກ,ກໍາ ມະການຕັດສິນ,ຜູ້ບໍລິຫານການກິລາ,ແພດກິລາ,ນັກຈິດຕະສາດ,ນັກວິ ທະຍາສາດແລະຜູ້ຊ່ຽວຊານດ່ຽວກັບກິລາ. 6. ຄູຝຶກໝາຍເຖິງ ຜູ້ທີ່ມີວະຊາສະເພາະ,ມີຄວາມຮູ້,ຄວາມ ສາມາດ,ປະສົບການ,ຄວາມຊໍານານແລະເປັນຜູ້ແນະນໍາ,ຝຶກສອນວິຊາ ກິລາ-ກາຍຍະກໍາປະເພດໃດໜຶ່ງໃຫ້ແກ່ນັກກິລາຫຼືຜູ້ຫຼິ້ນກິລາ-ກາຍຍະ ກໍາ. 7. ກໍາມະການຕັດສິນ ໝາຍເຖິງຜູ້ທີ່ມີຄວາມຮູ້,ວິຊາສະ ເພາະ,ປະສົບການ,ຄວາມສາມາດ,ເຂົ້າໃຈກົດລະບຽບ,ກະຕິກາແລະຖືກ ແຕ່ງຕັ້ງໃຫ້ຕັດສິນການແຂ່ງຂັນກິລາ-ກາຍຍະກໍາປະເພດໃດໜຶ່ງ; 8. ເຕັ້ນເອໂຣບິກ ໝາຍເຖິງ ການອອກກໍາລັງກາຍຕາມຈັງ ຫວະສຽງເພງ.

...ມາດຕາ 4 (ປັບປຸງ) ນະໂຍບາຍກ່ຽວກັບກິລາ-ກາຍຍະກໍາ

ມາດຕາ 4 (ປັບປຸງ) ນະໂຍບາຍກ່ຽວກັບກິລາ-ກາຍຍະກໍາ ລັດຖືເອົາກິລາ-ກາຍຍະກໍາເປັນວຽກງານໜຶ່ງທີ່ສໍາຄັນໃນ ການພັດທະນາຊັບພະຍາກອນມະນຸດທາງດ້ານສຸຂະພາບຮ່າງກາຍແລະ ຈິດໃຈ,ສ້າງໃຫ້ຄົນເຮົາເປັນຜູ້ອົດທົນ,ເຂັ້ມແຂງ,ມີຄວາມເສຍສະລະ,ມີ ລະບຽບວິໄນ,ມີນໍ້າໃຈຮັກຊາດເຮັດໃຫ້ສັງຄົມມີຊີວິດຊີວາແລະມີບັນຍາ ກາດເບີກບານມ່ວນຊື່ນ. ລັດຖືເອົາການສ້າງຂະບວນການກິລາ-ກາຍຍະກໍາມວນຊົນ ເປັນພື້ນຖານແລະການສ້າງກິລາ-ກາຍຍະກໍາລະດັບສູງເປັນສໍາຄັນກ້າວ ໄປເຖິງການສ້າງກິລາ-ກາຍຍະກໍາອາຊີບເທື່ອລະກ້າວ,ສົ່ງເສີມການ ແລກປ່ຽນ,ການແຂ່ງຂັນໃນລະດັບຕ່າງໆເປັນຕົ້ນລະດັບຊາດ,ພາກພື້ນ ແລະສາກົນ. ລັດເອົາໃຈໃສ່ລົງທຶນໃຫ້ແກ່ກິລາ-ກາຍຍະກໍາເພື່ອກໍ່ສ້າງ ພື້ນຖານໂຄງຮ່າງ,ຄົ້ນຄວ້າ,ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີດ້ານກິ ລາ,ການແພດກິລາ,ກໍ່ສ້າງບໍາລຸງພະນັກງານ,ນັກກິລາ-ກາຍຍະກໍາ ເປັນຕົ້ນເຍົາວະຊົນຜູ້ມີພອນສະຫວັນໃຫ້ສາມາດເຂົ້າຮ່ວມໃນການຝຶກ ແອບແລະແຂ່ງຂັນ. ລັດສົ່ງເສີມໃຫ້ມີການອະນຸຮັກແລະພັດທະນາກິລາ-ກາຍຍະ ກໍາພື້ນເມືອງຂອງປະຊາຊົນບັນດາເຜົ່າ,ກິລາ-ກາຍຍະກໍາຜູ້ອາຍຸສູງ, ແມ່ຍິງແລະຄົນພິການ. ລັດສົ່ງເສີມແລະຊຸກຍູ້ໃຫ້ບຸກຄົນ,ການຈັດຕັ້ງທັງພາກລັດ ແລະເອກະຊົນ,ພາຍໃນແລະຕ່າງປະເທດລົງທຶນເຂົ້າໃສ່ການພັດທະນາ ກິລາ-ກາຍຍະກໍາດ້ວຍນະໂຍບາຍຕ່າງໆ.

...ມາດຕາ 5 (ປັບປຸງ) ຫຼັກການກ່ຽວກັບກິລາ-ກາຍຍະກໍາ

ມາດຕາ 5 (ປັບປຸງ) ຫຼັກການກ່ຽວກັບກິລາ-ກາຍຍະກໍາ ກິລາ-ກາຍຍະກໍາຕ້ອງດໍາເນີນບົນພື້ນຖານຫຼັກການຕົ້ນຕໍດັ່ງ ນີ້: 1. ມີລັກສະນະຊາດ,ມະຫາຊົນ,ວິທະຍາສາດແລະທັນສະ ໄໝ; 2. ຕິດພັນກັບການສຶກສາ,ວັດທະນະທໍາ,ການພັດທະນາຄົນ ຮຸ່ນໜຸ່ມ,ສ້າງນັກກິລາໃຫ້ມີກໍລັງກາຍເຂັ້ມແຂງ,ມີນໍ້າໃຈຮັກຊາດ,ມີ ຄວາມອົດທົນເສຍສະລະ,ມີຈິດໃຈເຂັ້ມແຂງ,ມີຄວາມດຸໝັ່ນ,ຫ່າງໄກ ຈາກສິ່ງເສດຕິດແລະສິ່ງຫຍໍ້ທໍ້ອື່ນໆ; 3. ຮັບປະກັນໃຫ້ທິດສະດີຕິດພັນກັບຕົວຈິງ,ຕິດພັນກັບການ ຝຶກແອບ,ການສະແດງແລະການແຂ່ງຂັນລະດັບທ້ອງຖິ່ນ,ລະດັບຊາດ, ພາກພື້ນແລະສາກົນ; 4. ຮັບໃຊ້ພາລະບົດບາດປົກປັກຮັກສາແລະພັດທະນາປະ ເທດຊາດໃນແຕ່ລະໄລຍະ; 5. ຮັບປະກັນຄວາມໂປ່ງໃສ,ການເຄົາລົບແລະປະຕິບັດກົດ ລະບຽບ,ກະຕິກາແລະລະບຽບກົດໝາຍຢ່າງເຂັ້ມງວດ.

...ມາດຕາ 6 ສິດແລະພັນທະຂອງພັນລະເມືອງຕໍ່ກິລາ-ກາຍຍະກໍາ

ມາດຕາ 6 ສິດແລະພັນທະຂອງພັນລະເມືອງຕໍ່ກິລາ-ກາຍຍະກໍາ ພົນລະເມືອງລາວທຸກຄົນໂດຍບໍ່ຈໍາແນກອາຍຸ,ເພດ,ໄວ,ສຸ ຂະພາບ,ກນພິການ,ຖານະທາງດ້ານເສດຖະກິດ-ສັງຄົມລ້ວນແຕ່ມີສິດ ຝຶກແອບ,ສະແດງ,ແຂ່ງຂັນ,ພັດທະນາກິລາ-ກາຍຍະກໍາດ້ວຍຄວາມຕື່ນ ຕົນເພື່ອສຸຂະພາບ,ການມ່ວນຊື່ນແລະການພັກຜ່ອນ. ບຸກຄົນແລະການຈັດຕັ້ງມີພັນທະປະກອບສ່ວນທຶນຮອນ,ພາ ຫະນະ,ວັດຖະອຸປະກອນ,ເຫື່ອແຮງແລະສະຕິປັນຍາເຂົ້າໃນການພັດທະ ນາກິລາ-ກາຍຍະກໍາໃຫ້ມີການຂະຫຍາຍຕົວ,ກ້າວນ້າ,ທັນສະໄໝແລະ ເຂັ້ມແຂງ.

...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລົດສົ່ງເສີມໃຫ້ມີການພົວພັນແລະຮ່ວມມືກັບຕ່າງປະເທດ, ພາກພື້ນແລະສາກົນເພື່ອພັດທະນາກິລາ-ກາຍຍະກໍາດ້ວຍການຍາດ ແຍ່ງການສະໜັບສະໜູນ,ການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ການ ຈັດການແຂ່ງຂັນ,ການເຂົ້າຮ່ວມການສະແດງແລະການແຂ່ງຂັນ,ການ ສ້າງບຸກຄະລາກອນກິລາ-ກາຍຍະກໍາ,ການກໍ່ສ້າງພື້ນຖານໂຄງລ່າງ ແລະອື່ນໆ.

..ພາກທີ 2 ກິລາ-ກາຍຍະກໍາ


...ໝວດທີ 1 ປະເພດ,ລາຍການ,ລະດົບ,ຮູບແບບກິລາ-ກາຍຍະກໍາ


....ມາດຕາ 8 ປະເພດກິລາກາຍຍະກໍາ

ມາດຕາ 8 ປະເພດກິລາກາຍຍະກໍາ ປະເພດກິລາ-ກາຍຍະກໍາແມ່ນຊື່ກິລາ-ກາຍຍະກໍາໃດໜຶ່ງທີ່ ມີການຝຶກແອບ,ການສະແດງ,ການແຂ່ງຂັນຕາມເຕັກນິກ,ກົດລະບຽບ, ກະຕິກາສະເພາະເຊັ່ນປະເພດບານເຕະ,ບານສົ່ງ,ບານບ້ວງ,ກະຕໍ້,ເປຕັງ ,ມວຍ,ລອຍນໍ້າ,ແລ່ນ-ລານ,ກາຍຍະສິນ,ຍົກນໍ້າໜັກ,ເຕັ້ນແອໂຣບິກແລະ ປະເພດອື່ນທີ່ໄດ້ກໍານົດໄວ້ຕ່າງຫາກ. ບາງປະເພດກິລາ-ກາຍຍະກໍາມີຫຼາຍຊະນິດເຊັ່ນ: - ບານເຕະມີຊະນິດກາງແຈ້ງແລະໃນຮົ່ມ. - ບານສົ່ງມີຊະນິດໃນຮົ່ມແລະຫາດຊາຍ. - ກິລາທາງນໍ້າມີຊະນິດລອຍນໍ້າ,ໂດດນໍ້າແລະຟ້ອນໃນນໍ້າ. ກິລາກາຍຍະກໍາປະເພດໃດນຶ່ງທີ່ຈະນໍາເຂົ້າແຂ່ງຂັນນັ້ນຕ້ອງ ມີການຢັ້ງຢືນແລະຮັບຮອງຈາກສະຫະພັນກິລາ-ກາຍຍະກໍາທີ່ກ່ຽວຂ້ອງ ລະດັບທ້ອງຖິ່ນ,ລະດັບຊາດ,ອະນຸພາກພື້ນ,ພາກພື້ນແລະສາກົນ.

....ມາດຕາ 9 ລາຍການກິລາ-ກາຍຍະກໍາ

ມາດຕາ 9 ລາຍການກິລາ-ກາຍຍະກໍາ ກິລາ-ກາຍຍະກໍາບາງປະເພດໄດ້ແຍກອອກເປັນລາຍການ ຕາມການກໍານົດຂອງຄະນະກໍາມະການຈັດການແຂ່ງຂັນແຕ່ລະຄັ້ງເຊັ່ນ: - ປະເພດແລ່ນມີລາຍການແລ່ນ 100 ແມັດ, 200 ແມັດ 400 ແມັດ, 1500 ແມັດ, 10,000 ແມັດ, ມາລະທັອນແລະອື່ນໆ. - ປະເພດບານເຕະມີລາຍການ ບານເຕະຊາຍ,ບານເຕະຍິງ. - ປະເພດລອຍນໍ້າມີລາຍການ 100 ແມັດ, 200 ແມັດ, 4 x 100 ແມັດ, 1500 ແມັດ ແລະອື່ນໆ.

....ມາດຕາ 10 ລະດັບກິລາກາຍຍະກໍາ

ມາດຕາ 10 ລະດັບກິລາກາຍຍະກໍາ ກິລາ-ກາຍຍະກໍາໄດ້ຈັດລະດັບຕາມຄວາມສໍາຄັນແລະ ຄວາມສາມາດຂອງກິລາ-ກາຍຍະກໍາກິລາ-ກາຍຍະກໍາມີສອງລະດັບ ດັ່ງນີ້: 1. ລະດັບມວນຊົນ; - ຮາກຖານມີ ບ້ານ,ໂຮງຮຽນ,ຫົວໜ່ວຍທຸລະກິດແລະອື່ນໆ. - ຂະແໜງການແລະທ້ອງຖິ່ນ ມີ ກະຊວງ,ອົງການ,ແຂວງ, ເມືອງ. 2. ລະກັບສູງ. - ລະດັບຊາດ; - ລະດັບອານຸພາກພື້ນ,ພາກພື້ນແລະສາກົນ.

....ມາດຕາ 11 ຮູບແບບກິລາ-ກາຍຍະກໍາ

ມາດຕາ 11 ຮູບແບບກິລາ-ກາຍຍະກໍາ ກິລາ-ກາຍຍະກໍາໄດ້ຈັດລະບົບການເຄື່ອນໄຫວຕາມສອງ ຮູບແບບດັ່ງນີ້: 1. ສະໝັກຫຼິ້ນ. 2. ອາຊີບ.

...ໝວດທີ 2 ກິລາ-ກາຍຍະກໍາສະໝັກຫຼິ້ນແລະອາຊີບ


....ມາດຕາ 12 ນັກກິລາ-ກາຍຍະກໍາສະໝັກຫຼິ້ນ

ມາດຕາ 12 ນັກກິລາ-ກາຍຍະກໍາສະໝັກຫຼິ້ນ ນັກກິລາ-ກາຍຍະກໍາສະໝັກຫຼິ້ນແມ່ນຜູ້ຫຼິ້ນກິລາ-ກາຍຍະກໍາ ໂດຍບໍ່ຍຶດຖືເປັນອາຊີບເປັນຕົ້ນຫຼິ້ນເພື່ອສຸຂະພາບ,ຄວາມສາມັກຄີແລະ ຄວາມມ່ວນຊື່ນ. ນັກກິລາ-ກາຍຍະກໍາສະໝັກຫຼິ້ນມີສິດແລະພັນທະດັ່ງນີ້: 1. ຂຶ້ນທະບຽນສັງກັດສະໂມສອນຫຼືສະຫະພັນໃດໜຶ່ງຕາມ ຄວາມສະໝັກໃຈຂອງຕົນ; 2. ຝຶກແອບ,ເຄື່ອນໄຫວກິລາ-ກາຍຍະກໍາຕາມສະໂມສອນ ຫຼືສະຫະພັນບ່ອນຕົນສັງກັດຢູ່; 3. ເຂົ້າຮ່ວມການສະແດງ,ການແຂ່ງຂັນໃນນາມສະໂມ ສອນຫຼືສະຫະພັນບ່ອນຕົນສັງກັດຢູ່; 4. ຖືກຄັດເລືອກ,ຮັບຮອງເປັນນັກກິລາທີມຊາດຕາມມາດ ຕະຖານແລະຄວາມຮຽກຮ້ອງຕ້ອງການຂອງທີມຊາດ; 5. ໄດ້ຮັບການຍ້ອງຍໍ,ລາງວັນແລະນະໂຍບາຍອື່ນຕາມຜົນ ງານຂອງປະເພດກິລາ-ກາຍຍະກໍາທີ່ຕົນໄດ້ແຂ່ງຂັນ; 6. ໄດ້ຮັບນະໂຍບາຍເມື່ອມີການເຈັບເປັນ,ເສຍອົງຄະ,ເສຍ ຊີວິດໃນເວລາເຄື່ອນໄຫວກິລາ-ກາຍຍະກໍາຕາມລະບຽບການ; 7. ຍົກຍ້າຍໄປສັງກັດຢູ່ສະໂມສອນອື່ນທັງພາຍໃນແລະຕ່າງ ປະເທດຕາມການຕົກລົງເຫັນດີຂອງສະໂມສອນແລະສະຫະພັນທີ່ກ່ຽວ ຂ້ອງ; 8. ຮັບໃຊ້ສະໂມສອນ,ສະຫະພັນແລະຮັບໃຊ້ຊາດຕາມຄວາມ ຮຽກຮ້ອງຕ້ອງການ; 9. ປະຕິບັດສິດແລະພັນທະອື່ນຕາມລະບຽບການ. ສໍາລັບນັກກິລາ-ກາຍຍະກໍາສະໝັກຫຼິ້ນທີ່ຖືກຄັດເລືອກເຂົ້າ ໃນທີມຊາດຍັງຕ້ອງປະຕິບັດລະບຽບການຂອງສູນຝຶກແລະການຈັດຕັ້ງ ທີ່ກ່ຽວຂ້ອງຢ່າງເຂັ້ມງວດລວມທັງເວລາຝຶກແອບ,ຝຶກຊ້ອມ,ສະແດງ, ແຂ່ງຂັນແລະການເຄື່ອນໄຫວອື່ນໆ.

....ມາດຕາ 13 (ປັບປຸງ) ນັກກິລາ-ກາຍຍະກໍາ ອາຊີບ

ມາດຕາ 13 (ປັບປຸງ) ນັກກິລາ-ກາຍຍະກໍາ ອາຊີບ ນັກກິລາ-ກາຍຍະກໍາອາຊີບແມ່ນຜູ້ຫຼິ້ນກິລາ-ກາຍຍະກໍາທີ່ ຍຶດເປັນອາຊີບ. ນັກກິລາ-ກາຍຍະກໍາອາຊີບມີສິດແລະພັນທະດັ່ງນີ້: 1. ເຮັດສັນຍາ,ຂຶ້ນທະບຽນສັງກັດສະໂມສອນ,ສະຫະພັນກິ ລາ-ກາຍຍະກໍາອາຊີບໂດຍສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງ ຂອງ ສປປລາວ ແລະ ລະບຽບການຂອງກິລາ-ກາຍຍະກໍາສາກົນ; 2. ປະຕິບັດຕາມສັນຍາທີ່ຕົນໄດ້ເຊັນກັບສະໂມສອນ,ສະຫະ ພັນກິລາ-ກາຍຍະກໍາອາຊີບ; 3. ເຂົ້າຮ່ວມການຄັດເລືອກແລະແຂ່ງຂັນໃນທີມຊາດ,ຮັບ ໃຊ້ຊາດຕາມຄວາມຮຽກຮ້ອງຕ້ອງການ; 4. ໄດ້ຮັບການຍ້ອງຍໍ,ລາງວັນແລະນະໂຍບາຍອື່ນຕາມ ຜົນງານທີ່ຕົນໄດ້ແຂ່ງຂັນ; 5. ໄດ້ຮັບນະໂຍບາຍເມື່ອມີການເຈັບເປັນ,ເສຍອົງຄະ,ເສຍ ຊີວິດໃນເວລາເຄື່ອນໄຫວກິລາ-ກາຍຍະກໍາຕາມລະບຽບການແລະສັນ ຍາ; 6. ຍົກຍ້າຍໄປສັງກັດຟູ່ສະໂມສອນອື່ນທັງພາຍໃນແລະຕ່າງ ປະເທດຕາມການຕົກລົງເຫັນດີຂອງສະໂມສອນແລະສະຫະພັນທີ່ກ່ຽວ ຂ້ອງ. 7. ເສຍພັນທະລາຍໄດ້ໃຫ້ລັດຕາມລະບຽບກົດໝາຍ. 8. ປະຕິບັດສິດແລະພັນທະອື່ນຕາມລະບຽບກົດໝາຍ. ສໍາລັບມາດຕະຖານແລະເງື່ອນໄຂຂອງນັກກິລາ-ກາຍຍະ ກໍາອາຊີບໄດກໍານົດໄວ້ໃນລະບຽບການສະເພາະ. ....ມາດຕາ 14 ປະເພດຄູຝຶກກິລາ-ກາຍຍະກໍາ

ມາດຕາ 14 ປະເພດຄູຝຶກກິລາ-ກາຍຍະກໍາ ຄູຝຶກກິລາກາຍຍະກໍາມີສອງປະເພດດັ່ງນີ້: 1. ຄູຝຶກກິລາ-ກາຍຍະກໍາສະໝັກຫຼິ້ນ; 2. ຄູຝຶກກິລາ-ກາຍຍະກໍາອາຊີບ.

....ມາດຕາ 15 ມາດຕະຖານຂອງຄູຝຶກ

ມາດຕາ 15 ມາດຕະຖານຂອງຄູຝຶກ ຄູຝຶກຕ້ອງມີມາດຕະຖານຕົ້ນຕໍດັ່ງນີ້: 1. ມີຄຸນສົມບັດ,ຄຸນວຸດທິ,ຈັນຍາບັນແລະຄວາມຮູ້ຄວາມ ສາມາດກ່ຽວກັບການຝຶກແອບ,ການຝຶກຊ້ອມແລະການສິດສອນກິລາ- ກາຍຍະກໍາ; 2. ມີປະກາສະນີຍະບັດຫຼືໃບຢັ້ງຢືນຈາກສະຖາບັນຫຼືສະຫະ ພັນກິລາທີ່ກ່ຽວຂ້ອງທັງພາຍໃນແລະຕ່າງປະເທດ; 3. ມີປະສົບການ,ຜົນງານທີ່ຖືກຮັບຮອງຈາກສະຫະພັນກິ ລາ-ກາຍຍະກໍາທີ່ກ່ຽວຂ້ອງ; 4. ມີສຸຂະພາບແຂັງແຮງ. ສໍາລັບຄູຝຶກກິລາ-ກາຍຍະກໍາອາຊີບນັ້ນຍັງຕ້ອງມີປະກາສະ ນີຍະບັດອາຊີບແລະການຢັ້ງຢືນຈາກສະຫະພັນກິລາອາຊີບສາກົນ.

....ມາດຕາ 16 ສິດແລະໜ້າທີ່ຂອງຄູຝຶກ

ມາດຕາ 16 ສິດແລະໜ້າທີ່ຂອງຄູຝຶກ ຄູຝຶກກິລາ-ກາຍຍະກໍາສະໝັກຫຼິ້ນມີສິດແລະໜ້າທີ່ຕົ້ນຕໍດັ່ງ ນີ້: 1. ສິດສອນ,ແນະນໍາ,ນໍາພານັກກິລາ-ກາຍຍະກໍາຝຶກແອບ, ຝຶກຊ້ອມ,ເຂົ້າຮ່ວມການສະແດງ,ການແຂ່ງຂັນຕາມລາຍການກິລາ- ກາຍຍະກໍາປະເພດຕ່າງໆ; 2. ສະເໜີການຍ້ອງຍໍ,ການຊົມເຊີຍ,ການປະຕິບັດນະໂຍ ບາຍ,ຕໍານິ,ກ່າວເຕືອນ,ລົງວິໄນ,ຢັ້ງຢືນການຝຶກແອບ,ການຝຶກຊ້ອມນັກ ກິລາ-ກາຍຍະກໍາທີ່ຕົນຮັບຜິດຊອບ; 3. ໄດ້ຮັບການຍ້ອງຍໍ,ລາງວັນແລະນະໂຍບາຍອື່ນຕາມຜົນ ງານຕົວຈິງຂອງຕົນ; 4. ສະຫຼູບລາຍງານ,ຕີລາຄາແລະປະເມີນຜົນກ່ຽວກັບວຽກ ງານກິລາ-ກາຍຍະກໍາໃຫ້ສະໂມສອນຫຼືສະຫະພັນຂອງຕົນ; 5. ປະຕິບັດຕາມລະບຽບການເຄື່ອນໄຫວຂອງສະໂມສອນ, ສະຫະພັນກິລາທີ່ກ່ຽວຂ້ອງ. ສໍາລັບຄູຝຶກກິລາ-ກາຍຍະກໍາອາຊີບນອກຈາກສິດແລະໜ້າ ທີ່ດັ່ງກ່າວນີ້ແລ້ວຍັງມີສິດແລະໜ້າທີ່ເຮັດສັນຍາກັບສະໂມສອນກິລາ- ກາຍຍະກໍາອາຊີບ,ສະຫະພັນກິລາແຫ່ງຊາດແລະສະຫະພັນກິລາສາກົນ ໂດຍສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປລາວ ແລະ ລະບຽບການຂອງກິລາ-ກາຍຍະກໍາສາກົນຕາມການມອບໝາຍ. ....ມາດຕາ 17 ມາດຕະຖານຂອງກໍາມະການຕັດສິນ

ມາດຕາ 17 ມາດຕະຖານຂອງກໍາມະການຕັດສິນ ກໍາມະການຕັດສິນກິລາ-ກາຍຍະກໍາມີມາດຕະຖານຕົ້ນຕໍດັ່ງ ນີ້: 1. ມີຄຸນສົມບັດ,ຄຸນວຸດທິ,ຈັນຍາບັນ,ຄວາມຍຸດຕິທໍາ,ຄວາມ ຮູ້,ຄວາມສາມາດ,ປະສົບການ,ວິຊາສະເພາະໃນການຕັດສິນກິລາ-ກາຍ ຍະກໍາ; 2.​ ມີປະກາສະນີຍະບັດ,ໃບຢັ້ງຢືນຈາກສະຖາບັນຫຼືສະຫະພັນ ກິລາທີ່ກ່ຽວຂ້ອງທັງພາຍໃນແລະຕ່າງປະເທດ; 3. ມີຜົນງານທີ່ຖືກຮັບຮອງຈາກສະຫະພັນກິລາທີ່ກ່ຽວຂ້ອງ; 4. ມີສຸຂະພາບແຂງແຮງ.

....ມາດຕາ 18 ສິດແລະໜ້າທີ່ຂອງກໍາມະການຕັດສິນ

ມາດຕາ 18 ສິດແລະໜ້າທີ່ຂອງກໍາມະການຕັດສິນ ກໍາມະການຕັດສິນກິລາ-ກາຍຍະກໍາມີສິດແລະໜ້າທີ່ຕົ້ນຕໍ ດັ່ງນີ້: 1. ແນະນໍາກົດລະບຽບ,ກະຕິກາ,ກວດກາທາງດ້ານເຕັກນິກ ກ່ອນການສະແດງ,ການແຂ່ງຂັນ; 2. ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນເວລາແຂ່ງ ຂັນ; 3. ຕັດສິນດ້ວຍຄວາມຖືກຕ້ອງ,ໂປ່ງໃສແລະຍຸຕິທໍາຕາມກົດ ລະບຽບ,ກະຕິກາຂອງການແຂ່ງຂັນ; 4. ໄດ້ຮັບນະໂຍບາຍເມື່ອມ່ການເຈັບເປັນ,ເສຍອົງຄະ,ເສຍ ຊີວິດໃນເວລາເຄື່ອນໄຫວກິລາ-ກາຍຍະກໍາຕາມລະບຽບການແລະສັນ ຍາ; 5. ໄດ້ຮັບການປົກປ້ອງຕາມລະບຽບກົດໝາຍຈາກການຈັດ ຕັ້ງທີ່ກ່ຽວຂ້ອງໃນເວລາຕັດສິນ; 6. ໄດ້ຮັບການຍ້ອງຍໍ,ລາງວັນແລະນະໂຍບາຍອື່ນຕາມຜົນ ງານແລະລະບຽບການທີ່ໄດ້ກໍານົດໄວ້.

....ມາດຕາ 9 ການມອບໂອນ,ຍົກຍ້າຍນັກກິລາ

ມາດຕາ 9 ການມອບໂອນ,ຍົກຍ້າຍນັກກິລາ ການມອບໂອນ,ຍົກຍ້າຍນັກກິລາ-ກາຍຍະກໍາສະໝັກຫຼິ້ນຫຼື ອາຊີບລະຫວ່າງສະໂມສອນກິລາ-ກາຍຍະກໍາພາຍໃນຫຼືຕ່າງປະເທດໃຫ້ ປະຕິບັດຕາມການຕົກລົງກັນໂດຍມີການຮັບຮູ້ຈາກສະຫະພັນກິລາ-ກາຍ ຍະກໍາທີ່ກ່ຽວຂ້ອງແລະສອດຄ່ອງກັບລະບຽບກົດໝາຍຂອງ ສປປລາວ ແລະລະບຽບການຂອງສະຫະພັນກິລາສາກົນ.

...ໝວດທີ 3 ກິລາກາຍຍະກໍາມວນຊົນ


....ມາດຕາ 20 ກິລາ-ກາຍຍະກໍາມວນຊົນ

ມາດຕາ 20 ກິລາ-ກາຍຍະກໍາມວນຊົນ ກິລາ-ກາຍຍະກໍາມວນຊົນແມ່ນກິດຈະກໍາການຝຶກແອບ, ການສະແດງ,ການຫຼິ້ນ,ການແຂ່ງຂັນກິລາ-ກາຍຍະກໍາຂອງພົນລະ ເມືອງທົ່ວໄປໂດຍບໍ່ຈໍາແນກເຊື້ອຊາດ,ອາຍຸ,ເພດ,ໄວ,ສຸຂະພາບ,ການ ພິການ,ຖານະທາງດ້ານເສດຖະກິດ-ສັງຄົມຢູ່ໃນຮາກຖານ,ຂະແໜງ ການແລະທ້ອງຖິ່ນແນໃສ່ສົ່ງເສີມສຸຂະພາບ,ຄວາມສາມັກຄີແລະຄວາມ ມ່ວນຊື່ນເປັນຕົ້ນຕໍໂດຍປະຕິບັດຕາມກົດລະບຽບ,ກະຕິກາທີ່ແນ່ນອນ.

....ມາດຕາ 21 ພະລະສຶກສາແລະກິລາ-ກາຍຍະກໍາໃນໂຮງຮຽນ

ມາດຕາ 21 ພະລະສຶກສາແລະກິລາ-ກາຍຍະກໍາໃນໂຮງຮຽນ ພະລະສຶກສາແລະກິລາ-ກາຍຍະກໍາໃນໂຮງຮຽນແມ່ນວິຊາ ຮຽນໜຶ່ງໃນຫຼັກສູດການສຶກສາແນໃສ່ເຮັດໃຫ້ຜູ້ຮຽນມີຄວາມຮູ້,ຄວາມ ສາມາດພື້ນຖານກ່ຽວກັບກິລາ-ກາຍຍະກໍາໂດຍຜ່ານບົດຮຽນ,ການ ເຄື່ອນໄຫວດັ່ງກ່າວເພື່ອເປັນການສົ່ງເສີມສຸຂະພາບ,ຄວາມສາມັກຄີ, ຄວາມມ່ວນຊື່ນ,ລະບຽບວິໄນ,ຜູ້ທີ່ມີພອນສະຫວັນດ້ານກິລາ-ກາຍຍະກໍາ ທັງເປັນການປະກອບສ່ວນປະຕິບັດການສຶກສາຮອບດ້ານ.

....ມາດຕາ 22 (ປັບປຸງ) ຄວາມຮັບຜິດຊອບຂອງລັດຕໍ່ພະລະສຶກສາແລະກິລາ-ກາຍຍະກໍາໃນໂຮງຮຽນ

ມາດຕາ 22 (ປັບປຸງ) ຄວາມຮັບຜິດຊອບຂອງລັດຕໍ່ພະລະສຶກສາແລະ ກິລາ-ກາຍຍະກໍາໃນໂຮງຮຽນ ລັດຖະບານມີນະໂຍບາຍລົງທຶນຕົ້ນຕໍເພື່ອຈັດສັນທີ່ດິນ,ສ້າງ ພື້ນຖານໂຄງລ່າງ,ສະໜອງວັດຖຸອຸປະກອນ,ພາຫະນະໃຫ້ແກ່ວຽກງານ ພະລະສຶກສາແລະກິລາ-ກາຍຍະກໍາໃນໂຮງຮຽນຂອງລັດ. ກະຊວງສຶກສາທິການແລະກິລາມີໜ້າທີ່ສ້າງຫຼັກສູດພະລະ ສຶກສາແລະກິລາ-ກາຍຍະກໍາສໍາລັບໂຮງຮຽນຕ່າງໆລວມທັງການກໍ່ ສ້າງ,ບໍາລຸງຄູອາຈານ,ການແນະນໍາການເຄື່ອນໄຫວກິລາ-ກາຍຍະກໍາ. ກະຊວງ,ອົງການ,ອົງການປົກຄອງທ້ອງຖິ່ນແລະພາກເອກະ ຊົນທີ່ມີໂຮງຮຽນ,ສູນ,ສະຖາບັນການສຶກສາຕ້ອງມີຄວາມຮັບຜິດຊອບໃນ ການຈັດສັນທີ່ດິນ,ກໍ່ສ້າງພື້ນຖານໂຄງລ່າງ,ສະໜອງວັດຖຸອຸປະກອນ,ສັບ ຊ້ອນຄູ-ອາຈານກິລາ-ກາຍຍະກໍາໃຫ້ແກ່ວຽກງານພະລະສຶກສາແລະກິ ລາ-ກາຍຍະກໍາໃນໂຮງຮຽນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ. ສໍາຫຼັບນັກຮຽນ,ນັກສຶກສາທີ່ເປັນທັງນັກກິລາ-ກາຍຍະກໍາລະ ດັບທ້ອງຖິ່ນຫຼືລະດັບຊາດພາຍຫຼັງສໍາເລັດການຝຶກແອບ,ການສະແດງ, ການແຂ່ງຂັນແລ້ວລັດມີນະໂຍບາຍໃຫ້ນັກຮຽນ,ນັກສຶກສາດັ່ງກ່າວໄດ້ ສືບຕໍ່ຮໍ່າຮຽນ,ບໍາລຸງແລະສອບເສັງຕາມລະບຽບການ.

....ມາດຕາ 23 ຄວາມຮັບຜິດຊອບຂອງໂຮງຮຽນ

ມາດຕາ 23 ຄວາມຮັບຜິດຊອບຂອງໂຮງຮຽນ ໂຮງຮຽນ,ສູນແລະສະຖາບັນການສຶກສາທັງພາກລັດແລະ ເອກະຊົນມີຄວາມຮັບຜິດຊອບຕົ້ນຕໍຕໍ່ພະລະສຶກສາແລະກິລາ-ກາຍຍະກໍາ ດັ່ງນີ້: 1. ປະຕິບັດຕາມຫຼັກສູດ,ໂຄງການກ່ຽວກັບພະລະສຶກສາແລະ ກິລາ-ກາຍຍະກໍາ; 2. ຄຸ້ມຄອງ,ນໍາໃຊ້ພື້ນຖານວັດຖຸອຸປະກອນພະລະສຶກສາແລະ ກິລາ-ກາຍຍະກໍາໃຫ້ມີປະສິດທິຜົນ; 3. ຈັດຕັ້ງໃຫ້ນັກຮຽນ,ນັກສຶກສາໄດ້ເຂົ້າຮ່ວມການເຄື່ອນ ໄຫວກິລາ-ກາຍຍະກໍາໃນໂຮງຮຽນແລະສັງຄົມຢ່າງເປັນປົກກະຕິ; 4. ຮັບປະກັນຄວາມປອດໄພໃຫ້ແກ້ຜູ້ສອນແລະຜູ້ຮຽນໃນເວ ລາເຄື່ອນໄຫວພະລະສຶກສາແລະກິລາ-ກາຍຍະກໍາ; 5. ສົ່ງເສີມນັກຮຽນ,ນັກສຶກສາຜູ້ທີ່ມີພອນສະຫວັນທາງດ້ານ ກິລາ-ກາຍຍະກໍາເພື່ອໃຫ້ໄດ້ເຂົ້າຮ່ວມໃນຂະບວນການກິລາ-ກາຍຍະກໍາ ທັງຮັບປະກັນການສຶກສາຮໍ່າຮຽນຂອງນັກຮຽນ,ນັກສຶກສານັ້ນ.

....ມາດຕາ 24 ສິດແລະໜ້າທີ່ຂອງຄູ-ອາຈານ

ມາດຕາ 24 ສິດແລະໜ້າທີ່ຂອງຄູ-ອາຈານ ຄູ-ອາຈານມີສິດແລະໜ້າທີ່ຕົ້ນຕໍຕໍ່ພະລະສຶກສາແລະກິລາ- ກາຍຍະກໍາດັ່ງນີ້: 1. ປະຕິບັດການສິດສອນວິຊາພະລະສຶກສາແລະກິລາ-ກາຍ ຍະກໍາໃນໂຮງຮຽນຢ່າງເປັນປົກກະຕິ; 2. ຈັດຕັ້ງການເຄື່ອນໄຫວກິລາ-ກາຍຍະກໍາໃນໂຮງຮຽນ ຢ່າງເປັນປັກກະຕິ; 3. ສົ່ງເສີມ,ບໍາລຸງນັກຮຽນ,ນັກສຶກສາເປັນຕົ້ນຜູ້ທີ່ມີພອນ ສະຫວັນດ້ານກິລາ-ກາຍຍະກໍາໃຫ້ສາມາດເຄື່ອນໄຫວເລີ່ມມາແຕ່ເຍົາ ໄວ. 4. ຮັບປະກັນຄວາມປອດໄພໃຫ້ແກ່ນັກຮຽນ,ນັກສຶກສາໃນ ການເຄື່ອນໄຫວພະລະສຶກສາແລະກິລາ-ກາຍຍະກໍາ; 5. ໄດ້ຮັບນະໂຍບາຍຕ່າງໆຕາມລະບຽບການ.

....ມາດຕາ 25 ສິດແລະໜ້າທີ່ຂອງນັກຮຽນ,ນັກສຶກສາ

ມາດຕາ 25 ສິດແລະໜ້າທີ່ຂອງນັກຮຽນ,ນັກສຶກສາ ນັກຮຽນ,ນັກສຶກສາມີສິດແລະໜ້າທີ່ຕົ້ນຕໍຕໍ່ພະລະສຶກສາແລະ ກິລາ-ກາຍຍະກໍາດັ່ງນີ້: 1. ຕັ້ງໜ້າຮໍ່າຮຽນວິຊາພະລະສຶກສາແລະກິລາ-ກາຍຍະກໍາ ຢ່າງເປັນປົກກະຕິແລະເຂັ້ມງວດ; 2. ເຂົ້າຮ່ວມການເຄື່ອນໄຫວກິດຈະກໍາພະລະສຶກສາແລະກິ ລາ-ກາຍຍະກໍາຕາມພອນສະຫວັນຂອງຕົນ; 3. ເຂົ້າຮ່ວມການຝຶກແອບ,ການສະແດງ,ການແຂ່ງຂັນ ແລະສາມາດຖືກຄັດເລືອກເປັນນັກກິລາ-ກາຍຍະກໍາລະດັບສູງ; 4. ນໍາໃຊ້,ປົກປັກຮັກສາພື້ນຖານໂຄງລ່າງ,ວັດຖຸອຸປະກອນ, ພາຫະນະຂອງວຽກງານພະລະສຶກສາແລະກິລາ-ກາຍຍະກໍາໃນໂຮງ ຮຽນໃຫ້ມີປະສິດທິຜົນ.

....ມາດຕາ 26 ກິລາ-ກາຍຍະກໍາໃນກໍາລັງປະກອບອາວຸດ

ມາດຕາ 26 ກິລາ-ກາຍຍະກໍາໃນກໍາລັງປະກອບອາວຸດ ກິລາ-ກາຍຍະກໍາໃນກໍາລັງປະກອບອາວຸດແມ່ນການຝຶກ ແອບ,ການສະແດງ,ການແຂ່ງຂັນກິລາ-ກາຍຍະກໍາທົ່ວໄປແລະກິລາ- ກາຍຍະກໍາຂອງກໍາລັງປະກອບອາວຸດເພື່ອສົ່ງເສີມສຸຂະພາບ,ຄວາມສາ ມັກຄີ,ຄວາມມ່ວນຊື່ນ,ປະກອບສ່ວນເຮັດໃຫ້ກໍາລັງປະກອບອາວຸດມີສິນ ລະປະຍຸດ,ມີຄວາມເຂັ້ມແຂງ,ມີລະບຽບວິໄນ,ມີແບບແຜນແລະທັນສະ ໄໝ.

....ມາດຕາ 27 ຄວາມຮັບຜິດຊອບຂອງລັດຕໍ່ກິລາ-ກາຍຍະກໍາໃນກໍາລັງປະກອບອາວຸດ

ມາດຕາ 27 ຄວາມຮັບຜິດຊອບຂອງລັດຕໍ່ກິລາ-ກາຍຍະກໍາໃນກໍາລັງ ປະກອບອາວຸດ ລັດມີຄວາມຮັບຜິດຊອບຕົ້ນຕໍຕໍ່ກິລາ-ກາຍຍະກໍາໃນກໍາລັງ ປະກອບອາວຸດດັ່ງນີ້: 1. ຈັດສັນທີ່ດິນ,ສ້າງພື້ນຖານໂຄງລ່າງດ້ານວັດຖຸ,ສະໜອງ ພາຫະນະ,ອຸປະກອນ,ງົບປະມານ,ສ້າງນັກກິລາ-ກາຍຍະກໍາ,ຄູຝຶກທັງຢູ່ ພາຍໃນແລະຕ່າງປະເທດໃຫ້ແກ່ກໍາລັງປະກອບອາວຸດ; 2. ປະກາດໃຊ້ມາດຕະຖານກ່ຽວກັບການຝຶກແອບ,ຝຶກຊ້ອມ, ການສ້າງ,ການບໍາລຸງຄູຝຶກ,ນັກກິລາ-ກາຍຍະກໍາແລະກໍານົດນະໂຍ ບາຍ,ລາງວັນສໍາລັບກິລາ-ກາຍຍະກໍາໃນກໍາລັງປະກອບອາວຸດ.


....ມາດຕາ 28 ຄວາມຮັບຜິດຊອບຂອງກໍາລັງປະກອບອາວຸດ

ມາດຕາ 28 ຄວາມຮັບຜິດຊອບຂອງກໍາລັງປະກອບອາວຸດ ກໍາລັງປະກອບອາວຸດມີຄວາມຮັບຜິດຊອບຕົ້ນຕໍຕໍ່ກິລາ-ກາຍ ຍະກໍາດັ່ງນີ້: 1. ຈັດຕັ້ງແຜນການຝຶກແອບກິລາ-ກາຍຍະກໍາໃຫ້ແກ່ພະ ນັກງານ,ນັກຮົບຂອງຕົນຢ່າງຄົບຖ້ວນ,ເປັນປົກກະຕິແລະທົ່ວເຖິງ; 2. ສ້າງທຸກເງື່ອນໄຂໃຫ້ແກ່ພະນັກງານ,ນັກຮົມໄດ້ມີໂອ ກາດເຂົ້າຮ່ວມຂະບວນກິລາ-ກາຍຍະກໍາໃນກົມກອງຂອງຕົນແລະໃນ ສັງຄົມ; 3. ນໍາໃຊ້,ປົກປັກຮັກສາພື້ນຖານໂຄງລ່າງດ້ານວັດຖຸ,ພາ ຫະນະແລະອຸປະກອນກິລາ-ກາຍຍະກໍາໃຫ້ມີປະສິດທະຜົນ.

....ມາດຕາ 29 ສິດແລະໜ້າທີ່ຂອງພະນັກງານ,ນັກຮົມ

ມາດຕາ 29 ສິດແລະໜ້າທີ່ຂອງພະນັກງານ,ນັກຮົມ ພະນັກງານ,ນັກຮົມມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ເອົາໃຈໃສ່ຝຶກແອບກິລາ-ກາຍຍະກໍາຕາມແຜນການ ຂອງກົມກອງຕົນຢ່າງເປັນປົກກະຕິ; 2. ເຂົ້າຮ່ວມການເຄື່ອນໄຫວກິລາ-ກາຍຍະກໍາໃນກົມກອງ ຂອງຕົນແລະໃນສັງຄົມ; 3. ໄດ້ຮັບການຄັດເລືອກເຂົ້າເປັນນັກກິລາ-ກາຍຍະກໍາລະ ດັບສູງຫຼືທີມຊາດ; 4. ໄດ້ຮັບນະໂຍບາຍຕ່າງໆຕາມລະບຽບການ.

....ມາດຕາ 30 ກິລາ-ກາຍຍະກໍາສໍາລັບພະນັກງານ,ຜູ້ອາຍຸສູງແລະແມ່ຍິງ

ມາດຕາ 30 ກິລາ-ກາຍຍະກໍາສໍາລັບພະນັກງານ,ຜູ້ອາຍຸສູງແລະແມ່ຍິງ ກິລາ-ກາຍຍະກໍາສໍາລັບພະນັກງານ,ຜູ້ອາຍຸສູງ,ແມ່ຍິງແມ່ນ ການຝຶກແອບ,ການອອກກໍາລັງກາຍ,ການສະແດງ,ການແຂ່ງຂັນເພື່ອ ສົ່ງເສີມສຸຂະພາບທາງດ້ານຮ່າງກາຍ,ຈິດໃຈ,ຄວາມສາມັກຄີເພື່ອເຮັດ ຫຼ້ອນໜ້າທີ່ຂອງຕົນແລະສືບຕໍ່ປະກອບ່ວນໃຫ້ແກ່ສັງຄົມ. ລັດແລະສັງຄົມສ້າງເງື່ອນໄຂ,ສົ່ງເສີມໃຫ້ພະນັກງານ,ຜູ້ອາ ຍຸສູງ,ແມ່ຍິງໄດ້ເຄື່ອນໄຫວຝຶກແອບ,ຫຼິ້ນ,ສະແດງ,ແຂ່ງຂັນກິລາ-ກາຍ ຍະກໍາຢ່າງເປັນປົກກະຕິ. ອົງການຈັດຕັ້ງປະມາຊົນທຸກຂັ້ນຕ້ອງເອົາໃຈໃສ່ໂຄສະນາສຶກ ສາອົບຮົມໃຫ້ພະນັກງານ,ຜູ້ອາຍຸສູງ,ແມ່ຍິງມີຄວາມຕື່ນຕົວແລະຕັ້ງໜ້າ ເຂົ້າຮ່ວມການເຄື່ອນໄຫວກິລາ-ກາຍຍະກໍາໃຫ້ເປັນຂະບວນຟົດຟື້ນແລະ ສະໝໍ່າສະເໝີ.

....ມາດຕາ 31 ກິລາ-ກາຍຍະກໍາສໍາລັບຄົນພິການ

ມາດຕາ 31 ກິລາ-ກາຍຍະກໍາສໍາລັບຄົນພິການ ລັດມີນະໂຍບາຍສົ່ງເສີມໃຫ້ຄົນພິການໄດ້ເຂົ້າຮ່ວມການ ເຄື່ອນໄຫວກິລາ-ກາຍຍະກໍາເພື່ອສຸຂະພາບທາງດ້ານຮ່າງກາຍ,ສ້າງ ຄວາມມ່ວນຊື່ນ,ຄວາມເຂັ້ມແຂງທາງດ້ານຈິດໃຈເຊື່ອມຕົວເຂົ້າສັງຄົມ ໄດ້ເປັນຢ່າງດີ,ພ້ອມກັນນັ້ນລັດມີນະໂຍບາຍສົ່ງເສີມໃຫ້ບຸກຄົນ,ການຈັດ ຕັ້ງສັງຄົມໃຫ້ການອຸປະຖໍາກິລາ-ກາຍຍະກໍາສໍາລັບຄົນພິການ. ລັດແລະສັງຄົມປະຕິບັດລະບອບອຸດໜູນຕໍ່ນັກກິລາ-ກາຍຍະ ກໍາຄົນພິການໃນການຝຶກແອບແລະການເຂົ້າຮ່ວມແຂ່ງຂັນຊີງລາງວັນ ລະດັບທ້ອງຖິ່ນ,ລະດັບຊາດ,ພາກພື້ນແລະສາກົນ. ອົງການຄຸ້ມຄອງກິລາ-ກາຍຍະກໍາທຸກຂັ້ນຕ້ອງປະສານສົມ ທົບກັບອົງການຈັດຕັ້ງສັງຄົມສ້າງເງື່ອນໄຂໃຫ້ຄົນພິການເຂົ້າຮ່ວມຂະ ບວນການກິລາ-ກາຍຍະກໍາພ້ອມກັນນັ້ນກໍ່ຕ້ອງຄົ້ນຄວ້າອອກແບບກິດຈະ ກໍາ,ຫຼັກສູດ,ຕໍາລາ,ກິລາ-ກາຍຍະກໍາໃຫ້ສອດຄ່ອງກັບຄົນພິການແຕ່ລະ ປະເພດ.

....ມາດຕາ 32 (ປັບປຸງ) ກິລາ-ກາຍຍະກໍາສໍາລັບຜູ້ອອກແຮງງານ

ມາດຕາ 32 (ປັບປຸງ) ກິລາ-ກາຍຍະກໍາສໍາລັບຜູ້ອອກແຮງງານ ການຈັດຕັ້ງແລະບຸກຄົນທັງພາກລັດແລະເອກະຊົນທີ່ນໍາໃຊ້ ແຮງງານຕ້ອງຈັດຕັ້ງໃຫ້ຜູ້ອອກແຮງງານທີ່ຢູ່ໃນຄວາມຮັບຜິດຊອບຂອງ ຕົນໄດ້ເຄື່ອນໄຫວກິລາ-ກາຍຍະກໍາເພື່ອສົ່ງເສີມສຸຂະພາບແລະສາມາດ ປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິ. ກະຊວງສຶກສາທິການແລະກິລາຕ້ອງສົມທົບກັບກະຊວງສາ ທາລະນະສຸກ,ກະຊວງແຮງງານແລະສະຫວັດດີການ-ສັງຄົມແລະພາກ ສ່ວນອື່ນທີ່ກ່ຽວຂ້ອງສ້າງປຶ້ມຄູ່ມືຫັດກາຍຍະບໍລິຫານ,ອອກແບບກິດຈະ ກໍາກິລາ-ກາຍຍະກໍາເພື່ອສຸຂະພາບແລ້ວນໍາໄປເຜີຍແຜ່ຢ່າງກວ້າງ ຂວາງເພື່ອຈັດຕັ້ງປະຕິບັດ. ຜູ້ອອກແຮງງານກໍ່ຕ້ອງມີຄວາມຕື່ນຕົວເຄື່ອນໄຫວກິລາ- ກາຍຍະກໍາຢ່າງເປັນປົກກະຕິຕາມເງື່ອນໄຂແລະຄວາມສາມາດຂອງຕົນ.

....ມາດຕາ 33 ກິລາ-ກາຍຍະກໍາພື້ນເມືອງ

ມາດຕາ 33 ກິລາ-ກາຍຍະກໍາພື້ນເມືອງ ກິລາ-ກາຍຍະກໍາພື້ນເມືອງແມ່ນກິດຈະກໍາທີ່ມີຮູບແບບ ການຫຼິ້ນ,ການສະແດງ,ການແຂ່ງຂັນດັ່ງເດີມຂອງປະຊາຊົນບັນດາ ເຜົ່າໃນວັນບຸນ,ງານປະເພນີຕ່າງໆເພື່ອເສີມສ້າງສຸຂະພາບທາງດ້ານ ຮ່າງກາຍແລະຈິດໃຈເຊັ່ນກິລາໝາກຂ່າງ,ຍິງໜ້າ,ຊ່ວງເຮືອ,ແຂ່ງ ກອງຄູ່,ກອງຫາງ,ມວຍລາຍລາວ,ຕີຄີ,ໂຍນໝາກຄອນ. ລັດມີນະໂຍບາຍເພື່ອອະນຸລັກແລະສົ່ງເສີມກິລາ-ກາຍຍະກໍາ ພື້ນເມືອງຂອງປະຊາຊົນບັນດາເຜົ່າໃຫ້ມີການພັດທະນາ,ຍືນຍົງແລະຖືກ ຕ້ອງຕາມລະບຽບກົດໝາຍ. ອົງການຄຸ້ມຄອງກິລາ-ກາຍຍະກໍາແຕ່ລະຂັ້ນແລະສັງຄົມ ມີຄວາມຮັບຜິດຊອບໃນການຈັດຕັ້ງ,ເຄື່ອນໄຫວກິລາ-ກາຍຍະກໍາພື້ນ ເມືອງຂອງປະຊາຊົນບັນດາເຜົ່າຢ່າງເປັນປົກກະຕິ.

....ມາດຕາ 34 ກິລາ-ກາຍຍະກໍາເພື່ອການບັນເທີງ

ມາດຕາ 34 ກິລາ-ກາຍຍະກໍາເພື່ອການບັນເທີງ ກິລາ-ກາຍຍະກໍາເພື່່ອການບັນເທີງແມ່ນກິດຈະກໍາຊຶ່ງຜູ້ຫຼິ້ນ ນໍາມາສະແດງເພື່ອຄວາມມ່ວນຊື່ນແລະແອກອ້າງຄວາມສາມາດໃນ ງານຕ່າງໆເຊັ່ນການສະແດງກາຍຍະສິນ,ການເຕັ້ນແອໂຣບິກ. ລັດສ້າງເງື່ອນໄຂໃຫ້ແກ່ການພັດທະນາກິລາ-ກາຍຍະກໍາ ເພື່ອການບັນເທີງແນໃສ່ສົ່ງເສີມຜູ້ທີ່ມີພອມສະຫວັນ,ຄວາມສາມາດພິ ເສດແລະຕອບສະໜອງຄວາມຕ້ອງການຂອງສັງຄົມ. ອົງການຄຸ້ມຄອງກິລາ-ກາຍຍະກໍາແຕ່ລະຂັ້ນຮັບຜິດຊອບ ໃນການຈັດຕັ້ງແລະການເຄື່ອນໄຫວກິລາ-ກາຍຍະກໍາເພື່ອການບັນເທີງ ໃຫ້ຖືກຕ້ອງ.

....ມາດຕາ 35 ການແຂ່ງຂັນກິລາ-ກາຍຍະກໍາມວນຊົນ

ມາດຕາ 35 ການແຂ່ງຂັນກິລາ-ກາຍຍະກໍາມວນຊົນ ການແຂ່ງຂັນກິລາ-ກາຍຍະກໍາມວນຊົນແມ່ນການແຂ່ງຂັນ ທົ່ວໄປກ່ຽວກັບປະເພດກິລາ-ກາຍຍະກໍາໃດໜຶ່ງໂດຍບໍ່ເຈາະຈົງເຖິງສະ ຖິຕິ,ມາດຕະຖານແຕ່ຕ້ອງດໍາເນີນໄປຕາມກົດລະບຽບແລະກະຕິກາການ ແຂ່ງຂັນປະເພດດັ່ງກ່າວໃນໃສ່ສ້າງຄວາມມ່ວນຊື່ນ,ຄວາມສາມັກຄີ,ສຸ ຂະພາບ,ມິດຕະພາບ,ຄວາມເຂົ້າໃຈຊຶ່ງກັນແລະກັນທັງເປັນການປະກອບ ສ່ວນເຮັດໃຫ້ສັງຄົມມີຄວາມປອດໃສ,ຫ່າງໄກຈາກສິ່ງເສບຕິດ. ການຈັດການແຂ່ງຂັນກິລາ-ກາຍຍະກໍາມວນຊົນແມ່ນຄວາມ ຮັບຜິດຊອບຂອງບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງແລະໃຫ້ມີການຄຸ້ມຄອງ ຢ່າງຖືກຕ້ອງ.

...ໝວດທີ 4 ກິລາ-ກາຍຍະກໍາລະດັບສູງ


....ມາດຕາ 36 ກິລາ-ກາຍຍະກໍາລະດັບສູງ

ມາດຕາ 36 ກິລາ-ກາຍຍະກໍາລະດັບສູງ ກິລາ-ກາຍຍະກໍາລະດັບສູງແມ່ນກິດຈະກໍາການແຂ່ງຂັນທີ່ ແນໃສ່ບັນລຸຜົນທາງດ້ານມາດຕະຖານ,ເຕັກນິກ,ຍຸດທະວິທີ,ວິທະຍາສາດ, ສະຖິຕິ,ຄຸນນະພາບໃນລະດັບຊາດແລະສາກົນ.

....ມາດຕາ 37 ການຈັດການແຂ່ງຂັນ

ມາດຕາ 37 ການຈັດການແຂ່ງຂັນ ການຈັດການແຂ່ງຂັນກິລາ-ກາຍຍະກໍາລະດັບສູງແມ່ນການ ຈັດຕັ້ງແຂ່ງຂັນກິລາ-ກາຍຍະກໍາປະເພດໜຶ່ງຫຼືຫຼາຍປະເພດໃນທົ່ວປະ ເທດລວມທັງງານມະຫາກໍາກິລາ-ກາຍຍະກໍາແຫ່ງຊາດ,ອະນຸພາກພື້ນ, ພາກພື້ນແລະສາກົນ.

....ມາດຕາ 38 (ປັບປຸງ) ການອະນຸຍາດຈັດການແຂ່ງຂັນກິລາ-ກາຍຍະກໍາລະດັບສູງ

ມາດຕາ 38 (ປັບປຸງ) ການອະນຸຍາດຈັດການແຂ່ງຂັນກິລາ-ກາຍຍະ ກໍາລະດັບສູງ ການຈັດການແຂ່ງຂັນກິລາ-ກາຍຍະກໍາລະດັບສູງປະເພດໃດ ໜຶ່ງຫຼືຫຼາຍປະເພດໃນທົ່ວປະເທດແມ່ນລັດຖະມົນຕີວ່າການກະຊວງສຶກສາ ທິການແລະກິລາເປັນຜູ້ອະນຸຍາດຕາມການສະເໜີຂອງສະຫະພັນກິລາ- ກາຍຍະກໍາແຫ່ງຊາດທີ່ກ່ຽວຂ້ອງ. ການຈັດງານມະຫະກໍາກິລາແຫ່ງຊາດ,ອະນຸພາກພື້ນ,ພາກ ພື້ນແລະສາກົນຢູ່ສປປລາວແມ່ນນາຍົກລັດຖະມົນຕີເປັນຜູ້ອະນຸຍາດຕາມ ການສະເໜີຂອງລັດຖະມົນຕີວ່າການກະຊວງສຶກສາທິການແລະກິລາ.

....ມາດຕາ 39 (ປັບປຸງ) ຄະນະກິລາ-ກາຍຍະກໍາທີມຊາດ

ມາດຕາ 39 (ປັບປຸງ) ຄະນະກິລາ-ກາຍຍະກໍາທີມຊາດ ຄະນະກິລາ-ກາຍຍະກໍາທີມຊາດປະເພດໃດໜຶ່ງຫຼືຫຼາຍປະ ເພດແມ່ນຄະນະທີ່ຖືກແຕ່ງຕັ້ງໂດຍປະຊວງສຶກສາທິການແລະກິລາຕາມ ການສະເໜີຂອງສະຫະພັນກິລາທີ່ກ່ຽວຂ້ອງເພື່ອໄປເຄື່ອນໄຫວຢູ່ພາຍໃນ ແລະຕ່າງປະເທດຊຶ່ງປະກອບດ້ວຍບຸກຄະລາກອນກິລາ-ກາຍຍະກໍາ.

....ມາດຕາ 40 ມາດຕະຖານຂອງນັກກິລາ-ກາຍຍະກໍາທີມຊາດ

ມາດຕາ 40 ມາດຕະຖານຂອງນັກກິລາ-ກາຍຍະກໍາທີມຊາດ ນັກກິລາ-ກາຍຍະກໍາທີມຊາດມີມາດຕະຖານຕົ້ນຕໍດັ່ງນີ້: 1. ເປັນຄົນທີ່ຖືກສັນຊາດລາວຫຼືສັນຊາດອື່ນຕາມການຕົກ ລົງຂອງລັດຖະບານ; 2. ມີຈິດໃຈຮັກຊາດ(ສໍາລັບນັກກິລາ-ກາຍຍະກໍາທີ່ຖືກສັນ ຊາດລາວ),ມີຄຸນສົມບັດ,ຈັນຍາບັນ,ມີນໍ້າໃຈນັກກິລາ,ຄວາມເສຍສະລະ, ຄວາມມຸ່ງຫວັງພັດທະນາຕົນເອງ,ມີລະບຽບວິໄນ,ສະຕິຕໍ່ການຈັດຕັ້ງ ແລະລະບຽບກົດໝາຍ; 3. ມີພອນສະຫວັນດ້ານກິລາ-ກາຍຍະກໍາ; 4. ມີສຸຂະພາບແຂັງແຮງ,ມີຮູບຮ່າງເໝາະສົມກັບກິລາປະ ເພດທີ່ຕົນຫຼິ້ນ. ນັກກິລາ-ກາຍຍະກໍາທີມຊາດທີ່ຖືກຄັດເລືອກຕາມມາດຕະ ຖານດັ່ງກ່າວແລ້ວຕ້ອງໄດ້ຂຶ້ນທະບຽນຕາມຫຼັກວິຊາການ.

....ມາດຕາ 41 ການຮັບຮອງຜົນງານແລະສະຖິຕິການແຂ່ງຂັນ

ມາດຕາ 41 ການຮັບຮອງຜົນງານແລະສະຖິຕິການແຂ່ງຂັນ ຄະນະສະຫະພັນກິລາ-ກາຍຍະກໍາແຫ່ງຊາດຂອງກິລາ-ກາຍ ຍະກໍາປະເພດຕ່າງໆເປັນຜູ້ຮັບຮອງຜົນງານ,ຈັດລະດັບແລະສະຖິຕິການ ແຂ່ງຂັນຂອງນັກກິລາ-ກາຍຍະກໍາທັງຢູ່ພາຍໃນແລະຕ່າງປະເທດ.

....ມາດຕາ 42 ການກໍານົດລາງວັນ

ມາດຕາ 42 ການກໍານົດລາງວັນ ຄະນະກໍາມະການຈັດການແຂ່ງຂັນເປັນຜູ້ກໍານົດລາງວັນ ແລະບໍາເນັດສໍາລັບຜູ້ເຂົ້າຮ່ວມການແຂ່ງຂັນກິລາ-ກາຍຍະກໍາລະດັບ ສູງແຕ່ລະຄັ້ງ. ..ພາກທີ 3 ການພັດທະນາກິລາ-ກາຍຍະກໍາ


...ໝວດທີ 1 ການພັດທະນາບຸກຄະລາກອນ


....ມາດຕາ 43 ການພັດທະນານັກກະລາ-ກາຍຍະກໍາ

ມາດຕາ 43 ການພັດທະນານັກກະລາ-ກາຍຍະກໍາ ການພັດທະນານັກກິລາ-ກາຍຍະກໍາແມ່ນການເລືອກຕັ້ງ, ເຕົ້າໂຮມ,ບໍາລຸງ,ສ້າງ,ຝຶກແອບ,ທົດສອບນັກກິລາໃນລະດັບຮຸ່ນອາຍຸ ຕ່າງໆລວມທັງນັກກິລາ-ກາຍຍະກໍາມວນຊົນໃຫ້ມີຄວາມຊໍານິຊໍານານ, ສະຂະພາບແຂງແຮງ,ມີນໍ້າໃຈຮັກຊາດ,ອົດທົນ,ດຸໝັ່ນ,ມີໄຫວພິບເພື່ອ ເຂົ້າຮ່ວມການຫຼິ້ນ,ການສະແດງ,ການແຂ່ງຂັນໃຫ້ມີປະສິດທະພາບສູງ.

....ມາດຕາ 44 ການພັດທະນານັກກິລາ-ກາຍຍະກໍາທີ່ມີພອນສະຫວັນ

ມາດຕາ 44 ການພັດທະນານັກກິລາ-ກາຍຍະກໍາທີ່ມີພອນສະຫວັນ ການພັດທະນານັກກິລາ-ກາຍຍະກໍາທີ່ພອນສະຫວັນແມ່ນ ການເລືອກເຟັ້ນຜູ້ທີ່ມີພອນສະຫວັນແຕ່ເຍົາໄວໃນກິລາ-ກາຍຍະກໍາປະ ເພດໃດໜຶ່ງມາເຕົ້ມໂຮມ,ບໍລຸງ,ສ້າງ,ຝຶກແອບໃຫ້ເປັນລະບົບຕໍ່ເນື່ອງ ເຮັດໃຫ້ມີຄວາມຊໍານິຊໍານານຂຶ້ນເລື້ອຍໆເພື່ອຮັບໃຊ້ການແຂ່ງຂັນລະ ດັບສູງໃນອະນາຄົດ. ລັດແລະສັງຄົມເອົາໃຈໃສ່ເປັນພິເສດຕໍ່ການພັດທະນານັກ ກິລາ-ກາຍຍະກໍາທີ່ມີພອນສະຫວັນດ້ວຍການສ້າງໂຮງຮຽນພອນສະ ຫວັນກິລາ-ກາຍຍະກໍາຢູ່ສູນກາງແລະທ້ອງຖິ່ນລວມທັງການປະຕິບັດນະ ໂຍບາຍຢ່າງເໝາະສົມ.

....ມາດຕາ 45 ການພັດທະນາບຸກຄະລາກອນກິລາ-ກາຍຍະກໍາ

ມາດຕາ 45 ການພັດທະນາບຸກຄະລາກອນກິລາ-ກາຍຍະກໍາ ການພັດທະນາບຸກຄະລາກອນກິລາ-ກາຍຍະກໍາແມ່ນການ ຝຶກອົບຮົມ,ບໍາລຸງ,ຍົກລະດັບຄວາມຮູ້ທາງດ້ານທິດສະດີແລະພາກປະຕິ ບັດຕົວຈິງກ່ຽວກັບວິຊາການທີ່ກ່ຽວຂ້ອງໃຫ້ແກ່ບຸກຄະລາກອນກິລາ- ກາຍຍະກໍາເພື່ອຮັບໃຊ້ວຽກງານກິລາ-ກາຍຍະກໍາໃຫ້ມີປະສິດທິພາບສູງ. ລັດແລະສັງຄົມເອົາໃສໃສ່ພັດທະນາບຸກຄະລາກອນກິລາ- ກາຍຍະກໍາດ້ວຍການລົງທຶນສ້າງໂຮງຮຽນ,ສູນ,ສະຖາບັນ,ສະໜອງງົບ ປະມານ,ພາຫະນະ,ວັດຖຸອຸປະກອນ,ຄູ,ອາຈານ,ຜູ້ຊ່ຽວຊານທັງພາຍໃນ ແລະຕ່າງປະເທດໃຫ້ແກ່ການພັດທະນາບຸກຄະລາກອນດັ່ງກ່າວແນໃສ່ ເຮັດໃຫ້ກິລາ-ກາຍຍະກໍາມີການຂະຫຍາຍຕົວຂຶ້ນເລື້ອຍໆ.

...ໝວດທີ 2 ການພັດທະນາວິຊາການແລະວິທະຍາສາດກິລາ-ກາຍຍະກໍາ


....ມາດຕາ 46 ວິຊາການແລະວິທະຍາສາດ

ມາດຕາ 46 ວິຊາການແລະວິທະຍາສາດ ວິຊາການແລະວິທະຍາສາດກິລາ-ກາຍຍະກໍາແມ່ນທິດສະ ດີແລະພຶດຕິກໍາກ່ຽວກັບເຕັກນິກ,ຍຸດທະວິທີທີ່ສົມບູນຊຶ່ງໄດ້ຄົ້ນຄວ້າ,ວິໄຈ, ທົດລອງແລະຖືກນໍາໃຊ້ເຂົ້າໃນການສິດສອນ,ອົບຮົ,ຝຶກແອບ,ທົດສອບ, ສະແດງແລະແຂ່ງຂັນຢ່າງມີປະສິດທິຜົນ.

....ມາດຕາ 47 ການພັດທະນາວິຊາການແລະວິທະຍາສາດ

ມາດຕາ 47 ການພັດທະນາວິຊາການແລະວິທະຍາສາດ ການພັດທະນາວິຊາການແລະວິທະຍາສາດກິລາ-ກາຍຍະ ກໍາແມ່ນການຄົ້ນຄວ້າ,ຊອກຮູ້,ວິໄຈ,ສະຫຼຸບເປັນທິດສະດີ,ເປັນບົດຮຽນ ໃໝ່ທີ່ທັນສະໄໝຂຶ້ນຢູ່ເລື້ອຍໆແລ້ວນໍາເອົາໄປປະຕິບັດຢູ່ໃນພຶດຕິກໍາຕົວ ຈິງເຊັ່ນການຝຶກແອບ,ທົດສອບ,ສະແດງແລະແຂ່ງຂັນ. ລັດ,ສັງຄົມ,ບຸກຄົນທັງພາຍໃນແລະຕ່າງປະເທດມີຄວາມ ຮັບຜິດຊອບໃນການພັດທະນາວິຊາການແລະວິທະຍາສາດກິລາ-ກາຍ ຍະກໍາດ້ວຍການລົງທຶນໃສ່ການຄົ້ນຄວ້າ,ວິໄຈ,ກໍ່ສ້າງພື້ນຖານໂຄງລ່າງ ດ້ານວັດຖຸ,ສະໜອງພາຫະນະ,ອຸປະກອນ,ງົບປະມານ,ບຸກຄະລາກອນ ໃຫ້ແກ່ວຽກງານດັ່ງກ່າວເປັນຕົ້ນການສ້າງໂຮງຮຽນ,ສູນ,ສະຖາບັນ ການສຶກສາ,ສະຖາບັນວິທະຍາສາດການກິລາ-ກາຍຍະກໍາ.

...ໝວດທີ 3 ການພັດທະນາພື້ນຖານໂຄງລ່າງ,ພາຫະນະແລະອຸປະກອນກິລາ-ກາຍຍະກໍາ


....ມາດຕາ 48 ພື້ນຖານໂຄງລ່າງກິລາ-ກາຍຍະກໍາ

ມາດຕາ 48 ພື້ນຖານໂຄງລ່າງກິລາ-ກາຍຍະກໍາ ພື້ນຖານໂຄງລ່າງກິລາ-ກາຍຍະກໍາແມ່ນສະຖານທີ່ຮໍ່າຮຽນ, ຝຶກແອບ,ສະແດງ,ແຂ່ງຂັນຊຶ່ງມີດັ່ງນີ້: 1. ໂຮງຮຽນ,ສູນແລະສະຖາບັນກິລາ-ກາຍຍະກໍາທັງພາກ ລັດແລະເອກະຊົນ. 2. ສະໂມສອນກິລາ-ກາຍຍະກໍາ; 3. ໂຮງຮຽນພອນສະຫວັນກິລາ-ກາຍຍະກໍາ; 4. ສະຖານທີ່ຝຶກແອບ,ສະແດງແລະແຂ່ງຂັນ; 5. ສະຖານທີ່ບໍລິການກິລາ-ກາຍຍະກໍາ.

....ມາດຕາ 49 ຄວາມຮັບຜິດຊອບໃນການພັດທະນາພື້ນຖານໂຄງລ່າງ,ພາຫະນະແລະອຸປະກອນ

ມາດຕາ 49 ຄວາມຮັບຜິດຊອບໃນການພັດທະນາພື້ນຖານໂຄງລ່າງ, ພາຫະນະແລະອຸປະກອນ ການຈັດຕັ້ງແລະບຸກຄົນທີ່ກ່ຽວຂ້ອງມີຄວາມຮັບຜິດຊອບຈັດ ສັນທີ່ດິນ,ສ້າງແລະປັບປຸງພື້ນຖານໂຄງຮ່າງ,ປະກອບພາຫະນະ,ອຸປະ ກອນກິລາ-ກາຍຍະກໍາ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນໃຫ້ດີຂຶ້ນ ເລື້ອຍໆເປັນຕົ້ນໂຮງຮຽນ,ສະໂາບັນການສຶກສາ,ບ້ານ,ເມືອງ,ໂຮງ ງານ,ສໍານັກງານ,ອົງການແລະອື່ນໆ.

....ມາດຕາ 50 ຄວາມຮັບຜິດຊອບຂອງລັດ

ມາດຕາ 50 ຄວາມຮັບຜິດຊອບຂອງລັດ ລັດມີຄວາມຮັບຜິດຊອບຈັດສັນທີ່ດິນ,ສ້າງພື້ນຖານໂຄງລ່າງ, ປະກອບພາຫະນະ,ອຸປະກອນກິລາ-ກາຍຍະກໍາເພື່ອຮອງຮັບການຝຶກແອບ, ສະແດງ,ແຂ່ງຂັນແລະເປັນເຈົ້າພາບຈັດການແຂ່ງຂັນລະດັບທ້ອງຖິ່ນ,ລະ ດັບຊາດ,ອະນຸພາກພື້ນ,ພາກພື້ນແລະສາກົນ.

...ໝວດທີ 4 ການພັດທະນາການເຂົ້າຮ່ວມການແຂ່ງຂັນກິລາ-ກາຍຍະກໍາລະດັບຊາດ,ອະນຸພາກພື້ນ,ພາກພື້ນແລະສາກົນ


....ມາດຕາ 51 ການພັດທະນາການເຂົ້າຮ່ວມການແຂ່ງຂັນ

ມາດຕາ 51 ການພັດທະນາການເຂົ້າຮ່ວມການແຂ່ງຂັນ ການພັດທະນາການເຂົ້າຮ່ວມການແຂ່ງຂັນກິລາ-ກາຍຍະ ກໍາລະດັບຊາດ,ອະນຸພາກພື້ນ,ພາກພື້ນແລະສາກົນປະກອບດ້ວຍຂັ້ນຕອນ ດັ່ງນີ້: 1. ການວາງແຜນ; 2. ການຄັດເລືອກແລະເຕົ້າໂຮມ; 3. ການບໍາລຸງແລະຝຶກແອບ; 4. ການທົດສອບ; 5. ການເຂົ້າຮ່ວມການແຂ່ງຂັນ; 6. ການສະຫຼຸບ,ຍ້ອງຍໍແລະໃຫ້ລາງວັນ.

....ມາດຕາ 52 ການວາງແຜນ

ມາດຕາ 52 ການວາງແຜນ ເພື່ອເຮັດໃຫ້ການເຂົ້າຮ່ວມການແຂ່ງຂັນມີປະສິດທິຜົນຕ້ອງ ມີການກະກຽມຮອບດ້ານໃນນັ້ນແມ່ນການວາງແຜນແລະປະຕິບັດແຜນ ການໃຫ້ສໍາເລັດຜົນ.ໃນແຜນການຕ້ອງກໍານົດການຄັດເລືອກ,ເຕົ້າໂຮມ, ບໍາລຸງ,ຝຶກແອບ,ຝຶກຊ້ອມ,ທົດສອບນັກກິລາ-ກາຍຍະກໍາພ້ອມທັງການກະ ກຽມບຸກຄະລາກອນອື່ນ,ສະໂານທີ່,ພາຫະນະ,ອຸປະກອນແລະງົບປະມານ ຮັບໃຊ້.

....ມາດຕາ 53 ການຄັດເລືອກແລະເຕົ້າໂຮມນັກກິລາ-ກາຍຍະກໍາ

ມາດຕາ 53 ການຄັດເລືອກແລະເຕົ້າໂຮມນັກກິລາ-ກາຍຍະກໍາ ການຄັດເລືອກນັກກະລາ-ກາຍຍະກໍາຕ້ອງດໍາເນີນຢ່າງຖືກ ຕ້ອງຕາມຫຼັກການ,ມາດຕະຖານ,ວິທະຍາສາດ,ຄວາມສາມາດຕົວຈິງ, ຍຸດຕິທໍາແລະໂປ່ງໃສເພື່ອໃຫ້ໄດ້ນັກກິລາ-ກາຍຍະກໍາເປັນຕົ້ນຜູ້ມີພອນ ສະຫວັນ,ຄວາມແຂງແຮງ,ຄວາມສາມາດ,ປະສົບການຢ່າງແທ້ຈິງແລະ ເຕົ້າໂຮມເຂົ້າສູນໃຫ້ທັນເວລາ.

....ມາດຕາ 54 ການບໍາລຸງແລະຝຶກແອບນັກກິລາ-ກາຍຍະກໍາ

ມາດຕາ 54 ການບໍາລຸງແລະຝຶກແອບນັກກິລາ-ກາຍຍະກໍາ ການບໍາລຸງ,ຝຶກແອບ,ຝຶກຊ້ອມນັກກິລາ-ກາຍຍະກໍາໃຫ້ປະ ຕິບັດຕາມແຜນການຂອງການເຂົ້າຮ່ວມການແຂ່ງຂັນ,ການຝຶກແອບ ແລະຝຶກຊ້ອມຂອງຄູຝຶກໂດຍອີງໃສ່ຈຸດພິເສດຂອງນັກກິລາ-ກາຍຍະກໍາ ແລະຄູ່ແຂ່ງຂັນເພື່ອໃຫ້ສາມາດຍາດໄດ້ໄຊຊະນະ.

....ມາດຕາ 55 ການທົດສອບນັກກິລາ-ກາຍຍະກໍາ

ມາດຕາ 55 ການທົດສອບນັກກິລາ-ກາຍຍະກໍາ ຜ່ານການຝຶກແອບຢ່າງຕໍ່ເນື່ອງຕາມແຜນການແລ້ວນັກກິ ລາ-ກາຍຍະກໍາຍັງຕ້ອງໄດ້ຜ່ານການທົດສອບດ້ວຍການກວດກາ,ແຂ່ງ ຂັນເພື່ອປະເມີນຜົນດ້ານຄວາມຮູ້,ຄວາມສາມາດຂອງນັກກິລາ-ກາຍຍະ ກໍາກ່ຽວກັບເຕັກນິກ,ຍຸດທະວິທີ,ພະລະກໍາລັງແນໃສ່ເສີມສ້າງແລະປັບປຸງ ຄຸນນະພາບຂອງນັກກິລາ-ກາຍຍະກໍາກ່ອນເຂົ້າຮ່ວມການແຂ່ງຂັນ.

....ມາດຕາ 56 ການເຂົ້າຮ່ວມການແຂ່ງຂັນ

ມາດຕາ 56 ການເຂົ້າຮ່ວມການແຂ່ງຂັນ ນັກກິລາ-ກາຍຍະກໍາ,ຄູຝຶກ,ຜູ້ບໍລິຫານການກິລາຕ້ອງໄດ້ຍົກ ສູງຈິດໃຈຊາດ,ຄວາມຮັບຜິດຊອບ,ຄວາມເສຍສະລະ,ຄວາມກ້າຫານ, ຄວາມອົດທົນ,ຄວາມສາມັກຄີ,ຄວາມເປັນເອກະພາບໃນທີມງານ,ມີນໍ້າ ໃຈນັກກິລາ,ສຸມທຸກສະຕິປັນຍາແລະທຸ້ມເທທຸກກໍາລັງວັງຊາເຂົ້າໃນການ ແຂ່ງຂັນແນໃສ່ໃຫ້ສາມາດຍາດໄດ້ໄຊຊະນະແລະກຽດຊື່ສຽງ.

....ມາດຕາ 57 ການສະຫຼຸບ,ຍ້ອງຍໍແລະໃຫ້ລາງວັນນັກກິລາ-ກາຍຍະກໍາ

ມາດຕາ 57 ການສະຫຼຸບ,ຍ້ອງຍໍແລະໃຫ້ລາງວັນນັກກິລາ-ກາຍຍະກໍາ ຜ່ານການເຂົ້າຮ່ວມການແຂ່ງຂັນແຕ່ລະຄັ້ງຕ້ອງມີການສະ ຫຼຸບຕີລາຄາແລະຖອດຖອນບົດຮຽນ.ຜູ້ໄດ້ຮັບໄຊຊະນະນອກຈາກລາງວັນ ທີ່ໄດ້ຮັບຈາກການແຂ່ງຂັນແລ້ວຍັງຈະໄດ້ຮັບບໍາເນັດ,ການຍ້ອງຍໍແລະ ນະໂຍບາຍອື່ນຈາກລັດແລະສັງຄົມຢ່າງເໝາະສົມແລະຕາມລະບຽບ ການ.

...ໝວດທີ 5 ການຈັດການແຂ່ງຂັນກິລາ-ກາຍຍະກໍາລະດັບຊາດ,ອະນຸພາກພື້ນ,ພາກພື້ນແລະສາກົນ


....ມາດຕາ 58 ການຈັດການແຂ່ງຂັນ

ມາດຕາ 58 ການຈັດການແຂ່ງຂັນ ການຈັດການແຂ່ງຂັນກິລາ-ກາຍຍະກໍາລະດັບຊາດ,ອະນຸ ພາກພື້ນ,ພາກພື້ນແລະສາກົນຢູ່ສປປລາວປະກອບດ້ວຍວຽກງານຕົ້ນຕໍ ດັ່ງນີ້: 1. ການແຕ່ງຕັ້ງຄະນະຮັບຜິດຊອບແລະກໍາມະການດ້ານ ຕ່າງໆ. 2. ການສ້າງກົດລະບຽບ. 3. ການກະກຽມສະຖານທີ່,ການຂົນສົ່ງແລະພິທີເປີດ-ປິດ; 4. ການໂຄສະນາແລະປຸກລະດົມມວນຊົນເຂົ້າຮ່ວມ; 5. ວຽກງານຄວາມສະຫງົບແລະຄວາມເປັນລະບຽບຮຽບ ຮ້ອຍ; 6. ງົບປະມານ.

....ມາດຕາ 59 ການແຕ່ງຕັ້ງຄະນະຮັບຜິດຊອບແລະກໍາມະການ

ມາດຕາ 59 ການແຕ່ງຕັ້ງຄະນະຮັບຜິດຊອບແລະກໍາມະການ ໃນການຈັດການແຂ່ງຂັນກິລາ-ກາຍຍະກໍາແຕ່ລະລະດັບ, ແຕ່ລະຄັ້ງຕ້ອງມີການແຕ່ງຕັ້ງຄະນະຮັບຜິດຊອບແລະກໍາມະການດ້ານ ຕ່າງໆຄືດ້ານເຕັກນິກ,ກໍາມະການຕັດສິນ,ສະຖານທີ່ແຂ່ງຂັນ,ການປ້ອງ ກັນຄວາມສະຫງົບ,ແພດ,ທີ່ພັກ-ອາຫານ,ການຂົນສົ່ງແລະອື່ນໆ. ຄະນະຮັບຜິດຊອບແລະກໍາມະການຈັດການແຂ່ງຂັນດ້ານ ຕ່າງໆຕ້ອງໄດ້ກໍານົດສິດ,ໜ້າທີ່,ຄວາມຮັບຜິດຊອບໃຫ້ລະອຽດ,ຄົບຖ້ວນ ແລະແບ່ງງານກັນຢ່າງຈະແຈ້ງ.

....ມາດຕາ 60 ການສ້າງກົດລະບຽບ

ມາດຕາ 60 ການສ້າງກົດລະບຽບ ໃນການຈັດການແຂ່ງຂັນກິລາ-ກາຍຍະກໍາແຕ່ລະລະດັບ, ແຕ່ລະຄັ້ງຄະນະຮັບຜິດຊອບແລະກໍາມະການດ້ານຕ່າງໆຕ້ອງສ້າງກົດ ລະບຽບ,ກະຕິກາການແຂ່ງຂັນໃຫ້ເໝາະສົມຕາມຄວາມເປັນຈິງຂອງ ການແຂ່ງຂັນດັ່ງກ່າວແລະໃຫ້ສອດຄ່ອງກັບລະບຽບກົດໝາຍຂອງສປ ປລາວ,ກົດລະບຽບແລະກະຕິກາຂອງອະນຸພາກພື້ນ,ພາກພື້ນແລະສາກົນ.

....ມາດຕາ 61 ການກະກຽມສະຖານທີ່,ການຂົນສົ່ງແລະພິທີເປີດ-ປິດ

ມາດຕາ 61 ການກະກຽມສະຖານທີ່,ການຂົນສົ່ງແລະພິທີເປີດ-ປິດ ເພື່ອກະກຽມໃຫ້ແກ່ການເປັນເຈົ້າພາບຈັດການແຂ່ງຂັນແຕ່ ລະລະດັບ,ແຕ່ລະຄັ້ງຢູ່ ສປປລາວ ຕ້ອງມີສະຖານທີ່ຝຶກແອບ,ຝຶກຊ້ອມ,ສະ ແດງແລະແຂ່ງຂັນລວມທັງທີ່ພັກ-ອາຫານ,ພາຫະນະຂົນສົ່ງ,ອຸປະກອນກິ ລາ-ກາຍຍະກໍາທີ່ໄດ້ມາດຕະຖານຂອງປະເພດກິລາ-ກາຍຍະກໍາທີ່ທໍາ ການແຂ່ງຂັນນັ້ນ,ພ້ອມກັນນີ້ກໍ່ຕ້ອງກະກຽມພິທີເປີດ-ປິດຢ່າງເໝາະສົມ.

....ມາດຕາ 62 ການໂຄສະນາແລະປຸກລະດົມມວນຊົນເຂົ້າຮ່ວມ

ມາດຕາ 62 ການໂຄສະນາແລະປຸກລະດົມມວນຊົນເຂົ້າຮ່ວມ ໃນການເປັນເຈົ້າພາບຈັດການແຂ່ງຂັນແຕ່ລະລະດັບ,ແຕ່ ລະຄັ້ງຢູ່ ສປປລາວ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງເປັນຕົ້ນຄະນະ ຮັບຜິດຊອບຈັດການແຂ່ງຂັນຕ້ອງເອົາໃຈໃສ່ໂຄສະນາ,ປຸກລະດົມໃຫ້ ມວນຊົນມີຄວາມຕື່ນຕົວເຂົ້າຮ່ວມແລະເປັນເຈົ້າພາບຮ່ວມກັນ.

....ມາດຕາ 63 ວຽກງານຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ

ມາດຕາ 63 ວຽກງານຄວາມສະຫງົບແລະຄວາມເປັນລະບຽບຮຽບ ຮ້ອຍ ການຈັດການແຂ່ງຂັນແຕ່ລະລະດັບ,ແຕ່ລະຄັ້ງຕ້ອງຮັບປະ ກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ຄວາມປອດໄພກ່ອນ ການແຂ່ງຂັນ,ໄລຍະແຂ່ງຂັນແລະຫຼັງການແຂ່ງຂັນ,ເພື່ອຮັບປະກັນວຽກ ງານດັ່ງກ່າວນອກຈາກຄະນະຮັບຜິດຊອບດ້ານຄວາມສະຫງົບເປັນກໍາ ລັງຫຼັກແຫຼ່ງແລ້ວບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນຕ້ອງມີຄວາມ ຮັບຜິດຊອບເຂົ້າຮ່ວມໃນວຽກງານປ້ອງກັນຄວາມສະຫງົບ. ....ມາດຕາ 64 (ໃໝ່) ງົບປະມານ

ມາດຕາ 64 (ໃໝ່) ງົບປະມານ ໃນການຈັດການແຂ່ງຂັດກິລາ-ກາຍຍະກໍາແຕ່ລະລະດັບ, ແຕ່ລະຄັ້ງຢູ່ ສປປລາວ ຕ້ອງກະກຽມຂຶ້ນແຜນງົບປະມານຢ່າງພຽງພໍ ເພື່ອຮັບປະກັນວຽກງານດັ່ງກ່າວໃຫ້ບັນລຸຜົນສໍາເລັດແລະຕ້ອງຄຸ້ມຄອງ, ນໍາໃຊ້ງົບປະມານນັ້ນໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

...ໝວດທີ 6 ທຸລະກິດກິລາ-ກາຍຍະກໍາ


....ມາດຕາ 65 (ປັບປຸງ) ທຸລະກິດກິລາ-ກາຍຍະກໍາ

ມາດຕາ 65 (ປັບປຸງ) ທຸລະກິດກິລາ-ກາຍຍະກໍາ ທຸລະກິດກິລາ-ກາຍຍະກໍາແມ່ນການລົງທຶນພັດທະນາກິລາ- ກາຍຍະກໍາເພື່ອເປັນການຫາລາຍໄດ້ແລະຜົນຕອບແທນທາງດ້ານເສດ ຖະກິດຊຶ່ງປະກອບດ້ວຍທຸລະກິດຕົ້ນຕໍດັ່ງນີ້: 1. ການເຄື່ອນໄຫວຈັດການແຂ່ງຂັນກິລາ-ກາຍຍະກໍາ; 2. ການຜະລິດ,ສົ່ງອອກແລະນໍາເຂົ້າເຕັກນິກ,ນັກກິລາ- ກາຍຍະກໍາ,ພາຫະນະ,ວັດຖຸອຸປະກອນ,ການອອກແບບແລະການສ້າງ ພື້ນຖານໂຄງລ່າງກິລາ-ກາຍຍະກໍາ; 3. ການບໍລິການກ່ຽວກັບກິລາ-ກາຍຍະກໍາ.

....ມາດຕາ 66 (ປັບປຸງ) ການສ້າງຕັ້ງແລະດໍາເນີນທຸລະກິດກິລາ-ກາຍຍະກໍາ

ມາດຕາ 66 (ປັບປຸງ) ການສ້າງຕັ້ງແລະດໍາເນີນທຸລະກິດກິລາ-ກາຍ ຍະກໍາ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະ ເທດສາມາດສ້າງຕັ້ງວິສາຫະກິດຫຼືສະໂມສອນເພື່ອດໍາເນີນທຸລະກິດກິລາ -ກາຍຍະກໍາ,ການສ້າງຕັ້ງແລະດໍາເນີນທຸລະກິດດັ່ງກ່າວໃຫ້ປະຕິບັດ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ,ກົດໝາຍວ່າດ້ວຍວິສາ ຫະກິດແລະກົດໝາຍອື່ນທີ່ກ່ຽວຂ້ອງຂອງສປປລາວ. ເງື່ອນໄຂການສ້າງຕັ້ງແລະດໍາເນີນທຸລະກິດກິລາ-ກາຍຍະ ກໍາມີດັ່ງນີ້: 1. ມີສໍານັກງານຢູ່ ສປປລາວ; 2. ມີພື້ນຖານໂຄງລ່າງ,ພາຫະນະ,ວັດຖຸອຸປະກອນຮັບໃຊ້ ການເຄື່ອນໄຫວ; 3. ມີບຸກຄະລາກອນທີ່ມີວິຊາສະເພາະ; 4. ມີແຫຼ່ງການເງິນເພື່ອສາມາດເຄື່ອນໄຫວ.

....ມາດຕາ 67​(ປັບປຸງ) ສິດແລະໜ້າທີ່ຂອງວິສາຫະກິດຫຼືສະໂມສອນກິລາ-ກາຍຍະກໍາ

ມາດຕາ 67​(ປັບປຸງ) ສິດແລະໜ້າທີ່ຂອງວິສາຫະກິດຫຼືສະໂມສອນກິ ລາ-ກາຍຍະກໍາ ວິສາຫະກິດຫຼືສະໂມສອນກິລາ-ກາຍຍະກໍາມີສິດແລະໜ້າທີ່ ຕົ້ນຕໍດັ່ງນີ້: 1. ເຄື່ອນໄຫວທຸລະກິດຖືກຕ້ອງຕາມກົດໝາຍທີ່ກ່ຽວຂ້ອງ ຂອງ ສປປລາວ; 2. ໄດ້ຮັບການປົກປ້ອງສິດແລະຜົນປະໂຫຍດຕາມລະບຽບ ກົດໝາຍ; 3. ປະຕິບັດພັນທະເສຍພາສີ,ອາກອນ,ຄ່າທໍານຽມ,ການບໍ ລິການຕ່າງໆໃຫ້ລັດຕາມລະບຽບກົດໝາຍ; 4. ປົກປັກຮັກສາສິ່ງແວດລ້ອມ,ຮີດຄອງປະເພນີ,ວັດທະນະ ທໍາອັນດີງາມຂອງຊາດ,ຮັບປະກັນຄວາມປອດໄພແລະຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ; 5. ປະກອບສ່ວນເຮັດໃຫ້ວຽກງານກິລາ-ກາຍຍະກໍາຂອງ ສປປລາວ ມີຄວາມກ້າວໜ້າເຂັ້ມແຂງ.

...ໝວດທີ 7 ການໂຄສະນາກິລາ-ກາຍຍະກໍາ


....ມາດຕາ 68 ການໂຄສະນາກິລາ-ກາຍຍະກໍາ

ມາດຕາ 68 ການໂຄສະນາກິລາ-ກາຍຍະກໍາ ການໂຄສະນາກິລາ-ກາຍຍະກໍາແມ່ນການສຶກສາອົບຮົມ, ເຜີຍແຜ່,ແນະນໍາ,ການປະຊາສໍາພັນໃຫ້ສັງຄົມຮູ້ໄດ້ຄຸນປະໂຫຍດ,ຈຸດ ປະສົງ,ຂະບວນການ,ວິທີການເຄື່ອນໄຫວ,ເຕັກນິກຂອງກິລາ-ກາຍຍະ ກໍາແລະອື່ນໆແນໃສ່ສ້າງຄ່ານິຍົມ,ສ້າງສະຕິຊາດ,ຄວາມສາມັກຄີ,ລະ ບຽບວິໄນ,ຈັນຍາບັນແລະເຮັດໃຫ້ສັງຄົມໄດ້ເຂົ້າຮ່ວມການເຄື່ອນໄຫວ ນັບມື້ນັບກວ້າງຂວາງແລະມີການພັດທະນາກິລາ-ກາຍຍະກໍາໃຫ້ນັບມື ນັບດີຂຶ້ນ.

....ມາດຕາ 69 ເນື້ອໃນໂຄສະນາ

ມາດຕາ 69 ເນື້ອໃນໂຄສະນາ ເນື້ອໃນໂຄສະນາປະກອບດ້ວຍ: 1. ການສະໜອງຄວາມຮູ້ທົ່ວໄປກ່ຽວກັບກົດລະບຽບ,ກະຕິ ກາ,ຫຼັກການ,ການເຄື່ອນໄຫວ,ການຝຶກແອບ,ການຝຶກຊ້ອມ,ການສະ ແດງ,ການແຂ່ງຂັນກິລາ-ກາຍຍະກໍາ; 2. ການເຜີຍແຜ່ຄົນປະໂຫຍດ,ເຕັກນິກ,ຍຸດທະວິທີ,ວິທະຍາ ສາດ,ຄູ່ມືການສິດສອນກ່ຽວກັບກິລາ-ກາຍຍະກໍາຕ່າງໆ; 3. ການປຸກລະດົມ,ຂົນຂວາຍໃຫ້ສັງຄົມ,ລູກຫຼານເຂົ້າຮ່ວມ ການເຄື່ອນໄຫວຢ່າງກວ້າງຂວາງ,ພັດທະນາກິລາ-ກາຍຍະກໍາດ້ວຍ ການປະກອບທຶນ,ວັດຖຸແລະຈິດໃຈ,ສະໜອງພາຫະນະ,ອຸປະກອນໃຫ້ແກ່ ວຽກງານດັ່ງກ່າວ. 4. ການເຜີຍແຜ່ຜົນສໍາເລັດ,ຜົນງານ,ການເຂົ້າຮ່ວມການ ແຂ່ງຂັນຂອງນັກກິລາ-ກາຍຍະກໍາແຕ່ລະຮຸ່ນແລະແຕ່ລະຄັ້ງ; 5. ການພົວພັນ,ຮ່ວມມື,ແລກປ່ຽນບົດຮຽນດ້ານກິລາ-ກາຍ ຍະກໍາກັບຕ່າງປະເທດ,ອະນຸພາກພື້ນ,ພາກພື້ນແລະສາກົນ.

....ມາດຕາ 70 ຮູບການແລະວິທີການໂຄສະນາກິລາ-ກາຍຍະກໍາ

ມາດຕາ 70 ຮູບການແລະວິທີການໂຄສະນາກິລາ-ກາຍຍະກໍາ ການໂຄສະນາກິລາ-ກາຍຍະກໍານໍາໃຊ້ຮູບການແລະວິທີ ການດັ່ງນີ້: 1. ຜ່ານລະບົບສື່ມວນຊົນຂອງພາກລັດແລະເອກະຊົນເຊັ່ນ ສິ່ງພິມ,ວິທະຍຸ,ໂທລະພາບ,ອິນເຕີເນັດ,ອີເມວແລະເວບໄຊ; 2. ຜ່ານການປະຊາສໍາພັນໃນການແຂ່ງຂັນກິລາ-ກາຍຍະ ກໍາເປັນຕົ້ນງານມະຫາກໍາກິລາແຫ່ງຊາດ; 3. ຜ່ານຮູບການແລະວິທີການໂຄສະນາອື່ນ.

...ໝວດທີ 8 ກອງທຶນກິລາ-ກາຍຍະກໍາ


....ມາດຕາ 71 ການສ້າງຕັ້ງກອງທຶນ

ມາດຕາ 71 ການສ້າງຕັ້ງກອງທຶນ ລົດສົ່ງເສີມໃຫ້ມີການສ້າງຕັ້ງກອງທຶນຂຶ້ນເພື່ອພັດທະນາກິ ລາ-ກາຍຍະກໍາໃຫ້ກວ້າງຂວາງ,ກ້າວໜ້າ,ທັນສະໄໝແລະມີຄຸນນະ ພາບສູງຂຶ້ນເທື່ອລະກ້າວ.

....ມາດຕາ 72 ແຫຼ່ງກອງທຶນ

ມາດຕາ 72 ແຫຼ່ງກອງທຶນ ກອງທຶນກິລາ-ກາຍຍະກໍາແມ່ນໄດ້ມາຈາກ; 1. ງົບປະມານຂອງລັດ; 2. ລາຍໄດ້ຈາກການຈັດການແຂ່ງຂັນແລະລາຍໄດ້ອື່ນທີ່ ຖືກຕ້ອງຕາມລະບຽບກົດໝາຍເປັນຕົ້ນການຂາຍລິຂະສິດກ່ຽວກັບກິລາ- ກາຍຍະກໍາຊະນິດໃດໜຶ່ງ; 3. ການອຸປະຖໍາຈາກບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງ; 4. ການຊ່ວຍເຫຼືອຈາກພາຍໃນແລະຕ່າງປະເທດ.

....ມາດຕາ 73 (ປັບປຸງ) ການຄຸ້ມຄອງແລະນໍາໃຊ້ກອງທຶນ

ມາດຕາ 73 (ປັບປຸງ) ການຄຸ້ມຄອງແລະນໍາໃຊ້ກອງທຶນ ການຄຸ້ມຄອງແລະນໍາໃຊ້ກອງທຶນກິລາ-ກາຍຍະກໍາຕ້ອງ ສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ.ລາຍລະອຽດກ່ຽວ ກັບການຄຸ້ມຄອງແລະນໍາໃຊ້ກອງທຶນດັ່ງກ່າວໄດ້ກໍານົດໄວ້ໃນລະບຽບ ການສະເພາະ.

..ພາກທີ 4 ການຈັດຕັ້ງກິລາ-ກາຍຍະກໍາທາງສັງຄົມ


...ໝວດທີ 1 ຄະນະກໍາມະການກິລາໂອແລັມປິກແຫ່ງຊາດລາວ


....ມາດຕາ 74 ຄະນະກໍາມະການກິລາໂອແລມປິກແຫ່ງຊາດລາວ

ມາດຕາ 74 ຄະນະກໍາມະການກິລາໂອແລມປິກແຫ່ງຊາດລາວ ຄະນະກໍາມະການກິລາໂອແລມປິກແຫ່ງຊາດລາວມີຊື່ຫຍໍ້ ວ່າ "ຄອລ" ເປັນອົງການຈັດຕັ້ງສັງຄົມກ່ຽວກັບກິລາ-ກາຍຍະກໍາຊຶ່ງ ເປັນຕົວແທນໃຫ້ແກ່ ສປປລາວ ໃນການເຂົ້າຮ່ວມຂະບວນການເຄື່ອນ ໄຫວກິລາໂອແລມປິກອະນຸພາກພື້ນ,ພາກພື້ນແລະສາກົນ,ມີພາລະບົດ ບາດພັດທະນາກິລາ-ກາຍຍະກໍາລາວ,ນໍາເອົາຊື່ສຽງກຽດສັກສີ,ປົກ ປ້ອງສິດແລະຜົນປະໂຫຍດຂອງຕົນໃນເວທີສາກົນ.

....ມາດຕາ 75 (ປັບປຸງ) ສິດແລະໜ້າທີ່ຂອງຄະນະກໍາມະການໂອແລມປິກແຫ່ງຊາດລາວ

ມາດຕາ 75 (ປັບປຸງ) ສິດແລະໜ້າທີ່ຂອງຄະນະກໍາມະການໂອແລມ ປິກແຫ່ງຊາດລາວ ຄະນະກໍາມະການໂອແລມປິກແຫ່ງຊາດລາວມີສິດແລະໜ້າ ທີ່ດັ່ງນີ້: 1. ເຂົ້າຮ່ວມການສ້າງຕັ້ງແລະພັດທະນາຂະບວນການກິລາ -ກາຍຍະກໍາພາຍໃນປະເທດ; 2. ໂຄສະນາເຜີຍແຜ່ໃຫ້ສັງຄົມຮູ້ໄດ້ຄຸນປະໂຫຍດຂອງກິລາ -ກາຍຍະກໍາ,ມີຄວາມມັກແລະມີນໍ້າໃຈມັກກິລາ; 3. ສະໜັບສະໜູນສະຫະພັນກິລາ-ກາຍຍະກໍາແຫ່ງຊາດ,ຂະ ແໜງການແລະທ້ອງຖິ່ນ; 4. ຄຸ້ມຄອງແລະນໍາໃຊ້ເງິນຊ່ວຍເຫຼືອ,ອຸປະຖໍາຈາກອົງການ ໂອແລມປິກອະນຸພາກພື້ນ,ພາກພື້ນແລະສາກົນຕາມລະບຽບການ; 5. ປະສານສົມທົບກັບກະຊວງສຶກສາທິການແລະກິລາເພື່ອ ພັດທະນາກິລາ-ກາຍຍະກໍາປະເພດຕ່າງໆໃຫ້ໄດ້ຕາມມາດຕະຖານສາ ກົນເທື່ອລະກ້າວ; 6. ສົມທົບກັບກະຊວງສຶກສາທິການແລະກິລາກຽມເຂົ້າຮ່ວມ ງານແຂ່ງຂັນກິລາ-ກາຍຍະກໍາໃນລະດັບອະນຸພາກພື້ນ,ພາກພື້ນແລະສາ ກົນຫຼືການເປັນເຈົ້າພາບງານກິລາ-ກາຍຍະກໍາລະດັບຕ່າງໆ. 7. ເຂົ້າຮ່ວມເຄື່ອນໄຫວກິດຈະກໍາກິລາ-ກາຍຍະກໍາທີ່ຄະນະ ກໍາມະການໂອແລມປິກສາກົນຮັບຮອງແລະວາງອອກເຊັ່ນຊີເກມ,ເອ ຊຽນເກມ,ອິນດໍເກມ,ປາລາລິມປິກ,ໂອລິມປິກເກມ; 8. ເປັນຕົວແທນຂອງຊາດໃນການເຄື່ອນໄຫວ,ພົວພັນ,ຮ່ວມ ມືກັບການຈັດຕັ້ງກິລາໂອແລມຜິກຂອງຕ່າງປະເທດ,ອະນຸພາກພື້ນ,ພາກ ພື້ນແລະສາກົນ; 9. ສາມາດຖືກຄັດເລືອກເຂົ້າໃນຄະນະບໍລິຫານງານຂອງຄະ ນະກໍາມະການໂອແລມປິກອະນຸພາກພື້ນ,ພາກພື້ນແລະສາກົນ; 10. ຮຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ຖອດຖອນ ບົດຮຽນ,ລາຍງານຕໍ່ຂັ້ນເທິງກ່ຽວກັບການເຄື່ອນໄຫວຂອງຕົນຢ່າງເປັນ ປົກກະຕິ. 11. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍຫຼືຕາມການມອບໝາຍ. ...ໝວດທີ 2 ສະຫະພັນກິລາ-ກາຍຍະກໍາ


....ມາດຕາ 76 (ປັບປຸງ) ສະຫະພັນກິລາ-ກາຍຍະກໍາ

ມາດຕາ 76 (ປັບປຸງ) ສະຫະພັນກິລາ-ກາຍຍະກໍາ ສະຫະພັນກິລາ-ກາຍຍະກໍາແມ່ນອົງການຈັດຕັ້ງສັງຄົມກ່ຽວ ກັບກິລາ-ກາຍຍະກໍາປະເພດໃດໜຶ່ງ,ມີພາລະບົດບາດເຄື່ອນໄຫວ,ແລະ ພັດທະນາກິລາ-ກາຍຍະກໍາປະເພດດັ່ງກ່າວໃຫ້ກ້າວໜ້າຂຶ້ນເລື້ອຍໆ. ສະຫະພັນກິລາ-ກາຍຍະກໍາມີສອງຂັ້ນຄື; 1. ສະຫະພັນກິລາ-ກາຍຍະກໍາແຫ່ງຊາດ; 2. ສະຫະພັນກິລາ-ກາຍຍະກໍາຂັ້ນແຂວງ. ສໍາລັບເມືອງ,ເທດສະບານທີ່ມີຄວາມພ້ອມແລະມີເງື່ອນໄຂ ຄົບຖ້ວນກໍ່ສາມາດສ້າງຕັ້ງສະຫະພັນກິລາ-ກາຍຍະກໍາຂອງຕົນ. ການຈັດຕັ້ງແລະເຄື່ອນໄຫວຂອງສະຫະພັນດັ່ງກ່າວໄດ້ກໍາ ນົດໄວ້ໃນລະບຽບການສະເພາະ.

....ມາດຕາ 77 (ປັບປຸງ) ສິດແລະໜ້າທີ່ຂອງສະຫະພັນກິລາ-ກາຍຍະກໍາແຫ່ງຊາດ

ມາດຕາ 77 (ປັບປຸງ) ສິດແລະໜ້າທີ່ຂອງສະຫະພັນກິລາ-ກາຍຍະກໍາ ແຫ່ງຊາດ ສະຫະພັນກິລາ-ກາຍຍະກໍາແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: 1. ເປັນຕົວແທນຂອງຊາດເພື່ອເຄື່ອນໄຫວໃນລະດັບອະນຸ ພາກພື້ນ,ພາກພື້ນແລະສາກົນ; 2. ພັດທະນານັກກິລາ,ບຸກຄະລາກອນກິລາ,ພື້ນຖານໂຄງ ລ່າງ,ສະໜອງພາຫະນະ,ອຸປະກອນກະລາປະເພດທີ່ກ່ຽວຂ້ອງ; 3. ເຂົ້າຮ່ວມການແຂ່ງຂັກກິລາ-ກາຍຍະກໍາປະເພດໃດໜຶ່ງ ໃນລະດັບຊາດ,ອະນຸພາກພື້ນ,ພາກພື້ນແລະສາກົນ; 4. ຈັດການແຂ່ງຂັນກິລາ-ກາຍຍະກໍາໃນລະດັບຊາດ,ອະນຸ ພາກພື້ນ,ພາກພື້ນແລະສາກົນຢູ່ ສປປລາວ; 5. ປະສານສົມທົບກັບກະຊວງສຶກສາທິການແລະກິລາເພື່ອ ພັດທະນາກິລາ-ກາຍຍະກໍາປະເພດຕ່າງໆໃຫ້ໄດ້ຕາມມາດຕະຖານສາ ກົນເທື່ອລະກ້າວ; 6. ສົມທົບກັບກະຊວງສຶກສາທິການແລະກິລາກຽມເຂົ້າຮ່ວມ ງານແຂ່ງຂັນກິລາ-ກາຍຍະກໍາໃນລະດັບອະນຸພາກພື້ນ,ພາກພື້ນແລະສາ ກົນຫຼືການເປັນເຈົ້າພາບງານກິລາ-ກາຍຍະກໍາລະດັບຕ່າງໆ; 7. ຮ່ວມມື,ຍາດແຍ່ງການຊ່ວຍເຫຼືອຈາກສັງຄົມ,ສະຫະພັນ ກິລາອະນຸພາກພື້ນ,ພາກພື້ນແລະສາກົນເພື່ອພັດທະນາກິລາ-ກາຍຍະກໍາ ຂອງຊາດ; 8. ສະໜັບສະໜູນແລະຊ່ວຍເຫຼືອສະຫະພັນກິລາ-ກາຍຍະກໍາ ຂັ້ນແຂວງ; 9. ສາມາດຖືກຄັດເລືອກເຂົ້າໃນຄະນະບໍລິຫານງານຂອງສະ ຫະພັນກິລາອະນຸພາກພື້ນ,ພາກພື້ນແລະສາກົນ; 10. ສະເໜີປະຕິບັດນະໂຍບາຍຕໍ່ນັກກິລາ,ບຸກຄະລາກອນກິ ລາ-ກາຍຍະກໍາທີ່ມີຜົນງານ,ລົງວິໄນຕໍ່ນັກກິລາ,ບຸກຄະລາກອນກິລາ- ກາຍຍະກໍາທີ່ມີການລະເມີດລະບຽບການ; 11. ຮຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ຖອດຖອນ ບົດຮຽນ,ລາຍງານຕໍ່ຂັ້ນເທິງກ່ຽວກັບການເຄື່ອນໄຫວຂອງຕົນຢ່າງເປັນ ປົກກະຕິ; 12. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍ. ....ມາດຕາ 78 ສິດແລະໜ້າທີ່ຂອງສະຫະພັນກິລາ-ກາຍຍະກໍາຂັ້ນແຂວງ

ມາດຕາ 78 ສິດແລະໜ້າທີ່ຂອງສະຫະພັນກິລາ-ກາຍຍະກໍາຂັ້ນແຂວງ ສະຫະພັນກິລາ-ກາຍຍະກໍາຂັ້ນແຂວງມີສິດແລະໜ້າທີ່ຕົ້ນຕໍ ດັ່ງນີ້: 1. ຄັດເລືອກ,ຝຶກແອບ,ຝຶກຊ້ອມ,ທົດສອບນົກກິລາຂັ້ນແຂວງ ແລະເຂົ້າຮ່ວມການແຂ່ງຂັນກິລາ-ກາຍຍະກໍາທັງພາຍໃນແລະຕ່າງປະ ເທດ; 2. ຈັດການຝຶກອົບຮົມແລະພັດທະນານັກກິລາແລະບຸກຄະລາ ກອນກິລາ-ກາຍຍະກໍາປະເພດຂອງຕົນ; 3. ຈັດການແຂ່ງຂັນປະຈໍາປີແລະຈັດກິດຈະກໍາກິລາ-ກາຍ ຍະກໍາຂັ້ນອຂງຕົນ; 4. ປຸກລະດົມ,ຂົນຂວາຍ,ຊອກແຫຼ່ງທຶນເພື່ອການເຄື່ອນໄຫວ ກິລາ-ກາຍຍະກໍາຂັ້ນຂອງຕົນ; 5. ສະເໜີປະຕິບັດນະໂຍບາຍຕໍ່ນັກກິລາ,ບຸກຄະລາກອນກິລາ -ກາຍຍະກໍາທີ່ມີຜົນງານ,ລົງວິໄນຕໍ່ນັກກິລາ,ບຸກຄະລາກອນກິລາ-ກາຍ ຍະກໍາທີ່ມີການລະເມີດລະບຽບການ; 6. ຮຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ຖອດຖອນບົດ ຮຽນ,ລາຍງານຕໍ່ຂັ້ນເທິງກ່ຽວກັບການເຄື່ອນໄຫວຂອງຕົນຢ່າງເປັນປົກ ກະຕິ.

...ໝວດທີ 3 ສະມາຄົມກິລາ-ກາຍຍະກໍາ


....ມາດຕາ 79 (ປັບປຸງ) ສະມາຄົມກິລາ-ກາຍຍະກໍາ

ມາດຕາ 79 (ປັບປຸງ) ສະມາຄົມກິລາ-ກາຍຍະກໍາ ສະມາຄົມກິລາ-ກາຍຍະກໍາແມ່ນອົງການຈັດຕັ້ງສັງຄົມຂອງ ກະຊວງ,ອົງການ,ແຂວງ,ນະຄອນໂດຍແມ່ນການຈັດຕັ້ງທີ່ກ່ຽວຂ້ອງເປັນ ຜູ້ແຕ່ງຕັ້ງແລະຮັບຮູ້ໂດຍກະຊວງສຶກສາທິການແລະກິລາ,ມີພາລະບົດ ບາດເຄື່ອນໄຫວແລະພັດທະນາກິລາ-ກາຍຍະກໍາປະເພດຕ່າງໆຂອງຕົນ ໃຫ້ກ້າວໜ້າຂຶ້ນເລື້ອຍໆ. ສໍາລັບການຈັດຕັ້ງແລະເຄື່ອນໄຫວຂອງສະມາຄົມດັ່ງກ່າວ ໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 80 ສິດແລະໜ້າທີ່ຂອງສະມາຄົມກິລາ-ກາຍຍະກໍາ

ມາດຕາ 80 ສິດແລະໜ້າທີ່ຂອງສະມາຄົມກິລາ-ກາຍຍະກໍາ ສະມາຄົມກິລາ-ກາຍຍະກໍາມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ເຂົ້າຮ່ວມການສ້າງຕັ້ງແລະພັດທະນາຂະບວນການກິລາ -ກາຍຍະກໍາພາຍໃນກະຊວງ,ອົງການ,ແຂວງ,ນະຄອນ; 2. ໂຄສະນາເຜີຍແຜ່ໃຫ້ສັງຄົມຮູ້ໄດ້ຄຸນປະໂຫຍດຂອງກິລາ -ກາຍຍະກໍາ,ມີຄວາມມັກແລະມີນໍ້າໃຈນັກກິລາ; 3. ສະໜັບສະໜູນການຈັດຕັ້ງເຄື່ອນໄຫວແລະພັດທະນາກິລາ -ກາຍຍະກໍາໃນສະມາຄົມຂອງຕົນ; 4. ປຸກລະດົມ,ຂົນຂວາຍ,ຊອກແຫຼ່ງທຶນເພື່ອການເຄື່ອນໄຫວ ກິລາ-ກາຍຍະກໍາມີສະມາຄົມຂອງຕົນ; 5. ເຂົ້າຮ່ວມເຄື່ອນໄຫວພົວພັນ,ຮ່ວມມືກັບການຈັດຕັ້ງກິລາ -ກາຍຍະກໍາຢູ່ພາຍໃນແລະຕ່າງປະເທດ; 6. ສະເໜີປະຕິບັດນະໂຍບາຍຕໍ່ນັກກິລາ,ບຸກຄະລາກອນກິລາ -ກາຍຍະກໍາທີ່ມີຜົນງານ,ລົງວິໄນຕໍ່ນັກກິລາ,ບຸກຄະລາກອນກິລາ-ກາຍ ຍະກໍາທີ່ມີການລະເມີດລະບຽບການ; 7. ຮຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ຖອດຖອນບົດ ຮຽນ,ລາຍງານຕໍ່ຂັ້ນເທິງກ່ຽວກັບການເຄື່ອນໄຫວຂອງຕົນຢ່າງເປັນປົກ ກະຕິ.

...ໝວດທີ 4 ສະໂມສອນກິລາ-ກາຍຍະກໍາ


....ມາດຕາ 81 (ປັບປຸງ) ສະໂມສອນກິລາ-ກາຍຍະກໍາ

ມາດຕາ 81 (ປັບປຸງ) ສະໂມສອນກິລາ-ກາຍຍະກໍາ ສະໂມສອນກິລາ-ກາຍຍະກໍາມີສອງປະເພດຄືສະໂມສອນກິ ລາ-ກາຍຍະກໍາສະໝັກຫຼິ້ນແລະອາຊີບ. ສະໂມສອນກິລາ-ກາຍຍະກໍາສະໝັກຫຼິ້ນແມ່ນການຈັດຕັ້ງຫຼື ບຸກຄົນເປັນຜູ້ສ້າງຕັ້ງຂຶ້ນໂດຍມີການຮັບຮອງຈາກສະຫະພັນຫຼືສະມາຄົມ ກິລາ-ກາຍຍະກໍາທີ່ກ່ຽວຂ້ອງແລະອົງການຄຸ້ມຄອງກິລາ-ກາຍຍະກໍາ ຂັ້ນນັ້ນ. ສະໂມສອນກິລາ-ກາຍຍະກໍາສະໝັກຫຼິ້ນຕ້ອງເປັນສະມາຊິກ ຂອງສະຫະພັນກິລາ-ກາຍຍະກໍາແຫ່ງຊາດ,ມີຄະນະບໍລິຫານງານ,ມີນັກ ກິລາ,ບຸກຄະລາກອນກິລາ-ກາຍຍະກໍາ,ມີພື້ນຖານໂຄງລ່າງ,ວັດຖຸອຸປະ ກອນ,ການເງິນ,ລະບຽບການຈັດຕັ້ງແລະເຄື່ອນໄຫວຂອງສະໂມສອນ. ສະໂມສອນກິລາ-ກາຍຍະກໍາອາຊີບແມ່ນການຈັດຕັ້ງຫຼືບຸກ ຄົນເປັນຜູ້ສ້າງຕັ້ງຂຶ້ນໂດຍໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງກິລາ- ກາຍຍະກໍາຂັ້ນນັ້ນແລະພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອກໍ່ສ້າງ,ຝຶກແອບ ກິລາແລະແຂ່ງຂັນເປັນອາຊີບ. ສະໂມສອນກິລາ-ກາຍຍະກໍາອາຊີບເປັນວິສາຫະກິດດ້ານກິ ລາ-ກາຍຍະກໍາ.

....ມາດຕາ 82 ສິດແລະໜ້າທີ່ຂອງສະໂມສອນກິລາ-ກາຍຍະກໍາ

ມາດຕາ 82 ສິດແລະໜ້າທີ່ຂອງສະໂມສອນກິລາ-ກາຍຍະກໍາ ສະໂມສອນກິລາ-ກາຍຍະກໍາມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ພັດທະນານັກກິລາ,ບຸກຄະລາກອນກິລາ-ກາຍຍະກໍາ,ພື້ນ ຖານໂຄງລ່າງ,ສະໜອງພາຫະນະ,ອຸປະກອນກິລາກາຍຍະກໍາໃຫ້ສະໂມ ສອນຂອງຕົນ; 2. ເຂົ້າຮ່ວມແລະຈັດການແຂ່ງຂັນກິລາ-ກາຍຍະກໍາໃນລະ ດັບຕ່າງໆ; 3. ປຸກລະດົມ,ຂົນຂວາຍ,ຊອກແຫຼ່ງທຶນເພື່ອການເຄື່ອນໄຫວ ກິລາ-ກາຍຍະກໍາໃນສະໂມສອນຂອງຕົນ; 4. ສະເໜີປະຕິບັດນະໂຍບາຍຕໍ່ນັກກິລາ,ບຸກຄະລາກອນກິລາ -ກາຍຍະກໍາທີ່ມີຜົນງານ,ລົງວິໄນຕໍ່ນັກກິລາ,ບຸກຄະລາກອນກິລາ-ກາຍ ຍະກໍາທີ່ມີການລະເມີດລະບຽບການ; 5. ຮຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ຖອດຖອນບົດ ຮຽນ,ລາຍງານຕໍ່ຂັ້ນເທິງກ່ຽວກັບການເຄື່ອນໄຫວຂອງຕົນຢ່າງເປັນປົກ ກະຕິ.

..ພາກທີ 5 ຂໍ້ຫ້າມ


...ມາດຕາ 83 ຂໍ້ຫ້າມສໍາລັບນັກກິລາ

ມາດຕາ 83 ຂໍ້ຫ້າມສໍາລັບນັກກິລາ ຫ້າມນັກກິລາມີການກະທໍາຕົ້ນຕໍດັ່ງນີ້: 1. ໃຊ້ສານກະຕຸ້ນເປັນຕົ້ນໃນເວລາຝຶກແອບ,ຝຶກຊ້ອມ,ສະ ແດງແລະແຂ່ງຂັນ; 2. ໃຊ້ພຶດຕິກໍາ,ອາລົມຈິດທີ່ສ້າງຄວາມເສຍຫາຍຕໍ່ສຸຂະ ຸພາບ,ກຽດສັກສີ,ຊີວິດ,ຊັບສິນຂອງຄົນອື່ນໂດຍເຈດຕະນາທີ່ບໍ່ຖືກຕ້ອງ ຕາມກົດລະບຽບແລະກະຕິກາ; 3. ໃຊ້ການແຂ່ງຂັນກິລາ-ກາຍຍະກໍາເປັນການພະນັນ; 4. ພົວພັນສິ່ງເສບຕິດແລະສິ່ງລາມົກອະນາຈານ; 5. ໃຫ້ແລະຮັບສິນບົນ,ສວຍໂອກາດສໍ້ໂອງໃນການເຄື່ອນ ໄຫວກິລາ-ກາຍຍະກໍາເຮັດໃຫ້ເສື່ອມເສຍກຽດສັກສີຂອງຕົນ,ທີມງານ ແລະປະເທດຊາດ.

...ມາດຕາ 84 ຂໍ້ຫ້າມສໍາລັບບຸກຄະລາກອນກິລາ-ກາຍຍະກໍາ

ມາດຕາ 84 ຂໍ້ຫ້າມສໍາລັບບຸກຄະລາກອນກິລາ-ກາຍຍະກໍາ ຫ້າມບຸກຄະລາກອນກິລາ-ກາຍຍະກໍາມີການກະທໍາດັ່ງນີ້: 1. ຂັດຂວາງ,ກັ່ນແກ້ງການເຄື່ອນໄຫວກິລາ-ກາຍຍະກໍາ ຂອງບຸກຄົນແລະການຈັດຕັ້ງ; 2. ໃຫ້ແລະຮັບສິນບົນ,ສວຍໃຊ້ໜ້າທີ່,ຕໍາແໜ່ງ,ສິດອໍານາດ ຂອງຕົນເພື່ອຜົນປະໂຫຍດສ່ວນຕົວແລະພັກພວກທີ່ບໍ່ຊອບທໍາ; 3. ມີການລໍາອຽງໃນການຄັດເລືອກ,ຝຶກແອບ,ຝຶກຊ້ອມ,ທົດ ສອບນັກກິລາ,ການຕັດສິນທີ່ບໍ່ຍຸຕິທໍາໃນເວລາສະແດງແລະແຂ່ງຂັນ; 4. ໃຊ້ອາລົມຮ້າຍດ່າ,ໃຊ້ຄວາມຫຍາບຊ້າ,ທ່າທີທີ່ບໍ່ເໝາະ ສົມ,ທໍາຮ້າຍຮ່າງກາຍບຸກຄົນອື່ນເປັນຕົ້ນນັກກິລາໃນເວລາສະແດງແລະ ແຂ່ງຂັນ; 5. ສວຍໃຊ້ກິລາ-ກາຍຍະກໍາເປັນການພະນັນ.

...ມາດຕາ 85 ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດກິລາ-ກາຍຍະກໍາ

ມາດຕາ 85 ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດກິລາ-ກາຍຍະກໍາ ຫ້າມຜູ້ດໍາເນີນທຸລະກິດກິລາ-ກາຍຍະກໍາມີການກະທໍາຕົ້ນຕໍ ດັ່ງນີ້: 1. ດໍາເນີນທຸລະກິດກິລາ-ກາຍຍະກໍາທີ່ບໍ່ສອດຄ່ອງກັບແຜນ ພັດທະນາການກິລາ-ກາຍຍະກໍາຂອງທ້ອງຖິ່ນຫຼືຂອງຊາດ; 2. ດໍາເນີນທຸລະກິດກິລາ-ກາຍຍະກໍາທີ່ຜິດຕໍ່ລະບຽບກົດ ໝາຍ,ຮີດຄອງປະເພນີ,ວັດທະນາທໍາອັນດີງາມຂອງຊາດ,ແຕະຕ້ອງເຖິງ ຄວາມໝັ້ນຄົງແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 3. ດໍາເນີນທຸລະກິດກິລາ-ກາຍຍະກໍາເພື່ອການພະນັນຫຼືພົວ ພັນກັບສິ່ງເສບຕິດ.

...ມາດຕາ 86 (ປັບປຸງ) ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 86 (ປັບປຸງ) ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີການກະທໍາຕົ້ນຕໍດັ່ງນີ້: 1. ນໍາໃຊ້ການຫຼິ້ນແລະການແຂ່ງຂັນກິລາ-ກາຍຍະກໍາເພື່ອ ການພະນັນ; 2. ນໍາໃຊ້ກິລາ-ກາຍຍະກໍາທີ່ແຕະຕ້ອງເຖິງຜົນປະໂຫຍດ ຂອງລັດ,ສິດແລະຜົນປະໂຫຍດອັນຊອບທໍາຂອງບຸກຄົນຫຼືການຈັດຕັ້ງ, ກໍ່ຄວາມເສຍຫາຍຕໍ່ກຽດສັກສີ,ສຸຂະພາບ,ຊີວິດ,ຊັບສິນຂອງຜູ້ອື່ນ,ຝືນຄຸນ ນະທໍາ,ຮີດຄອງປະເພນີແລະວັດທະນະທໍາອັນດີງາມຂອງຊາດ; 3. ໃຊ້ອາລົມຮ້າຍດ່າ,ໃຊ້ຄວາມຫຍາບຊ້າ,ທ່າທີທີ່ບໍ່ເໝາະ ສົມ,ທໍຮ້າຍຮ່າງກາຍຜູ້ອື່ນເປັນຕົ້ນນັກກິລາ-ກາຍຍະກໍາໃນເວລາສະແດງ ແລະແຂ່ງຂັນ; 4. ຂັດຂວາງນັກກິລາແລະບຸກຄະລາກອນກິລາ-ກາຍຍະກໍາ ເຂົ້າຮ່ວມການຝຶກແອບ,ຝຶກຊ້ອມສະແດງແລະແຂ່ງຂັນ; 5. ທໍາລາຍພາຫະນະ,ວັດຖຸອຸປະກອນກິລາ-ກາຍຍະກໍາ.

..ພາກທີ 6 ອົງການຄຸ້ມຄອງແລະກວດກາກິລາ-ກາຍຍະກໍາ


...ໝວດທີ 1 ການຄຸ້ມຄອງກິລາ-ກາຍຍະກໍາ


....ມາດຕາ 87 (ປັບປຸງ) ອົງການຄຸ້ມຄອງກິລາ-ກາຍຍະກໍາ

ມາດຕາ 87 (ປັບປຸງ) ອົງການຄຸ້ມຄອງກິລາ-ກາຍຍະກໍາ ລັດຖະບານຄຸ້ມຄອງກິລາ-ກາຍຍະກໍາຢ່າງລວມສູນແລະເປັນ ເອກະພາບໃນທົ່ວປະເທດໂດຍມອບໃຫ້ກະຊວງສຶກສາທິການອື່ນແລະກິລາ ເປັນໃຈກາງໃນການຄຸ້ມຄອງບັນພື້ນຖານການປະສານສົມທົບກັບຂະແໜງ ການແລະທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງກິລາ-ກາຍຍະກໍາປະກອບດ້ວຍ: - ກະຊວງສຶກສາທິການແລະກິລາ; - ພະແນກສຶກສາທິການແລະກິລາແຂວງ,ນະຄອນ; - ຫ້ອງການສຶກສາທິການແລະກິລາເມືອງ,ເທດສະບານ.

....ມາດຕາ 88 (ປັບປຸງ) ກະຊວງສຶກສາທິການແລະກິລາ

ມາດຕາ 88 (ປັບປຸງ) ກະຊວງສຶກສາທິການແລະກິລາ ກະຊວງສຶກສາທິການແລະກິລາມີຊື່ຫຍໍ້ວ່າ "ສສກ" ມີພາລະ ບົດບາດເປັນເສນາທິການໃຫ້ລັດຖະບານໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານກິລາ-ກາຍຍະກໍາໃນຂອບເຂດທົ່ວປະເທດ,ຄຸ້ມຄອງຊີ້ ນໍາແລະປະສານສົມທົບກັບຄະນະກໍາມະການກິລາໂອແລມປິກແລະສະຫະ ພັນກິລາ-ກາຍຍະກໍາແຫ່ງຊາດປະເພດຕ່າງໆໃນການເຄື່ອນໄຫວກິລາ- ກາຍຍະກໍາພາຍໃນປະເທດແລະໃນເວທີສາກົນ.

....ມາດຕາ 89 (ປັບປຸງ) ສິດແລະໜ້າທີ່ຂອງກະຊວງສຶກສາທິການແລະກິລາ

ມາດຕາ 89 (ປັບປຸງ) ສິດແລະໜ້າທີ່ຂອງກະຊວງສຶກສາທິການແລະ ກິລາ ໃນການຄຸ້ມຄອງວຽກງານກິລາ-ກາຍຍະກໍາກະຊວງສຶກສາ ທິການແລະກິລາມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້ານະໂຍບາຍ,ແຜນຍຸດທະສາດ,ລະບຽບກົດໝາຍ, ແຜນງານແລະໂຄງການພັດທະນາການກິລາ-ກາຍຍະກໍາໃນຂອບເຂດ ທົ່ວປະເທດເພື່ອສະະເໜີຕໍ່ລັດຖະບານພິຈາລະນາ; 2. ໂຄສະນາ,ເຜີຍແຜ່ນະໂຍບາຍ,ແຜນຍຸດທະສາດ,ລະບຽບ ກົດໝາຍ,ມະຕິຄໍາສັ່ງຂອງລັດຖະບານກ່ຽວກັບວຽກງານກິລາ-ກາຍຍະ ກໍາແລ້ວຊີ້ນໍາການຈັດຕັ້ງປະຕິບັດ; 3. ປັບປຸງ,ບູລະນະກົງຈັກການຈັດຕັ້ງກ່ຽວກັບວຽກງານກິ ລາ-ກາຍຍະກໍາແຕ່ສູນກາງຮອດທ້ອງຖິ່ນ,ຄຸ້ມຄອງ,ກໍ່ສ້າງຖັນແຖວພະ ນັກງານ,ຄູຝຶກ,ກໍາມະການຕັດສິນ,ນັກກິລາ-ກາຍຍະກໍາປະເພດຕ່າງໆ ນັບທັງນັກກິລາ-ກາຍຍະກໍາຄົນພິການຕາມລະບຽບກົດໝາຍ; 4. ແຕ່ງຕັ້ງ,ປັບປຸງ,ສັບຊ້ອນ,ເລືອກເຟັ້ນ,ຍົກຍ້າຍ,ປະຕິບັດ ນະໂຍບາຍຕໍ່ພະນັກງານ,ລັດຖະກອນແລະນັກກິລາ-ກາຍຍະກໍາທີ່ຢູ່ໃນ ຄວາມຮັບຜິດຊອບຂອງຕົນ; 5. ສ້າງສູນຝຶກກິລາ-ກາຍຍະກໍາ,ສະໂມສອນແລະໂຮງຮຽນ ພອນສະຫວັນກິລາ-ກາຍຍະກໍາລະດັບຊາດ; 6. ອະນຸມັດການຈັດຕັ້ງການແຂ່ງຂັນແລະເຂົ້າຮ່ວມການ ແຂ່ງຂັນກິລາ-ກາຍຍະກໍາປະເພດຕ່າງໆຢູ່ພາຍໃນແລະຕ່າງປະເທດ ຕາມຄວາມຮັບຜິດຊອບຂອງຕົນ; 7. ຄົ້ນຄວ້າ,ນໍາສະເໜີຂໍອະນຸມັດຈາກລັດຖະບານເພື່ອການ ຈັດງານມະຫາກໍາກິລາ-ກາຍຍະກໍາແຫ່ງຊາດ,ເຂົ້າຮ່ວມງານມະຫາກໍາ ກິລາຊີເກມ,ເອຊຽນເກມ,ໂອແລມປິກເກມ; 8. ສ້າງ,ຄຸ້ມຄອງ,ນໍາໃຊ້ພື້ນຖານໂຄງລ່າງ,ສະຖານທີ່ຝຶກ ແອບ,ການແຂ່ງຂັນ,ພາຫະນະ,ອຸປະກອນກິລາ-ກາຍຍະກໍາ,ງົບປະມານ ຂອງຕົນໃຫ້ມີປະສິດທະຜົນ,ພ້ອມກັນນັ້ນກໍ່ປຸກລະດົມ,ຍາດແຍ່ງທຶນຮອນ ຈາກສັງຄົມທີ່ຖືກຕ້ອງຕາມກົດໝາຍເພື່ອພັດທະນາກິລາ-ກາຍຍະກໍາ; 9. ຄົ້ນຄ້ວາ,ວິໄຈວິທະຍາສາດ,ເຕັກນິກ,ຍຸດທະວິທີ,ການ ແພດ,ເກັບກໍາຂໍ້ມູນ,ຂ່າວສານກ່ຽວກັບກິລາ-ກາຍຍະກໍາແລະແນະນໍາ, ເຜີຍແຜ່ໃຫ້ແກ່ສັງຄົມເປັນຕົ້ນຢູ່ໂຮງຮຽນ,ສູນແລະສະຖາບັນກິລາ-ກາຍ ຍະກໍາຕ່າງໆ. 10. ຊີ້ນໍາ,ແນະນໍາ,ເຜີຍແຜ່ດ້ານວິຊາການໃຫ້ແກ່ຂະແໜງ ການກິລາ-ກາຍຍະກໍາໃນທົ່ວປະເທດ; 11. ຮັບຮູ້ການສ້າງຕັ້ງ,ປັບປຸງຫຼືຍົກເລີກສະໂມສອນ,ສະຫະ ພັນກິລາ-ກາຍຍະກໍາລະດັບຊາດ; 12. ສະເໜີລັດຖະບານເພື່ອຮັບຮອງການສ້າງຕັ້ງ,ປັບປຸງຫຼື ຍົກເລີກຄະນະກໍາມະການກິລາໂອແລມປິກແຫ່ງຊາດລາວ; 13. ເຊັນສັນຍາ,ອະນຸສັນຍາກັບຕ່າງປະເທດ,ອົງການຈັດ ຕັ້ງສາກົນເພື່ອຍາດແຍ່ງການຊ່ວຍເຫຼືອ,ການຮ່ວມມືດ້ານວຽກງານກິລາ -ກາຍຍະກໍາບົນພື້ນຖານກນເຫັນດີຂອງລັດຖະບານ; 14. ຣຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ລາຍງານ ການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ລັດຖະບານຢ່າງເປັນປົກກະຕິ; 15. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍຫຼືຕາມການມອບໝາຍຂອງລັດຖະບານ.

....ມາດຕາ 90 (ປັບປຸງ) ພະແນກສຶກສາທິການແລະກິລາແຂວງ,ນະຄອນ

ມາດຕາ 90 (ປັບປຸງ) ພະແນກສຶກສາທິການແລະກິລາແຂວງ,ນະຄອນ ພະແນກສຶກສາທິການແລະກິລາແຂວງ,ນະຄອນເປັນເສນາ ທິການຂອງອົງການປົກຄອງແຂວງ,ນະຄອນ,ປະຕິບັດພາລະບົດບາດຄຸ້ມ ຄອງກິລາ-ກາຍຍະກໍາໃນທົ່ວແຂວງ,ນະຄອນແລະພາຍໃຕ້ການຊີ້ນໍາດ້ານ ວິຊາການຂອງກະຊວງສຶກສາທິການແລະກິລາ.

....ມາດຕາ 91 (ປັບປຸງ) ສິດແລະໜ້າທີ່ຂອງພະແນກສຶກສາທິການແລະກິລາແຂວງ,ນະຄອນ

ມາດຕາ 91 (ປັບປຸງ) ສິດແລະໜ້າທີ່ຂອງພະແນກສຶກສາທິການແລະ ກິລາແຂວງ,ນະຄອນ ໃນການຄຸ້ມຄອງວຽກງານກິລາ-ກາຍຍະກໍາພະແນກສຶກສາ ທິການແລະກິລາແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດແຜນການ,ລະບຽບກົດໝາຍ,ຂໍ້ຕົກລົງ, ກົດລະບຽບແລະກະຕິກາກ່ຽວກັບການຄຸ້ມຄອງການພັດທະນາກິລາ- ກາຍຍະກໍາຂອງຂັ້ນເທິງ; 2. ຄົ້ນຄວ້າ,ວາງແຜນການ,ໂຄງການພັດທະນາກິລາ-ກາຍ ຍະກໍາພາຍໃນແຂວງ,ນະຄອນເພື່ອສະເໜີຕໍ່ຂັ້ນເທິງຂອງຕົນອະນຸມັດ ແລ້ວຈັດຕັ້ງປະຕິບັດ; 3. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄົ້ນຄວ້າເພື່ອສະ ເໜີສ້າງຕັ້ງ,ປັບປຸງຫຼືຍົກເລີກສະມາຄົມກິລາ-ກາຍຍະກໍາພາຍໃນ ແຂວງ,ນະຄອນເພື່ອໃຫ້ຂັ້ນເທິງພິຈາລະນາ; 4. ອະນຸມັດການສ້າງຕັ້ງ,ປັບປຸງຫຼືຍົກເລີກສະຫະພັນ,ສະໂມ ສອນກິລາ-ກາຍຍະກໍາພາຍໃນແຂວງ,ນະຄອນ; 5. ສະເໜີການສັບຊ້ອນ,ຍົກຍ້າຍ,ແຕ່ງຕັ້ງ,ປະຕິບັດນະໂຍ ບາຍຕໍ່ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຫຼືສະເໜີຕໍ່ຂັ້ນເທິງ ເພື່ອພິຈາລະນາ; 6. ຊີ້ນໍາ,ແນະນໍາ,ເຜີຍແຜ່ວິຊາການກິລາ-ກາຍຍະກໍາໃຫ້ ແກ່ຫ້ອງການກິລາ-ກາຍຍະກໍາຂັ້ນເມືອງ,ຮາກຖານແລະພາກສ່ວນອື່ນ ທີ່ກ່ຽວຂ້ອງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; 7. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄັດ ເລືອກ,ຝຶກແອບ,ທົດສອບນັກກິລາ,ກໍ່ສ້າງ,ບໍາລຸງດ້ານວິຊາການໃຫ້ແກ່ ບຸກຄະລາກອນກິລາພ້ອມທັງຈັດການແຂ່ງຂັນແລະເຂົ້າຮ່ວມການແຂ່ງ ຂັນລະດັບຕ່າງໆ. 8. ຄຸ້ມຄອງ,ພັດທະນາ,ນໍາໃຊ້ພື້ຖານໂຄງລ່າງ,ພາຫະນະ, ອຸປະກອນ,ການເງິນກິລາ-ກາຍຍະກໍາຂັ້ນຂອງຕົນໃຫ້ມີປະສິດທິຜົນພ້ອມ ກັນນັ້ນກໍ່ປຸກລະດົມ,ຍາດແຍ່ງທຶນຮອນຈາກສັງຄົມເພື່ອພັດທະນາກິລາ- ກາຍຍະກໍາໃນທ້ອງຖິ່ນຂອງຕົນ; 9. ພົວພັນ,ຮ່ວມມືກັບຕ່າງປະເທດໃນວຽກງານກິລາ-ກາຍ ຍະກໍາຕາມການມອບໝາຍຂອງຂັ້ນເທິງ; 10. ຮຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ລາຍງານ ການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ຂັ້ນເທິງຢ່າງເປົນປົກກະຕິ; 11. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົໝາຍຫຼືຕາມ ການມອບໝາຍຂອງຂັ້ນເທິງ.


....ມາດຕາ 92 (ປັບປຸງ) ຫ້ອງການສຶກສາທິການແລະກິລາເມືອງ,ເທດສະບານ

ມາດຕາ 92 (ປັບປຸງ) ຫ້ອງການສຶກສາທິການແລະກິລາເມືອງ,ເທດ ສະບານ ຫ້ອງການສຶກສາທິການແລະກິລາເມືອງ,ເທດສະບານເປັນ ເສນາທິການຂອງອົງການປົກຄອງເມືອງ,ເທດສະບານ,ປະຕິບັດພາລະ ບົດບາດຄຸ້ມຄອງກິລາ-ກາຍຍະກໍາໃນທົ່ວເມືອງ,ເທດສະບານແລະຢູ່ພາຍ ໃຕ້ການຊີ້ນໍາດ້ານວິຊາການຂອງພະແນກສຶກສາທິການແລະກິລາຂັ້ນ ແຂວງ.

....ມາດຕາ 93 (ປັບປຸງ) ສິດແລະໜ້າທີ່ຂອງຫ້ອງການສຶກສາທິການແລະກິລາເມືອງ,ເທດສະບານ

ມາດຕາ 93 (ປັບປຸງ) ສິດແລະໜ້າທີ່ຂອງຫ້ອງການສຶກສາທິການແລະ ກິລາເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານກິລາ-ກາຍຍະກໍາຫ້ອງການສຶກ ສາທິການແລະກິລາເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດແຜນການ,ລະບຽບກົດໝາຍ,ຂໍ້ຕົກລົງ, ກົດລະບຽບແລະກະຕິກາກ່ຽວກັບການຄຸ້ມຄອງ,ການພັດທະນາກິລາ- ກາຍຍະກໍາທີ່ຂັ້ນເທິງວາງອອກ. 2. ຄົ້ນຄວ້າ,ວາງແຜນການ,ໂຄງການພັດທະນາກິລາ- ກາຍຍະກໍາພາຍໃນເມືອງ,ເທດສະບານເພື່ອສະເໜີຕໍ່ຂັ້ນເທິງຂອງຕົນ ອະນຸມັດແລ້ວຈັດຕັ້ງປະຕິບັດ; 3. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄົ້ນຄວ້າເພື່ອ ສະເໜີສ້າງຕັ້ງ,ປັບປຸງຫຼືຍຸບເລີກສະໂມສອນກິລາ-ກາຍຍະກໍາພາຍໃນ ເມືອງ,ເທດສະບານເພື່ອໃຫ້ຂັ້ນເທິງພິຈາລະນາ; 4. ຮັບຮູ້ການສ້າງຕັ້ງ,ປັບປຸງຫຼືຍຸບເລີກໜ່ວຍກິລາ-ກາຍ ຍະກໍາຮາກຖານ; 5. ສະເໜີການສັບຊ້ອນ,ຍົກຍ້າຍ,ແຕ່ງຕັ້ງ,ປະຕິບັດນະໂຍ ບາຍຕໍ່ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕໍ່ຂັ້ນເທິງເພື່ອພິຈາ ລະນາ; 6. ຊີ້ນໍາ,ແນະນໍາ,ເຜີຍແຜ່ວິຊາການກິລາ-ກາຍຍະກໍາໃຫ້ ແກ່ສະໂມສອນ,ໜ່ວຍກິລາ-ກາຍຍະກໍາຮາກຖານ; 7. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄັດ ເລືອກ,ຝຶກແອບ,ທົດສອບນັກກິລາ,ກໍ່ສ້າງ,ບໍລຸງດ້າຍວິຊາການໃຫ້ແກ່ ບຸກຄະລາກອນກິລາພ້ອມທັງຈັດການແຂ່ງຂັນແລະເຂົ້າຮ່ວມການແຂ່ງ ຂັນລະດັບຕ່າງໆ; 8. ຄຸ້ມຄອງ,ພັດທະນາ,ນໍາໃຊ້ພື້ນຖານໂຄງລ່າງ,ພາຫະນະ, ອຸປະກອນ,ການເງິນກິລາ-ກາຍຍະກໍາຂັ້ນຂອງຕົນໃຫ້ມີປະສິດທິຜົນພ້ອມ ກັນນັ້ນກໍ່ປຸກລະດົມ,ຍາດແຍ່ງທຶນຮອນຈາກສັງຄົມເພື່ອພັດທະນາກິລາ- ກາຍຍະກໍາໃນທ້ອງຖິ່ນຂອງຕົນ; 9. ຮຽກໂຮມປະຊຸມ,ເຂົ້າຮ່ວມປະຊຸມ,ສະຫຼຸບ,ລາຍງານການ ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ຂັ້ນເທິງຢ່າງເປັນປົກກະຕິ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍຫຼືຕາມ ການມອບໝາຍຂອງຂັ້ນເທິງ.

...ໝວດທີ 2 ການກວດກາກິລາບກາຍຍະກໍາ


....ມາດຕາ 94 ອົງການກວດກາກິລາ-ກາຍຍະກໍາ

ມາດຕາ 94 ອົງການກວດກາກິລາ-ກາຍຍະກໍາ ອົງການກວດກາກິລາ-ກາຍຍະກໍາແມ່ນອົງການດຽວກັນກັບ ອົງການຄຸ້ມຄອງກິລາ-ກາຍຍະກໍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ 87 ຂອງກົດໝາຍສະບັບນີ້.ນອກຈາກນັ້ນຍັງມີອົງການກວດກາພາຍນອກຄື ການຕິດຕາມກວດກາຂອງສະພາແຫ່ງຊາດ,ອົງການກວດກາລັດຖະບານ ແລະຕ້ານການສໍ້ລາດບັງຫຼວງ,ອົງການກວດສອບແຫ່ງລັດແລະການກວດ ກາຂອງປະຊາຊົນ.

....ມາດຕາ 95 ເນື້ອໃນການກວດກາ

ມາດຕາ 95 ເນື້ອໃນການກວດກາ ເນື້ອໃນການກວດກາກ່ຽວກັບກິລາ-ກາຍຍະກໍາມີດັ່ງນີ້: 1. ການປະຕິບັດຍຸດທະສາດ,ນະໂຍບາຍ,ແຜນການ,ໂຄງ ການ,ລະບຽບກົດໝາຍກ່ຽວກັບກິລາ-ກາຍຍະກໍາ; 2. ການເຄື່ອນໄຫວຂອງການຈັດຕັ້ງກິລາ-ກາຍຍະກໍາປະ ເພດຕ່າງໆເຊັ່ນສະຫະພັນ,ສະມາຄົມແລະສະໂມສອນ; 3. ການແກ້ໄຂຄໍາສະເໜີຂອງບຸກຄົນແລະການຈັດຕັ້ງກ່ຽວ ກັບວຽກງານກິລາ-ກາຍຍະກໍາ.

....ມາດຕາ 96 ຮູບການກວດກາ

ມາດຕາ 96 ຮູບການກວດກາ ການກວດກາວຽກງານກິລາ-ກາຍຍະກໍາມີສາມຮູບການດັ່ງ ນີ້: 1. ການກວດກາຕາມແຜນການປົກກະຕິ. 2. ການກວດການອກແຜນການໂດຍມີການແຈ້ງໃຫ້ຮູ້ລ່ວງ ໜ້າ; 3. ການກວດກາແບບກະທັນຫັນ. ການກວດກາຕາມແຜນການປົກກະຕິແມ່ນການກວດກາທີ່ ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ ນອນ. ການກວດການອກແຜນການໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶງແຈ້ງ ໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາຮີບດ່ວນໂດຍ ບໍ່ໄດ້ແຈ້ງລ່ວງໜ້າໃຫ້ຜູ້ຖືກກວດກາ.

..ພາກທີ 7 ວັນກິລາ-ກາຍຍະກໍາແຫ່ງຊາດ,ເຄື່ອງມາຍແລະເຄື່ອງແບບກິລາ-ກາຍຍະກໍາ


...ມາດຕາ 97 (ປັບປຸງ) ວັນກິລາ-ກາຍຍະກໍາແຫ່ງຊາດ

ມາດຕາ 97 (ປັບປຸງ) ວັນກິລາ-ກາຍຍະກໍາແຫ່ງຊາດ ສປປລາວ ຖືເອົາວັນທີ 13 ກໍລະກົດ 1966 ເປັນວັນສ້າງ ຕັ້ງກິລາ-ກາຍຍະກໍາແຫ່ງຊາດ. ແຕ່ລະປີຢູ່ສູນກາງແລະທ້ອງຖິ່ນຕ້ອງຈັດຕັ້ງການສະເຫຼີມສະ ຫຼອງວັນທີ 13 ກໍລະກົດດ້ວຍຮູບການຕ່າງໆທີ່ເໝາະສົມ.

...ມາດຕາ 98 ເຄື່ອງໝາຍກິລາ-ກາຍຍະກໍາ

ມາດຕາ 98 ເຄື່ອງໝາຍກິລາ-ກາຍຍະກໍາ ເຄື່ອງໝາຍກິລາ-ກາຍຍະກໍາເປັນຮູບທວນໄຟ,ສີແດງກວມ ຫົວນາກສີຄໍາ,ມີສັນຍາລັກທາງແລ່ນຢູ່ເບື້ອງລຸ່ມ,ມີໜັງສືເປັນພາສາ "ຝຼັ່ງ" ວ່າ "Laos". ...ມາດຕາ 99 ເຄື່ອງແບບກິລາ-ກາຍຍະກໍາ

ມາດຕາ 99 ເຄື່ອງແບບກິລາ-ກາຍຍະກໍາ ເຄື່ອງແບບກິລາ-ກາຍຍະກໍາໄດ້ກໍານົດໄວ້ໃນລະບຽບການ ສະເພາະ.

..ພາກທີ 8 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 100 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 100 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິ ບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບ ກົດໝາຍ.

...ມາດຕາ 101 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 101 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກສຶກ ສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືດໍາເນີນຄະ ດີຕາມກໍລະນີເບົາຫຼືໜັກ.

...ມາດຕາ 102 ມາດຕະການສຶກສາອົບຮົມ

ມາດຕາ 102 ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນ ຂໍ້ຫ້າມຊຶ່ງບໍ່ເປັນການກະທໍາຜິດທາງອາຍາແລະຮັບສາລະພາບຕໍ່ການກະ ທໍາທີ່ບໍ່ຖືກຕ້ອງຂອງຄົນຈະຖືກຕັກເຕືອນແລະສຶກສາອົບຮົມ.

...ມາດຕາ 103 ມາດຕະການທາງວິໄນ

ມາດຕາ 103 ມາດຕະການທາງວິໄນ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ ຫ້າມຊຶ່ງບໍ່ເປັນການກະທໍາຜິດທາງອາຍາແຕ່ບໍ່ຈິງໃຈລາຍງານ,ຫຼົບຫຼີກ ຈາກຄວາມຜິດຂອງຕົນຈະຖືກລົງວິໄນຕາມແຕ່ລະກໍລະນີດັ່ງນີ້: 1. ຕິຕຽນ,ກ່າວເຕືອນຄວາມຜິດໂດຍບັນທຶກໄວ້ໃນສໍານວນ ເອກະສານຊີວະປະຫວັດຂອງຕົນ; 2. ໂຈະທຸການເຄື່ອນໄຫວໃນວຽກງານກິລາ-ກາຍຍະກໍາ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ; 3. ລົງວິໄນອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 104 ມາດຕະການປັບໃໝ

ມາດຕາ 104 ມາດຕະການປັບໃໝ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນ ຂໍ້ຫ້າມຊຶ່ງບໍ່ເປັນການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍເລັກ ໜ້ອຍຈະຖືກປັບໃໝຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ມາດຕາ 105 ມາດຕະການທາງແພ່ງ

ມາດຕາ 105 ມາດຕະການທາງແພ່ງ ບຸກຄົນຫຼືການຈັດຕັ້ງທີໄ່ດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນ ຂໍ້ຫ້າມຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ບຸກຄົນແລະ ການຈັດຕັ້ງອື່ນເນື່ອງມາຈາກການກະທໍາທີ່ບໍ່ຖືກຕ້ອງຂອງຕົນກ່ຽວກັບ ວຽກງານກິລາ-ກາຍຍະກໍາຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ຕົນ ໄດ້ກໍ່ຂຶ້ນ.

...ມາດຕາ 106 ມາດຕະການທາງອາຍາ

ມາດຕາ 106 ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຊຶ່ງເປັນ ການກະທໍາຜິດທາງອາຍາຈະຖືກລົງໂທດຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍອາຍາ.

..ພາກທີ 9 ບົດບັນຍັດສຸດທ້າຍ


...ມາດຕາ 107 ການຈັດຕັ້ງປະຕິບັດ

ມາດຕາ 107 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 108 ຜົນສັກສິດ

ມາດຕາ 108 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນ ປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນ ໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍກິລາ-ກາຍຍະ ກໍາສະບັບເລກທີ 11/ສພຊ ລົງວັນທີ 25 ທັນວາ 2007. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້