ກົດໝາຍວ່າດ້ວຍການໄປສະນີ 17-05-2004

From Wikisource
Jump to navigation Jump to search

.ການໄປສະນີ 17-05-2004


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງຂອງກົດໝາຍວ່າດ້ວຍການໄປສະນີ

ມາດຕາ 1 ຈຸດປະສົງຂອງກົດໝາຍວ່າດ້ວຍການໄປສະນີ ກົດໝາຍວ່າດ້ວຍການໄປສະນີກໍານົດຫຼັກການ,ລະບຽບ ການແລະມາດຕະການເພື່ອຄຸ້ມຄອງແລະກວດກາການຈັດຕັ້ງ, ການເຄື່ອນໄຫວແລະການສົ່ງເສີມການບໍລິການດ້ານໄປສະນີຢູ່ ພາຍໃນປະເທດແລະລະຫວ່າງປະເທດແນໃສ່ຮັບປະກັນການບໍລິ ການດ້ານໄປສະນີແກ່ສັງຄົມໃຫ້ມີຄຸນນະພາບສູງ,ມີຄວາມສະ ດວກ,ວ່ອງໄວ,ປອດໄພແລະໄປເຖິງຜູ້ຮັບເພື່ອປະກອບສ່ວນເຂົ້າ ໃນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.

...ມາດຕາສອງ:ການໄປສະນີ

ມາດຕາສອງ:ການໄປສະນີ ການໄປສະນີແມ່ນການບໍລິການຮັບຝາກ,ການຈັດສົ່ງ,ການ ແຈກຢາຍໄປສະນີພັນ,ພັດສະດຸໄປສະນີໂດຍມີການຕິດສະແຕັມແລະ ມີຕາປະທັບຂອງໄປສະນີ;ການບໍລິການໄປສະນີກ່ຽວກັບການສົ່ງ ຂ່າວສານທາງໂທລະເລກ,ໂທລະສານແລະທາງເອເລັກໂຕຣນິກ; ການບໍລິການດ້ານການເງິນໄປສະນີ;ການຂາຍສະແຕັມໄປສະນີ ແລະຜະລິດຕະພັນໄປສະນີປະເພດຕ່າງໆໂດຍມີການຄິດໄລ່ເອົາຄ່າ ບໍລິການຕາມການຕົກລົງຂອງລັດຖະບານ.


...ມາດຕາສາມ:ນິຍາມຄໍາສັບ

ມາດຕາສາມ:ນິຍາມຄໍາສັບ ຕາມກົດໝາຍສະບັບນີ້ໄດ້ຈໍາກັດຄວາມໝາຍຂອງບັນດາຄໍາ ສັບໄວ້ດັ່ງນີ້: ໜຶ່ງ:ໄປສະນີພັນໝາຍເຖິງເຄື່ອງຝາກທາງໄປສະນີຂະໜາດ ນ້ອຍເຊັ່ນ:ຈົດໝາຍ,ໄປສະນີບັດ,ເອກະສານ,ໜັງສືພິມ,ວາລະສານ ແລະສິ່ງພິມອື່ນໆ,ສິ່ງຂອງຫໍ່ນ້ອຍແລະເຄື່ອງຝາກປະເພດອື່ນໆທີ່ມີ ນໍ້າໜັກບໍ່ໃຫ້ເກີນສອງກິໂລກຣາມຕໍ່ໜຶ່ງຊອງຫຼືໜຶ່ງຫໍ່ເວັ້ນເສຍແຕ່ ປຶ້ມອ່ານຊຶ່ງຮັບຝາກໄດ້ບໍ່ໃຫ້ເກີນຫ້າກິໂລກຣາມແລະເຄື່ອງອ່ານ ຂອງຄົນຕາບອດຊຶ່ງຮັບຝາກໄດ້ບໍ່ໃຫ້ເກີນເຈັດກິໂລກຣາມ. ສອງ:ພັດສະດຸໄປສະນີໝາຍເຖິງເຄື່ອງຝາກທາງໄປສະນີຂະ ໜາດໃຫຍ່ທີ່ມີນໍ້າໜັກເກີນສອງກິໂລກຣາມຂຶ້ນໄປແຕ່ບໍ່ໃຫ້ເກີນຫ້າ ກິໂລກຣາມຕໍ່ໜຶ່ງຫີບຫຼືໜຶ່ງຫໍ່; ສາມ:ສະແຕັມໄປສະນີໝາຍເຖິງບັດ,ກາໝາຍຫຼືເຄື່ອງໝາຍ ຊຶ່ງມີມູນຄ່າເປັນເງິນສໍາລັບຕິດໃສ່ໄປສະນີພັນ,ພັດສະດຸໄປສະນີເພື່ອ ເປັນຄ່າບໍລິການໄປສະນີແລະເພື່ອການສະສົມ. ສີ່:ຖົງເມໝາຍເຖິງຖົງຫຼືຫີບທີ່ບັນຈູໄປສະນີພັນ,ພັດສະດຸໄປ ສະນີທີ່ມັດ,ອັດແລະມີເຄື່ອງໝາຍຂອງທາງການໄປສະນີຕິດໃສ່ເພື່ອ ສົ່ງໄປຍັງຈຸດທີ່ໝາຍ. ຫ້າ:ໄປສະນີກອນໝາຍເຖິງບຸກຄົນທີ່ເຮັດໜ້າທີ່ແຈກຢາຍ ເຄື່ອງຝາກທາງໄປສະນີປະເພດຕ່າງໆ. ຫົກ:ຕົວແທນໄປສະນີໝາຍເຖິງບຸກຄົນຫຼືການຈັດຕັ້ງທີ່ເປັນ ຕົວແທນໃຫ້ແກ່ຜູ້ໃຫ້ການບໍລິການໄປສະນີບາງປະເພດເຊັ່ນ:ຮັບ ຝາກ,ແຈກຢາຍໄປສະນີພັນ,ຂາຍສະແຕັມແລະຜະລິດຕະພັນໄປ ສະນີຕ່າງໆ; ເຈັດ:ຫີບປ່ອນຈົດໝາຍໝາຍເຖິງຫີບຊຶ່ງຜູ້ໃຫ້ການບໍລິການ ໄປສະນີໄດ້ຕິດຕັ້ງໄວ້ຢູ່ກັບຫ້ອງການໄປສະນີແລະຢູ່ຕາມສະຖານທີ່ ສາທາລະນະຕ່າງໆສໍາລັບການຮັບຝາກຈົດໝາຍແລະໄປສະນີຍະ ບັດທີ່ໄດ້ຕິດສະແຕັມໄປສະນີຕາມຄ່າບໍລິການແລ້ວ. ແປດ:ຕູ້ໄປສະນີໝາຍເຖິງຕູ້ທີ່ມີເລກລະຫັດຂອງຜູ້ຈັບຈອງ ຊຶ່ງຜູ້ໃຫ້ການບໍລິການໄປສະນີໄດ້ຕິດຕັ້ງໄວ້ຢູ່ກັບຫ້ອງການໄປສະ ນີສໍາລັບໃສ່ຈົດໝາຍ,ໄປສະນີບັດ,ສິ່ງພິມຂະໜາດນ້ອຍແລະໃບ ແຈ້ງເຄື່ອງຝາກທີ່ສົ່ງເຖິງຜູ້ຈັບຈອງຕູ້ດັ່ງກ່າວ.


...ມາດຕາສີ່:ການສົ່ງເສີມການລົງທຶນໃນການບໍລິການໄປສະນີ

ມາດຕາສີ່:ການສົ່ງເສີມການລົງທຶນໃນການບໍລິການໄປສະນີ ລັດສົ່ງເສີມບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະ ເທດລົງທຶນໃສ່ການພັດທະນາການບໍລິການໄປສະນີຕາມປະເພດແລະ ຂອບເຂດທີ່ກົດໝາຍໄດ້ກໍານົດໄວ້.

...ມາດຕາຫ້າ:ພັນທະຂອງພົນລະເມືອງ

ມາດຕາຫ້າ:ພັນທະຂອງພົນລະເມືອງ ພົນລະເມືອງລາວ,ຊາວຕ່າງດ້າວ,ຄົນຕ່າງປະເທດແລະຜູ້ ບໍ່ມີສັນຊາດຢູ່ສປປລາວລ້ວນແຕ່ມີພັນທະອໍານວຍຄວາມສະດວກ, ໃຫ້ການຮ່ວມມືແກ່ການຈັດຕັ້ງໄປສະນີ,ນໍາໃຊ້ແລະປົກປັກຮັກສາ ລະບົບໄປສະນີແລະໃຫ້ການຊ່ວຍເຫຼືອແກ່ໄປສະນີກອນໃນການ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານ. ຜູ້ດໍາເນີນທຸລະກິດຂົນສົ່ງທາງບົກ,ທາງນໍ້າແລະທາງອາ ກາດມີພັນທະເຮັດສັນຍາຫຼືຂໍ້ຜູກພັນຕາມການສະເໜີຂອງຜູ້ໃຫ້ການ ບໍລິການໄປສະນີໃນການຈັດສົ່ງຖົງເມ.ພ້ອມກັນນັ້ນກໍ່ຕ້ອງປະຕິບັດ ສັນຍາຫຼືຂໍ້ຜູກພັນດັ່ງກ່າວຢ່າງເຂັ້ມງວດໃນການຮັບແລະສົ່ງຖົງ ເມໃຫ້ໄປເຖິງຈຸດທີ່ໝາຍດ້ວຍຄວາມປອດໄພແລະທັນເວລາ.

...ມາດຕາຫົກ:ການພົວພັນແລະຮ່ວມມືສາກົນ

ມາດຕາຫົກ:ການພົວພັນແລະຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນ,ຮ່ວມມືກັບຕ່າງປະເທດແລະ ອົງການຈັດຕັ້ງສາກົນດ້ວຍການປະສານວຽກງານໄປສະນີ,ແລກ ປ່ຽນບົດຮຽນ,ຍົກລະດັບຄວາມສາມາດທາງດ້ານເຕັດໂນໂລຊີ ເພື່ອເຮັດໃຫ້ການບໍລິການໄປສະນີກ້າວໜ້າແລະທັນສະໄໝ.

..ໝວດທີ2ປະເພດແລະຂອບເຂດການບໍລິການໄປສະນີຢູ່ສປປລາວ


...ມາດຕາເຈັດ:ປະເພດຂອງການບໍລະການໄປສະນີ

ມາດຕາເຈັດ:ປະເພດຂອງການບໍລະການໄປສະນີ ການບໍລະການໄປສະນີຢູ່ສປປລາວມີສີ່ປະເພດຕົ້ນຕໍດັ່ງນີ້: ໜຶ່ງ:ການບໍລະການຮັບຝາກ,ການຈັດສົ່ງ,ການແຈກຢາຍໄປ ສະນີພັນແລະພັດສະດຸໄປສະນີ; ສອງ:ການບໍລະການໄປສະນີກ່ຽວກັບການສົ່ງຂ່າວສານທາງ ໂທລະເລກ,ໂທລະສານແລະທາງເອເລັກໂຕຣນິກ. ສາມ:ການບໍລະການດ້ານການເງິນໄປສະນີ. ສີ່:ການບໍລະການຂາຍສະແຕັມແລະຜະລິດຕະພັນໄປສະນີອື່ນ ໆ.

...ມາດຕາແປດ:ການບໍລະການຮັບຝາກ,ການຈັດສົ່ງ,ການແຈກຢາຍໄປສະນີພັນແລະພັດສະດຸໄປສະນີ.

ມາດຕາແປດ:ການບໍລະການຮັບຝາກ,ການຈັດສົ່ງ,ການແຈກຢາຍ ໄປສະນີພັນແລະພັດສະດຸໄປສະນີ. ການບໍລະການຮັບຝາກ,ການຈັດສົ່ງ,ການແຈກຢາຍໄປສະນີ ພັນແລະພັດສະດຸໄປສະນີຕ້ອງຮັບປະກັນໄປເຖິງຈຸດໝາຍ,ມີຄວາມ ປອດໄພແລະທັນເວລາຊຶ່ງມີຫ້າແບບຕົ້ນຕໍຄື:ແບບທໍາມະດາ,ລົງທະ ບຽນ,ແຈກຢາຍດ່ວນ,ແຈກຢາຍດ່ວນພິເສດແລະແຈ້ງມຸນຄ່າ. ໜຶ່ງ:ການບໍລະການແບບທໍາມະດາແມ່ນການບໍລະການຮັບ ຝາກ,ແຈກຢາຍໄປສະນີພັນແລະພັດສະດຸໄປສະນີທີ່ມີລັດສະນະທົ່ວ ໄປໂດຍບໍ່ໄດ້ມີການລົງທະບຽນແລະຈັດສົ່ງໄປຕາມຖ້ຽວເມປົກກະ ຕິ. ສອງ:ການບໍລະການແບບລົງທະບຽນແມ່ນການບໍລະການ ຮັບຝາກ,ຈັດສົ່ງ,ແຈກຢາຍໄປສະນີພັນຊຶ່ງໄດ້ລົງທະບຽນໂດຍມີ ການຮັບປະກັນນັບແຕ່ເວລາຝາກຈົນເຖິງເວລາແຈກຢາຍເຖິງຜູ້ ຮັບແລະມີການເກັບຄ່າບໍລະການເພີ່ມ. ສາມ:ການບໍລະການແບບແຈກຢາຍດ່ວນແມ່ນການບໍລະ ການຮັບຝາກ,ຈັດສົ່ງ,ແຈກຢາຍໄປສະນີພັນແລະພັດສະດຸໄປສະນີ ຊຶ່ງບໍລິການໄດ້ທັງແບບທໍາມະດາແລະແບບລົງທະບຽນທີ່ຕ້ອງໄດ້ ແຈກຢາຍໃຫ້ແກ່ຜູ້ຮັບເປັນການດ່ວນແລະມີການເກັບຄ່າບໍລະການ ເພີ່ມ. ສີ່:ການບໍລະການແບບແຈກຢາຍດ່ວນພິເສດແມ່ນການບໍລິ ການຮັບຝາກ,ຈັດສົ່ງ,ແຈກຢາກໄປສະນີແລະພັດສະດຸໄປສະນີຊຶ່ງ ສາມາດຕິດຕາມໄດ້ທຸກເວລາທັງຕ້ອງໄດ້ແຈກຢາຍໃຫ້ແກ່ຜູ້ຮັບ ເປັນການດ່ວນແລະມີການເກັບຄ່າບໍລິການສູງກວ່າ. ຫ້າ:ການບໍລິການແບບແຈ້ງມູນຄ່າແມ່ນການຮັບຝາກ,ຈັດ ສົ່ງ,ແຈກຢາຍໄປສະນີພັນແລະພັດສະດຸໄປສະນີຊຶ່ງໃນເວລາຝາກຜູ້ ຝາກຕ້ອງໄດ້ແຈ້ງຊະນິດແລະມູນຄ່າເຄື່ອງຝາກ. ໃນການບໍລິການຮັບຝາກແບບທໍາມະດາສະເພາະໄປສະນີພັນ ທີ່ເປັນຈົດໝາຍແລະໄປສະນີບັດນັ້ນຜູ້ຝາກສາມາດນໍາເອົາຈົດໝາຍ ແລະໄປສະນີບັດມາຝາກຢູ່ກັບຫ້ອງການໄປສະນີຫຼືຈະເອົາໄປປ່ອນ ລົງໃນຫີບປ່ອນຈົດໝາຍທີ່ຕິດຕັ້ງຢູ່ຕາມສະຖານທີ່ສາທາລະນະຕ່າງ ໆກໍ່ໄດ້. ສ່ວນໃນການບໍລະການແຈກຢາຍໄປສະນີພັນແລະພັດສະດຸ ໄປສະນີໃຫ້ແກ້ຜູ້ຈັບຈອງຕູ້ໄປສະນີນັ້ນເຈົ້າໜ້າທີ່ໄປສະນີຈະເອົາຈົດ ໝາຍ,ໄປສະນີບັດ,ສິ່ງພິມຂະໜາດນ້ອຍຫຼືໃບແຈ້ງເຄື່ອງຝາກໃສ່ໄວ້ ໃນຕູ້ໄປສະນີຂອງຜູ້ກ່ຽວ.

...ມາດຕາແປດ:ການບໍລະການຮັບຝາກ,ການຈັດສົ່ງ,ການແຈກຢາຍໄປສະນີພັນແລະພັດສະດຸໄປສະນີ.

ມາດຕາເກົ້າ:ການບໍລະການໄປສະນີກ່ຽວກັບການສົ່ງຂ່າວສານ ທາງໂທລະເລກ,ໂທລະສານແລະທາງເອເລັກໂຕຮນິກ. ການບໍລິການໄປສະນີກ່ຽວກັບການສົ່ງຂ່າວສານທາງໂທ ລະເລກ,ໂທລະສານແລະທາງເອລັກໂຕຣນິກແມ່ນການບໍລິການ ສົ່ງຂ່າວສານຜ່ານອຸປະກອນໂທລະຄົມມະນາຄົມປະເພດຕ່າງໆທີ່ ກ່ຽວຂ້ອງຢູ່ສູນຫຼືຫ້ອງການໄປສະນີເຊັ່ນ:ເຄື່ອງໂທລະເລກ,ເຄື່ອງ ໂທລະສານ,ເຄື່ອງຄັອມພິວເຕີ້ແລະພາຫະນະສື່ສານອື່ນໆ.

...ມາດຕາສິບ:ການບໍລະການດ້ານການເງິນໄປສະນີ

ມາດຕາສິບ:ການບໍລະການດ້ານການເງິນໄປສະນີ ການບໍລະການດ້ານການເງິນໄປສະນີແມ່ນການບໍລະການ ຈັດສົ່ງແລະເບີກຈ່າຍໃບຝາກເງິນ,ການອອກແຊັກໄປສະນີແລະຊໍາ ລະແຊັກໄປສະນີ,ການໂອນເງິນແລະການຊໍາລະຄ່າບໍລິການຕ່າງໆ ຜ່ານທາງໄປສະນີ,ການປະກັນໄພເຄື່ອງຝາກທາງໄປສະນີ,ການບໍ ລິການຮັບຝາກເງິນປະຢັດແລະການໃຫ້ເງິນກູ້ແກ່ຜູ້ຝາກເງິນປະຢັດ ໄປສະນີ. ການບໍລິການຮັບຝາກເງິນປະຢັດແລະການໃຫ້ເງິນກູ້ແກ່ສະ ມາຊິກຜູ້ຝາກເງິນປະຢັດໄປສະນີນັ້ນໃຫ້ປະຕິບັດຕາມລະບຽບການ ຂອງທະນາຄານແຫ່ງສປປລາວວາງອອກ. ການບໍລະການດ້ານການເງິນອື່ນໆສາມາດປະຕິບັດຕາມ ການອະນຸຍາດຂອງລັດຖະບານ.

...ມາດຕາສິບເອັດ:ການບໍລະການຂາຍສະແຕັມແລະຜະລິດຕະພັນໄປສະນີອື່ນໆ.

ມາດຕາສິບເອັດ:ການບໍລະການຂາຍສະແຕັມແລະຜະລິດຕະພັນ ໄປສະນີອື່ນໆ. ການຂາຍສະແຕັມໄປສະນີແມ່ນການຂາຍໃຫ້ຜູ້ໃຊ້ບໍລິການ ໄປສະນີເພື່ອເປັນຄ່າບໍລິການໃນການຝາກໄປສະນີພັນ,ພັດສະດຸໄປ ສະນີແລະຂາຍໃຫ້ບຸກຄົນທົ່ວໄປເພື່ອນໍາໄປສະສົມໄວ້. ຜະລິດຕະພັນໄປສະນີອື່ນໆທີ່ນໍາອອກຂາຍນັ້ນມີຊອງ,ເຈ້ຍ ຫຸ້ມຫໍ່,ຫີບ,ແອບສໍາລັບບັນຈຸໄປສະນີພັນຫຼືພັດສະດຸໄປສະນີລວມທັງ ເຄື່ອງຂອງທີ່ລະນຶກ.

...ມາດຕາສິບເອັດ:ການບໍລະການຂາຍສະແຕັມແລະຜະລິດຕະພັນໄປສະນີອື່ນໆ.

ມາດຕາສິບສອງ:ຂອບເຂດການບໍລະການໄປສະນີ ການບໍລະການໄປສະນີຂອງສປປລາວມີການບໍລິການໄປສະ ນີຢູ່ພາຍໃນປະເທດແລະລະຫວ່າງປະເທດ.ການບໍລິການໄປສະນີຢູ່ ພາຍໃນປະເທດຕ້ອງປະຕິບັດຕາມກົດໝາຍສະບັບນີ້,ສໍາລັບການບໍ ລິການໄປສະນີລະຫວ່າງປະເທດ,ນອກຈາກປະຕິບັດຕາມກົດໝາຍ ສະບັບນີ້ແລ້ວຍັງຕ້ອງໃຫ້ສອດຄ່ອງກັບສົນທິສັນຍາຫຼືສັນຍາສາກົນ ກ່ຽວກັບວຽກງານໄປສະນີທີ່ສປປລາວເປັນພາຄີ.

..ໝວດທີ3ຄ່າທໍານຽມແລະຄ່າບໍລະການໄປສະນີ


...ມາດຕາສິບສາມ:ຄ່າທໍານຽມໄປສະນີ

ມາດຕາສິບສາມ:ຄ່າທໍານຽມໄປສະນີ ຄ່າທໍານຽມໄປສະນີແມ່ນຄ່າການອອກໃບອະນຸຍາດສ້າງ ຕັ້ງແລະດໍາເນີນທຸລະກິດດ້ານການໄປສະນີແລະການອອກໃບອະນຸ ຍາດອື່ນໆກ່ຽວກັບກິດຈະການໄປສະນີຊື່ງເປັນລາຍຮັບຂອງງົບປະ ມານແຫ່ງລັດ. ກະຊວງຄົມມະນາຄົມ,ຂົນສົ່ງ,ໄປສະນີແລະກໍ່ສ້າງສົມທົບ ກັບພາກສ່ວນອື່ນທີ່ກ່ຽວຂ້ອງຄົ້ນຄວ້າຄ່າທໍານຽມໄປສະນີສະເໜີ ລັດຖະບານພິຈາລະນາແລະນໍາສະເໜີຕໍ່ຄະນະປະຈໍາສະພາແຫ່ງ ຊາດພິຈາລະນາເພື່ອສະເໜີກໍານົດອອກໃນລັດຖະບັນຍັດຂອງປະ ທານປະເທດ.

...ມາດຕາສິບສີ່:ຄ່າບໍລະການໄປສະນີ

ມາດຕາສິບສີ່:ຄ່າບໍລະການໄປສະນີ ຄ່າບໍລິການໄປສະນີແມ່ນຄ່າໃຊ້ການບໍລິການໄປສະນີປະ ເພດຕ່າງໆທີ່ໄດ້ກໍານົດໄວ້ຢູ່ໃນມາດຕາເຈັດຂອງກົດໝາຍສະບັບ ນີ້ຊຶ່ງເປັນລາຍຮັບຂອງຜູ້ໃຫ້ການບໍລະການໄປສະນີ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງສົມທົບກັບ ພາກສ່ວນອື່ນທີ່ກ່ຽວຂ້ອງຄົ້ນຄວ້າຄ່າບໍລະການໄປສະນີນໍາສະເໜີ ລັດຖະບານພິຈາລະນາຕົກລົງ.

..ໝວກທີ4ການສ້າງຕັ້ງວິສາຫະກິດການບໍລິການໄປສະນີ


...ມາດຕາສິບຫ້າ:ການຂໍອະນຸຍາດສ້າງຕັ້ງວິສາຫະກິດການບໍລິການໄປສະນີ

ມາດຕາສິບຫ້າ:ການຂໍອະນຸຍາດສ້າງຕັ້ງວິສາຫະກິດການບໍລິການ ໄປສະນີ ການບໍລະການໄປສະນີທີ່ພົວພັນວຽກງານບໍລິການດ້ານການ ເງິນໄປສະນີ,ຍຸດທະສາດການປ້ອງກັນຊາດ,ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງຂອງຊາດນັ້ນລັດຈະອະນຸຍາດໃຫ້ແຕ່ລັດວິສາຫະກິດ ໄປສະນີລາວເທົ່ານັ້ນເປັນຜູ້ດໍາເນີນການ.ນອກຈາກນີ້ລັດກໍ່ຈະອະນຸ ຍາດໃຫ້ບຸກຄົນແລະການຈັດຕັ້ງທີ່ມີເງື່ອນໄຂສ້າງຕັ້ງວິສາຫະກິດ ການບໍລິການໄປສະນີໃນບາງປະເພດທີ່ໄດ້ກໍານົດໄວ້ໃນມາດຕາ ເຈັດຂອງກົດໝາຍສະບັບນີ້.ຂັ້ນຕອນການຂໍອະນຸຍາດສ້າງຕັ້ງວິສາ ຫະກິດການບໍລະການໄປສະນີໃຫ້ປະຕິບັດຕາມກົດໝາຍວ່າດ້ວຍທຸ ລະກິດແລະກົດໝາຍອື່ນໆທີ່ກ່ຽວຂ້ອງ.

...ມາດຕາສິບຫົກ:ເງື່ອນໄຂໃນການສ້າງຕັ້ງວິສາຫະກິດການບໍລິການໄປສະນີ

ມາດຕາສິບຫົກ:ເງື່ອນໄຂໃນການສ້າງຕັ້ງວິສາຫະກິດການບໍລິການໄປສະນີ ການສ້າງຕັ້ງວິສາຫະກິດການບໍລິການໄປສະນີຕ້ອງມີເງື່ອນໄຂຕົ້ນຕໍດັ່ງນີ້: ໜຶ່ງ:ຕ້ອງມີທຶນ,ສໍານັກງານ,ອຸປະກອນ,ເຄື່ອງມື,ພາຫະນະຮັບໃຊ້ຕາມລະບຽບການທີ່ໄດ້ກໍານົດໄວ້; ສອງ:ຕ້ອງມີນັກວິຊາການຊັ້ນສູງຂຶ້ນໄປໃນດ້ານການໄປສະນີແລະມີປະສົບການຢ່າງໜ້ອຍສາມປີ. ສາມ:ຕ້ອງມີນັກວິຊາການທີ່ກ່ຽວຂ້ອງໃນຈໍານວນທີ່ເໝາະສົມກັບຂະໜາດຂອງກິດຈະການຕາມລະບຽບການທີ່ວາງອອກ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ກໍານົດເງື່ອນໄຂລະອຽດຂອງຜູ້ທີ່ຈະໄດ້ຮັບອະນຸຍາດສ້າງຕັ້ງວິສາຫະກິດການບໍລການໄປສະນີ.

..ໝວດທີ5ສິດ,ໜ້າທີ່ແລະພັນທະຂອງຜູ້ໃຫ້ບໍລິການໄປສະນີ;ສິດແລະພັນທະຂອງຜູ້ໃຊ້ບ�


...ມາດຕາສິບເຈັດ:ສິດແລະໜ້າທີ່ຂອງຜູ້ໃຫ້ການບໍລະການຮັບຝາກ,ຈັດສົ່ງ,ແຈກຢາຍໄປສະນີພັນແລະພັດສະດຸໄປສະນີ.

ມາດຕາສິບເຈັດ:ສິດແລະໜ້າທີ່ຂອງຜູ້ໃຫ້ການບໍລະການຮັບຝາກ, ຈັດສົ່ງ,ແຈກຢາຍໄປສະນີພັນແລະພັດສະດຸໄປສະນີ. ຜູ້ໃຫ້ການບໍລິການຮັບຝາກ,ຈັດສົ່ງ,ແຈກຢາຍໄປສະນີພັນ ແລະພັດສະດຸໄປສະນີມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ໃຫ້ການບໍລິການຮັບຝາກ,ຈັດສົ່ງ,ແຈກຢາຍໄປສະນີ ພັນແລະພັດສະດຸໄປສະນີແກ່ຜູ້ໃຊ້ການບໍລະການຢ່າງມີຄວາມສະ ດວກ,ວ່ອງໄວ,ປອດໄພ,ບໍ່ໃຫ້ຕົກເຮ່ຍເສຍຫາຍ,ບໍ່ປ່ຽນຮູບຫຼືບໍ່ເສຍ ຄຸນນະພາບແລະຮັບປະກັນໃຫ້ເຖິງຜູ້ຮັບ. ສອງ:ສົ່ງໄປສະນີພັນ,ພັດສະດຸໄປສະນີທີ່ຜູ້ຮັບບໍ່ຮັບເອົາກັບ ຄືນໃຫ້ແກ່ຜູ້ຝາກ; ສາມ:ປົກປ້ອງ,ຄຸ້ມຄອງຕູ້ໄປສະນີແລະຫີບຫໍ່ປ່ອນຈົດໝາຍ ຕາມລະບຽບການທີ່ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ ວາງອອກ. ສີ່:ເກັບຮັກສາໄວ້ໃນກໍານົດໜຶ່ງປີສໍາລັບໄປສະນີພັນ,ພັດສະ ດຸໄປສະນີທີ່ບໍ່ສາມາດແຈກຢາຍໃຫ້ຜູ້ຮັບຫຼືບໍ່ສາມາດສົ່ງຄືນໃຫ້ຜູ້ ຝາກໄດ້ຍ້ອນສາຍເຫດຕ່າງໆເຊັ່ນ: -ທີ່ຢູ່ຂອງຜູ້ຮັບຫຼືຜູ້ຝາກບໍ່ຄົບຖ້ວນ,ບໍ່ຈະແຈ້ງ; -ບໍ່ຮູ້ຈັກຜູ້ຮັບຫຼືຜູ້ຝາກ; -ຜູ້ຮັບຫຼືຜູ້ຝາກບໍ່ຮັບເອົາ; -ຜູ້ຮັບຫຼືຜູ້ຝາກບໍ່ມາທວງຖາມເອົາ; -ຜູ້ຮັບຫຼືຜູ້ຝາກໜີໄປຢູ່ບ່ອນອື່ນໂດຍບໍ່ແຈ້ງທີ່ຢູ່ໃໝ່ໃຫ້ຊາບ; -ຜູ້ຮັບຫຼືຜູ້ຝາກເສຍຊີວິດ; -ເຫດສຸດວິໃສ. ໃນກໍານົດເວລາດັ່ງກ່າວຜູ້ໃຫ້ການບໍລິການຕ້ອງຊອກທຸກ ເງື່ອນໄຂເພື່ອເຮັດໃຫ້ໄປສະນີພັນ,ພັດສະດຸໄປສະນີໄດ້ຖືກສົ່ງມອບ ໃຫ້ຜູ້ຮັບຫຼືສົ່ງຄືນໃຫ້ຜູ້ຝາກ.ເມື່ອກາຍກໍານົດເວລາດັ່ງກ່າວແລ້ວໄປ ສະນີພັນ,ພັດສະດຸໄປສະນີນັ້ນແມ່ນຕົກເປັນຂອງລັດ; ຫ້າ:ຄົ້ນຄວ້າແລະນໍາສະເໜີອັດຕາຄ່າບໍລິການຕໍ່ກະຊວງຄົມ ມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງໂດຍໃຫ້ສອດຄ່ອງກັບສະພາບ ເສດຖະກິດ-ສັງຄົມໃນແຕ່ລະໄລຍະ; ຫົກ:ໄຂຫຼືເປີດຫີບ,ຫໍ່,ຊອງໄປສະນີພັນ,ພັດສະດຸໄປສະນີໂດຍ ຊ້ອງໜ້າຜູ້ຝາກຫຼືຜູ້ຮັບແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນກໍລະນີທີ່ສົງໃສ ວ່າສິ່ງທີ່ບັນຈຸຢູ່ຂ້າງໃນເປັນຂອງທີ່ຕ້ອງຫ້າມຫຼືຜິດກົດໝາຍ. ເຈັດ:ເກັບຄ່າບໍລິການຕາມລະບຽບກົດໝາຍ; ແປດ:ເຮັດສັນຍາຫຼືຂໍ້ຜູກພັນກັບບຸກຄົນຫຼືການຈັດຕັ້ງໃນການ ຈັດຕັ້ງຕົວແທນຂອງຕົນເພື່ອດໍາເນີນການບໍລິການໄປສະນີໃຫ້ແກ່ ປະຊາຊົນຢ່າງທົ່ວເຖິງ. ເກົ້າ:ບໍ່ຮັບຝາກໄປສະນີພັນ,ພັດສະດຸໄປສະນີທີ່ບັນຈຸອາວຸດ ເສິກ,ວັດຖະລະເບີດ,ທາດເຄມີຫຼືທາດຊີວະພາບທີ່ເປັນອັນຕະລາຍ, ຢາເສບຕິດ,ສິ່ງຂອງຕ້ອງຫ້າມອື່ນໆຫຼືທີ່ບໍ່ຖືກຕ້ອງຕາມລະບຽບການ ໄປສະນີເຊັ່ນ:ບໍ່ຕິດສະແຕັມ,ຕິດສະແຕັມທີ່ໃຊ້ແລ້ວ,ຂຽນບ່ອນຢູ່ຂອງ ຜູ້ຝາກແລະຜູ້ຮັບບໍ່ຈະແຈ້ງ,ບໍ່ໄດ້ຫູ່ມຫໍ່ຫຼືບັນຈຸສິ່ງຂອງບູດເນົ່າ,ສິ່ງ ຂອງເປື່ອຍໄດ້; ສິບ:ກັກຫຼືຢຶດໄປສະນີພັນ,ພັດສະດຸໄປສະນີທີ່ເປັນສິ່ງຂອງ ຕ້ອງຫ້າມຫຼືຜິດຕໍ່ລະບຽບກົດໝາຍແລ້ວມອບໃຫ້ເຈົ້າໜ້າທີ່ທີ່ກ່ຽວ ຂ້ອງເພື່ອດໍາເນີນຄະດີ. ສິບເອັດ:ປົກປ້ອງລິຂະສິດຕໍ່ຜະລິດຕະພັນໄປສະນີຂອງຕົນ; ສິບສອງ:ຮັບຜິດຊອບໃຊ້ແທນຄ່າເສຍຫາຍຕ່າງໆທີ່ເກີດຂຶ້ນ ຍ້ອນຄວາມຜິດພາດຂອງຕົນ.ສ່ວນຄວາມເສຍຫາຍທີ່ເກີດຈາກເຫດ ສຸດວິໄສ,ເກີດຈາກສະພາບຂອງໄປສະນີພັນ,ພັດສະດຸໄປສະນີນັ້ນ ເອງຫຼືເກີດຈາກຄວາມຜິດພາດຂອງຜູ້ຝາກຫຼືຜູ້ຮັບແມ່ນບໍ່ຮັບຜິດ ຊອບ. ສິບສາມ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ກົດໝາຍກໍານົດ ໄວ້.


...ມາດຕາສິບແປດ:ສິດແລະໜ້າທີ່ຂອງຜູ້ໃຫ້ການບໍລິການໄປສະນີກ່ຽວກັບການສົ່ງຂ່າວສານທາງໂທລະເລກ,ໂທລະສານແລະທາງເອເລັກ

ມາດຕາສິບແປດ:ສິດແລະໜ້າທີ່ຂອງຜູ້ໃຫ້ການບໍລິການໄປສະນີ ກ່ຽວກັບການສົ່ງຂ່າວສານທາງໂທລະເລກ,ໂທລະສານແລະທາງ ເອເລັກໂຕຣນິກ ຜູ້ໃຫ້ການບໍລິການໄປສະນີກ່ຽວກັບການສົ່ງຂ່າວສານທາງ ໂທລະເລກ,ໂທລະສານແລະທາງເອເລັກໂຕຮນິກມີສິດແລະໜ້າທີ່ ດັ່ງນີ້: ໜຶ່ງ:ຕົກລົງກັບອົງການທີ່ກ່ຽວຂ້ອງໃນການນໍາໃຊ້ອຸປະກອນ ແລະລະບົບໂທລະຄົມມະນາຄົມເຂົ້າໃນການບໍລິການສົ່ງຂ່າວສານ. ສອງ:ໃຫ້ການບໍລິການສົ່ງຂ່າວສານຢ່າງມີຄຸນນະພາບ,ສະ ດວກ,ວ່ອງໄວ,ຊັດເຈນ,ປອດໄພແລະໄປເຖິງຈຸດທີ່ໝາຍ. ສາມ:ເກັບຄ່າບໍລິການຕາມລະບຽບກົດໝາຍ. ສີ່:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ.

...ມາດຕາສິບເກົ້າ:ສິດແລະໜ້າທີ່ຂອງຜູ້ໃຫ້ການບໍລິການດ້ານການເງິນໄປສະນີ

ມາດຕາສິບເກົ້າ:ສິດແລະໜ້າທີ່ຂອງຜູ້ໃຫ້ການບໍລິການດ້ານການ ເງິນໄປສະນີ ຜູ້ໃຫ້ການບໍລິການດ້ານການເງິນໄປສະນີມີສິດແລະໜ້າທີ່ ດັ່ງນີ້: ໜຶ່ງ:ຮັບຝາກ,ຈັດສົ່ງແລະເບີກຈ່າຍໃບຝາກເງິນ,ອອກແຊັກ ແລະຊໍາລະແຊັກໄປສະນີ,ໂອນເງິນແລະຊໍາລະສະສາງຄ່າບໍລິການ ຕ່າງໆຜ່ານທາງໄປສະນີ; ສອງ:ບໍລະການຮັບຝາກເງິນປະຢັດແລະໃຫ້ກູ້ແກ່ສະມາຊິກຜູ້ ຝາກເງິນປະຢັດໄປສະນີ; ສາມ:ຮັບປະກັນໄພເຄື່ອງຝາກທາງໄປສະນີ; ສີ່:ເກັບຄ່າບໍລິການຕາມລະບຽບກົດໝາຍ; ຫ້າ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ; ...ມາດຕາຊາວ:ສິດແລະໜ້າທີ່ຂອງຜູ້ໃຫ້ການບໍລິການຂາຍສະແຕັມແລະຜະລິດຕະພັນໄປສະນີອື່ນໆ

ມາດຕາຊາວ:ສິດແລະໜ້າທີ່ຂອງຜູ້ໃຫ້ການບໍລິການຂາຍສະແຕັມ ແລະຜະລິດຕະພັນໄປສະນີອື່ນໆ ຜູ້ໃຫ້ບໍລິການຂາຍສະແຕັມແລະຜະລິດຕະພັນໄປສະນີອື່ນໆມີ ສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ຈັດຈໍາໜ່າຍສະແຕັມໄປສະນີຢ່າງກວ້າງຂວາງໃຫ້ແກ່ ຜູ້ໃຊ້ການບໍລິການຫຼືມວນຊົນທົ່ວໄປເພື່ອໃຊ້ເປັນຄ່າບໍລິການຝາກໄປ ສະນີພັນຫຼືພັດສະດຸໄປສະນີແລະເພື່ອການສະສົມ. ສອງ:ຜະລິດ,ຈໍາໜ່າຍຜະລິດຕະພັນໄປສະນີ,ເຄື່ອງທີ່ລະນຶກ ແລະຜະລິດຕະພັນອື່ນໆ. ສາມ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ.

...ມາດຕາຊາວເອັດ:ພັນທະຂອງຜູ້ໃຫ້ການບໍລິການໄປສະນີ

ມາດຕາຊາວເອັດ:ພັນທະຂອງຜູ້ໃຫ້ການບໍລິການໄປສະນີ ຜູ້ໃຫ້ການບໍລິການໄປສະນີປະເພດຕ່າງໆທີ່ໄດ້ກໍານົດໄວ້ໃນ ມາດຕາສິບເຈັດ,ສິບແປດ,ສິບເກົ້າແລະມາດຕາຊາວຂອງກົດໝາຍ ສະບັບນີ້ມີພັນທະດັ່ງນີ້: ໜຶ່ງ:ຢູ່ພາຍໃຕ້ການກວດກາຂອງຂະແໜງການຄົມມະນາ ຄົມຂົນສົ່ງໄປສະນີແລະກໍ່ສ້າງທາງດ້ານວິຊາການໄປສະນີແລະ ການກວດກາຂອງບັນດາຂະແໜງການອື່ນໆທີ່ກ່ຽວຂ້ອງ; ສອງ:ລາຍງານກ່ຽວກັບການດໍາເນີນທຸລະກິດຂອງຕົນໃຫ້ຂະ ແໜງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງທີ່ຕົນຂຶ້ນກັບຊາບ ຢ່າງເປັນປົກກະຕິ; ສາມ:ປະຕິບັດພັນທະອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາຊາສອງ:ສິດແລະພັນທະຂອງຜູ້ໃຊ້ການບໍລິການໄປສະນີ

ມາດຕາຊາສອງ:ສິດແລະພັນທະຂອງຜູ້ໃຊ້ການບໍລິການໄປສະນີ ຜູ້ໃຊ້ການບໍລິການໄປສະນີມີສິດແລະພັນທະດັ່ງນີ້: ໜຶ່ງ:ຜູ້ຝາກມີສິດຂໍຖອນຄືນໄປສະນີພັນ,ພັດສະດຸໄປສະນີຂອງ ຕົນທີ່ຍັງບໍ່ທັນໄດ້ສົ່ງເຖິງຜູ້ຮັບເວັ້ນເສຍແຕ່ສິ່ງທີ່ຜິດກົດໝາຍ. ສອງ:ຜູ້ຝາກມີສິດສະເໜີໃຫ້ເຈົ້າໜ້າທີ່ໄປສະນີໄຂໄປສະນີພັນ ,ພັດສະດຸໄປສະນີຂອງຕົນທີ່ຖືກສົ່ງກັບຄືນໃນກໍລະນີທີ່ບໍ່ມີຜູ້ຮັບເອົາ ກ່ອນຈະຮັບຫຼືບໍ່ຮັບເອົາຄືນ. ສາມ:ຜູ້ຮັບມີສິດສະເໜີໃຫ້ເຈົ້າໜ້າທີ່ໄປສະນີໄຂໄປສະນີພັນ, ພັດສະດຸໄປສະນີທີ່ສົ່ງມາໃຫ້ຕົນກ່ອນທີ່ຈະຮັບຫຼືບໍ່ຮັບເອົາ. ສີ່:ຜູ້ຮັບມີສິດບໍ່ຮັບເອົາໄປສະນີພັນ,ພັດສະດຸໄປສະນີທີ່ສົ່ງມາ ໃຫ້ຕົນ; ຫ້າ:ຜູ້ຮັບແລະຜູ້ຝາກມີສິດທວງຖາມ,ຮ້ອງຟ້ອງຜູ້ໃຫ້ການບໍ ລິການຕາມຂັ້ນຕອນຂອງຂະບວນການຍຸຕະທໍາເພື່ອໃຫ້ໃຊ້ແທນຄ່າ ເສຍຫາຍຂອງເຄື່ອງຝາກຕ່າງໆຂອງຕົນທີ່ເກີດຂຶ້ນຍ້ອນຄວາມຜິດ ພາດຂອງຜູ້ໃຫ້ການບໍລະການ. ຫົກ:ຜູ້ຮັບແລະຜູ້ຝາກມີສິດສອບຖາມເຖິງລະບຽບການຫຼືຫຼັກ ການດ້ານການຝາກ,ການຮັບ,ການຈັດສົ່ງ,ການແຈກຢາຍ,ດ້ານ ຄວາມປອດໄພ,ລະດັບຄວາມສ່ຽງຂອງໄປສະນີພັນ,ພັດສະດຸໄປສະ ນີແລະລະດັບການໃຊ້ແທນຄ່າເສຍຫາຍເມື່ອເຄື່ອງຂອງຝາກທາງ ໄປສະນີດັ່ງກ່າວນັ້ນຖືກເປ່ເພ,ເສຍຄຸນນະພາບຫຼືຖືກເສຍຫາຍ. ເຈັດ:ຜູ້ຝາກມີພັນທະຮັບຜິດຊອບຕໍ່ໄປສະນີພັນ,ພັດສະດຸໄປສະ ນີທີ່ຜິດກົດໝາຍ; ແປດ:ຜູ້ຮັບມີພັນທະຈ່າຍຄ່າບໍລິການຝາກໄປສະນີພັນທີ່ຕິດ ສະແຕັມໃນມູນຄ່າທີ່ບໍ່ພໍກັບຄ່າບໍລິການຕົວຈິງຖ້າຫາກວ່າຜູ້ຮັບຍິນ ດີຮັບເອົາ; ເກົ້າ:ຜູ້ຝາກຕ້ອງແຈ້ງໃຫ້ເຈົ້າໜ້າທີ່ໄປສະນີຮັບຮູ້ນໍາສິ່ງ ຂອງທີ່ມີຄ່າເຊັ່ນ:ເງິນ,ຄໍາ,ເພັດ,ພອຍຫຼືວັດຖຸມີຄ່າອື່ນໆທີ່ຕົນນໍາມາ ຝາກຫຼືສົ່ງທາງໄປສະນີ; ສິບ:ຜູ້ຈັບຈອງຕູ້ໄປສະນີມີສິດແລະພັນທະນໍາໃຊ້ແລະປົກປ້ອງ ຕູ້ໄປສະນີທີ່ຕົນຈັບຈອງຢ່າງຖືກຕ້ອງຕາມລະບຽບການທີ່ກະຊວງຄົມ ມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງວາງອອກ; ສິບເອັດ:ໄດ້ຮັບການບໍລະການສົ່ງຂ່າວສານຢ່າງມີຄຸນນະ ພາບ,ສະດວກ,ວ່ອງໄວ,ຊັດເຈດ,ປອດໄພແລະໄປເຖິງຈຸດທີ່ໝາຍ. ສິບສອງ:ໄດ້ຮັບການບໍລິການຝາກ,ຈັດສົ່ງແລະເບີກຈ່າຍໃບ ຝາກເງິນ,ແຊັກໄປສະນີລວມທັງການໂອນເງິນແລະການຊໍາລະຄ່າ ບໍລິການຕ່າງໆຜ່ານທາງໄປສະນີ. ສິບສາມ:ໄດ້ຮັບການບໍລິການຝາກເງິນປະຢັດໄປສະນີແລະກູ້ ຢືມເງິນຕາມລະບຽບການ. ສິບສີ່:ເຮັດປະກັນໄພເຄື່ອງຝາກທາງໄປສະນີ. ສິບຫ້າ:ຊື້ສະແຕັມໄປສະນີເພື່ອໃຊ້ເປັນຄ່າບໍລິການໃນການ ຝາກໄປສະນີພັນ,ພັດສະດຸໄປສະນີແລະເພື່ອການສະສົມ. ສິບຫົກ:ປະຕິບັດສິດແລະພັນທະອື່ນໆຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ.


..ໝວດທີ6ການເກືອດຫ້າມ


...ມາດຕາຊາວສາມ:ຂໍ້ເກືອດຫ້າມທົ່ວໄປ

ມາດຕາຊາວສາມ:ຂໍ້ເກືອດຫ້າມທົ່ວໄປ ຫ້າມບຸກຄົນຫຼືການຈັດຕັ້ງມີການກະທໍາດັ່ງນີ້: ໜຶ່ງ:ຂັດຂວາງ,ໜ່ວງໜ່ຽວ,ກີດກັນໄປສະນີກອນຫຼືຍານພາ ຫະນະຂົນສົ່ງຖົງເມ;ກັກ,ຢຶດ,ກວດຄົ້ນຫຼືໄຂຖົງເມ,ໄປສະນີພັນ,ພັດ ສະດຸໄປສະນີໃນລະຫວ່າງທາງຂົນສົ່ງຖົງເມດ້ວຍວິທີການໃດໆກໍ່ ຕາມເວັ້ນເສຍແຕ່ໃນກໍລະນີທີ່ມີຂໍ້ມູນຢ່າງໜັກແໜ້ນວ່າມີສິ່ງຜິດກົດ ໝາຍຢູ່ໃນຖົງເມຫຼືຍານພາຫະນະຂົນສົ່ງຖົງເມນັ້ນ.ການກວດຄົ້ນ ຕ້ອງດໍາເນີນຢູ່ຫ້ອງການໄປສະນີທີ່ໃກ້ຄຽງເທົ່ານັ້ນມີວັດຖຸທີ່ເປັນ ອັນຕະລາຍຮ້າຍແຮງຕໍ່ສັງຄົມຈຶ່ງສາມາດດໍາເນີນການກວດຄົ້ນ ກັບທີ່ໄດ້.ການກວດຄົ້ນຖົງເມຫຼືພາຫະນະຂົນສົ່ງຖົງເມຕ້ອງດໍາເນີນ ໂດຍເຈົ້າໜ້າທີ່ທີ່ມີສິດອໍານາດກ່ຽວຂ້ອງ; ສອງ:ປອມແປງຫຼືລອກແບບສະແຕັມໄປສະນີ,ຜະລິດຕະພັນ ໄປສະນີອື່ນໆ,ກາຈໍ້າແທນຄ່າບໍລິການໄປສະນີ; ສາມ:ຜະລິດ,ຈໍາໜ່າຍສະແຕັມໄປສະນີແລະຜະລິດຕະພັນ ໄປສະນີອື່ນໆໂດຍບໍ່ໄດ້ຮັບອະນຸຍາດ; ສີ່:ທໍາລາຍຫຼືສ້າງຄວາມເສຍຫາຍແກ່ພາຫະນະ,ອຸປະກອນ ຫຼືສິ່ງອໍານວຍຄວາມສະດວກຕ່າງໆໃນການບໍລະການໄປສະນີ; ຫ້າ:ໃຫ້ການບໍລະການໄປສະນີໂດຍບໍ່ໄດ້ຮັບອະນຸຍາດ.

...ມາດຕາຊາວສີ່:ຂໍ້ເກືອດຫ້າມສໍາລັບຜູ້ໃຫ້ການບໍລະການໄປສະນີ

ມາດຕາຊາວສີ່:ຂໍ້ເກືອດຫ້າມສໍາລັບຜູ້ໃຫ້ການບໍລະການໄປສະນີ ຫ້າມຜູ້ໃຫ້ການບໍລິການໄປສະນີມີການກະທໍາດັ່ງນີ້: ໜຶ່ງ:ຮັບຝາກ,ຈັດສົ່ງແລະແຈກຢາຍໄປສະນີພັນຫຼືພັດສະດຸ ໄປສະນີ້ຊຶ່ງບັນຈຸສິ່ງທີ່ຜິດກົດໝາຍ,ສິ່ງຕ້ອງຫ້າມຫຼືຜິດຕໍ່ລະບຽບ ການໄປສະນີ; ສອງ:ຈັດສົ່ງຫຼືແຈກຢາຍໄປສະນີພັນ,ພັດສະດຸໄປສະນີຊັກຊ້າ ໂດຍບໍ່ມີເຫດຜົນ; ສາມ:ໄຂຫຼືເປີດຫີບ,ຫໍ່,ຊອງໄປສະນີພັນ,ພັດສະດຸໄປສະນີໂດຍ ບໍ່ຊ້ອງໜ້າຜູ້ຝາກຫຼືຜູ້ຮັບແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງເວັ້ນເສຍແຕ່ໃນ ກໍລະນີທີ່ໄດ້ກໍານົດໄວ້ໃນຂໍທີໜຶ່ງມາດຕາຊາວສາມຂອງກົດໝາຍສະ ບັບນີ້; ສີ່:ເຮັດໃຫ້ໄປສະນີພັນ,ພັດສະດຸໄປສະນີຕົກເຮ່ຍເສຍຫາຍ, ປ່ຽນຮູບຫຼືເສຍຄຸນນະພາບ; ຫ້າ:ເກັບເອົາຄ່າບໍລິການຈາກຜູ້ໃຊ້ບໍລິລານລື່ນມູນຄ່າທີ່ທາງ ການໄດ້ອະນຸມັດ; ຫົກ:ສົ່ງຫຼືຮັບຝາກຂ່າວສານທີ່ຈະສ້າງຄວາມເສຍຫາຍແກ່ ເສດຖະກິດ-ສັງຄົມແລະວັດທະນະທໍາ,ຄວາມໝັ້ນຄົງ,ຄວາມສະ ຫງົບຂອງຊາດຫຼືຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ເຈັດ:ໃຫ້ເງິນກູ້ທົ່ວໄປແກ່ຜູ້ທີ່ບໍ່ໄດ້ຝາກເງິນປະຢັດໄປສະນີ; ແປດ:ໃຫ້ການບໍລິການນອກຈາກປະເພດແລະຂອບເຂດທີ່ຕົນ ໄດ້ຮັບອະນຸຍາດ; ເກົ້າ:ເອົາໃບອະນຸຍາດສ້າງຕັ້ງວິສາຫະກິດຂອງຕົນໃຫ້ຜູ້ອື່ນ ນໍາໃຊ້,ໃຫ້ເຊົ່າຫຼືໂອນໃຫ້ຜູ້ອື່ນ; ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງສົມທົບກັບ ຂະແໜງການອື່ນໆທີ່ກ່ຽວຂ້ອງກໍານົດບັນຊີລາຍການສິ່ງຂອງທີ່ ເກືອດຫ້າມໃນການບໍລິການໄປສະນີ້.

...ມາດຕາຊາວຫ້າ:ຂໍ້ເກືອດຫ້າມສໍາລັບຜູ້ໃຊ້ການບໍລະການໄປສະນີ

ມາດຕາຊາວຫ້າ:ຂໍ້ເກືອດຫ້າມສໍາລັບຜູ້ໃຊ້ການບໍລະການໄປສະນີ ຫ້າມຜູ້ໃຊ້ບໍລິການໄປສະນີ້ມີການກະທໍາດັ່ງຕໍ່ໄປນີ້: ໜຶ່ງ:ນໍາເອົາສິ່ງຂອງທີ່ຜິດກົດໝາຍຫຼືຜິດຕໍ່ລະບຽບການໄປ ສະນີທີ່ໄດ້ກໍານົດໄວ້ຢູ່ໃນຂໍ້ທີສາມມາດຕາສິບເຈັດຂອງກົດໝາຍສະ ບັບນີ້ຝາກທາງໄປສະນີ; ສອງ:ນໍາເອົາສິ່ງຂອງທີ່ມີຄ່າຊຶ່ງໄດ້ກໍານົດໄວ້ໃນຂໍ້ມີເກົ້າມາດ ຕາຊາວສອງຂອງກົດໝາຍສະບັບນີ້ຝາກທາງໄປສະນີໂດຍບໍ່ໄດ້ແຈ້ງ ໃຫ້ເຈົ້າໜ້າທີ່ໄປສະນີຊາບ.


..ໝວດທີ7ການຄຸ້ມຄອງແລະການກວດກາວຽກງານໄປສະນີ


...ມາດຕາຊາວຫົກ:ຈຸດປະສົງຂອງການຄຸ້ມຄອງແລະການກວດກາວຽກງານໄປສະນີ

ມາດຕາຊາວຫົກ:ຈຸດປະສົງຂອງການຄຸ້ມຄອງແລະການກວດກາ ວຽກງານໄປສະນີ ການຄຸ້ມຄອງແລະການກວດກາວຽກງານໄປສະນີມີຈຸດປະ ສົງເພື່ອເຮັດໃຫ້ການຈັດຕັ້ງແລະການເຄື່ອນໄຫວວຽກງານໄປສະ ນີດໍາເນີນໄປຢ່າງຖືກຕ້ອງຕາມກົດໝາຍວ່າດ້ວຍການໄປສະນີ,ລະ ບຽບກົດໝາຍທີ່ກ່ຽວຂ້ອງຂອງສປປລາວແລະລະບຽບການໄປສະ ນີສາກົນແລະສະກັດກັ້ນທຸກການກະທໍາທີ່ແນໃສ່ທໍາລາຍຄວາມໝັ້ນ ຄົງ,ຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ເສດຖະກິດ-ສັງ ຄົມແລະວັດທະນະທໍາອັນດີງາມຊອງຊາດ.

...ມາດຕາຊາວເຈັດ:ອົງການຄຸ້ມຄອງແລະກວດກາວຽກງານໄປສະນີ

ມາດຕາຊາວເຈັດ:ອົງການຄຸ້ມຄອງແລະກວດກາວຽກງານໄປສະ ນີ ອົງການຄຸ້ມຄອງແລະກວດກາວຽກງານໄປສະນີປະກອບ ດ້ວຍສາມຂັ້ນດັ່ງນີ້: -ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ; -ພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງແຂວງ, ນະຄອນ; -ຫ້ອງການຄົມມະນາຄົມຂົ້ນສົ່ງໄປສະນີແລະກໍ່ສ້າງເມືອງ, ເທດສະບານ.

...ມາດຕາຊາວແປດ:ສິດແລະໜ້າທີ່ຂອງກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ

ມາດຕາຊາວແປດ:ສິດແລະໜ້າທີ່ຂອງກະຊວງຄົມມະນາຄົມຂົນສົ່ງ ໄປສະນີແລະກໍ່ສ້າງ ໃນການຄຸ້ມຄອງແລະກວດກາວຽກງານໄປສະນີກະຊວງຄົມ ມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງ:ຄົ້ນຄວາມນະໂຍບາຍ,ແຜນຍຸດທະສາດກ່ຽວກັບວຽກ ງານໄປສະນີເພື່ອສະເໜີລັດຖະບານ; ສອງ:ຫັນເອົານະໂຍບາຍ,ແຜນການ,ມະຕິຕົກລົງຂອງລັດຖະ ບານກ່ຽວກັບວຽກງານໄປສະນີມາເປັນແຜນການ,ແຜນງານແລະ ໂຄງການລະອຽດຂອງຂະແໜງການຕົນ. ສາມ:ວາງລະບຽບການກ່ຽວກັບການບໍລະການໄປສະນີປະ ເພດຕ່າງໆໃຫ້ສອດຄ່ອງກັບລະບຽບກົດໝາຍ; ສີ່:ສົມທົບກັບພວກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າຄ່າທໍານຽມໄປ ສະນີ້,ຄ່າບໍລິການໄປສະນີແລະຮູບແບບສະແຕັມໄປສະນີສະເໜີລັດ ຖະບານພິຈາລະນາ.ສໍາລັບການຈັດພິມສະແຕັມໄປສະນີນັ້ນລັດຖະ ບານຈະເປັນຜູ້ຕົກລົງ; ຫ້າ:ຄຸ້ມຄອງ,ຊີ້ນໍາ,ກວດກາແລະແກ້ໄຂບັນຫາທີ່ກ່ຽວຂ້ອງ ກັບວຽກງານໄປສະນີໃນຂອບເຂດທົ່ວປະເທດ; ຫົກ:ຄົ້ນຄວ້າ,ມີຄໍາເຫັນກ່ຽວກັບການຂໍອະນຸຍາດສ້າງຕັ້ງ ແລະດໍາເນີນທຸລະກິດການບໍລິການໄປສະນີ;ການສືບຕໍ່,ການໂຈະ ແລະການຍົກເລີກກິດຈະການໄປສະນີ; ເຈັດ:ຂຶ້ນແຜນການກໍ່ສ້າງແລະບໍາລຸງພະນັກງານດ້ານໄປ ສະນີ; ແປດ:ສະຫຼຸບ,ປະເມີນຜົນກ່ຽວກັບການຈັດຕັ້ງປະຕິບັດແຜນ ການ,ແຜນການ,ໂຄງການກ່ຽວກັບວຽກງານໄປສະນີເພື່ອລາຍ ງານໃຫ້ລັດຖະບານ; ເກົ້າ:ພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາ ກົນເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາ ວຽກງານໄປສະນີ; ສິບ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ.


...ມາດຕາຊາວເກົ້າ:ສິດແລະໜ້າທີ່ຂອງພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງແຂວງ,ນະຄອນ.

ມາດຕາຊາວເກົ້າ:ສິດແລະໜ້າທີ່ຂອງພະແນກຄົມມະນາຄົມຂົນສົ່ງ ໄປສະນີແລະກໍ່ສ້າງແຂວງ,ນະຄອນ. ໃນການຄຸ້ມຄອງແລະການກວດກາວຽກງານໄປສະນີພະ ແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງແຂວງ,ນະຄອນມີສິດ ແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງ:ຜັນຂະຫຍາຍແລະຈັດຕັ້ງປະຕິບັດແຜນການວຽກງານ ໄປສະນີຂອງປະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງວາງ ອອກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ. ສອງ:ປຸກລະດົມປະຊາຊົນແລະອົງການຈັດຕັ້ງທຸກພາກສ່ວນ ທີ່ຢູ່ໃນແຂວງ,ນະຄອນນໍາໃຊ້ການບໍລິການໄປສະນີ; ສາມ:ຄຸ້ມຄອງ,ກວດກາແລະແກ້ໄຂບັນຫາກ່ຽວກັບວຽກ ງານໄປສະນີ; ສີ່:ຄົ້ນຄວ້າ,ມີຄໍາເຫັນກ່ຽວກັບການຂໍອະນຸຍາດສ້າງຕັ້ງແລະ ດໍາເນີນທຸລະກິດການບໍລະການໄປສະນີ;ການສືບຕໍ່,ການໂຈະແລະ ການຍົກເລີກກິດຈະການໄປສະນີທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; ຫ້າ:ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງສະເໜີເຈົ້າ ແຂວງ,ເຈົ້າຄອງນະຄອນແຕ່ງຕັ້ງຄະນະກໍາມະການເພື່ອເປີດຫີບ,ຫໍ່ ,ຊອງໄປສະນີພັນຫຼືພັດສະດຸໄປສະນີທີ່ບໍ່ສາມາດສົ່ງມອບໃຫ້ຜູ້ຮັບ ແລະສົ່ງຄືນໃຫ້ຜູ້ຝາກກ່ອນມອບເປັນຂອງລັດ; ຫົກ:ເກັບກໍາຂໍ້ມູນ,ສະຖິຕິກ່ຽວກັບການນໍາໃຊ້ການບໍລິການ ໄປສະນີປະເພດຕ່າງໆ,ສະຫຼຸບ,ປະເມີນຜົນການຈັດຕັ້ງປະຕິບັດວຽກ ງານໄປສະນີເພື່ອລາຍງານຂັ້ນເທິງ; ເຈັດ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ.


...ມາດຕາສາມສິບ:ສິດແລະໜ້າທີ່ຂອງຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງຂອງເມືອງ,ເທດສະບານ

ມາດຕາສາມສິບ:ສິດແລະໜ້າທີ່ຂອງຫ້ອງການຄົມມະນາຄົມຂົນສົ່ງ ໄປສະນີແລະກໍ່ສ້າງຂອງເມືອງ,ເທດສະບານ ໃນການຄຸ້ມຄອງແລະກວດກາວຽກງານໄປສະນີຫ້ອງການ ຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເມື່ອງ,ເທດສະບານມີສິດແລະ ໜ້າທີ່ດັ່ງນີ້: ໜຶ່ງ:ຜັນຂະຫຍາຍແລະຈັດຕັ້ງປະຕິບັດແຜນການວຽກງານ ໄປສະນີຂອງພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງວາງ ອອກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ. ສອງ:ປຸກລະດົມປະຊາຊົນແລະອົງການຈັດຕັ້ງທຸກພາກສ່ວນ ທີ່ຢູ່ນເມື່ອງ,ເທດສະບານຂອງຕົນນໍາໃຊ້ການບໍລະການໄປສະນີ; ສາມ:ຄຸ້ມຄອງ,ກວດກາແລະແກ້ໄຂບັນຫາກ່ຽວກັບວຽກ ງານໄປສະນີ; ສີ່:ປະສານສົມທົບກັບພວກສ່ວນອື່ນທີ່ກ່ຽວຂ້ອງສະເໜີເຈົ້າ ເມືອງ,ຫົວນ້າເທດສະບານແຕ່ງຕັ້ງຄະນະກໍາມະການເພື່ອເປີດຫີບ, ຫໍ່,ຊອງໄປສະນີພັນຫຼືພັດສະດຸໄປສະນີທີ່ບໍ່ສາມາດສົ່ງມອບໃຫ້ຜູ້ຮັບ ແລະສົ່ງຄືນໃຫ້ຜູ້ຝາກກ່ອນມອບເປັນຂອງລັດ; ຫ້າ:ເກັບກໍາຂໍ້ມູນ,ສະຖິຕິກ່ຽວກັບການນໍາໃຊ້ການບໍລິການ ໄປສະນີປະເພດຕ່າງໆ,ສະຫຼຸບ,ປະເມີນຜົນການຈັດຕັ້ງປະຕິບັດວຽກ ງານໄປສະນີເພື່ອລາຍງານຂັ້ນເທິງ; ຫົກ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ.



...ມາດຕາສາມສິບເອັດ:ເນື້ອໃນການກວດກາ

ມາດຕາສາມສິບເອັດ:ເນື້ອໃນການກວດກາ ການກວດກາໄປສະນີມີເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງ:ກວດກາຜູ້ໃຫ້ການບໍລິການໄປສະນີທີ່ຢູ່ໃນຄວາມຮັບ ຜິດຊອບຂອງຕົນໃນການປະຕິບັດແຜນການກ່ຽວກັບວຽກງານໄປສະ ນີແລະການປະຕິບັດກົດໝາຍວ່າດ້ວຍການໄປສະນີແລະກົດໝາຍອື່ນ ໆທີ່ກ່ຽວຂ້ອງ; ສອງ:ກວດກາການປະຕິບັດສັນຍາຫຼືສົນທິສັນຍາສາກົນ ກ່ຽວກັບວຽກງານໄປສະນີທີ່ສປປລາວໄດ້ເຂົ້າເປັນພາຄີ.


...ມາດຕາສາມສິບສອງ:ຮູບການກວດກາ

ມາດຕາສາມສິບສອງ:ຮູບການກວດກາ ການກວດກາວຽກງານໄປສະນີມີສາມຮູບການຄື: -ການກວດກາຕາມລະບົບປົກກະຕິ; -ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; -ການກວດກາແບບກະທັນຫັນ; ການກວດກາຕາມປົກກະຕິແມ່ນການກວດກາທີ່ດໍາເນີນ ໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການ ກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງໃຫ້ຜູ້ທີ່ ຈະຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບ ດ່ວນຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ທີ່ຈະຖືກກວດກາຮັບຊາບລ່ວງໜ້າ. ໃນການດໍາເນີນການກວດກາໄປສະນີເຈົ້າໜ້າທີ່ຂອງອົງ ການກວດກາຕ້ອງປະຕິບັດໜ້າທີ່ໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງ ເຂັ້ມງວດ.


..ໝວດທີ8ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາສາມສິບສາມ:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາສາມສິບສາມ:ນະໂຍບາຍຕໍ່ຜູ້ມີຜົນງານ ຜູ້ໃຫ້ການບໍລິການໄປສະນີຫາກໄດ້ດໍາເນີນງານຢ່າງມີຄຸນ ນະພາບຖືກຕ້ອງຕາມລະບຽບກົດໝາຍຈະໄດ້ຮັບການຍ້ອງຍໍຫຼືໄດ້ຮັບ ນະໂຍບາຍອື່ນໆຕາມຄວາມເໝາະສົມ. ບຸກຄົນຫຼືການຈັດຕັ້ງທີ່ໄດ້ໃຫ້ຄວາມຮ່ວມມືກັບເຈົ້ານ້າທີ່ໄປ ສະນີ,ເຈົ້າໜ້າທີ່ພາສີຫຼືເຈົ້າໜ້າທີ່ຕໍາຫຼວດໃນການແຈ້ງບອກໃຫ້ຊາບ ກ່ຽວກັບການລັກລອບຝາກຫຼືສົ່ງສິ່ງຂອງຕ້ອງຫ້າມຫຼືຜິດກົດໝາຍຈະ ໄດ້ຮັບການພິຈາລະນາໃຫ້ບໍາເນັດຢ່າງເໝາະສົມຕາມແຕ່ລະກໍລະນີ ພາຍຫຼັງທີ່ສິ່ງຂອງຕ້ອງຫ້າມຫຼືຜິດກົດໝາຍດັ່ງກ່າວໄດ້ຖືກກວດພົບຫຼື ຖືກຢຶດໄວ້. ບຸກຄົນຫຼືການຈັດຕັ້ງທີ່ໄດ້ໃຫ້ການຊ່ວຍເຫຼືອຜູ້ນໍາສົ່ງຖົງເມ ຫຼືໄປສະນີກອນທີ່ພົບອຸປະສັກອື່ນໆເຊັ່ນ:ນໍາ້ຖ້ວມທາງ,ຍານພາຫະນະ ຂົນສົ່ງຖົງເມເກີດຂັດຂ້ອງ,ປະສົບອຸປະຕິເຫດຫຼືພົບຄວາມຫຍຸ້ງຍາກອື່ນ ໆໃຫ້ສາມາດປະຕິບັດໜ້າທີ່ຈົດສໍາເລັດກໍ່ຈະໄດ້ຮັບການພິຈາລະນາໃຫ້ ຄ່າຕອບແທນຢ່າງເໝາະສົມ.

...ມາດຕາສາມສິບສີ່:ມາດຕະການຕໍ່ຜູ້ລະເມີດ

ມາດຕາສາມສິບສີ່:ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງຫາກໄດ້ລະເມີດບົດບັນຍັດໃດໜຶ່ງ ຂອງກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ຖືກປັບໃໝຫຼືຖືກລົງໂທດ ທາງອາຍາແລ້ວແຕ່ກໍລະນີເບົ້າຫຼືໜັກລວມທັງໃຊ້ແທນຄ່າເສຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ.


...ມາດຕາສາມສິບຫ້າ:ມາດຕະການສຶກສາອົບຮົມ

ມາດຕາສາມສິບຫ້າ:ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງຫາກໄດ້ລະເມີດບົດບັນຍັດໃດໜຶ່ງ ຂອງກົດໝາຍສະບັບນີ້ຈະຖືກສຶກສາອົບຮົມເຊັ່ນ: -ເຈົ້າໜ້າທີ່ໄປສະນີບໍ່ໃຫ້ຄວາມສະດວກ,ບໍລິການຊັກຊ້າ ໂດຍບໍ່ມີເຫດຜົນ. -ຜູ້ໃຊ້ການບໍລິການໄປສະນີທີ່ໄດ້ເອົາສະແຕັມໃຊ້ແລ້ວຕິດ ໃສ່ໄປສະນີພັນຫຼືພັດສະດຸໄປສະນີຫຼືຕິດສະແຕັມທີ່ມີມູນຄ່າຕໍ່າກວ່າຄ່າບໍ ລິການແລະການລະເມີດໃນສະຖານເບົາອື່ນໆ.


...ມາດຕາສາມສິບຫ້າ:ມາດຕະການສຶກສາອົບຮົມ

ມາດຕາສາມສິບຫົກ:ມາດຕະການປັບໃໝ ບຸກຄົນຫຼືການຈັດຕັ້ງຫາກໄດ້ລະເມີດບົດບັນຍັດໃດໜຶ່ງຂອງ ກົດໝາຍສະບັບນີ້ຈະຖືກປັບໃໝເຊັ່ນ: -ເຈົ້າໜ້າທີ່ໄປສະນີທີ່ໄດ້ເກັບຄ່າບໍລິການເກີນກວ່າຄ່າບໍລິ ການທີ່ໄດ້ຮັບອະນຸມັດ; -ຜູ້ໃຫ້ການບໍລິການໄປສະນີທີ່ໃຫ້ການບໍລິການເກີນຂອບເຂດ ທີ່ຕົນໄດ້ຮັບອະນຸຍາດ;ເອົາໃບອະນຸຍາດໃຫ້ຜູ້ອື່ນນໍາໃຊ້,ໃຫ້ເຊົ່າຫຼືໂອນ ໃຫ້ຜູ້ອື່ນ.ນອກຈາກຈະຖືກປັບໃໝແລ້ວອາດຈະຖືກງົດການບໍລິການຫຼື ຖອນໃບອະນຸຍາດ. -ຜູ້ໃຊ້ການບໍລິການໄປສະນີທີ່ໄດ້ລັກລອບຝາກສິ່ງຂອງທີ່ຜິດ ຕໍ່ລະບຽບການໄປສະນີ;ລັກລອບຝາກວັດຖຸມີຄ່າໃສ່ໃນຫີບ,ຫໍ່,ຊອງໄປສະ ນີພັນຫຼືພັດສະດຸໄປສະນີຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບເຈັດແລະ ມາດຕາຊາວສອງຂອງກົດໝາຍສະບັບນີ້; -ຜູ້ທີ່ໄດ້ຖືກສຶກສາອົບຮົມມາແລ້ວແຕ່ຫາກຍັງມີການລະເມີດອີກ. ໃນກໍລະນີທີ່ການລະເມີດຫາກໄດ້ກໍ່ຄວາມເສຍຫາຍແກ່ຊັບ ສິນຂອງບຸກຄົນຫຼືການຈັດຕັ້ງຕ້ອງໄດ້ທົດແທນຄ່າເສຍຫາຍທີ່ໄດ້ກໍ່ຂຶ້ນ ນັ້ນ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງສົມທົບກັບ ພາກສ່ວນກ່ຽວຂ້ອງຄົ້ນຄວ້າມາດຕະການລະອຽດກ່ຽວກັບການລະເມີດ ແລະອັດຕາປັບໃໝສະເໜີລັດຖະບານພິຈາລະນາຕົກລົງ.

...ມາດຕາສາມສິບເຈັດ:ມາດຕະການທາງອາຍາ

ມາດຕາສາມສິບເຈັດ:ມາດຕະການທາງອາຍາ ບຸກຄົນໃດຫາກໄດ້ລະເມີດບົດບັນຍັດໃດໜຶ່ງຂອງກົດໝາຍ ສະບັບນີ້ຈະຖືກລົງໂທດທາງອາຍາເຊັ່ນ: -ຂັດຂວາງ,ໜ່ວງໜ່ຽວ,ກີດກັນໄປສະນີກອນຫຼືຍານພາຫະ ນະຂົນສົ່ງຖົງເມ;ກັກ,ຢຶດ,ກວດຄົ້ນຫຼືໄຂຖົງເມໃນລະຫວ່າງທາງຂົນສົ່ງ ໂດຍບໍ່ຖືກຕ້ອງຕາມກົດໝາຍ. -ປອມແປງ,ລອກແບບສະແຕັມໄປສະນີ,ຜະລິດຕະພັນໄປ ສະນີ,ກາຈໍ້າແທນຄ່າບໍລິການໄປສະນີ;ຜະລິດ,ຈໍາໜ່າຍສະແຕັມໄປສະ ນີແລະຜະລິດຕະພັນໄປສະນີອື່ນໆໂດຍບໍ່ໄດ້ຮັບອະນຸຍາດ; -ທໍາລາຍຫຼືສ້າງຄວາມເສຍຫາຍແກ່ພາຫະນະ,ອຸປະກອນຫຼື ສິ່ງອໍານວຍຄວາມສະດວກຕ່າງໆໃນການບໍລະການໄປສະນີ; -ລັກລອບຝາກສິ່ງຂອງທີ່ຕ້ອງຫ້າມຫຼືຜິດກົດໝາຍ. -ລັກເປີດຊອງຈົດໝາຍ,ໄຂຫີບ,ຫໍ່ເຄື່ອງຂອງຫຼືລັກເອົາສິ່ງ ຂອງທີ່ຝາກທາງໄປສະນີ; -ຮັບຝາກ,ຈັດສົ່ງແລະແຈກຢາຍສິ່ງຂອງທີ່ຕ້ອງຫ້າມຫຼືຜິດ ກົດມາຍ. -ການກະທໍາຜິດທາງອາຍາອື່ນໆກ່ຽວກັບວຽກງານໄປສະນີ.

..ໝວດທີ9ບົດບັນຍັດສຸດທ້າຍ


...ມາດຕາສາມສິບແປດ:ການຈັດຕັ້ງປະຕິບັດ

ມາດຕາສາມສິບແປດ:ການຈັດຕັ້ງປະຕິບັດ ມອບໃຫ້ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້.

...ມາດຕາສາມສິບເກົ້າ:ຜົນສັກສິດ

ມາດຕາສາມສິບເກົ້າ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ ວັນທີ່ປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ ປະທານສະພາແຫ່ງຊາດ