ກົດໝາຍວ່າດ້ວຍການໂທລະຄົມມະນາຄົມ 10-04-2001

From Wikisource
Jump to navigation Jump to search

.ການໂທລະຄົມມະນາຄົມ 10-04-2001


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍການໂທລະຄົມມະນາຄົມ

ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ກົດໝາຍວ່າດ້ວຍການໂທລະຄົມມະນາຄົມມີໜ້າທີ່ກໍານົດຫຼັກ ການ,ລະບຽບການກ່ຽວກັບການຈັດຕັ້ງແລການເຄື່ອນໄຫວວຽກ ງານໂທລະຄົມມະນາຄົມ,ການຄຸ້ມຄອງຄື້ນຄວາມຖີ່ຊຶ່ງປະກອບດ້ວຍ: ຄື້ນຄວາມຖີ່ການຕິດຕໍ່ສື່ສານ,ການກະຈາຍສຽງ,ໂທລະພາບ,ຄື້ນ ຄວາມຖີ່ອື່ນໆ;ການບໍລິຫານເລກໝາຍໂທລະຄົມມະນາຄົມ,ໂຄງ ລ່າງພື້ນຖານໂທລະຄົມມະນາຄົມ;ການຄຸ້ມຄອງແລະການນໍາໃຊ້ ຕໍາແໜ່ງວົງໂຄຈອນດາວທຽມ,ລະຫັດອິນເຕີເນັດລະດັບສູງສຸດ ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ;ການຄຸ້ມຄອງ ການບໍລິການໂທລະຄົມມະນາຄົມປະເພດຕ່າງໆລວມທັງການບໍລິ ການອິນເຕີເນັດຢູ່ພາຍໃນແລະລະຫວ່າງປະເທດແນໃສ່ຮັບປະກັນ ການບໍລິການໃຫ້ແກ່ສັງຄົມໃນການຕິດຕໍ່ສື່ສານຫຼືການສົ່ງແລະການ ຮັບຂໍ້ມູນ,ຂ່າວສານໃຫ້ທົ່ວເຖິງ,ມີຄຸນນະພາບ,ຖືກຕ້ອງ,ຊັດເຈນ,ມີ ຄວາມສະດວກ,ວ່ອງໄວ,ປອດໄພແລະຍຸດຕິທໍາຊຶ່ງຈະເປັນການປະ ກອບສ່ວນເຂົ້າໃນການປົກປັກຮັກສາແລະສ້າງສາພັດທະນາປະເທດ ຊາດນັບທັງການພົວພັນແລະແລກປ່ຽນຂໍ້ມຸນ,ຂ່າວສານກັບສາກົນ.

...ມາດຕາສອງ:ນິຍາມຄໍາສັບ

ມາດຕາສອງ:ນິຍາມຄໍາສັບ ໜຶ່ງ:ການໂທລະຄົມມະນາຄົມໝາຍເຖິງການສົ່ງ-ຮັບຂໍ້ມູນ, ຂ່າວສານ,ສຽງ,ຮູບພາບ,ຕົວເລກ,ຕົວອັກສອນ,ເຄື່ອງໝາຍຢູ່ພາຍ ໃນແລະລະຫວ່າງປະເທດຜ່ານສາຍທອງ,ສາຍໂລຫະປະສົມ,ສາຍ ກາບໄຍແສງ,ຄື້ນແມ່ນເຫຼັກໄຟຟ້າແລະອື່ນໆ. ສອງ:ຊັບພະຍາກອນໂທລະຄົມມະນາຄົມໝາຍເຖິງຄື້ນ ຄວາມຖີ່,ເລກໝາຍໂທລະຄົມມະນາຄົມ,ຕໍ່ແໜ່ງວົງໂຄຈອນດາວ ທຽມລວມທັງໂຄງລ່າງພື້ນຖານໂທລະຄົມມະນາຄົມ. ສາມ:ເລກໝາຍໂທລະຄົມມະນາຄົມໝາຍເຖິງເລກໝາຍ, ຕົວອັກສອນຫຼືສັນຍາລັກອື່ນໆທີ່ບົ່ງບອກເຖິງຕາໜ່າງໂທລະຄົມມະ ນາຄົມແລະອຸປະກອນຕົ້ນທາງຫຼືປາຍທາງປະຈໍາຕົວເມືອງ,ແຂວງ ແລະປະເທດໃດໜຶ່ງເພື່ອການຕິດຕໍ່ສື່ສານໂທລະຄົມມະນາຄົມ. ສີ່:ໂຄງລ່າງພື້ນຖານໂທລະຄົມມະນາຄົມໝາຍເຖິງອາຄານ, ສິ່ງປຸກສ້າງພ້ອມດ້ວຍອຸປະກອນແລະສາຍສົ່ງສັນຍານເພື່ອຊ່ວຍໜູນ ໃຫ້ການບໍລິການຕາໜ່າງໂທລະຄົມມະນາຄົມເຊັ່ນ:ທໍ່ໃສ່ສາຍ,ເສົາ ເນັ່ງສາຍ,ເສົາໂທລະຄົມມະນາຄົມ,ສາຍອາກາດ,ສາຍກາບໃຍ ແສງ,ສາຍທອງແດງ,ສາຍສັນຍານໂທລະຄົມມະນາຄົມແລະອື່ນໆ. ຫ້າ:ອຸປະກອນໂທລະຄົມມະນາຄົມໝາຍເຖິງເຄື່ອງຈັກໂທລະ ຄົມມະນາຄົມປະເພດຕ່າງໆເຊັ່ນ:ສູນກາງໂທລະສັບ,ໜ່ວຍໂທລະສັບ ,ເຄື່ອງສົງແລະຮັບວິທະຍຸ,ເຄື່ອງຈັກໂທລະເລກ,ເຄື່ອງຈັກໂທລະ ພິມ,ເຄື່ອງຈັກໂທລະສານ,ເຄື່ອງຄັອມພິວເຕີ້,ເຄື່ອງກໍາເນີດໄຟຟ້າ, ເຄື່ອງຫຼໍ່ລ້ຽງໄຟຟ້າແລະສິ່ງທີ່ພົວພັນອື່ນໆລວມທັງສາຍທອງ,ສາຍ ໂລຫະປະສົມ,ສາຍຫາບໄຍແສງ,ສາຍອາກາດຫຼືວັດຖຸທີ່່ນໍາໃຊ້ເຂົ້າ ໃນການເຊື່ອມຕໍ່ກັບລະບົບຕ່າໜ່າງໂທລະຄົມມະນາຄົມ. ຫົກ:ອຸປະກອນປາຍທາງໝາຍເຖິງອຸປະກອນໂທລະຄົມມະ ນາຄົມທີ່ຜູ້ໃຊ້ການບໍລິການນໍາໃຊ້ເຊັ່ນ:ໜ່ວຍໂທລະສັບມີສາຍຫຼືບໍ່ມີ ສາຍ,ໜ່ວຍໂທລະສານ,ໜ່ວຍຄັັອມພິວເຕີ້,ບັນດາອຸປະກອນທີ່ເປັນ ສ່ວນປະກອບແລະລະບົບສາຍພາຍໃນຊຶ່ງເປັນກໍາມະສິດຂອງຜູ້ໃຊ້ ບໍລິການ. ເຈັດ:ຕາໜ່າງໂທລະຄົມມະນາຄົມໝາຍເຖິງລະບົບລວມ ສູນຂອງໂຄງລ່າງພື້ນຖານໂທລະຄົມມະນາຄົມຊຶ່ງປະກອບດ້ວຍ ລະບົບມີສາຍແລະບໍ່ມີສາຍຫຼືທັງສອງລະບົບເຊື່ອມຕໍ່ເຂົ້າກັນລວມ ທັງບັນດາອຸປະກອນທີ່ປະກອບເຂົ້າໃນການບໍລິການໂທລະຄົມມະ ນາຄົມປະເພດໜຶ່ງຫຼືຫຼາຍປະເພດ. ແປດ:ອິນເຕີເນັດແມ່ນການເຊື່ອມຕໍ່ບັນດາລະບົບຕາໜ່າງ ຄັອມພິວເຕີຕ່າງໆໃນທົ່ວໂລກໂດຍຜ່ານຕາໜ່າງໂທລະຄົມມະນາ ຄົມເພື່ອການສົ່ງ,ການຮັບແລະການແລກປ່ຽນຂໍ້ມູນ,ຂ່າວສານ ຕ່າງໆ. ເກົ້າ:ລະຫັດອິນເຕີເນັດລະດັບສູງສຸດຂອງປະເທດແມ່ນຕົວ ອັກສອນຫຍໍ້ທີ່ອົງການອິນເຕີເນັດສາກົນໄດ້ກໍານົດໃຫ້ສະເພາະແຕ່ ລະປະເພດນໍາໃຊ້ເປັນລະຫັດລະດັບສູງສຸດເພື່ອຄວາມສະດວກໃນ ການຈໍາແນກປະເທດໃນລະບົບອິນເຕີເນັດ. ສິບ:ຄື້ນຄວາມຖີ່ໝາຍເຖິງການກະຈາຍຄື້ນແມ່ເຫຼັກໄຟຟ້າ ໃນຍ່ານຄວາມຖີ່ລະຫວ່າງສາມກິໂລເຮີດເຖິງສາມພັນກິກກາເຮີດ ເພື່ອນໍາໃຊ້ໃນການຕິດຕໍ່ສື່ສານຫຼືການສົ່ງແລະການຮັບຂໍ້ມູນ,ຂ່າວ ສານ. ສິບເອັດ:ຕໍາແໜ່ງວົງໂຄຈອນດາວທຽມໝາຍເຖິງຕໍາແໜ່ງ ຂອງໜ່ວຍຫຼືສະຖານີດາວທຽມປະຈໍາທີ່ຫຼືເຄື່ອນທີ່ແລະວົງໂຄຈອນ ສໍາລັບໜ່ວຍຫຼືສະຖານນີດາວທຽມດັ່ງກ່າວຢູ່ໃນຫ້ວງອະວະກາດ. ສິບສອງ:ສະຖານນີວິທິຍຸຕິດຕໍ່ສື່ສານສະເພາະໝາຍເຖິງສະ ຖານນີວິທະຍຸຕິດຕໍ່ສື່ສານທີ່ໄດ້ຮັບອະນຸຍາດຈາກກະຊວງຄົມມະນາ ຄົມຂົນສົ່ງໄປສະນີແລະກໍ່ສ້າງໃຫ້ຕິດຕັ້ງຂຶ້ນແລະນໍາໃຊ້ຄື້ນຄວາມ ຖີ່ເພື່ອການຕິດຕໍ່ສື່ສານສະເພາະວຽກງານຂອງການຈັດຕັ້ງໃດໜຶ່ງ. ສິບສາມ:ການເຊື່ອມຕໍ່ຕາໜ່າງ.ໝາຍເຖິງການເຊື່ອມຕໍ່ລະ ຫວ່າງຕາໜ່າງຂອງຜູ້ໃຫ້ການບໍລິການໂທລະຄົມມະນາຄົມປະເພດ ຕ່າງໆເພື່ອໃຫ້ຜູ້ໃຊ້ການບໍລິການຂອງຕາໜ່າງເຫຼົ່ານັ້ນສາມາດຕິດ ຕໍ່ສື່ສານກັນໄດ. ສິບສີ່:ຜູ້ໃຫ້ການບໍລິການໝາຍເຖິງນິຕະບຸກຄົນທີ່ໄດ້ຮັບອະນຸ ຍາດໃຫ້ສ້າງຕັ້ງວິສາຫະກິດດໍາເນີນການບໍລິການໂທລະຄົມມະນາ ຄົມ. ສິບຫ້າ:ຜູ້ໃຊ້ການບໍລິການໝາຍເຖິງບຸກຄົນຫຼືການຈັດຕັ້ງທີ່ ໃຊ້ການບໍລິການໂທລະຄົມມະນາຄົມປະເພດຕ່າງໆ. ສິບຫົກ:ການບໍລິການຕໍ່ໝາຍເຖິງການໃຫ້ການບໍລິການດ້ານ ໂທລະຄົມມະນາຄົມອີກຕໍ່ໜຶ່ງໃຫ້ແກ່ຜູ້ໃຊ້ການບໍລິການ.


...ມາດຕາສາມ:ການຄຸ້ມຄອງຊັບພະຍາກອນແລະອຸປະກອນໂທລະຄົມມະນາຄົມ.

ມາດຕາສາມ:ການຄຸ້ມຄອງຊັບພະຍາກອນແລະອຸປະກອນໂທລະ ຄົມມະນາຄົມ. ລັດເປັນຜູ້ຄຸ້ມຄອງຊັບພະຍາກອນແລະການຂຶ້ນທະບຽນການ ນໍາໃຊ້ອຸປະກອນໂທລະຄົມມະນາຄົມຢູ່ພາຍໃນປະເທດ.


...ມາດຕາສີ່:ນະໂຍບາຍສົ່ງເສີມການລົງທຶນດ້ານໂທລະຄົມມະນາຄົມ

ມາດຕາສີ່:ນະໂຍບາຍສົ່ງເສີມການລົງທຶນດ້ານໂທລະຄົມມະນາຄົມ ລົດສົ່ງເສີມໃຫ້ນັກລົງທຶນທັງພາຍໃນແລະຕ່າງປະເທດແຂ່ງ ຂັນແລະຮ່ວມມືກັນລົງທຶນເຂົ້າໃນການກໍ່ສ້າງ,ການພັດທະນາ,ການ ຂະຫຍາຍຕາໜ່າງໂທລະຄົມມະນາຄົມ,ການບໍລິການໂທລະຄົມມະ ນາຄົມຕາມຮູບການ,ປະເພດແລະຂອບເຂດທີ່ລັດກໍານົດໃຫ້.

...ມາດຕາຫ້າ:ກອງທຶນພັດທະນາການໂທລະຄົມມະນາຄົມ

ມາດຕາຫ້າ:ກອງທຶນພັດທະນາການໂທລະຄົມມະນາຄົມ ເພື່ອພັດທະນາການໂທລະຄົມມະນາຄົມໃຫ້ຂະຫຍາຍຕົວ, ກ້າວໜ້າແລະທັນສະໄໝລັດອະນຸຍາດໃຫ້ສ້າງຕັ້ງກອງທຶນພັດທະ ນາການໂທລະຄົມມະນາຄົມຂຶ້ນຊຶ່ງມີແຫຼ່ງລາຍຮັບມາຈາກການ ລະດົມທຶນຊ່ວຍເຫຼືອຢູ່ພາຍໃນປະເທດ,ຈາກຕ່າງປະເທດ,ຈາກອົງ ການຈັດຕັ້ງສາກົນຕ່າງໆແລະຈາກສ່ວນໜຶ່ງຂອງລາຍຮັບຄ່າທໍາ ນຽມແລະຄ່າບໍລິການໂທລະຄົມມະນາຄົມ.


...ມາດຕາຫົກ:ການພົວພັນແລະຮ່ວມມືສາກົນ.

ມາດຕາຫົກ:ການພົວພັນແລະຮ່ວມມືສາກົນ. ລັດສົ່ງເສີມໃຫ້ມີການພົວພັນ,ຮ່ວມມືກັບຕ່າງປະເທດແລະ ສາກົນບົນພື້ນຖານການເຄົາລົບເອກະລາດ,ອະທິປະໄຕຂອງກັນ ແລະກັນ,ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນການພັດທະນາ ໂຄງລ່າງພື້ນຖານເຕັກໂນໂລຊີ,ຂໍ້ມູນ,ຂ່າວສານໂທລະຄົມມະນາ ຄົມ,ການເຊື່ອມຕໍ່ຕາໜ່າງໂທລະຄົມມະນາຄົມ,ການບໍລິການໂທ ລະຄົມມະນາຄົມປະເພດຕ່າງໆໃຫ້ທົ່ວເຖິງ,ການບໍລິຫານແລະປະ ສານຄື້ນຄວາມຖີ່,ຕໍາແໜ່ງວົງໂຄຈອນດາວທຽມຢູ່ພາຍໃນແລະ ກັບຕ່າງປະເທດເພື່ອເຮັດໃຫ້ປະຊາຊົນໄດ້ຊົມໃຊ້ການຕິດຕໍ່ສື່ສານ ທີ່ກ້າວໜ້າແລະທັນສະໄໝ.


..ໝວດທີ2ລະບົບແລະປະເພດການບໍລິການໂທລະຄົມມະນາຄົມຢູ່ສປປລາວ


...ມາດຕາເຈັດ:ລະບົບໂທລະຄົມມະນາຄົມຢູ່ສປປລາວ

ມາດຕາເຈັດ:ລະບົບໂທລະຄົມມະນາຄົມຢູ່ສປປລາວ ລະບົບໂທລະຄົມມະນາຄົມທີ່ນໍາໃຊ້ບໍລິການຢູ່ສປປລາວມີ ສາມລະບົບດັ່ງນີ້: ໜຶ່ງ:ລະບົບໂທລະຄົມມະນາຄົມແບບມີສາຍ. ສອງ:ລະບົບໂທລະຄົມມະນາຄົມແບບບໍ່ມີສາຍ. ສາມ:ລະບົບໂທລະຄົມມະນາຄົມທີ່ເຊື່ອມຕໍ່ທັງດ້ວຍແບບມີ ສາຍແລະບໍ່ມີສາຍ. ລະບົບໂທລະຄົມມະນາຄົມດັ່ງກ່າວນີ້ສາມາດນໍາໃຊ້ໃນການ ຕິດຕໍ່ສື່ສານປະເພດຕ່າງໆເຊັ່ນ:ໂທລະເລກ,ໂທລະສັບ,ໂທລະພິມ, ໂທລະສານ,ວິທະຍຸປະຈໍາຕົວ,ຈົດໝາຍເອເລັກໂຕລນິກ,ອິນເຕີເນັດ ແລະອື່ນໆ.


...ມາດຕາແປດ:ປະເພດການບໍລິການໂທລະຄົມມະນາຄົມຢູ່ສປປລາວ

ມາດຕາແປດ:ປະເພດການບໍລິການໂທລະຄົມມະນາຄົມຢູ່ສປປ ລາວ ການບໍລິການໂທລະຄົມມະນາຄົມຢູ່ສປປລາວມີປະເພດ ຕ່າງໆເຊັ່ນ: -ໂທລະສັບຕິດຕັ້ງປະຈໍາທີ່. -ໂທລະສັບທາງໄກພາຍໃນປະເທດ. -ໂທລະສັບລະຫວ່າງປະເທດ. -ໂທລະສັບເຄື່ອນທີ່. -ໂທລະສັບສາທາລະນະ. -ໂທລະສານ. -ໂທລະພິມ. -ໂທລະເລກ. -ວິທະຍຸປະຈໍາຕົວ. -ວິທະຍຸກະຈາຍສຽງແລະໂທລະພາບ. -ວິທະຍຸເຄື່ອນທີ່ສະເພາະກິດຈະການ. -ຈົດໝາຍເອເລັກໂຕລນິກ. -ອິນເຕີເນັດ. -ໂທລະສັບຜ່ານລະບົບອິນເຕີເນັດ. -ການບໍລິການສາຍຫຼືວົງຈອນເຊົ່າແລະຈານດາວທຽມຂະ ໜາດນ້ອຍຫຼືວິແຊັດ. -ການບໍລິການໂຄງລ່າງພື້ນຖານໂທລະຄົມມະນາຄົມ. -ການບໍລິການເສີມແລະອື່ນໆ.

..ໝວດທີ3ລະບຽບການກ່ຽວກັບການບໍລິການໂທລະຄົມມະນາຄົມ


...ມາດຕາເກົ້າ:ລະບຽບການທົ່ວໄປ

ມາດຕາເກົ້າ:ລະບຽບການທົ່ວໄປ ການບໍລິການໂທລະຄົມມະນາຄົມທຸກປະເພດຕ້ອງປະຕິບັດ ຕາມກົດໝາຍແລະລະບຽບການວ່າດ້ວຍການໂທລະຄົມມະນາຄົມ, ກົດໝາຍແລະລະບຽບການອື່ນໆທີ່ກ່ຽວຂ້ອງຂອງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວຢ່າງເຂັັ້ມງວດ.

...ມາດຕາສິບ:ຄ່າທໍານຽມແລະຄ່າບໍລິການໂທລະຄົມມະນາຄົມ.

ມາດຕາສິບ:ຄ່າທໍານຽມແລະຄ່າບໍລິການໂທລະຄົມມະນາຄົມ. ຄ່າທໍານຽມແລະຄ່າບໍລິການໂທລະຄົມມະນາຄົມແມ່ນລາຍ ຮັບທີ່ໄດ້ມາຈາກກິດຈະການໂທລະຄົມມະນາຄົມປະເພດຕ່າງໆເຊັ່ນ: ຄ່າສິດນໍາໃຊ້ຕໍາແໜ່ງວົງໂຄຈອນດາວທຽມ,ລະຫັດອິນເຕີເນັດລະ ດັບສູງສຸດຂອງປະເທດ,ຄ່າລິຂະສິດ,ຄ່າທໍານຽມອອກໃບອະນຸຍາດ ການນໍາໃຊ້ຄື້ນຄວາມຖີ່,ການສ້າງຕັ້ງແລະການດໍາເນີນທຸລະກິດ ການຕິດຕໍ່ສື່ສານຫຼືການຂົນສົ່ງແລະການຮັບຂໍ້ມູນ,ຂ່າວສານ,ການ ຜະລິດ,ການສົ່ງອອກ,ການນໍາເຂົ້າ,ການຈໍາໜ່າຍພາຫະນະແລະອຸ ປະກອນໂທລະຄົມມະນາຄົມ,ຄ່າທໍານຽມແລະຄ່າບໍລິການອື່ນໆກ່ຽວ ກັບກິດຈະການໂທລະຄົມມະນາຄົມ.


...ມາດຕາສິບເອັດ:ການກໍານົດອັດຕາຄ່າທໍານຽມແລະຄ່າບໍລິການໂທລະຄົມມະນາຄົມ.

ມາດຕາສິບເອັດ:ການກໍານົດອັດຕາຄ່າທໍານຽມແລະຄ່າບໍລິການ ໂທລະຄົມມະນາຄົມ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງສົມທົບກັບ ກະຊວງການເງິນແລະພາກສ່ວນອື່ນທີ່ກ່ຽວຂ້ອງຄົ້ນຄວ້າລະບຽບ ການກ່ຽວກັບການກໍານົດອັດຕາຄ່າທໍານຽມ,ຄ່າບໍລິການ,ຄ່າລິຂະ ສິດໂທລະຄົມມະນາຄົມເພື່ອນໍາສະເໜີລັດຖະບານພິຈາລະນາຕົກ ລົງ.


...ມາດຕາສິບສອງ:ຂອບເຂດການບໍລິການໂທລະຄົມມະນາຄົມ

ມາດຕາສິບສອງ:ຂອບເຂດການບໍລິການໂທລະຄົມມະນາຄົມ ຂອບເຂດການບໍລິການໂທລະຄົມມະນາຄົມຢູ່ສປປລາວມີຄື: -ຂອບເຂດການບໍລິການໂທລະຄົມມະນາຄົມພາຍໃນປະ ເທດ. -ຂອບເຂດການບໍລິການໂທລະຄົມມະນາຄົມລະຫວ່າງປະ ເທດ. ຂອບເຂດການບໍລິການໂທລະຄົມມະນາຄົມພາຍໃນປະເທດ ແມ່ນການບໍລິການໂທລະຄົມມະນາຄົມປະເພດຕ່າງໆຢູ່ພາຍໃນປະ ເທດ. ຂອບເຂດການບໍລິການໂທລະຄົມມະນາຄົມລະຫວ່າງປະເທດ ແມ່ນການບໍລິການໂທລະຄົມມະນາຄົມລະຫວ່າງສາທາລະນະລັດປະ ຊະາທິປະໄຕປະຊາຊົນລາວກັບຕ່າງປະເທດຊຶ່ງຕ້ອງໄດ້ປະຕິບັດ ຕາມສົນທິສັນຍາຫຼືສັນຍາສາກົນທີ່ລັດຖະບານສາທາລະນະລັດປະ ຊາທິປະໄຕປະຊາຊົນລາວໄດ້ເຂົ້າຮ່ວມ.


..ໝວດທີ4ການດໍາເນີນທຸລະກິດການບໍລິການໂທລະຄົມມະນາຄົມ


...ມາດຕາສິບສາມ:ການຂໍອະນຸຍາດສ້າງຕັ້ງວິສາຫະກິດການບໍລິການໂທລະຄົມມະນາຄົມ.

ມາດຕາສິບສາມ:ການຂໍອະນຸຍາດສ້າງຕັ້ງວິສາຫະກິດການບໍລິ ການໂທລະຄົມມະນາຄົມ. ການຂໍອະນຸຍາດສ້າງຕັ້ງວະສາຫະກິດການບໍລິການໂທລະ ຄົມມະນາຄົມໃຫ້ປະຕິບັດຕາມກົດໝາຍວ່າດ້ວຍທຸລະກິດ,ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນພາຍໃນແລະກົດໝາຍອື່ນໆທີ່ ກ່ຽວຂ້ອງຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ສໍາລັບການລົງທຶນຂອງຕ່າງປະເທດນັ້ນໃຫ້ປະຕິບັດກົດ ໝາຍວ່າດ້ວຍທຸລະກິດ,ກົດໝາຍວ່າດ້ວຍການສົ່ງເສີມແລະການ ຄຸ້ມຄອງການລົງທຶນຂອງຕ່າງປະເທດຢູ່ສາທາລະນະລັດປະຊາທິ ປະໄຕປະຊາຊົນລາວ.


...ມາດຕາສິບສີ່:ສິດແລະໜ້າທີ່ຂອງຜູ້ໃຫ້ການບໍລິການໂທລະຄົມມະນາຄົມ.

ມາດຕາສິບສີ່:ສິດແລະໜ້າທີ່ຂອງຜູ້ໃຫ້ການບໍລິການໂທລະຄົມມະ ນາຄົມ. ຜູ້ໃຫ້ການບໍລິການໂທລະຄົມມະນາຄົມມີສິດແລະໜ້າທີ່ຕົ້ນຕໍ ດັ່ງນີ້: ໜຶ່ງ:ສະເໜີຂໍການພິຈາລະນາຕົກລົງຕາມຄວາມເໝາະສົມ ຈາກລັດຖະບານ,ຈາກການຈັດຕັ້ງຫຼືຈາກບຸກຄົນທີ່ກ່ຽວຂ້ອງໃນການ ນໍາໃຊ້ສະຖານທີ່,ທີ່ດິນ,ຖະໜົນ,ຮ່ອງລະບາຍນໍ້າ,ອາຄານ,ສິ່ງກໍ່ ສ້າງແລະອື່ນໆໂດຍສອດຄ່ອງກັບລະບຽບກົດໝາຍ. ສອງ:ສະເໜີອັດຕາຄ່າທໍານຽມແລະຄ່າບໍລິການໃຫ້ສອດ ຄ່ອງກັບສະພາບເສດຖະກິດ-ສັງຄົມໃນແຕ່ລະໄລຍະຕໍ່ກະຊວງ ຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ. ສາມ:ໂຈະການບໍລິການຊົ່ວຄາວຫຼືຍາວນານຕໍ່ຜູ້ໃຊ້ບໍລິການ ທີ່ລະເມີດລະບຽບການບໍລິການໂທລະຄົມມະນາຄົມເຊັ່ນ: -ບໍ່ຊໍາລະຄ່າທໍານຽມບໍລິການຕາມປົກກະຕິພາຍຫຼັງທີ່ມີການ ກ່າວເຕືອນແລ້ວ. -ຕໍ່ພວງໂທລະສັບໃຫ້ຜູ້ອື່ນໂດຍບໍ່ໄດ້ຮັບອະນຸຍາດຫຼືລະເມີດ ລະບຽບການໂທລະຄົມມະນາຄົມອື່ນໆ. ສີ່:ຂະຫຍາຍຕາໜ່າງໂທລະຄົມມະນາຄົມໂດຍສະເພາະໂທ ລະສັບພື້ນຖານໃຫ້ສາມາດສະໜອງການບໍລິການແກ່ຜູ້ໃຊ້ການບໍລິ ການລົງຮອດທ້ອງຖິ່ນຕາມຂອບເຂດທີ່ກະຊວງຄົມມະນາຄົມຂົນສົ່ງ ໄປສະນີແລະກໍ່ສ້າງກໍານົດໃຫ້. ຫ້າ:ຮັບປະກັນການເຊື່ອມຕໍ່,ການຈັດສັນລະບົບສັນຍານ,ເລກ ໝາຍໂທລະຄົມມະນາຄົມຂອງຕາໜ່າງແລະສູນຂໍ້ມູນ,ຂ່າວສານກັບ ບັນດາຜູ້ໃຫ້ບໍລິການໂທລະຄົມມະນາຄົມອື່ນໆເພື່ອສົ່ງຂໍ້ມູນ,ຂ່າວ ສານໂທລະຄົມມະນາຄົມໄປສູ່ຈຸດທີ່ໝາຍທັງຢູ່ພາຍໃນແລະຕ່າງປະ ເທດ. ຫົກ:ໃຫ້ການບໍລິການໂທລະຄົມມະນາຄົມຕາມປະເພດທີ່ຕົນ ໄດ້ຮັບອະນຸຍາດ. ເຈັດ:ຮັບປະກັນການບໍລິການໃຫ້ຜູ້ໃຊ້ການບໍລິການຢ່າງທົ່ວ ເຖິງ,ມີຄຸນນະພາບ,ຖືກຕ້ອງ,ຊັດເຈນ,ມີຄວາມສະດວກ,ວ່ອງໄວ, ປອດໄພແລະຍຸດຕິທໍາ. ແປດ:ຜະລິດ,ສົ່ງອອກ,ນໍາເຂົ້າ,ຈໍາໜ່າຍແລະຕິດຕັ້ງອຸປະ ກອນໂທລະຄົມມະນາຄົມທີ່ຮັບປະກັນທາງດ້ານມາດຕະຖານເຕັກນິ ກຕາມຄວາມຕ້ອງການຂອງຜູ້ໃຊ້ບໍລິການ. ເກົ້າ:ປະຕິບັດລະບຽບການດ້ານບັນຊີການເງິນ,ສະຖິຕິ,ລະ ບອບລາຍງານແລະພັນທະຕ່າງໆທີ່ລັດໄດ້ກໍານົດໄວ້. ສິບ:ຕ້ອງຢູ່ພາຍໃຕ້ການກວດກາຂອງຂະແໜງການທີ່ກ່ຽວ ຂ້ອງ. ສິບເອັດ:ໃຫ້ບຸລິມະສິດໃນການສະໜອງການບໍລິການໂທລະ ຄົມມະນາຄົມແກ່ອົງການຈັດຕັ້ງຂອງລັດ. ສິບສອງ:ຫ້າມນໍາເອົາໃບອະນຸຍາດສ້າງຕັ້ງແລະດໍາເນີນທຸ ລະກິດຂອງຕົນໃຫ້ຜູ້ອື່ນນໍາໃຊ້,ເຊົ່າຫຼືໂອນໃຫ້ຜູ້ອື່ນ. ສິບສາມ:ຫ້າມນໍາໃຊ້ການຕິດຕໍ່ສື່ສານເພື່ອທໍາລາຍຄວາມ ໝັ້ນຄົງ,ຄວາມສະຫງົບ,ການພັດທະນາເສດຖະກິດ-ສັງຄົມຫຼືວັດ ທະນະທໍາຂອງຊາດ. ຫ້າມນໍາໃຊ້ລະບົບໂທລະຄົມມະນາຄົມເພື່ອສ້າງຄວາມເສື່ອມ ເສຍແກ່ກຽດສັກສີຂອງບຸກຄົນຫຼືການຈັດຕັ້ງ. ຫ້າມດັດປັບຄື້ນຄວາມຖີ່ຫຼືນໍາໃຊ້ອຸປະກອນ,ຕາໜ່າງໂທລະ ຄົມມະນາຄົມຂອງຕົນເຂົ້າໃສ່ຄື້ນຄວາມຖີ່ຫຼືອຸປະກອນ,ຕາໜ່າງໂທ ລະຄົມມະນາຄົມຂອງຜູ້ໃຫ້ບໍລິການອື່ນໆຫຼືຂອງຜູ້ໃຊ້ບໍລິການເພື່ອສະ ກັດກັ້ນ,ລົບກວນ,ບຸກລຸກ,ທໍາລາຍ,ປ່ຽນແປງ,ລຶບ,ລັກຕໍ່,ລັກຟັງ,ລັກ ຫຼືກັ່ນກອງເອົາຂໍ້ມູນ,ຂ່າວສານ. ສິບສີ່:ນອກຈາກນີຜູ້ໃຫ້ບໍລິການໂທລະຄົມມະນາຄົມຍັງມີສິດ ແລະໜ້າທີ່ອື່ນໆຕາມລະບຽບກົດໝາຍຂອງສປປລາວກ່ຽວກັບການ ໃຫ້ບໍລິການໂທລະຄົມມະນາຄົມ.


...ມາດຕາສິບຫ້າ:ສິດແລະໜ້າທີ່ຂອງຜູ້ໃຊ້ບໍລິການໂທລະຄົມມະນາຄົມ.

ມາດຕາສິບຫ້າ:ສິດແລະໜ້າທີ່ຂອງຜູ້ໃຊ້ບໍລິການໂທລະຄົມມະນາ ຄົມ. ຜູ້ໃຊ້ການບໍລິການໂທລະຄົມມະນາຄົມມີສິດແລະໜ້າທີ່ຕົ້ນຕໍ ດັ່ງນີ້: ໜຶ່ງ:ໄດ້ຮັບການສະໜອງການບໍລິການຢ່າງມີຄຸນນະພາບ, ຖືກຕ້ອງ,ຊັດເຈນ,ມີຄວາມສະດວກ,ວ່ອງໄວ,ປອດໄພແລະຍຸຕິທໍາ. ສອງ:ບໍລິການໂທລະຄົມມະນາຄົມອີກຕໍ່ໜຶ່ງໃຫ້ແກ້ຜູ້ໃຊ້ບໍລິ ການຜູ້ອື່ນຕາມການອະນຸຍາດຂອງກະຊວງຄົມມະນາຄົມຂົນສົ່ງໄປ ສະນີແລະກໍ່ສ້າງ: ສາມ:ສະເໜີຕໍ່ຜູ້ໃຫ້ການບໍລິການຫຼືອົງການທີ່ກ່ຽວຂ້ອງຂອງ ລັດເພື່ອແກ້ໄຂຂໍ້ຂັດຂ້ອງທາງດ້ານເຕັກນິກແລະກວດກາການເກັບ ຄ່າທໍານຽມແລະຄ່າບໍລິການ. ສີ່:ປະຕິບັດຕາມລະບຽບການດ້ານເຕັກນິກໃນການນໍາໃຊ້ອຸ ປະກອນໂທລະຄົມມະນາຄົມແລະລະບຽບການອື່ນໆທີ່ອົງການກ່ຽວ ຂ້ອງໄດ້ວາງອອກ. ຫ້າ:ປະຕິບັດລະບຽບການຊໍາລະຄ່າທໍານຽມແລະຄ່າບໍລິການ ຕາມປົກກະຕິ. ຫົກ:ຫ້າມນໍາໃຊ້ການຕິດຕໍ່ສື່ສານເພື່ອທໍາລາຍຄວາມໝັ້ນຄົງ ,ຄວາມສະຫງົບ,ການພັດທະນາເສດຖະກິດ-ສັງຄົມຫຼືວັດທະນະທໍາ ຂອງຊາດ. ຫ້າມນໍາໃຊ້ລະບົບໂທລະຄົມມະນາຄົມເພື່ອສ້າງຄວາມເສື່ອມ ເສຍແກ່ກຽດສັກສີຂອງບຸກຄົນຫຼືການຈັດຕັ້ງ. ຫ້າມດັດປັບຄື້ນຄວາມຖີ່ຫຼືນໍາໃຊ້ອຸປະກອນປາຍທາງ,ຕາ ໜ່າງໂທລະຄົມມະນາຄົມຂອງຕົນເຂົ້າໃສ່ຄື້ນຄວາມຖີ່ຫຼືອຸປະກອນ, ຕາໜ່າງໂທລະຄົມມະນາຄົມຂອງຜູ້ອື່ນເພື່ອສະກັດກັ້ນ,ລົບກວນ,ບຸກ ລຸກ,ທໍາລາຍ,ປ່ຽນແປງ,ລຶບ,ລັກຕໍ່,ລັກຟັງ,ລັກຫຼືກັ່ນກອງເອົາຂໍ້ມູນ, ຂ່າວສານ; ເຈັດ:ຕ້ອງຢູ່ພາຍໃຕ່ການກວດກາຂອງຂະແໜງການທີ່ກ່ຽວ ຂ້ອງ. ແປດ:ນອກຈາກນີ້ຜູ້ໃຊ້ການບໍລິການໂທລະຄົມມະນາຄົມຍັງ ມີສິດແລະໜ້າທີ່ອື່ນໆຕາມລະບຽບກົດໝາຍຂອງສປປລາວກ່ຽວກັບ ການໃຊ້ບໍລິການໂທລະຄົມມະນາຄົມ.


..ໝວດທີ5ການຄຸ້ມຄອງແລະການກວດການໂທລະຄົມມະນາຄົມ


...ມາດຕາສິບຫົກ:ຈຸດປະສົງຂອງການຄຸ້ມຄອງແລະການກວດກາ.

ມາດຕາສິບຫົກ:ຈຸດປະສົງຂອງການຄຸ້ມຄອງແລະການກວດກາ. ການຄຸ້ມຄອງແລະການກວດກາໂທລະຄົມມະນາຄົມມີຈຸດ ປະສົງເຮັດໃຫ້ການນໍາໃຊ້ຄື້ນຄວາມຖີ່ແຫ່ງຊາດ,ຕໍ່ແໜ່ງວົງໂຄ ຈອນດາວທຽມ,ການບໍລິຫານເລກໝາຍ,ລະຫັດອິນເຕີເນັດລະດັບ ສູງສຸດຂອງປະເທດລວມທັງການເຄື່ອນໄຫວທຸລະກິດການບໍລິການ ໂທລະຄົມມະນາຄົມປະເພດຕ່າງໆດໍາເນີນໄປຢ່າງຖືກຕ້ອງຕາມ ກົດໝາຍແລະລະບຽບການວ່າດ້ວຍການໂທລະຄົມມະນາຄົມ,ກົດ ໝາຍແລະລະບຽບການອື່ນໆທີ່ກ່ຽວຂ້ອງຂອງສາທາລະນະລັດປະ ຊາທິປະໄຕປະຊາຊົນລາວແລະລະບຽບການສາກົນ.


...ມາດຕາສິບເຈັດ:ອົງການຄຸ້ມຄອງແລະກວດກາໂທລະຄົມມະນາຄົມ.

ມາດຕາສິບເຈັດ:ອົງການຄຸ້ມຄອງແລະກວດກາໂທລະຄົມມະນາ ຄົມ. ອົງການຄຸ້ມຄອງແລະກວດກາໂທລະຄົມມະນາຄົມປະກອບ ດ້ວຍ: -ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ -ພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງປະຈໍາ ແຂວງ,ກໍາແພງນະຄອນແລະເຂດພິເສດ. -ຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງປະຈໍາ ເມືອງ.

...ມາດຕາສິບແປດ:ສິດແລະໜ້າທີ່ຂອງກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ

ມາດຕາສິບແປດ:ສິດແລະໜ້າທີ່ຂອງກະຊວງຄົມມະນາຄົມຂົນສົ່ງ ໄປສະນີແລະກໍ່ສ້າງ ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງມີສິດແລະ ໜ້າທີ່ຕົ້ນຕໍກ່ຽວກັບວຽກງານໂທລະຄົມມະນາຄົມດັ່ງນີ້: ໜຶ່ງ:ຄົ້ນຄວ້າແລະກໍານົດແຜນຍຸດທະສາດກ່ຽວກັບການພັດ ທະນາການໂທລະຄົມມະນາຄົມ; ສອງ:ກໍານົດນະໂຍບາຍ,ແຜນງານ,ແຜນການ,ໂຄງການ ແລະຊອກຫາແຫຼ່ງທຶນເພື່ອປະກອບເຂົ້າໃນການພັດທະນາການໂທ ລະຄົມມະນາຄົມ. ສາມ:ສົມທົບກັບກະຊວງການເງິນແລະພາກສ່ວນອື່ນທີ່ກ່ຽວ ຂ້ອງຄົ້ນຄວ້າລະບຽບການກ່ຽວກັບການສ້າງຕັ້ງ,ການຄຸ້ມຄອງແລະ ການນໍາໃຊ້ກອງທຶນພັດທະນາການໂທລະຄົມມະນາຄົມເພື່ອນໍາສະ ເໜີລັດຖະບານພິຈາລະນາຕົກລົງ. ສີ່:ຄົ້ນຄວ້າ,ສະເໜີຫຼືຕົກລົງກ່ຽວກັບການອະນຸຍາດການສ້າງ ຕັ້ງ,ການສືບຕໍ່,ການໂຈະແລະການຍົກເລີກກິດຈະການໂທລະຄົມມະ ນາຄົມ. ຫ້າ:ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງເພື່ອຈອງ, ຄຸ້ມຄອງແລະແບ່ງປັນຄື້ນຄວາມຖີ່ແຫ່ງຊາດ;ຄຸ້ມຄອງການນໍາໃຊ້ ຕໍາແໜ່ງວົງໂຄຈອນດາວທຽມ,ບໍລິຫານລະຫັດອິນເຕີເນັດລະດັບສູງ ສຸດຂອງປະເທດ;ຄຸ້ມຄອງຜູ້ໃຫ້ແລະຜູ້ໃຊ້ບໍລິການໂທລະຄົມມະນາ ຄົມ. ຫົກ:ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າແລະສະເໜີລະ ບຽບການກ່ຽວກັບອັດຕາຄ່າທໍານຽມ,ຄ່າລະຂະສິດແລະຄ່າບໍລິການ ຕ່າງໆ. ເຈັດ:ຄົ້ນຄວ້າ,ກໍານົດມາດຕະຖານເຕັກນິກ;ຄົ້ນຄວ້າແລະ ເລືອກເຟັ້ນເຕັກໂນໂລຊີກ່ຽວກັບອຸປະກອນໂທລະຄົມມະນາຄົມແລະ ວາງກໍານົດໝາຍການນໍາໃຊ້ອຸປະກອນດັ່ງ່າວຢູ່ພາຍໃນປະເທດ. ແປດ:ຄຸ້ມຄອງມະຫາພາກອື່ນໆກ່ຽວກັບວຽກງານໂທລະຄົມ ມະນາຄົມໃນຂອບເຂດທົ່ວປະເທດ. ເກົ້າ:ພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາ ກົນຕ່າງໆເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດ ທະນາໂທລະຄົມມະນາຄົມ.


...ມາດຕາສິບເກົ້າ:ສິດແລະໜ້າທີ່ຂອງພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງປະຈໍາແຂວງ,ກໍາແພງນະຄອນແລະເຂດພິເສດ.

ມາດຕາສິບເກົ້າ:ສິດແລະໜ້າທີ່ຂອງພະແນກຄົມມະນາຄົມຂົນສົ່ງ ໄປສະນີແລະກໍ່ສ້າງປະຈໍາແຂວງ,ກໍາແພງນະຄອນແລະເຂດພິ ເສດ. ພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງປະຈໍາ ແຂວງ,ກໍາແພງນະຄອນແລະເຂດພິເສດມີສິດແລະໜ້າທີ່ຕົ້ນຕໍ ກ່ຽວກັບວຽກງານໂທລະຄົມມະນາຄົມດັ່ງນີ້: ໜຶ່ງ:ຕິດຕາມ,ກວດກາການນໍາໃຊ້ອຸປະກອນແລະຄື້ນຄວາມ ຖີ່ຕິດຕໍ່ສື່ສານລວມທັງການນໍາໃຊ້ອິນເຕີເນັດຢູ່ໃນຂອບເຂດທ້ອງ ຖິ່ນຂອງຕົນ. ສອງ:ເກັບກໍາຂໍ້ມູນສະຖິຕິຜູ້ໃຊ້ແລະຄວາມຕ້ອງການໃນການ ໃຊ້ການບໍລິການໂທລະຄົມມະນາຄົມປະເພດຕ່າງໆ. ສາມ:ຕິດຕາມແລະກວດກາການດໍາເນີນທຸລະກິດຂອງຜູ້ໃຫ້ ການບໍລິການໂທລະຄົມມະນາຄົມປະເພດຕ່າງໆພາຍໃນທ້ອງຖິ່ນ ຂອງຕົນ. ສີ່:ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບວຽກງານໂທລະຄົມ ມະນາຄົມຕາມການມອບໝາຍຂອງກະຊວງຄົມມະນາຄົມຂົນສົ່ງ ໄປສະນີແລະກໍ່ສ້າງ.


...ມາດຕາຊາວ:ສິດແລະໜ້າທີ່ຂອງຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງປະຈໍາເມືອງ

ມາດຕາຊາວ:ສິດແລະໜ້າທີ່ຂອງຫ້ອງການຄົມມະນາຄົມຂົນສົ່ງ ໄປສະນີແລະກໍ່ສ້າງປະຈໍາເມືອງ ຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງປະຈໍາ ເມືອງມີສິດແລະໜ້າທີ່ຕົ້ນຕໍກ່ຽວກັບວຽກງານໂທລະຄົມມະນາຄົມ ດັ່ງນີ້: ໜຶ່ງ:ຕິດຕາມກວດກາການບໍລິການໂທລະຄົມມະນາຄົມປະ ເພດຕ່າງໆພາຍໃນເມືອງຂອງຕົນ. ສອງ:ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບວຽກງານໂທລະ ຄົມມະນາຄົມຕາມການມອບໝາຍຂອງພະແນກຄົມມະນາຄົມຂົນ ສົ່ງໄປສະນີແລະກໍ່ສ້າງປະຈໍາແຂວງ,ກໍາແພງນະຄອນແລະເຂດ ພິເສດ.

...ມາດຕາຊາວເອັດ:ເນື້ອໃນການກວດກາ

ມາດຕາຊາວເອັດ:ເນື້ອໃນການກວດກາ ການກວດກາໂທລະຄົມມະນາຄົມມີເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງ:ກວດກາການວາງແຜນ,ການສໍາຫຼວດ,ການອອກແບບ ໃນການກໍ່ສ້າງແລະການຕິດຕັ້ງລະບົບໂທລະຄົມມະນາຄົມ. ສອງ:ກວດກາມາດຕະຖານທີ່ຮັບປະກັນຄວາມປອດໄພແລະ ການປົກປັກຮັກສາສິ່ງແວດລ້ອມໃນການກໍ່ສ້າງແລະຕິດຕັ້ງລະບົບ ໂທລະຄົມມະນາຄົມ. ສາມ:ກວດກາມາດຕະຖານເຕັກນິກແລະເຕັກໂນໂລຊີຂອງ ພາຫະນະແລະອຸປະກອນໂທລະຄົມມະນາຄົມ. ສີ່:ກວດກາການນໍາໃຊ້ຄື້ນຄວາມຖີ່ຕິດຕໍ່ສື່ສານປະເພດຕ່າງ ໆ. ຫ້າ:ກວດກາລະບົບການບໍລິການລວມທັງລະບົບບັນຊີການ ເງິນໃນການດໍາເນີນທຸລະກິດໂທລະຄົມມະນາຄົມ. ຫົກ:ກວດກາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການໂທ ລະຄົມມະນາຄົມ,ກວດກາການປະມູນ,ສັນຍາການຮັບເໝົາກໍ່ສ້າງ ແລະຕິດຕັ້ງລະບົບໂທລະຄົມມະນາຄົມ,ການປະຕິບັດສັນຍາຕ່າງໆ ກ່ຽວກັບກິດຈະການໂທລະຄົມມະນາຄົມທີ່ລັດຖະບານໄດ້ອະນຸມັດໃຫ້ ບຸກຄົນຫຼືການຈັດຕັ້ງເຊັນສັນຍາກັນຢູ່ພາຍໃນຫຼືຕ່າງປະເທດແລະສັນ ຍາຕ່າງໆທີ່ລັດຖະບານໄດ້ເຊັນກັບຕ່າງປະເທດ.


...ມາດຕາຊາວສອງ:ຮູບການກວດກາ

ມາດຕາຊາວສອງ:ຮູບການກວດກາ ການກວດກາໂທລະຄົມມະນາຄົມມີສາມຮູບການດັ່ງນີ້: ໜຶ່ງ:ການກວດກາຢ່າງເປັນລະບົບປົກະຕິ; ສອງ:ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; ສາມ:ການກວດກາແບບກະທັນຫັນ. ການກວດກາຢ່າງເປັນລະບົບປົກກະຕິແມ່ນການກວດກາທີ່ ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນ ແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດ ການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງໃຫ້ຜູ້ທີ່ຈະ ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ທີ່ຈະຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາໂທລະຄົມມະນາຄົມເຈົ້າໜ້າທີ່ ຂອງອົງການກວດກາຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

..ໝວດທີ6ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາຊາວສາມ:ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ.

ມາດຕາຊາວສາມ:ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ. ຂໍ້ຂັດແຍ່ງທາງດ້ານບໍລິຫານແມ່ນຂໍ້ຂັດແຍ່ງທີ່ເກີດຂຶ້ນ ຈາກການປະຕິບັດເງື່ອນໄຂທີ່ໄດ້ກໍານົດໄວ້ໃນໃບອະນຸຍາດກ່ຽວ ກັບການດໍາເນີນກິດຈະການຕ່າງໆທາງດ້ານໂທລະຄົມມະນາຄົມ. ຂໍ້ຂັດແຍ່ງທາງດ້ານບໍລິຫານຈະຖືກແກ້ໄຂຕາມລະບຽບ ການທີ່ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງວາງອອກ.


...ມາດຕາຊາວສີ່:ການແກ້ໄຂຂໍ້ຂັດແຍ່ງທາງແພ່ງ.

ມາດຕາຊາວສີ່:ການແກ້ໄຂຂໍ້ຂັດແຍ່ງທາງແພ່ງ. ຂໍ້ຂັດແຍ່ງທາງແພ່ງແມ່ນຂໍ້ຂັດແຍ່ງທີ່ເກີດຂຶ້ນຍ້ອນການ ກໍ່ສ້າງ,ການຕິດຕັ້ງຫຼືການບໍລິການໂທລະຄົມມະນາຄົມປະເພດຕ່າງ ໆທີ່ກໍ່ຄວາມເສຍຫາຍທາງແພ່ງໃຫ້ແກ່ຜູ້ໃຊ້ການບໍລິການຫຼືບຸກຄົນ ອື່ນ. ການແກ້ໄຂຂໍ້ຂັດແຍ່ງທາງແພ່ງຈະດໍາເນີນດ້ວຍການໄກ່ ເກ່ຍຄູ່ຄວາມເສຍກ່ອນ,ຖ້າການໄກ່ເກ່ຍຫາກບໍ່ໄດ້ຮັບຜົນຜູ້ຖືກເສຍ ຫາຍຈຶ່ງຮ້ອງຟ້ອງຕໍ່ສານ.


..ໝວດທີ7ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາຊາວຫ້າ:ນະໂຍບາຍຕໍ່ຜູ້ມີຜົນງານ.

ມາດຕາຊາວຫ້າ:ນະໂຍບາຍຕໍ່ຜູ້ມີຜົນງານ. ຜູ້ລົງທຶນທີ່ໄດ້ດໍາເນີນການກໍ່ສ້າງ,ການພັດທະນາ,ການຂະ ຫຍາຍລະບົບ,ການຜະລິດອຸປະກອນແລະການບໍລິການໂທລະຄົມ ມະນາຄົມຢ່າງມີປະສິດທິຜົນ,ມີຄວາມກ້າວໜ້າ,ທັນສະໄໝ,ມີຄຸນ ນະພາບສູງລວມທັງບຸກຄົນ,ການຈັດຕັ້ງທັງພາຍໃນແລະຕ່າງປະ ເທດ,ອົງການຈັດຕັ້ງສາກົນຕ່າງໆທີ່ມີຜົນງານດີເດັ່ນໃນການປະ ກອບສ່ວນຊ່ວຍເຫຼືອການພັດທະນາລະບົບໂທລະຄົມມະນາຄົມຢູ່ສາ ທາລະນະລັດປະຊາທິປະໄຕປະຊາຊົນລາວລ້ວນແຕ່ຈະໄດ້ຮັບການ ຍ້ອງຍໍແລະປະຕິບັດນະໂຍບາຍຕາມຄວາມເໝາະສົມ.


...ມາດຕາຊາວຫົກ:ມາດຕະການຕໍ່ຜູ້ລະເມີດ

ມາດຕາຊາວຫົກ:ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງຫາກໄດ້ລະເມີດບົດບັນຍັດໃດໜຶ່ງຂອງ ກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ປັບໃໝຫຼືຖືກລົງໂທດທາງ ອາຍາແລ້ວແຕ່ກໍລະນີເບົາຫຼືໜັກລວມທັງໃຊ້ແທນຄ່າເສຍຫາຍທີ່ ຕົນໄດ້ກໍ່ຂຶ້ນ.


...ມາດຕາຊາວເຈັດ:ມາດຕະການສຶກສາອົບຮົມ

ມາດຕາຊາວເຈັດ:ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງຫາກໄດ້ລະເມີດບົດບັນຍັດໃດໜຶ່ງຂອງ ກົດໝາຍສະບັບນີ້ໃນສະຖານເບົາຈະຖືກສຶກສາອົບຮົມເຊັ່ນ: -ຜູ້ໃຫ້ການບໍລິການບໍ່ແກ້ໄຂຂໍ້ຂັດຂ້ອງທາງດ້ານເຕັກນິກໃນ ການຕິດຕັ້ງ,ການສ້ອມແປງຫຼືການບໍລິການໂທລະຄົມມະນາຄົມປະ ເພດຕ່າງໆຢ່າງທັນການແລະຖືກຕ້ອງຕາມມາດຕະຖານເຕັກນິກ. -ຜູ້ໃຊ້ການບໍລິການບໍ່ຈ່າຍຄ່າທໍານຽມແລະຄ່າບໍລິການຕາມ ປົກກະຕິແລະອື່ນໆ.


...ມາດຕາຊາວແປດ:ມາດຕະການປັບໃໝ.

ມາດຕາຊາວແປດ:ມາດຕະການປັບໃໝ. ບຸກຄົນຫຼືການຈັດຕັ້ງຫາກໄດ້ລະເມີດບົດບັນຍັດໃດໜຶ່ງຂອງ ກົດໝາຍສະບັບນີ້ຈະຖືກປັບໃໝເຊັ່ນ: -ດໍາເນີນການບໍລິການໂທລະຄົມມະນາຄົມໂດຍບໍ່ໄດ້ຮັບອະ ນຸຍາດ; -ດໍາເນີນການບໍລິຫານໂທລະຄົມມະນາຄົມນອກເໜືອຈາກ ລາຍການແລະຂອບເຂດທີ່ໄດ້ຮັບອະນຸຍາດ; -ເອົາໃບອະນຸຍາດໃຫ້ຜູ້ອື່ນນໍາໃຊ້,ໃຫ້ເຊົ່າຫຼືໂອນໃຫ້ຜູ້ອື່ນ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າອອກຂໍ້ກໍານົດກ່ຽວກັບກົດລະບຽບ ການປັບໃໝແລະອັດຕາຄ່າປັບໃໝດັ່ງກ່າວເພື່ອສະເໜີລັດຖະບານ ພິຈາລະນາຕົກລົງ.


...ມາດຕາຊາວເກົ້າ:ມາດຕະການທາງອາຍາ

ມາດຕາຊາວເກົ້າ:ມາດຕະການທາງອາຍາ ບຸກຄົນໃດຫາກໄດ້ລະເມີດບົດບັນຍັດໃດໜຶ່ງຂອງກົດໝາຍ ວ່າດ້ວຍການໂທລະຄົມມະນາຄົມດັ່ງຕໍ່ລົງໄປນີ້ຈະຖືກລົງໂທດທາງ ອາຍາ: ໜຶ່ງ:ການນໍາໃຊ້ການຕິດຕໍ່ສື່ສານເພື່ອທໍາລາຍຄວາມໝັ້ນ ຄົງ,ຄວາມສະຫງົບ,ການພັດທະນາເສດຖະກິດ-ສັງຄົມຫຼືວັດທະນະ ທໍາຂອງຊາດ; ສອງ:ການນໍາໃຊ້ລະບົບໂທລະຄົມມະນາຄົມເພື່ອສ້າງຄວາມ ເສື່ອມເສຍແກ່ກຽດສັກສີຂອງບຸກຄົນຫຼືການຈັດຕັ້ງ. ສາມ:ການດັດປັບຄື້ນຄວາມຖີ່ຫຼືນໍາໃຊ້ອຸປະກອນ,ຕາໜ່າງ ໂທລະຄົມມະນາຄົມຂອງຕົນຕໍ່ເຂົ້າໃສ່ຄື້ນຄວາມຖີ່ຫຼືອຸປະກອນ,ຕາ ໜ່າງໂທລະຄົມມະນາຄົມຂອງຜູ້ອື່ນເພື່ອສະກັດກັ້ນ,ລົບກວນ,ບຸກລຸກ, ທໍາລາຍ,ປ່ຽນແປງ,ລຶບ,ລັກຕໍ່,ລັກຟັງ,ລັກຫຼືກັ່ນກອງເອົາຂໍ້ມູນ,ຂ່າວ ສານຂອງຜູ້ອື່ນ. ສີ່:ການທໍາລາຍລະບົບແລະອຸປະກອນໂທລະຄົມມະນາຄົມ ຂອງສາທາລະນະຫຼືຂອງບຸກຄົນ. ຫ້າ:ການລັກລອບນໍາເຂົ້າອະປະກອນໂທລະຄົມມະນາຄົມ. ຫົກ:ການສວຍໃຊ້ໜ້າທີ່ຕໍາແໜ່ງ,ການໃຊ້ອໍານາດເກີນຂອບ ເຂດ,ການໃຫ້ແລະການຮັບສິນບົນ,ການປອມແປງເອກະສານ,ການ ອອກເອກະສານກ່ຽວກັບການຈັດຕັ້ງແລະການບໍລິການໂທລະຄົມມະ ນາຄົມໂດຍບໍ່ຖືກຕ້ອງ. ເຈັດ:ການກະທໍາຜິດທາງອາຍາອື່ນໆກ່ຽວກັບວຽກງານໂທ ລະຄົມມະນາຄົມ.


...ມາດຕາສາມສິບ:ມາດຕະການໂທດເພີ່ມ

ມາດຕາສາມສິບ:ມາດຕະການໂທດເພີ່ມ ນອກຈາກໂທດທີ່ໄດ້ກໍານົດໄວ້ໃນມາດຕາຊາວແປດແລະ ຊາວເກົ້າຂອງກົດໝາຍສະບັບນີ້ແລ້ວຜູ້ລະເມີດອາດຈະຖືກປະຕິ ບັດມາດຕະການໂທດເພີ່ມອີກເຊັ່ນ: -ງົດການດໍາເນີນກິດຈະການ. -ຖອນໃບອະນຸຍາດ. -ຮິບພາຫະນະອຸປະກອນທີ່ນໍາໃຊ້ເຂົ້າໃນການກະທໍາຜິດ.

..ໝວດທີ8ບົດບັນຍັດສຸດທ້າຍ


...ມາດຕາສາມສິບເອັດ:ການຈັດຕັ້ງປະຕິບັດ

ມາດຕາສາມສິບເອັດ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາສາມສິບສອງ:ຜົນສັກສິດ.

ມາດຕາສາມສິບສອງ:ຜົນສັກສິດ. ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງໜຶ່ງຮ້ອຍຊາວວັນນັບ ແຕ່ມື້ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ.ບັນດາຂໍ້ກໍານົດບົດ ບັນຍັດທີ່ໄດ້ປະກາດໃຊ້ໃນເມື່ອກ່ອນຫາກຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ ສະໝານ ວິຍະເກດ