ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ 14-07-2015

From Wikisource
Jump to navigation Jump to search

ການແຂ່ງຂັນທາງທຸລະກິດ 14-07-2015

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງການຕິດຕາມກວດກາການເຄື່ອນໄຫວວຽກງານແຂ່ງຂັນທາງທຸລະກິດເພື່ອໃຫ້ວຽກງານດັ່ງກ່າວຖືກຕ້ອງເປັນທໍາ,ໂປ່ງໃສມີຄວາມຄ່ອງຕົວແລະມີຄວາມສະເໝີພາບຕໍ່ໜ້າກົດໝາຍແນໃສ່ຕ້ານແລະສະກັດກັ້ນການແຂ່ງຂັນທີ່ບໍ່ເປັນທໍາແລະການຈໍາກັດການແຂ່ງຂັນທາງທຸລະກິດ,ປົກປ້ອງສິດແລະຜົນປະໂຫຍດຂອງລັດ,ຜູ້ດໍາເນີນທຸລະກິດແລະຜູ້ຊົມໃຊ້,ສາມາດເຊື່ອມໂຍງກັບພາກພື້ນແລະສາກົນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຊາດໃຫ້ຂະຫຍາຍຕົວແລະໝັ້ນຄົງ.

ມາດຕາ2ການແຂ່ງຂັນທາງທຸລະກິດ ການແຂ່ງຂັນທາງທຸລະກິດແມ່ນການດໍາເນີນທຸລະກິດປະເພດດຽວກັນລະຫວ່າງຜູ້ດໍາເນີນທຸລະກິດດ້ວຍກັນເພື່ອແຂ່ງຂັນທາງດ້ານຄຸນນະພາບ,ປະລິມານ,ລາຄາແລະປັດໄຈອື່ນເພື່ອບັນລຸເປົ້າໝາຍແລະຜົນປະໂຫຍດທາງທຸລະກິດ.

ມາດຕາ3ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ການດໍາເນີນທຸລະກິດໝາຍເຖິງການດໍາເນີນກິດຈະການກ່ຽວກັບການຜະລິດ,ການຄ້າແລະການບໍລິການປະເພດຕ່າງໆ; 2.ຕະຫຼາດໝາຍຖິງຂອບເຂດການເຄື່ອນໄຫວທຸລະກິດທີ່ຜູ້ຊື້,ຜູ້ຂາຍແລະຜູ້ໃຫ້ການບໍລິການຕິດຕໍ່ພົວພັນ,ຕົກລົງຊື້ຂາຍສິນຄ້າແລະການບໍລິການນໍາກັນໂດຍທາງກົງຫຼືທາງອ້ອມ; 3.ສ່ວນແບ່ງຕະຫຼາດໝາຍເຖິງອັດຕາສ່ວນຂອງມູນຄ່າການຊື້ຂາຍສິນຄ້າແລະການບໍລິການຂອງວິສາຫະກິດໃດໜຶ່ງໃນຕະຫຼາດທີ່ກ່ຽວຂ້ອງ; 4.ຕະຫຼາດທີ່ກ່ຽວຂ້ອງໝາຍເຖິງຕະຫຼາດສິນຄ້າ,ການບໍລິການແລະຕະຫຼາດທີ່ຕັ້ງພູມສາດ: -ຕະຫຼາດສິນຄ້າແລະການບໍລິການແມ່ນຂອບເຂດການຊື້ຂາຍສິນຄ້າແລະການບໍລິການທີ່ທົດແທນກັນໄດ້ທາງຄຸນລັກສະນະ,ຈຸດປະສົງການນໍາໃຊ້ແລະລາຄາ; -ຕະຫຼາດທີ່ຕັ້ງພູມສາດແມ່ນຂອບເຂດພູມສາດສະເພາະໃດໜຶ່ງທີ່ສາມາດແລກປ່ຽນສິນຄ້າແລະການບໍລິການຫຼືທົດແທນກັນໄດ້; 5.ຄວາມລັບທາງທຸລະກິດໝາຍເຖິງຂໍ້ມູນກ່ຽວກັບກໍາມະວິທີ,ວິທີການຜະລິດ,ການດໍາເນີນທຸລະກິດຫຼືການບໍລິການຊຶ່ງບໍ່ສາມາດເປີດເຜີຍໄດ້; 6.ການຄວບວິສາຫະກິດໝາຍເຖິງການຕົກລົງຂອງສອງຫຼືຫຼາຍວິສາຫະກິດໂດຍໂອນເອົາຊັບສິນ,ສິດ,ພັນທະແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍທັງໝົດຄວບເຂົ້າກັນເພື່ອກາຍເປັນວິສາຫະກິດເດີມໃດໜຶ່ງຫຼືເປັນວິສາຫະກິດໃໝ່; 7.ການຊື້ກິດຈະການໝາຍເຖິງການຕົກລົງຂອງວິສາຫະກິດໃດໜຶ່ງເພື່ອຊຶ້ເອົາຊັບສິນບາງສ່ວນຫຼືທັງໝົດຂອງວິສາຫະກິດອື່ນມາເປັນກໍາມະສິດແລະຢູ່ພາຍໃຕ້ການບໍລິຫານຈັດການຂອງຕົນ; 8.ການລົງທຶນຮ່ວມໝາຍເຖິງການລົງທຶນແບບຮຸ້ນສ່ວນລະຫວ່າງສອງຫຼືຫຼາຍວິສາຫະກິດທີ່ຮ່ວມກັນປະກອບຊັບສິນ,ສິດ,ພັນທະແລະຜົນປະໂຫຍດສ່ວນໃດໜຶ່ງທີ່ຖືກຕ້ອງຕາມກົດໝາຍເພື່ອສ້າງຕັ້ງວິສາຫະກິດໃໝ່; 9.ສະມາຄົມທາງທຸລະກິດໝາຍເຖິງການຈັດຕັ້ງທາງເສດຖະກິດທີ່ສ້າງຕັ້ງຂຶ້ນດ້ວຍຄວາມສະໝັກໃຈ,ເຄື່ອນໄຫວເປັນປະຈໍາ,ບໍ່ຫວັງຜົນກໍາໄລ,ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຄົມແລະສະມາຊິກຂອງສະມາຄົມ; 10.ຄຸນນະພາບຂອງສິນຄ້າໝາຍເຖິງລະດັບທີ່ກໍານົດຄຸນລັກສະນະຂອງສິນຄ້າ,ຮູບຮ່າງແລະຄວາມເໝາະສົມໃນການຊົມໃຊ້ສິນຄ້າດັ່ງກ່າວ.

ມາດຕາ4ນະໂຍບາຍຂອງລັດກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ ລັດຮັບຮູ້ແລະປົກປ້ອງສິດໃນການແຂ່ງຂັນທາງທຸລະກິດຂອງທຸກພາກສ່ວນເສດຖະກິດໃຫ້ດໍາເນີນທຸລະກິດພາຍໃຕ້ເງື່ອນໄຂການແຂ່ງຂັນທີ່ມີຄວາມສະເໝີພາບ,ເປັນທໍາຕາມກົດໝາຍແລະລະບຽບການ. ລັດອໍານວຍຄວາມສະດວກໃຫ້ແກ່ການແຂ່ງຂັນທາງທຸລະກິດຢ່າງເປັນເອກະລາດພາຍໃຕ້ກົດໝາຍໂດຍບໍ່ໃຫ້ພາກສ່ວນໃດໜຶ່ງຂອງລັດສ້າງອຸປະສັກຫຼືຂັດຂວາງການແຂ່ງຂັນທາງທຸລະກິດ. ລັດສົ່ງເສີມການແຂ່ງຂັນທາງທຸລະກິດແລະຊຸກຍູ້ທຸກພາກສ່ວນໃນສັງຄົມປະກອບສ່ວນເຂົ້າໃນການສ້າງແລະປູກຈິດສໍານຶກກ່ຽວກັບວັດທະນະທໍາການແຂ່ງຂັນທາງທຸລະກິດທີ່ເປັນທໍາເພື່ອຕ້ານແລະສະກັດກັ້ນການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາແລະການຈໍາກັດການແຂ່ງຂັນທາງທຸລະກິດ. ລັດສ້າງເງື່ອນໄຂແລະສ້າງຄວາມອາດສາມາດໃຫ້ວິສາຫະກິດຂະໜາດນ້ອຍແລະກາງໃນການເຂົ້າຮ່ວມການແຂ່ງຂັນທາງທຸລະກິດຢ່າງເປັນທໍາ.

ມາດຕາ5ຫຼັກການກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ ວຽກງານແຂ່ງຂັນທາງທຸລະກິດໃຫ້ປະຕິບັັດຕາມຫຼັກການນຕົ້ນຕໍດັ່ງນີ້: 1.ຮັບປະກັນຄວາມສອດຄ່ອງກັບນະໂຍບາຍ,ກົດໝາຍແລະລະບຽບການ; 2.ຮັບປະກັນສິດແລະຜົນປະໂຫຍດຂອງລັດ,ຜູ້ດໍາເນີນທຸລະກິດແລະຜູ້ຊົມໃຊ້; 3.ຮັບປະກັນຄວາມສະເໝີພາບ,ຄວາມໂປ່ງໃສແລະຄວາມຍຸຕິທໍາໃນການແຂ່ງຂັນທາງທຸລະກິດ; 4.ຮັບປະກັນການຜະລິດ,ການຈໍາໜ່າຍສິນຄ້າແລະການບໍລິການທີ່ດີ,ມີຄຸນນະພາບ,ໄດ້ມາດຕະການແລະລາຄາທີ່ເປັນທໍາ; 5.ເຄົາລົບແລະປະຕິບັດຕາມສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ມາດຕາ6ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ດໍາເນີນທຸລະກິດຢູ່ສປປລາວ.

ມາດຕາ7ການຮ່ວມມືສາກົນ ລັດເປີດກວ້າງແລະສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານແຂ່ງຂັນທາງທຸລະກິດດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກນິກວິທະຍາສາດ,ເຕັກໂນໂລຊີ,ການຝຶກອົບຮົມແລະການຍົກລະດັບຄວາມຮູ້ຄວາມສາມາດທາງວິຊາການເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນແລະປະຕິບັດຕາມສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ2ການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາ

ມາດຕາ8ການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາ ການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາແມ່ນການດໍາເນີນທຸລະກິດຂອງໜຶ່ງຫຼືສອງຫຼືກຸ່ມວິສາຫະກິດດ້ວຍພຶດຕິກໍາໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ9ຂອງກົດໝາຍສະບັບນີ້.

ມາດຕາ9ພຶດຕິກໍາທີ່ເປັນການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາ ພຶດຕິກໍາທີ່ເປັນການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາມີດັ່ງນີ້: 1.ການເຮັດໃຫ້ເຂົ້າໃຈຜິດ; 2.ການລະເມີດຄວາມລັບທາງທຸລະກິດ; 3.ການບັງຄັບໃນການດໍາເນີນທຸລະກິດ; 4.ການເຮັດໃຫ້ຜູ້ດໍາເນີນທຸລະກິດອື່ນເສື່ອມເສຍຊື່ສຽງ; 5.ການສ້າງອຸປະສັກຂັດຂວາງຕໍ່ການດໍາເນີນທຸລະກິດ; 6.ການໂຄສະນາທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ; 7.ການສົ່ງເສີມການຂາດດ້ວຍວິທີທີ່ບໍ່ເປັນທໍາ; 8.ການຈໍາແນະປະຕິບັດໂດຍສະມາຄົມທຸລະກິດ; 9.ພຶດຕິກໍາອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ10ການເຮັດໃຫ້ເຂົ້າໃຈຜິດ ການເຮັດໃຫ້ເຂົ້າໃຈຜິດແມ່ນການເຮັດໃຫ້ຜູ້ຊົມໃຊ້ສັບສົນແລະເຂົ້າໃຈຜິດກ່ຽວກັບເຄື່ອງໝາຍ,ຍີ່ຫໍ້,ແຫຼ່ງກໍາເນີດ,ການຫຸ້ມຫໍ່,ສະຫຼາກແລະອື່ນໆຂອງສິນຄ້າຫຼືການບໍລິການວ່າຖືກຕ້ອງ.ໄດ້ມາດຕະຖານຫຼືໄດ້ຈົດທະບຽນແລ້ວ.

ມາດຕາ11ການລະເມີດຄວາມລັບທາງທຸລະກິດ ການລະເມີດຄວາມລັບທາງທຸລະກິດແມ່ນການນໍາໃຊ້ພຶດຕິກໍາໃດໜຶ່ງທີ່ກໍານົດໃນມາດຕານີ້ເພື່ອເອົາປຽບຜູ້ດໍາເນີນທຸລະກິດອື່ນ. ພຶດຕິກໍາການລະເມີດຄວາມລັບທາງທຸລະກິດມີດັ່ງນີ້: 1.ການເຂົ້າເຖິງແລະເອົາຄວາມລັບທາງທຸລະກິດໂດຍບໍ່ໄດ້ຮັບອະນຸຍາດ; 2.ການເປີດເຜີຍແລະການໃຊ້ຂໍ້ມູນທາງທຸລະກິດໂດຍບໍ່ໄດ້ຮັບອະນຸຍາດ; 3.ການລະເມີດສັນຍາກ່ຽວກັບການຮັກສາຄວາມລັບທາງທຸລະກິດ; 4.ການສ່ວນໃຊ້ຄວາມເຊື່ອຖືຂອງຜູ້ມີໜ້າທີ່ຮັກສາຄວາມລັບເພື່ອເຂົ້າເຖິງແລະເອົາຄວາມລັບທາງທຸລະກິດ.

ມາດຕາ12ການບັງຄັບໃນການດໍາເນີນທຸລະກິດ ການບັງຄັບໃນການດໍາເນີນທຸລະກິດແມ່ນການໃຊ້ເລ່ຫຼ່ຽມ,ຄໍາສັ່ງຫຼືນາບຂູ່ໂດຍກົງຫຼືທາງອ້ອມເພື່ອໃຫ້ວິສາຫະກິດອື່ນກະທໍາຫຼືບໍ່ກະທໍາສິ່ງໃດສິ່ງໜຶ່ງທີ່ຕົນຕ້ອງການຊຶ່ງເປັນການຂັດກັບຈຸດປະສົງຂອງວິສາຫະກິດທີ່ຖືກບັງຄົບນັ້ນ.

ມາດຕາ13ການເຮັດໃຫ້ຜູ້ດໍາເນີນທຸລະກິດອື່ນເສື່ອມເສຍຊື່ສຽງ ການເຮັດໃຫ້ຜູ້ດໍາເນີນທຸລະກິດອື່ນເສື່ອມເສຍຊື່ສຽງແລະແມ່ນການໃສ່ຮ້າຍປ້າຍສີຜູ້ດໍາເນີນທຸລະກິດອື່ນດ້ວຍການເຜີຍແຜ່ຫຼືໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງໂດຍທາງກົງຫຼືທາງອ້ອມທີ່ສົ່ງຜົນກະທົບບໍ່ດີຕໍ່ການດໍາເນີນທຸລະກິດ.

ມາດຕາ14ການສ້າງອຸປະສັກຂັດຂວາງຕໍ່ການດໍາເນີນທຸລະກິດ ການສ້າງອຸປະສັກຂັດຂວາງຕໍ່ການດໍາເນີນທຸລະກິດແມ່ນການສ້າງຄວາມຫຍຸ້ງຍາກເປັນຕົ້ນການເຂົ້າເຖິງແຫຼ່ງທຶນ,ແຫຼ່ງວັດຖຸດິບ,ຂໍ້ມູນຂ່າວສານເຕັກໂນໂລຊີໂດຍທາງກົງຫຼືທາງອ້ອມໃຫ້ແກ່ການດໍາເນີນທຸລະກິດຂອງຜູ້ດໍາເນີນທຸລະກິດອື່ນ.

ມາດຕາ15ການໂຄສະນາທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ ການໂຄສະນາທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງແມ່ນການເຜີຍແຜ່ຂໍ້ມູນກ່ຽວກັບການຜະລິດຄຸນລັກສະນະ,ຄຸນນະພາບຂອງສິນຄ້າແລະການບໍລິການທີ່ບໍ່ຖືກຕ້ອງ,ບິດເບືອນຫຼືເກີນຄວາມເປັນຈິງທີ່ແຕະຕ້ອງຜົນປະໂຫຍດຂອງຜູ້ດໍາເນີນທຸລະກິດອື່ນແລະຜູ້ຊົມໃຊ້.

ມາດຕາ16ການສົ່ງເສີມການຂາຍດ້ວຍວິທີທີ່ບໍ່ເປັນທໍາ ການສົ່ງເສີມການຂາຍດ້ວຍວິທີທີ່ບໍ່ເປັນທໍາແມ່ນການໂຄສະນາຫຼືໃຊ້ພຶດຕິກໍາໃດໜຶ່ງທີ່ຫຼອກລວງເພື່ອໃຫ້ຜູ້ຊົມໃຊ້ຫັນມາຊື້ສິນຄ້າຫຼືໃຊ້ການລໍລິການຂອງຕົນຫຼາຍຂຶ້ນດ້ວຍວິທີການຕ່າງໆເປັນຕົ້ນປະກາດໃຫ້ລາງວັນແຕ່ບໍ່ໃຫ້,ໃຫ້ທົດລອງໃຊ້ສິນຄ້າຫຼືບໍລິການໂດຍບໍ່ຄິດຄ່າແຕ່ໃຫ້ຊື້ເອົາເລີຍ.

ມາດຕາ17ການຈໍາແນກປະຕິບັດໂດຍສະມາຄົມທຸລະກິດ ການຈໍາແນກປະຕິບັດໂດຍສະມາຄົມທຸລະກິດແມ່ນການປະຕິເສດການຮັບເຂົ້າເປັນສະມາຊິກຫຼືໃຫ້ຜູ້ດໍາເນີນທຸລະກິດໃດໜຶ່ງຖອນຕົວອອກຈາກສະມາຄົມທຸລະກິດທີ່ບໍ່ເປັນທໍາເພື່ອຜົນປະໂຫຍດໃນການແຂ່ງຂັນທາງທຸລະກິດລວມທັງການກະທໍາທີ່ບໍ່ສະເໝີພາບຕໍ່ສະມາຊິກໃນສະມາຄົມ.

ພາກທີ3ການຈໍາກັດການແຂ່ງຂັນທາງທຸລະກິດ

ມາດຕາ18ການຈໍາກັດການແຂ່ງຂັນທາງທຸລະກິດ ການຈໍາກັດການແຂ່ງຂັນທາງທຸລະກິດແມ່ນການດໍາເນີນທຸລະກິດຂອງໜຶ່ງຫຼືສອງຫຼືກຸ່ມວິສາຫະກິດເພື່ອຈຸດປະສົງຫຼຸດຜ່ອນ,ບິດເບືອນແລະ/ຫຼືຂັດຂວາງການແຂ່ງຂັນທາງທຸລະກິດຕາມຮູບການໃດໜຶ່ງທີ່ໄດ້ກໍານົດໄວ້ໃນມາດຕາ19ຂອງກົດໝາຍສະບັບນີ້.

ມາດຕາ19ຮູບການການຈໍາກັດການແຂ່ງຂັນທາງທຸລະກິດ ການຈໍາກັດການແຂ່ງຂັນທາງທຸລະກິດມີຮູບການດັ່ງນີ້: 1.ການຕົກລົງກັນເພື່ອຈໍາກັດການແຂ່ງຂັນທາງທຸລະກິດ; 2.ການສວຍໃຊ້ການຄອບຄອງຕະຫຼາດແລະການຜູກຂາດຕະຫຼາດ; 3.ການລວມຕົວເພື່ອຈໍາກັດການແຂ່ງຂັນທາງທຸລະກິດ. ການຈໍາກັດການແຂ່ງຂັນທາງທຸລະກິດແຕ່ລະຮູບການຈະມີກໍລະນີຍົກເວັ້ນຕາມທີ່ໄດ້ກໍານົດໄວ້ໃນໝວດທີ4ຂອງພາກນີ້.

ໝວດທີ1ການຕົກລົງກັນເພື່ອຈໍາກັດການແຂ່ງຂັນທາງທຸລະກິດ

ມາດຕາ20ການຕົກລົງກັນເພື່ອຈໍາກັດການແຂ່ງຂັນທາງທຸລະກິດ ການຕົກລົງກັນເພື່ອຈໍາກັດການແຂ່ງຂັນທາງທຸລະກິດແມ່ນການໃຫ້ຄໍາໝັ້ນສັນຍາຮ່ວມກັນຂອງຜູ້ດໍາເນີນທຸລະກິດເພື່ອຈຸດປະສົງຫຼຸດຜ່ອນ,ບິດເບືອນແລະ/ຫຼືຂັດຂວາງການແຂ່ງຂັນທາງທຸລະກິດ.

ມາດຕາ21ພຶດຕິກໍາທີ່ເປັນການຕົກລົງກັນເພື່ອຈໍາກັດການແຂ່ງຂັນທາງທຸລະກິດ ພຶດຕິກໍາທີ່ເປັນການຕົກລົງກັນເພື່ອຈໍາກັດການແຂ່ງຂັນທາງທຸລະກິດມີດັ່ງນີ້: 1.ການກໍານົດລາຄາສິນຄ້າແລະຄ່າບໍລິການ; 2.ການກໍານົດສ່ວນແບ່ງຕະຫຼາດແລະຕະຫຼາດ; 3.ການກໍານົດປະລິມານການຜະລິດ; 4.ການຈໍາກັດການພັດທະນາເຕັກໂນໂລຊີ,ຄຸນນະພາບສິນຄ້າແລະການບໍລິການ; 5.ການກໍານົດເງື່ອນໄຂການຊື້ຂາຍສິນຄ້າແລະການບໍລິການ; 6.ການຂັດຂວາງຜູ້ດໍາເນີນທຸລະກິດອື່ນເຂົ້າເຖິງຕະຫຼາດ; 7.ການເຮັດໃຫ້ຜູ້ດໍາເນີນທຸລະກິດອື່ນອອກຈາກຕະຫຼາດ; 8.ການຕົກລົງກັນເພື່ອຊະນະການປະມູນ; 9.ພຶດຕໍາກໍາອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ22ການກໍານົດລາຄາສິນຄ້າແລະຄ່າບໍລິການ ການກໍານົດລາຄາສິນຄ້າແລະຄ່າບໍລິການແມ່ນການຕົກລົງລະຫວ່າງຜູ້ດໍາເນີນທຸລະກິດດ້ວຍກັນເພື່ອກໍານົດລາຄາສິນຄ້າແລະຄ່າບໍລິການໃຫ້ເປັນລາຄາສູງຫຼືຕໍ່າແລະຮູບການອື່ນເພື່ອຜູກຂາດຕະຫຼາດ.

ມາດຕາ23ການກໍານົດສ່ວນແບ່ງຕະຫຼາດແລະຕະຫຼາດ ການກໍານົດສ່ວນແບ່ງຕະຫຼາດແລະຕະຫຼາດແມ່ນການຕົກລົງລະຫວ່າງຜູ້ດໍາເນີນທຸລະກິດດ້ວຍກັນເພື່ອແບ່ງປັນອັດຕາສ່ວນແບ່ງຕະຫຼາດແລະຕະຫຼາດຈໍາໜ່າຍ,ແຫຼ່ງສະໜອງສິນຄ້າແລະການບໍລິການໂດຍເຮັດໃຫ້ຜູ້ດໍາເນີນທຸລະກິດອື່ນອອກຈາກຕະຫຼາດຫຼືຈໍາກັດ,ຂັດຂວາງບໍ່ໃຫ້ຜູ້ດໍາເນີນທຸລະກິດອື່ນເຂົ້າຈໍາໜ່າຍສິນຄ້າຫຼືໃຫ້ການບໍລິການຢູ່ຕະຫຼາດທີ່ກ່ຽວຂ້ອງ.

ມາດຕາ24ການກໍານົດປະລິມານການຜະລິດ ການກໍານົດປະລິມານການຜະລິດແມ່ນການຕົກລົງລະຫວ່າງຜູ້ດໍາເນີນທຸລະກິດດ້ວຍການກ່ຽວກັບການກໍານົດປະລິມານການຜະລິດໃຫ້ຜະລິດໃນປະລິມານທີ່ໄດ້ຕົກລົງກັນເພື່ອກັກຕູນສິນຄ້າ,ສວຍໂອກາດຂຶ້ນລາຄາສິນຄ້າຫຼືຄອບຄອງຕະຫຼາດທີ່ບໍ່ຖືກຕ້ອງ.

ມາດຕາ25ການຈໍາກັດການພັດທະນາເຕັກໂນໂລຊີ,ຄຸນນະພາບສິນຄ້າແລະການບໍລິການ ການຈໍາກັດການພັດທະນາເຕັກໂນໂລຊີ,ຄຸນນະພາບສິນຄ້າແລະການບໍລິການແມ່ນການຕົກລົງລະຫວ່າງຜູ້ດໍາເນີນທຸລະກິດດ້ວຍກັນເພື່ອບໍ່ໃຫ້ຜູ້ດໍາເນີນທຸລະກິດໃໜຶ່ງພັດທະນາເຕັກໂນໂລຊີ,ການຜະລິດ,ຄຸນນະພາບສິນຄ້າແລະການບໍລິການຊຶ່ງຈະເຮັດໃຫ້ເພີ່ມຕົ້ນທຶນການຜະລິດຫຼືການສະໜອງບໍລິການ.

ມາດຕາ26ການກໍານົດເງື່ອນໄຂການຊື້ຂາຍສິນຄ້າແລະການບໍລິການ ການກໍານົດເງື່ອນໄຂການຊື້ຂາຍສິນຄ້າແລະການບໍລິການແມ່ນການຕົກລົງລະຫວ່າງຜູ້ດໍາເນີນທຸລະກິດດ້ວຍກັນເພື່ອກໍານົດເງື່ອນໄຂໃຫ້ແກ່ຜູ້ດໍາເນີນທຸລະກິດອື່ນໃນການເຊັນສັນຍາຊື້ຂາຍສິນຄ້າແລະບໍລິການທີ່ບໍ່ເປັນທໍາດ້ວຍຮູບການການົດຄຸນນະພາບສິນຄ້າແລະການບໍລິການ,ຮູບການຊໍາລະເງິນ,ກໍານົດລາຄາຊື້ຂາຍທີ່ແຕກຕ່າງກັນກັບລູກຄ້າທີ່ຊື້ສິນຄ້າຫຼືໃຊ້ການບໍລິການປະເພດດຽວກັນ,ການຊື້ຂາຍທີ່ແຕກຕ່າງກັນກັບລູກຄ້າທີ່ຊື້ສິນຄ້າຫຼືໃຊ້ການບໍລິການປະເພດດຽວກັນ,ການຊື້ຂາຍໂດຍມີເງື່ອນໄຂຜູກມັດແລະການບັງຄັບໃຫ້ຄູ່ຮ່ວມສັນຍາຮັບເອົາຂໍ້ຜູກພັນອື່ນທີ່ບໍ່ກ່ຽວຂ້ອງກັບສັນຍາດັ່ງກ່າວ.

ມາດຕາ27ການຂັດຂວາງຜູ້ດໍາເນີນທຸລະກິດອື່ນເຂົ້າເຖິງຕະຫຼາດ ການຂັດຂວາງຜູ້ດໍາເນີນທຸລະກິດອື່ນເຂົ້າເຖິງຕະຫຼາດແມ່ນການຕົກລົງລະຫວ່າງຜູ້ດໍາເນີນທຸລະກິດດ້ວຍກັນໂດຍໃຊ້ວິທີການທາງກົງຫຼືທາງອ້ອມເພື່ອຈໍາກັດ,ຂັດຂວາງ,ກີດກັ້ນຜູ້ດໍາເນີນທຸລະກິດອື່ນເຂົ້າເຖິງຕະຫຼາດເພື່ອໃຫ້ຜູ້ດໍາເນີນທຸລະກິດໃນກຸ່ມຂອງຕົນໄດ້ຄອບຄອງຕະຫຼາດ.

ມາດຕາ28ການເຮັດໃຫ້ຜູ້ດໍາເນີນທຸລະກິດອື່ນອອກຈາກຕະຫຼາດ ການເຮັດໃຫ້ຜູ້ດໍາເນີນທຸລະກິດອື່ນອອກຈາກຕະຫຼາດແມ່ນການຕົກລົງລະຫວ່າງຜູ້ດໍາເນີນທຸລະກິດດ້ວຍກັນໂດຍໃຊ້ວິທີການທາງກົງຫຼືທາງອ້ອມເພື່ອບັງຄັບຜູ້ດໍາເນີນທຸລະກິດອື່ນໃຫ້ອອກຈາກຕະຫຼາດ.

ມາດຕາ29ການຕົກລົງກັນເພື່ອຊະນະການປະມູນ ການຕົກລົງກັນເພື່ອຊະນະການປະມູນແມ່ນການຕົກລົງລະຫວ່າງຜູ້ດໍາເນີນທຸລະກິດດ້ວຍກັນຫຼືຜູ້ດໍາເນີນທຸລະກິດກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງເພື່ອໃຫ້ຊະນະການປະມູນຊຶ່ງນໍາມາແກ່ຜົນປະໂຫຍດຂອງຕົນ.

ໝວດທີ2ການສວຍໃຊ້ການຄອບຄອງຕະຫຼາດແລະການຜູກຂາດຕະຫຼາດ

ມາດຕາ30ການຄອບຄອງຕະຫຼາດແລະການຜູກຂາດຕະຫຼາດ ການຄອບຄອງຕະຫຼາດແມ່ນການເຄື່ອນໄຫວດໍາເນີນທຸລະກິດຂອງໜຶ່ງຫຼືສອງຫຼືກຸ່ມວິສາຫະກິດໃດໜຶ່ງທີ່ມີອັດຕາສ່ວນແບ່ງໃນຕະຫຼາດເກີນອັດຕາສ່ວນທີ່ຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດໄດ້ກໍານົດໄວ້ໃນແຕ່ລະໄລຍະ. ການຜູກຂາດຕະຫຼາດແມ່ນການເຄື່ອນໄຫວດໍາເນີນທຸລະກິດຂອງໜຶ່ງວິສາຫະກິດຫຼືກຸ່ມວິສາຫະກິດໜຶ່ງເປັນຜູ້ຂາຍສິນຄ້າຫຼືສະໜອງການບໍລິການຢູ່ຕະຫຼາດທີ່ກ່ຽວຂ້ອງໃດໜຶ່ງພຽງຜູ້ດຽວ;

ມາດຕາ31ພຶດຕິກໍາທີ່ເປັນການສວຍໃຊ້ການຄອບຄອງຕະຫຼາດແລະຜູກຂາດຕະຫຼາດ ພຶດຕິກໍາທີ່ເປັນການສວຍໃຊ້ການຄອບຄອງຕະຫຼາດແລະການຜູກຂາດຕະຫຼາດມີດັ່ງນີ້: 1.ການກໍານົດລາຄາຊື້ຂາຍສິນຄ້າແລະຄ່າບໍລິການໂດຍບໍ່ເປັນທໍາ; 2.ການຂາຍສິນຄ້າ,ການບໍລິການໃນລາຄາຕໍ່າກວ່າຕົ້ນທຶນແລະການຂາຍສິນຄ້າທີ່ບໍ່ໄດ້ຄຸນນະພາບ; 3.ການປະຕິເສດການຂາຍສິນຄ້າແລະການບໍລິການໃຫ້ລູກຄ້າ; 4.ການກໍານົດເງື່ອນໄຂການຊື້ຂາຍສິນຄ້າແລະການບໍລິການແບບຜູກມັດ; 5.ການກໍານົດລາຄາຫຼືເງື່ອນໄຂການຊື້ຂາຍສິນຄ້າແລະການບໍລິການປະເພດດຽວກັນທີ່ແຕກຕ່າງກັນ; 6.ພຶດຕິກໍາອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ32ການກໍານົດລາຄາຊື້ຂາຍສິນຄ້າແລະຄ່າບໍລິການໂດຍບໍ່ເປັນທໍາ ການກໍານົດລາຄາຊື້ຂາຍສິນຄ້າແລະຄ່າບໍລິການໂດຍບໍ່ເປັນທໍາແມ່ນກາານກໍານົດລາຄາຊື້ຂາຍສິນຄ້າແລະຄ່າບໍລິການແບບບັງຄັບຫຼືການກໍານົດລາຄາຂາຍຍ່ອຍທີ່ເອົາປຽບຜູ້ຊົມໃຊ້.

ມາດຕາ33ການຂາຍສິນຄ້າ,ການບໍລິການໃນລາຄາຕໍ່າກວ່າຕົ້ນທຶນແລະການຂາຍສິນຄ້າທີ່ບໍ່ໄດ້ຄຸນນະພາບ ການຂາຍສິນຄ້າ,ການບໍລິການໃນລາຄາຕໍ່າກວ່າຕົ້ນທຶນແລະການຂາຍສິນຄ້າທີ່ບໍ່ໄດ້ຄຸນນະພາບແມ່ນພຶດຕິກໍາຂອງໜຶ່ງຫຼືສອງຫຼືກຸ່ມວິສາຫະກິດທີ່ກໍານົດລາຄາຂາຍສິນຄ້າ,ບໍລິການໃນລາຄາທີ່ຕໍ່າກວ່າຕົ້ນທຶນແລະຂາຍສິນຄ້າທີ່ບໍ່ໄດ້ຄຸນນະພາບເຮັດໃຫ້ຜູ້ອື່ນບໍ່ສາມາດແຂ່ງຂັນກັບຕົນໄດ້ເພື່ອຈຸດປະສົງຄອບຄອງແລະຜູກຂາດຕະຫຼາດພຽງແຕ່ຜູ້ດຽວ.

ມາດຕາ34ການປະຕິເສດການຂາຍສິນຄ້າແລະການບໍລິການໃຫ້ລູກຄ້າ ການປະຕິເສດການຂາຍສິນຄ້າແລະການບໍລິການໃຫ້ລູກຄ້າແມ່ນພຶດຕິກໍາຂອງໜຶ່ງຫຼືສອງຫຼືກຸ່ມວິສາຫະກິດທີ່ປະຕິເສດຫຼືເລືອກປະຕິບັດຕໍ່ລູກຄ້າ,ຜູ້ຊົມໃຊ້ແລະຜູ້ດໍາເນີນທຸລະກິດອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍແລະລະບຽບການ.

ມາດຕາ35ການກໍານົດເງື່ອນໄຂການຊື້ຂາຍສິນຄ້າແລະການບໍລິການແບບຜູກມັດ ການກໍານົດເງື່ອນໄຂການຊື້ຂາຍສິນຄ້າແລະການບໍລິການແບບຜູກມັດແມ່ນພຶດຕິກໍາຂອງໜຶ່ງຫຼືສອງຫຼືກຸ່ມວິສາຫະກິດທີ່ກໍານົດເງື່ອນໄຂໃຫ້ຜູ້ດໍາເນີນທຸລະກິດອື່ນເຊັນສັນຍາຊື້ຂາຍສິນຄ້າແລະການບໍລິການຫຼືບັງຄັບໃຫ້ຜູ້ດໍາເນີນທຸລະກິດອື່ນປະຕິບັດນອກເໜືອຈາກພັນທະທີ່ບໍ່ໄດ້ກໍານົດໄວ້ໃນສັນຍາ.

ມາດຕາ36ການກໍານົດລາຄາຫຼືເງື່ອນໄຂການຊື້ຂາຍສິນຄ້າແລະການບໍລິການປະເພດດຽວກັນທີ່ແຕກຕ່າງກັນ ການກໍານົດລາຄາຫຼືເງື່ອນໄຂການຊື້ຂາຍສິນຄ້າແລະການບໍລິການປະເພດດຽວກັນທີ່ແຕກຕ່າງກັນແມ່ນພຶດຕິກໍາຂອງໜຶ່ງຫຼືສອງຫຼືກຸ່ມວິສາຫະກິດທີ່ກໍານົດເງື່ອນໄຂທີ່ແຕກຕ່າງໃນການຊື້ຂາຍສິນຄ້າແລະການໃຫ້ການບໍລິການປະເພດດຽວກັນໃນຕະຫຼາດດຽວກັນແນໃສ່ສ້າງຄວາມບໍ່ເທົ່າທຽມກັນໃນການແຂ່ງຂັນທາງທຸລະກິດ.

ໝວດທີ3ການລວມຕົວເພື່ອຈໍາກັດການແຂ່ງຂັນທາງທຸລະກິດ

ມາດຕາ37ການລວມຕົວທາງທຸລະກິດ ການລວມຕົວທາງທຸລະກິດແມ່ນການຕົກລົງລະຫວ່າງຜູ້ດໍາເນີນທຸລະກິດດ້ວຍຮູບການຄວບວິສາຫະກິດ,ການຊື້ຫຼືໂອນວິສາຫະກິດແລະການລົງທຶນຮ່ວມລະຫວ່າງບັນດາວິສາຫະກິດ.

ມາດຕາ38ການລວມຕົວເພື່ອຈໍາກດການແຂ່ງຂັນທາງທຸລະກິດ ການລວມຕົວເພື່ອຈໍາກັດການແຂ່ງຂັນທາງທຸລະກິດແມ່ນການລວມຕົວທາງທຸລະກິດທີ່ພາໃຫ້ມີຜົນກະທົບໃດໜຶ່ງດັ່ງນີ້: 1.ມີສ່ວນແບ່ງຕະຫຼາດໃນຕະຫຼາດທີ່ກ່ຽວຂ້ອງເກີນອັດຕາສ່ວນທີ່ຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດໄດ້ກໍານົດໄວ້; 2.ມີຜົນກະທົບຕໍ່ການເຂົ້າເຖິງຕະຫຼາດແລະຈໍາກັດການພັດທະນາດ້ານເຕັກໂນໂລຊີ; 3.ມີຜົນກະທົບຕໍ່ຜູ້ຊົມໃຊ້,ຜູ້ດໍາເນີນທຸລະກິດອື່ນແລະການພັດທະນາເສດຖະກິດສັງຄົມຂອງຊາດ.

ມາດຕາ39ການສະເໜີການລວມຕົວທາງທຸລະກິດ ການລວມຕົວທາງທຸລະກິດຂອງວິສາຫະກິດຂະໜາດໃຫຍ່ຕ້ອງປະກອບເອກະສານແລະຍື່ນຕໍ່ຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດເພື່ອພິຈາລະນາຍົກເວັ້ນການລວມຕົວທາງທຸລະກິດຂອງວິສາຫະກິດຂະໜາດນ້ອຍແລະກາງແຕ່ພາຍຫຼັງລວມຕົວແລ້ວຕ້ອງແຈ້ງຕໍ່ຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ.

ມາດຕາ40ເອກະສານປະກອບການຮ້ອງຂໍອະນຸຍາດລວມຕົວທາງທຸລະກິດ ເອກະສານປະກອບການຮ້ອງຂໍອະນຸຍາດລວມຕົວທາງທຸລະກິດມີດັ່ງນີ້: 1.ຄໍາຮ້ອງຕາມແບບພິມຂອງຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ; 2.ສໍາເນົາທະບຽນວິສາຫະກິດຂອງແຕ່ລະວິສາຫະກິດທີ່ຈະລວມຕົວກັນ; 3.ບົດລາຍງານຖານະການເງິນໃນໄລຍະສອງປີຜ່ານມາຂອງແຕ່ລະວິສາຫະກິດທີ່ຈະລວມຕົວໂດຍມີການຢັ້ງຢືນການກວດສອບບັນຊີ; 4.ສັນຍາຫຼືຂໍ້ຕົກລົງລວມຕົວທາງທຸລະກິດ.

ມາດຕາ41ການກວດກາເອກະສານຂໍລວມຕົວທາງທຸລະກິດ ຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດຕ້ອງກວດກາເອກະສານຂໍລວມຕົວພາຍໃນກໍານົດເວລາເຈັດວັນນັບແຕ່ວັນໄດ້ຮັບເອກະສານດັ່ງກ່າວເປັນຕົ້ນໄປ.ໃນກໍລະນີເອກະສານບໍ່ຄົບຖ້ວນຫຼືບໍ່ຖືກຕ້ອງນັ້ນກໍ່ໃຫ້ແຈ້ງເປັນລາຍລັກອັກສອນຕໍ່ຜູ້ຂໍລວມຕົວເພື່ອປະກອບເອກະສານເພີ່ມເຕີມຫຼືປັບປຸງເນື້ອໃນໃຫ້ຄົວຖ້ວນແລະຖືກຕ້ອງ.

ມາດຕາ42ການພິຈາລະນາການຂໍລວມຕົວທາງທຸລະກິດ ພາຍຫຼັງໄດ້ຮັບເອກະສານຄົບຖ້ວນແລະຖືກຕ້ອງແລ້ວຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດຕ້ອງຄົ້ນຄວ້າແລະພິຈາລະນາອອກຂໍ້ຕົກລົງໃຫ້ລວມຕົວພາຍໃນກໍານົດເວລາສາມສິບວັນ,ຖ້າບໍ່ເຫັນດີກໍ່ໃຫ້ແຈ້ງເປັນລາຍລັກອັກສອນພ້ອມທັງອະທິບາຍເຫດຜົນໃຫ້ຜູ້ຂໍລວມຕົວທາງທຸລະກິດ.ໃນກໍລະນີມີຄວາມຈໍາເປັນກໍານົດເວລາໃນການພິຈາລະນາກ່ຽວກັບການຂໍອະນຸຍາດລວມຕົວທາງທຸລະກິດສາມາດເພີ່ມເຕີມໄດ້ຕາມການເຫັນດີຂອງລັດຖະມົນຕີວ່າການກະຊວງອຸດສາຫະກໍາແລະການຄ້າແຕ່ສູງສຸດບໍ່ໃຫ້ເກີນສາມສິບວັນ. ພາຍຫຼັງໄດ້ຮັບອະນຸຍາດໃຫ້ລວມຕົວທາງທຸລະກິດແລ້ວໃຫ້ວິສາຫະກິດທີ່ໄດ້ຮັບອະນຸຍາດນັ້ນແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດເພື່ອປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດ.

ມາດຕາ43ການສະໜອງຂໍ້ມູນເພີ່ມເຕີມກ່ຽວກັບການລວມຕົວທາງທຸລະກິດ ໃນກໍລະນີເຫັນວ່າຂໍ້ມູນຫຼືເອກະສານກ່ຽວກັບການຂໍລວມຕົວຂອງຜູ້ດໍາເນີນທຸລະກິດຫາກຍັງບໍ່ຈະແຈ້ງຫຼືບໍ່ຊັດເຈນນັ້ນຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດສາມາດປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຊຶ່ງຕ້ອງມີພັນທະໃນການສະໜອງຂໍ້ມູນຫຼືເອກະສານເພີ່ມເຕີມໃຫ້.

ມາດຕາ44ການຖອນຄໍາຮ້ອງຂໍອະນຸຍາດລວມຕົວທາງທຸລະກິດ ພາຍຫຼັງໄດ້ຍື່ນຄໍາຮ້ອງແລະປະກອບເອກະສານຂໍອະນຸຍາດລວມຕົວທາງທຸລະກິດແລ້ວແຕ່ຜູ້ດໍາເນີນທຸລະກິດມີຈຸດປະສົງຂໍຖອນຄໍາຮ້ອງດັ່ງກ່າວກໍ່ຕ້ອງສະເໜີຕໍ່ຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດບົນພື້ນຖານການຕົກລົງເປັນເອກະພາບລະຫວ່າງຜູ້ດໍາເນີນທຸລະກິດທີ່ໄດ້ຕົກລົງລວມຕົວກັນ.

ໝວກທີ4ການຍົກເວັ້ນກ່ຽວກັບການຈໍາກັດການແຂ່ງຂັນທາງທຸລະກິດ

ມາດຕາ45ການຍົກເວັ້ນສໍາລັບການຕົກລົງກັນເພື່ອຈໍາກັດການແຂ່ງຂັນທາງທຸລະກິດ ການຕົກລົງກັນເພື່ອຈໍາກັດການແຂ່ງຂັນທາງທຸລະກິດທີ່ກໍານົດໄວ້ໃນຂໍ້1,2,3,4,5ແລະ6ຂອງມາດຕາ21ຂອງກົດໝາຍສະບັບນີ້ສາມາດພິຈາລະນາຍົກເວັ້ນໄດ້ໃນກໍລະນີການຕົກລົງກັນດັ່ງກ່າວເປັນຜົນດີຕໍ່ການສົ່ງເສີມຄວາມກ້າວໜ້າດ້ານເຕັກໂນໂລຊີແລະວິຊາການ,ຍົກສູງຄຸນນະພາບຂອງສິນຄ້າແລະການບໍລິການ,ສ້າງຄວາມເຂັ້ມແຂງໃນການແຂ່ງຂັນທາງທຸລະກິດຂອງວິສາຫະກິດຂະໜາດນ້ອຍແລະກາງນັ້ນຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດເປັນຜູ້ພິຈາລະນາໃຫ້ການຍົກເວັ້ນຕາມແຕ່ລະກໍລະນີ.

ມາດຕາ46ການຍົກເວັັ້ນສໍາລັບການສວຍໃຊ້ການຄອບຄອງຕະຫຼາດແລະການຜູກຂາດຕະຫຼາດ ການຍົກເວັ້ນພຶດຕິກໍາທີ່ເປັນການສວຍໃຊ້ການຄອບຄອງຕະຫຼາດແລະການຜູກຂາດຕະຫຼາດຕາມທີ່ໄດ້ກໍານົດໄວ້ໃນມາດຕາ31ຂອງກົດໝາຍສະບັບນີ້ທີ່ມີຜົນດີຕໍ່ການພັດທະນາເສດຖະກິດສັງຄົມຂອງຊາດໂດຍລວມຫຼືເຫດຜົນທາງດ້ານຍຸດທະສາດແລະຄວາມໝັ້ນຄົງຂອງຊາດນັ້ນລັດຖະບານສາມາດພິຈາລະນາໃຫ້ການຍົກເວັ້ນຕາມແຕ່ລະກໍລະນີ,ແຕ່ວິສາຫະກິດທີ່ໄດ້ຮັບການຍົກເວັ້ນນັ້ນຕ້ອງຢູ່ພາຍໃຕ້ການຄຸ້ມຄອງແລະປະຕິບັດຕາມລະບຽບການຂອງລັດດັ່ງນີ້: 1.ການຄຸ້ມຄອງລາຄາສິນຄ້າແລະຄ່າບໍລິການ; 2.ການຄຸ້ມຄອງປະລິມານ,ຂອບເຂດຕະຫຼາດຂອງສິນຄ້າຫຼືການບໍລິການ; 3.ການຄຸ້ມຄອງແຜນການຜະລິດແລະຂາຍສິນຄ້າຫຼືການບໍລິການ.

ມາດຕາ47ການຍົກເວັ້ນສໍາລັບການລວມຕົວເພື່ອຈໍາກັດການແຂ່ງຂັນທາງທຸລະກິດ ການລວມຕົວເພື່ອຈໍາກັດການແຂ່ງຂັນທາງທຸລະກິດທີ່ອາດພາໃຫ້ເກີດຜົນໃນຂໍ້ທີ1ຂອງມາດຕາ38ຂອງກົດໝາຍສະບັບນີ້ສາມາດພິຈາລະນາຍົກເວັ້ນໄດ້ໃນກໍລະນີດັ່ງນີ້: 1.ໜຶ່ງຫຼືສອງຫຼືຫຼາຍວິສາຫະກິດທີ່ຈະລວມຕົວເພື່ອຈໍາກັດການແຂ່ງຂັນທາງທຸລະກິດຢູ່ໃນສະພາບຈະລົ້ມລະລາຍ; 2.ການລວມຕົວທາງທຸລະກິດມີຜົນດີຕໍ່ການຂະຫຍາຍຕົວຂອງການສົ່ງອອກຫຼືເປັນການສົ່ງເສີມຄວາມກ້າວໜ້າທາງດ້ານເຕັກໂນໂລຊີແລະດ້ານວິຊາການ.

ພາກທີ4ຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ

ມາດຕາ48ຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ ຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດແມ່ນການຈັດຕັ້ງໜຶ່ງທີ່ບໍ່ປະຈໍາການຊຶ່ງເຄື່ອນໄຫວບົນພື້ນຖານກົດໝາຍແລະລະບຽບການ,ມີພາລະບົດບາດເປັນເສນາທິການໃຫ້ລັດຖະບານ,ມີຄວາມເປັນເອກະລາດທາງດ້ານວິຊາການ,ມີຄວາມຮັບຜິດຊອບໂດຍກົງໃນການຕິດຕາມ,ກວດກາແລະດໍາເນີນວຽກງານດັ່ງກ່າວບົນພື້ນຖານການປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດມີຊື່ຫຍໍ້ວ່າ"ຄຂທ".

ມາດຕາ49ໂຄງປະກອບບຸກຄະລາກອນຂອງຄຂທ ໂຄງປະກອບບຸກຄະລາກອນຂອງຄຂທມີດັ່ງນີ້: 1.ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກໍາແລະການຄ້າເປັນປະທານທັງເປັນຜູ້ປະຈໍາການ; 2.ຜູ້ຕາງນ້າກະຊວງການເງິນເປັນຮອງປະທານ; 3.ຜູ້ຕາງໜ້າກະຊວງແຜນການແລະການລົງທຶນເປັນຮອງປະທານ; 4.ຜູ້ຕາງໜ້າກະຊວງກະສິກໍາແລະປ່າໄມ້ເປັນຄະນະ; 5.ຜູ້ຕາງໜ້າກະຊວງຍຸຕິທໍາເປັນຄະນະ; 6.ຜູ້ຕາງໜ້າກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານເປັນນຄະນະ; 7.ຜູ້ຕາງໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດເປັນຄະນະ; 8.ຜູ້ຕາງໜ້າສະຖາບັນການເງິນແລະການທະນາຄານເປັນຄະນະ; 9.ຜູ້ຕາງໜ້າສະພາການຄ້າແລະອຸດສາຫະກໍາແຫ່ງຊາດລາວເປັນຄະນະ; 10.ຜູ້ຕາງໜ້າສະພາທະນາຍຄວາມເປັນຄະນະ; 11.ຫົວໜ້າກອງເລຂາຄຂທເປັນຄະນະ. ຄຂທຖືກແຕ່ງຕັ້ງໂດຍນາຍົກລັດຖະມົນຕີຕາມການສະເໜີຂອງລັດຖະມົນຕີວ່າການກະຊວງອຸດສາຫະກໍາແລະການຄ້າ. ຄຂທມີກອງເລາເປັນເສນາທິການທີ່ຕັ້ງຢູ່ກະຊວງອຸດສາຫະກໍາແລະການຄ້າ. ໃນກໍລະນີມີຄວາມຈໍາເປັນອາດຈະສ້າງຕັ້ງຄຂທຂັ້ນແຂວງຂຶ້ນກໍ່ໄດ້.

ມາດຕາ50ສິດແລະໜ້າທີ່ຂອງຄຂທ ສິດແລະໜ້າທີ່ຂອງຄຂທມີດັ່ງນີ້: 1.ພິຈາລະນາຮັບຮອງເອົາແຜນການ,ແຜນງານແລະໂຄງການກ່ຽວກັບການແຂ່ງຂັນທາງທຸລະກິດຕາມການສະເໜີຂອງກອງເລຂາຕົນ; 2.ຄົ້ນຄວ້າ,ສະເໜີອອກນິຕິກໍາກ່ຽວກັບການແຂ່ງຂັນທາງທຸລະກິດລວມທັງໂຄສະນາ,ເຜີຍແຜ່ນິຕິກໍາດັ່ງກ່າວ; 3.ພິຈາລະນາກ່ຽວກັບການລວມຕົວທາງທຸລະກິດ; 4.ນໍາໃຊ້ມາດຕະການທາງບໍລິຫານຕໍ່ບຸກຄົນແລະນິຕິບຸກຄົນທີ່ລະເມີດກົດໝາຍສະບັບນີ້ແລະລະບຽບການທີ່ກ່ຽວຂ້ອງ; 5.ອອກຄໍາສັ່ງ,ຂໍ້ຕົກລົງກວດກາແລະນໍາໃຊ້ມາດຕະການຕໍ່ຜູ້ລະເມີດຕາມການຕົກລົງເຫັນດີຂອງອົງການທີ່ມີສິດອໍານາດກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ; 6.ສົ່ງສໍານວນຄະດີໃຫ້ອົງການໄອຍະການປະຊາຊົນເພື່ອດໍາເນີນຄະດີຕາມຂະບວນການຍຸຕິທໍາ; 7.ພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ; 8.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ລັດຖະມົນຕີວ່າການກະຊວງອຸດສາຫະກໍາແລະການຄ້າ; 9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ51ກອງເລຂາຄຂທ ກອງເລຂາຄຂທແມ່ນການຈັດຕັ້ງໜຶ່ງມີຖານະທຽບເທົ່າກົມທີ່ຂຶ້ນກັບກະຊວງອຸດສາຫະກໍາແລະການຄ້າ,ມີພາລະບົດບາດເປັນເສນາທິການໃຫ້ຄຂທໃນການຈັດຕັ້ງປະຕິບັດວຽກງານຄວບຄຸມການແຂ່ງຂັນທາງທຸລະກິດ. ສໍາລັບການຈັດຕັ້ງແລະການເຄື່ອນໄຫວຂອງກອງເລຂາຄຂທໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ52ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດເປັນເຈົ້າໜ້າທີ່ສືບສວນສອບສວນທີ່ສັງກັດຢູ່ກອງເລຂາຄຂທຊຶ່ງໄດ້ຮັບການແຕ່ງຕັ້ງແລະປົດຕໍາແໜ່ງໂດຍລັດຖະມົນຕີວ່າການກະຊວງອຸດສາຫະກໍາແລະການຄ້າຕາມການສະເໜີຂອງປະທານຄຂທ. ສໍາລັບມາດຕະຖານຂອງເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ53ສິດແລະໜ້າທີ່ຂອງເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດມີິດແລະໜ້າທີ່ດັ່ງນີ້: 1.ຮັບແລະບັນທຶກການແຈ້ງຄວາມ,ການຮ້ອງຟ້ອງແລະການຮັບສາລະພາບກ່ຽວກັບການລະເມີດການແຂ່ງຂັນທາງທຸລະກິດ; 2.ດໍາເນີນການສືບສວນສອບສວນແລະເກັບກໍາຂໍ້ມູນເບື້ອງຕົນກ່ຽວກັບກນລະເມີດການແຂ່ງຂັນທາງທຸລະກິດ; 3.ຍຶດແລະເກັບຮັກສາຂອງກາງທີ່ນໍາໃຊ້ເຂົ້າໃນການລະເມີດການແຂ່ງຂັນທາງທຸລະກິດ; 4.ເຂົ້າກວດກາສະຖານທີ່ທີ່ກ່ຽວຂ້ອງກັບການລະເມີດການແຂ່ງຂັນທາງທຸລະກິດ; 5.ເຮັດບົດສະຫຼຸບແລະລາຍງານກ່ຽວກັບຜົນຂອງການດໍາເນີນການກວດກາແລະເກັບກໍາຂໍ້ມູນເບື້ອງຕົ້ນໃຫ້ກອງເລຂາຄຂທ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ54ເຄື່ອງແບບ,ກາໝາຍ,ບັດເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດແລະງົບປະມານຂອງຄຂທ ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດມີເຄື່ອງແບບ,ກາໝາຍແລະບັດເຈົ້າໜ້າທີ່ສະເພາະເພື່ອນໍາໃຊ້ເຂົ້າໃນການເຄື່ອນວຽກງານຕາມສິດແລະໜ້າທີ່ຂອງຕົນ. ເພື່ອຮັບປະກັນການເຄື່ອນໄຫວວຽກງານຂອງຄຂທໃຫ້ມີປະສິດທິພາບແລະປະສິດທິຜົນນັ້ນຄຂທມີງົບປະມານທີ່ຂຶ້ນກັບງົບປະມານຂອງກະຊວງອຸດສາຫະກໍາແລະການຄ້າ.

ພາກທີ5ຂໍ້ຫ້າມ

ມາດຕາ55ຂໍຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີພຶດຕິກໍາດັ່ງນີ້: 1.ໃຊ້ຄວາມຮຸນແຮງ,ບັງຄັບນາບຂູ່ຫຼືຂັດຂວາງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ; 2.ໃຫ້ການຊ່ວຍເຫຼືອ,ປົກປ້ອງຜູ້ລະເມີດກົດໝາຍແລະລະບຽບການກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ; 3.ເປັນສື່ກາງ,ໃຫ້ສິນບົນແລະຮັບສິນບົນເພື່ອຜົນປະໂຫຍດໃນການແຂ່ງຂັນທາງທຸລະກິດ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ56ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ ຫ້າມຜູ້ດໍາເນີນທຸລະກິດມີພຶດຕິກໍາດັ່ງນີ້: 1.ແຂ່ງຂັນທາງທຸລະກິດໃດໜຶ່ງທີ່ບໍ່ເປັນທໍາຕາມພຶດຕິກໍາທີ່ໄດ້ກໍານົດໄວ້ໃນມາດຕາ9ຂອງກົດໝາຍສະບັບນີ້; 2.ແຂ່ງຂັນທາງທຸລະກິດໃດໜຶ່ງທີ່ເປັນການຈໍາກັດການແຂ່ງຂັນທາງທຸລະກິດຕາມພຶດຕິກໍາທີ່ໄດ້ກໍານົດໄວ້ໃນມາດຕາ21ແລະ31ຂອງກົດໝາຍສະບັບນີ້; 3.ຕົວະຍົວະຫຼອກລວງເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ57ຂໍ້ຫ້າມສໍາລັບຄຂທ ຫ້າມຄຂທມີພຶດຕິກໍາດັ່ງນີ້: 1.ເປີດເຜີຍຄວາມລັບຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງກ່ຽວກັບການແຂ່ງຂັນທາງທຸລະກິດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນກ່ອນໄດ້ຮັບອະນຸຍາດ; 2.ດໍາລົງຕໍາແໜ່ງໃດໜຶ່ງຫຼືເປັນທີ່ປຶກສາຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງໃນການດໍາເນີນທຸລະກິດກ່ຽວກັບການແຂ່ງຂັນທາງທຸລະກິດ; 3.ກົດໜ່ວງ,ຖ່ວງດຶງເອກະສານ,ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຜົນປະໂຫຍດສ່ວນຕົວ,ພັກພວກ,ຄອບຄົວແລະຍາດພີ່ນ້ອງຂອງຕົນ; 4.ໃຫ້ຫຼືສະໜອງຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງໃນການພິຈາລະນາຄົ້ນຄວ້າກ່ຽວກັບການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາແກ່ຜູ້ດໍາເນີນທຸລະກິດທີ່ກ່ຽວຂ້ອງ; 5.ສະໜອງແລະນໍາໃຊ້ຂໍ້ມູນກ່ຽວກັບການພິຈາລະນາຄົ້ນຄວ້າກ່ຽວກັບການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາທີ່ຕົນຮູ້,ໄດ້ຮັບແລະຮັບຊາບ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ58ຂໍ້ຫ້າມສໍາລັບເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດແລະພະນັກງານລັດທີ່ກ່ຽວຂ້ອງ ຫ້າມເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດແລະພະນັກງານລັດທີ່ກ່ຽວຂ້ອງມີພຶດຕິກໍາດັ່ງນີ້: 1.ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸດຕິທໍາແລະບໍ່ຖືກຕ້ອງຕາມກົດໝາຍແລະລະບຽບການ; 2.ສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດແລະໜ້າທີ່ເພື່ອຜົນປະໂຫຍດຂອງຕົນ,ພັກພວກ,ຄອບຄົວແລະຍາດພີ່ນ້ອງ; 3.ປອມແປງເອກະສານຫຼືໃຊ້ເອກະສານປອມ,ເປີດເຜີຍຄວາມລັບ,ກົດໜ່ວງ,ຖ່ວງດຶງຫຼືທໍາລາຍເອກະສານກ່ຽວກັບການແຂ່ງຂັນທາງທຸລະກິດ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ພາກທີ6ການແກ້ໄຂການລະເມີດການແຂ່ງຂັງທາງທຸລະກິດ

ໝວດທີ1ການກວດກາການລະເມີດການແຂ່ງຂັນທາງທຸລະກິດ

ມາດຕາ59ການກວດກາການລະເມີດການແຂ່ງຂັນທາງທຸລະກິດ ການກວດກາການລະເມີດການແຂ່ງຂັນທາງທຸລະກິດແມ່ນການກວດກາການເຄື່ອນໄຫວຂອງຜູ້ດໍາເນີນທຸລະກິດເພື່ອຕ້ານແລະສະກັດກັ້ນການລະເມີດການແຂ່ງຂັນທາງທຸລະກິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ແລະລະບຽບການອື່ນທີ່ກ່ຽວຂ້ອງ.

ມາດຕາ60ສາເຫດທີ່ພາໃຫ້ມີການກວດກາ ສາເຫດທີ່ພາໃຫ້ມີການກວດກາການລະເມີດການແຂ່ງຂັນທາງທຸລະກິດມີດັ່ງນີ້: 1.ມີການແຈ້ງຄວາມຫຼືຮ້ອງຟ້ອງຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງກ່ຽວກັບການລະເມີດການແຂ່ງຂັນທາງທຸລະກິດ; 2.ມີການຮັບສາລະພາບຂອງຜູ້ລະເມີດ; 3.ພົບເຫັນຮ່ອງຮອຍຂອງການລະເມີດເຊັ່ນຂໍ້ມູນແລະຫຼັກຖານກ່ຽວກັບການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາແລະການຈໍາກັດການແຂ່ງຂັນທາງທຸລະກິດ.

ມາດຕາ61ການແຈ້ງຄວາມຫຼືການຮ້ອງຟ້ອງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ພົບເຫັນຫຼືໄດ້ຮູ້ກ່ຽວກັບການລະເມີດການແຂ່ງຂັນທາງທຸລະກິດໃຫ້ແຈ້ງຄວາມຫຼືຮ້ອງຟ້ອງກ່ຽວກັບການລະເມີດດັ່ງກ່າວດ້ວຍທາງປາກເປົ່າຫຼືເປັນລາຍລັກອັກສອນຕໍ່ກອງເລຂາຄຂທເພື່ອດໍາເນີນການກວດກາຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນມາດຕາ64ຂອງກົດໝາຍສະບັບນີ້.

ມາດຕາ62ການຮັບສາລະພາບຂອງຜູ້ລະເມີດ ການຮັບສາລະພາບຂອງຜູ້ລະເມີດແມ່ນການເຂົ້າສະເໜີຕົວຂອງບຸກຄົນໃດໜຶ່ງດ້ວຍຄວາມສະໝັກໃຈເພື່ອລາຍງານກ່ຽວກັບການລະເມີດການແຂ່ງຂັນທາງທຸລະກິດຂອງຕົນຕໍ່ກອງເລຂາຄຂທ. ເຈົ້າໜ້າທີ່ທີ່ຮັບການເຂົ້າມາສາລະພາຂອງຜູ້ລະເມີດນັ້ນຕ້ອງເຮັດບົດບັນທຶກກ່ຽວກັບຄໍາຮັບສາລະພາບເພື່ອລາຍງານຕໍ່ຄຂທ. ຜູ້ຮັບສາລະພາບຈະໄດ້ຮັບການຫຼຸດຜ່ອນຄວາມຮັບຜິດຊອບຕາມກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ63ການພົບເຫັນຮ່ອງຮອຍຂອງການລະເມີດກ່ຽວກັບການແຂ່ງຂັນທາງທຸລະກິດ ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດເມື່ອພົບເຫັນຮ່ອງຮອຍແລະມີຂໍ້ມູນຫຼັກຖານທີ່ຊີ້ໃຫ້ເຫັນອົງປະກອບຂອງການລະເມີດການແຂ່ງຂັນທາງທຸລະກິດຕ້ອງເກັບກໍາຂໍ້ມູນໃນເບື້ອງຕົ້ນແລະບັນທຶກເຫດການແລ້ວລາຍງານຕໍ່ຄຂທເພື່ອພິຈາລະນາອອກຄໍາສັ່ງດໍາເນີນການກວດກາ.

ມາດຕາ64ຂັ້ນຕອນການກວດກາ ການດໍາເນີນການກວດກາຕາມສາເຫດໃດໜຶ່ງທີ່ໄດ້ກໍານົດໄວ້ໃນມາດຕາ60ຂອງກົດໝາຍສະບັບນີ້ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້: 1.ເກັບກໍາຂໍ້ມູນເບື້ອງຕົ້ນ; 2.ອອກຄໍາສັ່ງກວດກາ; 3.ເອົາຄໍາໃຫ້ການ; 4.ກວດຄົ້ນ,ຍຶດຫຼືອາຍັດວັດຖຸສິ່ງຂອງຫຼືເອກະສານ; 5.ນໍາໃຊ້ມາດຕະການສະກັດກັ້ນ; 6.ສະຫຼຸບແລະລາຍງານຜົນການກວດກາ.

ມາດຕາ65ການເກັບກໍາຂໍ້ມູນເບື້ອງຕົ້ນ ເມື່ອມີສາເຫດໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ60ຂອງກົດໝາຍສະບັບນີ້ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດຕ້ອງເກັບກໍາຂໍ້ມູນເບື້ອງຕົ້ນກ່ຽວກັບການລະເມີດການແຂ່ງຂັນທາງທຸລະກິດເພື່ອລາຍງານຕໍ່ຄຂທເພື່ອພິຈາລະນາອອກຄໍາສັ່ງກວດກາ. ໃນກໍລະນີການເກັບກໍາຂໍ້ມູນເບື້ອງຕົນຫາກເຫັນວ່າການລະເມີດດັ່ງກ່າວເປັນການກະທໍາຜິດທາງອາຍາໃຫ້ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດລາຍງານຕໍ່ຄຂທເພື່ອສໍາສົ່ງຂໍ້ມູນຫຼັກຖານໃຫ້ອົງການທີ່ມີສິດອໍານາດໃນການດໍາເນີນຄະດີອາຍາ. ໃນກໍລະນີການເກັບກໍາຂໍ້ມູນເບື້ອງຕົນຫາກບໍ່ມີຂໍ້ມູນຫຼັກຖານກ່ຽວກັບການລະເມີດການແຂ່ງຂັນທາງທຸລະກິດໃຫ້ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດລາຍງານຕໍ່ຄຂທເພື່ອພິຈາລະນາອອກຄໍາສັ່ງຢຸດຕິການກວດກາ.

ມາດຕາ66ການອອກຄໍາສັ່ງກວດກາ ພາຍຫຼັງໄດ້ຮັບການລາຍງານໂດຍມີຂໍ້ມູນຫຼັກຖານກ່ຽວກັບການລະເມີດການແຂ່ງຂັນທາງທຸລະກິດແລ້ຄຂທຕ້ອງພິຈາລະນາອອກຄໍາສັ່ງກວດກາ. ໃນກໍລະນີຂໍ້ມູນຫຼັກຖານກ່ຽວກັບການລະເມີດຫາກຍັງບໍ່ຊັດເຈນຫຼືບໍ່ຄົບຖ້ວນນັ້ນຄຂທຕ້ອງສັ່ງໃຫ້ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດເກັບກໍາຂໍ້ມູນເພີ່ມເຕີມ.

ມາດຕາ67ການເອົາຄໍາໃຫ້ການ ເມື່ອຄຂທໄດ້ອອກຄໍາສັ່ງກວດກາແລ້ວເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດມີສິດອອກໝາຍຮຽກຜູ້ລະເມີດ,ຜູ້ຖືກສົງໄສຫຼືບຸກຄົນອື່ນທີ່ກ່ຽວຂ້ອງເຂົ້າມາເພື່ອທໍາການສືບສວນສອບສວນແລະເອົາຄໍາໃຫ້ການກ່ຽວກັບການລະເມີດການແຂ່ງຂັນທາງທຸລະກິດ. ການເອົາຄໍາໃຫ້ການທຸກຄັງຕ້ອງເຮັດບົດບັນທຶກຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.

ມາດຕາ68ການກວດຄົ້ນ,ການຍຶດຫຼືອາຍັດວັດຖຸສິ່ງຂອງຫຼືເອກະສານ ການກວດຄົນຈະດໍາເນີນໄດ້ກໍ່ຕໍ່ເມື່ອມີຄໍາສັ່ງກວດຄົ້ນເປັນລາຍລັກອັກສອນຊຶ່ງອອກໃຫ້ໂດຍຫົວໜ້າອົງການໄອຍະການປະຊາຊົນຕາມການສະເໜີຂອງຄຂທເວັ້ນເສຍແຕ່ກໍ່ລະນີເຊິ່ງໜ້າຫຼືຮີບດ່ວນແຕ່ຕ້ອງລາຍງານໃຫ້ຫົວໜ້າອົງການໄອຍະການປະຊາຊົນຊາບພາຍໃນກໍານົດເວລາຊາວສີ່ຊົ່ວໂມງພາຍຫຼັງສໍາເລັດການກວດຄົ້ນແລ້ວ. ໃນກໍລະນີການກວດຄົ້ນຫາກພົບເຫັນວັດຖຸສິ່ງຂອງຫຼືເອກະສານທີ່ພົວພັນກັບການລະເມີດການແຂ່ງຂັນທາງທຸລະກິດແລ້ວເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດມີສິດຍຶດຫຼືອາຍັດວັດຖຸສິ່ງຂອງຫຼືເອກະສານນັ້ນແຕ່ຕ້ອງລາຍງານໃຫ້ຄຂທແລະອົງການໄອຍະການປະຊາຊົນຊາບພາຍໃນກໍານົດເວລາຊາວສີ່ຊົ່ວໂມງພາຍຫຼັງທີ່ໄດ້ຍຶດຫຼືອາຍັດແລ້ວ. ການຍຶດຫຼືອາຍັດວັດຖຸສິ່ງຂອງຫຼືເອກະສານຕ້ອງເຮັດບົດບັນທຶກທີ່ກໍານົດແຈ້ງກ່ຽວກັບວັນ,ເວລາ,ສະຖານທີ່ກວດຄົ້ນ,ຊື່ແລະນາມສະກຸນ,ຕໍາແໜ່ງຂອງເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດຜູ້ທີ່ກວດຄົ້ນ,ລາຍການວັດຖຸສິ່ງຂອງຫຼືເອກະສານທີ່ຖືກຍຶດຫຼືອາຍັດ,ເມື່ອເຮັດບົດບັນທຶກແລ້ວຕ້ອງອ່ານໃຫ້ຜູ້ເຂົ້າຮ່ວມຟັງແລ້ວພ້ອມກັນລົງລາຍເຊັນຫຼືແປະໂປ້ມືໄວ້.

ມາດຕາ69ການນໍາໃຊ້ມາດຕະການສະກັດກັ້ນ ໃນການກວດກາການລະເມີດການແຂ່ງຂັນທາງທຸລະກິດເມື່ອມີຄວາມຈໍາເປັນຕ້ອງນໍາໃຊ້ມາດຕະການສະກັດກັ້ນໃນໄລຍະລໍຖ້າການອອກຂໍ້ຕົກລົງແກ້ໄຂຂອງຄຂທຫຼືຄໍາຕັດສິນຂອງສານນັ້ນຄຂທມີສິດສະເໜີຕໍ່ອົງການໄອຍະການປະຊາຊົນຫຼືສານປະຊາຊົນເພື່ອພິຈາລະນານໍາໃຊ້ມາດຕະການສະກັດກັ້ນ.

ມາດຕາ70ການສະຫຼຸບແລະລາຍງານຜົນການກວດກາ ພາຍັລງສໍາເລັດການກວດກາແລ້ວເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດຕ້ອງສະຫຼຸບແລະລາຍງານຜົນການກວດກາພ້ອມທັງນໍາສົ່ງຂໍ້ມູນຫຼັກຖານທັງໝົດທີ່ເກັບກໍາໄດ້ໃຫ້ຄຂທເເພື່ອພິຈາລະນາແກ້ໄຂຕາມແຕ່ລະກໍລະນີ. ບົດສະຫຼຸບຕ້ອງກໍານົດແຈ້ງກ່ຽວກັບພຶດຕິກໍາທີ່ເປັນການລະເມີດການແຂ່ງຂັນທາງທຸລະກິດແລະສະພາບຂອງການລະເມີດພ້ອມທັງສະເໜີວິທີທາງແກ້ໄຂ.

ມາດຕາ71ກໍານົດເວລາໃນການກວດກາ ກໍານົດເວລາໃນການກວດກາການລະເມີດການແຂ່ງຂັນທາງທຸລະກິດໃຫ້ປະຕິບັດດັ່ງນີ້: 1.ການກວດກາການລະເມີດກ່ຽວກັບການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາໃຫ້ສໍາເລັດພາຍໃນເກົ້າສິບວັນນັບແຕ່ວັນອອກຄໍາສັ່ງກວດກາເປັນຕົ້ນໄປ.ໃນກໍລະນີການກວດກາຫາກບໍ່ສໍາເລັດນັ້ນເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດສາມາດສະເໜີຂໍຕໍ່ເວລາການກວດການໍາຄຂທໄດ້ແຕ່ສູງສຸດບໍ່ໃຫ້ເກີນຫົກສິບວັນ; 2.ການກວດກາການລະເມີດກ່ຽວກັບການຈໍາກັດການແຂ່ງຂັນທາງທຸລະກິດໃຫ້ສໍາເລັດພາຍໃນໜຶ່ງຮ້ອຍຫ້າສິບວັນນັບແຕ່ວັນອອກຄໍາສັ່ງກວດກາເປັນຕົ້ນໄປ.ໃນກໍລະນີການກວດກາຫາກບໍ່ສໍາເລັດນັ້ນເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດສາມາດສະເໜີຂໍ້ຕໍ່ເວລາການກວດການໍາຄຂທໄດ້ແຕ່ສູງສຸດບໍ່ໃຫ້ເກີດເກົ້າສິບວັນ.

ໝວດທີ2ການແກ້ໄຂການລະເມີດການແຂ່ງຂັນທາງທຸລະກິດ

ມາດຕາ72ການແກ້ໄຂການລະເມີດການແຂ່ງຂັນທາງທຸລະກິດ ພາຍຫຼັງໄດ້ຮັບບົດສະຫຼຸບແລະການລາຍງານຜົນການກວດກາການລະເມີດການແຂ່ງຂັນທາງທຸລະກິດແລ້ວໃຫ້ຄຂທປະຕິບັດດັ່ງນີ້: 1.ອອກຄໍາສັ່ງນໍາໃຊ້ມາດຕະການທາງບໍລິຫານ; 2.ອອກຄໍາສັ່ງໃຫ້ກວດກາເພີ່ມເຕີມ; 3.ປະກອບສໍານວນຄະດີ; 4.ອອກຂໍ້ຕົກລົງໃຫ້ຢຸດຕິການແກ້ໄຂ.

ມາດຕາ73ການອອກຄໍາສັ່ງໃຊ້ມາດຕະການທາງບໍລິຫານ ໃນກໍລະນີມີການລະເມີດການແຂ່ງຂັນທາງທຸລະກິດເປັນການລະເມີດທາງບໍລິຫານຄຂທຕ້ອງອອກຄໍາສັ່ງນໍາໃຊ້ມາດຕະການທາງບໍລິຫານຕໍ່ຜູ້ລະເມີດຕາມແຕ່ລະກໍ່ລະນີເຊັ່ນສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝພາຍໃນກໍານົດເວລາສິບຫ້າວັນ.

ມາດຕາ74ການອອກຄໍາສັ່ງໃຫ້ກວດກາເພີ່ມເຕີມ ໃນກໍລະນີຂໍ້ມູນຫຼັກຖານທີ່ເກັບກໍາໄດ້ຍັງບໍ່ທັນຄົບຖ້ວນ,ພຽງພໍນັ້ນຄຂທຕ້ອງອອກຄໍາສັ່ງໃຫ້ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດດໍາເນີນການກວດກາເພີ່ມເຕີມພາຍໃນກໍານົດເວລາສິບວັນ. ເມື່ອເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດໄດ້ຮັບຄໍາສັ່ງໃຫ້ກວດກາເພີ່ມເຕີມແລ້ວການກວດກາການລະເມີດການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາໃຫ້ສໍາເລັດພາຍໃນສາມສິບວັນ.ສໍາລັບການກວດກາການລະເມີດການຈໍາກັດການແຂ່ງຂັນທາງທຸລະກິດໃຫ້ສໍາເລັດພາຍໃນຫົກສິບວັນ.

ມາດຕາ75ການປະກອບສໍານວນຄະດີ ໃນກໍລະນີການລະເມີດການແຂ່ງຂັນທາງທຸລະກິດເປັນການກະທໍາຜິດທາງອາຍາໂດຍມີຫຼັກຖານຢັ້ງຢືນທີ່ໜັກແໜ້ນນັ້ນຄຂທຕ້ອງປະກອບສໍານວນຄະດີພ້ອມດ້ວຍຂໍ້ມູນຫຼັກຖານແລະຂອງກາງທັງໝົດສົ່ງໃຫ້ອົງການໄອຍະການປະຊາຊົນທີ່ກ່ຽວຂ້ອງເພື່ອດໍາເນີນຄະດີຕາມຂັ້ນຕແນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.

ມາດຕາ76ການອອກຂໍ້ຕົກລົງໃຫ້ຢຸດຕິການແກ້ໄຂ ຄຂທມີສິດອອກຂໍ້ຕົກລົງໃຫ້ຢຸດຕິການແກ້ໄຂກ່ຽວກັບການລະເມີດການແຂ່ງຂັນທາງທຸລະກິດພາຍໃນກໍານົດເວລາສິບວັນນັບແຕ່ວັນອອກຂໍ້ຕົກລົງເປັນຕົ້ນໄປໃນກໍລະນີໃດໜຶ່ງດັ່ງນີ້: 1.ບໍ່ມີຂໍ້ມູນຫຼັກຖານຊີ້ໃຫ້ເຫັນວ່າເປັນການລະເມີດການແຂ່ງຂັນທາງທຸລະກິດ; 2.ມີການສົມຍອມແລະຕົກລົງໃຊ້ແທນຄ່າເສຍຫາຍຂອງຜູ້ລະເມີດໂດຍຜູ້ຮ້ອງຟ້ອງຫຼືຜູ້ຖືກເສຍຫາຍເຫັນດີໃຫ້ຢຸດຕິ; 3.ມີການສົມຍອມແລະຕົກລົງໃຊ້ແທນຄ່າເສຍຫາຍຂອງຜູ້ລະເມີດຊຶ່ງຍິນຍອມປະຕິບັດຕາມການຕົກລົງຂອງຄຂທ. ພາຍຫຼັງອອກຂໍ້ຕົກລົງໃຫ້ຢຸດຕິການແກ້ໄຂການລະເມີດການແຂ່ງຂັນທາງທຸລະກິດຕາມກໍລະນີໃດໜຶ່ງເທິງນີ້ຄຂທຕ້ອງສົ່ງຂໍ້ຕົກລົງດັ່ງກ່າວໃຫ້ຜູ້ຖືກກວດກາ,ຜູ້ຮ້ອງຟ້ອງ,ຜູ້ແຈ້ງຄວາມ,ຜູ້ຖືກເສຍຫາຍແລະພາກສ່ວນອື່ນທີ່ກ່ຽວຂ້ອງ.

ມາດຕາ77ການຮ້ອງຟ້ອງເອົາຄ່າເສຍຫາຍທາງແພ່ງ ຜູ້ຖືກເສຍຫາຍຍ້ອນການລະເມີດການແຂ່ງຂັນທາງທຸລະກິດມີສິດຮ້ອງຟ້ອງຕໍ່ສານເພື່ອທວງເອົາການໃຊ້ແທນຄ່າເສຍຫາຍທາງແພ່ງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ພາກທີ7ການຄຸ້ມຄອງແລະການກວດກາວຍກງານແຂ່ງຂັນທາງທຸລະກິດ

ໝວດທີ1ການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດ

ມາດຕາ78ອົງການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດ ລັດຖະບານເປັນຜູ້ຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ຂະແໜງການອຸດສາຫະກໍາແລະການຄ້າຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບຂະແໜງການການເງິນ,ແຜນການແລະການລົງທຶນ,ກະສິກໍາແລະປ່າໄມ້,ຍຸຕິທໍາ,ໄປສະນີ,ໂທລະຄົມມະນາຄົມແລະການສື່ສານ,ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດປະກອບດ້ວຍ: 1.ກະຊວງອຸດສາຫະກໍາແລະການຄ້າ; 2.ພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນ; 3.ຫ້ອງການອຸດສາຫະກໍາແລະການຄ້າເມືອງ,ເທດສະບານ.

ມາດຕາ79ສິດແລະໜ້າທີ່ຂອງກະຊວງອຸດສາຫະກໍາແລະການຄ້າ ໃນການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດກະຊວງອຸດສາຫະກໍາແລະການຄ້າມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຄົ້ນຄວ້ານະໂຍບາຍ,ແຜນຍຸດທະສາດແລະກົດມາຍກ່ຽວກັບວຽກງານແຂ່ງຂັນທາງທຸລະກິດເພື່ອສະເໜີລັດຖະບານພິຈາລະນາ; 2.ຜັນຂະຫຍາຍນະຖຍບາຍ,ແຜນຍຸດທະສາດແລະກົດໝາຍກ່ຽວກັບວຽກງານແຂ່ງຂັນທາງທຸລະກິດມາເປັນແຜນການ,ແຜນງານແລະໂຄງການລະອຽດຂອງຕົນພ້ອມທັງຊີ້ນໍາຕິດຕາມ,ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ; 3.ໂຄສະນາ,ເຜີຍແຜ່ນະໂຍບາຍ,ກົດໝາຍ,ແຜນຍຸດທະສາດແລະແຜນການກ່ຽວກັບວຽກງານແຂ່ງຂັນທາງທຸລະກິດໃຫ້ແກ່ສັງຄົມ; 4.ອອກຂໍ້ຕົກລົງ,ຄໍາສັ່ງແລະຄໍາແນະນໍາກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ; 5.ສ້າງ,ບໍາລຸງ,ສຶກສາອົບຮົມແລະຍົກລະດັບພະນັກງານວິຊາການກ່ຽວກັບການແຂ່ງຂັນທາງທຸລະກິດ; 6.ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ; 7.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານກ່ຽວກັບການແຂ່ງຂັນທາງທຸລະກິດຕໍ່ລັດຖະບານຢ່າງເປັນປົກກະຕິ; 8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ80ສິດແລະໜ້າທີ່ຂອງພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນ ໃນການຄຸມຄອງວຽກງານແຂ່ຂັນທາງທຸລະກິດພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຜັນຂະຫຍາຍແລະຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍ,ລະບຽບການແລະແຜນດໍາເນີນງານກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ; 2.ໂຄສະນາ,ເຜີຍແຜ່ນະໂຍບາຍ,ກົດໝາຍ,ແຜນຍຸດທະສາດແລະແຜນການກ່ຽວກັບວຽກງານແຂ່ງຂັນທາງທຸລະກິດໃຫ້ແກ່ສັງຄົມ; 3.ອໍານວຍຄວາມສະດວກແລະໃຫ້ການຮ່ວມມືແກ່ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດໃນການຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດ; 4.ຮັບຄໍາສະເໜີແລະການລາຍງານກ່ຽວກັບວຽກງານແຂ່ງຂັນທາງທຸລະກິດຈາກປະຊາຊົນແລະພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອລາຍງານຂັ້ນເທິງພິຈາລະນາແກ້ໄຂ; 5.ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານແຂ່ງຂັນທາງທຸລະກິດຕາມການມອບໝາຍ; 6.ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການຫຼືຕາມການມອບໝາຍ.

ມາດຕາ81ສິດແລະໜ້າທີ່ຂອງຫ້ອງການອຸດສະຫະກໍາແລະການຄ້າເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດຫ້ອງການອຸດສາຫະກໍາແລະການຄ້າເມືອງ,ເທດສະບານມີສິດແລະໜ້າທີ່ດ່ັງນີ້: 1.ຈັດຕັ້ງປະຕິບັດແຜນການ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາກ່ຽວກັບວຽກງານແຂ່ງຂັນທາງທຸລະກິດຂອງຂັ້ນເທິງ; 2.ເຜີຍແຜ່ກົດໝາຍແລະລະບຽບການກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ,ສຶກສາອົບຮົມແລະສ້າງຈິດສໍານຶກໃຫ້ທຸກພາກສ່ວນຂອງສັງຄົມມີຄວາມເຂົ້າໃຈກ່ຽວກັບວຽກງານແຂ່ງຂັນທາງທຸລະກິດພາຍໃນເມືອງ,ເທດສະບານຂອງຕົນ; 3.ຊີ້ນໍາ,ຕິດຕາມ,ຊຸກຍູ້ການຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດພາຍໃນເມືອງ,ເທດສະບານຂອງຕົນໃຫ້ມີປະສິດທິຜົນ; 4.ຮັບຄໍາສະເໜີແລະການລາຍງານກ່ຽວກັບວຽກງານແຂ່ງຂັນທາງທຸລະກິດຈາກປະຊາຊົນແລະພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອລາຍງານຂັ້ນເທິງພິຈາລະນາແກ້ໄຂ; 5.ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການຫຼືຕາມການມອບໝາຍ.

ມາດຕາ82ສິດແລະໜ້າທີ່ຂອງຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນ ຂະແໜງການການເງິນ,ໂຍທາທິການແລະຂົນສົ່ງ,ສາທາລະນະສຸກ,ສຶກສາທິການແລະກິລາ,ກະສິກໍາແລະປ່າໄມ້,ໄປສະນີ,ໂທລະຄົມມະນາຄົມແລະການສື່ສານ,ວິທະຍາສາດແລະເຕັກໂນໂລຊີ,ພະລັງງານແລະບໍ່ແຮ່,ທະນາຄານແຫ່ງສປປລາວ,ຂະແໜງການອື່ນ,ອົງການແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງມີສິດແລະໜ້າທີ່ໃນການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດ,ຮ່ວມມືແລະປະສານສົມທົບກັບຂະແໜງການອຸດສາຫະກໍາແລະການຄ້າຕາມພາລະບົດບາດແລະຂອບເຂດຄວາມຮັບຜິດຊອບຂອງຕົນ.

ໝວດທີ2ການກວດກາວຽກງານແຂ່ງຂັນທາງທຸລະກິດ

ມາດຕາ83ອົງການກວດກາວຽກງານແຂ່ງຂັນທາງທຸລະກິດ ອົງການກວດກາວຽກງານແຂ່ງຂັນທາງທຸລະກິດມີດັ່ງນີ້: 1.ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ78ຂອງກົດໝາຍສະບັບນີ້; 2.ອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ອົງການກວດກາລັດ,ອົງການກວດສອບແຫ່ງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະສື່ມວນຊົນເປັນຜູ້ກວດກາການຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດຕາມພາລະບົດບາດ,ສິດແລະໜ້າທີ່ຂອງຕົນ.

ມາດຕາ84ເນື້ອໃນການກວດກາວຽກງານແຂ່ງຂັນທາງທຸລະກິດ ການກວດກາວຽກງານແຂ່ງຂັນທາງທຸລະກິດມີເນື້ອໃນຕົ້ນຕໍດັ່ງນີ້: 1.ການຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຍບການກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ; 2.ການຈັດຕ້ງແລະການເຄື່ອນໄຫວຂອງຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດແລະອົງການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດ; 3.ຄວາມຮັບຜິດຊອບ,ການປະພຶດແລະແບບແຜນວິທີເຮັດວຽກຂອງພະນັກງານແລະເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ.

ມາດຕາ85ຮູບການການກວດກາວຍກງານແຂ່ງຂັນທາງທຸລະກິດ ຮູບການການກວດກາວຽກງານແຂ່ງຂັນທາງທຸລະກິດມີດັ່ງນີ້: 1.ການກວດກາປົກກະຕິຊຶ່ງແມ່ນການກວດກາທີ່ດໍາເນີນໄປຕາມແຜນການແລະມີກໍານົດເວລາອັນແນ່ນອນ; 2.ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າຊຶ່ງແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າຢ່າງໜ້ອຍຊາວສີ່ຊົ່ວໂມງ; 3.ການກວດກາແບບກະທັນຫັນຊຶ່ງແມ່ນການກວດການອກແຜນການ,ມີຄວາມຈໍາເປັນຮີບດ່ວນໂດຍບໍ່ມີການແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາວຽກງານແຂ່ງຂັນທຸລະກິດແຕ່ລະຄັ້ງນັ້ນໃຫ້ກວດກາທັງເອກະສານແລະລົງກວດກາຕົວຈິງຢູ່ສະຖານທີ່ເຮັດວຽກພ້ອມທັງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍແລະລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ພາກທີ8ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ86ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນການສະໜອງຂໍ້ມູນ,ການລາຍງານການລະເມີດການແຂ່ງຂັນທາງທຸລະກິດຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

ມາດຕາ87ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດຈະຖືກປະຕິບັດມາດຕະການສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືຖືກລົງໂທດຕາມກົດໝາຍແລ້ວແຕ່ກໍລະນີເບົາຫຼືໜັກ.

ມາດຕາ88ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍແລະລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດເປັນຕົ້ນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ທີ່ມີລັກສະນະເບົາແລະເປັນການລະເມີດເທື່ອທໍາອິດຊຶ່ງບໍ່ແມ່ນການກະທໍາຜິດທາງອາຍາຈະຖືກສຶກສາອົບຮົມແລະກ່າວເຕືອນ.

ມາດຕາ89ມາດຕະການທາງວິໄນ ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດແລະພະນັກງານທີ່ກ່ຽວຂ້ອງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຊຶ່ງບໍ່ເປັນການກະທໍາຜິດທາງອາຍາ,ກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍ,ບໍ່ມີຄວາມຈິງໃຈລາຍງານແລະຫຼົບຫຼີກຈາກຄວາມຜິດຈະຖືກລົງວິໄນດັ່ງນີ້: 1.ຕິຕຽນ,ກ່າວເຕືອນຄວາມຜິດຕາມລະບຽບການພ້ອມທັງບັນທຶກໄວ້ໃນສໍານວນຊີວິປະຫວັດຂອງຜູ້ກ່ຽວ; 2.ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ; 3.ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບນ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າເກົ່າ; 4.ໃຫ້ອອກຈາກລັດຖະບານໂດຍບໍ່ໄດ້ຮັບນະໂຍບາຍ; ຜູ້ຖືກປະຕິບັດວິໄນຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

ມາດຕາ90ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມທີ່ບໍ່ເປັນການກະທໍາຜິດທາງອາຍາຈະຖືກປັບໃໝ. ອັດຕາການປັບໃໝໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ91ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດຂໍ້ຫ້າມໃນກົດໝາຍສະບັບນີ້ຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຜູ້ອື່ນຕ້ອງໃຊ້ແທນຄ່າເສຍຫາຍຕາມມູນຄ່າຕົວຈິງທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ92ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາຫຼືກົດໝາຍອື່ນທີ່ກໍານົດໂທດທາງອາຍາ.

ມາດຕາ93ມາດຕະການໂທດເພີ່ມ ນອກຈາກມາດຕະການຕໍ່ຜູ້ລະເມີດຕາມທີ່ໄດ້ກໍານົດໄວ້ໃນມາດຕາ92ຂອງກົດໝາຍສະບັນີ້ຜູ້ກະທໍາຜິດຍັງຈະຖືກປະຕິບັດມາດຕະການໂທດເພີ່ມເປັນຕົ້ນການໂຈະຫຼືຖອນທະບຽນວິສາຫະກິດ.

ພາກທີ9ບົດບັນຍັດສຸດທ້າຍ

ມາດຕາ94ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ95ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ