ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ 15-12-2010

From Wikisource
Jump to navigation Jump to search

.ການເລືອກຕັ້ງສະມາຊິກສະພາແຫ່ງຊາດ 15-12-2010


..ໝວດທີ 1 ບົດບັນຢັດທົ່ວໄປ


...ມາດຕາ1(ປັບປຸງ)ຈຸດປະສົງ

ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດເພື່ອຮັບປະ ກັນການປະຕິບັດສິດປະຊາທິປະໄຕທາງດ້ານການເມືອງຂອງພົນລະ ເມືອງລາວໃຫ້ໄດ້ຢ່າງເຕັມສ່ວນແລະຮັບປະກັນການເລືອກຕັ້ງໃຫ້ ໄດ້ສະມາຊິກສະພາແຫ່ງຊາດຜູ້ທີ່ມີມາດຕະຖານຄົບຖ້ວນ,ແນໃສ່ປັບ ປຸງບູລະນະສະພາແຫ່ງຊາດໃຫ້ໜັກແໜ້ນ,ເຂັ້ມແຂງ,ເປັນອົງການ ຕົວແທນແຫ່ງສິດອໍານາດຂອງປະຊາຊົນ,ໂດຍປະຊາຊົນແລະເພື່ອ ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.

...ມາດຕາ 2 (ໃໝ່) ການເລືອກຕັ້ງສາມາຊິກສະພາແຫ່ງຊາດ

ມາດຕາ 2 (ໃໝ່) ການເລືອກຕັ້ງສາມາຊິກສະພາແຫ່ງຊາດ ການເລືອກຕັ້ງສະມາຊິກສະພາແຫ່ງຊາດແມ່ນຂະບວນການ ປະຕິບັດສິດປະຊາທິປະໄຕຂອງພົນລະເມືອງລາວໃນການເລືອກເອົາ ບຸກຄົນທີ່ມີມາດຕະຖານຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະ ບັບນີ້ເຂົ້າຢູ່ສະພາແຫ່ງຊາດເພື່ອເປັນຕົວແທນໃນການປະຕິບັດສິດ ອໍານາດຂອງປະຊາຊົນບັນດາເຜົ່າ.

...ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ

ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1. ຫຼັກການທົ່ວໄປ ໝາຍເຖິງລະບຽບການທີ່ກໍານົດໃຫ້ປະ ຊາຊົນບັນດາເຜົ່າຜູ້ທີ່ມີສິດເລືອກຕັ້ງດໍາເນີນການປ່ອນບັດໃນວັນ, ເວລາດຽວກັນລວມທັງວິທີການປ່ອນບັດຢ່າງເປັນເອກະພາບໃນ ຂອບເຂດທົ່ວປະເທດຍັກເວັ້ນກໍລະນີທີ່ໄດ້ກໍານົດໄວ້ສະເພາະ; 2. ຫຼັກການສະເໝີພາບ ໝາຍເຖິງ ລະບຽບການທີ່ກໍານົດ ໃຫ້ພົນລະເມືອງລາວທຸກຄົນມີສິດເທົ່າທຽມກັນໃນການເລືອກຕັ້ງ ແລະສະໝັກຮັບເລືອກຕັ້ງໂດຍບໍ່ຈໍາແນກເພດ,ເຜົ່າ,ຖານະທາງ ດ້ານສັງຄົມ,ລະດົບການສຶກສາແລະຄວາມເຊື່ອຖື; 3. ຫຼັກການໂດຍກົງ ໝາຍເຖິງ ລະບຽບການທີ່ກໍານົດໃຫ້ ປະຊາຊົນບັນດາເຜົ່າຜູ້ທີ່ມີສິດເລືອກຕັ້ງດໍາເນີນການປ່ອນບັດດ້ວຍ ຕົນເອງເພື່ອເລືອກເອົາຜູ້ສະໝັກຮັບເລືອກຕັ້ງທີ່ຕົນເຫັນວ່າມີມາດ ຕະຖານຄົບຖ້ວນເປັນສະມາຊິກສະພາແຫ່ງຊາດຍົກເວັ້ນກໍລະນີທີ່ໄດ້ ກໍານົດໄວ້ສະເພາະ; 4. ຫຼັກການລົງຄະແນນສຽງປິດລັບໝາຍເຖິງ ລະບຽບການ ທີ່ກໍານົດໃຫ້ປະຊາຊົນບັນດາເຜົ່າຜູ້ທີ່ມີສິດເລືອກຕັ້ງລົງຄະແນນສຽງ ດ້ວຍການຕັດສິນໃຈຂອງຕົນເອງຢູ່ຫ້ອງລັບທີ່ຄະນະກໍາມະການຈັດ ໄວ້; 5. ດ້ວຍວິທີອື່ນ ໝາຍເຖິງ ການຈັດລຽງລໍາດັບຂອງຜູ້ສະ ໝັກຮັບເລືອກຕັ້ງຕາມຕໍາແໜ່ງ,ຄຸນວຸດທິຫຼືການຈົກສະຫຼາກ; 6. ຜູ້ຖືກສານຕັດສິນລົງໂທດຕັດອິດສະລະພາບ ໝາຍເຖິງ ຜູ້ຖືກສານຕັດສິນເປັນຜູ້ກະທໍາຜິດແລະພອມປະຕິບັດໂທດຢູ່; 7. ຂັ້ນທ້ອງຖິ່ນ ໝາຍເຖິງ ຂັ້ນແຂວງແລະຂັ້ນເມືອງ; 8. ບັດທີ່ບໍ່ສາມາດເຊື່ອຖືໄດ້ໝາຍເຖິງ ບັດທີ່ບໍ່ສາມາດຢັ້ງ ຢືນໄດ້ຢ່າງຊັດເຈນເຊັ່ນ:ບັດເປື້ອນ,ບັດສີກຂາດ,ບັດເກີນຈໍານວນຜູ້ ມີສິດປ່ອນບັດເລືອກຕັ້ງຢູ່ໜ່ວຍປ່ອນບັດເລືອກຕັ້ງນັ້ນ.

...ມາດຕາ 4 (ໃໝ່) ນະໂຍບາຍຂອງລັດກ່ຽວກັບການເລືອກຕັ້ງ

ມາດຕາ 4 (ໃໝ່) ນະໂຍບາຍຂອງລັດກ່ຽວກັບການເລືອກຕັ້ງ ລັກຊຸກຍູ້,ປູກລະດົມປະຊາຊົນບັນດາເຜົ່າໃຫ້ມີຄວາມຕື່ນຕົວ ແລະເປັນເຈົ້າການນໍາໃຊ້ສິດປະຊາທິປະໄຕທາງດ້ານການເມືອງ ຂອງຕົນເຂົ້າໃນການເລືອກຕັ້ງແລະສະໝັກຮັບເລືອກຕັ້ງໃຫ້ໄດ້ຢ່າງ ເຕັມສ່ວນແລະຮັບປະກັນຄວາມປອດໄພ. ລັດສະໜອງງົບປະມານ,ພາຫານະ,ວັດຖຸອຸປະກອນທີ່ຈໍາເປັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເລືອກຕັ້ງ.

...ມາດຕາ 5 ຫຼັກການການເລືອກຕັ້ງ

ມາດຕາ 5 ຫຼັກການການເລືອກຕັ້ງ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຢູ່ ສປປລາວ ແມ່ນ ປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1. ຫຼັກການທົ່ວໄປ; 2. ຫຼັກການສະເໝີພາບ; 3. ຫຼັກການໂດຍກົງ; 4. ຫຼັກການລົງຄະແນນສຽງປິດລັບ.

...ມາດຕາ 6 (ປັບປຸງ) ຜູ້ມີສິດເລືອກຕັ້ງແລະຜູ້ສະໝັກຮັບເລືອກຕັ້ງ

ມາດຕາ 6 (ປັບປຸງ) ຜູ້ມີສິດເລືອກຕັ້ງແລະຜູ້ສະໝັກຮັບເລືອກຕັ້ງ ພົນລະເມືອງລາວທຸກຄົນໂດຍບໍ່ຈໍາແນກເພດ,ເຜົ່າ,ຄວາມ ຊື່ຖື,ຖານະໃນສັງຄົມ,ທີ່ຕັ້ງພູມລໍາເນົາ,ວິຊາຊີບລ້ວນແຕ່ມີສິດເລືອກ ຕັ້ງແລະສະໝັກຮັບເລືອກຕັ້ງ. ສໍາລັບຜູ້ມີສິດເລືອກຕັ້ງຕ້ອງມີອາຍຸແຕ່ສິບແປດປີຂຶ້ນໄປ. ສໍາລັບຜູ້ສະໝັກຮັບເລືອກຕັ້ງຕ້ອງມີອາຍຸແຕ່ຊາວເອັດປີຂຶ້ນ ໄປແລະມີມາດຕະຖານຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 12 ຂອງກົດໝາຍສະບັບນີ້. ...ມາດຕາ 7 (ປັບປຸງ) ຜູ້ບໍ່ມີສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງ

ມາດຕາ 7 (ປັບປຸງ) ຜູ້ບໍ່ມີສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງ ພົນລະເມືອງລາວທີ່ບໍ່ມີສິດເລືອກຕັ້ງແລະສະໝັກຮັບເລືອກ ຕັ້ງມີດັ່ງນີ້: 1. ຜູ້ເປັນບ້າ,ເສຍຈິດ; 2. ຜູ້ຖືກສານຕັດສິນລົງໂທດຕັດອິດສະລະພາບຫຼືຖືກປົດສິດ ເລືອກຕັ້ງແລະສິດສະໝັກຮັບເລືອກຕັ້ງ; 3. ຜູ້ບໍ່ຮອດກະສຽນອາຍຸຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 6 ຂອງກົດໝາຍສະບັບນີ້.

...ມາດຕາ 8 (ປັບປຸງ) ສິດສະເໜີປົດຜູ້ໄດ້ຮັບການເລືອກຕັ້ງ

ມາດຕາ 8 (ປັບປຸງ) ສິດສະເໜີປົດຜູ້ໄດ້ຮັບການເລືອກຕັ້ງ ພາຍຫຼັງທີ່ຜູ້ສະໝັກຮັບເລືອກຕັ້ງໄດ້ຮັບການເລືອກຕັ້ງແລ້ວ ຜູ້ເລືອກຕັ້ງມີສິດສະເໜີປົດບຸກຄົນໃດໜຶ່ງໃນເຂດເລືອກຕັ້ງຂອງຕົນ ຖ້າເຫັນວ່າບຸກຄົນຜູ້ໄດ້ຮັບການເລືອກຕັ້ງນັ້ນຫາກມີການປະພຶດຕົນ ບໍ່ສົມກຽດສັກສີໂດຍມີຂໍ້ມູນຫຼັກຖານທີ່ເຊື່ອຖືໄດ້,ແຕ່ຄໍາສະເໜີນັ້ນ ຕ້ອງໄດ້ຮັບການເຫັນດີຈາກຄະນະກໍາມະການເລືອກຕັ້ງລະດັບຊາດ. ຜູ້ສະເໜີໃຫ້ປົດຜູ້ໄດ້ຮັບການເລືອກຕັ້ງນັ້ນກໍ່ຕ້ອງຮັບຜິດຊອບ ຕໍ່ຄໍາສະເໜີຂອງຕົນຕາມລະບຽບກົດໝາຍ.

...ມາດຕາ 9 (ໃໝ່) ການປົກປ້ອງຂອງຜູ້ໄດ້ຮັບການເລືອກຕັ້ງ

ມາດຕາ 9 (ໃໝ່) ການປົກປ້ອງຂອງຜູ້ໄດ້ຮັບການເລືອກຕັ້ງ ຜູ້ໄດ້ຮັບການເລືອກຕັ້ງໃດໜຶ່ງມີສິດປົກປ້ອງຕົນເອງດ້ວຍ ການອະທິບາຍ,ຊີ້ແຈງ,ໃຫ້ເຫດຜົນກ່ຽວກັບບັນຫາທີ່ຜູ້ເລືອກຕັ້ງ ສະເໜີໃຫ້ປົດຕົນນັ້ນຕໍ່ຄະນະກໍາມະການເລືອກຕັ້ງລະດັບຊາດເພື່ອ ພິຈາລະນາ.

...ມາດຕາ 10 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 10 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບພົນລະເມືອງລາວຕາມທີ່ໄດ້ ກໍານົດໄວ້ໃນ ມາດຕາ 6 ຂອງກົດໝາຍສະບັບນີ້.

..ໝວດທີ 2 ການກໍານົດຈໍານວນສະມາຊິກສະພາແຫ່ງຊາດແລະລະບຽບການກ່ຽວກັບຜູ້ສະໝັກຮັບເລືອກຕັ້ງ


...ມາດຕາ 11 (ປັບປຸງ) ການກໍານົດຈໍານວນສະມາຊິກສະພາແຫ່ງຊາດ

ມາດຕາ 11 (ປັບປຸງ) ການກໍານົດຈໍານວນສະມາຊິກສະພາແຫ່ງ ຊາດ ການກໍານົດຈໍານວນສະມາຊິກສະພາແຫ່ງຊາດໃຫ້ປະຕິບັດ ຕາມຫຼັກການດັ່ງນີ້: 1. ຮັບປະກັນການເຮັດວຽກເປັນໝູ່ຄະນະ; 2. ອີງໃສ່ທີ່ຕັ້ງ,ຄວາມສໍາຄັນແລະຈຸດພິເສດທາງດ້ານການ ເມືອງ,ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ເສດຖະກິດ,ວັດ ທະນະທໍາ-ສັງຄົມຂອງແຕ່ລະແຂວງ,ນະຄອນ; 3. ອີງໃສ່ພັນລະເມືອງຫ້າສິບພັນຄົນໃຫ້ມີສະມາຊິກສະພາ ແຫ່ງຊາດໜຶ່ງຄົນເປັນຕົວແທນສໍາລັບແຂວງ,ນະຄອນທີ່ມີພົນລະ ເມືອງບໍ່ເກີນໜຶ່ງຮ້ອຍຫ້າສິບພັນຄົນໃຫ້ມີສະມາຊິກສະພາແຫ່ງຊາດ ຢູ່ເຂດເລືອກຕັ້ງນັ້ນຢ່າງໜ້ອຍສາມຄົນ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງ ຊາດໃຫ້ມີຕົວແທນຂອງບັນດາຊັ້ນຄົນ,ເພດ,ໄວ,ເຜົ່າທັງຮັບປະກັນ ຫຼັກການສົມທົບລະຫວ່າງການຄວບຕໍາແໜ່ງແລະບໍ່ຄວບຕໍາແໜ່ງ ໃນອັດຕາສ່ວນຢ່າງເໝາະສົມ. ຄະນະປະຈໍາສະພາແຫ່ງຊາດເປັນຜູ້ກໍານົດຈໍານວນຜູ້ສະໝັກ ຮັບເລືອກຕັ້ງແລະຈໍານວນສະມາຊິກສະພາແຫ່ງຊາດໃນແຕ່ລະເຂດ ເລືອກຕັ້ງແລະປະທານປະເທດເປັນຜູ້ອອກລັດຖະດໍາລັດປະກາດເປັນ ທາງການກ່ອນວັດເລືອກຕັ້ງຢ່າງຊາກຫົກສິບວັນ.

...ມາດຕາ 12 (ປັບປຸງ) ມາດຕະຖານຂອງຜູ້ສະໝັກຮັບເລືອກຕັ້ງ

ມາດຕາ 12 (ປັບປຸງ) ມາດຕະຖານຂອງຜູ້ສະໝັກຮັບເລືອກຕັ້ງ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຕ້ອງ ມີມາດຕະຖານຄົບຖ້ວນດັ່ງນີ້: 1. ເປັນຄົນລາວທີ່ມີສັນຊາດລາວແຕ່ອາຍຸຊາວເອັັດປີຂຶ້ນ ໄປ; 2. ມີນໍ້າໃຈຮັກຊາດ,ຮັກລະບອບປະຊາທິປະໄຕປະຊາຊົນ, ມີຄວາມຈົງຮັກພັກດີຕໍ່ແນວທາງປ່ຽນແປງໃໝ່ຂອງພັກ,ຕັ້ງຕໍ່ບໍລິ ສຸດຕໍ່ປະເທດຊາດແລະຮັບໃຊ້ຜົນປະໂຫຍດຂອງປະຊາຊົນຢ່າງແທ້ ຈິງ,ມີຫຼັກໝັ້ນມິດ-ສັດຕູຢ່າງຈະແຈ້ງແລະເດັດຂາດ; 3. ກໍາແໜ້ນແນວທາງ,ແຜນນະໂຍບາຍຂອງພັກແລະລະ ບຽບກົດໝາຍຂອງລັດ,ຮູ້ໂຄສະນາປຸກລະດົມຊວນເຊື່ອແລະສຶກສາ ອົບຮົມປະຊາຊົນໃຫ້ມີຄວາມຕື່ນຕົວເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຕົວຈິງ; 4. ມີທັດສະນະມະຫາຊົນຢ່າງຖືກຕ້ອງ,ເປັນສັນຍາລັກແຫ່ງ ຄວາມສາມັກຄີປະຊາຊົນບັນດາເຜົ່າ,ມີແບບແຜນເຮັດວຽກທີ່ຕິດ ພັນກັບຮາກຖານ,ໃກ້ຊິດຕິດແທດກັບປະຊາຊົນແລະໄດ້ຮັບຄວາມໄວ້ ເນື້ອເຊື່ອໃຈຈາກປະຊາຊົນ; 5. ມີລະດັບຄວາມຮູ້,ຄວາມສາມາດອັນແນ່ນອນເພື່ອສາ ມາດຄົ້ນຄວ້າແລະປະກອບຄວາມເຫັນເຂົ້າໃນການປະຕິບັດສິດແລະ ໜ້າທີ່ຂອງສະມາຊິກສະພາແຫ່ງຊາດ; 6. ມີສຸຂະພາບດີເພື່ອຮັບປະກັນການປະຕິບັດໜ້າທີ່ວຽກງານ ທີ່ຕົນໄດ້ຮັບມອບໝາຍຢ່າງເປັນປົກກະຕິ.

...ມາດຕາ 13 (ປັບປຸງ) ການສະເໜີລາຍຊື່ແລະການຈັດລຽງເລກລໍາດັບຂອງຜູ້ສະໝັກຮັບເລືອກຕັ້ງ

ມາດຕາ 13 (ປັບປຸງ) ການສະເໜີລາຍຊື່ແລະການຈັດລຽງເລກ ລໍາດັບຂອງຜູ້ສະໝັກຮັບເລືອກຕັ້ງ ອົງການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດ,ອົງການ ຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມຂັ້ນທ້ອງຖິ່ນມີສິດຄົ້ນ ຄວ້າ,ທາບທາມແລະສະເໜີລາຍຊື່ຜູ້ຕາງໜ້າອົງການຂອງຕົນອອກ ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຕໍ່ຄະນະກໍາມະ ການເລືອກຕັ້ງຂັ້ນທ້ອງຖິ່ນໃນເຂດເລືອກຕັ້ງນັ້ນເພື່ອນໍາສະເໜີໃຫ້ຄະ ນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ພິຈາລະນາແລະຕົກລົງ. ສໍາລັບບັນດາຂະແໜງການແລະອົງການຈັດຕັ້ງຕ່າງໆຂັ້ນ ສູນກາງນັ້ນກໍ່ໃຫ້ຄົ້ນຄວ້າ,ທາມທາມແລະສະເໜີລາຍຊື້ຜູ້ສະໝັກຮັບ ເລືອກຕັ້ງຕໍ່ຄະນະກໍາມະການເລືອກຕັ້ງລະດັບຊາດ. ການຈັດລຽງເລກລໍາດັບຂອງຜູ້ສະໝັກຮັບເລືອກຕັ້ງໃນແຕ່ ລະເຂດເລືອກຕັ້ງຈະດໍາເນີນຕາມຕົວອັກສອນລາວຫຼືດ້ວຍວິທີອື່ນກໍ່ ໄດ້ຕາມການຕົກລົງຂອງຄະນະກໍາມະການເລືອກຕັ້ງລະດັບຊາດ.

...ມາດຕາ 14 (ປັບປຸງ) ການປະກອບເອກະສານຂອງຜູ້ສະໝັກຮັບເລືອກຕັ້ງ

ມາດຕາ 14 (ປັບປຸງ) ການປະກອບເອກະສານຂອງຜູ້ສະໝັກຮັບ ເລືອກຕັ້ງ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຕ້ອງ ປະກອບເອກະສານຕ່າງໆດັ່ງນີ້: 1. ໃບຄໍາຮ້ອງຂໍສະໝັກຮັບເລືອກຕັ້ງ; 2. ຊີວະປະຫວັດ; 3. ຮູບຂະໜາດ ຫົກ ຄູນ ເກົ້າ ຊັກຕີແມັດ; 4. ໃບຢັ້ງຢືນທີ່ຢູ່; 5. ໃບແຈ້ງໂທດເລກທີ 3; 6. ໃບຢັ້ງຢືນສຸຂະພາບ.

...ມາດຕາ 15 ການປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງ

ມາດຕາ 15 ການປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ຄະນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ສັງລວມບັນຊີ ລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນທົ່ວ ປະເທດແລ້ວປະກາດເປັນທາງການຢ່າງຊ້າຫົກສິບວັນກ່ອນວັນ ເລືອກຕັ້ງ.

...ມາດຕາ 16 (ປັບປຸງ) ການຄັດຄ້ານຜູ້ສະໝັກຮັບເລືອກຕັັັ້ງ

ມາດຕາ 16 (ປັບປຸງ) ການຄັດຄ້ານຜູ້ສະໝັກຮັບເລືອກຕັັັ້ງ ຜູ້ມີສິດປ່ອນບັດເລືອກຕັ້ງມີສິດຄັດຄ້ານຜູ້ສະໝັກຮັບເລືອກຕັ້ງ ໃນເຂດເລືອກຕັ້ງຂອງຕົນທີ່ຕົນເຫັນວ່າບໍ່ມີມາດຕະຖານຄົບຖ້ວນຫຼື ມີການກະທໍາຊຶ່ງເປັນການລະເມີດລະບຽບກົດໝາຍແລະແຕະຕ້ອງ ເຖິງສິດຜົນປະໂຫຍດຂອງປະຊາຊົນໂດຍມີຂໍ້ມູນຫຼັກຖານທີ່ເຊື່ອຖືໄດ້ ຢ່າງເປັນລາຍລັກອັກສອນພາຍໃນກໍານົດເຈັດວັນນັບແຕ່ວັນປະກາດ ລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນຕົ້ນໄປ. ການຄັດຄ້ານນັ້ນໃຫ້ເຮັດເປັນລາຍລັກອັກສອນແລ້ວຍື່ນຕໍ່ຄະ ນະກໍາມະການເລືອກຕັ້ງຂັ້ນເມືອງເພື່ອລາຍງານໃຫ້ຄະນະກໍາມະ ການເລືອກຕັ້ງຂັ້ນແຂວງພິຈາລະນາແກ້ໄຂພາຍໃນກໍານົດສາມວັນ, ໃນກໍລະນີທີ່ບໍ່ສາມາດແກ້ໄຂໄດ້ນັ້ນຕ້ອງຮີບຮ້ອນສົ່ງໃຫ້ຄະນະກໍາມະ ການເລືອກຕັ້ງລະດັບຊາດພິຈາລະນາແກ້ໄຂພາຍໃນກໍານົດຫ້າວັນ ນັບແຕ່ວັນໄດ້ຮັບຄໍາຄັດຄ້ານເປັນຕົ້ນໄປ. ຜູ້ຄັດຄ້ານຕ້ອງຮັບຜິດຊອບຕໍ່ຄໍາຄັດຄ້ານຂອງຕົນຕາມລະ ບຽບກົດໝາຍ.

...ມາດຕາ 17 (ປັບປຸງ) ການຈັດຕັ້ງໂຄສະນາຫາສຽງ

ມາດຕາ 17 (ປັບປຸງ) ການຈັດຕັ້ງໂຄສະນາຫາສຽງ ອົງການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດ,ອົງການ ຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມມີສິດແລະໜ້າທີ່ຈັດຕັ້ງ ການໂຄສະນາຫາສຽງໃຫ້ຜູ້ສະໝັກຮັບເລືອກຕັ້ງໃນເຂດເລືອກຕັ້ງ ຂອງຕົນຕາມລະບຽບກົດໝາຍ. ຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນມີສິດໂຄສະນາຫາສຽງໃຫ້ ແກ່ຕົນເອງຕາມລະບຽບການແລະບໍ່ໃຫ້ໂຄສະນາທັບຖົມຫຼືໃສ່ຮ້າຍ ປ້າຍສີຜູ້ສະໝັກຮັບເລືອກຕັ້ງຄົນອື່ນ. ການໂຄສະນາຫາສຽງໃຫ້ເລີ່ມພາຍຫຼັງວັນປະກາດລາຍຊື່ ຜູ້ສະໝັກຮັບເລືອກຕັ້ງຕາມການຕົກລົງຂອງຄະນະກໍາມະການເລືອກ ຕັ້ງລະດັບຊາດແລະຕ້ອງຢຸດຕິລົງກ່ອນວັນເລືອກຕັ້ງໜຶ່ງວັນ. ຄະນະກໍາມະການເລືອກຕັ້ງລະດັບຊາຍເປັນຜູ້ກໍານົດລະບຽບ ການຈັດຕັ້ງໂຄສະນາຫາສຽງ.

..ໝວດທີ 3 ການກໍານົດເຂດເລືອກຕັ້ງແລະໜ່ວຍປ່ອນບັດເລືອກຕັ້ງ


...ມາດຕາ 18 (ປັບປຸງ) ການກໍານົດເຂດເລືອກຕັ້ງ

ມາດຕາ 18 (ປັບປຸງ) ການກໍານົດເຂດເລືອກຕັ້ງ ການເລືອກຕັ້ງສະມາຊິກສະພາແຫ່ງຊາດໃຫ້ຖືເອົາແຂວງ, ນະຄອນເປັນເຂດເລືອກຕັ້ງ. ພາຍຫຼັງທີ່ມີການເລືອກຕັັ້ງສໍາເລັດແລ້ວຖ້າຫາກມີການຍຸບ ໂຮມເຂົົ້າຫຼືສ້າງຕັ້ງແຂວງ,ນະຄອນຂຶ້ນໃໝ່ນັ້ນຄະນະປະຈໍາສະພາ ແຫ່ງຊາດເປັນຜູ້ຕົກລົງກ່ຽວກັບການສັບຊ້ອນສະມາຊິກສະພາແຫ່ງ ຊາດໃນເຂດເລືອກຕັ້ງດັ່ງກ່າວໃຫ້ແທດເໝາະກັບສະພາບການຕົວ ຈິງເພື່ອຮັບປະກັນການປະຕິບັັັດໜ້າທີ່ໃນຖານະເປັນຕົວແທນແຫ່ງ ມານະຈິດ,ສິດຜົນປະໂຫຍດແລະຄວາມມຸ່ງມາດປາດຖະໜາຂອງປະ ຊາຊົນບັນດາເຜົ່າຢ່າງເປັນປົກກະຕິ.

...ມາດຕາ 19 (ປັບປຸງ) ການກໍານົດໜ່ວຍປ່ອນບັດເລືອກຕັ້ງ

ມາດຕາ 19 (ປັບປຸງ) ການກໍານົດໜ່ວຍປ່ອນບັດເລືອກຕັ້ງ ການກໍານົດໜ່ວຍປ່ອນບັດເລືອກຕັ້ງໃຫ້ຖືເອົາບ້ານເປັນຫຼັກ, ບ້ານໃດທີ່ມີຜູ້ມີສິດເລືອກຕັ້ງງແຕ່ຫ້າຮ້ອຍເຖິງໜຶ່ງພັນຄົນໃຫ້ຈັດຕັ້ງ ເປັນໜ່ວຍປ່ອນບັດເລືອກຕັ້ງ,ຖ້າຫາກຫຼາຍກວ່າໜຶ່ງພັນຄົນຂຶ້ນໄປ ໃຫ້ຈັດຕັ້ງເປັນຫຼາຍໜ່ວຍບ່ອນບັດເລືອກຕັ້ງກ ສໍາລັບບ້ານທີ່ຢູ່ໃກ້ຄຽງກັນເຊິ່ງມີຈໍານວນຜູ້ມີສິດເລືອກຕັ້ງ ໜ້ອຍກວ່າຫ້າຮ້ອຍຄົນນັ້ນໃຫ້ໂຮມເຂົ້າກັນແລ້ວຈັດຕັ້ງເປັນໜ່ວຍ ປ່ອນບັດເລືອກຕັ້ງໜຶ່ງ. ໃນກໍລະນີບ້ານທີ່ຢູ່ກ່າວໄກສອກຫຼີກ,ການໄປມາມີຄວາມຫຍຸ້ງ ຍາກຫຼາຍນັ້ນອາດຈະຈັດຕັ້ງເປັນໜ່ວຍປ່ອນບັດເລືອກຕັ້ງໜຶ່ງຫຼືຈັດ ຕັ້ງເປັນໜ່ວຍຮັບຜິດຊອບຫີບບັດເຄື່ອນທີ່ເພື່ອໄປຮັບເອົາບັດລົງຄະ ແນນສຽງຂອງຜູ້ມີສິດເລືອກຕັ້ງກໍ່ໄດ້. ໜ່ວຍປ່ອນບັດເລືອກຕັ້ງສໍາລັບພົນລະເມືອງລາວທີ່ພວມປະ ຕິບັດໜ້າທີ່ແລະດໍາລົງຊີວິດຢູ່ຕ່າງປະເທດແມ່ນຄະນະກໍາມະການ ເລືອກຕັ້ງລະດັບຊາດເປັນຜູ້ກໍານົດ.

...ມາດຕາ 20 (ປັບປຸງ) ການກໍານົດໜ່ວຍປ່ອນບັດເລືອກຕັ້ງຢູ່ກໍາລັງປ້ອງການຊາດ-ປ້ອງກັນຄວາມສະຫງົບ

ມາດຕາ 20 (ປັບປຸງ) ການກໍານົດໜ່ວຍປ່ອນບັດເລືອກຕັ້ງຢູ່ກໍາລັງ ປ້ອງການຊາດ-ປ້ອງກັນຄວາມສະຫງົບ ຄະນະກອງບັນຊາການກອງພົນ,ກອງພັນ,ກອງຮ້ອຍເອກະ ລາດແລະຄະນະກອງບັນຊາການແຂວງ,ນະຄອນເປັນຜູ້ກໍານົດໜ່ວຍ ປ່ອນບັດເລືອກຕັ້ງຢູ່ກໍາລັງຢ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງຕົນແລ້ວແຈ້ງເປັນລາຍລັກອັກສອນໃຫ້ຄະນະກໍາມະການເລືອກ ຕັ້ງຂັ້ນເມືອງທີ່ຄະນະກອງນັ້ນຕັ້ງຢູ່ເພື່ອຮັບຮູ້ແລະສັງລວມເຂົ້າບັນຊີ ລາຍຊື່ໃນຈໍານວນໜ່ວຍປ່ອນບັດເລືອກຕັ້ງຂອງເມືອງນັ້ນ. ສໍາລັບກະຊວງປ້ອງກັນປະເທດແລະກະຊວງປ້ອງກັນຄວາມ ສະຫງົບຖ້າຫາກມີຄວາມຈໍາເປັນຈັດຕັ້ງໜ່ວຍປ່ອນບັດເລືອກຕັ້ງສະ ເພາະນັ້ນກໍ່ໃຫ້ຫ້ອງວ່າການກະຊວງດັ່ງກ່າວເປັນຜູ້ກໍານົດແລ້ວແຈ້ງ ເປັນລາຍລັກອັກສອນໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງບ່ອນ ທີ່ກະຊວງນັ້ນຕັ້ງຢູ່ເພື່ອຮັບຮູ້.

..ໝວດທີ 4 ການຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ


...ມາດຕາ 21 (ປັບປຸງ) ການຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ

ມາດຕາ 21 (ປັບປຸງ) ການຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ອົງການປົກຄອງບ້ານເປັນຜູ້ຮັບຜິດຊອບການຂຶ້ນບັນຊີລາຍຊື່ ຜູ້ມີສິດເລືອກຕັ້ງໃນຂອບເຂດບ້ານຂອງຕົນ. ຜູ້ມີສິດເລືອກຕັ້ງແຕ່ລະຄົນມີສິດຈົດຊື່ຂອງຕົນຢູ່ໜ່ວຍປ່ອນບັດ ເລືອກຕັ້ງໜ່ວຍດຽວເທົ່ານັ້ນ. ການຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຕ້ອງໃຫ້ແລ້ວແລະຕິດ ປະກາດເປັນທາງການຢູ່ພາຍໃນບ້ານຂອງຕົນ. ຄະນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ປະກາດຈໍານວນ ຜູ້ມີສິດປ່ອນບັດເລືອກຕັ້ງໃນຂອບເຂດທົ່ວປະເທດກ່ອນວັນເລືອກຕັ້ງ ຢ່າງຊ້າສິ່ສິບຫ້າວັນ.

...ມາດຕາ 22 (ປັບປຸງ) ການຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຢູ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ມາດຕາ 22 (ປັບປຸງ) ການຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຢູ່ກໍາ ລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຄະນະກອງບັນຊາການກອງພົນ,ກອງພັນ,ກອງຮ້ອຍເອກະ ລາດແລະຄະນະກອງບັນຊາການແຂວງ,ນະຄອນເປັນຜູ້ຮັບຜິດຊອບ ການຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຢູ່ໃນຂອບເຂດຄວາມຮັບຜິດ ຊອບຂອງຕົນແລ້ວແຈ້ງເປັນລາຍລັກອັກສອນໃຫ້ຄະນະກໍາມະການ ເລືອກຕັ້ງຂັ້ນເມືອງທີ່ຄະນະກອງດັ່ງກ່າວນັ້ນຕັ້ງຢູ່ເພື່ອຮັບຮູ້.


...ມາດຕາ 23 (ປັບປຸງ) ການຂໍປ່ຽນໜ່ວຍປ່ອນບັດເລືອກຕັ້ງຢູ່ບ່ອນໃໝ່

ມາດຕາ 23 (ປັບປຸງ) ການຂໍປ່ຽນໜ່ວຍປ່ອນບັດເລືອກຕັ້ງຢູ່ບ່ອນ ໃໝ່ ພາຍຫຼັງທີ່ໄດ້ປະກາກບັນຊີລາຍຊື່ຜູ້ມີສິດເລືອກຕັ້ງແລ້ວຖ້າ ຜູ້ໃດຜູ້ໜຶ່ງຫາກຖືກຍົກຍ້າຍຫຼືໄປເຮັດວຽກງານຢູ່ບ່ອນອື່ນນັ້ນຕ້ອງ ແຈ້ງໃຫ້ອົງການປົກຄອງບ້ານຫຼືຄະນະກອງສໍາລັບກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບບ່ອນທີ່ຕົນໄດ້ຂຶ້ນບັນຊີເພື່ອຂໍເອົາໃບ ຢັ້ງຢືນໄປລົງຄະແນນສຽງຢູ່ໜ່ວຍປ່ອນບັດເລືອກຕັ້ງບ່ອນໃໝ່.

..ໝວດທີ 5 ຄະນະກໍາມະການເລືອກຕັ້ງ


...ມາດຕາ 24 (ປັບປຸງ) ລະບົບການຈັດຕັ້ງຂອງຄະນະກໍາມະການເລືອກຕັ້ງ

ມາດຕາ 24 (ປັບປຸງ) ລະບົບການຈັດຕັ້ງຂອງຄະນະກໍາມະການ ເລືອກຕັ້ງ ຄະນະກໍາມະການເລືອກຕັ້ງສະມາຊິກສະພາແຫ່ງຊາດມີລະ ບົບດັ່ງນີ້: 1. ຄະນະກໍາມະການເລືອກຕັ້ງລະດັບຊາດ; 2. ຄະນະກໍາມະການເລືອກຕັ້ງຂັ້ນແຂວງ; 3. ຄະນະກໍາມະການເລືອກຕັ້ງຂັ້ນເມືອງ; 4. ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ. ການປະກອບຄະນະກໍາມະການເລືອກຕັ້ງແຕ່ລະຂັ້ນໃຫ້ມີຕົວ ແທນຈາກອົງການພັກ,ອົງການລັດ,ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນ. ສໍາລັບຄະນະກໍາມະການເລືອກຕັ້ງລະດັບຊາດແລະຂັ້ນແຂວງນັ້ນຍັງ ໃຫ້ມີຕົວແທນຈາກສະພາແຫ່ງຊາດຢູ່ສູນກາງແລະທ້ອງຖິ່ນຕື່ມອີກ. ຄະນະກໍາມະການເລືອກຕັ້ງແຕ່ລະຂັ້ນມີສິດສ້າງຕັ້ງອະນຸກໍາ ມະການເພື່ອເປັນກົງຈັກຊ່ວຍວຽກຂອງຕົນຕາມຄວາມເໝາະສົມ.

...ມາດຕາ 25 (ປັບປຸງ) ການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ

ມາດຕາ 25 (ປັບປຸງ) ການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງ ລະດັບຊາດ ຄະນະປະຈໍາສະພາແຫ່ງຊາດເປັນຜູ້ຕົກລົງແຕ່ງຕັ້ງຄະນະ ກໍາມະການເລືອກຕັ້ງລະດັບຊາດແລ້ວສະເໜີປະທານປະເທດອອກ ລັດຖະດໍາລັດປະກາດເປັນທາງການຢ່າງຊ້າຮ້ອຍຊາວວັນກ່ອນວັນ ເລືອກຕັ້ງ. ຄະນະກໍາມະການເລືອກຕັ້ງລະດັບຊາດປະກອບດ້ວຍປະທານ, ຮອງປະທານແລະກໍາມະການ,ແຕ່ຈໍານວນຄະນະກໍາມະການບໍ່ໃຫ້ ເກີນສິບເຈັດຄົນ.

...ມາດຕາ 26 (ປັບປຸງ) ສິດແລະໜ້າທີ່ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ

ມາດຕາ 26 (ປັບປຸງ) ສິດແລະໜ້າທີ່ຂອງຄະນະກໍາມະການເລືອກ ຕັ້ງລະດັບຊາດ ຄະນະກໍາມະການເລືອກຕັ້ງລະດັບຊາດມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ວາງທິດທາງ,ແຜນການເຄື່ອນໄຫວ,ອອກມາຕິ ຕົກລົງ,ຄໍາແນະນໍາ,ຄໍາສັ່ງ,ແຈ້ງການຕ່າງໆກ່ຽວກັບການເລືອກ ຕັ້ງ; 2. ແນະນໍາໃຫ້ແຂວງ,ນະຄອນແຕ່ງຕັ້ງຄະນະກໍາມະການ ເລືອກຕັ້ງຂັ້ນຂອງຕົນ; 3. ຈັດຕັ້ງການສຶກສາອົບຮົມທາງດ້ານການເມືອງ-ແນວ ຄິດ,ລະບຽບກົດໝາຍເພື່ອຮັບປະກັນການຍົກລະດັບການນໍາໃຊ້ສິດ ປະຊາທິປະໄຕຂອງປະຊາຊົນບັນດາເຜົ່າແລະຮັບປະກັນຄວາມເປັນ ເອກະພາບກ່ຽວກັບວຽກງານເລືອກຕັ້ງໃຫ້ໄດ້ຮັບຜົນດີ; 4. ຊຸກຍູ້ແລະປຸກລະດົມຂະບວນການດ້ານຕ່າງໆໃນການ ຈັດຕັ້ງປະຕິບັດວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດໃນ ທົ່ວປະເທດ; 5. ກະກຽມ,ແບ່ງປັນງົບປະມານ,ແຈກຢາຍບັນດາເອກະ ສານແລະອຸປະກອນຮັບໃຊ້ການເລືອກຕັ້ງ; 6. ຄົ້ນຄວ້າພິຈາລະນາຄໍາຮ້ອງຂໍສະໝັກຮັບເລືອກຕັ້ງເພື່ອ ອະນຸມັດແລະປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງຢ່າງເປັນທາງ ການ; 7. ຄົ້ນຄວ້າພິຈາລະນາແລະແກ້ໄຂຄໍາຮ້ອງຂໍຕໍ່ວ່າຂອງຜູ້ມີ ສິດເລືອກຕັ້ງແລະຜູ້ມີສິດສະໝັກຮັບເລືອກຕັ້ງກ່ຽວກັບວຽກງານ ຂອງຄະນະກໍາມະການເລືອກຕັ້ງ; 8. ຊີ້ນໍາ,ນໍາພາແລະຕິດຕາມກວດກາການເຄື່ອນໄຫວວຽກ ງານຂອງຄະນະກໍາມະການເລືອກຕັ້ງຂັ້ນທ້ອງຖິ່ນໃນທົ່ວປະເທດ; 9. ສັງລວມແລະປະກາດຜົນຂອງການເລືອກຕັ້ງ; 10. ອອກບັດຢັ້ງຢືນຊົ່ວຄາວໃຫ້ຜູ້ໄດ້ຮັບການເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ; 11. ສະຫຼຸບ,ຕີລາຄາແລະຖອດຖອນບົດຮຽນກ່ຽວກັບການ ເລືອກຕັ້ງ,ຍ້ອງຍໍສັນລະເສີນການຈັດຕັ້ງແລະບຸກຄົນທີ່ມີຜົນງານດີ ເດັ່ນ; 12. ລາຍງານຜົນສໍາເລັດຂອງການເລືອກຕັ້ງແລະຄຸນລັກ ຊະນະຂອງຜູ້ໄດ້ຮັບເລືອກຕັ້ງຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະ ພາແຫ່ງຊາດຊຸດໃໝ່; 13. ປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ.

...ມາດຕາ 27 (ປັບປຸງ) ການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນທ້ອງຖິ່ນ

ມາດຕາ 27 (ປັບປຸງ) ການແຕ່ງຕັ້ງຄະນະກໍາມະການເລືອກ ຕັ້ງຂັ້ນທ້ອງຖິ່ນ ເຈົ້າແຂວງ,ເຈົ້າຄອງນະຄອນແລະເຈົ້າເມືອງ,ຫົວໜ້າເທດ ສະບານເປັນຜູ້ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນຂອງຕົນແລ້ວ ປະກາດເປັນທາງການຢ່າງຊ້າເກົ້າສິບວັນກ່ອນວັນເລືອກຕັ້ງ. ຄະນະກໍາມະການເລືອກຕັ້ງຂັ້ນແຂວງປະກອບດ້ວຍປະທານ, ຮອງປະທານແລະກໍາມະການ,ແຕ່ຈໍານວນຄະນະກໍາມະການບໍ່ໃຫ້ ເກີນສິບສາມຄົນ. ຄະນະກໍາມະການເລືອກຕັ້ງຂັ້ນເມືອງປະກອບດ້ວຍປະທານ, ຮອງປະທານແລະກໍາມະການແຕ່ຈໍານວນຄະນະກໍາມະການບໍ່ໃຫ້ ເກີນສິບເອັດຄົນ.

...ມາດຕາ 28 (ປັບປຸງ) ສິດແລະໜ້າທີ່ຂອງຄະນະກໍາມະການເລືອກຕັ້ງຂັ້ນທ້ອງຖິ່ນ

ມາດຕາ 28 (ປັບປຸງ) ສິດແລະໜ້າທີ່ຂອງຄະນະກໍາມະການເລືອກ ຕັ້ງຂັ້ນທ້ອງຖິ່ນ ຄະນະກໍາມະການເລືອກຕັ້ງຂັ້ນທ້ອງຖິ່ນມີສິດແລະໜ້າທີ່ຕົ້ນ ຕໍດັ່ງນີ້: 1. ຈັດຕັ້ງຜັນຂະຫຍາຍທິດທາງ,ແຜນການເຄື່ອນໄຫວ,ມະ ຕິຕົກລົງ,ຄໍາແນະນໍາ,ຄໍາສັ່ງ,ແຈ້ງການຕ່າງໆຂອງຄະນະກໍາມະ ການເລືອກຕັ້ງລະດັບຊາດ; 2. ຈັດຕັ້ງການສຶກສາອົບຮົມທາງດ້ານການເມືອງ-ແນວ ຄິດ,ລະບຽບກົດໝາຍຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນເພື່ອ ຮັບປະກັນການຍົກລະດັບການນໍາໃຊ້ສິດປະຊາທິປະໄຕຂອງປະຊາ ຊົນບັນດາເຜົ່າແລະຮັບປະກັນຄວາມເປັນເອກະພາບກ່ຽວກັບວຽກ ງານເລືອກຕັ້ງໃນຂັ້ນຂອງຕົນ; 3. ຊຸກຍູ້ແລະປຸກລະດົມຂະບວນການດ້ານຕ່າງໆໃນການຈັດ ຕັ້ງປະຕິບັດວຽກງານເລືອກຕັ້ງໃນຂັ້ນຂອງຕົນ; 4. ຄຸ້ມຄອງ,ນໍາໃຊ້ງົບປະມານ,ແຈກຢາຍບັນດາເອກະສານ ແລະອຸປະກອນຮັບໃຊ້ການເລືອກຕັ້ງໃນເຂດຂອງຕົນ; 5. ຊີ້ນໍາ,ນໍາພາແລະຕິດຕາມກວດກາເຄື່ອນໄຫວວຽກງານ ຂອງຄະນະກໍາມະການເລືອກຕັ້ງຂັ້ນລຸ່ມຕົນ; 6. ປະສານສົມທົບກັບກໍາລັງປະກອບອາວຸດໃນຂັ້ນຂອງຕົນ ຮັ້ບປະກັນຄວາມສະຫງົບ,ຄວາມປອດໄພແລະຄວາມເປັນລະບຽບ ຮຽບຮ້ອຍໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ; 7. ນໍາພາການຈັດຕັ້ງໂຄສະນາຫາສຽງແລະແນະນໍາຊີວະ ປະຫວັດຂອງຜູ້ສະໝັກຮັບເລືອກຕັ້ງໃຫ້ປະຊາຊົນຊາບ; 8. ພິຈາລະນາແກ້ໄຂຄໍາຮ້ອງຂໍຕໍ່ວ່າຂອງຜູ້ມີສິດເລືອກຕັ້ງ ແລະຜູ້ມີສິດສະໝັກຮັບເລືອກຕັ້ງກ່ຽວກັບການປະຕິບັດວຽກງານ ເລືອກຕັ້ງໃນຂັ້ນຂອງຕົນ; 9. ສັງລວມຜົນຂອງການເລືອກຕັ້ງແລ້ວສົ່ງໃຫ້ຄະນະກໍາມະ ການເລືອກຕັ້ງຂັ້ນເທິງຖັດຕົນໃຫ້ທັນຕາມກໍານົດເວລາ; 10. ສະຫຼຸບ,ຕີລາຄາ,ຖອດຖອນບົດຮຽນແລະລາຍງານ ກ່ຽວກັບການເລືອກຕັ້ງໃຫ້ຂັ້ນເທິງຖັດຕົນ,ຈັດຕັ້ງການຍ້ອງຍໍສັນລະ ເສີນການຈັດຕັ້ງແລະບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດວຽກ ງານເລືອກຕັ້ງໃນຂັ້ນຂອງຕົນ; 11. ປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບການເລືອກຕັ້ງສະ ມາຊິກສະພາແຫ່ງຊາດໃນທ້ອງຖິ່ນຂອງຕົນ.

...ມາດຕາ 29 (ປັບປຸງ) ການແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ

ມາດຕາ 29 (ປັບປຸງ) ການແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍປ່ອນ ບັດເລືອກຕັ້ງ ເຈົ້າເມືອງ,ຫົວໜ້າເທດສະບານເປັນຜູ້ແຕ່ງຕັ້ງຄະນະຮັບຜິດ ຊອບໜ່ວຍປ່ອນບັດເລືອກຕັ້ງໃນຂອບເຂດເມືອງ,ເທດສະບານຂອງ ຕົນ. ຄະນະກອງບັນຊາການກອງພົນ,ກອງພັນ,ກອງຮ້ອຍເອກະ ລາດແລະຄະນະກອງບັນຊາການແຂວງ,ນະຄອນ,ຫົວໜ້າຫ້ອງວ່າ ການກະຊວງປ້ອງກັນປະເທດແລະກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຢູ່ໃນກໍາ ລັງປະກອບອາວຸດແລ້ວແຈ້ງເປັນລາຍລັກອັກສອນໃຫ້ຄະນະກໍາມະ ການເລືອກຕັ້ງຂັ້ນເມືອງບ່ອນທີ່ຄະນະກອງແລະຫ້ອງວ່າການນັ້ນຕັ້ງ ຢູ່ເພື່ອຮັບຮູ້. ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງປະກອບດ້ວຍຫົວ ໜ້າ,ຮອງຫົວໜ້າ,ກໍາມະການແລະເລຂານຸການສອງຫຼືສາມຄົນແຕ່ ຈໍານວນຄະນະຮັບຜິດຊອບບໍ່ໃຫ້ເກີນເຈັດຄົນ.

...ມາດຕາ 30 (ປັບປຸງ) ສິແລະໜ້າທີ່ຂອງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ

ມາດຕາ 30 (ປັບປຸງ) ສິແລະໜ້າທີ່ຂອງຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງມີສິດແລະໜ້າທີ່ ຕົ້ນຕໍດັ່ງນີ້: 1. ຊຸກຍູ້,ແນະນໍາ,ສຶກສາອົບຮົມກົດໝາຍ,ລະບຽບກ່ຽວກັບ ການເລືອກຕັ້ງແລະຈັດຕັ້ງນໍາພາຜູ້ມີສິດເລືອກຕັ້ງໃນຂອບເຂດ ຄວາມຮັບຜິດຊອບຂອງຕົນໄປໃຊ້ສິດບ່ອນບັດເລືອກຕັ້ງຢ່າງຄົບຖ້ວນ ແລະຖືກຕ້ອງ; 2. ກະກຽມສະຖານທີ່ແລະອຸປະກອນຮັບໃຊ້ການປ່ອນບັດ ເລືອກຕັ້ງ; 3. ຄຸ້ມຄອງ,ແຈກຢາຍບັດລົງຄະແນນສຽງໃຫ້ແກ້ຜູ້ມີສິດ ເລືອກຕັ້ງ; 4. ຮັບຜິດຊອບວຽກງານປ່ອນບັດເລືອກຕັ້ງ,ປະສານສົມທົບ ກັບກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເພື່ອຮັບປະກັນ ຄວາມສະຫງົບ,ຄວາມປອດໄພແລະຄວາມເປັນລະບຽບຮຽບຮ້ອຍ ຢູ່ໜ່ວຍປ່ອນບັດເລືອກຕັ້ງຂອງຕົນ; 5. ແກ້ໄຂຄໍາສະເໜີຫຼືຄໍາຮ້ອງຂໍຕໍ່ວ່າຂອງຜູ້ມີສິດເລືອກຕັ້ງ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 6. ນັບ,ກວດກາບັດແລະເຮັດບົດບັນທຶກຜົນຂອງການປ່ອນ ບັດເລືອກຕັ້ງຢູ່ໜ່ວຍຂອງຕົນແລ້ວມອບບົດບັນທຶກ,ຕາປະທັບແລະ ເອກະສານອື່ນທີ່ສໍາຄັນໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ; 7. ເກັບມ້ຽນບັດລົງຄະແນນສຽງທີ່ໄດ້ປ່ອນແລ້ວນັ້ນໄວ້ຈົນ ກວ່າອາຍຸການຂອງຄະນະກໍາມະການເລືອກຕັ້ງໄດ້ສິ້ນສຸດລົງແລ້ວ ຈຶ່ງທໍາລາຍຖິ້ມ; 8. ສະຫຼຸບ,ຕີລາຄາ,ຖອດຖອນບົດຮຽນແລະລາຍງານກ່ຽວ ກັບການເລືອກຕັ້ງໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ,ຄັດ ເລືອກຕົວເດັ່ນແລ້ວສະເໜີໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ພິຈາລະນາແລະສະເໜີຂັ້ນເທິງຕົກລົງຍ້ອງຍໍ.

...ມາດຕາ 31 (ໃໝ່) ອາຍຸການຂອງຄະນະກໍາມະການເລືອກຕັ້ງ

ມາດຕາ 31 (ໃໝ່) ອາຍຸການຂອງຄະນະກໍາມະການເລືອກຕັ້ງ ອາຍຸການຂອງຄະນະກໍາມະການເລືອກຕັ້ງແຕ່ລະຂັ້ນຕາມທີ່ ໄດ້ກໍານົດໄວ້ໃນ ມາດຕາ 24 ຂອງກົດໝາຍສະບັບນີ້ຈະສິ້ນສຸດລົງ ພາຍຫຼັງສໍາເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດນັ້ນ.

..ໝວດທີ 6 ການກໍານົດເວລາແລະລະບຽບການປ່ອນບັດເລືອກຕັ້ງ


...ມາດຕາ 32 (ປັບປຸງ) ການກໍານົດວັນເລືອກຕັ້ງ

ມາດຕາ 32 (ປັບປຸງ) ການກໍານົດວັນເລືອກຕັ້ງ ຄະນະປະຈໍາສະພາແຫ່ງຊາດເປັນຜູ້ກໍານົດວັນເລືອກຕັ້ງ ແລ້ວສະເໜີປະທານປະເທດອອກລັດຖະດໍາລັດປະກາດຢ່າງເປັນ ທາງການກ່ອນວັນເລືອກຕັ້ງໜຶ່ງຮ້ອຍສາມສິບວັນ. ການເລືອກຕັ້ງແມ່ນດໍາເນີນໃນວັນດຽວກັນຢ່າງເປັນເອກະ ພາບໃນຂອບເຂດທົ່ວປະເທດໂດຍຖືເອົາວັນເສົາຫຼືວັນອາທິດເປັນ ວັນເລືອກຕັ້ງ. ໃນກໍລະນີທີ່ມີຄວາມຈໍາເປັນຄະນະປະຈໍາສະພາແຫ່ງຊາດ ອາດຈະກໍານົດວັນເລືອກຕັ້ງສະເພາະກ່ອນຫຼືຫຼັງວັນເລືອກຕັ້ງທີ່ໄດ້ ກໍານົດໄວ້ນັ້ນກໍ່ໄດ້.

...ມາດຕາ 33 . ກໍານົດເວລາປ່ອນບັດເລືອກຕັ້ງ

ມາດຕາ 33 . ກໍານົດເວລາປ່ອນບັດເລືອກຕັ້ງ ເວລາດໍາເນີນການປ່ອນບັດເລືອກຕັ້ງແມ່ນເລີ່ມແຕ່ເຈັດ ໂມງເຊົ້າຫາສິບເຈັດໂມງແລງ. ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງອາດຈະຕົກລົງ ໄຂພິທີຫຼືອັດພິທີໄວຫຼືຊ້າກວ່າເວລາທີ່ໄດ້ກໍານົດໄວ້ນັ້ນກໍ່ໄດ້ໂດຍອີງ ໃສ່ສະພາບການຕົງຈິງຂອງແຕ່ລະບ່ອນແຕ່ບໍ່ໃຫ້ໄຂພິທີກ່ອນຫ້າ ໂມງເຊົ້າແລະອັດພິທີຊ້າກວ່າສິບເກົ້າໂມງແລງ.

...ມາດຕາ 34 ລະບຽບການປ່ອນບັດເລືອກຕັ້ງ

ມາດຕາ 34 ລະບຽບການປ່ອນບັດເລືອກຕັ້ງ ລະບຽບການປ່ອນບັດເລືອກຕັ້ງມີດັ່ງນີ້: 1. ສະຖານທີ່ປ່ອນບັດເລືອກຕັ້ງໃຫ້ຈັດໃສ່ບ່ອນທີ່ເຫັນວ່າ ເໝາະສົມແລະສະດວກດີເຊັ່ນ:ໂຮງຮຽນ,ສະໂມສອນ,ວັດຫຼືສະຖານ ທີ່ອື່ນ; 2. ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຕ້ອງແນະນໍາ, ເຜີຍແຜ່ລະບຽບການຕ່າງໆແລະວິທີລົງຄະແນນສຽງໃຫ້ຜູ້ມີສິດ ເລືອກຕັ້ງທຸກຄົນເຂົ້າໃຈ; 3. ກ່ອນການປ່ອນບັດເລືອກຕັ້ງຕ້ອງສະເໜີຕົວແລະແຈ້ງ ບັດຢັ້ງຢືນຕໍ່ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັັ້ງເພື່ອຮັບເອົາ ບັດລົງຄະແນນສຽງ; 5. ສໍາລັບຜູ້ມີສິດເລືອກຕັ້ງທີ່ບໍ່ຮູ້ໜັງສືຊຶ່ງບໍ່ສາມາດຂີດບັດ ດ້ວຍຕົນເອງໄດ້ນັ້ນຄະນະຮັບຜິດຊອບໜ່ວຍບ່ອນບັດເລືອກຕັ້ງມີສິດ ແຕ່ງຕັ້ງຜູ້ຮັບຜິດຊອບຊ່ວຍຂີດບັດ,ແຕ່ຕ້ອງປະຕິບັດຕາມຄວາມມັກ ແລະການຊີ້ບອກຂອງຜູ້ນັ້ນແລະໃຫ້ຜູ້ກ່ຽວນໍາເອົາບັດລົງຄະແນນ ສຽງໄປປ່ອນໃຫ້ຫີບບັດດ້ວຍຕົນເອງ.ໃນກໍລະນີທີ່ບໍ່ສາມາດປ່ອນບັດ ດ້ວຍຕົວເອງໄດ້ແມ່ນມອບໃຫ້ຄະນະຮັບຜິດຊອບໜ່ວຍປ່ອນບັດ ເລືອກຕັ້ງຜູ້ໃດຜູ້ໜຶ່ງຊ່ວຍນໍາເອົາບັດໄປປ່ອນໃສ່ຫີບບັດໂດຍຊ້ອງ ໜ້າຜູ້ກ່ຽວ; 6. ໃນກໍລະນີທີ່ຜູ້ມີສິດເລືອກຕັ້ງເຈັບປ່ວຍ,ເສຍອົງຄະ,ເຖົ້າ ແກ່ໄປບ່ອນບັດບໍ່ໄດ້ນັ້ນຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ຕ້ອງຈັດແຕ່ງໜ່ວຍຮັບຜິດຊອບຫີບບັດເຄື່ອນທີ່ໄປຮັບເອົາບັດລົງຄະ ແນນສຽງກັບທີ່; 7. ຖ້າຜູ້ມີສິດເລືອກຕັ້ງຫາກຂີດຜິດຕ້ອງສົ່ງບັດທີ່ຂີດຜິດນັ້ນ ຄືນແລ້ວຂໍເອົາບັດໃໝ່ນໍາຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກ ຕັ້ງ; 8. ຜູ້ມີສິດເລືອກຕັ້ງຕ້ອງປ່ອນບັດລົງຄະແນນສຽງໃຫ້ຫີບບັດ ເທື່ອລະຄົນ.

...ມາດຕາ 35 ການແກ້ໄຂກໍລະນີສຸກເສີນຢູ່ບ່ອນປ່ອນບັດເລືອກຕັ້ງ

ມາດຕາ 35 ການແກ້ໄຂກໍລະນີສຸກເສີນຢູ່ບ່ອນປ່ອນບັດເລືອກຕັ້ງ ໃນເວລາດໍາເນີນການປ່ອນບັດເລືອກຕັ້ງນັ້ນຖ້າຫາກມີກໍລະ ນີສຸກເສີນຢ່າງຮ້າຍແຮງເກີດຂຶ້ນຄະນະຮັບຜິດຊອບໜ່ວຍບ່ອນບັດ ເລືອກຕັ້ງຕ້ອງປະກາດໂຈະການປ່ອນບັດໃນທັນທີ,ແຕ່ຕ້ອງພິຈາລະ ນາແກ້ໄຂກໍລະນີດັ່ງກ່າວໃຫ້ສໍາເລັດເພື່ອສາມາດສືບຕໍ່ການປ່ອນ ບັດນັ້ນໄດ້.ຖ້າຫາກບໍ່ສາມາດແກ້ໄຂໄດ້ນັ້ນກໍ່ໃຫ້ປະກາດງົດການ ປ່ອນບັດເລືອກຕັ້ງແລ້ວລາຍງານໃຫ້ຄະນະກໍາມະການເລືອກຕັ້ງ ຂັ້ນເມືອງພິຈາລະນາໃນທັນທີເພື່ອແກ້ໄຂຫຼືກໍານົດວັນເວລາເລືອກ ຕັ້ງໃໝ່.

..ໝວດທີ 7 ການນັບຄະແນນສຽງແລະການປະກາດຜົນການເລືອກຕັ້ງ


...ມາດຕາ 36 ການນັບຄະແນນສຽງ

ມາດຕາ 36 ການນັບຄະແນນສຽງ ການນັບຄະແນນສຽງຕ້ອງດໍາເນີນຢ່າງເປີດເຜີຍໂດຍຊ້ອງ ໜ້າພະຍານຢ່າງໜ້ອຍສາມຄົນທີ່ມາຈາກຜູ້ມີສິດເລືອກຕັ້ງຂອງ ໜ່ວຍປ່ອນບັດເລືອກຕັ້ງນັ້ນ,ແຕ່ຫາກບໍ່ແມ່ນຜູ້ສະໝັກຮັບເລືອກຕັ້ງ. ນັກຂ່າວແລະຜູ້ຕາງໜ້າຂອງຜູ້ສະໝັກຮັບເລືອກຕັ້ງຈະເຂົ້າ ຮ່ວມສັງເກດການແລະຕິດຕາມການນັບຄະແນນສຽງກໍ່ໄດ້. ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຕ້ອງແບ່ງໜ້າທີ່ ຮັບຜິດຊອບໃນການນັບຄະແນນສຽງດັ່ງນັ້ນ:ຜູ້ໜຶ່ງອ່ານ,ຜູ້ໜຶ່ງກວດ ກາຄືນ,ຜູ້ໜຶ່ງຂຽນແລະຜູ້ອື່ນໆນັ້ນເປັນຜູ້ຕິດຕາມແລະບັນທຶກ.

...ມາດຕາ 37 (ປັບປຸງ) ບົດລົງຄະແນນສຽງທີ່ບໍ່ຖືກຕ້ອງ

ມາດຕາ 37 (ປັບປຸງ) ບົດລົງຄະແນນສຽງທີ່ບໍ່ຖືກຕ້ອງ ບັດລົງຄະແນນສຽງທີ່ບໍ່ຖືກຕ້ອງມີດັ່ງນີ້: 1. ບໍ່ມີຕາປະທັບຂອງໜ່ວຍບ່ອນບັດເລືອກຕັ້ງນັ້ນ; 2.​ ຂີ້ດຊື່ຜູ້ສະໝັກຮັບເລືອກຕັ້ງເກີນຫຼືຫຼຸດຈໍານວນທີ່ໄດ້ກໍານົດ ໄວ້; 3. ບໍ່ຂີດຊື່ຜູ້ສະໝັກຮັບເລືອກຕັ້ງ; 4. ບໍ່ສາມາດເຊື່ອຖືໄດ້.

...ມາດຕາ 38 (ປັບປຸງ) ບັດບັນທຶກຜົນການບ່ອນບັດເລືອກຕັ້ງ

ມາດຕາ 38 (ປັບປຸງ) ບັດບັນທຶກຜົນການບ່ອນບັດເລືອກຕັ້ງ ບົດບັນທຶກຜົນການປ່ອນບັດເລືອກຕັ້ງມີເນືອໃນດັ່ງນີ້: 1. ເວລາໄຂແລະອັດພິທີປ່ອນບັດເລືອກຕັ້ງ; 2. ລາຍຊື່ຜູ້ສະໝັກຮັບເລືອກຕັ້ງ; 3. ຈໍານວນຜູ້ມີສິດເລືອກຕັ້ງທັງໝົດ; 4. ຈໍານວນຜູ້ມາປ່ອນບັດເລືອກຕັ້ງຕົວຈິງ; 5. ຈໍານວນບັດລົງຄະແນນສຽງທີ່ໄດ້ຮັບຕົວຈິງ; 6. ຈໍານວນບັດລົງຄະແນນສຽງທີ່ຂີດຜິດຊຶ່ງໄດ້ນໍາມາປ່ຽນ ເອົາບັດໃໝ່; 7. ຈໍານວນບົດລົງຄະແນນສຽງທີ່ຖືກຕ້ອງ; 8. ຈໍານວນບັດລົງຄະແນນສຽງທີ່ບໍ່ຖືກຕ້ອງ; 9. ຈໍານວນຄະແນນສຽງຂອງຜູ້ສະໝັກຮັບເລືອກຕັ້ງແຕ່ລະ ຄົນ; 10. ຈໍານວນຄໍາຮ້ອງຂໍຕໍ່ວ່າທີ່ຄະນະຮັບຜິດຊອບໜ່ວຍປ່ອນ ບັດເລືອກຕັ້ງໄດ້ແກ້ໄຂແລ້ວແລະຄໍາຮ້ອງຂໍຕໍ່ວ່າທີ່ບໍ່ທັນໄດ້ແກ້ໄຂ ພ້ອມດ້ວຍເຫດຜົນ(ຖ້າຫາກມີ). ບົດບັນທຶກດັ່ງກ່າວຕ້ອງມີລາຍເຊັນຂອງຫົວນ້າຄະນະຮັບຜິດ ຊອບໜ່ວຍປ່ອນບັດເລືອກຕັ້ງ,ເວຂານຸການແລະພະຍານສາມຄົນທີ່ ເຂົ້າຮ່ວມໃນການກວດກາບັດ.ບົດບັນທຶກນັ້ນສະບັບໜຶ່ງສົ່ງໃຫ້ຄະນະ ກໍາມະການເລືອກຕັ້ງຂັ້ນເມືອງແລະອີກສະບັບໜຶ່ງມອບໃຫ້ນາຍບ້ານ ເກັບຮັກສາໄວ້.

...ມາດຕາ 39 ຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ

ມາດຕາ 39 ຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງ ຊາດ ຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດແມ່ນ ຜູ້ທີ່ໄດ້ຮັບຄະແນນສຽງຫຼາຍກວ່າຕາມລໍາດັບຈົນຄົບຕາມຈໍານວນ ທີ່ຕ້ອງການເລືອກເອົາໃນແຕ່ລະເຂດເລືອກຕັ້ງ. ໃນກໍລະນີທີ່ຄະແນນສຽງຂອງຜູ້ຢູ່ໃນອັນດັບສຸດທ້າຍຂອງຈໍາ ນວນທີ່ຕ້ອງການໃນເຂດເລືອກຕັ້ງໃດໜຶ່ງຫາກເທົ່າກັນນັ້ນໃຫ້ຕັດສິນ ເອົາຜູ້ມີອາຍຸການຫຼາຍກວ່າ,ແຕ່ໃນກໍລະນີທີ່ອາຍຸການຫາກເທົ່າກັນ ແມ່ນໃຫ້ເອົາຜູ້ມີອາຍຸກະສຽນສູງກວ່າເປັນສະມາຊິກສະພາແຫ່ງ ຊາດ.

...ມາດຕາ 40 (ໃໝ່) ການປະກາດຜົນການເລືອກຕັ້ງ

ມາດຕາ 40 (ໃໝ່) ການປະກາດຜົນການເລືອກຕັ້ງ ພາຍຫຼັງຄະນະກໍາມະການເລືອກຕັ້ງຂັ້ນທ້ອງຖິ່ນໄດ້ສໍາເລັດ ການນັບຄະແນນສຽງເປັນທີ່ຖືກຕ້ອງແລະຮຽບຮ້ອຍແລ້ວກໍ່ໃຫ້ສົ່ງ ບົດບັນທຶກຜົນການເລືອກຕັ້ງໄປຍັງຄະນະກໍາມະການເລືອກຕັ້ງລະ ດັບຊາດເພື່ອສັງລວມແລະປະກາດຜົນການເລືອກຕັ້ງຢ່າງເປັນທາງ ການ.

..ໝວດທີ 8 ການເລືອກຕັ້ງແທນ


...ມາດຕາ 41 (ປັບປຸງ) ການເລືອກຕັ້ງແທນ

ມາດຕາ 41 (ປັບປຸງ) ການເລືອກຕັ້ງແທນ ການເລືອກຕັ້ງແທນຈະໄດ້ຈັດຂຶ້ນເມື່ອສະມາຊິກສະພາແຫ່ງ ຊາດໃນເຂດເລືອກຕັ້ງໃດໜຶ່ງຫາກຫຼຸດຈໍານວນລົງທີ່ເນື່ອງມາຈາກ ກໍລະນີດັ່ງນີ້: 1. ເສຍຊີວິດ; 2. ລາອອກ; 3. ຖືກປົດອອກຈາກການເປັນສະມາຊິກສະພາແຫ່ງຊາດ. ການເລືອກຕັ້ງແທນຈະດໍາເນີນໄດ້ກໍ່ຕໍ່ເມື່ອໄດ້ຮັບສຽງເຫັນ ດີຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກສະພາແຫ່ງຊາດທີ່ເຂົ້າ ຮ່ວມກອງປະຊຸມຕາມການສະເໜີຂອງຄະນະປະຈໍາສະພາແຫ່ງ ຊາດແລະອາຍຸການຂອງງສະພາແຫ່ງຊາດຊຸດນັ້ນຫາກຍັງເຫຼືອ ຢ່າງໜ້ອຍສາມປີຂອງອາຍຸການທັງໝົດນັບແຕ່ວັນກໍລະນີທີ່ໄດ້ກໍາ ນົດໄວ້ໃນວັກເທິງນີ້ເກີດຂຶ້ນ.

...ມາດຕາ 42 (ປັບປຸງ) ວິທີການເລືອກຕັ້ງແທນ

ມາດຕາ 42 (ປັບປຸງ) ວິທີການເລືອກຕັ້ງແທນ ການເລືອກຕັ້ງແທນມີສອງວິທີດັ່ງນີ້: 1. ຕາມວິທີທົ່ວໄປ ຄະນະປະຈໍາສະພາແຫ່ງຊາດເປັນຜູ້ຕົກລົງແຕ່ງຕັ້ງຄະນະ ກໍາມະການເລືອກຕັ້ງແລະກໍານົດວັນເລືອກຕັ້ງແທນ. ການດໍາເນີນການເລືອກຕັ້ງແທນນັ້ນໃຫ້ປະຕິບັດຕາມກົດ ໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດສະບັບນີ້.

2. ຕາມວິທີສະເພາະ ໃນກໍລະນີທີ່ບໍ່ສາມາດດໍາເນີນການເລືອກຕັ້ງແທນຕາມວິທີ ທົ່ວໄປໄດ້ນັ້ນແມ່ນໃຫ້ປະຕິບັດດັ່ງນີ້: - ເຂດເລືອກຕັ້ງທີ່ກ່ຽວຂ້ອງເລືອກເອົາຜູ້ສະໝັກຮັບເລືອກ ຕັ້ງທີ່ໄດ້ຮັບຄະແນນສຽງຫຼາຍຖັດຈາກຜູ້ໄດ້ຮັບເລືອກຕັ້ງເປັນສະມາ ຊິກສະພາແຫ່ງຊາດໃນເຂດເລືອກຕັ້ງນັ້ນ; - ຜູ້ສະໝັກຮັບເລືອກຕັ້ງດັ່ງກ່າວຕ້ອງໄດ້ຮັບຄະແນນສຽງ ຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນຜູ້ມາປ່ອນບັດເລືອກຕັ້ງ; - ຜູ້ສະໝັກຮັບເລືອກດັ່ງກ່າວຕ້ອງຮັກສາໄດ້ມາດຕະຖານ ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 12 ຂອງກົດໝາຍສະບັບ ນີ້; - ເຂດເລືອກຕັ້ງທີ່ກ່ຽວຂ້ອງນໍາສະເໜີບຸກຄົນດັ່ງກ່າວເພື່ອ ໃຫ້ຄະນະປະຈໍາສະພາແຫ່ງຊາດສະເໜີຕໍ່ກອງປະຊຸມສະພາແຫ່ງ ຊາດພິຈາລະນາຮັບຮອງເອົາເປັນສະມາຊິກສະພາແຫ່ງຊາດຕາມ ລະບຽບກົດໝາຍ.

..ໝວດທີ 9 (ໃໝ່) ຂໍ້ຫ້າມ


...ມາດຕາ 43 (ໃໝ່) ຂໍ້ຫ້າມສໍາລັບຜູ້ມີສິດເລືອກຕັ້ງ

ມາດຕາ 43 (ໃໝ່) ຂໍ້ຫ້າມສໍາລັບຜູ້ມີສິດເລືອກຕັ້ງ ຫ້າມຜູ້ມີສິດເລືອກຕັ້ງມີການກະທໍາຕົ້ນຕໍດັ່ງນີ້: 1. ບິດເບືອນແນວທາງນະໂຍບາຍແລະຄວາມເປັນຈິງກ່ຽວ ກັບການເລືອກຕັ້ງ; 2. ໂຄສະນາໃສ່ຮ້າຍປ້າຍສີ,ທັບຖົມຜູ້ສະໝັກຮັບເລືອກຕັ້ງ; 3. ປັ່ນປ່ວນ,ສ້າງສະຖານະການກໍ່ຄວາມບໍ່ສະຫງົບເປັນຕົ້ນ ໃນໜ່ວຍເລືອກຕັ້ງຂອງຕົນ; 4. ແຊກແຊງການຂີດບັດລົງຄະແນນສຽງຂອງຜູ້ອື່ນ; 5. ຂີດບົດລົງຄະແນນສຽງຂອງຕົນແບບຊະຊາຍຫຼືບໍ່ຖືກ ຕ້ອງຕາມລະບຽບການ; 6. ຮັບສິນບົນ.

...ມາດຕາ 44 (ໃໝ່) ຂໍ້ຫ້າມສໍາລັບຜູ້ສະໝັກຮັບເລືອກຕັ້ງ

ມາດຕາ 44 (ໃໝ່) ຂໍ້ຫ້າມສໍາລັບຜູ້ສະໝັກຮັບເລືອກຕັ້ງ ຫ້າມຜູ້ສະໝັກຮັບເລືອກຕັ້ງມີການກະທໍາຕົ້ນຕໍດັ່ງນີ້: 1. ໂຄສະນາໃສ່ຮ້າຍປ້າຍສີ,ທົບຖົມຜູ້ສະໝັກຮັບເລືອກຕັ້ງ ຄົນອື່ນ; 2. ຊື້ຈ້າງ,ຈອບອອຍຜູ້ມີສິດເລືອກຕັ້ງດ້ວຍຮູບການຕ່າງໆ; 3. ໂຄສະນາຫາສຽງໃນວັນເລືອກຕັ້ງ; 4. ເຂົ້າຫຍຸ້ງກ່ຽວການນັບບັດລົງຄະແນນສຽງຂອງຄະນະ ຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ; 5. ໃຫ້ສິນບົນ.

...ມາດຕາ 45 (ໃໝ່) ຂໍ້ຫ້າມສໍາລັບຄະນະກໍາມະການເລືອກຕັ້ງ

ມາດຕາ 45 (ໃໝ່) ຂໍ້ຫ້າມສໍາລັບຄະນະກໍາມະການເລືອກຕັ້ງ ຫ້າມຄະນະກໍາມະການເລືອກຕັ້ງມີການກະທໍາຕົ້ນຕໍດັ່ງນີ້: 1. ລໍາອຽງ,ເຂົ້າຂ້າງອອກຂາຜູ້ສະໝັກຮັບເລືອກຕັ້ງໃດໜຶ່ງ ເປັນຕົ້ນໃນເວລານັບບັດລົງຄະແນນສຽງ; 2. ໃສ່ຮ້າຍປ້າຍສີ,ທັບຖົມບົດບາດແລະຊື່ສຽງຂອງຜູ້ສະ ໝັກຮັບເລືອກຕັ້ງໃດໜຶ່ງ; 3. ຂີດບັດແທນຜູ້ມີສິດເລືອກຕັ້ງໂດຍບໍ່ໄດ້ຮັບອະນຸຍາດ; 4. ອັດຫີບບັດກ່ອນກໍານົດເວລາທີ່ຜູ້ມີສິດເລືອກຕັ້ງຍັງບໍ່ທັນ ໄດ້ມາໃຊ້ສິດປ່ອນບັດເລືອກຕັ້ງຢ່າງຄົບຖ້ວນຕາມບັນຊີ; 5. ປະຕິບັດສິດແລະໜ້າທີ່ຂອງຕົນເກີນຂອບເຂດທີ່ໄດ້ກໍານົດ ໄວ້; 6. ເມີນເສີຍຕໍ່ໜ້າທີ່ແລະຄວາມຮັບຜິດຊອບຂອງຕົນເປັນຕົ້ນ ການຄຸ້ມຄອງງົບປະມານ,ອຸປະກອນຮັບໃຊ້ການເລືອກຕັ້ງ; 7. ຮັບສິນບົນ.

...ມາດຕາ 46 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 46 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີການກະທໍາຕົ້ນຕໍດັ່ງນີ້: 1. ເຂົ້າໄປຫຍຸ້ງກ່ຽວໃນເວລາຜູ້ມີສິດເລືອກຕັ້ງດໍາເນີນການ ຂີດບັດ; 2. ໂຄສະນາຫາສຽງໃຫ້ຜູ້ສະໝັກຮັບເລືອກຕັ້ງໃດໜຶ່ງໃນວັນ ເລືອກຕັ້ງແລະເວລາດໍາເນີນການປ່ອນບັດ; 3. ກໍ່ຄວາມວຸ້ນວາຍໃນການດໍາເນີນການເລືອກຕັ້ງອັນເປັນ ການລະເມີດລະບຽບກົດໝາຍ; 4. ຍຸແຍ່,ຊວນເຊື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງໃນເຂດດຽວ ກັນນັ້ນມີຄວາມເຂົ້າໃນຜິດຊຶ່ງກັນແລະກັນນໍາໄປເຖິງການແບ່ງ ແຍກຄວາມສາມັກຄີພາຍໃນ; 5. ຮັບສິນບົນຫຼືການຊື້ຈ້າງຈາກຜູ້ສະໝັກຮັບເລືອກຕັ້ງດ້ວຍ ຮູບການຕ່າງໆ.

..ໝວດທີ 10 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜິ້ລະເມີດ


...ມາດຕາ 47 (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 47 (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນແລະການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດ ກົດໝາຍສະບັບນີ້ເປັນຕົ້ນໃນການເຂົ້າຮ່ວມຂະບວນການໂຄສະນາ, ປ້ອງກັນຄວາມສະຫງົບ,ປະກອບສ່ວນທຶນຮອນໃຫ້ແກ່ການເລືອກຕັ້ງ ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 48 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ

ມາດຕາ 48 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ ບຸກຄົນແລະການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບ ການເລືອກຕັ້ງຈະຖືກປະຕິບັດມາດຕະການສຶກສາອົບຮົມ,ກ່າວ ເຕືອນ,ປັບໃໝ,ມາດຕະການທາງວິໄນ,ທາງແພ່ງຫຼືລົງໂທດທາງ ອາຍາຕາມກໍລະນີເບົາຫຼືໜັກ.

..ພາກທີ 11 ບົດບັນຍັດສຸດທ້າຍ


...ມາດຕາ 49 (ປັບປຸງ) ງົບປະມານຮັບໃຊ້ການເລືອກຕັ້ງ

ມາດຕາ 49 (ປັບປຸງ) ງົບປະມານຮັບໃຊ້ການເລືອກຕັ້ງ ງົບປະມານຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແມ່ນງົບປະມານຂອງລັດ. ຄະນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ແບ່ງປັນງົບປະ ມານດັ່ງກ່າວໃຫ້ແຕ່ລະເຂດເລືອກຕັ້ງຕາມເງື່ອນໄຂຕົວຈິງແລະຢ່າງ ເໝາະສົມ.

...ມາດຕາ 50 ການຈັດຕັ້ງປະຕິບັດ

ມາດຕາ 50 ການຈັດຕັ້ງປະຕິບັດ ຄະນະປະຈໍາສະພາແຫ່ງຊາດເປັນຜູ້ອອກຄໍາແນະນໍາຈັດຕັ້ງ ປະຕິບັດກົດໝາຍສະບັບນີ້.

...ມາດຕາ 51 ຜົນສັກສິດ

ມາດຕາ 51 ຜົນສັກສິດ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ສະບັບເລກທີ ສູນໜຶ່ງທັບສພຊລົງວັນທີ 11 ຕຸລາ 2011. ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ.

ປະທານສະພາແຫ່ງຊາດ. ທອງສິງ ທໍາມະວົງ