ກົດໝາຍວ່າດ້ວຍການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ 10-04-2001

From Wikisource
Jump to navigation Jump to search

.ການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ 10-04-2001


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ

ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍການອະນາໄມ,ກັນພະ ຍາດແລະສົ່ງເສີມສຸຂະພາບ ກົດໝາຍວ່າດ້ວຍການອະນາໄມ,ກັນພະຍາດແລະສົ່ງເສີມ ສຸຂະພາບມີໜ້າທີ່ກໍານົດຫຼັກການ,ລະບຽບການແລະມາດຕະການ ຕ່າງໆກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວວຽກງານອະນາ ໄມ,ກັນພະຍາດແລະສົ່ງເສີມສຸຂະພາບເພື່ອເຮັດໃຫ້ພັນລະເມືອງມີ ສຸຂະພາບສົມບຸນ,ມີຄຸນນະພາບຊີວິດທີ່ດີແລະມີອາຍຸຍືນປະກອບ ສ່ວນເຂົ້າໃນການປົກປັກຮັກສາແລະພັດທະນາປະເທດຊາດ.


...ມາດຕາສອງ:ນິຍາມຄໍາສັບ

ມາດຕາສອງ:ນິຍາມຄໍາສັບ ສຸຂະພາບດີແມ່ນສະພາບທີ່ສົມບູນທັງດ້ານຮ່າງກາຍ,ຈິດໃຈ ແລະສັງຄົມຫາກບໍ່ແມ່ນພຽງແຕ່ສະພາບບໍ່ເປັນພະຍາດຫຼືບໍ່ພິການ ເທົ່ານັ້ນ.ການມີສຸຂະພາບດີແມ່ນກ້ອນທຶນອັນປະເສີດ,ເປັນສິດພື້ນ ຖານທີ່ຊອບທໍາແລະເປັນພັນທະຂອງພັນລະເມືອງທຸກຄົນ,ທຸກຄອບ ຄົວ,ຂອງທົ່ວສັງຄົມແລເປັນເງື່ອນໄຂພື້ນຖານອັນໜຶ່ງໃນການສຶກ ສາຮໍ່າຮຽນ,ອອກແຮງງານຜະລິດແລະດໍາລົງຊີວິດຢ່າງມີຄວາມ ສຸກ. ການອະນາໄມໝາຍເຖິງການຄວບຄຸມບັນດາອົງປະກອບ ຂອງສິ່ງແວດລ້ອມທີ່ເປັນອັນຕະລາຍຫຼືອາດຈະເປົນອັນຕະລາຍຕໍ່ສຸ ຂະພາບທັງດ້ານຮ່າງກາຍ,ຈິດໃຈແລະສັງຄົມຂອງມະນຸດເຊັ່ນ:ການ ອະນາໄມສ່ວນບຸກຄົນ,ການອະນາໄມການກິນ,ການຢູ່,ການນຸ່ງຫົ່ມ ແລະອື່ນໆຕາມທີ່ໄດ້ກໍານົດໄວ້ໃນມາດຕາແປດຂອງກົດໝາຍສະບັບ ນີ້. ການກັນພະຍາດໝາຍເຖິງການນໍາໃຊ້ມາດຕະການວິທີການ ຕ່າງໆທີ່ມີປະສິດທິຜົນເພື່ອກັນບໍ່ໃຫ້ພະຍາດເກີດຂຶ້ນຫຼືສະກັດກັ້ນບໍ່ໃຫ ້ພະຍາດແຜ່ລາມ,ຫຼຸດຜ່ອນຄວາມຮຸນແຮງແລະອັນຕະລາຍຂອງພະ ຍາດ. ການສົ່ງເສີມສຸຂະພາບໝາຍເຖິງຂະບວນການເພີ່ມຄວາມຮູ້, ຄວາມສາມາດ,ສະຕິຕື່ນຕົວຂອງຄົນເຮົາໃນການຄວບຄຸມ,ດູແລ ແລະພັດທະນາສຸຂະພາບຕົນເອງ,ຄອບຄົວ,ລວມໝູ່ແລະສັງຄົມໃຫ້ດີ ຂຶ້ນດ້ວຍການຫັນປ່ຽນການປະພຶດຂອງຕົນ,ສ້າງເງື່ອນໄຂອໍານວຍ ຄວາມສະດວກແລະວາງຫຼັກການໃນການປະຕິບັດມາດຕະການຕ່າງ ໆເພື່ອປັບປຸງແບບແຜນດໍາລົງຊີວິດທີ່ອໍານວຍແກ່ສຸຂະພາບທີ່ດີໂດຍ ເອົາວຽກງານສຸຂະສຶກສາເປັນໃຈກາງ. ການສ່ຽງການເປັນອັນຕະລາຍຕໍ່ສຸຂະພາບໝາຍເຖິງການ ກະທໍາຫຼືແບບແຜນດໍາລົງຊີວິດທີ່ສາມາດເຮັດໃຫ້ຄົນເຈັບເປັນຫຼືເປັນ ພະຍາດ.ສຸຂະພາບຂອງພົນລະເມືອງຈະຮັບປະກັນໄດ້ກໍ່ຕໍ່ເມື່ອການ ສ່ຽງການເປັນອັນຕະລາຍຕໍ່ສຸຂະພາບຫາກຖືກຫຼີກເວັ້ນ,ຖືກຫຼຸດຜ່ອນ ຫຼືກັນບໍ່ໃຫ້ເກີດຂຶ້ນ.


...ມາດຕາສາມ:ສິດແລະພັນທະຂອງພົນລະເມືອງໃນການຮັກສາສຸຂະພາບ

ມາດຕາສາມ:ສິດແລະພັນທະຂອງພົນລະເມືອງໃນການຮັກສາສຸ ຂະພາບ ພົນລະເມືອງທຸກຄົນໂດຍບໍ່ຈໍາແນກເຜົ່າ,ເພດ,ໄວ,ຖານະ ທາງດ້ານເສດຖະກິດແລະສັງຄົມລ້ວນແຕ່ມີສິດໄດ້ຮັບການບໍລິ ການດ້ານສຸຂະພາບແລະມີພັນທະໃນການຮັກສາສຸຂະພາບຂອງ ຕົນເອງ,ຄອບຄົວ,ສັງຄົມແລະປະເທດຊາດ,ປະກອບສ່ວນໃນວຽກ ງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ.

...ມາດຕາສີ່:ຄວາມຮັບຜິດຊອບຂອງລັດຕໍ່ສຸຂະພາບຂອງພົນລະເມືອງ.

ມາດຕາສີ່:ຄວາມຮັບຜິດຊອບຂອງລັດຕໍ່ສຸຂະພາບຂອງພົນລະ ເມືອງ. ລັດໃຫ້ຄວາມສໍາຄັນແລະເອົາໃຈໃສ່ຕໍ່ການຮັກສາ,ສົ່ງເສີມ ສຸຂະພາບຂອງປະຊາຊົນບັນດາເຜົ່າດ້ວຍການໃຫ້ຄວາມຮູ້,ຂໍ້ມູນ ຂ່າວສານ,ຊຸກຍູ້,ປຸກລະດົມຂົນຂວາຍ,ຂະຫຍາຍວຽກງານອະນາ ໄມ,ກັນພະຍາດແລະສົ່ງເສີມສຸຂະພາບທັງພາກລັດແລະເອກະຊົນ, ສົ່ງເສີມໃຫ້ຊຸມຊົນ,ເອກະຊົນມີສ່ວນຮ່ວມໃນການພັດທະນາລະບົບ ບໍລະການສາທາລະນະສຸກໃຫ້ທົ່ວເຖິງແລະມີຄຸນນະພາບດີ.


...ມາດຕາຫ້າ:ການສົ່ງເສີມການລົງທຶນໃນວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ.

ມາດຕາຫ້າ:ການສົ່ງເສີມການລົງທຶນໃນວຽກງານອະນາໄມ,ກັນ ພະຍາດແລະສົ່ງເສີມສຸຂະພາບ. ລັດສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດ,ສັງຄົມທັງພາຍໃນ ແລະຕ່າງປະເທດລົງທຶນໃສ່ວຽກງານອະນາໄມ,ກັນພະຍາດແລະ ສົ່ງເສີມສຸຂະພາບດ້ວຍການວາງນະໂຍບາຍ,ລະບຽບການ,ມາດ ຕະການທີ່ເໝາະສົມຕາມລະບຽບກົດໝາຍຂອງສປປລາວ.


...ມາດຕາຫົກ:ການຮ່ວມມືກັບສາກົນ

ມາດຕາຫົກ:ການຮ່ວມມືກັບສາກົນ ລັດສົ່ງເສີມໃຫ້ມີການເປີດກວ້າງການຮ່ວມມືກັບສາກົນກ່ຽວ ກັບການແລກປ່ຽນບົດຮຽນ,ການຝຶກອົບຮົມ,ການກໍ່ສ້າງພະນັກງານ, ການຊ່ວຍເຫຼືອໃນຂົງເຂດອະນາໄມ,ກັນພະຍາດແລະສົ່ງເສີມສຸຂະ ພາບ.


..ໝວດທີ2ການອະນາໄມ


...ມາດຕາເຈັດ:ຄວາມສໍາຄັນຂອງການອະນາໄມ

ມາດຕາເຈັດ:ຄວາມສໍາຄັນຂອງການອະນາໄມ ການອະນາໄມແມ່ນວຽກງານພື້ນຖານຂອງຂະແໜງການ ສາທາລະນະສຸດຊຶ່ງແນ່ໃສ່ກັນພະຍາດແລະສົ່ງເສີມສຸຂະພາບຂອງ ທົ່ວສັງຄົມ,ມີຄວາມໝາຍສໍາຄັນໃນການດໍາລົງຊີວິດປະຈໍາວັນຂອງ ຄົນເຮົາ.ຮັກສາອະນາໄມໄດ້ດີຈະເຮັດໃຫ້ຄົນເຮົາບໍ່ເປັນພະຍາດ,ມີ ອາຍຸຍືນ,ມີຄຸນນະພາບຊີວິດທີ່ດີ. ບຸກຄົນ,ຄອບຄົວແລະຊົມຊົນຕ້ອງເອົາໃຈໃສ່ໃນການຮັກສາ ອະນາໄມຢ່າງເຂັ້ມງວດ.

...ມາດຕາແປດ:ອົງປະກອບຂອງການອະນາໄມ

ມາດຕາແປດ:ອົງປະກອບຂອງການອະນາໄມ ການອະນາໄມປະກອບດ້ວຍການອະນາໄມສ່ວນບຸກຄົນ, ການອະນາໄມຄອບຄົວ,ການອະນາໄມຊຸມຊົນ,ການອະນາໄມນໍ້າ ດື່ມແລະນໍ້າໃຊ້,ການອະນາໄມອາຫານແລະເຄື່ອງບໍລິໂພກ,ການ ອະນາໄມເຄຫະສະຖານ,ການອະນາໄມໂຮງແຮມແລະເຮືອນພັກ, ການອະນາໄມໂຮງຮຽນແລະສະຖາບັນການສຶກສາ,ການອະນາ ໄມໂຮງໝໍ,ສຸກສາລາແລະຫ້ອງກວດພະຍາດ,ການອະນາໄມໃນ ການອອກແຮງງານ,ການອະນາໄມໃນການຜະລິດ,ການອະນາ ໄມສະຖານທີ່ກໍ່ສ້າງແລະສ້ອມແປງ,ການອະນາໄມສະຖານທີ່ສາ ທາລະນະ,ການອະນາໄມຕະຫຼາດ,ການອະນາໄມໃນການຊາປະ ນະກິດສົບ,ການອະນາໄມສິ່ງແວດລ້ອມແລະອື່ນໆ.

...ມາດຕາເກົ້າ:ການອະນາໄມສ່ວນບຸກຄົນ.

ມາດຕາເກົ້າ:ການອະນາໄມສ່ວນບຸກຄົນ. ການອະນາໄມສ່ວນບຸກຄົນໝານເຖິງການບໍາລຸງຮັກສາ ຮ່າງກາຍ,ຈິິດໃຈຂອງຕົນເອງບໍ່ໃຫ້ເຈັບເປັນຫຼືເກີດພະຍາດແລະ ສາມາດດໍາລົງຊີວິດຢູ່ໃນສັງຄົມຢ່າງເປັນປົກກະຕິ. ທຸກຄົນຕ້ອງເອົາໃຈໃສ່ທໍາຄວາມສະອາດຕົນເອງ,ກິນ,ດື່ມ, ຖ່າຍເທ,ນຸ່ງຫົ່ມ,ນອນ,ອອກແຮງງານແລະພັກຜ່ອນລວມທັງການ ມີເພດສໍາພັນໃຫ້ຖືກຕ້ອງຕາມຫຼັກການອະນາໄມ.

...ມາດຕາສິບ:ການອະນາໄມຄອບຄົວ

ມາດຕາສິບ:ການອະນາໄມຄອບຄົວ ການອະນາໄມຄອບຄົວໝາຍເຖິງການເບິ່ງແຍງດູແລໃຫ້ ສະມາຊິກທຸກຄົນໃນຄອບຄົວມີອະນາໄມແລະສຸຂະພາບດີ. ແຕ່ລະຄອບຄົວຕ້ອງເອົາໃຈໃສ່ສ້າງເງື່ອນໄຂໃຫ້ມີນໍ້າສະ ອາດດື່ມແລະໃຊ້,ມີອາຫານກິນທີ່ມີຄຸນຄ່າທາງດ້ານໂພຊະນາການ ແລະປອດໄພ,ວິທີຖ່າຍຢ່າງຖືກຫຼັກການອະນາໄມ,ມີເຄື່ອງນຸ່ງຫົ່ມ ທີ່ສະອາດ,ເໝາະສົມ,ນໍາເອົາລູກຫຼານໄປສັກຢາແລະຢອດຢາກັນ ພະຍາດ,ສົ່ງໄປກວດສຸຂະພາບແລະປິ່ນປົວເວລາເຈັບເປັນ,ຮັບປະ ກັນອານາໄມສາມສະອາດ,ສຶກສາອົບຮົມກັນໃຫ້ຮູ້ຄວາມເປັນອັນ ຕະລາຍຂອງການສູບຢາແລະດື່ມເຫຼົ້າ,ໃຫ້ຫຼີກເວັ້ນການເສບຢາ ເສບຕິດແລະການຕິດຕໍ່ພະຍາດທາງເພດສໍາພັນ.


...ມາດຕາສິບເອັດ:ການອະນາໄມຊຸມຊົນ

ມາດຕາສິບເອັດ:ການອະນາໄມຊຸມຊົນ ການອະນາໄມຊຸມຊົນຫຼາຍເຖິງການຮັກສາຄວາມສະອາດ ຈົບງາມຮ່ວມກັນພາຍໃນໜ່ວຍ,ຄຸ້ມ,ບ້ານ,ໃນເທດສະບານຫຼືຕົວ ເມືອງ. ທຸກຄົນຢູ່ໃນຊຸມຊົມມີພັນທະຕ້ອງເອົາໃຈໃສ່ໃນການກໍາຈັດ ຂີ້ເຫຍື້ອແລະນໍ້າເປິເປື້ອນ,ຮັກສາອະນາໄມແຫຼ່ງນໍ້າ,ນໍ້າດື່ມ,ນໍ້າ ໃຊ້,ອະນາໄມຖະໜົນຫົນທາງ,ຕະຄອງຮ່ອງນໍ້າ,ສະຖານທີ່ສາທາ ລະນະຕ່າງໆເພື່ອບໍ່ໃຫ້ເກີດພະຍາດ,ໃຫ້ມີຄວາມເປັນລະບຽບຮຽບ ຮ້ອຍແລະສວຍງາມເພື່ອສຸຂະພາບຂອງຕົນເອງແລະສັງຄົມ.

...ມາດຕາສິບສອງ:ການອະນາໄມນໍ້າດື່ມແລະນໍ້າໃຊ້

ມາດຕາສິບສອງ:ການອະນາໄມນໍ້າດື່ມແລະນໍ້າໃຊ້ ການອະນາໄມນໍ້າດື່ມແລະນໍ້າໃຊ້ໝາຍເຖິງການຈັດຫານໍ້າ ສະອາດເພື່ອດື່ມແລະນໍາໃຊ້ປະຈໍາວັນ. ນໍ້າທີ່ນໍາມາໃຊ້ປະຈໍາວັນຕ້ອງໄດ້ມາຈາກແຫຼ່ງນໍ້າເຊັ່ນ:ນໍ້າ ປະປາ,ນໍ້າສ້າງ,ນໍ້າຝົນ,ນໍ້າບາດານ,ນໍ້າລິນ,ນໍ້າອອກບໍ່,ບໍ່ນໍ້າອຸ່ນ, ແມ່ນໍ້າ,ລໍາເຊແລະອື່ນໆຊຶ່ງນໍ້າເຫຼົ່ານີ້ຕ້ອງຮັບປະກັນຄວາມສະ ອາດ. ສໍາລັບນໍ້າດື່ມຕ້ອງໄດ້ມາຈາກແຫຼ່ງນໍ້າດັ່ງກ່າວແຕ່ຕ້ອງ ໄດ້ຜ່ານການຕົ້ມ,ການຕອງ,ການຜະລິດແລະການບໍລະການທີ່ຖືກ ຕ້ອງຕາມມາະຕະຖານເຕັກນິກແລະຮັບປະກັນຫຼັກການອະນາໄມ ທີ່ກະຊວງສາທາລະນະສຸກວາງອອກ.

...ມາດຕາສິບສາມ:ການອະນາໄມອາຫານແລະເຄື່ອງບໍລະໂພກ.

ມາດຕາສິບສາມ:ການອະນາໄມອາຫານແລະເຄື່ອງບໍລະໂພກ. ການອະນາໄມອາຫານແລະເຄື່ອງບໍລະໂພກໝາຍເຖິງການ ຈັດຕັ້ງກວດກາ,ຄວບຄຸມອາຫານແລະເຄື່ອງບໍລະໂພກໃຫ້ສະອາດ ປອດໄພຈາກເຊື່ອພະຍາດ,ແມ່ກາຝາກແລະສານເຄມີທີ່ເປັນພິດ ຕ່າງໆຊຶ່ງເປັນອັນຕະລາຍຕໍ່ສຸຂະພາບແລະການຈະເລີນເຕີບໂຕ ຂອງຮ່າງກາຍໃນການດໍາລົງຊີວິດຂອງຄົນ. ບຸກຄົນແລະການຈັດຕັ້ງທີ່ດໍາເນີນການປຸງແຕ່ງອາຫານ, ປຸງແຕ່ງຜະລິດຕະພັນອາຫານ,ຫຸ້ມຫໍ່,ເກັບຮັກສາ,ເຄື່ອນຍ້າຍແລະ ບໍລິການອາຫານຕ່າງໆຕ້ອງຮັບປະກັນຄຸນນະພາບໃຫ້ຖືກຕ້ອງ ຕາມມາດຕະຖານການຜະລິດແລະຮັບປະກັນຫຼັກການອະນາໄມ. ຜູ້ຈະຜະລິດຫຼືຂາຍອາຫານຕ້ອງໄດ້ກວດແລະຮັບການຢັ້ງ ຢືນສຸຂະພາບເສຍກ່ອນ,ຫ້າມຜູ້ທີ່ເປັນພະຍາດຕິດຕໍ່ເຮັດວຽກກັບ ອາຫານເພື່ອບໍ່ໃຫ້ພະຍາດແຜ່ຂະຫຍາຍ. ອາຫານແລະເຄື່ອງບໍລະໂພກທີ່ຜະລິດຢູ່ພາຍໃນຫຼືນໍາເຂົ້າ ມາຈາກຕ່າງປະເທດຕ້ອງຜ່ານການກວດກາຈາກພາກສ່ວນທີ່ ກ່ຽວຂ້ອງແລະໃຫ້ຖືກຕ້ອງຕາມຂໍ້ກໍານົດກົດໝາຍຂອງສປປລາວ.


...ມາດຕາສິບສີ່:ການອະນາໄມເຄຫະສະຖານ

ມາດຕາສິບສີ່:ການອະນາໄມເຄຫະສະຖານ ການອະນາໄມເຄຫະສະຖານໝາຍເຖິງການຮັກສາຄວາມ ສະອາດ,ຈົບງາມແລະການຈັດສັນຄວາມເປັນລະບຽບຮຽບຮ້ອຍ ຂອງເຮືອນ,ສໍານັກງານຫ້ອງການ,ກ້ອງຕະລ່າງເຮືອນ,ອ້ອມແອ້ມ ເຮືອນຢູ່ເພື່ອມີເງື່ອນໄຂດໍາລົງຊີວິດແລະເຮັດວຽກທີ່ປອດໄພ. ສະຖານທີ່ຕັ້ງເຄຫະສະຖານຕ້ອງຢູ່ບ່ອນທີ່ສະອາດຮັບປະ ກັນຄວາມປອດໄພຈາກພະຍາດຕິດແປດ,ມົນລະພິດແລະເຫດລໍາ ຄານອື່ນໆ. ເພື່ອຮັບປະກັນໃຫ້ເຄຫະສະຖານມີຄວາມສະອາດຖືກຕ້ອງ ຕາມຫຼັກການອະນາໄມພາຍໃນເຮືອນ,ສໍານັກງານຫ້ອງການຕ້ອງ ມີແສງສະຫວ່າງແລະອາຫາດຖ່າຍເທຢ່າງພຽງພໍ,ຕ້ອງປັດກວາດ, ເຊັດຖູຢ່າງເປັນປົກກະຕິ,ໃຫ້ມີວິດຖ່າຍ,ມີຖັງຫຼືກະຕ່າໃສ່ຂີ້ເຫຍື້ອ, ມີຮ່ອງລະບາຍນໍ້າເປື້ອນຢ່າງຖືກຕ້ອງຕາມຫຼັກການອະນາໄມ.ໃຫ້ ກໍາຈັດຂີ້ເຫຍື້ອແລະນໍ້າເປື້ອນຢ່າງເປັນປົກກະຕິ,ບໍ່ໃຫ້ມີຄອກສັດ ລ້ຽງຢູ່ກ້ອງຕະລ່າງເຮືອນ,ໃຫ້ຮັກສາສັດລ້ຽງຢູ່ໃນຄອກສະເພາະ, ບໍ່ປ່ອຍຕາມສະຖານທີ່ສາທາລະນະແລະມີບ່ອນມ້ຽນຮັກສາຜົນລະ ປູກ. ບຸກຄົນແລະການຈັດຕັ້ງຕ້ອງມີຄວາມຮັບຜິດຊອບຕໍ່ການອະ ນາໄມເຄຫະສະຖານ,ເຮືອນ,ສໍານັກງານຫ້ອງການໃຫ້ມີຄວາມເປັນ ລະບຽບຮຽບຮ້ອຍຈົບງາມຢູ່ສະເໝີ.


...ມາດຕາສິບຫ້າ:ການອະນາໄມໂຮງແຮມແລະເຮືອນພັກ.

ມາດຕາສິບຫ້າ:ການອະນາໄມໂຮງແຮມແລະເຮືອນພັກ. ການອະນາໄມໂຮງແຮມແລະເຮືອນພັກໝາຍເຖິງການຮັກ ສາຄວາມສະອາດຈົບງາມແລະຄວາມເປັນລະບຽບຮຽບຮ້ອຍຂອງ ໂຮງແຮມແລະເຮືອນພັກ. ສະຖານທີ່ຕັ້ງຂອງໂຮງແຮມແລະເຮືອນພັກຕ້ອງຢູ່ບ່ອນທີ່ ເໝາະສົມ,ຮັບປະກັນຄວາມປອດໄພຈາກພະຍາດຕິດແປດ,ອຸປະຕິ ເຫດ,ເຫດລໍາຄານແລະອັນຕະລາຍຕ່າງໆ. ຫ້ອງນອນຕ້ອງມີບໍລິມາດພຽງພໍແລະເໝາະສົມກັບຈໍານວນ ຄົນທີ່ຈະມາພັກເຊົາ,ມີແສງສະຫວ່າງ,ມີອາການຖ່າຍເທ,ຈັດໃຫ້ມີ ວິດຖ່າຍຢ່າງພຽງພໍແລະຖືກຕ້ອງຕາມຫຼັກການອະນາໄມ,ມີຫ້ອງ ອາບນໍ້າ,ອ່າງລ້າງໜ້າ,ມີຮ່ອງລະບາຍນໍ້າເປື້ອນ,ມີຖັງຫຼືກະຕ່າ ເກັບມ້ຽນຂີ້ເຫຍື້ອ,ມີການກໍາຈັດຂີ້ເຫຍື້ອ,ນໍ້າເປື້ອນໃຫ້ຖືກຕ້ອງແລະ ຈັດຫານໍ້າດື່ມ,ນໍ້າໃຊ້ຢ່າງພຽງພໍ. ບຸກຄົນແລະການຈັດຕັ້ງຕ້ອງມີຄວາມຮັບຜິດຊອບໃນການ ຮັກສາຄວາມສະອາດຈົບງາມ,ຄວາມເປັນລະບຽບຮຽບຮ້ອຍຂອງ ໂຮງແຮມແລະເຮືອນພັກ,ປະຕິບັດຫຼັກການອະນາໄມທີ່ລັດໄດ້ວາງ ອອກ.


...ມາດຕາສິບຫົກ:ການອະນາໄມໂຮງຮຽນແລະສະຖາບັນການສຶກສາ.

ມາດຕາສິບຫົກ:ການອະນາໄມໂຮງຮຽນແລະສະຖາບັນການສຶກ ສາ. ການອະນາໄມໂຮງຮຽນແລະສະຖາບັນການສຶກສາໝາຍ ເຖິງການຮັກສາຄວາມສະອາດຈົບງາມແລະຄວາມເປັນລະບຽບ ຮຽບຮ້ອຍຂອງໂຮງຮຽນແລະສະຖາບັນການສຶກສາ. ສະຖານທີ່ຕັ້ງຂອງໂຮງຮຽນແລະສະຖາບັນການສຶກສາຕ້ອງ ຮັບປະກັນຄວາມປອດໄພຈາກພະຍາດຕິດແປດ,ຈາກອຸປະຕິເຫດ ແລະອັນຕະລາຍຕ່າງໆ,ໃຫ້ມີບ່ອນຫຼິ້ນກິລາແລະບ່ອນພັກຜ່ອນ. ອາຄານໂຮງຮຽນແລະສະຖາບັນການສຶກສາຕ້ອງມີເນື້ອທີ່ ພຽງພໍເໝາະສົມກັບຈໍານວນນັກຮຽນນັກສຶກສາ,ມີແສງສະຫວ່າງ, ມີອາກາດຖ່າຍເທຢ່າງພຽງພໍ,ມີໂຕະຕັ່ງທີ່ເໝາະສົມກັບໄວອາຍຸ ຂອງນັກຮຽນ. ຄຸ,ນັກຮຽນນັກສຶກສາແລະການຈັດຕັ້ງທີ່ກ່ຽວຂ້ອງຕ້ອງຮັບ ປະກັນໃຫ້ໂຮງຮຽນແລະສະຖາບັນການສຶກສາສະອາດຢູ່ສະເໝີ, ຕ້ອງໃຫ້ມີນໍ້າດື່ມ,ນໍ້າໃຊ້ແລະວິດຖ່າຍທີ່ສະອາດແລະຖືກຕ້ອງຕາມ ຫຼັກການອະນາໄມແລະສິ່ງອໍານວຍຄວາມສະດວກທີ່ຈໍາເປັນ.ນອກ ຈາກນັ້ນຕ້ອງຈັດຕັ້ງການກວດສຸຂະພາບໃຫ້ນັກຮຽນນັກສຶກສາ. ສໍາລັບເຮືອນລ້ຽງເດັກແລະໂຮງຮຽນອະນຸບານກໍ່ໃຫ້ປະຕິ ບັດຕາມຫຼັກການທີ່ກ່າວມານີ້ເຊັ່ນດຽວກັນ.ເດັກນ້ອຍນັກຮຽນອາ ຍຸຕໍ່າກວ່າຫ້າປີຕ້ອງໄດ້ສັກຢາແລະຢອດຢາກັນພະຍາດຢ່າງຄົບ ຊຸດ.


...ມາດຕາສິບເຈັດ:ການອະນາໄມໂຮງໝໍ,ສຸກສາລາແລະຫ້ອງກວດພະຍາດ

ມາດຕາສິບເຈັດ:ການອະນາໄມໂຮງໝໍ,ສຸກສາລາແລະຫ້ອງກວດ ພະຍາດ ການອະນາໄມໂຮງໝໍ,ສຸກສາລາແລະຫ້ອງກວດພະຍາດ ໝາຍເຖິງການຮັກສາຄວາມສະອາດຈົບງາມແລະຄວາມເປັນລະ ບຽບຮຽບຮ້ອຍຂອງສະຖານທີ່ບໍລິການກວດ,ບົ່ງມະຕິພະຍາດ,ປິ່ນ ປົວ,ຟື້ນຟູສຸຂະພາບ,ກັນພະຍາດແລະສົ່ງເສີມສຸຂະພາບໃຫ້ແກ່ປະ ຊາຊົນ. ໂຮງໝໍ,ສຸກສາລາແລະຫ້ອງກວດພະຍາດຕ້ອງສະອາດ ງາມຕາ,ຮັບປະກັນຫຼັກການອະນາໄມ,ປາສະຈາກການແຜ່ເຊື້ອ ພະຍາດຈາກຄົນເຈັບ,ຈາກເຄື່ອງມື,ເຄື່ອງໃຊ້ແລະອຸປະກອນການ ແພດ. ໂຮງໝໍສຸກສາລາແລະຫ້ອງກວດພະຍາດຕ້ອງມີວິດຖ່າຍ, ມີນໍ້າດື່ມນໍ້າໃຊ້ຢ່າງພຽງພໍ,ມີລະບົບບໍາບັດນໍ້າເປື້ອນ,ມີລະບົບ ແຍກປະເພດ,ບ່ອນເກັບມ້ຽນແລະກໍາຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມ ຫຼັກການອານາໄມ.

...ມາດຕາສິບແປດ:ການອະນາໄມໃນການອອກແຮງງານ

ມາດຕາສິບແປດ:ການອະນາໄມໃນການອອກແຮງງານ ການອະນາໄມໃນການອອກແຮງງານໝາຍເຖິງການດູແລ, ເບິ່ງແຍງເງື່ອນໄຂຂອງການອອກແຮງງານແນ່ໃສ່ປົກປັກຮັກສາສຸ ຂະພາບຂອງຜູ້ອອກແຮງງານໃນຂົງເຂດອຸດສາຫະກໍາ,ກະສິກໍາ, ຫັດຖະກໍາແລະອື່ນໆເພື່ອບໍ່ໃຫ້ເປັນພະຍາດ,ຖືກສານເຄມີ,ກໍາມັນຕະ ພາບລັງສີທີ່ເປັນອັນຕະລາຍຕໍ່ສຸຂະພາບຫຼືຊີວິດຂອງຜູ້ອອກແຮງ ງານແລະຄົນອ້ອມຂ້າງ. ຜູ້ໃຊ້ແຮງງານຕ້ອງປະກອບອຸປະກອນປ້ອງກັນໄພແຮງງານ ໃຫ້ແກ່ຜູ້ອອກແຮງງານລວມທັງຮັບປະກັນຫຼັກການອະນາໄມຂອງ ສະຖານທີ່ອອກແຮງງານເປັນຕົ້ນຕ້ອງໃຫ້ມີແສງສະຫວ່າງແລະມີ ອາຫາດຖ່າຍເທຢ່າງພຽງພໍ,ມີອຸນຫະພູມ,ມີຄວາມປຽກຊຸ່ມ,ມີຄວາມ ສັ່ນສະເທືອນ,ມີສຽງດັງ,ມີກິ່ນແລະຂີ້ຝຸ່ນບໍ່ໃຫ້ເກີນມາດຕະຖານຕາມ ທີ່ໄດ້ກໍານົດໃວ່ໃນລະບຽບການ. ຜູ້ອອກແຮງງານຕ້ອງໄດ້ຮັບການກວດ,ປິ່ນປົວເບິ່ງແຍງສຸ ຂະພາບຕາມລະບຽບການຂອງກົດໝາຍແຮງງານເປັນຕົ້ນໃນຂະ ແໜງວຽກງານທີ່ເປັນອັນຕະລາຍຕໍ່ສຸຂະພາບ.

...ມາດຕາສິບເກົ້າ:ການອະນາໄມໃນການຜະລິດ

ມາດຕາສິບເກົ້າ:ການອະນາໄມໃນການຜະລິດ ການອະນາໄມໃນການຜະລິດໝາຍເຖິງການຮັບປະກັນ ເງື່ອນໄຂແລະມາດຕະຖານການຜະລິດເຄື່ອງບໍລິໂພກແລະອຸປະ ໂພກໂດຍສະເພາະເຄື່ອງໃຊ້ສອຍປະຈໍາວັນ,ເຄື່ອງຫຼິ້ນເດັກນ້ອຍ, ເຄື່ອງສໍາອາງເພື່ອໃຫ້ປາສະຈາກເຊື້ອພະຍາດແລະສານເຄມີຕົກ ຄ້າງທີ່ອາດຈະເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ຊົມໃຊ້. ບຸກຄົນແລະການຈັດຕັ້ງທີ່ທໍາການຜະລິດເຄື່ອງບໍລິໂພກແລະ ອຸປະໂພກທີ່ກ່າວມາຂ້າງເທິງນີ້ຕ້ອງຮັບປະກັນມາດຕະຖານເຕັກນິກ ການຜະລິດ,ເຕັກນິກຄວບຄຸມການກໍາຈັດສິ່ງເສດເຫຼືອແລະຫຼັກການ ອະນາໄມເພື່ອບໍ່ໃຫ້ເປັນອັນຕະລາຍແກ່ສຸຂະພາບຂອງຄົນແລະສິ່ງ ແວດລ້ອມ. ຫ້າມຖິ້ມສິ່ງເສດເຫຼືອ,ສານເຄມີຫຼືປ່ອຍນໍ້າເສຍຈາກໂຮງຈັກ ໂຮງງານລວມທັງບ່ອນຜະລິດຕ່າງໆໃສ່ແຫຼ່ງນໍ້າຫຼືບ່ອນອື່ນໆໂດຍບໍ່ ຜ່ານຂະບວນການຂອງການບໍາບັດ.

...ມາດຕາຊາວ:ການອະນາໄມສະຖານທີ່ກໍ່ສ້າງແລະສ້ອມແປງ

ມາດຕາຊາວ:ການອະນາໄມສະຖານທີ່ກໍ່ສ້າງແລະສ້ອມແປງ ການອະນາໄມສະຖານທີ່ກໍ່ສ້າງແລະສ້ອມແປງໝາຍເຖິງ ການປະຕິບັດມາດຕະການແລະວິທີການອັນຈໍາເປັນໃນການກໍ່ສ້າງ ຖະໜົນຫົນທາງ,ການປຸກສ້າງແລະການສ້ອມແປງເຄຫະສະຖານ ຫຼືກິດຈະກໍາຕ່າງໆໃຫ້ຖືກຕ້ອງຕາມຫຼັກການອະນາໄມເພື່ອຮັບປະ ກັນບໍ່ໃຫ້ເປັນໄພອັນຕະລາຍຕໍ່ສຸຂະພາບຫຼືຊີວິດຂອງຜູ້ອອກແຮງ ງານ,ຂອງປະຊາຊົນທີ່ຢູ່ໃກ້ຄຽງຫຼືຜູ້ສັນຈອນໄປມາ. ເພື່ອຮັບປະກັນຄວາມປອດໄພ,ຄວາມສະອາດແລະຄວາມ ສະດວກຂອງສະຖານທີ່ກໍ່ສ້າງຫຼືສ້ອມແປງ,ເຈົ້າຂອງຫຼືຜູ້ຮັບຜິດ ຊອບສະຖານທີ່ກໍ່ສ້າງຫຼືສ້ອມແປງຕ້ອງມີປ້າຍສັນຍານເຕືອນ,ມີ ຮົ້ວອ້ອມ,ສິ່ງກັ້ງບັງ,ຜ້າປິດ,ຕາໜ່າງອ້ອມສະຖານທີ່ດັ່ງກ່າວໄວ້ ຫຼືຫົດນໍ້າເພື່ອບໍ່ໃຫ້ວັດຖຸກໍ່ສ້າງ,ສິ່ງເປິເປື້ອນຫຼືຂີ້ຝຸ່ນຕົກຫຼືປິວອອກ ນອກສະຖານທີ່ກໍ່ສ້າງຫຼືສ້ອມແປງ.

...ມາດຕາຊາວເອັດ:ການອະນາໄມສະຖານທີ່ສາທາລະນະ

ມາດຕາຊາວເອັດ:ການອະນາໄມສະຖານທີ່ສາທາລະນະ ການອະນາໄມສະຖານທີ່ສາທາລະນະໝາຍເຖິງການຮັກ ສາຄວາມສະອາດຈົບງາມແລະຄວາມເປັນລະບຽບຮຽບຮ້ອຍຂອງ ສະຖານທີ່ຊຶ່ງຈັດໄວ້ເພື່ອຊຸມນຸມຊົນ,ການບັນເທີງ,ການພັກຜ່ອນ ຂອງມວນຊົນເຊັ່ນ:ວັດວາອາຮາມ,ປູສະນີຍະສະຖານ,ອະນຸສອນ ສະຖານ,ສວນສາທາລະນະ,ສະຖານທີ່ທ່ອງທ່ຽວ,ໂຮງມະໂຫລະ ສົບ,ສະໜາມກິລາ,ສະໜາມບິນ,ທ່າເຮືອ,ຕະຫຼາດ,ສະຖານນີຈອດ ລົດ,ຖະໜົນຫົນທາງແລະສະຖານທີ່ຈັດງານອື່ນໆ. ບຸກຄົນແລະການຈັດຕັ້ງຕ້ອງມີຄວາມຮັບຜິດຊອບໃນການ ປະຕິວັດຕາມລະບຽບສະຖານທີ່ສາທາລະນະທີ່ວາງໄວ້ຢ່າງເຂັ້ມ ງວດແລະເຮັດໃຫ້ມີຄວາມສະອາດຈົບງາມແລະເປັນລະບຽບຮຽບ ຮ້ອຍຢູ່ສະເໝີ.


...ມາດຕາຊາວສອງ:ການອະນາໄມຕະຫຼາດ.

ມາດຕາຊາວສອງ:ການອະນາໄມຕະຫຼາດ. ການອະນາໄມຕະຫຼາດໝາຍເຖິງການປະຕິບັດມາດຕະການ ແລະວິທີການອັນຈໍາເປັນກ່ຽວກັບຄວາມສະອາດປອດໄພແລະຄວາມ ເປັນລະບຽບຮຽບຮ້ອຍຂອງຕະຫຼາດແນໃສ່ຮັບປະກັນຄວາມສະອາດ ຂອງສິນຄ້າແຕ່ລະປະເພດທີ່ເອົາມາວາງຂາຍ. ສະຖານທີ່ຕັ້ງຂອງຕະຫຼາດຕ້ອງຢູ່ບ່ອນເໝາະສົມ,ຫ້າງໄກ ຈາກແຫຼ່ງເປິເປື້ອນ,ປ່າຊ້າແລະບ່ອນລ້ຽງສັດ;ມີເນື້ອທີ່ກວ້າງຂວາງ ແລະສັນຈອນໄປມາສະດວກ,ອາຄານໝັ້ນຄົງຖາວອນ,ມີແສງສະ ຫວ່າງພຽງພໍ,ມີອາຫານລ່ວງດີ,ມີລະບົບລະບາຍນໍ້າເປື້ອນ,ລະບົບ ເກັບມ້ຽນແລະກໍາຈັດຂີ້ເຫຍື້ອ,ລະບົບປ້ອງກັນອັກຄະໄພ,ມີນໍ້າໃຊ້ ແລະວິດຖ່າຍສະອາດພຽງພໍ,ມີສະຖານທີ່ຈອດລົດທີ່ຮັບປະກັນ,ມີລະ ບົບຈັດວາງສິນຄ້າຕ່າງໆເຊັ່ນ:ອາຫານແຫ້ງ,ອາຫານສົດ,ເຄື່ອງ ໃຊ້ປະຈໍາວັນແລະອື່ນໆ. ບຸກຄົນແລະການຈັດຕັ້ງທີ່ນໍາເອົາສິນຄ້າຕ່າງໆມາຂາຍໃນ ຕະຫຼາດຕ້ອງມີຄວາມຮັບຜິດຊອບໃນການປະຕິບັດຫຼັກການອະນາ ໄມທີ່ໄດ້ວາງອອກ.


...ມາດຕາຊາວສາມ:ການອະນາໄມໃນການຊາປະນະກິດສົບ

ມາດຕາຊາວສາມ:ການອະນາໄມໃນການຊາປະນະກິດສົບ ການອະນາໄມໃນການຊາປະນະກິດສົບໝາຍເຖິງການຮັກ ສາຫຼັກການອະນາໄມຊາກສົບເພື່ອກັນບໍ່ໃຫ້ເຊື້ອພະຍາດແຜ່ຂະ ຫຍາຍນັບແຕ່ເວລາຮັກສາ,ເຄື່ອນຍ້າຍ,ຝັງຫຼືຈູດເຜົາຊາກສົບ. ຊາກສົບຕ້ອງໃສ່ຢາ,ຫຸ້ມຫໍ່ແລະໃສ່ຫີບເພື່ອບໍ່ໃຫ້ສົ່ງກິ່ນເໝັນ ຫຼືແຜ່ເຊື້ອພະຍາດ,ຫ້າມຮັກສາຊາກສົບຜູ້ທີ່ເປັນພະຍາດຕິດແປດ ໄວ້ດົນ.ໃນເວລາເຄື່ອນຍ້າຍ,ຈູດເຜົາ,ຝັງສົບຕ້ອບຮັບປະກັນຫຼັກ ການອະນາໄມ,ຫ້າມຈູດເຜົາຫຼືຝັງຊາກສົບຢູ່ໃກ້ບ່ອນຊຸມນຸມຊົນຫຼື ແຫຼ່ງນໍ້າ. ການເຄື່ອນຍ້າຍຊາກສົບຫຼືອັດຖິຜ່ານຊາຍແດນຂອງສປປ ລາວຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.


...ມາດຕາຊາວສີ່:ການອະນາໄມສິ່ງແວດລ້ອມ.

ມາດຕາຊາວສີ່:ການອະນາໄມສິ່ງແວດລ້ອມ. ການອະນາໄມສິ່ງແວດລ້ອມໝາຍເຖິງວິທີການທີ່ເຮັດໃຫ້ ການພົວພັນລະຫວ່າງສິ່ງແວດລ້ອມກັບຄົນດີຂຶ້ນທາງດ້ານສຸຂະພາບ ຮ່າງກາຍ,ຈິດໃຈແລະສັງຄົມ. ນອກຈາກການອະນາໄມທີ່ໄດ້ກ່າວໃວ້ຢູ່ຂ້າງເທິງນີ້ແລ້ວ, ບຸກຄົນແລະການຈັດຕັ້ງຍັງຕ້ອງເອົາໃຈໃສ່ຮັບປະກັນການອະນາ ໄມສັດລ້ຽງ,ໂຮງຂ້າສັດ,ແມ່ນໍ້າລໍາເຊ,ຄວບຄຸມມົນລະພິດ,ສັດແລະ ແມງໄມ້ນໍາເຊື້ອພະຍາດ,ເຫດລໍາຄານເຊັ່ນ:ກິ່ນ,ຄວັນ,ຝຸ່ນລະອອງ. ບຸກຄົນ,ຄອບຄົວ,ລວມໝູ່ແລະການຈັດຕັ້ງຕ້ອງປົກປັກຮັກສາ ແລະພັດທະນາການອະນາໄມສິ່ງແວດລ້ອມເພື່ອປົກປັກຮັກສາສຸຂະ ພາບຕົນເອງແລະຜູ້ອື່ນ. ຫ້າມລ້ຽງແລະປ່ອຍສັດຕາມສະຖານທີ່ສາທາລະນະຕ່າງໆ. ບໍ່ໃຫ້ຖິ້ມຂີ້ເຫຍື້ອ,ຊາກສັດ,ສິ່ງເປິເປື້ອນຫຼືສານເຄມີລົງໃສ່ແມ່ນໍ້າລໍາ ເຊ,ໜອງນໍ້າ,ຖະໜົນຫົນທາງແລະຕ້ອງກໍາຈັດຫຼືທໍາລາຍແຫຼ່ງເພາະ ພັນເຊື້ອພະຍາດ. ການລະບາຍກິ່ນ,ຄວັນ,ຝຸ່ນລະອອງແລະການນໍາໃຊ້ແສງ, ສຽງແລະຄວາມສັ່ນສະເທືອນຕ້ອງໃຫ້ສອດຄ່ອງກັບມາດຕະຖານທີ່ ກໍານົດໄວ້ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມເພື່ອ ບໍ່ໃຫ້ມີຜົນສະທ້ອນຕໍ່ສຸຂະພາບ.


..ໝວດທີ3ການກັນພະຍາດ


...ມາດຕາຊາວຫ້າ:ຄວາມໝາຍສໍາຄັນຂອງການກັນພະຍາດ

ມາດຕາຊາວຫ້າ:ຄວາມໝາຍສໍາຄັນຂອງການກັນພະຍາດ ການກັນພະຍາດໝາຍເຖິງວຽກ,ການກະທໍາ,ມາດຕະການ ຫຼືວິທີການຕ່າງໆທີ່ມີຈຸດປະສົງສະກັດກັ້ນບໍ່ໃຫ້ພະຍາດເກີດຂຶ້ນຫຼືຖ້າ ເກີດຂຶ້ນຕ້ອງສະກັດກັ້ນບໍ່ໃຫ້ຮຸນແຮງແລະແຜ່ລາມ. ລັດຖືເອົາວຽກງານກັນພະຍາດເປັນວຽກຕົ້ນຕໍແລະເປັນວຽກ ຂອງປວງຊົນທັງໝົດໝາຍຄວາມວ່າແມ່ນວຽກຂອງທົ່ວສັງຄົມ. ທຸກຄົນ,ທຸກຄອບຄົວ,ທຸກຊຸມຊົນ,ທຸກກາຈັດຕັ້ງຂອງສັງຄົມມີໜ້າ ທີ່ແລະຄວາມຮັບຜິດຊອບປະກອບສ່ວນໃນວຽກງານກັນພະຍາດຢ່າງ ເປັນເຈົ້າການແລະຢ່າງຕັ້ງໜ້າ.


...ມາດຕາຊາວຫົກ:ອົງປະກອບຂອງການກັນພະຍາດ

ມາດຕາຊາວຫົກ:ອົງປະກອບຂອງການກັນພະຍາດ ການກັນພະຍາດປະກອບດ້ວຍວຽກງານດັ່ງລຸ່ມນີ້: ໜຶ່ງ:ການກັນແລະຄວບຄຸມພະຍາດຕິດຕໍ່ໝາຍເຖິງຕໍ່ບຸກຄົນ ແມ່ນສະກັດກັ້ນບໍ່ໃຫ້ພະຍາດເກີດຂຶ້ນ,ຕໍ່ຊຸມຊົນແມ່ນບໍ່ໃຫ້ພະຍາດຕິດ ຕໍ່ແຜ່ລາມຈາກບຸກຄົນໜຶ່ງໄປຫາບຸກຄົນອື່ນ,ຈາກສັດໄປຫາຄົນແລະ ຈາກບ່ອນໜຶ່ງໄປຫາບ່ອນອື່ນ. ບຸກຄົນ,ຄອບຄົວ,ອໍານາດການປົກຄອງແລະທຸກການຈັດຕັ້ງ ໃນສັງຄົມຕ້ອງປະຕິບັດຕາມຫຼັກການກັນແລະຄວບຄຸມພະຍາດຕິດຕໍ່. ເມື່ອມີປະກົດການຕ່າງໆທີ່ມີລັກສະນະລະບາດຂອງພະຍາດຢູ່ໃນ ທ້ອງຖິ່ນຂອງຕົນຕ້ອງຮີບຮ້ອນວາງມາດຕະການແກ້ໄຂແລະລາຍ ງານໃຫ້ການຈັດຕັ້ງຂັ້ນເທິງຊາບໂດຍດ່ວນເພື່ອແກ້ໄຂທັນເວລາ. ສອງ:ການສັກຫຼືຢອດຢາກັນພະຍາດໝາຍເຖິງການສ້າງ ຄວາມຕ້ານທານໃຫ້ແກ່ຮ່າງກາຍຂອງປະຊາຊົນບັນດາເຜົ່າດ້ວຍ ການນໍາໃຊ້ວັກແຊງຊະນິດສັກແລະຢອດເພື່ອກັນພະຍາດຄໍຕີບ,ບາດ ພະຍັກ,ໄອໄກ່,ເປ້ຍລ່ອຍ(ໂປລີໂອ),ວັນນະໂລກ,ພະຍາດໝາກແດງແລະພະຍາດອື່ນໆ. ແມ່ຍິງແລະເດັກນ້ອຍທຸກຄົນຕ້ອງໄດ້ຮັບການສັກຢາແລະ ຢອດຢາກັນພະຍາດຕາມກໍານົດເວລາ,ຕາມສະຖານທີ່ແລະຕາມ ລະບຽບການທີ່ໄດ້ກໍານົດໄວ້. ສາມ:ການກັນພະຍາດບໍ່ຕິດຕໍ່ໝາຍເຖິງການປະພຶດຫຼືດໍາ ລົງຊີວິດທີ່ເໝາະສົມເພື່ອບໍ່ໃຫ້ເກີດພະຍາດບໍ່ຕິດຕໍ່ຕົວຢ່າງບໍ່ສູບຢາ ເພື່ອບໍ່ໃຫ້ເປັນການສ່ຽງຕໍ່ການເປັນພະຍາດມະເລັງປອດ,ບໍ່ດື່ມເຫຼົ້າ ເກີນຂອບເຂດເພື່ອຫຼີກເວັ້ນການເປັນພະຍາດແລະອຸປະຕິເຫດ,ຕ້ອງ ຫັດກາຍຍະບໍລິຫານແລະຫຼິ້ນກິລາເພື່ອຫຼີກເວັ້ນພະຍາດຫົວໃນແລະ ພະຍາດອື່ນໆ.


..ໝວດທີ4ການສົ່ງເສີມສຸຂະພາບ


...ມາດຕາຊາວເຈັດ:ຄວາມໝາຍສໍາຄັນຂອງການສົ່ງເສີມສຸຂະພາບ

ມາດຕາຊາວເຈັດ:ຄວາມໝາຍສໍາຄັນຂອງການສົ່ງເສີມສຸຂະພາບ ການສົ່ງເສີມສຸຂະພາບເປັນນະໂຍບາຍພື້ນຖານຂອງລັດແນ ໃສ່ສ້າງສະພາບແວດລ້ອມທີ່ອໍານວຍຄວາມສະດວກໃຫ້ໝົດທຸກຄົນມີ ສຸຂະພາບດີ. ພົນລະເມືອງທຸກຄົນມີໜ້າທີ່ແລະຄວາມຮັບຜິດຊອບໃນການ ເຮັດໃຫ້ສຸຂະພາບຂອງຕົນເອງແຂງແຮງດີ. ທຸກຂະແໜງການຕ້ອງປະກອບສ່ວນກັບຂະແໜງການສາທາ ລະນະສຸກໃນການຊຸກຍູ້ແລະສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ວຽກງານສົ່ງເສີມສຸຂະພາບໃນທົ່ວປວງຊົນ.


...ມາດຕາຊາວແປດ:ອົງປະກອບຂອງການສົ່ງເສີມສຸຂະພາບ

ມາດຕາຊາວແປດ:ອົງປະກອບຂອງການສົ່ງເສີມສຸຂະພາບ ການສົ່ງເສີມສຸຂະພາບປະກອບດ້ວຍການສຸຂະສຶກສາ,ການ ຮັກສາສຸຂະພາບແມ່ນແລະເດັກ,ການຮັກສາສຸຂະພາບໄວໜຸ່ມແລະ ໄວຈະເລີນພັນ,ການຮັກສາສຸຂະພາບຜູ້ສູງອາຍຸ,ຜູ້ເສຍອົງຄະແລະ ຄົນພິການ,ການໂພຊະນາການ,ການກິລາ,ກາຍະບໍລິຫານແລະສິ ລະປະ,ການຈັດສວນສາທາລະນະ,ເຂດຂຽວໃນຕົວເມືອງແລະສະ ຖານທີ່ພັກຜ່ອນໃນບ່ອນທີ່ມີເງື່ອນໄຂ.

...ມາດຕາຊາວເກົ້າ:ການສຸຂະສຶກສາ

ມາດຕາຊາວເກົ້າ:ການສຸຂະສຶກສາ ການສຸຂະສຶກສາໝາຍເຖິງຂະບວນການສຶກສາອົບຮົມໃຫ້ຂໍ້ ມູນ,ຂ່າວສານແລະຄວາມຮູ້ກ່ຽວກັບສຸຂະພາບແກ່ພົນລະເມືອງທຸກ ຄົນເພື່ອໃຫ້ເຂົ້າໃຈແລະມີສະຕິໃນການຮັກສາອະນາໄມ,ກັນພະຍາດ ແລະສົ່ງເສີມສຸຂະພາບທີ່ກໍ່ໃຫ້ເກີດການປ່ຽນແປງທາງດ້ານແນວ ຄິດ,ການກະທໍາແລະແບບແຜນການດໍາລົງຊີວິດສ່ວນບຸກຄົນ,ຄອບ ຄົວແລະຊຸມຊົນແນ່ໃສ່ເຮັດໃຫ້ປະຊາຊົນມີສຸຂະພາບແຂງແຮງດີ. ການຈັດຕັ້ງສາທາລະນະສຸກ,ສຶກສາ,ວັດທະນະທໍາຖະແຫຼ່ງ ຂ່າວ,ສື່ມວນຊົນແລະການຈັດຕັ້ງອື່ນໆໃນສັງຄົມທັງພາກລັດແລະ ເອກະຊົນມີຄວາມຮັບຜິດຊອບໃນການສຶກສາອົບຮົມໃຫ້ຄວາມຮູ້ ກ່ຽວກັບສຸຂະສຶກສາແກ່ປະຊາຊົນຢ່າງເປັນປົກກະຕິແລະຫຼາຍຮູບ ຫຼາຍສີ. ຕ້ອງເອົາການສຸຂະສຶກສາເຂົ້າສິດສອນຢູ່ໃນໂຮງຮຽນ.

...ມາດຕາສາມສິບ:ການຮັກສາສຸຂະພາບແມ່ແລະເດັກ

ມາດຕາສາມສິບ:ການຮັກສາສຸຂະພາບແມ່ແລະເດັກ ການຮັກສາສຸຂະພາບແມ່ແລະເດັກແມ່ນນະໂຍບາຍທີ່ສໍາຄັນ ຂອງລັດແລະເປັນວຽກງານໃຈກາງອັນໜຶ່ງຂອງຂະແໜງການສາ ທາລະນະສຸກທັງເປັນພັນທະຂອງໝົດທຸກຄົນໂດຍສະເພາະຜູ້ເປັນພໍ່ ຂອງເດັກ. ແມ່ຍິງແລະເດັກນ້ອຍທຸກຄົນມີສິດໄດ້ຮັບການບໍລິການດ້ານ ສຸຂະພາບຕາມນະໂຍບາຍຂອງລັດຊຶ່ງປະກອບດ້ວຍການອະນາໄມ, ກັນພະຍາດ,ສົ່ງເສີມສຸຂະພາບ,ປິ່ນປົວແລະຟື້ນຟູສຸຂະພາບໃນເວລາ ກ່ອນແຕ່ງງານ,ຖືພາ,ອອກລູກແລະຫຼັງອອກລູກ,ສໍາລັບເດັກຕ້ອງ ໄດ້ຮັບການລ້ຽງດູເບິ່ງແຍງບົວລະບັດໃນທຸກກໍລະນີນັບທັງເດັກຝາ ແຝດແລະເດັກເກີດບໍ່ປົກກະຕິຕັ້ງແຕ່ເກີດຈົນເຖິງໄວຮຽນ,ໄວໜຸ່ມ ແລະໄວຈະເລີນພັນເພື່ອໃຫ້ແມ່ແລະເດັກມີສຸຂະພາບສົມບູນທາງ ດ້ານຮ່າງກາຍ,ຈິດໃຈ,ອາລົມແລະສັງຄົມ. ແມ່ຍິງໄວໜຸ່ມແລະໄວຈະເລີນພັນຕ້ອງກວດສຸຂະພາບແລະ ສັກຢາກັນພະຍາດຕາມລະບຽບການ.ໃນເວລາຖືພາຕ້ອງມີການ ກວດ,ຝາກທ້ອງ,ຕິດຕາມສຸຂະພາບຂອງເດັກທີ່ຢູ່ໃນທ້ອງຖ້າກວດ ເຫັນການສ່ຽງຕ້ອງມີແຜນການແກ້ໄຂລ່ວງໜ້າ,ບໍ່ໃຫ້ເຮັດວຽກໜັກ .ກ່ອນແລະຫຼັງອອກລູກຕ້ອງໄດ້ຮັບການພັກຜ່ອນຕາມຄວາມເໝາະ ສົມແລະຕາມລະບຽບກົດໝາຍ.ໃນເວລາອອກລູກຕ້ອງໄປອອກຢູ່ ໂຮງໝໍ,ຢູ່ສຸກສາລາຫຼືຢູ່ເຮືອນແລະໃຫ້ມີແພດຫຼືໝໍຕໍາແຍກໍາກັບເບິ່ງ ແຍງນໍາ.ເວລາຖືພາແລະຢູ່ກໍາແມ່ຕ້ອງໄດ້ຮັບການບໍາລຸງກິນອາ ຫານຢ່າງພຽງພໍ. ເດັກນ້ອຍເກີດໃໝ່ຕ້ອງໄດ້ຮັບການລ້ຽງດູດ້ວຍນົມແມ່ເປັນ ຕົ້ນຕໍພ້ອມສັກແລະຢອດຢາກັນພະຍາດໃຫ້ຄົບຊຸດ. ເພື່ອຮັບປະກັນສຸຂະພາບຂອງແມ່ຄວນມີລູກຫ່າງ.


...ມາດຕາສາມສິບເອັດ:ການຮັກສາສຸຂະພາບໄວໜຸ່ມແລະໄວຈະເລີນພັນ

ມາດຕາສາມສິບເອັດ:ການຮັກສາສຸຂະພາບໄວໜຸ່ມແລະໄວຈະ ເລີນພັນ ໄວໜຸ່ມແລະໄວຈະເລີນພັນແມ່ນໄວກໍາລັງຈະເລີນເຕີມໂຕ ທາງດ້ານຮ່າງກາຍແລະມັນສະໜອງ.ການຮັກສາສຸຂະພາບສົມບູນ ທັງດ້ານຮ່າງກາຍ,ມັນສະໝອງແລະຈິດໃຈ. ໄວໜຸ່ມແລະໄວຈະເລີນພັນຕ້ອງໄດ້ຮັບການສຶກສາອົບຮົມ ແນວຄິດ,ການເມືອງແລະຄຸນສົມບັດ,ໄດ້ຮັບການສົ່ງເສີມທາງດ້ານ ການສຶກສາ,ກິລາກະຍາບໍລິຫານ,ສິລະປະ,ວັນນະຄະດີແລະວັດທະ ນະທໍາ. ຕ້ອງເອົາໃຈໃສ່ສຶກສາອົບຮົມໄວໜຸ່ມ,ໄວຈະເລີນພັນຮູ້ແລະ ເຂົ້າໃຈນະໂຍບາຍເກີດລູກຫ່າງແລະຄວາມປອດໄພຂອງການມີ ເພດສໍາພັນ,ຂອງການຖືພາແລະອອກລູກ,ບໍ່ສ້າງຄອບຄົວກ່ອນອະ ຍຸກະສຽນ. ຄອບຄົວ,ໂຮງຮຽນ,ການຈັດຕັ້ງວິຊາຊີບສັງຄົມທັງພາກລັດ ແລະເອກະຊົນລ້ວນແຕ່ຕ້ອງເອົາໃຈໃສ່ສຶກສາອົບຮົມແລະສົ່ງເສີມ ໄວໜຸ່ມແລະໄວຈະເລີນພັນກ່ຽວກັບບັນຫາທີ່ກ່າວມາຂ້າງເທິງນີ້ ພ້ອມກັນນັ້ນຕ້ອງສຶກສາອົບຮົມໃຫ້ຫຼີກເວັ້ນການສູບຢາ,ການດື່ມ ເຫຼົ້າ,ການດົມກາວ,ການເສບຢາເສບຕິດ,ການເປັນນັກເລງອັນຕະ ພານແລະອື່ນໆ.


ຄໍາຄົ້ນ:ຕ້ານການກິນຂອງມຶນເມົາ,ຕ້ານການກິນເບຍ,ຕ້ານການເສບຢາ.

...ມາດຕາສາມສິບສອງ:ການຮັກສາສຸຂະພາບຜູ້ສູງອາຍຸ,ຜູ້ເສຍອົງຄະແລະຄົນພິການ.

ມາດຕາສາມສິບສອງ:ການຮັກສາສຸຂະພາບຜູ້ສູງອາຍຸ,ຜູ້ເສຍອົງ ຄະແລະຄົນພິການ. ຜູ້ສູງອາຍຸ,ຜູ້ເສຍອົງຄະແລະຄົນພິການແມ່ນຜູ້ທີ່ມີເຫື່ອແຮງ ແລະກໍາລັງວັງຊາຄ່ອຍຫຼຸດໜ້ອຍຖອຍລົງແລະສຸຂະພາບບໍ່ສົມບູນ, ດ້ວຍເຫດນັ້ນຈຶ່ງມີຄວາມຈໍາເປັນຕ້ອງໄດ້ຮັບການຕິດຕາມເບິ່ງແຍງ ສຸຂະພາບຢ່າງໃກ້ຊິດ. ຄອບຄົວ,ການຈັດຕັ້ງແລະສັງຄົມຕ້ອງເອົາໃຈໃສ່ເບິ່ງແຍງ ສຸຂະພາບຜູ້ສູງອາຍຸ,ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ,ວິລະຊົນ, ນັກຮົບແຂ່ງຂັນ,ຜູ້ເສຍອົງຄະ,ຄົນພິການ,ຜູ້ເປັນບ້າເສຍຈິດດ້ວຍ ການບໍລິການກວດສຸຂະພາບ,ການປິ່ນປົວເບິ່ງແຍງຢ່າງເໝາະສົມ, ສ້າງເງື່ອນໄຂໃຫ້ຜູ້ສຸງອາຍຸ,ຜູ້ເສຍອົງຄະແລະຄົນພິການໄດ້ດໍາລົງ ຊີວິດແລະພັກຜ່ອນຢ່າງເໝາະສົມປະກອບສ່ວນເຂົ້າໃນວຽກງານ ສັງຄົມ.


...ມາດຕາສາມສິບສາມ:ການໂພຊະນາການ

ມາດຕາສາມສິບສາມ:ການໂພຊະນາການ ການໂພຊະນາການໝາຍເຖິງການກິນອາຫານທີ່ມີປະໂຫຍດ ແລະປອດໄພເພື່ອໃຫ້ຮ່າງກາຍແລະມັນສະໝອງຈະເລີນເຕີບໂຕດີ. ເພື່ອຮັບປະກັນໃຫ້ມີສຸຂະພາບເຂັ້ມແຂງດີຄວນສົ່ງເສີມໃຫ້ແຕ່ລະຄົນ ກິນອາຫານໃຫ້ຄົບໝວດຄືທາດໂປຼເຕອິນ(ຊີ້ນ,ປາ,ຖົ່ວເຫຼືອງ...), ທາດແປ້ງ,ທາດນໍ້າຕານ,ທາດໄຂມັນແລະທາດເກືອແຮ່(ຜັກແລະ ໝາຍໄມ້).ຫ້າມກິນອາຫານທີ່ຈະເປັນອັນຕະລາຍຕໍ່ສຸຂະພາບເຊັ່ນ: ກິນສັດທີ່ເປັນພະຍາດ,ອາຫານບູດເນົ່າ,ອາຫານທີ່ມີສານເຄມີເປັນ ພິດ. ...ມາດຕາສາມສິບສີ່:ກິລາ,ກາຍະບໍລິຫານແລະສິລະປະ

ມາດຕາສາມສິບສີ່:ກິລາ,ກາຍະບໍລິຫານແລະສິລະປະ ກິລາ,ກາຍະບໍລິຫານແລະສິລະປະມີຄວາມສໍາຄັນສໍາລັບທຸກ ເພດໄວເພື່ອສົ່ງເສີມໃຫ້ໝົດທຸກຄົນມີສຸຂະພາບແຂງແຮງ,ມີອາຍຸຍືນ, ມີຄວາມເບີກບານມ່ວນຊື່ນແລະສ້າງພູດຕ້ານທານໃຫ້ຮ່າງກາຍ. ລັດຕ້ອງສ້າງເງື່ອນໄຂຈັດຕັ້ງໃຫ້ທຸກພາກສ່ວນປະກອບສ່ວນ ຫຼິ້ນກິລາ,ຫັດກາຍະບໍລິຫານແລະສະແດງສີລະປະໃນຫຼາຍປະເພດ, ຫຼາຍຮູບການແລະຫຼາຍລະດັບ. ຕ້ອງເອົາວຽກງານກິລາ,ກາຍະບໍລິຫານແລະສິລະປະເຂົ້າ ໃນຫຼັກສູດການສິດສອນຂອງໂຮງຮຽນຢູ່ແຕ່ລະຂັ້ນ.


...ມາດຕາສາມສິບຫ້າ:ສວນສາທາລະນະ,ເຂດຂຽນແລະສະຖານທີ່ພັກຜ່ອນ.

ມາດຕາສາມສິບຫ້າ:ສວນສາທາລະນະ,ເຂດຂຽນແລະສະຖານທີ່ ພັກຜ່ອນ. ເພື່ອຮັບປະກັນໃຫ້ມີການສົ່ງເສີມສຸຂະພາບຢ່າງທົ່ວເຖິງ,ມີ ຄວາມຈໍາເປັນທີ່ຈະຕ້ອງສ້າງສວນສາທາລະນະ,ເຂດຂຽວແລະສະ ຖານທີ່ພັກຜ່ອນ. ບ້ານ,ເມືອງ,ແຂວງ,ກໍາແພງນະຄອນ,ເຂດພິເສດ,ສໍານັກ ງານອົງການແລະບ່ອນທີ່ມີຊຸມຊົນໜາແໜ້ນຄວນຈັດໃຫ້ມີສວນສາ ທາລະນະ,ມີການອະນຸລັກແລະປູກຕົ້ນໄມ້ຫຼາຍເພື່ອໃຫ້ມີອາກາດສົດ ຊື່ນຊຸ່ມເຢັນແລະຕ້ອງໃຫ້ມີສະຖານທີ່ພັກຜ່ອນເພື່ອຟື້ນຟູສຸຂະພາບ.

..ໝວດທີ5ການຊຸກຍູ້ຈັດຕັ້ງປະຕິບັດວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ


...ມາດຕາສາມສິບຫົກ:ການຊຸກຍູ້ການຈັດຕັ້ງປະຕິບັດວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ.

ມາດຕາສາມສິບຫົກ:ການຊຸກຍູ້ການຈັດຕັ້ງປະຕິບັດວຽກງານອະ ນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ. ການອະນາໄມກັນພະຍາດແລະສົ່ງເສີມສຸຂະພາບເປັນວຽກ ງານພື້ນຖານ,ໃນກາງແລະບຸລິມະສິດຂອງສາທາລະນະສຸກຊຶ່ງມີ ຄວາມຈໍາເປັນຕ້ອງໄດ້ຮັບການຊຸກຍູ້,ສົ່ງເສີມດ້ວຍການປະກອບ ສ່ວນຈາກບຸກຄົນ,ການຈັດຕັ້ງທັງພາກລັດແລະເອກະຊົນເພື່ອຕອບ ສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມກ່ຽວກັບການອະ ນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ.


...ມາດຕາສາມສິບເຈັດ:ການລົງທຶນ.

ມາດຕາສາມສິບເຈັດ:ການລົງທຶນ. ລັດສົ່ງເສີມໃຫ້ພາກສ່ວນເສດຖະກິດ-ສັງຄົມຕ່າງໆທັງພາຍ ໃນແລະຕ່າງປະເທດລົງທຶນໃສ່ຂົນເຂດອະນາໄມ,ກັນພະຍາດແລະ ສົ່ງເສີມສຸຂະພາບດ້ວຍຮູບການຕ່າງໆເຊັ່ນ:ການກໍ່ສ້າງແລະດໍາ ເນີນກອງທຶນໝູນວຽນຈັດຫານໍ້າສະອາດ,ກອງທຶນວິດຖ່າຍ,ກອງ ທຶນມຸ້ງຍ້ອມຢາ,ສະຖານທີ່ພັກແລະອື່ນໆ. ...ມາດຕາສາມສິບແປດ:ການປະກອບສ່ວນຂອງສັງຄົມ

ມາດຕາສາມສິບແປດ:ການປະກອບສ່ວນຂອງສັງຄົມ ທຸກຄົນແລະທຸກການຈັດຕັ້ງມີໜ້າທີ່ປະກອບສ່ວນໃນວຽກ ງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບປະກອບສ່ວນ ດ້ວຍເຫື່ອແຮງ,ທຶນຮອນແລະສະຕິປັນຍາໃນການສ້າງສະຖານ ທີ່ພັກຜ່ອນ,ສົ່ງເສີມກິລາ,ກາຍະບໍລິຫານແລະສິລະປະ,ສ້າງສວນ ສາທາລະນະ,ເຂດຂຽວແລະຈັດຕັ້ງມູນນິທິເພື່ອສຸຂະພາບລວມ ທັງເຂົ້າຮ່ວມການເຄື່ອນໄຫວຕ່າງໆທີ່ກ່າວມາຂ້າງເທິງນີ້.


...ມາດຕາສາມສິບເກົ້າ:ການຄົ້ນຄວ້າວິທະຍາສາດ.

ມາດຕາສາມສິບເກົ້າ:ການຄົ້ນຄວ້າວິທະຍາສາດ. ການຄົ້ນຄວ້າວິທະຍາສາດກ່ຽວກັບວຽກງານອະນາໄມ, ກັນພະຍາດແລະສົ່ງເສີມສຸຂະພາບແມ່ນການຊອກຫາຂໍ້ມູນກ່ຽວ ກັບສາເຫດຂອງການເຈັບເປັນ,ເປັນພະຍາດ,ສິ່ງທີ່ສ່ຽງການເປັນ ອັນຕະລາຍຕໍ່ສຸຂະພາບລວມທັງມາດຕະການກັນ,ຈໍາກັດແລະແກ້ ໄຂສາເຫດດັ່ງກ່າວ. ການຄົ້ນຄວ້າວິທະຍາສາດກ່ຽວກັບວຽກງານອະນາໄມ, ກັນພະຍາດແລະສົ່ງເສີມສຸຂະພາບຕ້ອງໄດ້ຮັບອະນຸຍາດຈາກກະ ຊວງສາທາລະນະສຸກພ້ອມທັງລາຍງານຜົນຂອງການຄົ້ນຄວ້າ ທົດລອງ.

..ໝວດທີ6ການຄຸ້ມຄອງແລະກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ


...ມາດຕາສີ່ສິບ:ອົງການຄຸ້ມຄອງແລະກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ

ມາດຕາສີ່ສິບ:ອົງການຄຸ້ມຄອງແລະກວດກາວຽກງານອະນາໄມ, ກັນພະຍາດແລະສົ່ງເສີມສຸຂະພາບ ອົງການຄຸ້ມຄອງແລະກວດກາວຽກງານອະນາໄມ,ກັນພະ ຍາດແລະສົ່ງເສີມສຸຂະພາບປະກອບດ້ວຍ. ໜຶ່ງ:ຂະແໜງການສາທາລະນະສຸກປະກອບດ້ວຍ: -ກະຊວງສາທາລະນະສຸກ. -ພະແນກສາທາລະນະສຸກແຂວງ,ກໍາແພງນະຄອນແລະເຂດ ພິເສດ. -ຫ້ອງການສາທາລະນະສຸກເມືອງ. ສອງ:ຂະແໜງການທີ່ກ່ຽວຂ້ອງອື່ນໆ. ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບນັ້ນຕ້ອງ ສ້າງຕັ້ງຄະນະກໍາມະການເພື່ອສຸຂະພາບຂັ້ນແຂວງ,ເມືອງ,ບ້ານ ຂຶ້ນຊຶ່ງປະກອບດ້ວຍບຸກຄະລາກອນຈໍານວນໜຶ່ງເພື່ອຊ່ວຍໃນການ ຄຸ້ມຄອງການເຄື່ອນໄຫວວຽກງານອະນາໄມ,ກັນພະຍາດແລະ ສົ່ງເສີມສຸຂະພາບ.

...ມາດຕາສີ່ສິບເອັດ:ສິດແລະໜ້າທີ່ຂ້ອງອົງການຄຸ້ມຄອງແລະກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ.

ມາດຕາສີ່ສິບເອັດ:ສິດແລະໜ້າທີ່ຂ້ອງອົງການຄຸ້ມຄອງແລະກວດ ກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ. ຂະແໜງການສາທາລະນະສຸກໂດຍແມ່ນກະຊວງສາທາລະ ນະສຸກໃນຖານະເປັນອົງການຄຸ້ມຄອງມະຫາພາກມີສິດແລະໜ້າທີ່ ກໍານົດນະໂຍບາຍ,ວາງແຜນ,ສ້າງຂໍ້ກໍານົດກົດລະບຽບແລະມາດ ຕະຖານເຕັກນິກທີ່ຈໍາເປັນ,ຊີ້ນໍາທຸກຂັ້ນໃນຂະແໜງການຂອງຕົນ ເພື່ອຈັດຕັ້ງປະຕິບັດໂດຍປະສານສົມທົບກັບຂະແໜງການອື່ນທີ່ກ່ຽວ ຂ້ອງ,ກວດກາຕິດຕາມ,ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບໃນແຕ່ລະໄລຍະໃຫ້ ມີປະສິດທິຜົນໃນຂອບເຂດທົ່ວປະເທດ,ຮັບປະກັນໃຫ້ກົດໝາຍແລະ ລະບຽບການຕ່າງໆກ່ຽວກັບວຽກງານອະນາໄມ,ກັນພະຍາດແລະ ສົ່ງເສີມສຸຂະພາບໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງທົ່ວເຖິງ ແລະເຂັ້ມງວດ. ຂະແໜງການທີ່ກ່ຽວຂ້ອງອື່ນໆມີໜ້າທີ່ປະກອບສ່ວນຈັດຕັ້ງ ປະຕິບັດວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບໃຫ້ ມີປະສິດທິຜົນ. ຄະນະກໍາມະການເພື່ອສຸຂະພາບແຕ່ລະຂັ້ນມີໜ້າທີ່ຈັດຕັ້ງປະ ຕິບັດວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຕາມ ພາລະບົດບາດທີ່ຖືກມອບໝາຍ.


...ມາດຕາສີ່ສອງ:ການກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ.

ມາດຕາສີ່ສອງ:ການກວດກາວຽກງານອະນາໄມ,ກັນພະຍາດ ແລະສົ່ງເສີມສຸຂະພາບ. ການກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງ ເສີມສຸຂະພາບແມ່ນການຕິດຕາມກວດກາການເຄື່ອນໄຫວກ່ຽວ ກັບການປະຕິບັດຫຼັກການອະນາໄມ,ສິ່ງທີ່ສ່ຽງການເປັນອັນຕະ ລາຍຕໍ່ສຸຂະພາບ,ການຮັກສາຄວາມສະອາດ,ການຄວບຄຸມມົນ ລະພິດແລະການປະຕິບັດມາດຕະການໃຫ້ຖືກຕ້ອງຕາມລະບຽບ ກົດໝາຍເພື່ອແນໃສ່ເຮັດໃຫ້ວຽກງານອະນາໄມ,ກັນພະຍາດ ແລະສົ່ງເສີມສຸຂະພາບດໍາເນີນໄປຢ່າງມີປະສິດທິຜົນ.

...ມາດຕາສີ່ສິບສາມ:ປະເພດການກວດກາ

ມາດຕາສີ່ສິບສາມ:ປະເພດການກວດກາ ການກວດກາວຽງານອະນາໄມ,ກັນພະຍາດແລະສົ່ງເສີມ ສຸຂະພາບມີສາມປະເພດດັ່ງນີ້: ໜຶ່ງ:ການກວດກາຕາມລະບົບປົກກະຕິ. ສອງ:ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ. ສາມ:ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາ ເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນ ແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ນອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ ທີ່ຈະຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບ ດ່ວນຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ທີ່ຈະຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາວຽກງານອະນາໄມ,ກັນພະ ຍາດແລະສົ່ງເສີມສຸຂະພາບເຈົ້າໜ້າທີ່ກວດກາຕ້ອງປະຕິບັດໃຫ້ ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.


..ໝວດທີ7ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາສີ່ສິບສີ່:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາສີ່ສິບສີ່:ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ເປັນແບບຢ່າງໄດ້ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະ ພາບຈະໄດ້ຮັບການຍ້ອງຍໍຫຼືການປະຕິບັດນະໂຍບາຍຕ່າງໆຊຶ່ງລັດ ຖະບານເປັນຜູ້ກໍານົດລະອຽດ.


...ມາດຕາສີ່ສິບຫ້າ:ມາດຕະການຕໍ່ຜູ້ລະເມີດ

ມາດຕາສີ່ສິບຫ້າ:ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຫຼືລະ ບຽບການຕ່າງໆກ່ຽວກັບວຽກງານອະນາໄມ,ກັນພະຍາດແລະ ສົ່ງເສີມສຸຂະພາບຈະຖືກສຶກສາອົບຮົມ,ປັບໃໝຫຼືລົງໂທດທາງອາ ຍາແລ້ວແຕ່ກໍລະນີເບົາຫຼືໜັກ.


...ມາດຕາສີ່ສິບຫົກ:ມາດຕະການສຶກສາອົບຮົມ

ມາດຕາສີ່ສິບຫົກ:ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຫຼືລະ ບຽບການຕ່າງໆກ່ຽວກັບວຽກງານອະນາໄມ,ກັນພະຍາດແລະ ສົ່ງເສີມສຸຂະພາບໃນສະຖານເບົາບາງຈະຖືກຕັກເຕືອນແລະສຶກ ສາອົບຮົມເຊັ່ນ:ບໍ່ເຮັດອະນາໄມສາມສະອາດ,ລ້ຽງຫຼືຮັກສາສັດ ຢູ່ກ້ອງຕະລ່າງເຮືອນ,ບໍ່ເຮັດອະນາໄມອ້ອມແອ້ມເຮືອນແລະຮ່ອງ ນໍ້າ,ປ່ອຍໃຫ້ມີໜອນຍຸງນໍາເຊື້ອ,ບໍ່ມີວິດຖ່າຍ,ບໍ່ພາລູກໄປສັກຢາ ຕາມລະບຽບຫຼັກການສາທາລະນະສຸກແລະອື່ນໆຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍສະບັບນີ້.

...ມາດຕາສີ່ສິບເຈັດ:ມາດຕະການປັບໃໝ.

ມາດຕາສີ່ສິບເຈັດ:ມາດຕະການປັບໃໝ. ບຸກຄົນຫຼືການຈັດຕັ້ງຈະຖືກປັບໃໝໃນກໍລະນີ້ດັ່ງນີ້: ໜຶ່ງ:ຜູ້ທີ່ຖືກສຶກສາອົບຮົມແລະກ່າວເຕືອນຕາມມາດຕາສີ່ ສິບຫົກເທິງນີ້ມາແລ້ວສອງຄັ້ງແຕ່ຫາກບໍ່ຍອມປ່ຽນແປງ. ສອງ:ຜູ້ທີ່ໄດ້ຖິ້ມຫຼືຖອກເທສິ່ງເສດເຫຼືອ,ຊາກສັດຫຼືທາດເຄມີ ໃສ່ຕະຄອງຮ່ອງນໍ້າ,ແມ່ນໍ້າລໍາເຊ,ສວນສາທາລະນະ,ຖະໜົນຫົນ ທາງຫຼືຖິ້ມໃສ່ສະຖານທີ່ອື່ນໆ. ສາມ:ຜູ້ທີ່ໄດ້ລະເມີດບົດບັນຍັດໃດໜຶ່ງຂອງມາດຕາສິບສອງ ຫາຊາວສີ່ຂອງກົດໝາຍສະບັບນີ້. ສໍາຫຼັບການປັບໃໝນັ້ນຈະມີລະບຽບການສະເພາະຕ່າງຫາກ.

...ມາດຕາສີ່ສິບແປດ:ມາດຕະການທາງອາຍາ

ມາດຕາສີ່ສິບແປດ:ມາດຕະການທາງອາຍາ ຜູ້ທີ່ໄດ້ລະເມີດກົດໝາຍສະບັບນີ້ແລະລະບຽບການຕ່າງໆ ກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ ຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ສຸຂະພາບຫຼືຊີວິດຂອງຄົນເຊັ່ນ:ບໍ່ ວາງມາດຕະການປ້ອງກັນຢູ່ສະຖານທີ່ກໍ່ສ້າງຫຼືສ້ອມແປງເປັນ ເຫດໃຫ້ວັດຖຸກໍ່ສ້າງຕົກໃສ່ຄົນເຮັດໃຫ້ບາດເຈັບຫຼືເສຍຊີວິດ;ຖິ້ມ ຊາກສັດ,ສານເຄມີໃສແຫຼ່ງນໍ້າດື່ມຫຼືແຫຼ່ງນໍ້າໃຊ້ຊຶ່ງພາໃຫ້ຄົນ ເຈັບປ່ວຍເປັນພະຍາດ;ຜະລິດເຄື່ອງບໍລິໂພກ,ເຄື່ອງໃຊ້ສອຍປະ ຈໍາວັນ,ເຄື່ອງຫຼິ້ນເດັກນ້ອຍ,ເຄື່ອງສໍາອາງທີ່ມີສານເຄມີເປັນພິດ ຫຼືມີເຊື້ອພະຍາດທີ່ເປັນອັນຕະລາຍຕໍ່ສຸຂະພາບຫຼືຕໍ່ຊີວິດຂອງຄົນ ຈະຖືກລົງໂທດທທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ. ..ໝວດທີ8ບົດບັນຍັດສຸດທ້າຍ


...ມາດຕາສີ່ສິບເກົ້າ:ການຈັດຕັ້ງປະຕິບັດ

ມາດຕາສີ່ສິບເກົ້າ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາຫ້າສິບ:ຜົນສັກສິດ

ມາດຕາຫ້າສິບ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງໜຶ່ງຮ້ອຍຊາວວັນນັບ ແຕ່ມື້ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ ສະໝານ ວິຍະເກດ