ກົດໝາຍວ່າດ້ວຍການສ້າງນິຕິກໍາ 12-07-2012

From Wikisource
Jump to navigation Jump to search

.ການສ້າງນິຕິກໍາ 12-07-2012


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະຂັ້ນຕອນ ກ່ຽວກັບການສ້າງນິຕິກໍາເພື່ອເຮັດໃຫ້ການສ້າງແລະປັບປຸງນິຕິກໍາມີ ປະສິດທິພາບ,ມີຄວາມໂປ່ງໃສ,ມີຄວາມເປັນເອກະພາບກັນໃນຂອບ ເຂດທົ່ວປະເທດແນ່ໃສ່ເຮັດໃຫ້ເນື້ອໃນຂອງນິຕິກໍາມີຄຸນນະພາບ,ຮັດ ກຸມ,ເຂົ້າໃຈງ່າຍ,ສາມາດຈັດຕັ້ງປະຕິບັດໄດ້ແລະສອດຄ່ອງກັບສະ ພາບຄວາມເປັນຈິງຂອງປະເທດ,ສາມາດເຊື່ອມໂຍງກັບພາກພື້ນແລະ ສາກົນ,ປະກອບສ່ວນເຂົ້າໃນການສ້າງລັດແຫ່ງກົດໝາຍຂອງປະຊາ ຊົນ,ໂດຍປະຊາຊົນແລະເພື່ອປະຊາຊົນ. ...ມາດຕາສອງການສ້າງນິຕິກໍາ

ມາດຕາສອງການສ້າງນິຕິກໍາ ນິຕິກໍາແມ່ນເອກະສານທາງດ້ານກົດໝາຍທີ່ດັດປັບສາຍພົວພັນ ສັງຄົມ,ມີຜົນບັງຄົບທົ່ວໄປຫຼືມີຜົນບັງຄັບສະເພາະ,ຖືກສ້າງຂຶ້ນ,ຮັບຮອງ ແລະປະກາດໃຊ້ໂດຍອົງການທີ່ມີສິດອໍານາດຂອງລັດຂັ້ນສູນກາງແລະ ທ້ອງຖິ່ນ. ການສ້າງນິຕິກໍາແມ່ນຂະບວນການເຄື່ອນໄຫວຮ່າງນິຕິກໍາໂດຍ ອົງການທີ່ມີສິດອໍານາດຂອງລັດຂັ້ນສູນກາງແລະທ້ອງຖິ່ນນັບແຕ່ຂັ້ນ ຕອນການກະກຽມ,ການເກັບກໍາຂໍ້ມູນ,ການຂຽນຈົນຮອດການພິຈາລະ ນາຮັບຮອງແລະປະກາດໃຊ້ນິຕິກໍາ. ການສ້າງນິຕິກໍາແມ່ນລວມເອົາການປັບປຸງນິຕິກໍາ.ການປັບປຸງ ນິຕິກໍາແມ່ນການເພີ່ມເຕີມ,ຕັດອອກຫຼືປ່ຽນແປງເນື້ອໃນຫຼັກການທີ່ບໍ່ ສອດຄ່ອງ. ...ມາດຕາສາມປະເພດນິຕິກໍາ

ມາດຕາສາມປະເພດນິຕິກໍາ ນິຕິກໍາມີສອງປະເພດດັ່ງນີ້: ໜຶ່ງນິຕິກໍາທີ່ມີຜົນບັງຄັບທົ່ວໄປ. ສອງນິຕິກໍາທີ່ມີຜົນບັງຄັບສະເພາະ. ...ມາດຕາສີ່ນິຕິກໍາທີ່ມີຜົນບັງຄັບທົ່ວໄປ

ມາດຕາສີ່ນິຕິກໍາທີ່ມີຜົນບັງຄັບທົ່ວໄປ ນິຕິກໍາທີ່ມີຜົນບັງຄັບທົ່ວໄປແມ່ນນິຕິກໍາວາງອອກເພື່ອຄຸ້ມ ຄອງລັດ,ຄຸ້ມຄອງເສດຖະກິດແລະສັງຄົມ,ມີຜົນບັງຄັບໃນຂອບເຂດ ທົ່ວປະເທດຫຼືໃນຂົງເຂດໃດໜຶ່ງທີ່ແນ່ນອນໂດຍບໍ່ໄດ້ເຈາະຈົງສະ ເພາະໃສ່ການຈັດຕັ້ງຫຼືບຸກຄົນໃດໜຶ່ງ. ລະບົບນິຕິກໍາທີ່ມີຜົນບັງຄັບທົ່ວໄປປະກອບດ້ວຍ: ໜຶ່ງລັດຖະທໍາມະນູນ; ສອງກົດໝາຍ; ສາມມະຕິຂອງສະພາແຫ່ງຊາດ; ສີ່ມະຄິຂອງຄະນະປະຈໍາສະພາແຫ່ງຊາດ; ຫ້າລັດຖະບັນຍັດຂອງປະທານປະເທດ; ຫົກດໍາລັດຂອງລັດຖະບານ; ເຈັດມະຕິຂອງລັດຖະບານ; ແປດຄໍາສັ່ງ,ຂໍ້ຕົກລົງຂອງນາຍົກລັດຖະມົນຕີ; ເກົ້າຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາຂອງລັດຖະມົນຕີວ່າການ, ຫົວໜ້າອົງການທີ່ຂຶ້ນກັບລັດຖະບານ. ສິບຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາຂອງເຈົ້າແຂວງ,ເຈົ້າຄອງ ນະຄອນ. ສິບເອັດຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາຂອງເຈົ້າເມືອງ,ຫົວ ໜ້າເທດສະບານ. ສິບສອງກົດລະບຽບຂອງບ້ານ.

ສົນທິສັນຍາສາກົນແມ່ນນິຕິກໍາໜຶ່ງຊຶ່ງຕ້ອງປະຕິບັດຕາມບົດ ບັນຍັດຂອງນິຕິກໍສະເພາະ. ...ມາດຕາຫ້ານິຕິກໍາທີ່ມີຜົນບັງຄັບສະເພາະ

ມາດຕາຫ້ານິຕິກໍາທີ່ມີຜົນບັງຄັບສະເພາະ ນິຕິກໍາທີ່ມີຜົນບັງຄັບສະເພາະແມ່ນນິຕິກໍາທີ່ວາງອອກເພື່ອຮັບ ໃຊ້ວຽກງານຄຸ້ມຄອງບໍລິຫານໂດຍເຈາະຈົງໃສ່ການຈັດຕັ້ງຫຼືບົດຄົນ ໃດໜຶ່ງ. ນິຕິກໍາທີ່ມີຜົນບັງຄັບສະເພາະປະກອບດ້ວຍ: ໜຶ່ງລັດຖະດໍາລັດປະກາດໃຊ້ກົດໝາຍ; ສອງລັດຖະດໍາລັດ,ດໍາລັດຫຼືຂໍ້ຕົກລົງກ່ຽວກັບການຍ້ອງຍໍຫຼືແຕ່ງ ຕັ້ງບຸກຄົນໃຫ້ດໍາລົງຕໍາແໜ່ງໃດໜຶ່ງຫຼືກ່ຽວກັບວຽກງານສະເພາະໃດ ໜຶ່ງ. ສາມແຈ້ງການ. ...ມາດຕາຫົກນະໂຍບາຍກ່ຽວກັບການສ້າງນິຕິກໍາ

ມາດຕາຫົກນະໂຍບາຍກ່ຽວກັບການສ້າງນິຕິກໍາ ລັດສົ່ງເສີມໃຫ້ມີການສ້າງນິຕິກໍາເປັນລະບົບຄົບຊຸດໃນທຸກຂົງ ເຂດເພື່ອຄຸ້ມຄອງລັດ,ຄຸ້ມຄອງສັງຄົມດ້ວຍການສະໜອງງົບປະມານ, ພາຫະນະອຸປະກອນ,ພັດທະນາບຸກຄະລາກອນທາງດ້ານກົດໝາຍ,ປະ ກອບສ່ວນເຂົ້າໃນການສ້າງລັດແຫ່ງກົດໝາຍເທື່ອລະກ້າວ. ລັດຊຸກຍູ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາກລັດແລະ ເອກະຊົນໃຫ້ປະກອບຄໍາເຫັນໃສ່ຮ່າງນິຕິກໍາຢ່າງກວ້າງຂວາງແລະທົ່ວ ເຖິງເພື່ອເຮັດໃຫ້ຮ່າງນິຕິກໍາມີເນື້ອໃຈຄົບຖ້ວນ. ລັດຊຸກຍູ້ທຸກພາກສ່ວນທົ່ວສັງຄົມໃຫ້ເຄົາລົບແລະປະຕິບັດນິຕິກໍາ ຕ່າງໆທີ່ມີຜົນສັກສິດແລ້ວນັ້ນຢ່າງເຂັ້ມງວດ.

...ມາດຕາເຈັດຫຼັກການພື້ນຖານໃນການສ້າງນິຕິກໍາ

ມາດຕາເຈັດຫຼັກການພື້ນຖານໃນການສ້າງນິຕິກໍາ ການສ້າງແລະປັບປຸງນິຕິກໍໃຫ້ປະຕິບັດຕາມຫຼັກການພ້ືນຖານ ດັ່ງນີ້: ໜຶ່ງສອດຄ່ອງກັບແນວທາງນະໂຍບາຍ,ລັດຖະທໍາມະນູນ,ກົດ ໝາຍ,ສະພາບຄວາມເປັນຈິງທາງດ້ານເສດຖະກິດແລະສັງຄົມ. ສອງສອດຄ່ອງກັບສົນທິສັນຍາແລະສັນຍາສາກົນທີ່ສປປລາວ ເປັນພາຄີ; ສາມຢູ່ໃນຂອບເຂດສິດຂອງອົງການທີ່ມີສິດອອກນິຕິກໍາ. ສີ່ມີແຜນການແລະປະຕິບັດຕາມຂັ້ນຕອນການສ້າງແລະປັບປຸງ ນິຕິກໍາ. ຫ້າຮັບປະກັນຄວາມໂປ່ງໃສ່,ເປີດເຜີຍ,ມີການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ,ເສີມຂະຫຍາຍປະຊາທິປະໄຕແລະຍາດແຍ່ງ ຄໍາເຫັນຢ່າງກວ້າງຂວາງ. ຫົກຮັບປະກັນລັກສະນະຊາດ,ວິທະຍາສາດແລະມະຫາຊົນ.

...ມາດຕາແປດການປະກອບຄໍາເຫັນ

ມາດຕາແປດການປະກອບຄໍາເຫັນ ບຸກຄົນ,ນິຕິບຸກຄົນແລະອົງການຈັດຕັ້ງລັດແລະເອກະຊົນທັງ ພາຍໃນແລະຕ່າງປະເທດມີສິດປະກອບຄໍາເຫັນໃສ່ຮ່າງນິຕິກໍາດ້ວຍ ການສົ່ງຄໍາເຫັນຂອງຕົນໄປຍັງອົງການຈັດຕັ້ງທີ່ຮັບຜິດຊອບສ້າງຮ່າງ ນິຕິກໍາຕາມເວລາແລະວິທີການທີ່ໄດ້ກໍານົດໄວ້. ອົງການຈັດຕັ້ງທີ່ຮັບຜິດຊອບຕ້ອງເອົາຮ່າງນິຕິກໍາເປັນຕົ້ນລັດ ຖະທໍາມະນູນ,ກົດໝາຍ,ດໍາລັດພິມລົງໃນເວບໄຊ,ສື່ສິ່ງພິມຫຼືໃຊ້ວິທີອື່ນ ທີ່ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງໄດ້ງ່າຍຢ່າງໜ້ອຍຫົກສິບວັນເພື່ອ ໃຫ້ມີການປະກອບຄໍາເຫັນເວັ້ນເສຍແຕ່ໃນກໍລະນີຈໍາເປັນແລະຮີບດ່ວນ, ມະຕິແລະນິຕິກໍາອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

...ມາດຕາເກົ້າຄວາມສອດຄ່ອງຂອງນິຕິກໍາ

ມາດຕາເກົ້າຄວາມສອດຄ່ອງຂອງນິຕິກໍາ ນິຕິກໍາທີ່ສ້າງຂຶ້ນຕ້ອງຮັບປະກັນຄວາມສອດຄ່ອງກັບນິຕິກໍາທີ່ ສູງກວ່າ.ຖ້າບົດບັນຍັດຂອງນິຕິກໍາທີ່ມີຜົນສັກສິດແລ້ວຫຼືທີ່ສ້າງໃໝ່ຫາກ ບໍ່ສອດຄ່ອງກັບບົດບັນຍັດທີ່ກ່ຽວຂ້ອງຂອງສົນທິສັນຍາຫຼືສັນຍາສາກົນ ທີ່ສປປລາວເປັນພາຄີໃຫ້ປະຕິບັດຕາມບົດບັນຍັດຂອງສົນທິສັນຍາຫຼືສັນ ຍາສາກົນດັ່ງກ່າວແລະຕ້ອງປັບປຸງຫຼືດັດແກ້ນິຕິກໍາດັ່ງກ່າວໂດຍໄວ. ຖ້ານິຕິກໍາຫາກຂັດກັນກໍ່ໃຫ້ປະຕິບັດຕາມນິຕິກໍາທີ່ສູງກວ່າ,ໃນກ ໍລະນີນິຕິກໍາລະດັບດຽວກັນຫາກຂັດກັນໃຫ້ປະຕິບັດຕາມນິຕິກໍາລຸນຫຼັງ. ຖ້ານິຕິກໍາໃນລະດັບດຽວກັນຫາກຂັດກັນໃນບັນຫາດຽວກັນໃຫ້ນໍາໃຊ ້ນິຕິກໍາສະເພາະກ່ຽວກັບບັນຫານັ້ນ.

...ມາດຕາສິບການປັບປຸງກົດໝາຍຫຼາຍສະບັບພ້ອມກັນ

ມາດຕາສິບການປັບປຸງກົດໝາຍຫຼາຍສະບັບພ້ອມກັນ ເມື່ອມີຄວາມຈໍາເປັນຕ້ອງໄດ້ປັບປຸງກົດໝາຍຫຼາຍສະບັບພ້ອມ ກັນທີ່ມີເນື້ອໃນບໍ່ຫຼວງຫຼາຍກໍ່ສາມາດປັບປຸງເປັນກົດໝາຍສະບັບດຽວ ຊຶ່ງເອີ້ນວ່າກົດໝາຍວ່າດ້ວຍການປັບປຸງກົດໝາຍ.

...ມາດຕາສິບເອັດພາສາທີ່ນໍາໃຊ້ເຂົ້າໃນການສ້າງນິຕິກໍາ

ມາດຕາສິບເອັດພາສາທີ່ນໍາໃຊ້ເຂົ້າໃນການສ້າງນິຕິກໍາ ພາສາທີ່ນໍາໃຊ້ໃນການສ້າງນິຕິກໍາຕ້ອງແມ່ນພາສາລາວ,ຄໍາ ສັບ,ສໍານວນ,ຄໍາເວົ້າທີ່ນຊາໃຊ້ຕ້ອງມີຄວາມໝາຍທີ່ແນ່ນອນ,ຊັດເຈນ ,ຮັດກຸມແລະເຂົ້າໃຈງ່າຍ.ໃນກໍລະນີທີ່ນໍາໃຊ້ຄໍາສັບເຕັກນິກຫຼືດານວິຊາ ການຕ້ອງມີການອະທິບາຍຄໍາສັບນັ້ນຫຼືຂຽນເປັນພາສາຕ່າງປະເທດ ເມື່ອມີຄວາມຈໍາເປັນ.

...ມາດຕາສິບສອງການແປນິຕິກໍາເປັນພາສາຕ່າງປະເທດ

ມາດຕາສິບສອງການແປນິຕິກໍາເປັນພາສາຕ່າງປະເທດ ນິຕິກໍາທີ່ມີຜົນສັກສິດແລ້ວສາມາດແປດເປັນພາສາຕ່າງປະ ເທດເພື່ອເຜີຍແຜ່ແລະນໍາໃຊ້ເປັນຂໍ້ມູນ. ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງມີຄວາມຮັບຜິດຊອບຕໍ່ການ ແປຂອງຕົນ.

...ມາດຕາສິບສາມຂອບເຂດການນໍາໃຊ້ກົດໝາຍ

ມາດຕາສິບສາມຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບການສ້າງແລະປັບປຸງນິຕິກໍາທີ່ມີ ຜົນບັງຄັບທົ່ວໄປຕາມທີ່ໄດ້ກໍານົດໄວ້ໃນມາດຕາສີ່ຂອງກົດໝາຍສະບັບ ນີ້ເທົ່ານັ້ນ. ກົດໝາຍສະບັບນີ້ບໍ່ນໍາໃຊ້ສໍາລັບນິຕິກໍາກ່ຽວກັບການດໍາເນີນ ຄະດີຂອງສານປະຊາຊົນ,ອົງການໄອຍະການປະຊາຊົນແລະນິຕິກໍາທີ່ ມີຜົນບັງຄັບສະເພາະ.

...ມາດຕາສິບສີ່ການຮ່ວມມືສາກົນ

ມາດຕາສິບສີ່ການຮ່ວມມືສາກົນ ລັດຊຸກຍູ້ການພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາ ກົນກ່ຽວກັບວຽກງານສ້າງນິຕິກໍາດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນ ຂ່າວສານ,ການສໍາມະນາ,ການຍົກລະດັບຄວາມຮູ້,ຄວາມສາມາດ ທາງດ້ານວິຊາການແລະການຊ່ວຍເຫຼືອເພື່ອພັດທະນາວຽກງານສ້າງ ນິຕິກໍາ,ປະຕິບັດສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

..ພາກທີສອງການສ້າງແລະປັບປຸງລັດຖະທໍາມະນູນ


...ມາດຕາສິບຫ້າການສ້າງແລະປັບປຸງລັດຖະທໍາມະນູນ

ມາດຕາສິບຫ້າການສ້າງແລະປັບປຸງລັດຖະທໍາມະນູນ ລັດຖະທໍາມະນູນແມ່ນກົດໝາຍພື້ນຖານຂອງຊາດຊຶ່ງມີແຕ່ສະ ພາແຫ່ງຊາດເທົ່ານັ້ນທີ່ມີສິດສ້າງແລະປັບປຸງ. ໃນການສ້າງແລະປັບປຸງລັດຖະທໍາມະນູນນັ້ນຕ້ອງມີການແຕ່ງ ຕັ້ງຄະນະກໍາມະການລະດັບຊາດ,ມີການເກັບກໍາຂໍ້ມູນແລະປຶກສາຫາ ລືຄໍາເຫັນຂອງປະຊາຊົນຢ່າງກວ້າງຂວາງກວ່າຂະບວນການສ້າງ ແລະປັບປຸງກົດໝາຍ. ສໍາລັບລະບຽບການລະອຽດກ່ຽວກັບຂັ້ນຕອນການສ້າງແລະ ປັບປຸງລັດຖະທໍາມະນູນແມ່ນສະພາແຫ່ງຊາດເປັນຜູ້ກໍານົດ.

...ມາດຕາສິບຫົກການຮັບຮອງເອົາການສ້າງແລະປັບປຸງລັດຖະທໍາມະນູນ

ມາດຕາສິບຫົກການຮັບຮອງເອົາການສ້າງແລະປັບປຸງລັດຖະທໍາ ມະນູນ ການຮັບຮອງເອົາການສ້າງແລະປັບປຸງລັດຖະທໍາມະນູນຕ້ອງ ມີສະມາຊິກສະພາແຫ່ງຊາດຢ່າງໜ້ອຍສອງສ່ວນສາມຂອງຈໍານວນ ສະມາຊິກທັງໝົດເປັນຜູ້ລົງຄະແນນສຽງເຫັນດີ.

..ພາກທີສາມການສ້າງຫຼືປັບປຸງກົດໝາຍ


...ມາດຕາສິບເຈັດກົດໝາຍ

ມາດຕາສິບເຈັດກົດໝາຍ ກົດໝາຍແມ່ນນິຕິກໍາທີ່ສ້າງຂຶ້ນໂດຍົງການທີ່ມີສິດອໍານາດ, ຮັບຮອງເອົາໂດຍສະພາແຫ່ງຊາດແລະປະກາດໃຊ້ໂດຍປະທານປະ ເທດຊຶ່ງກໍານົດຫຼັກການ,ລະບຽບການແລະມາດຕະການແນໃສ່ດັດປັບ ສາຍພົວພັນສັງຄົມໃນຫຼາຍຂົງເຂດຫຼືຂົງເຂດໃດໜຶ່ງຊຶ່ງມີຜົນບັງຄັບໃນ ຂອບເຂດທົ່ວປະເທດແລະນໍາໃຊ້ຢ່າງຍາວນານ. ...ມາດຕາສິບແປດອົງການຈັດຕັ້ງແລະບຸກຄົນທີ່ມີສິດສະເໜີສ້າງຮ່າງກົດໝາຍ

ມາດຕາສິບແປດອົງການຈັດຕັ້ງແລະບຸກຄົນທີ່ມີສິດສະເໜີສ້າງຮ່າງ ກົດໝາຍ ອົງການຈັດຕັ້ງແລະບຸກຄົນທີ່ມີສິດສະເໜີສ້າງຮ່າງກົດໝາຍມີ ດັ່ງນີ້: ໜຶ່ງປະທານປະເທດ. ສອງຄະນະປະຈໍາສະພາແຫ່ງຊາດ. ສາມລັດຖະບານ. ສີ່ສານປະຊາຊົນສູງສຸດ. ຫ້າອົງການໄອຍະການປະຊາຊົນສູງສຸດ. ຫົກແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນຂັ້ນສູນ ກາງ.

...ມາດຕາສິບເກົ້າຂັ້ນຕອນການສ້າງຫຼືປັບປຸງກົດໝາຍ

ມາດຕາສິບເກົ້າຂັ້ນຕອນການສ້າງຫຼືປັບປຸງກົດໝາຍ ການສ້າງຫຼືປັບປຸງກົດໝາຍໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້: ໜຶ່ງສ້າງແຜນການສ້າງແລະປັບປຸງກົດໝາຍ. ສອງສ້າງຮ່າງກົດໝາຍ. ສາມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍໂດຍກະຊວງ ຍຸຕິທໍາ. ສີ່ພິຈາລະນາຮ່າງກົດໝາຍໂດຍລະຖະບານ. ຫ້າພິຈາລະນາແລະຮັບຮອງຮ່າງກົດໝາຍໂດຍສະພາແຫ່ງ ຊາດ. ຫົກປະກາດໃຊ້ກົດໝາຍໂດຍປະທານປະເທດ. ...ໝວດທີໜຶ່ງການສ້າງແຜນການສ້າງແລະປັບປຸງກົດໝາຍ


....ມາດຕາຊາວການສ້າງແຜນການສ້າງແລະປັບປຸງກົດໝາຍ

ມາດຕາຊາວການສ້າງແຜນການສ້າງແລະປັບປຸງກົດໝາຍ ອົງການຈັດຕັ້ງແລະບຸກຄົນທີ່ມີສິດສະເໜີສ້າງຮ່າງກົດໝາຍ ຕ້ອງສ້າງແຜນການສ້າງແລະປັບປຸງກົດໝາຍຂອງຕົນໂດຍກໍານົດ ແຈ້ງກ່ຽວກັບເຫດຜົນ,ຄວາມຈໍາເປັນ,ຈຸດປະສົງ,ຄາດໝາຍ,ຂອບເຂດ ໃນການສ້າງແລະປັບປຸງກົດໝາຍ,ຄວາມຮຽກຮ້ອງຕ້ອງການແລະ ເງື່ອນໄຂທີ່ຈໍາເປັນເພື່ອຮັບໃຊ້ໃຫ້ແກ່ການສ້າງແລະປັບປຸງກົດໝາຍ ພ້ອມທັງຂໍ້ສະເໜີຕ່າງໆເພື່ອສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດພິ ຈາລະນາ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນມີສິດສະເໜີຄໍາເຫັນກ່ຽວກັບ ການສ້າງແລະປັບປຸງກົດໝາຍໃດໜຶ່ງຕໍ່ອົງການຈັດຕັ້ງແລະບຸກຄົນທີ່ມີ ສິດສະເໜີສ້າງຮ່າງກົດໝາຍເພື່ອພິຈາລະນາບັນຈຸເຂົ້າໃນແຜນການ ສ້າງແລະປັບປຸງກົດໝາຍ.

....ມາດຕາຊາວເອັດປະເພດແຜນການສ້າງແລະປັບປຸງກົດໝາຍ

ມາດຕາຊາວເອັດປະເພດແຜນການສ້າງແລະປັບປຸງກົດໝາຍ ແຜນການສ້າງແລະປັບປຸງກົດໝາຍປະກອບດ້ວຍແຜນການ ຫ້າປີແລະແຜນການປະຈໍາປີ. ແຜນການສ້າງແລະປັບປຸງກົດໝາຍຫ້າປີແມ່ນແຜນການທີ່ ກອງປະຊຸມຄັ້ງປະຖົມມະເລີກຂອງສະພາແຫ່ງຊາດແຕ່ລະຊຸດເປັນຜູ້ພິ ຈາລະນາຕົກລົງຮັບຮອງເອົາ. ແຜນການສ້າງແລະປັບປຸງກົດໝາຍປະຈໍາປີແມ່ນແຜນການທີ່ ຄະນະປະຈໍາສະພາແຫ່ງຊາດເປັນຜູ້ຕົກລົງບົນພື້ນຖານແຜນການສ້າງ ແລະປັບປຸງກົດໝາຍຫ້າປີທີ່ໄດ້ຮັບຮອງເອົາແລ້ວແລະຕາມການສະ ເໜີຂອງການຈັດຕັ້ງແລະບຸກຄົນທີ່ມີສິດສະເໜີສ້າງແລະປັບປຸງກົດ ໝາຍ.

....ມາດຕາຊາວສອງການສະເໜີແຜນການສ້າງແລະປັບປຸງກົດໝາຍ

ມາດຕາຊາວສອງການສະເໜີແຜນການສ້າງແລະປັບປຸງກົດໝາຍ ອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍສ້າງແຜນການສ້າງ ແລະປັບປຸງກົດໝາຍຫ້າປີຂອງຕົນພ້ອມດ້ວຍບົດສະເໜີກ່ຽວກັບເຫດ ຜົນແລະຄວາມຈໍາເປັນໃນການສ້າງແລະປັບປຸງກົດໝາຍ,ຈຸດປະສົງ ຂອງກົດໝາຍ,ຜົນປະໂຫຍດທີ່ຕະໄດ້ຮັບ,ຊັບພະຍາກອນແລະກົນໄກ ການຈັດຕັ້ງປະຕິບັດແລ້ວສະເໜີຕໍ່ກະຊວງຍຸຕິທໍາກ່ອນວັນທີໜຶ່ງກັນຍາ ຂອງປີທີສີ່ຂອງອາຍຸການຂອງສະພາແຫ່ງຊາດແຕ່ລະຊຸດເພື່ອຄົ້ນຄວ້າ ,ກວດກາແລະສັງລວມແລ້ວລາຍງານໄປຍັງລັດຖະບານ. ລັດຖະບານພິຈາລະນາແລະສະເໜີແຜນການສ້າງແລະປັບປຸງ ກົດໝາຍຕໍ່ຄະນະປະຈໍາສະພາແຫ່ງຊາດພາຍໃນເດືອນມັງກອນຂອງປ ີຖັດໄປ. ສານປະຊາຊົນສູງສຸດ,ອົງການໄອຍະການປະຊາຊົນສູງສຸດ, ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງສ້າງ ແຜນການສ້າງແລະປັບປຸງກົດໝາຍຂອງຕົນແລ້ວສົ່ງໃຫ້ລັດຖະບານ ກ່ອນວັນທີໜຶ່ງກັນຍາຂອງປີທີສີ່ຂອງອາຍຸການຂອງສະພາແຫ່ງຊາດ ແຕ່ລະຊຸດເພື່ອປະກອບຄໍາເຫັນເປັນລາຍລັກອັກສອນແລ້ວຈຶ່ງນໍາສະ ເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ. ....ມາດຕາຊາວສາມການກວດກາແຜນການສ້າງແລະປັບປຸງກົດໝາຍ

ມາດຕາຊາວສາມການກວດກາແຜນການສ້າງແລະປັບປຸງກົດໝາຍ ພາຍລັງໄດ້ຮັບແຜນການສ້າງແລະປັບປຸງກົດໝາຍຈາກອົງ ການທີ່ມີສິດສະເໜີສ້າງຮ່າງກົດໝາຍແລ້ວຄະນະປະຈໍາສະພາແຫ່ງ ຊາດມອບໃຫ້ກໍາມາທິການກົດໝາຍປະສານສົມທົບກັບກໍາມາທິການ ອື່ນທີ່ກ່ຽວຂ້ອງຂອງສະພາແຫ່ງຊາດເພື່ອກວດກາແລ້ວລາຍງານຕໍ່ ຄະນະປະຈໍາສະພາແຫ່ງຊາດ.

....ມາດຕາຊາວສີ່ການສະເໜີແລະການພິຈາລະນາແຜນການສ້າງແລະປັບປຸງກົດໝາຍ

ມາດຕາຊາວສີ່ການສະເໜີແລະການພິຈາລະນາແຜນການສ້າງແລະ ປັບປຸງກົດໝາຍ ຄະນະປະຈໍາສະພາແຫ່ງຊາດສັງລວມແລະສະເໜີແຜນການ ສ້າງແລະປັບປຸງກົດໝາຍຫ້າປີຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະ ພາແຫ່ງຊາດແຕ່ລະຊຸດພິຈາລະນາຮັບຮອງເອົາ. ສໍາລັບແຜນການສ້າງແລະປັບປຸງກົດໝາຍປະຈໍາປີແມ່ນຄະ ນະປະຈໍາສະພາແຫ່ງຊາດເປັນຜູ້ຕົກລົງໂດຍອີງຕາມແຜນການສ້າງ ແລະປັບປຸງກົດໝາຍຫ້າປີທີ່ໄດ້ຮັບຮອງເອົາແລ້ວແລະຕາມການສະ ເໜີຂອງອົງການຈັດຕັ້ງແລະບຸກຄົນທີ່ມີສິດສະເໜີສ້າງແລະປັບປຸງກົດ ໝາຍ. ....ມາດຕາຊາວຫ້າການປັບປຸງແຜນການສ້າງແລະປັບປຸງກົດໝາຍ

ມາດຕາຊາວຫ້າການປັບປຸງແຜນການສ້າງແລະປັບປຸງກົດໝາຍ ໃນກໍລະນີທີ່ມີຄວາມຈໍາເປັນຕ້ອງໄດ້ປັບປຸງແຜນການສ້າງ ແລະປັບປຸງກົດໝາຍປະຈໍາປີຄະນະປະຈໍາສະພາແຫ່ງຊາດຈະເປັນຜູ້ ພິຈາລະນາແລະຕົກລົງຕາມການສະເໜີຂອງອົງການຈັດຕັ້ງແລະບຸກ ຄົນທີ່ມີສິດສະເໜີສ້າງຮ່າງກົດໝາຍ. ຄະນະປະຈໍາສະພາແຫ່ງຊາດຕ້ອງລາຍງານການປັບປຸງແຜນ ການສ້າງແລະປັບປຸງກົດໝາຍດັ່ງກ່າວຕໍ່ກອງປະຊຸມສະພາແຫ່ງຊາດ ເທື່ອຖັດໄປ. ....ມາດຕາຊາວຫົກການຈັດຕັ້ງປະຕິບັດແຜນການສ້າງແລະປັບປຸງກົດໝາຍ

ມາດຕາຊາວຫົກການຈັດຕັ້ງປະຕິບັດແຜນການສ້າງແລະປັບປຸງກົດ ໝາຍ ຄະນະປະຈໍາສະພາແຫ່ງຊາດແຈ້ງແຜນການສ້າງແລະປັບປຸງ ກົດໝາຍຫ້າປີແລະປະຈໍາປີທີ່ໄດ້ຮັບຮອງເອົາແລ້ວນັ້ນໃຫ້ລັດຖະບານ ແລະອົງການຈັດຕັ້ງແລະບຸກຄົົນອື່ນທີ່ມີສິດສະເໜີສ້າງຮ່າງກົດມາຍ. ລັດຖະບານມອບໃຫ້ອົງການທີ່ກ່ຽວຂ້ອງຂອງຕົນຈັດຕັ້ງປະຕິ ບັດແຜນການສ້າງແລະປັບປຸງກົດໝາຍດັ່ງກ່າວ.ກະຊວງຍຸຕິທໍາມີໜ້າ ທີ່ຊຸກຍູ້,ຕິດຕາມແລະກວດກາການຈັດຕັ້ງປະຕິບັດແຜນການສ້າງແລະ ປັບປຸງກົດໝາຍໃຫ້ທັນຕາມກໍານົດເວລາ.

...ໝວດທີສອງການສ້າງຮ່າງກົດໝາຍ


....ມາດຕາຊາວເຈັດອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍ

ມາດຕາຊາວເຈັດອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍ ອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍແມ່ນອົງການທີ່ມີສິດ ສະເໜີສ້າງຮ່າງກົດໝາຍຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບແປດ ຂອງກົດໝາຍສະບັບນີ້,ສ່ວນອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍ ຂອງລັດຖະບານແມ່ນບັນດາກະຊວງ,ອົງການທີ່ຂຶ້ນກັບລັດຖະບານ ແລະອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍຂອງປະທານປະເທດ ແມ່ນຫ້ອງວ່າການປະທານປະເທດ.

....ມາດຕາຊາວແປດສິດແລະໜ້າທີ່ຂອງອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍ

ມາດຕາຊາວແປດສິດແລະໜ້າທີ່ຂອງອົງການທີ່ຮັບຜິດຊອບສ້າງ ຮ່າງກົດໝາຍ ອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍມີສິດແລະໜ້າທີ່ ດັ່ງນີ້: ໜຶ່ງສ້າງແຜນການສ້າງແລະປັບປຸງກົດໝາຍທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນພ້ອມດ້ວຍແຜນງົບປະມານຮັບໃຊ້ການເຄື່ອນ ໄຫວວຽກງານດັ່ງກ່າວ; ສອງສ້າງຕັ້ງໜ່ວຍງານນິຕິກໍາຂອງຕົນ; ສາມແຕ່ງຕັ້ງຄະນະຮັບຜິດຊອບສ້າງຮ່າງກົດໝາຍ; ສີ່ໃຫ້ການຊີ້ນຊາທາງດ້ານນະໂຍບາຍແກ່ຄະນະຮັບຜິດຊອບ ສ້າງຮ່າງກົດໝາຍ. ຫ້າພິຈາລະນາຮັບຮອງເອົາແຜນການເຄື່ອນໄຫວແລະແຜນ ງົບປະມານຕາມການສະເໜີຂອງຄະນະຮັບຜິດຊອບສ້າງຮ່າງກົດ ໝາຍ. ຫົກພິຈາລະນາໂຄງປະກອບແລະເນື້ອໃນຂອງຮ່າງກົດໝາຍ ຂອງຄະນະຮັບຜິດຊອບສ້າງຮ່າງກົດໝາຍ. ເຈັດສະເໜີຮ່າງກົດໝາຍພ້ອມດ້ວຍບັນຫາທີ່ຕ້ອງການປຶກ ສາຫາລືຫຼືຂໍຄໍາເຫັນຈາກລັດຖະບານ. ແປດສະເໜີນາຍົກລັດຖະມົນຕີແຕ່ງຕັ້ງຄະນະຮັບຜິດຊອບ ປ້ອງກັນຮ່າງກົດໝາຍເພື່ອສະເໜີຮ່າງກົດໝາຍຕໍ່ກອງປະຊຸມສະ ພາແຫ່ງຊາດສໍາລັບຮ່າງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງ ລັດຖະບານ. ເກົ້າປະເມີນການຈັດຕັ້ງປະຕິບັດກົດໝາຍທີ່ຢູ່ໃນຄວາມຮັບ ຜິດຊອບຂອງຕົນ. ....ມາດຕາຊາວເກົ້າການສ້າງຮ່າງກົດໝາຍ

ມາດຕາຊາວເກົ້າການສ້າງຮ່າງກົດໝາຍ ການສ້າງຮ່າງກົດໝາຍຂອງອົງການທີ່ຮັບຜິດຊອບສ້າງຮ່າງ ກົດໝາຍໃຫ້ປະຕິບັດດັ່ງນີ້: ໜຶ່ງກໍານົດນະໂຍບາຍກ່ຽວກັບການສ້າງຮ່າງກົດໝາຍ. ສອງແຕ່ງຕັ້ງຄະນະຮັບຜິດຊອບສ້າງຮ່າງກົດໝາຍ. ສາມເກັບກໍາແລະຄົ້ນຄວ້າວິໄຈຂໍ້ມູນ. ສີ່ຂຽນເນື້ອໃນຂອງຮ່າງກົດໝາຍ; ຫ້າທາບທາມຄໍາເຫັນ; ຫົກສ້າງບົດສະເໜີແລະບົດປະເມີນຜົນກະທົບຂອງຮ່າງກົດ ໝາຍ.

ການສ້າງກົດໝາຍໃໝ່ອາດເປັນການປັບປຸງບົດບັນຍັດໃດໜຶ່ງ ຂອງກົດໝາຍທີ່ປະກາດໃຊ້ແລ້ວໃນບັນຫາຫຼືໃນຂົງເຂດດຽວກັນເພື່ອ ຮັບປະກັນຄວາມສອດຄ່ອງຂອງກົດໝາຍແລະຄວາມວ່ອງໄວໃນການ ປະຕິບັດ.

....ມາດຕາສາມສິບການກໍານົດນະໂຍບາຍກ່ຽວກັບການສ້າງຮ່າງກົດໝາຍ

ມາດຕາສາມສິບການກໍານົດນະໂຍບາຍກ່ຽວກັບການສ້າງຮ່າງກົດ ໝາຍ ອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍກໍານົດນະໂຍບາຍ ກ່ຽວກັບການສ້າງແລະປັບປຸງກົດໝາຍໃຫ້ຄະນະຮັບຜິດຊອບສ້າງຮ່າງ ກົດໝາຍເປັນຕົ້ນແນວທາງ,ຫຼັກການ,ນະໂຍບາຍ,ຂອບເຂດການດັດ ປັບຂອງກົດໝາຍ. ....ມາດຕາສາມສິບເອັດການແຕ່ງຕັ້ງຄະນະຮັບຜິດຊອບສ້າງຮ່າງກົດໝາຍ

ມາດຕາສາມສິບເອັດການແຕ່ງຕັ້ງຄະນະຮັບຜິດຊອບສ້າງຮ່າງກົດ ໝາຍ ອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍແຕ່ງຕັ້ງຄະນະຮັບ ຜິດຊອບສ້າງຮ່າງກົດໝາຍຂອງຕົນໂດຍແມ່ນລັດຖະມົນຕີຊ່ວຍວ່າ ການຫຼືຮອງຫົວໜ້າອົງການເປັນຫົວໜ້າຄະນະແລະປະກອບດ້ວຍຫົວ ໜ້າໜ່ວຍງານນິຕິກໍາແລະພະນັກງານວິຊາການທີ່ກ່ຽວຂ້ອງຈໍານວນ ໜຶ່ງເປັນຄະນະເພື່ອສ້າງແລະປັບປຸງກົດໝາຍໃຫ້ສໍາເລັດຕາມກໍານົດ ເວລາທີ່ໄດ້ກໍານົດໄວ້ໃນແຜນການ.ໃນກໍລະນີຮ່າງກົດໝາຍຫາກພົວ ພັນກັບຫຼາຍຂະແໜງການຄະນະດັ່ງກ່າວຕ້ອງໃຫ້ມີຜູ້ຕາງໜ້າຂອງຂະ ແໜງການທີ່ກ່ຽວຂ້ອງ. ໜ່ວຍງານນິຕິກໍາຂອງອົງການທີ່ຮັບຜິດຊອບສ້າງຮ່າງກົດ ໝາຍເປັນເສນາທິການໃນການສ້າງ,ການປັບປຸງ,ການໂຄສະນາເຜີຍ ແຜ່ແລະປະເມີນຜົນການຈັດຕັ້ງປະຕິບັດນິຕິກໍາທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນ. ສໍາລັບກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງສະພາແຫ່ງຊາດ ແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ້ແຕ່ງຕັ້ງຄະນະຮັບຜິດຊອບ ສ້າງຮ່າງກົດໝາຍ.

....ມາດຕາສາມສິບສອງສິດແລະໜ້າທີ່ຂອງຄະນະຮັບຜິດຊອບສ້າງຮ່າງກົດໝາຍ

ມາດຕາສາມສິບສອງສິດແລະໜ້າທີ່ຂອງຄະນະຮັບຜິດຊອບສ້າງ ຮ່າງກົດໝາຍ ຄະນະຮັບຜິດຊອບສ້າງຮ່າງກົດໝາຍມີສິດແລະໜ້າທີ່ດັ່ງນີ້: ໜຶ່ງສ້າງແຜນການແລະແຜນງົບປະມານສໍາລັບການເຄື່ອນ ໄຫວຂອງຄະນະເພື່ອສະເໜີຕໍ່ອົງການທີ່ຮັບຜິດຊອບສ້າງຮ່າງກົດ ໝາຍພິຈາລະນາຕົກລົງ. ສອງເກັບກໍາ,ຄົ້ນຄວ້າວິໄຈຂໍ້ມູນ,ສັງລວມນະໂຍບາຍແລະ ບັນຫາອື່ນກ່ຽວກັບເນື້ອໃຈຂອງຮ່າງກົດໝາຍ. ສາມກໍານົດໂຄງປະກອບແລະຂຽນເນື້ອໃນຮ່າງກົດໝາຍ. ສີ່ຈັດກອງປະຊຸມປຶກສາຫາລື,ເອົາຮ່າງກົດໝາຍລົງໃນເວບ ໄຊຫຼືສື່ສິ່ງພິມອື່ນເພື່ອລະດົມຄໍາເຫັນຕໍ່ຮ່າງກົດໝາຍ. ຫ້າສົ່ງຮ່າງກົດໝາຍໃຫ້ຂະແໜງການແລະພາກສ່ວນທີ່ກ່ຽວ ຂ້ອງເພືອປະກອບຄໍາຄິດເຫັນ; ຫົກຍາດແຍ່ງຄໍາເຫັນຈາກຜູ້ຊ່ຽວຊານທັງພາຍໃນແລະຕ່າງ ປະເທດທີ່ມີຄວາມຮູ້,ປະສົບການທີ່ພົວພັນກັບເນື້ອໃນຂອງຮ່າງກົດ ໝາຍ. ເຈັດລວມລວມແລະພິຈາລະນາຄໍາເຫັນຂອງບຸກຄົນ,ນິຕິບຸກ ຄົນແລະອົງການຈັດຕັ້ງຕໍ່ຮ່າງກົດໝາຍ. ແປດຂຽນບົດສະເໜີແລະບົດປະເມີນຜົນຮ່າງກົດໝາຍ. ເກົ້າລາຍງານການເຄື່ອນໄຫວແລະຄວາມຄືບໜ້າໃນການ ຮ່າງກົດໝາຍຕໍ່ອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍຢ່າງເປັນ ປົກກະຕິ; ສິບປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍ. ....ມາດຕາສາມສິບສາມການກໍານົດໂຄງປະກອບຂອງຮ່າງກົດໝາຍ

ມາດຕາສາມສິບສາມການກໍານົດໂຄງປະກອບຂອງຮ່າງກົດໝາຍ ຄະນະຮັບຜິດຊອບສ້າງຮ່າງກົດໝາຍຕ້ອງປະສານສົມທົບກັບ ກະຊວງຍຸຕິທໍາເພື່ອເປັນເອກະພາບທາງດ້ານໂຄງປະກອບແລະເນື້ອ ໃນເບື້ອງຕົ້ນຂອງຮ່າງກົດໝາຍແລະຈຶ່ງດໍາເນີນການຂຽນເນື້ອໃນ ຂອງຮ່າງກົດໝາຍຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ຮ່າງກົດໝາຍໂດຍທົ່ວໄປແລ້ວແບ່ງອອກເປັນພາກ,ໝວດ, ມາດຕາ. ໜຶ່ງບົດບັນຍັດທົ່ວໄປຊຶ່ງກໍານົດຈຸດປະສົງ,ນະໂຍບາຍແລະຫຼັກ ການຂອງກົດໝາຍທີ່ຈະສ້າງຂຶ້ນ. ສອງເນືອໃນຂອງກົດໝາຍຊຶ່ງເປັນບັນຫາທີ່ສໍາຄັນຕ້ອງວາງ ອອກເພື່ອຄຸ້ມຄອງ,ແກ້ໄຂຫຼືສົ່ງເສີມກ່ຽວກັບບັນຫານັ້ນ; ສາມບົດບັນຍັດສຸດທ້າຍຊຶ່ງກໍານົດຜູ້ມີໜ້າທີ່ຈັດຕັ້ງປະຕິບັດກົດ ໝາຍແລະຜົນສັກສິດລວມທັງຂໍ້ກໍານົດ,ບົດບັນຍັດທີ່ຖືກຍົກເລີກໂດຍ ກົດໝາຍນັ້ນ.

....ມາດຕາສາມສິບສີ່ການເກັບກໍາແລະຄົ້ນຄວ້າວິໄນຂໍ້ມູນ

ມາດຕາສາມສິບສີ່ການເກັບກໍາແລະຄົ້ນຄວ້າວິໄນຂໍ້ມູນ ຄະນະຮັບຜິດຊອບສ້າງຮ່າງກົດໝາຍຕ້ອງເກັບກໍາແລະຄົ້ນ ຄວ້າວິໄຈຂໍ້ມູນກ່ຽວກັບ: ໜຶ່ງນະໂຍບາຍ,ນິຕິກໍາທີ່ມີຊຶ່ງພົວພັນກັບຮ່າງກົດໝາຍ. ສອງສະພາບການຈັດຕັ້ງປະຕິບັດກົດໝາຍແລະນິຕິກໍາອື່ນທີ່ ພົວພັນກັບຮ່າງກົດໝາຍ. ສາມສະພາບຄວາມເປັນຈິງທາງດ້ານເສດຖະກິດແລະສັງຄົມ ໃນປັດຈຸບັນ,ສະພາບການກ່ຽວກັບສາຍພົວພັນສັງຄົມທີ່ກ່ຽວຂ້ອງກັບ ເນື້ອໃນຕົ້ນຕໍຂອງຮ່າງກົດໝາຍ. ສີ່ສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີແລະ ບົດຮຽນຂອງຕ່າງປະເທດ. ....ມາດຕາສາມສິບຫ້າການຂຽນເນື້ອໃນຂອງຮ່າງກົດໝາຍ

ມາດຕາສາມສິບຫ້າການຂຽນເນື້ອໃນຂອງຮ່າງກົດໝາຍ ຄະນະຮັບຜິດຊອບສ້າງຮ່າງກົດໝາຍຂຽນຮ່າງກົດໝາຍຕາມ ໂຄງປະກອບທີ່ໄດ້ຕົດລົງເປັນເອກະພາບກັບກະຊວງຍຸຕິທໍາແລະຕ້ອງ ຂຽນເນື້ອໃນໃຫ້ມີຄວາມຊັດເຈນ,ຈະແຈ້ງ,ກະທັດຮັດ,ຮັດກຸມ,ນໍາໃຊ້ຄໍາ ສັບທີ່ມີຄວາມໝາຍແນ່ນອນ,ເຂົ້າໃຈງ່າຍແລະສາມາດຈັດຕັ້ງປະຕິບັດ ໄດ້.ໃນກໍລະນີທີ່ມີການນໍາໃຊ້ຄໍາສັບເຕັກນິກຫຼືດ້ານວິຊາການຕ້ອງມີ ການອະທິບາຍຄໍາສັບຢູ່ໃນຮ່າງກົດໝາຍນັ້ນ. ພາຍຫຼັງທີ່ໄດ້ຂຽນເນື້ອໃນຂອງຮ່າງກົດໝາຍເບື້ອງຕົ້ນສໍາເລັດ ແລ້ວຄະນະຮັບຜິດຊອບດັ່ງກ່າວນໍາສະເໜີຮ່າງກົດໝາຍຕໍ່ຫົວໜ້າອົງ ການທີ່ຮັບຜິດຊອບສ້າງຮ່າງກົດໝາຍເພື່ອພິຈາລະນາແລະໃຫ້ການຊີ້ ນໍາ.

....ມາດຕາສາມສິບຫົກການທາມຄໍາເຫັນ

ມາດຕາສາມສິບຫົກການທາມຄໍາເຫັນ ພາຍຫຼັງທີ່ໄດ້ຮັບການເຫັນດີຈາກຫົວໜ້າອົງການທີ່ຮັບຜິດຊອບ ສ້າງຮ່າງກົດໝຍແລ້ວຄະນະຮັບຜິດຊອບສ້າງຮ່າງກົດໝາຍຕ້ອງສົ່ງ ຮ່າງກົດໝາຍພ້ອມດ້ວຍຄໍາຖາມເຈາະຈິ້ມໄປທາບທາມຄໍາເຫັນຂອງ ຂະແໜງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອປະກອບຄໍາເຫັນຕໍ່ບັນຫາທີ່ພົວພັນກັບຄວາມຮັບຜິດຊອບຂອງອົງ ການຕົນເປັນຕົ້ນກະຊວງການເງິນ,ກະຊວງພາຍໃນເພື່ອຮັບປະກັນທາງ ດ້ານການເງິນແລະກົງຈັກການຈັດຕັ້ງ,ອົງການຈັດຕັ້ງທີ່ກ່ຽວຂ້ອງ ຕ້ອງປະກອບຄໍາເຫັນເປັນລາຍລັກອັກສອນໃຫ້ຄະນະຮັບຜິດຊອບສ້າງ ຮ່າງກົດໝາຍພາຍໃນກໍານົດເວລາສິບຫ້າວັນນັບແຕ່ວັນໄດ້ຮັບຮ່າງ ກົດໝາຍເປັນຕົ້ນໄປ. ນອກຈາກນີ້ຄະນະຮັບຜິດຊອບສ້າງຮ່າງກົດໝາຍຍັງຕ້ອງຈັດ ກອງປະຊຸມປຶກສາຫາລືທາບທາມຄໍາເຫັນແລະເອົາເນື້ອໃນຂອງຮ່າງ ກົດໝາຍທັງໝົດລວມທັງບົດສະເໜີຮ່າງກົດໝາຍແລະບົດປະເມີນຜົນ ກະທົບຂອງຮ່າງກົດໝາຍຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບ ແປດແລະສາມສິບເກົ້າຂອງກົດໝາຍສະບັບນີ້ພິມລົງໃນເວບໄຊຂອງ ລັດຖະບານຫຼືຂອງຕົນຢ່າງໜ້ອຍຫົກສິບວັນເພື່ອໃຫ້ປະຊາຊົນແລະທຸກ ພາກສ່ວນສາມາດປະກອບຄໍາເຫັນໃສ່ເນື້ອໃນຮ່າງກົດໝາຍ. ຄະນະຮັບຜິດຊອບສ້າງຮ່າງກົດໝາຍຕ້ອງລວບລວມຄໍາເຫັນ ແລ້ວນໍາມາພິຈາລະນາປັບປຸງຮ່າງກົດໝາຍ. ....ມາດຕາສາມສິບເຈັດບັດບັນທຶກກອງປະຊຸມສ້າງຮ່າງກົດໝາຍ

ມາດຕາສາມສິບເຈັດບັດບັນທຶກກອງປະຊຸມສ້າງຮ່າງກົດໝາຍ ຄະນະຮັບຜິດຊອບສ້າງຮ່າງກົດໝາຍຕ້ອງບັນທຶກບັນຫາທີ່ສໍາ ຄັນຊຶ່ງໄດ້ຄົ້ນຄວ້າແລະປຶກສາຫາລືໃນກອງປະຊຸມແຕ່ລະຄັ້ງເປັນຕົ້ນ ບັນຫານະໂຍບາຍ,ຫຼັກການ,ຄໍາສັບ,ກໍານົດເວລາແລະບັນຫາອື່ນທີ່ສໍາ ຄັນ.

....ມາດຕາສາມສິບແປດບົດສະເໜີຮ່າງກົດໝາຍ

ມາດຕາສາມສິບແປດບົດສະເໜີຮ່າງກົດໝາຍ ບົດສະເໜີຮ່າງກົດໝາຍແມ່ນບົດລາຍງານກ່ຽວກັບການຄົ້ນ ຄວ້າສ້າງຮ່າງກົດໝາຍຊຶ່ງປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງສະພາບການທີ່ຜ່ານມາແລະບັນຫາທີ່ຕ້ອງແກ້ໄຂ. ສອງເປົ້າໝາຍ,ເຫດຜົນແລະຄວາມຈໍາເປັນຂອງການສ້າງ ແລະປັບປຸງກົດໝາຍ. ສາມການອະທິບາຍໂຄງປະກອບແລະເນື້ອໃນຂອງບາງມາດ ຕາທີ່ມີຄວາມສໍາຄັນ. ສີ່ຊັບພະຍາກອນ,ກົດໄກແລະອົງການຈັດຕັ້ງປະຕິວັດ. ຫ້າຄາດຄະເນຜົນໄດ້ຮັບຈາກກົດໝາຍ.

ສໍາລັບການປັບປຸງກົດໝາຍນອກຈາກເນື້ອໃນທີ່ໄດ້ກໍານົດໄວ້ ຂ້າງເທິງນີ້ແລ້ວຍັງຕ້ອງມີເນື້ອໃນກ່ຽວກັບການປະເມີນການຈັດຕັ້ງ ຜະຕິບັດກົດໝາຍທີ່ຜ່ານມາ. ....ມາດຕາສາມສິບເກົ້າບົດປະເມີນຜົນກະທົບຂອງຮ່າງກົດໝາຍ

ມາດຕາສາມສິບເກົ້າບົດປະເມີນຜົນກະທົບຂອງຮ່າງກົດໝາຍ ບົດປະເມີນຜົນກະທົບຂອງຮ່າງກົດໝາຍແມ່ນບົດລາຍງານ ການຄົ້ນຄວ້າກ່ຽວກັບຜົນກະທົບທາງດ້ານກົດໝາຍແລະການເງິນທີ່ ອາດເກີດຂຶ້ນຈາກການສ້າງແລະປັບປຸງຮ່າງກົດໝາຍ. ສໍາລັບການສ້າງບົດປະເມີນຜົນກະທົບຂອງຮ່າງກົດໝາຍໄດ້ ກໍານົດໄວ້ໃນລະບຽບການສະເພາະ. ....ມາດຕາສີ່ສິບການສະເໜີຮ່າງກົດໝາຍຕໍ່ກະຊວງຍຸຕິທໍາ

ມາດຕາສີ່ສິບການສະເໜີຮ່າງກົດໝາຍຕໍ່ກະຊວງຍຸຕິທໍາ ພາຍຫຼັງທີ່ໄດ້ຜ່ານຂັ້ນຕອນການທາບທາມແລະຮຽບຮຽງຄືນ ຮ່າງກົດໝາຍແລ້ວອົງການທີ່ຮັບຜິດຊອບສ້າງຮ່າງກົດມາຍຕ້ອງສະ ເໜີຮ່າງກົດໝາຍນັ້ນພ້ອມດ້ວຍບົດສະເໜີຮ່າງກົດໝາຍແລະບົດປະ ເມີນຜົນກະທົບຂອງຮ່າງກົດໝາຍໄປຍັງກະຊວງຍຸຕິທໍາຢ່າງຊ້າຮ້ອຍ ຊາວວັນກ່ອນວັນເປີດກອງປະຊຸມສະພາແຫ່ງຊາດເພື່ອກວດກາຄວາມ ສອດຄ່ອງແລະເຕັກນິກການຮ່າງກົດໝາຍ. ...ໝວດທີສາມການກວດກາຄວາມສອດຄ່ອງຂອງຮ່າງກົດໝາຍໂດຍກະຊວງຍຸຕິທໍາ


....ມາດຕາສີ່ສິບເອັດການກວດກາຄວາມສອດຄ່ອງທາງດ້ານກົດໝາຍ

ມາດຕາສີ່ສິບເອັດການກວດກາຄວາມສອດຄ່ອງທາງດ້ານກົດ ໝາຍ ກະຊວງຍຸຕິທໍາຈະຮັບເອົາຮ່າງກົດໝາຍໃດໜຶ່ງຊຶ່ງອົງການ ທີ່ຮັບຜິດຊອບສ້າງຮ່າງກົດໝາຍສະເໜີມາເພື່ອຄົ້ນຄວ້າກວດກາກໍ່ ຕໍ່ເມື່ອມີບົດສະເໜີຮ່າງກົດໝາຍແລະບົດປະເມີນຜົນກະທົບຂອງຮ່າງ ກົດໝາຍຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບແປດແລະສາມສິບ ເກົົ້າຂອງກົດໝາຍສະບັບນີ້ຄັດຕິດມາພ້ອມ. ກະຊວງຍຸຕິທໍາຄົ້ນຄວ້າແລະກວດກາຮ່າງກົດໝາຍຢ່າງລະ ອຽດຮອບດ້ານໂດຍເລີ່ມຈາກໂຄງປະກອບ,ການຈັດວາງພາກ, ໝາຍ,ມາດຕາແລະກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ ພາຍໃນກໍານົດສິຫ້າວັນນັບແຕ່ວັນໄດ້ຮັບຮ່າງກົດໝາຍເປັນຕົ້ນໄປ. ໃນກໍລະນີເຫັນວ່າຍັງມີບັນຫາໃດບໍ່ຈະແຈ້ງກະຊວງຍຸຕິທໍາຕ້ອງມີຄໍາ ເຫັນເປັນລາຍລັກອັກສອນແລ້ວສົ່ງໄປຍັງອົງການທີ່ຮັບຜິດຊອບສ້າງ ຮ່າງກົດໝາຍເພື່ອພິຈາລະນາຄົ້ນຄວ້າຄືນແລ້ວສົ່ງຮ່າງກົດໝາຍ ດັ່ງກ່າວກັບຄືນມາຍັງກະຊວງຍຸຕິທໍາພາຍໃນກໍານົດສິບຫ້າວັນນັບ ແຕ່ວັນໄດ້ຮັບຄໍາເຫັນເປັນຕົ້ນໄປ. ໃນການກວດກາຄວາມສອດຄ່ອງທາງດ້ານກົດໝາຍນັ້ນ ຕ້ອງມີການເຂົ້າຮ່ວມຂອງຜູ້ຕາງໜ້າຈາກກໍາມາທິການກົດໝາຍ ແລະກໍາມາທິການອື່ນທີ່ກ່ຽວຂ້ອງຂອງສະພາແຫ່ງຊາດເພື່ອຕິດ ຕາມການສ້າງຮ່າງກົດໝາຍດັ່ງກ່າວ. ໃນກໍລະນີເຫັນວ່າຮ່າງກົດໝາຍມີເນື້ອໃນຄົບຖ້ວນໂດຍພື້ນ ຖານແລ້ວກະຊວງຍຸຕິທໍາກໍ່ຈະສົມທົບກັບຄະນະຮັບຜິດຊອບສ້າງຮ່າງ ກົດໝາຍແລະພາກສ່ວນທີ່ກ່ຽວຂ້ອງປັບປຸງແລະຮຽບຮຽງເພື່ອໃຫ້ ມີຄວາມເປັນເອກະພາບກ່ອນຈະສະເໜີຮ່າງກົດໝາຍດັ່ງກ່າວໄປຍັງ ລັດຖະບານ.

....ມາດຕາສີ່ສິບສອງການສົ່ງຮ່າງກົດໝາຍໄປຍັງລັດຖະບານ

ມາດຕາສີ່ສິບສອງການສົ່ງຮ່າງກົດໝາຍໄປຍັງລັດຖະບານ ພາຍຫຼັງທີ່ໄດ້ຜ່ານການກວດກາຂອງກະຊວງຍຸຕິທໍາແລ້ວກະ ຊວງຍຸຕິທໍາຕ້ອງສະເໜີຮ່າງກົດໝາຍ,ບົດລາຍງານກ່ຽວກັບຄວາມ ພ້ອມຂອງຮ່າງກົດໝາຍ,ບັນຫາທີ່ບໍ່ທັນເປັນເອກະພາບ,ບັນຫາຂໍການ ຊີ້ນໍາແລະທາງເລືອກໃນການແກ້ໄຂບັນຫາພ້ອມດ້ວຍບົດສະເໜີຮ່າງ ກົດໝາຍແລະບົດປະເມີນຜົນກະທົບຂອງຮ່າງກົດໝາຍໄປຍັງລັດຖະ ບານຢ່າງຊ້າເກົ້າສິບວັນກ່ອນວັນເປີດກອງປະຊຸມສະພາແຫ່ງຊາດ.

...ໝວດທີສີ່ການພິຈາລານາຮ່າງກົດໝາຍໂດຍລັດຖະບານ


....ມາດຕາສີ່ສິບສາມການກະກຽມກ່ອນກອງປະຊຸມລັດຖະບານ

ມາດຕາສີ່ສິບສາມການກະກຽມກ່ອນກອງປະຊຸມລັດຖະບານ ພາຍຫຼັງທີ່ໄດ້ຮັບຮ່າງກົດໝາຍພ້ອມດ້ວຍເອກະສານທີ່ກ່ຽວ ຂ້ອງຕາມທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບສອງຂອງກົດໝາຍສະບັບ ນີ້ແລ້ວຫ້ອງວ່າການລັດຖະບານຕ້ອງຄົ້ນຄວ້າກ່ຽວກັບນະໂຍບາຍ,ບັນ ຫາທີ່ບໍ່ທັນເປັນເອກະພາບ,ບັນຫາຂໍການຊີນໍາແລະຈັດເຂົ້າວາລະຂອງ ກອງປະຊຸມລັດຖະບານ. ໃນກໍລະນີຈໍາເປັນຫ້ອງວ່າການລັດຖະບານອາດຈັດກອງປະຊຸມ ປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ,ຜູ້ອາວຸໂສແລະຜູ້ຊ່ຽວຊານກ່ຽວ ກັບບັນຫາທີ່ກ່າວມາຂ້າງເທິງນັ້ນ. ຫ້ອງວ່າການລັດຖະບານຕ້ອງສົ່ງຮ່າງກົດໝາຍແລະເອກະ ສານທີ່ກ່ຽວຂ້ອງໃຫ້ຄະນະລັດຖະບານແລະພາກສ່ວນທີ່ກ່ຽວຂ້ອງຢ່າງ ຊ້າເຈັດວັນກ່ອນວັນເປີດກອງປະຊຸມລັດຖະບານ.

....ມາດຕາສີ່ສິບສີ່ການພິຈາລະນາຮ່າງກົດໝາຍໃນກອງປະຊຸມລັດຖະບານ

ມາດຕາສີ່ສິບສີ່ການພິຈາລະນາຮ່າງກົດໝາຍໃນກອງປະຊຸມລັດຖະ ບານ ຫົວໜ້າອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍເປັນຜູ້ສະເໜີ ຮ່າງກົດໝາຍຕໍ່ກອງປະຊຸມລົດຖະບານເພື່ອພິຈາລະນາ. ກອງປະຊຸມລັດຖະບານພິຈາລະນາລົງເລິກສະເພາະບັນຫາທີ່ບໍ່ ທັນເປັນເອກະພາບ,ນະໂຍບາຍໃໝ່ແລະຫຼັກການ. ໃນການພິຈາລະນາຮ່າງກົດໝາຍໃນກອງປະຊຸມລັດຖະບານ ອາດຈະມີການເຂົ້າຮ່ວມຂອງກໍາມາທິການກົດໝາຍ,ກໍາມາທິການອື່ນ ຂອງສະພາແຫ່ງຊາດແລະພາກສ່ວນອື່ນທີ່ກ່ຽວຂ້ອງ. ໃນກໍລະນີທີ່ກອງປະຊຸມລັດຖະບານໄດ້ຕົກລົງແລະຊີ້ນໍາໃຫ້ປັບ ປຸງຮ່າງກົດໝາຍອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍຕ້ອງເປັນ ເຈົ້າການແລະຮີບຮ້ອນປັບປຸງໂດຍສົມທົບກັບກະຊວງຍຸຕິທໍາແລ້ວສົ່ງ ໃຫ້ລັດຖະບານເພື່ອນໍາສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ.

....ມາດຕາສີ່ສິບຫ້າການແຕ່ງຕັ້ງຄະນະຮັບຜິດຊອບປ້ອງກັນຮ່າງກົດໝາຍ

ມາດຕາສີ່ສິບຫ້າການແຕ່ງຕັ້ງຄະນະຮັບຜິດຊອບປ້ອງກັນຮ່າງກົດ ໝາຍ ນາຍົກລັດຖະມົນຕີແຕ່ງຕັ້ງຄະນະຮັບຜິດຊອບປ້ອງກັນຮ່າງ ກົດໝາຍຕາມການສະເໜີຂອງອົງການທີ່ຮັບຜິດຊອບສ້າງຮ່າງກົດ ໝາຍເພື່ອສະເໜີແລະປ້ອງກັນຮ່າງກົດໝາຍຕໍ່ກອງປະຊຸມສະພາ ແຫ່ງຊາດ. ຄະນະດັ່ງກ່າວປະກອບດ້ວຍ: ໜຶ່ງລັດຖະມົນຕີວ່າການຫຼືຊ່ວຍວ່າການ,ຫົວໜ້າຫຼືຮອງຫົວ ໜ້າອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍເປັນຫົວນ້າຄະນະ. ສອງລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທໍາເປັນຮອງຫົວ ໜ້າຄະນະ. ສາມຮອງຫົວໜ້າຫ້ອງວ່າການລັດຖະບານເປັນຄະນະ; ສີ່ຄະນະຮັບຜິດຊອບສ້າງຮ່າງກົດໝາຍເປັນກອງເລຂາ.

ສໍາລັບສານປະຊາຊົນສູງສຸດ,ອົງການໄອຍະການປະຊາຊົນ ສູງສຸດ,ແນວລາວສ້າງຊາດແລະອົງການຈັດຕັ້ງປະຫາຊົນຂັ້ນສູນ ກາງນັ້ນໃຫ້ຄະນະປະຈໍາສະພາແຫ່ງຊາດແຕ່ງຕັ້ງຄະນະຮັບຜິດຊອບ ປ້ອງກັນຮ່າງກົດໝາຍໂດຍແມ່ນຫົວໜ້າອົງການທີ່ຮັບຜິດຊອບສ້າງ ຮ່າງກົດໝາຍເປັນຫົວໜ້າຄະນະ,ລັດຖະມົນຕີຊ່ວຍວ່າການກະຊວງ ຍຸຕິທໍາເປັນຮອງຫົວໜ້າຄະນະແລະຮອງຫົວໜ້າອົງການໃດໜຶ່ງທີ່ ກ່ຽວຂ້ອງກັບຮ່າງກົດໝາຍເປັນຄະນະ.

....ມາດຕາສີ່ສິບຫົກສິດແລະໜ້າທີ່ຂອງຄະນະຮັບຜິດຊອບປ້ອງກັນຮ່າງກົດໝາຍ

ມາດຕາສີ່ສິບຫົກສິດແລະໜ້າທີ່ຂອງຄະນະຮັບຜິດຊອບປ້ອງກັນຮ່າງ ກົດໝາຍ ຄະນະຮັບຜິດຊອບປ້ອງກັນຮ່າງກົດໝາຍມີສິດແລະໜ້າທີ່ຕົ້ນຕໍ ດັ່ງນີ້: ໜຶ່ງກະກຽມຂໍມູນຕ່າງໆກ່ຽວກັບຮ່າງກົດໝາຍເປັນຕົ້ນນະໂຍ ບາຍ,ຫຼັກການແລະບັນຫາອື່ນ; ສອງສະເໜີໂດຍຫຍໍ້ຮ່າງກົດໝາຍຕໍ່ກອງປະຊຸມສະພາແຫ່ງ ຊາດ. ສາມປ້ອງກັນ,ໃຫ້ການຊີ້ແຈງຫຼືແກ້ຂໍ້ຂ້ອງໃຈແລະຕອບຄໍາ ຖາມຂອງສະມາຊິກສະພາແຫ່ງຊາດໃນກອງປະຊຸມສະພາແຫ່ງຊາດ. ສີ່ປັບປຸງແລະຮຽບຮຽງຮ່າງກົດໝາຍຕາມຄໍາເຫັນຂອງກອງ ປະຊຸມສະພາແຫ່ງຊາດ. ....ມາດຕາສີ່ສິບເຈັດການສະເໜີຮ່າງກົດໝາຍຂອງລັດຖະບານຕໍ່ຄະນະປະຈໍາສະພາແຫ່ງຊາດ

ມາດຕາສີ່ສິບເຈັດການສະເໜີຮ່າງກົດໝາຍຂອງລັດຖະບານຕໍ່ຄະນະ ປະຈໍາສະພາແຫ່ງຊາດ ລັດຖະບານສະເໜີຮ່າງກົດໝາຍຕໍ່ຄະນະປະຈໍາສະພາແຫ່ງ ຊາດຢ່າງຊ້າຫົກສິບວັນກ່ອນວັນເປີດກອງປະຊຸມສະພາແຫ່ງຊາດ.

....ມາດຕາສີ່ສິບແປດການສ້າງແລະສະເໜີຮ່າງກົດໝາຍຂອງອົງການອື່ນຕໍ່ຄະນະປະຈໍາສະພາແຫ່ງຊາດ

ມາດຕາສີ່ສິບແປດການສ້າງແລະສະເໜີຮ່າງກົດໝາຍຂອງອົງການ ອື່ນຕໍ່ຄະນະປະຈໍາສະພາແຫ່ງຊາດ ການສ້າງແລະການສະເໜີຮ່າງກົດໝາຍຂອງສານປະຊາຊົນ ສູງສຸດ,ອົງການໄອຍະການປະຊາຊົນສູງສຸດ,ແນວລາວສ້າງຊາດແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນຫາງໃຫ້ປະຕິບັດຄືກັນກັບການສ້າງ ແລະການສະເໜີຮ່າງກົດໝາຍຂອງລັດຖະບານຕາມທີ່ໄດ້ກໍານົດໄວ້ ໃນພາກທີສາມໝວດທີສອງຂອງກົດໝາຍສະບັບນີ້ແລ້ວຈຶ່ງນໍາສະເໜີ ຕໍ່ຄະນະປະຈໍາສະພາແຫ່ງຊາດໂດຍຜ່ານການປະສານສົມທົບກັບກະ ຊວງຍຸຕິທໍາແລະການປະກອບຄໍາເຫັນຂອງລັດຖະບານເມື່ອມີຄວາມ ຈໍາເປັນເຊັ່ນການນໍາໃຊ້ງົບປະມານແຫ່ງລັດ,ການຂະຫຍາຍຫຼືການ ສ້າງກົກງຈັກໃໝ່. ສໍາລັບຮ່າງກົດໝາຍທີ່ຄະນະປະຈໍາສະພາແຫ່ງຊາດເປັນຜູ້ ສ້າງເອງນັ້ນກໍ່ໃຫ້ປະຕິບັດຕາມການສ້າງຮ່າງກົດໝາຍທີ່ໄດ້ກໍານົດ ໄວ້ໃນມາດຕາຊາວເກົ້າຂອງກົດໝາຍສະບັບນີ້ຍົກເວັ້ນການກວດກາ ຄວາມສອດຄ່ອງຂອງຮ່າງກົດໝາຍໂດຍກະຊວງຍຸຕິທໍາແລະການພິ ຈາລະນາຮ່າງກົດໝາຍໂດຍລັດຖະບານ.

...ໝວດທີຫ້າການພິຈາລະນາແລະຮັບຮອງເອົາຮ່າງກົດໝາຍໂດຍສະພາແຫ່ງຊາດ


....ມາດຕາສີ່ສິບເກົ້າການມອບສິດໃຫ້ກວດກາຮ່າງກົດໝາຍ

ມາດຕາສີ່ສິບເກົ້າການມອບສິດໃຫ້ກວດກາຮ່າງກົດໝາຍ ພາຍລັງໄດ້ຮັບຮ່າງກົດໝາຍຈາກລັດຖະບານແລ້ວຄະນະປະ ຈໍາສະພາແຫ່ງຊາດມອບໃຫ້ກໍາມາທິການກົດໝາຍແລະກໍາມາທິການ ອື່ນທີ່ກ່ຽວຂ້ອງຂອງສະພາແຫ່ງຊາດກວດກາຮ່າງກົດໝາຍຢ່າງຮອບ ດ້ານແລ້ວລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດເພື່ອພິຈາລະນາ.

....ມາດຕາຫ້າສິບເນື້ອໃນການກວດກາ

ມາດຕາຫ້າສິບເນື້ອໃນການກວດກາ ກໍາມາທິການກົດໝາຍແລະກໍາມາທິການອື່ນທີ່ກ່ຽວຂ້ອງຂອງ ສະພາແຫ່ງຊາດມີໜ້າທີ່ກວດກາຮ່າງກົດໝາຍຢ່າງຮອບດ້ານຕາມ ເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງຄວາມຈໍາເປັນ,ຈຸດປະສົງ,ຄາດໝາຍແລະຂອບເຂດຂອງ ຮ່າງກົດໝາຍ. ສອງຄວາມສອດຄ່ອງຂອງຮ່າງກົດໝາຍກັບແນວທາງນະໂຍ ບາຍຂອງລັດ. ສາມຄວາມສອດຄ່ອງກັບລັດຖະທໍາມະນູນແລະກົດໝາຍອື່ນ ລວມທັງສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ. ສີ່ການປະຕິບັດຕາມຂັ້ນຕອນການສ້າງຮ່າງກົດໝາຍ. ຫ້າບັນຫາທີ່ລັດຖະບານສະເໜີເປັນຕົ້ນບັນຫາທີ່ເປັນຍຸດທະສາດ, ບັນຫາທີ່ບໍ່ທັນເປັນເອກະພາບ,ນະໂຍບາຍໃໝ່,ຫຼັກການ. ຫົກຄວາມສາມາດໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ.

....ມາດຕາຫ້າສິບເອັດການກວດກາຮ່າງກົດໝາຍ

ມາດຕາຫ້າສິບເອັດການກວດກາຮ່າງກົດໝາຍ ການກວດກາຮ່າງກົດໝາຍໃຫ້ດໍາເນີນດັ່ງນີ້: ໜຶ່ງກວດກາໜຶ່ງຫຼືຫຼາຍຄັ້ງໂດຍອີງໃສ່ລັກສະນະຂອງຮ່າງ ກົດໝາຍ. ສອງຮ່າງກົດໝາຍທີ່ສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ ເພື່ອຂໍການຊີ້ນໍາຕ້ອງມີບົດລາຍງານຜົນການກວດກາເບືຶ້ງຕົ້ນ,ຄໍາ ເຫັນທີ່ຍັງບໍ່ທັນເປັນເອກະພາບແລະຄໍາເຫັນຂອງກໍາມາທິການທີ່ກ່ຽວ ຂ້ອງ. ສາມຮ່າງກົດໝາຍທີ່ສະເໜີຂໍການຕົກລົງອະນຸມັດຈາກຄະນະ ປະຈໍາສະພາແຫ່ງຊາດເພື່ອນໍາເຂົ້າພິຈາລະນາໃຈກອງປະຊຸມສະພາ ແຫ່ງຊາດຕ້ອງມີບົດລາຍງານຜົນການກວດກາຮອບດ້ານຈາກກໍາມິ ການທີ່ກ່ຽວຂ້ອງ.

....ມາດຕາຫ້າສິບສອງການຈັດກອງປະຊຸມສໍາມະນາກົດໝາຍເປີດກວ້າງ

ມາດຕາຫ້າສິບສອງການຈັດກອງປະຊຸມສໍາມະນາກົດໝາຍເປີດ ກວ້າງ ຄະນະປະຈໍາສະພາແຫ່ງຊາດຕົກລົງຈັດກອງປະຊຸມສໍາມະນາ ເປີດກວ້າງສໍາລັບສະມາຊິກສະພາແຫ່ງຊາດແລະຄະນະສະມາຊິກສະ ພາແຫ່ງຊາດປະຈໍາເຂດເລືອກຕັ້ງເພື່ອປະກອບຄໍາເຫັນໃສ່ຮ່າງກົດ ໝາຍໂດຍກໍານົດເນື້ອໃນ,ຂອບເຂດແລະເວລາຂອງກອງປະຊຸມດັ່ງ ກ່າວ. ຄະນະປະຈໍາສະພາແຫ່ງຊາດຈັດຕັ້ງສໍາມະນາແລະລວມລວມ ຄໍາເຫັນຂອງສະມາຊິກສະພາແຫ່ງຊາດແລະຄະນະສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງໂດຍຜ່ານກົງຈັກຊ່ວຍວຽກຂອງຕົນ ເພື່ອປັບປຸງເນື້ອໃນຮ່າງກົດໝາຍກ່ອນຈະສະເໜີຕໍ່ກອງປະຊຸມສະພາ ແຫ່ງຊາດພິຈາລະນາ.

....ມາດຕາຫ້າສິບສາມການເອົາຮ່າງກົດໝາຍໄປປຶກສາຫາລືກັບປະຊາຊົນ

ມາດຕາຫ້າສິບສາມການເອົາຮ່າງກົດໝາຍໄປປຶກສາຫາລືກັບປະຊາ ຊົນ ຄະນະປະຈໍາສະພາແຫ່ງຊາດຕົກລົງເອົາຮ່າງກົດໝາຍລົງປຶກ ສາຫາລືກັບປະຊາຊົນໃນກໍລະນີເຫັນວ່າຮ່າງກົດໝາຍຫາກພົວພັນກັບ ຫຼາຍຂົງເຂດວຍກງານຫຼືຕິດພັນໂດຍກົງກັບສິດແລະຜົນປະໂຫຍດລວມ ຂອງປະຊາຊົນ. ຄະນະປະຈໍາສະພາແຫ່ງຊາດກໍານົດເນື້ອໃນ,ຂອບເຂດແລະ ກໍານົດເວລາເພື່ອນໍາເອົາຮ່າງກົດໝາຍໄປປຶກສາຫາລືກັບປະຊາຊົນ ຕາມທີ່ໄດ້ກໍານົດໄວ້ໃນວັກທີໜຶ່ງຂອງມາດຕານີ້. ຄະນະປະຈໍາສະພາແຫ່ງຊາດຊີ້ນໍາການຈັດຕັ້ງປະຕິບັດແລະ ການລວບລວມຄໍາເຫັນຂອງປະຊາຊົນໂດຍຜ່ານກົງຈັກຊ່ວຍວຽກຂອງ ຕົນເພື່ອປັບປຸງເນື້ອໃນຮ່າງກົດໝາຍກ່ອນຈະສະເໜີຕໍ່ກອງປະຊຸມສະ ພາແຫ່ງຊາດພິຈາລະນາ. ....ມາດຕາຫ້າສິບສີ່ການພິຈາລະນາຮ່າງກົດໝາຍຢູ່ກອງປະຊຸມສະພາແຫ່ງຊາດ

ມາດຕາຫ້າສິບສີ່ການພິຈາລະນາຮ່າງກົດໝາຍຢູ່ກອງປະຊຸມສະພາ ແຫ່ງຊາດ ສະພາແຫ່ງຊາດນໍາເອົາຮ່າງກົດໝາຍມາພິຈາລະນາຢູ່ກອງ ປະຊຸມເທື່ອດຽວເວັ້ນເສຍແຕ່ຮ່າງກົດໝາຍບໍ່ໄດ້ຖືກຮັບຮອງຈາກກອງ ປະຊຸມສະພາແຫ່ງຊາດຫຼືຮ່າງກົດໝາຍຖືກນໍາສະເໜີເພື່ອຂໍຄໍາເຫັນ ເບື້ອງຕົ້ນຊຶ່ງອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍຕ້ອງປັບປຸງກົດ ໝາຍດັ່ງກ່າວຕາມຄໍາເຫັນຂອງກອງປະຊຸມສະພາແຫ່ງຊາດເພື່ອນໍາ ສະເໜີເຂົ້າກອງປະຊຸມສະພາແຫ່ງຊາດໃນວາລະຕໍ່ໄປ.

....ມາດຕາຫ້າສິບຫ້າຂັ້ນຕອນພິຈາລະນາຮ່າງກົດໝາຍຢູ່ກອງປະຊຸມ

ມາດຕາຫ້າສິບຫ້າຂັ້ນຕອນພິຈາລະນາຮ່າງກົດໝາຍຢູ່ກອງປະຊຸມ ການພິຈາລະນາຮ່າງກົດໝາຍຢູ່ກອງປະຊຸມສະພາແຫ່ງຊາດ ດໍາເນີນຕາມຂັ້ນຕອນດັ່ງນີ້: ໜຶ່ງຫົວໜ້າຄະນະຮັບຜິດຊອບປ້ອງກັນຮ່າງກົດໝາຍສະເໜີ ການສ້າງແລະປັບປຸງກົດມາຍ. ສອງປະທານກອງປະຊຸມສະພາແຫ່ງຊາດຊີ້ນໍາການຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງກົດໝາຍ. ສາມສະມາຊິກສະພາແຫ່ງຊາດປະກອບຄໍາເຫັນຫຼືຕັ້ງຄໍາຖາມ. ສີ່ຄະນະຮັບຜິດຊອບປ້ອງກັນຊີ້ແຈງຫຼືແກ້ຂໍ້ຂ້ອງໃຈແລະຕອບ ຄໍາຖາມທີ່ສະມາຊິກສະພາແຫ່ງຊາດໄດ້ຍົກຂຶ້ນ. ຫ້າການລົງຄະແນນສຽງຕໍ່ບັນຫາທີ່ມີຄວາມຫຍຸ້ງຍາກຊຶ່ງບໍ່ ເປັນເອກະພາບກັນ. ຫົກປະທານກອງປະຊຸມສະພາແຫ່ງຊາດມີຄໍາເຫັນສະຫຼຸບແລະ ແນະນໍາໃຫ້ຄະນະຮັບຜິດຊອບປ້ອງກັນຮ່າງກົດໝາຍໄປປັບປຸງຕາມຄໍາ ເຫັນຂອງກອງປະຊຸມສະພາແຫ່ງຊາດ. ເຈັດກອງປະຊຸມສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາ ຮ່າງກົດໝາຍ.

....ມາດຕາຫ້າສິບຫົກການຮັບຮອງເອົາຮ່າງກົດໝາຍ

ມາດຕາຫ້າສິບຫົກການຮັບຮອງເອົາຮ່າງກົດໝາຍ ການພິຈາລະນາຮັບຮອງເອົາຮ່າງກົດໝາຍໃນກອງປະຊຸມສະ ພາແຫ່ງຊາດດໍາເນີນໄປດ້ວຍການລົງຄະແນນສຽງແບບປິດລັບຫຼືເປີດ ເຜີຍ.ກົດໝາຍຈະຖືວ່າຖືກຮັບຮອງເອົາກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງ ສ່ວນຫຼາຍຈາກສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມ.

...ໝວດທີຫົກການປະກາດໃຊ້ກົດໝາຍໂດຍປະທານປະເທດ


....ມາດຕາຫ້າສິບເຈັດການສະເໜີກົດໝາຍຕໍ່ປະທານປະເທດ

ມາດຕາຫ້າສິບເຈັດການສະເໜີກົດໝາຍຕໍ່ປະທານປະເທດ ຄະນະປະຈໍາສະພາແຫ່ງຊາດສະເໜີກົດໝາຍທີ່ສະພາແຫ່ງ ຊາດໄດ້ຮັບຮອງເອົາແລ້ວຕໍ່ປະທານປະເທດພາຍໃນກໍານົດເວລາຊາວ ວັນນັບແຕ່ວັນກອງປະຊຸມສະພາແຫ່ງຊາດໄດ້ຮັບຮອງເອົາເປັນຕົ້ນໄປ ເພື່ອພິຈາລະນາປະກາດໃຊ້.

....ມາດຕາຫ້າສິບແປດການພິຈາລະນາຂອງປະທານປະເທດ

ມາດຕາຫ້າສິບແປດການພິຈາລະນາຂອງປະທານປະເທດ ປະທານປະເທດພິຈາລະນາອອກລັດຖະດໍາລັດປະກາດໃຊ້ກົດ ໝາຍຢ່າງຊ້າສິບວັນນັບແຕ່ວັນໄດ້ຮັບກົດໝາຍຈາກສະພາແຫ່ງຊາດ ເປັນຕົ້ນໄປ.ໃນໄລຍະເວລາດັ່ງກ່າວປະທານປະເທດມີສິດສະເໜີໃຫ້ຄະ ນະປະຈໍາສະພາແຫ່ງຊາດພິຈາລະນາຄືນໃໝ່,ຖ້າສະພາແຫ່ງຊາດ ຫາກຕົກລົງຢັ້ງຢືນເອົາຕາມເດີມແລ້ວປະທານປະເທດຕ້ອງໄດ້ປະກາດ ໃຊ້ພາຍໃນກໍານົດເວລາສິບຫ້າວັນນັບແຕ່ວັນໄດ້ຮັບໜັງສືຢັ້ງຢືນຈາກ ຄະນະປະຈໍາສະພາແຫ່ງຊາດ.

..ພາກທີສີ່ການສ້າງນິຕິກໍາໃຕ້ກົດໝາຍ


...ໝວດທີໜຶ່ງການສ້າງມະຕິຂອງສະພາແຫ່ງຊາດແລະຂອງຄະນະປະຈໍາສະພາແຫ່ງຊາດ


....ມາດຕາຫ້າສິບເກົ້າມະຕິຂອງສະພາແຫ່ງຊາດ

ມາດຕາຫ້າສິບເກົ້າມະຕິຂອງສະພາແຫ່ງຊາດ ມະຕິຂອງສະພາແຫ່ງຊາດແມ່ນການຕົກລົງບັນຫາໃດໜຶ່ງທີ່ ໄດ້ນໍາມາພິຈາລະນາຢູ່ກອງປະຊຸມສະພາແຫ່ງຊາດກ່ຽວກັບແຜນພັດ ທະນາເສດຖະກິດສັງຄົມແຫ່ງຊາດ,ແຜນງົບປະມານແຫ່ງລັດ,ການຈັດ ຕັ້ງປະຕິບັດກົດໝາຍແລະບັນຫາອື່ນທີ່ຢູ່ໃນຂອບເຂດສິດແລະໜ້າທີ່ ຂອງສະພາແຫ່ງຊາດ.

....ມາດຕາຫົກສິບການສ້າງມະຕິຂອງສະພາແຫ່ງຊາດ

ມາດຕາຫົກສິບການສ້າງມະຕິຂອງສະພາແຫ່ງຊາດ ມະຕິຂອງສະພາແຫ່ງຊາດແມ່ນກອງເລານຸການຂອງກອງປະ ຊຸມສະພາແຫ່ງຊາດເປັນຜູ້ສ້າງໂດຍປະສານສົມທົບກັບຫ້ອງວ່າການ ແລະກໍາມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ.ການສ້າງຮ່າງ ມະຕິຂອງສະພາແຫ່ງຊາດບໍ່ຈໍາເປັນພິມລົງໃນເວບໄຊຫຼືສື່ສິ່ງພິມຫຼືໃຊ້ ວິທີອື່ນຕາມທີ່ໄດ້ກໍານົດໄວ້ໃນມາດຕາແປດຂອງກົດໝາຍສະບັບນີ້. ພາຍຫຼັງສ້າງຮ່າງມະຕິດັ່ງກ່າວສໍາເລັດແລ້ວກອງເລານຸການ ນັ້ນກໍ່ຕ້ອງນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດເພື່ອພິຈາລະນາຮັບ ຮອງເອົາ. ມະຕິຂອງກອງປະຊຸມສະພາແຫ່ງຊາດຈະຖືກຮັບຮອງເອົາຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສະພາແຫ່ງຊາດ.

....ມາດຕາຫົກສິບເອັດມະຕິຂອງຄະນະປະຈໍາສະພາແຫ່ງຊາດ

ມາດຕາຫົກສິບເອັດມະຕິຂອງຄະນະປະຈໍາສະພາແຫ່ງຊາດ ມະຕິຂອງຄະນະປະຈໍາສະພາແຫ່ງຊາດແມ່ນການຕົກລົງບັາ ຫາໃດໜຶ່ງທີ່ໄດ້ນໍາມາພິຈາລະນາຢູ່ກອງປະຊຸມຂອງຄະນະປະຈໍາສະ ພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ, ການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ ລວມທັງການຕີຄວາມໝາຍຂອງລັດຖະທໍາມະນູນ,ກົດໝາຍແລະບັນ ຫາອື່ນທີ່ຢູ່ໃນຂອບເຂດສິດແລະໜ້າທີ່ຂອງຄະນະປະຈໍາສະພາແຫ່ງ ຊາດ.

....ມາດຕາຫົກສິບສອງການສ້າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ

ມາດຕາຫົກສິບສອງການສ້າງມະຕິຂອງຄະນະປະຈໍາສະພາແຫ່ງ ຊາດ ມະຕິຂອງຄະນະປະຈໍາສະພາແຫ່ງຊາດແມ່ນຫ້ງວ່າການຫຼືກໍາ ມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດເປັນຜູ້ສ້າງ.ການສ້າງ ຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດບໍ່ຈໍາເປັນພິມລົງໃນເວບ ໄຊຫຼືສື່ສິ່ງພິມຫຼືໃຊ້ວິທີອື່ນຕາມທີ່ໄດ້ກໍານົດໄວ້ໃນມາດຕາແປດຂອງກົດ ໝາຍສະບັບນີ້. ພາຍຫຼັງສໍາເລັດການສ້າງຮ່າງມະຕິດັ່ງກ່າວແລ້ວຕ້ອງນໍາສະ ເໜີຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດເພື່ອພິຈາລະນາຮັບ ຮອງ. ມະຕິຂອງຄະນະປະຈໍາສະພາແຫ່ງຊາດຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອ ໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນກໍາມະການທີ່ເຂົ້າ ຮ່ວມກອງປະຊຸມ. ...ໝວດທີສອງການສ້າງລັດຖະບັນຍັດ


....ມາດຕາຫົກສິບສາມລັດຖະບັນຍັດ

ມາດຕາຫົກສິບສາມລັດຖະບັນຍັດ ລັດຖະບັນຍັດແມ່ນນິຕິກໍາທີ່ຖັດຈາກກົດໝາຍລົງມາຊຶ່ງກໍານົດ ຫຼັັກການ,ລະບຽບການແລະມາດຕະການແນໃສ່ດັດປັບສາຍພົວພັນ ທາງສັງຄົມຫຼືດັດແກ້ບາງມາດຕາຂອງກົດໝາຍໂດຍແມ່ນປະທານປະ ເທດເປັນຜູ້ວາງອອກຕາມການສະເໜີຂອງຄະນະປະຈໍາສະພາແຫ່ງ ຊາດ. ....ມາດຕາຫົກສິບສີ່ອົງການທີ່ມີສິດສະເໜີສ້າງຮ່າງລັດຖະບັນຍັດ

ມາດຕາຫົກສິບສີ່ອົງການທີ່ມີສິດສະເໜີສ້າງຮ່າງລັດຖະບັນຍັດ ອົງການທີ່ມີສິດສະເໜີສ້າງຮ່າງລັດຖະບັນຍັດແມ່ນອົງການ ດຽວກັບກັບອົງການທີ່ມີສິດສະເໜີສ້າງຮ່າງກົດໝາຍຕາມທີ່ໄດ້ກໍານົດ ໄວ້ໃນມາດຕາສິບແປດຂອງກົດໝາຍສະບັບນີ້.

....ມາດຕາຫົກສິບຫ້າການສ້າງຮ່າງລັດຖະບັນຍັດ

ມາດຕາຫົກສິບຫ້າການສ້າງຮ່າງລັດຖະບັນຍັດ ການສ້າງຮ່າງລັດຖະບັນຍັດໃຫ້ປະຕິບັດຕາມຂັ້ນຕອນການສ້າງ ຮ່າງກົດໝາຍຕາມທີ່ໄດ້ກໍານົດໄວ້ໃນພາກທີສາມຂອງກົດໝາຍສະບັບ ນີ້ຍົກເວັ້ນຂັ້ນຕອນທີ່ໄດ້ກໍານົດໄວ້ໃນໝວກທີໜຶ່ງ,ໝວດທີຫ້າແລະໝວດ ທີຫົກ.ຄະນະປະຈໍາສະພາແຫ່ງຊາດເປັນຜູ້ຄົ້ນຄວ້າ,ພິຈາລະນາຕົກລົງ ແລະນໍາສະເໜີຕໍ່ປະທານປະເທດ. ສໍາລັບລັດຖະບັນຍັດທີ່ວາງອອກເພື່ອປັບປຸງຫຼືດັດແກ້ບາງມາດ ຕາຂອງກົດໝາຍນັ້ນຄະນະປະຈໍາສະພາແຫ່ງຊາດຕ້ອງນໍາສະເໜີຕໍ່ ກອງປະຊຸມສະພາແຫ່ງຊາດເພື່ອຖັດໄປເພື່ອພິຈາລະນາຮັບຮອງເອົາ.

...ໝວດທີສາມການສ້າງດໍາລັດຂອງລັດຖະບານ


....ມາດຕາຫົກສິບຫົກດໍາລັດຂອງລັດຖະບານ

ມາດຕາຫົກສິບຫົກດໍາລັດຂອງລັດຖະບານ ດໍາລັດຂອງລັດຖະບານແມ່ນນິຕິກໍາຂອງລັດຖະບານວາງອອກ ເພື່ອ: ໜຶ່ງປະຕິບັດມະຕິຂອງສະພາແຫ່ງຊາດ,ມະຕິຂອງຄະນະປະຈໍາ ສະພາແຫ່ງຊາດ,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,ແຜນ ຍຸດທະສາດ. ສອງດັດປັບສາຍພົວພັນສັງຄົມໃນຂົງເຂດໃດໜຶ່ງເພື່ອຕອບສະ ໜອງຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງລັດແລະຄຸ້ມຄອງເສດ ຖະກິດ-ສັງຄົມຊຶ່ງບໍ່ທັນມີເງື່ອນໄຂໃນການສ້າງເປັນກົດໝາຍ. ສາມກໍານົດການຈັດຕັ້ງແລະການເຄື່ອນໄຫວຂອງກະຊວງ,ອົງ ການທີ່ຂຶ້ນກັບລັດຖະບານ.

ນອກຈາກນີ້ລັດຖະບານຍັງມີດໍາລັດແນະນໍາປະຕິບັດກົດໝາຍ ຊຶ່ງວາງອອກເພື່ອຜັນຂະຫຍາຍ,ອະທິບາຍເນື້ອໃນບາງມາດຕາຂອງ ກົດໝາຍໃຫ້ເຂົ້າໃນງ່າຍແລະເປັນເອກະພາບໃນການຈັດຕັ້ງປະຕິບັດ ກົດໝາຍຫຼືໃນກໍລະນີກົດໝາຍໄດ້ກໍານົດໃຫ້ມີການອອກລະບຽບການ ສະເພາະ.

....ມາດຕາຫົກສິບເຈັດແຜນການສ້າງດໍາລັດຂອງລັດຖະບານ

ມາດຕາຫົກສິບເຈັດແຜນການສ້າງດໍາລັດຂອງລັດຖະບານ ລັດຖະບານກໍານົດແຜນການສ້າງດໍາລັດຕາມການສະເໜີຂອງ ກະຊວງ,ອົງການທີ່ຂຶ້ນກັບລັດຖະບານຫຼືຕາມການລິເລີ່ມຂອງລັດຖະ ບານເອງ. ກະຊວງ,ອົງການທີ່ຂຶ້ນກັບລັດຖະບານຕ້ອງສະເໜີແຜນການ ສ້າງດໍາລັດປະຈໍາປີຂອງຕົນຕໍ່ຫ້ອງວ່າການລັດຖະບານກ່ອນວັນທີໜຶ່ງ ກັນຍາຂອງແຕ່ລະປີ.

....ມາດຕາຫົກສິບແປດການສ້າງຮ່າງດໍາລັດຂອງລັດຖະບານ

ມາດຕາຫົກສິບແປດການສ້າງຮ່າງດໍາລັດຂອງລັດຖະບານ ການສ້າງຮ່າງດໍາລັດຂອງລັດຖະບານໃຫ້ປະຕິບັດຄືກັນກັບ ການສ້າງຮ່າງກົດໝາຍຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຍົກ ເວັ້ນການສ້າງຮ່າງດໍາລັດຂອງລັດຖະບານຕາມທີ່ໄດ້ກໍານົດໄວ້ໃນ ມາດຕາຫົກສິບຫົກຂໍ້ໜຶ່ງແລະຂໍ້ສາມຂອງກົດໝາຍສະບັບນີ້ຊຶ່ງບໍ່ຈໍາ ເປັນຕ້ອງມີບົດປະເມີນຜົນກະທົບຂອງຮ່າງດໍາລັດ,ບໍ່ຈໍາເປັນຕ້ອງສະ ເໜີຕໍ່ກະຊວງຍຸຕິທໍາ,ສ່ວນຮ່າງດໍາລັດຂອງລັດຖະບານຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາຫົກສິບຫົກຂໍ້ສາມໃຫ້ສະເໜີຄໍາເຫັນຈາກກະຊວງ ພາຍໃນ.

...ໝວດທີສີ່ການສ້າງມະຕິຂອງລັດຖະບານ


....ມາດຕາຫົກສິບເກົ້າມະຕິຂອງລັດຖະບານ

ມາດຕາຫົກສິບເກົ້າມະຕິຂອງລັດຖະບານ ມະຕິຂອງລັດຖະບານແມ່ນການຕົກລົງກ່ຽວກັບບັນດາໃດໜຶ່ງ ທີ່ໄດ້ນໍາມາພິຈາລະນາຢູ່ກອງປະຊຸມລັດຖະບານເປັນຕົ້ນແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ,ແຜນງົບປະມານແຫ່ງລັດແລະບັນ ຫາອື່ນໃນຂອບເຂດຄວາມຮັບຜິດຊອບຂອງລັດຖະບານ.

....ມາດຕາເຈັດສິບຂັ້ນຕອນການສ້າງມະຄິຂອງລັດຖະບານ

ມາດຕາເຈັດສິບຂັ້ນຕອນການສ້າງມະຄິຂອງລັດຖະບານ ຫ້ອງວ່າການລັດຖະບານສ້າງຮ່າງມະຕິຂອງລັດຖະບານຊຶ່ງ ຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້: ໜຶ່ງເກັບກໍາຂໍ້ມູນແລະສຶກສາຄົ້ນຄວ້າສະພາບການກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ,ກົດໝາຍ,ນິຕິກໍາອື່ນແລະບັນຫາອື່ນທີ່ກ່ຽວ ຂ້ອງ. ສອງປະສານສົມທົບກັບອົງການຈັດຕັ້ງແລະພາກສ່ວນທີ່ກ່ຽວ ຂ້ອງເພື່ອຮິບໂຮມຄໍາເຫັນແລ້ວສ້າງຮ່າງມະຕິເພື່ອສະເໜີຕໍ່ກອງປະ ຊຸມລັດຖະບານພິຈາລະນາ.

ຮ່າງມະຕິຂອງລັດຖະບານບໍ່ຈໍາເປັນພິມລົງໃນເວບໄຊຫຼືສື່ສິ່ງ ພິມຫຼືໃຊ້ວິທີອື່ນຕາມທີ່ໄດ້ກໍານົດໄວ້ໃນມາດຕາແປດຂອງກົດໝາຍສະ ບັບນີ້.

....ມາດຕາເຈັດສິບເອັດການພິຈາລະນາຮັບຮອງມະຕິຂອງລັດຖະບານ

ມາດຕາເຈັດສິບເອັດການພິຈາລະນາຮັບຮອງມະຕິຂອງລັດຖະບານ ພາຍລັງສໍາເລັດການສ້າງຮ່າງມະຕິແລ້ວຫ້ອງວ່າການລັດຖະ ບານນໍາສະເໜີຕໍ່ກອງປະຊຸມລັດຖະບານເພື່ອພິຈາລະນາຮັບຮອງ. ມະຕິຂອງລັດຖະບານຈະຖືກຮັບຮອງເອົາຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍລັດຖະບານແຫ່ງສປປລາວ. ...ໝວດທີຫ້າການສ້າງຄໍາສັ່ງ,ຂໍ້ຕົກລົງແລະຄໍາແນະນໍາ


....ມາດຕາເຈັດສິບສອງຄໍາສັ່ງ

ມາດຕາເຈັດສິບສອງຄໍາສັ່ງ ຄໍາສັ່ງແມ່ນນິຕິກໍາທີ່ຫົວໜ້າອົງການຂອງລັດທີ່ກ່ຽວຂ້ອງເປັນ ຜູ້ວາງອອກເພື່ອໃຫ້ບຸກຄົນຫຼືການຈັດຕັ້ງປະຕິບັດແຜນການ,ກົດໝາຍ, ລັດຖະບັນຍັດ,ນິຕິກໍາອື່ນແລະບັນຫາອື່ນຕາມຂອບເຂດສິດແລະໜ້າທີ່ ຂອງຕົນ.

....ມາດຕາເຈັດສິບສາມຂໍ້ຕົກລົງ

ມາດຕາເຈັດສິບສາມຂໍ້ຕົກລົງ ຂໍ້ຕົກລົງແມ່ນນິຕິກໍາທີ່ຫົວໜ້າອົງການຂອງລັດທີ່ກ່ຽວຂ້ອງ ເປັນຜູ້ວາງອອກເພື່ອປະຕິບັດສິດແລະໜ້າທີ່ຂອງຕົນຫຼືເພື່ອຜັນຂະ ຫຍາຍແລະຈັດຕັ້ງປະຕິບັດນິຕິກໍາຂອງອົງການລັດຂັ້ນເທິງ.

....ມາດຕາເຈັດສິບສີ່ຄໍາແນະນໍາ

ມາດຕາເຈັດສິບສີ່ຄໍາແນະນໍາ ຄໍາແນະນໍາແມ່ນນິຕິກໍາທີ່ຫົວໜ້າອົງການຂອງລັດທີ່ກ່ຽວຂ້ອງ ເປັນຜູ້ວາງອອກເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ,ແຜນງົບປະມານແຫ່ງລັດ,ກົດໝາຍ,ນິຕິກໍາອື່ນ,ແຜນການ ຫຼືວຽກງານໃດໜຶ່ງໂດຍຊີ້ບອກກ່ຽວກັບຄວາມເຂົ້າໃຈ,ວິທີ,ຂັ້ນຕອນ, ການນໍາໃຊ້ພາຫະນະອຸປະກອນ,ກໍານົດເວລາຂອງການປະຕິບັດ,ການ ປະສານງານແລະອື່ນໆ.

....ມາດຕາເຈັດສິບຫ້າການສ້າງຄໍາສັ່ງແລະຂໍ້ຕົກລົງຂອງນາຍົກລັດຖະມົນຕີ

ມາດຕາເຈັດສິບຫ້າການສ້າງຄໍາສັ່ງແລະຂໍ້ຕົກລົງຂອງນາຍົກລັດຖະ ມົນຕີ ຫ້ອງວ່າການລັດຖະບານສ້າງຮ່າງຄໍາສັ່ງຂອງນາຍົກລັດຖະ ມົນຕີໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແລ້ວນໍາສະເໜີຕໍ່ ນາຍົກລັດຖະມົນຕີເພື່ອພິຈາລະນາ. ສໍາລັບການສ້າງຮ່າງຂໍ້ຕົກລົງຂອງນາຍົກລັດຖະມົນຕີຫ້ອງວ່າ ການລັດຖະບານກໍ່ຕ້ອງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແລະ ເອົາຮ່າງດັ່ງກ່າວພ້ອມດ້ວຍບົດປະເມີນຜົນກະທົບຂອງຮ່າງຂໍ້ຕົກລົງ ພິມລົງໃນເວບໄຊ,ສື່ສິ່ງພິມຫຼືໃຊ້ວິທີອື່ນຕາມທີ່ໄດ້ກໍານົດໄວ້ໃນມາດຕາ ແປດຂອງກົດໝາຍສະບັບນີ້ກ່ອນຈະນໍາສະເໜີຕໍ່ນາຍົກລັດຖະມົນຕີພິ ຈາລະນາ.

....ມາດຕາເຈັດສິບຫົກການສ້າງຄໍາສັ່ງ,ຂໍ້ຕົກລົງແລະຄໍາແນະນໍາຂອງກະຊວງ,ອົງການທີ່ຂຶ້ນກັບລັດຖະບານ

ມາດຕາເຈັດສິບຫົກການສ້າງຄໍາສັ່ງ,ຂໍ້ຕົກລົງແລະຄໍາແນະນໍາຂອງ ກະຊວງ,ອົງການທີ່ຂຶ້ນກັບລັດຖະບານ ຫ້ອງວ່າການ,ຫ້ອງການຫຼືກົມທີ່ກ່ຽວຂ້ອງຂອງກະຊວງ,ອົງ ການທີ່ຂຶ້ນກັບລັດຖະບານສ້າງຄໍາສັ່ງແລະຄໍາແນະນໍາຂອງລັດຖະມົນ ຕີ,ຫົວໜ້າອົງການທີ່ຂຶ້ນກັບລະຖະບານໂດຍມີການເຂົ້າຮ່ວມຂອງໜ່ວຍ ງານ,ພະແນກຫຼືກົມກົດໝາຍຂອງຕົນແລະປະສານສົມທົບກັບພາກສ່ວນ ອື່ນທີ່ກ່ຽວຂ້ອງແລ້ວນໍາສະເໜີຕໍ່ລັດຖະມົນຕີວ່າການ,ຫົວນ້າອົງການ ທີ່ຂຶ້ນກັບລັດຖະບານພິຈາລະນາ. ສໍາລັບການຮ່າງຂໍ້ຕົກລົງຂອງກະຊວງ,ອົງການທີ່ຂື້ນກັບລັດ ຖະບານກໍ່ຕ້ອງມີການເຂົ້າຮ່ວມຂອງໜ່ວຍງານ,ພະແນກຫຼືກົມກົດໝາຍ ຂອງຕົນແລະປະສານສົມທົບກັບພວກສ່ວນອື່ນທີ່ກ່ຽວຂ້ອງແລະເອົາ ຮ່າງດັ່ງກ່າວພ້ອມດ້ວຍບົດປະເມີນຜົນຂອງຮ່າງຂໍ້ຕົກລົງພິມລົງໃນ ເວບໄຊ,ສື່ສິ່ງພິມຫຼືໃຊ້ວິທີອື່ນຕາມທີ່ໄດ້ກໍານົດໄວ້ໃນມາດຕາແປດຂອງ ກົດໝາຍສະບັບນີ້ກ່ອນຈະສະເໜີຕໍ່ລັດຖະມົນຕີວ່າການ,ຫົວໜ້າອົງການ ທີ່ຂຶ້ນກັບລັດຖະບານພິຈາລະນາ.

....ມາດຕາເຈັດສິບເຈັດການສ້າງຄໍາສັ່ງ,ຂໍ້ຕົກລົງແລະຄໍາແນະນໍາຂອງເຈົ້າແຂວງ,ເຈົ້າຄອງນະຄອນ,ເຈົ້າເມືອງແລະຫົວໜ້າເທ

ມາດຕາເຈັດສິບເຈັດການສ້າງຄໍາສັ່ງ,ຂໍ້ຕົກລົງແລະຄໍາແນະນໍາ ຂອງເຈົ້າແຂວງ,ເຈົ້າຄອງນະຄອນ,ເຈົ້າເມືອງແລະຫົວໜ້າເທ ຫ້ອງການ,ພະແນກການຫຼືໜ່ວຍງານຂອງອົງການປົກຄອງງ ທ້ອງຖິ່ນສ້າງຮ່າງຄໍາສັ່ງແລະຄໍາແນະນໍາຂອງເຈົ້າແຂວງ,ເຈົ້າຄອງ ນະຄອນ,ເຈົ້າເມືອງ,ຫົວໜ້າເທດສະບານໂດຍປະສານສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ,ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂັດເລືອກ ຕັ້ງແລ້ວສົ່ງໃຫ້ພະແນກຍຸຕະທໍາແຂວງ,ນະຄອນຫຼືຫ້ອງການຍຸຕະທໍາ ເມືອງ,ເທດສະບານກວດກາແລມີຄໍາເຫັນກ່ອນສະເໜີຕໍ່ເຈົ້າແຂວງ, ເຈົ້າຄອງນະຄອນຫຼືເຈົ້າເມືອງ,ຫົວໜ້າເທດສະບານພິຈາລະນາ. ສໍາລັບການສ້າງຮ່າງຂໍ້ຕົກລົງຂອງເຈົ້າແຂວງ,ເຈົ້າຄອງນະ ຄອນກໍ່ຕ້ອງມີການປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ,ນະ ຄອນແລະເອົາຮ່າງດັ່ງກ່າວພ້ອມດ້ວຍບົດປະເມີນຜົນກະທົບຂອງຮ່າງ ຂໍ້ຕົກລົງພິມລົງໃນເວບໄຊ,ສື່ສິ່ງພິມຫຼືໃຊ້ວິທີອື່ນຕາມທີ່ໄດ້ກໍານົດໄວ້ໃນ ມາດຕາແປດຂອງກົດໝາຍສະບັບນີ້. ສໍາລັບການສ້າງຮ່າງຂໍ້ຕົກລົງຂອງເຈົ້າເມືອງ,ຫົວໜ້າເທດສະ ບານກໍ່ຕ້ອງມີການປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງແລະມີ ການກວດກາຂອງຫ້ອງການຍຸຕິທໍາເມືອງ,ເທດສະບານແລະພິມລົງໃນ ສື່ສິ່ງພິມທ້ອງຖິ່ນຫຼືຕິດປະກາດຢູ່ຫ້ອງວ່າການປົກຄອງເມືອງ,ເທດສະ ບານ,ຫ້ອງການປົກຄອງບ້ານຫຼືສະຖານທີ່ຊຸມຊົນເພື່ອໃຫ້ປະຊາຊົນປະ ກອບຄໍາເຫັນ. ...ໝວດທີຫົກການສ້າງລະບຽບຂອງບ້ານ


....ມາດຕາເຈັດສິບແປດກົດລະບຽບຂອງບ້ານ

ມາດຕາເຈັດສິບແປດກົດລະບຽບຂອງບ້ານ ກົດລະບຽບຂອງບ້ານແມ່ນນິຕິກໍາຊຶ່ງອົງການປົກຄອງບ້ານ ວາງອອກເພື່ອຈັດຕັ້ງປະຕິບັດນິຕິກໍາຂອງອົງການລັດຂັ້ນເທິງຫຼືເພື່ອ ຄຸ້ມຄອງຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍຕາມຂອບເຂດ ສິດແລະໜ້າທີ່ຂອງຕົນ.

....ມາດຕາເຈັດສິບເກົ້າການສ້າງແລະຮັບຮອງເອົາກົດລະບຽບຂອງບ້ານ

ມາດຕາເຈັດສິບເກົ້າການສ້າງແລະຮັບຮອງເອົາກົດລະບຽບຂອງ ບ້ານ ອົງການປົກຄອງບ້ານເປັນຜູ້ສ່າງຮ່າງກົດລະບຽບຂອງບ້ານ ແລ້ວນໍາໄປຜ່ານກອງປະຊຸມບ້ານເພື່ອປຶກສາອາລືກັບປະຊາຊົນພາຍ ໃນບ້ານແລ້ວປັບປຸງເນື້ອໃນຄືນຕາມການປະກອບຄໍາເຫັນ. ພາຍຫຼັງທີ່ໄດ້ປັບປຸງຮ່າງກົດລະບຽບຕາມຄໍາເຫັນຂອງປະຊາ ຊົນພາຍໃນບ້ານແລ້ວອົງການປົກຄອງບ້ານຕ້ອງນໍາສະເໜີຕໍ່ຫ້ອງວ່າ ການປົກຄອງເມືອງ,ເທດສະບານເພື່ອພິຈາລະນາຮັບຮອງເອົາພາຍ ຫຼັງທີ່ໄດ້ມີຄໍາເຫັນຂອງຫ້ອງການຍຸຕິທໍາເມືອງ,ເທດສະບານ. ກົດລະບຽບຂອງບ້ານທີ່ໄດ້ຖືກຮັບຮອງເອົາແລ້ວຕ້ອງຕິດປະ ກາດແລະເຜີຍແຜ່ຕໍ່ປະຊາຊົນພາຍໃນບ້ານເພື່ອໃຫ້ມີຄວາມເຂົ້າໃຈ ແລະຈັດຕັ້ງປະຕິບັດ.

..ພາກທີຫ້າຜົນສັກສິດ,ການພິມເຜີຍແຜ່ແລະການຕີຄວາມໝາຍ


...ມາດຕາແປດສິບຜົນສັກສິດຂອງນິຕິກໍາ

ມາດຕາແປດສິບຜົນສັກສິດຂອງນິຕິກໍາ ລັດຖະທໍາມະນູນ,ກົດໝາຍແລະລັດຖະບັດຍັດທີ່ປະກາດໃຊ້ ແລ້ວມີຜົນສັກສິດພາຍລັງສິບຫ້າວັນນັບແຕ່ວັນລົງໃນກົດໝາຍເຫດ ທາງລັດຖະການເປັນຕົ້ນໄປ. ນິຕິກໍາອື່ນມີຜົນສັກສິດພາຍຫຼັງສິບຫ້າວັນນັບແຕ່ວັນພິມລົງ ໃນຈົດໝາຍເຫດທາງລັດຖະການເປັນຕົ້ນໄປຍົກເວັ້ນນິຕິກໍາຂັ້ນ ເມືອງແລະຂັ້ນບ້ານຊຶ່ງສາມາດເອົາລົງໃນສື່ສິ່ງພິມອື່ນຂອງທ້ອງ ຖິ່ນຫຼືຕິດປະກາດດ້ວຍຮູບການທີ່ປະຊາຊົນສາມາດເຂົ້າເຖິງໄດ້ ງ່າຍ. ນິຕິກໍາຕົ້ນສະບັບທີ່ໄດ້ປະກາດໃຊ້ແລ້ວຕ້ອງສົ່ງໃຫ້ອົງການ ທີ່ກ່ຽວຂ້ອງຂອງລັດພາຍໃນກໍານົດຫ້າວັນນັບແຕ່ວັນໄດ້ປະກາດໃຊ້ ເປັນຕົ້ນໄປ.ອົງການດັ່ງກ່າວຕ້ອງເອົານິຕິກໍານັ້ນລົງຈັດໝາຍເຫດ ທາງລັດຖະການພາຍໃນກໍານົດເວລາສິບວັນນັບອຕ່ວັນໄດ້ຮັບນິຕິກໍາ ນັ້ນເປັນຕົ້ນໄປຍົກເວັ້ນການອອກນິຕິກໍາໃນກໍລະນີນໍາເປັນແລະຮີບ ດ່ວນຊຶ່ງໃຫ້ມີຜົນສັກສິດທັນທີນັບແຕ່ວັນປະກາດໃຊ້ເປັນນຕົ້ນໄປແຕ່ ຕ້ອງເອົານິຕິກໍານັ້ນພິມລົງໃນຈົດໝາຍເຫດທາງລັດຖະການຕາມ ພາຍຫຼັງ. ສໍາລັບນິຕິກໍາທີ່ມີຜົນສັກສິດກ່ອນກົດມາຍສະບັບນີ້ອົງການທີ່ ຮັບຜິດຊອບສ້າງນິຕິກໍາຕ້ອງສົ່ງນິຕິກໍາທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນໃຫ້ອົງການທີ່ກ່ຽວຂ້ອງຂອງລັດເພື່ອລົງໃນຈົດໝາຍເຫດ ທາງລັດຖະການພາຍໃນເວລາສອງປີນັບແຕ່ວັນທີໜຶ່ງມັງກອງສອງ ພັນສິບສາມເປັນຕົ້ນໄປ.ນິຕິກໍາໃດທີ່ບໍ່ໄດ້ພິມລົງໃນຈົດໝາຍເຫດ ທາງລັດຖະການພາຍໃນເວລາດັ່ງກ່າວຖືວ່າບໍ່ມີຜົນສັກສິດອີກຕໍ່ໄປ.

...ມາດຕາແປດສິບເອັດຜົນສັກສິດຍ້ອນຫຼັງຂອງນິຕິກໍາ

ມາດຕາແປດສິບເອັດຜົນສັກສິດຍ້ອນຫຼັງຂອງນິຕິກໍາ ນິຕິກໍາອາດມີຜົນສັກສິດຍ້ອນຫຼັງຫຼືບໍ່ຍ້ອນຫຼັງ. ນິຕິກໍາຈະມີຜົນສັກສິດຍ້ອນຫຼັງໄດ້ກໍ່ຕໍ່ເມື່ອໄດ້ກໍານົດໄວ້ໃນນິຕິ ກໍາທີ່ກ່ຽວຂ້ອງເທົ່ານັ້ນ. ນິຕິກໍາຈະບໍ່ມີຜົນສັກສິດຍ້ອນຫຼັງໃນກໍລະນີດັ່ງນີ້: ໜຶ່ງຄວາມຮັບຜິດຊອບທາງດ້ານກົດໝາຍໄດ້ກໍານົດໄວ້ໃນນິຕິ ກໍາໃໝ່ຊຶ່ງບໍ່ໄດ້ກໍານົດໄວ້ໃນນິຕິກໍາທີ່ຜ່ານມາ. ສອງຄວາມຮັບຜິດຊອບທາງດ້ານກົດໝາຍທີ່ໄດ້ກໍານົດລະດັບ ຄວາມຮັບຜິດຊອບສູງກວ່າລະດັບຄວາມຮັບຜິດຊອບໃນນິຕິກໍາທີ່ໄດ້ປະ ກາດໃຊ້ແລ້ວ.

ນອກຈາກກົດໝາຍອາຍາແລ້ວການຍົກເວັ້ນຈາກຫຼັກການການ ບໍ່ມີຜົນຍ້ອນຫຼັງຂອງກົດໝາຍຕ້ອງອີງໃສ່ການຕົກລົງທີ່ມີເຫດຜົນ,ການ ບັນລຸຈຸດປະສົງຕາມຄວາມຕ້ອງການແລະຜົນປະໂຫຍດອັນຊອບທໍາ ຂອງຜູ້ທີ່ກ່ຽວຂ້ອງຢ່າງເໝາະສົມເທົ່ານັ້ນ. ກໍລະນີທີ່ກົດໝາຍມີຜົນຍ້ອນຫຼັງຫາກສົ່ງຜົນໃຫ້ລັດເອົາຊັບສິນ ຂອງຜູ້ອື່ນນັ້ນລັດຕ້ອງໄດ້ຊົດເຊີຍຕາມລະບຽບການ.

...ມາດຕາແປດສິບສອງຈັດໝາຍເຫດທາງລັດຖະການແລະອົງການຮັບຜິດຊອບ

ມາດຕາແປດສິບສອງຈັດໝາຍເຫດທາງລັດຖະການແລະອົງການ ຮັບຜິດຊອບ ຈົດໝາຍເຫດທາງລັດຖະການແມ່ນເອກະສານທາງການຂອງ ລັດຖະບານທີ່ເປັນບ່ອນລົງນິຕິກໍາທີ່ໄດ້ປະກາດໃຊ້ແລ້ວເພື່ອໃຫ້ສາທາ ລະນະຊົນຮັບຮູ້ແລະປະຕິບັດ. ຈົດໝາຍເຫດທາງລັດຖະການສາມາດເຮັດດ້ວຍຮູບແບບເອ ເລັກໂທນິກຫຼືພິມເປັນສະບັບເຈ້ຍ.ອົງການທີ່ກ່ຍວຂ້ອງຂອງລັດຊຶ່ງຮັບ ຜິດຊອບຈັດໝາຍເຫດທາງລັດຖະການມີໜ້າທີ່ນໍາເອົານິຕິກໍາທີ່ໄດ້ປະ ກາດໃຊ້ແລ້ວລົງໃນຈົດໝາຍເຫດທາງລັດຖະການ.

...ມາດຕາແປດສິບສາມການພິມແລະໂຄສະນາເຜີຍແຜ່ນິຕິກໍາ

ມາດຕາແປດສິບສາມການພິມແລະໂຄສະນາເຜີຍແຜ່ນິຕິກໍາ ອົງການທີ່ສ້າງນິຕິກໍາພິມແລະສໍາເນົານິຕກໍາທີ່ປະກາດໃຊ້ ແລະມີຜົນສັກສິດແລ້ວສົ່ງໃຫ້ແຕ່ລະຂະແໜງການ,ອົງການຈັດຕັ້ງຂັ້ນ ສູນກາງ,ແຂວງ,ນະຄອນຊຶ່ງຕ້ອງສໍາເນົາສົ່ງໃຫ້ຂະແໜງການຂອງ ຕົນແຕ່ສູນກາງລົງຮອດທ້ອງຖິ່ນ. ສໍາລັບນິຕິກໍາທີ່ອົງການປົກຄອງທ້ອງຖິ່ນວາງອອກນັ້ນຕ້ອງສົ່ງ ໃຫ້ອົງການຈັດຕັ້ງຂັ້ນເທິງຂອງຕົນເພື່ອລາຍງານແລະສໍາເນົາແລ້ວ ສົ່ງໃຫ້ອົງການຈັດຕັ້ງຕ່າງໆພາຍໃນທ້ອງຖິ່ນຂອງຕົນ. ອົງການທີ່ສ້າງນິຕິກໍາ,ອົງການຈັດຕັ້ງຂອງລັດຂັ້ນສູນກາງ, ທ້ອງຖິ່ນມີໜ້າທີ່ສຶກສາອົບຮົມ,ໂຄສະນາເຜີຍແຜ່ນິຕິກໍາດ້ວຍຫຼາຍຮູບ ການແລະວິທີການລວມທັງການໂຄສະນາເຜີຍແຜ່ເປັນພາສາເຜົ່າ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໄດ້ຮັບຜົນດີ.

...ມາດຕາແປດສິບສີ່ການຕີຄວາມໝາຍກົດໝາຍ

ມາດຕາແປດສິບສີ່ການຕີຄວາມໝາຍກົດໝາຍ ໃນກໍລະນີທີ່ຂໍ້ຄວາມຫຼືບົດບັນຍັດໃດໜຶ່ງຂອງກົດໝາຍຫາກບໍ່ ຈະແຈ້ງຫຼືຂັດກັນ,ການຕີຄວາມໝາຍຂອງຂໍ້ຄວາມຫຼືບົດບັນຍັດນັ້ນໃຫ້ ສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດເປັນຜູ້ຕີຄວາມໝາຍ. ຄະນະປະຈໍາສະພາແຫ່ງຊາດຕ້ອງອອກມະຕິກ່ຽວກັບການຕີ ຄວາມໝາຍຂອງຂໍ້ຄວາມຫຼືບົດບັນຍັດຂອງກົດໝາຍນັ້ນ. ສໍາລັບນິຕິກໍາອື່ນໃຫ້ອົງການທີ່ອອກນິຕິກໍາທີ່ກ່ຽວຂ້ອງນັ້ນເປັນ ຜູ້ອອກລົດອະທິບາຍ. ..ພາກທີຫົກການຕິດຕາມກວດກາຄວາມຖືກຕ້ອງຂອງການອອກນິຕິກໍາ


...ມາດຕາແປດສິບຫ້າຈຸດປະສົງຂອງການຕິດຕາມກວດກາ

ມາດຕາແປດສິບຫ້າຈຸດປະສົງຂອງການຕິດຕາມກວດກາ ຈຸດປະສົງຂອງການຕິດຕາມກວດກາການອອກນິຕິກໍາແມ່ນ ເພື່ອຮັບປະກັນໃຫ້ນິຕິກໍາທີ່ໄດ້ຮັບການປະກາດໃຊ້ແລະມີຜົນສັກສິດ ແລ້ວນັ້ນສອດຄ່ອງກັບລັດຖະທໍາມະນູນ,ກົດໝາຍແລະນິຕິກໍາອື່ນພ້ອມ ທັງໃຫ້ມີຄວາມກົມກຽວກັນໃນລະບົບນິຕິກໍາ. ...ມາດຕາແປດສິບຫົກອົງການຕິດຕາມກວດກາ

ມາດຕາແປດສິບຫົກອົງການຕິດຕາມກວດກາ ອົງການຕິດຕາມກວດກາແມ່ນອົງການຂັ້ນເທິງຊຶ່ງມີສິດຕິດ ຕາມກວດກາການອອກນິຕິກໍາຂອງອົງການຂັ້ນລຸ່ມໂດຍກົງຕາມຂອບ ເຂດສິດແລະຄວາມຮັບຜິດຊອບຂອງຕົນ.ໃນກໍລະນີທີ່ເຫັນວ່ານິຕິກໍາທີ່ ໄດ້ຮັບການປະກາດໃຊ້ແລະມີຜົນສັກສິດແລ້ວນັ້ນຫາກຂັດກັບລັດຖະ ທໍາມະນູນ,ກົດໝາຍຫຼືນິຕິກໍາອື່ນອົງການຂັ້ນເທິງກໍ່ມີສິດໂຈະຫຼືຍົກເລີກ ນິຕິກໍາດ່ັງກ່າວທັງໝົດຫຼືບາງສ່ວນ.

...ມາດຕາແປດສິບເຈັດການຕິດຕາມກວດກາຂອງສະພາແຫ່ງຊາດ

ມາດຕາແປດສິບເຈັດການຕິດຕາມກວດກາຂອງສະພາແຫ່ງຊາດ ສະພາແຫ່ງຊາດແມ່ນອົງການຕິດຕາມກວດກາການອອກນິຕິ ກໍາຂອງອົງການຈັດຕັ້ງລັດທຸກຂັ້ນ. ກອງປະຊຸມສະພາແຫ່ງຊາດມີສິດຍົກເລີກນິຕິກໍາຂອງຄະນະປະ ຈໍາສະພາແຫ່ງຊາດ,ປະທານປະເທດ,ລັດຖະບານ,ນາຍົກລັດຖະມົນຕີ, ປະທານສານປະຊາຊົນສູງສຸດ,ຫົວໜ້າອົງການໄອຍະການປະຊາຊົນ ສູງສຸດ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ທັງໝົດຫຼືບາງສ່ວນທີ່ຂັດກັບລັດຖະມໍາມະນູນຫຼືກົດໝາຍຕາມການສະ ເໜີຂອງອົງການຈັດຕັ້ງແລະບຸກຄົນດັ່ງກ່າວ. ຄະນະປະຈໍາສະພາແຫ່ງຊາດມີິດສັ່ງໂຈະການຈັດຕັ້ງປະຕິບັດ ນິຕິກໍາຂອງລັດຖະບານ,ປະທານສານປະຊາຊົນສູງສຸດ,ຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ,ແນວລາວສ້າງຊາດແລະອົງການຈັດຕັ້ງ ມະຫາຊົນຂັ້ນສູນກາງທັງໝົດຫຼືບາງສ່ວນທີ່ຂັດກັບລັດຖະທໍາມະນູນຫຼືກົດ ໝາຍແລ້ວນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດເພື່ອພິຈາລະນາຍົກ ເລີກຍົກເວັ້ນນິຕິກໍາກ່ຽວກັບການດໍາເນີນຄະດີຂອງສານປະຊາຊົນແລະ ອົງການໄອຍະການປະຊາຊົນ. ຖ້າຫາກມີນິຕິກໍາຂອງອົງການປົກຄອງທ້ອງຖິ່ນຂັດກັບລັດຖະ ທໍາມະນູນຫຼືກົດໝາຍໃຫ້ສະເໜີຕໍ່ລັດຖະບານເພື່ອພິຈາລະນາສັ່ງໂຈະ ການຈັດຕັ້ງປະຕິບັດນິຕິກໍາດັ່ງກ່າວ. ...ມາດຕາແປດສິບແປດການຕິດຕາມກວດກາການຈັດຕັ້ງປະຕິບັດນິຕິກໍາ

ມາດຕາແປດສິບແປດການຕິດຕາມກວດກາການຈັດຕັ້ງປະຕິບັດນິຕ ິກໍາ ອົງການທີ່ຮັບຜິດຊອບສ້າງນິຕິກໍາມີໜ້າທີ່ຕິດຕາມກວດກາການ ຈັດຕັ້ງປະຕິບັດນິຕິກໍາທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ,ຖ້າເຫັນວ່າບົດ ບັນຍັດໃດໜຶ່ງຫາກຂັດກັບນິຕິກໍາອື່ນ,ບໍ່ສອດຄ່ອງກັບສະພາບເສດຖະ ກິດແລະສັງຄົມຫຼືຂັດກັບສົນທິສັນຍາຫຼືສັນຍາສາກົນທີ່ສປປລາວເປັນພາ ຄີໃຫ້ພິຈາລະນາແກ້ໄຂຫຼືສະໜີຕໍ່ອົງການຂັ້ນເທິງເພື່ອພິຈາລະນາປັບ ປຸງ,ໂຈະຫຼືຍົກເລີກບົດບັນຍັດນັ້ນ.

...ມາດຕາແປດສິບເກົ້າການສະເໜີໂຈະຫຼືຍົກເລີກນິຕິກໍາ

ມາດຕາແປດສິບເກົ້າການສະເໜີໂຈະຫຼືຍົກເລີກນິຕິກໍາ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ເຫັນວ່າບົດບັນຍັດໃດໜຶ່ງ ຂອງນິຕິກໍາທີ່ມີຜົນສັກສິດແລ້ວຫາກຂັດກັບນິຕິກໍາອື່ນຫຼືຂັດກັບສົນທິ ສັນຍາຫຼືສັນຍາສາກົນທີ່ສປປລາວເປັນພາຄີໃຫ້ສະເໜີຕໍ່ກະຊວງຍຸຕິ ທໍາຫຼືອົງການຕິດຕາມກວດກາຕາມທີ່ໄດ້ກໍານົດໄວ້ໃນມາດຕາແປດ ສິບຫົກແລະແປດສິບເຈັດຂອງກົດໝາຍສະບັບນີ້ພິຈາລະນາ. ...ມາດຕາເກົ້າສິບການປະເມີນຜົນການຈັດຕັ້ງປະຕິບັດນິຕິກໍາ

ມາດຕາເກົ້າສິບການປະເມີນຜົນການຈັດຕັ້ງປະຕິບັດນິຕິກໍາ ອົງການຮັບຜິດຊອບສ້າງນິຕິກໍາຕ້ອງປະເມີນຜົນການຈັດຕັ້ງ ປະຕິບັດນິຕິກໍາໃນໄລຍະຜ່ານມາເພື່ອປັບປຸງແກ້ໄຂບັນຫາທີ່ບໍ່ສອດ ຄ່ອງ,ເປັນຊ່ອງວ່າງ,ມີຜົນກະທົບຫຼືບໍ່ສາມາດຈັດຕັ້ງປະຕິບັດໄດ້.

..ພາກທີເຈັດບົດບັນຍັດສຸດທ້າຍ


...ມາດຕາເກົ້າສິບເອັດການຈັດຕັ້ງປະຕິບັດ

ມາດຕາເກົ້າສິບເອັດການຈັດຕັ້ງປະຕິບັດ ສະພາແຫ່ງຊາດ,ລັດຖະບານ,ຫ້ອງວ່າການປະທານປະເທດ, ສານປະຊາຊົນສູງສຸດ,ອົງການໄອຍະການປະຊາຊົນສູງສຸດ,ແນວລາວ ສ້າງຊາດ,ອົງການຈັດຕັ້ງມະຫາຊົນຂັ້ນສູນກາງແລະອົງການປົກຄອງ ທ້ອງຖິ່ນມີໜ້າທີ່ຈັດຕັ້ງປະຕິບັດກົດໝາຍສະບັບນີ້ຢ່າງເຂັ້ມງວດ.

...ມາດຕາເກົ້າສິບສອງຜົນສັກສິດ

ມາດຕາເກົ້າສິບສອງຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍລັງຮ້ອຍແປດສິບວັນນັບແຕ່ ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ.

ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້