ກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ 21-12-2011

From Wikisource
Jump to navigation Jump to search

.ການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ 21-12-2011


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການ,ມາດຕະການ, ການຈັດຕັ້ງແລະການເຄື່ອນໄຫວກ່ຽວກັບວຽກງນສົ່ງເສີມວິສາຫະກິດ ຂະໜາດນ້ອຍແລະກາງນການພັດທະນາແລະສ້າງຄວາມສາມາດໃນ ການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍແລະກາງເພື່ອຊຸກຍຸ້ການ ຜະລິດສິນຄ້າ,ການຄ້າແລະການບໍລິການ,ແນໃສ່ສ້າງວຽກເຮັດງານ ທໍາ,ສ້າງລາຍຮັບແລະຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມແຫ່ງຊາດໃຫ້ ມີການຂະຫຍາຍຕົວຢ່າງໝັ້ນຄົງ.


...ມາດຕາສອງວິສາຫະກິດຂະໜາດນ້ອຍແລະກາງ

ມາດຕາສອງວິສາຫະກິດຂະໜາດນ້ອຍແລະກາງ ວິສາຫະກິດຂະໜາດນ້ອຍແລະກາງແມ່ນຫົວໜ່ວຍທຸລະກິດ ທີ່ໄດ້ຂຶ້ນທະບຽນແລະເຄື່ອນໄຫວຢ່າງຖືກຕ້ອງຕາມກົດໝາຍຂອງ ສປປລາວ.ຂະໜາດຂອງວິສາຫະກິດຂະໜາດນ້ອຍແລະກາງໄດ້ກໍາ ນົດຕາມແຕ່ລະຂະແໜງວິສາຫະກິດໂດຍຖືເອົາຈໍານວນແຮງງານ ສະເລ່ຍໃນປີ,ມູນຄ່າຊັບສິນທັງໝົດແລະລວມຍອດລາຍຮັບທຸລະກິດ ປະຈໍາປີເປັນພື້ນຖານບ່ອນອີງ. ເງື່ອນໄຂການຈັດແບ່ງຂະໜາດຂອງວິສາຫະກິດຂະໜາດ ນ້ອຍແລະກາງແມ່ນລັດຖະບານເປັນຜູ້ກໍານົດໃນແຕ່ລະໄລຍະ.


...ມາດຕາສາມການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ

ມາດຕາສາມການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ ການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງແມ່ນການ ວາງນະໂຍບາຍແລະການກໍານົດມາດຕະການເພື່ອສ້າງພະພາບແວດ ລ້ອມແລະເງື່ອນໄຂດ້ານຕ່າງໆທີ່ອໍານວຍຄວາມສະດວກໃຫ້ແກ່ຜູ້ປະ ກອບກິດຈະການໃນການສ້າງຕັ້ງ,ກໍາເນີນແລະພັດທະນາວິສາຫະກິດ ຂະໜາດນ້ອຍແລະກາງ.


...ມາດຕາສີ່ການອະທິບາຍສັບ

ມາດຕາສີ່ການອະທິບາຍສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: ໜຶ່ງວນກໝາຍເຖິງວິສາຫະກິດຂະໜາດນ້ອຍແລະກາງ. ສອງຜູ້ປະກອບກິດຈະການໝາຍເຖິງເຈົ້າຂອງຫຼືຜູ້ບໍລິຫານ ວິສາຫະກິດທີ່ເຮັດທຸລະກິດໃດ້ໜຶ່ງເພື່ອສ້າງລາຍໄດ້ທີ່ເກີດຈາກຫົວ ຄິດປະດິດສ້າງ,ພູມປັນຍາແລະມີຄວາມຮັບຜິດຊອບຕໍ່ຄວາມສ່ຽງ ທັງກໍາໄລຂາດທຶນດ້ວຍຕົນເອງ. ສາມສູນກໍ່ສ້າງຜູ້ປະກອບກິດຈະການໝາຍເຖິງສະຖານທີ່ຮັບ ເອົາຜູ້ທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດໃໝ່ເຂົ້າຝຶກອົບຮົມ,ເຮັດຈໍາ ລອງກ່ຽວກັບການຜະລິດທຸລະກິດໂດຍມີລະບົບບໍລິຫານຈັດການແລະ ໃຫ້ຄໍາປຶກສາ. ສີ່ທຸລະກິດຕົວແທນໝາຍເຖິງທຸລະກິດທີ່ໄດ້ຮັບການອະນຸຍາດ ໃຫ້ເປັນຕົວແທນໃນການຜະລິດ,ການຈໍາໜ່າຍສິນຄ້າແລະການບໍລິ ການພາຍໃຕ້ຊື່ຂອງທູລະກິດຕົ້ນແບບທີ່ເປັນເຈົ້າຂອງຍີ່ຫໍ້ການຄ້າໃດ ໜຶ່ງ. ຫ້າຕ້ອງໂສ້ມູນຄ່າເພີ່ມໝາຍເຖິງບັນດາຂອດການເຄື່ອນ ໄຫວທຸລະກິດທີ່ພົວພັນກັນເຊິ່ງເລີ່ມຈາກຂອດວັດຖະດິບເພື່ອສະໜອງ ໃຫ້ແກ່ການຜະລິດ,ການແປຮູບ,ການຄ້າ,ການຕະຫຼາດຈົນເຖິງການ ຊົມໃຊ້ສໍາລັບສິນຄ້າໃດໜຶ່ງ. ຫົກຜະລິດຕະພາບໝາຍເຖິງປະສິດທິພາບແລະປະສິດທິຜົນ ຂອງການເຄື່ອນໄຫວວຽກງານການຜະລິດທຸລະກິດໂດຍເປັນການ ປຽບທຽບລະຫວ່າງຜົນໄດ້ຮັບແລະປັດໄຈນໍາເຂົ້າເຊັ່ນແຮງງານ, ທຶນ,ວັດຖຸດິບ,ເວລາ. ເຈັດອົງການຜະລິດຕະພາບແຫ່ງອາຊີໝາຍເຖິງອົງການຈັດ ຕັ້ງລະຫວ່າງລັດຖະບານຂອງບັນດາປະເທດຫຼືເຂດເສດຖະກິດໃນ ພາກພື້ນອາຊີປາຊີຟິກທີ່ເປັນພາຄີຊຶ່ງມີພາລະບົດບາດໃນການສົ່ງ ເສີມການເພີ່ມຜະລິດຕະພາບເພື່ອປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດສັງຄົມຂອງບັນດາປະເທດສະມາຊິກ. ແປດອົງການຜະລິດຕິພາບແຫ່ງຊາດລາວໝາຍເຖິງອົງ ການທີ່ໄດ້ຮັບການແຕ່ງຕັ້ງຈາກລັດຖະບານເພື່ອເຄື່ອນໄຫວວຽກ ງານຮ່ວມກັບອົງການຜະລິດພະພາບແຫ່ງອາຊີ.


...ມາດຕາຫ້ານະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ

ມາດຕາຫ້ານະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ ລັດຊຸກຍູ້ແລະສົ່ງເສີມການພັດທະນາວິສາຫະກິດຂະໜາດນ້ອຍ ແລະກາງແນໃສ່ສ້າງຄວາມສາມາດໃນການແຂ່ງຂັນດ້ານການຜະລິດ ,ການຄ້າແລະການບໍລິການດ້ວຍການສະໜັບສະໜູນທາງດ້ານທຶນ ຮອນ,ວິຊາການ,ເຕັກໂນໂລຊີ,ການຕະຫຼາດ,ການຄົ້ນຄວ້າທາງດ້ານວ ິທະຍາສາດແລະອື່ນໆ.


...ມາດຕາຫົກຫຼັກການກ່ຽວກັບການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ

ມາດຕາຫົກຫຼັກການກ່ຽວກັບການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ ການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງຕ້ອງປະຕິ ບັດຕາມຫຼັກການຕົ້ນຕໍດັ່ງນີ້: ໜຶ່ງສອດຄ່ອງກັບນະໂຍບາຍ,ຍຸດທະສາດ,ແຜນພັດທະນາ ເສດຖະກິດສັງຄົມຂອງປະເທດເຂດແຄວ້ນ,ຂະແໜງການແລະສອດ ຄ່ອງກັບເງື່ອນໄຂຂອງຂະແໜງວນກຕາມທີ່ໄດ້ກໍານົດໄວ້ໃນມາດຕາ ເກົິາຂອງກົດໝາຍສະບັບນີ້. ສອງຮັບປະກັນໃຫ້ວິສາຫະກິດຂະໜາດນ້ອຍແລະກາງໄດ້ຮັບ ການສ້າງຕັ້ງ,ດໍາເນີນແລະພັດທະນາດ້ວຍຄວາມສະດວກ,ວ່ອງໄວ, ໂປ່ງໃສແລະຍຸຕິທໍາ. ສາມຮັບປະກັນການສ້າງວຽກເຮັດງານທໍາແລະຍົກສູງຄຸນນະ ພາບຊີວິດຂອງປະຊາຊົນ. ສີ່ຮັບຮູ້,ຮັບປະກັນການປົກປ້ອງກໍາມະສິດແລະສິດຜົນປະໂຫຍດ ທີ່ຖືກຕ້ອງຕາມກົດໝາຍຂອງວິສາຫະກິດຂະໜາດນ້ອຍແລະກາງ. ຫ້າປົກປັກຮັກສາແລະຟື້ນຟູຊັບພະຍາກອນທໍາມະຊາດ,ສິ່ງແວດ ລ້ອມແລະຮັບປະກັນຄວາມປອດໄພຂອງສັງຄົມ.


...ມາດຕາເຈັດຂອບເຂດການນໍາໃຊ້ກົດໝາຍ

ມາດຕາເຈັດຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບທຸກຂະແໜງວິສາຫະກິດຂະ ໜາດນ້ອຍແລະກາງທີ່ສ້າງຕັ້ງຂຶ້ນແລະດໍາເນີນກິດຈະການຢ່າງຖືກ ຕ້ອງຕາມກົດໝາຍຂອງສປປລາວ.


...ມາດຕາແປດການຮ່ວມມືສາກົນ

ມາດຕາແປດການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະ ສາກົນກ່ຽວກັບວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ ເປັນຕົ້ນວຽກງານຜະລິດຕະພາບດ້ວຍການແລກປ່ຽນບົດຮຽນແລະຂໍ້ ມູນຂ່າວສານ,ການຍົກລະດັບຄວາມຮູ້ແລະຄວາມສາມາດຂອງບຸກຄະ ລາກອນ,ການຖ່າຍທຶດເຕັກໂນໂລຊີ,ການຍາດແຍ່ງການຊ່ອຍເຫຼືອ ແລະອື່ນໆບົນພິື້ນຖານຄວາມເປັນເອກະລາດ,ສະເໝີພາບແລະຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດແລະປະຕິບັດຢ່າງສອດຄ່ອງກັບສັນຍາ, ສົນທິສັນຍາສາກົນທີ່ສປປລາວເປັນພາຄີ.


..ພາກທີສອງຂະແໜງວິສາຫະກິດຂະໜາດນ້ອຍແລະກາງ


...ມາດຕາເກົ້າບັນດາຂະແໜງວິສາຫະກິດຂະໜາດນ້ອຍແລະກາງ

ມາດຕາເກົ້າບັນດາຂະແໜງວິສາຫະກິດຂະໜາດນ້ອຍແລະກາງ ວິສາຫະກິດຂະໜາດນ້ອຍແລະກາງແບ່ງອອກເປັນສາມຂະ ແໜງດັ່ງນີ້: ໜຶ່ງວິສາຫະກິດຂະໜາດນ້ອຍແລະກາງທີ່ດໍາເນີນການຜະລິດ ສິນຄ້າ. ສອງວິສາຫະກິດຂະໜາດນ້ອຍແລະກາງທີ່ດໍາເນີນການຄ້າ. ສາມວິສາຫະກິດຂະໜາດນ້ອຍແລະກາງທີ່ດໍາເນີນການບໍລິ ການ.


...ມາດຕາສິບວິສາຫະກິດຂະໜາດນ້ອຍແລະກາງທີ່ດໍາເນີນການຜະລິດສິນຄ້າ

ມາດຕາສິບວິສາຫະກິດຂະໜາດນ້ອຍແລະກາງທີ່ດໍາເນີນການຜະ ລິດສິນຄ້າ ວິສາຫະກິດຂະໜາດນ້ອຍແລະກາງທີ່ດໍາເນີນການຜະລິດສິນ ຄ້າແມ່ນຂະແໜງວິສາຫະກິດທີ່ເຄື່ອນໄວທຸລະກິດໃນຂົງເຂດອຸດສາ ຫະກໍາປຸງແຕ່ງ,ຫັດຖະກໍາແລະການຜະລິດກະສິກໍາເພື່ອເປັນສິນຄ້າ.

...ມາດຕາສິບເອັດວິສາຫະກິດຂະໜາດນ້ອຍແລະກາງທີ່ດໍາເນີນການຄ້າ

ມາດຕາສິບເອັດວິສາຫະກິດຂະໜາດນ້ອຍແລະກາງທີ່ດໍາເນີນການຄ້າ ວິສາຫະກິດຂະໜາດນ້ອຍແລະກາງທີ່ດໍາເນີນການຄ້າແມ່ນຂະ ແໜງວິສາຫະກິດທີ່ເຄື່ອນໄຫວທຸລະກິດໃນຂົງເຂດການຄ້າຂາຍຍົກ ແລະຂາຍຍ່ອຍ.

...ມາດຕາສິບສອງວິສາຫະກິດຂະໜາດນ້ອຍແລະກາງທີ່ດໍາເນີນການບໍລິການ

ມາດຕາສິບສອງວິສາຫະກິດຂະໜາດນ້ອຍແລະກາງທີ່ດໍາເນີນການ ບໍລິການ ວິສາຫະກິດຂະໜາດນ້ອຍແລະກາງທີ່ດໍາເນີນການບໍລິການ ແມ່ນຂະແໜງວິສາຫະກິດທີ່ເຄື່ອນໄຫວທຸລະກິດໃນຂົງເຂດການບໍລິ ການດ້ານການທ່ອງທ່ຽວ,ຄົມມະນາຄົມຂົນສົ່ງ,ທະນາຄານການເງິນ, ການສຶກສາ,ສາທາລະນະສຸກແລະການບໍລິການອື່ນທີ່ບໍ່ຂັດກັບກົດ ໝາຍ.

..ພາກທີສາມການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ


...ມາດຕາສິບສາມກິດຈະການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ

ມາດຕາສິບສາມກິດຈະການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ ການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງປະກອບດ້ວຍ ກິດຈະການຕົ້ນຕໍດັ່ງນີ້: ໜຶ່ງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ. ສອງການເຂົ້າເຖິງແຫຼ່ງທຶນ. ສາມນະໂຍບາຍດ້ານພາສີແລະອາກອນ. ສີ່ການສ້າງແລະພັດທະນາຜູ້ປະກອບກິດຈະການ. ຫ້າການບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດ. ຫົກການຮ່ວມມືທຸລະກິດລະຫວ່າງວິສາຫະກິດຂະໜາດນ້ອຍ ແລະກາງກັບວິສາຫະກິດຂະໜາດໃຫຍ່ແລະວິສາຫະກິດການລົງທຶນ ຂອງຕ່າງປະເທດ. ເຈັດການເພີ່ມຜະລິດຕະພາບ. ແປດການເຂົ້າເຖິງລະການຂະຫຍາຍຕະຫຼາດ. ເກົ້າການຮ່ວມກຸ່ມທຸລະກິດ. ສິບສະຖານທີ່ປະກອບກິດຈະການ. ສິບເອັດການສົ່ງເສີມການນໍາໃຊ້ເຕັກໂນໂລຢີທີ່ກ້າວໜ້າ. ສິບສອງການນໍາໃຊ້ແລະການປົກປ້ອງຊັບສິນທາງປັນຍາ. ສິບສາມການສະໜອງແລະການເຂົ້າເຖິງຂໍ້ມູນຂ່າວສານ.


...ມາດຕາສິບສີ່ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ

ມາດຕາສິບສີ່ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ລັດເອົາໃສໃສ່ຕໍ່ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການສ້າງຕັ້ງແລະດໍາເນີນທຸລະກິດຂອງວນກໂດຍເນັ້ນໃສ່ການ ສ້າງແລະປັບປຸງລະບຽບກົດໝາຍໃຫ້ມີຄວາມຈະແຈ້ງແລະຮັບກຸມ, ກໍານົດວິທີການແກ້ໄຂບັນຫາທີ່ເປັນການກົດໜ່ວງພ້ອມກັນນັ້ນກໍ່ຕ້ອງ ເພີ່ມທິວີການບໍລິຫານແລະການບໍລິການຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນແລະໂປ່ງໃສ.

...ມາດຕາສິບຫ້າການເຂົ້າເຖິງແຫຼ່ງທຶນ

ມາດຕາສິບຫ້າການເຂົ້າເຖິງແຫຼ່ງທຶນ ລັດອໍານວຍຄວາມສະດວກໃຫ້ວິສາຫະກິດຂະໜາດນ້ອຍແລະ ກາງສາມາດເຂົ້າເຖິງແຫຼ່ງທຶນດ້ວຍການສ້າງລະບຽບການ,ມາດຕະ ການດ້ານການເງິນແລະນະໂຍບາຍສິນເຊື່ອ. ລັດມີນະໂຍບາຍສະໜອງທຶນໃຫ້ທະນາຄານທຸລະກິດແລະສະ ຖາບັນການເງິນອື່ນເພື່ອເປັນສິນເຊື້ອໃຫ້ວິສາຫະກິດຂະໜາດນ້ອຍ ແລະກາງໃນອັດຕາດອກເບ້ຍແລະກໍານົດເວລາທີ່ເໝາະສົມຫຼືອະນຸ ຍາດໃຫ້ສ້າງຕັ້ງທະນາຄານວິສາຫະກິດຂະໜາດນ້ອຍແລະກາງເປັນ ສະເພາະ. ທະນາຄານແຫ່ງສປປລາວຊຸກຍູ້,ສົ່ງເສີມແລະສ້າງເງື່ອນໄຂ ໃຫ້ທະນາຄານທຸລະກິດແລະສະຖາບັນການເງິນອື່ນສ້າງກົນໄກ,ປັບ ປຸງໂຄງສ້າງດ້ານສິນເຊື່ອ,ການເຊົ່າສິນເຊື່ອ,ການຮ່ວມມືລົງທຶນແລະ ອື່ນໆເພື່ອຮັບປະກັນໃຫ້ວິສາຫະກິດຂະໜາດນ້ອຍແລະກາງສາມາດ ເຂົ້າເຖິງແຫຼ່ງທຶນໄດ້ຢ່າງງ່າຍດາຍກວ້າງຂວາງແລະທົ່ວເຖິງ. ກະຊວງການເງິນ,ທະນາຄານແຫ່ງສປປລາວແລະກະຊວງ ອຸດສາຫະກໍາແລະການຄ້າເປັນເຈົ້າການຮ່ວມກັນກໍານົດຫຼັກການ,ລະ ບຽບການແລະວິທີການລະອຽດກ່ຽວກັບການສົ່ງເສີມການເຂົ້າເຖິງ ແຫຼ່ງທຶນສໍາລັບວິສາຫະກິດຂະໜາດນ້ອຍແລະກາງ.

...ມາດຕາສິບຫົກນະໂຍບາຍດ້ານພາສີແລະອາກອນ

ມາດຕາສິບຫົກນະໂຍບາຍດ້ານພາສີແລະອາກອນ ນະໂຍບາຍດ້ານພາສີແລະອາກອນແກ່ວນກໃຫ້ປະຕິບັດຕາມ ກົດໝາຍວ່າດ້ວຍພາສີແລະກົດໝາຍວ່າດ້ວຍສ່ວຍສາອາກອນ.ໃນກໍ ລະນີພິເສດເປັນຕົ້ນການສ້າງວຽກເຮັດງານທໍາໃໃຫ້ຜູ້ດ້ອຍໂອກາດ, ຜູ້ທຸກຍາກ,ການປົກປັກຮັກສາແລະຟື້ນຟູສິ່ງແວດລ້ອມ,ການເສີມຂະ ຫຍາຍຫົວຄິດປະດິດສ້າງແລະພູມປັນຍາຈະໄດ້ຮັບນະໂຍບາຍຍົກເວັ້ນ ຫຼືຫຼຸດຜ່ອນດ້ານພາສີແລະອາກອນທີ່ລັດຖະບານສະເໜີຕໍ່ສະພາແຫ່ງ ຊາດຫຼືຄະນະປະຈໍາສະພາແຫ່ງຊາດພິຈາລະນາຕົກລົງ.

...ມາດຕາສິບເຈັດການສ້າງແລະພັດທະນາຜູ້ປະກອບກິດຈະການ

ມາດຕາສິບເຈັດການສ້າງແລະພັດທະນາຜູ້ປະກອບກິດຈະການ ລັດຊຸກຍູ້ແລະອໍານວຍຄວາມສະດວກໃຫ້ພາກສ່ວນຕ່າງໆເຂົ້າ ຮ່ວມໃນການສ້າງແລະພັດທະນາຜູ້ປະກອບກິດຈະການໂດຍສະເພາະ ແມ່ນຜູ້ປະກອບກິດຈະການເພດຍິງດ້ວຍຮູບການຕ່າງໆເປັນຕົ້ນການ ຝຶກອົບຮົມ,ການສ້າງສູນກໍ່ສ້າງຜູ້ປະກອບກິດຈະການ,ການດໍາເນີນທ ຸລະກິດຕົວແທນ. ລັດເອົາໃຈໃສ່ຕໍ່ການສ້າງ,ພັດທະນາແລະບັນຈຸຫຼັກສູດກ່ຽວ ກັບການປະກອບກິດຈະການເຂົ້າໃນລະບົບການສຶກສາແຫ່ງຊາດ ແລະສ້າງລະບົບການຍ້ອງຍໍຜູ້ປະກອບກິດຈະການ.


...ມາດຕາສິບແປດການບໍລິການໃຫ້ຄໍາປຶກສາແລະພັດທະນາທຸລະກິດ

ມາດຕາສິບແປດການບໍລິການໃຫ້ຄໍາປຶກສາແລະພັດທະນາທຸລະກິດ ລັດສ້າງເງື່ອນໄຂ,ອໍານວຍຄວາມສະດວກ,ຊຸກຍູ້ແລະສົ່ງເສີມ ພາກສ່ວນຕ່າງໆເຄື່ອນໄຫວເຮັດການບໍລິການໃຫ້ຄໍາປຶກສາພັດທະນາ ທຸລະກິດດ້ວຍການສ້າງຕັ້ງໜ່ວຍງານຫຼືວິສາຫະກິດບໍລິການໃຫ້ຄໍາປຶກ ສາພັດທະນາທຸລະກິດດ້ວຍການສ້າງຕັ້ງໜ່ວຍງານຫຼືວິສາຫະກິດບໍລິ ການໃຫ້ຄໍາປຶກສາດ້ານລະບຽບກົດໝາຍແລະດ້ານວິຊາການຕ່າງໆ, ການສ້າງເຄືອຂ່າຍຂອງຜູ້ຊ່ຽວຊານດ້ານຕ່າງໆເຊັ່ນດ້ານການຕະ ຫຼາດ,ການພັດທະນາຜະລິດຕະພັນ,ການບໍລິຫານແລະອື່ນໆ. ລັດສະໜັບສະໜູນທາງດ້ານທຶນຮອນຕາມເງື່ອນໄຂຕົວຈິງໃຫ້ ແກ່ວນກເພື່ອເຂົ້າເຖິງການບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດ.


...ມາດຕາສິບເກົ້າການຮ່ວມມືທຸລະກິດລະຫວ່າງວິສາຫະກິດຂະໜາດນ້ອຍແລະກາງກັບວິສາຫະກິດຂະໜາດໃຫຍ່ແລະວິສາຫະກິດການລົງທ

ມາດຕາສິບເກົ້າການຮ່ວມມືທຸລະກິດລະຫວ່າງວິສາຫະກິດຂະໜາດນ້ອຍແລະກາງກັບວິສາຫະກິດຂະໜາດໃຫຍ່ແລະວິສາຫະກິດການລົງທຶນຂອງຕ່າງປະເທດ. ລັດສົ່ງເສີມການຮ່ວມມືລະຫວ່າງວນກກັບວິສາຫະກິດຂະໜາດ ໃຫຍ່ແລະວິສາຫະກິດການລົງທຶນຂອງຕ່າງປະເທດດ້ວຍການສ້າງນະ ໂຍບາຍແລະກົກໄກທີ່ເອື້ອອໍານວຍພ້ອມທັງກໍານົດລະບຽບການແລະ ມາດຕະການທີ່ຈໍາເປັນ. ວິສາຫະກິດຂະໜາດໃຫຍ່ແລະວິສາຫະກິດການລົງທຶນຂອງ ຕ່າງປະເທດຕ້ອງໃຫ້ໂອກາດແກ່ວນກເປັນຜູ້ສະໜອງວັດຖະດິບ,ວັດຖຸ ເຄິ່ງສໍາເລັດຮູບ,ສິນຄ້າແລະການບໍລິການລວມທັງການຮັບເໝົາຕໍ່ ຊ່ວງພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ວນກໂດຍການຖ່າຍທອດ ເຕັກໂນໂລຊີແລະຄວາມຮູ້ຄວາມສາມາດທາງດ້ານການບໍລິຫານ. ວນກຕ້ອງໄດ້ປັບປຸງຄວາມສາມາດບໍລິຫານຈັດການແລະພັດ ທະນາເຕັກໂນໂລຢີໃນການຜະລິດເພື່ອຮັບປະກັນການສະໜອງສິນຄ້າ ແລະການບໍລິການໃຫ້ມີຄຸນນະພາບແລະປະລິມານໂດຍສອດຄ່ອງກັບ ຄວາມຕ້ອງການຂອງວິສາຫະກິດຂະໜາດໃຫຍ່ແລະວິສາຫະກິດການ ລົງທຶນຂອງຕ່າງປະເທດ.

...ມາດຕາຊາວການເພີ່ມຜະລິດຕະພາບ

ມາດຕາຊາວການເພີ່ມຜະລິດຕະພາບ ລັດສົ່ງເສີມການເພີ່ມຜະລິດຕະພາບເພື່ອຍົກສູງຄວາມສາ ມາດໃນການແຂ່ງຂັນແລະການພັດທະນາແບບຍືນຍົງຂອງວນກດ້ວຍ ການປັບປ່ຽນແບບແຜນວິທີເຮັດວຽກແລະສະຕິການອອກແຮງງານ ໄປສູ່ຮູບແບບອຸດສາຫະກໍາແລະມີລັກສະນະປະດິດສ້າງ. ລັດສະໜັບສະໜູນໂຄງການຕ່າງໆກ່ຽວກັບການຍົກສູງປະສິດ ທິພາບແລະປະສິດທິຜົນຂອງການຜະລິດສິນຄ້າ,ການຄ້າແລະການບໍ ລິການທັງໃນພາກລັດແລະພາກທຸລະກິດເຊັ່ນການບໍາລຸງຍົກລະດັບຜູ້ ປະກອບກິດຈະການ,ການພັດທະນາສີມືແຮງງານ,ການຍົກລະດັບແລະ ການນໍາໃຊ້ເຕັກໂນໂລຢີທີ່ກ້າວໜ້າ,ການປັບປຸງຄຸນນະພາບແລະມາດ ຕະຖານຜະລິດຕະພັນແລະການບໍລິການ.


...ມາດຕາຊາວເອັດການເຂົ້າເຖິງແລະການຂະຫຍາຍຕະຫຼາດ

ມາດຕາຊາວເອັດການເຂົ້າເຖິງແລະການຂະຫຍາຍຕະຫຼາດ ລັດຊຸກຍູ້ແລະສົ່ງເສີມພາກສ່ວນຕ່າງໆໃຫ້ການສະໜັບສະໜູນ ວນກເພື່ອໃຫ້ສາມາດເຂົ້າເຖິງແລະຂະຫຍາຍຕະຫຼາດດ້ວຍການຈັດ ງານວາງສະແດງສິນຄ້າແລະການບໍລິການ,ການໂຄສະນາສິນຄ້າ, ການສຶກສາກ່ຽວກັບຕະຫຼາດ,ການແນະນໍາຜະລິດຕະພັນແລະເຂົ້າ ຮ່ວມງານວາງສະແດງສິນຄ້າທັງພາຍໃນແລະຕ່າງປະເທດ,ການ ຈັບຄູ່ທຸລະກິດແລະການຮ່ວມລົງທຶນເພື່ອຂະຫຍາຍຕະຫຼາດ. ລັດສ້າງເງື່ອນໄຂແລະໃຫ້ໂອກາດແກ່ວນກເປັນຜູ້ສະໜອງສິນ ຄ້າແລະການບໍລິການໃນໂຄງການຈັດຊື້ດ້ວຍງົບປະມານຂອງລັດ.


...ມາດຕາຊາວສອງການຮ່ວມກຸ່ມທຸລະກິດ

ມາດຕາຊາວສອງການຮ່ວມກຸ່ມທຸລະກິດ ລັດສົ່ງເສີມການຮ່ວມກຸ່ມທຸລະກິດຂອງວນກຕາມລະບຽບກົດ ໝາຍເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດດັ່ງກ່າວໄດ້ຮ່ວມມືແລະຊ່ວຍ ເຫຼືອຊຶ່ງກັນແລະກັນເປັນຕົ້ນການນໍາໃຊ້ເຄື່ອງມືການຜະລິດແລະສິ່ງ ອໍານວຍຄວາມສະດວກຮ່ວມກັນເພື່ອຫຼຸດຜ່ອນຕົ້ນທຶນການຜະລິດແລະ ການບໍລິການພ້ອມທັງເພີ່ມຄວາມສາມາດໃນການສະໜອງສິນຄ້າແລະ ການບໍລິການຕາມຄວາມຕ້ອງການຂອງຕະຫຼາດ.


...ມາດຕາຊາວສາມສະຖານທີ່ປະກອບກິດຈະການ

ມາດຕາຊາວສາມສະຖານທີ່ປະກອບກິດຈະການ ລັດສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ຜູ້ປະກອບກິດ ຈະການວນກໄດ້ເຂົ້າເຖິງສະຖານທີ່ປະກອບກິດຈະການທີ່ໝັ້ນຄົງ ໃນການດໍາເນີນທຸລະກິດດ້ານການຜະລິດ,ການຄ້າແລະການບໍລິ ການ. ຂະແໜງການອຸດສາຫະກໍາແລະການຄ້າປະສານສົມທົບກັບ ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງສ້າງ ແຜນກໍານົດສະຖານທີ່ປະກອບກິດຈະການທັງໄລຍະສັ້ນແລະໄລຍະ ຍາວ.


...ມາດຕາຊາວສີ່ການສົ່ງເສີມການນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າ

ມາດຕາຊາວສີ່ການສົ່ງເສີມການນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າ ລັດສົ່ງເສີມວນກໃຫ້ມີການນໍາໃຊ້ຜົນສໍາເລັດດ້ານເຕັກນິກ ເຕັກໂນໂລຊີທີ່ກ້າວໜ້າເຂົ້າໃນການຜະລິດ,ການຄ້າແລະການບໍລິ ການ. ລັດສະໜັບສະໜູນທຶນຮອນແລະຊຸກຍູ້ໃຫ້ສະຖາບັນຄົ້ນຄວ້າ ແລະສະຖາບັນການສຶກສາດໍາເນີນການຄົ້ນຄວ້າແລະພັດທະນາເຕັກ ໂນໂລຊີເພື່ອໃຫ້ວນກນໍາໃຊ້ເຂົ້າໃນການດໍາເນີນການຜະລິດທຸລະ ກິດ.

...ມາດຕາຊາວຫ້າການນໍາໃຊ້ແລະການປົກປ້ອງຊັບສິນທາງປັນຍາ

ມາດຕາຊາວຫ້າການນໍາໃຊ້ແລະການປົກປ້ອງຊັບສິນທາງປັນຍາ ລັດສົ່ງເສີມແລະສ້າງເງື່ອນໄຂສະດວກໃຫ້ວນກປະດິດສ້າງ, ປະດິດຄິດແຕ່ງ,ສ້າງເສດຖະກິດພູມປັນຍາແລະນໍາໃຊ້ຊັບສິນທາງປັນ ຍາພ້ອມກັນນັ້ນກໍ່ເອື້ອອໍານວຍໃຫ້ແກ່ວນກໃນການຈົດທະບຽນ,ຄຸ້ມ ຄອງແລະປົກປ້ອງສິດຕໍ່ຊັບສິນທາງປັນຍາ.


...ມາດຕາຊາວຫົກການສະໜອງແລະການເຂົ້າເຖິງຂໍ້ມູນຂ່າວສານ

ມາດຕາຊາວຫົກການສະໜອງແລະການເຂົ້າເຖິງຂໍ້ມູນຂ່າວສານ ລັດສົ່ງເສີມການສະໜອງແລະການເຂົ້າເຖິງຂໍ້ມູນຂ່າວສານ ໃຫ້ແກ່ວນກດ້ວຍການສ້າງສູນຂໍ້ມູນຂ່າວສານເພື່ອເກັບກໍາແລະສັງ ລວມຂໍ້ມູນກ່ຽວກັບການສົ່ງເສີມວນກແລະສ້າງເຄືອຂ່າຍການສະໜອງ ແລະແລກປ່ຽນຂໍ້ມູນຂ່າວສານເປັນຕົ້ນຮູບແບບເອເລັກໂຕນິກ,ປຶ້ມຄູ່ມື, ວາລະສານ,ແຜນພັບໂຄສະນາ,ສື່ມວນຊົນແລະອື່ນໆພ້ອມກັນນັ້ນກໍ່ສ້າງ ເງື່ອນໄຂແລະອໍານວຍຄວາມສະດວກໃຫ້ວນກໄດ້ເຂົ້າເຖິງຂໍ້ມູນຂ່າວ ສານຢ່າງງ່າຍດາຍແລະທັນການ. ລັດຊຸກຍູ້ຂະແໜງການແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງ ພາກລັດແລະເອກະຊົນໃຫ້ເຂົ້າຮ່ວມໃນການສະໜອງຂໍ້ມູນຂ່າວສານ ແກ່ວນກ.

...ມາດຕາຊາວເຈັດການປະສານສົມທົບ

ມາດຕາຊາວເຈັດການປະສານສົມທົບ ຂະແໜງການອຸດສາຫະກໍາແລະການຄ້າປະສານສົມທົບກັບ ຂະແໜງການອື່ນ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າແລະກໍານົດລະບຽບການ,ມາດຕະການແລະວິທີການລະ ອຽດເພື່ອຈັດຕັ້ງປະຕິບັດບັນດາກິດຈະການສົ່ງເສີມວິສາຫະກິດຂະ ໜາດນ້ອຍແລະກາງຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບສາມຂອງກົດ ໝາຍສະບັບນີ້ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

..ພາກທີສີ່ການວາງແຜນພັດທະນາວິສາຫະກິດຂະໜາດນ້ອຍແລະກາງ


...ມາດຕາຊາວແປດການວາງແຜນພັດທະນາວິສາຫະກິດຂະໜາດນ້ອຍແລະກາງ

ມາດຕາຊາວແປດການວາງແຜນພັດທະນາວິສາຫະກິດຂະໜາດນ້ອຍແລະກາງ ກະຊວງອຸດສາຫະກໍາແລະການຄ້າເປັນເຈົ້າການຊີ້ນໍາກົມສົ່ງ ເສີມວິສາຫະກິດຂະໜາດນ້ອຍແລະກາງໃນການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າແລະວາງແຜນພັດທະນາວິສາຫະກິດ ຂະໜາດນ້ອຍແລະກາງເພື່ອນໍາສະເໜີລັດຖະບານພິຈາລະນາແລະບັນ ຈຸເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດປະຈໍາຫ້າປີແລະ ປະຈໍາປີ.


...ມາດຕາຊາວເກົ້າການຜັນຂະຫຍາຍແລະຈັດຕັ້ງປະຕິບັດ

ມາດຕາຊາວເກົ້າການຜັນຂະຫຍາຍແລະຈັດຕັ້ງປະຕິບັດ ບັນດາຂະແໜງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນ ຕ່າງໆທີ່ກ່ຽວຂ້ອງມີໜ້າທີ່ຜັນຂະຫຍາຍແລະຈັດຕັ້ງປະຕິບັດແຜນພັດ ທະນາວິສາຫະກິດຂະໜາດນ້ອຍແລະກາງຕາມພາລະບົດບາດຂອງ ຕົນ.


...ກົດໝາຍການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ 21-12-2011 ມາດຕາສາມສິບການຕິດຕາມປະເມີນຜົນແລະການລາຍງານ

ມາດຕາສາມສິບການຕິດຕາມປະເມີນຜົນແລະການລາຍງານ ກະຊວງອຸດສາຫະກໍາແລະການຄ້າເປັນເຈົ້າການຊີ້ນໍາກົມ ສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງໃນການຕິດຕາມປະເມີນ ຜົນການຈັດຕັ້ງປະຕິບັດແຜນພັດທະນາວິສາຫະກິດຂະໜາດນ້ອຍແລະ ກາງແຕ່ລະໄລຍະ. ບັນດາຂະແໜງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນ ຕ່າງໆທີ່ກ່ຽວຂ້ອງຕ້ອງໃຫ້ການຮ່ວມມືໃນການສະໜອງຂໍ້ມູນແລະລາຍ ງານກ່ຽວກັບຜົນຂອງການຈັດຕັ້ງປະຕິບັດແຜນພັດທະນາວິສາຫະກິດ ຂະໜາດນ້ອຍແລະກາງຕໍ່ຂະແໜງການອຸດສາຫະກໍາແລະການຄ້າຂັ້ນ ຂອງຕົນໃນແຕ່ລະໄລຍະ.

..ພາກທີຫ້າກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ


...ມາດຕາສາມສິບເອັດການສ້າງຕັ້ງກອງທຶນ

ມາດຕາສາມສິບເອັດການສ້າງຕັ້ງກອງທຶນ ລັດອະນຸຍາດໃຫ້ສ້າງຕັ້ງກອງທຶນສົ່ງເສີມວິສາຫະກິດຂະໜາດ ນ້ອຍແລະກາງເພື່ອລະດົມທຶນຈາກແຫຼ່ງຕ່າງໆຢ່າງລວມສູນແນໃສ່ຮັບ ປະກັນໃຫ້ມີທຶນຮອນທີ່ໝັ້ນຄົງແລະຕໍ່ເນື່ອງເຂົ້າໃນວຽກງານສົ່ງເສີມ ວນກໃຫ້ມີປະສິດທິຜົນ.

...ມາດຕາສາມສິບສອງຈຸດປະສົງຂອງກອງທຶນ

ມາດຕາສາມສິບສອງຈຸດປະສົງຂອງກອງທຶນ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງມີຈຸດປະ ສົງສ້າງເປັນແຫຼ່ງທຶນປະກອບສ່ວນໃຫ້ທະນາຄານທຸລະກິດ,ສະຖາບັນ ການເງິນອື່ນແລະໂຄງການສິນເຊື່ອທີ່ກ່ຽວຂ້ອງໃນການສະໜອງສິນ ເຊື່ອໃຫ້ແກ່ວນກແລະເປັນງົບປະມານສໍາລັບການຈັດຕັ້ງປະຕິບັດໂຄງ ການວິຊາການໃນການສ້າງຄວາມເຂັ້ມແຂງແລະຄວາມສາມາດໃນ ການແຂ່ງຂັນໃຫ້ແກ່ວນກ.

...ມາດຕາສາມສິບສາມແຫຼ່ງຂອງກອງທຶນ

ມາດຕາສາມສິບສາມແຫຼ່ງຂອງກອງທຶນ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງໄດ້ມາ ຈາກແຫຼ່ງຕ່າງໆດັ່ງນີ້: ໜຶ່ງງົບປະມານຂອງລັດ. ສອງການຊ່ວຍເຫຼືອລ້າ. ສາມການກູ່ຢືມຈາກພາຍໃນແລະຕ່າງປະເທດ. ສີ່ການປະກອບສ່ວນຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງດ້ວຍ ຄວາມສະໝັກໃຈ. ຫ້າແຫຼ່ງອື່ນໆທີ່ບໍ່ຂັດກັບລະບຽບກົດໝາຍ.


...ມາດຕາສາມສິບສີ່ການຄຸ້ມຄອງແລະນໍາໃຊ້ກອງທຶນ

ມາດຕາສາມສິບສີ່ການຄຸ້ມຄອງແລະນໍາໃຊ້ກອງທຶນ ກະຊວງອຸດສາຫະກໍາແລະການຄ້າເປັນຜູ້ຄຸ້ມຄອງກອງທຶນສົ່ງ ເສີມວິສາຫະກິດຂະໜາດນ້ອຍແລະກາງ,ສ່ວນການນໍາໃຊ້ກອງທຶນດັ່ງ ກ່າວຕ້ອງປະຕິບັດໃຫ້ຖືກຕ້ອງຕາມຈຸດປະສົງຂອງກອງທຶນທີ່ໄດ້ກໍານົດ ໄວ້ໃນມາດຕາສາມສິບສອງຂອງກົດໝາຍສະບັບນີ້. ລະບຽບການກ່ຽວກັບການຄຸ້ມຄອງແລະການນໍາໃຊ້ກອງທຶນດັ່ງ ກ່າວໄດ້ກໍານົດໄວ້ຕ່າງຫາກ. ..ພາກທີຫົກໂຄງປະກອບການຈັດຕັ້ງວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ


...ມາດຕາສາມສິບຫ້າໂຄງປະກອບການຈັດຕັ້ງວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ

ມາດຕາສາມສິບຫ້າໂຄງປະກອບການຈັດຕັ້ງວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ ໂຄງປະກອບການຈັດຕັ້ງວຽກງານສົ່ງເສີມວິສາຫະກິດຂະໜາດ ນ້ອຍແລະກາງມີດັ່ງນີ້: ໜຶ່ງຢູ່ຂັ້ນສູນກາງ:ກະຊວງອຸດສາຫະກໍາແລະການຄ້າໂດຍມີກົມ ສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງເປັນໃຈກາງ. ສອງຢູ່ຂັ້ນທ້ອງຖິ່ນ:ພະແນກອຸສາຫະກໍາແລະການຄ້າແຂວງ, ນະຄອນແລະຫ້ອງການອຸດສາຫະກໍາແລະການຄ້າເມືອງ,ເທດສະບານ ໂດຍມີຂະແໜງຮັບຜິດຊອບວຽກງານດັ່ງກ່າວ. ສາມຢູ່ບັນດາຂະແໜງການອື່ນ. ສີ່ຢູ່ພາກທຸລະກິດ.

ການຈັດຕັ້ງວຽກງານດັ່ງກ່າວໃຫ້ຖືເປັນອົງການຄຸ້ມຄອງວຽກ ງານສົ່ງເສີມວນກ.


...ມາດຕາສາມສິບຫົກສິດແລະໜ້າທີ່ຂອງກະຊວງອຸດສາຫະກໍາແລະການຄ້າ

ມາດຕາສາມສິບຫົກສິດແລະໜ້າທີ່ຂອງກະຊວງອຸດສາຫະກໍາແລະ ການຄ້າ ໃນການຄຸ້ມຄອງວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງກະຊວງອຸດສາຫະກໍາແລະການຄ້າມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄວ້າສ້າງ,ປັບປຸງນະໂຍບາຍ,ຍຸດທະສາດ,ແຜນພັດ ທະນາແລະກົດໝາຍກ່ຽວກັບວິສາຫະກິດຂະໜາດນ້ອຍແລະກາງ ເພື່ອນໍາສະເໜີໃຫ້ລັດຖະບານພິຈາລະນາຕົກລົງ. ສອງຊີ້ນໍາແລະຕິດຕາມການເຄື່ອນໄຫວຂອງກົມສົ່ງເສີມວິ ສາຫະກິດຂະໜາດນ້ອຍແລະກາງລວມທັງກອງທຶນສົ່ງເສີມວິສາຫະ ກິດຂະໜາດນ້ອຍແລະກາງ. ສາມຄົ້ນຄວ້າຂະໜາດແລະເງື່ອນໄຂສົ່ງເສີມວນກເພື່ອນໍາ ສະເໜີຕໍ່ລັດຖະບານພິຈາລະນາຕົກລົງ. ສີ່ສະເໜີສ້າງຕັ້ງອົງການຜະລິດຕະພາບແຫ່ງຊາດລາວເພື່ອ ເຄື່ອນໄຫວວຽກງານຮ່ວມກັບອົງການຜະລິດພະພາບແຫ່ງອາຊີເພື່ອ ໃຫ້ລັດຖະບານພິຈາລະນາຕົກລົງ. ຫ້າສະເໜີນໍາໃຊ້ມາດຕະການສຸກເສີນເພື່ອຕອບໂຕ້ວິກິດການ ແລະໄພພິບັດຕ່າງໆທີ່ສົ່ງຜົນກະທົບທາງລົບຕໍ່ວນກເພື່ອໃຫ້ລັດຖະ ບານພິຈາລະນາ. ຫົກຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດຍຸດທະສາດ ແລະແຜນພັດທະນາວິສາຫະກິດຂະໜາດນ້ອຍແລະກາງປະຈໍາປີ ແລະປະຈໍາຫ້າປີ. ເຈັດອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການກ່ຽວ ກັບການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ. ແປດປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະພາກທຸລະກິດແລະຄູ່ຮ່ວມພັດທະນາໃນການຈັດຕັ້ງປະຕິບັດນະ ໂຍບາຍ,ຍຸດທະສາດແລະແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະກາງຕາມຄວາມຮັບຜິດຊອບຂອງຕົນ. ເກົ້າລະດົມແລະສະໜອງທຶນໃຫ້ແກ່ໂຄງການກ່ຽວຂ້ອງກັບ ການສົ່ງເສີມວນກທີ່ຈັດຕັ້ງປະຕິບັດໂດຍພາກສ່ວນຕ່າງໆ. ສິບຊີ້ນໍາການເຜີຍແຜ່ຂໍ້ມູນຂ່າວສານ,ການຝຶກອົບຮົມ,ສໍາມະ ນາແລະອື່ນໆເພື່ອບໍາລຸງແລະຍົກລະດັບຄວາມຮູ້,ຄວາມສາມາດ ດ້ານການສົ່ງເສີມວນກໃຫ້ແກ່ພະນັກງານຂອງລັດແລະພາກທຸລະ ກິດ. ສິບເອັດພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະ ສາກົນກ່ຽວກັບວຽກງານສົ່ງເສີມວນກ. ສິບສອງສະຫຼຸບແລະລາຍງານຜົນຂອງການເຄື່ອນໄຫວຈັດ ຕັ້ງປະຕິບັດວຽກງານວນກຕໍ່ລັດຖະບານຢ່າງເປັນປົກກະຕິ. ສິບສາມປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ.


...ມາດຕາສາມສິບເຈັດສິດແລະໜ້າທີ່ຂອງພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນ

ມາດຕາສາມສິບເຈັດສິດແລະໜ້າທີ່ຂອງພະແນກອຸດສາຫະກໍາແລະ ການຄ້າແຂວງ,ນະຄອນ ໃນການຄຸ້ມຄອງວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນມີສິດ ແລະໜ້າທີ່ດັ່ງນີ້: ໜຶ່ງຈັດຕັ້ງປະຕິບັດນະໂຍບາຍ,ຍຸດທະສາດ,ແຜນພັດທະນາ ແລະກົດໝາຍກ່ຽວກັບວິສາຫະກິດຂະໜາດນ້ອຍແລະກາງ. ສອງຊີ້ນໍາແລະຕິດຕາມການເຄື່ອນໄຫວຂອງຫ້ອງການອຸດ ສາຫະກໍາແລະການຄ້າເມືອງ,ເທດສະບານກ່ຽວກັບວຽກງານສົ່ງ ເສີມວິສາຫະກິດຂະໜາດນ້ອຍແລະກາງ. ສາມສະໜອງຂໍ້ມູນຂ່າວສານກ່ຽວກັບວຽກງານສົ່ງເສີມວນກ ໃຫ້ກະຊວງອຸດສາຫະກໍາແລະການຄ້າ,ຕິດຕາມແລະປະເມີນຜົນການ ຈັດຕັ້ງປະຕິບັດຍຸດທະສາດແລະແຜນພັດທະນາວິສາຫະກິດຂະໜາດ ນ້ອຍແລະກາງໃນແຕ່ລະໄລຍະຢູ່ທ້ອງຖິ່ນຂອງຕົນ. ສີ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງພາກລັດແລະ ພາກທຸລະກິດໃນການຈັດຕັ້ງປະຕິບັດນະໂຍບາຍ,ຍຸດທະສາດແລະ ແຜນພັດທະນາວິສາຫະກິດຂະໜາດນ້ອຍແລະກາງຕາມຄວາມຮັບ ຜິດຊອບຂອງຕົນ. ຫ້າລະດົມທຶນໃຫ້ແກ່ໂຄງການກ່ຽວຂ້ອງກັບການສົ່ງເສີມ ວນກຈາກພາກສ່ວນຕ່າງໆ. ຫົກເຜີຍແຜ່ຂໍ້ມູນຂ່າວສານ,ຈັດຕັ້ງການຝຶກອົບຮົມສໍາມະນາ ແລະອື່ນໆເພື່ອບໍາລຸງແລະຍົກລະດັບຄວາມຮູ້,ຄວາມສາມາດດ້ານ ການສົ່ງເສີມວນກໃຫ້ແກ່ພະນັກງານຂອງລັດແລະພາກທຸລະກິດຕາມ ຄວາມຮັບຜິດຊອບຂອງຕົນ. ເຈັດພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນ ກ່ຽວກັບວຽກງານສົ່ງເສີມວນກຕາມການມອບໝາຍ. ແປດສະຫຼຸບແລະລາຍງານຜົນຂອງການເຄື່ອນໄຫວຈັດຕັ້ງ ປະຕິບັດວຽກງານວນກຕໍ່ອົງການປົກຄອງແຂວງ,ນະຄອນແລະກະ ຊວງອຸດສາຫະກໍາແລະການຄ້າຢ່າງເປັນປົກກະຕິ. ເກົ້າປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະ ຕາມການມອບໝາຍຂອງຂັ້ນເທິງ.

ສໍາລັບສິດແລະໜ້າທີ່ຂອງຫ້ອງການອຸດສາຫະກໍາແລະການ ຄ້າເມືອງ,ເທດສະບານກ່ຽວກັບວຽກງານສົ່ງເສີມວນກໄດ້ກໍານົດ ໄວ້ໃນລະບຽບການຕ່າງຫາກ.


...ມາດຕາສາມສິບແປດສິດແລະໜ້າທີ່ຂອງບັນກາຂະແໜງການອື່ນ

ມາດຕາສາມສິບແປດສິດແລະໜ້າທີ່ຂອງບັນກາຂະແໜງການອື່ນ ໃນການຄຸ້ມຄອງວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງບັນດາຂະແໜງການອື່ນມີສິດແລະໜ້າທີ່ດັ່ງນີ້: ໜຶ່ງສ້າງຕັ້ງສູນຫຼືສະຖາບັນວິຊາການເຮັດໜ້າທີ່ສະໜັບສະໜູນ ວນກໃນດ້ານຕ່າງໆທີ່ຕິດພັນກັບພາລະບົດບາດຂອງຂະແໜງການຕົນ ເຊັ່ນການພັດທະນາຜູ້ປະກອບກິດຈະການ,ການພັດທະນາສີມືແຮງ ງານ,ການຄົ້ນຄວ້າວິໄຈເພື່ອພັດທະນາຜະລິດຕະພັນ,ການຝຶກອົບຮົມ, ການສໍາມະນາ,ການໃຫ້ຄໍາປຶກສາແລະການບໍລິການດ້ານວິຊາການ ອື່ນໆ. ສອງໂຄສະນາ,ເຜີຍແຜ່,ຊີ້ນໍາແລະຕິດຕາມການຈັດຕັ້ງປະຕິບັດ ວຽກງານສົ່ງເສີມວນກທີ່ຂຶ້ນກັບຕົນ. ສາມສະຫຼຸບ,ສັງລວມແລະລາຍງານກ່ຽວກັບການຈັດຕັ້ງປະຕິ ບັດວຽກງານສົ່ງເສີມວນກໃຫ້ຂັ້ນເທິງຂອງຕົນແລະຂະແໜງການອຸດ ສາຫະກໍາແລະການຄ້າໃນຂັ້ນຂອງຕົນຢ່າງເປັນປົກກະຕິ. ສີ່ປະສິບັດສິດແລະໜ້າທີ່ອື່ນຕາມພາລະບົດບາດແລະລະບຽບ ກົດໝາຍ.

...ມາດຕາສາມສິບເກົ້າສິດແລະໜ້າທີ່ຂອງພາກທຸລະກິດ

ມາດຕາສາມສິບເກົ້າສິດແລະໜ້າທີ່ຂອງພາກທຸລະກິດ ໃນການຄຸ້ມຄອງວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງສະພາການເຄ້າແລະອຸດສາຫະກໍາແຫ່ງຊາດແລະຂັ້ນແຂວງ ,ບັນດາສະມາຄົມແລະກຸ່ມທຸລະກິດມີພາລະບົດບາດເປັນຕົນແທນແຫ່ງ ສິດຜົນປະໂຫຍດໃຫ້ແກ່ວນກ,ມີສິດແລະໜ້າທີ່ສະໜອງການບໍລິການ ໃຫ້ຄໍາປຶກສາພັດທະນາທຸລະກິດໃນດ້ານຕ່າງໆ.


..ພາກທີເຈັດຂໍ້ຫ້າມ


...ມາດຕາສີ່ສິບຂໍ້ຫ້າມສໍາລັບການຈັດຕັ້ງແລະພະນັກງານສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ

ມາດຕາສີ່ສິບຂໍ້ຫ້າມສໍາລັບການຈັດຕັ້ງແລະພະນັກງານສົ່ງເສີມວິສາ ຫະກິດຂະໜາດນ້ອຍແລະກາງ ຫ້າມການຈັດຕັ້ງແລະພະນັກງານສົ່ງເສີມວນກມີການກະທໍາ ດັ່ງນີ້: ໜຶ່ງເປີດເຜີຍຂໍ້ມູນທີ່ເປັນຄວາມລັບທາງດ້ານທຸລະກິດຂອງ ວນກເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກວກນນັ້ນ. ສອງປອມແປງ,ບິດເບືອນຂໍ້ມູນສະເພາະຂອງບຸກຄົນ,ນິຕິບຸກ ຄົນຫຼືການຈັດຕັ້ງໃດໜຶ່ງເພື່ອຜົນປະໂຫຍດສ່ວນຕົວຫຼືສ້າງຄວາມເສຍ ຫາຍໃຫ້ແກ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງນັ້ນໂດຍເຈດຕະນາ. ສາມທວງ,ຖາມເອົາຫຼືຮັບສິນບົນຈາກຜູ້ປະກອບກິດຈະການ. ສີ່ລະເມີດຈັນຍາບັນຂອງພະນັກງານສົ່ງເສີມວິສາຫະກິດຂະ ໜາດນ້ອຍແລະກາງ. ຫ້າມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.


...ມາດຕາສີ່ສິບເອັດຂໍ້ຫ້າມສໍາລັບຜູ້ປະກອບກິດຈະການ

ມາດຕາສີ່ສິບເອັດຂໍ້ຫ້າມສໍາລັບຜູ້ປະກອບກິດຈະການ ຫ້າມຜູ້ປະກອບກິດຈະການມີການກະທໍາດັ່ງນີ້: ໜຶ່ງລາຍງານເທັດຂໍ້ມູນກ່ຽວກັບສະພາບການເຄື່ອນໄຫວທຸລະ ກິດຂອງຕົນ. ສອງປອມແປງ,ບິດເບືອນຂໍ້ມູນສະເພາະຂອງບຸກຄົນ,ນິຕິບຸກຄົນ ຫຼືການຈັດຕັ້ງອື່ນເພື່ອຜົນປະໂຫຍດຂອງທຸລະກິດຕົນຫຼືສ້າງຄວາມເສຍ ຫາຍແກ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງນັ້ນໂດຍເຈດຕະນາ. ສາມສະເໜີໃຫ້ຫຼືໃຫ້ສິນບົນແກ່ການຈັດຕັ້ງແລະພະນັກງານສົ່ງ ເສີມວິສາຫະກິດຂະໜາດນ້ອຍແລະກາງ. ສີ່ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.


..ພາກທີແປດການກວດກາ


...ມາດຕາສີ່ສິບສອງອົງການກວດກາວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ

ມາດຕາສີ່ສິບສອງອົງການກວດກາວຽກງານສົ່ງເສີມວິສາຫະກິດ ຂະໜາດນ້ອຍແລະກາງ ອົງການກວດກາວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງປະກອບດ້ວຍ: ໜຶ່ງອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງ ການຄຸ້ມຄອງວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບຫ້າຂອງກົດໝາຍສະບັບນີ້. ສອງອົງການກວດກາພາຍນອກແມ່ນສະພາແຫ່ງຊາດ,ອົງ ການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ,ອົງການກວດ ສອບແຫ່ງລັດ.


...ມາດຕາສີ່ສິບສາມຈຸດປະສົງຂອງການກວດກາ

ມາດຕາສີ່ສິບສາມຈຸດປະສົງຂອງການກວດກາ ຈຸດປະສົງຂອງການກວດກາວຽກງານສົ່ງເສີມວິສາຫະກິດຂະ ໜາດນ້ອຍແລະກາງແມ່ນເພື່ອເຮັດໃຫ້ການຄຸ້ມຄອງການເຄື່ອນໄຫວ ວຽກງານຂອງລະບົບການຈັດຕັ້ງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງມີປະສິດທິພາບ,ປະສິດທິຜົນແລະຖືກຕ້ອງຕາມລະບຽບກົດ ໝາຍ.


...ມາດຕາສີ່ສິບສີ່ແຜນການກວດກາ

ມາດຕາສີ່ສິບສີ່ແຜນການກວດກາ ອົງການກວດກາສ້າງແຜນການດໍາເນີນງານການກວດກາ ຂອງຕົນເພື່ອຕິດຕາມກວດກາວຽກງານສົ່ງເສີມວິສາຫະກິດຂະໜາດ ນ້ອຍແລະກາງທີ່ຕິດພັນກັບບັນດາກິດຈະກໍາແລະຜົນຂອງການສົ່ງເສີມ ທີ່ໄດ້ກໍານົດໄວ້ໃນແຜນດໍາເນີນງານແຕ່ລະໄລຍະຂອງລະບົບການຈັດ ຕັ້ງສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ.


...ມາດຕາສີ່ສິບຫ້າເນື້ອໃນກວດກາ

ມາດຕາສີ່ສິບຫ້າເນື້ອໃນກວດກາ ເນື່ອໃນກວດກາມີດັ່ງນີ້: ໜຶ່ງການຈັດຕັ້ງປະຕິບັດແຜນຍຸດທະສາດແລະແຜນດໍາເນີນ ງານການເຄື່ອນໄຫວຂອງລະບົບການຈັດຕັ້ງສົ່ງເສີມວິສາຫະກິດຂະ ໜາດນ້ອຍແລະກາງ. ສອງການກໍານົດລະບຽບການ,ມາດຕະການແລະວິທີການແກ້ ໄຂຜົນຂອງການກວດກາ. ສາມການລາຍງານກ່ຽວກັບຜົນຂອງການກວດກາ.


...ມາດຕາສີ່ສິບຫົກຮູບການກວດກາ

ມາດຕາສີ່ສິບຫົກຮູບການກວດກາ ການກວດກາມີສາມຮູບການດັ່ງນີ້: ໜຶ່ງການກວດການປົກກະຕິ. ສອງການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ. ສາມການກວດກາກະທັນຫັນ.

ການກວດກາປົກກະຕິແມ່ນການກວດກາທີ່ມີກໍານົດເວລາອັນ ແນ່ນອນຊຶ່ງຕ້ອງປະຕິບັດຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ. ການກວດກາໂດຍມີການແຈ່ງໃຫ້ຮູ້ລ່ວງໜ້າແມ່ນການກວດ ກາເມື່ອເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ເປົ້າໝາຍທີ່ຈະຖືກກວດ ກາຮູ້ລ່ວງໜ້າຢ່າງໜ້ອຍຊາວສີ່ຊົ່ວໂມງ. ການກວດກາກະທັນຫັນແມ່ນການກວດກາເມື່ອເຫັນວ່າມີຄວາມ ຈໍາເປັນແຕ່ການລົງກວດການັ້ນແມ່ນດໍາເນີນຢ່າງຮີບດ່ວນໂດຍບໍ່ມີ ການແຈ້ງໃຫ້ເປົ້າໝາຍທີ່ຈະຖືກກວດກາຮູ້ກ່ອນລ່ວງໜ້າ. ການກວດກາສາມາດດໍາເນີນທັງການກວດກາເອກະສານແລະ ການລົງປະຕິບັດຕົວຈິງຢູ່ສະຖານທີ່ປະຕິບັດງານ.


...ມາດຕາສີ່ສິບເຈັດການກວດກາພາຍນອກ

ມາດຕາສີ່ສິບເຈັດການກວດກາພາຍນອກ ການກວດກາພາຍນອກມີຈຸດປະສົງກວດກາການປະຕິບັດໜ້າ ທີ່ຂອງການຈັດຕັ້ງສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ,ອົງ ການຄຸ້ມຄອງແລະອົງການກວດກາເພື່ອໃຫ້ມີຄວາມເຂັ້ມແຂງ,ໂປ່ງ ໃສແລະຍຸຕິທໍາ. ການກວດກາພາຍນອກມີດັ່ງນີ້: ໜຶ່ງການກວດກາຂອງສະພາແຫ່ງຊາດຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ. ສອງການກວດກາຂອງອົງການກວດກາລັດຖະບານແລະຕ້ານ ການສໍ້ລາດບັງຫຼວງຕາມີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດ ກາລັດ. ສາມການກວດກາຂອງອົງການກວດສອບແຫ່ງລັດຕາມທີ່ໄດ້ ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດສອບ.


...ມາດຕາສີ່ສິບແປດການລາຍງານແລະການແກ້ໄຂຜົນຂອງການກວດກາ

ມາດຕາສີ່ສິບແປດການລາຍງານແລະການແກ້ໄຂຜົນຂອງການ ກວດກາ ຄະນະກວດກາຕ້ອງສ້າງບົດບັນທຶກການກວດກາ,ບົດລາຍ ງານພ້ອມທັງສະເໜີວິທີການແກ້ໄຂຕໍ່ການລະເມີດແລະລາຍງານຕໍ່ ອົງການທີ່ມີອໍານາດພິຈາລະນາກ່ຽວກັບຜົນຂອງການກວດກາ. ຄະນະກວດກາຕ້ອງມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວ ກັບການສະຫຼຸບລາຍງານຜົນຂອງການກວດກາແລະຮັກສາຄວາມລັບ ດ້ານເອກະສານວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍແລະ ກາງ.


...ມາດຕາສີ່ສິບເກົ້າສິດແລະພັນທະຂອງເປົ້າໝາຍທີ່ຖືກກວດກາ

ມາດຕາສີ່ສິບເກົ້າສິດແລະພັນທະຂອງເປົ້າໝາຍທີ່ຖືກກວດກາ ເປົ້າໝາຍທີ່ຖືກກວດກາມີສິດແລະພັນທະດັ່ງນີ້: ໜຶ່ງຮ້ອງຂໍໃຫ້ຄະນະກວດການໍາສະເໜີຂໍ້ຕົກລົງກ່ຽວກັບການ ກວດກາ. ສອງຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງກ່ຽວກັບການກວດກາທີ່ບໍ່ ຖືກຕ້ອງຕາມລະບຽບຫຼັກການທີ່ໄດກໍານົດໄວ້ໃນຂໍ້ຕົກລົງ. ສາມອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຂອງຄະນະ ກວດກາ,ສະໜອງເອກະສານ,ຂໍ້ມູນ,ພະຍານຫຼັກຖານແລະຕອບບັນຫາ ທີ່ພົວພັນເຖິງເນື້ອໃນກວດກາຕາມການສະເໜີຂອງຄະນະກວດກາ.

..ພາກທີເກົ້າງົບປະມານ,ເຄື່ອງໝາຍແລະຕາປະທັບ


...ມາດຕາຫ້າສິບງົບປະມານ

ມາດຕາຫ້າສິບງົບປະມານ ລັດຖະບານຈັດສັນງົບປະມານເປັນການສະເພາະສໍາລັບການ ສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງໂດຍບັນຈຸເຂົ້າໃນສາລະ ບານງົບປະມານຂອງລັດ. ການຄຸ້ມຄອງແລະການນໍາໃຊ້ງົບປະມານຕ້ອງປະຕິບັດຕາມ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ.


...ມາດຕາຫ້າສິບເອັດເຄື່ອງໝາຍແລະຕາປະທັບ

ມາດຕາຫ້າສິບເອັດເຄື່ອງໝາຍແລະຕາປະທັບ ການຈັດຕັ້ງສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງມີ ເຄື່ອງໝາຍແລະຕາປະທັບເປັນຂອງຕົນເອງເພື່ອນໍາໃຊ້ເຂົ້າໃນການ ເຄື່ອນໄຫວວຽກງານທາງລັດຖະການ.


..ພາກທີສິບນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາຫ້າສິບສອງນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາຫ້າສິບສອງນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມວິສາຫະ ກິດຂະໜາດນ້ອຍແລະກາງຢ່າງມີປະສິດທິຜົນຈະໄດ້ຮັບການຍ້ອງຍໍ ຫຼືນະໂຍບາຍອື່ນຕາມລະບຽບການ.

...ມາດຕາຫ້າສິບສາມມາດຕະການຕໍ່ຜູ້ລະເມີດ

ມາດຕາຫ້າສິບສາມມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບການສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງເປັນຕົ້ນຂໍ້ມູນ ຕ່າງໆຈະຖືກກ່າວເຕືອນ,ສຶກສາອົບຮົມ,ລົງວິໄນ,ປັບໃໝ,ລົງໂທດທາງ ອາຍາຕາມກໍລະນີເບົາຫຼືໜັກຫຼືໃຊ້ແທນຄ່າເສຍຫາຍທາງແພ່ງຕາມທີ່ ຕົນໄດ້ກໍ່ຂຶ້ນຕາມລະບຽບກົດໝາຍ.

..ພາກທີສິບເອັດບົດບັນຍັດສຸດທ້າຍ


...ມາດຕາຫ້າສິບສີ່ການຈັດຕັ້ງປະຕິບັດ

ມາດຕາຫ້າສິບສີ່ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາຫ້າສິບຫ້າຜົນສັກສິດ

ມາດຕາຫ້າສິບຫ້າຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້