ກົດໝາຍວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ 11-07-2012

From Wikisource
Jump to navigation Jump to search

.ການສົ່ງຜູ້ຮ້າຍຂ້າມແດນ 11-07-2012


..ໝວດທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການຄຸ້ມຄອງແລະການກວດກາການສົ່ງຜູ້ຮ້າຍຂ້າມ ແດນເພື່ອໃຫ້ມີຄວາມຖືກຕ້ອງເປັນທໍາ,ສອດຄ່ອງກັບກົດໝາຍຂອງ ສປປລາວ,ລະບຽບການສາກົນ,ສັນຍາແລະສົນທິສັນຍາສາກົນທີ່ສປປ ລາວເປັນພາຄີ,ແນໃສ່ຕ້ານແລະສະກັດກັ້ນອາຊະຍາກໍາ,ປະກອບສ່ວນ ເຮັດໃຫ້ການຮ່ວມມືສາກົດໃນວຽກງານດັ່ງກ່າວມີປະຕິດທິຜົນບົນພື້ນ ຖານການເຄົາລົບຄວາມເປັນເອກະລາດ,ອະທິປະໄຕ,ຜືນແຜ່ນດິນອັນ ຄົບຖ້ວນຂອງກັນ,ສະເໝີພາບແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

...ມາດຕາສອງການສົ່ງຜູ້ຮ້າຍຂ້າມແດນ

ມາດຕາສອງການສົ່ງຜູ້ຮ້າຍຂ້າມແດນ ຜູ້ຮ້າຍຂ້າມແດນແມ່ນບຸກຄົນທີ່ຖືກ່າວຫາຫຼືໄດ້ຖືກສານຕັດສິນ ວ່າເປັນຜູ້ກະທໍາຜິດທາງອາຍາຢູ່ລັດຕ່າງປະເທດແຕ່ໄດ້ເອົາຕົວຫຼົບ ໜີມາຢູ່ດິນແດນຂອງສປປລາວຫຼືຖືກກ່າວຫາຫຼືຖືກສານຕັດສິນຢູ່ສປປ ລາວແຕ່ໄດ້ເອົາຕົວຫຼົບໜີໄປຢູ່ດິນແດນຂອງລັດຕ່າງປະເທດ. ການສົ່ງຜູ້ຮ້າຍຂ້າມແດນແມ່ນການສົ່ງມອບຜູ້ຖືກຫາຫຼືຜູ້ກະທໍາ ຜິດທີ່ຕ້ອງການຕົວໂດຍລັດທີ່ຖືກຮ້ອງຂໍໃຫ້ແກ່ລັດທີ່ຮ້ອງຂໍເພື່ອນໍາໄປ ດໍາເນີນຄະດີອາຍາຫຼືປະຕິບັດໂທດຢູ່ໃນລັດທີ່ຮ້ອງຂໍ.

...ມາດຕາສາມການອະທິບາຍຄໍາສັບ

ມາດຕາສາມການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: ໜຶ່ງລັດທີ່ຮ້ອງຂໍໝາຍເຖິງລັດໃດໜຶ່ງທີ່ຮ້ອງຂໍໃຫ້ລັດອື່ນສົ່ງ ມອບຜູ້ຖືກຫາຫຼືຜູ້ກະທໍາຜິດທີ່ຕ້ອງການຕົວເພື່ອສົ່ງມອບຂ້າມແດນ. ສອງລັດທີ່ຖືກຮ້ອງຂໍໝາຍເຖິງລັດໃດໜຶ່ງຊຶ່ງລັດອື່ນຮ້ອງຂໍໃຫ້ ສົ່ງຜູ້ຮ້າຍຂ້າມແດນ. ສາມບຸກຄົນທີ່ຕ້ອງການຕົວໝາຍເຖິງຜູ້ຖືກຫາຫຼືຜູ້ກະທໍາຜິດ. ສີ່ພາຄີໝາຍເຖິງລັດ,ອົງການຈັດຕັ້ງສາກົນຫຼືພາກພື້ນ,ນິຕິບຸກ ຄົນອື່ນຕາມກົດໝາຍສາກົນທີ່ໄດ້ສະໝັກໃຈຮັບປະຕິບັດຂໍ້ຜູກພັນຕາມ ສົນທິສັນຍາສາກົນແລະສົນທິສັນຍາດັ່ງກ່າວໄດ້ມີຜົນສັກສິດຕໍ່ລັດ,ອົງ ການຈັດຕັ້ງແລະນິຕິບຸກຄົນເຫຼົ່ານັ້ນແລ້ວ. ຫ້າອາຊະຍາກໍາໝາຍເຖິງການກະທໍາຜິດທາງອາຍາ. ຫົກອົງການໃຈກາງປະສານງານໝາຍເຖິງອົງການຈັດຕັ້ງທີ່ ຮັບຜິດຊອບປະສານງານກ່ຽວກັບວຽກງານສົ່ງຜູ້ຮ້າຍຂ້າມແດນຕາມ ສົນທິສັນຍາທີ່ສປປລາວເປັນພາຄີ. ເຈັດອົງການທີ່ມີສິດອໍານາດຂອງສປປລາວໝາຍເຖິງກະຊວງ ການຕ່າງປະເທດ,ກະຊວງປ້ອງກັນຄວາມສະຫງົບ,ອົງການໄອຍະ ການປະຊາຊົນສູງສຸດ,ສານປະຊາຊົນສູງສຸດແລະກະຊວງຍຸຕິທໍາ.

...ມາດຕາສີ່ຫຼັກການກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ

ມາດຕາສີ່ຫຼັກການກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ ການສົ່ງຜູ້ຮ້າຍຂ້າມແດນໃຫ້ປະຕິບັດຕາມຫຼັກການພ້ືນຖານດັ່ງ ນີ້: ໜຶ່ງເຄົາລົບເອກະລາດ,ອະທິປະໄຕ,ຜືນແຜ່ນດິນອັນຄົບຖ້ວນ ຂອງກັນ,ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ.ຮ່ວມມື,ຊ່ວຍ ເຫຼືອຊຶ່ງກັນແລະກັນທາງດ້ານຍຸຕິທໍາ. ສອງເຄົາລົບແລະປະຕິບັດສັນຍາແລະສົນທິສັນຍາສາກົນທີ່ສປ ປລາວເປັນພາຄີ. ສາມຕ້ອງແມ່ນການກະທໍາຜິດທີ່ໄດ້ກໍານົດໄວ້ໃນກົດໝາຍອາ ຍາຂອງລັດທີ່ຮ້ອງຂໍແລະລັດທີ່ຖືກຮ້ອງຂໍ. ສີ່ເຄົາລົບກຽດສັກສີແລະສິດເສລີພາບຂອງບຸກຄົນທີ່ຕ້ອງການ ຕົວ. ...ມາດຕາຫ້າຂອບເຂດການນໍາໃຊ້ກົດໝາຍ

ມາດຕາຫ້າຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບພົນລະເມືອງລາວ,ຄົນຕ່າງປະ ເທດ,ຄົນຕ່າງດ້າວແລະຄົນບໍ່ມີສັນຊາດທີ່ອາໄສຢູ່ໃນຫຼືນອກດິນແດນ ສປປລາວທີ່ໄດ້ກະທໍາຜິດທາງອາຍາຢູ່ສປປລາວຫຼືຢູ່ລັດຕ່າງປະເທດ. ກົດໝາຍສະບັບນີ້ນໍາໃຊ້ສໍາລັບການສົ່ງຜູ້ຮ້າຍຂ້າມແດນທັງໃນ ກໍລະນີທີ່ສປປລາວເປັນພາຄີຫຼືບໍ່ເປັນພາຄີຂອງສົນທິສັນຍາກ່ຽວກັບ ການສົ່ງຜູ້ຮ້າຍຂ້າມແດນ.

...ມາດຕາຫົກການຮ່ວມມືສາກົນ

ມາດຕາຫົກການຮ່ວມມືສາກົນ ລັດຊຸກຍູ້ການພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາ ກົນກ່ຽວກັບວຽກງານສົ່ງຜູ້ຮ້າຍຂ້າມແດນດ້ວຍການແລກປ່ຽນບົດ ຮຽນ,ຂໍ້ມູນຂ່າວສານ,ການສໍາມະນາ,ການຍົກລະດັບຄວາມຮູ້,ຄວາມ ສາມາດທາງດ້ານວິຊາການແລະການຊ່ວຍເຫຼືອເພື່ອພັດທະນາວຽກ ງານສົ່ງຜູ້ຮ້າຍຂ້າມແດນ,ປະຕິບັດສັນຍາແລະສົນທິສັນຍາສາກົນທີ່ສປ ປລາວເປັນພາຄີຫຼືປະຕິບັດຕາມຫຼັກການຊ່ວຍເຫຼືອຊຶ່ງກັນແລະກັນທາງ ດ້ານຍຸຕິທໍາ.

..ໝວດທີສອງການສົ່ງເສີມແລະການປະຕິເສດການສົ່ງຜູ້ຮ້າຍຂ້າມແດນ


...ມາດຕາເຈັດການກະທໍາຜິດທີ່ພາໃຫ້ມີການສົ່ງຜູ້ຮ້າຍຂ້າມແດນ

ມາດຕາເຈັດການກະທໍາຜິດທີ່ພາໃຫ້ມີການສົ່ງຜູ້ຮ້າຍຂ້າມແດນ ການກະທໍາຜິດທີ່ພາໃຫ້ມີການສົ່ງຜູ້ຮ້າຍຂ້າມແດນຕ້ອງເປັນ ການກະທໍາຜິດທີ່ໄດ້ກໍານົດໄວ້ໃນກົດໝາຍຂອງສປປລາວແລະຂອງ ລັດທີ່ຮ້ອງຂໍຊຶ່ງກໍານົດໂທດຕັດອິດສະລະພາບເກີນກວ່າສິບສອງເດືອນ ໂດຍບໍໍ່ຂຶ້ນກັບວ່າກົດໝາຍອາຍາຂອງສປປລາວຫຼືຂອງລັດທີ່ຮ້ອງຂໍໄດ ້ກໍານົດເປັນການກະທໍາຜິດສະຖານດຽວກັນຫຼືບໍ່ແມ່ນສະຖານດຽວກັນ ກໍ່ຕາມ. ໃນກໍລະນີການຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນເພື່ອປະຕິບັດໂທດ ຫຼືສືບຕໍ່ປະຕິບັດໂທດຕັດອິດສະລະພາບຕາມຄໍາຕັດສິນຂອງສານຂອງ ລັດທີ່ຮ້ອງຂໍນັ້ນການສົ່ງຜູ້ຮ້າຍຂ້າມແດນຈະປະຕິບັດໄດ້ກໍ່ຕໍ່ເມື່ອກໍານົດ ເວລາຂອງໂທດຕັດອິດສະລະພາບຫາກຍັງເຫຼືອບໍ່ຕໍ່າກວ່າຫົກເດືອນ. ຖ້າວ່າຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນຫາກກ່ຽວຂ້ອງກັບ ການກະທໍາຜິດສອງຫຼືຫຼາຍສະຖານຊຶ່ງແຕ່ລະການກະທໍາຜິດນັ້ນກໍ່ເປັນ ການກະທໍາຜິດຕາມກົດໝາຍຂອງລັດທີ່ຮ້ອງຂໍແລະຂອງສປປລາວ ແລ້ວແລະຢ່າງໜ້ອຍການກະທໍາຜິດໃດໜຶ່ງຫາກມີເງື່ອນໄຂທາງດ້ານ ກໍານົດເວລາຂອງໂທດຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງແລະສອງຂອງ ມາດຕານີ້ສປປລາວອາດຕົກລົງໃຫ້ມີການສົ່ງຜູ້ຮ້າຍຂ້າມແດນສໍາລັບ ການກະທໍາຜິດທັງໝົດກໍ່ໄດ້.

...ມາດຕາແປດການປະຕິເສດຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນ

ມາດຕາແປດການປະຕິເສດຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນ ຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນຈະຖືກປະຕິເສດໃນກໍລະນີ ໃດໜຶ່ງດັ່ງນີ້: ໜຶ່ງການກະທໍາຜິດທາງດ້ານການເມືອງເປັນຕົ້ນການຕໍ່ສູ້ເພື່ອ ອິດສະລະພາບ,ສັນຕິພາບແລະຄໍາເຫັນດ້ານການເມືອງ,ຍົກເວັ້ນການ ກະທໍາຜິດທີ່ໄດ້ກໍານົດໄວ້ໃນມາດຕາເກົ້າຂອງກົດໝາຍສະບັບນີ້; ສອງການກະທໍາຜິດທາງທະຫານຂອງລັດທີ່ຮ້ອງຂໍເປັນຕົ້ນການ ຫຼົບໜີຈາກການເປັນທະຫານພັນທະ,ການບໍ່ະຕິບັດຄໍາສັ່ງຂອງຜູ້ບັງຄົບ ບັນຊາ. ສາມການດໍາເນີນຄະດີຫຼືການປະຕິບັດໂທດກ່ຽວກັບການກະທໍາ ຜິດທີ່ຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນເປັນໂມຄະຕາມກົດໝາຍຂອງລັດ ທີ່ຮ້ອງຂໍແລະຕາມກົດໝາຍຂອງສປປລາວ. ສີ່ສານຂອງສປປລາວໄດ້ຕັດສິນຫຼືໄດ້ພິພາກສາຢ່າງເດັດຂາດ ແລ້ວກ່ຽວກັບບຸກຄົນທີ່ຕ້ອງການຕົວໃນສະຖານການກະທໍາຜິດດຽວກັນ ກ່ອນການຮ້ອງຂໍໃຫ້ສົ່ງຜູ້ກ່ຽວຂ້າມແດນ. ຫ້າການຕັດສິນຂອງສານຂອງລັດທີ່ຮ້ອງຂໍນັ້ນໄດ້ດໍາເນີນໂດຍ ລັບຫຼັງເວັ້ນເສຍແຕ່ລັດທີ່ຮ້ອງຂໍໄດ້ຮັບປະກັນວ່າບຸກຄົນທີ່ຕ້ອງການຕົວ ນັ້ນຈະມີໂອກາດໄດ້ຕໍ່ສູ້ຄະດີຢ່າງເປັນທໍາແລະຈະໄດ້ຖືກພິຈາລະນາຄະ ດີຄືນໃໝ່ໂດຍການເຂົ້າຮ່ວມຂອງຜູ້ກ່ຽວ.

...ມາດຕາເກົ້າການກະທໍາທີ່ບໍ່ຖືວ່າເປັນການກະທໍາຜິດທາງດ້ານການເມືອງ

ມາດຕາເກົ້າການກະທໍາທີ່ບໍ່ຖືວ່າເປັນການກະທໍາຜິດທາງດ້ານການ ເມືອງ ການກະທໍາທີ່ບໍ່ຖືວ່າເປັນການກະທໍາຜິດທາງດ້ານການເມືອງ ມີດັ່ງນີ້: ໜຶ່ງການຄາດຕະກໍາຫຼືຄວາມພະຍາຍາມຄາດຕະກໍາຫຼືທໍາຮ້າຍ ຮ່າງກາຍປະມຸກລັດ,ປະທານສະພາແຫ່ງຊາດ,ຫົວໜ້າລັດຖະບານຫຼືຜູ້ ນໍາອື່ນແລະສະມາຊິກໃນຄອບຄົວຂອງບຸກຄົນດັ່ງກ່າວ. ສອງການໂຈລະກໍາ. ສາມການບຸກລຸກຄ້າຍຄຸມຂັງ,ຄ້າຍດັດສ້າງ. ສີ່ການກະທໍາຜິດຕໍ່ປະເທດເພື່ອນມິດ. ຫ້າການລັກພາຕົວຫຼືການຈັບເປັນຕົວປະກັນ. ຫົກການວາງລະເບີດ,ການຈູດ,ການນໍາໃຊ້ອຸປະກອນຫຼືສານ ເຄມີທີ່ອາດເປັນອັນຕະລາຍຕໍ່ຊີວິດຫຼືສ້າງຄວາມເສຍຫາຍທີ່ຮ້າງແຮງ ຕໍ່ຮ່າງກາຍຫຼືຕໍ່ຊັບສິນຢ່າງຫຼວງຫຼາຍ. ເຈັດການກະກຽມ,ຄວາມພະຍາຍາມຫຼືການເຂົ້າຮ່ວມໃນການ ກະທໍາຜິດ,ການໃຫ້ຄໍາປຶກສາ,ການຊ່ວຍເຫຼືອຫຼືການຍຸແຍ່ໃຫ້ບຸກຄົນອື່ນ ເຂົ້າຮ່ວມໃນການກະທໍາຜິດຕາມຂໍ້ໜຶ່ງຫາຂໍ້ສາມຂອງມາດຕານີ້.

...ມາດຕາສິບການປະຕິເສດສົ່ງຜູ້ຮ້າຍຂ້າມແດນ

ມາດຕາສິບການປະຕິເສດສົ່ງຜູ້ຮ້າຍຂ້າມແດນ ການສົ່ງຜູ້ຮ້າຍຂ້າມແດນອາດຖືກປະຕິເສດໃນກໍລະນີໃດໜຶ່ງ ດັ່ງນີ້: ໜຶ່ງສປປລາວມີສິດອໍານາດຕາມກົດໝາຍໃນການດໍາເນີນຄະ ດີຕໍ່ການກະທໍາຜິດໃດໜຶ່ງທີ່ໄດ້ອ້າງເຖິງຢູ່ໃນຄໍາຮ້ອງຂໍສົ່ງຜູ້ຮ້າຍຂ້າມ ແດນແລະຈະດໍາເນີນຄະດີຕໍ່ບຸກຄົນທີ່ຕ້ອງການຕົວ. ສອງສປປລາວກໍາລັງດໍາເນີນຄະດີຕໍ່ບຸກຄົນທີ່ຖືກຮ້ອງຂໍໃຫ້ສົ່ງ ຕົວກ່ຽວກັບການກະທໍາຜິດດຽວກັນ. ສາມສປປລາວເຫັນວ່າການສົ່ງຜູ້ຮ້າຍຂ້າມແດນອາດບໍ່ສອດ ຄ່ອງກັບເຫດຜົນທາງດ້ານມຸນຸດສະທໍາອັນເນື່ອງມາຈາກບັນຫາເຊື້ອ ຊາດ,ສັນຊາດ,ສາສະໜາ,ເຜົ່າ,ເພດ,ຖານະທາງດ້ານສັງຄົມຫຼືຖານະ ທາງດ້ານເສດຖະກິດຂອງບຸກຄົນທີ່ຕ້ອງການຕົວຊຶ່ງອາດຖືກທໍລະມານ ຫຼືຖືກປະຕິບັດຢ່າງໄຮ້ມະນຸດສະທໍາ. ...ມາດຕາສິບເອັດການປະຕິເສດການສົ່ງພົນລະເມືອງລາວ,ຄົນຕ່າງດ້າວຫຼືຄົນບໍ່ມີສັນຊາດທີ່ອາໄສຢູ່ສປປລາວ

ມາດຕາສິບເອັດການປະຕິເສດການສົ່ງພົນລະເມືອງລາວ,ຄົນຕ່າງ ດ້າວຫຼືຄົນບໍ່ມີສັນຊາດທີ່ອາໄສຢູ່ສປປລາວ ສປປລາວປະຕິເສດການສົ່ງພົນລະເມືອງລາວ,ຄົນຕ່າງດ້າວຫຼື ຄົນບໍ່ມີສັນຊາດທີ່ອາໄສຢູ່ສປປລາວຊຶ່ງໄດ້ກະທໍາຜິດທາງອາຍາຢູ່ນອກ ດິນແດນສປປລາວເວັ້ນເສຍແຕ່ສົນທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍ ຂ້າມແດນຫາກໄດ້ກໍານົດໄວ້ເປັນຢ່າງອື່ນ. ການປະຕິເສດສົ່ງບຸກຄົນດັ່ງກ່າວຂ້າມແດນຕາມຄໍາຮ້ອງຂໍບໍ່ ເປັນສາເຫດພາໃຫ້ຜູ້ກ່ຽວຫຼຸດພົ້ນອອກຈາຄວາມຮັບຜິດຊອບທາງອາ ຍາແລະຜູ້ກ່ຽວຍັງຈະຖືກດໍາເນີນຄະດີອາຍາຢູ່ສປປລາວຕາມກົດໝາຍ ຂອງສປປລາວ. ລັດທີ່ຮ້ອງຂໍສົ່ງຜູ້ຮ້າຍຂ້າມແດນຈະສົ່ງສໍານວນຄະດີແລະຂໍ້ມູນ ທີ່ກ່ຽວຂ້ອງໃຫ້ອົງການທີ່ມີສິດອໍານາດຂອງສປປລາວເພື່ອດໍາເນີນຄະ ດີຕໍ່ພົນລະເມືອງລາວ,ຄົນຕ່າງດ້າຍຫຼືຄົນບໍ່ມີສັນຊາດນັ້ນ. ..ໝວດທີສາມການຮ້ອງຂໍແລະການພິຈາລະນາຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນ


...ມາດຕາສິບສອງການຍື່ນຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນ

ມາດຕາສິບສອງການຍື່ນຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນ ການຍື່ນຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນຈາກລັດທີ່ຮ້ອງຂໍ ມາຍັງສປປລາວຫຼືຈາກສປປລາວໄປຍັງລັດທີ່ຖືກຮ້ອງຂໍໃຫ້ດໍາເນີນ ຜ່ານທາງການທູດ. ສໍາລັບການຍື່ນຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນຕາມສົນທິ ສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນທີ່ສປປປລາວເປັນພາຄີໃຫ້ ປະຕິບັດຕາມກົນໄກທີ່ໄດ້ກໍານົດໄວ້ໃນສົນທິສັນຍານັ້ນ.

...ມາດຕາສິບສາມຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນ

ມາດຕາສິບສາມຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນ ຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນຕ້ອງເຮັດເປັນລາຍລັກອັກ ສອນແລະມີເນື້ອໃນດັ່ງນີ້: ໜຶ່ງຊື່ຂອງອົງການທີ່ຮ້ອງຂໍ. ສອງຊື່ແລະນາມສະກຸນ,ອາຍຸ,ເພດ,ສັນຊາດ,ຮູບຖ່າຍ,ປະເພດ ແລະເລກທີຂອງເອກະສານກ່ຽວກັບຮູບປະພັນຫຼືຈຸດພິເສດ,ອາຊີບແລະ ທີ່ຢູ່ຫຼືທີ່ພັກອາໄສຂອງບຸກຄົນທີ່ຕ້ອງການຕົວແລະຂໍ້ມູນອື່ນຂອງບຸກຄົນ ນັ້ນ. ສາມການສັງລວມຫຍໍ້ກ່ຽວກັບການກະທໍາຜິດທີ່ເວົ້າເຖິງສະ ຖານການກະທໍາຜິດ,ວັນ,ເວລາ,ສະຖານທີ່ແລະຜົນຂອງການກະທໍາ ຜິດ. ສີ່ບົດບັນຍັດຂອງກົດໝາຍທີ່ກ່ຽວຂ້ອງກັບຂໍ້ກ່າວຫາຫຼືສະຖານ ການກະທໍາຜິດ,ໂທດແລະສິດອໍານາດຂອງສານຂອງລັດທີ່ຮ້ອງຂໍ. ຫ້າບົດບັນຍັດຂອງກົດໝາຍທີ່ກ່ຽວຂ້ອງກັບອາຍຸຄວາມໃນການ ຮ້ອງຟ້ອງຫຼືອາຍຸຄວາມກ່ຽວກັບການປະຕິບັດໂທດ.

...ມາດຕາສິບສີ່ເອກະສານປະກອບຄໍາຮ້ອງຂໍ

ມາດຕາສິບສີ່ເອກະສານປະກອບຄໍາຮ້ອງຂໍ ເອກະສານປະກອບຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນເພື່ອ ດໍາເນີນຄະດີມີດ່ັງນີ້: ໜຶ່ງສໍາເນົາຄໍາສັ່ງຈັບຕົວຂອງໄອຍະການ,ສານຫຼືເຈົ້າໜ້າ ທີ່ອື່ນທີ່ມີສິດອໍານາດຂອງລັດທີ່ຮ້ອງຂໍ. ສອງຂໍ້ມູນຫຼັກຖານທີ່ເປັນພື່ນຖານໃຫ້ແກ່ການຈັບຕົວແລະ ການດໍາເນີນຄະດີຢູ່ສານຕໍ່ບຸກຄົນດັ່ງກ່າວລວມທັງຂໍ້ມູນຫຼັກຖານທີ່ຊີ້ ໃຫ້ເຫັນວ່າບຸກຄົນທີ່ຕ້ອງການຕົວນັ້ນແມ່ນບຸກຄົນດຽວກັນກັບບຸກຄົນ ທີ່ໄດ້ກ່າວໄວ້ໃນຄໍາສັ່ງຈັບຕົວ.

ເອກະສານປະກອບຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນເພື່ອ ປະຕິບັດໂທດມີດັ່ງນີ້: ໜຶ່ງສໍາເນົາຄໍາຕັດສິນຫຼືຄໍາພິພາກສາທີ່ໃຊ້ໄດ້ຢ່າງເດັດຂາດ ຂອງລັດທີ່ຮ້ອງຂໍ. ສອງຂໍ້ມູນຫຼັກຖານທີ່ສະແດງໃຫ້ເຫັນວ່າບຸກຄົນທີ່ຖືກຮ້ອງຂໍ ໃຫ້ສົ່ງຕົວເປັນບຸກຄົນດຽວກັນກັບບຸກຄົນທີ່ໄດ້ອ້າງເຖິງໃນຄໍາຕັດສິນ ຫຼືຄໍາພິພາກສາທີ່ໃຊ້ໄດ້ຢ່າງເດັດຂາດນັ້ນ. ສາມໃບຢັ້ງຢືນໄລຍະເວລາໃນການປະຕິບັດໂທດຜ່ານມາ ແລະໂທດທີ່ຍັງຄ້າງປະຕິບັດຕາມຄໍາຕັດສິນຫຼືຄໍາພິພາກສາທີ່ໃຊ້ໄດ້ ຢ່າງເດັດຂາດ. ສີ່ໃນກໍລະນີຕັດສິນລັບຫຼັງຕ້ອງໃຫ້ມີຄໍາຊີ້ແຈງຫຼືການຢັ້ງຢືນ ທາງດ້ານກົດໝາຍເພື່ອຮັບປະກັນໃຫ້ບຸກຄົນທີ່ຕ້ອງການຕົວນັ້ນສາ ມາດຕໍ່ສູ້ຄະດີຫຼືມີໂອກາດໄດ້ຮັບການພິຈາລະນາຕັດສິນຄະດີຄືນໃໝ່ ໂດຍມີການເຂົ້າຮ່ວມຂອງຜູ້ກ່ຽວ.

ເອກະສານທັງໝົດຊຶ່ງລັດທີ່ຮ້ອງຂໍໄດ້ສົ່ງມາຕາມມາດຕານີ້ ຫຼືຕາມສົນທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນທີ່ສປປລາວ ເປັນພາຄີຕ້ອງລົງລາຍເຊັນແລະປະທັບຕາພ້ອມທັງແປເປັນພາສາ ລາວຫຼືເປັນພາສາອື່ນຕາມທີ່ໄດ້ກໍານົດໄວ້ໃນສົນທີສັນຍາດັ່ງກ່າວ.

...ມາດຕາສິບຫ້າຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນຈາກຫຼາຍລັດ

ມາດຕາສິບຫ້າຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນຈາກຫຼາຍລັດ ເມື່ອມີຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນຈາກສອງຫຼືຫຼາຍລັດ ພ້ອມກັນທີ່ຕ້ອງການບຸກຄົນດຽວກັນໃນສະຖານການກະທໍາຜິດດຽວກັນ ຫຼືຕ່າງກັນກໍ່ຕາມກະຊວງການຕ່າງປະເທດຈະເປັນຜູ້ຕົກລົງວ່າຄໍາຮ້ອງ ຂໍຈາກລັດໃດຈະຖືກນໍາມາພິຈາລະນາໂດຍຄໍານຶງເຖິງຫຼັກການຫຼືພັນ ທະທີ່ໄດ້ກໍານົດໄວ້ໃນສົນທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ,ເວ ລາແລະສະຖານທີ່ຂອງການກະທໍາຜິດ,ລະດັບຄວາມເປັນອັນຕະລາຍ ຂອງການກະທໍາຜິດ,ເວລາໄດ້ຮັບຄໍໍາຮ້ອງຂໍ,ສັນຊາດແລະທີ່ຢູ່ປະຈໍາ ຂອງບຸກຄົນທີ່ຕ້ອງການຕົວ,ຜູ້ຖືກເຄາະຮ້າຍແລະຈຸດປະສົງໃນການສົ່ງ ຜູ້ຮ້າຍຂ້າມແດນ.

...ມາດຕາສິບຫົກການພິຈາລະນາຄໍາຮ້ອງຂໍ

ມາດຕາສິບຫົກການພິຈາລະນາຄໍາຮ້ອງຂໍ ພາຍຫຼັງໄດ້ຮັບຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນແລະເອ ກະສານປະກອບແລ້ວກະຊວງການຕ່າງປະເທດຫຼືອົງການໃຈກາງ ປະສານງານຕາມທີ່ໄດ້ກໍານົດໄວ້ໃນສົນທິສັນຍາວ່າດ້ວຍການສົ່ງ ຜູ້ຮ້າຍຂ້າມແດນກວດກາຄໍາຮ້ອງຂໍດັ່ງກ່າວວ່າມີຂໍ້ມູນຄົບຖ້ວນຫຼື ບໍ່ຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບສາມແລະສິບສີ່ຂອງກົດໝາຍ ສະບັບນີ້ຫຼືຕາມສົນທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນພ້ອມ ທັງບັນຫາທີ່ກ່ຽວຂ້ອງກັບສາຍພົນພັນທາງການທູດແລະຜົນປະ ໂຫຍດຂອງສປປລາວ. ຖ້າເຫັນວ່າຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນຫາກມີເນື້ອ ໃນແລະເອກະສານປະກອບຄົບຖ້ວນແລະຖືກຕ້ອງຕາມທີ່ໄດ້ກໍານົດ ໄວ້ໃນວັກທີໜຶ່ງຂອງມາດຕານີ້ກະຊວງການຕ່າງປະເທດຕ້ອງສົ່ງ ໃຫ້ອົງການໄອຍະການປະຊາຊົນສູງສຸດເພື່ອດໍາເນີນຕາມຂັ້ນຕອນ ການພິຈາລະນາສົ່ງຜູ້ຮ້າຍຂ້າມແດນໃນຂັ້ນຕໍ່ໄປ. ຖ້າເຫັນວ່າຂໍ້ມູນທີ່ໄດ້ສະເໜີມາຕາມຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍ ຂ້າມແດນນັ້ນຫາກຍັງບໍ່ທັນຄົບຖ້ວນພຽງພໍຕາມທີ່ໄດ້ກໍານົດໄວ້ໃນ ມາດຕາສິບສາມແລະສິບສີ່ຂອງກົດໝາຍສະບັບນີ້ຫຼືຕາມສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນແລ້ວກະຊວງການຕ່າງປະເທດຫຼື ອົງການໃຈກາງປະສານງານກໍ່ຈະຮ້ອງຂໍເອົາຂໍ້ມູນເພີ່ມເຕີມພາຍ ໃນກໍານົດເວລາສິບຫ້າວັນນັບແຕ່ວັນໄດ້ຮັບຄໍາຮ້ອງຂໍເປັນຕົ້ນໄປ. ລັດທີ່ຮ້ອງຂໍຕ້ອງປະກອບຂໍ້ມູນເພີ່ມເຕີມຕາມການສະເໜີ ພາຍໃນກໍານົດເວລາສີ່ສິບຫ້າວັນນັບແຕ່ວັນລັດທີ່ຮ້ອງຂໍໄດ້ຮັບຄໍາ ສະເໜີເອົາຂໍ້ມູນເພີ່ມເຕີມເປັນຕົ້ນໄປ.ຖ້າວ່າລັດທີ່ຮ້ອງຂໍຫາກບໍ່ສົ່ງ ຂໍ້ມູນເພີ່ມເຕີມຕາມການສະເໜີພາຍໃນກໍານົດເວລາດັ່ງກ່າວໃຫ້ຖື ວ່າລັດທີ່ຮ້ອງຂໍນັ້ນໄດ້ຖອນຄໍາຮ້ອງຂໍຂອງຕົນດ້ວຍຄວາມສະໝັກ ໃຈແຕ່ກໍ່ບໍ່ໄດ້ເສຍສິດໃນການຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນຄືນ ໃໝ່.

..ໝວດທີສີ່ການພິຈາລະນາສົ່ງຜູ້ຮ້າຍຂ້າມແດນ


...ມາດຕາສິບເຈັດການຈັບຕົວແລະການກັກຂັງພາງ

ມາດຕາສິບເຈັດການຈັບຕົວແລະການກັກຂັງພາງ ໃນກໍລະນີທີ່ອົງການໄອຍະການປະຊາຊົນສູງສຸດຫາກເຫັນ ວ່າຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນມີເງື່ອນໄຂຄົບຖ້ວນແລ້ວກໍ່ຈະ ມອບໃຫ້ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນອອກຄໍາ ສັ່ງຈັບຕົວບຸກຄົນທີ່ຕ້ອງການຕົວພາຍໃນກໍານົດເວລາເຈັດວັນນັບແຕ່ ວັນໄດ້ຮັບຄໍາຮ້ອງຂໍດັ່ງກ່າວຈາກກະຊວການຕ່າງປະເທດເປັນຕົ້ນ ໄປເພື່ອສົ່ງໃຫ້ສານປະຊາຊົນນະຄອນຫຼວງວຽງຈັນພິຈາລະນາຕັດ ສິນກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ. ໃນກໍລະນີທີ່ອົງການໄອຍະການປະຊາຊົນນະຄອນຫຼວງວຽງ ຈັນຫາກເຫັນວ່າຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນບໍ່ມີຂໍ້ມູນພຽງພໍກໍ່ ຈະລາຍງານໃຫ້ອົງການໄອຍະການປະຊາຊົນສູງສຸດເພື່ອສະເໜີຕໍ່ ກະຊວງການຕ່າງປະເທດທວງເອົາຂໍມູນເພີ່ມເຕີມສໍາລັບການຈັບ ຕົວຫຼືກັກຂັງພາງບຸກຄົນທີ່ຕ້ອງການຕົວນັ້ນ. ໃນກໍລະນີຮີບດ່ວນລັດທີ່ຮ້ອງຂໍອາດຮ້ອງຂໍໃຫ້ຈັບຕົວແລະກັກ ຂັງພາງບຸກຄົນທີ່ຕ້ອງການຕົວໄວ້ກ່ອນຊົ່ວຄາວກ່ອນຈະສົ່ງຄໍາຮ້ອງ ຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນຢ່າງເປັນທາງການໂດຍຜ່ານທາງການ ທູດຫຼືຕາມສົນທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ. ພາຍຫຼັງໄດ້ຮັບຄໍາຮ້ອງຂໍແລ້ວກະຊວງການຕ່າງປະເທດ ຈະສົ່ງໃຫ້ອົງການໄອຍະການປະຊາຊົນສູງສຸດເພື່ອມອບໃຫ້ອົງການ ໄອຍະການປະຊາຊົນນະຄອນຫຼວງວຽງຈັນອອກຄໍາສັ່ງຈັບຕົວພາຍ ໃນກໍານົດເວລາສາມວັນຕາມຂັ້ນຕອນຂອງກົດໝາຍວ່າດ້ວຍການ ດໍາເນີນຄະດີອາຍາຂອງສປປລາວ. ເມື່ອໄດ້ຈັບຕົວແລະກັກຂັງພາງບຸກຄົນທີ່ຕ້ອງການຕົວຕາມ ຄໍາຮ້ອງຂໍແລ້ວຖ້າວ່າລັດທີ່ຮ້ອງຂໍຫາກບໍ່ສົ່ງຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍ ຂ້າມແດນພ້ອມດ້ວຍເອກະສານຕ່າງໆຢ່າງເປັນທາງການຕາມກົດ ໝາຍສະບັບນີ້ພາຍໃນກໍານົດເວລາຫົກສິບວັນນັບແຕ່ວັນໄດ້ຈັບຕົວ ແລະກັກຂັງພາງຫຼືຕາມກໍານົດເວລາທີ່ໄດ້ກໍານົດໄວ້ໃນສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນຕ້ອງປ່ອຍຕົວບຸກຄົນທີ່ຖືກກັກຂັງ ພາງນັ້ນ. ໃນກໍລະນີທີ່ໄດ້ປ່ອຍຕົວຜູ້ຖືກຈັບຕົວແລະກັກຂັງພາງຕາມວັກ ທີສີ່ຂອງມາດຕານີ້ແລ້ວລັດທີ່ຮ້ອງຂໍຈະຮ້ອງຂໍໃຫ້ຈັບຕົວບຸກຄົນດັ່ງ ກ່າວຍ້ອນເຫດຜົນທີ່ໄດ້ສະເໜີມາແລ້ວນັ້ນບໍ່ໄດ້ແຕ່ລັດທີ່ຮ້ອງຂໍຍັງມ ີສິດຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນຕາມປົກກະຕິ. ບຸກຄົນທີ່ຕ້ອງການຕົວທີ່ຖືກຈັບຕົວແລະກັກຂັງພາງຈະບໍ່ໄດ້ ຮັບອະນຸຍາດໃຫ້ປ່ອຍຕົວພາງຈົນກວ່າຈະມີຄໍາຕັດສິນຫຼືຄໍາພິພາກ ສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດກ່ຽວກັບການສົ່ງຜູ້ຮ້າຍຂ້າມ ແດນ. ...ມາດຕາສິບແປດການພິຈາລະນາສົ່ງຜູ້ຮ້າຍຂ້າມແດນ

ມາດຕາສິບແປດການພິຈາລະນາສົ່ງຜູ້ຮ້າຍຂ້າມແດນ ເມື່ອໄດ້ຈັບຕົວບຸກຄົນທີ່ຕ້ອງການຕົວແລ້ວອົງການໄອຍະການ ປະຊາຊົນນະຄອນຫຼວງວຽງຈັນຕ້ອງສົ່ງສໍານວນຄະດີພາຍໃນກໍານົດ ເວລາສາມສິບວັນນັບແຕ່ວັນໄດ້ຈັບຕົວເປັນຕົ້ນໄປໃຫ້ສານປະຊາຊົນ ນະຄອນຫຼວງວຽງຈັນພິຈາລະນາຕັດສິນເປັນຂັ້ນຕົ້ນພາຍໃນກໍານົດເວ ລາສາມສິບວັນນັບແຕ່ວັນໄດ້ຮັບຄໍາສັ່ງຟ້ອງເປັນຕົ້ນໄປ. ການພິຈາລະນາການສົ່ງຜູ້ຮ້າຍຂ້າມແດນໃນທີ່ປະຊຸມສານໃຫ້ ມີແຕ່ຄະນະສານ,ຫົວໜ້າອົງການໄອຍະການປະຊາຊົນ,ເຈົ້າໜ້າທີ່ຕໍາ ຫຼວດ,ບຸກຄົນທີ່ຕ້ອງການຕົວ,ທະນາຍຄວາມ,ຜູ້ແປພາສາ,ຜູ້ຕາງໜ້າ ສະຖານເອກອັກຄະລັດຖະທູດຫຼືສະຖານກົງສຸນຂອງລັດທີ່ຮ້ອງຂໍແລະ ເຈົ້າໜ້າທີ່ຂອງອົງການອື່ນທີ່ມີສິດອໍານາດຂອງສປປລາວເທົ່ານັ້ນ.

...ມາດຕາສິບເກົ້າສິດຂອງສານໃນການພິຈາລະນາສົ່ງຜູ້ຮ້າຍຂ້າມແດນ

ມາດຕາສິບເກົ້າສິດຂອງສານໃນການພິຈາລະນາສົ່ງຜູ້ຮ້າຍຂ້າມ ແດນ ໃນການພິຈາລະນາການສົ່ງຜູ້ຮ້າຍຂ້າມແດນສານມີສິດດັ່ງ ນີ້: ໜຶ່ງກວດກາບຸກຄົນທີ່ຖືກສັ່ງຟ້ອງແລະຖືກນໍາມາປາກົດຕົວ ຢູ່ສານແມ່ນບຸກຄົນທີ່ຕ້ອງການຕົວຕາມຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມ ແດນຫຼືບໍ່. ສອງກວດກາການກະທໍາຜິດທີ່ບົ່ງໄວ້ໃນຄໍາຮ້ອງຂໍໃຫ້ສົ່ງຜູ້ ຮ້າຍຂ້າມແດນນັ້ນເປັນການກະທໍາຜິດທີ່ພາໃຫ້ມີການສົ່ງຜູ້ຮ້າຍ ຂ້າມແດນຕາມກົດໝາຍສະບັບນີ້ໄດ້ຫຼືບໍ່. ສາມກວດກາການກະທໍາຜິດບໍ່ຕົກຢູ່ໃນເງື່ອນໄຂຂອງການ ປະຕິເສດການສົ່ງຜູ້ຮ້າຍຂ້າມແດນຕາມທີ່ໄດ້ກໍານົດໄວ້ໃນມາດຕາ ແປດ,ສິບແລະສິບເອັດຂອງກົດໝາຍສະບັບນີ້ຫຼືບໍ່.

ໃນກໍລະນີທີ່ສານຫາກເຫັນວ່າມີເຫດຜົນໃນການສົ່ງຜູ້ຮ້າຍ ຂາມແດນແລ້ວສານກໍ່ຈະຕັດສິນໃຫ້ສົ່ງຜູ້ຮ້າຍຂ້າມແດນແລະເມື່ອ ຄໍາຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວກໍ່ໃຫ້ດໍາເນີນການສົ່ງຜູ້ຖືກສານ ຕັດສິນຂ້າມແດນພາຍໃນກໍານົດເວລາສາມສິບວັນນັບແຕ່ວັນໄດ້ ອ່ານຄໍາຕັດສິນເປັນຕົ້ນໄປ. ໃນກໍລະນີທີ່ສານຫາກເຫັນວ່າບໍ່ມີເຫດຜົນໃນການສົ່ງຜູ້ຮ້າຍ ຂ້າມແດນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຫຼືບໍ່ມີຂໍ້ມູນຫຼັກ ຖານພຽງພໍຢັ້ງຢືນໄດ້ວ່າບຸກຄົນທີ່ຖືກສັ່ງຟ້ອງແລະຖືກນໍາມາປາກົດ ຕົວຢູ່ສານແມ່ນບຸກຄົນທີ່ຕ້ອງການຕົວແທ້ຫຼືບໍ່ສານກໍ່ຈະຕັດສິນບໍ່ໃຫ້ ສົ່ງຕົວຜູ້ກ່ຽວຂ້າມແດນ. ...ມາດຕາຊາວການສະເໜີຄັດຄ້ານແລະການຂໍອຸທອນຄໍາຕັດສິນຂອງສານ

ມາດຕາຊາວການສະເໜີຄັດຄ້ານແລະການຂໍອຸທອນຄໍາຕັດສິນ ຂອງສານ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັກນມີສິດສະ ເໜີຄັດຄ້ານຄໍາຕັດສິນຂອງສານທີ່ບອກວ່າບໍ່ໃຫ້ສົ່ງຜູ້ຮ້າຍຂ້າມແດນ ແຕ່ຕ້ອງພິຈາລະນາພາຍໃນກໍານົດເວລາສາມວັນນັບແຕ່ວັນໄດ້ອ່ານ ຄໍາຕັດສິນເປັນຕົ້ນໄປວ່າຈະສະເໜີຄັດຄ້ານຫຼືບໍ່.ຖ້າຫາກບໍ່ສະເໜີຄັດ ຄ້ານພາຍໃນກໍານົດດເວລາດັ່ງກ່າວກໍ່ຕ້ອງປ່ອຍຕົວຜູ້ຖືກຈັບຕົວໃນ ທັນໃດ. ຖ້າວ່າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ຫາກສະເໜີຄັດຄ້ານຄໍາຕັດສິນຂອງສານແລ້ວຕ້ອງໄດ້ສະເໜີໃຫ້ອົງ ການໄອຍະການປະຊາຊົນພາກກາງຍື່ນຄໍາສະເໜີຄັດຄ້ານພາຍໃນ ກໍານົດເວລາສາມສິບວັນນັບແຕ່ວັນໄດ້ອ່ານຄໍາຕັດສິນເປັນຕົ້ນໄປ. ບຸກຄົນທີ່ຕ້ອງການຕົວກໍ່ມີສິດຂໍອຸທອນຄໍາຕັດສິນຂອງສານທີ່ ບອກວ່າໃຫ້ສົ່ງຜູ້ຮ້າຍຂ້າມແດນແລະຕ້ອງສົ່ງຄໍາຮ້ອງຂໍອຸທອນໄປຍັງ ສານປະຊາຊົນພາກກາງພາຍໃນກໍານົດເວລາສາມສິບວັນນັບແຕ່ວັນ ໄດ້ອ່ານຄໍາຕັດສິນເປັນຕົ້ນໄປ. ສານປະຊາຊົນພາກກາງຕ້ອງຄົ້ນຄວ້າພິຈາລະນາຄໍາສະເໜີ ຄັດຄ້ານຫຼືຄໍາຮ້ອງຂໍອຸທອນພາຍໃນກໍານົດເວລາສິບຫ້າວັນນັບແຕ່ວັນ ໄດ້ຮັບຄໍາສະເໜີຄັດຄ້ານຫຼືຄໍາຮ້ອງຂໍອຸທອນເປັນຕົ້ນໄປ.

...ມາດຕາຊາວເອັດສິນໃນການພິຈາລະນາຂອງສານປະຊາຊົນພາກກາງ

ມາດຕາຊາວເອັດສິນໃນການພິຈາລະນາຂອງສານປະຊາຊົນ ພາກກາງ ສານປະຊາຊົນພາກກາງກວດກາຄໍາຕັດສິນຂອງສານປະຊາ ຊົນນະຄອນຫຼວງວຽງຈັນກ່ຽວກັບຄວາມຖືກຕ້ອງຕາມກົດໝາຍອາ ຍາ,ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາແລະກົດໝາຍສະບັບ ນີ້ລວມທັງເຫດຜົນໃນການຕັດສິນກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ. ປະເພດຄໍາພິພາກສາຂອງສານປະຊາຊົນພາກກາງມີດັ່ງນີ້: ໜຶ່ງຢັ້ງຢືນເອົາຕາມຄໍາຕັດສິນຂອງສານປະຊາຊົນນະຄອນ ຫຼວງວຽງຈັດນທັງໝົດ. ສອງປ່ຽນແປງຄໍາຕັດສິນຂອງສານປະຊາຊົນນະຄອນຫຼວງ ວຽງຈັນແລະພິພາກສາໃຫ້ສົ່ງຫຼືບໍ່ໃຫ້ສົ່ງຜູ້ຮ້າຍຂ້າມແດນ. ໃນກໍລະນີພິພາກສາບໍ່ໃຫ້ສົ່ງຜູ້ຮ້າຍຂ້າມແດນກໍ່ໃຫ້ປ່ອຍຕົວ ບຸກຄົນທີ່ຕ້ອງການຕົວໃນທັນໃດ. ຄໍາພິພາກສາຂອງສານປະຊາຊົນພາກກາງເປັນຄໍາຕົກລົງ ຂັ້ນສຸດທ້າຍ. ..ໝວດທີຫ້າຂັ້ນຕອນການສົ່ງຜູ້ຮ້າຍຂ້າມແດນ


...ມາດຕາຊາວສອງການດໍາເນີນການສົ່ງຜູ້ຮ້າຍຂ້າມແດນ

ມາດຕາຊາວສອງການດໍາເນີນການສົ່ງຜູ້ຮ້າຍຂ້າມແດນ ພາຍຫຼັງທີ່ຄໍາຕັດສິນຫຼືຄໍາພິພາກສາຂອງສານໃຊ້ໄດ້ຢ່າງເດັດ ຂາດແລ້ວກະຊວງການຕ່າງປະເທດຕ້ອງປະສານສົມທົບກັບອົງການ ອື່ນທີ່ມີສິດອໍານາດຂອງສປປລາວເພື່ອກະກຽມແລະດໍາເນີນການສົ່ງ ບຸກຄົນທີ່ຕ້ອງການຕົວໄປຍັງລັດທີ່ຮ້ອງຂໍພາຍໃນກໍານົດເວລາສາມສິບ ວັນຫຼືພາຍໃນກໍານົດເວລາທີ່ໄດ້ບົ່ງໄວ້ໃນສົນທິສັນຍາວ່າດ້ວຍການສົ່ງ ຜູ້ຮ້າຍຂ້າມແດນນັບແຕ່ວັນໄດ້ອ່ານຄໍາຕັດສິນຫຼືຄໍາພິພາກສາເປັນຕົ້ນ ໄປ. ...ມາດຕາຊາວສາມຂັ້ນຕອນການສົ່ງຜູ້ຮ້າຍຂ້າມແດນ

ມາດຕາຊາວສາມຂັ້ນຕອນການສົ່ງຜູ້ຮ້າຍຂ້າມແດນ ການສົ່ງຜູ້ຮ້າຍຂ້າມແດນຕ້ອງດໍາເນີນຕາມຂັ້ນຕອນດັ່ງນີ້: ໜຶ່ງກະຊວງການຕ່າງປະເທດຕ້ອງຕົກລົງກັບລັດທີ່ຮ້ອງຂໍກ່ຽວ ກັບວັນ,ເວລາ,ສະຖານທີ່ແລະບັນຫາອື່ນທີ່ພົວພັນກັບການສົ່ງຜູ້ຮ້າຍ ຂ້າມແດນ. ສອງໃນກໍລະນີລັດທີ່ຮ້ອງຂໍຫາກບໍ່ຮັບເອົາບຸກຄົນທີ່ຕ້ອງການ ຕົວໂດຍບໍ່ມີເຫດຜົນພາຍໃນກໍານົດເວລາທີ່ໄດ້ຕົກລົງກັນຫຼືຕາມທີ່ໄດ້ ກໍານົດໄວ້ໃນສົນທິສັນຍາແລະຕໍ່ມາໄດ້ຮ້ອງຂໍໃຫ້ສົ່ງບຸກຄົນນັ້ນຂ້າມ ແດນໃນສະຖານການກະທໍາຜິດດຽວກັນອີກໃຫ້ປະຕິເສດການສົ່ງຜູ້ ຮ້າຍຂ້າມແດນ.ໃນກໍລະນີນີ້ອົງການທີ່ມີສິດອໍານາດຂອງສປປລາວ ຕ້ອງປ່ອຍຕົວບຸກຄົນທີ່ຕ້ອງການຕົວໃນທັນໃດຫຼັງຈາກກໍານົດເວລາ ຕາມທີ່ໄດ້ບົ່ງໄວ້ໃນມາດຕານີ້ໄດ້ສິ້ນສຸດລົງ. ສາມໃນກໍລະນີທີ່ລັດທີ່ຮ້ອງຂໍຫາກບໍ່ສາມາດຮັບເອົາຫຼືສປປ ລາວບໍ່ສາມາດສົ່ງມອບບຸກຄົນທີ່ຕ້ອງການຕົວນັ້ນພາຍໃນກໍານົດເວ ລາຕາມທີ່ໄດ້ກໍານົດໄວ້ໃນວັກທີໜຶ່ງຂອງມາດຕານີ້ຍ້ອນເຫດທີ່ບໍ່ຢູ່ ພາຍໃຕ້ການຄວບຄຸມຂອງລັດທີ່ຮ້ອງຂໍຫຼືຂອງສປປລາວເຊັ່ນໄພພິບັດ ທາງທໍາມະຊາດ,ສປປລາວຫຼືລັດທີ່ຮ້ອງຂໍນັ້ນຕ້ອງແຈ້ງໃຫ້ກັນຊາບ ໃນທັນໃດເພື່ອຕົກລົງກ່ຽວກັບວັນ,ເວລາ,ສະຖານທີ່ແລະບັນຫາອື່ນທີ່ ກ່ຽວຂ້ອງກັບການສົ່ງຜູ້ຮ້າຍຂ້າມແດນ. ...ມາດຕາຊາວສີ່ການເລື່ອນການມອບຕົວຜູ້ຮ້າຍຂ້າມແດນ

ມາດຕາຊາວສີ່ການເລື່ອນການມອບຕົວຜູ້ຮ້າຍຂ້າມແດນ ເມື່ອບຸກຄົນທີ່ຕ້ອງການຕົວກໍາລັງຖືກດໍາເນີນຄະດີຫຼືກໍາລັງ ປະຕິບັດໂທດຢູ່ສປປລາວໃນສະຖານການກະທໍາຜິດທີ່ບໍ່ແມ່ນການ ກະທໍາຜິດຊຶ່ງໄດ້ບົ່ງໄວ້ໃນຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນນັ້ນສ ປປລາວອາດເລື່ອນການມອບຕົວບຸກຄົນດັ່ງກ່າວອອກໄປຈົນກວ່າ ການດໍາເນີນຄະດີຈະສິ້ນສຸດຫຼືໄດ້ມີການປະຕິບັດໂທດບາງສ່ວນຫຼື ທັງໝົດຕາມຄໍາຕັດສິນຫຼືຄໍາພິພາກສາທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ກະຊວງການຕ່າງປະເທດຕ້ອງແຈ້ງໃຫ້ລັດທີ່ຮ້ອງຂໍຊາບກ່ຽວກັບ ການເລື່ອນດັ່ງກ່າວ. ຖ້າເຫັນວ່າການເລື່ອນຕາມທີ່ໄດ້ກໍານົດໄວ້ໃນວັກທີໜຶ່ງ ຂອງມາດຕານີ້ອາດເຮັດໃຫ້ອາຍຸຄວາມໃນການຮ້ອງຟ້ອງສິ້ນສຸດ ລົງຫຼືອາດເປັນອຸປະສັກໃຫ້ແກ່ການສືບສວນສອບສວນຂອງລັດທີ່ ຮ້ອງຂໍກ່ຽວກັບການກະທໍາຜິດທີ່ມີການຮ້ອງຂໍພາໃຫ້ມີການສົ່ງຜູ້ ຮ້າຍຂ້າມແດນນັ້ນສປປລາວອາດສົ່ງມອບບຸກຄົນທີ່ຕ້ອງການຕົວ ດັ່ງກ່າວເປັນການຊົ່ວຄາວໃຫ້ລັດທີ່ຮ້ອງຂໍແລະລັດທີ່ຮ້ອງຂໍກໍ່ຕ້ອງ ສົ່ງບຸກຄົນທີ່ຕ້ອງການຕົວນັ້ນຄືນຕາມກໍານົດເວລາແລະເງື່ອນໄຂ ທີ່ທັງສອງຝ່າຍໄດ້ຕົກລົງກັນ.

...ມາດຕາຊາວຫ້າການພິຈາລະນາຄະດີໃນລັດທີ່ຮ້ອງຂໍ

ມາດຕາຊາວຫ້າການພິຈາລະນາຄະດີໃນລັດທີ່ຮ້ອງຂໍ ບຸກຄົນທີ່ຕ້ອງການຕົວຕາມຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມ ແດນຈະບໍ່ຖືກດໍາເນີນຄະດີອື່ນຫຼືຖືກລົງໂທດໃນສະຖານການກະ ທໍາຜິດອື່ນໃນລັດທີ່ຮ້ອງຂໍແລະຈະບໍ່ຖືກສົ່ງໄປຍັງລັດທີ່ສາມເວັ້ນ ເສຍແຕ່: ໜຶ່ງສປປລາວຫາກເຫັນດີໃຫ້ມີການດໍາເນີນຄະດີຫຼືການ ປະຕິບັດໂທດອື່ນໃນລັດທີ່ຮ້ອງຂໍບົນພຶ້ນຖານການອະທິບາຍແລະ ການສົ່ງເອກະສານພ້ອມດ້ວຍຂໍ້ມູນຕ່າງໆຂອງລັດທີ່ຮ້ອງຂໍນັ້ນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບສາມແລະສິບສີ່ຂອງກົດ ໝາຍສະບັບນີ້ແລະຄໍາເຫັນດີຂອງບຸກຄົນທີ່ຕ້ອງການຕົວກ່ຽວ ກັບການດໍາເນີນຄະດີຫຼືການປະຕິບັດໂທດອື່ນນັ້ນ. ສອງບຸກຄົນນັ້ນບໍ່ໄດ້ອອກຈາກດິນແດນຂອງລັດທີ່ຮ້ອງ ຂໍພາຍໃນສາມສິບວັນຫຼັງຈາກໄດ້ຖືກປ່ອຍຕົວແຕ່ບໍ່ໃຫ້ນັບກໍານົດ ເວລາດັ່ງກ່າວເຂົ້າໃນໄລຍະເວລາທີ່ບຸກຄົນນັ້ນບໍ່ສາມາດອອກ ຈາດິນແດນຂອງລັດທີ່ຮ້ອງຂໍຍ້ອນເຫດຜົນທີ່ບໍ່ຢູ່ພາຍໃຕ້ການ ຄວບຄຸມຂອງຜູ້ກ່ຽວເຊັ່ນໄພພິບັດທາງທໍາມະຊາດ. ສາມຫຼັງຈາກໄດ້ອອກໄປແລ້ວບຸກຄົນນັ້ນໄດ້ກັບຄືນໄປຍັງ ດິນແດນຂອງລັດທີ່ຮ້ອງຂໍອີກເທື່ອໃໝ່ດ້ວຍຄວາມສະໝັກໃຈຂອງ ຜູ້ກ່ຽວ. ...ມາດຕາຊາວຫົກການສົ່ງມອບຊັບສິ່ງຂອງ

ມາດຕາຊາວຫົກການສົ່ງມອບຊັບສິ່ງຂອງ ຖ້າວ່າລັດທີ່ຮ້ອງຂໍຫາກໄດ້ຮ້ອງຂໍໃຫ້ມີການສົ່ງມອບຊັບສິ່ງ ຂອງທີ່ພົບເຫັນຢູ່ໃນດິນແດນຂອງສປປລາວຊຶ່ງເປັນຫຼັກຖານທີ່ກ່ຽວ ຂ້ອງກັບຄະດີຫຼືໄດ້ມາຈາກກະທໍາຜິດແລະກົດໝາຍຂອງສປປລາວກໍ່ ອະນຸຍາດໃຫ້ສົ່ງມອບຊັບສິ່ງຂອງດັ່ງກ່າວເມື່ອມີການສົ່ງຜູ້ຮ້າຍຂ້າມ ແດນສປປລາວກໍ່ຈະສົ່ງຊັບສິ່ງຂອງທີ່ໄດ້ຍຶຶດຫຼືອາຍັດໃຫ້ແກ່ລັດທີ່ ຮ້ອງຂໍຕາມຄໍາຕັດສິນຫຼືຄໍາພະພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດ ຂາດ. ໃນກໍລະນີທີ່ໄດ້ມີການດໍາເນີນຄະດີຢູ່ສປປລາວຕໍ່ບຸກຄົນທີ່ຕ້ອງ ການຕົວນັ້ນສປປລາວອາດເລື່ອນການສົ່ງມອບຊັບສິ່ງຂອງທີ່ໄດ້ ກ່າວໄ້ວໃນວັກທີນຶ່ງຂອງມາດຕານີ້ຈົນກວ່າຈະຮູ້ຜົນຂອງການສືບ ສວນສອບສວນກ່ຽວກັບຄະດີດັ່ງກ່າວຫຼືສປປລາວອາດມອບຊົບສິ່ງ ຂອງນັ້ນເປັນການຊົ່ວຄາວໃຫ້ລັດທີ່ຮ້ອງຂໍໂດຍມີເງື່ອນໄຂວ່າລັດທີ່ ຮ້ອງຂໍນັ້ນຈະສົ່ງມອບຊັບສິ່ງຂອງດັ່ງກ່າວຄືນໃຫ້ສປປລາວໃນທັນ ໃດຫຼັງຈາກໄດ້ຮູ້ຜົນຂອງການສືບສວນສອບສວນກ່ຽວກັບຄະດີໃນລັດ ທີ່ຮ້ອງຂໍ. ຊັບສິ່ງຂອງທີ່ໄດ້ກໍານົດໄວ້ໃນວັກທີໜຶ່ງຂອງມາດຕານີ້ຈະ ຖືກສົ່ງມອບໃຫ້ລັດທີ່ຮ້ອງຂໍເຖິງວ່າໄດ້ມີການຕັດສິນໃຫ້ຜູ້ຮ້າຍຂ້າມ ແດນແລ້ວແຕ່ບໍ່ສາມາດສົ່ງຜູ້ຮ້າຍຂ້າມແດນໄດ້ຍ້ອນວ່າບຸກຄົນທີ່ ຕ້ອງການຕົວເສຍຊີວິດຫຼືໄດ້ເອົາຕົວຫຼົບໜີ. ການສົ່ງມອບຊັບສິ່ງຂອງດັ່ງກ່າວຈະບໍ່ສ້າງຜົນກະທົບຕໍ່ສິດ ທີ່ຖືກຕ້ອງຕາມກົດໝາຍຂອງສປປລາວຫຼືລັດທີ່ຮ້ອງຂໍຫຼືບຸກຄົນທີ່ສາມ ຊຶ່ງອາດອ້າງສິດຕໍ່ຊັບສິ່ງຂອງເຫຼົ່ານັ້ນ.ເມື່ອມີການອ້າງສິດແລະມ ີການຕັດສິນຫຼືພິພາກສາກ່ຽວກັບສິດຕໍ່ຊັບສິ່ງຂອງດັ່ງກ່າວຢູ່ໃນດິນ ແດນຂອງສປປລາວແລ້ວລັດທີ່ຮ້ອງຂໍຕ້ອງສົ່ງມອບຊັບສິ່ງຂອງທີ່ ໄດ້ຮັບໄປແລ້ວນັ້ນຄືນໃຫ້ສປປລາວໂດຍໄວ. ...ມາດຕາຊາວເຈັດການອະນຸຍາດໃຫ້ສົ່ງຕົວຜ່ານແດນ

ມາດຕາຊາວເຈັດການອະນຸຍາດໃຫ້ສົ່ງຕົວຜ່ານແດນ ໃນກໍລະນີທີ່ມີການສົ່ງບຸກຄົນທີ່ຕ້ອງການຕົວຜ່ານດິນແດນ ຂອງສປປລາວຈາກລັດໜຶ່ງຫຼືລັດທີ່ສົ່ງຜູ້ຮ້າຍຂ້າມແດນໄປຍັງລັດ ທີ່ຮ້ອງຂໍ,ລັດທີ່ຮ້ອງຂໍຫຼືລັດທີ່ຈະສົ່ງຕ້ອງຂໍອະນຸຍາດການສົ່ງຕົວ ຜ່ານແດນຈາກກະຊວງການຕ່າງປະເທດຂອງສປປລາວ.ກະຊວງ ການຕ່າງປະເທດໂດຍປະສານສົມທົບກັບອົງການຈັດຕັ້ງທີ່ກ່ຽວ ຂ້ອງພິຈາລະນາການໃຫ້ອະນຸຍາດສົ່ງຕົວຜ່ານແດນພາຍໃນກໍາ ນົດເວລາສິບຫ້າວັນນັບແຕ່ວັນໄດ້ຮັບຄໍາຮ້ອງຂໍເປັນຕົ້ນໄປ. ໃນກໍລະນີທີ່ມີຄວາມຈໍາເປັນຕ້ອງກັກຕົວຊົ່ວຄາວຜູ້ທີ່ຖືກ ສົ່ງຕົວຜ່ານດິນແດນຂອງສປປລາວແລ້ວການກັກຕົວຊົ່ວຄາວ ນັ້ນບໍ່ໃຫ້ເກີນຊາວສີ່ຊົ່ວໂມງ.ລັດທີ່ຮ້ອງຂໍຫຼືລັດທີ່ສົ່ງຕົວນັ້ນຕ້ອງ ໃຫ້ການຊ່ວຍເຫຼືອທີ່ຈໍາເປັນແກ່ອົງການທີ່ມີສິດອໍານາດຂອງສ ປປລາວໃນການກັກຕົວຊົ່ວຄາວແລະສົ່ງບຸກຄົນທີ່ຕ້ອງການຕົວ ຜ່ານດິນແດນຂອງສປປລາວ. ໃນກໍລະນີການສົ່ງຜ່ານແດນທາງອາກາດແລະມີຄວາມ ຈໍາເປັນຕ້ອງລົງຈອດສຸກເສີນຢູ່ດິນແດນຂອງສປປລາວບຸກຄົນ ທີ່ຕ້ອງການຕົວອາດຖືກກັກຕົວຊົ່ວຄາວຢູ່ໃນດິນແດນຂອງສປ ປລາວໄວ້ສູງສຸດບໍ່ໃຫ້ເກີນເຈັດສິບສອງຊົ່ວໂມງ.ລັດທີ່ຮ້ອງຂໍຫຼື ລັດທີ່ສົ່ງຕົວນັ້ນຕ້ອງໃຫ້ການຊ່ວຍເຫຼືອທີ່ຈໍາເປັນແກ່ອົງການທີ່ ມີສິດອໍານາດຂອງສປປລາວໃນການກັກຕົວຊົ່ວຄາວແລະສົ່ງ ບຸກຄົນທີ່ຕ້ອງການຕົວຜ່ານດິນແດນຂອງສປປລາວ. ໃນການສົ່ງຜູ້ຮ້າຍຂ້າມແດນຈາກສປປລາວຜ່ານດິນ ແດນຂອງລັດທີສາມລັດທີ່ຮ້ອງຂໍຕ້ອງຂໍອະນຸຍາດການຜ່ານ ແດນຈາກລັດນັ້ນ.

...ມາດຕາຊາວແປດຄ່າໃຊ້ຈ່າຍໃນການສົ່ງຜູ້ຮ້າຍຂ້າມແດນ

ມາດຕາຊາວແປດຄ່າໃຊ້ຈ່າຍໃນການສົ່ງຜູ້ຮ້າຍຂ້າມແດນ ຄ່າໃຊ້ຈ່າຍໃນການສົ່ງຜູ້ຮ້າຍຂ້າມແດນອອກຈາກດິນແດນ ຂອງສປປລາວໄປຍັງລັດທີ່ຮ້ອງຂໍເປັນຕົ້ນຄ່າໃຊ້ຈ່າຍໃນການຍຶດ, ການອາຍັດ,ການມອບຊັບສິ່ງຂອງແລະການຈັບຕົວ,ຄ່າໃຊ້ຈ່າຍໃນ ການສົ່ງຕົວຜ່ານດິນແດນຂອງສປປລາວແລະການແປເອກະສານ ໃຫ້ເປັນພາລະຂອງລັດທີ່ຮ້ອງຂໍ. ຄ່າໃຊ້ຈ່າຍໃນການດໍາເນີນຕາມຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍ ຂ້າມແດນຂອງສປປລາວໃຫ້ເປັນພາລະຂອງສປປລາວ. ໃນກໍລະນີທີ່ສົນທີສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ຫາກໄດ້ກໍານົດກ່ຽວກັບຄ່າໃຊ້ຈ່າຍໃນການດໍາເນີນການສົ່ງຜູ້ຮ້າຍ ຂ້າມແດນເປັນຢ່າງອື່ນກໍ່ໃຫ້ປະຕິບັດຕາມສົນທິສັນຍານັ້ນ. ...ມາດຕາຊາວເກົ້າການແຈ້ງຜັນການດໍາເນີນຄະດີ

ມາດຕາຊາວເກົ້າການແຈ້ງຜັນການດໍາເນີນຄະດີ ລັດທີ່ຮ້ອງຂໍຕ້ອງແຈ້ງໃຫ້ສປປລາວຊາບໂດຍໄວກ່ຽວກັບ ການດໍາເນີນຄະດີຫຼືການປະຕິບັດຄໍາຕັດສິນຂອງສານຕໍ່ບຸກຄົນທີ່ຕ້ອງ ການຕົວຊຶ່ງໄດ້ສົ່ງໃຫ້ຕາມຄໍາຮ້ອງຂໍຫຼືກ່ຽວກັບການສົ່ງບຸກຄົນທີ່ຕ້ອງ ການຕົວດັ່ງກ່າວໄປຍັງລັດທີສາມ.

..ໝວດທີຫົກສປປລາວເປັນລັດທີ່ຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນ


...ມາດຕາສາມສິບການຍື່ນຄໍາຮ້ອງໃຫ້ສົ່ງຜູ້ຮ້າຍຂ້າມແດນ

ມາດຕາສາມສິບການຍື່ນຄໍາຮ້ອງໃຫ້ສົ່ງຜູ້ຮ້າຍຂ້າມແດນ ການຍື່ນຄໍາຮ້ອງໃຫ້ສົ່ງຜູ້ຮ້າຍຂ້າມແດນຂອງສປປລາວໃຫ້ປະ ຕິບັດຕາມມາດຕາສິບສອງຂອງກົດໝາຍສະບັບນີ້.

...ມາດຕາສາມສິບເອັດການອອກຄໍາສັ່ງເປີດການສືບສວນສອບສວນແລະຄໍາສັ່ງຈັບຕົວ

ມາດຕາສາມສິບເອັດການອອກຄໍາສັ່ງເປີດການສືບສວນສອບສວນ ແລະຄໍາສັ່ງຈັບຕົວ ໃນກໍລະນີທີ່ຮູ້ໄດ້ຢ່າງແນ່ນອນວ່າຜູ້ຖືກຫາຫຼືນັກໂທດໄດ້ເອົາ ຕົວຫຼົບໜີອອກຈາກສປປລາວໄປຍັງລັດອື່ນອົງການສືບສວນສອບສວນ ຂອງເຈົ້າໜ້າທີ່ຕໍາຫຼວດຕ້ອງອອກຄໍາສັ່ງເປີດການສືບສວນສອບສວນ ແລ້ວສະເໜີໃຫ້ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ອອກຄໍາສັ່ງຈັບຕົວບຸກຄົນດັ່ງກ່າວ. ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນຕ້ອງສົ່ງ ຄໍາສັ່ງຈັບຕົວແລະຄໍາສັ່ງເປີດການສືບສວນສອບສວນໃຫ້ອົງການໄອ ຍະການປະຊາຊົນສູງສຸດເພື່ອປະກອບຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມ ແດນຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບສາມແລະສິບສີ່ຂອງກົດໝາຍ ສະບັບນີ້ແລ້ວສົ່ງໃຫ້ກະຊວງການຕ່າງປະເທດເພື່ອຮ້ອງຂໍໃຫ້ສົ່ງຜູ້ຮ້າຍ ຂ້າມແດນໄປຍັງລັດທີ່ຖືກຮ້ອງຂໍ. ..ໝວດທີເຈັດການຄຸ້ມຄອງແລະການກວດກາວຽກງານສົ່ງຜູ້ຮ້າຍຂ້າມແດນ


...ມາດຕາສາມສິບສອງອົງການຄຸ້ມຄອງວຽກງານສົ່ງຜູ້ຮ້າຍຂ້າມແດນ

ມາດຕາສາມສິບສອງອົງການຄຸ້ມຄອງວຽກງານສົ່ງຜູ້ຮ້າຍຂ້າມແດນ ອົງການຄຸ້ມຄອງວຽກງານສົ່ງຜູ້ຮ້າຍຂ້າມແດນປະກອບດ້ວຍ. ໜຶ່ງກະຊວງການຕ່າງປະເທດ. ສອງກະຊວງປ້ອງກັນຄວາມສະຫງົບ. ສາມອົງການນໄອຍະການປະຊາຊົນສູງສຸດ. ສີ່ສານປະຊາຊົນສູງສຸດ. ຫ້າກະຊວງຍຸຕິທໍາ. ຫົກອົງການປົກຄອງທ້ອງຖິ່ນ. ...ມາດຕາສາມສິບສາມສິດແລະໜ້າທີ່ຂອງກະຊວງການຕ່າງປະເທດ

ມາດຕາສາມສິບສາມສິດແລະໜ້າທີ່ຂອງກະຊວງການຕ່າງປະເທດ ໃນການຄຸ້ມຄອງວຽກງານສົ່ງຜູ້ຮ້າຍຂ້າມແດນກະຊວງການ ຕ່າງປະເທດມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄວ້າແລະມີຄໍາເຫັນກ່ຽວກັບນະໂຍບາຍ,ນິຕິກໍາແລະ ລະບຽບການທີ່ພົວພັນເຖິງວຽກງານສົ່ງຜູ້ຮ້າຍຂ້າມແດນຕາມຂອບ ເຂດຄວາມຮັບຜິດຊອບຂອງຕົນ. ສອງພົວພັນແລະປະສານສົມທົບກັບລັດທີ່ຮ້ອງຂໍຫຼືລັດທີ່ຖືກ ຮ້ອງຂໍກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ. ສາມຮັບແລະກວດກາຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນ ຈາກລັດທີ່ຮ້ອງຂໍແລ້ວນໍາສົ່ງເອກະສານຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍ ຂ້າມແດນໃຫ້ອົງການໄອຍະການປະຊາຊົນສູງສຸດ. ສີ່ກວດກາ,ສົ່ງຄໍາຮ້ອງຂໍແລະເອກະສານທີ່ຈໍາເປັນເພື່ອຂໍ ໃຫ້ສົ່ງຜູ້ຮ້າຍຂ້າມແດນໃຫ້ລັດທີ່ຖືກຕ້ອງຂໍ. ຫ້າຈັດການມອບຮັບຜູ້ຮ້າຍຂ້າມແດນລວມທັງຊັບສິ່ງຂອງ ໂດຍປະສານສົມທົບກັບອົງການທີ່ມີສິດອໍານາດອື່ນຂອງສປປລາວ. ຫົກປະສານສົມທົບແລະຕິດຕາມຜົນການດໍາເນີນຄະດີສົ່ງຜ ູ້ຮ້າຍຂ້າມແດນຕໍ່ບຸກຄົນທີ່ຕ້ອງການນຕົວກັບລັດທີ່ຮ້ອງຂໍພ້ອມທັງ ແຈ້ງຜົນການດໍາເນີນຄະດີດັ່ງກ່າວໃຫ້ຂະແໜງການແລະພາກສ່ວນ ທີ່ກ່ຽວຂ້ອງຊາບ. ເຈັດແຈ້ງຜົນຂອງການດໍາເນີນຄະດີສົ່ງຜູ້ຮ້າຍຂ້າມແດນໃຫ້ ລັດທີ່ຖືກຮ້ອງຂໍຊາບ. ແປດເຂົ້າຮ່ວມເຈລະຈາ,ປຶກສາຫາລືແລະມີຄໍາເຫັນຕໍ່ສົນ ທິສັນຍາສອງຝ່າຍຫຼືຫຼາຍຝ່າຍກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ ຕາມການມອບໝາຍຂອງລັດຖະບານ. ເກົ້າພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານ ສົ່ງຜູ້ຮ້າຍຂ້າມແດນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ສິບສະຫຼຸບແລະລາຍງານກ່ຽວກັບວຽກງານສົ່ງຜູ້ຮ້າຍຂ້າມ ແດນຕໍ່ຂັ້ນເທິງ. ສິບເອັດປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ. ...ມາດຕາສາມສິບສີ່ສິດແລະໜ້າທີ່ຂອງກະຊວງປ້ອງກັນຄວາມສະຫງົບ

ມາດຕາສາມສິບສີ່ສິດແລະໜ້າທີ່ຂອງກະຊວງປ້ອງກັນຄວາມສະ ຫງົບ ໃນການຄຸ້ມຄອງຂອງວຽກງານສົ່ງຜູ້ຮ້າຍຂ້າມແດນກະ ຊວງປ້ອງກັນຄວາມສະຫງົບມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄວ້າແລະມີຄໍາເຫັນກ່ຽວກັບນະໂຍບາຍ,ນິຕິກໍາແລະລະບຽບການທີ່ພົວພັນເຖິງວຽກງານສົ່ງຜູ້ຮ້າຍຂ້າມ ແດນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ສອງຊີ້ນໍາແລະຊຸກຍູ້ການຈັດຕັ້ງປະຕິບັດຄໍາຮ້ອງຂໍໃຫ້ສົ່ງ ຜູ້ຮ້າຍຂ້າມແດນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ສາມຈັບຕົວ,ກັກຕົວ,ກັກຂັງພາງຫຼືປ່ອຍຕົວບຸກຄົນ ທີ່ຕ້ອງການຕົວຕາມທີ່ໄດ້ກໍານົດໄວ້ໃນຄໍາສັ່ງຈັບຕົວແລະແຈ້ງ ໃຫ້ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ. ສີ່ເກັບກໍາຂໍ້ມູນຫຼັກຖານແລະຍຶດຫຼືອາຍັດຊັບສິ່ງຂອງທີ່ ກ່ຽວຂ້ອງກັບຄະດີຕາມຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມແດນໃຫ້ຖືກ ຕ້ອງແລະສອດຄ່ອງກັບກົດໝາຍວ່າດ້ວຍການດໍາເນີນຄະດີອາ ຍາ. ຫ້າເຂົ້າຮ່ວມເຈລະຈາ,ປຶກສາຫາລືແລະມີຄໍາເຫັນຕໍ່ສົນ ທິສັນຍາສອງຝ່າຍຫຼືຫຼາຍຝ່າຍກ່ຽວກັບການສົ່ງຜູ້ຮ້າຍຂ້າມ ແດນ. ຫົກເຂົ້າຮ່ວມໃນການມອບຮັບຜູ້ຮ້າຍຂ້າມແດນລວມທັງ ຊັບສິ່ງຂອງໂດຍປະສານສົມທົບກັບອົງການທີ່ມີສິດອໍານາດອື່ນ ຂອງສປປລາວ. ເຈັດພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານ ສົ່ງຜູ້ຮ້າຍຂ້າມແດນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ແປດສະຫຼຸບແລະລາຍງານກ່ຽວກັບວຽກງານສົ່ງຜູ້ຮ້າຍ ຂ້າມແດນຕໍ່ຂັ້ນເທິງ. ເກົ້າປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງ ລັດຖະບານຫຼືຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.


...ມາດຕາສາມສິບຫ້າສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນສູງສຸດ

ມາດຕາສາມສິບຫ້າສິດແລະໜ້າທີ່ຂອງອົງການໄອຍະການປະຊາ ຊົນສູງສຸດ ໃນການຄຸ້ມຄອງວຽກງານສົ່ງຜູ້ຮ້າຍຂ້າມແດນອົງການ ໄອຍະການປະຊາຊົນສູງສຸດມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄ້ວາແລະມີຄໍາເຫັນກ່ຽວກັບນະໂຍບາຍ,ນິຕິກໍາ ແລະລະບຽບການທີ່ພົວພັນເຖິງວຽກງານສົ່ງຜູ້ຮ້າຍຂ້າມແດນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ສອງເປັນໃຈກາງໃນການປະສານສົມທົບກັບຂະແໜງການ ອື່ນກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ. ສາມຊີ້ນໍາ,ນໍາພາແລະກວດກາອົງການໄອຍະການປະ ຊາຊົນນະຄອນຫຼວງວຽກຈັນແລະອົງການໄອຍະການປະຊາຊົນ ພາກກາງໃນການອອກຄໍາສັ່ງຈັບຕົວ,ກັກຂັງພາງ,ປ່ອຍຕົວ,ເກັບ ກໍາຂໍ້ມູນຫຼັກຖານ,ຍຶດ,ອາຍັດຊັບສິ່ງຂອງທີ່ພົວພັນກັບການກະທໍາ ຜິດຂອງບຸກຄົນທີ່ຕ້ອງການຕົວຕາມຄໍາຮ້ອງຂໍໃຫ້ສົ່ງຜູ້ຮ້າຍຂ້າມ ແດນ,ການສະຫຼຸບສໍານວນແລະສັ່ງຟ້ອງຂຶ້ນສານ,ຄໍາຖະແຫຼງແລະ ຄໍາສະເໜີຄັດຄ້ານຂອງອົງການໄອຍະການປະຊາຊົນຂັ້ນລຸ່ມ. ສີ່ແຈ້ງໃຫ້ກະຊວງການຕ່າງປະເທດຊາບກ່ຽວກັບຄໍາຕັດ ສິນຫຼືຄໍາພິພາກສາກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ. ຫ້າເກັບກໍາຂໍ້ມູນ,ສະຖິຕິກ່ຽວກັບການສົ່ງຜູ້ຮ້າຍຂ້າມ ແດນເພື່ອແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງ. ຫົກເຂົ້າຮ່ວມໃນການມອບຮັບຜູ້ຮ້າຍຂ້າມແດນລວມທັງ ຊັບສິ່ງຂອງໂດຍປະສານສົມທົບກັບອົງການທີ່ມີສິດອໍານາດອື່ນ ຂອງສປປລາວ. ເຈັດເຂົ້າຮ່ວມເຈລະນາ,ປຶກສາຫາລືແລະມີຄໍາເຫັນກ່ຽວ ກັບສົນທິສັນຍາສອງຝ່າຍຫຼືຫຼາຍຝ່າຍກ່ຽວກັບການສົ່ງຜູ້ຮ້າຍ ຂ້າມແດນ. ແປດພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກ ງານສົ່ງຜູ້ຮ້າຍຂ້າມແດນຕາມຂອບເຂດຄວາມຮັບຜິດຊອບຂອງ ຕົນ. ເກົ້າສະຫຼຸບແລະລາຍງານກ່ຽວກັບວຽກງານສົ່ງຜູ້ຮ້າຍ ຂ້າມແດນຕໍ່ຂັ້ນເທິງ. ສິບປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ. ...ມາດຕາສາມສິບຫົກສິດແລະໜ້າທີ່ຂອງສານປະຊາຊົນສູງສຸດ

ມາດຕາສາມສິບຫົກສິດແລະໜ້າທີ່ຂອງສານປະຊາຊົນສູງສຸດ ໃນການຄຸ້ມຄອງວຽກງານສົ່ງຜູ້ຮ້າຍຂ້າມແດນສານປະຊາ ຊົນສູງສຸດມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄ້ວາແລະມີຄໍາເຫັນກ່ຽວກັບນະໂຍບາຍ,ນິຕິກໍາແລະ ລະບຽບການທີ່ພົວພັນເຖິງວຽກງານສົ່ງຜູ້ຮ້າຍຂ້າມແດນຕາມຂອບ ເຂດຄວາມຮັບຜິດຊອບຂອງຕົນ. ສອງແນະນໍາທາງດ້ານວິຊາການໃນການພິຈາລະນາຕັດສິນ ກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ. ສາມເກັບກໍາສະຖິຕິ,ຂໍ້ມູນຂ່າວສານແລະການຕັດສິນກ່ຽວກັບ ການສົ່ງຜູ້ຮ້າຍຂ້າມແດນ. ສີ່ພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານສົ່ງ ຜູ້ຮ້າຍຂ້າມແດນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ຫ້າສະຫຼຸບແລະລາຍງານກ່ຽວກັບວຽກງານສົ່ງຜູ້ຮ້າຍຂ້າມ ແດນຕໍ່ຂັ້ນເທິງ. ຫົກປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ...ມາດຕາສາມສິບເຈັດສິດແລະໜ້າທີ່ຂອງກະຊວຍຸຕິທໍາ

ມາດຕາສາມສິບເຈັດສິດແລະໜ້າທີ່ຂອງກະຊວຍຸຕິທໍາ ໃນການຄຸ້ມຄອງວຽກງານສົ່ງຜູ້ຮ້າຍຂ້າມແດນກະຊວງ ຍຸຕິທໍາມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄວ້າແລະມີຄໍາເຫັນກ່ຽວກັບນະໂຍບາຍ,ນິຕິກໍາ ແລະລະບຽບການທີ່ພົວພັນເຖິງວຽກງານສົ່ງຜູ້ຮ້າຍຂ້າມແດນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ສອງເຂົ້າຮ່ວມ,ຊຸກຍູ້,ຊ່ວຍເຫຼືອແລະປະສານສົມທົບກັບ ຂະແໜງການອື່ນກ່ຽວກັບວຽກງານສົ່ງຜູ້ຮ້າຍຂ້າມແດນຕາມ ຂອບເຂດຄວາມຮັບຜິດຊອບຂອງຕົນ. ສາມເກັບກໍາສະຖິຕິ,ຂໍ້ມູນຂ່າວສານກ່ຽວກັບວຽກງານ ສົ່ງຜູ້ຮ້າຍຂ້າມແດນ. ສີ່ເຂົ້າຮ່ວມເຈລະຈາ,ປຶກສາຫາລືແລະມີຄໍາເຫັນກ່ຽວ ກັບສົນທິສັນຍາສອງຝ່າຍຫຼືຫຼາຍຝ່າຍກ່ຽວກັບການສົ່ງຜູ້ຮ້າຍ ຂ້າມແດນ. ຫ້າເຂົ້າຮ່ວມໃນການມອບຮັບຜູ້ຮ້າຍຂ້າມແດນລວມທັງ ຊັບສິ່ງຂອງໂດຍປະສານສົມທົບກັບອົງການທີ່ມີສິດອໍານາດອື່ນ ຂອງສປປລາວ. ຫົກພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານ ສົ່ງຜູ້ຮ້າຍຂ້າມແດນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ເຈັດສະຫຼຸບແລະລາຍງານກ່ຽວກັບວຽກງານສົ່ງຜູ້ຮ້າຍ ຂ້າມແດນຕໍ່ຂັ້ນເທິງ. ແປດປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ. ...ມາດຕາສາມສິບແປດສິດແລະໜ້າທີ່ຂອງອົງການປົກຄ້ອງທ້ອງຖິ່ນ

ມາດຕາສາມສິບແປດສິດແລະໜ້າທີ່ຂອງອົງການປົກຄ້ອງທ້ອງຖິ່ນ ໃນການຄຸ້ມຄອງວຽກງານສົ່ງຜູ້ຮ້າຍຂ້າມແດນອົງການປົກ ຄອງທ້ອງຖິ່ນມີສິດແລະໜ້າທີ່ປະສານສົມທົບກັບອົງການທີ່ມີສິດອໍາ ນາດຂອງສປປລາວໃນການຈັດຕົວແລະການກັກຂັງພາງລວມທັງ ການມອບຮັບຜູ້ຮ້າຍຂ້າມແດນແລະຊັບສິ່ງຂອງຕາມພາລະບົດບາດ ແລະໜ້າທີ່ທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ...ມາດຕາສາມສິບເກົ້າອົງການກວດກາວຽກງານສົ່ງຜູ້ຮ້າຍຂ້າມແດນ

ມາດຕາສາມສິບເກົ້າອົງການກວດກາວຽກງານສົ່ງຜູ້ຮ້າຍຂ້າມ ແດນ ອົງການກວດກາວຽກງານສົ່ງຜູ້ຮ້າຍຂ້າມແດນແມ່ນອົງ ການດຽວກັນກັບອົງການຄຸ້ມຄອງວຽກງານສົ່ງຜູ້ຮ້າຍຂ້າມແດນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບສອງຂອງກົດໝາຍສະບັບ ນີ້. ເພື່ອຮັບປະກັນໃຫ້ວຽກງານສົ່ງຜູ້ຮ້າຍຂ້າມແດນມີຄວາມ ສະດວກ,ຖືກຕ້ອງສອດຄ່ອງແລະຍຸຕິທໍາຕ້ອງມີການກວດກາແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍແລະສົນທິສັນຍາວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນ.

...ມາດຕາສີ່ສິບເນື້ອໃນການກວດກາວຽກງານສົ່ງຜູ້ຮ້າຍຂ້າມແດນ

ມາດຕາສີ່ສິບເນື້ອໃນການກວດກາວຽກງານສົ່ງຜູ້ຮ້າຍຂ້າມແດນ ການກວດກາວຽກງານສົ່ງຜູ້ຮ້າຍຂ້າມແດນມີເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງການປະຕິບັດລະບຽບກົດໝາຍກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ. ສອງການນໍາໃຊ້ມາດຕະການທາງດ້ານກົດໝາຍຕໍ່ບຸກຄົນທີ່ຕ້ອງການຕົວ. ສາມການມອບຮັບຜູ້ຮ້າຍຂ້າມແດນແລະຊັບສິ່ງຂອງ. ..ໝວດທີແປດນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາສີ່ສິບເອັດນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາສີ່ສິບເອັດນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນ ການຈັດຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນການຄຸ້ມຄອງວຽກ ງານສົ່ງຜູ້ຮ້າຍຂ້າມແດນຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນ ຕາມລະບຽບກົດໝາຍ.

...ມາດຕາສີ່ສິບສອງມາດຕະການຕໍ່ຜູ້ລະເມີດ

ມາດຕາສີ່ສິບສອງມາດຕະການຕໍ່ຜູ້ລະເມີດ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງ ແພ່ງຫຼືລົງໂທດທາງອາຍາຕາມແຕ່ກໍລະນີເບົາຫຼືໜັກ. ..ໝວດທີເກົ້າບົດບັນຍັດສຸດທ້າຍ


...ມາດຕາສີ່ສິບສາມການຈັດຕັ້ງປະຕິບັດ

ມາດຕາສີ່ສິບສາມການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວ,ອົງການໄອຍະການປະຊາ ຊົນສູງສຸດແລະສານປະຊາຊົນສູງສຸດເປັນຜູ້ຈັດຕັ້ງປະຕິບັດກົດ ໝາຍສະບັບນີ້. ...ມາດຕາສີ່ສິບສີ່ຜົນສັກສິດ

ມາດຕາສີ່ສິບສີ່ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ ເປັນຕົ້ນໄປ.

ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້