ກົດໝາຍວ່າດ້ວຍການສຶກສາ(ສະບັບປັບປຸງ) 03-07-2007

From Wikisource
Jump to navigation Jump to search

.ການສຶກສາ(ສະບັບປັບປຸງ) 03-07-2007


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ ກົດໝາຍວ່າດ້ວຍການສຶກສາກໍານົດຫຼັກການ,ລະບຽບການ ແລະມາດຕະການຕ່າງໆກ່ຽວກັບການສຶກສາເພື່ອພັດທະນາຊັບພະ ຍາກອນມະນຸດ,ສ້າງຄົນໃຫ້ກາຍເປັນພົນລະເມືອງດີ,ມີຄຸນສົມບັດສິນ ທໍາປະຕິວັດ,ມີຄວາມຮູ້ຄວາມສາມາດ,ວິຊາຊີບແລະຄວາມຊໍານານ ງານປະກອບສ່ວນເຂົ້າໃນການປົກປັກຮັກສາແລະສ້າງສາປະເທດ ຊາດ,ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ,ເສດຖະກິດ- ສັງຄົມມີການຂະຫຍາຍຕົວແລະອຸດົມຮັ່ງມີ. ...ມາດຕາສອງການສຶກສາ

ມາດຕາສອງການສຶກສາ ການສຶກສາແມ່ນຂະບວນວິວັດແຫ່ງການຮຽນການສອນທາງ ດ້ານວິທະຍາສາດທໍາມະຊາດ,ສັງຄົມແລະການຄົ້ນຄວ້າທິດສະດີ,ພຶດ ຕິກໍາເພື່ອສ້າງຄົນໃຫ້ມີການຂະຫຍາຍຕົວຮອບດ້ານ,ມີຄຸນສົມບັດສິນທໍາ ປະຕິວັດ,ມີຄວາມຮູ້ຄວາມສາມາດ,ມີວິຊາຊີບ,ມີສຸຂະພາບພາລະນາ ໄມ,ມີຄວາມສີວິໄລທາງດ້ານຈິດໃຈ,ມີສິລະປະ,ມີລະບຽບວິໄນ,ມີນໍ້າໃຈ ຮັກປະເທດຊາດຮັກລະບອບປະຊາທິປະໄຕປະຊາຊົນເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງພາລະກິດປົກປັກຮັກສາແລະສ້າງສາ ປະເທດຊາດ. ...ມາດຕາສາມການອະທິບາຍຄໍາສັບ

ມາດຕາສາມການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍ ດັ່ງນີ້: 1. ການສຶກສາໃນໂຮງຮຽນໝາຍເຖິງຮູບແບບການສຶກ ສາໜຶ່ງທີ່ມີການຈັດຕັ້ງການຮຽນ-ການສອນຢູ່ໃນໂຮງຮຽນ ຢ່າງເປັນລະບົບຕໍ່ເນື່ອງ,ມີການກໍານົດເວລາຮຽນແລະມີເນື້ອໃນ ຫຼັກສູດທີ່ຖືກຕ້ອງຕາມມາດຕະຖານສຶກສາແຫ່ງຊາດ. 2. ການສຶກສານອກໂຮງຮຽນໝາຍເຖິງຮູບແບບການສຶກ ສາໜຶ່ງທີ່ດໍາເນີນການຮຽນ-ການສອນຢູ່ນອກຫຼັກສູດປົກກະຕິລວມ ທັງການສຶກສາທາງໄກໂດຍບໍ່ຈໍາກັດເວລາ,ສະຖານທີ່,ອາຍຸ,ເພດ, ໄວແລະອາຊີບເພື່ອສ້າງເງື່ອນໄຂແລະໂອກາດໃຫ້ພົນລະເມືອງທຸກ ຄົນໄດ້ສຶກສາຮໍ່າຮຽນແລະຍົກລະດັບຄວາມຮູ້ຕະຫຼອດຊີວິດ. 3. ການສຶກສາຕາມອັດທະຍາໄສໝາຍເຖິງການຮຽນ, ການຄົ້ນຄວ້າດ້ວຍຕົນເອງດ້ວຍຫຼາຍຮູບການລວມທັງຜ່ານສື່ຕ່າງ ໆໂດຍບໍ່ຈໍາກັດເວລາ,ເນື້ອໃນແລະສະຖານທີ່ຮຽນ. 4. ແອັງຟອກມາຕິກໝາຍເຖິງເຕັກໂນໂລຊີຂໍ້ມູນຂ່າວ ສານ(ICT) 5. ຜູ້ທີ່ມີບັນຫາໝາຍເຖິງຜູ້ຖືກກັກຂັງ,ດັດສ້າງ,ບໍາບັດ. 6. ຫຼັກສູດເຊື່ອມຕໍ່ຫຼືຕໍ່ເນື່ອງຫຼາຍເຖິງຫຼັກສູດວິຊາສະ ເພາະໃດໜຶ່ງທີ່ມີການເຊື່ອມຕໍ່ຫຼືຕໍ່ເນື່ອງຈາກລະດັບຕໍ່າຫາສູງແລະ ຈະໃຊ້ເວລາຮຽນສັ້ນກວ່າຫຼັກສູດປົກກະຕິ. 7. ຊີວະທັດໝາຍເຖິງການສອນໃຫ້ຮູ້ເບິ່ງຄົນໃນທາງທີ່ ຖືກຕ້ອງ. 8. ໂລກະທັດໝາຍເຖິງການສອນໃຫ້ຮູ້ເບິ່ງໂລກໃນທາງທີ່ ຖືກຕ້ອງ. ...ມາດຕາສີ່ນະໂຍບາຍກ່ຽວກັບການສຶກສາ

ມາດຕາສີ່ນະໂຍບາຍກ່ຽວກັບການສຶກສາ ລັດຖືເອົາການສຶກສາເປັນວຽກງານໃຈກາງຂອງການພັດ ທະນາຊັບພະຍາກອນມະນຸດ,ຖືສໍາຄັນການພັດທະນາຄົນທາງດ້ານ ຄຸນສົມບັດສິນທໍາປະຕິວັດ,ຊິວະທັດແລະໂລກະທັດວິທະຍາສາດແລະ ກ້າວໜ້າກໍ່ຄືການສ້າງຄົນໃຫ້ມີຄວາມຮູ້ຄວາມສາມາດ,ຮູ້ຄົ້ນຄິດ,ມີ ວິຊາຊີບ,ສ້າງສັງຄົມໃຫ້ເປັນສັງຄົມແຫ່ງການຮຽນຮູ້,ເສດຖະກິດ ແຫ່ງພູມປັນຍາເທື່ອລະກ້າວ. ລັດເອົາໃຈໃສ່ຂະຫຍາຍການສຶກສາກ່ອນໄວຮຽນແລະສູ້ຊົນ ປະຕິບັດການສຶກສາຊັ້ນປະຖົມສົມບູນພາກບັງຄັບໃຫ້ສໍາເລັດຕາມ ຄາດໝາຍ. ລັດເພີ່ມທະວີການລົງທຶນໃຫ້ແກ່ການສຶກສາແລະຖືເປັນບູລິ ມະສິດຂອງລາຍຈ່າຍງົບປະມານແຫ່ງລັດ. ລັດແລະສັງຄົມຕັ້ງໜ້າພັດທະນາການສຶກສາແຫ່ງຊາດໃຫ້ມ ີຄຸນນະພາບ,ສ້າງໂອກາດໃຫ້ປະຊາຊົນໄດ້ຮັບການສຶກສາຢ່າງທົ່ວ ເຖິງໂດຍສະເພາະປະຊາຊົນຢູ່ເຂດຫ່າງໄກສອກຫຼີກ,ແມ່ຍິງ,ເດັກ ນ້ອຍແລະຜູ້ດ້ອຍໂອກາດພ້ອມທັງສ້າງເງື່ອນໄຂໃຫ້ພົນລະເມືອງ ລາວໄດ້ຮໍ່າຮຽນວິຊາຊີບຫຼາຍຂຶ້ນ. ລັດສົ່ງເສີມແລະຊຸກຍູ້ໃຫ້ບຸກຄົນ,ການຈັດຕັ້ງຕ່າງໆລວມທັງ ເອກະຊົນພາຍໃນແລະຕ່າງປະເທດລົງທຶນເຂົ້າໃນການພັດທະນາ ການສຶກສາແຫ່ງຊາດດ້ວຍນະໂຍບາຍຕ່າງໆເປັນຕົ້ນແມ່ນນະໂຍ ບາຍສິນເຊື່ອ,ຍົກເວັ້ນຫຼືຫຼຸດຜ່ານພາສີ,ອາກອນຕາມລະບຽບກົດ ໝາຍ. ...ມາດຕາຫ້າຫຼັກການຂອງການສຶກສາ

ມາດຕາຫ້າຫຼັກການຂອງການສຶກສາ ການສຶກສາຕ້ອງປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1. ການສຶກສາຕ້ອງດໍາເນີນໄປຕາມທິດສັງຄົມນິຍົມ,ມີລັກ ສະນະຊາດ,ມະຫາຊົນ,ວິທະຍາສາດແລະທັນສະໄໝ. 2. ການສຶກສາສາມັນຕ້ອງຕິດພັນກັບອາຊີວະສຶກສາ. 3. ການສຶກສາຢູ່ໃນໂຮງຮຽນຕ້ອງໄປຄຽງຄູ່ກັບການສຶກສາ ອົບຮົມຢູ່ໃນຄອບຄົວ,ສັງຄົມແລະນອກໂຮງຮຽນ. 4. ການສຶກສາຕ້ອງຮັບປະກັນໃຫ້ທິດສະດີຕິດພັນກັບພຶດຕິກໍາ, ການຮຽນຕ້ອງໄປຄຽງຄູ່ກັບການປະຕິບັດຕົວຈິງ,ການສຶກສາຕ້ອງຕິດ ພັນກັບການອອກແຮງງານ. 5. ການສຶກສາຕ້ອງຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ. 6. ການສຶກສາແຫ່ງຊາດຕ້ອງສອດຄ່ອງກັບການສຶກສາພາກ ພື້ນແລະສາກົນ. ...ມາດຕາຫົກສິດຂອງພົນລະເມືອງໃນການສຶກສາ

ມາດຕາຫົກສິດຂອງພົນລະເມືອງໃນການສຶກສາ ພົນລະເມືອງທຸກຄົນໂດຍບໍ່ຈໍາກັດຊົນເຜົ່າ,ເຊື້ອຊາດ,ສາດສະ ໜາ,ເພດ,ໄວແລະຖານະທາງດ້ານເສດຖະກິດສັງຄົມລ້ວນແຕ່ມີສິດໄດ ້ຮັບການສຶກສາ.

...ມາດຕາເຈັດພັນທະຂອງພົນລະເມືອງຕໍ່ການສຶກສາ

ມາດຕາເຈັດພັນທະຂອງພົນລະເມືອງຕໍ່ການສຶກສາ ການສຶກສາເປັນພາລະກິດຂອງມະຫາຊົນ,ບຸກຄົນແລະການ ຈັດຕັ້ງລ້ວນແຕ່ມີພັນທະໃນການປະກອບທຶນຮອນ,ວັດຖຸປະກອນ,ເຫື່ອ ແຮງ,ສະຕິປັນຍາເພື່ອພັດທະນາການສຶກສາໃຫ້ຂະຫຍາຍຕົວແລະມີຄຸນ ນະພາບລວມທັງສຶກສາອົບຮົມ,ຊ່ວຍເຫຼືອຜູ້ຮຽນ,ຄູອາຈານແລະບຸກຄະ ລາກອນການສຶກສາ. ...ມາດຕາແປດການພົວພັນຮ່ວມມືສາກົນ

ມາດຕາແປດການພົວພັນຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນຮ່ວມມືກັບຕ່າງປະເທດແລະອົງ ການຈັດຕັ້ງສາກົນເພື່ອພັດທະນາການສຶກສາດ້ວຍການຍາດແຍ່ງທຶນ ຮອນ,ການກໍ່ສ້າງ,ຍົກລະດັບພະນັກງານ,ແລກປ່ຽນບົດຮຽນດ້ານວິ ຊາການ,ການສິດສອນ,ການຄົ້ນຄວ້າ,ການບໍລິຫານ,ຄຸ້ມຄອງການສຶກ ສາ,ການຮັບຮູ້ຊຶ່ງກັນແລະກັນກ່ຽວກັບຫຼັກສູດ,ປະກາສະນີຍະບັດ,ໃບຢັ້ງ ຢືນຄຸນວຸດທິດ້ານການສຶກສາ,ໃບຢັ້ງຢືນການຮຽນແລະອື່ນໆ. ..ພາກທີສອງລະບົບການສຶກສາແຫ່ງຊາດ


...ໝວດທີໜຶ່ງຄວາມໝາຍແລະເນື້ອໃນ


....ມາດຕາເກົ້າຄວາມໝາຍ

ມາດຕາເກົ້າຄວາມໝາຍ ລະບົບການສຶກສາແຫ່ງຊາດເປັນລະບົບເອກະພາບຊຶ່ງປະກອບ ດ້ວຍການສຶກສາໃນໂຮງຮຽນແລະການສຶກສານອກໂຮງຮຽນຄຽງຄູ່ ກັນໄປໃນທຸກຊັ້ນ,ທຸກຂັ້ນການສຶກສາຊຶ່ງມີເນື້ອໃນຫຼັກສູດແລະຖານະ ທຽບເທົ່າກັນ. ລະບົບການສຶກສາແຫ່ງຊາດແບ່ງເປັນຊັ້ນແລະຂັ້ນຮຽນຕ່າງໆ ນັບແຕ່ການສຶກສາກ່ອນໄວຮຽນເຖິງການສຶກສາຊັ້ນສູງ. ....ມາດຕາສິບເນື້ອໃນຂອງລະບົບການສຶກສສາໃນໂຮງຮຽນ

ມາດຕາສິບເນື້ອໃນຂອງລະບົບການສຶກສສາໃນໂຮງຮຽນ ເນື້ອໃນຂອງລະບົບການສຶກສາແຫ່ງຊາດຕາມຮູບແບບການ ສຶກສາໃນໂຮງຮຽນປະກອບດ້ວຍ: 1. ການສຶກສາກ່ອນໄວຮຽນ. 2. ສາມັນສຶກສາ. 3. ອາຊີວະສຶກສາ. 4. ການສຶກສາຊັ້ນສູງ.

ການສ້າງລະບົບການສຶກສາແຫ່ງຊາດແມ່ນເພື່ອພັດທະນາຊັບ ພະຍາກອນມະນຸດ,ອໍານວຍຄວາມສະດວກໃຫ້ປະຊາຊົນລາວບັນດາ ເຜົ່າໄດ້ມີເງື່ອນໄຂຮໍ່າຮຽນ,ຊອກຫາຄວາມຮູ້ຄວາມສາມາດໃນການ ພັດທະນາຕົນເອງແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ນັບມື້ນັບຈະເລີນ ກ້າວໜ້າ. ....ມາດຕາສິບເອັດເນື້ອໃນຂອງລະບົບການສຶກສານອກໄຮງຮຽນ

ມາດຕາສິບເອັດເນື້ອໃນຂອງລະບົບການສຶກສານອກໄຮງຮຽນ ການສຶກສານອກໂຮງຮຽນມີເນື້ອໃນແລະຊັ້ນຮຽນຄືກັນກັບ ການສຶກສາໃນໂຮງຮຽນແຕ່ວິທີການ,ເວລາແລະຮູບການຈັດການ ຮຽນ-ການສອນແຕກຕ່າງຈາກການສຶກສາໃນໂຮງຮຽນ. ການສຶກສາຕາມອັດທະຍາໄສແມ່ນຮູບການໜຶ່ງຂອງການສຶກ ສານອກໂຮງຮຽນຊຶ່ງມີເນື້ອໃນກວ້າງຂວາງແລະບໍ່ຈໍາກັດຂອບເຂດ ທັງແມ່ນການຮຽນ,ການຄົ້ນຄວ້າດ້ວຍຕົນເອງດ້ວຍຫຼາຍວິທີລວມທັງ ຜ່ານສື່ຕ່າງທຊຶ່ງບໍ່ຈໍາກັດເວລາ,ເນື້ອໃນແລະສະຖານທີ່ຮຽນ. ....ມາດຕາສິບສອງກໍານົດເວລາຮຽນ

ມາດຕາສິບສອງກໍານົດເວລາຮຽນ ກໍານົດເວລາຮຽນຂອງການສຶກສາທຸກຊັ້ນ,ທຸກຂັ້ນຕ້ອງຮັບປະ ກັນຈຸດປະສົງ,ເນື້ອໃນແລະຄຸນນະພາບຂອງການສຶກສາຊຶ່ງແມ່ນລັດຖະ ບານເປັນຜູ້ຕົກລົງຕາມການສະເໜີຂອງກະຊວງສຶກສາທິການ. ....ມາດຕາສິບສາມການແນະນໍາ

ມາດຕາສິບສາມການແນະນໍາ ຂະແໜງການສຶກສາມີການຈັດຕັ້ງແນະນໍາ,ໃຫ້ຄໍາປຶກສາກ່ຽວ ກັບການຮຽນໃຫ້ແກ່ຜູ້ຮຽນໃນແຕ່ລະຊັ້ນ,ຂັ້ນເພື່ອໃຫ້ຜູ້ຮຽນໄດ້ເສີມຂະ ຫຍາຍການຮຽນຂອງຕົນຕາມຄວາມມັກ,ຄວາມສາມາດ,ພອນສະຫວັນ ,ເງື່ອນໄຂຕົວຈິງ,ໂອກາດແລະຄວາມຮຽກຮ້ອງຕ້ອງການຂອງຕະ ຫຼາດແຮງງານພາຍໃນແລະຕ່າງປະເທດ. ...ໝວດທີສອງການສຶກສາກ່ອນໄວຮຽນ


....ມາດຕາສິບສີ່ຄວາມໝາຍ

ມາດຕາສິບສີ່ຄວາມໝາຍ ການສຶກສາກ່ອນໄວຮຽນໝາຍເຖິງການລ້ຽງດູ,ການຮຽນ- ການສອນເດັກຢູ່ເຮືອນລ້ຽງເດັກແລະໂຮງຮຽນອະນຸບານ.ເຮືອນລ້ຽງ ເດັກຮັບເດັກແຕ່ອາຍຸສາມເດືອນຫາສາມປີ,ໂຮງຮຽນອະນຸບານຮັບ ເດັກແຕ່ອາຍຸສາມປີຫາອາຍຸເຂົ້າຮຽນຊັ້ນປະຖົມສຶກສາ. ....ມາດຕາສິບຫ້າເນື້ອໃນ

ມາດຕາສິບຫ້າເນື້ອໃນ ເນື້ອໃນການສຶກສາກ່ອນໄວຮຽນຕ້ອງຮັບປະກັນໃຫ້ເດັກມີການ ຂະຫຍາຍຕົວແລະພັດທະນາການທາງດ້ານຮ່າງກາຍແລະຈິດໃຈ,ມີ ຄວາມຮູ້ໃນເບື້ອງຕົນກ່ຽວກັບການເວົ້າ,ການຂຽນ,ການອ່ານ,ການຟັງ ,ການເບິ່ງ,ການແຕ້ມ,ຮູ້ຮັກພໍ່ແມ່,ຮັກຄູ,ຮັກຜູ້ນໍາ,ຮັກປະເທດຊາດ,ທໍາ ມະຊາດ,ຄວາມສະອາດ,ສ້າງໃຫ້ເດັກມີພອນສະຫວັນ,ປູກຝັງຈິດສໍານຶກ ໃຫ້ເດັກຮັກການຮຽນແລະກະກຽມເຂົ້າຮຽນຊັ້ນປະຖົມສຶກສາ. ...ໝວດທີສາມສາມັນສຶກສາ


....ມາດຕາສິບຫົກສາມັນສຶກສາ

ມາດຕາສິບຫົກສາມັນສຶກສາ ສາມັນສຶກສາແມ່ນການຮຽນ-ການສອນຄວາມຮູ້ພື້ນຖານທົ່ວ ໄປຊຶ່ງປະກອບດ້ວຍປະຖົມສຶກສາ,ມັດທະຍົມສຶກສາຕອນຕົ້ນ,ມັດທະຍົມ ສຶກສາຕອນປາຍແລະໃຊ້ເວລາຮຽນທັງໝົດສິບສອງປີ. ....ມາດຕາສິບເຈັດປະຖົມສຶກສາ

ມາດຕາສິບເຈັດປະຖົມສຶກສາ ປະຖົມສຶກສາແມ່ນກການສຶກສາເບື້ອງຕົ້ນຂອງສາຍສາມັນສຶກ ສາ,ມີກໍານົດເວລາຮຽນຫ້າປີເພື່ອຮັບປະກັນໃຫ້ຜູ້ຮຽນມີຄວາມຮູ້ທົ່ວໄປ ທາງດ້ານວິທະຍາສາດທໍາມະຊາດ-ສັງຄົມແລະມະນຸດສາດ,ມີຄວາມສາມາດໃນການຟັງ,ການອ່ານ,ການ ເວົ້າ,ການເບິ່ງ,ການຖາມ,ການຂຽນພາສາລາວແລະການຄິດໄລ່,ຮູ້ ຮັກສາສຸຂະພາບ,ຮັກສາຄວາມສະອາດ,ຮັກສິ່ງແວດລ້ອມແລະຜູ້ສິລະ ປະວັດທະນະທໍາລາວ,ຮຽນພາສາຕ່າງປະເທດໂດຍເລີ່ມແຕ່ຊັ້ນປະຖົມ ສຶກສາປີທີສາມຂຶ້ນໄປ. ປະຖົມສຶກສາສົມບູນເປັນການສຶກສາພາກບັງຄັບສໍາລັບພົນລະ ເມືອງລາວບັນດາເຜົ່າທີ່ມີອາຍຸແຕ່ຫົກປີຂຶ້ນໄປ. ລັດຖະບານແລະອົງການປົກຄອງທ້ອງຖິ່ນມີຄວາມຮັບຜິດຊອບ ວາງມາດຕະການທີ່ເໝາະສົມເພື່ອຮັບປະກັນໃຫ້ຄົນລາວເປັນຕົ້ນແມ່ນ ເດັກທຸກຄົນທີ່ຢູ່ໃນເກນອາຍຸຮຽນມີໂອກາດເຂົ້າຮຽນຢ່າງທົ່ວເຖິງ. ສັງຄົມ,ຊຸມຊົນ,ພໍ່ແມ່ຫຼືຜູ້ປົກຄອງຕ້ອງຮັບປະກັນໃຫ້ເດັກທຸກຄົນ ໄດ້ຮຽນຈົບຊັ້ນປະຖົມສຶກສາ. ....ມາດຕາສິບແປດມັດທະຍົມສຶກສາ

ມາດຕາສິບແປດມັດທະຍົມສຶກສາ ມັດທະຍົມສຶກສາແມ່ນການສຶກສາຖັດຈາກຊັ້ນປະຖົມສຶກສາ ຂຶ້ນໄປຊຶ່ງມີໜ້າທີ່ໃຫ້ຄວາມຮູ້ທົ່ວໄປແລະຄວາມຮູ້ພື້ນຖານທີ່ຈໍາເປັນ ເພື່ອການຮຽນຕໍ່ຫຼືການປະກອບອາຊີບຕາມຄວາມເໝາະສົມ. ມັດທະຍົມສຶກສາປະກອບດ້ວຍມັດທະຍົມສຶກສາຕອນຕົນແລະ ມັດທະຍົມສຶກສາຕອນປາຍ: -ມັດທະຍົມສຶກສາຕອນຕົ້ນແມ່ນການສຶກສາຂັ້ນພື້ນຖານຊຶ່ງມີ ກໍານົດເວລາຮຽນສີ່ປີ,ມີໜ້າທີ່ໃຫ້ຄວາມຮູ້ພື້ນຖານທາງດ້ານພາສາ ລາວ,ຄະນິດສາດ,ວິທະຍາສາດທໍາມະຊາດ-ສັງຄົມ,ລະບຽບກົດ ໝາຍ,ແອັງຟອກມາຕິກ,ພາສາຕ່າງປະເທດ,ເຕັກນິກແລະວິຊາ ຊີບ. -ມັດທະຍົມສຶກສາຕອນປາຍແມ່ນການສຶກສາທີ່ສືບຕໍ່ການ ຮຽນ-ການສອນຈາກມັດທະຍົມຕອນຕົ້ນຊຶ່ງມີກໍານົດເວລາຮຽນສາມ ປີ,ມີໜ້າທີ່ຍົກລະດັບແລະຂະຫຍາຍເນື້ອໃນທີ່ໄດ້ຮຽນຢູ່ມັດທະຍົມສຶກ ສາຕອນຕົ້ນ.ນອກຈາກນັ້ນຍັງຕ້ອງລົງເລິກບາງວິຊາເພື່ອພັດທະນາ ຄວາມຮູ້,ຄວາມສາມາດແລະພອນສະຫວັນຂອງຜູ້ຮຽນ.

ລັດຖະບານ,ອົງການປົກຄອງທ້ອງຖິ່ນ,ການຈັດຕັ້ງສັງຄົມ, ຊຸມຊົນແລະພໍ່ແມ່ຫຼືຜູ້ປົກຄອງຂອງຜູ້ຮຽນມີຄວາມຮັບຜິດຊອບສະ ໜອງທຶນຮອນ,ພາຫະນະ,ວັດຖຸປະກອນເຕັກນິກ,ເຄື່ອງທົດລອງ,ສື່ ການຮຽນ-ການສອນໃຫ້ແກ່ມັດທະຍົມສຶກສາຕາມຄວາມຮຽກຮ້ອງ ຕ້ອງການທີ່ຈໍາເປັນ. ...ໝວດທີສີ່ອາຊີວະສຶກສາ


....ມາດຕາສິບເກົ້າຄວາມໝາຍ

ມາດຕາສິບເກົ້າຄວາມໝາຍ ອາຊີວະສຶກສາແມ່ນການຮຽນການສອນກ່ຽວກັບເຕັກນິກວິ ຊາຊີບເຮັດໃຫ້ຜູ້ຮຽນມີຄວາມຮູ້ຄວາມສາມາດດ້ານວິຊາສະເພາະ,ມີ ວຽກເຮັດງານທໍາ,ກາຍເປັນຜູ້ອອກແຮງງານທີ່ມີວິໄນແຮງງານ,ມີສີ ມືແຮງງານ,ຄຸນສົມບັດສິນທໍາປະຕິວັດເພື່ອຄອບສະໜອງຄວາມຮຽກ ຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ,ການຫັນເປັນ ອຸດສາຫະກໍາແລະຫັນເປັນທັນສະໄໝ. ....ມາດຕາຊາວໂຄງປະກອບອາຊີວະສຶກສາ

ມາດຕາຊາວໂຄງປະກອບອາຊີວະສຶກສາ ອາຊີວະສຶກສາປະກອບດ້ວຍ: 1. ວິຊາຊີບຊັ້ນຕົ້ນ:ແມ່ນການສຶກສາວິຊາຊີບຊໍານານງານ ສໍາລັບນັກຮຽນທີ່ຈົບມັດທະຍົມສຶກສາຕອນຕົ້ນຫຼືທຽບເທົ່າຂຶ້ນໄປ,ໃຊ ້ເວລາຮຽນແຕ່ຫົກເດືອນຫາສາມປີ. 2. ວິຊາຊີບຊັ້ນກາງ:ແມ່ນການສຶກສາເຕັກນິກ-ວິຊາຊີບ ສໍາລັບນັກຮຽນທີ່ຈົບວິຊາຊີບຊັ້ນຕົ້ນ,ມັດທະຍົມສຶກສາຕອນປາຍຫຼື ທຽບເທົ່າໃຊ້ເວລາຮຽນສອງຫາສາມປີໃນຫຼັກສູດປົກກະຕິແລະໜຶ່ງ ຫາສອງປີສໍາລັບການສຶກສາວິຊາຊີບຕາມຫຼັກສູດຕໍ່ເນື່ອງຫຼືເຊື່ອມຕໍ່. 3. ວິຊາຊີບຊັ້ນສູງ:ແມ່ນການສຶກສາເຕັກນິກ-ວິຊາຊີບ ໃນລະດັບວິທະຍາໄລ,ສູນການສຶກສາຫຼືສະຖາບັນການສຶກສາ,ທຽບ ເທົ່າວິທະຍາໄລຊຶ່ງຮັບເອົານັກຮຽນທີ່ຈົບວິຊາຊີບຊັ້ນກາງ,ມັດທະຍົມ ສຶກສາຕອນປາຍຫຼືທຽບເທົ່າຂຶ້ນໄປໃຊ້ເວລາຮຽນສອງປາສາມປີໃນ ຫຼັກສູດປົກກະຕິແລະໜຶ່ງຫາສອງປີສໍາລັບການສຶກສາວິຊາຊີບຕາມຫຼັກ ສູດຕໍ່ເນື່ອງຫຼືເຊື່ອມຕໍ່. ...ໝວດທີຫ້າການສຶກສາຊັ້ນສູງ


....ມາດຕາຊາວເອັດຄວາມໝາຍ

ມາດຕາຊາວເອັດຄວາມໝາຍ ການສຶກສາຊັ້ນສູງໝາຍເຖິງການສຶກສາຖັດຈາກຊັ້ນມັດທະຍົມ ສຶກສາຕອນປາຍ,ອາຊີວະສຶກສາວິຊາຊີບຊັ້ນກາງຫຼືຊັ້ນສູງຂຶ້ນໄປຊຶ່ງມີ ໜ້າທີ່ສ້າງນັກວິຊາການ,ນັກວິທະຍາສາດ,ນັກຄົ້ນຄວ້າໃຫ້ມີຄວາມຮູ້ ຄວາມສາມາດໃນລະດັບສູງອອກຮັບໃຊ້ສັງຄົມແລະສາມາດປະກອບ ອາຊີບດ້ວຍຕົນເອງ. ການສຶກສາຊັ້ນສູງໃຫ້ນັບແຕ່ລະດັບອະນຸປະລິນຍາເຖິງປະລິນ ຍາເອກ. ....ມາດຕາຊາວສອງໂຄງປະກອບການສຶກສາຊັ້ນສູງ

ມາດຕາຊາວສອງໂຄງປະກອບການສຶກສາຊັ້ນສູງ ການສຶກສາຊັ້ນສູງປະກອບດ້ວຍລະດັບຕ່າງໆດັ່ງນີ້: 1. ອະນຸປະລິນຍາໃຊ້ເວລາສຶກສາສອງຫາສາມປີສໍາລັບຫຼັກ ສູດປົກກະຕິແລະໜຶ່ງປີເຄິ່ງຂຶ້ນໄປສໍາລັບຫຼັກສູດຕໍ່ເນື່ອງຫຼືເຊື່ອຕໍ່. 2. ປະລິນຍາຕີໃຫ້ເວລາສຶກສາສີ່ປີຂຶ້ນໄປສໍາລັບຫຼັກສູດປົກກະ ຕິແລະໜຶ່ງປີເຄິ່ງຂຶ້ນໄປສໍາລັບຫຼັກສູດຕໍ່ເນື່ອງຫຼືເຊື່ອມຕໍ່. 3. ຫຼັງປະລິນຍາຕີລົງເລິກຂະແໜງການຫຼືຊ່ຽວຊານໃຊ້ເວ ລາສຶກສາໜຶ່ງປີຂຶ້ນໄປ; ສໍາລັບຜູ້ທີ່ຮຽນຫຼັກສູດປະລິນຍາໂທຕໍ່າກວ່າສອງປີແລະຜູ້ທີ່ ຮຽນຊ່ຽວຊານຫຼັງປະລິນຍາຕີນັບແຕ່ສາມປີຂຶ້ນໄປໄດ້ກໍານົດໄວ້ຕ່າງ ຫາກ. 4. ປະລິນຍາໂທແມ່ນການສຶກສາຖັດຈາກປະລິນຕີຫຼືທຽບເທົ່າ ຂຶ້ນໄປ,ໃຊ້ ເວລາສຶກສາສອງປີຂຶ້ນໄປ. 5. ປະລິນຍາເອກແມ່ນການສຶກສາຖັດຈາກປະລິນຍາໂທຫຼື ທຽບເທົ່າ,ໃຊ້ເວລາສຶກສາສາມປີຂຶ້ນໄປ. ..ພາກທີສາມສະຖານທີ່ສຶກສາ


...ມາດຕາຊາວສາມສະຖານທີ່ສຶກສາ

ມາດຕາຊາວສາມສະຖານທີ່ສຶກສາ ສະຖານທີ່ການສຶກສາແມ່ນບ່ອນດໍາເນີນການຮຽນ-ການສອນ ທັງໃນໂຮງຮຽນແລະນອກໂຮງຮຽນປະກອບມີຫຼາຍຊັ້ນຮຽນນັບແຕ່ ເຮືອນລ້ຽງເດັກ,ໂຮງຮຽນອະນຸບານຮອດສະຖາບັນການສຶກສາຊັ້ນ ສູງລວມທັງພາກລັດແລະພາກເອກະຊົນ. ໃນຊັ້ນອະນຸບານ,ຊັ້ນປະຖົມ,ຊັ້ນມັດທະຍົມແລະອາຊີວະສຶກສາ ວິຊາຊີບຊັ້ນຕົ້ນ,ວິຊາຊີບຊັ້ນກາງເອີ້ນວ່າໂຮງຮຽນຫຼືສູນການສຶກສາ. ໃນອາຊີວິສຶກສາວິຊາຊີບຊັ້ນສູງແລະການສຶກສາຊັ້ນສູງເອີ້ນ ວ່າສະຖາບັນການສຶກສາຊຶ່ງປະກອບດ້ວຍວິທະຍາໄລຫຼືມະຫາວິທະຍາ ໄລຕາມຂະໜາດ,ຫຼັກສູດການຮຽນ-ການສອນແລະການຄົ້ນຄວ້າວິທະ ຍາສາດ. ...ມາດຕາຊາວສີ່ການສ້າງຕັ້ງໂຮງຮຽນ,ສູນແລະສະຖາບັນການສຶກສາ

ມາດຕາຊາວສີ່ການສ້າງຕັ້ງໂຮງຮຽນ,ສູນແລະສະຖາບັນການສຶກ ສາ ການສ້າງຕັ້ງໂຮງຮຽນ,ສູນແລະສະຖາບັນການສຶກສາເປັນ ຄວາມຮັບຜິດຊອບຂອງລັດພ້ອມກັນນັ້ນລັດສົ່ງເສີມແລະຊຸກຍູ້ໃຫ້ພາກ ເອກະຊົນສ້າງຕັ້ງໂຮງຮຽນ,ສູນແລະສະຖາບັນການສຶກສາ. ການສ້າງຕັ້ງໂຮງຮຽນ,ສູນແລະສະຖາບັນການສຶກສາຕ້ອງ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,ແຜນ ຍຸດທະສາດການສຶກສາແລະໄດ້ຮັບການອະນຸມັດຈາກກະຊວງສຶກສາ ທິການ. ການສ້າງຕັ້ງວິທະຍາໄລ,ມະຫາວິທະຍາໄລແລະສະຖາບັນ ການສຶກສາລົງເລິກຂະແໜງການຕ້ອງໃຫ້ຖືກຕາມມາດຕະຖານລວມ ທີ່ກະຊວງສຶກສາທິການວາງອອກໂດຍແມ່ນຂະແໜງການທີ່ກ່ຽວຂ້ອງ ເປັນຜູ້ສ້າງຕັ້ງຕາມການຕົກລົງຂອງລັດຖະບານ. ...ມາດຕາຊາວຫ້າການສ້າງຕັ້ງໂຮງຮຽນພິເສດສໍາລັບຄົນພິການ

ມາດຕາຊາວຫ້າການສ້າງຕັ້ງໂຮງຮຽນພິເສດສໍາລັບຄົນພິການ ລັດສ້າງຕັ້ງໂຮງຮຽນພິເສດສໍາລັບຄົນພິການທີ່ບໍ່ສາມາດຮຽນ ຮ່ວມກັບຜູ້ຮຽນປົກກະຕິໄດ້. ລັດສົ່ງເສີມໃຫ້ພາກເອກະຊົນ,ອົງການຈັດຕັ້ງສັງຄົມທັງພາຍ ໃນແລະຕ່າງປະເທດປະກອບສ່ວນໃຫ້ການຊ່ວຍເຫຼືອ,ສະໜັບສະໜູນ ທາງດ້ານທຶນຮອນ,ອຸປະກອນແລະອື່ນໆໃນການສ້າງຕັ້ງໂຮງຮຽນດັ່ງ ກ່າວ. ...ມາດຕາຊາວຫົກໜ້າທີ່,ສິດຂອງໂຮງຮຽນ,ສູນແລະສະຖາບັນການສຶກສາ

ມາດຕາຊາວຫົກໜ້າທີ່,ສິດຂອງໂຮງຮຽນ,ສູນແລະສະຖາບັນການ ສຶກສາ ໂຮງຮຽນ,ສູນແລະສະຖາບັນການສຶກສາຂອງລັດ,ເອກະ ຊົນມີໜ້າທີ່ແລະສິດດັ່ງນີ້: 1. ປະຕິບັດແແນວທາງນະໂຍບາຍການສຶກສາຂອງພັກ, ລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ,ສ້າງແລະປັບປຸງການຈັດ ຕັ້ງຕ່າງໆຂອງຕົນເປັນຕົ້ນແມ່ນອົງການຈັດຕັ້ງມະຫາຊົນ. 2. ວາງລະບຽບການຕ່າງໆເພື່ອຄຸ້ມຄອງໂຮງຮຽນ,ສູນ ແລະສະຖາບັນການສຶກສາຕາມຈຸດພິເສດຂອງຕົນ. 3. ຈັດຕັ້ງການຮຽນ-ການສອນໃຫ້ຄົບຕາມເນື້ອໃນຫຼັກສູດ ທີ່ກະຊວງສຶກສາທິການວາງອອກ. 4. ຢັ້ງຢືນການສຶກສາຕາມຊັ້ນຂອງຜູ້ຮຽນ. 5. ຮັບແລະຄຸ້ມຄອງບໍລິຫານຄູ-ອາຈານ,ຜູ້ຮຽນແລະບຸກ ຄະລາກອນການສຶກສາຕາມລະບຽບການ. 6. ຍ້ອງຍໍຄູ-ອາຈານ,ຜູ້ຮຽນແລະບຸກຄະລາກອນການ ສຶກສາທີ່ມີຜົນງານດີເດັ່ນ,ປະຕິບັດວິໄນຕໍ່ຜູ້ລະເມີດລະບຽບກົດ ໝາຍ. 7. ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຄູ-ອາ ຈານ,ຜູ້ຮຽນແລະບຸກຄະລາກອນການສຶກສາ. 8. ປະສານສົມທົບກັບອົງການປົກຄອງ,ການຈັດຕັ້ງເສດ ຖະກິດ-ສັງຄົມ,ຊຸມຊົນ,ສະມາຄົມພໍ່ແມ່ນັກຮຽນເພື່ອສົ່ງເສີມການ ຮຽນ-ການສອນແລະການຄຸ້ມຄອງ-ບໍລິຫານສະຖານທີ່ການສຶກສາ ຂອງຕົນ. 9. ເກັບແລະຄຸ້ມຄອງຄ່າທໍານຽມ,ຄ່າບໍລິຫານການຮຽນ ການສອນຕາມນະໂຍບາຍແລະລະບຽບກົດໝາຍ. 10. ຄຸ້ມຄອງ,ນໍາໃຊ້,ປົກປັກຮັກສາອາຄານສະຖານທີ່,ວັດຖຸ ປະກອນ,ສື່ການຮຽນ-ການສອນ.ສິ່ງອໍານວຍຄວາມສະດວກຕາມ ລະບຽບການຢ່າງເຂັ້ມງວດ. 11. ຢູ່ພາຍໃຕ້ການຄຸ້ມຄອງແລະກວດກາຂອງກະຊວງ ສຶກສາທິການ. 12. ປະຕິບັດໜ້າທີ່ແລະສິດອື່ນຕາມທີໄດ້ກໍານົດໄວ້ໃນ ກົດໝາຍ. ...ມາດຕາຊາວເຈັດ:ສິ່ງອໍານວຍຄວາມສະດວກໃຫ້ແກ່ການສຶກສາ

ມາດຕາຊາວເຈັດ:ສິ່ງອໍານວຍຄວາມສະດວກໃຫ້ແກ່ການສຶກສາ ໂຮງຮຽນ,ສູນແລະສະຖາບັນການສຶກສາຕ້ອງມີອາຄານສະ ຖານທີ່,ວັດຖຸປະກອນການສຶກສາ,ສື່ການຮຽນການສອນ,ຫ້ອງສະໝຸດ, ຫ້ອງທົດລອງ,ເຄື່ອງທົດລອງ,ເດີ່ນກິລາ,ອຸປະກອນການກິລາແລະອື່ນ ໆທີ່ຈໍາເປັນແລະໄດ້ມາດຕະຖານໂດຍລັດເປັນຜູ້ກໍານົດຕາມລະດົບຂອງ ຊັ້ນຮຽນ. ..ພາກທີສີ່ຫຼັກສູດການສຶກສາ


...ມາດຕາຊາວແປດຫຼັກສູດການສຶກສາ

ມາດຕາຊາວແປດຫຼັກສູດການສຶກສາ ຫຼັກສູດການສຶກສາແມ່ນເອກະສານທີ່ກໍານົດຈຸດໝາຍຂອງການ ສຶກສາ,ໂຄງສ້າງເນື້ອໃນວິຊາຕ່າງໆ,ວິທີການຈັດຕັ້ງການຮຽນການ ສອນຂອງແຕ່ລະຊັ້ນ,ການວັດຜົນຂອງວິຊາຮຽນຕ່າງໆເພື່ອຮັບປະກັນ ໃຫ້ຜູ້ຮຽນມີຄວາມຮູ້,ຄວາມສາມາດແລະຄຸນສົມບັດສິນທໍາປະຕິວັດ. ຫຼັກສູດການສຶກສາຕ້ອງຮັບປະກັນລັກສະນະທັນສະໄໝ,ໝັ້ນທ່ຽງ ,ຕໍ່ເນື່ອງລະຫວ່າງຊັ້ນຮຽນຕ່າງໆຊຶ່ງສະແດງອອກເປັນປຶ້ມແບບຮຽນ ແລະປຶ້ມຄູ່ມືສອນທີ່ເຊື່ອມໂຮງກັບສາກົນ. ຫຼັກສູດການສຶກສາແມ່ນເປັນເອກະພາບໃນທົ່ວປະເທດ;ສໍາລັບ ທ້ອງຖິ່ນໃດທີ່ມີຈຸດພິເສດ,ທ່າແຮງແລະພູມປັນຍາທີ່ໂດດເດັ່ນກໍ່ສາມາດ ກໍານົດເຂົ້າເປັນຫຼັກສູດຂອງຕົນໄດ້. ...ມາດຕາຊາວເກົ້າການທຽບເທົ່າເນື້ອໃນຫຼັກສູດ

ມາດຕາຊາວເກົ້າການທຽບເທົ່າເນື້ອໃນຫຼັກສູດ ເນື້ອໃນຫຼັກສູດຂອງແຕ່ລະຊັ້ນແລະແຕ່ລະຂັ້ນໃນໂຮງຮຽນແລະ ນອກໂຮງຮຽນຕ້ອງມີມາດຕະຖານແລະປະກາສະນີຍະບັດທຽບເທົ່າ ກັນ. ...ມາດຕາສາມສິບການພັດທະນາແລະການປ່ຽນແປງຫຼັກສູດ

ມາດຕາສາມສິບການພັດທະນາແລະການປ່ຽນແປງຫຼັກສູດ ໂຮງຮຽນ,ສູນການສຶກສາ,ວິທະຍາໄລແລະມະຫາວິທະຍາໄລ ມີໜ້າທີ່ແລະສິດພັດທະນາແລະປ່ຽນແປງຫຼັກສູດການສຶກສາຂອງຕົນ ຕາມແຜນປະຕິຮູບການສຶກສາແລະຄວາມຮຽກຮ້ອງຕ້ອງການຂອງ ການພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະໂດຍແມ່ນອົງການທີ່ ມີສິດແລະໜ້າທີ່ກ່ຽວຂ້ອງເປັນຜູ້ຮັບຮອງ. ...ມາດຕາສາມສິບເອັດການອະນຸມັດຫຼັກສູດ

ມາດຕາສາມສິບເອັດການອະນຸມັດຫຼັກສູດ ຫຼັກສູດການສຶກສາທຸກຊັ້ນ,ທຸກຂັ້ນແລະທຸກຮູບແບບໃນລະບົບ ການສຶກສາແຫ່ງຊາດແມ່ນກະຊວງສຶກສາທິການອະນຸມັດແລະປະກາດ ໃຊ້. ຫຼັກສູດການສຶກສາສະເພາະຖິ່ນທີ່ໄດ້ກໍານົດໄວ້ໃນວັກສາມມາດ ຕາຊາວແປດຂອງກົດໝາຍສະບັບນີ້ແມ່ນພະແນກສຶກສາແຂວງ,ນະ ຄອນເປັນຜູ້ອະນຸມັດພາຍຫຼັງທີ່ໄດ້ຮັບຄວາມເຫັນດີຈາກກະຊວງສຶກສາ ທິການ. ຫຼັກສູດວິຊາສະເພາະຂະແໜງການແມ່ນຂະແໜງການທີ່ກ່ຽວ ຂ້ອງເປັນຜູ້ຄົ້ນຄວ້າສະເໜີໃຫ້ກະຊວງສຶກສາທິການເປັນຜູ້ອະນຸມັດ. ...ມາດຕາສາມສິບສອງການສອບເສັງແລະການອອກປະກາສະນີຍະບັດ

ມາດຕາສາມສິບສອງການສອບເສັງແລະການອອກປະກາສະນີຍະ ບັດ ກະຊວງສຶກສາທິການເປັນຜູ້ກໍານົດຫຼັກການ,ລະບຽບການກ່ຽວ ກັບການສອບເສັງ,ການອອກປະກາສະນີຍະບັດຂອງທຸກຊັ້ນ,ທຸກຂັ້ນ,ທຸກ ລະດັບທີ່ຂຶ້ນກັບການຄຸ້ມຄອງມະຫາພາກຂອງກະຊວງສຶກສາທິການ ແລະຮັບຮອງການທຽບປະກາສະນີຍະບັດການສຶກສາທັງພາຍໃນແລະ ຕ່າງປະເທດ. ...ມາດຕາສາມສິບສາມພາສາທີ່ໃຊ້ໃນການສຶກສາ

ມາດຕາສາມສິບສາມພາສາທີ່ໃຊ້ໃນການສຶກສາ ພາສາລາວແລະອັກສອນລາວແມ່ນພາສາແລະອັກສອນທາງ ການທີ່ໃຊ້ໃນການຮຽນການສອນໃນທຸກໂຮງຮຽນ,ສູນແລະສະຖາບັນ ການສຶກສາ.ການສອນເປັນພາສາຕ່າງປະເທດນັ້ນກໍ່ສາມາດດໍາເນີນ ໄດ້ແຕ່ຕ້ອງຮັບການອະນຸຍາດຈາກກະຊວງສຶກສາທິການ. ລົດສົ່ງເສີມການຮຽນ-ການສອນພາສາຕ່າງປະເທດຢ່າງ ກວ້າງຂວາງ. ..ພາກທີຫ້າຜູ້ຮຽນ


...ມາດຕາສາມສິບສີ່ຜູ້ຮຽນ

ມາດຕາສາມສິບສີ່ຜູ້ຮຽນ ຜູ້ຮຽນແມ່ນຜູ້ທີ່ກໍາລັງສຶກສາຮໍ່າຮຽນຫຼືຄົ້ນຄວ້າຢູ່ທຸກຊັ້ນ,ທຸກ ຂັ້ນໃນໂຮງຮຽນແລະນອກໂຮງຮຽນຂອງລະບົບການສຶກສາແຫ່ງ ຊາດ. ຜູ້ຮຽນຢູ່ໃນການສຶກສາກ່ອນໄປຮຽນ,ສາມັນສຶກສາ,ອາຊີວະ ສຶກສາວິຊາຊີບຊັ້ນຕົ້ນ,ວິຊາຊີບຊັ້ນກາງ,ສູນວິຊາຊີບ,ສູນການສຶກສາ ຕໍ່ເນື່ອງແລະຜູ້ຮຽນກຽມມະຫາວິທະຍາໄລເອີ້ນວ່ານັກຮຽນ. ຜູ້ຮຽນຢູ່ໃນອາຊີວະສຶກສາວິຊາຊີບຊັ້ນສູງ,ວິທະຍາໄລ,ມະຫາ ວິທະຍາໄລ,ລະດັບປະລິນຍາໂທເອີ້ນວ່ານັກສຶກສາ. ຜູ້ຮຽນລະດັບປະລິນຍາເອກເອີ້ນວ່ານັກຄົ້ນຄວ້າ. ...ມາດຕາສາມາສິບຫ້າສິດສະເໝີພາບຂອງຜູ້ຮຽນ

ມາດຕາສາມາສິບຫ້າສິດສະເໝີພາບຂອງຜູ້ຮຽນ ຜູ້ຮຽນທຸກຄົນມີສິດເທົ່າທຽມກັນໃນການສຶກສາຮໍ່າຮຽນ,ຄົ້ນ ຄວ້າ,ສະແຫວງຫາຄວາມກ້າວໜ້າ.ໂຮງຮຽນ,ສູນ,ສະຖາບັນການສຶກ ສາທຸກຊັ້ນແລະອົງການບໍລິຫານການສຶກສາທຸກຂັ້ນຕ້ອງຮັບປະກັນການ ປະຕິບັດສິດສະເໝີພາບຂອງຜູ້ຮຽນເປັນຕົ້ນແມ່ນເພດຍິງ,ຊົນເຜົ່າແລະ ຄົນພິການ. ...ມາດຕາສາມສິບຫົກການອຸດໜູນແລະການຊ່ວຍເຫຼືອແກ່ຜູ້ຮຽນ

ມາດຕາສາມສິບຫົກການອຸດໜູນແລະການຊ່ວຍເຫຼືອແກ່ຜູ້ຮຽນ ລັດມີລະບອບອຸດໜູນແກ່ຜູ້ຮຽນທີ່ຄອບຄົວທຸກຍາກ,ຜູ້ທີ່ດ້ອຍ ໂອກາດໂດຍສະເພາະແມ່ນເພດຍິງ,ຊົນເຜົ່າ,ຜູ້ຮຽນທີ່ມີພອນສະຫວັນ ຫຼືຮຽນເກັ່ງ.ພ້ອມກັນນັ້ນລັດກໍ່ສົ່ງເສີມໃຫ້ບຸກຄົນ,ການຈັດຕັ້ງແລະສັງ ຄົມຊ່ວຍເຫຼືອຜູ້ຮຽນດັ່ງກ່າວດ້ວຍຮູບການທີ່ເໝາະສົມ. ...ມາດຕາສາມສິບເຈັດການອຸດໜູນແລະການຊ່ວຍເຫຼືອແກ່ຜູ້ຮຽນທີ່ເປັນຄົນພິການ

ມາດຕາສາມສິບເຈັດການອຸດໜູນແລະການຊ່ວຍເຫຼືອແກ່ຜູ້ຮຽນທີ່ ເປັນຄົນພິການ ລັດມີລະບອບອຸດໜູນຜູ້ຮຽນທີ່ເປັນຄົນພິການ.ພ້ອມກັນນັ້ນລັດກໍ່ ສົ່ງເສີມໃຫ້ບຸກຄົນ,ການຈັດຕັ້ງແລະສັງຄົມຊ່ວຍເຫຼືອຜູ້ຮຽນດັ່ງກ່າວ ຕາມຄວາມເໝາະສົມ. ...ມາດຕາສາມສິບແປດການສຶກສາສໍາລັບຜູ້ທີ່ມີບັນຫາ

ມາດຕາສາມສິບແປດການສຶກສາສໍາລັບຜູ້ທີ່ມີບັນຫາ ລັດມີໜ້າທີ່ຈັດຕັ້ງແລະສ້າງເງື່ອນໄຂແກ່ຜູ້ທີ່ມີບັນຫາໃຫ້ໄດ້ຮັບ ການສຶກສາແລະອົບຮົມດ້ານວິຊາຊີບຕາມຄວາມເໝາະສົມ. ...ມາດຕາສາມສິບເກົ້າໜ້າທີ່,ສິດແລະພັນທະຂອງຜູ້ຮຽນ

ມາດຕາສາມສິບເກົ້າໜ້າທີ່,ສິດແລະພັນທະຂອງຜູ້ຮຽນ ຜູ້ຮຽນທີ່ມີໜ້າທີ່,ສິດແລະພັນທະດັ່ງນີ້: 1. ປະຕິບັດຕາມແນວທາງນະໂຍບາຍຂອງພັກ,ກົດໝາຍ ຂອງລັດແລະກົດລະບຽບຂອງໂຮງຮຽນ,ສູນຫຼືສະຖາບັນການສຶກ ສາ. 2. ເອົາໃຈໃສ່ການຮຽນ,ຮຽນໃຫ້ສໍາເລັດ,ສ້າງຕົ້ນເອງໃຫ້ ມີຄວາມຮູ້,ມີຄຸນສົມບັດສິນທໍາປະຕິວັດ,ມີຄວາມຮັກຊາດແລະຝຶກ ຝົນຕົນເອງໃຫ້ເປັນພົນລະເມືອງດີຂອງຊາດ. 3. ເຂົ້າຮ່ວມກິດຈະກໍາການຮຽນ-ການສອນຕ່າງໆລວມ ທັງກິດຈະກໍາສາທາລະນະປະໂຫຍດຕາມແຜນການຂອງໂຮງ ຮຽນ. 4. ເຄົາລົບ,ປະຕິບັດຕາມຄໍາສັງສອນຂອງຜູ້ນໍາ,ຄູ-ອາຈານ ແລະຜູ້ປົກຄອງ. 5. ປົກປັກຮັກສາ,ບົວລະບັດໂຮງຮຽນ,ສູນຫຼືສະຖາບັນການ ສຶກສາ. 6. ສາມັກຄີຊ່ວຍເຫຼືອຊຶ່ງກັນແລະກັນໃນການສຶກສາຮໍ່າ ຮຽນ. 7. ຕ້ານສິ່ງຫຍໍ້ທໍ້ຕ່າງໆໃນໂຮງຮຽນແລະສັງຄົມ. 8. ໄດ້ຮັບການພິຈາລະນາດ້ານທຶນການສຶກສາ. 9. ໄດ້ຮັບການຕີລາຄາຢ່າງຍຸຕິທໍາກ່ຽວກັບຜົນການຮຽນ ແລະຄຸນສົມບັດ. 10. ໄດ້ຮັບໃບຢັ້ງຢືນການສຶກສາແລະປະກາສະນີຍະບັດເມື່ອ ສໍາເລັດການສຶກສາ. 11. ນໍາໃຊ້ອຸປະກອນການສຶກສາ,ສື່ການຮຽນແລະແຫຼ່ງ ຄວາມຮູ້ອື່ນໆລວມທັງຂໍ້ມູນຂ່າວສານຂອງໂຮງຮຽນ,ສູນຫຼືສະຖາ ບັນການສຶກສາຕາມລະບຽບການ. 12. ເຂົ້າເປັນສະມາຊິກຂອງອົງການຈັດຕັ້ງມະຫາຊົນ ຕາມກົດລະບຽບ. 13. ສະເໜີຄໍາຄິດເຫັນຂອງຕົນຕໍ່ຄູ-ອາຈານແລະການ ຈັດຕັ້ງທີ່ກ່ຽວຂ້ອງ. 14. ຂ້າມຫ້ອງ,ຫຍໍ້ເວລາຮຽນສໍາລັບຜູ້ຮຽນທີ່ມີພອນສະ ຫວັນຫຼືຮຽນເກັ່ງ. 15. ອາສາສະໝັກປະກອບສ່ວນວຽກງານຕ່າງໆຂອງ ສັງຄົມ. 16. ປະຕິບັດໜ້າທີ່,ສິດແລະພັນທະອື່ນຕາມລະບຽບກົດ ໝາຍ. ...ມາດຕາສີ່ສິບຂໍ້ຫ້າມສໍາລັບຜູ້ຮຽນ

ມາດຕາສີ່ສິບຂໍ້ຫ້າມສໍາລັບຜູ້ຮຽນ ຂໍ້ຫ້າມສໍາລັບຜູ້ຮຽນມີດັ່ງນີ້: 1. ລະເມີດລະບຽບກົດໝາຍ,ລະບຽບວິໄນຂອງໂຮງຮຽນ,ສູນ ແລະສະຖາບັນການສຶກສາ. 2. ພົວພັນກັບສິ່ງເສບຕິດທຸກປະເພດ. 3. ພົວພັນກັບສິ່ງມຶນເມົາ,ສິ່ງລາມົກອະນາຈານ,ຫຼິ້ນການພະ ນັນທຸກປະເພດ,ມົ້ວສຸມຢູ່ຮ້ານກິນດື່ມຫຼືຮ້ານບັນເທີງ. 4. ພົວພັນຊູ້ສາວທີ່ຂັດກັບລະບຽບກົດໝາຍ,ບໍ່ຖືກຕ້ອງຕາມ ຮີດຄອງປະເພນີອັນດີງາມ. 5. ຄອບຄອງອາວຸດ,ວັດຖຸລະເບີດທຸກຊະນິດ. 6. ສ້າງກຸ່ມກ້ອນ,ພັກພວກເພື່ອກໍ່ຄວາມວຸ້ນວາຍຢູ່ໃນສັງຄົມ. 7. ຂໍ້ຫ້າມອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ..ພາກທີຫົກຄູ,ບຸກຄະລາກອນແລະການຄຸ້ມຄອງບໍລິຫານການສຶກສາ


...ໝວດທີໜຶ່ງຄູ


....ມາດຕາສີ່ສິບເອັດຄູ

ມາດຕາສີ່ສິບເອັດຄູ ຄູໝາຍເຖິງຜູ້ທີ່ປະຕິບັດໜ້າທີ່ສິດສອນ,ຖ່າຍທອດຄວາມຮູ້,ສຶກ ສາອົບຮົມຜູ້ຮຽນຢູ່ໃນໂຮງຮຽນ,ສູນແລະສະຖາບັນການສຶກສາຕ່າງໆ ຈາກບຸກຄະລາກອນການສຶກສາ. ຄູ່ສອນຢູ່ໂຮງຮຽນ,ສູນແລະສະຖາບັນການສຶກສາຂອງພາກລັດ ແມ່ນລັດຖະກອນວິຊາການຊຶ່ງແຕກຕ່າງຈາກລັດຖະກອນບໍລິຫານທົ່ວ ໄປ. ສໍາລັບລະບຽບການຄຸ້ມຄອງຄູສອນນັ້ນລັດຖະບານເປັນຜູ້ກໍານົດ ສະເພາະ. ....ມາດຕາສີ່ສິບສອງມາດຕະຖານຂອງຄູ

ມາດຕາສີ່ສິບສອງມາດຕະຖານຂອງຄູ ຄູຕ້ອງມີມາດຕະຖານດັ່ງນີ້: 1. ມີຫຼັກໝັ້ນ,ທັດສະນະການເມືອງຖືກຕັ້ງ,ຮັກແລະປົກປ້ອງລະ ບອບປະຊາທິປະໄຕປະຊາຊົນ. 2. ມີຄົນສົມບັດສິນທໍາປະຕິວັດ,ຈັນຍາບັນຂອງຄູ,ຮັກອາຊີບຄູ,ມີ ມະນຸດສໍາພັນທີ່ດີ,ເປັນແບບຢ່າງທີ່ດີໃຫ້ແກ່ຜູ້ຮຽນ. 3. ມີຄວາມຮູ້,ຄວາມສາມາດ,ວິຊາສະເພາະໃນການສອນຢູ່ ຊັ້ນຮຽນຕ່າງໆຕາມມາດຕະຖານທີ່ກະຊວງສຶກສາທິການວາງອອກ. 4. ມີປະກາສະນີຍະບັດຫຼືໃບຢັ້ງຢືນວິຊາຄູ. 5. ມີຄວາມດຸໝັ່ນຊອກຮູ້ຮໍ່າຮຽນພັດທະນາຕົນເອງຢູ່ເລື້ອຍໆ. 6. ມີສຸຂະພາບແຂງແຮງ. ....ມາດຕາສີ່ສິບສາມຕໍາແໜ່ງແລະນາມມະຍົດ

ມາດຕາສີ່ສິບສາມຕໍາແໜ່ງແລະນາມມະຍົດ ຄູສອນຂັ້ນຕ່າງໆມີຕໍາແໜ່ງວິຊາການ,ນາມມະຍົດ,ກຽດຕິຄຸນ ແລະກິດຕະມະສັກ. ຕໍາແໜ່ງວິຊາການຂອງຄູທີ່ສອນຢູ່ມະຫາວິທະຍາໄລແລະສະ ຖາບັນການສຶກສາຊັ້ນສູງມີຜູ້ຊ່ວຍອາຈານ,ອາຈານ,ຮອງສາດສະດາ ຈານແລະສາດສະດາຈານ. ຕໍາແໜ່ງວິຊາການຂອງຄູທີ່ສອນຢູ່ໃນລະດັບຕໍ່າກວ່າສະຖາບັນ ການສຶກສາຊັ້ນສູງມີຄູປະສົບການ,ຄູຊໍານານງານ,ຄູຊ່ຽວຊານແລະຄ ູຊ່າວຊານອາວຸໂສ. ນາມມະຍົດຂອງຄູມີຄູປະຊາຊົນແລະຄູແຫ່ງຊາດ. ມາດຕະຖານແລະເງື່ອນໄຂຂອງຕໍາແໜ່ງວິຊາການ,ນາມມະ ຍົດ,ກຽດຕິຄຸນແລະກິດຕິມະສັກຂອງຄູກໍານົດໄວ້ສະເພາະ. ....ມາດຕາສີ່ສິບສີ່ການບໍາລຸງ,ຍົກລະດັບຄູ

ມາດຕາສີ່ສິບສີ່ການບໍາລຸງ,ຍົກລະດັບຄູ ລັດ,ອົງການຄຸ້ມຄອງຂະແໜງການສຶກສາທຸກຂັ້ນຕ້ອງສ້າງ ເງື່ອນໄຂໃຫ້ຄູໄດ້ຮັບການບໍາລຸງ,ຍົກລະດັບຢູ່ເລື້ອຍໆ.ພ້ອມກັນນັ້ນການ ຈັດຕັ້ງ,ສັງຄົມ,ຊຸມຊົນແລະພາກສ່ວນທີ່ກ່ຽວຂ້ອງອື່ນໆກໍ່ມີໜ້າທີ່ຊຸກຍູ້, ສົ່ງເສີມ,ຊ່ວຍເຫຼືອຄູໃຫ້ໄດ້ຮັບການບໍລຸງ,ຍົກລະດັບຢ່າງຕໍ່ເນື່ອງ. ....ມາດຕາສີ່ສິບຫ້າໜ້າທີ່,ສິດແລະພັນທະຂອງຄູ

ມາດຕາສີ່ສິບຫ້າໜ້າທີ່,ສິດແລະພັນທະຂອງຄູ ຄູມີໜ້າທີ່,ສິດແລະພັນທະດັ່ງນີ້: 1. ສອນ,ຄົ້ນຄວ້າວິທະຍາສາດ,ພັດທະນາຫຼັກສູດແລະບໍລິ ຫານວິຊາການແກ່ສັງຄົມ. 2. ສອນຕາມຫຼັກສູດ,ຄວາມຮູ້,ວິຊາສະເພາະຫຼືຄວາມຊໍາ ນານຂອງຕົນ. 3. ຕິດຕາມ,ກວດກາ,ຕີລາຄາແລະວັດຜົນຜູ້ຮຽນຢ່າງ ເປັນທໍາ. 4. ປະຕິບັດລະບຽບກົດໝາຍ,ລະບຽບວິໄນຂອງໂຮງຮຽນ, ສູນແລະສະຖາບັນການສຶກສາ. 5. ເປັນແບບຢ່າງທີ່ດີ,ຮັກສາກຽດແລະສັກສີຂອງຕົນ. 6. ປະພຶດຕໍ່ຜູ້ຮຽນຢ່າງເປັນທໍາ,ນັບຖືແລະປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາຂອງຜູ້ຮຽນ; 7. ພັດທະນາ,ນໍາໃຊ້ແລະປົກປັກຮັກສາອາຄານສະຖານທີ່, ວັດຖຸປະກອນ,ສື່ການຮຽນ-ການສອນ. 8. ໄດ້ຮັບການບໍລຸງ,ຍົກລະດັບຄວາມຮູ້ທາງດ້ານວິຊາສະ ເພາະທີ່ຕົນສອນໃຫ້ສູງຂຶ້ນເລື້ອຍໆ. 9. ໄດ້ຮັບການປົກປ້ອງສິດ,ຜົນປະໂຫຍດແລະກຽດ ສັກສີຂອງຕົນ. 10. ໄດ້ຮັບນະໂຍບາຍຕ່າງໆຕາມລະບຽບກົດໝາຍ. 11. ປະຕິບັດໜ້າທີ່ຕາມການສັບຊ້ອນ,ບັນຈຸ,ຍົກຍ້າຍ,ມອບ ໝາຍຂອງການຈັດຕັ້ງ,ຂັ້ນເທິງຢ່າງເຂັ້ມງວດເປັນຕົ້ນແມ່ນໄປປະຕິ ບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ. 12. ປົກປັກຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບ ຮ້ອຍຂອງໂຮງຮຽນແລະສັງຄົມ. 13. ເຄື່ອນໄຫວນອກຫຼັກສູດ,ກິດຈະກໍາຕ່າງໆຂອງໂຮງຮຽນ ແລະສັງຄົມ. 14. ປະຕິບັດໜ້າທີ່,ສິດແລະພັນທະອື່ນຕາມລະບຽບກົດ ໝາຍ. ....ມາດຕາສີ່ສິບຫົກນະໂຍບາຍຕໍ່ຄູ່

ມາດຕາສີ່ສິບຫົກນະໂຍບາຍຕໍ່ຄູ່ ລັດມີໜ້າທີ່ວາງນະໂຍບາຍເພື່ອສ້າງເງື່ອນໄຂຕ່າງໆໃນການ ປະຕິບັດໜ້າທີ່,ການຍົກລະດັບວິຊາສະເພາະ,ຍົກລະດັບຊີວິດການເປັນ ຢູ່ແລະຖານະທາງສັງຄົມຂອງຄູໂດຍສະເພາະແມ່ນຕໍ່ຜູ້ມີຜົນງານດີເດັ່ນ ,ຜູ້ມີຫົວຄິດປະດິດສ້າງ,ຜູ້ໄປປະຕິບັດໜ້າທີ່ຢູ່ເຂດພູດອຍ,ຊົນນະບົດ ຫ່າງໄກສອກຫຼີກ,ທຸລະກັນດານ,ຜູ້ສອນຫ້ອງຄວບ,ຜູ້ສອນຫ້ອງຄົນພິ ການ,ຄູບໍານານ.ພ້ອມກັນນັ້ນລັດກໍ່ສົ່ງເສີມໃຫ້ບຸກຄົນ,ການຈັດຕັ້ງແລະ ສັງຄົມລວມທັງພາກເອກະຊົນທັງພາຍໃນແລະຕ່າງປະເທດໃຫ້ການ ຊ່ວຍເຫຼືອແລະອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຂອງຄູ. ສໍາລັບນະໂຍບາຍລະອຽດຕໍ່ຄູໄດ້ກໍານົດໄວ້ໃນລະບຽບການສະ ເພາະ.

....ມາດຕາສີ່ສິບເຈັດຂໍ້ຫ້າມສໍາລັບຄູ

ມາດຕາສີ່ສິບເຈັດຂໍ້ຫ້າມສໍາລັບຄູ ຂໍ້ຫ້າມສໍາລັບຄູມີດັ່ງນີ້: 1. ຂາດຄວາມຮັບຜິດຊອບຕໍ່ການສິດສອນ. 2. ສວຍໃຊ້ໜ້າທີ່,ຮັບສິນບົນເພື່ອຜົນປະໂຫຍດສ່ວນຕົວ,ຄອບ ຄົວ,ຈຸ້ມເຈື້ອຫຼືພັກພວກ. 3. ບິດເບືອນເນື້ອໃນຫຼັກສູດ. 4. ທຸບຕີ,ຮ້າຍດ່າ,ທາລຸນຫຼືລໍາອຽງຕໍ່ຜູ້ຮຽນ. 5. ແບ່ງແຍກຄວາມສາມັກຄີຫຼືສ້າງຄວາມປັ່ນປ່ວນພາຍໃນ ໂຮງຮຽນແລະສັງຄົມ. 6. ເຜີຍແຜ່ສິ່ງລະມົກອານາຈານ. 7. ຊື້ຂາຍ,ພົວພັນກັບສິ່ງເສບຕິດທຸກປະເພດ,ຫຼິ້ນການພະນັນ, ພົວພັນສັງຄົມຊູ້ສາວທີ່ບໍ່ຖືກຕ້ອງກັບຜູ້ຮຽນ. 8. ຂ້ໍຫ້າມອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ...ໝວດທີສອງບຸກຄະລາກອນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ


....ມາດຕາສີ່ສິບແປດບຸກຄະລາກອນການສຶກສາ

ມາດຕາສີ່ສິບແປດບຸກຄະລາກອນການສຶກສາ ບຸກຄະລາກອນການສຶກສາໝາຍເຖິງຜູ້ທີ່ເຮັດໜ້າທີ່ຄຸ້ມຄອງ, ບໍລິຫານ,ກວດກາແລະອໍານວຍຄວາມສະດວກໃຫ້ແກ່ການຮຽນ-ການ ສອນຢູ່ໃນໂຮງຮຽນ,ສູນ,ສະຖາບັນການສຶກສາທັງພາກລັດແລະເອກະ ຊົນແລະຢູ່ໃນອົງການຄຸ້ມຄອງ,ບໍລິການການສຶກສາຂັ້ນຕ່າງໆ. ບຸກຄະລະກອນການສຶກສາປະກອບດ້ວຍຜູ້ຄຸ້ມຄອງແລະບໍລິຫານ ການສຶກສາ,ຜູ້ກວດກາການສຶກສາ,ນັກວິຊາການແລະຜູ້ບໍລິຫານການ ສຶກສາ. ຕໍາແໜ່ງແລະນາມມະຍົດຂອງບຸກຄະລາກອນການສຶກສາຂັ້ນ ຕ່າງໆໃຫ້ປະຕິບັດຕາມມາດຕາສີ່ສິບສາມຂອງກົດໝາຍສະບັບນີ້. ....ມາດຕາສີ່ສິບເກົ້າການຄຸ້ມຄອງບໍລິຫານການສຶກສາ

ມາດຕາສີ່ສິບເກົ້າການຄຸ້ມຄອງບໍລິຫານການສຶກສາ ການຄຸ້ມຄອງບໍລິຫານການສຶກສາແມ່ນການຊີ້ຈໍາ,ນໍາພາ,ການ ວາງແຜນ,ຈັດຕັ້ງປະຕິບັດ,ນໍາໃຊ້,ກວດກາ,ສະຫຼຸບ,ຕີລາຄາແລະປະ ເມີນຜົນກ່ຽວກັບຄູ.ບຸກຄະລາກອນ,ຜູ້ຮຽນ,ງົບປະມານ,ເຄຫະສະຖານ, ພາຫະນະ,ວັດຖຸປະກອນຮັບໃຊ້ການຮຽນການສອນເພື່ອບັນລຸເປົ້າໝາຍ ຂອງການພັດທະນາຊັບພະຍາກອນມະນຸດຕາມແນວທາງນະໂຍບາຍ ຂອງພັກແລະແຜນການພັດທະນາການສຶກສາຂອງລັດ. ....ມາດຕາຫ້າສິບຫຼັກການຄູ້ມຄອງການສຶກສາ

ມາດຕາຫ້າສິບຫຼັກການຄູ້ມຄອງການສຶກສາ ການຄຸ້ມຄອງບໍລິຫານການສຶກສາຕ້ອງປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕຂັ້ນລຸ່ມຂຶ້ນກັບຂັ້ນເທິງບຸກຄົນຂຶ້ນກັບການຈັດຕັ້ງ ໂດຍມີການປະສານສົມທົບລະຫວ່າງສາຍຕັ້ງກັບສາຍຂວາງ. ....ມາດຕາຫ້າສິບເອັດຂໍ້ຫ້າມສໍາລັບບຸກຄະລາກອນການສຶກສາ

ມາດຕາຫ້າສິບເອັດຂໍ້ຫ້າມສໍາລັບບຸກຄະລາກອນການສຶກສາ ຂໍ້ຫ້າມສໍາລັບບຸກຄະລາກອນການສຶກສາມີດັ່ງນີ້: ໜຶ່ງຂາດຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານ. ສອງສ້າງຄວາມຫຍຸ່ງຍາກກົດໜ່ວງຖ່ວງດຶງເອກະສານ. ສາມລະເມີດລະບຽບກົດໝາຍ. ສີ່ສໍ້ລາດບັງຫຼັງສວຍໃຊ້ໜ້າທີ່ຮັບສິນບົນເປີດເຜີຍຄວາມລັບ ເພື່ອຫາຜົນປະໂຫຍດສ່ວນຕົວ. ຫ້າສ້າງກຸ່ມກ້ອນພັກພວກທ້ອງຖິ່ນແບ່ງແຍກຄວາມສາມັກຄີຫຼື ສ້າງຄວາມປັ່ນປ່ວນ. ຫົກພົວພັນກັບສິ່ງເສຍຕິດທຸກປະເພດ. ເຈັດຂໍ້ຫ້າມອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

..ພາກທີເຈັດສັງຄົມກັບການສຶກສາ


...ມາດຕາຫ້າສິບສອງພັນທະສັງຄົມຕໍ່ການສຶກສາ

ມາດຕາຫ້າສິບສອງພັນທະສັງຄົມຕໍ່ການສຶກສາ ອົງການຈັດຕັ້ງສັງຄົມວິສາຫະກິດຊຸມຊົນລວມໝູ່ແລະບຸກຄົນມີ ພັນທະປະກອບສ່ວນເຂົ້າໃນການພັດທະນາການສຶກສາດ້ວຍຮູບການ ຕ່າງໆ. ບັນດາຫົວໜ່ວຍທຸລະກິດແລະຜູ້ປະກອບການອື່ນໆມີພັນທະໃຫ້ ຄວາມຮ່ວມມືອໍານວຍຄວາມສະດວກແລະສະໜັບສະໜຸນຄູ,ຜູ້ຮຽນເຂົ້າ ໄປສຶກສາຄົ້ນຄວ້າທັດສະນະສຶກສາແລະຝຶກງານຢູ່ບ່ອນປະກອບການ ຂອງຕົນ. ສື່ມວນຊົນຕ່າງໆມີພັນທະຈັດລາຍການໂຄສະນາເຜີຍແຜ່ກ່ຽວ ກັບການສຶກສາເພື່ອຍົກລະດັບຄວາມຮູ້ທາງດ້ານວິທິຍາສາດເຕັກໂນ ໂລຊີວິຊາຊີບແລະອື່ນໆແກ່ພົນລະເມືອງ. ...ມາດຕາຫ້າສິບສາມພັນທະຂອງພໍ່ແມ່ຫຼືຜູ້ປົກຄອງ

ມາດຕາຫ້າສິບສາມພັນທະຂອງພໍ່ແມ່ຫຼືຜູ້ປົກຄອງ ພໍ່ແມ່ຫຼືຜູ້ປົກຄອງມີພັນທະສ້າງເງື່ອນໄຂອໍານວຍຄວາມສະ ດວກແກ່ລູກຫຼານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບການສຶກ ສາເຂົ້າຮ່ວມກິດຈະກໍາຕ່າງໆຮ່ວມມືກັບໂຮງຮຽນແລະຄູໃນການສຶກ ສາອົບຮົມລູກຫຼານຂອງຕົນໃຫ້ເປັນຜູ້ຮຽນດີຮຽນເກ່ັງເປັນພົນລະເມືອງ ດີຂອງຊາດນອກຈານີ້ກໍ່ຍັງມີພັນທະປະກອບສ່ວນດ້ານທຶນຮອນພາຫະ ນະວັດຖຸປະກອນສື່ການຮຽນການສອນການກໍ່ສ້າງປົກປັກຮັກສາແລະ ບູລະນະໂຮງຮຽນ. ...ມາດຕາຫ້າສິບສີ່ພັນທະຂອງໂຮງຮຽນຕໍ່ສັງຄົມ

ມາດຕາຫ້າສິບສີ່ພັນທະຂອງໂຮງຮຽນຕໍ່ສັງຄົມ ໂຮງຮຽນສູນແລະສະຖາບັນການສຶກສາມີພັນທະສະໜອງ ຄວາມຮູ້ຄວາມສາມາດແກ່ຜູ້ຮຽນປະສານສົມທົບກັບອົງການປົກຄອງ ສະມາຄົມພໍ່ແມ່ນັກຮຽນພໍ່ແມ່ຫຼືຜູ້ປົກຄອງເພື່ອສຶກສາອົບຮົມຜູ້ຮຽນໃຫ້ ເປັນພົນລະເມືອງດີແລະໃຫ້ການບໍລິການດ້ານວິຊາການແກ່ຊຸມຊົນ ດ້ວຍຫຼາຍຮູບແບບຕາມຄວາມສາມາດຕົວຈິງ. ..ພາກທີແປດການລົງທຶນໃຫ້ແກ່ການສຶກສາ


...ໝວດທີໜຶ່ງການລົງທຶນໃສ່ການສຶກສາຂອງລັດ


....ມາດຕາຫ້າສິບຫ້າຄວາມໝາຍ

ມາດຕາຫ້າສິບຫ້າຄວາມໝາຍ ການລົງທຶນໃສ່ການສຶກສາຂອງລັດແມ່ນການສະໜອງງົບປະ ມານ,ທຶນຮອນເພື່ອພັດທະນາການສຶກສາເຊັ່ນ:ກໍ່ສ້າງບຸກຄະລາກອນ ອາຄານສະຖານທີ່ປະກອບພາຫະນະວັດຖຸປະກອນສື່ການຮຽນການ ສອນສິ່ງອໍານວຍຄວາມສະດວກຕ່າງໆປະຕິບັດນະໂຍບາຍຕໍ່ຄູຜູ້ຮຽນ ແລະອື່ນໆ. ....ມາດຕາຫ້າສິບຫົກແຫຼ່ງທຶນ

ມາດຕາຫ້າສິບຫົກແຫຼ່ງທຶນ ແຫຼ່ງທຶນການສຶກສາແມ່ນມາຈາກງົບປະມານຂອງລັດເປັນຕົ້ນ ຕໍນອກຈາກນັ້ນກໍ່ຍັງໄດ້ມາຈາກການປະກອບສ່ວນຂອງການຈັດຕັ້ງບຸກ ຄົນພາຍໃນແລະຕ່າງປະເທດລວມທັງການຊ່ວຍເຫຼືອຂອງສາກົນ. ....ມາດຕາຫ້າສິບເຈັດງົບປະມານການສຶກສາ

ມາດຕາຫ້າສິບເຈັດງົບປະມານການສຶກສາ ລັດຕ້ອງຈັດບູລິມະສິດແລະເພີ່ມອັດຕາສ່ວນລາຍຈ່າຍງົບປະ ມານແຫ່ງຊາດໃຫ້ແກ່ການສຶກສາຈົນບັນລຸສິບແປດເປີເຊັນຂຶ້ນໄປການ ສະໜອງງົບປະມານສໍາລັບການບໍລິຫານປົກກະຕິໃຫ້ແກ່ໂຮງຮຽນສູນ ແລະສະຖາບັນການສຶກສາຕ່າງໆໃຫ້ຄິດໄລ່ຕາມຈໍານວນຜູ້ຮຽນລັດຖະ ບານແລະອົງການປົກຄອງທ້ອງຖິ່ນມີຄວາມຮັບຜິດຊອບຈັດຕັ້ງປະຕິບັດ ລາຍຈ່າຍງົບປະມານດັ່ງກ່າວຢ່າງເຂັ້ມງວດ. ລັດຖະບານແລະອົງການປົກຄອງທ້ອງຖິ່ນຕ້ອງຮັບປະກັນທຶນ ສົມທົບກັບໂຄງການຊ່ວຍເຫຼືອການກູ່ຢືມຈາກພາຍໃນແລະຕ່າງປະເທດ ໃຫ້ແກ່ການສຶກສາຢ່າງພຽງພໍແລະທັນເວລາ. ສໍາລັບມະຫາວິທະຍາໄລຂອງລັດໃຫ້ມີງົບປະມານສະເພາະຂອງ ຕົນໂດຍສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ. ....ມາດຕາຫ້າສິບແປດກອງທຶນ

ມາດຕາຫ້າສິບແປດກອງທຶນ ລັດຖະບານສົ່ງເສີມອົງການຈັດຕັ້ງຂອງລັດເອກະຊົນຊຸມຊົນ ແລະບຸກຄົນສ້າງຕັ້ງແລະປະກອບສ່ວນເຂົ້າໃນກອງທຶນຕ່າງໆເພື່ອພັດ ທະນາການສຶກສາ. ສໍາລັບລະບຽບການສ້າງຕັ້ງການຄຸ້ມຄອງແລະການນໍາໃຊ້ກອງ ທຶນນັ້ນໄດ້ກໍານົດໄວ້ຕ່າງຫາກ. ....ມາດຕາຫ້າສິບເກົ້າການເກັບຄ່າທໍານຽມແລະຄ່າບໍລິການ

ມາດຕາຫ້າສິບເກົ້າການເກັບຄ່າທໍານຽມແລະຄ່າບໍລິການ ລັດເປັນຜູ້ກໍານົດອັດຕາການເກັບຄ່າທໍານຽມແລະຄ່າບໍລິການ ການສຶກສາ. ການຄຸ້ມຄອງ,ການນໍາໃຊ້ຄ່າທໍານຽມແລະຄ່າບໍລິການການສຶກ ສາໃຫ້ສອດຄ່ອງກັບລະບຽບກົດໝາຍ. ...ໝວດທີສອງການລົງທຶນຂອງເອກະຊົນຕໍ່ການສຶກສາ


....ມາດຕາຫົກສິບນະໂຍບາຍກ່ຽວກັບການລົງທຶນ

ມາດຕາຫົກສິບນະໂຍບາຍກ່ຽວກັບການລົງທຶນ ລັດສົ່ງເສີມໃຫ້ບຸກຄົນລວມໝູ່ແລະການຈັດຕັ້ງເອກະຊົນທັງພາຍ ໃນແລະຕ່າງປະເທດລົງທຶນໃສ່ການສຶກສາດ້ວຍການສ້າງຕັ້ງໂຮງ ຮຽນສູນແລະສະຖາບັນການສຶກສາລະດັບຕ່າງໆເປີດການຮຽນການ ສອນຕາມລະບົບການສຶກສາແຫ່ງຊາດແລະຕາມຫຼັກສູດທີ່ກະຊວງສຶກ ສາທິການອະນຸມັດເພື່ອບໍລິການໃຫ້ແກ່ສັງຄົມໂດຍໄດ້ຮັບຕ່າຕອບແທນ ທີ່ເໝາະສົມຈາກຜູ້ຮຽນ. ການລົງທຶນມີຫຼາຍຮູບການຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າ ດ້ວຍວິສາຫະກິດ. ....ມາດຕາຫົກສິບເອັດການຄຸ້ມຄອງ

ມາດຕາຫົກສິບເອັດການຄຸ້ມຄອງ ລັດຖະບານເປັນຜູ້ກໍານົດຫຼັກການລະບຽບການແລະນະໂຍບາຍ ກ່ຽວກັບການຈັດຕັ້ງການເຄື່ອນໄຫວການຄຸ້ມຄອງໂຮງຮຽນສູນແລະ ສະຖາບັນການສຶກສາຂອງເອກະຊົນ. ..ພາກທີເກົ້າການຄຸ້ມຄອງລັດຕໍ່ການສຶກສາການກວດກາແລະປະເມີນຜົນການສຶກສາ


...ໝວດທີໜຶ່ງການຄຸ້ມຄອງລັດຕໍ່ການສຶກສາ


....ມາດຕາຫົກສິບສອງອົງການຄຸ້ມຄອງບໍລິຫານການສຶກສາ

ມາດຕາຫົກສິບສອງອົງການຄຸ້ມຄອງບໍລິຫານການສຶກສາ ລັດຖະບານເປັນຜູ້ຄຸ້ມຄອງການສຶກສາຢ່າງລວມສູນແລະເປັນ ເອກະພາບໃນທົ່ວປະເທດໂດຍມອບໃຫ້ກະຊວງສຶກສາທິການເປັນຜູ້ຮັບ ຜິດຊອບຄຸ້ມຄອງບໍລິຫານການສຶກສາໂດຍກົງ. ອົງການຄຸ້ມຄອງບໍລິຫານການສຶກສາປະກອບດ້ວຍ:ກະຊວງສຶກ ສາທິການ,ພະແນກສຶກສາແຂວງ,ນະຄອນ,ຫ້ອງການສຶກສາເມືອງ, ເທດສະບານ. ....ມາດຕາຫົກສິບສາມໜ້າທີ່ແລະສິດຂອງກະຊວງສຶກສາທີ່ການ

ມາດຕາຫົກສິບສາມໜ້າທີ່ແລະສິດຂອງກະຊວງສຶກສາທີ່ການ ໃນການຄຸ້ມຄອງບໍລິຫານການສຶກສາກະຊວງສຶກສາທິການ ມີໜ້າທີ່ແລະສິດດັ່ງນີ້: ໜຶ່ງຄົ້ນຄວ້າສ້າງແຜນຍຸດທະສາດ,ແຜນນະໂຍບາຍ,ແຜນ ງານ,ໂຄງການພັດທະນາການສຶກສາເພື່ອສະເໜີລັດຖະບານພິຈາ ລະນາ. ສອງສ້າງຮ່າງກົດໝາຍແລະນິຕິກໍາອື່ນໆກ່ຽວກັບການສຶກ ສາ. ສາມໂຄສະນາເຜີຍແຜ່ແຜນຍຸດທະສາດ,ແຜນນະໂຍບາຍ, ແຜນງານ,ໂຄງການພັດທະນາການສຶກສາ,ກົດໝາຍແລະນິຕິກໍາ ອື່ນໆກ່ຽວກັບການສຶກສາ. ສີ່ສ້າງ,ພັດທະນາຫຼັກສູດ,ອຸປະກກອນ,ສື່ການຮຽນການສອນ ໃນແຕ່ລະໄລຍະແລະຈັດຕັ້ງການຝຶກອົບຮົມຂັ້ນພື້ນຖານ. ຫ້າຊີ້ນໍາການລົບລ້າງຄວາມບໍ່ຮູ້ໜັງສືແລະຍົກລະດັບການ ສຶກສາຕິດພັນກັບການຝຶກອົບຮົມວິຊາຊີບຂັ້ນພ້ືນຖານ. ຫົກກໍານົດມາດຕະຖານແລະການອອກແບບຂອງອາຄານ ສະຖານທີ່ການສຶກສາ. ເຈັດກໍ່ສ້າງ,ນໍາໃຊ້,ບໍລຸງ,ຄຸ້ມຄອງຄູແລະບຸກຄະລາກອນການ ສຶກສາຕາມພາລະບົດບາດຂອງຕົນ. ແປດຄຸ້ມຄອງບໍລິຫານໂຮງຮຽນ,ສູນແລະສະຖາບັນການສຶກ ສາຕ່າງໆຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ເກົ້າຊີ້ນໍາ,ຕິດຕາມ,ຊຸກຍູ້,ກວດກາ,ກວດການ,ປະເມີນຜົນ ວຽກງານການສຶກສາ. ສິບປະສານສົມທົບກັບບັນດາອົງການຈັດຕັ້ງລັດແລະອົງການ ຈັດຕັ້ງອື່ນໆກ່ຽວກັບວຽກງານການສຶກສາ. ສິບເອັດຄຸ້ມຄອງ,ນໍາໃຊ້ງົບປະມານການສຶກສາໃຫ້ມີປະສິດ ທິຜົນ. ສິບສອງພົວພັນຮ່ວມມືກັບຕ່າງປະເທດ,ອົງການຈັດຕັ້ງສາ ກົນໃນວຽກງານການສຶກສາ. ສິບສາມລາຍງານກ່ຽວກັບການປະຕິບັດວຽກງານການສຶກ ສາໃຫ້ລັດຖະບານແລະຄະນະປະຈໍາສະພາແຫ່ງຊາດ. ສິບສີ່ປະຕິບັດໜ້າທີ່ແລະສິດອື່ນຕາມລະບຽບກົດໝາຍ. ....ມາດຕາຫົກສິບສີ່ໜ້າທີ່ແລະສິດຂອງພະແນກສຶກສາແຂວງ,ນະຄອນ

ມາດຕາຫົກສິບສີ່ໜ້າທີ່ແລະສິດຂອງພະແນກສຶກສາແຂວງ,ນະ ຄອນ ໃນການຄຸ້ມຄອງບໍລິຫານການສຶກສາພະແນກສຶກສາແຂວງ, ນະຄອນມີໜ້າທີ່ແລະສິດດັ່ງນີ້: ໜຶ່ງຜັນຂະຫຍາຍຍຸດທະສາດ,ແຜນນະໂຍບາຍ,ລະບຽບກົດ ໝາຍຂອງລັດແລະນິຕິກໍາຕ່າງໆຂອງກະຊວງສຶກສາທິການ,ແຜນ ພັດທະນາເສດຖະກິດສັງຄົມແລະນິຕິກໍາຕ່າງໆຂອງແຂວງ,ນະຄອນ ເປັນແຜນການ,ແຜນງານແລະໂຄງການສະເພາະຂອງຕົນແລະ ຈັດຕັ້ງປະຕິບັດ. ສອງເຜີຍແຜ່,ຕິດຕາມ,ຊີ້ນໍາແລະກວດກາການຈັດຕັ້ງປະຕິ ບັດລະບຽບກົດໝາຍກ່ຽວກັບການສຶກສາ. ສາມຈັດຕັ້ງປະຕິບັດແຜນການລົບລ້າງຄວາມບໍ່ຮູ້ໜັງສືແລະ ຍົກລະດັບການສຶກສາຕິດພັນກັບການຝຶກອົບຮົມວິຊາຊີບຂັ້ນພື້ນຖານ. ສີ່ບໍາລຸງ,ກໍ່ສ້າງ,ຄຸ້ມຄອງ,ນໍາໃຊ້ຄູແລະບຸກຄະລາກອນການ ສຶກສາ. ຫ້າຄຸ້ມຄອງບໍລິຫານໂຮງຮຽນ,ສູນແລະສະຖາບັນການສຶກ ສາຕ່າງໆໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ຫົກຊີ້ນໍາຊຸກຍູ້ຕິດຕາມກວດກາແລະປະເມີນຜົນການປະຕິບັດ ແຜນການແຜນງານໂຄງການພັດທະນາການສຶກສາຕາມຄວາມຮັບ ຜິດຊອບຂອງຕົນ. ເຈັດປະສານສົມທົບອົງການຈັດຕັ້ງພັດລັດແນວລາວສ້າງ ຊາດອົງການຈັດຕັ້ງມະຫາຊົນຂັ້ນຂອງຕົນແລະພາກສ່ວນທີ່ກ່ຽວ ຂ້ອງກ່ຽວກັບວຽກງານການສຶກສາ. ແປດຄຸ້ມຄອງນໍ້າໃຊ້ງົບປະມານການສຶກສາໃຫ້ມີປະສິດທິຜົນ. ເກົ້າພົວພັນຮ່ວມມືກັບຕ່າງປະເທດອົງການຈັດຕັ້ງສາກົນໃນ ວຽກງານການສຶກສາຕາມການຕົກລົງຂອງກະຊວງສຶກສາທິການ. ສິບລາຍງານກ່ຽວກັບການປະຕິບັດວຽກງານການສຶກສາ ໃຫ້ກະຊວງສຶກສາທິການ,ອົງການປົກຄອງແຂວງ,ນະຄອນແລະຄະ ນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ. ສິບເອັດປະຕິບັດໜ້າທີ່ແລະສິດອື່ນຕາມລະບຽບກົດໝາຍ. ....ມາດຕາຫົກສິບຫ້າໜ້າທີ່ແລະສິດຂອງຫ້ອງການສຶກສາເມືອງ,ເທດສະບານ

ມາດຕາຫົກສິບຫ້າໜ້າທີ່ແລະສິດຂອງຫ້ອງການສຶກສາເມືອງ, ເທດສະບານ ໃນການຄຸ້ມຄອງບໍລິຫານການສຶກສາຫ້ອງການສຶກສາເມືອງ, ເທດສະບານມີໜ້າທີ່ແລະສິດດັ່ງນີ້: ໜຶ່ງຈັດຕັ້ງປະຕິບັດແຜນຍຸດທະສາດແຜນນະໂຍບາຍລະບຽບ ກົດໝາຍຂອງລັດແລະນິຕິກໍາຕ່າງໆແລະແຜນພັດທະນາເສດຖະກິດ ສັງຄົມໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ສອງເຜີຍແຜ່ຕິດຕາມແລະກວດກາການຈັດຕັ້ງປະຕິບັດລະ ບຽບກົດໝາຍກ່ຽວກັບການສຶກສາ. ສາມຈັດຕັ້ງປະຕິບັດແຜນການລົບລ້າງຄວາມບໍ່ຮູ້ໜັງສື. ສີ່ຄຸ້ມຄອງ,ນໍາໃຊ້ຄູແລະບຸກຄະລາກອນການສຶກສາ. ຫ້າຄຸ້ມຄອງບໍລິຫານໂຮງຮຽນແລະສູນການສຶກສາຕ່າງໆໃນ ຂອບເຂດຄວາມຮັບຜິດຊອບຂອງຕົນ. ຫົກປະເມີນຜົນສະຫຼຸບແລະລາຍງານການປະຕິບັດແຜນການ ແຜນງານໂຄງການພັດທະນາການສຶກສາຕາມຄວາມຮັບຜິດຊອບ ຂອງຕົນ. ເຈັດປະສານສົມທົບກັບອົງການຈັດຕັ້ງພັກລັດແນວລາວສ້າງ ຊາດອົງການຈັດຕັ້ງມະຫາຊົນຂັ້ນຂອງຕົນແລະພາກສ່ວນທີ່ກ່ຽວ ຂ້ອງກ່ຽວກັບວຽກງານການສຶກສາ. ແປດຄຸ້ມຄອງນໍາໃຊ້ງົບປະມານການສຶກສາໃຫ້ມີປະສິດທະ ຜົນ. ເກົ້າປະຕິບັດໜ້າທີ່ແລະສິດອື່ນຕາມລະບຽບກົດໝາຍ. ....ມາດຕາຫົກສິບຫົກສະພາທີ່ປຶກສາການສຶກສາ

ມາດຕາຫົກສິບຫົກສະພາທີ່ປຶກສາການສຶກສາ ສະພາທີ່ປຶກສາການສຶກສາໝາຍເຖິງການຈັດຕັ້ງໜຶ່ງທີ່ຢູ່ພາຍ ໃຕ້ການຄຸ້ມຄອງຂອງຂະແໜງການສຶກສາ,ປະກອບດ້ວຍຫຼາຍພາກ ສ່ວນທີ່ກ່ຽວຂ້ອງເຊັ່ນ:ຜູ້ຊົງຄຸນວຸດທິປັນຍາຊົນຜູ້ຕາງໜ້າແນວລາວ ສ້າງຊາດອົງການຈັດຕັ້ງມະຫາຊົນຜູ້ປະກອບການດ້ານທຸລະກິດທັງ ພາກລັດແລະເອກະຊົນມີໜ້າທີ່ໃຫ້ຄໍາປຶກສາດ້ານນະໂຍບາຍການມີ ສ່ວນຮ່ວມໃນການພັດທະນາການສຶກສາຢູ່ຂັ້ນຂອງຕົນ. ອົງການຄຸ້ມຄອງບໍລິຫານການສຶກສສາໂຮງຮຽນສູນແລະສະ ຖາບັນການສຶກສາມີສິດສ້າງຕັ້ງສະພາທີ່ປຶກສາການສຶກສາຂອງຕົນ ຂຶ້ນ. ການຈັດຕັ້ງແລະການເຄື່ອນໄຫວຂອງສະພາທີ່ປຶກສາການສຶກ ສາໄດ້ກໍານໄດ້ໄວ້ໃນລະບຽບການສະເພາະ. ....ມາດຕາຫົກສິບເຈັດໜ້າທີ່ແລະສິດຂອງພາກສ່ວນອື່ນທີ່ກ່ຽວຂ້ອງ

ມາດຕາຫົກສິບເຈັດໜ້າທີ່ແລະສິດຂອງພາກສ່ວນອື່ນທີ່ກ່ຽວຂ້ອງ ຂະແໜງການອື່ນເປັນຕົ້ນຄະນະກໍາມະການແຜນການແລະ ການລົງທຶນການເງິນແລະອົງການປົກຄອງທ້ອງຖິ່ນມີໜ້າທີ່ແລະສິດ ປະສານສົມທົບແລະຮ່ວມມືກັບຂະແໜງການສຶກສາຕາມພາລະບົດ ບາດແລະຄວາມຮັບຜິດຊອບຂອງຕົນໃນການສ້າງແຜນການແບ່ງງົບ ປະມານລົງທຶນແລະສົ່ງເສີມວຽກງານການສຶກສາເພື່ອເຮັດໃຫ້ການ ສຶກສາມີຄຸນນະພາບແລະປະກອບສ່ວນເຂົ້າໃນການພັດທະນາຊັ້ບພະ ຍາກອນມະນຸດ. ...ໝວດທີສອງການກວດກາແລະປະເມີນຜົນການສຶກສາ


....ມາດຕາຫົກສິບແປດການກວດກາແລະປະເມີນຜົນການສຶກສາ

ມາດຕາຫົກສິບແປດການກວດກາແລະປະເມີນຜົນການສຶກສາ ການກວດກາແລະປະເມີນຜົນການສຶກສາແມ່ນການປະຕິບັດ ວຽກງານຄຸ້ມຄອງລັດຕໍ່ການສຶກສາເພື່ອຮັບປະກັນການປະຕິບັດນະໂຍ ບາຍແຜນການແຜນງານໂຄງການລະບຽບກົດໝາຍແລະມາດຕະ ຖານກ່ຽວກັບການສຶກສາໃຫ້ມີຄຸນນະພາບເສີມຂະຫຍາຍດ້ານຕັ້ງໜ້າ ຈໍາກັດແກ້ໄຂດ້ານຫຍໍ້ທໍ້ແລະການລະເມີດລະບຽບກົດໝາຍແລ້ວສະ ຫຼຸບຕີລາຄາປະເມີນຜົນກ່ຽວກັບວຽກງານດັ່ງກ່າວເພື່ອເຮັດໃຫ້ການ ຄຸ້ມຄອງບໍລິຫານການສຶກສາມີຄວາມຖືກຕ້ອງແລະໂປ່ງໃສ. ....ມາດຕາຫົກສິບເກົ້າອົງການກວດສອບການສຶກສາ

ມາດຕາຫົກສິບເກົ້າອົງການກວດສອບການສຶກສາ ອົງການກວດສອບການສຶກສາປະກອບດ້ວຍອົງການກວດກາ ການສືກສາພາຍໃນແລະອົງການກວດກາການສຶກສາພາຍນອກ. ອົງການກວດກາການສຶກສາພາຍໃນແມ່ນອົງການດຽວກັນກັບ ອົງການຄຸ້ມຄອງບໍລິຫານການສຶກສາທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບ ສອງຂອງກົດໝາຍສະບັບນີ້. ອົງການກວດກາການສຶກສາພາຍນອກແມ່ນອົງການກວດກາ ທີ່ບໍ່ຂຶ້ນກັບຂະແໜງການສຶກສາ. ....ມາດຕາເຈັດສິບໜ້າທີ່ແລະສິດຂອງການກວດກາການສຶກສາພາຍໃນ

ມາດຕາເຈັດສິບໜ້າທີ່ແລະສິດຂອງການກວດກາການສຶກສາພາຍ ໃນ ກະຊວງສຶກສາທິການຮັບຜິດຊອບຕິດຕາມ,ກວດກາ,ປະເມີນ ຜົນການບໍລິຫານແລະຄຸ້ມຄອງການສຶກສາ,ການຮຽນການສອນທົ່ວ ຂະແໜງການສຶກສາແລະການເຄື່ອນໄຫວອື່ນໆຂອງພະແນກສຶກສາ ແຂວງ,ນະຄອນ,ເມືອງ,ເທດສະບານ,ໂຮງຮຽນ,ສູນແລະສະຖາບັນ ການສຶກສາທີ່ຂຶ້ນກັບການຄຸ້ມຄອງຂອງຕົນ;ຕິດຕາມ,ກວດກາແລະປະ ເມີນຜົນການຮຽນການສອນແລະການປະຕິບັດຫຼັກສູດຂອງໂຮງຮຽນ ຂອງສູນແລະສະຖາບັນການສຶກສາທີ່ຂຶ້ນກັບຂະແໜງການອື່ນ. ພະແນກສຶກສາແຂວງແລະນະຄອນຮັບຜິດຊອບຕິດຕາມກວດ ກາແລະປະເມີນຜົນການບໍລິຫານແລະຄຸ້ມຄອງການສຶກສາເມືອງການ ສຶກສາເທດສະບານການສຶກສາໂຮງຮຽນການສຶກສາສູນແລະສະຖາ ບັນການສຶກສາຕ່າງໆທີ່ຂຶ້ນກັບການຄູ້ມຄອງຂອງຕົນ. ຫ້ອງການສຶກສາເມືອງຫ້ອງການສຶກສາເທດສະບານຮັບຜິດ ຊອບຕິດຕາມຮັບຜິດຊອບກວດກາແລະປະເມີນຜົນການບໍລິຫານແລະ ຄຸ້ມຄອງການສຶກສາ,ການຮຽນການສອນແລະການເຄື່ອນໄຫວອື່ນໆ ຂອງໂຮງຮຽນແລະສູນການສຶກສາຕ່າງໆທີ່ຂຶ້ນກັບການຄູ້ມຄອງຂອງ ຕົນ. ....ມາດຕາເຈັດສິບເອັດໜ້າທີ່ແລະສິດຂອງຜູ້ກວດກາ

ມາດຕາເຈັດສິບເອັດໜ້າທີ່ແລະສິດຂອງຜູ້ກວດກາ ໃນການກວດກາການສຶກສາຂະແໜງການສຶກສາຕ້ອງໄດ້ ແຕ່ງຕັ້ງພະນັກງານຂອງຕົນເພື່ອເປັນຜູ້ຕິດຕາມ,ກວດກາແລະປະ ເມີນຜົນການສຶກສາຊຶ່ງມີໜ້າທີ່ແລະສິດດັ່ງນີ້: ໜຶ່ງປະຕິບັດຕາມລະບຽບກົດໝາຍກ່ຽວກັບການກວດກາ ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ. ສອງກວດກາການປະຕິບັດມະຕິ,ຄໍາສັ່ງແລະລະບຽບກົດ ໝາຍກ່ຽວກັບການສຶກສາ. ສາມກວດກາການປະຕິບັດຈຸດໝາຍ,ແຜນງານ,ໂຄງການ, ເນື້ອໃນຫຼັກສູດແລະວິທີການສິດສອນ,ລະບຽບການສອບເສັງ,ການ ອອກປະກາສະນນີຍະບັດແລະຄຸນນະພາບການສຶກສາ. ສີ່ກວດກາການແກ້ໄຂຄໍາສະເນີຂອງປະຊາຊົນກ່ຽວກັບການ ສຶກສາ. ຫ້າສະເນີໂຈະຊົ່ວຄາວການເຄື່ອນໄຫວຂອງຜູ້ລະເມີດລະ ບຽບກົດໝາຍກ່ຽວກັບການສຶກສາແລະສະເໜີປະຕິບັດມາດຕະ ການຕໍ່ຜູ້ກ່ຽວ. ຫົກຕ້ານແລະສະກັດກັ້ນການສໍ້ລາດບັງຫຼວງໃນຂົງເຂດການ ສຶກສາຕາມລະບຽບກົດໝາຍ. ເຈັດປະຕິບັດໜ້າທີ່ແລະສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍການກວດກາລັດແລະກົດໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາເຈັດສິບສອງໜ້າທີ່ແລະສິດຂອງຜູ້ຖືກກວດກາ

ມາດຕາເຈັດສິບສອງໜ້າທີ່ແລະສິດຂອງຜູ້ຖືກກວດກາ ຜູ້ຖືກກວດກາມີໜ້າທີ່ແລະສິດດັ່ງນີ້: ໜຶ່ງສະເໜີໃຫ້ຜູ້ກວດກາແຈ້ງຂໍ້ຕົກລົງກ່ຽວກັບການກວດກາ; ສອງສ້າງເງື່ອນໄຂ,ອໍານວຍຄວາມສະດວກໃຫ້ຜູ້ກວດກາແລະ ປະຕິບັດຕາມຂໍ້ຕົກລົງກ່ຽວກັບການກວດກາ. ສາມສະໜອງຂໍ້ມູນຫຼັກຖານກ່ຽວກັບການກວດກາຢ່າງຖືກຕ້ອງ ,ຊັດເຈນແລະທັນເວລາ. ສີ່ສະເໜີໃຫ້ອົງການທີ່ກ່ຽວຂ້ອງພິຈາລະນາກ່ຽວກັບການຕົກ ລົງ,ທັດສະນະທ່າທີແລະການກະທໍາອື່ນໆຂອງຜູ້ກວດກາທີ່ຕົນເຫັນວ່າ ບໍ່ຖືກຕ້ອງ. ຫ້າທວງເອົາການທົດແທນຄ່າເສຍຫາຍຕາມກົດໝາຍຈາກຜູ້ ກວດກາທີ່ມີການກະທໍາບໍ່ຖືກຕ້ອງ. ຫົກປະຕິບັດໜ້າທີ່ແລະສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍການກວດກາລັດແລະກົດໝາຍອື່ນທີ່ກ່ຽວຂ້ອງ. ....ມາດຕາເຈັດສິບສາມໜ້າທີ່ແລະສິດຂອງອົງການກວດກາການສຶກສາພາຍນອ

ມາດຕາເຈັດສິບສາມໜ້າທີ່ແລະສິດຂອງອົງການກວດກາການສຶກ ສາພາຍນອກ ໜ້າທີ່ແລະສິດລວມທັງການຈັດຕັ້ງແລະການເຄື່ອນໄຫວຂອງ ອົງການກວດກາການສຶກສາພາຍນອກໄດ້ກໍານົດໄວ້ໃນລະບຽບການ ສະເພາະ. ..ພາກທີສິບນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາເຈັດສິບສີ່:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາເຈັດສິບສີ່:ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງໃດທີ່ມີຜົນງານດີເດັ່ນໃນການປະຕິບັດກົດ ໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍແລະນະໂຍບາຍຕ່າງໆຊຶ່ງລັດຖະ ບານເປັນຜູ້ກໍານົດ. ...ມາດຕາເຈັດສິບຫ້າມາດຕະການຕໍ່ຜູ້ລະເມີດ

ມາດຕາເຈັດສິບຫ້າມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງໃດທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກ ສຶກສາອົບຮົມ,ຕັກເຕືອນ,ປະຕິບັດມາດຕະການທາງດ້ານບໍລິຫານ,ທາງ ແພ່ງຫຼືຖືກລົງໂທດຕາມກົດໝາຍແລ້ວແຕ່ກໍລະນີເບົາຫຼືໜັກ. ..ພາກທີສິບເອັດວັນຄູແຫ່ງຊາດແລະເຄື່ອງໝາຍການສຶກສາ


...ມາດຕາເຈັດສິບຫົກວັນຄູແຫ່ງຊາດ

ມາດຕາເຈັດສິບຫົກວັນຄູແຫ່ງຊາດ ລັດແຫ່ງສປປລາວກໍານົດເອົາວັນທີເຈັດຕຸລາເປັນວັນຄູແຫ່ງ ຊາດ. ວັນຄູແຫ່ງຊາດເປັນວັນພັກລັດຖະການສໍາລັບຄູອາຈານ,ຜູ້ຮຽນ ແລະບຸກຄະລາກອນການສຶກສາ. ອົງການຈັດຕັ້ງລັດ,ອົງການຈັດຕັ້ງມະຫາຊົນແລະສັງຄົມພ້ອມ ດ້ວຍປະຊາຊົນເປັນເຈົ້າການ,ປະກອບສ່ວນແລະຈັດຕັ້ງສະເຫຼີມສະຫຼອງ ວັນຄູແຫ່ງຊາດເພື່ອລະນຶກເຖິງຄຸນງາມຄວາມດີຂອງຜູ້ເປັນຄູອາຈານ. ...ມາດຕາເຈັດສິບເຈັດເຄື່ອງໝາຍທາງການສຶກສາ

ມາດຕາເຈັດສິບເຈັດເຄື່ອງໝາຍທາງການສຶກສາ ຂະແໜງການສຶກສາມີເຄື່ອງໝາຍຂອງຕົນເປັນຕົ້ນກາໝາຍ, ກາໝາຍຊັ້ນແລະເຄື່ອງແບບຂອງຄູ,ບຸກຄະລາກອນການສຶກສາແລະ ຜູ້ຮຽນຊຶ່ງກະຊວງສຶກສາທິການເປັນຜູ້ກໍານົດ. ..ພາກທີສິບສອງບົດບັນຍັດສຸດທ້າຍ


...ມາດຕາເຈັດສິບແປດການຈັດຕັ້ງປະຕິບັດ

ມາດຕາເຈັດສິບແປດການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບເລກທີສູນສາມທັບສພຊລົງວັນທີແປດເມສາປີສອງພັນນີ້. ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນ ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວໄດ້ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ.