ກົດໝາຍວ່າດ້ວຍການສຶກສາ(ສະບັບປັບປຸງ)16-07-2015

From Wikisource
Jump to navigation Jump to search

ການສຶກສາ(ສະບັບປັບປຸງ)16-07-2015

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸມຄອງ,ຕິດຕາມ,ກວດກາການເຄື່ອນໄຫວວຽກງານສຶກສາເພື່ອພັດທະນາວຽກງານດັ່ງກ່າວໃຫ້ໄດ້ມາດຕະຖານ,ມີຄຸນນະພາບ,ມີຄວາມຍືນຍົງແນໃສ່ພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນພົນລະເມືອງດີ,ມີຄຸນສົມບັດສິນທໍາປະຕິວັດ,ມີຄວາມຮູ້ຄວາມສາມາດ,ມີວິຊາຊີບ,ມີຄວາມຊໍານານງານ,ມີສຸຂະພາບພະລານາໄມ,ຮູ້ຮັກສາແລະສົ່ງເສີມສິລະປະວັດທະນະທໍາແລະຮີດຄອງປະເພນີ້ອັນດີງາມຂອງຊາດສາມາດເຊື່ອມໂຍງເຂົ້າກັບພາກພື້ນແລະສາກົນປະກອບສ່ວນເຂົ້າໃນການປົກປັກຮັກສາ,ສ້າງສາພັດທະນາປະເທດຊາດ.

ມາດຕາ2(ປັບປຸງ)ການສຶກສາ ການສຶກສາແມ່ນຂະບວນການສອນ,ການຮຽນຮູ້ທາງດ້ານທິດສະດີແລະພຶດຕິກໍາຕົວຈິງກ່ຽວກັບວິທະຍາສາດທໍາມະຊາດ,ວິທະຍາສາດສັງຄົມແລະເຕັກໂນໂລຊີເພື່ອພັດທະນາຊັບພະຍາກອນມະນຸດໃຫ້ຂະຫຍາຍຕົວຢ່າງຮອບດ້ານ.

ມາດຕາ3(ປັບປຸງ)ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ພົນລະເມືອງໝາຍເຖິງຄົນລາວ,ຄົນຕ່າງດ້າວ,ຄົນຕ່າງປະເທດແລະຄົນບໍ່ມີສັນຊາດຢູ່ສປປລາວ; 2.ຫຼັກສູດຕໍ່ເນື່ອງໝາຍເຖິງຫຼັກສູດຕໍ່ຍອດຫຼັກສູດໃດໜຶ່ງໃນລະດັບທີ່ສູງກວ່າໃນສາຂາວິຊາສະເພາະດຽວກັນ; 3.ຫຼັກສູດເຊື່ອມຕໍ່ໝາຍເຖິງຫຼັກສູດຕໍ່ຍອດຫຼັກສູດໃດໜຶ່ງໃນລະດັບທີ່ສູງກວ່າໃນສາຂາວິຊາສະເພາະທີ່ໃກ້ຄຽງກັນ; 4.ຜູ້ທີ່ມີບັນຫາໝາຍເຖິງຜູ້ຖືກກັກຂັງ,ດັດສ້າງແລະບໍາບັດ; 5.ຄອບຄົວໝາຍເຖິງພໍ່,ແມ່ຫຼືຜູ້ປົກຄອງຂອງຜູ້ຮຽນ; 6.ລະບົບການສຶກສາແຫ່ງຊາດໝາຍເຖິງລະບົບການສຶກສາທີ່ເປັນເອກະພາບຊຶ່ງປະກອບດ້ວຍການສຶກສາໃນໂຮງຮຽນແລະການສຶກສານອກໂຮງຮຽນ; 7.ການສຶກສາຫຼັງປະລິນຍາໝາຍເຖິງການສຶກສາລົງເລິກຂະແໜງວິຊາສະເພາະດ້ານໃດໜຶ່ງ; 8.ການຈັດຕັ້ງປະກັນຄຸນນະພາບພາຍນອກໝາຍເຖິງການຈັດຕັ້ງທີ່ຢູ່ນອກຫຼືບໍ່ຂຶ້ນກັບສະຖານການສຶກສາ; 9.ທຸດຈະລິດໝາຍເຖິງຄວາມລໍາອຽງ,ຕົວະຍົວະແລະບໍ່ສັດຊື່ບໍລິສຸດ; 10.ຈັນຍາບັນຂອງຄູໝາຍເຖິງແບບແຜນໃນການປະພຶດຂອງຄູຊຶ່ງປະກອບດ້ວຍຄວາມສັດຊື່ບໍລິສຸດ,ຮັກອາຊີບ,ຮັກແພງຜູ້ຮຽນ,ເປັນແບບຢ່າງນໍາໜ້າແລະພັດທະນາຕົນເອງ; 11.ມູນຄ່າຫົວໜ່ວຍໝາຍເຖິງຈໍານວນເງິນບໍລິຫານໃຫ້ສະຖານການສຶກສາຂອງລັດຕໍ່ຄົນຕໍ່ປີ; 12.ການວັດຜົນໝາຍເຖິງຂະບວນການຈັດຫາຂໍ້ມູນກ່ຽວກັບຜົນສໍາເລັດການຮຽນຂອງຜູ້ຮຽນເພື່ອນໍາໄປສູ່ການຕັດສິນຄຸນຄ່າດ້ວຍຫຼາຍວິທີການເຊັ່ນການກວດກາ,ການທົດສອບ,ການສອບເສັງແລະອື່ນໆ; 13.ການປະເມີນຜົນໝາຍເຖິງການນໍາເອົາຜົນຂອງການວັດຜົນມາຕັດສິນຄຸນຄ່າຂອງຜົນສໍາເລັດທາງການຮຽນ; 14.ຄະນະພັດທະນາການສຶກສາໝາຍເຖິງການຈັດຕັ້ງໜຶ່ງທີ່ມີຄວາມຮັບຜິດຊອບໃນການພັດທະນາການສຶກສາທັງໃນແລະນອກໂຮງຮຽນພື່ອຊຸກຍູ້,ສົ່ງເສີມແລະອໍານວຍຄວາມສະດວກໃຫ້ທຸກຄົນໄດ້ຮັບການສຶກສາຢ່າງທົ່ວເຖິງຊຶ່ງປະກອບດ້ວຍບຸກຄະລາກອນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

ມາດຕາ4(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບວຽກງານສຶກສາ ລັດກໍານົດເອົາການສຶກສາເປັນວຽກງານໃຈກາງຂອງການພັດທະນາຊັບພະຍາກອນມະນຸດແລະສົ່ງເສີມທຸກເພດໄວ,ທຸກເຜົ່າໃຫ້ເຂົ້າເຖິງການສຶກສາ. ລັດເອົາໃຈໃສ່ຂະຫຍາຍການສຶກສາກ່ອນໄວຮຽນ,ສົ່ງເສີມສຸຂະພາບ,ໂພຊະນາການຂັ້ນພື້ນຖານໃນໂຮງຮຽນແລະກໍານົດເອົາການສຶກສາພາກບັງຄັບເປັນການສຶກສາທີ່ບໍ່ໄດ້ເສຍຄ່າຍົກເວັ້ນກໍລະນີທີ່ໄດ້ກໍານົດໄວ້ຕ່າງຫາກ. ລັດເພີ່ມທະວີການລົງທຶນໃສ່ການພັດທະນາການສຶກສາໃຫ້ມີຄຸນນະພາບ,ຂະຫຍາຍຕົວຢ່າງທົ່ວເຖິງ,ພ້ອມກັນນັ້ນກໍ່ເອົາໃຈໃສ່ໃນການສ້າງ,ພັດທະນາແລະມີນະໂຍບາຍຕໍ່ຄູ,ບຸກຄະລາກອນການສຶກສາແລະຜູ້ຮຽນຢ່າງເໝາະສົມ. ລັດສົ່ງເສີມແລະຊຸກຍູ້ໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງພາຍໃນແລະຕ່າງປະເທດລົງທຶນໃສ່ການພັດທະນາການສຶກສາແຫ່ງຊາດໂດຍສະເພາະອາຊີວະສຶກສາແລະການຝຶກອົບຮົມວິຊາຊີບໃຫ້ໄດ້ມາດຕະຖານ,ມີຄຸນນະພາບດ້ວຍນະຖຍບາຍດ້ານຕ່າງໆເປັນຕົ້ນສ້າງເງື່ອນໄຂອໍານວຍຄວາມສະດວກ,ນະໂຍບາຍສິນເຊື່ອ,ຍົກເວັ້ນຫຼືຫຼຸດຜ່ອນພາສີ,ອາກອນແລະຄ່າທໍານຽມຕາມກົດໝາຍແລະລະບຽບການ.

ມາດຕາ5(ປັບປຸງ)ຫຼັກການກ່ຽວກັບວຽກງານສຶກສາ ການເຄື່ອນໄຫວວຽກງານສຶກສາໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1.ສອດຄ່ອງກັບແຜນການພັດທະນາເສດຖະກິດສັງຄົມແລະແຜນພັດທະນາຊັບພະຍາກອນມະນຸດແຫ່ງຊາດ; 2.ຮັບປະກັນສາມລັກສະນະຄືລັກສະນະຊາດ,ລັກສະນະວິທະຍາສາດທັນສະໄໝແລະລັກສະນະມະຫາຊົນ; 3.ປະຕິບັດຕາມຫ້າຫຼັກມູນຄືຄຸນສົມບັດສຶກສາ,ປັນຍາສຶກສາ,ແຮງງານສຶກສາ,ພະລະສຶກສາແລະສິລະປະສຶກສາຢ່າງເປັນເອກະພາບ; 4.ຮັບປະກັນໃຫ້ການຮຽນໄປຄຽງຄູ່ກັບການປະຕິບັດຕົວຈິງແລະໃຫ້ມີຄວາມສະເໝີພາບ; 5.ປະສານສົມທົບລະຫວ່າງການສຶກສາໃນໂຮງຮຽນແລະນອກໂຮງຮຽນກັບການສຶກສາອົບຮົມຢູ່ໃນຄອບຄົວແລະສັງຄົມ; 6.ຮັບປະກັນຄຸນນະພາບ,ເຊື່ອມໂຍງເຂົ້າກັບການສຶກສາພາກພື້ນແລະສາກົນ.

ມາດຕາ6(ປັບປຸງ)ສິດຂອງພົນລະເມືອງໃນການສຶກສາ ພົນລະເມືອງທຸກຄົນໃນສປປລາວໂດຍບໍ່ຈໍາແນກສັນຊາດ,ເຊື້ອຊາດ,ສາດສະໜາ,ເຜົ່າ,ເພດ,ໄວ,ສະຖານະພາບທາງດ້ານຮ່າງກາຍແລະດ້ານເສດຖະກິດສັງຄົມລ້ວນແຕ່ມີສິດໄດ້ຮັບການສຶກສາທີ່ມີຄຸນນະພາບ,ການຮຽນຮູ້ຕະຫຼອດຊີວິດຢ່າງເທົ່າທຽມກັນຕາມກົດໝາຍແລະລະບຽບການ.

ມາດຕາ7(ປັບປຸງ)ພັນທະຂອງພົນລະເມືອງຕໍ່ການສຶກສາ ພົນລະເມືອງທຸກຄົນໃນສປປລາວລ້ວນແຕ່ມີພັນທະໃນການປະກອບທຶນ,ວັດຖຸປະກອນ,ເຫື່ອແຮງ,ສະຕິປັນຍາເພື່ອພັດທະນາການສຶກສາໃຫ້ຂະຫຍາຍຕົວແລະມີຄຸນນະພາບລວມທັງສຶກສາອົບຮົມ,ຊ່ວຍເຫຼືອຜູ້ຮຽນ,ຄູແລະບຸກຄະລາກອນການສຶກສາ.

ມາດຕາ8(ໃໝ່)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນ,ການຈັດຕັ້ງພາກລັດແລະເອກະຊົນທັງພາຍໃນແລະຕ່າງປະເທດທີ່ເຄື່ອນໄຫວວຽກງານສຶກສາໃນສປປລາວ.

ມາດຕາ9(ປັບປຸງ)ການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພືນແລສາກົນກ່ຽວກັບການພັດທະນາວຽກງານສຶກສາດ້ວຍການແລກປ່ຽນບົດຮຽນດ້ານວິຊາການ,ວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວານແລະການສື່ສານ,ການຄົ້ນຄວ້າ,ການສິດສອນ,ການຄຸ້ມຄອງບໍລິຫານການສຶກສາ,ການຍາດແຍ່ງທຶນຮອນໃນການສ້າງ,ຝຶກອົບຮົມ,ຍົກລະດັບການສຶສາ,ປະຕິບັດສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ2ລະບົບການສຶກສາແຫ່ງຊາດ

ໝວດທີ1ການສຶກສາໃນໂຮງຮຽນ

ມາດຕາ10(ປັບປຸງ)ການສຶກສາໃນໂຮງຮຽນ ການສຶກສາໃນໂຮງຮຽນແມ່ນການຈັດຕັ້ງການຮຽນການສອນຢູ່ໃນໂຮງຮຽນຢ່າງເປັນລະບົບປົກກະຕິ,ມີການກໍານົດເວລາຮຽນແລະມີເນື້ອໃນຫຼັກສູດທີ່ຖືກຕ້ອງຕາມມາດຕະຖານການສຶກສາແຫ່ງຊາດ. ການສຶກສາໃນໂຮງຮຽນປະກອບດ້ວຍ: 1.ການສຶກສາກ່ອນໄວຮຽນ; 2.ສາມັນສຶກສາ; 3.ອາຊີວະສຶກສາ; 4.ການສຶກສາຊັ້ນສູງ.

ມາດຕາ11(ປັບປຸງ)ການສຶກສາກ່ອນໄວຮຽນ ການສຶກສາກ່ອນໄວຮຽນແມ່ນການລ້ຽງດູເດັກໃນໂຮງລ້ຽງເດັກ,ການຮຽນການສອນໃນໂຮງຮຽນອະນຸບານແລະສະຖານການສຶກສາກ່ອນໄວຮຽນອື່ນໂດຍມີຈຸດໝາຍເພື່ອພັດທະນາເດັກໃຫ້ມີການຂະຫຍາຍຕົວແລະພັດທະນາການທາງດ້ານຮ່າງກາຍ,ສະຕິປັນຍາ,ອາລົມຈິດ,ພາສາແລະຮຽນຮູ້ຊີວິດສັງຄົມເພື່ອກຽມຄວາມພ້ອມເຂົ້າຮຽນຊັ້ນປະຖົມສຶກສາ.

ມາດຕາ12(ໃໝ່)ໂຄງປະກອບການສຶກສາກ່ອນໄວຮຽນ ການສຶກສາກ່ອນໄວຮຽນປະກອບດ້ວຍຊັ້ນຮຽນດັ່ງນີ້: 1.ຊັ້ນລ້ຽງເດັກຮັບເດັກອາຍຸແຕ່ສາມເດືອນຫາຕໍ່າກວ່າສາມປີ; 2.ຊັ້ນອະນຸບານສຶກສາຮັບເດັກອາຍຸແຕ່ສາມປີຫາຕໍ່າກວ່າຫົກປີ. ໃນຊັ້ນອະນຸບານສຶກສາຍັງມີກຸ່ມຮຽນຜ່ານການຫຼິ້ນແລະຫ້ອງກຽມປະຖົມ.

ມາດຕາ13(ປັບປຸງ)ສາມັນສຶກສາ ສາມັນສຶກສາແມ່ນການຮຽນການສອນຄວາມຮູ້ພື້ນຖານທົ່ວໄປຊຶ່ງປະກອບດ້ວຍປະຖົມສຶກສາ,ມັດທະຍົມສຶກສາຕອນຕົ້ນ,ມັດທະຍົມສຶກສາຕອນປາຍແລະໃຊ້ເວລາຮຽນທັງໝົດສິບສອງປີໂດຍມີຈຸດໝາຍດັ່ງນີ້: 1.ປະຖົມສຶກສາເພື່ອຮັບປະກັນໃຫ້ຜູ້ຮຽນມີຄວາມຮູ້ທົ່ວໄປແລະມີຄວາມສາມາດໃນການຟັງ,ການອ່ານ,ການຂຽນ,ການເວົ້າ,ການເບິ່ງ,ການຖາມ,ການຄິດໄລ່,ການສຸຂານາໄມ,ກິລາກາຍຍະກໍາແລະການຝຶກແອບສິລະປະຂັ້ນພື້ນຖານ; 2.ມັດທະຍົມສຶກສາຕອນຕົ້ນເພື່ອໃຫ້ຄວາມຮູ້ພື້ນຖານກ່ຽວກັບພາສາລາວ,ຄະນິດສາດ,ວິທະຍາສາດທໍາມະຊາດສັງຄົມ,ກິລາກາຍຍະກໍາ,ສິລະປະ,ກົດໝາຍ,ເຕັກໂນໂລຊີ,ວິຊາຊີບແລະພາສາຕ່າງປະເທດສໍາລັບຮຽນຕໍ່ໃນມັດທະຍົມຕອນປາຍແລະອາຊີວະສຶກສາ; 3.ມັດທະຍົມສຶກສາຕອນປາຍເພື່ອຍົກລະດັບແລະຂະຫຍາຍເນື້ອໃນທີ່ໄດ້ຮຽນມານັ້ນນອກຈາກນີ້ຍັງລົງເລິກບາງວິຊາເພື່ອພັດທະນາຄວາມຮູ້ຄວາມສາມາດແລະພອນສະຫວັນຂອງຜູ້ຮຽນສໍາລັບຮຽນຕໍ່ອາຊີວະສຶກສາ,ການສຶກສາຂັ້ນສູງແລະປະກອບອາຊີບ.

ມາດຕາ14(ປັບປຸງ)ໂຄງປະກອບສາມັນສຶກສາ ສາມັນສຶກສາປະກອບດ້ວຍຊັ້ນປະຖົມສຶກສາແລະຊັ້ນມັດທະຍົມສຶກສາ. 1.ຊັ້ນປະຖົມສຶກສາແມ່ນການສຶກສາເບື້ອງຕົ້ນຂອງສາຍສາມັນສຶກສາ,ມີກໍານົດເວລາຮຽນຫ້າປີ; 2.ຊັ້ນມັດທະຍົມສຶກສາແມ່ນການສຶກສາຖັດຈາກຊັ້ນປະຖົມສຶກສາທີ່ມີກໍານົດເວລາຮຽນເຈັດປີປະກອບດ້ວຍມັດທະຍົມສຶກສາຕອນຕົ້ນແລະມັດທະຍົມສຶກສາຕອນປາຍ. ກ.ຊັ້ນມັດທະຍົມສຶກສາຕອນຕົ້ນແມ່ນການສຶກສາຂັ້ນພື້ນຖານທີ່ມີກໍານົດເວລາຮຽນສີ່ປີ; ຂ.ຊັ້ນມັດທະຍົມສຶກສາຕອນປາຍແມ່ນການສຶກສາທີ່ສືບຕໍ່ການຮຽນການສອນຈາກມັດທະຍົມສຶກສາຕອນຕົ້ນທີ່ມີກໍານົດເວລາຮຽນສາມປີ.

ມາດຕາ15(ປັບປຸງ)ອາຊີວະສຶສາ ອາຊີວະສຶກສາແມ່ນການສຶກສາເຕັກນິກວິຊາຊີບແລະການຝຶກອົບຮົມວິຊາຊີບໂດຍມີຈຸດໝາຍສ້າງ,ພັດທະນາຜູ້ຮຽນແລະຜູ້ຝຶກອົບຮົມໃຫ້ມີຄວາມຮູ້ຄວາມສາມາດ,ຄວາມຊໍານານງານ,ວິຊາຊີບ,ວຽກເຮັດງານທໍາ,ວິໄນແຮງງານເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ.

ມາດຕາ16(ປັບປຸງ)ໂຄງປະກອບອາຊີວະສຶກສາ ອາຊີວະສຶກສາປະກອບດ້ວຍອາຊີວະສຶກສາຊັ້ນຕົ້ນ,ຊັ້ນກາງແລະຊັ້ນສູງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍອາຊີວະສຶກສາ.

ມາດຕາ17(ປັບປຸງ)ການສຶກສາຊັ້ນສູງ ການສຶກສາຊັ້ນສູງແມ່ນການສຶກສາຖັດຈາກຊັ້ນມັດທະຍົມສຶກສາຕອນປາຍ,ວິຊາຊີບຊັ້ນກາງຫຼືທຽບເທົ່າຕາມຫຼັກສູດການສຶກສາໂດຍເລີ່ມແຕ່ລະດັບອະນຸປະລິນຍາຈົນເຖິງປະລິນຍາເອກເພື່ອສົ່ງເສີມການສຶກສາຕະຫຼອດຊີວິດໂດຍມີຈຸດໝາຍສ້າງນັກວິຊາການ,ນັກວິຊາສະເພາະ,ນັກຄົ້ນຄວ້າແລະນັກວິທະຍາສາດ.

ມາດຕາ18(ປັບປຸງ)ໂຄງປະກອບການສຶກສາຊັ້ນສູງ ການສຶກສາຊັ້ນສູງປະກອບດ້ວຍອະນຸປະລິນຍາ,ປະລິນຍາຕີ,ປະລິນຍາໂທ,ປະລິນຍາເອກແລະການສຶກສາຫຼັງປະລິນຍາ. ສໍາລັບການສຶກສາຫຼັງປະລິນຍາໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ໝວດທີ2ການສຶກສານອກໂຮງຮຽນ

ມາດຕາ19(ປັບປຸງ)ການສຶກສານອກໂຮງຮຽນ ການສຶກສານອກໂຮງຮຽນແມ່ນການຈັດການຮຽນການສອນທີ່ມີເນື້ອໃນຫຼັກສູດແລະຊັ້ນຮຽນຕ່າງໆຄືກັບການສຶກສາໃນໂຮງຮຽນຕ່າງແ່ວິທີການຈັດການສອນການຮຽນ,ເວລາ,ຮູບການຕາມເງື່ອນໄຂຄວາມສາມາດແລະຄວາມພ້ອມຂອງຜູ້ຮຽນ,ການຮຽນໜັງສືຕ້ອງຄວບຄູ່ກັບການຝຶກອົບຮົມວິຊາຊີບຂັ້ນພື້ນຖານ. ການສຶກສານອກໂຮງຮຽນປະກອບດ້ວຍການສຶກສານອກໂຮງຮຽນຈາມລະບົບປົກກະຕິແລະການສຶກສາຕາມອັດທະຍາໄສ.

ມາດຕາ20(ໃໝ່)ການສຶກສານອກໂຮງຮຽນຕາມລະບົບປົກກະຕິ ການສຶກສານອກໂຮງຮຽນຕາມລະບົບປົກກະຕິມີດັ່ງນີ້: 1.ການລົບລ້າງຄວາມບໍ່ຮູ້ໜັງສື; 2.ການບໍາລົງຍົກລະດັບການສຶກສາ; 3.ການຝຶກອົບຮົມວິຊາຊີບຂັ້ນພື້ນຖານ.

ມາດຕາ21(ໃໝ່)ການລົບລ້າງຄວາມບໍ່ຮູ້ໜັງສື ການລົບລ້າງຄວາມບໍ່ຮູ້ໜັງສືແມ່ນການຈັດການຮຽນການສອນໃຫ້ກຸ່ມເປົ້າໝາຍຜູ້ທີດ້ອຍໂອກາດແລະບໍ່ມີເງື່ອນໄຂໄດ້ເຂົ້າຮຽນໂດຍມີຈຸດໝາຍໃຫ້ຜູ້ຮຽນສາມາດອ່ານ,ຂຽນພາສາລາວແລະຄິດໄລ່ເລກໄດ້ຂັ້ນພື້ນຖານ.

ມາດຕາ22(ໃໝ່)ການບໍາລຸງຍົກລະດັບການສຶກສາ ການບໍາລຸງຍົກລະດັບການສຶກສາແມ່ນການຈັດການຮຽນການສອນທີ່ສືບຕໍ່ຈາກການລົບລ້າງຄວາມບໍ່ຮູ້ໜັງສືເພື່ອເຂົ້າຮຽນຊັ້ນປະຖົມສຶກສາ,ຊັ້ນມັດທະຍົມສຶກສາຫຼືສູງກວ່ານັ້ນໂດຍມີຈຸດໝາຍໃຫ້ຜູ້ຮຽນມີຄວາມຮູ້ແລະຄວາມສາມາດທາງດ້ານວິທະຍາສາດເຕັກນິກສູງຂຶ້ນເພື່ອຍົກຄຸນນະພາບຊີວິດຂອງຕົນ.

ມາດຕາ23(ໃມ່)ການຝຶກອົບຮົມວິຊາຊີບຂັ້ນພື້ນຖານ ການຝຶກອົບຮົມວິຊາຊີບຂັ້ນພື້ນຖານແມ່ນການພັດທະນາຄວາມຮູ້,ທັກສະ,ຄວາມຊໍານິຊໍານານແລະຄຸນສົມບັດໃນການປະກອບອາຊີບໃດໜຶ່ງລວມທັງການພັດທະນາອາຊີບເດີມໃຫ້ດີຂຶ້ນໂດຍມີຈຸດໝາຍສ້າງຄວາມໝັ້ນຄົງໃຫ້ແກ່ຕົນເອງແລະຄອບຄົວ.

ມາດຕາ24(ໃໝ່)ການສຶກສາຕາມອັດທະຍາໄສ ການສຶກສາຕາມອັດທະຍາໄສແມ່ນການສຶກສາທີ່ມີເນື້ອໃນກ້ວາງຂວາງແລະບໍ່ຈໍາກັດຂອບເຂດທັງແມ່ນການຮຽນ,ການຄົ້ນຄວ້າດ້ວຍຕົ້ນເອງດ້ວຍຫຼາຍວິທີລວມທັງຜ່ານສື່ຕ່າງໆຊຶ່ງບໍ່ຈໍາກັດເວລາ,ເນື້ອໃນແລະສະຖານທີ່ຮຽນ,ພົນລະເມືອງທຸກຄົນໄດຮັບການສົ່ງເສີມໃຫ້ໄດ້ຮັບການສຶກສາຕາມອັດທະຍາໄສ. ການຈັດຕັ້ງປະຕິບັດການສຶກສາຕາມອັດທະຍາໄສໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ25(ໃໝ່)ຮູບແບບການຈັດການຮຽນການສອນການສຶກສານອກໂຮງຮຽນ ການສຶກສານອກໂຮງຮຽນມີຮູບແບບການຈັດການຮຽນການສອນມີດັ່ງນີ້: 1.ການຈັດການຮຽນການສອນແບບປະຈໍາທີ່; 2.ການຈັດການຮຽນການສອນແບບເຄື່ອນທີ່; 3.ການຈັດການຮຽນການສອນແບບທາງໄກ. ການຈັດການຮຽນການສອນລວມທັງການຄຸ້ມຄອງໃນແຕ່ລະຮູບແບບນັ້ນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ26(ໃໝ່)ການຮຽນຮູ້ຕະຫຼອດຊີວິດ ການຮຽນຮູ້ຕະຫຼອດຊີວິດແມ່ນການສຶກສາທີ່ປະສົມປະສານລະຫວ່າງການສຶກສາໃນໂຮງຮຽນແລະນອກໂຮງຮຽນເພື່ອສົ່ງເສີມໃຫ້ທຸກຄົນທັງຍິງແລະຊາຍໄດ້ຮັບການຮຽນຮູ້ຕະຫຼອດຊີວິດເພື່ອສ້າງສັງຄົມພູມປັນຍາຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາ.

ໝວດທີ3ການສຶກສາຂັ້ນພື້ນຖານແລະການສຶກສາພາກບັງຄັບ

ມາດຕາ27(ໃໝ່)ການສຶກສາຂັ້ນພື້ນຖານ ການສຶກສາຂັ້ນພື້ນຖານແມ່ນການຮຍນການສອນກ່ຽວກັບຄວາມຮູ້ຂັ້ນພື້ນຖານເພື່ອສາມາດປະກອບອາຊີບແລະດໍາລົງຊີວິດຢູ່ໃນສັງຄົມພ້ອມທັງເປັນພື້ນຖານໃຫ້ແກ່ການຮຍນຮູ້ໃນຂັ້ນຕໍ່ໄປ. ລັດກໍານົດເອົາຊັ້ນມັດທະຍົມສຶກສາຕອນຕົນເປັນການສຶກສາຂັ້ນພື້ນຖານ.

ມາດຕາ28(ໃໝ່)ການສຶກສາພາກບັງຄັບ ການສຶກສາພາກບັງຄັບແມ່ນການສຶກສາທີ່ຈໍາເປັນສໍາລັບພົນລະເມືອງທຸກຄົນຊຶ່ງຕ້ອງຮຽນໃຫ້ຈົບ. ລັດກໍານົດເອົາການສຶກສາແຕ່ຊັ້ນປະຖົມສຶກສາຈົນຈົບຊັ້ນມັດທະຍົມສຶກສາຕອນຕົ້ນເປັນການສຶກສາພາກບັງຄັບ.

ພາກທີ3ສະຖານການສຶກສາ

ມາດຕາ29(ປັບປຸງ)ສະຖານການສຶກສາ ສະຖານການສຶກສາແມ່ນບ່ອນດໍາເນີນການຮຽນການສອນ,ການຄົ້ນຄວ້າວິໄຈ,ການຝຶກອົບຮົມ,ການຝຶກປະຕິບັດຕົວຈິງທັງໃນໂຮງຮຽນແລະນອກໂຮງຮຽນທັງພາກລັດແລະພາກເອກະຊົນຊຶ່ງປະກອບດ້ວຍສູນ,ໂຮງຮຽນ,ວິທະຍາໄລ,ສະຖາບັນຫຼືວິທະຍາຄານແລະມະຫາວິທະຍາໄລ.

ມາດຕາ30(ໃໝ່)ປະເພດສະຖານການສຶກສາ ສະຖານການສຶກສາແບ່ງອອກເປັນປະເພດດັ່ງນີ້: 1.ສະຖານລ້ຽງເດັກແລະພັດທະນາເດັກເອີ້ນວ່າໂຮງລ້ຽງເດັກຫຼືສູນພັດທະນາເດັກ; 2.ສະຖານການຮຽນການສອນເດັກອະນຸບານເອີ້ນວ່າໂຮງຮຽນອະນຸບານ; 3.ສະຖານການຮຽນການສອນຊັ້ນຖະຖົມສຶກສາເອີ້ນວ່າໂຮງຮຽນມູນລະປະຖົມແລະໂຮງຮຽນປະຖົມສົມບູນ; 4.ສະຖານການຮຍນການສອນຊັ້ນມັດທະຍົມສຶກສາເອີ້ນວ່າໂຮງຮຽນມັດທະຍົມຕອນຕົ້ນ,ໂຮງຮຽນມັດທະຍົມຕອນປາຍແລະໂຮງຮຽນມັດທະຍົມສົມບູນ; 5.ສະຖານການຮຽນການສອນຂອງອາຊີວະສຶກສາເອີ້ນວ່າສູນຝຶກອົບຮົມ,ໂຮງຮຽນ,ວິທະຍາໄລແລະສະຖາບັນ; 6.ສະຖານການຮຽນການສອນຂອງການສຶກສາຊັ້ນສູງເອີ້ນວ່າວິທະຍາໄລ,ສະຖາບັນຫຼືວິທະຍາຄານແລະມະຫາວິທະຍາໄລ; 7.ສະຖານການຮຽນການສອນຂອງການສຶກສານອກໂຮງຮຽນເອີ້ນວ່າສູນການສຶກສານອກໂຮງຮຽນຂັ້ນຕ່າງໆ. ໃນກໍລະນີຈໍາເປັນສະຖານການສຶກສາແຕ່ລະປະເພດອາດຈະມີການເພີ່ມເຕີມຫຼືປ່ຽນແປງຕາມການຕົກລົງຂອງກະຊວງສຶກສາທິການແລະກິລາ.

ມາດຕາ31(ປັບປຸງ)ການສ້າງຕັ້ງແລະການຮັບຮອງສະຖານການສຶກສາ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງແລະຮັບຮອງສະຖານການສຶກສາໃຫ້ຍື່ນຄໍາຮ້ອງຕໍ່ຂະແໜງການສຶກສາທິການແລະກິລາເພື່ອພິຈາລະນາ. ການພິຈາລະນາຮັບຮອງສະຖານການສຶກສາທັງພາກລັດແລະເອກະຊົນຕ້ອງໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ,ແຜນຍຸດທະສາດການສຶກສາແລະມາດຕະຖານການສ້າງຕັ້ງສະຖານການສຶກສາໂດຍແມ່ນກະຊວງສຶກສາທິການແລະກິລາເປັນຜູ້ຕົກລົງ. ສໍາລັບມະຫາວິທະຍາໄລແມ່ນລັດຖະບານເປັນຜູ້ຕົກລົງຕາມການສະເໜີຂອງກະຊວງສຶກສາທິການແລະກິລາ. ສໍາລັບສະຖານການສຶກສາຂອງພາກເອກະຊົນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ,ກົດໝາຍວ່າດ້ວຍວິສາຫະກິດ,ກົດໝາຍແລະລະບຽບການອື່ນທີ່ກ່ຽວຂ້ອງ. ກໍານົດເວລາຂອງການພິຈາລະນາການຮັບຮອງສະຖານການສຶກສາໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ32(ປັບປຸງ)ມາດຕະຖານສະຖານການສຶກສາ ສະຖານການສຶກສາທັງພາກລັດແລະເອກະຊົນມີມາດຕະຖານຕົ້ນຕໍຄືຫຼັກສູດ,ສື່ການຮຽນການສອນ,ຄູແລະບຸກຄະລາກອນການສຶກສາ,ພື້ນຖານໂຄງລ່າງແລະສິ່ງອໍານວຍຄວາມສະດວກ. ມາຕະການລະອຽດຂອງສະຖານການສຶກສາລວມທັງການສຶກສາສໍາລັບຄົນພິການໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ພາກທີ4ຫຼັກສູດແລະເຕັກໂນໂລຊີການສຶກສາ

ໝວດທີ1ຫຼັກສູກການສຶກສາ

ມາດຕາ33(ປັບປຸງ)ຫຼັກສູດການສຶກສາ ລັກສູດການສຶກສາແມ່ນເອກະສານທີ່ກໍານົດຫຼັກການ,ຈຸດໝາຍຂອງການສຶກສາ,ໂຄງສ້າງເນື້ອໃນວິຊາຕ່າງໆ,ວິທີການຈັດຕັ້ງການຮຽນການສອນຂອງແຕ່ລະຊັ້ນ,ແຕ່ລະສາຍ,ການວັດຜົນແລະການປະເມີນຜົນວິຊາຮຽນຕ່າງໆເພື່ອຮັບປະກັນໃຫ້ຜູ້ຮຽນມີຄວາມຮູ້ຄວາມສາມາດ,ທັກສະ,ຄວາມສະຫຼາດແລະຄຸນສົມບັດສິນທໍາປະຕິວັດ. ຫຼັກສູດການສຶກສາປະກອບດ້ວຍຫຼັກສູດການສຶກສາແຫ່ງຊາດ,ຫຼັກສູດການສຶກສາທ້ອງຖິ່ນແລະຫຼັກສູດການສຶກສານາໆຊາດຫຼືຫຼັກສູດສອງພາສາ.

ມາດຕາ34(ໃໝ່)ເນື້ອໃນຫຼັກສູກການສຶກສາ ເນື້ອໃນຫຼັກສູດການສຶກສາແຫ່ງຊາດຕ້ອງຮັບປະກັນສາມລັກສະນະແລະຫ້າຫຼັກມູນຂອງການສຶກສາແລະສາມາດເຊື່ອມໂຍງກັບພາກພື້ນແລະສາກົນ. ເນື້ອໃນຫຼັກສູດການສຶກສາແຫ່ງຊາດໃຫ້ເປັນເອກະພາບກັນໃນທົ່ວປະເທດສໍາລັບທ້ອງຖິ່ນທີ່ມີຈຸດພິເສດ,ທ່າແຮງແລະພູມປັນຍາທີ່ໂດດເດັ່ນກໍ່ສາມາດກໍານົດເຂົ້າເປັນເນື້ອໃນຫຼັກສູດການສຶກສາທ້ອງຖິ່ນຕາມການເຫັນດີຂອງກະຊວງສຶກສາທິການແລະກິລາ. ສໍາລັບຫຼັກສູດນາໆຊາດຫຼືຫຼັກສູດສອງພາສາລະຫວ່າງພາສາລາວແລະພາສາຕ່າງປະເທດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ35(ປັບປຸງ)ການຮັບຮອງເນື້ອໃນຫຼັກສູດ ເນື້ອໃນຫຼັກສູດຂອງການສຶກສາໃນໂຮງຮຽນແລະນອກໂຮງຮຽນແຕ່ລະຊັ້ນແຕ່ລະສາຍຕ້ອງຮັບປະກັນໃຫ້ມີມາດຕະຖານແລະປະກາສະນີຍະບັດທຽບເທົ່າກັນໂດຍການຮັບຮອງຈາກກະຊວງສຶກສາທິການແລະກິລາ. ສໍາລັບມາດຕະຖານຫຼັກສູດແລະປະກາສະນີຍະບັດລະຫວ່າງປະເທດໃຫ້ປະຕິບັດບົນພື້ນຖານການຕົກລົງຮ່ວມກັນຂອງສອງຝ່າຍຫຼືຫຼາຍຝ່າຍແຕ່ຕ້ອງສອດຄ່ອງກັບມາຕະຖານການສຶກສາຂອງບັນດາປະເພດໃນພາກພື້ນແລະສາກົນ.

ມາດຕາ36(ປັບປຸງ)ການພັດທະນາແລະການປັບປຸງຫຼັກສູດ ສະຖານການສຶກສາສາມາດພັດທະນາແລະປັບປຸງຫຼັກສູດການສຶກສາຂອງຕົນຕາມແຜນຍຸດທະສາດພັດທະນາການສຶກສາໂດຍການເຫັນດີແລະຮັບຮອງຈາກກະຊວງສຶກສາທິການແລະກິລາ.

ມາດຕາ37ການອະນຸມັດຫຼັກສູດ ຫຼັກສູດການສຶກສາທຸກຊັ້ນທຸກສາຍແລະທູກຮູ້ບແບບໃນລະບົບການສຶກສາແຫ່ງຊາດແມ່ນກະຊວງສຶກສາທິການແລະກິລາເປັນຜູ້ອະນຸມັດແລະປະກາດໃຊ້. ຫຼັກສູດການສຶກສາສະເພາະທ້ອງຖິ່ນທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້ແມ່ນພະແນກສຶກສາທິການແລະກິລາແຂວງ,ນະຄອນເປັນຜູ້ອະນຸມັດພາຍຫຼັງທີ່ໄດ້ຮັບຄວາມເຫັນດີຈາກກະຊວງສຶກສາທິການແລະກິລາ. ຫຼັກສູດວິຊາສະເພາະຂະແໜງການແມ່ນຂະແໜງການທີ່ກ່ຽວຂ້ອງເປັນຜູ້ຄົ້ນຄວ້າສະເໜີໃຫ້ກະຊວງສຶກສາທິການແລະກິລາເປັນຜູ້ອະນຸມັດ.

ມາດຕາ38(ປັບປຸງ)ການກໍານົດເວລາຮຽນ ການກໍານົດເວລາຮຽນຂອງການສຶກສາທຸກຊັ້ນແລະທຸກສາຍໃນລະບົບການສຶກສາແຫ່ງຊາດຕ້ອງໃຫ້ສອດຄ່ອງກັບມາດຕະຖານຫຼັກສູດທີ່ກະຊວງສຶກສາທິການແລະກິລາໄດ້ກໍານົດເພື່ອຮັບປະກະັນເນື້ອໃນແລະຄຸນນະພາບຂອງການສຶກສາ. ກໍານົດເວລາໃນການຮຽນການສອນແຕ່ລະຊັ້ນແລະແຕ່ລະສາຍຂອງສະຖານການສຶກສາໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ39ການສອບເສັງແລະການອອກປະກາສະນີຍະບັດ ກະຊວງສຶກສາທິການແລະກິລາເປັນຜູ້ກໍານົດຫຼັກການ,ລະບຽບການກ່ຽວກັບການສອບເສັງ,ການອອກປະກາສະນີຍະບັດຂອງທຸກຊັ້ນແລະທຸກສາຍທີ່ຂຶ້ນກັບການຄຸ້ມຄອງມະຫາພາກຂອງກະຊວງສຶກສາທິການແລະກິລາແລະຮັບຮອງການທຽບປະກາສະນີຍະບັດການສຶກສາທັງພາຍໃນແລະຕ່າງປະເທດ.

ມາດຕາ40(ປັບປຸງ)ພາສາທີ່ໃຊ້ໃນການຮຽນການສອນ ພາສາລາວແລະອັກສອນລາວແມ່ນພາສາແລະອັກສອນທາງການທີ່ໃຊ້ໃນການຮຽນການສອນໃນສະຖານການສຶກສາ. ຕົວເລກລາວແລະຕົວເລກສາກົນໃຫ້ນໍາໃຊ້ເຂົ້າໃນການຮຽນການສອນໂດຍເລີ່ມຕົ້ນຊັ້ນປະຖົມສຶກສາເປັນຕົ້ນໄປ.

ມາດຕາ41ການຮຽນການສອນພາສາຕ່າງປະເທດ ສະຖານການສຶກສາສາມາດຈັດຕັ້ງການຮຽນການສອນພາສາຕ່າງປະເທດ,ໃນນັ້ນໃຫ້ເອົາພາສາອັງກິດເປັນວິຊາບັງຄັບໂດຍເລີ່ມແຕ່ຊັ້ນປະຖົມສຶກສາປີທີສາມຂຶ້ນໄປ.ສ່ວນພາສາອື່ນໃຫ້ເລືອກຮຽນ,ເລືອກສອນຕາມຄວາມເໝາະສົມແລະຕາມເງື່ອນໄຂຕົວຈິງຂອງສະຖານການສຶກສາ.

ໝວດທີ2ເຕັກໂນໂລຊີການສຶກສາ

ມາດຕາ42(ໃໝ່)ເຕັກໂນໂລຊີການສຶກສາ ເຕັກໂນໂລຊີການສຶກສາແມ່ນການນໍາໃຊ້ລະບົບເຄື່ອງມືແລະວິທີການທາງດ້ານເຕັກໂນໂລຊີເຂົ້າມາໃຊ້ໃນການຮຽນການສອນ,ການຝຶກອົບຮົມ,ການຄົ້ນຄວ້າວິໄຈແລະຄຸ້ມຄອງບໍລິຫານການສຶກສາ.

ມາດຕາ43(ໃໝ່)ການຜະລິດ,ການສະໜອງ,ການພັດທະນາແລະນໍາໃຊ້ເຕັກໂນໂລຊີການສຶກສາ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງເຄື່ອນໄຫວວຽກງານການສຶກສາໄດ້ຮັບການສົ່ງເສີມການຜະລິດ,ການສະໜອງ,ການພັດທະນາແລະນໍາໃຊ້ເຕັກໂນໂລຊີການສຶກສາເຊັ່ນຫ້ອງສະໝຸດ,ຫ້ອງທົດລອງ,ຫ້ອງວິເຄາະ,ຫໍພິພິດທະພັນ,ທ້ອງຟ້າຈໍາລອງ,ສວນສັດ,ສວນສາທາລະນະ,ສວນພຶກສາສາດ,ສວນວິທະຍາສາດ,ສູນເຕັກໂນໂລຊີ,ແຫຼ່ງຂໍ້ມູນຂ່າວສານແລະອື່ນໆໃຫ້ພຽງພໍກັບຄວາມຕ້ອງການທີ່ຈໍາເປັນຕາມາດຕະຖານທີ່ກະຊວງສຶກສາທິການແລະກິລາກໍານົດໄວ້.

ພາກທີ5ຜູ່ຮຽນ

ມາດຕາ44(ປັບປຸງ)ຜູ່ຮຽນ ຜູ່ຮຽນແມ່ນຜູ່ທີ່ກໍາລັງສຶກສາຮຽນຮູ້ຫຼືຄົ້ນຄວ້າຢູ່ທຸກຊັ້ນ,ທຸກຂັ້ນໃນໂຮງຮຽນແລະນອກໂຮງຮຽນຂອງລະບົບການສຶກສາແຫ່ງຊາດ. ຜູ່ຮຽນມີສາມປະເພດດັ່ງນີ້: 1.ນັກຮຽນແມ່ນຜູ້ຮຽນໃນຊັ້ນການສຶກສາກ່ອນໄວຮຽນ,ສາມັນສຶກສາ,ວິຊາຊີບຊັ້ນຕົ້ນ,ວິຊາຊີບຊັ້ນກາງ; 2.ນັກສຶກສາແມ່ນຜູ່ຮຽນໃນລະດັບວິຊາຊີບຊັ້ນສູງ,ອະນຸປະລິນຍາ,ປະລິນຍາຕີ,ປະລິນຍາໂທແລະປະລິນຍາເອກ. 3.ນັກຄົ້ນຄວ້າແມ່ນຜູ້ທີ່ເຮັດການວິໄຈ,ການຄົ້ນຄວ້າໃນຫົວຂໍ້ໃດໜຶ່ງເພື່ອຊອກຫາຄວາມເປັນຈິງທາງດ້ານວິທະຍາສາດທໍາມະຊາດແລະສັງຄົມ.

ມາດຕາ45(ປັບປຸງ)ການອຸດໜູນຜູ່ຮຽນ ຜູ້ຮຽນທີ່ມີຈາກຄອບຄົວທຸກຍາກ,ຜູ້ດ້ອຍໂອກາດ,ຜູ້ພິການ,ຜູ້ມີພອນສະຫວັນຫຼືຜູ້ຮຽນເກັ່ງໂດຍສະເພາະເພດຍິງແລະເຜົ່າໄດ້ຮັບການອຸດໜູນຕາມລະບຽບການ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງແລະສັງຄົມມີສ່ວນຮ່ວມໃນການຊ່ວຍເຫຼືອຜູ້ຮຽນດັ່ງກ່າວດ້ວຍຮູບການທີ່ເໝາະສົມແລະສ້າງເງື່ອນໄຂໃຫ້ຜູ້ພິການໄດ້ເຂົ້າຮຽນຮ່ວມກັບຜູ່ຮຽນປົກກະຕິ.

ມາດຕາ46ການສຶກສາສໍາລັບຜູ້ທີ່ມີບັນຫາ ລັດມີໜ້າທີ່ຈັດຕັ້ງແລະສ້າງເງື່ອນໄຂແກ່ຜູ້ທີ່ມີບັນຫາໃຫ້ໄດ້ຮັບການສຶກສາແລະອົບຮົມດ້ານວິຊາຊີບຕາມຄວາມເໝາະສົມ.

ມາດຕາ47(ປັບປຸງ)ສິດແລະພັນທະຂອງຜູ້ຮຽນ ຜູ້ຮຽນມີສິດດັ່ງນີ້: 1.ໄດ້ຮັບຄວາມສະເໝີພາບໃນການສຶກສາຮຽນຮູ້,ຄົ້ນຄວ້າແລະສະແຫວງຫາຄວາມກ້າວໜ້າ; 2.ໄດ້ຮັບທຶນການສຶກສາ,ການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບການ; 3.ໄດ້ຮັບການສົ່ງເສີມສຸຂະພາບແລະປິ່ນປົວຂັ້ນພື້ນຖານໂດຍບໍ່ເສຍຄ່າສໍາລັບການສຶກສາພາກບັງຄັບ; 4.ໄດ້ຮັບໃບຢັ້ງຢືນການສຶກສາແລະປະກາສະນີຍະບັດເມື່ອສໍາເລັດການສຶກສາ; 5.ເຂົ້າເປັນສະມາຊິກອົງການຈັດຕັ້ງມະຫາຊົນຕາມລະບຽບການ; 6.ສະເໜີຄໍາເຫັນຕໍ່ຄູ,ການຈັດຕັ້ງທີ່ກ່ຽວຂ້ອງກ່ຽວກັບຜົນການຮຽນແລະການປະພຶດພ້ອມທັງມີສ່ວນຮ່ວມໃນການພັດທະນາສະຖານການສຶກສາ; 7.ໄດ້ຮັບຂໍ້ມູນຂ່າວສານ,ເຂົ້າໃຊ້ບໍລິການຫ້ອງສະໝຸດແລະຫໍພິພິດທະພັນໂດຍບໍ່ເສຍຄ່າ; 8.ໄດ້ຮັບການຫຼຸດຜ່ອນຄ່າເດີນທາງດ້ວຍພາຫະນະຕ່າງໆຕາມທີ່ໄດ້ກໍານົດໄວ້ໃນລະບຽບການ; 9.ນໍາໃຊ້ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ຜູ້ຮຽນມີພັນທະດັ່ງນີ້: 1.ເຄົາລົບແລະປະຕິບັດຕາມກົດໝາຍ,ລະບຽບການກ່ຽວກັບການສຶກສາແລະສະຖານການສຶກສາທີ່ກ່ຽວຂ້ອງຢ່າງເຂັ້ມງວດ; 2.ພັດທະນາຕົນເອງໃຫ້ມີຄວາມຮູ້,ຄວາມສາມາດ,ມີຄຸນສົມບັດສິນທໍາປະຕິວັດ,ເອົາໃຈໃສ່ການຮຽນແລະຮຽນໃຫ້ສໍາເລັດ; 3.ເຂົ້າຮ່ວມການເຄື່ອນໄຫວກິດຈະກໍາຕ່າງໆຂອງສະຖານການສຶກສາລວມທັງກິດຈະກໍາສາທາລະນະປະໂຫຍດ; 4.ເຄົາລົບ,ປະຕິບັດຄໍາສັ່ງສອນຂອງຜູ້ນໍາ,ຄູແລະຜູ້ປົກຄອງ; 5.ປົກປັກຮັກສາສະຖານການສຶກສາແລະນໍາໃຊ້ອຸປະກອນການສຶກສາ,ສື່ການຮຽນແລະແຫຼ່ງຄວາມຮູ້ອື່ນລວມທັງເຕັກໂນໂລຊີການສຶກສາ; 6.ສາມັກຄີຊ່ວຍເຫຼືອຊຶ່ງກັນແລະກັນໃນການສຶກສາຮຽນຮູ້; 7.ຕ້ານແລະສະກັດກັ້ນປາກົດການຫຍໍ້ທໍ້ໃນສະຖານການສຶກສາແລະສັງຄົມ; 8.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.


ພາກທີ4ຄູແລະບຸກຄະລາກອນການສຶກສາ

ໝວດທີ1ຄູ

ມາດຕາ48(ປັບປຸງ)ຄູ ຄູແມ່ນຜູ້ປະຕິບັດໜ້າທີ່ສິດສອນ,ຖ່າຍທອດຄວາມຮູ້,ສຶກສາອົບຮົມ,ຄົ້ນຄວ້າວິໄຈ,ຊຸກຍູ້,ສົ່ງເສີມແລະຊ່ວຍເຫຼືອຜູ້ຮຽນດ້ວຍຫຼາຍຮູບການ. ສໍາລັບການຄຸ້ມຄອງລັດຖະກອນຄູແລະຄູທີ່ສອນໃນສະຖານການສຶກສາຂອງກໍາລັງປ້ອງກັນຊາດ,ປ້ອງກັນຄວາມສະຫງົບແລະພາກເອກະຊົນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ49(ປັບປຸງ)ມາດຕະຖານຂອງຄູ ຄູຕ້ອງມີມາດຕະຖານດັ່ງນີ້: 1.ມີຫຼັກໝັ້ນ,ທັດສະນະການເມືອງຖືກຕ້ອງ,ຮັກແລະປົກປ້ອງລະບອບປະຊາທິປະໄຕປະຊາຊົນ; 2.ມີຈັນຍາບັນຂອງຄູແລະມີຄຸນສົມບັດສິນທໍາປະຕິວັດ; 3.ມີຄວາມຮູ້,ຄວາມສາມາດ,ວິຊາສະເພາະໃນການສອນຢູ່ຊັ້ນຮຽນຕາມມາດຕະຖານຂອງກະຊວງສຶກສາທິການແລະກິລາ; 4.ມີປະກາສະນີຍະບັດຫຼືໃບຢັ້ງຢືນວິຊາຄູຫຼື/ແລະໃບອະນຸຍາດການສອນ; 5.ມີຄວາມດຸໝັ່ນຊອກຮຽນຮູ້ແລະພັດທະນາຕົນເອງຢູ່ເລື້ອຍໆ; 6.ມີສຸຂະພາບດີ.

ມາດຕາ50(ປັບປຸງ)ນາມມະຍົດແລະຕໍາແໜ່ງວິຊາການຄູ ຄູທີ່ໄດ້ສິດສອນໃນສະຖານການສຶກສາປະເພດຕ່າງໆມີ: 1.ນາມມະຍົດ:ຄູແຫ່ງຊາດແລະຄູປະຊາຊົນ; 2.ຕໍາແໜ່ງວິຊາການ:ຄູປະສົບານ,ຄູ່ຊໍານານການ,ຄູຊ່ຽວຊານ,ຄູຊ່ຽວຊານອາວຸໂສ,ຜູ້ຊ່ວຍອາຈານ,ອາຈານ,ຮອງສາດສະດາຈານ,ສາດສະດາຈານ. ໃນກໍລະນີຈໍາເປັນນາມມະຍົດແລະຕໍາແນ່ງວິຊາການຄູອາດຈະມີການເພີ່ມເຕີມຫຼືການປ່ຽນແປງຕາມການຕົກລົງຂອງລັດຖະບານ.

ມາດຕາ51(ປັບປຸງ)ສິດ,ໜ້າທີ່ແລະພັນທະຂອງຄູ ຄູມີສິດແລະໜ້າທີ່ດັ່ງນີ້: 1.ແຕ່ງ,ປັບປຸງ,ຮຽບຮຽງບົດສອນແລະປຶ້ມຕໍາລາ,ກຽມອຸປະກອນແລະສື່ການຮຽນການສອນ,ຄົ້ນຄວ້າວິໄຈແລະບໍລິການທາງດ້ານວິຊາການແກ່ສັງຄົມຕາມລະບຽບການ; 2.ສອນຕາມຫຼັກສູດ,ຕາມວິຊາສະເພາະແລະຕາມຄວາມຊໍານານ; 3.ຕິດຕາມ,ກວດກາ,ວັດຜົນແລະປະເມີນຜົນຜູ້ຮຽນຢ່າງຕໍ່ເນື່ອງແລະເປັນທໍາ; 4.ປະຕິບັດໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງຢ່າງເຂັ້ມງວດ; 5.ໄດ້ຮັບການບໍາລຸງ,ຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະທີ່ຕົນສອນແລະສິ່ງທີ່ກ່ຽວຂ້ອງກັບການສຶນໃຫ້ສູງຂຶ້ນ; 6.ສະເໜີຄໍາຄິດຄໍາເຫັນແລະລາຍງານຜົນການເຄື່ອນໄຫວຂອງຕົນໃຫ້ຜູ້ບໍລິຫານທີ່ຕົນຂຶ້ນກັບ; 7.ໄດ້ຮັບການປົກປ້ອງສິດ,ຜົນປະໂຫຍດແລະກຽດສັກສີຂອງຕົນ; 8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ. ຄູມີພັນທະດັ່ງນີ້: 1.ເຄົາລົບແລະປະຕິບັດຕາມແຜນຍຸດທະສາດ,ກົດໝາຍ,ລະບຽບການກ່ຽວກັບການສຶກສາແລະສະຖານການສຶກສາທີ່ກ່ຽວຂ້ອງຢ່າງເຂັ້ມງວດ; 2.ເປັນແບບຢ່າງທີ່ດີ,ຮັກສາກຽດແລະສັກສີຂອງຄວາມເປັນຄູ; 3.ປະຕິບັດຕໍ່ຜູ້ຮຽນຢ່າງເປັນທໍາ,ນັບຖືແລະປົກປ້ອງສິດ,ຜົນປະໂຫຍດອັນຊອບທໍາຂອງຜູ້ຮຽນ; 4.ຊ່ວຍບໍາລຸງຜູ້ຮຽນອ່ອນແລະສຶກສາອົບຮົມ,ປູກຈິດສໍານຶກໃຫ້ຜູ້ຮຽນຮູ້ບຸນຄຸນພໍ່ແມ່,ຜູ້ປົກຄອງ,ຜູ້ອຸປະກາລະຄຸນແລະຄູ; 5.ນໍາໃຊ້ແລະປົກປັກຮັກສາອາຄານສະຖານທີ່,ວັດຖຸປະກອນແລະສື່ການຮຽນການສອນ; 6.ປົກປັກຮັກສາຄວາມສະຫງົບ,ຄວາມສະອາດສວຍງາມແລະຄວາມເປັນລະບຽບຮຽບຮ້ອຍຂອງສະຖານການສຶກສາ; 7.ເຂົ້າຮ່ວມການເຄື່ອນໄຫວກິດຈະກໍາຂອງສະຖານການສຶກສາແລະສັງຄົມ; 8.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ52(ປັບປຸງ)ນະໂຍບາຍຕໍ່ຄູ ໃນການປະຕິບັດໜ້າທີ່ຄູໄດ້ຮັບຄ່າຕອບແທນແຮງງານ,ຍົກລະດັບວິຊາສະເພາະ,ວິຊາການ,ຊີວິດການເປັນຢູ່ແລະສະຖານະທາງສັງຄົມ,ໄດ້ຮັບການພັກຜ່ອນ,ຮັບບໍານານແລະນະໂຍບາຍອື່ນຕາມກົດໝາຍແລະລະບຽບການ. ບຸກຄົນ,ນິຕິບຸກຄົນ,ການຈັດຕັ້ງແລະສັງຄົມທັງພາກລັດແລະເອກະຊົນພາຍໃນແລະຕ່າງປະເທດມີສ່ວນຮ່ວມໃນການຊ່ວຍເຫຼືອແລະອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຂອງຄູ.

ມາດຕາ53(ປັບປຸງ)ການສ້າງແລະການພັດທະນາຄູ ການສ້າງແລະການພັດທະນາຄູຕ້ອງຮັປະກັນທາງດ້ານປະລິມານແລະຄຸນນະພາບຕາມມາດຕະຖານການສຶກສາແນໃສ່ປູກຈິດສໍານຶກແລະສະຕິຊາດ. ສະຖານການສຶກສາ,ການຈັດຕັ້ງ,ສັງຄົມ,ຊຸມຊົນແລະພາກສ່ວນທີ່ກ່ຽວຂ້ອງສ້າງເງື່ອນໄຂໃຫ້ຄູໄດ້ຮັບການບໍາລຸງແລະຍົກລະດັບທາງດ້ານວິຊາສະເພາະຢ່າງຕໍ່ເນື່ອງ.

ໝວດທີ2ບຸກຄະລາກອນການສຶກສາ

ມາດຕາ54(ປັບປຸງ)ບຸກຄະລາກອນການສຶກສາ ບຸກຄະລາກອນການສຶກສາແມ່ນຜູ້ເຮັດໜ້າທີ່ຄຸ້ມຄອງ,ບໍລິຫານ,ກວດກາ,ແນະນໍາ,ຊ່ວຍເຫຼືອແລະອໍານວຍຄວາມສະດວກໃຫ້ແກ່ການຮຽນການສອນຢູ່ສະຖານການສຶກສາທັງພາກລັດແລະເອກະຊົນ. ມາດຕະຖານຂອງບຸກຄະລາກອນການສຶກສາໃຫ້ປະຕິບັດຕາມລະບຽບການຂອງລັດຖະກອນທົ່ວໄປ.

ມາດຕາ55(ໃໝ່)ສິດ,ໜ້າທີ່ແລະພັນທະຂອງບຸກຄະລາກອນການສຶກສາ ບຸກຄະລາກອນການສຶກສາມີສິດແລະໜ້າທີ່ດັ່ງນີ້: 1.ປະຕິບັດໜ້າທີ່ຕາມຂອບເຂດສິດທີການຈັດຕັ້ງມອບໝາຍໃຫ້ແລະລາຍງານຕໍ່ສະຖານການສຶກສາທີ່ຕົນສັງກັດ; 2.ໄດ້ຮັບການບໍາລຸງ,ຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະແລະວຽກງານອື່ນທີ່ຕົນຮັບຜິດຊອບ; 3.ປະກອບຄໍາເຫັນກ່ຽວກັບການພັດທະນາວຽກງານສຶກສາ; 4.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ. ບຸກຄະລາກອນການສຶກສາມີພັນທະດັ່ງນີ້: 1.ເຄົາລົບແລະປະຕິບັດຕາມແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບການສຶກສາຢ່າງເຂັ້ມງວດ; 2.ຮັກສາຄວາມລັບທາງລັດຖະການແລະປົກປ້ອງຜົນປະໂຫຍດສ່ວນລວມ; 3.ອໍານວຍຄວາມສະດວກແລະໃຫ້ການບໍລິການຕາມກົດໝາຍແລະລະບຽບການ; 4.ປົກປັກຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສະຖານການສຶກສາ; 5.ເປັນແບບຢ່າງທີ່ດີ,ຮັກສາກຽດແລະສັກສີຂອງບຸກຄະລາກອນການສຶກສາ; 6.ເຂົ້າຮ່ວມການເຄື່ອນໄຫວກິດຈະກໍາຂອງການຈັດຕັ້ງແລະສັງຄົມ; 7.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ56(ໃໝ່)ນະໂຍບາຍຕໍ່ບຸກຄະລາກອນການສຶກສາ ບຸກຄະລາກອນການສຶກສາໄດ້ຮັບນະໂຍບາຍໃນການປະຕິບັດໜ້າທີ່,ຍົກລະດັບວິຊາສະເພາະ,ຊີວິດການເປັນຢູ່ແລະສະຖານະທາງສັງຄົມຕາມກົດໝາຍແລະລະບຽບການ.

ມາດຕາ57(ໃໝ່)ການສ້າງແລະການພັດທະນາບຸກຄະລາກອນການສຶກສາ ຂະແໜງການສຶກສາທິການແລະກິລາແລະຂະແໜງການອື່ນສົ່ງເສີມແລະສ້າງເງື່ອນໄຂໃຫ້ບຸກຄະລາກອນການສຶກສາຂອງສະຖານການສຶກສາທັງພາກລັດແລະເອກະຊົນໄດ້ຮັບການຝຶກອົບຮົມ,ຍົກລະດັບທາງດ້ານວິຊາສະເພາະແລະໄດ້ຮັບການພັດທະນາຢ່າງຮອບດ້ານເພື່ອສ້າງເປັນຜູ້ສືບທອດແລະຕອບສະໜອງຄວາມຕ້ອງການຂອງວຽກງານສຶກສາໃນແຕ່ລະໄລຍະ.

ພາກທີ7ການລົງທຶນໃສ່ການສຶກສາ

ໝວດທີ1ການລົງທຶນຂອງລັດ

ມາດຕາ58(ປັບປຸງ)ການລົງທຶນຂອງລັດ ການລົງທຶນຂອງລັດແມ່ນການສະໜອງງົບປະມານໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ,ກໍ່ສ້າງພື້ນຖານໂຄງລ່າງ,ສະໜອງພາຫະນະ,ວັດຖຸປະກອນ,ສື່ການຮຽນການສອນ,ສິ່ງອໍານວຍຄວາມສະດວກຕ່າງໆໃນວຽກງານສຶກສາລວມທັງວຽກງານສົ່ງເສີມສຸຂະພາບແລະໂພຊະນາການ.

ມາດຕາ59(ປັບປຸງ)ແຫຼ່ງທຶນການສຶກສາ ແຫຼ່ງທຶນການສຶກສາໄດ້ມາຈາກ: 1.ງົບປະມານຂອງລັດ; 2.ການຊ່ວຍເຫຼືອຂອງຊຸມຊົນ,ບຸກຄົນ,ນິຕິບຸກຄົນ,ຄອບຄົວແລະອົງການຈັດຕັ້ງສັງຄົມທັງພາຍໃນແລະຕ່າງປະເທດ. ເພື່ອພັດທະນາວຽກງານສຶກສາບຸກຄົນ,ນິຕິບຸກຄົນ,ການຈັດຕັ້ງທັງພາກລັດແລະເອກະຊົນພາຍໃນແລະຕ່າງປະເທດສາມາດສ້າງຕັ້ງກອງທຶນຂຶ້ນໄດ້. ການສ້າງຕັ້ງ,ການຄຸ້ມຄອງແລະນໍາໃຊ້ກອງທຶນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ60(ປັບປຸງ)ງົບປະມານຂອງຂະແໜງການສຶກສາ ລັດຕ້ອງຈັດບູລິມະສິດແລະເພີ່ມອັດຕາສ່ວນລາຍຈ່າຍງົບປະມານແຫ່ງລັດໃຫ້ແກ່ຂະແໜງການສຶກສາຈົນບັນລຸສິບແປດສ່ວນຮ້ອຍຂຶ້ນໄປ.ການສະໜອງງົບປະມານສໍາລັບການບໍລິຫານປົກກະຕິໃຫ້ແກ່ສະຖານການສຶກສາຂອງລັດໃຫ້ຄິດໄລ່ຕາມມູນຄ່າຫົວໜ່ວຍ,ລັດຖະບານແລະອົງການປົກຄອງທ້ອງຖິ່ນມີຄວາມຮັບຜິດຊອບໃນການຈັດແບ່ງງົບປະມານດັ່ງກ່າວຢ່າງເຂັ້ມງວດຕາມກົດໝາຍແລະລະບຽບການ. ມາດຕາ61(ປັບປຸງ)ຄ່າທໍານຽມແລະຄ່າບໍລິການ ສະຖານການສຶກສາມີສິດເກັບຄ່າທໍານຽມແລະຄ່າບໍລິການການສຶກສາຕາມລະບຽບການທີ່ປະກາດໃຊ້ໃນແຕ່ລະໄລຍະຍົກເວັ້ນການສຶກສາພາກບັງຄັບທີ່ເປັນຂອງລັດ.

ໝວດທີ2ການລົງທຶນຂອງເອກະຊົນ

ມາດຕາ62(ປັບປຸງ)ການລົງທຶນຂອງເອກະຊົນ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງເອກະຊົນທັງພາຍໃນແລະຕ່າງປະເທດທີ່ລົງທຶນໃສ່ການສຶກສາໄດ້ຮັບການສົ່ງເສີມໃນການສ້າງຕັ້ງສະຖານການສຶກສາລະດັບຕ່າງໆ.ເປີດການຮຽນການສອນຕາມລະບົບການສຶກສາແຫ່ງຊາດແລະຕາມຫຼັກສູດທີ່ກະຊວງສຶກສາທິການແລະກິລາອະນຸມັດເພື່ອບໍລິການໃຫ້ແກ່ສັງຄົມຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ63(ປັບປຸງ)ການຄຸ້ມຄອງການສຶກສາເອກະຊົນ. ລັດເປັນຜູ້ກໍານົດຫຼັກການ,ລະບຽບການແລະນະໂຍບາຍກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງສະຖານການສຶກສາເອກະຊົນ. ການຄຸ້ມຄອງການສຶກສາເອກະຊົນໃຫ້ປະຕິບັດຄືກັນກັບການຄຸ້ມຄອງການສຶກສາຂອງລັດ.

ພາກທີ8ການປະກັນຄຸນນະພາບການສຶກສາແລະຂອບວຸດທິການສຶກສາແຫ່ງຊາດ

ໝວດທີ1ການປະກັນຄຸນນະພາບການສຶກສາ

ມາດຕາ64(ໃໝ່)ການປະກັນຄຸນນະພາບການສຶກສາ ການປະກັນຄຸນນະພາບການສຶກສາແມ່ນການກໍານົດມາດຕະຖານ,ການຕິດຕາມ,ປະເມີນຜົນແລະກວດສອບຄຸນນະພາບການສຶກສາທັງພາກລັດແລະເອກະຊົນດ້ວຍການຈັດຕັ້ງກົນໄກປະກັນຄຸນນະພາບພາຍໃນແລະພາຍນອກໂດຍມີຈຸດປະສົງເພື່ອຮັບຮອງແລະຢັ້ງຢືນຜົນຂອງການສຶກສາ,ສ້າງຄວາມເຊື່ອໝັ້ນຕໍ່ສັງຄົມ,ຊຸມຊົນແລະຜູ້ປົກຄອງດຶງດູດຄວາມສົນໃຈຕໍ່ການຮຽນເຮັດໃຫ້ຜົນຂອງການສຶກສາມີມາດຕະຖານທຽບເທົ່າກັບມາດຕະຖານພາກພື້ນແລະສາກົນ.

ມາດຕາ65(ໃໝ່)ກົນໄກການປະກັນຄຸນນະພາບການສຶກສາ ກົນໄກການປະກັນຄຸນນະພາບການສຶກສາປະກອບດ້ວຍການປະກັນຄຸນນະພາບພາຍໃນແລະພາຍນອກ. 1ການປະກັນຄຸນນະພາບພາຍໃນແມ່ນການຕິດຕາມແລະປະເມີນຜົນຄຸນນະພາບຕາມມາດຕະຖານຂອງກະຊວງສຶກສາທິການແລະກິລາໂດຍແມ່ນສະຖານການສຶກສາເປັນຜູ້ປະເມີນ; 2.ການປະກັນຄຸນນະພາບພາຍນອກແມ່ນການຕິດຕາມ,ປະເມີນຜົນແລະກວດສອບຄຸນນະພາບຕາມາດຕະຖານຂອງກະຊວງສຶກສາທິການແລະກິລາຫຼືຂອງສາກົນໂດຍແມ່ນການຈັດຕັ້ງປະຕິບັດຄຸນນະພາບພາຍນອກເປັນຜູ້ປະເມີນ. ວິທີການປະເມີນການປະກັນຄຸນນະພາບພາຍໃນແລະພາຍນອກໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ໝວດທີ2ຂອບວຸດທິການສຶກສາແຫ່ງຊາດ

ມາດຕາ66(ໃໝ່)ຂອບວຸດທິການສຶກສາແຫ່ງຊາດ ຂອບວຸດທິການສຶກສາແຫ່ງຊາດແມ່ນການກໍານົດວຸດທິການສຶກສາແຕ່ລະລະດັບໂດຍກໍານົດຂົງເຂດຄວາມຮູ້,ຄວາມຊໍານານງານແລະປະສົບການຂອງຜູ້ຮຽນແຕ່ລະລະດັບໂດຍມີຈຸດປະສົງດັ່ງນີ້: 1.ສະໜັບສະໜູນການສຶກສາຮຽນຮູ້ຕະຫຼອດຊີວິດ; 2.ສະໜັບສະໜູນການຮຽນຕໍ່ລະຫວ່າງຊັ້ນແລະສາຍບົນພື້ນຖານເງື່ອນໄຂການເຂົ້າຮຽນ,ການປະເມີນຜົນການຮຽນຂອງນັກສຶກສາໂດຍມີເກນມາດຕະການຮັບຮອງ; 3.ສ້າງຄວາມໂປ່ງໃສໃນການຮັບຮູ້ຄຸນວຸດທິຂອງຜູ້ຖືປະກາສະນີຍະບັດ,ທຽບໂອນປະສົບການແລະການຮຽນຮູ້ທີ່ມີມາກ່ອນ; 4.ສົ່ງເສີມຄວາມເຊື່ອໝັ້ນໃນລະບົບການສຶກສາແລະວຸດທິການສຶກສາທີ່ໄດ້ຮັບເພື່ອເປັນພື້ນຖານໃນການສົມທຽບຜົນການຮຽນແລະເປັນບ່ອນອີງໃນການສຶກສາຕໍ່ພາຍໃນແລະຕ່າງປະເທດ.

ມາດຕາ67(ໃໝ່)ການກໍານົດຂອບວຸດທິການສຶກສາແຫ່ງຊາດ ຫຼັກການແລະວິທີການໃນການກໍານົດລະດັບຂອບວຸດທິການສຶກສາແຫ່ງຊາດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ພາກທີ9ການມີສ່ວນຮ່ວມຂອງສັງຄົມຕໍ່ການສຶກສາ

ມາດຕາ68(ປັບປຸງ)ການປະກອບສ່ວນຂອງສັງຄົມ ຊຸມຊົນແລະການຈັດຕັ້ງສັງຄົມມີພັນທະປະກອບສ່ວນດ້ານທຶນ,ວັດຖຸປະກອນແລະອື່ນໆດ້ວຍຫຼາຍຮູບການເຂົ້າໃນການພັດທະນາການສຶກສາ. ບັນດາຫົວໜ່ວຍທຸລະກິດແລະຜູ້ປະກອບການອື່ນມີພັນທະໃຫ້ຄວາມຮ່ວມມື,ອໍານວຍຄວາມສະດວກແລະສະໜັບສະໜູນຄູ,ຜູ້ຮຽນເຂົ້າໄປສຶກສາຄົ້ນຄວ້າ,ທັດສະນະສຶກສາແລະຝຶກງານຢູ່ບ່ອນປະກອບການຂອງຕົນ. ສື່ມວນຊົນມີພັນທະໂຄສະນາເຜີຍແຜ່ວຽກງານສຶກສາດ້ວຍຫຼາຍຮູບການຕາມເງື່ອນໄຂແລະຄວາມສາມາດຕົວຈິງ.

ມາດຕາ69(ປັບປຸງ)ການປະກອບສ່ວນຂອງຄອບຄົວ ຄອບຄົວມີພັນທະປະກອບສ່ວນທາງດ້ານສະຕິປັນຍາ,ທຶນຮອນ,ພາຫະນະ,ວັດຖຸປະກອນ,ສື່ການຮຽນການສອນ,ການກໍ່ສ້າງ,ປົກປັກຮັກສາແລະບູລະນະສະຖານການສຶກສາຮ່ວມກັບຄະນະພັດທະນາການສຶກສາ,ສະຖານການສຶກສາແລະຄູເພື່ອສ້າງເງື່ອນໄຂແລະອໍານວຍຄວາມສະດວກແກ່ລູກຫຼານໃຫ້ໄດ້ຮັບການສຶກສາທີ່ດີ,ເຂົ້າຮ່ວມກິດຈະກໍາແລະສຶກສາອົບຮົມພວກກ່ຽວໃຫ້ເປັນພົນລະເມືອງດີຂອງຊາດ.

ມາດຕາ10ຂໍ້ຫ້າມ

ມາດຕາ70(ປັບປຸງ)ຂໍ້ຫ້າມສໍາລັບຜູ່ຮຽນ ຫ້າມຜູ່ຮຽນມີພຶດຕິກໍາດັ່ງນີ້: 1.ລະເມີດລະບຽບວິໄນຂອງສະຖານການສຶກສາ; 2.ໃຫ້ສິນບົນແກ່ຄູແລະບຸກຄະລາກອນການສຶກສາ; 3.ທຸດຈະລິດການຮຽນ,ການຝຶກອົບຮົມວິຊາຊີບ,ການສອບເສັງແລະການທົດສອບ; 4.ພົວພັນ,ຊື້ຂາຍ,ເສບສິ່ງເສບຕິດ,ສິ່ງມຶນເມົາ,ສິ່ງລາມົກອະນາຈານ,ຫຼິ້ນການພະນັນທຸກປະເພດຢູ່ສະຖານການສຶກສາແລະສະຖານທີ່ອື່ນເຊັ່ນຮ້ານກິນດື່ມ,ຮ້ານສະໜຸກເກີ້,ຮ້ານເກມ,ຮ້ານບັນເທີງແລະນຸ່ງເຄື່ອງແບບນັກຮຽນເຂົ້າໃນສະຖານທີ່ດັ່ງກ່າວ; 5.ພົວພັນຊູ້ສາວທີ່ຂັດກັບກົດໝາຍ,ລະບຽບຂອງສະຖານການສຶກສາແລະຮີດຄອງປະເພນີອັນດີງາມ; 6.ຄອບຄອງອາວຸດ,ວັດຖຸລະເບີດແລະສານເຄມີທີ່ຕ້ອງຫ້າມ; 7.ສ້າງກຸ່ມກ້ອນ,ພັກພວກເພື່ອກໍ່ຄວາມບໍ່ສະຫງົບຢູ່ໃນສະຖານການສຶກສາແລະສັງຄົມ; 8.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ71(ປັບປຸງ)ຂໍ້ຫ້າມສໍາລັບຄູ ຫ້າມຄູມີພຶດຕິກໍາດັ່ງນີ້: 1.ຂາດຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຕໍ່ການສິດສອນ; 2.ສວຍໃຊ້ໜ້າທີ່,ໃຫ້ຫຼືຮັບສິນບົນເພື່ອຜົນປະໂຫຍດສ່ວນຕົວ,ຄອບຄົວ,ຈຸ້ມເຈື້ອແລະພັກພວກ; 3.ບິດເບືອເນື້ອໃນຫຼັກສູດ,ນໍາໃຊ້ການສອນເພີ່ມໂດຍເປັນການບັງຄັບ; 4.ທຸດຈະລິດໃນການຈັດຕັ້ງການຮຽນການສອນ,ການຝຶກອົບຮົມວິຊາຊີບ,ການສອບເສັງແລະການທົດສອບ; 5.ທຸບຕີ,ຮ້າຍດ່າ,ທາລຸນແລະລໍາອຽງຕໍ່ຜູ້ຮຽນ; 6.ແບ່ງແຍກຄວາມສາມັກຄີຫຼືສ້າງຄວາມປັ່ນປ່ວນພາຍໃນສະຖານການສຶກສາແລະສັງຄົມ; 7.ເປີດເຜີຍຫຼືເຜີຍແຜ່ສິ່ງລາມົກອະນາຈານ; 8.ພົວພັນ,ຊື້ຂາຍ,ເສບສິ່ງເສບຕິດແລະຫຼິ້ນການພະນັນທຸກປະເພດທີ່ຜິດກົດມາຍ; 9.ນຸ່ງເຄື່ອງແບບຄູເຂົ້າໃນຮ້ານບັນເທີງຫຼືສະຖານທີ່ອື່ນທີ່ບໍ່ເໝາະສົມ; 10.ໂຄສະນາສົ່ງເສີມຫຼືດື່ມເຄື່ອງດື່ມທີ່ມີທາດເຫຼົ້າໃນສະຖານການສຶກສາ; 11.ພົວພັນຊູ້ສາວຫຼືຊຸກຍູ້ສົ່ງເສີມໃຫ້ຜູ້ຮຽນກະທໍາຜິດຕໍ່ຮີດຄອງປະເພນີ,ລະບຽບຂອງສະຖານການສຶກສາ; 12.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ72(ປັບປຸງ)ຂໍ້ຫ້າມສໍາລັບບຸກຄະລາກອນການສຶກສາ ຫ້າມບຸກຄະລາກອນການສຶກສາມີພຶດຕິກໍາດັ່ງນີ້: 1.ຂາດຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານຂອງຕົນ; 2.ສໍ້ລາດບັງຫຼວງ,ສວຍໃຊ້ໜ້າທີ່ຕໍາແໜ່ງ,ຮັບແລະໃຫ້ສິນບົນ,ເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດສ່ວນຕົວ; 3.ທຸດຈະລິດໃນການຈັດຕັ້ງການຮຽນການສອນ,ການຝຶກອົບຮົມວິຊາຊີບ,ການສອບເສັງແລະການທົດສອບ; 4.ສ້າງກຸ່ມກ້ອນ,ພັກພວກເພື່ອແບ່ງແຍກຄວາມສາມັກຄີຫຼືສ້າງຄວາມບໍ່ສະຫງົບໃນອົງການຄຸ້ມຄອງວຍກງານສຶກສາ,ໃນສະຖານການສຶກສາແລະສັງຄົມ; 5.ຊື້ຂາຍ,ພົວພັນກັບສິ່ງເສດບຕິດແລະຫຼິ້ນການພະນັນທຸກປະເພດທີ່ຜິດກົດໝາຍ; 6.ພົວພັນຊູ້ສາວທີ່ຂັດກັບກົດໝາຍ,ລະບຽບຂອງສະຖານການສຶກສາແລະຮີດຄອງປະເພນີອັນດີງາມ; 7.ເປີດເຜີຍຫຼືເຜີຍແຜ່ສິ່ງລາມົກອະນາຈານ; 8.ໂຄສະນາສົ່ງເສີມເຄື່ອງດື່ມທີ່ມີທາດເຫຼົ້າໃນສະຖານການສຶກສາ; 9.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ73(ໃໝ່)ຂໍ້ຫ້າມສໍາລັບສະຖານການສຶກສາ ຫ້າມສະຖານການສຶກສາມີພຶດຕິກໍາດັ່ງນີ້: 1.ຊື້ຂາຍ,ໂຄສະນາ,ສົ່ງເສີມເຄື່ອງດື່ມທີ່ມີທາດເຫຼົ້າ,ສິ່ງເສບຕິດ,ອາຫານແລະເຄື່ອງດື່ມທີ່ບໍ່ມີຄຸນນະພາບ; 2.ໂອນແລະແລກປ່ຽນອາຄານຫຼືສິດນໍາໃຊ້ທີ່ດິນແລະຊັບສິນອື່ນຂອງຕົນໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການສຶກສາທິການແລະກິລາ; 3.ນໍາໃຊ້ເປັນບ່ອນດໍາເນີນທຸລະກິດທີ່ເປັນຜົນກະທົບຕໍ່ການຮຽນການສອນ; 4.ກໍານົດຄ່າທໍານຽມ,ຄ່າຮຽນໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການສຶກສາທິການແລະກິລາ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ74(ໃໝ່)ຂໍ້ຫ້າມສໍາລັບຄອບຄົວ ຫ້າມຄອບຄົວມີພຶດຕິກໍາດັ່ງນີ້: 1.ກີດກັ້ນ,ລໍາອຽງລູກແລະຜູ້ຢູ່ໃຕ້ການຄຸ້ມຄອງຂອງຕົນໃນການສຶກສາ; 2.ສະແດງພຶດຕິກໍາທີ່ສົ່ງເສີມເດັກໄປໃນທາງທີ່ບໍ່ຖືກຕ້ອງ; 3.ໃຊ້ແຮງງານຜູ້ຢູ່ໃຕ້ການຄຸ້ມຄອງຂອງຕົນຊຶ່ງມີຜົນສະທ້ອນເຖິງການຮຽນ; 4.ໃຫ້ສິນບົນແກ່ຄູແລະບຸກຄະລາກອນການສຶກສາ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ75(ໃໝ່)ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນທີ່ມີພຶດຕິກໍາດັ່ງນີ້: 1.ຂັດຂວາງການເຄື່ອນໄຫວວຽກງານ,ກິດຈະກໍາກ່ຽວກັບການສຶກສາ; 2.ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຜົນປະໂຫຍດສ່ວນຕົວ,ຄອບຄົວ,ຈຸ້ມເຈື້ອແລະພັກພວກ; 3.ເຄື່ອນໄຫວທີ່ເປັນການແຕະຕ້ອງເຖິງກຽດສັກສີຫຼືບົດບາດຂອງຄູ,ບຸກຄະລາກອນການສຶກສາແລະສະຖານການສຶກສາ; 4.ໂຄສະນາຊວນເຊື່ອກ່ຽວກັບວຽກງານສຶກສາເກີນຄວາມເປັນຈິງ; 5.ບໍລິການສິ່ງມຶນເມົາ,ສິ່ງເສບຕິດ,ຫຼິ້ນການພະນັນທີ່ຕ້ອງຫ້າມ,ບັນເທີງແລະສົ່ງສຽງດັງຢູ່ໃນບໍລິເວນແລະບ່ອນໃກ້ຄຽງສະຖານການສຶກສາ; 6.ນໍາໃຊ້ກາໝາຍ,ເຄື່ອງແບບແລະຕາປະທັບຂອງອົງການຄຸ້ມຄອງວຽກງານສຶກສາໂດຍບໍ່ໄດ້ຮັບອະນຸຍາດ; 7.ປະພຶດໃນສິ່ງທີ່ບໍ່ຖືກຕ້ອງຕາມຮີດຄອງປະເພນີອັນດີງາມຂອງຊາດ; 8.ເຜີຍແຜ່ສິ່ງລາມົກອະນາຈານທີ່ຂັດກັບຮີດຄອງປະເພນີອັນດີງາມຂອງຊາດພາຍໃນສະຖານການສຶກສາ; 9.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ພາກທີ11ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ76(ໃໝ່)ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການສຶກສາອາດຈະດໍາເນີນດ້ວຍຮູບການດັ່ງນີ້: 1.ການໄກ່ເກ່ຍຫຼືການປະນີປະນອມ; 2.ການແກ້ໄຂທາງດ້ານບໍລິຫານ; 3.ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4.ການຕັດສິນຂອງສານ; 5.ການແກ້ໄຂທີ່ມີລັກສະນະສາກົນ.

ມາດຕາ77(ໃໝ່)ການໄກ່ເກ່ຍຫຼືການປະນີປະນອມ ໃນກໍລະນີທີ່ເກີດຂໍ້ຂັດແຍ່ງກ່ຽວກັບວຽກງານສຶກສາຄູ່ກໍລະນີສາມາດເຈລະຈາດ້ວຍການໄກ່ເກ່ຍຫຼືການປະນີປະນອມກັນ.

ມາດຕາ78(ໃໝ່)ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບວຽກງານສຶກສາຄູ່ກໍລະນີມີສິດສະເໜີຕໍ່ຂະແໜງການສຶກສາທິການແລະກິລາບ່ອນທີ່ຕົນໄດ້ຮັບອະນຸຍາດນັ້ນເປັນຜູ້ພິຈາລະນາແກ້ໄຂຕາມກົດໝາຍແລະລະບຽບການ.

ມາດຕາ79(ໃໝ່)ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບວຽກງານສຶກສາຢູ່ກໍລະນີມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເພື່ອພິຈາລະນາແກ້ໄຂຕາມກົດໝາຍແລະລະບຽບການ.

ມາດຕາ80(ໃໝ່)ການຕັດສິນຂອງສານ ຂໍ້ຂັດແຍ່ງທີ່ເກີດຂຶ້ນໃນການດໍາເນີນວຽກງານສຶກສາຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມກົດໝາຍແລະລະບຽບການ.

ມາດຕາ81(ໃໝ່)ການແກ້ໄຂທີ່ມີລັກສະນະສາກົນ ເມື່ອມີຂໍ້ຂັດແຍ່ງກ່ຽວກັບວຽກງານສຶກສາທີ່ມີລັກສະນະສາກົນໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງຂອງສປປລາວ,ສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ່12ການຄຸ້ມຄອງແລະການກວດກາວຽກງານສຶກສາ

ໝວດທີ1ການຄຸ້ມຄອງວຽກງານສຶກສາ

ມາດຕາ82(ປັບປຸງ)ອົງການຄຸ້ມຄອງວຽກງານສຶກສາ ລັດຖະບານເປັນຜູ້ຄຸ້ມຄອງວຽກງານສຶກສາຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງສຶກສາທິການແລະກິລາເປັນຜູ້ຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບກະຊວງ,ອົງການອື່ນ,ອົງການປົກຄອງທ້ອງຖິ່ນແລະຄະນະພັດທະນາການສຶກສາທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານສຶກສາປະກອບດ້ວຍ: 1.ກະຊວງສຶກສາທິການແລະກິລາ; 2.ພະແນກສຶກສາທິການແລະກິລາແຂວງ,ນະຄອນ; 3.ຫ້ອງການສຶກສາທິການແລະກິລາເມືອງ,ເທດສະບານ; 4.ສະຖານການສຶກສາ.

ມາດຕາ83(ປັບປຸງ)ສິດແລະໜ້າທີ່ຂອງກະຊວງສຶກສາທິການແລະກິລາ ໃນການຄຸ້ມຄອງວຽກງານສຶກສາກະຊວງສຶກສາທິການແລະກິລາມີສິດແລະໜ້າທີ່ດ່ັງນີ້: 1.ຄົ້ນຄວ້າສ້າງນະຖຍບາຍ,ແຜນຍຸດທະສາດ,ກົດໝາຍ,ແຜນງານ,ໂຄງການພັດທະນາການສຶກສາເພື່ອສະເໜີລັດຖະບານພິຈາລະນາ; 2.ໂຄສະນາເຜີຍແຜ່ນະໂຍບາຍ,ແຜຍຍຸດທະສາດ,ກົດໝາຍ,ແຜນງານ,ໂຄງການພັດທະນາການສຶກສາແລະນິຕິກໍາອືນກ່ຽວກັບວຽກງານສຶກສາ; 3.ສ້າງແລະປັບປຸງນິຕິກໍາຕ່າງໆກ່ຽວກັບການຄຸ້ມຄອງແລະບໍລິຫານການສຶກສາ; 4.ສ້າງ,ພັດທະນາຫຼັກສູດ,ອຸປະກອນ,ສື່ການຮຽນການສອນໃນແຕ່ລະໄລຍະ,ສິ່ງອໍານວຍຄວາມສະດວກຕ່າງທແລະຊີ້ນໍາການຈັດຕັ້ງຝຶກອົບຮົມ,ການນໍາໃຊ້; 5.ຊີ້ນໍາການປະຕິບັດແຜນການສຶກສາພາກບັງຄັບແລະການລົບລ້າງຄວາມບໍ່ຮູ້ໜັງສື; 6.ກໍານົດມາດຕະຖານການສຶກສາແລະສະຖານການສຶກສາ; 7.ສ້າງ,ນໍາໃຊ້,ບໍາລຸງ,ຄຸ້ມຄອງຄູແລະບຸກຄະລາກອນການສຶກສາ; 8,ຄຸ້ມຄອງບັນດາມະຫາວະທິຍາໄລ,ສະຖາບັນແລະສະຖານການສຶກສາອື່ນຕາມລະບຽບການ; 9.ຊີ້ນໍາ,ຕິດຕາມ,ຊຸກຍູ້,ກວດກາ,ກວດການແລະປະເມີນຜົນວຽກງານສຶກສາ; 10.ປະສານສົມທົບກັບການຈັດຕັ້ງຂອງລັດແລະການຈັດຕັ້ງອື່ນກ່ຽວກັບວຽກງານສຶກສາ; 11.ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານສຶກສາ; 12.ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານສຶກສາໃຫ້ລັດຖະບານຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມກົດໝາຍແລະລະບຽບການ.

ມາດຕາ84(ປັບປຸງ)ສິດແລະໜ້າທີ່ຂອງພະແນກສຶກສາທິການແລະກິລາແຂວງ,ນະຄອນ ໃນການຄຸ້ມຄອງວຽກງານສຶກສາພະແນກສຶກສາທິການແລະກິລາແຂວງ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດແລະກົດໝາຍກ່ຽວກັບວຽກງານສຶກສາມາເປັນແຜນການ,ແຜນງານແລະໂຄງການສະເພາະຂອງຕົນແລ້ວຈັດຕັ້ງປະຕິບັດ; 2.ໂຄສະນາ,ເຜີຍແຜ່,ຕິດຕາມ,ຊີ້ນໍາແລະກວດກາການຈັດຕັ້ງປະຕິບັດກົດໝາຍແຜນການ,ແຜນງານແລະໂຄງການກ່ຽວກົບວຽກງານສຶກສາ; 3.ຈັດຕັ້ງປະຕິບັດແຜນການສຶກສາພາກບັງຄັບ,ການລົບລ້າງຄວາມບໍ່ຮູ້ໜັງສືແລະຍົກລະດັບການສຶກສາຕິດພັນກັບການຝຶກອົບຮົມວິຊາຊີບຂັ້ນພື້ນຖານ; 4.ສະເໜີແຜນການບໍາລຸງ,ສ້າງ,ນໍາໃຊ້ຄູແລະບຸກຄະລາກອນການສຶກສາ; 5.ຄຸ້ມຄອງບັນດາວິທະຍາໄລແລະສະຖານການສຶກສາອື່ນຕາມລະບຽບການ; 6.ຄຸ້ມຄອງແລະບຸກຄະລາກອນການສຶກສາລວມທັງການບັນຈຸແລະສັບຊ້ອນ; 7.ຊີ້ນໍາ,ຊຸກຍູ້,ຕິດຕາມ,ກວດກາ,ກວດການແລະປະເມີນຜົນການປະຕິບັດແຜນການ,ແຜນງານແລະໂຄງການພັດທະນາການສຶກສາ; 8.ປະສານສົມທົບກັບການຈັດຕັ້ງຂອງລັດແລະການຈັດຕັ້ງອື່ນກ່ຽວກັບວຽກງານສຶກສາ; 9.ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານສຶກສາຕາມການມອບໝາຍ; 10.ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານສຶກສາໃຫ້ກະຊວງສຶກສາທິການແລະກິລາແລະອົງການປົກຄອງແຂວງ,ນະຄອນຢ່າງເປັນປົກກະຕິ; 11.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມກົດໝາຍແລະລະບຽບການ.

ມາດຕາ85(ປັບປຸງ)ສິດແລະໜ້າທີ່ຂອງຫ້ອງການສຶກສາທິການແລະກິລາເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານສຶກສາຫ້ອງການສຶກສາທິການແລະກິລາເມືອງ,ເທດສະບານມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະນິຕິກໍາອື່ນກ່ຽວກັບວຽກງານສຶກສາ; 2.ເຜີຍແຜ່,ຕິດຕາມແລະກວດກາການຈັດຕັ້ງປະຕິບັດກົດໝາຍແລະລະບຽບການກ່ຽວກັບວຽກງານການສຶກສາ; 3.ຈັດຕັ້ງປະຕິບັດແຜນການສຶກສາພາກບັງຄັບ,ການລົບລ້າງຄວາມບໍ່ຮູ້ໜັງສືແລະຍົກລະດັບການສຶກສາຕິດພັນກັບການຝຶກອົບຮົມວິຊາຊີບຂັ້ນພື້ນຖານ; 4.ສະເໜີແຜນການບໍາລຸງ,ສ້າງ,ນໍາໃຊ້ຄູ່ແລະບຸກຄະລາກອນການສຶກສາ; 5.ຄຸ້ມຄອງສະຖານການສຶກສາກ່ອນໄວຮຽນ,ປະຖົມສຶກສາ,ມັດທະຍົມສຶກສາແລະສະຖານການສຶກສາອື່ນຕາມລະບຽບການ; 6.ຄຸ້ມຄອງຄູແລະບຸກຄະລາກອນການສຶກສາລວມທັງການບັນຈຸແລະສັບຊ້ອນ; 7.ຊີ້ນໍາ,ຊຸກຍູ້,ຕິດຕາມ,ກວດກາ,ກວດການແລະປະເມີນຜົນການປະຕິບັດແຜນການ,ແຜນງານແລະໂຄງການພັດທະນາການສຶກສາ; 8.ປະສານສົມທົບກັບການຈັດຕັ້ງຂອງລັດແລະການຈັດຕັ້ງອື່ນກ່ຽວກັບວຽກງານສຶກສາ; 9.ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານສຶກສາໃຫ້ພະແນກສຶກສາທິການແລະກິລາແຂວງ,ນະຄອນແລະອົງການປົກຄອງເມືອງ,ເທດສະບານຢ່າງເປັນປົກກະຕິ; 10.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມກົດໝາຍແລະລະບຽບການ.

ມາດຕາ86(ໃໝ່)ສິດແລະໜ້າທີ່ຂອງສະຖານການສຶກສາ ໃນການຄຸ້ມຄອງວຽກງານສຶກສາສະຖານການສຶກສາມີສິດແລະໜ້າທີ່ດັ່ງນີ້: 1.ຜັນຂະຫຍາຍແລະຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານສຶກສາຢ່າງເຂັ້ມງວດ; 2.ອອກລະບຽບການຄຸ້ມຄອງວຽກງານສຶກສາຕາມຈຸດພິເສດແລະຂອບເຂດຄວາມຮັບຜິດຊອບຂອງຕົນ; 3.ຈັດຕັ້ງການຮຽນການສອນໃຫ້ມີຄຸນນພາບຄົບເນື້ອໃນຫຼັກສູດຕາມສາມລັກສະນະຫ້າຫຼັກມູນຂອງການສຶກສາ,ຄົ້ນຄວ້າວິທະຍາສາດແລະຢັ້ງຢືນການສຶກສາຕາມຊັ້ນຂອງຜູ້ຮຽນ; 4.ໃຫ້ການບໍລິການດ້ານວິຊາການແກ່ສັງຄົມແລະຊຸມຊົນດ້ວຍຫຼາຍຮູບແບບຕາມຄວາມສາມາດຕົວຈິງ; 5.ຄຸ້ມຄອງແລະປັບປຸງການຈັດຕັ້ງຂອງຕົນໃຫ້ເຂັ້ມຂແງ,ມີປະສິດທິພາບແລະປະສິດທິຜົນ; 6.ຄຸ້ມຄອງ,ນໍາໃຊ້,ປົກປັກຮັກສາ,ສ້ອມແປງອາຄານສະຖານທີ່,ວັດຖຸປະກອນ,ສື່ການຮຽນການສອນສິ່ງອໍານວຍຄວາມສະດວກຕາມລະບຽບການ; 7.ເກັບແລະຄຸ້ມຄອງຄ່າທໍານຽມ,ຄ່າບໍລິການການຮຽນການສອນຕາມກົດໝາຍແລະລະບຽບການ; 8.ພິຈາລະນາເກັບຮັບແລະບັນຈຸຄູ,ບຸກຄະລາກອນການສຶກສາແລະຜູ້ຮຽນຕາມແຜນການ; 9.ຍ້ອງຍໍແລະລົງວິໄນຕໍ່ຄູ,ບຸກຄະລາກອນການສຶກສາແລະຜູ້ຮຽນຕາມລະບຽບການ; 10.ຮັບປະກັນການປະຕິບັດສິດສະເໝີພາບຂອງຜູ້ຮຽນ,ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຄູ,ບຸກຄະລາກອນການສຶກສາແລະຜູ້ຮຽນ; 11.ຕ້ານ,ສະກັດກັ້ນປາກົດການຫຍໍ້ທໍ້,ສ້າງສະພາບແວດລ້ອມທີ່ດີ,ປອດໄພ,ອະນຸລັກແລະສົ່ງເສີມວັດທະນະທໍາອັນດີງາມຂອງຊາດ; 12.ປະສານສົມທົບແລະຮ່ວມມືກັບອົງການປົກຄອງ,ອົງການຈັດຕັ້ງທັງພາຍໃນແລະຕ່າງປະເທດແລະພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອສົ່ງເສີມການຮຽນການສອນແລະການຄຸ້ມຄອງບໍລິຫານວຽກງານ; 13.ຕິດຕາມ,ກວດກາແລະປະເມີນຜົນວຽກງານສຶກສາແລ້ວສະຫຼຸບ,ລາຍງານຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 14.ນໍາໃຊ້ສິດ,ປະຕິບັດໜ້າທີ່ແລະພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ87(ປັບປຸງ)ສິດແລະໜ້າທີ່ຂອງຂະແໜງການ,ອົງການປົກຄອງທ້ອງຖິ່ນແລະຄະນະພັດທະນາການສຶກສາທີ່ກ່ຽວຂ້ອງ ຂະແໜງການ,ອົງການປົກຄອງທ້ອງຖິ່ນແລະຄະນະພັດທະນາການສຶກສາທີ່ກ່ຽວຂ້ອງມີສິດແລະໜ້າທີ່ປະສານສົມທົບແລະຮ່ວມມືກັບຂະແໜງການສຶກສາທິການແລະກິລາໃນການສ້າງແຜນ,ແບ່ງງົບປະມານ,ລົງທຶນ,ກໍ່ສ້າງພ້ືນຖານໂຄງລ່າງ,ຈັດຫາແລະປົກປັກຮັກສາສະຖານການສຶກສາ,ວັດຖຸປະກອນ,ຊ່ວຍເຫຼືອ,ອໍານວຍຄວາມສະດວກ,ຕິດຕາມ,ກວດກາແລະປະເມີນຜົນເພື່ອເຮັດໃຫ້ວຽກງານສຶກສາມີຄຸນນະພາບຕາມພາລະບົດບາດແລະຄວາມຮັບຜິດຊອບຂອງຕົນ.

ມາດຕາ88(ປັບປຸງ)ສະພາທີ່ປຶກສາການສຶກສາ ສະພາທີ່ປຶກສາການສຶກສາແມ່ນການຈັດຕັ້ງໜຶ່ງທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຂະແໜງການສຶກສາທິການແລະກິລາ,ປະກອບດ້ວຍຫຼາຍພາກສ່ວນທີ່ກ່ຽວຂ້ອງເຊັ່ນຜູ້ຊົງຄຸນວຸດທິ,ປັນຍາຊົນ,ຜູ້ຕາງໜ້າແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ຜູ້ປະກອບການດ້ານທຸລະກິດທັງພາກລັດແລະເອກະຊົນຊຶ່ງມີນ້າທີ່ໃຫ້ຄໍາປຶກສາດ້ານນະໂຍບາຍ,ການມີສ່ວນຮ່ວມໃນການພັດທະນາການສຶກສາ. ການສ້າງຕັ້ງສະຖາທີ່ປຶກສາການສຶກສາຂອງສະຖານການສຶກສາໃຫ້ປະຕິບັດຕາມການແບ່ງຂັ້ນຄຸ້ມຄອງທີ່ກະຊວງສຶກສາທິການແລະກິລາວາງອອກ. ການຈັດຕັ້ງແລະການເຄື່ອນໄຫວຂອງສະພາທີ່ປຶກສາການສຶກສາໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ໝວດທີ2ການກວດກາວຽກງານສຶກສາ

ມາດຕາ89(ປັບປຸງ)ອົງການກວດກາວຽກງານສຶກສາ ອົງການກວດກາວຍກງານສຶກສາປະກອບດ້ວຍອົງການກວດກາພາຍໃນແລະອົງການກວດກາພາຍນອກ. ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານສຶກສາທີ່ໄດ້ກໍານົດໄວ້ໃນມາດຕາ82ຂອງກົດໝາຍສະບັບນີ້. ອົງການກວດກາພາຍນອກປະກອບດ້ວຍສະພາແຫ່ງຊາດ,ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ,ອົງການກວດສອບແຫ່ງລັດແລະການຕິດຕາມກວດກາຂອງປະຊາຊົນ.

ມາດຕາ90(ໃໝ່)ເນື້ອໃນການກວດກາ ການກວດກາວຽກງານສຶກສາມີເນື້ອໃນຕົ້ນຕໍດັ່ງນີ້: 1.ການປະຕິບັດນະໂຍບາຍ,ກົດໝາຍແລະລະບຽບການກ່ຽວກັບວຽກງານສຶກສາ; 2.ການຈັດຕັ້ງແລະການເຄື່ອນໄຫວວຽກງານຂອງຂະແໜງການສຶກສາທິການແລະກິລາ; 3.ຄວາມຮັບຜິດຊອບ,ການປະພຶດແລະແບບແຜນວິທີເຮັດວຽກຂອງຄູແລະບຸກຄະລາກອນການສຶກສາ; 4.ການເຄື່ອນໄຫວຂອງຜູ້ປະກອບການດ້ານການສຶກສາ; 5.ການນໍາໃຊ້ງົບປະມານແລະການເງິນຂອງຂະແໜງການສຶກສາທິການແລະກິລາ; 6.ການປະຕິບັດສັນຍາສາກົນແລະສົນທິສັນຍາກ່ຽວກັບວຽກງານສຶກສາທີ່ສປປລາວເປັນພາຄີ.

ມາດຕາ91(ໃໝ່)ຮູບການການກວດກາ ການກວດກາວຽກງານສຶກສາມີສາມຮູບການດັ່ງນີ້: 1.ການກວດກາຕາມລະບົບປົກກະຕິຊຶ່ງແມ່ນການກວດກາທີ່ດໍາເນີນຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ; 2.ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າຊຶ່ງແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ; 3.ການກວດກາແບບກະທັນຫັນຊຶ່ງແມ່ນການກວດກາຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ.

ພາກທີ13ວັນຄູແຫ່ງຊາດ,ກາໝາຍ,ເຄື່ອງແບບແລະຕາປະທັບ

ມາດຕາ92(ປັບປຸງ)ວັນຄູແຫ່ງຊາດ ລັດກໍານົດເອົາວັນທີ7ຕຸລາເປັນວັນຄູແຫ່ງຊາດຊຶ່ງເປັນວັນພັກລັດຖະການສໍາລັບຄູ,ບຸກຄະລາກອນການສຶກສາແລະຜູ້ຮຽນ. ທຸກຂະແໜງການທັງພາກລັດແລະເອກະຊົນ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມພ້ອມດ້ວຍປະຊາຊົນປະກອບສ່ວນໃນການສະເຫຼີມສະຫຼອງວັນຄູແຫ່ງຊາດເພື່ອລະນຶກເຖິງຄຸນງາມຄວາມດີຂອງຜູ້ເປັນຄູ.

ມາດຕາ93(ປັບປຸງ)ກາໝາຍ,ເຄື່ອງແບບແລະຕາປະທັບ ອົງການຄຸ້ມຄອງວຽກງານການສຶກສາມີກາໝາຍ,ເຄື່ອງແບບຂອງຄູ,ບຸກຄະລາກອນການສຶກສາ,ເຄື່ອງແບບຂອງຜູ້ຮຽນແລະຕາປະທັບຂອງຕົນເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ. ກາໝາຍ,ເຄື່ອງແບບແລະຕາປະທັບດັ່ງກ່າວໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ພາກທີ14ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະຖານຕໍ່ຜູ້ລະເມີດ

ມາດຕາ94(ປັບປຸງ)ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຫຼືນະໂຍບາຍອື່ນຕາມລະບຽບການ.

ມາດຕາ95(ປັບປຸງ)ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝ,ໃຊ້ແທນທາງແພ່ງຫຼືຖືກລົງໂທດທາງອາຍາຕາມກໍລະນີເບົາຫຼືໜັກ.

ພາກທີ15ບົດບັນຍັດສຸດທ້າຍ

ມາດຕາ96ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ97(ປັບປຸງ)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການສຶກສາສະບັບເລກທີ04/ສພຊລົງວັນທີ3ກໍລະກົດ2007; ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ