ກົດໝາຍວ່າດ້ວຍການສະກັດກັ້ນແລະຕ້ານເຊື້ອພະຍາດເອັດໄອວີພະຍາດເອດ 29-06-2010

From Wikisource
Jump to navigation Jump to search

.ການສະກັດກັ້ນແລະຕ້ານເຊື້ອພະຍາດເອັດໄອວີພະຍາດເອດ 29-06-2010


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການ,ມາດຕະການ ກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອເຮັດໄອວີຫຼືພະຍາດເອດ, ການຄຸ້ມຄອງ,ການຕິດຕາມ,ກວດກາວຽກງານດັ່ງກ່າວໃຫ້ມີປະສິດທິ ຜົນ,ຫຼຸດຜ່ອນການຕິດເຊື້ອເອັດໄອວີແລະເປັນພະຍາດເອດແນໃສ່ເຮັດ ໃຫ້ປະຊາຊົນລາວບັນດາເຜົ່າມີສຸຂະພາບແຂງແຮງ,ປາສະຈາກເຊື້ອ ເອັດໄອວີ,ສາມາດປະກອບສ່ວນເຂົ້າໃນການປົກປັກຮັກສາແລະສ້າງ ສາພັດນະນາປະເທດຊາດ.

...ມາດຕາສອງເຊື່ອເອັດໄອວີຫຼືພະຍາດເອດ

ມາດຕາສອງເຊື່ອເອັດໄອວີຫຼືພະຍາດເອດ ເຊື້ອເອັດໄອວີມາຈາກຄໍາວ່າຮິວແມນອິມມິວໂນດີຟິກຊຽນຊີ ແມ່ນເຊື້ອໂລກເອດທີ່ເຂົ້າໄປທໍາລາຍຈຸລັງເມັດເລືອດຂາວຂອງຄົນທີ່ ເຮັດໜ້າທີ່ຜະລິດພູມຕ້ານທານຕໍ່ເຊື້ອພະຍາດອື່ນໆເສື່ອມລົງ. ພະຍາດເອດມາຈາກຄໍາວ່າແອັກຄວາອິມມູນດີຟິກຊຽນຊີຊິນ ໂດມແມ່ນອາການຂອງພະຍາດແຊງຊ້ອນຕ່າງໆທີ່ເກີດຂຶ້ນກັບຄົນທີ່ມີ ພູມຕ້ານທານເສື່ອມດ້ວຍເຊື້ອເອັດໄອວີເຂົ້າໄປທໍາລາວ.

...ມາດຕາສາມການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ

ມາດຕາສາມການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ ການສະກັດກັ້ນເຊື້ອເອັດໄອວີຫຼືພະຍາດເອດແມ່ນການກັນ,ການ ໂຄສະນາສຸຂະສຶກສາແລະການຄວບຄຸມເຊື້ອເອັດໄອວີຫຼືພະຍາດເອດ ເພື່ອບໍ່ໃຫ້ແຜ່ຂະຫຍາຍຢູ່ໃນສັງຄົມ. ການຕ້ານເຊື່ອເອັດໄອວີຫຼືພະຍາດເອດແມ່ນການປິ່ນປົວ,ການ ດູແລເບິ່ງແຍງ,ການຊ່ວຍເຫຼືອ,ການອຸດໜູນຜູ້ຕິດເຊື້ອເອັດໄອວີແລະ ຜູ້ເປັນພະຍາດເອດໃຫ້ມີສຸຂະພາບດີຂຶ້ນ. ...ມາດຕາສີ່ການອະທິບາຍຄໍາສັບ

ມາດຕາສີ່ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: ໜຶ່ງການຕິດເຊື້ອເອັດໄອວີໝາຍເຖິງການໄດ້ຮັບເຊື້ອເອັດ ໄອວີເຂົ້າສູ່ຮ່າງກາຍໂດຍຜ່ານເສັ້ນທາງໃດໜຶ່ງຄືທາງເພດສໍາພັນ, ທາງເລືອດ,ທາງແມ່ຫາລູກ. ສອງການຕິດຕໍ່ທາງເພດສໍາພັນໝາຍເຖິງການຕິດເຊື້ອເອັດ ໄອວີໂດຍຜ່ານການຮ່ວມເພດກັບຜູ້ມີເຊື້ອເອັດໄອວີດ້ວຍວິທີການ ຕ່າງໆທີ່ບໍ່ມີການປ້ອງກັນ. ສາມການຕິດຕໍ່ທາງເລືອດໝາຍເຖິງການຕິດເຊື້ອເອັດໄອວ ີຈາກເລືອດ,ຜະລິດຕະພັນເລືອດຫຼືອະໄວຍະວະຕ່າງໆທີ່ມີເຊື້ອເອັດ ໄອວີໂດຍຜ່ານວິທີການຕ່າງໆເຊັ່ນການສົ່ງເລືອດ,ການໃຊ້ເຂັມສັກ ຢາ,ວັດຖຸແຫຼມຄົມຮ່ວມກັນໂດຍບໍ່ໄດ້ອະເຊື້ອ,ການໃຊ້ຢາເສບຕິດ ທາງເສັ້ນເລືອດ,ການປ່ຽນຖ່າຍອະໄວຍະວະແລະວິທີການອື່ນ. ສີ່ການອະເຊື້ອໝາຍເຖິງການຂ້າເຊື້ອພະຍາດດ້ວຍວິທີລ້າງ ດ້ວຍຢາຂ້າເຊື້ອ,ຕົ້ມ,ອົບ,ໜຶ້ງແລະອື່ນໆ. ຫ້າການຕິດຕໍ່ຈາກແມ່ຫາລູກໝາຍເຖິງການທີ່ລູກໄດ້ຮັບເຊື້ອ ເອັດໄອວີຈາກຜູ້ເປັນແມ່ໃນໄລຍະຖືພາ,ເວລາອອກລູກຫຼືໄລຍະໃຫ້ ລູກກິນົມແມ່. ຫົກການກັນເຊື້ອເອັດໄອວີໝາຍເຖິງການນໍາໃຊ້ວິທີການ, ມາດຕະການເພື່ອບໍ່ໃຫ້ຕິດເຊື້ອເອັດໄອວີດ້ວຍເສັ້ນທາງໃດໜຶ່ງ. ເຈັດການຄວບຄຸມໝາຍເຖິງການນໍາໃຊ້ມາດຕະການຕ່າງໆ ໃນການຄຸ້ມຄອງ,ການຕິດຕາມແລະການກວດກາເພື່ອບໍ່ໃຫ້ເຊື້ອເອັດ ໄອວີແພ່ຂະຫຍາຍອອກໄປສູ່ສັງຄົມ. ແປດການເຝົ້າລະວັງໝາຍເຖິງການຕິດຕາມ,ການເກັບກໍາ ແລການວິໄຈຂໍ້ມູນຂອງການແຜ່ລະບາດການຕິດເຊື້ອເອັດໄອວີຢ່າງ ເປັນລະບົບໃນທົ່ວສັງຄົມເພື່ອເປັນບ່ອນອີງໃນການວາງແຜນຕອບ ໂຕ້ຕໍ່ພະຍາດດັ່ງກ່າວ. ເກົ້າການແຜ່ລະບາດຂອງເຊື້ອເອັດໄອວີໝາຍເຖິງການຕິດ ເຊື້ອເອັດໄອວີຈາກຄົນໜຶ່ງໄປສູ່ຫຼາຍຄົນ. ສິບການປິ່ນປົວໝາຍເຖິງການບໍລິການດ້ານການແພດໃຫ້ ແກ່ຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດເອດດ້ວຍການກວດ,ບົ່ງ ມະຕິ,ວາງຢາ,ຕິດຕາມແລະປະຕິບັດເຕັກນິກການແພດອື່ນລວມທັງ ການບໍາບັດທາງດ້ານຈິດໃຈເພື່ອໃຫ້ສຸຂະພາບຂອງຜູ້ກ່ຽວດີຂຶ້ນ. ສິບເອັດຜູ້ບໍລິການດ້ານການແພດໝາຍເຖິງຜູ້ປະກອບວິຊາ ຊີບດ້ານການແພດຫຼືວິຊາຊີບອື່ນທີ່ມີຄວາມຮູ້,ຄວາມສາມາດໃນວຽກ ງານດັ່ງກ່າວແລະບໍລິການໃຫ້ຄໍາປຶກສາ,ຄໍາແນະນໍາ,ການດູແລ ດ້ານຮ່າງກາຍແລະຈິດໃຈແກ່ຜູ້ຮັບບໍລິການ. ສິບສອງຜູ້ຮັບບໍລິການໝາຍເຖິງຜູ້ຕິດເຊື້ອເອັດໄອວີ,ຜູ້ເປັນ ພະຍາດເອດ,ຜູ້ທີ່ມີຄວາມສ່ຽງແລະຜູ້ໄດ້ຮັບຜົນກະທົບທາງດ້ານຈິດ ໃຈແລະຮ່າງກາຍຈາກເຊື້ອເອັດໄອວີຫຼືພະຍາດເອດ. ສິບສາມກຸ່ມທີ່ມີຄວາມສ່ຽງໝາຍເຖິງກຸ່ມຄົນທີ່ມີພຶດຕິກໍາສ່ຽງ ສູງຕໍ່ການຕິດເຊື້ອເອັດໄອວີເຊັ່ນ:ຜູ້ບໍລິການທາງເພດ,ຜູ້ຮ່ວມເພດ ດຽວກັນ,ຜູ້ມີເພດສໍາພັນທີ່ບໍ່ປອດໄພ,ຜູ້ໃຊ້ຢາເສບຕິດທີ່ໃຊ້ເຂັມສັກ ຢາຮ່ວມກັນໂດຍບໍ່ໄດ້ອະເຊື້ອ. ສິບສີ່ກຸ່ມເປົ້າໝາຍໝາຍເຖິງກຸ່ມຄົນທີ່ມີຄວາມສ່ຽງຕໍ່ການ ຕິດເຊື້ອເອັດໄອວີຊຶ່ງຂະແໜງການທີ່ກ່ຽວຂ້ອງຕ້ອງໄດ້ເອົາໃຈໃສ່. ສິບຫ້າການຮັກສາຄວາມລັບໝາຍເຖິງການບໍ່ເປີດເຜີຍຜົນ ການກວດເລືອດ,ການປິ່ນປົວແລະການປົກປ້ອງສິດທິສ່ວນບຸກຄົນ ຂອງຜູ້ຕິດເຊື້ອເອັດໄອວີຫຼືພະຍາດເອດ. ສິບຫົກຜະລິດຕະພັນເລືອດໝາຍເຖິງນໍາເລືອດ(Plasma) ແລະເມັດເລືອດນ້ອຍ (Platelet); ສິບເຈັດທາດກາຍຕ້ານ(ແອັນຕີ້ບໍດີ້)ໝາຍເຖິງທາດຊະນິດໜຶ່ງທີ່ຮ່າງກາຍຜະລິດອອກມາເພື່ອຕ້ານສິ່ງ ແປກປອມທີ່ເຂົ້າໄປໃນຮ່າງກາຍເປັນຕົ້ນເຊື້ອພະຍາດຕ່າງໆ. ສິບແປດພູມຕ້ານທານ(ອິມມຸນ)ໝາຍເຖິງລະບົບປ້ອງກັນ ຂອງຮ່າງກາຍຕໍ່ເຊື້ອພະຍາດຕ່າງໆ; ສິບເກົ້າການບໍ່ຈໍາແນກແລະບໍ່ລັງກຽດໝາຍເຖິງການບໍ່ ແຍກຜູ້ຕິດເຊື້ອເອັດໄອວີ,ຜູ້ເປັນພະຍາດເອດ,ຜູ້ໄດ້ຮັບຜົນກະທົບ ໃຫ້ຢູ່ໂດດດ່ຽວ,ການບໍ່ຢ້ານກົວ,ການບໍ່ຂີ້ດຽດບຸກຄົນດັ່ງກ່າວ.

...ມາດຕາຫ້ານະໂຍບາຍກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີພະຍາດເອດ

ມາດຕາຫ້ານະໂຍບາຍກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອ ເອັດໄອວີພະຍາດເອດ ລັດດໍາເນີນການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດ ເອດດ້ວຍການວາງນະໂຍບາຍ,ລະບຽບກົດໝາຍ,ການສ້າງຕັ້ງກົງ ຈັກການຈັດຕັ້ງ,ການປະກອບບຸກຄະລາກອນແລການສະໜອງງົບ ປະມານທີ່ຈໍາເປັນ,ຢາປິ່ນປົວແລະອຸປະກອນອື່ນໆທີ່ຂາດບໍ່ໄດ້,ພ້ອມ ກັນນັ້ນລັດກໍ່ຕ້ອງຊຸກຍູ້,ສົ່ງເສີມບຸກຄົນ,ຄອບຄົວ,ການຈັດຕັ້ງທຸກພາກ ສ່ວນທັງພາຍໃນແລະຕ່າງປະເທດໃຫ້ເຂົ້າຮ່ວມໃນວຽກງານຄວບ ຄຸມ,ກວດກາ,ສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດຢ່າງ ກວ້າງຂວາງ. ລັດຖືສໍາຄັນແລະເອົາໃຈໃສ່ໂຄສະນາ,ສຶກສາອົບຮົມທົ່ວປວງ ຊົນດ້ວຍຫຼາຍຮູບການເພື່ອເຮັດໃຫ້ຄົນໃນສັງຄົມໂດຍສະເພາະກຸ່ມ ເປົ້າໝາຍແລະກຸ່ມທີ່ມີຄວາມສ່ຽງນັ້ນເຫັັນໄດ້ຄວາມອັນຕະລາຍ,ຜົນ ກະທົບຂອງເຊື້ອເອັດໄອວີຫຼືພະຍາດເອດ,ມີສະຕິ,ຮູ້ວິທີກັນແລະປິ່ນ ປົວພະຍາດດັ່ງກ່າວ. ລັດນໍາໃຊ້ມາດຕະການຕ່າງໆເພື່ອກັນການເພີ່ມຂຶ້ນຂອງການ ຕິດເຊື້ອເອັດໄອວີໃນກຸ່ມປະຊາກອນທົ່ວໄປແລະກຸ່ມເປົ້າໝາຍພ້ອມ ທັງເອົາໃຈໃສ່ປິ່ນປົວ,ດຸແລເບິ່ງແຍງແລະຊ່ວຍເຫຼືອຜູ້ຕິດເຊື້ອເອັດ ໄອວີແລະຜູ້ເປັນພະຍາດເອດດ້ວຍຄວາມຮັບຜິດຊອບສູງໂດຍປາສະ ຈາກການນໍາແນກແລະການລັງກຽດ. ລົດສ້າງເງື່ອນໄຂ,ອໍານວຍຄວາມສະດວກໃຫ້ຜູ້ຕິດເຊື້ອເອັດ ໄອວີ,ຜູ້ເປັນພະຍາດເອດແລະຜູ້ໄດ້ຮັບຜົນກະທົບສາມາດມີວຽກເຮັດ ງານທໍາຕາມເງື່ອນໄຂຕົວຈິງ.

...ມາດຕາຫົກຫຼັກການກ່ຽວກັບວຽກງານສະກັດກັັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ

ມາດຕາຫົກຫຼັກການກ່ຽວກັບວຽກງານສະກັດກັັ້ນແລະຕ້ານເຊື້ອເອັດ ໄອວີຫຼືພະຍາດເອດ ວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດດໍາ ເນີນຕາມຫຼັກການຕົ້ນຕໍດັ່ງນີ້: ໜຶ່ງເອົາການສະກັດກັ້ນດ້ວຍການໂຄສະນາສຸຂະສຶກສາເປັນຕົ້ນ ຕໍເອົາການປິ່ນປົວ,ດູແລເບິ່ງແຍງແລະບໍາບັດທາງດ້ານຈິດໃຈເປັນ ສໍາຄັນ. ສອງຍົກສູງຄວາມຮັບຜິດຊອບຂອງການຈັດຕັ້ງ,ສັງຄົມ,ຄອບ ຄົວແລະບຸກຄົນ. ສາມຮັບປະກັນຄວາມສະເໝີພາບ,ຄວາມຍຸດຕິທໍາ,ມະນຸດສະ ທໍາ,ປາສະຈາກການຈໍາແນກແລະການລັງກຽດ. ສີ່ກວດເລືອດເພື່ອຊອກຫາການຕິດເຊື້ອເອັດໄອວີດ້ວຍຄວາມ ຕື່ນຕົວແລະສະໝັກໃຈຍົກເວັ້ນກໍລະນີທີ່ລະບຽບກົດໝາຍໄດ້ກໍານົດໄວ້ ຢ່າງອື່ນ. ຫ້າຮັກສາຄວາມລັບແລະສິດທິຄວາມເປັນສ່ວນຕົວຂອງຜູ້ຕິດ ເຊື້ອເອັດໄອວີ. ...ມາດຕາເຈັດພັນທະກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ

ມາດຕາເຈັດພັນທະກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອເອັດ ໄອວີຫຼືພະຍາດເອດ ບຸກຄົນ,ຄອບຄົວ,ການຈັດຕັ້ງທຸກພາກສ່ວນທັງພາຍໃນແລະ ຕ່າງປະເທດມີພັນທະເຂົ້າຮ່ວມໃນການສະກັດກັ້ນແລະຕ້ານເຊື້ອເອັດ ໄອວີຫຼືພະຍາດເອດເພື່ອບໍ່ໃຫ້ແຜ່ຂະຫຍາຍຢູ່ໃນສັງຄົມໂດຍຈໍາກັດຫຼືບໍ່ ໃຫ້ມີພຶດຕິກໍາສ່ຽງແລະປັດໃຈທີ່ນໍາໄປສູ່ການຕິດເຊື້ອເອັດໄອວີລວມ ທັງໃຫ້ການຮ່ວມມືໃນການປະຕິບັດກິດຈະກໍາຕ່າງໆແລະສະໜອງຂໍ້ມູນ ຂ່າວສານກ່ຽວກັບວຽກງານດັ່ງກ່າວ.

...ມາດຕາແປດການຮ່ວມມືສາກົນ

ມາດຕາແປດການຮ່ວມມືສາກົນ ລັດສົ່ງເສີມການພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນ ແລະສາກົນກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະ ຍາດເອດດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ວິທະຍາສາດ, ເຕັກໂນໂລຊີແລະການຍາດແຍ່ງການສະໜັບສະໜູນດ້ານຕ່າງໆ.

..ພາກທີສອງຄວາມອັນຕະລາຍຂອງເຊື້ອເອັດໄອວີຫຼືພະຍາດເອດ


...ມາດຕາເກົິາຄວາມອັນຕະລາຍຂອງເຊື້ອເອັດໄອວີຫຼືພະຍາດເອດ

ມາດຕາເກົິາຄວາມອັນຕະລາຍຂອງເຊື້ອເອັດໄອວີຫຼືພະຍາດເອດ ເຊື້ອເອັດໄອວີຫຼືພະຍາດເອດເປັນພະຍາດອັນຕະລາຍຊຶ່ງຕິດ ຕໍ່,ແຜ່ຂະຫຍາຍຢ່າງກວ້າງຂວາງຈາກຄົນຫາຄົນແລະສາມາດທໍາ ລາຍຊີວິດຄົນຢ່າງຫຼວງຫຼາຍ. ເຊື້ອເອັດໄອວີຫຼືພະຍາດເອດບໍ່ທັນມີຢາວັກຊີນສັກປ້ອງກັນແລະ ຢາປິ່ນປົວໃຫ້ຫາຍຂາດ. ເຊື້ອເອັດໄອວີຈະຄົງຕົວຢູ່ໃນຮ່າງກາຍຂອງຜູ້ຕິດເຊື້ອຕະຫຼອດ ຊີວິດແລະມີຜົນກະທົບຕໍ່ສຸຂະພາບ,ຊີວິດ,ເສດຖະກິດແລະວັດທະນະທໍາ- ສັງຄົມ.

...ມາດຕາສິບຜົນກະທົບຕໍ່ສຸຂະພາບແລະຊີວິດ

ມາດຕາສິບຜົນກະທົບຕໍ່ສຸຂະພາບແລະຊີວິດ ເຊື້ອເອັດໄອວີຫຼືພະຍາດເອດມີຜົນກະທົບຕົ້ນຕໍຕໍ່ສຸຂະພາບແລະ ຊີວິດຂອງຄົນດັ່ງນີ້: ໜຶ່ງອັດຕາການເຈັບແລະການເສຍຊີວິດຂອງປະຊາກອນເພີ່ມ ຂຶ້ນ; ສອງການເຈັດບເປັນແກ່ຍາວຍ້ອນເກີດພະຍາດແຊກຊ້ອນ. ສາມອາຍຸຍືນສະເລ່ຍຂອງປະຊາກອນຫຼຸດລົງ.

...ມາດຕາສິບເອັດຜົນກະທົບຕໍ່ເສດຖະກິດ

ມາດຕາສິບເອັດຜົນກະທົບຕໍ່ເສດຖະກິດ ເຊື້ອເອັດໄອວີຫຼືພະຍາດເອດມີຜົນກະທົບຕໍ່ເສດຖະກິດດັ່ງນີ້: ໜຶ່ງລາຍຈ່າຍເຂົ້າໃນການປິ່ນປົວ,ດູແລເບິ່ງແຍງເພີ່ມຂຶ້ນ. ສອງແຮງງານທີ່ມີປະສິດທິພາບເພື່ອພັດທະນາສ້າງສາປະເທດ ຊາດຫຼຸດລົງ. ສາມຊີວິດການເປັນຢູ່ຂອງຄອບຄົວຜູ້ຕິດເຊື້ອເອັດໄອວີຫຼືພະ ຍາດເອດຝືດເຄືອງ. ສີ່ຄວາມທຸກຍາກຂອງປະຊາຊົນບໍ່ໄດ້ຮັບການແກ້ໄຂຕາມແຜນ ການທີ່ໄດ້ກໍານົດໄວ້. ...ມາດຕາສິບສອງຜົນກະທົບຕໍ່ວັດທະນະທໍາ-ສັງຄົມ

ມາດຕາສິບສອງຜົນກະທົບຕໍ່ວັດທະນະທໍາ-ສັງຄົມ ເຊື້ອເອັດໄອວີຫຼືພະຍາດເອດມີຜົນກະທົບຕົ້ນຕໍຕໍ່ວັດທະນະທໍາ ສັງຄົມດັ່ງນີ້: ໜຶ່ງເກີດການຈໍາແນກແລະລັກກຽດຕໍ່ຜູ້ຕິດເຊືອເອັດໄອວີ,ຜູ້ ເປັນພະຍາດເອດແລະຄອບຄົວຂອງຜູ້ກ່ຽວ. ສອງເພີ່ມພາລະທາງດ້ານສະຫວັດດີການໃຫ້ແກ່ລັດ,ສັງຄົມ, ຊຸມຊົນແລະຄອບຄົວໃນການປິ່ນປົວແລະດູແລເບິ່ແຍກຜູ້ຕິດເຊື້ອເອັດ ໄອວີແລະຜູ້ເປັນພະຍາດເອດ. ສາມເຮັດໃຫ້ເດັກກໍາພ້າ,ກໍາພອຍແລະປາກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມເພີ່ມຂຶ້ນ.

..ພາກທີສາມການສະກັດກັ້ນເຊື້ອເອັດໄອວີຫຼືພະຍາດເອດ


...ມາດຕາສິບສາມວິທີການກັນເຊື້ອເອັດໄອວີຫຼືພະຍາດເອດ

ມາດຕາສິບສາມວິທີການກັນເຊື້ອເອັດໄອວີຫຼືພະຍາດເອດ ການກັນເຊື້ອເອັດໄອວີຫຼືພະຍາດເອດເປັນວຽກງານພື້ນຖານ ແລະຕົ້ນຕໍຂອງສັງຄົມ,ຊຸມຊົນແລະຄອບຄົວ. ການກັນເຊື້ອເອັດໄອວີຫຼືພະຍາດເອດໃຫ້ນໍາໃຊ້ວິທີການແລະ ມາດຕະການຕົ້ນຕໍດັ່ງນີ້: ໜຶ່ງການກັນດ້ວຍການໂຄສະນາ,ສຸຂະສຶກສາກ່ຽວກັບເຊື້ອເອັດ ໄອວີຫຼືພະຍາດເອດ. ສອງການກັນການຕິດເຊື້ອເອັດໄອວີຫຼືພະຍາດເອດທາງເພດ ສໍາພັນ. ສາມການກັນການຕິດເຊື້ອເອັດໄອວີຫຼືພະຍາດເອດທາງເລືອດ. ສີ່ການກັນການຕິດເຊື້ອເອັດໄອວີຫຼືພະຍາດເອດຈາກແມ່ຫາລູກ. ຫ້າການກັນດ້ວຍການກວດເລືອດ.

...ມາດຕາສິບສີ່ການກັນດ້ວຍການໂຄສະນາ,ສຸຂະສຶກສາກ່ຽວກັບເຊື້ອເອັດໄອວີຫຼືພະຍາດເອດ

ມາດຕາສິບສີ່ການກັນດ້ວຍການໂຄສະນາ,ສຸຂະສຶກສາກ່ຽວກັບເຊື້ອ ເອັດໄອວີຫຼືພະຍາດເອດ ການໂຄສະນາ,ສຸຂະສຶກສາກ່ຽວກັບເຊື້ອເອັດໄອວີຫຼືພະຍາດ ເອດມີດັ່ງນີ້: ໜຶ່ງເພີ່ມທະວີການໂຄສະນາ,ສຸຂະສຶກສາກ່ຽວກັບເຊື້ອເອັດໄອ ວີຫຼືພະຍາດເອດໃຫ້ເຂົ້າໃຈຢ່າງກວ້າງຂວາງໃນທົ່ວສັງຄົມເປັນຕົ້ນຢູ່ ໂຮງຮຽນມັດທະຍົມ,ອະຊີວະສຶກສາ,ມະຫາວິທະຍາໄລ,ຫົວໜ່ວຍແຮງ ງານ,ຄ້າຍຄຸມຂັງ,ຄ້າຍດັດສ້າງ,ກຸ່ມປະຊາກອນທີ່ມີຄວາມສ່ຽງ. ສອງດໍາເນີນການໂຄສະນາ,ສຸຂະສຶກສາດ້ວຍຫຼາຍຮູບແບບ ເປັນຕົ້ນຜ່ານພາຫະນະສື່ມວນຊົນແລະອື່ນໆ. ສາມໃຫ້ຮູ້ຄວາມອັນຕະລາຍຂອງເຊື້ອເອັດໄອວີຫຼືພະຍາດເອດ, ເສັ້ນທາງຕິດຕໍ່,ວິທີການພະຍາດ,ການປິ່ນປົວ,ການດູແລເບິ່ງແຍງ, ການຢູ່ຮ່ວມກັນໂດຍປາສະຈາກການຈໍາແນກແລະການລັງກຽດຕໍ່ຜູ້ຕິດ ເຊື້ອເອັດໄອວີແລະເປັນພະຍາດເອດ.

...ມາດຕາສິບຫ້າການກັນການຕິດເຊື້ອເອັດໄອວີຫຼືພະຍາດທາງເພດສໍາພັນ

ມາດຕາສິບຫ້າການກັນການຕິດເຊື້ອເອັດໄອວີຫຼືພະຍາດທາງເພດ ສໍາພັນ ການກັນການຕິດເຊື້ອເອັດໄອວີຫຼືພະຍາດເອດທາງເພດສໍາພັນ ໃຫ້ນໍາໃຊ້ວີທີການແລະມາດຕະການຕົ້ນຕໍດັ່ງນນີ້: ໜຶ່ງກວດເລືອດກ່ອນແຕ່ງດອງດ້ວຍຄວາມຕື່ນຕົວແລະສະໝັກ ໃຈ. ສອງສັດຊື່ຕໍ່ຄູ່ຜົວເມຍດ້ວຍກັນບົນຫຼັກການການເປັນຜົວໜຶ່ງ ເມຍດຽວ. ສາມໃຊ້ຖົງຢາງອະນາໄມທຸກຄັ້ງທີ່ມີເພດສໍາພັນທີ່ເຫັນວ່າບໍ່ ປອດໄພ. ສີ່ໃຊ້ວິທີການແລະມາດຕະການອື່ນໆ. ...ມາດຕາສິບຫົກການກັນການຕິດເຊື້ອເອັດໄອວີຫຼືພະຍາດເອດທາງເລືອດ

ມາດຕາສິບຫົກການກັນການຕິດເຊື້ອເອັດໄອວີຫຼືພະຍາດເອດທາງ ເລືອດ ການກັນການຕິດເຊື້ອເອັດໄອວີຫຼືພະຍາດເອດທາງເລືອດໃຫ້ ນໍາໃຊ້ວີທີການແລະມາດຕະການຕົ້ນຕໍດັ່ງນີ້: ໜຶ່ງບໍລິຈາກເລືອດ,ການຮັບເລືອດ,ຜະລິດຕະພັນເລືອດຫຼືການ ປ່ຽນຖ່າຍອະໄວຍະວະຕ້ອງຜ່ານການກວດເລືອດທີ່ຖືກຕ້ອງເພື່ອຊອກ ຫາການຕິດເຊື້ອເອັດໄອວີເເພື່ອຄວາມປອດໄພ. ສອງການໃຊ້ເຂັມສັກຢາ,ການໃຊ້ຢາເສບຕິດທາງເສັ້ນເລືອດ, ເຄື່ອງມີການແພດ,ສິ່ງແຫຼມຄົມຕ້ອງປະຕິບັດຕາມຫຼັກການປ້ອງກັນ ແບບຮອບດ້ານແລະຄົບຊຸດຢ່າງເຂັ້ມງວດ.

...ມາດຕາສິບເຈັດການກັກນການຕິດເຊື້ອເອັດໄອວີຫຼືພະຍາດເອດຈາກແມ່ຫາລູກ

ມາດຕາສິບເຈັດການກັກນການຕິດເຊື້ອເອັດໄອວີຫຼືພະຍາດເອດຈາກ ແມ່ຫາລູກ ການກັນການຕິດເຊື້ອເອັດໄອວີຫຼືພະຍາດເອດຈາກແມ່ຫາລູກ ໃຫ້ນໍາໃຊ້ວິທີການແລະມາດຕະການຕົ້ນຕໍດັ່ງນີ້: ໜຶ່ງແມ່ຍິງທີ່ຕ້ອງການມີລູກແລະແມ່ນຍິງຖືພາຄວນໄດ້ຮັບ ການກວດເລືອດເພື່ອຊອກຫາການຕິດເຊື້ອເອັດໄອວີ. ສອງແມ່ຍິງຖືພາທີ່ຕິດເຊື້ອເອັດໄອວີຕ້ອງໄດ້ຮັບຢາຕ້ານເຊື້ອ ເອັດໄອວີ. ສາມລູກທີ່ເກີດຈາກແມ່ທີ່ຕິດເຊື້ອເອັດໄອວີຕ້ອງໄດ້ຮັບຢາຕ້ານ ເຊື້ອເອັດໄອວີຕາມຄູ່ມືປິ່ນປົວ. ສີ່ແມ່ທີ່ຕິດເຊື້ອເອັດໄອວີອາດຈະບໍ່ອອກລູກທາງຊ່ອງຄອດແລະ ບໍ່ຄວນລ້ຽງລູກດ້ວຍນໍ້ານົມແມ່. ...ມາດຕາສິບແປດການກັນດ້ວຍການກວດເລືອດ

ມາດຕາສິບແປດການກັນດ້ວຍການກວດເລືອດ ໂດຍທົ່ວໄປແລ້ວທຸກຄົນມີສິດກວດເລືອດດ້ວຍຄວາມສະໝັກ ໃຈຢູ່ສະຖານທີ່ທີ່ມີເງື່ອນໄຂກວດໄດ້ເພື່ອຊອກຫາການຕິດເຊື້ອເອັດໄອ ວີ,ຍົກເວັ້ນເມື່ອມີຄວາມຈໍາເປັນຫຼືກໍລະນີທີ່ລະບຽບກົດໝາຍໄດ້ກໍານົດ ໄວ້ຢ່າງອື່ນ. ໃນກໍລະນີຄົນເຈັບນອນໂຮງໝໍທີ່ບໍ່ຮູ້ສະຕິຫຼືເດັກນ້ອຍອາຍຸຕໍ່າ ກວ່າສິບສີ່ປີຕ້ອງໃຫ້ພໍ່ແມ່ຫຼືຜູ້ປົກຄອງຫຼືຍາດໃຫ້ຊິດເປັນຜູ້ຢັ້ງຢືນແລະ ຍິນຍອມໃນການກວດເລືອດ. ຜົນຂອງການກວດເລືອດຕ້ອງຖືກຮັກສາໄວ້ເປັນຄວາມລັບ, ເວັ້ນເສຍແຕ່ມີລະບຽບກົດໝາຍໄດ້ກໍານົດໄວ້ຢ່າງອື່ນ. ເມື່ອບຸກຄົນໃດຫາກກວດເລືອດພົບວ່າໄດ້ຕິດເຊື້ອເອັດໄອວີ ແລ້ວຕ້ອງປະຕິບັດຕາມຄໍາແນະນໍາຂອງແພດຢ່າງເຂັ້ມງວດເປັນຕົ້ນ ການບໍ່ສົ່ງເຊື້ອໃຫ້ຜູ້ອື່ນ.

..ພາກທີສີ່ການຕ້ານເຊື້ອເອັດໄອວີຫຼືພະຍາດເອດ


...ໝວດທີໜຶ່ງການປິ່ນປົວ


....ມາດຕາສິບເກົ້າການປິ່ນປົວຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດເອດ

ມາດຕາສິບເກົ້າການປິ່ນປົວຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດ ເອດ ການປິ່ນປົວຜູ້ຕິດເຊື້ອເອັດໄອວີ,ຜູ້ເປັນພະຍາດເອດແລະຜູ້ມີ ພະຍາດແຊກຊ້ອນຕ້ອງປະຕິບັດຕາມການແນະນໍາຂອງແພດແລະໄດ້ ຮັບການປິ່ນປົວດ້ວຍຢາຕ້ານເຊື້ອເອັດໄອວີໃຫ້ຖືກຕ້ອງຕາມເງື່ອນໄຂ ທີ່ໄດ້ກໍານົດໄວ້ໃນລະບຍບການສະເພາະ. ບຸກຄົນທີ່ໄດ້ຮັບເຊື່ອເອັດໄອວີຍ້ອນອຸປະຕິເຫດຫຼືໂດຍບັງເອີນ ໃນເວລາປະຕິບັດໜ້າທີ່ຫຼືໄດ້ຊ່ວຍເຫຼືອຜູ້ຕິດເຊື້ອເອດໄອວີນັ້ນຕ້ອງໄດ້ ຮັບການປິ່ນປົວໂດຍບໍ່ເສຍຄ່າແລະໄດ້ຮັບການອຸດໜູນຕາມລະບຽບ ການທີ່ໄດ້ກໍານົດໄວ້.

....ມາດຕາຊາວສະຖານທີ່ປິ່ນປົວ

ມາດຕາຊາວສະຖານທີ່ປິ່ນປົວ ສະຖານທີ່ປິ່ນປົວສໍາລັບຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດ ເອດທີ່ຕ້ອງການຮັບຢາຕ້ານເຊື້ອເອັດໄອວີແມ່ນກະຊວງສາທາລະນະ ສຸກເປັນຜູ້ກໍານົດ.

....ມາດຕາຊາວເອັດຈັນຍາບັນແພດ

ມາດຕາຊາວເອັດຈັນຍາບັນແພດ ຜູ້ປະກອບວິຊາຊີບປິ່ນປົວຫຼືຜູ້ເຮັດວຽກກ່ຽວກັບການສະກັດກັ້ນ ແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດຕ້ອງມີຄວາມຮັບຜິດຊອບຕໍ່ໜ້າ ທີ່ຂອງຕົນ,ຮັກສາຄວາມລັບຂອງຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະ ຍາດເອດ,ເວັ້ນເສຍແຕ່ມີຄໍາສັ່ງຂອງສານ.ນອກຈາກນີ້ກໍ່ຍັງຕ້ອງເຄົາ ລົບສິດແຫ່ງການມີຊີວິດ,ການເຄື່ອນໄຫວແແລະກວດສັກສີຂອງຄົນ ເຈັບ,ຍາດພີ່ນ້ອງຂອງຄົນເຈັບໂດຍປາສະຈາກການຈໍາແນກແລະການ ລັງກຽດ.

...ໝວດທີສອງການດູແລເບິ່ງແຍງ


....ມາດຕາຊາວສອງການດູແລເບິ່ງແຍງຢູ່ໃນສະຖານທີ່ບໍລິການປິ່ນປົວທົ່ວໄປ

ມາດຕາຊາວສອງການດູແລເບິ່ງແຍງຢູ່ໃນສະຖານທີ່ບໍລິການປິ່ນປົວ ທົ່ວໄປ ແພດໝໍຕ້ອງເອົາໃຈໃສ່ດູແລເບິ່ງແຍງຜູ້ຕິດເຊື້ອເອັດໄອວີ,ຜູ້ ເປັນພະຍາດເອດແລະຜູ້ມີພະຍາດແຊກຊ້ອນຢ່າງສະເໝີພາບຄືກັນກັບ ຄົນເຈັບທົ່ວໄປ.

....ມາດຕາຊາວສາມການດູແລເບິ່ງແຍງຢູ່ໃນສັງຄົມແລະຊຸມຊົນ

ມາດຕາຊາວສາມການດູແລເບິ່ງແຍງຢູ່ໃນສັງຄົມແລະຊຸມຊົນ ສັງຄົມແລະຊຸມຊົນເອົາໃຈໃສ່ດູແລເບິ່ງແຍງຜູ້ຕິດເຊື້ອເອັດ ໄອວີແລະຜູ້ເປັນພະຍາດເອດໂດຍປາສະຈາກການຈໍາແນກແລະການ ລັງກຽດ,ໃຫ້ການຊ່ວຍເຫຼືອ,ເບິ່ງແຍງແລະໃຫ້ກໍາລັງໃຈພ້ອມທັງສຶກ ສາອົບຮົມຜູ້ກ່ຽວບໍ່ໃຫ້ແຜ່ເຊື້ອເອັດໄອວີໄປສີ່ຄົນອື່ນແລະສາມາດຢູ່ ຮ່ວມກັນຢ່າງເປັນປົກກະຕິ. ອົງການຈັດຕັ້ງສາກົນ,ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະອົງການຈັດຕັ້ງອື່ນສາມາດສ້າງຕັ້ງມູນນິທິ,ສະມາຄົມ,ກອງທຶນ, ສະຖານທີ່ໃຫ້ການດູແລເບິ່ງແຍງຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະ ຍາດເອດຢູ່ໃນຊຸມຊົນຕາມລະບຽບກົດໝາຍ.

....ມາດຕາຊາວສີ່ການດູແລເບິ່ງແຍງຢູ່ໃນຄອບຄົວ

ມາດຕາຊາວສີ່ການດູແລເບິ່ງແຍງຢູ່ໃນຄອບຄົວ ຄອບຄົວຕ້ອງຮັບຜິດຊອບ,ໃຫ້ກໍາລັງໃຈ,ດູແລເບິ່ງແຍງ,ຊ່ວຍ ເຫຼືອຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດເອດໂດຍປາດສະຈາກ ການຈໍາແນກແລະການລັງກຽດ.

...ໝວດທີສາມການຊ່ວຍເຫຼືອ


....ມາດຕາຊາວຫ້າການໃຫ້ຄໍາປຶກສາ

ມາດຕາຊາວຫ້າການໃຫ້ຄໍາປຶກສາ ການໃຫ້ຄໍາປຶກສາແມ່ນຂະບວນການສົນທະນາ,ແລກປ່ຽນຄໍາ ຄິດຄໍາເຫັນແບບເປັນການສ່ວນຕົວລະຫວ່າງຜູ້ໃຫ້ຄໍາປຶກສາແລະຜູ້ຮັບ ຄໍາປຶກສາເພື່ອຮັບຮູ້,ເຂົ້າໃຈກ່ຽວກັບເຊື່ອເອັດໄອວີແລະເພື່ອຊອກຫາ ວິທີແກ້ໄຂດ້ວຍຕົນເອງ,ບໍ່ວ່າກໍລະນີໃດການກວດເລືອດເພື່ອຊອກຫາ ການຕິດເຊື້ອເອັດໄອວີຕ້ອງຜ່ານຂະບວນການໃຫ້ຄໍາປຶກສາກ່ອນແລະ ຫຼັງການກວດເລືອດພ້ອມທັງຮັກສາໄວ້ເປັນຄວາມລັບ. ຜູ້ໃຫ້ຄໍາປຶກສາຕ້ອງມີມາດຕະຖານ,ຄວາມຮູ້,ຄວາມສາມາດ ແລະໄດ້ຮັບອະນຸຍາດຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາຊາວຫົກການຊ່ວຍເຫຼືອທາງດ້ານເສດຖະກິດ

ມາດຕາຊາວຫົກການຊ່ວຍເຫຼືອທາງດ້ານເສດຖະກິດ ຄະນະກໍາມະການຕ້ານເອດແຕ່ລະຂັ້ນ,ການຈັດຕັ້ງແລະບຸກ ຄົນຕ່າງໆມີໜ້າທີ່ຂົນຂວາຍຊອກຫາທຶນຈາກພາຍໃນແລະຕ່າງປະ ເທດເຂົ້າໃນການຊ່ວຍເຫຼືອຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດ ເອດໃຫ້ມີວຽກເຮັດງານທໍາຕາມເງື່ອນໄຂຕົວຈິງ.

....ມາດຕາຊາວເຈັດການຊ່ວຍເຫຼືອທາງດ້ານສັງຄົມ

ມາດຕາຊາວເຈັດການຊ່ວຍເຫຼືອທາງດ້ານສັງຄົມ ຄະນະກໍາມະການຕ້ານເອດແຕ່ລະຂັ້ນ,ການຈັດຕັ້ງແລະບຸກຄົນ ຕ່າງໆຕ້ອງເອົາໃຈໃສ່ປະສານງານ,ປຸກລະດົມ,ຊຸກຍູ້ຂະແໜງການ ແລະພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອສ້າງເງື່ອນໄຂໃຫ້ແກ່ຜູ້ຕິດເຊື້ອເອັດ ໄອວີແລະຜູ້ເປັນພະຍາດເອດສາມາດດໍາລົງຊີວິດຢູ່ໃນສັງຄົມໄດ້ຢ່າງ ເປັນປົກກະຕິ,ໄດ້ຮັບການປິ່ນປົວ,ມີວຽກເຮັດງານທໍາ,ສຶກສາຮໍ່າຮຽນ ແລະໄດ້ຮັບຂໍ້ມູນຂ່າວສານຢ່າງສະເໝີພາບຄືກັນກັບຄົນທົ່ວໄປໂດຍ ປາດສະຈາກການຈໍາແນກແລະການລັງກຽດ. ..ພາກທີຫ້າມາດຕະການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ


...ໝວດທີໜຶ່ງມາດຕະການທາງການແພດ


....ມາດຕາຊາວແປດການເຝົ້າລະວັງ

ມາດຕາຊາວແປດການເຝົ້າລະວັງ ຂະແໜງການສາທາລະນະສຸກໂດຍສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງມີໜ້າທີ່ດໍາເນີນການສໍາຫຼວດ,ການຕິດຕາມ,ການເກັບກໍາແລະ ການວິໄຈຂໍ້ມູນເພື່ອລາຍງານກ່ຽວກັບອັດຕາການຕິດເຊື້ອເອັດໄອວີຫຼື ພະຍາດເອດເປັນຕົ້ນໃນກຸ່ມຄົນທີ່ມີຄວາມສ່ຽງແນໃສ່ສຶກສາ,ຄົ້ນຄວ້າ ທ່າອ່ຽງຂອງການແຜ່ລະບາດເຊື້ອເອັດໄອວີແຕ່ລະໄລຍະຢູ່ໃນທົ່ວປະ ເທດທັງເປັນບ່ອນອີງໃຫ້ແກ່ການສ້າງແລະປະຕິບັດແຜນການສະກັດ ກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ.

....ມາດຕາຊາວເກົ້າການກວດວິເຄາະ

ມາດຕາຊາວເກົ້າການກວດວິເຄາະ ຜູ້ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອເອັດໄອວີຄວນໄດ້ຮັບການກວດ ວິເຄາະເພື່ອຊອກຫາການຕິດເຊື້ອເອັດໄອວີ. ຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດເອດຄວນໄດ້ຮັບການ ກວດວິເຄາະເພື່ອຊອກຫາປະລິມານເຊື້ອເອັດໄອວີແລະການກວດວິ ເຄາະອື່ນໆ. ....ມາດຕາສາມສິບການປິ່ນປົ່ວ

ມາດຕາສາມສິບການປິ່ນປົ່ວ ໃນກໍລະນີທີ່ຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດເອດຫາກ ເປັນພະຍາດອື່ນນໍານັ້ນກໍ່ສາມາດໄປຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວ ທົ່ວໄປ.ສໍາລັບການປິ່ນປົວດ້ວຍຢາຕ້ານເຊື້ອເອັດໄອວີແມ່ນໄປຮັບການ ປິ່ນປົວຢູ່ສະຖານທີ່ທີ່ໄດ້ກໍານົດໄວ້. ການໃຊ້ຈ່າຍໃນການປິ່ນປົວຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະ ຍາດເອດດ້ວຍຢາຕ້ານເຊື້ອເອັດໄອວີແລະປິ່ນປົວພະຍາດແຊກຊ້ອນ ຕ່າງໆໃຫ້ປະຕິບັດຕາມລະບຽບການທີ່ໄດ້ກໍານົດໄວ້.

....ມາດຕາສາມສິບເອັດການຄົ້ນຄວ້າທາງດ້ານວິທະຍາສາດ

ມາດຕາສາມສິບເອັດການຄົ້ນຄວ້າທາງດ້ານວິທະຍາສາດ ການຄົ້ນຄວ້າທາງດ້ານວິທິຍາສາດລະດັບຊາດ,ຂະແໜງການ, ພາກພື້ນແລະສາກົນກ່ຽວກັບເຊື້ອເອັດໄອວີຫຼືພະຍາດເອດເປັນຕົ້ນວິທີ ການກັນ,ປິ່ນປົວແລະອື່ນໆແມ່ນໄດ້ຮັບການສົ່ງເສີມເພື່ອເປັນຂໍ້ມູນໃນ ການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດແລະເພື່ອຮັບໃຊ້ ຈຸດປະສົງອື່ນ. ການຄົ້ນຄວ້າດັ່ງກ່າວຕ້ອງໄດ້ຮັບອະນຸຍາດຈາກອົງການທີ່ ກ່ຽວຂ້ອງຕາມລະບຽບການກ

...ໝວດທີສອງມາດຕະການທາງສັງຄົມ


....ມາດຕາສາມສິບສອງການສະໜອງຂໍ້ມູນຂ່າວສານ

ມາດຕາສາມສິບສອງການສະໜອງຂໍ້ມູນຂ່າວສານ ພົນລະເມືອງລາວ,ຄົນຕ່າງດ້າວ,ຄົນຕ່າງປະເທດແລະຄົນບໍ່ມີ ສັນຊາດທີ່ອາໄສຢູ່ໃນສປປລາວມີສິດເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບ ການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ. ລັດ,ການຈັດຕັ້ງແລະສັງຄົມຕ້ອງສະໜອງຂໍ້ມູນຂ່າວສານຕ່າງ ໆກ່ຽວກັບການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດໂດຍ ໃຫ້ສອດຄ່ອງກັບລະບຽບກົດໝາຍ,ຮີດຄອງປະເພນີ,ວັດທະນະທໍາອັນ ດີງາມຂອງຊາດແລະທ້ອງຖິ່ນ.

....ມາດຕາສາມສິບສາມການປະກັນສຸຂະພາບ

ມາດຕາສາມສິບສາມການປະກັນສຸຂະພາບ ຜູ້ຕິດເຊື້ອເອັດໄອວີ,ຜູ້ເປັນພະຍາດເອດແລະຜູ້ໄດ້ຮັບຜົນກະທົບ ຈາກເຊື້ອເອັດໄອວີຫຼືພະຍາດເອດມີສິດເຂົ້າເຖິງກອງທຶນປະກັນສຸຂະ ພາບເພື່ອຮັບການບໍລິການດ້ານການແພດຢ່າງສະເໝີພາບຕາມລະ ບຽບການທີ່ໄດ້ກໍານົດໄວ້. ....ມາດຕາສາມສິບສີ່ການບໍ່ຈໍາແນກແລະບໍ່ລັງກຽດ

ມາດຕາສາມສິບສີ່ການບໍ່ຈໍາແນກແລະບໍ່ລັງກຽດ ຜູ້ຕິດເຊື້ອເອັດໄອວີ,ຜູ້ເປັນພະຍາດເອດແລະຜູ້ໄດ້ຮັບຜົນກະທົບ ຈາກເຊື້ອເອັດໄອວີຫຼືພະຍາດເອດມີຄວາມສະເໝີພາບຄືກັນກັບຄົນທົ່ວ ໄປຢູ່ໃນສັງຄົມໃນການດໍາລົງຊີວິດ,ການເຄື່ອນໄຫວໂດຍປາສະຈາກ ການຈໍາແນກແລະການລັງກຽດ.

....ມາດຕາສາມສິບຫ້າການຮັກສາຄວາມລັບ

ມາດຕາສາມສິບຫ້າການຮັກສາຄວາມລັບ ຜູ້ປະກອບວິຊາຊີບປິ່ນປົວ,ບຸກຄົນອື່ນຫຼືຜູ້ເຮັດວຽກງານກ່ຽວ ກັບການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດຕ້ອງໄດ້ຮັກ ສາຄວາມລັບຢ່າງເຂັ້ມງວດກ່ຽວກັບພະຍາດ,ຕໍານິ,ຈຸດພິເສດຂອງຜູ້ ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດເອດທີ່ຍັງມີຊີວິດຫຼືເສຍຊີວິດແລ້ວ ,ເວັ້ນເສຍແຕ່ມີຄໍາສັ່ງຂອງສານຫຼືຄວາມສະໝັກໃຈຂອງຜູ້ກ່ຽວ.

..ພາກທີຫົກຄວາມຮັບຜິດຊອບກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອພະຍາດເອັດໄອວີຫຼືພະຍາດເອດ


...ໝວດທີໜຶ່ງຄວາມຮັບຜິດຊອບຂອງຄະນະກໍາມະການຕ້ານເອດ


....ມາດຕາສາມສິບຫົກຄະນະກໍາມະການຕ້ານເອດ

ມາດຕາສາມສິບຫົກຄະນະກໍາມະການຕ້ານເອດ ເພື່ອເຮັດໃຫ້ວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະ ຍາດເອດມີປະສິດທິຜົນນັ້ນລັດຖະບານສ້າງຕັ້ງຄະນະກໍາມະການຕ້ານ ເອງຊຶ່ງປະກອບດ້ວຍ: -ຄະນະກໍາມະການແຫ່ງຊາດຕ້ານເອດ. -ຄະນະກໍາມະການຕ້ານເອດແຂວງ,ນະຄອນ. -ຄະນະກໍາມະການຕ້ານເອດເມືອງ,ເທດສະບານ. ຄະນະກໍາມະການຕ້ານເອດແຕ່ລະຂັ້ນມີກອງເລຂາຊ່ວຍວຽກ ຊຶ່ງໄດ້ກໍາກົດໄວ້ໃນລະບຽບການຕ່າງຫາກ.

....ມາດຕາສາມສິບເຈັດທີ່ຕັ້ງແລະພາລະບົດບາດຂອງຄະນະກໍາມະການຕ້ານເອດ

ມາດຕາສາມສິບເຈັດທີ່ຕັ້ງແລະພາລະບົດບາດຂອງຄະນະກໍາມະການ ຕ້ານເອດ ຄະນະກໍາມະການຕ້ານເອດແມ່ນອົງການຈັດຕັ້ງໜຶ່ງຂອງລັດ ຊຶ່ງປະກອບດ້ວຍຫຼາຍພາກສ່ວນ,ມີພາລະບົດບາດເປັນເສນາທິການ ໃຫ້ຂັ້ນເທິງຂອງຕົນໃນການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະ ຍາດເອດຢ່າງເປັນເອກະພາບໃນທົ່ວປະເທດໂດຍແມ່ນຂະແໜງການ ສາທາລະນະສຸກເປັນໃຈກາງ. ບຸກຄະລາກອນຂອງຄະນະກໍາມະການຕ້ານເອດແຕ່ລະຂັ້ນໄດ້ ກໍານົດໄວ້ໃນລະບຽບການຕ່າງຫາກ.

....ມາດຕາສາມສິບແປດສິດແລະໜ້າທີ່ຂອງຄະນະກໍາມະການແຫ່ງຊາດຕ້ານເອດ

ມາດຕາສາມສິບແປດສິດແລະໜ້າທີ່ຂອງຄະນະກໍາມະການແຫ່ງ ຊາດຕ້ານເອດ ຄະນະກໍາມະການແຫ່ງຊາດຕ້ານເອດມີສິດແລະໜ້າທີ່ດັ່ງນີ້: ໜຶ່ງພິຈາລະນາ,ຮັບຜ່ານຮ່າງນະໂຍບາຍ,ກົດໝາຍແລະ ແຜນຍຸດທະສາດກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອ ວີຫຼືພະຍາດເອດຂອງກະຊວງສາທາລະນະສຸກເຊິ່ງຈະນໍາສະເໜີລັດ ຖະບານຕົກລົງ. ສອງຊີ້ນໍາວຽກງານໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບ ກົດໝາຍກ່ຽວກັບການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດ ເອດໃນຂອບເຂດທົ່ວປະເທດ. ສາມໃຫ້ຄໍາປຶກສາ,ຄໍາແນະນໍາ,ຊຸກຍູ້,ຕິດຕາມກວດກາການ ຈັດຕັ້ງປະຕິບັດວຽກງານກ່ຽວກັບການສະກັດກັ້ນແລະຕ້ານເຊື້ອເອັດ ໄອວີຫຼືພະຍາດເອດ. ສີ່ຮັບຟັງການລາຍງານກ່ຽວກັບການເຄື່ອນໄຫວວຽກງານ ສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດຈາກພາກສ່ວນ ຕ່າງໆທີ່ກ່ຽວຂ້ອງ. ຫ້າຂົນຂວາຍ,ຍາດແຍ່ງການຊ່ອຍເຫຼືອຈາກພາຍໃນແລະ ຕ່າງປະເທດເພື່ອນໍາໃຊ້ເຂົ້າໃນວຽກງານສະກັດກັ້ນແລະຕ້ານເຊື້ອ ເອັດໄອວີຫຼືພະຍາດເອດ. ຫົກສະຫຼຸບ,ປະເມີນແລະລາຍງານຜົນການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດຕໍ່ລັດຖະ ບານຢ່າງເປັນປົກກະຕິ. ເຈັດປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາສາມສິບເກົ້າສິດແລະໜ້າທີ່ຂອງຄະນະກໍາມະການຕ້ານເອດແຂວງ,ນະຄອນ

ມາດຕາສາມສິບເກົ້າສິດແລະໜ້າທີ່ຂອງຄະນະກໍາມະການຕ້ານ ເອດແຂວງ,ນະຄອນ ຄະນະກໍາມະການຕ້ານເອງແຂວງ,ນະຄອນມີສິດແລະໜ້າທີ່ ດັ່ງນີ້: ໜຶ່ງຜັນຂະຫຍາຍນະໂຍບາຍ,ກົດໝາຍແລະແຜນຍຸດທະສາດ ກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ ທີ່ຂັ້ນເທິງໄດ້ຮັບຮອງເອົາແລ້ວເປັນແຜນການ,ໂຄງການໃນຂັ້ນ ຂອງຕົນເພື່ອສະເໜີຂັ້ນເທິງພິຈາລະນາຕົກລົງແລ້ວຈັດຕັ້ງປະຕິບັດ. ສອງຊີ້ນໍາວຽກງານໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບ ກົດໝາຍກ່ຽວກັບການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດ ເອດໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ສາມໃຫ້ຄໍາປຶກສາ,ຄໍາແນະນໍາ,ຊຸກຍູ້,ຕິດຕາມ,ກວດກາການ ຈັດຕັ້ງປະຕິບັດວຽກງານກ່ຽວກັບການສະກັດກັ້ນແລະຕ້ານເຊື້ອເອັດ ໄອວີຫຼືພະຍາດເອດພາຍໃນແຂວງ,ນະຄອນ. ສີ່ຂົນຂວາຍ,ຍາດແຍ່ງການຊ່ວຍເຫຼືອຈາກພາຍໃນແລະ ຕ່າງປະເທດໃຫ້ແກ່ວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼື ພະຍາດເອດຕາມການມອບໝາຍຂອງຂັ້ນເທິງ. ຫ້າສະຫຼຸບ,ປະເມີນແລະລາຍງານຜົນການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດໃນຂັ້ນ ຂອງຕົນໃຫ້ຄະນະກໍາມະການແຫ່ງຊາດຕ້ານເອດແລະອົງການປົກ ຄອງແຂວງ,ນະຄອນຢ່າງເປັນປົກກະຕິ. ຫົກປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ....ມາດຕາສີ່ສິບສິດແລະໜ້າທີ່ຂອງຄະນະກໍາມະການຕ້ານເອດເມືອງ,ເທດສະບານ

ມາດຕາສີ່ສິບສິດແລະໜ້າທີ່ຂອງຄະນະກໍາມະການຕ້ານເອດເມືອງ, ເທດສະບານ ຄະນະກໍາມະການຕ້ານເອດເມືອງ,ເທດສະບານມີສິດແລະໜ້າ ທີ່ດັ່ງນີ້: ໜຶ່ງຈັດຕັ້ງປະຕິບັດນະໂຍບາຍ,ກົດໝາຍ,ແຜນຍຸດທະສາດ, ແຜນການ,ໂຄງການກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອເອັດ ໄອວີຫຼືພະຍາດເອດທີ່ຂັ້ນເທິງໄດ້ຮັບຮອງເອົາແລ້ວ. ສອງເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍກ່ຽວກັບການສະ ກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດໃນຂອບເຂດຄວາມຮັບ ຜິດຊອບຂອງຕົນ. ສາມສະຫຼຸບ,ປະເມີນແລະລາຍງານຜົນການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດໃນຂັ້ນ ຂອງຕົນໃຫ້ຄະນະກໍາມະການເອດຂັ້ນແຂວງແລະອົງການປົກຄອງ ເມືອງ,ເທດສະບານຢ່າງເປັນປົກກະຕິ. ສີ່ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ...ໝວດທີສອງຄວາມຮັບຜິດຊອບຂອງລັດ


....ມາດຕາສີ່ສິບເອັດຄວາມຮັບຜິດຊອບຂອງລັດ

ມາດຕາສີ່ສິບເອັດຄວາມຮັບຜິດຊອບຂອງລັດ ລັດວາງນະໂຍບາຍກ່ຽວກັບການຄຸ້ມຄອງ,ກວດກາ,ຄວບຄຸມ, ສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ,ການປິ່ນປົວ,ການດູ ແລເບິ່ງແຍງແລະການຊ່ວຍເຫຼືອຜູ້ຕິດເຊື້ອເອັດໄອວີ,ຜູ້ເປັນພະຍາດ ເອດແລະຜູ້ໄດ້ຮັບຜົນກະທົບລວມທັງການສະໜອງງົບປະມານ,ການ ປະກອບພາຫະນະ,ອຸປະກອນແລະບຸກຄະລາກອນໃຫ້ແກ່ວຽກງານດັ່ງ ກ່າວ.

....ມາດຕາສີ່ສິບສອງຄວາມຮັບຜິດຊອບຂອງຂະແໜງການ

ມາດຕາສີ່ສິບສອງຄວາມຮັບຜິດຊອບຂອງຂະແໜງການ ຂະແໜງການຕ່າງໆເປັນຕົ້ນຂະແໜງການສຶກສາ,ຖະແຫຼງ ຂ່າວແລະວັດທະນະທໍາ,ແຮງງານແລະສະຫວັດດີການສັງຄົມ,ໂຍທາ ທິການແລະຂົນສົ່ງ,ປ້ອງກັນຊາດປ້ອງກັນຄວາມສະຫງົບ,ອົງການທ່ອງ ທ່ຽວ,ອົງການກາແດງລາວ,ອົງການໄອຍະການປະຊາຊົນ,ສານປະ ຊາຊົນ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນມີໜ້າທີ່ຊີ້ນໍາ, ຊຸກຍູ້,ກວດກາການເຄື່ອນໄຫວວຽກງານສະກັດກັ້ນແລະຕ້ານເຊື້ອເອັດ ໄອວີຫຼືພະຍາດເອດຕາມພາລະບົດບາດຂອງຕົນໂດຍປະສານສົມທົບ ກັບຂະແໜງການສາທາລະນະສຸກຫຼືຄະນະກໍາມະການຕ້ານເອດກ່ຽວ ກັບວຽກງານດັ່ງກ່າວ. ຂະແໜງການຕ່າງໆຕ້ອງສ້າງຕັ້ງໜ່ວຍງານປະສານງານ ຂອງຕົນຂຶ້ນເພື່ອຈັດຕັ້ງປະຕິບັດວຽກງານສະກັດກັ້ນແລະຕ້ານເຊື້ອ ເອັດໄອວີຫຼືພະຍາດເອດ.

...ໝວດທີສາມຄວາມຮັບຜິດຊອບຂອງສັງຄົມ,ຊຸມຊົນ,ຄອບຄົວແລະບຸກຄົນ


....ມາດຕາສີ່ສິບສາມຄວາມຮັບຜິດຊອບຂອງສັງຄົມແລະຊຸມຊົນ

ມາດຕາສີ່ສິບສາມຄວາມຮັບຜິດຊອບຂອງສັງຄົມແລະຊຸມຊົນ ສັງຄົມແລະຊຸມຊົນມີຄວາມຮັບຜິດຊອບຮ່ວມມືກັບຂະແໜງ ການທີ່ກ່ຽວຂ້ອງໃນການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດ ເອດດ້ວຍການໂຄສະນາ,ເຜີຍແຜ່,ປຸກລະດົມແລະຂົນຂວາຍທຸກຊັ້ນຄົນ ເຫັນໄດ້ເຖິງຄວາມອັນຕະລາຍຂອງເຊື້ອເອັດໄອວີຫຼືພະຍາດເອດ,ຫຼີກ ເວັ້ນພຶດຕິກໍາທີ່ມີຄວາມສ່ຽງຫຼືປັດໄຈທີ່ນໍາໄປສູ່ການຕິດເຊື້ອເອັດໄອວີ ລວມທັງຮ່ວມມືໃນການສະໜອງຂໍ້ມູນຂ່າວສານກ່ຽວກັບເຊື້ອເອັດໄອ ວີຫຼືພະຍາດເອດໃຫ້ແກ່ພາກສ່ວນຕ່າງໆທີ່ກ່ຽວຂ້ອງ,ໃຫ້ການຊ່ວຍເຫຼືອ ,ເບິ່ງແຍງຜູ້ຕິດເຊື້ອເອັດໄອວີ,ຜູ້ເປັນພະຍາດເອດແລະຜູ້ໄດ້ຮັບຜົນກະ ທົບໂດຍປາດສະຈາກການຈໍາແນກແລະການລັງກຽດ.

....ມາດຕາສີ່ສິບສີ່ຄວາມຮັບຜິດຊອບຂອງຄອບຄົວ

ມາດຕາສີ່ສິບສີ່ຄວາມຮັບຜິດຊອບຂອງຄອບຄົວ ຄອບຄົວມີຄວາມຮັບຜິດຊອບໂດຍກົງໃນການສຶກສາອົບຮົມສະ ມາຊິກຄອບຄົວຂອງຕົນໃຫ້ເຫັນໄດ້ຄວາມອັນຕະລາຍຂອງເຊື້ອເອັດໄອ ວີຫຼືພະຍາດເອດ,ມີສະຕິຫຼີກເວັ້ນພຶດຕິກໍາສ່ຽງທີ່ຈະພາໃຫ້ຕິດເຊື້ອເອັດ ໄອວີ. ຄອບຄົວເປັນຜູ້ໃຫ້ກໍາລັງໃຈແລະເອົາໃຈໃສ່ຊ່ວຍເຫຼືອດູແລເບິ່ງ ແຍງ,ປິ່ນປົວສະມາຊິກຄອບຄົວທີ່ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດ ເອດໂດຍປາສະຈາກການຈໍາແນກແລະການລັງກຽດ.

....ມາດຕາສີ່ສິບຫ້າຄວາມຮັບຜິດຊອບຂອງບຸກຄົນທົ່ວໄປ

ມາດຕາສີ່ສິບຫ້າຄວາມຮັບຜິດຊອບຂອງບຸກຄົນທົ່ວໄປ ບຸກຄົນທຸກເພດທຸກໄວທີ່ອາໄສຢູ່ສປປລາວຕ້ອງເປັນເຈົ້າການ ເຂົ້າຮ່ວມໃນການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ,ຫຼີກ ເວັ້ນພຶດຕິກໍາສ່ຽງຕໍ່ການຕິດເຊື້ອເອັດໄອວີ,ສະໝັກໃຈເຂົ້າຮັບການ ກວດເລືອດເພື່ອຊອກຫາການຕິດເຊື້ອເອັດໄອວີ,ໃນກໍລະນີທີ່ຕິດເຊື້ອ ເອັດໄອວີແລ້ວກໍ່ຕ້ອງເຂົ້າຮັບການປິ່ນປັວຢ່າງທັນການແລະບໍ່ແຜ່ເຊື້ອ ໃຫ້ຄົນອື່ນ. ສໍາລັບຜູ້ທີ່ດໍາລົງຊີວິດແລະເຄື່ອນໄຫວຢູ່ໃນສະພາບແວດລ້ອມ, ວິຊາຊີບທີ່ມີຄວາມສ່ຽງຕໍ່ການຕິດເຊື້ອເອັດໄອວີຫຼືພະຍາດເອດຕ້ອງປະ ຕິບັດຕາມຫຼັກການ,ລະບຽບການ,ວິທີການແລະມາດຕະການການກັນ ເຊື້ອເອັດໄອວີຫຼືພະຍາດເອດຢ່າງເຂັ້ມງວດ. ....ມາດຕາສີ່ສິບຫົກຄວມຮັບຜິດຊອບຂອງຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດເອດ

ມາດຕາສີ່ສິບຫົກຄວມຮັບຜິດຊອບຂອງຜູ້ຕິດເຊື້ອເອັດໄອວີແລະຜູ້ ເປັນພະຍາດເອດ ຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດເອດຕ້ອງມີຄວາມຮັບ ຜິດຊອບເອົາໃຈໃສ່ປິ່ນປົວຕົນເອງແລະລາຍງານສະພາບດ້ານສຸຂະ ພາບຂອງຕົນໃຫ້ຜູ້ຮັບຜິດຊອບວຽກງານດັ່ງກ່າວພ້ອມທັງປະຕິບັດຄໍາ ແນະນໍາຂອງແພດໃນການປິ່ນປົວ,ດູແລເບິ່ງແຍງຢ່າງເຂັ້ມງວດ. ນອກຈາກຄວາມຮັບຜິດຊອບນີ້ແລ້ວຜູ້ຕິດເຊື້ອເອັດໄອວີແລະຜູ້ ເປັນພະຍາດເອດຍັງມີສິດແລະພັນທະຕົ້ນຕໍດັ່ງນີ້: ໜຶ່ງໄດ້ຮັບການປົກປ້ອງຈາກລັດໃນການເຄື່ອນໄຫວວຽກງານ, ການປະກອບອາຊີບ,ການສຶກສາຮໍ່າຮຽນແລະໄດ້ຮັບສິດອື່ນດັ່ງດຽວ ກັນກັບບຸກຄົນທົ່ວໄປ. ສອງເຂົ້າຮ່ວມໃນວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອ ວີຫຼືພະຍາດເອດດ້ວຍການໃຫ້ຄໍາແນະນໍາ,ຄໍາປຶກສາແກ່ຜູ້ຕິດເຊື້ອເອັດ ໄອວີແລະຜູ້ເປັນພະຍາດເອດດ້ວຍກັນແລະບຸກຄົນອື່ນເປັນຕົ້ນກຸ່ມທີ່ມີ ຄວາມສ່ຽງ. ສາມຫຼີກເວັ້ນພຶດຕິກໍາທີ່ຈະແຜ່ເຊື້ອເອັດໄອວີໃຫ້ຜູ້ອື່ນດ້ວຍວິທີ ໃດກໍ່ຕາມ.

..ພາກທີເຈັດກອງທຶນສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ


...ມາດຕາສີ່ສິບເຈັດກອງທຶນ

ມາດຕາສີ່ສິບເຈັດກອງທຶນ ລັດສົ່ງເສີມການສ້າງຕັ້ງກອງທຶນສະກັດກັ້ນແລະຕ້ານເຊື້ອພະ ຍາດເອັດໄອວີຫຼືພະຍາດເອດແຕ່ລະຂັ້ນໂດຍການເຫັນດີຂອງຂະແໜງ ການສາທາລະນະສຸກໃນຂັ້ນຂອງຕົນເພື່ອນໍາໃຊ້ເຂົ້າໃນວຽກງານໂຄ ສະນາສຸຂະສຶກສາເຮັດໃຫ້ສັງຄົມໄດ້ຮັບຮູ້ເຖິງຄວາມອັນຕະລາຍ,ວິທີ ການກັນເຊື້ອເອັດໄອວີຫຼືພະຍາດເອດ,ການປິ່ນປົ່ວ,ການດູແລເບິ່ງ ແຍງແລະການຊ່ວຍເຫຼືອຜູ້ຕິດເຊື້ອເອັດໄອວີ,ຜູ້ເປັນພະຍາດເອດ.

...ມາດຕາສີ່ສິບແປດແຫຼ່ງກອງທຶນ

ມາດຕາສີ່ສິບແປດແຫຼ່ງກອງທຶນ ແຫຼ່ງກອງທຶນສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດ ເອດໄດ້ມາຈາກ: ໜຶ່ງງົບປະມານຂອງລັດ. ສອງການປະກອບສ່ວນຈາກບຸກຄົນແລະການຈັດຕັ້ງທັງພາຍ ໃນແລະຕ່າງປະເທດຢູ່ສປປລາວ. ສາມການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນແລະຕ່າງປະ ເທດ. ສີ່ກິດຈະກໍາຫາລາຍໄດ້ເຊັ່ນ:ການແຂ່ງຂັນກິລາ-ກາຍະກໍາ, ການສະແດງສິນລະປະວັນນະຄະດີແລະອື່ນໆ. ...ມາດຕາສີ່ສິບເກົ້າການຄຸ້ມຄອງແລະນໍາໃຊ້ກອງທຶນ

ມາດຕາສີ່ສິບເກົ້າການຄຸ້ມຄອງແລະນໍາໃຊ້ກອງທຶນ ການຄຸ້ມຄອງແລະນໍາໃຊ້ກອງທຶນສະກັດກັ້ນແລະຕ້ານເຊື້ອເອັດ ໄອວີຫຼືພະຍາດເອດຕ້ອງດໍາເນີນຕາມກົດລະບຽບຂອງກອງທຶນໂດຍ ສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ.

..ພາກທີແປດຂໍ້ຫ້າມ


...ມາດຕາຫ້າສິບຂໍ້ຫ້າມສໍາລັບຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດເອດ

ມາດຕາຫ້າສິບຂໍ້ຫ້າມສໍາລັບຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດ ເອດ ຫ້າມຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດເອດມີການກະທໍາ ດັ່ງນີ້: ໜຶ່ງແຜ່ເຊື້ອເອັດໄອວີໄປສູ່ບຸກຄົນອື່ນດ້ວຍວິທີການຕ່າງໆ. ສອງບໍລິຈາກເລືອດ,ເນື້ອເຍື້ອແລະອະໄວຍະວະຕ່າງໆ. ສາມໃຫ້ສິນບົນແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃກນານສະກັດກັ້ນ ແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ. ສີ່ລະເມີດຄໍາແນະນໍາຂອງແພດກ່ຽວກັບການສະກັດກັ້ນແລະ ຕ້ານເຊື້ອເອັດໄອວີຫຼືພະຍາດເອດ. ຫ້າມີການກະທໍາອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

...ມາດຕາຫ້າສິບເອັດຂໍ້ຫ້າມສໍາລັບຜູ້ບໍລິການດ້ານການແພດ

ມາດຕາຫ້າສິບເອັດຂໍ້ຫ້າມສໍາລັບຜູ້ບໍລິການດ້ານການແພດ ຫ້າມຜູ້ບໍລິການດ້ານການແພດມີການກະທໍາດັ່ງນີ້: ໜຶ່ງກວດເລືອດເພື່ອຊອກຫາການຕິດເຊື້ອເອັດໄອວີໂດຍບໍ່ ໄດ້ຮັບການຍິນຍອມຈາກຜູ້ທີ່ກ່ຽວຂ້ອງເວັ້ນເສຍແຕ່ກໍລະນີທີ່ໄດ້ກໍາ ນົດໄວ້ໃນລະບຽບກົດໝາຍ. ສອງແຈ້ງຫຼືລາຍງານຜົນການກວດເລືອດກ່ຽວກັບການຕິດ ເຊື້ອເອັດໄອວີຖ້າຫາກບໍ່ທັນໄດ້ຮັບຜົນການກວດຢັ້ງຢືນທີ່ແນ່ນອນ. ສາມເປີດເຜີຍຄວາມລັບຂອງຜູ້ຕິດເຊື້ອເອັດໄອວີແລະຜູ້ ເປັນພະຍາດເອດເວັ້ນເສຍແຕ່ກົດໝາຍໄດກໍານົດໄວ້ຢ່າງອື່ນ. ສີ່ນໍາເອົາເລືອດທີ່ບໍ່ໄດ້ຜ່ານການກວດຊອກຫາການຕິດເຊື້ອ ເອັດໄອວີມາໃສ່ຄົນເຈັບ. ຫ້າປະຕິເສດການປິ່ນປົວ,ການດູແລເບິ່ງແຍງ,ການຊ່ວຍ ເຫຼືອຜູ້ຕິດເຊື້ອເອັດໄອວີຫຼືຜູ້ເປັນພະຍາດເອດ. ຫົກນໍາໃຊ້ອຸປະກອນການແພດທີ່ບໍ່ປອດໄພເຂົ້າໃນການປິ່ນ ປົວຄົນເຈັບ. ເຈັດປອມແປງ,ກົດໜ່ວງຖ່ວງດຶງເອກະສານກ່ຽວກັບເຊື້ອ ເອັດໄອວີຫຼືພະຍາດເອດ. ແປດສວຍໃຊ້ໜ້າທີ່ຕໍາແໜ່ງ,ຮັບສິນບົນເພື່ອຜົນປະໂຫຍດ ສ່ວນຕົວຫຼືພັກພວກໃນການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະ ຍາດເອດ. ເກົ້າມີການກະທໍາອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ. ...ມາດຕາຫ້າສິບສອງຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາຫ້າສິບສອງຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີການກະທໍາດັ່ງນີ້: ໜຶ່ງຂັດຂວາງແລະເມີນເສີຍຕໍ່ການເຄື່ອນໄຫວການປະຕິບັດ ໜ້າທີ່ໃນການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດຂອງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ. ສອງສົ່ງເສີມການໃຊ້ສິດເສລີພາບສ່ວນບຸກຄົນເພື່ອແຜ່ຂະ ຫຍາຍເຊື້ອເອັດໄອວີ. ສາມມີພຶດຕິກໍາທີ່ມີຄວາມສ່ຽງຫຼືມີປັດໃຈທີ່ພາໃສຫ້ມີການ ແຜ່ຂະຫຍາຍເຊື້ອເອັດໄອວີ. ສີ່ປະຕິເສດການປິ່ນປົວ,ການດູແລເບິ່ງແຍງແລະການຊ່ວຍ ເຫຼືອຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດເອດຜູ້ໃນຄວາມຮັບຜິດ ຊອບຂອງຕົນທັງໆທີ່ຕົນມີເງື່ອນໄຂແລະຄວາມສາມາດ. ຫ້າຮັບສິນບົນແລະໃຫ້ສິນບົນແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນ ການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ. ຫົກຈໍາແນກ,ລັງກຽດ,ໝິ່ນປະໝາດ,ໃຊ້ຄວາມຮູນແຮງ,ບັງ ຄັບນາບຂູ່ແລະໃສ່ຮ້າຍປ້າຍສີຜູ້ຕິດເຊື້ອເອັດໄອວີ,ຜູ້ເປັນພະຍາດ ເອດຫຼືຜູ້ໄດ້ຮັບຜົນກະທົບຈາກເຊື້ອເອັດໄອວີຫຼືພະຍາດເອດແລະຜູ້ບໍ ລິການດ້ານການແພດ. ເຈັດໄລ່ຜູ້ຕິດເຊື້ອເອັດໄອວີທີ່ມີສຸຂະພາບແຂງແຮງອອກ ຈາກໜ້າທີ່ວຽກງານຫຼືບໍ່ຮັບເອົາຜູ້ຕິດເຊື້ອເອັດໄອວີເຂົ້າເຮັດວຽກ. ແປດມີການກະທໍາອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ. ..ພາກທີເກົ້າການຄຸ້ມຄອງແລະການກວດກາວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ


...ໝວດທີໜຶ່ງການຄຸ້ມຄອງ


....ມາດຕາຫ້າສິບສາມອົງການຄຸ້ມຄອງ

ມາດຕາຫ້າສິບສາມອົງການຄຸ້ມຄອງ ລັດຖະບານຄຸ້ມຄອງວຽກງານສະກັດກັ້ນແລະຕ້ານເຊື້ອເອັດ ໄອວີຫຼືພະຍາດເອັດຢ່າງລວມສູນແລະເປັນເອກະພາບໃນທົ່ວປະເທດ ໂດຍມອບໃຫ້ກະຊວງສາທາລະນະສຸກເປັນໃຈກາງປະສານສົມທົບກັບ ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີ ຫຼືພະຍາດເອດປະກອບດ້ວຍ: ໜຶ່ງກະຊວງສາທາລະນະສຸກ. ສອງພະແນກສາທາລະນະສຸກແຂວງ,ນະຄອນ. ສາມຫ້ອງການສາທາລະນະສຸກເມືອງ,ເທດສະບານ. ....ມາດຕາຫ້າສິບສີ່ສິດແລະໜ້າທີ່ຂອງກະຊວງສາທາລະນະສຸກ

ມາດຕາຫ້າສິບສີ່ສິດແລະໜ້າທີ່ຂອງກະຊວງສາທາລະນະສຸກ ໃນການຄຸ້ຄອງວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີ ຫຼືພະຍາດເອດກະຊວງສາທາລະນະສຸກມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄວ້າຮ່າງນະໂຍບາຍ,ກົດໝາຍແລະແຜນຍຸດທະສາດ ກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ ເພື່ອສະເໜີລັດຖະບານຕົກລົງພາຍຫຼັງໄດ້ຮັບຜ່ານຈາກຄະນະກໍາມະ ການແຫ່ງຊາດຕ້ານເອດແລ້ວ. ສອງຫັນເອົານະໂຍບາຍ,ກົດໝາຍແລະແຜນຍຸດທະສາດ ກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ ມາເປັນແຜນການ,ແຜນງານ,ໂຄງການແລະນິຕິກໍາລະອຽດຂອງ ຕົນລວມທັງການຄົ້ມຄວ້າວິທະຍາສາດການແພດກ່ຽວກັບເຊື້ອເອັດ ໄອວີຫຼືພະຍາດເອດແລະຊີ້ນໍາໃນການຈັດຕັ້ງປະຕິບັດ. ສາມໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍແລະ ແຜນຍຸດທະສາດກ່ຽວກັບການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼື ພະຍາດເອດຢ່າງກວ້າງຂວາງ. ສີ່ພິຈາລະນາແກ້ໄຂຄໍາສະເໜີຂອງພົນລະເມືອງ,ຂະແໜງ ການແລະພາກສ່ວນອື່ນກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອ ເອັດໄອວີຫຼືພະຍາດເອດ. ຫ້າກໍ່ສ້າງ,ບໍາລຸງ,ຍົກລະດັບບຸກຄະລາກອນທີ່ກ່ຽວຂ້ອງໃຫ້ ມີຄວາມຮູ້,ຄວາມສາມາດແລະມີຈັດຍາບັນທາງດ້ານວິຊາຊີບ. ຫົກປະສານສົມທົບກັບຂະແໜງການແລະພາກສ່ວນອື່ນທີ່ ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານສະກັດກັ້ນແລະຕ້ານ ເຊື້ອເອັດໄອວີຫຼືພະຍາດເອດຕາມພາລະບົບບາດຂອງຕົນ. ເຈັດພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາ ກົນກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດ ເອດ. ແປດສະຫຼຸບ,ປະເມີນຜົນແລະລາຍງານກ່ຽວກັບການຈັດຕັ້ງ ປະຕິບັດວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ ໃຫ້ຄະນະກໍາມະການແຫ່ງຊາດຕ້ານເອດແລະລັດຖະບານເປັນແຕ່ ລະໄລຍະ. ເກົ້າປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ. ....ມາດຕາຫ້າສິບຫ້າສິດແລະໜ້າທີ່ຂອງພະແນກສາທາລະນະສຸກແຂວງ,ນະຄອນ

ມາດຕາຫ້າສິບຫ້າສິດແລະໜ້າທີ່ຂອງພະແນກສາທາລະນະສຸກ ແຂວງ,ນະຄອນ ໃນການຄຸ້ມຄອງວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອ ວີຫຼືພະຍາດເອດພະແນກສາທາລະນະສຸກແຂວງ,ນະຄອນມີສິດແລະ ໜ້າທີ່ດັ່ງນີ້: ໜຶ່ງຫັນນະໂຍບາຍ,ກົດໝາຍແລະແຜນຍຸດທະສາດຂອງຂັ້ນ ເທິງມາເປັນແຜນການ,ແຜນງານ,ໂຄງການຂອງຕົນກ່ຽວກັບວຽກ ງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດແລ້ວຈັດຕັ້ງ ປະຕິບັດໃຫ້ມີປະສິດທິຜົນ. ສອງໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍ,ແຜນ ຍຸດທະສາດແລະຂໍ້ມູນຂ່າວສານກ່ຽວກັບການສະກັດກັ້ນແລະຕ້ານ ເຊື້ອເອັດໄອວີຫຼືພະຍາດເອດພາຍໃນແຂວງ,ນະຄອນຢ່າງກວ້າງ ຂວາງ. ສາມຊີ້ນໍາແລະຕິດຕາມການເຄື່ອນໄຫວວຽກງານສະກັດກັ້ນ ແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດຂອງຫ້ອງການສາທາລະນະ ສຸກເມືອງ,ເທດສະບານ. ສີ່ໃຫ້ຄໍາແນະນໍາໃນການປິ່ນຫົວແລະຊ່ວຍເຫຼືອຜູ້ຕິດເຊື້ອເອັດ ໄອວີແລະຜູ້ເປັນພະຍາດເອດຕາມຂອບເຂດຄວາມຮັບຜິດຊອບຂອງ ຕົນ. ຫ້າພິຈາລະນາແກ້ໄຂຄໍາສະເໜີຂອງພົນລະເມືອງ,ຂະແໜງ ການແລະພາກສ່ວນອື່ນກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອ ເອັດໄອວີຫຼືພະຍາດເອດຕາມພາລະບົດບາດຂອງຕົນ. ຫົກປະສານສົມທົບກັບຂະແໜງການແລະພາກສ່ວນອື່ນທີ່ ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານສະກັດກັ້ນແລະຕ້ານເຊື້ອ ເອັດໄອວີຫຼືພະຍາດເອດໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ເຈັດພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາ ກົນກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດ ເອດຕາມການມອບໝາຍຂອງຂັ້ນເທິງ. ແປດສະຫຼຸບ,ປະເມີນຜົນແລະລາຍງານກ່ຽວກບການຈັດຕັ້ງ ປະຕິບັດວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ ໃຫ້ຂັ້ນເທິງເປັນແຕ່ລະໄລຍະ. ເກົ້າປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍແລະຕາມການມອບໝາຍຂອງຂັ້ນເທິງ.

....ມາດຕາຫ້າສິບຫົກສິດແລະໜ້າທີ່ຂອງຫ້ອງການສາທາລະນະສຸກເມືອງ,ເທດສະບານ

ມາດຕາຫ້າສິບຫົກສິດແລະໜ້າທີ່ຂອງຫ້ອງການສາທາລະນະສຸກ ເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອ ວີຫຼືພະຍາດເອດຫ້ອງການສາທາລະນະສຸກເມືອງ,ເທດສະບານມີສິດ ແລະໜ້າທີ່ດັ່ງນີ້: ໜຶ່ງຈັດຕັ້ງປະຕິບັດນະໂຍບາຍ,ແຜນການ,ແຜນງານ,ໂຄງ ການແລະນິຕິກໍາກ່ຽວກັບວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອ ວີຫຼືພະຍາດເອດທີ່ຂັ້ນເທິງວາງອອກໃຫ້ມີປະສິດທິຜົນ. ສອງເຜີຍແຜ່ລະບຽບກົດໝາຍກ່ຽວກັບວຽກງານສະກັດກັ້ນ ແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ. ສາມພິຈາລະນາແກ້ໄຂຄໍາສະເໜີຂອງພົນລະເມືອງ,ຂະ ແໜງການແລະພາກສ່ວນອື່ນກ່ຽວກັບວຽກງານສະກັດກັ້ນແລະ ຕ້ານເຊື້ອເອັດໄອວີຫຼືພະຍາດເອດຕາມພາລະບົດບາດແລະໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ. ສີ່ປະມານສົມທົບກັບຂະແໜງການແລະພາກສ່ວນອື່ນທີ່ກ່ຽວ ຂ້ອງໃນການຈັດຕັ້ງປະຕິບັດວຽກງານສະກັດກັ້ນແລະຕ້ານເຊື້ອເອັດ ໄອວີຫຼືພະຍາດເອດໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ຫ້າສະຫຼຸບ,ປະເມີນຜົນແລະລາຍງານກ່ຽວກັບການຈັດຕັ້ງ ປະຕິບັດວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ ໃຫ້ຂັ້ນເທິງຂອງຕົນເປັນແຕ່ລະໄລຍະ. ຫົກປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍແລະຕາມການມອບໝາຍຂອງຂັ້ນເທິງ.

ໃນກໍລະນີທີ່ຈໍາເປັນອາດຈະສ້າງຕັ້ງໜ່ວຍງານຢູ່ສຸກສາລາ ຂຶ້ນເພື່ອຊ່ວຍຫ້ອງການສາທາລະນະສຸກເມືອງ,ເທດສະບານໃນການ ສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດຕາມການຕົກລົງ ຂອງກະຊວງສາທາລະນະສຸກ.

....ມາດຕາຫ້າສິບເຈັດສິດແລະໜ້າທີ່ຂອງຂະແໜງການອື່ນ

ມາດຕາຫ້າສິບເຈັດສິດແລະໜ້າທີ່ຂອງຂະແໜງການອື່ນ ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນມີສິດແລະໜ້າ ທີ່ຄຸ້ມຄອງວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ ຕາມພາລະບົດບາດແລະຄວາມຮັບຜິດຊອບຂອງຕົນຕາມທີ່ໄດ້ກໍານົດ ໄວ້ໃນມາດຕາສີ່ສິບສອງຂອງກົດໝາຍສະບັບນີ້.

...ໝວດທີສອງການກວດກາ


....ມາດຕາຫ້າສິບແປດອົງການກວດກາ

ມາດຕາຫ້າສິບແປດອົງການກວດກາ ອົງການກວດກາວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີ ຫຼືພະຍາດເອດມີ: ໜຶ່ງອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງ ການຄຸ້ມຄອງວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດ ເອດຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບສາມຂອງກົດໝາຍສະບັບ ນີ້. ສອງອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ອົງ ການກວດກາລັດ,ອົງການກວດສອບແຫ່ງລັດແລະການຕິດຕາມກວດ ກາຂອງປະຊາຊົນລວມທັງຫາງສຽງສັງຄົມ.

....ມາດຕາຫ້າສິບເກົ້າສິດແລະໜ້າທີ່ຂອງອົງການກວດກາ

ມາດຕາຫ້າສິບເກົ້າສິດແລະໜ້າທີ່ຂອງອົງການກວດກາ ອົງການກວດກາມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງກວດກາການປະຕິບັດນະໂຍບາຍ,ລະບຽບກົດໝາຍ, ແຜນຍຸດທະສາດ,ແຜນການ,ໂຄງການກ່ຽວກັບວຽກງານສະກັດກັ້ນ ແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ. ສອງກວດກາຜົນການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດເປັນຕົ້ນການໂຄສະນາຄວາມ ອັນຕະລາຍຂອງເຊື້ອເອັດໄອວີຫຼືພະຍາດເອດ,ການປິ່ນປົວ,ການດູ ແລເບິ່ງແຍງ,ການຊ່ວຍເຫຼືອ,ການບໍ່ຈໍາແນກແລະບໍ່ລັງກຽດຜູ້ຕິດ ເຊື້ອເອັດໄອວີແລະຜູ້ເປັນພະຍາດເອດ. ສາມກວດກາການແກ້ໄຂຄໍາສະເໜີຂອງພົນລະເມືອງ,ຂະ ແໜງການແລະພາກສ່ວນອື່ນກ່ຽວກັບວຽກງານສະກັດກັ້ນແລະຕ້ານ ເຊື້ອເອັດໄອວີຫຼືພະຍາດເອດ. ສີ່ປະສານສົມທົບກັບຂະແໜງການແລະພາກສ່ວນອື່ນທີ່ກ່ຽວ ຂ້ອງທັງພາຍໃນແລະຕ່າງປະເທດໃນການກວດກາແລະແກ້ໄຂວຽກ ງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດຕາມພາລະບົດ ບາດຂອງຕົນ. ຫ້າແກ້ໄຂຜົນຂອງການກວດກາຕາມພາລະບົດບາດຂອງຕົນ ຫຼືສະໜີໃຫ້ຂັ້ນເທິງພິຈາລະນາຕົກລົງ. ຫົກສະຫຼຸບ,ປະເມີນຜົນແລະລາຍງານກ່ຽວກັບຜົນຂອງການ ກວດກາໃຫ້ຂັ້ນເທິງເປັນແຕ່ລະໄລຍະ. ....ມາດຕາຫົກສິບຮູບການກວດກາ

ມາດຕາຫົກສິບຮູບການກວດກາ ການກວດກາວຽກງານສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼື ພະຍາດເອດມີສາມຮູບການດັ່ງນີ້: ໜຶ່ງການກວດກາຕາມລະບົບປົກກະຕິ. ສອງການກວດກາໂດຍມີການແຈ້ງໃຫ້ຮູ່ລ່ວງໜ້າ. ສາມການກວດກາແບບກະທັນຫັນ.

ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ມີລັກສະ ນະເປັນປະຈໍາແລະມີກໍານົດເວລາອັນແນ່ນອນຊຶ່ງຕ້ອງປະຕິບັດຢ່າງ ໜ້ອຍໜຶ່ງເທື່ອຕໍ່ປີ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດ ກາເມື່ອຫາກເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ຮູ້ລ່ວງໜ້າກ່ອນ ຢ່າງໜ້ອຍຊາວສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດກາທີ່ມີການດໍາ ເນີນຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຮູ້ລ່ວງໜ້າ. ..ພາກທີສິບວັນຕ້ານເອດແຫ່ງຊາດແລະເຄື່ອງໝາຍຕ້ານເອດແຫ່ງຊາດ


...ມາດຕາຫົກສິບເອັດວັນຕ້ານເອດແຫ່ງຊາດ

ມາດຕາຫົກສິບເອັດວັນຕ້ານເອດແຫ່ງຊາດ ສປປລາວຖືເອົາວັນສາກົນຕ້ານເອດເປັນວັນທີໜຶ່ງທັນວາຂອງ ທຸກປີເປັນວັນຕ້ານເອດແຫ່ງຊາດເພື່ອຊຸກຍູ້,ປຸກລະດົມຂະບວນການສະ ກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດດ້ວຍການເຄື່ອນໄຫວກິດ ຈະກໍາຕ່າງໆ.

...ມາດຕາຫົກສິບສອງເຄື່ອງໝາຍຕ້ານເອດແຫ່ງຊາດ

ມາດຕາຫົກສິບສອງເຄື່ອງໝາຍຕ້ານເອດແຫ່ງຊາດ ສປປລາວຖືເອົາເຄື່ອງໝາຍຕ້ານເອດສາກົນເປັນເຄື່ອງໝາຍ ຕ້ານເອດແຫ່ງຊາດ,ເປັນຮູບໂບແດງເສັ້ນດຽວທີ່ໄຂວ່ກັນຊຶ່ງໝາຍ ເຖິງການດູແລເບິ່ງແຍງແລະການຊ່ວຍເຫຼືອຜູ້ຕິດເຊື້ອເອັດໄອວີ,ຜູ້ ເປັນພະຍາດເອດແລະຜູ້ໄດ້ຮັບຜົນກະທົບ.

..ພາກທີສິບເອັດນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາຫົກສິບສາມນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາຫົກສິບສາມນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງ ປະຕິບັດກົດໝາຍສະບັບນີ້ເປັນຕົ້ນການກັນພະຍາດ,ການປິ່ນປົວ,ການ ດູແລເບິ່ງແຍງ,ການຊ່ວຍເຫຼືອຜູ້ຕິດເຊື້ອເອັດໄອວີແລະຜູ້ເປັນພະຍາດ ເອດ,ການປະກອບສ່ວນທາງດ້ານທຶນຮອນ,ເຫື່ອແຮງ,ສະຕິປັນຍາເຂົ້າ ໃນການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດຈະໄດ້ຮັບ ການຍ້ອງຍໍ,ບໍາເນັດຫຼືນະໂຍບາຍອື່ນຕາມລະບຽບການ.

...ມາດຕາຫົກສິບສີ່ມາດຕະການຕໍ່ຜູ້ລະເມີດ

ມາດຕາຫົກສິບສີ່ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງ ແພ່ງຫຼືລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ. ...ມາດຕາຫົກສິບຫ້າມາດຕະການສຶກສາອົບຮົມ

ມາດຕາຫົກສິບຫ້າມາດຕະການສຶກສາອົບຮົມ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ເປັນຕົ້ນການລະເມີດຄໍາແນະນໍາຂອງແພດ,ການຈໍາແນກ,ການລັງ ກຽດແລະການໝິ່ນປະໝາດຜູ້ຕິດເຊື້ອເອັດໄອວີ,ຜູ້ເປັນພະຍາດເອັດຫຼື ຜູ້ໄດ້ຮັບຜົນກະທົບຈາກພະຍາດເອດທີ່ມີລັກສະນະເບົາບາງ,ການບໍ່ໃຫ້ ຄວາມຮ່ວມມືໃນການສະກັດກັ້ນແລະຕ້ານເຊື້ອເອັດໄອວີຫຼືພະຍາດເອດ ແລະອື່ນໆຈະຖືກສຶກສາອົບຮົມແລະກ່າວເຕືອນ.

...ມາດຕາຫົກສິບຫົກມາດຕະການທາງວິໄນ

ມາດຕາຫົກສິບຫົກມາດຕະການທາງວິໄນ ພະນັກງານ,ລັດຖະກອນຫຼືຜູ້ບໍລິການດ້ານການແພດທີ່ໄດ້ລະ ເມີດລະບຽບກົດໝາຍກ່ຽວກັບການສະກັດກັ້ນແລະຕ້ານເຊື້ອເອັດໄອ ວີຫຼືພະຍາດເອດເປັນຕົ້ນຂໍ້ຫ້າມຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ນອກຈາກຖືກສຶກສາອົບຮົມແລ້ວກໍ່ຍັງຈະຖືກປະຕິບັດວິໄນດັ່ງນີ້: ໜຶ່ງຕິຕຽນ,ກ່າວເຕືອນຄວາມຜິດແລະບັນທຶກໄວ້ໃນສໍານວນ ເອກະສານຊີວະປະຫວັດຂອງຜູ້ກ່ຽວ, ສອງໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ. ສາມປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ຕໍ່າກວ່າເກົ່າ. ສີ່ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

...ມາດຕາຫົກສິບເຈັດມາດຕະການປັບໃໝ

ມາດຕາຫົກສິບເຈັດມາດຕະການປັບໃໝ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ໄດ້ຮັບການສຶກສາອົບຮົມ,ກ່າວ ເຕືອນຫຼືຖືກປະຕິບັດວິໃນມາແລ້ວແຕ່ຫາກຍັງສືບຕໍ່ລະເມີດກົດໝາຍສະ ບັບນີ້ອີກເທື່ອໃໝ່ເປັນຕົ້ນຂໍ້ຫ້າມຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ຈະຖືກປັບໃໝຕາມແຕ່ລະກໍລະນີຊຶ່ງໄດ້ກໍານົດໄວ້ໃນລະບຽບການຕ່າງ ຫາກ.

...ມາດຕາຫົກສິບແປດມາດຕະການທາງແພ່ງ

ມາດຕາຫົກສິບແປດມາດຕະການທາງແພ່ງ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນຈະໄດ້ໃຊ້ແທນຄ່າເສຍຫາຍເປັນ ຕົ້ນຄ່າປິ່ນປົວ,ຄ່າປົວແປງຈິດໃຈ,ຄ່າປ່ວຍການຕາມລະບຽບກົດໝາຍ.


...ມາດຕາຫົກສິບເກົ້າມາດຕະການທາງອາຍາ

ມາດຕາຫົກສິບເກົ້າມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຊຶ່ງເປັນ ການກະທໍາຜິດທາງອາຍາຈະຖືກລົງໂທດຕາມກົດໝາຍອາຍາ. ຜູ້ຕິດເຊື້ອເອັດໄອວີ,ຜູ້ເປັນພະຍາດເອດຫຼືບຸກຄົນທີ່ນໍາເອົາເຊື້ອ ເອັດໄອວີໄປແຜ່ຂະຫຍາຍໃຫ້ບຸກຄົນອື່ນໂດຍເຈດຕະນາຈະຖືວ່າເປັນ ການກະທໍາຜິດທາງອາຍາແລະກໍ່ຈະຖືກລົງໂທດຕັດອິດສະລະພາບຫ້າ ປີປາສິບປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ນໍາເອົາເຊື້ອເອັດໄອວີໄປແຜ່ ຂະຫຍາຍໃຫ້ບຸກຄົນອື່ນໂດຍເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມກໍ່ຈະ ຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາສິບຫ້າປີແລະຈະຖືກປັບໃໝ ແຕ່ຫ້າສິບລ້ານກີບຫາເຈັດສິບລ້ານກີບ.

..ພາກທີສິບສອງບົດບັນຍັດສຸດທ້າຍ


...ມາດຕາເຈັດສິບການຈັດຕັ້ງປະຕິບັດ

ມາດຕາເຈັດສິບການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້. ...ມາດຕາເຈັດສິບເອັດຜົນສັກສິດ

ມາດຕາເຈັດສິບເອັດຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນ ປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນ ໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ.

ປະທານສະພາແຫ່ງຊາດ