ກົດໝາຍວ່າດ້ວຍການສະກັດກັ້ນແລະຕ້ານອັກຄີໄພ 24-12-2007

From Wikisource
Jump to navigation Jump to search

.ການສະກັດກັ້ນແລະຕ້ານອັກຄີໄພ 24-12-2007


..ໝວດທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ ກົດໝາຍວ່າດ້ວຍການສະກັດກັ້ນແລະຕ້ານອັກຄີໄພສະບັບນີ້ ກໍານົດຫຼັກການ,ລະບຽບການ,ມາດຕະການຕ່າງໆກ່ຽວກັບການຈັດ ຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງແລະກວດກາວຽກງານສະກັດກັ້ນ ແລະຕ້ານອັກຄິໄພເພື່ອໃຫ້ທົ່ວປວງຊົນມີສະຕິເປັນເຈົ້າການຕໍ່ວຽກງານ ດັ່ງກ່າວ,ເຮັດໃຫ້ກໍາລັງສະກັດກັ້ນແລະຕ້ານອັກຄີໄພເພື່ອໃຫ້ທົ່ວປວງ ຊົນມີສະຕິເປັນເຈົ້າກ່ານຕໍ່ວຽກງານດັ່ງກ່າວ,ເຮັດໃຫ້ກໍາລັງສະກັດກັ້ນ ແລະຕ້ານອັກຄີໄພມີຄວາມໜັກແໜ້ນ,ເຂັ້ມແຂງ,ຊໍານິຊໍານານທາງ ດ້ານວິຊາສະເພາະ,ມີແບບແຜນວິທີເຮັດວຽກທີ່ວ່ອງໄວ,ທັນສະໄໝ ເທື່ອລະກ້າວ,ຮັບປະກັນການສະກັດກັ້ນແລະຕ້ານອັກຄີໄພໃຫ້ທັນການ ແລະມີປະສິດທິຜົນແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບແລະປອດໄພ ທາງດ້ານອັກຄີໄພ.

...ມາດຕາສອງການສະກັດກັ້ນແລະການຕ້ານອັກຄິໄພ

ມາດຕາສອງການສະກັດກັ້ນແລະການຕ້ານອັກຄິໄພ ອັກຄີໄພແມ່ນໄພອັນຕະລາຍທີ່ເກີດຈາກໄຟໄໝ້ຊຶ່ງສ້າງຜົນ ເສຍຫາຍຕໍ່ສຸຂະພາບ,ຮ່າງກາຍ,ຊີວິດ,ຊັບສິນແລະສົ່ງຜົນກະທົບຕໍ່ສະ ພາບແວດລ້ອມ. ການສະກັດກັ້ນອັກຄີໄພແມ່ນການວາງແຜນປ້ອງກັນອັກຄີໄພ ໄວ້ລ່ວງໜ້າດ້ວຍການສ້າງລະບົບປ້ອງກັນອັກຄີໄພ,ການກວດກາເຕັກ ນິກ,ການນໍາໃຊ້ມາດຕະການຕ່າງໆ,ການໂຄສະນາ,ການສຶກສາອົບ ຮົມ,ການແນະນໍາເພື່ອບໍ່ໃຫ້ອັກຄີໄພເກີດຂຶ້ນ. ການຕ້ານອັກຄິໄພແມ່ນການນໍາໃຊ້ພາຫະນະ,ວັດຖຸອຸປະກອນ, ກໍາລັງແລະຍຸດທະວິທີເຂົ້າໃນການມອດໄຟ.

...ມາດຕາສາມການອະທິບາຍຄໍາສັບ

ມາດຕາສາມການອະທິບາຍຄໍາສັບ ຄໍາສັບທີ່ໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: ໜຶ່ງການໄໝ່ໝາຍເຖິງການເກີດປະຕິກິລິຍາທາງວັດຖຸ,ເຄ ມີ,ແຜ່ຄວາມຮ້ອນແລະກະຈາຍແສງສະຫວ່າງ. ສອງທາດທີ່ເປັນອັນຕະລາຍຕໍ່ການໄໝ້ລະເບີດໝາຍເຖິງ ທາດແຂງ,ທາດແຫຼວແລະທາດອາຍທີ່ຕິດໄພແລະລຸກໄໝ້ໄດ້ງ່າຍ. ສາມວັດຖຸໄວໄຟໝາຍເຖິງວັດຖຸແລະທາດທີ່ຕິດໄພໄດ້ໄວ ເຊັ່ນ:ນໍາ້ມັນ,ອາຍແກັດແລະໝື້. ສີ່ພື່ນທີ່ຕ້ານອັກຄີໄພໝາຍເຖິງບໍລິເວນສະຖານທີ່ບ່ອນເກີດ ໄຟໄໝ້ຊຶ່ງກໍາລັງເຈົ້າໜ້າທີ່ສະກັດກັ້ນແລະຕ້ານອັກຄີໄພພວມເຮັດ ໜ້າທີ່ມອດໄຟ; ຫ້າກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄິໄພໝາຍເຖິງ ກໍາລັງອາຊີບທີ່ເຮັດໜ້າທີ່ສະກັດກັ້ນແລະຕ້ານອັກຄີໄພໝາຍເຖິງກໍາ ລັງອາຊີບທີ່ເຮັດໜ້າທີ່ສະກັດກັ້ນແລະຕ້ານອັກຄີໄພທີ່ຂຶ້ນກັບຂະແໜງ ການປ້ອງກັນຄວາມສະຫງົບ. ຫົກກໍາລັງສະກັດກັ້ນແລະຕ້ານອັກຄີໄພຂອງສໍານັກງານອົງ ການໝາຍເຖິງກໍາລັງອາຊີບແລະເຄິ່ງອາຊີບທີ່ສັງກັດຢູ່ນໍາສໍານັກ ງານອົງການຕ່າງໆ. ເຈັດກໍາລັງສະກັດກັ້ນແລະຕ້ານອັກຄີໄພຂອງບ້ານໝາຍເຖິງ ກໍາລັງອາສາສະໝັກຂອງປະຊາຊົນພາຍໃນບ້ານ. ແປດສໍານັກງານອົງການໝາຍເຖິງການຈັດຕັ້ງຂອງລັດ,ພື້ນ ຖານເສດຖະກິດແລະວັດທະນະທໍາ-ສັງຄົມ. ເກົ້າມາດຕະຖານເຕັກນິກສະກັດກັ້ນແລະຕ້ານອັກຄີໄພໝາຍ ເຖິງການກໍານົດຫຼັກການ,ລະບຽບການແລະຄຸນນະພາບກ່ຽວກັບ ຄວາມປອດໄພທາງດ້ານອັກຄິໄພ.

...ມາດຕາສີ່ນະໂຍບາຍກ່ຽວກັບການສະກັດກັ້ນແລະຕ້ານອັກຄີໄພ

ມາດຕາສີ່ນະໂຍບາຍກ່ຽວກັບການສະກັດກັ້ນແລະຕ້ານອັກຄີໄພ ລັດກໍ່ສ້າງແລະພັດທະນາກໍາລັງສະກັດກັ້ນແລະຕ້ານອັກຄີໄພ ໃຫ້ທັນສະໄໝເທື່ອລະກ້າວເພື່ອຮັບປະກັນຄວາມສະຫງົບໃຫ້ແກ່ການ ຂະຫຍາຍຕົວທາງດ້ານເສດຖະກິດແລະສັງຄົມ. ລັດປຸກລະດົມ,ໂຄສະນາ,ສຶກສາອົບຮົມທົ່ວປວງຊົນໃຫ້ຮູ້ໜ້າທີ່ ແລະມີສະຕິເປັນເຈົ້າການໃນການສະກັດກັ້ນແລະຕ້ານອັກຄີໄພ,ປະ ກອບສ່ວນດ້ານກໍາລັງ,ພາຫະນະ,ວັດຖຸອຸປະກອນແລະຊັບສິນເຂົ້າໃນ ວຽກງານດັ່ງກ່າວ. ລັດສົ່ງເສີມບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະ ເທດມາລົງທຶນກ່ຽວກັບວຽກງານສະກັດກັ້ນແລະຕ້ານອັກຄີໄພລວມທັງ ການປະກອບສ່ວນຊ່ວຍເຫຼືອໃຫ້ແກ່ວຽກງານດັ່ງກ່າວ.

...ມາດຕາຫ້າການກໍານົດມາດຕະກຖານເຕັກນິກສະກັດກັ້ນແລະຄ້ານອັກຄີໄພ

ມາດຕາຫ້າການກໍານົດມາດຕະກຖານເຕັກນິກສະກັດກັ້ນແລະຄ້ານ ອັກຄີໄພ ອົງການທີ່ກ່ຽວຂ້ອງຄົ້ນຄ້ວາ,ກໍານົດມາດຕະຖານເຕັກນິກສະ ກັດກັ້ນແລະຄ້ານອັກຄິໄພທີ່ພົວພັນເຖິງວຽກງານຂອງຕົນໂດຍປະສານ ສົມທົບກັບກະຊວງປ້ອງກັນຄວາມສະຫງົບແລ້ວສະເໜີຕໍ່ລັດຖະບານພິ ຈາລະນາຮັບຮອງ. ບຸກຄົນແລະການຈັດຕັ້ງຕ້ອງປະຕິບັດຕາມມາດຕະຖານເຕັກ ນິກສະກັດກັ້ນແລະຄ້ານອັກຄີໄພທີ່ໄດ້ກໍານົດໄວ້. ການນໍາໃຊ້ມາດຕະຖານເຕັກນິກສະກັດກັ້ນແລະຕ້ານອັກຄີໄພ ຂອງຕ່າງປະເທດຢູ່ສປປລາວຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.

...ມາດຕາຫົກຫຼັກການສະກັດກັ້ນແລະຕ້ານອັກຄີໄພ

ມາດຕາຫົກຫຼັກການສະກັດກັ້ນແລະຕ້ານອັກຄີໄພ ໃນການສະກັດກັ້ນແລະຄ້ານອັກຄີໄພຕ້ອງປະຕິບັດຕາມຫຼັກ ການພື້ນຖານດັ່ງນີ້: ໜຶ່ງການສະກັດກັ້ນແລະຄ້ານອັກຄີໄພໃຫ້ມີການເຂົ້າຮ່ວມຂອງ ທົ່ວປວງຊົນ. ສອງການສະກັດກັ້ນແລະຄ້ານອັກຄີໄພຕ້ອງເລີ່ມຈາກບຸກຄົນ, ຄອບຄົວ,ບ້ານແລະສໍານັກງານອົງການ. ສາມການສະກັດກັ້ນອັກຄີໄພໃຫ້ຖືກເປັນວຽກງານຕົ້ນຕໍ,ການ ຕ້ານອັກຄີໄພໃຫ້ຖືເປັນບັນຫາສໍາຄັນ. ສີ່ກໍາລັງ,ພາຫະນະ,ວັດຖຸອຸປະກອນ,ແຜນການຕ້ານອັກຄີໄພ ແລະເງື່ອນໄຂອື່ນຕ້ອງໃຫ້ມີການກະກຽມແລະຮັບປະກັນເພື່ອດັບມອດ ໄຟໃຫ້ທັນການແລະມີປະສິດທິຜົນ. ຫ້າການຕ້ານອັກຄິໄພຕ້ອງເລີ່ມຈາກກໍາລັງກັບທີ່. ຫົກການຕ້ານອັກຄີໄພຕ້ອງຈໍາກັດຜົນເສຍຫາຍໃຫ້ໜ້ອຍທີ່ສຸດ. ...ມາດຕາເຈັດພັນທະແລະໜ້າທີ່ຕໍ່ວຽກງານສະກັດກັ້ນແລະຕ້ານອັກຄີໄພ

ມາດຕາເຈັດພັນທະແລະໜ້າທີ່ຕໍ່ວຽກງານສະກັດກັ້ນແລະຕ້ານອັກ ຄີໄພ ວຽກງານສະກັດກັ້ນແລະຕ້ານອັກຄີໄພແມ່ນພັນທະ,ໜ້າທີ່ຂອງ ທົ່ວປວງຊົນ,ກະຊວງ,ສໍານັກງານ,ອົງການປົກຄອງທ້ອງຖິ່ນ,ບ້ານ, ຄອບຄົວ,ບຸກຄົນລວມທັງຊາວຕ່າງດ້າວ,ຄົນຕ່າງປະເທດ,ບຸກຄົນທີ່ບໍ່ ມີສັນຊາດທີ່ເຄື່ອນໄຫວແລະດໍາລົງຊີວິດຢູ່ສປປລາວ. ບຸກຄົນແລະການຈັດຕັ້ງດັ່ງກ່າວຍັງມີພັນທະປະກອບສ່ວນສະ ໜອງວັດຖຸ,ຊັບສິນ,ພາຫະນະ,ວັດຖຸອຸປະກອນອື່ນທີ່ຈໍາເປັນໃຫ້ແກ່ວຽກ ງານສະກັດກັ້ນແລະຕ້ານອັກຄີໄພ. ພັນລະເມືອງລາວແລະຊາວຕ່າງດ້າວທີ່ມີອາຍຸແຕ່ສິບແປດປີ ຂຶ້ນໄປ,ມີສຸຂະພາບສົມບູນ,ແຂງແຮງມີໜ້າທີ່ເຂົ້າຮ່ວມໜ່ວຍສະກັດ ກັ້ນແລະຕ້ານອັກຄິໄພບ່ອນທີ່ຕົນສັງກັດແລະອາໃສຢູ່. ສໍານັກງານອົງການ,ບ້ານ,ຄອບຄົວມີໜ້າທີ່ເຜີຍແຜ່,ແນະນໍາ ວຽກງານສະກັດກັ້ນແລະຕ້ານອັກຄີໄພໃນຂອບເຂດຄວາມຮັບຜິດຊອບ ຂອງຕົນຢ່າງເປັນປົກກະຕິ. ...ມາດຕາແປດການຮ່ວມມືສາກົນ

ມາດຕາແປດການຮ່ວມມືສາກົນ ລັດສົ່ງເສີມການພົວພັນແລະຮ່ວມມືກັບບັນດາປະເທດເພື່ອນມິດ ແລະອົງການຈັດຕັ້ງສາກົນກ່ຽວກັບວຽກງານສະກັດກັ້ນແລະຕ້ານອັກ ຄີໄພບົນພື້ນຖານແນວທາງການຕ່າງປະເທດຂອງສປປລາວດ້ວຍການ ຮ່ວມມືແລກປ່ຽນບົດຮຽນ,ເຕັກໂນໂລຊີ,ການກໍ່ສ້າງຍົກລະດັບຄວາມ ຮູ້ທາງດ້ານວິຊາສະເພາະໃຫ້ກໍາລັງສະກັດກັ້ນແລະຕ້ານອັກຄີໄພ. ໃນກໍລະນີທີ່ມີໄຟໄໝ້ໃຫຍ່ເກີດຂຶ້ນລັດສປປລາວຈະມີການຊ່ວຍ ເຫຼືອຈາກຕ່າງປະເທດແລະອົງການຈັດຕັ້ງສາກົນເຂົ້າໃນການຕ້ານ ອັກຄີໄພກໍ່ໄດ້. ລັດສປປລາວກຽມພ້ອມຊ່ວຍເຫຼືອບັນດາປະເທດທີ່ຮ້ອງຂໍກ່ຽວ ກັບວຽກງານຕ້ອນອັກຄີໄພຕາມເງື່ອນໄຂແລະຄວາມສາມາດຂອງ ຕົນ. ..ໝວດທີສອງການສະກັດກັ້ນອັກຄີໄພ


...ມາດຕາເກົິາວິທີການພື້ນຖານໃນການສະກັດກັ້ນອັກຄີໄພ

ມາດຕາເກົິາວິທີການພື້ນຖານໃນການສະກັດກັ້ນອັກຄີໄພ ວິທີການພື້ນຖານໃນການສະກັດກັ້ນອັກຄິໄພມີດັ່ງນີ້: ໜຶ່ງໂຄສະນາສຶກສາອົບຮົມໃຫ້ທົ່ວປວງຊົນມີສະຕິຕໍ່ວຽກງານ ສະກັດກັ້ນອັກຄີໄພດ້ວຍຮູບການແລະວິທີການຕ່າງໆ. ສອງສ້າງແຜນສະກັດກັ້ນອັກຄີໄພໄວ້ລ່ວງໜ້າ. ສາມຄຸ້ມຄອງວັດຖຸໄວໄຟ,ທາດໄໝ້ທາດລະເບີດ,ແຫຼ່ງໄຟ,ໄຟ ຟ້າ,ແຫຼ່ງຄວາມຮ້ອນ,ພາຫະນະ,ເຄື່ອງມື,ວັດຖຸອຸປະກອນທີ່ພາໃຫ້ເກີດ ໄຟໄໝ້ລະເບີດຢ່າງເຂັ້ມງວດ,ນໍາໃຊ້ໃຫ້ຖືກຕ້ອງຕາມຫຼັກການແລະຮັບ ປະກັນຄວາມປອດໄພ. ສີ່ມີການກວດກາຢ່າງເປັນປະຈໍາເພື່ອແກ້ໄຂຂໍ້ຂາດຕົກບົກຜ່ອງ ຢ່າງທັນການ. ...ມາດຕາສິບແຜນສະກັດກັ້ນອັກຄີໄພ

ມາດຕາສິບແຜນສະກັດກັ້ນອັກຄີໄພ ແຜນສະກັດກັ້ນອັກຄີໄພຕ້ອງຮັບປະກັນໃຫ້ມີເນື້ອໃນດັ່ງນີ້: ໜຶ່ງລະບຽບການສະກັດກັ້ນອັກຄີໄພ. ສອງແຜນໂຄສະນາ,ເຜີຍແຜ່,ແນະນໍາ,ກວດກາ,ຕັກເຕືອນບຸກ ຄົນແລະການຈັດຕັ້ງກ່ຽວກັບວຽກງານສະກັດກັ້ນອັກຄີໄພ. ສາມແຜນວາດພື້ນທີ່ຂອງສໍານັກງານອົງການ. ສີ່ແຜນຕິດຕັ້ງລະບົບສະກັດກັ້ນອັກຄີໄພເຊົ່ນ:ລະບົບມອດໄຟ,ຕັດ ໄຟຟ້າອັດຕະໂນມັດ; ຫ້າແຜນລະບົບເຕືອນໄພແລະລະບາຍອາກາດ. ຫົກແຜນໜີໄຟ,ທາງໜີໄຟ,ຂັ້ນໄດສຸກເສີນ. ເຈັດແຜນຕິດຕັ້ງວັດຖຸອຸປະກອນ,ກ໋ອກນໍ້າແລະສ້າງອ່າງເກັບ ນໍ້າ. ແປດການກະກຽມກໍາລັງພົນ,ງົບປະມານ,ພາຫະນະແລະວັດຖຸ ອຸປະກອນສະກັດກັ້ນອັກຄີໄພ. ເກົ້າແຜນການຈັດຕັ້ງການບໍາລຸງແລະຝຶກຊ້ອມກໍາລັງ.

...ມາດຕາສິບເອັດການກວດຜ່ານການອອກແບບກ່ຽວກັບຄວາມປອດໄພທາງດ້ານອັກຄີໄພ

ມາດຕາສິບເອັດການກວດຜ່ານການອອກແບບກ່ຽວກັບຄວາມປອດ ໄພທາງດ້ານອັກຄີໄພ ການຈັດສັນໂຄງການກໍ່ສ້າງໃໝ່ຫຼືການດັດແປງຜັງເມືອງ, ເຂດຊຸມຊົນ,ເຂດວັດທະນະທໍາ,ເຂດເສດຖະກິດ,ເຂດອຸດສາຫະກໍາ, ເຂດທໍາການຜະລິດ,ເຂດປ່າໄມ້ຕ້ອງອອກແບບຫຼືດັດແກ້ແຜນສະກັດ ກັ້ນອັກຄີໄພເພື່ອຮັບປະກັນຄວາມປອດໄພແລະຕ້ອງປະຕິບັດດັ່ງນີ້: ໜຶ່ງກໍານົດພື້ນທີ່ຈັດສັນແລະຂອບເຂດການກໍ່ສ້າງ. ສອງຕ້ອງມີລະບົບເສັ້ນທາງຄົມມະນາຄົມແລະແຫຼ່ງນໍ້າ. ສາມຕ້ອງຈັດວາງສະຖານທີ່ໃຫ້ກໍາລັງສະກັດກັ້ນແລະຕ້ານ ອັກຄີໄພຢ່າງເໝາະສົມ. ສີ່ຕ້ອງຂຶ້ນແຜນງົບປະມານ,ພາຫະນະ,ວັດຖຸອຸປະກອນສະກັດ ກັ້ນອັກຄີໄພ. ຫ້າມີເງື່ອນໄຂອື່ນເພື່ອຮັບໃຊ້ໃຫ້ແກ່ວຽກງານສະກັດກັ້ນອັກ ຄີໄພ.

ການກໍ່ສ້າງໃໝ່,ການດັດແປງຫຼືປ່ຽນແປງລັກສະນະນໍາໃຊ ້ຕ້ອງອອກແບບຫຼືດັດແກ້ແຜນສະກັດກັ້ນອັກຄີໄພເພື່ອຮັບປະກັນ ຄວາມປອດໄພແລະຕ້ອງປະຕິບັດດັ່ງນີ້: ໜຶ່ງຕ້ອງມີໄລຍະຫ່າງລະຫວ່າງສະຖານທີ່ກໍ່ສ້າງເພື່ອໃຫ້ມີ ຄວາມປອດໄພ. ສອງມີລະບົບສະກັດກັ້ນອັກຄີໄພ. ສາມມີລະບົບທາງໜີໄຟ. ສີ່ຕ້ອງມີງົບປະມານ,ພາຫະນະ,ວັດຖຸອຸປະກອນສະກັດກັ້ນອັກ ຄີໄພ. ຫ້າມີເງື່ອນໄຂອື່ນເພື່ອຮັບໃຊ້ໃຫ້ແກ່ວຽກງານສະກັດກັ້ນອັກ ຄີໄພ.

ບັນດາໂຄງການກໍ່ສ້າງຫຼືການດັດແປງທີ່ໄດ້ກ່າວໄວ້ໃນວັກ ໜຶ່ງແລະວັກສອງຂອງມາດຕານີ້ຕ້ອງໄດ້ຮັບການກວດຜ່ານຈາກກໍາ ລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພຕາມການແບ່ງຂັ້ນຄຸ້ມຄອງ ເພື່ອຮັບປະກັນຄວາມປອດໄພທາງດ້ານອັກຄີໄພ.

...ມາດຕາສິບສອງການສະກັດກັ້ນອັກຄີໄພໃນການກໍ່ສ້າງແລະນໍາໃຊ້ກິດຈະການ

ມາດຕາສິບສອງການສະກັດກັ້ນອັກຄີໄພໃນການກໍ່ສ້າງແລະນໍາໃຊ້ ກິດຈະການ ບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດຢູ່ສປປ ລາວກ່ອນຈະດໍາເນີນການກໍ່ສ້າງແລະນໍາໃຊ້ກິດຈະການທີ່ມີຄວາມ ສ່ຽງຕໍ່ການໄໝ້ລະເບີດຕ້ອງນໍາເອົາແຜນຜັງໂຄງການ,ແຜນຜັງລະ ບົບສະກັດກັ້ນອັກຄີໄພໄປຜ່ານກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກ ຄີໄພເພື່ອຕົກລົງອະນຸຍາດ.

...ມາດຕາສິບສາມເປົ້າໝາຍໃນການສະກັດກັ້ນອັກຄີໄພ

ມາດຕາສິບສາມເປົ້າໝາຍໃນການສະກັດກັ້ນອັກຄີໄພ ເປົ້າໝາຍຕົ້ນຕໍໃນການສະກັດກັ້ນອັກຄີໄພມີດັ່ງນີ້: ໜຶ່ງເຄຫະສະຖານແລະເຂດຊຸມຊົນ. ສອງພາຫະນະຂົນສົ່ງ. ສາມສໍານັກງານອົງການ. ສີ່ອາຄານສູງ. ຫ້າໂຮງແຮມ,ເຮືອນພັກ,ສະຖານທີ່ບັນເທີງ,ສະຖານທີ່ໂຮມ ຊຸມນຸມ,ໂຮງຮຽນແລະໂຮງໝໍ. ຫົກກິດຈະການເທິງໜ້ານໍ້າແລະໃຕ້ດິນ. ເຈັດການຜະລິດ,ການຈໍາໜ່າຍໄຟຟ້າ,ການນໍາເຂົ້າແລະການ ຕິດຕັ້ງວັດຖຸອຸປະກອນໄຟຟ້າ. ແປດຕະຫຼາດ,ສູນການຄ້າແລະລະບົບສາງ. ເກົ້າທ່າເຮືອ,ສະຖານນີລົດຂົນສົ່ງໂດຍສານແລະສະຖານນີລົດ ໄຟ. ສິບສະໜາມບິນ. ສິບເອັດປ່າໄມ້. ສິບສອງວັດຖຸໄວໄຟ. ສິບສາມສະຖານທູດ,ສໍານັກງານແລະອົງການຈັດຕັ້ງສາກົນ. ...ມາດຕາສິບສີ່ການສະກັດກັ້ນອັກຄິໄພໃນເຄຫະສະຖານແລະເຂດຊຸມຊົນ

ມາດຕາສິບສີ່ການສະກັດກັ້ນອັກຄິໄພໃນເຄຫະສະຖານແລະເຂດຊຸມ ຊົນ ການສະກັດກັ້ນອັກຄີໄພໃນເຄຫະສະຖານແລະເຂດຊຸມຊົນຕ້ອງ ປະຕິບັດດັ່ງນີ້: ໜຶ່ງເຄຫະສະຖານເປັນຕົ້ນເຮືອນຢູ່ອາໃສຕ້ອງຕິດຕັ້ງລະບົບໄຟ ຟ້າໃຫ້ຖືກຕ້ອງຕາມເຕັກນິກ,ກະກຽມພາຫະນະ,ວັດຖຸອຸປະກອນແລະ ເງື່ອນໄຂຕ່າງໆເພື່ອກຽມພ້ອມສະກັດກັ້ນອັກຄີໄພ. ເຕົາໄຟ,ຮ້ານບູຊາຕ້ອງໃຫ້ຮັບປະກັນຄວາມປອດໄພ.ບັນດາ ທາດໄໝ້ລະເບີດງ່າຍຕ້ອງຈັດວາງຫ່າງໄກຈາກແຫຼ່ງໄຟແລະແຫຼ່ງ ຄວາມຮ້ອນ. ສອງເຂດຊຸມຊົນ,ບ້ານ,ໜ່ວຍຕ້ອງມີລະບຽບການສະກັດກັ້ນ ແລະຕ້ານອັກຄີໄພໂດຍສະເພາະແມ່ນກ່ຽວກັບການນໍາໃຊ້ໄຟ,ໄຟຟ້າ ແລະບັນດາທາດໄໝ້ລະເບີດງ່າຍ; ສາມການສະກັດກັ້ນໄຟໄໝ້ລາມຕ້ອງມີວິທີການ,ແຜນການ, ກໍາລັງ,ພາຫະນະ,ວັດຖຸອຸປະກອນ,ເສັ້ນທາງແລະແຫຼ່ງນໍ້າ.

...ມາດຕາສິບຫ້າການສະກັດກັ້ນອັກຄີໄພໃນພາຫະນະຂົນສົ່ງ

ມາດຕາສິບຫ້າການສະກັດກັ້ນອັກຄີໄພໃນພາຫະນະຂົນສົ່ງ ພາຫະນະບັນທຸກວັດຖຸໄວໄຟ,ທາດໄໝ້,ທາດລະເບີດ,ສິນຄ້າ, ພາຫະນະຂົນສົ່ງໂດຍສານແຕ່ສີ່ບ່ອນນັ່ງຂຶ້ນໄປແລະພາຫະນະຂົນສົ່ງ ອື່ນຕ້ອງປະຕິບັດຕາມລະບຽບການສະກັດກັ້ນແລະຕ້ານອັກຄີໄພ. ພາຫະນະຂົນສົ່ງວັດຖຸໄວໄຟ,ທາດໄໝ້,ທາດລະເບີດ,ແຮ່ທາດ ທີ່ປະກອບຫຼືດັດແປງໃໝ່ຕ້ອງໄດ້ຮັບອະນຸຍາດຈາກກໍາລັງຕໍາຫຼວດສະ ກັດກັ້ນແລະຕ້ານອັກຄີໄພ. ພາຫະນະຂົນສົ່ງທຸກປະເພດຂອງອົງການຈັດຕັ້ງສາກົນ,ຄົນ ຕ່າງປະເທດທີ່ນໍາເຂົ້າສປປລາວຕ້ອງຮັບປະກັນຄວາມປອດໄພທາງ ດ້ານອັກຄີໄພຕາມກົດໝາຍຂອງສປປລາວ.

...ມາດຕາສິບຫົກການສະກັດກັ້ນອັກຄີໄພໃນສໍານັກງານອົງການ

ມາດຕາສິບຫົກການສະກັດກັ້ນອັກຄີໄພໃນສໍານັກງານອົງການ ການສະກັດກັ້ນອັກຄີໄພໃນສໍານັກງານອົງການຕ້ອງປະຕິບັດ ດັ່ງນີ້: ໜຶ່ງວາງລະບຽບການກ່ຽວກັບການສະກັດກັ້ນອັກຄິໄພ. ສອງຕິດຕັ້ງລະບົບສັນຍານເຕືອນໄຟໄໝ້. ສາມວາງລະບົບສະກັດກັ້ນອັກຄີໄພເຊັ່ນ:ລະບົບການມອດໄຟ, ຕັດໄຟຟ້າອັດຕະໂນມັດ; ສີ່ກະກຽມກໍາລັງ,ພາຫະນະ,ວັດຖຸອຸປະກອນ,ແຫຼ່ງນໍ້າ. ຫ້າສ້າງແຜນສະກັດກັ້ນອັກຄີໄພ,ໜີໄຟ,ຊ່ວຍເຫຼືອຄົນ,ກອບກູ້ ຊັບສິນແລະສະກັດກັ້ນໄຟໄໝ້ລາມ. ຫົກມີແຜນງົບປະມານສະເພາະເພື່ອຮັບໃຊ້ວຽກງານສະກັດກັ້ນ ອັກຄິໄພ. ເຈັດມີເອກະສານຕິດຕາມ,ຄຸ້ມຄອງການປະຕິບັດໜ້າທີ່ວຽກ ງານສະກັດກັ້ນອັກຄີໄພ.

...ມາດຕາສິບເຈັດການສະກັດກັ້ນອັກຄິໄພໃນອາຄານສູງ

ມາດຕາສິບເຈັດການສະກັດກັ້ນອັກຄິໄພໃນອາຄານສູງ ອາຄານສູງຕ້ອງມີແຜນການແລະລະບົບສະກັດກັ້ນອັກຄີໄພເຊັ່ນ

ລະບົບເຕືອນໄຟ,ລະບົບເຕືອນຄວັນ,ລະບົບຕັດໄຟຟ້າ,ລະບົບກ໋ອກນໍ້າ

ມອດໄຟ,ລະບົບມອດໄຟອັດຕະໂນມັດ,ລະບົບທາງໜີໄພ,ຂັ້ນໄດສຸກເສີນ ,ໄຟສຸກເສີນ,ໄຟເຍືອງທາງ,ລະບົບລະບາຍອາກາດ,ແຜນກູ້ໄພ,ເຄື່ອງ ໝາຍໜີໄຟ,ຜັງໜີໄຟແລະຕ້ອງຮັບປະກັນການມອດໄຟໃນເບື້ອງຕົ້ນ ດ້ວຍຕົນເອງ.

...ມາດຕາສິບແປດການສະກັດກັ້ນອັກຄີໄພຢູ່ໂຮງແຮມ,ເຮືອນພັກ,ສະຖານທີ່ບັນເທິງ,ສະຖານທີ່ໂຮມຊຸມນຸມ,ໂຮງຮຽນແລະໂຮງໝໍ

ມາດຕາສິບແປດການສະກັດກັ້ນອັກຄີໄພຢູ່ໂຮງແຮມ,ເຮືອນພັກ,ສະ ຖານທີ່ບັນເທິງ,ສະຖານທີ່ໂຮມຊຸມນຸມ,ໂຮງຮຽນແລະໂຮງໝໍ ການສະກັດກັ້ນອັກຄິໄພຢູ່ໂຮງແຮມ,ເຮືອນພັກ,ສະຖານທີ່ບັນ ເທີງ,ສະຖານທີ່ໂຮມຊຸມນຸມ,ໂຮງຮຽນແລະໂຮງໝໍຕ້ອງມີແຜນການ ແລະລະບົບສະກັດກັ້ນອັກຄິໄພ,ສັນຍານເຕືອນໄພ,ແຜນໜີໄຟ,ມີກໍາລັງ ແນະນໍາທາງອອກສຸກເສີນ,ຊ່ວຍເຫຼືອບຸກຄົນທີ່ບໍ່ມີຄວາມສາມາດໜີໄຟ ດ້ວຍຕົນເອງໄດ້,ມີແຜນການສົມທົບກັບກໍາລັງສະກັດກັ້ນແລະຕ້ານອັກ ຄີໄພ. ...ມາດຕາສິບເກົ້າການສະກັດກັ້ນອັກຄິໄພໃນກິດຈະການເທິງໜ້ານໍ້າແລະໃຕ້ດິນ

ມາດຕາສິບເກົ້າການສະກັດກັ້ນອັກຄິໄພໃນກິດຈະການເທິງໜ້ານໍ້າ ແລະໃຕ້ດິນ ການດໍາເນີນກິດຈະການເທິງໜ້ານໍ້າທີ່ມີຄວາມເປັນອັນຕະລາຍ ເຖິງການໄໝ້ລະເບີດຕ້ອງມີແຜນສະກັດກັ້ນອັກຄີໄພ,ມີກໍາລັງ,ພາຫະ ນະແລະວັດຖຸອຸປະກອນເພື່ອສະກັດກັ້ນອັກຄິໄພ. ການດໍາເນີນກິດຈະການໃຕ້ດິນ,ທາງໃຕ້ດິນ,ກິດຈະການຂຸດຄົ້ນ ຊັບພະຍາກອນທໍາມະຊາດຕ່າງໆຕ້ອງຕິດຕັ້ງລະບົບສະກັດກັ້ນອັກຄີໄພ, ແຜນໜີໄພ,ພາຫະນະ,ວັດຖຸອຸປະກອນເຊັ່ນ:ເຄື່ອງເຕືອນໄພອັດຕະໂນ ມັດ,ເຄື່ອງແກ້ໄຂທາດອາຍ,ທາດເບື່ອ,ຄວັນ,ລະບົບລະບາຍອາກາດ ແລະຮັບປະກັນການເຂົ້າອອກຂອງກໍາລັງແລະພາຫະນະ.

...ມາດຕາຊາວການສະກັດກັ້ນອັກຄີໄພໃນການຜະລິດ,ການຈໍາໜ່າຍໄຟຟ້າ,ການນໍາເຂົ້າແລະການຕິດຕັ້ງວັດຖຸອຸປະກອນໄຟຟ້າ

ມາດຕາຊາວການສະກັດກັ້ນອັກຄີໄພໃນການຜະລິດ,ການຈໍາໜ່າຍ ໄຟຟ້າ,ການນໍາເຂົ້າແລະການຕິດຕັ້ງວັດຖຸອຸປະກອນໄຟຟ້າ ການສະກັດກັ້ນອັກຄີໄພໃນການຜະລິດ,ການຈໍາໜ່າຍໄຟຟ້າ, ການນໍາເຂົ້າແລະການຕິດຕັ້ງວັດຖຸອຸປະກອນໄຟຟ້າຕ້ອງປະຕິບັດດັ່ງ ນີ້: ໜຶ່ງໂຮງງານຜະລິດໄຟຟ້າ,ສະຖານນີຈ່າຍກະແສໄຟຟ້າ,ໝໍ້ ແປງໄຟຟ້າ,ການຕິດຕັ້ງໄຟຟ້າລວມທັງການນໍາໃຊ້ໄຟຟ້າຕ້ອງມີວິທີ ການສະກັດກັ້ນເພື່ອບໍ່ໃຫ້ອັກຄີໄພເກີດຂຶ້ນ. ສອງວັດຖຸອຸປະກອນໄຟຟ້າທີ່ນໍາໃຊ້ໃນສະຖານທີ່ທີ່ມີຄວາມສ່ຽງ ຕໍ່ການໄໝ້ລະເບີດຕ້ອງໃຫ້ມີຄຸນນະພາບສູງ,ໄດ້ມາດຕະຖານເຕັກນິກ ຂອງໄຟຟ້າແລະຮັບປະກັນຄວາມປອດໄພ. ສາມບຸກຄົນແລະການຈັດຕັ້ງທີ່ສະໜອງໄຟຟ້າຫຼືຕິດຕັ້ງວັດຖຸອຸ ປະກອນໄຟຟ້າຕ້ອງຮັບຜິດຊອບທາງດ້ານມາດຕະຖານເຕັກນິກພ້ອມ ທັງແນະນໍາວິທີການນໍາໃຊ້ແລະຮັກສາຄວາມປອດໄພໃຫ້ຜູ້ຊົມໃຊ້. ສີ່ການຜະລິດຫຼືນໍາເຂົ້າວັດຖຸອຸປະກອນໄຟຟ້າຕ້ອງໄດ້ຮັບການ ກວດກາແລະອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ.

...ມາດຕາຊາວເອັດການສະກັດກັ້ນອັກຄີໄພໃນຕະຫຼາດ,ສູນການຄ້າແລະລະລົບສາງ

ມາດຕາຊາວເອັດການສະກັດກັ້ນອັກຄີໄພໃນຕະຫຼາດ,ສູນການຄ້າ ແລະລະລົບສາງ ການສະກັດກັ້ນອັກຄີໄພໃນຕະຫຼາດ,ສູນການຄ້າແລະລະບົບ ສາງຕ້ອງປະຕິບັດດັ່ງນີ້: ໜຶ່ງຕະຫຼາດ,ສູນການຄ້າຕ້ອງແຍກໄຟຟ້າອອກເປັນລະບົບສະ ເພາະຄື:ລະບົບໄຟຟ້າຮັບໃຊ້ທຸລະກິດ,ຊີວິດປະຈໍວັນ,ການສະກັດກັ້ນ ແລະຕ້ານອັກຄີໄພ. ສອງຮ້ານຂາຍເຄື່ອງຕ້ອງໃຫ້ຈັດສັນເປັນລະບົບເພື່ອຮັບປະກັນ ຄວາມປອດໄພທາງດ້ານອັກຄີໄພ. ສາມລະບົບສາງຕ້ອງແຍກໄຟຟ້າອອກເປັນລະບົບສະເພາະຄື: ໄຟຟ້າຮັບໃຊ້ພຍໃນສາງ,ການສະກັດກັ້ນແລະຕ້ານອັກຄີໄພ,ຈັດມ້ຽນ ວັດຖຸເຄື່ອງຂອງໃນສາງໃຫ້ເປັນລະບົບເພື່ອຮັບປະກັັນຄວາມປອດໄພ ທາງດ້ານອັກຄີໄພ.

ສໍາລັບສາງເກັບມ້ຽນວັດຖຸໄວໄຟ,ທາດໄໝ້ລະເບີດຕ້ອງຈັດ ວາງໃຫ້ເປັນລະບົບສະເພາະແລະໃຫ້ມີລະບົບສະກັດກັ້ນອັກຄີໄພທີ່ທັນ ສະໄໝ.

...ມາດຕາຊາວສອງການສະກັດກັ້ນອັກຄີໄພໃນທ່າເຮືອ,ສະຖານນີລົດຂົນສົ່ງໂດຍສານແລະສະຖານນີລົດໄຟ

ມາດຕາຊາວສອງການສະກັດກັ້ນອັກຄີໄພໃນທ່າເຮືອ,ສະຖານນີລົດ ຂົນສົ່ງໂດຍສານແລະສະຖານນີລົດໄຟ ການສະກັດກັ້ນອັກຄີໄພໃນທ່າເຮືອ,ສະຖານນີລົດຂົນສົ່ງໂດຍ ສານແລະສະຖານນີລົດໄຟຕ້ອງຈັດຕັ້ງກໍາລັງ,ພາຫະນະ,ວັດຖຸອຸປະ ກອນສະກັດກັ້ນອັກຄີໄພ,ມີແຜນໜີໄຟ,ແຜນລະບາຍພາຫະນະ,ແຜນຍົກ ຍ້າຍວັດຖຸເຄື່ອງຂອງແລະສິນຄ້າໃນກໍລະນີທີ່ມີອັກຄີໄພເກີດຂຶ້ນ.

...ມາດຕາຊາວສາມການສະກັດກັ້ນອັກຄີໄພໃນສະໜາມບິນ

ມາດຕາຊາວສາມການສະກັດກັ້ນອັກຄີໄພໃນສະໜາມບິນ ການສະກັດກັ້ນອັກຄີໄພໃນສະໜາມບິນຕ້ອງປະຕິບັດດັ່ງນີ້: ໜຶ່ງວາງແຜນສະກັດກັ້ນອັກຄີໄພ. ສອງຈັດຕັ້ງໃຫ້ມີກໍາລັງສະກັດກັ້ນແລະຕ້ານອັກຄີໄພອາຊີບ ແລະມີການຝຶກຊ້ອມຕ້ານອັກຄີໄພ,ກູ້ໄພເປັນປະຈໍາ. ສາມຕ້ອງປະກອບພາຫະນະ,ວັດຖຸອຸປະກອນສະກັດກັ້ນອັກຄີ ໄພແລະກູ້ໄພທີ່ທັນສະໄໝ. ສີ່ຕິດຕັ້ງລະບົບສະກັດກັ້ນອັກຄີໄພໃສ່ເຮືອບິນ,ທຸກອາຄານສະ ຖານທີ່ຕ່າງໆຂອງສະໜາມບິນໃຫ້ພຽງພໍ. ຫ້າປະສານສົມທົບວຽກງານວິຊາສະເພາະກັບກໍາລັງຕໍາຫຼວດ ສະກັດກັ້ນແລະຕ້ານອັກຄີໄພຢ່າງເປັນປະຈໍາ.

...ມາດຕາຊາວສີ່ການສະກັດກັ້ນໄຟໄໝ້ປ່າ

ມາດຕາຊາວສີ່ການສະກັດກັ້ນໄຟໄໝ້ປ່າ ການສະກັດກັ້ນໄຟໄໝ້ປ່າຕ້ອງປະຕິບັດດັ່ງນີ້: ໜຶ່ງການວາງແຜນສະກັດກັ້ນອັກຄີໄພໃຫ້ເລີ່ມຈາກການວາງ ແຜນປູກປ່າແລະການຂຸດຄົ້ນໄມ້. ສອງສໍານັກງານອົງການ,ບ້ານ,ເຮືອນ,ເສັ້ນທາງຄົມມະນາຄົມ, ທາງທໍ່ສົ່ງທາດທີ່ເປັນອັນຕະລາຍໄໝ້ລະເບີດທີ່ຕັ້ງຢູ່ແຄມປ່າຫຼືຢູ່ໃນປ່າ ຕ້ອງຮັບປະກັນໄລຍະຫ່າງໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກຄວາມ ປອດໄພທາງດ້ານອັກຄີໄພ. ສີ່ພົນລະເມືອງລາວ,ຊາວຕ່າງດ້າວ,ຄົນຕ່າງປະເທດທີ່ເຄື່ອນ ໄຫວໄປມາຕາມປ່າຫຼືແຄມປ່າຕ້ອງມີຄວາມລະມັດລະວັງໃນການດັງ ໄຟ,ຖິ້ມກິດກອກຢາຫຼືນໍາໃຊ້ໄຟທຸກຊະນິດ. ຫ້າການເຜົາຖ່ານ,ການເຮັດໄຮ່,ການເຮັດສວນແລະອື່ນໆຕ້ອງ ມີສະຕິປ້ອງກັນໄຟໄໝ້ລາມແລະມີແຜນການດັບມອບຢ່າງຄັກແນ່. ...ມາດຕາຊາວຫ້າການສະກັດກັ້ນອັກຄີໄພກ່ຽວກັບວັດຖຸໄວໄຟ

ມາດຕາຊາວຫ້າການສະກັດກັ້ນອັກຄີໄພກ່ຽວກັບວັດຖຸໄວໄຟ ການສະກັດກັ້ນອັກຄີໄພກ່ຽວກັບວັດຖຸໄວໄຟຕ້ອງປະຕິບັດ ດັ່ງນີ້: ໜຶ່ງສະຖານທີ່ຂຸດຄົ້ນນໍ້າມັນ,ອາຍແກັດຫຼືທາດທີ່ເປັນອັນຕະ ລາຍໄໝ້ລະເບີດຕ້ອງຕິດຕັ້ງລະບົບວັດຖຸອຸປະກອນເຕືອນໄພ,ວັດຖຸອຸ ປະກອນແກ້ໄຂການຮົ່ວໄຫຼທີ່ທັນສະໄໝແລະມີໜ່ວຍງານຮັກສາ ຄວາມປອດໄພທີ່ເຂັ້ມງວດ. ສອງການຜະລິດ,ປຸງແຕ່ງ,ຂົນສົ່ງຜະລິດຕະພັນທາດນໍ້າມັນ, ອາຍແກັດແລະທາດທີ່ເປັນອັນຕະລາຍໄໝ້ລະເບີດຕ້ອງມີລະບົບສັນ ຍານເຕືອນໄພສຸກເສີນແລະມາດຕະການແກ້ໄຂຢ່າງທັນການ. ສາມປໍ້ານໍ້າມັນ,ປໍ້າອາຍແກັດຫຼືຮ້ານຈໍາໜ່າຍອາຍແກັດ ຕ້ອງປະຕິບັດຕາມລະບຽບການກ່ຽວກັບມາດຕະຖານເຕັກນິກແລະ ຮັບປະກັນຄວາມປອດໄພທາງດ້ານອັກຄີໄພ. ສີ່ບຸກຄົນແລະການຈັດຕັ້ງທີ່ດໍາເນີນທຸລະກິດກ່ຽວກັບວັດຖຸ ໄວໄຟຫຼືທາດທີ່ເປັນອັນຕະລາຍໄໝ້ລະເບີດຕ້ອງມີໜັງສືຢັ້ງຢືນການ ກວດກາຈາກກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພ,ຕິດກາ ໝາຍຄໍາເຕືອນ,ສະຫຼາກສານເຄມີເປັນພາສາລາວແລະພາສາຕ່າງ ປະເທດ. ຫ້າຜູ້ທີ່ເຮັດວຽກໃນສະຖານທີ່ທີ່ເປັນອັນຕະລາຍໄໝ້ລະເບີດ ຕ້ອງໄດ້ຜ່ານການຝຶກອົບຮົມແລະມີໃບຢັ້ງຢືນຈາກກໍາລັງຕໍາຫຼວດ ສະກັດກັ້ນແລະຕ້ານອັກຄີໄພ. ຫົກພາຫະນະຂົນສົ່ງຫຼືວັດຖຸອຸປະກອນບັນຈຸນໍ້າມັນ,ອາຍແກັດ ແລະທາດທີ່ເປັນອັນຕະລາຍໄໝ້ລະເບີດຕ້ອງໄດ້ມາດຕະຖານເຕັກ ນິກ.

...ມາດຕາຊາວຫົກການສະກັດກັ້ນອັກຄີໄພໃນສະຖານທູດ,ສໍານັກງານແລະອົງການຈັດຕັ້ງສາກົນ

ມາດຕາຊາວຫົກການສະກັດກັ້ນອັກຄີໄພໃນສະຖານທູດ,ສໍານັກງານ ແລະອົງການຈັດຕັ້ງສາກົນ ການສະກັດກັ້ນອັກຄີໄພໃນສະຖານທູດ,ສໍານັກງານ,ອົງການ ຈັດຕັ້ງສາກົນລວມທັງເຮືອນພັກຄົນຕ່າງປະເທດຕ້ອງມີລະບົບສະກັດກັ້ນ ແລະຕ້ານອັກຄີໄພຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບຫົກຂອງກົດໝາຍ ສະບັບນີ້.

...ມາດຕາຊາວເຈັດສາເຫດທີ່ພາໃຫ້ຢູດເຊົາການເຄື່ອນໄຫວກິດຈະການ

ມາດຕາຊາວເຈັດສາເຫດທີ່ພາໃຫ້ຢູດເຊົາການເຄື່ອນໄຫວກິດຈະ ການ ບຸກຄົນແລະການຈັດຕັ້ງທີ່ທໍາການເຄື່ອນໄຫວກິດຈະການໃດ ໜຶ່ງຈະຖືກຢຸດເຊົາຊົ່ວຄາວເມື່ອມີສາເຫດໃດໜຶ່ງດັ່ງນີ້: ໜຶ່ງມີຄວາມສ່ຽງຕໍ່ການໄໝ້ລະເບີດ. ສອງລະເມີດລະບຽບການກ່ຽວກັບການສະກັດກັ້ນແລະຕ້ານ ອັກຄີໄພຢ່າງຮ້າຍແຮງ. ສາມລະເມີດລະບຽບການກ່ຽວກັບການສະກັດກັ້ນແລະຕ້ານ ອັກຄີໄພທີ່ກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພໄດ້ກ່າວເຕືອນ ມາແລ້ວສອງຄັ້ງແຕ່ຫາກຍັງບໍ່ປະຕິບັດຕາມ.

ບຸກຄົນແລະການຈັດຕັ້ງທີ່ຖືກໃຫ້ຢຸດເຊົາກິດຈະການຊົ່ວຄາວ ແລ້ວນັ້ນຕ້ອງໄດ້ມີການປັບປຸງໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ. ໃນກໍລະນີທີ່ບໍ່ມີການປັບປຸງແກ້ໄຂການລະເມີດດັ່ງກ່າວກໍ່ຈະຖືກໃຫ້ຢຸດ ເຊົາການເຄື່ອນໄຫວກິດຈະການຢ່າງຖາວອນ.

...ມາດຕາຊາວແປດການປະກັນໄພ

ມາດຕາຊາວແປດການປະກັນໄພ ບຸກຄົນແລະການຈັດຕັ້ງທີ່່ດໍາເນີນກິດຈະການທີ່ມີຄວາມສ່ຽງຕໍ່ ການໄໝ້ລະເບີດຕ້ອງມີການປະກັນໄພທາງດ້ານອັກຄີໄພຕາມທີ່ໄດ້ກໍາ ນົດໄວ້ໃນກົດໝາຍວ່າດ້ວຍການປະກັນໄພ. ..ໝວດທີສາມການຕ້ານອັກຄີໄພ


...ມາດຕາຊາວເກົ້າວິທີການພື້ນຖານຕ້ານອັກຄີໄພ

ມາດຕາຊາວເກົ້າວິທີການພື້ນຖານຕ້ານອັກຄີໄພ ວິທີການພື້ນຖານຕ້ານອັກຄີໄພຕ້ອງປະຕິບັດດັ່ງນີ້: ໜຶ່ງເຈົ້າຂອງສະຖານທີ່ບ່ອນເກີດໄຟໄໝ້ຕ້ອງເປັນເຈົ້າການ ມອດໄຟພ້ອມທັງຮ້ອງຂໍຄວາມຊ່ວຍເຫຼືອຈາກຜູ້ຢູ່ໃກ້ຄຽງແລະແຈ້ງ ໃຫ້ກໍາລັງສະກັດກັ້ນແລະຕ້ານອັກຄີໄພຊາບໃນທັນໃດ. ສອງການລະດົມກໍາລັງ,ພາຫະນະ,ວັດຖຸອຸປະກອນເພື່ອຊ່ວຍ ຕ້ານອັກຄີໄພທີ່ກໍາລັງເກີດຂຶ້ນນັ້ນຕ້ອງເຮັດຢ່າງຮີບດ່ວນ. ສາມການຈັດຕັ້ງກໍາລັງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ,ກອບກູ້ຊັບ ສົມບັດແລະຕ້ານໄຟໄໝ້ລາມຕ້ອງດໍາເນີນຢ່າງທັນການ. ສີ່ການບັນຊາຕ້ານອັກຄີໄພຕ້ອງເປັນເອກະພາບ.

...ມາດຕາສາມສິບແຜນຕ້ານອັກຄີໄພ

ມາດຕາສາມສິບແຜນຕ້ານອັກຄີໄພ ແຜນຕ້ານອັກຄີໄພຕ້ອງຮັບປະກັນດັ່ງນີ້: ໜຶ່ງສ້າງແຜນວາດຂອບເຂດຂອງສໍານັກງານອົງການ,ບ້ານ. ສອງກໍານົດເສັ້ນທາງເຂົ້າອອກ. ສາມຄາດຄະເນຈຸດທີ່ມີຄວາມສ່ຽງໃນການໄໝ້ລະເບີດ. ສີ່ກໍານົດແຜນກູ້ໄພ,ຊ່ວຍຜູ້ຖືກເຄາະຮ້າຍ,ເຄື່ອນຍ້າຍແລະປົກ ປັກຮັກສາວັດຖຸສິ່ງຂອງ; ຫ້າກໍານົດແຜນຈັດວາງກໍາລັງ,ພາຫະນະ,ວັດຖຸອຸປະກອນແລະ ກໍານົດແຫຼ່ງນໍ້າມອດໄຟ. ຫົກກໍານົດຍຸດທະວິທີໃນການຕ້ານອັກຄີໄພໃຫ້ເໝາະສົມກັບສະ ຖານທີ່ຕົວຈິງ. ເຈັດສ້າງແຜນລະດົມກໍາລັງ,ພາຫະນະ,ວັດຖຸອຸປະກອນເພື່ອ ຕ້ານອັກຄີໄພໃນກໍລະນີທີ່ມີໄຟໄໝ້ໃຫຍ່. ແປດສ້າງແຜນງົບປະມານຮັບໃຊ້ວຽກງານຕ້ານອັກຄີໄພ.

...ມາດຕາສາມສິບເອັດການສ້າງແຜນແລະແຜນຝຶກຊ້ອມການຕ້ານອັກຄີໄພຂອງສໍານັກງານອົງການ

ມາດຕາສາມສິບເອັດການສ້າງແຜນແລະແຜນຝຶກຊ້ອມການຕ້ານ ອັກຄີໄພຂອງສໍານັກງານອົງການ ສໍານັກງານອົງການແຕ່ລະບ່ອນຕ້ອງມີແຜນຕ້ານອັກຄີໄພ ໂດຍແມ່ນຄະນະຮັບຜິດຊອບຂອງສໍານັກງານອົງການທີ່ກ່ຽວຂ້ອງນັ້ນ ເປັນຜູ້ສ້າງຂຶ້ນແລະໄດ້ຮັບການເຫັນດີຈາກກໍາລັງຕໍາຫຼວດສະກັດກັ້ນ ແລະຕ້ານອັກຄີໄພ. ສໍານັກງານອົງການຕ້ອງຝຶກຊ້ອມການຕ້ານອັກຄີໄພຕາມແຜນ ຂອງຕົນຢ່າງເປັນປະຈໍາໂດຍການນໍາພາຝຶກຊ້ອມຕົວຈິງຂອງກໍາລັງ ຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພ.

...ມາດຕາສາມສິບສອງການຕ້ານອັກຄີໄພ

ມາດຕາສາມສິບສອງການຕ້ານອັກຄີໄພ ການຕ້ານອັກຄີໄພຕ້ອງປະຕິບັດດັ່ງນີ້: ໜຶ່ງຈັດກໍລັງຕ້ານອັກຄີໄພໃຫ້ພຽງພໍແລະອອກປະຕິບັດໜ້າທີ່ ໃຫ້ທັນການແລະມີປະສິດທິຜົນ. ສອງຈັດພາຫະນະ,ວັດຖຸອຸປະກອນ,ທາດເຄມີມອດໄຟ,ແຫຼ່ງນໍ້າ ແລະເງື່ອນໄຂອື່ນໃຫ້ຄົບຖ້ວນ. ສາມປະຕິບັດຕາມແຜນຕ້ານອັກຄີໄພທີ່ໄດ້ສາງໄວ້. ສີ່ຈັດໜ່ວຍແພດອອກປະຕິບັດໜ້າທີ່ເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບ ບາດເຈັບ. ຫ້ານໍາໃຊ້ງົບປະມານໃນການຕ້ານອັກຄີໄພ.

...ມາດຕາສາມສິບສາມແຫຼ່ງນໍ້າ,ພາຫະນະແລະວັດຖຸອຸປະກອນຕ້ານອັກຄີໄພ

ມາດຕາສາມສິບສາມແຫຼ່ງນໍ້າ,ພາຫະນະແລະວັດຖຸອຸປະກອນຕ້ານອັກ ຄີໄພ ທຸກແຫຼ່ງນໍ້າ,ພາຫະນະແລະວັດຖຸອຸປະກອນຕ້ອງຖືກນໍາໃຊ້ເປັນ ກໍລະນີພິເສດເຂົ້າໃນການຕ້ານອັກຄີໄພ.

...ມາດຕາສາມສິບສີ່ການແຈ້ງເຫດໄຟໄໝ້

ມາດຕາສາມສິບສີ່ການແຈ້ງເຫດໄຟໄໝ້ ການແຈ້ງເຫດໄຟໄໝ້ອາດຈະມີຂຶ້ນດ້ວຍເຄື່ອງສັນຍານແລະ ໂທລະສັບ,ສໍາລັບໂທລະສັບຮັບແຈ້ງເຫດໄຟໄໝ້ໃຫ້ກໍານົດເລກໝາຍ ເປັນເອກະພາບກັນໃນທົ່ວປະເທດ.

...ມາດຕາສາມສິບຫ້າຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຕ້ານອັກຄີໄພ

ມາດຕາສາມສິບຫ້າຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຕ້ານອັກຄີໄພ ຜູ້ເຂົ້າຮ່ວມຕ້ານອັກຄີໄພມີຄວາມຮັບຜິດຊອບດັ່ງນີ້: ໜຶ່ງບຸກຄົນທີ່ໄດ້ພົບເຫັນເຫດໄຟໄໝ້ຫຼືໄດ້ຍິນສັນຍານເຕືອນໄຟ ໄໝ້ຕ້ອງແຈ້ງເຫດໄຟໄໝ້ໃຫ້ບໍລິເວນອ້ອມຂ້າງທີ່ໃກ້ສຸດແລະແຈ້ງໃຫ້ ກໍາລັງສະກັດກັ້ນແລະຕ້ານອັກຄີໄພຊາບພ້ອມທັງເຂົ້າຮ່ວມຕ້ານອັກຄີ ໄພຢ່າງທັນການ. ສອງກໍາລັງສະກັດກັ້ນແລະຕ້ານອັກຄີໄພເມື່ອໄດ້ຮັບແຈ້ງເຫດ ໄຟໄໝ້ໃນຂົງເຂດຄວາມຮັບຜິດຊອບຂອງຕົນຕ້ອງຮີບຮ້ອນອອກປະຕິ ບັດໜ້າທີ່ຢ່າງທັນການ. ສາມຂະແໜງການທີ່ກ່ຽວຂ້ອງເຊັ່ນ:ຂະແໜງການສາທາລະ ນະສຸກ,ຄົມມະນາຄົມ,ໄຟຟ້າ,ນໍ້າປະປາ,ອົງການຄຸ້ມຄອງໄພພິບັດ,ອົງ ການກາແດງຕ້ອງລະດົມກໍາລັງພົນ,ພາຫະນະ,ວັດຖຸອຸປະກອນ,ທຶນ ອອກຊ່ວຍເຫຼືອຕ້ານອັກຄີໄພຢ່າງທັນເວລາ. ສີ່ທະຫານ,ຕໍາຫຼວດ,ກໍາລັງປ້ອງກັນຄວາມສະຫງົບບ້ານ,ກອງ ຫຼອນຕ້ອງຮັກສາຄວາມເປັນລະບຽບຮຽບຮ້ອຍ,ປ້ອງກັນສະຖານທີ່ໄຟ ໄໝ້ແລະວັດຖຸສິ່ງຂອງພ້ອມທັງເຂົ້າຮ່ວມໃນການຕ້ານອັກຄີໄພ.

...ມາດຕາສາມສິບຫົກການລະດົມກໍາລັງແລະພາຫະນະຕ້ານອັກຄີໄພ

ມາດຕາສາມສິບຫົກການລະດົມກໍາລັງແລະພາຫະນະຕ້ານອັກຄີໄພ ບຸກຄົນແລະການຈັດຕັ້ງຕ້ອງປະກອບສ່ວນທາງດ້ານກໍາລັງ, ພາຫະນະແລະວັດຖຸອຸປະກອນເຂົ້າໃນການຕ້ານອັກຄີໄພຕາມເງື່ອນ ໄຂຕົວຈິງ. ໃນການປຸກລະດົມເຂົ້າຮ່ວມການຕ້ານອັກຄີໄພນັ້ນຖ້າຫາກມີຜູ້ ບາດເຈັບ,ເສຍຊີວິດ,ພາຫະນະແລະວັດຖຸອຸປະກອນເປ່ເພເສຍຫາຍຈະ ໄດ້ຮັບການປະຕິບັດນະໂຍບາຍຕາມລະບຽບການ. ...ມາດຕາສາມສິບເຈັດການນໍາໃຊ້ສິດໃນກໍລະນີສຸກເສີນ

ມາດຕາສາມສິບເຈັດການນໍາໃຊ້ສິດໃນກໍລະນີສຸກເສີນ ການນໍາໃຊ້ສິດໃນກໍລະນີສຸກເສີນໃຫ້ປະຕິບັດດັ່ງນີ້: ໜຶ່ງກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພມີສິດນໍາກໍາ ລັງ,ພາຫະນະອອກເຮັດໜ້າທີ່ຕ້ານອັກຄີໄພຜ່ານທຸກເສັ້ນທາງ,ຜ່ານ ໄຟອໍານາດ,ໃຊ້ແກ,ໄຟຕາ,ໄຟຂໍທາງ,ໄຟສຸກເສີນ,ໂທລະໂຄ່ງ,ເປີດ ຫວໍ,ສັນຍານອື່ນໆ.ການຜ່ານຂົວ,ຜ່ານທາງ,ຂ້າມບັກແມ່ນບໍ່ໄດ້ເສຍ ຄ່າ. ສອງໃນເວລາປະຕິບັດໜ້າທີ່ຕ້ານອັກຄີໄພນັ້ນລົດມອດໄຟມີ ສິດໄປກ່ອນລົດຄັ້ນອື່ນ. ສາມໃນເວລາເກີດໄຟໄໝ້ນັ້ນເຈົ້າຂອງປໍ້ານໍ້າມັນຕ້ອງບໍລິ ການທຸກເວລາ. ສີ່ຜູ້ທີ່ຖືກລະດົມເຮັດໜ້າທີ່ຕ້ານອັກຄີໄພສາມາດນໍາໃຊ້ພາຫະ ນະຕ່າງໆທີ່ແລ່ນຕາມເສັ້ນທາງໄປຫາບ່ອນອັກຄີໄພເກີດຂຶ້ນໂດຍບໍ່ ເສຍຄ່າ. ຫ້າກໍາລັງ,ພາຫະນະຕ່າງໆທີ່ຖືກລະດົມເຮັດໜ້າທີ່ຕ້ານອັກຄີ ໄພມີສິດໃຊ້ແກ,ເປີດໄຟຕາ,ໄຟຂໍທາງ,ໄຟສຸກເສີນແລະສັນຍານອື່ນ ໆ. ຫົກກໍາລັງຕໍາຫຼວດຈະລາຈອນແລະກໍາລັງປ້ອງກັນອື່ນຕ້ອງ ອໍານວຍຄວາມສະດວກໃຫ້ແກ່ກໍາລັງແລະພາຫະນະຕ້ອານອັກຄີໄພ. ເຈັດສໍາລັບຜູ້ສັນຈອນຕາມທ້ອງຖິໜົນຕ້ອງຫຼີກທາງໃຫ້ກໍາລັງ ແລະພາຫະນະຕ້ານອັກຄີໄພ.

...ມາດຕາສາມສິບແປດການຕ້ານອັກຄີໄພໃນສະຖານທູດ,ສໍານັກງານແລະອົງການຈັດຕັ້ງສາກົນ

ມາດຕາສາມສິບແປດການຕ້ານອັກຄີໄພໃນສະຖານທູດ,ສໍານັກງານ ແລະອົງການຈັດຕັ້ງສາກົນ ໃນກໍລະນີທີ່ມີອັກຄີໄພເກີດຂຶ້ນຢູ່ສະຖານທູດ,ສໍານັກງານ,ອົງ ການຈັດຕັ້ງສາກົນ,ເຮືອນພັກຂອງຄົນຕ່າງປະເທດທີ່ມີອະພິສິດທາງ ການທູດນັ້ນກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພມີໜ້າທີ່ເຂົ້າ ຊ່ວຍເຫຼືອຕາມການຮ້ອງຂໍຂອງພາກສ່ວນທີ່ກ່ຽວຂ້ອງແລະປະຕິບັດ ຕາມລະບຽບການສາກົນ. ...ມາດຕາສາມສິບເກົ້າຜູ້ບັນຊາຕ້ານອັກຄີໄພ

ມາດຕາສາມສິບເກົ້າຜູ້ບັນຊາຕ້ານອັກຄີໄພ ຜູ້ບັນຊາຕ້ານອັກຄີໄພແມ່ນຜູ້ທີ່ມີຕໍາແໜ່ງຫຼືຊັ້ນສູງກວ່າໝູ່ ຂອງກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພທີ່ມີໜ້າຢູ່ສະຖານທີ່ ອັກຄີໄພເກີດຂຶ້ນ. ໃນກໍລະນີທີ່ກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພບໍ່ທັນ ໄປເຖິງສະຖານທີ່ໄຟໄໝ້ຕ້ອງປະຕິບັດດັ່ງນີ້: ໜຶ່ງຫົວໜ້າຫຼືຮອງຫົວໜ້າສໍານັກງານອົງການເປັນຜູ້ບັນຊາ, ໃນກໍລະນີທີ່ບຸກຄົນດັ່ງກ່າວບໍ່ຢູ່ແມ່ນຫົວໜ້າປ້ອງກັນສໍານັກງານອົງ ການຫຼືຮອງຫົວໜ້າຫຼືຜູ້ທີ່ໄດ້ຮັບມອບໝາຍເປັນຜູ້ບັນຊາຕ້ານອັກຄີໄພ. ສອງເຈົ້າເມື່ອງ,ຫົວໜ້າເທດສະບານ,ນາຍບ້ານເປັນຜູ້ບັນຊາ ຕ້ານອັກຄີໄພ.ໃນກໍລະນີທີ່ບຸກຄົນດັ່ງກ່າວບໍ່ຢູ່ແມ່ນຜູ້ຮອງ,ຫົວໜ້າໜ່ວຍ ສະກັດກັ້ນແລະຕ້ານອັກຄີໄພຫຼືຜູ້ທີ່ໄດ້ຮັບມອບໝາຍເປັນຜູ້ບັນຊາຕ້ານ ອັກຄີໄພ. ສາມເຈົ້າຂອງຫຼືຜູ້ຂັບຂີ່ພາຫະນະຂົນສົ່ງເປັນຜູ້ບັນຊາຕ້ານອັກ ຄີໄພເມື່ອພາຫະນະຂອງຕົນຖືກໄໝ້. ສີ່ຫົວໜ້າຫຼືຮອງຫົວໜ້າຂະແໜງການປ່າໄມ້ຫຼືຜູ້ທີ່ໄດ້ຮັບມອບ ໝາຍຫຼືເຈົ້າຂອງປ່າໄມ້ຫຼືນາຍບ້ານເປັນຜູ້ບັນຊາຕ້ານອັກຄີໄພເມື່ອ ເກີດໄຟໄໝ້ປ່າ.

...ມາດຕາສີ່ສິບໜ້າທີ່ແລະສິດຂອງຜູ້ບັນຊາຕ້ານອັກຄີໄພ

ມາດຕາສີ່ສິບໜ້າທີ່ແລະສິດຂອງຜູ້ບັນຊາຕ້ານອັກຄີໄພ ຜູ້ບັນຊາການຂອງກໍາລັກສະກັດກັ້ນແລະຕ້ານອັກຄີໄພມີໜ້າທີ່ ແລະສິດດັ່ງນີ້: ໜຶ່ງນໍາພາ,ບັນຊາກໍາລັງ,ນໍາໃຊ້ພາຫະນະ,ວັດຖຸອຸປະກອນແລະ ອອກປະຕິບັດໜ້າທີ່ຕ້ານອັກຄີໄພໃຫ້ທັນເວລາ. ສອງກໍານົດຂອບເຂດຕ້ານອັກຄີໄພ,ວິທີການຕ້ານອັກຄີໄພ,ນໍາ ໃຊ້ພື້ນທີ່ຫຼືສະຖານທີ່ໃກ້ຄຽງເພື່ອຕ້ານອັກຄີໄພ. ສາມບໍ່ອະນຸຍາດໃຫ້ບຸກຄົນຫຼືພາຫະນະຜ່ານໄປມາໃນຂົງເຂດ ຕ້ານອັກຄີໄພ. ສີ່ລະດົມກໍາລັງ,ພາຫະນະ,ວັດຖຸອຸປະກອນຈາກສໍານັກງານອົງ ການ,ຄອບຄົວແລະບຸກຄົນເຂົ້າຮ່ວມຕ້ານອັກຄີໄພ.

ໃນກໍລະນີທີ່ຈໍາເປັນຜູ້ບັນຊາການຂອງກໍາລັງຕໍາຫຼວດສະກັດກັ້ນ ແລະຕ້ານອັກຄີໄພຍັງມີສິດຕັດສິນໃນການທັບມ້າງຫຼືຍົກຍ້າຍສິ່ງທີ່ກີດ ຂວາງຕ່າງໆເພື່ອກອບກູ້ເອົາຊີວິດ,ຊັບສິນຂອງພົນລະເມືອງແລະສະ ກັດກັ້ນບໍ່ໃຫ້ໄຟໄໝ້ລາມ.

...ມາດຕາສີ່ສິບເອັດການແກ້ໄຂກໍລະນີທີ່ເກີດອັກຄີໄພຢ່າງຮ້າຍແຮງແລະແກ່ຍາວ

ມາດຕາສີ່ສິບເອັດການແກ້ໄຂກໍລະນີທີ່ເກີດອັກຄີໄພຢ່າງຮ້າຍແຮງ ແລະແກ່ຍາວ ຫົວໜ້າສໍານັກງານອົງການ,ເມືອງ,ເທດສະບານ,ບ້ານບ່ອນທີ່ ເກີດອັກຄະໄພຢ່າງຮ້າຍແຮງແລະແກ່ຍາວມີໜ້າທີ່ຮັບຜິດຊອບຊີ້ນໍາ, ບັນຊາຕ້ານອັກຄີໄພແລະສ້າງເງື່ອນໄຂຕ່າງໆໃຫ້ແກ່ການຕ້ານອັກຄີ ໄພ.ເມື່ອເກີນຄວາມສາມາດຂອງຕົນແລ້ວຕ້ອງລາຍງານໃຫ້ຂະແໜງ ການປ້ອງກັນຄວາມສະຫງົບເພື່ອປະສານສົມທົບກັບຂະແໜງການແລະ ພາກສ່ວນອື່ນທີ່ກ່ຽວຂ້ອງຢ່າງຮີບດ່ວນແລ້ວພ້ອມກັນແກ້ໄຂບັນຫາ; ໃນກໍລະນີທີ່ບໍ່ສາມາດແກ້ໄຂໄດ້ລັດຖະມົນຕີວ່າການກະຊວງ ປ້ອງກັນຄວາມສະຫງົບຕ້ອງລາຍງານໃຫ້ນາຍົກລັດຖະມົນຕີເປັນຜູ້ຕົກ ລົງແກ້ໄຂ.

...ມາດຕາສີ່ສິບສອງຄວາມຮັບຜິດຊອບຂອງພາກສ່ວວນອື່ນກ່ຍວກັບວຽກງານສະກັດກັ້ນແລະຕ້ານອັກຄີໄພ

ມາດຕາສີ່ສິບສອງຄວາມຮັບຜິດຊອບຂອງພາກສ່ວວນອື່ນກ່ຍວກັບ ວຽກງານສະກັດກັ້ນແລະຕ້ານອັກຄີໄພ ຂະແໜງການແລະພາກສ່ວນອື່ນທີ່ກ່ຽວຂ້ອງຕ້ອງປະສານສົມ ທົບກັບຂະແໜງການປ້ອງກັນຄວາມສະຫງົບໃນການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນແລະຕ້ານອັກຄີໄພຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນ. ...ມາດຕາສີ່ສິບສາມການປ້ອງກັນແລະຊັນນະສູດສະຖານທີ່ເກີດອັກຄີໄພ

ມາດຕາສີ່ສິບສາມການປ້ອງກັນແລະຊັນນະສູດສະຖານທີ່ເກີດອັກຄີ ໄພ ເຈົ້າໜ້າທີ່ທີ່ກ່ຽວຂ້ອງມີໜ້າທີ່ຮັບຜິດຊອບຈັດຕັ້ງປ້ອງກັນສະ ຖານທີ່ເກີດອັກຄີໄພ. ກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພມີໜ້າທີ່ປະສານ ສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງເຂົ້າຮ່ວມຊັນນະສູດສະຖານທີ່ເກີດ ອັກຄີໄພ,ຕີລາຄາສາເຫດ.ສະຫຼຸບຜົນເສຍຫາຍຈາກອັກຄີໄພແລ້ວນໍາ ສົ່ງໃຫ້ອົງການສືບສວນສອບສວນດໍາເນີນຄະດີຕໍ່ໄປ. ...ມາດຕາສີ່ສິບສີ່ການແກ້ໄຂຜົນເສຍຫາຍຈາກອັກຄີໄພ

ມາດຕາສີ່ສິບສີ່ການແກ້ໄຂຜົນເສຍຫາຍຈາກອັກຄີໄພ ການແກ້ໄຂຜົນເສຍຫາຍຈາກອັກຄີໄພຂອງຂະແໜງການຫຼື ພາກສ່ວນບ່ອນທີ່ເກີດໄຟໄໝ້ໃຫ້ປະຕິບັດດັ່ງນີ້: ໜຶ່ງຈັດຕັ້ງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ,ຜູ້ຖືກເສຍຫາຍຈາກອັກ ຄີໄພເພື່ອບັນເທົາທຸກ. ສອງຟື້ນຟູບູລະນະ,ທໍາຄວາມສະອາດສະຖານທີ່ບ່ອນເກີດໄຟ ໄໝ້ໃຫ້ເປັນລະບຽບຮຽບຮ້ອຍ. ສາມຟື້ນຟູການຜະລິດ,ການເຄື່ອນໄຫວທາງດ້ານເສດຖະກິດ, ການບໍລິຫານແລະການເຄື່ອນໄຫວອື່ນໃຫ້ຄືນໃສ່ສະພາບປົກກະຕິເທື່ອ ລະກ້າວ.

..ໝວດທີສີ່ພາຫະນະ,ວັດຖຸອຸປະກອນສະກັດກັ້ນແລະຕ້ານອັກຄີໄພ


...ມາດຕາສີ່ສິບຫ້າພາຫະນະ,ວັດຖຸອຸປະກອນສະກັດກັ້ນແລະຕ້ານອັກຄີໄພ

ມາດຕາສີ່ສິບຫ້າພາຫະນະ,ວັດຖຸອຸປະກອນສະກັດກັ້ນແລະຕ້ານອັກຄ ີໄພ ພາຫະນະ,ວັດຖຸອຸປະກອນສະກັດກັ້ນແລະຕ້ານອັກຄີໄພແມ່ນ ເຄື່ອງຮັບໃຊ້ຕ່າງໆທີ່ຖືກໃຊ້ເຂົ້າໃນວຽກງານສະກັດກັ້ນແລະຕ້ານອັກ ຄີໄພເປັນຕົ້ນລັດມອດໄຟ,ລົດບັນທຸກນໍ້າມອດໄຟ,ລົດຍົກມອບໄຟ,ລົດກູ້ ໄພ,ອຸປະກອນເຕືອນໄຟສຸກເສີນ,ອຸປະກອນປ້ອງກັນອັກຄີໄພ,ບັ້ງມອດ ໄຟ,ອ່າງເກັບນໍ້າ,ກ໋ອກນໍ້າ,ຂັ້ນໄດ,ລົດພະຍາບານແລະວັດຖຸອຸປະກອນ ພື້ນເມືອງ. ...ມາດຕາສີ່ສິບຫົກການປະກອບພາຫະນະ,ວັດຖຸອຸປະກອນສະກັດກັ້ນແລະຕ້ານອັກຄີໄພໃນສໍານັກງານອົງການ,ບ້ານແລະຄອບຄົວ

ມາດຕາສີ່ສິບຫົກການປະກອບພາຫະນະ,ວັດຖຸອຸປະກອນສະກັດກັ້ນ ແລະຕ້ານອັກຄີໄພໃນສໍານັກງານອົງການ,ບ້ານແລະຄອບຄົວ ການປະກອບພາຫະນະ,ວັດຖຸອຸປະກອນສະກັດກັ້ນແລະຕ້ານອັກ ຄີໄພໃນສໍານັກງານອົງການ,ບ້ານແລະຄອບຄົວຕ້ອງປະຕິບັດດັ່ງນີ້: ໜຶ່ງສໍານັກງານອົງການຕ້ອງໄດ້ຕິດຕັ້ງວັດຖຸອຸປະກອນ,ປະກອບ ພາຫະນະສະກັດກັ້ນແລະຕ້ານອັກຄີໄພຢູ່ໃຈຂອບເຂດຄວາມຮັບຜິດຊອບ ຂອງຕົນດ້ວຍຕົນເອງຕາມລະບຽບການ. ສອງອົງການປົກຄອງບ້ານຕ້ອງປະກອບພາຫະນະ,ວັດຖຸອຸປະ ກອນສະກັດກັ້ນແລະຕ້ານອັກຄີໄພໃຫ້ໜ່ວຍສະກັດກັ້ນແລະຕ້ານອັກຄີໄພ ຂອງບ້ານຕາມເງື່ອນໄຂຕົວຈິງ. ສາມບຸກຄົນແລະການຈັດຕັ້ງທີ່ທໍາການຜະລິດ,ດໍາເນີນທຸລະກິດ, ເຈົ້າຂອງພາຫະນະຂົນສົ່ງຕ້ອງປະກອບວັດຖຸອຸປະກອນສະກັດກັ້ນແລະ ຕ້ານອັກຄີໄພ. ສີ່ຄອບຄົວຕ້ອງກະກຽມເງື່ອນໄຂວັດຖຸອຸປະກອນສະກັດກັ້ນແລະ ຕ້ານອັກຄີໄພ.

...ມາດຕາສີ່ສິບເຈັດການປະກອບພາຫະນະ,ວັດຖຸອຸປະກອນໃຫ້ກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພ

ມາດຕາສີ່ສິບເຈັດການປະກອບພາຫະນະ,ວັດຖຸອຸປະກອນໃຫ້ກໍາລັງ ຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພ ລັດເປັນຜູ້ສະໜອງງົບປະມານ,ພາຫະນະ,ວັດຖຸອຸປະກອນສະ ກັດກັ້ນແລະຕ້ານອັກຄີໄພໃຫ້ກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີ ໄພຢ່າງພຽງພໍ,ຄົບຊຸດແລະທັນສະໄໝເທື່ອລະກ້າວ. ລັດສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງປະກອບສ່ວນຊ່ວຍເຫຼືອ ທາງດ້ານທຶນຮອນ,ພາຫະນະ,ວັດຖຸອຸປະກອນໃຫ້ແກ່ກໍາລັງຕໍາຫຼວດສະ ກັດກັ້ນແລະຕ້ານອັກຄີໄພຕາມຄວາມສາມາດຕົວຈິງ.

...ມາດຕາສີ່ສິບແປດການຄຸ້ຄອງ,ນໍາໃຊ້ພາຫະນະ,ວັດຖຸອຸປະກອນສະກັດກັ້ນແລະຕ້ານອັກຄີໄພ

ມາດຕາສີ່ສິບແປດການຄຸ້ຄອງ,ນໍາໃຊ້ພາຫະນະ,ວັດຖຸອຸປະກອນສະ ກັດກັ້ນແລະຕ້ານອັກຄີໄພ ການຄຸ້ມຄອງ,ນໍາໃຊ້ພາຫະນະ,ວັດຖຸອຸປະກອນສະກັດກັ້ນແລະ ຕ້ານອັກຄີໄພຕ້ອງໃຫ້ຮັບປະກັນຄຸນນະພາບເພື່ອກຽມພ້ອມຕ້ານອັກຄີ ໄພໃຫ້ທັນເວລາ. ພາຫະນະ,ວັດຖຸອຸປະກອນສະກັດກັ້ນແລະຕ້ານອັກຄີໄພນອກ ຈາກຮັບໃຊ້ວຽກງານຕ້ານອັກຄີໄພແລ້ວຍັງຮັບໃຊ້ເຂົ້າໃນວຽກງານ ຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ອີກດ້ວຍ.

...ມາດຕາສີ່ສິບເກົ້າການຜະລິດ,ການນໍາເຂົ້າພາຫະນະ,ວັດຖຸອຸປະກອນສະກັດກັ້ນແລະຕ້ານອັກຄີໄພ

ມາດຕາສີ່ສິບເກົ້າການຜະລິດ,ການນໍາເຂົ້າພາຫະນະ,ວັດຖຸອຸປະກອນ ສະກັດກັ້ນແລະຕ້ານອັກຄີໄພ ການຜະລິດຫຼືການນໍາເຂົ້າພາຫະນະ,ວັດຖຸອຸປະກອນສະກັດກັ້ນ ແລະຕ້ານອັກຄີໄພຕ້ອງຮັບປະກັນຄຸນນະພາບ,ເໝາະສົມກັບເງື່ອນໄຂ ຂອງສປປລາວແລະໄດ້ຮັບອະນຸຍາດຈາກກະຊວງປ້ອງກັນຄວາມສະ ຫງົບໂດຍສົມທົບກັບກະຊວງອື່ນທີ່ກ່ຽວຂ້ອງ.

..ໝວດທີຫ້າກໍາລັງສະກັດກັ້ນແລະຕ້ານອັກຄີໄພ


...ມາດຕາຫ້າສິບປະເພດກໍາລັງສະກັດກັ້ນແລະຕ້ານອັກຄີໄພ

ມາດຕາຫ້າສິບປະເພດກໍາລັງສະກັດກັ້ນແລະຕ້ານອັກຄີໄພ ກໍາລັງສະກັດກັ້ນແລະຕ້ານອັກຄີໄພແມ່ນກໍາລັງຫຼັກແຫຼ່ງ,ເປັນ ໃຈກາງເຄື່ອງໄຫວຈັດຕັ້ງປະຕິບັດວຽກງານສະກັດກັ້ນແລະຕ້ານອັກຄີ ໄພໃນຂອບເຂດທົ່ວປະເທດຊຶ່ງປະກອບດ້ວຍ: ໜຶ່ງກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພ. ສອງກໍາລັງສະກັດກັ້ນແລະຕ້ານອັກຄີໄພຂອງສໍານັກງານອົງ ການ. ສາມກໍາລັງສະກັດກັ້ນແລະຕ້ານອັກຄີໄພຂອງບ້ານ.

...ມາດຕາຫ້າສິບເອັດກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພ

ມາດຕາຫ້າສິບເອັດກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພ ກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພແມ່ນກໍາລັງທີ່ຂຶ້ນ ກັບຂະແໜງການປ້ອງກັນຄວາມສະຫງົບ,ມີການຈັດຕັ້ງແຕ່ສູນກາງ ຮອດທ້ອງຖິ່ນ,ມີພາລະບົດບາດເປັນເສນາທິການໃຫ້ຂະແໜງການ ປ້ອງກັນຄວາມສະຫງົບກ່ຽວກັບວຽກງານສະກັດກັ້ນແລະຕ້ານອັກຄີ ໄພໃນຂອບເຂດທົ່ວປະເທດ. ກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພມີໜ້າທີ່ແລະສ ິດັ່ງນີ້: ໜຶ່ງຄົ້ນຄວ້າລະບຽບກົດໝາຍ,ແຜນການ,ວິທີການແລະມາດ ຕະການສະກັດກັ້ນແລະຕ້ານອັກຄີໄພເພື່ອສະເໜີຂັ້ນເທິງປະກາດໃຊ້. ສອງໂຄສະນາ,ເຜີຍແຜ່,ແນະນໍາແລະຈັດຕັ້ງປະຕິບັດລະ ບຽບກົດໝາຍກ່ຽວກັບການສະກັດກັ້ນແລະຕ້ານອັກຄີໄພ. ສາມຄົ້ນຄວ້າແລະນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນ ວຽກງານສະກັດກັ້ນແລະຕ້ານອັກຄີໄພ. ສີ່ສ້າງແຜນສະກັດກັ້ນແລະຕ້ານອັກຄີໄພ. ຫ້າບໍາລຸງ,ກໍ່ສ້າງ,ຝຶກອົບຮົມວຽກງານວິຊາສະເພາະແລະ ຝຶກຊ້ອມແຜນສະກັດກັ້ນແລະຕ້ານອັກຄີໄພຢ່າງເປັນປົກກະຕິ. ຫົກກວດຜ່ານການອອກແບບ,ອອກໃບຢັ້ງຢືນແລະຕິດຕັ້ງວັດ ຖຸອຸປະກອນສະກັດກັ້ນແລະຕ້ານອັກຄີໄພ. ເຈັດກະກຽມງົບປະມານ,ກໍາລັງ,ພາຫະນະ,ວັດຖຸອຸປະກອນ ແລະອອກປະຕິບັດໜ້າທີ່ຢ່າງທັນການເມື່ອມີອັກຄີໄພເກີດຂຶ້ນ. ແປດປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນການ ຄຸ້ມຄອງ,ກວດກາ,ອະນຸຍາດການຜະລິດ,ການນໍາເຂົ້າພາຫະນະ,ວັດ ຖຸອຸປະກອນສະກັດກັ້ນແລະຕ້ານອັກຄີໄພ. ເກົ້າກວດກາເຕັກນິກ,ແກ້ໄຂການລະເມີດລະບຽບກົດໝາຍ ກ່ຽວກັບການສະກັດກັ້ນແລະຕ້ານອັກຄີໄພ. ສິບສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງປຸກລະດົມຂະບວນ ການມະຫາຊົນເຂົ້າຮ່ວມວຽກງານສະກັດກັ້ນແລະຕ້ານອັກຄີໄພ. ສິບເອັດເຂົ້າຮ່ວມດໍາເນີນການຊັນນະສູດສະຖານທີ່ເກີດອັກຄີ ໄພ. ສິບສອງປະຕິບັດໜ້າທີ່ແລະສິດອື່ນຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ.

...ມາດຕາຫ້າສິບສອງກໍາລັງສະກັດກັ້ນແລະຕ້ານອັກຄີໄພຂອງສໍານັກງານອົງການ,ບ້ານ

ມາດຕາຫ້າສິບສອງກໍາລັງສະກັດກັ້ນແລະຕ້ານອັກຄີໄພຂອງສໍາ ນັກງານອົງການ,ບ້ານ ກໍາລັງສະກັດກັ້ນແລະຕ້ານອັກຄີໄພຂອງສໍນັກງານອົງການ, ບ້ານແມ່ນກໍາລັງໜຶ່ງທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍສໍານັກງານອົງ ການ,ອົງການປົກຄອງບ້ານແລະຢູ່ພາຍໃຕ້ການຊີ້ນໍາທາງດ້ານວິຊາ ສະເພາະຂອງກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພ. ກໍາລັງສະກັດກັ້ນແລະຕ້ານອັກຄີໄພຂອງສໍານັກງານອົງການ ,ບ້ານມີໜ້າທີ່ແລະສິດດັ່ງນີ້: ໜຶ່ງໂຄສະນາ,ເຜີຍແຜ່,ແນະນໍາແລະຈັດຕັ້ງປະຕິບັດລະບຽບ ກົດໝາຍກ່ຽວກັບການສະກັດກັ້ນແລະຄ້ານອັກຄີໄພ. ສອງຄົ້ນຄ້ວາວາງລະບຽບການສະກັດກັ້ນແລະຕ້ານອັກຄີໄພ. ສາມສ້າງແຜນສະກັດກັ້ນແລະຕ້ານອັກຄີໄພ. ສີ່ກວດກາການນໍາໃຊ້ມາດຕະໂານເຕັກນິກ່ຽວກັບການສະກັດ ກັ້ນແລະຕ້ານອັກຄີໄພ. ຫ້າຈັດຕັ້ງຝຶກຊ້ອມກໍາລັງສະກັດກັ້ນແລະຕ້ານອັກຄີໄພຢ່າງ ເປັນປົກກະຕິ. ຫົກກະກຽມງົບປະມານ,ກໍາລັງ,ພາຫະນະແລະວັດຖຸອຸປະກອນ ເພື່ອປະຕິບັດໜ້າທີ່ຕ້ານອັກຄີໄພ. ເຈັດປຸກລະດົມພະນັກງານແລະປະຊາຊົນເຂົ້າຮ່ວມຕ້ານອັກ ຄີໄພ. ແປດປະສານສົມທົບກັບກໍາລັງຕໍາຫຼວດສະກັດກັ້ນແລະຕ້ານ ອັກຄີໄພ. ເກົ້າປະຕິບັດໜ້າທີ່ແລະສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

..ໝວດທີຫົກກອງທຶນສະກັດກັ້ນແລະຕ້ານອັກຄີໄພ


...ມາດຕາຫ້າສິບສາມການສ້າງຕັ້ງກອງທຶນ

ມາດຕາຫ້າສິບສາມການສ້າງຕັ້ງກອງທຶນ ລັດສ້າງຕັ້ງກອງທຶນສະກັດກັ້ນແລະຕ້ານອັກຄີໄພຂຶ້ນເພື່ອຮັບ ປະກັນການປັບປຸງແລະພັດທະນາວຽກງານສະກັດກັ້ນແລະຕ້ານອັກຄີ ໄພໃຫ້ມີປະສິດທິຜົນ.

...ມາດຕາຫ້າສິບສີ່ແຫຼ່ງຂອງກອງທຶນ

ມາດຕາຫ້າສິບສີ່ແຫຼ່ງຂອງກອງທຶນ ກອງທຶນສະກັດກັ້ນແລະຕ້ານອັກຄີໄພໄດ້ມາຈາກງົບປະມານ ຂອງລັດ,ການປະກັນໄພອັກຄີໄພຕາມລະບຽບການ,ການປະກອບສ່ວນ ຂອງບຸກຄົນ,ການຈັດຕັ້ງທັງພາຍໃນແລະຕ່າງປະເທດແລະຈາກການ ເຄື່ອນໄຫວກິດຈະກໍາອື່ນໆ.

...ມາດຕາຫ້າສິບຫ້າການຄຸ້ມຄອງແລະການນໍາໃຊ້ກອງທຶນ

ມາດຕາຫ້າສິບຫ້າການຄຸ້ມຄອງແລະການນໍາໃຊ້ກອງທຶນ ຂະແໜງການປ້ອງກັນຄວາມສະຫງົບເປັນຜູ້ຄຸ້ມຄອງແລະນໍາ ໃຊ້ກອງທຶນສະກັດກັ້ນແລະຕ້ານອັກຄີໄພຕາມລະບຽບການຂອງກອງ ທຶນໂດຍສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານ. ກອງທຶນສະກັດກັ້ນແລະຕ້ານອັກຄີໄພນໍາໃຊ້ເຂົ້າໃນການຈັດຊື້ ພາຫະນະ,ວັດຖຸອຸປະກອນ,ການພັດທະນາດ້ານບຸກຄະລາກອນ,ການຍົກ ລະດັບຄວາມຮູ້ຄວາມສາມາດ,ການຝຶກແອບ,ຝຶກຊ້ອມ,ການໂຄສະນາ ເຜີຍແຜ່ລະບຽບກົດໝາຍ,ການປະຕິບັດນະໂຍບາຍກ່ຽວກັບການສະ ກັດກັ້ນແລະຕ້ານອັກຄີໄພແລະອື່ນໆ.

..ໝວດທີເຈັດຂໍ້ຫ້າມ


...ມາດຕາຫ້າສິບຫົກຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງ

ມາດຕາຫ້າສິບຫົກຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງ ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງມີດັ່ງນີ້: ໜຶ່ງເຮັດໃຫ້ເກີດໄຟໄໝ້ລະເບີດທີ່ສ້າງຜົນເສຍຫາຍຕໍ່ສຸຂະ ພາບ,ຊີວິດແລະຊັບສິນຂອງລັດ,ລວມໝູ່,ພົນລະເມືອງ. ສອງຂັດຂວາງການປະຕິບັດໜ້າທີ່ຂອງກໍາລັງສະກັດກັ້ນ ແລະຕ້ານອັກຄີໄພ. ສາມສວຍໂອກາດລັກເອົາຊັບສິນໃນເວລາເກີດອັກຄີໄພ. ສີ່ແຈ້ງເທັດກ່ຽວກັບເຫດໄຟໄໝ້. ຫ້າຜະລິດ,ເກັບມ້ຽນ,ຂົນສົ່ງ,ຄຸ້ມຄອງ,ນໍາໃຊ້,ຄ້າຂາຍວັດຖຸ ທີ່ເປັນອັນຕະລາຍຕໍ່ການໄໝ້ລະເບີດໂດຍບໍ່ໄດ້ຮັບອະນຸຍາດ. ຫົກຊື້ຂາຍບັ້ງມອດໄຟ,ຫົວກ໋ອກນໍ້າມອດໄຟຫຼືອຸປະກອນມອດ ໄຟທຸກຊະນິດໂດຍບໍ່ໄດ້ຮັບອະນຸຍາດ. ເຈັດລະເມີດລະບຽບການກ່ຽວກັບການຄຸ້ມຄອງ,ນໍາໃຊ້ແຫຼ່ງ ໄຟ,ແຫຼ່ງຄວາມຮ້ອນ,ມາດຕະຖານການສະກັດກັ້ນແລະຕ້ານອັກຄີ ໄພ. ແປດດໍາເນີນກິດຈະການທີ່ມີຄວາມເປັນອັນຕະລາຍຕໍ່ການ ໄໝ້ລະເບີດໂດຍບໍ່ໄດ້ຮັບອະນຸຍາດຈາກກໍາລັງຕໍາຫຼວດສະກັດກັ້ນ ແລະຕ້ານອັກຄີໄພ. ເກົ້າມອບຮັບ,ນໍາໃຊ້ກິດຈະການທີ່ມີຄວາມເປັນອັນຕະລາຍ ຕໍ່ການໄໝ້ລະເບີດໂດຍບໍ່ໄດ້ຮັບອະນຸຍາດ. ສິບທໍາລາຍ,ປ່ຽນແປງ,ເຄື່ອນຍ້າຍປ້າຍຊີ້ບອກທາງສຸກເສີນ ,ຜັງໜີໄຟ,ພາຫະນະ,ວັດຖຸອຸປະກອນສະກັດກັ້ນແລະຕ້ານອັກຄີໄພ ແລະອື່ນໆ. ສິບເອັດຈູດໄຮ່,ຈູດສວນ,ຈູດປ່າແລະຈູດສິ່ງອື່ນຢ່າງຊະຊາຍ. ສິບສອງຂໍ້ຫ້າມອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ...ມາດຕາຫ້າສິບເຈັດຂໍ້ຫາມສໍາລັບກໍາລັງສະກັດກັ້ນແລະຕ້ານອັກຄີໄພ

ມາດຕາຫ້າສິບເຈັດຂໍ້ຫາມສໍາລັບກໍາລັງສະກັດກັ້ນແລະຕ້ານອັກຄີໄພ ຂໍ້ຫ້າມສໍາລັບກໍາລັງສະກັດກັ້ນແລະຕ້ານອັກຄີໄພມີດັ່ງນີ້: ໜຶ່ງປະລະໜ້າທີ່ຫຼືບໍ່ປະຕິບັດຄໍາສັ່ງໃນເວລາປະຈໍາການຫຼືເວ ລາປະຕິບັດໜ້າທີ່ຕ້ານອັກຄີໄພ. ສອງສວຍໃຊ້ສິດ,ໜ້າທີ່,ຕໍາແໜ່ງອອກເຄື່ອນໄຫວກວດກາເຕັກ ນິກ,ຕິດຕັ້ງວັດຖຸອຸປະກອນແລະອອກໃບອະນຸຍາດໂດຍບໍ່ຖືກຕ້ອງ. ສາມສວຍໂອກາດ,ປິດບັງ,ຍັກຍອກເອົາວັດຖຸອຸປະກອນສະກັດ ກັ້ນແລະຕ້ານອັກຄີໄພ. ສີ່ຮຽກຄ່າຕອບແທນໃນການປະຕິບັດໜ້າທີ່ໂດຍບໍ່ຖືກຕ້ອງຕາມ ກົດໝາຍ. ..ໝວດທີແປດການຄຸ້ມຄອງແລະກວດກາວຽກງານສະກັດກັ້ນແລະຕ້ານອັກຄີໄພ


...ມາດຕາຫ້າສິບແປດອົງການຄຸ້ມຄອງ

ມາດຕາຫ້າສິບແປດອົງການຄຸ້ມຄອງ ອົງການຄຸ້ມຄອງວຽກງານສະກັດກັ້ນແລະຕ້ານອັກຄີໄພມີດັ່ງນີ້: -ກະຊວງປ້ອງກັນຄວາມສະຫງົບ. -ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນ. -ກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ. -ກໍາລັງປ້ອງກັນຄວາມສະຫງົບບ້ານ. ...ມາດຕາຫ້າສິບເກົ້າໜ້າທີ່ແລະສິດຂອງກະຊວງປ້ອງກັນຄວາມສະຫງົບ

ມາດຕາຫ້າສິບເກົ້າໜ້າທີ່ແລະສິດຂອງກະຊວງປ້ອງກັນຄວາມສະ ຫງົບ ໃນການຄຸ້ມຄອງວຽກງານສະກັດກັ້ນແລະຕ້ານອັກຄີໄພກະ ຊວງປ້ອງກັນຄວາມສະຫງົບມີໜ້າທີ່ແລະສິດັ່ງນີ້: ໜຶ່ງຄົ້ນຄວ້າຮ່າງນະໂຍບາຍແລະແຜນຍຸດທະສາດ,ກົດ ໝາຍ,ໂຄງການ,ແຜນສະກັດກັ້ນແລະຕ້ານອັກຄີໄພໃນຂອບເຂດ ທົ່ວປະເທດ. ສອງອອກລະບຽບການກ່ຽວກັບວຽກງານສະກັດກັ້ນແລະ ຕ້ານອັກຄີໄພ. ສາມໂຄສະນາເຜີຍແຜ່,ສຶກສາອົບຮົມລະບຽບກົດໝາຍ, ຄວາມຮູ້ກ່ຽວກັບວຽກງານສະກັດກັ້ນແລະຕ້ານອັກຄີໄພ. ສີ່ຊີ້ນໍາ,ຕິດຕາມການຈັດຕັ້ງປະຕິບັດໜ້າທີ່ຂອງກໍາລັງສະ ກັດກັ້ນແລະຕ້ານອັກຄີໄພຂອງຂັ້ນລຸ່ມຖັດຕົນ. ຫ້າກວດຜ່ານແລະອອກໃບອະນຸຍາດແຜນສະກັດກັ້ນແລະ ຕ້ານອັກຄີໄພໃນການປຸກສ້າງ,ຕໍ່ເຕີມ,ປ່ຽນແຜງລັກສະນະນໍາໃຊ້ ກ່ຽວກັບຄວາມປອດໄພທາງດ້ານອັກຄີໄພ. ຫົກສ້າງແຜນສະກັດກັ້ນແລະຕ້ານອັກຄີໄພ. ເຈັດກໍ່ສ້າງ,ບໍາລຸງ,ຍົກລະດັບໃຫ້ກໍາລັງຕໍາຫຼວດສະກັດກັ້ນ ແລະຕ້ານອັກຄີໄພໃຫ້ເຂັ້ມແຂງເທື່ອລະກ້າວ. ແປດປຸກລະດົມຂະບວນການມະຫາຊົນເຂົ້າຮ່ວມເຄື່ອນໄຫວ ວຽກງານສະກັດກັ້ນແລະຕ້ານອັກຄີໄພ. ເກົ້າສ້າງລະບົບສື່ສານເພື່ອຄຸ້ມຄອງ,ຊີ້ນໍາບັນຊາການເຄື່ອນ ໄຫວວຽກງານສະກັດກັ້ນແລະຕ້ອານອັກຄີໄພ. ສິບແກ້ໄຂຄໍາສະເໜີທີ່ມີການພົວພັນເຖິງຂົງເຂດວຽກງານ ສະກັດກັ້ນແລະຕ້ານອັກຄີໄພ. ສິບເອັດຂຶ້ນແຜນງົບປະມານຈັດຊື້ພາຫະນະແລະວັດຖຸຸປະ ກອນໃຫ້ກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພ. ສິບສອງປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງກ່ຽວ ກັບວຽກງານສະກັດກັ້ນແລະຕ້ານອັກຄີໄພ. ສິບສາມພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກ ງານສະກັດກັ້ນແລະຕ້ານອັກຄີໄພຕາມການເຫັນດີຂອງລັດຖະບານ. ສິບສີ່ສະຫຼຸບສັງລວມສະພາບການຈັດຕັ້ງປະຕິບັດວຽກງານ ສະກັດກັ້ນແລະຕ້ານອັກຄີໄພແລ້ວລາຍງານຕໍ່ລັດຖະບານຢ່າງເປັນ ປົກກະຕິ. ສິບຫ້າປະຕິບັດໜ້າທີ່ແລະສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ. ...ມາດຕາຫົກສິບໜ້າທີ່ແລະສິດຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນ

ມາດຕາຫົກສິບໜ້າທີ່ແລະສິດຂອງກອງບັນຊາການປ້ອງກັນຄວາມ ສະຫງົບແຂວງ,ນະຄອນ ໃນການຄຸ້ມຄອງວຽກງານສະກັດກັ້ນແລະຕ້ານອັກຄີໄພກອງ ບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນມີໜ້າທີ່ແລະສິດ ດັ່ງນີ້: ໜຶ່ງຄົ້ນຄວ້າ,ເຊື່ອມຊືມ,ກໍາແໜ້ນແຜນການຂອງກະຊວງ ປ້ອງກັນຄວາມສະຫງົບກ່ຽວກັບວຽກງານສະກັດກັ້ນແລະຕ້ານອັກຄີ ໄພເພື່ອຫັນເປັນແຜນການ,ແຜນງານແລະໂຄງການລະອຽດແລ້ວ ຈັດຕັ້ງປະຕິບັດ. ສອງໂຄສະນາ,ເຜີຍແຜ່,ແນະນໍາວຽກງານສະກັດກັ້ນແລະ ຕ້ານອັກຄີໄພໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ສາມຊີ້ນໍາ,ຕິດຕາມການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະຕ້ານອັກຄີໄພຂອງຂັ້ນລຸ່ມຖັດຕົນ. ສີ່ກວດຜ່ານແລະອອກໃບອຸນະຍາດແຜນສະກັດກັ້ນແລະຕ້ານ ອັກຄີໄພໃນການປຸກສ້າງ,ຕໍ່ເຕີມ,ປ່ຽນແປງລັກສະນະນໍາໃຊ້ໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ. ຫ້າສ້າງແຜນສະກັດກັ້ນແລະຕ້ານອັກຄີໄພ. ຫົກຈັດຕັ້ງບໍາລັງ,ກໍ່ສ້າງແລະຄຸ້ມຄອງກໍາລັງສະກັດກັ້ນແລະ ຕ້ານອັກຄີໄພຕາມຄວາມຮັບຜິດຊອບຂອງຕົນ. ເຈັດຈັດຕັ້ງກໍາລັງປະຈໍາການຕະຫຼອດຊາວສີ່ຊົ່ວໂມງເພື່ອ ກຽມພ້ອມອອກຕ້ານອັກຄີໄພຢ່າງທັນການ. ແປດແກ້ໄຂຄໍາສະເໜີທີ່ພົວພັນເຖິງວຽກງານສະກັດກັ້ນແລະ ຕ້ານອັກຄີໄພ. ເກົ້າສ້າງແຜນແລະຄຸ້ມຄອງນໍາໃຊ້ງົບປະມານ,ພາຫະນະ, ວັດຖຸອຸປະກອນກ່ຽວກັບວຽກງານສະກັດກັ້ນແລະຕ້ານອັກຄີໄພ. ສິບປະສານສົມທົບກັບພາກສ່ວນອື່ນໃນຂອບເຂດຕົນຮັບຜິດ ຊອບກ່ຽວກັບວຽກງານສະກັດກັ້ນແລະຕ້ານອັກຄີໄພ. ສິບເອັດພົວພັນແລະຮ່ວມມືກັບຕ່າງປະເທດຕາມການອະນຸ ຍາດຂອງຂັ້ນເທິງ. ສິບສອງສະຫຼຸບແລະລາຍງານກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຂອງຕົນຕໍ່ຂັ້ນເທິງ. ສິບສາມປະຕິບັດໜ້າທີ່ແລະສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

...ມາດຕາຫົກສິບເອັດໜ້າທີ່ແລະສິດຂອງກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ

ມາດຕາຫົກສິບເອັດໜ້າທີ່ແລະສິດຂອງກອງບັນຊາການປ້ອງກັນ ຄວາມສະຫງົບເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານສະກັດກັ້ນແລະຕ້ານອັກຄີໄພກອງ ບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານມີໜ້າທີ່ແລະ ສິດດັ່ງນີ້: ໜຶ່ງຈັດຕັ້ງຜັນຂະຫຍາຍແຜນການຂອງກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ,ນະຄອນກ່ຽວກັບວຽກງານສະກັດ ກັ້ນແລະຕ້ານອັກຄີໄພ. ສອງໂຄສະນາ,ເຜີຍແຜ່,ຊີ້ນໍາແລະຕິດຕາມການຈັດຕັ້ງປະ ຕິບັດວຽກງານຂອງກໍາລັງສະກັດກັ້ນແລະຕ້ານອັກຄີໄພຂອງສໍານັກ ງານອົງການຂັ້ນເມືອງແລະບ້ານ. ສາມຈັດຕັ້ງກໍາລັງປະຈໍາການຕະຫຼອດຊາວສີ່ຊົ່ວໂມງເພື່ອ ກຽມພ້ອມອອກຕ້ານອັກຄີໄພຢ່າງທັນການ. ສີ່ສ້າງແຜນສະກັດກັ້ນແລະຕ້ານອັກຄີໄພ. ຫ້າປຸກລະດົມປະຊາຊົນເຂົ້າຮ່ວມວຽກງານສະກັດກັ້ນແລະ ຕ້ານອັກຄີໄພ. ຫົກແກ້ໄຂຄໍາສະເໜີທີ່ພົວພັນເຖິງວຽກງານສະກັດກັ້ນແລະ ຕ້ານອັກຄີໄພ. ເຈັດປະສານສົມທົບກັບພາກສ່ວນອື່ນໃນຂອບເຂດຕົນຮັບຜິດ ຊອບກ່ຽວກັບວຽກງານສະກັດກັ້ນແລະຕ້ານອັກຄິໄພ. ແປດສະຫຼຸບແລະລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກ ງານຂອງຕົນຕໍ່ຂັ້ນເທິງ. ເກົ້າປະຕິບັດໜ້າທີ່ແລະສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

...ມາດຕາຫົກສິບສອງໜ້າທີ່ແລະສິດຂອງກໍາລັງປ້ອງກັນຄວາມສະຫງົບບ້ານ

ມາດຕາຫົກສິບສອງໜ້າທີ່ແລະສິດຂອງກໍາລັງປ້ອງກັນຄວາມສະ ຫງົບບ້ານ ໃນການຄຸ້ມຄອງວຽກງານສະກັດກັ້ນແລະຕ້ານອັກຄີໄພກໍາ ລັງປ້ອງກັນຄວາມສະຫງົບບ້ານມີໜ້າທີ່ແລະສິດດັ່ງນີ້: ໜຶ່ງເຜີຍແຜ່,ສຶກສາອົບຮົມປະຊາຊົນໃຫ້ເຊື່ອມຊຶມວຽກງານ ສະກັດກັ້ນແລະຕ້ານອັກຄີໄພ. ສອງສ້າງກົດລະບຽບຂອງບ້ານກ່ຽວກັບການສະກັດກັ້ນແລະ ຕ້ານອັກຄີໄພ. ສາມສ້າງແຜນສະກັດກັ້ນແລະຕ້ານອັກຄີໄພ. ສີ່ກະກຽມວັດຖຸອຸປະກອນ,ປົກປັກຮັກສາແຫຼ່ງນໍ້າແລະກ໋ອກ ນໍ້າເພື່ອຮັບປະກອນການຕ້ານອັກຄີໄພ. ຫ້າປຸກລະດົມປະຊາຊົນເຂົ້າຮ່ວມວຽກງານສະກັດກັ້ນແລະ ຕ້ານອັກຄີໄພ. ຫົກປະສານສົມທົບກັບພາກສ່ວນອື່ນໃນຂອບເຂດຕົນຮັບຜິດ ຊອບກ່ຽວກັບວຽກງານສະກັດກັ້ນແລະຕ້ານອັກຄີໄພ. ເຈັດຈັດຕັ້ງ,ຝຶກຊ້ອມກໍາລັງຕ້ານອັກຄີໄພ,ເຄື່ອນຍ້າຍແລະ ປົກປັກຮັກສາວັດຖຸສິ່ງຂອງໃນເວລາເກີດອັກຄີໄພ. ແປດສະຫຼຸບແລະລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກ ງານສະກັດກັ້ນແລະຕ້ານອັກຄີໄພຕໍ່ກອງບັນຊາການປກສເມືອງ, ເທດສະບານ. ເກົ້າປະຕິບັດໜ້າທີ່ແລະສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ. ...ມາດຕາຫົກສິບສາມອົງການກວດກາ

ມາດຕາຫົກສິບສາມອົງການກວດກາ ອົງການກວດກາວຽກງານສະກັດກັ້ນແລະຕ້ານອັກຄີໄພແມ່ນ ອົງການດຽວກັນກັບອົງການຄຸ້ມຄອງຕາມທີ່ໄດ້ກໍານົດໄວ້ໃນມາດຕາ ຫ້າສິບແປດຂອງກົດໝາຍສະບັບນີ້.

...ມາດຕາຫົກສິບສີ່ໜ້າທີ່ແລະສິດຂອງອົງການກວດກາ

ມາດຕາຫົກສິບສີ່ໜ້າທີ່ແລະສິດຂອງອົງການກວດກາ ອົງການກວດກາມີໜ້າທີ່ແລະສິດຕົ້ນຕໍຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນດັ່ງນີ້: ໜຶ່ງກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບ ວຽກງານສະກັດກັ້ນແລະຕ້ານອັກຄີໄພ. ສອງກວດກາແຜນ,ພາຫະນະ,ວັດຖຸອຸປະກອນແລະມາດຕະ ຖານເຕັກນິກກ່ຽວກັບການສະກັດກັ້ນແລະຕ້ານອັກຄີໄພລວມທັງກວດ ກາເຕັກນິກຄວາມປອດໄພທາງດ້ານອັກຄີໄພ. ສາມກວດກາການປະຕິບັດໜ້າທີ່ວຽກງານຂອງກໍາລັງສະກັດ ກັ້ນແລະຕ້ານອັກຄີໄພ. ສີ່ກວດກາການຊື້ປະກັນໄພຂອງບຸກຄົນແລະການຈັດຕັ້ງທີ່ດໍາ ເນີນກິດຈະການທີ່ມີຄວາມສ່ຽງ. ...ມາດຕາຫົກສິບຫ້າຮູບການກວດກາ

ມາດຕາຫົກສິບຫ້າຮູບການກວດກາ ການກວດກາມີສາມຮູບການດັ່ງນີ້: ໜຶ່ງການກວດກາຕາມແຜນປົກກະຕິ. ສອງການກວດການອກແຜນການໂດຍແຈ້ງໃຫ້ຊາບລ່ວງໜ້າ. ສາມການກວດກາແບບກະທັນຫັນ. ..ໝວດທີເກົ້າເຄື່ອງແບບ,ເຄື່ອງໝາຍແລະຕາປະທັບຂອງກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພ


...ມາດຕາຫົກສິບຫົກເຄື່ອງແບບແລະເຄື່ອງໝາຍ

ມາດຕາຫົກສິບຫົກເຄື່ອງແບບແລະເຄື່ອງໝາຍ ກໍາລັງຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພມີເຄື່ອງແບບ, ເຄື່ອງໝາຍສະເພາະຊຶ່ງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ໃນເວລາປະຕິບັດໜ້າທີ່ຕ້ານອັກຄີໄພກໍາລັງຕໍາຫຼວດສະກັດ ກັ້ນແລະຕ້ານອັກຄີໄພມີເຄື່ອງນຸ່ງວິຊາສະເພາະປ້ອງກັນສຸຂະພາບ.

...ມາດຕາຫົກສິບເຈັດຕາປະທັບ

ມາດຕາຫົກສິບເຈັດຕາປະທັບ ໃນການເຄື່ອນໄຫວວຽກງານຂອງຕົນກໍາລັງຕໍາຫຼວດສະກັດ ກັ້ນແລະຕ້ານອັກຄີໄພມີຕາປະທັບສະເພາະຂອງຕົນຊຶ່ງໄດ້ກໍານົດໄວ້ ໃນລະບຽບການຕ່າງຫາກ.

..ໝວດທີສິບນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາຫົກສິບແປດນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາຫົກສິບແປດນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດ ໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບ ການ.

...ມາດຕາຫົກສິບເກົ້າມາດຕະການຕໍ່ຜູ້ລະເມີດ

ມາດຕາຫົກສິບເກົ້າມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຈະຖືກສຶກສາ ອົບຮົມ,ຕັກເຕືອນ,ປະຕິບັດມາດຕະການທາງວິໄນ,ທາງແພ່ງຫຼືຖືກດໍາ ເນີນຄະດີຕາມກົດໝາຍແລ້ວແຕ່ກໍລະນີເບົາຫຼືໜັກ. ..ໝວດທີສິບບົດບັນຍັດສຸດທ້າຍ


...ມາດຕາເຈັດສິບການຈັດຕັ້ງປະຕິບັດ

ມາດຕາເຈັດສິບການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້. ...ມາດຕາເຈັດສິບເອັດຜົນສັກສິດ

ມາດຕາເຈັດສິບເອັດຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນປະ ທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນ ໄປ. ຂໍກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ.