ກົດໝາຍວ່າດ້ວຍການວັດແທກ 20-12-2010

From Wikisource
Jump to navigation Jump to search

.ການວັດແທກ 20-12-2010


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການ,ມາດຕະການ ກ່ຽວກັບການຄຸ້ມຄອງແລະການກວດກາການເຄື່ອນໄຫວວຽກງານ ວັດແທກເພື່ອເຮັດໃຫ້ວຽກງານດັ່ງກ່າວດໍາເນີນໄປຢ່າງເປັນເອກະ ພາບ,ຖືກຕ້ອງແລະຊັດເຈນ,ຮັບປະກັນສິດແລະຜົນປະໂຫຍດອັນຊອບ ທໍາຂອງຜູ້ດໍາເນີນທຸລະກິດແລະຜູ້ຊົມໃຊ້ແນໃສ່ສ້າງເງື່ອນໄຂອໍາ ນວຍຄວາມສະດວກໃຫ້ແກ່ການຜະລິດ,ການບໍລິການ,ການແລກ ປ່ຽນ,ການຊື້ຂາຍ,ຮັບປະກັນໃຫ້ປະຊາຊົນມີຄວາມປອດໄພແລະສັງ ຄົມມີຄວາມຍຸດຕິທໍາ,ປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິກ-ສັງຄົມຂອງຊາດແລະປົກປັກຮັກສາສິ່ງແວດລ້ອມ.

...ມາດຕາ 2 ການວັດແທກ

ມາດຕາ 2 ການວັດແທກ ການວັດແທກແມ່ນການກໍານົດຄ່າເປັນຕົວເລກທີ່ຊີ້ບອກຄຸນ ລັກສະນະ,ຂະໜາດ,ປະລິມານຂອງວັດຖຸສິ່ງຂອງທີ່ຕ້ອງການຄໍາ ນວນ,ຮູ້ດ້ວຍເຄື່ອງມືແລະອຸປະກອນວັດແທກທີ່ຖືກຕ້ອງ,ຊັດເຈນ ຕາມຫົວໜ່ວຍແລະແມ່ແບບວັດແທກທີ່ອົງການຄຸ້ມຄອງວຽກງານ ວັດແທກສາກົນໄດ້ກໍານົດໄວ້.

...ມາດຕາ 3 ວຽກງານວັດແທກ

ມາດຕາ 3 ວຽກງານວັດແທກ ວຽກງານວັດແທກແມ່ນບັນດາກິດຈະການກ່ຽວກັບການວັດ ແທກຊຶ່ງປະກອບດ້ວຍການຄໍານວນ,ການສອນທຽບ,ການກວດທຽບ ແລະການດັດແກ້ຫົວໜ່ວຍວັດແທກ,ແມ່ແບບວັດແທກ,ເຄື່ອງມືແລະ ອຸປະກອນວັດແທກ,ການຢັ້ງຢືນ,ການຮັບຮອງ,ຜະລິດຕະພັນຫຸ້ມຫໍ່ ແລະປະລິມານສຸທິ.

...ມາດຕາ 4 ການອະທິບາຍຄໍາສັບ

ມາດຕາ 4 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ຄ່າເປັນຕົວເລກທີ່ຊີ້ບອກຄຸນລັກຊະນະ,ຂະໜາດ,ປະລິ ມານໝາຍເຖິງຄວາມຍາວ,ນໍ້າໜັກ,ບໍລິມາດ,ເວລາ,ຄວາມໄວ, ອຸນນະພູມ,ຄວາມແຮງ,ພະລັງງານ,ຄວາມແຂງ,ຄວາມທົນທານ, ສຽງ,ແສງ,ຄວັນແລະອື່ນໆ. 2. ວັດຖຸສິ່ງຂອງໝາຍເຖິງຊັບທີ່ສາມາດຈັບບາຍໄດ້ແລະ ິສິ່ງທີ່ບໍ່ສາມາດຈັບບາຍໄດ້; 3. ຫົວໜ່ວຍວັດແທກໝາຍເຖິງແມັດ,ກິໂລກຼາມ,ວິນາທີ, ອໍາແປ,ແກນລິນ,ໂມນ,ກັງເດີລາແລະຫົວໜ່ວຍຍ່ອຍຕ່າງໆ; 4. ເຄື່ອງມືວັດແທກໝາຍເຖິງອຸປະກອນທີ່ໃຊ້ເພື່ອວັດແທກ ຄ່າເປັນຕົວເລກທີ່ຊີ້ບອກຄຸນລັກສະນະ,ຂະໜາດ,ປະລິມານທີ່ຕ້ອງ ການຄໍານວນເຊັ່ນ:ໄມ້ແມັດ,ຊິງຊັ່ງ,ເຄື່ອງຜອງ; 5. ອຸປະກອນວັດແທກ ໝາຍເຖິງ ສ່ວນປະກອບຂອງເຄື່ອງ ມືວັດແທກເຊັ່ນ: ກະໂຕ້ນຊິງ,ຜາງຊິງ,ໄມ້ເມຍ(ສໍາລັບກ້ອງສ່ອງຈັບ ລະດັບ);

	6. ແມ່ແບບວັດແທກໝາຍເຖິງເຄື່ອງມືແລະອຸປະກອນວັດ

ແທກທີ່ມີຄວາມຊັດເຈນສູງເພື່ອໃຊ້ເຂົ້າໃນການສອບທຽບ,ການກໍາ ນົດຄ່າຂອງເຄື່ອງມືແລະອຸປະກອນວັດແທກໃຫ້ຖືກຕ້ອງຕາມມາດ ຕະຖານ; 7. ຫ້ອງທົດລອງແມ່ແບບວັດແທກແຫ່ງຊາດ ໝາຍເຖິງສະ ຖານທີ່ເພື່ອທໍາການກວດສອບ,ສອບທຽບແມ່ແບບວັດແທກທີ່ຂຶ້ນກັບ ອົງການຄຸ້ມຄອງວຽກງານວັດແທກແຫ່ງຊາດ; 8. ຕົ້ນແບບເຄື່ອງມືແລະອຸປະກອນວັດແທກ ໝາຍເຖິງ ເຄື່ອງມືແລະອຸປະກອນວັດແທກທີ່ສ້າງຂຶ້ນມາເປັນຕົວຢ່າງເພື່ອນໍາ ໄປກວດສອບຢັ້ງຢືນຄວາມຖືກຕ້ອງກ່ອນການດໍາເນີນການຜະລິດ; 9. ການກວດຄືນ ໝາຍເຖິງ ການດໍາເນີນການສອບທຽບ ຄືນໃໝ່ຂອງເຄື່ອງມືແລະອຸປະກອນວັດແທກທີ່ຜະລິດແລະນໍາໃຊ້ເພື່ອ ໃຫ້ຖືກຕ້ອງຕາມແມ່ແບບວັດແທກ; 10. ການສອບທຽບ ໝາຍເຖິງ ການດໍາເນີນການກວດ ສອບຄວາມຖືກຕ້ອງຂອງເຄື່ອງມືແລະອຸປະກອນວັດແທກດ້ວຍການ ປຽບທຽບກັບແມ່ແບບວັດແທກທີ່ກ່ຽວຂ້ອງເຊິ່ງມີຄວາມຊັດເຈນ ຕໍ່າກວ່າ; 11. ການກວດທຽບ ໝາຍເຖິງ ການດໍາເນີນການກວດຄືນ ຄ່າອະນຸຍາດຜິດດ່ຽງຂອງແມ່ແບບວັດແທກໃດໜຶ່ງໂດຍສົມທຽບ ກັບແມ່ແບບວັດແທກທີ່ກ່ຽວຂ້ອງຊຶ່ງມີຄວາມຊັດເຈນສູງກວ່າ; 12. ພາຊະນະບັນຈຸ ໝາຍເຖິງ ວັດຖຸທີ່ໃຊ້ເພື່ອຫຸ້ມຫໍ່ສິ່ງຂອງ ໃດໜຶ່ງເຊັ່ນ:ແກັດ,ກັບ,ກະປ໋ອງ,ກວດແກ້ວ,ກວດຢາງ; 13. ຜະລິດຕະພັນຫຸ້ມຫໍ່ໝາຍເຖິງສິນຄ້າທີ່ຖືກຫຸ້ມຫໍ່ດ້ວຍພາ ຊະນະບັນຈຸໃດໜຶ່ງ; 14. ປະລິມານສຸດທິໝາຍເຖິງ ຈໍານວນຕົວຈິງຂອງຜະລິດ ຕະພັນສະເພາະທີ່ຢູ່ໃນພາຊະນະບັນຈຸນັ້ນ; 15. ກາໝາຍໝາຍເຖິງ ສັນຍາລັກເພື່ອໃຊ້ເປັນຫຼັກຖານໃນ ການຢັ້ງຢືນເຖິງຄວາມຖືກຕ້ອງຂອງເຄື່ອງມືວັດແທກຕາມລະບຽບ ກົດໝາຍ; 16. ສະຕິກເກີ້ ໝາຍເຖິງ ສັນຍາລັກທີ່ຕິດໃສ່ຜະລິດຕະພັນ, ເຄື່ອງມືແລະອຸປະກອນວັດແທກເພື່ອໃຊ້ເປັນຫຼັກຖານໃນການຢັ້ງຢືນ ເຖິງຄວາມຖືກຕ້ອງ; 17. ໃບຢັ້ງຢືນເຄື່ອງມືວັດແທກໝາຍເຖິງເອກະສານທີ່ໃຊ້ ເປັນຫຼັກຖານເພື່ອຢັ້ງຢືນຄວາມຖືກຕ້ອງເຊິ່ງນໍາໃຊ້ຄ້າຍຄືກັນກັບສະ ຕິກເກີ້ແລະກາໝາຍ; 18. ອຸປະກອນລ໋ອກໝາຍເຖິງອຸປະກອນທີ່ມີສັນຍາລັກດ້ວຍ ການໜີບກົ່ວ,ໜີບຢາງ,ໜີບຄັ່ງແລະອື່ນໆເພື່ອໃຫ້ເປັນຫຼັກຖານຢັ້ງ ຢືນຄວາມຖືກຕ້ອງ.

...ມາດຕາ 5 ນະໂຍບາຍຂອງລັດຕໍ່ວຽກງານວັດແທກ

ມາດຕາ 5 ນະໂຍບາຍຂອງລັດຕໍ່ວຽກງານວັດແທກ ລັດສົ່ງເສີມການນໍາໃຊ້ເຄື່ອງມືແລະອຸປະກອນວັດແທກທີ່ຖືກ ຕ້ອງຕາມມາດຕະຖານແລະລະບຽບກົດໝາຍເຂົ້າຮັບໃຊ້ການຜະລິດ ທຸລະກິດ,ການບໍລິການ,ການແລກປ່ຽນ,ການຊື້ຂາຍ,ການຊົມໃຊ້ປະ ຈໍາວັນຂອງສັງຄົມເພື່ອຮັບປະກັນໃຫ້ມີຄວາມປອດໄພແລະຍຸດຕິທໍາ. ລັດເອົາໃຈໃສ່ລົງທຶນ,ປະກອບບຸກຄະລາກອນ,ພາຫະນະ, ເຄື່ອງມືແລະອຸປະກອນ,ກໍ່ສ້າງພື້ນຖານທາງດ້ານວັດຖຸເຕັກນິກຢ່າງ ເໝາະສົມເຊັ່ນ:ຫ້ອງທົດລອງ,ແມ່ແບບວັດແທກ,ສູນຝຶກອົບຮົມເພື່ອ ຮັບປະກັນຄວາມສາມາດໃນການຄຸ້ມຄອງແລະກວດກາວຽກງານວັດ ແທກ. ລັັດຊຸກຍູ້ບຸກຄົນ,ນິຕິບຸກຄົນທັງພາຍໃນແລະຕ່າງປະເທດມີ ສ່ວນຮ່ວມໃນການເຄື່ອນໄຫວແລະກວດກາວຽກງານວັດແທກເປັນ ຕົ້ນ:ການຄົ້ນຄວ້າ,ການພັດທະນາໃຫ້ທັນສະໄໝ.

...ມາດຕາ 6 ຫຼັກການພື້ນຖານກ່ຽວກັບວຽກງານວັດແທກ

ມາດຕາ 6 ຫຼັກການພື້ນຖານກ່ຽວກັບວຽກງານວັດແທກ ວຽກງານວັດແທກປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1. ລັດຄຸ້ມຄອງວຽກງານວັດແທກຢ່າງລວມສູນເປັນເອກະ ພາບໃນຂອບເຂດທົ່ວປະເທດໂດຍໃຫ້ສູນກາງຄຸ້ມຄອງມະຫາພາກ ແລະທ້ອງຖິ່ນຄຸ້ມຄອງຈຸລະພາກ; 2. ການເຄື່ອນໄຫວວຽກງານວັດແທກຕ້ອງຮັບປະກັນຄວາມ ຖືກຕ້ອງ,ໂປ່ງໃສ,ຍຸຕິທໍາແລະສາມາດກວດສອບໄດ້ທັງໃຫ້ສອດຄ່ອງ ກັບສະພາບຄວາມເປັນຈິງ; 3. ເຄື່ອງມືແລະອຸປະກອນວັດແທກທີ່ນໍາໃຊ້ໃນສປປລາວຕ້ອງ ຖືກຕາມມາດຕະຖານແລະລະບຽບກົດໝາຍຂອງ ສປປລາວ; 4. ລະບົບການວັດແທກຂອງ ສປປລາວ ຕ້ອງສອດຄ່ອງກັບ ລະບຽບກົດໝາຍ,ສັນຍາແລະສົນທິສັນຍາສາກົນທີ່ສປປລາວເປັນພາ ຄີ.

...ມາດຕາ 7 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 7 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບການເຄື່ອນໄຫວວຽກງານວັດ ແທກຂອງບຸກຄົນແລະການຈັດຕັ້ງທີ່ທໍາການຜະລິດ,ການນໍາເຂົ້າ, ການບໍລິການ,ການສ້ອມແປງ,ການແລກປ່ຽນ,ການຊື້ຂາຍໃນຂອບ ເຂດທົ່ວປະເທດເວັ້ນເສຍແຕ່ການແລກປ່ຽນ,ການຊື້ຂາຍເປັນກອງ, ເປັນມັດ,ເປັນຖົງ,ເປັນຫໍ່,ເປັນກະຕ່າ... ...ມາດຕາ 8 ການຮ່ວມມືສາກົນ

ມາດຕາ 8 ການຮ່ວມມືສາກົນ ລັດເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ,ອົງການ ຈັດຕັ້ງພາກພື້ນແລະສາກົນກ່ຽວກັບວຽກງານວັດແທກເພື່ອແລກ ປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ສ້າງແລະຍົກລະດັບຄວາມຮູ້,ຄວາມ ສາມາດຂອງບຸກຄະລາກອນ,ຍາດແຍ່ງການຊ່ວຍເຫຼືອແລະອື່ນໆ ບົນພື້ນຖານຫຼັກຖານຄວາມເປັນເອກະລາດເປັນເຂົ້າຕົນເອງ,ສະເໝີ ພາບແລະຕ່າງຝ່າຍຕ່າງມີຜົນປະໂຫຍດແລະປະຕິບັດໃຫ້ສອດຄ່ອງ ກັບລະບຽບ,ສັນຍາແລະສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີ.

..ພາກທີ 2 ວຽກງານວັດແທກ


...ໝວດທີ 1 ຫົວໜ່ວຍວັດແທກ


....ມາດຕາ 9 ຫົວໜ່ວຍວັດແທກ

ມາດຕາ 9 ຫົວໜ່ວຍວັດແທກ ຫົວໜ່ວຍວັດແທກພື້ນຖານທີ່ນນໍາໃຊ້ຢູ່ ສປປລາວ ມີດັ່ງດຽວ ກັນກັບຫົວໜ່ວຍວັດແທກພື້ນຖານຂອງລະບົບເມຕຼິກຫຼືລະບົບສາກົນ ຊຶ່ງປະກອບດ້ວຍ: 1. ແມັດ ແມ່ນຫົວໜ່ວຍວັດແທກພື້ນຖານຂອງ ຄວາມຍາວ; 2. ກິໂລກຼາມ ແມ່ນຫົວໜ່ວຍວັດແທກພື້ນຖານຂອງ ນໍ້າໜັກ; 3. ວິນາທີ ແມ່ນຫົວໜ່ວຍວັດແທກພື້ນຖານຂອງ ເວລາ; 4. ອໍາແປ ແມ່ນຫົວໜ່ວຍວັດແທກພືິ້ນຖານຂອງ ໄຟຟ້າ; 5. ແກນວິນ ແມ່ນຫົວໜ່ວຍວັດແທກພື້ນຖານຂອງ ອຸນນະພູມ; 6. ໂມນ ແມ່ນຫົວໜ່ວຍວັດແທກພື້ນຖານຂອງ ປະລິມານສານເຄມີ; 7. ກັງເດີລາ ແມ່ນຫົວໜ່ວຍວັດແທກພື້ນຖານຂອງ ແສງ.

ນອກຈາກນີ້ຍັງມີຫົວໜ່ວຍວັດແທກຍ່າຍຕ່າງໆທີ່ນໍາໃຊ້ໃນ ສປປລາວເປັນຕົ້ນ: 1. ລິດ ແມ່ນຫົວໜ່ວຍວັດແທກພື້ນຖານຂອງ ທາດແຫຼວເຊັ່ນ:ນໍ້າ,ນໍ້າມັນ... 2. ໂວນ ແມ່ນຫົວໜ່ວຍວັດແທກພື້ນຖານຂອງ ສາຍຊັກນໍາໄຟຟ້າ; 3. ກິໂລວັດໂມງ ແມ່ນຫົວໜ່ວຍວັດແທກພື້ນຖານຂອງ ພະລັງງານໄຟຟ້າທີ່ແລ່ນຜ່ານສາຍຊັກນໍາໄຟຟ້າໃນໜຶ່ງຊົ່ວໂມງ; 4. ອົງສາແຊນຊິດ ແມ່ນຫົວໜ່ວຍວັດແທກພື້ນຖານຂອງ ອຸນະພູມ; 5. ຫົວໜ່ວຍວັດແທກຍ່ອຍອື່ນທີ່ໄດ້ກໍານົດໄວ້ໃນລະບຽບ ການສະເພາະ. ....ມາດຕາ 10 ການນໍາໃຊ້ຫົວໜ່ວຍວັດແທກ

ມາດຕາ 10 ການນໍາໃຊ້ຫົວໜ່ວຍວັດແທກ ບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ຫົວໜ່ວຍວັດແທກເຂົ້າໃນການ ເຄື່ອນໄຫວວຽກງານວັດແທກຢູ່ ສປປລາວ ຕ້ອງປະຕິບັດຕາມຫົວ ໜ່ວຍວັດແທກທີ່ໄດ້ກໍານົດໄວ້ໃນ ມາດຕາ 9 ຂອງກົດໝາຍສະບັບ ນີ້. ສໍາລັບສິນຄ້າເພື່ອການສົ່ງອອກໃຫ້ນໍາໃຊ້ຫົວໜ່ວຍວັດແທກ ທີ່ໄດ້ກໍານົດໄວ້ໃນວັກທີໜຶ່ງຂອງ ມາດຕາ ນີ້ ເວັ້ນເສຍແຕ່ຄູ່ສັນຍາ ຫາກໄດ້ຕົກລົງກັນໄວ້ເປັນຢ່າງອື່ນ.

...ໝວດທີ 2 ແມ່ແບບວັດແທກ


....ມາດຕາ 11 ແມ່ແບບວັດແທກ

ມາດຕາ 11 ແມ່ແບບວັດແທກ ແມ່ແບບວັດແທກທີ່ນໍາໃຊ້ໃນ ສປປລາວ ປະກອບດ້ວຍສາມ ຂັ້ນຄື: ຂັ້ນໜຶ່ງ, ຂັ້ນສອງ ແລະ ຂັ້ນສາມ. ສໍາລັບຂັ້ນຕອນ, ວິທີການຂອງການຮັບຮອງແມ່ນແບບວັດ ແທກແຕ່ລະນັ້ນໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 12 ແມ່ແບບວັດແທກຂັ້ນໜຶ່ງ

ມາດຕາ 12 ແມ່ແບບວັດແທກຂັ້ນໜຶ່ງ ແມ່ແບບວັດແທກຂັ້ນໜຶ່ງແມ່ນແມ່ແບບວັດແທກແຫ່ງຊາດ ທີ່ມີຄ່າຄວາມຊັດເຈນສູງສຸດຊຶ່ງກໍານົດໂດຍອົງການວິທະຍາສາດ ແລະເຕັກໂນໂລຢີແຫ່ງຊາດແລະໄດ້ຮັບການຮັບຮູ້ຈາກອົງການຄຸ້ມ ຄອງວຽກງານວັດແທກສາກົນ. ....ມາດຕາ 13 ແມ່ແບບວັດແທກຂັ້ນສອງ

ມາດຕາ 13 ແມ່ແບບວັດແທກຂັ້ນສອງ ແມ່ແບບວັດແທກຂັ້ນສອງແມ່ນແມ່ແບບວັດແທກທີ່ມີຄ່າ ຄວາມຊັດເຈນຖັດຈາກແມ່ແບບວັດແທກຂັ້ນໜຶ່ງຊຶ່ງອົງການວິທະ ຍາສາດແລະເຕັກໂນໂລຊີແຫ່ງຊາດເປັນຜູ້ກໍານົດໂດຍຜ່ານການ ສອບທຽບຄວາມຊັດເຈນກັບແມ່ແບບວັດແທກແຫ່ງຊາດໃນປະລິ ມານດຽວກັນ.

....ມາດຕາ 14 ແມ່ແບບວັດແທກຂັ້ນສາມ

ມາດຕາ 14 ແມ່ແບບວັດແທກຂັ້ນສາມ ແມ່ແບບວັດແທກຂັ້ນສາມແມ່ນແມ່ແບບວັດແທກເພື່ອສອບ ທຽບເຄື່ອງມືແລະອຸປະກອນວັດແທກທີ່ນໍາໃຊ້ທົ່ວໄປຊຶ່ງມີຄ່າຄວາມ ຊັດເຈນຖັດຈາກແມ່ແບບວັດແທກຂັ້ນສອງຊຶ່ງອົງການວິທະຍາສາດ ແລະເຕັກໂນໂລຊີແຫ່ງຊາດເປັນຜູ້ກໍານົດໂດຍຜ່ານການສອບທຽບ ຄວາມຊັດເຈນກັບແມ່ແບບວັດແທກຂັ້ນສອງໃນປະລິມານດຽວກັນ.

....ມາດຕາ 15 ການຜະລິດແມ່ແບບວັດແທກ

ມາດຕາ 15 ການຜະລິດແມ່ແບບວັດແທກ ບຸກຄົນຫຼືການຈັດຕັ້ງທີ່ຕ້ອງການດໍາເນີນການຜະລິດທຸລະກິດ ແມ່ແບບວັດແທກຂັ້ນໜຶ່ງແລະຂັ້ນສອງຕ້ອງໄດ້ຮັບອະນຸຍາດຈາກ ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ,ສ່ວນແມ່ແບບວັດ ແທກຂັ້ນສາມນັ້ນຕ້ອງໄດ້ຮັບອະນຸຍາດຈາກພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງ,ນະຄອນ. ສໍາລັບຂັ້ນຕອນການຂໍອະນຸຍາດແລະການນໍາໃຊ້ວັດຖະດິບ ທີ່ນໍາມາຜະລິດແມ່ແບບວັດແທກໄດ້ກໍານົດໄວ້ໃນລະບຽບການສະ ເພາະ.

....ມາດຕາ 16 ການນໍາໃຊ້ແມ່ແບບວັດແທກ

ມາດຕາ 16 ການນໍາໃຊ້ແມ່ແບບວັດແທກ ແມ່ແບບວັດແທກແຕ່ລະຂັ້ນໂດຍທົ່ວໄປຖືກນໍາໃຊ້ຕາມກໍລະ ນີດັ່ງນີ້: 1. ແມ່ແບບວັດແທກຂັ້ນໜຶ່ງນໍາໃຊ້ເພື່ອສອບທຽບແມ່ແບບ ວັດແທກຂັ້ນສອງ; 2. ແມ່ແບບວັດແທກຂັ້ນສອງນໍາໃຊ້ເພື່ອສອບທຽບແມ່ແບບ ວັດແທກຂັ້ນສາມ; 3. ແມ່ແບບວັດແທກຂັ້ນສາມນໍາໃຊ້ເພື່ອສອບທຽບເຄື່ອງມື ແລະອຸປະກອນວັດແທກທີ່ນໍາໃຊ້ທົ່ວໄປ.

....ມາດຕາ 17 ການກວດທຽບແມ່ແບບວັດແທກ

ມາດຕາ 17 ການກວດທຽບແມ່ແບບວັດແທກ ແມ່ແບບວັດແທກແຕ່ລະຂັ້ນຕ້ອງໄດ້ຜ່ານການກວດທຽບດັ່ງ ນີ້: 1. ແມ່ແບບວັດແທກຂັ້ນໜຶ່ງຕ້ອງໄດ້ຜ່ານການກວດທຽບ ກັບແມ່ແບບວັດແທກມາດຕະຖານສາກົນໃນທຸກສິບປີ.ກ່ອນຈະນໍາ ເອົາແມ່ແບບວັດແທກຂັ້ນໜຶ່ງໄປກວດທຽບຢູ່ຕ່າງປະເທດຕ້ອງຈັດ ຫາແມ່ແບບວັດແທກຂັ້ນສອງທີ່ມີຄ່າຖັດຈາກແມ່ແບບວັດແທກຂັ້ນ ໜຶ່ງໂດຍຜ່ານການສອບທຽບຄວາມຊັດເຈນໃນປະລິມານດຽວກັນ ເພື່ອໃຊ້ເປັນແມ່ແບບວັດແທກຂັ້ນໜຶ່ງແທນຊົ່ວຄາວ; 2. ແມ່ແບບວັດແທກຂັ້ນສອງຕ້ອງໄດ້ຜ່ານການກວດທຽບ ຕາມລະບຽບການຂອງອົງການວິທະຍາສາດແລະເຕັກໂນໂລຊີ ແຫ່ງຊາດກັບແມ່ແບບວັດແທກຂັ້ນໜຶ່ງໃນທຸກສາມປີ; 3. ແມ່ແບບວັດແທກຂັ້ນສາມຕ້ອງໄດ້ຜ່ານການກວດທຽບ ຕາມລະບຽບການຂອງ ອົງການວິທະຍາສາດແລະເຕັກໂນໂລຊີ ແຫ່ງຊາດກັບແມ່ແບບວັດແທກຂັ້ນສອງໃນທຸກປີ.

....ມາດຕາ 18 ການເກັບຮັກສາແມ່ແບບວັດແທກ

ມາດຕາ 18 ການເກັບຮັກສາແມ່ແບບວັດແທກ ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດເປັນຜູ້ເກັບ ຮັກສາແມ່ແບບວັດແທກຂັ້ນໜຶ່ງຕາມລະບຽບການຂອງອົງການຄຸ້ມ ຄອງວຽກງານການວັດແທກສາກົນ. ບຸກຄົນຫຼືການຈັດຕັ້ງສາມາດເກັບຮັກສາແມ່ແບບວັດແທກຂັ້ນ ສອງແລະຂັ້ນສາມໄດ້ແຕ່ຕ້ອງປະຕິບັດຕາມລະບຽບການຂອງອົງ ການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ.

....ມາດຕາ 19 ການປ່ຽນແປງຫຼືລົບລ້າງແມ່ແບບວັດແທກ

ມາດຕາ 19 ການປ່ຽນແປງຫຼືລົບລ້າງແມ່ແບບວັດແທກ ແມ່ແບບວັດແທກທຸກຂັ້ນຈະຖືກປ່ຽນແປງຫຼືລົບລ້າງຕາມກໍ ລະນີດັ່ງນີ້: 1. ແມ່ແບບວັດແທກທີ່ມີຄ່າບໍ່ຖືກຕ້ອງຕາມມາດຕະຖານ; 2. ແມ່ແບບວັດແທກຂັ້ນໜຶ່ງທີ່ບໍ່ມີການຮັບຮູ້ຈາກອົງການຄຸ້ມ ຄອງວຽກງານວັດແທກສາກົນ; 3. ແມ່ແບບວັດແທກຂັ້ນສອງຫຼືຂັ້ນສາມທີ່ບໍ່ມີການຮັບຮອງ ຈາກອົງການຄຸ້ມຄອງວຽກງານວັດແທກແຫ່ງຊາດ; 4. ແມ່ແບບວັດແທກທີ່ເກັບຮັກສາບໍ່ຖືກຕ້ອງຕາມມາດຕະ ຖານທີ່ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດແລະອົງ ການຄຸ້ມຄອງວຽກງານວັດແທກສາກົນກໍານົດໄວ້.

...ໝວດທີ 3 ເຄື່ອງມືແລະອຸປະກອນວັດແທກ


....ມາດຕາ 20 ການຜະລິດເຄື່ອງມືແລະອຸປະກອນວັດແທກ

ມາດຕາ 20 ການຜະລິດເຄື່ອງມືແລະອຸປະກອນວັດແທກ ການຜະລິດເຄື່ອງມືແລະອຸປະກອນວັດແທກຕ້ອງໄດ້ຮັບການ ເຫັນດີແລະຢັ້ງຢືນຕົ້ນແບບຈາກພະແນກວິທະຍາສາດແລະເຕັກໂນ ໂລຊີແຂວງ,ນະຄອນເວັ້ນເສຍແຕ່ເຄື່ອງມືແລະອຸປະກອນວັດແທກທີ່ ມີລັກສະນະເປັນອັນຕະລາຍຫຼືເຕັກນິກສູງເຊັ່ນ:ເຄື່ອງມືທີ່ນໍາໃຊ້ແສງ ກໍາມັນພະພາບລັງສີໂດຍແມ່ນອົງການວິທະຍາສາດແລະເຕັກໂນໂລ ຊີແຫ່ງຊາດເປັນຜູ້ອະນຸຍາດ. ສໍາລັບຂັ້ນຕອນການອະນຸຍາດແລະການຢັ້ງຢືນຕົ້ນແບບ ເຄື່ອງມືແລະອຸປະກອນວັດແທກໄດ້ກໍານົດໄວ້ໃນລະບຽບການສະ ເພາະ. ບັນຊີເຄື່ອງມືແລະອຸປະກອນວັດແທກທີ່ມີລັກສະນະເປັນອັນຕະ ລາຍຫຼືເຕັກນິກສູງໄດ້ກໍານົດໄວ້ຕ່າງຫາກ.

....ມາດຕາ 21 ການນໍາເຂົ້າເຄື່ອງມືແລະອຸປະກອນວັດແທກ

ມາດຕາ 21 ການນໍາເຂົ້າເຄື່ອງມືແລະອຸປະກອນວັດແທກ ບຸກຄົນຫຼືການຈັດຕັ້ງທີ່ຕ້ອງການນໍາເຂົ້າເຄື່ອງມືແລະອຸປະ ກອນວັດແທກທົ່ວໄປຕ້ອງໄດ້ຮັບການເຫັນດີຈາກພະແນກວິທະຍາ ສາດແລະເຕັກໂນໂລຊີແຂວງ,ນະຄອນ.ສໍາລັບເຄື່ອງມືແລະອຸປະ ກອນວັດແທກທີ່ມີລັກສະນະເປັນອັນຕະລາຍຫຼືເຕັກນິກສູງແມ່ນອົງ ການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດເປົນຜູ້ອະນຸຍາດ.

....ມາດຕາ 22 ການນໍາໃຊ້ເຄື່ອງມືແລະອຸປະກອນວັດແທກ

ມາດຕາ 22 ການນໍາໃຊ້ເຄື່ອງມືແລະອຸປະກອນວັດແທກ ເຄື່ອງມືແລະອຸປະກອນວັດແທກທີ່ນໍາໃຊ້ເຂົ້າໃນການບໍລິການ ຕ້ອງໃຫ້ສອດຄ່ອງກັບຫົວໜ່ວຍວັດແທກຕາມທີ່ໄດ້ກໍານົດໄວ້ໃນ ມາດ ຕາ 9 ຂອງກົດໝາຍສະບັບນີ້ແລະຕ້ອງມີຕົວເລກຫຼືຕົວໜັງສືຢ່າງຈະ ແຈ້ງຊຶ່ງບໍ່ສາມາດລຶບອອກໄດ້. ໃນກໍລະນີທີ່ເຄື່ອງມືແລະອຸປະກອນວັດແທກມີຂະໜາດນ້ອຍຈົນ ບໍ່ສາມາດກໍານົດຕົວເລກຫຼືຕົວໜັງສືໃສ່ໄດ້ຕ້ອງກໍານົດຕົວເລກຫຼືຕົວ ໜັງສືໃສ່ເອກະສານກໍາກັບທີ່ແນບຕິດມານໍາເຄື່ອງມືຫຼືອຸປະກອນວັດ ແທກນັ້ນ. ເຄື່ອງມືແລະອຸປະກອນວັດແທກທົ່ວໄປທີ່ນໍາໃຊ້ເຂົ້າໃນການບໍ ລິການຕ້ອງໄດ້ຮັບການຢັ້ງຢືນຄວາມຖືກຕ້ອງຕາມລະບຽບການຈາກ ພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ.ສໍາລັບເຄື່ອງ ມືແລະອຸປະກອນວັດແທກທີ່ມີລັກສະນະເປັນອັນຕະລາຍຫຼືເຕັກນິກສູງ ແມ່ນອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດເປັນຜູ້ຢັ້ງຢືນ.

....ມາດຕາ 23 ການຈົດທະບຽນເຄື່ອງມືແລະອຸປະກອນວັດແທກ

ມາດຕາ 23 ການຈົດທະບຽນເຄື່ອງມືແລະອຸປະກອນວັດແທກ ເຄື່ອງມືແລະອຸປະກອນວັດແທກບາງປະເພດທີ່ໄດ້ກໍານົດໄວ້ ສະເພາະກ່ອນຈະນໍາໃຊ້ເຂົ້າໃນການບໍລິການນັນຕ້ອງໄດ້ຈົດທະບຽນ ນໍາພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ.ສໍາລັບ ເຄື່ອງມືແລະອຸປະກອນວັດແທກທີ່ມີລັກສະນະເປັນອັນຕະລາຍຫຼືເຕັກ ນິກສູງໃຫ້ຈົດທະບຽນນໍາອົງການວິທະຍາສາດແລະເຕັກໂນໂລຊີ ແຫ່ງຊາດ.

....ມາດຕາ 24 ການບໍລິການສ້ອມແປງເຄື່ອງມືແລະອຸປະກອນວັດແທກ

ມາດຕາ 24 ການບໍລິການສ້ອມແປງເຄື່ອງມືແລະອຸປະກອນວັດ ແທກ ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງບໍລິການສ້ອມແປງເຄື່ອງ ມືແລະອຸປະກອນວັດແທກທົ່ວໄປຕ້ອງໄດ້ຮັບການອະນຸຍາດຈາກພະ ແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ,ສໍາລັບເຄື່ອງ ມືແລະອຸປະກອນວັດແທກທີ່ມີລັກສະນະເປັນອັນຕະລາຍຫຼືເຕັກນິກສູງ ຕ້ອງໄດ້ຮັບອະນຸຍາດຈາກອົງການວິທະຍາສາດແລະເຕັກໂນໂລຊີ ແຫ່ງຊາດ. ສໍາລັບຂັ້ນຕອນການຂໍອະນຸຍາດການບໍລິການສ້ອມແປງ ເຄື່ອງມືແລະອຸປະກອນວັດແທກໄດ້ກໍານົດໄວ້ໃນລະບຽບການສະ ເພາະ.

....ມາດຕາ 25 ການນໍາໃຊ້ເຄື່ອງມືແລະອຸປະກອນວັດແທກຂອງຂະແໜງການ

ມາດຕາ 25 ການນໍາໃຊ້ເຄື່ອງມືແລະອຸປະກອນວັດແທກຂອງ ຂະແໜງການ ຂະແໜງການທີ່ນໍາໃຊ້ເຄື່ອງມືແລະອຸປະກອນວັດແທກເຂົ້າ ໃນການບໍລິການວຽກງານຂອງຕົນທີ່ພົວພັນເຖິງສຸຂະພາບ,ສິ່ງແວດ ລ້ອມແລະຊັບສິນຂອງຜູ້ຊົມໃຊ້ຕ້ອງໄດ້ປະຕິບັດຕາມ ມາດຕາ 22, 23 ແລະ 24 ຂອງກົດໝາຍສະບັບນີ້.

....ມາດຕາ 26 ການກວດຄືນ

ມາດຕາ 26 ການກວດຄືນ ບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ເຄື່ອງມືແລະອຸປະກອນວັດແທກ ທົ່ວໄປຢູ່ ສປປລາວ ຕ້ອງໄດ້ຮັບການກວດຄືນໂດຍພະແນກວິທະຍາ ສາດແລະເຕັກໂນໂລຊີແຂວງ,ນະຄອນ,ສໍາລັບເຄື່ອງມືແລະອຸປະກອນ ວັດແທກທີ່ມີລັກສະນະເປັນອັນຕະລາຍຫຼືເຕັກນິກສູງຕ້ອງໄດ້ຮັບການ ກວດຄືນໂດຍອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ. ເຄື່ອງມືແລະອຸປະກອນວັດແທກທີ່ຕ້ອງໄດ້ຮັບການກວດຄືນ ມີດັ່ງນີ້: 1. ເຄື່ອງມືແລະອຸປະກອນວັດແທກໃໝ່; 2. ເຄື່ອງມືແລະອຸປະກອນວັດແທກທີ່ໃຊ້ງານຢູ່; 3. ເຄື່ອງມືແລະອຸປະກອນວັດແທກທີ່ໄດ້ຜ່ານການດັດແກ້ແລະ ສ້ອມແປງຄືນໃໝ່.

....ມາດຕາ 27 ການສອບທຽບ

ມາດຕາ 27 ການສອບທຽບ ເຄື່ອງມືແລະອຸປະກອນວັດແທກທົ່ວໄປຕ້ອງໄດ້ສອບທຽບໂດຍ ໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ. ສໍາລັບເຄື່ອງມືແລະອຸປະກອນວັດແທກທີ່ມີລັກສະນະເປັນອັນຕະລາຍຫຼື ເຕັກນິກສູງຕ້ອງໄດ້ສອບທຽບໂດຍໜ້າທີ່ຂອງອົງການວິທະຍາສາດ ແລະເຕັກໂນໂລຊີແຫ່ງຊາດຫຼືຕາມການຮ້ອງຂໍຂອງຜູ້ບໍລິຫານ,ຜູ້ຊົມ ໃຊ້ເພື່ອຮັບປະກັນໃຫ້ມີຄວາມຖືກຕ້ອງຊັດເຈນແລະສອດຄ່ອງກັບແມ່ ແບບວັດແທກ.

....ມາດຕາ 28 ການຢັ້ງຢືນ

ມາດຕາ 28 ການຢັ້ງຢືນ ເຄື່ອງມືແລະອຸປະກອນວັດແທກທົ່ວໄປຕ້ອງໄດ້ຮັບການຢັ້ງ ຢືນໂດຍພະແນກວິທະຍາສາດແລັກເຕັກໂນໂລຊີແຂວງ,ນະຄອນ. ສໍາລັບເຄື່ອງມືແລະອຸປະກອນວັດແທກທີ່ມີລັກສະນະເປັນອັນຕະລາຍ ຫຼືເຕັກນິກສູງຕ້ອງໄດ້ຮັບການຢັ້ງຢືນໂດຍອົງການວິທະຍາສາດແລະ ເຕັກໂນໂລຊີແຫ່ງຊາດ. ການຢັ້ງຢືນຄວາມຖືກຕ້ອງຂອງເຄື່ອງມືແລະອຸປະກອນວັດ ແທກແບ່ງອອກເປັນປະເພດດັ່ງນີ້: 1. ໃບຢັ້ງຢືນ; 2. ກາໝາຍ; 3. ສະຕິກເກີ້; 4. ອຸປະກອນລ໋ອກ. ການຢັ້ງຢືນອາດນໍາໃຊ້ໜຶ່ງຫຼືຫຼາຍປະເພດພ້ອມກັນກໍ່ໄດ້ໂດຍ ຂຶ້ນກັບຈຸດພິເສດຂອງເຄື່ອງມືແລະອຸປະກອນວັດແທກ. ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດເປັນຜູ້ປະ ກາດໃຊ້,ປ່ຽນຮູບແບບປະເພດການຢັ້ງຢືນແລະຕ້ອງເຜີຍແຜ່ຜ່ານສື່ ມວນຊົນປະເພດຕ່າງໆ.

....ມາດຕາ 29 ການຍົກເລີກການຢັ້ງຢືນ

ມາດຕາ 29 ການຍົກເລີກການຢັ້ງຢືນ ພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນເປັນ ຜູ້ຍົກເລີກການຢັ້ງຢືນເຄື່ອງມືແລະອຸປະກອນວັດແທກທົ່ວໄປທີ່ເຫັນ ວ່າບໍ່ຖືກຕ້ອງ.ສໍາລັບເຄື່ອງມືແລະອຸປະກອນວັດແທກທີ່ມີລັກສະນະ ເປັນອັນຕະລາຍຫຼືເຕັກນິກສູງກວ່າແມ່ນອົງການວິທະຍາສາດແລະ ເຕັກໂຍໂລຊີແຫ່ງຊາດເປັນຜູ້ຍົກເລີກການຢັ້ງຢືນ.

...ໝວດທີ 4 ການດໍາເນີນທຸລະກິດກ່ຽວກັບວຽກງານວັດແທກ


....ມາດຕາ 30 ການຮັບຮອງ

ມາດຕາ 30 ການຮັບຮອງ ບຸກຄົນຫຼືການຈັດຕັ້ງກ່ອນຈະດໍາເນີນທຸລະກິດກ່ຽວກັບວຽກ ງານວັດແທກເປັນຕົ້ນ:ການກວດທຽບແມ່ແບບວັດແທກ,ການຜະ ລິດ,ການນໍາເຂົ້າ,ການບໍລິການສ້ອມແປງ,ການກວດຄືນ,ການສອບ ທຽບ,ການຢັ້ງຢືນເຄື່ອງມືແລະອຸປະກອນວັດແທກ,ຜະລິດຕະພັນຫຸ້ມ ຫໍ່ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງໂດຍມີການ ຮັບຮອງຈາກພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະ ຄອນ. ສໍາລັບເຄື່ອງມືແລະອຸປະກອນວັດແທກທີ່ມີລັກສະນະເປັນອັນ ຕະລາຍຫຼືເຕັກນິກສູງນັ້ນແມ່ນອົງການວິທະຍາສາດແລະເຕັກໂນ ໂລຊີແຫ່ງຊາດເປັນຜູ້ຮັບຮອງ.

....ມາດຕາ 31 ມາດຕະຖານຂອງຜູ້ດໍາເນີນທຸລະກິດ

ມາດຕາ 31 ມາດຕະຖານຂອງຜູ້ດໍາເນີນທຸລະກິດ ບຸກຄົນຫຼືການຈັດຕັ້ງທີ່ດໍາເນີນທຸລະກິດກ່ຽວກັບວຽກງານວັດ ແທກຕ້ອງມີມາດຕະຖານຄົບຖ້ວນດັ່ງນີ້: 1. ບຸກຄະລາກອນທີ່ມີຄວາມຮູ້ແລະປະສົບການກ່ຽວກັບວຽກ ງານວັດແທກຢ່າງພຽງພໍ; 2. ພື້ນຖານວັດຖຸເຕັກນິກທາງດ້ານວຽກງານວັດແທກທີ່ຖືກ ຕ້ອງຕາມລະບຽບການເປັນຕົ້ນ:ຫ້ອງທົດລອງ,ເຄື່ອງມືແລະອຸປະ ກອນວັດແທກ.

....ມາດຕາ 32 ການໂຈະແລະການຖອນການຮັບຮອງການດໍາເນີນທຸລະກິດ

ມາດຕາ 32 ການໂຈະແລະການຖອນການຮັບຮອງການດໍາເນີນທຸ ລະກິດ ອົງການຄຸ້ມຄອງວຽກງານວັດແທກແຫ່ງຊາດມີສິດສັ່ງໂຈະ ແລະຖອນການຮັບຮອງການດໍາເນີນທຸລະກິດຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນເມື່ອເຫັນວ່າເຄື່ອງມືແລະອຸປະກອນວັດແທກນັ້ນ ບໍ່ຖືກຕ້ອງຫຼືບໍ່ໄດ້ມາດຕະຖານຫຼືມີການລະເມີດລະບຽບການກ່ຽວກັບ ວຽກງານວັດແທກ. ອົງການຄຸ້ມຄອງວຽກງານວັດແທກແຫ່ງຊາດຕ້ອງແຈ້ງເຫດ ຜົນຂອງການໂຈະພ້ອມທັງໃຫ້ປັບປຸງການດໍາເນີນທຸລະກິດຈົນກວ່າຈະ ຖືກຕ້ອງຕາມມາດຕະຖານແລະລະບຽບການແລ້ວຈຶ່ງໃຫ້ສືບຕໍ່ດໍາເນີນ ໄດ້. ໃນກໍລະນີທີ່ຜູ້ດໍາເນີນທຸລະກິດຫາກບໍ່ມີການປັບປຸງຫຼືບໍ່ສາມາດ ແກ້ໄຂຕາມທີ່ໄດ້ກໍານົດໄວ້ໃນວວັກເທິງນີ້ແລະໄດ້ຮັບການແຈ້ງການ ເຕືອນເຖິງຂອງຄັ້ງຕາມກໍານົດເວລາທີ່ໄດ້ກໍານົດໄວ້ໃນກົດໝາຍວ່າ ດ້ວຍການສົ່ງເສີມການລົງທຶນແລ້ວອົງການຄຸ້ມຄອງວຽກງານວັດ ແທກແຫ່ງຊາດມີສິດຖອນການຮັບຮອງແລະສະເໜີໃຫ້ອົງການທີ່ກ່ຽວ ຂ້ອງຍົກເລີກການດໍາເນີນທຸລະກິດຂອງຫົວໜ່ວຍດັ່ງກ່າວ.


...ໝວດທີ 5 ຜະລິດຕະພັນຫຸ້ມຫໍ່ແລະປະລິມານສຸດທິ


....ມາດຕາ 33 ຜະລິດຕະພັນຫູ້ມຫໍ່

ມາດຕາ 33 ຜະລິດຕະພັນຫູ້ມຫໍ່ ບຸກຄົນຫຼືການຈັດຕັ້ງທີ່ຕ້ອງານຜະລິດ,ນໍາເຂົ້າຜະລິດຕະພັນ ຫຸ້ມຫໍ່ເພື່ອຈໍາໜ່າຍຢູ່ ສປປລາວ ຕ້ອງມີສະຫຼາກທີ່ສອດຄ່ອງກັບກົດ ໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້,ນອກຈາກນັ້ນຍັງຕ້ອງກໍານົດ ຄ່າປະລິມານສຸດທິໃຫ້ສອດຄ່ອງກັບຫົວໜ່ວຍວັດແທກຕາມທີ່ໄດ້ກໍາ ນົດໄວ້ໃນ ມາດຕາ 9 ຂອງກົດໝາຍສະບັບນີ້.

....ມາດຕາ 34 ການກໍານົດຄ່າປະລິມານສຸດທິຂອງຜະລິດຕະພັນຫູ້ມຫໍ່

ມາດຕາ 34 ການກໍານົດຄ່າປະລິມານສຸດທິຂອງຜະລິດຕະພັນຫູ້ມຫໍ່ ຜະລິດຕະພັນຫຸ້ມຫໍ່ໃຫ້ກໍານົດຄ່າປະລິມານສຸດທິຕາມກໍລະນີດັ່ງ ນີ້: 1. ຖ້າຫາກເປັນຂະໜາດໃຫ້ກໍານົດເປັນຄວາມຍາວ(ແມັດ). 2. ຖ້າຫາກເປັນຕ່ອນ,ກ້ອນ,ຂອງແຂງ,ເຄິ່ງແຂງຫຼືສິ່ງດັ່ງ ກ່າວປະສົມກັບຂອງແຫຼວໃຫ້ກໍານົດເປັນນໍ້າໜັກ(ກິໂລກຼາມ). 3. ຖ້າຫາກເປັນຂອງແຫຼວຫຼືເປັນອາຍໃຫ້ກໍານົດເປັນບໍລິມາດ (ລິດ,ແມັກກ້ອນ).

..ພາກທີ 3 ສິດແລະພັນທະຂອງບຸກຄົນຫຼືການຈັດຕັ້ງ


...ມາດຕາ 35 ສິດແລະພັນທະຂອງບຸກຄົນຫຼືການຈັດຕັ້ງ

ມາດຕາ 35 ສິດແລະພັນທະຂອງບຸກຄົນຫຼືການຈັດຕັ້ງ ບຸກຄົນຫຼືການຈັດຕັ້ງທີ່ດໍາເນີນທຸລະກິດມີສິດແລະພັນທະດັ່ງ ນີ້: 1. ເຄື່ອນໄຫວທຸລະກິດກ່ຽວກັບວຽກງານວັດແທກຕາມລະ ບຽບກົດໝາຍແລະຈັນຍາບັນຂອງຜູ້ດໍາເນີນທຸລະກິດ. 2. ນໍາໃຊ້,ມອບໂອນໃບຢັ້ງຢືນທີ່ຕົນໄດ້ຮັບຕາມລະບຽບ ການ; 3. ໄດ້ຮັບການສົ່ງເສີມຊ່ວຍເຫຼືອຫຼືການແນະນໍາທາງດ້ານວິ ຊາການແລະເຕັກໂນໂລຊີດ້ານການວັດແທກ. 4. ໄດ້ຮັບການປົກປ້ອງສິດແລະຜົນປະໂຫຍດຕາມລະບຽບ ກົດໝາຍ; 5. ຮ້ອງທຸກຕໍ່ຂະແໜງການທີ່ກ່ຽວຂ້ອງເພື່ອປົກປ້ອງສິດ ແລະຜົນປະໂຫຍດຂອງຕົນ; 6. ໂຄສະນາເຜີຍແຜ່ກ່ຽວກັບການເຄື່ອນໄຫວທຸລະກິດທີ່ ກ່ຽວພັນກັບວຽກງານວັດແທກ; 7. ໃຫ້ການຮ່ວມມື,ສະໜອງຂໍ້ມູນຂ່າວສານແລະອໍານວຍ ຄວາມສະດວກໃຫ້ແກ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດ. 8. ປະກອບສ່ວນທາງດ້ານທຶນຮອນຫຼືແຮງງານເຂົ້າໃນການ ພັດທະນາວຽກງານວັດແທກແລະປົກປັກຮັກສາສິ່ງແວດລ້ອມ; 9. ເສຍຄ່າທໍານຽມແລະຄ່າບໍລິການຕາມລະບຽບການ; 10. ປະຕິບັດສິດແລະພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ. ...ມາດຕາ 36 ສິດແລະພັນທະຂອງບຸກຄົນຫຼືການຈັດຕັ້ງອື່ນ

ມາດຕາ 36 ສິດແລະພັນທະຂອງບຸກຄົນຫຼືການຈັດຕັ້ງອື່ນ ບຸກຄົນຫຼືການຈັດຕັ້ງອື່ນມີສິດແລະພັນທະກ່ຽວກັບວຽກງານ ວັດແທກດັ່ງນີ້: 1. ໄດ້ຮັບການປົກປ້ອງສິດແລະຜົນປະໂຫຍດຕາມລະບຽບ ກົດໝາຍ; 2. ຮ້ອງທຸກຕໍ່ຂະແໜງການທີ່ກ່ຽວຂ້ອງເພື່ອປົກປ້ອງສິດ ແລະຜົນປະໂຫຍດຂອງຕົນ; 3. ແຈ້ງຂໍ້ມູນຫຼືລາຍງານກ່ຽວກັບການລະເມີດວຽກງານ ວັດແທກຕໍ່ຂະແໜງການທີ່ກ່ຽວຂ້ອງ; 4. ມີສ່ວນຮ່ວມໃນການພັດທະນາແລະຕິດຕາມການເຄື່ອນ ໄຫວກ່ຽວກັບວຽກງານວັດແທກ; 5. ປະຕິບັດລະບຽບກົດໝາຍກ່ຽວກັບການວັດແທກຢ່າງ ເຂັ້ມງວດ; 6. ປະຕິບັດສິດແລະພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

..ພາກທີ 4 ຂໍ້ຫ້າມ


...ມາດຕາ 37 ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ

ມາດຕາ 37 ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ ຫ້າມຜູ້ດໍາເນີນທຸລະກິດມີການກະທໍາຕົ້ນຕໍດັ່ງນີ້: 1. ຜະລິດ,ດັດແກ້ຫຼືສ້ອມແປງເຄື່ອງມືແລະອຸປະກອນວັດ ແທກໂດຍບໍ່ໄດ້ຮັບການຮັບຮອງຈາກອົງການຄຸ້ມຄອງວຽກງານວັດ ແທກແຫ່ງຊາດ; 2. ນໍາເຂົ້າເຄື່ອງມືແລະອຸປະກອນວັດແທກໂດຍບໍ່ໄດ້ຮັບອະ ນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ; 3. ຜະລິດ,ດັດແປງເຄື່ອງມືແລະອຸປະກອນວັດແທກບໍ່ຖືກ ຕ້ອງຕາມຕົ້ນແບບຫຼືບໍ່ໄດ້ມາດຕະຖານ,ລອກຮຽນແບບ,ແອບອ້າງ ລິຂະສິດຂອງຜູ້ອື່ນ; 4. ຂັດຂວາງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຄຸ້ມຄອງ ແລະກວດກາວຽກງານວັດແທກ; 5. ໃຫ້ສິນບົນ,ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ຄຸ້ມຄອງແລະກວດ ກາວຽກງານວັດແທກ; 6. ຈໍາໜ່າຍຫຼືນໍາໃຊ້ເຄື່ອງມືແລະອຸປະກອນວັດແທກທີ່ບໍ່ໄດ້ ມາດຕະຖານແລະບໍ່ຖືກຕ້ອງ; 7. ປອມແປງເອກະສານ,ການຢັ້ງຢືນກ່ຽວກັບເຄື່ອງມືແລະ ອຸປະກອນວັດແທກ; 8. ລັກໂລບການວັດແທກໃນເວລາແລກປ່ຽນແລະຊື້ຂາຍສິນ ຄ້າ.

...ມາດຕາ 38 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກ

ມາດຕາ 38 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກ ງານວັດແທກ ຫ້າມເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກມີ ການກະທໍາຕົ້ນຕໍດັ່ງນີ້: 1. ຂາດຄວາມຮັບຜິດຊອບແລະປະລະໜ້າທີ່ຕໍ່ວຽກງານວັດ ແທກ; 2. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸດຕິທໍາຫຼືລໍາອຽງຕໍ່ບຸກຄົນ ຫຼືການຈັດຕັ້ງໃດໜຶ່ງ; 3. ຂັບສິນບົນຫຼືສວຍໃຊ້ຕໍາແໜ່ງເພື່ອຜົນປະໂຫຍດສ່ວນຕົວ, ຄອບຄົວຫຼືຍາດພີ່ນ້ອງ; 4. ບັງຄັບ,ນາບຂູ່,ໃຊ້ຄວາມຮຸນແຮງຕໍ່ບຸກຄົນອື່ນກ່ຽວກັບ ວຽກງານວັດແທກ; 5. ປອມແປງ,ແກ່ຍາວເວລາແລະຖ່ວງດຶງເອກະສານກ່ຽວ ກັບວຽກງານວັດແທກ.

...ມາດຕາ 39 ຂໍ້ຫ້າມສໍາລັບບຸກຄົນຫຼືການຈັດຕັ້ງອື່ນ

ມາດຕາ 39 ຂໍ້ຫ້າມສໍາລັບບຸກຄົນຫຼືການຈັດຕັ້ງອື່ນ ຫ້າມບຸກຄົນຫຼືການຈັດຕັ້ງອື່ນມີການກະທໍາຕົ້ນຕໍດັ່ງນີ້: 1. ສ້າງອຸປະສັກກີດຂວາງ,ແຊກແຊງວຽກງານວັດແທກ ຂອງຜູ້ດໍາເນີນທຸລະກິດ; 2. ສົມຮູ້ຮ່ວມຄິດເປັນຕົ້ນ:ຊ່ວຍເຫຼືອ,ຮ່ວມມື,ຊຸກເຊື່ອງ,ປິດ ບັງ,ປົກປ້ອງຜູ້ດໍາເນີນທຸລະກິດແລະບຸກຄົນຕ່າງໆທີ່ມີການລະເມີດ ລະບຽບກົດໝາຍກ່ຽວກັບວຽກງານວັດແທກ; 3. ລາຍງານຫຼືໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງຕໍ່ເຈົ້າໜ້າທີ່ຄຸ້ມຄອງ ແລະກວດກາວຽກງານວັດແທກ. 4. ເປັນສື່ກາງໃນການຮັບຫຼືໃຫ້ສິນບົນ.

..ພາກທີ 5 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 40 ຫຼັກການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 40 ຫຼັກການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງຕ້ອງປະຕິບັດຕາມຫຼັກການດັ່ງນີ້: - ສະເໝີພາບ; - ເປັນທໍາ; - ວ່ອງໄວແລະຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ.

...ມາດຕາ 41 ວິທີການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 41 ວິທີການແກ້ໄຂຂໍ້ຂັດແຍ່ງ ຂໍ້ຂັດແຍ່ງກ່ຽວກັບວຽກງານວັດແທກສາມາດແກ້ໄຂດ້ວຍ ວິທີການໃດໜຶ່ງດັ່ງນີ້: 1. ການປະນີປະນອມກັນແລະການໄກ່ເກ່ຍ; 2. ການແກ້ໄຂທາງດ້ານບໍລິຫານ; 3. ການແກ້ໄຂຂໍ້ຂັດແຍ່ງໂດຍສູນຫຼືຫ້ອງການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ; 4. ການຕັດສິນຂອງສານປະຊາຊົນ.

...ມາດຕາ 42 ການປະນີປະນອມກັນແລະການໄກ່ເກ່ຍ

ມາດຕາ 42 ການປະນີປະນອມກັນແລະການໄກ່ເກ່ຍ ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບວຽກງານວັດແທກໃຫ້ຄູ່ກໍລະ ນີພະຍາຍາມແກ້ໄຂຂໍ້ຂັດແຍ່ງນັ້ນດ້ວຍການປຶກສາຫາລື,ການປະນີ ປະນອມກັນແລະການໄກ່ເກ່ຍເພື່ອເຮັດໃຫ້ຂໍ້ຂັດແຍ່ງນັ້ນສິ້ນສຸດລົງ.

...ມາດຕາ 43 ການແກ້ໄຂທາງດ້ານບໍລິຫານ

ມາດຕາ 43 ການແກ້ໄຂທາງດ້ານບໍລິຫານ ຖ້າຫາກບໍ່ສາມາດແກ້ໄຂດ້ວຍການປະນີປະນອມກັນແລະ ການໄກ່ເກ່ຍແລ້ວຄູ່ກໍລະນີມີສິດສະເໜີໃຫ້ອົງການຄຸ້ມຄອງວຽກ ງານວັດແທກແຫ່ງຊາດຫຼືຂະແໜງການອື່ນທີ່ກ່ຽວຂ້ອງພິຈາລະນາ ແກ້ໄຂຕາມລະບຽບການ.

...ມາດຕາ 44 ການແກ້ໄຂໂດຍສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 44 ການແກ້ໄຂໂດຍສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ ເມື່ອຄູ່ກໍລະນີຫາກບໍ່ສາມາດປະນີປະນອມກັນຫຼືໄກ່ເກ່ຍຫຼືບໍ່ສາ ມາດແກ້ໄຂທາງດ້ານບໍລິຫານໄດ້ແລ້ວກໍ່ມີສິດສະເໜີໃຫ້ສູນຫຼືຫ້ອງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດພິຈາລະນາແກ້ໄຂ.


...ມາດຕາ 45 ການຕັດສິນຂອງສານປະຊາຊົນ

ມາດຕາ 45 ການຕັດສິນຂອງສານປະຊາຊົນ ເມື່ອຄູ່ກໍລະນີຫາກບໍ່ປະຕິບັດຕາມວິທີການແກ້ໄຂທີ່ໄດ້ກໍານົດ ໄວ້ໃນ ມາດຕາ 42, 43 ແລະ 44 ຂອງກົດໝາຍສະບັບນີ້ແລ້ວກໍ່ ມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມລະບຽບ ກົດໝາຍ. ໃນກໍລະນີຫາກມີຂໍ້ຂັດແຍ່ງກ່ຽວກັບວຽກງານວັດແທກທີ່ພົວ ພັນກັບສາກົນໃຫ້ອີງໃສ່ກົດໝາຍພາຍໃນຫຼືສັນຍາ,ສົນທິສັນຍາສາ ກົນທີ່ ສປປລາວ ເປັນພາຄີ.

..ພາກທີ 6 ການຄຸ້ມຄອງແລະການກວດກາວຽກງານວັດແທກ


...ໝວດທີ 1 ການຄຸ້ມຄອງ


....ມາດຕາ 46 ອົງການຄຸ້ມຄອງວຽກງານວັດແທກແຫ່ງຊາດ

ມາດຕາ 46 ອົງການຄຸ້ມຄອງວຽກງານວັດແທກແຫ່ງຊາດ ລົດຖະບານຄຸ້ມຄອງວຽກງານວັດແທກຢ່າງລວມສູນເປັນ ເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ອົງການວິທະຍາ ສາດແລະເຕັກໂນໂລຊີແຫ່ງຊາດເປັນໃຈກາງໃນການປະສານສົມ ທົບກັບຂະແໜງການທີ່ກ່ຽວຂ້ອງເປັນຕົ້ນ:ອຸດສາຫະກໍາແລະການ ຄ້າ,ການເງິນ,ໂຍທາທິການແລະຂົນສົ່ງ,ສຶກສາທິການ,ສາທາລະ ນະສຸກ,ກະສິກໍາແລະປ່າໄມ້,ພະລັງງານແລະບໍ່ແຮ່,ຊັບພະຍາກອນ ນໍ້າແລະສິ່ງແວດລ້ອມ,ອົງການປົກຄອງທ້ອງຖິ່ນ. ອົງການຄຸ້ມຄອງວຽກງານວັດແທກແຫ່ງຊາດປະກອບດ້ວຍ: 1. ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ; 2. ພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ. ໃນກໍລະນີທີ່ມີຄວາມຈໍາເປັນອາດຈະສ້າງຕັ້ງຫ້ອງການວິທະ ຍາສາດແລະເຕັກໂນໂລຊີເມືອງ,ເທດສະບານກໍ່ໄດ້.

....ມາດຕາ 47 ສິດແລະໜ້າທີ່ຂອງອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ

ມາດຕາ 47 ສິດແລະໜ້າທີ່ຂອງອົງການວິທະຍາສາດແລະເຕັກໂນ ໂລຊີແຫ່ງຊາດ ໃນການຄຸ້ມຄອງວຽກງານວັດແທກອົງການວິທະຍາສາດ ແລະເຕັກໂນໂລຊີແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າແຜນຍຸດທະສາດ,ນະໂຍບາຍ,ລະບຽບກົດໝາຍ, ແຜນການແລະໂຄງການກ່ຽວກັບວຽກງານວັດແທກເພື່ອສະເໜີຕໍ່ ລັດຖະບານພິຈາລະນາ; 2. ຜັນຂະຫຍາຍແຜນນະໂຍບາຍ,ແຜນການ,ແຜນງານ ແລະໂຄງການຂອງລັດກ່ຽວກັບວຽກງານວັດແທກໃຫ້ເປັນລະບຽບ, ແຜນການ,ແຜນງານແລະໂຄງການຂອງຕົນພ້ອມທັງຈັດຕັ້ງປະຕິ ບັດ; 3. ໂຄສະນາ,ເຜີຍແຜ່ກົດໝາຍແລະລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບວຽກງານວັດແທກ; 4. ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການກ່ຽວ ກັບວຽກງານວັດແທກ; 5. ຊີ້ນໍາ,ຄຸ້ມຄອງ,ຕິດຕາມແລະປະເມີນຜົນການຈັດຕັ້ງປະ ຕິບັດວຽກງານວັດແທກໃນຂອບເຂດທົ່ວປະເທດ; 6. ສ້າງຕັ້ງລະບົບຂໍ້ມູນຂ່າວສານ,ກໍ່ສ້າງພື້ນຖານໂຄງລ່າງ ທາງດ້ານວັດຖຸເຕັກນິກກ່ຽວກັບວຽກງານວັດແທກ; 7. ອອກລະບຽບການຄຸ້ມຄອງແມ່ແບບວັດແທກແຕ່ລະຂັ້ນ, ຢັ້ງຢືນຄວາມຖືກຕ້ອງ,ການນໍາໃຊ້,ການກວດທຽບ,ການຮັກສາ, ການປ່ຽນແປງຫຼືລົບລ້າງແມ່ແບບວັດແທກຕາມຄວາມຮັບຜິດຊອບ ຂອງຕົນ; 8. ຢັ້ງຢືນການຜະລິດ,ການນໍາເຂົ້າ,ການນໍາໃຊ້,ການຈົດທະ ບຽນ,ການບໍລິການສ້ອມແປງ,ການກວດຄືນ,ການສອບທຽບ,ການ ປະກາດໃຊ້,ການຍົກເລີກກ່ຽວກັບເຄື່ອງມືແລະອຸປະກອນວັດແທກ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 9. ໂຈະ,ຖອນການຮັບຮອງການດໍາເນີນທຸລະກິດກ່ຽວກັບ ວຽກງານວັດແທກຂອງບຸກຄົນແລະການຈັດຕັ້ງ; 10. ແຕ່ງຕັ້ງ,ຍົກເລີກໜ່ວຍງານວິຊາການເຄື່ອນໄຫວວຽກ ງານວັດແທກໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ; 11. ກໍ່ສ້າງແລະຍົກລະດັບພະນັກງານກ່ຽວກັບວຽກງານ ວັດແທກ; 12. ພິຈາລະນາແລະແກ້ໄຂຄໍາສະເໜີຂອງພາກສ່ວນຕ່າງ ໆກ່ຽວກັບວຽກງານວັດແທກ; 13. ພັວພັນແລະຮ່ວມມືກັບສາກົນໃນຂົງເຂດວຽກງານວັດ ແທກ; 14. ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານວັດ ແທກໃຫ້ລັດຖະບານຢ່າງເປັນປົກກະຕິ; 15. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 48 ສິດແລະໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ

ມາດຕາ 48 ສິດແລະໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນ ໂລຊີແຂວງ,ນະຄອນ ໃນການຄຸ້ມຄອງວຽກງານວັດແທກພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນດັ່ງນີ້: 1. ຜັນຂະຫຍາຍແຜນຍຸດທະສາດ,ນະໂຍບາຍມາເປັນແຜນ ການແລະໂຄງການກ່ຽວກັບວຽກງານວັດແທກໃນຂັ້ນຂອງຕົນພ້ອມ ທັງຈັດຕັ້ງປະຕິບັດ; 2. ໂຄສະນາ,ເຜີຍແຜ່ກົດໝາຍແລະລະບຽບການຕ່າງໆທີ່ ກ່ຽວຂ້ອງກັບວຽກງານວັດແທກ; 3. ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການກ່ຽວ ກັບວຽກງານວັດແທກ; 4. ຄຸ້ມຄອງ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດ ວຽກງານວັດແທກ; 5. ສະໜອງຂໍ້ມູນຂ່າວສານ,ສະເໜີກໍ່ສ້າງພື້ນຖານໂຄງ ລ່າງທາງດ້ານວັດຖຸເຕັກນິກກ່ຽວກັບວຽກງານວັດແທກ; 6. ຢັ້ງຢືນການຜະລິດ,ການນໍາເຂົ້າ,ການນໍາໃຊ້,ການຈົດ ທະບຽນ,ການບໍລິການສ້ອມແປງ,ການກວດຄືນ,ການສອບທຽບ, ການປະກາດໃຊ້,ການຍົກເລີກກ່ຽວກັບເຄື່ອງມືແລະອຸປະກອນວັດ ແທກ; 7. ໂຈະ,ຖອນການຮັບຮອງການດໍາເນີນທຸລະກິດກ່ຽວກັບ ວຽກງານວັດແທກຂອງບຸກຄົນແລະການຈັດຕັ້ງ; 8. ສະເໜີແຕ່ງຕັ້ງ,ຍົກເລີກໜ່ວຍງານວິຊາການເຄື່ອນໄຫວ ວຽກງານວັດແທກໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ; 9. ພິຈາລະນາແລະແກ້ໄຂຄໍາສະເໜີຂອງພາກສ່ວນຕ່າງໆ ກ່ຽວກັບວຽກງານວັດແທກ; 10. ພັວພັນແລະຮ່ວມມືກັບສາກົນໃນຂົງເຂດວຽກງານວັດ ແທກຕາມການມອບໝາຍຂອງຂັ້ນເທິງ; 11. ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານວັດ ແທກໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 12. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 49 ໜ່ວຍງານວິຊາການເຄື່ອນໄຫວວຽກງານວັດແທກ

ມາດຕາ 49 ໜ່ວຍງານວິຊາການເຄື່ອນໄຫວວຽກງານວັດແທກ ໜ່ວຍງານວິຊາການເຄື່ອນໄຫວວຽກງານວັດແທກຂັ້ນສູນ ກາງແມ່ນຫົວໜ້າອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ ເປັນຜູ້ແຕ່ງຕັ້ງບົນພື້ນຖານການເຫັນດີຂອງຂະແໜງການທີ່ກ່ຽວ ຂ້ອງ.ສໍາລັບຂັ້ນແຂວງແມ່ນເຈົ້າແຂວງເປັນຜູ້ແຕ່ງຕັ້ງບົນພື້ນຖານ ການສະເໜີຂອງພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະ ຄອນເພື່ອຊ່ວຍວຽກໃນການຄຸ້ມຄອງແລະກວດກາວຽກງານວັດ ແທກ. ໜ່ວຍງານວິຊາການເຄື່ອນໄຫວວຽກງານວັດແທກແຕ່ລະ ຂັ້ນປະກອບດ້ວຍຜູ້ຕາງໜ້າຈາກຂະແໜງການຕ່າງໆເຊັ່ນ:ຂະແໜງ ການວິທະຍາສາດແລະເຕັກໂນໂລຊີ,ການເງິນ,ອຸດສາຫະກໍາແລະ ການຄ້າ,ໂຍທາທິການແລະຂົນສົ່ງ,ສາທາລະນະສຸກ,ພະລັງງານ ແລະບໍ່ແຮ່,ປ້ອງກັນຄວາມສະຫງົບ,ກະສິກໍາແລະປ່າໄມ້,ຊັບພະຍາ ກອນນໍ້າແລະສິ່ງແວດລ້ອມແລະອົງການປົກຄອງທ້ອງຖິ່ນ. ໜ່ວຍງານວິຊາການເຄື່ອນໄຫວວຽກງານວັດແທກດັ່ງກ່າວ ເປັນການຈັດຕັ້ງທີ່ບໍ່ປະຈໍາການ.

....ມາດຕາ 50 ສິດແລະໜ້າທີ່ຂອງໜ່ວຍງານວິຊາການເຄື່ອນໄຫວວຽກງານວັດແທກ

ມາດຕາ 50 ສິດແລະໜ້າທີ່ຂອງໜ່ວຍງານວິຊາການເຄື່ອນໄຫວ ວຽກງານວັດແທກ ໜ່ວຍງານວິຊາການເຄື່ອນໄຫວວຽກງານວັດແທກມີສິດ ແລະໜ້າທີ່ດັ່ງນີ້: 1. ຕິດຕາມກວດກາເຄື່ອງມືແລະອຸປະກອນວັດແທກເພື່ອໃຫ້ ຖືກຕ້ອງຕາມລະບຽບກົດໝາຍ; 2. ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງດໍາເນີນການຕາມລະ ບຽບຫຼັກການເມື່ອເຫັນວ່າເຄື່ອງມືແລະອຸປະກອນວັດແທກບໍ່ຖືກຕ້ອງ ຕາມທີ່ກໍານົດໄວ້; 3. ລາຍງານການເຄື່ອນໄຫວໃຫ້ອົງການຄຸ້ມຄອງວຽກງານ ວັດແທກແຫ່ງຊາດ,ກະຊວງ,ອົງການປົກຄອງແຂວງ,ນະຄອນແລະ ການຈັດຕັ້ງທີ່ກ່ຽວຂ້ອງກ່ຽວກັບວຽກງານວັດແທກຢ່າງເປັນປົກກະຕິ: 4. ສະໜອງຂໍ້ມູນໃຫ້ແກ່ການດໍາເນີນການສືບສວນ-ສອບສວນ ຄະດີກ່ຽວກັບວຽກງານວັດແທກ; 5. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 51 ເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກ

ມາດຕາ 51 ເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກ ເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກຂັ້ນສູນ ກາງແມ່ນພະນັກງານສັງກັດລັດທີ່ຂຶ້ນກັບອົງການວິທະຍາສາດແລະ ເຕັກໂນໂລຊີແຫ່ງຊາດ. ເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກຂັ້ນແຂວງ ແມ່ນພະນັກງານສັງກັດລັດທີ່ຂຶ້ນກັບພະແນກວິທະຍາສາດແລະເຕັກໂນ ໂລຊີແຂວງ,ນະຄອນ. ສິດແລະໜ້າທີ່ຂອງເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານ ວັດແທກໄດ້ກໍານົດໄວ້ໃນລະບຽບການສະເພາະ. ....ມາດຕາ 52 ສິດແລະໜ້າທີ່ຂອງຂະແໜງການແລະພາກສ່ວນອື່ນ

ມາດຕາ 52 ສິດແລະໜ້າທີ່ຂອງຂະແໜງການແລະພາກສ່ວນອື່ນ ກະຊວງ,ຂະແໜງການແລະພາກສ່ວນອື່ນມີສິດແລະໜ້າທີ່ ຄຸ້ມຄອງວຽກງານວັດແທກຕາມພາລະບົດບາດແລະຄວາມຮັບຜິດ ຊອບຂອງຕົນ.

...ໝວດທີ 2 ການກວດກາ


....ມາດຕາ 53 ອົງການກວດກາວຽກງານວັດແທກ

ມາດຕາ 53 ອົງການກວດກາວຽກງານວັດແທກ ອົງການກວດກາວຽກງານວັດແທກປະກອບດ້ວຍ: 1. ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງ ການຄຸ້ມຄອງວຽກງານວັດແທກແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 46 ຂອງກົດໝາຍສະບັບນີ້; 2. ອົງການກວດກາພາຍນອກຊຶ່ງມີສະພາແຫ່ງຊາດ,ອົງການ ກວດກາລັດ,ອົງການກວດສອບແຫ່ງລັດ,ອົງການຈັດຕັ້ງສັງຄົມແລະ ສື່ມວນຊົນ.

....ມາດຕາ 54 ສິດແລະໜ້າທີ່ຂອງອົງການກວດກາພາຍໃນ

ມາດຕາ 54 ສິດແລະໜ້າທີ່ຂອງອົງການກວດກາພາຍໃນ ອົງການກວດກາພາຍໃນກ່ຽວກັບວຽກງານວັດແທກມີສິດ ແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບ ການວັດແທກ; 2. ເຂົ້າຮ່ວມໃນການດໍາເນີນການສືບສວນ-ສອບສວນຄະດີ ກ່ຽວກັບການວັດແທກ; 3. ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາການປະຕິ ບັດມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການວັດແທກ; 4. ສະຫຼຸບຜົນຂອງການປະຕິບັດວຽກງານກວດກາແຕ່ລະໄລ ຍະແລະລາຍງານໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ.

....ມາດຕາ 55 ສິດແລະໜ້າທີ່ຂອງອົງການກວດກາພາຍນອກ

ມາດຕາ 55 ສິດແລະໜ້າທີ່ຂອງອົງການກວດກາພາຍນອກ ອົງການກວດກາພາຍນອກມີສິດແລະໜ້າທີ່ກວດກາການຈັດ ຕັ້ງປະຕິບັດວຽກງານວັດແທກຕາມຂອບເຂດຄວາມຮັບຜິດຊອບຂອງ ຕົນ;

....ມາດຕາ 56 ຮູບການກວດກາວຽກງານວັດແທກ

ມາດຕາ 56 ຮູບການກວດກາວຽກງານວັດແທກ ການກວດກາວຽກງານວັດແທກມີສາມຮູບການດັ່ງນີ້: 1. ການກວດກາຕາມແຜນການປົກກະຕິ; 2. ການກວດການອກແຜນການໂດຍແຈ້ງໃຫ້ຊາບລ່ວງໜ້າ; 3. ການກວດກາແບບກະທັນຫັນ.

ການກວດກາຕາມແຜນການປົກກະຕິແມ່ນການກວດກາທີ່ ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນ ແນ່ນອນ. ການກວດການອກແຜນການໂດຍແຈ້ງໃຫ້ຊາບລ່ວງໜ້າ ແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງ ຕ້ອງແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ..ພາກທີ 7 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍຜູ້ລະເມີດ


...ມາດຕາ 57 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 57 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິ ບັດລະບຽບກົດໝາຍກ່ຽວກັບການວັດແທກເປັນຕົ້ນການປະຕິບັດ ວຽກງານວັດແທກຢ່າງເຂັ້ມງວດແລະມີປະສິດທະພາບຈະໄດ້ຮັບ ການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 58 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 58 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບການ ວັດແທກຈະຖືກຕັກເຕືອນ,ສຶກສາອົບຮົມ,ປັບໃໝ,ປະຕິບັດວິໄນ,ໃຊ້ ແທນທາງແພ່ງຫຼືຖືກລົງໂທດທາງອາຍາຕາມກໍລະນີເບົາຫຼືໜັກ.

...ມາດຕາ 59 ມາດຕະການສຶກສາອົບຮົມ

ມາດຕາ 59 ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບການ ວັດແທກແລະຂໍ້ຫ້າມທີ່ມີລັກສະນະເບົາ,ຄັ້ງທໍອິດໂດຍບໍ່ເຈດຕະນາດບໍ່ ມີຄວາມຈິງໃຈລາຍງານ,ບໍ່ເປັນການກະທໍາຜິດທາງອາຍາແລະກໍ່ ຄວາມເສຍຫາຍທີ່ມີມູນຄ່າບໍ່ເກີນຫ້າແສນກີບຈະຖືກຕັກເຕືອນ,ສຶກສາ ອົບຮົມ.

...ມາດຕາ 60 ມາດຕະການທາງວິໄນ

ມາດຕາ 60 ມາດຕະການທາງວິໄນ ພະນັກງານຫຼືເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດ ແທກທີ່ລະເມີດກົດໝາຍສະບັບນີ້ແລະຂໍ້ຫ້າມທີ່ມີລັກສະນະເບົາຊຶ່ງບໍ່ເປັນການກະທໍາຜິດທາງອາຍາແລະຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າ ຫ້າແສນກີບ,ບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຄວາມຜິດຂອງຕົນຈະ ຖືກປະຕິບັດວິໄນເຊັ່ນ:ຕິຕຽນ,ກ່າວເຕືອນຄວາມຜິດຕາມລະບຽບລັດ ຖະກອນພ້ອມທັງບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງຜູ້ ກ່ຽວ. ໃນກໍລະນີທີ່ເຫັນວ່າການກະທໍານັ້ນມີລັກສະນະຮ້າຍແຮງ,ກໍ່ ຄວາມເສຍຫາຍທີ່ມີມູນຄ່າແຕ່ຫ້າແສນກີບຂຶ້ນໄປ,ບໍ່ມີຄວາມຈິງໃຈ ລາຍງານ,ຫຼົບຫຼີກຄວາມຜິດກໍ່ຈະຖືກປະຕິບັດວິໄນຕາມແຕ່ລະກໍລະນີ ດັ່ງນີ້: 1. ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ; 2. ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າ ກວ່າເກົ່າ; 3. ໃຫ້ອອກຈາກລັດຖະກອນໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ຖືກປະຕິບັດວິໄນຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງ ນັ້ນຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

...ມາດຕະການ 61 ມາດຕະການປົບໃໝ

ມາດຕະການ 61 ມາດຕະການປົບໃໝ ບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ໂດຍເຈດຕະ ນາຫຼືດ້ວຍຄວາມບໍ່ລະມັດລະວັງເປັນຄັ້ງທີສອງຊຶ່ງບໍ່ເປັນການກະທໍາ ຜິດທາງອາຍາຈິຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ.

...ມາດຕາ 62 ມາດຕະການທາງແພ່ງ

ມາດຕາ 62 ມາດຕະການທາງແພ່ງ ບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ແລະຂໍ້ຫ້າມ ຊຶ່ງໄດ້ກໍ່ຄວາມເສຍຫາຍແກ້ຜູ້ອື່ນຈະຕ້ອງໃຊ້ແທນຄ່າເສຍຫາຍຕາມ ມູນຄ່າຕົວຈິງທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 63 ມາດຕະການທາງອາຍາ

ມາດຕາ 63 ມາດຕະການທາງອາຍາ ບຸກຄົນທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຊຶ່ງເປັນ ການກະທໍາຜິດທາງອາຍາຈະຖືກລົງໂທດຕາມກົດໝາຍອາຍາແລ້ວ ແຕ່ກໍລະນີເບົາຫຼືໜັກພ້ອມທັງໃຊ້ແທນຄ່າເສຍຫາຍທາງແພ່ງ.

...ມາດຕາ 64 ມາດຕະການໂທດເພີ່ມ

ມາດຕາ 64 ມາດຕະການໂທດເພີ່ມ ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດໄວ້ໃນ ມາດຕາ 63 ຂອງ ກົດໝາຍສະບັບນີ້ຜູ້ກະທໍາຜິດຍັງຈະຖືກປະຕິບັດມາດຕະການໂທດ ເພີ່ມເຊັ່ນ:ໂຈະຫຼືຖອນໃບອະນຸຍາດ,ໂຈະການນໍາໃຊ້ເຄື່ອງມືແລະອຸ ປະກອນວັດແທກ,ຮັບເຄື່ອງມືແລະອຸປະກອນວັດແທກພ້ອມທັງຊັບສິນ ທີ່ໄດ້ມາຈາກການກະທໍາຜິດມາເປັນຂອງລັດ.

..ພາກທີ 8 ບົດບັນຍັດສຸດທ້າຍ


...ມາດຕາ 65 ການຈັດຕັ້ງປະຕິບັດ

ມາດຕາ 65 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້. ...ມາດຕາ 66 ຜົນສັກສິດ

ມາດຕາ 66 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງໜຶ່ງຮ້ອຍຊາວວັນນັບ ແຕ່ວັນປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດ ໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ.

ປະທານສະພາແຫ່ງຊາດ.