ກົດໝາຍວ່າດ້ວຍການວັດແທກ(ສະບັບປັບປຸງ) 13-12-2013

From Wikisource
Jump to navigation Jump to search

ການວັດແທກ(ສະບັບປັບປຸງ) 13-12-2013

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການ,ມາດຕະການກ່ຽວກັບການຄຸ້ມຄອງແລະການກວດກາການເຄື່ອນໄຫວວຽກງານວັດແທກເພື່ອເຮັດໃຫ້ວຽກງານດັ່ງກ່າວດໍາເນີນໄປຢ່າງເປັນເອກະພາບ,ຖືກຕ້ອງ,ຊັດເຈນແລະທັນສະໄໝ,ຮັບປະກັນສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ດໍາເນີນທຸລະກິດແລະຜູ້ຊົມໃຊ້ແນໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ກິດຈະການການຜະລິດ,ການບໍລິການ,ການແລກປ່ຽນ,ການຊື້ຂາຍຮັບປະກັນໃຫ້ປະຊາຊົນມີຄວາມປອດໄພແລະສັງຄົມມີຄວາມຍຸຕິທໍາປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມແລະພັດທະນາເສດຖະກິດສັງຄົມຂອງຊາດ.

ມາດຕາ2(ປັບປຸງ)ການວັດແທກ ການວັດແທກແມ່ນການກໍານົດຄ່າເປັນຕົວເລກທີ່ຊີ້ບອກຄຸນລັກສະນະ,ຂະໜາດ,ປະລິມານຂອງວັດຖຸສິ່ງຂອງທີ່ຕ້ອງການຄໍານວນ,ຕ້ອງການຮູ້ດ້ວຍການໃຊ້ແມ່ແບບວັດແທກ,ເຄື່ອງມື,ອຸປະກອນວັດແທກທີ່ໄດ້ມາດຕະຖານຕາມທີ່ໄດ້ກໍານົດໄວ້ໃນມາດຕາ10ຂອງກົດໝາຍສະບັບນີ້.

ມາດຕາ(ປັບປຸງ)ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ຫົວໜ່ວຍວັດແທກສາກົນໝາຍເຖິງລະບົບຫົວໜ່ວຍວັດແທກຊຶ່ງຖືກຮັບຮອງໂດຍອົງການສາກົນທີ່ກ່ຽວຂ້ອງ; 2.ອຸປະກອນວັດແທກໝາຍເຖິງເຄື່ອງມືທີ່ໃຊ້ເພື່ອດໍາເນີນການວັດແທກຊຶ່ງປະກອບດ້ວຍເຄື່ອງດຽວຫຼືນໍາໃຊ້ອຸປະກອນເສີມອື່ນໆເຊັ່ນກະໂຕ້ນຊິງ,ໝໍ້ນັບກະແສໄຟຟ້າ,ໝໍ້ນັບນໍ້າປະປາ,ຜາງຊິງ,ໄມ້ເມຍ(ສໍາລັບກ້ອງສ່ອງຈັບລະດັບ); 3.ຕົ້ນແບບເຄື່ອງມືແລະອຸປະກອນວັດແທກໝາຍເຖິງເຄື່ອງມືແລະອຸປະກອນວັດແທກທີ່ສ້າງຂຶ້ນມາເປັນຕົວຢ່າງເພື່ອກວດສອບຢັ້ງຢືນຄວາມຖືກຕ້ອງກ່ອນການດໍາເນີນການຜະລິດ; 4.ການກວດທຽບໝາຍເຖິງການດໍາເນີນການກວດຄືນຄ່າອະນຸຍາດຜິດດ່ຽງຂອງແມ່ແບບວັດແທກໃດໜຶ່ງໂດຍສົມທຽບແບບຕໍ່ເນື່ອງກັບແມ່ແບບວັດແທກທີ່ກ່ຽວຂ້ອງຊຶ່ງມີຄຸນນະພາບຫຼືຄວາມຊັດເຈນສູງກວ່າທີ່ສາມາດສ້າງສາຍພົວພັນກັບມາດຕະຖານແຫ່ງຊາດຫຼືມາດຕະຖານສາກົນ; 5.ການສອບທຽບໝາຍເຖິງການດໍາເນີນການກວດສອບຄວາມຖືກຕ້ອງຂອງເຄື່ອງມືແລະອຸປະກອນວັດແທກດ້ວຍການປຽບທຽບກັບແມ່ແບບວັດແທກທີ່ກ່ຽວຂ້ອງຊຶ່ງມີຄຸນນະພາບຫຼືຄວາມຊັດເຈນຕໍ່າກວ່າ; 6.ການກວດຄືນໝາຍເຖິງການດໍາເນີນການສອບທຽບຄືນໃໝ່ຂອງເຄື່ອງມືແລະອຸປະກອນວັດແທກທີ່ຜະລິດແລະນໍາໃຊ້ເພື່ອຢັ້ງຢືນຄວາມຖືກຕ້ອງຕາມແມ່ແບບວັດແທກ; 7.ພາຊະນະບັນຈຸໝາຍເຖິງວັດຖຸທີ່ໃຊ້ເພື່ອຫຸ້ມຫໍ່ສິ່ງຂອງໃດໜຶ່ງເຊັ່ນແກັດ,ກັບ,ກະປ໋ອງ,ກວດແກ້ວແລະກວດຢາງ; 8.ສິນຄ້າຫຸ້ມຫໍ່ໝາຍເຖິງຜະລິດຕະພັນທີ່ຖືກຫຸ້ມຫໍ່ດ້ວຍພາຊະນະບັນຈຸໃດໜຶ່ງຫຼືດ້ວຍວິທີໃດໜຶ່ງກ່ອນການຂາຍຍົກຫຼືຂາຍຍ່ອຍ; 9.ປະລິມານສຸທິໝາຍເຖິງນໍ້າໜັກຫຼືບໍລິມາດຕົວຈິງຂອງຜະລິດຕະພັນຫຼືສິນຄ້າກ່ອນນໍາເຂົ້າໃສ່ພາຊະນະບັນຈຸ; 10.ປະລິມານກໍານົດໝາຍເຖິງນໍ້າໜັກຫຼືບໍລິມາດທີ່ຖືກກໍານົດຫຼືຄາດຄະເນຊຶ່ງອາດຈະແຕກຕ່າງຈາກປະລິມານສຸດທິ; 11.ກາໝາຍການກວດຄືນໝາຍເຖິງສັນຍາລັກທີ່ໃຊ້ກັບເຄື່ອງມື,ອຸປະກອນວັດແທກທີ່ຢັ້ງຢືນເຖິງຄວາມຖືກຕ້ອງຂອງເຄື່ອງມື,ອຸປະກອນວັດແທກທີ່ໄດ້ກວດຜ່ານແລ້ວ; 12.ສັນຍາລັກຕາປະທັບໃສ່ອຸປະກອນວັດແທກໝາຍເຖິງສັນຍາລັກທີ່ປົກປ້ອງອຸປະກອນວັດແທກເພື່ອບໍ່ໃຫ້ີການປ່ຽນແປງ,ການດັດແປງ,ການຖອດສ່ວນໃດສ່ວນໜຶ່ງຫຼືຫຼາຍສ່ວນອອກ; 13.ການວັດແທກທາງກົດໝາຍໝາຍເຖິງການວັດແທກຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ,ລະບຽບການທາງດ້ານບໍລິຫານແລະທາງດ້ານເຕັກນິກ; 14.ອົງການທີ່ມີຄວາມສາມາດພຽງພໍໝາຍເຖິງອົງການທີ່ມີຄວາມສາມາດໃນການຢັ້ງຢືນແລະຖືກຮັບຮອງເອົາໂດຍອົງການວັດແທກສາກົນເປັນຕົ້ນ"ກອງປະຊຸມການຮັບຮອງສາກົນ"ແລະ"ອົງການຮັບຮອງຫ້ອງທົດລອງສາກົນ"

ມາດຕາ4(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບວຽກງານວັດແທກ ລັດສົ່ງເສີມການນໍາໃຊ້ແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກທີ່ຖືກຕ້ອງຕາມມາດຕະຖານແລະລະບຽບກົດໝາຍເຂົ້າໃນການຮັບໃຊ້ການຜະລິດທຸລະກິດ,ການບໍລິການ,ການແລກປ່ຽນ,ການຊື້ຂາຍ,ການຊົມໃຊ້ປະຈໍາວັນຂອງສັງຄົມເພື່ອຮັບປະກັນຄວາມປອດໄພແລະຍຸຕິທໍາ. ລັດເອົາໃຈໃສ່ສະໜອງງົບປະມານ,ປະກອບບຸກຄະລະກອນ,ພາຫະນະ,ເຄື່ອງມືແລະອຸປະກອນ,ກໍ່ສ້າງພື້ນຖານທາງດ້ານວັດຖຸເຕັກນິກຢ່າງເໝາະສົມຫ້ອງທົດລອງ,ແມ່ແບບວັດແທກ,ສູນຝຶກອົບຮົມເພື່ອຮັບປະກັນການຄຸ້ມຄອງແລະກວດກາວຽກງານວັດແທກໃຫ້ມີປະສິດທິຜົນສູງ. ລັດຊຸກຍູ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດລົງທຶນເຂົ້າໃສ່ວຽກງານວັດແທກ,ມີສ່ວນຮ່ວມໃນການເຄື່ອນໄຫວ,ກວດກາແລະພັດທະນາວຽກງານວັດແທກໃຫ້ທັນສະໄໝ.

ມາດຕາ5(ປັບປຸງ)ຫຼັກການພື້ນຖານກ່ຽວກັບວຽກງານວັດແທກ ການເຄື່ອນໄຫວວຽກງານວັດແທກໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1.ລັດຄຸ້ມຄອງວຽກງານວັດແທກຢ່າງລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດໂດຍໃຫ້ຂະແໜງການທີ່ກ່ຽວຂ້ອງເຮັດໜ້າທີ່ຄຸ້ມຄອງຕົວຈິງ; 2.ວຽກງານວັດແທກຕ້ອງຮັບປະກັນຄວາມຖືກຕ້ອງ,ປອດໄພ,ໂປ່ງໃສ,ຍຸຕິທໍາແລະສາມາດກວດສອບໄດ້; 3.ແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກທີ່ນໍາໃຊ້ໃນສປປລາວຕ້ອງຮັບປະກັນມາດຕະຖານແລະຖືກຕ້ອງຕາມລະບຽບກົດໝາຍຂອງສປປລາວ; 4.ລະບົບການວັດແທກຂອງສປປລາວຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ,ສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ມາດຕາ6(ປັບປຸງ)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບການເຄື່ອນໄຫວໃນຂົງເຂດການວັດແທກຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງໃນຂອບເຂດທົ່ວປະເທດເວັ້ນເສຍແຕ່ການແລກປ່ຽນແລະການຊື້ຂາຍຕາມແບບດັ້ງເດີມເປັນຕົ້ນເປັນກອງ,ເປັນມັດ,ເປັນຖົງ,ເປັນຫໍ່ແລະເປັນກະຕ່າ.

ມາດຕາ7ການຮ່ວມມືສາກົນ ລັດເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານວັດແທກດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ສ້າງແລະຍົກລະດັບຄວາມຮູ້,ຄວາມສາມາດຂອງບຸກຄະລາກອນ,ຍາດແຍ່ງການຊ່ວຍເຫຼືອແລະອື່ນໆບົນພື້ນຖານຫຼັກການຄວາມເປັນເອກະລາດ,ເປັນເຈົ້າຕົນເອງ,ສະເໝີພາບແລະຕ່າງຝ່າຍຕ່າງມີຜົນປະໂຫຍດແລະປະຕິບັດຕາມສັນຍາສາກົນແແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ2ວຽກງານວັດແທກ

ມາດຕາ8(ປັບປຸງ)ວຽກງານວັດແທກ ວຽກງານວັດແທກແມ່ນບັນດາກິດຈະການກ່ຽວກັບການວັດແທກເປັນຕົ້ນການສອບທຽບ,ການກວດທຽບແລະການກວດຄືນແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກ,ການຢັ້ງຢືນ,ການຮັບຮອງ,ຜະລິດຕະພັນຫຸ້ມຫໍ່ແລະປະລິມານສຸດທິ. ວຽກງານວັດແທກແມ່ນວຽກງານທີ່ຈໍາເປັນເພື່ອຮັບປະກັນຄວາມເປັນເອກະພາບດ້ານການວັດແທກແນໃສ່ປັບປຸງຄຸນນະພາບຂອງຜະລິດຕະພັນແລະການບໍລິການປະກອບສ່ວນເຂົ້າໃນການສົ່ງເສີມການຄ້າພາຍໃນແລະຕ່າງປະເທດ.

ມາດຕາ9(ໃໝ່)ພາຫະນະວັດແທກ ພາຫະນະວັດແທກມີດັ່ງນີ້: 1.ຫົວໜ່ວຍວັດແທກ; 2.ແມ່ແບບວັດແທກ; 3.ເຄື່ອງມືແລະອຸປະກອນວັດແທກ; 4.ສິນຄ້າຫຸ້ມຫໍ່. ນອກຈາກນີ້ອາດຈະຍັງມີພາຫະນະວັດແທກອື່ນອີກ.

ໝວດທີ1ຫົວໜ່ວຍວັດແທກ

ມາດຕາ10ຫົວໜ່ວຍວັດແທກ ຫົວໜ່ວຍວັດແທກທີ່ນໍາໃຊ້ຢູ່ສປປລາວປະກອບດ້ວຍຫົວໜ່ວຍວັດແທກພື້ນຖານແລະຫົວໜ່ວຍວັດແທກຍ່ອຍ. ຫົວໜ່ວຍວັດແທກພື້ນຖານມີດັ່ງດຽວກັນກັບຫົວໜ່ວຍວັດແທກຂອງລະບົບເມຕຼິກຫຼືລະບົບສາກົນຊຶ່ງປະກອບດ້ວຍ: 1.ແມັດແມ່ນຫົວໜ່ວຍວັດແທກພື້ນຖານຂອງຄວາມຍາວ; 2.ກິໂລກຼາມແມ່ນຫົວໜ່ວຍວັດແທກພື້ນຖານຂອງນໍ້າໜັກ; 3.ວິນາທີແມ່ນຫົວໜ່ວຍວັດແທກພື້ນຖານຂອງເວລາ; 4.ອໍາແປແມ່ນຫົວໜ່ວຍວັດແທກພື້ນຖານຂອງກະແສໄຟຟ້າ; 5.ແກນວິນແມ່ນຫົວໜ່ວຍວັດແທກພື້ນຖານຂອງອຸນນະພູມ; 6.ໂມນແມ່ນຫົວໜ່ວຍວັດແທກພື້ນຖານຂອງປະລິມານສານເຄມີ; 7.ກັງເດີລາແມ່ນຫົວໜ່ວຍວັດແທກພື້ນຖານຂອງແສງ. ສໍາລັບຫົວໜ່ວຍວັດແທກຍ່ອຍໄດ້ມີເອກະສານຊ້ອນທ້າຍຂອງກົດໝາຍສະບັບນີ້.

ມາດຕາ11ການນໍາໃຊ້ຫົວໜ່ວຍວັດແທກ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ຫົວໜ່ວຍວັດແທກເຂົ້າໃນການເຄື່ອນໄຫວວຽກງານວັດແທກຢູ່ສປປລາວຕ້ອງປະຕິບັດຕາມຫົວໜ່ວຍວັດແທກທີ່ໄດ້ກໍານົດໄວ້ໃນມາດຕາ10ຂອງກົດໝາຍສະບັບນີ້. ສໍາລັບສິນຄ້າເພື່ອການສົ່ງອອກໃຫ້ນໍາໃຊ້ຫົວໜ່ວຍວັດແທກທີ່ໄດ້ກໍານົດໄວ້ໃນວັກທີໜຶ່ງຂອງມາດຕານີ້ເວັ້ນເສຍແຕ່ຄູ່ສັນຍາຫາກໄດ້ຕົກລົງກັນໄວ້ຢ່າງອື່ນ.

ໝວກທີ2ແມ່ແບບວັດແທກ

ມາດຕາ12(ປັບປຸງ)ແມ່ແບບວັດແທກ ແມ່ແບບວັດແທກທີ່ນໍາໃຊ້ໃນສປປລາວມີສາມຂັ້ນດັ່ງນີ້: 1.ແມ່ແບບວັດແທກຂັ້ນໜຶ່ງແມ່ນແມ່ແບບວັດແທກທີ່ມີມາດຕະຖານຄວາມຊັດເຈນສູງສຸດຊຶ່ງມີຢູ່ສະຖານທີ່ຫຼືການຈັດຕັ້ງໃດໜຶ່ງທີ່ດໍາເນີນການວັດແທກໂດຍສອດຄ່ອງກັບລະບຽບການຂອງສາກົນ; 2.ແມ່ແບບວັດແທກຂັ້ນສອງແມ່ນແມ່ແບບວັດແທກທີ່ຖືກກໍານົດໂດຍຜ່ານການສອບທຽບຄວາມຊັດເຈນກັບແມ່ແບບວັດແທກຂັ້ນໜຶ່ງໃນປະລິມານດຽວກັນ.ການສອບທຽບສາມາດດໍາເນີນໂດຍກົງລະຫວ່າງແມ່ແບບວັດແທກຂັ້ນໜຶ່ງແລະແມ່ແບບວັດແທກຂັ້ນສອງຫຼືອາດຈະມີລະບົບການວັດແທກອື່ນປະກອບຢູ່ນໍາ.ແມ່ແບບວັດແທກຂັ້ນສອງມີຄ່າຄວາມຊັດເຈນຕໍ່າກວ່າແມ່ແບບວັດແທກຂັ້ນໜຶ່ງ; 3.ແມ່ແບບວັດແທກຂັ້ນປະຕິບັດງານແມ່ນແມ່ແບບວັດແທກທີ່ນໍາໃຊ້ເປັນປະຈໍາເພື່ອສອບທຽບເຄື່ອງມືແລະອຸປະກອນວັດແທກທີ່ນໍາໃຊ້ທົ່ວໄປຊຶ່ງມີຄ່າຄວາມຊັດເຈນຕໍ່າກວ່າແມ່ແບບວັດແທກຂັ້ນສອງ. ຂັ້ນຕົນແລະວິທີການຮັບຮອງເອົາແມ່ແບບວັດແທກແຕ່ລະຂັ້ນໄດ້ກໍານົດໄວ້ໃໃນລະບຽບການຕ່າງຫາກ.

ມາດຕາ13ການຜະລິດແມ່ແບບວັດແທກ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຕ້ອງການດໍາເນີນທຸລະກິດການຜະລິດແມ່ແບບວັດແທກຕ້ອງປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ32ແລະ33ຂອງກົດໝາຍສະບັບນີ້.

ມາດຕາ14ການນໍາໃຊ້ແມ່ແບບວັດແທກ ແມ່ແບບວັດແທກແຕ່ລະຂັ້ນຖືກນໍາໃຊ້ຕາມກໍລະນີດັ່ງນີ້: 1.ແມ່ແບບວັດແທກຂັ້ນໜຶ່ງນໍາໃຊ້ເພື່ອສອບທຽບແມ່ແບບວັດແທກຂັ້ນສອງ; 2.ແມ່ແບບວັດແທກຂັ້ນສອງນໍາໃຊ້ເພື່ອສອບທຽບແມ່ແບບວັດແທກຂັ້ນປະຕິບັດງານ; 3.ແມ່ແບບວັດແທກຂັ້ນປະຕິບັດງານນໍາໃຊ້ເພື່ອສອບທຽບເຄື່ອງມືແລະອຸປະກອນວັດແທກທີ່ນໍາໃຊ້ທົ່ວໄປ.

ມາດຕາ15(ປັບປຸງ)ການກວດທຽບແມ່ແບບວັດແທກ ການກວດທຽບແມ່ແບບວັດແທກແມ່ນການດໍາເນີນການກວດສອບຄຸນລັກສະນະຂອງຜົນການວັດແທກຊຶ່ງພົວພັນກັບສິ່ງອ້າງອີງທີ່ມີເອກະສານປະກອບການບັນທຶກແບບເປັນຕ່ອງໂສ້ຕໍ່ເນື່ອງແລະຜົນໄດ້ຮັບນັ້ນກໍ່ເປັນສາເຫດຂອງຄວາມບໍ່ແນ່ນອນຂອງການວັດແທກ. ການກວດທຽບແມ່ແບບວັດແທກແຕ່ລະຂັ້ນຕ້ອງດໍາເນີນຜ່ານຫ້ອງທົດລອງທີ່ໄດ້ມາດຕະຖານເພື່ອຮັບປະກັນການກວດທຽບກັບລະບົບເມຕຼິກຫຼືລະບົບສາກົນໂດຍອີງຕາມຂໍ້ມູນານນໍາໃຊ້,ການຜະລິດແລະປັດໃຈດ້ານເຕັກນິກອື່ນ. ແມ່ແບບວັດແທກທີ່ນໍາໃຊ້ໃນສປປລາວຕ້ອງໄດ້ຮັບການກວດທຽບເປັນປະຈໍາຕາມແຕ່ລະໄລຍະໂດຍຂຶ້ນກັບຄຸນລັກສະນະແລະແມ່ແບບວັດແທກແຕ່ລະຂັ້ນເພື່ອຮັບປະກັນໃຫ້ຖືກຕ້ອງກັບລະບົບເມຕຼິກຫຼືລະບົບສາກົນ.

ມາດຕາ16ການເກັບຮັກສາແມ່ແບບວັດແທກ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງສາມາດເກັບຮັກສາແມ່ແບບວັດແທກຂັ້ນໜຶ່ງ,ຂັ້ນສອງແລະຂັ້ນປະຕິບັດງານຕາມຄວາມຕ້ອງການຂອງວຽກງານເຄື່ອນໄຫວການວັດແທກຂອງຕົນ. ສໍາລັບການເກັບຮັກສາແມ່ແບບວັດແທກຂັ້ນໜຶ່ງນັ້ນຕ້ອງແຈ້ງໃຫ້ອົງການຄຸ້ມຄອງວຽກງານວັດແທກເພື່ອນໍາໃຊ້ເປັນຖານຂໍ້ມູນ.

ມາດຕາ17ການສ້ອມແປງ,ການປ່ຽນຫຼືການລົບລ້າງແມ່ແບບວັດແທກ ແມ່ແບບວັດແທກຈະຖືກສ້ອມແປງ,ປ່ຽນຫຼືລົບລ້າງຕາມແຕ່ລະກໍລະນີດັ່ງນີ້: 1.ແມ່ແບບວັດແທກທີ່ມີຄ່າບໍ່ຖືກຕ້ອງຕາມລະບຽບການທີ່ໄດ້ກໍານົດໄວ້; 2.ແມ່ແບບວັດແທກທີ່ເກັບຮັກສາບໍ່ຖືກຕ້ອງຕາມມາດຕະຖານວັດແທກສາກົນ; 3.ແມ່ແບບວັດແທກທີ່ບໍ່ສອດຄ່ອງກັບມາດຕະການເຕັກນິກລະອຽດທີ່ໄດ້ກໍານົດໄວ້. ແມ່ແບບວັດແທກທີ່ຈະຖືກສ້ອມແປງ,ປ່ຽນຫຼືລົບລ້າງໄດ້ກໍ່ຕໍ່ເມື່ອໄດ້ຮັບການຢັ້ງຢືນຈາກຫ້ອງທົດລອງທີ່ກ່ຽວຂ້ອງ.

ໝວດທີ3ເຄື່ອງມືແລະອຸປະກອນວັດແທກ

ມາດຕາ18(ປັບປຸງ)ການຜະລິດເຄື່ອງມືແລະອຸປະກອນວັດແທກ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຜະລິດເຄື່ອງມືແລະອຸປະກອນວັດແທກຕ້ອງປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ32ແລະ33ຂອງກົດໝາຍສະບັບນີ້.

ມາດຕາ19(ປັບປຸງ)ການນໍາເຂົ້າເຄື່ອງມືແລະອຸປະກອນວັດແທກ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຕ້ອງການເຮັດທຸລະກິດນໍາເຂົ້າເຄື່ອງມືແລະອຸປະກອນວັດແທກທຸກປະເພດຕ້ອງສະໜອງເອກະສານຮັບຮອງຈາກປະເທດທີ່ສົ່ງອອກແລະໃຫ້ປະຕິບັດຕາມລະບຽບກົດໝາຍຂອງສປປລາວ.

ມາດຕາ20(ປັບປຸງ)ການນໍາໃຊ້ເຄື່ອງມືແລະອຸປະກອນວັດແທກ ເຄື່ອງມືແລະອຸປະກອນວັດແທກທີ່ນໍາໃຊ້ເຂົ້າໃນການບໍລິການຕ້ອງໃຫ້ສອດຄ່ອງກັບຫົວໜ່ວຍວັດແທກຕາມທີ່ໄດ້ກໍານົດໄວ້ໃນມາດຕາ10ຂອງກົດໝາຍສະບັບນີ້ແລະຕ້ອງມີຕົວເລກຫຼືຕົວໜັງສືຢ່າງຈະແຈ້ງຊຶ່ງບໍ່ສາມາດປ່ຽນແປງຫຼືລຶບອອກໄດ້. ໃນກໍລະນີເຄື່ອງມືແລະອຸປະກອນວັດແທກມີຂະໜາດນ້ອຍຈົນບໍ່ສາມາດກໍານົດຕົວເລກຫຼືຕົວໜັງສືໃສ່ໄດ້ນັ້ນຕ້ອງກໍານົດຕົວເລກຫຼືຕົວໜັງສືໃສ່ເອກະສານທີ່ແນບຕິດມານໍາເຄື່ອງມືແລະອຸປະກອນວັດແທກນັ້ນ. ເຄື່ອງມືແລະອຸປະກອນວັດແທກທຸກປະເພດທີ່ນໍາໃຊ້ເຂົ້າໃນທຸລະກິດການບໍລິການຕ້ອງໄດ້ຮັບການຢັ້ງຢືນຄວາມຖືກຕ້ອງຈາກອົງການຂອງລັດທີ່ກ່ຽວຂ້ອງ. ຂະແໜງການທີ່ນໍາໃຊ້ເຄື່ອງມືແລະອຸປະກອນວັດແທກເຂົ້າໃນການບໍລິການວຽກງານຂອງຕົນທີ່ພົວພັນເຖິງສຸຂະພາບ,ສິ່ງແວດລ້ອມແລະຊັບສິນຂອງຜູ້ຊົມໃຊ້ນັ້ນຕ້ອງປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ23ແລະ24ຂອງກົດໝາຍສະບັບນີ້.

ມາດຕາ21(ປັບປຸງ)ການຈົດທະບຽນເຄື່ອງມືແລະອຸປະກອນວັດແທກ ເຄື່ອງມືແລະອຸປະກອນວັດແທກທີ່ມີລັກສະນະເປັນອັນຕະລາຍຕໍ່ຄວາມປອດໄພຂອງຊີວິດ,ສຸຂະພາບຂອງຄົນ,ພືດ,ສັດແລະສິ່ງແວດລ້ອມກ່ອນຈະນໍາໃຊ້ເຂົ້າໃນການບໍລິການນັ້ນຕ້ອງໄດ້ຈົດທະບຽນນໍາຂະແໜງການວິທະຍາສາດແລະເຕັກໂນໂລຊີ. ລາຍການເຄື່ອງມືແລະອຸປະກອນວັດແທກທີ່ເປັນອັນຕະລາຍໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ22(ປັບປຸງ)ການບໍລິການສ້ອມແປງເຄື່ອງມືແລະອຸປະກອນວັດແທກ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີສິດບໍລິການສ້ອມແປງເຄື່ອງມືແລະອຸປະກອນວັດແທກທຸກປະເພດແລະຕ້ອງມີຄວາມຮັບຜິດຊອບໃນການຮັບປະກັນໃຫ້ເຄື່ອງມືແລະອຸປະກອນວັດແທກໄດ້ັບການສອບທຽບພາຍຫຼັງການບໍລິການສ້ອມແປງແລ້ວ.

ມາດຕາ23(ປັບປຸງ)ການກວດຄືນ ເຄື່ອງມືແລະອຸປະກອນວັດແທກທີ່ຕ້ອງໄດ້ຮັບການກວດຄືນໂດຍອົງການທີ່ມີຄວາມສາມາດພຽງພໍກ່ອນຖືນໍາໄປໃຊ້ເຂົ້າໃນການບໍລິການມີດັ່ງນີ້: 1.ເຄື່ອງມືແລະອຸປະກອນວັດແທກໃໝ່; 2.ເຄື່ອງມືແລະອຸປະກອນວັດແທກທີ່ໃຊ້ງານຢູ່; 3.ເຄື່ອງມີແລະອຸປະກອນວັດແທກທີ່ໄດ້ຜ່ານການດັດແກ້ແລະສ້ອມແປງຄືນໃໝ່. ໄລຍະເວລາຂອງການກວດຄືນເຄື່ອງມືແລະອຸປະກອນວັດແທກໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ24(ປັບປຸງ)ການສອບທຽບ ການສອບທຽບແມ່ນການດໍາເນີນການກວດສອບຄຸນລັກສະນະຂອງຜົນການວັດແທກຊຶ່ງພົວພັນັບສິ່ງອ້າງອີງທີ່ມີເອກະສານປະກອບການບັນທຶກແບບເປັນຕ້ອງໂສ່ຕໍ່ເນື່ອງແລະຜົນໄດ້ຮັບນັ້ນກໍ່ເປັນສາເຫດຂອງຄວາມບໍ່ແນ່ນອນຂອງການວັດແທກ. ການສອບທຽບເຄື່ອງມືແລະອຸປະກອນວັດແທກຕ້ອງດໍາເນີນຜ່ານຫ້ອງທົດລອງທີ່ໄດ້ມາດຕະຖານເພື່ອຮັບປະກັນການກວດທຽບກັບລະບົບເມຕຼິກຫຼືລະບົບສາກົນໂດຍອີງຕາມຂໍ້ມູນການນໍາໃຊ້,ການຜະລິດແລະປັດໃຈດ້ານເຕັກນິກອື່ນ. ເຄື່ອງມືແລະອຸປະກອນວັດແທກທີ່ນໍາໃຊ້ໃນສປປລາວຕ້ອງໄດ້ຮັບການກວດທຽບເປັນປະຈໍາຕາມແຕ່ລະໄລຍະໂດຍຂຶ້ນກັບຄຸນລັກສະນະຂອງເຄື່ອງມືແລະອຸປະກອນວັດແທກເພື່ອຮັບປະກັນໃຫ້ຖືກຕ້ອງກັບລະບົບເມຕຼິກຫຼືລະບົບສາກົນ. ໄລຍະເວລາຂອງການສອບທຽບເຄື່ອງມືແລະອຸປະກອນວັດແທກໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ25(ປັບປຸງ)ການຢັ້ງຢືນ ເຄື່ອງມືແລະອຸປະກອນວັດແທກທຸກປະເພດຕ້ອງໄດ້ຮັບການຢັ້ງຢືນຄວາມຖືກຕ້ອງໂດຍອົງການທີ່ຖືກຮັບບຮອງຈາກອົງການທີ່ກ່ຽວຂ້ອງຂອງລັດເມື່ອໄດ້ປະຕິບັດຕາມມາດຕາ21,22,23ແລະ24ຂອງກົດໝາຍສະບັບນີ້. ການຢັ້ງຢືນຄວາມຖືກຕ້ອງຂອງເຄື່ອງມືແລະອຸປະກອນວັດແທກແບ່ງອອກເປັນປະເພດດັ່ງນີ້: 1.ໃບຢັ້ງຢືນ; 2.ກາໝາຍ; 3.ສະຕິກເກີ້; 4.ອຸປະກອນລ໋ອກ. ການຢັ້ງຢືນອາດນໍາໃຊ້ໜຶ່ງຫຼືຫຼາຍປະເພດພ້ອມກັນກໍ່ໄດ້ໂດຍຂຶ້ນກັບຈຸດພິເສດຂອງເຄື່ອງມືແລະອຸປະກອນວັດແທກນັ້ນ. ກະຊວງວິທະຍາສາດແລະເຕັກໂນໂລຊີເປັນຜູ້ປະກາດໃຊ້,ປ່ຽນປະເພດການຢັ້ງຢືນແລະຕ້ອງເຜີຍແຜ່ຜ່ານສື່ມວນຊົນ.

ມາດຕາ26(ປັບປຸງ)ການຍົກເລີກການຢັ້ງຢືນ ອົງການທີ່ມີຄວາມສາມາດພຽງພໍຫຼືກະຊວງວິທະຍາສາດແລະເຕັກໂນໂລຊີເປັນຜູ້ຍົກເລີກການຢັ້ງຢືນເຄື່ອງມືແລະອຸປະກອນວັດແທກຕາມແຕ່ລະກໍລະນີເມື່ອເຫັນວ່າເຄື່ອງມືແລະອຸປະກອນວັດແທກນັ້ນບໍ່ຖືກຕ້ອງຕາມມາດຕະຖານ,ໝົດອາຍຸການນໍາໃຊ້ແລະເປ່ເພ.

ມາດຕາ27(ໃໝ່)ກິດຈະການວຽກງານວັດແທກ ວຽກງານວັດແທກປະກອບດ້ວຍກິດຈະການຕົ້ນຕໍດັ່ງນີ້: 1.ການບັນທຶກການເຄື່ອນໄຫວວຽກງານວັດແທກແລະການແລກປ່ຽນບົດບັນທຶກດັ່ງກ່າວລະຫວ່າງອົງການລັດດ້ວຍກັນຫຼືພາກສ່ວນອື່ນທີ່ກ່ຽວຂ້ອງ; 2.ການອອກໃບຢັ້ງຢືນຜົນຂອງການວັດແທກ; 3.ການແລກປ່ຽນຜົນການກວດທຽບຂອງການວັດແທກລະຫວ່າງອົງການລັດດ້ວຍການຫຼືພາກສ່ວນອື່ນທີ່ກ່ຽວຂ້ອງ.

ມາດຕາ28(ໃໝ່)ລະບຽບການນໍາໃຊ້ເຄື່ອງມືແລະອຸປະກອນວັດແທກ ກະຊວງວິທະຍາສາດແລະເຕັກໂນໂລຊີກໍານົດລະບຽບການນໍາໃຊ້ເຄື່ອງມືແລະອຸປະກອນວັດແທກເພື່ອປົກປ້ອງສຸຂະພາບ,ຄວາມປອດໄພຂອງປະຊາຊົນ,ສິ່ງແວດລ້ອມ,ຊັບສິນຂອງຜູ້ຊົມໃຊ້ແລະໃຫ້ສອດຄ່ອງກັບລະບຽບກົດໝາຍພາຍໃນແລະສາກົນດັ່ງນີ້: 1.ລາຍການເຄື່ອງມືແລະອຸປະກອນວັດແທກຕ້ອງຢູ່ພາຍໃຕ້ການຄວບຄຸມ,ຕິດຕາມແລະກວດກາຂອງອົງການຄຸ້ມຄອງວຽກງານວັດແທກ; 2.ການປະຕິບັດງານດ້ານການວັດແທກແລະເງື່ອນໄຂດ້ານເຕັກນິກທີ່ຈໍາເປັນຊຶ່ງໃຊ້ໄດ້ກັບເຄື່ອງໃຊ້ແລະອຸປະກອນວັດແທກຕ້ອງສອດຄ່ອງກັບສັນຍາສາກົນແລະສົນທິສັຍາທີ່ສປປລາວເປັນພາຄີ; 3.ການຄວບຄຸມ,ຕິດຕາມແລະກວດກາເຄື່ອງມືແລະອຸປະກອນດັ່ງກ່າວຕ້ອງຮັບປະກັນໃຫ້ຖືກຕ້ອງຕາມເປົ້າໝາຍການນໍາໃຊ້,ລະບຽບການທີ່ຈໍາເປັນຂອງການວັດແທກແລະມີການປົກປ້ອງເພື່ອບໍ່ໃຫ້ນໍາໃຊ້ໃນທາງທີ່ບໍ່ຖືກຕ້ອງແລະມີການສໍ້ໂກງ; 4.ເຄື່ອງມືແລະອຸປະກອນວັດແທກທີ່ບໍ່ໄດ້ຕາມລະບຽບການຄວບຄຸມຕ້ອງດັດແກ້ໃຫ້ຖືກຕ້ອງຫຼືເກັບຄືນຈາກທ້ອງຕິຫຼາດຫຼືເອົາອອກຈາກການນໍາໃຊ້ຕາມແຕ່ລະກໍລະນີ; 5.ການເຂົ້າເຖິງບາງສ່ວນຫຼືການດໍາເນີນງານຂອງເຄື່ອງມືແລະອຸປະກອນວັດແທກເປັນຕົ້ນຊອບແວຕ້ອງໄດ້ຮັບການປ້ອງກັນດ້ວຍການຕິດກາໝາຍສະເພາະເພື່ອຫຼືກເວັ້ນການດັດແກ້; 6.ລະບຽບການນໍາໃຊ້ເຄື່ອງມືແລະອຸປະກອນວັດແທກຕ້ອງສອດຄ່ອງກັບລະບຽບການຂອງສາກົນ.

ໝວດທີ4ສິນຄ້າຫຸ້ມຫໍ່

ມາດຕາ29(ປັບປຸງ)ສິນຄ້າຫຸ້ມຫໍ່ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ດໍາເນີນທຸລະກິດກ່ຽວກັບສິນຄ້າຫຸ້ມຫໍ່ຢູ່ສປປລາວຕ້ອງມີສະຫຼາກທີ່ສອດຄ່ອງກັບກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ແລະກົດໝາຍອື່ນທີ່ກ່ຽວຂ້ອງ,ນອກຈາກນັ້ນຍັງຕ້ອງກໍານົດຄ່າປະລິມານສຸດທິໃຫ້ສອດຄ່ອງກັບຫົວໜ່ວຍວັດແທກຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

ມາດຕາ30ການກໍານົດຄ່າປະລິມານສຸດທິຂອງສິນຄ້າຫຸ້ມຫໍ່ ສິນຄ້າຫຸ້ມຫໍ່ໃຫ້ກໍານົດຄ່າປະລິມານສຸດທິຕາມກໍລະນີດັ່ງນີ້: 1.ຖ້າຫາກເປັນຂະໜາດໃຫ້ກໍານົດເປັນຄວາມຍາວ(ແມັດ); 2.ຖ້າຫາກເປັນຕ່ອນ,ກ້ອນ,ຂອງແຂງ,ເຄິ່ງແຂງຫຼືສິ່ງດັ່ງກ່າວປະສົມກັບຂອງແຫຼວໃຫ້ກໍານົດເປັນນໍ້າໜັກ(ກິໂລກຼາມ); 3.ຖ້າຫາກເປັນຂອງແຫຼວຫຼືເປັນອາຍໃຫ້ກໍານົດເປັນບໍລິມາດ(ລິດ,ແມັດກ້ອນ).

ມາດຕາ31(ໃໝ່)ເງື່ອນໄຂສໍາລັບສິນຄ້າຫຸ້ມຫໍ່ ເງື່ອນໄຂສໍາລັບສິນຄ້າຫຸ້ມຫໍ່ທີ່ວາງຈໍາໜ່າຍຕາມທ້ອງຕະຫຼາດມີດັ່ງນີ້: 1.ສິນຄ້າຫຸ້ມຫໍ່ຕ້ອງຕິດສະຫຼາກ,ບົ່ງບອກຂະໜາດສິນຄ້າທີ່ຖືກຫຸ້ມຫໍ່ແລະຫົວໜ່ວຍຕາມການກໍານົດຂອງກົດໝາຍ,ສະຫຼາກຕ້ອງບົ່ງບອກຊື່ແລະທີ່ຢູ່ຂອງໂຮງງານ,ຜູ້ຜະລິດຫຼືຜູ້ນໍາເຂົ້າ; 2.ປະລິມານສຸທິຂອງສິນຄ້າທີ່ຖືກຫຸ້ມຫໍ່ຕ້ອງໄດ້ຮັບການກວດຄືເຊັ່ນແຜນການເອົາຕົວຢ່າງ,ຂັ້ນຕອນການທົດສອບ,ວິທີການນໍາໃຊ້ສະຖິຕິ,ບົດແນະນໍາທີ່ເໝາະສົມແລະເອກະສານອື່ນສໍາລັບອົງການທີ່ກ່ຽວຂ້ອງຂອງລັດແລະຜູ້ຫຸ້ມຫໍ່; 3.ສິນຄ້າຫຸ້ມຫໍ່ທີ່ນໍາເຂົ້າຕ້ອງຕິດກາໝາຍຄວາມສອດຄ່ອງກັບລະບຽບການວັດແທກຂອງຕ່າງປະເທດຫຼືຕາມລະບົບກາໝາຍຄວາມສອດຄ່ອງທີ່ອົງການຈັດຕັ້ງພາກພື້ນແລະສາກົນໄດ້ກໍານົດໄວ້.

ພາກທີ3ສິດແລະພັນທະຂອງຜູ້ຜະລິດ,ຜູ້ຂາຍແລະຜູ້ບໍລິການ

ມາດຕາ32ສິດຂອງຜູ້ຜະລິດ,ຜູ້ຂາຍແລະຜູ້ບໍລິການແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກ ຜູ້ຜະລິດ,ຜູ້ຂາຍແລະຜູ້ບໍລິການແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກມີສິດດັ່ງນີ້: 1.ເລືອກຜູ້ໃຫ້ບໍລິການດ້ານການກວດຄືນ,ກວດທຽບ,ສອບທຽບແລະທົດສອບເພື່ອຄວບຄຸມແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກ; 2.ສະເໜີຜູ້ໃຫ້ບໍລິການດານການກວດຄືນ,ກວດທຽບ,ສອບທຽບແລະທົດສອບກ່ຽວກັບຜົນຂອງການບໍລິການ; 3.ສະເໜີຕໍ່ອົງການຈັດຕັ້ງລັດກ່ຽວກັບການດໍາເນີນດ້ານບໍລິຫານແລະການຕັດສິນໃຈດ້ານບໍລິຫານຕາມລະບຽບກົດໝາຍ; 4.ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ33(ປັບປຸງ)ພັນທະຂອງຜູ້ຜະລິດ,ຜູ້ຂາຍແລະຜູ້ບໍລິການແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກ ຜູ້ຜະລິດ,ຜູ້ຂາຍແລະຜູ້ບໍລິການແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກມີພັນທະດັ່ງນີ້: 1.ປະຕິບັດຕາມຂັ້ນຕອນການຄວບຄຸມແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 2.ໃຫ້ການຮ່ວມມືແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດໃນເວລາປະຕິບັດໜ້າທີ່ກວດກາແລະກວດສອບຕາມລະບຽບກົດໝາຍ; 3.ສະໜອງຂໍ້ມູນທີ່ຖືກຕ້ອງກ່ຽວກັບລາຍລະອຽດເຕັກນິກການວັດແທກຂອງແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກ; 4.ໃຫ້ຄໍາແນະນໍາທີ່ຖືກຕ້ອງແກ່ລູກຄ້າແລະຜູ້ຊົມໃຊ້ກ່ຽວກັບວິທີການໃນການຂົນສົ່ງ,ເກັບມ້ຽນ,ບໍາລຸງຮັກສາແລະນໍາໃຊ້ແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກ; 5.ເສຍຄ່າບໍລິການສໍາລັບການກວດທຽບ,ການສອບທຽບແລະການທົດສອບແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກ; 6.ຢັ້ງຢືນຫຼັກຖານການກວດຄືນ,ການກວດທຽບ,ການສອບທຽບແລະການທົດສອບແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກຕາມຄວາມຕ້ອງການຂອງອົງການທີ່ກ່ຽວຂ້ອງຂອງລັດ; 7.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ພາກທີ4ຂໍ້ຫ້າມ

ມາດຕາ34(ປັບປຸງ)ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ ຫ້າມຜູ້ດໍາເນີນທຸລະກິດກ່ຽວກັບວຽກງານວັດແທກມີພຶດຕິກໍາດັ່ງນີ້: 1.ສະໜອງ,ຂາຍຫຼືສະເໜີຂາຍສິນຄ້າແລະບໍລິການໃນປະລິມານຕໍ່າກວ່າຄວາມຕ້ອງການຂອງຜູ້ຊື້ຫຼືຜູ້ຊົມໃຊ້; 2.ຄອບຄອງ,ຕິດຕັ້ງຫຼືນໍາໃຊ້ແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກທີ່ຢູ່ພາຍໃຕ້ການຄວບຄຸມຊຶ່ງບໍ່ໄດ້ຕິດກາໝາຍຕາມລະບຽບການຫຼືບໍ່ປະຕິບັດຕາມລະບຽບການກວດກາ; 3.ສະແດງປະລິມານທີ່ຄິດໄລ່ຫຼືເຈດຕະນາເຮັດໃຫ້ຜູ້ອື່ນເຂົ້າໃຈຜິດຫຼືເປັນການຫຼອກລວງຜູ້ອື່ນ; 4.ໂຄສະນາຂາຍສິນຄ້າທີ່ບໍ່ຖືກຕ້ອງທາງດ້ານຈໍານວນ,ປະລິມານແລະນໍ້າໜັກ; 5.ສະແດງການວັດແທກຄຸນນະພາບຂອງສິນຄ້າທີ່ໃຊ້ກໍານົດລາຄາຫຼືລະດັບຄຸນນະພາບຂອງສິນຄ້າບໍ່ຖືກຕ້ອງ; 6.ລະເມີດລະບຽບການກ່ຽວກັບການວັດແທກ,ການບັນທຶກ,ການສົ່ງຂໍ້ມູນ,ລາຍການທີ່ໄດ້ບັນທຶກໃຫ້ແກ່ເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຍກງານວັດແທກ; 7.ລະເມີດການສະເໜີຫຼືການແນະນໍາຂອງເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກ; 8.ຂັດຂວາງຫຼືຖ່ວງດຶງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກ; 9.ຕິດກາໝາຍຢັ້ງຢືນຫຼືກາໝາຍການກວດຄືນທີ່ປອມແປງຫຼືຜິດລະບຽບກົດໝາຍ; 10.ລະເມີດລະບຽບການກ່ຽວກັບການກວດຄືນ,ການກວດທຽບ,ການສອບທຽບແລະການທົດສອບແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 11.ຖອນອຸປະກອນລ໋ອກ,ລອກ,ແກະສະຕິເກີ,ກາໝາຍອອກຈາກແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກໂດຍບໍ່ໄດ້ຮັບອະນຸຍາດຈາກອົງການທີ່ກ່ຽວຂ້ອງຂອງລັດ; 12.ນໍາເອົາຜົນການວັດແທກທີ່ບໍ່ຖືກຕ້ອງຫຼືແບບຫຼອກລວງລົງໂຄສະນາໃນສື່ມວນຊົນ; 13.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ35(ປັບປຸງ)ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກ ຫ້າມເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກມີພຶດຕິກໍາດັ່ງນີ້: 1.ຂາດຄວາມຮັບຜິດຊອບຫຼືປະລະໜ້າທີ່ຕໍ່ວຽກງານວັດແທກ; 2.ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທໍາຫຼືລໍາອຽງຕໍ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໃດໜຶ່ງ; 3.ທວງເອົາ,ຂໍເອົາ,ຮັບເອົາສິນບົນຫຼືສວຍໃຊ້ຕໍາແໜ່ງເພື່ອຜົນປະໂຫຍດສ່ວນຕົວ,ຄອບຄົວແລະຍາດພີ່ນ້ອງ; 4.ບັງຄັບ,ນາບຂູ່,ໃຊ້ຄວາມຮຸນແຮງຕໍ່ບຸກຄົນອື່ນກ່ຽວກັບວຽກງານວັດແທກ; 5.ປອມແປງ,ແກ່ຍາວເວລາຫຼືຖ່ວງດຶງເອກະສານກ່ຽວກັບວຽກງານວັດແທກ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ພາກທີ5ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ36ຫຼັກການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານວັດແທກຕ້ອງປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1.ສະເໝີພາບ; 2.ເປັນທໍາ; 3.ວ່ອງໄວ,ຖືກຕ້ອງແລະສອດຄ່ອງກັບລະບຽບກົດໝາຍ.

ມາດຕາ37(ປັບປຸງ)ຮູບການແກ້ໄຂຂໍ້ຂັດແຍ່ງ ຂໍ້ຂັດແຍ່ງກ່ຽວກັບວຽກງານາວັດແທກສາມາດແກ້ໄຂດ້ວຍຮູບການໃດໜຶ່ງດັ່ງນີ້: 1.ການປະນີປະນອມແລະການໄກ່ເກ່ຍ; 2.ການແກ້ໄຂທາງດ້ານບໍລິຫານ; 3.ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4.ການຮ້ອງຟ້ອງຕໍສານປະຊາຊົນ; 5.ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.

ມາດຕາ38ການປະນີປະນອມແລະການໄກ່ເກ່ຍ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານວັດແທກໃຫ້ຄູ່ກໍລະນີພະຍາຍາມແກ້ໄຂຂໍ້ຂັດແຍ່ງນັ້ນດ້ວຍການປຶກສາຫາລື,ການປະນີປະນອມແລະການໄກ່ເກ່ຍເພື່ອເຮັດໃຫ້ຂໍ້ຂັດແຍ່ງນັ້ນສິ້ນສຸດລົງ.

ມາດຕາ39(ປັບປຸງ)ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານວັດແທກຄູ່ກໍລະນີມີສິດສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງພິຈາລະນາແກ້ໄຂຕາມຄວາມຮັບຜິດຊອບຂອງຕົນ.

ມາດຕາ40(ປັບປຸງ)ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານວັດແທກຄູ່ກໍລະນີສາມາດແກ້ໄຂຂໍ້ຂັດແຍ່ງນັ້ນໂດຍຜ່ານອົງການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດຕາມການຕົກລົງກັນ.

ມາດຕາ41(ປັບປຸງ)ການຮ້ອງຟ້ອງຕໍ່ສານປະຊາຊົນ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານວັດແທກຄູ່ກໍລະນີສາມາດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາແກ້ໄຂຂໍ້ຂັດແຍ່ງດັ່ງກ່າວຕາມລະບຽບກົດໝາຍ.

ມາດຕາ42ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານວັດແທກທີ່ມີລັກສະນະສາກົນການແກ້ໄຂຂໍ້ຂັດແຍ່ງນັ້ນໃຫ້ອີງໃສ່ກົດໝາຍພາຍໃນປະເທດຫຼືສັນຍາທີ່ໄດ້ຕົກລົງຮ່ວມກັນຫຼືສັນຍາສາກົນຫຼືສົສທິສັນຍາທີ່ສປປລາວເປັນພາຄີ.

ພາກທີ6ການຄຸ້ມຄອງແລະການກວດກາວຽກງານວັດແທກ

ໝວດທີ1ການຄຸ້ມຄອງວຽກງານວັດແທກ

ມາດຕາ43(ປັບປຸງ)ອົງການຄຸ້ມຄອງວຽກງານວັດແທກ ລັດຖະບານຄຸ້ມຄອງວຽກງານວັດແທກຢ່າງລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງວິທະຍາສາດແລະເຕັກໂນໂລຊີເປັນຜູ້ຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບກະຊວງອື່ນເປັນຕົ້ນກະຊວງອຸດສາຫະກໍາແລະການຄ້າ,ໂຍທາທິການແລະຂົນສົ່ງ,ສາທາລະນະສຸກ,ກະສິກໍາແລະປ່າໄມ້,ພະລັງງານແລະບໍ່ແຮ່,ຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ,ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານວັດແທກປະກອບດ້ວຍ; 1.ກະຊວງວິທະຍາສາດແລະເຕັກໂນໂລຊີ; 2.ພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ; 3.ຫ້ອງການວິທະຍາສາດແລະເຕັກໂນໂລຊີເມືອງ,ເທດສະບານ. ໃນກໍລະນີຈໍາເປັນອາດຈະສ້າງຕັ້ງໜ່ວຍງານວິຊາການວັດແທກປະຈໍາບ້ານ,ສູນການຄ້າ,ຕະຫຼາດກໍ່ໄດ້.

ມາດຕາ44ສິດແລະໜ້າທີ່ຂອງກະຊວງວິທະຍາສາດແລະເຕັກໂນໂລຊີ ໃນການຄຸ້ມຄອງວຽກງານວັດແທກກະຊວງວິທະຍາສາດແລະເຕັກໂນໂລຊີມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າແຜນຍຸດທະສາດ,ນະໂຍບາຍ,ລະບຽບກົດໝາຍ,ແຜນການແລະໂຄງການກ່ຽວກັບວຽກງານວັດແທກເພື່ອສະເໜີຕໍ່ລັດຖະບານພິຈາລະນາ; 2.ຜັນຂະຫຍາຍແຜນຍຸດທະສາດ,ນະໂຍບາຍຂອງລັດຖະບານກ່ຽວກັບວຽກງານວັດແທກໃຫ້ເປັນແຜນການ,ແຜນງານແລະໂຄງການຂອງຕົນພ້ອມທັງຊີ້ນໍາການຈັດຕັ້ງປະຕິບັດ; 3.ໂຄສະນາ,ເຜີຍແຜ່ລະບຽບກົດໝາຍ,ຈັດການຝຶກອົບຮົມ,ໃຫ້ຄໍາປຶກສາທາງດ້ານວິຊາການກ່ຽວກັບວຽກງານວັດແທກໃນຂອບເຂດທົ່ວປະເທດ; 4.ຮັບແຈ້ງການເກັບຮັກສາແມ່ແບບວັດແທກຂັ້ນໜຶ່ງ,ສ້າງ,ຜະລິດ,ເກັບຮັກສາແລະປັບປຸງແມ່ແບບວັດແທກແລະເຜີຍແຜ່ຫົວໜ່ວຍວັດແທກຢ່າງຕໍ່ເນື່ອງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ; 5.ຊີ້ນໍາແລະຕິດຕາມການຄຸ້ມຄອງແລະການນໍາໃຊ້ແມ່ແບບວັດແທກ,ເຄື່ອງມືແລະອຸປະກອນວັດແທກຢູ່ທ້ອງຖິ່ນ; 6.ດໍາເນີນການກວດຄືນ,ການກວດທຽບ,ການສອບທຽບ,ການທົດສອບຄວາມຖືກຕ້ອງຂອງແມ່ແບບວັດແທກ; 7.ປະກາດໃຊ້,ປ່ຽນແປງໃບຢັ້ງຢືນ,ກາໝາຍ,ສະຕິກເກີ,ອຸປະກອນລ໋ອກເຄື່ອງມືແລະອຸປະກອນວັດແທກ,ຍົກເລີກປະເພດການຢັ້ງຢືນດັ່ງກ່າວ; 8.ຄົ້ນຄວ້າມາດຕະການສະກັດກັ້ນການຈໍາໜ່າຍສິນຄ້າທີ່ບໍ່ສອດຄ່ອງກັບເງື່ອນໄຂການວັດແທກ,ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະລະບຽບການກ່ຽວກັບວຽກງານວັດແທກ; 9.ສ້າງຕັ້ງລະບົບຂໍ້ມູນຂ່າວສານ,ກໍ່ສ້າງພື້ນຖານໂຄງລ່າງທາງດ້ານວັດຖຸເຕັກນິກກ່ຽວກັບວຽກງານວັດແທກ; 10.ປັບປຸງກົງຈັກການຈັດຕັ້ງຂັ້ນລຸ່ມຂອງຕົນໃຫ້ມີຄວາມໜັກແໜ້ນ,ເຂັ້ມແຂງໂດຍປະສານສົມທົບກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ; 11.ພິຈາລະນາແລະແກ້ໄຂຄໍາສະເໜີຂອງພາກສ່ວນຕ່າງໆກ່ຽວກັບວຽກງານວັດແທກ; 12.ພົວພັນ,ຮ່ວມມືກັບສາກົນແລະເຂົ້າຮ່ວມກິດຈະກໍາຂອງສາກົນໃນຂົງເຂດວຽກງານວັດແທກ; 13.ປະເມີນຜົນ,ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານວັດແທກຕໍ່ລັດຖະບານຢ່າງເປັນປົກກະຕິ; 14.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ45ສິດແລະໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ ໃນການຄຸ້ມຄອງວຽກງານວັດແທກພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຜັນຂະຫຍາຍແຜນຍຸດທະສາດ,ນະໂຍບາຍ,ຄໍາສັ່ງ,ຄໍາແນະນໍາຂອງຂັ້ນເທິງມາເປັນແຜນການແລະໂຄງການກ່ຽວກັບວຽກງານວັດແທກພ້ອມທັງຈັດຕັ້ງປະຕິບັດ; 2.ໂຄສະນາ,ເຜີຍແຜ່ກົດໝາຍ,ລະບຽບການຕ່າງໆ,ສະເໜີສ້າງ,ບໍາລຸງແລະຍົກລະດັບພະນັກງານກ່ຽວກັບວຽກງານວັດແທກ; 3.ຄຸ້ມຄອງ,ຕິດຕາມການຈັດຕັ້ງປະຕິບັດວຽກງານວັດແທກ; 4.ສະໜອງຂໍ້ມູນຂ່າວສານ,ສະໜີກໍ່ສ້າງພື້ນຖານໂຄງລ່າງທາງດ້ານວັດຖຸເຕັກນິກກ່ຽວກັບວຽກງານວັດແທກ; 5.ດໍາເນີນການຄຸ້ມຄອງ,ຕິດຕາມການນໍາໃຊ້ເຄື່ອງມືແລະອຸປະກອນວັດແທກໃນຕະຫຼາດ,ສູນການຄ້າເພື່ອຮັບປະກັນໃຫ້ຜູ້ຊົມໃຊ້ໄດ້ຮັບການວັດແທກທີ່ເປັນທໍາແລະມີການປະຕິບັດຕາມລະບຽບກົດໝາຍຢ່າງຄົບຖ້ວນ; 6.ດໍາເນີນການກວດຄືນ,ການກວດທຽບ,ການສອບທຽບ,ການທົດສອບຄວາມຖືກຕ້ອງຂອງເຄື່ອງມືແລະອຸປະກອນວັດແທກ; 7.ສະເນີຍົກເລີກປະເພດການຢັ້ງຢືນທີ່ໄດ້ກໍານົດໄວ້ໃນມາດຕາ25ຂອງກົດໝາຍສະບັບນີ້ຕໍ່ກະຊວງວິທະຍາສາດແລະເຕັກໂນໂລຊີເພື່ອພິຈາລະນາ; 8.ພິຈາລະນາແລະແກ້ໄຂຄໍາສະເໜີຂອງພາກສ່ວນຕ່າງໆກ່ຽວກັບວຽກງານວັດແທກ; 9.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຜະລິດ,ການນໍາເຂົ້າ,ການນໍາໃຊ້ເຄື່ອງມືແລະອຸປະກອນວັດແທກ; 10.ພົວພັນແລະຮ່ວມມືກັບຕ່າງປະເທດໃນຂົງເຂດວຽກງານວັດແທກຕາມການມອບໝາຍຂອງຂັ້ນເທິງ; 11.ປະເມີນຜົນສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານວັດແທກໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 12.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ46(ໃໝ່)ສິດແລະໜ້າທີ່ຂອງຫ້ອງການວິທະຍາສາດແລະເຕັກໂນໂລຊີເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານວັດແທກຫ້ອງການວິທະຍາສາດແລະເຕັກໂນໂລຊີເມືອງ,ເທດສະບານມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດແຜນການ,ໂຄງການ,ຄໍາສັ່ງ,ຄໍາແນະນໍາຂອງຂັ້ນເທິງກ່ຽວກັບວຽກງານວັດແທກ; 2.ເຜີຍແຜ່ກົດໝາຍ,ລະບຽບການຕ່າງໆ,ສະເໜີສ້າງ,ບໍາລຸງແລະຍົກລະດັບພະນັກງານກ່ຽວກັບວຽກງານວັດແທກ; 3.ຄຸ້ມຄອງ,ຕິດຕາມການຈັດຕັ້ງປະຕິບັດວຽກງານວັດແທກ; 4.ສະໜອງຂໍ້ມູນຂ່າວສານ,ສະເໜີກໍ່ສ້າງພື້ນຖານໂຄງລ່າງທາງດ້ານວັດຖຸເຕັກນິກກ່ຽວກັບວຽກງານວັດແທກ; 5.ດໍາເນີນການຄຸ້ມຄອງ,ຕິດຕາມການນໍາໃຊ້ເຄື່ອງມືແລະອຸປະກອນວັດແທກໃນຕະຫຼາດ,ສູນການຄ້າເພື່ອຮັບປະກັນໃຫ້ຜູ້ຊົມໃຊ້ໄດ້ຮັບການວັດແທກທີ່ເປັນທໍແລະມີການປະຕິບັດຕາມລະບຽບກົດໝາຍຢ່າງຄົບຖ້ວນ; 6.ພິຈາລະນາແລະແກ້ໄຂຄໍາສະເໜີຂອງພາກສ່ວນຕ່າງໆກ່ຽວກັບວຽກງານວັດແທກ; 7.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມຄອງ,ນໍາໃຊ້ເຄື່ອງມືແລະອຸປະກອນວັດແທກໃນກໍລະນີທີ່ມີຄວາມຈໍາເປັນ; 8.ປະເມີນຜົນ,ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານວັດແທກໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 9.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ47(ໃໝ່)ສິດແລະໜ້າທີ່ຂອງຂະແໜງການອື່ນ ໃນການຄຸ້ມຄອງວຽກງານວັດແທກຂະແໜງການອື່ນທີ່ກ່ຽວຂ້ອງເປັນຕົ້ນອຸດສາຫະກໍາແລະການຄ້າ,ໂຍທາທິການແລະຂົນສົ່ງ,ສາທາລະນະສຸກ,ກະສິກໍາແລະປ່າໄມ້,ພະລັງງານແລະບໍ່ແຮ່,ຊັບພະຍາກອນທໍາມິຊາດແລະສິ່ງແວດລ້ອມ,ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງມີສິດແລະໜ້າທີ່ໃຫ້ການຮ່ວມມືກັບຂະແໜງການວິທະຍາສາດແລະເຕັກໂນໂລຊີໃນການຄວບຄຸມແລະຈັດຕັ້ງປະຕິບັດວຽກງານວັດແທກຕາມພາລະບົດບາດຂອງຕົນ.

ໝວດທີ2ການກວດກາວຽກງານວັດແທກ

ມາດຕາ48ອົງການກວດກາວຽກງານວັດແທກ ອົງການກວດກາວຽກງານວັດແທກປະກອບດ້ວຍ: 1.ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານວັດແທກຕາມທີ່ໄດ້ກໍານົດໄວ້ໃນມາດຕາ43ຂອງກົດໝາຍສະບັບນີ້; 2.ອົງການກວດກາພາຍນອກຊຶ່ງມີສະພາແຫ່ງຊາດ,ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ,ອົງການກວດສອບແຫ່ງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ສື່ມວນຊົນແລະປະຊາຊົນ.

ມາດຕາ49ສິດແລະໜ້າທີ່ຂອງອົງການກວດກາພາຍໃນ ອົງການກວດກາພາຍໃນກ່ຽວກັບວຽກງານວັດແທກມີສິດແລະໜ້າທີ່ດັ່ງນີ້: 1.ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບການວັດແທກ; 2.ເຂົ້າຮ່ວມໃນການດໍາເນີນການສືບສວນສອບສວນຄະດີກ່ຽວກັບວຽກງານວັດແທກ; 3.ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາການປະຕິບັດມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການວັດແທກ; 4.ສະຫຼຸບຜົນຂອງການປະຕິບັດວຽກງານກວດກາແຕ່ລະໄລຍະແລະລາຍງານໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 5.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ50ສິດແລະໜ້າທີ່ຂອງອົງການກວດກາພາຍນອກ ອົງການກວດກາພາຍນອກມີສິດແລະໜ້າທີ່ກວດກາການຈັດຕັ້ງປະຕິບັດວຽກງານວັດແທກຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

ມາດຕາ51ເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກ ເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກຂັ້ນສູນກາງແມ່ນພະນັກງານສັງກັດລັດທີ່ຂຶ້ນກັບກະຊວງວິທະຍາສາດແລະເຕັກໂນໂລຊີຊຶ່ງຖືກແຕ່ງຕັ້ງໂດຍລັດຖະມົນຕີວ່າການກະຊວງວິທະຍາສາດແລະເຕັກໂນໂລຊີ. ເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກຂັ້ນທ້ອງຖິ່ນແມ່ນພະນັກງານສັກກັດລັດທີ່ຂຶ້ນກັບພະແນກຫຼືຫ້ອງການວິທະຍາສາດແລະເຕັກໂນໂລຊີຂັ້ນແຂວງຫຼືຂັ້ນເມືອງຊຶ່ງຖືກແຕ່ງຕັ້ງໂດຍຫົວນ້າພະແນກຫຼືຫົວໜ້າຫ້ອງການວິທະຍາສາດແລະເຕັກໂນໂລຊີຂັ້ນແຂວງຫຼືຂັ້ນເມືອງ. ເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກປະຕິບັດສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນມາດຕາ49ຂອງກົດໝາຍສະບັບນີ້.

ມາດຕາ52(ໃໝ່)ເນື້ອໃນການກວດກາວຽກງານວັດແທກ ເນື້ອໃນການກວດກາວຽກງານວັດແທກແມ່ນການຄວບຄຸມກິດຈະການຕ່າງໆເປັນຕົ້ນການຜະລິດ,ການນໍາເຂົ້າ,ການຈໍາໜ່າຍ,ການຕິດຕັ້ງ,ການນໍາໃຊ້,ການບໍາລຸງຮັກສາ,ການສ້ອມແຜງເຄື່ອງມືແລະອຸປະກອນວັດແທກເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍກ່ຽວກັບການວັດແທກ.

ມາດຕາ53(ໃໝ່)ການກວດກາຄວາມຖືກຕ້ອງຂອງພະຫະນະວັດແທກ ການກວດກາຄວາມຖືກຕ້ອງຂອງພາຫະນະວັດແທກແມ່ນການກວດກາພາຫະນຫະວັດແທກເພື່ອໃຫ້ມີຄວາມປອດໄພແລະສອດຄ່ອງກັບລະບຽບການກ່ອນການນໍາໃຊ້ແລະການບໍລິການ. ການກວດກາພາຫະນະວັດແທກໃຫ້ປະຕິບັດດັ່ງນີ້: 1.ວາງຈໍາໜ່າຍໃນຕະຫຼາດ,ສູນການຄ້າແລະນໍາໃຊ້ເຂົ້າໃນການບໍລິການ; 2.ມີສະຫຼາກທີ່ຂຽນເປັນພາສາຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້; 3.ໄດ້ຜ່ານການປະເມີນຄວາມສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງ.

ມາດຕາ54ຮູບການກວດກາວຽກງານວັດແທກ ການກວດກາວຽກງານວັດແທກມີສາມຮູບການດັ່ງນີ້: 1.ການກວດກາຕາມແຜນການປົກກະຕິ; 2.ການກວດການອກແຜນການໂດຍແຈ້ງໃຫ້ຮູ້ລ່ວງໜ້າ; 3.ການວກດກາແບບກະທັນຫັນ. ການກວດກາຕາມແຜນການປົກກະຕິແມ່ນການກວດກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດການອກແຜນການໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ.

ມາດຕາ55(ໃໝ່)ການປະເມີນຄວາມສອດຄ່ອງຂອງວຽກງານວັດແທກ ໃນກໍລະນີທີ່້ອງການຂໍ້ມູນການທົດສອບແລະຜົນການກວດທຽບໃຫ້ອະນຸຍາດນໍາໃຊ້ຫ້ອງທົດລອງທີ່ມີການຮັບຮອງແລ້ວເທົ່ານັ້ນເພື່ອດໍາເນີນການປະເມີນຄວາມສອດຄ່ອງ. ກະຊວງວິທະຍາສາດແລະເຕັກໂນໂລຊີມີສິດແຕ່ງຕັ້ງການຈັດຕັ້ງຂອງລັດຫຼືຂອງເອກະຊົນທີ່ມີຄວາມສາມາດພຽງພໍເພື່ອດໍາເນີນການປະເມີນຄວາມສອດຄ່ອງ,ການກວດສອບຫຼືການກວດກາການປະຕິບັດລະບຽບກົດໝາຍກ່ຽວກັບການວັດແທກ.ການຈັດຕັ້ງດັ່ງກ່າວຕ້ອງມີຄວາມຍຸຕິທໍາແລະຕ້ອງປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ. ການແຕ່ງຕັ້ງການຈັດຕັ້ງດັ່ງກ່າວໃຫ້ປະຕິບັດຕາມຂັ້ນຕອນຂອງສາົນຕາມການກໍານົດ"ກອງປະຊຸມການຮັບຮອງສາກົນ"ແລະຂອງ"ອົງການຮັບຮອງຫ້ອງທົດລອງສາກົນ"ຫຼືຕາມການຮັບຮອງຂອງອົງການຢັ້ງຢືນຂອງຕ່າງປະເທດໃດໜຶ່ງທີ່ໄດ້ຮັບການຮັບຮອງຕາມຂັ້ນຕອນຂອງ"ກອງປະຊຸມການຮັບຮອງສາກົນ"ແລະ"ອົງການຮັບຮອງຫ້ອງທົດລອງສາກົນ"

ພາກທີ7ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ56ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບການວັດແທກເປັນຕົ້ນການປະຕິບັດວຽກງານວັດແທກຢ່າງເຂັ້ມງວດແລະມີປະສິດທິພາບຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

ມາດຕາ57ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບການວັດແທກຈະຖືກສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນທາງແພ່ງຫຼືຖືກລົງໂທດທາງອາຍາຕາມກໍລະນີເບົາຫຼືໜັກ.

ມາດຕາ58ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບການວັດແທກແລະຂໍ້ຫ້າມທີ່ມີລັກສະນະເບົາ,ຄັ້ງທໍາອິດໂດຍບໍ່ເຈດຕະນາ,ບໍ່ມີຄວາມຈິງໃຈລາຍງານ,ບໍ່ເປັນການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າບໍ່ເກີນຫ້າແສນກີບຈະຖືກສຶກສາອົບຮົມແລະກ່າວເຕືອນ.

ມາດຕາ59ມາດຕະການທາງວິໄນ ພະນັກງານຫຼືເຈົ້າໜ້າທີ່ຄຸ້ມຄອງແລະກວດກາວຽກງານວັດແທກທີ່ລະເມີດກົດໝາຍສະບັບນີ້ແລະຂໍ້ຫ້າມທີ່ມີລັກສະນະເບົາຊຶ່ງບໍ່ເປັນການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າບໍ່ເກີນຫ້າແສນກີບ,ບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຄວາມຜິດຂອງຕົນຈະຖືກລົງວິໄນເຊັ່ນຕິຕຽນ,ກ່າວເຕືອນຄວາມຜິດຕາມລະບຽບລັດຖະກອນພ້ອມທັງບັນທຶກໄວ້ໃນສໍານວນເອກະສານຊີວິປະຫວັດຂອງຜູ້ກ່ຽວ. ໃນກໍລະນີທີ່ເຫັນວ່າການກະທໍານັ້ນມີລັກສະນະຮ້າຍແຮງ,ກໍ່ຄວາມເສຍຫາຍທີ່ມີມູນຄ່າເກີນກວ່າຫ້າແສນກີບຂຶ້ນໄປ,ບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຄວາມຜິດກໍ່ຈະຖືກລົງວິໄນຕາມແຕ່ລະກໍລະນີດັ່ງນີ້: 1.ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ; 2.ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າເກົ່າ; 3.ໃຫ້ອອກຈາກລັດຖະກອນໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ຖືກລົງວິໄຈຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

ມາດຕາ60ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ໂດຍເຈດຕະນາຫຼືດ້ວຍຄວາມບໍ່ລະມັດລະວັງເປັນຄັ້ງທີສອງຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ61ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ແລະຂໍ້ຫ້າມຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຜູ້ອື່ນຈະຕ້ອງໃຊ້ແທນຄ່າເສຍຫາຍຕາມມູນຄ່າຕົວຈິງທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ62ມາດຕະການທາງອາຍາ ບຸກຄົນທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຊຶ່ງເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມກົດໝາຍອາຍາແລ້ວແຕ່ກໍລະນີເບົາຫຼືໜັກ.

ມາດຕາ63ມາດຕະການໂດທເເພີ່ມ ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດໄວ້ໃນມາດຕາ62ຂອງກົດໝາຍສະບັບນີ້ຜູ້ກະທໍາຜິດຍັງຈະຖືກປະຕິບັດມາດຕະການໂທດເພີ່ມເຊັ່ນໂຈະຫຼືຖອນໃບອະນຸຍາດ,ໂຈະການນໍາໃຊ້ເຄື່ອງມືແລະອຸປະກອນວັດແທກ.

ພາກທີ8ບົດບັນຍັດສຸດທ້າຍ

ມາດຕາ64ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ65ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການວັດແທກສະບັບເລກທີ07/ສພຊລົງວັນທີ20ທັນວາ2010. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ