ກົດໝາຍວ່າດ້ວຍການລ້ຽງສັດແລະການສັດຕະວະແພດ 25-07-2007

From Wikisource
Jump to navigation Jump to search

.ການລ້ຽງສັດແລະການສັດຕະວະແພດ 25-07-2007


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍການລ້ຽງສັດແລະການສັດຕະວະແພດ ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຈັດ ຕັ້ງ,ການຄຸ້ມຄອງ,ການເຄື່ອນໄຫວ,ການກວດກາ ການລ້ຽງສັດ ແລະ ການສັດຕະວະແພດເພື່ອຊຸກຍູ້ສົ່ງເສີມ,ພັດທະນາທ່າແຮງ ຂອງຊາດດ້ານການລ້ຽງສັດແລະຊັບພະຍາກອນສັດລ້ຽງແນໃສ່ ຮັບປະກັນສະໜອງສະບຽງອາຫານໃຫ້ພຽງພໍແລະຜະລິດເປັນສິນ ຄ້າທີ່ມີຄຸນນະພາບແລະມີຄວາມປອດໄພຕໍ່ຜູ້ບໍລິໂພກທັງເປັນການ ສ້າງເງື່ອນໄຂໃຫ້ແກ່ການສ້າງແລະຂະຫຍາຍອຸດສາຫະກໍາປຸງ ແຕ່ງຜະລິດຕະພັນສັດປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຊອງຊາດໃຫ້ເຂັ້ມແຂງ ແລະ ແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນໄປຄຽງຄູ່ກັບການປົກປັກຮັກສາ ສະພາບແວດລ້ອມໃຫ້ຍືນຍົງ.

...ມາດຕາ 2 ການລ້ຽງສັດ

ມາດຕາ 2 ການລ້ຽງສັດ ການລ້ຽງສັດແມ່ນຂະບວນການນໍາເອົາສັດມາລ້ຽງໃນສະ ຖານທີ່ໃດໜຶ່ງທີ່ເໝາະສົມຊຶ່ງມີການຄຸ້ມຄອງ,ການປັບປຸງແລະຂະ ຫຍາຍແນວພັນສັດທີ່ດີໂດຍໃຫ້ອາຫານ,ນໍ້າຢ່າງພຽງພໍໍທັງດ້ານປະ ລິມານແລະຄຸນນະພາບ,ເຮັດໃຫ້ສັດມີສຸຂະພາບແຂງແຮງ,ຈະເລີນ ເຕີບໂຕ,ເພີ່ມປະລິມານໃຫ້ຫຼາຍຂຶ້ນໂດຍບໍ່ມີຜົນກະທົບທາງລົບຕໍ່ສິ່ງ ແວດລ້ອມແລະສັງຄົມເພື່ອຕອບສະໜອງຄວາມຕ້ອງການພາຍໃນ ແລະເປັນສິນຄ້າສົ່ງອອກ.

...ມາດຕາ 3 ການສັດຕະວະແພດ

ມາດຕາ 3 ການສັດຕະວະແພດ ການສັດຕະວະແພດແມ່ນການດູແລຮັກສາສຸຂະພາບສັດ, ການກັນ,ການຕ້ານ,ການຄວບຄຸມ,ການກໍາຈັດພະຍາດລະບາດ ແລະ ການປິ່ນປົວສັດລວມທັງການຄຸ້ມຄອງແລະກວດກາຜະລິດຕະ ພັນສິນຄ້າກ່ຽວກັບສັດແນໃສ່ຮັບປະກັນໃຫ້ມີຄວາມປອດໄພໃຫ້ແກ່ ຜູ້ບໍລິໂພກແລະປົກປັກຮັກສາສິ່ງແວດລ້ອມ.

...ມາດຕາ 4​ ການອະທິບາຍຄໍາສັບ

ມາດຕາ 4​ ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ສັດ ໝາຍເຖິງ ສັດທຸກປະເພດທີ່ນໍາມາລ້ຽງເຊັ່ນ: ຊ້າງ, ມ້າ,ງົວ,ຄວາຍ,ລໍ,ແກະ,ແບ້,ໝູ,ໝາ,ແມວ,ເປັດ,ໄກ່,ນົກແລະສັດ ອື່ນໆ. 2. ການຂຶ້ນທະບຽນພິມສັດ ໝາຍເຖິງການເກັບກໍາປະຫວັດ ແລະຂໍ້ມູນຂອງສັດລ້ຽງເຊັ່ນ: ປະເພດ,ຊື່,ອາຍຸ,ເພດ,ສີ,ພິມເລກລະ ຫັດປະຈໍາຕົວສັດ,ສາຍພັນ,ຕໍານິຮູບປະພັນ,ຈຸດພິເສດຂອງສັດແລະ ທັງເປັນການຢັ້ງຢືນກໍາມະສິດຂອງເຈົ້າຂອງສັດອີກດ້ວຍ. 3. ພະນັກງານລ້ຽງສັດ ໝາຍເຖິງພະນັກງານຂອງລັດທີ່ ເຮັດວຽກງານກ່ຽວກັບການລ້ຽງສັດຊຶ່ງມີວິຊາສະເພາະດ້ານການ ລ້ຽງສັດ; 4. ຜູ້ປະກອບການກ່ຽວກັບການລ້ຽງສັດ ໝາຍເຖິງບຸກຄົນ, ຄອບຄົວຫຼືການຈັດຕັ້ງທີ່ດໍາເນີນກິດຈະການແລະທຸລະກິດກ່ຽວກັບ ການລ້ຽງສັດ; 5. ຟາມລ້ຽງສັດ ໝາຍເຖິງສະຖານທີ່ທີ່ລັດອະນຸຍາດໃຫ້ບຸກ ຄົນ,ຄອບຄົວຫຼືການຈັດຕັ້ງສ້າງຂຶ້ນເພື່ອດໍາເນີນການລ້ຽງສັດເປັນ ຈໍານວນຫຼາຍແລະເປັນສິນຄ້າຮັບໃຊ້ພາຍໃນແລະສົ່ງອອກໂດຍມີ ການລົງທຶນ,ມີການຄຸ້ມຄອງແລະການນໍາໃຊ້ວິທະຍາສາດເຕັກນິກ. 6. ການປັບປຸງພັນສັດລ້ຽງ ໝາຍເຖິງ ການຍົກລະດັບຄຸນ ນະພາບຂອງແນວພັນສັດລ້ຽງໃຫ້ດີຂຶ້ນກວ່າເກົ່າ; 7. ການອະນຸລັກສັດລ້ຽງໝາຍເຖິງການຮັກສາແລະນໍາໃຊ້ ສັດລ້ຽງເພື່ອບໍ່ໃຫ້ສູນພັນແລະສາມາດນໍາໃຊ້ຢ່າງຍາວນານໂດຍມີ ການຄຸ້ມຄອງຕາມລະບຽບການ; 8. ການສະຫງວນພັນສັດລ້ຽງ ໝາຍເຖິງ ການທີ່ບໍ່ໃຫ້ພັນ ສັດຊະນິດໃດໜຶ່ງຕົກເປັນຂອງຜູ້ອື່ນດ້ວຍການສະຫງວນສິດໃນສັດ ດັ່ງກ່າວ; 9. ການປົກປັກຮັກສາ ໝາຍເຖິງ ການປ້ງກັນສັດລ້ຽງເພື່ອ ບໍ່ໃຫ້ຖືກທໍາລາຍຫຼືສູນຫາຍໄປ; 10. ໂຮງງານຂ້າສັດໝາຍເຖິງສະຖານທີ່ທີ່ມີການກໍ່ສ້າງ ຖືກຕ້ອງຕາມເຕັກນິກແລະປະກອບດ້ວຍເຄື່ອງມືອຸປະກອນທີ່ເໝາະ ສົມເພື່ອດໍາເນີນການຂ້າສັດ; 11. ບ່ອນຂ້າສັດຍ່ອຍ ໝາຍເຖິງ ບ່ອນທີ່ໄດ້ຮັບອະນຸຍາດ ເພື່ອດໍາເນີນການຂ້າສັດທີ່ມີຈໍານວນຈໍາກັດ; 12. ຜະລິດຕະພັນສັດ ໝາຍເຖິງ ຜົນຜະລິດທີ່ໄດ້ມາຈາກທຸກ ພາກສ່ວນຂອງສັດເຊັ່ນ: ຊາກສັດໝົດໂຕ,ຊາກສັດຜ່າເຄິ່ງ,ຊີ້ນ,ນົມ ໄຂ່,ໜັງ,ເຂົາ,ກະດູກ,ເລືອດ,ເຄື່ອງໃນ,ໄຂມັນ,ຂົນ,ເລັບ,ນໍ້າເຊື້ອ, ຕົວອ່ອນໃນທ້ອງ,ຈຸລັງໄຂ່ແລະສິ້ນສ່ວນອື່ນໆ; 13. ຜະລິດຕະພັນສິນຄ້າກ່ຽວກັບສັດ ໝາຍເຖິງ ຜະລິດຕະ ພັນສັດ,ສັດເປັນໂຕ,ຜະລິດຕະພັນທາງດ້ານຊີວະແລະສິ້ນສ່ວນທາງ ດ້ານພະຍາດ,ອາຫານສັດ,ຢາແລະອຸປະກອນກ່ຽວກັບການລ້ຽງສັດ ແລະການສັດຕະວະແພດ. 14. ການນໍາເຂົ້າ ໝາຍເຖິງ ການນໍາເອົາຜະລິດຕະພັນສິນ ຄ້າກ່ຽວກັບສັດເຂົາມາໃນດິນແດນຂອງ ສປປລາວ ຕາມລະບຽບ ການ. 15. ການສົ່ງອອກ ໝາຍເຖິງການນໍາເອົາຜະລິດຕະພັນສິນ ຄ້າກ່ຽວກັບສັດອອກຈາກດິນແດນຂອງ ສປປລາວ ຕາມລະບຽບ ການ; 16. ການຂົນສົ່ງຜ່ານ ໝາຍເຖິງ ການນໍາເອົາຜະລິດຕະພັນ ສິນຄ້າກ່ຽວກັບສັດຜ່ານດິນແດນຂອງ ສປປລາວ ໄປປະເທດທີສາມ ຕາມລະບຽບການ; 17. ຈັນຍາບັນສັດຕະວະແພດ ໝາຍເຖິງ ກົດການປະພຶດ ຂອງຜູ້ປະກອບການກ່ຽວກັບການສັດຕະວະແພດໃນຄວາມຮັບຜິດ ຊອບຕໍ່ການປະຕິບັດໜ້າທີ່ວິຊາຊີບຂອງຕົນດ້ວຍຄວາມເປັນທໍາ. 18. ການທໍລະມານສັດ ໝາຍເຖິງ ການນໍາໃຊ້ແຮງງານ ສັດເກີນຂອບເຂດ,ຂາດຄວາມຮັບຜິດຊອບຕໍ່ການລ້ຽງດູແລະຮັກສາ ສຸຂະພາບຂອງສັດ,ໃຫ້ອາຫານແລະນໍ້າບໍ່ພຽງພໍ,ທໍາຮ້າຍສັດແລະ ອື່ນໆ. 19. ສັດຕະວະແພດ ໝາຍເຖິງ ແພດສັດທີໄ່ດ້ຮັບການສຶກ ສາຈາກສະຖາບັນການສຶກສາໂດຍໄດ້ຮັບປະກາສະນີຍະບັດວິຊາ ສະເພາະດ້ານສັດຕະວະແພດ. 20. ພະນັກງານສັດຕະວະແພດ ໝາຍເຖິງ ພະນັກງານຂອງ ລັດທີ່ເຮັດວຽກງານກ່ຽວກັບການສັດຕະວະແພດຊຶ່ງມີວິຊາສະເພາະ ດ້ານການສັດຕະວະແພດ; 21. ເຈົ້າໜ້າທີ່ສັດຕະວະແພດ ໝາຍເຖິງ ພະນັກງານສັດ ຕະວະແພດຂອງລັດທີ່ໄດ້ຖືກແຕ່ງຕັ້ງຢ່າງເປັນທາງການຈາກອົງ ການຄູ້ມຄອງວຽກງານການລ້ຽງສັດແລະການສັດຕະວະແພດເພື່ອ ດໍາເນີນການກວດກາກ່ຽວກັບການລ້ຽງສັດແລະການສັດຕະວະ ແພດ; 22. ສັດຕະວະແພດບ້ານ ໝາຍເຖິງ ບຸກຄົນທີ່ມີຄວາມສະ ໝັກໃຈແລະຖືກແຕ່ງຕັ້ງຈາກອົງການປົກຄອງບ້ານເພື່ອເບິ່ງແຍງ ສຸຂະພາບສັດພາຍໃນບ້ານໂດຍໄດ້ຮັບການຝຶກອົບຮົມວິຊາສັດຕະ ວະແພດຂັ້ນພື້ນຖານແລະໄດ້ລົງທະບຽນນໍາອົງການຄຸ້ມຄອງວຽກ ງານການລ້ຽງສັດແລະການສັດຕະວະແພດຂັ້ນເມືອງ. 23. ຜູ້ປະກອບການກ່ຽວກັບການສັດຕະວະແພດ ໝາຍເຖິງ ບຸກຄົນ,ຄອບຄົວຫຼືການຈັດຕັ້ງດໍາເນີນກິດຈະການແລະທຸລະກິດກ່ຽວ ກັບການສັດຕະວະແພດ; 24. ອາຫານສັດ ໝາຍເຖິງ ອາຫານສົດ,ອາຫານປຸງແຕ່ງ ເບື້ອງຕົ້ນແລະອາຫານສໍາເລັດຮູບທີ່ນໍາມາລ້ຽງສັດຊຶງໄດ້ມາຈາກ ທໍາມະຊາດ,ຈາກຜົນຜະລິດກະສິກໍາແລະຈາກສິ່ງເສດເຫຼືອອຸດສາຫະ ກໍາປຸງແຕ່ງທີ່ມີຄຸນນະພາບທາງດ້ານໂພຊະນາການ; 25. ອາຫານສົດ ໝາຍເຖິງ ອາຫານສັດທີ່ບໍ່ທັນໄດ້ປຸງແຕ່ງ ເຊັ່ນ: ຫຍ້າຂຽວ,ຫົວມັນ,ສາລີ,ຖົ່ວ,ພືດອາຫານສັດແລະອື່ນໆ. 26. ອາຫານປຸງແຕ່ງເບື້ອງຕົ້ນ ໝາຍເຖິງ ສິ່ງທີ່ນໍາມາປຸງ ແຕ່ງໃຫ້ສັດກິນເຊັ່ນ:ເຂົ້າປຽນ,ຮໍາ,ສາລີບົດ,ຫົວມັນແຫ້ງ,ຫຍ້າ ແຫ້ງ,ຫຍ້າບົ່ມ,ເຟືອງບົ່ມ,ສິ່ງເສດເຫຼືອຈາກການປູກຝັງ,ອຸດສາຫະ ກໍາປຸງແຕ່ງແລະອື່ນໆ. 27. ອາຫານສໍາເລັດຮູບ ໝາຍເຖິງ ອາຫານປຸງແຕ່ງຂຶ້ນ ຕາມສູດໂພຊະນາການສໍາລັບແຕ່ລະປະເພດສັດ. 28. ລະບົບການລ້ຽງສັດ ໝາຍເຖິງ ຮູບແບບ,ວິທີການ, ການບໍລິຫານຄຸ້ມຄອງການລ້ຽງສັດທີ່ດີເໝາະສົມກັບເງື່ອນໄຂແລະ ສະພາບແວດລ້ອມຂອງແຕ່ລະເຂດ; 29. ຮ້ານຈໍາໜ່າຍຊີ້ນ ໝາຍເຖິງ ສະຖານທີ່ສໍາລັບວາງ ຂາຍຊີ້ນແລະຜະລິດຕະພັນສັດທີ່ຖືກຕ້ອງຕາມມາດຕະຖານເຕັກນິກ ແລະຫຼັກການອະນາໄມສໍາລັບການວາງຂາຍ; 30. ຄວາມປອດໄພທາງດ້ານຊີວະພາບທີ່ດີ ໝາຍເຖິງການ ລ້ຽງສັດທີ່ມີການຄຸ້ມຄອງແລະເບິ່ງແຍງຮັກສາສຸຂະພາບສັດທີ່ດີ ເພື່ອປ້ອງກັນຄວາມສ່ຽງການເກີດພະຍາດຂອງສັດລ້ຽງ,ບໍ່ມີຜົນກະ ມົບຕໍ່ສິ່ງແວດລ້ອມແລະສັງຄົມ. ...ມາດຕາ 5 ນະໂຍບາຍຂອງລັດກ່ຽວກັບການລ້ຽງສັດແລະການສັດຕະວະແພດ

ມາດຕາ 5 ນະໂຍບາຍຂອງລັດກ່ຽວກັບການລ້ຽງສັດແລະການ ສັດຕະວະແພດ ລັກຊຸກຍູ້,ສົ່ງເສີມການພັດທະນາດ້ານການລ້ຽງສັດແລະ ການສັດຕະວະແພດໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ,ເຂັ້ມ ແຂງແລະຕໍ່ເນື່ອງເພື່ອຫັນການລ້ຽງສັດຂອງຄອບຄົວແບບທໍາມະ ຊາດໃຫ້ມີການຄຸ້ມຄອງລ້ຽງດູຕາມຫຼັກວິຊາການແລະຫັນການຜະ ລິດທຸລະກິດການລ້ຽງສັດໄປສູ່ການຜະລິດແບບອຸດສາຫະກໍາແລະ ທັນສະໄໝເທື່ອລະກ້າວດ້ວຍການວາງແລະປະຕິບັດນະໂຍບາຍ,ລະ ບຽບກົດໝາຍທີ່ແທດເໝາະໃນດ້ານທຶນຮອນ,ແນວພັນ,ວິຊາການ, ເຕັກໂນໂລຊີ,ການຕະຫຼາດ,ການຄົ້ນຄວ້າທາງດ້ານວິທະຍາສາດ ແລະອື່ນໆແນໃສ່ຕອບສະໜອງການຊົມໃຊ້ພາຍໃນ,ເພີ່ມລາຍຮັບ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນແລະຜະ ລິດເປັນສິນຄ້າສົ່ງອອກ. ລັດປົກປ້ອງ,ຊຸກຍູ້,ສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງທັງ ພາຍໃນແລະຕ່າງປະເທດລົງທຶນເຂົ້າໃສ່ກິດຈະການດ້ານການລ້ຽງ ສັດແລະການສັດຕະວະແພດຕາມລະບຽບກົດໝາຍ.


...ມາດຕາ 6 ຫຼັກການກ່ຽວກັບວຽກງານການລ້ຽງສັດແລະການສັດຕະວະແພດ

ມາດຕາ 6 ຫຼັກການກ່ຽວກັບວຽກງານການລ້ຽງສັດແລະການ ສັດຕະວະແພດ. ຫຼັກການຕົ້ນນຕໍກ່ຽວກັບວຽກງານການລ້ຽງສັດແລະການ ສັດຕະວະແພດມີດັ່ງນີ້: 1. ຕ້ອງພັດທະນາການລ້ຽງສັດແລະການສັດຕະວະແພດ ໃຫ້ທັນສະໄໝແລະສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໃນແຕ່ລະໄລຍະ; 2. ຕ້ອງເອົາການພັດທະນາການລ້ຽງສັດໄປຄຽງຄູ່ກັບການ ສັດຕະວະແພດ,ຖືເອົາການກັນພະຍາດເປັນຕົ້ນຕໍເອົາການຄວບຄຸມ ແລະກໍາຈັດພະຍາດເປັນສໍາຄັນ; 3. ປົກປັກຮັກສາພັນສັດພື້ນເມືອງທີ່ດີບໍ່ໃຫ້ສູນພັນສົມທົບກັບ ການປັບປຸງພັນສັດໃໝ່ທີ່ມີຄຸນນະພາບແລະມີສະມັດຖະພາບສູງ; 4. ປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກແລະຜູ້ປະກອບການ ກ່ຽວກັບການລ້ຽງສັດແລະການສັດຕະວະແພດຕາມລະບຽບກົດ ໝາຍ; 5. ຖືເອົາການຄຸ້ມຄອງ,ການກວດກາແລະການຂະຫຍາຍ ການລ້ຽງສັດແລະການສັດຕະວະແພດຕິດພັນຢ່າງກົມກຽວກັບການ ຜະລິດກະສິກໍາແລະປ່າໄມ້ແບບຍືນຍົງພ້ອມທັງປົກປັກຮັກສາດິນ, ແຫຼ່ງນໍ້າ,ສິ່ງແວດລ້ອມແລະຄວາມສົມດຸນຂອງລະບົບນິເວດທໍາມະ ຊາດແລະການນໍາໃຊ້ສັດລ້ຽງຢ່າງມີປະສິດທະຜົນ. 6. ເອົາການພັດທະນາການລ້ຽງສັດແລະການສັດຕະວະ ແພດຕິດພັນຢ່າງກົມກຽວກັບການພັດທະນາຊັບພະຍາກອນມະນຸດ; 7. ເອົາການລ້ຽງສັດເຂົ້າສູ່ລະບົບລະບຽບແລະຈັດສັນສະ ຖານທີ່ທີ່ມີຄວາມເໝາະສົມເພື່ອບໍ່ໃຫ້ມີຜົນສະທ້ອນຕໍ່ສັງຄົມແລະສະ ພາບແວດລ້ອມ; 8. ຄຸ້ມຄອງ,ກວດກາວຽກງານການລ້ຽງສັດແລະການສັດ ຕະວະແພດໃຫ້ສອດຄ່ອງກັບລະບຽບກົດໝາຍ,ສັນຍາສາກົນແລະ ສົນທິສັນຍາທີ່ ສປປລາວ ເປັນພາຄີ.


...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລັດສົ່ງເສີມການພົວພັນ,ຮ່ວມມືກັບຕ່າງປະເທດແລະອົງການ ຈັດຕັ້ງສາກົນກ່ຽວກັບການລ້ຽງສັດແລະການສັດຕະວະແພດດ້ວຍ ການພັດທະນາຊັບພະຍາກອນມະນຸດ,ການຄົ້ນຄວ້າທົດລອງທາງ ດ້ານວິທະຍາສາດແລະເຕັກໂນໂລຊີ,ການຍົກລະດັບວິຊາການ,ການ ແລກປ່ຽນບົດບຮຽນຂໍ້ມູນຂ່າວສານເພື່ອສ້າງເງື່ອນໄຂໃຫ້ແກ່ການ ພັດທະນາການລ້ຽງສັດແລະການສັດຕະວະແພດໃຫ້ຂະຫຍາຍຕົວ ແລະທັນສະໄໝເທື່ອລະກ້າວ,ດ້ວຍການເຂົ້າຮ່ວມປະຕິບັດສັນຍາລະ ຫວ່າງປະເທດແລະສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີ ໂດຍ ສະເພາະກ່ຽວກັບການຕ້ານພະຍາດລະບາດສັດຂ້າມຊາຍແດນ.

..ພາກທີ 2 ການລ້ຽງສັດ


...ໝວດທີ 1 ກິດຈະການກ່ຽວກັບການລ້ຽງສັດ


....ມາດຕາ 8 ກິດຈະການກ່ຽວກັບການລ້ຽງສັດ

ມາດຕາ 8 ກິດຈະການກ່ຽວກັບການລ້ຽງສັດ ກິດຈະການຕົ້ນຕໍກ່ຽວກັບການລ້ຽງສັດມີດັ່ງນີ້: 1. ການສໍາຫຼວດຂໍ້ມູນສະຖິຕິສັດ,ພື້ນທີ່ແລະການກໍານົດເຂດ ການລ້ຽງສັດ; 2. ການວາງແຜນຍຸດທະສາດໃນການພັດທະນາການລ້ຽງ ສັດ; 3. ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດກ່ຽວກັບ ການລ້ຽງສັດ; 4. ການພັດທະນາລະບົບການລ້ຽງສັດ; 5. ການຂຶ້ນທະບຽນວິສາຫະກິດ; 6. ການນໍາໃຊ້ສັດລ້ຽງ. ....ມາດຕາ 9 ການສໍາຫຼວດຂໍ້ມູນສະຖິຕິສັດ,ພື້ນທີ່ແລະການກໍານົດເຂດການລ້ຽງສັດ

ມາດຕາ 9 ການສໍາຫຼວດຂໍ້ມູນສະຖິຕິສັດ,ພື້ນທີ່ແລະການກໍານົດ ເຂດການລ້ຽງສັດ ການສໍາຫຼວດຂໍ້ມູນສະຖິຕິສັດແລະພື້ນທີ່ການລ້ຽງສັດແມ່ນ ການເກັບກໍາຂໍ້ມູນກ່ຽວກັບຈໍານວນສັດລ້ຽງແຕ່ລະປະເພດ,ສະພາບ ການຂະຫຍາຍຕົວຂອງຝູງສັດແລະພູມສາດແນໃສ່ດຸ່ນດ່ຽງພໍ່ແມ່ ພັນ,ຝູງສັດໃຫ້ເໝາະສົມ,ກໍານົດພື້ນທີ່ແລະເຂດການລ້ຽງສັດແຕ່ລະ ປະເພດ. ການສໍາຫຼວດ,ການກໍານົດເຂດການລ້ຽງສັດນັ້ນແມ່ນໃຫ້ຂະ ແໜງການກະສິກໍາແລະປ່າໄມ້ເປັນເຈົ້າການໂດຍປະສານສົມທົບ ກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເປັນ ຜູ້ດໍາເນີນແລະສ້າງເປັນຖານຂໍ້ມູນໄວ້ເພື່ອສະໜອງໃຫ້ແກ່ການ ວາງແຜນພັດທະນາດ້ານການລ້ຽງສັດຕາມຄວາມເໝາະສົມແຕ່ລະ ໄລຍະ.

....ມາດຕາ 10 ການວາງແຜນຍຸດທະສາດໃນການພັດທະນາການລ້ຽງສັດ

ມາດຕາ 10 ການວາງແຜນຍຸດທະສາດໃນການພັດທະນາການ ລ້ຽງສັດ ກະຊວງກະສິກໍາແລະປ່າໄ້ມປະສານສົມທົບກັບຂະແໜງ ການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງກໍານົດແລະ ວາງແຜນຍຸດທະສາດແຕ່ລະໄລຍະໃນການຄຸ້ມຄອງ,ປົກປັກຮັກສາ ແລະພັດທະນາການລ້ຽງສັດແຕ່ລະປະເພດເພື່ອເປັນທິດທາງລວມ ໃນການຫັນເປັນແຜນງານ,ໂຄງການແລະມາດຕະການສະເພາະ ໜ້າແລະຍາວນານ.

....ມາດຕາ 11 ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດກ່ຽວກັບການລ້ຽງສັດ

ມາດຕາ 11 ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດກ່ຽວກັບ ການລ້ຽງສັດ ລັດສົ່ງເສີມບຸກຄົນ,ຄອບຄົວແລະການຈັດຕັ້ງດໍາເນີນການ ສຶກສາ,ຄົ້ນຄວ້າ,ທົດລອງວິທະຍາສາດການລ້ຽງສັດ,ເຕັກນິກການ ລ້ຽງສັດ,ແນວພັນສັດ,ອາຫານສັດແລະພືດອາຫານສັດພ້ອມທັງ ການລົງທຶນສ້າງສະຖາບັນຫຼືສູນຄົ້ນຄວ້າທົດລອງຕາມລະບຽບກົດ ໝາຍຂອງ ສປປລາວ ແລະສົນທິສັນຍາສາກົນ. ການນໍາເອົາສັດແລະຕົວຢ່າງເປັນຕົ້ນຊາກສັດໝົດໂຕ,ເຄິ່ງ ໂຕຫຼືສິ້ນສ່ວນຂອງສັດເພື່ອການສຶກສາ,ຄົ້ນຄວ້າທາງດ້ານວິທະຍາ ສາດນັບທັງນໍາເຂົ້າແລະສົ່ງອອກໄປຕ່າງປະເທດຕ້ອງໄດ້ຮັບອະນຸ ຍາດຈາກກະຊວງກະສິກໍາແລະປ່າໄ້ມ.ພາຍຫຼັງທີ່ສໍາເລັດການສຶກ ສາ,ຄົ້ນຄວ້າແລ້ວກໍ່ຕ້ອງລາຍງານຜົນໄດ້ຮັບໃຫ້ອົງການທີ່ກ່ຽວ ຂ້ອງ.


....ມາດຕາ 12 ການພັດທະນາລະບົບການລ້ຽງສັດ

ມາດຕາ 12 ການພັດທະນາລະບົບການລ້ຽງສັດ ການພັດທະນາລະບົບການລ້ຽງສັດແມ່ນການພັດທະນາທີ່ ເປັນລະບົບຄົບຊຸດຂອງຂະບວນການລ້ຽງສັດຊຶ່ງປະກອບດ້ວຍການ ອະນຸລັກແລະປົກປັກຮັກສາພັນສັດພື້ນເມືອງ,ການປັບປຸງພັດທະນາ ແລະສະຫງວນພັນສັດນັບທັງການພັດທະນາດ້ານອາຫານສັດ,ຮູບ ແບບ,ເຕັກນິກແລະການບໍລິຫານຈັດການການລ້ຽງສັດທີ່ມີປະສິດ ທິພາບ. ບຸກຄົນ,ຄອບຄົວແລະການຈັດຕັ້ງສາມາດດໍາເນີນການປັບ ປຸງແລະຂະຫຍາຍພັນສັດ,ຜະລິດອາຫານສັດທຸກປະເພດແລະຫັນຮູບ ແບບການລ້ຽງສັດແບບທໍາມະຊາດໄປສູ່ການລ້ຽງສັດທີ່ມີການຄຸ້ມ ຄອງແລະນໍາໃຊ້ເຕັກນິກວິທະຍາສາດຢ່າງເໝາະສົມ. ຂະແໜງການກະສິກໍາແລະປ່າໄມ້ເປັນເຈົ້າການປະສານສົມ ທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດໍາເນີນການພັດທະນາລະບົບການລ້ຽງສັດແຕ່ລະປະເພດໃຫ້ກ້າວ ໜ້າທັນສະໄໝເທື່ອລະກ້າວເພື່ອສະໜອງແນວພັນແລະມີອາຫານ ສັດຢ່າງພຽງພໍ,ມີເຕັກນິກແລະວິທີການລ້ຽງສັດແຕ່ລະປະເພດທີ່ດີ ແທດເໝາະກັບເງື່ອນໄຂແລະສະພາບແວດລ້ອມຂອງແຕ່ລະເຂດ ແນໃສ່ຍົກຜະລິດຕະພາບຂອງສັດລ້ຽງແລະເພີ່ມຜົນຜະລິດຂອງການ ລ້ຽງສັດໃຫ້ສາມາດຕອບສະໜອງຄວາມຕ້ອງການພາຍໃນຢ່າງ ພຽງພໍແລະເປັນສິນຄ້າສົ່ງອອກ.

....ມາດຕາ 13 ການຂຶ້ນທະບຽນພິມສັດ

ມາດຕາ 13 ການຂຶ້ນທະບຽນພິມສັດ ສັດໃຫຍ່ທີ່ມີອາຍຸໜຶ່ງປີຂຶ້ນໄປເຊັ່ນ:ຊ້າງ,ມ້າ,ງົງ,ຄວາຍ ແລະສັດປະເພດອື່ນທີ່ເຫັນວ່າຈໍາເປັນລວມທັງສັດລ້ຽງຢູ່ໃນຟາມ ຕ້ອງໄດ້ຂຶ້ນທະບຽນພິມສັດໂດຍໃຫ້ຫ້ອງການກະສິກໍາແລະປ່າໄມ້ ເມືອງ,ເທດສະບານເປັນເຈົ້າການປະສານສົມທົບກັບອົງການປົກ ຄອງທ້ອງຖິ່ນທີ່ກ່ຽວຂ້ອງດໍາເນີນການຂຶ້ນທະບຽນພິມສັດແລ້ວລາຍ ງານໃຫ້ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຢ່າງເປັນປົກ ກະຕິ. ວິທີການຂັ້ນຕອນການຂຶ້ນທະບຽນພິມສັດດັ່ງກ່າວໄດ້ກໍານົດ ໄວ້ໃນລະບຽບການສະເພາະ.

....ມາດຕາ 14 ການນໍາໃຊ້ສັດລ້ຽງ

ມາດຕາ 14 ການນໍາໃຊ້ສັດລ້ຽງ ການນໍາໃຊ້ສັດລ້ຽງມີດັ່ງນີ້: 1. ເພື່ອສາທາລະນະປະໂຫຍດ; 2. ເພື່ອຄອບຄົວ; 3. ເພື່ອທຸລະກິດ.

....ມາດຕາ 15 ການນໍາໃຊ້ສັດລ້ຽງເພື່ອສາທາລະນະປະໂຫຍດ

ມາດຕາ 15 ການນໍາໃຊ້ສັດລ້ຽງເພື່ອສາທາລະນະປະໂຫຍດ ການນໍາໃຊ້ສັດລ້ຽງເພື່ອສາທາລະນະປະໂຫຍດມີຄື: ການ ວາງສະແດງໃນງານຕະຫຼາດນັດ,ການນໍາໃຊ້ສັດເພື່ອການສຶກສາ ຄົ້ນຄວ້າທົດລອງແລະສາທາລະນະປະໂຫຍດອື່ນໂດຍໃຫ້ຖືກຕ້ອງ ຕາມລະບຽບການ.

....ມາດຕາ 16​ ການນໍາໃຊ້ສັດລ້ຽງເພື່ອຄອບຄົວ

ມາດຕາ 16​ ການນໍາໃຊ້ສັດລ້ຽງເພື່ອຄອບຄົວ ການນໍາໃຊ້ສັດລ້ຽງເພື່ອຄອບຄົວມີຄື:ການໃຊ້ເປັແຮງງານ ລາກແກ່,ການບໍລິໂພກ,ປຸງແຕ່ງແລະຈໍາໜ່າຍສ້າງເປັນລາຍຮັບ ໃຫ້ແກ່ຄອບຄົວ. ການບໍລິໂພກສັດພາຍໃນຄອບຄົວແລະປຸງແຕ່ງເພື່ອຈໍາ ໜ່າຍນັ້ນຕ້ອງແມ່ນສັດທີ່ມີສຸຂະພາບດີ,ສະອາດແລະຖືກຕາມຫຼັກ ການສະຂານາໄມ.

....ມາດຕາ 17 ການນໍາໃຊ້ສັດລ້ຽງເພື່ອທຸລະກິດ

ມາດຕາ 17 ການນໍາໃຊ້ສັດລ້ຽງເພື່ອທຸລະກິດ ການນໍາໃຊ້ສັດລ້ຽງເພື່ອທຸລະກິດມີຄື:ການບໍລິການກ່ຽວກັບ ສວນສັດ,ການຜະລິດແລະສະໜອງແນວພັນສັດ,ການນໍາເຂົ້າ,ການ ົສົ່ງອອກ,ການຂົນສົ່ງຜ່ານ,ການກິລາ,ການທ່ອງທ່ຽວ,ການປຸງ ແຕ່ງ,ການຈໍາໜ່າຍຫຼືຄ້າຂາຍ,ການໃຫ້ເຊົ່າແລະການບໍລິການອື່ນ ໂດຍໃຫ້ຖືກຕ້ອງຕາມລະບຽບການ.

...ໝວດທີ 2 ທຸລະກິດກ່ຽວກັບສັດລ້ຽງ


....ມາດຕາ 18 ການດໍາເນີນທຸລະກິດກ່ຽວກັບການລ້ຽງສັດ

ມາດຕາ 18 ການດໍາເນີນທຸລະກິດກ່ຽວກັບການລ້ຽງສັດ ທຸລະກິດກ່ຽວກັບການລ້ຽງສັດປະກອບດ້ວຍການບໍລິການດັ່ງ ນີ້: 1. ການຜະລິດອາຫານສັດ; 2. ການວິໄຈອາຫານສັດ; 3. ການຈໍາໜ່າຍອາຫານສັດແລະອຸປະກອນສໍາລັບການ ລ້ຽງສັດ; 4. ການສ້າງຟາມລ້ຽງສັດ; 5. ການສະໜອງແລະບໍລິການປະສົມພັນສັດ; 6. ການຊື້ຂາຍສັດ,ຈໍາໜ່າຍຊີ້ນແລະການປຸງແຕ່ງຜະລິດ ຕະພັນສັດ; 7. ການສ້າງໂຮງຮຽນວິຊາຊີບການລ້ຽງສັດ; 8. ການສ້າງສາລະຄະດີກ່ຽວກັບການລ້ຽງສັດ. ການດໍາເນີນທຸລະກິດດັ່ງກ່າວຕ້ອງສອດຄ່ອງກັບລະບຽບກົດ ໝາຍຂອງ ສປປລາວ.

....ມາດຕາ 19 ການອະນຸຍາດດໍາເນີນທຸລະກິດກ່ຽວກັບການລ້ຽງສັດ

ມາດຕາ 19 ການອະນຸຍາດດໍາເນີນທຸລະກິດກ່ຽວກັບການລ້ຽງສັດ ບຸກຄົນ,ຄອບຄົວແລະການຈັດຕັ້ງທັງພາຍໃນແລະຕ່າງປະ ເທດທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບການລ້ຽງສັດທີ່ໄດ້ກໍານົດ ໄວ້ໃນ ມາດຕາ 18 ຂອງກົດໝາຍສະບັບນີ້ຕ້ອງໄດ້ຮັບຄວາມເຫັນ ດີດ້ານເຕັກນິກກ່ຽວກັບການລ້ຽງສັດຈາກຂະແໜງການກະສິກໍາ ແລະປ່າໄມ້,ໄດ້ຂຶ້ນທະບຽນວິສາຫະກິດແລະຮັບອະນຸຍາດດໍາເນີນ ທຸລະກິດຈາກຂະແໜງການທີ່ກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ. ....ມາດຕາ 20 ການຜະລິດອາຫານສັດ

ມາດຕາ 20 ການຜະລິດອາຫານສັດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດ ຜະລິດອາຫານສັດຕ້ອງປະຕິບັດຕາມມາດຕະຖານເຕັກນິກກ່ຽວກັບ ສະຖານທີ່,ລະບົບການຜະລິດອາຫານສັດ,ການເກັບຮັກສາວັດຖຸດິບ ແລະການກວດກາຄຸນນະພາບອາຫານສັດທີ່ຂະແໜງການກະສິກໍາ ແລະປ່າໄມ້ແລະຂະແໜງການອື່ນທີ່ກ່ຽວຂ້ອງໄດ້ກໍານົດໄວ້ແນໃສ່ ຮັບປະກັນຄຸນນະພາບອາຫານສັດໃຫ້ເໝາະສົມແກ່ການລ້ຽງສັດ ລວມທັງບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ສັງຄົມແລະສະພາບແວດລ້ອມ. ....ມາດຕາ 21 ການວິໄຈອາຫານສັດ

ມາດຕາ 21 ການວິໄຈອາຫານສັດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຈຸດປະສົງເພື່ອດໍາເນີນທຸລະກິດໃຫ້ ການບໍລິການການກວດກາວິໄຈຄຸນນະພາບອາຫານສັດຫຼືການສຶກ ສາຄົ້ນຄ້ວາວິທິຍາສາດກ່ຽວກັບອາຫານສັດຕ້ອງມີລະບົບການຄຸ້ມ ຄອງ,ພັດທະນາແລະຮັກສາລະດັບຄຸນນະພາບຂອງການວິໄຈອາ ຫານສັດທີ່ດີ,ມີຄວາມຖືກຕ້ອງຊັດເຈນ,ມີບຸກຄະລາກອນທີ່ມີວິຊາ ສະເພາະແລະຊໍານານງານແນ່ໃສ່ຄວບຄຸມຄຸນນະພາບອາຫານສັດ ຂອງຜູ້ຜະລິດໃຫ້ໄດ້ມາດຕະຖານເຕັກນິກກ່ຽວກັບຄຸນນະພາບອາ ຫານສັດທີ່ຂະແໜງການກະສິກໍາແລະປ່າໄມ້ແລະຂະແໜງການ ອື່ນທີ່ກ່ຽວຂ້ອງໄດ້ກໍານົດໄວ້.

....ມາດຕາ 22 ການຈໍາໜ່າຍອາຫານສັດແລະອຸປະກອນສໍາລັບການລ້ຽງສັດ

ມາດຕາ 22 ການຈໍາໜ່າຍອາຫານສັດແລະອຸປະກອນສໍາລັບ ການລ້ຽງສັດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດ ຈໍາໜ່າຍ,ນໍາເຂົ້າແລະສົ່ງອອກອາຫານສັດແລະອຸປະກອນສໍາລັບ ການລ້ຽງສັດນັ້ນໃຫ້ປະຕິບັດຕາມລະບຽບກົດໝາຍແລະໃຫ້ຄວາມ ຮ່ວມມືໂດຍສະເພາະການລາຍງານຂໍ້ມູນຂ່າວສານແກ້ອົງການທີ່ ກ່ຽວຂ້ອງເພື່ອຕິດຕາມກວດກາຫຼືເກັບຕົວຢ່າງອາຫານສັດເພື່ອ ກວດກາວິໄຈຄຸນນະພາບ.

....ມາດຕາ 23 ການສ້າງຟາມລ້ຽງສັດ

ມາດຕາ 23 ການສ້າງຟາມລ້ຽງສັດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນການ ສ້າງຟາມລ້ຽງສັດເພື່ອຂະຫຍາຍແນວພັນສັດແລະຜະລິດສັດເປັນ ສິນຄ້າຮັບໃຊ້ພາຍໃນປະເທດແລະສົ່ງອອກຕ້ອງປະຕິບັດຕາມມາດ ຕະຖານເຕັກນິກກ່ຽວກັບສະຖານທີ່,ລະບົບຟາມລ້ຽງສັດ,ລະບົບການ ຜະລິດສັດທີ່ຂະແໜງການກະສິກໍາແລະປ່າໄມ້ແລະຂະແໜງການ ອື່ນທີ່ກ່ຽວຂ້ອງໄດ້ກໍານົດໄວ້. ຟາມລ້ຽງສັດມີສາມຂະໜາດຄື:ຟາມລ້ຽງສັດຂະໜາດນ້ອຍ, ຂະໜາດກາງແລະຂະໜາດໃຫຍ່ຊຶ່ງໄດ້ກໍານົດໄວ້ໃນລະບຽບການ ສະເພາະ. ສໍາລັບຟາມລ້ຽງສັດເພື່ອການປັບປຸງພັນສັດ,ການຂະຫຍາຍ ແນວພັນສັດແລະການນໍາແນວພັນສັດເຂົ້າມາພາຍໃນປະເທດຫຼືສົ່ງ ອອກໄປຕ່າງປະເທດແມ່ນຂະແໜງການກະສິກໍາແລະປ່າໄມ້ເປັນຜູ້ ອະນຸຍາດໂດຍມີການປະສານສົມທົບກັບຂະແໜງການອື່ນທີ່ກ່ຽວ ຂ້ອງ. (ຄໍາຄົ້ນ: ການເຮັດຟາມ,ການເຮັດຟາມລ້ຽງສັດ) ....ມາດຕາ 24 ການສະໜອງແລະບໍລິການປະສົມພັນສັດ

ມາດຕາ 24 ການສະໜອງແລະບໍລິການປະສົມພັນສັດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດ ໃນການສະໜອງແລະບໍລິການປະສົມພັນສັດເປັນຕົ້ນການຈໍາໜ່າຍ ນໍ້າເຊື້ອ,ການປະສົມພັນແບບທໍາມະຊາດຫຼືການປະສົມພັນທຽມຕ້ອງ ປະຕິບັດຕາມມາດຕະຖານເຕັກນິກກ່ຽວກັບຄຸນນະພາບຂອງພໍ່ພັນ, ນໍ້າເຊື້ອແລະເຕັກນິກການປະສົມພັນສັດຊຶ່ງຂະແໜງການທີ່ກ່ຽວ ຂ້ອງໄດ້ກໍານົດໄວ້.

....ມາດຕາ 25 ການຊີ້ຂາຍສັດ,ຈໍາໜ່າຍຊີ້ນແລະການປຸງແຕ່ງຜະລິດຕະພັນສັດ

ມາດຕາ 25 ການຊີ້ຂາຍສັດ,ຈໍາໜ່າຍຊີ້ນແລະການປຸງແຕ່ງຜະ ລິດຕະພັນສັດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດ ໃນການຊື້ຂາຍສັດ,ຈໍາໜ່າຍຊີ້ນ,ການປຸງແຕ່ງຜະລິດຕະພັນສັດແລະ ຕະຫຼາດນັດສັດຕ້ອງປະຕິບັດຕາມມາດຕະຖານເຕັກນິກແລະລະບຽບ ກົດໝາຍເພື່ອບໍ່ໃຫ້ມີຜົນກະທົບທາງລົບຕໍ່ຜູ້ບໍລິໂພກ,ສັງຄົມແລະສະ ພາບແວດລ້ອມ.

....ມາດຕາ 26 ການສ້າງໂຮງຮຽນວິຊາຊີບການລ້ຽງສັດ

ມາດຕາ 26 ການສ້າງໂຮງຮຽນວິຊາຊີບການລ້ຽງສັດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດ ໃນການສ້າງໂຮງຮຽນວິຊາຊີບການລ້ຽງສັດຕ້ອງປະຕິບັດຕາມລະ ບຽບການແລະຫຼັກສູດການຮຽນການສອນໂດຍມີການຮັບຮອງຈາກ ຂະແໜງການທີ່ກ່ຽວຂ້ອງເພື່ອສ້າງບຸກຄະລາກອນໃຫ້ມີຄວາມຮູ້ ຄວາມສາມາດທາງດ້ານວິຊາການກ່ຽວກັບການລ້ຽງສັດໃຫ້ພຽງ ພໍກັບການພັດທະນາການລ້ຽງສັດໃນແຕ່ລະໄລຍະ.

....ມາດຕາ 27 ການສ້າງສາລະຄະດີກ່ຽວກັບການລ້ຽງສັດ

ມາດຕາ 27 ການສ້າງສາລະຄະດີກ່ຽວກັບການລ້ຽງສັດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດ ໃນການສ້າງສາລະຄະດີກ່ຽວກັບການລ້ຽງສັດເປັນຕົ້ນເຕັກນິກການ ລ້ຽງສັດ,ຜົນການທົດລອງກ່ຽວກັບການລ້ຽງສັດຕ້ອງໄດ້ຮັບການ ເຫັນດີຈາກຂະແໜງການກະສິກໍາແລະປ່າໄມ້ແລະໄດ້ຮັບອະນຸຍາດ ຈາກຂະແໜງການທີ່ກ່ຽວຂ້ອງ.

...ໝວດທີ 3 ການສົ່ງເສີມການລ້ຽງສັດ


....ມາດຕາ 28 ການສົ່ງເສີມການລ້ຽງສັດ

ມາດຕາ 28 ການສົ່ງເສີມການລ້ຽງສັດ ລົດສົ່ງເສີມບຸກຄົນ,ຄອບຄົວແລະການຈັດຕັ້ງທັງພາຍໃນແລະ ຕ່າງປະເທດລ້ຽງສັດປະເພດຕ່າງໆດ້ວຍວິທີແລະຫຼາຍຮູບແບບເຊັ່ນ: ການລ້ຽງສັດແບບປ່ອຍໃນບໍລິເວນທີ່ໄດ້ຈັດສັນ,ແບບເຄິ່ງຂັງເຄິ່ງ ປ່ອຍແລະແບບຂັງຂອງຄອບຄົວ,ກຸ່ມຫຼືສະມາຄົມລ້ຽງສັດໂດຍຕິດ ພັນກັບວຽກງານການສັດຕະວະແພດດ້ວຍການປະຕິບັດນະໂຍບາຍ ທີ່ເໝາະສົມທາງດ້ານການລົງທຶນ,ການຈັດສັນແລະນໍາໃຊ້ທີ່ດິນເພື່ອ ການລ້ຽງສັດ,ແນວພັນ,ວິຊາການ,ວິທະຍາສາດເຕັກໂນໂລຊີ,ຂໍ້ມູນ ຂ່າວສານ,ການຕະຫຼາດແລະນະໂຍບາຍອື່ນເພື່ອເຮັດໃຫ້ການລ້ຽງ ສັດຂະຫຍາຍຕົວຢ່າງມີປະສິດທິຜົນ. ລົດສົ່ງເສີມການລ້ຽງສັດແບບຄອບຄົວດ້ວຍການສ້າງຕັ້ງ ກອງທຶນລ້ຽງສັດຂັ້ນບ້ານ,ບໍລິການແນວພັນສັດ,ແນວພັນຫຍ້າ,ພືດ ອາຫານສັດ,ວິຊາການ,ສ້າງເງື່ອນໄຂໃຫ້ໄປທັດສະນະສຶກສາຕາມ ຄວາມເໝາະສົມ,ໂຄສະນາເຜີຍແຜ່ແລະປຸກລະດົມປະຊາຊົນເຂົ້າ ຮ່ວມຂະບວນການລ້ຽງແລະການຮັກສາສຸຂະພາບສັດຢ່າງກວ້າງ ຂວາງ.

....ມາດຕາ 29 ການສົ່ງເສີມການລົງທຶນ

ມາດຕາ 29 ການສົ່ງເສີມການລົງທຶນ ລັດສົ່ງເສີມບຸກຄົນ,ຄອບຄົວແລະການຈັດຕັ້ງທັງພາຍໃນ ແລະຕ່າງປະເທດໃຫ້ລົງທຶນຫຼືປະກອບສ່ວນເຂົ້າໃນການລ້ຽງສັດ ດ້ວຍຮູບການການລົງທຶນແບບຫົວໜ່ວຍຄອບຄົວ,ແບບຮ່ວມມືຂອງ ປະຊາຊົນ,ເອກະຊົນ,ລັດກັບເອກະຊົນຕາມລະບຽບກົດໝາຍກ່ຽວ ກັບການລົງທຶນແລະກົດໝາຍອື່ນທີ່ກ່ຽວຂ້ອງ. ໃນກໍລະນີເກີດມີການລະບາດພະຍາດສັດແລະມີແຈ້ງການ ທາງລັດຖະການໃຫ້ຂ້າທໍາລາຍສັດເພື່ອຄວບຄຸມການລະບາດນັ້ນ ລັດມີນະໂຍບາຍຊົດເຊີຍຢ່າງສົມເຫດສົມຜົນ. ລັດສົ່ງເສີມການສ້າງຕັ້ງກອງທຶນເພື່ອຊຸກຍູ້ການລ້ຽງສັດປະ ເພດຕ່າງໆແຫຼ່ງກອງທຶນແມ່ນໄດ້ມາຈາກທຶນປະກອບຂອງລັດ, ຂອງປະຊາຊົນແລະຂອງການຈັດຕັ້ງພາຍໃນແລະຕ່າງປະເທດ.

....ມາດຕາ 30 ການຈັດສັນແລະນໍາໃຊ້ທີ່ດິນເພື່ອການລ້ຽງສັດ

ມາດຕາ 30 ການຈັດສັນແລະນໍາໃຊ້ທີ່ດິນເພື່ອການລ້ຽງສັດ ລັດຈັດສັນແລະສົ່ງເສີມບຸກຄົນ,ຄອບຄົວແລະການຈັດຕັ້ງໃຫ້ ນໍາໃຊ້,ເຊົ່າຫຼືສໍາປະທານທີ່ດິນເຂົ້າໃນການລ້ຽງສັດແຕ່ລະປະເພດ ໃຫ້ຖືກຕ້ອງຕາມເປົ້າໝາຍແລະທ່າແຮງຂອງແຕ່ລະເຂດໂດຍບໍ່ໃຫ້ ມີຜົນກະທົບທາງລົບຕໍ່ສົ່ງແວດລ້ອມທໍາມະຊາດແລະສັງຄົມເພື່ອພັດ ທະນາການລ້ຽງສັດຕາມຄວາມສາມາດດ້ານທຶນຮອນຕາມລະບຽບ ກົດໝາຍ.

....ມາດຕາ 31​ ການສົ່ງເສີມດ້ານແນວພັນສັດ

ມາດຕາ 31​ ການສົ່ງເສີມດ້ານແນວພັນສັດ ລົດຊຸກຍູ້,ສົ່ງເສີມບຸກຄົນ,ຄອບຄົວແລະການຈັດຕັ້ງດໍາເນີນ ການຜະລິດແລະຂະຫຍາຍແນວພັນສັດແປະເພດຕ່າງທເຊັ່ນ:ແນວ ພັນບໍລິສຸດ,ແນວພັນປະສົມແລະແນວພັນພື້ນເມືອງທີ່ມີການຈະເລີນ ເຕີບໂຕແລະແຜ່ພັນດີດ້ວຍການປະຕິບັດນະໂຍບາຍເປັນຕົ້ນການ ອໍານວຍຄວາມສະດວກໃນການນໍາເຂົ້າເຄື່ອງມື,ອຸປະກອນແລະພໍ່ ແມ່ພັນນັບທັງນະໂຍບາຍດ້ານສິນເຊື່ອແລະພາສີອາກອນໃຫ້ແກ່ສູນ, ສະຖານນີແນວພັນສັດຂອງລັດແລະຜູ້ປະກອບການຕາມລະບຽບ ກົດໝາຍ.

....ມາດຕາ 32 ການສົ່ງເສີມດ້ານວິຊາການແລະວິທະຍາສາດເຕັກໂນໂລຊີ

ມາດຕາ 32 ການສົ່ງເສີມດ້ານວິຊາການແລະວິທະຍາສາດ ເຕັກໂນໂລຊີ ລັດສົ່ງເສີມດ້ານວິຊາການ,ວິທະຍາສາດເຕັກໂນໂລຊີທີ່ກ້າວ ໜ້າກ່ຽວກັບການລ້ຽງສັດ,ດ້ານການຝຶກອົບຮົມ,ປະຊຸມສໍາມະນາ, ໄປທັດສະນະສຶກສາ,ສົ່ງພະນັກງານວິຊາການລົງໄປແນະນໍາຢູ່ກັບ ທີ່ແລະດ້ານອື່ນໃຫ້ບຸກຄົນ,ຄອບຄົວແລະການຈັດຕັ້ງທັງພາຍໃນແລະ ຕ່າງປະເທດທີ່ໄດ້ລົງທຶນຫຼືປະກອບສ່ວນເຂົ້າໃນການລ້ຽງສັດເພື່ອ ເຮັດໃຫ້ການລ້ຽງສັດຂະຫຍາຍຕົວກ້າວໄປສູ່ແບບອຸດສາຫະກໍາແລະ ທັນສະໄໝ.

....ມາດຕາ 33 ການສົ່ງເສີມດ້ານຂໍ້ມູນຂ່າວສານແລະການຕະຫຼາດ

ມາດຕາ 33 ການສົ່ງເສີມດ້ານຂໍ້ມູນຂ່າວສານແລະການຕະຫຼາດ ລັດສົ່ງເສີມບຸກຄົນ,ຄອບຄົວແລະການຈັດຕັ້ງທີ່ປະກອບອາ ຊີບການລ້ຽງສັດດ້ວຍການສະໜອງຂໍ້ມູນຂ່າວສານກ່ຽວກັບການ ລ້ຽງສັດແລະການຕະຫຼາດເປັນຕົ້ນເຕັກນິກການລ້ຽງສັດ,ແນວພັນ ສັດ,ຄຸນນະພາບແລະມາດຕະຖານກ່ຽວກັບການລ້ຽງສັດຂອງຊາດ ແລະສາກົນ,ຄວາມຕ້ອງການກ່ຽວກັບສັດແລະການເໜັງຕີງຂອງ ລາຄາສັດທັງພາຍໃນແລະຕ່າງປະເທດ.

..ພາກທີ 3 ການສັດຕະວະແພດ


...ໝວດທີ 1 ກິດຈະການກ່ຽວກັບການສັດຕະວະແພດ


....ມາດຕາ 34 ກິດຈະການກ່ຽວກັບການສັດຕະວະແພດ

ມາດຕາ 34 ກິດຈະການກ່ຽວກັບການສັດຕະວະແພດ ກິດຈະການກ່ຽວກັບການສັດຕະວະແພດແມ່ນທຸກການເຄື່ອນ ໄຫວທີ່ກ່ຽວຂ້ອງກັບການຄຸ້ມຄອງແລະບໍລິການດ້ານການສັດຕະວະ ແພດຊຶ່ງປະກອບດ້ວຍ: 1. ການກັນແລະຄວບຄຸມພະຍາດລະບາດສັດ; 2. ການຄວບຄຸມການເຄື່ອນຍ້າຍສັດ,ຜະລິດຕະພັນສິນຄ້າ ກ່ຽວກັບສັດແລະການກັກຫຼືຂັງຊົ່ວຄາວ. 3. ການຂ້າສັດແລລະການກວດກາດ້ານອະນາໄມຜະລິດຕະ ພັນສັດ.

....ມາດຕາ 35 ການກັນແລະຄວບຄຸມພະຍາດລະບາດສັດ

ມາດຕາ 35 ການກັນແລະຄວບຄຸມພະຍາດລະບາດສັດ ການກັນແລະຄວາມຄຸມພະຍາດລະບາດສັດປະກອບດ້ວຍ: 1. ການກັນພະຍາດລະບາດສັດຊຶ່ງມີ:ການເຝົ້າລະວັງແລະ ຕິດຕາມພະຍາດລະບາດສັດ,ການສັກຢາກັນພະຍາດສັດແລະການ ປິ່ນປົວສັດ; 2. ການຄວບຄຸມພະຍາດລະບາດສັດຊຶ່ງມີ:ການວາງແຜນ ຍຸດທະສາດໃນການກໍາຈັດແລະລົບລ້າງພະຍາດລະບາດສັດ,ມາດ ຕະການຄວບຄຸມພະຍາດລະບາດສັດ,ພະຍາດສັດທີ່ຈໍາເປັນຕ້ອງ ແຈ້ງ,ການແຈ້ງກ່ຽວກັບສັດທີ່ສົງໄສວ່າເຫງົາຫຼືເຈັບຍ້ອນພະຍາດ ລະບາດສັດ,ການລາຍງານກ່ຽວກັບພະຍາດລະບາດສັດ,ການປະ ກາດເຂດພະຍາດລະບາດສັດແລະການປະຕິບັດກໍລະນີເກີດພະຍາດ ລະບາດສັດ.

....ມາດຕາ 36 ການເຝົ້າລະວັງແລະຕິດຕາມພະຍາດລະບາດສັດ

ມາດຕາ 36 ການເຝົ້າລະວັງແລະຕິດຕາມພະຍາດລະບາດສັດ ການເຝົ້າລະວັງແລະຕິດຕາມພະຍາດລະບາດສັດແມ່ນການ ເຄື່ອນໄຫວກ່ຽວກັບການສັງເກດ,ບັນທຶກ,ລາຍງານສະພາບຜິດປົກ ກະຕິແລະເກັບກໍາຂໍ້ມູນທາງລະບາດວິທະຍາດຂອງສັດເຊັ່ນ:ການ ເກີດພະຍາດ,ການເຈັບປ່ວຍ,ການຕາຍ,ການເກັບຕົວຢ່າງ,ການວິ ເຄາະ,ການບົ່ງມະຕິພະຍາດແລະການປະເມີນຄວາມສ່ຽງຕ່າງໆ. ຂະແໜງການກະສິກໍາແລະປ່າໄມ້ໂດຍປະສານສົມທົບກັບຂະ ແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງດໍາເນີນ ການເຝົ້າລະວັງແລະຕິດຕາມພະຍາດສັດຢ່າງເປັນລະບົບທັງແບບ ປົກກະຕິແລະແບບສຸກເສີນພ້ອມທັງໂຄສະນາເຜີຍແຜ່,ສຶກສາອົບຮົມ, ປຸກລະດົມໃຫ້ທຸກພາກສ່ວນມີສ່ວນຮ່ວມແນໃສ່ຮັບປະກັນບໍ່ໃຫ້ມີໄພ ຂົ່ມຂູ່ຈາກພະຍາດລະບາດສັດທີ່ຈະນໍາໄປສູ່ການສູນເສຍທາງດ້ານ ເສດຖະກິດແລະສັງຄົມຂອງຊາດ.

....ມາດຕາ 37 ການສັກຢາກັນພະຍາດສັດແລະການປິ່ນປົວສັດ

ມາດຕາ 37 ການສັກຢາກັນພະຍາດສັດແລະການປິ່ນປົວສັດ ສັດລ້ຽງຂອງບຸກຄົນ,ຄອບຄົວແລະການຈັດຕັ້ງຕ້ອງໄດ້ຮັບ ການສັກຢາກັນພະຍາດຕາມຫຼັກວິຊາການ,ກໍານົດເວລາ,ແຕ່ລະໄລ ຍະໃຫ້ເປັນປົກກະຕິເພື່ອຫຼີກເວັ້ນຜົນເສຍຫາຍທີ່ເກີດຈກພະຍາດລະ ບາດສັດ. ເມື່ອສັດລ້ຽງມີອາຫານຜິດປົກກະຕິຫຼືເປັນພະຍາດໃດໜຶ່ງ ຕ້ອງໄດ້ຮັບການກວດສຸຂະພາບແລະປິ່ນປົວໃຫ້ທັນການຕາມແຕ່ລະ ກໍາລະນີ.

....ມາດຕາ 38 ການວາງແຜນຍຸດທະສາດໃນການກໍາຈັດແລະລົບລ້າງພະຍາດລະບາດສັດ

ມາດຕາ 38 ການວາງແຜນຍຸດທະສາດໃນການກໍາຈັດແລະລົບ ລ້າງພະຍາດລະບາດສັດ ຂະແໜງການກະສິກໍາແລະປ່າໄມ້ໂດຍປະສານສົມທົບກັບຂະ ແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງແລະວາງ ແຜນຍຸດທະສາດໃນການກໍາຈັດແລະລົບລ້າງພະຍາດລະບາດສັດ ເພື່ອເປັນທິດທາງລວມໃນການສ້າງແຜນງານ,ໂຄງການແລະມາດ ຕະການສະເພາະໜ້າແລະຍາວນານ,ປຸກລະດົມໃຫ້ທຸກພາກສ່ວນມີ ສ່ວນຮ່ວມໃນຂະບວນການກໍາຈັດແລະລົບລ້າງພະຍາດລະບາດສັດ.

....ມາດຕາ 39 ມາດຕະການຄວບຄຸມພະຍາດລະບາດສັດ

ມາດຕາ 39 ມາດຕະການຄວບຄຸມພະຍາດລະບາດສັດ ການຄວບຄຸມພະຍາດລະບາດສັດຢູ່ໃນຂອບເຂດບໍລິເວນໃດ ໜຶ່ງຫຼືໃນທົ່ວປະເທດເພື່ອບໍ່ໃຫ້ເຊື້ອພະຍາດແຜ່ລາມອອກໄປຢ່າງ ກວ້າງຂວາງຕ້ອງນໍາໃຊ້ມາດຕະການຕົ້ນຕໍດັ່ງນີ້: 1. ສັງເກດອາການ,ກັກຂັງແລະແຍກປ່ຽວສັດທີ່ເປັນພະ ຍາດຫຼືຖືກສົງໄສວ່າຕິດເຊື້ອພະຍາດ; 2. ຂ້າຫຼືທໍາລາຍສັດທີ່ເປັນພະຍາດຫຼືສົງໄສວ່າຕິດເຊື້ອພະ ຍາດບາງຊະນິດໃນກໍານົດເວລາທີ່ເໝາະສົມ. 3. ຂ້າເຊື້ອພະຍາດຫຼືທໍາລາຍວັດຖຸອຸປະກອນທີ່ປົນເປື້ອນຫຼື ົສົງໄສວ່າຖືກປົນເປື້ອນດ້ວຍເຊື້ອພະຍາດ. 4. ຄວບຄຸມການເຄື່ອນຍ້າຍ,ຂົນສົ່ງ,ເຕົ້າໂຮມແລະຊຸກ ເຊື່ອງສັດໃນຂອບເຂດທົ່ວປະເທດຫຼືບາງຂົງເຂດພາຍໃນປະເທດ; 5. ນໍາໃຊ້ມາດຕະການຄວບຄຸມພະຍາດລະບາດສັດທີ່ລັດໄດ້ ກໍານົດໄວ້. ມາດຕະການຄວບຄຸມຂ້າງເທິງນີ້ແມ່ນໃຫ້ປະຕິບັດຕາມລະ ບຽບການທີ່ໄດ້ກໍານົດໄວ້ແລະເຈົ້າຂອງສັດກໍ່ຈະໄດ້ຮັບການຊົດເຊີຍ ຢ່າງເໝາະສົມຕາມແຕ່ລະກໍລະນີ.

....ມາດຕາ 40 ພະຍາດສັດທີ່ຈໍາເປັນຕ້ອງແຈ້ງ

ມາດຕາ 40 ພະຍາດສັດທີ່ຈໍາເປັນຕ້ອງແຈ້ງ ພະຍາດສັດທີ່ຈໍາເປັນຕ້ອງແຈ້ງແມ່ນພະຍາດລະບາດສັດ ທີ່ມີຄວາມອັນຕະລາຍຮ້າຍແຮງ,ແຜ່ລາມໄວສາມາດຕິດຕໍ່ຈາກສັດ ຫາສັດແລະຈາກສັດໄປຫາຄົນຈາກເຂດໜຶ່ງໄປຫາອີກເຂດໜຶ່ງຫຼື ຈາກປະເທດໜຶ່ງໄປຫາອີກປະເທດໜຶ່ງທີ່ເປັນຜົນສະທ້ອນທີ່ຮ້າຍ ແຮງຕໍ່ເສດຖະກິດແລະສັງຄົມເຊັ່ນ:ພະຍາດໄຂ້ຫວັດສັດປີກ,ປາກ ເປື່ອຍລົງເລັບ,ເຕົ້າໂຮມເລືອດງົວຄວາຍ,ໄຂ້ເລືອດດໍາ,ອະທິວາໝູ, ພະຍາດວໍ້ແລະພະຍາດອື່ນ. ພະຍາດສັດທີ່ຈໍາເປັນຕ້ອງແຈ້ງແມ່ນໄດ້ກໍານົດໄວ້ໃນບັນຊີ ຂອງອົງການພະຍຸສັດສາກົນແລະໃນລະບຽບການສະເພາະ.

....ມາດຕາ 41 ການແຈ້ງກ່ຽວກັບສັດທີ່ສົງໄສວ່າຕິດພະຍາດລະບາດສັດ

ມາດຕາ 41 ການແຈ້ງກ່ຽວກັບສັດທີ່ສົງໄສວ່າຕິດພະຍາດລະ ບາດສັດ ເຈົ້າຂອງສັດລ້ຽງຫຼືບຸກຄົນທົ່ວໄປຕ້ອງແຈ້ງໃຫ້ອົງການຄຸ້ມ ຄອງວຽກງານການລ້ຽງສັດແລະການສັດຕະວະແພດທີ່ຢູ່ໃກ້ທີ່ສຸດ ຫຼືອົງການປົກຄອງບ້ານໂດຍດ່ວນເມື່ອຕົນໄດ້ພົບເຫັນຫຼືສົງໄສວ່າ ມີສັດງ່ວມເຫງົາ,ເຈັບຫຼືຕາຍໂດຍບໍ່ຮູ້ສາເຫດຫຼືຍ້ອນພະຍາດລະບາດ ສັດ.


....ມາດຕາ 42 ການລາຍງານກ່ຽວກັບພະຍາດລະບາດສັດ

ມາດຕາ 42 ການລາຍງານກ່ຽວກັບພະຍາດລະບາດສັດ ໃນກໍລະນີພົບເຫັນສັດງ່ວມເຫງົາ,ເຈັບຫຼືຕາຍທີ່ສົງໄສວ່າຕິດ ເຊື້ອພະຍາດລະບາດສັດອົງການຄຸ້ມຄອງວຽກງານການລ້ຽງສັດ ແລະການສັດຕະວະແພດຕ້ອງອອກຄໍາສັ່ງໃຫ້ກັກຂັງສັດຢູ່ບໍລິເວນ ນັ້ນໄວ້ໃນຄອກຈົນກວ່າຈະໄດ້ຮັບຜົນຈາກການກວດກາແລະການ ບົ່ງມະຕິພະຍາດຈາກຫ້ອງວິໄຈ. ໃນກໍລະນີໄດ້ຮັບການຢືນຢັນຈາກຫ້ອງວິໄຈພະຍາດສັດວ່າ ສັດດັ່ງກ່າວງ່ວມເຫງົາ,ເຈັບຫຼືຕາຍຍ້ອນພະຍາດລະບາດສັດອົງ ການຄຸ້ມຄອງວຽກງານການລ້ຽງສັດແລະການສັດຕະວະແພດຕ້ອງ ລາຍງານໃຫ້ອົງການປົກຄອງທ້ອງຖິ່ນຫຼືລັດຖະບານເພື່ອປະກາດ ເປັນເຂດພະຍາດລະບາດສັດຕາມ ມາດຕາ 43 ຂອງກົດໝາຍສະ ບັບນີ້.

....ມາດຕາ 43​ ການປະກາດເຂດພະຍາດລະບາດສັດ

ມາດຕາ 43​ ການປະກາດເຂດພະຍາດລະບາດສັດ ອົງການປົກຄອງທ້ອງຖິ່ນຫຼືລັດຖະບານເປັນຜູ້ປະກາດຫຼືລົບ ລ້າງເຂດພະຍາດລະບາດສັດຕາມການສະເໜີຂອງອົງການຄຸ້ມ ຄອງວຽກງານການລ້ຽງສັດແລະການສັດຕະວະແພດຂັ້ນຂອງຕົນ ໂດຍໃຫ້ປະຕິບັດຕາມກໍລະນີດັ່ງນີ້: 1. ຖ້າຫາກພະຍາດລະບາດສັດເກີດຂຶ້ນໃນຂອບເຂດເມືອງ, ເທດສະບານໃດໜຶ່ງແມ່ນໃຫ້ເຈົ້າເມືອງ,ຫົວໜ້າເທດສະບານນັ້ນ ເປັນຜູ້ປະກາດ; 2. ຖ້າຫາກພະຍາດລະບາດສັດເກີດຂຶ້ນຫຼາຍກວ່າໜຶ່ງເມືອງ, ເທດສະບານແຕ່ຢູ່ໃນຂອບເຂດແຂວງ,ນະຄອນໃດໜຶ່ງແມ່ນໃຫ້ເຈົ້າ ແຂວງ,ເຈົ້າຄອງນະຄອນນັ້ນເປັນຜູ້ປະກາດ; 3. ຖ້າຫາກພະຍາດລະບາດສັດເກີດຂຶ້ນຫຼາຍກວ່າໜຶ່ງ ແຂວງ,ນະຄອນແມ່ນໃຫ້ນາຍົກລັດຖະມົນຕີເປັນຜູ້ປະກາດ.

....ມາດຕາ 44 ການປະຕິບັດກໍລະນີເກີດພະຍາດລະບາດສັດ

ມາດຕາ 44 ການປະຕິບັດກໍລະນີເກີດພະຍາດລະບາດສັດ ອົງການຄຸ້ມຄອງວຽກງານການລ້ຽງສັດແລະການສັດຕະ ວະແພດຕ້ອງດໍາເນີນການກວດກາສັດໃນເຂດເກີດພະຍາດລະບາດ ສັດເພື່ອຊອກຫາເຊື້ອພະຍາດທີ່ເປັນສາເຫດພາໃຫ້ເກີດພະຍາດລະ ບາດ. ໃນກໍລະນີພົບເຊື້ອພະຍາດລະບາດສັດຕ້ອງປະຕິບັດຕາມ ມາດຕະການຄວບຄຸມທີ່ເໝາະສົມເພື່ອສະກັດກັ້ນການແຜ່ລາມຂອງ ພະຍາດນັ້ນ. ນອກຈາກນັ້ນຍັງຕ້ອງສັກຢາກັນພະຍາດທີ່ຈໍາເປັນໃຫ້ແກ່ ສັດລ້ຽງທີ່ຍັງມີສຸຂະພາບດີແລະດໍາເນີນການຂ້າເຊື້ອຢູ່ສະຖານທີ່ ລ້ຽງສັດ,ຄອກສັດແລະອຸປະກອນສໍາລັບການລ້ຽງສັດຕາມຫຼັກວິຊາ ການສັດຕະວະແພດ.

....ມາດຕາ 45 ການຄວບຄຸມການເຄື່ອນຍ້າຍສັດ,ຜະລິດຕະພັນສິນຄ້າກ່ຽວກັບສັດແລະການກັກຫຼືຂັງຊົ່ວຄາວ

ມາດຕາ 45 ການຄວບຄຸມການເຄື່ອນຍ້າຍສັດ,ຜະລິດຕະພັນສິນຄ້າ ກ່ຽວກັບສັດແລະການກັກຫຼືຂັງຊົ່ວຄາວ ການຄວບຄຸມການເຄື່ອນຍ້າຍສັດ,ຜະລິດຕະພັນສິນຄ້າກ່ຽວ ກັບສັດແລະການກັກຫຼືຂັງຊົ່ວຄາວມີດັ່ງນີ້: 1. ການເຄື່ອນຍ້າຍສັດແລະຜະລິດຕະພັນສິນຄ້າກ່ຽວກັບສັດ ພາຍໃນປະເທດ; 2. ການເຄື່ອນຍ້າຍສັດແລະຜະລິດຕະພັນສິນຄ້າກ່ຽວກັບສັດ ລະຫວ່າງປະເທດ. 3. ການກັກຫຼືຂັງສັດແລະຜະລິດຕະພັນສິນຄ້າກ່ຽວກັບສັດຊົ່ວ ຄາວ.


....ມາດຕາ 46 ການເຄື່ອນຍ້າຍສັດແລະຜະລິດຕະພັນສິນຄ້າກ່ຽວກັບສັດພາຍໃນປະເທດ

ມາດຕາ 46 ການເຄື່ອນຍ້າຍສັດແລະຜະລິດຕະພັນສິນຄ້າກ່ຽວກັບ ສັດພາຍໃນປະເທດ ການເຄື່ອນຍ້າຍສັດແລະຜະລິດຕະພັນສິນຄ້າກ່ຽວກັບສັດ ຈາກສະຖານທີ່ໜຶ່ງຫາສະຖານທີ່ອື່ນຢູ່ພາຍໃນປະເທດຕ້ອງປະຕິບັດ ຕາມລະບຽບການສະເພາະຂອງອົງການຄຸ້ມຄອງວຽກງານການ ລ້ຽງສັດແລະການສັດຕະວະແພດ.

....ມາດຕາ 47 ການເຄື່ອນຍ້າຍສັດແລະຜະລິດຕະພັນສິນຄ້າກ່ຽວກັບສັດລະຫວ່າງປະເທດ

ມາດຕາ 47 ການເຄື່ອນຍ້າຍສັດແລະຜະລິດຕະພັນສິນຄ້າກ່ຽວກັບ ສັດລະຫວ່າງປະເທດ ການເຄື່ອນຍ້າຍສັດແລະຜະລິດຕະພັນສິນຄ້າກ່ຽວກັບສັດລະ ຫວ່າງປະເທດ,ການນໍາເຂົ້າ,ສົ່ງອອກແລະຂົນສົ່ງຜ່ານດິນແດນສປ ປລາວຕ້ອງຜ່ານການກວດກາຈາກພະນັກງານສັດຕະວະແພດປະຈໍາ ດ້ານຊາຍແດນແລະປະຕິບັດຕາມລະບຽບການສະເພາະຂອງອົງ ການຄຸ້ມຄອງວຽກງານການລ້ຽງສັດແລະການສັດຕະວະແພດ.

....ມາດຕາ 48 ການກັກຫຼືຂັງສັດແລະຜະລິດຕະພັນສິນຄ້າກ່ຽວກັບສັດຊົ່ວຄາວ

ມາດຕາ 48 ການກັກຫຼືຂັງສັດແລະຜະລິດຕະພັນສິນຄ້າກ່ຽວກັບ ສັດຊົ່ວຄາວ ໃນກໍລະນີພົບເຫັນສັດຫຼືປະລິດຕະພັນສິນຄ້າກ່ຽວກັບສັດທີ່ບໍ່ ຖືກຕ້ອງຕາມລະບຽບການຂົນສົ່ງຫຼືສົງໄສວ່າມີການຕິດເຊື້ອພະ ຍາດຮ້າຍແຮງຫຼືຢູ່ໃນສະພາບທີ່ບໍ່ສາມາດຂົນສົ່ງຕໍ່ໄປໄດ້ແມ່ນໃຫ້ ປະຕິບັດມາດຕະການໃດໜຶ່ງດັ່ງນີ້: 1. ກັກຂັງສັດໄວ້ເພື່ອໃຫ້ສັດໄດ້ພັກຜ່ອນ,ໃຫ້ອາຫານແລະນໍ້າ ຫຼືຖ້າເຫັນວ່າມີຄວາມຈໍາເປັນຕ້ອງແຍກປ່ຽວສັດໄວ້ໃນສະຖານທີ່ທີ່ ຈັດໄວ້ສະເພາະເພື່ອກວດກາແລະຕິດຕາມ; 2. ກັກຜະລິດຕະພັນສິນຄ້າກ່ຽວກັບສັດໄວ້ໃນສະຖານທີ່ທີ່ຈັດ ໄວ້ສະເພາະເພື່ອກວດກາ; 3. ໃນກໍລະນີສົງໄສຫຼືພົບເຊື້ອພະຍາດຮ້າຍແຮງຕ້ອງປະຕິ ບັດຕາມມາດຕະການຄວບຄຸມພະຍາດລະບາດສັດທີ່ອົງການຄຸ້ມ ຄອງວຽກງານການລ້ຽງສັດແລະການສັດຕະວະແພດໄດ້ກໍານົົດໄວ້. ໃນກໍລະນີຈໍາເປັນຕ້ອງສົ່ງສັດແລະຜະລິດຕະພັນສິນຄ້າກ່ຽວ ກັບສັດເຫຼົ່ານັ້ນຄືນແລະໃຫ້ປະຕິບັດຕາມລະບຽບການທີ່ກະຊວງກະ ສິກໍາແລະປ່າໄມ້ໄດ້ກໍານົດໄວ້.


....ມາດຕາ 49 ການຂ້າສັດແລະການກວດກາດ້ານອະນາໄມຜະລິດຕະພັນສັດ

ມາດຕາ 49 ການຂ້າສັດແລະການກວດກາດ້ານອະນາໄມຜະລິດ ຕະພັນສັດ ການຂ້າສັດແລະການກວດກາດ້ານອະນາໄມຜະລິດຕະພັນ ສັດມີດັ່ງນີ້: 1. ໂຮງງານຂ້າສັດແລະບ່ອນຂ້າສັດຍ່ອຍ; 2. ການຂ້າແລະຄົວສັດ; 3. ການກວດກາດ້ານອະນາໄມຜະລິດຕະພັນສັດ; 4. ການຢັ້ງຢືນດ້ານສຸຂະນາໄມຜະລິດຕະພັນສັດ; 5. ສະຖານທີ່ເກັບຮັກສາ,ປຸງແຕ່ງ,ຄ້າຂາຍແລະການຂົນສົ່ງ ຜະລິດຕະພັນສັດ.


....ມາດຕາ 50 ໂຮງງານຂ້າສັດແລະບ່ອນຂ້າສັດຍ່ອຍ

ມາດຕາ 50 ໂຮງງານຂ້າສັດແລະບ່ອນຂ້າສັດຍ່ອຍ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງໂຮງ ງານຂ້າສັດແລະບ່ອນຂ້າສັດຍ່ອຍຕ້ອງປະຕິບັດຕາມມາດຕະຖານ ເຕັກນິກດ້ານສຸຂານາໄມກ່ຽວກັບສະຖານທີ່,ການອອກແບບ,ລະບົບ ການດໍາເນີນງານ,ຫຼັກການອະນາໄມສໍາລັບຜູ້ອອກແຮງງານ,ການ ເກັບຮັກສາແລະການຂົນສົ່ງຊີ້ນແລະຜະລິດຕະພັນສັດທີ່ຂະແໜງ ການກະສິກໍາແລະປ່າໄມ້ແລະຂະແໜງການອື່ນທີ່ກ່ຽວຂ້ອງໄດ້ກໍາ ນົດໄວ້.

....ມາດຕາ 51 ການຂ້າແລະຄົວສັດ

ມາດຕາ 51 ການຂ້າແລະຄົວສັດ ການຂ້າແລະຄົວສັດເພື່ອຈໍາໜ່າຍໃຫ້ຜູ້ບໍລິໂພກຕ້ອງດໍາເນີນ ຢູ່ໂຮງງານຂ້າສັດຫຼືບ່ອນຂ້າສັດຍ່ອຍທີ່ໄດ້ຮັບອະນຸຍາດຢ່າງຖືກ ຕ້ອງຕາມລະບຽບກົດໝາຍຈາກຂະແໜງການທີ່ກ່ຽວຂ້ອງແລະ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງຂອງອົງການຄຸ້ມຄອງວຽກງານການ ລ້ຽງສັດແລະການສັດຕະວະແພດຢ່າງເຂັ້ມງວດ. ການຂ້າແລະຄົວສັດປະເພດງົວ,ຄວາຍຫຼືໝູເພື່ອບໍລິໂພກ ພາຍໃນຄອບຄົວຫຼືໃນການບຸນປະເພນີແມ່ນອະນຸຍາດແຕ່ຕ້ອງແຈ້ງ ໃຫ້ອົງການປົກຄອງບ້ານໂດຍໄດ້ຮັບການກວດກາຈາກສັດຕະວະ ແພດບ້ານແນໃສ່ການຄຸ້ມຄອງສະຖິຕິສັດລ້ຽງ,ຮັບປະກັນຄວາມ ປອດໄພ,ສຸຂານາໄມຂອງຜູ້ບໍລິໂພກ.

....ມາດຕາ 52 ການກວດກາດ້ານອະນາໄມຜະລິດຕະພັນສັດ

ມາດຕາ 52 ການກວດກາດ້ານອະນາໄມຜະລິດຕະພັນສັດ ການກວດກາກ່ອນຫຼືຫຼັງການຂ້າສັດ,ການຕິດຕາມແລະກວດ ກາດ້ານອະນາໄມ້ໂຮງງານຂ້າສັດ,ບ່ອນຂ້າສັດຍ່ອຍແລະການ ກວດກາດ້ານອະນາໄມຊີ້ນຕ້ອງແມ່ນພະນັກງານສັດຕະວະແພດທີ່ ໄດ້ຜ່ານການຝຶກອົບຮົມດ້ານເຕັກນິການກວດກາດ້ານອະນາໄມຊີ້ນ ສະເພາະເປັນຜູ້ດໍາເນີນການຊຶ່ງຖືກແຕ່ງຕັ້ງໂດຍອົງການຄຸ້ມຄອງ ວຽກງານການລ້ຽງສັດແລະການສັດຕະວະແພດ. ຂັ້ນຕອນຂອງການກວດກາຊີ້ນແລະຜະລິດຕະພັນສັດໄດ້ກໍາ ນົດໄວ້ໃນລະບຽບການສະເພາະແລະກົດໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາ 53 ການຢັ້ງຢືນດ້ານສຸຂານາໄມຜະລິດຕະພັນສັດ

ມາດຕາ 53 ການຢັ້ງຢືນດ້ານສຸຂານາໄມຜະລິດຕະພັນສັດ ຊີ້ນແລະຜະລິດຕະພັນສັດທີ່ຈະນໍາມາຈໍາໜ່າຍຫຼືບໍລິໂພກ ຕ້ອງໄດ້ຜ່ານການກວດ,ຈໍ້າກາແລະຢັ້ງຢືນດ້ານສຸຂານາໄມຈາກ ພະນັກງານກວດກາອະນາໄມ້ຊີ້ນ. ຖ້າຫາກວ່າຊີ້ນແລະຜະລິດຕະພັນສັດບໍ່ສາມາດບໍລິໂພກໄດ້ ແມ່ນບໍ່ອະນຸຍາດໃຫ້ນໍາໄປຈໍາໜ່າຍ,ຊື້ຂາຍຫຼືເກັບຮັກສາໄວ້ຢ່າງ ເດັດຂາດຕ້ອງທໍາລາຍຖິ້ມພາຍໃຕ້ການຄຸ້ມຄອງຂອງສັດຕະວະ ແພດຫຼືພະນັກງານກວດກາອະນາໄມຊີ້ນຢ່າງເຄັ້ງຄັດ.ການທໍາລາຍ ຊີ້ນແລະຜະລິດຕະພັນສັດໄດ້ກໍານົດໄວ້ໃນລະບຽບການສະເພາະ. ໃນກໍລະນີທີ່ຈະນໍາໄປໃຊ້ໃນຈຸດປະສົງອື່ນຕ້ອງປະຕິບັດຕາມ ເງື່ອນໄຂແລະຫຼັກການອະນາໄມທີ່ໄດ້ກໍານົດໄວ້.

....ມາດຕາ 54 ສະຖານທີ່ເກັບຮັກສາ,ປຸງແຕ່ງ,ຄ້າຂາຍແລະການຂົນສົ່ງຜະລິດຕະພັນສັດ

ມາດຕາ 54 ສະຖານທີ່ເກັບຮັກສາ,ປຸງແຕ່ງ,ຄ້າຂາຍແລະການຂົນ ສົ່ງຜະລິດຕະພັນສັດ ສະຖານທີ່ເກັບຮັກສາ,ປຸງແຕ່ງແລະຄ້າຂາຍຜະລິດຕະພັນ ສັດຕ້ອງໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກແລະລະບຽບການ ທີ່ໄດ້ກໍານົດໄວ້. ການຂົນສົ່ງຊາກສັດ,ຊີ້ນແລະຜະລິດຕະພັນສັດເພື່ອຈໍາໜ່າຍ ຕ້ອງຂົນສົ່ງດ້ວຍພາຫະນະທີ່ຮັບປະກັນຕາມມາດຕະຖານເຕັກນິກທີ່ ໄດ້ກໍານົດໄວ້.


...ໝວດທີ 2 ທຸລະກິດກ່ຽວກັບການສັດຕະວະແພດ


....ມາດຕາ 55 ທຸລະກິດກ່ຽວກັບການສັດຕະວະແພດ

ມາດຕາ 55 ທຸລະກິດກ່ຽວກັບການສັດຕະວະແພດ ທຸລະກິດກ່ຽວກັບການສັດຕະວະແພດປະກອບດ້ວຍການບໍລິ ການດັ່ງນີ້: 1. ການບໍລິການປິ່ນປົວສັດ; 2. ການຜະລິດຢາກັນແລະປິ່ນປົວພະຍາດສັດ; 3. ການຂາຍຢາກັນ,ປິ່ນປົວພະຍາດສັດແລະເຄື່ອງມືສັດຕະ ວະແພດ; 4. ການວິໄຈພະຍາດສັດ; 5. ການສ້າງໂຮງຮຽນວິຊາຊີບສັດຕະວະແພດ; 6. ການສ້າງສາລະຄະດີກ່ຽວກັບພະຍາດສັດ.

....ມາດຕາ 56 ການອະນຸຍາດດໍາເນີນທຸລະກິດກ່ຽວກັບການສັດຕະວະແພດ

ມາດຕາ 56 ການອະນຸຍາດດໍາເນີນທຸລະກິດກ່ຽວກັບການສັດ ຕະວະແພດ ບຸກຄົນ,ຄອບຄົວແລະການຈັດຕັ້ງທັງພາຍໃນແລະຕ່າງປະ ເທດທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບການສັດຕະວະແພດທີ່ ໄດ້ກໍານົດໄວ້ໃນ ມາດຕາ 55 ຂອງກົດໝາຍສະບັບນີ້ຕ້ອງໄດ້ຮັບ ຄວາມເຫັນດີດ້ານເຕັກນິກກ່ຽວກັບການສັດຕະວະແພດຈາກຂະ ແໜງການກະສິກໍາແລະປ່າໄມ້,ຂຶ້ນທະບຽນວິສາຫະກິດແລະໄດ້ຮັບ ອະນຸຍາດດໍາເນີນທຸລະກິດຈາກຂະແໜງການທີ່ກ່ຽວຂ້ອງຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍ.


....ມາດຕາ 57 ການບໍລິການປິ່ນປົວສັດ

ມາດຕາ 57 ການບໍລິການປິ່ນປົວສັດ ບຸກຄົນ,ຄອບຄົວແລະການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະ ກິດກ່ຽວກັບຫ້ອງກວດພະຍາດສັດຫຼືບ່ອນປົວສັດເພື່ອໃຫ້ການບໍລິ ການກັນແລະປິ່ນຜົວສັດຕ້ອງປະຕິບັດຕາມມາດຕະຖານເຕັກນິກ ກ່ຽວກັບສະຖານທີ່,ບຸກຄະລາກອນແລະການບໍລິການທີ່ຂະແໜງ ການກະສິກໍາແລະປ່າໄມ້ແລະຂະແໜງການອື່ນທີ່ກ່ຽວຂ້ອງໄດ້ກໍາ ນົດໄວ້ແນໃສ່ຮັບປະກັນການບໍລິການການກັນແລະປິ່ນປົວສັດໃຫ້ມີ ຄຸນນະພາບດີ.

....ມາດຕາ 58 ການຜະລິດຢາກັນແລະປິ່ນປົວພະຍາດສັດ

ມາດຕາ 58 ການຜະລິດຢາກັນແລະປິ່ນປົວພະຍາດສັດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງໂຮງ ງານຜະລິດຢາກັນແລະປິ່ນປົວພະຍາດສັດເພື່ອດໍາເນີນທຸລະກິດຜະ ລິດຢາຕ້ອງປະຕິບັດຕາມມາດຕະຖານເຕັກນິກກ່ຽວກັບສະຖານທີ່ຕັ້ງ ບຸກຄະລາກອນ,ລະບົບໂຮງງານ,ລະບົບການຜະລິດຢາກັນແລະປິ່ນ ຜົວພະຍາດສັດທີ່ຂະແໜງການກະສິກໍາແລະປ່າໄມ້ແລະຂະແໜງ ການອື່ນທີ່ກ່ຽວຂ້ອງໄດ້ກໍານົດໄວ້ແນໃສ່ຮັບປະກັນຄຸນນະພາບຂອງ ຢາກັນແລະປິ່ນປົວພະຍາດສັດໃຫ້ເໝາະສົມແກ່ການກັນແລະປິ່ນປົວ ພະຍາດສັດລວມທັງບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ສັງຄົມແລະສະພາບ ແວດລ້ອມ.

....ມາດຕາ 5ໍ9 ການຂາຍຢາກັນ,ປິ່ນປົວພະຍາດສັດແລະເຄື່ອງມືສັດຕະວະແພດ

ມາດຕາ 5ໍ9 ການຂາຍຢາກັນ,ປິ່ນປົວພະຍາດສັດແລະເຄື່ອງມື ສັດຕະວະແພດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດ ຂາຍ,ນໍາເຂົ້າແລະສົ່ງອອກຢາກັນແລະປິ່ນປົວພະຍາດສັດແລະອຸປະ ກອນສັດຕະວະແພດນັ້ນໃຫ້ປະຕິບັດຕາມມາດຕະຖານເຕັກນິກກ່ຽວ ກັບສະຖານທີ່ຕັ້ງ,ບຸກຄະລາກອນ,ສະຖານທີ່ເກັບຮັກສາແລະໃຫ້ ຄວາມຮ່ວມມືໂດຍສະເພາະການລາຍງານຂໍ້ມູນຂ່າວສານແກ່ອົງ ການທີ່ກ່ຽວຂ້ອງເພື່ອຕິດຕາມກວດກາຫຼືເກັບຕົວຢ່າງຢາກັນແລະ ປິ່ນປົວພະຍາດສັດເພື່ອກວດກາວິໄຈຄຸນນະພາບ.


....ມາດຕາ 60 ການວິໄຈພະຍາດສັດ

ມາດຕາ 60 ການວິໄຈພະຍາດສັດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຈຸດປະສົງເພື່ອດໍາເນີນທຸລະ ກິດການສ້າງຕັ້ງຫ້ອງວິໄຈພະຍາດສັດເພື່ອໃຫ້ການບໍລິການວິໄຈພະ ຍາດສັດຫຼືສຶກສາ,ຄົ້ນຄວ້າວິທະຍາສາດກ່ຽວກັບພະຍາດສັດຕ້ອງປະ ຕິບັດຕາມມາດຕະຖານເຕັກນິກກ່ຽວກັບສະຖານທີ່ຕັ້ງ,ບຸກຄະລາ ກອນ,ເຄື່ອງມືວິໄຈແລະມີລະບົບການຄຸ້ມຄອງຮັກສາລະດັບຄຸນນະ ພາບຂອງການບົ່ງມະຕິພະຍາດສັດທີ່ມີຄວາມຖືກຕ້ອງຊັດເຈນແລະ ທັນກັບສະພາບການ.

....ມາດຕາ 61 ການສ້າງໂຮງຮຽນວິຊາຊີບສັດຕະວະແພດ

ມາດຕາ 61 ການສ້າງໂຮງຮຽນວິຊາຊີບສັດຕະວະແພດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດ ກ່ຽວກັບໂຮງຮຽນວິຊາຊີບສັດຕະວະແພດຕ້ອງປະຕິບັດຕາມລະ ບຽບການແລະຫຼັກສູດການຮຽນການສອນໂດຍມີການຮັບຮອງຈາກ ຂະແໜງງການທີ່ກ່ຽວຂ້ອງເພື່ອສ້າງບຸກຄະລາກອນໃຫ້ມີຄວາມຮູ້ ຄວາມສາມາດທາງດ້ານວິຊາການກ່ຽວກັບການສັດຕະວະແພດໃຫ້ ສົມຄູ່ກັບການພັດທະນາວຽກງານການສັດຕະວະແພດໃນແຕ່ລະໄລ ຍະ.

....ມາດຕາ 62​ ການສ້າງສາລະຄະດີກ່ຽວກັບພະຍາດສັດ

ມາດຕາ 62​ ການສ້າງສາລະຄະດີກ່ຽວກັບພະຍາດສັດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນການ ສ້າງສາລະຄະດີກ່ຽວກັບພະຍາດສັດເປັນຕົ້ນ:ພະຍາດລະບາດສັດ, ຜົນການທົດລອງກ່ຽວກັບການກັນ,ປິ່ນປົວພະຍາດສັດແລະການ ຄວບຄຸມພະຍາດລະບາດສັດຕ້ອງໄດ້ຮັບການເຫັນດີຈາກຂະແໜງ ການກະສິກໍາແລະປ່າໄມ້ແລະໄດ້ຮັບອະນຸຍາດຈາກຂະແໜງການ ທີ່ກ່ຽວຂ້ອງ.

...ໝວດທີ 3 ການສົ່ງເສີມການສັດຕະວະແພດ


....ມາດຕາ 63 ການສົ່ງເສີມການສັດຕະວະແພດ

ມາດຕາ 63 ການສົ່ງເສີມການສັດຕະວະແພດ ລັດສົ່ງເສີມບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງ ປະເພດໃຫ້ດໍາເນີນກິດຈະການກ່ຽວກັບການສັດຕະວະແພດຕາມ ລະບຽບກົດໝາຍດ້ວຍການປະຕິບັດນະໂຍບາຍດ້ານຕ່າງໆເຊັ່ນ: ການລົງທຶນ,ວິຊາການ,ຂໍ້ມູນຂ່າວສານແລະສ້າງຕັ້ງສະມາຄົມສັດ ຕະວະແພດແນໃສ່ຮັບປະກັນການບໍລິການດ້ານການສັດຕະວະແພດ ໃຫ້ມີຄຸນນະພາບ.

....ມາດຕາ 64 ການສົ່ງເສີມການລົງທຶນ

ມາດຕາ 64 ການສົ່ງເສີມການລົງທຶນ ລົດສົ່ງເສີມບຸກຄົນ,ຄອບຄົວແລະການຈັດຕັ້ງທັງພາຍໃນແລະ ຕ່າງປະເທດໃຫ້ລົງທຶນຫຼືປະກອບສ່ວນເຂົ້າໃນການພັດທະນາດ້ານ ການສັດຕະວະແພດດ້ວຍຮູບການການລົງທຶນຂອງເອກະຊົນ,ລັດ ກັບເອກະຊົນຕາມລະບຽບກົດໝາຍ. ລັດສົ່ງເສີມການສ້າງຕັ້ງກອງທຶນເພື່ອຊຸກຍູ້ການສັດຕະວະ ແພດໃຫ້ມີປະສິດທະພາບ,ແຫຼ່ງກອງທຶນແມ່ນໄດ້ມາຈາທຶນປະກອບ ຂອງລັດ,ຂອງປະຊາຊົນແລະການຈັດຕັ້ງພາຍໃນແລະຕ່າງປະເທດ.

....ມາດຕາ 65 ການສົ່ງເສີມວິຊາການແລະຂໍ້ມູນຂ່າວສານ

ມາດຕາ 65 ການສົ່ງເສີມວິຊາການແລະຂໍ້ມູນຂ່າວສານ ລັດສົ່ງເສີມບຸກຄົນ,ຄອບຄົວແລະການຈັດຕັ້ງທັງພາຍໃນແລະ ຕ່າງປະເທດທີ່ໄດ້ລົງທຶນຫຼືປະກອບສ່ວນເຂົ້າໃນການດໍາເນີນທຸລະກິດ ກ່ຽວກັບການສັດຕະວະແພດດ້ວຍການໃຫ້ຄໍາແນະນໍາທາງດ້ານວິຊາ ການ,ການສົ່ງພະນັກງານວິຊາການລົງໄປນໍາພາເຮັດຕົວຈິງກັບທີ່, ການສະໜອງຂໍ້ມູນຂ່າວສານແລະການຖ່າຍທອດເຕັກນິກ-ເຕັກໂນ ໂລຊີທີ່ກ້າວໜ້າໃນການກັນແລະປິ່ນປົວສັດດ້ວຍຮູບການຝຶກອົບຮົມ, ຈັດກອງປະຊຸມສໍາມະນາ,ທັດສະນະສຶກສາແລະອື່ນໆ.

..ພາກທີ 4​ ສິດ,ໜ້າທີ່ແລະພັນທະຂອງຜູ້ປະກອບການແລະຜູ້ບໍລິໂພກ


...ໝວດທີ 1 ສິດ,ໜ້າທີ່ແລະພັນທະຂອງຜູ້ປະກອບການກ່ຽວກັບການລ້ຽງສັດ


....ມາດຕາ 66 ສິດແລະໜ້າທີ່ຂອງຜູ້ປະກອບການກ່ຽວກັບການລ້ຽງສັດ

ມາດຕາ 66 ສິດແລະໜ້າທີ່ຂອງຜູ້ປະກອບການກ່ຽວກັບການ ລ້ຽງສັດ ບຸກຄົນ,ຄອບຄົວແລະການຈັດຕັ້ງທີ່ດໍາເນີນກິດຈະການກ່ຽວ ກັບການລ້ຽງສັດມີສິດແລະໜ້າທີ່ດັ່ງນີ້: 1. ຄຸ້ມຄອງ,ພັດທະນາ,ນໍາໃຊ້,ໂອນແລະສືບທອດສັດລ້ຽງ ຕາມລະບຽບກົດໝາຍ. 2. ໄດ້ຮັບການປົກປ້ອງການຜະລິດດ້ວຍຮູບການຊົດເຊີຍ ແລະຮູບການອື່ນຕາມລະບຽບກົດໝາຍ; 3. ໄດ້ຮັບການຊ່ວຍເຫຼືອຫຼືການແນະນໍາທາງດ້ານວິຊາ ການແລະເຕັກໂນໂລຊີກ່ຽວກັບການດໍາເນີນການຜະລິດ; 4. ໄດ້ຮັບຄວາມສະດວກ,ຍົກເວັ້ນຫຼືຫຼຸດຜ່ອນພາສີອາກອນ ໃນການນໍາເຂົ້າແນວພັນສັດ,ອາຫານສັດ,ອຸປະກອນຮັບໃຊ້ທີ່ຈໍາ ເປັນໃນການດໍາເນີນການຜະລິດທຸລະກິດຂອງຕົນ,ການສົ່ງອອກສັດ ແລະຜະລິດຕະພັນສັດແລະດ້ານອື່ນຕາມລະບຽບກົດໝາຍ; 5. ໄດ້ຮັບການສົ່ງເສີມ,ຊຸກຍູ້ທາງດ້ານສິນເຊື່ອ,ການຕະ ຫຼາດລວມທັງດ້ານລາຄາຢ່າງຍຸຕິທໍາ. 6. ດໍາເນີນການຜະລິດ,ທຸລະກິດໂດຍຖືກຕ້ອງຕາມລະບຽບ ກົດໝາຍ; 7. ເຂົ້າຮ່ວມເຄື່ອນໄຫວຢູ່ໃນສະມາຄົມລ້ຽງສັດຕາມພາລະ ບົດບາດທີ່ສະມາຄົມໄດ້ກໍານົດໄວ້. ....ມາດຕາ 67 ພັນທະຂອງຜູ້ປະກອບການກ່ຽວກັບການລ້ຽງສັດ

ມາດຕາ 67 ພັນທະຂອງຜູ້ປະກອບການກ່ຽວກັບການລ້ຽງສັດ ຜູ້ປະກອບການກ່ຽວກັບການລ້ຽງສັດມີພັນທະຕົ້ນຕໍດັ່ງນີ້: 1. ດໍາເນີນການຜະລິດກ່ຽວກັບການລ້ຽງສັດຕາມການອະນຸ ຍາດ,ຕາມບົດວິພາກເສດຖະກິດ-ເຕັກນິກໂດຍປະຕິບັດໃຫ້ຖືກຕ້ອງ ຕາມຂັ້ນຕອນ,ກໍານົດເວລາແລະໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ທຸລະກິດແລະກົດໝາຍອື່ນທີ່ໄດ້ກໍານົດໄວ້; 2. ປົກປັກຮັກສາ,ຄຸ້ມຄອງ,ພັດທະນາແລະເບິ່ງແຍງສັດລ້ຽງ ໃຫ້ມີສຸຂະພາບດີ,ມີຄວາມຮັບຜິດຊອບຕໍ່ສັດລ້ຽງຂອງຕົນທີ່ກໍ່ຄວາມ ເສຍຫາຍໃຫ້ແກ່ຜູ້ອື່ນແລະຮັບປະກັນບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ສັງຄົມ ແລະສະພາບແວດລ້ອມ; 3. ປະຕິບັດມາດຕະການກັນສັດລ້ຽງດ້ວຍລະບົບຄວາມປອດ ໄພທາງດ້ານຊີວະພາບທີ່ດີແລະສັກຢາກັນພະຍາດສັດທີ່ຈໍາເປັນຕາມ ການກໍານົດຂອງອົງການຄຸ້ມຄອງວຽກງານການລ້ຽງສັດແລະການ ສັດຕະວະແພດຕາມລະບຽບກົດໝາຍ; 4. ໃຫ້ຄວາມຮ່ວມມື,ຕອບສະໜອງຂໍ້ມູນຂ່າວສານແລະເອື້ອ ອໍານວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດ; 5. ແຈ້ງສະຖານທີ່,ສະພາບການຜະລິດໃຫ້ອົງການຄຸ້ມຄອງ ວຽກງານການລ້ຽງສັດແລະການສັດຕະວະແພດຢ່າງຖືກຕ້ອງຊັດ ເຈນເພື່ອສະດວກໃນການລົງຕິດຕາມກວດກາ,ຊຸກຍູ້,ຊ່ວຍເຫຼືອແລະ ແກ້ໄຂສະພາບໃຫ້ທ່ວງທັນກັບເວລາ; 6. ໂຄສະນາເຜີຍແຜ່ກ່ຽວກັບວຽກງານການລ້ຽງສັດ; 7. ປະກອບສ່ວນທາງດ້ານທຶນຮອນຫຼືແຮງງານເຂົ້າໃນການ ພັດທະນາການລ້ຽງສັດແລະປົກປັກຮັກສາສິ່ງແວດລ້ອມທໍາມະຊາດ; 8. ນໍາໃຊ້ທຸກວິທີການເພື່ອປ້ອງກັນສຸຂະພາບຂອງສັດ,ສຸຂະ ພາບຂອງຄົນ,ສິ່ງແວດລ້ອມແລະສະກັດກັ້ນທຸກປາກົດການທີ່ຈະກໍ່ ໃຫ້ເກີດການແຜ່ລະບາດຂອງພະຍາດສັດ; 9. ເສຍຄ່າທໍານຽມກ່ຽວກັບການລ້ຽງສັດຕາມລະບຽບກົດ ໝາຍ.

...ໝວດທີ 2 ສິດ,ໜ້າທີ່ແລະພັນທະຂອງຜູ້ປະກອບການກ່ຽວກັບການສັດຕະວະແພດ


....ມາດຕາ 68 ສິດແລະໜ້າທີ່ຂອງຜູ້ປະກອບການກ່ຽວກັບການສັດຕະວະແພດ

ມາດຕາ 68 ສິດແລະໜ້າທີ່ຂອງຜູ້ປະກອບການກ່ຽວກັບການ ສັດຕະວະແພດ ບຸກຄົນ,ຄອບຄົວແລະການຈັດຕັ້ງທີ່ດໍາເນີນກິດຈະການກ່ຽວ ກັບການສັດຕະວະແພດມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ເປັນເຈົ້າກໍາມະສິດຂອງກິດຈະການແລະໝາກຜົນທີ່ໄດ້ ຮັບຈາກການດໍາເນີນກິດຈະການດັ່ງກ່າວ; 2. ໃຫ້ເຊົ່າ,ຊື້ຂາຍກິດຈະການຕາມລະບຽບການ; 3. ໄດ້ຮັບການປົກປ້ອງສິດແລະຜົນປະໂຫຍດຂອງຕົນຕາມ ລະບຽບກົດໝາຍ; 4. ໄດ້ຮັບການສົ່ງເສີມ,ຊ່ວຍເຫຼືອຫຼືການແນະນໍາທາງດ້ານ ວິຊາການແລະເຕັກໂນໂລຊີດ້ານການສັດຕະວະແພດ; 5. ໄດ້ຮັບຄວາມສະດວກ,ຍົກເວັ້ນຫຼືຫຼຸດຜ່ອນພາສີອາກອນໃນ ການນໍາເຂົ້າແລະສົ່ງອອກສານເຄມີ,ຢາກັນແລະປິ່ນຜົວສັດແລະວັດ ຖຸອຸປະກອນຮັບໃຊ້ທີ່ຈໍາເປັນຕາມລະບຽບກົດໝາຍ; 6. ປຸກສ້າງ,ຕິດຕັ້ງເຄື່ອງມືແລະວັດຖຸອຸປະກອນຮັບໃຊ້ໃຫ້ ແກ່ການດໍາເນີນກິດຈະການຕາມລະບຽບການຂອງຂະແໜງການ ທີ່ກ່ຽວຂ້ອງ; 7. ດໍາເນີນກິດຈະການດ້ານການສັດຕະວະແພດຕາມຫຼັກວິ ຊາສະເພາະແລະຂອບເຂດທີ່ໄດ້ຮັບອະນຸຍາດ; 8. ເຂົ້າຮ່ວມເຄື່ອນໄຫວຢູ່ໃນສະມາຄົມສັດຕະວະແພດຕາມ ພາລະບົດບາດທີ່ສະມາຄົມໄດ້ກໍານົດໄວ້.

....ມາດຕາ 69 ພັນທະຂອງຜູ້ປະກອບການກ່ຽວກັບການສັດຕະວະແພດ

ມາດຕາ 69 ພັນທະຂອງຜູ້ປະກອບການກ່ຽວກັບການສັດຕະວະ ແພດ ຜູ້ປະກອບການກ່ຽວກັບການສັດຕະວະແພດມີພັນທະຕົ້ນຕໍດັ່ງ ນີ້: 1. ປະຕິບັດຕາມການອະນຸຍາດແລະບົດວິພາກເສດຖະກິດ- ເຕັກນິກໃຫ້ຖືກຕ້ອງຕາມລະບຽບກົດໝາຍ; 2. ເບິ່ງແຍງບົວລະບັດຮັກສາສຸຂະພາບຂອງສັດລ້ຽງ,ກັນ ພະຍາດແລະປິ່ນປົວສັດລ້ຽງ; 3. ເປັນເຈົ້າການໃນການປະຕິບັດມາດຕະການເຝົ້າລະວັງ, ການກັນ,ສະກັດກັ້ນແລະແກ້ໄຂການລະບາດຂອງພະຍາດສັດຢ່າງ ທັນການ; 4. ແຈ້ງຫຼືລາຍງານສະພາບຫຼືເຫດການໃນກໍລະນີພົບເຫັນ ຫຼືສົງໄສວ່າສັດຕິດພະຍາດຮ້າຍແຮງຫຼືເປັນພະຍາດລະບາດສັດໃຫ້ ອົງການປົກຄອງທ້ອງຖິ່ນແລະອົງການຄຸ້ມຄອງວຽກງານການລ້ຽງ ສັດແລະການສັດຕະວະແພດ; 5. ໂຄສະນາເຜີຍແຜ່ກ່ຽວກັບວຽກງານການສັດຕະວະແພດ; 6. ປະກອບສ່ວນທາງດ້ານທຶນຮອນຫຼືແຮງງານເຂົ້າໃນການ ພັດທະນາວຽກງານການສັດຕະວະແພດແລະປົກປັກຮັກສາສິ່ງແວດ ລ້ອມທໍາມະຊາດ; 7. ນໍາໃຊ້ທຸກວິທີການເພື່ອປ້ອງກັນສຸຂະພາບສັດ,ສຸຂະພາບ ຂອງຄົນ,ສິ່ງແວດລ້ອມແລະສະກັດກັ້ນທຸກປາກົດການທີ່ຈະກໍ່ໃຫ້ເກີດ ການແຜ່ລະບາດຂອງພະຍາດສັດ; 8. ໃຫ້ການຮ່ວມມື,ຕອບສະໜອງຂໍ້ມູນຂ່າວສານແລະເອື້ອ ອໍານວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດ; 9. ປະຕິບັດຈັນຍາບັນວິຊາຊີບສັດຕະວະແພດຢ່າງຄົບຖ້ວນ; 10. ເສຍຄ່າທໍານຽມກ່ຽວກັບການດໍາເນີນກິດຈະການດ້ານ ການສັດຕະວະແພດແລະສະມາຄົມຕາມລະບຽບກົດໝາຍ. ...ໝວດທີ 3 ສິດໜ້າທີ່ແລະພັນທະຂອງຜູ້ບໍລິໂພກ


....ມາດຕາ 70 ສິດແລະໜ້າທີ່ຂອງຜູ້ບໍລິໂພກ

ມາດຕາ 70 ສິດແລະໜ້າທີ່ຂອງຜູ້ບໍລິໂພກ ຜູ້ບໍລິໂພກມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ໄດ້ຮັບການປົກປ້ອງຜົນເສຍຫາຍທາງດ້ານສຸຂະພາບ ແລະຊັບສິນໃນການຊົມໃຊ້ແລະບໍລິໂພກຜະລິດຕະພັນສັດທີ່ບໍ່ໄດ້ມາດ ຕະຖານຕາມການຢັ້ງຢືນຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງຕາມລະບຽບ ກົດໝາຍ; 2. ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂບັນຫາກ່ຽວກັບ ການລ້ຽງສັດເຊັ່ນ:ຟາມຫຼືສະຖານທີ່ລ້ຽງສັດ,ສະຖານທີ່ປຸງແຕ່ງຜະ ລິດຕະພັນສັດແລະສະຖານທີ່ອື່ນທີ່ບໍ່ໄດ້ມາດຕະຖານເຊັ່ນ:ທີ່ຕັ້ງບໍ່ ເໝາະສົມ,ບໍ່ມີລະບົບການບໍາບັດສິ່ງເສດເຫຼືອທີ່ຖືກຕ້ອງຊຶ່ງສົ່ງຜົນ ສະທ້ອນອັນບໍ່ດີຕໍ່ສັງຄົມແລະສະພາບແວດລ້ອມ; 3. ທວງເອົາຄ່າເສຍຫາຍຈາກຜູ້ປະກອບການທີ່ມີການກະ ທໍາບໍ່ຖືກຕ້ອງແລະມີຜົນກະທົບຕໍ່ສຸຂະພາບ; 4. ແຈ້ງຫຼືລາຍງານສະພາບການໃຫ້ອົງການປົກຄອງທ້ອງ ຖິ່ນຫຼືອົງການຄຸ້ມຄອງວຽກງານການລ້ຽງສັດແລະການສັດຕະວະ ແພດໃນກໍລະນີພົບເຫັນຫຼືສົງໄສວ່າສັດລ້ຽງເປັນພະຍາດ,ຫຼືຜະລິດຕະ ພັນສັດປົນເປື້ອນດ້ວຍສານເປັນພິດ,ເຊື້ອພະຍາດທີ່ວາງຈໍາໜ່າຍ,ຊຶ້ ຂາຍຕາມທ້ອງຕະຫຼາດແລະສະຖານທີ່ອື່ນ;

....ມາດຕາ 71 ພັນທະຂອງຜູ້ບໍລິໂພກ

ມາດຕາ 71 ພັນທະຂອງຜູ້ບໍລິໂພກ ຜູ້ບໍລິໂພກມີພັນທະຕົ້ນຕໍດັ່ງນີ້: 1. ບໍລິໂພກຊີ້ນຫຼືສິ້ນສ່ວນສັດໃຫ້ຖືກຕ້ອງຕາມຫຼັກສຸຂານາ ໄມ; 2. ມ້ຽນມັດສິ້ນສ່ວນແລະສິ່ງເສດເຫຼືອຈາກການບໍລິໂພກ ສັດ,ບໍ່ໃຫ້ຖິ້ມສະຊາຍຕາມສະຖານທີ່ສາທາລະນະ; 3. ເຂົ້າຮ່ວມໃນການປະຕິບັດມາດຕະການການກັນ,ສະກັດ ກັ້ນແລະການຄວບຄຸມພະຍາດລະບາດສັດຕາມລະບຽບກົດໝາຍ.


..ພາກທີ 5 ຂໍ້ຫ້າມ


...ມາດຕາ 72 ຂໍ້ຫ້າມທົ່ວໄປ

ມາດຕາ 72 ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ຄອບຄົວແລະການຈັດຕັ້ງມີການກະທໍາດັ່ງນີ້: 1. ມີການກະທໍາໃດໜຶ່ງທີ່ພາໃຫ້ເກີດການລະບາດຂອງພະ ຍາດສັດ,ການນໍາໃຊ້ສານເຄມີທີ່ເປັນອັນຕະລາຍຊຶ່ງເປັນຜົນສະທ້ອນ ອັນບໍ່ດີຕໍ່ສຸຂະພາບຂອງສັດ,ຄົນ,ເສດຖະກິດ-ສັງຄົມແລະສິ່ງແວດ ລ້ອມ. 2. ເຄື່ອນຍ້າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງສັດແລະຜະລິດຕະ ພັນສິນຄ້າກ່ຽວກັບສັດໂດຍບໍ່ສອດຄ່ອງກັບລະບຽບກົດໝາຍນັບທັງ ການປອມແປງເອກະສານກ່ຽວກັບສັດ; 3. ຄ້າຂາຍສັດແລະຜະລິດຕະພັນສິນຄ້າກ່ຽວກັບສັດປະເພດ ຫວງຫ້າມຫຼືບໍ່ຖືກຕ້ອງຕາມລະບຽບກົດໝາຍກໍານົດໄວ້; 4. ຂ້າ,ຄົວແລະບໍລິໂພກສັດເຫງົາ,ເຈັບຫຼືຕາຍໂດຍບໍ່ຮູ້ສາ ເຫດ,ເປັນພະຍາດລະບາດສັດຫຼືບໍ່ທັນໝົດໄລຍະຂອງສານຕົກຄ້າງ; 5. ຖິ້ມຊາກແລະສິ້ນສ່ວນສັດຕາຍຕາມສະຖານທີ່ສາທາລະ ນະແລະສະຖານທີ່ອື່ນ; 6. ຂ້າສັດຖືພາມານເປັນຕົ້ນສັດລາກແກ່ຫຼືສັດຢູ່ໃນໄລຍະທີ່ ນໍາໃຊ້ເປັນແນວພັນ; 7. ໃຫ້ສິນບົນແກ້ພະນັກງານແລະເຈົ້າໜ້າທີ່ສັດຕະວະແພດ; 8. ນາບຂູ່,ກົດໜ່ວງຖ່ວງດຶງແລະຂັດຂວາງການປະຕິບັດ ວຽກງານຂອງເຈົ້າໜ້າທີ່ກ່ຽວກັບການລ້ຽງສັດແລະການສັດຕະວະ ແພດ; 9. ມີການທໍລະມານສັດຫຼືການກະທໍາອື່ນທີ່ເປັນການລະເມີດ ລະບຽບກົດໝາຍກ່ຽວກັບການລ້ຽງສັດແລະການສັດຕະວະແພດ; 10. ລ້ຽງສັດໃນເຂດຊຸມຊົນ,ເທດສະບານເມືອງແລະສະ ຖານທີ່ທີ່ບໍ່ຢູ່ໃນເຂດລ້ຽງສັດ; 11. ປ່ອຍສັດຊະຊາຍໃນຊຸມຊົນ,ເທດສະບານເມືອງແລະ ຕາມຖະໜົນຫຼວງ; 12. ຈໍາໜ່າຍຫຼືຊຸກເຊື່ອງສັດແລະຜະລິດຕະພັນສັດທີ່ເປັນພະ ຍາດຫຼືຈະເປັນພະຍາດ;

...ມາດຕາ 73 ຂໍ້ຫາມສໍາລັບພະນັກງານລ້ຽງສັດ,ສັດຕະວະແພດແລະເຈົ້າໜ້າທີ່ສັດຕະວະແພດ

ມາດຕາ 73 ຂໍ້ຫາມສໍາລັບພະນັກງານລ້ຽງສັດ,ສັດຕະວະແພດ ແລະເຈົ້າໜ້າທີ່ສັດຕະວະແພດ ນອກຈາກຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນ ມາດຕາ 72​ ຂອງກົດ ໝາຍສະບັບນີ້ຫ້າມພະນັກງານລ້ຽງສັດ,ສັດຕະວະແພດແລະເຈົາ ໜ້າທີ່ສັດຕະວະແພດມີການກະທໍາດັ່ງນີ້: 1. ສວຍໃຊ້ສິດແລະໜ້າທີ່ຕໍາແໜ່ງ,ໃຊ້ຄວາມຮຸນແຮງ,ບັງ ຄັບຫຼືນາບຂູ່,ຮັບສິນບົນຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດ ຂອງລັດ,ລວມໝູ່ແລະບຸກຄົນເນື່ອງມາຈາກວຽກງານການລ້ຽງສັດ ແລະການສັດຕະວະແພດ. 2. ເປີດເຜີຍຄວາມລັບຂອງລັດຫຼືທາງລັດຖະການ,ກົດໜ່ວງ ຖ່ວງດຶງ,ປອມແປງເອກະສານ,ຂາດຄວາມຮັບຜິດຊອບຕໍ່ວຽກງານ ການລ້ຽງສັດແລະການສັດຕະວະແພດທີ່ໄດ້ຮັບມອບໝາຍ. ..ພາກທີ 6 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 74 ຫຼັກການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 74 ຫຼັກການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການລ້ຽງສັດແລະການສັດ ຕະວະແພດຕ້ອງປະຕິບັດຕາມຫຼັກການທົ່ວໄປຂອງການແກ້ໄຂຂໍ້ ຂັດແຍ່ງທາງດ້ານບໍລິຫານແລະທາງແພ່ງບົນພື້ນຖານການປະນີ ປະນອມກັນ.

...ມາດຕາ 75 ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 75 ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການລ້ຽງສັດແລະການສັດ ຕະວະແພດສາມາດດໍາເນີນດ້ວຍຮູບການຕາມລໍາດັບດັ່ງນີ້: 1. ການແກ້ໄຂໂດຍການປຶກສາຫາລືຫຼືການປະນີປະນອມກັນ ໂດຍອົງການປົກຄອງບ້ານຫຼືໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ; 2. ການແກ້ໄຂທາງດ້ານບໍລິຫານໂດຍອົງການຄຸ້ມຄອງວຽກ ງານການລ້ຽງສັດແລະການສັດຕະວະແພດ. 3. ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ; 4. ການແກ້ໄຂໂດຍສານປະຊາຊົນ.

...ມາດຕາ 76 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ມາດຕາ 76 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ຂໍ້ຂັດແຍ່ງກ່ຽວກັບການລ້ຽງສັດແລະການສັດຕະວະແພດທີ່ ມີລັກສະນະສາກົນໃຫ້ແກ້ໄຂຕາມສັນຍາ,ສົນທິສັນຍາທີ່ ສປປລາວ ເປັນພາຄີແລະລະບຽບການສາກົນທີ່ກ່ຽວຂ້ອງ.

..ພາກທີ 7 ການຄຸ້ມຄອງແລະກວດກາວຽກງານການລ້ຽງສັດແລະການສັດຕະວະແພດ


...ໝວດທີ 1 ການຄຸ້ມຄອງ


....ມາດຕາ 77 ອົງການຄຸ້ມຄອງ

ມາດຕາ 77 ອົງການຄຸ້ມຄອງ ລັດຖະບານຄຸ້ມຄອງວຽກງານກ່ຽວກັບການລ້ຽງສັດແລະ ການສັດຕະວະແພດຢ່າງລວມສູນແລະເປັນເອກະພາບໃນທົ່ວປະ ເທດໂດຍມອບໃຫ້ຂະແໜງການກະສິກໍາແລະປ່າໄມ້ເປັນໃຈກາງ ໃນການປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງເພື່ອຄຸ້ມ ຄອງເປັນຕົ້ນຂະແໜງການສາທາລະນະສຸກ,ຂະແໜງການອຸດສາ ຫະກໍາແລະການຄ້າ,ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງ ຊາດ,ອົງການຊັບພະຍາກອນນໍ້າແລະສິ່ງແວດລ້ອມ,ສະມາຄົມລ້ຽງ ສັດ,ສະມາຄົມສັດຕະວະແພດແລະອົງການປົກຄອງທ້ອງຖິ່ນ. ອົງການຄຸ້ມຄອງວຽກງານການລ້ຽງສັດແລະການສັດຕະວະ ແພດປະກອບດ້ວຍ: 1. ກະຊວງກະສິກໍາແລະປ່າໄມ້; 2. ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ; 3. ຫ້ອງການກະສິກໍາແລະປ່າໄມ້ເມື່ອງ,ເທດສະບານ; 4. ໜ່ວຍລ້ຽງສັດແລະສັດຕະວະແພດບ້ານ.

....ມາດຕາ 78 ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້

ມາດຕາ 78 ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້ ໃນການຄຸ້ມຄອງວຽກງານການລ້ຽງສັດແລະການສັດຕະ ວະແພດກະຊວງກະສິກໍາແລະປ່າໄມ້ມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຄົ້ນຄວ້າແລະຜັນຂະຫຍາຍແນວທາງຍຸດທະສາດ,ແຜນ ນະໂຍບາຍແລະນະໂຍບາຍຕ່າງໆໃຫ້ກາຍເປັນແຜນງານ,ໂຄງ ການລະອຽດແລະລະບຽບກົດໝາຍເພື່ອຄຸ້ມຄອງວຽກງານການ ລ້ຽງສັດແລະການສັດຕະວະແພດໃນຂອບເຂດທົ່ວປະເທດ; 2. ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບການລ້ຽງ ສັດແລະການສັດຕະວະແພດໃຫ້ທົ່ວປວງຊົນ; 3. ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດວຽກ ງານການລ້ຽງສັດແລະການສັດຕະວະແພດຂອງຂະແໜງການ ສາຍຕັ້ງ,ສະມາຄົມລ້ຽງສັດແລະສະມາຄົມສັດຕະວະແພດໃນຂອບ ເຂດທົ່ວປະເທດ; 4. ສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນການຄົ້ນຄວ້າ ແລະອະນຸມັດສ້າງຕັ້ງໂຮງຮຽນວິຊາຊີບການລ້ຽງສັດ,ໂຮງຮຽນ ວິຊາຊີບການສັດຕະວະແພດ,ສະຖາບັນຄົ້ນຄວ້າວິທະຍາສາດກ່ຽວ ກັບການລ້ຽງສັດແລະການສັດຕະວະແພດ,ຫ້ອງວິໄຈອາຫານສັດ, ຫ້ອງວິໄຈພະຍາດສັດ,ບໍາລຸງແລະຍົກລະດັບວິຊາການກ່ຽວກັບການ ລ້ຽງສັດແລະການສັດຕະວະແພດ; 5. ຄົ້ນຄວ້າແລະມີຄໍາເຫັນກ່ຽວກັບການລົງທຶນດ້ານກິດຈະ ການກ່ຽວກັບການລ້ຽງສັດແລະການສັດຕະວະແພດ; 6. ປຸກລະດົມຂົນຂວາຍ,ຍາດແຍ່ງທຶນຮອນທັງພາຍໃນແລະ ຕ່າງປະເທດ,ຄຸ້ມຄອງແລະນໍາໃຊ້ທຶນຮອນເຂົ້າໃນການພັດທະນາ ວຽກງານການລ້ຽງສັດແລະການສັດຕະວະແພດ; 7. ແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ,ອອກຄໍາສັ່ງໃຫ້ ໜ່ວຍງານທີ່ກ່ຽວຂ້ອງຈັດຕັ້ງປະຕິບັດບັນດາມາດຕະການແລະຂໍ້ ຫ້າມທີ່ໄດ້ກໍານົດໄວ້ພ້ອມທັງເປັນເຈົ້າການເບິ່ງແຍງ,ຕິດຕາມແລະ ຄວບຄຸມຢ່າງເຂັ້ມງວດ; 8. ປະສານສົມທົບກັບພາກສ່ວນອື່ນແລະທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານການລ້ຽງສັດແລະການສັດຕະວະ ແພດເປັນຕົ້ນການສໍາຫຼວດເກັບກໍາຂໍ້ມູນກ່ຽວກັບການລ້ຽງສັດ,ທ່າ ແຮງທາງດ້ານທໍາມະຊາດເພື່ອກໍານົດເຂດພັດທະນາການລ້ຽງສັດ. 9. ພັວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບກິດຈະການ ດ້ານການລ້ຽງສັດແລະການສັດຕະວະແພດ; 10. ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານການ ລ້ຽງສັດແລະການສັດຕະວະແພດໃຫ້ລັດຖະບານຢ່າງເປັນປົກກະຕິ.

....ມາດຕາ 79 ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ

ມາດຕາ 79 ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ ແຂວງ,ນະຄອນ ໃນການຄຸ້ມຄອງວຽກງານການລ້ຽງສັດແລະການສັດຕະວະ ແພດພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນມີສິດແລະໜ້າທີ່ ຕົ້ນຕໍດັ່ງນີ້: 1. ຜົນຂະຫຍາຍແລະຈັດຕັ້ງປະຕິບັດນະໂຍບາຍ,ຍຸດທະ ສາດ,ມະຕິຄໍາສັງແລະລະບຽບການກ່ຽວກັບວຽກງານການລ້ຽງສັດ ແລະການສັດຕະວະແພດໃນຂອບເຂດຄວາມຮັບຜິດຊອບຂອງຄົນ; 2. ແນະນໍາ,ໂຄສະນາເຜີຍແຜ່ລະບຽບກົດໝາຍແລະຂໍ້ມູນ ຂ່າວສານກ່ຽວກັບການພັດທະນາວຽກງານການລ້ຽງສັດແລະການ ສັດຕະວະແພດໃຫ້ປະຊາຊົນເຂົ້າໃຈເຊື່ອມຊຶມແລະເຂົ້າຮ່ວມໃນການ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ; 3. ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດວຽກ ງານການລ້ຽງສັດແລະການສັດຕະວະແພດຂອງຫ້ອງການກະສິກໍາ ແລະປ່າໄມ້,ສະມາຄົມລ້ຽງສັດແລະສະມາຄົມສັດຕະວະແພດຂອງ ເມືອງ,ເທດສະບານ; 4. ແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ,ຄົ້ນຄວ້າແລະມີຄໍາ ເຫັນກ່ຽວກັບການລົງທຶນດ້ານກິດຈະການແລະທຸລະກິດກ່ຽວກັບການ ລ້ຽງສັດແລະການສັດຕະວະແພດເພື່ອສະເໜີຕໍ່ກະຊວງກະສິກໍາແລະ ປ່າໄມ້ພິຈາລະນາ; 5. ປຸກລະດົມຂົນຂວາຍ,ຍາດແຍ່ງທຶນຮອນທັງພາຍໃນແລະ ຕ່າງປະເທດ,ຄຸ້ມຄອງແລະນໍາໃຊ້ທຶນຮອນເຂົ້າໃນການພັດທະນາ ວຽກງານການລ້ຽງສັດແລະການສັດຕະວະແພດ; 6. ປະສານສົມທົບກັບອົງການປົກຄອງທ້ອງຖິ່ນແລະພາກ ສ່ວນອື່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານການລ້ຽງ ສັດແລະການສັດຕະວະແພດທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງ ຕົນ; 7. ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານການ ລ້ຽງສັດແລະການສັດຕະວະແພດພາຍໃນແຂວງ,ນະຄອນໃຫ້ກະ ຊວງກະຊິກໍາແລະປ່າໄມ້ແລະອົງການປົກຄອງແຂວງ,ນະຄອນຢ່າງ ເປັນປົກກະຕິ;

....ມາດຕາ 80 ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ

ມາດຕາ 80 ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້ ເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານການລ້ຽງສັດແລະການສັດຕະວະ ແພດຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານມີສິດແລະ ໜ້າທີ່ຕົ້ນຕໍດັ່ງນີ້: 1. ຈັດຕັ້ງປະຕິບັດບັນດາແຜນງານ,ໂຄງການ,ຂໍ້ຕົກລົງ,ຄໍາ ສັ່ງ,ແຈ້ງການແລະຄໍາແນະນໍາຂອງກະຊວງກະສິກໍາແລະປ່າໄມ້ ແລະພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ; 2. ເຜີຍແຜ່ລະບຽບກົດໝາຍກ່ຽວກັບການລ້ຽງສັດແລະ ການສັດຕະວະແພດໃຫ້ປະຊາຊົນເຂົ້າໃຈເຊື່ອມຊຶມແລະເຂົ້າຮ່ວມໃນ ການຈັດຕັ້ງປະຕິບັດຢ່າງເຂັ້ມງວດ; 3. ຄຸ້ມຄອງແລະຂຶ້ນທະບຽນສັດລ້ຽງຕາມລະບຽບການທີ່ໄດ້ ກໍານົດໄວ້; 4. ແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ,ຄົ້ນຄວ້າແລະມີຄໍາ ເຫັນກ່ຽວກັບການລົງທຶນດ້ານກິດຈະການກ່ຽວກັບການລ້ຽງສັດ ແລະການສັດຕະວະແພດເພື່ອສະເໜີຕໍ່ພະແນກກະສິກໍາແລະປ່າໄມ້ ແຂວງ,ນະຄອນພິຈາລະນາ; 5. ຕິດຕາມ,ຊຸກຍູ້,ນໍາພາການຈັດຕັ້ງປະຕິບັດວຽກງານບໍລິ ການການລ້ຽງສັດແລະການສັດຕະວະແພດຂອງໜ່ວຍລ້ຽງສັດແລະ ສັດຕະວະແພດບ້ານ; 6. ປະສານສົມທົບວຽກງານກັບອົງການປົກຄອງທ້ອງຖິ່ນ ແລະພາກສ່ວນອື່ນທີ່ກ່ຽວຂ້ອງ,ສະມາຄົມລ້ຽງສັດແລະສະມາຄົມສັດ ຕະວະແພດພາຍໃນເມືອງ,ເທດສະບານ; 7. ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານການ ລ້ຽງສັດແລະການສັດຕະວະແພດພາຍໃນເມືອງ,ເທດສະບານໃຫ້ພະ ແນກກະສິກໍາແລະປ່າໄມ້ແຂວງ,ນະຄອນແລະອົງການປົກຄອງ ເມືອງ,ເທດສະບານຢ່າງເປັນປົກກະຕິ.


....ມາດຕາ 81 ສິດແລະໜ້າທີ່ຂອງໜ່ວຍລ້ຽງສັດແລະສັດຕະວະແພດບ້ານ

ມາດຕາ 81 ສິດແລະໜ້າທີ່ຂອງໜ່ວຍລ້ຽງສັດແລະສັດຕະວະ ແພດບ້ານ ໃນການຄຸ້ມຄອງວຽກງານການລ້ຽງສັດແລະການສັດຕະວະ ແພດໜ່ວຍລ້ຽງສັດແລະສັດຕະວະແພດບ້ານມີສິດແລະໜ້າທີ່ຕົ້ນຕໍ ດັ່ງນີ້: 1. ປະສານງານກັບອົງການປົກຄອງບ້ານແລະພະນັກງານ ລ້ຽງສັດຫຼືສັດຕະວະແພດເມືອງເພື່ອເຜີຍແຜ່ລະບຽບການກ່ຽວກັບ ການລ້ຽງສັດແລະການສັດຕະວະແພດ,ຈັດຕັ້ງປະຕິບັດການຂຶ້ນທະ ບຽນພິມສັດແລະສັກຢາກັນພະຍາດສັດຕາມກໍານົດເວລາ,ໃນແຕ່ລະ ໄລຍະໃຫ້ເປັນປົກກະຕິນັບທັງຊ່ວຍສະກັດກັ້ນພະຍາດລະບາດສັດ ພາຍໃນຂອບເຂດບ້ານຂອງຕົນ; 2. ກວດກາສຸຂະພາບ,ກວດຫາເຊື້ອພະຍາດ,ປິ່ນປົວສັດຕາມ ການຮ້ອງຂໍຂ້ອງຜູ້ລ້ຽງສັດແລະຜູ້ປະກອບການດ້ວຍວິທີການທີ່ຖືກ ຕ້ອງ; 3. ເຂົ້າຮ່ວມກອງປະຊຸມ,ສໍາມະນາ,ຝຶກອົບຮົມເພື່ອຍົກລະ ດັບທາງດ້ານວິຊາການທາງດ້ານການລ້ຽງສັດແລະການສັດຕະວະ ແພດເປັນແຕ່ລະໄລຍະ; 4. ເຂົ້າຮ່ວມໃນການໄກ່ເກ່ຍບັນຫາຂອງການລ້ຽງສັດແລະ ການສັດຕະວະແພດພາຍໃນບ້ານ; 5. ບັນທຶກຂໍ້ມູນສັດລ້ຽງພາຍໃນບ້ານ:ການເກີດ,ການຕາຍ, ການເກີດພະຍາດ,ການເຄື່ອນຍ້າຍແລະການຊື້ຂາຍເພື່ອຊ່ວຍພະ ນັກງານເສດຖະກິດຂອງບ້ານແລະລາຍງານໃຫ້ຫ້ອງການກະສິກໍາ ແລະປ່າໄມ້ເມືອງ,ເທດສະບານຢ່າງເປັນປົກກະຕິ; 6. ຕິດຕາມສຸຂະພາບສັດຕ່າງຖິ່ນທີ່ນໍາເຂົ້າມາລ້ຽງໃໝ່ໃນ ບ້ານ; 7. ສະຫຼຸບລາຍງານ,ຜົນການຈັດຕັ້ງປະຕິບັດວຽກງານການ ລ້ຽງສັດແລະການສັດຕະວະແພດພາຍໃນບ້ານໃຫ້ຫ້ອງການກະສິ ກໍາແລະປ່າໄມ້ເມືອງ,ເທດສະບານແລະອົງການປົກຄອງບ້ານຢ່າງ ເປັນປົກກະຕິ.

....ມາດຕາ 82 ສະມາຄົມລ້ຽງສັດ

ມາດຕາ 82 ສະມາຄົມລ້ຽງສັດ ສະມາຄົມລ້ຽງສັດແມ່ນການຈັດຕັ້ງຂອງຜູ້ລ້ຽງສັດທີ່ສ້າງຕັ້ງ ຂຶ້ນດ້ວຍຄວາມສະໝັກໃຈຂອງຜູ້ປະກອບການກ່ຽວກັບການລ້ຽງສັດ ບົນພື້ນຖານການເຫັນດີແລະພາຍໃຕ້ການຄຸ້ມຄອງຂອງອົງການຄຸ້ມ ຄອງວຽກງານການລ້ຽງສັດແລະການສັດຕະວະແພດເພື່ອຜົນປະ ໂຫຍດຂອງຜູ້ປະກອບການລ້ຽງສັດ,ສະມາຄົມແລະສົງຄົມ. ການຈັດຕັ້ງແລະການເຄື່ອນໄຫວຂອງສະມາຄົມລ້ຽງສັດໄດ້ ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 83 ສະມາຄົມສັດຕະວະແພດ

ມາດຕາ 83 ສະມາຄົມສັດຕະວະແພດ ສະມາຄົມສັດຕະວະແພດແມ່ນການຈັດຕັ້ງໜຶ່ງທີ່ສ້າງຂຶ້ນ ດ້ວຍຄວາມສະໝັກໃຈຂອງສັດຕະວະແພດບົນພື້ນຖານການເຫັນດີ ແລະພາຍໃຕ້ການຄຸ້ມຄອງຂອງອົງການຄຸ້ມຄອງວຽກງານການ ລ້ຽງສັດແລະການສັດຕະວະແພດເພື່ອຜົນປະໂຫຍດຂອງຜູ້ປະກອບ ການສັດຕະວະແພດ,ສະມາຄົມແລະສັງຄົມ. ການຈັດຕັ້ງແລະການເຄື່ອນໄຫວຂອງສະມາຄົມສັດຕະວະ ແພດໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ໝວດທີ 2 ການກວດກາ


....ມາດຕາ 84 ຈຸດປະສົງຂອງການກວດກາວຽກງານການລ້ຽງສັດແລະການສັດຕະວະແພດ

ມາດຕາ 84 ຈຸດປະສົງຂອງການກວດກາວຽກງານການລ້ຽງສັດ ແລະການສັດຕະວະແພດ ການກວດກາການລ້ຽງສັດແລະການສັດຕະວະແພດແມ່ນ ການຕິດຕາມຂອງອົງການກວດກາຕໍ່ການເຄື່ອນໄຫວຂອງການຈັດ ຕັ້ງ,ພະນັກງານ,ເຈົ້າໜ້າທີ່ແລະປະຊາຊົນລວມທັງການດໍາເນີນທຸ ລະກິດກ່ຽວກັບການລ້ຽງສັດແລະການສັດຕະວະແພດເພື່ອໃຫ້ຖືກ ຕ້ອງຕາມລະບຽບກົດໝາຍ,ສັນຍາແລະສົນທິສັນຍາສາກົນທີ່ສປປ ລາວເປັນພາຄີແນໃສ່ເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນ.


....ມາດຕາ 85 ອົງການກວດກາວຽກງານການລ້ຽງສັດແລະສັດຕະວະແພດ

ມາດຕາ 85 ອົງການກວດກາວຽກງານການລ້ຽງສັດແລະສັດຕະ ວະແພດ ອົງການກວດກາວຽກງານການລ້ຽງສັດແລະການສັດຕະວະ ແພດແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານການລ້ຽງ ສັດແລະການສັດຕະວະແພດທີ່ໄດ້ກໍານົດໄວ້ໃນ ມາດຕາ 77 ຂອງ ກົດໝາຍສະບັບນີ້ໂດຍແມ່ນກົມລ້ຽງສັດແລະການປະມົງເປັນເສນາ ທີການໃຫ້ກະຊວງກະສິກໍາແລະປ່າໄມ້ຊຶ່ງແມ່ນເຈົ້າໜ້າທີ່ສັດຕະວະ ແພດເປັນຜູ້ຈັດຕັ້ງປະຕິບັດ.

....ມາດຕາ 86 ສິດແລະໜ້າທີ່ຂອງອົງການກວດກາວຽກງານການລ້ຽງສັດແລະການສັດຕະວະແພດ

ມາດຕາ 86 ສິດແລະໜ້າທີ່ຂອງອົງການກວດກາວຽກງານການ ລ້ຽງສັດແລະການສັດຕະວະແພດ ອົງການກວດກາວຽກງານການລ້ຽງສັດແລະການສັດຕະວະ ແພດມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບ ການລ້ຽງສັດແລະການສັດຕະວະແພດ. 2. ກວດກາກິດຈະການລວມທັງການດໍາເນີນທຸລະກິດກ່ຽວ ກັບການລ້ຽງສັດແລະການສັດຕະວະແພດ; 3. ເຂົ້າຮ່ວມໃນການດໍາເນີນການສືບສວນ-ສອບສວນຄະດີ ກ່ຽວກັບການລ້ຽງສັດແລະການສັດຕະວະແພດ. 4. ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງເພື່ອອອກຄໍາສັ່ງໃຫ້ຢຸດ ເຊົາການເຄື່ອນໄຫວກ່ຽວກັບກິດຈະການດ້ານການລ້ຽງສັດແລະ ການສັດຕະວະແພດຫຼືໂຈະໜ້າທີ່ຕໍາແໜ່ງຂອງພະນັກງານລ້ຽງສັດ ແລະສັດຕະວະແພດແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງຖ້າເຫັນວ່າມີການ ກະທໍາທີ່ລະເມີດຕໍ່ລະບຽບກົດໝາຍ; 5. ພົວພັນ,ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢູ່ສູນ ກາງແລະທ້ອງຖິ່ນເພື່ອຈັດຕັ້ງປະຕິບັດສິດແລະໜ້າທີ່ຂອງຕົນ; 6. ສະຫຼຸບຜົນຂອງການປະຕິບັດວຽກງານການກວດກາແຕ່ ລະໄລຍະແລະລາຍງານໃຫ້ຂັ້ນເທິງຖັດຕົນຢ່າງເປັນປົກກະຕິ.

....ມາດຕາ 87 ສິດແລະໜ້າທີ່ຂອງເຈົ້າໜ້າທີ່ສັດຕະວະແພດ

ມາດຕາ 87 ສິດແລະໜ້າທີ່ຂອງເຈົ້າໜ້າທີ່ສັດຕະວະແພດ ເຈົ້າໜ້າທີ່ສັດຕະວະແພດມີສິດແລະໜ້າທີ່ຕົ້ຕໍດັ່ງນີ້: 1. ກວດກາຟາມລ້ຽງສັດ,ໂຮງງານຜະລິດອາຫານສັດ,ບ່ອນ ຈໍາໜ່າຍອາຫານສັດ,ໂຮງງານຂ້າສັດ,ບ່ອນຂ້າສັດຍ່ອຍ,ໂຮງງານ ຜະລິດ,ຮ້ານຈໍາໜ່າຍຢາກັນແລະປິ່ນປົວພະຍາດສັດ,ຫ້ອງກວດພະ ຍາດຫຼືບ່ອນປິ່ນປົວສັດ,ຫ້ອງວິໄຈພະຍາດສັດ,ຫ້ອງວິໄຈອາຫານສັດ, ດ້ານກວດກາສັດ,ໂຮງງານປຸງແຕ່ງຜະລິດຕະພັນສັດແລະພາຫະນະ ຂົນສົ່ງຜະລິດຕະພັນສິນຄ້າກ່ຽວກັບສັດແລະສະຖານທີ່ອື່ນທີ່ດໍາເນີນ ກິດຈະການດ້ານການລ້ຽງສັດແລະການສັດຕະວະແພດ; 2. ກວດກາການອະນາໄມສະຖານທີ່ຊື້ຂາຍສັດ,ຊີ້ນ,ຜະລິດ ຕະພັນສັດ,ສະຖານທີ່ເກັບມ້ຽນແລະປຸງແຕ່ງຜະລິດຕະພັນສັດເພື່ອ ຮັບປະກັນທາງດ້ານສຸຂານາໄມແລະຄວາມປອດໄພຂອງຜູ້ບໍລິໂພກ ໂດຍມີການປະສານສົມທົບບກັບຂະແໜງການອື່ນທີ່ກ່ຽວຂ້ອງ; 3. ກວດກາແລະເກັບສິ້ນສ່ວນຕົວຢ່າງເພື່ອນໍາໄປວິໄຈຕາມ ລະບຽບການໃນກໍລະນີທີ່ສົງໄສວ່າສັດແລະຜະລິດຕະພັນສັດຕິດເຊື້ອ ພະຍາດຫຼືປົນເປື້ອນດ້ວຍເຊື້ອພະຍາດຮ້າຍແຮງ; 4. ກັກສັດ,ຊີ້ນແລະຜະລິດຕະພັນສັດຊົ່ວຄາວເມື່ອເຫັນວ່າ ການປະກອບເອກະສານບໍ່ຖືກຕ້ອງຫຼືບໍ່ຄົບຖ້ວນຫຼືສົງໄສວ່າມີການ ຕິດເຊື້ອພະຍາດຫຼືປົນເປື້ອນດ້ວຍເຊື້ອພະຍາດຮ້າຍແຮງເພື່ອລໍຖ້າ ຜົນຂອງການວິໄຈ; 5. ສະເໜີໃຫ້ຜູ້ຖືກກວດກາໃຫ້ຄວາມຮ່ວມມືແລະສະໜອງຂໍ້ ມູນກ່ຽວກັບການລ້ຽງສັດແລະການສັດຕະວະແພດ; 6. ປະຕິບັດມາດຕະການກ່ຽວກັບການກວດກາເຊັ່ນ:ການ ເຂົ້າກວດຄົ້ນສະຖານທີ່,ສັ່ງໂຈະການດໍາເນີນກິດຈະການຊົ່ວຄາວໃນ ກໍລະນີຈໍາເປັນ,ອອກຄໍາສັ່ງບໍ່ໃຫ້ເຄື່ອນຍ້າຍເປົ້າໝາຍທີ່ຈະທໍາການ ກວດກາ; 7. ນໍາໃຊ້ມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບ ການລ້ຽງສັດແລະການສັດຕະວະແພດຕາມຄວາມຮັບຜິດຊອບຂອງ ຕົນ; 8. ຢຶດຂອງກາງ,ສະເໜີໃຫ້ກັກຕົວຜູ້ລະເມີດແລະປະກອບສໍາ ນວນຄະດີຍື່ນຕໍ່ພາກສ່ວນທີ່ກ່ຽວຂ້ອງເພື່ອດໍາເນີນຄະດີຕາມລະບຽບ ກົດໝາຍ.

....ມາດຕາ 88 ຮູບການກວດກາ

ມາດຕາ 88 ຮູບການກວດກາ ການກວດກາມີສາມຮູບການດັ່ງນີ້: 1. ການກວດກາຕາມລະບົບປົກກະຕິ; 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3. ການກວດກາແບບສຸກເສີນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາຕາມພາ ລະບົດບາດ,ສິດແລະໜ້າທີ່ຊຶ່ງໄດ້ແບ່ງຂັ້ນຄຸ້ມຄອງທີ່ມີລັກສະນະຢ່າງ ເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດ ກາຕາມແຜນການທີ່ໄດ້ກໍານົດໄວ້ແຕ່ລະໄລຍະ. ການກວດກາແບບສຸກເສີນແມ່ນການກວດກາສະເພາະກິດ ກ່ຽວກັບບັນຫາໃດໜຶ່ງຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາ ຮູ້ລ່ວງໜ້າ.

..ພາກທີ 8 ວັນສັກຢາກັນພະຍາດສັດແຫ່ງຊາດ,ເຄື່ອງແບບ,ເຄື່ອງໝາຍແລະຕາປະທັບ


...ມາດຕາ 91 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 91 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ຄອບຄົວແລະການຈັດຕັ້ງທີ່ມີຜົນງານດີເດັ່ນໃນການ ຈັດຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນການປະຕິບັດວຽກງານພັດ ທະນາ,ຄຸ້ມຄອງການລ້ຽງສັດແລະການສັດຕະວະແພດ,ການກັນ, ການຄວບຄຸມ,ການກໍາຈັດພະຍາດສັດແລະການຄົ້ນຄວ້າທົດລອງ ຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມຄວາມເໝາະສົມ.

...ມາດຕາ 92 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 92 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ຄອບຄົວແລະການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝ,ດໍາເນີນທາງແພ່ງຫຼືທາງ ອາຍາຕາມກໍລະນີເບົາຫຼືໜັກທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 93 ມາດຕະການສຶກສາອົບຮົມ

ມາດຕາ 93 ມາດຕະການສຶກສາອົບຮົມ ບຸກຄົນ,ຄອບຄົວແລະການຈັດຕັ້ງທີ່ໄດ້ລະເມີດລະບຽບກົດ ໝາຍກ່ຽວກັບການລ້ຽງສັດແລະການສັດຕະວະແພດແລະຂໍ້ຫ້າມ ທີ່ມີລັກສະນະເບົາຊຶ່ງບໍ່ເປັນການກະທໍາຜິດທາງອາຍາແລະກໍ່ຄວາມ ເສຍຫາຍທີ່ມີມູນຄ່າຕໍ່າກວ່າຫ້າຮ້ອຍພັນກີບແຕ່ຫາກມີຄວາມຈິງໃຈ ລາຍງານ,ຮັບສາລະພາບຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງຕົນຈະຖືກ ຕັກເຕືອນແລະສຶກສາອົບຮົມແລະສົ່ງຊັບສິນຫຼືຂອງກາງທີ່ໄດ້ມາໂດຍ ບໍ່ຖືກຕ້ອງນັ້ນຄືນຄົບຖ້ວນ.

...ມາດຕາ 94 ມາດຕະການທາງວິໄນ

ມາດຕາ 94 ມາດຕະການທາງວິໄນ ພະນັກງານແລະເຈົ້າໜ້າທີ່ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບການລ້ຽງສັດແລະການສັດຕະວະແພດແລະຂໍ້ຫ້າມທີ່ມີລັກ ຊະນະເບົາເຊິ່ງບໍ່ເປັນການກະທໍາຜິດທາງອາຍາແລະກໍ່ຄວາມເສຍ ຫາຍທີ່ມີມູນຄ່າຕໍ່າກວ່າຫ້າຮ້ອຍພັນກີບແຕ່ຫາກບໍ່ມີຄວາມຈິງໃຈ ລາຍງານ,ຫຼົບຫຼີກຈາກຄວາມຜິດຂອງຕົນຈະຖືກປະຕິບັດວິໄນຕາມ ແຕ່ລະກໍລະນີດັ່ງນີ້: 1. ຕິຕຽນ,ກ່າວເຕືອນຄວາມຜິດໂດຍບັນທຶກໄວ້ໃນສໍານວນ ເອກະສານຊີວະປະຫວັດຂອງຜູ້ກ່ຽວ; 2. ໂຈການເລື່ອນຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ; 3. ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າ ກວ່າເກົ່າ; 4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ຜູ້ຖືກປະຕິບັດວິໄນຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງ ນັ້ນຄືນໃຫ້ການຈັດຕັ້ງຄົບຖ້ວນ.

...ມາດຕາ 95 ມາດຕະການປັບໃໝ

ມາດຕາ 95 ມາດຕະການປັບໃໝ ບຸກຄົນ,ຄອບຄົວແລະການຈັດຕັ້ງທີ່ໄດ້ລະເມີດລະບຽບກົດ ໝາຍກ່ຽວກັບການລ້ຽງສັດແລະການສັດຕະວະແພດແລະຂໍ້ຫ້າມ ທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຊຶ່ງບໍ່ເປັນການກະທໍາຜິດທາງ ອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າແຕ່ຫ້າຮ້ອຍພັນກີບຂຶ້ນໄປ ຈະຖືກປັບໃໝເທົ່າຕົວຂອງມູນຄ່າຂອງຄວາມເສຍຫາຍທັງໝົດ. ໃນກໍລະນີທີ່ມີການລະເມີດເປັນຄັ້ງທີສອງຫຼືເປັນອາຈິນຈະ ຖືກປັບໃໝສອງເທົ່າຕົວຂອງມູນຄ່າຂອງຄວາມເສຍຫາຍທັງໝົດ ພ້ອມທັງຮູບຊັບສິນທີ່ໄດ້ມາໂດຍບໍ່ຖືກຕ້ອງນັ້ນເປັນຂອງລັດ;

...ມາດຕາ 96 ມາດຕະການທາງອາຍາ

ມາດຕາ 96 ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບການລ້ຽງສັດ ແລະການສັດຕະວະແພດຊຶ່ງເປັນການກະທໍາຜິດທາງອາຍາຈະຖືກ ລົງໂທດຕາມກົດໝາຍອາຍາແລ້ວແຕ່ກໍລະນີເບົາຫຼືໜັກລວມທັງ ການໃຊ້ແທນຄ່າເສຍຫາຍທາງແພ່ງ.

...ມາດຕາ 97 ມາດຕະການໂທດເພີ່ມ

ມາດຕາ 97 ມາດຕະການໂທດເພີ່ມ ນອກຈາກໂທດຕົ້ນຕໍທີ່ໄດ້ກ່າວໄວ້ໃນ ມາດຕາ 96 ເທິງນີ້ ແລ້ວຜູ້ກະທໍາຜິດຍັງຈະຖືກປະຕິບັດມາດຕະການໂທດເພີ່ມເຊັ່ນ: ໂຈະຫຼືຖອນໃບອະນຸຍາດໃນການດໍາເນີນທຸລະກິດກ່ຽວກັບການ ລ້ຽງສັດຫຼືການສັດຕະວະແພດ.

..ພາກທີ 9 ບົດບັນຍັດສຸດທ້າຍ


...ມາດຕາ 98 ການຈັດຕັ້ງປະຕິບັດ

ມາດຕາ 98 ການຈັດຕັ້ງປະຕິບັດ ລັດຖະບານແປ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 99 ຜົນສັກສິດ

ມາດຕາ 99 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຮ້ອຍແປດສິບວັນນັບ ແຕ່ວັນປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາ ຊົນລາວໄດ້ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ

..ພະຍາດສັດລະບາດໃນບັນຊີ ກ ຂອງອົງການພະຍຸດສັດສາກົນ

ພະຍາດສັດລະບາດໃນບັນຊີ ກ ຂອງອົງການພະຍຸດສັດສາກົນ ພະຍາດປາກເປື່ອຍລົງເລັບ. ພະຍາດຕຸ້ມໂພງປາກອັກເສບ. ພະຍາດຕຸ່ມໂພງໝູ. ພະຍາດອະຫິວາງົວຄວາຍ. ພະຍາດເຍື້ອຫຸ້ມປອດອັກເສບງົວຄວາຍຕິດແປດ. ພະຍາດອະຫິວາສັດຄ້ຽວເອື້ອງນ້ອຍ. ພະຍາດໜັງອັກເສບຕິດແປດ. ພະຍາດໄຂ້ຂຶ້ນສູງຮີບວາເລ່. ພະຍາດລີ້ນກໍ່າ. ພະຍາດໝາກສຸກແກະແບ້. ພະຍາດໄຂ້ມ້າອັບຟຼິກກາ. ພະຍາດອະຫິວາໝູ. ພະຍາດໄຂ້ຫວັດສັດປີກ. ພະຍາດນິວຄາດເຊິ່ນ. ພະຍາດໄຂ້ເລືອດດໍາ. ພະຍາດລໍ້. ພະຍາດເຕົ້າໂຮມເລືອດງົວຄວາຍ. ພະຍາດງົວບ້າ.