ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ 14-10-1994

From Wikisource
Jump to navigation Jump to search

.ການລົ້ມລະລາຍຂອງວິສາຫະກິດ 14-10-1994


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການລົ້ມລະລາຍ.

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການລົ້ມລະລາຍ. ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດແມ່ນ ແນໃສ່ແກ້ໄຂວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍເພື່ອປົກປ້ອງ ຜົນປະໂຫຍດຂອງລັດ,ຂອງເຈົ້າໜີ້,ຂອງວິສາຫະກິດລູກໜີ້,ການ ໃຫ້ກູ້ຢືມສິນເຊື່ອ,ປົກປັກຮັກສາຄວາມເປັນລະບຽບຂອງການດໍາ ເນີນທຸລະກິດ,ສົ່ງເສີມການລົງທຶນແລະປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດສັງຄົມ.

...ມາດຕາສອງ:ວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍ

ມາດຕາສອງ:ວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍ ວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍແມ່ນວິສາຫະກິດທີ່ ພວມປະສົບກັບຄວາມຫຍ້ງຍາກຫຼືຖືກຫຼຸບທຶນໃນການເຄື່ອນໄຫວທຸ ລະກິດພາຍຫຼັງທີ່ໄດ້ນໍາໃຊ້ບັນດາວິທີການດ້ານການເງິນອັນຈໍາ ເປັນແລ້ວແຕ່ກໍ່ຍັງບໍ່ສາມາດຊໍາລະໜີ້ສິນໄດ້ຕາມກໍານົດເວລາ.

...ມາດຕາສາມ:ຂອບເຂດການນໍາໃຊ້ກົດໝາຍ

ມາດຕາສາມ:ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບທຸກວິສາຫະກິດທີ່ຢູ່ໃນສະພາ ວະລົ້ມລະລາຍຊຶ່ງມີທີ່ຕັ້ງຫຼືປະກອບທຸລະກິດຢູ່ສາທາລະນະລັດປະ ຊາທິປະໄຕປະຊາຊົນລາວບໍ່ວ່າຈະເຄື່ອນໄຫວດ້ວຍຕົວເອງຫຼືດ້ວຍ ຕົວແທນກໍ່ຕາມ.

...ມາດຕາສີ່:ສິດໃນການຮ້ອງຟ້ອງຫຼືຮ້ອງຂໍໃຫ້ລົ້ມລະລາຍ

ມາດຕາສີ່:ສິດໃນການຮ້ອງຟ້ອງຫຼືຮ້ອງຂໍໃຫ້ລົ້ມລະລາຍ ເມື່ອວິສາຫະກິດໃດໜຶ່ງຫາກຢູ່ໃນສະພາວະລົ້ມລະລາຍເຈົ້າ ໜີ້ມີສິດຮ້ອງຟ້ອງຫຼືວິສາຫະກິດເອງມີສິດຮ້ອງຂໍໃຫ້ສານພິຈາລະນາ ຕັດສິນການລົ້ມລະລາຍ.

..ໝວດທີ2ການຮ້ອງຟ້ອງຫຼືການຮ້ອງຂໍໃຫ້ລົ້ມລະລາຍ


...ມາດຕາຫ້າ:ເງື່ອນໄຂການຮ້ອງຟ້ອງຫຼືການຮ້ອງຂໍໃຫ້ລົ້ມລະລາຍ

ມາດຕາຫ້າ:ເງື່ອນໄຂການຮ້ອງຟ້ອງຫຼືການຮ້ອງຂໍໃຫ້ລົ້ມລະລາຍ ການຮ້ອງຟ້ອງຫຼືການຮ້ອງຂໍໃຫ້ສານພິຈາລະນາຕັດສິນການ ລົ້ມລະລາຍຂອງວິສາຫະກິດຈະປະຕິບັດໄດ້ກໍ່ຕໍ່ເມື່ອວິສາຫະກິດນັ້ນ ຫາກມີໜີ້ສິນຈົນເກີນຄວາມສາມາດຊໍາລະໄດ້ຫຼືເຈົ້າໜີ້ຫາກໄດ້ສົ່ງ ໃບທວງໜີ້ໃຫ້ວິສາຫະກິດລູກໜີ້ແລ້ວຢ່າງໜ້ອຍສາມຄັ້ງຊຶ່ງແຕ່ລະ ຄັ້ງຫ່າງກັນບໍ່ໃຫ້ຫຼຸດຊາວວັນແລະວິສາຫະກິດລູກໜີ້ກໍ່ໄດ້ເຊັນຮັບ ເອົາແລ້ວແຕ່ຫາກບໍ່ໄດ້ຊໍາລະໜີ້ສິນ. ໃນກໍລະນີວິສາຫະກິດຫາກເຫັນວ່າຕົນເອງພົບຄວາມຫຍຸ້ງ ຍາກຊຶ່ງຄາດຄະເນວ່າຈະບໍ່ສາມາດຊໍາລະໜີ້ສິນໄດ້ກໍ່ສາມາດຮ້ອງ ຂໍໃຫ້ສານພິຈາລະນະຕັດສິນການລົ້ມລະລາຍວະສາຫະກິດຂອງຕົນ.

...ມາດຕາຫົກ:ສໍານວນຄໍາຮ້ອງຂອງເຈົ້າໜີ້

ມາດຕາຫົກ:ສໍານວນຄໍາຮ້ອງຂອງເຈົ້າໜີ້ ສໍານວນຄໍາຮ້ອງຟ້ອງຂອງເຈົ້າໜີ້ຕໍ່ສານປະກັບດ້ວຍ: ໜຶ່ງ:ໃບຄໍາຮ້ອງຊຶ່ງໃນນັ້ນໃຫ້ບອກຊື່,ນາມສະກຸນແລະທີ່ຢູ່ ຂອງເຈົ້າຂອງຄໍາຮ້ອງ,ຊື່ແລະທີ່ຕັ້ງຂອງວິສາຫະກິດທີ່ຖືກຟ້ອງໃຫ້ ພິຈາລະນາຕັດສິນການລົ້ມລະລາຍ. ສອງ:ໃບທວງໜີ້ແລະໃບຢັ້ງຢືນໜີ້ສິນທີ່ວິສາຫະກິດດັ່ງກ່າວ ບໍ່ຊໍາລະໄດ້ຕາມກໍານົດ. ຜູ້ຮ້ອງຟ້ອງໃຫ້ສານພິຈາລະນາຕັດສິນການລົ້ມລະລາຍຂອງ ວິສາຫະກິດຕ້ອງຈ່າຍເງິນຄ່າທໍານຽມສານຕາມກົດໝາຍວ່າດ້ວຍ ຄ່າທໍານຽມສານ.


...ມາດຕາເຈັດ:ສໍານວນຄໍາຮ້ອງຂໍຂອງວິສາຫະກິດທີ່ຈະລົ້ມລະລາຍ

ມາດຕາເຈັດ:ສໍານວນຄໍາຮ້ອງຂໍຂອງວິສາຫະກິດທີ່ຈະລົ້ມລະລາຍ ສໍານວນຄໍາຮ້ອງຂໍຂອງວິສາຫະກິດຕໍ່ສານປະກອບດ້ວຍ. ໜຶ່ງ:ໃບຄໍາຮ້ອງຊຶ່ງໃນນັ້ນໃຫ້ບອກຊື່ແລະທີ່ຕັ້ງຂອງວິສາຫະ ກິດ,ຊື່ແລະນາມສະກຸນຂອງເຈົ້າຂອງວິສາຫະກິດຫຼືຜູ້ຕາງໜ້າຂອງ ວິສາຫະກິດ. ສອງ:ເອກະສານຢັ້ງຢືນການນໍາໃຊ້ວິທີການຕ່າງໆເພື່ອແກ້ ໄຂຂໍ່ຫຍຸ້ງຍາດຂອງວິສາຫະກິດໃນໄລຍະຜ່ານມາ. ສາມ:ບົດບັນທຶກກອງປະຊຸມໃຫຍ່ຂອງວິສາຫະກິດກ່ຽວກັບ ການຕົກລົງເຫັນດີໃຫ້ຮ້ອງຂໍຕໍ່ສານພິຈາລະນາຕັດສິນການລົ້ມລະ ລາຍຂອງວິສາຫະກິດ.ສໍາລັດວິສາຫະກິດບຸກຄົນແລະບໍລິສັດຈໍາກັດ ຜູ້ດຽວບໍ່ຈໍາເປັນມີບົດບັນທຶກດັ່ງກ່າວ. ສີ່:ບັນຊີລາຍຊື່ເຈົ້າໜີ້ພ້ອມດ້ວຍຈໍານວນໜີ້,ໃບສະຫຼຸບຊັບສົມ ບັດແລະບົດສະຫຼຸບການເຄື່ອນໄຫວປະຈໍາປີຂອງວິສາຫະກິດສອງປີ ສຸດທ້າຍ.ຖ້າວ່າວະສາຫະກິດຫາກເຄື່ອນໄຫວຍັງບໍ່ທັນຮອດສອງປີ ກໍ່ໃຫ້ມີໃບສະຫຼຸບຊັບສົມບັດແລະບົດສະຫຼຸບການເຄື່ອນໄຫວຂອງໝົດ ໄລຍະການເຄື່ອນໄຫວຂອງວິສາຫະກິດ. ຜູ້ຮ້ອງຂໍໃຫ້ສານພິຈາລະນາຕັດສິນການລົ້ມລະລາຍຂອງວິ ສາຫະກິດຕົນຕ້ອງຈ່າຍຄ່າທໍານຽມສານຕາມກົດໝາຍວ່າດ້ວຍຄ່າ ທໍານຽມສານ.

...ມາດຕາແປດ:ການຮັບເອົາຄໍາຮ້ອງຟ້ອງຫຼືຄໍາຮ້ອງຂໍ

ມາດຕາແປດ:ການຮັບເອົາຄໍາຮ້ອງຟ້ອງຫຼືຄໍາຮ້ອງຂໍ ສານຈະຮັບເອົາຄໍາຮ້ອງຟ້ອງໃຫ້ພິຈາລະນາຕັດສິນການລົ້ມ ລະລາຍຂອງວິສາຫະກິດໄດ້ກໍ່ຕໍ່ເມື່ອຜູ້ຮ້ອງຟ້ອງນັ້ນຫາກເປັນເຈົ້າ ໜີ້ຫຼືຜູ້ທີ່ໄດ້ຮັບມອບສິດຈາກເຈົ້າໜີ້ຢ່າງເປັນລາຍລັກອັກສອນແລະ ສໍານວນຄໍາຮ້ອງຟ້ອງຕ້ອງໃຫ້ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນມາດ ຕາຫົກຂອງກົດໝາຍສະບັບນີ້.ສໍາລັບຄໍາຮ້ອງຂໍຂອງວິສາຫະກິດທີ່ ຈະລົ້ມລະລາຍນັ້ນໃຫ້ປະຕິບັດຕາມມາດຕາເຈັດຂອງກົດໝາຍສະ ບັບນີ້.

...ມາດຕາເກົ້າ:ຄວາມຮັບຜິດຊອບຂອງຜູ້ຮ້ອງຟ້ອງ

ມາດຕາເກົ້າ:ຄວາມຮັບຜິດຊອບຂອງຜູ້ຮ້ອງຟ້ອງ ໃນກໍລະນີຄໍາຮ້ອງຟ້ອງໃຫ້ສານພິຈາລະນາຕັດສິນການລົ້ມ ລະລາຍຂອງວິສາຫະກິດຫາກບໍ່ມີເຫດຜົນພຽງພໍແລະມີຈຸດປະສົງ ແນໃສ່ເຮັດໃຫ້ຜູ້ຖືກຟ້ອງໄດ້ຮັບຄວາມເສຍຫາຍຜູ້ຮ້ອງຟ້ອງນັ້ນຈະ ຖືກດໍາເນີນຄະດີຕາມກົດໝາຍ.

...ມາດຕາສິບ:ກໍານົດເວລາພິຈາລະນາຄໍາຮ້ອງຟ້ອງຫຼືຄໍາຮ້ອງຂໍ

ມາດຕາສິບ:ກໍານົດເວລາພິຈາລະນາຄໍາຮ້ອງຟ້ອງຫຼືຄໍາຮ້ອງຂໍ ພາຍໃນກໍານົດເຈັດວັນນັບແຕ່ວັນທີ່ສານໄດ້ຮັບຄໍາຮ້ອງ ຟ້ອງເປັນຕົ້ນໄປສານຕ້ອງແຈ້ງກ່ຽວກັບການຕົກລົງຂອງຕົນໃຫ້ ຜູ້ຮ້ອງຟ້ອງຊາບ.ຖ້າວ່າສານຫາກຕົກລົງຮັບເອົາຄໍາຮ້ອງຟ້ອງ ເພື່ອພິຈາລະນະ,ສານກໍ່ຕ້ອງແຈ້ງເປັນລາຍລັກອັກສອນໃຫ້ວິສາ ຫະກິດທີ່ຖືກຟ້ອງຊາບພ້ອມທັງສົ່ງສໍາເນົາຄໍາຮ້ອງຟ້ອງຄັດຕິດ ໄປພ້ອມ. ພາຍໃນກໍານົດສິບຫ້າວັນນັບແຕ່ວັນໄດ້ຮັບໃບແຈ້ງການ ຂອງານເປັນຕົ້ນໄປວິສາຫະກິດທີ່ຖືກຟ້ອງນັ້ນຕ້ອງສົ່ງບົດສະຫຼຸບ ລາຍງານຢັ້ງຢືນຄວາມອາດສາມາດໃນການຊໍາລະໜີ້ສິນໃຫ້ ສານ. ພາຍໃນກໍານົດສາມສິບຫ້າວັນນັບແຕ່ວັນທີ່ສານໄດ້ຕົກລົງ ຮັບເອົາຄໍາຮ້ອງຟ້ອງເປັນຕົ້ນໄປ,ສານຕ້ອງເປີດປະຊຸມເພື່ອພິຈາ ລະນາຄໍາຮ້ອງຟ້ອງນັ້ນ. ສໍາລັບວິສາຫະກິດທີ່ຮ້ອງຂໍໃຫ້ສານພິຈາລະນາຕັດສິນການ ລົ້ມລະລາຍຂອງວິສາຫະກິດນັ້ນພາຍໃນກໍານົດເຈັດວັນນັບແຕ່ວັນທີ່ ສານໄດ້ຕົກລົງຮັບເອົາຄໍາຮ້ອງຂໍເປັນຕົ້ນໄປ.ສານຕ້ອງແຈ້ງເປັນ ລາຍລັກອັກສອນໃຫ້ບັນດາເຈົ້າໜີ້ຊາບພ້ອມດ້ວຍການກໍານົດວັນ ເວລາທີ່ສານຈະເປີດປະຊຸມພິຈາລະນາຄໍາຮ້ອງຂໍນັ້ນ.ກອງປະຊຸມ ດັ່ງກ່າວຈະຕ້ອງເປີດຂຶ້ນພາຍໃນກໍານົດສາມສິບຫ້າວັນນັບແຕ່ວັນ ທີ່ສານໄດ້ຕົກລົງຮັບເອົາຄໍາຮ້ອງຂໍນັ້ນເປັນຕົ້ນໄປ.

..ໝວດທີ3ການພິຈາລະນະຄໍາຮ້ອງຟ້ອງຫຼືຄໍາຮ້ອງຂໍໃຫ້ລົ້ມລະລາຍ


...ມາດຕາສິບເອັດ:ການຍົກເລີກຫຼືການຮັບເອົາຄໍາຮ້ອງຟ້ອງຫຼືຮ້ອງຂໍເພື່ອພິຈາລະນາ

ມາດຕາສິບເອັດ:ການຍົກເລີກຫຼືການຮັບເອົາຄໍາຮ້ອງຟ້ອງຫຼືຮ້ອງ ຂໍເພື່ອພິຈາລະນາ ໃນການພິຈາລະນາຄະດີລົ້ມລະລາຍຕາມການຮ້ອງຟ້ອງ ຂອງເຈົ້າໜີ້ຫຼືຕາມການຮ້ອງຂໍຂອງວິສາຫະກິດເອງນັ້ນເມື່ອສານ ຫາກເຫັນວ່າບໍ່ມີຫຼັກຖານຢັ້ງຢືນພຽງພໍກໍ່ໃຫ້ສານຕັດສິນຍົກເລີກຄໍາ ຮ້ອງຟ້ອງຫຼືຄໍາຮ້ອງຂໍດັ່ງກ່າວ.ຜູ້ຮ້ອງຟ້ອງຫຼືຜູ້ຮ້ອງຂໍມີສິດອຸທອນ ໄດ້ພາຍໃນກໍານົດສິບຫ້າວັນນັບແຕ່ວັນໄດ້ຊາບຄໍາຕັດສິນຂອງສານ ເປັນຕົ້ນໄປ.

...ມາດຕາສິບສອງ:ການໄກ່ເກ່ຍລະຫວ່າງເຈົ້າໜີ້ແລະວິສາຫະກິດລູກໜີ້.

ມາດຕາສິບສອງ:ການໄກ່ເກ່ຍລະຫວ່າງເຈົ້າໜີ້ແລະວິສາຫະກິດລູກ ໜີ້. ວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍມີສິດສະເໜີໃຫ້ສານ ທໍາການໄກ່ເກ່ຍຖ້າສານໄດ້ພິຈາລະນາເຫັນສົມຄວນກໍ່ຈະແຕ່ງຕັ້ງ ຜູ້ໄກ່ເກ່ຍເພື່ອທໍາການໄກ່ເກ່ຍໃຫ້ມີການໂຍະຍານການຊໍາລະໜີ້ສິນ ລະຫວ່າງເຈົ້າໜີ້ລາຍໃຫຍ່ກັບວິສາຫະກິດນັ້ນ. ການໄກ່ເກ່ຍຕ້ອງໄດ້ຮັກສາເປັນຄວາມລັບ.ຜູ້ໄກ່ເກ່ຍມີໜ້າ ທີ່ໄກ່ເກ່ຍລະຫວ່າງເຈົ້າໜີ້ແລະວິສາຫະກິດລູກໜີ້ເພື່ອເລື່ອນກໍານົດ ເວລາຊໍາລະໜີ້ສິນຫຼືຫຼຸດຜ່ອນໜີ້ສິນລົງພ້ອມທັງຂໍໃຫ້ໂຈະການຮ້ອງ ຟ້ອງຕໍ່ສານ.

...ມາດຕາສິບສາມ:ຜົນຂອງການໄກ່ເກ່ຍ

ມາດຕາສິບສາມ:ຜົນຂອງການໄກ່ເກ່ຍ ຖ້າວ່າເຈົ້າໜີ້ແລະວິສາຫະກິດລູກໜີ້ຫາກສາມາດຕົກລົງໄກ່ ເກ່ຍກັນໄດ້ແລະວິສາຫະກິດລູກໜີ້ກໍ່ສາມາດປະຕິບັດຕາມບົດບັນທຶກ ຂອງການໄກ່ເກ່ຍໄດ້ນັ້ນວິສາຫະກິດລູກໜີ້ກໍ່ຈະດໍາເນີນກິດຈະການ ຂອງຕົນຕໍ່ໄປແລະການຮ້ອງຟ້ອງນັ້ນກໍ່ຈະຕົກໄປ. ໃນກໍລະນີບໍ່ສາມາດໄກ່ເກ່ຍກັນໄດ້ຫຼືບໍ່ສາມາດປະຕິບັດຕາມ ບົດບັນທຶກຂອງການໄກ່ເກ່ຍໄດ້ສານກໍ່ຈະຕົກລົງກໍານົດເວລາໃຫ້ຢຸດ ເຊົາການຊໍລະໜີ້ສິນ,ແຕ່ງຕັ້ງຄະນະສານເພື່ອພິຈາລະນາຕັດສິນ ການລົ້ມລະລາຍຂອງວິສາຫະກິດທີ່ຖືກຟ້ອງແລະແຕ່ງຕັ້ງຄະນະ ຄວບຄຸມຊັບສິນ.

...ມາດຕາສິບສີ່:ສິດແລະໜ້າທີ່ຂອງສານ.

ມາດຕາສິບສີ່:ສິດແລະໜ້າທີ່ຂອງສານ. ໃນການພິຈາລະນະຕັດສິນການລົ້ມລະລາຍຂອງວິສາຫະກິດ ສານມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ລວມລວມເອກະສານຫຼັກຖານເພື່ອພິຈາລະນາຕັດສິນ ການລົ້ມລະລາຍຂອງວິສາຫະກິດລູກໜີ້. ສອງ:ຕິດຕາມແລະກວດກາການເຄື່ອນໄຫວຂອງຜູ້ຄວບຄຸມ ຊັບສິນ. ສາມ:ກໍານົດມາດຕະການຊົ່ວຄາວໃນກໍລະນີຈໍາເປັນເພື່ອຮັບ ປະກັນຄວາມປອດໄພຂອງວິສາຫະກິດລູກໜີ້. ສີ່:ຄວບຄຸມກອງປະຊຸມເຈົ້າໜີ້. ຫ້າ:ຕົກລົງໂຈະຫຼືຍົກເລີກການພິຈາລະນາຕັດສິນການລົ້ມ ລະລາຍຂອງວິສາຫະກິດລູກໜີ້. ຫົກ:ປະກາດໃຫ້ວິສາຫະກິດລູກໜີ້ລົ້ມລະລາຍ.

...ມາດຕາສິບຫ້າ:ຄະນະຄວບຄຸມຊັບສິນ.

ມາດຕາສິບຫ້າ:ຄະນະຄວບຄຸມຊັບສິນ. ຄະນະຄວບຄຸມຊັບສິນປະກອບດ້ວຍ: ໜຶ່ງ:ພະນັກງານວິຊາການຂອງສານແຂວງກໍາແພງນະຄອນ ໜຶ່ງທ່ານເປັນຫົວໜ້າ. ສອງ:ຕົວແທນເຈົ້າໜີ້. ສາມ:ຜູ້ຕາງໜ້າຂອງວິສາຫະກິດລູກໜີ້. ສີ່:ຕົວແທນກໍາມະບານແຂວງຫຼືກໍາແພງນະຄອນ. ຫ້າ:ຕົວແທນກໍາມະກອນຂອງວິສາຫະກິດລູກໜີ້. ຫົກ:ພະນັກງານວິຊາການຂອງອົງການການເງິນ. ...ມາດຕາສິບຫົກ:ການຄວບຄຸມຊັບສິນ.

ມາດຕາສິບຫົກ:ການຄວບຄຸມຊັບສິນ. ພາຍຫຼັງທີ່ສານໄດ້ຕົກລົງໃຫ້ມີການຄວບຄຸມຊັບສິນຂອງວິ ສາຫະກິດລູກໜີ້ທີ່ຖືກຟ້ອງວິສາຫະກິດດັ່ງກ່າວຍັງໃຫ້ສືບຕໍ່ດໍາເນີນ ກິດຈະການແຕ່ຕ້ອງຢູ່ພາຍໃຕ້ການຕິດຕາມກວດກາຂອງສານແລະ ຄະນະຄວບຄຸມຊັບສິນ,ຫ້າມຊຸກເຊື່ອງຫຼືເຄື່ອນຍ້າຍຊັບສິນ,ຫ້າມຂາຍ ຫຼືໂອນຊັບສິນໄປທາງອື່ນ.ບັນດາຜູ້ປະກອບທຶນຂອງວິສາຫະກິດທີ່ຖືກ ຟ້ອງນັ້ນຕ້ອງໄດ້ຖອກຮຸ້ນທີ່ຄ້າງຖອກທັງໝົດພາຍໃນກໍານົດສິບຫ້າ ວັນນັບຕັ້ງແຕ່ວັນທີ່ໄດ້ຮັບແຈ້ງການກ່ຽວກັບການຄວບຄຸມຊັບສິນ ຂອງສານເປັນຕົ້ນໄປ.

...ມາດຕາສິບເຈັດ:ຊັບສິນທີ່ຖືກຄວບຄຸມເພື່ອໃຊ້ໜີ້

ມາດຕາສິບເຈັດ:ຊັບສິນທີ່ຖືກຄວບຄຸມເພື່ອໃຊ້ໜີ້ ຊັບສິນຂອງວິສາຫະກິດທີ່ຖືກຄວບຄຸມເພື່ອໃຊ້ໜີ້ລວມມີຊັບ ສິນທັງໝົດທີ່ເປັນກໍາມະສິດຂອງວິສາຫະກິດຫຼືຂຶ້ນກັບການຄຸ້ມຄອງ ຂອງວິສາຫະກິດຊຶ່ງລວມມີ. ໜຶ່ງ:ຊັບສິນຄົງທີ່ແລະເຄື່ອນທີ່ຂອງວິສາຫະກິດລວມທັງຊັບ ສິນທີ່ໃຫ້ເຊົ່າແລະໃຫ້ກູ້ຢືມ. ສອງ:ເງິນສົດແລະຊັບສິນປະກອບທຶນ. ສາມ:ໜີ້ຕ້ອງຮັບຂອງວິສາຫະກິດ. ສໍາຫຼັບວິສາຫະກິດສ່ວນບຸກຄົນຫຼືບໍລິສັດຫຸ້ນສ່ວນທີ່ຖືກພິຈາ ລະນາຕັດສິນໃຫ້ລົ້ມລະລາຍນັ້ນ,ການຄວບຄຸມຊັບສິນເພື່ອໃຊ້ໜີ້ຈະ ຖືກຍົກເວັ້ນເຄື່ອງໃຊ້ສອຍສ່ວນຕົວແລະອຸປະກອນການຜະລິດທີ່ຈໍາ ເປັນແກ່ການປະກອບອາຊີບຂອງລູກໜີ້ຊຶ່ງມີມູນຄ່າລວມທັງໝົດບໍ່ ເກີນສອງແສນກີບ.

...ມາດຕາສິບແປດ:ສິດແລະໜ້າທີ່ຂອງຄະນະຄວບຄຸມຊັບສິນ.

ມາດຕາສິບແປດ:ສິດແລະໜ້າທີ່ຂອງຄະນະຄວບຄຸມຊັບສິນ. ຄະນະຄວບຄຸມຊັບສິນມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ເຮັດບັນຊີຈໍານວນຊັບສິນທັງໝົດຂອງວິສາຫະກິດລູກໜີ້. ສອງ:ກວດກາແລະຄວບຄຸມຊັບສິນຂອງວິສາຫະກິດລູກໜີ້.ໃນ ກໍລະນີຈໍາເປັນກໍມີສິດສະເໜີໃຫ້ສານຕົກລົງນໍາໃຊ້ມາດຕະການອັນຈໍາ ເປັນແລະຮີບດ່ວນຊົ່ວຄາວເພື່ອປົກປັກຮັກສາຊັບສິນຂອງວິສາຫະກິດ ລູກໜີ້. ສາມ:ເຮັດບັນຊີລາຍຊື່ເຈົ້າໜີ້ແລະຈໍານວນໜີ້ທີ່ຕ້ອງສົ່ງໃຫ້ ເຈົ້າໜີ້. ສີ່:ປະກາດແຈ້ງການກ່ຽວກັບການຄວບຄຸມຊັບສິນຂອງວິສາ ຫະກິດລູກໜີ້ໃຫ້ມວນຊົນຊາບພ້ອມທັງກໍານົດວັນເວລາໃຫ້ເຈົ້າໜີ້ອ້າງ ສິດທວງໜີ້. ຄະນະຄວບຄຸມຊັບສິນມີໜ້າທີ່ຮັບຜິດຊອບຕໍ່ສານກ່ຽວກັບການ ປະຕິບັດໜ້າທີ່ຂອງຕົນ. ການໃຊ້ຈ່າຍທີ່ຈໍາເປັນໃນການເຄື່ອນໄຫວຄວບຄຸມຊັບສິນ ເປັນພາລະຂອງວິສາຫະກິດລູກໜີ້.

...ມາດຕາສິບເກົ້າ:ກອງປະຊຸມເຈົ້າໜີ້

ມາດຕາສິບເກົ້າ:ກອງປະຊຸມເຈົ້າໜີ້ ຜູ້ເຂົ້າຮ່ວມກອງປະຊຸມເຈົ້າໜີ້ປະກອບດ້ວຍ: ໜຶ່ງ:ເຈົ້າໜີ້ທີ່ມີຢູ່ໃນບັນຊີລາຍຊື່ຫຼືຜູ້ຕາງໜ້າເຈົ້າໜີ້. ສອງ:ຜູ້ຕາງໜ້າຂອງວິສາຫະກິດລູກໜີ້. ສາມ:ຕົວແທນຂອງອົງການຈັດຕັ້ງກໍາມະບານແຂວງຫຼືກໍາ ແພງນະຄອນ. ສີ່:ຕົວແທນກໍາມະກອນຂອງວິສາຫະກິດລູກໜີ້.

...ມາດຕາຊາວ:ການຮຽກໂຮມກອງປະຊຸມເຈົ້າໜີ້

ມາດຕາຊາວ:ການຮຽກໂຮມກອງປະຊຸມເຈົ້າໜີ້ ກອງປະຊຸມເຈົ້າໜີ້ຮຽກໂຮມໂດຍຄະນະຄວບຄຸມຊັບສິນຫຼື ຕາມການສະເໜີຂອງເຈົ້າໜີ້ຊຶ່ງຕາງໜ້າໃຫ້ໜຶ່ງໃນສີ່ຂອງຈໍາ ນວນໜີ້ທັງໝົດ. ໝາຍນັດພ້ອມດ້ວຍລາຍການຂອງກອງປະຊຸມຕ້ອງໄດ້ສົ່ງ ໃຫ້ຜູ້ທີ່ຈະເຂົ້າຮ່ວມກອງປະຊຸມຢ່າງຊ້າສາມວັນກ່ອນວັນເປີດປະ ຊຸມ. ກອງປະຊຸມເຈົ້າໜີ້ຈະເປີດຂຶ້ນໄດ້ກໍ່ຕໍ່ເມື່ອມີເຈົ້າໜີ້ເຂົ້າຮ່ວມ ກອງປະຊຸມຫຼາຍກວ່າເຄິ່ງໜຶ່ງຊຶ່ງຕາງໜ້າໃຫ້ຢ່າງໜ້ອຍສອງໃນ ສາມຂອງຈໍານວນໜີ້ທັງໝົດ.

...ມາດຕາຊາວເອັດ:ສິດແລະໜ້າທີ່ຂອງກອງປະຊຸມເຈົ້າໜີ້.

ມາດຕາຊາວເອັດ:ສິດແລະໜ້າທີ່ຂອງກອງປະຊຸມເຈົ້າໜີ້. ກອງປະຊຸມເຈົ້າໜີ້ມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ພິຈາລະນາຜ່ານແຜນການຟື້ນຟູວິສາຫະກິດຄືນໃໝ່ ແລະການຈັດຕັ້ງດໍາເນີນທຸລະກິດ. ສອງ:ຄົ້ນຄວ້າແລະນໍາສະເໜີຄໍາຄິດເຫັນຕໍ່ສານກ່ຽວກັບ ການແບ່ງປັນຊັບສິນຂອງວິສາຫະກິດໃນກໍລະນີທີ່ແຜນການຟື້ນຟ ູວິສາຫະກິດຫາກບໍ່ໄດ້ຮັບການເຫັນດີ.


...ມາດຕາຊາວສອງ:ການໂຈະກອງປະຊຸມເຈົ້າໜີ້.

ມາດຕາຊາວສອງ:ການໂຈະກອງປະຊຸມເຈົ້າໜີ້. ກອງປະຊຸມເຈົ້າໜີ້ຈະຖືກໂຈະໃນກໍລະນີດັ່ງນີ້: ໜຶ່ງ:ເຈົ້າໜີ້ທີ່ເຂົ້າຮ່ວມກອງປະຊຸມຫາກບໍ່ກາຍເຄິ່ງໜຶ່ງ ຂອງຈໍານວນເຈົ້າໜີ້ທັງໝົດແລະບໍ່ໄດ້ຕາງໜ້າໃຫ້ສອງໃນສາມ ຂອງຈໍານວນໜີ້ທັງໝົດ. ສອງ:ສຽງສ່ວນໃຫຍ່ຂອງເຈົ້າໜີ້ຊຶ່ງຕາງໜ້າໃຫ້ຢ່າງໜ້ອຍ ສອງໃນສາມຂອງຈໍານວນໜີ້ຂອງເຈົ້າໜີ້ທີ່ເຂົ້າຮ່ວມກອງປະຊຸມ ໄດ້ລົງມະຕິໃຫ້ໂຈະກອງປະຊຸມ.

...ມາດຕາຊາວສາມ:ພັນທະຂອງວິສາຫະກິດລູກໜີ້ຕໍ່ກອງປະຊຸມເຈົ້າໜີ້

ມາດຕາຊາວສາມ:ພັນທະຂອງວິສາຫະກິດລູກໜີ້ຕໍ່ກອງປະຊຸມເຈົ້າ ໜີ້. ໃນກອງປະຊຸມເຈົ້າໜີ້,ເຈົ້າຂອງວິສາຫະກິດຫຼືຜູ້ຕາງໜ້າ ຂອງວິສາຫະກິດມີໜ້າທີ່ອະທິບາຍແຜນການໄກ່ເກ່ຍແລະວິທີການ ຕ່າງໆໃນການຈັດຕັ້ງແລະເຄື່ອນໄຫວທູລະກິດຄືນໃໝ່ຂອງວິສາຫະ ກິດ,ໃຫ້ຄໍາກະຈ່າງແຈ້ງຕໍ່ບັນຫາຕ່າງໆທີ່ໄດ້ຍົກຂຶ້ນໃນກອງປະຊຸມ ເຈົ້າໜີ້.ໃນກໍລະນີເຈົ້າຂອງວິສາຫະກິດຫຼືຜູ້ຕາງໜ້າຂອງວິສາຫະ ກິດຫາກບໍ່ສາມາດເຂົ້າຮ່ວມກອງປະຊຸມໂດຍມີເຫດຜົນນັ້ນກໍ່ຕ້ອງ ມອບສິດໃຫ້ຜູ້ໃດຜູ້ໜຶ່ງເຂົ້າຮ່ວມກອງປະຊຸມແທນຜູ້ທີ່ໄດ້ຮັບມອບ ສິດໃຫ້ເຂົ້າຮ່ວມກອງປະຊຸມແທນນັ້ນກໍ່ມີສິດແລະໜ້າທີ່ຄືກັນກັບ ເຈົ້າຂອງຫຼືຜູ້ຕາງໜ້າຂອງວິສາຫະກິດ.ໃນກໍລະນີທີ່ເຈົ້າຂອງວິສາ ຫະກິດສ່ວນບຸກຄົນຫາກເສຍຊີວິດຜູ້ສືບທອດເຈົ້າຂອງວິສາຫະກິດ ນັ້ນເປັນຜູ້ເຂົ້າຮ່ວມກອງປະຊຸມແທນ.


...ມາດຕາຊາວສີ່:ຮູບການຕົກລົງຂອງກອງປະຊຸມເຈົ້າໜີ້

ມາດຕາຊາວສີ່:ຮູບການຕົກລົງຂອງກອງປະຊຸມເຈົ້າໜີ້ ກອງປະຊຸມເຈົ້າໜີ້ຈະຕົກລົງສະເໜີໃຫ້ສານພິຈາລະນາໜຶ່ງ ໃນສາມຮູບການດັ່ງຕໍ່ໄປນີ້: ໜຶ່ງ:ການຟື້ນຟູວິສາຫະກິດຄືນໃໝ່ ສອງ:ການຂາຍກິດຈະການ ສາມ:ການລົ້ມລະລາຍແລະການຊໍາລະສະສາງ. ...ມາດຕາຊາວຫ້າ:ມະຕິຂອງກອງປະຊຸມເຈົ້າໜີ້

ມາດຕາຊາວຫ້າ:ມະຕິຂອງກອງປະຊຸມເຈົ້າໜີ້ ມະຕິຂອງກອງປະຊຸມເຈົ້າໜີ້ຈະມີຜົນສັກສິດໄດ້ກໍ່ຕໍ່ເມື່ອໄດ້ ຮັບຄະແນນສຽງຂອງເຈົ້າໜີ້ຊຶ່ງຕາງໜ້າໃຫ້ຢ່າງໜ້ອຍສອງໃນ ສາມຂອງຈໍານວນໜີ້ທັງໝົດ.

..ໝວດທີ4ການຟື້ນຟູວິສາຫະກິດຄືນໃໝ່


...ມາດຕາຊາວຫົກ:ພັນທະຂອງເຈົ້າຂອງຫຼືຜູ້ຕ່າງໜ້າວິສາຫະກິດ

ມາດຕາຊາວຫົກ:ພັນທະຂອງເຈົ້າຂອງຫຼືຜູ້ຕ່າງໜ້າວິສາຫະກິດ ເຈົ້າຂອງຫຼືຜູ້ຕາງໜ້າຂອງວິສາຫະກິດເປັນຜູ້ຮັບຜິດຊອບ ໃນການຈັດຕັ້ງປະຕິລັດແຜນການຟື້ນຟູວິສາຫະກິດຄືນໃໝ່ຕາມທີ່ ສານໄດ້ຕົກລົງ.

...ມາດຕາຊາວເຈັດ:ສິດແລະໜ້າທີ່ຂອງເຈົ້າໜີ້

ມາດຕາຊາວເຈັດ:ສິດແລະໜ້າທີ່ຂອງເຈົ້າໜີ້ ເຈົ້າໜີ້ມີສິດແລະໜ້າທີ່ປະຕິບັດຕາມຄໍາຕັດສິນຂອງສານ ແລະຕິດຕາມການປະຕິບັດແຜນການຟື້ນຟູວິສາຫະກິດຄືນໃໝ່ຂອງ ວິສາຫະກິດລູກໜີ້.

...ມາດຕາຊາວແປດ:ການໂອນຊັບສິນ.

ມາດຕາຊາວແປດ:ການໂອນຊັບສິນ. ຊັບສິນທີ່ຈໍາເປັນສໍາລັບການສືບຕໍ່ການດໍາເນີນທຸລະກິດ ຂອງວິສາຫະກິດລູກໜີ້ນັ້ນຫ້າມຂາຍ,ຫ້າມໂອນຖ້າຫາກບໍ່ໄດ້ຮັບ ອະນຸຍາດຈາກສານ.

...ມາດຕາຊາວເກົ້າ:ການປ່ຽນແປງກົດລະບຽບຂອງວິສາຫະກິດ.

ມາດຕາຊາວເກົ້າ:ການປ່ຽນແປງກົດລະບຽບຂອງວິສາຫະກິດ. ກົດລະບຽບຂອງວິສາຫະກິດທີ່ຢູ່ໃນສະພາບຟື້ນຟູນັ້ນອາດຈະ ໄດ້ຮັບການປັບປຸງຄືນໃໝ່ເພື່ອໃຫ້ສອດຄ່ອງກັບແຜນການຟື້ນຟູດັ່ງ ກ່າວ.

...ມາດຕາສາມສິບ:ການເພີ່ມທຶນ

ມາດຕາສາມສິບ:ການເພີ່ມທຶນ ເພື່ອໃຫ້ສາມາດສືບຕໍ່ດໍາເນີນທຸລະກິດຕາມແຜນການຟື້ນຟູ ໄດ້,ວິສາຫະກິດອາດມີຄວາມຈໍາເປັນຕ້ອງໄດ້ເພີ່ມທຶນ. ການເພີ່ມທຶນອາດຈະດໍາເນີນດ້ວຍຮູບການດັ່ງຕໍ່ໄປນີ້: ໜຶ່ງ:ການເພີ່ມມູນຄ່າຂອງຮຸ້ນ. ສອງ:ການຫັນເອົາເຈົ້າໜີ້ມາເປັນຜູ້ປະກອບທຶນ. ສາມ:ການເພີ່ມຈໍານວນຮູ້ນ. ສີ່:ການກູ້ຢືມ.

...ມາດຕາສາມສິບເອັດ:ກໍານົດເວລາຟື້ນຟູ

ມາດຕາສາມສິບເອັດ:ກໍານົດເວລາຟື້ນຟູ ກໍານົດເວລາຟື້ນຟູວິສາຫະກິດຄືນໃໝ່ບໍ່ໃຫ້ເກີນສອງປີນັບ ແຕ່ມື້ທີ່ສານໄດ້ຕົກລົງແຜນການຟື້ນຟູເປັນຕົ້ນໄປ. ໃນໄລຍະເວລາດໍາເນີນການຟື້ນຟູວິສາຫະກິດຕ້ອງໄດ້ໃຊ້ ແທນໜີ້ສິນຕາມແຜນການຟື້ນຟູນັ້ນ.


...ມາດຕາສາມສິບສອງ:ຄໍາຕັດສິນຂອງສານ

ມາດຕາສາມສິບສອງ:ຄໍາຕັດສິນຂອງສານ ຜ່ານໄລຍະການຟື້ນຟູຖ້າວ່າວິສາຫະກິດຫາກສາມາດເຄື່ອນ ໄຫວທຸລະກິດຂອງຕົນຢ່າງມີປະສິດທິຜົນສານຈະຕັດສິນໃຫ້ດໍາເນີນ ກິດຈະການຕໍ່ໄປ,ຖ້າວ່າວິສາຫະກິດຫາກບໍ່ສາມາດຟື້ນຕົວໄດ້ສານ ກໍ່ຈະຕັດສິນໃຫ້ວິສາຫະກິດນັ້ນລົ້ມລະລາຍ. ໃນໄລຍະດໍາເນີນການຟື້ນຟູວິສາຫະກິດຄືນໃໝ່ຢູ່ນັ້ນສານ ສາມາດຕັດສິນໃຫ້ວິສາຫະກິດລົ້ມລະລາຍເວລາໃດກໍ່ໄດ້ຖ້າຫາກ ເຫັນວ່າວິສາຫະກິດນັ້ນຈະບໍ່ສາມາດຟື້ນຕົວໄດ້.

..ໝວດທີ5ການຂາຍກິດຈະການ


...ມາດຕາສາມສິບສາມ:ການຂາຍກິດຈະການ

ມາດຕາສາມສິບສາມ:ການຂາຍກິດຈະການ ນັບແຕ່ມື້ທີ່ສານໄດ້ຕົກລົງໃຫ້ຄວບຄຸມຊັບສິນຂອງວິສາຫະ ກິດລູກໜີ້ເປັນຕົ້ນໄປບຸກຄົນຫຼືນິຕິບຸກຄົນສາມາດສະເໜີຂໍຊື້ກິດຈະ ການຂອງວິສາຫະກິດທັງໝົດຫຼືສ່ວນໃດສ່ວນໜຶ່ງກໍ່ໄດ້. ໃນກໍລະນີ້ຂໍຊື້ກິດຈະການສ່ວນໃດສ່ວນໜຶ່ງນັ້ນສານຕ້ອງ ໄດ້ກໍານົດຢ່າງຈະແຈ້ງຊັບສິນທີ່ຈະຕົກລົງໃຫ້ຊື້ຂາຍໄດ້.

...ມາດຕາສາມສິບສີ່:ເງື່ອນໄຂຂອງຜູ້ຊື້

ມາດຕາສາມສິບສີ່:ເງື່ອນໄຂຂອງຜູ້ຊື້ ສານຕ້ອງໄດ້ຄົ້ນຄວ້າເລືອກເຟັ້ນເອົາຜູ້ທີ່ສາມາດຊໍາລະ ຄ່າຊື້ກິດຈະການຕາມກໍານົດເວລາທີ່ສານໄດ້ວາງໄວ້.ຜູ້ຊື້ກິດຈະ ການສາມາດຂາຍຫຼືໂອນຊັບສິນຂອງວິສາຫະກິດໃຫ້ຄົນອື່ນໄດ້ກໍ່ ຕໍ່ເມື່ອຫາກໄດ້ຊໍາລະຄ່າຊື້ກິດຈະການນັ້ນໝົດແລ້ວ.

..ໝວດທີ6ການລົ້ມລະລາຍແລະການຊໍາລະສະສາງ


...ມາດຕາສາມສິບຫ້າ:ການຕັດສິນໃຫ້ວິສາຫະກິດລົ້ມລະລາຍ

ມາດຕາສາມສິບຫ້າ:ການຕັດສິນໃຫ້ວິສາຫະກິດລົ້ມລະລາຍ ສານຈະຕັດສິນໃຫ້ວິສາຫະກິດລົ້ມລະລາຍໄດ້ຖ້າຫາກເກີດມີ ກໍລະນີໃດໜຶ່ງດັ່ງຕໍ່ໄປນີ້: ໜຶ່ງ:ເຈົ້າຂອງຫຼືຜູ້ຕາງໜ້າຂອງວິສາຫະກິດບໍ່ມີແຜນການ ຟື້ນຟູວິສາຫະກິດຄືນໃໝ່. ສອງ:ເຈົ້າຂອງຫຼືຜູ້ຕາງໜ້າວິສາຫະກິດບໍ່ສາມາດປະຕິບັດ ໄດ້ຕາມທີ່ໄດ້ກໍານົດໄວ້ໃນມາດຕາຊາວສາມຂອງກົດໝາຍສະບັບ ນີ້. ສາມ:ກອງປະຊຸມເຈົ້າໜີ້ບໍ່ຮັບເອົາແຜນການຟື້ນຟູວິສາຫະ ກິດຄືນໃໝ່. ສີ່:ສິ້ນສຸດກໍານົດເວລາການຟື້ນຟູວິສາຫະກິດຄືນໃໝ່ແຕ່ການ ດໍາເນີນທຸລະກິດຂອງວິສາຫະກິດກໍ່ຍັງບໍ່ມີຜົນກໍາໄລແລະເຈົ້າໜີ້ກໍ່ ຮຽກຮ້ອງໃຫ້ພິຈາລະນາການລົ້ມລະລາຍ. ຫ້າ:ວິສາຫະກິດໄດ້ລ່ວງລະເມີດຂໍ້ຕົກລົງຂອງສານຢ່າງ ຮ້າຍແຮງໃນໄລຍະດໍາເນີນການຟື້ນຟູວິສາຫະກິດຄືນໃໝ່. ຫົກ:ເຈົ້າຂອງວິສາຫະກິດໄດ້ໂຕນໜີຫຼືເສຍຊີວິດແລະຜູ້ສືບ ທອດໄດ້ປະຕິເສດການສືບທອດຫຼືວ່າບໍ່ມີຜູ້ສືບທອດໃນໄລຍະເວລາ ທີ່ພວມພິຈາລະນາຕັດສິນການລົ້ມລະລາຍຂອງວິສາຫະກິດ.

...ມາດຕາສາມສິບຫົກ:ຄໍາຕັດສິນຂອງສານ.

ມາດຕາສາມສິບຫົກ:ຄໍາຕັດສິນຂອງສານ. ຄໍາຕັດສິນຂອງສານໃຫ້ວິສາຫະກິດລົ້ມລະລາຍປະກອບດ້ວຍ ເນື້ອໃນສໍາຄັນທີ່ຈໍາເປັນດັ່ງລຸ່ມນີ້: ໜຶ່ງ:ຊື່ຂອງສານ,ຊື່ແລະນາມສະກຸນຂອງຜູ້ພິພາກສາທີ່ພິຈາ ລະນາຕັດສິນການລົ້ມລະລາຍຂອງວິສາຫະກິດ. ສອງ:ວັນທີແລະເລກທີຂອງຄໍາຮ້ອງຟ້ອງໃຫ້ພິຈາລະນາຕັດ ສິນການລົ້ມລະລາຍຂອງວິສາຫະກິດ. ສາມ:ຊື່ແລະເລກທະບຽນຂອງວິສາຫະກິດທີ່ຖືກຕັດສິນໃຫ້ລົ້ມ ລະລາຍ. ສີ່:ວັນທີ່ຕັດສິນການລົ້ມລະລາຍຂອງວິສາຫະກິດ. ຫ້າ:ເຫດຜົນການຕັດສິນການລົ້ມລະລາຍຂອງວິສາຫະກິດ. ຫົກ:ແຜນການແບ່ງປັນຊັບສິນຂອງວິສາຫະກິດ. ...ມາດຕາສາມສິບເຈັດ:ການອຸທອນຄໍາຕັດສິນຂອງສານ.

ມາດຕາສາມສິບເຈັດ:ການອຸທອນຄໍາຕັດສິນຂອງສານ. ເຈົ້າໜີ້,ເຈົ້າຂອງວິສາຫະກິດຫຼືຜູ້ຕາມໜ້າມີສິດຂໍອຸທອນ ຄໍາຕັດສິນຂອງສານກ່ຽວກັບການລົ້ມລະລາຍຂອງວິສາຫະກິດພາຍ ໃນກໍານົດສິບຫ້າວັນນັບແຕ່ມື້ທີ່ໄດ້ຮັບຊາບຄໍາຕັດສິນນັ້ນເປັນຕົ້ນ ໄປ.

...ມາດຕາສາມສິບແປດ:ການແຕ່ງຕັ້ງຄະນະຊໍາລະສະສາງ

ມາດຕາສາມສິບແປດ:ການແຕ່ງຕັ້ງຄະນະຊໍາລະສະສາງ ສານເປັນຜູ້ຕົກລົງສ້າງຕັ້ງຄະນະຊໍາລະສະສາງຊຶ່ງປະກອບ ດ້ວຍ: ໜຶ່ງ:ພະນັກງານປະຕິບັດຄໍາຕັດສິນຂອງສານເປັນຫົວໜ້າ. ສອງ:ຜູ້ຕາງໜ້າທະນາຄານຂັ້ນແຂວງຫຼືກໍາແພງນະຄອນ. ສາມ:ຜູ້ຕາງໜ້າທະນາຄານຂັ້ນແຂວງຫຼືກໍາແພງນະຄອນ. ສີ່:ຕົວແທນເຈົ້າໜີ້. ຫ້າ:ຕົວແທນກໍາມະບານແຂວງຫຼືກໍາແພງນະຄອນ. ຫົກ:ຕົວແທນກໍາມະກອນຂອງວິສາຫະກິດລູກໜີ້: ເຈັດ:ຜູ້ຕາງໜ້າວິສາຫະກິດລູກໜີ້. ...ມາດຕາສາມສິບເກົ້າ:ສິດແລະໜ້າທີ່ຂອງຄະນະຊໍາລະສະສາງ.

ມາດຕາສາມສິບເກົ້າ:ສິດແລະໜ້າທີ່ຂອງຄະນະຊໍາລະສະສາງ. ຄະນະຊໍາລະສະສາງມີສິດແລະໜ້າທີ່ດັ່ງຕໍ່ໄປນີ້: ໜຶ່ງ:ກວດກາຊັບສິນແລະໜີ້ສິນຂອງວິສາຫະກິດ. ສອງ:ຮັບເອົາການມອບຊັບສິນ,ເອກະສານທີ່ກ່ຽວຂ້ອງອື່ນ ໆຈາກຄະນະຄວບຄຸມຊັບສິນ. ສາມ:ລົບລ້າງສັນຍາຂອງວິສາຫະກິດທີ່ເຮັດຂຶ້ນໂດຍບໍ່ຖືກ ຕ້ອງ. ສີ່:ຮີບໂຮມຊັບສິນຂອງວິສາຫະກິດ. ຫ້າ:ປະມູນຂາຍຊັບສິນຂອງວິສາຫະກິດ. ຫົກ:ແບ່ງປັນຊັບສິນໃຫ້ເຈົ້າໜີ້. ເຈັດ:ແບ່ງປັນສ່ວນທີ່ເຫຼືອຈາກການໃຊ້ໜີ້ສິນແລ້ວນັ້ນໃຫ້ ເຈົ້າຂອງຫຼືໃຫ້ຜູ້ປະກອບທຶນຂອງວິສາຫະກິດ. ການໃຊ້ຈ່າຍທີ່ຈໍາເປັນໃນການເຄື່ອນໄຫວຊໍາລະສະສາງ ນັ້ນເປັນພາລະຂອງວິສາຫະກິດລູກໜີ້.

...ມາດຕາສີ່ສິບ:ການລົບລ້າງສັນຍາຫຼືເອກະສານທີ່ບໍ່ຖືກຕ້ອງ.

ມາດຕາສີ່ສິບ:ການລົບລ້າງສັນຍາຫຼືເອກະສານທີ່ບໍ່ຖືກຕ້ອງ. ເພື່ອຮີບໂຮມເອົາຊັບສິນຂອງວິສາຫະກິດມາໃຊ້ແທນໜີ້ສິນ ໄດ້ຢ່າງມີປະສິດທິຜົນນັ້ນຄະນະຊໍາລະສະສາງມີສິດແລະນ້າທີ່ກວດ ກາ,ລົບລ້າງສັນຍາຫຼືເອກະສານອື່ນໆທີ່ວິສາຫະກິດໄດ້ເຮັດຂຶ້ນໂດຍ ບໍ່ຖືກຕ້ອງກ່ອນການຕົກລົງຂອງສານໃຫ້ມີການຄວບຄຸມຊັບສິນຂອງ ວິສາຫະກິດລູກໜີ້ເຊັ່ນ: ໜຶ່ງ:ການຂາຍຊັບສິນຫຼຸດລາຄາ. ສອງ:ການຄໍາປະກັນໜີ້ເກົ່າ. ສາມ:ການເຊັນສັນຍາຫຼືການໂອນຊັບສິນໃຫ້ພີ່ນ້ອງ,ໝູ່ເພື່ອນ ຫຼືການເອົາຊັບສິນຂອງວິສາຫະກິດໃຫ້ຜູ້ອື່ນນໍາໃຊ້.

...ມາດຕາສີ່ສິບເອັດ:ການຮິບໂຮມຊັບສິນຂອງວິສາຫະກິດລູກໜີ້

ມາດຕາສີ່ສິບເອັດ:ການຮິບໂຮມຊັບສິນຂອງວິສາຫະກິດລູກໜີ້ ຄະນະຊໍາລະສະສາງຕ້ອງດໍາເນີນການຮິບໂຮມຊັບສິນທັງ ໝົດຂອງວິສາຫະກິດລູກໜີ້ດັ່ງນີ້: ໜຶ່ງ:ຊັບສິນຂອງວິສາຫະກິດເຊັ່ນ:ທີ່ດິນ,ເຮືອນ,ສາງ,ໂຮງ ງານ,ພາຫະນະອຸປະກອນການຜະລິດແລະສິນຄ້າໃນສາງເປັນຕົ້ນ. ສອງ:ໜີ້ທີ່ຕ້ອງຮັບຂອງວິສາຫະກິດທັງໝົດ. ພາຍຫຼັງທີ່ໄດ້ຮີບໂຮມຊັບສິນແລ້ວຄະນະຊໍາລະສະສາງມີສິດ ແລະໜ້າທີ່ປະມູນຂາຍຊັບສິນດັ່ງກ່າວ.

...ມາດຕາສີ່ສິບສອງ:ພັນທະຂອງລູກໜີ້

ມາດຕາສີ່ສິບສອງ:ພັນທະຂອງລູກໜີ້ ພາຍຫຼັງທີ່ສານໄດ້ຕັດສິນໃຫ້ວິສາຫະກິດລູກໜີ້ລົ້ມລະລາຍ ແລ້ວວິສາຫະກິດລູກໜີ້ມີພັນທະຮ່ວມມືກັບຄະນະຊໍາລະສະສາງໃນ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ລູກໜີ້ຈະອອກນອກເຂດອໍານາດສານຫຼືອອກນອກປະເທດໄດ້ ກໍ່ຕໍ່ເມື່ອລູກໜີ້ຫາກມີຄວາມຈໍາເປັນແທ້,ມີການຄ້ໍາປະກັນຢ່າງເໝາະ ສົມແລະໄດ້ຮັບອະນຸຍາດຈາກສານທີ່ໄດ້ຕັດສິນການລົ້ມລະລາຍຂອງ ວິສາຫະກິດນັ້ນ. ໃນກໍລະນີທີ່ສານຫາກໄດ້ຮັບລາຍງານແລະະເຫັນວ່າລູກໜີ້ມີ ພຶດຕະກໍາຈະລົບໜີອອກນອກເຂດອໍານາດຂອງສານຫຼືອອກນອກປະ ເທດສານມີສິດອອກຄໍາສັ່ງກັກຕົວໄດ້.

...ມາດຕາສີ່ສິບສາມ:ປະກາດການລົ້ມລະລາຍ

ມາດຕາສີ່ສິບສາມ:ປະກາດການລົ້ມລະລາຍ ພາຍໃນກໍານົດສິບວັນນັບແຕ່ມື້ຄໍາຕັດສິນຂອງສານກ່ຽວ ກັບການລົ້ມລະລາຍຂອງວິສາຫະກິດໃຊ້ໄດ້ຢ່າງເດັດຂາດແລ້ວ ຜູ້ພິພາກສາຕ້ອງໄດ້ອອກປະກາດທາງສີ່ສານມວນຊົນສາມມື້ຕິດ ຕໍ່ກັນກ່ຽວກັບການລົ້ມລະລາຍຂອງວິສາຫະກິດພ້ອມກັນນັ້ນກໍ່ຕ້ອງ ສົ່ງສໍາເນົາຄໍາຕັດສິນການລົ້ມລະລາຍຂອງວິສາຫະກິດນັ້ນໄປໃຫ້: ໜຶ່ງ:ຫ້ອງການປະຕິບັດຄໍາຕັດສິນຂອງສານ. ສອງ:ເຈົ້າໜີ້ແລະເຈົ້າຂອງວິສາຫະກິດທີ່ຖືກຕັດສິນໃຫ້ລົ້ມ ລະລາຍ. ສາມ:ອົງການການເງິນ. ສີ່:ອົງການກໍາມະບານ. ຫ້າ:ອົງການທີ່ຂຶ້ນທະບຽນສ້າງຕັ້ງວິສາຫະກິດ. ຫົກ:ອົງການທະນາຄານ. ເຈັດ:ສະພາການຄ້າແລະອຸດສາຫະກໍາ. ແປດ:ອົງການຕໍາຫຼວດເສດຖະກິດ.

...ມາດຕາສີ່ສິບສີ່:ການແບ່ງປັນຊັບສິນໃຫ້ເຈົ້າໜີ້

ມາດຕາສີ່ສິບສີ່:ການແບ່ງປັນຊັບສິນໃຫ້ເຈົ້າໜີ້ ເມື່ອຄະນະຊໍາລະສະສາງຮີບໂຮມຊັບສິນ,ໜີ້ຕ້ອງຮັບຂອງ ວິສາຫະກິດໄດ້ແລ້ວກໍ່ຈະດໍາເນີນການແບ່ງປັນຊັບສິນນັ້ນໃຫ້ແກ່ ເຈົ້າໜີ້ໂດຍປະຕິບັດຕາມລໍາດັບບູລິມະສິດດັ່ງຕໍ່ໄປນີ້: ໜຶ່ງ:ຄ່າແຮງງານຂອງກໍາມະກອນ. ສອງ:ໜີ້ສິນຕໍ່ລັດ. ສາມ:ໜີ້ສິນທີ່ມີການຄໍ້າປະກັນ. ສີ່:ໜີ້ສິນທີ່ບໍ່ມີການຄໍ້າປະກັນ. ການໃຊ້ແທນໜີ້ສິນດັ່ງກ່າວແມ່ນໃຫ້ໃຊ້ແທນໜີ້ສິນທີ່ໄດ້ຮັບ ຮູ້ບູລິມະສິດກ່ອນໃຫ້ຄົບຖ້ວນແລ້ວເຫຼືອເທົ່າໃດຈຶ່ງໃຊ້ແທນໜີ້ສິນລໍາ ດັບຕໍ່ໄປ. ສໍາລັບໜີ້ສິນທີ່ຢູ່ໃນລໍາດັບດຽວກັນນັ້ນຖ້າຊັບສິນເພື່ອໃຊ້ແທນ ໜີ້ສິນຫາກບໍ່ພຽງພໍໃຫ້ໃຊ້ແທນຕາມສ່ວນຮ້ອຍຂອງມູນຄ່າແຕ່ລະໜີ້ ສິນ.

...ມາດຕາສີ່ສິບຫ້າ:ການແບ່ງປັນຊັບສິນທີ່ເຫຼືອ

ມາດຕາສີ່ສິບຫ້າ:ການແບ່ງປັນຊັບສິນທີ່ເຫຼືອ ພາຍຫຼັງການແບ່ງປັນຊັບສິນຂອງວິສາຫະກິດໃຫ້ເຈົ້າໜີ້ຄົບ ຖ້ວນແລ້ວຖ້າວ່າຊັບສິນຫາກຍັງເຫຼືອຢູ່ກໍ່ໃຫ້ແບ່ງປັນແກ່ຜູ້ປະກອບ ທຶນຕາມວິທີແບ່ງປັນຜົນກໍາໄລຫຼືແບ່ງປັນໃຫ້ເຈົ້າຂອງວິສາຫະກິດ.

...ມາດຕາສີ່ສິບຫົກ:ການກວດກາການຊໍາລະສະສາງ

ມາດຕາສີ່ສິບຫົກ:ການກວດກາການຊໍາລະສະສາງ ນັບແຕ່ມື້ໄດ້ເລີ່ມຕົ້ນເຄື່ອນໄຫວວຽກງານຂອງຕົນຄະນະ ຊໍາລະສະສາງຕ້ອງໄດ້ລາຍງານຢ່າງເປັນປົກກະຕິຕໍ່ສານທີ່ໄດ້ ແຕ່ງຕັ້ງຕົນ,ລາຍງານໃຫ້ເຈົ້າໜີ້ແລະເຈົ້າຂອງວິສາຫະກິດຊາບ ນໍາ. ເຈົ້າໜີ້ແລະເຈົ້າຂອງວິສາຫະກິດມີສິດທ້ວງຫຼືຮ້ອງຟ້ອງຕໍ່ ສານກ່ຽວກັບການກະທໍາທີ່ບໍ່ຖືກຕ້ອງຂອງຄະນະຊໍາລະສະສາງ.

..ໝວດທີ7ມາດຕະການຕໍ່ຜູ້ກະທໍາຜິດ


...ມາດຕາສີ່ສິບເຈັດ:ການກະທໍາຜິດກ່ອນການຄວບຄຸມຊັບສິນ.

ມາດຕາສີ່ສິບເຈັດ:ການກະທໍາຜິດກ່ອນການຄວບຄຸມຊັບສິນ. ຖ້າຄະນະຄວບຄຸມຊັບສິນຫາກກວດກາເຫັນວ່າກ່ອນການ ຮ້ອງຟ້ອງໃຫ້ສານພິຈາລະນາຕັດສິນການລົ້ມລະລາຍຂອງວິສາ ຫະກິດ.ຄະນະອໍານວຍການຂອງວິສາຫະກິດໄດ້ເຊື່ອງອໍາເອກະ ສານບັນຊີຂອງວິສາຫະກິດ,ເຊື່ອງອໍາຊັບສິນ,ຍົກຍ້າຍ,ໂອນຊັບ ສິນຫຼືເພີ່ມໜີ້ສິນໂດຍບໍ່ຖືກຕ້ອງ,ເຮັດສັນຍາຄໍ້າປະກັນໃຫ້ໜີ້ສິນທີ່ ບໍ່ມີການຄໍ້າປະກັນ,ລົບລ້າງຫຼືຫຼຸດຜ່ອນສິດທວງໜີ້ຕ້ອງຮັບຂອງວິ ສາຫະກິດຄະນະອໍານວຍການຂອງວິສາຫະກິດດັ່ງກ່າວຈະຖືກດໍາ ເນີນຄະດີຕາມກົດໝາຍ.


...ມາດຕາສີ່ສິບແປດ:ການກະທໍາຜິດໃນໄລຍະຄວບຄຸມຊັບສິນ

ມາດຕາສີ່ສິບແປດ:ການກະທໍາຜິດໃນໄລຍະຄວບຄຸມຊັບສິນ ເມື່ອສານໄດ້ຕົກລົງໃຫ້ມີການຄວບຄຸມຊັບສິນຂອງວິສາຫະ ກິດລູກໜີ້ແລ້ວຖ້າວ່າຄະນະຮັບຜິດຊອບວິສາຫະກິດນັ້ນຫາກຍັງຮັບ ສິນເຊື່ອໂດຍບໍ່ໄດ້ແຈ້ງໃຫ້ເຈົ້າໜີ້ຊາບວ່າຕົນເອງໄດ້ຖືກຄວບຄຸມ ຊັບສິນຫຼືຖືກຟ້ອງໃຫ້ລົ້ມລະລາຍແລະຫາກຍັງດໍາເນີນທຸລະກິດຢູ່ ໂດຍອອກຊື່ອື່ນຫຼືເອົາຊື່ຜູ້ອື່ນມາບັງໜ້າຈະຖືກດບາເນີນຄະດີຕາມ ກົດໝາຍ.

...ມາດຕາສີ່ສິບເກົ້າ:ການຫ້າມດໍາລົງຕໍາແໜ່ງ

ມາດຕາສີ່ສິບເກົ້າ:ການຫ້າມດໍາລົງຕໍາແໜ່ງ ປະທານ,ສະມາຊິກຂອງສະພາບໍລິຫານຫຼືຄະນະອໍານວຍ ການຂອງວິສາຫະກິດທີ່ຖືກຕັດສິນໃຫ້ລົ້ມລະລາຍບໍ່ມີສິດດໍາລົງຕໍາ ແໜ່ງເປັນປະທານ,ເປັນສະມາຊິກຂອງສະພາບໍລິຫານຫຼືຄະນະອໍາ ນວຍການຂອງວິສາຫະກິດອື່ນອີກບໍ່ວ່າຈະແມ່ນວິສາຫະກິດໃດກໍ່ ຕາມພາຍໃນກໍານົດສາມປີນັບແຕ່ມື້ທີ່ສານໄດ້ຕັດສິນໃຫ້ວິສາຫະ ກິດລົ້ມລະລາຍເປັນຕົ້ນໄປ,ຍົກເວັ້ນສະມາຊິກສະພາບໍລິຫານຂອງ ລັດວິສາຫະກິດແລະວິສາຫະກິດທີ່ຮ້ອງຂໍໃຫ້ສານພິຈາລະນາຕັດ ສິນການລົ້ມລະລາຍຂອງວິສາຫະກິດຕົນດ້ວຍຄວາມສະໝັກໃຈ ແລະສາມາດໃຊ້ແທນໜີ້ສິນໄດ້ຢ່າງຄົບຖ້ວນ.

...ມາດຕາຫ້າສິບ:ມາດຕະການຕໍ່ຄະນະຄວບຄຸມແລະຄະນະຊໍາລະສະສາງ

ມາດຕາຫ້າສິບ:ມາດຕະການຕໍ່ຄະນະຄວບຄຸມແລະຄະນະຊໍາລະສະ ສາງ ຄະນະຄວບຄຸມຫຼືຄະນະຊໍາລະສະສາງຫາກໄດ້ກະທໍາຜິດໃນ ໄລຍະເວລາທີ່ປະຕິບັດໜ້າທີ່ຂອງຕົນນັ້ນສານມີສິດປົດຜູ້ຄວບຄຸມຫຼື ຜູ້ຊໍາລະສະສາງຜູ້ໃດຜູ້ໜຶ່ງຫຼືທັງໝົດກໍ່ໄດ້ຖ້າເຫັນວ່າຜູ້ນັ້ນມີຄວາມ ຜິດພາດໃນການປະຕິບັດໜ້າທີ່ວຽກງານຂອງຕົນ.ຫຼັງຈາກນັ້ນສານ ຈະພິຈາລະນາຕັດສິນໃຫ້ຜູ້ກ່ຽວຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດ ຂຶ້ນແລ້ວແຕ່ງຕັ້ງຜູ້ໃໝ່ຫຼືຄະນະໃໝ່ແທນ. ໃນກໍລະນີຜູ້ຄວບຄຸມຫຼືຜູ້ຊໍາລະສະສາງຫາກໄດ້ກະທໍາຜິດ ຢ່າງຮ້າຍແຮງຈະຖືກດໍາເນີນຄະດີຕາມກົດໝາຍ.

...ມາດຕາຫ້າສິບເອັດ:ຜູ້ແອບອ້າງເປັນເຈົ້າໜີ້

ມາດຕາຫ້າສິບເອັດ:ຜູ້ແອບອ້າງເປັນເຈົ້າໜີ້ ບຸກຄົນໃດອ້າງຕົນວ່າເປັນເຈົ້າໜີ້ຂອງວິສາຫະກິດທີ່ຖືກ ຟ້ອງໃຫ້ລົ້ມລະລາຍໂດຍບໍ່ມີມູນຄວາມຈິງຈະຖືກດໍາເນີນຄະດີຕາມ ກົດໝາຍ. ..ໝວດທີ8ການປິດການຊໍາລະສະສາງແລະການພົ້ນຈາກການເປັນຜູ້ລົ້ມລະລາຍ


...ມາດຕາຫ້າສິບສອງ:ການປິດການຊໍາລະສະສາງ

ມາດຕາຫ້າສິບສອງ:ການປິດການຊໍາລະສະສາງ ການຊໍາລະສະສາງໜີ້ສິນຂອງວິສາຫະກິດທີ່ຖືກຕັດສິນໃຫ້ ລົ້ມລະລາຍຈະຖືກປິດລົງໃນກໍລະນີໃດໜຶ່ງດັ່ງນີ້: ໜຶ່ງ:ສານສາມາດໄກ່ເກ່ຍໃຫ້ເຈົ້າໜີ້ແລະລູກໜີ້ມີການປະ ນິປະນອມກັນໄດ້. ສອງ:ຄະນະຊໍາລະສະສາງໄດ້ສິ້ນສຸດການແບ່ງປັນຊັບສິນ ໃຫ້ເຈົ້າໜີ້ຈົນຄົບຫຼືລູກໜີ້ບໍ່ມີຊັບສິນຈະແບ່ງປັນອີກ. ພາຍຫຼັງທີ່ໄດ້ປິດການຊໍາລະສະສາງແລ້ວສານຕ້ອງແຈ້ງ ໃຫ້ອົງການຂຶ້ນທະບຽນວິສາຫະກິດເພື່ອລຶບຊື່ວິສາຫະກິດທີ່ຖືກຕັດ ສິນໃຫ້ລົ້ມລະລາຍນັ້ນອອກຈາກບັນຊີປຶ້ມທະບຽນວິສາຫະກິດແລະ ອອກປະກາດທາງສື່ມວນຊົນ.

...ມາດຕາຫ້າສິບສາມ:ການຂໍໃຫ້ເປີດການຊໍາລະສະສາງຄືນໃໝ່

ມາດຕາຫ້າສິບສາມ:ການຂໍໃຫ້ເປີດການຊໍາລະສະສາງຄືນໃໝ່ ເຈົ້າໜີ້ຫຼືລູກໜີ້ມີສິດຮ້ອງຂໍໃຫ້ສານພິຈາລະນາຄືນກ່ຽວກັບ ການປິດການຊໍາລະສະສາງຂອງວິສາຫະກິດທີ່ຖືກລົ້ມລະລາຍພາຍ ໃນກໍານົດສິບຫ້າວັນນັບແຕ່ມື້ທີ່ສານໄດ້ປະກາດປິດການຊໍາລະສະ ສາງເປັນຕົ້ນໄປ.ຖ້າສານຫາກເຫັນວ່າມີເຫດຜົນພຽງພໍກໍ່ຈະພິຈາ ລະນາເປີດການຊໍາລະສະສາງຄືນໃໝ່.

...ມາດຕາຫ້າສິບສີ່:ການພົ້ນຈາກການເປັນຜູ້ລົ້ມລະລາຍ

ມາດຕາຫ້າສິບສີ່:ການພົ້ນຈາກການເປັນຜູ້ລົ້ມລະລາຍ ສານຈະຕັດສິນໃຫ້ເຈົ້າຂອງວິສາຫະກິດທີ່ຖືກປະກາດລົ້ມ ລະລາຍນັ້ນພົ້ນຈາກການເປັນຜູ້ລົ້ມລະລາຍໄດ້ກໍ່ຕໍ່ເມື່ອສານຫາກ ໄດ້ຮັບຄໍາຮ້ອງຂໍຂອງຜູ້ກ່ຽວໂດຍມີເອກະສານຢັ້ງຢືນວ່າໄດ້ປະຕິ ບັດການຊໍາລະສະສາງສໍາເລັດແລະໄດ້ສິ້ນສຸດການປະຕິບັດໂທດ ແລ້ວ.

..ໝວດທີ9ບົດບັນຍັດສຸດທ້າຍ


...ມາດຕາຫ້າສິບຫ້າ:ການຈັດຕັ້ງປະຕິບັດ

ມາດຕາຫ້າສິບຫ້າ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວເປັນຜູ້ອອກຂໍ້ກໍານົດເພື່ອຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາຫ້າສິບຫົກ:ຜົນສັກສິດ.

ມາດຕາຫ້າສິບຫົກ:ຜົນສັກສິດ. ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງສາມສິບວັນນັບແຕ່ມື້ ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ວຽງຈັນ,ວັນທີສິບສີ່ເດືອນຕຸລາປີພັນເກົ້າຮ້ອຍເກົ້າສິບສີ່. ປະທານສະພາແຫ່ງຊາດ ເຊັນແລະປະທັບຕາ ສະໝານ ວິຍະເກດ