ກົດໝາຍວ່າດ້ວຍການລົງທຶນຂອງລັດ 26-11-2009

From Wikisource
Jump to navigation Jump to search

.ການລົງທຶນຂອງລັດ 26-11-2009


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍການລົງທຶນຂອງລັດກໍານົດຫຼັກການ,ລະ ບຽບການແລະມາດຕະການກ່ຽວກັບການສ້າງ,ການພິຈາລະນາ ຮັບຮອງ,ການຈັດຕັ້ງປະຕິບັດ,ການຄຸ້ມຄອງແລະການຕິດຕາມ, ກວດກາການລົງທຶນຂອງລັດເພື່ອຮັບປະກັນໃຫ້ແຜນການລົງທຶນ ສອດຄ່ອງກັບທິດທາງນະໂຍບາຍແລະແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດແນໃສ່ເຮັດໃຫ້ວຽກງານການລົງທຶນຂອງລັດມີ ປະສິດທະພາບ,ປະສິດທິຜົນສູງ,ມີຄວາມໂປ່ງໃສ,ຮັບປະກັນການ ດຸ່ນດ່ຽງຂອງເສດຖະກິດມະຫາພາກ,ປັບປຸງເສດຖະກິດຂອງລັດ ໃຫ້ເຂັ້ມແຂງ,ສາມາດສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ ພາກສ່ວນເສດຖະກິດອື່ນເຂົ້າຮ່ວມໃນການພັດທະນາເສດຖະກິດ ແຫ່ງຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງແລະຍືນຍົງ,ຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ,ປະກອບສ່ວນປັບປຸງວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະຮັກສາສະພາບ ແວດລ້ອມ.

...ມາດຕາ 2 ການລົງທຶນຂອງລັດ

ມາດຕາ 2 ການລົງທຶນຂອງລັດ ການລົງທຶນຂອງລັດແມ່ນການນໍາໃຊ້ງົບປະມານແຫ່ງລັດ ແລະຊັບພະຍາກອນທໍາມະຊາດ,ຊັບສິນແລະລິຂະສິດຂອງລັດໂດຍ ຜ່ານງົບປະມານເຂົ້າໃສ່ການປະຕິບັດແຜນງານ,ໂຄງການລົງທຶນ ຂອງລັດທີ່ໄດ້ຖືກຮັບຮອງຈາກສະພາແຫ່ງຊາດເພື່ອຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ປາກົດຜົນເປັນຈິງ. ສໍາລັບການນໍາໃຊ້ຊັບພະຍາກອນທໍາມະຊາດ,ຊັບສິນແລະ ລິຂະສິດຂອງລັດນັ້ນໄດ້ກໍານົດໄວ້ໃນລະບຽບກການສະເພາະ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1. ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໝາຍເຖິງ ທິດທາງ,ຄາດໝາຍໃນການພັດທະນາເສດຖະກິດ-ສັງຄົມທີ່ລັດຖະ ບານສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ; 2. ແຜນການລົງທຶນຂອງລັດ ໝາຍເຖິງແຜນການນໍາໃຊ້ ແລະຈັດສັນທຶນຮອນລວມທັງຊັບພະຍາກອນທໍາມະຊາດເຂົ້າໃນການ ປະຕິບັດເປົ້າໝາຍທີ່ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ; 3. ການຈັດສັນງົບປະມານການລົງທຶນຂອງລັດ ໝາຍເຖິງ ການຈັດສັນທຶນຈາກງົບປະມານຂອງລັດໃຫ້ຂະແໜງການ,ທ້ອງຖິ່ນ ໂດຍອີງຕາມນະໂຍບາຍຂອງລັດ,ລັກສະນະ,ຈຸດພິເສດຂອງແຕ່ລະ ຂະແໜງການແລະທ້ອງຖິ່ນຕາມກໍານົດໝາຍທີ່ກໍານົດໄວ້ບົນພື້ນ ຖານດັດຊະນີຫຼືຕົວຊີ້ວັດທາງເສດຖະກິດ,ສັງຄົມ; 4. ການລົງທຶນນອກແຜນ ໝາຍເຖິງ ການລົງທຶນທີ່ບໍ່ນອນ ຢູ່ໃນແຜນການລົງທຶນຂອງລັດທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ; 5. ການລົງທຶນເກີນແຜນ ໝາຍເຖິງ ພື້ນຖານໂຄງລ່າງທີ່ ຮັບໃຊ້ສໍາລັບສາທາລະນະເປັນຕົ້ນຕາໜ່າງໄຟຟ້າ,ນໍ້າປະປາ,ໄປ ສະນີ,ໂທລະຄົມມະນາຄົມ,ເຄຫະສະຖານ,ຫໍວັດທະນະທໍາ,ສະໜາມ ກິລາ; 6. ສາທາລະນຸປະໂພກໝາຍເຖິງ ພື້ນຖານໂຄງລ່າງທີ່ຮັບ ໃຊ້ສໍາລັບສາທາລະນະເປັນຕົ້ນຕາໜ່າງໄຟຟ້າ,ນໍ້າປະປາ,ໄປສະນີ, ໂທລະຄົມມະນາຄົມ,ເຄຫະສະຖານ,ຫໍວັດທະນະທໍາ,ສະໜາມກິລາ; 7. ແຜນງານ ໝາຍເຖິງ ອົງປະກອບຂອງແຜນພັດທະນາ ເສດຖະກດ-ສັງຄົມແຫ່ງຊາດໂດຍມີເປົ້າໝາຍບັນລຸສະເພາະຊຶ່ງ ລວມມີບັນດາໂຄງການທີ່ມີສ່ວນພົວພັນຊຶ່ງກັນແລະກັນແນໃສ່ຮັບໃຊ້ ຫຼືບັນລຸເປົ້າໝາຍຂອງແຜນງານນັ້ນ; 8. ໂຄງການໝາຍເຖິງ ກິດຈະກໍາຕ່າງໆທີ່ຕ້ອງປະຕິບັດແນ ໃສ່ເຮັດໃຫ້ວັດຖະປະສົງຂອງໂຄງການນັ້ນບັນລຸຜົນ; 9. ການກໍານົດໂຄງການໝາຍເຖິງ ການກໍານົດແນວຄວາມ ຄິດທີ່ກໍໃຫ້ເກີດມີໂຄງການ,ການຄັດເລືອກໂຄງການແລະການສຶກ ສາຄວາມເປັນໄປໄດ້ເບື້ອງຕົ້ນຂອງໂຄງການກ່ອນຈະຕັດສິນໃຈດໍາ ເນີນການສຶກສາລາຍລະອຽດຂອງໂຄງການ; 10. ການກະກຽມໂຄງການ ໝາຍເຖິິງ ການເກັບກໍາ,ວິ ເຄາະວິໄຈແລະສຶກສາຂໍ້ມູນຢ່າງລະອຽດເພື່ອໃຫ້ໝັ້ນໃຈວ່າໂຄງ ການທີ່ກໍານົດນັ້ນເປັນໂຄງການທີ່ສາມາດປະຕິບັດໄດແລະໃຫ້ຜົນ ປະໂຫຍດຕອບແທນຢ່າງຄຸ້ມຄ່າຫຼືບັນລຸຕາມວັດຖຸປະສົງການກະ ກຽມໂຄງການມີສາມໜ້າວຽກຕົ້ນຕໍຄືການກໍານົດໂຄງຮ່າງໂຄງ ການ,ການສຶກສາຄວາມເປັນໄປໄດ້ຂອງໂຄງການແລະການຂຽນ ບົດລາຍງານໂຄງການຫຼືບົດວິພາກເສດຖະກິດ-ເຕັກນິກຂອງໂຄງ ການ; 11. ການປະເມີນໂຄງການ ໝາຍເຖິງ ການຕີລາຄາທາງ ດ້ານຄວາມສອດຄ່ອງ,ປະສິດທິຜົນ,ປະສິດທິພາບ,ຜົນກະທົບແລະ ຄວາມຍືນຍົງຂອງໂຄງການກ່ອນການພິຈາລະນາບັນຈຸໂຄງການ ເຂົ້າໃນແຜນການລົງທຶນຂອງລັດ; 12. ການປະເມີນຜົນໂຄງການ ໝາຍເຖິງ ການຕີລາຄາ ໝາກຜົນຂອງການປະຕິບັດໂຄງການ,ການທົບທວນຄືນຜົນການນໍາ ໃຊ້ໂຄງການໂດຍພິຈາລະນາໃນດ້ານຄວາມສອດຄ່ອງ,ປະສິດທິ ຜົນ,ປະສິດທະພາບ,ຜົນກະທົບແລະຄວາມຍືນຍົງຂອງໂຄງການເພື່ອ ໃຫ້ຄໍາແນະນໍາໃນການປັບປຸງແລະຖອດຖອນບົດຮຽນ; 13. ການຈັດຕັ້ງປະຕິບັດໂຄງການ ໝາຍເຖິງ ການນໍາເອົາ ໂຄງການໄປຈັດຕັ້ງປະຕິບັດຕົວຈິງພາຍຫຼັງທີ່ໂຄງການໄດ້ບັນຈຸເຂົ້າ ແຜນການລົງທຶນແລະຜ່ານການຮັບຮອງຈາກສະພາແຫ່ງຊາດ ແລ້ວ; 14. ການດໍາເນີນງານໂຄງການ ໝາຍເຖິງ ການປະຕິບັດ ກິດຈະກໍາຕ່າງໆຂອງໂຄງການຕາມແຜນດໍາເນີນງານຂອງໂຄງ ການນັບແຕ່ເວລາທີ່ໂຄງການໄດ້ຖືກຈັດຕັ້ງປະຕິບັດໄປຈົນຮອດ ການສໍາເລັດແລະມອບ-ຮັບໂຄງການ; 15. ການຕິດຕາມໂຄງການ ໝາຍເຖິງ ການກວດກາການ ດໍາເນີນໂຄງການເພື່ອໃຫ້ຮູ້ກ່ຽວກັບຄວາມຄືບໜ້າແລະບັນຫາຕ່າງ ໆທີ່ອາດຈະເກີດຂຶ້ນໃນການຈັດຕັ້ງປະຕິບັດໂຄງການເພື່ອມີວິທີການ ແກ້ໄຂໃຫ້ທັນເວລາ; 16. ເຈົ້າຂອງໂຄງການໝາຍເຖິງບັນດາກະຊວງ,ອົງການ ແລະອົງການປົກຄອງທ້ອງຖິ່ນທີ່ໄດ້ຮັບງົບປະມານການລົງທຶນຂອງ ລັດ; 17. ຄະນະຮັບຜິດຊອບໂຄງການ ໝາຍເຖິງ ຄະນະຫຼືການ ຈັດຕັ້ງທີ່ຖືກແຕ່ງຕັ້ງຈາກເຈົ້າາຂອງໂຄງການໃຫ້ຮັບຜິດຊອບໃນ ການບໍລິການແລະຄຸ້ມຄອງການຈັດຕັ້ງປະຕິບັດໂຄງການລົງທຶນ ຂອງລັດ; 18. ຜູ້ຄຸ້ມຄອງແລະນໍາໃຊ້ໂຄງການ ໝາຍເຖິງ ບຸກຄົນຫຼືນິ ຕິບຸກຄົນທີ່ໄດ້ຮັບການມອບໝາຍຈາກເຈົ້າຂອງໂຄງການເພື່ອຄຸ້ມ ຄອງ,ນໍາໃຊ້ແລະບູລະນະຮັກສາໂຄງການລົງທຶນຂອງລັດ; 19. ທີ່ປຶກສາໂຄງການໝາຍເຖິງ ບຸກຄົນຫຼືນິຕິບຸກຄົນທີ່ຖືກ ວ່າຈ້າງໂດຍເຈົ້າຂອງໂຄງການຫຼືຄະນະຮັບຜິດຊອບໂຄງການເພື່ອ ໃຫ້ຄໍາເຫັນຫຼືຄໍາແນະນໍາທາງດ້ານເຕັກນິກວິຊາການລວມທັງດ້ານ ການບໍລິຫານ,ຄຸ້ມຄອງໃນການປະຕິບັດໂຄງການລົງທຶນຂອງລັດ; 20. ຜູ້ຮັບເໝົາໂຄງການໝາຍເຖິງນິຕິບຸກຄົນທີ່ຖືກວ່າຈ້າງ ຫຼືມອບເໝົາໂດຍເຈົ້າຂອງໂຄງການຫຼືຄະນະຮັບຜິດຊອບໂຄງການ ເພື່ອໃຫ້ປະຕິບັດໂຄງການລົງທຶນຂອງລັດ; 21. ດອກເບ້ຍເງິນກູ້ສໍາລັບໂຄງການກູ້ຢືມໝາຍເຖິງດອກ ເບ້ຍເງິນກູ້ທີ່ລັດຖະບານໄດ້ກູ້ຢືມຈາກທະນາຄານພາຍໃນຫຼືຕ່າງປະ ເທດເພື່ອຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ; 22.​ ການອວ່າຍທຶນ ໝາຍເຖິງ ການເຄື່ອນຍ້າຍທຶນຈາກ ໂຄງການໜຶ່ງໄປໃສ່ໂຄງການອື່ນ; 23. ການປະມູນແບບຮູບການ ໝາຍເຖິງ ການປະມູນທີ່ຂັດ ກັບລະບຽບການປະມູນເປັນຕົ້ນການສົມຮູ້ຮ່ວມຄິດໃນການປະມູນ ເຊັ່ນບໍລິສັດດຽວຊື້ເອົາໝົດຊອງປະມູນແຕ່ອອກຊື່ຫຼາຍບໍລິສັດ.

...ມາດຕາ 4 ນະໂຍບາຍກ່ຽວກັບການລົງທຶນຂອງລັດ

ມາດຕາ 4 ນະໂຍບາຍກ່ຽວກັບການລົງທຶນຂອງລັດ ລັດມີນະໂຍບາຍລົງທຶນເຂົ້າໃສ່ການກໍ່ສ້າງພື້ນຖານໂຄງ ລ່າງ,ວັດຖຸເຕັກນິກ,ພັດທະນາຊົນນະບົດ,ແກ້ໄຂຄວາມທຸກຍາກ, ພັດທະນາຊັບພະຍາກອນມະນຸດ,ສົ່ງເສີວິຊາການແລະວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງມີປະສິດທະພາບ,ປະ ສິດທິຜົນ,ປະຢັດ,ໂປ່ງໃສສາມາດກວດສອບໄດ້. ລັດຊຸກຍູ້ສົ່ງເສີມບຸກຄົນແລະນິຕິບຸກຄົນທັງພາຍໃນແລະ ຕ່າງປະເທດປະກອບສ່ວນທຶນຮອນຂອງຕົນເຂົ້າຊ່ວຍແຜນງານ ຫຼືໂຄງການລົງທຶນຂອງລັດຕາມລະບຽບການດ້ວຍການປະຕິບັດ ນະໂຍບາຍຕອບແທນຂອງລັດຢ່າງເໝາະສົມ.

...ມາດຕາ 5 ຫຼັກການກ່ຽວກັບການລົງທຶນຂອງລັດ

ມາດຕາ 5 ຫຼັກການກ່ຽວກັບການລົງທຶນຂອງລັດ ການລົງທຶນຂອງລັດໃຫ້ປະຕິບັດຕາມຫຼັກການດັ່ງນີ້: 1. ຕ້ອງສອດຄ່ອງກັບທິດທາງນະໂຍບາຍ,ວິໄສທັດ,ຍຸດທະ ສາດ,ເປົ້າມາຍຂອງແຜນພັດທະນາເສດຖະກິດ-ສັງຄົມແລະຄວາມ ສາມາດຕອບສະໜອງທາງດ້ານງົບປະມານ; 2. ຕ້ອງມີຈຸດສຸມ,ມີຄວາມຍຸດຕິທໍາ,ມີຄວາມສົມສ່ວນລະ ຫວ່າງເຂດແຄວ້ນແລະຂົງເຂດວຽກງານ; 3. ຕ້ອງປະຕິບັດຕາມແຜນງານ,ໂຄງການທີ່ນອນໃນແຜນ ການລົງທຶນຂອງລັດແລະຖືເປັນບູລິມະສິດໂຄງການທີ່ມີຄວາມຈໍາ ເປັນຊຶ່ງພາກສ່ວນເສດຖະກິດອື່ນບໍ່ລົງທຶນຫຼືບໍ່ມີເງື່ອນໄຂ; 4. ຕ້ອງຄຸ້ມຄອງການລົງທຶນຂອງລັດຢ່າງເປັນເອກະພາບ, ມີການແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງແລະສອດຄ່ອງກັບລະບຽບ ກົດໝາຍ; 5. ຕ້ອງມີສ່ວນຮ່ວມຂອງປະຊາຊົນ; 6. ຕ້ອງໃຫ້ມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງໃນການ ຕິດຕາມ,ກວດກາແລະປະເມີນຜົນການລົງທຶນຂອງລັດເພື່ອຮັບປະ ກັນປະສິດທິພາບ,ປະສິດທະຜົນ,ປະຢັດ,ໂປ່ງໃສ,ສາມາດກວດສອບ ໄດ້.

...ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນແລະພາກສ່ວນຕ່າງໆ ທີ່ກ່ຽວຂ້ອງກັບການລົງທຶນຂອງລັດເປັນຕົ້ນໃນການສ້າງ,ການອະ ນຸມັດ,ການຈັດຕັ້ງປະຕິບັດແລະການຄຸ້ມຄອງແຜນການ,ແຜນງານ ແລະໂຄງການລົງທຶນຂອງລັດ. ກົດໝາຍສະບັບນີ້ບໍ່ກວມເອົາການລົງທຶນຂອງລັດໃສ່ວິສາຫະ ກິດຂອງລັດ.

...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລົດສົ່ງເສີມໃຫ້ມີການພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນ ແລະສາກົນກ່ຽວກັບວຽກງານການລົງທຶນຂອງລັດດ້ວຍການແລກ ປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ຍົກລະດັບຄວາມຮູ້,ຄວາມສາມາດ ດ້ານວິຊາການ,ເຕັກໂນໂລຢີແລະລະດົມແຫຼ່ງທຶນເຂົ້າໃນການພັດ ທະນາເພື່ອຮັບປະກັນຜົນປະໂຫຍດສູງສຸດຂອງຊາດ.

..ພາກທີ 2 ການດໍາເນີນການລົງທຶນຂອງລັດ


...ໝວດທີ 1 ປະເພດການລົງທຶນຂອງລັດ


....ມາດຕາ 8 ປະເພດການລົງທຶນຂອງລັດ

ມາດຕາ 8 ປະເພດການລົງທຶນຂອງລັດ ການລົງທຶນຂອງລັດມີສອງປະເພດດັ່ງນີ້: 1. ລົດລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງ; 2. ລັດລົງທຶນໃສ່ການສົ່ງເສີມວິຊາການ.

....ມາດຕາ 9 ການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງ

ມາດຕາ 9 ການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງ ການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງປະກອບດ້ວຍ ການກໍ່ສ້າງໃໝ່ແລະການບູລະນະສ້ອມແປງໃຫຍ່ເປັນຕົ້ນການສ້າງ ເສັ້ນທາງຄົມມະນາຄົມ,ສາທາລະນຸປະໂພກ,ຊົນລະປະທານ,ໂຮງ ຣຽນ,ໂຮງໝໍແລະບັນດາພື້ນຖານວັດຖະເຕັກນິກ,ການສະໜອງວັດ ຖຸອຸປະກອນ,ກົນຈັກ,ພາຫະນະແລະຊັບສິນ.

....ມາດຕາ 10 ການລົງທຶນໃສ່ການສົ່ງເສີມວິຊາການ

ມາດຕາ 10 ການລົງທຶນໃສ່ການສົ່ງເສີມວິຊາການ ການລົງທຶນໃສ່ການສົ່ງເສີມວິຊາການປະກອບດ້ວຍການລົງ ທຶນເຂົ້າໃສ່ວຽກງານຕົ້ນຕໍດັ່ງນີ້: ການພັດທະນາຊັບພະຍາກອນມະ ນຸດ,ການຝຶກອົບຮົມ,ການຄົ້ນຄວ້າວິທະຍາສາດ-ເຕັກໂນໂລຢີ,ການ ສົ່ງເສີມການຜະລິດ,ການຊຸກຍູ້ແກ້ໄຂຄວາມທຸກຍາກ,ການເກັບກໍາ ຂໍ້ມູນ,ການສຶກສາຄວາມເປັນໄປໄດ້ຂອງໂຄງການ,ການສໍາຫຼວດ ອອກແບບໂຄງການ,ການສ້າງແຜນແມ່ບົດພັດທະນາເສດຖະກິດ- ສັງຄົມແລະການສະໜອງວັດຖຸອຸປະກອນຮັບໃຊ້ທາງດ້ານວິຊາການ.

...ໝວດທີ 2 ແຜນການ,ແຜນງານແລະໂຄງການລົງທຶນຂອງລັດ


....ມາດຕາ 11 ແຜນການລົງທຶນຂອງລັດ

ມາດຕາ 11 ແຜນການລົງທຶນຂອງລັດ ແຜນການລົງທຶນຂອງລັດມີດັ່ງນີ້: 1. ແຜນການລົງທຶນ 5 ປີຊຶ່ງໄດ້ສ້າງຂຶ້ນໃນລະດັບຊາດ,ຂະ ແໜງການແລະທ້ອງຖິ່ນ; 2. ແຜນການລົງທຶນປະຈໍາປີຊຶ່ງໄດ້ສ້າງຂຶ້ນໃນລະດັບຊາດ, ຂະແໜງການແລະທ້ອງຖິ່ນ;

....ມາດຕາ 12 ໂຄງປະກອບແຜນການລົງທຶນຂອງລັດ

ມາດຕາ 12 ໂຄງປະກອບແຜນການລົງທຶນຂອງລັດ ແຜນການລົງທຶນຂອງລັດປະກອບດ້ວຍ: 1. ແຜນງານການລົງທຶນຂອງລັດ; 2. ໂຄງການລົງທຶນຂອງລັດ.

....ມາດຕາ 13 ແຜນງານການລົງທຶນຂອງລັດ

ມາດຕາ 13 ແຜນງານການລົງທຶນຂອງລັດ ແຜນງານການລົງທຶນຂອງລັດຜັນຂະຫຍາຍແຜນການລົງ ທຶນຂອງລັດໃຫ້ເປັນອັນລະອຽດຊຶ່ງປະກອບດ້ວຍບັນດາໂຄງການທີ່ ມີສ່ວນພັວພັນຊຶ່ງກັນແລະກັນແນໃສ່ຮັບໃຊ້ຫຼືບັນລຸເປົ້າໝາຍຂອງ ແຜນງານນັ້ນ. ແຜນງານມີຫຼາຍລະດັບທີ່ແຕກຕ່າງກັນເຊັ່ນແຜນງານລະ ດັບຊາດ,ແຜນງານຂອງຂະແໜງການແລະທ້ອງຖິ່ນ.

....ມາດຕາ 14 ໂຄງການລົງທຶນຂອງລັດ

ມາດຕາ 14 ໂຄງການລົງທຶນຂອງລັດ ໂຄງການລົງທຶນຂອງລັດຜັນຂະຫຍາຍແຜນງານໃຫ້ເປັນອັນ ລະອຽດຊຶ່ງປະກອບດ້ວຍບັນດາກິດຈະກໍາທີ່ມີສ່ວນພັວພັນຊຶ່ງກັນແລະ ກັນແນໃສ່ຮັບໃຊ້ຫຼືບັນລຸວັດຖຸປະສົງຂອງໂຄງການນັ້ນເພື່ອຫວັງຜົນ ຕອບແທນທີ່ສາມາດວິເຄາະ,ປະເມີນຜົນໄດ້ໂດຍມີການກໍານົດເວລາ ເລີ່ມຕົ້ນແລະເວລາສິ້ນສຸດ.

....ມາດຕາ 15 ປະເພດໂຄງການລົງທຶນຂອງລັດ

ມາດຕາ 15 ປະເພດໂຄງການລົງທຶນຂອງລັດ ໂຄງການລົງທຶນຂອງລັດແບ່ງອອກເປັນສາມປະເພດດັ່ງນີ້: 1. ໂຄງການປະເພດ 1 ມີມູນຄ່າແຕ່ຫ້າສິບຕື້ຂຶ້ນໄປແລະມີ ອາຍຸການກໍ່ສ້າງໂຄງການບໍ່ເກີນ 7 ປີ; 2. ໂຄງການປະເພດ 2 ມີມູນຄ່າຫຼາຍກວ່າ 5 ຕື້ກີບແຕ່ບໍ່ ເຖິງ 50 ຕື້ກີບແລະມີອາຍຸການກໍ່ສ້າງໂຄງການບໍ່ເກີນ 5 ປີ; 3. ໂຄງການປະເພດ 3 ມີມູນຄ່າແຕ່ 5 ຕື້ກີບລົງມາແລະມີ ອາຍຸການກໍ່ສ້າງໂຄງການບໍ່ເກີນ 3 ປີ.

....ມາດຕາ 16 ມູນຄ່າລວມຂອງໂຄງການລົງທຶນຂອງລັດ

ມາດຕາ 16 ມູນຄ່າລວມຂອງໂຄງການລົງທຶນຂອງລັດ ມູນຄ່າລວມຂອງໂຄງການລົງທຶນຂອງລັດປະກອບດ້ວຍຄ່າ ໃຊ້ຈ່າຍໃນການກະກຽມໂຄງການ,ການກະກຽມປະຕິບັດໂຄງການ, ການປະຕິບັດໂຄງການເຊັ່ນ: ຄ່າວັດສະດຸ,ອຸປະກອນແລະຄ່າແຮງ ງານ,ຄ່າໃຊ້ຈ່າຍຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ, ຄ່າໃຊ້ຈ່າຍທົດລອງນໍາໃຊ້,ຄ່າໃຊ້ຈ່າຍບໍລິຫານແລະຄຸ້ມຄອງໂຄງ ການ,ຄ່າທີ່ປຶກສາໂຄງການ,ດອກເບ້ຍເງິນກູ້ສໍາລັບໂຄງການກູ້ຢືມ, ຄ່າໃຊ້ຈ່າຍສຸກເສີນແລະຄ່າອາກອນ.

....ມາດຕາ 17 ເອກະສານໂຄງການລົງທຶນຂອງລັດ

ມາດຕາ 17 ເອກະສານໂຄງການລົງທຶນຂອງລັດ ໂຄງການລົງທຶນຂອງລັດທາງດ້ານການກໍ່ສ້າງພື້ນຖານໂຄງ ລ່າງປະກອບດ້ວຍເອກະສານຕົ້ນຕໍດັ່ງນີ້: 1. ບົດສະເໜີໂຄງການ; 2. ບົດສຶກສາຄວາມເປັນໄປໄດ້ຂອງໂຄງການ; 3. ບົດລາຍງານການສໍາຫຼວດ-ອອກແບບ; 4. ໃບໂອນສິດນໍາໃຊ້ທີ່ດິນເພື່ອສາທາລະນະປະໂຫຍດໃນກໍ ລະນີທີ່ມີການນໍາໃຊ້ທີ່ດິນຂອງປະຊາຊົນ.

ສໍາລັບໂຄງການລົງທຶນຂອງລັດປະເພດ 1 ແລະ 2 ຕ້ອງປະ ກອບເອກະສານເພີ່ມເຕີມອີກດັ່ງນີ້: 1. ບັດພັດທະນາໂຄງການຫຼືບົດວິພາກເສດຖະກິດ-ເຕັກນິກ; 2. ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະ ຊາດ.

ສໍາລັບໂຄງການລົງທຶນຂອງລັດໃສ່ການສົ່ງເສີມວິຊາການ ປະກອບດ້ວຍເອກະສານຕົ້ນຕໍດັ່ງນີ້: 1. ບົດສະເໜີໂຄງການ; 2. ບົດສຶກສາຄວາມເປັນໄປໄດ້ຂອງໂຄງການ.

....ມາດຕາ 18 ຂັ້ນຕອນກ່ຽວກັບການລົງທຶນຂອງລັດ

ມາດຕາ 18 ຂັ້ນຕອນກ່ຽວກັບການລົງທຶນຂອງລັດ ຂັ້ນຕອນກ່ຽວກັບການລົງທຶນຂອງລັດມີດັ່ງນີ້: 1. ການສ້າງແລະຮັບຮອງເອົາແຜນການລົງທຶນຂອງລັດ; 2. ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ; 3. ການກວດກາ,ກວດການແລະລາຍງານການຈັດຕັ້ງ ປະຕິບັດແຜນການລົງທຶນຂອງລັດ; 4. ການມອບຮັບແລະນໍາໃຊ້ໂຄງການລົງທຶນຂອງລັດ.

...ໝວດທີ 3 ການສ້າງແລະຮັບຮອງເອົາແຜນການລົງທຶນຂອງລັດ


....ມາດຕາ 19 ບ່ອນອີງໃນການສ້າງແຜນການລົງທຶນຂອງລັດ

ມາດຕາ 19 ບ່ອນອີງໃນການສ້າງແຜນການລົງທຶນຂອງລັດ ບ່ອນອີງໃນການສ້າງແຜນການລົງທຶນຂອງລັດມີດັ່ງນີ້: 1. ທິດທາງ,ແຜນຍຸດທະສາດພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ຍຸດທະສາດພັດທະນາ ຂອງຂະແໜງການ,ທ້ອງຖິ່ນແລະເຂດແຄວ້ນ,ເຂດເສດຖະກິດຈຸດ ສຸມ; 2. ແຜນແມ່ບົດພັດທະນາພື້ນຖານໂຄງລ່າງເຕັກນິກ,ແຜນ ການນໍາໃຊ້ທີ່ດິນ,ແຜນແມ່ບົດໃນການນໍາໃຊ້ແຫຼ່ງນໍ້າ,ຊັບພະຍາ ກອນປ່າໄມ້,ບໍ່ແຮ່ແລະແຫຼ່ງຊັບພະຍາກອນທໍາມະຊາດອື່ນໆ; 3. ກໍານົດໝາຍການຈັດສັດທຶນຂອງລັດ; 4. ຜົນຂອງການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ໃນໄລຍະຜ່ານມາ; 5. ຄວາມສາມາດດຸ່ນດ່ຽງແຫຼ່ງທຶນ; 6. ທ່າແຮງບົ້ມຊ້ອນຂອງຂະແໜງການ,ທ້ອງຖິ່ນແລະເຂດ ແຄວ້ນ.

....ມາດຕາ 20 ບ່ອນອີງໃນການຈັດສັນງົບປະມານການລົງທຶນຂອງລັດ

ມາດຕາ 20 ບ່ອນອີງໃນການຈັດສັນງົບປະມານການລົງທຶນຂອງ ລັດ ແຫຼ່ງທຶນສໍາລັບການລົງທຶນຂອງລັດແມ່ນມາຈາກງົບປະ ມານແຫ່ງລັດ,ການຈັດສັນງົບປະມານການລົງທຶນຂອງລັດຕ້ອງຈັດ ສັນຕາມແຜນງານ,ໂຄງການບົນພື້ນຖານຍຸດທະສາດແລະແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ,ຮັບປະກັນໃຫ້ມີການສົມສ່ວນ ລະຫວ່າງຂົງເຂດຕ່າງໆເປັນຕົ້ນຂົງເຂດເສດຖະກິດ,ວັດທະນະທໍາ- ສັງຄົມ,ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ບັນດາຂະແໜງ ການ,ລະຫວ່າງສູນກາງແລະທ້ອງຖິ່ນ. ໃນການຈັດສັນງົບປະມານການລົງທຶນຂອງລັດບັນດາກະ ຊວງ,ອົງການຕ້ອງອີງໃສ່ແຜນການ,ແຜນງານ,ໂຄງການແລະ ຄວາມຕ້ອງການຕົວຈິງ. ການຈັດສັນງົບປະມານການລົງທຶນຂອງລັດໃຫ້ແກ່ອົງການ ປົກຄອງທ້ອງຖິ່ນແມ່ນອີງໃສ່ກໍານົດໝາຍທີ່ລັດຖະບານໄດ້ວາງອອກ ໃນແຕ່ລະໄລຍະດັ່ງນີ້: 1. ແຜນຍຸດທະສາດການພັດທະນາ; 2. ລະດົບຄວາມທຸກຍາກແລະການພັດທະນາ; 3. ລະດັບລາຄາສິນຄ້າ; 4. ພັນທະໃນການປະກອບສ່ວນດ້ານລາຍຮັບງົບປະມານ ແຫ່ງລັດ. 5. ເນື້ອທີ່ທາງພູມສາດ; 6. ຈໍານວນປະຊາກອນ; 7. ຈໍານວນຫົວໜ່ວຍບໍລິຫານການປົກຄອງ.


....ມາດຕາ 21 ອົງການຮັບຜິດຊອບສ້າງແຜນການລົງທຶນຂອງລັດ

ມາດຕາ 21 ອົງການຮັບຜິດຊອບສ້າງແຜນການລົງທຶນຂອງລັດ ອົງການຮັບຜິດຊອບສ້າງແຜນການລົງທຶນຂອງລັດມີດັ່ງນີ້: 1. ລັດຖະບານ; 2. ກະຊວງແຜນການແລະການລົງທຶນ; 3. ບັນດາກະຊວງແລະອົງການ; 4. ອົງການປົກຄອງແຂວງ,ນະຄອນ; 5. ອົງການປົກຄອງເມືອງ,ເທດສະບານ.

....ມາດຕາ 22 ລັດຖະບານ

ມາດຕາ 22 ລັດຖະບານ ລັດຖະບານເປັນຜູ້ກໍານົດທິດທາງ,ຄາດໝາຍລວມໃນການ ສ້າງແຜນການລົງທຶນຂອງລັດບົນພື້ນຖານຄົ້ນຄວ້າຂອງກະຊວງ ແຜນການແລະການລົງທຶນກ່ຽວກັບບັນດາປັດໄຈຕ່າງໆເປັນຕົ້ນ ແຫຼ່ງທຶນແລະການດຸ່ນດ່ຽງມະຫາພາກ.

....ມາດຕາ 23 ກະຊວງແຜນການແລະການລົງທຶນ

ມາດຕາ 23 ກະຊວງແຜນການແລະການລົງທຶນ ກະຊວງແຜນການແລະການລົງທຶນຜັນຂະຫຍາຍທິດທາງ ແລະຄາດໝາຍລວມຂອງລັດຖະບານແລ້ວແນະນໍາດ້ານວິຊາການ ກ່ຽວກັບການສ້າງແຜນການໃຫ້ຂະແໜງການແລະທ້ອງຖິ່ນຈາກ ນັ້ນຈຶ່ງຄົ້ນຄວ້າ,ສັງລວມແຜນການຂອງຂະແໜງການແລະທ້ອງ ຖິ່ນເພື່ອສ້າງເປັນແຜນການລົງທຶນຂອງລັດໃນລະດັບຊາດເພື່ອນໍາ ສະເໜີລັດຖະບານພິຈາລະນາ.

....ມາດຕາ 24 ບັນດາກະຊວງ,ອົງການແລະອົງການປົກຄອງທ້ອງຖິ່ນ

ມາດຕາ 24 ບັນດາກະຊວງ,ອົງການແລະອົງການປົກຄອງທ້ອງ ຖິ່ນ ພາຍຫຼັງທີ່ໄດ້ຮັບການແນະນໍາຂອງກະຊວງແຜນການແລະ ການລົງທຶນກ່ຽວກັບການສ້າງແຜນການລົງທຶນຂອງລັດແລ້ວບັນ ດາກະຊວງ,ອົງການແລະອົງການປົກຄອງທ້ອງຖິ່ນຊີ້ນໍາພາກສ່ວນ ຕ່າງໆທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ສ້າງແຜນການລົງທຶນ ຂອງລັດໃນຂັ້ນຂອງຕົນໂດຍມີການເຂົ້າຮ່ວມຂອງບັນດາກໍາມາທິ ການຂອງສະພາແຫ່ງຊາດຫຼືຄະນະສະມາຊິກສະພາແຫ່ງຊາດປະຈໍາ ເຂດເລືອກຕັ້ງແລ້ວນໍາສະເໜີແຜນການດັ່ງກ່າວຕໍ່ກະຊວງແຜນ ການແລະການລົງທຶນເພື່ອສັງລວມ.

....ມາດຕາ 25 ເງື່ອນໄຂພື້ນຖານໃນການພິຈາລະນາຮັບເອົາໂຄງການລົງທຶນຂອງລັດ

ມາດຕາ 25 ເງື່ອນໄຂພື້ນຖານໃນການພິຈາລະນາຮັບເອົາໂຄງ ການລົງທຶນຂອງລັດ ໃນການພິຈາລະນາຮັບເອົາໂຄງການລົງທຶນເຂົ້າໃນແຜນ ການລົງທຶນຂອງລັດຕ້ອງປະຕິບັດຕາມເງື່ອນໄຂພື້ນຖານດັ່ງນີ້: 1. ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແລະ ແຜນງົບປະມານແຫ່ງລັດ; 2. ມີປະສິດທິຜົນດ້ານເສດຖະກິດ-ສັງຄົມແລະຮັບປະກັນ ການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ. 3. ມີເອກະສານປະກອບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 17 ຂອງກົດໝາຍສະບັບນີ້; 4. ໄດ້ຮັບການເຫັນດີຈາກອົງການຫຼືທ້ອງຖິ່ນທີ່ກ່ຽວຂ້ອງໃນ ການຕົກລົງໂຄງການລົງທຶນຂອງລັດໃນແຕ່ລະຂັ້ນ; 5. ໄດ້ຜ່ານການປະເມີນຕາມຫຼັກວິຊາການຈາກອົງການປະ ເມີນຜົນໃນແຕ່ລະຂັ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 26 ຂອງກົດ ໝາຍສະບັບນີ້; 6. ນອນໃນທິດທາງແຜນການລົງທຶນຂອງລັດ 5 ປີ. ສໍາລັບໂຄງການທີ່ນໍາໃຊ້ທຶນກູ້ຢືມແລະຊ່ວຍເຫຼືອລ້າຈາກ ຕ່າງປະເທດຕ້ອງມີການຢັ້ງຢືນແຫຼ່ງທຶນກ່ອນຈຶ່ງສາມາດກໍານົດ ເອົາໂຄງການນັ້ນເຂົ້າໃນແຜນການລົງທຶນຂອງລັດ.

....ມາດຕາ 26 ການປະເມີນແລະອົງການປະເມີນໂຄງການລົງທຶນຂອງລັດ

ມາດຕາ 26 ການປະເມີນແລະອົງການປະເມີນໂຄງການລົງທຶນ ຂອງລັດ ການປະເມີນໂຄງການລົງທຶນຂອງລັດຕ້ອງໃຫ້ຖືກຕ້ອງຕາມ ຫຼັກວິຊາການແລະນໍາໃຊ້ເຄື່ອງມືການປະເມີນໂຄງການທີ່ກະຊວງ ແຜນການແລະການລົງທຶນວາງອອກ. ອົງການປະເມີນໂຄງການລົງທຶນຂອງລັດປະກອບດ້ວຍ: 1. ກະຊວງແຜນການແລະການລົງທຶນປະເມີນໂຄງການ ປະເພດ 1 ແລະ 2; 2. ບັນດາກະຊວງ,ອົງການ,ພະແນກແຜນການແລະການ ລົງທຶນແຂວງ,ນະຄອນປະເມີນໂຄງການປະເພດ 3.


....ມາດຕາ 27 ການຈັດລຽງບູລິມະສິດໂຄງການເຂົ້າໃນແຜນການລົງທຶນຂອງລັດ

ມາດຕາ 27 ການຈັດລຽງບູລິມະສິດໂຄງການເຂົ້າໃນແຜນການ ລົງທຶນຂອງລັດ ບັນດາກະຊວງ,ອົງການແລະອົງການປົກຄອງທ້ອງຖິ່ນທີ່ຈັດ ລຽງບູລິມະສິດໂຄງການເຂົ້າໃນແຜນການລົງທຶນຂອງລັດໃຫ້ປະຕິ ບັດດັ່ງນີ້: 1. ໂຄງການທີ່ເປັນບູລິມະສິດຂອງລັດຖະບານ,ຂະແໜງການ ແລະທ້ອງຖິ່ນເປັນຕົ້ນໂຄງການພັດທະນາຊົນນະບົດ,ແກ້ໄຂຄວາມທຸກ ຍາກ,ສົ່ງເສີມການຜະລິດສິນຄ້າແລະເຂດຈຸດສຸມພັດທະນາ; 2. ເປັນໂຄງການທີ່ມີເປົ້າໝາຍສອດຄ່ອງກັບເປົ້າໝາຍຂອງ ຂົງເຂດ,ຂະແໜງການຈຸດສຸມທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ; 3. ເປັນໂຄງການທີ່ມີຜົນຕອບແທນສູງທາງດ້ານເສດຖະກິດ- ສັງຄົມແລະຮັບປະກັນການພັດທະນາແບບຍືນຍົງ; 4. ເປັນໂຄງການທີ່ຕອບສະໜອງຄວາມຈໍາເປັນແລະຮີບດ່ວນ ຂອງລັດຖະບານ,ຂະແໜງການແລະທ້ອງຖິ່ນ; 5. ເປັນໂຄງການຊ່ວຍເຫຼືອທີ່ຮຽກຮ້ອງໃຫ້ມີທຶນສົມທົບຈາກ ງົບປະມານ. ....ມາດຕາ 28 ການຮັບຮອງເອົາແຜນການລົງທຶນຂອງລັດ

ມາດຕາ 28 ການຮັບຮອງເອົາແຜນການລົງທຶນຂອງລັດ ສະພາແຫ່ງຊາດເປັນອົງການພິຈາລະນາຕົກລົງຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແລະແຜນການລົງທຶນ ຂອງລັດປະຈໍາປີແລະຫ້າປີແລະພິຈາລະນາຕົກລົງໂຄງການລົງທຶນ ຂອງລັດທີ່ມີມູນຄ່າແຕ່ ຫ້າລ້ອຍຕື້ກີບຂຶ້ນໄປຕາມການສະເໜີຂອງລັດ ຖະບານ.ເອກະສານແຜນການດັ່ງກ່າວຕ້ອງສົ່ງເຖິງສະພາແຫ່ງຊາດ ຢ່າງຊ້າສິບຫ້າວັນລັດຖະການ,ກ່ອນວັນເປີດກອງປະຊຸມສະພາແຫ່ງ ຊາດ. ກະຊວງແຜນການແລະການລົງທຶນຄົ້ນຄວ້າ,ພິຈາລະນາ,ສັງ ລວມໂຄງການ,ແຜນງານເຂົ້າໃນແຜນການລົງທຶນຂອງລັດບົນພື້ນ ຖານການສະເໜີຂອງບັນດາກະຊວງ,ອົງການແລະອົງການປົກຄອງ ທ້ອງຖິ່ນແລ້ວນໍາສະເໜີລັດຖະບານພາຍໃນເດືອນພຶດສະພາຂອງທຸກ ປີ. ບັນດາກະຊວງ,ອົງການແລະອົງການປົກຄອງທ້ອງຖິ່ນຄົ້ນ ຄວ້າ,ພິຈາລະນາ,ຕົກລົງເອົາໂຄງການ,ແຜນງານເຂົ້າໃນແຜນ ການລົງທຶນຂອງລັດໃນຂັ້ນຂອງຕົນແລ້ວນໍາສະເໜີກະຊວງແຜນ ການແລະການລົງທຶນກ່ອນວັນທີສິບຫ້າມີນາຂອງທຸກປີ. ...ໝວດທີ 4 ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ


....ມາດຕາ 29 ອົງການຮັບຜິດຊອບກ່ຽວກັບການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ

ມາດຕາ 29 ອົງການຮັບຜິດຊອບກ່ຽວກັບການຈັດຕັ້ງປະຕິບັດແຜນ ການລົງທຶນຂອງລັດ ອົງການຮັບຜິດຊອບກ່ຽວກັບການຈັດຕັ້ງແຜນການລົງທຶນ ຂອງລັດມີດັ່ງນີ້: 1. ລັດຖະບານ; 2. ກະຊວງແຜນການແລະການລົງທຶນ; 3. ກະຊວງການເງິນ; 4. ບັນດາກະຊວງແລະອົງການ; 5. ອົງການປົກຄອງທ້ອງຖິ່ນ.

....ມາດຕາ 30 ລັດຖະບານ

ມາດຕາ 30 ລັດຖະບານ ລັດຖະບານ ເປັນຜູ້ອອກດໍາລັດວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແລະແຜນການລົງທຶນ ຂອງລັດພາຍໃນສາມສິບວັນພາຍຫຼັງທີ່ມີມະຕິຕົກລົງຂອງສະພາແຫ່ງ ຊາດ.

....ມາດຕາ 31 ກະຊວງແຜນການແລະການລົງທຶນ

ມາດຕາ 31 ກະຊວງແຜນການແລະການລົງທຶນ ກະຊວງແຜນການແລະການລົງທຶນອອກບົດແນະນໍາລະອຽດ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ,ແຜນການລົງທຶນຂອງລັດພາຍໃນສາມສິບວັນພາຍຫຼັງທີ່ລັດຖະ ບານໄດ້ອອກດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນການດັ່ງກ່າວ.

....ມາດຕາ 32 ກະຊວງການເງິນ

ມາດຕາ 32 ກະຊວງການເງິນ ກະຊວງການເງິນເປັນຜູ້ຄຸ້ມຄອງ,ຕິດຕາມການສະໜອງແລະ ການນໍາໃຊ້ງົບປະມານຂອງລັດເພື່ອຈັດຕັ້ງປະຕິບັດບັນດາໂຄງການ ລົງທຶນຂອງລັດຂອງບັນດາກະຊວງ,ອົງການແລະອົງການປົກຄອງ ທ້ອງຖິ່ນ.

....ມາດຕາ 33 ບັນດາກະຊວງແລະອົງການ

ມາດຕາ 33 ບັນດາກະຊວງແລະອົງການ ບັນດາກະຊວງແລະອົງການມີຄວາມຮັບຜິດຊອບໂດຍກົງໃນ ການຈັດຕັ້ງປະຕິບັັດແຜນການລົງທຶນຂອງລັດໃນຂັ້ນຂອງຕົນໃຫ້ຖືກ ຕ້ອງຕາມລະບຽບກົດໝາຍແລະມີປະສິດທິຜົນ. ໃນກໍລະນີທີ່ບັນດາກະຊວງແລະອົງການຈັດຕັ້ງປະຕິບັດໂຄງ ການລົງທຶນຂອງລັດຢູ່ທ້ອງຖິ່ນໃດຕ້ອງມີການປະສານສົມທົບວຽກ ງານກັບທ້ອງຖິ່ນນັ້ນ. ໃນກໍລະນີທີ່ບັນດາກະຊວງແລະອົງການຈະມອບໂຄງການໃຫ້ ທ້ອງຖິ່ນປະຕິບັດນັ້ນກໍ່ໃຫ້ມອບແຕ່ຫົວທີ ໂດຍເລີ່ມແຕ່ຂັ້ນຕອນການ ແຕ່ງຕັ້ງຄະນະຮັບຜິດຊອບໂຄງການລົງທຶນຂອງລັດຕາມທີ່ໄດ້ກໍານົດ ໄວ້ໃນ ມາດຕາ 36 ຂອງກົດໝາຍສະບັບນີ້.

....ມາດຕາ 34 ອົງການປົກຄອງທ້ອງຖິ່ນ

ມາດຕາ 34 ອົງການປົກຄອງທ້ອງຖິ່ນ ອົງການປົກຄອງທ້ອງຖິ່ນມີຄວາມຮັບຜິດຊອບໂດຍກົງໃນ ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດໃນຂັ້ນຂອງຕົນໃຫ້ຖືກ ຕ້ອງຕາມລະບຽບກົດໝາຍແລະມີປະສິດທິຜົນ. ໃນກໍລະນີທີ່ບັນດາກະຊວງແລະອົງການໄດ້ມອບໂຄງການລົງ ທຶນຂອງລັດໃຫ້ທ້ອງຖິ່ນຈັດຕັ້ງປະຕິບັດນັ້ນກໍ່ໃຫ້ທ້ອງຖິ່ນປະສານສົມ ທົບກັບຂະແໜງການທີ່ກ່ຽວຂ້ອງ. ໃນກໍລະນີທີ່ມີລາຍຮັບເກີນແຜນໃນພູດລາຍຮັບຂອງແຂວງ, ນະຄອນກໍ່ສາມາດນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການລົງ ທຶນຂອງລັດແຕ່ຕ້ອງປະຕິບັດໃຫ້ຖືກຕ້ອງຕາມ ມາດຕາ 25 ແລະ ມາດຕາ 35 ຂອງກົດໝາຍສະບັບນີ້ແລະໃຫ້ມີການກວດກາຢ່າງ ເຂັ້ມງວດ; ໃນກໍລະນີລາຍຮັບທີ່ເປັນພູດຂອງທ້ອງຖິ່ນເກັບບໍ່ໄດ້ຕາມແຜນ ປະຈໍາສົກປີໃຫ້ປະຕິບັດຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ.

....ມາດຕາ 35 ຂັ້ນຕອນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ

ມາດຕາ 35 ຂັ້ນຕອນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ໂຄງການລົງທຶນຂອງລັດໃຫ້ຈັດຕັ້ງປະຕິບັດຕາມຂັ້ນຕອນດັ່ງ ນີ້: 1. ແຕ່ງຕັ້ງຄະນະຮັບຜິດຊອບໂຄງການລົງທຶນຂອງລັດ; 2. ຈັດຕັ້ງປະມູນໂຄງການລົງທຶນຂອງລັດ; 3. ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ.

....ມາດຕາ 36 ການແຕ່ງຕັ້ງຄະນະຮັບຜິດຊອບໂຄງການລົງທຶນຂອງລັດ

ມາດຕາ 36 ການແຕ່ງຕັ້ງຄະນະຮັບຜິດຊອບໂຄງການລົງທຶນ ຂອງລັດ ພາຍຫຼັງທີ່ລັດຖະບານໄດ້ຕົກລົງມອບໂຄງການລົງທຶນຂອງ ລັດແລ້ວເຈົ້າຂອງໂຄງການຕ້ອງແຕ່ງຕັ້ງຄະນະຮັບຜິດຊອບໂຄງ ການເພື່ອດໍາເນີນການຄຸ້ມຄອງໂຄງການໃຫ້ສອດຄ່ອງກັບເປົ້າໝາຍ, ແຜນດໍາເນີນງານແລະທັນກັບກໍານົດເວລາ.

....ມາດຕາ 37 ການຈັດຕັ້ງປະມູນໂຄງການລົງທຶນຂອງລັດ

ມາດຕາ 37 ການຈັດຕັ້ງປະມູນໂຄງການລົງທຶນຂອງລັດ ທຸກໂຄງການລົງທຶນຂອງລັດຕາມຫຼັກການຕ້ອງມີການປະມູນ, ການຈັດຕັ້ງປະມູນຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດ ແລະຮັບປະກັນການເປີດກວ້າງ,ໃຫ້ມີຄວາມໂປ່ງໄສສາມາດກວດ ສອບໄດ້,ມີຄວາມສະເໝີພາບແລະຍຸຕິທໍາ,ສໍາລັບໂຄງການປະເພດ 1​ ແລະ ປະເພດ 2​ ໃຫ້ດໍາເນີນຢ່າງເປີດເຜີຍໂດຍຜ່ານສື່ມວນຊົນ. ການປະມູນໂຄງການລົງທຶນຂອງລັດຕ້ອງມີຜູ້ຕາງໜ້າຈາກ ຂະແໜງການການເງິນ,ຂະແໜງການແຜນການແລະການລົງທຶນ ແລະຂະແໜງການອື່ນຫຼືທ້ອງຖິ່ນທີ່ກ່ຽວຂ້ອງເຂົ້າຮ່ວມນໍາ. ເຈົ້າຂອງໂຄງການເປັນຜູ້ຄົ້ນຄວ້າຕົກລົງສະຖານທີ່ຈັດຕັ້ງ ການປະມູນໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ. ການປະມູນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍເປັນຕົ້ນການ ປະມູນແບບຮູບການແມ່ນເປັນໂມຄະ. ສໍາລັບລາຍລະອຽດການຈັດຕັ້ງປະມູນໄດ້ກໍານົດໄວ້ໃນລະບຽບ ການທີ່ກະຊວງການເງິນວາງອອກ.

....ມາດຕາ 38 ການຈັດຕັ້ງປະຕິບັດໂຄງການທີ່ມີການປະກອບສ່ວນທຶນຂອງປະຊາຊົນ

ມາດຕາ 38 ການຈັດຕັ້ງປະຕິບັດໂຄງການທີ່ມີການປະກອບສ່ວນ ທຶນຂອງປະຊາຊົນ ການຈັດຕັ້ງປະຕິບັດໂຄງການທີ່ມີການປະກອບສ່ວນທຶນຂອງ ປະຊາຊົນຫຼືພາກສ່ວນເສດຖະກິດອື່ນຊຶ່ງໃນນັ້ນມີທຶນຂອງລັດກວມເອົາ ແຕ່ ສາມສິບເປີເຊັນ ຂອງທຶນທັງໝົດຂຶ້ນໄປແມ່ນຕ້ອງປະຕິບັດຕາມ ກົດໝາຍສະບັບນີ້.ໃນກໍລະນີທຶນຂອງລັດຖະບານກວມເອົາຕໍ່າກວ່າ ສາມສິບເປີເຊັນຂອງທຶນທັງໝົດໃຫ້ປະຕິບັດຕາມການຕົກລົງຂອງ ເຈົ້າຂອງໂຄງການ.

....ມາດຕາ 39 ການຈັດຕັ້ງປະຕິບັດໂຄງການທີ່ນໍາໃຊ້ທຶນຊ່ວຍເຫຼືອລ້າແລະທຶນກູ້ຢືມ

ມາດຕາ 39 ການຈັດຕັ້ງປະຕິບັດໂຄງການທີ່ນໍາໃຊ້ທຶນຊ່ວຍເຫຼືອລ້າ ແລະທຶນກູ້ຢືມ ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດທີ່ນໍາໃຊ້ທຶນຊ່ວຍ ເຫຼືອລ້າຫຼືທຶນກູ້ຢືມຈາກຕ່າງປະເທດໃຫ້ປະຕິບັດຕາມກົດໝາຍສະບັບນີ້ ຫຼືລະບຽບກົດໝາຍອື່ນທີ່ກ່ຽວຂ້ອງຫຼືປະຕິບັດຕາມສັນຍາຊ່ວຍເຫຼືອລ້າ ຫຼືກູ້ຢືມລະຫວ່າງລັດຖະບານກັບຜູ້ໃຫ້ທຶນ.

....ມາດຕາ 40 ການຕິດຕາມ,ກວດກາ,ກວດການແລະປະເມີນຜົນໂຄງການລົງທຶນຂອງລັດ

ມາດຕາ 40 ການຕິດຕາມ,ກວດກາ,ກວດການແລະປະເມີນຜົນ ໂຄງການລົງທຶນຂອງລັດ ພາຍຫຼັງທີ່ໄດ້ປະຕິບັດໂຄງການລົງທຶນຂອງລັດມາໃນໄລຍະ ໃດໜຶ່ງແລ້ວຕ້ອງປະຕິບັດດັ່ງນີ້: 1. ຕິດຕາມ,ກວດກາ,ກວດການການຈັດຕັ້ງປະຕິບັດໂຄງ ການເປັນປົກກະຕິ; 2. ດໍາເນີນການປະເມີນຜົນເປັນແຕ່ລະໄລຍະເປັນຕົ້ນປະເມີນ ຜົນໃນເວລາຈັດຕັ້ງປະຕິບັດໂຄງການ;

ເນື້ອໃນການກວດກາ,ກວດການແລະປະເມີນຜົນຕົ້ນຕໍມີດັ່ງນີ້: 1. ຄວາມສອດຄ່ອງກັບແຜນພັດທະນາໂຄງການແລະຜູ້ທີ່ໄດ້ ຮັບຜົນປະໂຫຍດ; 2. ປະສິດທິພາບຂອງການນໍາໃຊ້ງົບປະມານແລະຄວາມຄືບ ໜ້າໃນການປະຕິບັດໂຄງການ; 3. ປະສິດທິຜົນໄດ້ບັນລຸຕາມຈຸດປະສົງ,ເປົ້າໝາຍຂອງໂຄງ ການ; 4. ຜົນກະທົບທາງດ້ານເສດຖະກິດ,ສັງຄົມແລະສິ່ງແວດ ລ້ອມ; 5. ໝາຍຜົນຂອງໂຄງການໄດ້ຮັບການນໍາໃຊ້ຢ່າງຖືກຕ້ອງ ກັບເປົ້າໝາຍຂອງໂຄງການແລະປະກອບສ່ວນນໍາເອົາຜົນປະໂຫຍດ ມາສູ່ສັງຄົມ. ໃນການກວດກາ,ກວດການແລະປະເມີນຜົນຖ້າຫາກພົບເຫັນ ບັນຫາໃດໜຶ່ງຕ້ອງມີມາດຕະການແລະວິທີການແກ້ໄຂໃຫ້ທັນການ.

....ມາດຕາ 41 ການດັດແກ້ໂຄງການລົງທຶນຂອງລັດ

ມາດຕາ 41 ການດັດແກ້ໂຄງການລົງທຶນຂອງລັດ ໃນການດັດແກ້ໂຄງການລົງທຶນຂອງລັດໃຫ້ປະຕິບັດດັ່ງນີ້: 1. ອົງການທີ່ມີສິດໃນການດັດແກ້ໂຄງການລົງທຶນຂອງລັດ ມີດັ່ງນີ້: - ສະພາແຫ່ງຊາດພິຈາລະນາດັດແກ້ໃນມູນຄ່າຂອງການດັດ ແກ້ຫຼາຍກວ່າ 50 ຕື້ກີບຂຶ້ນໄປຕາມການສະເໜີຂອງລັດຖະບານ; - ລັດຖະບານພິຈາລະນາດັດແກ້ໃນມູນຄ່າຂອງການດັດແກ້ ແຕ່ຫ້າຕື້ກີບຫາຫ້າສິບຕຶ້ກີບຕາມການສະເໜີຂອງກະຊວງແຜນການ ແລະການລົງທຶນ; - ກະຊວງແຜນການແລະການລົງທຶນພິຈາລະນາດັດແກ້ໃນ ມູນຄ່າຂອງການດັດແກ້ຕໍ່າກວ່າ ຫ້າ ຕື້ກີບລົງມາຕາມການສະເໜີ ຂອງບັນດາກະຊວງ,ອົງການແລະອົງການປົກຄອງທ້ອງຖິ່ນ. 2. ໂຄງການລົງທຶນຂອງລັດທີ່ສາມາດດັດແກ້ໄດ້ຕ້ອງມີສາ ເຫດດັ່ງນີ້: - ເນື່ອງຈາກມີໄພທໍາມະຊາດທີ່ຮ້າຍແຮງຫຼືເຫດບັງເອີນທີ່ບໍ່ ສາມາດຄວບຄຸມໄດ້; - ຍ້ອນມີການປ່ຽນແປງນະໂຍບາຍ,ແຜນແມ່ບົດຫຼືຄວາມຈໍາ ເປັນທີ່ສົ່ງຜົນສະທ້ອນໂດຍກົງຕໍ່ປະສິດທິຜົນຂອງໂຄງການ; - ຍ້ອນມີການປ່ຽນແປງເປົ້າໝາຍແລະການນໍາໃຊ້ງົບປະ ມານຂອງໂຄງການລົງທຶນຂອງລັດທີ່ມີປະສິດທິຜົນກວ່າ; 3. ໂຄງການລົງທຶນຂອງລັດທີ່ມີຫຼາຍກິດຈະການອາດຈະດັດ ແກ້ເປັນແຕ່ລະກິດຈະການຍ່ອຍແລະໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ ໃນຂໍ້ 1 ແລະ 2 ເທິງນີ້. ກະຊວງແຜນການແລະການລົງທຶນສັງລວມບັນດາໂຄງການ ລົງທຶນທີ່ໄດ້ດັດແກ້ແລ້ວສະເໜີລັດຖະບານເພື່ອລາຍງານໃຫ້ສະພາ ແຫ່ງຊາດ.

....ມາດຕາ 42 ການໂຈະການລົງທຶນຂອງລັດ

ມາດຕາ 42 ການໂຈະການລົງທຶນຂອງລັດ ໃນການໂຈະໂຄງການລົງທຶນຂອງລັດໃຫ້ປະຕິບັດດັ່ງນີ້: 1. ອົງການທີ່ມີສິດໃນການໂຈະໂຄງການລົງທຶນຂອງລັດມີ ດັ່ງນີ້: - ສະພາແຫ່ງຊາດພິຈາລະນາການໂຈະໂຄງການລົງທຶນ ຂອງລັດທີ່ມີມູນຄ່າແຕ່ ຫ້າລ້ອຍ ຕື້ກີບຂຶ້ນໄປຕາມການສະເໜີຂອງ ລັດຖະບານ; - ລັດຖະບານພິຈາລະນາການໂຈະໂຄງການປະເພດ 1 ຕາມ ການສະເໜີຂອງກະຊວງແຜນການແລະການລົງທຶນ; - ກະຊວງແຜນການແລະການລົງທຶນພິຈາລະນາການໂຈະ ໂຄງການປະເພດ 2 ແລະ 3 ຕາມການສະເໜີຂອງບັນດາກະຊວງ, ອົງການແລະອົງການປົກຄອງທ້ອງຖິ່ນ. 2. ໂຄງການລົງທຶນຂອງລັດຈະຖືກໂຈະເມື່ອມີສາເຫດຕົ້ນຕໍ ດັ່ງນີ້: - ບໍ່ມີປະສິດທິຜົນ; - ມີການປ່ຽນແປງນະໂຍບາຍຫຼືແຜນແມ່ບົດ; - ຂັດກັບແຜນພັດທະນາໂຄງການ; - ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສະພາບແວດລ້ອມສັງຄົມ ແລະທໍາມະຊາດ; - ແຕ່ຕ້ອງປູສະນີຍະສະຖານແລະວັດຖຸບູຮານ. - ....ມາດຕາ 43 ການອວ່າຍທຶນໂຄງການລົງທຶນຂອງລັດ

ມາດຕາ 43 ການອວ່າຍທຶນໂຄງການລົງທຶນຂອງລັດ ການອວ່າຍທຶນໂຄງການລົງທຶນຂອງລັດໃຫ້ປະຕິບັດດັ່ງນີ້: 1. ອົງການທີ່ມີສິດໃນການອວ່າຍທຶນໂຄງການລົງທຶນຂອງ ລັດມີ: - ສະພາແຫ່ງຊາດພິຈາລະນາອວ່າຍທຶນໂຄງການລົງທຶນ ຂອງລັດໃນມູນຄ່າອວ່າຍທຶນຫຼາຍກວ່າຫ້າສິບຕື້ກີບຂຶ້ນໄປຕາມການ ສະເໜີຂອງລັດຖະບານ; - ລັດຖະບານພິຈາລະນາອວ່າຍທຶນໂຄງການລົງທຶນຂອງລັດ ໃນມູນຄ່າອວ່າຍທຶນແຕ່ຫ້າຕື້ກີບຫາຫ້າສິບຕື້ກີບຕາມການສະເໜີ ຂອງກະຊວງແຜນການແລະການລົງທຶນ; - ກະຊວງແຜນການແລະການລົງທຶນພິຈາລະນາອວ່າຍທຶນ ໂຄງການລົງທຶນຂອງລັດໃນມູນຄ່າອວ່າຍທຶນຕໍ່າກວ່າຫ້າຕື້ກີບຕາມ ການສະເໜີຂອງບັນດາກະຊວງ,ອົງການແລະອົງການປົກຄອງທ້ອງ ຖິ່ນ.

2. ການອວ່າຍທຶນໂຄງການລົງທຶນຂອງລັດສາມາດປະຕິບັດ ໄດ້ໃນກໍລະນີດັ່ງນີ້: - ເປັນໂຄງການທີ່ນອນໃນແຜນການລົງທຶນຂອງລັດຂອງສົກ ປີນັ້ນ; - ເປັນໂຄງການທີ່ມີການຈັດຕັ້ງປະຕິບັດສໍາເລັດແລ້ວແຕ່ງົບ ປະມານຍັງເຫຼືອສ່ວນໃດສ່ວນໜຶ່ງ; - ເປັນໂຄງການທີ່ມີການຢັ້ງຢືນແຫຼ່ງທຶນຊໍາລະຈາກບຸກຄົນຫຼື ນິຕິບຸກຄົນໄດ້ປະກອບສ່ວນພາຍຫຼັງທີ່ໂຄງການໄດ້ຮັບອະນຸມັດແລ້ວ; - ເປັນໂຄງການທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດຢ່າງ ຮ້າຍແຮງ.

....ມາດຕາ 44 ການຍົກເລີກໂຄງການລົງທຶນຂອງລັດ

ມາດຕາ 44 ການຍົກເລີກໂຄງການລົງທຶນຂອງລັດ ການຍົກເລີກໂຄງການລົງທຶນຂອງລັດໃຫ້ປະຕິບັດດັ່ງນີ້: 1. ອົງການທີ່ມີສິດໃນການຍົກເລີກໂຄງການລົງທຶນຂອງລັດ ມີ: - ສະພາແຫ່ງຊາດພິຈາລະນາຍົກເລີກໂຄງການທີ່ມີມູນຄ່າ ຫ້າລ້ອຍຕື້ກີບຂຶ້ນໄປຕາມການສະເໜີຂອງລັດຖະບານ; - ລັດຖະບານພິຈາລະນາຍົກເລີກໂຄງການປະເພດ 1​ ແລະ 2 ຕາມການສະເໜີຂອງກະຊວງແຜນການແລະການລົງທຶນ; - ກະຊວງແຜນການແລະການລົງທຶນພິຈາລະນາຍົກເລີກ ໂຄງການປະເພດ 3 ຕາມການສະເໜີຂອງບັນດາກະຊວງ,ອົງການ ແລະອົງການປົກຄອງທ້ອງຖິ່ນ.

2. ໂຄງການລົງທຶນຂອງລັດຈະຖືກຍົກເລີກໃນກໍລະນີດັ່ງນີ້: - ມີຄວາມຈໍາເປັນທີ່ຕ້ອງປົກປ້ອງຜົນປະໂຫຍດລວມຂອງລັດ, ລວມໝູ່ແລະປະຊາຊົນທີ່ຖືກກະທົບຈາກໂຄງການ; - ບໍ່ມີປະສິດທິຜົນ; - ມີເຫດສຸດວິໄສເຮັດໃຫ້ໂຄງການບໍ່ສາມາດດໍາເນີນຕໍ່ໄປໄດ້; - ລະເມີດແຜນແມ່ບົດ; - ທໍາລາຍສິ່ງແວດລ້ອມສັງຄົມແລະທໍາມະຊາດຢ່າງຮ້າຍ ແຮງ; - ດໍາເນີນບໍ່ຖືກຕາມມາດຕະຖານເຕັກນິກແລະລະບຽບການ ດ້ານຄວາມປອດໄພ. ກະຊວງແຜນການແລະການລົງທຶນສັງລວມບັນດາໂຄງການ ທີ່ຖືກຍົກເລີກແລ້ວສະເໜີຕໍ່ລັດຖະບານເພື່ອລາຍງານຕໍ່ສະພາແຫ່ງ ຊາດ.

...ໝວດທີ 5 ສິດແລະໜ້າທີ່ຂອງຜູ້ປະຕິບັດໂຄງການລົງທຶນຂອງລັດ


....ມາດຕາ 45 ຜູ້ປະຕິບັດໂຄງການລົງທຶນຂອງລັດ

ມາດຕາ 45 ຜູ້ປະຕິບັດໂຄງການລົງທຶນຂອງລັດ ຜູ້ປະຕິບັດໂຄງການລົງທຶນຂອງລັດມີດັ່ງນີ້: 1. ເຈົ້າຂອງໂຄງການ; 2. ຄະນະຮັບຜິດຊອບໂຄງການ; 3. ຜູ້ຄຸ້ມຄອງແລະນໍາໃຊ້ໂຄງການ; 4. ທີ່ປຶກສາໂຄງການ; 5. ຜູ້ຮັບເໝົາໂຄງການ.

....ມາດຕາ 46 ສິດແລະໜ້າທີ່ຂອງເຈົ້າຂອງໂຄງການ

ມາດຕາ 46 ສິດແລະໜ້າທີ່ຂອງເຈົ້າຂອງໂຄງການ ເຈົ້າຂອງໂຄງການມີສິດແລະໜ້າທີ່ດັ່ງນີ້: 1. ຕົກລົງກະກຽມໂຄງການລົງທຶນຂອງລັດ; 2. ແຕ່ງຕັ້ງຄະນະຮັບຜິດຊອບໂຄງການ; 3. ຮັບຮອງການປະເມີນ,ປະເມີນຜົນບັນດາໂຄງການລົງທຶນ ຂອງລັດທີ່ຂຶ້ນກັບຂອບເຂດສິດຂອງຕົນ; 4. ຮັບຮອງແຜນການປະມູນ,ເອກະສານການປະມູນ,ຜົນ ຂອງການປະມູນ; 5. ຊີ້ນໍາຄະນະຮັບຜິດຊອບໂຄງການປະຕິບັດໂຄງການລົງ ທຶນຂອງລັດໄປຕາມແຜນດໍາເນີນງານ,ຮັບປະກັນຄຸນນະພາບແລະ ລາຍຈ່າຍການລົງທຶນຕາມທີ່ໄດ້ຮັບຮອງ; 6. ນໍາສະເໜີກ່ຽວກັບການດັດແກ້,ໂຈະ,ອວ່າຍທຶນແລະຍົກ ເລີກໂຄງການລົງທຶນຂອງລັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນມາດ ຕາ 41, 42, 43 ແລະ 44​ ຂອງກົດໝາຍສະບັບນີ້; 7. ຈັດຕັ້ງການຕິດຕາມ,ກວດກາການເຄື່ອນໄຫວຂອງຄະນະ ຮັບຜິດຊອບໂຄງການໃນໄລຍະການປະຕິບັດໂຄງການລົງທຶນຂອງ ລັດ; 8. ຊໍາລະມູນຄ່າໂຄງການທີ່ໄດ້ເຮັດສໍາເລັດໃຫ້ແກ່ຜູ້ຮັບ ເໝົາ; 9. ຍົກເລີກສັນຍາກັບຜູ້ຮັບເໝົາໃນກໍລະນີທີ່ຜູ້ຮັບເໝົາບໍ່ປະຕິ ບັດຕາມສັນຍາ. 10. ປະຕິບບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 47 ສິດແລະໜ້າທີ່ຂອງຄະນະຮັບຜິດຊອບໂຄງການ

ມາດຕາ 47 ສິດແລະໜ້າທີ່ຂອງຄະນະຮັບຜິດຊອບໂຄງການ ຄະນະຮັບຜິດຊອບໂຄງການມີສິດແລະໜ້າທີ່ດັ່ງນີ້: 1. ນໍາໃຊ້ແຫຼ່ງທຶນຕ່າງໆທີ່ຖືກຕ້ອງຕາມກົດໝາຍເພື່ອຈັດຕັ້ງ ປະຕິບັດໂຄງການໂດຍໄດ້ຮັບການເຫັນດີຈາກເຈົ້າຂອງໂຄງການ; 2. ປະສານສົມທົບກັບອົງການຈັດຕັ້ງຕ່າງໆຂອງລັດແລະສະ ໜອງບັນດາຂໍ້ມູນທີ່ກ່ຽວຂ້ອງໃຫ້ທີ່ປຶກສາ,ຜູ້ຮັບເໝົາ,ຜູ້ຄຸ້ມຄອງແລະ ນໍາໃຊ້ໂຄງການ; 3. ເລືອກເຟັ້ນທີ່ປຶກສາ,ຈັດຕັ້ງປະມູນໂຄງການ,ເຈລະຈາ ແລະເຮັດສັນຍາກັບທີ່ປຶກສາແລະຜູ້ຮັບເໝົາແລະຈັດຕັ້ງປະເມີນຜົນ ໂຄງການ; 4. ຕິດຕາມ,ກວດກາແລະແກ້ໄຂບັນຫາທີ່ເກີດຂຶ້ນໃນຂະບວນ ການປະຕິບັດໂຄງການລົງທຶນຂອງລັດ; 5. ລາຍງານສະພາບການປະຕິບັດໂຄງການແຕ່ລະໄລຍະໃຫ້ ເຈົ້າຂອງໂຄງການຢ່າງເປັນປະຈໍາພ້ອມທັງສະເໜີບັນດາກົນໄກ, ມາດຕະການແລະວິທີການເພື່ອຮັບປະກັນການປະຕິບັດໂຄງການ ຕາມກໍານົດເວລາ,ມີຄຸນນະພາບແລະປະຢັດລາຍຈ່າຍງົບປະມານ ການລົງທຶນທີ່ໄດ້ຮັບຮອງເອົາ; 6. ສະເໜີຍົກເລີກສັນຍາກັບທີ່ປຶກສາຫຼືຜູ້ຮັບເໝົາໂຄງການ ໃນກໍລະນີທີ່ປຶກສາຫຼືຜູ້ຮັບເໝົາລະເມີດສັນຍາຊຶ່ງໄດ້ກໍ່ຄວາມເສຍ ຫາຍຢ່າງຫຼວງຫຼາຍຕໍ່ຜົນປະໂຫຍດລວມຂອງຊາດ; 7. ສະເໜີປ່ຽນຜູ້ຄຸ້ມຄອງແລະນໍາໃຊ້ໂຄງການໃນກໍລະນີທີ່ບໍ່ ສາມາດເຮັດໜ້າທີ່ຕາມການມອບໝາຍ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 48 ສິດແລະໜ້າທີ່ຂອງຜູ້ຄຸ້ມຄອງແລະນໍາໃຊ້ໂຄງການ

ມາດຕາ 48 ສິດແລະໜ້າທີ່ຂອງຜູ້ຄຸ້ມຄອງແລະນໍາໃຊ້ໂຄງການ ຜູ້ຄຸ້ມຄອງແລະນໍາໃຊ້ໂຄງການມີສິດແລະໜ້າທີ່ໃນການບໍລິ ຫານ,ຄຸ້ມຄອງແລະນໍາໃຊ້ໝາກຜົນຂອງໂຄງການລົງທຶນຂອງລັດ ຕາມການມອບໝາຍຂອງເຈົ້າຂອງໂຄງການ.

....ມາດຕາ 49 ສິດແລະໜ້າທີ່ຂອງທີ່ປຶກສາໂຄງການ

ມາດຕາ 49 ສິດແລະໜ້າທີ່ຂອງທີ່ປຶກສາໂຄງການ ທີ່ປຶກສາໂຄງການມີສິດແລະໜ້າທີ່ດັ່ງນີ້: 1. ສະເໜີຄະນະຮັບຜິດຊອບໂຄງການສະໜອງຂໍ້ມູນ,ເອກະ ສານ,ລະບຽບການຕ່າງໆທີ່ກ່ຽວຂ້ອງກັບໜ້າທີ່ທີ່ໄດ້ຮັບມອບໝາຍ; 2. ປະຕິເສດວຽກງານທີ່ບໍ່ໄດ້ກໍານົດໄວ້ໃນສັນຍາຫຼືຂັດກັບ ລະບຽບກົດໝາຍ; 3. ໃຫ້ຄໍາແນະນໍາທາງດ້ານວິຊາການ,ເຕັກນິກກ່ຽວກັບໂຄງ ການທີ່ຕົນຮັບຜິດຊອບ; 4. ຕິດຕາມ,ກວດກາການປະຕິບັດໂຄງການຢ່າງເປັນປະຈໍາ; 5. ລາຍງານຜົນຂອງການປະຕິບັດໂຄງການໃຫ້ຄະນະຮັບຜິດ ຊອບໂຄງການຢ່າງເປັນປົກກະຕິ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 50 ສິດແລະໜ້າທີ່ຂອງຜູ້ຮັບເໝົາໂຄງການ

ມາດຕາ 50 ສິດແລະໜ້າທີ່ຂອງຜູ້ຮັບເໝົາໂຄງການ ຜູ້ຮັບເໝົາໂຄງການມີສິດແລະໜ້າທີ່ດັ່ງນີ້: 1. ປະຕິບັດໂຄງການໃຫ້ສໍາເລັດຕາມມາດຕະຖານເຕັກນິກ ແລະກໍານົດເວລາທີ່ໄດ້ບົ່ງໄວ້ໃນສັນຍາ; 2. ຮັບເງິນຄ່າໂຄງການທີ່ຕົ້ນໄດ້ປະຕິບັດສໍາເລັດຈາກເຈົ້າ ຂອງໂຄງການຕາມສັນຍາ; 3. ປະຕິເສດຄໍາແນະນໍາຂອງເຈົ້າຂອງໂຄງການ,ຄະນະຮັບ ຜິດຊອບໂຄງການຫຼືທີ່ປຶກສາໂຄງການທີ່ບໍ່ຖືກກັບມາດຕະຖານເຕັກ ນິກຊຶ່ງຈະເຮັດໃຫ້ໂຄງການນັ້ນບໍ່ມີຄຸນນະພາບ; 4. ປົກປັກຮັກສາພາຫະນະ,ວັດຖຸອຸປະກອນແລະວັດສະດຸກໍ່ ສ້າງຕ່າງໆຂອງໂຄງການທີ່ເຈົ້າຂອງໂຄງການຈັດຫາໃຫ້; 5. ຄໍ້າປະກັນໂຄງການຢ່າງໜ້ອຍສິບເປີເຊັນຂອງມູນຄ່າ ໂຄງການແລະປະຕິບັດເວລາຄໍ້າປະກັນໂຄງການຕາມສັນຍາ; 6. ກໍ່ສ້າງຫຼືສ້ອມແປງໂຄງການຄືນໃໝ່ດ້ວຍທຶນຂອງຕົນ ເອງໃນກໍລະນີທີ່ໂຄງການນັ້ນນຫາກເປ່ເພຫຼືບໍ່ໄດ້ມາດຕະຖານເຕັກ ນິກໃນໄລຍະເວລາຄໍ້າປະກັນ; 7. ຖອນເງິນຄໍ້າປະກັນໂຄງການດັ່ງກ່າວພາຍຫຼັງທີ່ສິ້ນສຸດ ໄລຍະເວລາຄໍ້າປະກັນຕາມທີ່ໄດ້ກໍານົດໄວ້ໃນສັນຍາຫຼືຕາມກົດ ໝາຍ; 8. ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນເນື່ອງຈາກໂຄງ ການທີ່ຕົນສ້າງນັ້ນບໍ່ໄດ້ມາດຕະຖານເຕັກນິກເວັ້ນເສຍແຕ່ຄວາມ ເສຍຫາຍນັ້ນຫາກເກີດຂຶ້ນຍ້ອນເຫດສຸດວິໄສ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

...ໝວດທີ 6 ການລາຍງານການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ


....ມາດຕາ 51 ອົງການຮັບຜິດຊອບລາຍງານການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ

ມາດຕາ 51 ອົງການຮັບຜິດຊອບລາຍງານການຈັດຕັ້ງປະຕິບັດ ແຜນການລົງທຶນຂອງລັດ ອົງການຮັບຜິດຊອບລາຍງານການຈັດຕັ້ງປະຕິບັດແຜນການ ລົງທຶນຂອງລັດມີດັ່ງນີ້: 1. ລັດຖະບານ; 2. ກະຊວງແຜນການແລະການລົງທຶນ; 3. ກະຊວງການເງິນ; 4. ບັນດາກະຊວງແລະອົງການ; 5. ອົງການປົກຄອງທ້ອງຖິ່ນ.

....ມາດຕາ 52 ລັດຖະບານ

ມາດຕາ 52 ລັດຖະບານ ລັດຖະບານລາຍງານສະພາບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດແລະແຜນການລົງທຶນຂອງລັດ ຕໍ່ກອງປະຊຸມສະພາແຫ່ງຊາດ.

....ມາດຕາ 53 ກະຊວງແຜນການແລະການລົງທຶນ

ມາດຕາ 53 ກະຊວງແຜນການແລະການລົງທຶນ ກະຊວງແຜນການແລະການລົງທຶນສະຫຼຸບ,ສັງລວມ,ຕີລາຄາ ແລະລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດແລະແຜນການລົງທຶນຂອງລັດໃຫ້ລັດຖະບານ ຢ່າງເປັນປົກກະຕິ.

....ມາດຕາ 54 ກະຊວງການເງິນ

ມາດຕາ 54 ກະຊວງການເງິນ ກະຊວງການເງິນສະຫຼຸບ,ສັງລວມສະພາບການຈັດຕັ້ງປະຕິບັດ ແຜນການນໍາໃຊ້ງົບປະມານເຂົ້າໃນການລົງທຶນຂອງລັດເປັນແຕ່ລະ ງວດແລ້ວສົ່ງເຖິງກະຊວງແຜນການແລະການລົງທຶນກ່ອນວັນທີ ສິບ ຂອງເດືອນທ້າຍງວດພ້ອມທັງລາຍງານໃຫ້ລັດຖະບານຢ່າງເປັນປົກ ກະຕິ.

....ມາດຕາ 55 ບັນດາກະຊວງແລະອົງການ

ມາດຕາ 55 ບັນດາກະຊວງແລະອົງການ ບັນດາກະຊວງແລະອົງການສະຫຼຸບ,ສັງລວມແລະລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແລະແຜນ ການລົງທຶນຂອງລັດໃນຂອບເຂດທີ່ຕົນຮັບຜິດຊອບເປັນແຕ່ລະງວດ ແລ້ວສົ່ງເຖິງກະຊວງແຜນການແລະການລົງທຶນກ່ອນວັນທີ 10 ຂອງເດືອນທ້າຍງວດຢ່າງເປັນປົກກະຕິ.

....ມາດຕາ 56 ອົງການປົກຄອງທ້ອງຖິ່ນ

ມາດຕາ 56 ອົງການປົກຄອງທ້ອງຖິ່ນ ອົງການປົກຄອງທ້ອງຖິ່ນສະຫຼຸບ,ສັງລວມແລະລາຍງານການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແລະແຜນການລົງ ທຶນຂອງລັດໃນຂອບເຂດທີ່ຕົນຮັບຜິຊອບໃຫ້ກະຊວງແຜນການແລະ ການລົງທຶນ,ບັນດາກະຊວງ,ອົງການເປັນແຕ່ລະງວດຢ່າງເປັນປົກ ກະຕິພາຍຫຼັງທີ່ໄດ້ປະສານສົມທົບກັບຂະແໜງການຂັ້ນຂອງຕົນພ້ອມ ກັບຜົນຂອງການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດທີ່ບັນດາກະ ຊວງ,ອົງການໄດ້ມອບໝາຍໃຫ້.

...ໝວດທີ 7 ການມອບຮັບແລະນໍາໃຊ້ໂຄງການລົງທຶນຂອງລັດ


....ມາດຕາ 57 ການມອບຮັບໂຄງການ

ມາດຕາ 57 ການມອບຮັບໂຄງການ ເມື່ອໂຄງການປະຕິບັດສໍາເລັດແລ້ວກ່ອນການມອບຮັບຢ່າງ ເປັນທາງການນັ້ນຕ້ອງໄດ້ມີການກວດກາທາງດ້ານມາດຕະຖານ ເຕັກນິກ,ປະລິມານ,ຄຸນນະພາບທີ່ໄດ້ກໍານົດໄວ້ໃນເອກະສານໂຄງ ການແລະສັນຍາພ້ອມທັງດໍາເນີນການປະເມີນຜົນໂຄງການ,ແນະ ນໍາການນໍາໃຊ້ຫຼືມີການທົດລອງນໍາໃຊ້ໃນໄລຍະໜຶ່ງສໍາລັບບາງ ໂຄງການ.

....ມາດຕາ 58 ການຊໍາລະມູນຄ່າໂຄງການລົງທຶນຂອງລັດ

ມາດຕາ 58 ການຊໍາລະມູນຄ່າໂຄງການລົງທຶນຂອງລັດ ພາຍຫຼັງທີ່ໂຄງການໄດ້ປະຕິບັດສໍາເລັດ,ມີການກວດກາຢັ້ງ ຢືນທາງດ້ານມາດຕະຖານເຕັກນິກແລະຄຸນນະພາບຂອງໂຄງການ ຄົບຖ້ວນແລ້ວຕ້ອງຊໍາລະມູນຄ່າໂຄງການນັ້ນຕາມສັນຍາແລະລະ ບຽບການເບີກຈ່າຍ.

....ມາດຕາ 59 ການນໍາໃຊ້ໂຄງການແລະການປະເມີນຜົນຫຼັງການນໍາໃຊ້

ມາດຕາ 59 ການນໍາໃຊ້ໂຄງການແລະການປະເມີນຜົນຫຼັງການ ນໍາໃຊ້ ການນໍາໃຊ້ໂຄງການຕ້ອງໃຫ້ສອດຄ່ອງກັບວັດຖຸປະສົງຂອງ ການລົງທຶນຂອງລັດແລະຄຸນປະໂຫຍດຂອງໂຄງການນັ້ນ,ເຈົ້າຂອງ ໂຄງການຕ້ອງແຕ່ງຕັ້ງຜູ້ຄຸ້ມຄອງແລະນໍາໃຊ້ໂຄງການດັ່ງກ່າວໃຫ້ ມີປະສິດທິຜົນ. ໂຄງການລົງທຶນຂອງລັດເປັນກໍາມະສິດຂອງລັດຊຶ່ງລັດຖະ ບານສາມາດຫັນການຄຸ້ມຄອງແລະນໍາໃຊ້ໃຫ້ບຸກຄົນຫຼືນິຕິບຸກຄົນໃນ ຮູບແບບການຂາຍ,ແລກປ່ຽນ,ໃຫ້ເຊົ່າ,ສໍາປະທານຊຶ່ງໄດ້ກໍານົດ ໄວ້ໃນລະບຽບການສະເພາະ. ສໍາລັບໂຄງການປະເພດ 1 ແລະປະເພດ 2 ພາຍຫຼັງນໍາໃຊ້ ໄດ້ສອງຫາຫ້າປີຕ້ອງໄດ້ປະເມີນຜົນເພື່ອຖອດຖອນບົດຮຽນແລະປັບ ປຸງການສ້າງໂຄງການລົງທຶນຂອງລັດໃນອະນາຄົດ. ເນື້ອໃນການປະເມີນຜົນໃຫ້ປະຕິບັດຕາມ ມາດຕາ 40 ຂອງ ກົດໝາຍສະບັບນີ້.

....ມາດຕາ 60 ການບູລະນະຮັກສາໂຄງການ

ມາດຕາ 60 ການບູລະນະຮັກສາໂຄງການ ການບູລະນະຮັກສາໂຄງການລົງທຶນຂອງລັດແມ່ນພັນທະຂອງ ທົ່ວສັງຄົມ,ຂອງຜູ້ຄຸ້ມຄອງແລະນໍາໃຊ້ໂຄງການໃນການປົກປັກຮັກສາ ໂຄງການນັ້ນໃຫ້ຍືນຍົງແລະຮັບໃຊ້ຜົນປະໂຫຍດລວມຢ່າງຍາວນານ.

..ພາກທີ 3 ຂໍ້ຫ້າມ


...ມາດຕາ 61 ຂໍ້ຫ້າມທົ່ວໄປ

ມາດຕາ 61 ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນແລະການຈັດຕັ້ງມີການກະທໍາຕົ້ນຕໍດັ່ງນີ້: 1. ປະຕິບັດໂຄງການລົງທຶນນອກແຜນແລະເກີນແຜນທີ່ສະ ພາແຫ່ງຊາດໄດ້ຮັບຮອງເອົາ,ເວັ້ນເສຍແຕ່ກໍລະນີເຫດສຸດວິໄສແຕ່ ຕ້ອງໄດ້ສະເໜີລັດຖະບານພິຈາລະນາເພື່ອຂໍອະນຸມັດຈາກສະພາ ແຫ່ງຊາດ; 2. ສ້າງໂຄງການລົງທຶນເກີນອາຍຸທີ່ໄດ້ກໍານົດໄວ້ໃນ ມາດ ຕາ 15 ຂອງກົດໝາຍສະບັບນີ້; 3. ເອົາໂຄງການລົງທຶນຂອງລັດທີ່ບໍ່ໄດ້ຜ່ານການປະເມີນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 26 ຂອງກົດໝາຍສະບັບນີ້ເຂົ້າໃນ ແຜນການລົງທຶນຂອງລັດເດັດຂາດ; 4. ດໍາເນີນການປະມູນໂຄງການລົງທຶນຂອງລັດທີ່ຂັດກັບລະ ບຽບການ; 5. ບັນຈຸໂຄງການລົງທຶນທີ່ຍັງບໍ່ທັນມີການຢັ້ງຢືນແຫຼ່ງທຶນ ຊ່ວຍເຫຼືອລ້າຢ່າງແນ່ນອນເຂົ້າໃນແຜນການລົງທຶນຂອງລັດ; 6. ຮັບແລະໃຫ້ສິນບົນ,ບັງຄັບນາບຂູ່,ຕົວຍົວະຫຼອກລວງ, ແອບອ້າງຊື່ຂອງຜູ້ມີສິດອໍານາດໃນການເຄື່ອນໄຫວລົງທຶນຂອງລັດ ເພື່ອຜົນປະໂຫຍດສ່ວນຕົວເປັນຕົ້ນການປະມູນໂຄງການ; 7. ເຂົ້າແຊກແຊງໃນຂະບວນການລົງທຶນຂອງລັດຊຶ່ງຕົນບໍ່ ມີຄວາມຮັບຜິດຊອບໂດຍກົງຕໍ່ການຄຸ້ມຄອງໂຄງການລົງທຶນຂອງ ລັດ.

...ມາດຕາ 62 ຂໍ້ຫ້າມສໍາລັບເຈົ້າຂອງໂຄງການ

ມາດຕາ 62 ຂໍ້ຫ້າມສໍາລັບເຈົ້າຂອງໂຄງການ ຫ້າມເຈົ້າຂອງໂຄງການມີການກະທໍາຕົ້ນຕໍດັ່ງນີ້: 1. ຕົກລົງຮັບຮອງເອົາໂຄງການລົງທຶນທີ່ບໍ່ມີປະສິດທິຜົນແລະ ອາດກໍ່ໃຫ້ເກີດຄວາມເສຍຫາຍແກ່ລັດ,ລວມໝູ່ແລະບຸກຄົນ; 2. ອວ່າຍທຶນຈາກໂຄງການລົງທຶນຂອງລັດທີ່ສະພາແຫ່ງ ຊາດໄດ້ຮັບຮອງເອົາແລ້ວໄປໃສ່ໂຄງການນອກແຜນ; 3. ເພີ່ມບໍລິມາດວຽກຂອງໂຄງການໂດຍພະລະການ; 4. ອະນຸຍາດໃຫ້ທີ່ປຶກສາແລະຜູ້ຮັບເໝົາໂຄງການດັດແປງ ບັນດາມາດຕະຖານເຕັກນິກໂຄງການໂດຍບໍ່ໄດ້ຮັບການເຫັນດີຈາກ ອົງການວິຊາການທີ່ກ່ຽວຂ້ອງ; 5. ຮັບສິນບົນເພື່ອຫາປົນປະໂຫຍດສ່ວນຕົວແລະແກ້ໄຂບັນ ຫາຕ່າງທທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ.

...ມາດຕາ 63 ຂໍ້ຫ້າມສໍາລັບຄະນະຮັບຜິດຊອບໂຄງການ

ມາດຕາ 63 ຂໍ້ຫ້າມສໍາລັບຄະນະຮັບຜິດຊອບໂຄງການ ຫ້າມຄະນະຮັບຜິດຊອບໂຄງການມີການກະທໍາຕົ້ນຕໍດັ່ງນີ້: 1. ກົດໜ່ວງແກ່ຍາວການປະຕິບັດໂຄງການຊຶ່ງຈະສົ່ງຜົນ ສະທ້ອນຕໍ່ຄຸນນະພາບຂອງໂຄງການແລະເຮັດໃຫ້ລາຍຈ່າຍການລົງ ທຶນເພີ່ມຂຶ້ນໂດຍບໍ່ມີເຫດຜົນ; 2. ຮັບສິນບົນເພື່ອຫາຜົນປະໂຫຍດສ່ວນຕົວແລະແກ້ໄຂບັນ ຫາຕ່າງໆທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ; 3. ນໍາໃຊ້ສິດຂອງຕົນເກີນຂອບເຂດໃນການປະຕິບັດໜ້າທີ່.

...ມາດຕາ 64 ຂໍ້ຫ້າມສໍາລັບຜູ້ຄຸ້ມຄອງແລະນໍາໃຊ້ໂຄງການ

ມາດຕາ 64 ຂໍ້ຫ້າມສໍາລັບຜູ້ຄຸ້ມຄອງແລະນໍາໃຊ້ໂຄງການ ຫ້າມຜູ້ຄຸ້ມຄອງແລະນໍາໃຊ້ໂຄງການມີການກະທໍາຕົ້ນຕໍດັ່ງນີ້: 1. ປ່ຽນເປົ້າໝາຍການນໍາໃຊ້ໂຄງການໂດຍບໍ່ໄດ້ຮັບອະນຸ ຍາດຈາກເຈົ້າຂອງໂຄງການ; 2. ນໍາເອົາຊັບສິນຂອງໂຄງການໄປຂາຍ,ຊວດຈໍາ,ຄໍາປະ ກັນຫຼືດໍາເນີນການໃດໜຶ່ງທີ່ຂັດກັບລະບຽບການຄຸ້ມຄອງຊັບສິນຂອງ ລັດ.

...ມາດຕາ 65 ຂໍ້ຫ້າມສໍາລັບທີ່ປຶກສາແລະຜູ້ຮັບເໝົາໂຄງການ

ມາດຕາ 65 ຂໍ້ຫ້າມສໍາລັບທີ່ປຶກສາແລະຜູ້ຮັບເໝົາໂຄງການ ຫ້າມທີ່ປຶກສາແລະຜູ້ຮັບເໝົາໂຄງການມີການກະທໍາຕົ້ນຕໍ ດັ່ງນີ້: 1. ຫຼົບຫຼີກໃນການໃຫ້ຄໍາປຶກສາຫຼືຄໍາແນະນໍາທາງດ້ານວະ ຊາການ,ບໍລິຫານໂຄງການລົງທຶນຂອງລັດ; 2. ໃຫ້ຄໍາປຶກສາທີ່ບິດເບືອນ,ບໍ່ຖືກຕ້ອງຕາມຄວາມຈິງ; 3. ເມີນເສີຍໃນການຄຸ້ມຄອງການປະຕິບັດໂຄງການລົງທຶນ ຂອງລັດ; 4. ດັດແປງບັນດາມາດຕະຖານເຕັກນິກໂຄງການໂດຍບໍ່ໄດ້ ຮັບອະນຸຍາດຈາກເຈົ້າຂອງໂຄງການ; 5. ສົມຮູ້ຮ່ວມຄິດກັບເຈົ້າຂອງໂຄງການຫຼືຄະນະຮັບຜິດຊອບ ໂຄງການຫຼືຜູ້ຄຸ້ມຄອງແລະນໍາໃຊ້ໂຄງການເພື່ອຫາຜົນປະໂຫຍດທີ່ ບໍ່ຊອບທໍາ; 6. ສະໜອງຂໍ້ມູນທາງດ້ານການເງິນແລະເຕັກນິກທີ່ບໍ່ຖືກ ຕ້ອງກັບຄວາມເປັນຈິງ; 7. ເປີດເຜີຍຂໍ້ມູນທີ່ເປັນຄວາມລັບຂອງໂຄງການຕໍ່ບຸກຄົນ ຫຼືການຈັດຕັ້ງທີ່ບໍ່ມີສ່ວນກ່ຽວຂ້ອງ; 8. ຂາຍໂຄງການທີ່ຕົນປະມູນໄດ້ໃຫ້ຜູ້ອື່ນໂດຍບໍ່ໄດ້ຮັບອະນຸ ຍາດຈາກເຈົ້າຂອງໂຄງການ.

..ພາກທີ 4 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 66 ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 66 ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການລົງທຶນຂອງລັດດໍາເນີນ ດ້ວຍຮູບການດັ່ງນີ້: 1. ການປະນີປະນອມຫຼືການໄກ່ເກ່ຍ; 2. ການແກ້ໄຂທາງບໍລິຫານ; 3. ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ; 4. ການຮ້ອງຟ້ອງຕໍ່ສານປະຊາຊົນ.

...ມາດຕາ 67 ການປະນີປະນອມຫຼືການໄກ່ເກ່ຍ

ມາດຕາ 67 ການປະນີປະນອມຫຼືການໄກ່ເກ່ຍ ຖ້າຂໍ້ຂັດແຍ່ງຫາກເກີດຂຶ້ນຊຶ່ງມີສ່ວນພັວພັນກັບການລົງທຶນ ຂອງລັດແລ້ວຄູ່ກໍລະນີຕ້ອງພະຍາຍາມແກ້ໄຂຂໍ້ຂັດແຍ່ງນັ້ນດ້ວຍ ການປຶກສາຫາລືແລະປະນີປະນອມກັນເພື່ອໃຫ້ຕ່າງຝ່າຍຕ່າງໄດ້ ຮັບຜົນປະໂຫຍດນໍາກັນ.

...ມາດຕາ 68 ການແກ້ໄຂທາງບໍລິຫານ

ມາດຕາ 68 ການແກ້ໄຂທາງບໍລິຫານ ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະບໍລິຫານກ່ຽວກັບການ ລົງທຶນຂອງລັດເຊັ່ນບຸກຄົນແລະນິຕິບຸກຄົນທີ່ເຄື່ອນໄຫວລົງທຶນໂດຍ ບໍ່ໄດ້ຮັບອະນຸຍາດ,ບໍ່ຖືກຕ້ອງຕາມເປົ້າໝາຍນັ້ນໃຫ້ຂະແໜງການ ແຜນການແລະການລົງທຶນປະສານສົມທົບກັບຂະແໜງການອື່ນ,ອົງ ການປົກຄອງທ້ອງຖິ່ນຂັ້ນຂອງຕົນເປັນຜູ້ແກ້ໄຂ,ໃນກໍລະນີຫາກບໍ່ສາ ມາດແກ້ໄຂໄດ້ນັ້ນກໍ່ມີສິດສະເໜີຕໍ່ອົງການຂັ້ນເທິງຖັດຕົນເປັນຜູ້ແກ້ ໄຂ.

...ມາດຕາ 69 ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 69 ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ເມື່ອຄູ່ກໍລະນີບໍ່ສາມາດປະນີປະນອມກັນຫຼືໄກ່ເກ່ຍກັນຢູ່ຂະ ແໜງການແຜນການແລະການລົງທຶນໄດ້ກໍ່ມີສິດຮ້ອງຂໍໃຫ້ຄະນະ ກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແກ້ໄຂຕາມລະ ບຽບກົດໝາຍບົນພື້ນຖານການຕົກລົງເຫັນດີນໍາກັນ.

...ມາດຕາ 70 ການຮ້ອງຟ້ອງຕໍ່ສານປະຊາຊົນ

ມາດຕາ 70 ການຮ້ອງຟ້ອງຕໍ່ສານປະຊາຊົນ ເມື່ອຄູ່ກໍລະນີຝ່າຍໃດຝ່າຍໜຶ່ງຫາກເຫັນວ່າຕົນບໍ່ໄດ້ຮັບ ຄວາມຍຸດຕິທໍາຫຼືໄດ້ຮັບຄວາມເສຍຫາຍເນື່ອງຈາກການລົງທຶນ ຂອງລັດໃນໂຄງການໜຶ່ງແລ້ວກໍ່ມີສິດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອທໍາການພິຈາລະນາຕັດສິນຕາມລະບຽບກົດໝາຍ.

...ມາດຕາ 71 ຄວາມຮັບຜິດຊອບໃນໄລຍະລໍຖ້າການແກ້ໄຂ

ມາດຕາ 71 ຄວາມຮັບຜິດຊອບໃນໄລຍະລໍຖ້າການແກ້ໄຂ ໃນໄລຍະລໍຖ້າການແກ້ໄຂຂໍ້ຂັດແຍ່ງນັ້ນບັນດາການຈັດຕັ້ງ, ບຸກຄົນທີ່ກ່ຽວຂ້ອງກັບການເຄື່ອນໄຫວການລົງທຶນຂອງລັດຕ້ອງສືບ ຕໍ່ປະຕິບັດໜ້າທີ່ຂອງຕົນຕາມການຕົກລົງຂອງຂະແໜງການຫຼືອົງ ການທີ່ກ່ຽວຂ້ອງກັບການລົງທຶນຂອງລັດ.

..ພາກທີ 5 ການຄຸ້ມຄອງແລະກວດກາ


...ໝວດທີ 1 ການຄຸ້ມຄອງການລົງທຶນຂອງລັດ


....ມາດຕາ 72 ອົງການຄຸ້ມຄອງ

ມາດຕາ 72 ອົງການຄຸ້ມຄອງ ລັດຖະບານຄຸ້ມຄອງວຽກງານການລົງທຶນຂອງລັດຢ່າງລວມ ສູນແລະເປັນເອກະພາບໃນທົ່ວປະເທດໂດຍມອບໃຫ້ກະຊວງແຜນ ການແລະການລົງທຶນເປັນເຈົ້າການໃນການປະສານສົມທົບກັບຂະ ແໜງການອື່ນທີ່ກ່ຽວຂ້ອງແລະອົງການປົກຄອງທ້ອງຖິ່ນ. ອົງການຄຸ້ມຄອງວຽກງານການລົງທຶນຂອງລັດປະກອບດ້ວຍ: 1. ກະຊວງແຜນການແລະການລົງທຶນ; 2. ພະແນກແຜນການແລະການລົງທຶນແຂວງ,ນະຄອນ; 3. ຫ້ອງການແຜນການ,ຫ້ອງການແຜນການ-ການເງິນ ເມືອງ,ເທດສະບານ; 4. ອົງການປົກຄອງບ້ານ.

....ມາດຕາ 73 ສິດແລະໜ້າທີ່ຂອງກະຊວງແຜນການແລະການລົງທຶນ

ມາດຕາ 73 ສິດແລະໜ້າທີ່ຂອງກະຊວງແຜນການແລະການລົງ ທຶນ ໃນການຄຸ້ມຄອງວຽກງານການລົງທຶນຂອງລັດກະຊວງແຜນ ການແລະການລົງທຶນມີສິດແລະໜ້າທີ່ດັ່ງນີ້: 1. ເປັນເສນາທິການໃຫ້ລັດຖະບານໃນການຜັນຂະຫຍາຍ ແນວທາງ,ແຜນຍຸດທະສາດ,ແຜນນະໂຍບາຍແລະນະໂຍບາຍຕ່າງ ໆກ່ຽວກັບການລົງທຶນຂອງລັດໃຫ້ກາຍເປັນແຜນການ,ແຜນງານ, ໂຄງການລະອຽດແລະສ້າງລະບຽບກົດໝາຍ; 2. ໂຄສະນາເຜີຍແຜ່,ຊີ້ນໍາ,ຕິດຕາມການຈັດຕັ້ງປະຕິບັດ ແຜນການ,ແຜນງານ,ໂຄງການລົງທຶນຂອງລັດແລະລະບຽບກົດ ໝາຍກ່ຽວກັບການລົງທຶນຂອງລັດ; 3. ຄົ້ນຄວ້າ,ວິໄຈຂໍ້ມູນຂ່າວສານເພື່ອສະໜອງໃຫ້ແກ່ການ ຕັດສິນໃຈໃນການລົງທຶນຂອງລັດ; 4. ກໍ່ສ້າງ,ບໍາລຸງ,ຍົກລະດັບພະນັກງານຄຸ້ມຄອງການລົງ ທຶນຂອງລັດ; 5. ປະສານສົມທົບກັບກະຊວງ,ອົງການແລະອົງການປົກ ຄອງທ້ອງຖິ່ນ; 6. ພົວພັນຮ່ວມມືກັບຕ່າງປະເທດເພື່ອຍາດແຍ່ງການຊ່ວຍ ເຫຼືອ; 7. ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດແຜນການ ລົງທຶນຂອງລັດຕໍ່ລັດຖະບານຢ່າງເປັນປົກກະຕິ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍຫຼືຕາມການມອບໝາຍຂອງລັັດຖະບານ.

....ມາດຕາ 74 ສິດແລະໜ້າທີ່ຂອງພະແນກແຜນການແລະການລົງທຶນແຂວງ,ນະຄອນ

ມາດຕາ 74 ສິດແລະໜ້າທີ່ຂອງພະແນກແຜນການແລະການ ລົງທຶນແຂວງ,ນະຄອນ ໃນການຄຸ້ມຄອງວຽກງານການລົງທຶນຂອງລັດພະແນກ ແຜນການແລະການລົງທຶນແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຜັນຂະຫຍາຍນະໂຍບາຍ,ຍຸດທະສາດ,ມະຕິ,ຄໍາສັ່ງແລະ ລະບຽບການກ່ຽວກັບການຄຸ້ມຄອງການລົງທຶນຂອງລັດໃນຂອບ ເຂດຄວາມຮັບຜິດຊອບຂອງຕົນເປັນແຜນການແລະແຜນງານລະ ອຽດເພື່ອຈັດຕັ້ງປະຕິບັດ; 2. ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບການລົງທຶນ ຂອງລັດຕາມການມອບໝາຍ; 3. ຊີ້ນໍາ,ຊຸກຍູ້,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດ ແຜນການລົງທຶນຂອງລັດພ້ອມທັງເຂົ້າຮ່ວມການປະມູນໂຄງການ ລົງທຶນຂອງລັດພ້ອມທັງເຂົ້າຮ່ວມການປະມູນໂຄງການລົງທຶນທີ່ຕັ້ງ ຢູ່ແຂວງ,ນະຄອນ; 4. ເປັນເສນາທິການໃນການຄົ້ນຄວ້າມີຄໍາເຫັນກ່ຽກັບການ ລົງທຶນຂອງລັດໃນໂຄງການຕ່າງໆເພື່ອໃຫ້ອົງການປົກຄອງແຂວງ, ນະຄອນຫຼືກະຊວງແຜນການແລະການລົງທຶນພິຈາລະນາຕາມແຕ່ ລະກໍລະນີ; 5. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງຢູ່ພາຍ ໃນແຂວງ,ນະຄອນເພື່ອຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ. 6. ພັວພັນແລະຮ່ວມມືກັບຕ່າງປະເທດຕາມການມອບໝາຍ ຂອງກະຊວງແຜນການແລະການລົງທຶນ,ອົງການປົກຄອງແຂວງ, ນະຄອນ; 7. ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດແຜນການ ລົງທຶນຂອງລັດພາຍໃນແຂວງ,ນະຄອນໃຫ້ກະຊວງແຜນການແລະ ການລົງທຶນ,ອົງການປົກຄອງແຂວງ,ນະຄອນຢ່າງເປັນປົກກະຕິ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍແລະຕາມການມອບໝາຍຂອງກະຊວງແຜນການແລະ ການເງິນ.

....ມາດຕາ 75 ສິດແລະໜ້າທີ່ຂອງຫ້ອງການແຜນການ,ຫ້ອງການແຜນການ-ການເງິນເມືອງ,ເທດສະບານ

ມາດຕາ 75 ສິດແລະໜ້າທີ່ຂອງຫ້ອງການແຜນການ,ຫ້ອງການ ແຜນການ-ການເງິນເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານການລົງທຶນຂອງລັດຫ້ອງການ ແຜນການ,ຫ້ອງການແຜນການ-ການເງິນເມືອງ,ເທດສະສະບານ ມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດບັນດາແຜນການ,ແຜນງານ,ໂຄງການ, ຂໍ້ຕົກລົງ,ຄໍາສັ່ງ,ແຈ້ງການແລະຄໍາແນະນໍາກ່ຽວກັບການລົງທຶນ ຂອງລັດ; 2. ເຜີຍແຜ່ລະບຽບກົດໝາຍກ່ຽວກັບການລົງທຶນຂອງລັດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3. ຊຸກຍູ້,ຕິດຕາມການປະຕິບັດວຽກງານກ່ຽວກັບການລົງ ທຶນຂອງລັດໃນຂອບເຂດທ້ອງຖິ່ນຕົນ; 4. ປຸກລະດົມປະຊາຊົນເພື່ອຄຸ້ມຄອງ,ປົກປັກຮັກສາແລະນໍາ ໃຊ້ໂຄງການລົງທຶນຂອງລັດໃຫ້ມີປະສິດທິພາບ,ປະສິດທິຜົນແລະຍືນ ຍົງ; 5. ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດການລົງທຶນ ຂອງລັດພາຍໃນເມືອງ,ເທດສະບານໃຫ້ພະແນກແຜນການແລະ ການລົງທຶນແຂວງ,ນະຄອນແລະອົງການປົກຄອງເມືອງ,ເທດສະ ບານຢ່າງເປັນປົກກະຕິ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍແລະຕາມການມອບໝາຍຂອງຂັ້ນເທິງ.

....ມາດຕາ 76 ສິດແລະໜ້າທີ່ຂອງອົງການປົກຄອງບ້ານ

ມາດຕາ 76 ສິດແລະໜ້າທີ່ຂອງອົງການປົກຄອງບ້ານ ໃນການຄຸ້ມຄອງວຽກງານການລົງທຶນຂອງລັດອົງການປົກ ຄອງບ້ານມີສິດແລະໜ້າທີ່ດັ່ງນີ້: 1. ເຂົ້າຮ່ວມຕິດຕາມ,ອໍານວຍຄວາມສະດວກໃນການຈັດຕັ້ງ ປະຕິບັດໂຄງການລົງທຶນຂອງລັດໃນຂອບເຂດພື້ນທີ່ຕົນຮັບຜິດຊອບ ໂດຍປະສານສົມທົບກັບຂະແໜງການທີ່ກ່ຍວຂ້ອງຂັ້ນເມືອງ; 2. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ໜ້າໃໝ່


....ມາດຕາ 77 ຄວາມຮັບຜິດຊອບຂອງຂະແໜງການແລະພາກສ່ວນອື່ນ

ມາດຕາ 77 ຄວາມຮັບຜິດຊອບຂອງຂະແໜງການແລະພາກ ສ່ວນອື່ນ ບັນດາຂະແໜງການແລະພາກສ່ວນອື່ນທີ່ກ່ຽວຂ້ອງກັບການ ຄຸ້ມຄອງວຽກງານການລົງທຶນຂອງລັດນອກຈາກປະຕິບັດຕາມກົດ ໝາຍສະບັບນີ້ແລ້ວຍັງປະຕິບັດຕາມພະລາບົດບາດ,ສິດແລະໜ້າທີ່ ຂອງຕົນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ໝວດທີ 2 ການກວດກາການລົງທຶນຂອງລັດ


....ມາດຕາ 78 ອົງການກວດກາ

ມາດຕາ 78 ອົງການກວດກາ ອົງການກວດກາວຽກງານການລົງທຶນຂອງລັດມີສອງພາກ ສ່ວນຄື: 1. ອົງການກວດກາພາຍໃນຊຶ່ງປະກອບດ້ວຍຂະແໜງການ ແຜນການແລະການລົງທຶນ,ການເງິນແລະຂະແໜງການວິຊາການ ອື່ນທີ່ກ່ຽວຂ້ອງ; 2. ອົງການກວດກາພາຍນອກຊຶ່ງປະກອບດ້ວຍສະພາແຫ່ງ ຊາດ,ອົງການກວດສອບແຫ່ງລັດ,ອົງການກວດກາລັດ,ອົງການປົກ ຄອງທ້ອງຖິ່ນ,ແນວລາວສ້າງຊາດ,ອົງການຈັດຕັ້ງປະຫາຊົນ,ອົງ ການຈັດຕັ້ງສັງຄົມແລະປະຊາຊົນ.

....ມາດຕາ 79 ສິດແລະໜ້າທີ່ຂອງອົງການກວດກາພາຍໃນ

ມາດຕາ 79 ສິດແລະໜ້າທີ່ຂອງອົງການກວດກາພາຍໃນ ອົງການກວດກາພາຍໃນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຂະແໜງການແຜນການແລະການລົງທຶນກວດກາບັນ ດາໂຄງການທີ່ໄດ້ຮັບອະນຸມັດແລ້ວນັ້ນໄດ້ຈັດຕັ້ງປະຕິບັດຖືກກັບ ເປົ້າໝາຍ,ລະບຽບການແລະບົດວິພາກເສດຖະກິດຫຼືບົດພັດທະນາ ໂຄງການ; 2. ຂະແໜງການການເງິນກວດກາການສະໜອງແລະນໍາ ໃຊ້ງົບປະມານໃນໂຄງການລົງທຶນຂອງລັດ; 3. ຂະແໜງການວິຊາການອື່ນກວດກາທາງດ້ານມາດຕະ ຖານເຕັກນິກ,ເຕັກໂນໂລຢີ,ສິ່ງແວດລ້ອມ,ຄຸນນະພາບ,ຄວາມປອດ ໄພ,ການນໍາໃຊ້ວັດຖຸອຸປະກອນ.

....ມາດຕາ 80 ສິດແລະໜ້າທີ່ຂອງອົງການກວດກາພາຍນອກ

ມາດຕາ 80 ສິດແລະໜ້າທີ່ຂອງອົງການກວດກາພາຍນອກ ອົງການກວດກາພາຍນອກມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ສະພາແຫ່ງຊາດກວດກາການຈັດຕັ້ງປະຕິບັດແຜນການ ແລະໂຄງການລົງທຶນຂອງລັດທຸກປະເພດລວມທັງໂຄງການທີ່ພັວ ພັນກັບຫຼາຍຂະແໜງການແລະທ້ອງຖິ່ນ; 2. ອົງການກວດສອບແຫ່ງລັດກວດກາການນໍາໃຊ້ງົບປະ ມານ,ຄວາມໂປ່ງໃສໃນການເບີກຈ່າຍງົບປະມານໃນການປະຕິບັດ ໂຄງການລົງທຶນຂອງລັດ; 3. ອົງການກວດກາລັດກວດກາຄວາມໂປ່ງໃສໃນການຈັດ ຕັ້ງປະຕິບັດໂຄງການລົງທຶນຂອງລັດ; 4. ອົງການປົກຄອງທ້ອງຖິ່ນກວດກາການຈັດຕັ້ງປະຕິບັດ ໂຄງການລົງທຶນຂອງລັດທີ່ຢູ່ໃນຂອບເຂດທີ່ຕົນຮັບຜິດຊອບ,ເຂົ້າ ຮ່ວມການກວດກາການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ຂອງບັນດາກະຊວງ,ອົງການຢູ່ທ້ອງຖິ່ນຕົນ; 5. ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການ ຈັດຕັ້ງສັງຄົມເຂົ້າຮ່ວມໃນການກວດກາການປະຕິບັດໂຄງການລົງ ທຶນຂອງລັດຕາມການສະເໜີຂອງຂະແໜງການທີ່ກ່ຽວຂ້ອງແລະປະ ຊາຊົນ; 6. ປະຊາຊົນຕິດຕາມ,ລາຍງານການປະຕິບັດໂຄງການລົງ ທຶນຂອງລັດທີ່ບໍ່ຖືກຕ້ອງຊຶ່ງຈະສ້າງຄວາມເສຍຫາຍແກ່ສາທາລະ ນະຫຼືຜົນປະໂຫຍດລວມຂອງຊາດ.

....ມາດຕາ 81 ຮູບການການກວດກາ

ມາດຕາ 81 ຮູບການການກວດກາ ຮູບການການກວດກາມີດັ່ງນີ້: 1. ການກວດກາຕາມລະບົບປົກກະຕິ; 2. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ; 3. ການກວດກາແບບກະທັນຫັນ.

ການກວດກາຕາມປົກກະຕິແມ່ນການກວດກາທີ່ມີລັກສະນະ ເປັນປະຈໍາແລະມີກໍານົດເວລາອັນແນ່ນອນຊຶ່ງຕ້ອງປະຕິບັດຢ່າງ ໜ້ອຍໜຶ່ງເທື່ອຕໍ່ປີ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ເມື່ອເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ອົງການທີ່ຮັບຜິດຊອບ ໃນການສ້າງ,ການຄຸ້ມຄອງໂຄງການລົງທຶນຂອງລັດຫຼືຜູ້ດໍາເນີນ ກິດຈະການລົງທຶນຂອງລັດຮູ້ລ່ວງໜ້າຢ່າງໜ້ອຍຊາວສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດກາເມື່ອຫາກ ເຫັນວ່າມີຄວາມຈໍາເປັນແຕ່ການຕົກລົງກວດການັ້ນແມ່ນດໍາເນີນ ຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ອົງການທີ່ຮັບຜິດຊອບໃນການສ້າງ, ການຄຸ້ມຄອງໂຄງການລົງທຶນຂອງລັດຫຼືຜູ້ດໍາເນີນກິດຈະການລົງ ທຶນຂອງລັດຮູ້ລ່ວງໜ້າ. ການກວດກາໃຫ້ດໍາເນີນທັງການກວດກາເອກະສານ,ກວດ ກາດ້ານເຕັກນິກແລະລົງກວດກາການປະຕິບັດຕົວຈິງຂອງການຈັດ ຕັ້ງແລະບຸກຄົນຢູ່ສະຖານທີ່ປະຕິບັດງານ.

..ພາກທີ 6 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 82 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 82 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືນິຕິບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດກົດ ໝາຍສະບັບນີ້ເປັນຕົ້ນການຈັດຕັ້ງປະຕິບັດໂຄງການລົງທຶນຂອງ ລັດສໍາເລັດຕາມກໍານົດເວລາ,ປະຢັດລາຍຈ່າຍ,ຄຸ້ມຄອງທຶນບໍ່ຮົ່ວ ໄຫຼ,ມີປະສິດທະຜົນສູງຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມ ລະບຽບການ.

...ມາດຕາ 83 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 83 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືນິຕິບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກປະ ຕິບັດມາດຕະການຕ່າງໆແລ້ວແຕ່ກໍລະນີເບົາຫຼືໜັກເຊັ່ນສຶກສາອົບ ຮົມ,ປັບໃໝ,ປະຕິບັັັດວິໄນແລະລົງໂທດທາງອາຍາພ້ອມທັງໃຊ້ແທນ ຄ່າເສຍຫາຍ.

...ມາດຕາ 84 ມາດຕະການສຶກສາອົບຮົມ

ມາດຕາ 84 ມາດຕະການສຶກສາອົບຮົມ ບຸກຄົນຫຼືນິຕິບຸກຄົນທີ່ໄດ້ລະເມີດເປັນຕົ້ນບັນດາຂໍ້ຫ້າມທີ່ໄດ້ ກໍານົດໄວ້ໃນກົດໝາຍສະບັບນີ້ຊຶ່ງເປັນການກໍ່ຄວາມເສຍຫາຍບໍ່ຫຼວງ ຫຼາຍແລະບໍ່ເປັນການກະທໍາຜິດທາງອາຍາຈະຖືກກ່າວເຕືອນແລະ ສຶກສາອົບຮົມ.

...ມາດຕາ 85 ມາດຕະການປັບໃໝ

ມາດຕາ 85 ມາດຕະການປັບໃໝ ບຸກຄົນຫຼືນິຕິບຸກຄົນທີ່ໄດ້ຜ່ານການກ່າວເຕືອນແລະສຶກສາອົບ ຮົມແລ້ວແຕ່ຫາກບໍ່ເຂັດຫຼາບ,ກໍ່ຄວາມເສຍຫາຍຊຶ່ງບໍ່ເປັນການກະທໍາ ຜິດທາງອາຍາຈະຖືກປັບໃໝຕາມລະບຽບການສະເພາະ.

...ມາດຕາ 86 ມາດຕະການທາງວິໄນ

ມາດຕາ 86 ມາດຕະການທາງວິໄນ ພະນັກງານຫຼືເຈົ້າໜ້າທີ່ທີ່ໄດ້ລະເມີດລະບຽບກົດໝາຍກ່ຽວ ກັບການລົງທຶນຂອງລັດໂດຍເຈດຕະນາແຕ່ບໍ່ສ້າງຄວາມເສຍຫາຍ ຢ່າງຫຼວງຫຼາຍຈະຖືກປະຕິບັດວິໄນເປັນຕົ້ນການໂຈະການປະຕິບັດ ໜ້າທີ່ຊົ່ວຄາວ,ສັບປ່ຽນໜ້າທີ່ຫຼືປົດຕໍາແໜ່ງແລະອື່ນໆຕາມລະບຽບ ການ.

...ມາດຕາ 87 ມາດຕະການທາງແພ່ງ

ມາດຕາ 87 ມາດຕະການທາງແພ່ງ ບຸກຄົນຫຼືນິຕິບຸກຄົນທີ່ໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນເນື່ອງ ຈາກການລົງທຶນຈະຕ້ອງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນຢ່າງຄົບ ຖ້ວນ.

...ມາດຕາ 88 ມາດຕະການທາງອາຍາ

ມາດຕາ 88 ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບການລົງທຶນ ຂອງລັດແລະບັນດາຂໍ້ຫ້າມຊຶ່ງເປັນການກະທໍາຜິດທາງອາຍາແລະ ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ສຸຂະພາບ,ຊີວິດ,ຊັບສິນແລະຜົນ ປະໂຫຍດຂອງລັດ,ລວມໝູ່,ບຸກຄົນອື່ນຈະຖືກດໍາເນີນຄະດີອາຍາແລະ ໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

..ພາກທີ 7 ບົດບັນຢັດສຸດທ້າຍ


...ມາດຕາ 89 ການຈັດຕັ້ງປະຕິບັດ

ມາດຕາ 89 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 90 ຜົນສັກສິດ

ມາດຕາ 90 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນ ປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ.