ກົດໝາຍວ່າດ້ວຍການລົງທຶນຂອງລັດ(ສະບັບປັບປຸງ) 15-12-2015

From Wikisource
Jump to navigation Jump to search

ການລົງທຶນຂອງລັດ(ສະບັບປັບປຸງ) 15-12-2015

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການສ້າງ,ການພິຈາລະນາຮັບຮອງ,ການຈັດຕັ້ງປະຕິບັດ,ການຄຸ້ມຄອງແລະການຕິດຕາມ,ກວດກາການລົງທຶນຂອງລັດເພື່ອໃຫ້ການລົງທຶນຂອງລັດດໍາເນີນໄປຢ່າງຖືກຕ້ອງ,ສອດຄ່ອງກັບລັດຖະທໍາມະນູນ,ກົດໝາຍ,ນະໂຍບາຍແລະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດແນໃສ່ຮັບປະກັນໃຫ້ມີປະສິດທິພາບ,ປະສິດທິຜົນສູງ,ມີຄວາມໂປ່ງໃສ,ເສດຖະກິດມະຫາພາກມີສະຖຽນລະພາບ,ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ທຸກພາກສ່ວນເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ,ປະກອບສ່ວນເຂົ້າໃນການປົກປັກຮັກສາແລະພັດທະນາປະເທດຊາດຕາມທິດຍືນຍົງ.

ມາດຕາ2(ປັບປຸງ)ການລົງທຶນຂອງລັດ ການລົງທຶນຂອງລັດແມ່ນການນໍາໃຊ້ງົບປະມານແຫ່ງລັດ,ຊັບພະຍາກອນທໍາມະຊາດ,ຊັບສິນ,ລິຂະສິດຂອງລັດແລະທຶນຊ່ວຍເຫຼືອທາງການເພື່ອການພັດທະນາທີ່ຜ່ານລະບົບງົບປະມານເຂົ້າໃສ່ໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ຮັບໃຊ້ສາທາລະນະປະໂຫຍດ,ສະໜອງອຸປະກອນແລະສົ່ງເສີມວິຊາການເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ.

ມາດຕາ3(ປັບປຸງ)ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດໝາຍເຖິງທິດທາງ,ຄາດໝາຍໃນການພັດທະນາເສດຖະກິດສັງຄົມທີ່ລັດຖະບານສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ; 2.ແຜນການລົງທຶນຂອງລັດໝາຍເຖິງແຜນການນໍາໃຊ້ແລະຈັດສັນທຶນຈາກງົບປະມານແຫ່ງລັດລວມມີແຫຼ່ງທຶນພາຍໃນ,ຊັບພະຍາກອນທໍາມະຊາດ,ຊັບສິນ,ຊັບສິນທາງປັນຍາຂອງລັດ,ທຶນຊ່ວຍເຫຼືອທາງການເພື່ອການພັດທະນາແລະແຫຼ່ງທຶນອື່ນເຂົ້າໃນການບັນລຸເປົ້າໝາຍຕາມແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ; 3.ການຈັດສັນງົບປະມານການລົງທຶນຂອງລັດໝາຍເຖິງການຈັດສັນທຶນຈາກງົບປະມານແຫ່ງລັດປະກອບດ້ວຍທຶນຈາກງົບປະມານພາຍໃນຫຼືທຶນຊ່ວຍເຫຼືທາງການເພື່ອການພັດທະນາໃຫ້ຂະແໜງການ,ທ້ອງຖິ່ນຕາມກໍານົດໝາຍບົນພື້ນຖານດັດຊະນີຫຼືຕົວຊີ້ວັດທາງເສດຖະກິດສັງຄົມແລະນະໂຍບາຍຂອງລັດ; 4.ໂຄງການລົງທຶນນອກແຜນໝາຍເຖິງໂຄງການທີ່ບໍ່ນອນຢູ່ໃນແຜນການລົງທຶນຂອງລັດປະຈໍາປີແລະຫ້າປີທີ່ສະພາແຫ່ງຊາດຫຼືສະພາປະຊາຊົນຂັ້ນແຂວງໄດ້ຮັບຮອງເອົາ; 5.ສາທາລະນະປະໂຫຍດໝາຍເຖິງສິ່ງອໍານວຍຄວາມສະດວກທີ່ລັດຖະບານເປັນຜູ້ສະໜອງເພື່ອບໍລິການທຸກຄົນໃນສັງຄົມໃຫ້ໄດ້ຮັບຜົນປະໂຫຍດ; 6.ແຜນງານໝາຍເຖິງອົງປະກອບຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດໂດຍມີເປົ້າໝາຍບັນລຸສະເພາະຊຶ່ງລວມມີບັນດາໂຄງການທີ່ມີສ່ວນພົວພັນຊຶ່ງກັນແລະກັນແນໃສ່ຮັບໃຊ້ຫຼືບັນລຸເປົ້າໝາຍຂອງແຜນງານນັ້ນ; 7.ໂຄງການໝາຍເຖິງກິດຈະກໍາຕ່າງໆທີ່ຕ້ອງປະຕິບັດແນໃສ່ເຮັດໃຫ້ວັດຖຸປະສົງຂອງໂຄງການນັ້ນບັນລຸຜົນ; 8.ການກະກຽມໂຄງການໝາຍເຖິງການເກັບກໍາ,ວິເຄາະວິໄຈແລະສຶກສາຂໍ້ມູນຢ່າງລະອຽດເພື່ອໃຫ້ໝັ້ນໃຈວ່າໂຄງການທີ່ກໍານົດນັ້ນເປັນໂຄງການທີ່ສາມາດປະຕິບັດໄດ້ແລະໃຫ້ຜົນປະໂຫຍດຕອບແທນຢ່າງຄຸ້ມຄ່າຫຼືບັນລຸຕາມວັດຖຸປະສົງ;ການກະກຽມໂຄງການມີສາມໜ້າວຽກຕົ້ນຕໍຄືການກໍານົດໂຄງຮ່າງໂຄງການ,ການສຶກສາຄວາມເປັນໄປໄດ້ຂອງໂຄງການແລະການຂຽນບົດລາຍງານໂຄງການຫຼືບົດວິພາກເສດຖະກິດເຕັກນິກຂອງໂຄງການ; 9.ການປະເມີນໂຄງການໝາຍເຖິງການຕີລາຄາທາງດ້ານຄວາມສອດຄ່ອງ,ປະສິດທິຜົນ,ປະສິດທິພາບ,ຜົນກະທົບແລະຄວາມຍືນຍົງຂອງໂຄງການກ່ອນການພິຈາລະນາບັນຈຸໂຄງການເຂົ້າໃນແຜນການລົງທຶນຂອງລັດ; 10.ການປະເມີນຜົນໂຄງການໝາຍເຖິງການຕີລາຄາໝາກຜົນການປະຕິບັດໂຄງການ,ການທົບທວນຄືນຜົນການນໍາໃຊ້ໂຄງການໂດຍພິຈາລະນາໃນດ້ານຄວາມສອດຄ່ອງ,ປະສິດທິຜົນ,ປະສິດທິພາບ,ຜົນກະທົບແລະຄວາມຍືນຍົງຂອງໂຄງການເພື່ອໃຫ້ຄໍາແນະນໍາໃນການປັບປຸງແລະຖອດຖອນບົດຮຽນ; 11.ການຈັດຕັ້ງປະຕິບັດໂຄງການໝາຍເຖິງການນໍາເອົາໂຄງການໄປຈັດຕັ້ງປະຕິບັດຕົວຈິງພາຍຫຼັງທີ່ໂຄງການໄດ້ບັນຈຸເຂົ້າແຜນການລົງທຶນແລະຜ່ານການຮັບຮອງຈາກສະພາແຫ່ງຊາດຫຼືສະພາປະຊາຊົນຂັ້ນແຂວງ; 12.ການດໍາເນີນງານໂຄງການໝາຍເຖິງການປະຕິບັດກິດຈະກໍາຕ່າງໆຂອງໂຄງການຕາມແຜນດໍາເນີນງານຂອງໂຄງການນັບແຕ່ເວລາທີ່ໂຄງການໄດ້ຖືກຈັດຕັ້ງປະຕິບັດໄປຈົນຮອດການສໍາເລັດແລະມອບຮັບໂຄງການ; 13.ການຕິດຕາມໂຄງການໝາຍເຖິງການກວດກາການດໍາເນີນງານໂຄງການເພື່ອໃຫ້ຮູ້ກ່ຽວກັບຄວາມຄືບໜ້າແລະບັນຫາຕ່າງທທີ່ອາດຈະເກີດຂຶ້ນໃນການຈັດຕັ້ງປະຕິບັດໂຄງການເພື່ອມີວິທີການແກ້ໄຂໃຫ້ທັນເວລາ; 14.ເຈົ້າຂອງໂຄງການໝາຍເຖິງກະຊວງ,ອົງການລັດທຽບເທົ່າກະຊວງແລະອົງການປົກຄອງທ້ອງຖິ່ນທີ່ໄດ້ຮັບງົບປະມານການລົງທຶນຂອງລັດ; 15.ຄະນະຮັບຜິດຊອບໂຄງການໝາຍເຖິງຄະນະຫຼືການຈັດຕັ້ງທີ່ຖືກແຕ່ງຕັ້ງຈາກເຈົ້າຂອງໂຄງການໃຫ້ຮັບຜິດຊອບໃນການບໍລິຫານແລະຄຸ້ມຄອງການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ; 16.ຜູ້ຄຸ້ມຄອງແລະນໍາໃຊ້ໂຄງການໝາຍເຖິງບຸກຄົນຫຼືນິຕິບຸກຄົນທີ່ໄດ້ຮັບການມອບໝາຍຈາກເຈົ້າຂອງໂຄງການເພື່ອຄຸ້ມຄອງ,ນໍາໃຊ້ແລະບູລະນະຮັກສາໂຄງການລົງທຶນຂອງລັດ; 17.ຜູ້ສໍາຫຼວດອອກແບບໝາຍເຖິງນິຕິບຸກຄົນທີ່ເຈົ້າຂອງໂຄງການຈ້າງເພື່ອໃຫ້ຄໍາປຶກສາ,ເກັບກໍາຂໍ້ມູນ,ແຕ້ມແລະຄິດໄລ່ມູນຄາການກໍ່ສ້າງຂອງໂຄງການ; 18.ທີ່ປຶກສາໂຄງການໝາຍເຖິງບຸກຄົນຫຼືນິຕິບຸກຄົນທີ່ເຈົ້າຂອງໂຄງການຫຼືຄະນະຮັບຜິດຊອບໂຄງການຈ້າງເພື່ອໃຫ້ຄໍາເຫັນຫຼືຄໍາແນະນໍາທາງດ້ານເຕັກນິກວິຊາການລວມທັງດ້ານການບໍລິຫານ,ຄຸ້ມຄອງໃນການປະຕິບັດໂຄງການລົງທຶນຂອງລັດ; 19.ຜູ້ຮັບເໝົາໂຄງການໝາຍເຖິງນິຕິບຸກຄົນທີ່ເຈົ້າຂອງໂຄງການຫຼືຄະນະຮັບຜິດຊອບໂຄງການຈ້າງຫຼືມອບເໝົາເພື່ອໃຫ້ປະຕິບັດໂຄງການລົງທຶນຂອງລັດ; 20.ດອກເບ້ຍເງິນກູ້ສໍາລັບໂຄງການກູ້ຢືມໝາຍເຖິງດອກເບ້ຍເງິນກູ້ທີ່ລັດຖະບານໄດ້ກູ້ທະນາຄານພາຍໃນຫຼືຕ່າງປະເທດເພື່ອຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ; 21.ການອວ່າຍທຶນໝາຍເຖິງການເຄື່ອນຍ້າຍທຶນຈາກໂຄງການໜຶ່ງໄປໃສ່ໂຄງການອື່ນ; 22.ການປະມູນແບບຮູບການໝາຍເຖິງການປະມູນທີ່ຂັດກັບລະບຽບການປະມູນເປັນຕົ້ນການສົມຮູ້ຮ່ວມຄິດໃນການປະມູນເຊັ່ນບໍລິສັດດຽວຊື້ເອົາໝົດຊອງປະມູນແຕ່ອອກຊື່ຫຼາຍບໍລິສັດ; 23.ທຶນຊ່ວຍເຫຼືອທາງການເພື່ອການພັດທະນາໝາຍເຖິງທຶນຊ່ວຍເຫຼືອລ້າ,ທຶນກູ້ຢືມໃນເງື່ອນໄຂດອກເບ້ຍຜ່ອນຜັນຈາກຕ່າງປະເທດເພື່ອປະຕິບັດໂຄງການລົງທຶນຂອງລັດ.

ມາດຕາ4(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບການລົງທຶນຂອງລັດ ລັດລົງທຶນເຂົ້າໃສ່ການກໍ່ສ້າງພື້ນຖານໂຄງລ່າງ,ວັດຖຸເຕັກນິກ,ການພັດທະນາຊົນນະບົດ,ການແກ້ໄຂຄວາມທຸກຍາກ,ການພັດທະນາຊັບພະຍາກອນມະນຸດ,ການປົກປັກຮັກສາສິ່ງແວດລ້ອມຕາມທິດຍືນຍົງ,ການສົ່ງເສີມວິຊາການແລະວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຢ່າງມີປະສິດທິພາບ,ປະສິດທິຜົນ,ປະຢັດ,ໂປ່ງໃສສາມາດກວດສອບໄດ້. ລັດຊຸກຍູ້ສົ່ງເສີມບຸກຄົນແລະນິຕິບຸກຄົນທັງພາຍໃນແລະຕ່າງປະເທດປະກອບສ່ວນທຶນຮອນຂອງຕົນເຂົ້າໃນແຜນງານຫຼືໂຄງການລົງທຶນຂອງລັດຕາມລະບຽບການດ້ວຍການປະຕິບັດນະໂຍບາຍຕອບແທນຂອງລັດຢ່າງເໝາະສົມ.

ມາດຕາ5(ປັບປຸງ)ຫຼັກການກ່ຽວກັບການລົງທຶນຂອງລັດ ການລົງທຶນຂອງລັດຕ້ອງປະຕິບັດຕາມຫຼັກການດັ່ງນີ້: 1.ສອດຄ່ອງກັບວິໄສທັດ,ຍຸດທະສາດ,ແຜນພັດທະນາເສດຖະກິດສັງຄົມແລະຄວາມສາມາດຕອບສະໜອງທາງດ້ານງົບປະມານແຫ່ງລັດ; 2.ປະຢັດ,ມີຈຸດສຸມ,ມີຄວາມຍຸຕິທໍາ,ມີຄວາມສົມສ່ວນລະຫວ່າງເຂດແຄ້ວນແລະຂົງເຂດວຽກງານ; 3.ປະຕິບັດຕາມແຜນງານ,ໂຄງການທີ່ຢູ່ໃນແຜນການລົງທຶນຂອງລັດແລະເປັນໂຄງການທີ່ມີຄວາມຈໍາເປັນຊຶ່ງພາກສ່ວນເສດຖະກິດອື່ນບໍ່ລົງທຶນຫຼືບໍ່ມີເງື່ອນໄຂ; 4.ຄຸ້ມຄອງການລົງທຶນຂອງລັດຢ່າງເປັນເອກະພາບ,ມີການແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງແລະສອດຄ່ອງກັບກົດໝາຍແລະລະບຽບການອື່ນ; 5.ຕິດຕາມ,ກວດກາແລະປະເມີນຜົນການລົງທຶນຂອງລັດຈາກພາກສ່ວນທີ່ກ່ຽວຂ້ອງ; 6.ມີສ່ວນຮ່ວມຂອງປະຊາຊົນ.

ມາດຕາ6ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງກັບການລົງທຶນຂອງລັດເປັນຕົ້ນໃນການສ້າງ,ການອະນຸມັດ,ການຈັດຕັ້ງປະຕິບັດແລະການຄຸ້ມຄອງແຜນການ,ແຜນງານແລະໂຄງການລົງທຶນຂອງລັດ.

ມາດຕາ7ການຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານການລົງທຶນຂອງລັດດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ຍົກລະດັບຄວາມຮູ້,ຄວາມສາມາດດ້ານວິຊາການ,ເຕັກໂນໂລຊີແລະລະດົມແຫຼ່ງທຶນເຂົ້າໃນການພັດທະນາເພື່ອຮັບປະກັນຜົນປະໂຫຍດສູງສຸດຂອງຊາດ.

ພາກທີ2ການດໍາເນີນການລົງທຶນຂອງລັດ

ໝວດທີ1ປະເພດການລົງທຶນຂອງລັດ

ມາດຕາ8(ປັບປຸງ)ປະເພດການລົງທຶນຂອງລັດ ການລົງທຶນຂອງລັດມີສາມປະເພດດັ່ງນີ້: 1.ລັດລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງ; 2.ລັດລົງທຶນໃສ່ການສະໜອງວັດຖະປະກອນ; 3.ລັດລົງທຶນໃສ່ການສົ່ງເສີມວິຊາການ.

ມາດຕາ9(ປັບປຸງ)ການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງ ການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງປະກອບດ້ວຍການກໍ່ສ້າງໃໝ່ແລະການບູລະນະສ້ອມແປງໃຫຍ່,ພື້ນຖານໂຄງລ່າງສາທາລະນຸປະໂພກໄດ້ແກ່ເສັ້ນທາງຄົມມະນາຄົມ,ຊົນລະປະທານ,ໂຮງຮຽນ,ໂຮງໝໍ,ສຸກສາລາ,ສໍານັກງານຫ້ອງການແລະບັນດາພື້ນຖານວັດຖຸເຕັກນິກ.

ມາດຕາ10(ປັບປຸງ)ການລົງທຶນໃສ່ການສະໜອງວັດຖຸປະກອນ ການສະໜອງວັດຖຸປະກອນປະກອບດ້ວຍຊັບສິນ,ພາຫະນະແລະອຸປະກອນຮັບໃຊ້ການຜະລິດ,ອຸປະກອນເຕັກນິກວິຊາການ,ຜູ້ປະກອນຮັບໃຊ້ວິຊາການແລະເຄື່ອງເຟີນິເຈີທີ່ຈໍາເປັນທີ່ຕິດພັນໂດຍກົງກັບໂຄງການກໍ່ສ້າງໃໝ່.

ມາດຕາ11(ປັບປຸງ)ການລົງທຶນໃສ່ການສົ່ງເສີມວິຊາການ ການລົງທຶນໃສ່ການສົ່ງເສີມວິຊາການປະກອບດ້ວຍການເກັບກໍາ,ວິເຄາະ,ວິໄຈຂໍ້ມູນ,ສ້າງບົດສຶກສາຄວາມເປັນໄປໄດ້ຂອງໂຄງການ,ການສໍາຫຼວດອອກແບບໂຄງກາານ,ການສຶກສາຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ,ເວນຄືນທີ່ດິນແລະຄ່າຊົດເຊີຍສິ່ງກີດຂວາງ,ຄ່າຄຸ້ມຄອງໂຄງການ,ຄ່າຈ້າງທີ່ປຶກສາໂຄງການ,ຄ່າຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ,ການຝຶກອົບຮົມ,ການຄົ້ນຄວ້າວິທະຍາສາດເຕັກໂນໂລຊີ,ການສົ່ງເສີມການຜະລິດແລະການສ້າງແຜນແມ່ບົດພັດທະນາເສດຖະກິດສັງຄົມ.

ໝວດທີ2ແຜນການ,ແຜນງານແລະໂຄງການລົງທຶນຂອງລັດ

ມາດຕາ12ແຜນການລົງທຶນຂອງລັດ ແຜນການລົງທຶນຂອງລັດມີດັ່ງນີ້: 1.ແຜນການລົງທຶນຫ້າປີຊຶ່ງສ້າງຂຶ້ນໃນລະດັບຊາດ,ຂະແໜງການແລະທ້ອງຖິ່ນ; 2.ແຜນການລົງທຶນປະຈໍາປີຊຶ່ງສ້າງຂຶ້ນໃນລະດັບຊາດ,ຂະແໜງການແລະທ້ອງຖິ່ນ.

ມາດຕາ13ໂຄງປະກອບແຜນການລົງທຶນຂອງລັດ ແຜນການລົງທຶນຂອງລັດປະກອບດ້ວຍ: 1.ແຜນງານການລົງທຶນຂອງລັດ; 2.ໂຄງການລົງທຶນຂອງລັດ.

ມາດຕາ14ແຜນງານການລົງທຶນຂອງລັດ ແຜນງານການລົງທຶນຂອງລັດແມ່ນການຜັນຂະຫຍາຍແຜນການລົງທຶນຂອງລັດໃຫ້ເປັນອັນລະອຽດຊຶ່ງປະກອບດ້ວຍບັນດາໂຄງການທີ່ມີສ່ວນພົວພັນຊຶ່ງກັນແລະກັນແນໃສ່ຮັບໃຊ້ຫຼືບັນລຸເປົ້າໝາຍຂອງແຜນງານນັ້ນ. ແຜນງານມີຫຼາຍລະດັບທີ່ແຕກຕ່າງກັນຄືແຜນງານລະດັບຊາດ,ແຜນງານຂອງຂະແໜງການແລະທ້ອງຖິ່ນ.

ມາດຕາ15ໂຄງການລົງທຶນຂອງລັດ ໂຄງການລົງທຶນຂອງລັດແມ່ນການຜັນຂະຫຍາຍແຜນງານໃຫ້ເປັນອັນລະອຽດຊຶ່ງປະກອບດ້ວຍບັນດາກິດຈະກໍາທີ່ມີສ່ວນພົວພັນຊຶ່ງກັນແລະກັນແນໃສ່ຮັບໃຊ້ຫຼືບັນລຸວັດຖຸປະສົງຂອງໂຄງການນັ້ນເພື່ອຫວັງຜົນຕອບແທນທີ່ສາມາດວິເຄາະ,ປະເມີນຜົນໄດ້ໂດຍມີການກໍານົດເວລາເລີ່ມຕັ້ນແລະເວລາສິ້ນສຸດ.

ມາດຕາ16(ໃໝ່)ປະເພດໂຄງການລົງທຶນຂອງລັດ ປະເພດໂຄງການລົງທຶນຂອງລັດມີດັ່ງນີ້: 1.ໂຄງການລົງທຶນຂອງລັດລະດັບຊາດ; 2.ໂຄງການລົງທຶນຂອງລັດປົກກະຕິ.

ມາດຕາ17(ໃໝ່)ໂຄງການລົງທຶນຂອງລັດລະດັບຊາດ ໂນຄງການລົງທຶນຂອງລັດລະດັບຊາດແມ່ນໂຄງການທີ່ມີຄວາມໝາຍກວດລວມທົ່ວປະເທດ,ພົວພັນເຖິງຫຼາຍຂະແໜງການແລະຫຼາຍທ້ອງຖິ່ນ;ເປັນໂຄງການທີ່ມີລັກສະນະຍຸດທະສາດ,ໃຫ້ຜົນຕອບແທນສູງ,ສາມາດຂັບເຄື່ອນໃຫ້ແກ່ການພັດທະນາແລະມີຄວາມຍືນຍົງ,ໂຄງການລົງທຶນຂອງລັດລະດັບຊາດບໍ່ກໍານົດມູນຄ່າ,ສໍາລັບໄລຍະການປະຕິບັດແລະໄລຍະການຊໍາລະໃຫ້ປະຕິບັດຕາມມາດຕາ18ແລະມາດຕາ19ຂອງກົດໝາຍສະບັບນີ້. ການພິຈາລະນາເອົາໂຄງການເຂົ້າແຜນ,ການຮັບຮອງໂຄງການ,ການຄຸ້ມຄອງໂຄງການແລະການສະໜອງແຫຼ່ງທຶນໃຫ້ປະຕິບັດຕາມໂຄງການປົກກະຕິປະເພດ1.

ມາດຕາ18(ໃໝ່)ໂນຄງການລງທຶນຂອງລັດປົກກະຕິ ໂຄງການລົງທຶນຂອງລັດປົກກະຕິແມ່ນໂຄງການລົງທຶນຂອງລັດຂອງກະຊວງ,ອົງການລັດທຽບເທົ່າກະຊວງຫຼືອົງການປົກຄອງທ້ອງຖິ່ນເພື່ອປະຕິບັດວຽກງານຈຸດສຸມທີ່ໄດ້ກໍານົດໃນແຜນພັດທະນາຂອງຕົນ. ໂຄງການລົງທຶນຂອງລັດປົກກະຕິມີຫ້າປະເພດດັ່ງນີ້: 1.ໂຄງການລົງທຶນຂອງລັດປະເພດ1ແມ່ນໂຄງການທີ່ມີມູນຄ່າຫຼາຍກວ່າສີ່ຮ້ອຍຕື້ກີບຂຶ້ນໄປ,ໄລຍະປະຕິບັດໂຄງການບໍ່ເກີນເຈັດປີ; 2.ໂຄງການລົງທຶນຂອງລັດປະເພດ2ແມ່ນໂຄງການທີ່ມີມູນຄ່າຫຼາຍກວ່າສອງຮ້ອຍຕື້ກີບຫາສີ່ຮ້ອຍຕື້ກີບ,ໄລຍະປະຕິບັດໂຄງການບໍ່ເກີນຫົກປີ; 3.ໂຄງການລົງທຶນຂອງລັດປະເພດ3ແມ່ນໂຄງການທີ່ມີມູນຄ່າຫຼາຍກວ່າໜຶ່ງຮ້ອຍຕື້ກີບຫາສອງຮ້ອຍຕຶ້ກີບ,ໄລຍະປະຕິບັດໂຄງການບໍ່ເກີນຫ້າປີ; 4.ໂຄງການລົງທຶນລັດປະເພດສີ່ແມ່ນໂຄງການທີ່ມີມູນຄ່າຫຼາຍກວ່າຊາວຕື້ກີບຫາໜຶ່ງຮ້ອຍຕື້ກີບ,ໄລຍະປະຕິບັດໂຄງການບໍ່ເກີນສີ່ປີ; 5.ໂຄງການລົງທຶນຂອງລັດປະເພດ5ແມ່ນໂຄງການທີ່ມີມູນຄ່າແຕ່ຊາວຕື້ກີບລົງມາ,ໄລຍະປະຕິບັດໂຄງການບໍ່ເກີນສາມປີ. ໂຄງການລົງທຶນຂອງລັດປະເພດ2,3,4ແລະ5ນໍາໃຊ້ພາກລາຍຈ່າຍລົງທຶນຂອລັດປະຈໍປີ,ໂຄງການລົງທຶນຂອງລັດປະເພດ1ນໍາໃຊ້ແຫຼ່ງທຶນອື່ນບໍ່ແມ່ນພາກລາຍຈ່າຍລົງທຶນຂອງລັດປະຈໍາປີຕາມການຕົກລົງຂອງລັດຖະບານ.

ມາດຕາ19(ໃໝ່)ໄລຍະການຊໍາລະໂຄງການລົງທຶນຂອງລັດປົກກະຕິ ໄລຍະການຊໍາລະໂຄງການລົງທຶນຂອງລັດປົກກະຕິໃຫ້ປະຕິບັດດັ່ງນີ້: 1.ໂຄງການລົງທຶນຂອງລັດປະເພດໜຶ່ງມີໄລຍະການຊໍາລະບໍ່ເກີນສິບປີ; 2.ໂຄງການລົງທຶນຂອງລັດປະເພດ2ມີໄລຍະການຊໍາລະບໍ່ເກີນເກົ້າປີ; 3.ໂຄງການລົງທຶນຂອງລັດປະເພດ3ມີໄລຍະການຊໍາລະບໍ່ເກີນເຈັດປີ; 4.ໂຄງການລົງທຶນຂອງລັດປະເພດ4ມີໄລຍະການຊໍາລະບໍ່ເກີນຫົກປີ; 5.ໂຄງການລົງທຶນຂອງລັດປະເພດ5ມີໄລຍະການຊໍາລະບໍ່ເກີນຫ້າປີ. ສໍາລັບໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາການຊໍາລະໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ52ຂອງກົດໝາຍສະບັບນີ້.

ມາດຕາ20(ປັບປຸງ)ຄ່າໃຊ້ຈ່າຍລວມໃນການປະຕິບັດກິດຈະກໍາຂອງໂຄງການລົງທຶນຂອງລັດ ຄ່າໃຊ້ຈ່າຍລວມໃນການປະຕິບັດກິດຈະກໍາຂອງໂຄງການລົງທຶນຂອງລັດມີດັ່ງນີ້: 1.ໂຄງການກໍ່ສ້າງແລະສ້ອມແປງພື້ນຖານໂຄງລ່າງ; -ຄ່າໃຊ້ຈ່າຍໃນການກະກຽມໂຄງການມີການເກັບກໍາ,ວິເຄາະ,ວິໄຈຂໍ້ມູນແລະສ້າງບົດສຶກສາຄວາມເປັນໄປໄດ້ຂອງໂຄງການ,ສໍາຫຼວດອອກແບບໂຄງການ,ການສຶກສາຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ,ຄ່າຊົດເຊີຍແລະເວນຄືນສິ່ງກີດຂວາງໃນການປະຕິບັດໂຄງການ; -ຄ່າໃຊ້ຈ່າຍໃນການປະຕິບັດໂຄງການມີຄ່າວັດສະດຸ,ອຸປະກອນແລະຄ່າແຮງງານ; -ຄ່າໃຊ້ຈ່າຍໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົແລະທໍາມະຊາດ; -ຄ່າໃຊ້ຈ່າຍທົດລອງນໍາໃຊ້; -ຄ່າໃຊ້ຈ່າຍຄຸ້ມຄອງໂຄງການ; -ຄ່າທີ່ປຶກສາໂຄງການ; -ຄ່າອາກອນ; -ດອຍເບ້ຍເງິນກູ້ສໍາລັບໂຄງການກູ້ຢືມ. 2.ໂຄງການສະໜອງວັດຖຸປະກອນ: -ຄ່າຊື້ພາຫະນະແລະວັດຖຸປະກອນຮັບໃຊ້ການຜະລິດ; -ຄ່າຊື້ເຄື່ອງເຕັກນິກ-ວິຊາການແລະຊັບສິນ; -ຄ່າຊື້ວັດຖຸປະກອນຮັບໃຊ້ວິຊາການແລະເຄື່ອງເຟີນິເຈີທີ່ຈໍາເປັນທີ່ຕັດພັນໂດຍກົງກັບໂຄງການກໍ່ສ້າງໃໝ່. 3.ໂຄງການສົ່ງເສີມວິຊາການທີ່ບໍ່ຕິດພັນກັບການກໍ່ສ້າງແລະສະໜອງວັດຖຸປະກອນ: -ຄ່າຝຶກອົບຮົມ; -ຄ່າຄົ້ນຄວ້າວິທະຍາສາດເຕັກໂນໂລຊີ; -ຄ່າສົ່ງເສີມການຜະລິດ; -ຄ່າສ້າງແຜນແມ່ບົດພັດທະນາເສດຖະກິດສັງຄົມ.

ມາດຕາ21(ໃໝ່)ການກໍານົດໂຄງການລົງທຶນຂອງລັດ ໂຄງການລົງທຶນຂອງລັດສາມາດກໍານົດໄດ້ດັ່ງນີ້: 1.ໂຄງການກໍ່ສ້າງແລະສ້ອມແປງພື້ນຖານໂຄງລ່າງ. 2.ໂຄງການສະໜອງວັດຖຸປະກອນ. 3.ໂຄງການສົ່ງເສີມວິຊາການ; -ໂຄງການສຶກສາຄວາມເປັນໄປໄດ້ຂອງໂຄງການ; -ໂຄງການສໍາຫຼວດອອກແບບໂຄງການ; -ໂຄງການຊົດເຊີຍແລະເວນຄືນສິ່ງກີດຂວາງ; -ໂຄງການວ່າຈ້າງທີ່ປຶກສາໂຄງການ; -ໂຄງການໃຊ້ຈ່າຍຄຸ້ມຄອງໂຄງການ; -ໂຄງການຕິດຕາມ,ກວດກາການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ; -ໂຄງການສົ່ງເສີມວິຊາການອື່ນທີ່ບໍ່ຕິດພັນກັບການກໍ່ສ້າງແລະການສະໜອງວັດຖຸປະກອນ,ການຄິດໄລ່ມູນຄ່າໂຄງການໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ22(ປັບປຸງ)ເອກະສານໂຄງການລົງທຶນຂອງລັດ ເອກະສານໂຄງການລົງທຶນຂອງລັດມີດັ່ງນີ້: 1.ໂຄງການກໍ່ສ້າງແລະສ້ອມແຜງພື້ນຖານໂຄງລ່າງ; -ບົດສະເໜີໂຄງການ; -ບົດສຶກສາຄວາມເປັນໄປໄດ້ຂອງໂຄງການ; -ບົດລາຍງານການສໍາຫຼວດອອກແບບ; -ໃບຢັ້ງຢືນແບບແລະມູນຄ່າໂຄງການຂອງຂະແໜງການທີ່ກ່ຽວຂ້ອງ; -ໃບຢັ້ງຢືນການປະເມີນໂຄງການ; -ໃບໂອນສິດນໍາໃຊ້ທີ່ດິນເພື່ອສາທາລະນະປະໂຫຍດໃນກໍລະນີທີ່ມີການນໍາໃຊ້ທີ່ດິນຂອງປະຊາຊົນ;

ສໍາລັບໂຄງການລົງທຶນຂອງລັດປະເພດ1,2ແລະ3ທີ່ນໍາໃຊ້ເຕັກນິກສູງ,ຕ້ອງປະກອບເອກະສານເພີ່ມຕື່ມອີກດັ່ງນີ້: -ບົດພັດທະນາໂຄງການຫຼືບົດວິພາກເສດຖະກິດເຕັກນິກ; -ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາຊະຊາດ. 2.ໂຄງການສະໜອງວັດຖຸປະກອນ: -ບົດສະເໜີໂຄງການ; -ໃບປະເມີນລາຄາ; -ໃບກໍານົດຂໍ້ມູນສະເພາະຂອງວັດຖຸປະກອນ; -ໃບຢັ້ງຢືນການປະເມີນໂຄງການ. 3.ໂຄງການສົ່ງເສີມວິຊາການ: -ບົດສະເໜີໂຄງການ; -ແຜນດໍານີນງານ; -ໃບປະເມີນມູນຄ່າໂຄງການ; -ໃບຢັ້ງຢືນການປະເມີນໂຄງການ.

ມາດຕາ23ຂັ້ນຕອນກ່ຍວກັບການລົງທຶນຂອງລັດ ຂັ້ນຕອນກ່ຽວກັບການລົງທຶນຂອງລັດມີດັ່ງນີ້: 1.ການສ້າງ,ພິຈາລະນາແລະຮັບຮອງເອົາແຜນການລົງທຶນຂອງລັດ; 2.ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ; 3.ການກວດກາ,ກວດການແລະລາຍງານການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ; 4.ການມອບຮັບແລະນໍາໃຊ້ໂຄງການລົງທຶນຂອງລັດ.

ໝວດທີ3ການສ້າງ,ພິຈາລະນາແລະຮັບຮອງເອົາແຜນການລົງທຶນຂອງລັດ

ມາດຕາ24(ໃໝ່)ການຈັດສັນງົບປະມານການລົງທຶນຂອງລັດ ງົບປະມານການລົງທຶນຂອງລັດປະຈໍາປີຕ້ອງຈັດສັນໃຫ້ແຂວງ,ນະຄອນຫຼວງບໍ່ຫຼຸດຫ້າສິບສ່ວນຮ້ອຍຂອງທຶນທັງໝົດ,ສ່ວນທີ່ເຫຼືອແມ່ນຈັດສັນໃຫ້ກະຊວງ,ອົງການລັດທຽບເທົ່າກະຊວງ.

ມາດຕາ25ບ່ອນອີງໃນການສ້າງແຜນການລົງທຶນຂອງລັດ ບ່ອນອີງໃນການສ້າງແຜນການລົງທຶນຂອງລັດມີດັ່ງນີ້: 1.ແຜນພັດທະນາເສດຖະກິດສັງຄົມ,ການປ້ອງກັນຊາດປ້ອງກັນຄວາມສະຫງົບ,ແຜນພັດທະນາຂອງຂະແໜງການ,ທ້ອງຖິ່ນແລະເຂດແຄວ້ນ,ເຂດເສດຖະກິດຈຸດສຸມ; 2.ແຜນແມ່ບົດພັດທະນາພື້ນຖານໂຄງລ່າງເຕັກນິກ,ແຜນການນໍາໃຊ້ທີ່ດິນ,ແຜນແມ່ບົດໃນການນໍາໃຊ້ແຫຼ່ງນໍ້າ,ຊັບພະຍາກອນປ່າໄມ້,ບໍ່ແຮ່ແລະແຫຼ່ຊັບພະຍາກອນທໍາມະຊາດອື່ນ; 3.ກໍານົດໝາຍການຈັດສັນທຶນຂອງລັດ; 4.ຜົນຂອງການຈັດຕັ້ງປະຕິບັດແຜນການລົງທຶນຂອງັດໃນໄລຍະຜ່ານມາ; 5.ຄວາມສາມາດດຸ່ນດ່ຽງແຫຼ່ງທຶນ; 6.ທ່າແຮງບົ່ມຊ້ອນຂອງຂະແໜງການ,ທ້ອງຖິ່ນແລະເຂດແຄວ້ນ.

ມາດຕາ26(ປັບປຸງ)ບ່ອນອີງໃນການຈັດສັນງົບປະມານການລົງທຶນຂອງລັດ ບ່ອນອີງໃນການຈັດສັນງົບປະມານການລົງທຶນຂອງລັດຕ້ອງຈັດສັນຕາມແຜນງານ,ໂຄງການບົນພື້ນຖານແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ,ຮັບປະກັນໃຫ້ມີການສົມສ່ວນລະຫວ່າງຂົງເຂດຕ່າງໆເປັນຕ້ນຂົງເຂດເສດຖະກິດ,ວັດທະນະທໍາສັງຄົມ,ການປົກປັກຮັກສາສິ່ງແວດລ້ອມ,ການປ້ອງກັນຊາດປ້ອງກັນຄວາມສະຫງົບ,ບັນດາຂະແໜງການລະຫວ່າງສູນກາງແລະທ້ອງຖິ່ນ.

ມາດຕາ27(ໃໝ່)ການກໍາໝາຍການຈັດສັນງົບປະມານການລົງທຶນຂອງລັດ ການຈັດສັນງົບປະມານການລົງທຶນຂອງລັດໃຫ້ກະຊວງ,ອົງການລັດທຽບເທົ່າກະຊວງຕ້ອງອີງໃສ່ວິໄສທັດ,ຍຸດທະສາດ,ແຜນການ,ແຜນງານ,ໂຄງການ,ການແບ່ງຂັ້ນຄຸ້ມຄອງ,ຄວາມຕ້ອງການແລະຄວາມສາມາດໃນການສະໜອງງົບປະມານຕົວຈິງ. ການຈັດສັນງົບປະມານການລົງທຶນຂອງລັດໃຫ້ກະຊວງ,ອົງການລັດທຽບເທົ່າກະຊວງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ການຈັດສັນງົບປະມານການລົງທຶນຂອງລັດໃຫ້ອົງການປົກຄອງທ້ອງຖິ່ນຕ້ອງອີງໃສ່ກໍານົດໝາຍດັ່ງນີ້: 1.ລະດັບຄວາມທຸກຍາກແລະການພັດທະນາ; 2.ພັນທະໃນການປະກອບສ່ວນດ້ານລາຍຮັບງົບປະມານແຫ່ງລັດ; 3.ເນື້ອທີ່ທາງພູມສາດ; 4.ຈໍານວນປະຊາກອນ; 5.ຈໍານວນຫົວໜ່າຍບໍລິຫານການປົກຄອງ.

ມາດຕາ28ອົງການຮັບຜິດຊອບສ້າງແຜນການລົງທຶນຂອງລັດ ອົງການຮັບຜິດຊອບສ້າງແຜນການລົງທຶນຂອງລັດມີດັ່ງນີ້: 1.ລັດຖະບານ; 2.ກະຊວງແຜນການແລະການລົງທຶນ; 3.ກະຊວງ,ອົງການລັດທຽບເທົ່າກະຊວງ; 4.ອົງການປົກຄອງແຂວງ,ນະຄອນຫຼວງ; 5.ອົງການປົກຄອງເມືອງ,ເທດສະບານ,ນະຄອນ.

ມາດຕາ29(ປັບປຸງ)ລັດຖະບານ ລັດຖະບານເປັນຜູ້ກໍານົດທິດທາງ,ຄາດໝາຍລວມໃນການສ້າງແຜນການລົງທຶນຂອງລັດບົນພື້ນຖານການຄົ້ນຄວ້າຂອງກະຊວງແຜນການແລະການລົງທຶນກ່ຽວກັບບັນດາປັດໄຈຕ່າງໆເປັນຕົ້ນແຫຼ່ງທຶນແລະການດຸນດ່ຽງມະຫາພາກ.

ມາດຕາ30(ປັບປຸງ)ກະຊວງແຜນການແລະການລົງທຶນ ກະຊວງແຜນການແລະການລົງທຶນເປັນໃຈກາງປະສານງານກັບບັນດາຂະແໜງການແລະທ້ອງຖິ່ນໃນການຄົ້ນຄວ້າສ້າງ,ຜັນຂະຫຍາຍທິດທາງແລະຄາດໝາຍລວມຂອງລັດຖະບານແລ້ວແນະນໍາດ້ານວິຊາການກ່ຽວກັບການສ້າງແຜນການໃຫ້ຂະແໜງການແລະທ້ອງຖິ່ນ,ຈາກນັ້ນຈຶ່ງຄົ້ນຄວ້າ,ສັງຄົມແຜນການລົງທຶນຂອງກະຊວງ,ອົງການລັດທຽບເທົ່າກະຊວງແລະທ້ອງຖິ່ນເພື່ອສ້າງແຜນການລົງທຶນຂອງລັດໃນທົ່ວປະເທດເພື່ອນໍາສະເໜີລັດຖະບານພິຈາລະນາ.

ມາດຕາ31(ປັບປຸງ)ກະຊວງ,ອົງການລັດທຽບເທົ່າກະຊວງ ກະຊວງ,ອົງການລັດທຽບເທົ່າກະຊວງຊີ້ນໍາພາກສ່ວນຕ່າງໆທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນສ້າງແຜນການລົງທຶນຂອງລັດໃນຂັ້ນຂອງຕົນເພື່ອນໍາສະເໜີຕໍ່ກະຊວງແຜນການແລະການລົງທຶນ.

ມາດຕາ32(ໃໝ່)ອົງການປົກຄອງທ້ອງຖິ່ນ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນມີຄວາມຮັບຜິດຊອບດັ່ງນີ້: 1.ຂັ້ນແຂວງເປັນເຈົ້າການໃນການຄົ້ນຄວ້າສ້າງ,ຜັນຂະຫຍາຍແຜນພັດທະນາເສດຖະກິດສັງຄົມໃຫ້ກາຍເປັນແຜນການ,ແຜນງານ,ໂຄງການລະອຽດຫ້າປີແລະປະຈໍາປີຂອງຕົນ; 2.ຂັ້ນເມືອງເປັນເຈົ້າການໃນການຄົ້ນຄວ້າສ້າງ,ຜັນຂະຫຍາຍແຜນພັດທະນາເສດຖະກິດສັງຄົມໃຫ້ກາຍເປັນແຜນການ,ແຜນງານ,ໂຄງການລະອຽດຫ້າປີແລະປະຈໍາປີຂອງຕົນ.

ມາດຕາ33(ປັບປຸງ)ເງື່ອນໄຂພື້ນຖານໃນການພິຈາລະນາຮັບເອົາໂຄງການລົງທຶນຂອງລັດ ເງື່ອນໄຂພື້ນຖານໃນການພິຈາລະນາຮັບເອົາໂຄງການລົງທຶນເຂົ້າໃນແຜນການລົງທຶນຂອງລັດມີດັ່ງນີ້: 1.ສອດຄ່ອງກັບຜົນພັດທະນາເສດຖະກິດສັງຄົມແລະແຜນງົບປະມານແຫ່ງລັດ; 2.ເປັນໂຄງການທີ່ຮັບປະກັນໃຫ້ມີປະສິດທິຜົນສູງທາງດ້ານເສດຖະກິດສັງຄົມ; 3.ເປັນໂຄງການທີ່ຮັບປະກັນການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ,ບໍ່ແຕະຕ້ອງປູຊະນີຍະສະຖານ,ວັດຖຸບູຮານ,ປ່າສະຫງວນ,ປ່າປ້ອງກັນຫຼືທີ່ດິນຊຶ່ງໄດ້ຮັບອະນຸຍາດໃຫ້ນໍາໃຊ້ເພື່ອສາທາລະນະປະໂຫຍດແລ້ວ; 4.ມີເອກະສານປະກອບຕາມທີ່ໄດ້ກໍານົດໄວ້ໃນມາດຕາ22ຂອງກົດໝາຍສະບັບນີ້; 5.ໄດ້ຮັບການເຫັນດີຈາກກະຊວງ,ອົງການລັດທຽບເທົ່າກະຊວງຫຼືອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ; 6.ໄດ້ຜ່ານການປະເມີນຕາມຫຼັກວິຊາການຈາກອງການປະເມີນໂຄງການລົງທຶນຂອງລັດແຕ່ລະຂັ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້; 7.ຖືກກໍານົດໃນທິດທາງແຜນການລົງທຶນຂອງລັດຫ້າປີ. ສໍາລັບໂຄງການທີ່ນໍາໃຊ້ທຶນຊ່ວຍເຫຼືອທາງການເພື່ອການພັດທະນາຕ້ອງມີການຢັ້ງຢືນແຫຼ່ງທຶນຈະແຈ້ງກ່ອນຈຶ່ງສາມາດກໍານົດເອົາໂຄງການນັ້ນເຂົ້າໃນແຜນການລົງທຶນຂອງລັດ.

ມາດຕາ34(ປັບປຸງ)ການປະເມີນແລະອົງການປະເປີນໂຄງການລົງທຶນຂອງລັດ ການປະເມີນໂຄງການລົງທຶນຂອງລັດຕ້ອງໃຫ້ຖືກຕ້ອງຕາມຫຼັກວິຊາການແລະນໍາໃຊ້ເຄື່ອງມືການປະເມີນໂຄງການທີ່ກະຊວງແຜນການແລະການລົງທຶນວາງອອກ. ອົງການປະເມີນໂຄງການລົງທຶນຂອງລັດປະກອບດ້ວຍ: 1.ກະຊວງແຜນການແລະການລົງທຶນປະເມີນໂຄງການລົງທຶນຂອງລັດຂອງກະຊວງ,ອົງການລັດທຽບເທົ່າກະຊວງແລະປະເມີນໂຄງການລົງທຶນຂອງລັດປະເພດ1,2,3ແລະ4ຂອງແຂວງ,ນະຄອນຫຼວງ. 2.ພະແນກແຜນການແລະການລົງທຶນ,ນະຄອນຫຼວງປະເມີນໂຄງການລົງທຶນຂອງລັດປະເພດ4ຂອງຕົນ.

ມາດຕາ35(ປັບປຸງ)ການຈັດບູລິມະສິດໂຄງການເຂົ້າໃນແຜນການລົງທຶນຂອງລັດ ການຈັດບູລິມະສິດໂຄງການລົງທຶນຂອງລັດເຂົ້າໃນແຜນການລົງທຶນຂອງລັດໃຫ້ປະຕິບັດດັ່ງນີ້: 1.ເປັນໂຄງການທີ່ເປັນບູລິມະສິດຂອງກະຊວງ,ອົງການລັດທຽບເທົ່າກະຊວງຫຼືອົງການປົກຄອງທ້ອງຖິ່ນ; 2.ເປັນໂຄງການທີ່ມີເປົ້າໝາຍສອດຄ່ອງກັບເປົ້າໝາຍຂອງຂົງເຂດ,ຂະແໜງການຈຸດສຸມທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດສັງຄົມຫ້າປີ; 3.ເປັນໂຄງການທີ່ມີຜົນຕອບແທນສູງທາງດ້ານເສດຖະກິດສັງຄົມແລະຮັບປະກັນການພັດທະນາແບບຍືນຍົງ; 4.ເປັນໂຄງການແກ້ໄຂໄພພິບັດທາງທໍາມະຊາດແລະເຫດສຸກເສີນອື່ນ; 5.ເປັນໂຄງການທີ່ນໍາໃຊ້ທຶນຊ່ວຍເຫຼືອທາງການເພື່ອການພັດທະນາທີ່ຮຽກຮ້ອງໃຫ້ມີທຶນສົມທົບຈາກງົບປະມານພາຍໃນ.

ມາດຕາ36(ໃໝ່)ການພິຈາລະນາແຜນການລົງທຶນຂອງລັດ ລັດຖະບານເປັນຜູ້ພິຈາລະນາໂຄງການລົງທຶນຂອງລັດລະດັບຊາດ,ໂຄງການລົງທຶນຂອງລັດປະເພດ1,2ແລະ3ເຂົ້າໃນແຜນການລົງທຶນຂອງລັດຕາມການສະເໜີຂອງກະຊວງແຜນການແລະການລົງທຶນ. ກະຊວງແຜນການແລະການລົງທຶນຄົ້ນຄວ້າ,ພິຈາລະນາໂຄງການລົງທຶນຂອງລັດປະເພດ4ແລະ5ຂອງກະຊວງ,ອົງການລັດທຽບເທົ່າກະຊວງແລະໂຄງການລົງທຶນຂອງລັດປະເພດ4ຂອງແຂວງ,ນະຄອນຫຼວງເຂົ້າໃນແຜນການລົງທຶນຂອງລັດຕາມການສະເໜີຂອງລັດຖະມົນຕີກະຊວງ,ຫົວໜ້າອົງການລັດທຽບເທົ່າກະຊວງ,ເຈົ້າແຂວງແລະເຈົ້າຄອງນະຄອນຫຼວງ ແຂວງ,ນະຄອນຫຼວງຄົ້ນຄວ້າ,ພິຈາລະນາໂຄງການລົງທຶນຂອງລັດປະເພດ5ຂອງຕົນເຂົ້າໃນແຜນການລົງທຶນຂອງລັດຕາມການສະເໜີຂອງພະແນກແຜນການແລະການລົງທຶນ.

ມາດຕາ37(ໃໝ່)ການຮັບຮອງເອົາແຜນການລົງທຶນຂອງລັດ ອົງການທີ່ມີສິດຮັບຮອງເອົາແຜນການລົງທຶນຂອງລັດມີດັ່ງນີ້: 1.ສະພາແຫ່ງຊາດ; 2.ສະພາປະຊາຊົນຂັ້ນແຂວງ.

ມາດຕາ38(ໃໝ່)ສະພາແຫ່ງຊາດ ສະພາແຫ່ງຊາດພິຈາລະນາຮັບຮອງເອົາວິໄສທັດ,ຍຸດທະສາດ,ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຫ້າປີແລະປະຈໍາປີ,ແຜນຈັດສັນງົບປະມານການລົງທຶນຂອງລັດຫ້າປີ,ໂຄງການລົງທຶນຂອງລັດລະດັບຊາດປະຈໍາປີ,ແຜນການລົງທຶນຂອງລັດປະຈໍາປີ,ໂຄງການລົງທຶນຂອງລັດປະເພດ1ແລະແຜນຈັດສັນງົບປະມານຂອງໂຄງການລົງທຶນຂອງລັດປະເພດ2,3,4ຂອງກະຊວງ,ອົງການລັດທຽບເທົ່າກະຊວງແລະອົງການປົກຄອງທ້ອງຖິ່ນ,ແຜນຈັດສັນງົບປະມານການລົງທຶນຂອງລັດ,ໂຄງການລົງທຶນຂອງລັດປະເພດ5ຂອງກະຊວງ,ອົງການລັດທຽບເທົ່າກະຊວງ,ຮ່າງເອກະສານດັ່ງກ່າວຕ້ອງສົ່ງເຖິງສະພາແຫ່ງຊາດຢ່າງຊ້າສິບຫ້າວັນລັດຖະການກ່ອນວັນເປີດກອງປະຊຸມສະພາແຫ່ງຊາດ. ສໍາລັບໂຄງການລົງທຶນຂອງລັດລະດັບຊາດ,ໂຄງການລົງທຶນຂອງລັດປະເພດ1ນັ້ນສະພາແຫ່ງຊາດພິຈາລະນາເປັນແຕ່ລະໂຄງການຕາມການສະເໜີຂອງລັດຖະບານ.

ມາດຕາ39(ໃໝ່)ສະພາປະຊາຊົນຂັ້ນແຂວງ ສະພາປະຊາຊົນຂັ້ນແຂວງພິຈາລະນາຮັບຮອງເອົາຍຸດທະສາດ,ແຜນພັດທະນາເສດຖະກິດສັງຄົມຫ້າປີແລະປະຈໍາປີຂັ້ນແຂວງ,ແຜນການລົງທຶນຂອງລັດຫ້າປີ,ແຜນການລົງທຶນຂອງລັດປະຈໍາປີ,ໂຄງການລົງທຶນຂອງລັດປະເພດ5ຂອງແຂວງ,ນະຄອນຫຼວງຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ແຕ່ກ່ອນນໍາສະເໜີສະພາປະຊາຊົນຂັ້ນແຂວງຮັບຮອງຕ້ອງສົ່ງຮ່າງແຜນການລົງທຶນໃຫ້ກະຊວງແຜນການແລະການລົງທຶນຄົ້ນຄວ້າມີຄໍາເຫັນກ່ຽວກັບຄວາມສອດຄ່ອງດ້ານນະໂຍບາຍການພັດທະນາແລະກົດໝາຍວ່າດ້ວຍການລົງທຶນຂອງລັດ,ຮ່າງເອກະສານດັ່ງກ່າວຕ້ອງສົ່ງເຖິງສະພາປະຊາຊົນຂັ້ນແຂວງຢ່າງຊ້າສິບຫ້າວັນລັດຖະການກ່ອນວັນເປີດກອງປະຊຸມສະພາປະຊາຊົນຂັ້ນແຂວງ,ພາຍຫຼັງສະພາປະຊາຊົນຂັ້ນແຂວງຮັບຮອງແລ້ວກໍ່ສາມາດຈັດຕັ້ງປະຕິບັດໄດ້.

ໝວດທີ4ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ

ມາດຕາ40ອົງການຮັບຜິດຊອບກ່ຽວກັບການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ອົງການຮັບຜິດຊອບກ່ຽວກັບການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດມີດັ່ງນີ້: 1.ລັດຖະບານ; 2.ກະຊວງແຜນການແລະການລົງທຶນ; 3.ກະຊວງການເງິນ; 4.ກະຊວງ,ອົງການລັດທຽບເທົ່າກະຊວງ; 5.ອົງການປົກຄອງທ້ອງຖິ່ນ.

ມາດຕາ41(ປັບປຸງ)ລັດຖະບານ ລັດຖະບານອອກດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດປະຈໍາປີພາຍໃນສິບຫ້າວັນພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ. ລັດຖະບານແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງໂຄງການລົງທຶນຂອງລັດລະດັບຊາດແລະໂຄງການລົງທຶນຂອງລັດປະເພດ1ຊຶ່ງປະກອບດ້ວຍຂະແໜງການແລະທ້ອງຖິ່ນທີ່ກ່ຽວຂ້ອງ.

ມາດຕາ42ກະຊວງແຜນການແລະການລົງທຶນ ກະຊວງແຜນການແລະການລົງທຶນອອກຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ,ແຜນການລົງທຶນຂອງລັດປະຈໍາປີພາຍໃນສິບຫ້າວັນພາຍຫຼັງທີ່ລັດຖະບານໄດ້ອອກດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນການດັ່ງກ່າວ.

ມາດຕາ43ກະຊວງການເງິນ ກະຊວງການເງິນເປັນຜູ້ຄຸ້ມຄອງ,ຕິດຕາມການສະໜອງແລະການນໍາໃຊ້ງົບປະມານຂອງລັດເພື່ອຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດຂອງກະຊວງ,ອົງການລັດທຽບເທົ່າກະຊວງແລະອົງການປົກຄອງທ້ອງຖິ່ນ.

ມາດຕາ44(ປັບປຸງ)ກະຊວງ,ອົງການລັດທຽບເທົ່າກະຊວງ ກະຊວງ,ອົງການລັດທຽບເທົ່າກະຊວງມີຄວາມຮັບຜິດຊອບໂດຍກົງໃນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດປະເພດ1,2,3,4ແລະ5ຂອງຕົນໃຫ້ຖືກຕ້ອງຕາມກົດໝາຍແລະລະບຽບການ. ໃນກໍລະນີກະຊວງ,ອົງການລັດທຽບເທົ່າກະຊວງມອບໂຄງການໃຫ້ທ້ອງຖິ່ນປະຕິບັດນັ້ນຕ້ອງມອບແຕ່ຫົວທີ່ໂດຍເລີ່ມແຕ່ຂັ້ນການແຕ່ງຕັ້ງຄະນະຮັບຜິດຊອບໂຄງການລົງທຶນຂອງລັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ46ຂອງກົດໝາຍສະບັບນີ້.

ມາດຕາ45(ປັບປຸງ)ອົງການປົກຄອງທ້ອງຖິ່ນ ອົງການປົກຄອງຂັ້ນແຂວງຮັບຜິດຊອບໃນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດປະເພດ1,2,3,4ແລະ5ໃຫ້ຖືກຕ້ອງຕາມກົດໝາຍແລະລະບຽບການ. ອົງການປົກຄອງຂັ້ນເມືອງຮັບຜິດຊອບໃນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດທີ່ມີມູນຄ່າແຕ່ຫ້າຕື້ກີບລົງມາໃຫ້ຖືກຕ້ອງຕາມກົດໝາຍແລະລະບຽບການ.ສໍາລັບເມືອງທີ່ມີເງື່ອນໄຂກໍ່ສາມາດຈັດຕັ້ງປະຕິບັດໂຄງການທີ່ມີມູນຄ່າສູງກວ່າຫ້າຕື້ກີບແຕ່ບໍ່ເກີນຊາວຕື້ກີບໂດຍການຕົກລົງເຫັນດີຂອງອົງການປົກຄອງແຂວງ,ນະຄອນຫຼວງ. ໃນກໍລະນີທ້ອງຖິ່ນທີ່ໄດ້ຮັບໂຄງການລົງທຶນຂອງລັດຈາກກະຊວງ,ອົງການລັດທຽບເທົ່າກະຊວງໃຫ້ຈັດຕັ້ງປະຕິບັດກໍ່ໃຫ້ທ້ອງຖິ່ນປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ.

ມາດຕາ46ຂັ້ນຕອນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ໂຄງການລົງທຶນຂອງລັດໃຫ້ຈັດຕັ້ງປະຕິບັດຕາມຂັ້ນຕອນດັ່ງນີ້: 1.ແຕ່ງຕັ້ງຄະນະຮັບຜິດຊອບໂຄງການລົງທຶນຂອງລັດ; 2.ຈັດຕັ້ງປະມູນໂຄງການລົງທຶນຂອງລັດ; 3.ສ້າງສັນຍາໂຄງການລົງທຶນຂອງລັດ; 4.ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ.

ມາດຕາ47(ປັບປຸງ)ການແຕ່ຕັ້ງຄະນະຮັບຜິດຊອບໂຄງການລົງທຶນຂອງລັດ ພາຍຫຼັງແຜນການລົງທຶນຂອງລັດປະຈໍາປີຖືກຮັບຮອງແລະຮອດໄລຍະເລີ່ມຈັດຕັ້ງປະຕິບັດປີງົບປະມານເຈົ້າຂອງໂຄງການຕ້ອງແຕ່ງຕັ້ງຄະນະຮັບຜິດຊອບໂຄງການ.ຄະນະຮັບຜິດຊອບໂຄງການປະກອບດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງເຈົ້າຂອງໂຄງການ,ຜູ້ຕາງໜ້າຈາກຂະແໜງການການເງິນ,ຂະແໜງການແຜນການແລະການລົງທຶນແລະຂະແໜງການອື່ນທີ່ກ່ຽວຂ້ອງເຂົ້າຮ່ວມນໍາເພື່ອດໍາເນີນການຄຸ້ມຄອງໂຄງການໃຫ້ສອດຄ່ອງກັບເປົ້າໝາຍ,ແຜນດໍາເນີນງານແລະທັນກັບກໍານົດເວລາ.

ມາດຕາ48(ປັບປຸງ)ການຈັດຕັ້ງປະມູນໂຄງການລົງທຶນຂອງລັດ ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດຕ້ອງມີການປະມູນ,ການຈັດຕັ້ງປະມູນຕ້ອງປະຕິບັດຕາມນິຕິກໍາທີ່ກ່ຽວຂ້ອງຢ່າງເຂັ້ມງວດແລະຮັບປະກັນການເປີດກວ້າງ,ໃຫ້ມີຄວາມໂປ່ງໃສສາມາດກວດສອບໄດ້,ມີຄວາມສະເໝີພາບແລະຍຸຕິທໍາ. ການປະມຸນໂຄງການລົງທຶນຂອງລັດຕ້ອງມີຜູ້ຕາງໜ້າຈາກຂະແໜງການການເງິນ,ຂະແໜງການແຜນການແລະການລົງທຶນແລະຂະແໜງການອື່ນທີ່ກ່ຽວຂ້ອງເຂົ້າຮ່ວມນໍາ. ເຈົ້າຂອງໂຄງການເປັນຜູ້ຄົ້ນຄວ້າຕົກລົງສະຖານທີ່ຈັດຕັ້ງການປະມູນໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ. ການປະມູນທີ່ບໍ່ຖືກຕ້ອງຕາມກົດໝາຍແລະລະບຽບການເປັນຕົ້ນການປະມູນແບບຮູບການຖືວ່າເປັນໂມຄະ. ການປະມູນໂຄງການລົງທຶນຂອງລັດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ49(ໃໝ່)ການສ້າງສັນຍາໂຄງການລົງທຶນຂອງລັດ ເຈົ້າຂອງໂຄງການສ້າງສັນຍາປະຕິບັດໂຄງການລົງທຶນຂອງລັດກັບຜູ້ຮັບເໝົາ,ຜູ້ສະໜອງແລະຜູ້ໃຫ້ບໍລິການໂດຍສອດຄ່ອງກັບກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ50(ໃໝ່)ການຄໍ້າປະກັນສັນຍາຮັບເໝົາແລະການຄໍ້າປະກັນໂຄງການລົງທຶນຂອງລັດ ການຄໍ້າປະກັນສັນຍາຮັບເໝົາແມ່ນຜູ້ຮັບເໝົາ,ຜູ້ສະໜອງ,ຜູ້ໃຫ້ບໍລິການຕ້ອງວາງເງິນຄໍ້າປະກັນສັນຍາໃຫ້ເຈົ້າຂອງໂຄງການພາຍຫຼັງທີ່ໄດ້ມີການເຊັນສັນຍາ. ການຄໍ້າປະກັນໂຄການແມ່ນຜູ້ຮັບເໝົາ,ຜູ້ສະໜອງ,ຕ້ອງວາງເງິນຄໍ້າປະກັນໂຄງການໃຫ້ເຈົ້າຂອງໂຄງການ. ອັດຕາແລະກໍານົດເວລາຄໍ້າປະກັນສັນຍາແລະຄໍ້າປະກັນໂຄງການໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ51(ປັບປຸງ)ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດທີ່ມີການປະກອບສ່ວນທຶນຂອງປະຊາຊົນ ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດທີ່ມີການປະກອບສ່ວນທຶນຂອງປະຊາຊົນຊຶ່ງໃນນັ້ນມີທຶນຂອງລັດກວມເອົາແຕ່ສາມສິບສ່ວນຮ້ອຍຂອງທຶນທັງໝົດຂຶ້ນໄປໃຫ້ປະຕິບັດຕາມກົດໝາຍສະບັບນີ້.ຖ້າວ່າທຶນຂອງລັດຖະບານຫາກຕໍ່າກວ່າສາມສິບສ່ວນຮ້ອຍຂອງທຶນທັງໝົດໃຫ້ປະຕິບັດຕາມການຕົກລົງລະຫວ່າງເຈົ້າຂອງໂຄງການກັບປະຊາຊົນ.

ມາດຕາ52(ປັບປຸງ)ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດທີ່ນໍາໃຊ້ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດທີ່ນໍາໃຊ້ທຶນຊ່ວຍເຫຼືອທາງການເພື່ອການພັດທະນາໃຫ້ປະຕິບັດຕາມກົດໝາຍສະບັບນີ້ຫຼືກົດໝາຍ,ລະບຽບການອື່ນທີ່ກ່ຽວຂ້ອງຫຼືສັນຍາແລະອະນຸສັນຍາລະຫວ່າງລັດຖະບານກັບຜູ້ໃຫ້ທຶນ.

ມາດຕາ53ການຕິດຕາມກວດກາ,ກວດການແລະປະເມີນຜົນໂຄງການລົງທຶນຂອງລັດ ພາຍຫຼັງທີ່ໄດ້ປະຕິບັດໂຄງການລົງທຶນຂອງລັດມາໃນໄລຍະໃດໜຶ່ງແລ້ວຕ້ອງປະຕິບັດດັ່ງນີ້: 1.ຕິດຕາມກວດກາ,ກວດການການຈັດຕັ້ງປະຕິບັດໂຄງການເປັນປົກກະຕິ; 2.ດໍາເນີນການປະເມີນຜົນເປັນແຕ່ລະໄລຍະເປັນຕົ້ນປະເມີນຜົນໃນເວລາຈັດຕັ້ງປະຕິບັດໂຄງການ. ເນື້ອໃນການກວດກາ,ກວດການແລະປະເມີນຜົນຕົ້ນຕໍມີດັ່ງນີ້: 1.ຄວາມສອດຄ່ອງກັບແຜນພັດທະນາໂຄງການແລະຜູ້ທີ່ໄດ້ຮັບຜົນປະໂຫຍດ; 2.ປະສິດທິພາບຂອງການນໍາໃຊ້ງົບປະມານແລະຄວາມຄືບໜ້າໃນການປະຕິບັດໂຄງການ; 3.ປະສິດທິຜົນໄດ້ບັນລຸຕາມຈຸດປະສົງ,ເປົ້າໝາຍຂອງໂຄງການ; 4.ຜົນກະທົບທາງດ້ານເສດຖະກິດ,ສັງຄົມແລະສິ່ງແວດລ້ອມ; 5.ໝາກຜົນຂອງໂຄງການໄດ້ຮັບການນໍາໃຊ້ຢ່າງຖືກຕ້ອງກັບເປົ້າໝາຍຂອງໂຄງການແລະປະກອບສ່ວນນໍາເອົາຜົນປະໂຫຍດມາສູ່ສັງຄົມ. ໃນການກວດກາ,ກວດກາແລະປະເມີນຜົນຖ້າຫາກພົບເຫັນບັນຫາໃດໜຶ່ງຕ້ອງມີມາດຕະການແລະວິທີແການແກ້ໄຂໃຫ້ທັນການ.

ມາດຕາ54(ປັບປຸງ)ການດັດແກ້ມູນຄ່າໂຄງການລົງທຶນຂອງລັດ ໃນການດັດແກ້ມູນຄ່າໂຄງການລົງທຶນຂອງລັດໃຫ້ປະຕິບັດດັ່ງນີ້: 1.ອົງການທີ່ມີສິດໃນການດັດແກ້ໂຄງການລົງທຶນຂອງລັດມີດັ່ງນີ້: -ສະພາແຫ່ງຊາດພິຈາລະນາການດັດແກ້ໃນມູນຄ່າຂອງການດັດແກ້ຫຼາຍກວ່າຫ້າສິບຕື້ກີບຂຶ້ນໄປຕາມການສະເໜີຂອງລັດຖະບານ; -ລັດຖະບານພິຈາລະນາດັດແກ້ໃນມູນຄ່າຂອງການດັດແກ້ຫຼາຍກວ່າສິບຕື້ກີບຫາຫ້າສິບຕື້ກີບຕາມການສະເໜີຂອງກະຊວງແຜນການແລະການລົງທຶນ; -ກະຊວງແຜນການແລະການລົງທຶນພິຈາລະນາດັດແກ້ໃນມູນຄ່າຂອງການດັດແກ້ແຕ່ສິບຕື້ກີບລົງມາສໍາລັບໂຄງການຂອງກະຊວງແລະອົງການລັດທຽບເທົ່າກະຊວງຕາມການສະເໜີຂອງລັດຖະມົນຕີກະຊວງຫຼືຫົວໜ້າອົງການລັດທຽບເທົ່າກະຊວງ;ດັດແກ້ໃນມູນຄ່າຂອງການດັດແກ້ຫຼາຍກວ່າຫ້າຕື້ກີບຫາສິບຕື້ກີບສໍາລັບໂຄງການຂອງອົງການປົກຄອງທ້ອງຖິ່ນຕາມການສະເໜີຂອງເຈົ້າແຂວງຫຼືເຈົ້າຄອງນະຄອນຫຼວງ; -ສະພາປະຊາຊົນຂັ້ນແຂວງພິຈາລະນາດັດແກ້ໃນມູນຄ່າຂອງການດັດແກ້ແຕ່ຫ້າຕື້ກີບລົງມາສໍາລັບໂຄງການລົງທຶນຂອງລັດປະເພດຫ້າຂອງອົງການປົກຄອງທ້ອງຖິ່ນຕາມການສະເໜີຂອງເຈົ້າແຂວງຫຼືເຈົ້າຄອງນະຄອນຫຼວງ. 2.ໂຄງການລົງທຶນຂອງລັດທີ່ສາມາດດັດແກ້ໄດ້ຕ້ອງມີສາເຫດໃດໜຶ່ງດັ່ງນີ້: -ລາຄາວັດສະດຸກໍ່ສ້າງໃນຕະຫຼາດເພີ່ມຂຶ້ນເກີນກວ່າສິບຫ້າສ່ວນຮ້ອຍຂອງລາຄາໃນວັນເຊັນສັນຍາ; -ການປັບປຸງຄ່າແຮງງານຕາມນະໂຍບາຍຂອງລັດຖະບານພາຍຫຼັງທີ່ໄດ້ເຊັນສັນຍາ; -ການເພີ່ມໜ້າວຽກ,ປ່ຽນແປງໂຄງສ້າງ,ປ່ຽນແປງແຜນຜັງເຕັກນິກ,ຖືກຜົນກະທົບຈາກໄພພິບັດທາງທໍາມະຊາດ,ເຫດບັງເອີນທີ່ບໍ່ສາມາດຄວບຄຸມໄດ້; -ການປ່ຽນແປງນະໂຍບາຍ,ແຜນແມ່ບົດຫຼືຄວາມຈໍາເປັນທີ່ສົ່ງຜົນສະທ້ອນໂດຍກົງຕໍ່ປະສິດທິຜົນຂອງໂຄງການ. 3.ໂຄງການລົງທຶນຂອງລັດທີ່ມີຫຼາຍກິດຈະການອາດຈະດັດແກ້ເປັນແຕ່ລະກິດຈະການຍ່ອຍແລະໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງແລະສອງຂອງມາດຕານີ້; 4.ໂຄງການລົງທຶນຂອງລັດທີ່ຈະດັດແກ້ມູນຄ່າໂຄງການຕ້ອງມີແຫຼ່ງທຶນງົບປະມານຮອງຮອບທີ່ແນ່ນອນ. ກະຊວງແຜນການແລະການລົງທຶນສັງລວມບັນດາໂຄງການລົງທຶນທີ່ໄດ້ດັດແກ້ແລ້ວສະເໜີລັດຖະບານເພື່ອລາຍງານໃຫ້ສະພາແຫ່ງຊາດ.

ມາດຕາ55(ປັບປຸງ)ການໂຈະໂຄງການລົງທຶນຂອງລັດ ໃນການໂຈະໂຄງການລົງທຶນຂອງລັດໃຫ້ປະຕິບັດດັ່ງນີ້: 1.ອົງການທີ່ມີສິດໃນການໂຈະໂຄງການລົງທຶນຂອງລັດມີ: -ສະພາແຫ່ງຊາດພິຈາລະນາການໂຈະໂຄງການລົງທຶນຂອງລັດລະດັບຊາດແລະໂຄງການລົງທຶນຂອງລັດປະເພດ1ຕາມການສະເໜີຂອງລັດຖະບານ; -ລັດຖະບານພິຈາລະນາການໂຈະໂຄງການລົງທຶນຂອງລັດປະເພດ2ແລະ3ຕາມການສະເໜີຂອງກະຊວງແຜນການແລະການລົງທຶນ; ໍກະຊວງແຜນການແລະການລົງທຶນພິຈາລະນາການໂຈະໂຄງການລົງທຶນຂອງລັດປະເພດ4ແລະ5ຂອງກະຊວງແລະອົງການລັດທຽບເທົ່າກະຊວງຕາມການສະເໜີຂອງລັດຖະມົນຕີກະຊວງ,ຫົວໜ້າອົງການລັດທຽບເທົ່າກະຊວງ;ໂຈະໂຄງການລົງທຶນຂອງລັດປະເພດ4ຂອງອົງການປົກຄອງທ້ອງຖິິ່ນຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ; -ສະພາປະຊາຊົນຂັ້ນແຂວງພິຈາລະນາການໂຈະໂຄງການລົງທຶນຂອງລັດປະເພດ5ຂອງອົງການປົກຄອງທ້ອງຖິ່ນຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ. 2.ໂຄງການລົງທຶນຂອງລັດຈະຖືກໂຈະເມື່ອມີສາເຫດໃດໜຶ່ງດັ່ງນີ້: -ມີປະສິດທິຜົນຕໍ່າ; -ມີການປ່ຽນແປງນະໂຍບາຍຫຼືແຜນແມ່ບົດ; -ຂັດກັບແຜນພັດທະນາໂຄງການ; -ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສະພາບແວດລ້ອມສັງຄົມແລະທໍາມະຊາດ; -ແຕະຕ້ອງປູສະນີຍະສະຖານແລະວັດຖຸບູຮານ. ແກ່ຍາວການປະຕິບັດໂຄງການເກີນກໍານົດຕາມທີ່ໄດ້ກໍານົດໄວ້ໃນມາດຕາ18ຂອງກົດໝາຍສະບັບນີ້; -ໃນກໍລະນີງົບປະມານຫຼືທຶນຮອນເພື່ອຊໍາລະຫາກບໍ່ພຽງພໍກໍ່ສາມາດໂຈະໂຄງການໄວ້ຊົ່ວຄາວ. ກະຊວງແຜນການແລະການລົງທຶນສັງລວມບັນດາໂຄງການລົງທຶນທີ່ໄດ້ໂຈະແລ້ວສະເໜີລັດຖະບານເພື່ອລາຍງານໃຫ້ສະພາແຫ່ງຊາດ.

ມາດຕາ56(ປັບປຸງ)ການອວ່າຍທຶນໂຄງການລົງທຶນຂອງລັດ ໃນການອວ່າຍທຶນໂຄງການລົງທຶນຂອງລັດໃຫ້ປະຕິບັດດັ່ງນີ້: 1.ອົງການທີ່ມີສິດໃນການອວ່າຍທຶນໂຄງການລົງທຶນຂອງລັດມີ: -ສະພາແຫ່ງຊາດພິຈາລະນາການອວ່າຍທຶນໂຄງການລົງທຶນຂອງລັດໃນມູນຄ່າອວ່າຍທຶນຫຼາຍກວ່າຫ້າສິບຕື້ກີບຂຶ້ນໄປຕາມການສະເໜີຂອງລັດຖະບານ; -ລັດຖະບານພິຈາລະນາການອວ່າຍທຶນໂຄງການລົງທຶນຂອງລັດໃນມູນຄ່າອວ່າຍທຶນຫຼາຍກວ່າສິບຕື້ກີບຫາຫ້າສິບຕື້ກີບຕາມການສະເໜີຂອງກະຊວງແຜນການແລະການລົງທຶນ; -ກະຊວງແຜນການແລະການລົງທຶນພິຈາລະນາການອວ່າຍທຶນໃນມູນຄ່າສິບຕື້ກີບລົງມາສໍາລັບໂຄງການຂອງກະຊວງ,ອົງການລັດທຽບເທົ່າກະຊວງຕາມການສະເໜີຂອງລັດຖະມົນຕີກະຊວງ,ຫົວໜ້າອົງການລັດທຽບເທົ່າກະຊວງ;ອວ່າຍທຶນໃນມູນຄ່າຫຼາຍກວ່າຫ້າຕື້ກີບຫາສິບຕື້ກີບສໍາລັບໂຄງການຂອງອົງການປົກຄອງທ້ອງຖິ່ນຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ; -ສະພາປະຊາຊົນຂັ້ນແຂວງພິຈາລະນາການອ່ວຍທຶນໃນມູນຄ່າແຕ່ຫ້າຕື້ກີບລົງມາສໍາລັບໂຄງການລົງທຶນຂອງລັດປະເພດ5ຂອງອົງການປົກຄອງທ້ອງຖິ່ນຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ. 2.ໂຄງການລົງທຶນຂອງລັດຈະຖືກອວ່າຍທຶນເມືື່ອມີສາເຫດໃດໜຶ່ງດັ່ງນີ້: -ເປັນໂຄງການທີ່ຈັດຕັ້ງປະຕິບັດສໍາເລັດແລ້ວແຕ່ງົບປະມານຍັງເຫຼືອສ່ວນໃດສ່ວນໜຶ່ງ; -ເປັນໂຄງການທີ່ມີການຢັ້ງຢືນແຫຼ່ງທຶນຊໍາລະຈາກບຸກຄົນ,ນິຕິບຸກຄົນຫຼືແຫຼ່ງທຶນອື່ນໄດ້ປະກອບສ່ວນພາຍຫຼັງທີ່ໂຄງການໄດ້ຮັບອະນຸມັດແລ້ວ; -ເປັນໂຄງການທີ່ຖືກໂຈະຕາມທີ່ໄດ້ກໍານົດໄວ້ໃນມາດຕາ55ຫຼືຖືກຍົກເລີກຕາມທີ່ໄດ້ກໍານົດໄວ້ໃນມາດຕາ57ຂອງກົດໝາຍສະບັບນີ້. ໂຄງການທີ່ຈະໄດ້ຮັບງົບປະມານເພີ່ມຈາກການອວ່າຍຕ້ອງແມ່ນໂຄງການທີ່ຢູ່ໃນແຜນການລົງທຶນຂອງລັດແລະງົບປະມານທີ່ສະພາແຫ່ງຊາດຮັບຮອງໃນປີນັ້ນ. ກະຊວງແຜນການແລະການລົງທຶນສັງລວມບັນດາໂຄງການລົງທຶນທີ່ໄດ້ອວ່າຍແລ້ວສະເໜີລັດຖະບານເພື່ອລາຍງານໃຫ້ສະພາແຫ່ງຊາດ.

ມາດຕາ57(ປັບປຸງ)ການຍົກເລີກໂຄງການລົງທຶນຂອງລັດ ໃນການຍົກເລີກໂຄງການລົງທຶນຂອງລັດໃຫ້ປະຕິບັດດັ່ງນີ້: 1.ອົງການທີ່ມີສິດໃນການຍົກເລີກໂຄງການລົງທຶນຂອງລັດມີ: -ສະພາແຫ່ງຊາດພິຈາລະນາການຍົກເລີກໂຄງການລົງທຶນຂອງລັດລະດັບຊາດແລະໂຄງການລົງທຶນຂອງລັດປະເພດໜຶ່ງຂອງກະຊວງ,ອົງການລັດທຽບເທົ່າກະຊວງແລະອົງການປົກຄອງທ້ອງຖິ່ນຕາມການສະເໜີຂອງລັດຖະບານ; -ລັດຖະບານພິຈາລະນາການຍົກເລີກໂຄງການລົງທຶນຂອງລັດປະເພດສອງແລະສາມຂອງກະຊວງ,ອົງການລັດທຽບເທົ່າກະຊວງແລະອົງການປົກຄອງທ້ອງຖິ່ນຕາມການສະເໜີຂອງກະຊວງແຜນການແລະການລົງທຶນ; -ກະຊວງແຜນການແລະການລົງທຶນພິຈາລະນາຍົກເລີກໂຄງການລົງທຶນຂອງລັດປະເພດສີ່ແລະຫ້າຂອງກະຊວງ,ອົງການລັດທຽບເທົ່າກະຊວງຕາມການສະເໜີຂອງລັດຖະມົນຕີກະຊວງ,ຫົວໜ້າອົງການລັດທຽບເທົ່າກະຊວງ;ຍົກເລີກໂຄງການລົງທຶນຂອງລັດປະເພດສີ່ຂອງອົງການປົກຄອງທ້ອງຖິ່ນຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ; -ສະພາປະຊາຊົນຂັ້ນແຂວງພິຈາລະນາການຍົກເລີກໂຄງການລົງທຶນຂອງລັດປະເພດຫ້າຂອງອົງການປົກຄອງທ້ອງຖິ່ນຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ. 2.ໂຄງການລົງທຶນຂອງລັດຈະຖືກຍົກເລີກເມື່ອມີສາເຫດໃດໜຶ່ງດັ່ງນີ້: -ມີຄວາມຈໍາເປັນທີ່ຕ້ອງປົກປ້ອງຜົນປະໂຫຍດລວມຂອງລັດ,ລວມໝູ່ແລະປະຊາຊົນທີ່ຖືກກະທົບຈາກໂຄງການ; -ບໍ່ມີປະສິດທິຜົນ; -ມີເຫດສຸດວິໄສເຮັດໃຫ້ໂຄງການບໍ່ສາມາດດໍາເນີນຕໍ່ໄປໄດ້; -ທໍາລາຍສິ່ງແວດລ້ອມສັງຄົມແລະທໍາມະຊາດຢ່າງຮ້າຍແຮງ,ແຕະຕ້ອງປູຊະນີຍະສະຖານຫຼືວັດຖຸບູຮານຫຼືໃນເຂດປ່າສະຫງວນ,ປ່າປ້ອງກັນ;ເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ,ໂຮງຮຽນ,ໂຮງໝໍ; -ດໍາເນີນບໍ່ຖືຕາມມາດຕະຖານເຕັກນິກແລະລະບຽບການດ້ານຄວາມປອດໄພ; -ມີການປ່ຽນແປງນະໂຍບາຍຫຼືແຜນແມ່ບົດ; -ບໍ່ສອດຄ່ອງກັບແຜນພັດທະນາໂຄງການ; -ບໍ່ສອດຄ່ອງກັບຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍ. ກະຊວງແຜນການແລະການລົງທຶນສັງລວມບັນດາໂຄງການທີ່ຖືກຍົກເລີກແລ້ວສະເໜີຕໍ່ລັດຖະບານເພື່ອລາຍງານຕໍ່ສະພາແຫ່ງຊາດ.

ໝວກທີ5ສິດແລະໜ້າທີ່ຂອງຜູ້ປະຕິບັດໂຄງການລົງທຶນຂອງລັດ

ມາດຕາ58(ປັບປຸງ)ຜູ້ປະຕິບັດໂຄງການລົງທຶນຂອງລັດ ຜູ້ປະຕິບັດໂຄງການລົງທຶນຂອງລັດມີດັ່ງນີ້: 1.ເຈົ້າຂອງໂຄງການ; 2.ຄະນະຮັບຜິດຊອບໂຄງການ; 3.ຜູ້ຄຸ້ມຄອງແລະນໍາໃຊ້ໂຄງການ; 4.ທີ່ປຶກສາໂຄງການ; 5.ຜູ້ຮັບເໝົາໂຄງການ; 6.ຜູ້ສໍາຫຼວດອອກແບບ.

ມາດຕາ59ສິດແລະໜ້າທີ່ຂອງເຈົ້າຂອງໂຄງການ ເຈົ້າຂອງໂຄງການມີສິດແລະໜ້າທີ່ດັ່ງນີ້: 1.ຕົກລົງກະກຽມໂຄງການລົງທຶນຂອງລັດ; 2.ແຕ່ງຕັ້ງຄະນະຮັບຜິດຊອບໂຄງການ; 3.ປະເມີນຜົນບັນດາໂຄງການລົງທຶນຂອງລັດທີ່ຂຶ້ນກັບຂອບເຂດສິດຂອງຕົນ; 4.ຮັບຮອງແຜນການປະມູນ,ເອກະສານການປະມູນ,ຜົນຂອງການປະມູນ; 5.ຊີ້ນໍາຄະນະຮັບຜິດຊອບໂຄງການປະຕິບັດໂຄງການລົງທຶນຂອງລັດໄປຕາມແຜນດໍາເນີນງານ,ຮັບປະກັນຄຸນນະພາບແລະລາຍຈ່າຍການລົງທຶນຕາມທີ່ໄດ້ຮັບຮອງ; 6.ນໍາສະເໜີກ່ຽວກັບການດັດແກ້,ໂຈະ,ອວ່າຍທຶນແລະຍົກເລີກໂຄງການລົງທຶນຂອງລັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ54,55ແລະ57ຂອງກົດໝາຍສະບັບນີ້; 7.ຈັດຕັ້ງການຕິດຕາມ,ກວດກາການເຄື່ອນໄຫວຂອງຄະນະຮັບຜິດຊອບໂຄງການໃນໄລຍະການປະຕິບັດໂຄງການລົງທຶນຂອງລັດ; 8.ຊໍາລະມູນຄ່າໂຄງການທີ່ໄດ້ເຮັດສໍາເລັດໃຫ້ແກ່ຜູ້ຮັບເໝົາ; 9.ຍົກເລີກສັນຍາກັບຜູ້ຮັບໜ້າໃນກໍລະນີທີ່ຜູ້ຮັບເໝົາບໍ່ປະຕິບັດຕາມສັນຍາ; 10.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ60(ປັບປຸງ)ສິດແລະໜ້າທີ່ຂອງຄະນະຮັບຜິດຊອບໂຄງການ ຄະນະຮັບຜິດຊອບໂຄງການມີສິດແລະໜ້າທີ່ດັ່ງນີ້: 1.ນໍາໃຊ້ແຫຼ່ງທຶນຕ່າງໆທີ່ຖືກຕ້ອງຕາມກົດໝາຍເພື່ອຈັດຕັ້ງປະຕິບັດໂຄງການໂດຍໄດ້ຮັບການເຫັນດີຈາກເຈົ້າຂອງໂຄງການ; 2.ປະສານສົມທົບກັບອົງການຈັດຕັ້ງຕ່າງໆຂອງລັດແລະສະໜອງບັນດາຂໍ້ມູນທີ່ກ່ຽວຂ້ອງໃຫ້ທີ່ປຶກສາ,ຜູ້ຮັບໜ້າ,ຜູ້ຄຸ້ມຄອງແລະນໍາໃຊ້ໂຄງການ; 3.ດໍາເນີນການຄັດເລືອກທີ່ປຶກສາ,ຈັດຕັ້ງປະມູນໂຄງການ,ເຈລະນາແລະເຮັດສັນຍາກັບທີ່ປຶກສາແລະຜູ້ຮັບເໝົາໂຄງການ; 4.ຕິດຕາມ,ກວດກາແລະແກ້ໄຂບັນຫາທີ່ເກີດຂຶ້ນໃນຂະບວນການປະຕິບັດໂຄງການລົງທຶນຂອງລັດ; 5.ລາຍງານສະພບການປະຕິບັດໂຄງການແຕ່ລະໄລຍະໃຫ້ເຈົ້າຂອງໂຄງການຢ່າງເປັນປະຈໍາພ້ອມທັງສະເໜີບັນດາກົນໄກ,ມາດຕະການແລະວິທີການເພື່ອຮັບປະກັນການປະຕິບັດໂຄງການຕາມກໍານົດເວລາ,ມີຄຸນນະພາບແລະປະຢັດລາຍຈ່າຍງົບປະມານການລົງທຶນທີ່ໄດ້ຮັບຮອງເອົາ; 6.ສະເໜີຍົກເລີກສັນຍາກັບທີ່ປຶກສາຫຼືຜູ້ຮັບເໝົາໂຄງການໃນກໍລະນີທີ່ປຶກສາຫຼືຜູ້ຮັບເໝົານັ້ນລະເມີດສັນຍາຊຶ່ງໄດ້ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜົນປະໂຫຍດລວມຂອງຊາດ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ61ສິດແລະໜ້າທີ່ຂອງຜູ້ຄຸ້ມຄອງແລະນໍາໃຊ້ໂຄງການ ຜູ້ຄຸ້ມຄອງແລະນໍາໃຊ້ໂຄງການມີສິດແລະໜ້າທີ່ໃນການບໍລິຫານ,ຄຸ້ມຄອງແລະນໍາໃຊ້ໝາກຜົນຂອງໂຄງການລົງທຶນຂອງລັດຕາມການມອບໝາຍຂອງເຈົ້າຂອງໂຄງການ.

ມາດຕາ62(ປັບປຸງ)ສິດແລະໜ້າທີ່ຂອງທີ່ປຶກສາໂຄງການ ທີ່ປຶກສາໂຄງການມີສິດແລະໜ້າທີ່ດັ່ງນີ້: 1.ສະເໜີຄະນະຮັບຜິດຊອບໂຄງການສະໜອງຂໍ້ມູນ,ເອກະສານ,ລະບຽບການທີ່ກ່ຽວຂ້ອງກັບໜ້າທີ່ທີ່ໄດ້ຮັບມອບໝາຍ; 2.ປະຕິເສດວຽກງານທີ່ບໍ່ໄດ້ກໍານົດໄວ້ໃນສັນຍາຫຼືຂັດກັບກົດໝາຍແລະລະບຽບການ; 3.ໃຫ້ຄໍາແນະນໍາທາງດ້ານວິຊາການ,ເຕັກນິກກ່ຽວກັບໂຄງການທີ່ຕົນຮັບຜິດຊອບ; 4.ຕິດຕາມ,ກວດກາການປະຕິບັດໂຄງການຢ່າງເປັນປະຈໍາ; 5.ລາຍງານຜົນຂອງການປະຕິບັດໂຄງການໃຫ້ຄະນະຮັບຜິດຊອບໂຄງການຢ່າງເປັນປົກກະຕິ; 6.ຮັບເງິນຄ່າບໍລິການຕາມສັນຍາ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ63(ປັບປຸງ)ສິດແລະໜ້າທີ່ຂອງຜູ້ຮັບເໝົາໂຄງການ ຜູ້ຮັບເໝົາໂຄງການມີສິດແລະໜ້າທີ່ດັ່ງນີ້: 1.ປະຕິບັດໂຄງການໃຫ້ສໍາເລັດຕາມມາດຕະຖານເຕັກນິກແລະກໍານົດເວລາໃນສັນຍາ; 2.ຮັບເງິນຄ່າໂຄງການທີ່ຕົນໄດ້ປະຕິບັດສໍາເລັດຈາກເຈົ້າຂອງໂຄງການຕາມສັນຍາ; 3.ປະຕິເສດຄໍາແນະນໍາຂອງເຈົ້າຂອງໂຄງການ,ຄະນະຮັບຜິດຊອບໂຄງການຫຼືທີ່ປຶກສາໂຄງການທີ່ບໍ່ຖືກກັບມາດຕະການເຕັກນິກຊຶ່ງຈະເຮັດໃຫ້ໂຄງການນັ້ນບໍ່ມີຄຸນນະພາບ; 4.ປົກປັກຮັກສາພາຫະນະ,ວັດຖຸປະກອນແລະວັດສະດຸກໍ່ສ້າງຕ່າງທຂອງໂຄງການທີ່ເຈົ້າຂອງໂຄງການຈັດຫາໃຫ້; 5.ຄໍ້າປະກັນສັນຍາແລະຄໍ້າປະກັນໂຄງການ; 6.ກໍ່ສ້າງຫຼືສ້ອມແປງໂຄງການຄືນໃໝ່ດ້ວຍທຶນຂອງຕົນເອງໃນກໍລະນີທີ່ໂຄງການນັ້ນຫາກເປ່ເພຫຼືບໍ່ໄດ້ມາດຕະການເຕັກນິກໃນໄລຍະເວລາຄໍ້າປະກັນ; 7.ຖອນເງິນຄໍ້າປະກັນໂຄງການດັ່ງກ່າວພາຍລັງທີ່ສິ້ນສຸດໄລຍະເວລາຄໍ້າປະກັນຕາມທີ່ໄດ້ກໍານົດໄວ້ໃນສັນຍາຫຼືຕາມກົດໝາຍ; 8.ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນເນື່ອງຈາກໂຄງການທີ່ຕົນສ້າງນັ້ນບໍ່ໄດ້ຕາມມາດຕະຖານເຕັກນິກເວັ້ນເສຍແຕ່ຄວາມເສຍຫາຍນັ້ນຫາກເກີດຂຶ້ນຍ້ອນເຫດສຸດວິໄສ; 9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ64(ໃໝ່)ສິດແລະໜ້າທີ່ຂອງຜູ້ສໍາຫຼວດອອກແບບ ຜູ້ສໍາຫຼວດອອກແບບມີສິດແລະໜ້າທີ່ດັ່ງນີ້: 1.ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນເນື່ອງຈາກໂຄງການທີ່ຕົນສໍາຫຼວດອອກແບບບໍ່ໄດ້ມາດຕະຖານເຕັກນິກຫຼືຄິດໄລ່ບໍລິມາດວຽກຜິດພາດ; 2.ຮັບຜິດຊອບຕໍ່ເອກະສານອອກແບບຂອງຕົນທີ່ມອບໃຫ້ເຈົ້າຂອງໂຄງການ; 3.ສະໜອງຂໍ້ມູນ,ເອກະສານ,ແບບກໍ່ສ້າງພ້ອມດ້ວຍໃບປະເມີນລາຄາການກໍ່ສ້າງໃຫ້ເຈົ້າຂອງໂຄງການ; 4.ອະທິບາຍເອກະສານຕ່າງໆແລະແບບໂຄງການທີ່ພົວພັນກັບການສໍາຫຼວດອອກແບບທີ່ຄົນຮັບຜິດຊອບໃຫ້ເຈົ້າຂອງໂຄງການ,ທີ່ປຶກສາແລະຜູ້ຮັບເໝົາໂຄງການ; 5.ປະຕິເສດຄໍາແນະນໍາຫຼືຄໍາສະເໜີຂໍປ່ຽນແບບກໍ່ສ້າງ,ວັດສະດຸກໍ່ສ້າງຫຼືມາດຕະຖານເຕັກນິກຂອງໂຄງການທີ່ບໍ່ຖືກຕ້ອງຕາມຫຼັກວິຊາການຫຼືມາດຕະຖານເຕັກນິກຊຶ່ງຈະເຮັດໃຫ້ໂຄງການບໍ່ມີຄຸນນະພາບ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ໝວດທີ6ການກວດກາ,ກວດການແລະລາຍງານການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ

ມາດຕາ65ອົງການຮັບຜິດຊອບລາຍງານການປະຕິບັດແຜນການລົງທຶນຂອງລັດ ອົງການຮັບຜິດຊອບລາຍງານການປະຕິບັດແຜນການລົງທຶນຂອງລັດມີດັ່ງນີ້: 1.ລັດຖະບານ; 2.ກະຊວງແຜນການແລະການລົງທຶນ; 3.ກະຊວງການເງິນ; 4.ກະຊວງ,ອົງການລັດທຽບເທົ່າກະຊວງ; 5.ອົງການປົກຄອງທ້ອງຖິ່ນ.

ມາດຕາ66ລັດຖະບານ ລັດຖະບານລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດແລະແຜນການລົງທຶນຂອງລັດຕໍ່ກອງປະຊຸມສະພາແຫ່ງຊາດ.

ມາດຕາ67ກະຊວງແຜນການແລະການລົງທຶນ ກະຊວງແຜນການແລະການລົງທຶນສະຫຼຸບ,ສັງລວມ,ຕີລາຄາແລະລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດແລະແຜນການລົງທຶນຂອງລັດໃຫ້ລັດຖະບານຢ່າງເປັນປົກກະຕິ.

ມາດຕາ68(ປັບປຸງ)ກະຊວງການເງິນ ກະຊວງການເງິນສະຫຼຸບ,ສັງລວມສະພາບການຈັດຕັ້ງປະຕິບັດແຜນການນໍາໃຊ້ງົບປະມານເຂົ້າໃນການລົງທຶນຂອງລັດເປັນແຕ່ລະງວດແລ້ວສົ່ງໃຫ້ກະຊວງແຜນການແລະການລົງທຶນກ່ອນວັນທີ20ຂອງເດືອນທໍາອິດຂອງງວດຖັດໄປພ້ອມທັງລາຍງານໃຫ້ລັດຖະບານຢ່າງເປັນປົກກະຕິ.

ມາດຕາ69(ປັບປຸງ)ກະຊວງ,ອົງການລັດທຽບເທົ່າກະຊວງ ກະຊວງ,ອົງການລັດທຽບເທົ່າກະຊວງສະຫຼຸບ,ສັງລວມແລະລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແລະແຜນການລົງທຶນຂອງລັດໃນຂອບເຂດທີ່ຕົນຮັບຜິດຊອບເປັນແຕ່ລະງວດແລ້ວສົ່ງໃຫ້ກະຊວງແຜນການແລະການລົງທຶນກ່ອນວັນທີ20ຂອງເດືອນທໍາອິດຂອງງວດຖັດໄປຢ່າງເປັນປົກກະຕິ.

ມາດຕາ70(ປັບປຸງ)ອົງການປົກຄອງທ້ອງຖິ່ນ ອົງການປົກຄອງທ້ອງຖິ່ນສະຫຼຸບ,ສັງລວມແລະລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແລະແຜນການລົງທຶນຂອງລັດໃນຂອບເຂດທີ່ຕົນຮັບຜິດຊອບໃຫ້ສະພາປະຊາຊົນຂັ້ນແຂວງ,ໃຫ້ກະຊວງແຜນການແລະການລົງທຶນ,ກະຊວງ,ອົງການລັດທຽບເທົ່າກະຊວງເປັນແຕ່ລະງວດພາຍຫຼັງທີ່ໄດ້ປະສານສົມທົບກັບຂະແໜງການຂັ້ນຂອງຕົນພ້ອມກັບຜົນຂອງການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດທີ່ກະຊວງ,ອົງການລັດທຽບເທົ່າກະຊວງໄດ້ມອບໝາຍໃຫ້.

ໝວດທີ7ການມອບຮັບແລະນໍາໃຊ້ໂຄງການລົງທຶນຂອງລັດ

ມາດຕາ71ການມອບຮັບໂຄງການ ເມື່ອງໂຄງການປະຕິບັດສໍາເລັດແລ້ວກ່ອນການມອບຮັບຢ່າງເປັນທາງການນັ້ນຕ້ອງໄດ້ມີການກວດກາທາງດານມາດຕະຖານເຕັກນິກ,ປະລິມານ,ຄຸນນະພາບທີ່ໄດກໍານົດໄວ້ໃນເອກະສານໂຄງການແລະສັນຍາພ້ອມທັງດໍາເນີນການປະເມີນຜົນໂຄງການ,ແນະນໍາການນໍາໃຊ້ຫຼືມີການທົດລອງນໍາໃຊ້ໃນໄລຍະໜຶ່ງສໍາລັບບາງໂຄງການ.

ມາດຕາ72ການຊໍາລະມຸນຄ່າໂຄງການລົງທຶນຂອງລັດ ພາຍຫຼັງທີ່ໂຄງການໄດ້ປະຕິບັດສໍາເລັດ,ມີການກວດກາຢັ້ງຢືນທາງດານມາດຕະການເຕັກນິກແລະຄຸນນະພາບຂອງໂຄງການຄົບຖ້ວນແລ້ວຕ້ອງຊໍາລະມູນຄ່າໂຄງການນັ້ນຕາມສັນຍາແລະລະບຽບການເບີກຈ່າຍ.

ມາດຕາ73(ປັບປຸງ)ການນໍາໃຊ້ໂຄງການແລະການປະເມີນຜົນຫຼັງການນໍາໃຊ້ ເຈົ້າຂອງໂຄງການຕ້ອງມອບໂຄງການໃຫ້ຜູ້ຄຸ້ມຄອງແລະນໍາໃຊ້ເພື່ອນໍາໃຊ້ໃຫ້ສອດຄ່ອງກັບວັດຖຸປະສົງຂອງໂຄງການ. ສໍາລັບໂຄງການລົງທຶນຂອງລັດປະເພດ1,2,3ແລະ4ພາຍຫຼັງນໍາໃຊ້ໄດ້ສອງຫາຫ້າປີຕ້ອງໄດ້ປະເມີນຜົນເພື່ອຖອດຖອນບົດຮຽນແລະປັບປຸງການສ້າງໂຄງການລົງທຶນຂອງລັດໃນອະນາຄົດ. ເນື້ອໃນການປະເມີນຜົນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ54ຂອງກົດໝາຍສະບັບນີ້.

ມາດຕາ74ການບູລະນະຮັກສາໂຄງການ ການບູລະນະຮັກສາໂຄງການລົງທຶນຂອງລັດແມ່ນພັນທະຂອງທົ່ວສັງຄົມ,ຂອງຜູ້ຄຸ້ມຄອງແລະນໍາໃຊ້ໂຄງການໃນການປົກປັກຮັກສາໂຄງການນັ້ນໃຫ້ຍືນຍົງແລະຮັບໃຊ້ຜົນປະໂຫຍດລວມຢ່າງຍາວນານ.

ພາກທີ3ຂໍ້ຫ້າມ

ມາດຕາ75(ປັບປຸງ)ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນແລະການຈັດຕັ້ງມີພຶດຕິກໍາດັ່ງນີ້: 1.ປະຕິບັດໂຄງການລົງທຶນນອກແຜນເວັ້ນເສຍແຕ່ກໍລະນີເຫດສຸດວິໄສແຕ່ຕ້ອງໄດ້ສະເໜີລັດຖະບານພິຈາລະນາເພື່ອຂໍອະນຸມັດຈາກສະພາແຫ່ງຊາດ; 2.ປະຕິບັດໂຄງການລົງທຶນເກີນມູນຄ່າທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ,ໃນກໍລະນີຈໍາເປັນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ54ຂອງກົດໝາຍສະບັບນີ້; 3.ປະຕິບັດໂຄງການລົງທຶນເກີນກໍານົດເວລາຕາມທີ່ໄດ້ກໍານົດໄວ້ໃນມາດຕາ18ຂອງກົດໝາຍສະບັບນີ້; 4.ເອົາໂຄງການລົງທຶນຂອງລັດທີ່ບໍ່ໄດ້ຜ່ານການປະເມີນຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້ເຂົ້າໃນແຜນການລົງທຶນຂອງລັດ; 5.ດໍາເນີນການປະມູນໂຄງການລົງທຶນຂອງລັດທີ່ບໍ່ສອດຄ່ອງກັບກົດໝາຍແລະລະບຽບການທີ່ກ່ຽວຂ້ອງ; 6.ບັນຈຸໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາທີ່ຍັງບໍ່ທັນມີການຢັ້ງຢືນແຫຼ່ງທຶນທີ່ແນ່ນອນເຂົ້າໃນແຜນການລົງທຶນຂອງລັດ; 7.ຮັບແລະໃຫ້ສິນບົນ,ບັງຄັບນາບຂູ່,ຕົວະຍົວະຫຼອກລວງ,ແອບອ້າງຊື່ຂອງຜູ້ມີສິດອໍານາດໃນການເຄື່ອນໄຫວລົງທຶນຂອງລັດເພື່ອຜົນປະໂຫຍດສ່ວນຕົວເປັນຕົ້ນແມ່ນການປະມູນໂຄງການ; 8.ເຂົ້າແຊກແຊງໃນຂະບວນການລົງທຶນຂອງລັດທີ່ຕົນບໍ່ມີຄວາມຮັບຜິດຊອບໂດຍກົງຕໍ່ການຄຸ້ມຄອງໂຄງການລົງທຶນຂອງລັດ; 9.ນໍາໃຊ້ຊັບພະຍາກອນທໍາມະຊາດ,ຊັບສິນແລະຊັບສິນທາງປັນຍາຂອງລັດຊໍາລະໂຄງການໂດຍກົງທີ່ບໍ່ຜ່ານລະບົບງົບປະມານ; 10.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ76(ປັບປຸງ)ຂໍ້ຫ້າມສໍາລັບເຈົ້າຂອງຄົງການ ຫ້າມເຈົ້າຂອງໂຄງການມີພຶດຕິກໍາດັ່ງນີ້: 1.ຕົກລົງຮັບຮອງເອົາໂຄງການລົງທຶນທີ່ບໍ່ມີປະສິດທິຜົນແລະອາດກໍ່ໃຫ້ເກີດຄວາມເສຍຫາຍແກ່ລັດ,ລວມໝູ່ແລະບຸກຄົນ; 2.ກົດໜ່ວງ,ແກ່ຍາວຂັ້ນຕອນການປະຕິບັດໂຄງການລົງທຶນຂອງລັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ46ຂອງກົດໝາຍສະບັບນີ້; 3.ອວ່າຍທຶນຈາກໂຄງການລົງທຶນຂອງລັດທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວໄປໃສ່ໂຄງການທີ່ບໍ່ຢູ່ໃນແຜນການລົງທຶນຂອງລັດ; 4.ເພີ່ມບໍລິມາດວຽກຂອງໂຄງການໂດຍພາລະການ; 5.ອະນຸຍາດໃຫ້ທີ່ປຶກສາແລະຜູ້ຮັບເໝົາໂຄງການດັດແປງບັນດາມາດຕະຖານເຕັກນິກໂຄງການໂດຍບໍ່ໄດ້ຮັບການເຫັນດີຈາກອົງການວິຊາການທີ່ກ່ຽວຂ້ອງ; 6.ແບ່ງໂຄງການອອກເປັນໂຄງການຍ່ອຍເພື່ອໃຫ້ມູນຄ່າໂຄງການຕໍ່າລົງໂດຍບໍ່ສອດຄ່ອງກັບບົດສະເໜີໂຄງການເພື່ອເອົາເຂົ້າແຜນການລົງທຶນຂອງລັດປະຈໍາປີ; 7.ຮັບຫຼືໃຫ້ສິນບົນເພື່ອຫາຜົນປະໂຫຍດສ່ວນຕົວແລະແກ້ໄຂບັນຫາໂດຍບໍ່ສອດຄ່ອງກັບກົດໝາຍແລະລະບຽບການ; 8.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ77(ປັບປຸງ)ຂໍ້ຫ້າມສໍາລັບຄະນະຮັບຜິດຊອບໂຄງການ ຫ້າມຄະນະຮັບຜິດຊອບໂຄງການມີພຶດຕິກໍາດັ່ງນີ້: 1.ກົດໜ່ວງແກ່ຍາວການປະຕິບັດໂຄງການຊຶ່ງຈະສົ່ງຜົນສະທ້ອນຕໍ່ຄຸນນະພາບຂອງໂຄງການແລະເຮັດໃຫ້ລາຍຈ່າຍການລົງທຶນເພື່ອຂຶ້ນໂດຍບໍ່ມີເຫດຜົນ; 2.ຮັບຫຼືໃຫ້ສິນບົນເພື່ອຫາຜົນປະໂຫຍດສ່ວນຕົວແລະແກ້ໄຂບັນຫາໂດຍບໍ່ສອດຄ່ອງກັບກົດໝາຍແລະລະບຽບການ; 3.ປະຕິບັດໜ້າທີ່ເກີນຂອບເຂດສິດຂອງຕົນ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ78(ປັບປຸງ)ຂໍ້ຫ້າມສໍາລັບຜູ້ຄຸ້ມຄອງແລະນໍາໃຊ້ໂຄງການ ຫ້າມຜູ້ຄຸ້ມຄອງແລະນໍາໃຊ້ໂຄງການມີພຶດຕິກໍາດັ່ງນີ້: 1.ປ່ຽນເປົ້າໝາຍການນໍາໃຊ້ໂຄງການໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງໂຄງການ; 2.ນໍາເອົາຊັບສິນຂອງໂຄງການໄປຂາຍ,ຊວດຈໍາ,ຄ້ໍາປະກັນຫຼືດໍາເນີນການໃດໜຶ່ງທີ່ຂັດກັບລະບຽບການຄຸ້ມຄອງຊັບສິນຂອງລັດ. 3.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ79(ປັບປຸງ)ຂໍ້ຫ້າມສໍາລັບທີ່ປຶກສາໂຄງການ ຫ້າມທີ່ປຶກສາໂຄງການມີພຶດຕິກໍາດັ່ງນີ້: 1.ຫຼົບຫຼີກໃນການໃຫ້ຄໍາປຶກສາຫຼືຄໍາແນະນໍາທາງດ້ານວິຊາການ,ບໍລິຫານໂຄງການລົງທຶນຂອງລັດ; 2.ໃຫ້ຄໍາປຶກສາທີ່ບິດເບືອນ,ບໍ່ຖືກຕ້ອງຕາມຄວາມເປັນຈິງ; 3.ເມີນເສີຍໃນການຄຸ້ມຄອງການປະຕິບັດໂຄງການລົງທຶນຂອງລັດ; 4.ດັດແປງບັນດາມາດຕະຖານເຕັກນິກ,ເພີ່ມຫຼືຫຼຸດບໍລິມາດວຽກຂອງໂຄງການໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງໂຄງການ; 5.ສົມຮູ້ຮ່ວມຄິດກັບເຈົ້າຂອງໂຄງການຫຼືຄະນະຮັບຜິດຊອບໂຄງການຫຼືຜູ້ຮັບເໝົາໂຄງການເພື່ອຫາຜົນປະໂຫຍດທີ່ບໍ່ຊອບທໍາ; 6.ສະໜອງຂໍ້ມູນທາງດ້ານການເງິນແລະເຕັກນິກທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ; 7.ເປີດເຜີຍຂໍ້ມູນທີ່ເປັນຄວາມລັບຂອງໂຄງການຕໍ່ບຸກຄົນຫຼືການຈັດຕັ້ງທີ່ບໍ່ມີສ່ວນກ່ຽວຂ້ອງ; 8.ຂາຍໂຄງການທີ່ຕົນປະມູນໄດ້ໃຫ້ຜູ້ອື່ນໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງໂຄງການ; 9.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ80(ໃໝ່)ຂໍ້ຫ້າມສໍາລັບຜູ້ຮັບເໝົາໂຄງການ ຫ້າມຜູ້ຮັບເໝົາໂຄງການມີພຶດຕິກໍາດັ່ງນີ້: 1.ເມີນເສີຍໃນການຄຸ້ມຄອງການປະຕິບັດໂຄງການລົງທຶນຂອງລັດ; 2.ດັດແປງບັນດາມາດຕະຖານເຕັກນິກ,ເພີ່ມຫຼືຫຼຸດບໍລິມາດວຽກຂອງໂຄງການໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງໂຄງການ; 3.ສົມຮູ້ຮ່ວມຄິດກັບເຈົ້າຂອງໂຄງການຫຼືຄະນະຮັບຜິດຊອບໂຄງການຫຼືທີ່ປຶກສາໂຄງການເພື່ອຫາຜົນປະໂຫຍດທີ່ບໍ່ຊອບທໍາ; 4.ເປີດເຜີຍຂໍ້ມູນທີ່ເປັນຄວາມລັບຂອງໂຄງການຕໍ່ບຸກຄົນຫຼືການຈັດຕັ້ງທີ່ບໍ່ມີສ່ວນກ່ຽວຂ້ອງ; 5.ຂາຍໂຄງການທີ່ຕົນປະມູນໄດ້ໃຫ້ຜູ້ອື່ນ; 6.ຮັບຫຼືໃຫ້ສິນບົນເພື່ອຫາຜົນປະໂຫຍດສ່ວນຕົວແລະແກ້ໄຂບັນຫາໂດຍບໍ່ສອດຄ່ອງກັບກົດໝາຍແລະລະບຽບການ; 7.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝຍແລະລະບຽບການ.

ພາກທີ4ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ81ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການລົງທຶນຂອງລັດດໍາເນີນດ້ວຍຮູບການດັ່ງນີ້: 1.ການປະນີປະນອມຫຼືການໄກ່ເກ່ຍ; 2.ການແກ້ໄຂທາງບໍລິຫານ; 3.ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4.ການຮ້ອງຟ້ອງຕໍ່ສານປະຊາຊົນ.

ມາດຕາ82ການປະນີປະນອມຫຼືການໄກ່ເກ່ຍ ຖ້າຂໍ້ຂັດແຍ່ງຫາກເກີດຂຶ້ນຊຶ່ງມີສ່ວນພົວພັນກັບການລົງທຶນຂອງລັດແລ້ວຄູ່ກໍລະນີຕ້ອງພະຍາຍາມແກ້ໄຂຂໍ້ຂັດແຍ່ງນັ້ນດ້ວຍການປຶກສາຫາລືແລະປະນີປະນອມກັນເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນໍາກັນ.

ມາດຕາ83ການແກ້ໄຂທາງບໍລິຫານ ໃນການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະບໍລິຫານກ່ຽວກັບການລົງທຶນຂອງລັດເຊັ່ນບຸກຄົນແລະນິຕິບຸກຄົນທີ່ເຄື່ອນໄຫວລົງທຶນໂດຍບໍ່ໄດ້ຮັບອະນຸຍາດ,ບໍ່ຖືກຕ້ອງຕາມເປົ້າໝາຍໃຫ້ຂະແໜງການແຜນການແລະການລົງທຶນປະສານສົມທົບກັບຂະແໜງການອື່ນ,ອົງການປົກຄອງທ້ອງຖິ່ນຂັ້ນຂອງຕົນເປັນຜູ້ແກ້ໄຂ,ໃນກໍລະນີຫາກບໍ່ສາມາດແກ້ໄຂໄດ້ນັ້ນກໍ່ມີສິດສະເໜີຕໍ່ອົງການຂັ້ນເທິງຖັດຕົນເປັນຜູ້ແກ້ໄຂ.

ມາດຕາ84ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເມື່ອຄູກໍ່ລະນີບໍ່ສາມາດປະນີປະນອມກັນຫຼືໄກ່ເກ່ຍຢູ່ຂະແໜງການແຜນການແລະການລົງທຶນໄດ້ກໍ່ມີສິດຮ້ອງຂໍໃຫ້ຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແກ້ໄຂຕາມກົດໝາຍແລະລະບຍບການບົນພື້ນຖານການເຫັນດີນໍາກັນ.

ມາດຕາ85ການຮ້ອງຟ້ອງຕໍ່ສານປະຊາຊົນ ເມື່ອຄູ່ກໍລະນີຝ່າຍໃດຝ່າຍໜຶ່ງຫາກເຫັນວ່າບໍ່ໄດ້ຮັບຄວາມຍຸຕິທໍາຫຼືໄດ້ຮັບຄວາມເສຍຫາຍເນື່ອງຈາກການລົງທຶນຂອງລັດໃນໂຄງການໃດໜຶ່ງແລ້ວກໍ່ມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອທໍາການພິຈາລະນາຕັດສິນຕາມກົດໝາຍແລະລະບຽບການ.

ມາດຕາ86ຄວາມຮັບຜິດຊອບໃນໄລຍະລໍຖ້າການແກ້ໄຂ ໃນໄລຍະລໍຖ້າການແກ້ໄຂຂໍ້ຂັດແຍ່ງນັ້ນບັນດາການຈັດຕັ້ງ,ບຸກຄົນທີ່ກ່ຽວຂ້ອງກັບການເຄື່ອນການລົງທຶນຂອງລັດຕ້ອງສືບຕໍ່ປະຕິບັດໜ້າທີ່ຂອງຕົນຕາມການຕົກລົງຂອງຂະແໜງການຫຼືອົງການທີ່ກ່ຽວຂ້ອງກັບການລົງທຶນຂອງລັດ.

ພາກທີ5ການຄຸ້ມຄອງແລະກວດກາ

ໝວດທີ1ການຄຸ້ມຄອງການລົງທຶນຂອງລັດ

ມາດຕາ87ອົງການຄຸ້ມຄອງ ລັດຖະບານຄຸ້ມຄອງວຽກງານການລົງທຶນຂອງລັດຢ່າງລວມສູນແລະເປັນເອກະພາບໃນທົ່ວປະເທດໂດຍມອບໃຫ້ກະຊວງແຜນການແລະການລົງທຶນເປັນເຈົ້າການໃນການປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານການລົງທຶນປະກອບດ້ວຍ: 1.ກະຊວງແຜນການແລະການລົງທຶນ; 2.ພະແນກແຜນການແລະການລົງທຶນແຂວງ,ນະຄອນຫຼວງ; 3.ຫ້ອງການແຜນການເມືອງ,ເທດສະບານ,ນະຄອນ; 4.ອົງການປົກຄອງບ້ານ.

ມາດຕາ88(ປັບປຸງ)ສິດແລະໜ້າທີ່ຂອງກະຊວງແຜນການແລະການລົງທຶນ ໃນການຄຸ້ມຄອງການລົງທຶນຂອງລັດກະຊວງແຜນການແລະການລົງທຶນມີສິດແລະໜ້າທີ່ດັ່ງນີ້: 1.ເປັນເສນາທິການໃຫ້ລັດຖະບານໃນການຜັນຂະຫຍາຍແນວທາງ,ແຜນຍຸດທະສາດ,ແຜນນະໂຍບາຍແລະນະໂຍບາຍຕ່າງໆກ່ຽວກັບການລົງທຶນຂອງລັດໃຫ້ກາຍເປັນແຜນການ,ແຜນງານ,ໂຄງການລະອຽດແລະສ້າງກົດໝາຍແລະລະບຽບການ; 2.ຊີ້ນໍາ,ຕິດຕາມ,ກວດກາກະຊວງ,ອົງການລັດທຽບເທົ່າກະຊວງແລະອົງການປົກຄອງທ້ອງຖິ່ນກ່ຽວກັບວຽກງານວິຊາສະເພາະຂອງຂະແໜງການແຜນການແລະການລົງທຶນເປັນຕົ້ນການສ້າງແລະຈັດຕັ້ງປະຕິບັດແຜນການ,ແຜນງານ,ໂຄງການລົງທຶນຂອງລັດ,ກົດໝາຍແລະລະບຽບການກ່ຽວກັບການລົງທຶນຂອງລັດ; 3.ຄົ້ນຄວ້າ,ວິໄຈຂໍ້ມູນຂ່າວສານເພື່ອສະໜອງໃຫ້ແກ່ການຕັດສິນໃຈໃນການລົງທຶນຂອງລັດ; 4.ບໍ່ພິຈາລະນະນາໂຄງການລົງທຶນຂອງລັດທີ່ກະຊວງ,ອົງການລັດທຽບເທົ່າກະຊວງແລະອົງການປົກຄອງທ້ອງຖິ່ນສະເໜີມາທີ່ບໍ່ສອດຄ່ອງກັບມາດຕາ19,33,34ແລະ35ຂອງກົດໝາຍສະບັບນີ້; 5.ສ້າງ,ບໍາລຸງ,ຍົກລະດັບພະນັກງານຄຸ້ມຄອງການລົງທຶນຂອງລັດ; 6.ປະສານສົມທົບກັບກະຊວງ,ອົງການລັດທຽບເທົ່າກະຊວງແລະອົງການປົກຄອງທ້ອງຖິ່ນ; 7.ພົວພັນຮ່ວມມືກັບຕ່າງປະເທດເພື່ອດລະດົມແແລະຍາດແຍ່ງການຊ່ວຍເຫຼືອ; 8.ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດຕໍ່ລັດຖະບານຢ່າງປົກກະຕິ; 9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ,ລະບຽບການຫຼືຕາມການມອບໝາຍຂອງລັດຖະບານ.

ມາດຕາ89ສິດແລະໜ້າທີ່ຂອງພະແນກແຜນການແລະການລົງທຶນແຂວງ,ນະຄອນຫຼວງ ໃນການຄຸ້ມຄອງການລົງທຶນຂອງລັດພະແນກແຜນການແລະການລົງທຶນແຂວງ,ນະຄອນຫຼວງມີສິດແລະໜ້າທີ່ດັ່ງນີ້: 1.ຜົນຂະຫຍາຍນະໂຍບາຍ,ຍຸດທະສາດ,ມະຕິ,ຄໍາສັ່ງແລະລະບຽບການກ່ຽວກັບການຄຸ້ມຄອງການລົງທຶນຂອງລັດໃນຂອບເຂດຄວາມຮັບຜິດຊອບຂອງຕົນເປັນແຜນການແລະແຜນງານລະອຽດເພື່ອຈັດຕັ້ງປະຕິບັດ; 2.ໂຄສະນາເຜີຍແຜ່ກົດໝາຍແລະລະບຽບການກ່ຽວກັບການລົງທຶນຂອງລັດ; 3.ຊີ້ນໍາ,ຕິດຕາມ,ກວດກາພະແນກການແລະທ້ອງຖິ່ນກ່ຽວກັບວຽກງານວິຊາສະເພາະຂອງຂະແໜງການແຜນການແລະການລົງທຶນເປັນຕົ້ນການສ້າງແລະການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດພ້ອມທັງເຂົ້າຮ່ວມການປະມູນໂຄງການລົງທຶນທີ່ຕັ້ງຢູ່ແຂວງ,ນະຄອນຫຼວງ; 4.ບໍ່ພິຈາລະນາໂຄງການລົງທຶນຂອງັດທີ່ພະແນກການ,ອົງການທຽບເທົ່າພະແນກ,ເມືອງ,ເທດສະບານ,ນະຄອນສະເໜີມາທີ່ບໍ່ສອດຄ່ອງກັບມາດຕາ19,33,34ແລະ35ຂອງກົດໝາຍສະບັບນີ້; 5.ເປັນເສນາທິການໃນການຄົ້ນຄວ້າມີຄໍາເຫັນກ່ຽວກັບການລົງທຶນຂອງລັດໃນໂຄງການຕ່າງໆເພື່ອໃຫ້ອົງການປົກຄອງແຂວງ,ນະຄອນຫຼວງຫຼືກະຊວງແຜນການແລະການລົງທຶນພິຈາລະນາຕາມແຕ່ລະກໍ່ລະນີ; 6.ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງຢູ່ພາຍໃນແຂວງ,ນະຄອນຫຼວງເພື່ອຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ; 7.ພົວພັນແລະຮ່ວມມືກັບຕ່າງປະເທດຕາມການມອບໝາຍຂອງກະຊວງແຜນການແລະການລົງທຶນຫຼືອົງການປົກຄອງແຂວງ,ນະຄອນຫຼວງ; 8.ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດພາຍໃນແຂວງ,ນະຄອນຫຼວງໃຫ້ອງການປົກຄອງແຂວງ,ນະຄອນຫຼວງ,ກະຊວງແຜນການແລະການລົງທຶນຢ່າງເປັນປົກກະຕິ; 9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດກໍານົດໄວ້ໃນກົດໝາຍ,ລະບຽບການແລະຕາມການມອບໝາຍຂອງກະຊວງແຜນການແລະການລົງທຶນ.

ມາດຕາ90ສິດແລະໜ້າທີ່ຂອງຫ້ອງການແຜນການເມືອງ,ເທດສະບານ,ນະຄອນ ໃນການຄຸ້ມຄອງການລົງທຶນຂອງລັດຫ້ອງການແຜນການເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງປະຕິບັດບັນດາແຜນການ,ແຜນງານ,ໂຄງການ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການກ່ຽວກັບການລົງທຶນຂອງລັດ; 2.ເຜີຍແຜ່ກົດໝາຍແລະລະບຽບການກ່ຽວກັບການລົງທຶນຂອງລັດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3.ຊຸກຍູ້,ຕິດຕາມການປະຕິບັດວຽກງານກ່ຽວກັບການລົງທຶນຂອງລັດໃນຂອບເຂດທ້ອງຖິ່ນຂອງຕົນ; 4.ປຸກລະດົມປະຊາຊົນເພື່ອຄຸ້ມຄອງ,ປົກປັກຮັກສາແລະນໍາໃຊ້ໂຄງການລົງທຶນຂອງລັດໃຫ້ມີປະສິດທິພາບ,ປະສິດທິຜົນແລະຍືນຍົງ; 5.ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດການລົງທຶນຂອງລັດພາຍໃນເມືອງ,ເທດສະບານ,ນະຄອນໃຫ້ພະແນກແຜນການແລະການລົງທຶນແຂວງ,ນະຄອນຫຼວງແລະອົງການປົກຄອງເມືອງ,ເທດສະບານ,ນະຄອນຢ່າງເປັນປົກກະຕິ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ,ລະບຽບການແລະຕາມການມອບໝາຍຂອງຂັ້ນເທິງ.

ມາດຕາ91ສິດແລະໜ້າທີ່ຂອງອົງການປົກຄອງບ້ານ ໃນການຄຸ້ມຄອງການລົງທຶນຂອງລັດອົງການປົກຄອງບ້ານມີສິດແລະໜ້າທີ່ດັ່ງນີ້: 1.ເຂົ້າຮ່ວມຕິດຕາມ,ອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດໃນຂອບເຂດພື້ນທີ່ຕົນຮັບຜິດຊອບໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ; 2.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ92ຄວາມຮັບຜິດຊອບຂອງຂະແໜງການແລະພາກສ່ວນອື່ນ ຂະແໜງການແລະພາກສ່ວນອື່ນທີ່ກ່ຽວຂ້ອງກັບການຄຸ້ມຄອງການລົງທຶນຂອງລັດນອກຈາກປະຕິບັດຕາມກົດໝາຍສະບັບນີ້ແລ້ວຍັງຕ້ອງປະຕິບັດຕາມພາລະບົດາດ,ສິດແລະໜ້າທີ່ຂອງຕົນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ໝວດທີ2ການກວດກາການລົງທຶນຂອງລັດ

ມາດຕາ93(ປັບປຸງ)ອງການກວດກາການລົງທຶນຂອງລັດ ອົງການກວດກາການລົງທຶນຂອງລັດມີສອງພາກສ່ວນຄື: 1.ອົງການກວດກາພາຍໃນຊຶ່ງປະກອບດ້ວຍຂະແໜງການແຜນການແລະການລົງທຶນ,ການເງິນແລະຂະແໜງການວິຊາການອື່ນທີ່ກ່ຽວຂ້ອງ; 2.ອົງການກວດກາພາຍນອກຊຶ່ງປະກອບດ້ວຍສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງອົງການກວດສອບແຫ່ງລັດ,ອົງການກວດກາລັດ,ອົງການປົກຄອງທ້ອງຖິ່ນ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມແລະປະຊາຊົນ.

ມາດຕາ94ສິດແລະໜ້າທີ່ຂອງອົງການກວດກາພາຍໃນ ອົງການກວດກາພາຍໃນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຂະແໜງການແຜນການແລະການລົງທຶນກວດກາບັນດາໂຄງການທີ່ໄດ້ຮັບອະນຸມັດແລ້ວນັ້ນໄດ້ຈັດຕັ້ງປະຕິບັດຖືກກັບເປົ້າໝາຍ,ລະບຽບການແລະບົດວິພາກເສດຖະກິດຫຼືບົດພັດທະນາໂຄງການ; 2.ຂະແໜງການເງິນກວດກາການສະໜອງແລະນໍາໃຊ້ງົບປະມານໃນໂຄງການລົງທຶນຂອງລັດ; 3.ຂະແໜງການວິຊາການອື່ນກວດກາທາງດ້ານມາດຕະຖານເຕັກນິກ,ເຕັກໂນໂລຊີ,ສິ່ງແວດລ້ອມ,ຄຸນນະພາບ,ຄວາມປອດໄພ,ການນໍາໃຊ້ວັດຖຸປະກອນ.

ມາດຕາ95(ປັບປຸງ)ສິດແລະໜ້າທີ່ຂອງອົງການກວດກາພາຍນອກ ອົງການກວດກາພາຍນອກມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ສະພາແຫ່ງຊາດກວດກາກາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແລະໂຄງການລົງທຶນຂອງລັດ; 2.ສະພາປະຊາຊົນຂັ້ນແຂວງກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແລະໂຄງການລົງທຶນຂອງລັດຂອງແຂວງ,ນະຄອນຫຼວງແລະໂຄງການຂອງຂະແໜງການທີ່ໄປຈັດຕັ້ງປະຕິບັດຢູ່ແຂວງ,ນະຄອນຫຼວງນັ້ນ; 3.ອົງການກວດສອບແຫ່ງລັດກວດກາການນໍາໃຊ້ງົບປະມານ,ຄວາມໂປ່ງໃສໃນການເບີກຈ່າຍງົບປະມານໃນການປະຕິບັດໂຄງການລົງທຶນຂອງລັດ; 4.ອົງການກວດກາລັດກວດກາຄວາມໂປ່ງໃສໃນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ; 5.ອົງການປົກຄອງທ້ອງຖິ່ນກວດກາການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດທີ່ຢູ່ໃນຂອບເຂດທີ່ຕົນຮັບຜິດຊອບ,ເຂົ້າຮ່ວມການກວດກາການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດຂອງກະຊວງ,ອົງການລັດທຽບເທົ່າກະຊວງຢູ່ທ້ອງຖິ່ນຕົນ; 6.ແນວລາວສ້າງຊາດ,ອົງການຈັດຕັ້ງປະຫາຊົນ,ອົງການຈັດຕັ້ງສັງຄົມເຂົ້າຮ່ວມໃນການກວດກາການປະຕິບັດໂຄງການລົງທຶນຂອງລັດຕາມການສະເໜີຂອງຂະແໜງການທີ່ກ່ຽວຂ້ອງແລະປະຊາຊົນ; 7.ປະຊາຊົນຕິດຕາມ,ລາຍງານການປະຕິບັດໂຄງການລົງທຶນຂອງລັດທີ່ບໍ່ຖືກຕ້ອງຊຶ່ງຈະສ້າງຄວາມເສຍຫາຍແກ່ສາທາລະນະຫຼືຜົນປະໂຫຍດລວມຂອງຊາດ.

ມາດຕາ96ຮູບການການກວດກາ ຮູບການການກວດກາມີດັ່ງນີ້: 1.ການກວດກາຕາມລະບົບປົກກະຕິ; 2.ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ; 3.ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ມີລັກສະນະເປັນປະຈໍາແລະມີກໍານົດເວລາອັນແນ່ນອນຊຶ່ງຕ້ອງປະຕິບັດຢ່າງໜ້ອຍໜຶ່ງເທື່ອຕໍ່ປີ; ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາເມື່ອຫາກເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ອອົງການຮັບຜິດຊອບໃນການສ້າງ,ການຄຸ້ມຄອງໂຄງການລົງທຶນຂອງລັດຫຼືຜູ້ດໍາເນີນກິດຈະການລົງທຶນຂອງລັດຮູ້ລ່ວງໜ້າຢ່າງໜ້ອຍຊາວສີ່ຊົ່ວໂມງ; ການກວດກາແບບກະທັນຫັນແມ່ນການກວດເມື່ອຫາກເຫັນວ່າມີຄວາມຈໍາເປັນແຕ່ການຕົກລົງກວດການັ້ນແມ່ນດໍາເນີນຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ອົງການທີ່ຮັບຜິດຊອບໃນການສ້າງ.ການຄຸ້ມຄອງໂຄງການລົງທຶນຂອງລັດຫຼືຜູ້ດໍາເນີນກິດຈະການລົງທຶນຂອງລັດຮູ້ລ່ວງໜ້າ. ການກວດກາໃຫ້ດໍາເນີນທັງການກວດກາເອກະສານ,ກວດກາດ້ານເຕັກນິກແລະລົງກວດກາປະຕິບັດຕົວຈິງຂອງການຈັດຕັ້ງແລະບຸກຄົນຢູ່ສະຖານທີ່ປະຕິບັດງານ.

ພາກທີ6ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ97ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນແລະນິຕິບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ເປັນຕົ້ນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດສໍາເລັດຕາມກໍານົດເວລາ,ປະຢັດລາຍຈ່າຍ,ຄຸ້ມຄອງທຶນບໍ່ຮົ່ວໄຫຼ,ມີປະສິດທິຜົນສູງຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

ມາດຕາ98ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືນິຕິບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກປະຕິບັດມາດຕະການຕ່າງໆແລ້ວແຕ່ກໍລະນີເບົາຫຼືໜັກເຊັ່ນສຶກສາອົບຮົມ,ປັບໃໝ,ລົງວິໄນແລະລົງໂທດທາງອາຍາພ້ອມທັງໃຊ້ແທນຄ່າເສຍຫາຍ.

ມາດຕາ99ມາດຕະການສຶກສາອົບຮົມ ບຸກຄົນຫຼືນິຕິບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ທີ່ເປັນການກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍແລະບໍ່ເປັນການກະທໍາຜິດທາງອາຍາຈະຖືກກ່າວເຕືອນແລະສຶກສາອົບຮົມ.

ມາດຕາ100ມາດຕະການປັບໃໝ ບຸກຄົນຫຼືນິຕິບຸກຄົນທີ່ໄດຜ່ານການກ່າວເຕືອນແລະສຶກສາອົບຮົມແລ້ວແຕ່ຫາກບໍ່ເຂັດຫຼາບ,ກໍ່ຄວາມເສຍຫາຍຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກປັບໃໝຕາມທີ່ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ101ມາດຕະການທາງວິໄນ ພະນັກງານຫຼືເຈົ້າໜ້າທີ່ທີ່ໄດ້ລະເມີດລະບຽບ,ກົດໝາຍແລະລະບຽບການກ່ຽວກັບການລົງທຶນຂອງລັດໂດຍເຈດຕະນາແຕ່ບໍ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງວິໄນເປັນຕົ້ນການໂຈະການປະຕິບັດໜ້າທີ່ຊົ່ວຄາວ,ສັບປ່ຽນໜ້າທີ່ຫຼືປົດຕໍາແໜ່ງແລະອື່ນໆຕາມກົດໝາຍວ່າດ້ວຍພະນັກງານລັດຖະກອນ.

ມາດຕາ102ມາດຕະການທາງແພ່ງ ບຸກຄົນຫຼືນິຕິບຸກຄົນທີ່ໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນເນື່ອງຈາກການລົງທຶນຈະຕ້ອງໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນຢ່າງຄົບຖ້ວນ.

ມາດຕາ103(ປັບປຸງ)ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍແລະລະບຽບການກ່ຽວກັບການລົງທຶນຂອງລັດແລະຂໍ້ຫ້າມຊຶ່ງເປັນການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຊັບສິນແລະຜົນປະໂຫຍດຂອງລັດ,ລວມໝູ່,ບຸກຄົນອື່ນຈະຖືກລົງໂທດທາງອາຍາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາແລະກົດໝາຍອື່ນທີ່ກໍານົດໂທດທາງອາຍາ.

ພາກທີ7ບົດບັນຍັດສຸດທ້າຍ

ມາດຕາ104ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນນີ໊.

ມາດຕາ105(ປັບປຸງ)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການລົງທຶນຂອງລັດສະບັບເລກທີ08/ສພຊລົງວັນທີ26ພະຈິກ2009. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ