ກົດໝາຍວ່າດ້ວຍການພິມຈໍາໜ່າຍ 09-12-2008

From Wikisource
Jump to navigation Jump to search

.ການພິມຈໍາໜ່າຍ 09-12-2008


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍການພິມຈໍາໜ່າຍກໍານົດຫຼັກການ,ລະບຽບ ການແລະມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການ ຄຸ້ມຄອງ,ການກວດກາ,ການພັດທະນາການພິມຈໍາໜ່າຍໃຫ້ກ້າວ ໜ້າຂະຫຍາຍຕົວແນໃສ່ສົ່ງເສີມການປະດິດຄິດແຕ່ງ,ການອ່ານ, ການເຜີຍແຜ່ແນວທາງ,ນະໂຍບາຍ,ລະບຽບກົດໝາຍ,ຜົນງານ ທາງດ້ານຊັບສິນທາງປັນຍາ,ສະໜອງສາລະຄວາມຮູ້ດ້ານຕ່າງໆ, ສະລະບັນເທີງແລະອື່ນໆທີ່ເປັນປະໂຫຍດໃຫ້ແກ່ສັງຄົມ,ສ້າງວິໄສ ທັດ,ຄຸນສົມບັດ,ແບບແຜນດໍາລົງຊີວິດທີ່ປອດໃສໃຫ້ແກ່ຜູ້ອ່ານ,ຕ້ານ ທຸກແນວຄິດແລະການກະທໍາທີ່ຫຍໍ້ທໍ້,ປະກອບສ່ວນເຂົ້າໃນການພັດ ທະນາຊັບພະຍາກອນມະນຸດ,ການປົກປັກຮັກສາແລະສ້າງສາປະ ເທດຊາດ.

...ມາດຕາ 2 ການພິມຈໍາໜ່າຍ

ມາດຕາ 2 ການພິມຈໍາໜ່າຍ ການພິມຈໍາໜ່າຍແມ່ນການຈັດພິມ,ການພິມແລະການຈໍາ ໜ່າຍຊຶ່ງນໍາເອົາຜົນງານການຄົ້ນຄວ້າ,ປະດິດຄິດສ້າງ,ແປແລະ ຮູບແຕ້ມຫຼືຮູບຖ່າຍມາກວດແກ້,ຮຽບຮຽງແລ້ວຈັດເປັນຕົ້ນສະບັບ ສົມບູນເພື່ອສົ່ງເຂົ້າພິມເປັນຫຼາຍສະບັບໃນຮູບແບບປຶ້ມ,ສິ່ງພິມເອ ເລັກໂຕຼນິກຫຼືສິ່ງພິມອື່ນເພື່ອຈໍາໜ່າຍໃນຮູບການຕ່າງໆ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1. ເຈົ້າຂອງສໍານັກພິມໝາຍເຖິງການຈັດຕັ້ງຫຼືບຸກຄົນທີ່ໄດ້ ຮັບອະນຸຍາດສ້າງຕັ້ງສໍານັກພິມ; 2. ສໍານັກພິມໝາຍເຖິງ ອົງການຈັດຕັ້ງວິຊາການດ້ານ ການຈັດພິມທີ່ມີໃບອະນຸຍາດສ້າງຕັ້ງຢ່າງຖືກຕ້ອງ; 3. ບັນນາທິການໝາຍເຖິງຜູ້ກວດແກ້,ກວດຜ່ານ,ຮຽບ ຮຽງຕົ້ນສະບັບໃຫ້ຖືກຕ້ອງແລະສົມບູນ; 4. ການພິມໝາຍເຖິງການນໍາເອົາຕົ້ນສະບັບສົມບູນມາຜະ ລິດເປັນປຶ້ມ,ສິ່ງພິມເອເລັກໂຕຼນິກຫຼືສິ່ງພິມອື່ນ; 5. ຜະລິດຕະພັນພິມຈໍາໜ່າຍໝາຍເຖິງປຶ້ມ,ສິງພິມເອເລັກ ໂຕຼນິກຫຼືສິ່ງພິມອື່ນເພື່ອຈໍາໜ່າຍ; 6. ສິ່ງພິມເອເລັກໂຕຼນິກໝາຍເຖິງກະແຊັດ,ຊີດີ,ວີຊີດີ,ຊີ ດີຣອມແລະເມໂມຣີປະເພດຕ່າງໆ; 7. ກະແຊັດ,ຊີດີ,ວີຊີດີ,ຊີດີຣອມແລະເມໂມຣີປະເເພດຕ່າງ ໆໝາຍເຖິງອຸປະກອນທີ່ບັນທຶກຂໍ້ຄວາມ,ສຽງ,ສີ,ຮູບພາບຕ່າງໆ. 8. ສິ່ງພິມອື່ນໝາຍເຖິງສິ່ງພິມທີ່ບໍ່ເປັນປຶ້ມເຊັ່ນ:ສິ່ງພິມເອ ເລັກໂຕຼນິກ,ສື່ສິ່ງພິມ,ປ້າຍໂຄສະນາ,ແຜ່ນພັດ,ໄປສະນີຍະບັດ,ປະ ຕິທິນ,ບັດອວຍພອນ,ໜັງສືຜູກໃບລານ; 9. ການຈໍາໜ່າຍໝາຍເຖິງການນໍາເອົາຜະລິດຕະພັນພິມ ຈໍາໜ່າຍອອກຂາຍ,ໃຫ້ເຊົ່າ,ໃຫ້ຢືມ,ແຈກຢາຍ,ວາງສະແດງຫຼື ົສົ່ງອອກ,ນໍາເຂົ້າປຶ້ມ,ສິ່ງພິມອື່ນ; 10. ກິດຈະການ ພິມຈໍາໜ່າຍໝາຍເຖິງ ວຽກງານກ່ຽວ ກັບການຈັດພິມ,ການພິມແລະການຈໍາໜ່າຍ; 11. ການຈັດຕັ້ງພິມຈໍາໜ່າຍໝາຍເຖິງສໍານັກພິມ,ໂຮງ ພິມ,ຮ້ານພິມ,ຮ້ານອອກແບບພິມ,ບໍລິສັດແລະຮ້ານຈໍາໜ່າຍ; 12.​ ໂຮງພິມໝາຍເຖິງບ່ອນພິມປຶ້ມ,ສິ່ງພິມອື່ນດ້ວຍການ ໃຊ້ຈັກຕິໂປ,ອັອບແຊັດ,ຈັກຂີດເສັ້ນແລະຈັກດິຈິຕ້ອນ; 13. ຮ້ານພິມໝາຍເຖິງບ່ອນພິມຂະໜາດນ້ອຍທີ່ໃຊ້ເຕັກນິກ ການພິມງ່າຍດາຍເຊັ່ນ:ຮ້ານອັດເອກະສານ,ຮ້ານພິມຜ້າກັ້ງໄໝ ແລະອື່ນໆ. 14. ຮ້ານອອກແບບພິມໝາຍເຖິງບ່ອນຈັດແບບຕົ້ນສະບັບ, ແຍກສີການພິມແລະອື່ນໆ. 15. ການຈໍາໜ່າຍຜ່ານລະບົບອິນເຕີເນັດໝາຍເຖິງການ ນໍາເອົາປຶ້ມ,ສິ່ງພິມອື່ນເຂົ້າໃນລະບົບອິນເຕີເນັດ. 16. ລິຂະສິດ ໝາຍເຖິງ ສິດເປັນເຈົ້າຂອງຜົນງານທີ່ໄດ້ມາ ຈາກສະຕິປັນຍາຂອງຕົນໃນການປະດິດຄິດແຕ່ງດ້ານສິລະປະກໍາ, ວັນນະກໍາແລະວິທະຍາສາດໂດຍຜູ້ອື່ນບໍ່ມີສິດລະເມີດໄດ້.

...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບການພິມຈໍາໜ່າຍ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບການພິມຈໍາໜ່າຍ ລັດສົ່ງເສີມແລະພັດທະນາການພິມຈໍາໜ່າຍໃຫ້ຂະຫຍາຍ ຕົວທາງດ້ານປະລິມານແລະຄຸນນະພາບ,ຊຸກຍູ້ການປະດິດຄິດ ແຕ່ງ,ການອ່ານ,ການຊອກຮູ້ຮໍ່າຮຽນຢ່າງກວ້າງຂວາງດທົ່ວເຖິງ ດ້ວຍນະໂຍບາຍຕ່າງໆເຊັ່ນ:ການສ້າງແລະປະກອບບຸກຄະລາ ກອນ,ສະໜອງງົບປະມານ,ສິນເຊື່ອ,ພາຫະນະ,ວັດຖຸອຸປະກອນເຕັກ ນິກ,ເຕັກໂນໂລຊີທີ່ທັນສະໄໝ,ການໃຫ້ນາມມະຍົດແລະຄ່າແຮງ ງານຂອງຜູ້ປະດິດຄິດແຕ່ງ,ນະໂຍບາຍຍົກເວັ້ນຫຼືຫຼຸດຜ່ອນພາສີອາ ກອນຕາມລະບຽບກົດໝາຍ. ລັດສົ່ງເສີມແລະຊຸກຍູ້ໃຫ້ການຈັດຕັ້ງ,ບຸກຄົນທົງພາຍໃນ ແລະຕ່າງປະເທດປະກອບສ່ວນດ້ວຍການສະໜອງພາຫະນະ,ວັດຖຸ ອຸປະກອນ,ທຶນຮອນເຂົ້າໃນການພັດທະນາການພິມຈໍາໜ່າຍລວມ ທັງດໍາເນີນການພິມຈໍາໜ່າຍທີ່ບໍ່ຂັດກັບລະບຽ-ກົດໝາຍ. ...ມາດຕາ 5​ ຫຼັກການຂອງການພິມຈໍາໜ່າຍ

ມາດຕາ 5​ ຫຼັກການຂອງການພິມຈໍາໜ່າຍ ຫຼັກການຂອງການພິມຈໍາໜ່າຍມີດັ່ງນີ້: 1. ການພິມຈໍາໜ່າຍຕ້ອງເປັນປະໂຫຍດໃນການປົກປັກຮັກ ສາແລະພັດທະນາປະເທດຊາດ,ສະໜອງສາລະຄວາມຮູ້,ສາລະບັນ ເທີງໃຫ້ແກ່ສັງຄົມໂດຍຖືກຕ້ອງຕາມແນວທາງ,ນະໂຍບາຍ,ລະ ບຽບກົດໝາຍແລະວັດທະນາທໍາອັນດີງາມຂອງຊາດທັງສອດຄ່ອງ ກັບກົນໄກເສດຖະກິດຕະຫຼາດ; 2. ການພິມຈໍາໜ່າຍຕ້ອງໄດ້ຜ່ານການບັນນາທິການຂອງ ສໍານັກພິມແລະໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງການພິມຈໍາ ໜ່າຍທີ່ກ່ຽວຂ້ອງ. 3. ຜະລິດຕະພັນພິມຈໍາໜ່າຍທີ່ໄດ້ຈົດທະບຽນການພິມຈໍາ ໜ່າຍແລ້ວກໍ່ສາມາດຈົດທະບຽນລິຂະສິດນໍາອົງການທີ່ກ່ຽວຂ້ອງ; ການຈັດຕັ້ງຫຼືບຸກຄົນອື່ນທີ່ມີຈຸດປະສົງອັດສໍາເນົາເພື່ອຈໍາໜ່າຍຜະ ລິດຕະພັນດັ່ງກ່າວຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງລິຂະສິດ ແລະອົງການຄຸ້ມຄອງການພິມຈໍາໜ່າຍ.

...ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນແລະການຈັດຕັ້ງທັງ ພາຍໃນແລະຕ່າງປະເທດທີ່ພົວພັນກັບການພິມຈໍາໜ່າຍພາຍໃຕ້ກົດ ໝາຍສະບັບນີ້ເວັ້ນເສຍແຕ່ການພິມທີ່ມີລັກສະນະພິເສດເຊັ່ນທະນະ ບັດ,ກົດລັບ.

...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລັດສົ່ງເສີມການພົວພັນ,ຮ່ວມມືດ້ານການພິມຈໍາໜ່າຍກັບ ຕ່າງປະເທດ,ພາກພື້ນແລະສາກົນດ້ວຍການຊຸກຍູ້ການເຄື່ອນໄຫວ ດ້ານວິຊາການ,ການແລກປ່ຽນບົດຮຽນ,ຜົນງານການຄົ້ນຄວ້າ ແລະປະດິດຄິດແຕ່ງທີ່ດີເດັ່ນ,ຍົກລະດັບຄວາມສາມາດຂອງພະນັກ ງານ,ຍາດແຍ່ງທຶນຮອນ,ເຕັກໂນໂລຊີແລະອື່ນໆເພື່ອເຮັດໃຫ້ການ ພິມຈໍາໜ່າຍມີຄວາມກ້າວໜ້າ,ທັນສະໄໝບົນພື້ນຖານຫຼັກການເຄົາ ລົບເອກະລາດ,ອະທິປະໄຕ,ສະເໝີພາບແລະຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດໂດຍສອດຄ່ອງກັບສັນຍາແລະສົນທິສັນຍາສາກົນທີ່ ສປປລາວເປັນພາຄີ.

..ພາກທີ 2 ກິດຈະການພິມຈໍາໜ່າຍ


...ໝວດທີ 1 ການຈັດພິມ


....ມາດທີ 8 ການຈັດພິມ

ມາດທີ 8 ການຈັດພິມ ການຈັດພິມແມ່ນການທ້ອນໂຮມເອົາຜົນງານໃນການຄົ້ນ ຄ້ວາ,ປະດິດຄິດແຕ່ງ,ການແປ,ຮູບແຕ້ມຫຼືຮູບຖ່າຍມາກວດແກ້, ຮຽບຮຽງແລ້ວຈັດເປັນຕົ້ນສະບັບສົມບູນແລະຂໍອະນຸຍາດພິມ.

....ມາດຕາ 9 ການຈັດຕົ້ນສະບັບສົມບູນ

ມາດຕາ 9 ການຈັດຕົ້ນສະບັບສົມບູນ ສໍານັກພິມແລະເຂົ້າຂອງຕົ້ນສະບັບມີໜ້າທີ່ຮ່ວມກັນກວດແກ້ ແລະຮຽບຮຽງຕົ້ນສະບັບໃຫ້ກາຍເປັນຕົ້ນສະບັບສົມບູນເພື່ອຂໍອະນຸ ຍາດພິມ. ການຮ່ວມກັນຈັດຕົ້ນສະບັບສົມບູນນັ້ນດໍາເນີນໄປຕາມສັນຍາ ດ້ວຍຮູບການຕ່າງໆເຊັ່ນ:ແບ່ງຜົນປະໂຫຍດນໍາກັນຫຼືເຈົ້າຂອງຕົ້ນ ສະບັບອາດຈະຂາຍຕົ້ນສະບັບໃຫ້ສໍານັກພິມຢ່າງຂາດຕົວຫຼືມີກໍານົດ ເວລາກໍ່ໄດ້.

....ມາດຕາ 10 ປຶ້ມ,ສິ່ງພິມອື່ນທີ່ຈະພິມຄືນ

ມາດຕາ 10 ປຶ້ມ,ສິ່ງພິມອື່ນທີ່ຈະພິມຄືນ ປຶ້ມ,ສິ່ງພິມອື່ນໆທີ່ຈະພິມຄືນໃນແຕ່ລະຄັ້ງຕ້ອງໄດ້ຮັບການ ເຫັນດີຈາກເຂົ້າຂອງລິຂະສິດແລະໄດ້ຜ່ານການກວດແກ້ລວມທັງ ປຶ້ມ,ສິ່ງພິມອື່ນທີ່ພິມຢູ່ຕ່າງປະເທດເປັນຕົ້ນສະບັບຫຼືໄດ້ນໍາມາຈໍາ ໜ່າຍຢູ່ລາວແລ້ວ.

....ມາດຕາ 11 ການຂໍອະນຸຍາດພິມ

ມາດຕາ 11 ການຂໍອະນຸຍາດພິມ ສໍານັກພິມຕ້ອງນໍາເອົາຕົ້ນສະບັບສົມບູນຂອງປຶ້ມທຸກປະເພດ ທຸກຫົວເລື່ອງໄປຂໍອະນຸຍາດພິມນໍາກະຊວງຖະແຫຼງຂ່າວແລະວັດທະ ນະທໍາ.ສໍາລັບສິ່ງພິມອື່ນນັ້ນອາດຈະຂໍອະນຸຍາດພິມນໍາກະຊວງຖະ ແຫຼງຂ່າວແລະວັດທະນະທໍາຫຼືພະແນກຖະແຫຼງຂ່າວແລະວັດທະນະ ທໍາແຂວງ,ນະຄອນທີ່ກ່ຽວຂ້ອງຕາມລະບຽບການ. ອົງການຄຸ້ມຄອງການພິມຈໍາໜ່າຍດັ່ງກ່າວຕ້ອງພິຈາລະນາ ອະນຸຍາດພິມໂດຍອອກໃບທະບຽນພິມຈໍາໜ່າຍໃຫ້ພາຍໃນກໍານົດ ເວລາສິບຫ້າວັນລັດຖະການນັບແຕ່ວັນຮັບຄໍາຮ້ອງຂໍເປັນຕົ້ນໄປ.ໃນ ກໍລະນີທີ່ບໍ່ສາມາດອະນຸຍາດພິມໃຫ້ນັ້ນກໍ່ຕ້ອງຕອບສໍານັກພິມດັ່ງ ກ່າວຢ່າງເປັນລາຍລັກອັກສອນ.

....ມາດຕາ 12 ລິຂະສິດກ່ຽວກັບປຶ້ມ,ສິ່ງພິມອື່ນ

ມາດຕາ 12 ລິຂະສິດກ່ຽວກັບປຶ້ມ,ສິ່ງພິມອື່ນ ຕົ້ນສະບັບສົມບູນຂອງປຶ້ມ,ສິ່ງພິມອື່ນທີ່ໄດ້ຈົດທະບຽນພິມຈໍາ ໜ່າຍແລ້ວກໍ່ສາມາດນໍາເອົາໄປຈົດທະບຽນລິຂະສິດຢູ່ຂະແໜງວິ ທະຍາສາດແລະເຕັກໂນໂລຊີທີ່ກ່ຽວຂ້ອງຕາມລະບຽບການ. ຕົ້ນສະບັບສົມບູນຂອງປຶ້ມ,ສິ່ງພິມອື່ນທີ່ໄດ້ຈົດທະບຽນລິຂະ ສິດແລ້ວແມ່ນຖືກຮັບຮູ້ສິດຂອງຜູ້ເປັນເຈົ້າຂອງແລະໄດ້ຮັບການປົກ ປ້ອງດ້ວຍກົດໝາຍ.

....ມາດຕາ 13 ການຈັດໜ້າປຶ້ມ

ມາດຕາ 13 ການຈັດໜ້າປຶ້ມ ການຈັດໜ້າປຶ້ມໃຫ້ປະຕິບັດດັ່ງນີ້: 1. ໜ້າປົກແຂັງຕ້ອງພິມຊື່ປຶ້ມ,ຊື່ຜູ້ຂຽນຫຼືຜູ້ແປ,ສໍານັກພິມ ຫຼືສໍານັກງານ,ອົງການຈັດຕັ້ງທີ່ໄດ້ຮັບອະນຸຍາດໃຫ້ພິມຈໍາໜ່າຍ, ປີພິມ,ຮູບທີ່ກ່ຽວຂ້ອງ(ຖ້າມີ). 2. ໜ້າປົກອ່ອນຕ້ອງພິມຕາມຂໍ້ໜຶ່ງເທິງນີ້,ຄັ້ງພິມ,ກາ ໝາຍຂອງສໍານັກພິມ; 3. ດ້ານຫຼັງຂອງໜ້າປົກອ່ອນຕ້ອງພິມຊື່ຜູ້ຮັບຜິດຊອບພິມ ຈໍາໜ່າຍ,ຜູ້ກວດແກ້,ຜູ້ອອກແບບ,ເລກທະບຽນ,ບ່ອນພິມ,ຂະ ໜາດພິມ,ຈໍານວນພິມ,ຖ້າຫາກເປັນປຶ້ມແປໃຫ້ພິມຊື່ນັກຂຽນ,ຊື່ສໍາ ນັກພິມ,ປີພິມ,ແປຈາກພາສາໃດ,ຜູ້ແປ; 4. ຕໍ່ຈາກໜ້າປົກອ່ອນຕ້ອງພິມຄໍານໍາຫຼືຄໍາເຫັນກ່ອນພິມ ເນື້ອໃນ. 5. ແຕ່ລະໜ້າຕ້ອງພິມເລກລໍາດັບ; 6. ໜ້າສຸດທ້າຍຂອງປຶ້ມຕ້ອງພິມເອກະສານອ້າງອີງແລະຜູ້ ອຸປະຖໍາປຶ້ມພິມ(ຖ້າມີ). 7. ຫຼັງປົກອ່ອນ; 8. ຫຼັງປົກແຂັງ. ສໍາລັບສາລະບານນັ້ນອາດຈະພິມຫຼັງຄໍານໍາຫຼືຫຼັງເນື້ອໃນກໍ່ ໄດ້.

....ມາດຕາ 14 ການໂຄສະນາໃສ່ປຶ້ມ,ສິ່ງພິມອື່ນ

ມາດຕາ 14 ການໂຄສະນາໃສ່ປຶ້ມ,ສິ່ງພິມອື່ນ ການໂຄສະນາສິນຄ້າແລະການບໍລິການສາມາດຈັດພິມລົງ ໃສ່ປຶ້ມ,ສິ່ງພິມອື່ນຕາມລະບຽບການ. ປຶ້ມ,ສິ່ງພິມອື່ນກ່ຽວກັບທ່ານຜູ້ນໍາແມ່ນບໍ່ອະນຸຍາດໃຫ້ລົງໂຄ ສະນາສິນຄ້າແລະການບໍລິການ.

...ໝວດທີ 2 ການພິມ


....ມາດຕາ 15 ການດໍາເນີນການພິມ

ມາດຕາ 15 ການດໍາເນີນການພິມ ການພິມສາມາດດາເນີນໄດ້ໃນໂຮງພິມ,ຮ້ານພິມ,ຮ້ານອອກ ແບບພິມທີ່ໄດ້ຮັບອະນຸຍາດຕາມລະບຽບກົດໝາຍໂດຍນໍາໃຊ້ເຕັກ ນິກການພິມທີ່ເໝາະສົມເຊັ່ນ:ຕີໂປ,ອັອບແຊັດ,ເລເຊີ້,ໂຣນຽວ,ອິງ ແຈັດ,ອັດສໍາເນົາ,ຜ້າກັ້ງໄໝແລະອື່ນໆ. ເຈົ້າຂອງໂຮງພິມ,ຮ້ານພິມແລະຮ້ານອອກແບບພິມຕ້ອງດໍາ ເນີນການພິມໃຫ້ຖືກຕ້ອງຕາມເນື້ອໃນຕົ້ນສະບັບສົມບູນຂອງປຶ້ມ,ສິ່ງ ພິມອື່ນທີ່ໄດ້ມອບ-ຮັບກັນແລະປະຕິບັດຕາມຂໍ້ຜູກພັນໃນການພິມທີ່ ໄດ້ກໍານົດໄວ້ໃນ ມາດຕາ 17 ຂອງກົດໝາຍສະບັບນີ້.

....ມາດຕາ 16 ປະເພດການບໍລິການການພິມ

ມາດຕາ 16 ປະເພດການບໍລິການການພິມ ການບໍລິການການພິມມີດັ່ງນີ້: 1. ໂຮງພິມຂອງລັດ,ຂອງເອກະຊົນທັງພາຍໃນແລະຕ່າງ ປະເທດ; 2. ຮ້ານພິມຂອງລັດ,ຂອງເອກະຊົນທັງພາຍໃນແລະຕ່າງ ປະເທດ. 3. ຮ້ານອອກແບບພິມຂອງລັດ,ຂອງເອກະຊົນທັງພາຍໃນ ແລະຕ່າງປະເທດ. ການສ້າງຕັ້ງໂຮງພິມ,ຮ້ານພິມແລະຮ້ານອອກແບບພິມດັ່ງ ກ່າວໃຫ້ປະຕິບັດຢ່າງສອດຄ່ອງກັບກົດໝາຍວ່າດ້ວຍວິສາຫະກິດ ຂອງສປປລາວ.

....ມາດຕາ 17 ຂໍ້ຜູກພັນໃນການພິມ

ມາດຕາ 17 ຂໍ້ຜູກພັນໃນການພິມ ພາຍລັງທີ່ໄດ້ຈົດທະບຽນພິມແລ້ວເຈົ້າຂອງປຶ້ມ,ສິ່ງພິມອື່ນ ຕົ້ນສະບັບສົມບູນແລະເຈົ້າຂອງໂຮງພິມ,ຮ້ານພິມຫຼືຮ້ານອອກແບບ ພິມສ້າງຂໍ້ຜູກພັນໃນການພິມນໍາກັນເປັນລາຍລັກອັກສອນຊຶ່ງກໍານົດ ສິດ,ພັນທະ,ຄວາມຮັບຜິດຊອບຂອງແຕ່ລະຝ່າຍລວມທັງຄຸນນະພາບ, ກໍານົດເວລາໃນການພິມແລະການຊໍາລະຄ່າພິມ.

....ມາດຕາ 18 ພັນທະມອບປຶ້ມ,ສິ່ງພິມອື່ນ

ມາດຕາ 18 ພັນທະມອບປຶ້ມ,ສິ່ງພິມອື່ນ ພາຍຫຼັງການພິມສໍາເລັດແລ້ວເຈົ້າຂອງປຶ້ມ,ສິ່ງພິມອື່ນນັ້ນ ມີພັນທະມອບໃຫ້ອົງການຄຸ້ມຄອງການພິມຈໍາໜ່າຍທີ່ກ່ຽວຂ້ອງ ເພື່ອສໍາເນົາແລະໃຫ້ຫໍສະໝຸດຕາມລະບຽບການ.

....ມາດຕາ 19 ການກວດຄືນປຶ້ມ,ສິ່ງພິມອື່ນ

ມາດຕາ 19 ການກວດຄືນປຶ້ມ,ສິ່ງພິມອື່ນ ພາຍຫຼັງໄດ້ຮັບປຶ້ມ,ສິ່ງພິມອື່ນຈາກຜູ້ເປັນເຈົ້າຂອງແລ້ວອົງ ການຄຸ້ມຄອງການພິມຈໍາໜ່າຍທີ່ກ່ຽວຂ້ອງຕ້ອງກວດຄືນປຶ້ມ,ສິງ ພິມອື່ນທີ່ນໍາມາສໍາເນົານັ້ນໃນເວລາອັນເໝາະສົມ. ໃນກໍລະນີທີ່ພົບເຫັນປຶ້ມ,ສິ່ງພິມອື່ນທີ່ມີເນື້ອໃນບໍ່ຖືກຕ້ອງຕາມ ແນວທາງ,ນະໂຍບານ,ລະບຽບກົດໝາຍແລະຕົ້ນສະບັບສົມບູນ ແລ້ວອົງການຄຸ້ມຄອງການພິມຈໍາໜ່າຍທີ່ກ່ຽວຂ້ອງຕ້ອງເຮັດຈົດ ໝາຍທາງການເຖິງເຈົ້າຂອງປຶ້ມ,ສິ່ງພິມອື່ນເພື່ອໃຫ້ປັບປຸງເນື້ອໃນ ຫຼືສັ່ງໃຫ້ຢຸດເຊົາການຈໍາໜ່າຍຫຼືຊອກຫາວິທີແກ້ໄຂຕາມລະບຽບ ກົດໝາຍລວມທັງການເກັບຄືນຖ້າຫາກເຫັນວ່າມີຄວາມຜິດພາດ ຢ່າງຮ້າຍແຮງ. ຄ່າແຮງງານກວດຄືນປຶ້ມ,ສິ່ງພິມອື່ນໄດ້ກໍານົດໄວ້ໃນລະ ບຽບການສະເພາະ.

...ໝວດທີ 3 ການຈໍາໜ່າຍ


....ມາດຕາ 20 ຮູບການຈໍາໜ່າຍ

ມາດຕາ 20 ຮູບການຈໍາໜ່າຍ ການຈໍາໜ່າຍປຶ້ມ,ສິ່ງພິມອື່ນມີຮູບການດັ່ງນີ້: 1. ການນໍາອອກຂາຍ; 2. ການໃຫ້ເຊົ່າ,ໃຫ້ຢືມແລະແຈກຢາຍ; 3. ການວາງສະແດງ; 4. ການຈໍາໜ່າຍຜ່ານອິນເຕີເນັດ; 5. ການສົ່ງອອກ-ນໍາເຂົ້າ.

....ມາດຕາ 21 ການນໍາອອກຂາຍ

ມາດຕາ 21 ການນໍາອອກຂາຍ ປຶ້ມ,ສິ່ງພິມອື່ນອາດຈະນໍາອອກຂາຍດ້ວຍຫຼາຍວິທີໂດຍຜ່ານ ບໍລິສັດຈໍາໜ່າຍ,ຮ້ານຈໍາໜ່າຍ,ອິນເຕີເນັດແລອື່ນໆຢ່າງສອດຄ່ອງ ກັບລະບຽບກົດໝາຍ.

....ມາດຕາ 22 ການໃຫ້ເຊົ່າ,ໃຫ້ຢືມແລະແຈກຢາຍ

ມາດຕາ 22 ການໃຫ້ເຊົ່າ,ໃຫ້ຢືມແລະແຈກຢາຍ ປຶ້ມ,ສິ່ງພິມອື່ນອາດຈະໃຫ້ເຊົ່າໃນກໍານົດເວລາທີ່ແນ່ນອນ ແລະອາດຈະເກັບຄ່າເຊົ່າຕາມລະບຽບການ. ບຸກຄົນແລະການຈັດຕັ້ງມີສິດນໍາເອົາປຶ້ມ,ສິ່ງພິມອື່ນຂອງຕົນ ໃຫ້ຜູ້ອື່ນຢືມຫຼືແຈກຢາຍເພື່ອ່ານ,ຄົ້ນຄວ້າ,ເກັບກໍາຂໍ້ມູນຂ່າວສານ ໃນກໍານົດເວລາທີ່ແນ່ນອນຕາມລະບຽບການ. ໃນກໍລະນີຜູ້ເຊົ່າຫຼືຜູ້ຢືມເຮັດໃຫ້ປຶ້ມ,ສິ່ງພິມອື່ນຕົກເຮ່ຍ,ເສຍ ຫາຍ,ຈີກ,ຂາດ,ເປື້ອນຈົນບໍ່ສາມາດອ່ານໄດ້ຜູ້ກ່ຽວຕ້ອງໄດ້ທົດ ແທນຄືນຕາມລະບຽບການ.

....ມາດຕາ 23 ການວາງສະແດງປຶ້ມ,ສິ່ງພິມອື່ນ

ມາດຕາ 23 ການວາງສະແດງປຶ້ມ,ສິ່ງພິມອື່ນ ບຸກຄົນແລະການຈັດຕັ້ງມີສິດວາງສະແດງປຶ້ມ,ສິ່ງພິມອື່ນ ຂອງຕົນຕາມສະຖານທີ່,ເວລາແລະລະບຽບການທີ່ໄດຮັບອະນຸຍາດ ຈາກອົງການຄຸ້ມຄອງການພິມຈໍາໜ່າຍແລະອົງການອື່ນທີ່ກ່ຽວ ຂ້ອງ. ໃນກໍລະນີທີ່ມີຄວາມຈໍາເປັນກໍ່ອາດຈະຈັດງານຕະຫຼາດນັດ ປຶ້ມ,ສິ່ງພິມອື່ນຂຶ້ນກໍ່ໄດ້ລວມທັງການຮ່ວມມືກັບຕ່າງປະເທດ.

....ມາດຕາ 24 ການຈໍາໜ່າຍຜ່ານອິນເຕີເນັດ

ມາດຕາ 24 ການຈໍາໜ່າຍຜ່ານອິນເຕີເນັດ ປຶ້ມ,ສິ່ງພິມອື່ນທີ່ໄດ້ຮັບອະນຸຍາດພິມແລ້ວກໍ່ມີສິດຈໍາໜ່າຍ ຜ່ານອິນເຕີເນັດໄດ້.

....ມາດຕາ 25 ການສົ່ງອອກ-ນໍາເຂົ້າປຶ້ມ,ສິ່ງພິມອື່ນ

ມາດຕາ 25 ການສົ່ງອອກ-ນໍາເຂົ້າປຶ້ມ,ສິ່ງພິມອື່ນ ບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງສົ່ງອອກ-ນໍາເຂົ້າປຶ້ມ, ສິ່ງພິມອື່ນຕ້ອງຂໍອະນຸຍາດຈາກອົງການຄຸ້ມຄອງການພິມຈໍາໜ່າຍ ແລະອົງການອື່ນທີ່ກ່ຽວຂ້ອງຕາມລະບຽບກົດໝາຍ.

..ພາກທີ 3​ ການຈັດຕັ້ງແລະການເຄື່ອນໄຫວຂອງການພິມຈໍາໜ່າຍ


...ໝວດທີ 1 ການຈັດຕັ້ງແລະການເຄື່ອນໄຫວຂອງສໍານັກພິມ


....ມາດຕາ 26 ການສ້າງຕັ້ງສໍານັກພິມ

ມາດຕາ 26 ການສ້າງຕັ້ງສໍານັກພິມ ອົງການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດ,ອົງການ ຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ສະມາຄົມວິຊາຊີບແລະ ບຸກຄົນທີ່ມີຈຸດປະສົງສ້າງຕັ້ງສໍານັກພິມຂອງຕົນຕ້ອງຍື່ນຄໍາຮ້ອງຂໍ ້ສ້າງຕັ້ງຕໍ່ກະຊວງຖະແຫຼງຂ່າວແລະວັດທະນະທໍາ. ກະຊວງຖະແຫຼງຂ່າວແລະວັດທະນະທໍາຕ້ອງພິຈາລະນາ ພາຍໃນກໍານົດເວລາສາມສິບວັນລັດຖະການນັບແຕ່ວັນໄດ້ຮັບຄໍາ ຮ້ອງຂໍນັ້ນເປັນຕົ້ນໄປ.ໃນກໍລະນີຫາກບໍ່ອະນຸຍາດກໍ່ຕ້ອງແຈ້ງເຫດ ຜົນເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍນັ້ນຊາບ.

....ມາດຕາ 27 ເງື່ອນໄຂການສ້າງຕັ້ງສໍານັກພິມ

ມາດຕາ 27 ເງື່ອນໄຂການສ້າງຕັ້ງສໍານັກພິມ ການສ້າງຕັ້ງສໍານັກພິມຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1. ຊື່,ຈຸດປະສົງ,ເປົ້າມາຍຮັບໃຊ້ຂອງສໍານັກພິມແລະບົດວິ ພາກເສດຖະກິດ; 2. ກົງຈັກການຈັດຕັ້ງແລະບຸກຄະລາກອນທີ່ໄດ້ມາດຕະ ຖານ; 3. ສໍານັກງານ,ພາຫະນະ,ອຸປະກອນເຕັກນິກ,ທຶນເພື່ອຮັບ ປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ; 4. ຜູ້ອໍານວຍການຫຼືຮອງຜູ້ອໍານວຍການ,ຫົວໜ້າຄະນະບັນ ນາທິການແລະບັນນາທິການຕ້ອງມີໃບຢັ້ງຢືນການອົບຮົມການຈັດ ພິມຫຼືປະກາສະນີຍະບັດກ່ຽວກັບການຈັດພິມ.

....ມາດຕາ 28 ການຈັດຕັ້ງຂອງສໍານັກພິມ

ມາດຕາ 28 ການຈັດຕັ້ງຂອງສໍານັກພິມ ການຈັດຕັ້ງຂອງສໍານັກພິມປະກອບດ້ວຍ: - ເຈົ້າຂອງສໍານັກພິມ; - ສໍານັກພິມ; - ສະມາຄົມສໍານັກພິມ.

....ມາດຕາ 29 ເຈົ້າຂອງສໍານັກພິມ

ມາດຕາ 29 ເຈົ້າຂອງສໍານັກພິມ ເຈົ້າຂອງສໍານັກພິມແມ່ນອົງການຈັດຕັ້ງຂອງພັກ,ລັດ,ແນວ ລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສົງຄົມ ແລະສະມາຄົມວິຊາຊີບລວມທັງບຸກຄົນທີ່ເປັນພົນລະເມືອງລາວທີ່ ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງສໍານັກພິມແລະດໍາເນີນກິດຈະການຈັດ ພິມຕາມລະບຽບກົດໝາຍ.

....ມາດຕາ 30 ໜ້າທີ່ແລະສິດຂອງເຈົາຂອງສໍານັກພິມ

ມາດຕາ 30 ໜ້າທີ່ແລະສິດຂອງເຈົາຂອງສໍານັກພິມ ເຈົ້າຂອງສໍານັກພິມມີໜ້າທີ່ແລະສິດຕົ້ນຕໍດັ່ງນີ້: 1. ກໍານົດທິດທາງ,ຈຸດປະສົງ,ເປົ້າໝາຍຮັບໃຊ້,ຂອບເຂດ ການຈັດພິມປຶ້ມ,ສິ່ງພິມອື່ນໆ. 2. ຈັດຕັ້ງກົງຈັກຊ່ວຍວຽກ,ສ້າງບຸກຄະລາກອນແລະຊີ້ນໍາ, ຄຸ້ມຄອງ,ກວດກາການປະຕິບັດພາລະບົດບາດ,ໜ້າທີ່,ສິດ,ທິດທາງ, ແຜນການແລະການເຄື່ອນໄຫວຂອງສໍານັກພິມຂອງຕົນ; 3. ສ້າງເງື່ອນໄຂແລະອໍານວຍຄວາມສະດວກໃຫ້ແກ່ການ ເຄື່ອນໄຫວວຽກງານຂອງສໍານັກພິມຂອງຕົນ; 4. ສະເໜີສ້າງຕັ້ງຫຼືຍຸບເລີກສໍານັກພິມຂອງຕົນ; 5. ແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງຜູ້ອໍານວຍການ,ຫົວໜ້າ ຄະນະບັນນາທິການ,ບັນນາທິການສໍານັກພິມຕາມການເຫັນດີຂອງ ອົງການຄຸ້ມຄອງການພິມຈໍາໜ່າຍທີ່ກ່ຽວຂ້ອງ; 6. ຮັບຜິດຊອບຕໍ່ກົດໝາຍຕາມພາລະບົດບາດ,ໜ້າທີ່ແລະ ສິດຂອງຕົນໃນວຽກງານຂອງສໍານັກພິມ.

....ມາດຕາ 31 ໜ້າທີ່ແລະສິດຂອງສໍານັກພິມ

ມາດຕາ 31 ໜ້າທີ່ແລະສິດຂອງສໍານັກພິມ ສໍານັກພິມມີໜ້າທີ່ແລະສິດຕົ້ນຕໍດັ່ງນີ້: 1. ກໍານົດແຜນການ,ໂຄງການສ້າງຫົວເລື່ອງໄລຍະສັ້ນ ແລະໄລຍະຍາວ; 2. ຊຸກຍູ້,ສົ່ງເສີມນັກປະຕິດຄິດແຕ່ງເພື່ອຄົ້ນຄວ້າແລະດໍາ ເນີນການຂຽນເນື້ອໃນຂອງຫົວເລື່ອງ; 3. ພົວພັນປະສານສົມທົບວຽກງານຈັດພິມກັບພາກສ່ວນທີ່ ກ່ຽວຂ້ອງ; 4. ກວດແກ້ເນື້ອໃນ,ຈັດເປັນຕົ້ນສະບັບສົມບູນຂອງປຶ້ມ,ສິ່ງ ພິມອື່ນ; 5. ຂໍອະນຸຍາດພິມປຶ້ມ,ສິ່ງພິມອື່ນຕາມລະບຽບການ; 6. ນໍາສົ່ງຕົ້ນສະບັບສົມບູນເຂົ້າໂຮງພິມ; 7. ຈ່າຍຄ່າແຮງງານໃຫ້ນັກຂຽນແລະຜູ້ຮ່ວມງານຕາມລະ ບຽບການ.

....ມາດຕາ 32 ບຸກຄະລາກອນຂອງສໍານັກພິມ

ມາດຕາ 32 ບຸກຄະລາກອນຂອງສໍານັກພິມ ບຸກຄະລາກອນຂອງສໍານັກພິມປະກອບດ້ວຍ:ຜູ້ອໍານວຍການ, ຮອງຜູ້ອໍານວຍການ,ຫົວໜ້າຄະນະບັນນາທິການ,ບັນນາທິການ,ນັກ ວິຊາການສໍານັກພິມແລະຜູ້ຮ່ວມງານທີ່ໄດ້ຮັບການແຕ່ງຕັ້ງຫຼືຮັບ ມອບໝາຍຈາກເຈົ້າຂອງສໍານັກພິມ.

....ມາດຕາ 33 ຜູ້ອໍານວຍການແລະຮອງຜູ້ອໍານວຍການ

ມາດຕາ 33 ຜູ້ອໍານວຍການແລະຮອງຜູ້ອໍານວຍການ ຜູ້ອໍານວຍການແມ່ນຜູ້ບໍລິຫານງານສູງສຸດໃນສໍານັກພິມ ແລະຮັບຜິດຊອບໂດຍກົງຕໍ່ເຈົ້າຂອງສໍານັກພິມແລະລະບຽບກົດ ໝາຍ. ຮອງຜູ້ອໍານວຍການເປັນຜູ້ຊ່ວຍວຽກຂອງຜູ້ອໍານວຍການ ແລະຮັບຜິດຊອບວຽກງານໃດໜຶ່ງແລະເປັນຜູ້ວ່າການແທນຕາມ ການມອບໝາຍໃນເວລາຜູ້ອໍານວຍການບໍ່ສາມາດປະຕິບັດໜ້າທີ່ ໄດ້. ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຜູ້ອໍານວຍການແລະ ຮອງຜູ້ອໍານວຍການແມ່ນເຈົ້າຂອງສໍານັກພິມເປັນຜູ້ຕົກລົງຕາມ ການເຫັນດີຂອງອົງການຄຸ້ມຄອງການພິມຈໍາໜ່າຍທີ່ກ່ຽວຂ້ອງ.

....ມາດຕາ 34 ຫົວໜ້າຄະນະບັນນາທິການແລະບັນນາທິການ

ມາດຕາ 34 ຫົວໜ້າຄະນະບັນນາທິການແລະບັນນາທິການ ຫົວໜ້າຄະນະບັນນາທິານແມ່ນຜູ້ມີສິດຕັດສິນວຽກງານດ້ານ ວິຊາການໃນສໍານັກພິມແລະຮັບຜິດຊອບໂດຍກົງຕໍ່ຜູ້ອໍານວຍການ ແລະລະບຽບກົດໝາຍ. ບັນນາທິການແມ່ນຜູ້ກວດແກ້ຕົ້ນສະບັບຂອງປຶ້ມ,ສິ່ງພິມອື່ນ ແລະຮັບຜິດຊອບຕໍ່ຫົວໜ້າຄະນະບັນນາທິການແລະລະບຽບກົດ ໝາຍ. ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວນ້າຄະນະບັນນາທິ ການ,ບັນນາທິການແມ່ນເຈົ້າຂອງສໍານັກພິມ ເປັນຜູ້ຕົກລົງໂດຍປະ ສານສົມທົບກັບອົງການຄຸ້ມຄອງການພິມຈໍາໜ່າຍທີ່ກ່ຽວຂ້ອງ.

....ມາດຕາ 35 ມາດຕະຖານຂອງຜູ້ອໍານວຍການ,ຮອງຜູ້ອໍານວຍການ,ຫົວໜ້າຄະນະບັນນາທິການແລະບັນນາທິການ

ມາດຕາ 35 ມາດຕະຖານຂອງຜູ້ອໍານວຍການ,ຮອງຜູ້ອໍານວຍ ການ,ຫົວໜ້າຄະນະບັນນາທິການແລະບັນນາທິການ ຜູ້ອໍານວຍການ,ຮອງຜູ້ອໍານວຍການ,ຫົວໜ້າຄະນະບັນນາ ທິການແລະບັນນາທິການມີມາດຕະຖານດັ່ງນີ້: 1.​ ມີພູມລໍາເນົາຖາວອນຢູ່ ສປປລາວ; 2. ຖືສັນຊາດລາວແລະມີອາຍຸຊາວເອັດປີຂຶ້ນໄປ; 3. ມີຄວາມສາມາດໃນການຄຸ້ມຄອງບໍລິຫານທົ່ວໄປສໍາລັບ ຜູ້ອໍານວຍການ,ຮອງຜູ້ອໍານວຍການແລະມີຄວາມສາມາດໃນການ ບັນນາທິການສໍາລັບຫົວໜ້າຄະນະບັນນາທິການ,ບັນນາທິການ; 4. ມີປະກາສະນີຍະບັດຊັ້ນສູງຂຶ້ນໄປແລະມີປະສົບການດ້ານ ການພິມຈໍາໜ່າຍ,ສໍາລັບຮອງຜູ້ອໍານວຍການຫຼືຮອງບັນນາທິການ ຕ້ອງມີປະກາສະນີຍະບັດຊັ້ນກາງຂຶ້ນໄປ; 5. ມີຄຸນສົມບັດສິນທໍາປະຕິວັດ,ຄຸນທາດການເມືອງໜັກ ແໜ້ນ; 6. ຮູ້ພາສາຕ່າງປະເທດໃດໜຶ່ງໃນລະດັບທີ່ແນ່ນອນ; 7. ມີສຸຂະພາບແຂັງແຮງ.

....ມາດຕາ 36 ໜ້າທີ່ແລະສິດຂອງຜູ້ອໍານວຍການ

ມາດຕາ 36 ໜ້າທີ່ແລະສິດຂອງຜູ້ອໍານວຍການ ຜູ້ອໍານວຍການສໍານັກພິມມີໜ້າທີ່ແລະສິດດັ່ງນີ້: 1. ຄົ້ນຄວ້າ,ຜົນຂະຫຍາຍທິດທາງແຜນການກ່ຽວກັບການ ເຄື່ອນໄຫວຂອງສໍານັກພິມເພື່ອສະເໜີຕໍ່ເຈົ້າຂອງສໍານັກພິມພິຈາ ລະນາ; 2. ສ້າງແຜນການປະຕິບັດໂຄງການຈັດພິມຂອງສໍານັກພິມ ແລະຮັບຜິດຊອບໂດຍກົງຕໍ່ເຈົ້າຂອງສໍານັກພິມແລະລະບຽບກົດ ໝາຍກ່ຽວກັບປຶ້ມ,ສິ່ງພິມອື່ນຕາມພາລະບົດບາດຂອງຕົນ; 3. ຊີ້ນໍາ,ກວດກາ,ຄຸ້ມຄອງ,ຕິດຕາມວຽກງານຈັດພິມຂອງ ບັນນາທິການເພື່ອຮັບປະກັນການປະຕິບັດໃຫ້ຖືກຕ້ອງຕາມຈຸດປະ ສົງຂອງສໍານັກພິມ; 4. ສ້າງຕັ້ງກົງຈັກການຈັດຕັ້ງ,ບໍາລຸງ,ຍົກລະດັບພະນັກ ງານແລະຄຸ້ມຄອງຊັບສິນ,ຜົນງານການປະດິດຄິດແຕ່ງ ແລະ ແກ້ ໄຂຊີວິດການເປັນຢູ່ພາຍໃນສໍານັກພິມ; 5. ກໍານົດລາຄາຂາຍສົ່ງແລະຂາຍຍ່ອຍປຶ້ມ,ສິ່ງພິມອື່ນ ຕາມແຕ່ລະໄລຍະດ້ວຍຄວາມເຫັນດີຂອງເຈົ້າຂອງສໍານັກພິມ; 6. ປະຕິບັດໜ້າທີ່ແລະສິດອື່ນຕາມລະບຽບກົດໝາຍຫຼືການ ມອບໝາຍຂອງເຈົ້າຂອງສໍານັກພິມ.

....ມາດຕາ 37 ໜ້າທີ່ແລະສິດຂອງຫົວໜ້າຄະນະບັນນາທິການ

ມາດຕາ 37 ໜ້າທີ່ແລະສິດຂອງຫົວໜ້າຄະນະບັນນາທິການ ຫົວໜ້າຄະນະບັນນາທິການມີໜ້າທີ່ແລະສິດດັ່ງນີ້: 1. ຈັດຕັ້ງປະຕິບັດຕາມແຜນການ,ໂຄງການຂອງນໍານັກ ພິມແລະລະບຽບກົດໝາຍກ່ຽວກັບການຈັດພິມ; 2. ກວດແກ້ແລະຕົກລົງທາງດ້ານວິຊາການກ່ຽວກັບການ ຈັດພິມດ້ວຍຄວາມເຫັນດີຂອງຜູ້ອໍານວຍການ; 3. ປະສານສົມທົບກັບເຈົ້າຂອງປຶ້ມ,ສິ່ງພິມອື່ນເມື່ອມີຄວາມ ຈໍາເປັນ; 4. ຮັບຜິດຊອບໂດຍກົງຕໍ່ຜູ້ອໍານວຍການແລະລະບຽບກົດ ໝາຍກ່ຽວກັບເນື້ອໃນຂອງປຶ້ມ,ສິ່ງພິມອື່ນທີ່ຕົນໄດ້ກວດແກ້; 5. ສະຫຼຸບ,ລາຍງານຜົນການປະຕິບັດວຽກງານຂອງຕົນ ກ່ຽວກັບການກວດແກ້ແລະຈັດພິມຕໍ່ຜູ້ອໍານວຍການຢ່າງເປັນປົກ ກະຕິ; 6. ປະຕິບັດໜ້າທີ່ແລະສິດອື່ນຕາມລະບຽບກົດໝາຍຫຼືການ ມອບໝາຍຂອງຜູ້ອໍານວຍການແລະເຈົ້າຂອງສໍານັກພິມ.

....ມາດຕາ 38 ໜ້າທີ່ແລະສິດຂອງບັນນາທິການ

ມາດຕາ 38 ໜ້າທີ່ແລະສິດຂອງບັນນາທິການ ບັນນາທິການມີໜ້າທີ່ແລະສິດດັ່ງນີ້: 1. ປະຕິບັດແຜນການ,ໂຄງການຂອງສໍານັກພິມຕາມການ ມອບໝາຍຂອງຫົວໜ້າຄະນະບັນນາທິການແລະປະຕິບັດລະບຽບ ກົດໝາຍກ່ຽວກັບການຈັດພິມ; 2. ກວດແກ້,ກວດຜ່ານ,ຮຽບຮຽງເນື້ອໃນຕົ້ນສະບັບຕາມ ການມອບໝາຍຂອງຫົວໜ້າຄະນະບັນນາທິການ; 3. ປະສານສົມທົບກັບເຈົ້າຂອງປຶ້ມ,ສິ່ງພິມອື່ນເມື່ອມີຄວາມ ຈໍາເປັນ; 4. ລາຍງານຕໍ່ຫົວໜ້າຄະນະບັນນາທິການເມື່ອເຫັນວ່າເນື້ອ ໃນຂອງປຶ້ມ,ສິ່ງພິມອື່ນບໍ່ສອດຄ່ອງກັບແນວທາງ,ນະໂຍບາຍແລະ ລະບຽບກົດໝາຍ; 5. ສະຫຼຸບ,ລາຍງານຜົນການປະຕິບັດວຽກງານຂອງຕົນ ກ່ຽວກັບການກວດແກ້ແລະຈັດພິມຕໍ່ຫົວໜ້າຄະນະບັນນາທິການ ຢ່າງເປັນປົກກະຕິ; 6. ປະຕິບັດໜ້າທີ່ແລະສິດອື່ນຕາມລະບຽບກົດໝາຍຫຼືການ ມອບໝາຍຂອງຜູ້ອໍານວຍການແລະເຈົ້າຂອງສໍານັກພິມ.

....ມາດຕາ 39 ນັກວິຊາການຂອງສໍານັກພິມ

ມາດຕາ 39 ນັກວິຊາການຂອງສໍານັກພິມ ນັກວິຊາການຂອງສໍານັກພິມແມ່ນບຸກຄະລາກອນສໍານັກພິມ ຊຶ່ງປະກອບດ້ວຍຜູ້ອອກແບບພິມ,ນັກແຕ້ມ,ນາຍຊ່າງເຕັກນິກແລະ ພະນັກງານວິຊາການອື່ນ. ໜ້າທີ່ແລະສິດຂອງນັກວິຊາການດັ່ງກ່າວໄດ້ກໍານົດໄວ້ໃນ ລະບຽບການສະເພາະຂອງສໍານັກພິມ.

....ມາດຕາ 40 ຜູ້ຮ່ວມງານຂອງສໍານັກພິມ

ມາດຕາ 40 ຜູ້ຮ່ວມງານຂອງສໍານັກພິມ ຜູ້ຮ່ວມງານຂອງສໍານັກພິມແມ່ນຜູ້ທີ່ບໍ່ປະຈໍາການຢູ່ສໍານັກ ພິມນັ້ນແຕ່ຫາກມີປະສົບການດ້ານບັນນາທິການທີ່ເຂົ້າຮ່ວມໃນການ ປະດິດຄິດແຕ່ງ,ກວດແກ້,ຮຽບຮຽງປຶ້ມ,ສິ່ງພິມອື່ນໂດຍໄດ້ຮັບຄ່າ ແຮງງານແລະນະໂຍບາຍອື່ນຈາກສໍານັກພິມ. ໜ້າທີ່ແລະສິດຂອງຜູ້ຮ່ວມງານນັ້ນໄດ້ກໍານົດໄວ້ໃນລະບຽບ ການສະເພາະຂອງສໍານັກພິມ.

....ມາດຕາ 41 ການປ່ຽນແປງຂອງສໍານັກພິມ

ມາດຕາ 41 ການປ່ຽນແປງຂອງສໍານັກພິມ ເມື່ອເຈົ້າຂອງສໍານັກພິມມີຈຸດປະສົງງປ່ຽນຊື່ສໍານັກພິມ,ເປົ້າ ໝາຍຮັບໃຊ້ຂອງສໍານັກພິມຕ້ອງໄດ້ຂໍອະນຸຍາດຈາກອົງການຄຸ້ມ ຄອງການພິມຈໍາໜ່າຍທີ່ກ່ຽວຂ້ອງຕາມການສະເໜີຂອງເຈົ້າຂອງ ສໍານັກພິມນັ້ນ. ໃນກໍລະນີທີ່ມີການຍົກຍ້າຍສະຖານທີ່ສໍານັກພິມຫຼືການຍຸບ ເລີກສໍານັກພິມກໍ່ຕ້ອງລາຍງານເປັນລາຍລັກອັກສອນໃຫ້ອົງການ ຄຸ້ມຄອງການພິມຈໍາໜ່າຍຢ່າງຊ້າພາຍໃນກໍານົດເວລາສິບຫ້າວັນ ລັດຖະການນັບແຕ່ວັນໄດ້ຍົກຍ້າຍໄປຢູ່ສະຖານທີ່ໃໝ່ຫຼືໄດ້ຍຸບເລີກ ເປັນຕົ້ນໄປ.

...ໝວດທີ 2 ການຈັດຕັ້ງແລະການເຄື່ອນໄຫວຂອງໂຮງພິມ,ຮ້ານພິມແລະຮ້ານອອກແບບພິມ


....ມາດຕາ 42 ການສ້າງຕັ້ງໂຮງພິມ,ຮ້ານພິມແລະຮ້ານອອກແບບພິມ

ມາດຕາ 42 ການສ້າງຕັ້ງໂຮງພິມ,ຮ້ານພິມແລະຮ້ານອອກ ແບບພິມ ບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງໂຮງພິມ,ຮ້ານ ພິມແລະຮ້ານອອກແບບພິມຕ້ອງຍື່ນຄໍາຮ້ອງຕໍ່ອົງການຄຸ້ມຄອງການ ພິມຈໍາໜ່າຍທີ່ກ່ຽວຂ້ອງ. ອົງການຄຸ້ມຄອງການພິມຈໍາໜ່າຍຕ້ອງພິຈາລະນາພາຍໃນ ກໍານົດເວລາສິບຫ້າວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງດັ່ງ ກ່າວເປັນຕົ້ນໄປ. ໃນກໍລະນີທີ່ບໍ່ສາມາດອະນຸຍາດໄດ້ກໍ່ຕ້ອງແຈ້ງ ຄືນໃຫ້ຜູ້ຮ້ອງຂໍນັ້ນຊາບຢ່າງເປັນລາຍລັກອັກສອນ. ການອະນຸຍາດສ້າງຕັ້ງໂຮງພິມ,ຮ້ານພິມແລະຮ້ານອອກ ແບບພິມໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 43 ເງື່ອນໄຂການສ້າງຕັ້ງໂຮງພິມ,ຮ້ານພິມແລະຮ້ານອອກແບບພິມ

ມາດຕາ 43 ເງື່ອນໄຂການສ້າງຕັ້ງໂຮງພິມ,ຮ້ານພິມແລະຮ້ານ ອອກແບບພິມ ການສ້າງຕັ້ງໂຮງພິມ,ຮ້ານພິມແລະຮ້ານອອກແບບພິມຕ້ອງ ມີເງື່ອນໄຂດັ່ງນີ້: 1. ຊື່,ຈຸດປະສົງ,ເປົ້າໝາຍຮັບໃຊ້ຂອງຕົນ,ບົດວິພາກເສດ ຖະກິດ-ເຕັກນິກແລະຜົນກະທົບຕໍ່ສິ່ງແວດລ້ອມ; 2. ສະຖານທີ່,ພາຫະນະ,ອຸປະກອນເຕັກນິກ,ທຶນເພື່ອຮັບປະ ກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ; 3. ບຸກຄະລາກອນທີ່ມີຄຸນສົມບັດ,ຄວາມຮູ້,ຄວາມສາມາດ ດ້ານການພິມ; 4. ໄດ້ຮັບອະນຸມັດຈາກຂະແໜງການທີ່ກ່ຽວຂ້ອງ.

....ມາດຕາ 44 ໜ້າທີ່ແລະສິດຂອງຜູ້ອໍານວຍການໂຮງພິມ,ເຈົ້າຂອງຮ້ານພິມແລະຮ້ານອອກແບບພິມ

ມາດຕາ 44 ໜ້າທີ່ແລະສິດຂອງຜູ້ອໍານວຍການໂຮງພິມ,ເຈົ້າຂອງ ຮ້ານພິມແລະຮ້ານອອກແບບພິມ ຜູ້ອໍານວຍການໂຮງພິມມີໜ້າທີ່ແລະສິດດັ່ງນີ້: 1. ປະຕິບັດລະບຽບກົດໝາຍ,ຮັບປະກັນສິ່ງແວດລ້ອມ, ຄວາມປອດໄພຂອງຜູ້ອອກແຮງງານໃນໂຮງພິມຂອງຕົນ; 2. ຮັບປະກັນການພິມ,ໃຫ້ຖືກຕ້ອງຕາມເນື້ອໃນຂອງສັນຍາ ທີ່ໄດ້ຕົກລົງກັບສໍານັກພິມຫຼືເຈົ້າຂອງປຶ້ມ,ສິ່ງພິມອື່ນ. 3. ຊີ້ນໍາ,ກວດກາ,ຄຸ້ມຄອງແລະຕິດຕາມການປະຕິບັດວຽກ ງານການພິມຂອງພະນັກງານແລະກໍາມະກອນຂອງຕົນ. 4. ເຜີຍແຜ່,ສຶກສາອົບຮົມແນວທາງ,ນະໂຍບາຍ,ລະບຽບ ກົດໝາຍເປັນຕົ້ນກ່ຽວກັບການພິມແລະແຮງງານຢ່າງເປັນປົກກະ ຕິ; 5. ຕິດສິນທຸກບັນຫາພາຍໃນໂຮງພິມຂອງຕົນ; 6. ສ້າງຕັ້ງກົງຈັກການຈັດຕັ້ງ,ຮັບຜິດຊອບບໍາລຸງ,ຍົກລະ ດັບວິຊາສະເພາະການພິມໃຫ້ພະນັກງານ,ກໍາມະກອນທີ່ຕົນຮັບຜິດ ຊອບ; 7. ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານ ການພິມອຂງຕົນໃຫ້ອົງການຄຸ້ມຄອງການພິມຈໍາໜ່າຍຢ່າງເປັນປົກ ກະຕິ. ສໍາລັບໜ້າທີ່ແລະສິດຂອງເຈົ້າຂອງຮ້ານພິມແລະຮ້ານອອກ ແບບພິມໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 45 ເງື່ອນໄຂການຮັບຜິດປຶ້ມ,ສິ່ງພິມອື່ນ

ມາດຕາ 45 ເງື່ອນໄຂການຮັບຜິດປຶ້ມ,ສິ່ງພິມອື່ນ ການຮັບພິມປຶ້ມ,ສິ່ງພິມອື່ນມີເງື່ອນໄຂດັ່ງນີ້: 1.​ ຕ້ອງມີໃບທະບຽນພິມຈໍາໜ່າຍຈາກອົງການຄຸ້ມຄອງ ການພິມຈໍາໜ່າຍ; 2. ຕ້ອງມີສັນຍາລະຫວ່າງໂຮງພິມກັບສໍານັກພິມ.

....ມາດຕາ 46 ການພິມປຶ້ມ,ສິ່ງພິມອື່ນຢູ່ຕ່າງປະເທດ

ມາດຕາ 46 ການພິມປຶ້ມ,ສິ່ງພິມອື່ນຢູ່ຕ່າງປະເທດ ບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງພິມປຶ້ມ,ສິ່ງພິມອື່ນຢູ່ ຕ່າງປະເທດຕ້ອງຍື່ນຄໍາຮ້ອງຕໍ່ສໍານັກພິມທີ່ກ່ຽວຂ້ອງພ້ອມດ້ວຍ ຕົ້ນສະບັບຂອງປຶ້ມ,ສິ່ງພິມອື່ນສອງຊຸດ. ສໍານັກພິມດັ່ງກ່າວຕ້ອງພິຈາລະນາກວດແກ້,ຮຽບຮຽງ ເປັນຕົ້ນສະບັບສົມບູນແລ້ວຈິ່ງສະເໜີຂໍອະນຸຍາດພິມຈາກອົງການ ຄຸ້ມຄອງການພິມຈໍາໜ່າຍທີ່ກ່ຽວຂ້ອງ ອົງການດັ່ງກ່າວຕ້ອງພິຈາ ລະນາພາຍໃນກໍານົດເວລາສິບຫ້າວັນລັດຖະການນັບແຕ່ວັນໄດ້ຮັບ ຄໍາສະເໜີນັ້ນເປັນຕົ້ນໄປ. ໃນກໍລະນີຫາກບໍ່ອະນຸຍາດກໍ່ຕ້ອງແຈ້ງເຫດຜົນຢ່າງເປັນ ລາຍລັກອັກສອນໃຫ້ຜູ້ຮ້ອງຂໍນັ້ນຊາບ.

....ມາດຕາ 47 ການປ່ຽນແປງຂອງໂຮງພິມ

ມາດຕາ 47 ການປ່ຽນແປງຂອງໂຮງພິມ ເມື່ອມີຈຸດປະສົງປ່ຽນຊື່,ເປົ້າໝາຍຮັບໃຊ້,ຍົກຍ້າຍຫຼືຍຸບ ເລີກໂຮງພິມ,ຮ້ານພິມແລະຮ້ານອອກແບບພິມໃຫ້ປະຕິບັດຕາມ ມາດຕາ 41 ຂອງກົດໝາຍສະບັບນີ້.

....ມາດຕາ 48 ການປະມູນພິມປຶ້ມ,ສິ່ງພິມອື່ນ

ມາດຕາ 48 ການປະມູນພິມປຶ້ມ,ສິ່ງພິມອື່ນ ການປະມຸນພິມປຶ້ມ,ສິ່ງພິມອື່ນຕ້ອງປະຕິບັດດັ່ງນີ້: 1. ຜູ້ເຂົ້າຮ່ວມການປະມູນຕ້ອງມີເງື່ອນໄຂຄົບຖ້ວນຕາມ ການກໍານົດຂອງຄະນະຮັບຜິດຊອບການປະມູນ; 2. ການປະມູນແຕ່ລະຄັ້ງຕ້ອງໄດ້ຮັບອະນຸຍາດຈາກອົງ ການຄຸ້ມຄອງການພິມຈໍາໜ່າຍທີ່ກ່ຽວຂ້ອງ. 3. ການເປີດຊອງປະມູນແຕ່ລະຄັ້ງຕ້ອງໃຫ້ມີຜູ້ຕາງໜ້າ ຂອງອົງການຄຸ້ມຄອງການພິມຈໍາໜ່າຍ; 4.​ ການປະມູນທີ່ມີລັກສະນະສາກົນຕ້ອງໃຫ້ບູລິມະສິດແກ່ ໂຮງພິມລາວ.

...ໝວດທີ 3 ການຈັດຕັ້ງແລະການເຄື່ອນໄຫວຂອງບໍລິສັດແລະຮ້ານຈໍາໜ່າຍ


....ມາດຕາ 49 ການສ້າງຕັ້ງບໍລິສັດແລະຮ້ານຈໍາໜ່າຍ

ມາດຕາ 49 ການສ້າງຕັ້ງບໍລິສັດແລະຮ້ານຈໍາໜ່າຍ ບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງບໍລິສັດແລະ ຮ້ານຈໍາໜ່າຍປຶ້ມ,ສິ່ງພິມອື່ນຕ້ອງຍື່ນຄໍາຮ້ອງຕໍ່ຂະແໜງການທີ່ ກ່ຽວຂ້ອງຕາມລະບຽບກົດໝາຍ. ຂະແໜງການດັ່ງກ່າວຕ້ອງພິຈາລະນາພາຍໃນກໍານົດເວ ລາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດແລະກົດ ໝາຍອື່ນທີ່ກ່ຽວຂ້ອງໃນກໍລະນີທີ່ບໍ່ອະນຸຍາດກໍ່ຕ້ອງແຈ້ງເຫດຜົນ ເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍນັ້ນຊາບ.

....ມາດຕາ 50 ເງື່ອນໄຂການສ້າງຕັ້ງບໍລິສັດແລະຮ້ານຈໍາໜ່າຍ

ມາດຕາ 50 ເງື່ອນໄຂການສ້າງຕັ້ງບໍລິສັດແລະຮ້ານຈໍາໜ່າຍ ການສ້າງຕັ້ງບໍລິສັດຕ້ອງມີເງື່ອນໄຂດັ່ງນີ້: 1. ຊື່,ຈຸດປະສົງ,ເປົ້າໝາຍຮັບໃຊ້ຂອງຕົນແລະບົດວິພາກ ເສດຖະກິດ; 2. ສະຖານທີ່,ພາຫະນະ,ອຸປະກອນເຕັກນິກ,ທຶນ ເພື່ອຮັບປະ ກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ; 3. ບຸກຄະລາກອນທີ່ມີຄຸນສົມບັດ,ຄວາມຮູ້,ຄວາມສາມາດ ດ້ານການຕະຫຼາດ; 4. ໄດ້ຮັບອະນຸມັດຈາກຂະແໜງການທີ່ກ່ຽວຂ້ອງ.

ເງື່ອນໄຂການສ້າງຕັ້ງຮ້ານຈໍາໜ່າຍໄດ້ກໍານົດໄວ້ໃນລະ ບຽບການສະເພາະ.

....ມາດຕາ 51 ໜ້າທີ່ແລະສິດຂອງຫົວໜ້າບໍລິສັດຫຼືເຈົ້າຂອງຮ້ານຈໍາໜ່າຍ

ມາດຕາ 51 ໜ້າທີ່ແລະສິດຂອງຫົວໜ້າບໍລິສັດຫຼືເຈົ້າຂອງຮ້ານ ຈໍາໜ່າຍ ຫົວໜ້າບໍລິສັດມີໜ້າທີ່ແລະສິດດັ່ງນີ້: 1.​ ຈໍາໜ່າຍຢ່າງກວ້າງຂວາງແລະຖືກຕ້ອງຕາມລະບຽບ ກົດໝາຍເພື່ອໃຫ້ສັງຄົມໄດ້ຮັບຄວາມຮູ້,ຂໍ້ມູນຂ່າວສານ; 2. ເຜີຍແຜ່,ສຶກສາອົບຮົມແນວທາງ,ນະໂຍບາຍ,ລະບຽບ ກົດໝາຍເປັນຕົ້ນກ່ຽວກັບການຈໍາໜ່າຍແລະແຮງງານຢ່າງເປັນ ປົກກະຕິ; 3. ຊີ້ນໍາ,ກວດກາ,ຄຸ້ມຄອງແລະຕິດຕາມການຈໍາໜ່າຍ ຂອງພະນັກງານແລະກໍາມະກອນຂອງຕົນ; 4. ຕັດສິນທຸກບັນຫາພາຍໃນບໍລິສັດຂອງຕົນ; 5. ຮັບຜິດຊອບບໍາລຸງ,ຍົກລະດັບດ້ານວິຊາສະເພາະການ ຈໍາໜ່າຍໃຫ້ພະນັກງານ,ກໍາມະກອນທີ່ຕົນຮັບຜິດຊອບ; 6. ຮ່ວມມືກັບສໍານັກພິມຫຼືບໍລິສັດອື່ນ,ຮ້ານຈໍາໜ່າຍປຶ້ມ,ສິ່ງ ພິມອື່ນທັງຢູ່ພາຍໃນແລະຕ່າງປະເທດຕາມລະບຽບກົດໝາຍ. 7. ຂະຫຍາຍກິດຈະການຂອງຕົນຢູ່ພາຍໃນຫຼືຕ່າງປະເທດ ຕາມລະບຽບກົດໝາຍ; 8. ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານ ການຈໍາໜ່າຍຂອງຕົນໃຫ້ອົງການຄຸ້ມຄອງການພິມຈໍາໜ່າຍແລະ ຂະແໜງການອື່ນທີ່ກ່ຽວຂ້ອງຢ່າງເປັນປົກກະຕິ. ສໍາລັບໜ້າທີ່ແລະສິດຂອງຮ້ານຈໍາໜ່າຍໄດ້ກໍານົດໄວ້ໃນ ລະບຽບການສະເພາະ.


..ພາກທີ 4 ຂໍ້ຫ້າມ


...ມາດຕາ 52 ຂໍ້ຫ້າມສໍາລັບການຈັດພິມ

ມາດຕາ 52 ຂໍ້ຫ້າມສໍາລັບການຈັດພິມ ຫ້າມສໍານັກພິມຈັດພິມປຶ້ມ,ສິ່ງພິມອື່ນດັ່ງນີ້: 1. ທີ່ເປັນການແຕະຕ້ອງເຖິງຄວາມໝັ້ນຄົງ,ຄວາມສະ ຫງົບຂອງຊາດ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ຄວາມ ລັບຂອງລັດແລະທາງລັດຖະການ,ວັດທະນາທໍາອັນດີງາມຂອງ ຊາດຫຼືຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ. 2. ທີ່ມີເນື້ອໃນລາມົກອະນາຈານ,ສົ່ງເສີມສິ່ງເສບຕິດ,ການ ຫຼິ້ນການພະນັນ,ການເປັນນັກເລງອັນຕະພານ,ການເຊື່ອຖືງົມ ງວາຍ; 3. ທີ່ມີເນື້ອໃນບິດເບືອນຄວາມຈິງ,ແຕະຕ້ອງເຖິງກຽດສັກ ສີຂອງການຈັດຕັ້ງແລະບຸກຄົນອື່ນ; 4. ທີ່ມີເນື້ອໃນສົ່ງເສີມການກະທໍາທີ່ເປັນການສ້າງຄວາມ ເສື່ອມເສຍໃຫ້ແກ່ຜົນປະໂຫຍດຂອງຊາດແລະປະຊາຊົນ.

...ມາດຕາ 53 ຂໍ້ຫ້າມສໍາລັບການພິມ

ມາດຕາ 53 ຂໍ້ຫ້າມສໍາລັບການພິມ ຫ້າມໂຮງພິມ,ຮ້ານພິມແລະຮ້ານອອກແບບພິມມີການກະທໍາ ດັ່ງນີ້: 1. ພິມເກີນ,ພິມຫຼືອອກແບບພິມ ບໍ່ຖືກຕ້ອງຕາມສັນຍາທີ່ໄດ້ ຕົກລົງກັບສໍານັກພິມຫຼືເກັບຮັກສາໄວ້ຫຼືນໍາເອົາໄປຈໍາໜ່າຍໂດຍບໍ່ ໄດ້ຮັບອະນຸຍາດ; 2. ນໍາເອົາປຶ້ມ,ສິ່ງພິມອື່ນມາພິມໂດຍບໍ່ໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງການພິມຈໍາໜ່າຍ; 3. ພິມປຶ້ມ,ສິ່ງພິມອື່ນທີ່ຖືກສັ່ງໃຫ້ຢຸດພິມ,ເກັບກູ້,ຢຶດ,ຫ້າມ ຈໍາໜ່າຍແລະທໍາລາຍຖິ້ມ. 4. ນໍາເຂົ້າ,ນໍາໃຊ້ພາຫະນະ, ວັດຖຸອຸປະກອນ,ເຄື່ອງພິມຫຼື ເຄື່ອງອອກແບບພິມທີ່ບໍ່ໄດ້ມາດຕະຖານ; 5. ນໍາອອກປຶ້ມ,ສິ່ງພິມອື່ນທີ່ອະນຸຍາດໃຫ້ພິມຢູ່ພາຍໃນໄປ ພິມຢູ່ຕ່າງປະເທດ. 6. ອອກແບບພິມທີ່ບໍ່ສອດຄ່ອງແລະແຕະຕ້ອງເຖິງກຽດ ສັກສີຂອງຊາດ,ຂອງຜູ້ນໍາ,ບັນພະບູລຸດ,ຄວາມສາມັກຄີຂອງປະຊາ ຊົນບັນດາເຜົ່າແລະອື່ນໆ.

...ມາດຕາ 54 ຂໍ້ຫ້າມສໍາຫຼັບການຈໍາໜ່າຍ

ມາດຕາ 54 ຂໍ້ຫ້າມສໍາຫຼັບການຈໍາໜ່າຍ ຫ້າມບໍລິສັດຫຼືຮ້ານຈໍາໜ່າຍມີການກະທໍາດັ່ງນີ້: 1. ຈໍາໜ່າຍປຶ້ມ,ສິ່ງພິມອື່ນທີ່ບໍ່ໄດ້ຮັບອະນຸຍາດຫຼືທີ່ຖືກເກືອດ ຫ້າມຈາກອົງການຄຸ້ມຄອງການພິມຈໍາໜ່າຍ; 2. ຈໍລະຈອນ,ຈໍາໜ່າຍປຶ້ມ,ສິ່ງພິມອື່ນທີ່ຖືກສັ່ງໃຫ້ຢຸດພິມ, ເກັບກູ້,ຢຶດ,ຫ້າມຈໍາໜ່າຍແລະທໍາລາຍຖິ້ມ. 3. ນໍາເຂົ້າປຶ້ມ,ສິ່ງພິມອື່ນທີ່ບໍ່ມີໃບລາຍອານອະນຸຍາດນໍາ ເຂົ້າຫຼືປະຕິບັດບໍ່ຖືກຕາມລາຍການທີ່ໄດ້ຮັບອະນຸຍາດນໍາເຂົ້າ. 4. ນໍາອອກໜັງສືຜູກໃບລານແລະພັບສາຕົ້ນສະບັບໂດຍ ບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງການພິມຈໍາໜ່າຍ.

..ພາກທີ 5 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 55 ຂໍ້ຂັດແຍ່ງທີ່ມີລັກສະນະທົ່ວໄປ

ມາດຕາ 55 ຂໍ້ຂັດແຍ່ງທີ່ມີລັກສະນະທົ່ວໄປ ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທົ່ວໄປກ່ຽວກັບການ ສ້າງຕັ້ງແລະເຄື່ອນໄຫວຫຼືດໍາເນີນທຸລະກິດການພິມຈໍາໜ່າຍປຶ້ມ, ສິ່ງພິມອື່ນແມ່ນໃຫ້ຄູ່ກໍລະນີແກ້ໄຂກັນດ້ວຍວິທີການປະນີປະນອມ. ຖ້າຫາກບໍ່ສາມາດຕົກລົງກັນໄດ້ແມ່ນໃຫ້ສະເໜີຕໍ່ອົງການຄຸ້ມຄອງ ການພິມຈໍາໜ່າຍບ່ອນທີ່ຕົນໄດ້ຮັບອະນຸຍາດນັ້ນເປັນຜູ້ແກ້ໄຂ. ໃນກໍລະນີທີ່ອົງການຄຸ້ມຄອງການພິມຈໍາໜ່າຍບໍ່ສາມາດ ແກ້ໄຂໄດ້ນັ້ນກໍ່ໃຫ້ສະເໜີຕໍ່ຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດທີ່ກ່ຽວຂ້ອງເປັນຜູ້ໄກ້ເກ່ຍແລະແກ້ໄຂຕາມ ລະບຽບກົດໝາຍ. ໃນກໍລະນີທີ່ບໍ່ສາມາດທໍາການໄກ່ເກ່ຍແລະແກ້ໄຂໄດ້ນັ້ນ ຄູ່ກໍລະນີກໍ່ມີສິດຍື່ນຄໍາຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາ ຕັດສິນຕາມລະບຽບກົດໝາຍ.

...ມາດຕາ 56 ຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ມາດຕາ 56 ຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນກ່ຽວກັບການພິມ ຈໍາໜ່າຍປຶ້ມ,ສິ່ງພິມອື່ນແມ່ນໃຫ້ປະຕິບັດຕາມສັນຍາ,ສົນທິສັນຍາ ສາກົນທີ່ ສປປລາວ ເປັນພາຄີ. ..ພາກທີ 6 ການຄຸ້ມຄອງແລະການກວດກາ


...ໝວດທີ 1 ການຄຸ້ມຄອງການພິມຈໍາໜ່າຍ


....ມາດຕາ 57 ອົງການຄຸ້ມຄອງການພິມຈໍາໜ່າຍ

ມາດຕາ 57 ອົງການຄຸ້ມຄອງການພິມຈໍາໜ່າຍ ລັດຖະບານຄຸ້ມຄອງການພິມຈໍາໜ່າຍຢ່າງລວມສູນແລະ ເປັນເອກະພາບໃນທົ່ວປະເທດໂດຍມອບໃຫ້ກະຊວງຖະແຫຼງຂ່າວ ແລະວັດທະນະທໍາເປັນໃຈກາງໃນການຄຸ້ມຄອງດ້ວຍການປະສານ ສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວ ຂ້ອງ. ອົງການຄຸ້ມຄອງການພິມຈໍາໜ່າຍປະກອບດ້ວຍ: - ກະຊວງຖະແຫຼງຂ່າວແລະວັດທະນະທໍາ; - ພະແນກຖະແຫຼງຂ່າວແລະວັດທະນະທໍາແຂວງ,ນະຄອນ. - ຫ້ອງການຖະແຫຼງຂ່າວແລະວັດທະນະທໍາເມືອງ, ເທດສະບານ.

....ມາດຕາ 58 ໜ້າທີ່ແລະສິດຂອງກະຊວງຖະແຫຼງຂ່າວແລະວັດທະນະທໍາ

ມາດຕາ 58 ໜ້າທີ່ແລະສິດຂອງກະຊວງຖະແຫຼງຂ່າວແລະວັດ ທະນະທໍາ ໃນວຽກງານການຄຸ້ມຄອງການພິມຈໍາໜ່າຍກະຊວງຖະ ແຫຼງຂ່າວແລະວັດທະນະທໍາມີໜ້າທີ່ແລະສິດດັ່ງນີ້: 1. ຄົ້ນຄວ້າ,ຮ່າງນະໂຍບາຍ,ແຜນຍຸດທະສາດ,ແຜນງານ, ແຜນພັດທະນາ,ນິຕິກໍາກ່ຽວກັບການພິມຈໍາໜ່າຍເພື່ອສະເໜີລັດຖະ ບານຕົກລົງແລ້ວຈັດຕັ້ງປະຕິບັດ; 2. ໂຄສະນາ,ເຜີຍແຜ່,ສຶກສາອົບຮົມແນວທາງນະໂຍບາຍ, ລະບຽບກົດໝາຍກ່ຽວກັບການພິມຈໍາໜ່າຍ; 3. ຊີ້ນໍາ,ຊຸກຍູ້,ຕິດຕາມການເຄື່ອນໄຫວຂອງພະແນກຖະ ແຫຼງຂ່າວແລະວັດທະນະທໍາແຂວງ,ນະຄອນໃນການຈັດຕັ້ງປະຕິ ບັດລະບຽບກົດໝາຍ,ແຜນການ,ໂຄງການກ່ຽວກັບການພິມຈໍາ ໜ່າຍ; 4. ກໍ່ສ້າງ,ບໍາລຸງ,ຍົກລະດັບບຸກຄະລາກອນການພິມຈໍາ ໜ່າຍທາງດ້ານການເມືອງແລະວິຊາສະເພາະ; ມີຄໍາເຫັນຕໍ່ການ ສະເໜີແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງຜູ້ອໍານວຍການ,ຮອງຜູ້ອໍາ ນວຍການ,ຫົວໜ້າຄະນະບັນນາທິການແລະບັນນາທິການ; 5. ອອກ,ຖອນແລະລົບລ້າງໃບອະນຸຍາດກ່ຽວກັບການພິມ ຈໍາໜ່າຍ,ເກັບກູ້,ທໍາລາຍຖິ້ມປຶ້ມ,ສິ່ງພິມອື່ນທີ່ບໍ່ຖືກຕ້ອງຊຶ່ງຢູ່ໃນ ຄວາມຮັບຜິດຊອບຂອງຕົນ; 6. ແກ້ໄຂຄໍາສະເໜີແລະສະກັດກັ້ນການເຄື່ອນໄຫວຂອງ ການພິມຈໍາໜ່າຍທີ່ຂັດກັບລະບຽບກົດໝາຍຕາມພາລະບົດບາດ ຂອງຕົນ; 7. ເປັນໃຈກາງປະສານສົມທົບກັບຂະແໜງການອື່ນທີ່ກ່ຽວ ຂ້ອງໃນການຄຸ້ມຄອງແລະຈັດຕັ້ງປະຕິບັດການພິມຈໍາໜ່າຍ; 8. ພົວພັນ,ຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາ ກົນກ່ຽວກັບການພິມຈໍາໜ່າຍ; 9. ສະຫຼຸບ,ລາຍງານແລະປະເມີນຜົນໃນການຈັດຕັ້ງສາກົນ ກ່ຽວກັບການພິມຈໍາໜ່າຍໃຫ້ລັດຖະບານ; 10. ປະຕິບັດໜ້າທີ່ແລະສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 59 ໜ້າທີ່ແລະສິດຂອງພະແນກຖະແຫຼງຂ່າວແລະວັດທະນະທໍາແຂວງ,ນະຄອນ

ມາດຕາ 59 ໜ້າທີ່ແລະສິດຂອງພະແນກຖະແຫຼງຂ່າວແລະວັດທະ ນະທໍາແຂວງ,ນະຄອນ ໃນວຽກງານການຄຸ້ມຄອງການພິມຈໍາໜ່າຍພະແນກຖະ ແຫຼງຂ່າວແລະວັດທະນະທໍາແຂວງ,ນະຄອນມີໜ້າທີ່ແລະສິດດັ່ງນີ້: 1. ຜັນຂະຫຍາຍລະບຽບກົດໝາຍ,ແຜນການ,ໂຄງການ ຂອງກະຊວງຖະແຫຼງຂ່າວແລະວັດທະນະທໍາມາເປັນລະບຽບການ, ແຜນການ,ໂຄງການຂອງຕົນແລະຈັດຕັ້ງປະຕິບັດ; 2. ສໍາຫຼວດແລະເກັບກໍາຂໍ້ມູນກ່ຽວກັບການພິມຈໍາໜ່າຍໃນ ຂອບເຂດຄວາມຮັບຜິດຊອບຂອງຕົນ; 3. ໂຄສະນາເຜີຍແຜ່,ສຶກສາອົບຮົມແນວທາງນະໂຍບາຍ, ລະບຽບກົດໝາຍກ່ຽວກັບການພິມຈໍາໜ່າຍ; 4. ອອກ,ຖອນແລະລົບລ້າງໃບອະນຸຍາດກ່ຽວກັບການພິມ ຈໍາໜ່າຍ,ເກັບກູ້,ທໍາລາຍຖິ້ມປຶ້ມ,ສິ່ງພິມອື່ນທີ່ບໍ່ຖືກຕ້ອງຊຶ່ງຢູ່ໃນ ຄວາມຮັບຜິດຊອບຂອງຕົນ; 5. ຊີ້ນໍາ,ຊຸກຍູ້ຫ້ອງການຖະແຫຼງຂ່າວແລະວັດທະນະທໍາ ເມືອງ,ເທດສະບານໃນການຈັດຕັ້ງປະຕິບັດວຍກງານການພິມຈໍາ ໜ່າຍ; 6. ແກ້ໄຂຄໍາສະເໜີແລະສະກັດກັ້ນການເຄື່ອນໄຫວຂອງ ການພິມຈໍາໜ່າຍທີ່ຂັດກັບລະບຽບກົດໝາຍຕາມພາລະບົດບາດ ຂອງຕົນ; 7. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມ ຄອງແລະຈັດຕັ້ງປະຕິບັດການພິມຈໍາໜ່າຍ; 8. ພັວພັນແລະຮ່ວມມືດ້ານການພິມຈໍາໜ່າຍກັບຕ່າງປະ ເທດຕາມການມອບໝາຍຂອງອົງການທີ່ມີສິດກ່ຽວຂ້ອງ. 9. ສະຫຼຸບ,ລາຍງານແລະປະເມີນຜົນການຈັດຕັ້ງປະຕິບັດ ການພິມຈໍາໜ່າຍແລ້ວລາຍງານໃຫ້ຂັ້ນເທິງຂອງຕົນ; 10. ປະຕິບັດໜ້າທີ່ແລະສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍຫຼືຕາມການມອບໝາຍຂອງກະຊວງຖະແຫຼງຂ່າວ ແລະວັດທະນະທໍາ.


....ມາດຕາ 60 ໜ້າທີ່ແລະສິດຂອງຫ້ອງການຖະແຫຼງຂ່າວແລະວັດທະນະທໍາເມືອງ,ເທດສະບານ

ມາດຕາ 60 ໜ້າທີ່ແລະສິດຂອງຫ້ອງການຖະແຫຼງຂ່າວແລະວັດ ທະນະທໍາເມືອງ,ເທດສະບານ ໃນວຽກງານການຄຸ້ມຄອງການພິມຈໍາໜ່າຍຫ້ອງການ ຖະແຫຼງຂ່າວແລະວັດທະນະທໍາເມືອງ,ເທດສະບານມີໜ້າທີ່ແລະ ສິດດັ່ງນີ້: 1. ຈັດຕັ້ງປະຕິບັດລະບຽບກົດໝາຍ,ແຜນການ,ໂຄງການ ກ່ຽວກັບການພິມຈໍາໜ່າຍ; 2. ສໍາຫຼວດ,ເກັບກໍາຂໍ້ມູນແລະຂຶ້ນບັນຊີການພິມຈໍາໜ່າຍ ຢູ່ໃນຄວາມຮັບຜິດຊອບຂອງຕົນ; 3. ເຜີຍແຜ່,ສຶກສາອົບຮົມແນວທາງນະໂຍບາຍແລະລະ ບຽບກົດໝາຍກ່ຽວກັບການພິມຈໍາໜ່າຍ; 4. ອອກ,ຖອນແລະລົບລ້າງໃບອະນຸຍາດການພິມຈໍາໜ່າຍ, ເກັບກູ້,ທໍາລາຍຖິ້ມປຶ້ມ,ສິ່ງພິມອື່ນທີ່ບໍ່ຖືກຕ້ອງຊຶ່ງນອນຢູ່ໃນຄວາມ ຮັບຜິດຊອບຂອງຕົນ; 5. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມ ຄອງແລະຈັດຕັ້ງປະຕິບັດວຽກງານພິມຈໍາໜ່າຍ; 6. ສະຫຼຸບ,ລານງານແລະປະເມີນຜົນການຈັດຕັ້ງປະຕິບັດ ວຽກງານການພິມຈໍາໜ່າຍແລ້ວລາຍງານໃຫ້ຂັ້ນເທິງຖັດຕົນ; 7. ປະຕິບັດໜ້າທີ່ແລະສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ. ....ມາດຕາ 61 ໜ້າທີ່ແລະສິດຂອງອົງການອື່ນ

ມາດຕາ 61 ໜ້າທີ່ແລະສິດຂອງອົງການອື່ນ ອົງການອື່ນທີ່ກ່ຽວຂ້ອງກັບການພິມຈໍາໜ່າຍມີໜ້າທີ່ແລະ ສິດປະສານສົມທົບກັບຂະແໜງການຖະແຫຼງຂ່າວແລະວັດທະນະ ທໍາທີ່ກ່ຽວຂ້ອງຕາມພາລະບົດບາດແລະຄວາມຮັບຜິດຊອບຂອງ ຕົນ.

....ມາດຕາ 62 ສະມາຄົມພິມຈໍາໜ່າຍ

ມາດຕາ 62 ສະມາຄົມພິມຈໍາໜ່າຍ ສະມາຄົມພິມຈໍາໜ່າຍແມ່ນການຈັດຕັ້ງສັງຄົມວິຊາຊີບຂອງ ການຈັດພິມ,ການພິມ,ການຈໍາໜ່າຍຊຶ່ງໄດ້ຮັບການອະນຸມັດສ້າງຕັ້ງ ໂດຍກະຊວງຖະແຫຼງຂ່າວແລະວັດທະນະທໍາ,ມີພາລະບົດບາດສຶກ ສາອົບຮົມ,ເຕົ້າໂຮມຄວາມສາມັກຄີແລະມີໜ້າທີ່ປົກປ້ອງສິດຜົນປະ ໂຫຍດອັນຊອບທໍາຂອງສະມາຊິກຕົນທັງເຂົ້າຮ່ວມໃນການປະຕິບັດ ແນວທາງ,ນະໂຍບາຍແລະລະບຽບກົດໝາຍກ່ຽວກັບການພິມຈໍາ ໜ່າຍ. ໜ້າທີ່ແລະສິດຂອງສະມາຄົມການພິມຈໍາໜ່າຍໄດ້ກໍານົດໄວ້ ໃນກົດລະບຽບສະເພາະ.

...ໝວດທີ 2 ການກວດກາການພິມຈໍາໜ່າຍ


....ມາດຕາ 63 ອົງການກວດກາການພິມຈໍາໜ່າຍ

ມາດຕາ 63 ອົງການກວດກາການພິມຈໍາໜ່າຍ ອົງການກວດກາການພິມຈໍາໜ່າຍປະກອບດ້ວຍ: - ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງ ການຄຸ້ມຄອງການພິມຈໍາໜ່າຍທີ່ໄດ້ກໍານົດໄວ້ໃນ ມາດຕາ 57 ຂອງກົດໝາຍສະບັບນີ້; - ອົງການກວດກາພາຍນອກຊຶ່ງແມ່ນເຈົ້າຂອງສໍານັກພິມ, ຄະນະສະເພາະກິດແລະພາກສ່ວນອື່ນທີ່ກ່ຽວຂ້ອງ.

....ມາດຕາ 64 ໜ້າທີ່ແລະສິດຂອງອົງການກວດກາ

ມາດຕາ 64 ໜ້າທີ່ແລະສິດຂອງອົງການກວດກາ ອົງການກວດກາມີໜ້າທີ່ແລະສິດດັ່ງນີ້: 1. ກວດກາການຈັດຕັ້ງປະຕິບັດແຜນການ,ໂຄງການ,ລະ ບຽບກົດໝາຍກ່ຽວກັບການພິມຈໍາໜ່າຍລວມທັງສັນຍາແລະສົນທິ ສັນຍາສາກົນທີ່ ສປປລາວ ໄດ້ເຊັນຫຼືເປັນພາຄີ; 2. ກວດກາການແກ້ໄຂຄໍາສະເໜີຂອງບຸກຄົນຫຼືການຈັດຕັ້ງ ກ່ຽວກັບການພິມຈໍາໜ່າຍ; 3. ປະຕິບັດໜ້າທີ່ແລະສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 65 ເນື້ອໃນການກວດກາ

ມາດຕາ 65 ເນື້ອໃນການກວດກາ ການກວດກາການພິມຈໍາໜ່າຍມີເນື້ອໃນຕົ້ນຕໍດັ່ງນີ້: 1. ກວດກາການສ້າງແລະປະຕິບັດແຜນການ,ໂຄງການ ຂອງການພິມຈໍາໜ່າຍແຕ່ລະໄລຍະ; 2. ກວດກາເນື້ອໃນ,ການສົ່ງອອກ,ນໍາເຂົ້າຂອງປຶ້ມ,ສິ່ງພິມ ອື່ນ; 3. ກວດກາການສ້າງ,ບໍາລຸງ,ນໍາໃຊ້ແລະປະຕິບັດນະໂຍ ບາຍຕໍ່ບຸກຄະລາກອນຂອງການພິມຈໍາໜ່າຍ; 4. ກວດກາການປະກອບແລະນໍາໃຊ້ພື້ນຖານວັດຖຸ,ພາຫະ ນະ,ອຸປະກອນແລະງົບປະມານຂອງການພິມຈໍາໜ່າຍ; 5. ກວດກາການປະຕິບັດລະບຽບກົດໝາຍກ່ຽວກັບການພິມ ຈໍາໜ່າຍ.

....ມາດຕາ 66 ຮູບການກວດກາ

ມາດຕາ 66 ຮູບການກວດກາ ການກວດກາການພິມຈໍາໜ່າຍມີສາມຮູບການຄື: 1. ການກວດກາຕາມລະບົບປົກກະຕິ; 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3. ການກວດກາແບບກະທັນຫັນ.

ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາ ເນີນໄປຕາມແຜນການຢ່າງເປັນປະຈໍາແລະມີການກໍານົດເວລາ ອັນແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການ ກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຕ້ອງແຈ້ງ ໃຫ້ຜູ້ທີ່ຈະຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບ ດ່ວນທີ່ບໍ່ໄດ້ແຈ້ງໃຫ້ຜູ້ທີ່ຈະຖືກກວດກາຊາບລ່ວງໜ້າ.

ໃການດໍາເນີນການກວດກາວຽກງານການພິມຈໍາໜ່າຍອົງ ການກວດກາຕ້ອງປະຕິບັດໜ້າທີ່ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

..ພາກທີ 7 ວັນ,ເຄື່ອງໝາຍແລະຕາປະທັບຂອງການພິມຈໍາໜ່າຍ


...ມາດຕາ 67 ວັນຂອງການພິມຈໍາໜ່າຍ

ມາດຕາ 67 ວັນຂອງການພິມຈໍາໜ່າຍ ວັນຂອງການພິມຈໍາໜ່າຍແມ່ນວັນທີ 13 ສິງຫາ ຊຶ່ງແຕ່ລະ ປີຈະໄດ້ມີການສະເຫຼີມສະຫຼອງແລະຫວນຄືນເຖິງມູນເຊື້ອ,ຜົນງານ, ບົດຮຽນເພື່ອປັບປຸງແລະພັດທະນາວຽກງານການພິມຈໍາໜ່າຍໃຫ້ ດີຂຶ້ນ.

...ມາດຕາ 68 ເຄື່ອງໝາຍແລະຕາປະທັບຂອງການພິມຈໍາໜ່າຍ

ມາດຕາ 68 ເຄື່ອງໝາຍແລະຕາປະທັບຂອງການພິມຈໍາໜ່າຍ ການພິມຈໍາໜ່າຍມີເຄື່ອງໝາຍແລະຕາປະທັບເປັນຂອງຕົນ ເອງເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງດ້ານລັດຖະ ການຊຶ່ງກະຊວງຖະແຫຼງຂ່າວແລະວັດທະນະທໍາເປັນຜູ້ວາງອອກ.

..ພາກທີ 8 ນະໂຍບາຍຕໍ່ຜູ້ມີຜົນງານ


...ມາດຕາ 69 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 69 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດ ໝາຍສະບັບນີ້ເປັນຕົ້ນການປະດິດຄິດແຕ່ງ,ການຈັດພິມ,ການພິມ, ການຈໍາໜ່າຍຫຼືໄດ້ປະກອບສ່ວນເຂົ້າໃນການຄຸ້ມຄອງວຽກງານ ການພິມຈໍາໜ່າຍຈະໄດ້ຮັບການຍ້ອງຍໍເຊັ່ນ:ຫຼຽນໄຊ, ຫຼຽນກາ, ໃບຍ້ອງຍໍ,ນາມມະຍົດ ແລະ ນະໂຍບາຍອື່ນ ຕາມລະບຽບການ.

...ມາດຕາ 70 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 70 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບ ການພິມຈໍາໜ່າຍ,ຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນມາດຕາ 52, 53 ແລະ 54 ຂອງກົດໝາຍສະບັບນີ້ລວມທັງການຈັດຕັ້ງການພິມຈໍາໜ່າຍ ທີ່ໄດ້ຮັບອະນຸຍາດສ້າງຕັ້ງແລ້ວແຕ່ຫາກບໍ່ດໍາເນີນກິດຈະການພາຍ ໃນກໍານົດເວລາໜຶ່ງປີຈະຖືກປະຕິບັດມາດຕະການຕາມກໍລະນີເບົາ ຫຼືໜັກຄື: ການສຶກສາອົບຮົມ,ກ່າວເຕືອນ,ປະຕິບັດວິໄນ,ປັບໃໝ,ໃຊ້ ແທນຄ່າເສຍຫາຍທາງແພ່ງຫຼືຖືກລົງໂທດທາງອາຍາຕາມລະບຽບ ກົດໝາຍ,ໂຈະການເຄື່ອນໄຫວຊົ່ວຄາວ,ຖອນໃບອະນຸຍາດດໍາເນີນ ກິດຈະການພິມຈໍາໜ່າຍ.

..ພາກທີ 9 ບົດບັນຍັດສຸດທ້າຍ


...ມາດຕາ 71 ການຈັດຕັ້ງປະຕິບັດ

ມາດຕາ 71 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 72 ຜົນສັກສິດ

ມາດຕາ 72 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນ ປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ. ປະທານສະພາແຫ່ງຊາດ.