ກົດໝາຍວ່າດ້ວຍການພັດທະນາແລະປົກປ້ອງແມ່ຍິງ 22-10-2004

From Wikisource
Jump to navigation Jump to search

.ການພັດທະນາແລະປົກປ້ອງແມ່ຍິງ 22-10-2004


..ພາກທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການພັດທະນາແລະປົກປ້ອງແມ່ຍິງ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການພັດທະນາແລະ ປົກປ້ອງແມ່ຍິງ ກົດໝາຍວ່າດ້ວຍການພັດທະນາແລະປົກປ້ອງແມ່ຍິງວາງ ອອກເພື່ອຮອງຮັບແລະຍົກສູງຖານະບົດບາດຂອງແມ່ຍິງ;ກໍານົດ ເນື້ອໃນພື້ນຖານ,ມາດຕະການຂອງການພັດທະນາແລະປົກປ້ອງ ສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ,ຄວາມຮັບຜິດຊອບຂອງ ລັດ,ສັງຄົມແລະຄອບຄົວຕໍ່ແມ່ຍິງແນ່ໃສ່ສົ່ງເສີມຄວາມຮູ້ຄວາມ ສາມາດ,ຄຸນສົມບັດສິນທໍາປະຕິວັດ,ຄວາມສະເໝີພາບຍິງ-ຊາຍ, ລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ,ສະກັດກັ້ນແລະຕ້ານການ ຄ້າແມ່ຍິງແລະເດັກນ້ອຍ,ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍໃນຄອບຄົວ,ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ເຂົ້າຮ່ວມ ແລະເປັນກໍາລັງແຮງໃນການປົກປັກຮັກສາແລະພັດທະນາປະເທດ ຊາດ.

...ມາດຕາສອງ:ບົດບາດຂອງແມ່ຍິງ

ມາດຕາສອງ:ບົດບາດຂອງແມ່ຍິງ ແມ່ຍິງໄດ້ຮ່ວມກັບເພດຊາຍໃນການຕໍ່ສູ້ແລະເສຍສະຫຼະ ໃນພາລະກິດຕໍ່ສູ້ເພື່ອຄວາມເປັນເອກະລາດແຫ່ງຊາດ. ແມ່ຍິງມີບົດບາດໃນທຸກຂົງເຂດວຽກງານທາງດ້ານການ ເມືອງ,ເສດຖະກິດ-ສັງຄົມ,ການປົກປັກຮັກສາສິ່ງແວດລ້ອມ,ການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ການຕ່າງປະເທດ,ການອະ ນຸລັກຮັກສາແລະເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມ ຂອງຊາດແລະສິ່ງທີ່ເປັນເອກະລັກຂອງແມ່ຍິງລາວ. ແມ່ຍິງມີບົດບາດຮ່ວມກັບຄອບຄົວໃນການພັດທະນາ,ເບິ່ງ ແຍງ,ລ້ຽງດູແລະສຶກສາອົບຮົມສະມາຊິກຄອບຄົວໃຫ້ເປັນພັນລະ ເມືອງດີຂອງຊາດ.


...ມາດຕາສາມ:ນະໂຍບາຍຕໍ່ແມ່ຍິງ

ມາດຕາສາມ:ນະໂຍບາຍຕໍ່ແມ່ຍິງ ລັດມີນະໂຍບາຍພັດທະນາ,ສົ່ງເສີມຄວາມກ້າວໜ້າ,ປົກ ປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງແມ່ຍິງດ້ວຍການສ້າງ ທຸກເງື່ອນໄຂໃຫ້ແມ່ຍິງມີສຸຂະພາບແຂງແຮງ,ມີຄວາມຮູ້,ຄວາມ ສາມາດ,ຄຸນສົມບັດສິນທໍາປະຕິວັດ,ມີວຽກເຮັດງານທໍາແລະມີສິດ ເທົ່າທຽມກັບເພດຊາຍໂດຍບໍ່ຈໍາແນກຖານະທາງດ້ານການ ເມືອງ,ເສດຖະກິດ,ວັດທະນະທໍາ-ສັງຄົມແລະຄອບຄົວ. ສັງຄົມຕ້ອງເຂົ້າຮ່ວມໃນການປະຕິບັດນະໂຍບາຍຂອງລັດ ຕໍ່ແມ່ຍິງຕາມທີ່ກໍານົດໄວ້ໃນລະບຽບກົດໝາຍ.


...ມາດຕາສີ່:ອົງການຈັດຕັ້ງສະຫະພັນແມ່ຍິງລາວ

ມາດຕາສີ່:ອົງການຈັດຕັ້ງສະຫະພັນແມ່ຍິງລາວ ສະຫະພັນແມ່ຍິງລາວແມ່ອົງການຈັດຕັ້ງມະຫາຊົນໜຶ່ງຊຶ່ງ ເປັນຕົວແທນແຫ່ງສິດ,ຜົນປະໂຫຍດອັນຊອບທໍາຂອງແມ່ຍິງແລະ ເດັກນ້ອຍ,ເປັນບ່ອນເຕົ້າໂຮມຄວາມສາມັກຄີແລະປຸກລະດົມແມ່ ຍິງໃຫ້ເຂົ້າຮ່ວມໃນພາລະກິດປົກປັກຮັກສາແລະສ້າງສາປະເທດ ຊາດ,ເສີມຂະຫຍາຍສິດເປັນເຈົ້າຂອງແມ່ຍິງລາວບັນດາເຜົ່າ,ປົກ ປັກຮັກສາສິດແລະຜົນປະໂຫຍດອັນຊອບທໍາຂອງແມ່ຍິງແລະເດັກ ນ້ອຍໂດຍສະເພາະແມ່ນສະມາຊິກໃນອົງການຈັດຕັ້ງຂອງຕົນ.


...ມາດຕາຫ້າ:ການຮ່ວມມືສາກົນ

ມາດຕາຫ້າ:ການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືສາກົນໃນຂົງເຂດວຽກງານ ແມ່ຍິງໃຫ້ກວ້າງຂວາງໃນຫຼາຍດ້ານແລະດ້ວຍຫຼາຍຮູບການເຊັ່ນ: ການພັດທະນາແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ,ການຈັດ ຕັ້ງປະຕິບັດສົນທະສັນຍາສາກົນກ່ຽວກັບແມ່ຍິງ,ການຮ່ວມມືໃນ ການສະກັດກັ້ນແລະຕ້ານການຄ້າແມ່ຍິງແລະເດັກນ້ອຍ,ຕ້ານການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ,ການແລກປ່ຽນບົດຮຽນ,ການຊ່ວຍ ເຫຼືອແລະການຮ່ວມມືອື່ນໆ.


..ພາກທີ2ການພັດທະນາແມ່ຍິງ


...ໝວດທີ1ຄວາມໝາຍແລະຄວາມສໍາຄັນຂອງການພັດທະນາແມ່ຍິງ


....ມາດຕາຫົກ:ຄວາມໝາຍຂອງການພັດທະນາແມ່ຍິງ

ມາດຕາຫົກ:ຄວາມໝາຍຂອງການພັດທະນາແມ່ຍິງ ການພັດທະນາແມ່ຍິງແມ່ນພາກສ່ວນໜຶ່ງຂອງການພັດທະ ນາຊັບພະຍາກອນມະນຸດເພື່ອເຮັດໃຫ້ແມ່ຍິງມີສຸຂະພາບແຂງແຮງ, ມີຄວາມຮູ້,ຄວາມສາມາດແລະມີຄຸນສົມບັດສິນທໍາປະຕິວັດ.


....ມາດຕາເຈັດ:ຄວາມສໍາຄັນຂອງການພັດທະນາແມ່ຍິງ

ມາດຕາເຈັດ:ຄວາມສໍາຄັນຂອງການພັດທະນາແມ່ຍິງ ການພັດທະນາແມ່ຍິງແມ່ນຄວາມຈໍາເປັນເພື່ອໃຫ້ແມ່ຍິງ ສາມາດເຂົ້າຮ່ວມຢ່າງມີປະສິດທິພາບໃນທຸກຂົງເຂດວຽກງານ ທາງດ້ານການເມືອງ,ເສດຖະກິດ,ວັດທະນະທໍາ-ສັງຄົມ,ການ ປົກປັກຮັກສາສິ່ງແວດລ້ອມ,ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບແລະການຕ່າງປະເທດເພື່ອເຮັດໃຫ້ພາລະກິດປົກປັກຮັກ ສາແລະພັດທະນາປະເທດຊາດໄດ້ຮັບຜົນດີຂຶ້ນ.


...ໝວດທີ2ເນື້ອໃນການພັດທະນາແມ່ຍິງ


....ມາດຕາແປດ:ເນື້ອໃນພື້ນຖານຂອງການພັດທະນາແມ່ຍິງ

ມາດຕາແປດ:ເນື້ອໃນພື້ນຖານຂອງການພັດທະນາແມ່ຍິງ ການພັດທະນາແມ່ຍິງມີເນື້ອໃນພື້ນຖານດັ່ງນີ້: -ການພັດທະນາທາງດ້ານຮ່າງກາຍ. -ການພັດທະນາທາງດ້ານແນວຄິດຈິດໃຈ. -ການພັດທະນາທາງດ້ານການສຶກສາ. -ການພັດທະນາທາງດ້ານວິຊາຊີບແລະສີມືແຮງງານ. ການພັດທະນາຄອບຄົວກໍເປັນປັດໃຈໜຶ່ງທີ່ສໍາຄັນໃຫ້ແກ່ ການພັດທະນາດ້ານຕ່າງໆທີ່ກ່າວມາຂ້າງເທິງນີ້.

....ມາດຕາເກົ້າ:ການພັດທະນາທາງດ້ານຮ່າງກາຍ

ມາດຕາເກົ້າ:ການພັດທະນາທາງດ້ານຮ່າງກາຍ ການພັດທະນາແມ່ຍິງທາງດ້ານຮ່າງກາຍແມ່ນການເຮັດ ໃຫ້ແມ່ຍິງມີການຂະຫຍາຍຕົວທາງດ້ານຮ່າງກາຍຢ່າງສົມບູນ,ມີ ສຸຂະພາບແຂງແຮງ,ມັນສະໝອງດີ,ມີຄຸນນະພາບຊີວິດທີ່ດີແລະມີ ອາຍຸຍືນ. ....ມາດຕາສິບ:ການພັດທະນາທາງດ້ານແນວຄິດຈິດໃຈ

ມາດຕາສິບ:ການພັດທະນາທາງດ້ານແນວຄິດຈິດໃຈ ການພັດທະນາແມ່ຍິງທາງດ້ານແນວຄິດຈິດໃຈແມ່ນການ ເຮັດໃຫ້ແມ່ຍິງມີສຸຂະພາບຈິດທີ່ດີ,ມີຈິດໃຈໜັກແໜ້ນເຂັ້ມແຂງ,ມີ ອຸດົມການ,ຄຸນສົມບັດສິນທໍາປະຕິວັດ,ມີວັດທະນະທໍາອັນດີງາມ,ມີ ກິລິຍາມາລະຍາດດີ,ມີຄວາມດຸໝັ່ນຂະຫຍັນພຽນ,ພ້ອມກັບສະມາ ຊິກຄອບຄົວຂອງຕົນສ້າງສັງຄົມແລະຄອບຄົວຮັ່ງມີ,ຜາສຸກແລະ ກ້າວໜ້າ.


....ມາດຕາສິບເອັດ:ການພັດທະນາທາງດ້ານການສຶກສາ

ມາດຕາສິບເອັດ:ການພັດທະນາທາງດ້ານການສຶກສາ ການພັດທະນາແມ່ຍິງທາງດ້ານການສຶກສາແມ່ນການ ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຮັບການສຶກສາຂັ້ນພື້ນຖານຢ່າງທົ່ວ ເຖິງ,ໄດ້ຮັບການສຶກສາທາງດ້ານວິທະຍາສາດທໍາມະຊາດແລະ ສັງຄົມນັບມື້ນັບສູງຂຶ້ນແນ່ໃສ່ຍົກລະດັບຄວາມຮູ້,ຄວາມສາມາດ ໃຫ້ແມ່ຍິງຢ່າງຮອບດ້ານແລະສົ່ງເສີມຜູ້ທີ່ມີພອນສະຫວັນ.


....ມາດຕາສິບສອງ:ການພັດທະນາທາງດ້ານວິຊາຊີບແລະສີມືແຮງງານ

ມາດຕາສິບສອງ:ການພັດທະນາທາງດ້ານວິຊາຊີບແລະສີມືແຮງ ງານ ການພັດທະນາແມ່ຍິງທາງກ້ານວິຊາຊີບແລະສີມືແຮງງານ ແມ່ນການສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຮັບການຝຶກອົບຮົມວິຊາຊີບ, ມີສີມືແຮງງານແລະປະສົບການ,ມີວິໄນແຮງງານເພື່ອໃຫ້ແມ່ຍິງ ໄດ້ມີວຽກເຮັດງານທໍາໃນສັງຄົມເຊັ່ນດຽວກັນກັບເພດຊາຍ.


..ພາກທີ3ການປົກປ້ອງສິດ,ຜົນປະໂຫຍດແລະພັນທະຂອງແມ່ຍິງ


...ໝວດທີ1ຄວາມສະເໝີພາບຍິງຊາຍ


....ມາດຕາສິບສາມ:ສິດສະເໝີພາບຍິງຊາຍ

ມາດຕາສິບສາມ:ສິດສະເໝີພາບຍິງຊາຍ ສິດສະເໝີພາບຍິງຊາຍແມ່ນຄວາມເທົ່າທຽມກັນໃນການ ພັດທະນາຕົນເອງ;ຍິງແລະຊາຍມີຄຸນຄ່າແລະໂອກາດເທົ່າທຽມ ກັນທາງດ້ານການເມືອງ,ເສດຖະກິດ,ວັດທະນະທໍາ-ສັງຄົມ,ຄອບ ຄົວ,ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະການຕ່າງປະ ເທດຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນແລະກົດໝາຍ.


....ມາດຕາສິບສີ່:ສິດສະເໝີພາບທາງດ້ານການເມືອງ

ມາດຕາສິບສີ່:ສິດສະເໝີພາບທາງດ້ານການເມືອງ ລັດຮັບປະກັນໃຫ້ແມ່ຍິງໄດ້ຮັບສິດທາງດ້ານການເມືອງ ເທົ່າທຽມກັບເພດຊາຍເຊັ່ນ:ສິດເລືອກຕັ້ງແລະສະໝັກຮັບເລືອກ ຕັ້ງ,ເຂົ້າຮ່ວມການເຄື່ອນໄຫວວຽກງານ,ປຶກສາຫາລືແລະຕົກລົງ ບັນຫາສໍາຄັນຂອງຊາດ,ໄດ້ຮັບການແຕ່ງຕັ້ງຢ່າງເໝາະສົມເຂົ້າ ໃນຕໍ່ແໜ່ງຂັ້ນຕ່າງໆຂອງບັນດາອົງການຈັດຕັ້ງພັກ,ລັດ.ແນວ ລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງ ຄົມ. ສັງຄົມແລະຄອບຄົວສ້າງເງື່ອນໄຂໃຫ້ແມ່ຍິງໄດ້ປະຕິບັດ ສິດຕ່າງໆທີ່ກ່າວມາໃນວັກເທິງນີ້.


....ມາດຕາສິບຫ້າ:ສິດສະເໝີພາບທາງດ້ານເສດຖະກິດ

ມາດຕາສິບຫ້າ:ສິດສະເໝີພາບທາງດ້ານເສດຖະກິດ ລັດມີນະໂຍບາຍສົ່ງເສີມໃຫ້ແມ່ຍິງມີສິດດໍາເນີນການຜະ ລິດ,ທຸລະກິດແລະການບໍລິການທີ່ຖືກຕ້ອງຕາມກົດໝາຍ,ມີສິດໃນ ການເລືອກວິຊາຊີບ,ການມີວຽກເຮັດງານທໍາ,ການໄດ້ຮັບຄ່າ ຕອບແທນແລະມີສິດໄດ້ຮັບນະໂຍບາຍຈາກການອອກແຮງງານ. ແມ່ຍິງທີ່ມີຕໍາແໜ່ງ,ໜ້າທີ່,ວຽກງານ,ມີຄວາມຮັບຜິດ ຊອບລະດັບດຽວກັນກັບເພດຊາຍມີສິດໄດ້ຮັບຄ່າຕອບແທນແລະ ນະໂຍບາຍຕ່າງໆເທົ່າທຽມກັນ. ສັງຄົມແລະຄອບຄົວສ້າງເງື່ອນໄຂໃຫ້ແມ່ຍິງໄດ້ປະຕິບັດ ສິດແລະໄດ້ຮັບຜົນປະໂຫຍດຕ່າງໆທາງດ້ານເສດຖະກິດທີ່ກ່າວ ມາເທິງນີ້.


....ມາດຕາສິບຫົກ:ສິດສະເໝີພາບທາງດ້ານວັດທະນະທໍາ-ສັງຄົມ

ມາດຕາສິບຫົກ:ສິດສະເໝີພາບທາງດ້ານວັດທະນະທໍາ-ສັງຄົມ ລັດສົ່ງເສີມແລະສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຮັບສິດເທົ່າ ທຽມກັບເພດຊາຍທາງດ້ານວັດທະນະທໍາ-ສັງຄົມເຊັ່ນ:ສິດເຂົ້າ ຮ່ວມກິດຈະກໍາຕ່າງໆທາງດ້ານວັດທະນະທໍາ-ສັງຄົມ,ການເຄື່ອນ ໄຫວສິນລະປະວັນນະຄະດີ,ກິລາກາຍະກໍາ,ການສຶກສາ,ສາທາລະ ນະສຸກແລະການຄົ້ນຄວ້າ,ປະດິດສ້າງທາງດ້ານວັດທະນະທໍາ-ສັງ ຄົມ,ດ້ານວິທະຍາສາດ,ເຕັກນິກ,ເຕັກໂນໂລຢີ. ສັງຄົມແລະຄອບຄົວສ້າງເງື່ອນໄຂ,ໃຫ້ໂອກາດແກ່ແມ່ຍິງ ໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆທາງດ້ານວັດທະນະທໍາ-ສັງ ຄົມທີ່ກ່າວມາເທິງນີ້.


....ມາດຕາສິບເຈັດ:ສິດສະເໝີພາບທາງດ້ານຄອບຄົວ

ມາດຕາສິບເຈັດ:ສິດສະເໝີພາບທາງດ້ານຄອບຄົວ ລັດແລະສັງຄົມສົ່ງເສີມແລະປົກປ້ອງຄວາມສະເໝີພາບ ຍິງ-ຊາຍພາຍໃນຄອບຄົວ. ຍິງແລະຊາຍມີສິດເທົ່າທຽມກັນໃນທຸກດ້ານກ່ຽວກັບສາຍ ພົວພັນຄອບຄົວ. ແມ່ຍິງທີ່ມີອາຍຸແຕ່ສິບແປດປີຂຶ້ນໄປມີເສລີພາບໃນການ ເລືອກຄູ່ຄອງເພື່ອສ້າງຄອບຄົວ. ເມຍມີສິດເລືອກເອົານາມສະກຸນຂອງຜົວຫຼືຈະຮັກສານາມ ສະກຸນເດີມຂອງຕົນໄວ້ກໍ່ໄດ້.ເມຍມີສິດເທົ່າທຽມກັນກັບຜົວກ່ຽວ ກັບສິນສົມສ້າງ. ຜົວເມຍມີສິດເທົ່າທຽມກັນໃນການປຶກສາຫາລື,ຕົກລົງແລະ ແກ້ໄຂບັນຫາພາຍໃນຄອບຄົວຢ່າງເປັນເອກະພາບໃນການເລືອກ ບ່ອນຢູ່,ການປະກອບອາຊິບ,ການມີລູກແລະອື່ນໆ;ຜົວເມຍຕ້ອງຮັກ ແພງ,ເຄົາລົບນັບຖື,ເບິ່ງແຍງຊ່ວຍເຫຼືອຊຶ່ງກັນແລະກັນ,ພ້ອມກັນ ລ້ຽງດູ,ສຶກສາອົບຮົມລູກແລະກໍ່ສ້າງກັນໃຫ້ກາຍເປັນຄອບຄົວວັດ ທະນະທໍາ,ມີຄວາມສາມັກຄີປອງດອງກັນ,ມີຄວາມປາສຸກແລະກ້າວ ໜ້າ. ລູກສາວແລະລູກຊາຍມີສິດເທົ່າທຽມກັນໃນການສືບທອດ ມູນມໍລະດົກແລະໄດ້ຮັບການສຶກສາຮໍ່າຮຽນຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ.


....ມາດຕາສິບແປດ:ສິດໃນການຮ້ອງຂໍ,ຮ້ອງຟ້ອງ

ມາດຕາສິບແປດ:ສິດໃນການຮ້ອງຂໍ,ຮ້ອງຟ້ອງ ໃນກໍລະນີທີ່ບຸກຄົນຫຼືການຈັດຕັ້ງຫາກໄດ້ຈໍາກັດ,ຂັດຂວາງ ຫຼືລະເມີດສິດສະເໝີພາບທາງດ້ານການເມືອງ,ເສດຖະກິດ,ວັດທະ ນະທໍາ-ສັງຄົມຫຼືຄອບຄົວແລ້ວແມ່ຍິງມີສິດສະເໜີຄວາມເຫັນ,ຮ້ອງ ຂໍ,ຮ້ອງຟ້ອງຕໍ່ອົງການທີ່ກ່ຽວຂ້ອງເພື່ອພິຈາລະນາແກ້ໄຂຕາມລະ ບຽບກົດໝາຍ.


...ໝວດທີ2ສິດ,ຜົນປະໂຫຍດສະເພາະແລະພັນທະຂອງແມ່ຍິງ


....ມາດຕາສິບເກົ້າ:ສິດແລະຜົນປະໂຫຍດໃນຂົງເຂດແຮງງານ

ມາດຕາສິບເກົ້າ:ສິດແລະຜົນປະໂຫຍດໃນຂົງເຂດແຮງງານ ແມ່ຍິງໄດ້ຮັບສິດແລະຜົນປະໂຫຍດໃນຂົງເຂດແຮງງານ ເປັນຕົ້ນ:ການຮັບປະກັນເງື່ອນໄຂແລະສິ່ງແວດລ້ອມໃນການອອກ ແຮງງານທີ່ປອດໄພ,ສະຫວັດດີການ,ຄ່າຕອບແທນແລະນະໂຍ ບາຍຕ່າງໆຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.


....ມາດຕາຊາວ:ສິດແລະຜົນປະໂຫຍດໃນຄອບຄົວ

ມາດຕາຊາວ:ສິດແລະຜົນປະໂຫຍດໃນຄອບຄົວ ແມ່ຍິງໄດ້ຮັບສິດແລະຜົນປະໂຫຍດໃນຄອບຄົວດັ່ງນີ້: ໃນເວລາເມຍຖືພາຫຼືລູກມີອາຍຸບໍ່ຮອບໜຶ່ງປີຜົວບໍ່ມີສິດຂໍ ຢ່າຮ້າງແມ່ເມຍມີສິດຂໍຢ່າຮ້າງໄດ້. ໃນກໍລະນີທີ່ມີການຢ່າຮ້າງເມຍມີສິດສະເໜີເອົາລູກນ້ອຍ ມາຢູ່ນໍາຕົນ. ເມື່ອມີການຮ່ວມປະເວນີກັນຫຼືມີລູກອ່ອນການແຕ່ງດອງຖ້າ ວ່າຊາຍຊູ້ຫາກບໍ່ເອົາຍິງຊູ້ເປັນເມຍຍິງຊູ້ມີສິດຮຽກເອົາຄ່າເສຍ ຫາຍຈາກຊາຍຊູ້ແລະມີສິດຮ້ອງຂໍເອົາຄ່າລ້ຽງດູລູກຈົນເຖິງກະ ສຽນອາຍຸສິບແປດປີ. ແມ່ມີສິດຕາງໜ້າລູກທີ່ຢູ່ໃນຫ້ອງໃນການສືບທອດແລະຄຸ້ມ ຄອງມູນມໍລະດົກເມື່ອມີການແບ່ງປັນມູນມໍລະດົກ.


....ມາດຕາຊາວເອັດ:ສິດແລະຜົນປະໂຫຍດໃນກົດໝາຍອາຍາ

ມາດຕາຊາວເອັດ:ສິດແລະຜົນປະໂຫຍດໃນກົດໝາຍອາຍາ ສິດແລະຜົນປະໂຫຍດຂອງແມ່ຍິງໃນກົດໝາຍອາຍາມີດັ່ງ ນີ້: ແມ່ຍິງກະທໍາຜິດໃນເວລາຖືພາຈະໄດ້ຮັບການຫຼຸດຜ່ອນ ໂທດ. ແມ່ຍິງຖືພາຫຼືມີລູກນ້ອຍອາຍຸບໍ່ທັນເຖິງແປດປີພາຍຫຼັງທີ່ ໄດ້ປະຕິບັດໂທດຕັດອິດສະຫຼະພາບແລ້ວຈະບໍ່ຖືກໂທດຈໍາກັດທີ່ຢູ່ ຊຶ່ງເປັນໂທດເພີ່ມ. ແມ່ຍິງກະທໍາຜິດໃນເວລາຖືພາຈະບໍ່ຖືກລົງໂທດຕັດອິດສະ ຫຼະພາບຕະຫຼອດຊີວິດຫຼືປະຫານຊີວິດ. ແມ່ຍິງທີ່ຖືກລົງໂທດປະຫານຊີວິດຈິຖືກໂຈະການປະຕິບັດ ໂທດດັ່ງກ່າວໄວ້ຊົ່ວຄາວຖ້າຜູ້ກ່ຽວຫາກຖືພາຊຶ່ງລາຍລະອຽດຈະ ມີລະບຽບການສະເພາະຕ່າງຫາກ.


....ມາດຕາຊາວສອງ:ສິດແລະຜົນປະໂຫຍດທາງດ້ານການຮັກສາສຸຂະພາບ

ມາດຕາຊາວສອງ:ສິດແລະຜົນປະໂຫຍດທາງດ້ານການຮັກສາສຸ ຂະພາບ ລັດເອົາໃຈໃສ່ຮັກສາສຸຂະພາບຂອງແມ່ແລະເດັກ.ຄອບຄົວ ມີພັທະເບິ່ງແຍງແມ່ແລະເດັກໃຫ້ມີສຸຂະພາບແຂງແຮງແລະສົມ ບູນດີ. ແມ່ຍິງມີສິດໄດ້ຮັບການຮັກສາ,ກວດສຸຂະພາບແລະສັກຢາ ກັນພະຍາດຕາມລະບຽບການເປັນຕົ້ນແມ່ຍິງໃນໄວເດັກ,ໄວໜຸ່ມ ແລະໄວຈະເລີນພັນລວມທັງແມ່ຍິງຢູ່ເຂດຫ່າງໄກສອກຫຼີກ. ໃນເວລາແມ່ຍິງອອກລູກນັ້ນຄວນໃຫ້ມີແພດຫຼືໝໍຕໍາແຍ ເບິ່ງແຍງນໍາຕາມເງື່ອນໄຂຕົວຈິງ.ຫ້າມບຸກຄົນຫຼືການຈັດຕັ້ງບັງ ຄັບແມ່ຍິງຖືພາໃຫ້ໄປອອກລູກຢູ່ປ່າ,ບ່ອນເປົ່າປ່ຽວ,ຫ້າມທໍາຮ້າຍ ແມ່ຍິງແລະເດັກນ້ອຍຍ້ອນຄວາມເຊື່ອຖືງົມງວຍຂອງຕົນຫຼືຍ້ອນ ສາເຫດອື່ນ. ໃນເວລາເມຍອອກລູກຫຼືເຈັບເປັນຜົວມີສິດຂໍລາພັກຕາມລະ ບຽບການເພື່ອເບິ່ງແຍງສຸຂະພາບຂອງເມຍແລະລູກ. ນອກຈາກສິດແລະຜົນປະໂຫຍດສະເພາະທີ່ໄດ້ກ່າວມາຂ້າງ ເທິງນີ້ແລ້ວແມ່ຍິງຍັງມີສິດແລະຜົນປະໂຫຍດອື່ນໆອີກຕາມທີ່ໄດ້ກໍາ ນົດໄວ້ໃນລະບຽບກົດໝາຍ.


....ມາດຕາຊາວສາມ:ພັນທະຂອງແມ່ຍິງ

ມາດຕາຊາວສາມ:ພັນທະຂອງແມ່ຍິງ ໃນຖານະເປັນພົນລະເມືອງລາວແມ່ຍິງມີພັນທະພື້ນຖານດັ່ງ ນີ້: ໜຶ່ງ:ພັນທະເຄົາລົບລັດຖະທໍາມະນູນແລະກົດໝາຍ,ປະຕິບັດ ລະບຽບການອອກແຮງງານ,ລະບຽບການດໍາລົງຊີວິດຂອງສັງຄົມ ແລະຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ; ສອງ:ພັນທະເສຍພາສີແລະສ່ວນສາອາກອນຕາມລະບຽບ ກົດໝາຍ; ສາມ:ພັນທະປົກປັກຮັກສາປະເທດຊາດແລະປ້ອງກັນຄວາມ ສະຫງົບ,ປະຕິບັດພັນທະການທະຫານຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ. ພ້ອມກັນນັ້ນແມ່ຍິງຍັງມີພັນທະຮ່ວມກັບຄອບຄົວແລະສົງຄົມ ໃນການປົກປັກຮັກສາຮີດຄອງປະເພນີ,ວັດທະນະທໍາອັນດີງາມທີ່ ເປັນເອກະລັກຂອງຊາດແລະຂອງແມ່ຍິງລາວ. ນອກຈາກພັນທະທີ່ໄດ້ກໍານົດໄວ້ຂ້າງເທິງນີ້ແລ້ວແມ່ຍິງຍັງ ມີພັນທະອື່ນໆອີກຕາມທີ່ໄດ້ກໍານົດໄວ້ໃສລະບຽບກົດໝາຍ.


..ພາກທີ4ການປົກປ້ອງແມ່ຍິງແລະເດັກນ້ອຍຈາກການຄ້າມະນູດແລະການໃຊ້ຄວາມຮູນແຮງໃ�


...ໝວດທີ1ການສະກັດກັ້ນແລະຕ້ານການຄ້າແມ່ຍິງແລະເດັກນ້ອຍ


....ມາດຕາຊາວສີ່:ການຄ້າແມ່ຍິງແລະເດັກນ້ອຍ

ມາດຕາຊາວສີ່:ການຄ້າແມ່ຍິງແລະເດັກນ້ອຍ ການຄ້າແມ່ຍິງແມ່ນການຊອກຫາ,ການໃຫ້ບ່ອນລີ້ຊ່ອນ, ການນໍາສົ່ງຫຼືການຮັບເອົາແມ່ຍິງຢູ່ພາຍໃນຫຼືຕ່າງປະເທດດ້ວຍ ການຕົວະຍົ້ວະຫຼອກລວງ,ການຂົ່ມຂູ່,ການບັງຄັບ,ການຜູກມັດດ້ວຍ ໜີ້ສິນຫຼືດ້ວຍຮູບການອື່ນໆເພື່ອຈຸດປະສົງຂູດຮີດແຮງງານ,ຄ້າໂສ ເພນີ,ເຜີຍແຜ່ສິ່ງລາມົກ,ສິ່ງທີ່ຂັດກັບວັດທະນະທໍາອັນດີງາມຂອງ ຊາດ,ຕັດອະໄວຍະວະຕ່າງໆຂອງຮ່າຍກາຍຫຼືຫາຜົນປະໂຫຍດອື່ນ ໆທີ່ຜິດກົດໝາຍ. ການກະທໍາຕ່າງໆທີ່ກ່າວມາຂ້າງເທິງນີ້ກັບເດັກນ້ອຍທີ່ອາ ຍຸບໍ່ເຖິງສິບແປດປີກໍ່ຖືວ່າເປັນການຄ້າເດັກນ້ອຍເຖິງວ່າຈະບໍ່ມີ ການຕົວະຍົວະຫຼອກລວງ,ການຂົ່ມຂູ່,ການບັງຄັບຫຼືການຜູກມັດ ດ້ວຍໜີ້ສິນກໍ່ຕາມ. ບຸກຄົນໃດທີ່ໄດ້ໃຫ້ການຮ່ວມມືແກ່ຜູ້ກະທໍາຜິດທີ່ກ່າວມາ ຂ້າງເທິງນີ້ດ້ວຍວິທີການຕ່າງໆເຊັ່ນ:ການໃຫ້ຄວາມຄິດເຫັນ,ຊັບ ສິນ,ພາຫະນະອຸປະກອນ,ການຊຸກເຊື່ອງຄົນ,ການຊຸກເຊື່ອງຊັບສິ່ງ ຂອງທີ່ໄດ້ມາຈາກການກະທໍາຜິດຫຼືການລົບລ້າງຮ່ອງຮອຍຂອງ ການກະທໍາຜິດຈະຖືວ່າເປັນຜູ້ສົມຮູ້ຮ່ວມຄິດໃນການຄ້າແມ່ຍິງແລະ ເດັກນ້ອຍ. ການຄ້າແມ່ຍິງແລະເດັກນ້ອຍເປັນການກະທໍາຜິດທາງອາ ຍາ.


....ມາດຕາຊາວຫ້າ:ສິດຂອງຜູ້ຖືກເຄາະຮ້າຍ

ມາດຕາຊາວຫ້າ:ສິດຂອງຜູ້ຖືກເຄາະຮ້າຍ ຜູ້ຖືກເຄາະຮ້າຍໝາຍເຖິງຜູ້ທີ່ໄດ້ຮັບຄວາມເສຍຫາຍໂດຍ ກົງຈາກການຄ້າແມ່ຍິງແລະເດັກນ້ອຍ. ຜູ້ຖືກເຄາະຮ້າຍມີສິດດັ່ງນີ້: ໜຶ່ງ:ຂໍຄວາມຊ່ວຍເຫຼືອຈາກບຸກຄົນທີ່ຢູ່ໄກ້ຄຽງ. ສອງ:ແຈ້ງຄວາມຕໍ່ເຈົ້າໜ້າທີ່ຕໍາຫຼວດ. ສາມ:ໃຫ້ການແລະສະເໜີຫຼັກຖານຕ່າງໆທີ່ພົວພັນເຖິງຄະ ດີຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ; ສີ່:ຮ້ອງຂໍຄ່າເສຍຫາຍແລະໄດ້ຮັບການຟື້ນຟູສະພາບຂອງ ຕົນເພື່ອປັບຕົວເຂົ້າສູ້ສັງຄົມ. ຫ້າ:ໄດ້ຮັບການປົກປ້ອງ,ເບິ່ງແຍງເພື່ອຮັບປະກັນຄວາມ ປອດໄພຂອງຕົນ. ຫົກ:ຈະບໍ່ຖືກດໍາເນີນຄະດີອາຍາແລະບໍ່ຖືກກັກຂັງໃນສະ ຖານການກະທໍາຜິດກ່ຽວກັບການຄ້າແມ່ຍິງແລະເດັກນ້ອຍເຊັ່ນ: ການເປັນໂສເພນີ,ການເຂົ້າອອກເມືອງຢ່າງຜິດກົດໝາຍ. ເຈັດ:ບໍ່ໃຫ້ຖ່າຍຮູບ,ບັນທຶກພາບ,ເຜີຍແຜ່ພາບທີ່ຈະພາໃຫ້ ເສຍກຽດຊື່ສຽງ; ແປດ:ໄດ້ຮັບການຊ່ວຍເຫຼືອທີ່ເໝາະສົມທາງດ້ານສະຖານ ທີ່ພັກເຊົາ,ອາຫານ,ເຄື່ອງນຸ່ງຫົ່ມ,ການບໍລິການທາງດ້ານການ ແພດ,ການຝຶກອົບຮົມວິຊາຊີບ,ການກັບຄືນພູມລໍາເນົາແລະອື່ນໆ; ເກົ້າ:ໄດ້ຮັບສິດອື່ນທຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາຊາວຫົກ:ພັນທະຂອງສັງຄົມ

ມາດຕາຊາວຫົກ:ພັນທະຂອງສັງຄົມ ບຸກຄົນຫຼືການຈັດຕັ້ງຫາກໄດ້ຮູ້ຫຼືພັບເຫັນຜູ້ຖືກເຄາະຮ້າຍ ຈາກການຄ້າແມ່ຍິງແລະເດັກນ້ອຍຫຼືໄດ້ຮັບຂໍ້ມູນຂ່າວສານກ່ຽວ ກັບການຄ້າແມ່ຍິງແລະເດັກນ້ອຍຕ້ອງແຈ້ງຄວາມຕໍ່ອົງການປົກ ຄອງບ້ານ,ຕໍ່ເຈົ້າໜ້າທີ່ຕໍາຫຼວດຫຼືຕໍ່ອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງ ພ້ອມດຽວກັນນັ້ນກໍ່ຕ້ອງໃຫ້ການຊ່ວຍເຫຼືອແກ່ຜູ້ຖືກເຄາະຮ້າຍ. ບັນດາອົງການຈັດຕັ້ງຂອງພັກ-ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດ ຕັ້ງສັງຄົມແລະຄອບຄົວຕ້ອງໂຄສະນາສຶກສາອົບຮົມໃຫ້ທົ່ວສັງຄົມ ຮູ້ເຖິງການກະທໍາຕ່າງໆທີ່ເປັນການຄ້າແມ່ຍິງແລະເດັກນ້ອຍແລະ ຜົນຮ້າຍຂອງການກະທໍາດັ່ງກ່າວເພື່ອບໍ່ໃຫ້ຕົກເປັນເຫຍື່ອແລະ ເປັນເຈົ້າການໃນການສະກັດກັ້ນແລະຕ້ານການຄ້າແມ່ຍິງແລະ ເດັກນ້ອຍ. ເພື່ອສະກັດກັ້ນການຄ້າແມ່ຍິງແລະເດັກນ້ອຍລັດຖະບານ ສ້າງຕັ້ງຄະນະກໍາມະການຕ່ານການຄ້າມະນຸດຂຶ້ນ.


....ມາດຕາຊາວເຈັດ:ການດໍາເນີນຄະດີຕໍ່ຜູ້ກະທໍາຜິດ

ມາດຕາຊາວເຈັດ:ການດໍາເນີນຄະດີຕໍ່ຜູ້ກະທໍາຜິດ ເມື່ອໄດ້ຮັບແຈ້ງຄວາມກ່ຽວກັບການຄ້າແມ່ຍິງແລະເດັກ ນ້ອຍແລ້ວເຈົ້າໜ້າທີ່ຕໍາຫຼວດຕ້ອງດໍາເນີນຄະດີຕາມກົດໝາຍວ່າ ດ້ວຍການດໍາເນີນຄະດີອາຍາເປັນຕົ້ນຕ້ອງດໍາເນີນການສືບສວນ- ສອບສວນໂດຍດ່ວນ,ຮີບຮ້ອນເອົາຄໍາໃຫ້ການຂອງຜູ້ຖືກເຄາະຮ້າຍ ຫຼືຜູ້ມາແຈ້ງຄວາມລວມທັງພະຍານພ້ອມທັງຮັກສາຄວາມລັບແລະ ຄວາມປອດໄພໃຫ້ພວກກ່ຽວ.ຖ້າຫາກມີຫຼັກຖານພຽງພໍກໍ່ປະກອບ ສໍານວນຄະດີສົ່ງໃຫ້ໄອຍະການປະຊາຊົນເພື່ອສັ່ງຟ້ອງຂຶ້ນສານພິ ຈາລະນາຕັດສິນລົງໂທດຜູ້ກະທໍາຜິດແລະໃຊ້ແທນຄ່າເສຍຫາຍ ລວມທັງຄ່າປົວແປງຈິດໃຈແລະຄ່າປ່ວຍການຕ່າງໆ.


....ມາດຕາຊາວແປດ:ການຊ່ວຍເຫຼືອຂອງເຈົ້າໜ້າທີ່ຕໍ່ຜູ້ຖືກເຄາະຮ້າຍ

ມາດຕາຊາວແປດ:ການຊ່ວຍເຫຼືອຂອງເຈົ້າໜ້າທີ່ຕໍ່ຜູ້ຖືກເຄາະ ຮ້າຍ ໃນເວລາດໍາເນີນຄະດີນັ້ນເຈົ້າໜ້າທີ່ຕໍາຫຼວດຕ້ອງປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ:ແພດ,ນັກສັງຄົມສົງເຄາະ ແລະພາກສ່ວນອື່ນໆເພື່ອໃຫ້ການຊ່ວຍເຫຼືອອັນຈໍາເປັນແລະຮີບດ່ວນ ,ໃຫ້ການບໍລິການທາງດ້ານການແພດ,ໃຫ້ຄໍາປຶກສາແລະນໍາສົ່ງຜູ້ ຖືກເຄາະຮ່າຍໄປສະຖານທີ່ພັກເຊົາທີ່ປອດໄພ. ໃນກໍລະນີທີ່ຜູ້ຖືກເຄາະຮ້າຍເປັນເດັກນັ້ນຕ້ອງເອົາໃຈໃສ່ເປັນ ພິເສດກ່ຽວກັບການຟື້ນຟູທາງດ້ານຮ່າງກາຍແລະຈິດໃຈ,ຕອບສະ ໜອງຄວາມຕ້ອງການສະເພາະຂອງເດັກ,ໃຫ້ເດັກໄດ້ຮັບຜູ້ປົກຄອງ, ໃຫ້ການຊ່ວຍເຫຼືອເດັກກັບຄືນສູ້ຄອບຄົວແລະສັງຄົມ. ສໍາລັລຄົນລາວທີ່ເປັນຜູ້ຖືກເຄາະຮ້າຍຢູ່ຕ່າງປະເທດສະຖານ ທູດຫຼືກົງສຸນລາວປະຈໍາປະເທດນັ້ນຕ້ອງໃຫ້ການຊ່ວຍເຫຼືອອັນຈໍາ ເປັນແລະຮີບດ່ວນແກ່ຜູ້ຖືກເຄາະຮ້າຍເປັນຕົ້ນຄວາມປອດໄພແລະ ສະຫວັດດີການພ້ອມທັງປະສານກັບເຈົ້າໜ້າທີ່ກ່ຽວຂ້ອງຂອງປະເທດ ນັ້ນເພື່ອດໍາເນີນຄະດີຕໍ່ຜູ້ກະທໍາຜິດ,ຈາກນັ້ນກໍໃຫ້ການຊ່ວຍເຫຼືອແກ່ ຜູ້ຖືກເຄາະຮ້າຍກັບຄືນປະເທດ. ສໍາລັບຄົນຕ່າງປະເທດທີ່ເປັນຜູ້ຖືກເຄາະຮ້າຍສປປລາວນອກ ຈາກຈະປະຕິບັດຕາມວັກທີສາມເທິງນີ້ແລ້ວເຈົ້າໜ້າທີ່ຂອງລາວ ຕ້ອງພົວພັນກັບສະຖານທູດຫຼືກົງສູນປະເທດຂອງຜູ້ຖືກເຄາະຮ້າຍປະ ຈໍາສປປລາວໂດຍຜ່ານກະຊວງການຕ່າງປະເທດເພື່ອຊ່ວຍໃຫ້ຜູ້ຖືກ ເຄາະຮ້າຍກັບຄືນປະເທດ.


...ໝວດທີ2ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍໃນຄອບຄົວ


....ມາດຕາຊາວເກົ້າ:ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍໃນຄອບຄົວ

ມາດຕາຊາວເກົ້າ:ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍ ໃນຄອບຄົວ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍໃນຄອບຄົວ ແມ່ນການກະທໍາຫຼືການເມີນເສີຍຂອງບຸກຄົນໃດບຸກຄົນໜຶ່ງໃນຄອບ ຄົວຊຶ່ງສ້າງຜົນກະທົບຕໍ່ຮ່າງກາຍ,ຈິດໃຈຫຼືຊັບສິນຂອງແມ່ຍິງຫຼືເດັກ ນ້ອຍໃນຄອບຄົວ.


....ມາດຕາສາມສິບ:ຜົນກະທົບຕໍ່ຮ່າງກາຍ

ມາດຕາສາມສິບ:ຜົນກະທົບຕໍ່ຮ່າງກາຍ ການໃຊ້ຄວາມຮຸນແຮງທີ່ມີຜົນກະທົບຕໍ່ຮ່າງກາຍແມ່ນການ ກະທໍາຂອງບຸກຄົນໃດບຸກຄົນໜຶ່ງໃນຄອບຄົວຊຶ່ງເຮັດໃຫ້ແມ່ຍິງຫຼືເດັກ ນ້ອຍຢູ່ໃນຄອບຄົວເສຍຊີວິດ,ເສຍອົງຄະຫຼືໄດ້ຮັບບາດເຈັບຊຶ່ງສະ ແດງອອກໃນການທຸບຕີ,ທໍລະມານ,ການກັກຂັງ.ການຜູ້ມັດ,ການຂົ່ມ ຂືນທໍາຊໍາເລົາຫຼືການກະທໍາທີ່ຫຍາບຊ້າ.


....ມາດຕາສາມສິບເອັດ:ຜົນກະທົບຕໍ່ຈິດໃຈ

ມາດຕາສາມສິບເອັດ:ຜົນກະທົບຕໍ່ຈິດໃຈ ການໃຊ້ຄວາມຮຸນແຮງທີ່ມີຜົນກະທົບຕໍ່ຈິດໃຈແມ່ນການກະ ທໍາຂອງບຸກຄົນໃດບຸກຄົນໜຶ່ງໃນຄອບຄົວຊຶ່ງສ້າງຄວາມເສຍຫາຍ ຕໍ່ຈິດໃຈຂອງແມ່ຍິງຫຼືເດັກນ້ອຍໃນຄອບຄົວເຊັ່ນ:ການທໍາມິດສະ ຈານ,ການບັງຄັບ,ການປ້ອຍດ່າ,ການໃສ່ຮ້າຍດການເຍາະເຍີ້ຍ ສຽດສີ,ການກີດກັ້ນບໍ່ໃຫ້ເຄື່ອນໄຫວວຽກງານຕ່າງໆເປັນຕົ້ນວຽກ ງານສັງຄົມ.


....ມາດຕາສາມສິບສອງ:ຜົນກະທົບຕໍ່ຊັບສິນ

ມາດຕາສາມສິບສອງ:ຜົນກະທົບຕໍ່ຊັບສິນ ການໃຊ້ຄວາມຮຸນແຮງທີ່ມີຜົນກະທົບຕໍ່ຊັບສິນແມ່ນການ ກະທໍາຂອງບຸກຄົນໃດບຸກຄົນໜຶ່ງໃນຄອບຄົວໂດຍເຈດຕະນາຊຶ່ງ ສ້າງຄວາມເສຍຫາຍແກ່ຊັບສິນຂອງຄອບຄົວແລະສະແດງອອກ ໃນການກະທໍາຕ່າງໆເຊັ່ນ:ການເອົາຊັບສິນຂອງຄອບຄົວໄປນໍາ ໃຊ້ສ່ວນຕົວທີ່ບໍ່ຖືກຕ້ອງຕາມກົດໝາຍ;ການບໍ່ປະຕິບັດພັນທະລ້ຽງ ດູຄອບຄົວ;ການເຮັດໃຫ້ແມຍິງບໍ່ໄດ້ຮັບສິດສືບທອດມູນມໍລະດົກ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ;ການທໍາລາຍເຮືອນຊານ,ຊັບ ສິ່ງຂອງຕ່າງໆຂອງຄອບຄົວ.


....ມາດຕາສາມສິບສາມ:ສິດຂອງຜູ້ຖືກເຄາະຮ້າຍ

ມາດຕາສາມສິບສາມ:ສິດຂອງຜູ້ຖືກເຄາະຮ້າຍ ແມ່ຍິງແລະເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມ ຮຸນແຮງໃນຄອບຄົວມີສິດຮ້ອງຂໍຄວາມຊ່ວຍເຫຼືອຈາກສະມາຊິກ ຂອງຄອບຄົວ,ຜູ້ຢູ່ໃກ້ຄຽງ,ຍາດພິ່ນ້ອງຫຼືແຈ້ງຄວາມຕໍ່ອົງການປົກ ຄອງບ້ານເພື່ອສຶກສາອົບຮົມຜູ້ໃຊ້ຄວາມຮຸນແຮງໃຫ້ຢຸດເຊົາແລະ ປ່ຽນແປງພຶດຕິກໍາທີ່ບໍ່ດີເພື່ອໃຫ້ມີຄວາມຖືກຕ້ອງປອງດອງແລະມີ ຄວາມຜາສຸກພາຍໃນຄອບຄົວ. ໃນກໍລະນີທີ່ການໃຊ້ຄວາມຮຸນແຮງຫາກເປັນອັນຕະລາຍ ຮ້າຍແຮງຊຶ່ງເປັນການກະທໍາຜິດທາງອາຍານັ້ນຜູ້ຖືກເຄາະຮ້າຍ ມີສິດແຈ້ງຄວາມຕໍ່ເຈົ້າໜ້າທີ່ຕໍາຫຼວດເພື່ອແກ້ໄຂຕາມລະບຽບກົດ ໝາຍ.


....ມາດຕາສາມສິບສີ່:ການໃຫ້ຄວາມຊ່ວຍເຫຼືອແກ່ຜູ້ຖືກ

ມາດຕາສາມສິບສີ່:ການໃຫ້ຄວາມຊ່ວຍເຫຼືອແກ່ຜູ້ຖືກເຄາະຮ້າຍ ແລະການປົກປ້ອງຜູ້ໃຫ້ການຊ່ວຍເຫຼືອ ສະມາຊິກຄອບຄົວທີ່ໄດ້ພົບເຫັນເຫດການຫຼືຮູ້ກ່ຽວກັບການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍທີ່ຕົກຢູ່ໃນໄພອັນຕະລາຍ ແກ່ຊີວິດຫຼືຮ່າງກາຍ,ຖືກແຕະຕ້ອງເຖິງຈິດໃຈຫຼືໄດ້ຮັບຄວາມເສຍ ຫາຍທາງດ້ານຊັບສິນບຸກຄົນນັ້ນຕ້ອງໃຫ້ຄວາມຊ່ວຍເຫຼືອຕາມລັກ ສະນະ,ລະດັບຂອງຄວາມຮຸນແຮງແລະຄວາມຈໍາເປັນຮີບດ່ວນດ້ວຍ ການເຂົ້າໄປຫ້າມ,ກີດກັ້ນການໃຊ້ຄວາມຮຸນແຮງ,ໄກ່ເກ່ຍ,ສຶກສາ ອົບຮົມຄູ່ກໍລະນີດ້ວຍຕົນເອງຫຼືຮ້ອງຂໍໃຫ້ບຸກຄົນອື່ນຫຼືການຈັດຕັ້ງເຂົ້າ ມາຊ່ວຍເຫຼືອຢ່າງທັນການ. ຜູ້ທີ່ຢູ່ໄກ້ຄຽງ,ບຸກຄົນອື່ນຫຼືການຈັດຕັ້ງທີ່ໄດ້ພັບເຫັນເຫດການ ຫຼືຖືກຮ້ອງຂໍໃຫ້ຊ່ວຍເຫຼືອຜູ້ຖືກເຄາະຮ້າຍທີ່ຕົກຢູ່ໃນໄພອັນຕະລາຍ ແກ່ຊີວິດ,ຮ່າງກາຍ,ຖືກແຕະຕ້ອງເຖິງຈິດໃຈຫຼືໄດ້ຮັບຄວາມເສຍ ຫາຍທາງດ້ານຊັບສິນນັ້ນຕ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍຕາມວິທີ ການທີ່ໄດ້ກ່າວມາໃນວັກເທິງນີ້. ໃນກໍລະນີທີ່ມີການໃຊ້ຄວາມຮຸນແຮງຫາກເປັນອັນຕະລາຍ ຮ້າຍແຮງຊຶ່ງສະແດງອອກດ້ວຍການທໍາຮ້າຍຮ່າງກາຍ,ການຈູດ ເຜົາ,ການທໍາລາຍມ້ອງເພເຮືອນຊານ,ວັດຖຸສິ່ງຂອງແລະອື່ນໆຕ້ອງ ໃຫ້ຄວາມຊ່ວຍເຫຼືອໂດຍດ່ວນຕາມທີ່ໄດ້ກໍານົດໄວ້ໃນວັກທີໜຶ່ງແລະ ສອງຂອງມາດຕາຊາວແປດຂອງກົດໝາຍສະບັບນີ້. ບຸກຄົນຫຼືການຈັດຕັ້ງທີ່ໃຫ້ຄວາມຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ດ້ວຍຄວາມບໍລິສຸດໃຈຈະໄດ້ຮັບການຄຸ້ມຄອງແລະປົກປ້ອງຕາມກົດ ໝາຍ.


....ມາດຕາສາມສິບຫ້າ:ການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍໃນຄອບຄົວ

ມາດຕາສາມສິບຫ້າ:ການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງແລະ ເດັກນ້ອຍໃນຄອບຄົວ ເມື່ອມີການໃຊ້ຄວາມຮຸນແຮງທີ່ບໍ່ເປັນອັນຕະລາຍຮ້າຍແຮງ ເກີດຂຶ້ນໃນຄອບຄົວການແກ້ໄຂຕ້ອງເລີ່ມຈາກສະມາຊິກຄອບຄົວ, ຍາດພີ່ນ້ອງໃກ້ຊິດ,ບຸກຄົນໃກ້ຄຽງ,ໜ່ວຍງານໃຫ້ຄໍາປຶກສາ,ໜ່ວຍ ໄກ່ເກ່ຍຂັ້ນບ້ານເປັນຜູ້ໄກ່ເກ່ຍສຶກສາອົບຮົມບົນພື້ນຖານຄວາມສາ ມັກຄີປອງດອງແລະຄວາມຜາສຸກຂອງຄອບຄົວ. ໃນກໍລະນີທີ່ໜ່ວຍໄກ່ເກ່ຍຂັ້ນບ້ານຫາກບໍ່ສາມາດແກ້ໄຂໄດ້ ຫຼືມີການໃຊ້ຄວາມຮຸນແຮງທີ່ເປັນອັນຕະລາຍຮ້າຍແຮງແລ້ວໜ່າຍ ໄກ່ເກ່ຍຂັ້ນບ້ານ,ໜ່ວຍງານໃຫ້ຄໍາປຶກສາ,ຜູ້ຖືກເຄາະຮ້າຍຫຼືຜູ້ຕາງ ໜ້າຂອງຜູ້ກ່ຽວມີສິດໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ຕໍາຫຼວດ.

....ມາດຕາສາມສິບຫົກ:ການດໍາເນີນຄະດີຂອງເຈົ້າໜ້າທີ່ຕໍາຫຼວດ

ມາດຕາສາມສິບຫົກ:ການດໍາເນີນຄະດີຂອງເຈົ້າໜ້າທີ່ຕໍາຫຼວດ ເມື່ອໄດ້ຮັບແຈ້ງຄວາມຈາກໜ່ວຍໄກ່ເກ່ຍຂັ້ນບ້ານ,ໜ່ວຍ ງານໃຫ້ຄໍາປຶກສາ,ຜູ້ຖືກເຄາະຮ້າຍຫຼືຜູ້ຕາງໜ້າຂອງຜູ້ກ່ຽວແລ້ວ ເຈົ້າໜ້າທີ່ຕໍາຫຼວດຕ້ອງດໍາເນີນການແກ້ໄຂບົນພື້ນຖານຄວາມສາ ມັກຄີປອງດອງແລະຄວາມຜາສຸກຂອງຄອບຄົວ.ຖ້າຄວາມຮຸນແຮງ ຫາກບໍ່ເປັນອັນຕະລາຍຮ້າຍແຮງກໍ່ໃຫ້ພະຍາຍາມໄກ່ເກ່ຍ,ສຶກສາ ອົບຮົມຄູ່ກໍລະນີໃຫ້ຄືນດີແລະໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນ. ໃນກໍລະນີທີ່ບໍ່ສາມາດແກ້ໄຂໄດ້ຫຼືມີຄວາມຮຸນແຮງທີ່ເປັນ ອັນຕະລາຍຮ້າຍແຮງນັ້ນເຈົ້າໜ້າທີ່ດໍາເນີນຄະດີແລະນໍາໃຊ້ມາດ ຕະການຕ່າງໆຕາມທີ່ກໍານົດໄວ້ໃນກົດໝາຍ. ໃນການດໍາເນີນຄະດີນັ້ນຖ້າຫາກມີຫຼັກຖານຢັ້ງຢືນວ່າເປັນ ການກະທໍາຜິດທາງອາຍາແລ້ວໃຫ້ປະກອບສໍານວນຄະດີສົ່ງໄອ ຍະການປະຊາຊົນເພື່ອພິຈາລະນາສັ່ງຟ້ອງຂຶ້ນສານດໍາເນີນຄະດີ ຕາມກົດໝາຍ.


....ມາດຕາສາມສິບເຈັດ:ການສະກັດກັ້ນການໃຊ້ຄວາມຮູນແຮງກັບແມ່ຍິງແລະເດັກນ້ອຍໃນຄອບຄົວ

ມາດຕາສາມສິບເຈັດ:ການສະກັດກັ້ນການໃຊ້ຄວາມຮູນແຮງກັບ ແມ່ຍິງແລະເດັກນ້ອຍໃນຄອບຄົວ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍໃນຄອບຄົວ ຊຶ່ງເປັນບັນຫາໜຶ່ງທີ່ເປັນອັນຕະລາຍຕໍ່ສັງຄົມ,ມີຜົນກະທົບຕໍ່ຄອບ ຄົວ,ພາໃຫ້ຄອບຄົວຂາດຄວາມອົບອຸ່ນ,ແຕກແຍກ,ເຮັດໃຫ້ແມ່ຍິງ ແລະເດັກນ້ອຍບໍ່ສາມາດຢູ່ກັບຄອບຄົວໄດ້ແລະຕົກເປັນເຫຍື່ອຂອງ ການຄ້າແມ່ຍິງແລະເດັກນ້ອຍ,ຢາເສບຕິດ,ໂສເພນີ. ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງໃນຄອບຄົວນັ້ນອົງ ການປົກຄອງ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນ ທຸກຂັ້ນລວມທັງອົງການຈັດຕັ້ງສັງຄົມຕ້ອງເອົາໃນໃສ່ໂຄສະນາສຶກ ສາອົບຮົມເພື່ອໃຫ້ຄອບຄົວມີຄວາມຖືກຕ້ອງປອງດອງ,ປະຕິບັດສິດ ສະເໝີພາບຍິງ-ຊາຍແນ່ໃສ່ເຮັດໃຫ້ສະຖາບັນຄອບຄົວມີຄວາມໝັ້ນ ທ່ຽງ,ມີຄວາມຜາສຸກແລະກ້າວໜ້າ.


....ມາດຕາສາມສິບແປດ:ສິດຂອງແມ່ຍິງແລະເດັກນ້ອຍໃນການໄດ້ຮັບຄໍາປຶກສາ

ມາດຕາສາມສິບແປດ:ສິດຂອງແມ່ຍິງແລະເດັກນ້ອຍໃນການໄດ້ ຮັບຄໍາປຶກສາ ເພື່ອຮັບປະກັນການປົກປ້ອງສິດແລະຜົນປະໂຫຍດອັນຊອບ ທໍາຂອງຕົນ,ແມ່ຍິງແລະເດັກນ້ອຍມີສິດໄດ້ຮັບຄໍາປຶກສາ,ຄໍາແນະ ນໍາທາງດ້ານກົດໝາຍ,ດ້ານແນວຄິດຈິດໃຈ,ດ້ານສຸຂະພາບແລະ ດ້ານອື່ນໆຈາກການຈັດຕັ້ງໃຫ້ຄໍາປຶກສາ. ສໍາລັບສິດແລະໜ້າທີ່ຂອງການຈັດຕັ້ງໃຫ້ຄໍາປຶກສານັ້ນຈະ ກໍານົດໄວ້ໃນລະບຽບການສະເພາະ.


..ພາກທີ5ຄວາມຮັບຜິດຊອບຕໍ່ການພັດທະນາແລະປົກປ້ອງແມ່ຍິງ


...ມາດຕາສາມສິບເກົ້າ:ຄວາມຮັບຜິດຊອບຂອງລັດ

ມາດຕາສາມສິບເກົ້າ:ຄວາມຮັບຜິດຊອບຂອງລັດ ລັດວາງນະໂຍບາຍ,ລະບຽບກົດໝາຍ,ກົນໄກແລະມາດຕະ ການຕ່າງໆຢ່າງເປັນລະບົບກ່ຽວກັບການພັດທະນາ,ປົກປ້ອງສິດ, ຜົນປະໂຫຍດຂອງແມ່ຍິງລວມທັງການສະກັດກັ້ນ,ຕ້ານການຄ້າແມ່ ຍິງແລະເດັກນ້ອຍ,ການຕ່ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະ ເດັກນ້ອຍໃນຄອບຄົວແລ້ວມອບໃຫ້ຂະແໜງການທີ່ກ່ຽວຂ້ອງຈັດຕັ້ງ ປະຕິບັດ. ລັດສະໜອງງົບປະມານຕາມຄວາມເໝາະສົມເພື່ອຮັບໃຊ້ ການເຄື່ອນໄຫວຂອງອົງການທີ່ເຮັດໜ້າທີ່ບັນເທົາທຸກແກ່ຜູ້ຖືກເຄາະ ຮ້າຍຈາກການຄ້າມະນຸດແລະການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະ ເດັກນ້ອຍໃນຄອບຄົວ. ເພື່ອເຮັດໃຫ້ການພັດທະນາແລະປົກປ້ອງແມ່ຍິງມີປະສິດທິ ຜົນດີຂຶ້ນນັ້ນລັດມີນະໂຍບາຍໃຫ້ສ້າງຕັ້ງກອງທຶນພັດທະນາແມ່ຍິງ ຂຶ້ນ.


...ມາດຕາສີ່ສິບ:ຄວາມຮັບຜິດຊອບຂອງສັງຄົມ

ມາດຕາສີ່ສິບ:ຄວາມຮັບຜິດຊອບຂອງສັງຄົມ ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະອົງການ ຈັດຕັ້ງສັງຄົມມີຄວາມຮັບຜິດຊອບໃນການສຶກສາອົບຮົມ,ສ້າງເງື່ອນ ໄຂ,ອໍານວຍຄວາມສະດວກໃນການພັດທະນາແລະປົກປ້ອງສິດ,ຜົນ ປະໂຫຍດຂອງແມ່ຍິງພ້ອມກັນນັ້ນກໍ່ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ນະໂຍບາຍ,ລະບຽບກົດໝາຍ,ກົນໄກແລະມາດຕະການຕ່າງໆຂອງ ລັດຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບເກົ້າຂອງກົດໝາຍສະບັບ ນີ້.


...ມາດຕາສີ່ສິບເອັດ:ຄວາມຮັບຜິດຊອບຂອງຄອບຄົວ

ມາດຕາສີ່ສິບເອັດ:ຄວາມຮັບຜິດຊອບຂອງຄອບຄົວ ຄອບຄົວຊຸກຍູ້,ສົ່ງເສີມແລະໃຫ້ໂອກາດແກ່ແມ່ຍິງແລະເດັກ ນ້ອຍໃນການພັດທະນາຕົນເອງຢ່າງຮອບດ້ານ,ໄດ້ຮັບຄວາມສະເໝີ ພາບ,ສິດ,ຜົນປະໂຫຍດດ້ານຕ່າງໆ.ນອກຈາກນີ້ຄອບຄົວຍັງມີພັນທະ ໃນການປົກປ້ອງແມ່ຍິງແລະເດັກນ້ອຍຈາກການຄ້າມະນຸດລວມທັງ ການໃຊ້ຄວາມຮຸນແຮງໃນຄອບຄົວ.


...ມາດຕາສີ່ສິບສອງ:ຄວາມຮັບຜິດຊອບຂອງແມ່ຍິງ

ມາດຕາສີ່ສິບສອງ:ຄວາມຮັບຜິດຊອບຂອງແມ່ຍິງ ແມ່ຍິງຕ້ອງເປັນເຈົ້າການໃນການພັດທະນາຕົນເອງທາງ ດ້ານຮ່າງກາຍ,ຈິດໃຈ,ການສຶກສາ,ວິຊາຊີບແລະສີມືແຮງງານ, ຍົກລະດັບທາງດ້ານການເມືອງ,ແນວຄິດ,ເສດຖະກິດ,ວັດທະນະ ທໍາ-ສັງຄົມ,ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະການຕ່າງ ປະເທດ.ນອກຈາກນີ້ແມ່ຍິງຍັງຕ້ອງເປັນເຈົ້າການໃນການປົກປ້ອງ ສິດ,ຜົນປະໂຫຍດອັນຊອບທໍາຂອງຕົນ,ມີສະຕິລະວັງຕົວບໍ່ໃຫ້ຕົກເປັນ ເຫຍື່ອຂອງການຄ້າແມ່ຍິງແລະເດັກນ້ອຍ,ສະກັດກັ້ນ,ຄ້ານການຄ້າ ແມ່ຍິງແລະເດັກນ້ອຍລວມທັງຕ້ານການໃຊ້ຄວາມຮຸນແຮງໃນຄອບ ຄົວ.

..ພາກທີ6ການຄຸ້ມຄອງແລະກວດກາການພັດທະນາແລະການປົກປ້ອງແມ່ຍິງ


...ມາດຕາສີ່ສິບສາມ:ອົງການຄຸ້ມຄອງແລະກວດກາ

ມາດຕາສີ່ສິບສາມ:ອົງການຄຸ້ມຄອງແລະກວດກາ ລັດຖະບານຄຸ້ມຄອງຢ່າງເອກະພາບແລະກວດກາການາ ຈັດຕັ້ງປະຕິບັດກ່ຽວກັບການພັດທະນາແລະການປົກປ້ອງແມ່ຍິງ. ລັດຖະບານມອບໃຫ້ຂະແໜງການທີ່ກ່ຽວຂ້ອງເປັນຕົ້ນແມ່ນ ຂະແໜງສາທາລະນະສຸກ,ສຶກສາ,ຖະແຫຼວງຂ່າວແລະວັດທະນະ ທໍາ,ແຮງງານແລະສະຫວັດດີການສັງຄົມ,ປ້ອງກັນຄວາມສະຫງົບ, ການຕ່າງປະເທດ,ອົງການປົກຄອງທ້ອງຖິ່ນ,ພ້ອມກັບສະຫະພັນແມ່ ຍິງລາວ,ແນວລາວສ້າງຊາດ,ສະຫະພັນກໍາມະບານລາວ,ຄະນະ ຊາວໜຸ່ມປະຊາຊົນປະຕິວັດລາວ,ອົງການໄອຍະການປະຊາຊົນຄຸ້ມ ຄອງແລະກວດກາກ່ຽວກັບການພັດທະນາແລະການປົກປ້ອງແມ່ ຍິງ. ໃນການຄຸ້ມຄອງແລະກວດກາກ່ຽວກັບການພັດທະນາແລະ ການປົກປ້ອງແມ່ຍິງແມ່ນສະຫະພັນແມ່ຍິງລາວເປັນໃຈກາງໃນ ການປະສານງານລະຫວ່າງພາກສ່ວນຕ່າງໆທີ່ກ່ຽວຂ້ອງ. ໃນກໍລະນີທີ່ຈໍາເປັນລັດຖະບານຈະສ້າງຄະນະກໍາມະການສະ ເພາະກິດກ່ຽວກັບການຄຸ້ມຄອງແລະກວດກາການພັດທະນາແລະ ການປົກປ້ອງແມ່ຍິງຂຶ້ນກໍ່ໄດ້.

...ມາດຕາສີ່ສິບສີ່:ສິດແລະໜ້າທີ່ຂອງອົງການຄຸ້ມຄອງແລະກວດກາ

ມາດຕາສີ່ສິບສີ່:ສິດແລະໜ້າທີ່ຂອງອົງການຄຸ້ມຄອງແລະກວດ ກາ ອົງການຄຸ້ມຄອງແລະກວດກາຕ່າງໆທີ່ໄດ້ກໍານົດໄວ້ໃນ ມາດຕາສີ່ສິບສາມຂອງກົດໝາຍສະບັບນີ້ມີໜ້າທີ່ວາງລະບຽບ ການ,ມາດຕະການແລະຈັດຕັ້ງປະຕິບັດວຽກງານຄຸ້ມຄອງແລະ ກວດກາກ່ຽວກັບການພັດທະນາແລະການປົກປ້ອງແມ່ຍິງຕາມ ຂອບເຂດສິດແລະໜ້າທີ່ຂອງຕົນ.


...ມາດຕາສີ່ສິບຫ້າ:ສິດແລະໜ້າທີ່ຂອງສູນກາງສະຫະພັນແມ່ຍິງລາວ

ມາດຕາສີ່ສິບຫ້າ:ສິດແລະໜ້າທີ່ຂອງສູນກາງສະຫະພັນແມ່ຍິງ ລາວ ໃນການຄຸ້ມຄອງແລະກວດກາກ່ຽວກັບການພັດທະນາແລະ ການປົກປ້ອງແມ່ຍິງສູນກາງສະຫະພັນແມ່ຍິງລາວມີສິດແລະໜ້າ ທີ່ຕົ້ນຕໍດັ່ງນີ້: ໜຶ່ງ:ຄົ້ນຄວ້າ,ສ້າງຮ່າງນະໂຍບາຍ,ແຜນການ,ໂຄງການ, ລະບຽບກົດໝາຍທີ່ພົວພັນເຖິງການພັດທະນາແລະການປົກປ້ອງ ແມ່ຍິງເພື່ອສະເໜີຕໍ່ອົງການທີ່ກ່ຽວຂ້ອງພິຈາລະນາຕົກລົງ. ສອງ:ໂຄສະນາ,ສຶກສາອົບຮົມແນວທາງນະໂຍບາຍຂອງ ພັກ,ກົດໝາຍຂອງລັດກ່ຽວກັບການພັດທະນາແລະການປົກປ້ອງ ແມ່ຍິງ; ສາມ:ຈັດຕັ້ງການໃຫ້ຄໍາປຶກສາກ່ຽວກັບສິດແລະຜົນປະ ໂຫຍດຂອງແມ່ຍິງແລະເດັກນ້ອຍ; ສີ່:ຊີ້ນໍາ,ຕິດຕາມ,ກວດກາແລະຊຸກຍູ້ການຈັດຕັ້ງປະຕິບັດ ແນວທາງ,ກົດໝາຍ,ແຜນການ,ແຜນງານ,ໂຄງການຕ່າງໆກ່ຽວ ກັບການພັດທະນາ,ການປົກປ້ອງສິດແລະຜົນປະໂຫຍດຂອງແມ່ຍິງ ແລະເດັກນ້ອຍຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ຫ້າ:ແນະນໍາຫຼືສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂການ ກະທໍາທີ່ບໍ່ຖືກຕ້ອງແລະໃຫ້ຄໍາຕອບພາຍໃນກໍານົດສາມສິບວັນນັບ ແຕ່ວັນທີ່ໄດ້ຮັບຄໍາສະເໜີເປັນຕົ້ນໄປ.ໃນກໍລະນີທີ່ບໍ່ໄດ້ຮັບການແກ້ ໄຂຫຼືແກ້ໄຂບໍ່ເໝາະສົມນັ້ນສູນກາງສະຫະພັນແມ່ຍິງລາວມີສິດສະ ເໜີຕໍ່ອົງການຂັ້ນເທິງຖັດນັ້ນພິຈາລະນາແກ້ໄຂ.ຖ້າວ່າການກະທໍາ ນັ້ນເປັນການກະທໍາຜິດທີ່ຮ້າຍແຮງກໍ່ມີສິດສະເໜີໃຫ້ເຈົ້າໜ້າທີ່ຕໍາ ຫຼວດດໍາເນີນຄະດີຕໍ່ຜູ້ລະເມີດຕາມກົດໝາຍ; ຫົກ:ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມ ຄອງແລະກວດກາການຈັດຕັ້ງປະຕິບັດການພັດທະນາແລະປົກປ້ອງ ສິດຜົນປະໂຫຍດຂອງແມ່ຍິງແລະເດັກນ້ອຍ. ເຈັດ:ສະຫຼຸບຕີລາຄາແລະລາຍງານການຈັດຕັ້ງປະຕິບັດ ແນວທາງນະໂຍບາຍ,ລະບຽບກົດໝາຍກ່ຽວກັບການພັດທະນາ ແລະປົກປ້ອງແມ່ຍິງໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ; ແປດ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

...ມາດຕາສີ່ສິບຫົກ:ສິດແລະໜ້າທີ່ຂອງສະຫະພັນແມ່ຍິງຂັ້ນຂະແໜງການແລະທ້ອງຖິ່ນ.

ມາດຕາສີ່ສິບຫົກ:ສິດແລະໜ້າທີ່ຂອງສະຫະພັນແມ່ຍິງຂັ້ນຂະແໜງ ການແລະທ້ອງຖິ່ນ. ໃນການຄຸ້ມຄອງແລະກວດກາການພັດທະນາແລະການປົກ ປ້ອງແມ່ຍິງສະຫະພັນແມ່ຍິງຂັ້ນຂະແໜງການແລະທ້ອງຖິ່ນມີສິດ ແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງ:ຄົ້ນຄວ້າ,ໂຄສະນາ,ເຜີຍແຜ່,ຈັດຕັ້ງປະຕິບັດນະໂຍ ບາຍ,ລະບຽບກົດໝາຍ,ແຜນການ,ໂຄງການ,ກ່ຽວກັບການພັດ ທະນາແລະການປົກປ້ອງແມ່ຍິງ; ສອງ:ໃຫ້ຄໍາປຶກສາກ່ຽວກັບສິດແລະຜົນປະໂຫຍດຂອງແມ່ ຍິງແລະເດັກນ້ອຍ; ສາມ:ຊີ້ນໍາແລະກວດກາການຈັດຕັ້ງປະຕິບັດລະບຽບກົດ ໝາຍ,ວຽກງານຕ່າງໆກ່ຽວກັບການພັດທະນາແລະການປົກປ້ອງ ແມ່ຍິງທີ່ນອນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ສີ່:ແນະນໍາຫຼືສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂການກະ ທໍາທີ່ບໍ່ຖືກຕ້ອງແລະໃຫ້ຄໍາຕອບພາຍໃນກໍານົດສາມສິບວັນນັບແຕ່ ວັນທີ່ໄດ້ຮັບຄໍາສະເໜີເປັນຕົ້ນໄປ.ໃນກໍລະນີທີ່ບໍ່ໄດ້ຮັບການແກ້ໄຂ ຫຼືແກ້ໄຂບໍ່ເໝາະສົມນັ້ນສະຫະພັນແມ່ນຍິງຂັ້ນຂະແໜງການແລະ ທ້ອງຖິ່ນມີສິດສະເໜີຕໍ່ອົງການຂັ້ນເທິງຖັດນັ້ນພິຈາລະນາແກ້ໄຂ. ຖ້າວ່າການກະທໍານັ້ນເປັນການກະທໍາຜິດທີ່ຮ້າຍແຮງກໍ່ມີສິດສະ ເໜີໃຫ້ເຈົ້າໜ້າທີ່ຕໍາຫຼວດດໍາເນີນຄະດີຕໍ່ຜູ້ລະເມີດຕາມກົດໝາຍ. ຫ້າ:ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມ ຄອງແລະກວດກາກ່ຍວກັບການຈັດຕັ້ງປະຕິບັດການພັດທະນາແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງແລະເດັກນ້ອຍ; ຫົກ:ສະຫຼຸບຕີລາຄາແລະລາຍງານການຈັດຕັ້ງປະຕິບັດແນວ ທາງນະໂຍບາຍ,ລະບຽບກົດໝາຍກ່ຽວກັບການພັດທະນາແລະປົກ ປ້ອງແມ່ຍິງໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ; ເຈັດ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ກໍານົດໄວ້ໃນລະ ບຽບກົດໝາຍ.


..ພາກທີ7ນະໂຍບາຍຕໍ່ຜູ້ມີຜົນງານແລະນະໂຍບາຍຕໍ່ຜູ້ລະເມີດ


...ມາດຕາສີ່ສິບເຈັດ:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາສີ່ສິບເຈັດ:ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕ ິບັດ,ເຂົ້າຮ່ວມ,ຄຸ້ມຄອງ,ກວດກາການພັດທະນາ,ປົກປ້ອງສິດແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງແລະເດັກນ້ອຍ,ຊ່ວຍເຫຼືອຜູ້ ຖືກເຄາະຮ້າຍ,ສະກັດກັ້ນ,ຕ້ານການຄ້າແມ່ຍິງແລະເດັກນ້ອຍຫຼື ການໃຊ້ຄວາມຮຸນແຮງໃນຄອບຄົວລວມທັງການໃຫ້ຄໍາປຶກສາຈະ ໄດ້ຮັບການຍ້ອງຍໍແລະນະໂຍບາຍຕ່າງໆຕາມລະບຽບການ.


...ມາດຕາສີ່ສິບແປດ:ມາດຕະການຕໍ່ຜູ້ລະເມີດ

ມາດຕາສີ່ສິບແປດ:ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກປະ ຕິບັດມາດຕະການຕ່າງໆເຊັ່ນ:ມາດຕະການສຶກສາອົບຮົມຫຼືມາດຕະ ການທາງອາຍາຕາມແຕ່ກໍລະນີເບົາຫຼືໜັກລວມທັງການໃຊ້ແທນ ຄ່າເສຍຫາຍທາງແພ່ງ.


...ມາດຕາສີ່ສິບເກົ້າ:ມາດຕະການທາງອາຍາຕໍ່ການຄ້າແມ່ຍິງແລະເດັກນ້ອຍ

ມາດຕາສີ່ສິບເກົ້າ:ມາດຕະການທາງອາຍາຕໍ່ການຄ້າແມ່ຍິງ ແລະເດັກນ້ອຍ ບຸກຄົນໃດຫາກໄດ້ກະທໍາຜິດໃນສະຖານການຄ້າແມ່ຍິງ ແລະເດັກນ້ອຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບ ຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຮ້ອຍລ້ານກີບແລະ ຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບສອງຂອງ ກົດໝາຍອາຍາ. ໃນກໍລະນີທີ່ຜູ້ກະທໍາຜິດມີການຈັດຕັ້ງເປັນກຸ່ມ,ຜູ້ຖືກເຄາະ ຮ້າຍເປັນເດັກ,ຜູ້ຖືກເຄາະຮ້າຍມີຈໍານວນແຕ່ສອງຄົມຂຶ້ນໄປ,ເປັນ ຍາຍໃຫ້ຊິດຂອງຜູ້ກະທໍາຜິດ,ຜູ້ຖືກເຄາະຮ້າຍມີຈໍານວນແຕ່ສອງ ຄົນຂຶ້ນໄປ,ເປັນຍາຍໃກ້ຊິດຂອງຜູ້ກະທໍາຜິດ,ຜູ້ຖືກເຄາະຮ້າຍໄດ້ ຮັບບາດເຈັບສາຫັດ,ເສຍອົງຄະຫຼືເສຍຈິດຜູ້ກະທໍາຜິດໃນສະຖານ ການຄ້າແມ່ຍິງແລະເດັກນ້ອຍຈະຖືກລົງໂທດຕັດອິດສະລະພາບແຕ່ ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ຮ້ອຍລ້ານກີບຫາຫ້າຮ້ອຍ ລ້າຍກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບ ສອງຂອງກົດໝາຍອາຍາ. ໃນກໍລະນີທີ່ການກະທໍາຜິດຫາກໄດ້ເຮັດໃຫ້ຜູ້ຖືກເຄາະຮ້າຍ ພິການຕະຫຼອດຊີວິດ,ຕິດໂລກເອດຫຼືເສຍຊີວິດຜູ້ກະທໍາຜິດໃນສະຖານ ການຄ້າແມ່ຍິງແລະເດັກນ້ອຍຈະຖືກລົງໂທດຕັດອິດສະລະພາບຕະ ຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາພັນລ້ານກີບ ແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບສອງ ຂອງກົດໝາຍອາຍາຫຼືປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການ ກະທໍາຜິດກໍ່ຈະຖືກລົງໂທດ. ບຸກຄົນໃດຫາກໄດ້ສົມຮູ້ຮ່ວມຄິດໃນການຄ້າແມ່ຍິງແລະເດັກ ນ້ອຍຕາມທີ່ໄດ້ກໍານົດໄວ້ໃນວັກທີສາມມາດຕາຊາວສີ່ຂອງກົດໝາຍ ສະບັບນີ້ຈະຖືກລົງໂທດຕັດອິດສະລະພາບແຕ່ສີ່ປີຫາສິບປີແລະຈະຖືກ ປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບແລະຈະຖືກຮິບຊັບຕາມທີ່ ໄດ້ກໍານົດໄວ້ໃນມາດຕາສາມສິບສອງຂອງກົດໝາຍອາຍາ.


...ມາດຕາຫ້າສິບ:ມາດຕະການຕໍ່ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍໃນຄອບຄົວ

ມາດຕາຫ້າສິບ:ມາດຕະການຕໍ່ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍໃນຄອບຄົວ ບຸກຄົນໃດຫາກໄດ້ໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ນ້ອຍໃນຄອບຄົວຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບ,ສາມ ສິບເອັດ,ສາມສິບສອງຂອງກົດໝາຍສະບັບນີ້ຈະຖືກສຶກສາອົບ ຮົມແລະກ່າວເຕືອນ. ໃນກໍລະນີທີ່ການໃຊ້ຄວາມຮຸນແຮງໃນຄອບຄົວຫາກເປັນ ການກະທໍາຜິດທາງອາຍາຜູ້ກະທໍາຜິດຈະຖືກລົງໂທດຕາມກົດ ໝາຍອາຍາ.


...ມາດຕາຫ້າສິບເອັດ:ມາດຕະການທາງອາຍາຕໍ່ຜູ້ທີ່ບໍ່ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ຖືກເຄາະຮ້າຍ.

ມາດຕາຫ້າສິບເອັດ:ມາດຕະການທາງອາຍາຕໍ່ຜູ້ທີ່ບໍ່ໃຫ້ຄວາມ ຊ່ວຍເຫຼືອແກ່ຜູ້ຖືກເຄາະຮ້າຍ. ບຸກຄົນໃດຫາກບໍ່ໄດ້ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ຖືກເຄາະ ຮ້າຍຈາກການຄ້າແມ່ຍິງແລະເດັກນ້ອຍຫຼືຈາກການໃຊ້ຄວາມ ຮຸນແຮງໃນຄອບຄົວທີ່ເປັນອັນຕະລາຍຮ້າຍແຮງທັງໆທີ່ຕົນມີ ຄວາມສາມາດຊ່ວຍເຫຼືອໄດ້ຈະຖືກລົງໂທດຕາມມາດຕາແປດ ສິບຫົກຂອງກົດໝາຍອາຍາ.


...ມາດຕາຫ້າສິບສອງ:ມາດຕະການທາງແພ່ງ

ມາດຕາຫ້າສິບສອງ:ມາດຕະການທາງແພ່ງ ນອກຈາກໂທດທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບເກົ້າ,ຫ້າສິບ ແລະຫ້າສິບເອັດຂອງກົດໝາຍສະບັບນີ້ແລ້ວຜູ້ກະທໍາຜິດຍັງຈະໄດ້ ໃຊ້ແທນຄ່າເສຍຫາຍຕ່າງໆເຊັ່ນ:ຄ່າປິ່ນປົວ,ຄ່າປົວແປງຈິດໃຈ, ຄ່າປ່ວຍການ,ຄ້າເດີນທາງ,ຄ່າກິນຢູ່ພັນເຊົາແລະຄ່າເສຍຫາຍອື່ນ ໆ.


..ພາກທີ8ບົດບັນຍັດສຸດທ້າຍ


...ມາດຕາຫ້າສິບສາມ:ການຈັດຕັ້ງປະຕິບັດ

ມາດຕາຫ້າສິບສາມ:ການຈັດຕັ້ງປະຕິບັດ ມອບໃຫ້ລັດຖະບານແຫ່ງສປປລາວແລະສູນກາງສະຫະພັນ ແມ່ຍິງເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.


...ມາດຕາຫ້າສິບສີ່:ຜົນສັກສິດ

ມາດຕາຫ້າສິບສີ່:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນ ປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນ ໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ