ກົດໝາຍວ່າດ້ວຍການປ້ອງກັນແລະການກັກກັນພືດ(ສະບັບປັບປຸງ)15-11-2016

From Wikisource
Jump to navigation Jump to search

ການປ້ອງກັນແລະການກັກກັນພືດ(ສະບັບປັບປຸງ)15-11-2016

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງ,ການຕິດຕາມກວດກາວຽກງານປ້ອງກັນແລະກັກກັນພືດເພື່ອສະກັດກັ້ນການແພ່ລະບາດຂອງສັດຕູພືດຢູ່ພາຍໃນປະເທດ,ການແພ່ລະບາດຈາກພາຍນອກເຂົ້າມາສປປລາວແລະຈາກສປປລາວໄປຍັງປະເທດອື່ນແນໃສ່ຮັກສາສຸຂານາໄມພືດ,ປົກປັກຮັກສາສິ່ງແວດລ້ອມ,ຄໍ້າປະກັນສະບຽງອາຫານແລະຜະລິດເປັນສິນຄ້າໃຫ້ເພີ່ມຂຶ້ນທາງດ້ານປະລິມານແລະຄຸນນະພາບຕາມທິດກະສິກໍາສະອາດ,ສີຂຽວແລະຍືນຍົງ,ເຊື່ອມໂຍງກັບພາກພື້ນແລະສາກົນປະກອບສ່ວນເຂົ້າໃນການອໍານວຍຄວາມສະດວກທາງດ້ານການຄ້າ,ປົກປັກຮັກສາແລະພັດທະນາປະເທດຊາດ.

ມາດຕາ2(ປັບປຸງ)ການປ້ອງກັນແລະການກັກກັນພືດ ການປ້ອງກັນພືດແມ່ນການສະກັດກັ້ນ,ເຝົ້າລະວັງແລະກໍາຈັດບໍ່ໃຫ້ເກີດການລະບາດຂອງສັດຕູພືດທີ່ຈະສ້າງຄວາມເສຍຫາຍແກ່ພືດ,ສັດ,ຄົນແລະສິ່ງແວດລ້ອມ. ການກັກກັນພືດແມ່ນການຈໍາກັດບໍລິເວນຂອງພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມຢ່າງເປັນທາງການໂດຍນໍາໃຊ້ມາດຕະການສຸຂານາໄມພືດເຂົ້າໃນການກວດກາ,ທົດສອບຫຼືບໍາບັດບໍ່ໃຫ້ພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມທີ່ເຄື່ອນຍ້າຍມີການຕິດແປດຂອງສັດຕູພືດຄວບຄຸມ.

ມາດຕາ3(ປັບປຸງ)ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ພືດໝາຍເຖິງພືດທີ່ມີຊີວິດແລະຊິ້ນສ່ວນຂອງພືດເປັນຕົ້ນດອກ,ໝາກ,ເມັດ,ໃບ,ກິ່ງ,ກ້ານ,ຍອດ,ລໍາ,ຕາ,ໜໍ່,ຮາກ,ສະປໍຫຼືເຊື້ອເຫັດລາ,ແນວພັນພືດ,ເຊື້ອພັນແລະອື່ນໆທີ່ນໍາໃຊ້ເພື່ອປູກແລະຂະຫຍາຍພັນ; 2.ຜະລິດຕະພັນພືດໝາຍເຖິງພືດແລະຜະລິດຕະພັນໃດໜຶ່ງທີ່ເກີດຂຶ້ນຕາມທໍາມະຊາດຫຼືຜ່ານການປຸງແຕ່ງຊຶ່ງສາມາດສ້າງຄວາມສ່ຽງໃຫ້ສັດຕູພືດເຂົ້າມາແລະແພ່ລະບາດ; 3.ສັດຕູພືດໝາຍເຖິງພືດ,ແມງໄມ້,ສັດຫຼືເຊື້ອຈຸລິນຊີເຊັ່ນໄວຣັດ,ເຫັດລາ,ແບັກທີເຣຍ,ກາຝາກແລະເຊື້ອພະຍາດອື່ນທີ່ສ້າງຄວາມເສຍຫາຍແກ່ພືດ,ຜະລິດຕະພັນພືດແລະສິ່ງແວດລ້ອມ; 4.ສັດຕູພືດຄວບຄຸມໝາຍເຖິງສັດຕູພືດກັກກັນ,ສັດຕູພືດທີ່ບໍ່ກັກກັນແຕ່ຕ້ອງຄວບຄຸມແລະສັດຕູພືດເຝົ້າລະວັງ; 5.ສັດຕູພືດກັກກັນໝາຍເຖິງສັດຕູພືດທີ່ອາດສົ່ງຜົນກະທົບທາງດ້ານເສດຖະກິດໃສ່ພື້ນທີ່ໃດໜຶ່ງ,ສັດຕູພືດດັ່ງກາວຍັງບໍ່ທັນປາກົດມີຫຼືມີແລ້ວແຕ່ຍັງບໍ່ທັນມີການລະບາດເປັນວົງກວ້າງແລະກໍາລັງຖືກຄວບຄຸມຢ່າງເປັນທາງການ; 6.ສັດຕູພືດທີ່ບໍ່ກັກກັນແຕ່ຕ້ອງຄວບຄຸມໝາຍເຖິງສັດຕູພືດທີ່ບໍ່ກັກກັນຊຶ່ງມີໃນພືດທີ່ຈະນໍາໄປປູກແລະອາດຈະສ້າງຜົນກະທົບຕໍ່ຈຸດປະສົງການນໍາໃຊ້ພືດດັ່ງກ່າວແລະຖືກກໍານົດໃຫ້ມີການຄວບຄຸມຢ່າງເປັນທາງການ; 7.ສັດຕູພືດເຝົ້າລະວັງໝາຍເຖິງສັດຕູພືດທີ່ສ້າງຜົນກະທົບທາງດ້ານເສດຖະກິດຍ້ອນຄຸນລັກສະນະທາງດ້ານຊີວະສາດແລະມີຄວາມສ່ຽງໃນການລະບາດຊຶ່ງໄດ້ກໍານົດໃຫ້ມີການຄວບຄຸມໃນສປປລາວ; 8.ວັດຖຸຕ້ອງຄວບຄຸມໝາຍເຖິງພືດ,ຜະລິດຕະພັນພືດ,ສະຖານທີ່ເກັບມ້ຽນ,ພາຊະນະບັນຈຸແລະຫຸ້ມຫໍ່,ຕູ້ບັນຈຸ,ດິນ,ສິ່ງທີ່ມີຊີວິດ,ວັດຖຸແລະວັດສະດຸອື່ນທີ່ສາມາດນໍາສັດຕູພືດເຂົ້າມາຫຼືພາໃຫຫ້ສັດຕູພືດແພ່ລະບາດຊຶ່ງຕ້ອງໄດ້ນໍາໃຊ້ມາດຕະການສຸຂານາໄມ້ພືດ; 9.ຊຸດສິນຄ້າໝາຍເຖິງປະລິມານຂອງພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ເຄື່ອນຍ້າຍຈາກປະເທດໜຶ່ງໄປຍັງອີກປະເທດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນໃບຢັ້ງຢືນສູຂານາໄມພືດສະບັບດຽວ; 10.ການຄວບຄຸມສັດຕູພືດໝາຍເຖິງການຢັບຢັ້ງ,ການຈໍາກັດຂອບເຂດຫຼືກໍາຈັດສັດຕູພືດໃຫ້ໝົດໄປ; 11.ດ້ານກັກກັນພືດໝາຍເຖິງຈຸດຫຼືສະຖານທີ່ເຮັດວຽກເພື່ອກວດກາແລະກັກກັນພືດຂອງເຈົ້າໜ້າທີ່ກັກກັນພືດປະຈໍາຢູ່ສະໜາມບິນ,ທ່າເຮືອຫຼືຈຸດຊາຍແດນທາງບົກທີ່ກໍານົດຂຶ້ນຢ່າງເປັນທາງການສໍາລັບການນໍາເຂົ້າແລະສົ່ງອອກພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມ.ດ່ານກັກກັນພືດສ້າງຕັ້ງຂຶ້ນຢູ່ດ່ານສາກົນ,ດ່ານທ້ອງຖິ່ນແລະດ່ານປະເພນີ; 12.ການແພ່ລະບາດໝາຍເຖິງການແພ່ຂະຫຍາຍຂອງສັດຕູພືດທີ່ພົບເຫັນລວມທັງການຍ້າຍຖິ່ນຖານແລະການເພີ່ມຂຶ້ນຢ່າງໄວວາຂອງສັດຕູພືດໃນເຂດໃດໜຶ່ງ; 13.ການວິໄຈຄວາມສ່ຽງສັດຕູພືດໝາຍເຖິງຂະບວນການປະເມີນຄວາມສ່ຽງຂອງສັດຕູພືດຈາກຫຼັກຖານ,ຂໍ້ມູນທາງດ້ານຊີວະວິທະຍາ,ວິທະຍາສາດແລະເສດຖະກິດເພື່ອກໍານົດສັດຕູພືດຄວບຄຸມແລະລະກັບຄວາມເຂັ້ມງວດຂອງມາດຕະການສຸຂານາໄມພືດທີ່ຕ້ອງປະຕິບັດຕໍ່ສັດຕູພືດດັ່ງກ່າວ; 14.ສຸຂານາໄມພືດໝາຍເຖິງການເຮັດໃຫ້ພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມມີຄວາມສະອາດ,ປອດໄພຈາກສັດຕູພືດ; 15.ການປະຕິບັດດ້ານສຸຂານາໄມພືດໝາຍເຖິງການກວດກາ,ການທົດສອບ,ການເຝົ້າລະວັງ,ການບໍາບັດຫຼືການເຄື່ອນໄຫວທາງການອື່ນເພື່ອນໍາໃຊ້ມາດຕະການສຸຂານາໄມພືດ; 16.ມາດຕະການສຸຂານາໄມພືດໝາຍເຖິງລະບຽບການຫຼືວິທີການປະຕິບັດທີ່ເປັນທາງການເພື່ອສະກັດກັ້ນການເຂົ້າມາຫຼືການແພ່ລະບາດຂອງສັດຕູພືດກັກກັນຫຼືເພື່ອຈໍາກັດຜົນກະທົບທາງດ້ານເສດຖະກິດທີ່ອາດເກີດຂຶ້ນຈາກສັດຕູ່ພືດທີ່ບໍ່ກັກກັນແຕ່ຕ້ອງຄວບຄຸມຢູ່ສປປລາວ; 17.ໃບຢັ້ງຢືນສຸຂານາໄມພືດໝາຍເຖິງເອກະສານຢັ້ງຢືນທາງການໃນຮູບແບບແຈ້ຍຫຼືເອເລັກໂຕຼນິກຊຶ່ງສອດຄ່ອງຕາມແບບພິມຂອງອົງການປ້ອງກັນພືດສາກົນອອກໃຫ້ແກ່ຊຸດສິນຄ້າໃດໜຶ່ງທີ່ຖືກຕ້ອງຕາມເງື່ອນໄຂການນໍາເຂົ້າລວມທັງຊຸດສິນຄ້າທີ່ສົ່ງອອກແລະສົ່ງອອກຕໍ່; 18.ການບໍາບັດໝາຍເຖິງການທໍາລາຍ,ການຢັບຢັ້ງ,ການຄັດແຍກສັດຕູພືດອອກຫຼືການນໍາໃຊ້ວິທີການອື່ນທີ່ເປັນທາງການເພື່ອເຮັດໃຫ້ສັດຕູພືດເປັນໝັນ,ອ່ອນແອຫຼືບໍ່ຂະຫຍາຍໂຕ; 19.ພາຫະນະໝາຍເຖິງເຮືອ,ເຮືອບິນ,ລົດ,ລົດໄຟ,ຕູ້ຄອນເທນເນີ,ລໍ້ຍູ້,ສັດຫຼືສິ່ງອື່ນໆທີ່ສາມາດຂົນສົ່ງພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມຈາກສະຖານທີ່ໜຶ່ງໄປຍັງສະຖານທີ່ອື່ນ; 20.ສະຖານີກັກກັນພືດໝາຍເຖິງສະຖານທີ່ໃດໜຶ່ງທີ່ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດກໍານົດໄວ້ເພື່ອຕິດຕາມ,ກວດກາ,ຄົ້ນຄວ້າ,ທົດສອບ,ບໍາບັດ,ກັກໄວ້ຫຼືທໍາລາຍຖິ້ມພຶດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມ; 21.ການສົ່ງອອກຕໍ່ໝາຍເຖິງການນໍາເຂົ້າຊຸດສິນຄ້າຈາກປະເທດໃດໜຶ່ງແລ້ວສົ່ງອອກຕໍ່ໄປຍັງປະເທດອື່ນ,ຊຸດສິນຄ້າດັ່ງກ່າວມີການເກັບມ້ຽນ,ແຍກ,ລວມເຂົ້າກັນກັບຊຸດສິນຄ້າອື່ນຫຼືມີການປ່ຽນແປງການບັນຈະຫຸ້ມຫໍ່; 22.ການສົ່ງຜ່ານໝາຍເຖິງການນໍາສົ່ງຊຸດສິນຄ້າຜ່ານສປປລາວໄປຍັງປະເທດທີສາມຊຶ່ງບໍ່ແມ່ນການນໍາເຂົ້າແລະຊຸດສິນຄ້າດັ່ງກ່າວຈະຕ້ອງຜ່ານການປະຕິບັດມາດຕະການສຸຂານາໄມພຶດ; 23.ເຕັກນິກການປ້ອງກັນພືດແບບປະສົມປະສານໝາຍເຖິງການນໍາໃຊ້ເຕັກນິກແບບຊີວະວິທະຍາ,ການນໍາໃຊ້ແນວພັນທີ່ທົນທານຕໍ່ສັດຕູພືດ,ການນໍາໃຊ້ພູມປັນຍາຊາວບ້ານ,ການປະຕິບັດຕາມມາດຕະການການຜະລິດກະສິກໍາທີ່ດີແລະກະສິກໍາອິນຊີ; 24.ເຈົ້າຂອງພື້ນທີ່ໝາຍເຖິງເຈົ້າຂອງສວນ,ເຈົ້າຂອງຟາມ,ເຈົ້າຂອງນາ,ເຈົ້າຂອງໄຮ່,ເຈົ້າຂອງສາງແລະອື່ນໆ.

ມາດຕາ4(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບວຽກງານປ້ອງກັນພືດແລະກັກກັນພືດ ລັດສົ່ງເສີມວຽກງານປ້ອງກັນແລະກັກກັນພືດດ້ວຍການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານດັ່ງກ່າວຢ່າງມີປະສິດທິພາບແລະປະສິດທິຜົນເປັນຕົ້ນການກໍ່ສ້າງພື້ນຖານໂຄງລ່າງ,ການບໍາລຸງສ້າງບຸກຄະລາກອນ,ການຄົ້ນຄວ້າທົດລອງທາງດ້ານວິທະຍາສາດ,ເຕັກໂນໂລຊີທີ່ທັນສະໄໝ,ພັດທະນາຂໍ້ມູນຂ່າວສານ,ການພະຍາກອນສັດຕູພືດ,ການສະໜອງງົບປະມານແລະວັດຖຸເຕັກນິກ. ລັດຊຸກຍູ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດໃນການເຂົ້າຮ່ວມລົງທຶນແລະສະໜັບສະໜູນການດໍາເນີນທຸລະກິດກ່ຽວກັບການປ້ອງກັນແລະກັກກັນພືດເຊັ່ນການສ້າງເຂດປອດສັດຕູພືດ,ພັດທະນາຮູບແບບການຈັດຕັ້ງທີ່ຕິດພັນກັບການບໍລິການເຕັກນິກວິຊາການປ້ອງກັນແລະການກັກກັນພືດ,ການຟື້ນຟູການຜະລິດທີ່ໄດ້ຮັບຜົນກະທົບແລະເສຍຫາຍຈາກການລະບາດຂອງສັດຕູພືດ.

ມາດຕາ5(ປັບປຸງ)ຫຼັກການກ່ຽວກັບວຽກງານປ້ອງກັນແລະກັກກັນພືດ ວຽກງານປ້ອງກັນແລະກັກກັນພືດໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1.ຮັບປະກັນການຄຸ້ມຄອງຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດ; 2.ສົມທົບຢ່າງກົມກຽມຜົນປະໂຫຍດຂອງລັດ,ລວມໝູ່,ຄອບຄົວ,ຜູ້ປະກອບການທັງພາຍໃນແລະຕ່າງປະເທດ; 3.ຖືເປັນສໍາຄັນລະບົບນິເວດ,ຄວາມປອດໄພແລະສຸຂານາໄມຂອງພືດ,ຄົນ,ສັດເພື່ອຜົນປະໂຫຍດສູງສຸດສະເພາະໜ້າແລະຍາວນານຂອງສັງຄົມ; 4.ຖືເອົາການປ້ອງກັນແລະການກັກກັນພືດເປັນສໍາຄັນໂດຍນໍາໃຊ້ເຕັກນິກການປ້ອງກັນພືດແບບປະສົມປະສານ; 5.ສອດຄ່ອງກັບມາດຕະຖານສາກົນ,ສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ມາດຕາ6(ປັບປຸງ)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ກ່ຽວຂ້ອງກັບການຜະລິດ,ການຈໍາໜ່າຍ,ການນໍາເຂົ້າ,ການສົ່ງອອກ,ການສ່ົງອອກຕໍ່,ການສົ່ງຜ່ານ,ການຊົມໃຊ້ພືດ,ຜະລິດຕະພັນພືດ,ວັດຖຸຕ້ອງຄວບຄຸມແລະວຽກງານປ້ອງກັນແລະກັກກັນພືດໃນສປປລາວ.

ມາດຕາ7(ປັບປຸງ)ການຮ່ວມມືສາກົນ ລັດສົ່ງເສີມການພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນລວມທັງອົງການຈັດຕັ້ງສາກົນກ່ຽວກັບວຽກງານປ້ອງກັນແລະກັກກັນພືດດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ການຄົ້ນຄວ້າວິທະຍາສາດ,ເຕັກໂນໂລຊີ,ການພັດທະນາຊັບພະຍາກອນມະນຸດ,ການປະຕິບັດສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ2ການປ້ອງກັນພືດ

ມາດຕາ8(ໃໝ່)ກິດຈະການການປ້ອງກັນພືດ ກິດຈະການການປ້ອງກັນພືດມີດັ່ງນີ້: 1.ການສ້າງບັນຊີສັດຕູພືດຄວບຄຸມ; 2.ແຜນການແກ້ໄຂສຸກເສີນການແພ່ລະບາດຂອງສັດຕູພືດຄວບຄຸມ; 3.ການເຝົ້າລະວັງແລະຄວບຄຸມສັດຕູພືດ; 4.ການລາຍງານກ່ຽວກັບສັດຕູພືດ; 5.ການວິໄຈສັດຕູພືດ; 6,ການປະກາດເປັນເຂດລະບາດຂອງສັດຕູພືດຄວບຄຸມ; 7.ການນໍາໃຊ້ມາດຕະການຄວບຄຸມໃນເຂດກັກກັນພືດແລະເຂດກັນຊົນ; 8.ມາດຕະການສຸຂານາໄມພືດ; 9.ການຍົກເລີກການປະກາດເຂດລະບາດຂອງສັດຕູພືດຄວບຄຸມ; 10.ແຫຼ່ງຜະລິດປອດສັດຕູພືດ,ສະຖານທີ່ຜະລິດປອດສັດຕູພືດ,ເຂດແພ່ລະບາດຕໍ່າຂອງສັດຕູພືດແລະເຂດປອດສັດຕູພືດ; 11.ການນໍາໃຊ້ຢາປັບສັດຕູພືດແລະຊີວະພາບປາບສັດຕູພືດ; 12.ກິດຈະການການປ້ອງກັນພືດອື່ນ.

ມາດຕາ9(ໃໝ່)ການສ້າງບັນຊີສັດຕູພືດຄວບຄຸມ ກະຊວງກະສິກໍາແລະປ່າໄມ້ເປັນຜູ້ສ້າງ,ປັບປຸງແລະປະກາດບັນຊີສັດຕູພືດຄວບຄຸມບົນພື້ນຖານການປະສານສົມທົບກັບຂະແໜງການແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງແລ້ວແຈ້ງບັນຊີແລະການປ່ຽນແປງບັນຊີດັ່ງກ່າວໃຫ້ອົງການປ້ອງກັນພືດພາກພື້ນແລະສາກົນລວມທັງປະເທດຄູ່ຄ້າຕາມການຮ້ອງຂໍ. ບັນຊີສັດຕູພືດຄວບຄຸມປະກອບດ້ວຍ: 1.ບັນຊີສັດຕູພືດກັກກັນ; 2.ບັນຊີສັດຕິພືດທີ່ບໍ່ກັກກັນແຕ່ຕ້ອງຄວບຄຸມ; 3.ບັນຊີສັດຕູພືດເຝົ້າລະວັງ.

ມາດຕາ10(ໃໝ່)ແຜນການແກ້ໄຂສຸກເສີນການແພ່ລະບາດຂອງສັດຕູພືດຄວບຄຸມ ຂະແໜງການກະສິກໍາແລະປ່າໄມ້ສ້າງແຜນການແກ້ໄຂສຸກເສີນການແພ່ລະບາດຂອງສັດຕູພືດຄວບຄຸມໂດຍປະສານສົມທົບກັບຂະແໜງການອຸດສາຫະກໍາແລະການຄ້າ,ຂະແໜງການຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ,ຂະແໜງການສາທາລະນະສຸກ,ຂະແໜງການວິທະຍາສາດແລະເຕັກໂນໂລຊີ,ຂະແໜງການການເງິນ,ຂະແໜງການແຮງງານແລະສະຫວັດດີການສັງຄົມ,ຂະແໜງການປ້ອງກັນຄວາມສະຫງົບ,ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງບົນພື້ນຖານສະພາບການແລະເງື່ອນໄຂທາງດ້ານພູມສັນຖານ,ນິເວດວິທະຍາແລະເງື່ອນໄຂດ້ານສຸຂານາໄມພືດ,ເຕັກນິກການຄວບຄຸມສັດຕູພືດທີ່ເໝາະສົມໃນສະພາບແວດລ້ອມທີ່ແຕກຕ່າງກັນ,ການຜະລິດ,ການຕະຫຼາດແລະປັດໄຈອື່ນທີ່ກ່ຽວຂ້ອງ. ແຜນການແກ້ໄຂສຸກເສີນການແພ່ລະບາດຂອງສັດຕູພືດຄວບຄຸມມີເນື້ອໃນຕົ້ນຕໍດັ່ງນີ້: 1.ຂໍ້ມູນກ່ຽວກັບສັດຕູພືດທີ່ຕ້ອງຄວບຄຸມ; 2.ລະບົບການຈັດຕັ້ງທາງດ້ານການບໍລິຫານແລະວິຊາການ; 3.ມາດຕະການລວມແລະມາດຕະການສະເພາະທີ່ຕ້ອງນໍາໃຊ້; 4.ງົບປະມານ.

ມາດຕາ11(ໃໝ່)ການເຝົ້າລະວັງແລະຄວບຄຸມສັດຕູພືດ ຂະແໜງການກະສິກໍາແລະປ່າໄມ້ປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງສ້າງລະບົບຕາໜ່າງປ້ອງກັນພື້ນເພື່ອເຝົ້າລະວັງສັດຕູພືດດ້ວຍການຕິດຕາມ,ສໍາຫຼວດ,ພະຍາກອນແລະແຈ້ງເຕືອນກ່ຽວກັບສັດຕູພືດ. ເຈົ້າຂອງພື້ນທີ່ແລະເຈົ້າຂອງພືດຕ້ອງເຝົ້າລະວັງປາກົດການເກີດຂຶ້ນຂອງສັດຕູພືດໃນເບື້ອງຕົ້ນດ້ວຍການສໍາຫຼວດແລະຕິດຕາມສົມທົບກັບການຮັບຟັງຂໍ້ມູນແຈ້ງເຕືອນກ່ຽວກັບສັດຕູພືດ,ການນໍາໃຊ້ເຕັກນິກການປ້ອງກັນພືດແບບປະສົມປະສານແລະມາດຕະການຄວບຄຸມໃຫ້ທັນເວລາ.

ມາດຕາ12(ໃໝ່)ການລາຍງານກ່ຽວກັບສັດຕູພືດ ເຈົ້າຂອງພື້ນທີ່ແລະເຈົ້າຂອງພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມຫຼືບຸກຄົນອື່ນທີ່ພົບເຫັນປາກົດການການທໍາລາຍຫຼືການລະບາດຂອງສັດຕູພືດຕ້ອງລາຍງານຕໍ່ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຫຼືອົງການປົກຄອງບ້ານທີ່ກ່ຽວຂ້ອງພາຍໃນຊາວສີ່ຊົ່ວໂມງ.ໃນກໍລະນີທີ່ມີການລາຍງານຕໍ່ອົງການປົກຄອງບ້ານນັ້ນອົງການປົກຄອງດັ່ງກ່າວຕ້ອງລາຍງານຕໍ່ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດພາຍໃນເວລາຊາວສີ່ຊົ່ວໂມງ. ພາຍຫຼັງໄດ້ຮັບການລາຍງານແລ້ວອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຕ້ອງລົງກວດກາແລະເກັບກໍາຂໍ້ມູນພ້ອມທັງພິຈາລະນານໍາໃຊ້ມາດຕະການສຸຂານາໄມພືດສຸກເສີນເປັນຕົ້ນການປະຕິບັດແຜນການແກ້ໄຂສຸກເສີນການແພ່ລະບາດຂອງສັດຕູພືດຄວບຄຸມເທົ່າທີ່ຈໍາເປັນເພື່ອຄວບຄຸມຫຼືກໍາຈັດການຕິດແປດຂອງສັດຕູພືດ. ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຕ້ອງປະເມີນຄືນການປະຕິບັດມາດຕະການສຸຂານາໄມພືດສຸກເສີນພາຍໃນກໍານົດເວລາສາມສິບວັນນັບຕັ້ງແຕ່ວັນນໍາໃຊ້ມາດຕະການເພື່ອຍົກເລີກມາດຕະການດັ່ງກ່າວຫຼືປະກາດເປັນເຂດລະບາດຂອງສັດຕູພືດຄວບຄຸມຕາມທີ່ໄດ້ກໍານົດໄວ້ໃນມາດຕາ14ຂອງກົດໝາຍສະບັບນີ້.

ມາດຕາ13(ໃໝ່)ການວິໄຈສັດຕູພືດ ການວິໄຈສັດຕູພືດແມ່ນການກວດແລະຈໍາແນກສັດຕູພືດພາຍຫຼັງໄດ້ຄົ້ນຄວ້າແລະທົດລອງແລ້ວເພື່ອເປັນຂໍ້ມູນໃຫ້ແກ່ວຽກງານປ້ອງກັນແລະກັກກັນພືດ.ການວິໄຈສັດຕູພືດໃຫ້ດໍາເນີນຢູ່ຫ້ອງວິໄຈສັດຕູພືດທີ່ກຊະວງກະສິກໍາແລະປ່າໄມ້ໄດ້ຮັບຮອງເອົາ. ໃນກໍລະນີຈໍາເປັນທີ່ຕ້ອງການສົ່ງຕົວຢ່າງສັດຕູພືດໄປວິໄຈຢູ່ຕ່າງປະເທດນັ້ນຫ້ອງວິໄຈດັ່ງກ່າວຕ້ອງຖືກຮັບຮອງຈາກອົງການປ້ອງກັນພືດຂອງປະເທດດັ່ງກ່າວແລະຖືກຮັບຮູ້ຢ່າງເປັນທາງການຈາກກະຊວງກະສິກໍາແລະປ່າໄມ້ຂອງສປປລາວ. ກະຊວງກະສິກໍາແລະປ່າໄມ້ຕ້ອງສ້າງຕັ້ງຫ້ອງວິໄຈສັດຕູພືດເພື່ອສັງລວມ,ຮັກສາຕົວຢ່າງສັດຕູພືດເປັນຖານຂໍ້ມູນໃນການສ້າງບັນຊີສັດຕູພືດແຫ່ງຊາດຂອງສປປລາວ,ນອກຈາກນີ້ກະຊວງວິທະຍາສາດແລະເຕັກໂນໂລຊີ,ມະຫາວິທະຍາໄລແຫ່ງຊາດແລະອົງການອື່ນກໍ່ສາມາດສ້າງຕັ້ງຫ້ອງວິໄຈສັດຕູພືດຂຶ້ນໄດ້ເພື່ອເປັນການສຶກສາແລະຄົ້ນຄວ້າເມື່ອມີຄວາມຈໍາເປັນຕາມມາດຕະຖານທີ່ກະຊວງກະສິກໍາແລະປ່າໄມ້ກໍານົດໄວ້.

ມາດຕາ14(ປັບປຸງ)ການປະກາດເປັນເຂດລະບາດຂອງສັດຕູພືດຄວບຄຸມ ໃນກໍລະນີທີ່ອົງການຄຸ້ມຄອງວຽກງງານປ້ອງກັນແລະກັກກັນພືດໄດ້ຢັ້ງຢືນວ່າມີການລະບາດຂອງສັດຕູພືດຄວບຄຸມບົນພື້ນຖານທີ່ໄດ້ມີການປະເມີນຄວາມສ່ຽງແລະປະຕິບັດແຜນການແກ້ໄຂສຸກເສີນການແພ່ລະບາດຂອງສັດຕູພືດຄວບຄຸມຕາມທີ່ໄດ້ກໍານົດໄວ້ໃນມາດຕາ10ຂອງກົດໝາຍສະບັບນີ້ແລ້ວລັດຖະບານຫຼືອົງການປົກຄອງທ້ອງຖິ່ນຕ້ອງປະກາດເປັນເຂດລະບາດສັດຕູພືດຕາມການສະເໜີຂອງອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຂັ້ນຂອງຕົນຕາມແຕ່ລະກໍລະນີດັ່ງນີ້: 1.ຖ້າສັດຕູພືດລະບາດຫາກເກີດຂຶ້ນໃນຂອບເຂດເມືອງ,ເທດສະບານ,ນະຄອນໃດໜຶ່ງແມ່ນເຈົ້າເມືອງ,ຫົວໜ້າເທດະບານ,ເຈົ້າຄອງນະຄອນນັ້ນເປັນຜູ້ປະກາດ; 2.ຖ້າສັດຕູພືດລະບາດຫາກເກີດຂຶ້ນຫຼາຍກວ່າໜຶ່ງເມືອງ,ເທດສະບານ,ນະຄອນແຕ່ຢູ່ໃນຂອບເຂດຂອງແຂວງ,ນະຄອນຫຼວງແມ່ນເຈົ້າແຂວງ,ເຈົ້າຄອງນະຄອນຫຼວງນັ້ນເປັນຜູ້ປະກາດ; 3.ຖ້າສັດຕູພືດລະບາດຫາກເກີດຂຶ້ນຫຼາຍກວ່າໜຶ່ງແຂວງ,ນະຄອນຫຼວງແມ່ນນາຍົກລັດຖະມົນຕີເປັນຜູ້ປະກາດ. ການປະກາດເປັນເຂດລະບາດຂອງສັດຕູພືດຄວບຄຸມຕ້ອງມີເນື້ອໃນດັ່ງນີ້: 1.ຂໍ້ມູນກ່ຽວກັບຊະນິດແລະຊີວະວິທະຍາຂອງສັດຕູພືດຄວບຄຸມທີ່ລະບາດລວມທັງຄວາມເປັນອັນຕະລາຍ; 2.ຂອບເຂດພູມສັນຖານທີ່ໄດ້ຮັບຜົນກະທົບຈາກການລະບາດຂອງສັດຕູພືດຄວບຄຸມ; 3.ພັນທະແລະໜ້າທີ່ຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງໃນການເຂົ້າຮ່ວມປ້ອງກັນແລະຄວບຄຸມການລະບາດຂອງສັດຕູພືດຄວບຄຸມເຂດດັ່ງກ່າວ; 4.ມາດຕະການສຸຂານາໄມພືດທີ່ຕ້ອງນໍາໃຊ້ໃນເຂດດັ່ງກ່າວຕາມທີ່ໄດ້ກໍານົດໄວ້ໃນມາດຕາ16ຂອງກົດໝາຍສະບັບນີ້; 5.ກໍານົດເວລານໍາໃຊ້ມາດຕະການ; 6.ເຂດກັກກັນພືດແລະເຂດກັນຊົນ; 7.ເງື່ອນໄຂໃນການອອກປະກາດໃໝ່. ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຕ້ອງທົບທວນຄືນການປະກາດດັ່ງກ່າວຢ່າງຕໍ່ເນື່ອງເພື່ອກວດກາຄວາມສອດຄ່ອງແລະຕ້ອງສະເໜີໃຫ້ມີການປັບປຸງຄືນຕາມຄວາມຈໍາເປັນ.

ມາດຕາ15(ໃໝ່)ການນໍາໃຊ້ມາດຕະການຄວບຄຸມໃນເຂດກັກກັນພືດແລະເຂດກັນຊົນ ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຕ້ອງນໍາໃຊ້ມາດຕະການຄວບຄຸມໃນເຂດກັກກັນພືດແລະເຂດກັນຊົນໂດຍປະສານສົມທົບກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງດັ່ງນີ້: 1.ເຝົ້າລະວັງ,ຕິດຕາມ,ກວດກາ,ເກັບຕົວຢ່າງແລະທົດສອບຕາມຫຼັກວິຊາການເພື່ອປະເມີນສະພາບການຂອງສັດຕູພືດຄວບຄຸມນັບແຕ່ວັນອອກປະກາດຈົນເຖິງວັນຍົກເລີກເຂດດັ່ງກ່າວ; 2.ໃຫ້ຄໍາແນະນໍາແກ່ເຈົ້າຂອງພື້ນທີ່ຫຼືເຈົ້າຂອງພືດ,ສະຖານທີ່ຜະລິດພືດ,ບັນຈຸພືດຫຼືຜະລິດຕະພັນພືດທີ່ຢູ່ພາຍໃນເຂດດັ່ງກ່າວ; 3.ທົບທວນຄືນມາດຕະການຄວບຄຸມທີ່ນໍາໃຊ້ເພື່ອຮັບປະກັນໃຫ້ມາດຕະການດັ່ງກ່າວມີຄວາມເໝາະສົມກັບສະພາບຕົວຈິງ. ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຕ້ອງແຕ່ງຕັ້ງໜ່ວຍສະເພາະກິດເພື່ອປະຕິບັດມາດຕະການຄວບຄຸມດັ່ງນີ້: 1.ການເຜີຍແຜ່,ຈັດຕັ້ງປະຕິບັດແລະການກໍານົດມາດຕະການສຸຂານາໄມພືດສະເພາະຫຼືເພີ່ມເຕີມພ້ອມທັງການປະເມີນຄືນໃນແຕ່ລະໄລຍະເພື່ອຮັບປະກັນໃຫ້ມີຄວາມເໝາະສົມກັບສະພາບຄວາມເປັນຈິງ; 2.ການກໍານົດຈຸດກັກກັນຫຼືຈຸດກວດກາສະເພາະເພື່ອຕິດຕາມແລະຄວບຄຸມການເຄື່ອນຍ້າຍພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ນໍາເຂົ້າ,ສົ່ງອອກເຂດດັ່ງກ່າວພ້ອມທັງປະຕິບັດມາດຕະການສຸຂານາໄມພືດໃນຈຸດກັກກັນຫຼືຈຸດກວດກາສະເພາະນັ້ນ.

ມາດຕາ16(ໃໝ່)ມາດຕະການສຸຂານາໄມພືດ ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັ້ນພືດຕ້ອງນໍາໃຊ້ມາດຕະການສຸຂານາໄມພືດໃນພື້ນທີ່ໃດໜຶ່ງທີ່ສັດຕູພືດຄວບຄຸມລະບາດຫຼືສົງໄສຈະມີການລະບາດລວມທັງເຂດກັກກັນພືດ,ເຂດກັນຊົນ,ແຫຼ່ງຜະລິດປອດສັດຕູພືດ,ສະຖານທີ່ຜະລິດປອດສັດຕູພືດ,ເຂດປອດສັດຕູພືດແລະຂດແພ່ລະບາດຕໍ່າຂອງສັດຕູພືດຕາມແຕ່ລະກໍ່ລະນີດັ່ງນີ້: 1.ການບໍາບັດ,ການກໍາຈັດພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມສວນທັງການບໍາບັດພາຫະນະທີ່ມີຄວາມສ່ຽງຕິດແປດສັດຕູພືດເພື່ອຈໍາກັດການແພ່ລະບາດຂອງສັດຕູພືດຄວບຄຸມ,ຮັກສາເຂດປອດສັດຕູພືດຈາກສັດຕູພືດສະເພາະຫຼືຄວບຄຸມລະດັບສັດຕູພືດ; 2.ການຄວບຄຸມສັດຕູພືດໃຫ້ປະຕິບັດຕາມລະບຽບການຂອງອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດ; 3.ການບໍ່ອະນຸຍາດຫຼືການຈໍາກັດການເຄື່ອນຍ້າຍພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ຢູ່ພາຍໃນ,ນໍາເຂົ້າຫຼືສົ່ງອອກຈາກເຂດກັກກັນພືດຫຼືເຂດກັນຊົນ; 4.ການກໍານົດໃຫ້ເຈົ້າຂອງພື້ນທີ່ແລະເຈົ້າຂອງພືດປະຕິບັດມາດຕະການສຸຂານາໄມພືດສະເພາະໃດໜຶ່ງໃນພື້ນທີ່ທີ່ຕົນຮັບຜິດຊອບ; 5.ການບໍ່ອະນຸຍາດປູກພືດໃດໜຶ່ງຫຼືປູກພືດດັ່ງກ່າວຊໍ້າຄືນໃນເຂດທີ່ກໍານົດໄວ້ສະເພາະ; 6.ການນໍາໃຊ້ມາດຕະການອື່ນທີ່ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດເຫັນວ່າມີຄວາມຈໍາເປັນ. ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຕ້ອງແຈ້ງເປັນລາຍລັກອັກສອນໃຫ້ເຈົ້າຂອງພື່ນທີ່ຫຼືເຈົ້າຂອງພືດເພື່ອນໍາໃຊ້ມາດຕະການສຸຂານາໄມພືດພາຍໃນໄລຍະເວລາທີ່ກໍານົດໄວ້.ຖ້າເຈົ້າຂອງພື້ນທີ່ຫຼືເຈົ້າຂອງພືດຫາກບໍ່ປະຕິບັດຕາມມາຕະການສຸຂານາໄມພືດນັ້ນອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຕ້ອງແຕ່ງຕັ້ງເຈົ້າໜ້າທີ່ກັກກັນພືດເພື່ອປະສານສົມທົບກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງປະຕິບັດມາດຕະການສຸຂານາໄມພືດ,ໃນກໍລະນີນີ້ເຈົ້າຂອງພື້ນທີ່ຫຼືເຈົ້າຂອງພືດຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງມົດໃນການປະຕິບັດມາດຕະການດັ່ງກ່າວຕາມກົດໝາຍແລະລະບຽບການ. ໃນກໍລະນີມີຄວາມເສຍຫາຍຈາກການທໍາລາຍພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ເນື່ອງມາຈາກການປະຕິບັດມາດຕະການສຸຂານາໄມພືດນັ້ນອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຕ້ອງລາຍງານແລະສະເໜີຕໍ່ລັດຖະບານຫຼືອົງການປົກຄອງທ້ອງຖິ່ນຂັ້ນຂອງຕົນເພື່ອພິຈາລະນາຊົດເຊີຍຕາມລະບຽບການ.

ມາດຕາ17(ໃໝ່)ການຍົກເລີກການປະກາດເປັນເຂດລະບາດຂອງສັດຕູພືດຄວບຄຸມ ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຕ້ອງປະເມີນສະພາບຂອງເຂດສັດຕູພືດລະບາດຢ່າງເປັນປົກກະຕິ,ໃນກໍລະນີສັດຕູພືດຄວບຄຸມຫາກໝົດໄປຫຼືຄວາມສ່ຽງຂອງສັດຕູພືດຄວບຄຸມຢູ່ໃນລະດັບຕໍ່າຊຶ່ງບໍ່ມີຄວາມຈໍາເປັນຕ້ອງຄວບຄຸມບົນພື້ນຖານການຢັ້ງຢືນທາງດ້ານວິທະຍາສາດນັ້ນໃຫ້ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດ,ສະເໜີຕໍ່ລັດຖະບານຫຼືອົງການປົກຄອງທ້ອງຖິ່ນທີ່ອອກປະກາດນັ້ນຍົກເລີກການປະກາດຂອງຕົນລວມທັງມາດຕະການຄວບຄຸມໃນເຂດກັກກັນພືດແລະເຂດກັນຊົນ.

ມາດຕາ18(ໃໝ່)ແຫຼ່ງຜະລິດປອດສັດຕູພືດ,ສະຖານທີ່ຜະລິດປອດສັດຕູພືດ,ເຂດແພ່ລະບາດຕໍ່າຂອງສັດຕູພືດແລະເຂດປອດສັດຕູພືດ. ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດປະສານສົມທົບກັບອົງການປົກຄອງທ້ອງຖິ່ນແລະເຈົ້າຂອງພື້ນທີ່ຫຼືເຈົ້າຂອງສິດສ້າງແລະປະກາດເປັນແຫຼ່ງຜະລິດປອດສັດຕູພືດ,ສະຖານທີ່ຜະລິດປອດສັດຕູພືດ,ເຂດແພ່ລະບາດຕໍ່າຂອງສັດຕູພືດແລະເຂດປອດສັດຕູພືດຕາມເງື່ອນໄຂດັ່ງນີ້: 1.ໄດ້ມີການຢັ້ງຢືນວ່າບໍ່ມີສັດຕູພືດຄວບຄຸມ; 2.ໄດ້ນໍາໃຊ້ມາດຕະການສຸຂານາໄມພືດ; 3.ໄດ້ສ້າງລະບົບຄຸ້ມຄອງຫຼືລະບົບຕິດຕາມເພື່ອພິສູດສະພາບການປອດສັດຕູພືດຫຼືລະດັບສັດຕູພືດຢູ່ໃນລະດັບຕໍ່າ.

ມາດຕາ19(ໃໝ່)ການນໍາໃຊ້ຢາປາບສັດຕູພືດ ການນໍາໃຊ້ຢາປາບສັດຕູພືດເຂົ້າໃນວຽກງານປ້ອງກັນແລະກັກກັນພືດຕ້ອງຮັບປະກັນຄຸນນະພາບ,ປະສິດທິພາບ,ຄວາມປອດໄພຂອງຢາປາບສັດຕູພືດຕໍ່ຄົນ,ສັດ,ພືດ,ດິນ,ນໍ້າແລະສິ່ງແວດລ້ອມໂດຍປະຕິບັດຕາມຫຼັກວວິຊາການຢ່າງເຂັ້ມງວດ. ຢາປາບສັດຕູພືດທີ່ນໍາໃຊ້ເຂົ້າໃນວຽກງານປ້ອງກັນແລະກັກກັນພືດຕ້ອງຂຶ້ນທະບຽນນໍາກະຊວງກະສິກໍາແລະປ່າໄມ້.

ມາດຕາ20(ໃໝ່)ປະເພດຢາປາບສັດຕູພືດ ຢາປາບສັດຕູພືດໄດ້ຈັດແນ່ງຕາມປະເພດດັ່ງນີ້: 1.ຢາປາບສັດຕູພືດອັນຕະລາຍຮ້າຍແຮງສູງ; 2.ຢາປາບສັດຕູພືດອັນຕະລາຍຮ້າຍແຮງ; 3.ຢາປາບສັດຕູພືດອັນຕະລາຍປານກາງ; 4.ຢາປາບສັດຕູພືດອັນຕະລາຍໜ້ອຍ; 5.ຢາປາບສັດຕູພືດອັນຕະລາຍບໍ່ມີພິດກະທັນຫັນ.

ມາດຕາ21(ໃໝ່)ຢາປາບສັດຕູພືດອັນຕະລາຍຮ້າຍແຮງສູງ ຢາປາບສັດຕູພືດອັນຕະລາຍຮ້າຍແຮງສູງແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມເປັນພິດກະທັນຫັນຕໍ່ສຸຂະພາບແລະຊີວິດຂອງຕົນ,ນອກນີ້ຍັງສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມແລະຕົກຄ້າງຍາວນານຈາກຜົນໄດ້ຮັບທີ່ເຮັດໃຫ້ໜູທົດລອງຕາຍຫ້າສິບສ່ວນຮ້ອຍເມື່ອໄດ້ຮັບທາດພິດຂອງຢາປາບສັດຕູພືດເຂົ້າທາງປາກໃນປະລິມານໜ້ອຍກວ່າຫ້າມິນລິກຼາມຫຼືເຂົ້າທາງຜິວໜັງໜ້ອຍກວ່າຫ້າສິບມິນລີກຼາມຕໍ່ນໍ້າໜັກຂອງໜູໜຶ່ງກິໂລກຼາມ,ຢາປາບສັດຕູພືດປະເພດນີ້ບໍ່ອະນຸຍາດໃຫ້ຜະລິດ,ນໍາເຂົ້າ,ຈໍາໜ່າຍ,ນໍາໃຊ້ແລະຄອບຄອງ.

ມາດຕາ22(ໃໝ່)ຢາປາບສັດຕູພືດອັນຕະລາຍຮ້າຍແຮງ ຢາປາບສັດຕູພືດອັນຕະລາຍຮ້າຍແຮງແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມເປັນພິດກະທັນຫັນຕໍ່ສຸຂະພາບແລະຊີວິດຂອງຄົນ,ນອກນີ້ຍັງສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມແລະຕົກຄ້າງຍາວນານຈາກຜົນໄດ້ຮັບທີ່ເຮັດໃຫ້ໜູທົດລອງຕາຍຫ້າສິບສ່ວນຮ້ອຍເມື່ອໄດ້ຮັບທາດພິດຂອງຢາປາບສັດຕູພືດເຂົ້າທາງປາກໃນປະລິມານຫ້າຫາຫ້າສິບມິນລີກຼາມຫຼືເຂົ້າທາງຜິວໜັງໜ້ອຍກວ່າຫ້າສິບຫາສອງຮ້ອຍມິນລີກຼາມຕໍ່ນໍ້າໜັກຂອງໜູໜຶ່ງກິໂລກຼາມ,ຢາປາບສັດຕູພືດປະເພດນີ້ບໍ່ອະນຸຍາດໃຫ້ຜະລິດ,ນໍາເຂົ້າ,ຈໍາໜ່າຍ,ນໍາໃຊ້ແລະຄອບຄອງ,ຍົກເວັ້ນນໍາໃຊ້ເພື່ອການຄົ້ນຄວ້າແລະການພັດທະນາເຕັກໂນໂລຊີຂອງລັດຖະບານ,ການປ້ອງກັນແລະຄວບຄຸມສັດຕູພືດກັກກັນຫຼືພາຫະນະເຊື້ອພະຍາດແຕ່ຕ້ອງໄດ້ຂຶ້ນທະບຽນແລະຂໍອະນຸຍາດນໍາກະຊວງກະສິກໍາແລະປ່າໄມ້.

ມາດຕາ23(ໃໝ່)ຢາປາບສັດຕູພືດອັນຕະລາຍປານກາງ ຢາປາບສັດຕູພືດອັນຕະລາຍປານກາງແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມເປັນພິດຕໍ່ສຸຂະພາບແລະຊີວິດຂອງຄົນຈາກຜົນໄດ້ຮັບທີ່ເຮັດໃຫ້ໜູທົດລອງຕາຍຫ້າສິບສ່ວນຮ້ອຍເມື່ອໄດ້ຮັບທາດພິດຂອງຢາປາບສັດຕູພືດເຂົ້າທາງປາກໃນປະລິມານຫ້າຫາສອງພັນມິນລີກຼາມຫຼືເຂົ້າທາງພິວໜັງສອງຮ້ອຍຫາສອງພັນມິລິກຼາມຕໍ່ນໍ້າໜັກຂອງໜູໜຶ່ງກິໂລກຼາມ.ຢາປາບສັດຕູພືດປະເພດນີ້ສາມາດຜະລິດ,ນໍາເຂົ້າ,ຈໍາໜ່າຍ,ນໍາໃຊ້ແລະຄອບຄອງໂດຍຕ້ອງຂຶ້ນທະບຽນແລະຂໍອະນຸຍາດນໍາຂະແໜງການກະສິກໍາແລະປ່າໄມ້ແລະຕ້ອງຢູ່ພາຍໃຕ້ການຄຸ້ມຄອງຕາມລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ມາດຕາ24(ໃໝ່)ຢາປາບສັດຕູພືດອັນຕະລາຍໜ້ອຍ ຢາປາບສັດຕິພືດອັນຕະລາຍໜ້ອຍແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມເປັນພິດຕໍ່ສຸຂະພາບແລະຊີວິດຂອງອຄົນຈາກຜົນໄດ້ຮັບທີ່ເຮັດໃຫ້ໜູທົດລອງຕາຍຫ້າສິບສ່ວນຮ້ອຍເມື່ອໄດ້ຮັບທາດພິດຂອງຢາປາບສັດຕູພືດເຂົ້າທາງປາກຫຼືຜິວໜັງໃນປະລິມານຫຼາຍກວ່າສອງພັນມິນລີກຼາມຕໍ່ນໍ້າໜັກຂອງໜູໜຶ່ງກິໂລກຼາມ.ຢາປາບສັດຕູພືດປະເພດນີ້ສາມາດຜະລິດ,ນໍາເຂົ້າ,ຈໍາໜ່າຍ,ສົ່ງອອກ,ນໍາໃຊ້ແລະຄອບຄອງໂດຍຕ້ອງຂຶ້ນທະບຽນແລະຂໍອະນຸຍາດນໍາຂະແໜງການກະສິກໍາແລະປ່າໄມ້ແລະຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ມາດຕາ25(ໃໝ່)ຢາປາບສັດຕູພືດອັນຕະລາຍບໍ່ມີພິດກະທັນຫັນ ຢາປາບສັດຕູພືດອັນຕະລາຍບໍ່ມີພິດກະທັນຫັນແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມເປັນພິດຕໍ່ສຸຂະພາບແລະຊີວິດຂອງຄົນແຕ່ບໍ່ອອກລິດທັນທີຈາກຜົນໄດ້ຮັບທີ່ເຮັດໃຫ້ໜູທົດລອງຕາຍຫ້າສິບສ່ວນຮ້ອຍເມື່ອໄດ້ຮັບທາດພິດຂອງຢາປາບສັດຕູພືດເຂົ້າທາງປາກຫຼືຜິວໜັງໃນປະລິມານຫ້າພັນມິນລີກຼາຫຼືຫຼາຍກວ່າຕໍ່ນໍ້າໜັກໜູໜຶ່ງກິໂລກຼາມ.ຢາປາບສັດຕູພືດປະເພດນີ້ສາມາດຜະລິດ,ນໍາເຂົ້າ,ຈໍາໜ່າຍ,ສົ່ງອອກ,ນໍາໃຊ້ແລະຄອບຄອງໂດຍຕ້ອງຂຶ້ນທະບຽນແລະຂໍອະນຸຍາດນໍາຂະແໜງການກະສິກໍາແລະປ່າໄມ້ແລະຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ,ຍົກເວັ້ນການກະສິກໍາແລະປ່າໄມ້ແລະຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ,ຍົກເວັ້ນຢາປາບສັດຕູພືດຊີວະພາບທີ່ມີຄວາມປອດໄພຕໍ່ສຸຂະພາບຂອງຄົນ,ສັດແລະສິ່ງແວດລ້ອມບໍ່ຕ້ອງຂຶ້ນທະບຽນ,ແຕ່ຕ້ອງໄດ້ຂໍອະນຸຍາດນໍາຂະແໜງການກະສິກໍາແລະປ່າໄມ້.

ມາດຕາ26(ໃໝ່)ບັນຊີຢາປາບສັດຕູພືດ ບັນຊີຢາປາບສັດຕູພືດທີ່ອະນຸຍາດໃຫ້ນໍາໃຊ້ແລະຫ້າມນໍາໃຊ້ໃນສປປລາວແມ່ນກະຊວງກະສິກໍາແລະປ່າໄມ້ເປັນຜູ້ກໍານົດໂດຍມີການປະສານສົມທົບກັບກະຊວງທີ່ກ່ຽວຂ້ອງ. ບັນຊີຢາປາບສັດຕູພືດທີ່ອະນຸຍາດໃຫ້ນໍາໃຊ້ນັ້ນຕ້ອງມີຂໍ້ມູນກ່ຽວກັບຜູ້ຂຶ້ນທະບຽນ,ຊື່ການຄ້າ,ຊື່ສາມັນ,ສານອອກລິດແລະອັດຕາການນໍາໃຊ້,ປະເພດຢາປາບສັດຕູພືດ,ສັດຕູພືດແລະພືດເປົ້າໝາຍ,ໄລຍະເວລາໃຫ້ຢຸດນໍາໃຊ້ກ່ອນການເກັບກ່ຽວພືດ.

ມາດຕາ27(ໃໝ່)ການນໍາໃຊ້ຊີວະພາບປາບສັດຕູພືດ ການນໍາໃຊ້ຊີວະພາບປາບສັດຕູພືດເຂົ້າໃນວຽກງານປ້ອງກັນແລະກັກກັນພືດໄດ້ຮັບການສົ່ງເສີມເພື່ອຮັບປະກັນຄວາມປອດໄພແລະຫຼຸດຜ່ອນຄວາມສ່ຽງຕໍ່ສຸຂະພາບຂອງຄົນ,ສັດ,ພືດແລະສິ່ງແວດລ້ອມເປັນຕົ້ນການຄົ້ນຄວ້າແລະພັດທະນາຢາພື້ນເມືອງ,ເຊື້ອຊີວິວິທະຍາ,ການນໍາໃຊ້ພູມປັນຍາຊາວບ້ານແລະການອະນຸລັກແມງໄມ້ທີ່ເປັນປະໂຫຍດເພື່ອນໍາໃຊ້ເຂົ້າໃນການຄວບຄຸມສັດຕູພືດ.

ພາກທີ3ການກັກກັນພືດ

ມາດຕາ28(ໃໝ່)ກິດຈະການການກັກກັນພືດ ກິດຈະການການກັກກັນພືດມີດັ່ງນີ້: 1.ການນໍາເຂົ້າ; 2.ການສົ່ງອອກ; 3.ການສົ່ງຜ່ານ; 4.ການບໍາບັດ.

ໝວດທີ1ການນໍາເຂົ້າ

ມາດຕາ29(ໃໝ່)ການກໍານົດເງື່ອນໄຂການນໍາເຂົ້າພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມ ກະຊວງກະສິກໍາແລະປ່າໄມ້ເປັນຜູ້ກໍານົດເງື່ອນໄຂການນໍາເຂົ້າພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມບົນພື້ນຖານການວິໄຈຄວາມສ່ຽງສັດຕູພືດຫຼືມາດຕະຖານສາກົນດ້ານມາດຕະການສຸຂານາໄມພືດ. ການກໍານົດເງື່ອນໄຂການນໍາເຂົ້າພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມໃຫ້ປະຕິບັດດັ່ງນີ້: 1.ທົບທວນເງື່ອນໄຂການນໍາເຂົ້າດັ່ງກ່າວໃນແຕ່ລະໄລຍະ,ປັບປຸງຫຼືຍົກເລີກທັນທີໃນກໍລະນີທີ່ເງື່ອນໄຂມີການປ່ຽນແປງຫຼືມີປັດໄຈໃໝ່ດ້ານສຸຂານາໄມພືດ; 2.ເຂົ້າຮ່ວມການເຈລະນາສອງຝ່າຍຫຼືຫຼາຍຝ່າຍເພື່ອປະເມີນແລະຍອມຮັບມາດຕະການດ້ານສຸຂານາໄມພືດຊຶ່ງກັນແລະກັນລວມທັງດໍາເນີນການກວດກາກ່ອນສົ່ງອອກຢູ່ປະເທດຕົ້ນທາງ; 3.ແຈ້ງເງື່ອນໄຂໃຫ້ອົງການປ້ອງກັນພືດສາກົນແລະປະເທດສົ່ງອອກຢ່າງເປັນທາງການ; 4.ຮັບຮູ້ແຫຼ່ງຜະລິດປອດສັດຕູພືດ,ສະຖານທີ່ຜະລິດປອດສັດຕູພືດ,ເຂດແພ່ລະບາດຕໍ່າຂອງສັດຕູພືດແລະເຂດປອດສັດຕູພືດຂອງປະເທດສົ່ງອອກແລະບໍ່ເລືອກປະຕິບັດ; 5.ຈັດປະເພດສິນຄ້າສໍາລັບການນໍາເຂົ້າຕາມຄວາມສ່ຽງຂອງສັດຕູພືດເພື່ອກໍານົດວັດຖຸຄ້ອງຄວບຄຸມແລະຍົກເວັ້ນ.

ມາດຕາ30(ໃໝ່)ມາດຕະການສຸຂານາໄມພືດສໍາລັບການນໍາເຂົ້າ ເພື່ອສະກັດກັ້ນການເຂົ້າມາແລະການແພ່ລະບາດຂອງສັດຕູພືດຄວບຄຸມໃນສປປລາວນັ້ນອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຕ້ອງນໍາໃຊ້ມາດຕະການສຸຂານາໄມພືດສໍາລັບການນໍາເຂົ້າໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນເງື່ອນໄຂການນໍາເຂົ້າພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມດັ່ງນີ້: 1.ການປະຕິບັດມາດຕະການສຸຂານາໄມພືດ: 2.ການປະຕິບັດມາດຕະການສຸກເສີນ; 3.ການກໍານົດໃຫ້ພື້ນທີ່ສະເພາະໃດໜຶ່ງເປັນສະຖານທີ່ກັກກັນພືດ; 4.ການບໍ່ອະນຸຍາດໃຫ້ນໍາເຂົ້າພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມຍ້ອນບໍ່ໄດ້ປະຕິບັດມາດຕະການໃນການຈັດການຄວາມສ່ຽງສັດຕູພືດທີ່ເປັນໄປໄດ້ຫຼືບໍ່ສອດຄ່ອງກັບເງື່ອນໄຂການນໍາເຂົ້າພືດ; 5.ການປະຕິບັດມາດຕະການອື່ນທີ່ຈໍາເປັນ.

ມາດຕາ31(ປັບປຸງ)ການຂໍອະນຸຍາດນໍາເຂົ້າພືດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງນໍາເຂົ້າພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ຢູ່ໃນບັນຊີຕ້ອງຂໍອະນຸຍາດນໍາເຂົ້າໃຫ້ຍື່ນຄໍາຮ້ອງແລະເອກະສານປະກອບຕໍ່ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດ. ສໍາລັບພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມລຸ່ມນີ້ກໍ່ຕ້ອງຂໍອະນຸຍາດນໍາເຂົ້າເຊັ່ນກັນ: 1.ການນໍາເຂົ້າຈາກປະເທດທີ່ຖືກຢັ້ງຢືນຫຼືສົງໄສວ່າເປັນແຫຼ່ງຂອງສັດຕູພືດກັກກັນ; 2.ການນໍາເຂົ້າທີ່ຕ້ອງກັກກັນພາຍຫຼັງການນໍາເຂົ້າເປັນຕົ້ນແນວພັນພືດ,ແມງໄມ້ທີ່ເປັນປະໂຫຍດ,ເຊື້ອຊີວະວິທະຍາ; 3.ການນໍາເຂົ້າເພື່ອນໍາໃຊ້ຂັ້ນສຸດທ້າຍສະເພາະໃດໜຶ່ງຫຼືເພື່ອການຄົ້ນຄວ້າທົດລອງ; 4.ການນໍາເຂົ້າເພື່ອແກ້ໄຂວິກິດການດ້ານມະນຸດສະທໍາຫຼືໄພພິບັດທາງທໍາມະຊາດ; 5.ການນໍາເຂົ້າທີ່ມີຄວາມຈໍາເປັນຕ້ອງຕິດຕາມການຈະລາຈອນພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມໃນໄວລະເວລາໃດໜຶ່ງພາຍຫຼັງການນໍາເຂົ້າ. ພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ໄດ້ຮັບອະນຸຍາດນໍາເຂົ້າແລ້ວໃຫ້ນໍາເຂົ້າສປປລາວຕາມດ່ານແລະນໍາໃຊ້ໃນຂອບເຂດຕາມທີ່ໄດ້ກໍານົດໄວ້ໃນໃບອະນຸຍາດນໍາເຂົ້າ. ບັນຊີພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ຕ້ອງຂໍອະນຸຍາດນໍາເຂົ້າໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ສໍາລັບພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ບໍ່ຢູ່ໃນບັນຊີໃຫ້ປະຕິບັດຕາມເງື່ອນໄຂການນໍາເຂົ້າພືດແລະສາມາດແຈ້ງເອກະສານນໍາເຂົ້າຕໍ່ດ່ານກັກກັນພືດຕາມທີ່ໄດ້ກໍານົດໄວ້ໃນມາດຕາ25ຂອງກົດໝາຍສະບັບນີ້.

ມາດຕາ32(ໃໝ່)ການພິຈາລະນາອະນຸຍາດນໍາເຂົ້າ ພາຍຫຼັງໄດ້ຮັບຄໍາຮ້ອງແລະເອກະສານປະກອບແລ້ວອົງການຄຸ້ມຄອງວຽກງານປ້ອງກັນແລະສະກັດກັ້ນພືດຕ້ອງພິຈາລະນາຄໍາຮ້ອງເພື່ອອະນຸຍາດຫຼືປະຕິເສດພາຍໃນກໍານົດເວລາສິບວັດລັດຖະການ,ໃນກໍລະນີປະຕິເສດການອະນຸຍາດຕ້ອງແຈ້ງໃຫ້ຜູ້ຮ້ອງຂໍເປັນລາຍລັກອັກສອນພ້ອມດ້ວຍເຫດຜົນຂອງການປະຕິເສດດັ່ງກ່າວ. ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດສາມາດດັດແກ້ຫຼືຖອນໃບອະນຸຍາດນໍາເຂົ້າພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມໄດ້ທຸກເວລາ,ໃນກໍລະນີມີຂໍ້ມູນກ່ຽວກັບການລະບາດຂອງສັດຕູພືດຕ້ອງແຈ້ງເປັນລາຍລັກອັກສອນໃຫ້ຜູ້ນໍາເຂົ້າ.

ມາດຕາ33(ປັບປຸງ)ເອກະສານທີ່ຕ້ອງແຈ້ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ນໍາເຂົ້າພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມຕ້ອງແຈ້ງເອກະສານທີ່ກ່ຽວຂ້ອງຕໍ່ດ່ານກັກກັນພືດນັ້ນເຊັ່ນໃບຢັ້ງຢືນສຸຂານາໄມ້ພືດແລະເອກະສານອື່ນຕາມການກໍານົດຂອງກະຊວງກະສິກໍາແລະປ່າໄມ້ໃນແຕ່ລະໄລຍະ.

ມາດຕາ34(ປັບປຸງ)ການກວດກາການນໍາເຂົ້າ ການນໍາເຂົ້າພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມຕ້ອງຜ່ານການກວດກາຂອງເຈົ້າໜ້າທີ່ກັກກັນພືດ,ຖ້າວ່າຊຸດສິນຄ້າຫາກມີເອກະສານຄົບຖ້ວນ,ຖືກຕ້ອງແລະໄດ້ປະຕິບັດຕາມມາດຕະການສຸຂານາໄມພືດສໍາລັບການນໍາເຂົ້ານັ້ນແລ້ວຕ້ອງອອກໃບແຈ້ງຜ່ານເພື່ອແຈ້ງພາສີໃນຂັ້ນຕອນຕໍ່ໄປ. ໃນກໍລະນີຊຸດສິນຄ້າຫາກມີເອກະສານບໍ່ຄົບຖ້ວນ,ບໍ່ຖືກຕ້ອງຫຼືບໍ່ໄດ້ປະຕິບັດຕາມມາດຕະການສຸຂານາໄມພືດສໍາລັບການນໍາເຂົ້າຫຼືໄດ້ພົບເຫັນສັດຕູພືດຄວບຄຸມນັ້ນເຈົ້າໜ້າທີ່ກັກກັນພືດຕ້ອງແຈ້ງໃຫ້ຜູ້ນໍາເຂົ້າແລະປະຕິບັດຕາມມາດຕະການສຸກເສີນໃດໜຶ່ງດັ່ງນີ້: 1.ກັກພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມຈົນກວ່າຈະໄດ້ຮັບເອກະສານທີ່ຄົບຖ້ວນ,ຖືກຕ້ອງຫຼືສໍາເລັດການກວດກາ,ເກັບຕົວຢ່າງແລະການທົດສອບທີ່ຈໍາເປັນທາງດ້ານວິຊາການ; 2.ໃຫ້ຜູ້ນໍາເຂົ້າເຄື່ອນຍ້າຍພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມໄປຍັງສະຖານີກັກກັນພືດຫຼືສະຖານທີ່ອື່ນເພື່ອບໍາລັດຕາມການກໍານົດຂອງອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດໃຫ້ຜູ້ນໍາເຂົ້າດໍາເນີນການບໍາບັດພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມດັ່ງກ່າວ; 3.ໃຫ້ຜູ້ນໍາເຂົ້າຄັດເລືອກ,ແຍກປະເພດແລະສັບຊ້ອນພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມຢ່າງຖືກຕ້ອງຕາມໃບຢັ້ງຢືນສຸຂານາໄມພືດ; 4.ປະຕິເສດການນໍາເຂົ້າແລະໃຫ້ຜູ້ນໍາເຂົ້າສົ່ງກັບຄືນປະເທດຕົ້ນທາງ; 5.ທໍາລາຍຖິ້ມຫຼືປະຕິບັດມາດຕະການສຸກເສີນອື່ນ. ຄ່າໃຊ້ຈ່າຍໃນການປະຕິບັດມາດຕະການສຸຂານາໄມພືດສໍາລັບການນໍາເຂົ້າ,ການສົ່ງກັບຄືນປະເທດຕົ້ນທາງແລະການທໍາລາຍຖິ້ມໃຫ້ເປັນຄວາມຮັບຜິດຊອບຂອງຜູ້ນໍາເຂົ້າ. ໃນກໍລະນີປະຕິເສດການນໍາເຂົ້ານັ້ນເຈົ້າໜ້າທີ່ກັກກັນພືດປະຈໍາດ່ານຕ້ອງແຈ້ງເຫັດຜົນແລະໃຫ້ຂໍ້ມູນເພີ່ມເຕີມໃຫ້ແກ່ຜູ້ນໍາເຂົ້າຢ່າງເປັນລາຍລັກອັກສອນ. ເຈົ້າໜ້າທີ່ກັກກັນພືດປະຈໍາດ່ານຕ້ອງກວດກາພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມຢູ່ດ່ານກັກກັນພືດໃນໂມງລັດຖະການເທົ່ານັ້ນເວັ້ນເສຍແຕ່ກໍ່ລະນີດັ່ງນີ້: 1.ພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມເນົ້າເປື່ອຍງ່າຍ; 2.ປະລິມານການນໍາເຂົ້າມີຫຼາຍແລະບໍ່ມີສາງຫຼືສະຖານທີ່ເກັບມ້ຽນບໍ່ພຽງພໍ; 3.ມີການຄ່ຽນຖ່າຍ; 4.ມີການແຍກປ່ຽວຫຼືກັກກັນ; 5.ມີເຫດສຸດວິໄສທີ່ພາໃຫ້ການນໍາເຂົ້າຊັກຊ້າ.

ມາດຕາ35(ໃໝ່)ການນໍາເຂົ້າຜ່ານທາງໄປສະນີ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ນໍາເຂົ້າພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມຜ່ານທາງໄປສະນີຕ້ອງແຈ້ງລາຍການພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມພ້ອມດ້ວຍເອກະສານກ່ຽວຂ້ອງຕໍ່ເຈົ້າໜ້າທີ່ກ່ຽວຂ້ອງປະຈໍາຢູ່ຫ້ອງການໄປສະນີໃນເວລາຊຸດສິນຄ້າທີ່ຂົນສົ່ງມາເຖິງແລະເກັບຮັກສາໄວ້ເພື່ອປ້ອງກັນຄວາມປອດໄພຕາມຫຼັກວິຊາການ. ເຈົ້າໜ້າທີ່ກ່ຽວຂ້ອງປະຈໍາຢູ່ຫ້ອງການໄປສະນີຕ້ອງແຈ້ງໃຫ້ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດກ່ຽວກັບການມາເຖິງຂອງວັດສະດຸເພື່ອດໍາເນີນການກວດກາ.ໃນກໍລະນີພົບເຫັນສັດຕູພືດຄວບຄຸມໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້. ສໍາລັບການນໍາເຂົ້າພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມຕາມບັນຊີທີ່ຕ້ອງຂໍອະນຸຍາດນໍາເຂົ້າໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ31,32ແລະ33ຂອງກົດໝາຍສະບັບນີ້.

ມາດຕາ36(ປັບປຸງ)ການນໍາເຂົ້າຕິດຕົວແລະພາຫະນະທີ່ເດີນທາງເຂົ້າມາໃນສປປລາວ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ນໍາພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມຕິດຕົວເຂົ້າມາໃນສປປລາວຕ້ອງແຈ້ງໃຫ້ເຈົ້າໜ້າທີ່ກັກກັນພືດ,ໃນກໍລະນີບໍ່ມີເຈົ້າໜ້າທີ່ກັກກັນພືດປະຈໍາດ່ານນັ້ນໃຫ້ແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານໃນເວລາມາເຖິງດ່ານກັກກັນພືດ. ຜູ້ໃຫ້ບໍລິການປະຈໍາສາຍການບິນ,ລົດໂດຍສານ,ລົດໄຟ,ເຮືອແລະການຂົນສົ່ງໃນຮູບແບບອື່ນທີ່ເດີນທາງເຂົ້າມາສປປລາວຕ້ອງປະກາດລະບຽບການກ່ຽວກັບການແຈ້ງລາຍການພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມໃຫ້ຜູ້ໂດຍສານຫຼືຜູ້ເດີນທາງ. ພາຫະນະທີ່ເຂົ້າມາສປປລາວຕ້ອງຜ່ານການຂ້າເຊື້ອຫຼືບໍາບັດໃນກໍລະນີທີ່ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດເຫັນວ່າມີຄວາມຈໍາເປັນບົນພື້ນຖານການວິໄຈຄວາມສ່ຽງສັດຕູພືດ. ສໍາລັບການນໍາເຂົ້າພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມຕິດຕົວທີ່ຢູ່ໃນບັນຊີທີ່ຕ້ອງຂໍອະນຸຍາດນໍາເຂົ້າໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ31,32ແລະ33ຂອງກົດໝາຍສະບັບນີ້.

ມາດຕາ37(ໃໝ່)ເງື່ອນໄຂພາຍຫຼັງການນໍາເຂົ້າວັດຖຸຕ້ອງຄວບຄຸມທີ່ມີຄວາມສ່ຽງສູງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ນໍາເຂົ້າວັດຖຸຕ້ອງຄວບຄຸມທີ່ມີຄວາມສ່ຽງສູງເປັນຕົ້ນແນວພັນພືດ,ຊີວະພາບປາບສັດຕູພືດຕ້ອງຜ່ານການແຍກປ່ຽວຫຼືກັກກັນຢູ່ສະຖານນີກັກກັນພືດຂອງລັດຫຼືສະຖານທີ່ສະເພາະໃດໜຶ່ງຂອງຜູ້ປະກອບການທີ່ມີເງື່ອນໄຂຄົບຖ້ວນເພື່ອຕິດຕາມ,ກວດກາ,ຄົ້ນຄວ້າ,ທົດສອບ,ບໍາບັດ,ກັກຫຼືທໍາລາຍ. ກະຊວງກະສິກໍາແລະປ່າໄມ້ເປັນຜູ້ສ້າງຕັ້ງແລະຮັບຮອງສະຖານີກັກກັນພືດແລະສະຖານທີ່ກັກແຍກປ່ຽນພືດຕາມມາດຕະຖານແລະເງື່ອນໄຂທີ່ກໍານົດໄວ້.

ໝວດທີ2ການສົ່ງອອກ

ມາດຕາ38(ປັບປຸງ)ການສົ່ງອອກ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງສົ່ງອອກພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມໃຫ້ສະເໜີຕໍ່ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດເພື່ອປະຕິບັດມາດຕະການສຸຂານາໄມພືດຕາມເງື່ອນໄຂການນໍາເຂົ້າຂອງປະເທດປາຍທາງ.ສໍາລັບພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ບໍ່ຢູ່ໃນບັນຊີຄວບຄຸມການກັກກັນພືດຂອງປະເທດປາຍທາງໃຫ້ສົ່ງອອກຕາມລະບຽບການທີ່ກ່ຽວຂ້ອງ. ໃນກໍລະນີປະເທດປາຍທາງຫາກຫໍານົດໃຫ້ມີການສະເໜີຂໍເປີດຕະຫຼາດ,ຂຶ້ນທະບຽນດ້ານສຸຂານາໄມພືດ,ການຢັ້ງຢືນສຸຂານາໄມພືດ,ການບໍາບັດຫຼືການທົດສອບໃຫ້ຜູ້ສົ່ງອອກຮັບຜິດຊອບຄ່າໃຊ້ຈ່າຍໃນການດໍາເນີນການທີ່ກ່ຽວຂ້ອງນັ້ນ.

ມາດຕາ39(ໃໝ່)ການສົ່ງອອກຕໍ່ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງສົ່ງອອກຕໍ່ຊຸດສິນຄ້າໃຫ້ສະເໜີຕໍ່ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດເພື່ອກວດກາແລະຢັ້ງຢືນສຸຂານາໄມພືດສົ່ງອອກຕໍ່ຖ້າພົບເຫັນວ່າຊຸດສິນຄ້ານັ້ນຫາກເກີດການຕິດແປດ,ປົນເປື້ອນສັດຕູພືດ,ສຸນເສຍສະພາບຄວາມປອດໄພສຸນານາໄມພືດຫຼືມີການປ່ຽນແປງຈາກສະພາບເດີມຕ້ອງແຈ້ງເປັນລາຍລັກອັກສອນໃຫ້ຜູ້ສົ່ງອອກຕໍ່. ສໍາລັບຊຸດສິນຄ້າທີ່ບໍ່ມີຄວາມສ່ຽງສັດຕູພືດຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ໃຫ້ສົ່ງອອກຕໍ່ຕາມລະບຽບການທີ່ກ່ຽວຂ້ອງ.

ມາດຕາ40(ປັບປຸງ)ການຢັ້ງຢືນການສົ່ງອອກແລະສົ່ງອອກຕໍ່ ພາຍຫຼັງໄດ້ຮັບຄໍາຮ້ອງແລ້ວອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຕ້ອງກວດກາ,ທົດສອບແລະບໍາລັດພືດ,ຜະລິດຕະພັນພືດ,ວັດຖຸຕ້ອງຄວບຄຸມຫຼືຊຸດສິນຄ້າ.ໃນກໍລະນີທີ່ຖືກຕ້ອງຕາມເງື່ອນໄຂສຸຂານາໄມພືດຂອງປະເທດປາຍທາງນັ້ນອົງການດັ່ງກ່າວຕ້ອງຢ້ອງຢືນສຸຂານາໄມພືດສໍາລັບການສົ່ງອອກຫຼືສົ່ງອອກຕໍ່.ໃນກໍລະນີບໍ່ຖືກຕ້ອງກໍ່ຕ້ອງແຈ້ງເປັນລາຍລັກອັກສອນພ້ອມທັງແນະນໍາໃຫ້ຜູ້ສົ່ງອອກຫຼືຜູ້ສົ່ງອອກຕໍ່ເພື່ອທໍາການປັບປຸງແກ່ໄຂ. ພາຍຫຼັງໄດ້ຮັບການຢັ້ງຢືນສຸຂານາໄມພືດຜູ້ສົ່ງອອກຫຼືຜູ້ສົ່ງອອກຕໍ່ຕ້ອງປະຕິບັດຕາມການແນະນໍາຂອງອົງການຄຸ້ມຄອງວຍກງານປ້ອງກັນແລະກັກກັນພືດ. ໃນການສົ່ງອອກຕໍ່ທຸກຄັ້ງຕ້ອງມີໃບຢັ້ງຢືນສຸຂານາໄມພືດສະບັບຕົ້ນພ້ອມດ້ວຍເອກະສານທີ່ກ່ຽວຂ້ອງທັງໝົດທີ່ປະເທດຕົ້ນທາງອອກໃຫ້ຕິດຕາມໄປນໍາ.

ໝວດທີ3ການສົ່ງຜ່ານ

ມາດຕາ41(ໃໝ່)ມາດຕະການສຸຂານາໄມພືດສໍາລັບຊຸດສິນຄ້າສົ່ງຜ່ານ ກະຊວງປະສິກໍາແລະປ່າໄ້ມເປັນຜູ້ກໍານົດມາດຕະການສຸຂານາໄມ້ພືດສໍາລັບຊຸດສິນຄ້າສົ່ງຜ່ານບົນພື້ນຖານການປະເມີນຄວາມສ່ຽງ. ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດສາມາດນໍາໃຊ້ມາດຕະການສຸຂານາໄມພືດສໍາລັບຊຸດສິນຄ້າສົ່ງຜ່ານດັ່ງນີ້: 1.ປະຕິບັດດ້ານສຸຂານາໄມພືດຕໍ່ຊຸດສິນຄ້າສົ່ງຜ່ານທີ່ເຫັນວ່າມີຄວາມສ່ຽງຕໍ່ສປປລາວ; 2.ປະຕິບັດມາຕະການສຸກເສີນໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ26ວັກ2ຂອງກົດໝາຍສະບັບນີ້; 3.ບໍ່ອະນຸຍາດໃຫ້ສົ່ງຜ່ານຊຸດສິນຄ້າຍ້ອນບໍ່ມີມາດຕະການໃນການຈັດການຄວາມສ່ຽງສັດຕູພືດທີ່ເປັນໄປໄດ້ຫຼືບໍ່ສອດຄ່ອງກັບມາດຕະການສຸຂານາໄມພືດສໍາລັບການນໍາເຂົ້າຕາມທີ່ໄດ້ກໍານົດໄວ້ໃນມາດຕາ30ຂອງກົດໝາຍສະບັບນີ້. ມາດຕະການສຸຂານາໄມພືດສໍາລັບຊຸດສິນຄ້າສົ່ງຜ່ານທີ່ກໍານົດໄວ້ໃນວັກ2ຂອງມາດຕານີ້ບໍ່ໃຫ້ນໍາໃຊ້ໃນກໍລະນີມີການຫຸ້ມຫໍ່ທີ່ຮັບປະກັນຕໍ່ການເກີດຄວາມສ່ຽງໃນການລະບາດຂອງສັດຕູພືດຄວບຄຸມ,ໄດ້ປະຕິບັດຕາມເງື່ອນໄຂດ້ານສຸຂານາໄມ້ພືດຂອງປະເທດປາຍທາງແລະມີໃບຢັ້ງຢືນສຸຂານາໄມພືດທີ່ປະເທດຕົ້ນທາງອອກໃຫ້ຕິດຕາມໄປນໍາ.

ມາດຕາ42(ປັບປຸງ)ການຂໍອະນຸຍາດສົ່ງຜ່ານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງສົ່ງຊຸດສິນຄ້າຜ່ານສປປລາວໃຫ້ຍື່ນຄໍາຮ້ອງຕາມແບບພິມທີ່ກໍານົດໃຫ້ຕໍ່ດ່ານກັກກັນພືດ. ເຈົ້າໜ້າທີ່ກັກກັນພືດປະຈໍາດ່ານຕ້ອງກວດກາໃບຢັ້ງຢືນສຸຂານາໄມພືດ,ພາຫະນະແລະຊຸດສິນຄ້າເພື່ອຢັ້ງຢືນຄວາມຖືກຕ້ອງແລະຄວາມປອດໄພ. ຖ້າເຫັນວ່າຊຸດສິນຄ້າສົ່ງຜ່ານຫາກສອດຄ່ອງກັບມາະຕະການສຸຂານາໄມພືດຂອງສປປລາວຕ້ອງອະນຸຍາດໃຫ້ສົ່ງຜ່ານໃນທັນໃດ.ໃນກໍລະນີບໍ່ສອດຄ່ອງກັບມາດຕະການສຸຂານາໄມພືດຂອງສປປລາວຕ້ອງອະນຸຍາດໃຫ້ສົ່ງຜ່ານໃດທັນໃດ.ໃນກໍລະນີບໍ່ສອດຄ່ອງກັບມາດຕະການສຸຂານາໄມພືດກໍ່ໃຫ້ປະຕິເສດການສົ່ງຜ່ານພ້ອມທັງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ສົ່ງຜ່ານ. ໃນກໍລະນີມີປາກົດການຜິດປົກກະຕິຫຼືມີແຫຼ່ງຂ່າວຂໍ້ມູນຈາກພື້ນທີ່ບ່ອນມີການລະບາດຂອງສັດຕູພືດຕ້ອງກວດກາຕົວຈິງຕາມຫຼັກວິຊາການ,ກົດໝາຍແລະລະບຽບການ.ເມື່ອພົບເຫັນສັດຕູພືດຄວບຄຸມຕ້ອງປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ວັກ2ຂອງກົດໝາຍສະບັບນີ້.

ມາດຕາ43(ປັບປຸງ)ການໄຂວັດສະດຸຫຸ້ມຫໍ່ແລະການຄ່ຽນຖ່າຍ ໃນໄລຍະການສົ່ງຜ່າຍຖ້າຫາກມີການໄຂວັັດສະດຸຫຸ້ມຫໍ່ຫຼືການຄ່ຽນຖ່າຍຊຸດສິນຄ້າຈາກພາຫະນະໜຶ່ງສູ່ພາຫະນະອື່ນຕ້ອງໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ກັນກັນພືດປະຈໍາດ່ານຫຼືອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດ.

ໝວດທີ4ການບໍາບັດ

ມາດຕາ44(ໃໝ່)ການບໍາບັດ ການບໍາບັດວັດຖຸຕ້ອງຄວບຄຸມປະກອບດ້ວຍການຮົມຢາ,ການສີດຢາຂ້າເຊື້ອ,ການອົບອາຍຮ້ອນ,ການອົບກາຍເຢັນ,ການໃຊ້ອາຍນໍ້າຮ້ອນ,ການສາຍແສງລັງສີແລະວິທີອື່ນທີ່ອົງການຄຸ້ມຄອງວຽກງານປ້ອງກັານແລະກັກກັນພືດກໍານົດ. ເຈົ້າໜ້າທີ່ກັກກັນພືດປະຈໍາດ່ານເປັນຜູ້ຕົກລົງໃຫ້ນໍາໃຊ້ວິທີການບໍາບັດວັດຖຸຕ້ອງຄວບຄຸມໃດໜຶ່ງຕາມຫຼັກວິຊາການຕາມທີ່ໄດ້ກໍານົດໄວ້ໃນວັກ1ຂອງມາດຕານີ.

ມາດຕາ45(ປັບປຸງ)ການກໍາຈັດ,ຂ້າເຊື້ອແລະອະນາໄມພາຫະນະ ພາຫະນະທີ່ຂົນສົ່ງພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມເຂົ້າມາໃນສປປລາວທີ່ມີຄວາມສ່ຽງສັດຕູພືດຕາມແຈ້ງການຂອງກະຊວງກະສິກໍາແລະປ່າໄມ້ໃນແຕ່ລະໄລຍະຫຼືພາຫະນະທີ່ອອກຈາກເຂດກັກກັນພືດໃດໜຶ່ງລວມທັງສິ່ງຕົກຄ້າງຂອງພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມໃນພາຫະນະດັ່ງກ່າວຕ້ອງໄດ້ຮັບການກໍາຈົດ,ຂ້າເຊື້ອແລະອະນາໄມ.

ມາດຕາ46ອຸປະກອນແລະວັດສະດຸຫຸ້ມຫໍ່ທີ່ນໍາເຂົ້າ ອຸປະກອນແລະວັດສະດຸຫຸ້ມຫໍ່ທີ່ນໍາເຂົ້າມາໃນສປປລາວຫາກສົງໄສວ່າຕິດແປດສັດຕູພືດຕ້ອງໄດ້ຜ່ານການກວດກາຈາກເຈົ້າໜ້າທີ່ກັກກັນພືດ,ໃນກໍລະນີທີ່ພົບເຫັນສັດຕູພືດຕ້ອງທໍາການອະນາໄມແລະຂ້າເຊື້ອຕາມຫຼັກວິຊາການ.

ພາກທີ4ທຸລະກິດການປ້ອງກັນແລະການກັກກັນພືດ

ໝວດທີ1ການຂໍອະນຸຍາດດໍາເນີນທຸລະກິດແລະປະເພດທຸລະກິດ

ມາດຕາ47(ປັບປຸງການຂໍອະນຸຍາດດໍາເນີນທຸລະກິດການປ້ອງກັນແລະການກັກກັນພືດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດການປ້ອງກັນແລະການກັກກັນພືດໃຫ້ຍື່ນຄໍາຮ້ອງຂໍອະນຸຍາດທາງດ້ານວິຊາການນໍາຊະແໜງການກະສິກໍາແລະປ່າໄມ້ແລະຂໍຂຶ້ນທະບຽນວິສາຫະກິດນໍາຂະແໜງການອຸດສາຫະກໍາແລະການຄ້າຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ,ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ,ກົດໝາຍອື່ນແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ48(ປັບປຸງ)ປະເພດທຸລະກິດການປ້ອງກັນແລະການກັກກັນພືດ ປະເພດທຸລະກິດການປ້ອງກັນແລະການກັກກັນພືດມີດັ່ງນີ້: 1.ການບໍລິການວິໄຈສັດຕູພືດ; 2.ການບໍລິການການປ້ອງກັານແລະການກໍາຈັດສັດຕູພືດ; 3.ການນໍາເຂົ້າແລະຈໍາໜ່າຍແນວພັນປອດສັດຕູພືດ,ຢາປາບສັດຕູພືດ,ຊີວະພາບປາບສັດຕູພືດແລະອຸປະກອນປ້ອງກັນພືດ; 4.ການບໍລິການສຸຂານາໄມພືດສົ່ງອອກ; 5.ໂຮງຮຽນວິຊາຊີບ,ສຸນຝຶກອົບຮົມດ້ານການປ້ອງກັນແລະການກັກກັນພືດ; 6.ການໂຄສະນາກ່ຽວກັບການປ້ອງກັນແລະການກັກກັນພືດ; 7.ທຸລະກິດອື່ນກ່ຽວກັບການປ້ອງກັນແລະການກັກກັນພືດ.

ມາດຕາ49(ໃໝ່)ການບໍລິການວິໄຈສັດຕູພືດ ການບໍລິການວິໄຈສັດຕູພືດແມ່ນການດໍາເນີນທຸລະກິດກ່ຽວກັບການວິເຄາະຫາສາເຫດການຖືກທໍາລາຍ,ການຈໍາແນກແລະການວິໄຈຊະນິດສັດຕູພືດຫຼືການສຶກສາ,ການຄົ້ນຄວ້າວິທະຍາສາດກ່ຽວກັບສັດຕູພືດແລະການຄວບຄຸມສັດຕູພືດ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບການບໍລິການວິໄຈສັດຕູພືດຕ້ອງມີຫ້ອງວິໄຈສັດຕູພືດແລະປະຕິບັດຕາມມາດຕະຖານເຕັກນິກກ່ຽວກັບສະຖານທີ່ຕັ້ງ,ພື້ນຖານໂຄງລ່າງ,ນັກວິຊາການ,ເຄື່ອງມືການວິໄຈແລະລະບົບການຄຸ້ມຄອງຮັກສາຄຸນນະພາບຂອງການວິໄຈສັດຕູພືດທີ່ມີຄວາມຊັດເຈນແລະທັນກັບສະພາບການຕາມມາດຕະຖານແລະເງື່ອນໄຂທີ່ກະຊວງກະສິກໍາແລະປ່າໄມ້ກໍານົດອອກ.

ມາດຕາ50(ໃໝ່)ການບໍລິການການປ້ອງກັນແລະການກໍາຈັດສັດຕູພືດ ການບໍລິການປ້ອງກັນແລະການກໍາຈັດສັດຕູພືດແມ່ນການດໍາເນີນທຸລະກິດກ່ຽວກັບການໃຫ້ຄໍາປຶກສາດ້ານການປ້ອງກັນແລະການກໍາຈັດສັດຕູພືດ,ການກໍາຈັດສັດຕູພືດດ້ວຍການສີດຢາຂ້າເຊື້ອ,ການຮົມຢາ,ການສາຍແສງລັງສີ,ການຜະລິດແນວພັນປອດສັດຕູພືດ,ຢາປາບສັດຕູພືດແລະຊີວະພາບປາບສັດຕູພືດ. ບຸກຄົນ,ຕິນິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບການໃຫ້ບໍລິການກໍາຈັດສັດຕູພືດຕ້ອງປະຕິບັດຕາມມາດຕະຖານເຕັກນິກກ່ຽວກັບສະຖານທີ່ຕັ້ງ,ນັກວິຊາການ,ພື້ນຖານໂຄງລ່າງ,ລະບົບປອດສັດຕູພືດ,ລະບົບຮັກສາຄວາມປອດໄພແລະລະບົບການຄຸ້ມຄອງຮັກສາຄຸນນະພາບຂອງການຜະລິດຕາມມາດຕະການແລະເງື່ອນໄຂທີ່ກະຊວງກະສິກໍາແລະຜ່າໄມ້ກໍານົດອອກ.

ມາດຕາ51(ໃໝ່)ການນໍາເຂົ້າແລະຈໍາໜ່າຍແນວພັນປອດສັດຕູພືດ,ຢາປາບສັດຕູພືດ,ຊີວະພາບປາບສັດຕູພືດແລະອຸປະກອນປ້ອງກັນພືດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກບການນໍາເຂົ້າແລະຈໍາໜ່າຍແນວພັນປອດສັດຕູພືດ,ຟາປາບສັດຕູພືດ,ຊີວະພາບປາບສັດຕູພືດແລະອຸປະກອນປ້ອງກັນພືດຕ້ອງປະຕິບັດຕາມມາດຕະການເຕັກນິກກ່ຽວກັບສະຖານທີ່ຕັ້ງ,ນັກວິຊາການ,ພື້ນຖານໂຄງລ່າງ,ລະລົບຄວາມປອດໄພແລະລະບົບການຄຸ້ມຄອງຮັກສາຄົນນະາບຂອງກິດຈະການທີ່ກະຊວງກະສິກໍາແລະປ່າໄມ້ກໍານົດ.

ມາດຕາ52(ໃໝ່)ການບໍລິການສຸຂານາໄມພືດສົ່ງອອກ ການບໍລິການສຸຂານາໄມພືດສົ່ງອອກແມ່ນການດໍາເນີນທຸລະກິດກ່ຽວກັບການຈັດຕັ້ງປະຕິບັດມາດຕະການສຸຂານາໄມພືດສໍາລັບການສົ່ງອອກເພື່ອໃຫ້ສອດຄ່ອງກັບເງື່ອນໄຂການນໍາເຂົ້າຂອງປະເທດປາຍທາງ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບການບໍລິການສຸຂານາໄມ້ພືດສົ່ງອອກຕ້ອງມີນັກວິຊາການ,ລະບົບການຄວບຄຸມແລະກໍາຈັດສັດຕູພືດ,ລະບົບການບັນທຶກແລະກວດກາແຫຼ່ງຂອງພືດແລະມາດຕະການປ້ອງກັນຄວາມປອດໄພຂອງຊຸດສິນຄ້າຕາມການຢັ້ງຢືນສຸຂານາໄມພືດທີ່ກະຊວງກະສິກໍາແລະປ່າໄມ້ກໍານົດອອກໃນແຕ່ລະໄລຍະ.

ມາດຕາ53(ໃໝ່)ໂຮງຮຽນວິຊາຊີບ,ສູນຝຶກອົບຮົມດ້ານການປ້ອງກັນແລະການກັກກັນພືດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບໂຮງຮຽນວິຊາຊີບດ້ານການປ້ອງກັນແລະການກັກກັນພືດຕ້ອງປະຕິບັດຕາມລະບຽບການແລະຫຼັກສູດການຮຽນການສອນທີ່ມີການຮັບຮອງຈາກຂະແໜງການທີ່ກ່ຽວຂ້ອງເພື່ອສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດທາງດ້ານວິຊາການໃຫ້ສົມຄູ່ກັບການພັດທະນາວຽກງານປ້ອງກັນແລະກັກກັນພືດໃນແຕ່ລະໄລຍະ.

ມາດຕາ54(ໃໝ່)ການໂຄສະນາກ່ຽວກັບການປ້ອງກັນແລະການກັກກັນພືດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດການໂຄສະນາກ່ຽວກັບການປ້ອງກັນແລະການກັກກັນພືດເປັນຕົ້ນການສ້າງສາລະຄະດີ,ແຜ່ນພັບ,ປົດສະເຕີ,ຄູ່ມືວິຊາການກ່ຽວກັບການລະບາດແລະການທໍາລາຍຂອງສັດຕູພືດ,ການປ້ອງກັນພືດດ້ວຍວິທີການຕ່າງໆຕ້ອງຂໍອະນຸຍາດນໍາອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດແລະຕ້ອງຂໍອະນຸຍາດນໍາຂະແໜງການທີ່ກ່ຽວຂ້ອງ.

ໝວດທີ2ການໂຈະແລະການຍົກເລີກ

ມາດຕາ55(ໃໝ່)ການໂຈະການດໍາເນີນທຸລະກິດ ການດໍາເນີນທຸລະກິດການປ້ອງກັນແລະການກັກກັນພືດຈະຖືກໂຈະໂດຍຂະແໜງການທີ່ກ່ຽວຂ້ອງ: 1.ຕາມການສະເໜີຂອງຜູ້ດໍາເນີນທຸລະກິດໃນກໍລະນີທີ່ປະສົບບັນຫາດ້ານທຸລະກິດ; 2.ຕາມການສະເໜີຂອງອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຫຼືຕາມຄໍາເຫັນຂອງຂະແໜງການທີ່ກ່ຽວຂ້ອງໃນກໍລະນີທີ່ຜູ້ດໍາເນີນທຸລະກິດຫາກໄດ້ລະເມີດກົດໝາຍຫຼືລະບຽບການກ່ຽວກັບການປ້ອງກັນແລະກັກກັນພືດຫຼືມີພຶດຕິກໍາອື່ນທີ່ສ້າງຜົນເສຍຫາຍຕໍ່ເສດຖະກິດສັງຄົມແລະສິ່ງແວດລ້ອມ. ການໂຈະການດໍາເນີນທຸລະກິດຕ້ອງມີກໍານົດເວລາອັນແນ່ນອນເພື່ອຊອກຫາວິທີແກ້ໄຂຫຼືບັບປຸງການກ່ຽວກັບການປ້ອງກັນແລະກັກກັນພືດຫຼືມີພຶດຕິກໍາອື່ນທີ່ສ້າງຜົນເສຍຫາຍຕໍ່ເສດຖະກິດສັງຄົມແລະສິ່ງແວດລ້ອມ. ການໂຈະການດໍາເນີນທຸລະກິດຕ້ອງມີກໍານົດເວລາອັນແນ່ນອນເພື່ອຊອກຫາວິທີແກ້ໄຂຫຼືປັບປຸງໃຫ້ຄືນສູ່ສະພາບປົກກະຕິ,ໃນກໍລະນີທີ່ບໍ່ສາມາດແກ້ໄຂໄດ້ທຸລະກິດນັ້ນກໍ່ຈະຖືກຍຸບເລີກຕາມກົດໝາຍ.

ມາດຕາ56(ໃໝ່)ການຍົກເລີກການດໍາເນີນທຸລະກິດ ການດໍາເນີນທຸລະກິດການປ້ອງກັນແລະການກັກກັນພືດຈະຖືກຍົກເລີກໂດຍຂະແໜງການທີ່ກ່ຽວຂ້ອງ: 1.ຕາມການສະເໜີຂອງອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດໃນກໍລະນີທີ່ມີການລະເມີດຢ່າງຮ້າຍແຮງຫຼືບໍ່ປະຕິບັດຕາມຄໍາແນະນໍາ; 2.ເມື່ອມີການຖອນໃບອະນຸຍາດດໍາເນີນທຸລະກິດສຸຂານາໄມພືດ. ຂັ້ນຕອນການພິຈາລະນາຍົກເລີກການດໍາເນີນທຸລະກິດມີດັ່ງນີ້: 1.ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດອອກແຈ້ງການເຕືອນຜູ້ດໍາເນີນທຸລະກິດໃນກໍລະນີທີ່ເຫັນວ່າມີການດໍາເນີນຂັດກັບກົດໝາຍ,ມີຜົນກະທົບຢ່າງຮ້າຍແຮງຕໍ່ເສດຖະກິດສັງຄົມແລະສິ່ງແວດລ້ອມເພື່ອໃຫ້ແກ້ໄຂແລະປັບປຸງພາຍໃນກໍານົດເວລາທີ່ເໝາະສົມນັບແຕ່ວັນອອກແຈ້ງການເປັນຕົ້ນໄປພ້ອມທັງເຮັດບົດບັນທຶກກັບຜູ້ດໍາເນີນທຸລະກິດ; 2.ຖ້າຜູ້ດໍາເນີນທຸລະກິດຫາກບໍ່ໄດ້ແກ້ໄຂແລະປັບປຸງພາຍໃນກໍານົດເວລາດັ່ງກ່າວແລ້ວອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດກໍ່ຈະອອກແຈ້ງການເຕືອນເປັນຄັ້ງທີສອງເພື່ອໃຫ້ຜູ້ດໍາເນີນທຸລະກິດຕ້ອງແກ້ໄຂແລະປັບປຸງໃນກໍານົດເວລາອັນຄວນ; 3.ຖ້າຜູ້ດໍາເນີນທຸລະກິດຫາກຍັງບໍ່ປະຕິບັດພາຍໃນກໍານົດເວລາດັ່ງກ່າວອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຈຶ່ງອອກແຈ້ງການຍົກເລີກແລະແຈ້ງໃຫ້ສື່ມວນຊົນເພື່ອອອກຂ່າວພ້ອມທັງນໍາໃຊ້ມາດຕະການທີ່ຈໍາເປັນຕໍ່ຜູ້ດໍາເນີນທຸລະກິດຕາມກົດໝາຍ.

ພາກທີ5ສິດແລະພັນທະຂອງຜູ້ດໍາເນີນທຸລະກິດ,ເຈົ້າຂອງພື້ນທີ່ແລະເຈົ້າຂອງພືດ

ມາດຕາ57(ປັບປຸງ)ສິດແລະພັນທະຂອງຜູ້ດໍາເນີນທຸລະກິດ ຜູ້ດໍາເນີນທຸລະກິດມີສິດແລະພັນທະດັ່ງນີ້: 1.ດໍາເນີນທຸລະກິດຂອງຕົນໃຫ້ຖືກຕ້ອງຕາມການອະນຸຍາດ,ມາດຕະຖານເຕັກນິກ,ກົດໝາຍແລະລະບຽບການຢ່າງເຂັ້ມງວດ; 2.ເປັນເຈົ້າການກັກກັນ,ຄວບຄຸມ,ກໍາຈັດສັດຕູພືດ,ຂ້າເຊື້ອພະຍາດພືດພ້ອມທັງນໍາໃຊ້ທຸກວິທີການເພື່ອສະກັດກັ້ນແລະແກ້ໄຂປາກົດການທີ່ເປັນສາເຫດໃຫ້ເກີດການແພ່ລະບາດຂອງສັດຕູພືດເປັນຕົ້ນການນໍາເຂົ້າແລະການສົ່ງອອກພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມຈາກພື້ນທີ່ທີ່ມີການລະບາດຂອງສັດຕູພືດ; 3.ຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງກ່ຽວກັບການລະເມີດກົດໝາຍແລະລະບຽບການຂອງພະນັກງານແລະເຈົ້າໜ້າທີ່ກັກກັນພືດ; 4.ປະກອບສ່ວນທາງດ້ານທຶນຮອນຫຼືແຮງງານເຂົ້າໃນການພັດທະນາວຽກງານປ້ອງກັນແລະກັກກັນພືດ; 5.ເສຍຄ່າທໍານຽມ,ຄ່າບໍລິການແລະພັນທະອື່ນຕາມກົດໝາຍແລະລະບຽບການ; 6.ໄດ້ຮັບຂໍ້ມູນກ່ຽວກັບມາດຕະການສຸຂານາໄມພືດທີ່ເປັນຂໍ້ບັງຄັບຊຶ່ງອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດກໍານົດ; 7.ໃຫ້ການຮ່ວມມື,ສະໜອງຂໍ້ມູນຂ່າວສານແລະອໍານວຍຄວາມສະດວກໃຫ້ແກ່ພະນັກງານແລະເຈົ້າໜ້າທີ່ກັກກັນພືດ; 8.ແຈ້ງ,ລາຍງານສະພາບເຫດການໃນກໍລະນີທີ່ພົບເຫັນຫຼືສົງໄສວ່າມີການລະບາດຂອງສັດຕູພືດໃຫ້ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຫຼືອົງການປົກຄອງບ້ານ.

ມາດຕາ58(ປັບປຸງ)ສິດແລະພັນທະຂອງເຈົ້າຂອງພື້ນທີ່ແລະເຈົ້າຂອງພືດ ເຈົ້າຂອງພື້ນທີ່ແລະເຈົ້າຂອງພືດມີສິດແລະພັນທະຕົ້ນຕໍດັ່ງນີ້: 1.ເປັນເຈົ້າການໃນການຕິດຕາມ,ເຝົ້າລະວັງ,ກໍາຈັດແລະສະກັດກັ້ນການລະບາດຂອງສັດຕູພືດໃນພື້ນທີ່ທີ່ຕົນຮັບຜິດຊອບ; 2.ຮ້ອງທຸກຕໍ່ຂະແໜງການທີ່ກ່ຽວຂ້ອງກ່ຽວກັບການລະເມີດກົດໝາຍແລະລະບຽບການຂອງພະນັກງານ,ເຈົ້າໜ້າທີ່ກັກກັນພືດແລະຜູ້ດໍາເນີນທຸລະກິດ; 3.ລາຍງານສະພາບທີ່ເກີດການລະບາດຂອງສັດຕູພືດໃນພື້ນທີ່ທີ່ຕົນຮັບຜິດຊອບຕໍ່ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຫຼືອົງການປົກຄອງບ້ານທີ່ກ່ຽວຂ້ອງ; 4.ໃຫ້ຄວາມຮ່ວມມືແກ່ພະນັກງານແລະເຈົ້າໜ້າທີ່ກັກກັນພືດໃນການປະຕິບັດໜ້າທີ່ການປ້ອງກັນແລະກັກກັນພືດ.

ພາກທີ6ຂໍ້ຫ້າມ

ມາດຕາ59(ປັບປຸງ)ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີພືດຕິກໍາດັ່ງນີ້: 1.ນໍາເອົາພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ເປັນອັນຕະລາາຍຕໍ່ສຸຂານາໄມພືດ,ຄົນ,ສັດແລະສິ່ງແວດລ້ອມເຂົ້າມາສປປລາວ; 2.ນໍາເຂົ້າ,ສົ່ງຜ່ານ,ເຄື່ອນຍ້າຍພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດ; 3.ນໍາເຂົ້າ,ຂະຫຍາຍຫຼືມີໄວ້ໃນຄອບຄອງສັດຕູພືດຄວບຄຸມໂດຍບໍ່ໄດ້ຮັບອະນຸຍາດ; 4.ເຄື່ອນຍ້າຍພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມຈາກພື້ນທີ່ທີ່ມີການລະບາດຂອງສັດຕູພືດໄປພື້ນທີ່ອື່ນຢູ່ພາຍໃນປະເທດ; 5.ສົ່ງອອກແລະສົ່ງອອກຕໍ່ພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມທີ່ບໍ່ສອດຄ່ອງກັບລະບຽບການດ້ານສຸຂານາໄມພືດຂອງປະເທດປາຍທາງ; 6.ໃຫ້ສິນບົນ,ໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງແກ່ພະນັກງານແລະເຈົ້າໜ້າທີ່ກັກກັນພືດ,ປອມແປງເອກະສານແລະຕາປະທັບກ່ຽວກັບການປ້ອງກັນແລະກັກກັນພືດ; 7.ນາບຂູ່,ກົດໜ່ວງຖ່ວງດຶງແລະຂັດຂວາງການປະຕິບັດໜ້າທີ່ຂອງພະນັກງານແລະເຈົ້າໜ້າທີ່ກັກກັນພືດ; 8.ໂຄສະນາກ່ຽວກັບການປ້ອງກັນແລະການກັກກັນພືດເກີນຄວາມເປັນຈິງ; 9.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ60(ປັບປຸງ)ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ກັກກັນພືດ ນອກຈາກຂໍ້ຫ້າມທົ່ວໄປທີ່ໄດ້ກໍານົດໄວ້ໃນມາດຕາ59ຂອງກົດໝາຍສະບັບນີ້ຫ້າມພະນັກງານແລະເຈົ້າໜ້າທີ່ກັກກັນພືດມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ສິດ,ໜ້າທີ່ແລະຕໍາແໜ່ງ,ໃຊ້ຄວາມຮຸນແຮງ,ບັງຄັບ,ນາບຂູ່,ກົດໜ່ວງຖ່ວງດຶງຫຼືຮັບສິນບົນຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືບຸກຄົນ; 2.ເປີດເຜີຍຄວາມລັບຂອງລັດຫຼືທາງລັດຖະການ; 3.ປອມແປງເອກະສານຫຼືອອກເອກະສານທີ່ບໍ່ຖືກຕ້ອງຕາມລະບຽບການ; 4.ຂາດຄວາມຮັບຜິດຊອບຫຼືປະຕິບັດໜ້າທີ່ດ້ວຍຄວາມປະໝາດທີ່ກໍ່ໃຫ້ເກີດຄວາມເສຍຫາຍ; 5.ເມີນເສີຍຕໍ່ລະບຽບການ,ຫຼັກການໃນການກວດກາພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມ,ແກ້ໄຂວຽກງານໂດຍບໍ່ຖືກຕ້ອງຕາມມາດຕະຖານເຕັກນິກ; 6.ເພີ່ມຫຼືລຸດອັດຕາຄ່າທໍານຽມ,ຄ່າບໍລິການວິຊາການຫຼືນໍາໃຊ້ລາຍຮັບຈາກວຽກງານປ້ອງກັນແລະກັກກັນພືດຕາມລໍາພັງໃຈ; 7.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ພາກທີ7ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ61(ປັບປຸງ)ຮູບການແກ້ໄຂຂໍ້ຂັດແຍ່ງ ຂໍ້ຂັດແຍ່ງກ່ຽວກັບວຽກງານປ້ອງກັນແລະກັກກັນພືດສາມາດແກ້ໄຂດ້ວຍຮູບການໃດໜຶ່ງດັ່ງນີ້: 1.ການປະນີປະນອມຫຼືການໄກ່ເກ່ຍ; 2.ການແກ້ໄຂທາງດ້ານບໍລິຫານ; 3.ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4.ການຕັດສິນຂອງສານປະຊາຊົນ; 5.ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.

ມາດຕາ62(ໃໝ່)ການປະນີປະນອມຫຼືການໄກ່ເກ່ຍ ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບວຽກງານປ້ອງກັນແລະກັກກັນພືດເກີດຂຶ້ນຄູ່ກໍລະນີສາມາດປຶກສາຫາລື,ເຈລະນາ,ປະນີປະນອມຫຼືໄກ່ເກ່ຍກັນ.

ມາດຕາ63(ໃໝ່)ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບວຽກງານປ້ອງກັນແລະກັກກັນພືດເກີດຂຶ້ນຄູ່ກໍລະນີມີສິດສະເໜີຕໍ່ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຫຼືຂະແໜງການອື່ນທີ່ກ່ຽວຂ້ອງເພື່ອພິຈາລະນາແກ້ໄຂຕາມກົດໝາຍແລະລະບຽບການ.

ມາດຕາ64(ໃໝ່)ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນກໍລະນີທີ່ມີຂໍ້ຂັດແຍ່ງຈາກການດໍາເນີນທຸລະກິດກ່ຽວກັບວຽກງານປ້ອງກັນແລະກັກກັນພືດເກີດຂຶ້ນຄູ່ກໍລະນີມີສິດສະເໜີໃຫ້ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດພິຈາລະນາແກ້ໄຂຕາມກົດໝາຍແລະລະບຽບການ.

ມາດຕາ65(ໃໝ່)ການຕັດສິນຂອງສານປະຊາຊົນ ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບວຽກງານປ້ອງກັນແລະກັກກັນພືດຄູ່ກໍ່ລະນີຝ່າຍໃດຝ່າຍໜື່ງມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມກົດໝາຍແລະລະບຽບການ.

ມາດຕາ66(ປັບປຸງ)ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ໃນກໍລະນີທີ່ມີຂໍ້ຂັດແຍ່ງທີ່ມີລັກສະນະສາກົນກ່ຽວກັບການດໍາເນີນທຸລະກິດປ້ອງກັນແລະກັກກັນພືດເກີດຂຶ້ນນັ້ນຄູ່ກໍລະນີສາມາດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງພາຍໃນ,ຕ່າງປະເທດຫຼືສາກົນຕາມການຕົກລົງກັນຫຼືໃຫ້ປະຕິບັດຕາມສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ3ການຄ້ມຄອງແລະກວດກາວຽກງານປ້ອງກັນແລະກັກກັນພືດ

ໝວດທີ1ການຄຸ້ມຄອງແລະກວດກາວຽກງານປ້ອງກັນແລະກັກກັນພືດ

ໝວດທີ1ການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດ

ມາດຕາ67(ປັບປຸງ)ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດ ລັດຖະບານຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງກະສິກໍາແລະປ່າໄມ້ເປັນເຈົ້າການຮັບຜິດຊອບໂດຍກົງແລະປະສານສົທົບກັບກະຊວງອື່ນເປັນຕົ້ນກະຊວງອຸດສາຫະກໍາແລະການຄ້າ,ກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ,ກະຊວງສາທາລະນະສຸກ,ກະຊວງໄປສະນີໂທລະຄົມມະນາຄົມແລະການສື່ສານ,ກະຊວງໂຍທາທິການແລະຂົນສົ່ງ,ກະຊວງວິທະຍາສາດແລະເຕັກໂນໂລຊີ,ກະຊວງການເງິນ,ກະຊວງແຮງງານແລະສະຫວັດດີການສັງຄົມ,ກະຊວງປ້ອງກັນຄວາມສະຫງົບແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດປະກອບດ້ວຍ: 1.ກະຊວງກະສິກໍາແລະປ່າໄມ້; 2.ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຫຼວງ; 3.ຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ,ນະຄອນ; 4.ຈຸງານກະສິກໍາແລະປ່າໄມ້ບ້ານຂອງໜ່ວຍງານເສດຖະກິດການເງິນບ້ານ; 5.ດ້ານກັກກັນພືດ.

ມາດຕາ68(ປັບປຸງ)ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້ ໃນການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດກະຊວງກະສິກໍາແລະປ່າໄມ້ມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າສ້າງນະໂຍບາຍ,ແຜນຍຸດທະສາດແລະກົດໝາຍກ່ຽວກັບວຽກງານປ້ອງກັນແລະກັກກັນພືດເພື່ອສະເໜີລັດຖະບານພິຈາລະນາ; 2.ຜັນຂະຫຍາຍນະຖຍບາຍ,ແຜນຍຸດທະສາດແລະກົດໝາຍກ່ຽວກັບວຽກງານປ້ອງກັນແລະກັກກັນພືດເປັນແຜນການ,ແຜນງານ,ໂຄງການແລະລະບຽບການລະອຽດ; 3.ອອກຂໍ້ຕົກລົງ,ຄໍາສັ່ງແລະຄໍາແນະນໍາກ່ຽວກັບວຽກງານປ້ອງກັນແລະກັກກັນພືດ; 4.ໂຄສະນາ,ເຜີຍແຜ່ນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການລວມທັງຂໍ້ມູນຂ່າວສານກ່ຽວກັບວຽກງານປ້ອງກັນແລະກັກກັນພືດຢ່າງກວ້າງຂວາງແລະທົ່ວເຖິງ; 5.ຊີ້ນໍາ,ຕິດຕາມແລະປະເມີນການຈັດຕັ້ງປະຕິບັດວຽກງານປ້ອງກັນແລະກັກກັນພືດຂອງຂະແໜງການສາຍຕັ້ງໃນຂອບເຂດທົ່ວປະເທດ; 6.ສ້າງ,ບໍາລຸງ,ຍົກລະດັບ,ຄຸ້ມຄອງແລະນໍາໃຊ້ບຸກຄະລາກອນກ່ຽວກັບວຽກງານປ້ອງກັນແລະກັກກັນພືດ; 7.ແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງເຈົ້າໜ້າທີ່ກັກກັນພືດປະຈໍາດ່ານສາກົນໃນຂອບເຂດທົ່ວປະເທດໂດຍມີການປະສານສົມທົບກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ; 8.ສ້າງ,ພັດທະນາແລະຄຸ້ມຄອງດ່ານກັກກັນພືດສາກົນ,ຫ້ອງວິໄຈສັດຕູພືດແລະສະຖານີກັກກັນພືດແລະອະນຸຍາດສ້າງຕັ້ງຫ້ອງວິໄຈສັດຕູພືດໂດຍມີການປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ; 9.ດໍາເນີນການວິໄຈຄວາມສ່ຽງຂອງສັດຕູພືດ,ພະຍາກອນການເກີດຂຶ້ນຂອງສັດຕູພືດຄວບຄຸມ,ສ້າງບັນຊີສັດຕູພືດຄວບຄຸມ,ສ້າງບັນຊີວັດຖຸຕ້ອງຄວບຄຸມ,ບັນຊີທີ່ຕ້ອງຂໍອະນຸຍາດນໍາເຂົ້າ,ຂຶ້ນທະບຽນເຂດປອດສັດຕູພືດແລະເຂດແພ່ລະບາດຕໍ່າຂອງສັດຕູພືດ,ສ້າງແຜນການແກ້ໄຂສຸກເສີນການແພ່ລະບາດຂອງສັດຕູພືດຄວບຄຸມແລະກໍານົດມາດຕະການສຸຂານາໄມພືດເພື່ອແກ້ໄຂບັນຫາການລະບາດຂອງສັດຕູພືດໃນຂອບເຂດທົ່ວປະເທດ; 10.ຄົ້ນຄວ້າແລະນໍາສະເໜີຕໍ່ລັດຖະບານກ່ຽວກັບການປະກາດເຂດລະບາດຂອງສັດຕູພືດ; 11.ສ້າງແລະພັດທະນາລະບົບຖານຂໍ້ມູນແລະການລາຍງານກ່ຽວກັບວຽກງານປ້ອງກັນແລະກັກກັນພືດ; 12.ຄຸ້ມຄອງ,ອອກ,ໂຈະແລະຖອນໃບອະນຸຍາດນໍາເຂົ້າພືດ,ໃບຢັ້ງຢືນສຸຂານາໄມພືດ,ໃບອະນຸຍາດດໍາເນີນທຸລະກິດການປ້ອງກັນແລະກັກກັນພືດແລະເອກະສານອື່ນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 13.ຂຶ້ນທະບຽນຢາປາບສັດຕູພືດ,ຊີວະພາບປາບສັດຕູພືດແລະອຸປະກອນປ້ອງກັນພືດ; 14.ຮັບແລະພິຈາລະນາແກ້ໄຂຄໍາສະເໜີກ່ຽວກັບວຽກງານປ້ອງກັນແລະກັກກັນພືດ; 15.ພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາກົນກ່ຽວກັບວຽກງານປ້ອງກັນແລະກັກກັນພືດລວມທັງສ້າງຈຸດປະສານງານແຫ່ງຊາດໃນການຈັດຕັ້ງປະຕິບັດສົນທິສັນຍາປ້ອງກັນພືດສາກົນ; 16.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນແລະກັກກັນພືດໃຫ້ລັດຖະບານຢ່າງເປັນປົກກະຕິ; 17.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ69(ປັບປຸງ)ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຫຼວງ ໃນການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຫຼວງມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຜົນຂະຫຍາຍນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານປ້ອງກັນແລະກັກກັນພືດແລະຈັດຕັ້ງປະຕິບັດ; 2.ໂຄສະນາ,ເຜີຍແຜ່ກົດໝາຍ,ລະບຽບການແລະຂໍ້ມູນຂ່າວສານກ່ຽວກັບວຽກງານປ້ອງກັນແລະກັກກັນພືດໃຫ້ປະຊາຊົນແລະທຸກພາກສ່ວນເຂົ້າໃຈແລະເຂົ້າຮ່ວມໃນການຈັດຕັ້ງປະຕິບັດ; 3.ຄົ້ນຄວ້າແລະສະເໜີເຈົ້າແຂວງ,ເຈົ້າຄອງນະຄອນຫຼວງພິຈາລະນາອອກຂໍ້ຕົກລົງ,ຄໍາສັ່ງແລະຄໍາແນະນໍາກ່ຽວກັບວຽກງານປ້ອງກັນແລະກັກກັນພືດ; 4.ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດວຽກງານປ້ອງກັນແລະກັກກັນພືດຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ,ນະຄອນ; 5.ຊຸກຍູ້ແລະຕິດຕາມການເຄື່ອນໄຫວວຽກງານຂອງດ່ານກັກກັນພືດສາກົນ,ດ່ານກັກກັນພືດປະເພນີ,ສະຖານີກັກກັນພືດແລະເຈົ້າໜ້າທີ່ກັກກັນພືດ; 6.ສະເໜີສ້າງ,ບໍາລຸງ,ຍົກລະດັບພະນັກງານແລະເຈົ້າໜ້າທີ່ກັກກັນພືດ; 7.ສ້າງ,ພັດທະນາແລະຄຸ້ມຄອງດ່ານກັກກັນພືດທ້ອງຖິ່ນ,ຫ້ອງວິໄຈສັດຕູພືດແລະສະຖານີກັກກັນພືດໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ; 8.ສ້າງຕາໜ່າງປ້ອງກັນພືດລົງສູ່ຂັ້ນເມືອງແລະບ້ານ,ພະຍາກອນການເກີດຂຶ້ນຂອງສັດຕູພືດຄວບຄຸມ,ອອກແຈ້ງເຕືອນການລະບາດແລະສ້າງຕັ້ງໜ່ວຍບໍລິການປ້ອງກັນແລະກັກກັນພືດເຄື່ອນທີ່ສຸກເສີນ,ກໍານົດເຂດແລະນໍາໃຊ້ມາດຕະການຄວບຄຸມການລະບາດຂອງສັດຕູພືດແລະຄຸ້ມຄອງການກັກແຍກປ່ຽນພືດ; 9.ສ້າງແຜນການແກ້ໄຂສຸກເສີນການແຜ່ລະບາດຂອງສັດຕູພືດຄວບຄຸມແລະກໍານົດມາດຕະການສຸຂານາໄມພືດເພື່ອແກ້ໄຂບັນຫາການລະບາດຂອງສັດຕູພືດ; 10.ຄົ້ນຄວ້າແລະນໍາສະເໜີເຈົ້າແຂວງ,ເຈົ້າຄອງນະຄອນຫຼວງກ່ຽວກັບການປະກາດເຂດລະບາດຂອງສັດຕູພືດ; 11.ຄຸ້ມຄອງ,ຕິດຕາມການນໍາໃຊ້ຢາປາບສັດຕູພືດ,ຊີວະພາບປາບສັດຕູພືດແລະອຸປະກອນປ້ອງກັນພືດ; 12.ສ້າງແລະພັດທະນາຖານຂໍ້ມູນສັດຕູພືດໃຫ້ເຊື່ອມໂຍງກັບສູນກາງ,ທົດສອບແລະເຜີຍແຜ່ເຕັກນິກ,ວິທີການປ້ອງກັນແລະກັກກັນພືດທີ່ແທດເໝາະກັບສະພາບເງື່ອນໄຂຂອງທ້ອງຖິ່ນຕົນ; 13.ອອກແລະຖອນໃບອະນຸຍາດນໍາເຂົ້າພືດ,ໃບຢັ້ງຢືນສຸຂານາໄມພືດ,ໃບອະນຸຍາດດໍາເນີນທຸລະກິດປ້ອງກັນແລະກັກກັນພືດແລະເອກະສານອື່ນຕາມການມອບໝາຍຂອງກະຊວງກະສິກໍາແລະປ່າໄມ້; 14.ຮັບແລະພິຈາລະນາແກ້ໄຂຄໍາສະເໜີກ່ຽວກັບວຽກງານປ້ອງກັນແລະກັກກັນພືດ; 15.ປະສານສົມທົບກັບພະແນຫການແລະພາກສ່ວນອື່ນທີ່ກ່ຽວຂ້ອງຂອງແຂວງ,ນະຄອນຫຼວງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນແລະກັກກັນພືດ; 16.ພົວພັນຮ່ວມມືກັບຕ່າງປະເທດຕາມການມອບໝາຍຂອງຂັ້ນເທິງ; 17.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນແລະກັກກັນພືດໃຫ້ກະຊວງກະສິກໍາແລະປ່າໄມ້ແລະອົງການປົກຄອງແຂວງ,ນະຄອນຫຼວງຢ່າງເປັນປົກກະຕິ; 18.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ70(ປັບປຸງ)ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະຜ່າໄມ້ເມືອງ,ເທດສະບານ,ນະຄອນ ໃນການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານປ້ອງກັນແລະກັກກັນພືດ; 2.ເຜີຍແຜ່ກົດໝາຍ,ລະບຽບການແລະຂໍ້ມູນຂ່າວສານກ່ຽວກັບວຽກງານປ້ອງກັນແລະກັກກັນພືດໃຫ້ປະຊາຊົນແລະທຸກພາກສ່ວນເຂົ້າໃຈແລະເຂົ້າຮ່ວມໃນການຈັດຕັ້ງປະຕິບັດ; 3.ຄົ້ນຄວ້າແລະສະເໜີເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນໃຫ້ພິຈາລະນາອອກຂໍ້ຕົກລົງ,ຄໍາສັ່ງແລະຄໍາແນະນໍາກ່ຽວກັບວຽກງານປ້ອງກັນແລະກັກກັນພືດ; 4.ຊຸກຍູ້,ນໍາພາ,ຝຶກອົບຮົມເຕັກນິກການນໍາໃຊ້ຢາປາບສັດຕູພືດ,ຊີວະພາບປາບສັດຕູພືດແລະອຸປະກອນປ້ອງກັນພືດ; 5.ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດວຽກງານປ້ອງກັນແລະກັກກັນພືດຂອງໜ່ວຍງານເສດຖະກິດການເງິນບ້ານ; 6.ຊຸກຍູ້ແລະຕິດຕາມການເຄື່ອນໄຫວວຽກງານຂອງດ້ານກັກກັນພືດ,ເຈົ້າໜ້າທີ່ກັກກັນພືດແລະການດໍາເນີນທຸລະກິດການປ້ອງກັນແລະກັກກັນພືດ; 7.ສ້າງ,ພັດທະນາແລະຄຸ້ມຄອງດ່ານກັກກັນພືດປະເພນີໂດຍປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ; 8.ສະເໜີສ້າງ,ບໍາລຸງ,ຍົກລະດັບພະນັກງານແລະເຈົ້າໜ້າທີ່ກັກກັນພືດ; 9,ສ້າງແຜນການແກ້ໄຂສຸກເສີນການແພ່ລະບາດຂອງສັດຕູພືດຄວບຄຸມແລະກໍານົດມາດຕະການສຸຂານາໄມພືດເພື່ອແກ້ໄຂບັນຫາການລະບາດຂອງສັດຕູພືດ; 10.ຄົ້ນຄວ້າແລະນໍາສະເໜີເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນກ່ຽວກັບການປະກາດເຂດລະບາດຂອງສັດຕູພືດ; 11.ເກັບກໍາຂໍ້ມູນ,ຕິດຕາມ,ເຝົ້າລະວັງແລະແຈ້ງເຕືອນການເກີດຂຶ້ນຂອງສັດຕູພືດຄວບຄຸບ,ຄົ້ນຄວ້າກໍານົດເຂດຄວບຄຸມແລະນໍາໃຊ້ມາດຕະການຄວບຄຸມສັດຕູພືດລະບາດ; 12.ສະໜອງການບໍລິການກ່ຽວກັບການວິເຄາະຫາສາເຫດການທໍາລາຍຂອງສັດຕູພືດແລະໃຫ້ຄໍາແນະນໍາກ່ຽວກັບການປ້ອງກັນແລະກັກກັນພືດ,ຄຸ້ມຄອງການນໍາໃຊ້ຢາປາບສັດຕູພືດ,ຊີວະພາບປາບັດຕູພືດ,ອຸປະກອນປ້ອງກັນພືດແລເຂົ້າຮ່ວມໜ່ວຍບໍລິການປ້ອງກັນແລະກັກກັນພືດເຄື່ອນທີ່ສຸກເສີນ; 13.ຮັບແລະພິຈາລະນາແກ້ໄຂຄໍາສະເໜີກ່ຽວກັບວຽກງານປ້ອງກັນແລະກັກກັນພືດ; 14.ປະສານສົມທົບກັບຫ້ອງການແລະພາກສ່ວນອື່ນທີ່ກ່ຽວຂ້ອງຂອງເມືອງ,ເທດສະບານ,ນະຄອນໃນການຈັດຕັ້ງປະຕິບັດວຽກງານປ້ອງກັນແລະກັກກັນພືດ; 15.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຍກງານປ້ອງກັນແລະກັກກັນພືດໃຫ້ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຫຼວງແລະອົງການປົກຄອງເມືອງ,ເທດສະບານ,ນະຄອນຢ່າງເປັນປົກກະຕິ; 16.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຍບການ.

ມາດຕາ71(ໃໝ່)ສິດແລະໜ້າທີ່ຂອງຈຸງານກະສິກໍາແລະປ່າໄມ້ບ້ານຂອງໜ່ວຍງານເສດຖະກິດການເງິນບ້ານ ໃນການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຈຸງານກະສິກໍາແລະປ່າໄມ້ບ້ານຂອງໜ່ວຍງານເສດຖະກິດການເງິນບ້ານມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບວຽກງານປ້ອງກັນແລະກັກກັນພືດໃຫ້ປະຊາຊົນເຂົ້າໃນແລະເຂົ້າຮ່ວມໃນການຈັດຕັ້ງປະຕິບັດ; 2.ຕິດຕາມ,ກວດກາ,ເຝົ້າລະວັງສະພາບການທໍາລາຍຂອງສັດຕູພືດ,ເຂົ້າຮ່ວມສະກັດກັ້ນແລະຄວບຄຸມການລະບາດຂອງສັດຕູພືດ; 3.ນໍາພາປະຊາຊົນພາຍໃນບ້ານເຂົ້າຮ່ວມ,ຕ້ານ,ສະກັດກັ້ນແລະກໍາຈັດສັດຕູພືດ; 4.ຊຸກຍູ້,ຕິດຕາມການນໍາໃຊ້ຢາປາບສັດຕູພືດ,ຊີວະພາບປາບສັດຕູພືດແລະອຸປະກອນປ້ອງກັນພືດ; 5.ເຂົ້າຮ່ວມໃນການໄກ່ເກ່ຍບັນຫາກ່ຽວກັບວຽກງານປ້ອງກັນແລະກັກກັນພືດພາຍໃນບ້ານ; 6.ເຂົ້າຮ່ວມກອງປະຊຸມ,ສໍາມະນາ,ຝຶກອົບຮົມເພື່ອຍົກລະດັບທາງດ້ານວິຊາການປ້ອງກັນແລະກັກກັນພືດເປັນແຕ່ລະໄລຍະ; 7.ຕ້ານແລະສະກັດກັ້ນການລັກລອບນໍາເຂົ້າພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມລວມທັງການກະທໍາອື່ນທີ່ກໍ່ໃຫ້ເກີດມີການແພ່ລະບາດຂອງສັດຕູພືດ; 8.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນແລະກັກກັນພືດໃຫ້ຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ,ນະຄອນຢ່າງເປັນປົກກະຕິ; 9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ72ສິດແລະໜ້າທີ່ຂອງດ່ານກັກກັນພືດ ໃນການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດດ່ານກັກກັນພືດມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບການປ້ອງກັນແລະກັກກັນພືດ; 2.ສະກັດກັ້ນການລະເມີດກົດໝາຍແລະລະບຽບການກ່ຽວກັບການປ້ອງກັນແລະກັກກັນພືດ,ເກັບກໍາຂໍ້ມູນເບື້ອງຕົ້ນກ່ຽວກັບການກະທໍາຜິດແລະລາຍງານໃຫ້ການຈັດຕັ້ງແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງເພື່ອແກ້ໄຂຕາມກົດໝາຍແລະລະບຽບການ; 3.ອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ,ສົ່ງອອກ,ສົ່ງອອກຕໍ່ແລະສົ່ງຜ່ານພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມຢ່າງວ່ອງໄວ,ໂປ່ງໃສແລະຖືກຕ້ອງຕາມກົດໝາຍແລະລະບຽບການ; 4.ກັກ,ແຍກປ່ຽວ,ສົ່ງຕົວຢ່າງໄປວິໄຈ,ບໍາບັດ,ປະຕິເສດການນໍາເຂົ້າ,ສົ່ງກັບຄືນ,ທໍາລາຍຫຼືນໍາໃຊ້ມາດຕະການອື່ນຕໍ່ພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ມີສັດຕູພືດຄວບຄຸມ; 5.ກວດກາ,ທົດສອບແລະວິໄຈພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມຕາມເງື່ອນໄຂນໍາເຂົ້າ,ມາດຕະການສຸຂານາໄມພືດສໍາລັບການນໍາເຂົ້າແລະສົ່ງຜ່ານ; 6.ພິຈາລະນາອອກໃບຢັ້ງຢືນການສົ່ງອອກ,ສົ່ງອອກຕໍ່,ສົ່ງຜ່ານແລະເອກະສານອື່ນຕາມການມອບໝາຍຂອງກະຊວງກະສິກໍາແລະປ່າໄມ້; 7.ເກັບຄ່າທໍານຽມແລະຄ່າບໍລິການວິຊາການຕາມລະບຽບການ; 8.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນຂັ້ນຂອງຕົນໃນການຈັດຕັ້ງປະຕິບັດວຽກງານປ້ອງກັນແລະກັກກັນພືດ; 9.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຍກງານປ້ອງກັນແລະກັກກັນພືດໃຫ້ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຂັ້ນເທິງຢ່າງເປັນປົກກະຕິ; 10.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ73(ປັບປຸງ)ສິດແລະໜ້າທີ່ຂອງຂະແໜງການອື່ນ ໃນການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຂະແໜງການອື່ນເປັນຕົ້ນຂະແໜງການອຸດສາຫະກໍາແລະການຄ້າ,ຂະແໜງການຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ,ຂະແໜງການສາທາລະນະສຸກ,ຂະແໜງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານ,ຂະແໜງການໂຍທາທິການແລະຂົນສົ່ງ,ຂະແໜງການວິທະຍາສາດແລະເຕັກໂນໂລຊີ,ຂະແໜງການການເງິນ,ຂະແໜງການແຮງງານແລະສະຫວັດດີການສັງຄົມ,ຂະແໜງການປ້ອງກັນຄວາມສະຫງົບແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງມີສິດແລະໜ້າທີ່ປະສານສົມທົບກັບອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຕາມພາລະບົດບາດແລະຂອບເຂດຄວາມຮັບຜິດຊອບຂອງຕົນ.

ໝວດທີ2ການກວດກາວຽກງານປ້ອງກັນແລະກັກກັນພືດ

ມາດຕາ74(ປັບປຸງ)ອົງການກວດກາວຽກງານປ້ອງກັນແລະກັກກັນພືດ ອົງການກວດກາວຽກງານປ້ອງກັນແລະກັກກັນພືດປະກອບດ້ວຍອົງການກວດກາພາຍໃນແລະອົງການກວດກາພາຍນອກ. ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດຕາມທີ່ໄດ້ກໍານົດໄວ້ໃນມາດຕາ67ຂອງກົດໝາຍສະບັບນີ້. ອົງການກວດກາພາຍນອກແມ່ນສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ,ອົງການກວດສອບແຫ່ງລັດ,ອົງການກວດກາລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ສື່ມວນຊົນແລະພົນລະເມືອງ.

ມາດຕາ75(ໃໝ່)ເນ້ືອໃນການກວດກາ ການກວດກາວຽກງານປ້ອງກັນແລະກັກກັນພືດມີເນື້ອໃນຕົ້ນຕໍດັ່ງນີ້: 1.ການປະຕິບັດກົດໝາຍແລະລະບຽບການກ່ຽວກັບການປ້ອງກັນແລະກັກກັນພືດ; 2.ການປະຕິບັດໜ້າທີ່ຂອງພະນັກງານແລະເຈົ້າໜ້າທີ່ກັກກັນພືດ; 3.ກິດຈະການແລະການດໍາເນີນທຸລະກິດກ່ຽວກັບການປ້ອງກັນແລະກັກກັນພືດ; 4.ການສ້າງແລະການປະຕິບັດແຜນການກ່ຽວກັບວຽກງານປ້ອງກັນແລະກັກກັນພືດ.

ມາດຕາ76ຮູບການກວດກາ ການກວດກາມີສາມຮູບການດັ່ງນີ້: 1.ການກວດກາຕາມລະບົບປົກກະຕິ; 2.ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3.ການກວດກາແບບສຸກເສີນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນເມື່ອເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ. ການກວດກາແບບສຸກເສີນແມ່ນການກວດກາໂດຍຮີບດ່ວນທີ່ບໍ່ໄດ້ແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ.

ໝວດທີ3ເຈົ້າໜ້າທີ່ກັກກັນພືດ

ມາດຕາ77(ໃໝ່)ເຈົ້າໜ້າທີ່ກັກກັນພືດ ເຈົ້າໜ້າທີ່ກັກກັນພືດແມ່ນພະນັກງານວິຊາການປູກຝັງ,ປ້ອງກັນພືດຊຶ່ງຖືກແຕ່ງຕັ້ງຢ່າງເປັນທາງການຈາກກະຊວງກະສິກໍາແລະປ່າໄມ້ໃຫ້ປະຕິບັດວຽກງານປ້ອງກັນແລະກັກກັນພືດປະຈໍາດ່ານສາກົນຫຼືໃຫ້ປະຕິບັດໜ້າທີ່ສະເພາະໃດໜຶ່ງ.ສໍາລັບເຈົ້າໜ້າທີ່ກັກກັນພືດປະຈໍາດ່ານທ້ອງຖິ່ນແລະດ່ານປະເພນີຖືກແຕ່ງຕັ້ງຈາກເຈົ້າແຂວງ,ເຈົ້າຄອງນະຄອນຫຼວງໂດຍປະສານສົມທົບກັບກະຊວງກະສິກໍາແລະປ່າໄມ້ບົນພື້ນຖານມາດຕະຖານແລະຕໍາແໜ່ງງານທີ່ກໍານົດໄວ້.

ມາດຕາ78(ປັບປຸງ)ສິດແລະໜ້າທີ່ຂອງເຈົ້າໜ້າທີ່ກັກກັນພືດ ເຈົ້າໜ້າທີ່ກັກກັນພືດມີສິດແລະໜ້າທີ່ດັ່ງນີ້: 1.ໂຄສະນາເຜີຍແຜ່ແລະແນະນໍາກົດໝາຍແລະລະບຽບການກ່ຽວກັບວຽກງານປ້ອງກັນແລະກັກກັນພືດ; 2.ກວດກາແລະຢັ້ງຢືນຄວາມຖືກຕ້ອງຂອງເອກະສານສຸຂານາໄມພືດແລະເອກະສານອື່ນທີ່ກ່ຽວຂ້ອງໃຫ້ຜູ້ດໍາເນີນທຸລະກິດ; 3.ກວດກາພາຫະນະ,ຫີບຫໍ່ແລະບຸກຄົນພາຍໃນດ່ານຫຼືເຂດຄວບຄຸມການລະບາດຂອງສັດຕູພືດແລະເກັບຕົວຢ່າງພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມສົ່ງໄປທົດສອບຫຼືວິໄຈໃນກໍລະນີສົງໄສມີການຕິດແປດຂອງສັດຕູພືດຄວບຄຸມ; 4.ເຂົ້າໄປສະຖານທີ່ຫຼືເຂດບຸກຄົນໃດໜຶ່ງທີ່ກໍາລັງປູກ,ຈໍາໜ່າຍ,ປຸງແຕ່ງ,ເກັບຮັກສາຫຼືຂົນສົ່ງພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ສົງໄສມີການຕິດແປດຂອງສັດຕູພືດຄວບຄຸມເພື່ອກວດກາ,ສໍາຫຼວດ,ເກັບຕົວຢ່າງແລະຕິດຕາມສະພາບສັດຕູພືດ; 5.ກັກ,ແຍກປ່ຽວ,ບໍາບັດ,ປະຕິເສດການນໍາເຂົ້າ,ສົ່ງຄືນ,ທໍາລາຍຫຼືນໍາໃຊ້ມາດຕະການອື່ນຕໍ່ພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ມີສັດຕູພືດຄວບຄຸມຫຼືທີ່ມາຈາກພື້ນທີ່ທີ່ີການລະບາດຂອງສັດຕູພືດ; 6.ຕິດຕາມແລະເກັບກໍາການໄຂພັດສະດຸຫຸ້ມຫໍ່ແລະຄ່ຽນຖ່າຍພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມໃນກໍລະນີທີ່ເຫັນວ່າມີຄວາມສຽ່ງສັດຕູພືດ; 7.ນໍາໃຊ້ມາດຕະການຕໍ່ຜູ້ລະເມີດກົດໝາຍແລະລະບຽບການກ່ຽວກັບການປ້ອງກັນແລະກັກກັນພືດຕາມຄວາມຮັບຜິດຊອບຂອງຕົນລວມທັງການຍຶດຂອງກາງ,ສະໜີໃຫ້ກັກຕົວຜູ້ລະເມີດແລະປະກອບເອກະສານໃຫ້ພາກສ່ວນຫຼືເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງເພື່ອແກ້ໄຂຫຼືດໍາເນີນຄະດີຕາມກົດໝາຍແລະລະບຽບການ; 8.ປະສານສົມທົບກັບເຈົ້າໜ້າທີ່ອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນການປະຕິບັດວຽກງານປ້ອງກັນແລະກັກກັນພືດ; 9.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຂອງຕົນໃຫ້ແກ່ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດທີ່ຕົນຂຶ້ນກັບຢ່າງເປັນປົກກະຕິ; 10.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດ.

ພາກທີ9ເຄື່ອງແບບ,ເຄື່ອງໝາຍແລະຕາປະທັບ

ມາດຕາ79(ປັບປຸງ)ເຄື່ອງແບບແລະເຄື່ອງໝາຍ ເຈົ້າໜ້າທີ່ກັກກັນພືດມີເຄື່ອງແບບ,ເຄື່ອງໝາຍແລະບັດເຈົ້າໜ້າທີ່ກັກກັນພືດສະເພາະຊຶ່ງກະຊວງກະສິກໍາແລະປ່າໄມ້ເປັນຜູ້ກໍານົດ. ໃນເວລາປະຕິບັດໜ້າທີ່ຂອງຕົນເຈົ້າໜ້າທີ່ກັກກັນພືດຕ້ອງນຸ່ງເຄື່ອງແບບ,ໃສ່ເຄື່ອງໝາຍແລະຖືບັດເຈົ້າໜ້າທີ່ກັກກັນພືດ.

ມາດຕາ80(ປັບປຸງ)ຕາປະທັບ ອົງການຄຸ້ມຄອງວຽກງານປ້ອງກັນແລະກັກກັນພືດແລະດ່ານກັກກັນພືດມີຕາປະທັບເປັນຂອງຕົນເອງເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽງານທາງລັດຖະການ. ສໍາລັບເຈົ້າໜ້າທີ່ກັກກັນພືດນັ້ນໃຫ້ນໍາໃຊ້ຕາປະທັບຂອງດ່ານກັກກັນພືດ.

ພາກທີ10ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ81(ປັບປຸງ)ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນວຽກງານຄຸ້ມຄອງ,ກວດກາ,ຄວບຄຸມ,ກໍາຈັດສັດຕູພືດຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບການ.

ມາດຕາ82(ປັບປຸງ)ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ລົງວິໄນ,ປັບໃໝ,ມາດຕະການທາງແພ່ງຫຼືລົງໂທດທາງອາຍາຕາມກົດໝາຍຕາມແຕ່ລະກໍ່ລະນີເບົ້າຫຼືໜັກ.

ມາດຕາ83(ປັບປຸງ)ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນການລະເມີດຂໍ້ຫ້າມທີ່ມີລັກສະນະເບົາຊຶ່ງບໍ່ເປັນການກະທໍາຜິດທາງອາຍາແລະບໍ່ເປັນອັນຕະລາຍຮ້າຍແຮງຕໍ່ເສດຖະກິດສັງຄົມແລະສິ່ງແວດລ້ອມແຕ່ຫາກມີຄວາມຈິງໃຈລາຍງານ,ຮັບສາລະພາບຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງຕົນຈະຖືກສຶກສາອົບຮົມແລະກ່າວເຕືອນ.

ມາດຕາ84(ປັບປຸງ)ມາດຕະການທາງວິໄຈ ພະນັກງານ,ເຈົ້າໜ້າທີ່ກັກກັນພືດທີ່ລະເມີດກົດໝາຍສະບັບນີ້ຊຶ່ງມີລັກສະນະເບົາ,ບໍ່ເປັນການກະທໍາຜິດທາງອາຍາ,ກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍ,ບໍ່ຈິງໃຈລາຍງານການກະທໍາຜິດແລະຫຼົບຫຼີກຈາກການກະທໍາຜິດຂອງຕົນຈະຖືກລົງວິໄນຕາມລະບຽບການເປັນຕົ້ນກ່າວເຕືອນຄວາມຜິດ,ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນຫຼືໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ມາດຕາ85(ປັບປຸງ)ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຊຶ່ງບໍ່ເປັນການກະທໍາຜິດທາງອາຍາເປັນຕົ້ນດໍາເນີນທຸລະກິດການປ້ອງກັນແລະກັກກັນພືດໂດຍບໍ່ໄດ້ຮັບອະນຸຍາດ,ດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຈະຖືກປັບໃໝໜຶ່ງເທົ່າຂອງມູນຄ່າພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ຕິດແປດສັດຕູພືດຫຼືຄ່າບໍລິການສຸຂານາໄມພືດທີ່ຈະຕ້ອງປະຕິບັດ. ໃນກໍລະນີມີການລະເມີດເປັນຄັ້ງທີສອງຫຼືເປັນອາຈິນກໍ່ຈະຖືປັບໃໝສອງເທົ່າຂອງມູນຄ່າທີ່ໄດ້ກໍານົດໄວ້ໃນວັກທີໜຶ່ງຂອງມາດຕານີ້.

ມາດຕາ86(ປັບປຸງ)ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືບຸກຄົນອື່ນຕ້ອງໄດ້ໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ87(ປັບປຸງ)ມາດຕະການທາງອາຍາ ບຸກຄົນທີ່ລະເມີດກົດໝາຍສະບັບນີ້ຊຶ່ງເປັນການກະທໍາຜິດທາງອາຍາກໍ່ຈະຖືກລົງໂທດຕາມກົດໝາຍອາຍາຫຼືກົດໝາຍອື່ນທີ່ກໍານົດໂທດທາງອາຍາຕາມແຕ່ກໍລະນີເບົາຫຼືໜັກລວມທັງການໃຊ້ແທນຄ່າເສຍຫາຍທາງແພ່ງ.

ພາກທີ11ບົດບັນຍັດສຸດທ້າຍ

ມາດຕາ88ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ89(ປັບປຸງ)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການປ້ອງກັນພືດສະບັບເລກທີ06/ສພຊ,ລົງວັນທີ09ທັນວາ2008. ຂໍ້ຫໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ