ກົດໝາຍວ່າດ້ວຍການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ 30-10-2017
ການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ30-10-2017
ພາກທີ1ບົດບັນຍັດທົ່ວໄປ
ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງ,ການຕິດຕາມກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ,ປະສິດທິຜົນແນ່ໃສ່ເຮັດໃຫ້ຜູ້ຜະລິດສິນຄ້າພາຍໃນໄດ້ປັບປຸງຕົນເອງໃຫ້ມີຄວາມເຂັ້ມແຂງ,ເຕີບໃຫຍ່ຂະຫຍາຍຕົວແລະສາມາດແຂ່ງຂັນກັບການນໍາເຂົ້າສິນຄ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ມາດຕາ2ການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ ການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າແມ່ນການນໍາໃຊ້ມາດຕະການທາງດ້ານພາສີຫຼືການກໍານົດປະລິມານການນໍາເຂົ້າໃນໄລຍະເວລາໃດໜຶ່ງເພື່ອປົກປ້ອງຜູ້ຜະລິດສິນຄ້າພາຍໃນທີ່ໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍຫຼືມີໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຈາກການນໍາເຂົ້າສິນຄ້າເພີ່ມຂຶ້ນ.
ມາດຕາ3ການອະທິບາຍຄໍາສັບ ຄໍາສັບທີ່ໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ຜູ້ຜະລິດສິນຄ້າພາຍໃນໝາຍເຖິງຜູ້ຜະລິດສິນຄ້າອຸດສາຫະກໍາແລະກະສິກໍາຫຼືສິນຄ້າປະເພດອື່ນໃນສປປລາວທີ່ຜະລິດສິນຄ້າທີ່ຄ້າຍຄືກັນຫຼືແຂ່ງຂັນໂດຍກົງກັບສິນຄ້ານໍາເຂົ້າຫຼືຜູ້ຜະລິດທີ່ມີຜົນຜະລິດລວມປະກອບເປັນອັດຕາສ່ວນທີ່ສໍາຄັນຂອງຜົນຜະລິດສິນຄ້າພາຍໃນທັງໝົດ; 2.ສິນຄ້າທີ່ຄ້າຍຄືກັນໝາຍເຖິງສິນຄ້າທີ່ມີຄຸນລັກສະນະສະເພາະພື້ນຖານທີ່ຄືກັນຫຼືຄ້າຍຄືກັນກັບສິນຄ້າທີ່ຜະລິດໃນສປປລາວເປັນຕົ້ນການປະຕິບັດງານ,ການນໍາໃຊ້,ຄຸນນະພາບ,ອົງປະກອບດ້ານເຕັກນິກແລະຢູ່ໃນກຸ່ມສິນຄ້າປະເພດກຽວກັນ; 3.ສິນຄ້າແຂ່ງຂັນໂດຍກົງໝາຍເຖິງສິນຄ້າອຸດສາຫະກໍາແລະສິນຄ້າກະສິກໍານໍາເຂົ້າທີ່ສາມາດໃຊ້ປ່ຽນແທນສິນຄ້າທີ່ຜະລິດພາຍໃນ; 4.ການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນໝາຍເຖິງການນໍາເຂົ້າສິນຄ້າປະເພດໃດໜຶ່ງໃນປະລິມານທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍແບບເດັດຖານຫຼືທຽບຖານໂດຍປຽບທຽບກັບປະລິມານສິນຄ້າທີ່ຄ້າຍຄືກັນຫຼືສິນຄ້າທີ່ແຂງຂັນໂດຍກົງທີ່ຜະລິດໃນສປປລາວ; 5.ຜູ້ມີສ່ວນກ່ຽວຂ້ອງໝາຍເຖິງຜູ້ຜະລິດ,ຜູ້ສົ່ງອອກຫຼືຜູ້ນໍາເຂົ້າສິນຄ້າແລະລັດຖະບານຂອງປະເທດສົ່ງອອກສິນຄ້າທີ່ສ້າງຄວາມເສຍຫາຍຕໍ່ຜູ້ຜະລິດສິນຄ້າພາຍໃຈທີ່ຜະລິດສິນຄ້າທີ່ຄ້າຍຄືກັນຫຼືສິນຄ້າທີ່ແຂ່ງຂັນໂດຍກົງກັບສິນຄ້ານໍາເຂົ້າ,ກຸ່ມ,ສະມາຄົມຫຼືການຈັດຕັ້ງທີ່ເປັນຕົວແທນປົກປ້ອງຜົນປະໂຫຍດຂອງຜູ້ຜະລິດສິນຄ້າພາຍໃນ; 6.ປະລິມານການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນແບບເດັດຖານຫຼືທຽບຖານໝາຍເຖິງປະລິມານການນໍາເຂົ້າທີ່ເພີ່ມຂຶ້ນຕາມອັດຕາສ່ວນຮ້ອຍຫຼືປະລິມານໂດຍປຽບທຽບລະຫວ່າງປະລິມານນໍາເຂົ້າກັບປະລິມານການຜະລິດພາຍໃນປະເທດ; 7.ຄວາມເສຍຫາຍຢ່າງຫຼວງຫຼາຍໝາຍເຖິງຄວາມເສຍຫາຍທີ່ເກີດຂຶ້ນຈາກຜົນກະທົບຢ່າງຮ້າຍແຮງໂດຍລວມຕໍ່ຜູ້ຜະລິດສິນຄ້າພາຍໃນ; 8.ໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍໝາຍເຖິງເຫດການທີ່ໃກ້ຈະເກີດຂຶ້ນກັບຜູ້ຜະລິດສິນຄ້າພາຍໃນຊຶ່ງຈະພາໃຫ້ມີຄວາມເສຍຫາຍຢ່າງຫຼວງຫຼາຍແລະຢ່າງແນ່ນອນ.
ມາດຕາ4ນະໂຍບາຍຂອງລັດກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ. ລັດຊຸກຍູ້ແລະສົ່ງເສີມວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າດ້ວຍການວາງນະໂຍບາຍແລະມາດຕະການເພື່ອສ້າງສະພາບແວດລ້ອມແລະເງື່ອນໄຂທີ່ເອື້ອອໍານວຍແກ່ຜູ້ຜະລິດສິນຄ້າພາຍໃນໃຫ້ສາມາດປັບປຸງຕົນເອງແລະແຂ່ງຂັນກັບການນໍາເຂົ້າສິນຄ້າ. ລັດສະໜອງງົບປະມານ,ບຸກຄະລາກອນ,ພາຫະນະ,ວັດຖຸປະກອນໃຫ້ແກ່ອົງການຮັບຜິດຊອບຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າຢ່າງມີປະສິດທິພາບແລະປະສິດທິຜົນ.
ມາດຕາ5ຫຼັກການກ່ຽວກັບການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ ການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າໃຫ້ປະຕິບັດຕາມຫຼັກການດັ່ງນີ້: 1.ຮັບປະກັນຄວາມສອດຄ່ອງກັບນະໂຍບາຍແລະກົດໝາຍ; 2.ຮັບປະກັນຄວາມໂປ່ງໃສ,ພາວະວິໃສແລະຍຸຕິທໍາ; 3.ນໍາໃຊ້ມາດຕະການໃນກໍລະນີທີ່ຈໍາເປັນໂດຍມີການກໍານົດເວລາທີ່ແນ່ນອນແລະບໍ່ເລືອກປະຕິບັດ; 4.ສອດຄ່ອງກັບສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.
ມາດຕາ6ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັດບຸກຄົນ,ນິຕິບຸກຄົນຫຼືການຈັດຕ້ງທັງພາຍໃນແລະຕ່າງປະເທດທີ່ດໍາເນີນການຜະລິດສິນຄ້າຢູ່ພາຍໃນແລະຜູ້ນໍາເຂົ້າສິນຄ້າ.
ມາດຕາ7ການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າດ້ວຍການແລກປ່ຽນຂໍ້ມູນຂ່າວສານ,ເຕັກນິກ,ເຕັກໂນໂລຊີ,ການຝຶກອົບຮົມແລະຍົກລະດັບຄວາມຮູ້,ຄວາມສາມາດທາງດ້ານວິຊາການເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທະພາບ,ປະຕິບັດຕາມສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.
ພາກທີ2ການກໍານົດແລະການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍ
ໝວດທີ1ການກໍານົດຄວາມເສຍຫາຍຂອງຜູ້ຜະລິດທີ່ໄດ້ຮັບຜົນກະທົໍຈາກການນໍາເຂົ້າສິນຄ້າ
ມາດຕາ8ຄວາມເສຍຫາຍຂອງຜູ້ຜະລິດສິນຄ້າພາຍໃນ ຄວາມເສຍຫາຍຂອງຜູ້ຜະລິດສິນຄ້າພາຍໃນແມ່ນການສູນເສຍຜົນປະໂຫຍດທາງການຄ້າທີ່ໄດ້ຮັບຜົນກະທົບຮ້າຍແຮງໂດຍລວມຈາກການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍແລະເຮັດໃຫ້ຜູ້ຜະລິດສິນຄ້າພາຍໃນໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍຫຼືເປັນໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ.
ມາດຕາ9ການກໍານົດຄວາມເສຍຫາຍຢ່າງຫຼວງຫຼາຍ ໃນການກໍານົດຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜູ້ຜະລິດສິນຄ້າພາຍໃນໃຫ້ພິຈາລະນາຕາມແຕ່ລະປັດໄຈດັ່ງນີ້: 1.ອັດຕາແລະປະລິມານການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນຢ່າງເດັດຖານແລະທຽບຖານ; 2.ສ່ວນແບ່ງຕະຫຼາດຂອງຜູ້ຜະລິດສິນຄ້າພາຍໃນຫຼຸດລົງ; 3.ການປ່ຽນແປງຂອງລະດັບການຂາຍ; 4.ການປ່ຽນແປງຂອງລະດັບຜົນຜະລິດ; 5.ການປ່ຽນແປງຂອງລະດັບຜະລິດຕະພາບ; 6.ການປ່ຽນແປງຂອງລະດັບກໍາລັງການຜະລິດ; 7.ການປ່ຽນແປງຂອງລະດັບກໍາໄລຫຼືຂາດທຶນ; 8.ການປ່ຽນແປງຂອງລະດັບການຈ້າງງານ; 9.ປັດໄຈອື່ນທີ່ກ່ຽວຂ້ອງ. ຄວາມເສຍຫາຍທີ່ເກີດຈາກປັດໄຈອື່ນທີ່ບໍ່ແມ່ນຍ້ອນການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນບໍ່ຖືວ່າເປັນປັດໄຈຂອງຄວາມເສຍຫາຍຢ່າງຫຼວງຫຼາຍ. ສໍາລັບເນື້ອໃນລະອຽດຂອງແປດປັດໃຈຄວາມເສຍຫາຍແລະລະດັບຄວາມເສຍຫາຍຢ່າງຫຼວງຫຼາຍໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ10ການກໍານົດໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ ການກໍານົດໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜູ້ຜະລິດສິນຄ້າພາຍໃນໃຫ້ອີງໃສ່ບັນດາປັດໄຈທີ່ໄດ້ກໍານົດໄວ້ໃນມາດຕາ9ຂອງກົດໝາຍສະບັບນີ້.
ໝວດທີ2ການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າ
ມາດຕາ11ການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າ ການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າແມ່ນການຊອກຫາຂໍ້ມູນເພື່ອຢັ້ງຢືນຄວາມເສຍຫາຍຢ່າງຫຼວງຫຼາຍຫຼືໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜູ້ຜະລິດສິນຄ້າພາຍໃນຍ້ອນການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍຜິດປົກກະຕິ. ການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າຈະດໍາເນີນໄດ້ກໍ່ຕໍ່ເມື່ອມີສາເຫດໃດໜຶ່ງທີ່ໄດ້ກໍານົດໄວ້ໃນມາດຕາ12ຂອງກົດໝາຍສະບັບນີ້. ກະຊວງອຸດສາຫະກໍາແລະການຄ້າດໍາເນີນການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການຈໍາເຂົ້າສິນຄ້າໂດຍມີການປະສານສົມທົບກັບກະຊວງ,ອົງການອື່ນທີ່ກ່ຽວຂ້ອງກ່ອນນໍາສະເໜີລັດຖະບານພິຈາລະນານໍາໃຊ້ມາດຕະການປົກປ້ອງຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້.
ມາດຕາ12ສາເຫດທີ່ພາໃຫ້ມີການສືບຫາຂໍ້ມູນ ສາເຫດທີ່ພາໃຫ້ມີການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າມີດັ່ງນີ້: 1.ມີຄໍາຮ້ອງຂອງຜູ້ຜະລິດສິນຄ້າພາຍໃນຫຼືຜູ້ຕາງໜ້າຜູ້ຜະລິດສິນຄ້າຍພາຍໃນ; 2.ມີການພົບເຫັນຂໍ້ມູນຫຼືຫຼັກຖານກ່ຽວກັບຄວາມເສຍຫາຍຂອງຜູ້ຜະລິດສິນຄ້າພາຍໃນໂດຍເຈົ້າໜ້າທີ່ສືບຫາຂໍ້ມູນ.
ມາດຕາ13ຄໍາຕ້ອງຂອງຜູ້ຜະລິດສິນຄ້າພາຍໃນຫຼືຜູ້ຕາງໜ້າຜູ້ຜະລິດສິນຄ້າພາຍໃນ ຜູ້ຜະລິດສິນຄ້າພາຍໃນຫຼືຜູ້ຕາງໜ້າຜູ້ຜະລິດສິນຄ້າພາຍໃນສາມາດຍື່ນຄໍາຮ້ອງຕໍ່ກະຊວງອຸດສາຫະກໍາແລະການຄ້າຕາມແບບພິມເພື່ອດໍາເນີນການສືບຫາຂໍ້ມູນຕາມປັດໄຈທີ່ໄດ້ກໍານົດໄວ້ໃນມາດຕາ9ຂອງກົດໝາຍສະບັບນີ້. ຄໍາຮ້ອງຕ້ອງປະກອບດ້ວຍເອກະສານທີ່ມີຂໍ້ມູນດັ່ງນີ້: 1.ຂໍ້ມູນກ່ຽວກັບສິນຄ້ານໍາເຂົ້າທີ່ເພີ່ມຂຶ້ນ. 2.ຂໍ້ມູນກ່ຽວກັບຜູ້ຜະລິດ,ຜູ້ສົ່ງອອກແລະຜູ້ນໍາເຂົ້າ; 3.ຄວາມກ່ຽວພັນລະຫວ່າງການນໍາເຂົ້າທີ່ເພີ່ມຂຶ້ນກັບຄວາມເສຍຫາຍຢາງຫຼວງຫຼາຍຫຼືໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ; 4.ແຜນປັບປຸງຂອງຜູ້ຜະລິດສິນຄ້າພາຍໃນ. ພາຍຫຼັງໄດ້ຮັບຄໍາຮ້ອງແລ້ວເຈົ້າໜ້າທີ່ສືບກາຂໍ້ມູນຕ້ອງພິຈາລະນາຂໍ້ມູນຫຼືຫຼັກຖານໃຫ້ສໍາເລັດພາຍໃນສິບຫ້າວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ,ຖ້າຫາກບໍ່ສາມາດສໍາເລັດໄດ້ພາຍໃນກໍານົດເວລາດັ່ງກ່າວເຈົ້າໜ້າທີ່ສືບຫາຂໍ້ມູນສາມາດສະເໜີຕໍ່ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າເພື່ອພິຈາລະນາຕໍ່ເວລາ,ແຕ່ສາມາດຕໍ່ໄດ້ສູງສຸດບໍ່ເກີນສິບວັນລັດຖະການ. ໃນກໍລະນີເຈົ້າໜ້າທີ່ສືບຫາຂໍ້ມູນບໍ່ພົບເຫັນຂໍ້ມູນຫຼັກຖານທີ່ຊີ້ໃຫ້ເຫັນການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນແລະສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜູ້ຜະລິດພາຍໃນ,ເຈົ້າໜ້າທີ່ສືບຫາຂໍ້ມູນຕ້ອງລາຍງານລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າເພື່ອຊາບແລະແຈ້ງໃຫ້ຜູ້ຍື່ນຄໍາຮ້ອງກ່ຽວກັບຜົນການວິໄຈຂໍ້ມູນດັ່ງກ່າວ. ໃນກໍລະນີເຈົ້າໜ້າທີ່ສືບຫາຂໍ້ມູນພົບເຫັນຂໍ້ມູນຫຼັກຖານທີ່ຢັ້ງຢືນມີການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນແລະໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜູ້ຜະລິດສິນຄ້າພາຍໃນ,ເຈົ້າໜ້າທີ່ສືບຫາຂໍ້ມູນຕ້ອງລາຍງານຕໍ່ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າເພື່ອພິຈາລະນາອອກຂໍ້ຕົກລົງໃຫ້ດໍາເນີນການສືບຫາຂໍ້ມູນ.
ມາດຕາ14ການພົບເຫັນຂໍ້ມູນຫຼືຫຼັກຖານໂດຍເຈົ້າໜ້າທີ່ສືບຫາຂໍ້ມູນ ເມື່ອເຈົ້າໜ້າທີ່ສືບຫາຂໍ້ມູນຫາກພົບເຫັນຂໍ້ມູນຫຼືຫຼັກຖານທີ່ຊີ້ໃຫ້ເຫັນການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຫຼືມີໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍນັ້ນເຈົ້າໜ້າທີ່ສືບຫາຂໍ້ມູນຕ້ອງລາຍງານຕໍ່ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າເພື່ອພິຈາລະນາອອກຂໍ້ຕົກລົງໃຫ້ດໍາເນີນການສືບຫາຂໍ້ມູນ.
ມາດຕາ15ຂັ້ນຕອນການດໍາເນີນການສືບຫາຂໍ້ມູນ ການດໍາເນີນການສືບຫາຂໍ້ມູນໃຫ້ດໍາເນີນຕາມຂັ້ນຕອນດັ່ງນີ້: 1.ອອກຂໍ້ຕົກລົງໃຫ້ດໍາເນີນການສືບຫາຂໍ້ມູນ; 2.ດໍາເນີນການສືບຫາຂໍ້ມູນ; 3.ສະຫຼຸບແລະລາຍງານຜົນການສືບຫາຂຂໍ້ມູນ.
ມາດຕາ16ການອອກຂໍ້ຕົກລົງໃຫ້ດໍາເນີນການສືບຫາຂໍ້ມູນ ພາຍຫຼັງໄດ້ຮັບບົດລາຍງານຈາກເຈົ້າໜ້າທີ່ສືບຫາຂໍ້ມູນລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າພິຈາລະນາອອກຂໍ້ຕົກລົງໃຫ້ດໍາເນີນການສືບຫາຂໍ້ມູນພ້ອມທັງແຕ່ງຕັ້ງຄະນະສືບກາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າ. ຄະນະສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າປະກອບດ້ວຍເຈົ້າໜ້າທີ່ສືບຫາຂໍ້ມູນ,ພະນັກງານຂອງຂະແໜງການອຸດສາຫະກໍາແລະການຄ້າແລະຜູ້ຕາງໜ້າຈາກພາກສ່ວນອື່ນທີ່ກ່ຽວຂ້ອງ.
ມາດຕາ17ການດໍາເນີນການສືບຫາຂໍ້ມູນ ພາຍຫຼັງລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າອອກຂໍ້ຕົກລົງໃຫ້ດໍາເນີນການສືບຫາຂໍ້ມູນຄະນະສືບຫາຂໍ້ມູນຕ້ອງດໍາເນີນຕາມຂັ້ນຕອນດັ່ງນີ້: 1.ແຈ້ງໃຫ້ປະເທດສົ່ງອອກ,ຜູ້ຍື່ນຄໍາຮ້ອງ,ອົງການການຄ້າໂລກແລະຜູ້ມີສ່ວນກ່ຽວຂ້ອງຮັບຊາບກ່ອນການດໍາເນີນການສືບຫາຂໍ້ມູນ; 2.ເຜີຍແຜ່ຂໍ້ຕົກລົງໃຫ້ດໍາເນີນການສືບຫາຂໍ້ມູນໃນສື່ໃດໜຶ່ງເພື່ອໃຫ້ສັງຄົມຮັບຊາບຢ່າງກວ້າງຂວາງ; 3.ປຶກສາຫາລືກັບຜູ້ມີສ່ວນກ່ຽວຂ້ອງເພື່ອໃຫ້ພວກກ່ຽວສະແດງຫຼັກຖານ,ເອກະສານແລະຄວາມເຫັນກ່ຽວກັບການນໍາໃຊ້ມາດຕະການປົກປ້ອງເພື່ອຮັບປະກັນຜົນປະໂຫຍດຂອງສາທາລະນະ; 4.ເກັບກໍາຂໍ້ມູນຢູ່ສະຖານທີ່ຕ່າງໆທີ່ກ່ຽວຂ້ອງເພື່ອຢັ້ງຢືນຄວາມຖືກຕ້ອງແລະຄວາມເປັນຈິງກ່ຽວກັບຜົນກະທົບຈາກການນໍາເຂົ້າສິນຄ້າ. ການສືບຫາຂໍ້ມູນຕ້ອງໃຫ້ສໍາເລັດພາຍໃນເວລາບໍ່ເກີນໜຶ່ງຮ້ອຍແປດສິບວັນນັບແຕ່ວັນທີ່ໄດ້ອອກຂໍ້ຕົກລົງເປັນຕົ້ນໄປ,ຖ້າຫາກບໍ່ສາມາດສໍາເລັດຕາມກໍານົດເວລາດັ່ງກ່າວຄະນະສືບຫາຂໍ້ມູນສາມາດສະເີລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າເພື່ອພິຈາລະນາຕໍ່ກໍານົດເວລາແຕ່ຕໍ່ໄດ້ສູງສຸດບໍ່ໃຫ້ເກີດຫົກສິບວັນ.
ມາດຕາ18ການສະຫຼຸບແລະລາຍງານຜົນການສືບຫາຂໍ້ມູນ ພາຍຫຼັງໄດ້ສໍາເລັດການສືບຫາຂໍ້ມູນແລ້ວຄະນະສືບຫາຂໍ້ມູນຕ້ອງສະຫຼຸບແລະລາຍງານຜົນການສືບຫາຂໍ້ມູນພ້ອມດ້ວຍຂໍ້ມູນຫຼັກຖານທັງໝົດທີ່ເກັບກໍາໄດ້ຕໍ່ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າເພື່ອນໍາສະເໜີຕໍ່ລັດຖະບານພິຈາລະນາຕົກລົງນໍາໃຊ້ຫຼືບໍ່ນໍາໃຊ້ມາດຕະການປົກປ້ອງ.
ມາດຕາ19ການຍົກເລີກການດໍາເນີນການສືບຫາຂໍ້ມູນ ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າອອກຂໍ້ຕົກລົງໃຫ້ຍົກເລີກການດໍາເນີນການສືບຫາຂໍ້ມູນໃນກໍລະນີດັ່ງນີ້: 1.ຜູ້ຮ້ອງຂໍຕ້ອງຖອນຄໍາຮ້ອງຂອງຕົນ; 2.ບໍ່ມີຄວາມກ່ຽວພັນລະຫວ່າງການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນກັບຄວາມເສຍຫາຍຢ່າງຫຼວງຫຼາຍຫຼືໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ; 3.ເຫດຜົນອື່ນ. ພາຍຫຼັງອອກຂໍ້ຕົກລົງໃຫ້ຍົກເລີກການດໍາເນີນການສືບຫາຂໍ້ມູນກະຊວງອຸດສາຫະກໍາແລະການຄ້າຕ້ອງແຈ້ງໃຫ້ອົງການການຄ້າໂລກແລະຜູ້ມີສ່ວນກ່ຽວຂ້ອງພ້ອມທັງເຜີຍແຜ່ໃຫ້ສັງຄົມຊາບ.
ມາດຕາ20ການຮັກສາຂໍ້ມູນທີ່ເປັນຄວາມລັບ ເຈົ້າໜ້າທີ່ແລະຄະນະສືບຫາຂໍ້ມູນຕ້ອງເກັບຮັກສາຂໍ້ມູນທີ່ເປັນຄວາມລັບຫຼືຂໍ້ມູນທີ່ຜູ້ສະໜອງສະເໜີໃຫ້ເປັນຄວາມລັບແລະບໍ່ສາມາດເປີດເຜີຍຕໍ່ສັງຄົມໄດ້ຖ້າບໍ່ໄດ້ຮັບອະນຸຍາດຈາກຜູ້ສະໜອງຂໍ້ມູນ. ເຈົ້າໜ້າທີ່ແລະຄະນະສືບຫາຂໍ້ມູນອາດຮຽກຮ້ອງໃຫ້ຜູ້ສະໜອງຂໍ້ມູນສະຫຼຸບຫຍໍ້ກ່ຽວກັບຂໍ້ມູນທີ່ສາມາດເປີດເຜີຍໄດ້,ຖ້າຜູ້ສະໜອງບໍ່ສາມາດສະຫຼຸບຫຍໍ້ໄດ້ກໍ່ຕ້ອງໃຫ້ເຫດຜົນ. ຖ້າເຈົ້າໜ້າທີ່ແລະຄະນະສືບຫາຂໍ້ມູນຫາກເຫັນວ່າການຮ້ອງຂຂໍໃຫ້ຮັກສາຂໍ້ມູນເປັນຄວາມລັບນັ້ນບໍ່ມີເຫດຜົນພຽງພໍແລະຜູ້ສະໜອງຂໍ້ມູນບໍ່ເຫັນດີໃຫ້ເປີດເຜີຍຕໍ່ສັງຄົມຫຼືບໍ່ສາມາດສັງລວມຫຍໍ້ໂດຍບໍ່ມີເຫດຜົນພຽງພໍເຈົ້າໜ້າທີ່ແລະຄະນະສືບຫາຂໍ້ມູນອາດຈະບໍ່ນໍາເອົາຂໍ້ມູນນັ້ນມາປະກອບການພິຈາລະນາເວັ້ນເສຍແຕ່ຈະມີການພິສູດຈາກແຫຼ່ງຂໍ້ມູນອື່ນວ່າຂໍ້ມູນນັ້ນເປັນຂໍ້ມູນທີ່ຖືກຕ້ອງ.
ມາດຕາ21ຄວາມຮັບຜິດຊອບໃນການດໍາເນີນການສືບຫາຂໍ້ມູນ ຄ່າໃຊ້ຈ່າຍໃນການດໍາເນີນການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າໃຫ້ນໍາໃຊ້ງົບປະມານຂອງລັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ22ເຈົ້າໜ້າທີ່ສືບຫາຂໍ້ມູນ
ເຈົ້າໜ້າທີ່ສືບຫາຂໍ້ມູນແມ່ນພະນັກງານ-ລັດຖະກອນທີ່ໄດ້ຮັບການແຕ່ງຕັ້ງໂດຍລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າເພື່ອຮັບຜິດຊອບວຽກງານສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.
ມາດຕາ23ສິດແລະໜ້າທີ່ຂອງເຈົ້າໜ້າທີ່ສືບຫາຂໍ້ມູນ ເຈົ້າໜ້າທີ່ສືບຫາຂໍ້ມູນມີສິດແລະໜ້າທີ່ດັ່ງນີ້: 1.ເກັບກໍາແລະວິເຄາະຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນ; 2.ສືບຖາມ,ຮຽກເອົາຂໍ້ມູນຈາກຜູ້ຮ້ອງຂໍ,ຜູ້ນໍາເຂົ້າແລະຜູ້ຜະລິດສິນຄ້າພາຍໃນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນ; 3.ສະຫຼຸບແລະລາຍງານຜົນການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າຕໍ່ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າເພື່ອພິຈາລະນາ; 4.ຄົ້ນຄວ້າແລະສະເໜີກ່ຽວກັບການຍົກເລີກຫຼືຂະຫຍາຍໄລຍະເວລາການນໍາໃຊ້ມາດຕະການປົກປ້ອງຜົນກະທົບຈາກການນໍາເຂົ້າສິນຄ້າ; 5.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ພາກທີ3ມາດຕະການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ
ໝວດທີ1ປະເພດຂອງມາດຕະການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ
ມາດຕາ24ປະເພດຂອງມາດຕະການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ ມາດຕະການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າມີສອງປະເພດດັ່ງນີ້: 1.ມາດຕະການປົກປ້ອງຊົ່ວຄາວ; 2.ມາດຕະການປົກປ້ອງທົ່ວໄປ.
ມາດຕາ25ມາດຕະການປົກປ້ອງຊົ່ວຄາວ ມາດຕະການປົກປ້ອງຊົ່ວຄາວແມ່ນມາດຕະການທີ່ນໍາໃຊ້ຕໍ່ຜູ້ນໍາເຂົ້າສິນຄ້າໃນໄລຍະດໍາເນີນການສືບຫາຂໍ້ມູນໂດຍໃຫ້ຜູ້ກ່ຽວວາງເງິນຄໍ້າປະກັນຕາມລະບຽບການໄວ້ນໍາກະຊວງການເງິນ.
ມາດຕາ26ມາດຕະການປົກປ້ອງທົ່ວໄປ ມາດຕະການປົກປ້ອງທົ່ວໄປແມ່ນມາດຕະການທີ່ນໍາໃຊ້ຕໍ່ຜູ້ນໍາເຂົ້າສິນຄ້າພາຍຫຼັງສໍາເລັດການສືບຫາຂໍ້ມູນທີ່ເຫັນວ່າມີຜົນກະທົບຕໍ່ສິນຄ້າປະເພດດຽວຢ່າງຫຼວງຫຼາຍຕາມປັດໃຈທີ່ໄດ້ກໍານົດໄວ້ໃນມາດຕາ9ຂອງກົດໝາຍສະບັບນີ້ດ້ວຍການກໍານົດປະລິມານການນໍາເຂົ້າຫຼືການເພີ່ມອັດຕາພາສີຕໍ່ສິນຄ້ານໍາເຂົ້າ.
ໝວດທີ2ການນໍາໃຊ້ມາດຕະການປົກປ້ອງຊົ່ວຄາວ
ມາດຕາ27ການນໍາໃຊ້ມາດຕະການປົກປ້ອງຊົ່ວຄາວ ໃນໄລຍະດໍາເນີນການສືບຫາຂໍ້ມູນຖ້າມີຫຼັກຖານຢັ້ງຢືນວ່າການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຫຼືຈະເປັນໄພຂ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜູ້ຜະລິດສິນຄ້າພາຍໃນຫຼືຖ້າຊັກຊ້າໃນການດໍາເນີນການຈະສ້າງຄວາມເສຍຫາຍຢ່າງຫຼວງຫຼາຍທີ່ຍາກຈະແກ້ໄຂນັ້ນຄະນະສືບຫາຂໍ້ມູນຕ້ອງລາຍງານຕໍ່ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າໂດຍທັນທີເພື່ອສະເໜີຕໍ່ລັດຖະບານພິຈາລະນານໍາໃຊ້ມາດຕະການປົກປ້ອງຊົ່ວຄາວ. ພາຍຫຼັງທີ່ລັດຖະບານໄດ້ຕົກລົງນໍາໃຊ້ມາດຕະການປົກປ້ອງຊົ່ວຄາວແລ້ວກະຊວງການເງິນແລະພາກສ່ວນກ່ຽວຂ້ອງຕ້ອງຈັດຕັ້ງປະຕິບັດມາດຕະການດັ່ງກ່າວ. ກະຊວງອຸດສາຫະກໍາແລະການຄ້າຕ້ອງແຈ້ງກ່ຽວກັບການນໍາໃຊ້ມາດຕະການປົກປ້ອງຊົ່ວຄາວໃຫ້ອົງການການຄ້າໂລກແລະຜູ້ທີ່ມີສ່ວນກ່ຽວຂ້ອງ.
ມາດຕາ28ກໍານົດເວລາການນໍາໃຊ້ມາດຕະການປົກປ້ອງຊົ່ວຄາວ ການນໍາໃຊ້ມາດຕະການປົກປ້ອງຊົ່ວຄາວມີກໍານົດເວລາບໍ່ໃຫ້ເກີນສອງຮ້ອຍວັນນັບແຕ່ວັນທີ່ອອກຂໍ້ຕົກລົງນໍາໃຊ້ມາດຕະການດັ່ງກ່າວເປັນຕົ້ນໄປແລະສິ້ນສຸດພາຍຫຼັງສໍາເລັດການສຶກສາຂໍ້ມູນຫຼືຄົບຕາມກໍານົດເວລາຂອງການນໍາໃຊ້ມາດຕະການດັ່ງກ່າວ.
ມາດຕາ29ການຍົກເລີກມາດຕະການປົກປ້ອງຊົ່ວຄາວ ລັດຖະບານຈະພິຈາລະນາຍົກເລີກມາດຕະການປົກປ້ອງຊົ່ວຄາວກ່ອນກໍານົດເວລາທີ່ກໍານົດໄວ້ໃນມາດຕາ28ຖ້າວ່າການສືບຫາຂໍ້ມູນຫາກພົບວ່າການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນນັ້ນບໍ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຫຼືບໍ່ເປັນໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຕາມການສະເໜີຂອງກະຊວງອຸດສາຫະກໍາແລະການຄ້າ. ການຍົກເລີກການນໍາໃຊ້ມາດຕະການປົກປ້ອງຊົ່ວຄາວກະຊວງອຸດສາຫະກໍາແລະການຄ້າຕ້ອງແຈ້ງໃຫ້ຜູ້ມີສ່ວນກ່ຽວຂ້ອງແລະກະຊວງການເງິນຕ້ອງສົ່ງເງິນຄໍ້າປະກັນຄືນໃຫ້ຜູ້ນໍາເຂົ້າສິນຄ້າທີ່ວາງເງິນຄໍ້າປະກັນໂດຍທັນທີ.
ໝວດທີ3ການນໍາໃຊ້ມາດຕະການປົກປ້ອງທົ່ວໄປ
ມາດຕາ30ການນໍາໃຊ້ມາດຕະການປົກປ້ອງທົ່ວໄປ ພາຍຫຼັງສໍາເລັດການສຶກສາຂໍ້ມູນແລະມີຜົນການສືບຫາຂໍ້ມູນຢັ້ງຢືນວ່າການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຫຼືເປັນໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜູ້ຜະລິດສິນຄ້າພາຍໃນນັ້ນຄະນະສືບຫາຂໍ້ມູນຕ້ອງລາຍງານລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າເພື່ອສະເໜີຕໍ່ລັດຖະບານພິຈາລະນານໍາໃຊ້ມາດຕະການປົກປ້ອງທົ່ວໄປ. ພາຍຫຼັງໄດ້ຮັບໜັງສືຈາກກະຊວງອຸດສາຫະກໍາແລະການຄ້າລັດຖະບານຕ້ອງພິຈາລະນາຕົກລົງນໍາໃຊ້ມາດຕະການປົກປ້ອງທົ່ວໄປພາຍໃນເວລາສິບຫ້າວັນລັດຖະການດ້ວຍການກໍານົດປະລິມານການນໍາເຂົ້າແລະມອບໃຫ້ກະຊວງອຸດສາຫະກໍາແລະການຄ້າຈັດຕັ້ງປະຕິບັດ.ການກໍານົດປະລິມານການນໍາເຂົ້າຕ້ອງບໍ່ເຮັດໃຫ້ປະລິມານການນໍາເຂົ້າຫຼຸດລົງຕໍ່າກວ່າປະລິມານການນໍາເຂົ້າໃນໄລຍະສາມປີສຸດທ້າຍທີ່ຜ່ານມາໂດຍສະເລ່ຍ,ເວັ້ນເສຍແຕ່ມີເຫດຜົນຢັ້ງຢືນວ່າຕ້ອງໄດ້ຫຼຸດປະລິມານການນໍາເຂົ້າຕໍ່າກວ່ານັ້ນຈຶ່ງຈະສາມາດແກ້ໄຂຜົນກະທົບໄດ້. ສໍາລັບມາດຕະການເພີ່ມອັດຕາພາສີກະຊວງການເງິນຄົ້ນຄວ້າພິຈາລະນາການສະເໜີຂອງກະຊວງອຸດສາຫະກໍາແລະການຄ້າແລ້ວສະເໜີຕໍ່ລັດຖະບານເພື່ອນໍາສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດພິຈາລະນາຕົກລົງ. ມາດຕະການປົກປ້ອງທົ່ວໄປຈະນໍາໃຊ້ໃນເວລາຈໍາເປັນເທົ່ານັ້ນ.ມາດຕະການດັ່ງກ່າວຫາກນໍາໃຊ້ເກີນກວ່າໜຶ່ງປີໃຫ້ຫຼຸດລະດັບການນໍາໃຊ້ມາດຕະການປົກປ້ອງທົ່ວໄປເປັນແຕ່ລະໄລຍະ. ກະຊວງອຸດສາຫະກໍາແລະການຄ້າມີໜ້າທີ່ແຈ້ງກ່ຽວກັບການນໍາໃຊ້ມາດຕະການປົກປ້ອງທົ່ວໄປໃຫ້ອົງການການຄ້າໂລກແລະຜູ້ມີສ່ວນກ່ຽວຂ້ອງໂດຍໄວ.
ມາດຕາ31ໄລຍະເວລາການນໍາໃຊ້ມາດຕະການປົກປ້ອງທົ່ວໄປ ໄລຍະເວລາການນໍາໃຊ້ມາດຕະການປົກປ້ອງບໍ່ໃຫ້ເກີນສີ່ປີນັບແຕ່ເວລານໍາໃຊ້ມາດຕະການປົກປ້ອງຊົ່ວຄາວເວັ້ນເສຍແຕ່ມີການຕໍ່ເວລາຕາມທີ່ໄດ້ກໍານົດໄວ້ໃນມາດຕາ33ຂອງກົດໝາຍສະບັບນີ້.
ມາດຕາ32ການທົບທວນຄືນມາດຕະການປົກປ້ອງທົ່ວໄປ ມາດຕະການປົກປ້ອງທົ່ວໄປທີ່ມີອາຍຸການນໍາໃຊ້ເກີນກວ່າສາມປີນັ້ນພາຍຫຼັງນໍາໃຊ້ໄດ້ເຄິ່ງໜຶ່ງຂອງໄລຍະເວລາແລ້ວກະຊວງອຸດສາຫະກໍາແລະການຄ້າຕ້ອງທົບທວນຄືນການນໍາໃຊ້ມາດຕະການດັ່ງກ່າວແລະສະເໜີຕໍ່ລັດຖະບານເພື່ອພິຈາລະນາວ່າຈະຮັກສາ,ຫຼຸດຜ່ອນຫຼືຍົກເລີກ. ກະຊວງອຸດສາຫະກໍາແລະການຄ້າມີໜ້າທີ່ແຈ້ງຜົນການທົບທວນຄືນມາດຕະການປົກປ້ອງທົ່ວໄປແລະການຕົກລົງຂອງລັດຖະບານໃຫ້ອົງການການຄ້າໂລກແລະຜູ້ມີສ່ວນກ່ຽວຂ້ອງໂດຍໄວ.
ມາດຕາ33ການຕໍ່ໄລຍະເວລາຂອງການນໍາໃຊ້ມາດຕະການປົກປ້ອງທົ່ວໄປ ມາດຕະການປົກປ້ອງທົ່ວໄປສາມາດຕໍ່ໄດ້ສອງຄັ້ງຄືຄັ້ງທີໜຶ່ງບໍ່ເກີນສີ່ປີແລະຄັ້ງທີສອງບໍ່ເກີນສອງປີ,ແຕ່ກ່ອນໝົດກໍານົດເວລາຫົກເດືອນຜູ້ຜະລິດສິນຄ້າພາຍໃນຕ້ອງສະເໜີຕໍ່ກະຊວງອຸດສາຫະກໍາແລະການຄ້າເພື່ອພິຈາລະນາຕໍ່ໄລຍະເວລາຂອງການນໍາໃຊ້ມາດຕະການດັ່ງກ່າວ. ພາຍຫຼັງໄດ້ຮັບການສະເໜີຈາກຜູ້ຜະລິດສິນຄ້າພາຍໃນກະຊວງອຸດສາຫະກໍາແລະການຄ້າຕ້ອງຄົ້ນຄວ້າພິຈາລະນາພາຍໃນເວລາສິບຫ້າວັນລັດຖະການ,ຖ້າເຫັນວ່າມີຄວາມຈໍາເປັນສືບຕໍ່ນໍາໃຊ້ມາດຕະການດັ່ງກ່າວໃຫ້ສະເໜີຕໍ່ລັດຖະບານພິຈາລະນາ. ໃນກໍລະນີມີການຕໍ່ເວລານໍາໃຊ້ມາດຕະການປົກປ້ອງທົ່ວໄປຕ້ອງຫຼຸດລະດັບຄວາມເຂັ້ມງວດຂອງການນໍາໃຊ້ມາດຕະການດັ່ງກ່າວ. ກະຊວງອຸດສາຫະກໍາແລະການຄ້າຕ້ອງແຈ້ງກ່ຽວກັບການຕໍ່ເວລາການນໍາໃຊ້ມາດຕະການປົກປ້ອງທົ່ວໄປໃຫ້ອົງການການຄ້າໂລກແລະຜູ້ມີສ່ວນກ່ຽວຂ້ອງໂດຍໄວ.
ມາດຕາ34ການນໍາໃຊ້ມາດຕະການປົກປ້ອງທົ່ວໄປຄືນໃໝ່ ມາດຕະການປົກປ້ອງທົ່ວໄປທີ່ໄດ້ສິ້ນສຸດລົງແຕ່ຍັງສືບຕໍ່ມີຄວາມເສຍຫາຍແກ່ຜູ້ຜະລິດພາຍໃນຈຶ່ງສາມາດນໍາໃຊ້ຄືນໃໝ່ໄດ້ອີກຕໍ່ສິນຄ້າທີ່ຖືກມາດຕະການດັ່ງກ່າວພາຍຫຼັງທີ່ໄດ້ຜ່ານໄລຍະເວລາເຄິ່ງໜຶ່ງຂອງໄລຍະການນໍາໃຊ້ມາດຕະການຜ່ານມາແຕ່ຢ່າງໜ້ອຍບໍ່ໃຫ້ຫຼຸດສອງປີ. ສໍາລັບມາດຕະການປົກປ້ອງທີ່ມີໄລຍະບໍ່ເກີນຮ້ອຍແປດສິບວັນນັ້ນອາດຈໍາໃຊ້ຕໍ່ສິນຄ້ານໍາເຂົ້າຄືນໃໝ່ໄດ້ອີກເມື່ອໄດ້ນໍາໃຊ້ຢ່າງໜ້ອຍໜຶ່ງປີແຕ່ບໍ່ໃຫ້ນໍາໃຊ້ຕໍ່ສິນຄ້າດັ່ງກ່າວເກີນກວ່າສອງຄັ້ງພາຍໃນໄລຍະເວລາຫ້າປີ.
ມາດຕາ35ການແກ້ໄຂຜົນກະທົບຈາກການນໍາໃຊ້ມາດຕະການປົກປ້ອງທົ່ວໄປ ໃນກໍລະນີມີການນໍາໃຊ້ຫຼືມີການຕໍ່ໄລຍະເວລາຂອງການນໍາໃຊ້ມາດຕະການປົກປ້ອງທົ່ວໄປເກີນສາມປີ,ລັດຖະບານສປປລາວອາດປຶກສາຫາລືກັບປະເທດຜູ້ສົ່ງອອກທີ່ຄາດວ່າຈະໄດ້ຮັບຜົນກະທົບຈາກມາດຕະການດັ່ງກ່າວໂດຍຮັກສາລະດັບການຫຼຸດຜ່ອນພາສີໃຫ້ເທົ່າກັບລະດັບທີ່ມີຢູ່ໃນພັນທະຂອງສປປລາວທີ່ມີຕໍ່ອົງການການຄ້າໂລກ.
ມາດຕາ36ການບໍ່ນໍາໃຊ້ມາດຕະການປົກປ້ອງຜູ້ຜະລິດທີ່ໄດຮັບຜົນກະທົບຈາກການນໍາເຂົ້າສິນຄ້າ ມາດຕະການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າຈະບໍ່ຖືກນໍາໃຊ້ໃນກໍລະນີດັ່ງນີ້: 1.ສ່ວນແບ່ງການນໍາເຂົ້າສິນຄ້າຈາກປະເທດກໍາລັງພັດທະນາທີ່ເປັນສະມາຊິກຂອງອົງການການຄ້າໂລກຫາກບໍ່ເກີນສາມສ່ວນຮ້ອຍຂອງການນໍາເຂົ້າສິນຄ້າທັງໝົົດທີ່ຖືກສືບຫາຂໍ້ມູນຫຼືສ່ວນແບ່ງການນໍາເຂົ້າທັງໝົດຈາກປະເທດກໍາລັງພັດທະນາລວມກັນຫາກບໍ່ເກີນເກົ້າສ່ວນຮ້ອຍ; 2.ການນໍາໃຊ້ມາດຕະການປົກປ້ອງນັ້ນຫາກເຫັນວ່າສ້າງຄວາມເສຍຫາຍຕໍ່ເສດຖະກິດ-ສັງຄົມພາຍໃນປະເທດ. ກະຊວງອຸດສາຫະກໍາແລະການຄ້າຕ້ອງແຈ້ງໃຫ້ອົງການການຄ້າໂລກແລະຜູ້ມີສ່ວນກ່ຽວຂ້ອງກ່ຽວກັບການບໍ່ນໍາໃຊ້ມາດຕະການດັ່ງກ່າວ.
ພາກທີ4ຂໍ້ຫ້າມ
ມາດຕາ37ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີພຶດຕິກໍາດັ່ງນີ້: 1.ຫ້າມການຊ່ວຍເຫຼືອ,ປົກປ້ອງຜູ້ລະເມີດກົດໝາຍແລະລະບຽບການກ່ຽວກັບການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ; 2.ເປັນສື່ກາງໃຫ້ຫຼືຮັບສິນບົນເພື່ອຜົນປະໂຫຍດຂອງຕົນ,ພັກພວກ,ຈຸ້ມເຈື້ອແລະການຈັດຕັ້ງຫຼືບຸກຄົນໃດໜຶ່ງ; 3.ຂັດຂວາງການເຮັດວຽກຂອງເຈົ້າໜ້າທີ່ແລະຄະນະສືບຫາຂໍ້ມູນ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.
ມາດຕາ38ຂໍ້ຫ້າມສໍາລັບຜູ້ຜະລິດສິນຄ້າພາຍໃນ ຫ້າມຜູ້ຜະລິດສິນຄ້າພາຍໃນມີພຶດຕິກໍາດັ່ງນີ້: 1.ໃສ່ຮ້າຍປ້າຍສີຜູ້ນໍາເຂົ້າສິນຄ້າປະເພດດຽວກັນ,ປອມແປງ,ບິດເບືອນຫຼືສະໜອງຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງແກ່ເຈົ້າໜ້າທີ່ແລະຄະນະສືບຫາຂໍ້ມູນ; 2.ໃຫ້ສິນບົນແກ່ພະນັກງານແລະບຸກຄົນທີ່ກ່ຽວຂ້ອງກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ; 3.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.
ມາດຕາ39ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຄະນະສືບຫາຂໍ້ມູນແລະພະນັກງານທີ່ກ່ຽວຂ້ອງ ຫ້າມເຈົ້າໜ້າທີ່,ຄະນະສືບຫາຂໍ້ມູນແລະພະນັກງານທີ່ກ່ຽວຂ້ອງມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ອໍານາດ,ໜ້າທີ່,ຕໍາແໜ່ງເພື່ອຜົນປະໂຫຍດຂອງຕົນ,ພັກພວກ,ຈຸ້ມເຈື້ອແລະການຈັດຕັ້ງຫຼືບຸກຄົນໃດໜຶ່ງ; 2.ຮັບສິນບົນຈາກຜູ້ຜະລິດສິນຄ້າພາຍໃນຫຼືຈາກຜູ້ນໍາເຂົ້າສິນຄ້າ; 3.ເປີດເຜີຍຂໍ້ມູນ,ເອກະສານທີ່ເປັນຄວາມລັບໂດຍບໍ່ໄດ້ຮັບອະນຸຍາດ; 4.ແກ້ຍາວເວລາໃນການພິຈາລະນາເອກະສານຕ່າງໆໂດຍບໍ່ມີເຫດຜົນຫຼືກົດໜ່ວງເອກະສານຂອງຜູ້ຜະລິດສິນຄ້າພາຍໃນທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ; 5.ສົມຮູ້ຮ່ວມຄິດກັບຜູ້ຜະລິດສິນຄ້າພາຍໃນເພື່ອປົກປິດເຊື່ອງອໍາຂໍ້ມູນຫຼັກຖານຕ່າງໆ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.
ພາກທີ5ການຄຸ້ມຄອງແລະການກວດກາ
ໝວທີ1ການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ
ມາດຕາ40ອົງການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ ລັດຖະບານເປັນຜູ້ຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງອຸດສາຫະກໍາແລະການຄ້າຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບກະຊວງການເງິນ,ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າປະກອບດ້ວຍ: 1.ກະຊວງອຸດສາຫະກໍາແລະການຄ້າ; 2.ພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນຫຼວງ; 3.ຫ້ອງການອຸດສາຫະກໍາແລະການຄ້າເມືອງ,ເທດສະບານ,ນະຄອນ;
ມາດຕາ41ສິດແລະໜ້າທີ່ຂອງກະຊວງອຸດສາຫະກໍາແລະການຄ້າ ໃນການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າກະຊວງອຸດສາຫະກໍາແລະການຄ້າມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າສ້າງນະໂຍບາຍ,ແຜນຍຸດທະສາດແລະກົດໝາຍເພື່ອສະເໜີລັດຖະບານພິຈາລະນາ; 2.ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າເປັນແຜນການ,ແຜນງານ,ໂຄງການລະອຽດແລະຈັດຕັ້ງປະຕິບັດ; 3.ໂຄສະນາ,ເຜີຍແຜ່ນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ; 4.ຄົ້ນຄວ້າແລະສະເໜີຕໍ່ລັດຖະບານພິຈາລະນາຕົກລົງນໍາໃຊ້ມາດຕະການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ; 5.ອອກຂໍ້ຕົກລົງ,ຄໍາສັ່ງແລະຄໍາແນະນໍາກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າທີ່ໄດ້ຮັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າ; 6.ສ້າງ,ບໍາລຸງແລະຍົກລະດັບພະນັກງານ-ລັດຖະກອນກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ. 7.ແຕ່ງຕັ້ງເຈົ້າໜ້າທີ່ແລະຄະນະສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ; 8.ປຶກສາຫາລືແລະປະສານສົມທົບກັບບັນດາກະຊວງ,ອົງການລັດທຽບເທົ່າກະຊວງ,ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ; 9.ພົວພັນຮ່ວມມືແລະແລກປ່ຽນປະສົບການກັບສາກົນກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ; 10.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າຕໍ່ລັດຖະບານຢ່າງເປັນປົກກະຕິ; 11.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ42ສິດແລະໜ້າທີ່ຂອງພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນຫຼວງ ໃນການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນຫຼວງມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຜັນຂະຫຍາຍແລະຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍ,ລະບຽບການແລະແຜນດໍາເນີນງານກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ; 2.ໂຄສະນາເຜີຍແຜ່ນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າໃຫ້ແກ່ສັງຄົມ; 3.ອໍານວຍຄວາມສະດວກແລະໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ແລະຄະນະສືບຫາຂໍ້ມູນໃນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການຈໍາເຂົ້າສິນຄ້າ; 4.ຮັບການສະເໜີແລະການແຈ້ງຂໍ້ມູນກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າແລະພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອລາຍງານກະຊວງອຸດສາຫະກໍາແລະການຄ້າພິຈາລະນາແກ້ໄຂ; 5.ຕິດຕາມກວດກາການປະຕິບັດກົດໝາຍແລະລະບຽບການທີ່ກ່ຽວຂ້ອງກັບຜົນກະທົບຈາກການນໍາເຂົ້າສິນຄ້າ; 6.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຕັບຜົນກະທົບຈາກການນໍາເຂົ້າສິນຄ້າໃຫ້ກະຊວງອຸດສາຫະກໍາແລະການຄ້າແລະອົງການປົກຄອງຂັ້ນແຂວງຢ່າງເປັນປົກກະຕິ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ43ສິດແລະໜ້າທີ່ຂອງຫ້ອງການອຸດສາຫະກໍາແລະການຄ້າເມືອງ,ເທດສະບານ,ນະຄອນ ໃນການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າຫ້ອງການອຸດສາຫະກໍາແລະການຄ້າເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດແຜນການ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາຂອງຂັ້ນເທິງກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ; 2.ເຜີຍແຜ່ກົດໝາຍແລະລະບຽບການກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ; 3.ອໍານວຍຄວາມສະດວກແລະໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ແລະຄະນະສືບຫາຂໍ້ມູນໃນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ; 4.ຕິດຕາມກວດກາການປະຕິບັດກົດໝາຍແລະລະບຽບການທີ່ກ່ຽວຂ້ອງກັບການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ; 5.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າໃຫ້ພະແນກອຸດສາຫະກໍາແລະການຄ້າແລະອົງການປົກປ້ອງຂັ້ນເມືອງຢ່າງເປັນປົກກະຕິ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ44ສິດແລະໜ້າທີ່ຂອງກະຊວງການເງິນ ໃນການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າກະຊວງການເງິນມີສິດແລະໜ້າທີ່ດັ່ງນີ້: 1.ເກັບຮັກສາຫຼືສົ່ງຄືນເງິນຄໍ້າປະກັນຈາກການນໍາໃຊ້ມາດຕະການປົກປ້ອງຊົ່ວຄາວ; 2.ເກັບພາສີສິນຄ້ານໍາເຂົ້າຈາກການນໍາໃຊ້ມາດຕະການປົກປ້ອງທົ່ວໄປ; 3.ປະສານສົມທົບກັບກະຊວງອຸດສາຫະກໍາແລະການຄ້າໃນການຄົ້ນຄວ້າອັດຕາພາສີຂອງສິນຄ້ານໍາເຂົ້າເພື່ອປົກປ້ອງຜູ້ຜະລິດພາຍໃນ; 4.ອອກຂໍ້ຕົກລົງ,ຄໍາສັ່ງແລະຄໍາແນະນໍາກ່ຽວກັບການເກັບຮັກສາຫຼືສົ່ງຄືນເງິນຄໍ້າປະກັນຈາກການນໍາໃຊ້ມາດຕະການປົກປ້ອງຊົ່ວຄາວແລະອັດຕາພາສີຂອງສິນຄ້ານໍາເຂົ້າ; 5.ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າໃນຂອບເຂດສິດແລະໜ້າທີ່ຂອງຕົນຕໍ່ລັດຖະບານຢ່າງເປັນປົກກະຕິ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ45ສິດແລະໜ້າທີ່ຂອງຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນ ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນມີສິດແລະໜ້າທີ່ໃຫ້ການຮ່ວມມື,ສະໜອງຂໍ້ມູນແລະປະສານສົມທົບກັບຂະແໜງການອຸດສາຫະກໍາແລະການຄ້າ,ຂະແໜງການເງິນ,ຂະແໜງການປ້ອງກັນຄວາມສະຫງົບໃນການເຄື່ອນໄຫວວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າຕາມພາລະບົດບາດແລະຂອບເຂດຄວາມຮັບຜິດຊອບຂອງຕົນ.
ໝວດທີ2ການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ
ມາດຕາ46ອົງການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ ອົງການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າມີດັ່ງນີ້: 1.ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານປົກຫ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າຕາມທີ່ໄດ້ກໍານົດໄວ້ໃນມາດຕາ40ຂອງກົດໝາຍສະບັບນີ້; 2.ອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ສະພາປະຊຊົນຂັ້ນແຂວງ,ອົງການກວດກາລັດຖະບານ,ອົງການກວດສອບແຫ່ງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະສື່ມວນຊົນເປັນຜູ້ກວດກາການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າຕາມພາລະບົດບາດ,ສິດແລະໜ້າທີ່ຂອງຕົນ.
ມາດຕາ47ເນື້ອໃນການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ ການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າມີເນື້ອໃນຕົ້ນຕໍດັ່ງນີ້: 1.ການຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ; 2.ການຈັດຕັ້ງແລະການເຄື່ອນໄຫວຂອງອົງການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ; 3.ຄວາມຮັບຜິດຊອບ,ການປະພຶດແລະແບບແຜນວິທີເຮັດວຽກຂອງພະນັກງານ,ເຈົ້າໜ້າທີ່ແລະຄະນະສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍ.
ມາດຕາ48ຮູບການການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ ຮູບການການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າມີດັ່ງນີ້: 1.ການກວດກາປົກກະຕິຊຶ່ງແມ່ນການກວດກາທີ່ດໍາເນີນໄປຕາມກົດໝາຍ,ແຜນການແລະມີກໍານົດເວລາອັນແນ່ນອນ; 2.ການກວດກາໂດຍມີການແຈ້ງໃຫ້ຊາບລ່ວງໜ້າຊຶ່ງແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ຜູ້ຖືກກວດກາຊາບກ່ອນລ່ວງໜ້າຢ່າງໜ້ອຍຊາວີ່ຊົ່ວໂມງ; 3.ການກວດກາແບບກະທັນຫັນຊຶ່ງແມ່ນການກວດກາໃນກໍລະນີມີຄວາມຈໍາເປັນຮີບດ່ວນໂດຍບໍ່ມີການແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າແມ່ນໃຫ້ກວດກາທັງເອກະສານແລະລົງກວດກາຕົວຈິງຢູ່ສະຖານທີ່ຂອງຜູ້ນໍາເຂົ້າ,ຜູ້ຜະລິດສິນຄ້າພາຍໃນຕາມກົດໝາຍ.
ພາກທີ6ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ
ມາດຕາ49ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.
ມາດຕາ50ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຈະຖືກປະຕິບັດມາດຕະການສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືຖືກລົງໂທດທາງອາຍາຕາມກໍລະນີເບົາຫຼືໜັກ.
ພາກທີ7ບົດບັນຍັດສຸດທ້າຍ
ມາດຕາ51ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.
ມາດຕາ52ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແລ້ວແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້