ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ 30-03-2010

From Wikisource
Jump to navigation Jump to search

.ການປົກປ້ອງຜູ້ຊົມໃຊ້ 30-03-2010


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1: ຈຸດປະສົງ

ມາດຕາ 1: ຈຸດປະສົງ ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ກໍານົດຫຼັກການ,ລະ ບຽບການແລະມາດຕະການກ່ຽວກັບການຈັດຕັ້ງ,ການຄຸ້ມຄອງ, ການຕິດຕາມແລະການກວດກາການເຄື່ອນໄຫວວຽກງານປົກປ້ອງ ຜູ້ຊົມໃຊ້ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມເຂັ້ມແຂງ,ຮັບປະ ກັນຜົນປະໂຫຍດ,ຄວາມປອດໄພຂອງຜູ້ຊົມໃຊ້ ຈາກຜົນກະທົບທາງ ລົບທີ່ເນື່ອງມາຈາກການຊົມໃຊ້ສິນຄ້າ ແລະ ການບໍລິການ,ສົ່ງເສີມ ການຜະລິດພາຍໃນ,ການນໍາເຂົ້າ,ການຈໍາໜ່າຍສິນຄ້າແລະການ ບໍລິການໃຫ້ມີຄຸນນະພາບ,ໄດ້ມາດຕະຖານ,ຖືກຕ້ອງແລະສອດຄ່ອງ ກັບລະບຽບກົດໝາຍ,ແນໃສ່ເຮັດໃຫ້ສັງຄົມມີຄວາມຍຸດຕິທໍາ,ຄວາມ ສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າດີຂຶ້ນ,ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ.

...ມາດຕາ 2 ການປົກປ້ອງຜູ້ຊົມໃຊ້

ມາດຕາ 2 ການປົກປ້ອງຜູ້ຊົມໃຊ້ ການປົກປ້ອງຜູ້ຊົມໃຊ້ແມ່ນການນໍາໃຊ້ມາດຕະການເພືອຮັກ ສາຊີວິດ,ສຸຂະພາບ,ຊັບສິນ,ສິດແລະຜົນປະໂຫຍດອັນຊອບທໍາຂອງ ຜູ້ຊົມໃຊ້ທີ່ເນື່ອງມາຈາກຜົນກະທົບຂອງການນໍາໃຊ້ສິນຄ້າແລະ ການບໍລິການເປັນຕົ້ນອາຫານ,ຢາ,ເຄື່ອງສໍາອາງ,ການປິ່ນປົວສຸ ຂະພາບລວມທັງການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນລະຫວ່າງຜູ້ຊົມ ໃຊ້ແລະຜູ້ສະໜອງຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1.​ ຜູ້ຊົມໃຊ້ ໝາຍເຖິງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຊື້ ແລະນໍາໃຊ້ສິນຄ້າແລະການບໍລິການຢ່າງຖືກຕ້ອງໂດຍບໍ່ມີຈຸດປະ ສົງທາງການຄ້າ; 2. ຜູ້ສະໜອງໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ ຜະລິດ,ຂາຍ,ຈໍາໜ່າຍ,ຊື້ເພື່ອຂາຍຕໍ່,ໃຫ້ບໍລິການ,ນໍາເຂົ້າເພື່ອຈໍາ ໜ່າຍແລະມອບ; 3. ສະຫຼາກ ໝາຍເຖິງ ຮູບ,ຮອຍປະດິດ,ເຈ້ຍຫຼືເຄື່ອງໝາຍ ໃດໜຶ່ງທີ່ສະແດງໃຫ້ເຫັນຂໍ້ຄວາມກ່ຽວກັບສິນຄ້າເຊິ່ງກໍານົດໄວ້ໃນ ສິນຄ້າ,ພາຊະນະບັນຈຸ,ຫີບຫໍ່ບັນຈຸສິນຄ້າຫຼືສອດໃສ່ຫຼືລວມໄວ້ກັບສິນ ຄ້າແລະລວມເຖິງເອກະສານຫຼືຄູ່ມືສໍາລັບໃຊ້ປະກອບກັບສິນຄ້າ; 4. ການບໍລິການ ໝາຍເຖິງ ການຮັບໃຊ້,ການໃຫ້ໃຊ້,ການ ໃຫ້ປະໂຫຍດໃນຊັບສິນໂດຍມີຄ່າຕອບແທນເປັນເງິນຫຼືຜົນປະໂຫຍດ ອື່ນ; 5. ສັນຍາ ໝາຍເຖິງ ການຕົກລົງລະຫວ່າງຜູ້ຊົມໃຊ້ແລະຜູ້ ສະໜອງເພື່ອຊື້ແລະຂາຍສິນຄ້າຫຼືໃຊ້ແລະບໍລິການ; 6. ການໂຄສະນາທາງກວ້າງ ໝາຍເຖິງ ການໂຄສະນາ ຜ່ານປ້າຍໂຄສະນາປະເພດຕ່າງໆຕາມສະຖານທີ່ສາທາລະນະແລະ ການເປີດຕົວສິນຄ້າແລະການບໍລິການໃໝ່.

...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້ ລັດສົ່ງເສີມວຽກງານປົກປ້ອງຜູ້ຊົມໃຊ້ດ້ວຍການວາງລະ ບຽບກົດໝາຍ,ການສຶກສາອົບຮົມ,ການປະກອບບຸກຄະລະກອນ, ການສະໜອງງົບປະມານ,ອຸປະກອນໃຫ້ອົງການຈັດຕັ້ງປະຕິບັດ ວຽກງານປົກປ້ອງຜູ້ຊົມໃຊ້ເພື່ອສ້າງເງື່ອນໄຂໃຫ້ອົງການຈັດຕັ້ງ ດັ່ງກ່າວໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ,ຮັບປະກັນຄວາມປອດໄພ ຕໍ່ຊີວິດ,ສຸຂະພາບ,ຊັບສິນ,ສິດແລະຜົນປະໂຫຍດອັນຊອບທໍາຂອງ ຜູ້ຊົມໃຊ້. ລັດຊຸກຍູ້ໃຫ້ທຸກພາກສ່ວນໃນທົ່ວສັງຄົມ,ບຸກຄົນ,ນິຕິບຸກຄົນ ແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດປະກອບສ່ວນເຂົ້າ ໃນການເຄື່ອນໄຫວວຽກງານປົກປ້ອງຜູ້ຊົມໃຊ້.

...ມາດຕາ 5 ຫຼັກການພື້ນຖານກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້

ມາດຕາ 5 ຫຼັກການພື້ນຖານກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້ ການປົກປ້ອງຜູ້ຊົມໃຊ້ຕ້ອງປະຕິບັດຕາມຫຼັກການດັ່ງນີ້: 1. ປົກປ້ອງຜູ້ຊົມໃຊ້ໄປຄຽງຄູ່ກັບການສົ່ງເສີມການຜະລິດ ພາຍໃນ;ຮັບປະກັນການຜະລິດ,ການນໍາເຂົ້າ,ການຈໍາໜ່າຍສສິນ ຄ້າແລະການບໍລິການໃຫ້ມີຄຸນນະພາບ,ໄດ້ມາດຕະຖານຕາມທີ່ອົງ ການກ່ຽວຂ້ອງກໍານົດໄວ້; 2. ຮັບປະກັນຄວາມປອດໄພທາງດ້ານຊີວິດ,ສຸຂະພາບ,ຊັບ ສິນ,ສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ຊົມໃຊ້,ປົກປັກຮັກສາ ສິ່ງແວດລ້ອມແລະສົ່ງເສີມການຊົມໃຊ້ແບບຍືນຍົງ; 3. ຮັບປະກັນຄວາມສະເໝີພາບ,ຄວາມໂປ່ງໃສ,ຄວາມຍຸ ຕິທໍາລະຫວ່າງຜູ້ສະໜອງແລະຜູ້ຊົມໃຊ້ໃນການປະຕິບັດສັນຍາ. 4. ຮັບປະກັນການມີສ່ວນຮ່ວມຂອງປະຊາຊົນແລະສົງຄົມ ໃນການຄຸ້ມຄອງ,ຕິດຕາມ,ກວດກາລາຄາ,ການຕິດສະຫຼາກ,ການ ໂຄສະນາສິນຄ້າແລະການບໍລິການ; 5. ເຄົາລົບແລະປະຕິບັດສັນຍາ,ສົນທິສັນຍາສາກົນທີ່ສປປ ລາວເປັນພາຄີ. ...ມາດຕາ 6 ພັນທະກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້

ມາດຕາ 6 ພັນທະກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້ ພົນລະເມືອງລາວ,ຊາວຕ່າງດ້າວ,ຄົນຕ່າງປະເທດ,ຄົນບໍ່ມີ ສັນຊາດຢູ່ສປປລາວລ້ວນແຕ່ມີພັນທະເຄົາລົບ,ປະຕິບັດກົດໝາຍສະ ບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງພ້ອມທັງອໍານວຍຄວາມສະດວກ, ສະໜອງຂໍ້ມູນຂ່າວສານແລະໃຫ້ການຮ່ວມມືແກ່ເຈົ້າໜ້າທີ່ປົກປ້ອງ ຜູ້ຊົມໃຊ້ໃນເວລາປະຕິບັດໜ້າທີ່.

...ມາດຕາ 7 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 7 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນລວມທັງ ການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ດໍາເນີນການຜະລິດ, ການນໍາເຂົ້າ,ການຂາຍ,ການຈໍາໜ່າຍສິນຄ້າແລະການບໍລິການ ທີ່ມີໃບທະບຽນວິສາຫະກິດແລະຜູ້ຊົມໃຊ້ທີ່ຢູ່ໃນດິນແດນຂອງສປປ ລາວ. ສໍາລັບຜູ້ສະໜອງທີ່ບໍ່ມີໃບທະບຽນວິສາຫະກິດນັ້ນແມ່ນໄດ້ ຮັບການຄຸ້ມຄອງຈາກກົດໝາຍອື່ນ. ...ມາດຕາ 8 ການຮ່ວມມືສາກົນ

ມາດຕາ 8 ການຮ່ວມມືສາກົນ ລົດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນ ແລະສາກົນກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້ດ້ວຍການແລກ ປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ວິທະຍາສາດ,ເຕັກໂນໂລຊີແລະ ຝຶກອົບຮົມ,ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນແລະປະຕິບັດຕາມ ສັນຍາແລະສົນທີສັນຍາທີ່ສປປລາວເປັນພາຄີ.

..ພາກທີ 2 ການປົກປ້ອງຜູ້ຊົມໃຊ້


...ໝວດທີ 1 ປະເພດການປົກປ້ອງຜູ້ຊົມໃຊ້


....ມາດຕາ 9 ປະເພດການປົກປ້ອງຜູ້ຊົມໃຊ້

ມາດຕາ 9 ປະເພດການປົກປ້ອງຜູ້ຊົມໃຊ້ ການປົກປ້ອງຜູ້ຊົມໃຊ້ມີສອງປະເພດຄື: - ການປົກປ້ອງໃນການຊົມໃຊ້ສິນຄ້າ; - ການປົກປ້ອງໃນການໃຊ້ບໍລິການ.

....ມາດຕາ 10 ການປົກປ້ອງໃນການຊົມໃຊ້ສິນຄ້າ

ມາດຕາ 10 ການປົກປ້ອງໃນການຊົມໃຊ້ສິນຄ້າ ການປົກປ້ອງໃນການຊົມໃຊ້ສິນຄ້າແມ່ນການນໍາໃຊ້ມາດຕະ ການຕ່າງໆເພື່ອໃຫ້ຜູ້ຊົມໃຊ້ໄດ້ນໍາໃຊ້ສິນຄ້າທີ່ມີຄຸນນະພາບ,ໄດ້ມາດ ຕະຖານຕາມທີ່ອົງການກ່ຽວຂ້ອງກໍານົດໄວ້,ບໍ່ໃຫ້ມີຜົນກະທົບຕໍ່ຊີວິດ, ສຸຂະພາບ,ຊັບສິນ,ສິດ,ຜົນປະໂຫຍດຂອງຜູ້ຊົມໃຊ້ແລະສິ່ງແວດລ້ອມ.

....ມາດຕາ 11 ການປົກປ້ອງໃນການໃຊ້ບໍລິການ

ມາດຕາ 11 ການປົກປ້ອງໃນການໃຊ້ບໍລິການ ການປົກປ້ອງໃນການໃຊ້ບໍລິການແມ່ນການນໍາໃຊ້ມາດຕະ ການຕ່າງໆເພື່ອໃຫ້ຜູ້ຊົມໃຊ້ໄດ້ໃຊ້ບໍລິການທີ່ມີຄຸນນະພາບ,ໄດ້ມາດ ຕະຖານຕາມທີ່ອົງການກ່ຽວຂ້ອງກໍານົດໄວ້ແລະໃຫ້ມີຄວາມເປັນ ທໍາ. ...ໝວດທີ 2 ການຜະລິດ,ການນໍາເຂົ້າ,ການຂາຍ,ການຈໍາໜ່າຍສິນຄ້າແລະການບໍລິການ


....ມາດຕາ 12 ການຜະລິດສິນຄ້າ

ມາດຕາ 12 ການຜະລິດສິນຄ້າ ການຜະລິດສິນຄ້າຕ້ອງປະຕິບັດຕາມເງື່ອນໄຂ,ມາດຕະຖານ ແລະລະບຽບການຂອງຂະແໜງການທີ່ກ່ຽວຂ້ອງກໍານົດໄວ້ຢ່າງ ເຂັ້ມງວດເພື່ອຫຼີກເວັ້ນຄວາມເປິເປື້ອນ,ຄວາມເປັນອັນຕະລາຍຂອງ ການຜະລິດສິນຄ້າທີ່ບໍ່ຖືກຕ້ອງ,ແນໃສ່ຮັບປະກັນຄວາມປອດໄພທາງ ດ້ານຊີວິດ,ສຸຂະພາບ,ຊັບສິນ,ສິດຜົນປະໂຫຍດຂອງຜູ້ຊົມໃຊ້ແລະສິ່ງ ແວດລ້ອມ.

....ມາດຕາ 13 ການນໍາເຂົ້າ,ການຂາຍ,ການຈໍາໜ່າຍສິນຄ້າແລະການບໍລິການ

ມາດຕາ 13 ການນໍາເຂົ້າ,ການຂາຍ,ການຈໍາໜ່າຍສິນຄ້າແລະ ການບໍລິການ ການນໍາເຂົ້າ,ການຂາຍ,ການຈໍາໜ່າຍສິນຄ້າແລະການບໍ ລິການຕ້ອງປະຕິບັດຕາມເງື່ອນໄຂ,ມາດຕະຖານແລະຜ່ານການ ກວດກາຂອງຂະແໜງການທີ່ກ່ຽວຂ້ອງກໍານົດໄວ້ຢ່າງເຂັ້ມງວດ ເພື່ອຮັບປະກັນຄຸນນະພາບ,ຄວາມປອດໄພ,ຄວາມສະດວກວ່ອງໄວ, ລາຄາສົມເຫດສົມຜົນແລະບໍ່ເອົາລັດເອົາປຽບຜູ້ຊົມໃຊ້.


...ໝວດທີ 3 ການໂຄສະນາ


....ມາດຕາ 14 ຫຼັກການແລະຮູບການການໂຄສະນາ

ມາດຕາ 14 ຫຼັກການແລະຮູບການການໂຄສະນາ ການໂຄສະນາຕ້ອງດໍາເນີນຕາມຫຼັກການດັ່ງນີ້: - ຮັບປະກັນເນື້ອໃນການໂຄສະນາໃຫ້ຊັດເຈນ,ຖືກຕ້ອງຕາມ ຄວາມເປັນຈິງກ່ຽວກັບປະເພດ,ຊະນິດ,ຄຸນລັກສະນະ,ຄຸນນະພາບ ຂອງສິນຄ້າ,ເຄື່ອງໝາຍການຄ້າແລະການບໍລິການ; - ຮັບປະກັນການສະໜອງຂໍ້ມູນຂ່າວສານໃຫ້ຄົບຖ້ວນກ່ຽວ ກັບສິນຄ້າແລະການບໍລິການ; - ຮັບປະກັນການໂຄສະນາບໍ່ໃຫ້ມີລັກຊະນະສຽດສີ,ໝິ່ນປະ ໝາດສິນຄ້າແລະການບໍລິການຂອງຜູ້ອື່ນ. ການໂຄສະນາສາມາດເຮັດໄດ້ທຸກຮູບການເຊັ່ນ:ການໂຄ ສະນາທາງກ້ວາງ,ຜ່ານພາຫະນະສື່ມວນຊົນ.

....ມາດຕາ 15 ການອະນຸຍາດການໂຄສະນາ

ມາດຕາ 15 ການອະນຸຍາດການໂຄສະນາ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງໂຄສະນາ ສິນຄ້າແລະການບໍລິການຕ້ອງຂໍອະນຸຍາດຈາກຂະແໜງການຖະ ແຫຼງຂ່າວແລະວັດທະນະທໍາຕາມລະບຽບກົດໝາຍ. ສໍາລັບເນື້ອໃນການໂຄສະນາສິນຄ້າແລະການບໍລິການນັ້ນ ໃຫ້ປະຕິບັດໃຫ້ຖືກຕ້ອງຕາມລະບຽບການຂອງຂະແໜງການທີ່ກ່ຽວ ຂ້ອງກໍານົດໄວ້.

....ມາດຕາ 16 ການດັດແກ້ການໂຄສະນາ

ມາດຕາ 16 ການດັດແກ້ການໂຄສະນາ ໃນກໍລະນີທີ່ເຫັນວ່າການໂຄສະນາໃດໜຶ່ງຫາກບໍ່ຖືກຕ້ອງ ຕາມຄວາມເປັນຈິງທີ່ແຕະຕ້ອງເຖິງຜົນປະໂຫຍດຂອງຜູ້ຊົມໃຊ້ ນັ້ນເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ທີ່ກ່ຽວຂ້ອງຕ້ອງແຈ້ງໃຫ້ຜູ້ສະໜອງ ທີ່ດໍາເນີນການໂຄສະນານັ້ນຢຸດເຊົາການໂຄສະນາເພື່ອດັດແກ້ ການໂຄສະນາຄືນໃໝ່ໃຫ້ຖືກຕ້ອງແລ້ວຈຶ່ງສືບຕໍ່ໂຄສະນາ.

....ມາດຕາ 17 ການເຂົ້າເຖິງຂໍ້ມູນຂ່າວສານ

ມາດຕາ 17 ການເຂົ້າເຖິງຂໍ້ມູນຂ່າວສານ ເພື່ອໃຫ້ຜູ້ຊົມໃຊ້ເຂົ້າເຖິງຂໍ້ມູນຂ່າວສານ,ຮັບຮູ້,ເຂົ້າໃຈກ່ຽວ ກັບສິນຄ້າແລະບໍລິການທີ່ເປັນອັນຕະລາຍນັ້ນອົງການຈັດຕັ້ງປະຕິ ບັດວຽກງານປົກປ້ອງຜູ້ຊົມໃຊ້ຫຼືຜູ້ສະໜອງຕ້ອງແຈ້ງຂໍ້ມູນຂ່າວ ສານດັ່ງກ່າວດ້ວຍຫຼາຍຮູບການໂດຍຜ່ານພາຫະນະສື່ມວນຊົນ,ການ ໂຄສະນາທາງກ້ວາງດັ່ງນີ້: 1. ແຈ້ງກ່ຽວກັບຄວາມສ່ຽງທີ່ຈະເປັນອັນຕະລາຍຕໍ່ຊີວິດ ແລະສຸຂະພາບໃນການຊົມໃຊ້ສິນຄ້າແລະການບໍລິການ. 2. ແຈ້ງປະເພດສິນຄ້າແລະການບໍລິການທີ່ກໍາລັງມີການ ກວດກາຫຼືທົດສອບຄືນເພື່ອຢັ້ງຢືນກ່ຽວກັບຄຸນນະພາບ,ມາດຕະຖານ ຂອງສິນຄ້າແລະການບໍລິການ,ພາຍຫຼັງໄດ້ຮັບຜົນຂອງການກວດ ກາແລະທົດສອບແລ້ວກໍ່ຕ້ອງແຈ້ງຄືນໃຫ້ຜູ້ຊົມໃຊ້ຊາບ; 3. ພາຍຫຼັງສິນຄ້າໄດ້ຖືກຈໍລະຈອນແລ້ວຖ້າຜູ້ສະໜອງຫາກ ມີຂໍ້ມູນກ່ຽວກັບຄວາມເປັນອັນຕະລາຍຂອງສິນຄ້າຜູ້ສະໜອງຕ້ອງ ແຈ້ງໃຫ້ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ແລະຜູ້ ຊົມໃຊ້ຮັບຊາບຢ່າງທັນເວລາແລະມີມາດຕະການແກ້ໄຂຢ່າງ ເໝາະສົມ. ຄ່າໃຊ້ຈ່າຍໃນການກວດກາ,ທົດສອບຄືນສິນຄ້າແລະການ ບໍລິການ,ການແຈ້ງຂໍ້ມູນຂ່າວສານກ່ຽວກັບຄວາມອັນຕະລາຍຂອງ ສິນຄ້າແລະການບໍລິການຜ່ານສື່ມວນຊົນແລະການໂຄສະນາທາງ ກວ້າງເປັນຄວາມຮັບຜິດຊອບຂອງຜູ້ສະໜອງ.

...ໝວດທີ 4 ການຕິດສະຫຼາກແລະສັນຍາ


....ມາດຕາ 18 ການຕິດສະຫຼາກ

ມາດຕາ 18 ການຕິດສະຫຼາກ ສິນຄ້າທີ່ຜະລິດ,ນໍາເຂົ້າແລະຈໍາໜ່າຍໂດຍຜູ້ສະໜອງທີ່ມີ ໃບທະບຽນວິສາຫະກິດຕ້ອງໃຫ້ມີສະຫຼາກເປັນພາສາລາວຕິດໄວ້ ໂດຍສະເພາະແມ່ນສິນຄ້າທີ່ມີຄວາມສ່ຽງຕໍ່ຊີວິດ,ສຸຂະພາບແລະ ຄວາມປອດໄພຂອງຜູ້ຊົມໃຊ້.

....ມາດຕາ 19 ເນື້ອໃນສະຫຼາກ

ມາດຕາ 19 ເນື້ອໃນສະຫຼາກ ສະຫຼາກສິນຄ້າຕ້ອງປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1.​ ປະເພດຫຼືຊະນິດສິນຄ້າ; 2. ເຄື່ອງໝາຍການຄ້າທີ່ໄດ້ຈົດທະບຽນຂອງຜູ້ຜະລິດຫຼື ຂອງຜູ້ນໍາເຂົ້າເພື່ອຈໍາໜ່າຍ; 3. ສະຖານທີ່ຜະລິດຫຼືຂອງຜູ້ສະໜອງນໍາເຂົ້າເພື່ອຈໍາ ໜ່າຍ,ຊື່ປະເທດທີ່ຜະລິດ; 4. ລາຄາ,ຈໍານວນ,ປະລິມານ,ຄຸນນະພາບ,ບໍລິມາດ,ສ່ວນ ປະກອບ,ຂໍ້ແນະນໍາວິທີໃຊ້,ຄໍາເຕືອນ,ວັນເດືອນປີຜະລິດແລະວັນ ໝົດອາຍຸນໍາໃຊ້.

....ມາດຕາ 20 ການດັດແກ້ເນື້ອໃນສະຫຼາກ

ມາດຕາ 20 ການດັດແກ້ເນື້ອໃນສະຫຼາກ ເມື່ອເຫັນວ່າສິນຄ້າໃດໜຶ່ງຫາກບໍ່ມີສະຫຼາກຫຼືມີເນື້ອໃນສະ ຫຼາກບໍ່ຖືກຕ້ອງແລະບໍ່ຄົບຖ້ວນຕາມຄຸນປະໂຫຍດແລະລັກສະນະ ຂອງສິນຄ້ານັ້ນເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ທີ່ກ່ຽວຂ້ອງຕ້ອງແຈ້ງ ໃຫ້ຜູ້ສະໜອງຢຸດເຊົາການນໍາເຂົ້າ,ການຈໍາໜ່າຍຊົ່ວຄາວເພື່ອ ດັດແກ້ເນື້ອໃນສະຫຼາກແລ້ວຈຶ່ງໃຫ້ນໍາເຂົ້າແລະຈໍາໜ່າຍ.

....ມາດຕາ 21 ສັນຍາ

ມາດຕາ 21 ສັນຍາ ໃນການດໍາເນີນທຸລະກິດກ່ຽວກັບສິນຄ້າຫຼືການບໍລິການປະ ເພດໃດໜຶ່ງນັ້ນຜູ້ສະໜອງແລະຜູ້ຊົມໃຊ້ຕ້ອງເຮັດສັນຍາໃຫ້ສອດ ຄ່ອງກັບກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາແລະນອກສັນຍາແລະ ຕ້ອງປະຕິບັດສັນຍານັ້ນໃຫ້ຖືກຕ້ອງ,ຄົບຖ້ວນແລະທັນເວລາ.

..ພາກທີ 3 ການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້


...ໝວດທີ 1 ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຂອງລັດ


....ມາດຕາ 22 ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້

ມາດຕາ 22 ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຂອງລັດ ແຕ່ສູນກາງລົງຮອດທ້ອງຖິ່ນປະກອບດ້ວຍບັນດາຂະແໜງການຕົ້ນ ຕໍດັ່ງນີ້: - ອຸດສາຫະກໍາແລະການຄ້າ; - ສາທາລະນະສຸກ; - ກະສິກໍາ ແລະ ປ່າໄມ້; - ວິທະຍາສາດ ແລະ ເຕັກໂນໂລຊີ. ສໍາລັບໂຄງປະກອບຈັດຕັ້ງແລະບຸກຄະລາກອນຂອງອົງ ການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຂອງລັດໄດ້ກໍານົດ ໄວ້ໃນລະບຽບການສະເພາະ.

....ມາດຕາ 23 ຂະແໜງການອຸດສາຫະກໍາແລະການຄ້າ

ມາດຕາ 23 ຂະແໜງການອຸດສາຫະກໍາແລະການຄ້າ ໃນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຂະແໜງ ການອຸດສາຫະກໍາແລະການຄ້າຮັບຜິດຊອບເປັນໃຈກາງປະສານ ງານກັບພາກສ່ວນທີ່ກ່ຽວຂ້ອງແລະລົງເລິກໃນຂົງເຂດວຽກງານ ອຸດສາຫະກໍາແລະການຄ້າກ່ຽວກັບການປຸງແຕ່ງ,ການຕະຫຼາດ,ລາ ຄາແລະການບໍລິການລວມທັງບັນຫາທີ່ບໍ່ໄດ້ກໍານົດໄວ້ໃນຂອບເຂດ ຄວາມຮັບຜິດຊອບຂອງຂະແໜງການອື່ນ.

....ມາດຕາ 24 ຂະແໜງການສາທາລະນະສຸກ

ມາດຕາ 24 ຂະແໜງການສາທາລະນະສຸກ ໃນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຂະແໜງ ການສາທາລະນະສຸກຮັບຜິດຊອບລົງເລິກໃນຂົງເຂດວຽກງານສາ ທາລະນະສຸກກ່ຽວກັບອາຫານແລະຢາ,ອຸປະກອນການແພດແລະ ການບໍລິການປິ່ນປົວສຸຂະພາບ.


....ມາດຕາ 25 ຂະແໜງການກະສິກໍາແລະປ່າໄມ້

ມາດຕາ 25 ຂະແໜງການກະສິກໍາແລະປ່າໄມ້ ໃນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຂະແໜງ ການກະສິກໍາແລະປ່າໄມ້ຮັບຜິດຊອບລົງເລິກໃນຂົງເຂດວຽກງານ ກະສິກໍາແລະປ່າໄມ້ກ່ຽວກັບຂະບວນການຜະລິດຝຸ່ນ,ສານເຄມີນໍາ ໃຊ້ໃນກະສິກໍາ,ແນວພັນພືດ,ແນວພັນສັດ,ເຄື່ອງມືແລະພາຫະນະກົນ ຈັກກະສິກໍາ.

....ມາດຕາ 26 ຂະແໜງການວິທະຍາສາດແລະເຕັກໂນໂລຊີ

ມາດຕາ 26 ຂະແໜງການວິທະຍາສາດແລະເຕັກໂນໂລຊີ ໃນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຂະແໜງ ການວິທະຍາສາດແລະເຕັກໂນໂລຊີຮັບຜິດຊອບລົງເລິກໃນຂົງເຂດ ວຽກງານການເຄື່ອນໄຫວດ້ານວິທະຍາສາດ,ເຕັກໂນໂລຊີ,ຄຸນນະ ພາບ,ມາດຕະຖານ,ການວັດແທກ,ການຊັ່ງຜອງແລະຊັບສິນທາງ ປັນຍາ.

....ມາດຕາ 27 ສິດແລະໜ້າທີ່ຂອງອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້

ມາດຕາ 27 ສິດແລະໜ້າທີ່ຂອງອົງການຈັດຕັ້ງປະຕິບັດວຽກງານ ປົກປ້ອງຜູ້ຊົມໃຊ້ ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ມີສິດແລະ ໜ້າທີ່ຕົ້ນຕໍດັ່ງນີ້: 1. ປະຕິບັດນະໂຍບາຍແລະລະບຽບການກ່ຽວກັບການປົກ ປ້ອງຜູ້ຊົມໃຊ້ຢ່າງຖືກຕ້ອງແລະເຂັ້ມງວດ. 2. ແກ້ໄຂຂໍ້ຂັດແຍ່ງລະຫວ່າງຜູ້ຊົມໃຊ້ແລະຜູ້ສະໜອງ,ໃຫ້ ຄໍາປຶກສາທາງດ້ານລະບຽບກົດໝາຍກ່ຽວກັບການປົກປ້ອງຜູ້ຊົມ ໃຊ້; 3. ກວດກາເນື້ອໃນແລະຮູບການຂອງການໂຄສະນາ,ການ ຕິດສະຫຼາກ,ການຫຸ້ມຫໍ່,ການວັດແທກແລະລາຄາສິນຄ້າທີ່ຜະລິດ, ນໍາເຂົ້າແລະການຈໍາໜ່າຍຢູ່ຕະຫຼາດເປັນຕົ້ນຕໍ; 4. ກວດກາໃບຢັ້ງຢືນຄຸນນະພາບ,ມາດຕະຖານຂອງສິນຄ້າ ແລະການບໍລິການ,ໃບທະບຽນວິສາຫະກິດແລະເອກະສານອື່ນທີ່ ກ່ຽວກັບສິນຄ້າແລະບໍລິການ; 5. ເກັບຕົວຢ່າງຜະລິດຕະພັນຫຼືສິນຄ້າຫຼືວັດຖຸທີ່ນໍາໃຊ້ເຂົ້າ ໃນການດໍາເນີນທຸລະກິດການຜະລິດ,ການຄ້າ,ການບໍລິການແລະ ວັດຖຸອື່ນເພື່ອກວດກາ; 6. ຍຶດຫຼືອາຍັດສິນຄ້າ,ພາຊະນະຫຼືຫີບຫໍ່ບັນຈຸສິນຄ້າ,ສະ ຫຼາກຫຼືເອກະສານອື່ນທີ່ບໍ່ຖືກຕ້ອງພ້ອມທັງເຮັດບົດບັນທຶກເພື່ອເປັນ ຫຼັກຖານໃນການດໍາເນີນຄະດີ; 7. ກວດກາສະຖານທີ່,ຕຶກ,ອາຄານທີ່ມີສ່ວນພົວພັນກັບການ ຜະລິດ,ການປຸງແຕ່ງຫຼືການປັບປຸງຜະລິດຕະພັນແລະສິນຄ້າ,ສະ ຖານທີ່ຈໍາໜ່າຍ,ຮ້ານຄ້າ,ສາງເກັບມ້ຽນແລະສະຖານທີ່ບໍລິການ. 8. ສອບຖາມບຸກຄົນ,ຜູ້ຕາງໜ້ານິຕິບຸກຄົນຫຼືການຈັດຕັ້ງ ກ່ຽວກັບຄຸນນະພາບ,ມາດຕະຖານສິນຄ້າ,ການບໍລິການແລະສິ່ງ ແວດລ້ອມ. 9. ສະເໜີຖອນຫຼືຖອນໃບຢັ້ງຢືນ,ໃບທະບຽນວິສາຫະກິດຫຼື ເອກະສານອື່ນກ່ຽວກັບສິນຄ້າແລະການບໍລິການເມື່ອເຫັນວ່າມີການ ລະເມີດລະບຽບກົດໝາຍຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 10. ປະສານສົມທົບຊຶ່ງກັນແລະກັນ,ກັບອົງການຈັດຕັ້ງອື່ນ, ອົງການປົກຄອງທ້ອງຖິ່ນທຸກຂັ້ນໃນການປະຕິບັດວຽກງານປົກປ້ອງ ຜູ້ຊົມໃຊ້; 11. ພົວພັນ,ຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານປົກ ປ້ອງຜູ້ຊົມໃຊ້ຕາມການມອບໝາຍຂອງຂັ້ນເທິງ; 12. ສະຫຼຸບ,ປະເມີນຜົນແລະລາຍງານກ່ຽວກັບການຈັດຕັ້ງ ປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ໃຫ້ຂັ້ນເທິງຢ່າງເປັນປົກກະຕິ.

....ມາດຕາ 28 ຂະແໜງການອື່ນ

ມາດຕາ 28 ຂະແໜງການອື່ນ ໃນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຂະແໜງ ການອື່ນຮັບຜິດຊອບໃນການປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ຕາມພາລະບົດບາດ,ສິດແລະໜ້າທີ່ຂອງຕົນ.

....ມາດຕາ 29 ເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້

ມາດຕາ 29 ເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ ເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ແມ່ນພະນັກງານຂອງລັດທີ່ໄດ້ ຮັບການແຕ່ງຕັ້ງໂດຍລັດຖະມົນຕີວ່າການກະຊວງທີ່ກ່ຽວຂ້ອງ. ສໍາລັບມາດຕະຖານ,ສິດແລະໜ້າທີ່ຂອງເຈົ້າໜ້າທີ່ປົກປ້ອງ ຜູ້ຊົມໃຊ້ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

...ໝວດທີ 2 ສະມາຄົມຜູ້ຊົມໃຊ້


....ມາດຕາ 30 ທີ່ຕັ້ງແລະພາລະບົດບາດຂອງສະມາຄົມ

ມາດຕາ 30 ທີ່ຕັ້ງແລະພາລະບົດບາດຂອງສະມາຄົມ ສະມາຄົມປົກປ້ອງຜູ້ຊົມໃຊ້ແມ່ນອົງການຈັດຕັ້ງສັງຄົມທີ່ ເຄື່ອນໄຫວໂດຍບໍ່ຫວັງຜົນກໍາໄລຊຶ່ງສ້າງຕັ້ງຂຶ້ນຕາມລະບຽບກົດ ໝາຍ,ມີພາລະບົດບາດຊ່ວຍເຫຼືອ,ໃຫ້ຄໍາປຶກສາ,ຄໍາແນະນໍາແລະ ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ຊົມໃຊ້. ການຈັດຕັ້ງແລະການເຄື່ອນໄຫວຂອງສະມາຄົມປົກປ້ອງ ຜູ້ຊົມໃຊ້ໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 31 ສິດແລະໜ້າທີ່ຂອງສະມາຄົມ

ມາດຕາ 31 ສິດແລະໜ້າທີ່ຂອງສະມາຄົມ ສະມາຄົມປົກປ້ອງຜູ້ຊົມໃຊ້ມີສິດແລະໜ້າທີ່ດັ່ງນີ້: 1. ຮັບ,ຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງຜູ້ຊົມໃຊ້ແລະ ຈັດຕັ້ງການໄກ່ເກ່ຍລະຫວ່າງຜູ້ຊົມໃຊ້ແລະຜູ້ສະໜອງຕາມລະບຽບ ກົດໝາຍ; 2. ເປັນຜູ້ຕາງໜ້າຜູ້ຊົມໃຊ້ໃນການແກ້ໄຂຂໍ້ຂັດແຍ່ງແລະ ການຮ້ອງຟ້ອງຜູ້ສະໜອງ; 3. ສະເໜີຕໍ່ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມ ໃຊ້ຂອງລັດກ່ຽວກັບການລະເມີດລະບຽບກົດໝາຍຂອງຜູ້ສະໜອງ; 4. ສະເໜີການກະທໍາທີ່ບໍ່ຖືກຕ້ອງຂອງເຈົ້າໜ້າທີ່ປົກປ້ອງ ຜູ້ຊົມໃຊ້ຕໍ່ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຂອງ ລັດ; 5. ປະກອບຄໍາເຫັນຕໍ່ອົງການຈັດຕັ້ງປະຕິບັດວຽກງານປົກ ປ້ອງຜູ້ຊົມໃຊ້ຂອງລັດກ່ຽວກັບມາດຕະການແລະການສ້າງນິຕິກໍາ ຕ່າງໆທີ່ພົວພັນເຖິງວຽກງານປົກປ້ອງຜູ້ຊົມໃຊ້; 6. ແນະນໍາ,ຊ່ວຍເຫຼືອຜູ້ຊົມໃຊ້ໃນເວລາຜູ້ຊົມໃຊ້ມີບັນຫາ ກ່ຽວກັບສິນຄ້າແລະການບໍລິການແລະຮັບປະກັນຄວາມໂປ່ງໃສ ແລະເປັນທໍາໃນເວລາເປັນຕົວແທນໃນການໄກ່ເກ່ຍ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະ ການມອບໝາຍຂອງອົງການລັດທີ່ກ່ຽວຂ້ອງ. ..ພາກທີ 4 ສິດແລະພັນທະຂອງຜູ້ຊົມໃຊ້ແລະຜູ້ສະໜອງ


...ໝວດທີ 1 ສິດແລະພັນທະຂອງຜູ້ຊົມໃຊ້


....ມາດຕາ 32 ສິດຂອງຜູ້ຊົມໃຊ້

ມາດຕາ 32 ສິດຂອງຜູ້ຊົມໃຊ້ ຜູ້ຊົມໃຊ້ມີສິດຕົ້ນຕໍດັ່ງນີ້: 1. ເລືອກແລະຕັດສິນໃຈຊື້ສິນຄ້າຫຼືໃຊ້ບໍລິການຕາມຄວາມ ຕ້ອງການ; 2. ຜູ້ຂໍ້ມູນຂ່າວສານແລະຄໍາແນະນໍາທີ່ຊັດເຈນກ່ຽວກັບຄຸນ ນະພາບ,ລາຄາ,ສະຖານທີ່ຜະລິດ,ຜູ້ຜະລິດ,ວິທີນໍາໃຊ້ຫຼືຜູ້ມືນໍາໃຊ້, ລັກສະນະພິເສດ,ສ່ວນປະກອບ,ວັນເດືອນປີຜະລິດ,ວັນໝົດອາຍຸນໍາ ໃຊ້,ໃບຮັບຮອງສິນຄ້າ,ການບໍລິການຫຼັງການຂາຍແລະຂໍ້ມູນອື່ນທີ່ ຈໍາເປັນ; 3. ໄດ້ຮັບຄວາມປອດໄພດ້ານຊີວິດ,ສຸຂະພາບແລະຊັບສິນ ໃນເວລານໍາໃຊ້ສິນຄ້າແລະການບໍລິການ; 4. ຮ້ອງຂໍຫຼືຮ້ອງຟ້ອງເອົາການທົດແທນຄ່າເສຍຫາຍທີ່ ເນື່ອງມາຈາກການຊົມໃຊ້ສິນຄ້າແລະການບໍລິການທີ່ບໍ່ມີຄຸນນະ ພາບຫຼືບໍ່ໄດ້ມາດຕະຖານແລະມີຜົນກະທົບຕໍ່ຊີວິດ,ສຸຂະພາບແລະ ຊັບສິນຂອງຕົນ; 5. ສະເໜີຕໍ່ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ ຊົມໃຊ້ທີ່ກ່ຽວຂ້ອງກ່ຽວກັບການດໍາເນີນການຜະລິດ,ທຸລະກິດແລະ ການບໍລິການທີ່ລະເມີດລະບຽບກົດໝາຍເປັນຕົ້ນການປອມແປງ ສິນຄ້າ,ການສ້າງຜົນກະທົບຕໍ່ສິ່ງແວດລ້ອມເກີນມາດຕະຖານ.

....ມາດຕາ 33 ພັດທະຂອງຜູ້ຊົມໃຊ້

ມາດຕາ 33 ພັດທະຂອງຜູ້ຊົມໃຊ້ ຜູ້ຊົມໃຊ້ມີພັນທະຕົ້ນຕໍດັ່ງນີ້: 1. ຈ່າຍຄ່າສິນຄ້າແລະຄ່າບໍລິການເປັນເງິນກີບ; 2. ນໍາໃຊ້ສິນຄ້າແລະການບໍລິການໂດຍປະຕິບັດຕາມຄໍາ ແນະນໍາຫຼືຄູ່ມືນໍາໃຊ້ຢ່າງຖືກຕ້ອງ. 3. ສະໜອງຂໍ້ມູນຂ່າວສານກ່ຽວກັບສິນຄ້າແລະການບໍລິ ການທີ່ບໍ່ມີຄຸນນະພາບແລະບໍ່ໄດ້ມາດຕະຖານໃຫ້ແກ່ເຈົ້າໜ້າທີ່ທີ່ ກ່ຽວຂ້ອງ.

...ໝວດທີ 2 ສິດແລະພັນທະຂອງຜູ້ສະໜອງ


....ມາດຕາ 34 ສິດຂອງຜູ້ສະໜອງ

ມາດຕາ 34 ສິດຂອງຜູ້ສະໜອງ ຜູ້ສະໜອງມີສິດຕົ້ນຕໍດັ່ງນີ້: 1. ດໍາເນີນທຸລະກິດການຜະລິດ,ການຄ້າ,ການຈໍາໜ່າຍ ແລະການບໍລິການຕາມລະບຽບກົດໝາຍ; 2. ກໍານົດ,ຕິດລາຄາສິນຄ້າແລະການບໍລິການເປັນເງິນ ກີບ; 3. ໂຄສະນາກ່ຽວກັບຄຸນນະພາບຂອງສິນຄ້າແລະການບໍ ລິການໃຫ້ຊັດເຈນ,ຖືກຕ້ອງຕາມຄວາມເປັນຈິງ; 4. ຢື່ນຄໍາຮ້ອງ,ຄໍາສະເໜີກ່ຽວກັບວຽກງານປົກປ້ອງຜູ້ຊົມ ໃຊ້ແລະການລະເມີດລິຂະສິດສິນຄ້າແລະການບໍລິການຂອງຕົນຕໍ່ ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ທີ່ກ່ຽວຂ້ອງ.

....ມາດຕາ 35 ພັນທະຂອງຜູ້ສະໜອງ

ມາດຕາ 35 ພັນທະຂອງຜູ້ສະໜອງ ຜູ້ສະໜອງມີພັນທະຕົ້ນຕໍດັ່ງນີ້: 1. ຮັບປະກັນຄຸນນະພາບ,ມາດຕະຖານຂອງສິນຄ້າແລະ ການບໍລິການຕາມການກໍານົດຂອງກົດໝາຍທີ່ກ່ຽວຂ້ອງ; 2. ຮັບປະກັນບໍ່ໃຫ້ການຜະລິດ,ການນໍາເຂົ້າ,ການຈໍາໜ່າຍ ສິນຄ້າ,ການບໍລິການສົ່ງຜົນກະທົບຕໍ່ສິ່ງແວດລ້ອມເກີນມາດຕະ ຖານທີ່ໄດ້ກໍານົດ; 3. ສະໜອງຂໍ້ມູນຂ່າວສານກ່ຽວກັບການຜະລິດ,ການນໍາ ເຂົ້າ,ການຈໍາໜ່າຍສິນຄ້າແລະການບໍລິການແກ່ຜູ້ຊົມໃຊ້ໃຫ້ຊັດ ເຈນແລະຖືກຕ້ອງຕາມຄວາມເປັນຈິງ; 4. ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເນື່ອງມາຈາກຜະລິດ ຕະພັນ,ສິນຄ້າແລະການບໍລິການທີ່ບໍ່ມີຄຸນນະພາບແລະບໍ່ໄດ້ມາດ ຕະຖານຊຶ່ງຕົນໄດ້ສະໜອງ; 5. ປະຕິບັດສັນຍາກັບຜູ້ຊົມໃຊ້ຢ່າງເຂັມງວດແລະຕິດສະ ຫຼາກສິນຄ້າຕາມລະບຽບການ. 6. ໃຫ້ການຮ່ວມມືແລະສະໜອງຂໍ້ມູນຂ່າວສານກ່ຽວັບສິນ ຄ້າແລະການບໍລິການຂອງຕົນແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ.

..ພາກທີ 5 ການແກ້ໄຂຂໍ້ຂັດແຍ່ງລະຫວ່າງຜູ້ຊົມໃຊ້ແລະຜູ້ສະໜອງ


...ໝວດທີ 1 ການແກ້ໄຂຂໍ້ຂັດແຍ່ງ


....ມາດຕາ 36 ຫຼັກການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 36 ຫຼັກການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງຕ້ອງປະຕິບັດຕາມຫຼັກການດັ່ງນີ້: - ຄວາມຖືກຕ້ອງແລະສອດຄ່ອງກັບລະບຽບກົດໝາຍ; - ຄວາມສະເໝີພາບ; - ຄວາມໂປ່ງໃສແລະຄວາມຍຸຕິທໍາ; - ຄວາມວ່ອງໄວ.

....ມາດຕາ 37 ວິທີການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 37 ວິທີການແກ້ໄຂຂໍ້ຂັດແຍ່ງ ຂໍ້ຂັດແຍ່ງກ່ຽວກັບການປົກປ້ອງຜູ້ຊົມໃຊ້ສາມາດແກ້ໄຂ ດ້ວຍວິທີການດັ່ງນີ້: 1. ການແກ້ໄຂດ້ວຍການປະນີປະນອມ; 2. ການແກ້ໄຂດ້ວຍການໄກ່ເກ່ຍ; 3. ການແກ້ໄຂທາງດ້ານບໍລິຫານໂດຍອົງການຈັດຕັ້ງປະ ຕິບັດວຽກງານປົກປ້ອງຜູ້ຊົມໃຊ້; 4. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດຫຼືໂດຍປະຊາຊົນ. ໃນການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການປົກປ້ອງຜູ້ຊົມໃຊ້ນັ້ນ ຄູ່ກໍລະນີສາມາດເລືອກເອົາວິທີການໃດໜຶ່ງເພື່ອແກ້ໄຂຕາມຄວາມ ພໍໃຈຂອງທັງສອງຝ່າຍ.

...ໝວດທີ 2 ການແກ້ໄຂດ້ວຍການປະນີປະນອມ


....ມາດຕາ 38 ການປະນີປະນອມ

ມາດຕາ 38 ການປະນີປະນອມ ໃນກໍລະນີທີ່ມີຂໍ້ຂັດແຍ່ງລະຫວ່າງຜູ້ຊົມໃຊ້ແລະຜູ້ສະໜອງໃຫ້ ຄູ່ກໍລະນີພະຍາຍາມແກ້ໄຂຂໍ້ຂັດແຍ່ງນັ້ນດ້ວຍການປຶກສາຫາລືແລະ ການປະນີປະນອມກັນຕາມຂັ້ນຕອນດັ່ງນີ້: 1. ເມື່ອເຫັນວ່າສິດ,ຜົນປະໂຫຍດຂອງຕົນເອງຖືກລະເມີດ, ເສຍຫາຍຍ້ອນສິນຄ້າແລະການບໍລິການນັ້ນຜູ້ຊົມໃຊ້ມີສິດສະເໜີ ຫຼືຮ້ອງຂໍເອົາການທົດແທນຄ່າເສຍຫາຍໂດຍກົງຕໍ່ຜູ້ສະໜອງ,ບຸກ ຄົນຫຼືນິຕິບຸກຄົນທີ່ຮັບຈາກຜູ້ສະໜອງ; 2. ຜູ້ສະໜອງຕ້ອງຕອບຄໍາສະເໜີຫຼືຄໍາຮ້ອງຂໍຂອງຜູ້ຊົມ ໃຊ້ໃນເວລາບໍ່ເກີນສາມວັນນັບແຕ່ວັນໄດ້ຮັບຄໍາສະເໜີຫຼືຄໍາຮ້ອງ ຂໍເປັນຕົ້ນໄປ; 3. ຜູ້ສະໜອງຕ້ອງແກ້ໄຂໃນເວລາທີ່ເໝາະສົມແຕ່ບໍ່ໃຫ້ ເກີນເຈັດວັນນັບແຕ່ວັນໄດ້ໃຫ້ຄໍາຕອບເປັນຕົ້ນໄປ; 4. ຜູ້ຊົມໃຊ້ມີສິດນໍາໃຊ້ວິທີການແກ້ໄຂຂໍ້ຂັດແຍ່ງອື່ນໃນ ເວລາທີ່ການປະນີປະນອມບໍ່ໄດ້ຮັບຜົນ.

....ມາດຕາ 39 ບົດບັນທຶກການປະນີປະນອມ

ມາດຕາ 39 ບົດບັນທຶກການປະນີປະນອມ ຜູ້ຊົມໃຊ້ແລະຜູ້ສະໜອງຕ້ອງເຮັດບົດບັນທຶກການປະນີປະ ນອມກັນຢ່າງເປັນລາຍລັກອັກສອນ,ຍົກເວັ້ນກໍລະນີທີ່ມີການຕົກລົງ ກັນເປັນຢ່າງອື່ນ. ແຕ່ລະຝ່າຍມີພັນທະປະຕິບັດຕາມບົດບັນທຶກຫຼືຕາມການຕົກ ລົງໃນການປະນີປະນອມກັນນັ້ນ.

...ໝວດທີ 3 ການແກ້ໄຂດ້ວຍການໄກ່ເກ່ຍ


....ມາດຕາ 40 ການໄກ່ເກ່ຍ

ມາດຕາ 40 ການໄກ່ເກ່ຍ ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນລະຫວ່າງຜູ້ຊົມໃຊ້ແລະຜູ້ສະໜອງ ຄູ່ກໍລະນີມີສິດສະເໜີດັ່ງນີ້: 1. ເລືອກເອົາບຸກຄົນຫຼືນິຕິບຸກຄົນທີ່ທັງສອງຝ່າຍຍອມຮັບ ເພື່ອທໍາການໄກ່ເກ່ຍ. 2. ໄກ່ເກ່ຍກັນໂດຍສອດຄ່ອງກັບລະບຽບກົດໝາຍ.

....ມາດຕາ 41 ຫຼັກການໄກ່ເກ່ຍ

ມາດຕາ 41 ຫຼັກການໄກ່ເກ່ຍ ການໄກ່ເກ່ຍໃຫ້ປະຕິບັດຕາມຫຼັກການດັ່ງນີ້: 1. ຄວາມສະເໜີພາບ,ໂປ່ງໃສ,ພາວະວິໄສ,ຍຸຕິທໍາບໍ່ໃຫ້ມີ ການບັງຄັບ,ບໍ່ໃຫ້ມີການຕົວະຍົວະຫຼອກລວງ. 2. ການບໍ່ເປີດເຜີຍແລະການຮັບປະກັນຄວາມລັບຂອງຂໍ້ ມູນຂ່າວສານຂອງແຕ່ລະຝ່າຍຍົກເວັ້ນໄດ້ມີການຕົກລົງກັນຫຼືກົດ ໝາຍໄດ້ກໍານົດໄວ້ຢ່າງອື່ນ; 3. ການບໍ່ດໍາເນີນການໄກ່ເກ່ຍຂໍ້ຂັດແຍ່ງທີ່ຂັດກັບລະບຽບ ກົດໝາຍ.

....ມາດຕາ 42 ໜ່ວຍງານໄກ່ເກ່ຍ

ມາດຕາ 42 ໜ່ວຍງານໄກ່ເກ່ຍ ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຂອງລັດ ສ້າງຕັ້ງໜ່ວຍງານໄກ່ເກ່ຍຂອງຕົນຂຶ້ນຊຶ່ງປະກອບດ້ວຍພະນັກງານ ແຕ່ໜຶ່ງຫາສາມຄົນແລະມີໜ້າທີ່ໄກ່ເກ່ຍຂໍ້ຂັດແຍ່ງລະຫວ່າງຜູ້ຊົມ ໃຊ້ແລະຜູ້ສະໜອງຕາມຄວາມຮັບຜິດຊອບຂອງຕົນ. ສະມາຄົມປົກປ້ອງຜູ້ຊົມໃຊ້ກໍ່ສາມາດດໍາເນີນການໄກ່ເກ່ຍ ຕາມຄວາມເຫັນດີຂອງຜູ້ຊົມໃຊ້ແລະຜູ້ສະໜອງ.

....ມາດຕາ 43 ກໍານົດເວລາຂອງການໄກ່ເກ່ຍ

ມາດຕາ 43 ກໍານົດເວລາຂອງການໄກ່ເກ່ຍ ການໄກ່ເກ່ຍໃຫ້ປະຕິບັດຕາມກໍານົດເວລາດັ່ງນີ້: 1. ໃນໄລຍະເຈັດວັນນັບແຕ່ວັນໄດ້ຮັບຄໍາຮ້ອງຂໍໄກ່ເກ່ຍ ເປັນຕົ້ນໄປໜ່ວຍງານໄກ່ເກ່ຍຕ້ອງອອກແຈ້ງການໃຫ້ຄູ່ກໍລະນີຊາບ ເພື່ອດໍາເນີນການໄກ່ເກ່ຍ; 2. ການກໍານົດເວລາໄກ່ເກ່ຍໃຫ້ແຕ່ລະຝ່າຍຕົກລົງກັນແຕ່ ບໍ່ໃຫ້ກາຍໜຶ່ງເດືອນນັບແຕ່ວັນອອກແຈ້ງການເພື່ອດໍາເນີນການ ໄກ່ເກ່ຍເປັນຕົ້ນໄປ. 3. ຄູ່ກໍລະນີມີສິດຖອນຕົວອອກຈາກການໄກ່ເກ່ຍໄດ້ທຸກເວ ລາແຕ່ຕ້ອງສະເໜີເປັນລາຍລັກອັກສອນຕໍ່ໜ່ວຍງານໄກ່ເກ່ຍ.

....ມາດຕາ 44 ເນື້ອໃນບົດບັນທຶກການໄກ່ເກ່ຍ

ມາດຕາ 44 ເນື້ອໃນບົດບັນທຶກການໄກ່ເກ່ຍ ການໄກ່ເກ່ຍຕ້ອງເຮັດບົດບັນທຶກເຊິ່ງປະກອບດ້ວຍເນື້ອໃນ ຕົ້ນຕໍດັ່ງນີ້: 1. ຊື່ແລະນາມສະກຸນຂອງຄູ່ກໍລະນີ; 2. ບັນຫາທີ່ນໍາມາໄກ່ເກ່ຍ; 3. ຊື່ແລະນາມສະກຸນຂອງຜູ້ໄກ່ເກ່ຍແລະບັນດາຜູ້ເຂົ້າຮ່ວມ; 4. ວັນ,ເດືອນ,ປີແລະສະຖານທີ່ໄກ່ເກ່ຍ; 5. ຜົນຂອງການໄກ່ເກ່ຍ; 6. ກໍານົດເວລາປະຕິບັດບົດບັນທຶກການໄກ່ເກ່ຍ; 7. ລາຍເຊັນແລະລາຍໂປ້ມືຂອງຄູ່ກໍລະນີ; 8. ລາຍເຊັນຂອງຜູ້ໄກ່ເກ່ຍ.

....ມາດຕາ 45 ການປະຕິບັດບົດບັນທຶກການໄກ່ເກ່ຍ

ມາດຕາ 45 ການປະຕິບັດບົດບັນທຶກການໄກ່ເກ່ຍ ບົດບັນທຶກການໄກ່ເກ່ຍໃຫ້ປະຕິບັດດັ່ງນີ້: 1. ຄູ່ກໍລະນີຕ້ອງຕື່ນຕົວເປັນເຈົ້າການປະຕິບັດຕາມບົດບັນ ທຶກການໄກ່ເກ່ຍ,ຍົກເວັ້ນກໍລະນີມີການຂໍລົບລ້າງບົດບັນທຶກດັ່ງກ່າວ ດ້ວຍເຫດຜົນພຽງພໍ; 2. ໃນກໍລະນີທີ່ຝ່າຍໃດຝ່າຍໜຶ່ງຫາກບໍ່ເປັນເຈົ້າການປະຕິ ບັດຕາມບົດບັນທຶກການໄກ່ເກ່ຍ,ໂດຍບໍ່ມີເຫດຜົນນັ້ນ ຝ່າຍໜຶ່ງອີກ ກໍ່ມີສິດສະເໜີຕໍ່ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ເພື່ອພິຈາລະນາ.

....ມາດຕາ 46 ຂັ້ນຕອນການປະຕິບັດບົດບັນທຶກການໄກ່ເກ່ຍ

ມາດຕາ 46 ຂັ້ນຕອນການປະຕິບັດບົດບັນທຶກການໄກ່ເກ່ຍ ຂັ້ນຕອນການປະຕິບັດບົດບັນທຶກການໄກ່ເກ່ຍມີດ່ັງນີ້: 1. ໜ່ວຍງານໄກ່ເກ່ຍຕ້ອງສົ່ງບົດບັນທຶກການໄກ່ເກ່ຍໃຫ້ ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຂອງລັດທີ່ກ່ຽວ ຂ້ອງພາຍໃນກໍານົດສາມວັນລັດຖະການ. 2. ພາຍໃນຫ້າວັນລັດຖະການນັບແຕ່ວັນໄດ້ຮັບບົດບັນທຶກ ການໄກ່ເກ່ຍເປັນຕົ້ນໄປ,ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງ ຜູ້ຊົມໃຊ້ທີ່ກ່ຽວຂ້ອງຕ້ອງເຕືອນໃຫ້ແຕ່ລະຝ່າຍຮັບຊາບແລະໃຫ້ປະ ຕິບັດຕາມບົດບັນທຶກການໄກ່ເກ່ຍ; 3. ໃນກໍລະນີຝ່າຍທີ່ຕ້ອງປະຕິບັດພັນທະຫາກບໍ່ປະມິບັດຕາມ ຂໍ້ຕົກລົງໃຫ້ປະຕິບັດນັ້ນແລ້ວອົງການຈັດຕັ້ງປະຕິບັດວຽກງານປົກ ປ້ອງຜູ້ຊົມໃຊ້ມີສິດສະເໜີຕໍ່ອົງການທີ່ມີສິດອໍານາດເພື່ອນໍາໃຊ້ມາດ ຕະການໃດໜຶ່ງຕາມລະບຽບກົດໝາຍ. ....ມາດຕາ 47 ການແກ້ໄຂທາງດ້ານບໍລິຫານ

ມາດຕາ 47 ການຂໍຍົກເລີກບົດບັນທຶກການໄກ່ເກ່ຍ ໃນກໍລະນີທີ່ເຫັນວ່າການໄກ່ເກ່ຍຫາກໄດ້ລະເມີດຫຼັກການ ການໄກ່ເກ່ຍທີ່ໄດ້ກໍານົດໄວ້ໃນມາດຕາ 41 ຂອງກົດໝາຍສະບັບ ນີ້ແລະໄດ້ເຮັດໃຫ້ຕົນເສຍຜົນປະໂຫຍດຄູ່ກໍລະນີກໍ່ມີສິດຮ້ອງຂໍຍົກ ເລີກບົດບັນທຶກການໄກ່ເກ່ຍນັ້ນຕໍ່ອົງການຄຸ້ມຄອງວຽກງານປົກ ປ້ອງຜູ້ຊົມໃຊ້ທີ່ກ່ຽວຂ້ອງ. ພາຍໃນກໍານົດເວລາຫ້າວັນນັບແຕ່ວັນໄດ້ຮັບຄໍາຮ້ອງຂໍຍົກ ເລີກບົດບັນທຶກການໄກ່ເກ່ຍເປັນຕົ້ນໄປອົງການຄຸ້ມຄອງວຽກງານ ປົກປ້ອງຜູ້ຊົມໃຊ້ຕ້ອງອອກຂໍ້ຕົກລົງຍົກເລີກຫຼືບໍ່ຍົກເລີກບົດບັນທຶກ ການໄກ່ເກ່ຍດັ່ງກ່າວແລະແຈ້ງເຫດຜົນໃຫ້ຄູ່ກໍລະນີຊາບ.


...ໝວດທີ 4 ການແກ້ໄຂທາງດ້ານບໍລິຫານໂດຍອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້


....ມາດຕາ 48 ການແກ້ໄຂທາງດ້ານບໍລິຫານ

ມາດຕາ 48 ການແກ້ໄຂທາງດ້ານບໍລິຫານ ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນລະຫວ່າງຜູ້ຊົມໃຊ້ແລະຜູ້ສະໜອງ ຄູ່ກໍລະນີກໍ່ມີສິດສະເໜີໃຫ້ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງ ຜູ້ຊົມໃຊ້ຫຼືຂະແໜງການອື່ນທີ່ກ່ຽວຂ້ອງພິຈາລະນາແກ້ໄຂທາງດ້ານ ບໍລິຫານຕາມລະບຽບການ.

....ມາດຕາ 49 ການຍື່ນຄໍາຮ້ອງ

ມາດຕາ 49 ການຍື່ນຄໍາຮ້ອງ ການຍື່ນຄໍາຮ້ອງໃຫ້ປະຕິບັດດັ່ງນີ້: 1. ຜູ້ຊົມໃຊ້ສາມາດຍື່ນຄໍາຮ້ອງຕໍ່ອົງການຈັດຕັ້ງປະຕິບັດ ວຽກງານປົກປ້ອງຜູ້ຊົມໃຊ້ຢູ່ຂັ້ນທ້ອງຖິ່ນຂອງຕົນ; 2. ຜູ້ຊົມໃຊ້ມີໜ້າທີ່ສະໜອງບັນດາເອກະສານ,ຫຼັກຖານ ຕ່າງໆດັ່ງນີ້: - ຫຼັກຖານກ່ຽວກັບການຊື້-ຂາຍກັບຜູ້ສະໜອງ. - ຫຼັກຖານກ່ຽວກັບພຶດຕິກໍາການລະເມີດສັນຍາຂອງຜູ້ ສະໜອງ. ຜູ້ສະໜອງທີ່ໄດ້ຮັບຄວາມເສຍຫາຍກໍ່ມີສິດຍື່ນຄໍາຮ້ອງເຊັ່ນ ດຽວກັນ.

....ມາດຕາ 50 ກໍານົດເວລາຂອງການແກ້ໄຂຄໍາຮ້ອງຂອງຜູ້ຊົມໃຊ້

ມາດຕາ 50 ກໍານົດເວລາຂອງການແກ້ໄຂຄໍາຮ້ອງຂອງຜູ້ຊົມໃຊ້ ກໍານົດເວລາຂອງການແກ້ໄຂຄໍາຮ້ອງຂອງຜູ້ຊົມໃຊ້ໃຫ້ປະ ຕິບັດດັ່ງນີ້: 1. ໃນເວລາສິບວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງ ຂອງຜູ້ຊົມໃຊ້ເປັນຕົ້ນໄປອົງການຈັດຕັ້ງປະຕິບັດວຽກງານປົກປ້ອງ ຜູ້ຊົມໃຊ້ຕ້ອງເຊີນຜູ້ສະໜອງມາອະທິບາຍຊີ້ແຈງກ່ຽວກັບຄໍາຮ້ອງ ຂອງຜູ້ຊົມໃຊ້; 2. ຜູ້ສະໜອງຕ້ອງໃຫ້ການຊີ້ແຈງບໍ່ໃຫ້ກາຍເຈັດວັນນັບແຕ່ ວັນໄດ້ຮັບການເຊີນຈາກອົງການຈັດຕັ້ງປະຕິບັດວຽກງານປົກປ້ອງ ຜູ້ຊົມໃຊ້ເປັນຕົ້ນໄປ; 3. ໃນກໍານົດເວລາບໍ່ໃຫ້ເກີນສາມສິບວັນນັບແຕ່ວັນໄດ້ຮັບ ຄໍາຊີ້ແຈງຂອງຜູ້ສະໜອງເປັນຕົ້ນໄປອົງການຈັດຕັ້ງປະຕິບັດວຽກ ງານປົກປ້ອງຜູ້ຊົມໃຊ້ຕ້ອງອອກຂໍ້ຕົກລົງເພື່ອແກ້ໄຂຄໍາຮ້ອງດັ່ງ ກ່າວ; 4. ໃນກໍລະນີຫາກມີຄວາມຈໍາເປັນອົງການຈັດຕັ້ງປະຕິບັດ ວຽກງານປົກປ້ອງຜູ້ຊົມໃຊ້ອາດເຊີນຄູ່ກໍລະນີມາຊີ້ແຈງຕື່ມຫຼືເຊີນ ຂະແໜງການຫຼືຜູ້ຊ່ຽວຊານທີ່ກ່ຽວຂ້ອງເຂົ້າຮ່ວມຄົ້ນຄວ້າແກ້ໄຂ ນໍາກໍ່ໄດ້. ....ມາດຕາ 51 ຂອບເຂດສິດໃນການແກ້ໄຂຄໍາຮ້ອງ

ມາດຕາ 51 ຂອບເຂດສິດໃນການແກ້ໄຂຄໍາຮ້ອງ ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ມີສິດພິຈາ ລະນາແກ້ໄຂຄໍາຮ້ອງດັ່ງນີ້: 1. ຂັ້ນເມືອງມີສິດພິຈາລະນາແກ້ໄຂຄໍາຮ້ອງກ່ຽວກັບສິນຄ້າ ແລະການບໍລິການທີ່ມີມູນຄ່າຕໍ່າກວ່າໜຶ່ງຮ້ອຍລ້ານກີບລົງມາ; 2. ຂັ້ນແຂວງມີສິດພິຈາລະນາແກ້ໄຂຄໍາຮ້ອງກ່ຽວກັບສິນ ຄ້າແລະການບໍລິການທີ່ມີມູນຄ່າແຕ່ໜຶ່ງຮ້ອຍລ້ານກີບຂຶ້ນໄປ.

....ມາດຕາ 52 ເນື້ອໃນຂໍ້ຕົກລົງແກ້ໄຂຄໍາຮ້ອງ

ມາດຕາ 52 ເນື້ອໃນຂໍ້ຕົກລົງແກ້ໄຂຄໍາຮ້ອງ ຂໍ້ຕົກລົງແກ້ໄຂຄໍາຮ້ອງຂອງຜູ້ຊົມໃຊ້ໃນກໍລະນີທີ່ຜູ້ສະໜອງ ເປັນຜູ້ລະເມີດປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1. ໃຫ້ຜູ້ສະໜອງປະຕິບັດພັນທະຂອງຕົນຕໍ່ຜູ້ຊົມໃຊ້ຕາມສັນ ຍາ; 2. ໃຫ້ຜູ້ສະໜອງທົດແທນຄ່າເສຍຫາຍແກ່ຜູ້ຊົມໃຊ້; 3. ໃຫ້ຜູ້ສະໜອງປົວແປງຜົນກະທົບຕໍ່ຜູ້ຊົມໃຊ້ເມື່ອມີການ ລະເມີດ. ຂໍ້ຕົກລົງແກ້ໄຂຄໍາຮ້ອງຂອງຜູ້ຊົມໃຊ້ໃນກໍລະນີທີ່ຜູ້ສະໜອງ ບໍ່ເປັນຜູ້ລະເມີດກໍ່ໃຫ້ຍົກເລີກຄໍາຮ້ອງຂອງຜູ້ຊົມໃຊ້ພ້ອມຊີ້ແຈງເຫດ ຜົນ. ຂໍ້ຕົກລົງແກ້ໄຂຄໍາຮ້ອງຂອງຜູ້ສະໜອງກໍ່ໃຫ້ປະຕິບັດຕາມທີ່ ກ່າວມາຂ້າງເທິງນີ້ເຊັ່ນດຽວກັນ.

...ໝວດທີ 5 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຫຼືໂດຍສານປະຊາຊົນ


....ມາດຕາ 53 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 53 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນລະຫວ່າງຜູ້ຊົມໃຊ້ແລະຜູ້ສະໜອງ ຄູ່ກໍລະນີມີສິດສະເໜີໃຫ້ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະ ກິດພິຈາລະນາແກ້ໄຂຕາມລະບຽບກົດໝາຍ. ....ມາດຕາ 54 ການແກ້ໄຂໂດຍສານປະຊາຊົນ

ມາດຕາ 54 ການແກ້ໄຂໂດຍສານປະຊາຊົນ ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນລະຫວ່າງຜູ້ຊົມໃຊ້ແລະຜູ້ສະໜອງ ຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນ ຕາມລະບຽບກົດໝາຍ.

....ມາດຕາ 55 ການແກ້ໄຂຂໍ້ຂັດແຍ່ງທີ່ພົວພັນກັບສາກົນ

ມາດຕາ 55 ການແກ້ໄຂຂໍ້ຂັດແຍ່ງທີ່ພົວພັນກັບສາກົນ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການປົກປ້ອງຜູ້ຊົມໃຊ້ທີ່ພົວ ພັນກັບສາກົນໃຫ້ປະຕິບັດຕາມກົດໝາຍແຫ່ງສປປລາວຫຼືສັນຍາ ແລະສົນທິສັນຍາທີ່ສປປລາວເປັນພາຄີ.

..ພາກທີ 6 ຂໍ້ຫ້າມ


...ມາດຕາ 56 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຫຼືພະນັກງານ

ມາດຕາ 56 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຫຼືພະນັກງານ ຫ້າມເຈົ້າໜ້າທີ່ຫຼືພະນັກງານມີພຶດຕິກໍາດັ່ງນີ້: 1. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທໍາ,ລໍາອຽງ,ບໍ່ຖືກຕ້ອງ ຕາມລະບຽບກົດໝາຍຕໍ່ຜູ້ຊົມໃຊ້ຫຼືຜູ້ສະໜອງ; 2. ສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດແລະໜ້າທີ່ເພື່ອຜົນ ປະໂຫຍດສ່ວນຕົວ,ຮັບສິນບົນທີ່ເນື່ອງມາຈາກການປົກປ້ອງຜູ້ຊົມໃຊ້; 3. ປອມແປງເອກະສານຫຼືໃຊ້ເອກະສານປອມ,ເປີດເຜີຍ ຄວາມລບ,ກົດໜ່ວງຖ່ວງດຶງຫຼືທໍາລາຍເອກະສານກ່ຽວກັບສິນຄ້າ ແລະການບໍລິການ; 4. ມີພຶດຕິກໍາອື່ນທີ່ລະເມີດລະບຽບກົດໝາຍກ່ຽວກັບການ ປົກປ້ອງຜູ້ຊົມໃຊ້.

...ມາດຕາ 57 ຂໍ້ຫ້າມສໍາລັບຜູ້ຊົມໃຊ້

ມາດຕາ 57 ຂໍ້ຫ້າມສໍາລັບຜູ້ຊົມໃຊ້ ຫ້າມຜູ້ຊົມໃຊ້ມີພຶດຕິກໍາດັ່ງນີ້: 1. ສົ່ງເສີມສິນຄ້າຫຼືການບໍລິການທີ່ບໍ່ມີຄຸນນະພາບແລະບໍ່ໄດ້ ມາດຕະຖານ; 2. ໂຄສະນາໃສ່ຮ້າຍປ້າຍສີສິນຄ້າແລະການບໍລິການຫຼືມີ ການກະທໍາທີ່ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ສະໜອງ; 3. ປະຕິບັດສັນຍາກັບຜູ້ສະໜອງໂດຍບໍ່ຖືກຕ້ອງແລະຄົບ ຖ້ວນ; 4. ເມີນເສີຍຕໍ່ການລະເມີດລະບຽບກົດໝາຍຂອງເຈົ້າໜ້າ ທີ່,ພະນັກງານຫຼືຂອງຜູ້ສະໜອງ; 5. ນໍາໃຊ້ສິນຄ້າແລະການບໍລິການທີ່ສ້າງຄວາມເສຍຫາຍ ຕໍ່ສະພາບແວດລ້ອມ,ຂັດກັບລະບຽບກົດໝາຍ,ຮີດຄອງປະເພນີອັນ ດີງາມ,ກໍ່ໃຫ້ເກີດອັນຕະລາຍແກ່ຊີວິດ,ສຸຂະພາບແລະຊັບສິນຂອງ ບຸກຄົນອື່ນແລະສັງຄົມ; 6. ນໍາໃຊ້ເງິນຕາຕ່າງປະເທດຊໍາລະຄ່າສິນຄ້າແລະການບໍ ລິການໂດຍບໍ່ໄດ້ຮັບອະນຸຍາດ; 7. ມີພຶດຕິກໍາອື່ນທີ່ລະເມີດລະບຽບກົດໝາຍກ່ຽວກັບການ ປົກປ້ອງຜູ້ຊົມໃຊ້.

...ມາດຕາ 58 ຂໍ້ຫ້າມສໍາລັບຜູ້ສະໜອງ

ມາດຕາ 58 ຂໍ້ຫ້າມສໍາລັບຜູ້ສະໜອງ ຫ້າມຜູ້ສະໜອງມີພຶດຕິກໍາດັ່ງນີ້: 1. ຜະລິດ,ນໍາເຂົ້າ,ຈໍາໜ່າຍສິນຄ້າທີ່ບໍ່ມີຄຸນນະພາບ,ບໍ່ໄດ້ ມາດຕະຖານ,ສິນຄ້າປອມແປງ,ສິນຄ້າລອກຮຽນແບບ,ສິນຄ້າຕ້ອງ ຫ້າມ; 2. ໃຫ້ການບໍລິການທີ່ບໍ່ມີຄຸນນະພາບ,ບໍ່ໄດ້ມາດຕະຖານ ແລະຂັດກັບລະບຽບກົດໝາຍ,ຮີດຄອງປະເພນີ; 3. ປະຕິບັດສັນຍາກັບຜູ້ຊົມໃຊ້ໂດຍບໍ່ຖືກຕ້ອງແລະຄົບຖ້ວນ. 4. ສະໜອງສິນຄ້າທີ່ກໍ່ໃຫ້ເກີດມົນລະພິດເກີນມາດຕະຖານ, ສ້າງຄວາມເສຍຫາຍແກ່ຊີວິດ,ສຸຂະພາບແລະຊັບສິນຂອງຜູ້ຊົມໃຊ້; 5. ໂຄສະນາຫຼືສະໜອງຂໍ້ມູນຂ່າວສານກ່ຽວກັບສິນຄ້າແລະ ການບໍລິການທີ່ບໍ່ຖືກຕ້ອງຫຼືເກີນຄວາມຈິງ; 6. ປອມແປງເອກະສານຫຼືໃຊ້ເອກະສານປອມກ່ຽວກັບສິນ ຄ້າແລະການບໍລິການ; 7. ຕົວະຍົວະ,ຫຼອກລວງ,ໃຫ້ສິນບົນທີ່ເນື່ອງມາຈາກການສະ ໜອງສິນຄ້າຫຼືການໃຫ້ບໍລິການທີ່ບໍ່ຖືກຕ້ອງ; 8. ຕິດ,ປະກາດລາຄາແລະຮັບຊໍາລະຄ່າສິນຄ້າແລະການບໍ ລິການເປັນເງິນຕາຕ່າງປະເທດ; 9. ມີພຶດຕິກໍາອື່ນທີ່ລະເມີດລະບຽບກົດໝາຍກ່ຽວກັບການປົກ ປ້ອງຜູ້ຊົມໃຊ້.

...ມາດຕາ 59 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 59 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1. ສ້າງອຸປະສັກກີດຂວາງ,ແຊກແຊງວຽກງານຂອງຜູ້ສະ ໜອງໃນເວລາເຄື່ອນໄຫວວຽກງານປົກປ້ອງຜູ້ຊົມໃຊ້; 2. ໂຄສະນາບໍ່ຖືກຕ້ອງກ່ຽວກັບຄຸນນະພາບ,ມາດຕະຖານ ຂອງສິນຄ້າແລະການບໍລິການທີ່ພາໃຫ້ຜູ້ອື່ນເຂົ້າໃຈຜິດຫຼືໃສ່ຮ້າຍ ປ້າຍສີຜູ້ສະໜອງ; 3. ຊ່ວຍເຫຼືອ,ປົກປ້ອງຜູ້ສະໜອງທີ່ໄດ້ລະເມີດລະບຽບກົດ ໝາຍ; 4. ໃຊ້ຄວາມຮຸນແຮງ,ບັງຄັບນາບຂູ່,ຂັດຂວາງການປະຕິ ບັດວຽກງານຂອງເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້; 5. ເປັນສື່ກາງໃຫ້ສິນບົນແລະຮັບສິນບົນທີ່ເນື່ອງມາຈາກ ການປົກປ້ອງຜູ້ຊົມໃຊ້; 6. ມີພຶດຕິກໍາອື່ນທີ່ລະເມີດລະບຽບກົດໝາຍກ່ຽວກັບການ ປົກປ້ອງຜູ້ຊົມໃຊ້.

..ພາກທີ 7 ການຄຸ້ມຄອງແລະການກວດກາວຽກງານປົກປ້ອງຜູ້ຊົມໃຊ້


...ໝວດທີ 1 ການຄຸ້ມຄອງວຽກງານປົກປ້ອງຜູ້ຊົມໃຊ້


....ມາດຕາ 60 ອົງການຄຸ້ມຄອງວຽກງານປົກປ້ອງຜູ້ຊົມໃຊ້

ມາດຕາ 60 ອົງການຄຸ້ມຄອງວຽກງານປົກປ້ອງຜູ້ຊົມໃຊ້ ລັດຖະບານຄຸ້ມຄອງວຽກງານປົກປ້ອງຜູ້ຊົມໃຊ້ຢ່າງລວມ ສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະ ຊວງອຸດສາຫະກໍາແລະການຄ້າເປັນໃຈກາງໃນການປະສານສົມ ທົບກັບກະຊວງສາທາລະນະສຸກ,ກະຊວງກະສິກໍາແລະປ່າໄມ້,ອົງ ການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ,ຂະແໜງການອື່ນ ແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານປົກປ້ອງຜູ້ຊົມໃຊ້ແມ່ນອົງການ ດຽວກັນກັບອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຕາມ ທີ່ໄດ້ກໍານົດໄວ້ໃນ ມາດຕາ 22 ຂອງກົດໝາຍສະບັບນີ້.

....ມາດຕາ 61 ສິດແລະໜ້າທີ່ຂອງອົງການຄຸ້ມຄອງວຽກງານປົກປ້ອງຜູ້ຊົມໃຊ້

ມາດຕາ 61 ສິດແລະໜ້າທີ່ຂອງອົງການຄຸ້ມຄອງວຽກງານປົກ ປ້ອງຜູ້ຊົມໃຊ້ ອົງການຄຸ້ມຄອງວຽກງານປົກປ້ອງຜູ້ຊົມໃຊ້ມີສິດແລະໜ້າທີ່ ຕົ້ນຕໍດັ່ງນີ້: 1. ຄົ້ນຄວ້ານະໂຍບາຍ,ລະບຽບກົດໝາຍ,ແຜນຍຸດທະສາດ ແລະແຜນການກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້ເພື່ອສະເໜີລັດ ຖະບານພິຈາລະນາ; 2. ໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍ,ແຜນ ຍຸດທະສາດແລະແຜນການກ່ຽວກັບການປົກປ້ອງຜູ້ຊົມໃຊ້ໃຫ້ແກ່ສັງ ຄົມຕາມຄວາມຮັບຜິດຊອບຂອງຕົນ; 3. ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການກ່ຽວ ກັບວຽກງານປົກປ້ອງຜູ້ຊົມໃຊ້ຕາມພາລະບົດບາດຂອງຕົນ; 4. ປະສານສົມທົບກັບຂະແໜງການອື່ນ,ອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງເພື່ອຊີ້ນໍາແລະຕິດຕາມການຈັດຕັ້ງປະຕິບັດ ວຽກງານປົົກປ້ອງຜູ້ຊົມໃຊ້ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 5. ໂຈະ,ປ່ຽນແປງ,ຍົກເລີກ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ, ແຈ້ງການທີ່ບໍ່ສອດຄ່ອງກັບລະບຽບກົດໝາຍກ່ຽວກັບການປົກປ້ອງ ຜູ້ຊົມໃຊ້ຕາມຂອບເຂດສິດແລະໜ້າທີ່ຂອງຕົນ; 6. ສະເໜີສ້າງຕັ້ງຫຼືຍຸບເລີກແລະຕິດຕາມ,ຄຸ້ມຄອງການ ເຄື່ອນໄຫວຂອງສະມາຄົມປົກປ້ອງຜູ້ຊົມໃຊ້; 7. ກໍ່ສ້າງ,ບໍາລຸງ,ຍົກລະດັບ,ແຕ່ງຕັ້ງຫຼືປົດຕໍາແໜ່ງເຈົ້າ ໜ້າທີ່ປົກປ້ອງຜູ້ຊົມໃຊ້ໃນຂະແໜງການຂອງຕົນ; 8. ຮັບແລະແກ້ໄຂຄໍາສະເໜີຂອງປະຊາຊົນຕໍ່ການປະຕິບັດ ວຽກງານຂອງເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ທີ່ລະເມີດລະບຽບກົດ ໝາຍ; 9. ພົວພັນຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານປົກປ້ອງ ຜູ້ຊົມໃຊ້ຕາມຂອບເຂດສິດແລະໜ້າທີ່ຂອງຕົນ; 10. ສະຫຼຸບ,ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກ ງານຜູ້ຊົມໃຊ້ໃຫ້ຂັ້ນເທິງຢ່າງເປັນປົກກະຕິ.


...ໝວດທີ 2 ການກວດກາວຽກງານປົກປ້ອງຜູ້ຊົມໃຊ້


....ມາດຕາ 62 ອົງການກວດກາວຽກງານປົກປ້ອງຜູ້ຊົມໃຊ້

ມາດຕາ 62 ອົງການກວດກາວຽກງານປົກປ້ອງຜູ້ຊົມໃຊ້ ອົງການກວດກາວຽກງານປົກປ້ອງຜູ້ຊົມໃຊ້ປະກອບດ້ວຍ: 1. ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງ ການຄຸ້ມຄອງວຽກງານປົກປ້ອງຜູ້ຊົມໃຊ້ເຊິ່ງໄດ້ກໍານົດໄວ້ໃນມາດ ຕາ 60 ຂອງກົດໝາຍສະບັບນີ້; 2. ອົງການກວດກາພາຍນອກແມ່ນສະພາແຫ່ງຊາດ,ອົງ ການກວດກາລັດ,ອົງການກວດສອບແຫ່ງລັດເປັນຜູ້ກວດກາການ ຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຕາມພາລະບົດບາດ,ສິດ ແລະໜ້າທີ່ຂອງຕົນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ....ມາດຕາ 63 ເນື້ອໃນການກວດກາ

ມາດຕາ 63 ເນື້ອໃນການກວດກາ ການກວດກາວຽກງານປົກປ້ອງຜູ້ຊົມໃຊ້ມີເນື້ອໃນດັ່ງນີ້: 1. ການປະຕິບັດນະໂຍບາຍແລະລະບຽບກົດໝາຍກ່ຽວກັບ ວຽກງານປົກປ້ອງຜູ້ຊົມໃຊ້; 2. ການຈັດຕັ້ງແລະການເຄື່ອນໄຫວຂອງອົງການຈັດຕັ້ງປະ ຕິບັດວຽກງານປົກປ້ອງຜູ້ຊົມໃຊ້; 3. ການເຄື່ອນໄຫວ,ຄວາມຮັບຜິດຊອບ,ການປະພຶດແລະ ແບບແຜນວິທີເຮັດວຽກຂອງເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້.

....ມາດຕາ 64 ຮູບການການກວດກາ

ມາດຕາ 64 ຮູບການການກວດກາ ການກວດກາວຽກງານປົກປ້ອງຜູ້ຊົມໃຊ້ມີສາມຮູບການດັ່ງ ນີ້: 1. ການກວດາຕາມລະບົບປົກກະຕິ; 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3. ການກວດກາແບບກະທັນຫັນ. ການກວດກາຕາມປົກກະຕິແມ່ນການກວດກາຕາມແຜນ ການແລະມີກໍານົດເວລາອັນແນ່ນອນເຊິ່ງຕ້ອງປະຕິບັດຢ່າງໜ້ອຍ ສອງຄັ້ງຕໍ່ປີ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດ ການອກແຜນເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກ ກວດກາຮູ້ກ່ອນລ່ວງໜ້າຢ່າງໜ້ອຍຊາວສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດກາໃນເວລາທີ່ ເຫັນວ່າມີຄວາມຈໍາເປັນແລະຮີບດ່ວນໂດຍບໍ່ມີການແຈ້ງໃຫ້ຜູ້ຖືກ ກວດກາຮູ້ກ່ອນລ່ວງໜ້າ. ການກວດກາໃຫ້ດໍາເນີນດ້ວຍການກວດກາທາງດ້ານເອກະ ສານແລະລົງກວດກາຕົວຈິງຢູ່ສະຖານທີ່ທີ່ກ່ຽວຂ້ອງ. ການກວດກາໃຫ້ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມ ງວດ.

..ພາກທີ 8 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 65 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 65 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການ ຈັດຕັ້ງປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍ ອື່ນຕາມລະບຽບກົດໝາຍ.

...ມາດຕາ 66 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 66 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດ ໝາຍກ່ຽວກັບການປົກປ້ອງຜູ້ຊົມໃຊ້ຈະຖືກປະຕິບັດມາດຕະການ ສຶກສາອົບຮົມ,ທາງວິໄນ,ປັບໃໝ,ທາງແພ່ງຫຼືລົງໂທດທາງອາຍາ ແລ້ວແຕ່ກໍລະນີເບົາຫຼືໜັກ. ...ມາດຕາ 67 ມາດຕະການສຶກສາອົບຮົມ

ມາດຕາ 67 ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍ ກ່ຽວກັບການປົກປ້ອງຜູ້ຊົມໃຊ້ເປັນຕົ້ນຂໍ້ຫ້າມທີ່ມີລັກສະນະເບົາບາງ ແລະເປັນການລະເມີດເທື່ອທໍາອິດຈະຖືກກ່າວເຕືອນແລະສຶກສາອົບ ຮົມ. ...ມາດຕາ 68 ມາດຕະການທາງວິໄນ

ມາດຕາ 68 ມາດຕະການທາງວິໄນ ພະນັກງານແລະເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ທີ່ໄດ້ລະເມີດລະ ບຽບກົດໝາຍກ່ຽວກັບການປົກປ້ອງຜູ້ຊົມໃຊ້ແລະຂໍ້ຫ້າມເຊິ່ງບໍ່ເປັນ ການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍໃຫ້ແກ່ຜູ້ຊົມໃຊ້ ຫຼືຜູ້ສະໜອງແຕ່ບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຈາກຄວາມຜິດ ຈະຖືກປະຕິບັດມາດຕະການທາງວິໄນຕາມແຕ່ລະກໍລະນີດັ່ງນີ້: 1. ຕິຕຽນ,ກ່າວເຕືອນຄວາມຜິດຕາມລະບຽບລັດຖະກອນ ພ້ອມທັງບັນທຶກໄວ້ໃນສໍານວນຊີວະປະຫວັດຂອງຜູ້ກ່ຽວ; 2. ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນ,ການຍ້ອງຍໍ; 3. ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບນ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າ ກວ່າເກົ່າ; 4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ທີ່ຖືກປະຕິບັດວິໄນຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກ ຕ້ອງນັ້ນຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

...ມາດຕາ 69 ມາດຕະການປັບໃໝ

ມາດຕາ 69 ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້ເປັນຕົ້ນຂໍ້ຫ້າມທີ່ບໍ່ເປັນການກະ ທໍາຜິດທາງອາຍາພາຍຫຼັງທີ່ໄດ້ຮັບການກ່າວເຕືອນມາແລ້ວສອງ ຄັ້ງຈະຖືກປັບໃໝຕາມແຕ່ລະກໍລະນີເຊິ່ງໄດ້ກໍານົດໄວ້ໃນລະບຽບ ການສະເພາະ.

...ມາດຕາ 70 ມາດຕະການທາງແພ່ງ

ມາດຕາ 70 ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ກໍ່ຄວາມເສຍຫາຍໃຫ້ ແກ່ຜູ້ອື່ນທີ່ເນື່ອງມາຈາກການຜະລິດ,ການນໍາເຂົ້າ,ການຂາຍ,ການ ຈໍາໜ່າຍສິນຄ້າແລະການບໍລິການທີ່ບໍ່ມີຄຸນນະພາບ,ບໍ່ໄດ້ມາດຕະ ຖານຈະຕ້ອງໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 71 ມາດຕະການທາງອາຍາ

ມາດຕາ 71 ມາດຕະການທາງອາຍາ ບຸກຄົນທີ່ໄດ້ບັງຄັບ,ສວຍໃຊ້ອໍານາດ,ຕໍາແໜ່ງ,ໜ້າທີ່ຮັບ ແລະໃຫ້ສິນບົນ,ປອມແປງຕາຊິງຫຼືການວັດແທກ,ປອມແປງເອກະ ສານ,ໃຊ້ເອກະສານປອມ,ເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດ ສ່ວນຕົວ,ຜະລິດ,ຂາຍສິນຄ້າທີ່ເກືອດຫ້າມ,ຈໍາໜ່າຍສິນຄ້າແລະ ການບໍລິການທີ່ກໍ່ໃຫ້ເກີດມົນລະພິດຢ່າງຮ້າຍແຮງຕໍ່ສິ່ງແວດລ້ອມ, ກໍ່ຄວາມເສຍຫາຍແກ່ຊີວິດ,ສຸຂະພາບ,ຊັບສິນຂອງຜູ້ອື່ນຢ່າງຫຼວງ ຫຼາຍແລະການກະທໍາອື່ນກ່ຽວກັບການປົກປ້ອງຜູ້ຊົມໃຊ້ທີ່ເປັນການ ກະທໍາຜິດທາງອາຍາຈະຖືກລົງໂທດຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍອາຍາ.

...ມາດຕາ 72 ມາດຕະການໂທດເພີ່ມ

ມາດຕາ 72 ມາດຕະການໂທດເພີ່ມ ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດໄວ້ໃນມາດຕາ 71 ຂອງ ກົດໝາຍສະບັບນີ້ແລ້ວຜູ້ກະທໍາຜິດອາດຈະຖືກປະຕິບັດມາດຕະການ ໂທດເພີ່ມເຊັ່ນ:ການໂຈະຫຼືການຖອນໃບທະບຽນວິສາຫະກິດ,ເອກະ ສານອື່ນ,ການຮິບວັດຖຸສິ່ງຂອງຫຼືຜົນກໍາໄລທີ່ພົວພັນກັບການກະທໍາ ຜິດ.

..ພາກທີ 9 ບົດບັນຍັດສຸດທ້າຍ


...ມາດຕາ 73 ການຈັດຕັ້ງປະຕິບັດ

ມາດຕາ 73 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 74 ຜົນສັກສິດ

ມາດຕາ 74 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນ ປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດຫຼືນິຕິກໍາອື່ນທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ.