ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນເອເລັກໂຕຼນິກ 12-05-2017

From Wikisource
Jump to navigation Jump to search

.ການປົກປ້ອງຂໍ້ມູນເອເລັກໂຕຼນິກ 12-05-2017


..ໝວດທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຍວກັບການຄຸ້ມຄອງ,ການຕິດຕາມກວດກາການຈັດຕັ້ງແລະການເຄື່ອນໄຫວວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກເພື່ອເຮັດໃຫ້ການເກັບກໍາການເຂົ້າເຖິງ,ການນໍາໃຊ້ແລະການເປີດເຜີຍຂໍ້ມູນນັ້ນມີຄວາມປອດໄພແລະຖືກຕ້ອງແນໃສ່ປົກປ້ອງສິດແລະຜົນປະໂຫຍດຂອງລັດ,ສິດແລະຜົນປະໂຫຍດອັນຊອບທໍາຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ,ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຊາດ,ຮັບປະກັນໃຫ້ປະເທດຊາດມີຄວາມໝັ້ນຄົງ,ສັງຄົມມີຄວາມສະຫງົບແລະເປັນລະບຽບຮຽບຮ້ອຍ.

...ມາດຕາ 2 ການປົກປ້ອງຂໍ້ມູນເອເລັກໂຕຼນິກ

ມາດຕາ2ການປົກປ້ອງຂໍ້ມູນເອເລັກໂຕຼນິກ ຂໍ້ມູນເອເລັກໂຕຼນິກແມ່ນຂໍ້ຄວາມທີ່ເປັນຕົວເລກ,ຕົວອັກສອນ,ຮູບພາບເໜັງຕີງ,ຮູບພາບບໍ່ເໜັງຕີງ,ສຽງ,ວີດີໂອແລະອື່ນໆທີ່ເກັບຮັກສາໄວ້ໃນຮູບແບບເອເລັກໂຕຼນິກ. ການປົກປ້ອງຂໍ້ມູນເອເລັກໂຕຼນິກແມ່ນການນໍາໃຊ້ວິທີການແລະມາດຕະການເພື່ອປ້ອງກັນຂໍ້ມູນທີ່ຄຸ້ມຄອງແລະເກັບຮັກສາໄວ້ໃນຮູບແບບເອເລັກໂຕຼນິກບໍ່ໃຫ້ມີການເຂົ້າເຖິງ,ນໍາໃຊ້,ເປີດເຜີຍ,ດັດແປງ,ສົ່ງ,ໂອນຫຼືທໍາລາຍໂດຍບໍ່ໄດ້ຮັບອະນຸຍາດ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ3ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ຂໍ້ມູນໝາຍເຖິງຕົວເລກ,ຕົວອັກສອນຫຼືສັນຍາລັກອື່ນທີ່ສາມາດນໍາມາປະມວນຜົນດ້ວຍຄອມພິວເຕີ; 2.ເອເລັກໂຕຼນິກໝາຍເຖິງສິ່ງທີ່ພົວພັນກັບເຕັກໂນໂລຊີທີ່ນໍາໃຊ້ກະແສໄຟຟ້າ,ຕິຈິຕອນ,ລະບົບແມ່ເຫຼັກ,ລະບົບບໍ່ມີສາຍ,ແສງໄຍແກ້ວ,ແມ່ເຫຼັກໄຟຟ້າຫຼືສິ່ງທີ່ຄ້າຍກັນ; 3.ຖານຂໍ້ມູນໝາຍເຖິງບ່ອນເກັບຮັກສາຂໍູ້ນໃນຮູບແບບເອເລັກໂຕຼນິກໄວ້ຢ່າງເປັນລະບົບທີ່ສາມາດຄຸ້ມຄອງ,ປັບປຸງແລະນໍາໃຊ້ໄດ້; 4.ລະບົບຂໍ້ມູນໝາຍເຖິງການລວບລວມຮາດແວ,ຊອບແວແລະຖານຂໍ້ມູນທີ່ໄດ້ຖືກສ້າງຂຶ້ນເພື່ອສະໜອງໃຫ້ແກ່ວຽກງານການສ້າງ,ສົ່ງ,ຮັບ,ຈັດການ,ເກັບຮັກສາແລະແລກປ່ຽນຂໍ້ມູນເອເລັກໂຕຼນິກ; 5.ຮາດແວໝາຍເຖິງພາກສ່ວນຫຼືອົງປະກອບຂອງຄອມພິວເຕີ້ແລະອຸປະກອນເອເລັກໂຕຼນິກອື່ນເປັນຕົ້ນໜ່ວຍຄວາມຈໍາ,ໜ້າຈໍ,ແປ້ນພິມ,ເຄື່ອງພິມ,ໂທລະສັບ,ໂທລະພາບ; 6.ຊອບແວໝາຍເຖິງຊຸດຄໍາສັ່ງຫຼືໂປຼແກຼມທີ່ບັນຊາຄອມພິວເຕີຫຼືອຸປະກອນເອເລັກໂຕຼນິກອື່ນໃຫ້ປະຕິບັດງານສະເພາະໃດໜຶ່ງ; 7.ລະບົບຄອມພິວເຕີໝາຍເຖິງອຸປະກອນເອເລັກໂຕຼນິກຫຼືຊຸດອຸປະກອນຂອງຄອມພິວເຕີທີ່ເຊື່ອມຕໍ່ລະບົບການປະຕິບັດການເຂົ້າດ້ວຍກັນໂດຍມີການກໍານົດຄໍາສັ່ງ,ຊຸດຄໍາສັ່ງຫຼືສິ່ງອື່ນໆເພື່ອໃຫ້ອຸປະກອນເອເລັກໂຕຼນິກຫຼືຊຸດອຸປະກອນຂອງຄອມພິວເຕີເຮັດໜ້າທີ່ປະມວນຜົນຂໍ້ມູນແບບອັດຕະໂນມັດໃນຄອມພິວເຕີໜຶ່ງໜ່ວຍແລະຫຼາຍໜ່ວຍທີ່ເຊື່ອມຕໍ່ຫາກັນຜ່ານເຄືອຂ່າວຄອມພິວເຕີແລະເຄືອຂ່າວອິນເຕີເນັດ. 8.ໂປຼແກຼມໝາຍເຖິງລະບົບຄໍາສັ່ງຫຼືຊຸດຄໍາສັ່ງທີ່ລະບົບຄອມພິວເຕີ້ສາມາດປະຕິບັດໄດ້ເພື່ອເຮັດໃຫ້ເກີດຜົນໄດ້ຮັບຕາມທີ່ໄດ້ກໍານົດໄວ້; 9.ໂປຼແກຼມອັນຕະລາຍໝາຍເຖິງໂປຼແກຼມທີ່ສາມາດເຮັດໃຫ້ລະບົບຂໍ້ມູນຫຼືສົ່ງຂໍ້ມູນທີ່ເກັບຮັກສາໄວ້ໃນອຸປະກອນຄັອມພິວເຕີ້ໜຶ່ງໄປຫາອຸປະກອນຄອມພິວເຕີ້ອື່ນໂດຍບໍ່ໄດ້ຮັບອະນຸຍາດ; 10.ເຈົ້າຂອງຂໍ້ມູນໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ເປັນເຈົ້າຂອງຂໍ້ມູນເອເລັກໂຕຼນິກ; 11.ຂໍ້ມູນທາງລັດຖະການໝາຍເຖິງຂໍ້ມູນຫຼືຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບການເຄື່ອນຫຼືການຄຸ້ມຄອງຂອງການຈັດຕັ້ງລັດ; 12.ຂ້ໍມູນສ່ວນບຸກຄົນໝາຍເຖິງຂໍ້ມູນເອເລັກໂຕຼນິກຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ; 13.ການຄຸ້ມຄອງຂໍ້ມູນເອເລັກໂຕຼນິກໝາຍເຖິງການບໍລິຫານແລະຈັດການຂໍ້ມູນຊຶ່ງລວມມີການເກັບ,ສໍາເນົາດສົ່ງ,ຮັບ,ຮັກສາແລະການທໍາລາຍຂໍ້ມູນເອເລັກໂຕຼນິກ; 14.ຜູ້ຄຸ້ມຄອງຂໍ້ມູນໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີໜ້າທີ່ຄຸ້ມຄອງຂໍ້ມູນເອເລັກໂຕຼນິກເປັນຕົ້ນກະຊວງ,ສູນຂໍ້ມູນຜ່ານອິນເຕີເນັດ,ຜູ້ໃຫ້ບໍລິການໂທລະຄົມມະນາຄົມ,ຜູ້ໃຫ້ບໍລິການອິນເຕີເນັດ,ທະນາຄານ; 15.ການເຂົ້າລະຫັດຄວາມປອດໄພຂໍ້ມູນໝາຍເຖິງການເຂົ້າລະຫັດດ້ວຍການນໍາໃຊ້ຕົວເລກ,ຕົວອັກສອນ,ສັນຍາລັກຫຼືເຄື່ອງໝາຍອື່ນເພື່ອປ້ອງກັນບໍ່ໃຫ້ບຸກຄົນທີ່ບໍ່ໄດ້ຮັບອະນຸຍາດເຂົ້າເຖິງຫຼືອ່ານຂໍ້ມູນເອເລັກໂຕຼນິກນັ້ນໄດ້; 16.ໄວຣັດໝາຍເຖິງໂປຼແກຼມສະເພາະທີ່ສ້າງຂຶ້ນຊຶ່ງສາມາດແຜ່ກະຈາຍ,ສ້າງຄວາມເສຍຫາຍແລະທໍາລາຍລະບົບຄອມພິວເຕີ້,ເຄືອຂ່າວຄອມພິວເຕີ້ແລະຂໍ້ມູນຄອມພິວເຕີ້; 17.ການບັນທຶກດ້ວຍແມ່ເຫຼັກໝາຍເຖິງການບັນທຶກສັນຍານເຊັ່ນສຽງ,ວີດີໂອຫຼືຄໍາສັ່ງລະບົບຄອມພິວເຕີເທິງພື້ນຜິວແມ່ເຫຼັກເຊັ່ນເທບກະແຊັດຫຼືແຜ່ນດິດທີ່ເຄືອບດ້ວຍສານອອກໄຊ; 18.ສູນສະກັດກັ້ນແລະແກ້ໄຂເຫດສຸກເສນທາງຄອບພິວເຕີໝາຍເຖິງການຈັດຕັ້ງໜຶ່ງຂອງກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານມີພາລະບົດບາດສະກັດກັ້ນແລະແກ້ໄຂເຫດສຸກເສີນທາງຄອມພິວເຕີ.

...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ

ມາດຕາ4ນະໂຍບາຍຂອງລັດກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ ລັດໃຫ້ຄວາມສໍາຄັນແກ່ວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກເພື່ອຮັບປະກັນການນໍາໃຊ້ຂໍ້ມູນນັ້ນໃຫ້ມີຄວາມປອດໄພແລະຈໍາກັດການນໍາເອົາຂໍ້ມູນຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໄປນໍາໃຊ້ຫຼືເປີດເຜີຍຕໍ່ສາທາລະນະໂດຍບໍ່ໄດ້ຮັບອະນຸຍາດ. ລັດຊຸກຍູ້ແລະສົ່ງເສີມວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກດ້ວຍການອໍານວຍຄວາມສະດວກ,ສະໜອງງົບປະມານ,ສ້າງພື້ນຖານໂຄງລ່າງ,ພັດທະນາຊັບພະຍາກອນມະນຸດ,ຄົ້ນຄວ້າແລະນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບແລະປະສິດທິຜົນ. ລັດຊຸກຍູ້ແລະສົ່ງເສີມໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດປະກອບສ່ວນແລະລົງທຶນໃສ່ວຽກງານການປົກປ້ອງຂໍ້ມູນເອເລັກໂຕຼນິກ.

...ມາດຕາ 5 ຫຼັກການກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ

ມາດຕາ5ຫຼັກການກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ ວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກໃຫ້ປະຕິບັດຕາມຫຼັກການດັ່ງນີ້: 1.ສອດຄ່ອງກັບແນວທາງນະໂຍບາຍ,ກົດໝາຍ,ແຜນຍຸດທະສາດ,ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ; 2.ຮັບປະກັນຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 3.ຮັກສາຄວາມລັບແລະຄວາມປອດໄພທາງດ້ານຂໍ້ມູນຂອງລັດ,ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ; 4.ຮັບປະກັນສິດແລະຜົນປະໂຫຍດອັນຊອບທໍາຂອງເຈົ້າຂອງຂໍ້ມູນ; 5.ສອດຄ່ອງກັບສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ. ...ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ6ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ດໍາລົງຊີວິດແລະເຄື່ອນໄຫວຢູ່ສປປລາວ.

...ມາດຕາ 7 ການຮ່ວມມືສາກົນ

ມາດຕາ7ການຮ່ວມມືສາກົນ ລັດເປີດກວ້າງແລະສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນ,ເຕັກໂນໂລຊີ,ຍົກລະດັບຄວາມຮູ້,ຄວາມສາມາດທາງດ້ານວິຊາການເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນ,ປະຕິບັດຕາມສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

..ໝວດທີ 2 ປະເພດຂໍ້ມູນເອເລັກໂຕຼນິກ


...ມາດຕາ 8 ປະເພດຂໍ້ມູນເອເລັກໂຕຼນິກ

ມາດຕາ8ປະເພດຂໍ້ມູນເອເລັກໂຕຼນິກ ຂໍ້ມູນເອເລັກໂຕຼນິກປະກອບມີສອງປະເພດດັ່ງນີ້: 1.ຂໍ້ມູນທົ່ວໄປ; 2.ຂໍ້ມູນສະເພາະ. ...ມາດຕາ 9 ຂໍ້ມູນທົ່ວໄປ

ມາດຕາ9ຂໍ້ມູນທົ່ວໄປ ຂໍ້ມູນທົ່ວໄປແມ່ນຂໍ້ມູນຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຊຶ່ງສາມາດເຂົ້າເຖິງ,ນໍາໃຊ້ແລະເປີດເຜີຍໄດ້ແຕ່ຕ້ອງບອກແຫຼ່ງຂໍ້ມູນທີ່ໄດ້ມາໃຫ້ຖືກຕ້ອງ.

...ມາດຕາ 10 ຂໍ້ມູນສະເພາະ

ມາດຕາ10ຂໍ້ມູນສະເພາະ ຂໍ້ມູນສະເພາະແມ່ນຂໍ້ມູນທີ່ບໍ່ອະນຸຍາດໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງເຂົ້າເຖິງ,ນໍາໃຊ້ຫຼືເປີດເຜີຍຖ້າຫາກບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງຂໍ້ມູນຫຼືການຈັດຕັ້ງທີ່ກ່ຽວຂ້ອງ. ຂໍ້ມູນສະເພາະປະກອບດ້ວຍຂໍ້ມູນທາງລັດຖະການແລະຂໍ້ມູນສ່ວນບຸກຄົນ. ສໍາລັບຂໍ້ມູນທາງລັດຖະການຕ້ອງມີການຈັດລະດັບຄວາມປອດໄພຂອງຂໍ້ມູນແລະຂັ້ນຕອນການເຂົ້າເຖິງນໍາໃຊ້ແລະເປີດເຜີຍຕາມທີ່ໄດ້ກໍານົດໄວ້ໃນມາດຕາ22ຂອງກົດໝາຍສະບັບນີ້.

..ໝວດທີ 3 ວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ


...ມາດຕາ 11 ວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ

ມາດຕາ11ວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ ວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກມີດັ່ງນີ້: 1.ການເກັບກໍາຂໍ້ມູນ; 2.ການກວດກາຂໍ້ມູນເອເລັກໂຕຼນິກ; 3.ການຝາກຂໍ້ມູນເອເລັກໂຕຼນິກ; 4.ການຮັກສາຂໍ້ມູນເອເລັກໂຕຼນິກ; 5.ການນໍາໃຊ້ຫຼືເປີດເຜີຍຂໍ້ມູນເອເລັກໂຕຼນິກ; 6.ການສົ່ງຫຼືໂອນຂໍ້ມູນເອເລັກໂຕຼນິກ; 7.ການເຂົ້າເຖິງຂໍ້ມູນເອເລັກໂຕຼນິກ; 8.ການປັບປຸງຫຼືແກ້ໄຂຂໍ້ມູນເອເລັກໂຕຼນິກ; 9.ການລຶບຂໍ້ມູນເອເລັກໂຕຼນິກ.

...ມາດຕາ 12 ການເກັບກໍາຂໍ້ມູນ

ມາດຕາ12ການເກັບກໍາຂໍ້ມູນ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຕ້ອງການເກັບຂໍ້ມູນຕ້ອງແຈ້ງໃຫ້ເຈົ້າຂອງຂໍ້ມູນກ່ຽວກັບຈຸດປະສົງ,ລາຍລະອຽດຂໍ້ມູນທີ່ຕ້ອງການເກັບກໍາ,ຜູ້ທີ່ຈະຄຸ້ມຄອງແລະສິດຂອງເຈົ້າຂອງຂໍ້ມູນນັ້ນ. ການເກັບກໍາຂໍ້ມູນຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງຂໍ້ມູນແລະຕ້ອງບໍ່ໃຫ້ມີການຕົວະຍົວະຫຼືນໍາໃຊ້ວິທີການໃດທີ່ເຮັດໃຫ້ເຈົ້າຂອງຂໍ້ມູນເຂົ້າໃຈຜິດຕໍ່ຈຸດປະສົງແລະລາຍລະອຽດຂອງການເກັບກໍາຂໍ້ມູນ.

...ມາດຕາ 13 ການກວດກາຂໍ້ມູນເອເລັກໂຕຼນິກ

ມາດຕາ13ການກວດກາຂໍ້ມູນເອເລັກໂຕຼນິກ ເຈົ້າຂອງຂໍ້ມູນແລະຜູ້ຄຸ້ມຄອງຂໍ້ມູນຕ້ອງກວດກາແລະຮັບປະກັນຄວາມຖືກຕ້ອງແລະຄວາມສົມບູນຂອງຂໍ້ມູນເພື່ອຮັບປະກັນໃຫ້ເນື້ອໃນຂອງຂໍ້ມູນເອເລັກໂຕຼນິກບໍ່ຂັດກັບກົດໝາຍແລະລະບຽບການພ້ອມທັງບໍ່ໃຫ້ມີຜົນກະທົບຕໍ່ການພັດທະນາເສດຖະກິດສັງຄົມ,ຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

...ມາດຕາ 14 ການຝາກຂໍ້ມູນເອເລັກໂຕຼນິກ

ມາດຕາ14ການຝາກຂໍ້ມູນເອເລັກໂຕຼນິກ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງຝາກຂໍ້ມູນຫຼືສໍາຮອງຂໍ້ມູນເອເລັກໂຕຼນິກໄວ້ນໍາຜູ້ຄຸ້ມຄອງຂໍ້ມູນຢ່າງມີຄວາມປອດໄພຕ້ອງປະຕິບັດດັ່ງນີ້: 1.ປະກອບຂໍ້ມູນໃຫ້ຖືກຕ້ອງແລະຄົບຖ້ວນຕາມແບບພິມຫຼືສັນຍາທີ່ຜູ້ຄຸ້ມຄອງຂໍ້ມູນກໍານົດ; 2.ໃນກໍລະນີທີ່ມີການປ່ຽນແປງຂໍ້ມູນເອເລັກໂຕຼນິກ,ເຈົ້າຂອງຂໍ້ມູນຕ້ອງແຈ້ງໃຫ້ຜູ້ຄຸ້ມຄອງຂໍ້ມູນເພື່ອປັບປຸງແລະແກ້ໄຂໃຫ້ຖືກຕ້ອງຄົບຖ້ວນ; 3.ປະຕິບັດຕາມສັນຍາຂອງສອງຝ່າຍ.

...ມາດຕາ 15 ການຮັກສາຂໍ້ມູນເອເລັກໂຕຼນິກ

ມາດຕາ15ການຮັກສາຂໍ້ມູນເອເລັກໂຕຼນິກ ຜູ້ຄຸ້ມຄອງຂໍ້ມູນສາມາດເກັບຮັກສາຂໍ້ມູນເອເລັກໂຕຼນິກໄວ້ໄດ້ໃນໄລຍະເວລາທີ່ຈໍາເປັນຕາມວັດຖຸປະສົງຂອງການເກັບກໍາແລະວັດຖຸປະສົງອື່ນ,ຫຼັງຈາກນັ້ນຂໍ້ມູນສ່ວນບຸກຄົນອາດຖືກລຶບຖິ້ມຫຼືປິດກັ້ນການເຂົ້າເຖິງເວັ້ນເສຍແຕ່ກົດໝາຍຫາກໄດ້ກໍານົດໄວ້ເປັນຢ່າງອື່ນ. ຜູ້ຄຸ້ມຄອງຂໍ້ມູນຕ້ອງສ້າງລາຍການເກັບຮັກສາຂໍ້ມູນເອເລັກໂຕຼນິກທີ່ສາມາດກວດເບິ່ງໄດ້ງ່າຍແລະຕ້ອງມີມາດຕະຖານແລະວິທີການເກັບຮັກສາທີ່ປອດໄພ. ຜູ້ຄຸ້ມຄອງຂໍ້ມູນສາມາດມອບຂໍ້ມູນເອເລັກໂຕຼນິກທີ່ຢູ່ໃນການຄຸ້ມຄອງຂອງຕົນໃຫ້ຜູ້ຄຸ້ມຄອງຂໍ້ມູນອື່ນແຕ່ຕ້ອງໄດ້ຮັບການເຫັນດີຈາກເຈົ້າຂອງຂໍ້ມູນ.

...ມາດຕາ 16 ການນໍາໃຊ້ຫຼືເປີດເຜີຍຂໍ້ມູນເອເລັກໂຕຼນິກ

ມາດຕາ16ການນໍາໃຊ້ຫຼືເປີດເຜີຍຂໍ້ມູນເອເລັກໂຕຼນິກ ຜູ້ຄຸ້ມຄອງຂໍ້ມູນສາມາດນໍາໃຊ້ຫຼືເປີດເຜີຍຂໍ້ມູນສ່ວນບຸກຄົນທີ່ຕົນໄດ້ເກັບກໍາ,ຮັກສາຫຼືຄຸ້ມຄອງກໍ່ຕໍ່ເມື່ອຫາກໄດ້ຮັບອະນຸຍາດຈາກເຈົ້າຂອງຂໍ້ມູນເວັ້ນເສຍແຕ່ກົດໝາຍຫາກໄດ້ກໍານົດໄວ້ເປັນຢ່າງອື່ນ. ຜູ້ຄຸ້ມຄອງຂໍ້ມູນບໍ່ສາມາດສະໜອງຂໍ້ມູນສ່ວນບຸກຄົນທີ່ຕົນໄດເກັບກໍາ,ຮັກສາຫຼືຄຸ້ມຄອງໃຫ້ແກ່ບຸກຄົນທີສາມຖ້າຫາກບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງຂໍ້ມູນດັ່ງກ່າວຫຼືມີການສະເໜີຂອງອົງການຈັດຕັ້ງລັດທີ່ມີສິດອໍານາດກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 17 ການສົ່ງຫຼືໂອນຂໍ້ມູນເອເລັກໂຕຼນິກ

ມາດຕາ17ການສົ່ງຫຼືໂອນຂໍ້ມູນເອເລັກໂຕຼນິກ ການສົ່ງຫຼືໂອນຂໍ້ມູນເອເລັກໂຕຼນິກຕ້ອງປະຕິບັດດັ່ງນີ້: 1.ໄດ້ຮັບອະນຸຍາດຈາກເຈົ້າຂອງຂໍ້ມູນແລະຮັບປະກັນວ່າຜູ້ຮັບສາມາດປົກປ້ອງຂໍມູນນັ້ນໄດ້; 2.ເຂົ້າລະຫັດຄວາມປອດໄພຂໍ້ມູນສໍາລັບຂໍ້ມູນທີ່ສໍາຄັນເປັນຕົ້ນຂ້ໍມູນດ້ານການເງິນ,ການທະນາຄານ,ການລົງທຶນ,ການບັນຊີ; 3.ບໍ່ປອມແປງແຫຼ່ງຂອງຂໍ້ມູນທີ່ສົ່ງຫຼືໂອນ; 4.ສອດຄ່ອງກັບສັນຍາລະຫວ່າງຜູ້ສົ່ງແລະຜູ້ຮັບຂໍ້ມູນ; 5.ຢຸດສົ່ງຫຼືໂອນຂໍ້ມູນເມື່ອຜູ້ຮັບຂໍ້ມູນຫາກປະຕິເສດຮັບເອົາ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງບໍ່ສາມາດສົ່ງຫຼືໂອນຂໍ້ມູນສ່ວນບຸກຄົນແລະຂໍ້ມູນທາງລັດຖະການອອກນອກສປປລາວຖ້າຫາກບໍ່ໄດ້ຮັບຄໍາເຫັນດີຂອງເຈົ້າຂອງຂໍ້ມູນນັ້ນຫຼືຫາກຂັດກັບກົດໝາຍ.

...ມາດຕາ 18 ການເຂົ້າເຖິງຂໍມູນເອເລັກໂຕຼນິກ

ມາດຕາ18ການເຂົ້າເຖິງຂໍມູນເອເລັກໂຕຼນິກ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງເຂົ້າເຖິງຂໍ້ມູນເອເລັກໂຕຼນິກທີ່ບໍ່ແມ່ນຂໍ້ມູນທົ່ວໄປຕ້ອງສະເໜີຕໍ່ຜູ້ຄຸ້ມຄອງຂໍ້ມູນທີ່ກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນມາດຕາ16ຂອງກົດໝາຍສະບັບນີ້ເພື່ອພິຈາລະນາຕາມກົດໝາຍ.

...ມາດຕາ 19 ການປັບປຸງຫຼືແກ້ໄຂຂໍ້ມູນເອເລັກໂຕຼນິກ

ມາດຕາ19ການປັບປຸງຫຼືແກ້ໄຂຂໍ້ມູນເອເລັກໂຕຼນິກ ເຈົ້າຂອງຂໍ້ມູນສາມາດຮຽກຮ້ອງໃຫ້ຜູ້ຄຸ້ມຄອງຂໍ້ມູນປັບປຸງຫຼືແກ້ໄຂຂໍ້ມູນເອເລັກໂຕຼນິກຂອງຕົນຫຼືຮຽກຮ້ອງໃຫ້ຢຸດສົ່ງຫຼືໂອນຂໍ້ມູນຂອງຕົນໃຫ້ບຸກຄົນທີສາມ. ເມື່ອໄດ້ຮັບການຮຽກຮ້ອງຈາກເຈົ້າຂອງຂໍ້ມູນຜູ້ຄຸ້ມຄອງຂໍ້ມູນຕ້ອງ: 1.ດໍາເນີນການປັບປຸງຫຼືແກ້ໄຂຂ້ໍມູນຕາມການສະເໜີຂອງເຈົ້າຂອງຂໍ້ມູນຫຼືສະໜອງວິທີການໃຫ້ແກ່ເຈົ້າຂອງຂໍ້ມູນສາມາດເຂົ້າໄປປັບປຸງ,ແກ້ໄຂຫຼືລຶບລ້າງຂໍ້ມູນດ້ວຍຕົນເອງ; 2.ແຈ້ງໃຫ້ແກ່ເຈົ້າຂອງຂໍ້ມູນໃນກໍລະນີທີ່ຍັງບໍ່ສາມາດປະຕິບັດຕາມການຮ້ອງຂໍໄດ້ເນື່ອງຈາກປັດໄຈທາງດ້ານເຕັກນິກຫຼືປັດໄຈອື່ນ.

...ມາດຕາ 20 ການລຶບຂໍ້ມູນເອເລັກໂຕຼນິກ

ມາດຕາ20ການລຶບຂໍ້ມູນເອເລັກໂຕຼນິກ ຜູ້ຄຸ້ມຄອງຂໍ້ມູນຕ້ອງລຶບຂໍ້ມູນເອເລັກໂຕຼນິກທີ່ຕົນໄດ້ເກັບກໍາຕາມການສະເໜີຂອງເຈົ້າຂອງຂໍ້ມູນຫຼືເມື່ອສິ້ນສຸດຈຸດປະສົງການນໍາໃຊ້,ໝົດອາຍຸການເກັບກໍາຫຼືຕາມທີ່ໄດ້ກໍານົດໄວ້ໃນມາດຕາ29ຂໍ້3ຂອງກົດໝາຍສະບັບນີ້,ການລຶບຂໍ້ມູນເອເລັກໂຕຼນິກຕ້ອງແຈ້ງໃຫ້ເຈົ້າຂອງຂໍ້ມູນຊາບເວັ້ນເສຍແຕ່ກົດໝາຍຫາກໄດ້ກໍານົດໄວ້ເປັນຢ່າງອື່ນ.

..ໝວດທີ 4 ມາດຕະການປ້ອງກັນຂໍ້ມູນເອເລັກໂຕຼນິກ


...ມາດຕາ 21 ມາດຕະການປ້ອງກັນຂໍ້ມູນເອເລັກໂຕຼນິກ

ມາດຕາ21ມາດຕະການປ້ອງກັນຂໍ້ມູນເອເລັກໂຕຼນິກ ໃນການປ້ອງກັນຂໍ້ມູນເອເລັກໂຕຼນິກຜູ້ຄຸ້ມຄອງຂໍ້ມູນຕ້ອງປະຕິບັດມາດຕະການດັ່ງນີ້: 1.ການຈັດລະດັບຄວາມປອດໄພຂໍ້ມູນທາງລັດຖະການ; 2.ການເກັບຮັກສາຂໍ້ມູນເອເລັກໂຕຼນິກ; 3.ຄວາມປອດໄພໃນການເຂົ້າເຖິງຂໍ້ມູນ; 4.ການເຂົ້າລະຫັດຄວາມປອດໄພຂໍ້ມູນ; 5.ການຕອບໂຕ້ການບຸກລຸກຂໍ້ມູນ.

...ມາດຕາ 22 ການຈັດລະດັບຄວາມປອດໄພຂໍ້ມູນທາງລັດຖະການ

ມາດຕາ22ການຈັດລະດັບຄວາມປອດໄພຂໍ້ມູນທາງລັດຖະການ ການຈັດລະດັບຄວາມປອດໄພຂໍ້ມູນທາງລັດຖະການມີດັ່ງນນີ້: 1.ລະດັບໜຶ່ງເມື່ອຂໍ້ມູນຖືກທໍາລາຍຫຼືຖືກເປີດເຜີຍເຮັດໃຫ້ສິດແລະຜົນປະໂຫຍດຂອງລັດ,ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຖືກເສຍຫາຍ; 2.ລະດັບສອງເມື່ອຂໍ້ມູນຖືກທໍາລາຍຫຼືຖືກເປີດເຜີຍເຮັດໃຫ້ສິດແລະຜົນປະໂຫຍດຂອງລັດ,ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຖືກເສຍຫາຍຢ່າງຮ້າຍແຮງຫຼືສ້າງຜົນກະທົບໃຫ້ແກ່ຜົນປະໂຫຍດສ່ວນລວມ; 3.ລະດົບສາມເມື່ອຂໍ້ມູນຖືກທໍາລາຍຫຼືຖືກເປີດເຜີຍເຮັດໃຫ້ການຜະລິດ,ຄວາມສະຫງົບ,ຄວາມປອດໄພຂອງສັງຄົມແລະວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຖືກເສຍຫາຍ.

...ມາດຕາ 23 ການເກັບຮັກສາຂໍ້ມູນເອເລັກໂຕຼນິກ

ມາດຕາ23ການເກັບຮັກສາຂໍ້ມູນເອເລັກໂຕຼນິກ ຜູ້ຄຸ້ມຄອງຂໍ້ມູນຕ້ອງເກັບຮັກສາຂໍ້ມູນເອເລັກໂຕຼນິກດັ່ງນີ້: 1.ມີໜ່ວຍງານຫຼືພະນັກງານທີ່ຮັບຜິດຊອບຄຸ້ມຄອງຄວາມປອດໄພຂໍ້ມູນສະເພາະ; 2.ສ້າງລະບົບເກັບກໍາ,ນໍາໃຊ້ຂໍ້ມູນດລະບົບຄຸ້ມຄອງຄວາມປອດໄພຂໍ້ມູນແລະອື່ນທທີ່ກ່ຽວຂ້ອງ; 3.ມີລະບົບເຕັກນິກປົກປ້ອງຂໍ້ມູນທີ່ເໝາະສົມກັບຂະໜາດຂອງລະບົບຂໍ້ມູນ; 4.ກວດຄືນການລຶບຫຼືທໍາລາຍຂໍ້ມູນ; 5.ບັນທຶກຂໍ້ມູນດ້ວຍເຈ້ຍ,ແສງ,ແມ່ເຫຼັກຫຼືວິທີອື່ນແລະນໍາໃຊ້ວິທີການທີ່ເໝາະສົມໃນການເກັບຮັກສາ; 6.ກວດສອບແລະປະເມີນຄວາມສ່ຽງຕໍ່ລະບົບຂໍ້ມູນຢ່າງໜ້ອຍປີລະຄັ້ງແລະຕ້ອງແກ້ໄຂບັນຫາທີ່ກວດພົບພ້ອມທັງປັບປຸງລະບົບຂໍ້ມູນໃຫ້ປອດໄພ; 7.ກວດສອບການເຂົ້າເຖິງລະບົບການຈັດຕັ້ງເກັບຂໍ້ມູນແລະປ້ອງກັນການບຸກລຸກ,ໄວຣັດຫຼືຄວາມສ່ຽງອື່ນທີ່ມີລັກສະນະຄ້າຍຄືກັນແລະອື່ນໆ; 8.ແກ້ໄຂບັນຫາຮີບດ່ວນຕໍ່ເຫດການທີ່ກໍ່ໃຫ້ເກີດຫຼືອາດກໍ່ໃຫ້ເກີດຜົນກະທົບຮ້າຍແຮງທັນທີທີ່ໄດ້ຮັບອະນຸຍາດຫຼືໄດ້ຮັບບົດລາຍງານການສືບສວນສອບສວນຂອງໜ່ວຍງານຄຸ້ມຄອງຄວາມປອດໄພຂໍ້ມູນຫຼືໜ່ວຍງານອື່ນທີ່ກ່ຽວຂ້ອງ; 9.ປ້ອງກັນຂໍ້ມູນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເພື່ອບໍ່ໃຫ້ບຸກຄົນທີ່ບໍ່ໄດ້ຮັບອະນຸຍາດເຂົ້າເຖິງ,ນໍາໃຊ້,ເປີດເຜີຍ,ສໍາເນົາ,ປ່ຽນແປງ,ກໍາຈັດຂໍ້ມູນ.

...ມາດຕາ 24 ຄວາມປອດໄພໃນການເຂົ້າເຖິງຂໍ້ມູນ

ມາດຕາ24ຄວາມປອດໄພໃນການເຂົ້າເຖິງຂໍ້ມູນ ຜູ້ຄຸ້ມຄອງຂໍ້ມູນຕ້ອງກໍານົດມາດຕະການຄວາມປອດໄພໃນການເຂົ້າເຖິງຂໍ້ມູນເພື່ອໃຫ້ເຈົ້າຂອງຂໍ້ມູນສາມາດເຂົ້າເຖິງຂໍ້ມູນຂອງຕົນຢ່າງປອດໄພ. ຜູ້ຄຸ້ມຄອງຂໍ້ມູນຕ້ອງອໍານວຍຄວາມສະດວກໃຫ້ແກ່ເຈົ້າຂອງຂໍ້ມູນໃນການກວດກາ,ຕິດຕາມ,ນໍາໃຊ້ແລະຄົ້ນຫາຂໍ້ມູນຢ່າງວ່ອງໄວ,ປອດໄພແລະທັນກັບສະພາບການ. ເຈົ້າຂອງຂໍ້ມູນຕ້ອງຮັບຜິດຊອບເກັບຮັກສາ,ປ່ຽນແປງແລະປ້ອງກັນລະຫັດຜ່ານຂອງຕົນເພື່ອບໍ່ໃຫ້ຜູ້ອື່ນສາມາດນໍາໄປໃຊ້.

...ມາດຕາ 25 ການເຂົ້າລະຫັດຄວາມປອດໄພຂໍ້ມູນ

ມາດຕາ25ການເຂົ້າລະຫັດຄວາມປອດໄພຂໍ້ມູນ ໃນການສົ່ງຫຼືໂອນຂໍ້ມູນເອເລັກໂຕຼນິກທີ່ສໍາຄັນເປັນຕົ້ນຂໍ້ມູນດ້ານການເງິນ,ການທະນາຄານ,ການລົງທຶນ,ການບັນຊີຜ່ານລະບົບຄອມພິວເຕີຜູ້ຄຸ້ມຄອງຂໍ້ມູນຕ້ອງເຂົ້າລະຫັດຄວາມປອດໄພຂໍ້ມູນແລະຕ້ອງໃຊ້ໃບຮັບຮອງເອເລັກໂຕຼນິກທີ່ຖືກຮັບຮອງໂດຍກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານເພື່ອປ້ອງກັນບໍ່ໃຫ້ບຸກຄົນທີ່ບໍ່ໄດ້ຮັບອະນຸຍາດເຂົ້າເຖິງ,ອ່ານ,ທໍາລາຍ,ນໍາໃຊ້,ເປີດເຜີຍ,ສົ່ງ,ໂອນ,ປັບປຸງ,ລຶບ,ປ່ຽນແປງແລະກະທໍາອື່ນໆທີ່ກໍ່ໃຫ້ເກີດຄວາມເສຍຫາຍ.

...ມາດຕາ 26 ການຕອບໂຕ້ການບຸກລຸກຂໍ້ມູນ

ມາດຕາ26ການຕອບໂຕ້ການບຸກລຸກຂໍ້ມູນ ການຕອບໂຕ້ການບຸກລຸກຂໍ້ມູນໃຫ້ປະຕິບັດດັ່ງນີ້: 1.ຜູ້ຄຸ້ມຄອງຂໍ້ມູນນໍາໃຊ້ວິທີການສະກັດກັ້ນແລະແກ້ໄຂເມື່ອໄດ້ຮັບການແຈ້ງຈາກບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງກ່ຽວກັບການສົ່ງຂໍ້ມູນທີ່ອາດກໍ່ໃຫ້ເກີດຫຼືສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ; 2.ຜູ້ຄຸ້ມຄອງຂໍ້ມູນປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງລວບລວມຂໍ້ມູນ,ຫຼັກຖານກ່ຍວກັບການບຸກລຸກເຊັ່ນ:ວັນ,ເວລາ,ສະຖານທີ່,ຮູບແບບແລະບໍລິມາດການບຸກລຸກ,ຜົນກະທົບແລະທີ່າຂອງການບຸກລຸກເພື່ອແກ້ໄຂ;ໃນກໍລະນີສາມາດແກ້ໄຂໄດ້ໃຫ້ສະເໜີຫາສູນສະກັດກັ້ນແລະແກ້ໄຂເຫດສຸກເສີນທາງຄອມພິວເຕີຂອງກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ; 3.ສູນສະກັດກັ້ນແລະແກ້ໄຂເຫດສຸກເສີນທາງຄອມພິວເຕີປະສານງານກັບໜ່ວຍງານຄຸ້ມຄອງຄວາມປອດໄພຂໍ້ມູນຂອງຜູ້ຄຸ້ມຄອງຂໍ້ມູນແລະຂະແໜງການທີ່ກ່ຽວຂ້ອງທັງພາຍໃນແລະຕ່າງປະເທດເພື່ອລະງັບແລະແກ້ໄຂເຫດການໃຫ້ທັນການ.

..ໝວດທີ 5 ສິດແລະພັນທະຂອງເຈົ້າຂອງຂໍ້ມູນ


...ມາດຕາ 27 ສິດຂອງເຈົ້າຂອງຂໍ້ມູນ

ມາດຕາ27ສິດຂອງເຈົ້າຂອງຂໍ້ມູນ ເຈົ້າຂອງຂໍ້ມູນມີສິດດັ່ງນີ້: 1.ສ້າງ,ເຂົ້າເຖິງ,ນໍາໃຊ້,ເປີດເຜີຍ,ສະໜອງ,ປັບປຸງ,ຢຸດເຊົາ,ແກ້ໄຂ,ລຶບ,ເຂົ້າລະຫັດຄວາມປອດໄພຂໍ້ມູນເອເລັກໂຕຼນິກຂອງຕົນ; 2.ສະເໜີໃຫ້ຜູ້ຄຸ້ມຄອງຂໍ້ມູນແລະຂະແໜງການອື່ນທີ່ກ່ຽວຂ້ອງເພື່ອເຂົ້າເຖິງ,ນໍາໃຊ້,ເປີດເຜີຍ,ສະໜອງ,ປັບປຸງ,ຢຸດເຊົາ,ແກ້ໄຂ,ລຶບຂໍ້ມູນເອເລັກໂຕຼນິກຂອງຕົນ; 3.ແຈ້ງໃຫ້ຜູ້ຄຸ້ມຄອງຂໍ້ມູນແລະຂະແໜງການອື່ນທີ່ກ່ຽວຂ້ອງປົກປ້ອງຂໍ້ມູນເອເລັກໂຕຼນິກຂອງຕົນຢ່າງທັນການເມື່ອເຫັນວ່າຂໍ້ມູນຖືກເສຍຫາຍຫຼືມີຄວາມສ່ຽງຈະຖືກເສຍຫາຍ; 4.ຮ້ອງທຸກຕໍ່ພາກສ່ວນທີ່ກ່ຽວຂ້ອງເມື່ອຕົນໄດ້ຮັບຄວາມອັບປະໂຫຍດຈາກການປົກປ້ອງຂໍ້ມູນເອເລັກໂຕຼນິກ; 5.ນໍາໃຊ້ສິດອື່່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 28 ພັນທະຂອງເຈົ້າຂອງຂໍ້ມູນ

ມາດຕາ28ພັນທະຂອງເຈົ້າຂອງຂໍ້ມູນ ເຈົ້າຂອງຂໍ້ມູນມີພັນທະດັ່ງນີ້: 1.ກວດກາເນື້ອໃນຂໍ້ມູນເອເລັກໂຕຼນິກກ່ອນການນໍາໃຊ້ຫຼືເຜີຍແຜ່ແລະຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍຕໍ່ເນື້ອໃນຂໍ້ມູນເອເລັກໂຕຼນິກທີ່ຕົນສ້າງຂຶ້ນຫຼືທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; 2.ຮັບປະກັນຄວາມຖືກຕ້ອງ,ຊັດເຈນແລະຄົບຖ້ວນຂອງຂໍ້ມູນເອເລັກໂຕຼນິກທີ່ຕົນສະໜອງໃຫ້ແກ່ຜູ້ຄຸ້ມຄອງຂໍ້ມູນ; 3.ລາຍງານຄວາມຜິດປົກກະຕິຂອງຂໍ້ມູນເອເລັກໂຕຼນິກໃຫ້ແກ່ຜູ້ຄຸ້ມຄອງຂໍ້ມູນຊາບ; 4.ລາຍງານການເຄື່ອນໄຫວທີ່ຜິດກົດໝາຍກ່ຽວກັບຂໍ້ມູນເອເລັກໂຕຼນິກຕໍ່ພາກສ່ວນທີ່ກ່ຽວຂ້ອງ; 5.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

..ໝວດທີ 6 ສິດແລະພັນທະຂອງຜູ້ຄຸ້ມຄອງຂໍ້ມູນ


...ມາດຕາ 29 ສິດຂອງຜູ້ຄຸ້ມຄອງຂໍ້ມູນ

ມາດຕາ29ສິດຂອງຜູ້ຄຸ້ມຄອງຂໍ້ມູນ ຜູ້ຄຸ້ມຄອງຂໍ້ມູນມີສິດດັ່ງນີ້: 1.ສະກັດກັ້ນການສ້າງ,ການເຂົ້າເຖິງ,ການສົ່ງ,ການຮັບ,ການນໍາໃຊ້ຫຼືການເປີດເຜີຍຂໍ້ມູນເອເລັກໂຕຼນິກທີ່ມີຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 2.ໂຈະການບໍລິການຂອງເຈົ້າຂອງຂໍ້ມູນທີ່ລະເມີດສັນຍາຫຼືມີພຶດຕິກໍາທີ່ອາດສ້າງຄວາມເສຍຫາຍໃຫ້ແກ່ຜູ້ຄຸ້ມຄອງຂໍ້ມູນ,ຄວາມສະຫງົບຫຼືຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 3.ລຶບຂໍ້ມູນເອເລັກໂຕຼນິກທີ່ພົວພັນເຖິງຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຫຼືຂໍ້ມູນທີ່ໃສ່ຮ້າຍປ້າຍສີບຸກຄົນອື່ນຕາມການສະເໜີຂອງເຈົ້າໜ້າທີ່ຫຼືຂອງບຸກຄົນທີ່ກ່ຽວຂ້ອງ; 4.ສ້າງໜ່ວຍງານກວດກາ,ຕິດຕາມແລະເຝົ້າລະວັງລະບົບຂໍ້ມູນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມປອດໄພ; 5.ກໍາຈັດທີ່ມາຂອງໂປຼແກຼມອັນຕະລາຍ,ໄວຣັດແລະອື່ນໆ; 6.ນໍາໃຊ້ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 30 ພັນທະຂອງຜູ້ຄຸ້ມຄອງຂໍ້ມູນ

ມາດຕາ30ພັນທະຂອງຜູ້ຄຸ້ມຄອງຂໍ້ມູນ ຜູ້ຄຸ້ມຄອງຂໍ້ມູນມີພັນທະດັ່ງນີ້: 1.ປ້ອງກັນຂໍ້ມູນສະເພາະຂອງເຈົ້າຂອງຂໍ້ມູນ,ສໍາລັບຂໍ້ມູນທາງລັດຖະການຕ້ອງມີລະບົບເກັບຮັກສາແລະຄຸ້ມຄອງຕາມລະດັບຄວາມປອດໄພຂໍ້ມູນຕາມທີ່ໄດ້ກໍານົດໄວ້ໃນມາດຕາ22ຂອງກົດໝາຍສະບັບນີ້; 2.ເຂົ້າເຖິງ,ນໍາໃຊ້,ເປີດເຜີຍ,ສະໜອງ,ປັບປຸງ,ຢຸດເຊົາ,ແກ້ໄຂ,ລຶບຂໍ້ມູນເອເລັກໂຕຼນິກທີ່ຢູ່ໃນການຄຸ້ມຄອງຂອງຕົນຕາມການສະເໜີຂອງເຈົ້າຂອງຂໍ້ມູນ; 3.ຮັບຜິດຊອບຕໍ່ຄວາມເສຍຫາຍຂອງຂໍ້ມູນທີ່ຕົນຄຸ້ມຄອງ; 4.ສະໜອງຂໍ້ມູນທີ່ຕົນຄຸ້ມຄອງໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງເພື່ອຄົນຫາຜູ້ກະທໍາຜິດ; 5.ຄຸ້ມຄອງລະບົບແລະອຸປະກອນເກັບຮັກສາຂໍ້ມູນເອເລັກໂຕຼນິກ; 6.ຮັບປະກັນການເຂົ້າເຖິງ,ການນໍາໃຊ້,ການເປີດເຜີຍ,ການສົ່ງແລະການໂອນຂໍ້ມູນເອເລັກໂຕຼນິກໂດຍບໍ່ໃຫ້ມີຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 7.ສ້າງ,ປັບປຸງລະບົບຖານຂໍ້ມູນ,ລະບົບຖານຂໍ້ມູນສໍາຮອງ,ລະບົບປ້ອງກັນ,ລະບົບຄົ້ນຫາຂໍ້ມູນອັດຕະໂນມັດ,ລະບົບຂໍ້ມູນແລະອື່ນໆໃຫ້ມີຄວາມພ້ອມ; 8.ປະສານສົມທົບກັບຂະແໜງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານໃນການປ້ອງກການບຸກລຸກຂໍ້ມູນ; 9.ຮັບປະກັນມາດຕະການໃນການແກ້ໄຂຂໍ້ຂັດຂ້ອງທາງດ້ານເຕັກນິກ; 10.ຄົ້ນຄວ້າ,ນໍາໃຊ້ເຕັກໂນໂລຊີຂໍ້ມູນໃຫ້ທົນກັບສະພາບຄວາມຕ້ອງການຂອງສັງຄົມ; 11.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

..ໝວດທີ 7 ຂໍ້ຫ້າມ


...ມາດຕາ 31 ຂໍ້ຫ້າມທົ່ວໄປ

ມາດຕາ31ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີພຶດຕິກໍາດັ່ງນີ້: 1.ເຂົ້າເຖິງ,ເກັບກໍາ,ນໍາໃຊ້,ເປີດເຜີຍ,ທໍາລາຍ,ດັດສະກັດ,ແກ້ໄຂ,ປອມແປງ,ສະໜອງຂໍ້ມູນເອເລັກໂຕຼນິກທີ່ເປັນຄວາມລັບຂອງລັດ,ບຸກຄົນ,ນິຕິບຸກຄົນືການຈັດຕັ້ງໂດຍບໍ່ໄດຮັບອະນຸຍາດ; 2.ສົ່ງຫຼືໂອນຂໍ້ມູນເອເລັກໂຕຼນິກໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງຂໍ້ມູນ; 3.ສົ່ງຂໍ້ມູນເອເລັກໂຕຼນິກທີ່ບໍ່ມີແຫຼ່ງທີ່ມາ,ໂປຼແກຼມອັນຕະລາຍ,ໄວຣັດ; 4.ສ້າງຂໍ້ມູນເອເລັກໂຕຼນິກປອມຫຼືຂໍ້ມູນທີ່ເປັນອັນຕະລາຍແລະສ້າງຄວາມເສຍຫາຍໃຫ້ຜູ້ອື່ນ; 5.ສວຍໃຊ້ຊ່ອງວ່າງຫຼືຈຸດອ່ອນຂອງລະບົບຂໍ້ມູນເພື່ອເຂົ້າເຖິງ,ເກັບກໍາ,ນໍາໃຊ້ແລະເປີດເຜີຍຂໍ້ມູນເອເລັກໂຕຼນິກ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

...ມາດຕາ 32 ຂໍ້ຫ້າມສໍາລັບເຈົ້າຂອງຂໍ້ມູນ

ມາດຕາ32ຂໍ້ຫ້າມສໍາລັບເຈົ້າຂອງຂໍ້ມູນ ຫ້າມເຈົ້າຂອງຂໍ້ມູນມີພຶດຕິກໍາດັ່ງນີ້: 1.ຂັດຂວາງການສົ່ງ,ແຊກແຊງ,ເຂົ້າເຖິງ,ທໍາລາຍ,ລຶບ,ແກ້ໄຂແລະປອມແປງຂໍ້ມູນເອເລັກໂຕຼນິກ; 2.ບຸກລຸກຫຼືກະທໍາສິ່ງໃດໜຶ່ງເຮັດໃຫ້ການປະຕິບັດງານຂອງລະບົບຄວາມປອດໄພຂໍ້ມູນບໍ່ສາມາດເຮັດວຽກໄດ້; 3.ສົ່ງຂໍ້ມູນເອເລັກໂຕຼນິກທີ່ບໍ່ມີທີ່ມາ,ໂປຼແກຼມອັນຕະລາຍ,ໄວຣັດ; 4.ສ້າງຂໍ້ມູນເອເລັກໂຕຼນິກປອມຫຼືຂໍ້ມູນທີ່ເປັນອັນຕະລາຍແລະສ້າງຄວາມເສຍຫາຍໃຫ້ແກ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນ; 5.ສວຍໃຊ້ຊ່ອງວ່າງຫຼືຈຸດອ່ອນຂອງລະບົບຂໍ້ມູນເພື່ອເຂົ້າເຖິງ,ເກັບກໍາ,ນໍາໃຊ້ແລະເປີດເຜີຍຂໍ້ມູນເອເລັກໂຕຼນິກ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

...ມາດຕາ 33 ຂໍ້ຫ້າມສໍາລັບຜູ້ຄຸ້ມຄອງຂໍ້ມູນ

ມາດຕາ33ຂໍ້ຫ້າມສໍາລັບຜູ້ຄຸ້ມຄອງຂໍ້ມູນ ຫ້າມຜູ້ຄຸ້ມຄອງຂໍ້ມູນມີພຶດຕິກໍາດັ່ງນີ້: 1.ເຂົ້າເຖິງ,ເກັບກໍາ,ນໍາໃຊ້,ເປີດເຜີຍຫຼືເຜີຍແຜ່ຂໍ້ມູນເອເລັກໂຕຼນິກຂອງລັດ,ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໂດຍບໍ່ໄດ້ຮັບອະນຸຍາດ; 2.ເຂົ້າເຖິງ,ເກັບກໍາ,ນໍາໃຊ້,ເປີດເຜີຍ,ສະໜອງ,ປັບປຸງ,ທໍາລາຍຂໍ້ມູນເອເລັກໂຕຼນິກທີ່ຕົນຄຸ້ມຄອງໂດຍບໍ່ໄດ້ຮັບອະນຸຍາດ; 3.ເກັບກໍາ,ນໍາໃຊ້,ເປີດເຜີຍຂໍ້ມູນເອເລັກໂຕຼນິກກ່ຽວກັບເຊື້ອຊາດ,ເຜົ່າພັນ,ຄວາມຄິດເຫັນທາງການເມືອງ,ຄວາມເຊື່ອຖືທາງສາສະໜາ,ພຶດຕິກໍາທາງແພດ,ປະຫວັດອາຊະຍາກໍາ,ຂໍ້ມູນສຸຂະພາບຫຼືຂໍ້ມູນອື່ນຊຶ່ງສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

..ໝວດທີ 8 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 34 ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ34ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງສາມາດດໍາເນີນດ້ວຍຮູບການໃດໜຶ່ງດັ່ງນີ້: 1.ການແກ້ໄຂດ້ວຍການປະນີປະນອມກັນ; 2.ການແກ້ໄຂທາງດ້ານບໍລິຫານ; 3.ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4.ການຮ້ອງຟ້ອງຕໍ່ສານປະຊາຊົນ; 5.ການແກ້ໄຂທີ່ມີລັກສະນະສາກົນ.

...ມາດຕາ 35 ການແກ້ໄຂດ້ວຍການປະນີປະນອມກັນ

ມາດຕາ35ການແກ້ໄຂດ້ວຍການປະນີປະນອມກັນ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບຂໍ້ມູນເອເລັກໂຕຼນິກຄູ່ກໍລະນີສາມາດປຶກສາຫາລືແລະປະນີປະນອມກັນໂດຍສັນຕິວິທີເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

...ມາດຕາ 36 ການແກ້ໄຂທາງດ້ານບໍລິຫານ

ມາດຕາ36ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີເກີດຂໍ້ຂັດແຍ່ງທີ່ບໍ່ສາມາດຕົກລົງກັນຫຼືບໍ່ສາມາດໄກ່ເກ່ຍກັນໄດ້ຄູ່ກໍລະນີມີສິດສະເໜີຕໍ່ອົງການຄຸ້ມຄອງວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກພິຈາລະນາແກ້ໄຂ.

...ມາດຕາ 37 ການແກ້ໄຂຂໍ້ຂັດແຍ່ງໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ37ການແກ້ໄຂຂໍ້ຂັດແຍ່ງໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນກໍລະນີເກີດຂໍ້ຂັດແຍ່ງທາງດ້ານເສດຖະກິດກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກຄູ່ກໍລະນີມີສິດຮ້ອງຂໍໃຫ້ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດພິຈາລະນາແກ້ໄຂຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.

...ມາດຕາ 38 ການຮ້ອງຟ້ອງຕໍ່ສານປະຊາຊົນ

ມາດຕາ38ການຮ້ອງຟ້ອງຕໍ່ສານປະຊາຊົນ ໃນກໍລະນີເກີດຂໍ້ຂັດແຍ່ງກ່ຽວຂ້ອງກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານປະຊາຊົນພິຈາລະນາຕັດສິນ.

...ມາດຕາ 39 ການແກ້ໄຂທີ່ມີລັກສະນະສາກົນ

ມາດຕາ39ການແກ້ໄຂທີ່ມີລັກສະນະສາກົນ ໃນກໍລະນີມີຂໍ້ຂັດແຍ່ງກ່ຍວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກທີ່ມີລັກສະນະສາກົນໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງຂອງສປປລາວ,ສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

..ໝວດທີ 9 ການຄຸ້ມຄອງວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ


...ມາດຕາ 40 ອົງການຄຸ້ມຄອງວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ

ມາດຕາ40ອົງການຄຸ້ມຄອງວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ ລັດຖະບານເປັນຜູ້ຄຸ້ມຄອງວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບບັນດາກະຊວ,ອົງການລັດທຽບເທົ່າກະຊວງ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ອົງການຄຸ້ມຄອງວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກປະກອບດ້ວຍ: 1.ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ; 2.ພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານແຂວງ,ນະຄອນຄອນ; 3.ຫ້ອງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານເມືອງ,ເທດສະບານ,ນະຄອນ.

...ມາດຕາ 41 ສິດແລະໜ້າທີ່ຂອງກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ

ມາດຕາ41ສິດແລະໜ້າທີ່ຂອງກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ ໃນການຄຸ້ມຄອງວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າ,ສ້າງນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກເພື່ອນໍາສະເໜີລັດຖະບານພິຈາລະນາ; 2.ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດແລະກົດໝາຍເປັນແຜນການ,ແຜນງານແລະໂຄງການກ່ຽວກັບວຽກງານປົກປ້ອງຂໍມູນເອເລັກໂຕຼນິກແລະຈັດຕັ້ງປະຕິບັດ; 3.ໂຄສະນາ,ເຜີຍແຜ່,ສຶກສາອົບຮົມກົດໝາຍແລະລະບຽບການກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກໃນຂອບເຂດທົ່ວປະເທດ; 4.ຊີ້ນໍາ,ຄຸ້ມຄອງ,ຕິດຕາມ,ກວດກາການບໍລິການ,ການຈັດຕັ້ງປະຕິບັດກົດໝາຍແລະລະບຽບການກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ; 5.ຄົ້ນຄວ້າ,ສ້າງແລະນໍາໃຊ້ມາດຕະຖານເຕັກນິກທາງດ້ານຄວາມປອດໄພຂໍ້ມູນ; 6.ຄຸ້ມຄອງລະບົບການຮັບຮອງລະຫັດຄວາມປອດໄພເອເລັກໂຕຼນິກແຫ່ງຊາດ; 7.ກວດກາຊ່ອງວ່າງກ່ຽວກັບຄວາມປອດໄພຂອງລະບົບຂໍ້ມູນ; 8.ສ້າງ,ຍົກລະດັບ,ພັດທະນາຊັບພະຍາກອນມະນຸດໃນວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ; 9.ພິຈາລະນາແລະແກ້ໄຂຄໍາສະເໜີຕ່າງໆທີ່ກ່ຽວຂ້ອງກັບວຽກງານຂໍ້ມູນເອເລັກໂຕຼນິກ; 10.ປະສານສົມທົບກັບກະຊວງອື່ນທີ່ກ່ຽວຂ້ອງກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ; 11.ພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ; 12.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກຕໍ່ລັດຖະບານຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 42 ສິດແລະໜ້າທີ່ຂອງພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານແຂວງ,ນະຄອນຫຼວງ

ມາດຕາ42ສິດແລະໜ້າທີ່ຂອງພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານແຂວງ,ນະຄອນຫຼວງ ໃນການຄຸ້ມຄອງວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານແຂວງ,ນະຄອນຫຼວງມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ໂຄສະນາເຜີຍແຜ່,ສຶກສາອົບຮົມແລະຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດ,ກົດໝາຍ,ລະບຽບການກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ; 2.ຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍ,ລະບຽບການ,ແຜນການ,ແຜນງານ,ໂຄງການກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ; 3.ຊີ້ນໍາ,ຄຸ້ມຄອງ,ຕິດຕາມ,ກວດກາການບໍລິຫານ,ການຈັດຕັ້ງປະຕິບັດກົດໝາຍແລະລະບຽບການກ່ຽວກັບວຽກງານການນໍາໃຊ້ຂໍ້ມູນເອເລັກໂຕຼນິກ; 4.ສະເໜີແຜນສ້າງ,ຍົກລະດັບ,ພັດທະນາຊັບພະຍາກອນມະນຸດໃນວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກຕໍ່ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ; 5.ພິຈາລະນາແລະແກ້ໄຂຄໍາສະເໜີທີ່ກ່ຽວຂ້ອງກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ; 6.ປະສານສົມທົບກັບພະແນກການອື່ນກ່ຍວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ; 7.ພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກຕາມການມອບໝາຍຂອງຂັ້ນເທິງ; 8.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກຕໍ່ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານແລະອົງການປົກຄອງແຂວງ,ນະຄອນຫຼວງຢ່າງເປັນປົກກະຕິ; 9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 43 ສິດແລະໜ້າທີ່ຂອງຫ້ອງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານເມືອງ,ເທດສະບານ,ນະຄອນ

ມາດຕາ43ສິດແລະໜ້າທີ່ຂອງຫ້ອງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານເມືອງ,ເທດສະບານ,ນະຄອນ ໃນການຄຸ້ມຄອງວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກຫ້ອງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ໂຄສະນາເຜີຍແຜ່,ສຶກສາອົບຮົມແລະຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍ,ລະບຽບການ,ແຜນການ,ແຜນງານ,ໂຄງການກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ; 2.ຕິດຕາມ,ກວດກາການບໍລິການ,ການຈັດຕັ້ງປະຕິບັດກົດໝາຍແລະລະບຽບການກ່ຽວກັບວຽກງານການນໍາໃຊ້ຂໍ້ມູນເອເລັກໂຕຼນິກ; 3.ສະເໜີແຜນສ້າງ,ຍົກລະດັບ,ພັດທະນາຊັບພະຍາກອນມະນຸດໃນວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກຕໍ່ຂັ້ນເທິງຂອງຕົນ; 4.ນໍາສົ່ງຄໍາສະເໜີກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກແລະຄໍາສະເໜີອື່ນໃຫ້ພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານແຂວງ,ນະຄອນຫຼວງເພື່ອພິຈາລະນາແກ້ໄຂ; 5.ເກັບກໍາສະຖິຕິກ່ຽວກັບການປົກປ້ອງຂໍ້ມູນເອເລັກໂຕຼນິກ; 6.ປະສານສົມທົບກັບຫ້ອງການອື່ນກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ; 7.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກຕໍ່ພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານແລະອົງການປົກຄອງເມືອງ,ເທດສະານ,ນະຄອນຢ່າງເປັນປົກກະຕິ; 8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 44 ສິດແລະໜ້າທີ່ຂອງຂະແໜງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນ

ມາດຕາ44ສິດແລະໜ້າທີ່ຂອງຂະແໜງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນ ໃນການຄຸ້ມຄອງວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກຂະແໜງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນມີສິດແລະໜ້າທີ່ໃນການໃຫ້ຄວາມຮ່ວມມືແລະປະສານສົມທົບກັບຂະແໜງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

..ໝວດທີ 10 ການກວດກາວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ


...ມາດຕາ 45 ອົງການກວດກາວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ

ມາດຕາ45ອົງການກວດກາວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ ອົງການກວດກາວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກປະກອບດ້ວຍ: 1.ອົງການກວດກາພາຍໃນ; 2.ອົງການກວດກາພາຍນອກ. ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກຕາມທີ່ໄດ້ກໍານົດໄວ້ໃນມາດຕາ40ຂອງກົດໝາຍສະບັບນີ້; ອົງການກວດກາພາຍນອກມີສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ,ອົງການກວດສອບແຫ່ງລັດ,ອົງການກວດກາລັດຖະກບານ,ອົງການແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນ.

...ມາດຕາ 46 ເນື້ອໃນການກວດກາ

ມາດຕາ46ເນື້ອໃນການກວດກາ ການກວດກາວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກມີເນື້ອໃນດັ່ງນີ້: 1.ການປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກ; 2.ການຈັດຕັ້ງແລະການເຄື່ອນໄຫວຂອງຂະແໜງການປົກປ້ອງຂໍ້ມູນເອເລັກໂຕຼນິກ; 3.ຄວາມຮັບຜິດຊອບ,ການປະພຶດແລະແບບແຜນວິທີເຮັດວຽກຂອງພະນັກງານປົກປ້ອງຂໍ້ມູນເອເລັກໂຕຼນິກ; 4.ການເຄື່ອນໄຫວຂອງເຈົ້າຂອງຂໍ້ມູນ; 5.ການເຄື່ອນໄຫວຂອງຜູ້ຄຸ້ມຄອງຂໍ້ມູນ; 6.ການປະຕິບັດສົນທິສັນຍາແລະສັນຍາສາກົນກ່ຽວກັບວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກທີ່ສປປລາວເປັນພາຄີ.

...ມາດຕາ 47 ຮູບການການກວດກາ

ມາດຕາ47ຮູບການການກວດກາ ການກວດກາວຽກງານປົກປ້ອງຂໍ້ມູນເອເລັກໂຕຼນິກມີສາມຮູບການຄື: 1.ການກວດກາປົກກະຕິ; 2.ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3.ການກວດກາແບບກະທັນຫັນ. ການກວດກາປົກກະຕິແມ່ນການກວດກາຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາທີ່ແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນໂດຍມີການແຫ້ໃຫ້ຜູ້ຖືກກວດກາຊາບລ່ວງໜ້າ; ການດໍາເນີນການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນໂດຍບໍ່ມີການແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາໃຫ້ປະຕິບັດຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ.

..ໝວດທີ 11 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 48 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ48ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມກົດໝາຍ.

...ມາດຕາ 49 ມາດຕະການຕໍ່ຜູ້ລະເມີດ

ມາດຕາ49ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃມຫຼືລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກລວມທັງໃຊ້ແທນຄ່າເສຍຫາຍທາງແພ່ງທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 50 ມາດຕະການສຶກສາອົບຮົມ

ມາດຕາ50ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນກົດມາຍສະບັບນີ້ໃນສະຖານເບົາຈະຖືກສຶກສາອົບຮົມແລະຕັກເຕືອນ.

...ມາດຕາ 51 ມາດຕະການທາງວິໄນ

ມາດຕາ51ມາດຕະການທາງວິໄນ ພະນັກງານລັດຖະກອນ,ທະຫານ,ຕໍາຫຼວດທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກລົງວິໄນຕາມກົດໝາຍທີ່ກ່ຽວຂ້ອງ.

...ມາດຕາ 52 ມາດຕະການປັບໃໝ

ມາດຕາ52ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນມາດຕາ31,32ແລະມາດຕາ33ທີ່ບໍ່ເປັນການກະທໍາຜິດທາງອາຍາຈະຖືກປັບໃໝໃນອັດຕາສິບຫ້າລ້ານກີບ.

...ມາດຕາ 53 ມາດຕະການທາງແພ່ງ

ມາດຕາ53ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດມາຍສະບັບນີ້ຊຶ່ງກໍ່ຄວາມເສຍຫາຍແກ້ຜູ້ອື່ນຕ້ອງໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 54 ມາດຕະການທາງອາຍາ

ມາດຕາ54ມາດຕະການທາງອາຍາ ບຸກຄົນທີ່ລະເມີດກົດໝາຍສະບັບນີ້ຊຶ່ງເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມກົດໝາຍອາຍາ,ກົດໝາຍອື່ນທີ່ກໍານົດໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ.

..ໝວດທີ 12 ບົດບັນຍັດສຸດທ້າຍ


...ມາດຕາ 55 ການຈັດຕັ້ງປະຕິບັດ

ມາດຕາ55ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາ 56 ຜົນສັກສິດ

ມາດຕາ56ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບນັດຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍັກເລີກ. ປະທານສະພາແຫ່ງຊາດ ປານີ ຍາທໍ່ຕູ້