ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ 03-04-1999

From Wikisource
Jump to navigation Jump to search

.ການປົກປັກຮັກສາສິ່ງແວດລ້ອມ 03-04-1999


..ພາກທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ.

ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງ ແວດລ້ອມ. ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມກໍານົດ ຫຼັກການ,ລະບຽບການແລະບັນດາມາດຕະການອັນຈໍາເປັນທີ່ແນ ໃສ່ການຄຸ້ມຄອງ,ການກວດກາ,ການບູລະນະຟື້ນຟູແລະການປົກ ປ້ອງສິ່ງແວດລ້ອມເພື່ອຮັກສາສຸຂະພາບຂອງຄົນລວມທັງການປົກ ປັກຮັກສາແຫຼ່ງຊັບພະຍາກອນແລະຄວາມອຸດົມສົມບູນຂອງທໍາ ມະຊາດ,ຮັບປະກັນການພັດທະນາເສດຖະກິດ-ສັງຄົມຂອງຊາດຕະ ຫຼອດກາລະນານ.


...ມາດຕາສອງ:ສິ່ງແວດລ້ອມ.

ມາດຕາສອງ:ສິ່ງແວດລ້ອມ. ສິ່ງແວດລ້ອມແມ່ນສັບພະສິ່ງທັງປວງທີ່ມີຊີວິດແລະບໍ່ມີຊີ ວິດຊຶ່ງເກີດຂຶ້ນຕາມທໍາມະຊາດຫຼືມະນຸດສ້າງຂຶ້ນທີ່ຢູ່ອ້ອມເປົ້າໝາຍ ໃດໜຶ່ງເຊັ່ນ:ຄົນ,ສັດ,ພືດແລະອື່ນໆທີ່ມີສາຍກ່ຽວພັນແລະສົ່ງຜົນ ສະທ້ອນຊຶ່ງກັນແລະກັນທັງທາງບວກແລະທາງລົບຕໍ່ການດໍາລົງ ຊີວິດ,ການຄົງຕົວແລະການຂະຫຍາຍຕົວຂອງມະນຸດແລະທໍາມະ ຊາດ. ສ່ວນປະກອບຂອງສິ່ງແວດລ້ອມມີຄື:ດິນ,ນໍ້າ,ປ່າໄມ້,ພືດ, ສັດ,ຈຸລິນຊີ,ພູ,ຜາ,ບໍ່ແຮ່,ອາກາດຊຶ່ງສ້າງການດຸ່ນດ່ຽງຂອງລະ ບົບນິເວດວິທະຍາ.ສໍາລັບວັດຖຸບູຮານ,ຮ່ອງຮອຍປະຫວັດສານ, ເຂດຕົວເມືອງ,ຊົນນະບົດ,ສິ່ງປູກສ້າງ,ຄວາມສັ່ນສະເທືອນ,ສຽງ, ແສງ,ສີ,ກິ່ນແມ່ນສິ່ງທີ່ສ້າງຂຶ້ນດ້ວຍແຮງງານຂອງມະນຸດຊຶ່ງ ເປັນສ່ວນປະກອບສໍາຄັນຂອງສິ່ງແວດລ້ອມ.

...ມາດຕາສາມ:ການປົກປັກຮັກສາສິ່ງແວດລ້ອມ.

ມາດຕາສາມ:ການປົກປັກຮັກສາສິ່ງແວດລ້ອມ. ການປົກປັກຮັກສາສິ່ງແວດລ້ອມແມ່ນທຸກການເຄື່ອນໄຫວ ທີ່ປະກອບສ່ວນເຂົ້າໃນການຮັກສາສິ່ງແວດລ້ອມບໍ່ໃຫ້ຖືກທໍາລາຍ, ເຮັດໃຫ້ສິ່ງແວດລ້ອມປອດໃສ,ປາສະຈາກມົນລະພິດ,ບໍ່ສົ່ງຜົນສະ ທ້ອນບໍ່ດີຕໍ່ສຸຂະພາບຂອງຄົນ,ສັດ,ພືດແລະຄວາມດຸ່ນດ່ຽງຂອງລະ ບົບນິເວດວະທະນາ.

...ມາດຕາສີ່:ພັນທະໃນການປົກປັກຮັກສາສິ່ງແວດລ້ອມ.

ມາດຕາສີ່:ພັນທະໃນການປົກປັກຮັກສາສິ່ງແວດລ້ອມ. ລັດຊີ້ນໍາ-ນໍາພາແລະສົ່ງເສີມການປົກປັກຮັກສາສິ່ງແວດ ລ້ອມດ້ວຍການເຜີຍແຜ່ຂໍ້ມູນຂ່າວສານ,ສ້າງຈິດສໍານຶກຄວາມຮັບ ຮູ້ແລະສຶກສາອົບຮົມໃຫ້ພົນລະເມືອງເຫັນໄດ້ຄວາມສໍາຄັນຂອງສິ່ງ ແວດລ້ອມໃນການດໍາລົງຊີວິດປະຈໍາວັນລວມທັງການປຸກລະດົມ ຊຸກຍູ້,ການປະຕິບັດນະໂຍບາຍແລະລະບຽບກົດໝາຍກ່ຽວກັບສິ່ງ ແວດລ້ອມຢ່າງເຂັ້ມງວດ. ພົນລະເມືອງລາວ,ຊາວຕ່າງດ້າວ,ຄົນບໍ່ມີສັນຊາດແລະ ຄົນຕ່າງປະເທດທີ່ດໍາເນີນການຜະລິດຫຼືເຄື່ອນໄຫວວຽກງານໃດ ໜຶ່ງລ້ວນແຕ່ມີພັນທະໃນການປົກປັກຮັກສາສິ່ງແລດລ້ອມ.

...ມາດຕາຫ້າ:ຫຼັກການພື້ນຖານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ.

ມາດຕາຫ້າ:ຫຼັກການພື້ນຖານກ່ຽວກັບການປົກປັກຮັກສາສິ່ງແວດ ລ້ອມ. ຫຼັກການພື້ນຖານກ່ຽວກັບການປົກປັກຮັກສາສິ່ງແລດລ້ອມ ມີຄື: -ຕ້ອງເອົາການປ້ອງກັນສິ່ງແວດລ້ອມເປັນວຽກງານຕົ້ນ ຕໍ,ເອົາການແກ້ໄຂແລະການບູລະນະຟື້ນຟູສິ່ງແວດລ້ອມເປັນວຽກ ງານສໍາຄັນ. -ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕ້ອງມີແຜນ ການປົກປັກຮັກສາສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດ. -ທຸກຄົນແລະທຸກອົງການຈັດຕັ້ງຢູ່ໃນສປປລາວຕ້ອງມີພັນ ທະປົກປັກຮັກສາສິ່ງແວດລ້ອມ. -ຜູ້ທີ່ກໍ່ຄວາມເສຍຫາຍຕໍ່ສິ່ງແວດລ້ອມຕ້ອງມີຄວາມຮັບຜິດ ຊອບຕໍ່ໜ້າກົດໝາຍ. -ຕ້ອງນໍາໃຊ້ຊັບພະຍາກອນທໍາມະຊາດ,ວັດຖຸດິບແລະພະລັງ ງານຢ່າງປະຢັດ,ຫຼຸດຜ່ານບັນດາມົນລະພິດ,ສິ່ງເສດເຫຼືອເພື່ອການ ພັດທະນາແບບຍືນຍົງ. ...ມາດຕາຫົກ:ການພົວພັນແລະການຮ່ວມມືສາກົນ.

ມາດຕາຫົກ:ການພົວພັນແລະການຮ່ວມມືສາກົນ. ລັດສົ່ງເສີມການພົວພັນແລະການຮ່ວມມືສາກົນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານປົກປັກຮັກສາແລະພັດທະນາສິ່ງ ແວດລ້ອມ.


..ພາກທີ2ການປ້ອງກັນສິ່ງແວດລ້ອມ


...ໝວດທີ1ການປ້ອງກັນສິ່ງແວດລ້ອມ


....ມາດຕາເຈັດ:ການປ້ອງກັນສິ່ງແວດລ້ອມ.

ມາດຕາເຈັດ:ການປ້ອງກັນສິ່ງແວດລ້ອມ. ການປ້ອງກັນສິ່ງແວດລ້ອມແມ່ນການເຄື່ອນໄຫວສະກັດກັ້ນ ທຸກເຫດການທີ່ຈະເກີດຂຶ້ນຫຼືພວມເກີດຂຶ້ນຊຶ່ງເປັນສາເຫດເຮັດໃຫ້ສິ່ງ ແວດລ້ອມສັງຄົມແລະທໍາມະຊາດຖືກທໍາລາຍຫຼືເສື່ອມໂຊມລົງ.

....ມາດຕາແປດ:ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ.

ມາດຕາແປດ:ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ. ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແມ່ນຂະບວນການ ຄາດຄະເນຜົນກະທົບຕໍ່ສິ່ງແວດລ້ອມຊຶ່ງເກີດຂຶ້ນຈາກໂຄງການພັດ ທະນາແລະກິດຈະການຕ່າງໆພ້ອມທັງກໍານົດວິທີການ,ມາດຕະການ ຕ່າງໆເພື່ອແກ້ໄຂແລະຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະທໍາມະຊາດ. -ອົງການວິທະຍາສາດເຕັກໂນໂລຊີແລະສິ່ງແວດລ້ອມ ຕ້ອງອອກລະບຽບການລວມກ່ຽວກັບຂະບວນການແລະວິທີການ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ. -ຂະແໜງການທີ່ກ່ຽວຂ້ອງກັບບັນດາໂຄງການພັດທະນາ ແລະກິດຈະການຕ່າງໆທີ່ຕິດພັນກັບຂະແໜງການຂອງຕົນຕ້ອງ ອອກລະບຽບການກ່ຽວກັບຂະບວນການແລະວິທີການປະເມີນຜົນ ກະທົບຕໍ່ສິ່ງແວດລ້ອມໂດຍອີງໃສ່ລະບຽບການລວມທີ່ອົງການວິທະ ຍາສາດເຕັກໂນໂລຊີແລະສິ່ງແວດລ້ອມວາງອອກ. -ໂຄງການພັດທະນາແລະກິດຈະການຕ່າງໆທີ່ເຫັນວ່າມີຜົນ ກະທົບຕໍ່ສິ່ງແວດລ້ອມກ່ອນສ້າງໂຄງການຕ້ອງສະເໜີບົດລາຍງານ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມໃຫ້ຖືກຕ້ອງຕາມລະບຽບການ ຕ່າງໆທີ່ໄດ້ກໍານົດໄວ້ໃນຂໍ້ທີໜຶ່ງແລະຂໍ້ທີສອງຂອງມາດຕານີ້ເພື່ອ ສະເໜີໃຫ້ອົງການຄຸ້ມຄອງແລະກວດກາສິ່ງແວດລ້ອມທີ່ໄດ້ຮັບການ ມອບໝາຍພິຈາລະນາອອກໃບຢັ້ງຢືນດ້ານສິ່ງແວດລ້ອມ. -ໂຄງການພັດທະນາແລະກິດຈະການຕ່າງໆຊຶ່ງໄດ້ດໍາເນີນ ການມາກ່ອນການປະກາດໃຊ້ກົດໝາຍສະບັບນີ້ທີ່ເຫັນວ່າສ້າງ ຄວາມເສຍຫາຍຕໍ່ສິ່ງແວດລ້ອມຕ້ອງໄດ້ສະເໜີບັນດາມາດຕະການ, ວິທິການແລະການດໍາເນີນການແກ້ໄຂບັນຫາສິ່ງແວດລ້ອມໃຫ້ອົງ ການຄຸ້ມຄອງແລະກວດກາສິ່ງແວດລ້ອມທີ່ໄດ້ຮັບການມອບໝາຍພ ິຈາລະນາອອກໃບຢັ້ງຢືນດ້ານສິ່ງແວດລ້ອມ. -ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຕ້ອງມີການເຂົ້າ ຮ່ວມຂອງອໍານາດການປົກຄອງທ້ອງຖິ່ນ,ອົງການຈັດຕັ້ງມະຫາຊົນ ແລະປະຊາຊົນຊຶ່ງຈະໄດ້ຮັບຜົນກະທົບຈາກໂຄງການພັດທະນາແລະ ກິດຈະການດັ່ງກ່າວ.


....ມາດຕາເກົ້າ:ການນໍາໃຊ້ເຕັກໂນໂລຊີ.

ມາດຕາເກົ້າ:ການນໍາໃຊ້ເຕັກໂນໂລຊີ. ໃນການຜະລິດ,ການດໍາເນີນທຸລະກິດຕ້ອງນໍາໃຊ້ເຕັກໂນໂລ ຊີທີ່ກ້າວໜ້າແທດເໝາະກັບສະພາບຄວາມເປັນຈິງທາງດ້ານເສດ ຖະກິດ-ສັງຄົມ,ມີຜົນກະທົບໜ້ອຍທີ່ສຸດຕໍ່ສິ່ງແວດລ້ອມແລະປະຕິບັດ ໃຫ້ໄດ້ຕາມມາດຕະຖານເຕັກນິກທີ່ຂະແໜງການກ່ຽວຂ້ອງວາງອອກ ຢ່າງເຂັ້ມງວດ. ການນໍາເຂົ້າຫຼືການຖ່າຍທອດເຕັກໂນໂລຊີທີ່ພົວພັນເຖິງການ ປົກປັກຮັກສາສິ່ງແວດລ້ອມຕ້ອງໄດ້ຮັບອະນຸຍາດຈາກຂະແໜງການ ທີ່ກ່ຽວຂ້ອງແລະອົງການວິທິຍາສາດເຕັກໂນໂລຊີແລະສິ່ງແວດລ້ອມ.

....ມາດຕາສິບ:ການກໍ່ສ້າງແລະການສ້ອມແປງ.

ມາດຕາສິບ:ການກໍ່ສ້າງແລະການສ້ອມແປງ. ບຸກຄົນຫຼືການຈັດຕັ້ງທີ່ດໍາເນີນກໍ່ສ້າງຫຼືການສ້ອມແປງ ເຊັ່ນ:ຖະໜົນຫົນທາງ,ຂົວ,ລະບົບນໍ້າປະປາ,ການສ້ອມແປງ,ອັດ ສີດ,ຕາໜ່າງໂທລະຄົມມະນາຄົມ,ໄຟຟ້າແລະສິ່ງປຸກສ້າງຕ່າງ ໆຕ້ອງມີວິທີການປ້ອງກັນອັນຕະລາຍທີ່ຈະເກີດຂຶ້ນພ້ອມທັງມີມາດ ຕະການສະກັດກັ້ນແລະແກ້ໄຂບັນຫາທີ່ກໍ່ໃຫ້ເກີດມີຄັວນ,ຝຸ່ນລະ ອອງ,ຄວາມສັ່ນສະເທືອນ,ສຽງ,ແສງ,ສີ,ກິ່ນ,ສິ່ງເສດເຫຼືອແລະ ສິ່ງກີດຂວາງຕ່າງໆໃຫ້ໄດ້ຕາມມາດຕະຖານ,ລະບຽບການທີ່ຂະ ແໜງການກ່ຽວຂ້ອງແລະອົງການຄຸ້ມຄອງແລະກວດກາສິ່ງແວດ ລ້ອມວາງອອກ.


...ໝວດທີ2ການປ້ອງກັນ,ການຂຸດຄົ້ນແລະການນໍາໃຊ້ຊັບພະຍາກອນທໍາມະຊາດ


....ມາດຕາສິບເອັດ:ຊັບພະຍາກອນທໍາມະຊາດ.

ມາດຕາສິບເອັດ:ຊັບພະຍາກອນທໍາມະຊາດ. ຊັບພະຍາກອນທໍາມະຊາດແມ່ນສິ່ງທີ່ມີຊີວິດແລະບໍ່ມີຊີວິດ ທີ່ເກີດຂຶ້ນຕາມທໍາມະຊາດເຊັ່ນ:ດິນ,ນໍ້າ,ອາກາດ,ປ່າໄມ້,ຊີວະນາ ໆພັນ,ບໍ່ແຮ່,ຫີນຊຶ່ງເປັນເງື່ອນໄຂອັນຈໍາເປັນໃຫ້ແກ່ການດໍາລົງຊີ ວິດຂອງປະຊາຊົນບັນດາເຜົ່າແລະການພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ.

....ມາດຕາສິບສອງ:ປະເພດຊັບພະຍາກອນທໍາມະຊາດ.

ມາດຕາສິບສອງ:ປະເພດຊັບພະຍາກອນທໍາມະຊາດ. ຊັບພະຍາກອນທໍາມະຊາດມີສອງປະເພດຄື: -ຊັບພະຍາກອນທໍາມະຊາດທີ່ທົດແທນຄືນໄດ້ແມ່ນຊັບພະຍາ ກອນທີ່ບໍ່ໝົດເຊັ່ນ:ດິນ,ນໍ້າ,ອາກາດ,ປ່າໄມ້,ຊີວະນາໆພັນ.ຖ້າຫາກມີ ການຄຸ້ມຄອງ,ການປົກປັກຮັກສາ,ການຂຸດຄົ້ນແລະການນໍາໃຊ້ຊັບພະ ຍາກອນດັ່ງກ່າວຢ່າງຖືກຕ້ອງຕາມແຜນການແລະຕາມຫຼັກວິຊາການ ຈຶ່ງບໍ່ບົກແຫ້ງເປັນຈັກເທື່ອ. -ຊັບພະຍາກອນທໍາມະຊາດທີ່ທົດແທນຄືນບໍ່ໄດ້ແມ່ນຊັບພະ ຍາກອນທີ່ໝົດເປັນເຊັ່ນ:ບໍ່ແຮ່,ຫີນ.ຖ້າຫາກມີການຄຸ້ມຄອງແລະການ ປົກປັກຮັກສາຕາມແຜນການ,ການຂຸດຄົ້ນແລະການນໍາໃຊ້ຊັບພະຍາ ກອນດັ່ງກ່າວຢ່າງສົມເຫດສົມຜົນຈຶ່ງສາທາດຍືນຍົງໄປຮອດຫຼາຍເຊັ່ນ ຄົນ.

....ມາດຕາສິບສາມ:ພັນທະໃນການປົກປັກຮັກສາຊັບພະຍາກອນທໍາມະຊາດ.

ມາດຕາສິບສາມ:ພັນທະໃນການປົກປັກຮັກສາຊັບພະຍາກອນທໍາ ມະຊາດ. ບຸກຄົນແລະການຈັດຕັ້ງລ້ວນແຕ່ມີພັນທະປົກປັກຮັກສາຊັບ ພະຍາກອນທໍາມະຊາດ.ເມື່ອເຫັນເຫດການທີ່ສ້າງຄວາມເສຍຫາຍ ຕໍ່ຊັບພະຍາກອນທໍາມະຊາດຕ້ອງລາຍງານໃຫ້ອົງການທີ່ກ່ຽວຂ້ອງ ຊາບເພື່ອມີວິທີການປ້ອງກັນແລະແກ້ໄຂຢ່າງທັນການ.


....ມາດຕາສິບສີ່:ມາດຕະການຄຸ້ມຄອງການຂຸດຄົ້ນແລະການນໍາໃຊ້ຊັບພະຍາກອນທໍາມະຊາດ.

ມາດຕາສິບສີ່:ມາດຕະການຄຸ້ມຄອງການຂຸດຄົ້ນແລະການນໍາໃຊ້ ຊັບພະຍາກອນທໍາມະຊາດ. ບຸກຄົນຫຼືການຈັດຕັ້ງທີ່ດໍາເນີນການຂຸດຄົ້ນ,ການຂົນສົ່ງ,ການ ເກັບຮັກສາ,ການປຸງແຕ່ງຫຼືການນໍາໃຊ້ຊັບພະຍາກອນທໍາມະຊາດ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍທີ່ດິນ,ກົດໝາຍປ່າໄມ້,ກົດໝາຍ ວ່າດ້ວຍນໍ້າແລະຊັບພະຍາກອນແລ່ງນໍ້າ,ກົດໝາຍວ່າດ້ວຍບໍ່ແຮ່,ກົດ ໝາຍວ່າດ້ວຍກະສິກໍາລວມທັງລະບຽບກົດໝາຍອື່ນໆທີ່ກ່ຽວຂ້ອງຢ່າງ ເຂັ້ມງວດ. ....ມາດຕາສິບຫ້າ:ການປົກປັກຮັກສາຊີວະນາໆພັນ.

ມາດຕາສິບຫ້າ:ການປົກປັກຮັກສາຊີວະນາໆພັນ. ຊີວະນາໆພັນຫຼືຄວາມຫຼາກຫຼາຍທາງດ້ານຊີວະສາດແມ່ນ ຄວາມຫຼາກຫຼາຍຂອງລະບົບນິເວດວິທິຍາ,ຊະນິດແລະແນວພັນ ຂອງສິ່ງທີ່ມີຊີວິດເຊັ່ນ:ພືດ,ສັດ,ແມງໄມ້ແລະຈຸລິນຊີຢູ່ໃນຂອບເຂດ ທໍາມະຊາດໃດໜຶ່ງ. ອົງການວິທະຍາສາດເຕັກໂນໂລຊີແລະສິ່ງແວດລ້ອມຕ້ອງ ສ້າງລະບຽບການລວມແລະມາດຕະການກ່ຽວກັບການຄຸ້ມຄອງຊີ ວະນາໆພັນ. ອໍານາດການປົກຄອງທ້ອງຖິ່ນ,ຂະແໜງການທີ່ກ່ຽວຂ້ອງ ຕ້ອງຈັດສັນເຂດອະນຸລັກຊີວະນາໆພັນແລະກໍານົດປະເພດຫວງຫ້າມ ແລະບໍ່ຫວງຫ້າມເພື່ອປົກປ້ອງ,ພັດທະນາແລະຜັນຂະຫຍາຍແນວພັນ ດັ່ງກ່າວ. ທຸກການນໍາເຂົ້າ-ສົ່ງອອກຊະນິດແນວພັນຂອງພືດ,ສັດ,ແມງ ໄມ້ແລະຈຸລິນຊີຕ່າງໆຕ້ອງປະຕິບັດຕາມລະບຽບການແລະມາດຕະ ການກ໋ຽວກັບການຄຸ້ມຄອງຊີວິນາໆພັນຢ່າງເຂັ້ມງວດ.

....ມາດຕາສິບຫົກ:ການປ້ອງກັນເຂດອະນຸລັກມໍລະດົກທາງດ້ານວັດທະນະທໍາ,ປະຫວັດສາດແລະທໍາມະຊາດ.

ມາດຕາສິບຫົກ:ການປ້ອງກັນເຂດອະນຸລັກມໍລະດົກທາງດ້ານວັດ ທະນະທໍາ,ປະຫວັດສາດແລະທໍາມະຊາດ. ບຸກຄົນຫຼືການຈັດຕັ້ງທີ່ດໍາເນີນການຜະລິດ,ທຸລະກິດ,ການບໍ ລິການຫຼືກິດຈະການໃດໜຶ່ງຊຶ່ງຈະສົ່ງຜົນສະທ້ອນອັນບໍ່ດີຕໍ່ເຂດມໍ ລະດົກທາງດ້ານວັດທະນະທໍາ,ປະຫວັດສາດແລະທໍາມະຊາດເຊັ່ນ: ເຂດມີວັດຖຸບູຮານ,ປູສະນີຍະສະຖານ,ຮ່ອງຮອຍປະຫວັດສາດ,ເຂດ ທ່ອງທ່ຽວ,ເຂດທິວທັດທໍາມະຊາດຫຼືເຂດປ່າສະຫງວນຕ້ອງປະຕິ ບັດຕາມລະບຽບການແລະມາດຕະການຕ່າງໆທີ່ຂະແໜງການ ແລະອໍານາດການປົກຄອງທີ່ກ່ຽວຂ້ອງວາງອອກຢ່າງເຂັ້ມງວດ.

...ໝວດທີ3ການປ້ອງກັນແລະຕ້ານໄພພິບັດ


....ມາດຕາສິບເຈັດ:ໄພພິບັດ.

ມາດຕາສິບເຈັດ:ໄພພິບັດ. ໄພພິບັດແມ່ນປະກົດການທາງທໍາມະຊາດຫຼືເຫດການໃດ ໜຶ່ງທີ່ເກີດຂຶ້ນຈາກທໍາມະຊາດຫຼືຈາກການກະທໍາຂອງຄົນຊຶ່ງສ້າງ ຄວາມເສຍຫາຍຮ້າຍແຮງຕໍ່ສຸຂະພາບ,ຊີວິດ,ຊັບສິນຂອງປະຊາ ຊົນແລະຕໍ່ສິ່ງແວດລ້ອມເຊັ່ນ:ອຸທົກກະໄພ,ໄພແຫ້ງແລ້ງ,ອັກຄິໄພ, ວາຕະໄພ,ດິນເຊາະເຈື່ອນ,ສັດຕູພືດລະບາດ,ໂລກລະບາດ,ແຜ່ດິນ ໄຫວ,ນໍ້າມັນຮົ່ວໄຫຼແລະອື່ນໆ. ....ມາດຕາສິບແປດ:ພັນທະໃນການປ້ອງກັນແລະຕ້ານໄພພິບັດ.

ມາດຕາສິບແປດ:ພັນທະໃນການປ້ອງກັນແລະຕ້ານໄພພິບັດ. ບຸກຄົນແລະການຈັດຕັ້ງລ້ວນແຕ່ມີພັນທະປ້ອງກັນແລະ ຕ້ານໄພພິບັດ.ເມື່ອເຫັນວ່າໄພພິບັດຈະເກີດຂຶ້ນຫຼືພວມເກີດຂຶ້ນ ຕ້ອງລາຍງານໃຫ້ອໍານາດການປົກຄອງທ້ອງຖິ່ນຫຼືການຈັດຕັ້ງ ທີ່ຢູ່ໃກ້ຊາບໂດຍດ່ວນ.ອໍານາດການປົກຄອງທ້ອງຖິ່ນຫຼືການຈັດ ຕັ້ງດັ່ງກ່າວຕ້ອງປະສານສົມທົບກັບຂະແໜງການຕ່າງໆຂອງ ລັດແລະສັງຄົມເພື່ອຊອກຫາວິທີປ້ອງກັນແລະຕ້ານໄພພິບັດດັ່ງ ກ່າວພ້ອມກັນນັ້ນກໍ່ຕ້ອງປຸກລະດົມປະຊາຊົນແລະອົງການຈັດຕັ້ງ ຕ່າງໆປະກອບສ່ວນທາງດ້ານສະຕິປັນຍາ,ແຮງງານ,ທຶນຮອນ, ພະຫະນະ,ອຸບປະກອນຕ່າງໆທີ່ຈໍາເປັນເພື່ອປ້ອງກັນແລະຄ້ານ ໄພພິບັດນັ້ນໃຫ້ທັນເວລາ. ຖ້າໄພພິບັດຫາກເກີດຂຶ້ນໃນຫຼາຍທ້ອງຖິ່ນໃກ້ຄຽງກັນ,ອໍາ ນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຕ້ອງໄດ້ປະສານສົມທົບ ກັນເພື່ອຊອກຫາວິທີການປ້ອງກັນແລະຕ້ານໄພພິບັດດັ່ງກ່າວຢ່າງ ເຂັ້ມງວດ.

....ມາດຕາສິບເກົ້າ:ຄະນະກໍາມະການປ້ອງກັນແລະຄ້ານໄພພິບັດແຫ່ງຊາດ.

ມາດຕາສິບເກົ້າ:ຄະນະກໍາມະການປ້ອງກັນແລະຄ້ານໄພພິບັດ ແຫ່ງຊາດ. ລັດຖະບານສ້າງຕັ້ງຄະນະກໍາມະການປ້ອງກັນແລະຕ້ານ ໄພພິບັດແຫ່ງຊາດຂຶ້ນ,ຄະນະກໍາມະການດັ່ງກ່າວຕ້ອງປະສານສົມ ທົບກັບຂະແໜງການແລະອໍານາດການປົກຄອງທ້ອງຖິ່ນບ່ອນທີ່ ໄພພິບັດຈະເກີດຂຶ້ນ,ພວມເກີດຂຶ້ນຫຼືເກີດຂຶ້ນແລ້ວເພື່ອສ້າງແຜນ ການ,ກໍານົດມາດຕະການຕ່າງໆກ່ຽວກັບການປ້ອງກັນ,ການຕ້ານ ໄພພິບັດແລະການບູລະນະຟື້ນຟູບ່ອນປະສົບໄພພິບັດ,ພ້ອມກັນນັ້ນ ກໍ່ຕ້ອງຕິດຕາມກວດກາຢ່າງເປັນປົກກະຕິເຂດຫຼືບ່ອນທີ່ອາດຈະ ເກີດໄພພິບັດໃນຕໍ່ໜ້າ.

..ພາກທີ3ການຄວບຄຸມມົນລະພິດ


...ໝວດທີ1ມົນລະພິດ


....ມາດຕາຊາວ:ມົນລະພິດ.

ມາດຕາຊາວ:ມົນລະພິດ. ມົນລະພິດແມ່ນສະພາວະຂອງສິ່ງແວດລ້ອມທີ່ມີການປ່ຽນ ແປງທາງດ້ານວັດຖຸ,ຊີວະແລະເຄມີຍ້ອນມີສານຫຼືທາດຕ່າງໆເຈືອ ປົນຢູ່ໃນນໍ້າ,ດິນ,ອາກາດເກີນມາດຕະຖານຄຸນນະພາບສິ່ງແວດ ລ້ອມທີ່ໄດ້ກໍານົດໄວ້ຊຶ່ງເປັນສາເຫດເຮັດໃຫ້ສິ່ງແວດລ້ອມເປັນພິດ ແລະສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ,ຊີວິດຂອງຄົນ,ສັດ,ພືດແລະ ສິ່ງແວດລ້ອມ.

....ມາດຕາຊາວເອັດ:ປະເພດມົນລະພິດ.

ມາດຕາຊາວເອັດ:ປະເພດມົນລະພິດ. ປະເພດມົນລະພິດປະກອບດ້ວຍ:ມົນລະພິດທາງນໍ້າ,ມົນລະ ພິດທາງດິນ,ມົນລະພິດທາງອາກາດ,ມົນລະພິດທີ່ເກີດຈາກສານເຄ ມີ,ທາດກໍາມັນຕະພາບລັງສີ,ຈາກສິ່ງເສດເຫຼືອແລະມົນລະພາວະທີ່ ເກີດຈາກການລົບກວນຂອງຄວາມສັ່ນສະເທືອນ,ສຽງ,ແສງ,ສີແລະ ກິ່ນ. ມົນລະພິດທາງນໍ້າ,ດິນ,ອາກາດແມ່ນສະພາວະຂອງນໍ້າ,ດິນ, ອາກາດທີ່ມີການປ່ຽນແປງທາງວັດຖຸ,ຊີວະແລະເຄມີຍ້ອນມີສານຫຼື ທາດຕ່າງໆເຈືອປົນເກີນມາດຕະຖານຄຸນນະພາບຂອງນໍ້າ,ດິນ,ອາ ກາດທີ່ໄດ້ກໍານົດໄວ້ຊຶ່ງເປັນສາເຫດເຮັດໃຫ້ເປັນພິດແລະສົ່ງຜົນສະ ທ້ອນອັນບໍ່ດີຕໍ່ສຸຂະພາບ,ຊີວິດຂອງຄົນ,ສັດ,ພືດແລະສິ່ງແວດລ້ອມ. ມົນລະພິດຈາກສິ່ງເສດເຫຼືອແມ່ນມົນລະພິດທີ່ເກີດຈາກວັດຖຸ ສິ່ງຂອງທີ່ເປັນທາດແຂງ,ທາດແຫຼວຫຼືທາດອາຍທີ່ເປັນອັນຕະລາຍ ຫຼືບໍ່ເປັນອັນຕະລາຍຊຶ່ງບໍ່ຖືກນໍາໃຊ້ເຂົ້າໃນການຜະລິດຫຼືການຊົມໃຊ້ ຂອງສັງຄົມເຈືອປົນໃນສິ່ງແວດລ້ອມເກີນມາດຕະຖານຄຸນນະພາບ ສິ່ງແວດລ້ອມທີ່ໄດ້ກໍານົດໄວ້ຊຶ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ,ຊີວິດ ຂອງຄົນ,ສັດ,ພືດແລະສິ່ງແວດລ້ອມ. ມົນລະພິດຈາກສານເຄມີທີ່ເປັນພິດແມ່ນມົນລະພິດທີ່ເກີດຈາກ ວັດຖຸຫຼືທາດເບື່ອທີ່ເຈືອປົນໃນສິ່ງແວດລ້ອມເກີນມາດຕະຖານຄຸນນະ ພາບສິ່ງແວດລ້ອມທີ່ໄດ້ກໍານົດໄວ້ຊຶ່ງສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະ ພາບ,ຊີວິດຂອງຄົນ,ສັດ,ພືດແລະສິ່ງແວດລ້ອມ. ມົດລະພິດຈາກທາດກໍາມັນຕະລັງສີແມ່ນມົນລະພິດທີ່ເກີດ ຈາກທາດທີ່ແຜ່ກະຈາຍອະນຸພາບຂອງລັງສີຢ່າງຕໍ່ເນື່ອງເກີນມາດ ຕະຖານຄຸນນະພາບສິ່ງແວດລ້ອມທີ່ໄດ້ກໍານົດໄວ້ຊຶ່ງເປັນອັນຕະລາຍ ຕໍ່ຮ່າງກາຍຫຼືຈຸລັງຂອງສິ່ງທີ່ມີຊີວິດຕ່າງໆ. ມົນລະພາວະທີ່ເກີດຈາກຄວາມສັ່ນສະເທືອນ,ສຽງ,ແສງ,ສີ ແລະກິ່ນແມ່ນການລົບກວນຈາກຄວາມສັ່ນສະເທືອນ,ສຽງ,ແສງ,ສີ ແລະກິ່ນເກີນມາດຕະຖານທີ່ໄດ້ກໍານົດໄວ້ຊຶ່ງສົ່ງຜົນສະທ້ອນອັນບໍ່ດີ ຕໍ່ສຸຂະພາບ,ຊີວິດຂອງຄົນ,ສັດ,ພືດແລະສຶ່ງແວດລ້ອມ.


...ໝວດທີ2ພັນທະແລະມາດຕະຖານການຄວບຄຸມສົມລະພິດ


....ມາດຕາຊາວສອງ:ພັນທະໃນການຄວບຄຸມມົນລະພິດ.

ມາດຕາຊາວສອງ:ພັນທະໃນການຄວບຄຸມມົນລະພິດ. ບຸກຄົນແລະການຈັດຕັ້ງລ້ວນແຕ່ມີພັນທະເຂົ້າຮ່ວມໃນການ ຄວບຄຸມມົນລະພິດ.ສໍາລັບຜູ້ທີ່ດໍາເນີນການຜະລິດ,ທຸລະກິດເຊັ່ນ:ອຸດ ສາຫະກໍາ,ການບໍລິການ,ການກະສິກໍາ-ປ່າໄມ້,ຫັດຖະກໍາຫຼືກິດຈະ ການອື່ນໆທີ່ສ້າງມົນລະພິດຕ້ອງນໍາໃຊ້ເຕັກໂນໂລຊີແລະຕິດຕັ້ງອະ ປະກອນຕ່າງໆເພື່ອຄວບຄຸມມົນລະພິດໃຫ້ໄດ້ຕາມມາດຕະຖານຄຸນ ນະພາບສິ່ງແວດລ້ອມທີ່ໄດ້ກໍານົດໄວ້.

....ມາດຕາຊາວສາມ:ມາດຕະການປ້ອງກັນແລະຄວບຄຸມມົນລະພິດ.

ມາດຕາຊາວສາມ:ມາດຕະການປ້ອງກັນແລະຄວບຄຸມມົນລະພິດ. ອົງການຄຸມຄອງແລະກວດກາສິ່ງແວດລ້ອມແຕ່ລະຂັ້ນຕ້ອງ ສ້າງລະບຽບການແລະກໍານົດມາດຕະຖານຄຸນນະພາບສິ່ງແວດ ລ້ອມກ່ຽວກັບການປ້ອງກັນແລະຄວບຄຸມມົນລະພິດຕາມພາລະບົດ ບາດແລະໜ້າທີ່ຂອງຕົນໂດຍປະສານສົມທົບກັບຂະແໜງການທີ່ ກ່ຽວຂ້ອງ. ບຸກຄົນຫຼືການຈັດຕັ້ງທີ່ດໍາເນີນກິດຈະການຕ່າງໆຕ້ອງຮັບປະ ກັນການປ້ອງກັນແລະການຄວບຄຸມມົນລະພິດທາງນໍ້າ,ດິນ,ອາກາດ ,ສິ່ງເສດເຫຼືອ,ສານເຄມີທີ່ເປັນພິດ,ທາດກໍາມັນຕະພາບລັງສີ,ຄວາມ ສັ່ນສະເທືອນ,ສຽງ,ແສງ,ສີແລະກິ່ນຢ່າງເຂັ້ມງວດ. ຫ້າມຖອກເທ,ລະບາຍນໍ້າເປື້ອນ,ນໍ້າເສຍຄຸນນະພາບທີ່ເກີນ ມາດຕະຖານຄຸນນະພາບນໍ້າທີ່ໄດ້ກໍານົດໄວ້ແບບຊະຊາຍໂດຍບໍ່ໄດ້ ມີການບໍາບັດກ່ອນລົງໃສ່ຕະຄອງຮ່ອງນໍ້າ,ແຫຼ່ງນໍ້າທໍາມະຊາດຫຼື ບ່ອນອື່ນໆ. ຫ້າມປ່ອຍຄວັນ,ອາຍ,ກິ່ນ,ສານເຄມີແລະຝຸ່ນລະອອງທີ່ເປັນ ພິດອອກເກີນມາດຕະຖານຄຸນນະພາບອາກາດທີ່ໄດ້ກໍານົດໄວ້. ການຜະລິດ,ການນໍາເຂົ້າ,ການນໍາໃຊ້,ການຂົນສົ່ງ,ການ ເກັບຮັກສາແລະການທໍາລາຍສານເຄມີທີ່ເປັນພິດຫຼືທາດກໍາມັນຕະ ພາບລັງສີຕ້ອງປະຕິບັດຕາມລະບຽບການແລະມາດຕະຖານຕ່າງໆ ທີ່ໄດ້ກໍານົດໄວ້. ຫ້າມສ້າງຄວາມສັ່ນສະເທືອນ,ສຽງ,ແສງ,ສີແລະກິ່ນເກີນ ມາດຕະຖານຄຸນນະພາບທີ່ໄດ້ກໍານົດໄວ້. ຫ້າມຖອກເທສິ່ງເສດເຫຼືອທຸກປະເພດຢ່າງຊະຊາຍ.ຕ້ອງກໍາ ນົດເຂດຖອກເທສິ່ງເສດເຫຼືອແຍກປະເພດກ່ອນນໍາໄປຖິ້ມ,ຈູດ,ຝັງຫຼື ທໍາລາຍໃນເຂດທີ່ໄດ້ກໍານົດໃຫ້.ສົ່ງເສີມການນໍາໃຊ້ເຕັກໂນໂລຊີ ກ່ຽວກັບການບໍາບັດ,ການຜະລິດແລະການນໍາໃຊ້ຄືນໃໝ່. ຫ້າມນໍາເຂົ້າ,ຂົນສົ່ງ,ເຄື່ອນຍ້າຍສິ່ງເສດເຫຼືອທີ່ເປັນອັນຕະ ລາຍຜ່ານເຂດນໍ້າ,ດິນແດນຫຼືນ່ານຟ້າຂອງສປປລາວ.


..ພາກທີ4ການແກ້ໄຂບັນຫາແລະການບູລະນະຟື້ນຟູສິ່ງແວດລ້ອມ


...ໝວດທີ1ການແກ້ໄຂບັນຫາສິ່ງແວດລ້ອມ


....ມາດຕາຊາວສີ່:ການແກ້ໄຂບັນຫາສິ່ງແວດລ້ອມ

ມາດຕາຊາວສີ່:ການແກ້ໄຂບັນຫາສິ່ງແວດລ້ອມ ການແກ້ໄຂບັນຫາສິ່ງແວດລ້ອມແມ່ນການສະກັດກັ້ນຫຼືການ ຕ້ານເຫດການທີ່ເກີດຂຶ້ນໄປພ້ອມໆກັບການປົວແປງແລະການບູລະ ນະສິ່ງທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວໃຫ້ຄືນສູ້ສະພາບເດີມ ດ້ວຍການວາງແລະປະຕິບັດລະບຽບການ,ມາດຕະການ,ມາດຕະຖານ ຕ່າງໆກ່ຽວກັບຄຸນນະພາບສິ່ງແວດລ້ອມ.

....ມາດຕາຊາວຫ້າ:ພັນທະໃນການແກ້ໄຂບັນຫາສິ່ງແວດລ້ອມ.

ມາດຕາຊາວຫ້າ:ພັນທະໃນການແກ້ໄຂບັນຫາສິ່ງແວດລ້ອມ. ບຸກຄົນແລະການຈັດຕັ້ງຕ້ອງເປັນເຈົ້າການເຂົ້າຮ່ວມໃນ ການແກ້ໄຂບັນຫາສິ່ງແວດລ້ອມ. ພົນລະເມືອງທຸກຄົນຫຼືການຈັດຕັ້ງມີສິດສະເໜີຫຼືຮ້ອງຟ້ອງຕໍ່ ການກະທໍາໃດໜຶ່ງທີ່ກໍ່ໃຫ້ເກີດຜົນສະທ້ອນອັນບໍ່ດີຕໍ່ສິ່ງແວດລ້ອມ, ສ້າງຄວາມເສຍຫາຍຕໍ່ສຸຂະພາບ,ຊີວິດຂອງຄົນ,ສັດ,ພືດແລະສິ່ງ ແວດລ້ອມ. ຄໍາສະເໜີຫຼືຄໍາຮ້ອງຟ້ອງກ່ຽວກັບການກະທໍາທີ່ກໍ່ໃຫ້ເກີດ ບັນຫາຕໍ່ສິ່ງແວດລ້ອມນັ້ນໃຫ້ສະເໜີຕໍ່ອໍານາດການປົກຄອງຫຼືອົງ ການຄຸ້ມຄອງແລະກວດກາສິ່ງແວດລ້ອມບ່ອນທີ່ເຫດການນັ້ນເກີດ ຂຶ້ນພິຈາລະນາແກ້ໄຂພາຍໃນກໍານົດສາມສິບວັນນັບແຕ່ວັນໄດ້ຮັບ ຄໍາສະເໜີຫຼືຄໍາຮ້ອງຟ້ອງເປັນຕົ້ນໄປ.ໃນກໍລະນີຮີບດ່ວນນັ້ນຕ້ອງ ໄດ້ພິຈາລະນາແກ້ໄຂຢ່າງທັນການ. ຖ້າຫາກວ່າອໍານາດການປົກຄອງຫຼືອົງການຄຸ້ມຄອງແລະ ກວດກາສິ່ງແວດລ້ອມທີ່ໄດ້ຮັບການສະເໜີນັ້ນບໍ່ສາມາດແກ້ໄຂ ບັນຫາໄດ້ໃຫ້ນໍາສະເໜີຕໍ່ຂັ້ນເທິງຂອງຕົນຫຼືອົງການຄຸ້ມຄອງແລະ ກວດກາສິ່ງແວດລ້ອມຂັ້ນເທິງຖັດນັ້ນພາຍໃນກໍານົດເຈັດວັນ.ຄໍາ ສະເໜີຫຼືຄໍາຮ້ອງຟ້ອງດັ່ງກ່າວຈະໄດ້ຮັບການພິຈາລະນາແກ້ໄຂ ພາຍໃນກໍານົດສາມສິບວັນແລ້ວແຈ້ງໃຫ້ຜູ້ສະເໜີຊາບ.


...ໝວດທີ2ການບູລະນະຟື້ນຟູສິ່ງແວດລ້ອມ


....ມາດຕາຊາວຫົກ:ການບູລະນະຟື້ນຟູສິ່ງແວດລ້ອມ.

ມາດຕາຊາວຫົກ:ການບູລະນະຟື້ນຟູສິ່ງແວດລ້ອມ. ການບູລະນະຟື້ນຟູສິ່ງແວດລ້ອມແມ່ນການເຮັດໃຫ້ສິ່ງແວດ ລ້ອມທີ່ຖືກທໍາລາຍຫຼືເສື່ອມໂຊມແລ້ວນັ້ນມີການຟື້ນຕົວແລະໄດ້ຮັບ ການປົວແປງໃຫ້ຢູ່ໃນສະພາບທີ່ດີຂຶ້ນແລະມີຄວາມສົມດຸນກັບລະບົບ ນິເວດວິທະຍາ.

....ມາດຕາຊາວເຈັດ:ພັນທະໃນການບູລະນະຟື້ນຟູສິ່ງແວດລ້ອມ.

ມາດຕາຊາວເຈັດ:ພັນທະໃນການບູລະນະຟື້ນຟູສິ່ງແວດລ້ອມ. ບຸກຄົນແລະການຈັດຕັ້ງມີພັນທະໃນການປະກອບສ່ວນຢ່າງ ຕັ້ງໜ້າເປັນຕົ້ນ:ສະຕິປັນຍາ,ແຮງງານ,ທຶນຮອນແລະວັດຖຸປະກອນ ຕ່າງໆເຂົ້າໃນການບູລະນະຟື້ນຟູສິ່ງແວດລ້ອມທີ່ຖືກທໍາລາຍຫຼື ເສື່ອມໂຊມນັ້ນ.

....ມາດຕາຊາວແປດ:ການບູລະນະຟື້ນຟູເຂດທີ່ຖືກທໍາລາຍໄພພິບັດ.

ມາດຕາຊາວແປດ:ການບູລະນະຟື້ນຟູເຂດທີ່ຖືກທໍາລາຍໄພພິບັດ. ບຸກຄົນຫຼືການຈັດຕັ້ງທີ່ດໍາເນີນການຜະລິດ,ທຸລະກິດ,ການບໍ ລິການຫຼືກິດຈະການໃດໜຶ່ງທີ່ກໍ່ໃຫ້ເກີດໄພພິບັດຕ້ອງຮັບຜິດຊອບ ແກ້ໄຂ,ບູລະນະຟື້ນຟູຄືນເຂດທີ່ໄດ້ຮັບຄວາມເສຍຫາຍນັ້ນພາຍໃຕ້ ການຕິດຕາມກວດກາຂອງອໍານາດການປົກຄອງທ້ອງຖິ່ນແລະຂະ ແໜງການທີ່ກ່ຽວຂ້ອງ. ໃນກໍລະນີທີ່ມີໄພພິບັດທໍາມະຊາດເກີດຂຶ້ນອໍານາດການປົກ ຄອງທ້ອງຖິ່ນແລະຂະແໜງການທີ່ກ່ຽວຂ້ອງຕ້ອງປະສານສົມທົບ ກັນເພື່ອມີວິທີການບູລະນະຟື້ນຟູຄືນເຂດດັ່ງກ່າວ.

....ມາດຕາຊາວເກົ້າ:ການບູລະນະມໍລະດົກທາງດ້ານວັດທະນະທໍາ,ປະຫວັດສາດແລະທໍາມະຊາດ.

ມາດຕາຊາວເກົ້າ:ການບູລະນະມໍລະດົກທາງດ້ານວັດທະນະທໍາ, ປະຫວັດສາດແລະທໍາມະຊາດ. ສິ່ງປຸກສ້າງແລະສະຖາປັດຕິຍະກໍາທີ່ມີຄຸນຄ່າທາງດ້ານ ປະຫວັດສາດ,ສິນລະປະວັດທະນະທໍາແລະຮ່ອງຮອຍປະຫວັດສາດ ຂອງຊາດຕ້ອງໄດ້ຮັບການປົກປັກຮັກສາ,ການສ້ອມແປງແລະ ການບູລະນະຟື້ນຟູເພື່ອຮັກສາໄວ້ທາງດ້ານສິລະປະແລະວັດທະນະ ທໍາທີ່ເປັນເອກະລັກຂອງຊາດ. ສະຖານທີ່ທິວທັດທໍາມະຊາດທີ່ມີທັດສະນີຍະພາບສິ່ງແວດ ລ້ອມອັນສວຍງາມຊຶ່ງໄດ້ຮັບຜົນກະທົບຈາກໄພພິບັດຕ້ອງໄດ້ຮັບ ການບູລະນະຟື້ນຟູຄືນແລະສະຫງວນຮັກສາ.

..ພາກທີ5ກອງທຶນປົກປັກຮັກສາສິ່ງແວດລ້ອມ


...ມາດຕາສາມສິບ:ກອງທຶນປົກປັກຮັກສາສິ່ງແວດລ້ອມ.

ມາດຕາສາມສິບ:ກອງທຶນປົກປັກຮັກສາສິ່ງແວດລ້ອມ. ລັດສົ່ງເສີມໃຫ້ມີການສ້າງຕັ້ງກອງທຶນປົກປັກຮັກສາສິ່ງ ແວດລ້ອມຂຶ້ນເພື່ອນໍາໃຊ້ເຂົ້າໃນວຽກງານສຶກສາຄົ້ນຄວ້າ,ປ້ອງ ກັນ,ແກ້ໄຂແລະບູລະນະຟື້ນຟູສິ່ງແວດລ້ອມລວມທັງການປົກປັກ ຮັກສາແລະການອະນຸລັກຊັບພະຍາກອນທໍາມະຊາດ. ສໍາລັບການຈັດຕັ້ງແລະການຄຸ້ມຄອງກອງທຶນປົກປັກຮັກ ສາສິ່ງແວດລ້ອມຈະມີລະບຽບການສະເພາະ.


...ມາດຕາສາມສິບເອັດ:ແຫຼ່ງກອງທຶນປົກປັກຮັກສາສິ່ງແວດລ້ອມ.

ມາດຕາສາມສິບເອັດ:ແຫຼ່ງກອງທຶນປົກປັກຮັກສາສິ່ງແວດລ້ອມ. ກອງທຶນປົກປັກຮັກສາສິ່ງແວດລ້ອມໄດ້ມາຈາກແຫຼ່ງຕ່າງ ໆດັ່ງນີ້: -ງົບປະມານຂອງລັດ. -ໂຄງການພັດທະນາແລະກິດຈະການຕ່າງໆ. -ການຊ່ວຍເຫຼືອຂອງອົງການຈັດຕັ້ງຕ່າງໆທັງພາຍໃນແລະ ຕ່າງປະເທດ. -ການປະກອບສ່ວນຂອງພາກສ່ວນທຸລະກິດແລະບຸກຄົນທົ່ວໄປ. -ດອກເບ້ຍຫຼືຜົນກໍາໄລທີ່ໄດ້ຈາກກອງທຶນ.

...ມາດຕາສາມສິບສອງ:ການນໍາໃຊ້ກອງທຶນປົກປັກຮັກສາສິ່ງແວດລ້ອມ.

ມາດຕາສາມສິບສອງ:ການນໍາໃຊ້ກອງທຶນປົກປັກຮັກສາສິ່ງ ແວດລ້ອມ. ກອງທຶນປົກປັກຮັກສາສິ່ງແວດລ້ອມຈະຖືກນໍາໃຊ້ເຂົ້າໃນ ວຽກງານດັ່ງຕໍ່ໄປນີ້: -ການແກ້ໄຂບັນຫາສິ່ງແວດລ້ອມທີ່ຮີບດ່ວນແລະສໍາຄັນ. -ໂຄງການຄົ້ນຄວ້າວິທະຍາສາດເຕັກໂນໂລຊີເພື່ອຮັບໃຊ້ ວຽກງານປົກປັກຮັກສາສິ່ງແວດລ້ອມ,ການຄຸ້ມຄອງ,ການກວດ ກາແລະການຈັດຕັ້ງປະຕິບັດນິຕິກໍາອື່ນໆກ່ຽວກັບສິ່ງແວດລ້ອມ. -ການສົ່ງເສີມການສຶສາ,ການຝຶກອົບຮົມແລະການສ້າງ ຈິດສໍານຶກດ້ານສິ່ງແວດລ້ອມ. -ການຊຸກຍູ້ຂະບວນການເຄື່ອນໄຫວວຽກງານປົກປັກຮັກ ສາສິ່ງແວດລ້ອມເປັນຕົ້ນ:ວັນສິ່ງແວດລ້ອມໂລກ,ວັນປູກຕົ້ນໄມ້, ວັນປ່ອຍປາແຫ່ງຊາດແລະອື່ນໆ. -ການບໍລິຫານກອງທຶນ.


..ພາກທີ6ການພົວພັນແລະການຮ່ວມມືສາກົນດ້ານສິ່ງແວດລ້ອມ


...ມາດຕາສາມສິບສາມ:ການພົວພັນແລະການຮ່ວມມືສາກົນດ້ານສິ່ງແວດລ້ອມ.

ມາດຕາສາມສິບສາມ:ການພົວພັນແລະການຮ່ວມມືສາກົນດ້ານ ສິ່ງແວດລ້ອມ. ລັດສົ່ງເສີມການພົວພັນ,ການຮ່ວມມືກັບຕ່າງປະເທດແລະ ບັນດາອົງການຈັດຕັ້ງສາກົນກ່ຽວກັບວຽກງານປົກປັກຮັກສາສິ່ງ ແວດລ້ອມຍາດແຍ່ງເອົາການຊ່ວຍເຫຼືອ,ແລກປ່ຽນບົດຮຽນ,ກໍ່ ສ້າງແລະຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ ກ່ຽວກັບການຄົ້ນຄວ້ານໍາໃຊ້ວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າ, ເຂົ້າຮ່ວມໃນການເຄື່ອນໄຫວສາກົນກ່ຽວກັບການປ້ອງກັນແລະ ການແກ້ໄຂບັນຫາສິ່ງແວດລ້ອມ,ປະຕິບັດຕາມສົນທິສັນຍາສາກົນ ທີ່ຕົນໄດ້ເຂົ້າຮ່ວມເປັນພາຄີຫຼືສັນຍາລະຫວ່າງປະເທດທີ່ຕົນໄດ້ ເຊັນຮ່ວມກ່ຽວກັບສິ່ງແວດລ້ອມ.

...ມາດຕາສາມສິບສີ່:ການແກ້ໄຂຂໍ້ພິພາດລະຫວ່າງປະເທດດ້ານສິ່ງແວດລ້ອມ.

ມາດຕາສາມສິບສີ່:ການແກ້ໄຂຂໍ້ພິພາດລະຫວ່າງປະເທດດ້ານ ສິ່ງແວດລ້ອມ. ຂໍ້ພິພາດລະຫວ່າງປະເທດດ້ານສິ່ງແວດລ້ອມທີ່ເກີດຂຶ້ນ ແລະສົ່ງຜົນສະທ້ອນອັນບໍ່ດີຕໍ່ສິ່ງແວດລ້ອມຂອງສປປລາວຈະໄດ້ ຖືກແກ້ໄຂດ້ວຍການຊອກວິທີແກ້ໄຂຮ່ວມກັນບົນພື້ນຖານຂອງສົນ ທິສັນຍາສາກົນທີ່ຕົນໄດ້ເຂົ້າຮ່ວມເປັນພາຄີຫຼືສັນຍາລະຫວ່າງປະ ເທດທີ່ຕົນໄດ້ເຊັນຮ່ວມ.


..ພາກທີ7ການຄຸ້ມຄອງແລະການກວດກາສິ່ງແວດລ້ອມ


...ມາດຕາສາມສິບຫ້າ:ອົງການຄຸ້ມຄອງແລະກວດກາສິ່ງແວດລ້ອມ.

ມາດຕາສາມສິບຫ້າ:ອົງການຄຸ້ມຄອງແລະກວດກາສິ່ງແວດລ້ອມ. ອົງການຄຸ້ມຄອງແລະກວດກາສິ່ງແວດລ້ອມປະກອບດ້ວຍ: -ອົງການວິທະຍາສາດເຕັກໂນໂລຊີແລະສິ່ງແວດລ້ອມ. -ໜ່ວຍງານຄຸ້ມຄອງແລະກວດກາສິ່ງແວດລ້ອມຂອງກະຊວງ. -ໜ່ວຍງານຄຸ້ມຄອງແລະກວດກາສິ່ງແວດລ້ອມແຂວງ,ກໍາ ແພງນະຄອນແລະເຂດພິເສດ. -ໜ້າຍງານຄຸ້ມຄອງແລະກວດກາສິ່ງແວດລ້ອມເມືອງ. -ອໍານາດການປົກຄອງບ້ານ.

...ມາດຕາສາມສິບຫົກ:ສິດແລະໜ້າທີ່ຂອງອົງການວິທິຍາສາດເຕັກໂນໂລຊີແລະສິ່ງແວດລ້ອມ.

ມາດຕາສາມສິບຫົກ:ສິດແລະໜ້າທີ່ຂອງອົງການວິທິຍາສາດເຕັກ ໂນໂລຊີແລະສິ່ງແວດລ້ອມ. ອົງການວິທິຍາສາດເຕັກໂນໂລຊີແລະສິ່ງແວດລ້ອມຊຶ່ງເປັນ ອົງການຄຸ້ມຄອງແລະກວດກາສິ່ງແວດລ້ອມຂັ້ນສູນກາງມີສິດແລະ ໜ້າທີ່ດັ່ງນີ້: -ເປັນເສນາທິການໃຫ້ແກ້ລັດຖະບານໃນການສ້າງແລະຜັນ ຂະຫຍາຍແຜນຍຸດທະສາດກ່ຽວກັບສິ່ງແວດລ້ອມໃຫ້ກາຍເປັນແຜນ ການ,ໂຄງການລະອຽດແລະລະບຽບການເພື່ອຄຸ້ມຄອງແລະກວດ ກາສິ່ງແວດລ້ອມ. -ຈັດຕັ້ງປະຕິບັດວຽກງານຄຸ້ມຄອງແລະກວດກາສິ່ງແວດ ລ້ອມພ້ອມທັງລາຍງານສະພາບສິ່ງແວດລ້ອມໃນຂອບເຂດທົ່ວປະ ເທດໃຫ້ລັດຖະບານຢ່າງເປັນປົກກະຕິ. -ເປັນສູນກາງປະສານງານສົມທົບກັບບັນດາຂະແໜງການ ແລະອໍານາດການປົກຄອງທ້ອງຖິ່ນຂັ້ນຕ່າງໆເພື່ອຈັດຕັ້ງຄຸ້ມຄອງ ແລະກວດກາທຸກການເຄື່ອນໄຫວກ່ຽວກັບວຽກງານສິ່ງແວດລ້ອມ. -ຄົ້ນຄວ້າ,ວິໄຈ,ຊອກຫາວິທີການປ້ອງກັນ,ແກ້ໄຂບັນຫາ ແລະບູລະນະຟື້ນຟູສິ່ງແວດລ້ອມໂດຍນໍາໃຊ້ຄວາມກ້າວໜ້າທາງ ດ້ານວິທະຍາສາດແລະເຕັກໂນໂລຊີ. -ຕິດຕາມ,ກວດກາການຈັດຕັ້ງປະຕິບັດແຜນຍຸດທະສາດ, ແຜນການ,ໂຄງການແລະລະບຽບກົດໝາຍຕ່າງໆກ່ຽວກັບສິ່ງ ແວດລ້ອມ. -ອອກໃບອະນຸຍາດຫຼືຖອນໃບອະນຸຍາດຂອງການຈັດຕັ້ງໃດ ໜຶ່ງທີ່ດໍາເນີນການບໍລິການດ້ານວິຊາການສິ່ງແວດລ້ອມ. -ແນະນໍາໃຫ້ໂຄງການພັດທະນາແລະກິດຈະການຕ່າງໆ ເຮັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຕາມລະບຽບການກ່ຽວ ກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ. -ຮັບແລະແກ້ໄຂຄໍາສະເໜີຂອງປະຊາຊົນແລະພາກສ່ວນ ຕ່າງໆກ່ຽວກັບບັນຫາສິ່ງແວດລ້ອມ. -ສົມທົບກັບພາກສ່ວນກ່ຽວຂ້ອງທີ່ມີສິດອໍານາດສັ່ງດັດແກ້, ໂຈະ,ຍົກຍ້າຍຫຼືຍຸບເລີກກິດຈະການໃດໜ່ຶງທີ່ກໍ່ໃຫ້ເກີດຜົນສະທ້ອນ ອັນບໍ່ດີຕໍ່ສຸຂະພາບ,ຊີວິດຂອງຄົນ,ສັດ,ພືດແລະສິ່ງແວດລ້ອມ. -ກໍ່ສ້າງແລະຍົກລະດັບພະນັກງານວິຊາການດ້ານສິ່ງ ແວດລ້ອມພ້ອມທັງສຶກສາອົບຮົມ,ສ້າງຈິດສໍານຶກໃຫ້ແກ່ທຸກພາກ ສ່ວນຂອງສັງຄົມ,ສ້າງຂະບວນການປົກປັກຮັກສາສິ່ງແວດລ້ອມ ໃນທົ່ວປະເທດໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະອໍານາດການປົກຄອງທ້ອງຖິ່ນ. -ຈັດຕັ້ງເຜີຍແຜ່,ສັງລວມແລະຕີລາຄາລະບົບຂໍ້ມູນຂ່າວ ສານກ່ຽວກັບສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດເພື່ອ ຮັບໃຊ້ແຜນການພັດທະນາເສດຖະກິດ-ສັງຄົມ. -ພົວພັນແລະຮ່ວມມືກັບສາກົນໃນຂົງເຂດວຽກງານປົກປັກ ຮັກສາສິ່ງແວດລ້ອມ. -ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບການປົກປັກຮັກສາ ສິ່ງແວດລ້ອມຕາມການມອບໝາຍຂອງລັດຖະບານຫຼືຕາມລະບຽບ ກົດໝາຍທີ່ໄດ້ກໍານົດໄວ້.


...ມາດຕາສາມສິບເຈັດ:ສິດແລະໜ້າທີ່ຂອງໜ່ວຍງານຄຸ້ມຄອງແລະກວດກາສິ່ງແວດລ້ອມຂອງກະຊວງ.

ມາດຕາສາມສິບເຈັດ:ສິດແລະໜ້າທີ່ຂອງໜ່ວຍງານຄຸ້ມຄອງ ແລະກວດກາສິ່ງແວດລ້ອມຂອງກະຊວງ. ກະຊວງທີ່ເຫັນວ່າມີຄວາມຈໍາເປັນຈັດຕັ້ງໜ່ວຍງານຄຸ້ມ ຄອງແລະກວດກາສິ່ງແລດລ້ອມຂອງຕົນຂຶ້ນຕ້ອງໄດ້ປະສານສົມ ທົບກັບອົງການວິທິຍາສາດເຕັດໂນໂລຊີແລະສິ່ງແວດລ້ອມ. ໜ່ວຍງານຄຸ້ມຄອງແລະກວດກາສິ່ງແວດລ້ອມຂອງກະ ຊວງມີສິດແລະໜ້າທີ່ເຄື່ອນໄຫວວຽກງານພາຍໃນຂະແໜງການ ຂອງຕົນດັ່ງນີ້: -ສ້າງແລະຈັດຕັ້ງປະຕິບັດແຜນການແລະລະບຽບການກ່ຽວ ກັບການປົກປັກຮັກສາສິ່ງແລດລ້ອມທີ່ພົວພັນກັບຂະແໜງການຂອງ ຕົນໂດຍອີງໃສ່ແຜນການແລະລະບຽບການລວມທີ່ອົງການວິທະຍາ ສາດເຕັກໂນໂລຊີແລະສິ່ງແວດລ້ອມວາງອອກ. -ຄົ້ນຄວ້າວິໄຈແລະຊອກຫາວິທີການປ້ອງກັນ,ແກ້ໄຂບັນຫາ ແລະບູລະນະຟື້ນຟູສິ່ງແວດລ້ອມທີ່ຕິດພັນກັບຂະແໜງການຂອງຕົນ ໂດຍນໍາໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດແລະເຕັກໂນໂລ ຊີ. -ແນະນໍາໃຫ້ໂຄງການພັດທະນາແລະກິດຈະການຕ່າງໆທີ່ ຂຶ້ນກັບຂະແໜງການຂອງຕົນເຮັດການປະເມີນຜົນກະທົບຕໍ່ສິ່ງແວດ ລ້ອມ. -ຕິດຕາມກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວ ກັັບການປົກປັກຮັກສາສິ່ງແວດລ້ອມ. -ສະເໜີໃຫ້ການຈັດຕັ້ງທີ່ມີສິດອໍານາດສັ່ງດັດແກ້,ໂຈະ,ຍົກ ຍ້າຍຫຼືຍຸບເລີກກິດຈະການໃດໜຶ່ງໃນຂະແໜງການຂອງຕົນທີ່ກໍ່ໃຫ້ ເກີດຜົນສະທ້ອນອັນບໍ່ດີຕໍ່ສູຂະພາບ,ຊີວິດຂອງຄົນ,ສັດ,ພືດແລະສິ່ງ ແວດລ້ອມ. -ລາຍງານ,ເຂົ້າຮ່ວມປຶກສາຫາລືແລະແລກປ່ຽນຄໍາຄິດ ຄໍາເຫັນກ່ຽວກັບວຽກງານສິ່ງແວດລ້ອມກັບອົງການວິທະຍາສາດ ເຕັກໂນໂລຊີແລະສິ່ງແວດລ້ອມ,ອໍານາດການປົກຄອງທ້ອງຖິ່ນ ແລະພາກສ່ວນຕ່າງທີ່ກ່ຽວຂ້ອງເພື່ອແກ້ໄຂບັນຫາສິ່ງແວດລ້ອມ. -ກໍ່ສ້າງແລະຍົກລະດັບພະນັກງານວິຊາການດ້ານສິ່ງແວດ ລ້ອມ,ສຶກສາອົບຮົມແລະສ້າງຈິດສໍານຶກດ້ານສິ່ງແວດລ້ອມໃຫ້ທຸກ ພາກສ່ວນໃນຂະແໜງການຂອງຕົນ. -ຈັດຕັ້ງເຜີຍແຜ່,ສັງລວມແລະຕິລາຄາຂໍ້ມູນຂ່າວສານກ່ຽວ ກັບສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດ. -ພົວພັນແລະຮ່ວມມືກັບສາກົນໃນຂົງເຂດວຽກງານປົກປັກ ຮັກສາສິ່ງແວດລ້ອມ. -ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບການປົກປັກຮັກສາ ສິ່ງແວດລ້ອມຕາມການມອບໝາຍຂອງກະຊວງຫຼືຕາມລະບຽບ ກົດໝາຍທີ່ໄດ້ກໍານົດໄວ້.


...ມາດຕາສາມສິບແປດ:ໜ່ວຍງານຄຸ້ມຄອງແລະກວດກາສິ່ງແວດລ້ອມແຂວງ,ກໍາແພງນະຄອນແລະເຂດພິເສດ.

ມາດຕາສາມສິບແປດ:ໜ່ວຍງານຄຸ້ມຄອງແລະກວດກາສິ່ງແວດ ລ້ອມແຂວງ,ກໍາແພງນະຄອນແລະເຂດພິເສດ. ແຂວງ,ກໍາແພງນະຄອນແລະເຂດພິເສດຈັດຕັ້ງໜ່ວຍງານ ຄຸ້ມຄອງແລະກວດກາສິ່ງແວດລ້ອມຂອງຕົນຂຶ້ນໂດຍປະສານສົມທົບ ກັບອົງການວິທະຍາສາດເຕັກໂນໂລຊີແລະສິ່ງແວດລ້ອມ. ໜ່ວຍງານຄຸ້ມຄອງແລະກວດກາສິ່ງແວດລ້ອມແຂວງ,ກໍາ ແພງນະຄອນແລະເຂດພິເສດມີສິດແລະໜ້າທີ່ເຄື່ອນໄຫວວຽກງານ ພາຍໃນທ້ອງຖິ່ນຂອງຕົນດັ່ງນີ້: -ສ້າງແລະຈັດຕັ້ງປະຕິບັດແຜນການແລະລະບຽບການກ່ຽວ ກັບການປົກປັກຮັກສາສິ່ງແວດລ້ອມພາຍໃນແຂວງ,ກໍາແພງນະ ຄອນແລະເຂດພິເສດຂອງຕົນໂດຍອີງໃສ່ແຜນການແລະລະບຽບ ການລວມກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ. -ຄົ້ນຄວ້າວິໄຈແລະຊອກຫາວິທີການປ້ອງກັນ,ແກ້ໄຂບັນ ຫາແລະບູລະນະຟື້ນຟູສິ່ງແວດລ້ອມໃນທ້ອງຖິ່ນຂອງຕົນໂດຍນໍາ ໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດແລະເຕັກໂນໂລຊີ. -ລາຍງານ,ເຂົ້າຮ່ວມປຶກສາຫາລືແລະແລກປ່ຽນຄໍາຄິດ ເຫັນກ່ຽວກັບວຽກງານສິ່ງແວດລ້ອມກັບອົງການວິທິຍາສາດເຕັກ ໂນໂລຊີແລະສິ່ງແວດລ້ອມ,ອໍານາດການປົກຄອງແລະຂະແໜງ ການທີ່ກ່ຽວຂ້ອງໃນທ້ອງຖິ່ນຂອງຕົນເພື່ອແກ້ໄຂບັນຫາສິ່ງແວດ ລ້ອມ. -ຕິດຕາມ,ກວດກາການຈັດຕັ້ງປະຕິບັດກົດໝາຍ,ດໍາລັດ,ຂໍ້ ກໍານົດ,ກົດລະບຽບຕ່າງໆກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ. -ຮັບແລະແກ້ໄຂຄໍາສະເໜີຂອງປະຊາຊົນແລະພາກສ່ວນ ຕ່າງໆກ່ຽວກັບບັນຫາສິ່ງແວດລ້ອມ. -ສະເໜີໃຫ້ການຈັດຕັ້ງທີ່ມີສິດອໍານາດສັ່ງດັດແກ້,ໂຈະ,ຍົກ ຍ້າຍຫຼືຍຸບເລີກກິດຈະການໃກໜຶ່ງຢູ່ໃນທ້ອງຖິ່ນຂອງຕົນທີ່ກໍ່ໃຫ້ເກີດ ຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ,ຊີວິດຂອງຄົນ,ສັດ,ພືດແລະສິ່ງແວດ ລ້ອມ. -ເກັບກໍາ,ສັງລວມ,ຄົ້ນຄ້ວາ,ເຜີຍແຜ່ຂໍ້ມູນຂ່າວສານກ່ຽວ ກັບສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດ. -ກໍ່ສ້າງແລະຍົກລະດັບພະນັກງານວິຊາການດ້ານສິ່ງແວດ ລ້ອມ,ສຶກສາອົບຮົມແລະສ້າງຈິດສໍານຶກຄວາມຮັບຮູ້ກ່ຽວກັບການ ປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ປະຊາຊົນແລະພາກສ່ວນຕ່າງໆ. -ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບການປົກປັກຮັກສາ ສິ່ງແວດລ້ອມຕາມການມອບໝາຍຂອງເຈົ້າແຂວງ,ເຈົ້າຄອງກໍາ ແພງນະຄອນແລະຫົວໜ້າເຂດພິເສດຫຼືຕາມລະບຽບກົດໝາຍທີ່ໄດ້ ກໍານົດໄວ້.


...ມາດຕາສາມສິບເກົ້າ:ສິດແລະໜ້າທີ່ຂອງໜ່ວຍງານຄຸ້ມຄອງແລະກວດກາສິ່ງແວດລ້ອມເມືອງ.

ມາດຕາສາມສິບເກົ້າ:ສິດແລະໜ້າທີ່ຂອງໜ່ວຍງານຄຸ້ມຄອງແລະ ກວດກາສິ່ງແວດລ້ອມເມືອງ. ເມືອງຈັດຕັ້ງໜວຍງານຄຸ້ມຄອງແລະກວດກາສິ່ງແວດລ້ອມ ເມືອງຂຶ້ນໂດຍປະສານສົມທົບກັບໜ່ວຍງານຄຸ້ມຄອງແລະກວດກາ ສິ່ງແວດລ້ອມຂອງແຂວງ,ກໍາແພງນະຄອນແລະເຂດພິເສດບ່ອນທີ່ ຕົນຂຶ້ນກັບ. ໜ່ວຍງານຄຸ້ມຄອງແລະກວດກາສິ່ງແວດລ້ອມເມືອງມີສິດ ແລະໜ້າທີ່ເຄື່ອນໄຫວວຽກງານພາຍໃນເມືອງຂອງຕົນດັ່ງນີ້: -ສ້າງແລະຈັດຕັ້ງປະຕິບັດແຜນການແລະລະບຽບການ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມພາຍໃນເມືອງຂອງຕົນ ໂດຍອີງໃສ່ແຜນການແລະລະບຽບການກ່ຽວກັບການປົກປັກຮັກ ສາສິ່ງແວດລ້ອມຂອງແຂວງ,ກໍາແພງນະຄອນແລະເຂດພິເສດທີ່ ຕົນຂຶ້ນກັບ. -ຄົ້ນຄວ້າ,ວິໄຈແລະຊອກຫາວິທີການປ້ອງກັນ,ແກ້ໄຂບັນ ຫາແລະບູລະນະຟື້ນຟູສິ່ງແວດລ້ອມຢູ່ໃນເມືອງຂອງຕົນໂດຍນໍາໃຊ້ ຄວາມກ້າວໜ້າທາງດ້ານວິທະຍາສາດແລະເຕັກໂນໂລຊີ. -ຕິດຕາມ,ກວດກາການຈັດຕັ້ງປະຕິບັດກົດໝາຍ,ດໍາລັດ,ຂໍ້ ກໍານົດລະບຽບຕ່າງໆກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ. -ລາຍງານ,ເຂົ້າຮ່ວມປຶກສາຫາລືແລະແລກປ່ຽນຄໍາຄິດ ເຫັນກ່ຽວກັບວຽກງານສິ່ງແວດລ້ອມກັບໜ່ວຍງານຄຸ້ມຄອງແລະ ກວດກາສິ່ງແວດລ້ອມແຂວງ,ກໍາແພງນະຄອນແລະເຂດພິເສດ, ອໍານາດການປົກຄອງທ້ອງຖິ່ນແລະຂະແໜງການທີ່ກ່ຽວຂ້ອງໃນ ເມືອງຂອງຕົນເພື່ອແກ້ໄຂບັນຫາສິ່ງແວດລ້ອມ. -ຮັບແລະແກ້ໄຂຄໍາສະເໜີຂອງປະຊາຊົນແລະພາກສ່ວນ ຕ່າງໆກ່ຽວກັບບັນຫາສິ່ງແວດລ້ອມ. -ສະເໜີໃຫ້ການຈັດຕັ້ງທີ່ມີສິດອໍານາດສັ່ງດັດແກ້,ໂຈະ,ຍົກ ຍ້າຍຫຼືຍຸບເລີກກິດຈະການໃດໜຶ່ງພາຍໃນເມືອງຂອງຕົນທີ່ກໍ່ໃຫ້ເກີດ ຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ,ຊີວິດຂອງຄົນ,ສັດ,ພືດແລະສິ່ງແວດ ລ້ອມ. -ເກັບກໍາ,ສັງລວມ,ຄົ້ນຄວ້າແລະເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດ. -ສຶກສາອົບຮົມແລະສ້າງຈິດສໍານຶກຄວາມຮັບຮູ້ກ່ຽວກັບ ວຽກງານປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ປະຊາຊົນແລະພາກ ສ່ວນຕ່າງໆພາຍໃນເມືອງຂອງຕົນ. -ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບການປົກປັກຮັກສາສິ່ງ ແວດລ້ອມຕາມການມອບໝາຍຂອງເຈົ້າເມືອງ,ໜ່ວຍງານຄຸ້ມຄອງ ແລະກວດກາສິ່ງແວດລ້ອມແຂວງ,ກໍາແພງນະຄອນ,ເຂດພິເສດຫຼື ຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້.


...ມາດຕາສີ່ສິບ:ສິດແລະໜ້າທີ່ຂອງອໍານາດການປົກຄອງບ້ານກ່ຽວກັບການຄຸ້ມຄອງແລະກວດກາສິ່ງແວດລ້ອມ.

ມາດຕາສີ່ສິບ:ສິດແລະໜ້າທີ່ຂອງອໍານາດການປົກຄອງບ້ານກ່ຽວ ກັບການຄຸ້ມຄອງແລະກວດກາສິ່ງແວດລ້ອມ. ອໍານາດການປົກຄອງບ້ານມີສິດແລະໜ້າທີ່ກ່ຽວກັບການຄຸ້ມ ຄອງແລະກວດກາສິ່ງແວດລ້ອມພາຍໃນບ້ານຂອງຕົນດັ່ງນີ້: -ສ້າງແລະຈັດຕັ້ງປະຕິບັດແຜນການ,ລະບຽບການກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມໂດຍອີງໃສ່ແຜນການ,ຂໍ້ກໍານົດ,ກົດ ລະບຽບ,ຄໍາແນະນໍາກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຂອງ ເມືອງ. -ໂຄສະນາ,ສຶກສາອົບຮົມ,ປຸກລະດົມຊຸກຍູ້,ຂົນຂວາຍປະຊາ ຊົນເຂົ້າຮ່ວມໃນການປ້ອງກັນແກ້ໄຂບັນຫາແລະບູລະນະຟື້ນຟູສິ່ງ ແວດລ້ອມຂອງບ້ານ. -ຕິດຕາມ,ກວດກາການຈັດຕັ້ງປະຕິບັດແຜນການ,ຂໍ້ກໍານົດ, ກົດລະບຽບແລະກໍາແນະນໍາຕ່າງໆກ່ຽວກັບການປົກປັກຮັກສາສິ່ງ ແວດລ້ອມ. -ລາຍງານ,ເຂົ້າຮ່ວມປຶກສາຫາລືແລະແລກປ່ຽນຄໍາຄິດເຫັນ ກ່ຽວກັບວຽກງານສິ່ງແວດລ້ອມກັບໜ່ວຍງານຄຸ້ມຄອງແລະກວດ ກາສິ່ງແວດລ້ອມເມືອງ,ອໍານາດການປົກຄອງເມືອງແລະພາກສ່ວນ ຕ່າງໆທີ່ກ່ຽວຂ້ອງເພື່ອແກ້ໄຂບັນຫາສິ່ງແວດລ້ອມ. -ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂອງ ເມືອງຫຼືໜ່ວຍງານຄຸ້ມຄອງແລະກວດກາສິ່ງແວດລ້ອມເມືອງຫຼື ຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້.



...ມາດຕາສີ່ສິບເອັດ:ການກວດກາສິ່ງແວດລ້ອມ.

ມາດຕາສີ່ສິບເອັດ:ການກວດກາສິ່ງແວດລ້ອມ. ການກວດກາສິ່ງແວດລ້ອມແມ່ນການຕິດຕາມກວດກາ ການເຄື່ອນໄຫວກ່ຽວກັບການປ້ອງກັນ,ການແກ້ໄຂບັນຫາ,ການ ບູລະນະຟື້ນຟູສິ່ງແວດລ້ອມ,ການຂຸດຄົ້ນ,ການນໍາໃຊ້ຊັບພະຍາ ກອນທໍາມະຊາດແລະການຄວບຄຸມມົນລະພິດໃຫ້ຖືກຕ້ອງຕາມລະ ບຽບກົດໝາຍເພື່ອແນໃສ່ເຮັດໃຫ້ການປົກປັກຮັກສາສິ່ງແວດລ້ອມ ດໍາເນີນໄປຢ່າງມີປະສິດທິຜົນ.

...ມາດຕາສີ່ສິບສອງ:ປະເພດການກວດກາ

ມາດຕາສີ່ສິບສອງ:ປະເພດການກວດກາ ການກວດກາມີສາມປະເພດດັ່ງນີ້: -ການກວດກາຕາມລະບົບປົກກະຕິ. -ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ. -ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາ ເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນ ແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ນອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງໃຫ້ຜູ້ທີ່ຈະ ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບ ດ່ວນຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ທີ່ຈະຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາສິ່ງແວດລ້ອມເຈົ້າໜ້າທີ່ສິ່ງ ແວດລ້ອມຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງ ເຂັ້ມງວດ.

..ພາກທີ8ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະຖານຕໍ່ຜູ້ລະເມີດ


...ມາດຕາສີ່ສິບສາມ:ນະໂຍບາຍຕໍ່ຜູ້ທີ່ມີຜົນງານ.

ມາດຕາສີ່ສິບສາມ:ນະໂຍບາຍຕໍ່ຜູ້ທີ່ມີຜົນງານ. ບຸກຄົນຫຼືການຈັດຕັ້ງທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນວຽກງານປົກປັກຮັກສາສິ່ງແວດລ້ອມແລະຊັບພະຍາກອນທໍາ ມະຊາດຈະໄດ້ຮັບການຍ້ອງຍໍຫຼືການປະຕິບັດນະໂຍບາຍອື່ນໆ ຕາມຄວາມເໝາະສົມ.

...ມາດຕາສີ່ສິບສີ່:ມາດຕະການຕໍ່ຜູ້ລະເມີດ.

ມາດຕາສີ່ສິບສີ່:ມາດຕະການຕໍ່ຜູ້ລະເມີດ. ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຫຼືລະ ບຽບການຕ່າງໆກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຈະຖືກ ສຶກສາອົບຮົມ,ປັບໃໝ,ປະຕິບັດທາງແພ່ງຫຼືລົງໂທດທາງອາຍາ ຕາມແຕ່ກໍລະນີເບົາຫຼືໜັກ.

...ມາດຕາສີ່ສິບຫ້າ:ມາດຕະການສຶກສາອົບຮົມ.

ມາດຕາສີ່ສິບຫ້າ:ມາດຕະການສຶກສາອົບຮົມ. ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຫຼືລະ ບຽບການຕ່າງໆກ່ຽວກັບການປົກປັກຮັກສາສິ່ງແວດລ້ອມໃນສະ ຖານເບົາບາງຈະຖືກຕັກເຕືອນແລະສຶກສາອົບຮົມ.


...ມາດຕາສີ່ສິບຫົກ:ມາດຕະການປັບໃໝ.

ມາດຕາສີ່ສິບຫົກ:ມາດຕະການປັບໃໝ. ບຸກຄົນຫຼືການຈັດຕັ້ງຈະຖືກປັບໃໝໃນກໍລະນີດັ່ງນີ້: -ຜູ້ທີ່ຖືກສຶກສາອົບຮົມແລ້ວແຕ່ຫາກບໍ່ເຂັດຫຼາບ. -ຖິ້ມຫຼືຖອກເທສິ່ງເສດເຫຼືອແບບຊະຊາຍ,ສ້າງຄວາມເປິ ເປື້ອນຊຶ່ງເປັນຜົນກະທົບຕໍ່ຄວາມເປັນລະບຽບຮຽບຮ້ອຍ,ຄວາມ ສະອາດສວຍງາມຂ້ອງບ້ານເມືອງ. -ເຮັດໃຫ້ຄຸນນະພາບຂອງນໍາ້,ດິນ,ອາກາດເສື່ອມໂຊມລົງ ເກີນມາດຕະຖານຄຸນນະພາບສິ່ງແວດລ້ອມທີ່ໄດ້ກໍານົດໄວ້. -ນໍາໃຊ້ຫຼືກໍ່ໃຫ້ເກີດຄວາມສັ່ນສະເທືອນ,ສຽງ,ແສງ,ສີ່,ກິ່ນ, ສານເຄມີທີ່ເປັນພິດຫຼືທາດກໍາມັນຕະພາບລັງສີເກີນມາດຕະຖານຫຼື ລະບຽບການທີ່ໄດ້ກໍານົດໄວ້ຊຶ່ງເປັນອັນຕະລາຍຕໍ່ສຸຂະພາບຂອງ ຄົນ,ສັດ,ພືດແລະສິ່ງແວດລ້ອມ. -ບໍ່ປະຕິບັດຕາມການກໍານົດໃນບົດລາຍງານການປະເມີນຜົນ ກະທົບຕໍ່ສິ່ງແວດລ້ອມ. -ປະຕິເສດຫຼືບໍ່ໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ກວດກາສິ່ງແວດ ລ້ອມ. ລະບຽບການປັບໃໝຈະໄດ້ມີການກໍານົດຕ່າງຫາກ.

...ມາດຕາສີ່ສິບເຈັດ:ມາດຕະການທາງແພ່ງ

ມາດຕາສີ່ສິບເຈັດ:ມາດຕະການທາງແພ່ງ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ແລະ ລະບຽບການຕ່າງໆກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຊຶ່ງ ສ້າງຄວາມເສຍຫາຍແກ່ຊັບສິນຂອງລັດ,ຂອງລວມໝູ່ຫຼືຂອງບຸກ ຄົນຕ້ອງໄດ້ຮັບຜິດຊອບທາງແພ່ງທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາສີ່ສິບແປດ:ມາດຕະການທາງອາຍາ

ມາດຕາສີ່ສິບແປດ:ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ແລະລະບຽບການ ຕ່າງໆກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຊຶ່ງເປັນການກະ ທໍາຜິດທາງອາຍາເຊັ່ນ:ປອມແປງໃບອະນຸຍາດຫຼືໃບຢັ້ງຢືນດ້ານ ສິ່ງແວດລ້ອມ,ບໍ່ປະຕິບັດຕາມມາດຕະຖານຄຸນນະພາບສິ່ງແວດ ລ້ອມຫຼືການກະທໍາອື່ນໆກ່ຽວກັບສິ່ງແວດລ້ອມທີ່ເປັນສາເຫດພາ ໃຫ້ຄົນເສຍສຸຂະພາບ,ພິການຫຼືເສຍຊີວິດຈະຖືກລົງໂທດຕາມກົດ ໝາຍອາຍາ.


...ມາດຕາສີ່ສິບເກົ້າ:ມາດຕະການໂທດເພີ່ມ.

ມາດຕາສີ່ສິບເກົ້າ:ມາດຕະການໂທດເພີ່ມ. ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດໃນມາດຕາສີ່ສິບຫ້າ,ສີ່ສິບ ຫົກ,ສີ່ສິບເຈັດແລະສີ່ສິບແປດຂ້າງເທິງນີ້ແລ້ວບຸກຄົນຫຼືການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ອາດຈະຖືກປະຕິບັດມາດຕະການ ໂທດເພີ່ມອີກເຊັ່ນ:ການໂຈະ,ການຖອນໃບອະນຸຍາດຫຼືຍຸບເລີກກິດ ຈະການ,ການຮິບພາຫະນະອຸປະກອນທີ່ນໍາໃຊ້ເຂົ້າໃນການກະທໍາ ຜິດນັ້ນ.

..ພາກທີ9ບົດບັນຍັດສຸດທ້າຍ


...ມາດຕາຫ້າສິບ:ການຈັດຕັ້ງປະຕິບັດ

ມາດຕາຫ້າສິບ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາຫ້າສິບເອັດ:ຜົນສັກສິດຂອງກົດໝາຍ.

ມາດຕາຫ້າສິບເອັດ:ຜົນສັກສິດຂອງກົດໝາຍ. ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ ມື້ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ.ຂໍ້ກໍານົດ,ກົດລະ ບຽບທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ວຽງຈັນວັນທີສາມເມສາປີພັນເກົ້າຮ້ອຍເກົ້າສິບເກົ້າ ປະທານສະພາແຫ່ງຊາດ ສະໝານ ວິຍະເກດ