ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ 21-10-2003

From Wikisource
Jump to navigation Jump to search

.ການປົກຄອງທ້ອງຖິ່ນ 21-10-2003


..ພາກທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການປົກຄ້ອງທ້ອງຖິ່ນ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການປົກຄ້ອງທ້ອງ ຖິ່ນ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນວາງອອກເພື່ອກໍາ ນົດຫຼັກການພື້ນຖານກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວແລະລະ ບອບແບບແຜນວິທີເຮັດວຽກຂອງອົງການປົກຄອງທ້ອງຖິ່ນ;ແນ ໃສ່ປັບປຸງແລະກໍ່ສ້າງອົງການປົກຄອງທ້ອງຖິ່ນໃຫ້ມີຄວາມໜັກ ແໜ້ນ,ເຂັ້ມແຂງ,ໂປ່ງໃສແລະເປັນລະບົບເອກະພາບໃນທົ່ວປະ ເທດ;ຮັບປະກັນການຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແລະແຜນງົບປະມານແຫ່ງລັດ; ປົກປ້ອງຜົນປະໂຫຍດຂອງລັດ,ລວມໝູ່,ສິດແລະຜົນປະໂຫຍດອັນ ຊອບທໍາຂອງປະຊາຊົນ.


...ມາດຕາສອງ:ການປົກຄ້ອງທ້ອງຖິ່ນ

ມາດຕາສອງ:ການປົກຄ້ອງທ້ອງຖິ່ນ ການປົກຄອງທ້ອງຖິ່ນແມ່ນການຄຸ້ມຄອງບໍລິຫານລັດຊຶ່ງ ດໍາເນີນໂດຍອົງການປົກຄອງທ້ອງຖິ່ນ.ຢູ່ສປປລາວແບ່ງການ ປົກຄອງທ້ອງຖິ່ນອອກເປັນສາມຂັ້ນຄື:ຂັ້ນແຂວງ,ຂັ້ນເມືອງແລະ ຂັ້ນບ້ານ. ຂັ້ນແຂວງມີແຂວງແລະນະຄອນ;ໃນກໍລະນີຈໍາເປັນກໍ່ອາດ ສ້າງຕັ້ງເຂດພິເສດຂຶ້ນ; ຂັ້ນເມືອງມີເມືອງແລະເທດສະບານ. ຂັ້ນບ້ານມີບ້ານ. ລັດຖະບານມອບຄວາມຮັບຜິດຊອບໃຫ້ອົງການປົກຄອງ ທ້ອງຖິ່ນເປັນຜູ້ຄຸ້ມຄອງດິນແດນ,ຊັບພະຍາກອນທໍາມະຊາດແລະ ປະຊາຊົນເພື່ອປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ ຂອງຕົນໃຫ້ມີຄວາມຈະເລີນ,ຮັ່ງມີແລະຜາສຸກ.


...ມາດຕາສາມ:ທີ່ຕັ້ງແລະພາລະບົດບາດລວມຂອງອົງການປົກຄອງທ້ອງຖິ່ນ

ມາດຕາສາມ:ທີ່ຕັ້ງແລະພາລະບົດບາດລວມຂອງອົງການປົກ ຄອງທ້ອງຖິ່ນ ອົງການປົກຄອງທ້ອງຖິ່ນແມ່ນການຈັດຕັ້ງບໍລິຫານລັດຂັ້ນ ທ້ອງຖິ່ນ,ມີພາລະບົດບາດເປັນຕົວແທນແລະຮັບຜິດຊອບຕໍ່ລັດຖະ ບານໃນການຄຸ້ມຄອງບໍລິຫານທາງດ້ານການເມືອງ,ເສດຖະກິດ, ວັດທະນະທໍາ-ສັງຄົມ,ການກໍ່ສ້າງແລະນໍາໃຊ້ຊັບພະຍາກອນມະນຸດ, ການນໍາໃຊ້ແລະປົກປັກຮັກສາຊັບພະຍາກອນທໍາມະຊາດ,ສິ່ງແລດ ລ້ອມແລະຊັບພະຍາກອນອື່ນໆ;ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບໃນທ້ອງຖິ່ນແລະວຽກງານການຕ່າງປະເທດຕາມການ ມອບໝາຍຂອງລັດຖະບານ. ອົງການປົກຄອງແຂວງແມ່ນເຈົ້າແຂວງ,ອົງການປົກຄອງ ນະຄອນແມ່ນເຈົ້າຄອງນະຄອນ,ອົງການປົກຄອງເມືອງແມ່ນເຈົ້າ ເມືອງ,ອົງການປົກຄອງເທດສະບານແມ່ນຫົວນ້າເທດສະບານແລະ ອົງການປົກຄອງບ້ານແມ່ນນາຍບ້ານເປັນຫົວໜ້າ.


...ມາດຕາສີ່:ສິດແລະໜ້າທີ່ລວມຂອງອົງການປົກຄອງທ້ອງຖິ່ນ.

ມາດຕາສີ່:ສິດແລະໜ້າທີ່ລວມຂອງອົງການປົກຄອງທ້ອງຖິ່ນ. ສິດແລະໜ້າທີ່ລວມຂອງອົງການປົກຄອງທ້ອງຖິ່ນີດັ່ງນີ້: 1.ຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ມະຕິ,ຄໍາສັ່ງ ຂອງຂັ້ນເທິງ,ແຜນພັດທະນາເສດຖະກິດ-ສັງຄົມແລະແຜນງົບ ປະມານແຫ່ງລັດໃນຂອບເຂດຄວາມຮັບຜິດຊອບຂອງຕົນ. 2.ວາງແຜນຍຸດທະສາດ,ແຜນພັດທະນາເສດຖະກິດ-ສັງ ຄົມ,ແຜນງົບປະມານແຫ່ງລັດແລະວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບບົນພື້ນຖານແຜນຍູດທະສາດແຫ່ງຊາດ. 3.ຄຸ້ມຄອງບໍລິຫານທາງດ້ານການເມືອງ,ເສດຖະກິດ,ວັດ ທະນະທໍາ-ສັງຄົມ,ຊັບພະຍາກອນແຫ່ງຊາດ,ສິ່ງແວດລ້ອມແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. 4.ອອກມະຕິ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການ ກ່ຽວກັບການຄຸ້ມຄອງເສດຖະກິດ,ວັດທະນະທໍາ-ສັງຄົມແລະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຂົງເຂດຄວາມຮັບຜິດຊອບ ຂອງຕົນໂດຍສອດຄ່ອງກັບລະບຽບກົດໝາຍ. 5.ຕິດຕາມກວດກາການປະຕິບັດໜ້າທີ່ວຽກງານຂອງອົງ ການຈັດຕັ້ງທີ່ຢູ່ພາຍໃນຄວາມຮັບຜິດຊອບຂອງຕົນ: 6.ພົວພັນແລະຮ່ວມມືກັບຕ່າງປະເທດຕາມການມອບໝາຍ ຂອງລັດຖະບານ. 7.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ກົດໝາຍໄດ້ກໍານົດ ໄວ້. ...ມາດຕາຫ້າ:ຫຼັກການຈັດຕັ້ງແລະການເຄື່ອນໄຫວຂອງອົງການປົກຄອງທ້ອງຖິ່ນ.

ມາດຕາຫ້າ:ຫຼັກການຈັດຕັ້ງແລະການເຄື່ອນໄຫວຂອງອົງການ ປົກຄອງທ້ອງຖິ່ນ. ການຈັດຕັ້ງແລະການເຄື່ອນໄຫວຂອງອົງການປົກຄອງ ທ້ອງຖິ່ນປະຕິບັດຕາມຫຼັກການລວມສູນປະຊາທິປະໄຕແລະຕາມ ການແບ່ງຂັ້ນຄຸ້ມຄອງ;ຂັ້ນບ້ານຂຶ້ນກັບຂັ້ນເມືອງ,ຂັ້ນເມືອງຂຶ້ນ ກັບຂັ້ນແຂວງ,ຂັ້ນແຂວງຂຶ້ນກັບລັດຖະບານໂດຍມີອົງຄະນະພັັກ ຂັ້ນຂອງຕົນເປັນຜູ້ນໍາພາແລະຮັບຜິດຊອບບົນພື້ນຖານລັດຖະທໍາ ມະນູນແລະກົດໝາຍ. ອົງການປົກຄອງທ້ອງຖິ່ນມີລະບອບປະຊຸມເພື່ອປຶກສາຫາ ລືແລະຕົກລົງບັນຫາສໍາຄັນຂອງຕົນ.

..ພາກທີ2ອົງການປົກຄອງແຂວງ,ນະຄອນ


...ໝວດທີ1ທີ່ຄັ້ງ,ພາລະບົດບາດແລະໂຄງປະກອບການຈັດຕັ້ງ


....ມາດຕາຫົກ:ແຂວງ,ນະຄອນ.

ມາດຕາຫົກ:ແຂວງ,ນະຄອນ. ແຂວງແມ່ນເຂດການປົກຄອງທ້ອງຖິ່ນທີ່ປະກອບດ້ວຍ ຫຼາຍເມືອງແລະເທດສະບານ. ນະຄອນແມ່ນເຂດການປົກຄອງທ້ອງຖິ່ນໃນຕົວເມືອງໃຫຍ່ ທີ່ມີຊຸມຊົນໜ້າແໜ້ນຊຶ່ງປະກອບດ້ວຍຫຼາຍເທດສະບານ,ເປັນໃນ ກາງທາງດ້ານການເມືອງ,ເສດຖະກິດ,ວັດທະນະທໍາ-ສັງຄົມແລະ ການບໍລິການທີ່ມີບົດບາດຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ.ສໍາລັບນະຄອນຫຼວງວຽງຈັນປະກອບດ້ວຍຫຼາຍ ເມືອງແລະຫຼາຍເທດສະບານ.


....ມາດຕາເຈັດ:ພາລະບົດບາດຂອງອົງການປົກຄອງແຂວງ,ນະຄອນ

ມາດຕາເຈັດ:ພາລະບົດບາດຂອງອົງການປົກຄອງແຂວງ,ນະຄອນ ອົງການປົກຄອງແຂວງ,ນະຄອນມີພາລະບົດບາດຄຸ້ມຄອງບໍ ລິຫານທາງດ້ານການເມືອງ,ເສດຖະກິດ,ວັດທະນະທໍາ-ສັງຄົມ,ການ ກໍ່ສ້າງແລະນໍາໃຊ້ຊັບພະຍາກອນມະນຸດ,ການນໍາໃຊ້ແລະປົກປັກຮັກ ສາຊັບພະຍາກອນທໍາມະຊາດ,ສິ່ງແວດລ້ອມແລະຊັບພະຍາກອນອື່ນ ໆ,ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນທ້ອງຖິ່ນແລະປະຕິ ບັດວຽກງານການຕ່າງປະເທດຕາມການມອບໝາຍຂອງລັດຖະບານ.


....ມາດຕາແປດ:ໂຄງປະກອບກົງຈັກແລະບຸກຄະລາກອນຂອງອົງການປົກຄອງແຂວງ,ນະຄອນ

ມາດຕາແປດ:ໂຄງປະກອບກົງຈັກແລະບຸກຄະລາກອນຂອງອົງ ການປົກຄອງແຂວງ,ນະຄອນ ກົງຈັກຂອງອົງການປົກຄອງແຂວງ,ນະຄອນປະກອບດ້ວຍ: -ຫ້ອງວ່າການປົກຄອງແຂວງ,ນະຄອນ; -ພະແນກຂອງຂະແໜງການສາຍຕັ້ງແລະທຽບເທົ່າປະຈໍາ ແຂວງ,ນະຄອນ. ບຸກຄະລາກອນຂອງອົງການປົກຄອງແຂວງ,ນະຄອນປະ ກອບດ້ວຍ: -ເຈົ້າແຂວງ,ເຈົ້າຄອງນະຄອນ; -ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນ; -ຫົວໜ້າ,ຮ້ອງຫົວໜ້າວ່າການ,ພະແນກການແລະພະນັກ ງານ-ລັດຖະກອນທີ່ສັງກັດຢູ່ໃນບັນດາໂຄງປະກອບກົງຈັກຂອງ ແຂວງ,ນະຄອນ. ....ມາດຕາເກົ້າ:ທີ່ຕັ້ງແລະພາລະບົດບາດຂອງຫ້ອງວ່າການປົກຄອງແຂວງ,ນະຄອນ

ມາດຕາເກົ້າ:ທີ່ຕັ້ງແລະພາລະບົດບາດຂອງຫ້ອງວ່າການປົກຄອງ ແຂວງ,ນະຄອນ ຫ້ອງວ່າການປົກຄອງແຂວງ,ນະຄອນແມ່ນການຈັດຕັ້ງໃນ ໂຄງປະກອບກົງຈັກຂອງອົງການປົກຄອງແຂວງ,ນະຄອນ.ມີພາ ລະບົດບາດເປັນເສນາທິການໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນໃນ ການບໍລິຫານວຽກງານຂອງແຂວງ,ນະຄອນ;ສ້າງແຜນການ,ໂຄງ ການດໍາເນີນງານ;ຄົ້ນຄວ້າສັງລວມ,ຮ່າງແລະກວດກາເອກະສານ; ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ;ສະໜອງຂໍ້ມູນຂ່າວສານ; ຕິດຕາມ,ຊຸກຍູ້ແລະກວດກາການຈັດຕັ້ງປະຕິບັດນິຕິກໍາຕ່າງໆທີ່ຂັ້ນ ເທິງ,ແຂວງ,ນະຄອນວາງອອກ;ສ້າງເງື່ອນໄຂອໍານວຍຄວາມສະ ດວກຮັບໃຊ້ໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງອົງ ການປົກຄອງແຂວງ,ນະຄອນ. ໂຄງປະກອບກົງຈັກ,ບຸກຄະລາກອນ,ສິດແລະໜ້າທີ່ລະອຽດ ຂອງຫ້ອງວ່າການປົກຄອງແຂວງ,ນະຄອນກໍານົດໄວ້ໃນລະບຽບການ ສະເພາະ.

....ມາດຕາສິບ:ທີ່ຕັ້ງແລະພາລະບົດບາດຂອງພະແນກຂອງຂະແໜງການສາຍຕັ້ງແລະທຽບເທົ່າປະຈໍາແຂວງ,ນະຄອນ

ມາດຕາສິບ:ທີ່ຕັ້ງແລະພາລະບົດບາດຂອງພະແນກຂອງຂະແໜງ ການສາຍຕັ້ງແລະທຽບເທົ່າປະຈໍາແຂວງ,ນະຄອນ ພະແນກຂອງຂະແໜງການສາຍຕັ້ງແລະທຽບເທົ່າແມ່ນ ການຈັດຕັ້ງໃນໂຄງປະກອບກົງຈັກຂອງອົງການປົກຄອງແຂວງ, ນະຄອນມີພາລະບົດບາດເປັນເສນາທິການໃຫ້ກະຊວງ,ອົງການ ທຽບເທົ່າກະຊວງ,ແຂວງ,ນະຄອນໃນການຄຸ້ມຄອງບໍລິຫານລັດ ຂອງຂະແໜງການທີ່ກ່ຽວຂ້ອງຕາມການແບ່ງຂັ້ນຄຸ້ມຄອງແລະ ຕາມການມອບຄວາມຮັບຜິດຊອບຂອງສູນກາງໃຫ້ທ້ອງຖິ່ນ. ໂຄງປະກອບກົງຈັກ,ບຸກຄະລາກອນ,ສິດແລະໜ້າທີ່ລະອຽດ ຂອງພະແນກຂອງຂະແໜງການສາຍຕັ້ງແລະທຽບເທົ່າຂອງແຂວງ, ນະຄອນກໍານົດໄວ້ໃນລະບຽບການສະເພາະ.

...ໝວດທີ2ການສ້າງຕັ້ງແຂວງ,ນະຄອນ


....ມາດຕາສິບເອັດ:ການສ້າງຕັ້ງ

ມາດຕາສິບເອັດ:ການສ້າງຕັ້ງ ແຂວງ,ນະຄອນຖືກສ້າງຕັ້ງ,ຍຸບເລີກ,ແຍກອອກ,ໂຮມເຂົ້າ ກັນ,ຈັດວາງຄືນໃໝ່ຫຼືກໍານົດເຂດແດນໂດຍການຕົກລົງຂອງສະພາ ແຫ່ງຊາດຕາມການສະເໜີຂອງນາຍົກລັດຖະມົນຕີ.


....ມາດຕາສິບສອງ:ເງື່ອນໄຂການສ້າງຕັ້ງ.

ມາດຕາສິບສອງ:ເງື່ອນໄຂການສ້າງຕັ້ງ. ກ.ເງື່ອນໄຂການສ້າງຕັ້ງແຂວງ ເງື່ອນໄຂການສ້າງຕັ້ງແຂວງມີດັ່ງນີ້: ໜຶ່ງ:ມີທີ່ຕັ້ງທາງດ້ານພູມສາດທີ່ເໝາະສົມແກ່ການປົກ ຄອງ,ເປັນທີ່ຕັ້ງຍຸດທະສາດໃນການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ; ສອງ:ມີເງື່ອນໄຂທາງດ້ານການພັດທະນາເສດຖະກິດ-ສັງ ຄົມ; ສາມ:ມີການຂະຫຍາຍຕົວທາງດ້ານພື້ນຖານໂຄງລ່າງເຊັ່ນ: ໂທລະຄົມມະນາຄົມ,ຖະໜົນຫົນທາງ,ຕະຫຼາດ,ໄຟຟ້າ,ນໍ້າປະປາ, ໂຮງຮຽນ,ໂຮງໝໍແລະອື່ນໆ. ສີ່:ມີພົນລະເມືອງຢ່າງໜ້ອຍໜຶ່ງຮ້ອຍຊາວພັນຄົນ. ຫ້າ:ມີຫ້າເມືອງຂຶ້ນໄປ. ໃນກໍລະນີພິເສດລັດຖະບານຈະເປັນຜູ້ສະເໜີຕໍ່ສະພາແຫ່ງ ຊາດພິຈາລະນາຕົກລົງ. ຂ.ເງື່ອນໄຂການສ້າງຕັ້ງນະຄອນ. ນອກຈາກນະຄອນຫຼວງວຽງຈັນແລ້ວຕົວເມືອງອື່ນໆຈະ ສ້າງຕັ້ງເປັນນະຄອນໄດ້ກໍ່ຕໍ່ເມືອມີຄົບຕາມເງື່ອນໄຂດັ່ງນີ້: ໜຶ່ງ:ປັນຕົວເມືອງໃຫຍ່,ເປັນໃຈກາງດ້ານເສດຖະກິດ,ການ ເມືອງ,ວັດທະນະທໍາ-ສັງຄົມ,ທ່ອງທ່ຽວ,ບໍລິການ,ການຄ້າ,ຄົມມະ ນາຄົມຂົນສົ່ງແລະພົວພັນສາກົນ. ສອງ:ມີບົດບາດຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. ສາມ:ມີພົນລະເມືອງຢ່າງນ້ອຍແປດສິບພັນຄົນ. ສີ່:ມີການຂະຫຍາຍຕົວທາງດ້ານພື້ນຖານໂຄງລ່າງແລະ ກິດຈະການສາທາລະນະທີ່ໄດ້ຮັບການພັດທະນາເປັນລະບົບແລ້ວ.


...ໝວດທີ3ພາລະບົດບາດ,ສິດແລະໜ້າທີ່ຂອງເຈົ້າແຂວງ,ເຈົ້າຄອງນະຄອນ


....ມາດຕາສິບສາມ:ພາລະບົດບາດຂອງເຈົ້າແຂວງ,ນະຄອນ

ມາດຕາສິບສາມ:ພາລະບົດບາດຂອງເຈົ້າແຂວງ,ນະຄອນ ເຈົ້າແຂວງ,ເຈົ້າຄອງນະຄອນເປັນຫົວໜ້າອົງການປົກ ຄອງແຂວງ,ນະຄອນ,ມີພາລະບົດບາດເປັນຕົວແທນແລະຮັບຜິດ ຊອບຕໍ່ລັດຖະບານໃນການຈັດຕັ້ງປະຕິບັດພາລະບົດບາ,ສິດແລະ ໜ້າທີ່ຂອງອົງການປົກຄອງແຂວງ,ນະຄອນ.


....ມາດຕາສິບສີ່:ສິດແລະໜ້າທີ່ຂອງເຈົ້າແຂວງ,ເຈົ້າຄອງນະຄອນ

ມາດຕາສິບສີ່:ສິດແລະໜ້າທີ່ຂອງເຈົ້າແຂວງ,ເຈົ້າຄອງນະຄອນ ເຈົ້າແຂວງ,ເຈົ້າຄອງນະຄອນມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ຮັບປະກັນການປະຕິບັດລັດຖະທໍາມະນູນ,ກົດໝາຍ,ລະ ບຽບການຂອງລັດ. ສອງ:ຮຽກໂຮມແລະເປັນປະທານກອງປະຊຸມອົງການປົກ ຄອງແຂວງ,ນະຄອນ. ສາມ:ຄົ້ນຄວ້າ,ວາງແຜນຍຸດທະສາດ,ແຜນພັດທະນາເສດ ຖະກິດ-ສັງຄົມແລະແຜນງົບປະມານຂອງທ້ອງຖິ່ນຕົນ. ສີ່:ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນ ງົບປະມານແຫ່ງລັດແລະວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຂອງແຂວງ,ນະຄອນ;ຕ້ານແລະສະກັດກັ້ນປາກົດການຫຍໍ້ ທໍ້ຕ່າງໆ;ຕິດຕາມກວດກາບັນດາໂຄງການຂອງສູນກາງທີ່ຕັ້ງຢູ່ ທ້ອງຖິ່ນຂອງຕົນ. ຫ້າ:ອໍານວຍແລະຄວບຄຸມບັນດາອົງການທີ່ກ່ຽວຂ້ອງເພື່ອ ຮັບປະກັນການສ້າງລາຍຮັບຢູ່ທ້ອງຖິ່ນຂອງຕົນໃຫ້ຖືກຕ້ອງ,ຄົບຖ້ວນ ແລະທັນເວລາ. ຫົກ:ຊຸກຍູ້,ສົ່ງເສີມແລະສ້າງເງື່ອນໄຂໃຫ້ແນວລາວສ້າງ ຊາດ,ບັນດາອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ທຸກ ພາກສ່ວນເສດຖະກິດແລະປະຊາຊົນບັນດາເຜົ່າເຂົ້າຮ່ວມການພັດ ທະນາເສດຖະກິດ-ສັງຄົມຢູ່ພາຍໃນທ້ອງຖິ່ນຂອງຕົນ. ເຈັດ:ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການແລະລະ ບຽບການອື່ນໆຕາມລະບຽບກົດໝາຍ. ແປດ:ຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງຂອງ ທ້ອງຖິ່ນ. ເກົ້າ:ສັ່ງໂຈະຫຼືຍົກເລີກບັນດານິຕິກໍາຕ່າງໆຂອງອົງການປົກ ຄອງຂັ້ນລຸ່ມ;ສະເໜີຂັ້ນເທິງພິຈາລະນາໂຈະຫຼືຍົກເລີກບັນານິຕິກໍາ ຂອງຂະແໜງການທີ່ຂັດກັບລະບຽບກົດໝາຍ. ສິບ:ສະເໜີສ້າງຕັ້ງ,ຍຸບເລີກເມືອງ,ເທດສະບານແລະກົງຈັກ ຂອງອົງການປົກຄອງແຂວງ,ນະຄອນ. ສິບເອັດ:ສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກແລະກໍານົດ ເຂດແດນບ້ານ. ສິບສອງ:ສະເໜີແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງເຈົ້າເມືອງ, ຫົວໜ້າເທດສະບານ;ສະເໜີແຕ່ງຕັ້ງຫຼືຮັບເອົາການແຕ່ງຕັ້ງຫົວໜ້າ ,ຮອງຫົວໜ້າພະແນກຂອງຂະແໜງການສາຍຕັ້ງຂັ້ນແຂວງ,ຫົວ ໜ້າຫ້ອງການຂອງຂະແໜງການສາຍຕັ້ງຂັ້ນເມືອງ. ສິບສາມ:ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າແລະຮອງ ຫົວໜ້າຫ້ອງວ່າການປົກຄອງແຂວງ,ນະຄອນ,ຮອງເຈົ້າເມືອງ, ຮອງຫົວໜ້າເທດສະບານ;ຫົວໜ້າແລະຮອງຫົວໜ້າຫ້ອງວ່າການ ປົກຄອງເມືອງ,ເທດສະບານ;ຮອງຫົວໜ້າຫ້ອງການຂອງຂະແໜງ ການສາຍຕັ້ງຂັ້ນເມືອງແລະພະນັກງານອື່ນໆຕາມລະບຽບການ. ສິບສີ່:ຄຸ້ມຄອງການຈັດຕັ້ງ,ພະນັກງານ-ລັດຖະກອນຕາມ ສິດຄຸ້ມຄອງຂອງຕົນ;ຕິດຕາມກວດກາແລະລາຍງານການປະຕິບັດ ໜ້າທີ່ຂອງພະນັກງານ-ລັດຖະກອນຂອງຂະແໜງການສາຍຕັ້ງ ແລະທຽບເທົ່າໃຫ້ກະຊວງແລະອົງການທີ່ກ່ຽວຂ້ອງ. ສິບຫ້າ:ພິຈາລະນາ,ໃຫ້ຄໍາແນະນໍາຫຼືແກ້ໄຂຄໍາຮ້ອງແລະ ຄໍາສະເໜີຕ່າງໆຂອງການຈັດຕັ້ງຫຼືບຸກຄົນກ່ຽວກັບການກະທໍາທີ່ບໍ່ ຖືກຕ້ອງຂອງພະນັກງານ,ລັດຖະກອນແລະອົງການບໍລິຫານລັດໃນ ທ້ອງຖິ່ນຂອງຕົນຕາມລະບຽບກົດໝາຍ. ສິບຫົກ:ລາຍງານສະພາບຫານຮອບດ້ານຂອງແຂວງ,ນະ ຄອນໃຫ້ລັດຖະບານຢ່າງເປັນປົກກະຕິ; ສິບເຈັດ:ພົວພັນແລະຮ່ວມມືກັບຕ່າງປະເທດ,ອົງການຈັດຕັ້ງ ສາກົນຕາມການມອບໝາຍຂອງລັດຖະບານ; ສິບແປດ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ.


....ມາດຕາສິບຫ້າ:ສິດແລະໜ້າທີ່ຂອງຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນ.

ມາດຕາສິບຫ້າ:ສິດແລະໜ້າທີ່ຂອງຮອງເຈົ້າແຂວງ,ຮອງເຈົ້າ ຄອງນະຄອນ. ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນເປັນຜູ້ຊ່ວຍວຽກ ເຈົ້າແຂວງ,ເຈົ້າຄອງນະຄອນຮັບຜິດຊອບຂົງເຂດວຽກງານໃດ ໜຶ່ງຕາມການມອບໝາຍຂອງເຈົ້າແຂວງ,ເຈົ້າຄອງນະຄອນ. ໃນກໍລະນີທີ່ເຈົ້າແຂວງ,ເຈົ້າຄອງນະຄອນຕິດຂັດຍ້ອນເຫດ ຜົນໃດໜຶ່ງຜູ້ຮອງທີ່ໄດ້ຮັບການມອບໝາຍນັ້ນເປັນຜູ້ວ່າການແທນ.


....ມາດຕາສິບຫົກ:ການແຕ່ງຕັ້ງແລະອາຍຸການຂອງເຈົ້າແຂວງ,ເຈົ້າຄອງນະຄອນ,ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນ

ມາດຕາສິບຫົກ:ການແຕ່ງຕັ້ງແລະອາຍຸການຂອງເຈົ້າແຂວງ, ເຈົ້າຄອງນະຄອນ,ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນ ເຈົ້າແຂວງ,ເຈົ້າຄອງນະຄອນຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດ ຕໍາແໜ່ງໂດຍປະທານປະເທດຕາມການສະເໜີຂອງນາຍົກລັດຖະ ມົນຕີ. ເຈົ້າແຂວງ,ເຈົ້າຄອງນະຄອນມີອາຍຸການສະໄໝລະຫ້າປີ ແລະສາມາດດໍາລົງຕໍາແໜ່ງຢູ່ບ່ອນເກົ່າໄດ້ສູງສຸດບໍ່ເກີນສອງສະ ໄໝ. ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນຖືກແຕ່ງຕັ້ງ,ຍົກ ຍ້າຍ,ຫຼືປົດຕໍາແໜ່ງໂດຍນາຍົກລັດຖະມົນຕີຕາມການສະເໜີຂອງ ເຈົ້າແຂວງດເຈົ້າຄອງນະຄອນ,ມີອາຍຸການຫ້າປີແລະສາມາດໄດ້ ຮັບການແຕ່ງຕັ້ງຄືນໃໝ່.


...ໝວດທີ4ກອງປະຊຸມຂອງອົງການປົກຄອງແຂວງ,ນະຄອນ


....ມາດຕາສິບເຈັດ:ກອງປະຊຸມຂອງອົງການປົກຄອງແຂວງ,ນະຄອນ

ມາດຕາສິບເຈັດ:ກອງປະຊຸມຂອງອົງການປົກຄອງແຂວງ,ນະຄອນ ກອງປະຊຸມສະໄໝສາມັນຂອງອົງການປົກຄອງແຂວງ,ນະ ຄອນເປີດຂຶ້ນເດືອນລະເທື່ອໂດຍແມ່ນເຈົ້າແຂວງ,ເຈົ້າຄອງນະຄອນ ເປັນຜູ້ຮຽກໂຮມແລະເປັນປະທານ.ຜູ້ເຂົ້າຮ່ວມກອງປະຊຸມອົງການ ປົກຄອງແຂວງ,ນະຄອນປະກອບດ້ວຍ:ຮອງເຈົ້າແຂວງ,ຮອງເຈົ້າ ຄອງນະຄອນ;ຫົວໜ້າຫ້ອງວ່າການປົກຄອງແຂວງ,ນະຄອນ;ຫົວ ໜ້າພະແນກຂອງຂະແໜງການສາຍຕັ້ງແລະທຽບເທົ່າ.ນອກຈາກ ນີ້,ຖ້າເຫັນວ່າມີຄວາມຈໍາເປັນອາດຈະເຊີນເຈົ້າເມືອງ,ຫົວໜ້າເທດ ສະບານຫຼືຜູ້ຕາງໜ້າພາກສ່ວນອື່ນເຂົ້າຮ່ວມນໍາກໍ່ໄດ້. ໃນກໍລະນີທີ່ມີຄວາມຈໍາເປັນແລະຮີບດ່ວນອາດຈະເປີດກອງ ປະຊຸມສະໄໝວະສາມັນກໍ່ໄດ້ຕາມການຕົກລົງຂອງເຈົ້າແຂວງ,ເຈົ້າ ຄອງນະຄອນ. ກອງປະຊຸມແຕ່ລະຄັ້ງຕ້ອງເຮັດບົດບັນທຶກຊຶ່ງເຊັນຢັ້ງຢືນ ໂດຍປະທານກອງປະຊຸມແລ້ວສົ່ງໃຫ້ຜູ້ເຂົ້າຮ່ວມແລະພາກສ່ວນທີ່ ກ່ຽວຂ້ອງຊາບເພື່ອຈັດຕັ້ງປະຕິບັດ.ໃນກໍລະນີຫາກມີການຕົກລົງ ບັນຫາສໍາຄັນຕ້ອງເຮັດເປັນມະຕິຂອງກອງປະຊຸມ.


....ມາດຕາສິບແປດ:ບັນຫາທີ່ຕ້ອງນໍາເຂົ້າພິຈາລະນາແລະຕົກລົງໃນກອງປະຊຸມຂອງອົງການປົກຄອງແຂວງ,ນະຄອນ.

ມາດຕາສິບແປດ:ບັນຫາທີ່ຕ້ອງນໍາເຂົ້າພິຈາລະນາແລະຕົກລົງ ໃນກອງປະຊຸມຂອງອົງການປົກຄອງແຂວງ,ນະຄອນ. ບັນຫາທີ່ຕ້ອງນໍາເຂົ້າພິຈາລະນາແລະຕົກລົງໃນກອງປະ ຊຸມຂອງອົງການປົກຄອງແຂວງ,ນະຄອນມີດັ່ງນີ້: ໜຶ່ງ:ແຜນຍຸດທະສາດ,ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ-ນະຄອນ; ສອງ:ແຜນງົບປະມານແລະການດັດແກ້ແຜນງົບປະມານ ປະຈໍາປີຂອງແຂວງ,ນະຄອນ; ສາມ:ການສ້າງຕັ້ງ,ຍຸບເລີກເມື່ອງ,ເທດສະບານແລະກົງ ຈັກຂອງອົງການປົກຄອງແຂວງ,ນະຄອນເພື່ອສະເໜີລັດຖະບານ ຕົກລົງ. ສີ່:ຮ່າງນິຕິກໍາຕ່າງໆຂອງແຂວງ,ນະຄອນ. ຫ້າ:ໂຄງການລົງທຶນຂະໜາດກາງແລະໃຫຍ່ຂອງແຂວງ, ນະຄອນ. ຫົກ:ບົດສະຫຼຸບການເຄືອນໄຫວວຽກງານຂອງແຂວງ,ນະ ຄອນ. ເຈັດ:ບົດລາຍງານປະຈໍາປີຕໍ່ລັດຖະບານ. ແປດ:ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນແລະວຽກງານພົວພັນຮ່ວມມືກັບຕ່າງປະເທດ. ເກົ້າ:ວຽກງານນະໂຍບາຍແລະພະນັກງານ.ນອກຈາກບັນ ຫາທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວກອງປະຊຸມຂອງອົງການປົກຄອງ ແຂວງ,ນະຄອນຈະນໍາເອົາບັນຫາອື່ນທີ່ເຫັນວ່າມີຄວາມສໍາຄັນແລະ ຈໍາເປັນມາພິຈາລະນາກໍ່ໄດ້.


..ພາກທີ3ອົງການປົກຄອງເມືອງ


...ໝວດທີ1ທີ່ຄັ້ງ,ພາລະບົດບາດແລະໂຄງປະກອບການຈັດຕັ້ງ


....ມາດຕາສິບເກົ້າ:ເມືອງ.

ມາດຕາສິບເກົ້າ:ເມືອງ. ເມືອງແມ່ນເຂດການປົກຄອງທ້ອງຖິ່ນທີ່ຂຶ້ນກັບແຂວງຫຼື ນະຄອນຫຼວງ;ເມືອງໜຶ່ງປະກອບດວຍຫຼາຍບ້ານ.

....ມາດຕາຊາວ:ພາລະບົດບາດຂອງອົງການປົກຄອງເມືອງ

ມາດຕາຊາວ:ພາລະບົດບາດຂອງອົງການປົກຄອງເມືອງ ອົງການປົກຄອງເມືອງມີພາລະບົດບາດຄຸ້ມຄອງບໍລິຫານ ທາງດ້ານການເມືອງ,ເສດຖະກິດ,ວັດທະນະທໍາ-ສັງຄົມ,ການກໍ່ ສ້າງແລະນໍາໃຊ້ຊັບພະຍາກອນມະນຸດ,ການນໍາໃຊ້ແລະປົກປັກຮັກ ສາຊັບພະຍາກອນທໍາມະຊາດ,ສິ່ງແວດລ້ອມແລະຊັບພະຍາກອນ ອື່ນໆ,ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນເມືອງ ຂອງຕົນແລະປະຕິບັດວຽກງານການຕ່າງປະເທດຕາມການມອບ ໝາຍຂອງແຂວງ,ນະຄອນຫຼວງ.

....ມາດຕາຊາວເອັດ:ໂຄງປະກອບກົງຈັກແລະບຸກຄະລາກອນຂອງອົງການປົກຄອງເມືອງ

ມາດຕາຊາວເອັດ:ໂຄງປະກອບກົງຈັກແລະບຸກຄະລາກອນຂອງ ອົງການປົກຄອງເມືອງ ກົງຈັກຂອງອົງການປົກຄອງເມືອງປະກອບດ້ວຍ: ຫ້ງວ່າການປົກຄອງເມືອງ: ບັນດາຫ້ອງການຂອງຂະແໜງການສາຍຕັ້ງແລະທຽບເທົ່າ ປະຈໍາເມືອງ. ບຸກຄະລາກອນຂອງອົງການປົກຄອງເມືອງປະກອບດ້ວຍ: ເຈົ້າເມືອງ;; ຮອງເຈົ້າເມືອງ; ຫົວໜ້າ,ຮອງຫົວໜ້າຫ້ອງວ່າການ,ຫ້ອງຫານແລະພະນັກ ງານ-ລັດຖະກອນທີ່ສັງກັດຢູ່ໃນບັນດາໂຄງປະກອບກົງຈັກຂອງ ເມືອງ.


....ມາດຕາຊາວສອງ:ທີ່ຕັ້ງແລະພາລະບົດບາດຂອງຫ້ອງວ່າການປົກຄອງເມືອງ

ມາດຕາຊາວສອງ:ທີ່ຕັ້ງແລະພາລະບົດບາດຂອງຫ້ອງວ່າການ ປົກຄອງເມືອງ ຫ້ອງວ່າການປົກຄອງເມືອງແມ່ນການຈັດຕັ້ງໜຶ່ງໃນໂຄງ ປະກອບກົງຈັກຂອງອົງການປົກຄອງເມືອງ,ມີພາລະບົດບາດເປັນ ເສນາທິການໃຫ້ເຈົ້າເມືອງໃນການບໍລິຫານວຽກງານຂອງເມືອງ; ສ້າງແຜນການ,ໂຄງການດໍາເນີນງານ;ຄົ້ນຄວ້າສັງລວມ;ຮ່າງ ແລະກວດກາເອກະສານ;ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ; ສະໜອງຂໍ້ມູນຂ່າວສານ;ຕິດຕາມ,ຊຸກຍູ້ແລະກວດກາການຈັດຕັ້ງ ປະຕິບັດນິຕິກໍາຕ່າງໆທີ່ຂັ້ນເທິງແລະເມືອງວາງອອກ;ສ້າງເງື່ອນ ໄຂອໍານວຍຄວາມສະດວກຮັບໃຊ້ການເຄື່ອນໄຫວປະຕິບັດໜ້າທີ່ ວຽກງານຂອງອົງການປົກຄອງເມືອງ. ໂຄງປະກອບກົງຈັກ,ບຸກຄະລາກອນ,ສິດແລະໜ້າທີ່ລະອຽດ ຂອງຫ້ອງວ່າການປົກຄອງເມືອງໄດ້ກໍານົດໄວ້ໃນລະບຽບການສະ ເພາະ.

....ມາດຕາຊາວສາມ:ທີ່ຕັ້ງແລະພາລະບົດບາດຂອງຫ້ອງການຂອງຂະແໜງການສາຍຕັ້ງແລະທຽບເທົ່າປະຈໍາເມືອງ.

ມາດຕາຊາວສາມ:ທີ່ຕັ້ງແລະພາລະບົດບາດຂອງຫ້ອງການ ຂອງຂະແໜງການສາຍຕັ້ງແລະທຽບເທົ່າປະຈໍາເມືອງ. ຫ້ອງການຂອງຂະແໜງການສາຍຕັ້ງແລະທຽບເທົ່າປະ ຈໍາເມືອງແມ່ນການຈັດຕັ້ງໃນໂຄງປະກອບກົງຈັກຂອງອົງການ ປົກຄອງເມືອງ,ມີພາລະບົດບາດໃນການຄຸ້ມຄອງບໍລິຫານຂະ ແໜງການຂອງຕົນຕາມການແບ່ງຂັ້ນຄຸ້ມຄອງຂອງແຂວງ,ນະ ຄອນຫຼວງແລະຂະແໜງການສາຍຕັ້ງ;ຈັດຕັ້ງປະຕິບັດນິຕິກໍາ ຕ່າງໆຂອງຂັ້ນເທິງ,ແຜນພັດທະນາເສດຖະກິດ-ສັງຄົມຂອງ ແຂວງ,ນະຄອນຫຼວງແລະເມືອງ. ໂຄງປະກອບກົງຈັກ,ບຸກຄະລາກອນ,ສິດແລະໜ້າທີ່ລະ ອຽດຂອງຫ້ອງການຂອງຂະແໜງການສາຍຕັ້ງແລະທຽບເທົ່າ ປະຈໍາເມືອງກໍານົດໄວ້ໃນລະບຽບການສະເພາະ.


...ໝວດທີ2ການສ້າງຕັ້ງເມືອງ


....ມາດຕາຊາວສີ່:ການສ້າງຕັ້ງ

ມາດຕາຊາວສີ່:ການສ້າງຕັ້ງ ເມືອງຖືກສ້າງຕັ້ງ,ຍຸບເລີກ,ແຍກອອກ,ໂຮມເຂົ້າກັນ,ຈັດ ວາງຄືນໃໝ່ຫຼືກໍານົດເຂດແດນໂດຍການຕົກລົງຂອງລັດຖະບານ ຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ.

....ມາດຕາຊາວຫ້າ:ເງື່ອນໄຂການສ້າງຕັ້ງ

ມາດຕາຊາວຫ້າ:ເງື່ອນໄຂການສ້າງຕັ້ງ ເງື່ອນໄຂການສ້າງຕັ້ງເມືອງມີດັ່ງນີ້: ໜຶ່ງ:ມີທີ່ຕັ້ງທາງດ້ານພູດສາດທີ່ເໝາະສົມແກ່ການປົກຄອງ; ສອງ:ມີພົນລະເມືອງຢ່າງໜ້ອຍສາມສິບພັນຄົນສໍາລັບເມືອງ ຢູ່ເຂດທົ່ງພຽງແລະຊາວພັນຄົນສໍາລັບເມືອງຢູ່ເຂດພູດອຍ;ໃນກໍລະ ນີທີ່ຈໍາເປັນລັດຖະບານຈະຕົກລົງສະເພາະ. ສາມ:ມີພື້ນຖານໂຄງລ່າງແລະມີເງື່ອນໄຂໃນການພັດທະນາ ເສດຖະກິດ-ສັງຄົມ.


...ໝວດທີ3ພາລະບົດບາດ,ສິດແລະໜ້າທີ່ຂອງເຈົ້າເມືອງ


....ມາດຕາຊາວຫົກ:ພາລະບົດບາດຂອງເຈົ້າເມືອງ.

ມາດຕາຊາວຫົກ:ພາລະບົດບາດຂອງເຈົ້າເມືອງ. ເຈົ້າເມືອງເປັນຫົວໜ້າອົງການປົກຄອງເມືອງ,ມີພາລະ ບົດບາດເປັນຕົວແທນແລະຮັບຜິດຊອບຕໍ່ອົງການປົກຄອງແຂວງ, ນະຄອນຫຼວງໃນການຈັດຕັ້ງປະຕິບັດພາລະບົດບາດ,ສິດແລະໜ້າ ທີ່ຂອງອົງການປົກຄອງເມືອງ.


....ມາດຕາຊາວເຈັດ:ສິດແລະໜ້າທີ່ຂອງເຈົ້າເມືອງ

ມາດຕາຊາວເຈັດ:ສິດແລະໜ້າທີ່ຂອງເຈົ້າເມືອງ ເຈົ້າເມືອງມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ຮັບປະກັນການປະຕິບັດລັດທະທໍາມະນູນ,ກົດໝາຍ ແລະລະບຽບການຂອງລັດ; ສອງ:ຮຽກໂຮມແລະເປັນປະທານກອງປະຊຸມຂອງອົງ ການປົກຄອງເມືອງ; ສາມ:ຄົ້ນຄວ້າ,ວາງແຜນຍຸດທະສາດ,ແຜນພັດທະນາເສດ ຖະກິດ-ສັງຄົມແລະແຜນງົບປະມານຂອງເມືອງຕົນ. ສີ່:ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນ ງົບປະມານແຫ່ງລັດແລະວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຂອງເມືອງ;ຕ່ານແລະສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆ; ຕິດຕາມກວດກາບັນດາໂຄງການລົງທຶນຂອງສູນກາງແລະຂອງ ແຂວງ,ນະຄອນຫຼວງທີ່ຕັ້ງຢູ່ເມືອງຕົນ. ຫ້າ:ອໍານວຍແລະຄວບຄຸມບັນດາອົງການທີ່ກ່ຽວຂ້ອງເພື່ອ ຮັບປະກັນການສ້າງລາຍຮັບຢູ່ເມືອງຂອງຕົນໃຫ້ຖືກຕ້ອງ,ຄົບຖ້ວນ ແລະທັນເວລາ. ຫົກ:ຊຸກຍູ້,ສົ່ງເສີມແລະສ້າງເງື່ອນໄຂໃຫ້ແນວລາວສ້າງ ຊາດ,ບັນດາອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ທຸກ ພາກສ່ວນເສດຖະກິດແລະປະຊາຊົນບັນດາເຜົ່າເຂົ້າຮ່ວມການພັດ ທະນາເສດຖະກິດ-ສັງຄົມຢູ່ພາຍໃນເມືອງຂອງຕົນ. ເຈັດ:ອອກຂໍ້ຕົກລົງ,ຄໍາສັ່ງ,ແຈ້ງການແລະລະບຽບການອື່ນ ໆຕາມລະບຽບກົດໝາຍ. ແປດ:ຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງຢູ່ພາຍ ໃນເມືອງຂອງຕົນ. ເກົ້າ:ສັ່ງໂຈະຫຼືຍົກເລີກນິຕິກໍາຕ່າງໆຂອງອົງການປົກຄອງ ຂັ້ນລຸ່ມ;ສະເໜີຂັ້ນເທິງພິຈາລະນາໂຈະຫຼືຍົກເລີກບັນດານິຕິກໍາຂອງ ອົງການປົກຄອງຂັ້ນເທິງທີ່ຂັດກັບລະບຽບກົດໝາຍ. ສິບ:ສະເໜີສ້າງຕັ້ງ,ຍຸບເລີກບ້ານແລະກົງຈັກຂອງອົງການ ປົກຄອງເມືອງ. ສິບເອັດ:ສະເໜີແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງເຈົ້າ ເມືອງ,ຫົວໜ້າແລະຮອງຫົວໜ້າຫ້ອງວ່າການປົກຄອງເມືອງ.ສະ ເໜີແຕ່ງຕັ້ງຫຼືຮັບເອົາການແຕ່ງຕັ້ງຮອງຫົວໜ້າຫ້ອງການຂອງຂະ ແໜງການສາຍຕັ້ງແລະທຽບເທົ່າຕາມລະບຽບການ. ສິບສອງ:ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງ,ຫົວໜ້າ,ຮອງຫົວ ໜ້າໜ່ວຍງານຕ່າງໆຂອງເມືອງແລະພະນັກງານອື່ນໆຕາມລະບຽບ ການ;ຮັບຮອງເອົາການເລືອກຕັ້ງຫຼືແຕ່ງຕັ້ງນາຍບ້ານ. ສິບສາມ:ຄຸ້ມຄອງການຈັດຕັ້ງ,ພະນັກງານ-ລັດຖະກອນຕາມ ສິດຄຸ້ມຄອງຂອງຕົນ;ຕິດຕາມກວດກາແລະລາຍງານການປະຕິບັດ ໜ້າທີ່ຂອງພະນັກງານ,ລັດຖະກອນຂອງຂະແໜງການສາຍຕັ້ງແລະ ທຽບເທົ່າໃຫ້ພະແນກການສາຍຕັ້ງແຂວງ,ນະຄອນຫຼວງ. ສິບສີ່:ພິຈາລະນາ,ໃຫ້ຄໍາແນະນໍາຫຼືແກ້ໄຂຄໍາຮ້ອງແລະຄໍາ ສະເໜີຕ່າງໆຂອງການຈັດຕັ້ງຫຼືບຸກຄົນກ່ຽວກັບການກະທໍາທີ່ບໍ່ຖືກ ຕ້ອງຂອງພະນັກງານ,ລັດຖະກອນແລະອົງການບໍລິຫານລັດໃນ ເມືອງຂອງຕົນຕາມລະບຽບກົດໝາຍ. ສິບຫ້າ:ລາຍງານສະພາບການຮອບດ້ານຂອງເມືອງໃຫ້ເຈົ້າ ແຂວງ,ເຈົ້າຄອງນະຄອນຫຼວງຢ່າງເປັນປົກກະຕິ; ສິບຫົກ:ພົວພັນແລະຮ່ວມມືກັບຕ່າງປະເທດຕາມການມອບ ໝາຍຂອງແຂວງ,ນະຄອນຫຼວງ. ສິບເຈັດ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ.


....ມາດຕາຊາວແປດ:ສິດແລະໜ້າທີ່ຂອງຮອງເຈົ້າເມືອງ

ມາດຕາຊາວແປດ:ສິດແລະໜ້າທີ່ຂອງຮອງເຈົ້າເມືອງ ຮອງເຈົ້າເມືອງເປັນຜູ້ຊ່ວຍວຽກເຈົ້າເມືອງແລະຮັບຜິດ ຊອບວຽກງານໃດໜຶ່ງຕາມການມອບໝາຍຂອງເຈົ້າເມືອງ. ໃນກໍລະນີທີ່ເຈົ້າເມືອງຕິດຂັດຍ້ອນເຫດຜົນໃດໜຶ່ງຜູ້ຮອງທີ່ ໄດ້ຮັບການມອບໝາຍນັ້ນເປັນຜູ້ວ່າການແທນ.


....ມາດຕາຊາວເກົ້າ:ການແຕ່ງຕັ້ງ,ອາຍຸການຂອງເຈົ້າເມືອງແລະຮອງເຈົ້າເມືອງ.

ມາດຕາຊາວເກົ້າ:ການແຕ່ງຕັ້ງ,ອາຍຸການຂອງເຈົ້າເມືອງແລະ ຮອງເຈົ້າເມືອງ. ເຈົ້າເມືອງຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົກຕໍາແໜ່ງໂດຍນາ ຍົກລັດຖະມົນຕີຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນ ຫຼວງ. ເຈົ້າເມືອງມີອາຍຸການສະໄໝລະຫ້າປີແລະສາມາດດໍາລົງ ຕໍາແໜ່ງຢູ່ບ່ອນເກົ່າໄດ້ສູງສຸດບໍ່ເກີນສອງສະໄໝ. ຮອງເຈົ້າເມືອງຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍ ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຕາມການສະເໜີຂອງເຈົ້າເມືອງ, ມີອາຍຸການຫ້າປີແລະສາມາດໄດ້ຮັບການແຕ່ງຕັ້ງຄືນໃໝ່.


...ໝວດທີ4ກອງປະຊຸມຂອງອົງການປົກຄອງເມືອງ


....ມາດຕາສາມສິບ:ກອງປະຊຸມຂອງອົງການປົກຄອງເມືອງ

ມາດຕາສາມສິບ:ກອງປະຊຸມຂອງອົງການປົກຄອງເມືອງ ກອງປະຊຸມສະໄໝສາມັນຂອງອົງການປົກຄອງເມືອງເປີດ ຂຶ້ນເດືອນລະເທື່ອໂດຍແມ່ນເຈົ້າເມືອງເປັນຜູ້ຮຽກໂຮມແລະເປັນ ປະທານ.ຜູ້ເຂົ້າຮ່ວມກອງປະຊຸມຂອງອົງການປົກຄອງເມືອງປະ ກອບດ້ວຍ:ຮອງເຈົ້າເມືອງ,ຫົວໜ້າຫ້ອງວ່າການປົກຄອງເມືອງ, ຫົວໜ້າຫອງການຂອງຂະແໜງການສາຍຕັ້ງແລະທຽບເທົ່າ.ນອກ ຈາກນີ້,ຖ້າເຫັນວ່າມີຄວາມຈໍາເປັນອາດຈະເຊີນຜູ້ຕາງໜ້າພາກ ສ່ວນອື່ນເຂົ້າຮ່ວມນໍາກໍ່ໄດ້. ໃນກໍລະນີທີ່ມີຄວາມຈໍາເປັນແລະຮີບດ່ວນອາດຈະເປີດກອງ ປະຊຸມສະໄໝວິສາມັນກໍ່ໄດ້ຕາມການຕົກລົງຂອງເຈົ້າເມືອງ. ກອງປະຊຸມແຕ່ລະຄັ້ງຕ້ອງເຮັດບົດບັນທຶກຊຶ່ງເຊັນຢັ້ງຢືນ ໂດຍປະທານກອງປະຊຸມແລ້ວສົ່ງໃຫ້ຜູ້ເຂົ້າຮ່ວມແລະພາກສ່ວນທີ່ ກ່ຽວຂ້ອງຊາບເພື່ອຈັດຕັ້ງປະຕິບັດ;ໃນກໍລະນີທີ່ມີການຕົກລົງບັນ ຫາສໍາຄັນຕ້ອງເຮັດເປັນມະຕິຂອງກອງປະຊຸມ.


....ມາດຕາສາມສິບເອັດ:ບັນຫາທີ່ຕ້ອງນໍາເຂົ້າກອງປະຊຸມຂອງອົງການປົກຄອງເມືອງ

ມາດຕາສາມສິບເອັດ:ບັນຫາທີ່ຕ້ອງນໍາເຂົ້າກອງປະຊຸມຂອງອົງ ການປົກຄອງເມືອງ ບັນທີ່ຕ້ອງນໍາເຂົ້າພິຈາລະນາແລະຕົກລົງໃນກອງປະຊຸມ ຂອງອົງການປົກຄອງເມືອງມີດັ່ງນີ້: ໜຶ່ງ:ແຜນຍຸດທະສາດ,ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ; ສອງ:ແຜນງົບປະມານແລະການດັດແກ້ແຜນງົບປະມານ ປະຈໍາປີຂອງເມືອງ; ສາມ:ການສ້າງຕັ້ງ,ຍຸບເລີກບ້ານແລະກົງຈັກຂອງອົງການ ປົກຄອງເມືອງເພື່ອສະເໜີຂັ້ນເທິງຕົກລົງ. ສີ່:ຮ້າງນິຕິກໍາຕ່າງໆຂອງເມືອງ; ຫ້າ:ໂຄງການລົງທຶນພາຍໃນເມືອງຂອງຕົນ. ຫົກ:ບົດສະຫລຸບການເຄື່ອນໄຫວວຽກງານຂອງເມືອງ. ເຈັດ:ບົດລາຍງານປະຈໍາປີຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນ ຫຼວງ; ແປດ:ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງ ເມືອງແລະວຽກງານພົວພັນຮ່ວມມືກັບຕ່າງປະເທດ. ເກົ້າ:ວຽກງານນະໂຍບາຍແລະພະນັກງານ. ນອກຈາກບັນຫາທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວກອງປະຊຸມ ອົງການປົກຄອງເມືອງຈະນໍາເອົາບັນຫາອື່ນທີ່ເຫັນວ່າມີຄວາມສໍາ ຄັນແລະຈໍາເປັນມາພິຈາລະນາກໍ່ໄດ້.

..ພາກທີ4ອົງການປົກຄອງເທດສະບານ


...ໝວດທີ1ທີ່ຕັ້ງ,ພາລະບົດບາດແລະໂຄງປະກອບການຈັດຕັ້ງ


....ມາດຕາສາມສິບສອງ:ເທດສະບານ.

ມາດຕາສາມສິບສອງ:ເທດສະບານ. ເທດສະບານແມ່ນເຂດການປົກຄອງທ້ອງຖິ່ນທີ່ເປັນຕົວ ເມືອງ,ເປັນທີ່ຕັ້ງຂອງສໍານັກງານປົກຄອງແຂວງ,ນະຄອນຫຼືຕົວ ເມືອງອື່ນທີ່ມີເງື່ອນໄຂຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ສະບັບນີ້;ເປັນພື້ນທີ່ທີ່ມີຊຸມຊົມໜ້າແໜ້ນ,ມີການພັດທະນາທາງ ດ້ານເສດຖະກິດ-ສັງຄົມຂອງທ້ອງຖິ່ນ;ເທດສະບານປະກອບດ້ວຍ ຫຼາຍບ້ານ.


....ມາດຕາສາມສິບສາມ:ພາລະບົດບາດຂອງອົງການປົກຄອງເທດສະບານ

ມາດຕາສາມສິບສາມ:ພາລະບົດບາດຂອງອົງການປົກຄອງເທດ ສະບານ ອົງການປົກຄອງເທດສະບານແມ່ນອົງການປົກຄອງທ້ອງ ຖິ່ນຂັ້ນເມືອງໂດຍແມ່ນຫົວໜ້າເທດສະບານເປັນຫົວໜ້າ. ອົງການປົກຄອງເທດສະບານມຮພາລະບົດບາດໃນການ ຄຸ້ມຄອງບໍລິຫານທາງດ້ານການເມືອງ,ເສດຖະກິດ,ວັດທະນະທໍາ- ສັງຄົມ;ການກໍ່ສ້າງແລະນໍາໃຊ້ຊັບພະຍາກອນມະນຸດ,ການປົກປັກ ຮັກສາຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ;ວາງແລະ ຈັດຕັ້ງປະຕິບັດແຜນການພັດທະນາຕົວເມືອງ,ບໍລິການສາທາລະ ນະ;ຮັບປະກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ສະ ອາດແລະສວຍງາມພາຍໃນເທດສະບານ;ພົວພັນແລະຮ່ວມມືກັບ ຕ່າງປະເທດຕາມການມອບໝາຍຂອງແຂວງ,ນະຄອນ.


....ມາດຕາສາມສິບສີ່:ໂຄງປະກອບກົງຈັກແລະບຸກຄະລາກອນຂອງອົງການປົກຄອງເທດສະບານ.

ມາດຕາສາມສິບສີ່:ໂຄງປະກອບກົງຈັກແລະບຸກຄະລາກອນຂອງ ອົງການປົກຄອງເທດສະບານ. ກົງຈັກຂອງອົງການປົກຄອງເທດສະບານປະກອບດ້ວຍ: ຫ້ອງວ່າການປົກຄອງເທດສະບານ; ບັນດາຫ້ອການຂອງຂະແໜງການສາຍຕັ້ງແລະທຽບເທົ່າ; ກອງວິຊາການແລະໜ່ວຍງານບໍລິການ. ບຸຄະລາກອນຂອງອົງການປົກຄອງເທດສະບານປະກອບດ້ວຍ: ຫົວໜ້າ,ຮອງຫົວໜ້າເທດສະບານ;ຫົວໜ້າ,ຮອງຫົວໜ້າຫ້ອງວ່າການ, ຫ້ອງການແລະພະນັກງານລັດຖະກອນທີ່ສັງກັດໃນໂຄງປະກອບກົງຈັກ ຂອງອົງການປົກຄອງເທດສະບານ.


....ມາດຕາສາມສິບຫ້າ:ທີ່ຕັ້ງແລະພາລະບົດບາດຂອງຫ້ອງວ່າການປົກຄອງເທດສະບານ.

ມາດຕາສາມສິບຫ້າ:ທີ່ຕັ້ງແລະພາລະບົດບາດຂອງຫ້ອງວ່າການ ປົກຄອງເທດສະບານ. ຫ້ອງວ່າການປົກຄອງເທດສະບານແມ່ນການຈັດຕັ້ງໜຶ່ງ ໃນໂຄງປະກອບກົນຈັກຂອງອົງການປົກຄອງເທດສະບານ,ມີພາ ລະບົດບາດເປັນເສນາທິການໃຫ້ຫົວໜ້າເທດສະບານໃນການບໍລິ ຫານວຽກງານຂອງເທດສະບານ;ສ້າງແຜນການ,ໂຄງການດໍາ ເນີນງານ;ຄົ້ນຄວ້າສັງລວມ;ຮ່າງແລະກວດກາເອກະສານ;ປະ ສານງານກັບພາກສ່ວນທີ່ກ່ຽວຂ້ອງ;ສະໜອງຂໍ້ມູນຂ່າວສານ;ຕິດ ຕາມ,ຊຸກຍູ້ແລະກວດກາການຈັດຕັ້ງປະຕິບັດນິຕິກໍາຕ່າງໆທີ່ຂັ້ນ ເທິງແລະເທດສະບານວາງອອກ;ສ້າງເງື່ອນໄຂອໍານວຍຄວາມ ສະດວກຮັບໃຊ້ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງອົງ ການປົກຄອງເທດສະບານ. ໂຄງປະກອບກົງຈັກ,ບຸກຄະລາກອນ,ສິດແລະໜ້າທີ່ລະ ອຽດຂອງຫ້ອງວ່າການປົກຄອງເທດສະບານກໍານົດໄວ້ໃນລະ ບຽບການສະເພາະ.

....ມາດຕາສາມສິບຫົກ:ທີ່ຕັ້ງແລະພາລະບົດບາດຂອງຫ້ອງການຂອງຂະແໜງການສາຍຕັ້ງແລະທຽບເທົ່າປະຈໍາເທດສະບານ.

ມາດຕາສາມສິບຫົກ:ທີ່ຕັ້ງແລະພາລະບົດບາດຂອງຫ້ອງການ ຂອງຂະແໜງການສາຍຕັ້ງແລະທຽບເທົ່າປະຈໍາເທດສະບານ. ຫ້ອງການຂອງຂະແໜງການສາຍຕັ້ງແລະທຽບເທົ່າປະ ຈໍາເທດສະບານແມ່ນການຈັດຕັ້ງໃຈໂຄງປະກອບກົງຈັກຂອງ ອົງການປົກຄອງເທດສະບານ,ມີພາລະບົດບາດໃນການຄຸ້ມຄອງ ບໍລິຫານຂະແໜງການຂອງຕົນຕາມການແບ່ງຂັ້ນຄຸ້ມຄອງຂອງ ແຂວງ,ນະຄອນ,ຂະແໜງການສາຍຕັ້ງ,ທຽບເທົ່າແລະກອງວິ ຊາການຫຼືໜ່ວຍງານບໍລິການ;ຈັດຕັ້ງປະຕິບັດນິຕິກໍາຕ່າງໆຂອງ ຂັ້ນເທິງ,ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ,ນະຄອນ ແລະເທດສະບານ. ໂຄງປະກອບກົງຈັກ,ບຸກຄະລາກອນ,ສິດແລະໜ້າທີ່ລະ ອຽດຂອງຫ້ອງການຂະແໜງການສາຍຕັ້ງແລະທຽບເທົ່າປະ ຈໍາເທດສະບານກໍານົດໄວ້ໃນລະບຽບການສະເພາະ.


...ໝວດທີ2ການສ້າງຕັ້ງເທດສະບານ


....ມາດຕາສາມສິບເຈັດ:ການສ້າງຕັ້ງເທດສະບານ

ມາດຕາສາມສິບເຈັດ:ການສ້າງຕັ້ງເທດສະບານ ເທດສະບານຖືກສ້າງຕັ້ງ,ຍຸບເລີກ,ແຍກອອກ,ໂຮມເຂົ້າ, ຈັດວາງຄືນໃໝ່ຫຼືກໍານົດເຂດແດນໂດຍການຕົກລົງຂອງລັດຖະ ບານຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນ.


....ມາດຕາສາມສິບແປດ:ເງື່ອນໄຂການສ້າງຕັ້ງ.

ມາດຕາສາມສິບແປດ:ເງື່ອນໄຂການສ້າງຕັ້ງ. ທຸກຕົວເມືອງທີ່ເປັນທີ່ຕັ້ງຂອງສໍານັກງານປົກຄອງແຂວງ, ນະຄອນລ້ວນແຕ່ເປັນເທດສະບານ.ສໍາລັບຕົວເມືອງອື່ນນັ້ນຈະສ້າງ ຕັ້ງເປັນເທດສະບານໄດ້ກໍ່ຕໍ່ເມື່ອມີຄົບຕາມເງື່ອນໄຂດັ່ງນີ້: ໜຶ່ງ:ເປັນເຂດຊຸມຊົນທີ່ມີພົນລະເມືອງຢ່າງໜ້ອຍສິບພັນຄົນ; ໃນກໍລະນີທີ່ຈໍາເປັນໃຫ້ລັດຖະບານເປັນຜູ້ຕົກລົງສະເພາະ. ສອງ:ເປັນເຂດທີ່ມີເສດຖະກິດ,ວັດທະນະທໍາ-ສັງຄົມຂະ ຫຍາຍຕົວແລະພື້ນຖານໂຄງລ່າງໄດ້ຮັບການພັດທະນາເປັນລະບົບ. ສາມ:ສາມາດສ້າງລາຍຮັບເພື່ອຕອບສະໜອງລາຍຈ່າຍ ຂອງເທດສະບານໄດ້ໃນລະດັບອັນຈໍາເປັນ.


...ໝວດທີ3ພາລະບົດບາດ,ສິດແລະໜ້າທີ່ຂອງຫົວໜ່ວຍເທດສະບານ


....ມາດຕາສາມສິບເກົ້າ:ພາລະບົດບາດຂອງຫົວໜ້າເທດສະບານ

ມາດຕາສາມສິບເກົ້າ:ພາລະບົດບາດຂອງຫົວໜ້າເທດສະບານ ຫົວໜ້າເທດສະບານເປັນຫົວໜ້າອົງການປົກຄອງເທດສະ ບານ,ມີພາລະບົດບາດເປັນຕົວແທນແລະຮັບຜິດຊອບຕໍ່ອົງການ ປົກຄອງແຂວງ,ນະຄອນໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດແລະໜ້າທີ່ຂອງອົງການປົກຄອງເທດສະບານ.


....ມາດຕາສີ່ສິບ:ສິດແລະໜ້າທີ່ຂອງຫົວໜ້າເທດສະບານ.

ມາດຕາສີ່ສິບ:ສິດແລະໜ້າທີ່ຂອງຫົວໜ້າເທດສະບານ. ຫົວໜ້າເທດສະບານມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ຮັບປະກັນການປະຕິບັດລັດຖະທໍາມະນູນ,ກົດໝາຍແລະ ລະບຽບການຂອງລັດ; ສອງ:ຮຽກໂຮມແລະເປັນປະທານກອງປະຊຸມຂອງອົງການ ປົກຄອງເທດສະບານ. ສາມ:ຄົ້ນຄ້ວາ,ວາງແຜນຍຸດທະສາດ,ແຜນພັດທະນາເສດ ຖະກິດ-ສັງຄົມແລະແຜນງົບປະມານຂອງເທດສະບານຕົນ. ສີ່:ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແລະ ແຜນງົບປະມານແຫ່ງລັດ,ວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຂອງເທດສະບານ;ຕ່ານແລະສະກັດກັ້ນປາກົດການຫຍໍ້ທໍ້ ຕ່າງໆ;ຕິດຕາມກວດກາບັນດາໂຄງການລົງທຶນຂອງເທດສະບານ, ແຂວງ,ນະຄອນແລະຂອງສູນກາງທີ່ຕັ້ງຢູ່ເທດສະບານຕົນ. ຫ້າ:ອໍານວຍແລະຄວບຄຸມບັນດາອົງການທີ່ກ່ຽວຂ້ອງເພື່ອ ຮັບປະກັນການສ້າງລາຍຮັບຢູ່ເທດສະບານໃຫ້ຖືກຕ້ອງ,ຄົບຖ້ວນ ແລະທັນເວລາ. ຫົກ:ຊຸກຍູ້,ສົ່ງເສີມແລະສ້າງເງື່ອນໄຂໃນແນວລາວສ້າງ ຊາດ,ບັນດາອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ທຸກ ພາກສ່ວນເສດຖະກິດແລະປະຊາຊົນບັນດາເຜົ່າເຂົ້າຮ່ວມການພັດ ທະນາເສດຖະກິດ-ສັງຄົມຢູ່ພາຍໃນເທດສະພາບຕົນ. ເຈັດ:ອອກຂໍ້ຕົກລົງ,ຄໍາສັ່ງ,ແຈ້ງການແລະລະບຽບການອື່ນ ໆຕາມລະບຽບກົດໝາຍ. ແປດ:ຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງຢູ່ພາຍ ໃນເຂດເທດສະບານຕົນ. ເກົ້າ:ສັ່ງໂຈະຫຼືຍົກເລີກນິຕິກໍາຕ່າງໆຂອງອົງການປົກຄອງ ຂັ້ນລຸ່ມ;ສະເໜີຂັ້ນເທິງພິຈາລະນາໂຈະຫຼືຍົກເລີກບັນດານິຕິກໍາຂອງ ອົງການປົກຄອງຂັ້ນເທິງທີ່ຂັດກັບລະບຽບກົດໝາຍ. ສິບ:ສະເໜີສ້າງຕັ້ງ,ຍຸບເລີກບ້ານແລະກົງຈັກຂອງອົງການ ປົກຄອງເທດສະບານ. ສິບເອັດ:ສະເໜີແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງຫົວ ໜ້າເທດສະບານ,ຫົວໜ້າແລະຮອງຫົວໜ້າຫ້ອງວ່າການປົກຄອງ ເທດສະບານ.ສະເໜີແຕ່ງຕັ້ງຫຼືຮັບເອົາການແຕ່ງຕັ້ງຮອງຫົວໜ້າ ຫ້ອງການຂອງຂະແໜງການສາຍຕັ້ງແລະທຽບເທົ່າຕາມລະບຽບ ການ. ສິບສອງ:ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າ,ຮອງຫົວ ໜ້າກອງ,ໜ່ວຍງານຕ່າງໆຂອງເທດສະບານແລະພະນັກງານອື່ນ ໆຕາມລະບຽບການ;ຮັບຮອງເອົາການເລືອກຕັ້ງຫຼືແຕ່ງຕັ້ງນາຍ ບ້ານ. ສິບສາມ:ວາງແລະຈັດຕັ້ງປະຕິບັດແຜນການ,ກວດກາວຽກ ງານການພັດທະນາເສດຖະກິດ,ວັດທະນະທໍາ-ສັງຄົມ,ຄວາມສະ ຫງົບແລະຄວາມເປັນລະບຽບຮຽບຮ້ອຍ. ສິບສີ່:ກໍ່ສ້າງຜັງເມືອງ,ປັບປຸງບູລະນະບັນດາໂຄງລ່າງ,ຄຸ້ມ ຄອງວັດທະນະທໍາ-ສັງຄົມ,ກິລາກາຍະກໍາແລະການບໍລິການຂອງ ເທດສະບານຊຶ່ງລວມມີ:ຖະໜົນຫົນທາງ,ໄຟຟ້າ,ນໍ້າປະປາ,ຕະຫຼາດ, ໂຮງຮຽນ,ໂຮງໝໍ,ສະຖານບັນເທີງ,ຮ່ອງລະບາຍນໍ້າ,ເກັບມ້ຽນ-ກໍາ ຈັດຂີ້ເຫຍື້ອ,ປ້ອງກັນຕາຝັ່ງເຈື່ອນ,ປ້ອງກັນແລະແກ້ໄຂອຸທົກກະໄພ, ອັກຄີໄພ;ອະນາໄມແລະຮັກສາສິ່ງແວດລ້ອມ,ແສງສະຫວ່າງ,ສວນ ສາທາລະນະແລະອື່ນໆ; ສິບຫ້າ:ຄຸ້ມຄອງແລະຄວບຄຸມການປຸກສ້າງແລະການພັດທະ ນາຕາມຜັງເມືອງໃນຂອບເຂດເທດສະບານ. ສິບຫົກ:ຄຸ້ມຄອງການຈັດຕັ້ງ,ພະນັກງານ-ລັດຖະກອນຕາມ ສິດຄຸ້ມຄອງຂອງຕົນ;ຕິດຕາມກວດກາແລະລາຍງານການປະຕິບັດ ໜ້າທີ່ຂອງພະນັກງານ,ລັດຖະກອນຂອງຂະແໜງການສາຍຕັ້ງ ແລະທຽບເທົ່າໃຫ້ພະແນກການສາຍຕັ້ງຂັ້ນແຂວງ. ສິບເຈັດ:ຄຸ້ມຄອງບັນຊີລາຍຮັບ-ລາຍຈ່າຍ;ນໍາໃຊ້ງົບປະ ມານ,ຊັບສິນ,ພາຫະນະກົນຈັກແລະອຸປະກອນຕ່າງໆຂອງເທດສະ ບານຕາມລະບຽບກົດໝາຍ. ສິບແປດ:ພິຈາລະນາ,ໃຫ້ຄໍາແນະນໍາຫຼືແກ່ໄຂຄໍາຮ້ອງແລະ ຄໍາສະເໜີຕ່າງໆຂອງການຈັດຕັ້ງຫຼືບຸກຄົນກ່ຽວກັບການກະທໍາທີ່ບໍ່ ຖືກຕ້ອງຂອງພະນັກງານ,ລັດຖະກອນແລະອົງການບໍລິຫານລັດໃນ ເທດສະບານຂອງຕົນຕາມລະບຽບກົດໝາຍ. ສິບເກົ້າ:ລາຍງານສະພາບການຮອບດ້ານຂອງເທດສະບານ ໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນຢ່າງເປັນປົກະຕິ; ຊາວ:ພົວພັນແລະຮ່ວມມືກັບຕ່າງປະເທດຕາມການມອບ ໝາຍຂອງແຂວງ,ນະຄອນ; ຊາວເອັດ:ປະຕິບັດສິດແລະໜ້າທີ່ອື່ນໆຕາມລະບຽບກົດ ໝາຍ.


....ມາດຕາສີ່ສິບເອັດ:ສິດແລະໜ້າທີ່ຂອງຮອງຫົວໜ້າເທດສະບານ

ມາດຕາສີ່ສິບເອັດ:ສິດແລະໜ້າທີ່ຂອງຮອງຫົວໜ້າເທດສະບານ ຮອງຫົວໜ້າເທດສະບານເປັນຜູ້ຊ່ວຍວຽກຫົກໜ້າເທດສະ ບານແລະຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງ ຫົວໜ້າເທດສະບານ. ໃນກໍລະນີທີ່ຫົວໜ້າເທດສະບານຕິດຂັດຍ້ອນເຫດຜົນໃດໜຶ່ງ ຜູ້ຮອງທີ່ໄດ້ຮັບການມອບໝາຍນັ້ນເປັນຜູ້ວ່າການແທນ.


....ມາດຕາສີ່ສິບສອງ:ການແຕ່ງຕັ້ງແລະອາຍຸການຂອງຫົວໜ້າ,ຮອງຫົວໜ້າເທດສະບານ.

ມາດຕາສີ່ສິບສອງ:ການແຕ່ງຕັ້ງແລະອາຍຸການຂອງຫົວໜ້າ,ຮອງ ຫົວໜ້າເທດສະບານ. ຫົວໜ້າເທດສະບານຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງ ໂດຍນາຍົກລັດຖະມົນຕີຕາມການສະເໜີຂອງເຈົ້າແຂວງ,ເຈົ້າ ຄອງນະຄອນ. ຫົວໜ້າເທດສະບານມີອາຍຸການສະໄໝລະຫ້າປີແລະສາ ມາດດໍາລົງຕໍາແໜ່ງຢູ່ບ່ອນເກົ່າໄດ້ບໍ່ເດີນສອງສະໄໝ. ຮອງຫົວໜ້າເທດສະບານຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາ ແໜ່ງໂດຍເຈົ້າແຂວງ,ເຈົ້າຄອງນະຄອນຕາມການສະເໜີຂອງ ຫົວໜ້າເທດສະບານ,ມີອາຍຸການຫ້າປີແລະສາມາດໄດ້ຮັບການ ແຕ່ງຕັ້ງຄືນໃໝ່.


....ມາດຕາສີ່ສິບສາມ:ລາຍຮັບຂອງເທດສະບານ

ມາດຕາສີ່ສິບສາມ:ລາຍຮັບຂອງເທດສະບານ ລາຍຮັບຂອງເທດສະບານໄດ້ມາຈາກງົບປະມານຂອງ ລັດ,ການເກັບຄ່າບໍລິການ,ຄ່າທໍານຽມ,ອາກອນ,ການປະກອບ ສ່ວນຂອງປະຊາຊົນແລະລາຍຮັບອື່ນໆຕາມລະບຽບກົດໝາຍ.


...ໝວດທີ4ກອງປະຊຸມຂອງອົງການປົກຄອງເທດສະບານ


....ມາດຕາສີ່ສິບສີ່:ກອງປະຊຸມຂອງອົງການປົກຄອງເທດສະບານ

ມາດຕາສີ່ສິບສີ່:ກອງປະຊຸມຂອງອົງການປົກຄອງເທດສະບານ ກອງປະຊຸມສະໄໝສາມັນຂອງອົງການປົກຄອງເທດສະ ບານເປີດຂຶ້ນເດືອນລະເທື່ອໂດຍແມ່ນຫົວໜ້າເທດສະບານເປັນຜູ້ ຮຽກໂຮມແລະເປັນປະທານ.ຜູ້ເຂົ້າຮ່ວມກອງປະຊຸມອົງການປົກ ຄອງເທດສະບານປະກອບດ້ວຍ:ຮອງຫົວໜ້າເທດສະບານ,ຫົວ ໜ້າຫ້ອງວ່າການປົກຄອງເທດສະບານ,ຫົວໜ້າກອງວິຊາການ, ຫົວໜ້າຫ້ອງການຂອງຂະແໜງການສາຍຕັ້ງແລະທຽບເທົ່າ. ນອກຈາກນີ້,ຖ້າເຫັນວ່າມີຄວາມຈໍາເປັນອາດຈະເຊີນຜູ້ຕາງໜ້າ ພາກວສ່ວນອື່ນໆເຂົ້າຮ່ວມນໍາກໍ່ໄດ້. ໃນກໍລະນີທີ່ມີຄວາມຈໍາເປັນແລະຮີບດ່ວນອາດຈະເປີດ ກອງປະຊຸມສະໄໝວິສາມັນກໍ່ໄດ້ຕາມກອນຕົກລົງຂອງຫົວໜ້າ ເທດສະບານ. ກອງປະຊຸມແຕ່ລະຄັ້ງຕ້ອງເຮັດບົດບັນທຶກກອງປະຊຸມຊຶ່ງ ເຊັນຢັ້ງຢືນໂດຍປະທານກອງປະຊຸມແລ້ວສົ່ງໃຫ້ຜູ້ເຂົ້າຮ່ວມແລະ ພາກສ່ວນທີ່ກ່ຽວຂ້ອງຊາບເພື່ອຈັດຕັ້ງປະຕິບັດ;ໃນກໍລະນີທີ່ມີການ ຕົກລົງບັນຫາສໍາຄັນຕ້ອງເຮັດເປັນມະຕິຂອງກອງປະຊຸມ.


....ມາດຕາສີ່ສິບຫ້າ:ບັນກາທີ່ຕ້ອງນໍາເຂົ້າກອງປະຊຸມຂອງອົງການປົກຄອງເທດສະບານ

ມາດຕາສີ່ສິບຫ້າ:ບັນກາທີ່ຕ້ອງນໍາເຂົ້າກອງປະຊຸມຂອງອົງການ ປົກຄອງເທດສະບານ ບັນທີ່ທີ່ຕ້ອງນໍາເຂົ້າພິຈາລະນາແລະຕົກລົງໃນກອງປະຊຸມ ຂອງອົງການປົກຄອງເທດສະບານມີດັ່ງນີ້: ໜຶ່ງ:ແຜນຍຸດທະສາດ,ແຜນພັດທະນາເສດຖະກິດ-ສັງຄົມ ແລະສິ່ງແວດລ້ອມຂອງເທດສະບານ. ສອງ:ແຜນງົບປະມານແລະການດັດແກ້ແຜນງົບປະມານ ປະຈໍາປີຂອງເທດສະບານ. ສາມ:ໂຄງການກໍ່ສ້າງ,ປັບປຸງ,ບູລະນະພື້ນຖານໂຄງລ່າງ ແລະການບໍລິການຂອງເທດສະບານ. ສີ່:ການສ້າງຕັ້ງ,ຍຸບເລີກບ້ານແລະກົງຈັກຂອງອົງການປົກ ຄອງເທດສະບານເພື່ອສະເໜີຂັ້ນເທິງຕົກລົງ. ຫ້າ:ໂຄງການລົງທຶນພາຍໃນເທດສະບານຂອງຕົນ. ຫົກ:ຮ່າງນິຕິກໍາຕ່າງໆຂອງເທດສະບານ. ເຈັດ:ບົດສະຫຼຸບການເຄື່ອນໄຫວວຽກງານການພັດທະນາ, ເສດຖະກິດ-ສັງຄົມຂອງເທດສະບານ; ແປດ:ບົດລາຍງານປະຈໍາປີຕໍ່ເຈົ້າແຂວງ,ເຈົ້າຄອງນະ ຄອນ. ເກົ້າ:ວຽກງານປ້ອງກັນຄວາມສະຫງົບຂອງເທດສະບານ, ວຽກງານພົວພັນແລະຮ່ວມມືກັບຕ່າງປະເທດ; ສິບ:ວຽກງານນະໂຍບາຍແລະພະນັກງານ. ນອກຈາກບັນຫາທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວກອງປະຊຸມ ອົງການປົກຄອງເທດສະບານຈະນໍາເອົາບັນຫາອື່ນທີ່ສໍາຄັນແລະ ຈໍາເປັນມາພິຈາລະນາກໍ່ໄດ້.


..ພາກທີ5ອົງການປົກຄອງບ້ານ


...ໝວດທີ1ທີ່ຕັ້ງ,ພາລະບົດບາດແລະໂຄງປະກອບການຈັດຕັ້ງ


....ມາດຕາສີ່ສິບຫົກ:ບ້ານ

ມາດຕາສີ່ສິບຫົກ:ບ້ານ ບ້ານແມ່ນເຂດການປົກຄອງທ້ອງຖິ່ນຂັ້ນຮາກຖານທີ່ຂຶ້ນ ກັບເມືອງຫຼືເທດສະບານ;ບ້ານໜຶ່ງປະກອບດ້ວຍຫຼາຍຄອບຄົວ.

....ມາດຕາສີ່ສິບເຈັດ:ພາລະບົດບາດຂອງອົງການປົກຄອງບ້ານ

ມາດຕາສີ່ສິບເຈັດ:ພາລະບົດບາດຂອງອົງການປົກຄອງບ້ານ ອົງການປົກຄອງບ້ານມີພາລະບົດບາດຄຸ້ມຄອງບໍລິຫານ, ພັດທະນາເສດຖະກິດ,ວັດທະນະທໍາ-ສັງຄົມຂອງບ້ານ,ປົກປັກຮັກສາ ຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ປົກປັກຮັກສາຊັບພະ ຍາກອນທໍາມະຊາດແລະສິ່ງແລດລ້ອມພາຍໃນບ້ານຂອງຕົນ.


....ມາດຕາສີ່ສິບແປດ:ໂຄງປະກອບການຈັດຕັ້ງຂອງອົງການປົກຄອງບ້ານ.

ມາດຕາສີ່ສິບແປດ:ໂຄງປະກອບການຈັດຕັ້ງຂອງອົງການປົກ ຄອງບ້ານ. ອົງການປົກຄອງບ້ານມີນາຍບ້ານເປັນຫົວໜ້າ,ມີຮອງ ນາຍບ້ານແລະໜ່ວຍງານຈໍານວນໜຶ່ງຊ່ວຍວຽກ.


....ມາດຕາສີ່ສິບເກົ້າ:ການເລືອກຕັ້ງນາຍບ້ານ.

ມາດຕາສີ່ສິບເກົ້າ:ການເລືອກຕັ້ງນາຍບ້ານ. ນາຍບ້ານໄດ້ຮັບການເລືອກຕັ້ງຈາກປະຊາຊົນຜູ້ມີສິດເລືອກ ຕັ້ງພາຍໃນບ້ານແລະຖືກຮັບຮອງເອົາໂດຍເຈົ້າເມືອງຫຼືຫົວໜ້າເທດ ສະບານ. ໃນກໍລະນີທີ່ຈໍາເປັນນາຍບ້ານອາດຖືກແຕ່ງຕັ້ງຫຼືປົດຕໍາແໜ່ງ ໂດຍເຈົ້າເມືອງຫຼືຫົວໜ້າເທດສະບານກໍ່ໄດ້. ຮອງນາຍບ້ານຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍເຈົ້າເມືອງຫຼື ຫົວໜ້າເທດສະບານຕາມການສະໜີຂອງນາຍບ້ານ. ນາຍບ້ານແລະຮອງນາຍບ້ານມີອາຍຸການສະໄໝລະສາມປີ, ສາມາດໄດ້ຮັບການເລືອກຕັ້ງຫຼືແຕ່ງຕັ້ງຄືນໃໝ່.


...ໝວດທີ2ການສ້າງຕັ້ງບ້ານ


....ມາດຕາຫ້າສິບ:ການສ້າງຕັ້ງບ້ານ

ມາດຕາຫ້າສິບ:ການສ້າງຕັ້ງບ້ານ ບ້ານຖືກສ້າງຕັ້ງ,ໂຮມເຂ້າ,ແຍກອອກ,ຍຸບເລີກຫຼືກໍານົດ ເຂດແດນໂດຍເຈົ້າແຂວງ,ເຈົ້າຄອງນະຄອນຕາມການສະເໜີ ຂອງເຈົ້າເມືອງຫຼືຫົວໜ້າເທດສະບານ.


....ມາດຕາຫ້າສິບເອັດ:ເງື່ອນໄຂການສ້າງຕັ້ງ

ມາດຕາຫ້າສິບເອັດ:ເງື່ອນໄຂການສ້າງຕັ້ງ ການສ້າງຕັ້ງບ້ານຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້: ໜຶ່ງ:ມີທີ່ຕັ້ງພູມສາດທີ່ເໝາະສົມກັບການປົກຄອງ. ສອງ:ຈໍານວນພົນລະເມືອງ. -ບ້ານຢູ່ໃນຕົວເມືອງຕ້ອງມີພົນລະເມືອງຢ່າງໜ້ອຍໜຶ່ງພັນ ຄົນ. -ບານຢູ່ເຂດທົ່ງພຽງຕ້ອງມີພົນລະເມືອງຢ່າງໜ້ອຍຫ້າ ຮ້ອຍຄົນ. -ບ້ານຢູ່ເຂດພູດອຍ,ຫ້າງໄກສອກຫຼີກຕ້ອງມີພົນລະເມືອງຢ່າງ ໜ້ອຍສອງຮ້ອຍຄົນ. ສາມ:ມີເງື່ອນໄຂພັດທະນາເສດຖະກິດ-ສັງຄົມທີ່ໝັ້ນຄົງ.


...ໝວດທີ3ພາລະບົດບາດ,ສິດແລະໜ້າທີ່ຂອງນາຍບ້ານ


....ມາດຕາຫ້າສິບສອງ:ພາລະບົດບາດຂອງນາຍບ້ານ

ມາດຕາຫ້າສິບສອງ:ພາລະບົດບາດຂອງນາຍບ້ານ ນາຍບ້ານເປັນຫົວໜ້າອົງການປົກຄອງບ້ານ,ມີພາລະບົດ ບາດເປັນຕົວແທນແລະຮັບຜິດຊອບຕໍ່ອົງການປົກຄອງເມືອງ,ເທດ ສະບານແລະປະຊາຊົນບັນດາເຜົ່າພາຍໃນບ້ານໃນການຈັດຕັ້ງປະ ຕິບັດພາລະບົດບາດ,ສິດແລະໜ້າທີ່ຂອງອົງການປົກຄອງບ້ານ.


....ມາດຕາຫ້າສິບສາມ:ສິດແລະໜ້າທີ່ຂອງນາຍບ້ານ

ມາດຕາຫ້າສິບສາມ:ສິດແລະໜ້າທີ່ຂອງນາຍບ້ານ ນາຍບ້ານມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ມະຕິແລະ ຄໍາສັ່ງຕ່າງໆຂອງຂັ້ນເທິງ,ພັດທະນາເສດຖະກິດ,ປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນ;ປົກປັກຮັກສາຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມ;ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍພາຍໃນບ້ານ. ສອງ:ເຜີຍແຜ່ແນວທາງນະໂຍບາຍ,ລະບຽບກົດໝາຍໃຫ້ ປະຊາຊົນພາຍໃນບ້ານຂອງຕົນ;ສຶກສາອົບຮົມ,ປຸກລະດົມ,ເຕົ້າໂຮມ ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ,ຊຸກຍູ້ການປະຕິບັດສິດ ແລະພັນທະຂອງພັນລະເມືອງ. ສາມ:ຊຸກຍູ້,ສົ່ງເສີມແລະສ້າງເງື່ອນໄຂໃຫ້ແນວລາວສ້າງ ຊາດ,ບັນດາອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ທຸກ ພາກສ່ວນເສດຖະກິດແລະປະຊາຊົນບັນດາເຜົ່າເຂົ້າຮ່ວມການພັດ ທະນາເສດຖະກິດ-ສັງຄົມຢູ່ພາຍໃນບ້ານຂອງຕົນ. ສີ່:ປົກປັກຮັກສາ,ສົ່ງເສີມຮີດຄອງປະເພນີ,ວັດທະນະທໍາອັນ ດີງາມຂອງຊາດແລະຂອງບັນດາເຜົ່າ,ສະກັດກັ້ນສິ່ງຫຍໍ້ທໍ້ແລະການ ເຊື່ອຖືແບບງົມງວາຍພ້ອມທັງຊຸກຍູ້ສົ່ງເສີມການສຶກສາຮໍ່າຮຽນ, ການດໍາລົງຊີວິດຂອງປະຊາຊົນໃຫ້ຖືກຕ້ອງຕາມຫຼັກສຸຂານາໄມ; ຫ້າ:ຄຸ້ມຄອງພົນລະເມືອງພາຍໃນບ້ານ,ສ້າງເງື່ອນໄຂໃຫ້ປະ ຊາຊົນມີອາຊີບຄົງທີ່ແລະມີວຽກເຮັດງານທໍາ. ຫົກ:ຮຽກໂຮມແລະເປັນປະທານກອງປະຊຸມຂອງບ້ານ,ອົງ ການປົກຄອງບ້ານ;ເຂົ້າຮ່ວມກອງປະຊຸມຕາມການຮຽກໂຮມຂອງ ຂັ້ນເທິງ. ເຈັດ:ສະເໜີເຈົ້າເມືອງຫຼືຫົວນ້າເທດສະບານພິຈາລະນາ ແຕ່ງຕັ້ງ,ປົດຕໍາແໜ່ງຮອງນາຍບ້ານ; ແປດ:ອອກລະບຽບ,ແຈ້ງການຕ່າງໆຂອງບ້ານທີ່ສອດຄ່ອງ ກັບລະບຽບກົດໝາຍ. ເກົ້າ:ສະເໜີຂັ້ນເທິງພິຈາລະນາສັ່ງໂຈະຫຼືຢູດຕິການປະຕິບັດ ກິດຈະການໃດໜຶ່ງທີ່ຂັດກັບກົດມາຍ,ລະບຽບການແລະສິດຜົນປະ ໂຫຍດລວມຂອງບ້ານ. ສິບ:ແກ້ໄຂຂໍ້ຂັດແຍ່ງ,ຄໍາຮ້ອງ,ຄໍາສະເໜີຂອງປະຊາຊົນ ໃນຂອບເຂດສິດແລະໜ້າທີ່ຂອງຕົນ. ສິບເອັດ:ລາຍງານສະພາບການຮອບດ້ານຂອງບ້ານໃຫ້ເຈົ້າ ເມືອງ,ຫົວໜ້າເທດສະບານຢ່າງເປັນປົກກະຕິ. ສິບສອງ:ໄດ້ຮັບນະໂຍບາຍອຸດໜູນຕາມລະບຽບກົດໝາຍ. ສິບສາມ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ ໃນລະບຽບກົດໝາຍ.

....ມາດຕາຫ້າສິບສີ່:ສິດແລະໜ້າທີ່ຂອງຮອງນາຍບ້ານ

ມາດຕາຫ້າສິບສີ່:ສິດແລະໜ້າທີ່ຂອງຮອງນາຍບ້ານ ຮອງນາຍບ້ານເປັນຜູ້ຊ່ວຍວຽກງານບ້ານ,ຮັບຜິດຊອບ ວຽກໃດໜຶ່ງຕາມການມອບໝາຍຂອງນາຍບ້ານ.ໃນກໍລະນີທີ່ ນາຍບານຕິດຂັດດ້ວຍເຫດຜົນໃດໜຶ່ງຮອງນາຍບ້ານຜູ້ທີ່ໄດ້ຮັບ ມອບໝາຍນັ້ນເປັນຜູ້ປະຕິບັດໜ້າທີ່ແທນ.


...ໝວດທີ4ກອງປະຊຸມຂອງອົງການປົກຄອງບ້ານ


....ມາດຕາຫ້າສິບຫ້າ:ກອງປະຊຸມຂອງອົງການປົກຄອງບ້ານ

ມາດຕາຫ້າສິບຫ້າ:ກອງປະຊຸມຂອງອົງການປົກຄອງບ້ານ ກອງປະຊຸມຂອງອົງການປົກຄອງບ້ານເປີດຂຶ້ນເດືອນລະ ເທື່ອໂດຍແມ່ນນາຍບ້ານເປັນຜູ້ຮຽກໂຮມແລະເປັນປະທານ.ຜູ້ເຂົ້າ ຮ່ວມກອງປະຊຸມອົງການປົກຄອງບ້ານປະກອບດ້ວຍ:ຮອງນາຍ ບ້ານ,ຫົວໜ້າໜ່ວຍງານ,ຫົວໜ້າໜ່ວຍ.ນອກຈາກນີ້,ຖ້າເຫັນວ່າ ມີຄວາມຈໍາເປັນອາດຈະເຊີນຜູ້ຕາງໜ້າພາກສ່ວນອື່ນເຂົ້າຮ່ວມກໍ່ ໄດ້. ໃນກໍລະນີທີ່ມີຄວາມຈໍາເປັນແລະຮີບດ່ວນອາດຈະເປີດກອງ ປະຊຸມສະໄໝວິສາມັນກໍ່ໄດ້ຕາມການຕົກລົງຂອງນາຍບ້ານ. ກອງປະຊຸມແຕ່ລະຄັ້ງຕ້ອງເຮັດບົດບັນທຶກຊຶ່ງເຊັນຢັ້ງຢືນ ໂດຍປະທານກອງປະຊຸມແລ້ວສົ່ງໃຫ້ຜູ້ເຂົ້າຮ່ວມແລະພາກສ່ວນທີ່ ກ່ຽວຂ້ອງຊາບເພື່ອຈັດຕັ້ງປະຕິບັດ.


....ມາດຕາຫ້າສິບຫົກ:ບັນຫາທີ່ຕ້ອງນໍາ້ເຂົາກອງປະຊຸມຂອງອົງການປົກຄອງບ້ານ

ມາດຕາຫ້າສິບຫົກ:ບັນຫາທີ່ຕ້ອງນໍາ້ເຂົາກອງປະຊຸມຂອງອົງການ ປົກຄອງບ້ານ ບັນຫາທີ່ຕ້ອງນໍາເຂົ້າພິຈາລະນາແລະຕົກລົງໃນກອງປະຊຸມ ຂອງອົງການປົກຄອງບ້ານມີດັ່ງນີ້: ໜຶ່ງ:ແຜນພັດທະນາເສດຖະກິດ-ສັງຄົມແລະສິ່ງແວດລ້ອມ ຂອງບ້ານ. ສອງ:ການສ້າງຕັ້ງ,ຍຸບເລີກກົງຈັກການຈັດຕັ້ງຂອງອົງ ການປົກຄອງບ້ານເພື່ອສະເໜີຂັ້ນເມືອງພິຈາລະນາຕົກລົງ. ສາມ:ໂຄງການລົງທຶນພາຍໃນບ້ານຂອງຕົນ. ສີ່:ຮ່າງລະບຽບການຕ່າງໆຂອງບ້ານ. ຫ້າ:ບົດສະຫຼຸບການເຄື່ອນໄຫວວຽກງານພັດທະນາ,ເສດຖະ ກິດ-ສັງຄົມຂອງບ້ານ. ຫົກ:ບົດລາຍງານຕໍ່ເຈົ້າເມືອງ,ຫົວໜ້າເທດສະບານ. ເຈັດ:ວຽກງານປ້ອງກັນຊາ-ປ້ອງກັນຄວາມສະຫງົບຂອງ ບ້ານ. ນອກຈາກບັນຫາທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວກອງປະຊຸມ ຂອງອົງການປົກຄອງບ້ານຈະນໍາເອົາບັນຫາອື່ນທີ່ສໍາຄົນແລະຈໍາ ເປັນມາພິຈາລະນາກໍ່ໄດ້.


....ມາດຕາຫ້າສິບເຈັດ:ກອງປະຊຸມບ້ານ

ມາດຕາຫ້າສິບເຈັດ:ກອງປະຊຸມບ້ານ ນາຍບ້ານເປັນຜູ້ຮຽກໂຮມກອງປະຊຸມບ້ານ;ກອງປະຊຸມ ບ້ານປະກອບດ້ວຍ:ນາຍບ້ານ,ຮອງນາຍບ້ານ,ຫົວໜ້າໜ່ວຍງານ, ຫົວໜ້າໜ່ວຍ,ຫົວໜ້າຄອບຄົວຊຶ່ງຈັດຂຶ້ນຕາມຄວາມຮຽກຮ້ອງ ຕ້ອງການຂອງວຽກງານຫຼືຕາມການແນະນໍາຂອງຂັ້ນເທິງ.


..ພາກທີ6ລະບອບວິທີເຮັດວຽກແລະການເງິນຂອງອົງການປົກຄອງທ້ອງຖິ່ນ


...ມາດຕາຫ້າສິບແປດ:ລະບອບວິທີເຮັດວຽກຂອງອົງການປົກຄອງທ້ອງຖິ່ນ

ມາດຕາຫ້າສິບແປດ:ລະບອບວິທີເຮັດວຽກຂອງອົງການປົກຄອງ ທ້ອງຖິ່ນ ໜຶ່ງ:ອົງການປົກຄອງທ້ອງຖິ່ນເຮັດວຽກຕາມຫຼັກການລວມ ສູນປະຊາທິປະໄຕ,ປະຕິບັດຕາມລະບອບຫົວໜ້າບົນພື້ນຖານການ ຕົກລົງຂອງກອງປະຊຸມ,ແບ່ງງານໃຫ້ບຸກຄົນຮັບຜິດຊອບ. ສອງ:ເຮັດວຽກຢ່າງມີແຜນການ,ແຜນງານ,ໂຄງການ,ມີ ການກໍານົດເວລາ,ມີການຄິດໄລ່ປະສິດທິຜົນໂດຍອີງຕາມຈຸດພິເສດ ແລະສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ. ສາມ:ປະສານສົມທົບກັບການຈັດຕັ້ງທີ່ກ່ຽວຂ້ອງໃນການ ເຄື່ອນໄຫວວຽກງານ;ໃນກໍລະນີທີ່່ບໍ່ເປັນເອກະພາບກັນໃນເລື່ອງໃດ ໜຶ່ງໃຫ້ນໍາສະເໜີອົງການຈັດຕັ້ງຂັ້ນເທິງຖັດຕົນເພື່ອພິຈາລະນາຕົກ ລົງ. ສີ່:ຕິດຕາມກວດກາ,ປະເມີນຜົນແລະສະຫຼຸບການເຄື່ອນໄຫວ ວຽກງານຢູ່ທ້ອງຖິ່ນຂອງຕົນລາຍງານໃຫ້ຂັ້ນເທິງຢ່າງເປັນປົກກະ ຕິ. ຫ້າ:ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນຕ້ອງໄດ້ຮັບການ ກວດກາກ່ຽວກັບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນ ຈາກປະຊາຊົນ,ອົງການກວດກາຂັ້ນຂອງຕົນແລະຂອງຂັ້ນເທິງຢ່າງ ເປັນປົກກະຕິ.


...ມາດຕາຫ້າສິບເກົ້າ:ການເງິນຂອງອົງການປົກຄອງທ້ອງຖິ່ນ

ມາດຕາຫ້າສິບເກົ້າ:ການເງິນຂອງອົງການປົກຄອງທ້ອງຖິ່ນ ການເງິນຂອງອົງການປົກຄອງທ້ອງຖິ່ນແບ່ງອອກເປັນ ສອງຂັ້ນຫົວໜ່ວຍງົບປະມານຄື:ຫົວໜ່ວຍງົບປະມານຂັ້ນແຂວງ, ຫົວໜ່ວຍງົບປະມານຂັ້ນເມືອງ.ສ່ວນຂັ້ນບ້ານເປັນຫົວໜ່ວຍຮາກ ຖານໃນການເກັບລາຍຮັບແລະປະຕິບັດລາຍຈ່າຍຕາມລະບຽບ ກົດໝາຍແລະຕາມການມອບໝາຍຂອງອົງການປົກຄອງຂັ້ນ ເມືອງ. ການເງິນຂອງອົງການປົກຄອງທ້ອງຖິ່ນຕ້ອງປະຕິບັດຕາມ ຫຼັກການລວມສູນງົບປະມານແຫ່ງລັດ;ງົບປະມານທ້ອງຖິ່ນຕ້ອງ ຢູ່ພາຍໃຕ້ລະບຽບກົດໝາຍອັນດຽວກັນແລະປະຕິບັດຕາມແຜນ ພັດທະນາເສດຖະກິດ-ສັງຄົມແລະແຜນງົບປະມານປະຈໍາປີທີ່ລັດຖະ ບານຕົກລົງມອບໃຫ້ອົງການປົກຄອງທ້ອງຖິ່ນປະຕິບັດ. ຜູ້ສັ່ງການເອກການເງິນຂອງອົງການປົກຄອງທ້ອງຖິ່ນຂັ້ນ ແຂວງແມ່ນເຈົ້າແຂວງຫຼືເຈົ້າຄອງນະຄອນຫຼືຜູ້ໄດ້ຮັບມອບສິດຕາມ ລະບຽບການ.ຂັ້ນເມືອງແມ່ນເຈົ້າເມືອງຫຼືຫົວໜ້າເທດສະບານຫຼືຜູ້ ໄດ້ຮັບມອບສິດຕາມລະບຽບການ.


..ພາກທີ7ບົດບັນຍັດສຸດທ້າຍ


...ມາດຕາຫົກສິບ:ຕາປະທັບ

ມາດຕາຫົກສິບ:ຕາປະທັບ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນມີຕາປະທັບຂອງຕົນ ເພື່ອໃຊ້ໃນວຽກງານທາງລັດຖະການ.


...ມາດຕາຫົກສິບເອັດ:ການຈັດຕັ້ງປະຕິບັດ

ມາດຕາຫົກສິບເອັດ:ການຈັດຕັ້ງປະຕິບັດ ມອບໃຫ້ລັດຖະບານເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາຫົກສິບສອງ:ຜົນສັກສິດ

ມາດຕາຫົກສິບສອງ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະ ດໍາລັດປະກາດໃຊ້ເປັນຕົ້ນໄປ. ບັນດາຂໍ້ກໍານົດ,ບົດບັນຍັດ,ລະບຽບການອື່ນໆທີ່ຂັດກັບກົດ ໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ.