ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ 14-12-2015

From Wikisource
Jump to navigation Jump to search

ການປົກຄອງທ້ອງຖິ່ນ 14-12-2015

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການແລະລະບຽບການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວແລະລະບອບແບບແຜນວິທີເຮັດວຽກຂອງອົງການປົກຄອງທ້ອງຖິ່ນເພື່ອປັບປຸງແລະສ້າງອົງການປົກຄອງທ້ອງຖິ່ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ,ໂປ່ງໃສແລະເປັນລະບົບໃນທົ່ວປະເທດແນໃສ່ຮັບປະກັນການປະຕິບັດລັດຖະທໍາມະນູນ,ກົດໝາຍ,ແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານແຫ່ງລັດ,ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ,ວຽກງານການຕ່າງປະເທດຕາມການແບ່ງຂັ້ນຄຸ້ມຄອງ;ປົກປ້ອງຜົນປະໂຫຍດຂອງລັດ,ລວມໝູ່,ສິດແລະຜົນປະໂຫຍດອັນຊອບທໍາຂອງປະຊາຊົນປະກອບສ່ວນເຮັດໃຫ້ປະຊາຊົນຮັ່ງມີຜາສຸກ,ປະເທດຊາດມັ່ງຄັ່ງເຂັ້ມແຂງ,ສັງຄົມສາມັກຄີປອງດອງ,ປະຊາທິປະໄຕ,ຍຸຕິທໍາແລະສີວິໄລ.

ມາດຕາ2(ປັບປຸງ)ການປົກຄອງທ້ອງຖິ່ນ ການປົກຄອງທ້ອງຖິ່ນແມ່ນການຄຸ້ມຄອງບໍລິຫານລັດຂັ້ນທ້ອງຖິ່ນ. ການປົກຄອງທ້ອງຖິ່ນແຫ່ງສປປລາວແບ່ງອອກເປັນສາມຂັ້ນຄືຂັ້ນແຂວງ,ຂັ້ນເມືອງແລະຂັ້ນບ້ານ. ຂັ້ນແຂວງມີແຂວງ,ນະຄອນຫຼວງ; ຂັ້ນເມືອງມີເມືອງ,ເທດສະບານ,ນະຄອນ; ຂັ້ນບ້ານມີບ້ານ.

ມາດຕາ3(ປັບປຸງ)ຫຼັກການຈັດຕັ້ງແລະການເຄື່ອນໄຫວຂອງອົງການປົກຄອງທ້ອງຖິ່ນ ການຈັດຕັ້ງແລະການເຄື່ອນໄຫວອົງການປົກຄອງທ້ອງຖິ່ນໃຫ້ປະຕິບັດຕາມຫຼັກການຕົ້ນຕໍດັ່ງນີ້: 1.ລວມສູນເປັນເອກະພາບໃນການຄຸ້ມຄອງລັດທີ່ມີການແບ່ງຂັ້ນຄຸ້ມຄອງ,ຂັ້ນບ້ານຂຶ້ນກັບຂັ້ນເມືອງ,ຂັ້ນເມືອງຂຶ້ນກັບຂັ້ນແຂວງ,ຂັ້ນແຂວງຂຶ້ນກັບລັດຖະບານ; 2.ເສີມຂະຫຍາຍສິດເປັນເຂົ້າຂອງປະຊາຊົນ,ເພີ່ມຄວາມຮັບຜິດຊອບຂອງອົງການປົກຄອງທ້ອງຖິ່ນແລະການມີສ່ວນຮ່ວມຂອງປະຊາຊົນໂດຍຜ່ານສະພາປະຊາຊົນທ້ອງຖິ່ນ; 3.ຮັບຜິດຊອບບົນພື້ນຖານລັດຖະທໍາມະນູນແລະກົດໝາຍ.

ພາກທີ2ທີ່ັຕັ້ງແລະພາລະບົດບາດ,ສິດແລະໜ້າທີ່ຂອງອົງການປົກຄອງທ້ອງຖິ່ນ

ມາຕາ4(ປັບປຸງ)ທີ່ຕັ້ງ ອົງການປົກຄອງທ້ອງຖິ່ນແມ່ນອົງການບໍລິຫານລັດຂັ້ນທ້ອງຖິ່ນ,ເປັນຕົວແທນຂອງລັດຖະບານ,ມີຄວາມຮັບຜິດຊອບຕໍ່ລັດຖະບານແລະສະພາປະຊາຊົນທ້ອງຖິ່ນ. ອົງການປົກຄອງທ້ອງຖິ່ນປະກອບດ້ວຍ: 1.ອົງການປົກຄອງແຂວງ,ນະຄອນຫຼວງ; 2.ອົງການປົກຄອງເມືອງ,ເທດສະບານ,ນະຄອນ; 3.ອົງການປົກຄອງບ້ານ. ໃນກໍລະນີຈໍາເປັນອາດຈະສ້າງເຂດພິເສດຂຶ້ນຕາມການຕົກລົງຂອງສະພາແຫ່ງຊາດ. ຫົວໜ້າອົງການປົກຄອງແຂວງແມ່ນເຈົ້າແຂວງ,ຫົວນ້າອົງການປົກຄອງນະຄອນຫຼວງແມ່ນເຈົ້າຄອງນະຄອນຫຼວງ,ຫົວໜ້າອົງການປົກຄອງເມືອງແມ່ນເຈົ້າເມືອງ,ຫົວໜ້າອົງການປົກຄອງເທດສະບານແມ່ນຫົວໜ້າເທດສະບານ,ຫົວໜ້າອົງການປົກຄອງນະຄອນແມ່ນເຈົ້ານະຄອນ,ຫົວໜ້າອົງການປົກຄອງບ້ານແມ່ນນາຍບ້ານ.

ມາດຕາ5(ປັບປຸງ)ພາລະບົດບາດ ອົງການປົກຄອງທ້ອງຖິ່ນມີພາລະບົດບາດຄຸ້ມຄອງບໍລິຫານລັດທາງດ້ານການເມືອງ,ເສດຖະກິດ,ວັດທະນະທໍາສັງຄົມ,ການສ້າງແລະນໍາໃຊ້ຊັບພະຍາກອນມະນຸດ,ການນໍາໃຊ້ແລະປົກປັກຮັກສາຊັບພະຍາກອນທໍາມະຊາດ,ສິ່ງແວດລ້ອມແລະຊັບພະຍາກອນອື່ນ;ການປ້ອງກັນຊາດປ້ອງກັນຄວາມສະຫງົບໃນທ້ອງຖິ່ນແລະວຽກງານການຕ່າງປະເທດຕາມການແບ່ງຂັ້ນຄຸ້ມຄອງ.

ມາດຕາ6(ປັບປຸງ)ສິດແລະໜ້າທີ່ ອົງການປົກຄອງທ້ອງຖິ່່ນມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ດໍາລັດ,ມະຕິ,ຄໍາສັ່ງ,ຄໍາແນະນໍາ,ຂໍ້ຕົກລົງຂອງຂັ້ນເທິງ,ແຜນພັດທະນາເສດຖະກິດສັງຄົມແລະແຜນງົບປະມານແຫ່ງລັດ; 2.ຄົ້ນຄວ້າແລະສະເໜີແຜນຍຸດທະສາດ,ແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານແລະວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຂອງທ້ອງຖິ່ນຕໍ່ສະພາປະຊາຊົນທ້ອງຖິ່ນເພື່ອພິຈາລະນາ; 3.ຄຸ້ມຄອງບໍລິຫານທາງດ້ານການເມືອງ,ເສດຖະກິດ,ວັດທະນະທໍາສັງຄົມ,ປ້ອງກັນຊາດປ້ອງກັນຄວາມສະຫງົບ,ຊັບພະຍາກອນທໍາມະຊາດ,ສິ່ງແວດລ້ອມແລະອື່ນໆ; 4.ອອກມະຕິ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການກ່ຽວກັບການຄຸ້ມຄອງເສດຖະກິດ,ວັດທະນະທໍາສັງຄົມແລະການປ້ອງກັນຊາດປ້ອງກັນຄວາມສະຫງົບ; 5.ຕິດຕາມກວດກາການປະຕິບັດໜ້າທີ່ວຽກງານຂອງອົງການຈັດຕັ້ງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; 6.ຄຸ້ມຄອງພົນລະເມືອງ,ຄົນຕ່າງດ້າຍ,ຄົນຕ່າງປະເທດ,ຄົນບໍ່ມີສັນຊາດທີ່ດໍາລົງຊີວິດແລະເຄື່ອນໄຫວຢູ່ທ້ອງຖິ່ນຂອງຕົນ; 7.ພົວພັນແລະຮ່ວມມືກັບຕ່າງປະເທດຕາມການມອບໝາຍຂອງລັດຖະບານ; 8.ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນລວມທັງສະພາບການຮອບດ້ານຂອງທ້ອງຖິ່ນໃຫ້ຂັ້ນເທິງຢ່າງເປັນປົກກະຕິ; 9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ພາກທີ3ແຂວງ,ນະຄອນຫຼວງແລະອົງການປົກຄອງແຂວງ,ນະຄອນຫຼວງ

ໝວດທີ1ແຂວງ,ນະຄອນຫຼວງແລະການສ້າງຕັ້ງແຂວງ,ນະຄອນຫຼວງ

ມາດຕາ7(ປັບປຸງ)ແຂວງ,ນະຄອນຫຼວງ ແຂວງ,ນະຄອນຫຼວງແມ່ນເຂດການປົກຄອງທ້ອງຖິ່ນຊຶ່ງປະກອບດ້ວຍຫຼາຍເມືອງ,ເທດສະບານ,ນະຄອນ.

ມາດຕາ8ການສ້າງຕັ້ງແຂວງ,ນະຄອນຫຼວງ ແຂວງ,ນະຄອນຫຼວງຖືກສ້າງຕັ້ງ,ຍຸກເລີກ,ແຍກອອກ,ໂຮມເຂົ້າຫຼືກໍານົດເຂດແດນໂດຍການຕົກລົງຂອງສະພາແຫ່ງຊາດຕາມການສະເໜີຂອງລັດຖະບານ.

ມາດຕາ9(ປັບປຸງ)ເງື່ອນໄຂການສ້າງຕັ້ງແຂວງ,ນະຄອນຫຼວງ ໃນການສ້າງຕັ້ງແຂວງ,ນະຄອນຫຼາງຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1.ມີທີ່ຕັ້ງດ້ານພູມສາດເໝາະສົມແກ່ການປົກຄອງ,ເປັນທີ່ຕັ້ງຍຸດທະສາດໃນການປ້ອງກັນຊາດປ້ອງກັນຄວາມສະຫງົບ; 2.ມີປັດໄຈພື້ນຖານສໍາລັບການພັດທະນາເສດຖະກິດສັງຄົມ; 3.ມີພື້ນຖານໂຄງລ່າງທີ່ຂະຫຍາຍຕົວເຊັ່ນຖະໜົນຫົນທາງ,ໂທລະຄົມມະນາຄົມ,ຕະຫຼາດ,ໄຟຟ້າ,ນໍ້າປະປາ,ໂຮງຮຽນ,ໂຮງໝໍແລະອື່ນໆ; 4.ມີພົນລະເມືອງທີ່ດໍາລົງຊີວິດຢູ່ໃນທ້ອງຖິ່ນນັ້ນຢ່າງໜ້ອຍໜຶ່ງຮ້ອຍຊາວພັນຄົນ; 5.ມີຫ້າຫົວໜ່ວຍການປົກຄອງຂັ້ນເມືອງຂຶ້ນໄປ. ໃນກໍລະນີຈໍາເປັນຈະສ້າງຕັ້ງແຂວງນັ້ນລັດຖະບານເປັນຜູ້ສະເໜີຕໍ່ສະພາແຫ່ງຊາດພິຈາລະນາຕົກລົງ.

ໝວດທີ2ທີ່ຕັ້ງ,ພາລະບົດບາດ,ສິດແລະໜ້າທີ່ຂອງອົງການປົກຄອງແຂວງ,ນະຄອນຫຼວງ

ມາດຕາ10(ປັບປຸງ)ທີ່ຕັ້ງພາລະບົດບາດ ອົງການປົກຄອງແຂວງ,ນະຄອນຫຼວງແມ່ນອົງການບໍລິຫານລັດຂັ້ນແຂວງຊຶ່ງມີພາລະບົດບາດຄຸ້ມຄອງບໍລິຫານລັດທາງດ້ານການເມືອງ,ການປົກຄອງ,ເສດຖະກິດ,ວັດທະນະທໍາສັງຄົມ,ການປ້ອງກັນຊາດປ້ອງກັນຄວາມສະຫງົບ,ວຽກງານການຕ່າງປະເທດ;ສ້າງແລະນໍາໃຊ້ຊັບພະຍາກອນມະນຸດ,ປົກປັກຮັກສາແລະນໍາໃຊ້ຊັບພະຍາກອນທໍາມະຊາດ,ສິ່ງແວດລ້ອມແລະຊັບພະຍາກອນອື່ນໃນທ້ອງຖິ່ນ;ຊີ້ນໍາ,ກວດກາການຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາເມືອງ,ເທດສະບບານ,ນະຄອນໃນຂອບເຂດການຄຸ້ມຄອງຂອງຕົນ,ປະຕິບັດມະຖິກອງປະຊຸມສະພາປະຊາຊົນຂັ້ນແຂວງ.

ມາດຕາ11(ໃໝ່)ສິດແລະໜ້າທີ່ ອົງການປົກຄອງແຂວງ,ນະຄອນຫຼວງມີສິດແລະໜ້າທີ່ດັ່ງນີ້: 1.ຮັບປະກັນການຈັດຕັ້ງປະຕິບັດລັດຖະທໍາມິນູນ,ກົດໝາຍ,ດໍາລັດ,ລະບຽບການ,ຄໍາສັ່ງ,ຄໍາແນະນໍາ,ມະຕິກອງປະຊຸມຂອງອົງການປົກຄອງແຂວງ,ນະຄອນຫຼວງແລະສະພາປະຊາຊົນຂັ້ນແຂວງ; 2.ສ້າງແລະຈັດຕັ້ງປະຕິບັດແຜນຍຸດທະສາດ,ແຜນພັດທະນາສດຖະກິດສັງຄົມ,ແຜນງົບປະມານຂອງທ້ອງຖິ່ນ;ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ;ຕ້ານແລະສະກັດກັ້ນການສໍ້ລາດບັງຫຼວງແລະປາກົດການຫຍໍ້ທໍ້ອື່ນໃນສັງຄົມ; 3.ຊີ້ນໍາ,ຊຸກຍູ້,ປຸກລະດົມກ່ຽວກັບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນຂັ້ນແຂວງ; 4.ຊູກຍູ້,ລະດົມແຫຼ່ງທຶນເຂົ້າໃສ່ການປະຕິບັດຍຸດທະສາດປະຕິຮູບລະບົບການສຶກສາແຫ່ງຊາດແລະສາທາລະນະສຸກຢູ່ທ້ອງຖິ່ນ; 5.ປົກປັກຮັກສາ,ສົ່ງເສີມວັດທະນະທໍາແລະຮີດຄອງປະເພນີອັນດີງາມຂອງຊາດ,ທ້ອງຖິ່ນແລະຂອງເຜົ່າ;ຄຸ້ມຄອງແລະພັດທະນາສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ,ວັດທະນະທໍາແລະທໍາມະຊາດພາຍໃນແຂວງ,ນະຄອນຫຼວງ; 6.ນໍາໃຊ້ວິທະຍາສາດແລະເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຄຸ້ມຄອງບໍລິຫານລັດ;ປັບປຸງລະບຽບການ,ກົນໄກການບໍລິຫານລັດໃຫ້ມີຄວາມສະດວກ,ວ່ອງໄວ,ໂປ່ງໃສ; 7.ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການ;ສັ່ງໂຈະຫຼືຍົກເລີກນິຕິກໍາອື່ນຂອງທຸກຂະແໜງການຢູ່ໃນຂັ້ນຂອງຕົນຫຼືຂັ້ນລຸ່ມທີ່ຂັດກັບກົດໝາຍຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນທ້ອງຖິ່ນ;ສະເໜີຂັ້ນເທິງພິຈາລະນາໂຈະຫຼືຍົກເລີກນິຕິກໍາຂອງຂະແໜງການທີ່ຂັດກັບກົດໝາຍ; 8.ແບ່ງນ້າທີ່ຮັບຜິດຊອບ,ສິດຕັດສິນບັນຫາແລະຜົນປະໂຫຍດໃຫ້ເມືອງ,ເທດສະບານ,ນະຄອນໃຫ້ຈະແຈ້ງແລະຂາດຕົວ; 9,ຈັດຕັ້ງ,ອໍານວຍ,ຄວບຄຸມແລະຕິດຕາມກວດກາການເຄື່ອນໄຫວປະຕິບັດໜ້າທີ່ຂອງພະແນກ,ອົງການລັດທຽບເທົ່າພະແນກຂັ້ນແຂວງ,ການເຄື່ອນໄຫວປະຕິບັດໜ້າທີ່ຂອງເມືອງ,ເທດສະບານ,ນະຄອນແລະຫົວໜ່ວຍການຈັດຕັ້ງອື່ນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ; 10.ອໍານວຍຄວາມສະດວກແລະຕິດຕາມ,ກວດກາການປະຕິບັດທຶນຊ່ວຍເຫຼືອແລະໂຄງການລົງທຶນທີ່ສູນກາງຄຸ້ມຄອງ;ສົ່ງເສີມການລົງທຶນຂອງທຸກພາກສ່ວນເສດຖະກິດທັງພາຍໃນແລະຕ່າງປະເທດທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 11.ຊີ້ນໍາກວດກາການຄຸ້ມຄອງພົນລະເມືອງ,ຄົ້ນຕ່າງດ້າວ,ຄົນຕ່າງປະເທດ,ຄົນບໍ່ມີສັນຊາດ,ວຽກງານເຜົ່າແລະສາສະໜາ,ປັບປຸງຊີວິດການເປັນຢູ່ແລະແກ້ໄຂຄວາມມຸກຍາກຂອງປະຊາຊົນ; 12.ພິຈາລະນາ,ໃຫ້ຄໍາແນະນໍາແລະແກ້ໄຂຄໍາສະເໜີຂອງການຈັດຕັ້ງແລະບຸກຄົນກ່ຽວກັບການກະທໍາຂອງພະນັກງານລັດຖະກອນແລະອົງການບໍລິຫານລັດໃນທ້ອງຖິ່ນຂອງຕົນ; 13.ຄົ້ນຄວ້າໂຄງປະກອບການຈັດຕັ້ງແລະການກໍານົດເຂດແດນຂອງແຂວງ,ນະຄອນຫຼວງ;ການສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກແລະກໍານົດເຂດແດນຂອງເມືອງ,ເທດສະບານ,ນະຄອນ; 14.ຊຸກຍູ້,ສົ່ງເສີມແລະສ້າງເງື່ອນໄຂໃຫ້ແນວລາວສ້າງຊາດ,ອົງການຈັດຕັ້ງປະຫາຊົນ,ອົງການຈັດຕັ້ງສັງຄົມ,ທຸກພາກສ່ວນເສດຖະກິດແລະປະຊາຊົນລາວບັນດາເຜົ່າເຂົ້າຮ່ວມໃນການພັດທະນາເສດຖະກິດສັງຄົມ,ການປ້ອງກັນຊາດປ້ອງກັນຄວາມສະຫງົບແລະຕ້ານປາກົດການຫຍໍ້ທໍ້ຢູ່ໃນທ້ອງຖິ່ນຕົນ; 15.ຄູ້ມຄອງການຈັດຕັ້ງ,ພະນັກງານລັດຖະກອນ;ຕິດຕາມກວດກາການປະຕິບັດໜ້າທີ່ຂອງພະນັກງານລັດຖະກອນ,ພະແນກສາຍຕັ້ງທີ່ປະຈໍາຢູ່ທ້ອງຖິ່ນຂອງຕົນໃຫ້ກະຊວງແລະອົງການລັດທຽບເທົ່າກະຊວງທີ່ກ່ຽວຂ້ອງ; 16.ສ້າງ,ບໍາລຸງ,ຍົກລະດັບຄວາມຮູ້,ຄວາມສາມາດດ້ານການເມືອງ,ການປົກຄອງ,ວິຊາສະເພາະແລະພາສາຕ່າງປະເທດໃຫ້ພະນັກງານລັດຖະກອນຂອງຕົນ; 17.ຄຸ້ມຄອງ,ປົກປັກຮັກສາ,ນໍາໃຊ້ແລະພັດທະນາຊັບພະຍາກອນທໍາມະຊາດຕາມການແບ່ງຂັ້ນຄຸ້ມຄອງເພື່ອສາງແຫຼ່ງລາຍຮັບແລະຈັດເກັບລາຍຮັບໃຫ້ຖືກຕ້ອງ; 18.ອໍານວຍ,ຄວບຄຸມໃຫ້ອົງການລັດທີ່ກ່ຽວຂ້ອງປະຕິບັດການສ້າງລາຍຮັບໃຫ້ຖືກຕ້ອງ,ຄົບຖ້ວນ,ທັນເວລາແລະໂປ່ງໃສ;ຄຸ້ມຄອງແລະປະຕິບັດແຜນລາຍຮັບລາຍຈ່າຍຂອງທ້ອງຖິ່ນ; 19.ພົວພັນແລະຮ່ວມມືກັບຕ່າງປະເທດຕາມການມອບໝາຍຂອງຂັ້ນເທິງ; 20.ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນລວມທັງສະພາບການຮອບດ້ານຂອງທ້ອງຖິ່ນໃຫ້ລັດຖະບານແລະສະພາປະຊາຊົນຂັ້ນແຂວງຢ່າງເປັນປົກກະຕິ; 21.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ໝວດທີ3ໂຄງປະກອບການຈັດຕັ້ງຂອງອົງການປົກຄອງແຂວງ,ນະຄອນຫຼວງ

ມາດຕາ12(ປັບປຸງ)ໂຄງປະກອບກົງຈັກ ອົງການປົກຄອງແຂວງ,ນະຄອນຫຼວງມີໂຄງປະກອບກົງຈັກດັ່ງນີ້: 1.ຫ້ອງວ່າການແຂວງ,ນະຄອນຫຼວງ; 2.ພະແນກ,ອົງການລັດທຽບເທົ່າພະແນກຂັ້ນແຂວງຊຶ່ງສ້າງຕັ້ງຂຶ້ນຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານໂດຍການຮັບຮອງຂອງສະພາປະຊາຊົນຂັ້ນແຂວງ.

ມາດຕາ13(ປັບປຸງ)ທີ່ຕັ້ງແລະພາລະບົດບາດຂອງຫ້ອງວ່າການແຂວງ,ນະຄອນຫຼວງ ຫ້ອງວ່າການແຂວງ,ນະຄອນຫຼວງແມ່ນໂຄງປະກອບກົງຈັກໜຶ່ງຂອງອົງການປົກຄອງຂັ້ນແຂວງຊຶ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງໃນການອໍານວຍຄວບຄຸມ,ຊຸກຍູ້,ຕິດຕາມການບໍລິຫານວຽກງານຂອງແຂວງ,ນະຄອນຫຼວງ,ສ້າງແຜນການ,ໂຄງການດໍາເນີນງານ,ຄົ້ນຄວ້າສັງລວມດຄຸ້ມຄອງເອກະສານ,ເປັນໃຈກາງພົວພັນປະສານງານ,ບໍລິຫານຮັບໃຊ້ການເຄື່ອນໄຫວວຽກງານໃຫ້ແກ່ການນໍາຂອງແຂວງ,ນະຄອນຫຼວງແລະການຄຸ້ມຄອງບໍລິຫານວຽກງານພາຍໃນຂອງຕົນ. ການຈັດຕັ້ງແລະການເຄື່ອນໄຫວຂອງຫ້ອງວ່າການແຂວງ,ນະຄອນຫຼວງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ14(ປັບປຸງ)ທີ່ຕັ້ງແລະພາລະບົດບາດຂອງພະແນກ,ອົງການລັດທຽບເທົ່າພະແນກຂັ້ນແຂວງ ພະແນກ,ອົງການລັດທຽບເທົ່າພະແນກຂັ້ນແຂວງແມ່ນໂຄງປະກອບກົງຈັກໜຶ່ງຂອງອົງການປົກຄອງແຂວງ,ນະຄອນຫຼວງຊຶ່ງມີພາລະບົດບາດເປັນເສນາທິການໃຫ້ອົງການປົກຄອງແຂວງ,ນະຄອນຫຼວງ,ກະຊວງ,ອົງການລັດທຽບເທົ່າກະຊວງທາງດ້ານວິຊາການແລະຄຸ້ມຄອງບໍລິຫານລັດຕາມການແບ່ງຂັ້ນຄຸ້ມຄອງ. ການຈັດຕັ້ງແລະການເຄື່ອນໄຫວຂອງພະແນກ,ອົງການລັດທຽບເທົ່າພະແນກຂັ້ນແຂວງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ15(ປັບປຸງ)ໂຄງປະກອບບຸກຄະລາກອນ ອົງການປົກຄອງແຂວງ,ນະຄອນຫຼວງປະກອບດ້ວຍບຸກຄະລາກອນດັ່ງນີ້: 1.ເຈົ້າແຂວງ,ເຈົ້າຄອງນະຄອນ; 2.ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນຫຼວງ; 3.ຫົວໜ້າຫ້ອງວ່າການ,ຫົວໜ້າພະແນກແລະຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ.

ມາດຕາ16(ປັບປຸງ)ການແຕ່ງຕັ້ງຫຼືປົດຕໍາແໜ່ງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍນາຍົກລັດຖະມົນຕີພາຍຫຼັງສະພາປະຊາຊົນຂັ້ນແຂວງໄດ້ເລືອກຕັ້ງຫຼືປົດຕໍາແໜ່ງແລ້ວ.

ມາດຕາ17(ປັບປຸງ)ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນຫຼວງ ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນຫຼວງຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍເຈົ້າແຂວງ,ເຈົ້າຄອງນະຄອນຫຼວງພາຍຫຼັງສະພາປະຊາຊົນຂັ້ນແຂວງໄດ້ຮັບຮອງເອົາ.

ມາດຕາ18(ປັບປຸງ)ອາຍຸການຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງມີອາຍຸການສະໄໝລະຫ້າປີແລະສາມາດໍາລົງຕໍາແໜ່ງຢູ່ບ່ອນເກົ່າໄດ້ບໍ່ເກີນສອງສະໄໝຕິດຕໍ່ກັນ. ໃນກໍລະນີເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຫາກໝົດອາຍຸການແລ້ວແຕ່ນາຍົກລັດຖະມົນຕີຍັງບໍ່ທັນໄດແຕ່ງຕັ້ງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຜູ້ໃໝ່ນັ້ນໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຜູ້ເກົ່າສືບຕໍ່ປະຕິບັດໜ້າທີ່ຂອງຕົນຈົນກວ່າຈະມີການແຕ່ງຕັ້ງຜູ້ໃໝ່. ການແຕ່ງຕັ້ງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຜູ້ໃໝ່ຕ້ອງດໍາເນີນພາຍໃນເກົ້າສິບວັນຫຼັງຈາກອາຍຸການຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຜູ້ເກົ້າສິ້ນສຸດລົງ.

ໝວດທີ4ພາລະບົດບາດ,ສິດແລະໜ້າທີ່ຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ

ມາດຕາ19(ປັບປຸງ)ພາລະບົດບາດ ຈົ້າແຂວງ,ເຈົ້າຄອງນະຄອນຫຼວງເປັນຫົວໜ້າອົງການປົກຄອງຂັ້ນແຂວງ,ເປັນຕົວແທນແລະຮັບຜິດຊອບຕໍ່ລັດຖະບານແລະສະພາປະຊາຊົນຂັ້ນແຂວງ,ຊີ້ນໍາອົງການປົກຄອງຂັ້ນແຂວງປະຕິບັດພາລະບົດບາດ,ສິດແລະນ້າທີ່ຕາມທີ່ໄດ້ກໍານົດໄວ້ໃນມາດຕາ10ແລະ11ຂອງກົດໝາຍສະບັບນີ້.

ມາດຕາ20(ປັບປຸງ)ສິດແລະໜ້າທີ່ ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງມີສິດແລະໜ້າທີ່ດັ່ງນີ້: 1.ຮຽກໂຮມແລະະເປັນປະທານກອງປະຊຸມອົງການປົກຄອງແຂວງ,ນະຄອນຫຼວງ; 2.ຊີ້ນໍາ,ອໍານວຍຄວບຄຸມວຽກງານຂອງອົງການປົກຄອງແຂວງ,ນະຄອນຫຼວງ;ກວດກາການປະຕິບັດມະຕິຂອງສະພາປະຊາຊົນຂັ້ນແຂວງ,ມະຕິຂອງກອງປະຊຸມອົງການປົກຄອງແຂວງ,ນະຄອນຫຼວວງແລະການເຄື່ອນໄຫວຂອງຫ້ອງວ່າການ,ພະແນກ,ອົງການລັດທຽບເທົ່າພະແນກຂັ້ນແຂວງ,ເມືອງ,ເທດສະບານ,ນະຄອນທີ່ຂຶ້ນກັບຕົນ; 3.ສະເໜີຮ່າງແຜນຍຸດທະສາດ,ແຜນພັດທະນາເສດຖະກິດສັງຄົມແລະແຜນງົບປະມານແຫ່ງລັດຂອງແຂວງ,ນະຄອນຫຼວງຕໍ່ສະພາປະຊາຊົນຂັ້ນແຂວງ; 4.ສະໜີສະພາປະຊາຊົນຂັ້ນແຂວງ,ພິຈາລະນາຮັບຮອງເອົາໂຄງປະກອບກົງຈັກຂອງອົງການປົກຄອງແຂວງ,ນະຄອນຫຼວງ;ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນຫຼວງ,ຫົວໜ້າຫ້ອງວ່າການ,ຫົວໜ້າພະແນກ,ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ; 5.ສະເໜີສະພາປະຊາຊົນຂັ້ນແຂວງພິຈາລະນາຮັບຮອງເອົາການສ້າງຕັ້ງ,ຍຸບເລີກ,ແຍກອອກ,ໂຮມເຂົ້າພະແນກ,ອົງການລັດທຽບເທົ່າພະແນກຂັ້ນແຂ້ວງ; 6.ສະເໜີສະພາປະຊາຊົນຂັ້ນແຂວງພິຈາລະນາການກໍານົດເຂດແດນຂອງແຂວງ,ນະຄອນຫຼວງ,ການສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກ,ການກໍານົດເຂດແດນເມືອງ,ເທດສະບານ,ນະຄອນກ່ອນນໍາສະເໜີຕໍ່ຂັ້ນເທິງອະນຸມັດ; 7.ສະເໜີຄະນະປະຈໍາສະພາປະຊາຊົນຂັ້ນແຂວງພິຈາລະນາຮັບຮອງເອົາໂຄງປະກອບກົງຈັກຂອງອົງການປົກຄອງເມືອງ,ເທດສະບານ,ນະຄອນ; 8.ສະເໜີຄະນະປະຈໍາສະພາປະຊາຊົນຂັ້ນແຂວງພິຈາລະນາຮັບຮອງເອົາການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນ; 9.ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນພາຍຫຼັງຄະນະປະຈໍາສະພາປະຊາຊົນຂັ້ນແຂວງໄດ້ຮັບຮອງເອົາ; 10.ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງເຈົ້າເມືອງ,ຮອງຫົວໜ້າເທດສະບານ,ຮອງເຈົ້ານະຄອນຕາມການສະເໜີຂອງເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານຄອນ; 11.ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າຫ້ອງວ່າການ,ຫົວໜ້າພະແນກ,ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງພາຍຫຼັງສະພາປະຊາຊົນຂັ້ນແຂວງໄດ້ຮັບຮອງເອົາ; 12.ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຂອງຫົວໜ້າຫ້ອງວ່າການ,ຮອງຫົວໜ້າພະແນກ,ຮອງຫົຍໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງຕາມການສະເໜີຂອງຫົວໜ້າຫ້ອງວ່າການ,ຫົວໜ້າພະແນກ,ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ;ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຜູ້ດໍາລົງຕໍາແໜ່ງບໍລິຫານອື່ນ; 13.ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການ;ສັ່ງໂຈະຫຼືຍົກເລີກນິຕິກໍາອື່ນຂອງທຸກຂະແໜງການຢູ່ໃນຂັ້ນຂອງຕົນຫຼືຂັ້ນລຸ່ມທີ່ຂັດກັບກົດໝາຍ,ຍົກເວັ້ນຄໍາຕົກລົງກ່ຽວກັບການດໍານີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນທ້ອງຖິ່ນ; 14.ສະເໜີຂັ້ນເທິງພິຈາລະນາໂຈະຫຼືຍົກເລີກນິຕິກໍາຂອງຂະແໜງການທີ່ຂັດກັບກົດໝາຍ; 15.ຕົກລົງສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກ,ກໍານົດເຂດແດນບ້ານແລະປ່ຽນຊື່ບ້ານຕາມການສະເໜີຂອງເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນ; 16.ສັ່ງຈ່າຍງົບປະມານຂອງແຂວງ,ນະຄອນຫຼວງ; 17.ເຂົ້າຮ່ວມກອງປະຊຸມເປີດກວ້າງຂອງລັດຖະບານຕາມການເຊີນ; 18.ຮັບຜິດຊອບຕໍ່ສະພາປະຊາຊົນຂັ້ນແຂວງແລະລັດຖະບານກ່ຽວກັບຜົນສໍາເລັດ,ຄວາມບົກພ່ອງໃນການປະຕິບັດພາລະບົດບາດ,ສິດແລະໜ້າທີ່ຂອງຕົນ; 19.ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນລວມທັງສະພາບການຮອບດ້ານຂອງແຂວງ,ນະຄອນຫຼວງໃຫ້ລັດຖະບານ,ອົງການທີ່ກ່ຽວຂ້ອງແລະສະພາປະຊາຊົນຂັ້ນແຂວງຢ່າງເປັນປົກກະຕິ; 20.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ21(ປັບປຸງ)ສິດແລະໜ້າທີ່ຂອງຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນຫຼວງ ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນຫຼວງຊ່ວຍເຈົ້າແຂວງ,ເຈົ້າຄອງນະຄອນຫຼວງໃນການຊີ້ນໍາວຽກງານຂອງອົງການປົກຄອງແຂວງ,ນະຄອນຫຼວງແລະອົງການປົກຄອງຂັ້ນເມືອງ,ຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ. ໃນກໍລະນີເຈົ້າແຂວງ,ເຈົ້າຄອງນະຄອນຫຼວງບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດຜົນໃດໜຶ່ງຮອງເຈົ້າແຂວງ,ຮ້ອງເຈົ້າຄອງນະຄອນຜູ້ໄດ້ຮັບມອບໝາຍເປັນຜູ້ຮັກສາການແທນ.

ໝວດທີ5ກອງປະຊຸມຂອງອົງການປົກຄອງແຂວງ,ນະຄອນຫຼວງ

ມາດຕາ22(ປັບປຸງ)ກອງປະຊຸມ ກອງປະຊຸມຂອງອົງການປົກຄອງແຂວງ,ນະຄອນຫຼວງເປີດຂຶ້ນເດືອນລະເທື່ອໂດຍແມ່ນເຈົ້າແຂວງ,ເຈົ້າຄອງນະຄອນຫຼວງເປັນຜູ້ຮຽກໂຮມແລະເປັນປະທານ.ຜູ້ເຂົ້າຮ່ວມກອງປະຊຸມຂອງອົງການປົກຄອງແຂວງ,ນະຄອນຫຼວງປະກອບດ້ວຍຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນຫຼວງ,ຫົວໜ້າຫ້ອງວ່າການແຂວງ,ນະຄອນຫຼວງ,ຫົວໜ້າພະແນກ,ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ,ນອກຈາກນີ້ຖ້າຫາກມີຄວາມຈໍາເປັນອາດເຊີນເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້າຄອງນະຄອນແລະຜູ້ຕາງໜ້າຈາກພາກສ່ວນອື່ນທີ່ກ່ຽວຂ້ອງເຂົ້າຮ່ວມນໍາກໍ່ໄດ້. ໃນກໍລະນີມີຄວາມຈໍາເປັນແລະຮີບດ່ວນອາດເປີດກອງປະຊຸມວິສາມັນຕາມການຕົກລົງຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ. ໃນກອງປະຊຸມແຕ່ລະຄັ້ງຕ້ອງເຮັດບົດບັນທຶກຊຶ່ງເຊັນໂດຍຜູ້ບັນທຶກແລະເຊັນຢັ້ງຢືນໂດຍປະທານກອງປະຊຸມແລ້ວສົ່ງໃຫ້ຜູ້ເຂົ້າຮ່ວມແລະພາກສ່ວນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດ,ໃນກໍລະນີມີການຕົກລົງບັນຫາສໍາຄັນນັ້ນຕ້ອງເຮັດມະຕິຂອງກອງປະຊຸມ.

ມາດຕາ23(ປັບປຸງ)ບັາຫາທີ່ຕ້ອງນໍາເຂົ້າກອງປະຊຸມ ບັນຫາທີ່ຕ້ອງນໍາເຂົ້າພິຈາລະນາແລະຕົກລົງໃນກອງປະຊຸມຂອງອົງການປົກຄອງແຂວງ,ນະຄອນຫຼວງມີດັ່ງນີ້: 1.ແຜນຍຸດທະສາດ,ແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານແລະການດັດແກ້ແຜນງົບປະມານປະຈໍາປີຂອງທ້ອງຖິ່ນ; 2.ການກໍານົດແຂດແດນແລະໂຄງປະກອບການຈັດຕັ້ງຂອງແຂວງ,ນະຄອນຫຼວງ;ການສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກແລະການກໍານົດເຂດແດນຂອງເມືອງ,ເທດສະບານ,ນະຄອນ; 3.ຮ່າງນິຕິກໍາຕ່າງໆ; 4.ໂຄງການລົງທຶນຕາມການແບ່ງຂັ້ນຄຸ້ມຄອງ; 5.ວຽກງານປະກັນຊາດປ້ອງກັນຄວາມສະຫງົບແລະວຽກງານການຕ່າງປະເທດ; 6.ວຽກງານນະໂຍບາຍແລະພະນັກງານ; 7.ບົດລາຍງານຮອບດ້ານຕໍ່ລັດຖະບານແລະສະພາປະຊາຊົນຂັ້ນແຂວງ; 8.ບັນຫາອື່ນທີ່ມີຄວາມສໍາຄັນແລະຈໍາເປັນ.

ໝວດທີ6ການພົວພັນວຽກງານຂອງອົງການປົກຄອງແຂວງ,ນະຄອນຫຼວງ

ມາດຕາ24(ໃໝ່)ການພົວພັນກັບສະພາປະຊາຊົາຂັ້ນແຂວງ ອົງການປົກຄອງແຂວງ,ນະຄອນຫຼວງພົວພັນກັບສະພາປະຊາຊົນຂັ້ນແຂວງດ້ວຍການສົມທົບກັນຕາມກໍລະນີດັ່ງນີ້: 1.ການສ້າງແລະປັບປຸງນິຕິກໍາຂັ້ນແຂວງ; 2.ການຄົ້ນຄວ້າບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນທີ່ຈະສະເໜີໃຫ້ສະພາປະຊາຊົນແຂວງພິຈາລະນາ; 3.ການຄົ້ນຄວ້າບຸກຄະລາກອນທີ່ຈະສະເໜີໃຫ້ສະພາປະຊາຊົນຂັ້ນແຂວງເລືອກຕັ້ງຫຼືແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງ; 4.ການຄົ້ນຄວ້າປະກອບຄໍາເຫັນກ່ຽວກັບການແກ້ໄຂຄໍາຮ້ອງຂອງທຸກຂອງປະຊາຊົນ; 5.ການເຂົ້າຮ່ວມແລະໃຫ້ການຊີ້ແຈງຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ; 6.ການລາຍງານ,ອະທິບາຍແລະແກ້ຂໍ້ຂອງໃຈ,ຕອບການຊັກຖາມຂອງສະມາຊິກສະພາປະຊາຊົນຂັ້ນແຂວງ; 7.ການສະໜອງຂໍ້ມູນຕ່າງທຕາມຄໍາສະເໜີຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; 8.ບັນຫາສໍາຄັນອື່ນທີ່ຈໍາເປັນຕ້ອງສົມທົບກັນ.

ມາດຕາ25(ໃໝ່)ການພົວພັນກັບອົງການໄອຍະການປະຊາຊົນແລະສານປະຊາຊົນທ້ອງຖິ່ນ ອົງການປົກຄອງແຂວງ,ນະຄອນຫຼວງສົມທົບກັບສານປະຊາຊົນແລະອົງການໄອຍະການປະຊາຊົນທ້ອງຖິ່ນໃນການຕິດຕາມ,ກວດກາການຈັດຕັ້ງປະຕິບັດກົດໝາຍແລະໃນການສະກັດກັ້ນສິ່ງຫຍໍ້ທໍ້ໃນສັງຄົມ. ໃນກໍລະນີນໍາເປັນອົງການປົກຄອງແຂວງ,ນະຄອນຫຼວງອາດເຊີນຫົວໜ້າອົງການໄອຍະການປະຊາຊົນ,ປະທານສານປະຊາຊົນທ້ອງຖິ່ນເຂົ້າຮ່ວມກອງປະຊຸມຂອງຕົນກໍ່ໄດ້.

ມາດຕາ26(ໃໝ່)ການພົວພັນກັບແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມທ້ອງຖິ່ນ ອົງການປົກຄອງແຂວງ,ນະຄອນຫຼວງປະສານສົມທົບກັບແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມທ້ອງຖິ່ນເພື່ອປຶກສາຫາລື,ແລກປ່ຽນຄວາມຄິດເຫັນ,ປຸກລະດົມຊຸກຍູ້ໃຫ້ອົງການຈັດຕັ້ງດັ່ງກ່າວເຂົ້າຮ່ວມໃນການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດສັງຄົມ,ຮັບປະກັນໃຫ້ການເຄື່ອນໄຫວວຽກງານມີປະສິດທິຜົນ.ໃນກໍລະນີຈໍາເປັນອາດເຊີນຜູ້ຕາງໜ້າຂອງອົງການດັ່ງກ່າວເຂົ້າຮ່ວມກອງປະຊຸມຂອງຕົນກໍ່ໄດ້.

ພາກທີ4ເມືອງແລະອົງການປົກຄອງເມືອງ

ໝວດທີ1ການສ້າງຕັ້ງເມືອງ

ມາດຕາ27(ປັບປຸງ)ເມືອງ ເມືອງແມ່ນເຂດການປົກຄອງທ້ອງຖິ່ນ,ກວມເອົາທັງພື້ນທີ່ຕົວເມືອງແລະຊົນນະບົດຊຶ່ງປະກອບດ້ວຍຫຼາຍບ້ານ.

ມາດຕາ28(ປັບປຸງ)ການສ້າງຕັ້ງເມືອງ ເມືອງຖືກສ້າງຕັ້ງ,ຍຸບເລີກ,ແຍກອອກ,ໂຮມເຂົ້າແລະກໍານົດເຂດແດນໂດຍການຕົກລົງຂອງລັດຖະບານຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງພາຍຫຼງສະພາປາຊາຊົນທ້ອງຖິ່ນໄດ້ຮັບຮອງເອົາ. ຂັ້ນຕອນແລະວິທີການຄົ້ນຄວ້າເພື່ອສ້າງຕັ້ງເມືອງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ29(ປັບປຸງ)ເງື່ອນໄຂການສ້າງຕັ້ງເມືອງ ໃນການສ້າງຕັ້ງເມືອງຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1.ມີທີ່ຕັ້ງທາງດ້ານພູມສາດທີ່ເໝາະສົມແກ່ການປົກຄອງ; 2.ມີພົນລະເມືອງຢ່າງໜ້ອຍສາມສິບພັນຄົນດໍາລົງຊີວິດຢູ່ສໍາລັບເມືອງຢູ່ເຂດທົ່ງພຽງແລະຊາວພັນຄົນສໍາລັບເມືອງຢູ່ພູດອຍເວັ້ນເສຍແຕ່ລັດຖະບານໄດ້ຕົກລົງໄວ້ຕ່າງຫາກ; 3.ມີພ້ືນຖານໂຄງລ່າງແລະມີປັດໄຈພື້ນຖານໃນການພັດທະນາເສດຖະກິດສັງຄົມ.

ໝວດທີ2ທີ່ຕັ້ງ,ພາລະບົດບາດ,ສິດແລະໜ້າທີ່ຂອງອົງການປົກຄອງເມືອງ

ມາດຕາ30(ປັບປຸງ)ທີ່ຕັ້ງແລະພາລະບົດບາດ ອົງການປົກຄອງເມື່ອງແມ່ນອົງການບໍລິຫານຂັ້ນເມືອງຊຶ່ງມີພາລະບົດບາດຄຸ້ມຄອງບໍລິຫານລັດທາງດ້ານການເມືອງ,ການປົກຄອງ,ເສດຖະກິດ,ວັດທະນະທໍາສັງຄົມ,ການປ້ອງກັນຊາດປ້ອງກັນຄວາມສະຫງົບ;ສ້າງແລະນໍາໃຊ້ຊັບພະຍາກອນມະນຸດ,ປົກປັກຮັກສາແລະນໍາໃຊ້ຊັບພະຍາກອນທໍາມະຊາດ,ສິ່ງແວດລ້ອມແລະຊັບພະຍາກອນອື່ນໃນທ້ອງຖິ່ນຕົນ;ຊີ້ນໍາ,ກວດກາການຈັດຕັ້ງປະຕິບັດແຜນພັດທະນບ້ານໃນຂອບເຂດການຄຸ້ມຄອງຂອງຕົນ.

ມາດຕາ31(ໃໝ່)ສິດແລະໜ້າທີ່ ອົງການອົກຄອງເມືອງມີສິດແລະໜ້າທີ່ດັ່ງນີ້: 1.ຮັບປະກັນການຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ດໍາລັດ,ລະບຽບການ,ມະຕິ,ຄໍາສັ່ງ,ຄໍາແນະນໍາຂອງຂັ້ນເທິງ; 2.ສ້າງແລະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານ;ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ;ຕ້ານແລະສະກັດກັ້ນການສໍ້ລາດບັງຫຼວງແລະປາກົດການຫຍໍ້ທໍ້ໃນສັງຄົມ; 3.ຊີ້ນໍາ,ຊຸກຍູ້,ປຸກລະດົມວາງງານເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນທ້ອງຖິ່ນ; 4.ຈັດຕັ້ງ,ອໍານວຍ,ຄວບຄຸມແລະຕິດຕາມກວດກາການເຄື່ອນໄຫວປະຕິບັດໜ້າທີ່ຂອງຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງແລະຂອງອົງການປົກຄອງບ້ານ; 5.ສ້າງຕັ້ງແລະຄຸ້ມຄອງໜ່ວຍງານບໍລິການຂອງລັດ,ຈັດຕັ້ງຄຸ້ມຄອງບໍລິຫານຕົວເມືອງແລະພື້ນທີ່ທີ່ມີລັກສະນະເປັນຕົວເມືອງໃຫ້ມີການພັດທະນາດ້ານພື້ນຖານໂຄງລ່າງ,ການບໍລິການສາທາລະນະທີ່ຈໍາເປັນ,ມີຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ຄວາມສະອາດແລະສວຍງາມ; 6.ໂຄສະນາເຜີຍແຜ່ແລະໃຫ້ຄວາມຮູ້ກ່ຽວກັບວຽກງານສຸຂານາໄມແກ່ປະຊາຊົນ,ສົ່ງເສີມດານສາທາລະນະສຸກ,ພັດທະນການສຶກສາ,ກິລາກາຍຍະກໍາແລະສິດສະເໝີພາບລະຫວ່າງຍິງຊາຍ; 7.ປົກປັກຮັກສາ,ສົ່ງເສີມວັດທະນະທໍາ,ຮີດຄອງປະເພນີອັນດີງາມຂອງຊາດ,ທ້ອງຖິ່ນແລະຂອງເຜົ່າ;ສົ່ງເສີມການພັດທະນາສີມືແຮງງານແລະຄຸ້ມຄອງແຮງງານຕາມພາລະບົດບາດແລະຕາມການແບ່ງຂັ້ນຄຸ້ມຄອງ; 8.ອໍານວຍຄວາມສະດວກແລະຕິດຕາມການຈັດຕັ້ງປະຕິບັດໂຄງການລົງທຶນທີ່ສູນກາງແລະແຂວງ,ນະຄອນຫຼວງຄຸ້ມຄອງ;ສົ່ງເສີມການລົງທຶນຂອງເອກະຊົນພາຍໃນແລະຕ່າງປະເທດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມການແບ່ງຂັ້ນຄຸ້ມຄອງ; 9.ເສີມຂະຫຍາຍຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າແລະທຸກຊັ້ນຄົນໃນສັງຄົມ;ຄຸ້ມຄອງພົນລະເມືອງ,ຄົນຕ່າງດ້າວ,ຄົນຕ່າງປະເທດ,ຄົນບໍ່ມີສັນຊາດ,ວຽກງານເຜົ່າແລະສາສະໜາ,ປັບປຸງຊີວິດການເປັນຢູ່ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ; 10.ພິຈາລະນາ,ໃຫ້ຄໍາແນະນໍາແລະແກ້ໄຂຄໍາສະເໜີຂອງການຈັດຕັ້ງຫຼືບຸກຄົນກ່ຍວກັບການກະທໍາຂອງພະນັກງານລັດຖະກອນແລະອົງການບໍລິຫານລັດໃນທ້ອງຖິ່ນຂອງຕົນ; 11.ຄຸ້ມຄອງ,ປົກປັກຮັກສາ,ນໍາໃຊ້ແລະພັດທະນາຊັບພະຍາກອນທໍາມະຊາດ,ສິ່ງແວດລ້ອມຕາມການແບ່ງຂັ້ນຄຸ້ມຄອງເພື່ອສ້າງແຫຼ່ງລາຍຮັບ,ຈັດເກັບລາຍຮັບໃຫ້ຖືກຕ້ອງ;ຄຸ້ມຄອງຫົວໜ່ວຍທຸລະກິດ,ອຸດສາຫະກໍາ,ການຄ້າ,ການບໍລິການແລະອື່ນໆ; 12.ຄຸ້ມຄອງແລະປະຕິບັດແຜນລາຍຮັບ,ແຜຍລາຍຈ່າຍຂອງທ້ອງຖິ່ນ;ອໍານວຍ,ຄວບຄຸມໃຫ້ອົງການທີ່ກ່ຽວຂ້ອງປະຕິບັດການສ້າງລາຍຮັບໃຫ້ຖືກຕ້ອງ,ຄົບຖ້ວນ,ທັນເວລາແລະໂປ່ງໃສ; 13.ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການ;ສັ່ງໂຈະຫຼືຍົກເລີກນິຕິກໍາອື່ນຂອງທຸກຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງແລະຂັ້ນລຸ່ມທີ່ຂັດກັບກົດໝາຍຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນທ້ອງຖິ່ນ;ສະເໜີຂັ້ນເທິງພິຈາລະນາໂຈະຫຼືຍົກເລີກນິຕິກໍາຂອງຂະແໜງການທີ່ຂັດກັບກົດໝາຍ; 14.ຄົ້ນຄວ້າໂຄງປະກອບການຈັດຕັ້ງແລະການກໍານົດເຂດແດນຂອງເມືອງ;ການສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກ,ກໍານົດເຂດແດນຂອງບ້ານແລະການປ່ຽນຊື່ບ້ານ; 15.ຊຸກຍູ້,ສົ່ງເສີມແລະສ້າງເງື່ອນໄຂໃຫ້ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ທຸກພາກສ່ວນເສດຖະກິດແລະປະຊາຊົນລາວບັນພາເຜົ່າເຂົ້າຮ່ວມການພັດທະນາເສດຖະກິດສັງຄົມ,ການປ້ອງກັນຊາດປ້ອງກັນຄວາມສະຫງົບແລະຕ້ານປາກົດການຫຍໍ້ທໍ້ຢູ່ໃນເມືອງຂອງຕົນ; 16.ຄຸ້ມຄອງການຈັດຕັ້ງ,ພະນັກງານລັດຖະກອນ;ຕິດຕາມກວດກາການປະຕິບັດໜ້າທີ່ຂອງພະນັກງານລັດຖະກອນຂອງຫ້ອງການສາຍຕັ້ງຂັ້ນແຂວງແລະອົງການທີ່ກ່ຽວຂ້ອງ; 17.ສ້າງ,ບໍາລຸງຍົກລະດັບຄວາມຮູ້,ຄວາມສາມາດທາງດ້ານການເມືອງ,ການປົກຄອງ,ວິຊາສະເພາະໃຫ້ພະນັກງານລັດຖະກອນຂອງຕົນແລະພະນັກງານຂອງບ້ານ; 18.ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນລວມທັງສະພາບການຮອບດ້ານຂອງເມືອງໃຫ້ເຂົ້າແຂວງ,ເຈ້າຄອງນະຄອນຫຼວງແລະອົງການທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 19.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ໝວດທີ3ໂຄງປະກອບການຈັດຕັ້ງຂອງອົງການປົກຄອງເມືອງ

ມາດຕາ32(ປັບປຸງ)ໂຄງປະກອບກົງຈັກ ອົງການປົກຄອງເມືອງມີໂຄງປະກອບກົງຈັກດັ່ງນີ້: 1.ຫ້ອງວ່າການເມືອງ; 2.ຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງຊຶ່ງສ້າງຕັ້ງຂຶ້ນຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານໂດຍການຮັບຮອງຂອງສະພາປະຊາຊົນທ້ອງຖິ່ນ.

ມາດຕາ33(ປັບປຸງ)ທີ່ຕັ້ງແລະພາລະບົດບາດຂອງຫ້ອງວ່າການເມືອງ ຫ້ອງວ່າການເມືອງແມ່ນໂຄງປະກອບກົງຈັກໜຶ່ງຂອງອົງການປົກຄອງເມືອງຊຶ່ງມີພາລະບົດບາດເປັນເສນາທິການໃຫ້ເຈົ້າເມືອງໃນການອໍານວຍຄວບຄຸມ,ຊຸກຍູ້,ຕິດຕາມການບໍລິຫານວຽກງານຂອງເມືອງ,ສ້າງແຜນການ,ໂຄງການດໍາເນີນງານ,ຄົ້ນຄວ້າສັງລວມ,ຄຸ້ມຄອງເອກະສານ,ເປັນໃຈກາງພົວພັນປະສານງານ,ບໍລິຫານຮັບໃຊ້ການເຄື່ອນໄຫວວຽກງານໃຫ້ແກ່ການນໍາຂອງເມືອງແລະການຄຸ້ມຄອງບໍລິຫານວຽກງານພາຍໃນຂອງຕົນ. ການຈັດຕັ້ງແລະການເຄື່ອນໄຫວຂອງຫ້ອງວ່າການເມືອງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ34(ປັບປຸງ)ທີ່ຕັ້ງແລະພາລະບົດບາດຂອງຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງ ຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງແມ່ນໂຄງປະກອບກົງຈັກໜຶ່ງຂອງອົງການປົກຄອງເມືອງຊຶ່ງມີພາລະບົດບາດເປັນເສນາທິການໃຫ້ອົງການປົກຄອງເມືອງ,ພະແນະຂັ້ນແຂວງ,ອົງການລັດທຽບເທົ່າພະແນກຂັ້ນແຂວງທາງດ້ານວິຊາການແລະຄຸ້ມຄອງບໍລິຫານລັດຕາມການແບ່ງຂັ້ນຄຸ້ມຄອງ. ການຈັດຕັ້ງແລະການເຄື່ອນໄຫວຂອງຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ35(ປັບປຸງ)ໂຄງປະກອບບຸກຄະລາກອນ ອົງການປົກຄອງເມືອງປະກອບດ້ວຍບຸກຄະລາກອນດັ່ງນີ້: 1.ເຈົ້າເມືອງ,ຮອງເຈົ້າເມືອງ; 2.ຫົວໜ້າຫ້ອງວ່າການ,ຫົວໜ້າຫ້ອງການແລະຫົວໜ້າອົງການລັດທຽບເທົ່າຫ້ອງການຂອງເມືອງ.

ມາດຕາ36(ປັບປຸງ)ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງເຈົ້າເມືອງ ເຈົ້າເມືອງຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍເຈົ້າແຂວງ,ເຈົ້າຄອງນະຄອນຫຼວງພາຍຫຼັງສະພາປະຊາຊົນທ້ອງຖິ່ນໄດ້ຮັບຮອງເອາ.

ມາດຕາ37(ປັບປຸງ)ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງເຈົ້າເມືອງ ຮອງເຈົ້າເມືອງຖືກແຕ່ງຕັ້ງ,ຍົກຍ້າຍືປົດຕໍາແໜ່ງໂດຍເຈົ້າແຂວງ,ເຈົ້າຄອງນະຄອນຕາມການສະເໜີຂອງເຈົ້າເມືອງ.

ມາດຕາ38(ປັບປຸງ)ອາຍຸການຂອງເຈົ້າເມືອງ ເຈົ້າເມືອງມີອາຍຸການສະໄໝລະຫ້າປີແລະສາມາດດໍາລົງຕໍາແໜ່ງຢູ່ບ່ອນເກົ່າໄດ້ບໍ່ເກີນສອງສະໄໝຕິດຕໍ່ກັນ. ໃນກໍລະນີເຈົ້າເມືອງຫາກໝົດອາຍຸການແລ້ວແຕ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຍັງບໍ່ທັນໄດ້ແຕ່ງຕັ້ງເຈົ້າເມືອງຜູ້ໃໝ່ນັ້ນໃຫ້ເຈົ້າເມືອງຜູ້ເກົ່າສືບຕໍ່ປະຕິບັດໜ້າທີ່ຈົນກວ່າຈະມີການແຕ່ງຕັ້ງຜູ້ໃໝ່. ການແຕ່ງຕັ້ງເຈົ້າເມືອງຜູ້ໃໝ່ຕ້ອງດໍາເນີນພາຍໃນເກົ້າສິບວັນຫຼັງຈາກອາຍຸການຂອງເຈົ້າເມືອງຜູ້ເກົ່າສິ້ນສຸດລົງ.

ໝວດທີ4ພາລະບົດບາດ,ສິດແລະໜ້າທີ່ຂອງເຈົ້າເມືອງ

ມາດຕ39(ປັບປຸງ)ພາລະບົດບາດ ເຈົ້າເມືອງເປັນຫົວໜ້າອົງການປົກຄອງເມືອງ,ເປັນຕົວແທນແລະຮັບຜິດຊອບຕໍ່ອົງການປົກຄອງແຂວງ,ນະຄອນຫຼວງ,ຊີ້ນໍາອົງການປົກຄອງເມືອງປະຕິບັດພາລະບົດບາດ,ສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນມາດຕາ30ແລະ31ຂອງກົດໝາຍສະບັບນີ້.

ມາດຕາ40(ປັບປຸງສິດແລະໜ້າທີ່ ເຈົ້າເມືອງມີສິດແລະໜ້າທີ່ດັ່ງນີ້: 1.ຮຽກໂຮມແລະເປັນປະທານກອງປະຊຸມອົງການປົກຄອງເມືອງ; 2.ຊີ້ນໍາ,ອໍານວຍຄວບຄຸມວຽກງານຂອງອົງການປົກຄອງເມືອງ;ກວດກາການປະຕິບັດມະຕິຂອງກອງປະຊຸມສະພາປະຊາຊົນທ້ອງຖິ່ນ,ມະຕິຂອງກອງປະຊຸມອົງການປົກຄອງເມືອງແລະການເຄື່ອນໄຫວຂອງຫ້ອງວ່າການ,ຫ້ອງການຂອງເມືອງ,ອົງການລັດທຽບເທົ່າຫ້ອງການຂອງເມືອງທີ່ຂຶ້ນກັບຕົນ; 3.ຮັບຮອງເອົາຜົນການເລືອກຕັ້ງ,ແຕ່ງຕັ້ງຫຼືປົດຕໍາແໜ່ງນາຍບ້ານ,ຮອງນາຍບ້ານແລະຮັບຮອງກົດລະບຽບບ້ານ; 4.ສະເໜີເຈົ້າແຂວງ,ເຈົ້າຄອງນະຄອນຫຼວງກ່ຽວກັບໂຄງປະກອບການຈັດຕັ້ງແລະເຂດແດນຂອງເມືອງ;ການສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກ,ການກໍານົດເຂດແດນຂອງບ້ານແລະການປ່ຽນຊື່ບ້ານ; 5.ສະເໜີແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງເຈົ້າເມືອງຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ; 6.ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າຫ້ອງວ່າການເມືອງ,ຫົວໜ້າຫ້ອງການ,ຫົວໜ້າອົງການລັດທຽບເທົ່າຫ້ອງການແລະຜູ້ດໍາລົງຕໍາແໜ່ງບໍລິຫານອື່ນຂອງເມືອງ; 7.ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການ;ສັ່ງໂຈະຫຼືຍົກເລີກນິຕິກໍາອື່ນຂອງທຸກຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເມືອງແລະຂັ້ນລຸ່ມທີ່ຂັດກັບກົດໝາຍຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນທ້ອງຖິ່ນ; 8.ສະເໜີຂັ້ນເທິງພິຈາລະນາໂຈະຫຼືຍັກເລີກນິຕິກໍາຂອງຂະແໜງການທີ່ຂັດກັບກົດໝາຍ; 9.ສັ່ງຈ່າຍງົບປະມານຂອງເມືອງ; 10.ເຂົ້າຮ່ວມກອງປະຊຸມຂອງອົງການປົກຄອງແຂວງ,ນະຄອນຫຼວງຕາມການເຊີນ; 11.ຮັບຜິດຊອບຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງກ່ຽວກັບຜົນສໍາເລັດແລະຄວາມບົກພ່ອງໃນການປະຕິບັດພາລະບົດບາດ,ສິດແລະໜ້າທີ່ຂອງຕົນ; 12.ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດວຽງານຂອງຕົນລວມທັງສະພາບການເຄື່ອນໄຫວວຽກງານຮອບດ້ານຂອງເມືອງໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງແລະອົງການທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ41(ປັບປຸງ)ສິດແລະໜ້າທີ່ຂອງຮອງເຈົ້າເມືອງ ຮອງເຈົ້າເມືອງຊ່ວຍວຽກເຈົ້າເມືອງໃນການຊີ້ນໍາວຽກງານຂອງອົງການປົກຄອງເມືອງແລະຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງເຈົ້າເມືອງ. ໃນກໍລະນີເຈົ້າເມືອງບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດຜົນໃດໜຶ່ງຮອງເຈົ້າເມືອງຜູ້ໄດ້ຮັບມອບໝາຍເປັນຜູ້ຮັກສາການແທນ.

ໝວດທີ5ກອງປະຊຸມຂອງອົງການປົກຄອງເມືອງ

ມາດຕາ42(ປັບປຸງ)ກອງປະຊຸມ ກອງປະຊຸມຂອງອົງການປົກຄອງເມືອງເປີດຂຶ້ນເດືອນລະເທື່ອໂດຍແມ່ນເຈົ້າເມືອງເປັນຜູ້ຮຽກໂຮມແລະເປັນປະທານ,ຜູ້ເຂົ້າຮ່ວມກອງປະຊຸມຂອງອົງການປົກຄອງເມືອງປະກອບດ້ວຍຮອງເຈົ້າເມືອງ,ຫົວໜ້າຫ້ອງວ່າການ,ຫົວໜ້າຫ້ອງການ,ຫົວນ້າອົງການລັດທຽບເທົ່າຫ້ອງການຂອງເມືອງ,ນອກຈາກນີ້ຖ້າຫາກມີຄວາມຈໍາເປັນອາດເຊີນຜູ້ຕາງໜ້າຈາກພາກສ່ວນອື່ນເຂົ້າຮ່ວມນໍາກໍ່ໄດ້. ໃນກໍລະນີມີຄວາມຈໍາເປັນແລະຮີບດ່ວນອາດເປີດກອງປະຊຸມວິສາມັນຕາມການຕົກລົງຂອງເຈົ້າເມືອງ. ໃນກອງປະຊຸມແຕ່ລະຄັ້ງຕ້ອງເຮັດບົດບັນທຶກຊຶ່ງເຊັນໂດຍຜູ້ບັນທຶກແລະເຊັນຢັ້ງຢືນໂດຍປະທານກອງປະຊຸມແລ້ວສົ່ງໃຫ້ຜູ້ເຂົ້າຮ່ວມແລະພາກສ່ວນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດ,ໃນກໍລະນີມີການຕົກລົງບັນຫາສໍາຄັນນັ້ນຕ້ອງເຮັດເປັນມະຕິຂອງກອງປະຊຸມ.

ມາດຕາ43(ປັບປຸງ)ບັນຫາທີ່ຕ້ອງນໍາເຂົ້າກອງປະຊຸມ ບັນຫາທີ່ຕ້ອງນໍາເຂົ້າພິຈາລະນາແລະຕົກລົງໃນກອງປະຊຸມຂອງອົງການປົກຄອງເມືອງມີດັ່ງນີ້: 1.ແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານແລະການດັດແກ້ແຜນງົບປະມານປະຈໍາປີຂອງເມືອງ; 2.ການກໍານົດເຂດແດນແລະໂຄງປະກອບການຈັດຕັ້ງຂອງເມືອງ;ການສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກ,ການກໍານົດເຂດແດນຂອງບ້ານແລະການປ່ຽນຊື່ບ້ານ; 3.ຮ່າງນິຕິກໍາຕ່າງໆ; 4.ໂຮງການລົງທຶນຕາມການແບ່ງຂັ້ນຄຸ້ມຄອງ; 5.ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ; 6.ວຽກງານນະໂຍບາຍແລະພະນັກງານ; 7.ບົດລາຍງານຮອບດ້ານຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ; 8.ບັນຫາອື່ນທີ່ມີຄວາມສໍາຄັນແລະຈໍາເປັນ.

ພາກທີ5ເທດສະບານແລະອົງການປົກຄອງເທດສະບານ

ໝວດທີ1ການສ້າງຕັ້ງເທດສະບານ

ມາດຕາ44(ປັບປຸງ)ເທດສະບານ ເທດສະບານແມ່ນເຂດການປົກຄອງຂັ້ນເມືອງກວມເອົາທັງພື້ນທີ່ຕົວເມືອງ,ຊົນນະບົດແລະປະກອບດ້ວຍຫຼາຍບ້ານ.

ມາດຕາ45(ປັບປຸງ)ການສ້າງຕັ້ງເທດສະບານ ເທດສະບານຖືກສ້າງຕັ້ງ,ຍຸບເລີກ,ແຍກອອກ,ໂຮມເຂົ້າແລະກໍານົດເຂດແດນໂດຍການຕົກລົງຂອງລັດຖະບານຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງພາຍຫຼັງສະພາປະຊາຊົນທ້ອງຖິ່ນໄດ້ຮັບຮອງເອົາ. ຂັ້ນຕອນແລະວິທີການຄົ້ນຄວ້າເພື່ອສ້າງຕັ້ງເທດສະບານໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ46(ປັບປຸງ)ເງື່ອນໄຂການສ້າງຕັ້ງເທດສະບານ ເມືອງທີ່ເປັນທີ່ຕັ້ງຂອງອົງການປົກຄອງຂັ້ນແຂວງສ້າງຕັ້ງເປັນເທດສະບານ. ສໍາລັບເມືອງອື່ນຈະສ້າງຕັ້ງເປັນເທດສະບານໄດ້ກໍ່ຕໍ່ເມື່ອມີເງື່ອນໄຂຄົບຖ້ວນດັ່ງນີ້: 1.ມີພົນລະເມືອງແຕ່ສີ່ສິບພັນຄົນຂຶ້ນໄປແລະຢູ່ພາຍໃນພື້ນທີ່ຕົວເມືອງນັ້ນຕ້ອງມີສິບພັນຄົນຂຶ້ນໄປ; 2.ມີຄວາມໜາແໜ້ນຂອງພົນລະເມືອງຢູ່ພາຍໃນພື້ນທີ່ຕົວເມືອງນັ້ນແຕ່ສີ່ຮ້ອຍຫ້າສິບຄົນຂຶ້ນໄປຕໍ່ກິໂລຕາແມັດ; 3.ມີຈໍານວນຜູ້ປະກອບອາຊີບເປັນກະສິກອນຢູ່ພາຍໃນຕົວເມືອງບໍ່ເກີນສາມສິບສ່ວນຮ້ອຍ; 4.ມີພື້ນຖານໂຄງລ່າງດ້ານເສດຖະກິດ,ວັດທະນະທໍາສັງຄົມໄດ້ຮັບການພັດທະນາເປັນລະບົບ; 5.ກຸ້ມຕົນເອງດ້ານລາຍຈ່າຍບໍລິຫານປົກກະຕິ.

ໝວດທີ2ທີ່ຕັ້ງ,ພາລະບົດບາດ,ສິດແລະໜ້າທີ່ຂອງອົງການປົກຄອງເທດສະບານ

ມາດຕາ47(ປັບປຸງ)ທີ່ຕັ້ງແລະພາລະບົດບາດ ອົງການປົກຄອງເທດສະບານແມ່ນອົງການບໍລິຫານລັດຂັ້ນເມືອງຊຶ່ງມີພາລະບົດບາດຄຸ້ມຄອງບໍລິຫານລັດທາງດ້ານການເມືອງ,ການປົກຄອງ,ເສດຖະກິດ,ວັດທະນະທໍາສັງຄົມ,ການປ້ອງກັນຊາດປ້ອງກັນຄວາມສະຫງົບ;ສ້າງແລະນໍາໃຊ້ຊັບພະຍາກອນມະນຸດ,ປົກປັກຮັກສາແລະນໍາໃຊ້ຊັບພະຍາກອນທໍາມະຊາດ,ສິ່ງແວດລ້ອມແລະຊັບພະຍາກອນອື່ນໃນທ້ອງຖິ່ນຕົນ;ຊີ້ນໍາກວດກາການຈັດຕັ້ງປະຕິບັດແຜນພັດທະນາບ້ານ,ຈັດຕັ້ງການບໍລິການສາທາລະນະ,ຄວາມເປັນລະບຽບຮຽບຮ້ອຍ,ຄວາມສະອາດແລະສວຍງາມໃນຕົວເທດສະບານ.

ມາດຕາ48(ໃໝ່)ສິດແລະໜ້າທີ່ ອົງການປົກຄອງເທດສະບານມີສິດແລະໜ້າທີ່ດັ່ງນີ້: 1.ຮັບປະກັນການຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ດໍາລັດ,ລະບຽບການ,ມະຕິ,ຄໍາສັ່ງ,ຄໍາແນະນໍາຂອງຂັ້ນເທິງ; 2.ສ້າງແລະພັດທະນາເທດສະບານໃຫ້ສາມາດກຸ້ມຕົນເອງໄດ້ທາງດ້ານເສດຖະກິດ; 3.ສ້າງແລະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານ;ຈັດຕັ້ງປະຕິບັດວຍກງານປ້ອງກັນຊາດປ້ອງກັນຄວາມສະຫງົບ;ຕ້ານແລະສະກັດກັ້ນການສໍ້ລາດບັງຫຼວງແລະປາກົດການຫຍໍ້ທໍ້ໃນສັງຄົມ; 4.ຊີ້ນໍາ,ຊຸກຍູ້,ປຸກລະດົມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນທ້ອງຖິ່ນ; 5.ຈັດຕັ້ງ,ອໍານວຍ,ຄວບຄຸມແລະຕິດຕາມກວດກາການເຄື່ອນໄຫວປະຕິບັດໜ້າທີ່ຂອງຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເທດສະບານແລະຂອງອົງການປົກຄອງບ້ານ; 6.ສ້າງຕັ້ງແລະຄຸ້ມຄອງໜ່ວຍງານບໍລິການຂອງລັດ,ຈັດຕັ້ງຄຸ້ມຄອງບໍລິຫານຕົວເທດສະບານໃຫ້ມີການພັດທະນາພື້ນຖານໂຄງລ່າງ,ການບໍລິການສາທາລະນະທີ່ຈໍາເປັນ,ມີຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ຄວາມສະອາດແລະສວຍງາມ; 7.ໂຄສະນາເຜີຍແຜ່ແລະໃຫ້ຄວາມຮູ້ກ່ຽວກັບວຽກງານສຸຂານາໄມແກ່ປະຊາຊົນ,ສົ່ງເສີມດ້ານສາທາລະນະສຸກ,ພັດທະນາການສຶກສາ,ກິລາກາຍຍະກໍາແລະສິດສະເໝີພາບລະຫວ່າງຍິງຊາຍ; 8.ປົກປັກຮັກສາ,ສົ່ງເສີມວັດທະນະທໍາ,ຮີດຄອງປະເພນີອັນດີງາມຂອງຊາດ,ທ້ອງຖິ່ນແລະຂອງເຜົ່າ;ສົ່ງເສີມການພັດທະນາສີມືແຮງງານແລະຄຸ້ມຄອງແຮງງານຕາມພາລະບົດບາດແລະຕາມການແບ່ງຂັ້ນຄຸ້ມຄອງ; 9.ອໍານວຍຄວາມສະດວກແລະຕິດຕາມການຈັດຕັ້ງປະຕິບັດໂຄງການລົງທຶນທີ່ສູນກາງແລະແຂວງ,ນະຄອນຫຼວງຄຸ້ມຄອງ,ສົ່ງເສີມການລົງທຶນຂອງເອກະຊນພາຍໃນແລະຕ່າງປະເທດຢູ່ໃນເທດສະບານຂອງຕົນຕາມການແບ່ງຂັ້ນຄຸ້ມຄອງ; 10.ເສີມຂະຫຍາຍຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າແລະທຸກຊັ້ນຄົນໃນສັງຄົມ;ຄຸ້ມຄອງພົນລະເມືອງ,ຄົນຕ່າງດ້າວ,ຄົນຕ່າງປະເທດ,ຄົນບໍ່ມີສັນຊາດ,ວຽກງານເຜົ່າແລະສາສະໜາ,ປັບປຸງຊີວິດການເປັນຢູ່ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ; 11.ພິຈາລະນາ,ໃຫ້ຄໍາແນະນໍາແລະແກ້ໄຂຄໍາສະເໜີຂອງການຈັດຕັ້ງຫຼືບຸກຄົນກ່ຽວກັບການກະທໍາຂອງພະນັກງານລັດຖະກອນແລະອົງການບໍລິຫານລັດໃນທ້ອງຖິ່ນຂອງຕົນ; 12.ຄຸ້ມຄອງ,ປົກປັກຮັກສາ,ນໍາໃຊ້ແລະພັດທະນາຊັບພະຍາກອນທໍາມະຊາດ,ສິ່ງແວດລ້ອມຕາມການແບ່ງຂັ້ນຄຸ້ມຄອງເພື່ອສ້າງແຫຼ່ງລາຍຮັບ,ຈັດເກັບລາຍຮັບໃຫ້ຖືກຕ້ອງ,ຄຸ້ມຄອງຫົວໜ່ວຍທຸລະກິດ,ອຸດສາຫະກໍາ,ການຄ້າ,ການບໍລິການແລະອື່ນໆ; 13.ຄຸ້ມຄອງແລະປະຕິບັດແຜນລາຍຮັບ,ແຜນລາຍຈ່າຍຂອງເທດສະບານ;ອໍານວຍ,ຄວບຄຸມໃຫ້ອົງການທີ່ກ່ຽວຂ້ອງປະຕິບັດການສ້າງລາຍຮັບໃຫ້ຖືກຕ້ອງ,ຄົບຖ້ວນ,ທັນເວລາແລະໂປ່ງໃສ; 14.ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການ;ສັ່ງໂຈະຫຼືຍົກເລີກນິຕິກໍາອື່ນຂອງທຸກຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເທດສະບານແລະຂັ້ນລຸ່ມທີ່ຂັດກັບກົດໝາຍຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນທ້ອງຖິ່ນ;ສະເໜີຂັ້ນເທິງພິຈາລະນາໂຈະຫຼືຍົກເລີກນິຕິກໍາຂອງຂະແໜງການທີ່ຂັດກັບກົດໝາຍ; 15.ຄົ້ນຄວ້າໂຄງປະກອບການຈັດຕັ້ງແລະການກໍານົດເຂດແດນຂອງເທດສະບານ;ການສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກ,ກໍານົດເຂດແດນຂອງບ້ານແລະການປ່ຽນຊື່ບ້ານ; 16.ຊຸກຍູ້,ສົ່ງເສີມແລະສ້າງເງື່ອນໄຂໃຫ້ແນວລາວສ້າງຊາດ,ອົງການຈັດຕັ້ງມະປາຊົນ,ອົງການຈັດຕັ້ງສັງຄົມ,ທຸກພາກສ່ວນເສດຖະກິດແລະປະຊາຊົນລາວບັນດາເຜົ່າເຂົ້າຮ່ວມການພັດທະນາເສດຖະກິດສັງຄົມ,ການປ້ອງກັນຊາດປ້ອງກັນຄວາມສະຫງົບແລະຕ້ານປາກົດການຫຍໍ້ທໍ້ຢູ່ໃນເທດສະບານຂອງຕົນ; 17.ສ້າງຜັງເມືອງ,ຄຸ້ມຄອງການກໍ່ສ້າງແລະການພັດທະນາໃນພື້ນທີ່ຕົວເທດສະບານ,ປັບປຸງບູລະນະໂຄງລ່າງ,ຄຸ້ມຄອງວັດທະນະທໍາສັງຄົມ,ກິລາກາຍຍະກໍາແລະການບໍລິການຂອງຕົວເທດສະບານ;ຄຸ້ມຄອງ,ກວດກາສາທາລະນະປະໂຫຍດຖະໜົນຫົນທາງ,ໄຟຟ້າ,ນໍ້າປະປາ,ຮ່ອງລະບາຍນໍ້າ,ລະບົບບໍາບັດນໍ້າເສຍ,ປ້ອງກັນຕາຝັ່ງເຈື່ອນ,ໂຮງຮຽນ,ໂຮງໝໍ,ຕະຫຼາດ,ຮ້ານກິນດື່ມ,ສະຖານບັນເທີງ,ລະບົບແສງສະຫວ່ງ,ສ່ວນສາທາລະນະ,ປ້ອງກັນແລະແກ້ໄຂສາທາລະນະໄພ,ອະນາໄມ,ເກັບມ້ຽນ,ກໍາຈັດຂີ້ເຫຍື້ອແລະອື່ນໆ; 18.ສ້າງຕັ້ງແລະຄຸ້ມຄອງການບໍລິການສາທາລະນະທີ່ຈໍາເປັນເປັນຕົ້ນການຂົນສົ່ງມວນຊົນ,ວິສະວະກໍາການຈໍລະຈອນໃນທ້ອງຖະໜົນ,ການຄຸ້ມຄອງຈັດສັນຄິວລົດ,ບ່ອນຈອດລົດໃນສະຖານທີ່ສາທາລະນະແລະອື່ນໆ; 19.ຄຸ້ມຄອງ,ກວດກາກິດຈະການກໍ່ສ້າງໃຫ້ໄດ້ມາດຕະຖານ,ມີຄວາມປອດໄພແລະທົນທານ; 20.ປົກປັກຮັກສາແລະປັບປຸງສິ່ງແວດລ້ອມເປັນຕົ້ນເຂດສະຫງວນ,ໜອງ,ບຶງ,ເຂດແຄມແມ່ນໍ້າ,ທິວທັດທໍາມະຊາດ,ປ່າສະຫງວນແລະອື່ນໆ; 21.ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ,ຄວາມປອດໄພໃນຊີວິດແລະຊັບສິນຂອງປະຊາຊົນ,ອະນຸລັກແລະຄຸ້ມຄອງອາຄານ,ສະຖານທີ່ທີ່ມີເອກະລັກທາງສິລະປະ,ວັດທະນະທໍາ,ສະຖາປັດຕະຍະກໍາຂອງຊາດ,ຂອງທ້ອງຖິ່ນທີ່ມີຄຸນຄ່າທາງດ້ານປະຫວັດສາດ; 22.ຄຸ້ມຄອງການຈັດຕັ້ງ,ພະນັກງານລັດຖະກອນ;ຕິດຕາມກວດກາການປະຕິບັດໜ້າທີ່ຂອງພະນັກງານລັດຖະກອນຂອງຫ້ອງການສາຍຕັ້ງຂັ້ນແຂວງແລະອົງການທີ່ກ່ຽວຂ້ອງ; 23.ສ້າງ,ບໍາລຸງຍົກລະດັບຄວາມຮູ້,ຄວາມສາມາດທາງດ້ານການເມືອງ,ການປົກຄອງ,ວິຊາສະເພາະໃຫ້ພະນັກງານລັດຖະກອນຂອງຕົນແລະພະນັກງານຂອງບ້ານ; 24.ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນລວມທັງສະພາບການເຄື່ອນໄຫວວຽກງານຮອບດ້ານຂອງເທດສະບານໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງແລະອົງການທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 25.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ໝວດທີ3ໂຄງປະກອບການຈັດຕັ້ງຂອງອົງການປົກຄອງເທດສະບານ

ມາດຕາ49(ປັບປຸງ)ໂຄງປະກອບກົງຈັກ ອົງການປົກຄອງເທດສະບານມີໂຄງປະກັບກົງຈັກດັ່ງນີ້: 1.ຫ້ອງວ່າການເທດສະບານ; 2.ຫ້ອງການ,ອົງການທຽບເທົ່າຫ້ອງການຂອງເທດສະບານຊຶ່ງສ້າງຕັ້ງຂຶ້ນຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານໂດຍການຮັບຮອງຂອງສະພາປະຊາຊົນທ້ອງຖິ່ນ.

ມາດຕາ50(ປັບປຸງ)ທີ່ຕັ້ງແລະພາລະບົດບາດຂອງຫ້ອງວ່າການເທດສະບານ ຫ້ອງວ່າການເທດສະບານແມ່ນໂຄງປະກອບກົງຈັກໜຶ່ງຂອງອົງການປົກຄອງເທດສະບານຊຶ່ງມີພາລະບົດບາດເປັນເສນາທິການໃຫ້ຫົວໜ້າເທດສະບານໃນການອໍານວຍຄວບຄຸມ,ຊຸກຍູ້,ຕິດຕາມການບໍລິຫານວຽກງານຂອງເທດສະບານ,ສ້າງແຜນການ,ໂຄງການດໍາເນີນງານ,ຄົ້ນຄວ້າສັງລວມ,ຄຸ້ມຄອງເອກະສານ,ເປັນໃຈກາງພົວພັນປະສານງານ,ບໍລິຫານຮັບໃຊ້ການເຄື່ອນໄຫວວຽກງານໃຫ້ແກ່ການນໍາຂອງເທດສະບານແລະຄຸ້ມຄອງບໍລິຫານວຽກງານພາຍໃນຂອງຕົນ. ການຈັດຕັ້ງແລະການເຄື່ອນໄຫວຂອງຫ້ອງວ່າການເທດສະບານໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ51(ປັບປຸງ)ທີ່ຕັ້ງແລະພາລະບົດບາດຂອງຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເທດສະບານ ຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເທດະບານແມ່ນໂຄງປະກອບກົງຈັກໜຶ່ງຂອງອົງການປົກຄອງເທດສະບານຊຶ່ງມີພາລະບົດບາດເປັນເສນາທິການໃຫ້ອົງການປົກຄອງເທດສະບານ,ພະແນກຂັ້ນແຂວງ,ອົງການລັດທຽບເທົ່າພະແນກຂັ້ນແຂວງທາງດ້ານວິຊາການແລະການຄຸ້ມຄອງບໍລິຫານລັດຕາມການແບ່ງຂັ້ນຄຸ້ມຄອງ. ການຈັດຕັ້ງແລະການເຄື່ອນໄຫວຂອງຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງເທດສະບານໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ52(ປັບປຸງ)ໂຄງປະກອບບຸກຄະລາກອນ ອົງການປົກຄອງເທດສະບານປະກອບດ້ວຍບຸກຄະລາກອນດັ່ງນີ້: 1.ຫົວໜ້າເທດສະບານ,ຮອງຫົວໜ້າເທດສະບານ; 2.ຫົວໜ້າຫ້ອງວ່າການ,ຫົວໜ້າຫ້ອງການແລະຫົວໜ້າອົງການລັດທຽບເທົ່າຫ້ອງການຂອງເທດສະບານ.

ມາດຕາ53(ປັບປຸງ)ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າເທດສະບານ ຫົວໜ້າເທດສະບານຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍເຈົ້າແຂວງ,ເຈົ້າຄອງນະຄອນຫຼວງພາຍຫຼັງສະພາປະຊາຊົນທ້ອງຖິ່ນໄດ້ຮັບຮອງເອົາ.

ມາດຕາ54(ປັບປຸງ)ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງຫົວໜ້າເທດສະບານ ຮອງຫົວໜ້າເທດສະບານຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຕາມການສະເໜີຂອງຫົວໜ້າເທດສະບານ.

ມາດຕາ55(ປັບປຸງ)ອາຍຸການຂອງຫົວໜ້າເທດສະບານ ຫົວໜ້າເທດສະບານມີອາຍຸການສະໄໝແລະຫ້າປີແລະສາມາດດໍາເລົງຕໍາແໜ່ງຢູ່ບ່ອນເກົ່າໄດ້ບໍ່ເກີນສອງສະໄໝຕິດຕໍ່ກັນ. ໃນກໍລະນີຫົວໜ້າເທດສະບານຫາກໝົດອາຍຸການແລ້ວແຕ່ເຈົ້າແຂວງ,ເຈົ້າຄອງນະຄອນຍັງບໍ່ທັນໄດ້ແຕ່ງຕັ້ງຫົວໜ້າເທດສະບານຜູ້ໃໝ່ນັ້ນໃຫ້ຫົວໜ້າເທດສະບານຜູ້ເກົ່າສືບຕໍ່ປະຕິບັດໜ້າທີ່ຈົນກວ່າຈະມີການແຕ່ງຕັ້ງຜູ້ໃໝ່. ການແຕ່ງຕັ້ງຫົວໜ້າເທດສະບານຕ້ອງດໍາເນີນພາຍໃນເກົ້າສິບວັນຫຼັງຈາກອາຍຸການຂອງຫົວໜ້າເທດສະບານຜູ້ເກົ່າສິ້ນສຸດລົງ.

ໝວດທີ4ພາລະບົດບາດ,ສິດແລະໜ້າທີ່ຂອງຫົວໜ້າເທດສະບານ

ມາດຕາ56(ປັບປຸງ)ພາລະບົດບາດ ຫົວໜ້າເທດສະບານເປັນຫົວໜ້າອົງການປົກຄອງເທດສະບານ,ເປັນຕົວແທນແລະຮັບຜິດຊອບຕໍ່ອົງການປົກຄອງແຂວງ,ນະຄອນຫຼວງ,ຊີ້ນໍາອົງການປົກຄອງເທດສະບານປະຕິບັດພາລະບົດບາດ,ສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນມາດຕາ47ແລະ48ຂອງກົດໝາຍສະບັບນີ້.

ມາດຕາ57(ປັບປຸງ)ສິດແລະໜ້າທີ່ ຫົວໜ້າເທດສະບານມີສິດແລະໜ້າທີ່ດັ່ງນີ້: 1.ຮຽກໂຮມແລະເປັນປະທານກອງປະຊຸມອົງການປົກຄອງເທດສະບານ; 2.ຊີ້ນໍາ,ອໍານວຍຄວບຄຸມວຽກງານຂອງອົງການປົກຄອງເທດສະບານ,ກວດກາການປະຕິບັດມະຕິຂອງກອງປະຊຸມສະພາປະຊາຊົນທ້ອງຖິ່ນ,ມະຕິຂອງກອງປະຊຸມອົງການປົກຄອງເທດສະບານແລະການເຄື່ອນໄຫວຂອງຫ້ອງວ່າການ,ຫ້ອງການ,ອົງການທຽບເທົ່າຫ້ອງການຂອງເທດສະບານທີ່ຂຶ້ນກັບຕົນ; 3.ຮັບຮອງເອົາຜົນການເລືອກຕັ້ງ,ແຕ່ງຕັ້ງຫຼືປົດຕໍາແໜ່ງນາຍບ້ານ,ຮອງນາຍບ້ານແລະຮັບຮອງກົດລະບຽບບ້ານ; 4.ສະເໜີເຈົ້າແຂວງ,ເຈົ້າຄອງນະຄອນຫຼວງກ່ຽວກັບໂຄງປະກອບການຈັດຕັ້ງແລະເຂດແດນຂອງເທດສະບານ;ການສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກ,ການກໍານົດເຂດແດນຂອງບ້ານແລະການປ່ຽນຊື່ບ້ານ; 5.ສະເໜີແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງຫົວໜ້າເທດສະບານຕໍ່ເຂົ້າແຂວງ,ເຈົ້າຄອງນະຄອນຫຼວງ; 6.ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວນ້າຫ້ອງວ່າການ,ຫົວໜ້າຫ້ອງການ,ຫົວໜ້າອົງການລັດທຽບເທົ່າຫ້ອງການແລະຜູ້ດໍາລົງຕໍາແໜ່ງບໍລິຫານອື່ນຂອງເທດສະບານ; 7.ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການ;ສັ່ງໂຈະຫຼືຍົກເລີກນິຕິກໍາອື່ນຂອງທຸກຫ້ອງການ,ອົງການລັດທຽບເທົ່າຫ້ອງການເທດສະບານແລະຂັ້ນລຸ່ມທີ່ຂັດກັບກົດໝາຍຍົກເວັ້ນຄໍາຕົກລົງກ່ຽວກັບການດໍໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນທ້ອງຖິ່ນ; 8.ສະເໜີຂັ້ນເທິງພິຈາລະນາໂຈະຫຼືຍົກເລີກນິຕິກໍາຂອງຂະແໜງການທີ່ຂັດກັບກົດໝາຍ; 9.ສັ່ງຈ່າຍງົບປະມານຂອງເທດສະບານ; 10.ເຂົ້າຮ່ວມກອງປະຊຸມຂອງອົງການປົກຄອງແຂວງ,ນະຄອນຫຼວງຕາມການເຊີນ; 11.ຮັບຜິດຊອບຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ກ່ຽວກັບຜົນສໍາເລັດ,ຄວາມບົກພ່ອງໃນການປະຕິບັດພາລະບົດບາດ,ສິດແລະໜ້າທີ່ຂອງຕົນ; 12.ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນລວມທັງສະພາບການເຄື່ອນໄຫວວຽກງານຮອບດ້ານຂອງເທດສະບານໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງແລະອົງການທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ58(ປັບປຸງ)ສິດແລະໜ້າທີ່ຂອງຮອງຫົວໜ້າເທດສະບານ ຮອງຫົວໜ້າເທດສະບານຊ່ວຍວຽກຫົວໜ້າເທດສະບານໃນການຊີ້ນໍາວຽກງານຂອງອົງການປົກຄອງເທດສະບານແລະຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງຫົວໜ້າເທດສະບານ. ໃນກໍລະນີຫົວໜ້າເທດສະບານບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດຜົນໃດໜຶ່ງຮອງຫົວໜ້າເທດສະບານຜູ້ໄດ້ຮັບມອບໝາຍເປັນຜູ້ຮັກສາກັນແທນ.

ໝວດທີ5ກອງປະຊຸມຂອງອົງການປົກຄອງເທດສະບານ

ມາດຕາ59(ປັບປຸງ)ກອງປະຊຸມ ກອງປະຊຸມຂອງອົງການປົກຄອງເທດສະບານເປີດຂຶ້ນເດືອນລະເທື່ອໂດຍແມ່ນຫົວໜ້າເທດສະບານເປັນຜູ້ຮຽກໂຮມແລະເປັນປະທານ,ຜູ້ເຂົ້າຮ່ວມກອງປະຊຸມຂອງອົງການປົກຄອງເທດສະບານປະກອບດ້ວຍຮອງຫົວໜ້າເທດສະບານ,ຫົວໜ້າຫ້ອງວ່າການ,ຫົວໜ້າຫ້ອງການ,ຫົວໜ້າອົງການລັດທຽບເທົ່າຫ້ອງການຂອງເທດສະບານ.ນອກຈາກນີ້ຖ້າຫາກມີຄວາມຈໍາເປັນອາດເຊີນຜູ້ຕາງໜ້າຈາກພາກສ່ວນອື່ນເຂົ້າຮ່ວມນໍາກໍ່ໄດ້. ໃນກໍລະນີມີຄວາມຈໍາເປັນແລະຮີບດ່ວນອາດເປີດກອງປະຊຸມວິສາມັນຕາມການຕົກລົງຂອງຫົວໜ້າເທດສະບານ. ໃນກອງປະຊຸມແຕ່ລະຄັ້ງຕ້ອງເຮັດບົດບັນທຶກຊຶ່ງເຊັນໂດຍຜູ້ບັນທຶກແລະເຊັນຢັ້ງຢືນໂດຍປະທານກອງປະຊຸມແລ້ວສົ່ງໃຫ້ຜູ້ເຂົ້າຮ່ວມແລະພາກສ່ວນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດ.ໃນກໍລະນີມີການຕົກລົງບັນຫາສໍາຄັນນັ້ນຕ້ອງເຮັດເປັນມະຕິຂອງກອງປະຊຸມ.

ມາດຕາ60(ປັບປຸງ)ບັນຫາທີ່ຕ້ອງນໍາເຂົ້າກອງປະຊຸມ ບັນຫາທີ່ຕ້ອງນໍາເຂົ້າພິຈາລະນາແລະຕົກລົງໃນກອງປະຊຸມຂອງອົງການປົກຄອງເທດສະບານມີດັ່ງນີ້: 1.ແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານແລະການດັດແກ້ແຜນງົບປະມານປະຈໍາປີຂອງເທດສະບານ; 2.ການກໍານົດເຂດແດນແລະໂຄງປະກອບການຈັດຕັ້ງຂອງເທດສະບານ;ການສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກ,ການກໍານົດເຂດແດນຂອງບ້ານແລະການປ່ຽນຊື່ບ້ານ. 3.ຮ່າງນິຕິກໍາຕ່າງໆ; 4.ໂຄງການລົງທຶນຕາມການແບ່ງຂັ້ນຄຸ້ມຄອງ; 5.ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ; 6.ວຽກງານນະໂຍບາຍແລະພະນັກງານ; 7.ບົດລາຍງານຮອບດ້ານຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ; 8.ບັນຫາອື່ນທີ່ມີຄວາມສໍາຄັນແລະຈໍາເປັນ.

ພາກທີ6ນະຄອນແລະອົງການປົກຄອງນະຄອນ

ໝວດທີ1ການສ້າງຕັ້ງນະຄອນ

ມາດຕາ61(ໃໝ່)ນະຄອນ ນະຄອນແມ່ນເມືອງຫຼືເທດສະບານທີ່ມີລະດັບການພັດທະນາສູງ,ຄົບເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ນະຄອນກວມເອົາທັງພື້ນີ່ຕົວເມືອງແລະຊົນນະບົດຊຶ່ງປະກອບດ້ວຍຫຼາຍບ້ານ.

ມາດຕາ62(ໃໝ່)ການສ້າງຕັ້ງນະຄອນ ນະຄອນຖືກສ້າງຕັ້ງ,ຍຸບເລີກ,ແຍກອອກ,ໂຮມເຂົ້າຫຼືກໍານົດເຂດແດນໂດຍການຕົກລົງຂອງລັດຖະບນຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງພາຍຫຼັງສະພາປະຊາຊົນທ້ອງຖິ່ນໄດ້ຮັບຮອງເອົາ. ຂັ້ນຕອນແລະວິທີການຄົ້ນຄວ້າເພື່ອສ້າງຕັ້ງນະຄອນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ63(ໃໝ່)ເງື່ອນໄຂການສ້າງຕັ້ງນະຄອນ ໃນການສ້າງຕັ້ງນະຄອນຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1.ເປັນເມືອງຫຼືເທດສະບານທີ່ມີພົນລະເມືອງແຕ່ຫົກສິບພັນຄົນຂຶ້ນໄປແລະຢູ່ພາຍໃນພື້ນທີ່ຕົວເມືອງຫຼືຕົວເທດສະບານຕ້ອງມີຊາວຫ້າພັນຄົນຂຶ້ນໄປ; 2.ມີຄວາມໜ້າແໜ້ນຂອງພົນລະເມືອງພາຍໃນພື້ນທີ່ຕົວເມືອງຫຼືຕົວເທດສະບານຊຶ່ງເປັນທີ່ຕັ້ງຂອງອົງການປົກຄອງເມືອງຫຼືເທດສະບານແຕ່ເກົ້າຮ້ອຍຄົນຂຶ້ນໄປຕໍ່ກິໂລຕາແມັດ; 3.ມີຈໍານວນຜູ້ປະກອບອາຊີບເປັນກະສິກອນຢູ່ພາຍໃນພື້ນທີ່ຕົວເມືອງຫຼືຕົວເທດສະບານຊຶ່ງເປັນທີ່ຕັ້ງຂອງອົງການປົກຄອງເມືອງ,ເທດສະບານບໍ່ເກີນຊາວຫ້າສ່ວນຮ້ອຍຂອງຈໍານວນພົນລະເມືອງທັງໝົດທີ່ຢູ່ພາຍໃນພື້ນທີ່ຕົວເມືອງຫຼືຕົວເທດສະບານດັ່ງກ່າວ; 4.ມີພື້ນຖານໂຄງລ່າງດ້ານເສດຖະກິດ,ວັດທະນະທໍາສັງຄົມໄດ້ຮັບການພັດທະນາໃນລະດັບສູງແລະເປັນລະບົບຄົບຊຸດ; 5.ເປັນບ້ານພັດທະນາທັງໝົດ; 6.ກຸ້ມຕົນເອງດ້ານລາຍຈ່າຍບໍລິຫານປົກກະຕິແລະມີສ່ວນແຮໄວ້ເພື່ອການລົງທຶນ.

ໝວດທີ2ທີ່ຕັ້ງ,ພາລະບົດບາດ,ສິດແລະໜ້າທີ່ຂອງອົງການປົກຄອງນະຄອນ

ມາດຕາ64(ໃໝ່)ທີ່ຕັ້ງແລະພາລະບົດບາດ ອົງການປົກຄອງນະຄອນແມ່ນອົງການບໍລິຫານລັດຂັ້ນເມືອງຊຶ່ງມີພາລະບົດບາດຄຸ້ມຄອງບໍລິຫານລັດທາງດ້ານການເມືອງ,ການປົກຄອງ,ເສດຖະກິດ,ວັດທະນະທໍາສັງຄົມ,ການປ້ອງກັນຊາດປ້ອງກັນຄວາມສະຫງົບ;ສ້າງແລະນໍາໃຊ້ຊັບພະຍາກອນມະນຸດ,ປົກປັກຮັກສາແລະນໍາໃຊ້ຊັບພະຍາກອນທໍາມະຊາດ,ສິ່ງແວດລ້ອມແລະຊັບພະຍາກອນອື່ນ,ຊີ້ນໍາ,ກວດກາການຈັດຕັ້ງປະຕິບັດແຜນພັດທະນາບ້ານ,ຈັດຕັ້ງການບໍລິການສາທາລະນະ,ຮັບປະກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ຄວາມສະອາດແລະສວຍງາມໃນນະຄອນດ້ວຍເຕັກນິກແລະວິທີການທີ່ກ້າວໜ້າທັນສະໄໝ.

ມາດຕາ65(ໃໝ່)ສິດແລະໜ້າທີ່ ອົງການປົກຄອງນະຄອນມີສິດແລະໜ້າທີ່ດັ່ງນີ້: 1.ຮັບປະກັນການຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ດໍາລັດ,ລະບຽບການ,ມະຕິ,ຄໍາສັ່ງ,ຄໍາແນະນໍາຂອງຂັ້ນເທິງ; 2.ສ້າງແລະພັດທະນານະຄອນໃຫ້ສີວິໄລແລະທັນສະໄໝ; 3.ຊີ້ນໍາ,ຊຸກຍູ້,ປຸກລະດົມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນທ້ອງຖິ່ນ; 4.ສ້າງແລະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານ;ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ,ຕ້ານແລະສະກັດກັ້ນການສໍ້ລາດບັງຫຼວງແລະປາກົດການຫຍໍ້ທໍ້ໃນສັງຄົມ; 5.ຈັດຕັ້ງ,ອໍານວຍ,ຄວບຄຸມແລະຕິດຕາມກວດກາການເຄື່ອນໄຫວປະຕິບັດໜ້າທີ່ຂອງຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງນະຄອນແລະຂອງອົງການປົກຄອງບ້ານ; 6.ສ້າງຕັ້ງແລະຄຸ້ມຄອງໜ່ວຍງານບໍລິການຂອງລັດ,ຈັດຕັ້ງຄຸ້ມຄອງບໍລິຫານຕົວນະຄອນໃຫ້ມີການພັດທະນາພື້ນຖານໂຄງລ່າງ,ການບໍລິການສາທາລະນະທີ່ຈໍາເປັນ,ມີຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ຄວາມສະອາດແລະສວຍງາມ; 7.ໂຄສະນາເຜີຍແຜ່ແລະໃຫ້ຄວາມຮູ້ກ່ຽວກັບວຽກງານສຸຂານາໄມແກ່ປະຊາຊົນ,ສົ່ງເສີມດ້ານສາທາລະນະສຸກ,ພັດທະນາການສຶກສາ,ກິລາກາຍຍະກໍາແລະສິດສະເໝີພາບລະຫວ່າງຍິງຊາຍ; 8.ປົກປັກຮັກສາ,ສົ່ງເສີມວັດທະນະທໍາ,ຮີດຄອງປະເພນີອັນດີງາມຂອງຊາດ,ທ້ອງຖິ່ນແລະຂອງເຜົ່າ;ສົ່ງເສີມການພັດທະນາສີມືແຮງງານແລະຄຸ້ມຄອງແຮງງານຕາມພາລະບົດບາດແລະຕາມການແບ່ງຂັ້ນຄຸ້ມຄອງ; 9.ອໍານວຍຄວາມສະດວກແລະຕິດຕາມການຈັດຕັ້ງປະຕິບັດໂຄງການລົງທຶນທີ່ສູນກາງແລະແຂວງ,ນະຄອນຫຼວງຄຸ້ມຄອງ;ສົ່ງເສີມການລົງທຶນຂອງເອກະຊົນພາຍໃນແລະຕ່າງປະເທດຕາມການແບ່ງຂັ້ນຄຸ້ມຄອງ; 10.ເສີມຂະຫຍາຍຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າແລະທຸກຊັ້ນຄົນໃນສັງຄົມ,ຄຸ້ມຄອງພົນລະເມືອງ,ຄົນຕ່າງດ້າວ,ຄົນຕ່າງປະເທດ,ຄົນບໍ່ມີສັນຊາດ,ວຽກງານເຜົ່າແລະສາສະໜາ,ປົບປຸງ,ຊີວິດການເປັນຢູ່ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ; 11.ພິຈາລະນາ,ໃຫ້ຄໍາແນະນໍາແລະແກ້ໄຂຄໍາສະເໜີຂອງການຈັດຕັ້ງຫຼືບຸກຄົນກ່ຽວກັບການກະທໍາຂອງພະນັກງານລັດຖະກອນແລະອົງການບໍລິຫານລັດໃນທ້ອງຖິ່ນຂອງຕົນ; 12.ຄຸ້ມຄອງ,ປົກປັກຮັກສາ,ນໍາໃຊ້ແລະພັດທະນາຊັບພະຍາກອນທໍາມະຊາດ,ສິ່ງແວດລ້ອມຕາມການແບ່ງຂັ້ນຄຸ້ມຄອງເພື່ອສ້າງແຫຼ່ງລາຍຮັບ,ຈັດເກັບລາຍຮັບໃຫ້ຖືກຕ້ອງ;ຄຸ້ມຄອງຫົວໜ່ວຍທຸລະກິດ,ອຸດສາຫະກໍາ,ການຄ້າ,ການບໍລິການແລະອື່ນໆ; 13.ຄຸ້ມຄອງແລະປະຕິບັດແຜນລາຍຮັບແລະແຜນລາຍຈ່າຍຂອງທ້ອງຖິ່ນ;ອໍານວຍ,ຄວບຄຸມໃຫ້ອົງການທີ່ກ່ຽວຂ້ອງປະຕິບັດການສ້າງລາຍຮັບໃຫ້ຖືກຕ້ອງ,ຄົບຖ້ວນ,ທັນເວລາແລະໂປ່ງໃສ; 14.ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການ;ສັ່ງໂຈະຫຼືຍົກເລີກນິຕິກໍາອື່ນຂອງທຸກຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງນະຄອນແລະຂັ້ນລຸ່ມທີ່ຂັດກັບກົດໝາຍຍົກເວັ້ນຄໍາຕົກລົງກ່ຽວກັບການດໍເນີຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນທ້ອງຖິ່ນ;ສະເໜີຂັ້ນເທິງພິຈາລະນາໂຈະຫຼືຍົກເລີກນິຕິກໍາຂອງຂະແໜງການທີ່ຂັດກັບກົດໝາຍ; 15.ຄົ້ນຄວ້າໂຄງປະກອບການຈັດຕັ້ງແລະການກໍານົດເຂດແດນຂອງນະຄອນ;ການສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກ,ກໍານົດເຂດແດນຂອງບ້ານແລະການປ່ຽນຊື່ບ້ານ; 16.ຊຸກຍູ້,ສົ່ງເສີມແລະສ້າງເງື່ອນໄຂໃຫ້ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ທຸກພາກສ່ວນເສດຖະກິດແລະປະຊາຊົນລາວບັນດາເຜົ່າເຂົ້າຮ່ວມການພັດທະນາເສດຖະກິດສັງຄົມ,ການປ້ອງກັນຊາດປ້ອງກັນຄວາມສະຫງົບແລະດ້ານປາກົດການຫຍໍ້ທໍ້ໃນຄະນອຄຂອງຕົນ; 17.ສ້າງຜັງເມືອງ,ຄຸ້ມຄອງການກໍ່ສ້າງແລະການພັດທະນາໃນພື້ນທີ່ຕົວນະຄອນ,ປັບປຸງບູລະນະໂຄງລ່າງ,ຄຸ້ມຄອງວັດທະນະທໍາສັງຄົມ,ກິລາກາຍຍະກໍາແລະການບໍລິການຂອງຕົວນະຄອນຊຶ່ງມີຖະໜົນຫົນທາງ,ໄຟຟ້າ,ນໍ້າປະປາ,ຮ່ອງລະບາຍນໍ້າ,ລະບົບບໍາບັດນໍ້າເສຍ,ປ້ອງກັນຕາຝັ່ງເຈື່ອນ,ໂຮງຮຽນ,ໂຮງໝໍ,ຕະຫຼາດ,ຮ້ານກິນດື່ມ,ສະຖານບັນເທີງ,ລະບົບແສງສະຫວ່າງ,ສ່ວນສາທາລະນະ,ປ້ອງກັນແລະແກ້ໄຂສາທາລະນະໄພ,ອະນາໄມ,ເກັບມ້ຽນ,ກໍາຈັດຂີ້ເຫຍື້ອແລະອື່ນໆ; 18.ສ້າງຕັ້ງແລະຄຸ້ມຄອງການບໍລິການສາທາລະນະທີ່ຈໍາເປັນເປັນຕົ້ນການຂົນສົ່ງມວນຊົນ,ວິສະວະກໍາການຈໍລະຈອນໃນທ້ອງຖະໜົນ,ການຄຸ້ມຄອງຈັດສັນຄິວລົດ,ບ່ອນຈອດລົດໃນສະຖານທີ່ສາທາລະນະແລະອື່ນໆ; 19.ຄຸ້ມຄອງ,ກວດກາກິດຈະການກໍ່ສ້າງໃຫ້ໄດ້ມາດຕະຖານ,ມີຄວາມປອດໄພແລະທົນທານ; 20.ປົກປັກຮັກສາແລະປັບປຸງສິ່ງແວດລ້ອມເປັນຕົ້ນເຂດສະຫງວນ,ໜອງ,ບຶງ,ເຂດແຄມແມ່ນໍ້າ,ທິວທັດທໍາມະຊາດ,ປ່າສະຫງວນແລະອື່ນໆ; 21.ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ,ຄວາມປອດໄພໃນຊີວິດແລະຊັບສິນຂອງປະຊາຊົນ,ອະນຸລັກແລະຄຸ້ມຄອງອາຄານ,ສະຖານທີ່ທີ່ມີເອກະລັກທາງສິລະປະ,ວັດທະນະທໍາ,ສະຖາປັດຕະຍະກໍາຂອງຊາດ,ຂອງທ້ອງຖິ່ນທີ່ມີຄຸນຄ່າທາງດ້ານປະຫວັດສາດ; 22.ຄຸ້ມຄອງການຈັດຕັ້ງ,ພະນັກງານລັດຖະກອນ;ຕິດຕາມກວດກາການປະຕິບັດໜ້າທີ່ຂອງພະນັກງານລັດຖະກອນຂອງຫ້ອງການສາຍຕັ້ງຂັ້ນແຂວງແລະອົງການທີ່ກ່ຽວຂ້ອງ; 23.ສ້າງ,ບໍາລຸງຍົກລະດັບຄວາມຮູ້,ຄວາມສາມາດທາງດ້ານການເມືອງ,ການປົກຄອງ,ວິຊາສະເພາະໃຫ້ພະນັກງານລັດຖະກອນຂອງຕົນແລະພະນັກງານຂອງບ້ານ; 24.ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຕົນລວມທັງສະພາບການເຄື່ອນໄຫວວຽກງານຮອບດ້ານຂອງນະຄອນໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງແລະອົງການທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 25.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ໝວດທີ3ໂຄງປະກອບການຈັດຕັ້ງຂອງອົງການປົກຄອງນະຄອນ

ມາດຕາ66(ໃໝ່)ໂຄງປະກອບກົງຈັກ ອົງການປົກຄອງນະຄອນມີໂຄງປະກອບກົງຈັກດັ່ງນີ້: 1.ຫ້ອງວ່າການນະຄອນ; 2.ຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງນະຄອນຊຶ່ງສ້າງຕັ້ງຂຶ້ນຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານໂດຍການຮັບຮອງຂອງສະພາປະຊາຊົນທ້ອງຖິ່ນ.

ມາດຕາ67(ໃໝ່)ທີ່ຕັ້ງແລະພາລະບົດບາດຂອງຫ້ອງວ່າການນະຄອນ ຫ້ອງວ່າການນະຄອນແມ່ນໂຄງປະກອບກົງຈັກໜຶ່ງຂອງອົງການປົກຄອງນະຄອນຊຶ່ງມີພາລະບົດບາດເປັນເສນາທິການໃຫ້ເຈົ້ານະຄອນໃນການອໍານວຍຄວບຄຸມ,ຊຸກຍູ້,ຕິດຕາມການບໍລິຫານວຽກງານຂອງນະຄອນ,ສ້າງແຜນການ,ໂຄງການດໍາເນີນງານ,ຄົ້ນຄວ້າສັງລວມ,ຄຸ້ມຄອງເອກະສານ,ເປັນໃຈກາງພົວພັນປະສານງານ,ບໍລິຫານຮັບໃຊ້ການເຄື່ອນໄຫວວຽກງານໃຫ້ແກ່ການນໍາຂອງນະຄອນແລະຄຸ້ມຄອງບໍລິຫານວຽກງານພາຍໃນຂອງຕົນ. ການຈັດຕັ້ງແລະການເຄື່ອນໄຫວຂອງຫ້ອງວ່າການນະຄອນໄດ້ກໍານົດໄວ້ໃນນລະບຽບການຕ່າງຫາກ.

ມາດຕາ68(ໃໝ່)ທີ່ຕັ້ງແລະພາລະບົດບາດຂອງຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງນະຄອນ ຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງນະຄອນແມ່ນໂຄງປະກອບກົງຈັກໜຶ່ງຂອງອົງການປົກຄອງນະຄອນຊຶ່ງມີພາລະບົດບາດເປັນເສນາທິການໃຫ້ອົງການປົກຄອງນະຄອນ,ພະແນກຂັ້ນແຂວງ,ອົງການລັດທຽບເທົ່າພະແນກຂັ້ນແຂວງທາງດ້ານວິຊາການແລະການຄຸ້ມຄອງບໍລິຫານລັດຕາມການແບ່ງຂັ້ນຄຸ້ມຄອງ. ການຈັດຕັ້ງແລະການເຄື່ອນໄຫວຂອງຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງນະຄອນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ69(ໃໝ່)ໂຄງປະກອບບຸກຄະລາກອນ ອົງການປົກຄອງນະຄອນປະກອບດ້ວຍບຸກຄະລາກອນດັ່ງນີ້: 1.ເຈົ້ານະຄອນ,ຮອງເຈົ້ານະຄອນ; 2.ຫົວໜ້າຫ້ອງວ່າການ,ຫົວໜ້າຫ້ອງການແລະຫົວໜ້າອົງການລັດທຽບເທົ່າຫ້ອງການຂອງນະຄອນ.

ມາດຕາ70(ໃໝ່)ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງເຈົ້ານະຄອນ ເຈົ້ານະຄອນຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍເຈົ້າແຂວງ,ເຈົ້າຄອງນະຄອນພາຍຫຼັງສະພາປະຊາຊົນທ້ອງຖິ່ນໄດ້ຮັບຮອງເອົາ.

ມາດຕາ71(ໃໝ່)ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງເຈົ້ານະຄອນ ຮອງເຈົ້ານະຄອນຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຕາມການສະເໜີຂອງເຈົ້ານະຄອນ.

ມາດຕາ72(ໃໝ່)ອາຍຸການຂອງເຈົ້ານະຄອນ ເຈົ້ານະຄອນມີອາຍຸການສະໄໝລະຫ້າປີແລະສາມາດລົງຕໍາແໜ່ງຢູ່ບ່ອນເກົ່າໄດ້ບໍ່ເກີນສອງສະໄໝຕິດຕໍ່ກັນ. ໃນກໍລະນີເຈົ້ານະຄອນຫາກໝົດອາຍຸການແລ້ວແຕ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຍັງບໍ່ທັນໄດ້ແຕ່ງຕັ້ງເຈົ້ານະຄອນຜູ້ໃໝ່ນັ້ນໃຫ້ເຈົ້ານະຄອນຜູ້ເກົ່າສືບຕໍ່ປະຕິບັດໜ້າທີ່ຈົນກວ່າຈະມີການແຕ່ງຕັ້ງຜູ້ໃໝ່. ການແຕ່ງຕັ້ງເຈົ້ານະຄອນຕ້ອງດໍາເນີນພາຍໃນເກົ້າສິບວັນຫຼັງຈາກອາຍຸການຂອງເຈົ້ານະຄອນຜູ້ເກົ່າສິ້ນສຸດລົງ.

ໝວດທີ4ພາລະບົດບາດ,ສິດແລະໜ້າທີ່ຂອງເຈົ້ານະຄອນ

ມາດຕາ73(ໃໝ່)ພາລະບົດບາດ ເຈົ້ານະຄອນເປັນຫົວໜ້າອົງການປົກຄອງນະຄອນ,ເປັນຕົວແທນແລະຮັບຜິດຊອບຕໍ່ອົງການປົກຄອງແຂວງ,ນະຄອນຫຼວງ,ຊີ້ນໍາອົງການປົກຄອງນະຄອນປະຕິບັດພາລະບົດບາດ,ສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນມາດຕາ64ແລະ65ຂອງກົດໝາຍສະບັບນີ້.

ມາດຕາ74(ໃໝ່)ສິດແລະໜ້າທີ່ ເຈົ້ານະຄອນມີສິດແລະໜ້າທີ່ດັ່ງນີ້: 1.ຮຽກໂຮມແລະເປັນປະທານກອງປະຊຸມອົງການປົກຄອງນະຄອນ; 2.ຊີ້ນໍາ,ອໍານວຍຄຸມວຽກງານຂອງອົງການປົກຄອງນະຄອນ,ກວດກາການປະຕິບັດມະຕິຂອງກອງປະຊຸມສະພາປະຊາຊົນທ້ອງຖິ່ນ,ມະຕິຂອງກອງປະຊຸມອົງການປົກຄອງນະຄອນແລະການເຄື່ອນໄຫວຂອງຫ້ອງວ່າການ,ຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງນະຄອນທີ່ຂຶ້ນກັບຕົນ; 3.ຮັບຮອງເອົາຜົນການເລືອກຕັ້ງ,ແຕ່ງຕັ້ງຫຼືປົດຕໍາແໜ່ງນາຍບ້ານ,ຮອງນາຍບ້ານແລະຮັບຮອງກົດລະບຽບບ້ານ; 4.ສະໜີເຈົ້າແຂວງ,ເຈົ້າຄອງນະຄອນຫຼວງກ່ຽວກັບໂຄງປະກອບການຈັດຕັ້ງແລະເຂດແດນຂອງນະຄອນ;ການສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກ,ການກໍານົດເຂດແດນຂອງບ້ານແລະການປ່ຽນຊື່ບ້ານ; 5.ສະເໜີແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າຫ້ອງວ່າການ,ຫົວໜ້າຫ້ອງການ,ຫົວນ້າອົງການລັດທຽບເທົ່າຫ້ອງການແລະຜູ້ດໍາລົງຕໍາແໜ່ງບໍລິຫານອື່ນຂອງນະຄອນ; 7.ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການ;ສັ່ງໂຈະຫຼືຍົກເລີກນິຕິກໍາອື່ນຂອງທຸກຫ້ອງການ,ອົງການລັດທຽບເທົ່າຫ້ອງການຂອງນະຄອນແລະຂັ້ນລຸ່ມທີ່ຂັດກັບກົດໝາຍຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງກາໄອຍະການປະຊາຊົນແລະສານປະຊາຊົນທ້ອງຖິ່ນ; 8.ສະເໜີຂັ້ນອທິງພິຈາລະນາໂຈະຫຼືຍົກເລີກນິຕິກໍາຂອງຂະແໜງການທີ່ຂັດກັບກົດໝາຍ; 9.ສັ່ງຈ່າຍງົບປະມານຂອງນະຄອນ; 10.ເຂົ້າຮ່ວມກອງປະຊຸມຂອງອົງການປົກຄອງແຂວງ,ນະຄອນຫຼວງຕາມການເຊີນ; 11.ຮັບຜິດຊອບຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງກ່ຽວກັບຜົນສໍາເລັດ,ຄວາມບົກພ່ອງໃນການປະຕິບັັດພາລະບົດບາດ,ສິດແລະໜ້າທີ່ຂອງຕົນ; 12.ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນລວມທັງສະພາບການເຄື່ອນໄຫວວຽກງານຮອບດ້ານຂອງນະຄອນໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນແລະອົງການທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ75(ໃໝ່)ສິດແລະໜ້າທີ່ຂອງຮອງເຈົ້ານະຄອນ ຮອງເຈົ້ານະຄອນຊ່ວຍວຽກເຈົ້ານະຄອນໃນການຊີ້ນໍາວຽກງານຂອງອົງການປົກຄອງນະຄອນແລະຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງເຈົ້ານະຄອນ. ໃນກໍລະນີເຈົ້ານະຄອນບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດຜົນໃດໜຶ່ງຮອງເຈົ້ານະຄອນຜູ້ໄດ້ຮັບມອບໝາຍເປັນຜູ້ຮັກສາການແທນ.

ໝວດທີ5ກອງປະຊຸມຂອງອົງການປົກຄອງນະຄອນ

ມາດຕາ76(ໃໝ່)ກອງປະຊຸມ ກອງປະຊຸມຂອງອົງການປົກຄອງນະຄອນເປີດຂຶ້ນເດືອນລະເທື່ອໂດຍແມ່ນເຈົ້ານະຄອນເປັນຜູ້ຮຽກໂຮມແລະເປັນປະທານ,ຜູ້ເຂົ້າຮ່ວມກອງປະຊຸມປະກອບດ້ວຍຮອງເຈົ້ານະຄອນ,ຫົວໜ້າຫ້ອງວ່າການ,ຫົວໜ້າຫ້ອງການ,ຫົວໜ້າອົງການລັດທຽບເທົ່າຫ້ອງການຂອງນະຄອນ.ນອກຈາກນີ້ຖ້າເຫັນວ່າມີຄວາມຈໍາເປັນອາດເຊີນຜູ້ຕາງໜ້າຈາກພາກສ່ວນອື່ນເຂົ້າຮ່ວມນໍາກໍ່ໄດ້. ໃນກໍລະນີມີຄວາມຈໍາເປັນແລະຮີບດ່ວນອາດເປີດກອງປະຊຸມວິສາມັນຕາມການຕົກລົງຂອງເຈົ້ານະຄອນ. ໃນກອງປະຊຸມແຕ່ລະຄັ້ງຕ້ອງເຮັດບົດບັນທຶກຊຶ່ງເຊັນໂດຍຜູ້ບັນທຶກແລະເຊັນຢັ້ງຢືນໂດຍປະທານກອງປະຊຸມແລ້ວສົ່ງໃຫ້ຜູ້ເຂົ້າຮ່ວມແລະພາກສ່ວນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດ.ໃນກໍລະນີມີການຕົກລົງບັນຫາສໍາຄັນນັ້ນຕ້ອງເຮັດເປັນມະຕິຂອງກອງປະຊຸມ.

ມາດຕາ77(ໃໝ່)ບັນຫາທີ່ຕ້ອງນນໍາເຂົ້າກອງປະຊຸມ ບັນຫາທີ່ຕ້ອງນໍາເຂົ້າພິຈາລະນາແລະຕົກລົງໃນກອງປະຊຸມຂອງອົງການປົກຄອງນະຄອນມີດັ່ງນນີ້: 1.ແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານແລະການດັດແກ້ແຜນງົບປະມານປະຈໍາປີຂອງນະຄອນ; 2.ການກໍານົດເຂດແດນແລະໂຄງປະກອບການຈັດຕັ້ງຂອງນະຄອນ;ການສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກ,ການກໍານົດເຂດແດນຂອງບ້ານແລະການປ່ຽນຊື່ບ້ານ; 3.ຮ່າງນິຕິກໍາຕ່າງໆ; 4.ໂຄງການລົງທຶນຕາມການແບ່ງຂັ້ນຄຸ້ມຄອງ; 5.ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ; 6.ວຽກງານນະໂຍບາຍແລະພະນັກງານ; 7.ບົດລາຍງານຮອບດ້ານຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ; 8.ບັນຫາອື່ນທີ່ມີຄວາມສໍາຄັນແລະຈໍາເປັນ.

ພາກທີ7ບ້ານແລະອົງການປົກຄອງບ້ານ

ໝວດທີ1ການສ້າງຕັ້ງບ້ານ

ມາດຕາ78(ປັບປຸງ)ບ້ານ ບ້ານແມ່ນເຂດການປົກຄອງທ້ອງຖິ່ນຂັ້ນຮາກຖານທີ່ຂຶ້ນກັບເມືອງ,ເທດະບານ,ນະຄອນ. ບ້ານໜຶ່ງປະກອບດ້ວຍຫຼາຍຄອບຄົວ,ມີເຂດນໍ້າແດນດິນທີ່ລັດໄດ້ມອບສິດໃຫ້ປົກປັກຮັກສາ,ນໍາໃຊ້ແລະພັດທະນາ.

ມາດຕາ79ການສ້າງຕັ້ງບ້ານ ບ້ານຖືກສ້າງຕັ້ງ,ຍຸບເລີກ,ໂຮມເຂົ້າ,ແຍກອອກແລະກໍານົດເຂດແດນໂດຍເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຕາມການສະເໜີຂອງເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນ.

ມາດຕາ80ເງື່ອນໄຂການສ້າງຕັ້ງບ້ານ ໃນການສ້າງຕັ້ງບ້ານຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1.ທີ່ຕັ້ງພູມສາດເໝາະສົມແກ່ການປົກຄອງ; 2.ຈໍານວນພົນລະເມືອງ: -ບ້ານຢູ່ໃນຕົວເມືອງຕ້ອງມີພົນລະເມືອງຢ່າງໜ້ອຍໜຶ່ງພັນຄົນ; -ບ້ານຢູ່ເຂດທົ່ງພຽງຕ້ອງມີພົນລະເມືອງຢ່າງໜ້ອຍຫ້າຮ້ອຍຄົນ; -ບ້ານຢູ່ເຂດພູດອຍ,ຫ່າງໄກສອກຫຼີກຕ້ອງມີພົນລະເມືອງຢ່າງໜ້ອຍສອງຮ້ອຍຄົນ; 3.ເງື່ອນໄຂພັດທະນາເສດຖະກິດສັງຄົມໝັ້ນຄົງ.

ໝວດທີ2ທີ່ຕັ້ງ,ພາລະບົດບາດ,ສິດແລະໜ້າທີ່ຂອງອົງການປົກຄອງບ້ານ

ມາດຕາ81(ປັບປຸງ)ທີ່ຕັ້ງແລະພາລະບົດບາດ ອົງການປົກຄອງບ້ານແມ່ນການຈັດຕັ້ງບໍລິຫານທີ່ລັດແລະປະຊາຊົນຈັດຕັ້ງຂຶ້ນເພື່ອຄຸ້ມຄອງບໍລິຫານບ້ານຊຶ່ງມີພາລະບົດບາດເປັນຕົວແທນແລະຮັບຜິດຊອບຕໍ່ອົງການປົກຄອງເມືອງ,ເທດສະບານ,ນະຄອນແລະປະຊາຊົນໃນການຄຸ້ມຄອງບໍລິຫານ,ການພັດທະນາເສດຖະກິດ,ວັດທະນະທໍາສັງຄົມ,ການປົກປັກຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ການອໍານວຍຄວາມສະດວກແລະໃຫ້ການບໍລິການແກ່ປະຊາຊົນ,ການອະນຸລັກຮັກສາຊັບພະຍາກອນທໍາມະຊາດ,ສິ່ງແວດລ້ອມແລະຊັບພະຍາກອນອື່ນໃນຂອບເຂດການຄຸ້ມຄອງຂອງຕົນ.

ມາດຕາ82(ໃໝ່)ສິດແລະໜ້າທີ່ ອົງການປົກຄອງບ້ານມີສິດແລະໜ້າທີ່ດັ່ງນີ້: 1.ເຊື່ອມຊຶມແລະເຜີຍແຜ່ແນວທາງນະໂຍບາຍ,ລັດຖະທໍາມະນູນ,ກົດໝາຍ,ດໍາລັດ,ມະຕິ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການແລະນິຕິກໍາອື່ນຂອງຂັ້ນເທິງໃຫ້ປະຊາຊົນພາຍໃນບ້ານຂອງຕົນ; 2.ປະຕິບັດລັດຖະທໍາມະນູນ,ກົດມາຍ,ດໍາລັດ,ມະຕິ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການແລະນິຕິກໍາອື່ນຂອງຂັ້ນເທິງ; 3.ສຶກສາອົບຮົມ,ປຸກລະດົມ,ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ,ຊຸກຍູ້ການປະຕິບັດສິດແລະພັນທະຂອງພົນລະເມືອງ; 4.ສ້າງແລະຈັດຕັ້ງປະຕິບັດແຜນພັດທະນາບ້ານ; 5.ພັດທະນາແລະປັບປຸງພື້ນຖານໂຄງລ່າງ,ວັດຖຸເຕັກນິກ,ການຄຸ້ມຄອງ,ນໍາໃຊ້ແລະປົກປັກຮັກສາຊັບພະຍາກອນທໍາມະຊາດ,ສິ່ງແວດລ້ອມແລະຊັບພະຍາກອນອື່ນຕາມການແບ່ງຂັ້ນຄຸ້ມຄອງ; 6.ອະນຸລັກຮັກສາ,ເສີມຂະຫຍາຍມູນເຊື້ອ,ວັດທະນະທໍາ,ຮີດຄອງປະເພນີອັນດີງາມຂອງຊາດ,ທ້ອງຖິ່ນແລະຂອງເຜົ່າ; 7.ຊຸກຍູ້,ສົ່ງເສີມການດໍາລົງຊີວິດຂອງປະຊາຊົນໃຫ້ຖືກຕ້ອງຕາມຫຼັກສຸຂານາໄມ,ເອົາໃຈໃສ່ແລະສົ່ງເສີມສຸຂະພາບແມ່ແລະເດັກ,ຜູ້ສູງອາຍຸ,ເບິ່ງແຍງຜູ້ດ້ອຍໂອກາດ,ຜູ້ຕົກທຸກໄດ້ຍາກ,ຊຸກຍູ້ແລະຮັບປະກັນໃຫ້ເດັກໃນເກນອາຍຸຮຽນໄດ້ສຶກສາຮໍ່າຮຽນ; 8.ອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດແລະຄຸ້ມຄອງໂຄງການຫຼືທຸລະກິດຂອງພາກລັດແລະເອກະຊົນທັງພາຍໃນແລະຕ່າງປະເທດທີ່ໄດ້ຮັບອະນຸຍາດລົງທຶນຢ່າງຖືກຕ້ອງຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງບ້ານ; 9.ຈັດຕັ້ງປະຕິບັດວຽກງານພັດທະນາແລະລຶບລ້າງຄວາມທຸກຍາກຢູ່ໃນບ້ານຕົນຕາມທິດຂອງຂັ້ນເທິງ,ສ້າງເງື່ອນໄຂໃຫ້ປະຊາຊົນມີບ່ອນທໍາມາຫາກິນ,ມີອາຊີບທີ່ໝັ້ນຄົງແລະມີວຽກເຮັດງານທໍາ; 10.ຄຸ້ມຄອງ,ບູລະນະແລະປົກປົກຮັກສາເຂດນໍ້າແດນດິນ,ແຫຼ່ງນໍ້າ,ປ່າໄມ້,ສັດປ່າ,ສິ່ງແວດລ້ອມ,ສະຖານທີ່ວັດທະນະທໍາ,ໂຮງຮຽນ,ໂຮງໝໍ,ສຸກສາລາ,ສາສະໜາສະຖານແລະສາທາລະນະສົມບັດອື່ນໃນເຂດບ້ານຂອງຕົນ; 11.ຄຸ້ມຄອງການຈັດຕັ້ງເສດຖະກິດສັງຄົມພາຍໃນບ້ານຕາມການແບ່ງຂັ້ນຄຸ້ມຄອງເຊັ່ນຮ້ານຂາຍເຄື່ອງຍ່ອຍ,ຮ້ານບໍລິການ,ໜ່ວຍຫັດຖະກໍາ,ການສິນເຊື່ອ,ກອງທຶນ,ສະມາຄົມວິຊາຊີບແລະອື່ນໆ; 12.ເກັບລາຍຮັບ,ຄຸ້ມຄອງລາຍຈ່າຍຕາມການມອບໝາຍຂອງຂັ້ນເມືອງ; 13.ຊຸກຍູ້,ສົ່ງເສີມ,ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ທຸກພາກສ່ວນເສດຖະກິດແລະປະຊາຊົນລາວບັນດາເຜົ່າເຂົ້າຮ່ວມການພັດທະນາບ້ານແລະການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ໃນບ້ານ; 14.ຄຸ້ມຄອງພົນລະເມືອງ,ຄົນຕ່າງດ້າວ,ຄົນຕ່າງປະເທດ,ຄົນບໍ່ມີສັນຊາດທີ່ຕັ້ງຖິ່ນຖານແລະຍົກຍ້າຍມີຢູ່ໃນບ້ານ; 15.ເປັນເຈົ້າການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ຕ້ານແລະສະກັດກັ້ນປາກົດການຫຍໍ້ທໍ້ພາຍໃນບ້ານ; 16.ແກ້ໄຂຄໍາສະເໜີ,ສຶກສາອົບຮົມແລະໄກ່ເກ່ຍຂໍ້ຂັດແຍ່ງຂອງປະຊາຊົນ; 17.ຄົ້ນຄວ້າກົດລະບຽບບ້ານແລະລະບຽບການອື່ນໃຫ້ສອດຄ່ອງກັບກົດໝາຍແລະຮີດຄອງປະເພນີອັນດີງາມຂອງຊາດແລະທ້ອງຖິ່ນ; 18.ຄົ້ນຄວ້າກ່ຽວກັບການປັບປຸງການຈັດຕັ້ງຂອງບ້ານ; 19.ຄົ້ນຄວ້າບັນຫາທີ່ມີຜົນກະທົບທາງລົບຕໍ່ສະພາບແວດລ້ອມ,ເງື່ອນໄຂການດໍາລົງຊີວິດຂອງປະຊາຊົນແລະຜົນປະໂຫຍດລວມຂອງບ້ານທີ່ເກີດຂາກການລົງທຶນຂອງລັດ,ເອກະຊົນພາຍໃນແລະຕ່າງປະເທດ; 20.ຮ່ວມມືແລະອໍານວຍຄວາມສະດວກໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນການເກັບສະຖິຕິ,ຂຶ້ນທະບຽນ,ເກັບຄ່າທໍານຽມນໍາໃຊ້ທີ່ດິນແລະສ່ວຍສາອາກອນພາຍໃນບ້ານ;ຄຸ້ມຄອງແລະນໍາໃຊ້ລາຍຮັບຂອງບ້ານ; 21.ພົວພັນປະສານສົມທົບກັບບ້ານໄກ້ຄຽງ,ຂະແໜງການຂອງຂັ້ນເມືອງ,ຂັ້ນແຂວງແລະຂັ້ນສູນກາງທີ່ຕັ້ງຢູ່ໃນຂອບເຂດບ້ານຂອງຕົນໃນການປະຕິບັດໜ້າທີ່ວຽກງານເພື່ອຜົນປະໂຫຍດຂອງບ້ານ; 22.ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນລວມທັງສະພາບການຮອບດ້ານຂອງບ້ານໃຫ້ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນຢ່າງເປັນປົກກະຕິ; 23.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ,ລະບຽບການແລະຕາມການມອບໝາຍຂອງຂັ້ນເທິງ.

ໝວດທີ3ໂຄງປະກອບການຈັດຕັ້ງຂອງອົງການປົກຄອງບ້ານ

ມາດຕາ83(ປັບປຸງ)ໂຄງປະກອບກົງຈັກ ອົງການປົກຄອງບ້ານມີໂຄງປະກອບກົງຈັກດັ່ງນີ້: 1.ໜ່ວຍງານບໍລິຫານແລະການປົກຄອງ; 2.ໜ່ວຍງານພັກແລະອົງການຈັດຕັ້ງມະຫາຊົນ; 3.ໜ່ວຍງານສເດຖະກິດການເງິນ; 4.ໜ່ວຍງານວັດທະນະທໍາສັງຄົມ; 5.ໜ່ວຍງານປ້ອງກັນຊາດປ້ອງກັນຄວາມສະຫງົບ. ສິດແລະໜ້າທີ່ຂອງແຕ່ລະໜ່ວຍງານດັ່ງກ່າວໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ84(ປັບປຸງ)ໂຄງປະກອບບຸກຄະລາກອນ ອົງການປົກຄອງບ້ານປະກອບດ້ວຍບຸກຄະລາກອນດັ່ງນີ້: 1.ນາຍບ້ານ; 2.ຮອງນາຍບ້ານສອງຫາສີ່ຄົນຕາມຂະໜາດຂອງບ້ານ; 3.ຫົວໜ້າແລະຮອງຫົວໜ້າໜ່ວຍງານ.

ມາດຕາ85(ປັບປຸງ)ການເລືອກຕັ້ງນາຍບ້ານ ນາຍບ້ານໄດ້ຮັບການເລືອກຕັ້ງຈາກປະຊາຊົນຜູ້ມີສິດເລືອກຕັ້ງພາຍໃນບ້ານ,ຖືກຮັບຮອງແລະແຕ່ງຕັ້ງໂດຍເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນ. ໃນກໍລະນີຈໍາເປັນນາຍບ້ານສາມາດໄດ້ຮັບການແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍກົງຈາກເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນແຕ່ຕ້ອງຊີ້ແຈງໃຫ້ປະຊາຊົນພາຍໃນບ້ານນັ້ນເຂົ້າໃຈ. ຮອງນາຍບ້ານຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນຕາມການສະເໜີຂອງນາຍບ້ານ. ນາຍບ້ານແລະຮອງນາຍບ້ານມີອາຍຸການສະໄໝລະຫ້າປີ,ສາມາດໄດ້ຮັບການເລືອກຕັ້ງຫຼືແຕ່ງຕັ້ງຄືນໃໝ່.

ໝວດທີ4ພະລະບົດບາດ,ສິດແລະໜ້າທີ່ຂອງນາຍບ້ານ

ມາດຕາ86(ປັບປຸງ)ພາລະບົດບາດ ນາຍບ້ານເປັນຫົວໜ້າອົງການປົກຄອງບ້ານ,ເປັນຕົວແທນແລະຮັບຜິດຊອບຕໍ່ອົງການປົກຄອງເມືອງເທດສະບານ,ນະຄອນແລະປະຊາຊົນລາວບັນດາເຜົ່າພາຍໃນບ້ານ,ຊີ້ນໍາອົງການປົກຄອງບ້ານປະຕິບັດພາລະບົດບາດ,ສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນມາດຕາ81ແລະ82ຂອງກົດໝາຍສະບັບນີ້.

ມາດຕາ87(ປັບປຸງ)ສິດແລະໜ້າທີ່ ນາຍບ້ານມີສິດແລະໜ້າທີ່ດັ່ງນີ້: 1.ກໍານົດສະຖານທີ່ປະຊຸມ,ຮຽກໂຮມປະຊຸມອົງການປົກຄອງບ້ານ,ກອງປະຊຸມບ້ານແລະເປັນປະທານກອງປະຊຸມ; 2.ຊີ້ນໍາ,ອໍານວຍຄວບຄຸມວຽກງານຂອງອົງການປົກຄອງບ້ານ; 3.ສະເໜີປັບປຸງໂຄງປະກອບກົງຈັກຂອງອົງການປົກຄອງບ້ານ; 4.ຄັດເລືອກຮອງນາຍບ້ານ,ຫົວໜ້າແລະຮອງຫົວໜ້າໜ່ວຍງານຂອງອົງການປົກຄອງບ້ານເພື່ອສະເໜີໃຫ້ກອງປະຊຸມບ້ານຮັບຮອງເອົາແລ້ວນໍາສະເໜີເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນແຕ່ງຕັ້ງ; 5.ກວດກາການປະຕິບັດໜ້າທີ່ແລະສະເໜີປົດຕໍາແໜ່ງຮອງນາຍບ້ານ,ຫົວນ້າ,ຮອງຫົວໜ້າໜ່ວຍງານຂອງອົງການປົກຄອງບ້ານເມື່ອຜູ້ກ່ຽວມີຄວາມຜິດແລະປະລະໜ້າທີ່ເພື່ອໃຫ້ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນພິຈາລະນາ; 6.ສະເໜີຂັ້ນເທິງພິຈາລະນາແກ້ໄຂບັນຫາທີ່ມີຜົນກະທົບທາງລົບຕໍ່ສະພາບແວດລ້ອມ,ເງື່ອນໄຂການດໍາລົງຊີວິດຂອງປະຊາຊົນແລະຜົນປະໂຫຍດລວມຂອງບ້ານທີ່ເກີດຈາກໂຄງການລົງທຶນຂອງລັດ,ເອກະຊົນພາຍໃນແລະຕ່າງປະເທດ; 7.ອອກກົດລະບຽບບ້ານ,ແຈ້ງການແລະລະບຽບການອື່ນໂດຍສອດຄ່ອງກັບກົດໝາຍແລະຮີດຄອງປະເພນີອັນດີງາມຂອງຊາດແລະທ້ອງຖິ່ນ; 8.ອອກໜັງສືແລະໃບຢັ້ງຢືນໃຫ້ປະຊາຊົນແລະການຈັດຕັ້ງຕາມການແບ່ງຂັ້ນຄຸ້ມຄອງຂອງຂະແໜງການ; 9.ອໍານວຍຄວາມສະດວກ,ສ້າງເງື່ອນໄຂ,ຕິດຕາມແລະລາຍງານການປະຕິບັດໜ້າທີ່ຂອງພະນັກງານລັດຖະກອນ,ກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບທີ່ລົງເຄື່ອນໄຫວວຽກງານຢູ່ບ້ານໃຫ້ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນຢ່າງເປັນປົກກະຕິ; 10.ນໍາໃຊ້ກົນໄກແລະມາດຕະການທີ່ກໍານົດໄວ້ໃນກົດໝາຍ,ກົດລະບຍບບ້ານໃນການຄຸ້ມຄອງບ້ານ; 11.ໄດ້ຮັບອະນຸຍາດອຸດໜູນຕາມລະບຽບການ; 12.ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນລວມັງສະພາບການຮອບດ້ານຂອງບ້ານໃຫ້ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ,ລະບຽບການແລະຕາມການມອບມາຍຂອງຂັ້ນເທິງ.

ມາດຕາ88ສິດແລະໜ້າທີ່ຂອງຮອງນາຍບ້ານ ຮອງນາຍລ້ານຊ່ວຍວຽກນາຍບ້ານໃນການຊີ້ນໍາວຽກງານຂອງອົງການປົກຄອງບ້ານແລະຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງນາຍບ້ານ. ໃນກໍລະນີນາຍບ້ານບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດຜົນໃດໜຶ່ງຮອງນາຍບ້ານຜູ້ໄດ້ຮັບມອບໝາຍເປັນຜູ້ຮັກສາການແທນ.

ໝວດທີ5ກອງປະຊຸມອົງການປົກຄອງບ້ານແລະກອງປະຊຸມບ້ານ

ມາດຕາ89(ປັບປຸງ)ກອງປະຊຸມ ກອງປະຊຸມຂອງອົງການປົກຄອງບ້ານເປີດຂຶ້ນເດືອນລະເທື່ອໂດຍແມ່ນນາຍບ້ານເປັນຜູ້ຮຽກໂຮມແລະເປັນປະທານ,ຜູ້ເຂົ້າຮ່ວມກອງປະຊຸມປະກອບດ້ວຍຮອງນາຍບ້ານ,ຫົວໜ້າໜ່ວຍງານ,ນອກຈາກນີ້ຖ້າເຫັນວ່າມີຄວາມຈໍາເປັນອາດເຊີນຜູ້ຕາງໜ້ານອກພາກສ່ວນອື່ນເຂົ້າຮ່ວມນໍາກໍ່ໄດ້. ໃນກໍລະນີຈໍາເປັນແລະຮີບດ່ວນອາດເປີດກອງປະຊຸມວິສາມັນຕາມການຕົກລົງຂອງນາຍບ້ານ. ໃນກອງປະຊຸມແຕ່ລະຄັ້ງຕ້ອງເຮັດບົດບັນທຶກຊຶ່ງເຊັນໂດຍຜູ້ບັນທຶກແລະເຊັນຢັ້ງຢືນໂດຍປະທານກອງປະຊຸມແລ້ວສົ່ງໃຫ້ຜູ້ເຂົ້າຮ່ວມແລະພາກສ່ວນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດ.

ມາດຕາ90(ປັບປຸງ)ບັນຫາທີ່ຕ້ອງນໍາເຂົ້າກອງປະຊຸມ ບັນຫາທີ່ຕ້ອງນໍາເຂົ້າພິຈາລະນາແລະຕົກລົງໃນກອງປະຊຸມຂອງອົງການປົກຄອງບ້ານມີດັ່ງນີ້: 1.ແຜນພັດທະນາເສດຖະກິດສັງຄົມແລະແຜນລາຍຮັບລາຍຈ່າຍຂອງບ້ານ; 2.ການກໍານົດໂຄງປະກອບການຈັດຕັ້ງຂອງອົງການປົກຄອງບ້ານ; 3.ຮ່າງກົດລະບຽບບ້ານ; 4.ໂຄງການພັດທະນາຂອງບ້ານ; 5.ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ; 6.ບົດລາຍງານຮອບດ້ານຕໍ່ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນ; 7.ບັນຫາອື່ນທີ່ມີຄວາມສໍາຄັນແລະຈໍາເປັນ.

ມາດຕາ91(ປັບປຸງ)ກອງປະຊຸມບ້ານ ນາຍບ້ານເປັນຜູ້ຮຽກໂຮມກອງປະຊຸມບ້ານ,ກອງປະຊຸມບ້ານປະກອບດ້ວຍນາຍບ້ານ,ຮອງນາຍບ້ານ,ຫົວໜ້າໜ່ວຍງານ,ຫົວໜ້າໜ່ວຍ,ຫົວໜ້າຄອບຄົວແລະອົງການຈັດຕັ້ງທີ່ມີຢູ່ໃນບ້ານຊຶ່ງຈັດຂຶ້ນຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ.

ພາກທີ8ລະບອບວິທີເຮັດວຽກແລະການເງິນຂອງອົງການປົກຄອງທ້ອງຖິ່ນ

ມາດຕາ92(ປັບປຸງ)ລະບອບວິທີເຮັດວຽກ ອົງການປົກຄອງທ້ອງຖິ່ນເຄື່ອນໄຫວວຽກງານຕາມລະບອບວິທີເຮັດວຽກດັ່ງນີ້: 1.ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ,ຕົກລົງເປັນໝູ່ຄະນະ,ແບ່ງງານໃຫ້ບຸກຄົນຮັບຜິດຊອບ; 2.ເຮັດວຽກຢ່າງມີແຜນການ,ໂຄງການ,ມີການກໍານົດເວລາ,ມີການຄິດໄລ່ປະສິດທິຜົນໂດຍອີງຕາມຈຸດພິເສດແລະສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ; 3.ປະສານສົມທົບກັບການຈັດຕັ້ງທີ່ກ່ຽວຂ້ອງ; 4.ຕິດຕາມ,ກວດກາ,ປະເມີນຜົນແລະສະຫຼຸບການເຄື່ອນໄຫວວຽກງານຢູ່ທ້ອງຖິ່ນຂອງຕົນແລ້ວລາຍງານໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ. ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນຕ້ອງໄດ້ຮັບການກວດກາຈາກສະພາປະຊາຊົນທ້ອງຖິ່ນ,ອົງການກວດກາຂັ້ນຂອງຕົນແລະຂອງຂັ້ນເທິງຢ່າງເປັນປົກກະຕິ.

ມາດຕາ93(ປັບປຸງ)ການເງິນ ການເງິນຂອງອົງການປົກຄອງທ້ອງຖິ່ນແບ່ງອອກເປັນສອງຂັ້ນຫົວໜ່ວຍງົບປະມານຄືຫົວໜ່ວຍງົບປະມານຂັ້ນແຂວງ,ຫົວໜ່ວຍງົບປະມານຂັ້ນເມືອງ,ສ່ວນຂັ້ນບ້ານເປັນຫົວໜ່ວຍຮາກຖານໃນການເກັບລາຍຮັບແລະປະຕິບັດລາຍຈ່າຍຕາມກົດໝາຍ,ລະບຽບການແລະຕາມການມອບໝາຍຂອງອົງການປົກຄອງເມືອງ,ເທດສະບານ,ນະຄອນ. ການເງິນຂອງອົງການປົກຄອງທ້ອງຖິ່ນຕ້ອງປະຕິບັດຫຼັກການລວມສູນງົບປະມານແຫ່ງລັດ,ງົບປະມານທ້ອງຖິ່ນແລະຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ. ຜູ້ສັ່ງການການເງິນຂອງອົງການປົກຄອງຂັ້ນແຂວງແມ່ນເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຫຼືຜູ້ໄດ້ຮັບມອບສິດຕາມລະບຽບການ. ຜູ້ສັ່ງການການເງິນຂອງອົງການປົກຄອງຂັ້ນເມືອງແມ່ນເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນຫຼືຜູ້ໄດ້ຮັບມອບສິດຕາມລະບຽບການ.

ພາກທີ6ບົດບັນຍັດສຸດທ້າຍ

ມາດຕາ94ຕາປະທັບ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນມີຕາປະທັບຂອງຕົນເພື່ອນໍາໃຊ້ເຂົ້າໃນວຽກງານທາງລັດຖະການ.

ມາດຕາ95(ປັບປຸງ)ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວແລະອົງການປົກຄອງທ້ອງຖິ່ນທຸກຂັ້ນເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ96(ປັບປຸງ)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍທາງລັດຖະການສິບຫ້າວັນ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບເລກທີ03/ສພຊ,ລົງວັນທີ21ຕຸລາ2003. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ