ກົດໝາຍວ່າດ້ວຍການປັບປຸງ ມາດຕາ 146 ຂອງກົດໝາຍອາຍາ ແລະ ມາດຕາ 75, 76 ຂອງກົດໝາຍວ່າດ້ວຍ ຢາເສບຕິດ 11-12-2012

From Wikisource
Jump to navigation Jump to search

.ການປັບປຸງ ມາດຕາ 146 ຂອງກົດໝາຍອາຍາ ແລະ ມາດຕາ 75, 76 ຂອງກົດໝາຍວ່າດ້ວຍ ຢາເສບຕິດ 11-12-2012


..ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍສະບັບນີ້ກໍານົດອອກເພື່ອປັບປຸງເນື້ອໃນ ມາດຕາ 146 ຂອງກົດໝາຍອາຍາ ສະບັບເລກທີ ສິບສອງທັບສພຊ ລົງວັນ ທີ 09 ພະຈິກ 2005 ແລະເນື້ອໃນ ມາດຕາ 75, 76 ຂອງ ກົດໝາຍວ່າດ້ວຍຢາເສບຕິດສະບັບເລກທີ ສິບທັບສພຊ ລົງວັນທີ 25 ທັນວາ 2007.

..ມາດຕາ 2 ການປັບປຸງມາດຕາ 146 ຂອງກົດໝາຍກ່ຽວກັບການຜະລິດ,ຄ້າຂາຍ,ເສບຫຼືມີຢາເສບຕິດໄວ້ໃນຄອບຄອງ

ມາດຕາ 2 ການປັບປຸງມາດຕາ 146 ຂອງກົດໝາຍກ່ຽວ ກັບການຜະລິດ,ຄ້າຂາຍ,ເສບຫຼືມີຢາເສບຕິດໄວ້ໃນຄອບຄອງ ບຸກຄົນຜູ້ໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍຫຼືມີຢາເສບຕິດ ໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຢາເສບຕິດຜ່ານ ສປປລາວ ເຊັ່ນ ເຮໂຣອິນ,ມອກຟິນ,ໂຄເຄນ,ຢາອີ,ຢາບ້າ,ຢາໄອ້, ວັດຖຸເຄມີເພື່ອຜະລິດຢາເສບຕິດ,ຝິ່ນຫຼືກັນຊານັ້ນຈະຖືກມາດຕະ ການດັ່ງນີ້: 1. ບຸກຄົນຜູ້ໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍຫຼືມີໄວ້ໃນ ຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາເຮໂຣອິນ,ມອກຟິນຫຼືໂຄ ເຄນຜ່ານ ສປປລາວ ເກີນກວ່າ ສູນຈຸດສອງ ກຼາມ ຫາ ໜຶ່ງຮ້ອຍ ກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ສິບປີ ຫາ ສິບຫ້າ ປີ ແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບ ຫາ ໜຶ່ງຮ້ອຍລ້ານກີບ ແລະ ຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 34 ຂອງກົດໝາຍ ອາຍາ. ບຸກຄົນໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍຫຼືມີໄວ້ໃນຄອບ ຄອງ,ນໍາເຂົ້າ,ຂົນສົ່ງຫຼືນໍາເຮໂຣອິນ,ມອກຟິນຫຼືໂຄເຄນຜ່ານສປປ ລາວເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືມີເຮໂຣອິນເກີນກວ່າໜຶ່ງ ຮ້ອຍກຼາມຫາ ສາມຮ້ອຍ ກຼາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ ໜຶ່ງຮ້ອຍລ້ານກີບຫາ ຫ້າຮ້ອຍລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ. ບຸກຄົນຜູ້ໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍຫຼືມີໄວ້ໃນຄອບ ຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາເຮໂຣອິນ,ມອກຟິນຫຼືໂຄເຄນ ຜ່ານ ສປປລາວ ເກີນກວ່າ ສາມຮ້ອຍ ກຼາມຫາ ຫ້າຮ້ອຍ ກຼາມຈະ ຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ ຫ້າຮ້ອຍລ້ານກີບ ຫາ ໜຶ່ງພັນລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ. ບຸກຄົນຜູ້ໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍຫຼືມີໄວ້ໃນຄອບ ຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາເຮໂຣອິນ,ມອກຟິນຫຼືໂຄເຄນ ຜ່ານ ສປປລາວ ເກີນກວ່າ ຫ້າຮ້ອຍ ກຼາມ ຂຶ້ນໄປ ຈະຖືກລົງໂທດ ປະຫານຊີວິດ.

2. ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງຫຼືມີໄວ້ໃນຄອບຄອງ,ຄ້າ ຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຢາອີ,ຢາບ້າ,ຢາໄອ້ ຫຼືວັດຖຸອອກລິດຕໍ່ຈິດປະສາດຜ່ານສປປລາວເກີນກວ່າສູນຈຸດສາມ ກຼາມຫາໜຶ່ງຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາ ສິບປີແລະຈະຖືກປັບໃໝແຕ່ ສິບລ້ານ ກີບ ຫາ ໜຶ່ງຮ້ອຍລ້ານກີບ ແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 34 ຂອງກົດ ໝາຍອາຍາ. ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງຫຼືມີໄວ້ໃນຄອບຄອງ,ຄ້າ ຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຢາອີ,ຢາບ້າ,ຢາໄອ້ ຫຼືວັດຖຸອອກລິດຕໍ່ຈິດປະສາດຜ່ານ ສປປລາວ ເປັນອາຈິນ ຫຼື ມີການ ຈັດຕັ້ງເປັນກຸ່ມຫຼືມີຢາອີ,ຢາບ້າ,ຢາໄອ້ຫຼືວັດຖຸອອກລິດຕໍ່ຈິດປະສາດ ເກີນກວ່າໜຶ່ງຮ້ອຍກຼາມຫາຫ້າຮ້ອຍກຼາມຈະຖືກລົງໂທດຕັດອິດສະ ລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ ໜຶ່ງຮ້ອຍລ້ານກີບ ຫາ ຫ້າຮ້ອຍລ້ານກີບ ແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 34 ຂອງກົດໝາຍອາຍາ. ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງຫຼືມີໄວ້ໃນຄອບຄອງ,ຄ້າ ຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຢາອີ,ຢາໄອ້ຫຼືວັດຖຸ ອອກລິດຕໍ່ຈິດປະສາດຜ່ານສປປລາວເກີນກວ່າຫ້າຮ້ອຍກຼາມຫາ ສາມກິໂລກຼາມຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະ ຈະຖືກປັບໃໝແຕ່ ຫ້າລ້ອຍລ້ານກີບ ຫາ ໜຶ່ງພັນລ້ານກີບ ແລະຈະ ຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາ ຍາ. ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງຫຼືມີໄວ້ໃນຄອບຄອງ,ຄ້າ ຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຢາອີ,ຢາບ້າ,ຢາໄອ້ ຫຼືວັດຖຸອອກລິດຕໍ່ຈິດປະສາດຜ່ານສປປລາວເກີນກວ່າສາມກິໂລ ກຼາມຂຶ້ນໄປຈະຖືກລົງໂທດປະຫານຊີວິດ. 3. ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງຫຼືມີວັດຖຸເຄມີໄວ້ໃນຄອບ ຄອງ,ຄ້າຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາວັດຖຸເຄມີ ເພື່ອຜະລິດຢາເສບຕິດຜ່ານສປປລາວຕໍ່ກວ່າຫ້າຮ້ອຍກຼາມຈະຖືກລົງ ໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າ ລ້ານກີບຫາຊາວລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 34 ຂອງກົດໝາຍອາຍາ. ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງຫຼືມີໄວ້ໃນຄອບຄອງ,ຄ້າ ຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາວັດຖຸເຄມີເພື່ອຜະລິດ ຢາເສບຕິດແຕ່ຫ້າຮ້ອຍກຼາມຫາໜຶ່ງກິໂລກຼາມຈະຖືກລົງໂທດຕັດອິດ ສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ ຊາວລ້ານກີບ ຫາຫ້າສິບລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 34 ຂອງກົດໝາຍອາຍາ. ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງຫຼືມີໄວ້ໃນຄອບຄອງ,ຄ້າ ຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາວັດຖຸເຄມີເພື່ອຜະລິດ ຢາເສບຕິດຜ່ານ ສປປລາວ ເກີນກວ່າ ໜຶ່ງ ກິໂລກຼາມ ຫາ ສິບກິໂລ ກຼາມຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບ ໃໝແຕ່ ຫ້າສິບລ້ານກີບ ຫາ ໜຶ່ງຮ້ອຍລ້ານກີບແລະຈະຖືກຮິບຊັບ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 34 ຂອງກົດໝາຍອາຍາ. ບຸກຄົນຜູ້ໃດຫາກຜະລິດ,ປຸງແຕ່ງຫຼືມີໄວ້ໃນຄອບຄອງ,ຄ້າ ຂາຍ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາວັດຖຸເຄມີເພື່ອຜະລິດ ຢາເສບຕິດຜ່ານ ສປປລາວ ເກີນກວ່າສິບກິໂລກຼາມຂຶ້ນໄປຈະຖືກລົງ ໂທດປະຫານຊີວິດ. 4. ບຸກຄົນຜູ້ໃດຫາກຜະລິດຫຼືມີຝິ່ນໄວ້ໃນຄອບຄອງ,ນໍາເຂົ້າ, ສົ່ງອອກ,ຂົນສົ່ງຫຼືນໍາຝິ່ນຜ່ານ ສປປລາວ ເພື່ອຄ້າຂາຍ ຈໍານວນຕໍ່າ ກວ່າ ໜຶ່ງກິໂລກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ສອງປີ ຫາເຈັດປີແລະຈະຖືກປັບໃໝແຕ່ ໜຶ່ງລ້ານກີບ ຫາ ສິບລ້ານກີບແລະ ຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາ ຍາ. ບຸກຄົນຜູ້ໃດຫາກຜະລິດຫຼືມີຝິ່ນໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງ ອອກ,ຂົນສົ່ງຫຼືນໍາຝິ່ນຜ່ານ ສປປລາວ ເພື່ອຄ້າຂາຍ ເປັນອາຈິນ ຫຼື ມີການຈັດຕັ້ງເປັນກຸ່ມຫຼືມີຝິ່ນແຕ່ ໜຶ່ງ ກິໂລກຼາມ ຫາ ສາມກິໂລກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາສິບຫ້າປີແລະຈະຖືກ ປັບໃໝແຕ່ສິບຫ້າລ້ານກີບ ຫາ ຊາວລ້ານກີບ ແລະຈະຖືກຮິບຊັບ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 34 ຂອງກົດໝາຍອາຍາ. ບຸກຄົນຜູ້ໃດຫາກຜະລິດຫຼືມີຝິ່ນໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງ ອອກ,ຂົນສົ່ງຫຼືນໍາຝິ່ນຜ່ານສປປລາວເພື່ອຄ້າຂາຍເປັນອາຈິນຫຼືມີ ການຈັດຕັ້ງເປັນກຸ່ມຫຼືມີຝິ່ນເກີນກວ່າ ສາມ ກິໂລກຼາມຫາຫ້າກິໂລ ກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ ສິບຫ້າປີຫາຊາວປີແລະ ຈະຖືກປັບໃໝແຕ່ ສາມສິບລ້ານກີບ ຫາ ສີ່ສິບລ້ານກີບ ແລະຈະຖືກ ຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ. ບຸກຄົນຜູ້ໃດຫາກຜະລິດຫຼືມີຝິ່ນໄວ້ໃນຄອບຄອງ,ນໍາເຂົ້າ,ສົ່ງ ອອກ,ຂົນສົ່ງ ຫຼື ນໍາຝິ່ນຜ່ານ ສປປລາວເພື່ອຄ້າຂາຍເກີນກວ່າ ຫ້າ ກິໂລກຼາມຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະ ຈະຖືກປັບໃໝແຕ່ ຫ້າສິບລ້ານກີບ ຫາ ໜຶ່ງຮ້ອຍລ້ານກີບ ຈະຖືກຮິບ ຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ. ບຸກຄົນຜູ້ໃດຫາກມີແກ່ນຝິ່ນໄວ້ໃນຄອບຄອງຄັ້ງທີໜຶ່ງຈະຖືກ ຕໍານິວິຈານຕໍ່ໜ້າມະຫາຊົນ,ຈະຖືກປັບໃໝແຕ່ ໜຶ່ງແສນກີບ ຫາ ຫາ້ ແສນກີບແລະໃຫ້ທໍາລາຍແກ່ນຝິ່ນນັ້ນຖິ້ມ. ບຸກຄົນຜູ້ໃດຫາກມີແກ່ນຝິ່ນໄວ້ໃນຄອບຄອງຄັ້ງທີສອງຈະຖືກ ລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີ,ຈະຖືກປັບໃໝ ແຕ່ ໜຶ່ງລ້ານກີບ ຫາ ຫ້າລ້ານກີບ ແລະໃຫ້ທໍາລາຍແກ່ນຝິ່ນນັ້ນຖິ້ມ. ບຸກຄົນໃດຫາປູກຝິ່ນຄັ້ງທີໜຶ່ງຈະຖືກຕໍານິວິຈານຕໍ່ໜ້າມະຫາ ຊົນແລະຈະຖືກປັບໃໝແຕ່ ໜຶ່ງລ້ານກີບ ຫາ ຫ້າລ້ານກີບ ແລະໃຫ້ ທໍາລາຍຕົ້ນຝິ່ນທີ່ປູກນັ້ນຖິ້ມ. ບຸກຄົນຜູ້ໃດຫາກປູກຝິ່ນແຕ່ຄັ້ງທີສອງຂຶ້ນໄປຈະຖືກລົງໂທດ ຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ ຫ້າ ລ້ານກີບ ຫາ ຊາວລ້ານກີບ ແລະໃຫ້ທໍາລາຍຕົ້ນຝິ່ນທີ່ປູກນັ້ນຖິ້ມ. ບຸກຄົນຜູ້ໃດຫາກຄ້າຂາຍຫຼືຄອບຄອງເບ້ຍຝິ່ນຄັ້ງທີໜຶ່ງຈະຖືກ ຕໍານິວິຈານຕໍ່ໜ້າມະຫາຊົນ,ຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າ ແສນກີບແລະໃຫ້ທໍາລາຍເບ້ຍຝິ່ນນັ້ນຖິ້ມ. ບຸກຄົນຜູ້ໃດຫາກຄ້າຂາຍຫຼືຄອບຄອງເບ້ຍຝິ່ນແຕ່ຄັ້ງທີສອງ ຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີ,ຈະ ຖືກປັບໃໝແຕ່ ຫ້າແສນກີບ ຫາ ສາມລ້ານກີບ ແລະໃຫ້ທໍາລາຍເບ້ຍ ຝິ່ນນັ້ນຖິ້ມ. 5. ບຸກຄົນຜູ້ໃດຫາກປູກກັນຊາເປັນຈໍານວນແຕ່ ສາມກິໂລ ກຼາມຫາສິບກິໂລກຼາມກັນຊາດິບເພື່ອຄ້າຂາຍຈະຖືກລົງໂທດຕັດອິດ ສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ຫ້າແສນ ກີບ ຫາ ຫ້າລ້ານກີບ. ບຸກຄົນຜູ້ໃດຫາກປູກກັນຊາເປັນຈໍານວນເກີນກວ່າສິບກິໂລ ກຼາມກັນຊາດິບຂຶ້ນໄປເພື່ອຄ້າຂາຍຈະຖືກລົງໂທດຕັດອິດສະລະພາບ ແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ ຫ້າລ້ານກີບຫາ ຊາວ ລ້ານກີບ. ບຸກຄົນຜູ້ໃດຫາກຜະລິດຫຼືມີກັນຊາແຫ້ງໄວ້ໃນຄອບຄອງ,ນໍາ ເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາກັນຊາແຫ້ງຜ່ານ ສປປລາວ ເພື່ອຄ້າ ຂາຍຈໍານວນແຕ່ ຫ້າກິໂລກຼາມ ຫາສິບ ກິໂລກຼາມ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ ສາມປີ ຫາ ເຈັດປີ ແລະຈະຖືກປັບໃໝແຕ່ ຫ້າລ້ານກີບຫາຊາວລ້ານກີບ. ບຸກຄົນຜູ້ໃດຫາກຜະລິດຫຼືມີກັນຊາແຫ້ງໄວ້ໃນຄອບຄອງ,ນໍາ ເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາກັນຊາແຫ່ງຜ່ານສປປລາວເພື່ອຄ້າຂາຍ ຈໍານວນຕໍ່າກວ່າ ຫ້າ ກິໂລກຼາມຈະຖືກລົງໂທດຕັດອິດສະລະພາບ ແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າ ລ້ານກີບ. ບຸກຄົນຜູ້ໃດຫາກຜະລິດຫຼືມີກັນຊາແຫ້ງໄວ້ໃນຄອບຄອງ,ນໍາ ເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາກັນຊາແຫ່ງຜ່ານສປປລາວເພື່ອຄ້າຂາຍ ເປັນອາຈິນຫຼືີການຈັດຕັ້ງເປັນກຸ່ມຫຼືມີກັນຊາແຫ້ງເກີນກວ່າສິບກິໂລ ກຼາມຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະ ຈະຖືກປັບໃໝແຕ່ຊາວລ້ານກີບຫາຫ້າສິບລ້ານກີບ. ເຄມີຢາງກັນຊາແລະອະນຸພັນຕ່າງໆຂອງເຄມີຢາງກັນຊາ: - ນໍາໜັກສຸດທິ ເກີນກວ່າ ສູນຈຸດສາມ ກຼາມຫາຫ້າສິບກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາສີ່ປີແລະຈະຖືກປັບ ໃໝແຕ່ຫ້າລ້ານກີບຫາເກົ້າລ້ານກີບ. - ນໍ້າໜັກສຸດທິເກີນກວ່າຫ້າສິບກຼາມຫາໜຶ່ງຮ້ອຍກຼາມ.ຈະ ຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາເຈັດປີແລະຈະຖືກປັບໃໝ ແຕ່ສິບລ້ານກີບຫາຊາວເກົ້າລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ ກໍານົດໄວ້ໃມາດຕາ 34 ຂອງກົດໝາຍອາຍາ. - ນໍານັກສຸດທິເກີນກວ່າໜຶ່ງຮ້ອຍກຼາມ ຫາສອງຮ້ອຍກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາສິບສີ່ປີແລະຈະຖືກປັບ ໃໝແຕ່ສາມສິບລ້ານກີບຫາຫ້າສິບເກົ້າລ້ານກີບແລະຈະຖືກຮິບຊັບ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 34 ຂອງກົດໝາຍອາຍາ; - ນໍ້າໜັກສຸດທິເກີນກວ່າສອງຮ້ອຍກຼາມຫາຫ້າຮ້ອຍກຼາມຈະ ຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບ ໃໝແຕ່ ຫົກສິບລ້ານກີບຫາ ເກົ້າສິບເກົ້າລ້ານກີບແລະຈະຖືກຮິບຊັບ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 34 ຂອງກົດໝາຍອາຍາ; - ນໍ້າໜັກສຸດທິເກີນກວ່າຫ້າຮ້ອຍກຼາມຈະຖືກລົງໂທດຕັດອິດ ສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ ໜຶ່ງຮ້ອຍລ້ານກີບ ຫາ ສອງຮ້ອຍລ້ານກີບແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 34 ຂອງກົດໝາຍອາຍາ. 6. ບຸກຄົນຜູ້ໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍຫຼືມີໄວ້ໃນ ຄອບຄອງ,ນໍາເຂົ້າ,ສົ່ງອອກ,ຂົນສົ່ງຫຼືນໍາຢາເສບຕິດປອມຜ່ານສ ປປລາວ ໃຫ້ພິຈາລະນາດັ່ງນີ້: - ຜ່ານການວິໄຈຫາກເຫັນວ່າມີເຊື້ອຢາເສບຕິດເຈືອປົນກັບ ທາດອື່ນກໍ່ໃຫ້ລົງໂທດຕາມນໍ້າໜັກແລະປະເພດຢາເສບຕິດຕາມທີ່ ໄດ້ກໍານົດໄວ້ໃນວັກເທິງຂອງມາດຕານີ້; - ຜ່ານການວິໄຈຫາກເຫັນວ່າບໍ່ມີເຊື້ອຢາເສບຕິດເຈືອປົນຢູ່ ນໍານັ້ນຜູ້ຊື້ແລະຜູຂາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີ ຫາຫ້າປີແລະຈະຖືກປັບໃໝແຕ່ ຫ້າລ້ານກີບ ຫາ ສິບລ້ານກີບ. 7. ບຸກຄົນຜູ້ໃດຫາກເສບຫຼືມີໄວ້ໃນຄອບຄອງເພື່ອເສບ ເຮ ໂລອິນ,ມອກຟິນ ຫຼື ໂຄເຄນທີ່ມີນໍ້າໜັກແຕ່ສູນຈຸດສອງກຼາມລົງມາ ຫຼືຢາອີ,ຢາບ້າ,ຢາໄອ້ທີ່ມີນໍ້າໜັກແຕ່ສູນຈຸດສາມກຼາມລົງມາຖືວ່າ ເປັນຜູ້ຖືກເຄາະຮ້າຍເຊິ່ງຕ້ອງໄດ້ຮັບການປິ່ນປົວຫຼືນໍາໄປປິ່ນປົວ ຕາມແຕ່ລະກໍລະນີ. ບຸກຄົນຜູ້ໃດມີໄວ້ໃນຄອບຄອງເພື່ອເສບເຮໂລອິນ,ມອກຟິນຫຼື ໂຄເຄນທີ່ມີນໍ້າໜັກເກີນກວ່າສູນຈຸດສອງກຼາມຫາສອງກຼາມຈະຖືກ ລົງໂທດຕັດອິດສະລະພາບແຕ່ສອງປີຫາສິບປີແລະຈະຖືກປັບໃໝແຕ່ ສິບລ້ານກີບຫາຫ້າສິບລ້ານກີບ. ບຸກຄົນຜູ້ໃດມີໄວ້ໃນຄອບຄອງເພື່ອເສບຢາອີ,ຢາບ້າແລະຢາ ໄອ້ທີ່ມີນໍ້າໜັກເກີນກວ່າສູນຈຸດສາມກຼາມຫາສາມກຼາມຈະຖືກລົງ ໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ ສິບ ລ້ານກີບຫາຫ້າສິບລ້ານກີບ. ບຸກຄົນຜູ້ໃດຫາກດໍາເນີນການບໍລິການສູບຟິ່ນຈະຖືກລົງໂທດ ຕັດອິດສະລະພາບແຕ່ສາມປີຫາສິບປີແລະຈະຖືກປັບໃໝແຕ່ ຫ້າສິບ ລ້ານກີບຫາຊາວລ້ານກີບ. ບຸກຄົນຜູ້ໃດຫາກດໍາເນີນການບໍລິການດູດກັນຊາຈະຖືກລົງ ໂທດຕັດອິດສະລະພາບແຕ່ສາມເດືອນຫາຫ້າປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ບຸກຄົນຜູ້ໃດຫາກສູບກັນຊາເປັນການເສບຕິດຖືກວ່າເປັນຜູ້ ຖືກເຄາະຮ້າຍຊຶ່ງຕ້ອງໄດ້ຮັບການປິ່ນປົວຫຼືນໍາໄປປິ່ນປົວຕາມແຕ່ກໍ ລະນີ. ..ມາດຕາ 3 ການປັບປຸງມາດຕາ 75 ຂອງກົດໝາຍວ່າດ້ວຍຢາເສບຕິດກ່ຽວກັບມາດຕະການທາງອາຍາ

ມາດຕາ 3 ການປັບປຸງມາດຕາ 75 ຂອງກົດໝາຍວ່າດ້ວຍຢາ ເສບຕິດກ່ຽວກັບມາດຕະການທາງອາຍາ ໃນກໍລະນີທີ່ມີການຮັບສາລະພາບຫຼືການຊັດທອດໂດຍມີຫຼັກ ຖານໜັກແໜ້ນຮັດກຸມຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 34 ວັກທີ ສີ່ ແລະ ມາດຕາ 36 ວັກທີ ສີ່ ຂອງກົດໝາຍວ່າດ້ວຍ ຢາເສບຕິດ ຜູ້ຮັບສາລະພາບຫຼືຜູ້ຖືກຊັດທອດຈະຖືກລົງໂທດຕໍ່າສຸດຕາມປະເພດ ຢາເສບຕິດທີ່ໄດ້ກໍານົດໄວ້ໃນມາດຕາ 146 ຂອງກົດໝາຍອາຍາ ແລະຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດ ໝາຍອາຍາ.


..ມາດຕາ 4 ການປັບປຸງມາດຕາ 76 ຂອງກົດໝາຍວ່າດ້ວຍຢາເສບຕິດກ່ຽວກັບມາດຕະການຕໍ່ຜູ້ອອກຢາເສບຕິດແລ້ວກັບຄືນມາຕິດໃໝ່

ມາດຕາ 4 ການປັບປຸງມາດຕາ 76 ຂອງກົດໝາຍວ່າດ້ວຍຢາ ເສບຕິດກ່ຽວກັບມາດຕະການຕໍ່ຜູ້ອອກຢາເສບຕິດແລ້ວກັບຄືນມາ ຕິດໃໝ່ ຜູ້ອອກຢາເສບຕິດແລ້ວກັບຄືນມາຕິດໃໝ່ໃຫ້ປະຕິບັດດັ່ງນີ້: - ເສບຄັ້ງທີໜຶ່ງຈະຖືກຕໍານິວິຈານຕໍ່ໜ້າມະຫາຊົນແລະຈະ ຖືກປັບໃໝແຕ່ ໜຶ່ງແສນກີບ ຫາ ສາມແສນກີບ; - ເສບຄັ້ງທີສອງຈະຖືກລົງໂທດຕັດອິດສະລະພາບແຕ່ ສາມ ເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ ສາມແສນກີບ ຫາ ຫ້າແສນ ກີບ; - ເສບຄັ້ງທີສາມ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາຫ້າລ້ານ ກີບ.

..ມາດຕາ 5 ຜົນສັກສິດ

ມາດຕາ 5 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນ ປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປແລະປ່ຽນແທນບົດບັນຍັດ ມາດຕາ 146 ຂອງກົດໝາຍອາ ຍາແລະມາດຕາ 75, 76 ຂອງກົດໝາຍວ່າດ້ວຍຢາເສບຕິດ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້