ກົດໝາຍວ່າດ້ວຍການປະມົງ 09-07-2009

From Wikisource
Jump to navigation Jump to search

.ການປະມົງ 09-07-2009


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍການປະມົງກໍານົດຫຼັກການ,ລະບຽບການ ແລະມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມ ຄອງ,ການກວດກາວຽກງານການປະມົງເພື່ອສົ່ງເສີມການລ້ຽງ, ການອະນຸລັກ,ການປົກປັກຮັກສາ,ການພັດທະນາແລະນໍາໃຊ້ສັດ ນໍ້າແບບຍືນຍົງແນໃສ່ຮັບປະກັນການຕອບສະໜອງປາແລະສັດນໍ້າ ອື່ນເພື່ອເປັນອາຫານໃຫ້ປະຊາຊົນລາວບັນດາເຜົ່າ,ການປົກປັກ ຮັກສາສິ່ງແວດລ້ອມ,ປະກັບສ່ວນເຂົ້າໃນການພັດທະນາເສດຖະກິດ ຂອງຊາດ.

...ມາດຕາ 2 ການປະມົງ

ມາດຕາ 2 ການປະມົງ ການປະມົງແມ່ນກິດຈະການດ້ານການລ້ຽງ,ການອະນຸລັກ, ການປົກປັກຮັກສາ,ການພັດທະນາ,ການຫາ,ການນໍາໃຊ້ສັດນໍ້າ ດ້ວຍວິທີການຕ່າງໆໃນພື້ນທີ່ແຫຼ່ງນໍ້າໃດໜຶ່ງ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍ ດັ່ງນີ້: 1. ສັດນໍ້າໝາຍເຖິງສັດທຸກຊະນິດທີ່ເກີດແລະຂະຫຍາຍ ຕົວຢູ່ໃນນໍ້າຕາມທໍາມະຊາດຫຼືຖືກນໍາເອົາມາຈາກທໍາມະຊາດມາ ລ້ຽງ. 2. ກິດຈະການການປະມົງໝາຍເຖິງ ທຸກການເຄື່ອນໄຫວ ທີ່ກ່ຽວຂ້ອງກັບການລ້ຽງ,ການອະນຸລັກ,ການປົກປັກຮັກສາ,ການ ພັດທະນາ,ການຫາແລະການນໍ້າໃຊ້ສັດນໍ້າ; 3. ຜະລິດຕະພັນສັດນໍ້າໝາຍເຖິງຜົນຜະລິດຈາກຢາແລະ ສັດນໍ້າອື່ນທີ່ໄດ້ຜ່ານການປຸງແຕ່ງ; 4. ບໍລິເວນລ້ຽງສັດນໍ້າໝາຍເຖິງພື້ນທີ່ດິນ,ບໍລິເວນນໍ້າ ລວມທັງສິ່ງປຸກສ້າງແລະອຸປະກອນຕ່າງໆທີ່ນໍາໃຊ້ເຂົ້າໃນການ ລ້ຽງສັດນໍ້າ; 5. ພື້ນທີ່ແຫຼ່ງນໍ້າເພື່ອການປະມົງໝາຍເຖິງພື້ນທີ່ແຫຼ່ງນໍ້າ ທີ່ມີນໍ້າຕະຫຼອດປີຫຼືໃນບາງລະດູການຈະແມ່ນຈາກແຫຼ່ງນໍ້າທໍາມະ ໍຊາດຫຼືຈາກແຫຼ່ງນໍ້າທີ່ຄົນສ້າງຂຶ້ນລວມທັງພື້ນທີ່ນາທີ່ຈັດເປັນບ່ອນ ລ້ຽງສັດນໍ້າແລະບັນດາພື້ນທີ່ແມ່ນໍ້າອື່ນຮ່ວມຊາຍແດນກັບປະເທດ ເພື່ອນບ້ານທີ່ຂຶ້ນກັບອໍານາດອະທິປະໄພຂອງສປປລາວ. 6. ວັງສະຫງວນ ໝາຍເຖິງ ເຂດນໍ້າເປັນຕົ້ນບ່ອນນໍ້າເລິກ ໃນພື້ນທີ່ແຫຼ່ງນໍ້າຫຼືຕາມລໍາແມ່ນໍ້າໃດໜຶ່ງຕາມການກໍານົດຂອງຄະ ນະກໍາມະການຄຸ້ມຄອງການປະມົງຫຼືຕາມກົດລະບຽບຂອງການປະ ມົງຂັ້ນບ້ານ,ຂອງກົມກອງທີ່ໄດ້ກໍານົດໃຫ້ເປັນເຂດຫວງຫ້າມຕະ ຫຼອດລະດູການເພື່ອເປັນບ່ອນທີ່ຢູ່ອາໄສແລະແຜ່ພັນຢ່າງປອດໄພ ຂອງຊັບພະຍາກອນສັດນໍ້າ. 7. ເຄື່ອງມືຈັບປາ ໝາຍເຖິງ ອຸປະກອນຕ່າງໆເພື່ອໃຊ້ໃນ ການຫາປາແລະສັດນໍ້າອື່ນ. 8. ເຄື່ອງມືຈັບປາແບບດັບສູນ ໝາຍເຖິງ ອຸປະກອນຕ່າງໆ ທີ່ນໍາໃຊ້ເຂົ້າໃນການຫາປາແລະສັດນໍ້າອື່ນທີ່ມີລັກສະນະທໍາລາຍ ເຊັ່ນ: ທາດເບື່ອ,ລະເບີດ,ເຄື່ອງໄຟຟ້າ,ສານເຄມີ,ຄື້ນສຽງແລະ ອື່ນໆ. 9. ສັດນໍ້າປະເພດຫວງຫ້າມໝາຍເຖິງ ສັດນໍ້າປະເພດທີ່ມີ ຄຸນຄ່າສູງແລະມີຄວາມສໍາຄັນເປັນພິເສດຕໍ່ການພັດທະນາເສດຖະ ກິດ-ສັງຄົມ,ສິ່ງແວດລ້ອມແລະການສຶກສາຄົ້ນຄວ້າທາງດ້ານວິທະ ຍາສາດຕາມທີ່ໄດ້ກໍານົດໄວ້ໃນບັນຊີ 1​ ຂອງກົດໝາຍວ່າດ້ວຍສັດ ນໍ້າແລະສັດປ່າ.ສັດປະເພດດັ່ງກ່າວຕ້ອງໄດ້ຄຸ້ມຄອງ,ອະນຸລັກ,ປົກ ປັກຮັກສາແລະພັດທະນາ,ສ່ວນການນໍາໃຊ້ຕ້ອງໄດ້ຮັບອະນຸຍາດ ຈາກລັດຖະບານ. 10. ສັດນໍ້າປະເພດຄຸ້ມຄອງ ໝາຍເຖິງ ສັດນໍ້າປະເພດທີ່ມີ ຄຸນປະໂຫຍດທາງດ້ານເສດຖະກິດ-ສັງຄົມ,ສິ່ງແວດລ້ອມ,ຊີວິດ ການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າແລະການສຶກສາຄົ້ນ ຄວ້າທາງດ້ານວິທະຍາສາດຕາມທີ່ໄດ້ກໍານົດໄວ້ໃນບັນຊີ 2 ຂອງ ກົດໝາຍວ່າດ້ວຍສັດນໍ້າແລະສັດປ່າ. ສັດປະເພດດັ່ງກ່າວມີຈໍາ ນວນຈໍາກັດແລະສາມາດສູນພັນໄດ້ຊຶ່ງຕ້ອງອະນຸລັກ,ປົກປັກຮັກສາ ແລະຄວບຄຸມການນໍາໃຊ້; 11.​ ສັດນໍ້າປະເພດທົ່ວໄປໝາຍເຖິງສັດນໍ້າປະເພດທີ່ສາ ມາດຂະຫຍາຍພັນໄດ້ຕາມທໍາມະຊາດຢ່າງຫຼວງຫຼາຍ,ມີຄວາມສໍາ ຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ,ສິ່ງແວດລ້ອມແລະຕໍ່ການ ສຶກສາຄົ້ນຄວ້າທາງດ້ານວິທະຍາສາດຕາມທີ່ໄດ້ກໍານົດໄວ້ໃນບັນຊີ 3 ຂອງກົດໝາຍວ່າດ້ວຍສັດນໍ້າແລະສັດປ່າ. ສັດປະເພດດັ່ງກ່າວ ສາມາດນໍາໃຊ້ໄດ້ຕາມລະບຽບກົດໝາຍໂດຍຮັບປະກັນບໍ່ໃຫ້ສັດປະ ເພດດັ່ງກ່າວສູນພັນພ້ອມທັງບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມແລະ ລະບົບນິເວດ. 12.​ ປາເອ້ ໝາຍເຖິງ ຊະນິດປາທີ່ມີຂະໜາດ,ຮູບຮ່າງ ແລະ ສີສັນງົດງາມແຕກຕ່າງກັນທີ່ນໍາມາລ້ຽງເພື່ອຄວາມງາມ, ປະດັບແລະວາງສະແດງ. 13. ປາອໍ ຫຼື ປາກອງ ໝາຍເຖິງ ຝູງປາຈໍານວນຫຼວງ ຫຼາຍທີ່ກໍາລັງປະສົມພັນຢູ່ປາກນໍ້າ,ຫ້ວຍ,ຮ່ອງຫຼືບໍລິເວນນໍ້າໃດໜຶ່ງ ແລ້ວກຽມຈະຂຶ້ນໄປວາງໄຂ່ຕາມຮ່ອມຫ້ວຍຫຼືຕາດນໍ້າ. 14. ຊາວປະມົງໝາຍເຖິງ ຜູ້ລ້ຽງ,ຜູ້ພັດທະນາ,ຜູ້ຫາປາຫຼື ສັດນໍ້າອື່ນເປັນອາຊີບຕົ້ນຕໍ. 15. ການຄຸ້ມຄອງການປະມົງແບບຍືນຍົງ ໝາຍເຖິງການ ນໍາໃຊ້ບັນດາມາດຕະການທາງດ້ານລະບຽບກົດໝາຍ,ແຜນການ ແລະການຈັດຕັ້ງຂອງອົງການທີ່ກ່ຽວຂ້ອງເພື່ອພັດທະນາ,ຄວບຄຸມ ແລະກວດກາການປະມົງເຮັດໃຫ້ວຽກງານດັ່ງກ່າວມີການຂະ ຫຍາຍຕົວຢ່າງໝັ້ນຄົງ,ມີລັກສະນະເສດຖະກິດ,ມີປະສິດທິຜົນ,ຮັບ ປະກັນສິ່ງແວດລ້ອມ,ມີຊີວິດຊີວາແລະເປັນທີ່ຍອມຮັບຂອງສັງຄົມ ທັງຕອບສະໜອງໄດ້ຄວາມຕ້ອງການຂອງຄົນຮຸ່ນປະຈຸບັນແລະຄົນ ຮຸ່ນຕໍ່ໄປ; 16. ຊັບພະຍາກອນການປະມົງ ໝາຍເຖິງ ຊີວະນາໆພັນ ໃນແຫຼ່ງນໍ້າ,ພາຫະນະ,ເຄື່ອງມື,ເຕັກນິກທີ່ນໍາໃຊ້ເຂົ້າໃນການລ້ຽງ, ການອະນຸລັກ,ການປົກປັກຮັກສາ,ການພັດທະນາແລະການນໍາໃຊ້ ສັດນໍ້າ; 17. ຜູ້ປະກອບການ ໝາຍເຖິງ ບຸກຄົນ,ຄອບຄົວຫຼືການຈັດ ຕັ້ງທີ່ດໍາເນີນກິດຈະການຫຼືທຸລະກິດກ່ຽວກັບການປະມົງ.

...ມາດຕາ 4 ກໍາມະສິດກ່ຽວກັບປາແລະສັດນໍ້າອື່ນ

ມາດຕາ 4 ກໍາມະສິດກ່ຽວກັບປາແລະສັດນໍ້າອື່ນ ປາແລະສັດນໍ້າອື່ນທຸກປະເພດຕາມທໍາມະຊາດທີ່ບໍ່ເປັນກໍາ ມະສິດຂອງບຸກຄົນຫຼືການຈັດຕັ້ງໃນຂອບເຂດດິນແດນຂອງສປປ ລາວເປັນກໍາມະສິດຂອງວົງຄະນະຍາດແຫ່ງຊາດເຊິ່ງເປັນລັດ ເປັນຜູ້ຄຸ້ມຄອງຢ່າງລວມສູນແລະເປັນເອກະພາບໃນທົ່ວປະເທດ. ລັດຮັບຮູ້ສິດນໍາໃຊ້ຂອງບຸກຄົນແລະການຈັດຕັ້ງຕາມລະບຽບກົດ ໝາຍ. ສໍາລັບປາແລະສັດນໍ້າອື່ນທີ່ບຸກຄົນຫຼືການຈັດຕັ້ງໄດ້ນໍາເອົາ ມາລ້ຽງໃນພື້ນທີ່ໃດໜຶ່ງດ້ວຍເຫື່ອແຮງຫຼືທຶນຮອນຂອງຕົນເປັນກໍາ ມະສິດຂອງຜູ້ລ້ຽງ ຍົກເວັ້ນພໍ່ພັນແມ່ພັນແລະສາຍພັນຮຸ່ນ 1 ສໍາ ລັບສັດນໍ້າປະເພດຫວງຫ້າມແລະພໍ່ພັນແມ່ພັນສໍາລັບສັດນໍ້າປະເພດ ຄຸ້ມຄອງ.ໃນກໍລະນີທີ່ນໍາມາລ້ຽງເປັນທຸລະກິດການປະມົງຕ້ອງມີ ການເຫັນດີຈາກຂະແໜງການກະສິກໍາແລະປ່າໄມ້.

...ມາດຕາ 5 ນະໂຍບາຍຂອງລັດດ້ານການປະມົງ

ມາດຕາ 5 ນະໂຍບາຍຂອງລັດດ້ານການປະມົງ ລັດສົ່ງເສີມການລ້ຽງ,ອະນຸລັກ,ປົກປັກຮັກສາ,ພັດທະນາ, ຂະຫຍາຍພັນສັດນໍ້າແລະຄຸ້ມຄອງການນໍາໃຊ້ສັດນໍ້າຕາມທ່າແຮງ ຂອງທ້ອງຖິ່ນດ້ວຍການວາງນະໂຍບາຍ,ລະບຽບກົດໝາຍ,ສະ ໜອງທຶນຮອນ,ສົ່ງເສີມດ້ານວິຊາການ,ການຄົ້ນຄວ້າ,ການນໍາໃຊ້ ເຕັກໂນໂລຊີ,ຂໍ້ມູນຂ່າວສານແລະມາດຕະການຕ່າງໆເພື່ອເພີ່ມ ຈໍານວນສັດນໍ້າໃຫ້ຫຼາຍຂຶ້ນແນໃສ່ຕອບສະໜອງຄວາມຕ້ອງການ ຂອງປະຊາຊົນບັນດາເຜົ່າ. ລົດສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງທັງພາຍໃນແລະ ຕ່າງປະເທດລົງທຶນເຂົ້າໃນການລ້ຽງ,ອະນຸລັກ,ປົກປັກຮັກສາ,ພັດ ທະນາ,ຂະຫຍາຍພັນແລະການປຸງແຕ່ງປາແລະສັດນໍ້າອື່ນດ້ວຍ ການປະຕິບັດນະໂຍບາຍຕ່າງໆເຊັ່ນ:ນະໂຍບາຍສິນເຊື່ອ,ຍົກເວັ້ນ ຫຼືຫຼຸດຜ່ອນພາສີອາກອນຕາມລະບຽບກົດໝາຍ. ລັດຊຸກຍູ້ໃຫ້ຊາຍປະມົງຈັດຕັ້ງເປັນກຸ່ມ,ເປັນສະມາຄົມ,ເປັນ ສະຫະກອນເພື່ອສົ່ງເສີມວິທີການຜະລິດ,ການປຸງແຕ່ງປາແລະສັດ ນໍ້າອື່ນແນໃສ່ຮັບປະກັນຄຸນນະພາບຂອງຜົນຜະລິດ,ຜະລິດຕະພັນ ສັດນໍ້າລວມທັງເປັນເຈົ້າການໃນການຄຸ້ມຄອງການປະມົງໃຫ້ມີປະ ສິດທິຜົນແລະດໍາເນີນກິດຈະການການປະມົງຢ່າງຖືກຕ້ອງຕາມລະ ບຽບກົດໝາຍ.

...ມາດຕາ 6 ຫຼັກການພື້ນຖານດ້ານການປະມົງ

ມາດຕາ 6 ຫຼັກການພື້ນຖານດ້ານການປະມົງ ຫຼັກການພື້ນຖານດານການປະມົງມີດັ່ງນີ້: 1. ເອົາການລ້ຽງ,ການອະນຸລັກ,ການປົກປັກຮັກສາ,ການ ພັດທະນາ,ການຂະຫຍາຍພັນປາແລະສັດນໍ້າອື່ນແບບຍືນຍົງເປັນ ວຽກງານທີ່ມີສ່ວນຮ່ວມຂອງທົ່ວປວງຊົນ; 2. ເອົາການລ້ຽງ,ການອະນຸລັກ,ການປົກປັກຮັກສາ,ການ ພັດທະນາ,ການຂະຫຍາຍພັນປາແລະສັດນໍ້າອື່ນເປັນຕົ້ນຕໍ,ເອົາ ການຄຸ້ມຄອງການຫາປາແລະສັດນໍ້າອື່ນເປັນສໍາຄັນ; 3. ນໍາໃຊ້ສັດນໍ້າໃຫ້ຖືກຕ້ອງຕາມລະບຽບກົດໝາຍ,ມີປະ ສິດທິຜົນ,ຍືນຍົງແລະບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມສັງຄົມຫຼືທໍາ ມະຊາດ. 4. ສ້າງແລະປົກປັກຮັກສາ ເຂດອະນຸລັກພັນສັດນໍ້າຫຼືວັງ ສະຫງວນ,ຖິ່ນທີ່ຢູ່ອາໄສແລະແຫຼ່ງອາຫານຂອງສັດນໍ້າເພື່ອສ້າງ ເງື່ອນໄຂໃຫ້ສັດດັ່ງກ່າວເຕີບໃຫຍ່,ຂະຫຍາຍພັນແນໃສ່ຮັກສາ ຄວາມສົມດຸນຂອງລະບົບນິເວດ; 5. ອະນຸລັກ,ປົກປັກຮັກສາ,ພັດທະນາ,ນໍາໃຊ້ສັດນໍ້າ,ຄຸ້ມ ຄອງແລະກວດກາການປະມົງໃຫ້ສອດຄ່ອງກັບສົນທິສັນຍາສາກົນ ທີ່ ສປປລາວ ເປັນພາຄີ;

...ມາດຕາ 7 ພັນທະໃນການປົກປັກຮັກສາ,ພັດທະນາແລະນໍາໃຊ້ສັດນໍ້າ

ມາດຕາ 7 ພັນທະໃນການປົກປັກຮັກສາ,ພັດທະນາແລະນໍາໃຊ້ ສັດນໍ້າ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງລ້ວນແຕ່ມີພັນທະໃນ ການອະນຸລັກ,ປົກປັກຮັກສາ,ພັດທະນາແລະນໍາໃຊ້ສັດນໍ້າໃຫ້ຖືກ ຕ້ອງຕາມລະບຽບກົດໝາຍແລະນໍາໃຊ້ມາດຕະການອັນຈໍາເປັນ ເພື່ອສະກັດກັ້ນຜົນກະທົບຕໍ່ສັດນໍ້າເຊິ່ງເກີດຈາກທໍາມະຊາດຫຼືການ ກະທໍາຂອງຄົນເຊັ່ນ: ການປ່ອຍມົນລະພິດລົງໃສ່ແຫຼ່ງນໍ້າທໍາມະ ຊາດ,ພະຍາດລະບາດ,ການຫາປາແລະສັດນໍ້າອື່ນແບບທໍາລາຍ, ການຊື້ຂາຍທີ່ບໍ່ຖືກຕ້ອງ,ການທໍາລາຍຖິ່ນທີ່ຢູ່ອາໄສ,ບ່ອນວາງ ໄຂ່ແລະແຫຼ່ງອາຫານຂອງສັດນໍ້າ.


...ມາດຕາ 8 ການຮ່ວມມືສາກົນ

ມາດຕາ 8 ການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນ ແລະອົງການຈັດຕັ້ງສາກົນໃນວຽກງານການປະມົງດ້ວຍການ ແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ວິທະຍາສາດ,ເຕັກໂນໂລຊີ, ການຍົກລະດັບວິຊາການ,ການເຂົ້າຮ່ວມແລະປະຕິບັດສັນຍາ ແລະສົນທິສັນຍາສາກົນທີ່ສປປລາວເປັນພາຄີ.

..ພາກທີ 2 ການປະມົງ


...ໝວດທີ 1 ປະເພດປາແລະສັດນໍ້າອື່ນ


....ມາດຕາ 9 ການແບ່ງປະເທດປາແລະສັດນໍ້າອື່ນ

ມາດຕາ 9 ການແບ່ງປະເທດປາແລະສັດນໍ້າອື່ນ ປະແລະສັດນໍ້າອື່ນແບ່ງອອກເປັນສາມປະເພດດັ່ງນີ້: 1.​ ປະເພດຫວງຫ້າມ; 2. ປະເພດຄຸ້ມຄອງ; 3. ປະເພດທົ່ວໄປ.

....ມາດຕາ 10 ປາແລະສັດນໍ້າອື່ນປະເພດຫວງຫ້າມ

ມາດຕາ 10 ປາແລະສັດນໍ້າອື່ນປະເພດຫວງຫ້າມ ປາແລະສັດນໍ້າອື່ນປະເພດຫວງຫ້າມຕ້ອງໄດ້ຮັບການອະນຸ ລັດ,ປົກປັກຮັກສາ,ພັດທະນາແລະບໍ່ອະນຸຍາດໃຫ້ນໍາໃຊ້ສັດນໍ້າປະ ເພດດັ່ງກ່າວເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກລັດຖະບານ. ລັດຖະບານເປັນຜູ້ຕົກລົງການຄົ້ນຄ້ວາປ່ຽນແປງບັນຊີສັດ ນໍ້າປະເພດຫວງຫ້າມແຕ່ລະໄລຍະຕາມການສະເໜີຂອງກະຊວງ ປະສິກໍາແລະປ່າໄມ້.

....ມາດຕາ 11: ປາແລະສັດນໍ້າອື່ນປະເພດຄຸ້ມຄອງ

ມາດຕາ 11: ປາແລະສັດນໍ້າອື່ນປະເພດຄຸ້ມຄອງ ປາແລະສັດນໍ້າອື່ນປະເພດຄຸ້ມຄອງຕ້ອງໄດ້ຮັບການອະນຸ ລັກ,ປົກປັກຮັກສາ,ພັດທະນາ,ຄວບຄຸມແລະກວດກາການນໍາໃຊ້ ສັດນໍ້າປະເພດດັ່ງກ່າວຕາມລະບຽບກົດໝາຍ. ອົງການປົກຄອງທ້ອງຖິ່ນເປັນຜູ້ອອກຂໍ້ຕົກລົງກ່ຽວກັບ ການບໍ່ອະນຸຍາດໃຫ້ນໍາໃຊ້ສັດນໍ້າປະເພດຄຸ້ມຄອງຖ້າເຫັນວ່າ ສັດນໍ້າປະເພດດັ່ງກ່າວມີຄວາມສ່ຽງຕໍ່ການຈະສູນພັນໃນພື້ນທີ່ ແຫຼ່ງນໍ້າທີ່ຄົນຄຸ້ມຄອງແລ້ວແຈ້ງໃຫ້ຂະແໜງການກະສິກໍາແລະ ປ່າໄມ້ທີ່ກ່ຽວຂ້ອງ. ກະຊວງກະສິກໍາແລະປ່າໄມ້ເປັນຜູ້ອອກຂໍ້ຕົກລົງກ່ຽວກັບ ການບໍ່ອະນຸຍາດໃຫ້ນໍາ້ໃຊ້ບາງສັດນໍ້າປະເພດຄຸ້ມຄອງບົນພື້ນຖານ ການສະເໜີຂອງບັນດາອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຖ້າ ເຫັນວ່າສັດນໍ້າປະເພດດັ່ງກ່າວມີຄວາມສ່ຽງຕໍ່ການຈະສູນພັນໃນ ພື້ນທີ່ແຫຼ່ງນໍ້າທີ່ກວມເອົາສອງແຂວງຂຶ້ນໄປ.

....ມາດຕາ 12 ປາແລະສັດນໍ້າອື່ນປະເພດທົ່ວໄປ

ມາດຕາ 12 ປາແລະສັດນໍ້າອື່ນປະເພດທົ່ວໄປ ປາແລະສັດນໍ້າອື່ນປະເພດທົ່ວໄປຕ້ອງໄດ້ຮັບການປົກປັກ ັຮັກສາ,ພັດທະນາແລະອະນຸຍາດໃຫ້ນໍາໃຊ້ໂດຍຖືກຕ້ອງຕາມລະ ບຽບກົດໝາຍເພື່ອຮັບປະກັນບໍ່ໃຫ້ສູນພັນພ້ອມທັງບໍ່ໃຫ້ມີຜົນປະທົບ ຕໍ່ສິ່ງແວດລ້ອມແລະລະບົບນິເວດ.

...ໝວດທີ 2 ຮູບແບບການປະມົງ


....ມາດຕາ 13 ຮູບແບບການປະມົງ

ມາດຕາ 13 ຮູບແບບການປະມົງ ການປະມົງປະກອບດ້ວຍສອງຮູບແບບດັ່ງນີ້: 1. ການປະມົງແບບຄອບຄົວ; 2. ການປະມົງແບບທຸລະກິດ.

....ມາດຕາ 14 ການປະມົງແບບຄອບຄົວ

ມາດຕາ 14 ການປະມົງແບບຄອບຄົວ ການປະມົງແບບຄອບຄົວແມ່ນການລ້ຽງ,ການອະນຸລັກ, ການປົກປັກຮັກສາ,ການພັດທະນາ,ການຫາແລະການນໍາໃຊ້ສັດ ນໍ້າໃນຂອບເຂດພື້ນທີ່ແຫຼ່ງນໍ້າໃດໜຶ່ງໂດຍສອດຄ່ອງກັບລະບຽບ ກົດໝາຍເພື່ອຊົມໃຊ້ໃນຊີວິດປະຈໍາວັນຂອງຄອບຄົວເປັນຕົ້ນຕໍ. ການລ້ຽງປາແລະສັດນໍ້າອື່ນປະເພດທົ່ວໄປແບບຄອບຄົວ ແມ່ນໃຫ້ນໍາໃຊ້ເນື້ອທີ່ໜອງຫຼືພື້ນທີ່ແຫຼ່ງນໍ້າບໍ່ເກີນ ສິບຫ້າພັນຕາ ແມັດຫຼືລ້ຽງໃສ່ກະຊັງທີ່ມີເນື້ອທີ່ບໍ່ເກີນ ໜຶ່ງລ້ອຍຊາວ ຕາແມັດ ຕໍ່ຄອບຄົວ. ການລ້ຽງປາປະເພດທົ່ວໄປ,ປະເພດຫວງຫ້າມສາຍພັນ ຮຸ່ນ 2, ປະເພດຄຸ້ມຄອງ ສາຍພັນ ຮຸ່ນ 1 ບໍ່ຈໍາເປັນຕ້ອງຂໍອະນຸ ຍາດຈາກຂະແໜງການທີ່ກ່ຽວຂ້ອງ. ສໍາລັບພໍ່ພັນແມ່ພັນແລະສາຍພັນຮຸ່ນ 1 ຂອງສັດນໍ້າປະ ເພດຫວງຫ້າມແລະພໍ່ພັນແມ່ນພັນຂອງສັດນໍ້າປະເພດຄຸ້ມຄອງ ແມ່ນບໍ່ອະນຸຍາດໃຫ້ຄອບຄົວລ້ຽງ. ຊາງປະມົງຕ້ອງໄດ້ຂຶ້ນບັນຊີສໍາມະໂນຄົວຊາວປະມົງຕາມ ລະບຽບການຂອງຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນ ທີ່ແຫຼ່ງນໍ້ານັ້ນ.

....ມາດຕາ 15 ການປະມົງແບບທຸລະກິດ

ມາດຕາ 15 ການປະມົງແບບທຸລະກິດ ການປະມົງແບບທຸລະກິດ ແມ່ນ ການລ້ຽງ,ການຂະຫຍາຍ ແນວພັນ,ການຫາ,ການປຸງແຕ່ງປາແລະສັດນໍ້າອື່ນ ເພື່ອເປັນສິນ ຄ້າແລະຈໍາໜ່າຍ,ປະກອບສ່ວນເຂົ້າໃນການອະນຸລັກແລະການປົກ ປັກຮັກສາສັດນໍ້າ.

..ພາກທີ 3​ ກິດຈະການແລະການປົກປັກຮັກສາການປະມົງ


...ໝວດທີ 1 ກິດຈະການການປະມົງ


....ມາດຕາ 16 ຂັ້ນຕອນຂອງກິດຈະການການປະມົງ

ມາດຕາ 16 ຂັ້ນຕອນຂອງກິດຈະການການປະມົງ ການລ້ຽງ,ການອະນຸລັກ,ການປົກປັກຮັກສາ,ການພັດທະ ນາ,ການຫາແລະການນໍາໃຊ້ສັດນໍ້າເປັນກິດຈະການຂອງການປະ ມົງເຊິ່ງຕ້ອງດໍາເນີນຕາມຂັ້ນຕອນດັ່ງນີ້: 1. ການສໍາຫຼວດການປະມົງ; 2. ການວາງແຜນຍຸດທະສາດດ້ານການປະມົງ; 3. ການສຶກສາຄົ້ນຄວ້າວິທະຍາສາດດ້ານການປະມົງ.

....ມາດຕາ 17 ການສໍາຫຼວດການປະມົງ

ມາດຕາ 17 ການສໍາຫຼວດການປະມົງ ການສໍາຫຼວດການປະມົງແມ່ນການເກັບກໍາຂໍ້ມູນສະຖິຕິ ກ່ຽວກັບປາແລະສັດນໍ້າອື່ນແຕ່ລະປະເພດ,ຊະນິດ,ສາຍພັນຕາມ ສະພາບການຂະຫຍາຍຕົວໃນແຕ່ລະໄລຍະ,ແຕ່ລະເຂດພື້ນທີ່ແຫຼ່ງ ນໍ້າເພື່ອຈັດສັນ,ເປັນຂໍ້ມູນໃນການວາງແຜນອະນຸລັກ,ປົກປັກຮັກ ສາ,ພັດທະນາແລະຄຸ້ມຄອງ. ການສໍາຫຼວດການລ້ຽງສັດນໍ້າແມ່ນການເກັບຂໍ້ມູນສະຖິຕິ ເນື້ອທີ່ການລ້ຽງ,ປະເພດພັນປາແລະສັດນໍ້າອື່ນ,ວິທີການລ້ຽງເພື່ອ ເປັນພື້ນຖານໃຫ້ແກ່ການວາງແຜນພັດທະນາວຽກງານການປະ ມົງ. ການສໍາຫຼວດການຫາ,ການນໍາໃຊ້ສັດນໍ້າແມ່ນການເກັບ ກໍາຂໍ້ມູນສະຖິຕິພື້ນທີ່ແຫຼ່ງນໍ້າ,ວິທີການຫາ,ເຄື່ອງມືອຸປະກອນ,ເຕັກ ນິກການຫາແລະການນໍາໃຊ້ເພື່ອວາງແຜນຄຸ້ມຄອງດ້ວຍການກໍາ ນົດເຂດຫາ,ລະດູການຫາແລະເຄື່ອງມືອຸປະກອນການຫາທີ່ເໝາະ ສົມ. ການສໍາຫຼວດການປະມົງແມ່ນໃຫ້ຂະແໜງການກະສິກໍາ ແລະປ່າໄມ້ເປັນເຈົ້າການໂດຍປະສານສົມທົບກັບຂະແໜງການ ອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເປັນຜູ້ດໍາເນີນ.

....ມາດຕາ 18 ການວາງແຜນຍຸດທະສາດດ້ານການປະມົງ

ມາດຕາ 18 ການວາງແຜນຍຸດທະສາດດ້ານການປະມົງ ກະຊວງກະສິກໍາແລະປ່າໄມ້ປະສານສົມທົບກັບຂະແໜງ ການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ວາງແຜນ ຍຸດທະສາດຮອບດ້ານແລະຍາວນານໃນການຄຸ້ມຄອງ,ປົກປັກຮັກ ສາແລະພັດທະນາການປະມົງເພື່ອເປັນທິດທາງລວມໃນການ ຫັນເປັນແຜນງານ,ໂຄງການແລະມາດຕະການສະເພາະໜ້າ ກ້າວໄປສູ່ການລ້ຽງແລະການປຸງແຕ່ງແບບອຸດສາຫະກໍາແລະ ທັນສະໄໝ.

....ມາດຕາ 19 ການສຶກສາຄົ້ນຄວ້າວິທະຍາສາດດ້ານການປະມົງ

ມາດຕາ 19 ການສຶກສາຄົ້ນຄວ້າວິທະຍາສາດດ້ານການປະມົງ ການສຶກສາຄົ້ນຄວ້າວິທະຍາສາດດ້ານການປະມົງແມ່ນ ການສຶກສາ,ຄົ້ນຄວ້າທົດລອງວິທະຍາສາດກ່ຽວກັບແນວພັນໃໝ່, ເຕັກນິກການລ້ຽງແບບໃໝ່,ການຜະລິດອາຫານປາແລະສັດນໍ້າ ອື່ນ,ເຕັກໂນໂລຊີການປຸງແຕ່ງ,ພະຍາດປາ,ການປິ່ນປົວ,ລະບົບ ນິເວດວິທະຍາແລະອື່ນໆເພື່ອເສີມຂະຫຍາຍສິດເປັນເຈົ້າໃນວຽກ ງານການປະມົງ,ຈໍາກັດການນໍາເຂົ້າແນວພັນ,ຫົວອາຫານປາ ແລະສັດນໍ້າອື່ນຈາກຕ່າງປະເທດ. ຂະແໜງການກະສິກໍາແລະປ່າໄມ້ເອົາໃຈໃສ່ສ້າງແລະ ປັບປຸງສະຖາບັນ,ສູນຄົ້ນຄວ້າທົດລອງເພື່ອດໍາເນີນການສຶກສາ, ຄົ້ນຄວ້າທົດລອງວິທະຍາສາດ.ເພື່ອຮັບປະກັນໃຫ້ແກ່ການຄົ້ນຄວ້າ ທົດລອງ,ຜະລິດ,ສະໜອງແນວພັນປາແລະສັດນໍ້າອື່ນຢ່າງກວ້າງ ຂວາງນັ້ນທຸກພາກສ່ວນຂອງລັດແລະເອກະຊົນຕ້ອງເຂົ້າຮ່ວມໃນ ວຽກງານດັ່ງກ່າວ. ການນໍາເຂົ້າແລະສົ່ງອອກຕົວຢ່າງປາແລະສັດນໍ້າອື່ນເປັນ ຕົ້ນຊາກຫຼືສິ້ນສ່ວນເພື່ອການສຶກສາ,ຄົ້ນຄວ້າທາງວິທິຍາສາດ ຕ້ອງໄດ້ຮັບອະນຸຍາດຈາກກະຊວງກະສິກໍາແລະປ່າໄມ້.ພາຍຫຼັງ ທີ່ສໍາເລັດການສຶກສາດຄົ້ນຄວ້າແລ້ວຕ້ອງລາຍງານຜົນໄດ້ຮັບໃຫ້ ກະຊວງກະສິກໍາແລະປ່າໄມ້. ການສຶກສາຄົ້ນຄວ້າວິທະຍາສາດດ້ານການປະມົງຕ້ອງໄດ້ ຮັບອະນຸຍາດຈາກລັດຖະບານ. ....ມາດຕາ 20 ເງື່ອນໄຂສໍາລັບການຄົ້ນຄວ້າວິທະຍາສາດດ້ານການປະມົງ

ມາດຕາ 20 ເງື່ອນໄຂສໍາລັບການຄົ້ນຄວ້າວິທະຍາສາດດ້ານ ການປະມົງ ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງສຶກສາຄົ້ນຄວ້າວິທະຍາ ສາດດ້ານການປະມົງຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້: 1. ກໍານົດບ່ອນຫຼືເຂດໃນພື້ນທີ່ແຫຼ່ງນໍ້າ,ໂຄງການຄົ້ນຄວ້າ ໃຫ້ຈະແຈ້ງ; 2. ກໍານົດເຄື່ອງມືອຸປະກອນການຄົ້ນຄວ້າແລະວິທີການ, ເຕັກນິກທີ່ຈະນໍາໃຊ້; 3. ກໍານົດເວລາຂອງການນໍາໃຊ້ໃບອະນຸຍາດຄົ້ນຄວ້າ. 4. ມີນັກວິຊາການລາວເຂົ້າຮ່ວມໃນໂຄງການຄົ້ນຄວ້າ. ພາຍຫຼັງທີ່ໄດ້ສໍາເລັດການຄົ້ນຄວ້າແລ້ວຕ້ອງລາຍງານ ຜົນແລະແຜນພັດທະນາການປະມົງໃນຕໍ່ໜ້າຕໍ່ຂະແໜງການກະ ສິກໍາແລະປ່າໄມ້.

...ໝວດທີ 2 ການປົກປັກຮັກສາແລະການພັດທະນາການປະມົງ


....ມາດຕາ 21 ການປົກປັກຮັກສາການປະມົງ

ມາດຕາ 21 ການປົກປັກຮັກສາການປະມົງ ການປົກປັກຮັກສາການປະມົງປະກອບດ້ວຍ: - ການປົກປັກຮັກສາປາແລະສັດນໍ້າອື່ນ. - ການປົກປັກຮັກສາຖິ່ນທີ່ຢູ່ອາໄສແລະລະບົບນິເວດ. ....ມາດຕາ 22 ການປົກປັກຮັກສາປາແລະສັດນໍ້າອື່ນ

ມາດຕາ 22 ການປົກປັກຮັກສາປາແລະສັດນໍ້າອື່ນ ການປົກປັກຮັກສາປາແລະສັດນໍ້າອື່ນແມ່ນການປ້ອງກັນ ປາແລະສັດນໍ້າອື່ນບໍ່ໃຫ້ຖືກທໍາລາຍດ້ວຍທໍາມະຊາດຫຼືການກະທໍາ ຂອງຄົນເຊັ່ນ:ການຫາປາແລະສັດນໍ້າອື່ນດ້ວຍການນໍາໃຊ້ເຄື່ອງມື ອຸປະກອນແລະວິທີການຫາແບບທໍາລາຍເພື່ອເຮັດໃຫ້ປາແລະສັດ ນໍ້າອື່ນມີການຂະຫຍາຍຕົວແລະອຸດົມສົມບູນຕະຫຼອດໄປ.

....ມາດຕາ 23 ການປົກປັກຮັກສາຖິ່ນທີ່ຢູ່ອາໄສແລະລະບົບນິເວດ

ມາດຕາ 23 ການປົກປັກຮັກສາຖິ່ນທີ່ຢູ່ອາໄສແລະລະບົບນິເວດ ການປົກປັກຮັກສາຖິ່ນທີ່ຢູ່ອາໄສແລະລະບົບນິເວດແມ່ນ ການອະນຸລັກ,ຮັກສາຖິ່ນທີ່ຢູ່ອາໄສຂອງປາແລະສັດນໍ້າອື່ນແລະ ລະບົບນິເວດຂອງພື້ນທີ່ແຫຼ່ງນໍ້າລວມທັງວັງສະຫງວນ,ເຂດເພາະ ພັນປາທໍາມະຊາດ,ແຫຼ່ງອາຫານແລະເຂດຫວງຫ້າມອື່ນເພື່ອໃຫ້ ຊີວະນາໆພັນມີຄວາມອຸດົມສົມບູນແລະຍືນຍົງ.ພ້ອມກັນນັ້ນກໍ່ຕ້ອງ ວາງມາດຕະການປ້ອງກັນເພື່ອສະກັດກັ້ນການບຸກລຸກການທໍາ ລາຍຈາກການກະທໍາຂອງຄົນຫຼືຈາກທໍາມະຊາດ.

....ມາດຕາ 24 ການພັດທະນາການປະມົງ

ມາດຕາ 24 ການພັດທະນາການປະມົງ ການພັດທະນາການປະມົງແມ່ນການປັບປຸງການລ້ຽງ, ການຂະຫຍາຍພັນແລະການປຸງແຕ່ງແລະສັດນໍ້າອື່ນໃຫ້ມີປະສິດ ທິຜົນດ້ວຍການນໍາໃຊ້ເຕັກນິກແລະເຕັກໂນໂລຊີໃໝ່. ການພັດທະນາການລ້ຽງແມ່ນການປັບປຸງຮູບແບບການ ລ້ຽງໄປສູ່ຮູບແບບການລ້ຽງທີ່ທັນສະໄໝແລະວິທີການລ້ຽງແຕ່ ລະປະເພດໃຫ້ແທດເໝາະກັບເງື່ອນໄຂ,ທ່າແຮງແລະສະພາບ ແວດລ້ອມຂອງທ້ອງຖິ່ນແນໃສ່ຍົກສູງຜະລິດຕະພາບຂອງປາແລະ ສັດນໍ້າອື່ນໃຫ້ສາມາດຕອບສະໜອງຄວາມຕ້ອງການພາຍໃນແລະ ເປັນສິນຄ້າສົ່ງອອກ. ການພັດທະນາການຂະຫຍາຍພັນປາແລະສັດນໍ້າອື່ນແມ່ນ ການຜະລິດແນວພັນສັດນໍ້າໃໝ່ທີ່ດີແລະຮັບປະກັນທັງປະລິມານ ແລະຄຸນນະພາບຂອງສັດນໍ້າເພື່ອຕອບສະໜອງຄວາມຕ້ອງການ ຂອງສັງຄົມແລະຕະຫຼາດ. ການພັດທະນາການປຸງແຕ່ງປາແລະສັດນໍ້າອື່ນແມ່ນການ ເຮັດໃຫ້ຜະລິດຕະພັນສັດນໍ້າມີຄຸນນະພາບດ້ວຍການນໍາໃຊ້ວິທະຍາ ສາດເຕັກນິກເຕັກໂນໂລຊີທີ່ທັນສະໄໝ. ..ພາກທີ 4 ການນໍາໃຊ້ສັດນໍ້າ


...ໝວດທີ 1 ປະເພດການນໍາໃຊ້ສັດນໍ້າ


....ມາດຕາ 25 ປະເພດການນໍາໃຊ້ສັດນໍ້າ

ມາດຕາ 25 ປະເພດການນໍາໃຊ້ສັດນໍ້າ ການນໍ້າໃຊ້ສັດນໍ້າມີສີ່ປະເພດດັ່ງນີ້: 1. ການນໍາໃຊ້ເພື່ອຄອບຄົວ; 2. ການນໍາໃຊ້ເພື່ອສາທາລະນະປະໂຫຍດ; 3. ການນໍາໃຊ້ຕາມຮີດຄອງ; 4. ການນໍາໃຊ້ເພື່ອທຸລະກິດ.

....ມາດຕາ 26 ການນໍາໃຊ້ເພື່ອຄອບຄົວ

ມາດຕາ 26 ການນໍາໃຊ້ເພື່ອຄອບຄົວ ການນໍາໃຊ້ສັດນໍ້າເພື່ອຄອບຄົວແມ່ນການນໍາເອົາປາແລະ ສັດນໍ້າອື່ນເຊິ່ງໄດ້ຈາກການລ້ຽງ,ການຫາມາປຸງແຕ່ງເປັນອາ ຫານເພື່ອບໍລິໂພກ,ເປັນປາເອ້ຫຼືຈໍາໜ່າຍສ້າງເປັນລາຍຮັບໃຫ້ແກ່ ຄອບຄົວ.

....ມາດຕາ 27 ການນໍາໃຊ້ເພື່ອສາທາລະນະປະໂຫຍດ

ມາດຕາ 27 ການນໍາໃຊ້ເພື່ອສາທາລະນະປະໂຫຍດ ການນໍາໃຊ້ສັດນໍ້າເພື່ອສາທາລະນະປະໂຫຍດແມ່ນການ ນໍາເອົາປາແລະສັດນໍ້າອື່ນມາຮັບໃຊ້ຜົນປະໂຫຍດສ່ວນລວມເຊັ່ນ: ການວາງສະແດງຢູ່ຫໍພິພິດທະພັນ,ສວນສັດແລະອື່ນໆເພື່ອການ ເຂົ້າຊົມແລະສຶກສາຄົ້ນຄວ້າວິທະຍາສາດ,ແຕ່ການນໍາໃຊ້ນັ້ນ ຕ້ອງຮັບປະກັນຄວາມຍືນຍົງ,ບໍ່ໃຫ້ມີຜົນປະທົບຕໍ່ສິ່ງແວດລ້ອມສັງ ຄົມຫຼືທໍາມະຊາດ.

....ມາດຕາ 28 ການນໍາໃຊ້ຕາມຮີດຄອງ

ມາດຕາ 28 ການນໍາໃຊ້ຕາມຮີດຄອງ ການນໍາໃຊ້ສັດນໍ້າຕາມຮີດຄອງແມ່ນການນໍາເອົາປາແລະ ສັດນໍ້າອືື່ນມາໃຊ້ເພື່ອຄວາມຈໍາເປັນທາງດ້ານວັດທະນະທໍາຫຼືຄວາມ ເຊື່ອຖືແລະບຸນປະເພນີບ້ານເຊັ່ນ:ການປ່ອຍປາ,ປ່ອຍຫອຍ,ປ່ອນ ອ່ຽນ,ການຜ່າໜອງແລະອື່ນໆ.

....ມາດຕາ 29 ການນໍາໃຊ້ເພື່ອທຸລະກິດ

ມາດຕາ 29 ການນໍາໃຊ້ເພື່ອທຸລະກິດ ການນໍາໃຊ້ສັດນໍ້າເພື່ອທຸລະກິດແມ່ນການປຸງແຕ່ງ,ການ ຂະຫຍາຍແນວພັນ,ການຈໍາໜ່າຍ,ການນໍາເຂົ້າ,ສົ່ງອອກ,ສົ່ງ ອອກຄືນ,ນໍາຜ່ານປາແລະສັດນໍ້າອື່ນທີ່ໄດ້ຂຶ້ນທະບຽນຕາມລະບຽບ ກົດໝາຍ. ...ໝວດທີ 2 ທຸລະກິດການປະມົງ


....ມາດຕາ 30 ທຸລະກິດການລ້ຽງປາແລະສັດນໍ້າອື່ນ

ມາດຕາ 30 ທຸລະກິດການລ້ຽງປາແລະສັດນໍ້າອື່ນ ທຸລະກິດການລ້ຽງປາແລະສັດນໍ້າອື່ນເພື່ອເປັນສິນຄ້າແລະ ຈໍາໜ່າຍຕ້ອງໄດ້ຮັບອະນຸຍາດແລະຂຶ້ນທະບຽນຕາມກົດໝາຍວ່າ ດ້ວຍການສົ່ງເສີມການລົງທຶນ. ທຸລະກິດການລ້ຽງປາປະເພດທົ່ວໄປທີ່ນໍາໃຊ້ເນື້ອທີ່ໜອງ ຫຼືພື້ນທີ່ແຫຼ່ງນໍ້າເກີນກວ່າ ສິບຫ້າພັນ ຫາ ຫ້າສິບພັນ ຕາແມັດ ຫຼື ລ້ຽງໃສ່ກະຊັງທີ່ມີເນື້ອທີ່ເກີນກວ່າ 120 ຫາ 250 ຕາແມັດຕ້ອງ ໄດ້ຮັບການເຫັນດີຈາກຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດ ສະບານ,ໃນກໍລະນີທີ່ນໍາໃຊ້ເນື້ອທີ່ໜອງຫຼືພື້ນທີ່ແຫຼ່ງນໍ້າເກີນກວ່າ ຫ້າສິບພັນຕາແມັດຫຼືລ້ຽງໃສ່ກະຊັງທີ່ມີເນື້ອທີ່ເກີນກວ່າ 250 ຕາ ແມັດຕ້ອງໄດ້ຮັບການເຫັນດີຈາກພະແນກກະສິກໍາແລະປ່າໄມ້ ແຂວງ,ນະຄອນ. ສໍາລັບທຸລະກິດການລ້ຽງປາປະເພດຫວງຫ້າມຕ້ອງໄດ້ ຮັບການເຫັນດີຈາກລັດຖະບານ,ສ່ວນທຸລະກິດການລ້ຽງປາປະ ເພດຄຸ້ມຄອງຕ້ອງໄດ້ຮັບການເຫັນດີຈາກ ກະຊວງກະສິກໍາ ແລະ ປ່າໄມ້ຕາມເນື້ອທີ່ໜອງຫຼືພື້ນທີ່ແຫຼ່ງນໍ້າທີ່ໄດ້ກໍານົດໄວ້ໃນລະບຽບ ການສະເພາະ.

....ມາດຕາ 31 ທຸລະກິດກ່ຽວກັບປາເອ້

ມາດຕາ 31 ທຸລະກິດກ່ຽວກັບປາເອ້ ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບ ປາເອ້ເປັນຕົ້ນການລ້ຽງ,ການປະສົມພັນ,ການຂະຫຍາຍພັນ,ການ ົສົ່ງອອກແລະນໍາເຂົ້າຕ້ອງໄດ້ຮັບອະນຸຍາດຈາກຂະແໜງການທີ່ ກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມ ການລົງທຶນ.

....ມາດຕາ 32 ທຸລະກິດການປະມົງກ່ຽວກັບກິດຈະການອື່ນ

ມາດຕາ 32 ທຸລະກິດການປະມົງກ່ຽວກັບກິດຈະການອື່ນ ທຸລະກິດການປຸງແຕ່ງ,ການຂະຫຍາຍແນວພັນ,ການຈໍາ ໜ່າຍ,ການນໍາເຂົ້າ,ສົ່ງອອກ,ສົ່ງອອກຄືນ,ນໍາຜ່ານປາແລະສັດ ນໍ້າອື່ນໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 33 ເງື່ອນໄຂຂອງການດໍາເນີນທຸລະກິດການປະມົງ

ມາດຕາ 33 ເງື່ອນໄຂຂອງການດໍາເນີນທຸລະກິດການປະມົງ ການດໍາເນີນທຸລະກິດການປະມົງຕ້ອງປະຕິບັດຕາມເງື່ອນ ໄຂຕົ້ນຕໍດັ່ງນີ້: - ມີບົດວິພາກເສດຖະກິດ-ເຕັກນິກ; - ມີບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລ້ວແຕ່ກໍລະນີ. - ມີສະຖານທີ່,ພື້ນທີ່,ນັກວິຊາການ,ເຕັກນິກກ່ຽວກັບການ ປະມົງ,ຄວາມສະດວກໃນການເຂົ້າອອກ,ການຂົນສົ່ງແລະອື່ນໆ ໂດຍການເຫັນດີຂອງຂະແໜງລ້ຽງສັດແລະການປະມົງ. - ໄດ້ຮັບການເຫັນດີຈາກຄະນະກໍາມະການຄຸ້ມຄອງການ ປະມົງປະຈໍາພື້ນທີ່ແຫຼ່ງນໍ້າທີ່ກ່ຽວຂ້ອງສໍາລັບການລ້ຽງສັດນໍ້າ.

....ມາດຕາ 34 ຜົນຜະລິດແລະຜະລິດຕະພັນສັດນໍ້າ

ມາດຕາ 34 ຜົນຜະລິດແລະຜະລິດຕະພັນສັດນໍ້າ ຜົນຜະລິດແລະຜະລິດຕະພັນປາແລະສັດນໍ້າອື່ນທີ່ໄດ້ມາ ຈາກທຸລະກິດການລ້ຽງແລະການປຸງແຕ່ງເປັນກໍາມະສິດສ່ວນ ຕົວຂອງຜູ້ປະກອບການ. ປາແລະສັດນໍ້າອື່ນທີ່ໄດ້ເລັດລອດໜີອອກຈາກເຂດພື້ນທີ່ ລ້ຽງຂອງຜູ້ປະກອບການຍັງເປັນກໍາມະສິດຂອງຜູ້ກ່ຽວຢູ່ຖ້າຫາກ ມີຫຼັກຖານຢັ້ງຢືນຢ່າງຖືກຕ້ອງ.

....ມາດຕາ 35 ການໂຈະຫຼືຍົກເລີກການດໍາເນີນທຸລະກິດ

ມາດຕາ 35 ການໂຈະຫຼືຍົກເລີກການດໍາເນີນທຸລະກິດ ຂະແໜງການກະສິກໍາແລະປ່າໄມ້ສະເໜີໂຈະຫຼືຍົກເລີກ ການດໍາເນີນທຸລະກິດຂອງຜູ້ປະກອບການກ່ຽວກັບສັດນໍ້າທີ່ລະ ເມີດລະບຽບກົດໝາຍພາຍຫຼັງທີ່ໄດ້ສຶກສາອົບຮົມແລະຕັກເຕືອນ ມາແລ້ວ. ການໂຈະການດໍາເນີນທຸລະກິດມີກໍລະນີດັ່ງນີ້: 1. ບໍ່ປະຕິບັດຕາມເງື່ອນໄຂໃດໜຶ່ງຂອງການອະນຸຍາດ ດໍາເນີນທຸລະກິດ; 2. ບໍ່ລາຍງານກ່ຽວກັບການເກີດພະຍາດຫຼືຈຸລິນຊີທີ່ເປັນ ການປ້ອງກັນແລະແກ້ໄຂແຕ່ຢ່າງໃດ. 3. ມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມຫຼືທໍາມະຊາດເກີນ ມາດຕະຖານທີ່ໄດ້ກໍານົດໄວ້. 4. ສ້າງຜົນເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ຜົນປະໂຫຍດ ຂອງຜູ້ຢູ່ໃກ້ຄຽງ; 5. ຕາມການຮ້ອງຂໍຂອງຜູ້ກ່ຽວໂດຍມີເຫດຜົນພຽງພໍ.

ການຍົກເລີກການດໍາເນີນທຸລະກິດມີກໍລະນີດັ່ງນີ້: 1. ບໍ່ດໍາເນີນທຸລະກິດພາຍໃນກໍານົດເວລາຕາມທີ່ໄດ້ກໍາ ນົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນພາຍຫຼັງທີ່ໄດ້ ຮັບອະນຸຍາດແລ້ວ. 2. ບໍ່ປະຕິບັດຫຼັກວິຊາການຕາມມາດຕະຖານເຊິ່ງອົງການ ທີ່ກ່ຽວຂ້ອງໄດ້ກໍານົດໄວ້; 3. ຢຸດເຊົາການດໍາເນີນທຸລະກິດໂດຍບໍ່ແຈ້ງໃຫ້ອົງການທີ່ ກ່ຽວຂ້ອງຊາບ; 4. ບໍ່ເສຍພັນທະຕາມລະບຽບກົດໝາຍ. 5. ຕາມການຮ້ອງຂໍຂອງຜູ້ປະກອບການ.

...ໝວດທີ 3 ສິດແລະພັນທະຂອງຜູ້ປະກອບການ


....ມາດຕາ 36 ສິດຂອງຜູ້ປະກອບການ

ມາດຕາ 36 ສິດຂອງຜູ້ປະກອບການ ຜູ້ປະກອບການກ່ຽວກັບການປະມົງມີສິດຄອບຄອງ,ນໍາ ໃຊ້,ພັດທະນາ,ໄດ້ຮັບໝາກຜົນ,ມອບ,ຊື້ຂາຍແລະໃຫ້ຜູ້ອື່ນສືບ ທອດກິດຈະການການປະມົງລວມທັງມີສິດສຶກສາຄົ້ນຄວ້າທົດ ລອງທາງດ້ານວິທະຍາສາດກ່ຽວກັບປາແລະສັດນໍ້າອື່ນດ້ວຍຕົນ ເອງຫຼືຮ່ວມກັບຜູ້ອື່ນຕາມການອະນຸຍາດແລະມີສິດອື່ນຕາມລະ ບຽບກົດໝາຍ.

....ມາດຕາ 37 ພັນທະຂອງຜູ້ປະກອບການ

ມາດຕາ 37 ພັນທະຂອງຜູ້ປະກອບການ ຜູ້ປະກອບການກ່ຽວກັບການປະມົງມີພັນທະດັ່ງນີ້: 1. ປະຕິບັດວຽກງານການປະມົງຕາມລະບຽບກົດໝາຍ ແລະສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີຢ່າງເຂັ້ມງວດ; 2. ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມສັງຄົມຫຼືທໍາມະຊາດ ໃນການດໍາເນີນທຸລະກິດການປະມົງເກີນມາດຕະຖານທີ່ໄດ້ກໍາ ນົດໄວ້; 3. ປະກອບສ່ວນໃນການສະກັດກັ້ນການລັກລອບຫາສັດ ນໍ້າແລະການທໍາລາຍຖິ່ນທີ່ຢູ່ອາໄສຂອງປາແລະສັດນໍ້າອື່ນ; 4. ອະນຸລັກ,ປົກປັກຮັກສາປາແລະສັດນໍ້າອື່ນເປັນຕົ້ນປະ ເພດຫວງຫ້າມ,ປະເພດຄຸ້ມຄອງແລະລະບົບນິເວດ; 5. ປະກອບສ່ວນແລະຂົນຂວາຍທຶນຮອນທັງພາຍໃນແລະ ຕ່າງປະເທດເພື່ອພັດທະນາການປະມົງ. 6. ເສຍຄ່າທໍານຽມແລະພັນທະອື່ນກ່ຽວກັບທຸລະກິດການ ປະມົງ. 7.ກວດກາ,ຕິດຕາມສະພາບການລະບາດຂອງພະຍາດ ປາແລະສັດນໍ້າອື່ນແລະດໍາເນີນການແກ້ໄຂຢ່າງທັນການໃນກໍລະ ນີທີ່ເກີດພະຍາດ; 8. ໃຫ້ຄວາມຮ່ວມມືແລະລາຍງານກ່ຽວກັບຂໍ້ມູນດ້ານການ ປະມົງເປັນຕົ້ນການລ້ຽງ,ການນໍາໃຊ້ສັດນໍ້າແກ່ຂະແໜງການກະສິ ກໍາແລະປ່າໄມ້ອົງການປົກຄອງທ້ອງຖິ່ນ.

..ພາກທີ 5 ຂໍ້ຫ້າມ


...ມາດຕາ 38 ຂໍ້ຫ້າມທົ່ວໄປ

ມາດຕາ 38 ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ ຢູ່ໃນສປປລາວມີການກະທໍາດັ່ງນີ້: 1. ນໍາໃຊ້ທາດເບື່ອ,ລະເບີດ,ອາວຸດ,ເຄື່ອງໄຟຟ້າ, ເຄື່ອງແສງ,ສຽງທຽມຫຼືສິ່ງອື່ນທີ່ເກືອດຫ້າມເພື່ອຫາຫຼືຈັບ ສັດນໍ້າ;ຖິ້ມສິ່ເສດເຫຼືອ,ປ່ອຍນໍ້າເປື້ອນຫຼືສານເຄມີລົງແຫຼ້ງນໍ້າ; 2. ຮັບເອົາ,ຊື້ຂາຍ,ຄອບຄອງຫຼືຂົນສົ່ງສັດນໍ້າທີ່ໄດ້ມາ ໂດຍບໍ່ຖືກຕ້ອງຕາມກົດໝາຍ; 3. ຜະລິດ,ນໍາເຂົ້າຫຼືຂາຍເຄື່ອງມືຫາປາທີ່ເກືອດຫ້າມ ທຸກປະເພດ; 4. ນໍາໃຊ້ເຄື່ອງມືຫາປາທີ່ເປັນການກີດຂວາງທາງເດີນ ຂອງສັດນໍ້າເຊັ່ນ:ອວນ,ມອງ,ກວາດ,ລີ່,ຈິບ,ໂຕ່ງ; 5. ດັກເອົາປາຈາກແຫຼ່ງນໍ້າທໍາມະຊາດດ້ວຍການຕັນ ຫ້ວຍ,ໂສກ,ບຸ່ງ,ຄອງນໍ້າ,ຂຸດໜອງຫຼືດູດໜອງທໍາມະຊາດທີ່ມີ ນໍ້າຕະຫຼອດປີ,ຈັບປາໃນຊ່ວງຍາມລະດູປາໄຂ່; 6. ທໍາລາຍວັງສະຫງວນ,ຫາສັດນໍ້າໃນບໍລິເວນປາປະ ສົມພັນ,ບ່ອນປາອໍຫຼືປາກອງແລະບ່ອນປາວາງໄຂ່ຕາມທໍາມະ ຊາດ,ຕາມການກໍານົດຂອງຄະນະກໍາມະການຄຸ້ມຄອງການປະ ົມົງປະຈໍາພື້ນທີ່ແລ່ງນໍ້າຫຼືຕາມກົດລະບຽບຄຸ້ມຄອງການປະມົງ ຂັ້ນບ້ານ; 7. ຈັບປາຫຼືສັດນໍ້າອື່ນປະເພດຫວງຫ້າມແລະປະເພດຄຸ້ມ ຄອງລວມທັງປາຫຼືສັດນໍ້າອື່ນທີ່ຍັງເປັນລູກຢູ່.

...ມາດຕາ 39 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຄຸ້ມຄອງການປະມົງ

ມາດຕາ 39 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຄຸ້ມຄອງການປະມົງ ຫ້າມເຈົ້າໜ້າທີ່ຄຸ້ມຄອງການປະມົງມີການກະທໍາດັ່ງນີ້: 1. ສວຍໃຊ້ສິດໜ້າທີ່,ຕໍາແໜ່ງ,ບັງຄັບ,ນາບຂູ່ຫຼືຮັບສິນ ບົນເພື່ອຜົນປະໂຫຍດສ່ວນຕົວ; 2. ປອມແປງເອກະສານ,ຂາດຄວາມຮັບຜິດຊອບຕໍ່ວຽກ ງານທີ່ໄດ້ຮັບມອບໝາຍ. ..ພາກທີ 6 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 40 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະບໍລິຫານກ່ຽວກັບການປະມົງ

ມາດຕາ 40 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະບໍລິຫານກ່ຽວ ກັບການປະມົງ ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະບໍລິຫານກ່ຽວກັບ ການປະມົງເຊັ່ນ:ການຫາໃນເຂດຫວງຫ້າມ,ການນໍາໃຊ້ເຄື່ອງ ມືທີ່ເກືອດຫ້າມ,ບໍ່ເສຍຄ່າທໍານຽມຫຼືພັນທະອື່ນຕາມທີ່ໄດກໍານົດ ໄວ້ໃນລະບຽບການແມ່ນໃຫ້ຄະນະກໍາມະການຄຸ້ມຄອງການປະ ມົງປະຈໍາພື້ນທີ່ແຫຼ່ງນໍ້າເປັນຜູ້ແກ້ໄຂ. ຖ້າວ່າຄູ່ກໍລະນີຫາກບໍ່ພໍໃຈຕໍ່ຄໍາຕົກລົງຂອງຄະນະກໍາ ມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້ານັ້ນແລ້ວກໍ່ມີ ສິດສະເໜີຕໍ່ອົງການຂັ້ນເທິງຖັດນັ້ນເປັນຜູ້ແກ້ໄຂ.


...ມາດຕາ 41 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກຊະນະທາງແພ່ງກ່ຽວກັບການປະມົງ

ມາດຕາ 41 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກຊະນະທາງແພ່ງ ກ່ຽວກັບການປະມົງ ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງກ່ຽວກັບ ການປະມົງເຊັ່ນ:ການຊື້ຂາຍ,ມອບໂອນ,ສືບທອບຫຼືສັນຍາທາງ ແພ່ງອື່ນສາມາດດໍາເນີນດ້ວຍອົງການຄຸ້ມຄອງການປະມົງຫຼືຄະ ນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຫຼືສານປະ ຊາຊົນເປັນຜູ້ພິຈາລະນາຕາມລະບຽບກົດໝາຍກ

...ມາດຕາ 42 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນກ່ຽວກັບການປະມົງ

ມາດຕາ 42 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນກ່ຽວ ກັບການປະມົງ ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນກ່ຽວກັບການປະມົງ ແມ່ນໃຫ້ປະຕິບັດຕາມສັນຍາຫຼືສົນທິສັນຍາສາກົນທີ່ສປປລາວ ເປັນພາຄີ.

..ພາກທີ 7 ການຄຸ້ມຄອງແລະກວດກາການປະມົງ


...ໝວດທີ 1 ການຄຸ້ມຄອງການປະມົງ


....ມາດຕາ 43 ອົງການຄຸ້ມຄອງການປະມົງ

ມາດຕາ 43 ອົງການຄຸ້ມຄອງການປະມົງ ລັດຖະບານຄຸ້ມຄອງວຽກງານການປະມົງຢ່າງລວມສູນ ແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະ ຊວງກະສິກໍາແລະປ່າໄມ້ເປັນໃຈກາງຄຸ້ມຄອງໂດຍມີການປະ ສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ. ອົງການຄຸ້ມຄອງການປະມົງປະກອບດ້ວຍ: 1. ກະຊວງກະສິກໍາແລະປ່າໄມ້. 2. ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ. 3. ຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ. 4. ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ ແຫຼ່ງນໍ້າ.

....ມາດຕາ 44 ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້

ມາດຕາ 44 ສິດແລະໜ້າທີ່ຂອງກະຊວງກະສິກໍໂາແລະປ່າໄມ້ ໃນການຄຸ້ມຄອງວຽກງານການປະມົງກະຊວງກະສິກໍາ ແລະປ່າໄມ້ມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຄົ້ນຄວ້າແຜນຍຸດທະສາດ,ນະໂຍບາຍ,ລະບຽບກົດ ໝາຍກ່ຽວກັບການປະມົງເພື່ອສະເໜີໃຫ້ລັດຖະບານພິຈາລະນາ ແລ້ວຜັນຂະຫຍາຍໃຫ້ເປັນແຜນງານແລະໂຄງການເພື່ອຄຸ້ມ ຄອງວຽກງານການປະມົງໃນຂອບເຂດທົ່ວປະເທດ; 2. ໂຄສະນາ,ສຶກສາອົບຮົມນະໂຍບາຍ,ລະບຽບກົດໝາຍ ກ່ຽວກັບວຽກງານການປະມົງໃຫ້ທົ່ວປວງຊົນແນໃສ່ປູກຈິດສໍາ ນຶກ,ເຊີດຊູສະຕິຮັກແລະຫວງແຫນຊັບພະຍາກອນສັດນໍ້າ; 3. ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດ ວຽກງານການປະມົງຂອງຂະແໜງການສາຍຕັ້ງໃນຂອບເຂດ ທົ່ວປະເທດ; 4. ກໍ່ສ້າງ,ບໍາລຸງ,ຍົກລະດັບບຸກຄະລາກອນກ່ຽວກັບວຽກ ງານການປະມົງ. 5. ພິຈາລະນາກ່ຽວກັບການດໍາເນີນທຸລະກິດການປະມົງ ສໍາລັບສັດນໍ້າປະເພດຄຸ້ມຄອງ,ສະເໜີຄໍາເຫັນຕໍ່ລັດຖະບານພິຈາ ລະນາສໍາລັບສັດນໍ້າປະເພດຫວງຫ້າມ; 6. ສ້າງ,ປັບປຸງລະບົບຂ້ໍມູນຂ່າວສານ,ເກັບສໍາເນົາໃບທະ ບຽນດໍາເນີນທຸລະກິດກ່ຽວກັບການປະມົງແລະເອກະສານແຕ່ຕັ້ງ ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ. 7. ປະສານສົມທົບກັບຂະແໜງການອື່ນແລະອົງການປົກ ຄອງທ້ອງຖິ່ນກ່ຽວກັບວຽກງານການປະມົງ,ປຸກລະດົມຂົນຂວາຍ, ຍາດແຍ່ງທຶນທັງພາຍໃນແລະຕ່າງປະເທດເພື່ອອະນຸລັກ,ປົກປັກ ຮັກສາ. 8. ພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນ ກ່ຽວກັບວຽກງານການປະມົງ; 9. ສະຫຼຸບແລະລາຍງານຜົນຂອງການປະຕິບັດວຽກງານ ການປະມົງໃຫ້ລັດຖະບານຢ່າງເປັນປົກກະຕິ. ....ມາດຕາ 45 ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ

ມາດຕາ 45​ ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ ແຂວງ,ນະຄອນ. ໃນການຄຸ້ມຄອງວຽກງານການປະມົງພະແນກກະສິກໍາ ແລະປ່າໄມ້ແຂວງ,ນະຄອນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຜັນຂະຫຍາຍແຜນຍຸດທະສາດ,ນະໂຍບາຍ,ຄໍາສັ່ງແລະ ລະບຽບກົດໝາຍກ່ຽວກັບການປະມົງມາເປັນແຜນງານແລະໂຄງ ການລະອຽດຂອງຕົນແລ້ວຈັດຕັ້ງປະຕິບັດ; 2. ໂຄສະນາ,ສຶກສາອົບຮົມ ນະໂຍບາຍ, ລະບຽບກົດໝາຍ ກ່ຽວກັບວຽກງານການປະມົງໃຫ້ປະຊາຊົນເຂົ້າໃຈເຊື່ອມຊືມແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ; 3. ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດວຽກ ງານການປະມົງຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະ ບານ; 4. ມີຄໍາເຫັນ,ສະເໜີໂຈະຫຼືຍົກເລີກການດໍາເນີນທຸລະກິດ ກ່ຽວກັບການປະມົງໃນພື້ນທີ່ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ; 5. ໃຫ້ການແນະນໍາດ້ານເຕັກນິກ,ໃຫ້ການສະໜັບສະໜູນ ແກ່ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ,ກຸ່ມ ຊາວປະມົງແລະບຸກຄົນທີ່ດໍາເນີນກິດຈະການການປະມົງຢູ່ໃນຂອບ ເຂດທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ; 6. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຈັດ ຕັ້ງປະຕິບັດວຽກງານການປະມົງໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ; 7. ສ້າງ,ປັບປຸງລະບົບຂໍ້ມູນຂ່າວສານ,ເກັບສໍາເນົາໃບທະ ບຽນດໍາເນີນທຸລະກິດກ່ຽວກັບການປະມົງແລະເອກະສານແຕ່ງຕັ້ງ ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າໃນທ້ອງ ຖິ່ນຂອງຕົນ; 8. ປຸກລະດົມຂົນຂວາຍ,ຍາດແຍ່ງທຶນທັງພາຍໃນແລະຕ່າງ ປະເທດເພື່ອວຽກງານການປະມົງ; 9. ພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນ ກ່ຽວກັບວຽກງານການປະມົງຕາມການມອບໝາຍຂອງຂັ້ນເທິງ; 10. ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານ ການປະມົງພາຍໃນແຂວງ,ນະຄອນໃຫ້ກະຊວງກະສິກໍາແລະປ່າໄມ້ ແລະອົງການປົກຄອງແຂວງ,ນະຄອນຢ່າງເປັນປົກກະຕິ.

....ມາດຕາ 46 ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ

ມາດຕາ 46 ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້ ເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານການປະມົງຫ້ອງການກະສິກໍາ ແລະປ່າໄມ້ເມືອງ,ເທດສະບານມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຈັດຕັ້ງປະຕິບັດແຜນງານ,ໂຄງການ,ຂໍ້ຕົກລົງ,ຄໍາສັ່ງ, ແຈ້ງການແລະຄໍາແນະນໍາຂອງກະຊວງກະສິກໍາແລະປ່າໄມ້ແລະ ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ; 2. ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍກ່ຽວກັບວຽກ ງານການປະມົງໃຫ້ປະຊາຊົນເຂົ້າໃຈ,ເຊື່ອມຊຶມແລະເຂົ້າຮ່ວມໃນ ການຈັດຕັ້ງປະຕິບັດຢ່າງເຂັ້ມງວດ; 3. ຊີ້ນໍາ,ຊຸກຍູ້,ຕິດຕາມແລະອໍານວຍຄວາມສະດວກໃຫ້ແກ່ ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າໃນການ ສ້າງແລະຈັດຕັ້ງປະຕິບັດລະບຽບການປະມົງໃນຂອບເຂດຄວາມຮັບ ຜິດຊອບຂອງຕົນ; 4. ມີຄໍາເຫັນ,ສະເໜີໂຈະຫຼືຍົກເລີກການດໍາເນີນທຸລະກິດ ກ່ຽວກັບການປະມົງໃນພື້ນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ; 5. ໃຫ້ການແນະນໍາທາງດ້ານເຕັກນິກແລະສະໜັບສະໜູນ ຊ່ວຍເຫຼືອຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນີ່ແຫຼ່ງນໍ້າ, ກຸ່ມຊາວປະມົງແລະບຸກຄົນທີ່ດໍາເນີນກິດຈະການການປະມົງໃນ ຂອບເຂດທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ; 6. ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານ ການປະມົງພາຍໃນເມືອງ,ເທດສະບານໃຫ້ພະແນກກະສິກໍາແລະປ່າ ໄມ້ແຂວງ,ນະຄອນແລະອົງການປົກຄອງເມືອງ,ເທດສະບານຢ່າງ ເປັນປົກກະຕິ.

....ມາດຕາ 47 ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ

ມາດຕາ 47 ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ ແຫຼ່ງນໍ້າ ການສ້າງຕັ້ງ,ໂຄງປະກອບ,ສິດແລະໜ້າທີ່ຂອງຄະນະກໍາ ມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າໄດ້ກໍານົດໄວ້ໃນ ໝວດທີ 2 ຂອງພາກທີ 7 ຂອງກົດໝາຍສະບັບນີ້.

....ມາດຕາ 48 ສະມາຄົມຊາວປະມົງ

ມາດຕາ 48 ສະມາຄົມຊາວປະມົງ ສະມາຄົມຊາວປະມົງແມ່ນການຈັດຕັ້ງທາງສັງຄົມທີ່ສ້າງ ຕັ້ງຂຶ້ນດ້ວຍຄວາມສະໝັກໃຈຂອງຜູ້ປະກອບການກ່ຽວກັບການປະ ມົງບົນພື້ນຖານການເຫັນດີແລະພາຍໃຕ້ການຄຸ້ມຄອງຂອງຂະ ແໜງການກະສິກໍາແລະປ່າໄມ້ທີ່ກ່ຽວຂ້ອງ. ສະຫະກອນຊາວປະມົງກໍ່ສາມາດສ້າງຕັ້ງຂຶ້ນໄດ້ຕາມການ ຕົກລົງຂອງຂະແໜງການທີ່ກ່ຽວຂ້ອງ. ການຈັດຕັ້ງ,ການເຄື່ອນໄຫວ,ສິດແລະໜ້າທີ່ຂອງສະມາຄົມ, ສະຫະກອນຊາວປະມົງໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 49 ສິດແລະໜ້າທີ່ຂອງອົງການອື່ນທີ່ກ່ຽວຂ້ອງ

ມາດຕາ 49 ສິດແລະໜ້າທີ່ຂອງອົງການອື່ນທີ່ກ່ຽວຂ້ອງ ອົງການອື່ນທີ່ກ່ຽວຂ້ອງກັບວຽກງານການປະມົງມີສິດແລະ ໜ້າທີ່ປະສານສົມທົບກັບອົງການຄຸ້ມຄອງແລະກວດກາການປະມົງ ໃນການຄຸ້ມຄອງວຽກງານການປະມົງຕາມພາລະບົດບາດຂອງຕົນ. ...ໝວດທີ 2 ການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ


....ມາດຕາ 50 ການສ້າງຕັ້ງຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ

ມາດຕາ 50 ການສ້າງຕັ້ງຄະນະກໍາມະການຄຸ້ມຄອງການປະມົງປະ ຈໍາພື້ນທີ່ແຫຼ່ງນໍ້າ ເພື່ອເຮັດໃຫ້ວຽກງານການປະມົງປະຈໍາພື້ນທີ່ແຫຼ່ງນໍ້າໄດ້ ຮັບການຄຸ້ມຄອງຢ່າງມີປະສິດທິຜົນຕ້ອງມີການສ້າງຕັ້ງຄະນະກໍາ ມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າດ້ວຍການມີສ່ວນ ຮ່ວມຂອງຊາວປະມົງດັ່ງນີ້: - ເຈົ້າເມືອງ,ຫົວໜ້າເທດສະບານເປັນຜູ້ຕົກລົງແຕ່ງຕັ້ງ ຕາມການສະເໜີຂອງອົງການປົກຄອງບ້ານທີ່ກ່ຽວຂ້ອງ; - ເຈົ້າແຂວງ,ເຈົ້າຄອງນະຄອນເປັນຜູ້ຕົກລົງແຕ່ງຕັ້ງໃນກໍ ລະນີພື້ນທີ່ແຫຼ່ງນໍ້າຫາກກວມເອົາແຕ່ສອງເມືອງ,ເທດສະບານຂຶ້ນ ໄປພາຍໃນແຂວງ,ນະຄອນດຽວຕາມການສະເໜີຂອງເຈົ້າເມືອງ, ຫົວໜ້າເທດສະບານທີ່ກ່ຽວຂ້ອງ; - ລັດຖະມົນຕີວ່າການກະຊວງກະສິກໍາແລະປ່າໄມ້ເປັນຜູ້ຕົກ ລົງແຕ່ງຕັ້ງໃນກໍລະນີພື້ນທີ່ແຫຼ່ງນໍ້າຫາກກວມເອົາແຕ່ສອງແຂວງ, ນະຄອນຂຶ້ນໄປຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນ ທີ່ກ່ຽວຂ້ອງ. ຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການຄຸ້ມຄອງການປະມົງປະ ຈໍາພື້ນທີ່ແຫຼ່ງນໍ້າຂອງເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້າແຂວງ ,ເຈົ້າຄອງນະຄອນຕ້ອງສໍາເນົາແລະສົ່ງໃຫ້ຂະແໜງການກະສິກໍາ ແລະປ່າໄມ້ທີ່ກ່ຽວຂ້ອງເພື່ອຄຸ້ມຄອງແລະກວດກາ. ....ມາດຕາ 51 ໂຄງປະກອບຂອງຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ

ມາດຕາ 51 ໂຄງປະກອບຂອງຄະນະກໍາມະການຄຸ້ມຄອງການປະ ມົງປະຈໍາພື້ນທີ່ແຫຼ່ງນໍ້າ ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ ປະກອບດ້ວຍສະມາຊິກທີ່ເປັນຕົວແທນຈາກອົງການຕ່າງໆດັ່ງນີ້: 1. ຕົວແທນຂອງອົງການປົກຄອງບ້ານຫຼືເມືອງ,ເທດສະ ບານ; 2. ຕົວແທນຂອງຊາວປະມົງ. 3. ຕົວແທນຂອງອົງການຈັດຕັ້ງມະປາຊົນຂັ້ນບ້ານຫຼືຂັ້ນ ເມືອງ; 4. ເຈົ້າໜ້າທີ່ທະຫານ,ປກສບ້ານຫຼືເມືອງ,ເທດສະບານ; 5. ຕົວແທນຂອງພາກສ່ວນອື່ນທີ່ກ່ຽວຂ້ອງໃນກໍລະນີທີ່ມີ ຄວາມຈໍາເປັນ.

....ມາດຕາ 52 ສິດແລະໜ້າທີ່ຂອງຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ

ມາດຕາ 52 ສິດແລະໜ້າທີ່ຂອງຄະນະກໍາມະການຄຸ້ມຄອງການປະ ມົງປະຈໍາພື້ນທີ່ແຫຼ່ງນໍ້າ ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ ມີສິດແລະໜ້າທີ່ດັ່ງນີ້: 1. ສ້າງແຜນການຄຸ້ມຄອງແລະພັດທະນາການປະມົງໃນ ພື້ນທີ່ແຫຼ່ງນໍ້າຂອງຕົນເຊັ່ນ:ກໍານົດເຂດພື້ນທີ່,ເຂດຫວງຫ້າມ,ວັງ ສະຫງວນ,ບ່ອນປາວາງໄຂ່,ການຂະຫຍາຍພັນປາ,ການປ່ອຍປາ ແລະອື່ນໆ. 2. ສະເໜີແຜນການແລະລະບຽບການຄຸ້ມຄອງການປະມົງ ລວມທັງການນໍາໃຊ້ເຄື່ອງມືແລະວິທີການຫາປາ,ລະດູການແລະຊະ ນິດສັດນໍ້າທີ່ບໍ່ອະນຸຍາດໃຫ້ຫາຫຼືຈັບຕໍ່ອົງການປົກຄອງເມືອງ,ເທດ ສະບານເພື່ອພິຈາລະນາ,ຮັບຮອງແລະປະກາດໃຊ້; 3. ເຜີຍແຜ່,ຕິດປະກາດ,ອອກຂ່າວທາງສື່ມວນຊົນກ່ຽວກັບ ແຜນການແລະລະບຽບການຄຸ້ມຄອງການປະມົງ; 4. ເປັນຜູ້ປົກປ້ອງສິດແລະຜົນປະໂຫຍດຂອງຊາວປະມົງ ລວມທັງການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນໃນພື້ນທີ່ແຫຼ່ງນໍ້າທີ່ຕົນຄຸ້ມ ຄອງ; 5. ຊີ້ນໍາ,ຕິດຕາມ,ກວດກາການປະຕິບັດລະບຽບການຄຸ້ມ ຄອງການປະມົງໃນພື້ນທີ່ແຫຼ່ງນໍ້າທີ່ຕົນຄຸ້ມຄອງ; 6. ຊອກແຫຼ່ງທຶນເຂົ້າໃນການຄຸ້ມຄອງແລະພັດທະນາການ ປະມົງໃນຂອບເຂດແຫຼ່ງນໍ້າທີ່ຕົນຮັບຜິດຊອບ; 7. ເກັບກໍາສະຖິຕິກ່ຽວກັບການປະມົງປະຈໍາປີເຊັ່ນ:ຜົນຜະ ລິດ,ບັນຊີຊາວປະມົງ,ວັງສະຫງວນແລ້ວສະຫຼຸບ,ລາຍງານໃຫ້ອົງ ການປົກຄອງທ້ອງຖິ່ນ,ຂະແໜງການທີ່ກ່ຽວຂ້ອງທີ່ຕົ້ນຂຶ້ນກັບ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງພາກ ສ່ວນທີ່ຕົນຂຶ້ນກັບ.

....ມາດຕາ 53 ກົດລະບຽບການປະມົງຂັ້ນບ້ານ

ມາດຕາ 53 ກົດລະບຽບການປະມົງຂັ້ນບ້ານ ກົດລະບຽບການປະມົງຂັ້ນບ້ານວາງອອກເພື່ອຄຸ້ມຄອງ ການປະມົງໃນພື້ນທີ່ໃດໜຶ່ງແນໃສ່ອະນຸລັກ,ປົກປັກຮັກສາ,ພັດທະ ນາແລະນໍາໃຊ້ຊັບພະຍາກອນການປະມົງທີ່ສ້າງຂຶ້ນໂດຍອົງການ ປົກຄອງບ້ານດ້ວຍການປຶກສາຫາລືກັບຄະນະກໍາມະການຄຸ້ມຄອງ ການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ,ຊາວບ້ານ,ຊຸມຊົນໃກ້ຄຽງແລະ ປະສານສົມທົບກັບໜ່ວຍງານກະສິກໍາແລະປ່າໄມ້ບ້ານຫຼືກັບຫ້ອງ ການກະສິກໍາແລະປ່າໄມ້ເມືອງ,ເທດສະບານໃນກໍລະນີທີ່ກົດລະ ບຽບນັ້ນຫາກກວມເອົາຫຼາຍບ້ານພາຍໃນເມືອງ,ເທດສະບານ ດຽວ. ກົດລະບຽບການປະມົງຂັ້ນບ້ານຈະມີຜົນໃຊ້ໄດ້ກໍ່ຕໍ່ເມື່ອໄດ້ ຖືກຮັບຮອງເອົາໂດຍເຈົ້າເມືອງຫົວໜ້າເທດສະບານ.

....ມາດຕາ 54 ເນື້ອໃນຂອງກົດລະບຽບ

ມາດຕາ 54 ເນື້ອໃນຂອງກົດລະບຽບ ກົດລະບຽບການປະມົງຂັ້ນບ້ານກໍານົດເນື້ອໃນດັ່ງນີ້: 1. ຈຸດປະສົງ; 2. ວັງສະຫງວນຫຼືເຂດຫວງຫ້າມ; 3. ຊະນິດປາແລະສັດນໍ້າອື່ນ; 4. ເຄື່ອງມືຫາປາແລະວິທີການຫາປາ; 5. ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ; 6. ການຈັດຕັ້ງປະຕິບັດ; 7. ເນື້ອໃນອື່ນຖ້າເຫັນວ່າມີຄວາມຈໍາເປັນ.

...ໝວດທີ 3 ການກວດກາການປະມົງ


....ມາດຕາ 55 ຈຸດປະສົງຂອງການກວດກາ

ມາດຕາ 55 ຈຸດປະສົງຂອງການກວດກາ ການກວດການການປະມົງແມ່ນການຕິດຕາມການເຄື່ອນ ໄຫວຂອງການຈັດຕັ້ງ,ພະນັກງານ,ເຈົ້າໜ້າທີແລະປະຊາຊົນໃນ ການອະນຸລັກ,ປົກປັກຮັກສາ,ພັດທະນາແລະການນໍາໃຊ້ສັດນໍ້າລວມ ທັງການດໍາເນີນທຸລະກິດການປະມົງເພື່ອໃຫ້ຖືກຕ້ອງຕາມລະບຽບ ກົດໝາຍກ່ຽວກັບການປະມົງ,ກົດໝາຍທີ່ກ່ຽວຂ້ອງ,ສັນຍາແລະ ສົນທິສັນຍາສາກົນທີ່ສປປລາວເປັນພາຄີ.

....ມາດຕາ 56 ປະເພດການກວດກາການປະມົງ

ມາດຕາ 56 ປະເພດການກວດກາການປະມົງ ການກວດກາການປະມົງມີສອງປະເພດດັ່ງນີ້: 1. ການກວດກາພາຍໃນແມ່ນດໍາເນີນໂດຍອົງການຄຸ້ມ ຄອງແລະກວດກາການປະມົງ; 2. ການກວດກາພາຍນອກແມ່ນດໍາເນີນໂດຍສະພາແຫ່ງ ຊາດ,ອົງການກວດກາລັດ,ອົງການກວດສອບແຫ່ງລັດແລະປະຊາ ຊົນ.

....ມາດຕາ 57 ອົງການກວດກາການປະມົງ

ມາດຕາ 57 ອົງການກວດກາການປະມົງ ອົງການກວດກາການປະມົງແມ່ນອົງການດຽວກັນກັບອົງ ການຄຸ້ມຄອງການປະມົງທີ່ໄດ້ກໍານົດໄວ້ໃນມາດຕາ 43 ຂອງກົດ ໝາຍສະບັບນີ້ໂດຍແມ່ນກົມລ້ຽງສັດແລະການປະມົງເປັນເສນາທິ ການໃຫ້ກະຊວງກະສິກໍາແລະປ່າໄມ້ເຊິ່ງແມ່ນເຈົ້າໜ້າທີ່ການປະ ມົງເປັນຜູ້ຈັດຕັ້ງປະຕິບັດການກວດກາ. ນອກຈາກນີ້ໃນຄະນະກໍາມະການຄຸ້ມຄອງການປະມົງປະຈໍາ ພື້ນທີ່ແຫຼ່ງນໍ້າຍັງມີເຈົ້າໜ້າທີ່ກວດກາການປະມົງສະເພາະເຊິ່ງ ການຈັດຕັ້ງ,ການເຄື່ອນໄຫວ,ສິດແລະໜ້າທີ່ໄດ້ກໍານົດໄວ້ໃນລະ ບຽບການຕ່າງຫາກ.

....ມາດຕາ 58 ສິດແລະໜ້າທີ່ຂອງອົງການກວດກາການປະມົງ

ມາດຕາ 58 ສິດແລະໜ້າທີ່ຂອງອົງການກວດກາການປະມົງ ອົງການກວດກາການປະມົງມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ກວດກາການປະຕິບັດລະບຽບກົດໝາຍກ່ຽວກັບການປະ ມົງ; 2. ກວດກາກິດຈະການແລະການດໍາເນີນທຸລະກິດການປະ ມົງ; 3. ພິຈາລະນາຫຼືສະເໜີອອກຄໍາສັ່ງໂຈະ,ຍົກເລີກການ ເຄື່ອນໄຫວກ່ຽວກັບກິດຈະການການປະມົງຫຼືງົດໜ້າທີ່ຕໍາແໜ່ງ ຂອງພະນັກງານແລະເຈົ້າໜ້າທີ່ການປະມົງຕາມພາລະບົດບາດ ຂອງຕົນຖ້າເຫັນວ່າມີການກະທໍາທີ່ບໍ່ຖືກກົດໝາຍ; 4. ພົວພັນ,ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງຢູ່ ສູນກາງແລະທອງຖິ່ນໃນການປະຕິບັດສິດແລະໜ້າທີ່ກວດກາຂອງ ຕົນ; 5. ສະຫຼຸບແລະລາຍງານຜົນຂອງການປະຕິບັດວຽກງານ ກວດກາແຕ່ລະໄລຍະໃຫ້ຂັ້ນເທິງຢ່າງເປັນປົກກະຕິ.

....ມາດຕາ 59 ສິດແລະໜ້າທີ່ຂອງເຈົ້າໜ້າທີ່ການປະມົງ

ມາດຕາ 59 ສິດແລະໜ້າທີ່ຂອງເຈົ້າໜ້າທີ່ການປະມົງ ເຈົ້າໜ້າທີ່ການປະມົງມີສິດແລະໜ້າທີ່ຕົ້ນຕໍດັ່ງນນີ້: 1. ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບ ການປະມົງ; 2. ກວດກາເອກະສານທີ່ກ່ຽວຂ້ອງກັບການປະມົງເຊັ່ນ:ໃບ ອະນຸຍາດການດໍາເນີນທຸລະກິດການປະມົງ. 3. ກວດກາປະເພດສັດນໍ້າແລະເຄື່ອງມືຫາປາຫຼືສັດນໍ້າອື່ນ ທີ່ກ່ຽວຂ້ອງກັບການລະເມີດລະບຽບກົດໝາຍ; 4. ກວດກາທຸກພື້ນທີ່ການລ້ຽງສັດນໍ້າລວມທັງສິ່ງປຸກສ້າງ, ອຸປະກອນການຜະລິດ,ຖັງ,ກະຊັງແລະໜອງນໍ້າ,ຜະລິດຕະພັນສັດ ນໍ້າ. 5. ສັ່ງຢຸດເພື່ອກວດກາແລະຊອກຄົ້ນຫາໃນພາຫະນະຂົນສົ່ງ ທາງບົກແລະທາງນໍ້າທີ່ນໍາໃຊ້ສໍາລັບຂົນປາຫຼືສັດນໍ້າອື່ນແລະຜະລິດ ຕະພັນສັດນໍ້າເມື່ອເຫັນວ່າມີການກະທໍາຜິດເກີດຂຶ້ນຫຼືມີຂໍ້ມູນທີ່ພາໃຫ້ ເຊື່ອໄດ້ວ່າມີການກະທໍາຜິດ; 6. ຍຶດປາແລະສັດນໍ້າອື່ນ,ເຄື່ອງມືຫາປາ,ເຮືອຫາປາ,ລົດ ຫຼືພາຫະນະທີ່ໄດ້ນໍາໃຊ້ເຂົ້າໃນການກະທໍາຜິດ; 7. ດໍາເນີນການສືບສວນ-ສອບສວນ ຜູ້ຖືກຫາແລ້ວປະກອບ ສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນເພື່ອສັ່ງຟ້ອງຂຶ້ນ ສານ.

....ມາດຕາ 60 ການກວດກາພາຍນອກ

ມາດຕາ 60 ການກວດກາພາຍນອກ ການກວດກາພາຍນອກມີຈຸດປະສົງກວດກາການປະຕິບັດ ໜ້າທີ່ຂອງອົງການຄຸ້ມຄອງແລະກວດກາການປະມົງເພື່ອເຮັດໃຫ້ ວຽກງານການປະມົງມີປະສິດທິຜົນ,ໂປ່ງໃສແລະຍຸດຕິທໍາ. ການກວດກາພາຍນອກມີດັ່ງນີ້: 1. ການກວດກາຂອງສະພາແຫ່ງຊາດຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ; 2. ການກວດກາຂອງອົງການກວດກາລັດຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍວ່າດ້ວຍການກວດກາລັດ; 3. ການກວດກາຂອງອົງການກວດສອບແຫ່ງລັດຕາມທີ່ໄດ້ ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດສອບແຫ່ງລັດ; 4. ການຕິດຕາມກວດກາຂອງປະຊາຊົນແລະການຈັດຕັ້ງ ຢູ່ຮາກຖານ,ສໍານັກງານ,ອົງການ,ຫົວໜ່ວຍວິຊາການແລະວິສາ ຫະກິດຂອງລັດກໍ່ມີສິດຕິດຕາມກວດກາການເຄື່ອນໄຫວຂອງພະນັກ ງານແລະເຈົ້າໜ້າທີ່ການປະມົງເພື່ອພົບເຫັນຫຼືມີປາກົດການທີ່ລະ ເມີດລະບຽບກົດໝາຍແລ້ວກໍ່ມີສິດສະເໜີຕໍ່ອົງການທີ່ກ່ຽວຂ້ອງເພື່ອ ດໍາເນີນການກວດກາເປົ້າໝາຍດັ່ງກ່າວກ

....ມາດຕາ 61 ຮູບການກວດກາການປະມົງ

ມາດຕາ 61 ຮູບການກວດກາການປະມົງ ການກວດກາການປະມົງມີສາມຮູບການດັ່ງນີ້: - ການກວດກາຕາມລະບົບປົກກະຕິ; - ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ. - ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາຕາມ ແຜນການແລະມີກໍານົດເວລາອັນແນ່ນອນເຊິ່ງຕ້ອງປະຕິບັດຢ່າງ ໜ້ອຍໜຶ່ງເທື່ອຕໍ່ປີ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການ ກວດການອກແຜນການເມື່ອຫາກເຫັນວ່າມີຄວາມຈໍາເປັນໂດຍ ແຈ້ງໃຫ້ເປົ້າໝາຍທີ່ຖືກກວດກາຮູ້ກ່ອນລ່ວງໜ້າຢ່າງໜ້ອຍຊາວ ສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດກາເມື່ອຫາກ ເຫັນວ່າມີຄວາມຈໍາເປັນຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ເປົ້າໝາຍທີ່ ຖືກກວດກາຮູ້ກ່ອນລ່ວງໜ້າ. ການກວດກາໃຫ້ດໍາເນີນທັງການກວດກາເອກະສານແລະ ການລົງກວດກາການປະຕິບັດຕົວຈິງຢູ່ສະຖານທີ່ປະຕິບັດງານ.ຜູ້ ກວດກາຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມ ງວດ.

..ພາກທີ 8 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 62 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 62 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດ ໝາຍສະບັບນີ້ເປັນຕົ້ນການອະນຸລັກ,ປົກປັກຮັກສາສັດນໍ້າແລະພັດ ທະນາການປະມົງຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມ ລະບຽບການ.

...ມາດຕາ 63 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 63 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກສຶກ ສາອົບຮົມ,ປະຕິບັດວິໄນ,ປັບໃໝ,ໃຊ້ແທນທາງແພ່ງຫຼືລົງໂທດທາງ ອາຍາຕາມກໍລະນີເບົາຫຼືໜັກ.

...ມາດຕາ 64 ມາດຕະການສຶກສາອົບຮົມ

ມາດຕາ 64 ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ໄດ້ກະທໍາຜິດທີ່ມີລັກສະນະເບົາບາງ ເຊິ່ງບໍ່ມີອົງປະກອບຂອງການກະທໍາຜິດທາງອາຍາແລະກໍ່ຄວາມ ເສຍຫາຍທີ່ມີູນຄ່າຕໍ່າກວ່າ ສອງແສນກີບແຕ່ມີຄວາມຈິງໃຈລາຍ ງານຈະຖືກສຶກສາອົບຮົມແລະກ່າວເຕືອນ.

...ມາດຕາ 65 ມາດຕະການທາງວິໄນ

ມາດຕາ 65 ມາດຕະການທາງວິໄນ ພະນັກງານແລະເຈົ້າໜ້າທີ່ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບການປະມົງເປັນຕົ້ນຂໍ້ຫ້າມທີ່ມີລັກສະນະເບົາບາງເຊິ່ງບໍ່ມີ ອົງປະກອບຂອງການກະທໍາຜິດທາງອາຍາແລະກໍ່ຄວາາມເສຍ ຫາຍທີ່ມີມູນຄ່າຕໍ່າກວ່າ ສອງແສນກີບ ແຕ່ບໍ່ມີຄວາມຈິງໃຈລາຍ ງານ,ຫຼົບຫຼີກຈາກຄວາມຜິດຂອງຕົນກໍ່ຈະຖືກປະຕິບັດວິໄນຕາມ ແຕ່ລະກໍລະນີດັ່ງນີ້: 1. ຊີ້ແຈງຄວາມຜິດໂດຍບັນທຶກໄວ້ໃນສໍານວນເອກະສານ ຊີວະປະຫວັດຂອງຜູ້ກ່ຽວ; 2. ໂຈະການເລື່ອນຊັ້ນແລະຂັ້ນເງິນເດືອນ; 3. ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າ ກວ່າເກົ່າ. 4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ຖືກປະຕິບັດວິໄນຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກ ຕ້ອງນັ້ນຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

...ມາດຕາ 66​ ມາດຕະການປັບໃໝ

ມາດຕາ 66​ ມາດຕະການປັບໃໝ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເຊິ່ງໄດ້ ກໍ່ຄວາມເສຍຫາຍທີ່ມີມູນຄ່າແຕ່ ສອງແສນກີບ ຂຶ້ນໄປຈະຖືກປັບ ໃໝເທົ່າຕົວຂອງມູນຄ່າຄວາມເສຍຫາຍ.ໃນກໍລະນີທີ່ມີການລະເມີດ ເປັນຄັ້ງທີສອງຫຼືເປັນອາຈິນຈະຖືກປັບໃໝສາມເທົ່າຕົວຂອງມູນຄ່າ ຄວາມເສຍຫາຍຂອງປາແລະສັດນໍ້າອື່ນປະເພດຫວງຫ້າມ,ສອງ ເທົ່າຕົວຂອງມູນຄ່າປາແລະສັດນໍ້າອື່ນປະເພດຄຸ້ມຄອງແລະໜຶ່ງ ເທົ່າຕົວຂອງມູນຄ່າປາແລະສັດນໍ້າອື່ນປະເພດທົ່ວໄປພ້ອມທັງຮິບ ຊັບສິນທີ່ໄດ້ມາໂດຍບໍ່ຖືກຕ້ອງນັ້ນເປັນຂອງລັດ.

...ມາດຕາ 67 ມາດຕະການທາງແພ່ງ

ມາດຕາ 67 ມາດຕະການທາງແພ່ງ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເຊິ່ງກໍ່ ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ສັງຄົມແລະບຸກຄົນ ອື່ນຈະໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນຢ່າງຄົບຖ້ວນ.

...ມາດຕາ 68 ມາດຕະການທາງອາຍາ

ມາດຕາ 68 ມາດຕະການທາງອາຍາ ນອກຈາກການກະທໍາຜິດທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ ແລ້ວບຸກຄົນຜູ້ໃດທີ່ໄດ້ມີການກະທໍາດັ່ງຕໍ່ໄປນີ້ກໍ່ຖືວ່າເປັນການກະ ທໍາຜິດທາງອາຍາ; 1. ບຸກລຸກທໍາລາຍຖິ່ນທີ່ຢູ່ອາໄສ,ບ່ອນປາວາງໄຂ່ແລະແຫຼ່ງ ອາຫານປາແລະສັດນໍ້າອື່ນ; 2. ຫາ,ຈັບຫຼືມີໄວ້ໃນຄອບຄອງປາແລະສັດນໍ້າອື່ນປະເພດ ຫວງຫ້າມທີ່ຍັງມີຊີວິດ,ຊາກຫຼືຊິ້ນສ່ວນໂດຍບໍ່ຖືກຕ້ອງ. 3. ນໍາເຂົ້າ,ສົ່ງອອກ,ນໍາຜ່ານແລະເຄື່ອນຍ້າຍປາແລະສັດ ນໍ້າອື່ນປະເພດຫວງຫ້າມທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ຜູ້ກະທໍາຜິດຈະຖືກດໍາເນີນຄະດີອາຍາແລະຖືກລົງໂທດຕັດ ອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝຕາມມາດ ຕາ 66 ຂອງກົດໝາຍສະບັບນີ້.

..ພາກທີ 9 ວັນປ່ອຍປາ,ເຄື່ອງໝາຍແລະຕາປະທັບ


...ມາດຕາ 69 ວັນປ່ອຍປາແຫ່ງຊາດ

ມາດຕາ 69 ວັນປ່ອຍປາແຫ່ງຊາດ ລັດກໍານົດເອົາວັນທີ 13 ກໍລະກົດຂອງທຸກໆປີເປັນວັນປ່ອຍ ປາແຫ່ງຊາດເພື່ອອະນຸລັກ,ປົກປັກຮັກສາແລະພັດທະນາສັດນໍ້າໃຫ້ ອຸດົມສົມບູນ.

...ມາດຕາ 70 ເຄື່ອງໝາຍແລະຕາປະທັບ

ມາດຕາ 70 ເຄື່ອງໝາຍແລະຕາປະທັບ ອົງການຄຸ້ມຄອງແລະກວດກາການປະມົງມີເຄື່ອງໝາຍແລະ ຕາປະທັບເປັນຂອງຕົນເອງເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກ ງານທາງລັດຖະການ,ສໍາລັບເຈົ້າໜ້າທີ່ການປະມົງນັ້ນມີເຄື່ອງແບບ ສະເພາະເຊິ່ງກະຊວງກະສິກໍາແລະປ່າໄມ້ເປັນຜູ້ກໍານົດ.

..ພາກທີ 10 ບົດບັນຍັດສຸດທ້າຍ


...ມາດຕາ 71 ການຈັດຕັ້ງປະຕິບັດ

ມາດຕາ 71 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 72 ຜົນສັກສິດ

ມາດຕາ 72 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍລັງຫົກສິບວັນນັບແຕ່ວັນ ປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ. ປະທານສະພາແຫ່ງຊາດ.

..ພາກພິເສດ ລາຍຊື່ສັດນໍາປະເພດຫວງຫ້າມ,ຄຸ້ມຄອງແລະທົ່ວໄປໃນບັນຊີ 1, 2, 3;

ລາຍຊື່ສັດນໍາປະເພດຫວງຫ້າມ,ຄຸ້ມຄອງແລະທົ່ວໄປໃນບັນຊີ 1, 2, 3;

ສັດນໍ້າປະເພດຫວງຫ້າມບັນຊີ 1 ມີຄື: ສັດນໍ້າລ້ຽງລູກດ້ວຍນໍ້ານົມ ປາຂ່າ ສັດນໍ້າເລືອຄ້ານ ປາຝາໄລ ສັດນໍ້າທົ່ວໄປ ປາບຶກ ປາໄຫຼໄຟຟ້າ ປາກວາງ ປາເລີມ ປາເສືອ ປາແມວ ສັດເຄິ່ງບົກເຄິ່ງນໍ້າ ປາຕີນ

ສັດນໍ້າປະເພດຄຸ້ມຄອງບັນຊີ 2 ມີຄື: ປາເຄິງ ປາຊວາຍແຂ້ວ ປາເອິນຂາວ ປາຄູນ ປາແດງ ປານາງແດງ ປາໝາກຫວາຍ ປະກະໂທ ສັດນໍ້າເລືອກຄານ ປະຝາອອງທຸກຊະນິດ

ສັດນໍ້າປະເພດທົ່ວໄປບັນຊີ 3 ມີຄື: ປາແຂ້ ປານາເງິນ ປາຕອງກາຍ ປາຕອງນາ ປາໂດ ປາຈາດ ປາໂຈກ ປາວຽນໄຟ ປາປາກຄໍາ ປາເກະ ປາກົດໝໍ້ ປາປຶ່ງ ປາບູ່ ປາພອນ ປາແກງ ກຸ້ງ ທຸກຊະນິດ ກະປູແດງ ຫອຍ ທຸກຊະນິດ ສັດເຄິ່ງບົກເຄິ່ງນໍ້າ ອື່ງ ກົບ-ຂຽດ ຄັນຄາກ

ໝາຍເຫດ 1. ປາພອນແລະປາແກງສະເໜີຍົກຈາກບັນຊີ 2 ໄປໃສ່ບັນຊີ 3. 2. ປາກະໂທສະເໜີຍົກໄປໃສ່ບັນຊີ 2.