ກົດໝາຍວ່າດ້ວຍການປະກັນໄພ 29-11-1990

From Wikisource
Jump to navigation Jump to search

.ການປະກັນໄພ 29-11-1990


..ພາກທີ1ຫຼັກການລວມ


...ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍການປະກັນໄພ

ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍການປະກັນໄພ ກົດໝາຍວ່າດ້ວຍການປະກັນໄພມີໜ້າທີ່ຊຸກຍູ້ແລະປົກປັກ ຮັກສາພື້ນຖານເສດຖະກິດສັງຄົມຂອງສາທາລະນະລັດປະຊາທິປະ ໄຕປະຊາຊົນລາວ.ດັດສົມສາຍພົວພັນທາງດ້ານປະກັນໄພ,ຮັບປະ ກັນການປະຕິບັດສິດແລະພັນທະລະຫວ່າງວິສາຫະກິດທີ່ດໍາເນີນທຸລະ ກິດປະກັນໄພກັບບຸກຄົນຫຼືນິຕິບຸກຄົນຜູ້ທີ່ໄດ້ຮັບການປະກັນໄພ.ຍົກສູງ ຄວາມຮັບຜິດຊອບຂອງວິສາຫະກິດທີ່ດໍາເນີນທຸລະກິດປະກັນໄພໃນ ການປະຕິບັດກົດໝາຍຂອງລັດແລະຮັບປະກັນການກວດກາແຫ່ງ ລັດຕໍ່ການດໍາເນີນທຸລະກິດປະກັນໄພ. ...ມາດຕາສອງ:ການດໍາເນີນການປະກັນໄພ

ມາດຕາສອງ:ການດໍາເນີນການປະກັນໄພ ການດໍາເນີນການປະກັນໄພແມ່ນສັນຍາຊຶ່ງຝ່າຍໜຶ່ງເອີ້ນ ວ່າ:"ຜູ້ເຊັນສັນຍາປະກັນໄພ"ມີຄວາມຍິນດີຈ່າຍຄ່າທໍານຽມຄ່າ ປະກັນໄພເພື່ອຈຸດປະສົງຈະໄດ້ຮັບການທົດແທນຄ່າເສຍຫາຍສໍາ ລັບຕົນເອງຫຼືບຸກຄົນທີ່ສາມໃນເມື່ອໄພທີ່ສ່ຽງນັ້ນຫາກໄດ້ເກີດຂຶ້ນ ແລະອີກຝ່າຍໜຶ່ງເອີ້ນວ່າ"ຜູ້ປະກັນໄພ"ຊຶ່ງຮັບປະກັນການສ່ຽງ ໄພດ້ວຍການທົດແທນຄືນ.

...ມາດຕາສາມ:ຜູ້ທີ່ພົວພັນໃນສັນຍາປະກັນໄພ

ມາດຕາສາມ:ຜູ້ທີ່ພົວພັນໃນສັນຍາປະກັນໄພ ຜູ້ທີ່ພົວພັນໃນສັນຍາປະກັນໄພມີ:ຜູ້ປະກັນໄພ,ຜູ້ໄດ້ຮັບການ ປະກັນໄພຫຼືຜູ້ເຊັນເອົາການປະກັນໄພແລະຜູ້ໄດ້ຮັບຜົນປະໂຫຍດ. ຜູ້ປະກັນໄພແມ່ນວິສາຫະກິດທີ່ໄດ້ຮັບອະນຸຍາດຈາກລັດໃຫ້ ດໍາເນີນທຸລະກິດປະກັນໄພ. ຜູ້ໄດ້ຮັບການປະກັນໄພແມ່ນຜູ້ທີ່ໄດ້ຮັບການຄໍ້າປະກັນກ່ຽວ ກັບຊີວິດຫຼືຊັບສົມບັດຈາກວິສາຫະກິດປະກັນໄພ. ຜູ້ເຊັນເອົາການປະກັນໄພແມ່ນຜູ້ອອກໜ້າເຊັນສັນຍາປະ ກັນໄພຊຶ່ງຕົກລົງຈ່າຍຄ່າທໍານຽມປະກັນໄພທີ່ແນໃສ່ຄໍ້າປະກັນຊີວິດ ຫຼືຊັບສົມບັດຂອງຕົນເອງ(ໃນກໍລະນີທົ່ວໄປແມ່ນຜູ້ດຽວກັນກັບຜູ້ໄດ້ ຮັບການປະກັນໄພ)ຫຼືຂອງບຸກຄົນທີສາມ. ຜູ້ໄດ້ຮັບຜົນປະໂຫຍດແມ່ນຜູ້ທີ່ໄດ້ຮັບສິນປະກັນໄພຫຼືສິນ ທົດແທນປະກັນໄພຕາມທີ່ໄດ້ກໍານົດໄວ້ໃນສັນຍາປະກັນໄພເມື່ອ ການເສຍຫາຍຫາກໄດ້ເກີດຂຶ້ນ.

...ມາດຕາສີ່:ຂອບເຂດການປະຕິບັດກົດໝາຍວ່າດ້ວຍການປະກັນໄພ

ມາດຕາສີ່:ຂອບເຂດການປະຕິບັດກົດໝາຍວ່າດ້ວຍການ ປະກັນໄພ ກົດໝາຍວ່າດ້ວຍການປະກັນໄພສະບັບນີ້ມີຜົນບັງຄັບໃຊ້ຕໍ່ ບັນດາວິສາຫະກິດປະກັນໄພດັ່ງຕໍ່ໄປນີ້: ໜຶ່ງ:ວິສາຫະກິດປະກັນໄພທີ່ເຮັດສັນຍາຜູກພັນຊຶ່ງການປະ ຕິບັດສັນນັ້ນຂຶ້ນກັບລະຍະຊີວິດຂອງຜູ້ໄດ້ຮັບການປະກັນໄພ. ສອງ:ວິສາຫະກິດປະກັນໄພທຸກຂະແໜງທີ່ໄດ້ເກັບຄ່າທໍາ ນຽມປະກັນໄພແລະຮັບປະກັນການຈ່າຍສິນທົດແທນປະກັນໄພໃນ ກໍລະນີໄພທີ່ສ່ຽງນັ້ນຫາກໄດ້ເກີດຂຶ້ນ. ສາມ:ວິສາຫະກິດປະກັນໄພທີ່ລະດົມການສະສົມທຶນດ້ວຍ ການເຮັດສັນຍາຜູກພັນໂດຍສະເພາະ.


...ມາດຕາຫ້າ:ຮູບແບບຂອງບໍລິສັດປະກັນໄພ

ມາດຕາຫ້າ:ຮູບແບບຂອງບໍລິສັດປະກັນໄພ ວິສາຫະກິດປະກັນໄພແມ່ນນິຕິບຸກຄົນທີ່ດໍາເນີນທຸລະກິດ ປະກັນໄພຫຼືລະດົມການສະສົມທຶນ. ມີແຕ່ວິສາຫະກິດປະກັນໄພໃນຮູບແບບບໍລິສັດຫຸ້ນສ່ວນ, ສາຂາບໍລະສັດປະກັນໄພຕ່າງປະເທດເທົ່ານັ້ນຈື່ງມີສິດດໍາເນີນທຸ ລະກິດທີ່ໄດ້ກ່າວໄວ້ໃນມາດຕາສີ່ຂອງກົດໝາຍສະບັບນີ້. ວິສາຫະກິດທີ່ກ່າວໄວ້ໃນຂໍ້ສອງມາດຕາສີ່ຂອງກົດໝາຍ ສະບັບນີ້ກໍຈະບໍ່ມີສິດດໍາເນີນທຸລະກິດຕາມທີ່ໄດ້ກ່າວໄວ້ໃນຂໍ້ໜຶ່ງ ແລະຂໍ້ສາມມາດຕາສີ່ຂອງກົດໝາຍສະບັບນີ້ເວັ້ນເສຍແຕ່ຫາກ ໄດ້ຮັບອະນຸຍາດຈາກອົງການທີ່ມີສິດອໍານາດຂອງລັດ

...ມາດຕາຫົກ:ການຈັດປະເພດປະກັນໄພ

ມາດຕາຫົກ:ການຈັດປະເພດປະກັນໄພ ການເຄື່ອນໄຫວປະກັນໄພໄດ້ຈັດແບ່ງເປັນປະເພດດັ່ງນີ້: ໜຶ່ງ:ການປະກັນໄພກ່ຽວກັບການເສຍຫາຍຂອງຊັບສົມບັດ. ການປະກັນໄພກ່ຽວກັບຊັບສົມບັດແມ່ນການປະກັນໄພ ກ່ຽວກັບການເສຍຫາຍຊັບສົມບັດທີ່ເກີດຂຶ້ນໃນການຜະລິດ,ທຸລະ ກິດແລະໃນຊີວິດເຊັ່ນ:ໄຟໄໝ້ໂຮງງານ,ໄຟໄໝ້ເຮືອນ,ຄົນລັກສິ່ງ ຂອງແລະອື່ນໆຊຶ່ງຜູ້ປະກັນໄພຕ້ອງໄດ້ທົດແທນໃຫ້ຜູ້ໄດ້ຮັບການ ປະກັນໄພ. ສອງ:ການປະກັນໄພຄວາມຮັບຜິດຊອບທາງແພ່ງ. ການປະກັນໄພຄວາມຮັບຜິດຊອບທາງແພ່ງແມ່ນການປະ ກັນໄພກ່ຽວກັບການໄຊ້ຄ່າເສຍຫາຍທາງແພ່ງຊຶ່ງຜູ້ປະກັນໄພ ຕ້ອງໄຊ້ແທນຫຼືໄຊ້ຕາງຜູ້ໄດ້ຮັບການປະກັນໄພ. ສາມ:ການປະກັນໄພຕົວບຸກຄົນແລະລະດົມການສະສົມທຶນ. ການປະກັນໄພຕົວບຸກຄົນແລະລະດົມການສະສົມທຶນແມ່ນ ການປະກັນໄພທີ່ແນໃສ່ທົດແທນຄ່າເສຍຫາຍໃນກໍລະນີທີ່ເສຍຊີ ວິດຫຼືເສຍສຸຂະພາບແລະໄດ້ຮັບສິນປະກັນໄພໃນກໍລະນີທີ່ຍັງບໍ່ໄດ້ ເສຍຊີວິດຕາມທີ່ໄດ້ກໍານົດໄວ້ໃນໃບປະກັນໄພ.

..ພາກທີ2ການອະນຸຍາດໃຫ້ດໍາເນີນທຸລະກິດປະກັນໄພແລະການກວດກາແຫ່ງລັດ


...ໝວດທີ1ການອະນຸຍາດໃຫ້ດໍາເນີນທຸລະກິດປະກັນໄພ


....ມາດຕາເຈັດ:ຄໍາຮ້ອງຂໍດໍາເນີນທຸລະກິດປະກັນໄພ

ມາດຕາເຈັດ:ຄໍາຮ້ອງຂໍດໍາເນີນທຸລະກິດປະກັນໄພ ບຸກຄົນຫຼືນິຕິບຸກຄົນທີ່ຮ້ອງຂໍດໍາເນີນທຸລະກິດປະກັນໄພນັ້ນ ຕ້ອງປະກອບເອກະສານຄົບຖ້ວນຕາມດໍາລັດຂອງສະພາລັດຖະ ມົນຕີທີ່ໄດ້ກໍານົດໄວ້. ຄໍາຮ້ອງຂໍດໍາເນີນທຸລະກິດປະກັນໄພນັ້ນຕ້ອງຍື່ນຕໍ່ລັດຖະ ມົນຕີກະຊວງເສດຖະກິດແຜນການແລະການເງິນ.ລັດຖະມົນຕີ ກະຊວງເສດຖະກິດແຜນການແລະການເງິນຕ້ອງພິຈາລະນາຄໍາ ຮ້ອງຂໍແລະຕົກລົງພາຍໃນກໍານົດສາມເດືອນນັບແຕ່ມື້ໄດ້ຮັບຄໍາ ຮ້ອງຂໍເປັນຕົ້ນໄປ.

....ມາດຕາແປດ:ອົງການທີ່ມີສິດອະນຸຍາດໃຫ້ດໍາເນີນທຸລະກິດປະກັນໄພ.

ມາດຕາແປດ:ອົງການທີ່ມີສິດອະນຸຍາດໃຫ້ດໍາເນີນທຸລະ ກິດປະກັນໄພ. ບຸກຄົນຫຼືນິຕິບຸກຄົນທີ່ມີຈຸດປະສົງຢາກດໍາເນີນທຸລະກິດປະ ກັນໄພຕາມທີ່ໄດ້ກ່າວໄວ້ໃນມາດຕາສີ່ຂອງກົດໝາຍສະບັບນີ້.ຈະ ເລີ່ມດໍາເນີນກິດຈະການຂອງຕົນໄດ້ກໍ່ຕໍ່ເມື່ອຫາກໄດ້ຮັບອະນຸຍາດ ຈາກລັດຖະມົນຕີກະຊວງເສດຖະກິດແຜນການແລະການເງິນເສຍ ກ່ອນ. ລັດຖະມົນຕີກະຊວງເສດຖະກິດແຜນການແລະການເງິນມີ ສິດຕົກລົງອະນຸຍາດໃຫ້ຜູ້ຮ້ອງຂໍດໍາເນີນທຸລະກິດປະກັນໄພຂະແໜງ ໜຶ່ງຫຼືຫຼາຍຂະແໜງກໍ່ໄດ້.ວິສາຫະກິດປະກັນໄພມີສິດດໍາເນີນແຕ່ ກິດຈະການສະເພາະຂະແໜງທີ່ຕົນໄດ້ຮັບອະນຸຍາດເທົ່ານັ້ນ. ໃນກໍລະນີທີ່ມີຄວາມຈໍາເປັນຍ້ອນສະພາບການຂອງຕະ ຫຼາດປະກັນໄພ,ລັດຖະມົນຕີກະຊວງເສດຖະກິດແຜນການແລະ ການເງິນມີສິດຈໍາກັດຫຼືໂຈະການອອກໃບອະນຸຍາດເພີ່ມເຕີມໃນ ການດໍາເນີນທຸລະກິດປະກັນໄພຂະແໜງໃດໜຶ່ງຫຼືຫຼາຍຂະແໜງ ຫຼືທຸກຂະແໜງກໍ່ໄດ້. ການອອກໃບອະນຸຍາດ,ການປ່ຽນແປງ,ການຈໍາກັດ, ການໂຈະຫຼືການຖອນໃບອະນຸຍາດໃຫ້ດໍາເນີນທຸລະກິດປະກັນໄພ ນັ້ນຕ້ອງເຮັດເປັນຄໍາຕົກລົງຂອງລັດຖະມົນຕີກະຊວງເສດຖະກິດ ແຜນການແລະການເງິນ.

...ໝວດທີ2ການກວດກາແຫ່ງລັດ


....ມາດຕາເກົ້າ:ຈຸດປະສົງຂອງການກວດກາແຫ່ງລັດ

ມາດຕາເກົ້າ:ຈຸດປະສົງຂອງການກວດກາແຫ່ງລັດ ການດໍາເນີນການກວດກາແຫ່ງລັດຕໍ່ວິສາຫະກິດປະກັນ ໄພແມ່ນແນໃສ່ປົກປັກຮັກສາຜົນປະໂຫຍດຂອງຜູ້ໄດ້ຮັບການປະ ກັນໄພຫຼືຜູ້ເຊັນເອົາການປະກັນໄພແລະຜູ້ໄດ້ຮັບຜົນປະໂຫຍດຕ່າງ ໆຈາກສັນຍາປະກັນໄພແລະລະດົມການສະສົມທຶນ.

....ມາດຕາສິບ:ການແຈ້ງແລະການກວດກາເອກະສານ

ມາດຕາສິບ:ການແຈ້ງແລະການກວດກາເອກະສານ ກ່ອນຈະນໍາໃຊ້ເອກະສານກ່ຽວກັບເງື່ອນໄຂທົ່ວໄປຂອງ ໃບປະກັນໄພຫຼືຂໍ້ສະເໜີ,ໃບສະເໜີຂໍເອົາປະກັນໄພ,ໃບໂຄສະນາ ແລະແບບພິມຕ່າງໆທີ່ຈະນໍາອອກແຈກຢາຍຫຼືເຜີຍແຜ່ຕໍ່ມວນຊົນ ຫຼືມອບໃຫ້ຜູ້ຖືສັນຍາປະກັນໄພຫຼືສະມາຊິກຂອງຕົນນັ້ນວິສາຫະກິດ ປະກັນໄພທຸກຂະແໜງຕ້ອງນໍາສະເໜີເອກະສານດັ່ງກ່າວໃຫ້ລັດ ຖະມົນຕີກະຊວງເສດຖະກິດແຜນການແລະການເງິນອະນຸຍາດ ເສຍກ່ອນ. ໃນກໍລະນີທີ່ມີການປ່ຽນແປງຫຼືດັດແກ້ກົດລະບຽບ,ວິສາຫະ ກິດປະກັນໄພທຸກຂະແໜງຕ້ອງແຈ້ງໃຫ້ລັດຖະມົນຕີກະຊວງເສດ ຖະກິດແຜນການແລະການເງິນຊາບພາຍໃນກໍານົດສິບຫ້າວັນນັບ ແຕ່ມື້ກອງປະຊຸມໃຫຽ່ຂອງວິສາຫະກິດໄດ້ລົງຄະແນນສຽງຮັບ ຮອງເອົາເປັນຕົ້ນໄປ. ວິສາຫະກິດປະກັນໄພທຸກຂະແໜງຕ້ອງແຈ້ງໃຫ້ລັດຖະມົນ ຕີກະຊວງເສດຖະກິດແຜນການແລະການເງິນຊາບກ່ຽວກັບພື້ນ ຖານຄິດໄລ່ແລະອັດຕາຄ່າທໍານຽມປະກັນໄພທີ່ຕົນໄດ້ສະເໜີປະ ຕິບັດ. ໃນກໍລະນີທີ່ວິສາຫະກິດປະກັນໄພຫາກໄດ້ຕົກລົງປ່ຽນແປງ ຢ່າງໃດຢ່າງໜຶ່ງກ່ຽວກັບຄ່າທໍານຽມປະກັນໄພ,ບັນດາເງື່ອນໄຂ ທົ່ວໄປຂອງສັນຍາ,ການຈັດຕັ້ງວິຊາຊີບ,ການແກ່ງແຍ່ງຫຼືການ ຄຸ້ມຄອງທາງດ້ານການເງິນແລ້ວຜູ້ອໍານວຍການວິສາຫະກິດຕ້ອງ ແຈ້ງຄໍາຕົກລົງນັ້ນໃຫ້ລັດຖະມົນຕີກະຊວງເສດຖະກິດແຜນການ ແລະການເງິນຊາບກ່ອນນໍາອອກປະຕິບັດ. ລັດຖະມົນຕີກະຊວງເສດຖະກິດແຜນການແລະການເງິນ ມີສິດທວງໃຫ້ດັດແປງອັດຕາຄ່າທໍານຽມປະກັນໄພ,ທຸກເອກະສານ ທີ່ຈະນໍາໃຊ້ເຂົ້າໃນການດໍາເນີນທຸລະກິດປະກັນໄພຫຼືລະດົມການ ສະສົມທຶນຈາກມວນຊົນນັບທັງຂ່າວສານທີ່ຈະນໍາໄປເຜີຍແຜ່.

....ມາດຕາສິບເອັດ:ພະນັກງານກວດກາ

ມາດຕາສິບເອັດ:ພະນັກງານກວດກາ ພະນັກງານກວດກາແມ່ນພະນັກງານທີ່ໄດ້ທໍາການປະຕິ ຍານຕົວແລະຖືກບັນຈຸເຂົ້າຮັບໜ້າທີ່ຕາມເງື່ອນໄຂທີ່ໄດ້ກໍານົດ ໄວ້ຢູ່ໃນຄໍາຕົກລົງສະເພາະຂອງລັດຖະມົນຕີກະຊວງເສດຖະກິດ ແຜນການແລະການເງິນແລະໄດ້ຮັບການມອບໝາຍໃຫ້ຕິດຕາມ ຢ່າງເປັນປະຈໍາຢູ່ວິສາຫະກິດປະກັນໄພ. ພະນັກງານກວດກາມີສິດກວດກາກັບທີ່ໄດ້ທຸກເວລາແລະ ທຸກການເຄື່ອນໄຫວຂອງວິສາຫະກິດປະກັນໄພ.ພະນັກງານກວດ ກາຕ້ອງຮັກສາຄວາມລັບກ່ຽວກັບທຸລະກິດທີ່ຕົນໄດ້ຮູ້ໃນເວລາປະ ຕິບັດໜ້າທີ່ຂອງຕົນ. ພະນັກງານກວດກາມີສິດກວດກາໄດ້ທຸກສະມຸດບັນຊີ,ປຶ້ມ ໃຫຍ່ບັນທຶກ,ສັນຍາ,ເອກະສານນໍາສົ່ງ,ຈົດໝາຍບັນທຶກ,ເອກະ ສານບັນຊີຫຼືເອກະສານອື່ນໆທີ່ກ່ຽວກັບສະພາບແລະການເຄື່ອນ ໄຫວທີ່ຜ່ານມາຂອງວິສາຫະກິດປະກັນໄພ,ກວດກາຄັງເງິນສົດ ແລະຊັບສົມບັດທີ່ມີຄ່າ. ພະນັກງານກວດກາຕ້ອງເຮັດບົດສະຫຼຸບກ່ຽວກັບການກວດ ກາຂອງຕົນ,ຢັ້ງຢືນຄວາມເປັນຈິງທີ່ຕົນໄດ້ພົບເຫັນແລະລາຍ ງານໃຫ້ລັດຖະມົນຕີກະຊວງເສດຖະກິດແຜນການແລະການເງິນ ຊາບເພື່ອຈະໄດ້ແນະນໍາວິທີການແກ້ໄຂທີ່ເຫັນວ່າມີຄວາມຈໍາ ເປັນ. ໃນການກວດການັ້ນພະນັກງານກວດກາຕ້ອງປະຕິບັດ ຕາມລະບຽບການຂອງການກວດກາການເງິນແລະການບັນຊີ.

....ມາດຕາສິບສອງ:ພັນທະຂອງວິສາຫະກິດປະກັນໄພກ່ຽວກັບການກວດກາ

ມາດຕາສິບສອງ:ພັນທະຂອງວິສາຫະກິດປະກັນໄພກ່ຽວ ກັບການກວດກາ ວິສາຫະກິດປະກັນໄພທຸກຂະແໜງ,ບຸກຄົນຫຼືນິຕິບຸກຄົນທີ່ໄດ້ ຮັບການມອບສິດຈາກວິສາຫະກິດປະກັນໄພໃດໜຶ່ງໃຫ້ເຮັດສັນຍາ ຫຼືຄຸ້ມຄອງສັນຍາ,ບຸກຄົນຫຼືນິຕິບຸກຄົນທີ່ໄດ້ປະກັບອາຊີບເປັນຄົນ ກາງປະກັນໄພຕ້ອງຢູ່ພາຍໃຕ້ການກວດກາຂອງພະນັກງານກວດ ກາ. ວິສາຫະກິດປະກັນໄພຕ້ອງອໍານວຍຄວາມສະດວກໃຫ້ແກ່ ພະນັກງານກວດກາທີ່ໄດ້ປະຕິບັດໜ້າທີ່ຢູ່ຕາມຂະແໜງຫຼືສາຂາ ວິສາຫະກິດຂອງຕົນໃນການກວດກາທຸກປຶ້ມໃຫຍ່ບັນທຶກແລະເອ ກະສານຕ່າງໆທີ່ໄດ້ກ່າວໄວ້ໃນມາດຕາສິບເອັດຂອງກົດໝາຍສະ ບັບນີ້ພ້ອມທັງຈັດຫາພະນັກງານທີ່ມີຄວາມສາມາດໃຫ້ເພື່ອເອົາຂໍ້ ມູນຕ່າງໆຊຶ່ງພະນັກງານກວດກາເຫັນມີຄວາມຈໍາເປັນ.

..ພາກທີ3ບໍລິສັດປະກັນໄພຂອງລາວແລະສາຂາບໍລິສັດປະກັນໄພຕ່າງປະເທດ,ຄົນກາງປະກັນ


...ໝວດທີ1ບໍລິສັດປະກັນໄພຂອງລາວແລະສາຂາບໍລິສັດປະກັນໄພຕ່າງປະເທດ


....ມາດຕາສິບສາມ:ບໍລິສັດປະກັນໄພຂອງລາວແລະສາຂາບໍລິສັດປະກັນໄພຕ່າງປະເທດ

ມາດຕາສິບສາມ:ບໍລິສັດປະກັນໄພຂອງລາວແລະສາຂາ ບໍລິສັດປະກັນໄພຕ່າງປະເທດ ບໍລິສັດປະກັນໄພຂອງລາວແມ່ນບໍລິສັດປະກັນໄພທີ່ໄດ້ຮັບ ອະນຸຍາດສ້າງຕັ້ງຂຶ້ນຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນ ລາວດ້ວຍການລົງທຶນຮ່ວມລະຫວ່າງບຸກຄົນຫຼືນິຕິບຸກຄົນລາວນໍາ ກັນຫຼືການລົງທຶນລະຫວ່າງບຸກຄົນຫຼືນິຕິບຸກຄົນລາວຮ່ວມກັບບຸກຄົນ ຫຼືນິຕິບຸກຄົນຕ່າງປະເທດແລະໄດ້ຂຶ້ນທະບຽນຢ່າງຖືກຕ້ອງຕາມ ກົດໝາຍລາວ. ສາຂາບໍລິສັດປະກັນໄພຕ່າງປະເທດແມ່ນການຈັດຕັ້ງຂອງ ບໍລິສັດປະກັນໄພຕ່າງປະເທດທີ່ໄດ້ຮັບອະນຸຍາດຈາກລັດຖະບານ ລາວໃຫ້ມາດໍາເນີນທຸລະກິດປະກັນໄພຢູ່ສາທາລະນະລັດປະຊາທິ ປະໄຕປະຊາຊົນລາວແລະໄດ້ຂຶ້ນທະບຽນຢ່າງຖືກຕ້ອງຕາມກົດ ໝາຍລາວ.

....ມາດຕາສິບສີ່:ມາດຕະຖານຂອງຜູ້ສ້າງຕັ້ງບໍລິສັດປະກັນໄພ

ມາດຕາສິບສີ່:ມາດຕະຖານຂອງຜູ້ສ້າງຕັ້ງບໍລິສັດປະກັນໄພ ບຸກຄົນຜູ້ໃດຜູ້ໜຶ່ງຈະບໍ່ມີສຸດສ້າງຕັ້ງ,ນໍາພາ,ບໍລິຫານ,ຄຸ້ມ ຄອງແລະຈັດການຊໍາລະສະສາງວິສາຫະກິດປະກັນໄພ.ຖ້າວ່າບຸກ ຄົນຜູ້ນັ້ນຫາກໄດ້ກະທໍາຜິດທາງອາຍາໃນສະຖານລັກຊັບ,ຍັກຍອກ ຊັບ,ສໍ້ໂກງຊັບ,ອອກເຊັກບໍ່ມີເງິນ,ກະທໍາຜິດທີ່ແຕະຕ້ອງເຖິງສິນ ເຊື່ອຂອງລັດແລະຊຸກເຊື່ອງສິ່ງທີ່ໄດ້ມາຈາກການກະທໍາຜິດຕາມ ທີ່ໄດ້ກ່າວມານີ້ແລະໃນສະຖານຄະລໂທດ.

....ມາດຕາສິບຫ້າ:ການຈໍາກັດຜົນປະໂຫຍດສ່ວນຕົວຂອງບຸກຄົນທີ່ເປັນກໍາມະການສະພາບໍລິຫານແລະຄະນະອໍານວຍການ

ມາດຕາສິບຫ້າ:ການຈໍາກັດຜົນປະໂຫຍດສ່ວນຕົວຂອງ ບຸກຄົນທີ່ເປັນກໍາມະການສະພາບໍລິຫານແລະຄະນະອໍານວຍການ ຫ້າມບຸກຄົນທີ່ເປັນກໍາມະການສະພາບໍລິຫານແລະຄະນະ ອໍານວຍການບໍລິສັດປະກັນໄພສວຍໂອກາດສ້າງຫຼືຮັກສາຜົນປະ ໂຫຍດສ່ວນຕົວໂດຍກົງຫຼືທາງອ້ອມຢູ່ໃນວິສາຫະກິດປະກັນໄພ, ໃນຕະຫຼາດປະກັນໄພ,ໃນການເຮັດສັນຍາ,ກິດຈະການການຄ້າ ຫຼືການເງິນທີ່ເຮັດຮ່ວມກັບບໍລິສັດປະກັນໄພເວັ້ນເສຍແຕ່ພວກ ກ່ຽວຫາກໄດ້ຮັບອະນຸຍາດຈາກກອງປະຊຸມໃຫຍ່ຂອງບໍລິສັດເທົ່າ ນັ້ນ.ບົດສະຫຼຸບປະຈໍາປີທີ່ສະເໜີຕໍ່ກອງປະຊຸມໃຫຍ່ນັ້ນຕ້ອງລາຍ ງານກ່ຽວກັບການດໍາເນີນກິດຈະການຊຶ່ງກອງປະຊຸມໃຫຍ່ຂອງ ວິສາຫະກິດໄດ້ອະນຸຍາດໃຫ້ນັ້ນ.ການລາຍງານກ່ຽວກັບການດໍາ ເນີນກິດຈະການດັ່ງກ່າວຕ້ອງໄດ້ເອົາເຂົ້າໃນບົດລາຍງານຂອງ ເຈົ້າໜ້າທີ່ກວດສອບການບັນຊີ.

....ມາດຕາສິບຫົກ:ເງື່ອນໄຂຂອງຜູ້ທີ່ໄດ້ຮັບມອບສິດທົ່ວໄປຂອງບໍລິສັດປະກັນໄພ

ມາດຕາສິບຫົກ:ເງື່ອນໄຂຂອງຜູ້ທີ່ໄດ້ຮັບມອບສິດທົ່ວໄປ ຂອງບໍລິສັດປະກັນໄພ ຜູ້ທີ່ໄດ້ຮັບມອບສິດທົ່ວໄປຂອງບໍລິສັດປະກັນໄພຕ້ອງໃຫ້ມີ ໃບທະບຽນໂທດແລະໃບຢັ້ງຢືນສິດອໍານາດໃນການຄຸ້ມຄອງສາ ຂາຂອງບໍລິສັດປະກັນໄພໂດຍກົງ. ຜູ້ທີ່ໄດ້ຮັບມອບສິດທົ່ວໄປຕ້ອງຖືບັນຊີສະເພາະຂອງແຕ່ ລະຂະແໜງປະກັນໄພທີ່ຕົນໄດ້ດໍາເນີນຢູ່ສາທາລະນະລັດປະຊາ ທິປະໄຕປະຊາຊົນລາວ.


....ມາດຕາສິບເຈັດ:ການກໍານົດທຶນຂອງບໍລິສັດຫຸ້ນສ່ວນ

ມາດຕາສິບເຈັດ:ການກໍານົດທຶນຂອງບໍລິສັດຫຸ້ນສ່ວນ ບໍລິສັດຫຸ້ນສ່ວນຕ້ອງມີທຶນວິສາຫະກິດເພື່ອດໍາເນີນກິດຈະ ການປະກັນໄພຢ່າງໜ້ອຍເທົ່າກັນກັບຈໍານວນທີ່ໄດ້ບົ່ງໄວ້ໃນດໍາ ລັດຂອງສະພາລັດຖະມົນຕີ.ເອກະສານໃດໜຶ່ງຂອງບໍລິສັດປະກັນ ໄພທີ່ຈະນໍາອອກເຜີຍແຜ່ຕໍ່ມວນຊົນນັ້ນກໍ່ຕ້ອງໃຫ້ບອກແຈ້ງເຖິງ ຈໍານວນທຶນວິສາຫະກິດຂອງຕົນ.

....ມາດຕາສິບແປດ:ການວາງເງິນຄໍ້າປະກັນຂອງບໍລິສັດປະກັນໄພຂອງລາວແລະສາຂາບໍລິສັດປະກັນໄພຕ່າງປະເທດ

ມາດຕາສິບແປດ:ການວາງເງິນຄໍ້າປະກັນຂອງບໍລິສັດ ປະກັນໄພຂອງລາວແລະສາຂາບໍລິສັດປະກັນໄພຕ່າງປະເທດ ບໍລິສັດປະກັນໄພຂອງລາວແລະສາຂາບໍລິສັດປະກັນໄພ ຕ່າງປະເທດທີ່ດໍາເນີນທຸລະກິດປະກັນໄພຢູ່ສາທາລະນະລັດປະ ຊາທິປະໄຕປະຊາຊົນລາວຕ້ອງວາງເງິນຄໍ້າປະກັນຢູ່ທະນາຄານ ທີ່ຕັ້ງຢູ່ໃນດິນແດນຂອງສາທາລະນະລັດປະຊາທິປະໄຕປະຊາ ຊົນລາວຕາມຈໍານວນທີ່ໄດ້ກໍານົດໄວ້ໃນດໍາລັດຂອງສະພາລັດ ຖະມົນຕີ. ບໍລິສັດປະກັນໄພຂອງລາວຫຼືສາຂາບໍລິສັດປະກັນໄພຕ່າງ ປະເພດອາດຈະວາງເງິນຄໍ້າປະກັນດ້ວຍເງິນກີບຫຼືເງິນຕາຕ່າງ ປະເທດ,ພັນທະບັດຂອງລັດຫຼືພັນທະບັດທີ່ໄດ້ຮັບປະກັນຈາກລັດກໍ່ ໄດ້.ຖ້າຫາກວ່າໄດ້ດອກເບ້ຍຈາກເງິນຄໍ້າປະກັນທີ່ວາງໄວ້ຢູ່ທະ ນາຄານນັ້ນບໍລິສັດຫຼືສາຂາບໍລິສັດກໍ່ມີສິດນໍາໃຊ້ໄດ້. ໃນກໍລະນີທີ່ຄັງແຮດ້ານວິຊາການຫຼືເງິນຝາກໝູນທີ່ຄູ່ກົງ ກັນກັບຄັງແຮດັ່ງກ່າວຫາກບໍ່ພຽງພໍນັ້ນຈະອະນຸຍາດໃຫ້ນໍາໃຊ້ ເງິນຄໍ້າປະກັນທີ່ກ່າວມາຂ້າງເທິງນີ້ເຂົ້າສະເພາະໃນການທົດ ແທນໃຫ້ແກ່ຜູ້ໄດ້ຮັບການປະກັນໄພຫຼືຜູ້ທີ່ໄດ້ຮັບຜົນປະໂຫຍດ ຈາກສັນຍາປະກັນໄພເທົ່ານັ້ນ. ຖ້າວ່າບໍລິສັດປະກັນໄພຫາກມີການຢຸດເຊົາຫຼືພວມທໍາ ການຊໍາລະສະສາງດ້ານໜີ້ສິນແລະຊັບສິນນັ້ນກໍ່ຈະຕ້ອງໄດ້ສົ່ງ ເງິນຄໍ້າປະກັນທີ່ວາງໄວ້ຢູ່ທະນາຄານຄືນໃຫ້ແກ່ບໍລິສັດບໍ່ໃຫ້ເກີນ ສາມສິບວັນນັບແຕ່ມື້ທີ່ລັດຖະມົນຕີກະຊວງເສດຖະກິດແຜນການ ແລະການເງິນໄດ້ອອກໃບແຈ້ງການເປັນຕົ້ນໄປ.ໃນໃບແຈ້ງການ ນັ້ນຕ້ອງໃຫ້ບອກການປະຕິບັດພັນທະທີ່ເປັນຂອງບໍລິສັດຫຼືການ ໂອນຊັບສົມບັດທີ່ມີແລະພັນທະຕ່າງໆໃຫ້ວິສາຫະກິດໃດໜຶ່ງທີ່ໄດ້ ຮັບອະນຸຍາດໃຫ້ສ້າງຕັ້ງ.

....ມາດຕາສິບເກົ້າ:ວິທິການປັບປຸງປະສິດທິຜົນຂອງວິສາຫະກິດປະກັັນໄພ

ມາດຕາສິບເກົ້າ:ວິທິການປັບປຸງປະສິດທິຜົນຂອງວິສາ ຫະກິດປະກັັນໄພ ໃນກໍລະນີທີ່ເຫັນວ່າວິສາຫະກິດປະກັນໄພຫາກຢູ່ໃນສະພາບ ທີ່ຈະບໍ່ມີການຮັບປະກັນພຽງພໍເພື່ອປະຕິບັດພັນທະຂອງຕົນຫຼືອາດ ຈະບໍ່ສາມາດດໍາເນີນໜ້າທີ່ໄປໄດ້ຕາມລະບຽບຫຼັກການແລ້ວລັດ ຖະມົນຕີກະຊວງເສດຖະກິດແຜນການແລະການເງິນມີສິດໃຫ້ຄໍາ ສັ່ງແນະນໍາແລະທວງໃຫ້ວິສາຫະກິດປະກັນໄພທີ່ກ່ຽວຂ້ອງຕ້ອງ ນໍາສະເໜີແຜນການປັບປຸງວິສາຫະກິດຄືນໃໝ່ເພື່ອຂໍອະນຸມັດ.ໃນ ແຜນການນັ້ນຕ້ອງຄາດຄະເນທຸກມາດຕະການສະເພາະເພື່ອປັບ ປຸງຄວາມດຸ່ນດ່ຽງຂອງວິສາຫະກິດໃຫ້ມີປະສິດທິຜົນດີຂຶ້ນ. ການສະເໜີແຜນການປັບປຸງວິສາຫະກິດນັ້ນຕ້ອງນໍາສະ ເໜີພາຍໃນກໍານົດສາມສິບວັນນັບແຕ່ມື່ໄດ້ຮັບຄໍາສັ່ງແນະນໍາ ເປັນຕົ້ນໄປ. ຖ້າວ່າວິສາຫະກິດປະກັນໄພໃດຫາກໄດ້ລະເມີດລະບຽບ ການກ່ຽວກັບຄັງແຮດ້ານວິຊາການແລ້ວລັດຖະມົນຕີກະຊວງ ເສດຖະກິດແຜນການແລະການເງິນມີສິດສັ່ງງົດການນໍາໃຊ້ຢ່າງ ເສລີຊັບສິນຂອງວິສາຫະກິດປະກັນໄພທີ່ກ່ຽວຂ້ອງຊຶ່ງຕັ້ງຢູ່ໃນດິນ ແດນຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ.

....ມາດຕາຊາວ:ການໂອນຄັງສັນຍາປະກັນໄພ

ມາດຕາຊາວ:ການໂອນຄັງສັນຍາປະກັນໄພ ວິສາຫະກິດປະກັນໄພມີສິດໂອນຄັງສັນຍາປະກັນໄພທັງ ໝົດຫຼືສ່ວນໃດສ່ວນໜຶ່ງ,ພ້ອມທັງສິດແລະພັນທະຂອງຕົນໃຫ້ແກ່ ວິສາຫະກິດປະກັນໄພອື່ນໆໃດໜຶ່ງຫຼືຫຼາຍວິສາຫະກິດກໍ່ໄດ້ແຕ່ ຕ້ອງໄດ້ຮັບອະນຸຍາດຈາກລັດຖະມົນຕີກະຊວງເສດຖະກິດແຜນ ການແລະການເງິນເສຍກ່ອນ. ຄໍາຮ້ອງຂໍໂອນຄັງສັນຍາດັ່ງກ່າວຕ້ອງແຈ້ງໃຫ້ບັນດາ ເຈົ້າໜີ້ຊາບດ້ວຍໃບແຈ້ງການທີ່ປະກາດເຜີບແຜ່ເພື່ອໃຫ້ພວກ ກ່ຽວສະເໜີຄໍາຄິດເຫັນພາຍໃນກໍານົດສາມເດືອນ.ໃນກໍລະນີທີ່ ເຫັນວ່າການໂອນຄັງສັນຍາປະກັນໄພນັ້ນຫາກສອດຄ່ອງກັບສິດ ຜົນປະໂຫຍດຂອງຜູ້ໄດ້ຮັບການປະກັນໄພແລະບັນດາເຈົ້າໜີ້ທີ່ ເປັນຄົນລາວແລ້ວລັດຖະມົນຕີກະຊວງເສດຖະກິດແຜນການ ແລະການເງິນກໍ່ຈະອອກຄໍາຕົກລົງໂອນຕາມຄໍາຮ້ອງຂໍ.

....ມາດຕາຊາວເອັດ:ການຖອນອະນຸຍາດ.

ມາດຕາຊາວເອັດ:ການຖອນອະນຸຍາດ. ການອະນຸຍາດໃຫ້ດໍາເນີນທຸລະກິດປະກັນໄພທີ່ໄດ້ຕົກລົງ ໃຫ້ວິສາຫະກິດປະກັນໄພນັ້ນອາດຈະຖອນຄືນບາງຂະແໜງປະ ກັນໄພຫຼືທັງໝົດກໍ່ໄດ້ໃນທຸກເວລາຖ້າຫາກວ່າວິສາຫະກິດນັ້ນ: ປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ນັ້ນບໍ່ໄດ້. ຫຼືບໍ່ສາມາດຈະປະຕິບັດມາດຕະການຕ່າງໆທີ່ໄດ້ກໍານົດ ໄວ້ໃນແຜນປັບປຸງປະສິດທິຜົນຂອງວິສາຫະກິດໄດ້ຕາມກໍານົດ ເວລາ. ຫຼືລະເມີດລະບຽບການຢ່າງຮ້າຍແຮງກ່ຽວກັບການປະ ຕິບັດພັນທະຕ່າງໆທີ່ຍັງມີຜົນສັກສິດຢູ່. ໃນກໍລະນີທີ່ໄດ້ມີການຖອນອະນຸຍາດຈາກວິສາຫະກິດປະ ກັນໄພຕ່າງປະເທດໂດຍອົງການທີ່ມີສິດອໍານາດກວດກາຂອງ ສໍານັກງານໃຫຍ່ວິສາຫະກິດຂອງເຂົ້າເຈົ້າແລ້ວລັດຖະມົນຕີກະ ຊວງເສດຖະກິດແຜນການແລະການເງິນຕ້ອງໄດ້ຖອນອະນຸຍາດ ທີ່ໄດ້ອອກໃຫ້ສາຂາວິສາຫະກິດດັ່ງກ່າວທີ່ຕັ້ງຢູ່ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວນັ້ນຄືນ. ທຸກການຕົກລົງຖອນອະນຸຍາດທາງການຄືນຫຼືໂຈະການ ເຄື່ອນໄຫວນັ້ນຕ້ອງໃຫ້ເຫດຜົນຢ່າງຊັດເຈນແລະແຈ້ງໃຫ້ວິສາ ຫະກິດທີ່ກ່ຽວຂ້ອງຊາບ. ການຖອນອະນຸຍາດນັ້ນລັດຖະມົນຕີກະຊວງເສດຖະກິດ ແຜນການແລະການເງິນຕ້ອງເຮັດເປັນຄໍາຕົກລົງແລະທໍາການ ເຜີຍແຜ່. ....ມາດຕາຊາວສອງ:ການຂໍລົບລ້າງຄໍາຕົກລົງຖອນອະນຸຍາດ

ມາດຕາຊາວສອງ:ການຂໍລົບລ້າງຄໍາຕົກລົງຖອນອະນຸ ຍາດ ວິສາຫະກິດປະກັນໄພມີສິດຂໍລົບລ້າງຄໍາຕົກລົງຖອນອະ ນຸຍາດດໍາເນີນທຸລະກິດປະກັນໄພຂອງລັດຖະມົນຕີກະຊວງເສດ ຖະກິດແຜນການແລະການເງິນຕໍ່ສະພາລັດຖະມົນຕີໄດ້ພາຍໃນ ກໍານົດສິບຫ້າວັນນັບແຕ່ມື້ທີ່ໄດ້ຮັບຊາບຄໍາຕົກລົງຖອນອະນຸຍາດ ເປັນຕົ້ນໄປ. ສະພາລັດຖະມົນຕີຕ້ອງຄົ້ນຄວ້າພິຈາລະນາລົງຄວາມ ເຫັນຕໍ່ຄໍາຮ້ອງຂໍດັ່ງກ່າວຢ່າງຊ້າບໍ່ໃຫ້ເກີນສາມວັນນັບແຕ່ມື້ ໄດ້ຮັບຄໍາຮ້ອງຂໍລົບລ້າງເປັນຕົ້ນໄປ.

....ມາດຕາຊາວສາມ:ການຊໍາລະສະສາງ

ມາດຕາຊາວສາມ:ການຊໍາລະສະສາງ ຄໍາຕົກລົງຖອນອະນຸຍາດທັງໝົດກ່ຽວກັບການດໍາເນີນ ທຸລະກິດປະກັນໄພຂອງລັດຖະມົນຕີກະຊວງເສດຖະກິດແຜນການ ແລະການເງິນມີຜົນບັງຄັບໃຫ້ຍຸບເລີກບໍລິສັດປະກັນໄພຂອງລາວ ທີ່ກ່ຽວຂ້ອງຫຼືໃຫ້ເລີ່ມຕົ້ນຈັດຕັ້ງການຊໍາລະສະສາງຊັບສິນແລະ ໜີ້ສິນຂອງສາຂາບໍລິສັດປະກັນໄພຕ່າງປະເທດນັບແຕ່ມື້ຄໍາຕົກ ລົງມີຜົນສັກສິດເປັນຕົ້ນໄປ. ໃນກໍລະນີທີ່ວິສາຫະກິດຫາກໄດ້ມີຄໍາຮ້ອງຂໍລົບລ້າງຄໍາ ຕົກລົງຖອນອະນຸຍາດນັ້ນກໍ່ໃຫ້ນັບແຕ່ມື້ອອກດໍາລັດຂອງສະພາ ລັດຖະມົນຕີເປັນຕົ້ນໄປ.

....ມາດຕາຊາວສີ່:ການຈັດຕັ້ງຊໍາລະສະສາງ

ມາດຕາຊາວສີ່:ການຈັດຕັ້ງຊໍາລະສະສາງ ການຊໍາລະສະສາງແມ່ນດໍາເນີນໂດຍຄະນະກໍາມະການ ຊໍາລະສະສາງຊຶ່ງຖືກແຕ່ງຕັ້ງໂດຍປະທານສະພາລັດຖະມົນຕີ ຕາມການສະເໜີຂອງລັດຖະມົນຕີກະຊວງເສດຖະກິດແຜນການ ແລະການເງິນ. ໃນຄະນະກໍາມະການຊໍາລະສະສາງນັ້ນໃຫ້ມີຜູ້ຕາງໜ້າ ກົມປະກັນໄພໜຶ່ງຫຼືຫຼາຍຄົນແລະນັກວິຊາການອື່ນໆທີ່ເຫັນວ່າມີ ຄວາມຈໍາເປັນ. ໃນການດໍາເນີນການຊໍາລະສະສາງນັ້ນການແບ່ງປັນ ຕ້ອງປະຕິບັດຕາມບຸລິມະສິດຂອງເຈົ້າໜີ້ແລະຕາມກົດໝາຍ ແພ່ງໄດ້ກໍານົດໄວ້.

...ໝວດທີ2ຄົນກາງປະກັນສັງຄົມ


....ມາດຕາຊາວຫ້າ:ການສະເໜີການປະກັນໄພ

ມາດຕາຊາວຫ້າ:ການສະເໜີການປະກັນໄພ ການທີ່ບຸກຄົນຫຼືນິຕິບຸກຄົນໃດໜຶ່ງຫາກໄດ້ສະເໜີຫຼືຮັບ ເອົາການສະເໜີເຊັນສັນຍາປະກັນໄພຫຼືໄດ້ອະທິບາຍເງື່ອນໄຂ ຂອງການຄໍ້າປະກັນໂດຍປາກເປົ່າຫຼືເປັນລາຍລັກອັກສອນໃຫ້ຜູ້ ທີ່ຈະເຊັນເອົາການປະກັນໄພນັ້ນກໍ່ໃຫ້ຖືວ່າເປັນການສະເໜີປະ ກັນໄພ.

....ມາດຕາຊາວຫົກ:ຄົນກາງປະກັນໄພ

ມາດຕາຊາວຫົກ:ຄົນກາງປະກັນໄພ ທຸລະກິດປະກັນໄພທຸກຂະແໜງຈະສະເໜີຕໍ່ມວນຊົນໄດ້ກໍ່ ຕໍ່ເມື່ອຫາກໄດ້ຜ່ານຄົນກາງປະກັນໄພດັ່ງຕໍ່ໄປນີ້: ໜຶ່ງ:ຕົວແທນປະກັນໄພ. ສອງ:ນາຍໜ້າປະກັນໄພແລະວິສາຫະກິດນາຍໜ້າປະກັນ ໄພທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ. ສາມ:ພະນັກງານຂອງບໍລິສັດປະກັນໄພ,ຜູ້ໄດ້ຮັບມອບສິດ ຈາກບໍລິສັດປະກັນໄພ,ພະນັກງານຂອງຕົວແທນປະກັນໄພແລະ ຂອງນາຍໜ້າປະກັນໄພຫຼືຂອງວິສາຫະກິດນາຍໜ້າປະກັນໄພທີ່ ໄດ້ຮັບມອບໝາຍວຽກງານນີ້ຢ່າງຖືກຕ້ອງແລະໄດ້ປະຕິບັດວຽກ ນີ້ພາຍໃຕ້ຄວາມຮັບຜິດຊອບແລະເພື່ອຜົນປະໂຫຍດຂອງຜູ້ມອບ ໝາຍຫຼືຂອງບໍລິສັດ. ບໍລິສັດປະກັນໄພ,ຕົວແທນປະກັນໄພ,ນາຍໜ້າຫຼືວິສາຫະ ກິດນາຍໜ້າປະກັນໄພຕ້ອງຮັບຜິດຊອບທາງແພ່ງຕໍ່ການເສຍ ຫາຍທີ່ໄດ້ເກີດຂຶ້ນຍ້ອນຄວາມຜິດ,ຄວາມບໍ່ຮອບຄອບຫຼືການບໍ່ ເອົາໃຈໃສ່ຂອງພະນັກງານຂອງຕົນຫຼືຜູ້ທີ່ໄດ້ຮັບມອບໝາຍ.

....ມາດຕາຊາວເຈັດ:ມາດຕະຖານດ້ານວິຊາຊີບ.

ມາດຕາຊາວເຈັດ:ມາດຕະຖານດ້ານວິຊາຊີບ. ບຸກຄົນທີ່ຈະປະກອບອາຊີບເປັນຄົນກາງປະກັນໄພຕາມທີ່ ໄດ້ກ່າວໄວ້ໃນມາດຕາຊາວຫົກເທິງນີ້ຕ້ອງປະກອບດ້ວຍມາດຕະ ຖານດັ່ງນີ້: ໜຶ່ງ:ມີອາຍຸບໍ່ຕໍ່າກວ່າສິບແປດປີແລະແມ່ນສັນຊາດລາວ. ສອງ:ບໍ່ມີຄວາມຜິດຂໍ້ໃດຂໍ້ໜຶ່ງທີ່ໄດ້ບົ່ງໄວ້ໃນມາດຕາສິບ ສີ່ຂອງກົດໝາຍສະບັບນີ້. ສາມ:ມີຄວາມຮູ້,ຄວາມສາມາດດ້ານວິຊາຊີບນີ້ໃນລະດັບ ອັນແນ່ນອນ.

...ໝວດທີ3ລະບອບການເງິນ


....ມາດຕາຊາວແປດ:ພັນທະຜູກພັນຕາມລະບຽບການ

ມາດຕາຊາວແປດ:ພັນທະຜູກພັນຕາມລະບຽບການ ພັນທະຜູກພັນຕາມລະບຽບການຊຶ່ງວິສາຫະກິດປະກັນໄພ ຕ້ອງມີຫຼັກຖານຢັ້ງຢືນກ່ຽວກັບການປະເມີນມູນຄ່າໃນທຸກເວລາມີ ດັ່ງຕໍ່ໄປນີ້: ໜຶ່ງ:ຄັງແຮດ້ານວິຊາການຕ້ອງໃຫ້ມີພຽງພໍເພື່ອປະຕິບັດ ພັນທະຜູກພັນຢ່າງຄົບຖ້ວນຕໍ່ຜູ້ໄດ້ຮັບການປະກັນໄພຫຼືຜູ້ໄດ້ຮັບຜົນ ປະໂຫຍດຈາກສັນຍາປະກັນໄພ. ສອງ:ລາຍການໜີ້ສິນຕ້ອງກົງກັບຈໍານວນໜີ້ອື່ນໆທີ່ມີບູລິ ມະສິດ.


....ມາດຕາຊາວເກົ້າຄັງແຮປະກັນຊີວິດຂອງຄົນແລະລະດົມການສະສົມທຶນ

ມາດຕາຊາວເກົ້າຄັງແຮປະກັນຊີວິດຂອງຄົນແລະລະດົມການສະ ສົມທຶນ ຄັງແຮດ້ານວິຊາການກ່ຽວກັບການດໍາເນີນກິດຈະການປະ ກັນໄພຊີວິດຂອງຄົນແລະລະດົມການສະສົມທຶນມີດັ່ງຕໍ່ໄປນີ້: 1.​ ຄັງແຮຕາມຫຼັກສູດຄິດໄລ່ແມ່ນຮ່ວງຜິດດ່ຽງລະຫວ່າງ ມູນຄ່າປະຈຸບັນຂອງພັນທະຜູກພັນຂອງວິສາຫະກິດປະກັນໄພກັບ ຂອງຜູ້ໄດ້ຮັບການປະກັນໄພທີ່ໄດ້ຕົກລົງຮັບເອົານໍາກັນ (ແບບວິທີ ການຄິດໄລ່ຕ້ອງອີງໃສ່ຕາຕະລາງອັດຕາການເສຍຊີວິດແລະອັດ ຕາດອກເບ້ຍ); 2.​ ຄັງແຮເພື່ອການແບ່ງປັນກໍາໄລສ່ວນເກີນ. ....ມາດຕາສາມສິບ:ຄັງແຮປະກັນໄພການເສຍຫາຍ

ມາດຕາສາມສິບ:ຄັງແຮປະກັນໄພການເສຍຫາຍ ຄັງແຮດ້ານວິຊາການທີ່ກ່ຽວກັບກິດຈະການປະກັນໄພ ການເສຍຫາຍຕ່າງໆມີດັ່ງນີ້: ໜຶ່ງ:ຄັງແຮສໍາລັບການສ່ຽງໄພທີ່ພວມປະຕິບັດຢູ່ແມ່ນ ຄັງແຮສໍາລັບຮັບປະກັນການສ່ຽງໄພ,ຄ່າໃຊ້ຈ່າຍທົ່ວໄປທີ່ກ່ຽວ ຂ້ອງສໍາລັບສັນຍາແຕ່ລະສະບັບທີ່ໄດ້ຈ່າຍຄ່າທໍານຽມປະກັນໄພ ລ່ວງໜ້າແລ້ວໃນຊ່ວງເວລາລະຫວ່າງມື້ທີ່ຂຶ້ນບັນຊີແລະມື້ທີ່ໄດ້ ກໍານົດຄ່າທໍານຽມປະກັນໄພເທື່ອໃໝ່. ສອງ.ຄັງແຮສໍາລັບການເສຍຫາຍທີ່ຍັງຄ້າງຈ່າຍແມ່ນ ມູນຄ່າປະເມີນລາຍຈ່າຍທີ່ຍັງບໍ່ທັນໄດ້ປະຕິບັດ. ສາມ:ຄັງແຮສໍາລັບການສ່ຽງໄພເພີ່ມຂຶ້ນແລະຄັງແຮ ເພື່ອການສົມດຸນການສ່ຽງໄພ.


....ມາດຕາສາມສິບເອັດ:ບຸລິມະສິດຂອງຜູ້ໄດ້ຮັບການປະກັນໄພແລະຜູ້ທີ່ໄດ້ຮັບຜົນປະໂຫຍດຈາກສັນຍາ

ມາດຕາສາມສິບເອັດ:ບຸລິມະສິດຂອງຜູ້ໄດ້ຮັບການປະ ກັນໄພແລະຜູ້ທີ່ໄດ້ຮັບຜົນປະໂຫຍດຈາກສັນຍາ ຊັບເຄື່ອນທີ່ຂອງວິສາຫະກິດປະກັນໄພຊຶ່ງປະກອບຢູ່ໃນ ຄັງແຮດ້ານວິຊາການນັ້ນເປັນບຸລິມະສິດພິເສດຂອງຜູ້ໄດ້ຮັບ ການປະກັນໄພແລະຜູ້ໄດ້ຮັບຜົນປະໂຫຍດຈາກສັນຍາປະກັນໄພ. ບຸລິມະສິດນັ້ນໃຫ້ຈັດຢູ່ໃນອັນດັບຖັດຈາກເງິນເດືອນຂອງພະນັກ ງານແລະໜີ້ສິນຂອງລັດ. ຊັບຄົງທີ່ຂອງວິສາຫະກິດປະກັນໄພທີ່ປະກອບເຂົ້າເປັນ ຄັງແຮດ້ານວິຊາການຕາມການສະເໜີຂອງລັດຖະມົນຕີກະ ຊວງເສດຖະກິດແຜນການແລະການເງິນນັ້ນເປັນຫຼັກຊັບຂອງ ການຄໍ້າປະກັນຊຶ່ງຈະຕ້ອງຮັບປະກັນໃຫ້ແກ່ເຈົ້າໜີ້ບຸລິມະສິດ ແລະຈະຕ້ອງໄດ້ຂຶ້ນທະບຽນຢ່າງຖືກຕ້ອງຕາມກົດໝາຍ.

....ມາດຕາສາມສິບສອງ:ຄວາມສາມາດໃນການໄຊ້ໜີ້ສິນ

ມາດຕາສາມສິບສອງ:ຄວາມສາມາດໃນການໄຊ້ໜີ້ສິນ ທຸກວິສາຫະກິດປະກັນໄພຕ້ອງມີຫຼັກຖານຢັ້ງຢືນຄວາມສາ ມາດພຽງພໍຂອງຕົນໃນການໄຊ້ໜີ້ສິນ. ຄວາມສາມາດໃນການໄຊ້ໜີ້ສິນປະກອບດ້ວຍ. ໜຶ່ງ:ທຶນວິສາຫະກິດຫຼືທຶນສ້າງຕັ້ງ. ສອງ:ທຶນສໍາຮອງທີ່ບໍ່ກ່ຽວກັບການປະຕິບັດພັນທະໃດໆ. ສາມ:ກໍາໄລທີ່ຍົກຍອດມາແລະຜົນທີ່ໄດ້ຮັບຂອງປີດໍາ ເນີນວຽກງານພາຍຫຼັງທີ່ໄດ້ຫັກການຂາດທຶນອອກແລ້ວ. ສີ່:ມູນຄ່າສ່ວນເກີນທີ່ເນື່ອງມາຈາກການປະເມີນລາຄາ ຂອງອົງປະກອບຊັບສິນຕໍ່າຕາມການຕົກລົງເຫັນດີຂອງລັດຖະມົນ ຕີກະຊວງເສດຖະກິດແຜນການແລະການເງິນໂດຍອີງໃສ່ການ ສະເໜີແລະການຢັ້ງຢືນຫຼັກຖານຂອງວິສາຫະກິດປະກັນໄພ. ຫ້າ:ຊັບສິນທີ່ບໍ່ມີຕົວຕົນແມ່ນບໍ່ໃຫ້ຄິດໄລ່ເຂົ້າໃນຄວາມ ສາມາດໃນການໄຊ້ໜີ້ສິນ. ຈໍານວນເງິນທີ່ສາມາດໄຊ້ໜີ້ສິນຕ້ອງເທົ່າກັບຊາວສ່ວນ ຮ້ອຍຂອງຄ່າທໍານຽມປະກັນໄພຕົວຈິງ.

...ໝວດທີ4ການບັນຊີແລະສະຖິຕິ


....ມາດຕາສາມສິບສາມ:ເຈົ້າໜ້າທີ່ກວດສອບການບັນຊີ

ມາດຕາສາມສິບສາມ:ເຈົ້າໜ້າທີ່ກວດສອບການບັນຊີ ວິສາຫະກິດປະກັນໄພຕ້ອງຢູ່ພາຍໃຕ້ການກວດກາຂອງ ເຈົ້າໜ້າທີ່ກວດສອບການບັນຊີຜູ້ໜຶ່ງຫຼືຫຼາຍຄົນ.


....ມາດຕາສາມສິບສີ່:ແຜນບັນຊີສະເພາະ

ມາດຕາສາມສິບສີ່:ແຜນບັນຊີສະເພາະ ທຸກວິສາຫະກິດປະກັນໄພຕ້ອງຖືບັນຊີຂອງຕົນຕາມຮູບ ແບບທີ່ໄດ້ບົ່ງໄວ້ໃນກົດໝາຍການບັນຊີວິສາຫະກິດ. ການບັນຊີຕ້ອງເຮັດແຕ່ລະປີດໍາເນີນງານແລະແຕ່ລະຂະ ແໜງປະກັນໄພ.ການຂຶ້ນບັນຊີວິສາຫະກິດປະກັນໄພຕ້ອງມີການ ຢັ້ງຢືນດ້ວຍເອກະສານແລະໃບສະຫຼຸບການກວດກາຊັບສົມບັດປະ ຈໍາປີ.ເພື່ອເປັນບ່ອນອີງໃຫ້ແກ່ການຂຶ້ນບັນຊີຊັບສົມບັດປະຈໍາປີ ນັ້ນຕ້ອງເຮັດໃບດຸ່ນດ່ຽງຂອງທຸກບັນຊີແລະບັນຊີຍ່ອຍ.ໃບດຸ່ນ ດ່ຽງດັ່ງກ່າວຕ້ອງມີຄວາມສາມາດກວດກາສັງລວມການຈົດ ກ່າຍທັງໝົດທີ່ສະແດງອອກຢູ່ໃນປຶ້ມບັນຊີໃຫຍ່ທົ່ວໄປ.

....ມາດຕາສາມສິບຫ້າ:ການລາຍງານການບັນຊີ

ມາດຕາສາມສິບຫ້າ:ການລາຍງານການບັນຊີ ໃນແຕ່ລະປີ,ວິສາຫະກິດປະກັນໄພຕ້ອງເຮັດບົດລາຍງານ ປະຈໍາປີຂອງປີຜ່ານມາແລ້ວສົ່ງໃຫ້ລັດຖະມົນຕີກະຊວງເສດຖະ ກິດແຜນການແລະການເງິນຢ່າງຊ້າບໍ່ໃຫ້ກາຍວັນທີສາມສິບ ເດືອນມິຖຸນາ.ໃນບົດລາຍງານຕ້ອງແຈ້ງລະອຽດກ່ຽວກັບການ ດໍາເນີນທຸລະກິດຂອງຕົນພ້ອມດ້ວຍຖ້ານະການບັນຊີແຕ່ລະຂະ ແໜງປະກັນໄພເພື່ອໃຫ້ມີຄວາມສາມາດກວດກາສະພາບການ ດໍາເນີນງານຂອງວິສາຫະກິດ.

....ມາດຕາສາມສິບຫົກ:ປຶ້ມບັນຊີຕ່າງໆຂອງວິສາຫະກິດປະກັນໄພ

ມາດຕາສາມສິບຫົກ:ປຶ້ມບັນຊີຕ່າງໆຂອງວິສາຫະກິດ ປະກັນໄພ ວິສາຫະກິດປະກັນໄພຕ້ອງມີປຶ້ມບັນຊີຕ່າງໆດັ່ງຕໍ່ໄປນີ້: ໜຶ່ງ:ປຶ້ມໃຫຍ່ບັນທຶກປະຈໍາວັນຫຍິບເປັນເຫຼັ້ມຕາມລໍາດັບ ວັນທີ,ບໍ່ປະຫວ່າງຂາວ,ບໍ່ໃຫ້ມີຊ່ອງຫວ່າງ,ບໍ່ໃຫ້ຂຽນລໍ້າໜ້າ ອອກມານອກແຖວຈໍານວນໜຶ່ງຫົວ. ສອງ:ປຶ້ມບັນຊີໃຫຍ່ທົ່ວໄປໜຶ່ງຫົວ. ສາມ:ປຶ້ມໃບດຸ່ນດ່ຽງປະຈໍາໄຕມາດໜຶ່ງຫົວ. ສີ່:ປຶ້ມຂຶ້ນບັນຊີຊັບສົມບັດປະຈໍາປີຫຍິບຕິດກັນໜຶ່ງຫົວ. ຫ້າ:ປຶ້ມຕິດຕາມຄັງເງິນສົດໜຶ່ງຫຼືຫຼາຍຫົວ. ຫົກ:ປຶ້ມຕິດຕາມເງິນຝາກທະນາຄານໜຶ່ງຫົວ. ໃບຢັ້ງຢືນຊັບເຄື່ອນທີ່,ຊັບຄົງທີ່ແລະການກູ້ຢືມຕ້ອງຂຶ້ນ ບັນຊີຕິດຕາມຢ່າງເປັນປະຈໍາໂດຍຖືບັນຊີຕິດຕາມສະເພາະຂອງ ໃຜມັນແລະປຶ້ມບັນທຶກການເຄື່ອນໄຫວ.

..ພາກທີ4ລະບຽບການກ່ຽວກັບສັນຍາປະກັນໄພ


...ໝວດທີ1ເປົ້າໝາຍການປະຕິບັດສັນຍາປະກັນໄພແລະລະບຽບກ່ຽວກັບການເຮັດໃບປະກັນໄພ


....ມາດຕາສາມສິບເຈັດ:ເປົ້າໝາຍການປະຕິບັດສັນຍາປະກັນໄພ.

ມາດຕາສາມສິບເຈັດ:ເປົ້າໝາຍການປະຕິບັດສັນຍາ ປະກັນໄພ. ສັນຍາປະກັນໄພກ່ຽວກັບຕົວບຸກຄົນທີ່ຢູ່ຫຼືອາໃສຢູ່,ການ ສ່ຽງໄພທີ່ເກີດຂຶ້ນແລະຊັບສົມບັດຕັ້ງຫຼືຂຶ້ນທະບຽນຢູ່ສາທາລະ ນະລັດປະຊາທິປະໄຕປະຊາຊົນລາວຈະເຮັດຂຶ້ນໄດ້ແຕ່ສະເພາະ ກັບບໍລິສັດທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນທຸລະກິດປະກັນໄພຢູ່ສາ ທາລະນະລັດປະຊາທິປະໄຕປະຊາຊົນລາວແລ້ວເທົ່ານັ້ນ. ທຸກສັນຍາປະກັນໄພທີ່ໄດ້ເຮັດຂຶ້ນໂດຍລະເມີດບົດບັນຍັດ ຂອງມາດຕານີ້ຈະຖືວ່າເປັນໂມຄະແລະບໍ່ມີຜົນບັງຄັບໃຊ້.ແຕ່ສໍາ ລັບຜູ້ໄດ້ຮັບການປະກັນໄພແລະຜູ້ໄດ້ຮັບຜົນປະໂຫຍດໂດຍມີ ຄວາມຈິງໃຈນັ້ນສັນຍາກໍ່ຍັງມີຜົນໃຊ້ໄດ້ຢູ່.

....ມາດຕາສາມສິບແປດ:ການເຮັດໃບປະກັນໄພ

ມາດຕາສາມສິບແປດ:ການເຮັດໃບປະກັນໄພ ຄໍາສະເໜີປະກັນໄພຍັງບໍ່ທັນແມ່ນການຜູກມັດແລະຫວ່າງ ຜູ້ໄດ້ຮັບການປະກັນແລະຜູ້ປະກັນໄພ.ມີແຕ່ໃບປະກັນໄພຫຼືບັນທຶກ ການຄຸ້ມກັນເທົ່ານັ້ນຈຶ່ງເຮັດໃຫ້ຜູ້ໄດ້ຮັບການປະກັນໄພແລະຜູ້ປະ ກັນໄພມີພັນທະຜູກພັນຕໍ່ກັນ. ໃບປະກັນໄພແມ່ນເອກະສານທີ່ກໍານົດເງື່ອນໄຂທົ່ວໄປ ຂອງສັນຍາປະກັນໄພ,ສັນຍາປະກັນໄພຈະມີຜົນບັງຄັບໃຊ້ໄດ້ກໍ່ຕໍ່ ເມື່ອຫາກໄດ້ມີການຕົກລົງເອົາບັນດາເງື່ອນໄຂທົ່ວໄປຂອງຄູ່ສັນ ຍາໂດຍມີໃບປະກັນໄພເປັນຫຼັກຖານຢັ້ງຢືນແລະອອກໃຫ້ໂດຍບໍລິ ສັດປະກັນໄພ. ໃບປະກັນໄພຕ້ອງເຮັດເປັນລາຍລັກອັກສອນທີ່ອ່ານໄດ້ ງ່າຍແລະເປັນພາສາລາວ.ໃນກໍລະນີທີ່ຈໍາເປັນອາດຈະເຮັດເປັນ ພາສາຕ່າງປະເທດຕື່ມອີກກໍ່ໄດ້. ການເພີ່ມເຕີມຫຼືການປ່ຽນແປງຂໍ້ຄວາມໃນໃບປະກັນໄພ ທີ່ໄດ້ເຮັດນໍາກັນມາແລ້ວໃນເບື່ອງຕົ້ນນັ້ນຄູ່ສັນຍາຕ້ອງເຮັດເປັນ ສັນຍາເພີ່ມເຕີມອີກ. ສໍາລັບສັນຍາປະກັນໄພທີ່ໄດ້ໂຈະໄວ້ຕາມມາດຕາສີ່ສິບ ສາມຂອງກົດໝາຍສະບັບນີ້ໃນເມື່ອມີຄໍາສະເໜີເພື່ອສືບຕໍ່,ປ່ຽນ ແປງຫຼືປະຕິບັດຄືນໃໝ່ຊຶ່ງໄດ້ສົ່ງໃຫ້ຜູ້ປະກັນໄພໂດຍທາງຈົດ ໝາຍຂຶ້ນທະບຽນໄປສະນີຫຼືທາງຈົດໝາຍສົ່ງໃຫ້ເຊັນຮັບເອົາ ນັ້ນຖ້າວ່າຜູ້ປະກັນໄພຫາກບໍ່ໄດ້ປະຕິເສດຄໍາສະເໜີດັ່ງກ່າວ ພາຍໃນກໍານົດສິບຫ້າວັນນັບແຕ່ມື້ໄດ້ຮັບການສະເໜີນັ້ນເປັນ ຕົ້ນໄປກໍຈະຖືວ່າໄດ້ມີການຮັບຮອງເອົາແລ້ວ. ນອກຈາກລະບຽບການນີ້ແລ້ວການເຮັດສັນຍາປະກັນ ໄພກໍ່ຍັງຈະຕ້ອງປະຕິບັດຕາມມາດຕາຫ້າຂອງກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ. ....ມາດຕາສາມສິບເກົ້າ:ກໍານົດເວລາຂອງໃບປະກັນໄພ

ມາດຕາສາມສິບເກົ້າ:ກໍານົດເວລາຂອງໃບປະກັນໄພ ໃບປະກັນໄພຕ້ອງໄດ້ວາງກໍານົດເວລາໄວ້.ສັນຍາປະກັນ ໄພທີ່ໄດ້ສະເໜີໂດຍບໍລິສັດປະກັນໄພຕາມທີ່ໄດ້ບົ່ງໄວ້ໃນຂໍ້ສອງ ມາດຕາສີ່ຂອງກົດໝາຍສະບັບນີ້ໃຫ້ເຮັດໄດ້ໃນກໍານົດໜຶ່ງປີແລະ ການຕໍ່ສັນນີ້ແຕ່ລະເທື່ອກໍ່ບໍ່ໃຫ້ເກີນໜຶ່ງປີ. ໃນກໍລະນີທີ່ສັນຍາປະກັນໄພໄດ້ໝົດກໍານົດແລ້ວແຕ່ຫາກ ມີການສີບຕໍ່ແບບໃນຕົວມັນເອງນັ້ນຄູ່ສັນຍາຝ່າຍໃດຝ່າຍໜຶ່ງຈະ ຍົກເລີກສັນຍານັ້ນກໍ່ໄດ້ແຕ່ຕ້ອງແຈ້ງໃຫ້ອີກຝ່າຍໜຶ່ງຊາບລ່ວງ ໜ້າສາມເດືອນໂດຍເຮັດເປັນລາຍລັກອັກສອນຫຼືທາງຈົດໝາຍ ຂຶ້ນທະບຽນໄປສະນີຫຼືທາງຈົດໝາຍທີ່ໄດ້ສົ່ງໃຫ້ເຊັນຮັບເອົາ.

....ມາດຕາສີ່ສິບ:ເນື້ອໃນຕົ້ນຕໍຂອງໃບປະກັນໄພ

ມາດຕາສີ່ສິບ:ເນື້ອໃນຕົ້ນຕໍຂອງໃບປະກັນໄພ ເນື້ອໃນຕົ້ນຕໍຂອງໃບປະກັນໄພປະກອບດ້ວຍ. ໜຶ່ງ:ຊື່ແລະນາມສະກຸນ,ທີ່ຢູ່ຂອງຄູ່ສັນຍາ. ສອງ:ຕົວບຸກຄົນຫຼືຊັບສົມບັດທີ່ເອົາມາປະກັນໄພ. ສາມ:ປະເພດການສ່ຽງໄພທີ່ຮັບປະກັນ. ສີ່:ເວລາເລີ່ມຕົ້ນຮັບປະກັນການສ່ຽງໄພ. ຫ້າ:ຈໍານວນເງິນທີ່ຮັບປະກັນ. ຫົກ:ຄ່າທໍານຽມປະກັນໄພແລະວິທີການຈ່າຍ. ເຈັດ:ວິທີການແລະເງື່ອນໄຂໃນການແຈ້ງກ່ຽວກັບການ ເສຍຫາຍທີ່ໄດ້ເກີດຂຶ້ນ. ແປດ:ກໍານົດເວລາຂອງສັນຍາປະກັນໄພແລະຂອງການ ຄໍ້າປະກັນ. ເກົ້າ:ຂໍ້ຄວາມທີ່ບົ່ງບອກເຖິງການເປັນໂມຄະຂອງສັນຍາ ປະກັນໄພ,ການເສຍສິດແລະການໃຫ້ສິດແກ່ຄູ່ສັນຍາແຕ່ລະຝ່າຍ ຢຸດເຊົາສັນຍາປະກັນໄພກ່ອນວັນທີ່ຈະສິ້ນສຸດກໍານົດ.


....ມາດຕາສີ່ສິບເອັດ:ການສ່ຽງໄພທີ່ມີການຄຸ້ມກັນ

ມາດຕາສີ່ສິບເອັດ:ການສ່ຽງໄພທີ່ມີການຄຸ້ມກັນ ຜູ້ປະກັນໄພຕ້ອງຮັບຜິດຊອບຕໍ່ການສູນເສຍຫຼືການເສຍ ຫາຍທີ່ໄດ້ເກີດຂຶ້ນແກ່ເປົ້າໝາຍປະກັນໄພຍ້ອນເຫດບັງເອີນຫຼື ຍ້ອນຄວາມຜິດຂອງຜູ້ໄດ້ຮັບການປະກັນໄພ,ເວັ້ນເສຍແຕ່ໃບປະ ກັນໄພນັ້ນຫາກໄດ້ກໍານົດໄວ້ຢ່າງອື່ນ.ຜູ້ປະກັນໄພຈະບໍ່ຮັບຜິດ ຊອບຕໍ່ການສູນເສຍຫຼືການເສຍຫາຍຊຶ່ງຜູ້ໄດ້ຮັບການປະກັນໄພ ໄດ້ກໍ່ຂຶ້ນໂດຍເຈດຕະນາ. ຜູ້ປະກັນໄພຕ້ອງໄດ້ຮັບຜິດຊອບຕໍ່ການສູນເສຍຫຼືການ ເສຍຫາຍທາງແພ່ງແທນຜູ້ໄດ້ຮັບການປະກັນໄພໃນທຸກກໍລະນີ ບໍ່ວ່າຄວາມຜິດນັ້ນຈະມີລັກສະນະແລະລະດັບຮ້າຍແຮງເທົ່າໃດ ກໍ່ຕາມ.

....ມາດຕາສີ່ສິບສອງ:ພັນທະຂອງຜູ້ໄດ້ຮັບການປະກັນໄພ

ມາດຕາສີ່ສິບສອງ:ພັນທະຂອງຜູ້ໄດ້ຮັບການປະກັນໄພ ຜູ້ໄດ້ຮັບການປະກັນໄພມີພັນທະ. ໜຶ່ງ:ຈ່າຍຄ່າທໍານຽມປະກັນໄພ. ສອງ:ແຈ້ງທຸກໆສະພາບການທີ່ຕົນເອງໄດ້ຮູ້ຢ່າງຖືກ ຕ້ອງເພື່ອຊ່ວຍປະເມີນການສ່ຽງໄພທີ່ຈະຕົກເປັນພາລະຂອງຜູ້ ປະກັນໄພຢ່າງເໝາະສົມໃນເວລາເຮັດສັນຍາປະກັນໄພນໍາກັນ. ສາມ:ແຈ້ງສະພາບການອັນຈະເປັນຜົນສະທ້ອນໃຫ້ແກ່ ການສ່ຽງໄພເພີ່ມຂຶ້ນໃຫ້ຜູ້ປະກັນໄພຮູ້ຕາມທີ່ໄດ້ກໍານົດໄວ້ໃນ ໃບປະກັນໄພ. ສີ່:ແຈ້ງໃຫ້ຜູ້ປະກັນໄພຊາບທັນທີທຸກການສູນເສຍຫຼືການ ເສຍຫາຍທີ່ມີການຄ້ໍາປະກັນພາຍຫຼັງທີ່ຕົນໄດ້ຮູ້ແລະຢ່າງຊ້າບໍ່ ໃຫ້ກາຍກໍານົດຫ້າວັນ.ສໍາລັບການປະກັນໄພກ່ຽວກັບການລັກ ຊັບນັ້ນຕ້ອງໃຫ້ແຈ້ງພາຍໃນກໍານົດສາມສິບຫົກຊົ່ວໂມງ. ຄູ່ສັນຍາອາດຈະຕົກລົງເພີ່ມກໍານົດເວລາໃນການແຈ້ງ ເຫດການດັ່ງກ່າວນີ້ໄວ້ໃສສັນຍາກໍ່ໄດ້.ຜູ້ໄດ້ຮັບການປະກັນໄພ ຈະບໍ່ເສຍສິດຕາມທີ່ໄດ້ກໍານົດໄວ້ໃນສັນຍາປະກັນໄພເມື່ອຕົນ ຫາກບໍ່ສາມາດແຈ້ງການສູນເສຍຫຼືການເສຍຫາຍທີ່ເກີດຂຶ້ນນັ້ນ ໄດ້ຍ້ອນເຫດບັງເອີນຫຼືເຫດສຸດວິໄສ.

....ມາດຕາສີ່ສິບສາມ:ຄ່າທໍານຽມປະກັນໄພ.

ມາດຕາສີ່ສິບສາມ:ຄ່າທໍານຽມປະກັນໄພ. ໃນກໍລະນີທີ່ຄ່າທໍານຽມປະກັນໄພຫາກບໍ່ໄດ້ຈ່າຍຢ່າງຖືກ ຕ້ອງຕາມກໍານົດເວລາແລ້ວ,ຜົນບັງຄັບປະຕິບັດຂອງໃບປະກັນ ໄພນັ້ນກໍ່ຈະຖືກໂຈະໄວ້ພາຍຫຼັງໝົດກໍານົດຊາວວັນນັບແຕ່ມື້ຜູ້ປະ ກັນໄພໄດ້ສົ່ງຄໍາເຕືອນໄປໃຫ້ຜູ້ໄດ້ຮັບການປະກັນໄພ. ຜູ້ປະກັນໄພຈະຍົກເລີກໃບປະກັນໄພຫຼືທໍາການຮ້ອງຟ້ອງ ຕໍ່ສານເພື່ອທວງໃຫ້ຜູ້ໄດ້ຮັບການປະກັນໄພປະຕິບັດສັນຍາກໍ່ໄດ້ ພາຍຫຼັງໝົດກໍານົດສິບວັນນັບແຕ່ມື້ໃບປະກັນໄພຖືກໂຈະເປັນ ຕົ້ນໄປ. ຂໍ້ກໍານົດທີ່ກ່າວໄວ້ໃນມາດຕານີ້ຈະບໍ່ນໍາອອກປະຕິບັດຕໍ່ ໃບປະກັນໄພທີ່ໄດ້ເຮັດຂຶ້ນໂດຍບໍລິສັດປະກັນໄພດັ່ງໄດ້ກ່າວໄວ້ ໃນຂໍ້ໜຶ່ງແລະຂໍ້ສາມມາດຕາສີ່ຂອງກົດໝາຍສະບັບນີ້.

....ມາດຕາສີ່ສິບສີ່:ການປິດບັງຫຼືການແຈ້ງການເທັດ

ມາດຕາສີ່ສິບສີ່:ການປິດບັງຫຼືການແຈ້ງການເທັດ ໃນກໍລະນີທີ່ຜູ້ໄດ້ຮັບການປະກັນໄພຫາກໄດ້ປິດບັງຫຼືແຈ້ງ ການເທັດຊຶ່ງພາໃຫ້ມີການປ່ຽນເປົ້າໝາຍຂອງການສ່ຽງໄພຫຼື ເຮັດໃຫ້ຜູ້ປະກັນໄພປະເມີນການສ່ຽງໄພນັ້ນຕໍ່າກວ່າຕົວຈິງແລ້ວ ສັນຍາປະກັນໄພກໍ່ຈະຖືວ່າເປັນໂມຄະ.

....ມາດຕາສີ່ສິບຫ້າ:ການເມີນເສີຍໃນການແຈ້ງການ

ມາດຕາສີ່ສິບຫ້າ:ການເມີນເສີຍໃນການແຈ້ງການ ການເມີນເສີຍຫຼືການແຈ້ງການບໍ່ຖືກຕ້ອງຕາມຕົວຈິງ ຂອງຜູ້ໄດ້ຮັບການປະກັນໄພນັ້ນກໍ່ຈະບໍ່ເປັນສາເຫດທີ່ພາໃຫ້ສັນ ຍາປະກັນໄພເປັນໂມຄະຖ້າວ່າຜູ້ປະກັນໄພຫາກບໍ່ມີຫຼັກຖານຢືນ ຢັນວ່າຜູ້ໄດ້ຮັບການປະກັນໄພບໍ່ມີຄວາມຈິງໃຈ. ໃນກໍລະນີທີ່ຄວາມບໍ່ຈິງໃນນັ້ນຫາກຖືກເປີດເຜີຍກ່ອນ ການເສຍຫາຍໄດ້ເກີດຂຶ້ນແລ້ວຜູ້ປະກັນໄພມີສິດຍົກເລີກສັນຍາ ພ້ອມທັງສົ່ງຄ່າທໍານຽມປະກັນໄພທີ່ໄດ້ຈ່າຍໄປແລ້ວສໍາລັບຊ່ວງ ໄລຍະທີ່ສັນຍາປະກັນໄພບໍ່ມີຜົນບັງຄັບນັ້ນຄືນໃຫ້ແກ່ຜູ້ໄດ້ຮັບການ ປະກັນໄພຖ້າຫາກໝົດກໍານົດເວລາສິບວັນນັບແຕ່ມື້ໄດ້ສົ່ງແຈ້ງ ການໄປຍັງຜູ້ໄດ້ຮັບການປະກັນໄພໂດຍທາງຈົດໝາຍຂຶ້ນທະ ບຽນໄປສະນີຫຼືທາງຈົດໝາຍສົ່ງໃຫ້ເຊັນຮັບເອົາ. ຖ້າວ່າຄວາມບໍ່ຈິງໃຈຫາກໄດ້ເປີດເຜີຍພາຍຫຼັງທີ່ໄດ້ ເກີດການເສຍຫາຍຂຶ້ນແລ້ວສິນທົດແທນປະກັນໄພທີ່ຈະຈ່າຍ ໃຫ້ຜູ້ໄດ້ຮັບການປະກັນໄພນັ້ນກໍ່ໃຫ້ຫຼຸດລົງຕາມອັດຕາສ່ວນຂອງ ຈໍານວນຄ່າທໍານຽມປະກັນໄພທີ່ໄດ້ຈ່າຍໄປແລ້ວທຽບໃສ່ຈໍາ ນວນຄ່າທໍານຽມປະກັນໄພທີ່ຈະຕ້ອງໄດ້ຈ່າຍໃນກໍລະນີທີ່ໄດ້ ແຈ້ງການສ່ຽງໄພຢ່າງຖືກຕ້ອງແລະຄົບຖ້ວນ. ຄູ່ສັນຍາຈະຕົກລົງບໍ່ນໍາໃຊ້ລະບຽບການຫຼຸດຄ່າສິນທົດ ແທນປະກັນໄພຕາມອັດຕາສ່ວນນີ້ກໍ່ໄດ້.

....ມາດຕາສີ່ສິບຫົກ:ຂ້ໍຄວາມອັນໃດອັນໜຶ່ງຂອງໃບປະກັນໄພທີ່ເປັນໂມຄະ

ມາດຕາສີ່ສິບຫົກ:ຂ້ໍຄວາມອັນໃດອັນໜຶ່ງຂອງໃບປະກັນ ໄພທີ່ເປັນໂມຄະ ຂໍ້ຄວາມອັນໃດອັນໜຶ່ງຂອງໃບປະກັນໄພທີ່ໄດ້ກໍານົດໃຫ້ ຜູ້ໄດ້ຮັບການປະກັນໄພເສຍສິດຍ້ອນການລ່ວງລະເມີດກົດໝາຍ ແລະລະບຽບການເນື້ອໃນຂໍ້ຄວາມນັ້ນກໍຈະເປັນໂມຄະເວັ້ນເສຍ ແຕ່ການລ່ວງລະເມີດກົດໝາຍແລະລະບຽບການນັ້ນຫາກເປັນ ການກະທໍາຜິດໃນສະຖານຄະລໂທດຫຼືເປັນການກະທໍາຜິດໂດຍ ເຈດຕະນາໃນສະຖານໂທສານຸໂທດ.


...ໝວດທີ2ອາຍຸຄວາມໃນການຮ້ອງຟ້ອງແລະສານທີ່ມີສິດອໍານາດ


....ມາດຕາສີ່ສິບເຈັດ:ອາຍຸຄວາມໃນການຮ້ອງຟ້ອງ.

ມາດຕາສີ່ສິບເຈັດ:ອາຍຸຄວາມໃນການຮ້ອງຟ້ອງ. ການຮ້ອງຟ້ອງທີ່ເນື່ອງມາຈາກສັນຍາປະກັນໄພໃຫ້ດໍາ ເນີນໄດ້ພາຍໃນກໍານົດສາມປີນັບແຕ່ມື້ທີ່ເຫດການໄດ້ເກີດຂຶ້ນ ເປັນຕົ້ນໄປ. ອາຍຸຄວາມຈະຖືກໂຈະໄວ້ຕາມລະບຽບການທີ່ໄດ້ບົ່ງໄວ້ ໃນມາດຕາສາມສິບຫ້າຂອງກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນ ຍາຫຼືຍ້ອນມີເຫດຜົນພຽງພໍແລະເນື່ອງຈາກໄດ້ມີການແຕ່ງຕັ້ງ ຜູ້ຊ່ຽວຊານພິສູດຄວາມຈິງພາຍຫຼັງທີ່ການເສຍຫາຍໄດ້ເກີດຂຶ້ນ.


....ມາດຕາສີ່ສິບແປດ:ສານທີ່ມີສິດອໍານາດພິຈາລະນາຂໍ້ຂັດແຍ່ງ.

ມາດຕາສີ່ສິບແປດ:ສານທີ່ມີສິດອໍານາດພິຈາລະນາຂໍ້ຂັດ ແຍ່ງ. ສານທີ່ມີສິດອໍານາດພິຈາລະນາຂໍ້ຂັດແຍ່ງລະຫວ່າງຜູ້ໄດ້ ຮັບການປະກັນໄພກັບຜູ້ປະກັນໄພນັ້ນແມ່ນສານບ່ອນທີ່ຢູ່ໃນເຂດຜູ້ ໄດ້ຮັບການປະກັນໄພນັ້ນອາໃສຢູ່.ໃນກໍລະນີທີ່ການປະກັນໄພກ່ຽວ ກັບການເສຍຫາຍຊັບຄົງທີ່ກໍ່ແມ່ນສານໃນເຂດທີຊັບນັ້ນຕັ້ງຢູ່.ສໍາ ລັບການປະກັນໄພກ່ຽວກັບອຸປະຕິເຫດແມ່ນສານໃນເຂດທີ່ອຸບປະ ຕິເຫດນັ້ນໄດ້ເກີດຂຶ້ນ.

...ໝວດທີ3ການປະກັນໄພກ່ຽວກັບການເສຍຫາຍຊັບສົມບັດ


....ມາດຕາສີ່ສິບເກົ້າ:ຫຼັກການຂອງສິນທົດແທນປະກັນໄພ

ມາດຕາສີ່ສິບເກົ້າ:ຫຼັກການຂອງສິນທົດແທນປະກັນໄພ ສັນຍາປະກັນໄພກ່ຽວກັບການເສຍຫາຍຊັບສົມບັດແມ່ນ ສັນຍາການທົດແທນການເສຍຫາຍດ້ວຍສິນທົດແທນປະກັນໄພ. ຈໍານວນສິນທົດແທນປະກັນໄພທີ່ຜູ້ປະກັນໄພຈ່າຍໃຫ້ຜູ້ໄດ້ຮັບ ການປະກັນໄພນັ້ນບໍ່ໃຫ້ເກີນມູນຄ່າຊັບສົມບັດທີ່ເອົາມາປະກັນ ໃນເວລາການເສຍຫາຍຫາກໄດ້ເກີດຂຶ້ນ.


....ມາດຕາຫ້າສິບ:ການປະກັນໄພທີ່່ຕໍ່າກວ່າມູນຄ່າຂອງຊັບສົມບັດ

ມາດຕາຫ້າສິບ:ການປະກັນໄພທີ່່ຕໍ່າກວ່າມູນຄ່າຂອງຊັບ ສົມບັດ ໃນເວລາທີ່ການເສຍຫາຍໄດ້ເກີດຂຶ້ນຖ້າໄດ້ຕີລາຄາເຫັນ ວ່າຊັບສົມບັດທີ່ເອົາມາປະກັນນັ້ນຫາກມີມູນຄ່າເກີນກວ່າມູນຄ່າ ຄໍ້າປະກັນແລ້ວ,ຜູ້ໄດ້ຮັບການຄໍ້າປະກັນຈະຕ້ອງໄດ້ຮັບຜິດຊອບ ເອົາເອງຕໍ່ສ່ວນທີ່ເກີນນັ້ນເວັ້ນເສຍແຕ່ໄດ້ຕົກລົງກັນຢ່າງອື່ນໄວ້ ໃນໃບປະກັນໄພເທົ່ານັ້ນ.

....ມາດຕາຫ້າສິບເອັດ:ການສູນເສຍຊັບສົມບັດທີ່ເອົາມາປະກັນໄພ.

ມາດຕາຫ້າສິບເອັດ:ການສູນເສຍຊັບສົມບັດທີ່ເອົາມາ ປະກັນໄພ. ໃນກໍລະນີທີ່ຊັບສົມບັດເອົາມາປະກັນໄພຫາກໄດ້ຖືກສູນ ເສຍທັງໝົດຍ້ອນເຫດການຊຶ່ງບໍ່ໄດ້ກ່າວໄວ້ໃນໃບປະກັນໄພນັ້ນ ການປະກັນໄພນັ້ນກໍ່ຈະສິ້ນສຸດລົງແລະຜູ້ປະກັນໄພຕ້ອງສົ່ງຄ່າ ທໍານຽມປະກັນໄພສໍາລັບໄລຍະເວລາຂອງສັນຍາປະກັນໄພທີ່ ເຫຼືອຢູ່ນັ້ນຄືນໃຫ້ແກ່ຜູ້ໄດ້ຮັບການປະກັນໄພ.


....ມາດຕາຫ້າສິບສອງ:ການແທນເອົາສິດຂອງຜູ້ໄດ້ຮັບການປະກັນໄພ.

ມາດຕາຫ້າສິບສອງ:ການແທນເອົາສິດຂອງຜູ້ໄດ້ຮັບ ການປະກັນໄພ. ຜູ້ປະກັນໄພທີ່ໄດ້ຈ່າຍສິນທົດແທນປະກັນໄພແລ້ວກໍ່ມີສິດ ແທນເອົາສິດຂອງຜູ້ໄດ້ຮັບການປະກັນໄພກໍາການຮ້ອງຟ້ອງ ເພື່ອທວງເອົາເງິນຈໍານວນເທົ່າກັບສິນທົດແທນປະກັນໄພທີ່ໄດ້ ຈ່າຍໄປແລ້ວນັ້ນຈາກບຸກຄົນທີສາມທີ່ເປັນຕົ້ນເຫດຂອງການ ເສຍຫາຍ. ຜູ້ປະກັນໄພຈະບໍ່ມີສິດທໍາການຮ້ອງຟ້ອງເພື່ອທວງເອົາ ເງິນຄືນຖ້າວ່າບຸກຄົນທີ່ເປັນຕົ້ນເຫດຂອງການເສຍຫາຍນັ້ນຫາກ ແມ່ນຍາດພີ່ນ້ອງສາຍຕັ້ງ,ແມ່ນຜູ້ທີ່ໄດ້ຮັບມອບໝາຍໃຫ້ເຮັດ ວຽກແທນ,ແມ່ນພະນັກງານຂອງຜູ້ໄດ້ຮັບການປະກັນໄພແລະ ແມ່ນບຸກຄົນທີ່ຢູ່ໃນເຮືອນຂອງຜູ້ໄດ້ຮັບການປະກັນໄພຢ່າງເປັນ ປະຈໍາເວັ້ນເສຍແຕ່ໃນກໍລະນີທີ່ບຸກຄົນເຫຼົ່ານີ້ຫາກໄດ້ມີເຈດຕະ ນາທໍາລາຍ.

...ໝວດທີ4ການປະກັນໄພກ່ຽວກັບຕົວບຸກຄົນ


....ມາດຕາຫ້າສິບສາມ:ຫຼັກການສະເພາະໃນການປະກັນໄພກ່ຽວກັບຕົວບຸກຄົນ.

ມາດຕາຫ້າສິບສາມ:ຫຼັກການສະເພາະໃນການປະກັນ ໄພກ່ຽວກັບຕົວບຸກຄົນ. ໃນການປະກັນໄພກ່ຽວກັບຕົວບຸກຄົນຈະແມ່ນການປະກັນ ໄພຊີວິດຫຼືການປະກັນໄພກ່ຽວກັບອຸປະຕິເຫດຊຶ່ງພາໃຫ້ເສຍຊີວິດ ຫຼືເສຍສຸຂະພາບກໍ່ຕາມສິນປະກັນໄພນັ້ນໃຫ້ກໍານົດໄວ້ໃນໃບປະ ກັນໄພ. ໃນການປະກັນໄພກ່ຽວກັບຕົວບຸກຄົນນັ້ນເມື່ອຜູ້ປະກັນໄພ ຫາກໄດ້ຈ່າຍສິນປະກັນໄພແລ້ວກໍ່ຈະບໍ່ມີສິດແທນເອົາສິດຂອງຜູ້ ເຊັນເອົາການປະກັນໄພຫຼືຜູ້ໄດ້ຮັບຜົນປະໂຫຍດຈາກສັນຍາປະ ກັນໄພເພື່ອທໍາການຮ້ອງຟ້ອງທວງເອົາເງິນທີ່ໄດ້ຈ່າຍໄປແລ້ວ ນັ້ນຈາກບຸກຄົນທີສາມຊຶ່ງໄດ້ກໍ່ຄວາມເສຍຫາຍ.

....ມາດຕາຫ້າສິບສີ່:ການປະກັນໄພຊີວິດ

ມາດຕາຫ້າສິບສີ່:ການປະກັນໄພຊີວິດ ບຸກຄົນຜູ້ໃດຜູ້ໜຶ່ງກໍ່ມີສິດເຮັດສັນຍາປະກັນໄພຊີວິດສໍາລັບ ຕົນເອງຫຼືສໍາລັບບຸກຄົນທີສາມເມື່ອບຸກຄົນຜູ້ນີ້ຫາກມີຄວາມຍິນ ຍອມເປັນລາຍລັກອັກສອນພ້ອມທັງບອກເຖິງຈໍານວນສິນປະກັນ ໄພ. ຫ້າມເຮັດສັນຍາປະກັນໄພກ່ຽວກັບການເສຍຊີວິດຂອງ ເດັກທີ່ມີອາຍຸຕໍ່ກວ່າສິບຫ້າປີ,ຂອງຜູ້ຖືກຫ້າມໃຊ້ສິດ,ຂອງບຸກຄົນ ທີ່ມີອາການເສຍສະຕິຫຼືເປັນບ້າເສຍຈິດຫຼືພວມຮັບການປິ່ນປົວ ຢູ່ໂຮງໝໍໂລກຈິດ.

....ມາດຕາຫ້າສິບຫ້າ:ເນື້ອໃນຂອງສັນຍາປະກັນໄພກ່ຽວກັບຕົວບຸກຄົນ

ມາດຕາຫ້າສິບຫ້າ:ເນື້ອໃນຂອງສັນຍາປະກັນໄພກ່ຽວກັບ ຕົວບຸກຄົນ ໃນສັນຍາປະກັນໄພຫຼືໃບປະກັນໄພຊີວິດນອກຈາກເນືຶ້ອໃນ ທີ່ຈໍາເປັນສໍາລັບເຮັດໃບປະກັນໄພທຸກຂະແໜງແລ້ວຕ້ອງໃຫ້ບອກ ເນື້ອໃນດັ່ງຕໍ່ໄປນີ້ຕື່ມອີກ. ໜຶ່ງ:ຊື່ແລະນາມສະກຸນ,ວັນເດືອນປີເກີດຂອງຜູ້ໜຶ່ງຫຼືຫຼາຍ ຄົນທີ່ຈະໄດ້ຮັບການປະກັນໄພຊີວິດ. ສອງ:ຊື່ແລະນາມສະກຸນຂອງຜູ້ໄດ້ຮັບຜົນປະໂຫຍດຖ້າ ຫາກມີ. ສາມ:ເຫດການຫຼືຂໍ້ຄວາມທີ່ໃຫ້ສິດໄດ້ຮັບຈໍານວນສິນປະ ກັນໄພ. ສີ່:ເງື່ອນໄຂທີ່ພາໃຫ້ສິນປະກັນໄພຫຼຸດລົງຖ້າຫາກວ່າໄດ້ ຕົກລົງກັນໃນສັນຍາປະກັນໄພ. ....ມາດຕາຫ້າສິບຫົກ:ການຂ້າຕົວຕາຍແລະການຄາດຕະກໍາ.

ມາດຕາຫ້າສິບຫົກ:ການຂ້າຕົວຕາຍແລະການຄາດຕະ ກໍາ. ສັນຍາປະກັນໄພກ່ຽວກັບການເສຍຊີວິດຈະບໍ່ມີຜົນບັງຄັບ ປະຕິບັດຖ້າວ່າຜູ້ໄດ້ຮັບການປະກັນໄພຫາກໄດ້ຂ້າຕົວເອງຕາຍ, ແຕ່ຜູ້ປະກັນໄພກໍ່ຍັງຈະຕ້ອງຈ່າຍເງິນໃຫ້ຜູ້ທີ່ມີສິດໄດ້ຮັບຕາມ ຈໍານວນເທົ່າກັນກັບທີ່ມີຢູ່ໃນຄັງແຮຕາມຫຼັກສູດຄິດໄລ່. ຖ້າວ່າໃບປະກັນໄພຫາກໄດ້ກໍານົດວ່າຜູ້ປະກັນໄພຈະ ຈ່າຍສິນປະກັນໄພໃຫ້ຜູ້ໄດ້ຮັບການປະກັນໄພໃນກໍລະນີທີ່ຜູ້ກ່ຽວ ຫາກຂ້າຕົວເອງຕາຍນັ້ນສັນຍາປະກັນໄພຈະມີຜົນບັງຄັບປະຕິ ບັດໄດ້ກໍ່ຕໍ່ເມື່ອເວລາເຮັດໃບປະກັນໄພທີ່ເຊັນນໍາກັນໄດ້ຜ່ານພົ້ນ ໄປສອງປີແລ້ວ. ສັນຍາປະກັນໄພກໍ່ຈະບໍ່ມີຜົນບັງຄັບປະຕິບັດໃນເມື່ອຜູ້ໄດ້ ຮັບຜົນປະໂຫຍດຫາກໄດ້ເຮັດໃຫ້ຜູ້ໄດ້ຮັບການປະກັນໄພເສຍຊີ ວິດໂດຍເຈດຕະນາ.

...ໝວດທີ5ການປະກັນໄພກ່່ຽວກັບຄວາມຮັບຜິດຊອບທາງແພ່ງ


....ມາດຕາຫ້າສິບເຈັດ:ຄວາມຮັບຜິດຊອບໂດຍບໍ່ຖືຄວາມຜິດ.

ມາດຕາຫ້າສິບເຈັດ:ຄວາມຮັບຜິດຊອບໂດຍບໍ່ຖືຄວາມຜິດ. ຫຼັກການທີ່ໄດ້ບົ່ງໄວ້ໃນພາກທີສີ່ນີ້ກໍ່ໃຫ້ປະຕິບັດຕໍ່ຜູ້ທີ່ໄດ້ຮັບ ເຄາະຮ້າຍຈາກອຸບປະຕິເຫດໃນການສັນຈອນທາງບົກທີ່ເນື່ອງມາ ຈາກການນໍາໃຊ້ຍານພາຫະນະທີ່ແລ່ນດ້ວຍເຄື່ອງຈັກພ້ອມທັງລົດ ພ່ວງຫຼືເຄິ່ງລົດພ່ວງເວັ້ນເສຍແຕ່ລົດໄຟທີ່ແລ່ນໄປຕາມທາງຂອງ ມັນ. ຜູ້ໄດ້ຮັບເຄາະຮ້າຍຕ້ອງໄດ້ຮັບການທົດແທນຄ່າເສຍຫາຍ ຍ້ອນອຸບປະຕິເຫດຊຶ່ງຜູ້ກ່ຽວໄດ້ຮັບໂດຍບໍ່ໃຫ້ຍົກເອົາຄວາມຜິດ ຂອງຜູ້ກ່ຽວມາເປັນຂໍ້ອ້າງເພື່ອຫຼີກຈາກການທົດແທນ. ຜູ້ໄດ້ຮັບເຄາະຮ້າຍຈະບໍ່ໄດ້ຮັບການທົດແທນຄ່າເສຍຫາຍ ທີ່ຕົນໄດ້ຮັບຈາກອຸບປະຕິເຫດຖ້າວ່າຕົນເອງຫາກເປັນຜູ້ມີເຈດຕະ ນາເຮັດໃຫ້ອຸບປະຕິເຫດທີ່ພາໃຫ້ມີການເສຍຫາຍນັ້ນເກີດຂຶ້ນ.

....ມາດຕາຫ້າສິບແປດ:ການທົດແທນການເສຍຫາຍ

ມາດຕາຫ້າສິບແປດ:ການທົດແທນການເສຍຫາຍ ຜູ້ປະກັນໄພຊຶ່ງຄໍ້າປະກັນຍານພາຫະນະທາງບົກທີ່ແລ່ນ ດ້ວຍເຄື່ອງຈັກຕ້ອງທໍາການສະເໜີມອບສິນທົດແທນປະກັນໄພ ໃຫ້ຜູ້ໄດ້ຮັບເຄາະຮ້າຍພາຍໃນກໍານົດຫົກເດືອນຢ່າງຊ້ານັບແຕ່ ມື້ໄດ້ເກີດອຸບປະຕິເຫດເປັນຕົ້ນໄປ. ໃນກໍລະນີທີ່ຜູ້ໄດ້ຮັບເຄາະຮ້າຍຫາກໄດ້ຮັບບາດເຈັບຫຼື ໄດ້ເສຍຊີວິດສິນທົດແທນປະກັນໄພນັ້ນຕ້ອງມອບກ່ອນສ່ວນໃດ ສ່ວນໜຶ່ງທີ່ຈໍາເປັນໃຫ້ຜົວຫຼືເມຍ,ຖ້າວ່າພວກດັ່ງກ່າວຫາກໄດ້ ເສຍຊີວິດແລ້ວກໍ່ໃຫ້ມອບໃຫ້ຜູ້ສືບທອດມູນມໍລະດົກຕາມກົດໝາຍ ພາຍໃນກໍານົດຢ່າງຊ້າບໍ່ໃຫ້ເກີນສາມສິບວັນ. ຈໍານວນສິນທົດແທນປະກັນໄພທີ່ຈະມອບໃຫ້ຜູ້ໄດ້ຮັບ ເຄາະຮ້າຍອາດຈະກໍານົດແບບກະຕວງເອົາກໍ່ໄດ້ຖ້າຫາກວ່າ ໃນກໍານົດສາມເດືອນນັບແຕ່ມື້ໄດ້ເກີດອຸບປະຕິເຫດຂຶ້ນນັ້ນຜູ້ປະ ກັນໄພຫາກຍັງບໍ່ທັນສາມາດຮູ້ໄດ້ວ່າສະພາບຂອງຜູ້ທີ່ໄດ້ຮັບ ເຄາະຮ້າຍນັ້ນໄດ້ກັບຄືນສູ່ຄວາມເປັນປົກກະຕິແລ້ວຫຼືຍັງ.

....ມາດຕາຫ້າສິບເກົ້າ:ການປະກັນໄພຍານພາຫະນະ

ມາດຕາຫ້າສິບເກົ້າ:ການປະກັນໄພຍານພາຫະນະ ບຸກຄົນຫຼືນິຕິບຸກຄົນທີ່ນໍາໃຊ້ຍານພາຫະນະທາງບົກທີ່ແລ່ນ ດ້ວຍເຄື່ອງຈັກພ້ອມດ້ວຍລົດພ່ວງຫຼືເຄີ່ງລົດພ່ວງເຂົ້າໃນການສັນ ຈອນຕ້ອງທໍາການຄຸ້ມກັນຍານພາຫະນະຂອງຕົນດ້ວຍການປະກັນ ໄພ. ຂອບເຂດຂອງການຄໍ້າປະກັນ,ວິທີການປະກອບແລະຄຸນ ຄ່ານໍາໃຊ້ເອກະສານຢັ້ງຢືນສໍາລັບການຕິດຕາມການກວດກາ ການປະກັນໄພຍານພາຫະນະນັ້ນໄດ້ກໍານົດໄວ້ໃນດໍາລັດຂອງສະ ພາລັດຖະມົນຕີ. (ລົດຕ້ອງມີປະກັນໄພ) ....ມາດຕາຫົກສິບ:ການເສຍສິດຍ້ອນການມຶນເມົາ.

ມາດຕາຫົກສິບ:ການເສຍສິດຍ້ອນການມຶນເມົາ. ໃນກໍລະນີທີ່ເກີດມີອຸບປະຕິເຫດຊຶ່ງຜູ້ໄດ້ຮັບການປະກັນໄພ ນັ້ນໄດ້ຂັບຂີ່ຍານພາຫະນະຢູ່ໃນສະພາບເມົາເຫຼົ້າຫຼືຢາເສບຕິດຈົນ ບໍ່ສາມາດຈະຄວບຄຸມຍານພາຫະນະໄດ້ກໍ່ໃຫ້ຖືວ່າຂໍ້ຄວາມຂອງ ສັນຍາທີ່ໄດ້ກໍານົດກ່ຽວກັບການຄໍ້າປະກັນຂອງຜູ້ໄດ້ຮັບການປະ ກັນໄພນັ້ນເປັນໂມຄະເຖິງວ່າໃນສັນຍາປະກັນໄພນັ້ນຈະບໍ່ໄດ້ກໍາ ນົດການເສຍສິດຍ້ອນການມຶນເມົາເຫຼົ້າຫຼືຢາເສບຕິດໄວ້ກໍ່ຕາມ.

....ມາດຕາຫົກສິບເອັດ:ການອອກແລະການມອບໃບຢັ້ງຢືນປະກັນໄພ.

ມາດຕາຫົກສິບເອັດ:ການອອກແລະການມອບໃບຢັ້ງຢືນ ປະກັນໄພ. ບໍລິສັດປະກັນໄພຕ້ອງອອກໃບຢັ້ງຢືນປະກັນໄພໃຫ້ຜູ້ໄດ້ ຮັບການປະກັນໄພສໍາລັບຍານພາຫະນະແຕ່ລະຄັນໂດຍບໍ່ຄິດມູນ ຄ່າ. ການເອົາການປະກັນໄພແລະການມອບໃບຢັ້ງຢືນປະກັນ ໄພຈະເຮັດຂຶ້ນໄດ້ກໍ່ຕໍ່ເມື່ອຜູ້ນໍາໃຊ້ຍານພາຫະນະຫາກໄດ້ນໍາສະ ເໜີໃບຢັ້ງຢືນກວດກາສະພາບເຕັກນິກຂອງຍານພາຫະນະຕໍ່ບໍລິ ສັດປະກັນໄພແລ້ວເທົ່ານັ້ນເວັ້ນເສຍແຕ່ຍານພາຫະນະທີ່ບໍ່ມີລະ ບຽບການໃນການກວດກາສະພາບເຕັກນິກ. ໃບຢັ້ງຢືນປະກັນໄພໃຫ້ໄວ້ຕິດຕົວຜູ້ຂັບຂີ່ຫຼືຕິດໄວ້ກັບຍານ ພາຫະນະຢູ່ບ່ອນທີ່ສາມາດເຫັນໄດ້ງ່າຍ.

..ພາກທີ5ມາດຕະການຕໍ່ຜູ້ລະເມີດ


...ມາດຕາຫົກສິບສອງ:ການດໍາເນີນທຸລະກິດປະກັນໄພໂດຍບໍ່ໄດ້ຮັບອະນຸຍາດ.

ມາດຕາຫົກສິບສອງ:ການດໍາເນີນທຸລະກິດປະກັນໄພໂດຍ ບໍ່ໄດ້ຮັບອະນຸຍາດ. ບຸກຄົນຜູ້ໃດຫາກໄດ້ທໍາການສະເໜີຕໍ່ມວນຊົນໃນຈຸດປະ ສົງເພື່ອໃຫ້ເອົາປະກັນໄພຫຼືໄດ້ເຊັນສັນຍາປະກັນໄພໃນນາມຂອງ ບໍລິສັດປະກັນໄພຊຶ່ງບໍ່ມີການສ້າງຕັ້ງຕົວຈິງຫຼືຊຶ່ງໄດ້ສະເໜີຂໍອະ ນຸຍາດສ້າງຕັ້ງແລ້ວແຕ່ບໍ່ທັນໄດ້ຮັບອະນຸຍາດໃຫ້ດໍາເນີນທຸລະ ກິດປະກັນໄພເປັນທາງການກໍຈະຖືກປັບໃໝແຕ່ຫ້າແສນກີບຫາ ໜຶ່ງລ້ານກີບ. ບຸກຄົນຜູ້ໃດຫາກໄດ້ທໍາການສະເໜີຕໍ່ມວນຊົນໃນຈຸດປະ ສົງເພື່ອເອົາປະກັນໄພຫຼືໄດ້ເຊັນສັນຍາປະກັນໄພໃນຂະແໜງປະ ກັນໄພທີ່ຍັງບໍ່ທັນໄດ້ຮັບອະນຸຍາດໃຫ້ດໍາເນີນທຸລະກິດເປັນທາງ ການກໍ່ຈະຖືກປັບໃໝ່ແຕ່ສາມແສນກີບຫາຫ້າແສນກີບ. ບຸກຄົນຜູ້ໃດຫາກໄດ້ທໍາໜ້າທີ່ເປັນຄົນຫາງປະກັນໄພໂດຍ ອ້າງວ່າຕົນໄດ້ຖືກມອບໝາຍຫຼືໄດ້ຮັບມອບໝາຍກໍຈະຖືກປັບໃໝ ແຕ່ຫ້າສິບພັນກີບຫາໜຶ່ງແສນກີບ. ບຸກຄົນຜູ້ໃດຫາກໄດ້ມອບໝາຍວຽກງານປະກັນທີ່ໄດ້ ກ່າວມາຂ້າງເທິງນີ້ໃຫ້ຜູ້ອື່ນປະຕິບັດໂດຍຮູ້ດີວ່າຕົນບໍ່ມີສິດແລະ ໜ້າທີ່ແລ້ວກໍ່ຈະຖືກປັບໃໝແຕ່ຫ້າແສນກີບຫາໜຶ່ງລ້ານກີບ. ໃນກໍລະນີທີ່ການກະທໍາຊຶ່ງໄດ້ກ່າວມາຂ້າງເທິງນີ້ຫາກ ມີອົງປະກອບການກະທໍາຜິດກໍ່ຈະຖືກລົງໂທດຕາມກົດໝາຍອາ ຍາ.

...ມາດຕາຫົກສິບສາມ:ການລະເມີດລະບຽບກ່ຽວກັບມາດຕະຖານແລະການຈໍາກັດຜົນປະໂຫຍດ

ມາດຕາຫົກສິບສາມ:ການລະເມີດລະບຽບກ່ຽວກັບມາດ ຕະຖານແລະການຈໍາກັດຜົນປະໂຫຍດ ບຸກຄົນຜູ້ໃດຫາກໄດ້ລະເມີດລະບຽບການຕາມທີ່ໄດ້ບົ່ງ ໄວ້ໃນມາດຕາສິບສີ່ແລະສິບຫ້າຂອງກົດມາຍສະບັບນີ້ກໍ່ຈະຖືກ ປັບໃໝແຕ່ຫ້າແສນກີບຫາໜຶ່ງລ້ານກີບ.

...ມາດຕາຫົກສິບສີ່:ການສະເໜີແລະການເຜີຍແຜ່ເອກະສານເທັດ.

ມາດຕາຫົກສິບສີ່:ການສະເໜີແລະການເຜີຍແຜ່ເອກະ ສານເທັດ. ພະນັກງານຂອງບໍລິສັດປະກັນໄພຜູ້ໃດຫຼືຄົນກາງປະກັນ ໄພຜູ້ໃດຫາກໄດ້ນໍາສະເໜີເອກະສານທີ່ມີເນື້ອໃນເທັດໄປສະເໜີ ຕໍ່ກະຊວງເສດຖະກິດແຜນການແລະການເງິນຫຼືອົງການອື່ນໆ ຂອງລັດທີ່ມີໜ້າທີ່ກ່ຽວຂ້ອງຫຼືໄດ້ແຈ້ງແລະເຜີຍແຜ່ເອກະສານ ເທັດດັ່ງກ່າວຕໍ່ມວນຊົນກໍ່ຈະຖືກປັບໃໝ່ແຕ່ໜຶ່ງແສນກີບຫາຫ້າ ແສນກີບ.

...ມາດຕາຫົກສິບຫ້າ:ການທີ່ບໍ່ສະໜອງເອກະສານ

ມາດຕາຫົກສິບຫ້າ:ການທີ່ບໍ່ສະໜອງເອກະສານ ບໍລິສັດປະກັນໄພໃດຫາກບໍ່ສະໜອງເອກະສານຫຼືແບບພິມ ເພີຍແຜ່ຕາມທີ່ໄດ້ບົ່ງໄວ້ໃນກົດໝາຍສະບັບນີ້ກໍ່ຈະຖືກປັບໃໝແຕ່ ຫ້າສິບພັນກີບຫາໜຶ່ງແສນກີບ.

...ມາດຕາຫົກສິບຫົກ:ການລະເມີດກົດລະບຽບຂອງບໍລິສັດແລະລະບອບການເງິນ

ມາດຕາຫົກສິບຫົກ:ການລະເມີດກົດລະບຽບຂອງບໍລິສັດ ແລະລະບອບການເງິນ ທຸກການລະເມີດກົດລະບຽບຂອງບໍລິສັດແລະລະບຽບ ການກ່ຽວກັບຄັງແຮດ້ານວິຊາການການຝາກໝູນຊັບສິນແລະ ຄວາມສາມາດໃນການໃຊ້ໜີ້ສິນກໍ່ຈະຖືກປັບໃໝແຕ່ຫ້າແສນກີບ ຫາສອງລ້ານກີບ.ໃນກໍລະນີທີ່ບໍ່ເຂັດຫຼາບຈະຖືກພິຈາລະນະຖອນ ສິດດໍາເນີນທຸລະກິດ.

...ມາດຕາຫົກສິບເຈັດ:ການລະເມີດກົດລະບຽບການເປັນຄົນກາງປະກັນໄພ

ມາດຕາຫົກສິບເຈັດ:ການລະເມີດກົດລະບຽບການເປັນ ຄົນກາງປະກັນໄພ ບຸກຄົນຜູ້ໃດຫາກໄດ້ລະເມີດລະບຽບການທີ່ໄດ້ກ່າວໃວ້ໃນ ມາດຕາຊາວຫ້າ,ຊາວຫົກ,ຊາວເຈັດຂອງກົດໝາຍສະບັບນີ້ກໍ່ຈະ ຖືກປັບໃໝແຕ່ຊາວພັນກີບຫາໜຶ່ງແສນກີບ.

...ມາດຕາຫົກສິບແປດ:ການລະເມີດລະບຽບການປະກັນໄພກ່ຽວກັບຍານພາຫະນະ

ມາດຕາຫົກສິບແປດ:ການລະເມີດລະບຽບການປະກັນ ໄພກ່ຽວກັບຍານພາຫະນະ ບຸກຄົນຫຼືນິຕິບຸກຄົນຜູ້ໃດຫາກໄດ້ລະເມີດລະບຽບການ ຕາມທີ່ໄດ້ກ່າວໄວ້ໃນມາດຕາຫ້າສິບເກົ້າຂອງກົດໝາຍສະບັບ ນີ້ກໍ່ຈະຖືກປັບໃໝແຕ່ສາມພັນກີບຫາສາມສິບພັນກີບ.

..ພາກທີ6ບົດບັນຍັດສຸດທ້າຍ


...ມາດຕາຫົກສິບເກົ້າ:ການຈັດຕັ້ງປະຕິບັດ

ມາດຕາຫົກສິບເກົ້າ:ການຈັດຕັ້ງປະຕິບັດ ສະພາລັດຖະມົນຕີແຫ່ງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວຈະອອກຂໍ້ກໍານົດປະຕິບັດກົດໝາຍສະບັບນີ້. ກົດໝາຍສະບັບນີ້ໄດ້ລົງຄະແນນສຽງຮັບຮອງເອົາຢ່າງ ເປັນເອກະສັນໃນກອງປະຊຸມສະໄໝສາມັນຄົບຄະນະເທື່ອທີຫ້າ ຂອງສະພາປະຊາຊົນສູງສຸດ(ຊຸດທີສອງ)ໃນວັນທີຊາວເກົ້າ ເດືອນພະຈິກປີພັນເກົ້າຮ້ອຍເກົ້າສິບເວລາສິບຫ້າໂມງສີ່ສິບ ນາທີ. ປະທານສະພາປະຊາຊົນສູງສຸດ ໜູຮັກ ພູມສະຫວັນ