ກົດໝາຍວ່າດ້ວຍການປະກັນໄພ(ສະບັບປັບປຸງ) 21-12-2011

From Wikisource
Jump to navigation Jump to search

.ການປະກັນໄພ(ສະບັບປັບປຸງ) 21-12-2011


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 (ໃໝ່) ຈຸດປະສົງ

ມາດຕາ 1 (ໃໝ່) ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດ ຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງແລະ ການຕິດຕາມ,ກວດກາວຽກງານປະກັນໄພເພື່ອເຮັດໃຫ້ທຸລະກິດປະ ກັນໄພດໍາເນີນຢ່າງຖືກຕ້ອງ,ເປັນທໍາແລະມີປະສິດທິຜົນແນ່ໃສ່ປົກ ປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ປະກັນໄພແລະຜູ້ຊື້ ການປະກັນໄພ,ປົກປ້ອງຜົນປະໂຫຍດຂອງລັດ,ລວມໝູ່,ເຮັດໃຫ້ສັງ ຄົມມີຄວາມສະຫງົບ,ເປັນລະບຽບຮຽບຮ້ອຍແລະປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

...ມາດຕາ 2 (ໃໝ່) ການປະກັນໄພ

ມາດຕາ 2 (ໃໝ່) ການປະກັນໄພ ການປະກັນໄພແມ່ນການບໍລິຫານຄວາມສ່ຽງຕໍ່ໄພຕ່າງໆ ທີ່ອາດຈະເກີດຂຶ້ນກັບຜູ້ໄດ້ຮັບການປະກັນໄພທີ່ໄດ້ຈ່າຍຄ່າທໍາ ນຽມປະກັນໄພໃຫ້ແກ່ຜູ້ປະກັນໄພໂດຍການຊົດເຊີຍຄ່າເສຍຫາຍ ດ້ວຍສິນປະກັນໄພຕາມທີ່ໄດ້ຕົກລົງໄວ້ໃນສັນຍາປະກັນໄພ. ...ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ

ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: ທຸລະກິດປະກັນໄພໝາຍເຖິງກິດຈະກໍາຂອງຜູ້ປະກັນໄພທີ່ ດໍາເນີນທຸລະກິດກ່ຽວກັບການຮັບປະກັນຄວາມສ່ຽງຕໍ່ຊັບສິນ,ຊີ ວິດຂອງບຸກຄົນແລະນິຕິບຸກຄົນ,ສ້າງວຽກເຮັດງານທໍາໃນລະບົບ ເສດຖະກິດເຊິ່ງຜູ້ປະກັນໄພຍອມຮັບເອົາຄວາມສ່ຽງທີ່ອາດເກີດ ຂຶ້ນກັບຜູ້ໄດ້ຮັບການປະກັນໄພບົນພື້ນຖານທີ່ຜູ້ໄດ້ຮັບການປະກັນ ໄພຕ້ອງຈ່າຍຄ່າ. 1. ທໍານຽມປະກັນໄພເພື່ອໃຫ້ຜູ້ປະກັນໄພມີເງິນສະສົມໄວ້ ເພື່ອຈ່າຍສິນທົດແທນຫຼືຄ່າເສຍຫາຍໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ ຕາມເນື້ອໃນທີ່ໄດ້ກໍານົດໄວ້ໃນສັນຍາປະກັນໄພໃນກໍລະນີທີ່ມີ ຄວາມເສຍຫາຍເກີດຂຶ້ນ; 2. ທຸລະກິດການປະກັນໄພຕໍ່ ໝາຍເຖິງ ກິດຈະກໍາຂອງຜູ້ ປະກັນໄພທີ່ດໍາເນີນການບໍລິຫານແບ່ງສ່ວນຄວາມສ່ຽງຕໍ່ຮູບແບບ ການປະກັນໄພທົ່ວໄປໄປປະກັນໄພຕໍ່ນໍາບໍລິສັດປະກັນໄພຢູ່ພາຍໃນ ຫຼືຕ່າງປະເທດ; 3. ຜູ້ປະກັນໄພ ໝາຍເຖິງ ບໍລິສັດປະກັນໄພທີ່ຖືກສ້າງຕັ້ງ ຂຶ້ນແລະດໍາເນີນທຸລະກິດໂດຍສອດຄ່ອງກັບບົດບັນຍັດຂອງກົດ ໝາຍສະບັບນີ້ແລະບົດບັນຍັດຂອງກົດໝາຍສະບັບອື່ນທີ່ກ່ຽວຂ້ອງ; 4.​ ຜູ້ຊື້ການປະກັນໄພ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ, ອົງການຈັດຕັ້ງທີ່ເຮັດສັນຍາປະກັນໄພກັບຜູ້ປະກັນໄພແລະຈ່າຍ ຄ່າທໍານຽມປະກັນໄພຄົບຖ້ວນຕາມສັນຍາ.ໃນເວລາດຽວກັນຜູ້ ຊື້ການປະກັນໄພອາດແມ່ນຜູ້ໄດ້ຮັບການປະກັນໄພຫຼືຜູ້ໄດ້ຮັບຜົນ ປະໂຫຍດ; 5. ຜູ້ໄດ້ຮັບການປະກັນໄພ ໝາຍເຖິງບຸກຄົນຫຼືນິຕິບຸກຄົນ, ອົງການຈັດຕັ້ງທີ່ມີຄວາມສຽງຕໍ່ຊັບສິນ,ຄວາມຮັບຜິດຊອບທາງ ແພ່ງຫຼືຊີວິດທີ່ມາເຮັດປະກັນໄພໂດຍຖືກຕ້ອງສອດຄ່ອງກັບສັນຍາ ປະກັນໄພ.ໃນເວລາດຽວກັບຜູ້ໄດ້ຮັບການປະກັນໄພອາດແມ່ນຜູ້ ໄດ້ຮັບຜົນປະໂຫຍດ; 6. ຜູ້ໄດ້ຮັບຜົນປະໂຫຍດ ໝາຍເຖິງ ບຸກຄົນຫຼືນິຕິບຸກຄົນທີ່ ຖືກເລືອກໂດຍຜູ້ຊື້ການປະກັນໄພເພື່ອຮັບເອົາສິນທົດແທນປະກັນ ໄພຫຼືສິນປະກັນໄພຕາມທີ່ໄດ້ກໍານົດໄວ້ໃນສັນຍາປະກັນໄພ; 7. ຄ່າທໍານຽມປະກັນໄພ ໝາຍເຖິງ ຈໍານວນເງິນທີ່ຜູ້ຊື້ ການປະກັນໄພຕ້ອງຈ່າຍໃຫ້ບໍລິສັດປະກັນໄພ ທີ່ໄດ້ກໍານົດໄວ້ແລະ ດ້ວຍວິທີການທີ່ໄດ້ຕົກລົງກັນລະຫວ່າງສອງຝ່າຍຢູ່ໃນສັນຍາປະ ກັນໄພ; 8. ການປະກັນສະສົມທຶນ ໝາຍເຖິງ ຮູບແບບໜຶ່ງຂອງ ການປະກັນຊີວິດທີ່ພົວພັນເຖິງຊີວິດຂອງຜູ້ໄດ້ຮັບການປະກັນໄພ ພາຍໃນກໍານົດເວລາອັນແນ່ນອນພາຍໃຕ້ເງື່ອນໄຂທີ່ຜູ້ປະກັນໄພ ຕ້ອງຈ່າຍຈໍານວນເງິນທີ່ເປັນຜົນປະໂຫຍດຈົນຄົບອາຍຸສັນຍາປະ ກັນໄພໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດແລະຖ້າຫາກວ່າຜູ້ໄດ້ຮັບການ ປະກັນໄພຍັງມີຊີວິດຢູ່ຄົບຖ້ວນຕາມກໍານົດເວລາທີ່ໄດ້ຕົກລົງກັນ ໄວ້ໃນສັນຍາປະກັນໄພ. 9. ການປະກັນໄພຄຸ້ມກັນຊີວິດໝາຍເຖິງຮູບແບບໜຶ່ງຂອງ ການປະກັນຊີວິດທີ່ພົວພັນເຖິງການເສຍຊີວິດຂອງຜູ້ໄດ້ຮັບການປະ ກັນໄພໃນໄລຍະເວລາທີ່ໄດ້ກໍານົດໄວ້ພາຍໃຕ້ເງື່ອນໄຂທີ່ຜູ້ປະກັນ ໄພຕ້ອງຈ່າຍສິນປະກັນໄພໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດຖ້າວ່າຜູ້ໄດ້ ຮັບການປະກັນໄພຫາກເສຍຊີວິດໃນໄລຍະເວລາທີ່ໄດ້ຕົກລົງກັນໄວ້ ໃນສັນຍາປະກັນໄພ; 10. ການປະກັນຊີວິດແບບປະສົມ ໝາຍເຖິງ ຮູບແບບໜຶ່ງ ຂອງການປະກັນຊີວິດທີ່ລວມເອົາການປະກັນສະສົມທຶນເຂົ້າກັບ ການປະກັນໄພຄຸ້ມກັນຊີວິດ; 11. ການປະກັນຕະຫຼອດຊີວິດ ໝາຍເຖິງ ການປະກັນ ຄວາມສ່ຽງຕະຫຼອດຊີວິດຂອງຜູ້ໄດ້ຮັບການປະກັນໄພເວລາເສຍ ຊີວິດບົນພື້ນຖານຂໍ້ຜູກພັນລະຫວ່າງຜູ້ປະກັນໄພແລະຜູ້ຊື້ການປະ ກັນໄພພາຍໃຕ້ເງື່ອນໄຂທີ່ຜູ້ປະກັນໄພຕ້ອງຈ່າຍສິນທົດແທນປະກັນ ໄພໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດໃນເວລາຜູ້ໄດ້ຮັບການປະກັນໄພ ເສຍຊີວິດ; 12. ການປະກັນໄພແບບຈ່າຍເປັນງວດ ໝາຍເຖິງ ຜະລິດ ຕະພັນປະກັນໄພທີ່ພົວພັນເຖິງຊີວິດຂອງຜູ້ໄດ້ຮັບການປະກັນໄພຈົນ ຮອດເວລາທີ່ໄດ້ກໍານົດໄວ້,ພາຍໃຕ້ເງື່ອນໄຂທີ່ຜູ້ປະກັນໄພຕ້ອງ ຈ່າຍສິນປະກັນໄພເປັນງວດໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດຕາມໄລ ຍະເວລາທີ່ໄດ້ຕົກລົງກັນໄວ້ໃນສັນຍາປະກັນໄພ; 13. ການຖອນເງິນຄືນຕາມສັນຍາ ໝາຍເຖິງ ເງິນທີ່ເຫຼືອ ຈາກການຫັກຄ່າຄຸ້ມກັນແລະຄ່າໃຊ້ຈ່າຍຕ່າງໆໃນການດໍາເນີນ ງານທີ່ເກີດຂຶ້ນເມື່ອຜູ້ຊື້ການປະກັນໄພຈ່າຍຄ່າທໍານຽມໃນໄລຍະ ໜຶ່ງແລະລົບລ້າງສັນຍາ,ເຊິ່ງຜູ້ຊື້ການປະກັນໄພມີສິດຖອນຄືນຕາມ ທີ່ໄດ້ກໍານົດໄວ້ໃນສັນຍາ; 14. ການປະກັນໄພອຸບັດຕິໄພ ແລະ ໄພພິບັດ ໝາຍເຖິງ ຮູບແບບໜຶ່ງຂອງການປະກັນໄພທົ່ວໄປທີ່ມີຄວາມສ່ຽງຕໍ່ສັບສິນ, ຄວາມຮັບຜິດຊອບທາງແພ່ງແລະຮູບແບບອື່ນຂອງການປະກັນໄພ ຍົກເວັ້ນການປະກັນຊີວິດ; 15. ສິນປະກັນໄພໝາຍເຖິງ ມູນຄ່າການທົດແທນຄວາມ ເສຍຫາຍເຊິ່ງຜູ້ປະກັນໄພຕ້ອງຊໍາລະໃຫ້ແກ່ຜູ້ຊື້ການປະກັນໄພຫຼື ຜູ້ໄດ້ຮັບຜົນປະໂຫຍດຕາມຂອບເຂດທີ່ໄດ້ກໍານົດໄວ້ໃນສັນຍາປະ ກັນໄພ; 16. ວົງເງິນປະກັນໄພ ໝາຍເຖິງ ຈໍານວນເງິນຄຸ້ມກັນ ສູງສຸດທີ່ຜູ້ຊື້ການປະກັນໄພ ແລະ ຜູ້ປະກັນໄພໄດ້ຕົກລົງກັນໄວ້ໃນ ສັນຍາ.

...ມາດຕາ 4 (ໃໝ່) ນະໂຍບາຍຂອງລັດກ່ຽວກັບວຽກງານປະກັນໄພ

ມາດຕາ 4 (ໃໝ່) ນະໂຍບາຍຂອງລັດກ່ຽວກັບວຽກງານປະກັນ ໄພ ລັດຊຸກຍູ້ສົ່ງເສີມໃຫ້ບຸກຄົນ,ນິຕິບຸກຄົນ,ການຈັດຕັ້ງທັງພາຍ ໃນແລະຕ່າງປະເທດລົງທຶນສ້າງຕັ້ງຫຼືເຂົ້າຮ່ວມໃນການດໍາເນີນທຸ ລະກິດປະກັນໄພເຊັ່ນການສ້າງຕັ້ງບໍລິສັດ,ຕົວແທນ,ນາຍໜ້າແລະ ຫ້ອງການຜູ້ຕາງໜ້າປະກັນໄພດ້ວຍການກໍານົດນະໂຍບາຍພາສີ- ອາກອນຕາມລະບຽບກົດໝາຍ. ລັດປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ຜູ້ຊື້ການປະ ກັນໄພແລະຜູ້ເຂົ້າຮ່ວມໃນການດໍາເນີນທຸລະກິດປະກັນໄພຢ່າງສະ ເໝີພາບພາຍໃຕ້ກົດໝາຍຂອງສປປລາວ. ລັດເສີມຂະຫຍາຍທ່າແຮງເພື່ອພັດທະນາຕະຫຼອດປະກັນໄພ ໂດຍຕອບສະໜອງການປະກັນໄພໃຫ້ມີການຄຸ້ມຄອງທາງດ້ານສຸ ຂະພາບ,ຊີວິດແລະຊັບສິນຂອງປະຊາຊົນ,ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງຊາດ. ລັດສົ່ງເສີມໃຫ້ພົນລະເມືອງລາວທຸກຄົນນໍາໃຊ້ການບໍລິ ການປະກັນໄພປະເພດຕ່າງໆຕາມລະບຽບກົດໝາຍ. ...ມາດຕາ 5 (ໃໝ່) ຫຼັກການກ່ຽວກັບວຽກງານປະກັນໄພ

ມາດຕາ 5 (ໃໝ່) ຫຼັກການກ່ຽວກັບວຽກງານປະກັນໄພ ໃນການເຄື່ອນໄຫວວຽກງານປະກັນໄພໃຫ້ປະຕິບັດຕາມຫຼັກ ການຕົ້ນຕໍດັ່ງນີ້: 1. ຮັບປະກັນການຄຸ້ມຄອງຢ່າງລວມສູນແລະເປັນເອກະ ພາບຂອງລັດໃນຂອບເຂດທົ່ວປະເທດ; 2. ຮັບປະກັນສົ່ງເສີມການຜະລິດ,ທຸລະກິດແລະການລົງທຶນ ໃຫ້ມີການຂະຫຍາຍຕົວ; 3. ຮັບປະກັນໃຫ້ມີຄວາມຍຸດຕິທໍາ,ໂປ່ງໃສ,ຖືກຕ້ອງ,ຄົບ ຖ້ວນແລະສາມາດກວດສອບໄດ້; 4. ອໍານວຍຄວາມສະດວກດ້ານຕ່າງໆໃຫ້ແກ່ຜູ້ປະກັນໄພ ແລະຜູ້ຊື້ການປະກັນໄພລວມທັງຜູ້ເຂົ້າຮ່ວມໃນການດໍາເນີນທຸລະ ກິດປະກັນໄພ; 5. ປະສານສົມທົບຢ່າງກົມກຽວລະຫວ່າງຂະແໜງການທີ່ ກ່ຽວຂ້ອງໃນການຄຸ້ມຄອງການເຄື່ອນໄຫວທຸລະກິດປະກັນໄພໃຫ້ມີ ປະສິດທິຜົນສູງແລະປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ. ...ມາດຕາ 6 (ປັບປຸງ) ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 (ປັບປຸງ) ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການ ຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ດໍາເນີນທຸລະກິດປະກັນໄພ,ຜູ້ ຊື້ການປະກັນໄພ,ຜູ້ໄດ້ຮັບຜົນປະໂຫຍດ,ບຸກຄົນ,ນິຕິບຸກຄົນອື່ນທີ່ ກ່ຽວຂ້ອງກັບການປະກັນໄພແລະນໍາໃຊ້ສໍາລັບຊັບສິນແລະຜູ້ທີ່ລະ ບຽບກົດໝາຍກໍານົດໃຫ້ຊື້ການປະກັນໄພແບບບັງຄັບ.

...ມາດຕາ 7 (ໃໝ່) ການຮ່ວມມືສາກົນ

ມາດຕາ 7 (ໃໝ່) ການຮ່ວມມືສາກົນ ລັດເປີດກວ້າງການພົວພັນແລະຮ່ວມມືກັບຕ່າງປະເທດ, ພາກພື້ນແລະສາກົນກ່ຽວກັບວຽກງານປະກັນໄພດ້ວຍການແລກ ປ່ຽນບົດຮຽນທາງດ້ານເຕັກນິກ,ຂໍ້ມູນຂ່າວສານ,ວິຊາການ,ຍາດ ແຍ່ງການຊ່ວຍເຫຼືອ,ພັດທະນາຊັບພະຍາກອນມະນຸດແລະດ້ານອື່ນ ໆ,ປະຕິບັດວັນຍາຫຼືສົນທິສັນຍາສາກົນກ່ຽວກັບວຽກງານປະກັນໄພ ທີ່ສປປລາວເປັນພາຄີ.

..ພາກທີ 2 ການປະກັນໄພ


...ມາດຕາ 8 (ໃໝ່) ປະເພດການປະກັນໄພ

ມາດຕາ 8 (ໃໝ່) ປະເພດການປະກັນໄພ ການປະກັນໄພມີສອງປະເພດຄື: -ການປະກັນຊີວິດ; -ການປະກັນໄພທົ່ວໄປ.


...ມາດຕາ 9 (ໃໝ່) ການປະກັນຊີວິດ

ມາດຕາ 9 (ໃໝ່) ການປະກັນຊີວິດ ການປະກັນຊີວິດແມ່ນການປະກັນໄພທີ່ພົວພັນເຖິງການຄໍ້າ ປະກັນຄວາມສ່ຽງຕະຫຼອດຊີວິດຂອງຜູ້ຊື້ການປະກັນໄພຫຼືຜູ້ໄດ້ຮັບ ການປະກັນໄພເວລາເສຍຊີວິດ. ...ມາດຕາ 10​ (ໃໝ່) ຮູບແບບການປະກັນຊີວິດ

ມາດຕາ 10​ (ໃໝ່) ຮູບແບບການປະກັນຊີວິດ ການປະກັນຊີວິດມີຮູບແບບດັ່ງນີ້: - ການປະກັນຕະຫຼອດຊີວິດ; - ການປະກັນສະສົມທຶນ; - ການປະກັນຊີວິດແບບປະສົມ; - ການປະກັນໄພແບບຈ່າງເປັນງວດ; - ການປະກັນໄພຄຸ້ມກັນຊີວິດ. ໃນກໍລະນີຈໍາເປັນຮູບແບບການປະກັນຊີວິດອາດຈະມີການ ດໍານົດເພີ່ມເຕີມຕາມການຕົກລົງຂອງກະຊວງການເງິນ.

...ມາດຕາ 11 (ໃໝ່) ການປະກັນໄພທົ່ວໄປ

ມາດຕາ 11 (ໃໝ່) ການປະກັນໄພທົ່ວໄປ ການປະກັນໄພທົ່ວໄປແມ່ນການປະກັນໄພຊັບສິນ,ຄວາມ ຮັບຜິດຊອບທາງແພ່ງຕໍ່ບຸກຄົນທີສາມແລະການປະກັນໄພອື່ນທີ່ບໍ່ ແມ່ນການປະກັນຊີວິດ. ການປະກັນໄພທົ່ວໄປມີສອງປະເພດດັ່ງນີ້: - ແບບບັງຄັບ; - ດ້ວຍຄວາມສະໝັກໃຈ. ...ມາດຕາ 12 (ໃໝ່) ການປະກັນໄພທົ່ວໄປແບບບັງຄັບ

ມາດຕາ 12 (ໃໝ່) ການປະກັນໄພທົ່ວໄປແບບບັງຄັບ ບຸກຄົນ,ນິຕິບຸກຄົນ,ຫົວໜ່ວຍທຸລະກິດທຸກຂົງເຂດທີ່ດໍາເນີນ ກິດຈະການແບບຊົ່ວຄາວຫຼືຖາວອນທີ່ມີພູມລໍາເນົາຢູ່ສປປລາວ,ປະ ກອບມີພາຫະນະທີ່ແລ່ນດ້ວຍເຄື່ອງຈັກເທິງຫົນທາງ,ໂຮງແຮມ, ເຮືອນພັກ,ສະຖານທີ່ບັນເທີງ,ພັດຕະຄານ,ຮ້ານອາຫານ,ເຈົ້າຂອງ ກິດຈະການຕະຫຼາດ,ສະຖານທີ່ກໍ່ສ້າງ,ສາງເກັບມ້ຽນສິນຄ້າ,ສາງ ທາດເຄມີ,ສາງນໍ້າມັນເຊື້ອໄພ,ສາງທາດລະເບີດ,ໂຮງຈັກ-ໂຮງ ງານ,ການຂົນສົ່ງສິນຄ້າແລະຜູ້ໂດຍສານທາງບົກ,ທາງນໍ້າແລະ ທາງອາກາດ,ອັກຄີໄພແລະສະຖານທີ່ຜະລິດແລະເກັບມ້ຽນທາດ ລະເບີດ. ລະບຽບການລະອຽດກ່ຽວກັບການປະກັນໄພທົ່ວໄປແບບ ບັງຄັບໄດ້ກໍານົດໄວ້ຕ່າງຫາກ.

...ມາດຕາ 13 (ໃໝ່) ການປະກັນໄພທົ່ວໄປດ້ວຍຄວາມສະໝັກໃຈ

ມາດຕາ 13 (ໃໝ່) ການປະກັນໄພທົ່ວໄປດ້ວຍຄວາມສະໝັກໃຈ ການປະກັນໄພທົ່ວໄປດ້ວຍຄວາມສະໝັກໃຈແມ່ນການປະ ກັນໄພທີ່ຜູ້ຊື້ການປະກັນໄພມີສິດເລືອກເອົາປະເພດ,ຂອບເຂດຫຼືວົງ ເງິນປະກັນໄພຂອງການຄຸ້ມກັນຕາມແບບປະກັນໄພທີ່ຜູ້ປະກັນໄພ ວາງອອກ.

...ມາດຕາ 14 (ໃໝ່) ຮູບແບບການປະກັນໄພທົ່ວໄປ

ມາດຕາ 14 (ໃໝ່) ຮູບແບບການປະກັນໄພທົ່ວໄປ ການປະກັນໄພທົ່ວໄປມີຮູບແບບດັ່ງນີ້: - ການປະກັນໄພອຸປະຕິເຫດແລະການປິ່ນປົວບຸກຄົນທີ່ຖືກອຸ ປະຕິເຫດ; - ການປະກັນສຸຂະພາບ; - ການປະກັນໄພຊັບສິນ; - ການປະກັນໄພສໍາລັບສິນຄ້າ,ເຄື່ອງຂອງຜ່ານແດນທາງ ລົດ,ທາງເຮືອ,ທາງລົດໄຟແລະທາງອາກາດ; - ການປະກັນໄພເຮືອບິນ; - ການປະກັນໄພພາຫະນະທີ່ແລ່ນດ້ວຍເຄື່ອງຈັກ; - ການປະກັນໄພອັກຄິໄພແລະສະຖານທີ່ຜະລິດວັດຖຸລະ ເບີດ; - ການປະກັນໄພຊັບສິນຂອງລັດ; - ການປະກັນໄພຄວາມສ່ຽງດ້ານການເງິນແລະສິນເຊື່ອ; - ການປະກັນໄພຄວາມສ່ຽງດ້ານທຸລະກິດ; - ການປະກັນໄພດ້ານກະສິກໍາແລະປ່າໄມ້; - ການປະກັນໄພອຸບັດຕິໄພ ແລະ ໄພພິບັດ.

ໃນກໍລະນີຈໍາເປັນຮູບແບບການປະກັນໄພທົ່ວໄປອາດຈະມີ ການກໍານົດເພີ່ມເຕີມຕາມການຕົກລົງຂອງກະຊວງການເງິນ.

..ພາກທີ 3 ການປະກັນໄພຕໍ່


...ມາດຕາ 15 (ໃໝ່) ການປະກັນໄພຕໍ່

ມາດຕາ 15 (ໃໝ່) ການປະກັນໄພຕໍ່ ການປະກັນໄພຕໍ່ແມ່ນການປະກັນໄພທີ່ຕິດພັນກັບການແບ່ງ ສ່ວນຄວາມສ່ຽງຕໍ່ຮູບແບບການປະກັນໄພທົ່ວໄປທີ່ບໍລິສັດປະກັນໄພ (ຜູ້ປະກັນໄພ) ເອົາໄປປະກັນຕໍ່ ນໍາບໍລິສັດປະກັນໄພອື່ນ ຢູ່ພາຍໃນ ຫຼືຕ່າງປະເທດ(ເອີ້ນວ່າຜູ້ປະກັນໄພຕໍ່) ໂດຍສອດຄ່ອງກັບຫຼັການ ດໍາເນີນທຸລະກິດປະກັນໄພຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ທີ່ກ່ຽວຂ້ອງ,ເຊິ່ງຜູ້ປະກັນໄພຕ້ອງຮັບຜິດຊອບໃນການຈ່າຍສິນປະ ກັນໄພຫຼືທົດແທນຄ່າເສຍຫາຍໃນສ່ວນທີ່ນໍາໄປປະກັນໄພຕໍ່ໃຫ້ແກ່ ຜູ້ໄດ້ຮັບການປະກັນໄພຫຼືຜູ້ໄດ້ຮັບຜົນປະໂຫຍດໃນກໍລະນີທີ່ຜູ້ເອົາປະ ກັນໄພຕໍ່ບໍ່ມີຄວາມສາມາດທົດແທນໄດ້. ການປະກັນໄພຕໍ່ຕ້ອງເໝາະສົມກັບສະພາບການດໍາເນີນ ທຸລະກິດຂອງຜູ້ປະກັນໄພຕໍ່ເຊິ່ງຕ້ອງມີເງື່ອນໄຂຄົບຖ້ວນ,ໄດ້ຮັບ ຄວາມເຊື່ອໝັ້ນໃນຕະຫຼາດປະກັນໄພພາຍໃນປະເທດ,ພາກພື້ນ ແລະ ສາກົນ,ມີຄວາມໝັ້ນຄົງທາງດ້ານການເງິນແລະມີປະສົບ ການໃນການຮັບປະກັນໄພຕໍ່. ...ມາດຕາ 16 (ໃໝ່) ວິທີການປະກັນໄພຕໍ່

ມາດຕາ 16 (ໃໝ່) ວິທີການປະກັນໄພຕໍ່ ການປະກັນໄພຕໍ່ ມີວິທີການ ດັ່ງນີ້: 1. ສາມາດດໍາເນີນການປະກັນໄພຕໍ່ກັບໜຶ່ງຫຼືຫຼາຍບໍລິສັດ ປະກັນໄພກໍ່ໄດ້ໂດຍແບ່ງຄວາມສ່ຽງທີ່ໄດ້ປະກັນໄພແລ້ວໃຫ້ບໍລິ ສັດດັ່ງກ່າວນີ້ເອົາປະກັນໄພຕໍ່; 2. ສາມາດປະກັນໄພຕໍ່ສ່ວນໃດສ່ວນໜຶ່ງຫຼືທັງໝົດຂອງ ຄວາມສ່ຽງທີ່ໄດ້ປະກັນໄພແລ້ວ. ..ພາກທີ 4 ການດໍາເນີນທຸລະກິດປະກັນໄພ


...ໝວດທີ 1 ການສ້າງຕັ້ງແລະການດໍາເນີນທຸລະກິດປະກັນໄພ


....ມາດຕາ 17 (ປັບປຸງ) ການສ້າງຕັ້ງແລະການດໍາເນີນທຸລະກິດປະກັນໄພ

ມາດຕາ 17 (ປັບປຸງ) ການສ້າງຕັ້ງແລະການດໍາເນີນທຸລະກິດ ປະກັນໄພ ຜູ້ທີ່ມີຈຸດປະສົງສ້າງຕັ້ງແລະດໍາເນີນທຸລະກິດປະກັນໄພຢູ່ ສປປລາວຕ້ອງຍື່ນຄໍາຮ້ອງສະເໜີຜ່ານການບໍລິການການລົງທຶນ ປະຕູດຽວຂອງຂະແໜງການແຜນການແລະການລົງທຶນຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.


....ມາດຕາ 18 (ປັບປຸງ) ຮູບແບບການສ້າງຕັ້ງທຸລະກິດປະກັນໄພ

ມາດຕາ 18 (ປັບປຸງ) ຮູບແບບການສ້າງຕັ້ງທຸລະກິດປະກັນໄພ ປະເພດ,ຮູບການ,ຮູບແບບການສ້າງຕັ້ງທຸລະກິດປະກັນໄພ ຢູ່ສປປລາວ ແມ່ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມ ການລົງທຶນແລະກົດໝາຍວ່າດ້ວຍວິສາຫະກິດ.

....ມາດຕາ 19 (ປັບປຸງ) ຂອບເຂດການດໍາເນີນທຸລະກິດປະກັນໄພ

ມາດຕາ 19 (ປັບປຸງ) ຂອບເຂດການດໍາເນີນທຸລະກິດປະກັນໄພ ການດໍາເນີນທຸລະກິດປະກັນໄພມີຂອບເຂດດັ່ງນີ້: 1. ທຸລະກິດປະກັນໄພ,ທຸລະກິດປະກັນໄພຕໍ່; 2. ການບໍລິຫານຄວາມສ່ຽງ,ການປ້ອງກັນແລະການຈໍາ ກັດຄວາມເສຍຫາຍ; 3. ການປະເມີນຄວາມເສຍຫາຍ; 4. ການເປັນຕົວແທນປະເມີນຄວາມເສຍຫາຍ,ຕົວແທນພິ ຈາລະນາແລະແກ້ໄຂການທົດແທນຄວາມເສຍຫາຍແລະຕົວແທນ ຮຽກຮ້ອງບຸກຄົນທີສາມທົດແທນຄວາມເສຍຫາຍ; 5. ການບໍລິຫານກອງທຶນແລະການລົງທຶນ; 6. ການເຄື່ອນໄຫວອື່ນພາຍໃຕ້ກົດໝາຍຂອງ ສປປລາວ. ....ມາດຕາ 20 (ປັບປຸງ) ເງື່ອນໄຂການສ້າງຕັ້ງທຸລະກິດປະກັນໄພ

ມາດຕາ 20 (ປັບປຸງ) ເງື່ອນໄຂການສ້າງຕັ້ງທຸລະກິດປະກັນໄພ ບຸກຄົນແລະນິຕິບຸກຄົນທີ່ມີຈຸດປະສົງສ້າງຕັ້ງທຸລະກິດປະກັນ ໄພຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1. ມີປະຫວັດການດໍາເນີນທຸລະກິດທີ່ດີ; 2. ມີທຶນຈົດທະບຽນແລະເງິນຄໍ້າປະກັນຕາມທີ່ໄດ້ກໍານົດ ໄວ້ໃນມາດຕາ 21 ແລະ 24 ຂອງກົດໝາຍສະບັບນີ້; 3. ມີຜູ້ບໍລິຫານທີ່ມີຄວາມຮູ້ຄວາມສາມາດ,ຄວາມຊໍານານ ທາງດ້ານວິຊາຊີບແລະມີວິຊາສະເພາະກ່ຽວກັບການປະກັນໄພ; 4. ມີບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດດ້ານວິຊາ ຊີບ,ມີໃບຢັ້ງຢືນຫຼືປະກາສະນີຍະບັດທາງດ້ານການປະກັນໄພ; 5. ບໍ່ເຄີຍຖືກສານຕັດສິນລົງໂທດຕັດອິດສະລະພາບໃນສະ ຖານການກະທໍາຜິດຕໍ່ເສດຖະກິດໂດຍເຈດຕະນາ; 6. ມີຫ້ອງການ,ສໍານັກງານທີ່ເໝາະສົມໃນການດໍາເນີນທຸ ລະກິດປະກັນໄພ. ....ມາດຕາ 21 (ປັບປຸງ) ທຶນຈົດທະບຽນແລະທຶນປະກອບ

ມາດຕາ 21 (ປັບປຸງ) ທຶນຈົດທະບຽນແລະທຶນປະກອບ ທຶນຈົດທະບຽນຂອງບໍລິສັດປະກັນໄພຕ້ອງມີຈໍານວນທຶນຕໍ່າ ສຸດສິບຫົກຕື້ກີບ. ໃນໄລຍະເວລາດໍາເນີນທຸລະກິດບໍລິສັດປະກັນໄພຕ້ອງຮັກ ສາລະດັບທຶນປະກອບຂອງແຕ່ລະຜູ້ຖືຮຸ້ນໃຫ້ຄົງທີ່ຢູ່ໃນລະດັບບໍ່ຕໍ່າ ກວ່າທຶນທີ່ໄດ້ກໍານົດໄວ້ໃນວັກໜຶ່ງເທິງນີ້. ລັດຖະບານສາມາດປ່ຽນແປງທຶຈົດທະບຽນແລະທຶນປະ ກອບຕໍ່າສຸດໃນແຕ່ລະໄລຍະໄດ້ແຕ່ບໍ່ໃຫ້ຫຼຸດຈໍານວນທີ່ໄດ້ກໍານົດ ໄວ້ເທິງນີ້.

....ມາດຕາ 22​ (ປັບປຸງ) ຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດປະກັນໄພ

ມາດຕາ 22​ (ປັບປຸງ) ຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດປະ ກັນໄພ ບຸກຄົນ,ນິຕິບຸກຄົນພາຍໃນແລະຕ່າງປະເທດທີ່ມີເງື່ອນໄຂ ຄົບຖ້ວນມີສິດຍື່ນຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດປະກັນໄພຕໍ່ ຂະແໜງການແຜນການແລະການລົງທຶນໂດຍສອດຄ່ອງກັບລະ ບຽບກົດໝາຍຂອງສປປລາວ. ກໍານົດເວລາໃນການພິຈາລະນາຄໍາຮ້ອງຂໍອະນຸຍາດດໍາ ເນີນທຸລະກິດປະກັນໄພພ້ອມທັງການແຈ້ງຂໍ້ຕົກລົງໃຫ້ຜູ້ຮ້ອງຂໍ ແມ່ນພາຍໃນກໍານົດສີ່ສິບຫ້າວັນລັດຖະການນັບແຕ່ວັນໄດ້ຮັບຄໍາ ຮ້ອງເປັນຕົ້ນໄປ.


....ມາດຕາ 23 (ປັບປຸງ) ຄ່າທໍານຽມໃນການອອກອະນຸຍາດ

ມາດຕາ 23 (ປັບປຸງ) ຄ່າທໍານຽມໃນການອອກອະນຸຍາດ ຜູ້ດໍາເນີນທຸລະກິດປະກັນໄພຕ້ອງຈ່າຍຄ່າທໍານຽມໃນການ ອອກອະນຸຍາດສ້າງຕັ້ງແລະດໍາເນີນທຸລະກິດປະກັນໄພຕາມລະ ບຽບກົດໝາຍຂອງສປປລາວ.

....ມາດຕາ 24 (ປັບປຸງ) ເງິນຄໍ້າປະກັນ

ມາດຕາ 24 (ປັບປຸງ) ເງິນຄໍ້າປະກັນ ຜູ້ດໍາເນີນທຸລະກິດປະກັນໄພຕ້ອງວາງເງິນຄໍ້າປະກັນໜຶ່ງ ສ່ວນສາມຂອງຈໍານວນທຶນຈົດທະບຽນສໍາລັບແຕ່ລະປະເພດປະ ກັນໄພໄວ້ນໍາທະນາຄານໃດໜຶ່ງທີ່ມີຄວາມໝັ້ນຄົງທາງດ້ານການ ເງິນທີ່ຕັ້ງຢູ່ໃນດິນແດນຂອງສປປລາວແລ້ວແຈ້ງໃຫ້ກະຊວງການ ເງິນ.

....ມາດຕາ 25 (ປັບປຸງ) ສິດໃນການອະນຸຍາດສ້າງຕັ້ງແລະດໍາເນີນທຸລະກິດປະກັນໄພ

ມາດຕາ 25 (ປັບປຸງ) ສິດໃນການອະນຸຍາດສ້າງຕັ້ງແລະດໍາ ເນີນທຸລະກິດປະກັນໄພ ກະຊວງແຜນການແລະການລົງທຶນມີສິດອອກໃບອະນຸ ຍາດສ້າງຕັ້ງແລະດໍາເນີນທຸລະກິດປະກັນໄພຕາມການເຫັນດີ ແລະການສະເໜີຂອງກະຊວງການເງິນ. ກະຊວງການເງິນເປັນຜູ້ກໍານົດລະບຽບການແລະຂັ້ນຕອນ ໃນການອອກໃບອະນຸຍາດດໍາເນີນທຸລະກິດປະກັນໄພ.

....ມາດຕາ 26 (ປັບປຸງ) ການຖອນໃບອະນຸຍາດດໍາເນີນທຸລະກິດປະກັນໄພ

ມາດຕາ 26 (ປັບປຸງ) ການຖອນໃບອະນຸຍາດດໍາເນີນທຸລະກິດ ປະກັນໄພ ໃບອະນຸຍາດດໍາເນີນທຸລະກິດປະກັນໄພຈະຖືກຖອນຄືນ ຕາມແຕ່ລະກໍລະນີເມື່ອຜູ້ປະກັນໄພບໍ່ປະຕິບັດຕາມເງື່ອນໄຂຫຼືລະ ເມີດຂໍ້ຫ້າມຕ່າງໆດັ່ງນີ້: 1. ບໍ່ສາມາດປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນກົດ ໝາຍສະບັບນີ້; 2. ບໍ່ສາມາດປະຕິບັດມາດຕະການຕ່າງໆທີ່ໄດ້ກໍານົດໄວ້ ໃນແຜນປັບປຸງປະສິດທິຜົນຂອງບໍລິສັດໄດ້ຕາມກໍານົດເວລາ; 3. ລະເມີດລະບຽບການຢ່າງຮ້າຍແຮງກ່ຽວກັບການປະ ຕິບັດພັນທະຕ່າງໆທີ່ຍັງມີຜົນສັກສິດຢູ່; 4. ບໍ່ໄດ້ເຄື່ອນໄຫວດໍາເນີນທຸລະກິດປະກັນໄພພາຍຫຼັງໄດ້ ຮັບໃບອະນຸຍາດສ້າງຕັ້ງຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 25 ຂອງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ. ໃນກໍລະນີມີການຖອນໃບອະນຸຍາດຂອງບໍລິສັດປະກັນໄພ ແລ້ວໃບອະນຸຍາດທີ່ໄດ້ອອກໃຫ້ສາຂາບໍລິສັດດັ່ງກ່າວທີ່ຕັ້ງຢູ່ສປປ ລາວນັ້ນກໍ່ຈະຖືກຖອນເຊັ່ນດຽວກັນ. ເມື່ອມີການຖອນໃບອະນຸຍາດຫຼືໂຈະການເຄື່ອນໄຫວທຸລະ ກິດປະກັນໄພນັ້ນຕ້ອງໄດ້ແຈ້ງກ່ຽວກັບເຫດຜົນຂອງການຖອນຫຼື ໂຈະການເຄື່ອນໄຫວທຸລະກິດປະກັນໄພເປັນລາຍລັກອັກສອນໃຫ້ບໍ ລິສັດດັ່ງກ່າວນັ້ນຊາບ.

....ມາດຕາ 27 (ປັບປຸງ) ການສະເໜີໃຫ້ພິຈາລະນາຄືນຂໍ້ຕົກລົງຖອນໃບອະນຸຍາດ

ມາດຕາ 27 (ປັບປຸງ) ການສະເໜີໃຫ້ພິຈາລະນາຄືນຂໍ້ຕົກລົງ ຖອນໃບອະນຸຍາດ ຜູ້ປະກັນໄພມີສິດສະເໜີຕໍ່ກະຊວງການເງິນເພື່ອໃຫ້ພິຈາ ລະນາຄືນຂໍ້ຕົກລົງຖອນໃບອະນຸຍາດພາຍໃນສິບຫ້າວັນລັດຖະ ການນັບແຕ່ວັນໄດ້ຮັບຊາບຂໍ້ຕົກລົງດັ່ງກ່າວເປັນຕົ້ນໄປ,ໂດຍ ອ້າງເຫດຜົນທີ່ໜັກແໜ້ນ,ໃນກໍລະນີທີ່ກະຊວງການເງິນຫາກບໍ່ ໄດ້ພິຈາລະນາພາຍໃນກໍານົດສາມສິບວັນລັດຖະການນັບແຕ່ວັນ ໄດ້ຮັບຄໍາສະເໜີໃຫ້ພິຈາລະນາຄືນເປັນຕົ້ນໄປ.ຜູ້ປະກັນໄພກໍ່ມີ ສິດສະເໜີຕໍ່ລັດຖະບານເພື່ອພິຈາລະນາ.ລັດຖະບານກໍ່ຈະພິຈາ ລະນາຄໍາສະເໜີນັ້ນຢ່າງຊ້າບໍ່ໃຫ້ເກີນຫົກສິບວັນລັດຖະການນັບ ແຕ່ວັນໄດ້ຮັບຄໍາສະເໜີດັ່ງກ່າວເປັນຕົ້ນໄປ.ຖ້າຜູ້ປະກັນໄພຫາກ ບໍ່ພໍໃຈຕໍ່ຄໍາຕົກລົງຂອງລັດຖະບານກໍ່ມີສິດຮ້ອງຟ້ອງຕໍ່ສານປະຊາ ຊົນຕາມລະບຽບກົດໝາຍ. ...ໝວດທີ 2 ບໍລິສັດປະກັນໄພແລະນາຍໜ້າປະກັນໄພຮ່ວມທຶນກັບຕ່າງປະເທດ


....ມາດຕາ 28 (ປັບປຸງ) ຮູບແບບຫຼືປະເພດການລົງທຶນ

ມາດຕາ 28 (ປັບປຸງ) ຮູບແບບຫຼືປະເພດການລົງທຶນ ບໍລິສັດປະກັນໄພແລະນາຍໜ້າປະກັນໄພທີ່ມີຈຸດປະສົງດໍາ ເນີນທຸລະກິດປະກັນໄພຮ່ວມທຶນກັບຕ່າງປະເທດສາມາດດໍາເນີນ ໃນຮູບແບບຫຼືປະເພດການລົງທຶນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນແລະກົດໝາຍວ່າດ້ວຍວິສາຫະ ກິດ.

....ມາດຕາ 29​ (ປັບປຸງ) ຄໍາຮ້ອງຂໍອະນຸຍາດສ້າງຕັ້ງ ແລະ ດໍາເນີນທຸລະກິດປະກັນໄພຂອງຕ່າງປະເທດ

ມາດຕາ 29​ (ປັບປຸງ) ຄໍາຮ້ອງຂໍອະນຸຍາດສ້າງຕັ້ງ ແລະ ດໍາ ເນີນທຸລະກິດປະກັນໄພຂອງຕ່າງປະເທດ ບໍລິສັດປະກັນໄພແລະນາຍໜ້າປະກັນໄພຂອງຕ່າງປະເທດ ທີ່ມີຈຸດປະສົງສ້າງຕັ້ງແລະດໍາເນີນທຸລະກິດປະກັນໄພຢູ່ສປປລາວ ຕ້ອງປະກອບເອກະສານຍື່ນຜ່ານການບໍລິການການລົງທຶນປະຕູ ດຽວເພື່ອຂໍອະນຸຍາດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ.

....ມາດຕາ 30 (ປັບປຸງ) ເງື່ອນໄຂການສ້າງຕັ້ງຫ້ອງການຜູ້ຕາງໜ້າຂອງຕ່າງປະເທດ

ມາດຕາ 30 (ປັບປຸງ) ເງື່ອນໄຂການສ້າງຕັ້ງຫ້ອງການຜູ້ຕາງ ໜ້າຂອງຕ່າງປະເທດ ການສ້າງຕັ້ງຫ້ອງການຜູ້ຕາງໜ້າຂອງບໍລິສັດປະກັນໄພ ຕ່າງປະເທດຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1. ມີປະສົບການໃນການດໍາເນີນທຸລະກິດປະກັນໄພມາ ກ່ອນຢ່າງໜ້ອຍຫ້າປີ; 2. ມີການພົວພັນກັບອົງການຈັດຕັ້ງຂອງລັດຖະບານແຫ່ງ ສປປລາວ. ນອກຈາກນີ້ການສ້າງຕັ້ງຫ້ອງການຜູ້ຕາງໜ້າໃຫ້ປະຕິບັດ ຕາມ ມາດຕາ 47 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງ ທຶນ.


....ມາດຕາ 31 (ປັບປຸງ) ສິດໃນການອອກໃບອະນຸຍາດ

ມາດຕາ 31 (ປັບປຸງ) ສິດໃນການອອກໃບອະນຸຍາດ ກະຊວງແຜນການແລະການລົງທຶນເປັນຜູ້ອອກໃບອະນຸ ຍາດສ້າງຕັ້ງຫ້ອງການຜູ້ຕາງໜ້າປະກັນໄພຕ່າງປະເທດບົນພື້ນ ຖານການຕົກລົງເຫັນດີທາງດ້ານວິຊາການຈາກກະຊວງການ ເງິນໂດຍສອດຄ່ອງກັບລະບຽບກົດໝາຍຂອງ ສປປລາວ.

....ມາດຕາ 32 (ປັບປຸງ) ຄໍາຮ້ອງຂໍອະນຸຍາດສ້າງຕັ້ງແລະດໍາເນີນທຸລະກິດປະກັນໄພແລະນາຍໜ້າປະກັນໄພຮ່ວມທຶນກັບຕ່າງປະເທ

ມາດຕາ 32 (ປັບປຸງ) ຄໍາຮ້ອງຂໍອະນຸຍາດສ້າງຕັ້ງແລະດໍາເນີນ ທຸລະກິດປະກັນໄພແລະນາຍໜ້າປະກັນໄພຮ່ວມທຶນກັບຕ່າງປະເທດ ນອກຈາກບັນດາລາຍການທີ່ໄດ້ກໍານົດໄວ້ໃນມາດຕາ 20, 21, 22, 23 ແລະ 24 ຂອງກົດໝາຍສະບັບນີ້ການຂໍອະນຸຍາດ ສ້າງຕັ້ງແລະດໍາເນີນທຸລະກິດຂອງບໍລິສັດປະກັນໄພຫຼືນາຍໜ້າປະ ກັນໄພຮ່ວມທຶນກັບຕ່າງປະເທດຕ້ອງປະກອບດ້ວຍເອກະສານດັ່ງ ນີ້: 1. ກົດລະບຽບຂອງບໍລິສັດແລະໃບອະນຸຍາດສ້າງຕັ້ງແລະ ເຄື່ອນໄຫວທຸລະກິດປະກັນໄພຂອງຜູ້ເຂົ້າຮ່ວມ; 2.​ ສັນຍາຮ່ວມທຶນສ້າງຕັ້ງບໍລິສັດ (ຖ້າຫາກແມ່ນການ ຮ່ວມມື); 3. ໃບສະຫຼຸບຊັບສົມບັດແລະບົດລາຍງານການເງິນປະຈໍາ ປີໃນໄລຍະສາມປີຜ່ານມາຂອງຜູ້ເຂົ້າຮ່ວມສ້າງຕັ້ງບໍລິສັດທີ່ຖືກຮັບ ຮອງໂດຍຜູ້ກວດສອບບັນຊີເອກະລາດ; 4. ໃບແຕ່ງຕັ້ງຜູ້ອໍານວນການໃຫຍ່ ຢູ່ ສປປລາວ; 5. ຊື່ເຕັມແລະຊີວະປະຫວັດຂອງຜູ້ສະເໜີຂໍ້ສ້າງຕັ້ງ,ຜູ້ຮ່ວມ ທຶນແລະຜູ້ອໍານວຍການວິສາຫະກິດທີ່ສະເໜີສ້າງຕັ້ງ; 6. ແຜນດໍາເນີນທຸລະກິດປະກັນໄພໃນໄລຍະຫ້າປີທໍາອິດ.


....ມາດຕາ 33 (ໃໝ່) ຄໍາຮ້ອງຂໍອະນຸຍາດສ້າງຕັ້ງຫ້ອງການຜູ້ຕາງໜ້າ

ມາດຕາ 33 (ໃໝ່) ຄໍາຮ້ອງຂໍອະນຸຍາດສ້າງຕັ້ງຫ້ອງການຜູ້ ຕາງໜ້າ ການຂໍອະນຸຍາດສ້າງຕັ້ງຫ້ອງການຜູ້ຕາງນ້າຂອງບໍລິ ສັດປະກັນໄພຕ່າງປະເທດໃນສປປລາວຕ້ອງປະກອບດ້ວຍເອກະ ສານດັ່ງນີ້: 1. ຄໍາຮ້ອງຂໍສ້າງຕັ້ງຫ້ອງການຜູ້ຕາງໜ້າ; 2. ສໍາເນົາໃບອະນຸຍາດສ້າງຕັ້ງແລະດໍາເນີນທຸລະກິດ ຂອງບໍລິສັດປະກັນໄພຕ່າງປະເທດບ່ອນທີ່ສໍານັກງານໃຫຍ່ຂອງ ບໍລິສັດຕັ້ງຢູ່. 3. ໃບສະຫຼຸບຊັບສົມບັດແລະບົດລາຍງານການເງິນປະຈໍາ ປີໃນໄລຍະສາມປີຜ່ານມາຂອງບໍລິສັດປະກັນໄພຕ່າງປະເທດຫຼື ນາຍໜ້າປະກັນໄພຕ່າງປະເທດເຊິ່ງຖືກຮັບຮອງໂດຍຜູ້ກວດສອບ ບັນຊີເອກະລາດ; 4. ໃບແຕ່ງຕັ້ງຫົວໜ້າຫ້ອງການຜູ້ຕາງນ້າຢູ່ສປປລາວ; 5. ຊື່ເຕັມແລະຊີວະປະຫວັດຂອງຫົວນ້າຫ້ອງການຜູ້ຕາງ ໜ້າຢູ່ສປປລາວ. 6. ບົດແນະນໍາຂອງຜູ້ປະກົນໄພຕ່າງປະເທດຫຼືນາຍໜ້າ ປະກັນໄພຕ່າງປະເທດແລະການເຄື່ອນໄຫວທຸລະກິດກັບສະມາຄົມ ແລະອົງການຈັດຕັ້ງອື່ນຂອງສປປລາວ.

....ມາດຕາ 34 (ໃໝ່) ກໍານົດເວລາແລະຄ່າທໍານຽມໃນການອອກໃບອະນຸຍາດແລະການແຈ້ງຂອບເຂດການດໍາເນີນທຸລະກິດ

ມາດຕາ 34 (ໃໝ່) ກໍານົດເວລາແລະຄ່າທໍານຽມໃນການອອກ ໃບອະນຸຍາດແລະການແຈ້ງຂອບເຂດການດໍາເນີນທຸລະກິດ ກໍານົດເວລາແລະຄ່າທໍານຽມໃນການອອກໃບອະນຸຍາດ ແລະການແຈ້ງຂອບເຂດການດໍາເນີນທຸລະກິດທີ່ກ່ຽວຂ້ອງກັບຜູ້ ປະກັນໄພແລະນາຍໜ້າປະກັນໄພທີ່ຮ່ວມທຶນກັບຕ່າງປະເທດແລະ ຫ້ອງການຜູ້ຕາງໜ້າຂອງຜູ້ປະກັນໄພຕ່າງປະເທດຕ້ອງໄດ້ປະຕິ ບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ 22 ແລະ 23 ຂອງກົດໝາຍ ສະບັບນີ້.

....ມາດຕາ 35 (ປັບປຸງ) ຂອບເຂດການດໍາເນີນທຸລະກິດ

ມາດຕາ 35 (ປັບປຸງ) ຂອບເຂດການດໍາເນີນທຸລະກິດ ຂອບເຂດການດໍາເນີນທຸລະກິດຂອງຜູ້ປະກັນໄພແລະນາຍ ໜ້າປະກັນໄພທີ່ຮ່ວມທຶນກັບຕ່າງປະເທດຕ້ອງສອດຄ່ອງກັບບົດບັນ ຍັດຂອງ ມາດຕາ 19 ຂອງກົດໝາຍສະບັບນີ້. ສໍາລັບຫ້ອງການຜູ້ຕາງໜ້າຂອງຜູ້ປະກັນໄພຕ່າງປະເທດ ນັ້ນໃຫ້ປະຕິບັດຕາມ ມາດຕາ 47 ຂອງກົດໝາຍວ່າດ້ວຍການສົ່ງ ເສີມການລົງທຶນ.

....ມາດຕາ 36 (ປັບປຸງ) ການຖອນໃບອະນຸຍາດ

ມາດຕາ 36 (ປັບປຸງ) ການຖອນໃບອະນຸຍາດ ຜູ້ປະກັນໄພຫຼືນາຍໜ້າປະກັນໄພຂອງຕ່າງປະເທດທີ່ຕັ້ງຢູ່ ສປປລາວ ຕ້ອງຖືກຖອນໃບອະນຸຍາດສ້າງຕັ້ງແລະດໍາເນີນທຸລະ ກິດ,ຖ້າວ່າໃບອະນຸຍາດສ້າງຕັ້ງແລະດໍາເນີນທຸລະກິດນັ້ນຫາກ ຖືກຖອນຢູ່ບ່ອນທີ່ສໍານັກງານໃຫຍ່ຂອງວິສາຫະກິດຕ່າງປະເທດ ຕັ້ງຢູ່. ຫ້ອງການຜູ້ຕາງໜ້າຂອງຜູ້ປະກັນໄພຕ່າງປະເທດຕ້ອງ ຖືກຖອນໃບອະນຸຍາດສ້າງຕັ້ງຖ້າວ່າໃບອະນຸຍາດດັ່ງກ່າວຫາກ ຖືກຖອນຢູ່ບ່ອນທີ່ສໍານັກງານໃຫຍ່ຂອງວິສາຫະກິດຕ່າງປະເທດ ຕັ້ງຢູ່. ນອກຈາກນີ້ໃບອະນຸຍາດດັ່ງກ່າວກໍ່ຈະຖືກຖອນເມື່ອຜູ້ປະ ກັນໄພຫຼືນາຍໜ້າປະກັນໄພຫຼືຫ້ອງການຜູ້ຕາງໜ້າຂອງຕ່າງປະ ເທດນັ້ນໄດ້ລະເມີດລະບຽບກົດໝາຍຂອງ ສປປລາວ.

..ພາກທີ 5 ສັນຍາປະກັນໄພ


...ໝວດທີ 1 ຫຼັກການກ່ຽວກັບສັນຍາປະກັນໄພ


....ມາດຕາ 37 (ປັບປຸງ) ສັນຍາປະກັນໄພ

ມາດຕາ 37 (ປັບປຸງ) ສັນຍາປະກັນໄພ ສັນຍາປະກັນໄພແມ່ນການຕົກລົງລະຫວ່າງຜູ້ຊື້ການປະ ກັນໄພກັບຜູ້ປະກັນໄພເຊິ່ງຜູ້ຊື້ການປະກັນໄພຕ້ອງຈ່າຍຄ່າທໍາ ນຽມປະກັນໄພແລະຜູ້ປະກັນໄພຕ້ອງຈ່າຍສິນທົດແທນປະກັນໄພ ຫຼືທົດແທນຄ່າເສຍຫາຍໃຫ້ຜູ້ຊື້ການປະກັນໄພຫຼືບຸກຄົນທີ່ໄດ້ຮັບ ການປະກັນໄພໃນກໍລະນີເກີດຄວາມເສຍຫາຍ.ສັນຍາປະກັນໄພ ແຕ່ລະປະເພດທີ່ມີເປົ້າມາຍການປະກັນໄພຢູ່ສປປລາວ ຕ້ອງເຮັດ ຂຶ້ນກັບຜູ້ປະກັນໄພທີ່ໄດ້ຮັບອະນຸຍາດສ້າງຕັ້ງແລະດໍາເນີນທຸລະ ກິດຢູ່ ສປປລາວ ເທົ່ານັ້ນ. ປະເພດສັນຍາປະກັນໄພມີດັ່ງນີ້: 1. ສັນຍາປະກັນໄພສ່ວນບຸກຄົນ; 2. ສັນຍາປະກັນໄພຊັບສິນ; 3. ສັນຍາປະກັນໄພຄວາມຮັບຜິດຊອບທາງແພ່ງ.

....ມາດຕາ 38 (ເກົ່າ)ເນື້ອໃນຕົ້ນຕໍຂອງສັນຍາປະກັນໄພ

ມາດຕາ 38 (ເກົ່າ)ເນື້ອໃນຕົ້ນຕໍຂອງສັນຍາປະກັນໄພ ສັນຍາປະກັນໄພມີເນື້ອໃນຕົ້ນຕໍດັ່ງນີ້: 1. ຊື່ ແລະ ນາມສະກຸນ, ທີ່ຢູ່ຂອງຄູ່ສັນຍາ; 2. ຕົວບຸກຄົນ ຫຼື ຊັບສົມບັດ ທີ່ເອົາມາປະກັນໄພ; 3. ປະເພດຄວາມສ່ຽງທີ່ເອົາມາປະກັນໄພ; 4. ເວລາເລີ່ມຕົ້ນການປະກັນໄພຄວາມສ່ຽງ; 5. ວົງເງິນປະກັນໄພ; 6. ຄ່າທໍານຽມປະກັນໄພແລະວິທີການຈ່າຍ; 7. ວິທີການແລະເງື່ອນໄຂໃນການແຈ້ງກ່ຽວກັບຄວາມ ເສຍຫາຍທີ່ໄດ້ເກີດຂຶ້ນ; 8. ກໍານົດເວລາຂອງສັນຍາປະກັນໄພແລະການຄໍ້າປະ ກັນ; 9. ຂໍ້ຄວາມທີ່ບົ່ງບອກເຖິງການເປັນໂມຄະຂອງສັນຍາ ປະກັນໄພ,ການເສຍສິດແລະການຢຸດເຊົາສັນຍາປະກັນໄພກ່ອນ ກໍານົດເວລາ; 10. ວິທີການແກ້ໄຂຂໍ້ຂັດແຍ່ງ.

....ມາດຕາ 39 (ປັບປຸງ) ຄວາມສັກສິດຂອງສັນຍາປະກັນໄພ

ມາດຕາ 39 (ປັບປຸງ) ຄວາມສັກສິດຂອງສັນຍາປະກັນໄພ ສັນຍາປະກັນໄພຈະມີຄວາມສັກສິດໄດກໍ່ຕໍ່ເມື່ອຜູ້ປະກັນໄພ ໄດ້ຮັບໜັງສືສະເໜີຈາກຜູ້ໄດ້ຮັບການປະກັນໄພເຊິ່ງປະກອບດ້ວຍ ໜັງສີສະເໜີເອົາການປະກັນໄພ,ໃບຢັ້ງຢືນສຸຂະພາບ,ການແຈ້ງ ການເພີ່ມເຕີມອື່ນໆທີ່ຜູ້ໄດ້ຮັບການປະກັນໄພລົງລາຍເຊັນໄວ້ແລະ ໄດ້ມີການຈ່າຍຄ່າທໍານຽມງວດທໍາອິດເຊິ່ງເຮັດໃຫ້ຜູ້ປະກັນໄພຕົກ ລົງເຮັດສັນຍາແລະອອກສັນຍາໃຫ້.ໜັງສືສະເໜີປະກັນໄພຍັງບໍ່ ທັນແມ່ນການຜູກມັດລະຫວ່າງຜູ້ໄດ້ຮັບການປະກັນໄພແລະຜູ້ປະ ກັນໄພ,ມີແຕ່ໃບປະກັນໄພຫຼືບັນທຶກການຄຸ້ມກັນເທົ່ານັ້ນຈຶ່ງເຮັດໃຫ້ ຜູ້ໄດ້ຮັບການປະກັນໄພແລະຜູ້ປະກັນໄພມີຂໍ້ຜູກພັນຕໍ່ກັນ.

....ມາດຕາ 40 (ປັບປຸງ) ໃບປະກັນໄພ

ມາດຕາ 40 (ປັບປຸງ) ໃບປະກັນໄພ ໃບປະກັນໄພແມ່ນເອກະສານສັນຍາທີ່ກໍານົດເງື່ອນໄຂທົ່ວ ໄປ,ສັນຍາປະກັນໄພຈະມີຜົນບັງຄັບໃຊ້ໄດ້ກໍ່ຕໍ່ເມື່ອຫາກໄດ້ມີການ ຕົກລົງຮັບເອົາບັນດາເງື່ອນໄຂທົ່ວໄປຂອງຄູ່ສັນຍາໂດຍມີໃບປະ ກັນໄພເປັນຫຼັກຖານຢັ້ງຢືນແລະອອກໃຫ້ໂດຍບໍລິສັດປະກັນໄພ ພາຍຫຼັງທີ່ຜູ້ຊື້ການປະກັນໄພໄດ້ຈ່າຍຄ່າທໍານຽມປະກັນໄພແລ້ວ. ໃບປະກັນໄພຕ້ອງເຮັດເປັນລາຍລັກອັກສອນທີ່ອ່ານໄດ້ ງ່າຍແລະເປັນພາສາລາວ,ໃນກໍລະນີທີ່ຈໍາເປັນອາດຈະເຮັດເປັນ ພາສາຕ່າງປະເທດຕື່ມອີກກໍ່ໄດ້.ເມື່ອຕ້ອງການເພີ່ມເຕີມຫຼືປ່ຽນ ແປງຂໍ້ຄວາມໃນໃບປະກັນໄພນັ້ນຄູ່ສັນຍາຕ້ອງເຮັດເປັນສັນຍາ ເພີ່ມເຕີມອີກ.

....ມາດຕາ 41 (ປັບປຸງ) ກໍານົດເວລາຂອງສັນຍາປະກັນໄພ

ມາດຕາ 41 (ປັບປຸງ) ກໍານົດເວລາຂອງສັນຍາປະກັນໄພ ສັນຍາປະກັນໄພທຸກປະເພດຕ້ອງມີກໍານົດເວລາທີ່ແນ່ນອນ ຕາມການຕົກລົງຂອງຄູ່ສັນຍາແລະສາມາດຕໍ່ໄດ້ບົນພື້ນຖານການ ຕົກລົງຂອງຄູ່ສັນຍາ.

....ມາດຕາ 42 (ໃໝ່) ການດັດແກ້ສັນຍາປະກັນໄພ

ມາດຕາ 42 (ໃໝ່) ການດັດແກ້ສັນຍາປະກັນໄພ ສັນຍາປະກັນໄພຈະດັດແກ້ໄດ້ກໍ່ຕໍ່ເມື່ອໄດ້ຮັບການຕົກລົງ ເຫັນດີລະຫວ່າງຄູ່ສັນຍາ. ກນດັດແກ້ນັ້ນຈະມີຜົນບັງຄັບໃຊ້ກໍ່ຕໍ່ເມື່ອຜູ້ປະກັນໄພໄດ້ບັນ ທຶກການດັດແກ້ເຂົ້າໃນສັນຍາຫຼືອອກເອກະສານຄັດຕິດໃຫ້ແລ້ວ ເທົ່ານັ້ນ.

....ມາດຕາ 43​ (ປັບປຸງ) ການສິ້ນສຸດສັນຍາປະກັນໄພ

ມາດຕາ 43​ (ປັບປຸງ) ການສິ້ນສຸດສັນຍາປະກັນໄພ ສັນຍາປະກັນໄພຈະສິ້ນສຸດລົງໃນກໍລະນີໃດໜຶ່ງດັ່ງນີ້: 1. ສັນຍາປະກັນໄພໝົດອາຍຸໂດຍບໍ່ມີການຕໍ່ກໍານົດເວລາ; 2. ຄູ່ສັນຍາຝ່າຍໃດໜຶ່ງໄດ້ລະເມີດສັນຍາປະກັນໄພຫຼືບໍ່ປະ ຕິບັດຕາມເງື່ອນໄຂທີ່ໄດ້ຕົກລົງກັນ; 3. ຊັບສິນທີ່ເອົາໄປປະກັນນັ້ນຖືກສູນຫາຍຫຼືຖືກທໍາລາຍ; 4. ຄູ່ສັນຍາຕົກລົງຍົກເລີກສັນຍາປະກັນໄພດ້ວຍຄວາມ ສະໝັກໃຈ; 5. ຜູ້ຊື້ການປະກັນໄພມີການຕົວະລ່າຍ,ຜິດບັງ,ເຊື່ອງອໍາ ເປົ້າໝາຍປະກັນໄພໂດຍເຈດຕະນາ; 6. ສານຕັດສິນໃຫ້ສັນຍາປະກັນໄພເປັນໂມຄະຫຼືໃຫ້ບໍລິສັດ ປະກັນໄພລົ້ມລະລາຍ. ....ມາດຕາ 44 (ໃໝ່) ການສະເໜອງຂໍ້ມູນ

ມາດຕາ 44 (ໃໝ່) ການສະເໜອງຂໍ້ມູນ ຜູ້ປະກັນໄພມີຄວາມຮັບຜິດຊອບສະໜອງຂໍ້ມູນຄົບຖ້ວນທີ່ ພົວພັນເຖິງສັນຍາປະກັນໄພ,ອະທິບາຍບັນດາເງື່ອນໄຂ,ເນື້ອໃນ ຂອງສັນຍາປະກັນໄພໃຫ້ຜູ້ຊື້ການປະກັນໄພ,ສ່ວນຜູ້ຊື້ການປະກັນ ໄພກໍ່ຮັບຜິດຊອບສະໜອງຂໍ້ມູນຄົບຖ້ວນທີ່ພົວພັນເຖິງການປະກັນ ໄພ,ໃຫ້ຄວາມຈະແຈ້ງ,ລະອຽດຄົບຖ້ວນຂອງຂໍ້ມູນນັ້ນ,ຜູ້ປະກັນໄພ ຮັກສາຄວາມລັບກ່ຽວກັບຂໍ້ມູນທີ່ຜູ້ຊື້ການປະກັນໄພໄດ້ສະໜອງໃຫ້. ຜູ້ປະກັນໄພມີສິດໂຈະຫຼືຍົກເລີກການປະຕິບັດສັນຍາປະກັນ ໄພແລະເກັບຄ່າທໍານຽມປະກັນໄພຖ້າຫາກຜູ້ຊື້ການປະກັນໄພມີພຶດ ຕິກໍາໃດໜຶ່ງດັ່ງນີ້: 1. ເຈັດຕະນາສະໜອງຂໍ້ມູນທີ່ບໍ່ຖືກຕາມຄວາມຈິງເພື່ອ ຫວັງໄດ້ສັນຍາປະກັນໄພແລະຮັບເງິນປະກັນໄພຫຼືໄດ້ຮັບສິນປະກັນ ໄພ; 2. ບໍ່ສະໜອງຂໍ້ມູນໃຫ້ຜູ້ປະກັນໄພຕາມການກໍານົດໃນມາດ ຕາ 38 ແລະ ມາດຕາ 39 ຂອງກົດໝາຍສະບັບນີ້. ໃນກໍລະນີຜູ້ປະກັນໄພມີເຈດຕະນາສະໜອງຂໍ້ມູນທີ່ບໍ່ຖືກຕາມ ຄວາມຈິງແລ້ວຜູ້ຊື້ການປະກັນໄພມີສິດໂຈະຫຼືຍົກເລີກການປະຕິບັດ ສັນຍາປະກັນໄພທີ່ໄດ້ຮັບ,ແຕ່ຜູ້ປະກັນໄພຕ້ອງທົດແທນຄວາມເສຍ ຫາຍທີ່ເກີດຂຶ້ນຈາກການສະໜອງຂໍ້ມູນຂອງຕົນທີ່ບໍ່ຖືກຕ້ອງ.

....ມາດຕາ 45 (ໃໝ່) ການປ່ຽນແປງລະດັບຄວາມສ່ຽງ

ມາດຕາ 45 (ໃໝ່) ການປ່ຽນແປງລະດັບຄວາມສ່ຽງ ຖ້າຫາກມີການປ່ຽນແປງໃນບັນດາປັດໄຈຄວາມສ່ຽງ ເຊິ່ງເຮັດໃຫ້ພື້ນຖານການຄິດໄລ່ຄ່າທໍານຽມປະກັນໄພຫຼຸດລົງ,ຜູ້ ຊື້ການປະກັນໄພມີສິດຮຽກຮ້ອງໃຫ້ຜູ້ປະກັນໄພຫຼຸດຄ່າທໍານຽມ ປະກັນໄພສໍາລັບໄລຍະເວລາຂອງສັນຍາປະກັນໄພທີ່ຍັງເຫຼືອ. ຖ້າ ຜູ້ປະກັນໄພຫາກບໍ່ຍອມຫຼຸດຄ່າທໍານຽມປະກັນໄພຜູ້ຊື້ການປະກັນໄພ ມີສິດຍົກເລີກສັນຍາປະກັນໄພແຕ່ພຽງຝ່າຍດຽວແຕ່ຕ້ອງແຈ້ງ ເປັນລາຍລັກອັກສອນໃຫ້ຜູ້ປະກັນໄພຊາບໃນທັນທີພ້ອມທັງສໍາເນົາ ໜັງສືແຈ້ງໃຫ້ກະຊວງການເງິນ. ຖ້າຫາກມີການປ່ຽນແປງໃນບັນດາປັດໄຈຄວາມສ່ຽງເຊິ່ງ ເຮັດໃຫ້ພື້ນຖານການຄິດໄລ່ຄ່າທໍານຽມປະກັນໄພເພີ່ມຂຶ້ນ,ຜູ້ປະ ກັນໄພມີສິດຄິດໄລ່ຄ່າທໍານຽມປະກັນໄພຄືນໃໝ່ສໍາລັບໄລຍະເວ ລາຂອງສັນຍາປະກັນໄພທີ່ຍັງເຫຼືອ.ໃນກໍລະນີຜູ້ຊື້ການປະກັນໄພ ຫາກບໍ່ຍອມຈ່າຍຄ່າທໍານຽມປະກັນໄພເພີ່ມຜູ້ປະກັນໄພມີສິດຍົກ ເລີກສັນຍາປະກັນໄພແຕ່ພຽງຝ່າຍດຽວແຕ່ຕ້ອງແຈ້ງເປັນລາຍ ລັກອັກສອນໃຫ້ຜູ້ຊື້ການປະກັັນໄພຊາບໃນທັນທີພ້ອມທັງສໍາເນົາ ໜັງສືແຈ້ງໃຫ້ກະຊວງການເງິນ.

....ມາດຕາ 46 (ປັບປຸງ) ກໍານົດເວລາການຮຽກຮ້ອງສິນປະກັນໄພຫຼືການທົດແທນຄ່າເສຍຫາຍ

ມາດຕາ 46 (ປັບປຸງ) ກໍານົດເວລາການຮຽກຮ້ອງສິນປະກັນໄພ ຫຼືການທົດແທນຄ່າເສຍຫາຍ ການຮຽກຮ້ອງສິນປະກັນໄພຫຼືການທົດແທນຄ່າເສຍຫາຍ ໃຫ້ປະຕິບັດດັ່ງນີ້: 1. ໃຫ້ປະຕິບັດພາຍໃນກໍານົດເວລາໜຶ່ງປີນັບແຕ່ວັນເຫດ ການປະກັນໄພໄດ້ເກີດຂຶ້ນ,ສ່ວນເຫດສຸດວິໄສຫຼືເຫດບັງເອີນນັ້ນບໍ່ ໃຫ້ຄິດໄລ່ເຂົ້າໃນກໍານົດເວລາການຈ່າຍສິນປະກັນໄພຫຼືການທົດ ແທນຄ່າເສຍຫາຍ; 2. ໃນກໍລະນີຜູ້ຊື້ການປະກັນໄພຫາກບໍ່ຮູ້ວັນເກີດເຫດການ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຂອງມາດຕານີ້ກໍານົດເວລາດັ່ງກ່າວ ໃຫ້ຄິດໄລ່ນັບແຕ່ວັນຜູ້ຊື້ການປະກັນໄພໄດ້ຮູ້ເປັນຕົ້ນໄປ; 3. ໃນກໍລະນີບຸກຄົນທີ່ສາມຫາກຮຽກຮ້ອງໃຫ້ຜູ້ຊື້ການປະ ກັນໄພໃຊ້ແທນຄ່າເສຍຫາຍທີ່ຖືກຄຸ້ມກັນຕາມສັນຍາປະກັນໄພ,ກໍາ ນົດເວລາຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂອງມາດຕານີ້ໃຫ້ຄິດໄລ່ ນັບແຕ່ວັນທີ່ບຸກຄົນທີສາມໄດ້ຮຽກຮ້ອງ.

ກະຊວງການເງິນເປັນຜູ້ອອກລະບຽບກ່ຽວກັບການບໍລິ ຫານຄຸ້ມຄອງກອງທຶນປະກັນໄພເພື່ອຈ່າຍລ່ວງໜ້າໃຫ້ແກ່ຜູ້ຊື້ການ ປະກັນໄພໃນກໍລະນີເກີດອຸປະຕິເຫດ.

....ມາດຕາ 47 (ປັບປຸງ) ການຈ່າຍສິນປະກັນໄພ ຫຼື ການທົດແທນຄ່າເສຍຫາຍ

ມາດຕາ 47 (ປັບປຸງ) ການຈ່າຍສິນປະກັນໄພ ຫຼື ການທົດ ແທນຄ່າເສຍຫາຍ ຖ້າຫາກເຫດການເກີດຂຶ້ນ,ຜູ້ປະກັນໄພຕ້ອງຈ່າຍສິນປະກັນ ໄພຫຼືທົດແທນຄ່າເສຍຫາຍຕາມໄລຍະເວລາທີ່ໄດ້ຕົກລົງກັນໃນສັນ ຍາປະກັນໄພ. ໃນກໍລະນີທີ່ບໍ່ໄດ້ຕົກລົງກັນກ່ຽວກັບໄລຍະເວລາ ຜູ້ປະກັນໄພຕ້ອງຈ່າຍສິນປະກັນໄພຫຼືທົດແທນຄ່າເສຍຫາຍພາຍໃນ ສາມສິບວັນນັບແຕ່ວັນໄດ້ຮັບເອກະສານຄົບຖ້ວນຖືກຕ້ອງກ່ຽວກັບ ການຮຽກຮ້ອງເອົາສິນປະກັນໄພຫຼືການທົດແທນຄ່າເສຍຫາຍ.


....ມາດຕາ 48 (ປັບປຸງ) ອາຍຸຄວາມໃນການຮ້ອງຟ້ອງ

ມາດຕາ 48 (ປັບປຸງ) ອາຍຸຄວາມໃນການຮ້ອງຟ້ອງ ການຮ້ອງຟ້ອງທີ່ເນື່ອງມາຈາກສັນຍາປະກັນໄພໃຫ້ດໍາ ເນີນພາຍໃນກໍານົດສາມປີນັບແຕ່ວັນທີ່ຂໍ້ຂັດແຍ່ງເກີດຂຶ້ນເປັນຕົ້ນ ໄປ. ອາຍຸຄວາມຈະຖືກໂຈະຕາມທີ່ໄດ້ກໍານົດໄວ້ໃນມາດຕາ 30 ຂອງກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາແລະນອກສັນຍາຖ້າ ຫາກມີເຫດຜົນພຽງພໍແລະໄດ້ມີການແຕ່ງຕັ້ງຜູ້ຊ່ຽວຊານພິສູດ ຄວາມຈິງພາຍຫຼັງທີ່ຄວາມເສຍຫາຍໄດ້ເກີດຂຶ້ນ. ....ມາດຕາ 49 (ໃໝ່)ການໂອນສັນຍາປະກັນໄພ

ມາດຕາ 49 (ໃໝ່)ການໂອນສັນຍາປະກັນໄພ ສັນຍາປະກັນໄພທີ່ມີໜຶ່ງຫຼືຫຼາຍຮູບແບບປະກັນໄພສາມາດ ໂອນໃຫ້ກັນໄດ້ລະຫວ່າງຜູ້ປະກັນໄພດ້ວຍກັນບົນພື້ນຖານຕົກລົງ ຂອງຜູ້ປະກັນໄພດັ່ງກ່າວ. ການໂອນສັນຍາປະກັນໄພຕ້ອງແຈ້ງໃຫ້ກະຊວງການເງິນ ຊາບ.

....ມາດຕາ 50 (ໃໝ່) ເງື່ອນໄຂການໂອນສັນຍາປະກັນໄພ

ມາດຕາ 50 (ໃໝ່) ເງື່ອນໄຂການໂອນສັນຍາປະກັນໄພ ການໂອນສັນຍາປະກັນໄພຕ້ອງປະຕິບັດດັ່ງນີ້: 1. ສັນຍາປະກັນໄພທີ່ໂອນໃຫ້ກັນຕ້ອງເປັນຮູບແບບການ ປະກັນໄພຊະນິດຽວກັນ; 2. ສິດແລະພັນທະທີ່ໄດ້ກໍານົດໄວ້ໃນສັນຍາປະກັນໄພບໍ່ໃຫ້ ມີການປ່ຽນແປງຕະຫຼອດໄລຍະສັນຍາປະກັນໄພ; 3. ຜູ້ປະກັນໄພທີ່ຮັບການໂອນສັນຍາປະກັນໄພຕ້ອງມີ ຄວາມໝັ້ນຄົງທາງດ້ານການເງິນແລະມີຄັງສໍາຮອງຕາມທີ່ໄດ້ ກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາ 51 (ໃໝ່) ຂັ້ນຕອນການໂອນສັນຍາປະກັນໄພ

ມາດຕາ 51 (ໃໝ່) ຂັ້ນຕອນການໂອນສັນຍາປະກັນໄພ ການໂອນສັນຍາປະກັນໄພຕ້ອງປະຕິບັດຕາມຂັ້ນຕອນດັ່ງ ນີ້: 1. ເຫດຜົນ,ແຜນການໂອນພ້ອມດ້ວຍສໍາເນົາສັນຍາປະ ກັນໄພຕ້ອງສະເໜີຕໍ່ກະຊວງການເງິນ; 2. ການໂອນສັນຍາປະກັນໄພຈະຖືກປະຕິບັດໄດ້ກໍ່ຕໍ່ເມື່ອ ມີການແຈ້ງການເປັນລາຍລັກອັກສອນຂອງກະຊວງການເງິນ; 3. ຜູ້ປະກັນໄພຕ້ອງເປີດເຜີຍກ່ຽວກັບການໂອນແລະແຈ້ງ ໃຫ້ຜູ້ຊື້ການປະກັນໄພຮັບຮູ້ເປັນລາຍລັກອັກສອນພາຍໃນສາມສິບ ວັນນັບແຕ່ວັນທີ່ໄດ້ຮັບແຈ້ງການດັ່ງກ່າວເປັນຕົ້ນໄປ.

...ໝວດທີ 2 ສັນຍາປະກັນໄພສ່ວນບຸກຄົນ


....ມາດຕາ 52 (ປັບປຸງ) ສັນຍາປະກັນໄພສ່ວນບຸກຄົນ

ມາດຕາ 52 (ປັບປຸງ) ສັນຍາປະກັນໄພສ່ວນບຸກຄົນ ສັນຍາປະກັນໄພສ່ວນບຸກຄົນແມ່ນສັນຍາປະກັນຄວາມສ່ຽງ ຕໍ່ຊີວິດ,ສຸຂະພາບແລະອຸປະຕິເຫດດ້ານຮ່າງກາຍ. ຜູ້ຊື້ການປະກັນໄພສາມາດຊື້ການປະກັນໄພໃຫ້ບັນດາບຸກ ຄົນດັ່ງນີ້: 1. ຕົນເອງ; 2. ຜົວ,ເມຍ,ລູກ,ພໍ່ແມ່,ອ້າຍເອື້ອຍນ້ອງຂອງຕົນ; 3. ບຸກຄົນອື່ນ,ຖ້າຫາກຜູ້ຊື້ການປະກັນໄພມີສ່ວນໄດ້ສ່ວນ ເສຍນໍາບຸກຄົນດັ່ງກ່າວ.

....ມາດຕາ 53 (ໃໝ່) ສັນຍາປະກັນຊີວິດ,ສຸຂະພາບແລະອຸປະຕິເຫດດ້ານຮ່າງກາຍ

ມາດຕາ 53 (ໃໝ່) ສັນຍາປະກັນຊີວິດ,ສຸຂະພາບແລະອຸປະຕິ ເຫດດ້ານຮ່າງກາຍ ສັນຍາປະກັນຊີວິດແມ່ນສັນຍາທີ່ແນໃສ່ຮັບສິນປະກັນໄພ ໃນກໍລະນີຜູ້ໄດ້ຮັບການປະກັນໄພເສຍຊີວິດ,ເຊິ່ງຜູ້ປະກັນໄພຕ້ອງ ໄດ້ຈ່າຍໃຫ້ຜູ້ໄດ້ຮັບຜົນປະໂຫຍດຕາມທີ່ໄດ້ກໍານົດໄວ້ໃນສັນຍາ. ສັນຍາປະກັນສຸຂະພາບແມ່ນສັນຍາທີ່ແນໃສ່ທົດແທນຄ່າ ໃຊ້ຈ່າຍຄ່າປິ່ນປົວຕາມທີ່ໄດ້ກໍານົດໄວ້ໃນສັນຍາໃນກໍລະນີເຈັບ ເປັນ. ສັນຍາປະກັນອຸປະຕິເຫດດ້ານຮ່າງກາຍແມ່ນສັນຍາທີ່ແນ ໃສ່ທົດແທນຄ່າໃຊ້ຈ່າຍຕາມທີ່ໄດ້ກໍານົດໄວ້ໃນສັນຍາໃນກໍລະນີ ເຈັບເປັນ,ພິການຫຼືເສຍຊີວິດຍ້ອນອຸປະຕິເຫດ.


....ມາດຕາ 54 (ໃໝ່) ການແຈ້ງອາຍຸໃນການປະກັນຊີວິດ

ມາດຕາ 54 (ໃໝ່) ການແຈ້ງອາຍຸໃນການປະກັນຊີວິດ ຜູ້ຊື້ການປະກັນໄພມີພັນທະແຈ້ງອາຍຸຂອງຜູ້ໄດ້ຮັບການປະ ກັນໄພໃຫ້ຖືກຕ້ອງໃນເວລາເຮັດສັນຍາປະກັນໄພ,ຂໍ້ມູນດັ່ງກ່າວ ເປັນພື້ນຖານໃນການຄິດໄລ່ຄ່າທໍານຽມປະກັນໄພ. ໃນກໍລະນີທີ່ຜູ້ຊື້ການປະກັນໄພຫາກແຈ້ງອາຍຸຂອງຜູ້ໄດ້ຮັບ ການປະກັນໄພບໍ່ຖືກຕ້ອງກັບອາຍຸທີ່ແທ້ຈິງຂອງຜູ້ໄດ້ຮັບການປະ ກັນໄພເຊິ່ງອາຍຸຂອງບຸກຄົນດັ່ງກ່າວບໍ່ຢູ່ໃນຂອບເຂດທີ່ສາມາດ ເອົາປະກັນໄພໄດ້,ຜູ້ປະກັນໄພມີສິດຍົກເລີກສັນຍາປະກັນໄພໂດຍ ຫັກຄ່າໃຊ້ຈ່າຍຕ່າງໆໄວ້ກ່ອນຈະສົ່ງຄ່າທໍານຽມປະກັນໄພຄືນໃຫ້ ແກ່ຜູ້ຊື້ການປະກັນໄພ. ໃນກໍລະນີທີ່ສັນຍາປະກັນຊີວິດຫາກໄດ້ມີຜົນບັງຄັບຢ່າງຕໍ່ ເນື່ອງແຕ່ສອງປີຂຶ້ນໄປ,ຜູ້ປະກັນໄພຕ້ອງຈ່າຍເງິນໄຖ່ຖອນສັນຍາ ໃຫ້ແກ່ຜູ້ຊື້ການປະກັນໄພຕາມທີ່ໄດ້ກໍານົດໄວ້ໃນສັນຍາປະກັນໄພ. ໃນກໍລະນີທີ່ຜູ້ຊື້ການປະກັນໄພແຈ້ງອາຍຸຂອງຜູ້ໄດ້ຮັບການ ປະກັນໄພບໍ່ຖືກຕ້ອງ,ເຊິ່ງອາຍຸທີ່ແທ້ຈິງຂອງຜູ້ໄດ້ຮັບການປະກັນ ໄພແມ່ນຢູ່ໃນຂອບເຂດທີ່ສາມາດເອົາປະກັນໄພໄດ້ເຊິ່ງເປັນຜົນ ເຮັດໃຫ້ຄ່າທໍານຽມປະກັນໄພເກັບບໍ່ພຽງພໍ,ຜູ້ປະກັນໄພມີສິດຮຽກ ຮ້ອງໃຫ້ຜູ້ຊື້ການປະກັນໄພຕ້ອງຈ່າຍຄ່າທໍານຽມເພີ່ມເຕີມໃຫ້ຖືກ ຕ້ອງຕາມຄ່າທໍານຽມທີ່ໄດ້ຕົກລົງກັນໄວ້ໃນສັນຍາປະກັນໄພຫຼື ອາດຫຼຸດວົງເງິນຄຸ້ມກັນໃຫ້ຖືກຕ້ອງຕາມຄ່າທໍານຽມປະກັນໄພທີ່ ໄດ້ຈ່າຍຕົວຈິງ. ໃນກໍລະນີທີ່ຜູ້ຊື້ການປະກັນໄພຫາກແຈ້ງອາຍຸຂອງຜູ້ໄດ້ຮັບ ການປະກັນໄພບໍ່ຖືກຕ້ອງເຊິ່ງອາຍຸທີ່ແທ້ຈິງຂອງຜູ້ໄດ້ຮັບການປະ ກັນໄພແມ່ນຢູ່ໃນຂອບເຂດທີ່ສາມາດເອົາປະກັນໄພໄດ້ເຊິ່ງເປັນ ຜົນເຮັດໃຫ້ການເກັບຄ່າທໍານຽມປະກັນໄພເກີນ,ຜູ້ປະກັນໄພຕ້ອງ ສົ່ງຄ່າທໍານຽມປະກັນໄພທີ່ເກັບເກີນນັ້ນໃຫ້ແກ່ຜູ້ຊື້ການປະກັນໄພ ຄືນຫຼືອາດເພີ່ມວົງເງິນຄຸ້ມກັນໃຫ້ສອດຄ່ອງກັບຄ່າທໍານຽມປະກັນ ໄພທີ່ໄດ້ຈ່າຍຕົວຈິງ.

....ມາດຕາ 55 (ໃໝ່) ການຈ່າຍຄ່າທໍານຽມປະກັນຊີວິດ

ມາດຕາ 55 (ໃໝ່) ການຈ່າຍຄ່າທໍານຽມປະກັນຊີວິດ ຜູ້ຊື້ການປະກັນໄພຈະຈ່າຍຄ່າທໍານຽມປະກັນໄພເທື່ອດຽວ ຫຼືຫຼາຍເທື່ອຕາມທີ່ໄດ້ກໍານົດໄວ້ໃນສັນຍາປະກັນໄພ,ໃນກໍລະນີທີຜູ້ ປະກັນໄພຫາກຕົກລົງໃຫ້ຈ່າຍຄ່າທໍານຽມເປັນສາມເດືອນ,ຫົກ ເດືອນຫຼືຫຼາຍກວ່ານັ້ນ,ຄ່າທໍານຽມທີ່ຄ້າງຈ່າຍໃຫ້ຜູ້ປະກັນໄພຖືວ່າ ເປັນໜີ້ສິນທີ່ຜູ້ປະກັນໄພມີສິດຫັກອອກຈາກຈໍານວນເງິນສິນປະກັນ ໄພທີ່ຕ້ອງຈ່າຍຕາມສັນຍາ. ໃນກໍລະນີຜູ້ຊື້ການປະກັນໄພທີ່ຕ້ອງຈ່າຍຄ່າທໍານຽມປະກັນ ໄພຫຼາຍເທື່ອ,ເຊິ່ງຜູ້ກ່ຽວໄດ້ຈ່າຍມາແລ້ວບໍ່ເກີນສອງປີແຕ່ບໍ່ສືບ ຕໍ່ຈ່າຍຕໍ່ໄປອີກສອງເດືອນຕິດຕໍ່ກັນ,ຜູ້ປະກັນໄພມີສິດໂຈະການປະ ຕິບັດສັນຍາປະກັນໄພໄວ້ແລະຜູ້ຊື້ການປະກັນໄພບໍ່ມີສິດທວງເອົາ ຄ່າທໍານຽມປະກັນໄພທີ່ໄດ້ຈ່າຍໄປແລ້ວນັ້ນຄືນຈົນກວ່າຜູ້ກ່ຽວຈະ ໄດ້ສືບຕໍ່ຈ່າຍຄ່າທໍານຽມທີ່ຍັງຄັ້ງນັ້ນ.ຖ້າວ່າຜູ້ກ່ຽວຫາກບໍ່ຊໍາລະ ຄ່າທໍານຽມປະກັນໄພທີ່ຍັງຄ້າງພາຍໃນສອງປີ ຜູ້ກ່ຽວບໍ່ມີສິດທີ່ ຈະທວງເອົາຄ່າທໍານຽມປະກັນໄພທີ່ໄດ້ຈ່າຍໄປແລ້ວນັ້ນຄືນເວັ້ນ ເສຍແຕ່ໄດ້ມີການຕົກລົງກັນໄວ້ຢ່າງອື່ນໃນສັນຍາປະກັນໄພ. ໃນກໍລະນີຜູ້ຊື້ການປະກັນໄພຫາກໄດ້ຈ່າຍຄ່າທໍານຽມປະ ກັນໄພແຕ່ສອງປີຂຶ້ນໄປແລະຜູ້ປະກັນໄພໄດ້ໂຈະການປະຕິບັດສັນ ຍາປະກັນໄພຕາມທີ່ໄດ້ກໍານົດໄວ້ໃນວັກ ສອງ ຂອງມາດຕານີ້. ຜູ້ ປະກັນໄພຕ້ອງຈ່າຍຄ່າທໍານຽມປະກັນໄພຄືນໃຫ້ແກ່ຜູ້ຊື້ການປະ ກັນໄພເວັ້ນເສຍແຕ່ໄດ້ມີການຕົກລົງກັນໄວ້ຢ່າງອື່ນໃນສັນຍາປະ ກັນໄພ. ຄູ່ສັນຍາອາດຕົກລົງສືບຕໍ່ປະຕິບັດສັຍາປະກັນໄພທີ່ໄດ້ຖືກ ໂຈະຕາມທີ່ໄດ້ກໍານົດໄວ້ໃນວັກ ສອງ ຂອງມາດຕານີ້ພາຍໃນກໍາ ນົດໄລຍະເວລາ ສອງປີ ນັບແຕ່ວັນໄດ້ໂຈະນັ້ນເປັນຕົ້ນໄປ.

....ມາດຕາ 56 (ປັບປຸງ) ການມອບໂອນຜົນປະໂຫຍດໃນການປະກັນຊີວິດ

ມາດຕາ 56 (ປັບປຸງ) ການມອບໂອນຜົນປະໂຫຍດໃນການປະ ກັນຊີວິດ ຜູ້ຊື້ການປະກັນໄພທີ່ໄດ້ມອບໂອນຜົນປະໂຫຍດໃນການປະ ກັນຊີວິດໃຫ້ບຸກຄົນອື່ນຕ້ອງໄດ້ບົ່ງບອກເປັນລາຍລັກອັກສອນກ່ຽວ ກັບບຸກຄົນທີ່ໄດ້ຮັບຜົນປະໂຫຍດ ແລະ ວົງເງິນປະກັນໄພພ້ອມທັງ ແຈ້ງໃຫ້ຜູ້ປະກັນໄພຊາບ. ຜູ້ຊື້ການປະກັນໄພສາມາດມອບໂອນຜົນປະໂຫຍດໃນການ ປະກັນຊີວິດໃຫ້ຄົນບ້າໄບ້ເສຍຈິດແລະບຸກຄົນທີ່ມີອາຍຸຕໍ່າກວ່າສິບ ແປດປີໂດຍການເຫັນດີຂອງພໍ່ແມ່ ຫຼື ຜູ້ປົກຄອງຂອງບຸກຄົນດັ່ງ ກ່າວ.

....ມາດຕາ 57 (ໃໝ່) ການຍົກເວັ້ນການຈ່າຍສິນປະກັນໄພ

ມາດຕາ 57 (ໃໝ່) ການຍົກເວັ້ນການຈ່າຍສິນປະກັນໄພ ຜູ້ປະກັນໄພຈະບໍ່ຈ່າຍສິນປະກັນໄພໃນກໍລະນີດັ່ງນີ້: 1. ສັນຍາປະກັນໄພກ່ຽວກັບການເສຍຊີວິດ, ຈະບໍ່ມີຜົນບັງ ຄັບປະຕິບັດຖ້າວ່າຜູ້ໄດ້ຮັບການປະກັນໄພຫາກໄດ້ຂ້າຕົວເອງຕາຍ ແຕ່ຜູ້ປະກັນໄພກໍ່ຍັງຈະຕ້ອງຈ່າຍເງິນໃຫ້ຜູ້ທີ່ມີສິດໄດ້ຮັບຕາມຈໍາ ນວນເທົ່າກັນກັບເງິນທີ່ມີຢູ່ໃນຄັງແຮຕາມສູດຄິດໄລ່ຖ້າວ່າໃບປະ ກັນໄພຫາກໄດ້ກໍານົດວ່າຜູ້ປະກັນໄພຈະຈ່າຍສິນປະກັນໄພໃຫ້ຜູ້ໄດ້ ຮັບການປະກັນໄພໃນກໍລະນີທີ່ຜູ້ກ່ຽວຫາກຂ້າຕົວເອງຕາຍນັ້ນສັນ ຍາປະກັນໄພຈະມີຜົນບັງຄັບປະຕິບັດໄດ້ກໍ່ຕໍ່ເມື່ອເວລາເຮັດໃບປະ ກັນໄພທີ່ເຊັນນໍາກັນໄດ້ຜ່ານພົ້ນໄປສອງປີແລ້ວ. ສັນຍາປະກັນໄພ ກໍ່ຈະບໍ່ມີຜົນບັງຄັບປະຕິບັດເມື່ອຜູ້ໄດ້ຮັບຜົນປະໂຫຍດ ຫາກໄດ້ ເຮັດໃຫ້ຜູ້ໄດ້ຮັບການປະກັນໄພເສຍຊີວິດໂດຍເຈດຕະນາ; 2.​ ບຸກຄົນທີ່ໄດ້ຮັບການປະກັນໄພເສຍຊີວິດ ຫຼື ພິການຖາ ວອນໂດຍເຈດຕະນາຂອງຜູ້ຊື້ການປະກັນໄພ ຫຼື ເຈດຕະນາຂອງ ຜູ້ໄດ້ຮັບຜົນປະໂຫຍດ; 3. ໃນກໍລະນີທີ່ມີຜູ້ໄດ້ຮັບຜົນປະໂຫຍດຫຼາຍຄົນແຕ່ຜູ້ໃດຜູ້ ໜຶ່ງຫາກເຈດຕະນາທໍາຮ້າຍຮ່າງກາຍໃຫ້ຜູ້ໄດ້ຮັບການປະກັນໄພ ເສຍຊີວິດຫຼືພິການຖາວອນ,ບໍລິສັດປະກັນໄພຕ້ອງໄດ້ຈ່າຍສິນປະ ກັນໄພໃຫ້ບັນດາຜູ້ໄດ້ຮັບຜົນປະໂຫຍດອື່ນ ຕາມການຕົກລົງໃນສັນ ຍາປະກັນໄພ; 4. ໃນກໍລະນີທີ່ໄດ້ກໍານົດໄວ້ໃນຂໍ້ 1​ ຂອງມາດຕານີ້, ບໍລິ ສັດປະກັນໄພຕ້ອງຈ່າຍສິນປະກັນໄພທີ່ຍັງເຫຼືອ ຫຼື ຈໍານວນເງິນປະ ກັນໄພທັງມົດທີ່ໄດ້ຈ່າຍໄປນັ້ນ ໃຫ້ຜູ້ຊື້ການປະກັນໄພ ຫຼັງຈາກຫັກ ຄ່າໃຊ້ຈ່າຍທີ່ມີເຫດຜົນ,ຖ້າຜູ້ຊື້ການປະກັນໄພຫາກເສຍຊີວິດ ຈໍາ ນວນເງິນສົ່ງຄືນຈະຖືກແກ້ໄຂຕາມກົດໝາຍວ່າດ້ວຍການສືບທອດ ມູນມໍລະດົກ.

....ມາດຕາ 58 (ໃໝ່) ການຍົກເວັ້ນອາກອນປະກັນໄພບຸກຄົນ

ມາດຕາ 58 (ໃໝ່) ການຍົກເວັ້ນອາກອນປະກັນໄພບຸກຄົນ ການປະກັນໄພບຸກຄົນ ໄດ້ມີການຍົກເວັ້ນອາກອນດັ່ງນີ້: 1. ອາກອນມູນຄ່າເພີ່ມ ຂອງການເຮັດສັນຍາປະກັນຊີວິດ ແລະສັນຍາປະກັນສຸຂະພາບ; 2. ອາກອນລາຍໄດ້ຂອງເງິນຜົນປະໂຫຍດຈາກການເສຍ ຊີວິດຫຼືຈາກການພິການຖາວອນຂອງສັນຍາປະກັນໄພບຸກຄົນ; 3. ອາກອນລາຍໄດ້ຂອງສິນປະກັນໄພສຸຂະພາບແລະປະ ກັນໄພອຸປະຕິເຫດທາງດ້ານຮ່າງກາຍ; 4. ອາກອນລາຍໄດ້ຂອງເງິນຜົນປະໂຫຍດຈາກການປະ ກັນໄພສະສົມທຶນ.

...ໝວດທີ 3 ສັນຍາປະກັນໄພຊັບສິນ


....ມາດຕາ 59 (ໃໝ່) ເປົ້າໝາຍຂອງສັນຍາປະກັນໄພຊັບສິນ

ມາດຕາ 59 (ໃໝ່) ເປົ້າໝາຍຂອງສັນຍາປະກັນໄພຊັບສິນ ສັນຍາປະກັນໄພຊັບສິນແມ່ນສັນຍາປະກັນຄວາມສ່ຽງຕໍ່ ຊັບສິນເຊິ່ງປະກອບດ້ວຍເປົ້າໝາຍທີ່ໄດ້ກໍານົດໄວ້ໃນມາດຕາ 11, 12 ແລະ 13 ຂອງກົດໝາຍສະບັບນີ້.

....ມາດຕາ 60 (ປັບປຸງ) ຫຼັກການຈ່າຍສິນທົດແທນປະກັນໄພ

ມາດຕາ 60 (ປັບປຸງ) ຫຼັກການຈ່າຍສິນທົດແທນປະກັນໄພ ຜູ້ປະກັນໄພຕ້ອງຈ່າຍສິນທົດແທນປະກັນໄພໃຫ້ບຸກຄົນໄດ້ ຮັບການປະກັນໄພຫຼືຜູ້ໄດ້ຮັບຜົນປະໂຫຍດຕາມຄວາມເສຍຫາຍ ຕົວຈິງເຊິ່ງສູງສຸດບໍ່ເກີນວົງເງິນຄໍ້າປະກັນຕາມທີ່ໄດ້ຕົກລົງກັນ ໄວ້ໃນສັນຍາ.

....ມາດຕາ 61 (ປັບປຸງ) ສິດຮຽກຮ້ອງໃຫ້ບຸກຄົນທີສາມທົດແທນຄ່າເສຍຫາຍ

ມາດຕາ 61 (ປັບປຸງ) ສິດຮຽກຮ້ອງໃຫ້ບຸກຄົນທີສາມທົດແທນ ຄ່າເສຍຫາຍ ໃນກໍລະນີທີ່ມີການເສຍຫາຍຕໍ່ຊັບສິນ,ຊີວິດ,ຮ່າງກາຍຂອງ ຜູ້ໄດ້ຮັບການປະກັນໄພເຊິ່ງມີເຫດຈາກທາງກົງຫຼືທາງອ້ອມດ້ວຍ ຄວາມບໍ່ລະມັດລະວັງຂອງບຸກຄົນທີສາມນັ້ນ ຜູ້ປະກັນໄພຕ້ອງຈ່າຍ ສິນທົດແທນປະກັນໄພ ໃຫ້ແກ່ຜູ້ໄດ້ຮັບການປະກັນໄພ ຕາມຄວາມ ເສຍຫາຍແຕ່ບໍ່ໃຫ້ເກີນວົງເງິນຄໍ້າປະກັນທີ່ໄດ້ກໍານົດໄວ້ໃນສັນຍາ. ຜູ້ປະກັນໄພມີສິດທວງເອົາເງິນຄືນທີ່ຕົນໄດ້ຈ່າຍໃຫ້ແກ່ຜູ້ ໄດ້ຮັບການປະກັນໄພຈາກບຸກຄົນທີສາມທີ່ເປັນຕົ້ນເຫດກໍ່ຄວາມ ເສຍຫາຍ. ບຸກຄົນທີສາມທີ່ເປັນຕົ້ນເຫດນັ້ນຍັງຕ້ອງຮັບຜິດຊອບທົດ ແທນຄ່າເສຍຫາຍທາງແພ່ງໃນສ່ວນທີ່ເກີນໃນວົງເງິນຄໍ້າປະກັນ.

....ມາດຕາ 62 (ໃໝ່) ການເສຍຫາຍທີ່ບໍ່ໄດ້ຮັບສິນທົດແທນປະກັນໄພ

ມາດຕາ 62 (ໃໝ່) ການເສຍຫາຍທີ່ບໍ່ໄດ້ຮັບສິນທົດແທນປະ ກັນໄພ ຜູ້ປະກັນໄພຈະບໍ່ຮັບຜິດຊອບຈ່າຍສິນທົດແທນປະກັນໄພໃນ ກໍລະນີຊັບສິນທີ່ໄດ້ຮັບການປະກັນໄພນັ້ນເສຍຫາຍຍ້ອນການຫຼຸ້ນ ຫ້ຽນຫຼືການເສື່ອມຄ່າຊັບສິນເອງ,ຍົກເວັ້ນກໍລະນີທີ່ໄດ້ມີການຕົກ ຕົງກັນໄວ້ໃນສັນຍາປະກັນໄພ.

....ມາດຕາ 63 (ປັບປຸງ) ການທົດແທນຄ່າເສຍຫາຍ

ມາດຕາ 63 (ປັບປຸງ) ການທົດແທນຄ່າເສຍຫາຍ ການທົດແທນຄ່າເສຍຫາຍໃຫ້ປະຕິບັດດັ່ງນີ້: 1. ຜູ້ປະກັນໄພຕ້ອງຮັບຜິດຊອບທົດແທນຄ່າເສຍຫາຍໃຫ້ ຜູ້ໄດ້ຮັບການປະກັນໄພບົນພື້ນຖານການຕີລາຄາຕົວຈິງຢູ່ສະຖານ ທີ່ເກີດເຫດແລະລະດັບຄວາມເສຍຫາຍ,ເວັ້ນເສຍແຕ່ໄດ້ຕົກລົງ ກັນເປັນຢ່າງອື່ນໃນສັນຍາປະກັນໄພ,ຄ່າໃຊ້ຈ່າຍໃນການປະເມີນ ຄວາມເສຍຫາຍແມ່ນເປັນຄວາມຮັບຜິດຊອບຂອງຜູ້ປະກັນໄພ; 2. ຜູ້ປະກັນໄພຈະຮັບຜິດຊອບທົດແທນຄ່າເສຍຫາຍໃຫ້ຜູ້ ໄດ້ຮັບການປະກັນໄພບໍ່ເກີນວົງເງິນປະກັນໄພ.

....ມາດຕາ 64 (ປັບປຸງ) ຮູບການທົດແທນຄ່າເສຍຫາຍ

ມາດຕາ 64 (ປັບປຸງ) ຮູບການທົດແທນຄ່າເສຍຫາຍ ຜູ້ຊື້ການປະກັນໄພແລະຜູ້ປະກັນໄພສາມາດຕົກລົງກ່ຽວ ກັບຮູບການທົດແທນຄ່າເສຍຫາຍໃດໜຶ່ງດັ່ງນີ້: 1. ສ້ອມແປງຊັບສິນທີ່ເສຍຫາຍ; 2. ປ່ຽນຊັບສິນທີ່ເສຍຫາຍດ້ວຍຊັບສິນປະເພດດຽວກັນທີ່ ມີມູນຄ່າເທົ່າທຽມກັນ; 3. ຈ່າຍເງິນທົດແທນຄ່າຍເສຍຫາຍ. ໃນກໍລະນີຜູ້ປະກັນໄພແລະຜູ້ຊື້ການປະກັນໄພບໍ່ສາມາດຕົກ ລົງກັນໄດກ່ຽວກັບຮູບການທົດແທນຄ່າເສຍຫາຍແມ່ນໃຫ້ປະຕິບັດ ຕາມຂໍ້ 3 ຂອງມາດຕານີ້. ຖ້າການທົດແທນຄ່າເສຍຫາຍຫາກປະຕິບັດຕາມ ຂໍ້ 2 ຫຼື ຂໍ້ 3 ຂອງມາດຕານີ້, ຜູ້ປະກັນໄພມີສິດເອົາຊັບສິນທີ່ເສຍຫາຍຫຼັງ ຈາກໄດ້ປ່ຽນຫຼືທົດແທນຕາມລາຄາມູນຄ່າຕົວຈິງຂອງຊັບສິນ.

....ມາດຕາ 65 (ໃໝ່) ການປະເມີນຄວາມເສຍຫາຍ

ມາດຕາ 65 (ໃໝ່) ການປະເມີນຄວາມເສຍຫາຍ ເມື່ອເຫດປະກັນໄພເປັນຕົ້ນອັກຄີໄພ,ອຸປະຕິເຫດເກີດຂຶ້ນ ຜູ້ ປະກັນໄພຕ້ອງຮີບຮ້ອນໄປຍັງສະຖານທີ່ເກີດເຫດ ເພື່ອປະເມີນສາ ເຫດແລະຄວາມເສຍຫາຍຂອງເຫດການທີ່ເກີດຂຶ້ນ. ຖ້າວ່າຜູ້ປະກັນໄພແລະຜູ້ຊື້ການປະກັນໄພບໍ່ສາມາດຕົກລົງ ກັນກ່ຽວກັບສາເຫດແລະຄວາມເສຍຫາຍນັ້ນແລ້ວຄູ່ສັນຍາຝ່າຍ ໃດຝ່າຍໜຶ່ງສາມາດສະເໜີເອົາບຸກຄົນທີສາມເພື່ອດໍາເນີນການ ປະເມີນສາເຫດແລະຄວາມເສຍຫາຍດັ່ງກ່າວ. ໃນກໍລະນີທີ່ບໍ່ສາ ມາດຕົກລົງກັນໄດ້ກ່ຽວກັບບຸກຄົນທີສາມ ຄູ່ຝ່າຍສັນຍາໃດໜຶ່ງສາ ມາດສະເໜີຕໍ່ສານປະຊາຊົນເພື່ອພິຈາລະນາແຕ່ງຕັ້ງຜູ້ປະເມີນ ສາເຫດແລະຄວາມເສຍຫາຍ. ຄູ່ສັນຍາທັງສອງຝ່າຍຕ້ອງຍອມຮັບເອົາຜົນຂອງການປະ ເມີນສາເຫດແລະຄວາມເສຍຫາຍຂອງຜູ້ປະເມີນນັ້ນ.

....ມາດຕາ 66 (ປັບປຸງ) ຄວາມຮັບຜິດຊອບທົດແທນຄ່າເສຍຫາຍ

ມາດຕາ 66 (ປັບປຸງ) ຄວາມຮັບຜິດຊອບທົດແທນຄ່າເສຍຫາຍ ໃນກໍລະນີຜູ້ໄດ້ຮັບການປະກັນໄພໄດ້ກໍ່ຄວາມເສຍຫາຍໃຫ້ ບຸກຄົນທີສາມແລ້ວຜູ້ປະກັນໄພຕ້ອງຮັບຜິດຊອບທົດແທນຄ່າເສຍ ຫາຍໃຫ້ແກ່ຜູ້ໄດ້ຮັບການປະກັນໄພ ແລະ \ ຫຼື ບຸກຄົນທີສາມຕາມ ທີ່ໄດ້ຕົກລົງກັນໄວ້ໃນສັນຍາ. ໃນກໍລະນີຄວາມເສຍຫາຍນັ້ນຫາກເກີດຂຶ້ນຍ້ອນບຸກຄົນທີ ສາມບຸກຄົນດັ່ງກ່າວກໍ່ຕ້ອງໄດ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ຕົນ ໄດ້ກໍ່ຂຶ້ນແກ່ຜູ້ໄດ້ຮັບການປະກັນໄພຕາມລະບຽບກົດໝາຍ.ສ່ວນ ຄວາມເສຍຫາຍທາງດ້ານຮ່າງກາຍທີ່ເນື່ອງມາຈາກອຸປະຕິເຫດ ເທິງທ້ອງຖະໜົນເຊິ່ງມີພາຫະນະໄດ້ຮັບການປະກັນໄພແມ່ນໃຫ້ຜູ້ ປະກັນໄພຮັບຜິດຊອບຄ່າປິ່ນປົວຜູ້ບາດເຈັບກ່ອນ ໃນກໍລະນີທີ່ບໍ່ທັນ ມີການສ້າງຕັ້ງກອງທຶນປະກັນໄພ ຫຼັງຈາກນັ້ນຈຶ່ງທວງເອົາຄືນ ຈາກຜູ້ກໍ່ຄວາມເສຍຫາຍທີ່ເປັນຕົ້ນເຫດ.

....ມາດຕາ 67 (ປັບປຸງ) ການປະກັນໄພຊັບສິນທີ່ຕໍ່າກວ່າມູນຄ່າຊັບສິນ

ມາດຕາ 67 (ປັບປຸງ) ການປະກັນໄພຊັບສິນທີ່ຕໍ່າກວ່າມູນ ຄ່າຊັບສິນ ການປະກັນໄພຊັບສິນຫາກເຮັດຂຶ້ນຕໍ່າກວ່າມູນຄ່າຕົວຈິງ ຂອງຊັບສິນທີ່ໄດ້ຮັບການປະກັນໄພ,ໃນກໍລະນີມີເຫດການທີ່ໄດ້ປະ ກັນໄພເກີດຂຶ້ນ,ຜູ້ປະກັນໄພຈະຮັບຜິດຊອບທົດແທນຄ່າເສຍຫາຍ ຕາມອັດຕາສ່ວນລະຫວ່າງວົງເງິນປະກັນໄພແລະມຸນຄ່າຕົວຈິງ ຂອງຊັບສິນທີ່ໄດ້ຮັບການປະກັນໄພໃນໄລຍະເວລາຂອງສັນຍາປະ ກັນໄພ.

....ມາດຕາ 68 (ໃໝ່) ການປະກັນໄພຊັບສິນທີ່ສູງກວ່າມູນຄ່າຊັບສິນ

ມາດຕາ 68 (ໃໝ່) ການປະກັນໄພຊັບສິນທີ່ສູງກວ່າມູນຄ່າ ຊັບສິນ ການປະກັນໄພຊັບສິນຫາກເຮັດຂຶ້ນສູງກວ່າມູນຄ່າຕົວຈິງ ຂອງຊັບສິນທີ່ໄດ້ຮັບການປະກັນໄພ,ຜູ້ປະກັນໄພຕ້ອງໄດ້ສົ່ງຈໍາ ນວນເງິນຄ່າທໍານຽມປະກັນໄພທີ່ໄດ້ຈ່າຍເກີນໄປໃຫ້ແກ່ຜູ້ຊື້ການ ປະກັນໄພ. ໃນກໍລະນີມີເຫດການທີ່ໄດ້ປະກັນໄພເກີດຂຶ້ນຜູ້ປະກັນ ໄພຈະຮັບຜິດຊອບທົດແທນຄ່າເສຍຫາຍຕາມຄວາມເສຍຫາຍຕົວ ຈິງແລະສູງສຸດບໍ່ເກີນມູນຄ່າຊັບສິນທີ່ໄດ້ຮັບການປະກັນໄພ. ....ມາດຕາ 69 (ໃໝ່) ສັນຍາປະກັນໄພຊໍ້າຊ້ອນ

ມາດຕາ 69 (ໃໝ່) ສັນຍາປະກັນໄພຊໍ້າຊ້ອນ ສັນຍາປະກັນໄພຊໍ້າຊ້ອນແມ່ນຜູ້ຊື້ການປະກັນໄພທີ່ໄດ້ເຮັດ ສັນຍາປະກັນໄພນໍາສອງຜູ້ປະກັນໄພຂຶ້ນໄປເພື່ອປະກັນໄພຊັບສິນ ອັນດຽວກັນເຊິ່ງມີເງື່ອນໄຂແລະເປົ້າໝາຍປະກັນໄພອັນດຽວກັນ. ໃນກໍລະນີຄູ່ສັນຍາໄດ້ເຮັດສັນຍາປະກັນໄພຊໍ້າຊ້ອນ,ຖ້າ ຫາກມີເຫດການປະກັນໄພເກີດຂຶ້ນແຕ່ບໍລິສັດປະກັນໄພຕ້ອງຮັບຜິດ ຊອບທົດແທນຄ່າເສຍຫາຍຕາມອັດຕາສ່ວນຈໍານວນເງິນປະກັນ ໄພທີ່ໄດ້ຕົກລົງກັນຕາມມູນຄ່າຕົວຈິງຂອງຊັບສິນທີ່ເສຍຫາຍ.

...ໝວດທີ 4 ສັນຍາປະກັນໄພຕໍ່


....ມາດຕາ 70 (ໃໝ່) ຫຼັກການການປະກັນໄພຕໍ່

ມາດຕາ 70 (ໃໝ່) ຫຼັກການການປະກັນໄພຕໍ່ ຜູ້ປະກັນໄພສາມາດເຮັດການປະກັນໄພຕໍ່ກັບຜູ້ປະກັນໄພຕໍ່ ຢູ່ພາຍໃນຫຼືຕ່າງປະເທດເພື່ອຫຼຸດຜ່ອນຄວາມສ່ຽງແລະແບ່ງ ຄວາມຮັບຜິດຊອບໃນການທົດແທນຄ່າເສຍຫາຍຕໍ່ຊັບສິນທີ່ໄດ້ຮັບ ການປະກັນໄພໂດຍສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງ ຂອງສປປລາວແລະສາກົນ.ຜູ້ປະກັນໄພຕ້ອງສະໜອງຂໍ້ມູນກ່ຽວ ກັບສັນຍາປະກັນໄພຕໍ່ແລະຂໍ້ມູນອື່ນໃຫ້ກະຊວງການເງິນເພື່ອຕິດ ຕາມ,ຄຸ້ມຄອງແລະກວດກາ.

....ມາດຕາ 71 (ໃໝ່) ເງື່ອນໄຂການປະກັນໄພຕໍ່

ມາດຕາ 71 (ໃໝ່) ເງື່ອນໄຂການປະກັນໄພຕໍ່ ການປະກັນໄພຕໍ່ໃຫ້ປະຕິບັດຕາມເງື່ອນໄຂດັ່ງນີ້: 1.ຕ້ອງເໝາະສົມກັບສະພາບການດໍາເນີນທຸລະກິດຂອງຜູ້ ປະກັນໄພຕໍ່; 2. ຕ້ອງມີຄວາມເປັນໄປໄດ້ທາງດ້ານເຕັກນິກທີ່ເໝາະສົມ ກັບຂົງເຂດການດໍາເນີນທຸລະກິດຂອງຜູ້ປະກັນໄພຕໍ່ທີ່ໄດ້ຮັບອະນຸ ຍາດ; 3. ຕ້ອງໄດ້ຮັບຄວາມເຊື່ອໝັ້ນໃນຂົງເຂດປະກັນໄພໃນຕະ ຫຼາດປະກັນໄພພາຍໃນປະເທດ,ຕ່າງປະເທດ,ພາກພື້ນແລະສາກົນ ມີຄວາມໝັ້ນຄົງທາງດ້ານການເງິນແລະມີປະສົບການກ່ຽວກັບ ການປະກັນໄພຕໍ່. ໃນກໍລະນີກະຊວງການເງິນຫາກກວດພົບເຫັນການປະກັນ ໄພຕໍ່ບໍ່ມີເງື່ອນໄຂຕາມທີ່ໄດ້ກໍານົດໄວ້ຂ້າງເທິງນັ້ນມີສິດແຈ້ງເປັນ ລາຍລັກອັກສອນໃຫ້ຍົກເລີກຫຼືສະເໜີຄືນໃຫ້ດັດແກ້ການປະກັນໄພ ຕໍ່ຫຼືບໍ່ອະນຸຍາດໃຫ້ເຮັດການປະກັນໄພຕໍ່.

....ມາດຕາ 72​ (ໃໝ່) ຄວາມຮັບຜິດຊອບໃນການປະກັນໄພຕໍ່

ມາດຕາ 72​ (ໃໝ່) ຄວາມຮັບຜິດຊອບໃນການປະກັນໄພຕໍ່ ຜູ້ປະກັນໄພມີຄວາມຮັບຜິດຊອບຕໍ່ຜູ້ຊື້ການປະກັນໄພຕາມ ສັນຍາປະກັນໄພລວມທັງກໍລະນີເອົາຊັບສິນໄປປະກັນໄພຕໍ່. ຜູ້ປະກັນໄພຕໍ່ບໍ່ສາມາດຮຽກຮ້ອງໃຫ້ຜູ້ຊື້ການປະກັນໄພ ຈ່າຍຄ່າທໍານຽມປະກັນໄພໂດຍກົງໃຫ້ຕົນເອງ,ເວັ້ນເສຍແຕ່ໄດ້ ກໍານົດໄວ້ເປັນຢ່າງອື່ນໃນສັນຍາ. ຜູ້ຊື້ການປະກັນໄພບໍ່ສາມາດຮຽກຮ້ອງໃຫ້ຜູ້ຮັບການປະ ກັນໄພຕໍ່ຈ່າຍເງິນທົດແທນໃຫ້ຕົນເອງ,ເວັ້ນເສຍແຕ່ໄດ້ກໍານົດໄວ້ ເປັນຢ່າງອື່ນໃນສັນຍາ.

...ໝວດທີ 5 ສັນຍາປະກັນໄພຄວາມຮັບຜິດຊອບທາງແພ່ງ


....ມາດຕາ 73 (ປັບປຸງ) ຄວາມຮັບຜິດຊອບຂອງຜູ້ປະກັນໄພ

ມາດຕາ 73 (ປັບປຸງ) ຄວາມຮັບຜິດຊອບຂອງຜູ້ປະກັນໄພ ຄວາມຮັບຜິດຊອບຂອງຜູ້ປະກັນໄພຈະມີຂຶ້ນກໍ່ຕໍ່ເມື່ອຜູ້ໄດ້ ຮັບການປະກັນໄພໄດ້ກໍ່ຄວາມເສຍຫາຍໃນໄລຍະເວລາຂອງສັນ ຍາປະກັນໄພແລະບຸກຄົນທີສາມທີ່ໄດ້ຮັບຄວາມເສຍຫາຍໄດ້ທວງ ເອົາການທົດແທນຄວາມເສຍຫາຍທີ່ເກີດຂຶ້ນນັ້ນນໍາຜູ້ໄດ້ຮັບການ ປະກັນໄພ.

....ມາດຕາ 74 (ໃໝ່) ການເປົນຕົວແທນໃຫ້ຜູ້ຊື້ການປະກັນໄພ

ມາດຕາ 74 (ໃໝ່) ການເປົນຕົວແທນໃຫ້ຜູ້ຊື້ການປະກັນໄພ ຜູ້ປະກັນໄພມີສິດເປັນຕົວແທນໃຫ້ແກ່ຜູ້ຊື້ການປະກັນໄພໃນ ການເຈລະຈາກັບບຸກຄົນທີສາມກ່ຽວກັບການທົດແທນຄວາມເສຍ ຫາຍທີ່ຜູ້ໄດ້ຮັບການປະກັນໄພໄດ້ກໍ່ຂຶ້ນ,ເວັ້ນເສຍແຕ່ໄດ້ກໍານົດໄວ້ ເປັນຢ່າງອື່ນໃນສັນຍາ.

....ມາດຕາ 75 (ປັບປຸງ) ການທົດແທນຄວາມເສຍຫາຍ

ມາດຕາ 75 (ປັບປຸງ) ການທົດແທນຄວາມເສຍຫາຍ ຜູ້ປະກັນໄພສາມາດຈ່າຍເງິນທົດແທນຄວາມເສຍຫາຍ ໂດຍກົງໃຫ້ແກ່ຜູ້ໄດ້ຮັບການປະກັນໄພຫຼືບຸກຄົນທີສາມທີ່ໄດ້ຮັບ ຄວາມເສຍຫາຍກໍ່ໄດ້ເມື່ອມີຄວາມເສຍຫາຍເກີດຂຶ້ນຕາມການ ສະເໜີຂອງຜູ້ໄດ້ຮັບການປະກັນໄພ.

..ພາກທີ 6 ຕົວແທນປະກັນໄພ,ນາຍໜ້າປະກັນໄພ


...ໝວດທີ 1 ຕົວແທນປະກັນໄພ


....ມາດຕາ 76 (ໃໝ່) ຕົວແທນປະກັນໄພ

ມາດຕາ 76 (ໃໝ່) ຕົວແທນປະກັນໄພ ຕົວແທນປະກັນໄພແມ່ນບຸກຄົນຫຼືນິຕິບຸກຄົນທີ່ໄດ້ຮັບອະນຸ ຍາດຈາກຜູ້ປະກັນໄພບົນພື້ນຖານຂໍ້ຜູກພັນຂອງການເປັນຕົວແທນ ປະກັນໄພເພື່ອດໍາເນີນກິດຈະການປະກັນໄພໂດຍສອດຄ່ອງກັບ ກົດໝາຍສະບັບນີ້ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ. ຜູ້ປະກັນໄພຕ້ອງໄດ້ສົ່ງບັນຊີລາຍຊື່ຕົວແທນປະກັນໄພທີ່ຢູ່ ໃນຄວາມຮັບຜິດຊອບຂອງຕົນໃຫ້ກະຊວງການເງິນ.

....ມາດຕາ 77 (ໃໝ່) ເງື່ອນໄຂໃນການເປັນຕົວແທນປະກັນໄພ

ມາດຕາ 77 (ໃໝ່) ເງື່ອນໄຂໃນການເປັນຕົວແທນປະກັນໄພ ການເປັນຕົວແທນປະກັນໄພຕ້ອງມີເງື່ອນໄຂດັ່ງນີ້: 1. ສໍາລັບບຸກຄົນ: -ເປັນພົນລະເມືອງລາວທີ່ມີພູມລໍາເນົາຢູ່ໃນສປປລາວ; -ມີອາຍຸແຕ່ 18 ປີຂຶ້ນໄປ; -ໄດ້ຜ່ານການຝຶກອົບຮົມວຽກງານກ່ຽວກັບການປະກັນໄພ; -ບໍ່ເຄີຍຖືກສານຕັດສິນລົງໂທດຕັດອິດສະລະພາບເນື່ອງ ຈາກການກະທໍາຜິດໂດຍເຈດຕະນາ; -ມີສຸຂະພາບແຂັງແຮງ. 2. ສໍາລັບນິຕິບຸກຄົນ: -ໄດ້ຮັບການສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍ.

....ມາດຕາ 78 (ໃໝ່) ສິດແລະໜ້າທີ່ຂອງຕົວແທນປະກັນໄພ

ມາດຕາ 78 (ໃໝ່) ສິດແລະໜ້າທີ່ຂອງຕົວແທນປະກັນໄພ ຕົວແທນປະກັນໄພມີສິດແລະໜ້າທີ່ດັ່ງນີ້: 1. ນໍາສະເໜີແລະຂາຍປະກັນໄພ; 2. ອອກສັນຍາປະກັນໄພ; 3. ເກັບຄ່າທໍານຽມແລະສົ່ງໃຫ້ຜູ້ປະກັນໄພ; 4. ປະສານງານໃນການກວດກາ,ແກ້ໄຂໃນກໍລະນີເຫດ ການປະກັນໄພໄດ້ເກີດຂຶ້ນ; 5. ນໍາເອົາສິນທົດແທນປະກັນໄພໃຫ້ຜູ້ຊື້ການປະກັນໄພ ຫຼືຜູ້ໄດ້ຮັບຜົນປະໂຫຍດຄົບຖ້ວນແລະທັນຕາມກໍານົດເວລາ; 6. ປະຕິບັດວຽກງານອື່ນທີ່ກ່ຽວຂ້ອງກັບການປະຕິບັດສັນ ຍາປະກັນໄພ.

....ມາດຕາ 79 (ໃໝ່) ເນື້ອໃນຂໍ້ຜູກພັນໃນການເປັນຕົວແທນ

ມາດຕາ 79 (ໃໝ່) ເນື້ອໃນຂໍ້ຜູກພັນໃນການເປັນຕົວແທນ ຂໍ້ຜູກພັນໃນການເປັນຕົວແທນປະກັນໄພຕ້ອງປະກອບດ້ວຍ ເນື້ອໃນຕົ້ນຕໍດັ່ງນີ້: 1. ຊື່,ນາມສະກຸນແລະທີ່ຢູ່ຂອງຕົວແທນປະກັນໄພ; 2. ຊື່ແລະທີ່ຢູ່ຂອງຜູ້ປະກັນໄພ; 3. ສິດແລະພັນທະຂອງຜູ້ປະກັນໄພແລະຂອງຕົວແທນປະ ກັນໄພ; 4. ຄ່າບໍລິການໃຫ້ຕົວແທນປະກັນໄພ; 5. ອາຍຸຂອງຂໍ້ຜູກພັນ; 6. ການແກ້ໄຂຂໍ້ຂັດແຍ່ງ; 7. ການວາງເງິນຫຼືຫຼັກຊັບຄໍ້າປະກັນ.

....ມາດຕາ 80 (ໃໝ່) ຄວາມຮັບຜິດຊອບຂອງຕົວແທນ

ມາດຕາ 80 (ໃໝ່) ຄວາມຮັບຜິດຊອບຂອງຕົວແທນ ໃນກໍລະນີຕົວແທນປະກັນໄພຫາກໄດ້ລະເມີດຂໍ້ຜູກພັນຂອງ ການເປັນຕົວແທນປະກັນໄພເຊິ່ງໄດ້ກໍ່ຄວາມເສຍຫາຍແກ່ສິດແລະ ຜົນປະໂຫຍດຂອງຜູ້ຊື້ການປະກັນໄພນັ້ນຜູ້ປະກັນໄພຕ້ອງຮັບຜິດ ຊອບໂດຍກົງຕໍ່ຄວາມເສຍຫາຍທີ່ຕົວແທນປະກັນໄພໄດ້ກໍ່ຂຶ້ນແລະ ມີສິດທວງເອົາການທົດແທນຄ່າເສຍຫາຍນັ້ນຄືນຈາກຕົວແທນປະ ກັນໄພ.

...ໝວດທີ 2 ນາຍໜ້າປະກັນໄພ


....ມາດຕາ 81 (ໃໝ່) ນາຍໜ້າປະກັນໄພ

ມາດຕາ 81 (ໃໝ່) ນາຍໜ້າປະກັນໄພ ນາຍໜ້າປະກັນໄພແມ່ນບຸກຄົນຫຼືິນິຕິບຸກຄົນທີ່ໄດ້ຮັບປະນຸ ຍາດໃຫ້ດໍາເນີນທຸລະກິດນາຍໜ້າປະກັນໄພ. ນາຍໜ້າປະກັນໄພທີ່ໄດ້ສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດ ໝາຍມີສິດເປັນນາຍໜ້າໃຫ້ຜູ້ປະກັນໄພແລະຜູ້ຊື້ການປະກັນໄພ ຫຼາຍຄົນ.

....ມາດຕາ 82 (ໃໝ່) ການຂໍອະນຸຍາດດໍາເນີນທຸລະກິດນາຍໜ້າປະກັນໄພ

ມາດຕາ 82 (ໃໝ່) ການຂໍອະນຸຍາດດໍາເນີນທຸລະກິດນາຍໜ້າ ປະກັນໄພ ບຸກຄົນ,ນິຕິບຸກຄົນທີ່ມີຈຸດປະສົງດໍາເນີນທຸລະກິດນາຍໜ້າ ປະກັນໄພໃຫ້ປະຕິບັດຄືກັນກັບການຂໍອະນຸຍາດສ້າງຕັ້ງບໍລິສັດປະ ກັນໄພຕາມທີ່ໄດ້ກໍານົດໄວ້ໃນມາດຕາ 17 ຂອງກົດໝາຍສະບັບ ນີ້. ສໍາລັບທຶນຈົດທະບຽນຂອງນາຍໜ້າປະກັນໄພໄດ້ກໍານົດ ໄວ້ໃນລະບຽບການຕ່າງຫາກ.

....ມາດຕາ 83 (ໃໝ່) ຂອບເຂດການດໍາເນີນທຸລະກິດນາຍໜ້າປະກັນໄພ

ມາດຕາ 83 (ໃໝ່) ຂອບເຂດການດໍາເນີນທຸລະກິດນາຍໜ້າ ປະກັນໄພ ນາຍໜ້າປະກັນໄພສາມາດດໍາເນີນທຸລະກິດປະກັນໄພໃນ ຂອບເຂດດັ່ງນີ້: 1. ສະໜອງຂໍ້ມູນກ່ຽວກັບຜູ້ປະກັນໄພ,ຮູບແບບແລະປະ ເພດປະກັນໄພໃຫ້ຜູ້ຊື້ການປະກັນໄພເຊັ່ນ ກໍານົດເວລາ,ເງື່ອນໄຂ, ຄ່າທໍານຽມປະກັນໄພ; 2. ໃຫ້ຄໍາປຶກສາແກ່ຜູ້ຊື້ການປະກັນໄພກ່ຽວກັບຄວາມ ສ່ຽງ,ການຄັດເລືອກປະເພດປະກັນໄພ,ກໍານົດເວລາ,ເງື່ອນໄຂ, ຄ່າທໍານຽມປະກັນໄພ; 3. ເຈລະນາແລະສ້າງສັນຍາປະກັນໄພລະຫວ່າງຜູ້ປະ ກັນໄພກັບຜູ້ຊື້ການປະກັນໄພ; 4. ປະຕິບັດວຽກງານອື່ນທີ່ກ່ຽວຂ້ອງກັບການປະຕິບັດ ສັນຍາປະກັນໄພຕາມການມອບໝາຍຂອງຜູ້ຊື້ການປະກັນໄພ.

....ມາດຕາ 84 (ໃໝ່) ສິດແລະໜ້າທີ່ຂອງນາຍໜ້າປະກັນໄພ

ມາດຕາ 84 (ໃໝ່) ສິດແລະໜ້າທີ່ຂອງນາຍໜ້າປະກັນໄພ ນາຍໜ້າປະກັນໄພມີສິດແລະໜ້າທີ່ດັ່ງນີ້: 1. ໄດ້ຮັບຄ່າບໍລິການເປັນນາຍໜ້າປະກັນໄພເຊິ່ງລວມຢູ່ ໃນຄ່າທໍານຽມປະກັນໄພ; 2. ໄດ້ຮັບການປົກປ້ອງຕໍ່ການດໍາເນີນທຸລະກິດນາຍໜ້າ ປະກັນໄພທີ່ຖືກຕ້ອງຕາມລະບຽບກົດໝາຍ; 3. ສະເໜີຄວາມຄິດຄວາມເຫັນກ່ຽວກັບການດໍາເນີນທຸລະ ກິດປະກັນໄພຕໍ່ອົງການຄຸ້ມຄອງວຽກງານປະກັນໄພ; 4. ດໍາເນີນທຸລະກິດນາຍໜ້າປະກັນໄພດ້ວຍຄວາມຊື່ສັດ; 5. ຮັກສາຄວາມລັບຂອງຜູ້ປະກັນໄພແລະຜູ້ຊື້ການປະກັນ ໄພທີ່ຕົນໃຫ້ບໍລິການ; 6. ຮັບຜິດຊອບຕໍ່ທຸກຄວາມເສຍຫາຍທີ່ເກີດຂຶ້ນເນື່ອງຈາກ ການກະທໍາທີ່ບໍ່ຖືກຕ້ອງຂອງຕົນຕໍ່ຜູ້ປະກັນໄພແລະຜູ້ຊື້ການປະກັນ ໄພ. ....ມາດຕາ 85 (ໃໝ່) ການຄໍ້າປະກັນດ້ານວິຊາຊີບ

ມາດຕາ 85 (ໃໝ່) ການຄໍ້າປະກັນດ້ານວິຊາຊີບ ນາຍໜ້າປະກັນໄພຕ້ອງຄໍ້າປະກັນການເຄື່ອນໄຫວດໍາເນີນ ທຸລະກິດຂອງຕົນດ້ວຍການຊື້ການປະກັນໄພທາງດ້ານວິຊາຊີບນໍາ ຜູ້ປະກັນໄພໃດໜຶ່ງ ຢູ່ ສປປລາວ. ການຄໍ້າປະກັນດ້ານວິຊາຊີບຂອງນາຍໜ້າປະກັນໄພໄດ້ກໍາ ນົດໄວ້ໃນລະບຽບການຕ່າງຫາກ.

..ພາກທີ 7 ການແຂັ່ງຂັນດ້ານທຸລະກິດປະກັນໄພ


...ມາດຕາ 86 (ໃໝ່) ການແຂ່ງຂັນດ້ານທຸລະກິດປະກັນໄພ

ມາດຕາ 86 (ໃໝ່) ການແຂ່ງຂັນດ້ານທຸລະກິດປະກັນໄພ ຜູ້ປະກັນໄພ,ຕົວແທນປະກັນໄພແລະນາຍໜ້າປະກັນໄພທີ່ ໄດ້ຮັບອະນຸຍາດເຄື່ອນໄຫວດໍາເນີນທຸລະກິດຢູ່ສປປລາວແມ່ນມີ ຄວາມສະເໝີພາບຕໍ່ໜ້າກົດໝາຍແລະສາມາດແຂ່ງຂັນຢ່າງຖືກ ຕ້ອງຕາມລະບຽບກົດໝາຍແລະຍຸຕິທໍາເພື່ອຮັກສາສະຖຽນລະ ພາບຂອງຕະຫຼາດປະກັນໄພ,ຂະຫຍາຍແລະພັດທະນາຜະລິດຕະ ພັນປະກັນໄພເພື່ອຮັບໃຊ້ສັງຄົມ.

...ມາດຕາ 87 (ໃໝ່) ຫຼັກການແຂ່ງຂັນທຸລະກິດປະກັນໄພ

ມາດຕາ 87 (ໃໝ່) ຫຼັກການແຂ່ງຂັນທຸລະກິດປະກັນໄພ ການແຂ່ງຂັນທຸລະກິດປະກັນໄພຕ້ອງດໍາເນີນຕາມກົນໄກ ເສດຖະກິດຕະຫຼາດບົນພື້ນຖານລະບຽບກົດໝາຍຂອງ ສປປລາວ ຮັບປະກັນຫຼັກການຍຸຕິທໍາແລະຈັນຍາບັນວິຊາຊີບ. ການແຂ່ງຂັນທຸລະກິດປະກັນໄພຕ້ອງ; 1. ບໍ່ສ້າງຄວາມເຂົ້າໃຈຜິດໃຫ້ແກ່ຜູ້ທີ່ຈະຊື້ຫຼືຊື້ການປະກັນ ໄພແລ້ວນໍາຜູ້ປະກັນໄພ; 2. ບໍ່ແນະນໍາຂໍ້ມູນເກີນຄວາມເປັນຈິງ; 3. ບໍ່ກ່າວຫາໂຈມຕີຊຶ່ງກັນແລະກັນດ້ວຍຮູບແບບຕ່າງໆ; 4. ບໍ່ໃຫ້ຍາດແຍ່ງພະນັກງານຫຼັກແຫຼ່ງທີ່ມີປະສົບການທີ່ ຈະສ້າງຄວາມເສຍຫາຍແກ່ຜູ້ປະກັນໄພແລະຕົວແທນເຊິ່ງກັນ ແລະກັນ; 5. ບໍ່ໃຫ້ຫຼຸດຄ່າທໍານຽມປະກັນໄພຕໍ່າກວ່າອັດຕາທີ່ໄດ້ກໍາ ນົດໄວ້ໃນລະບຽບກົດໝາຍ.

..ພາກທີ 8 ລະບອບການເງິນ,ການບັນຊີແລະການສະຫຼຸບລາຍງານ


...ໝວດທີ 1 ລະບອບການເງິນ


....ມາດຕາ 88 (ປັບປຸງ) ການປະຕິບັດລະບອບການເງິນ

ມາດຕາ 88 (ປັບປຸງ) ການປະຕິບັດລະບອບການເງິນ ຜູ້ປະກັນໄພແລະນາຍໜ້າປະກັນໄພຕ້ອງປະຕິບັດລະບອບ ການເງິນ,ຄັງສໍາຮອງແລະຄັງແຮປະກັນໄພໃຫ້ຖືກຕ້ອງແລະຄົບ ຖ້ວນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຂອງ ສປປລາວ.

....ມາດຕາ 89 (ໃໝ່) ຄັງສໍາຮອງ

ມາດຕາ 89 (ໃໝ່) ຄັງສໍາຮອງ ຜູ້ປະກັນໄພແລະນາຍໜ້າປະກັນໄພຕ້ອງສ້າງຄັງສໍາຮອງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດເພື່ອຮັບປະ ກັນຄວາມສ່ຽງໃນການດໍາເນີນທຸລະກິດແລະການຂະຫຍາຍທຸລະ ກິດ.

....ມາດຕາ 90 (ປັບປຸງ) ຄັງແຮປະກັນໄພ

ມາດຕາ 90 (ປັບປຸງ) ຄັງແຮປະກັນໄພ ຄັງແຮປະກັນໄພແມ່ນຄັງແຮທາງດ້ານວິຊາການທີ່ຜູ້ປະ ກັນໄພແລະນາຍໜ້າປະກັນໄພໄດ້ຫັກໄວ້ເພື່ອຊໍາລະໜີ້ສິນປະກັນ ໄພ,ຄ່າບໍລິການກ່ຽວກັບການປະກັນໄພແລະຄ່າໃຊ້ຈ່າຍອື່ນທີ່ເກີດ ຂຶ້ນຈາກສັນຍາປະກັນໄພ. ຄັງແຮປະກັນໄພໄດ້ແຍກໄປຕາມຮູບແບບການປະກັນໄພ ເຊິ່ງແຕ່ລະຄັງແຮປະກັນໄພຕ້ອງມີທຶນພຽງພໍເພື່ອປະຕິບັດພັນທະ ຢ່າງຄົບຖ້ວນຕໍ່ຜູ້ໄດ້ຮັບການປະກັນໄພຫຼືຜູ້ໄດ້ຮັບຜົນປະໂຫຍດຈາກ ການປະກັນໄພ. ສໍາລັບວິທີການ,ຮູບແບບຄັງແຮປະກັນໄພແລະຈໍານວນຄັງ ແຮໄດ້ກໍານົດໄວ້ໃນລະບຽບການສະເພາະເຊິ່ງວາງອອກໂດຍກະ ຊວງການເງິນ.

...ໝວດທີ 2 ການບັນຊີແລະການສະຫຼຸບລາຍງານ


....ມາດຕາ 91 (ປັບປຸງ) ລະບອບການບັນຊີ

ມາດຕາ 91 (ປັບປຸງ) ລະບອບການບັນຊີ ຜູ້ປະກັນໄພແລະນາຍໜ້າປະກັນໄພຕ້ອງປະຕິບັດລະບອບ ການບັນຊີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການບັນຊີແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງຂອງສປປລາວ.

....ມາດຕາ 92 (ໃໝ່) ການໂອນກໍາໄລ,ເງິນປັນຜົນແລະຊັບສິນອອກຈາກ ສປປ ລາວ

ມາດຕາ 92 (ໃໝ່) ການໂອນກໍາໄລ,ເງິນປັນຜົນແລະຊັບສິນ ອອກຈາກ ສປປ ລາວ ຜູ້ປະກັນໄພແລະນາຍໜ້າປະກັນໄພທີ່ລົງທຶນໂດຍຕ່າງປະ ເທດເຊິ່ງເຄື່ອນໄຫວທຸລະກິດຢູ່ສປປລາວ,ສາມາດໂອນກໍາໄລ ແລະເງິນປັນຜົນອອກຈາກສປປລາວພາຍຫຼັງທີ່ໄດ້ປະຕິບັດພັນທະ ທາງດ້ານການເງິນແລະຫັກເງິນເຂົ້າຄັງຕ່າງໆຕາມລະບຽບກົດ ໝາຍຂອງ ສປປລາວ ໄດ້ກໍານົດໄວ້. ການໂອນຊັບສິນຂອງຕົນອອກຈາກ ສປປລາວ ສາມາດປະ ຕິບັດໄດ້ພາຍຫຼັງທີ່ຢຸດເຊົາການເຄື່ອນໄຫວແລະໄດ້ດໍາເນີນການ ຊໍາລະສະສາງພັນທະຕ່າງໆລວມທັງໜີ້ສິນເປັນທີ່ຮຽບຮ້ອຍແລ້ວ.


....ມາດຕາ 93 (ປັບປຸງ) ຂອບເຂດຄວາມສາມາດໃນການໃຊ້ໜີ້ສິນ

ມາດຕາ 93 (ປັບປຸງ) ຂອບເຂດຄວາມສາມາດໃນການໃຊ້ໜີ້ສິນ ທຸກວິສາຫະກິດປະກັນໄພຕ້ອງມີຫຼັກຖານຢັ້ງຢືນຄວາມສາ ມາດພຽງພໍຂອງຕົນໃນການໃຊ້ໜີ້ສິນ,ຄວາມສາາດໃນການໃຊ້ໜີ້ ສິນປະກອບດ້ວຍ: 1. ທຶນວິສາຫະກິດຫຼືທຶນສ້າງຕັ້ງ. 2. ທຶນສໍາຮອງທີ່ບໍ່ກ່ຽວກັບການປະຕິບັດພັນທະໃດໆ. 3. ກໍາໄລທີ່ຍົກຍອດມາ ແລະ ຜົນທີ່ໄດ້ຮັບຂອງປີດໍາເນີນ ວຽກງານພາຍຫຼັງທີ່ໄດ້ຫັກການຂາດທຶນອອກແລ້ວ. 4. ມູນຄ່າສ່ວນເກີນທີ່ເນື່ອງມາຈາກການປະເມີນລາຄາ ຂອງອົງປະກອບຊັບສິນ. 5. ຊັບສິນທີ່ບໍ່ມີຕົວຕົນແມ່ນບໍ່ໃຫ້ຄິດໄລ່ເຂົ້າໃນຄວາມສາ ມາດໃນການໃຊ້ໜີ້ສິນ.

....ມາດຕາ 94 (ໃໝ່) ການນໍາໃຊ້ເງິນຄໍ້າປະກັນ

ມາດຕາ 94 (ໃໝ່) ການນໍາໃຊ້ເງິນຄໍ້າປະກັນ ຜູ້ປະກັນໄພມີສິດທວງເອົາເງິນຄໍ້າປະກັນ,ຊັບສິນທີ່ຝາກໄວ້ ຢູ່ທະນາຄານເພື່ອຊໍາລະສະສາງໜີ້ສິນຂອງຕົນເມື່ອມີການຢຸດເຊົາ: 1. ດ້ວຍຄວາມສະໝັກໃຈ; 2. ເນື່ອງມາຈາກການລະເມີດລະບຽບກົດໝາຍ; 3. ເນື່ອງມາຈາກການລົ້ມລະລາຍ. ການທວງເອົາເງິນຄໍ້າປະກັນຕ້ອງປະຕິບັດດັ່ງນີ້: ໃນກໍລະນີຢຸດເຊົາຕາມຂໍ້ 1​ ເທິງນີ້ຕ້ອງທວງໃນໄລຍະເວ ລາບໍ່ໃຫ້ເກີນສາມສິບວັນນັບແຕ່ວັນໄດ້ຮັບແຈ້ງການຢຸດເຊົາດໍາ ເນີນທຸລະກິດປະກັນໄພເປັນຕົ້ນໄປ. ໃນກໍລະນີມີການຢຸດເຊົາຕາມຂໍ້ 2 ແລະ 3 ຂ້າງເທິງນີ້ຜູ້ ປະກັນໄພບໍ່ສາມາດທວງເອົາເງິນຄໍ້າປະກັນດັ່ງກ່າວຂອງຕົນຈົນ ກວ່າຈະມີການຂຶ້ນແຜນຊໍາລະໜີ້ສິນແລະຊໍາລະໜີ້ສິນໃຫ້ຜູ້ໄດ້ຮັບ ການປະກັນໄພຫຼືຜູ້ໄດ້ຮັບຜົນປະໂຫຍດທັງໝົດ. ໃນກໍລະນີທີ່ໄດ້ຮັບດອກເບ້ຍຈາກເງິນຄໍ້າປະກັນທີ່ຝາກໄວ້ ຢູ່ທະນາຄານຜູ້ປະກັນໄພສາມາດນໍາໃຊ້ດອກເບ້ຍຈາກກເງິນຄໍ້າ ປະກັນນັ້ນໄດ້.

....ມາດຕາ 95 (ໃໝ່) ການບໍລິຫານເງິນທຶນ

ມາດຕາ 95 (ໃໝ່) ການບໍລິຫານເງິນທຶນ ຜູ້ປະກັນໄພມີສິດລົງທຶນໃນເງິນທຶນຂອງຕົວເອງບົນພື້ນ ຖານການຕົກລົງເຫັນດີຂອງກອງປະຊຸມຜູ້ຖືຮຸ້ນແຕ່ຕ້ອງຮັບປະ ກັນຄວາມປອດໄພ,ປະສິດທະຜົນແລະຮັບປະກັນຄວາມອາດສາ ມາດໃນການຈ່າຍເງິນຄື່ນຢ່າງເປັນປົກກະຕິຕາມສັນຍາປະກັນ ໄພ. ຜູ້ປະກັນໄພສາມາດໃຊ້ເງິນທຶນເພື່ອລົງທຶນຢູ່ ສປປລາວໃນ ຂົງເຂດຕາມລໍາດັບບູລິມະສິດ ດັ່ງນີ້: 1. ຊື້ພັນທະບັດຂອງລັດ; 2. ຊື້ຮຸ້ນ ແລະ ພັນທະບັດຂອງວິສາຫະກິດ; 3. ລົງທຶນໃນທຸລະກິດອະສັງຫາລິມະຊັບ; 4. ປະກອບທຶນໃນວິສາຫະກິດອື່ນໆ; 5. ຝາກເງິນໄວ້ກັບທະນາຄານທຸລະກິດ ຫຼື ສະຖາບັນການ ເງິນອື່ນ.

....ມາດຕາ 96 (ໃໝ່) ລາຍຮັບ-ລາຍຈ່າຍ

ມາດຕາ 96 (ໃໝ່) ລາຍຮັບ-ລາຍຈ່າຍ ລາຍຮັບແລະລາຍຈ່າຍຂອງຜູ້ປະກັນໄພແລະນາຍໜ້າປະ ກັນໄພຕ້ອງໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການບັນຊີແລະໃຫ້ ສອດຄ່ອງກັບມາດຕະຖານຫຼັກການການບັນຊີຂອງສປປລາວ. ກະຊວງການເງິນອອກລະບຽບການເພີ່ມເພື່ອກວດກາການ ຈັດຕັ້ງປະຕິບັດລະບຽບການການເງິນຂອງຜູ້ປະກັນໄພແລະນາຍ ໜ້າປະກັນໄພ.

....ມາດຕາ 97 (ໃໝ່) ສົກປີການເງິນ

ມາດຕາ 97 (ໃໝ່) ສົກປີການເງິນ ສົກປີການເງິນຂອງຜູ້ປະກັນໄພແລະນາຍໜ້າປະກັນໄພ ຕ້ອງປະຕິບັດຕາມປີການບັນຊີທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການບັນຊີເຊິ່ງເລີ່ມແຕ່ວັນທີ 1 ມັງກອນແລະສິ້ນສຸດວັນທີ 31 ທັນ ວາຂອງແຕ່ລະປີ. ສັກປີການເງິນປີທໍາອິດຂອງຜູ້ປະກັນໄພແລະນາຍໜ້າປະ ກັນໄພຕ້ອງເລີ່ມແຕ່ວັນທີ່ໄດ້ຮັບໃບອະນຸຍາດສ້າງຕັ້ງໃຫ້ດໍາເນີນທຸ ລະກິດແລະສິ້ນສຸດລົງໃນວັນທີ 31 ທັນວາ ຂອງປີນັ້ນ.

....ມາດຕາ 98 (ໃໝ່) ການກວດສອບເອກະສານລາຍງານການເງິນ

ມາດຕາ 98 (ໃໝ່) ການກວດສອບເອກະສານລາຍງານການ ເງິນ ການກວດສອບເອກະສານລາຍງານການເງິນປະຈໍາປີ ຂອງຜູ້ປະກັນໄພແລະນາຍໜ້າປະກັນໄພຕ້ອງໄດ້ຮັບການຢັ້ງຢືນ ຈາກຜູ້ກວດສອບເອກະລາດຫຼືອົງການຄຸ້ມຄອງທີ່ກ່ຽວຂ້ອງຂອງ ລັດ. ກະຊວງການເງິນມີສິດສະເໜີໃຫ້ຜູ້ປະກັນໄພແລະນາຍໜ້າ ປະກັນໄພຈັດລະດັບຄວາມໜ້າເຊື່ອຖືໃນການດໍາເນີນທຸລະກິດປະ ກັນໄພຈາກຜູ້ຈັດລະດັບຄວາມໜ້າເຊື່ອຖືທັງພາຍໃນຫຼືຕ່າງປະເທດ.


....ມາດຕາ 99 (ປັບປຸງ) ເອກະສານລາຍງານການເງິນ

ມາດຕາ 99 (ປັບປຸງ) ເອກະສານລາຍງານການເງິນ ຜູ້ປະກັນໄພແລະນາຍໜ້າປະກັນໄພຕ້ອງປະຕິບັດຕາມລະ ບຽບການລາຍງານການເງິນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການບັນຊີແລະລາຍກງານໃນແຕ່ລະໄລຍະກ່ຽວກັບການເຄື່ອນ ໄຫວດໍາເນີນທຸລະກິດຂອງຕົນ. ນອກຈາກການລາຍງານປົກກະຕິແລ້ວຜູ້ປະກັນໄພແລະ ນາຍໜ້າປະກັນໄພຕ້ອງສົ່ງເອກະສານລາຍງານການເງິນໃຫ້ກະ ຊວງການເງິນໃນກໍລະນີດັ່ງນີ້: 1.​ ມີເຫດການໃໝ່ທີ່ເກີດຂຶ້ນໃນການເຄື່ອນໄຫວດໍາເນີນ ທຸລະກິດ. 2. ຜູ້ປະກັນໄພແລະນາຍໜ້າປະກັນໄພບໍ່ປະຕິບັດພັນທະ ທາງດ້ານການເງິນ. 3. ມີໜັງສືສະເໜີຂໍຂໍ້ມູນສະເພາະຈາກກະຊວງການເງິນ.

....ມາດຕາ 100 (ໃໝ່) ການພິມເຜີຍແຜ່ເອກະສານລາຍງານການເງິນ

ມາດຕາ 100 (ໃໝ່) ການພິມເຜີຍແຜ່ເອກະສານລາຍງານ ການເງິນ ຜູ້ປະກັນໄພແລະນາຍໜ້າປະກັນໄພສາມາດພິມເຜີຍແຜ່ ເອກະສານລາຍງານການເງິນຂອງຕົນພາຍຫຼັງສິ້ນສຸດສົກປີການ ເງິນທີ່ໄດ້ຮັບການກວດສອບຈາກອົງການກວດສອບເອກະລາດຫຼື ອົງການຄຸ້ມຄອງທີ່ກ່ຽວຂ້ອງຂອງລັດແລ້ວ.


..ພາກທີ 9 ສິດ,ພັນທະຂອງຜູ້ປະກັນໄພແລະຜູ້ຊື້ການປະກັນໄພ


...ມາດຕາ 101 (ໃໝ່) ສິດແລະພັນທະຂອງຜູ້ປະກັນໄພ

ມາດຕາ 101 (ໃໝ່) ສິດແລະພັນທະຂອງຜູ້ປະກັນໄພ ຜູ້ປະກັນໄພມີສິດດັ່ງນີ້: 1. ເກັບຄ່າທໍານຽມຕາມສັນຍາປະກັນໄພ; 2. ສະເໜີໃຫ້ຜູ້ຊື້ການປະກັນໄພສະໜອງຂໍ້ມູນທີ່ຖືກຕ້ອງ ແລະຄົບຖ້ວນເພື່ອເຮັດສັນຍາປະກັນໄພ. 3. ໂຈະການປະຕິບັດສັນຍາປະກັນໄພທີ່ມີການສະໜອງຂໍ້ ມູນທີ່ຖືກຕ້ອງແລະຄົບຖ້ວນເພື່ອເຮັດສັນຍາປະກັນໄພ. 4. ປະຕິເສດການຈ່າຍສິນປະກັນໄພທີ່ບໍ່ໄດ້ກໍານົດໄວ້ໃນ ເງື່ອນໄຂຂອງສັນຍາປະກັນໄພ. 5. ຮັບສິດຂອງຜູ້ໄດ້ຮັບການປະກັນໄພໃນການທວງເອົາ ເງິນຈາກບຸກຄົນທີສາມທີ່ເປັນຕົ້ນເຫດຂອງການກໍ່ຄວາມເສຍຫາຍ.

ຜູ້ປະກັນໄພມີພັນທະດັ່ງນີ້: 1. ອະທິບາຍໃຫ້ຄວາມກະຈ່າງແຈ້ງຕໍ່ຜູ້ສະເໜີເຮັດປະກັນ ໄພກ່ຽວກັບເງື່ອນໄຂ,ສິດແລະພັນທະຂອງຜູ້ຊື້ການປະກັນໄພ. 2. ອອກສັນຍາປະກັນໄພໃຫ້ແກ່ຜູ້ຊື້ການປະກັນໄພ. 3. ຈ່າຍສິນປະກັນໄພຕາມສັນຍາປະກັນໄພໃຫ້ຜູ້ໄດ້ຮັບ ການປະກັນໄພຫຼືຜູ້ໄດ້ຮັບຜົນປະໂຫຍດຢ່າງຖືກຕ້ອງແລະຄົບຖ້ວນ; 4. ແຈ້ງເຫດຜົນເປັນລາຍລັກອັກສອນກ່ຽວກັບການປະຕິ ເສດໃນການບໍ່ຈ່າຍສິນປະກັນໄພ; 5. ປະສານສົມທົບກັບຜູ້ໄດ້ຮັບການປະກັນໄພໃນເວລາອັນ ຄວນເພື່ອແກ້ໄຂອຸປະຕິເຫດກັບບຸກຄົນທີສາມໃນການທົດແທນ ຄວາມເສຍຫາຍທີ່ເກີດຂຶ້ນ. 6. ປະຕິບັດພັນທະດ້ານງົບປະມານຂອງລັດແລະພັນທະອື່ນ ທີໄ່ດ້ກໍານົດໄວ້ໃນລະບຽບກົດໝາຍ; 7. ມີຄວາມຮັບຜິດຊອບໃນການແກ້ໄຂຄວາມເສຍຫາຍທີ່ ເກີດຂຶ້ນຢ່າງທັນການ.

...ມາດຕາ 101 (ໃໝ່) ສິດແລະພັນທະຂອງຜູ້ຊື້ການປະກັນໄພ

ມາດຕາ 101 (ໃໝ່) ສິດແລະພັນທະຂອງຜູ້ຊື້ການປະກັນໄພ ຜູ້ຊື້ການປະກັນໄພມີສິດດັ່ງນີ້: 1. ສະເໜີໃຫ້ຜູ້ປະກັນໄພອະທິບາຍນະໂຍບາຍ,ເງື່ອນໄຂ ການປະກັນໄພແລະອອກສັນຍາປະກັນໄພ; 2. ໂຈະການປະຕິບັດສັນຍາປະກັນໄພໃນກໍລະນີຜູ້ປະກັນ ໄພສະໜອງຂໍ້ມູນບໍ່ຖືກຕ້ອງໃນສັນຍາປະກັນໄພ. 3. ສະເໜີໃຫ້ຜູ້ປະກັນໄພຈ່າຍສິນປະກັນໄພຕາມສັນຍາ; 4. ປະຕິບັດສິດອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ຜູ້ຊື້ການປະກັນໄພມີພັນທະດັ່ງນີ້: 1. ຈ່າຍຄ່າທໍານຽມປະກັນໄພ. 2. ແຈ້ງໃຫ້ຜູ້ປະກັນໄພຊາບຢ່າງທັນການກ່ຽວກັບການ ສູນເສຍຫຼືການເສຍກາຍທີ່ມີການຄໍ້າປະກັນພາຍຫຼັງທີ່ຕົນໄດ້ຮູ້ ຢ່າງຊ້າບໍ່ໃຫ້ກາຍຫ້າວັນ.ສໍາລັບການປະກັນໄພກ່ຽວກັບການລັກ ຊັບນັ້ນຕ້ອງໃຫ້ແຈ້ງພາຍໃນກໍານົດສາມສິບຫົກຊົ່ວໂມງພາຍຫຼັງທີ່ ຮູ້ເຫດການລັກຊັບ.ຄູ່ສັນຍາອາດຈະຕົກລົງເພີ່ມກໍານົດເວລາໃນ ການແຈ້ງເຫດການດັ່ງກ່າວນີ້ໄວ້ໃນສັນຍາກໍ່ໄດ້,ຜູ້ໄດ້ຮັບການປະ ກັນໄພຈະບໍ່ເສຍສິດຕາມທີ່ໄດ້ກໍານົດໄວ້ໃນສັນຍາປະກັນໄພເມື່ອຕົນ ບໍ່ສາມາດແຈ້ງການສູນເສຍຫຼືການເສຍຫາຍທີ່ເກີດຂຶ້ນນັ້ນໄດ້ຍ້ອນ ເຫດບັງເອີນຫຼືເຫດສຸດວິໄສ; 3. ແຈ້ງທຸກສະພາບການທີ່ຕົນໄດ້ຮູ້ຢ່າງຖືກຕ້ອງເພື່ອຊ່ວຍ ປະເມີນການສ່ຽງໄພທີ່ຈະຕົກເປັນພາລະຂອງຜູ້ປະກັນໄພຢ່າງ ເໝາະສົມໃນເວລາເຮັດສັນຍາປະກັນໄພ. 4. ແຈ້ງສະພາບການອນຈະເປັນຜົນສະທ້ອນໃຫ້ແກ່ການ ສ່ຽງໄພເພີ່ມຂຶ້ນໃຫ້ຜູ້ປະກັນໄພຮູ້ຕາມທີ່ໄດກໍານົດໄວ້ໃນສັນຍາປະ ກັນໄພ; 5. ປະຕິບັດພັນທະອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

..ພາກທີ 10 ຂໍ້ຫ້າມ


...ມາດຕາ 103 (ໃໝ່) ຂໍ້ຫ້າມສໍາລັບເຈົ້າໜ້າທີ່ປະກັນໄພ

ມາດຕາ 103 (ໃໝ່) ຂໍ້ຫ້າມສໍາລັບເຈົ້າໜ້າທີ່ປະກັນໄພ ຫ້າມເຈົ້າໜ້າທີ່ປະກັນໄພມີການກະທໍາດັ່ງນີ້: 1. ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຮັບຜົນປະໂຫຍດສ່ວນຕົວ ຈາກທຸລະກິດປະກັນໄພ. 2.​ ສວຍໃຊ້ສິດໜ້າທີ່ເກີນຂອບເຂດເຊິ່ງກໍ່ໃຫ້ເກີດຄວາມ ເສຍຫາຍແກ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືຜົນປະໂຫຍດອັນ ຊອບທໍາຂອງປະຊາຊົນ; 3. ປະລະໜ້າທີ່ແລະຄວາມຮັບຜິດຊອບກ່ຽວກັບທຸລະກິດປະ ກັນໄພທີ່ການຈັດຕັ້ງມອບໃຫ້. 4. ເປີດເຜີຍຄວາມລັບຂອງລັດແລະທາງລັດຖະການກ່ຽວ ກັບທຸລະກິດປະກັນໄພ; 5. ປອມແປງເອກະສານກ່ຽວກັບທຸລະກິດປະກັນໄພ. 6. ດໍາເນີນຫຼືເຂົ້າຮ່ວມການດໍາເນີນທຸລະກິດປະກັນໄພໃນ ທຸກຮູບແບບ. 7. ມີການກະທໍາອື່ນທີ່ເປັນຂໍ້ຫ້າມເຊິ່ງໄດ້ກໍານົດໄວ້ໃນລະ ບຽບກົດໝາຍກ

...ມາດຕາ 104 (ໃໝ່) ຂໍ້ຫ້າມສໍາລັບຜູ້ປະກັນໄພແລະນາຍໜ້າປະກັນໄພ

ມາດຕາ 104 (ໃໝ່) ຂໍ້ຫ້າມສໍາລັບຜູ້ປະກັນໄພແລະນາຍໜ້າ ປະກັນໄພ ຫ້າມຜູ້ປະກັນໄພແລະນາຍໜ້າປະກັນໄພມີການກະທໍາດັ່ງນີ້: 1. ທໍາລາຍຂໍ້ມູນຫຼັກຖານ,ປິດບັງເຊື່ອງອໍາລາຍຮັບແລະຊຸກ ເຊື່ອງການກະທໍາຜິດທີ່ຕິດພັນກັບການປະກັນໄພ; 2. ໃຫ້ສິນບົນຫຼືຄ່າຈ້າງລາງວັນ,ສົມຮູ້ຮ່ວມຄິດກັບບຸກຄົນ ອື່ນທີ່ກ່ຽວຂ້ອງເອົາເງິນຂອງລັດ; 3. ປອມແປງໃບຮັບເງິນ,ເກັບເງິນຫຼືເອກະສານອື່ນ; 4.​ ໝິ່ນປະໝາດ,ນາບຂູ່,ທໍາຮ້າຍຮ່າງກາຍເຈົ້າໜ້າທີ່ປະ ກັນໄພ. 5. ໂຄສະນາບິດເບືອນຄວາມຈິງກ່ຽວກັບເນື້ອໃນ,ຂອບ ເຂດການເຄື່ອນໄຫວ,ເງື່ອນໄຂການປະກັນໄພເຊິ່ງສົ່ງຜົນສະທ້ອນ ເຖິງຜົນປະໂຫຍດທີ່ຈະໄດ້ຮັບຂອງຜູ້ຊື້ການປະກັນໄພ; 6. ຍາດແຍ່ງລູກຄ້າດ້ວຍການສະກັດກັ້ນ,ຊື້ຈ້າງ,ຂົ່ມຂູ່ ເຈົ້າໜ້າທີ່ປະກັນໄພ,ຜູ້ໄດ້ຮັບການປະກັນໄພ,ຕົວແທນປະກັນໄພ ແລະນາຍໜ້າປະກນໄພອື່ນ. 7. ໃຫ້ສິ່ງຕອບແທນແກ່ລູກຄ້າທີ່ບໍ່ເໝາະສົມຕາມຄວາມ ຈິງແລະເຮັດການແຂ່ງຂັນທີ່ບໍ່ເໝາະສົມ; 8. ຫຼຸດຄ່າທໍານຽມປະກັນໄພທີ່ຕໍ່າກວ່າການກໍານົດຂອງກະ ຊວງການເງິນວາງອອກ. 9. ລອກແບບຜະລິດຕະພັນປະກັນໄພໂດຍບໍ່ໄດ້ຮັບອະນຸ ຍາດຈາກເຈົ້າຂອງລິຂະສິດ; 10. ເຄື່ອນໄຫວທຸລະກິດປະກັນໄພຊີວິດແລະປະກັນໄພທົ່ວ ໄປໃນເວລາດຽວກັນໂດຍບໍ່ໄດ້ແຍກໃບອະນຸຍາດດໍາເນີນທຸລະກິດ ແຕ່ລະປະເພດເປັນອັນສະເພາະ.

...ມາດຕາ 105 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 105 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນແລະການ ຈັດຕັ້ງອື່ນ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນມີການກະທໍາ ດັ່ງນີ້: 1. ສວຍໃຊ້ໜ້າທີ່ຕໍາແໜ່ງ,ໃຊ້ສິດເກີນຂອບເຂດ,ໃຊ້ ຄວາມຮຸນແຮງແລະແອບອ້າງຊື້ຜູ້ອື່ນເພື່ອນາບຂູ່ພະນັກງານແລະ ເຈົ້າໜ້າທີ່ປະກັນໄພເພື່ອຫາຜົນປະໂຫຍດສ່ວນຕົວຫຼືພັກພວກກ່ຽວ ກັບການປະກັນໄພ; 2. ດໍາເນີນທຸລະກິດປະກັນໄດດ້ວຍຕົນເອງຫຼືມີຮຸ້ນສ່ວນ ໂດຍບໍ່ໄດ້ຮັບອະນຸຍາດ; 3. ຂັດຂວາງການປະຕິບັດໜ້າທີ່ຂອງພະນັກງານແລະ ເຈົ້າໜ້າທີ່ປະກັນໄພ; 4.​ ປະຕິບັດການສະໜອງຂໍ້ມູນ,ຮ່ວມມືໃນການປົກປິດ ແລະຊຸກຍູ້ບໍ່ໃຫ້ຜູ້ດໍາເນີນທຸລະກິດປະກັນໄພເສຍພັນທະຕໍ່ລັດ.


..ພາກທີ 11 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 106 (ໃໝ່) ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 106 (ໃໝ່) ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານປະກັນໄພສາ ມາດດໍາເນີນດ້ວຍຮູບການໃດໜຶ່ງດັ່ງນີ້: 1. ການປະນີປະນອມ; 2. ການໄກ່ເກ່ຍ; 3. ການແກ້ໄຂທາງດ້ານບໍລິຫານ; 4. ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ; 5. ການຮ້ອງຟ້ອງຕໍ່ສານປະຊາຊົນ; 6. ການແກ້ໄຂຂໍ້ຂັດແຍ່ງສາກົນ.

...ມາດຕາ 107 (ໃໝ່) ສິດໃນການເລືອກຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 107 (ໃໝ່) ສິດໃນການເລືອກຮູບການແກ້ໄຂຂໍ້ຂັດ ແຍ່ງ ເມື່ອມີຂໍ້ຂັດແຍ່ງກ່ຽວກັບວຽກງານປະກັນໄພຄູ່ກໍລະນີສາ ມາດເລືອກຮູບກນແກ້ໄຂໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ 106 ຂອງກົດໝາຍສະບັບນີ້ກໍ່ໄດ້.

...ມາດຕາ 108 (ໃໝ່) ການປະນີປະນອມ

ມາດຕາ 108 (ໃໝ່) ການປະນີປະນອມ ຄູ່ກໍລະນີສາມາດປະນີປະນອມກັນກ່ຽວກັບການລະເມີດ ການປະກັນໄພ. ການຕົກລົງຈາກການປະນີປະນອມໃຫ້ປະຕິບັດຕາມຫຼັກ ການເຮັດສັນຍາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຂໍ້ຜູກ ພັນໃນສັນຍາແລະນອກສັນຍາ.

...ມາດຕາ 109 (ໃໝ່) ການໄກ່ເກ່ຍ

ມາດຕາ 109 (ໃໝ່) ການໄກ່ເກ່ຍ ຄູ່ກໍລະນີສາມາດເລືອກຮູບການແກ້ໄຂຂໍ້ຂັດແຍ່ດ້ວຍການ ໄກ່ເກ່ຍໄດ້ທຸກເວລາໂດຍສອດຄ່ອງກັບລະບຽບກົດໝາຍ.

...ມາດຕາ 110 (ໃໝ່) ການແກ້ໄຂທາງດ້ານບໍລິຫານ

ມາດຕາ 110 (ໃໝ່) ການແກ້ໄຂທາງດ້ານບໍລິຫານ ຄູ່ກໍລະນີສາມາດສະເໜີຕໍ່ອົງການຄຸ້ມຄອງວຽກງາານປະ ກັນໄພເພື່ອແກ້ໄຂຂໍ້ຂັດແຍ່ງກ່ຽວກັບການປະກັນໄພໂດຍສອດ ຄ່ອງກັບລະບຽບກົດໝາຍ.

...ມາດຕາ 111 (ໃໝ່) ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 111 (ໃໝ່) ການແກ້ໄຂໂດຍຄະນະກໍາມະການແກ້ ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຄູ່ກໍລະນີສາມາດຮ້ອງຂໍຕໍ່ຄະນະກໍາມະການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດໄດ້ທຸກໆເວລາເພື່ອໃຫ້ແກ້ໄຂຂໍ້ຂັດ ແຍ່ງກ່ຽວກັບການປະກັນໄພໂດຍສອດຄ່ອງກັບກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແລະລະບຽບກົດໝາຍ ອື່ນທີ່ກ່ຽວຂ້ອງ.


...ມາດຕາ 112 (ໃໝ່) ການຮ້ອງຟ້ອງຕໍ່ສານປະຊາຊົນ

ມາດຕາ 112 (ໃໝ່) ການຮ້ອງຟ້ອງຕໍ່ສານປະຊາຊົນ ຄູ່ກໍລະນີສາມາດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອຕັດສິນຄະ ດີກ່ຽວກັບການປະກັນໄພຕາມລະບຽບກົດໝາຍ.

...ມາດຕາ 113 (ໃໝ່) ການແກ້ໄຂຂໍ້ຂັດແຍ່ງສາກົນ

ມາດຕາ 113 (ໃໝ່) ການແກ້ໄຂຂໍ້ຂັດແຍ່ງສາກົນ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການປະກັນໄພທີ່ມີລັກສະນະ ສາກົນໃຫ້ປະຕິບັດຕາມສັນຍາແລະສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີ.

..ພາກທີ 12 ການຄຸ້ມຄອງແລະກວດກາ


...ໝວດທີ 1 ອົງການຄຸ້ມຄອງ


....ມາດຕາ 114 (ໃໝ່) ອົງການຄຸ້ມຄອງວຽກງານປະກັນໄພ

ມາດຕາ 114 (ໃໝ່) ອົງການຄຸ້ມຄອງວຽກງານປະກັນໄພ ລັດຖະບານຄຸ້ມຄອງວຽກງານປະກັນໄພຢ່າງລວມສູນແລະ ເປັນເອກະພາບໃນທົ່ວປະເທດໂດຍມອບໃຫ້ກະຊວງການເງິນເປັນ ໃຈກາງໃນການປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ເປັນຕົ້ນຂະແໜງການແຜນການແລະການລົງທຶນ,ອຸດສາຫະກໍາ ແລະການຄ້າ,ສາທາລະນະສຸກ,ກະສິກໍາແລະປ່າໄມ້,ຖະແຫຼງ ຂ່າວ, ວັດທະນະທໍາແລະທ່ອງທ່ຽວແລະອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ. ຂະແໜງການການເງິນເປັນອົງການຄຸ້ມຄອງວຽກງານປະ ກັນໄພ. ສໍາລັບຂະແໜງການອື່ນແມ່ນມີສິດແລະໜ້າທີ່ຄຸ້ມຄອງ ວຽກງານປະກັນໄພຕາມພາລະບົດບາດຂອງຕົນ.

....ມາດຕາ 115 (ໃໝ່)


....ມາດຕາ 115 (ໃໝ່) ສິດແລະໜ້າທີ່ຂອງຂະແໜງການການເງິນ

ມາດຕາ 115 (ໃໝ່) ສິດແລະໜ້າທີ່ຂອງຂະແໜງການການ ເງິນ ໃນການຄຸ້ມຄອງວຽກງານປະກັນໄພຂະແໜງການການ ເງິນມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ສ້າງແຜນຍຸດທະສາດ,ແຜນນະໂຍບາຍ,ລະ ບຽບກົດໝາຍກ່ຽວກັບວຽກງານປະກັນໄພເພື່ອສະເໜີລັດຖະບານ ພິຈາລະນາ; 2. ຫັນແຜນຍຸດທະສາດ,ແຜນນະໂຍບາຍຂອງລັດຖະບານ ໃຫ້ກາຍເປັນແຜນການ,ແຜນງານ,ໂຄງການລະອຽດຂອງຂະ ແໜງການການເງິນຕາມຂອບເຂດຄວາມຮັບຜິຊອບຂອງຕົນ; 3. ໂຄສະນາ,ເຜີຍແຜ່ກົດໝາຍແລະນິຕິກໍາອື່ນກ່ຽວກັບ ວຍກງານປະກັນໄພຕາມພາລະບົດບາດຂອງຕົນ; 4. ຊີ້ນໍາວຽກງານວິຊາສະເພາະ,ຕິດຕາມການຈັດຕັ້ງປະ ຕິບັດກົດໝາຍແລະນິຕິກໍາອື່ນກ່ຽວກັບວຽກງານປະກັນໄພຕາມ ຂອບເຂດຄວາມຮັບຜິດຊອບຂອງຕົນ; 5. ຕິດຕາມການດໍາເນີນທຸລະກິດປະກັນໄພຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນ; 6. ສ້າງບຸກຄະລາກອນ,ແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງ, ປະຕິບັດນະໂຍບາຍຫຼືລົງວິໄນຕໍ່ພະນັກງານແລະເຈົ້າໜ້າທີ່ປະກັນ ໄພຕາມພາລະບົດບາດຂອງຕົນແລະຕາມລະບຽບກົດໝາຍ; 7.​ປະສານສົມທົບກັບບັນດາຂະແໜງການອື່ນແລະອົງ ການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງກັບວຽກງານປະກັນໄພ. 8. ຮັບຜິດຊອບໃນການຕິດຕາມ,ການຈັດຕັ້ງປະຕິບັດວຽກ ງານວິຊາສະເພາະຂອງພະນັກງານແລະເຈົ້າໜ້າທີ່ປະກັນໄພເຊິ່ງ ຢູ່ໃນການຄຸ້ມຄອງຂອງຕົນ; 9. ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນ ກ່ຽວກັບວຽກງານປະກັນໄພຕາມພາລະບົດບາດຂອງຕົນຫຼືຕາມ ການມອບໝາຍຂອງຂັ້ນເທິງ; 10. ສະຫຼຸບແລະລາຍງານຕໍ່ຂັ້ນເທິງຂອງຕົນກ່ຽວກັບການ ຈັດຕັ້ງປະຕິບັດວຽກງານປະກັນໄພຢ່າງເປັນປົກກະຕິ. 11. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

...ໝວດທີ 2 ອົງການກວດກາ


....ມາດຕາ 116 (ໃໝ່) ອົງການກວດກາວຽກງານປະກັນໄພ

ມາດຕາ 116 (ໃໝ່) ອົງການກວດກາວຽກງານປະກັນໄພ ອົງການກວດກາວຽກງານປະກັນໄພປະກອບດ້ວຍ: 1. ອົງການກວດກາພາຍໃນເຊິ່ງແມ່ນອົງການດຽວກັນ ກັບອົງການຄຸ້ມຄອງວຽກງານປະກັນໄພຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 114 ຂອງກົດໝາຍສະບັບນີ້; 2. ອົງການກວດກາພາຍນອກເຊິ່ງແມ່ນສະພາແຫ່ງ ຊາດ,ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ ແລະອົງການກວດສອບແຫ່ງລັດ.

....ມາດຕາ 117 (ໃໝ່) ສິດແລະໜ້າທີ່ຂອງອົງການກວດກາພາຍໃນ

ມາດຕາ 117 (ໃໝ່) ສິດແລະໜ້າທີ່ຂອງອົງການກວດກາພາຍ ໃນ ອົງການກວດກາພາຍໃນມີສິດແລະໜ້າທີ່ດັ່ງນີ້: 1. ກວດກາການປະຕິບັດໜ້າທີ່ແລະຄວາມຮັບຜິດຊອບ ຂອງພະນັກງານແລະເຈົ້າໜ້າທີ່ປະກັນໄພແຕ່ລະຂັ້ນໃນການປະ ຕິບັດລະບຽບກົດໝາຍ,ມະຕິ,ຄໍາສັ່ງແລະນິຕິກໍາອື່ນທີ່ກ່ຽວຂ້ອງ, ແບບແຜນວິທີເຮັດວຽກ,ວິຊາສະເພາະເພື່ອຮັບປະກັນໃຫ້ການ ຈັດຕັ້ງແລະເຄື່ອນໄຫວວຽກງານມີປະສິດທະພາບແລະປະສິດທິ ຜົນສູງ. 2. ກວດກາຜູ້ປະກັນໄພແລະນາຍໜ້າປະກັນໄພຕາມເປົ້າ ໝາຍກ່ຽວກັບການສ້າງແຜນການເຄື່ອນໄຫວທຸລະກິດປະກັນໄພ, ການຄິດໄລ່,ການເກັບຄ່າທໍານຽມແລະຄ່າບໍລິການ.

....ມາດຕາ 118 (ໃໝ່) ສິດແລະໜ້າທີ່ຂອງອົງການກວດກາພາຍນອກ

ມາດຕາ 118 (ໃໝ່) ສິດແລະໜ້າທີ່ຂອງອົງການກວດກາ ພາຍນອກ ອົງການກວດກາພາຍນອກມີສິດແລະໜ້າທີ່ກວດກາການ ຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບວຽກງານປະກັນໄພຕາມ ພາລະບົດບາດ,ສິດໜ້າທີ່ແລະຄວາມຮັບຜິດຊອບຂອງຕົນ,ສຽງ ຂອງສັງຄົມແລະການຮ້ອງຟ້ອງຂອງບຸກຄົນ,ນິຕິບຸກຄົນແລະການ ຈັດຕັ້ງອື່ນເພື່ອເຮັດໃຫ້ວຽກງານປະກັນໄພມີປະສິດທິພາບ,ມີ ຄວາມໂປ່ງໃສແລະຍຸຕິທໍາ.

....ມາດຕາ 119 (ໃໝ່) ຮູບການກວດກາ

ມາດຕາ 119 (ໃໝ່) ຮູບການກວດກາ ການກວດກາປະກອບດ້ວຍຮູບການດັ່ງນີ້: - ການກວດກາຕາມລະບົບປົກກະຕິ; - ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ; - ການກວດກາແບບກະທັນຫັນ.

ການກວດກາຕາມແຜນການປົກກະຕິແມ່ນການກວດກາທີ່ ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນ ແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ນອກແຜນການເມື່ອເຫັນວ່າມີຄວາມຈໍາເປັນເຊິ່ງຕ້ອງແຈ້ງໃຫ້ຜູ້ ຖືກກວດກາຮູ້ລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບ ດ່ວນເຊິ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ.

..ພາກທີ 13 ນະໂຍບາຍຕໍໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 120 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 120 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະກັນໄພເປັນຕົ້ນໃນການ ເຮັດວຽກງານປະກັນໄພມີປະສິດທະຜົນແລະມີປະສິດທິພາບສູງຈະ ໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 121 (ໃໝ່) ມາດຕະການຕໍ່ຜູ້ລະເມີດ

ມາດຕາ 121 (ໃໝ່) ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍວ່າດ້ວຍ ການປະກັນໄພຈະຖືກສຶກສາອົບຮົມຫຼືກ່າວເຕືອນ,ລົງວິໄນ,ລົງໂທດ ທາງອາຍາຕາມແຕ່ກໍລະນີເບົາຫຼືໜັກພ້ອມທັງໃຊ້ແທນຄ່າເສຍ ຫາຍທາງແພ່ງ.

...ມາດຕາ 122 (ໃໝ່) ມາດຕະການສຶກສາອົບຮົມຫຼືກ່າວເຕືອນ

ມາດຕາ 122 (ໃໝ່) ມາດຕະການສຶກສາອົບຮົມຫຼືກ່າວເຕືອນ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານປະກັນໄພເປັນຄັ້ງທໍາອິດໂດຍບໍ່ເຈດຕະນາຈະ ຖືກສຶກສາອົບຮົມຫຼືກ່າວເຕືອນ. ...ມາດຕາ 123 (ໃໝ່) ມາດຕະການທາງວິໄນ

ມາດຕາ 123 (ໃໝ່) ມາດຕະການທາງວິໄນ ພະນັກງານແລະເຈົ້າໜ້າທີ່ປະກັນໄພທີ່ລະເມີດລະບຽບກົດ ໝາຍກ່ຽວກັບການປະກັນໄພແລະຂໍ້ຫ້າມທີ່ມີລັກສະນະເບົາເຊິ່ງບໍ່ ເປັນການກະທໍາຜິດທາງອາຍາຈະຖືກລົງວິໄນຕາມແຕ່ລະກໍລະນີ ດັ່ງນີ້: 1.​ ຕິຕຽນ,ກ່າວເຕືອນຄວາມຜິດຕາມລະບຽບລັດຖະກອນ ພ້ອມທັງບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງຜູ້ກ່ຽວ. 2.​ ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ. 3.​ ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າ ກວ່າເກົ່າ; 4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

...ໜ້າໃໝ່


...ມາດຕາ 124 (ໃໝ່) ມາດຕະການທາງອາຍາ

ມາດຕາ 124 (ໃໝ່) ມາດຕະການທາງອາຍາ ບຸກຄົນທີ່ແຂ່ງຂັນທີ່ບໍ່ເປັນທໍາກ່ຽວກັບການປະກັນໄພເຊິ່ງກໍ່ ຄວາມເສຍຫາຍໃຫ້ແກ່ຜູ້ອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ ຫ້າແສນ ກີບ ຫາ ສິບ ລ້ານກີບ. ໃນກໍລະນີທີ່ມີການກະທໍາອື່ນເຊິ່ງເປັນການກະທໍາຜິດທາງ ອາຍາກໍ່ຈະຖືກລົງໂທດຕາມກົດໝາຍອາຍາພ້ອມທັງໃຊ້ແທນຄ່າ ເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ. ..ພາກທີ 14 ບົດບັນຍັດສຸດທ້າຍ


...ມາດຕາ 125 (ປັບປຸງ) ການຈັດຕັ້ງປະຕິບັດ

ມາດຕາ 125 (ປັບປຸງ) ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 126 (ໃໝ່) ຜົນສັກສິດ

ມາດຕາ 126 (ໃໝ່) ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການປະກັນ ໄພສະບັບເລກທີ ສິບເອັດທັບເກົ້າສິບ ສປສ, ລົງວັນທີ ຊາວເກົ້າພະ ຈິກປີພັນເກົ້າລ້ອຍເກົ້າສິບ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ. ປະທານສະພາແຫ່ງຊາດ. ປານີ ຍາທໍາຕູ້