ກົດໝາຍວ່າດ້ວຍການບັນຊີ(ສະບັບປັບປຸງ) 02-07-2007

From Wikisource
Jump to navigation Jump to search

.ການບັນຊີ(ສະບັບປັບປຸງ) 02-07-2007


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ ກົດໝາຍວ່າດ້ວຍການບັນຊີກໍານົດຫຼັກການ,ລະບຽບການ ແລະມາດຕະການກ່ຽວກັບການຖືບັນຊີຂອງຫົວໜ່ວຍງົບປະມານ,ອົງ ການບໍລິຫານວິຊາການ,ກອງທຶນຂອງລັດ,ຫົວໜ່ວຍທຸລະກິດແລະຫົວ ໜ່ວຍທີ່ບໍ່ສະແຫວງຫາຜົນກໍາໄລເພື່ອເຮັດໃຫ້ວຽກງານການບັນຊີມີ ຄວາມເຂັ້ມແຂງແລະເຕີບໃຫຍ່ຂະຫຍາຍຕົວ,ເປັນເຄື່ອງມືຮັບໃຊ້ການ ຄຸ້ມຄອງການເງິນແລະການກວດກາບັນຊີພ້ອມທັງເປັນພື້ນຖານໃນ ການເກັບພັນທະເຂົ້າງົບປະມານແຫ່ງລັດ,ສົ່ງເສີມການຜະລິດທຸລະ ກິດ,ການລົງທຶນພາຍໃຈແລະຕ່າງປະເທດປະກອບສ່ວນເຂົ້າໃນການ ສ້າງສາພັດທະນາປະເທດຊາດ.

...ມາດຕາສອງການບັນຊີ

ມາດຕາສອງການບັນຊີ ການບັນຊີແມ່ນການຮັບຮູ້,ຄິດໄລ່,ບັນທຶກ,ຈັດວາງແລະ ລາຍງານຂໍ້ມູນດ້ານການເງິນທີ່ເນື່ອງມາຈາກການເຄື່ອນໄຫວ ກິດຈະການຂອງຫົວໜ່ວຍການບັນຊີ. ການບັນຊີແບ່ງອອກເປັນສາມລະບົບດັ່ງນີ້: -ການບັນຊີແຫ່ງລັດ:ບັນຊີງົບປະມານ,ບັນຊີຄັງເງິນ,ບັນຊີບໍ ລິຫານວິຊາການ,ບັນຊີໂຄງການແລະບັນຊີກອງທຶນຂອງລັດ. -ການບັນຊີຂອງຫົວໜ່ວຍວິສາຫະກິດຕ່າງໆລວມທັງບັນຊີທະ ນາຄານແລະການປະກັນໄພ. -ການບັນຊີຂອງຫົວໜ່ວຍທີ່ບໍ່ສະແຫວງຫາຜົນກໍາໄລແລະ ອື່ນໆ.

...ມາດຕາສາມການອະທິບາຍຄໍາສັບ

ມາດຕາສາມການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍ ດັ່ງນີ້: 1. ຜູ້ບໍລິຫານໝາຍເຖິງເຈົ້າຂອງບໍລິສັດ,ຜູ້ອໍານວຍການ ແລະສະພາຜູ້ອໍານວຍການຫຼືອົງການນໍາພາລວມໝູ່ອື່ນໆທີ່ຄຸ້ມຄອງ ຫົວໜ່ວຍການບັນຊີພາຍໃຕ້ກົດໝາຍວ່າດ້ວຍວິສາຫະກິດແລະຜູ້ ສັ່ງການຂອງຫົວໜ່ວຍງົບປະມານຂອງລັດ. 2. ຫົວໜ່ວຍການບັນຊີໝາຍເຖິງຫົວໜ່ວຍທີ່ຖືກກໍານົດໃຫ້ຖື ບັນຊີຂອງບັນດາຫົວໜ່ວຍງົບປະມານ,ອົງການບໍລິຫານວິຊາການ, ກອງທຶນຂອງລັດ,ຫົວໜ່ວຍທຸລະກິດແລະຫົວໜ່ວຍທີ່ບໍ່ສະແຫວງຫາ ຜົນກໍາໄລ. 3. ຫົວໜ່ວຍງົບປະມານໝາຍເຖິງອົງການຈັດຕັ້ງຂອງລັດ, ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນທີ່ໄດ້ຮັບມອບສິດ ຈາກລັດຖະບານໃນການສ້າງແຜນ,ການຈັດຕັ້ງປະຕິບັດແລະການ ສະຫລຸບງົບປະມານແຫ່ງລັດ. 4. ອົງການບໍລິຫານວິຊາການໝາຍເຖິງອົງການທີ່ນໍາໃຊ້ ຊັບສິນທີ່ລັດປະກອບໃຫ້ເພື່ອບໍລິຫານຮັບໃຊ້ສັງຄົມຊຶ່ງລາຍຮັບແລະ ລາຍຈ່າຍທັງໝົດຕ້ອງຈົດເຂົ້າໃນແຜນງົບປະມານປະຈໍາສົກປີ. 5. ກອງທຶນຂອງລັດໝາຍເຖິງຫົວໜ່ວຍການຈັດຕັ້ງໜຶ່ງທີ່ ໄດ້ຮັບອະນຸຍາດສ້າງຕັ້ງຈາກລັດຖະບານມີໜ້າທີ່ເກັບລາຍຮັບເຂົ້າ ງົບປະມານແຫ່ງລັດແລະປະຕິບັດລາຍຈ່າຍຕາມລະບຽບການທີ່ລັດ ຖະບານອະນຸມັດ. 6. ຫົວໜ່ວຍທຸລະກິດໝາຍເຖິງຫົວໜ່ວຍການຜະລິດ,ດໍາ ເນີນທຸລະກິດ,ການບໍລິການຊຶ່ງມີການລົງທຶນຈາກພາຍໃນແລະ ຕ່າງປະເທດ. 7. ຫົວໜ່ວຍທີ່ບໍ່ສະແຫວງຫາຜົນກໍາໄລໝາຍເຖິງການຈັດ ຕັ້ງສັງຄົມ,ມູນນິທິແລະກອງທຶນຕ່າງໆທີ່ເຄື່ອນໄຫວຮັບໃຊ້ສາທາ ລະນະປະໂຫຍດຫຼືຊ່ວຍເຫຼືອສັງຄົມ. 8. ຫົວໜ່ວຍທຸລະກິດຂະໜາດນ້ອຍທີ່ສຸດໝາຍເຖິງບຸກຄົນ ແລະນິຕິບຸກຄົນທີ່ດໍາເນີນທຸລະກິດຂະໜາດນ້ອຍຊຶ່ງມີລາຍຮັບທຸລະ ກິດປະຈໍາປີຕໍ່າກວ່າສອງລ້ອຍລ້ານກີບ. 9. ໃບສະຫຼຸບສົມບັດໝາຍເຖິງເອກະສານລາຍງານການ ເງິນກ່ຽວກັບຊັບສິນ,ໜີ້ສິນແລະທຶນຕົນເອງ. 10. ໃບລາຍງານຜົນໄດ້ຮັບໝາຍເຖິງເອກະສານລາຍ ງານການເງິນກ່ຽວກັບລາຍຮັບແລະລາຍຈ່າຍທີ່ໄດ້ຖືກຮັບຮູ້ແລະ ລົງບັນຊີໃນປີ. 11. ໃບລາຍງານກະແສເງິນສົດລວມໝາຍເຖິງເອກະສານ ລາຍງານການເງິນກ່ຽວກັບກະແສຮັບ-ຈ່າຍເງິນສົດລວມໃນ ຕະຫຼອດຮອບເວລາລາຍງານຊຶ່ງຈັດປະເພດຕາມມາດຕະຖານທີ່ ໄດ້ກໍານົດໄວ້. 12. ໃບລາຍງານສ່ວນປ່ຽນແປງຂອງທຶນຕົນເອງໝາຍ ເຖິງເອກະສານລາຍງານການເງິນກ່ຽວກັບການເພີ່ມຂຶ້ນຫຼືຫຼຸດລົງ ຂອງຊັບສິນສຸດທິເຊິ່ງແມ່ນສ່ວນຜິດໂຕນກັນລະຫວ່າງຊັບສິນແລະ ໜີ້ຕ້ອງສົ່ງໃນຕະຫຼອດຮອບເວລາລາຍງານ. 13. ການຄວບຄຸມພາຍໃນການບັນຊີໝາຍເຖິງຂະບວນ ການກວດກາທີ່ດໍາເນີນໂດຍຜູ້ກວດກາພາຍໃນ. 14. ມູນຄ່າປັດຈຸບັນໝາຍເຖິງມູນຄ່າຂອງຊັບສິນໃດໜຶ່ງ ທີ່ອີງໃສ່ລາຄາໃນທ້ອງຕະຫຼາດຫຼືຄຸນປະໂຫຍດນໍາໃຊ້ໃນປັດຈຸບັນ. 15. ມູນຄ່າຍຸຕິທໍາໝາຍເຖິງມູນຄ່າຂອງຊັບສິນໃດໜຶ່ງທີ່ສົມ ເຫດສົມຜົນຊຶ່ງຜູ້ຊື້ແລະຜູ້ຂາຍຕົກລົງຊື້ຂາຍຫຼືແລກປ່ຽນນໍາກັນດ້ວຍ ຄວາມສະໝັກໃຈ.


...ມາດຕາສີ່ນະໂຍບາຍກ່ຽວກັບການບັນຊີ

ມາດຕາສີ່ນະໂຍບາຍກ່ຽວກັບການບັນຊີ ລັດຊຸກຍູ້ສົ່ງເສີມໃຫ້ທຸກຫົວໜ່ວຍທີ່ມີການເຄື່ອນໄຫວດ້ານ ເສດຖະກິດແລະການເງິນຖືບັນຊີດ້ວຍການວາງນະໂຍບາຍ,ລະ ບຽບກົດໝາຍແລະມາດຕະການຕ່າງໆເພື່ອໃຫ້ວຽກງານການບັນ ຊີສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດສັງ ຄົມຂອງປະເທດ,ພາກພື້ນແລະສາກົນໃນແຕ່ລະໄລຍະ.

...ມາດຕາຫ້າຫຼັກການລວມຂອງການບັນຊີ

ມາດຕາຫ້າຫຼັກການລວມຂອງການບັນຊີ ການຖືບັນຊີໃຫ້ປະຕິບັດຕາມຫຼັກການວມດັ່ງນີ້: 1.​ ການຮັບຮູ້ເງິນຄ້າງຮັບແລະຄ້າງຈ່າຍທັງໝົດ. 2. ການຕີມູນຄ່າຊັບສິນແລະໜີ້ສິນຕາມມາດຕະຖານບັນຊີ. 3. ຄວາມເຂົ້າໃຈງ່າຍ,ຄວາມກ່ຽວຂ້ອງກັນ,ຄວາມເຊື່ອຖືໄດ້ ແລະການສົມທຽບກັນໄດ້. 4. ຄວາມຮອບຄອບ. 5. ຄວາມເປັນເອກະລາດຂອງປີການບັນຊີ. 6. ຄວາມສືບເນື່ອງໃນການດໍາເນີນທຸລະກິດໃນອະນາຄົດທີ່ ຄາດຄະເນໄດ້. 7. ຄວາມຖາວອນຂອງວິທີການບັນຊີຕ່າງໆ. 8. ການເປີດເຜີຍຂໍ້ມູນຂ່າວສານທີ່ສໍາຄັນແລະມີຜົນກະທົບຕໍ່ ການຕັດສິນບັນຫາຂອງຜູ້ນໍາໃຊ້. 9. ຄວາມຖືກຕ້ອງທີ່ສຸດກັບຕົວຈິງຂອງຂໍ້ມູນຂ່າວສານດ້ານ ການເງິນ.

...ມາດຕາຫົກພັນທະການຖືບັນຊີ

ມາດຕາຫົກພັນທະການຖືບັນຊີ ທຸກຫົວໜ່ວຍການບັນຊີມີພັນທະຖືບັນຊີຕາມກົດໝາຍສະບັບນີ້.

...ມາດຕາເຈັດພາລະບົດບາດຕົ້ນຕໍຂອງການບັນຊີ

ມາດຕາເຈັດພາລະບົດບາດຕົ້ນຕໍຂອງການບັນຊີ ການບັນຊີມີພາລະບົດບາດຕົ້ນຕໍດັ່ງນີ້: 1. ເກັບກໍາ,ບັນທຶຶກລາຍການເຄື່ອນໄຫວດ້ານລາຍຮັບ,ລາຍ ຈ່າຍ,ຊັບສິນແລະໜີ້ສິນໃຫ້ຖືກຕ້ອງຕາມມາດຕະຖານບັນຊີທີ່ໄດ້ກໍາ ນົດໄວ້ໃຈແຕ່ລະລະບົບການບັນຊີ. 2. ກວດກາ,ຕິດຕາມການນໍາໃຊ້ຊັບສິນແລະການປະຕິບັດພັນ ທະ,ຊໍາລະໜີ້ສິນທັງຜະກອບສ່ວນໃນການສະກັດກັ້ນການຍັກຍອກ,ສໍ້ ໂກງ,ເສຍຫາຍຂອງເງິນ,ວັດຖຸ,ຜົນປະໂຫຍດຂອງລັດແລະພາກສ່ວນ ອື່ນໆ. 3. ດໍາເນີນການວິໄຈຂໍ້ມູນຂ່າວສານດ້ານການເງິນແລະສະ ເໜີມາດຕະການເພື່ອປັບປຸງແກ້ໄຂບັນຫາຄົງຄ້າງເຮັດໃຫ້ການຄຸ້ມ ຄອງມີປະສິດທິຜົນສູງ. 4. ສະໜອງຂໍ້ມູນຂ່າວສານດ້ານການເງິນໃຫ້ຄົບຖ້ວນ,ຖືກ ຕ້ອງ,ຊັດເຈນແລະທັນເວລາຕາມລະບຽບກົດໝາຍ.

...ມາດຕາແປດພາສາແລະສະກຸນເງິນຕາ

ມາດຕາແປດພາສາແລະສະກຸນເງິນຕາ ການຈົດກ່າຍບັນຊີ,ປຶ້ມບັນຊີແລະເອກະສານລາຍງານ ການເງິນຕ້ອງສະແດງອອກເປັນພາສາລາວແລະເປັນສະກຸນເງິນ ກີບຍົກເວັ້ນກໍລະນີທີ່ໄດ້ຮັບອະນຸຍາດຈາກລັດຖະບານ.

...ມາດຕາເກົ້າຂອບເຂດການນໍາໃຊ້ກົດໝາຍ

ມາດຕາເກົ້າຂອບເຂດການນໍາໃຊ້ກົດໝາຍ ກົດໝາຍວ່າດ້ວຍການບັນຊີສະບັບນີ້ນໍາໃຊ້ສໍາລັບ: -ທຸກຫົວໜ່ວຍການບັນຊີ. -ທຸກຫົວໜ່ວຍກວດກາບັນຊີ. -ບຸກຄົນແລະການຈັດຕັ້ງອື່ນທີ່ພົວພັນກັບວຽກງານການບັນ ຊີແລະການກວດກາບັນຊີ.

...ມາດຕາສິບການພົວພັນຮ່ວມມືສາກົນ

ມາດຕາສິບການພົວພັນຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນ,ຮ່ວມມືກັບຕ່າງປະເທດແລະ ອົງການຈັດຕັ້ງສາກົນຕ່າງໆ.ເຊື່ອມໂຍງກັບພາກພື້ນແລະສາກົນ ດ້ວຍການປະສານງານ,ແລກປ່ຽນບົດຮຽນ,ຍົກລະດັບຄວາມຮູ້ ຄວາມສາມາດດ້ານວິຊາການ,ຂໍ້ມູນຂ່າວສານແລະເຕັກໂນໂລຊີ ເພື່ອເຮັດໃຫ້ວຽກງານການບັນຊີມີຄວາມເຂັ້ມແຂງແລະທັນສະ ໄໝ.

..ພາກທີສອງວຽກງານການບັນຊີ


...ໝວດທີໜຶ່ງວຽກງານການບັນຊີ


....ມາດຕາສິບເອັດວຽກງານການບັນຊີ

ມາດຕາສິບເອັດວຽກງານການບັນຊີ ວຽກງານການບັນຊີແມ່ນການຮັບຮູ້,ການດໍາເນີນການຄິດ ໄລ່ເປັນຈໍານວນແລະເປັນເງິນໂດຍມີການຈໍາແນກລາຍການບັນຊີ ຢ່າງຈະແຈ້ງແລະມີເອກະສານຢັ້ງຢືນ,ບັນທຶກ,ຈັດວາງ,ລາຍງານ ຂໍ້ມູນດ້ານການເງິນທີ່ເນື່ອງມາຈາກການເຄື່ອນໄຫວກິດຈະການ ຂອງຫົວໜ່ວຍການບັນຊີເພື່ອຮັບປະກັນຄວາມຖືກຕ້ອງຕາມຕົວຈິງ ແລະລະບຽບກົດໝາຍ.

....ມາດຕາສິບສອງໂຄງປະກອບວຽກງານບັນຊີ

ມາດຕາສິບສອງໂຄງປະກອບວຽກງານບັນຊີ ວຽກງານບັນຊີມີໂຄງປະກອບດັ່ງນີ້: -ລະບຽບການພື້ນຖານການບັນຊີ. -ມາດຕະຖານບັນຊີ. -ເອກະສານຢັ້ງຢືນ. -ປຶ້ມຄູ່ມື,ປຶ້ມບັນຊີແລະປຶ້ມຕິດຕາມ. -ການຄວບຄຸມພາຍໃນການບັນຊີ. -ລະບັບລາຍງານ. -ການເກັບຮັກສາເອກະສານການບັນຊີ. -ນາຍບັນຊີ,ຫົວໜ້າບັນຊີ,ທີ່ປຶກສາບັນຊີແລະນັກຊ່ຽວຊານ ບັນຊີ.

...ໝວດທີສອງລະບຽບການພື້ນຖານການບັນຊີ


....ມາດຕາສິບສາມການຖືບັນຊີ

ມາດຕາສິບສາມການຖືບັນຊີ ໃນການຖືກບັນຊີທຸກຫົວໜ່ວຍການບັນຊີຕ້ອງໄດ້ປະຕິບັດ ຕາມລະບຽບການພື້ນຖານດັ່ງນີ້: 1. ຕ້ອງສ້າງປຶ້ມຄຸ່ມືກ່ຽວກັບລະບຽບວິທີປະຕິບັດງານດ້ານ ບັນຊີ. 2. ທຸກລາຍການເຄື່ອນໄຫວບັນຊີຕ້ອງສະແດງອອກດ້ວຍ ລາຍການຈົດກ່າຍທີ່ພົວພັນຢ່າງໜ້ອຍກັບສອງບັນຊີ(ໜີ້/ມີ)ຍົກ ເວັ້ນຫົວໜ່ວຍທຸລະກິດຂະໜາດນ້ອຍສຸດ. 3. ເວລາຈົດກ່າຍລາຍການເຄື່ອນໄຫວໃດໜຶ່ງ,ລວມຍອດ ຈໍານວນເງິນຈົດໜີ້ໃນບັນຊີຕ່າງໆແລະລວມຍອດຈໍານວນເງິນຈົດ ມີຢູ່ໃນບັນຊີພົວພັນຕ້ອງສະເໝີກັນ. 4. ບັນດາລາຍການທີ່ເກີດຂຶ້ນຕ້ອງໄດ້ຈົດເຂົ້າປຶ້ມບັນຊີປະ ຈໍາວັນເປັນແຕ່ລະລາຍການລຽນຕໍ່ກັນແລະເປັນແຕ່ລະວັນ,ແຕ່ຖ້າ ບັນດາລາຍການເຄື່ອນໄຫວທີ່ມີລັກຊະນະດຽວກັນເກີດຂຶ້ນໃນວັນ ດຽວກັນຈະຖືກລວມເຂົ້າກັນແລະຈົດກ່າຍເປັນລາຍການດຽວກັນກໍ່ ໄດ້. 5. ທຸກລາຍການຈົດກ່າຍເຂົ້າປຶ້ມບັນຊີຕ້ອງຈັດເປັນເງິນ ກີບ.ຖ້າລາຍການເຄື່ອນໄຫວຫາກເປັນເງິນຕາຕ່າງປະເທດຕ້ອງ ໄດ້ຄິດໄລ່ເປັນເງິນກີບຕາມອັດຕາແລກປ່ຽນເງິນຕາຕ່າງປະເທດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບຫົວຂອງກົດໝາຍສະບັບນີ້ຍົກ ເວັ້ນທະນາຄານແລະສະຖາບັນການເງິນອື່ນທີ່ໄດ້ຮັບອະນຸຍາດໃຫ້ ຖືບັນຊີເປັນຫຼາຍສະກຸນເງິນຕາ. 6. ໃນກໍລະນີທີ່ຈົດລວມຍອດຈໍານວນເງິນຂອງບັນດາລາຍ ການເຄື່ອນໄຫວເຂົ້າປຶ້ມບັນຊີປະຈໍາວັນ,ຈໍານວນເງິນດັ່ງກ່າວຕ້ອງ ເທົ່າກັບຈໍານວນເງິນຂອງບັນດາລາຍການເຄື່ອນໄຫວທີ່ໄດ້ຈົດເຂົ້າ ປຶ້ມບັນຊີໃຫຍ່. 7. ການດັດແກ້ທຸກລາຍການຈົດກ່າຍຜິດພາດຕ້ອງສະແດງ ໃຫ້ເຫັນລາຍການທີ່ຈົດກ່າຍຜິດພາດເບື້ອງຕົ້ນແລ້ວຈຶ່ງບັນທຶກດ້ວຍ ການສະແດງໃຫ້ເຫັນລາຍການເຄື່ອນໄຫວທີ່ຖືກຕ້ອງ. 8. ແຕ່ລະເດືອນຕ້ອງໄດ້ສ້າງໃບດຸນດ່ຽງບັນຊີ,ສ່ວນການ ຄິດໄລ່ຜົນໄດ້ຮັບຂາດຕົວໃຫ້ເຮັດຢ່າງໜ້ອຍປີໜຶ່ງເທື່ອໜຶ່ງໃນວັນທ ີສາມສິບເອັດທັນວາຫຼືດໍາເນີນເປັນແຕ່ລະເດືອນກໍ່ໄດ້.

....ມາດຕາສິບສີ່ຂໍ້ບັງຄັບໃນການຖືບັນຊີ

ມາດຕາສິບສີ່ຂໍ້ບັງຄັບໃນການຖືບັນຊີ ໃນການຖືບັນຊີທຸກຫົວໜ່ວຍການບັນຊີຕ້ອງປະຕິບັດຕາມ ຂໍ້ບັງຄັບດັ່ງນີ້: 1. ຈັັດຕັ້ງລະບົບການຄວບຄຸມພາຍໃນຂອງຕົນເພື່ອຫຼີກເວັ້ນ ການປອມແປງ,ສໍ້ໂກງແລະຂໍ້ຜິດພາດອື່ນເພື່ອປົກປ້ອງຊັບສົມບັດ ຂອງຫົວໜ່ວຍການບັນຊີ. 2. ຖືປຶ້ມບັນຊີແລະປຶ້ມຕິດຕາມຕ່າງໆເພື່ອສາມາດສ້າງເອ ກະສານລາຍງານການເງິນ. 3. ບັນທຶກທຸກລາຍການເຄື່ອນໄຫວດ້ານເສດຖະກິດແລະ ການເງິນເຂົ້າໃນບັນຊີຕາມລໍາດັບວັນ,ເດືອນ,ປີທີ່ເກີດຂຶ້ນ. 4. ທຸກລາຍການລົງບັນຊີທີ່ໄດ້ບັນທຶກເຂົ້າປຶ້ມບັນຊີຕ້ອງ ອີງໃສ່ເອກະສານຢັ້ງຢືນທີ່ຖືກຕ້ອງຕາມລະບຽບກົດໝາຍຊຶ່ງຕ້ອງ ເກັບຮັກສາແລະຈັດມ້ຽນຢ່າງເປັນລະບົບດ້ວຍວິທີການສະເພາະ. 5. ກວດນັບວັດຖຸອຸປະກອນ,ສິນຄ້າທຸກປະເພດ,ຊັບສິນເປັນ ເງິນ(ເງິນສົດ,ແຊ໋ກ,ໃບຢັ້ງຢືນການຄ້າ,ໃບຢັ້ງຢືນຊັບອື່ນໆ),ໜີ້ ຕ້ອງຮັບແລະໜີ້ຕອງສົ່ງ. 6. ໃນແຕ່ລະເດືອນຕ້ອງສ້າງໃບດຸ່ນດ່ຽງບັນຊີ,ໃບລາຍ ງານລາຍຮັບ-ລາຍຈ່າຍງົບປະມານຫຼືໃບລາຍງານຜົນການດໍາ ເນີນງານຫຼືໃບລາຍງານຜົນໄດ້ຮັບສໍາລັບຫົວໜ່ວຍວິສາຫະກິດ. 7. ສ້າງເອກະສານລາຍງານການເງິນປະຈໍາປີຄົບຊຸດ. 8. ການຖືບັນຊີຜ່ານລະບົບຄັອມພິວເຕີ້ຕ້ອງສະໜອງຂໍ້ມູນ ຂ່າວສານທີ່ມີຄຸນນະພາບເທົ່າທຽມກັນກັບການຖືບັນຊີດ້ວຍມື. 9. ທຸກຫົວໜ່ວຍທຸລະກິດແລະຫົວໜ່ວຍທີ່ບໍ່ສະແຫວງຫາຜົນ ກໍາໄລຕ້ອງນໍາເອົາສໍາເນົາເອກະສານລາຍງານການເງິນປະຈໍາ ປີຂອງຕົນສົ່ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍວ່າດ້ວຍວິສາຫະກິດເພື່ອເກັບຮັກສາຕາມລະບຽບ ການແລະເອົາເຂົ້າໃນປຶ້ມບັນທຶກລາຍການຊັບສົມບັດ.


....ມາດຕາສິບຫ້າການສະຫຼຸບບັນຊີປະຈໍາເດືອນແລະງວດ

ມາດຕາສິບຫ້າການສະຫຼຸບບັນຊີປະຈໍາເດືອນແລະງວດ ທຸກຫົວໜ່ວຍການບັນຊີຕ້ອງມີການສະຫຼຸບບັນຊີປະຈໍາເດືອນ ແລະງວດດັ່ງນີ້: 1. ໃນແຕ່ລະທ້າຍເດືອນແລະທ້າຍງວດຕ້ອງໄດ້ສະຫຼຸບແລະ ສ້າງໃບດຸ່ນດ່ຽງ. 2. ສໍາລັບຫົວໜ່ວຍງົບປະມານ,ອົງການບໍລິຫານວິຊາການ, ກອງທຶນຂອງລັດທີ່ມີໜ້າທີ່ຖືບັນຊີຕ້ອງໄດ້ສະຫຼຸບແລະສ້າງໃບລາຍ ງານລາຍຮັບ-ລາຍຈ່າຍງົບປະມານຫຼືໃບລາຍງານຜົນການດໍາເນີນ ງານປະຈໍາເດືອນແລະງວດ. 3. ສໍາລັບຫົວໜ່ວຍທຸລະກິດແລະຫົວໜ່ວຍທີ່ບໍ່ສະແຫວງຫາຜົນ ກໍາໄລຕ້ອງໄດ້ສະຫຼຸບແລະສ້າງໃບລາຍງານຜົນໄດ້ຮັບແລະໃບສະຫຼຸບ ຊັບສົມບັດປະຈໍາເດືອນແລະງວດ.

....ມາດຕາສິບຫົກການນໍາໃຊ້ອັດຕາແລກປ່ຽນເງິນຕາຕ່າງປະເທດ

ມາດຕາສິບຫົກການນໍາໃຊ້ອັດຕາແລກປ່ຽນເງິນຕາຕ່າງປະເທດ ທຸກລາຍການເຄື່ອນໄຫວເປັນເງິນຕາຕ່າງປະເທດຕ້ອງໄດ້ ຄິດໄລ່ເປັນເງິນກີບຕາມອັດຕາແລກປ່ຽນເງິນຕາຕ່າງປະເທດເພື່ອ ຈົດເຂົ້າບັນຊີດັ່ງນີ້: 1. ໃນກໍລະນີຮັບເງິນເຂົ້າເປັນເງິນຕາຕ່າງປະເທດໃຫ້ນໍາໃຊ້ ອັດຕາແລກປ່ຽນປະຈໍາວັນຂອງທະນາຄານທຸລະກິດທີ່ຫົວໜ່ວຍມີການ ພົວພັນໃນມື້ລາຍການເກີດຂຶ້ນດ້ວຍການນໍາໃຊ້ອັດຕາຊື້ຂອງທະນາ ຄານດັ່ງກ່າວ. 2. ສໍາລັບກໍລະນີຈ່າຍເງິນອອກເປັນເງິນຕາຕ່າງປະເທດໃຫ້ ນໍາໃຊ້ອັດຕາແລກປ່ຽນປະຈໍາວັນຄືດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຂ້າງ ເທິງນີ້ຫຼືນໍາໃຊ້ອັດຕາແລກປ່ຽນສະເລ່ຍໃນເວລາຮັບເຂົ້າຄັ້ງສຸດທ້າຍ.


....ມາດຕາສິບເຈັດວຽກງານບັນຊີທ້າຍປີ

ມາດຕາສິບເຈັດວຽກງານບັນຊີທ້າຍປີ ວຽກງານບັນຊີທ້າຍປີມີດັ່ງນີ້: 1. ດໍາເນີນການກວດນັບຊັບສົມບັດຄົງທີ່,ເຄື່ອງໃນສາງ,ໜີ້ ຕ້ອງຮັບແລະໜີ້ຕ້ອງສົ່ງ. 2. ຫັກຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ່. 3. ສໍາລັບຊັບສົມບັດຄົງທີ່ຕ້ອງໄດ້ຕີມູນຄ່າຕາມມູນຄ່າປັດ ຈຸບັນຫຼືມູນຄ່າຍຸດຕິທໍາໃນເວລານັ້ນແລະໃຫ້ຖືເອົາມູນຄ່າປັດຈຸບັນຫຼື ມູນຄ່າຍຸດຕິທໍາໃນມື້ກວດນັບຈົດເຂົ້າໃນໃບສະຫຼຸບຊັບສົມບັດປ່ຽນ ແທນມູນຄ່າເກົ່າທີ່ໄດ້ຈົດເຂົ້າຢູ່ໃນໃບສະຫຼຸບຊັບສົມບັດປີຜ່ານມາ ຫຼືຮັກສາມູນຄ່າເດີມໄວ້ຖ້າຫາກມູນຄ່າກວດນັບບໍ່ມີການປ່ຽນແປງ ເວັ້ນເສຍແຕ່ກໍລະນີມາດຕະຖານບັນຊີຫາກກໍານົດໄວ້ຢ່າງອື່ນ. 4. ສໍາລັບເຄື່ອງໃນສາງຕ້ອງໄດ້ຕີມູນຄ່າຕາມມູນຄ່າປັດຈຸ ບັນຫຼືມູນຄ່າຍຸດຕິທໍາໃນເວລານັ້ນແລ້ວເອົາມູນຄ່າປັດຈຸບັນຫຼືມູນຄ່າ ຍຸດຕິທໍາດັ່ງກ່າວໃນມື້ກວດນັບມາສົມທຽບກັບມູນຄ່າໃນບັນຊີ.ຖ້າ ມູນຄ່າໃນບັນຊີຫາກຕໍ່າກວ່າມູນຄ່າກວດນັບປັດຈຸບັນຫຼືມູນຄ່າຍຸດ ຕະທໍາໃຫ້ຮັກສາມູນຄ່າໃນບັນຊີໄວ້ເວັ້ນເສຍແຕ່ກໍລະນີມາດຕະຖານ ບັນຊີຫາກກໍານົດໄວ້ຢ່າງອື່ນ;ຖ້າມູນຄ່າໃນບັນຊີສູງກວ່າມູນຄ່າ ກວດນັບປັດຈຸບັນຫຼືມູນຄ່າຍຸດຕິທໍາໃຫ້ຈົດເປັນຄ່າເສື່ອມມູນຄ່າ. 5. ຖ້າມີໜີ້ຕ້ອງຮັບ,ໜີ້ຕ້ອງສົ່ງແລະເງິນໃນກໍາມືເປັນ ເງິນຕາຕ່າງປະເທດຍັງເຫຼືອຢູ່ໃນໃບສະຫຼຸບຊັບສົມບັດໃນມື້ສະຫຼຸບ ບັນຊີໃນເດືອນຫຼືມື້ປິດບັນຊີໃນປີຕ້ອງໄດ້ດັດແກ້ຈໍານວນເງິນທີ່ໄດ້ ຈົດກ່າຍເຂົ້າໃນບັນຊີເບື້ອງຕົ້ນຕາມອັດຕາແລກປ່ຽນເງິນຕາ ຕ່າງປະເທດໃນມື້ສະຫຼຸບບັນຊີໃນເດືອນຫຼືມື້ປິດບັນຊີໃນປີຫຼືຕາມ ອັດຕາແລກປ່ຽນຄໍ້າປະກັນຖ້າຫາກໄດ້ມີການກໍານົດໄວ້ໃນສັນ ຍາ. 6. ຈໍານວນເງິນທີ່ຜິດໂຕນກັນລະຫວ່າງມູນຄ່າໜີ້ຕ້ອງຮັບ, ໜີ້ຕ້ອງສົ່ງແລະເງິນໃນກໍາມືໃນບັນຊີແລະຈໍານວນເງິນທີ່ໄດ້ຄິດ ໄລ່ໃນມື້ກວດນັບຕົວຈິງຈະເຮັດໃຫ້ຈໍານວນເງິນເບື້ອງຕົ້ນເພີ່ມຂຶ້ນ ຫຼືຫຼຸດລົງແລະຈະກາຍເປັນ: -ສ່ວນເສຍ(ຂາດທຶນ)ໃນກໍລະນີທີ່ໜີ້ຕ້ອງສົ່ງເພີ່ມຂຶ້ນ,ໜີ້ຕ້ອງ ຮັບຫຼືເງິນໃນກໍາມືຫຼຸດລົງ. -ສ່ວນໄດ້(ກໍາໄລ)ໃນກໍລະນີທີ່ໜີ້ຕ້ອງຮັບ,ເງິນໃນກໍາມືເພີ່ມ ຂຶ້ນຫຼືໜີ້ຕ້ອງສົ່ງຫຼຸດລົງ.


...ໝວດທີສາມມາດຕະຖານບັນຊີ


....ມາດຕາສິບແປດການສ້າງມາດຕະຖານບັນຊີ

ມາດຕາສິບແປດການສ້າງມາດຕະຖານບັນຊີ ມາດຕະຖານບັນຊີແຫ່ງລັດ,ບັນຊີວິສາຫະກິດແລະບັນຊີຂອງ ຫົວໜ່ວຍທີ່ບໍ່ສະແຫວງຫາຜົນກໍາໄລແມ່ນນາຍົກລັດຖະມົນຕີເປັນຜູ້ ຕົກລົງຕາມການສະເໜີຂອງລັດຖະມົນຕີວ່າການກະຊວງການເງິນ. ມາດຕະຖານບັນຊີພາຍໃນປະເທດຕ້ອງສອດຄ່ອງກັບສະພາບ ເສດຖະກິດສັງຄົມຂອງປະເທດ,ສອດຄ່ອງກັບມາດຕະຖານສາກົນ ດ້ານບັນຊີແລະມາດຕະຖານສາກົນດ້ານການລາຍງານການເງິນ.


....ມາດຕາສິບເກົ້າເນື້ອໃນມາດຕະຖານບັນຊີ

ມາດຕາສິບເກົ້າເນື້ອໃນມາດຕະຖານບັນຊີ ເນື້ອໃນມາດຕະຖານບັນຊີສະແດງອອກໃນລະບຽບຫຼັກການ ຖານແລະວິທີການດ້ານການບັນຊີຄົບຊຸດເພື່ອບັນທຶກລາຍການ ເຄື່ອນໄຫວດ້ານເສດຖະກິດແລະການເງິນເຂົ້າໃນບັນຊີແລະສັງ ລວມເປັນເອກະສານລາຍງານການເງິນ. ມາດຕະຖານບັນຊີປະກອບດ້ວຍມາດຕະຖານກ່ຽວກັບການ ລາຍງານການເງິນ,ການເປີດເຜີຍຂໍ້ມູນຂ່າວສານດ້ານການເງິນ, ການຕີມູນຄ່າ,ນະໂຍບາຍການບັນຊີ,ການຮັບຮູ້ລາຍຮັບ-ລາຍຈ່າຍ ແລະອື່ນໆ. ມາດຕະຖານບັນຊີເປັນພື້ນຖານສໍາລັບການຈັດຕັ້ງປະຕິບັດ ວຽກງານການບັນຊີຂອງບັນດາຫົວໜ່ວຍການບັນຊີ. ສ່ວນເນື້ອໃນລະອຽດຂອງມາດຕະຖານບັນຊີລວມທັງມາດ ຕະຖານບັນຊີຜ່ານອີເລັກໂທນິກໄດ້ກໍານົດໄວ້ສະເພາະ.

....ມາດຕາຊາວການນໍາໃຊ້ມາດຕະຖານບັນຊີ

ມາດຕາຊາວການນໍາໃຊ້ມາດຕະຖານບັນຊີ ທຸກຫົວໜ່ວຍການບັນຊີໃຫ້ນໍາໃຊ້ມາດຕະຖານບັນຊີພາຍໃນ ປະເທດ. ຫົວໜ່ວຍງົບປະມານ,ອົງການບໍລິຫານວິຊາການແລະກອງ ທຶນຂອງລັດໃຫ້ນໍາໃຊ້ມາດຕະຖານບັນຊີແຫ່ງລັດ. ຫົວໜ່ວຍວິສາຫະກິດໃຫ້ນໍາໃຊ້ມາດຕະຖານບັນຊີວິສາຫະ ກິດ,ເວັ້ນເສຍແຕ່ວິສາຫະກິດຂະໜາດນ້ອຍແລະຂະໜາດກາງໃຫ້ ນໍາໃຊ້ມາດຕະຖານບັນຊີສະເພາະ. ຫົວໜ່ວຍທີ່ບໍ່ສະແຫວງຜົນກໍາໄລໃຫ້ນໍາໃຫ້ຊມາດຕະຖານ ບັນຊີສະເພາະ.

...ໝວດທີສີ່ເອກະສານຢັ້ງຢືນ


....ມາດຕາຊາວເອັດເອກະສານຢັ້ງຢືນ

ມາດຕາຊາວເອັດເອກະສານຢັ້ງຢືນ ເອກະສານຢັ້ງຢືນແມ່ນເອກະສານທີ່ປະກອບຫຼັັກຖານການ ບັນທຶກລາຍການເຄື່ອນໄຫວຕົວຈິງຂອງຫົວໜ່ວຍການບັນຊີເຊັ່ນ: ໃບເກັບເງິນ,ໃບສັ່ງຈ່າຍ,ແຊ໋ກແລະອື່ນໆ. ສ່ວນເນື້ອໃນລະອຽດຂອງເອກະສານຢັ້ງຢືນນັ້ນໄດ້ກໍານົດ ໄວ້ສະເພາະ.

....ມາດຕາຊາວສອງເອກະສານຢັ້ງຢືນທາງອີເລກໂທນິກ

ມາດຕາຊາວສອງເອກະສານຢັ້ງຢືນທາງອີເລກໂທນິກ ເອກະສານຢັ້ງຢືນທາງອີເລັກໂທນິກເປັນເອກະສານຢັ້ງຢືນ ປະເພດໜຶ່ງທີ່ສ້າງຂຶ້ນຜ່ານລະບົບຊຸດຄໍາສັ່ງຄັອມຄິວເຕີ້(ໂປຼແກຼມ) ກະຊວງການເງິນເປັນຜູ້ກໍານົດກ່ຽວກັບເອກະສານຢັ້ງຢືນ ທາງອີເລັກໂທຼນິກ.

....ມາດຕາຊາວສາມການສ້າງເອກະສານຢັ້ງຢືນ

ມາດຕາຊາວສາມການສ້າງເອກະສານຢັ້ງຢືນ ການສ້າງເອກະສານຢັ້ງຢືນຕ້ອງປະຕິບັດດັ່ງນີ້: 1. ສ້າງເປັນແບບພິມທີ່ມີເນື້ອໃນຄົບຖ້ວນ. 2. ແຕ່ລະລາຍການເຄື່ອນໄຫວສ້າງໄດ້ພຽງແຕ່ຄັ້ງດຽວ, ແຕ່ລະຊຸດມີຕົ້ນສະບັບແລະສໍາເນົາຈໍານວນໜຶ່ງພິມໄວ້ໃນແບບພິມ ຫຼືຈໍ້າກາໃສ່ຕົ້ນສະບັບຫຼືສໍາເນົາ. 3. ບໍ່ໃຫ້ຂຽນຫຍໍ້,ບໍ່ໃຫ້ມີຮອຍລຶບຫຼືດັດແປງ,ບໍ່ໃຫ້ໃຊ້ສໍຂຽນ, ຈໍານວນຕົວເລກແລະຕົວອັນສອນຕ້ອງຕິດກັນ,ບໍ່ໃຫ້ຍະຫວ່າງແລະ ບ່ອນທີ່ຫວ່າງໃຫ້ຂີດໄຂວ່ໄວ້,ຖ້າເນື້ອໃນໃດໜຶ່ງໃນເອກະສານຢັ້ງຢືນ ຫາກຖືກລຶບຫຼືດັດແປງຖືວ່າໃຊ້ບໍ່ໄດ້,ໃນກໍລະນີທີ່ຂຽນເນື້ອໃນເອກະ ສານຢັ້ງຢືນຜິດຕ້ອງໄດ້ລົບລ້າງໂດຍໝາຍລົບລ້າງຫຼືຈໍ້າຕາລົບລ້າງ ໃສ່ແລະເກັບຮັກສາໄວ້ເປັນຫຼັກຖານ. 4. ສ້າງໃຫ້ຄົບຖ້ວນຕາມຈໍານວນໃບທີ່ກໍານົດໄວ້.ສໍາເນົາ ຂອງແຕ່ລະໃບຕ້ອງໃຫ້ຄືກັນກັບຕົ້ນສະບັບ.

....ມາດຕາຊາວສີ່ການເຊັ່ນເອກະສານຢັ້ງຢືນ

ມາດຕາຊາວສີ່ການເຊັ່ນເອກະສານຢັ້ງຢືນ ການເຊັນເອກະສານຢັ້ງຢືນໃຫ້ປະຕິບັດດັ່ງນີ້: 1. ຕ້ອງເຊັນຢ່າງຖືກຕ້ອງ,ບໍ່ອະນຸຍາດໃຫ້ເຊັນດ້ວຍປາກ ກາແດງຫຼືສໍຫຼືຈໍາກາລາຍເຊັນ.ລາຍເຊັນແຕ່ລະຄັ້ງຕ້ອງເໝືອນກັນ. 2. ຕ້ອງລົງລາຍເຊັນໂດຍບຸກຄົນທີ່ມີສິດຫຼືໄດ້ຮັບມອບໝາຍ, ຫ້າມເຊັນເອກະສານຢັ້ງຢືນກ່ອນຂຽນເນື້ອໃນຄົບຖ້ວນ. 3. ມີແຕ່ບຸກຄົນທີ່ມີສິດສັ່ງຈ່າຍເທົ່ານັ້ນຈຶ່ງມີສິດເຊັນເອກະ ສານຢັ້ງຢືນການຈ່າຍແລະຕ້ອງເຊັນເປັນແຕ່ລະໃບ.

ສໍາລັບເອກະສານຢັ້ງຢືນທາງອີເລັກໂທນິກນັ້ນຕ້ອງໃຫ້ມີ ບ່ອນລົງລາຍເຊັນ. ຜູ້ສ້າງ,ຜູ້ກວດຜ່ານແລະບັນດາບຸກຄົນທີ່ລົງລາຍເຊັນໃສ່ ເອກະສານຢັ້ງຢືນນັ້ນຕ້ອງຮັບຜິດຊອບຕໍ່ເອກະສານດັ່ງກ່າວ.

....ມາດຕາຊາວຫ້າໃບເກັບເງິນ

ມາດຕາຊາວຫ້າໃບເກັບເງິນ ໃບເກັບເງິນໝາຍເຖິງເອກະສານຢັ້ງຢືນການຂາຍສິນຄ້າ ຫຼືການໃຫ້ບໍລິການຊຶ່ງຜູ້ຂາຍຫຼືຜູ້ໃຫ້ການບໍລິການໄດ້ອອກໃຫ້ຜູ້ຊື້ຫຼື ຜູ້ໃຊ້ບໍລິການ. ການອອກໃບເກັບເງິນໃຫ້ປະຕິບັດດັ່ງນີ້: 1. ການຈັດຕັ້ງແລະບຸກຄົນທີ່ກໍານົດໃຫ້ຖືບັນຊີຕາມລະບຽບ ກົດໝາຍໃນເວລາຂາຍສິນຄ້າຫຼືໃຫ້ການບໍລິການນັ້ນຕ້ອງອອກໃບ ເກັບເງິນໃຫ້ລູກຄ້າທຸກຄັ້ງ. 2. ການຈັດຕັ້ງແລະບຸກຄົນໃນເວລາຊື້ສິນຄ້າລືໃຊ້ບໍລິການມີ ສິດທວງເອົາໃບເກັບເງິນຈາກຜູ້ຂາຍຫຼືຜູ້ໃຫ້ການບໍລິການ.

ໃບເກັບເງິນມີຮູບແບບດັ່ງນີ້: -ໃບເກັບເງິນຕາມແບບພິມທີ່ກໍານົດໄວ້. -ໃບເກັບເງິນທີ່ພິມຈາກເຄື່ອງພິມຄັອມພິວເຕີ້. -ໃບເກັບເງິນທາງເອເລັກໂທນິກ. -ສະແຕມ,ປີ້ຫຼືບັດທີ່ຈັດພິມຈໍານວນເງິນທີ່ຕ້ອງຊໍາລະ.

ສໍາລັບເນື້ອໃນລະອຽດແຕ່ລະຮູບແບບຂອງໃບເກັບເງິນ ນັ້ນໄດ້ກໍານົດໄວ້ສະເພາະ.


....ມາດຕາຊາວຫົກການຄຸ້ມຄອງແລະການນໍາໃ້ຊ້ເອກະສານຢັ້ງຢືນ

ມາດຕາຊາວຫົກການຄຸ້ມຄອງແລະການນໍາໃ້ຊ້ເອກະສານຢັ້ງຢືນ ການຄຸ້ມຄອງແລະການນໍາໃຊ້ເອກະສານຢັ້ງຢືນມີດັ່ງນີ້: 1. ຂໍ້ມູນຂ່າວສານໃນເອກະສານຢັ້ງຢືນການບັນຊີໃຫ້ຈົດກ່າຍ ເຂົ້າປຶ້ມບັນຊີ. 2. ເອກະສານຢັ້ງຢືນຕ້ອງໄດ້ຈັດລຽງຕາມລັກສະນະເນື້ອໃນ, ຕາມລໍາດັບເວລາແລະຄຸ້ມຄອງ,ເກັບຮັກສາໄວ້ໃນສະຖານທີ່ປອດໄພ ບ່ອນຫົວໜ່ວຍການບັນຊີຕັ້ງຢູ່. 3. ມີແຕ່ອົງການຂອງລັດທີ່ກ່ຽວຂ້ອງເທົ່ານັ້ນຈຶ່ງມີສິດເອົາ ເອກະສານຢັ້ງຢືນການບັນຊີມມານໍາໃຊ້ເພື່ອຈຸດປະສົງແລະໃນກໍາ ນົດເວລາໃດໜຶ່ງໂດຍໃຫ້ມີການບັນທຶກລະອຽດແລະເຊັນຢັ້ງຢືນໃສ່ ບັນຊີລາຍການເອກະສານທີ່ຕົນຮັບເອົາ.

...ໝວດທີຫ້າປຶ້ມຄູ່ມື,ປຶ້ມບັນຊີແລະປຶ້ມຕິດຕາມ


....ມາດຕາຊາວເຈັດປຶ້ມຄູ່ມື

ມາດຕາຊາວເຈັດປຶ້ມຄູ່ມື ປຶ້ມຄູ່ມືແມ່ນປຶ້ມທີ່ກໍານົດລະບຽບການແລະວິທີການກ່ຽວ ກັບການຈັດຕັ້ງວຽກງານການບັນຊີເພື່ອໃຫ້ຮັບຮູ້ແລະເຂົ້າໃຈ ແຈ້ງກ່ຽວກັບລະບົບການຄິດໄລ່,ການຈົດກ່າຍບັນຊີ,ລະບົບການ ຄວບຄຸມພາຍໃນ,ການສະຫຼຸບລາຍງານແລະເປັນປຶ້ມທີ່ຮັບໃຊ້ວຽກ ງານກວດກາຈາກອົງການກວດການພາຍນອກ.


....ມາດຕາຊາວແປດປຶ້ມບັນຊີ

ມາດຕາຊາວແປດປຶ້ມບັນຊີ ປຶ້ມບັນຊີປະກອບດ້ວຍປຶ້ມບັນຊີປະຈໍາວັນແລະປຶ້ມບັນຊີໃຫຍ່. ປຶ້ມບັນຊີປະຈໍາວັນແມ່ນປຶ້ມທີ່ນໍາໃຊ້ເພື່ອຈົດກ່າຍທຸກລາຍ ການເຄື່ອນໄຫວດ້ານເສດຖະກິດແລະການເງິນຂອງບັນດາຫົວ ໜ່ວຍການບັນຊີຊຶ່ງຕ້ອງຈົດກ່າຍຕາມລໍາດັບລາຍການເກີດຂຶ້ນປະ ຈໍາວັນ. ປຶ້ມບັນຊີໃຫຍ່ແມ່ນປຶ້ມບັນທຶກຊຶ່ງປະກອບດ້ວຍກຸ່ມບັນຊີດ່ຽວ ແລະບັນຊີລວມເພື່ອນໍາໃຊ້ໃນການຕິດຕາມການເຄື່ອນໄຫວຂອງ ບັນດາບັນຊີຊັບສິນ,ໜີ້ສິນ,ລາຍຮັບແລະລາຍຈ່າຍຂອງຫົວໜ່ວຍ. ແຕ່ລະບັນຊີສະແດງໃຫ້ເຫັນຢ່າງຈະແຈ້ງຍອດເຫຼືອຕົ້ນປີ,ຈໍານວນ ສະສົມລາຍການເຄື່ອນໄຫວ"ຈົດໜີ້"ແລະລາຍການເຄື່ອນໄຫວ"ຈົດ ມີ"ພ້ອມທັງຍອດເຫຼືອໜີ້ແລະຍອດເຫຼືອມີໃນປີ.ປຶ້ມບັນຊີໃຫຍ່ສະ ໜອງຂໍ້ມູນຂ່າວສານຮັບໃຊ້ການສ້າງໃບດຸ່ນດ່ຽງ.

....ມາດຕາຊາວເກົ້າປຶ້ມຕິດຕາມ

ມາດຕາຊາວເກົ້າປຶ້ມຕິດຕາມ ປຶ້ມຕິດຕາມແມ່ນປຶ້ມບັນທຶກລາຍການເຄື່ອນໄຫວຕ່າງໆ ເຊັ່ນ:ປຶ້ມຕິດຕາມເຄື່ອງໃນສາງ,ປຶ້ມຕິດຕາມຊັບສົມບັດຄົງທີ່,ປຶ້ມ ຕິດຕາມໜີ້ຕ້ອງຮັບແລະໜີ້ຕ້ອງສົ່ງ,ປຶ້ມຕິດຕາມຄັງເງິນສົດ,ປຶ້ມ ຕິດຕາມເງິນຝາກທະນາຄານ,ປຶ້ມຕິດຕາມການຈ່າຍແຊ໋ກທະ ນາຄານ,ປຶ້ມຕິດຕາມຈ່າຍແຊ໋ກຄັງເງິນ.

....ມາດຕາສາມສິບການຈັດວາງປຶ້ມບັນຊີແລະປຶ້ມຕິດຕາມ

ມາດຕາສາມສິບການຈັດວາງປຶ້ມບັນຊີແລະປຶ້ມຕິດຕາມ ປຶ້ມບັນຊີແລະປຶ້ມຕິດຕາມຈັດວາງດ້ວຍຫຼາຍວິທີທີ່ແທດ ເໝາະເພື່ອຮັບປະກັນຄວາມຖືກຕ້ອງຕາມຕົວຈິງຂອງລາຍການ ຈົດກ່າຍຕ່າງໆຕາມຄວາມຮຽກຮ້ອງຕ້ອງການອັນຈໍາເປັນຂອງ ການຄວບຄຸມວຽກງານ.

....ມາດຕາສາມສິບເອັດປຶ້ມບັນທຶກລາຍການຊັບສົມບັດ

ມາດຕາສາມສິບເອັດປຶ້ມບັນທຶກລາຍການຊັບສົມບັດ ປຶ້ມບັນທຶກລາຍການຊັບສົມບັດແມ່ນປຶ້ມເກັບສໍາເນົາປະຈໍາ ປີກ່ຽວກັບໃບສະຫຼຸບຊັບສົມບັດ,ໃບລາຍງານຜົນການດໍາເນີນງານ, ໃບລາຍງານຜົນໄດ້ຮັບ,ໃບລາຍງານກະແສເງິນສົດລວມແລະໃບ ລາຍງານສ່ວນປ່ຽນແປງຂອງຕົນເອງ.

....ມາດຕາສາມສິບສອງໃບດຸ່ນດ່ຽງ

ມາດຕາສາມສິບສອງໃບດຸ່ນດ່ຽງ ໃບດຸ່ນດ່ຽງແມ່ນໃບລາຍງານສັງລວມຄືນແຕ່ລະບັນຊີ,ຍອດ ເຫຼືອໜີ້ຫຼືຍອດເຫຼືອມີໃນຕົ້ນເດືອນ,ຈໍານວນເງິນຈົດໜີ້ແລະຈໍານວນ ເງິນຈົດມີທີ່ເກີດຂຶ້ນໃນເດືອນ,ຍອດເຫຼືອໜີ້ຫຼືຫຼືຍອດເຫຼືອມີໃນທ້າຍ ເດືອນ. ໃບດຸນດ່ຽງເປັນເຄື່ອງມືອັນຈໍາເປັນສໍາລັບການຄວບຄຸມແລະ ການສະຫຼຸບບັນຊີ.

...ໝວດທີຫົກການຄວບຄຸມພາຍໃນການບັນຊີ


....ມາດຕາສາມສິບສາມການຄວບຄຸມພາຍໃນການບັນຊີ

ມາດຕາສາມສິບສາມການຄວບຄຸມພາຍໃນການບັນຊີ ການຄວບຄຸມພາຍໃນການບັນຊີແມ່ນການຈັດວາງລະບົບ ຄວບຄຸມການດໍາເນີນງານຂອງຫົວໜ່ວຍການບັນຊີແນ່ໃສ່ກໍານົດ ສິດແລະໜ້າທີ່ໃນການຄຸ້ມຄອງແລະປົກປັກຮັກສາຊັບສິນ,ຜົນປະ ໂຫຍດເພື່ອກວດກາຕິດຕາມຜົນການຈັດຕັ້ງປະຕິບັດວຽກງານ,ປະ ສິດທິພາບໃນການດໍາເນີນງານແລະການສະໜອງຂໍ້ມູນຂ່າວສານ ດ້ານການເງິນຂອງຫົວໜ່ວຍການບັນຊີໃຫ້ມີຄວາມເຊື່ອຖືໄດ້.

....ມາດຕາຊາວສີ່ການເຊັ່ນເອກະສານຢັ້ງຢືນ

ມາດຕາຊາວສີ່ການເຊັ່ນເອກະສານຢັ້ງຢືນ ເນື້ອໃນຂອງການຄວບຄຸມພາຍໃນການບັນຊີແມ່ນລະບຽບ ການພາຍໃນກ່ຽວກັບການແບ່ງງານ,ຂອບເຂດໜ້າທີ່ຮັບຜິດຊອບ ໃຫ້ຈະແຈ້ງ,ບໍ່ໃຫ້ມີການຊໍ້າຊ້ອນກັນສາມາດກວດກາຊຶ່ງກັນແລະ ກັນ,ສະກັດກັ້ນຊ່ອງວ່າງ,ເຮັດໃຫ້ການນໍາໃຊ້ຊັບສິນແລະຊັບພະ ຍາກອນມີການປະຢັດມັດທະຍັດແລະມີປະສິດທິຜົນທັງຮັບປະກັນ ລະບົບການສັງລວມຂໍ້ມູນຂ່າວສານຈາກພາກສ່ວນຕ່າງໆໃຫ້ຄົບ ຖ້ວນ,ຊັດເຈນ,ທັນການແລະຖືກຕ້ອງຕາມຕົວຈິງແລະຕາມລະ ບຽບກົດໝາຍ. ໃນການກວດກາຕິດຕາມລະບົບການຄວບຄຸມພາຍໃນການ ບັນຊີນັ້ນຫົວໜ່ວຍການບັນຊີຕ້ອງໄດ້ຈັດຕັ້ງໜ່ວຍງານກວດກາພາຍ ໃນຂອງຕົນຂຶ້ນ.

....ມາດຕາສາມສິບຫ້າສິດແລະໜ້າທີ່ຂອງໜ່ວຍງານກວດກາພາຍໃນ

ມາດຕາສາມສິບຫ້າສິດແລະໜ້າທີ່ຂອງໜ່ວຍງານກວດກາພາຍ ໃນ ໜ່ວຍງານກວດກາພາຍໃນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ກວດກາການບັນທຶກບັນຊີ,ການດໍາເນີນງານແລະການ ຈັດຕັ້ງປະຕິບັດລະບົບການຄວບຄຸມພາຍໃນການບັນຊີຂອງຫົວໜ່ວຍ ການບັນຊີໄດ້ທຸກເວລາ. 2. ຊຸກຍູ້ແລະແນະນໍາຫົວໜ່ວຍການບັນຊີໃຫ້ປະຕິບັດຕາມ ກົດໝາຍວ່າດ້ວຍການບັນຊີແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ. 3.​ ປະສານສົມທົບວຽກງານກັບຫົວໜ່ວຍກວດສອບພາຍ ນອກເພື່ອເກັບກໍາຂໍ້ມູນລາຍງານໃຫ້ຜູ້ບໍລິຫານຂອງຫົວໜ່ວຍການ ບັນຊີ. 4. ສະໜອງຂໍ້ມູນຂ່າວສານກ່ຽວກັບຄວາມເໝາະສົມແລະ ປະສິດທິຜົນຂອງລະບົບການຄວບຄຸມພາຍໃນການບັນຊີລວມທັງການ ປະເມີນຄຸນນະພາບການປະຕິບັດງານຂອງບຸກຄົນໃນລະບົບດັ່ງກ່າວ. 5. ລາຍງານລະດັບຄວາມເຊື່ອຖືໄດ້ຂອງເອກະສານລາຍ ງານການເງິນແລະຜົນການດໍາເນີນງານຕໍ່ຜູ້ບໍລິຫານຂອງຫົວໜ່ວຍ ການບັນຊີ. 6. ລາຍງານກ່ຽວກັບຂໍ້ຂັດແຍ່ງດ້ານຜົນປະໂຫຍດໃນຫົວ ໜ່ວຍການບັນຊີແລະບັນຫາອື່ນໆຖ້າຫາກມີ.

...ໝວດທີເຈັດລະບົບລາຍງານ


....ມາຕາສາມສິບຫົກເອກະສານລາຍງານການເງິນ

ມາຕາສາມສິບຫົກເອກະສານລາຍງານການເງິນ ເອກະສານລາຍງານການເງິນມີດັ່ງນີ້: 1. ບັນດາເອກະສານລາຍງານການເງິນຂອງຫົວໜ່ວຍ ງົບປະມານ,ອົງການບໍລິຫານວິຊາການແລະກອງທຶນຂອງລັດມີ: -ໃບສະຫຼຸບຊັບສົມບັດ. -ໃບລາຍງານລາຍຮັບ-ລາຍຈ່າຍງົບປະມານຫຼືໃບລາຍ ງານຜົນການດໍາເນີນງານ. -ບົດອະທິບາຍກ່ຽວກັບຫຼັກການ,ວິທີການດ້ານການບັນ ຊີທີ່ໄດ້ນໍາໃຊ້ແລະອື່ນໆ. 2.​ ບັນດາເອກະສານລາຍງານການເງິນຂອງຫົວໜ່ວຍ ທຸລະກິດແລະຫົວໜ່ວຍທີ່ບໍ່ສະແຫວງຫາຜົນກໍາໄລມີ: -ໃບສະຫຼຸບຊັບສົມບັດ. -ໃບລາຍງານຜົນໄດ້ຮັບ. -ໃບລາຍງານສ່ວນປ່ຽນແປງຂອງທຶນຕົນເອງ. -ໃບລາຍງານກະແສເງິນສົດລວມ. -ບົດອະທິບາຍກ່ຽວກັບຫຼັກການ,ວິທີການດ້ານການບັນຊີ ທີ່ໄດ້ນໍາໃຊ້ແລະອື່ນໆ.

ສໍາລັບຫົວໜ່ວຍທຸລະກິດຂະໜາດນ້ອຍທີ່ສຸດນັ້ນເອກະສານ ລາຍງານການເງິນແມ່ນມີພຽງແຕ່ໃບລາຍງານລາຍໄດ້ແລະຄ່າ ໃຊ້ຈ່າຍເທົ່ານັ້ນ.


....ມາດຕາສາມສິບເຈັດກໍານົດເວລາການສ້າງເອກະສານລາຍງານການເງິນປະຈໍາປີ

ມາດຕາສາມສິບເຈັດກໍານົດເວລາການສ້າງເອກະສານລາຍ ງານການເງິນປະຈໍາປີ ກໍານົດເວລາການສ້າງເອກະສານລາຍງານການເງິນປະ ຈໍາປີມີດັ່ງນີ້: 1. ສໍາລັບຫົວໜ່ວຍງົບປະມານ,ອົງການບໍລິຫານວິຊາການ ແລະກອງທຶນຂອງລັດນັ້ນແມ່ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍງົບ ປະມານແຫ່ງລັດ. 2. ສໍາລັບຫົວໜ່ວຍທຸລະກິດແລະຫົວໜ່ວຍທີ່ບໍ່ສະແຫວງຫາ ຜົນກໍາໄລນັ້ນການສ້າງເອກະສານລາຍງານການເງິນປະຈໍາປີຕ້ອງ ໃຫ້ສໍາເລັດພາຍໃນສອງເດືອນຫຼັງຈາກມື້ປິດບັນຊີປະຈໍາປີ.ໃນກໍລະ ນີທີ່ຫົວໜ່ວຍການບັນຊີທີ່ກ່ຽວຂ້ອງບໍ່ສາມາດປະຕິບັດຕາມກໍານົດ ເວລານັ້ນໄດ້ຂະແໜງການການເງິນບ່ອນທີ່ຫົວໜ່ວຍການບັນຊີຂຶ້ນ ກັບອາດຈະໃຫ້ເວລາເພີ່ມຕື່ມໜຶ່ງເດືອນຕາມການສະເໜີຂອງຫົວ ໜ່ວຍດັ່ງກ່າວ.

....ມາດຕາສາມສິບແປດຮອບເວລາລາຍງານ

ມາດຕາສາມສິບແປດຮອບເວລາລາຍງານ ຮອບເວລາລາຍງານມີລາຍລະອຽດດັ່ງນີ້: 1.​ ສໍາລັບຫົວໜ່ວຍງົບປະມານ,ອົງການບໍລິຫານວິຊາການ ແລະກອງທຶນຂອງລັດນັ້ນຮອບເວລາລາຍງານແມ່ນກວມສິບສອງ ເດືອນເລີ່ມແຕ່ວັນທີໜຶ່ງຕຸລາເຖິງວັນທີສາມສິບກັນຍາຕາມທີ່ໄດ້ກໍາ ນົດໄວ້ໃນກົດໝາຍວ່າດ້ວຍງົບປະມານແຫ່ງລັດ. 2. ສໍາລັບຫົວໜ່ວຍທຸລະກິດແລະຫົວໜ່ວຍທີ່ບໍ່ສະແຫວງ ຫາຜົນກໍາໄລນັ້ນຮອບເວລາລາຍງານແມ່ນກວດສິບສອງເດືອນ ເລີ່ມແຕ່ວັນທີໜຶ່ງມັງກອນເຖິງວັນທີສາມສິບເອັດທັນວາ. ລັດຖະມົນຕີວ່າການກະຊວງການເງິນສາມາດກໍານົດຈຸດເລີ່ມ ຮອບເວລາລາຍງານທີ່ແຕກຕ່າງຈາກການກໍານົດໄວ້ເທິງນີ້ສໍາລັບ ບາງຫົວໜ່ວຍທຸລະກິດ.ໃນກໍລະນີດັ່ງກ່າວຮອບເວລາລາຍງານຍັງ ແມ່ນສິບສອງເດືອນ. 3. ຖ້າຫາກມີການສ້າງຕັ້ງຫຼືຍຸບເລີກຫົວໜ່ວຍທຸລະກິດຫຼື ຫົວໜ່ວຍທີ່ບໍ່ສະແຫວງຫາຜົນກໍາໄລໃດໜຶ່ງໃນເວລາໃດໜຶ່ງຂອງ ປີຮອບເວລາລາຍງານຈະຕໍ່າຫຼືສູງກວ່າສິບສອງເດືອນໂດຍມີການ ຢັ້ງຢືນຢ່າງສົມເຫດສົມຜົນ.

....ມາດຕາສາມສິບເກົ້າຄວາມຮັບຜິດຊອບກ່ຽວກັບເອກະສານລາຍງານການເງິນ

ມາດຕາສາມສິບເກົ້າຄວາມຮັບຜິດຊອບກ່ຽວກັບເອກະສານລາຍ ງານການເງິນ ຜູ້ບໍລິຫານຂອງຫົວໜ່ວຍການບັນຊີທີ່ກ່ຽວຂ້ອງເປັນຜູ້ຮັບ ຜິດຊອບແລະລົງລາຍເຊັນໃສ່ເອກະສານລາຍງານການເງິນ. ຜູ້ບໍລິຫານກໍ່ຍັງມີຄວາມຮັບຜິດຊອບກ່ຽວກັບເອກະສານ ລາຍງານການເງິນນັ້ນຢູ່ເຖິງວ່າຈະມີການຢັ້ງຢືນຜົນການກວດ ສອບຈາກເຈົ້າໜ້າທີ່ກວດສອບພາຍນອກກໍ່ຕາມ.

....ມາດຕາສີ່ສິບການລາຍງານແລະການເປີດເຜີຍຂໍ້ມູນຂ່າວສານດ້ານການເງິນ

ມາດຕາສີ່ສິບການລາຍງານແລະການເປີດເຜີຍຂໍ້ມູນຂ່າວສານ ດ້ານການເງິນ ຫົວໜ່ວຍງົບປະມານ,ອົງການບໍລິຫານວິຊາການ,ກອງທຶນ ຂອງລັດ,ຫົວໜ່ວຍທຸລະກິດແລະຫົວໜ່ວຍທີ່ບໍ່ສະແຫວງຫາຜົນກໍາ ໄລທີ່ມີການເຄື່ອນໄຫວດ້ານເສດຖະກິດແລະການເງິນຕ້ອງລາຍ ງານໃຫ້ອົງການຄຸ້ມຄອງລັດທີ່ກ່ຽວຂ້ອງກ່ຽວກັບເອກະສານລາຍ ງານການເງິນປະຈໍາປີພ້ອມດ້ວຍບົດລາຍງານການກວດສອບຄົບ ຊຸດຖ້າຫາກມີຕາມມາດຕະຖານບັນຊີແລະໃຫ້ມີການເປີດເຜີຍຂໍ້ມູນ ຂ່າວສານດ້ານການເງິນຕາມລະບຽບກົດມາຍ.

...ໝວດທີແປດການເກັບຮັກສາເອກະສານການບັນຊີ


....ມາດຕາສີ່ສິບເອັດໄລຍະເວລາເກັບຮັກສາ

ມາດຕາສີ່ສິບເອັດໄລຍະເວລາເກັບຮັກສາ ທຸກເອກະສານຢັ້ງຢືນທີ່ນໍາໃຊ້ເປັນຫຼັກຖານກ່ຽວກັບການ ບັນຊີຕ້ອງເກັບຮັກສາໄວ້ຢ່າງໜ້ອຍເປັນເວລາສິບປີ.

....ມາດຕາສີ່ສິບສອງວິທີການເກັບຮັກສາ

ມາດຕາສີ່ສິບສອງວິທີການເກັບຮັກສາ ວິທີເກັບຮັກສາບັນດາເອກະສານຢັ້ງຢືນການບັນຊີແລະເອ ກະສານບັນຊີໃຫ້ປະຕິບັດດັ່ງນີ້: 1. ຈັດລຽງຕາມເລກລໍາດັບທີ່ໄດ້ກໍານົດໄວ້. 2. ຈັດລຽງຕາມລາຍການເນື້ອໃນແລະຕາມລໍາດັບເວລາ ເກີດຂຶ້ນ. 3. ເກັບຮັກສາໄວ້ໃນສະຖານທີ່ບ່ອນຫົວໜ່ວຍການບັນຊີຕັ້ງ ຢູ່,ຮັບປະກັນຄວາມປອດໄພແລະຊອກຫາໄດ້ງ່າຍ. 4. ຕ້ອງຈັດພິມອອກແລະສໍາເນົາໄວ້ສໍາລັບເອກະສານຢັ້ງຢືນ ທາງອີເລັກໂທນິກ.

...ໝວດທີເກົ້ານາຍບັນຊີ,ຫົວໜ້າບັນຊີ,ທີ່ປຶກສາບັນຊີແລະນັກຊ່ຽວຊານບັນຊີ


....ມາດຕາສີ່ສິບສາມນາຍບັນຊີ

ມາດຕາສີ່ສິບສາມນາຍບັນຊີ ນາຍບັນຊີໝາຍເຖິງບຸກຄົນທີ່ປະກອບອາຊີບດ້ານການບັນ ຊີໃນຖານະເປັນຜູ້ຊ່ວຍວຽກຫົວໜ້າບັນຊີຊຶ່ງມີຄຸນວຸດທິແລະເງື່ອນ ໄຂຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

....ມາດຕາສີ່ສິບສີ່ມາດຕະຖານ,ສິດແລະໜ້າທີ່ຂອງນາຍບັນຊີ

ມາດຕາສີ່ສິບສີ່ມາດຕະຖານ,ສິດແລະໜ້າທີ່ຂອງນາຍບັນຊີ ນາຍບັນຊີຕ້ອງມີມາດຕະຖານດັ່ງນີ້: -ມີປະກາສະນີຍະບັດວິຊາຊີບຊັ້ນຕົ້ນດ້ານການບັນຊີຂຶ້ນໄປ. -ບໍ່ເຄີຍຕ້ອງໂທດໃນສະຖານສໍ້ໂກງຊັບ,ຍັກຍອກຊັບຫຼືການ ກະທໍາຜິດອື່ນໂດຍເຈດຕະນາ. -ມີຈັນຍາບັນວິຊາຊີບ,ມີຄວາມຊື່ສັດຕໍ່ໜ້າທີ່ຂອງຕົນ. -ມີສຸພະພາບດີ.

ນາຍບັນຊີມີສິດແລະໜ້າທີ່ດັ່ງນີ້: -ປະຕິບັດຕາມລະບຽບກົດໝາຍກ່ຽວກັບການບັນຊີຢ່າງ ເຂັ້ມງວດ. -ປະຕິບັດໜ້າທີ່ຂອງຕົນຕາມການມອບໝາຍແລະມີຄວາມຮັບ ຜິດຊອບດ້ານວິຊາສະເພາະຢ່າງຕັ້ງໜ້າ. -ຮັບຜິດຊອບຕໍ່ວຽກງານການບັນຊີໃນໄລຍະທີ່ຕົນໄດ້ປະຕິບັດ ໄດ້ປະຕິບັດຜ່ານມາພ້ອມທັງມອບເອກະສານວຽກງານການບັນຊີໃຫ້ ຜູ້ມາແທນໃນກໍລະນີທີ່ຕົນໄດ້ອອກຈາກໜ້າທີ່. -ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍ.

....ມາດຕາສີ່ສິບຫ້າຫົວໜ້າບັນຊີ

ມາດຕາສີ່ສິບຫ້າຫົວໜ້າບັນຊີ ຫົວໜ້າບັນຊີໝາຍເຖິງບຸກຄົນທີ່ເຮັດໜ້າທີ່ຊີ້ນໍາ,ນໍາພາການ ຈັດຕັ້ງປະຕິບັດວຽກງານການບັນຊີຂອງຫົວໜ່ວຍການບັນຊີນັ້ນ.

....ມາດຕາສີ່ສິບຫົກມາດຕະຖານຂອງຫົວໜ້າບັນຊີ

ມາດຕາສີ່ສິບຫົກມາດຕະຖານຂອງຫົວໜ້າບັນຊີ ຫົວໜ້າບັນຊີຕ້ອງມີມາດຕະຖານດັ່ງນີ້: -ມີປະກາສະນີຍະບັດວິຊາຊີບຊັ້ນກາງດ້ານການບັນຊີ ແລະມີປະສົບຫານຢ່າງໜ້ອຍສາມປີຫຼືວິຊາຊີບຊັ້ນສູງແລະມີປະ ສົບການຢ່າງໜ້ອຍສອງປີຫຼືຈົບປະລິນຍາຕີຂຶ້ນໄປແລະມີປະສົບ ການຢ່າງໜ້ອຍໜຶ່ງປີ. -ບໍ່ເຄີຍຕ້ອງໂທດໃນສະຖານສໍ້ໂກງຊັບ,ຍັກຍອກຊັບຫຼືການ ກະທໍາຜິດອື່ນໂດຍເຈດຕະນາ. -ມີຄວາມສາມາດໃນການຈັດຕັ້ງ,ຊີ້ນໍາ,ນໍາພາ,ສັງລວມແລະ ແກ້ໄຂບັນຫາທາງດ້ານວິຊາສະເພາະການບັນຊີ. -ມີສຸຂະພາບດີ.

....ມາດຕາສີ່ສິບເຈັດສິດແລະໜ້າທີ່ຂອງຫົວໜ້າບັນຊີ

ມາດຕາສີ່ສິບເຈັດສິດແລະໜ້າທີ່ຂອງຫົວໜ້າບັນຊີ ຫົວໜ້າບັນຊີມີສິດແລະໜ້າທີ່ດັ່ງນີ້: 1. ປະຕິບັດລະບຽບກົດໝາຍກ່ຽວກັບການບັນຊີແລະວຽກ ງານວິຊາສະເພາະຢ່າງເຂັ້ມງວດ. 2. ຈັດຕັ້ງປະຕິບັດລະບົບການຄວບຄຸມພາຍໃນການບັນຊີ ຢ່າງເຂັ້ມງວດ. 3. ລົງລາຍເຊັນໃສ່ເອກະສານບັນຊີແລະເອກະສານລາຍງານ ການເງິນຂອງຫົວໜ່ວຍການບັນຊີແລະຮັບຜິດຊອບຕໍ່ລາຍເຊັນຂອງ ຕົນ. 4. ລາຍງານບັນຫາດ້ານວິຊາສະເພາະການບັນຊີຕໍ່ຂັ້ນ ເທິງຂອງຕົນ. 5. ຮັບຜິດຊອບຕໍ່ວຽກງານການບັນຊີໃນໄລຍະທີ່ຕົນໄດ້ປະຕິບັດ ຜ່ານມາພ້ອມທັງມອບເອກະສານວຽກງານການບັນຊີໃຫ້ຜູ້ມາແທນໃນ ກໍລະນີທີ່ຕົນໄດ້ອອກຈາກໜ້າທີ່. 6. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍ.

....ມາດຕາສີ່ສິບແປດທີ່ປຶກສາບັນຊີ

ມາດຕາສີ່ສິບແປດທີ່ປຶກສາບັນຊີ ທີ່ປຶກສາບັນຊີໝາຍເຖິງບຸກຄົນທີ່ມີປະກາສະນີຍະບັດທີ່ປຶກ ສາບັນຊີຫຼືປະກາສະນີຍະບັດທຽບເທົ່າໂດຍການອະນຸມັດຂອງກະ ຊວງການເງິນແລະຮັບຮອງເອົາໂດຍກະຊວງສຶກສາທິການ.

ທີ່ປຶກສາບັນຊີຜູ້ໃດທີ່ມີຈຸດປະສົງປະກອບອາຊີບອິດສະລະ ຕ້ອງມີມາດຕະຖານດັ່ງນີ້: -ມີຈັນຍາບັນວິຊາຊີບ,ມີຄວາມສັດຊື່ຕໍ່ໜ້າທີ່ຂອງຕົນ. -ບໍ່ເຄີຍຕ້ອງໂທດໃນສະຖານສໍ້ໂກງຊັບ,ຍັກຍອກຊັບຫຼືການ ກະທໍາຜິດອື່ນໂດຍເຈດຕະນາ. -ໄດ້ຈົດທະບຽນເປັນສະມາຊິກຂອງສະມາຄົມວິຊາຊີບນັກ ບັນຊີແລະນັກກວດສອບອິດສະລະ. -ມີສຸຂະພາບດີ.

....ມາດຕາສີ່ສິບເກົ້ານັກຊ່ຽວຊານບັນຊີ

ມາດຕາສີ່ສິບເກົ້ານັກຊ່ຽວຊານບັນຊີ ນັກຊ່ຽວຊານບັນຊີໝາຍເຖິງບຸກຄົນທີ່ມີປະກາສະນີຍະບັດ ນັກຊ່ຽວຊານບັນຊີຫຼືປະກາສະນີຍະບັດທຽບເທົ່າໂດຍການອະນຸມັດ ຂອງກະຊວງການເງິນແລະຮັບຮອງເອົາໂດຍກະຊວງສຶກສາທິການ. ນັກຊ່ຽວຊານບັນຊີຜູ້ໃດທີ່ມີຈຸດປະສົງປະກອບອາຊີບອິດສະ ລະຕ້ອງມີມາດຕະຖານດັ່ງກຽວກັນກັບມາດຕະຖານທີ່ໄດ້ກໍານົດໄວ້ ໃນມາດຕາສີ່ສິບແປດເທິງນີ້ແລະໄດ້ຜ່ານການເຮັດວຽກມາແລ້ວ ຢ່າງໜ້ອຍສອງປີ.

....ມາດຕາຫ້າສິບສິດແລະໜ້າທີ່ຂອງທີ່ປຶກສາບັນຊີແລະນັກຊ່ຽວຊານບັນຊີທີ່ປະກອບອາຊີບອິດສະລະ

ມາດຕາຫ້າສິບສິດແລະໜ້າທີ່ຂອງທີ່ປຶກສາບັນຊີແລະນັກຊ່ຽວ ຊານບັນຊີທີ່ປະກອບອາຊີບອິດສະລະ ທີ່ປຶກສາບັນຊີແລະນັກຊ່ຽວຊານບັນຊີທີ່ປະກອບອາຊີບອິດ ສະລະມີສິດແລະໜ້າທີ່ດັ່ງນີ້: -ໃຫ້ຄໍາປຶກສາດ້ານການບັນຊີ,ຈັດວາງລະບົບບັນຊີ,ຖືບັນຊີ, ຕິດຕາມ,ວິໄຈ,ຕີລາຄາແລະປັບປຸງແກ້ໄຂການບັນຊີຂອງຫົວໜ່ວຍ ການບັນຊີ. -ລາຍງານຜົນການເຄື່ອນໄຫວແລະຖານະການເງິນຂອງຕົນ ໃຫ້ສະມາຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະ. -ມອບພັນທະເຂົ້າງົບປະມານແຫ່ງລັດຕາມລະບຽບກົດໝາຍ. -ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

..ພາກທີສາມວຽກງານກວດກາບັນຊີ


...ໝວດທີໜຶ່ງໂຄງປະກອບວຽກງານກວດກາບັນຊີ


....ມາດຕາຫ້າສິບເອັດການກວດກາບັນຊີ

ມາດຕາຫ້າສິບເອັດການກວດກາບັນຊີ ການກວດກາບັນຊີແມ່ນການເຄື່ອນໄຫວຂອງຜູ້ກວດກາ ຂອງກະຊວງການເງິນ,ການຈັດຕັ້ງອື່ນທີ່ກ່ຽວຂ້ອງລວມທັງອົງ ການປົກຄອງທ້ອງຖິ່ນແນໃສ່ຮັບປະກັນໃຫ້ທຸກຫົວໜ່ວຍການບັນຊີ ທີ່ຂຶ້ນກັບຕົນມີການຖືບັນຊີຕາມກົດໝາຍສະບັບນີ້.

....ມາດຕາຫ້າສິບສອງໂຄງປະກອບວຽກງານກວດກາບັນຊີ

ມາດຕາຫ້າສິບສອງໂຄງປະກອບວຽກງານກວດກາບັນຊີ ໂຄງປະກອບວຽກງານກວດກາບັນຊີມີດັ່ງນີ້: -ປະເພດການກວດກາບັນຊີ. -ລະບຽບການກວດກາບັນຊີ. -ຜູ້ກວດກາບັນຊີ.

...ໝວດທີສອງປະເພດການກວດກາບັນຊີ


....ມາດຕາຫ້າສິບສາມປະເພດການກວດກາບັນຊີ

ມາດຕາຫ້າສິບສາມປະເພດການກວດກາບັນຊີ ການກວດກາບັນຊີມີສາມປະເພດດັ່ງນີ້: -ການກວດກາລາຍການລົງບັນຊີ. -ການກວດກາເອກກະສານຢັ້ງຢືນການບັນຊີ. -ການກວດກາການປະຕິບັດວຽກງານຂອງນາຍບັນຊີແລະ ຫົວໜ້າບັນຊີ.

....ມາດຕາຫ້າສິບສີ່ການກວດກາລາຍການລົງບັນຊີ

ມາດຕາຫ້າສິບສີ່ການກວດກາລາຍການລົງບັນຊີ ການກວດກາລາຍການລົງບັນຊີແມ່ນການກວດກາຄວາມ ຖືກຕ້ອງໃນການຈົດກ່າຍບັນຊີ,ການຍົກຍອດເຂົ້າປຶ້ມບັນຊີໃຫຍ່,ການ ສ້າງໃບດຸ່ນດ່ຽງແລະການສ້າງເອກະສານລາຍງານການເງິນຕາມ ລະບຽບການ.

....ມາດຕາຫ້າສິບຫ້າການກວດກາເອກະສານຢັ້ງຢືນການບັນຊີ

ມາດຕາຫ້າສິບຫ້າການກວດກາເອກະສານຢັ້ງຢືນການບັນຊີ ການກວດກາເອກະສານຢັ້ງຢືນການບັນຊີແມ່ນການກວດ ກາຄວາມຖືກຕ້ອງຂອງບັນດາເອກະສານຢັ້ງຢືນການລົງບັນຊີແລະ ເອກະສານຫຼັກຖານຮັບໃຊ້ການບັນຊີເຊັ່ນ:ສັນຍາເຊົ່າ,ສັນຍາຊື້ຂາຍ ແລະອື່ນໆ.

....ມາດຕາຫ້າສິບຫົກການກວດກາການປະຕິບັດວຽກງານຂອງນາຍບັນຊີແລະຫົວໜ້າບັນຊີ

ມາດຕາຫ້າສິບຫົກການກວດກາການປະຕິບັດວຽກງານຂອງນາຍ ບັນຊີແລະຫົວໜ້າບັນຊີ ການກວດກາການປະຕິບັດວຽກງານຂອງນາຍບັນຊີແລະ ຫົວໜ້າບັນຊີແມ່ນການກວດກາການປະຕິບັດໜ້າທີ່,ຄວາມຮັບຜິດ ຊອບ,ຄຸນວຸດທິແລະມາດຕະຖານຂອງບຸກຄົນດັ່ງກ່າວ.

...ໝວດທີສາມລະບຽບການກວດກາບັນຊີ


....ມາດຕາຫ້າສິບເຈັດລະບຽບການກວດກາບັນຊີ

ມາດຕາຫ້າສິບເຈັດລະບຽບການກວດກາບັນຊີ ໃນການດໍາເນີນວຽກງານກວດກາບັນຊີ,ຜູ້ກວດກາບັນຊີ ຕ້ອງອີງໃສ່ລະບຽບກົດໝາຍກ່ຽວກັບການບັນຊີ,ລະບຽບການ ຄວບຄຸມພາຍໃນຂອງຫົວໜ່ວຍການບັນຊີແລະມີການປະສານສົມ ທົບກັບທຸກພາກສ່ວນທີ່ກ່ຽວຂ້ອງຊຶ່ງມີສ່ວນຮ່ວມໃນການສະໜອງ ຂໍ້ມູນຂ່າວສານແລະການລາຍງານຕົວເລກບັນຊີ. ພາຍຫຼັງສໍາເລັດການກວດກາຕ້ອງມີບັດບັນທຶກແລະບົດສະ ຫຼຸບຜົນຂອງການກວດກາ.ນອກຈາກນັ້ນກໍ່ຕ້ອງຮັບປະກັນບໍ່ໃຫ້ເອ ກະສານທີ່ນໍາໃຊ້ເຂົ້າໃນການກວດກາຕົກເຮ່ຍເສຍຫາຍແລະຮັກ ສາຄວາມລັບຢ່າງເຂັ້ມງວດ.

....ມາດຕາຫ້າສິບແປດຂັ້ນຕອນການກວດກາບັນຊີ

ມາດຕາຫ້າສິບແປດຂັ້ນຕອນການກວດກາບັນຊີ ການກວດກາບັນຊີຕ້ອງດໍາເນີນຕາມຂັ້ນຕອນດັ່ງນີ້: -ສຶກສາສະພາບການຄຸ້ມຄອງລວມ,ລະບົບການຖືບັນຊີ ແລະການແບ່ງງານພາຍໃນຫົວໜ່ວຍການບັນຊີ. -ວາງແຜນການກວດກາ,ກໍານົດເປົ້າໝາຍ,ກະກຽມຄໍາ ຖາມເຈາະຈີ້ມ,ສອບຖາມພາກສ່ວນທີ່ກ່ຽວຂ້ອງແລະກໍານົດເວ ລາກວດກາ. -ດໍາເນີນການກວດກາຕົວຈິງ. -ສະຫຼຸບລາຍງານຜົນການກວດກາເປັນລາຍລັກອັກສອນຊຶ່ງ ຕ້ອງເວົ້າເຖິງຈຸດດີ,ຈຸດອ່ອນລວມທັງສະເໜີວິທີການແລະມາດຕະ ການແກ້ໄຂຕໍ່ຂັ້ນເທິງຂອງຫົວໜ່ວຍທີ່ຖືກກວດກາຫຼືພາກສ່ວນອື່ນ ທີ່ກ່ຽວຂ້ອງພ້ອມທັງແຈ້ງໃຫ້ຜູ້ຖືກກວດການັ້ນຊາບ.

...ໝວດທີສີ່ຜູ້ກວດກາບັນຊີ


....ມາດຕາຫ້າສິບເກົ້າຜູ້ກວດກາບັນຊີ

ມາດຕາຫ້າສິບເກົ້າຜູ້ກວດກາບັນຊີ ຜູ້ກວດກາບັນຊີປະກອບດ້ວຍ: -ຜູ້ກວດກາຂອງກະຊວງການເງິນ. -ຜູ້ກວດກາຂອງອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງ.

....ມາດຕາຫົກສິບຜູ້ກວດກາຂອງກະຊວງການເງິນ

ມາດຕາຫົກສິບຜູ້ກວດກາຂອງກະຊວງການເງິນ ກົມບັນຊີ,ກົມກວດກາການເງິນ,ກົມສ່ວຍສາອາກອນ,ກົມ ຄຸ້ມຄອງການເງິນລັດວິສາຫະກິດແລະກົມວິຊາການອື່ນຂອງກະ ຊວງການເງິນເປັນຜູ້ກວດກາບັນຊີຕາມພາລະບົດບາດຂອງຕົນ.

....ມາດຕາຫົກສິບເອັດຜູ້ກວດກາຂອງອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງ

ມາດຕາຫົກສິບເອັດຜູ້ກວດກາຂອງອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງ ການຈັດຕັ້ງກວດກາຂອງອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງ ລວມທັງອົງການປົກຄອງທ້ອງຖິ່ນເປັນຜູ້ກວດກາບັນຊີຂອງຫົວ ໜ່ວຍການບັນຊີຂອງອົງການຈັດຕັ້ງແລະທ້ອງຖິ່ນຂອງຕົນ.

..ພາກທີສີ່ສະພາທີ່ປຶກສາການບັນຊີ,ສະມາຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະ


...ໝວດທີໜຶ່ງສະພາທີ່ປຶກສາການບັນຊີ


....ມາດຕາຫົກສິບສອງທີ່ຕັ້ງແລະພາລະບົດບາດຂອງສະພາທີ່ປຶກສາການບັນຊີ

ມາດຕາຫົກສິບສອງທີ່ຕັ້ງແລະພາລະບົດບາດຂອງສະພາທີ່ປຶກ ສາການບັນຊີ ສະພາທີ່ປຶກສາການບັນຊີເປັນການຈັດຕັ້ງໜຶ່ງທີ່ຢູ່ໃຕ້ການ ຄຸ້ມຄອງຂອງກະຊວງການເງິນແລະມີພາລະບົດບາດໃຫ້ຄໍາປຶກສາ ດ້ານວິຊາການແກ່ກະຊວງການເງິນກ່ຽວກັບວຽກງານການບັນຊີ ແລະວຽກງານການຄົ້ນຄວ້າມາດຕະຖານບັນຊີແລະລະບຽບການ ຕ່າງໆທີ່ກ່ຽວກັບວຽກງານດັ່ງກ່າວ.

....ມາດຕາຫົກສິບສາມສິດແລະໜ້າທີ່ຂອງສະພາທີ່ປຶກສາການບັນຊີ

ມາດຕາຫົກສິບສາມສິດແລະໜ້າທີ່ຂອງສະພາທີ່ປຶກສາການບັນຊີ ສະພາທີ່ປຶກສາການບັນຊີແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າແລະສະເໜີປັບປຸງມາດຕະຖານບັນຊີເພື່ອໃຫ້ ສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນແຕ່ລະໄລຍະ. 2. ປະກອບສ່ວນໃຫ້ຄໍາເຫັນໃສ່ຮ່າງນິຕິກໍາກ່ຽວກັບການບັນຊີ. 3. ຄົ້ນຄວ້າແລະສະເໜີກ່ຽວກັບການວາງຫຼັກການແລະວິ ທີການລະອຽດກ່ຽວກັບການຈັດຕັ້ງປະຕິບັດວຽກງານການບັນຊີ. 4. ມີຄໍາເຫັນກ່ຽວກັບການກວດກາການປະຕິບັດມາດຕະ ຖານບັນຊີໃນຂະແໜງການຕ່າງໆຕາມການມອບໝາຍຂອງລັດ ຖະມົນຕີວ່າການກະຊວງການເງິນ. 5. ເຂົ້າຮ່ວມການເຄື່ອນໄຫວວຽກງານການບັນຊີຢູ່ພາຍໃນ ແລະຕ່າງປະເທດຕາມການມອບໝາຍ. 6. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍ.


....ມາດຕາຫົກສິບສີ່ຫຼັກການການເຄື່ອນໄຫວຂອງສະພາທີ່ປຶກສາການບັນຊີ

ມາດຕາຫົກສິບສີ່ຫຼັກການການເຄື່ອນໄຫວຂອງສະພາທີ່ປຶກສາ ການບັນຊີ ສະພາທີ່ປຶກສາການບັນຊີເຄື່ອນໄຫວຕາມຫຼັກການລວມ ສູນປະຊາທິປະໄຕ,ຕົກລົງເປັນໝູ່ຄະນະ,ບຸກຄົນຂຶ້ນກັບການຈັດ ຕັ້ງ,ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ,ເອົາກອງປະຊຸມເປັນ ບ່ອນປຶກສາຫາລືແລະຕົກລົງ.

....ມາດຕາຫົກສິບຫ້າໂຄງປະກອບບຸກຄະລະກອນ

ມາດຕາຫົກສິບຫ້າໂຄງປະກອບບຸກຄະລະກອນ ໂຄງປະກອບບຸກຄະລາກອນຂອງສະພາທີ່ປຶກສາການບັນຊີ ມີດັ່ງນີ້: -ປະທານຊຶ່ງແມ່ນລັດຖະມົນຕີຊ່ວຍວ່າການກະຊວງການ ເງິນໂດຍຕໍາແໜ່ງ,ຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍນາຍົກລັດຖະ ມົນຕີຕາມການສະເໜີຂອງລັດຖະມົນຕີວ່າການກະຊວງການເງິນ. -ຮອງປະມານຊຶ່ງແມ່ນຫົວໜ້າກົມບັນຊີໂດຍຕໍາແໜ່ງ. -ກໍາມະການຈໍານວນໜຶ່ງທີ່ມີຄວາມຮູ້,ມີຄຸນວຸດທິແລະໄດ້ຮັບ ຄວາມເຊື່ອຖືໃນຂົງເຂດການບັນຊີຈາກຂະແໜງການຕ່າງໆທີ່ກ່ຽວ ຂ້ອງ.

ສໍາລັບໂຄງປະກອບການຈັດຕັ້ງແລະລະບຽບການເຄື່ອນ ໄຫວຂອງສະພາທີ່ປຶກສາການບັນຊີໄດ້ກໍານົດໄວ້ໃນລະບຽບການ ສະເພາະ.

...ໝວດທີສອງສະມາຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະ


....ມາດຕາຫົກສິບຫົກທີ່ຕ້ອງແລະພາລະບົດບາດ

ມາດຕາຫົກສິບຫົກທີ່ຕ້ອງແລະພາລະບົດບາດ ສະມາຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະ ເປັນອົງການຈັດຕັ້ງສັງຄົມໜຶ່ງທີ່ມີຖານະນິຕິບຸກຄົນຢູ່ພາຍໃຕ້ການ ຄຸ້ມຄອງຂອງກະຊວງການເງິນ,ມີພາລະບົດບາດເຕົ້າໂຮມບັນດາ ນັກວິຊາຊີບການບັນຊີທີ່ໄດ້ຮັບອະນຸຍາດໃຫ້ປະກອບວິຊາຊີບເປັນ ທີ່ປຶກສາບັນຊີແລະນັກຊ່ຽວຊານບັນຊີລວມທັງນັກບັນຊີທີ່ສັງກັດຢູ່ ຫົວໜ່ວຍການບັນຊີຕ່າງໆ,ຄຸ້ມຄອງ,ຕິດຕາມ,ກວດກາກ່ຽວກັບ ຄວາມຮູ້ຄວາມສາມາດ,ການດໍາເນີນວິຊາຊີບການບັນຊີ,ຈັນຍາ ບັນຂອງນັກບັນຊີແລະນັກກວດສອບອິດສະລະ.

....ມາດຕາຫົກສິບເຈັດສິດແລະໜ້າທີ່

ມາດຕາຫົກສິບເຈັດສິດແລະໜ້າທີ່ ສະມາຄົມວິຊາຊີບແລະນັກກວດສອບອິດສະລະມີສິດແລະ ໜ້າທີ່ດັ່ງນີ້: 1. ສ້າງແຜນດໍາເນີນງານໄລຍະກາງແລະໄລຍະຍາວ. 2. ກໍານົດລະບຽບການເພື່ອຄຸ້ມຄອງທີ່ປຶກສສາບັນຊີ,ນັກຊ່ຽວ ຊານບັນຊີແລະນັກບັນຊີທີ່ສັງກັດຢູ່ຫົວໜ່ວຍການບັນຊີຕ່າງໆ. 3. ຈັດຕັ້ງຝຶກອົບຮົມທາງດ້ານວິຊາຊີບ,ຍົກລະດັບຄວາມຮູ້ ຄວາມສາມາດຂອງຜູ້ປະກອບວິຊາຊີບດ້ານການບັນຊີແລະການ ກວດສອບເອກະລາດ. 4. ປົກປ້ອງຄວາມເປັນເອກະລາດໃນການເຄື່ອນໄຫວວຽກ ງານການບັນຊີແລະກຽດສັກສີຂອງນັກວິຊາຊີບການບັນຊີ. 5. ວາງມາດຕະການທາງດ້ານວິໄນຕໍ່ຜູ້ລະເມີດກົດຈັກຍາ ບັນທາງດ້ານວິຊາຊີບ,ມາດຕະຖານບັນຊີແລະລະບຽບການພາຍໃນ ຂອງສະມາຄົມ. 6. ລາຍງານການເຄື່ອນໄຫວຂອງສະມາຄົມວິຊາຊີບນັກບັນ ຊີແລະນັກກວດສອບອິດສະລະໃຫ້ກະຊວງການເງິນ. 7. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍ.

....ມາດຕາຫົກສິບແປດໂຄງປະກອບການຈັດຕັ້ງແລະບຸກຄະລາກອນ

ມາດຕາຫົກສິບແປດໂຄງປະກອບການຈັດຕັ້ງແລະບຸກຄະລາກອນ ໂຄງປະກອບການຈັດຕັ້ງຂອງສະມາຄົມວິຊາຊີບນັກບັນຊີ ແລະນັກກວດສອບອິດສະລະມີດັ່ງນີ້: 1.​ ກອງປະຊຸມໃຫຍ່; 2.​ ຫ້ອງການປະຈໍາການ; 3. ຄະນະກໍາມະການຕ່າງໆ.

ໂຄງປະກອບບຸກຄະລາກອນຂອງສະມາຄົມວິຊາຊີບນັກບັນ ຊີແລະນັກກວດສອບອິດສະລະມີດັ່ງນີ້: 1. ປະທານ; 2.​ ຮອງປະທານຈໍານວນໜຶ່ງ; 3. ສະມາຊິກຂອງຫ້ອງການປະຈໍາການ; 4. ຫົວໜ້າແລະຮອງຫົວໜ້າຄະນະກໍາມະການຕ່າງໆ; 5. ສະມາຊິກຂອງສະມາຄົມ; 6. ພະນັກງານວິຊາການຈໍານວນໜຶ່ງ. ສໍາລັບລະບຽບການເຄື່ອນໄຫວແລະງົບມະປານຂອງສະມາ ຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະໄດ້ກໍານົດໄວ້ໃນລະ ບຽບການສະເພາະ.


..ພາກທີຫ້າຂໍ້ຫ້າມ

ມາດຕາຫົກສິບເກົ້າຂໍ້ຫ້າມສໍາລັບຫົວໜ່ວຍການບັນຊີ ຫ້າມຫົວໜ່ວຍການບັນຊີລະເມີດການຖືບັນຊີ,ເຊື່ອງອໍາຂໍ້ ມູນ,ປອມແປງເອກະສານ,ລາຍງານຊັກຊ້າ,ລາຍງານບໍ່ຖືກກັບ ຄວາມຈິງ.

...ມາດຕາຫົກສິບເກົ້າຂໍ້ຫ້າມສໍາລັບຫົວໜ່ວຍການບັນຊີ

ມາດຕາຫົກສິບເກົ້າຂໍ້ຫ້າມສໍາລັບຫົວໜ່ວຍການບັນຊີ ຫ້າມຫົວໜ່ວຍການບັນຊີລະເມີດການຖືບັນຊີ,ເຊື່ອງອໍາຂໍ້ ມູນ,ປອມແປງເອກະສານ,ລາຍງານຊັກຊ້າ,ລາຍງານບໍ່ຖືກກັບ ຄວາມຈິງ.

...ມາດຕາເຈັດສິບຂໍ້ຫ້າມສໍາລັບນາຍບັນຊີແລະຫົວໜ້າບັນຊີ

ມາດຕາເຈັດສິບຂໍ້ຫ້າມສໍາລັບນາຍບັນຊີແລະຫົວໜ້າບັນຊີ ຂໍ້ຫາມສໍາລັບນາຍບັນຊີແລະຫົວໜ້າບັນຊີມີດັ່ງນີ້: -ເປັນທັງນາຍຄັງ,ນາຍສາງຫຼືເປັນທັງຜູ້ຈັດຊື້. -ຜົວ,ເມຍ,ລູກຫຼືຍາດພີ່ນ້ອງເປັນນາຍບັນຊີຫຼືຫົວໜ້າບັນຊີ ໃນກໍລະນີທີ່ເມຍ,ຜົວ,ພໍ່ແມ່ຫຼືຍາດພີ່ນ້ອງເປັນຜູ້ບໍລິຫານຂອງຫົວ ໜ່ວຍການບັນຊີ. -ເປີດເຜີຍຄວາມລັບທາງດ້ານວິຊາຊີບເວັ້ນເສຍແຕ່ໄດ້ຮັບ ອະນຸຍາດຕາມກົດໝາຍ.

ຂໍ້ຫ້າມດັ່ງກ່າວນີ້ບໍ່ໃຫ້ປະຕິບັດສໍາລັບວິສາຫະກິດຂະໜາດ ນ້ອຍທີ່ສຸດແລະວິສາຫະກິດສ່ວນບຸກຄົນ.

...ມາດຕາເຈັດສິບເອັດຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາເຈັດສິບເອັດຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນແຊກແຊງເຂົ້າໃນການຖື ບັນຊີຫຼືຂັດແຂວງການກວດກາບັນຊີ.

..ພາກທີຫົກການຄຸ້ມຄອງແລະກວດກາ


...ໝວດທີໜຶ່ງການຄຸ້ມຄອງ


....ມາດຕາເຈັດສິບສອງອົງການຄຸ້ມຄອງວຽກງານການບັນຊີ

ມາດຕາເຈັດສິບສອງອົງການຄຸ້ມຄອງວຽກງານການບັນຊີ ອົງການຄຸ້ມຄອງວຽກງານການບັນຊີປະກອບດ້ວຍ: -ກະຊວງການເງິນ. -ພະແນກການເງິນແຂວງ,ນະຄອນ. -ຫ້ອງການການເງິນເມືອງ,ເທດສະບານ.

....ມາດຕາເຈັດສິບສາມສິດແລະໜ້າທີ່ຂອງກະຊວງການເງິນ

ມາດຕາເຈັດສິບສາມສິດແລະໜ້າທີ່ຂອງກະຊວງການເງິນ ໃນການຄຸ້ມຄອງວຽກງານການບັນຊີກະຊວງການເງິນມີ ສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ສ້າງແຜນຍຸດທະສາດ,ແຜນນະໂຍບາຍ,ລະ ບຽບກົດໝາຍກ່ຽວກັບວຽກງານການບັນຊີເພື່ອສະເໜີລັດຖະບານ ພິຈາລະນາ. 2. ໂຄສະນາ,ເຜີຍແຜ່ກົດໝາຍແລະນິຕິກໍາອື່ນກ່ຽວກັບ ການບັນຊີ. 3. ຊີ້ນໍາ,ຄຸ້ມຄອງ,ຕິດຕາມແລະກວດກາການຈັດຕັ້ງປະຕິ ບັດກົດໝາຍແລະນິຕິກໍາອື່ນກ່ຽວກັບວຽກງານການບັນຊີ. 4. ຊີ້ນໍາ,ຕິດຕາມແລະກວດກາສະພາທີ່ປຶກສາການບັນຊີ, ສະມາຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະ. 5. ສະເໜີແຕ່ງຕັ້ງຫຼືປົດຕໍາແໜ່ງຮອງປະທານສະພາທີ່ປຶກ ສາການບັນຊີ. 6. ແຕ່ງຕັ້ງຫຼືປົດຕໍາແໜ່ງຮອງປະມານສະພາທີ່ປຶກສາ ການບັນຊີ. 7. ກໍ່ສ້າງບຸກຄະລາກອນກ່ຽວກັບວຽກງານການບັນຊີ. 8. ປະສານສົມທົບກັບບັນດາອົງການຈັດຕັ້ງລັດແລະອົງ ການຈັດຕັ້ງອື່ນທີ່ກ່ຽວຂ້ອງກັບວຽກງານການບັນຊີ. 9. ພົວພັນຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານການ ບັນຊີ. 10. ສະຫຼຸບແລະລາຍງານຕໍ່ລັດຖະບານກ່ຽວກັບການຈັດ ຕັ້ງປະຕິບັດວຽກງານການບັນຊີ. 11. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍ.


....ມາດຕາເຈັດສິບສີ່ສິດແລະໜ້າທີ່ຂອງກົມບັນຊີ

ມາດຕາເຈັດສິບສີ່ສິດແລະໜ້າທີ່ຂອງກົມບັນຊີ ກົມບັນຊີເປັນເສນາທິການໃຫ້ກະຊວງການເງິນໃນການຈັດ ຕັ້ງປະຕິບັດສິດແລະໜ້າທີ່ຂອງກະຊວງການເງິນຕາມທີ່ໄດ້ກໍານົດ ໄວ້ໃນມາດຕາເຈັດສິບສາມຂອງກົດໝາຍສະບັບນີ້.

....ມາດຕາເຈັດສິບຫ້າສິດແລະໜ້າທີ່ຂອງພະແນກການເງິນແຂວງ,ນະຄອນ

ມາດຕາເຈັດສິບຫ້າສິດແລະໜ້າທີ່ຂອງພະແນກການເງິນແຂວງ, ນະຄອນ ໃນການຄຸ້ມຄອງວຽກງານການບັນຊີພະແນກການເງິນ ແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າແລະຜັນຂະຫຍາຍແຜນຍຸດທະສາດ,ແຜນນະ ໂຍບາຍກ່ຽວກັບວຽກງານການບັນຊີເປັນແຜນການ,ແຜນງານ ຂອງຕົນພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ. 2. ໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍແລະນິ ຕິກໍາອື່ນທີ່ພົວພັນກັບວຽກງານການບັນຊີໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ. 3. ຄຸ້ມຄອງແລະກວດກາການຈັດຕັ້ງປະຕິບັດລະບຽບກົດ ໝາຍກ່ຽວກັບການບັນຊີໃນຂອບເຂດຄວາມຮັບຜິດຊອບຂອງຕົນ. 4. ຊີ້ນໍາ,ກວດກາການປະຕິບັດວຽກງານການບັນຊີຂອງ ຂັ້ນລຸ່ມ. 5. ປະສານສົມທົບກັບອົງການຈັດຕັ້ງຕ່າງໆກ່ຽວກັບວຽກ ງານການບັນຊີ. 6. ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານການ ບັນຊີໃຫ້ປະຊວງການເງິນ. 7. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍ.


....ມາດຕາເຈັດສິບຫົກສິດແລະໜ້າທີ່ຂອງຫ້ອງການການເງິນເມືອງ,ເທດສະບານ

ມາດຕາເຈັດສິບຫົກສິດແລະໜ້າທີ່ຂອງຫ້ອງການການເງິນເມືອງ, ເທດສະບານ ໃນການຄຸ້ມຄອງວຽກງານການບັນຊີຫ້ອງການການເງິນ ເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດແຜນການ,ແຜນງານແລະລະບຽບກົດ ໝາຍກ່ຽວກັບວຽກງານການບັນຊີ. 2. ໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍແລະນິຕິ ກໍາອື່ນທີ່ພົວພັນກັບວຽກງານການບັນຊີໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ. 3. ຄຸ້ມຄອງແລະກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍ ກ່ຽວກັບການບັນຊີໃນຂອບເຂດຄວາມຮັບຜິດຊອບຂອງຕົນ. 4. ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານການ ບັນຊີໃຫ້ພະແນກການເງິນແຂວງ,ນະຄອນ. 5. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍ.

...ໝວດທີສອງການກວດກາ


....ມາດຕາເຈັດສິບເຈັດອົງການກວດກາ

ມາດຕາເຈັດສິບເຈັດອົງການກວດກາ ອົງການກວດກາວຽກງານການບັນຊີປະກອບດ້ວຍອົງ ການກວດກາພາຍໃນແລະອົງການກວດກາພາຍນອກ.

....ມາດຕາເຈັດສິບແປດອົງການກວດກາພາຍໃນ

ມາດຕາເຈັດສິບແປດອົງການກວດກາພາຍໃນ ອົງການກວດກາພາຍໃນວຽກງານການບັນຊີແມ່ນອົງ ການດຽວກັນກັບອົງການຄຸ້ມຄອງທີ່ໄດ້ກໍານົດໄວ້ໃນມາດຕາເຈັດ ສິບສອງຂອງກົດໝາຍສະບັບນີ້.

....ມາດຕາເຈັດສິບເກົ້າຮູບການກວດກາພາຍໃນ

ມາດຕາເຈັດສິບເກົ້າຮູບການກວດກາພາຍໃນ ການກວດກາມີສາມຮູບການດັ່ງນີ້: -ການກວດກາຕາມລະບົບປົກກະຕິ. -ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ. -ການກວດກາແບບກະທັນຫັນ.

ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາ ເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນ ແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ນອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງໄດ້ແຈ້ງໃຫ້ ຜູ້ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບ ດ່ວນຊຶ່ງບໍ່ໄດ້ແຈ້ງໃຫ້ຜູຖືກວດກາຊາບລ່ວງໜ້າ.

....ມາດຕາແປດສິບການກວດກາໂດຍກົງຂອງລັດຖະການສ່ວຍສາອາກອນ

ມາດຕາແປດສິບການກວດກາໂດຍກົງຂອງລັດຖະການສ່ວຍສາ ອາກອນ ລັດຖະການສ່ວຍສາອາກອນສາມາດກວດກາວິສາຫະກິດ ກ່ຽວກັບການຖືບັນຊີຜ່ານການກວດກາໄລ່ລຽງການເກັບອາກອນ ແລະນໍາໃຊ້ມາດຕະການຕໍ່ການລະເມີດຕາມກົດໝາຍວ່າດ້ວຍສ່ວຍ ສາອາກອນແລະກົດໝາຍສະບັບນີ້.

....ມາດຕາແປດສິບເອັດອົງການກວດກາພາຍນອກ

ມາດຕາແປດສິບເອັດອົງການກວດກາພາຍນອກ ອົງການກວດກາພາຍນອກແມ່ນສະພາແຫ່ງຊາດ,ອົງ ການກວດກາລັດ,ອົງການກວດສອບແຫ່ງລັດຊຶ່ງດໍາເນີນການ ກວດກາດ້ວຍການເຂົ້າຮ່ວມຂອງແນວລາວສ້າງຊາດ,ອົງການ ຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ສື່ມວນຊົນແລະປະຊາ ຊົນຕາມລະບຽບການ.

..ພາກທີເຈັດນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ໝວດທີໜຶ່ງນະໂຍບາຍຕໍ່ຜູ້ມີຜົນງານ


....ມາດຕາແປດສິບສອງນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາແປດສິບສອງນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນແລະການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງ ປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນ ຕາມລະບຽບການ.

....ມາດຕາແປດສິບສາມນະໂຍບາຍຕໍ່ຫົວໜ່ວຍການບັນຊີ

ມາດຕາແປດສິບສາມນະໂຍບາຍຕໍ່ຫົວໜ່ວຍການບັນຊີ ຫົວໜ່ວຍການບັນຊີທີ່ຖືບັນຊີຖືກຕ້ອງຕາມຕົວຈິງ,ຄົບຖ້ວນ, ຖືກຕ້ອງຕາມລະບຽບກົດໝາຍຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍ ອື່ນຕາມລະບຽບການ.

...ໝວດທີສອງມາດຕະຖານຕໍ່ຜູ້ລະເມີດ


....ມາດຕາແປດສິບສີ່ມາດຕະການຕໍ່ຜູ້ລະເມີດ

ມາດຕາແປດສິບສີ່ມາດຕະການຕໍ່ຜູ້ລະເມີດ ບຸກຄົນໃດຫຼືການຈັດຕັ້ງໃດຫາກໄດ້ລະເມີດກົດໝາຍສະບັບ ນີ້ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດ ແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈະຖືກປະຕິບັດມາດ ຕະການສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝຫຼືລົງໂທດທາງອາຍາ ຕາມແຕ່ກໍລະນີເບົາຫຼືໜັກລວມທັງການໃຊ້ແທນຄ່າເສຍຫາຍທາງ ແພ່ງ.

....ມາດຕາແປດສິບຫ້າມາດຕະການຕໍ່ຫົວໜ່ວຍທຸລະກິດ

ມາດຕາແປດສິບຫ້າມາດຕະການຕໍ່ຫົວໜ່ວຍທຸລະກິດ ຫົວໜ່ວຍທຸລະກິດໃດຫາກໄດ້ລະເມີດລະບຽບການຖືບັນ ຊີຈະຖືກປະຕິບັດມາດຕະການດັ່ງນີ້: -ການລາຍງານຊັກຊ້າ: ຄັ້ງທີໜຶ່ງ:ສຶກສາອົບຮົມ. ຄັ້ງທີສອງ:ປັບໃໝສາມລ້ານກີບ. ຄັ້ງທີສາມປັບໃໝຫ້າລ້ານກີບ. -ການບໍ່ລາຍງານ: ຄັ້ງທີໜຶ່ງປັບໃໝຫ້າເປີເຊັນຂອງລາຍຮັບທຸລະກິດປະຈໍາ ປີທີ່ລະເມີດ. ຄັ້ງທີສອງປັບໃໝສິບເປີເຊັນຂອງລາຍຮັບທຸລະກິດປະຈໍາ ປີທີ່ລະເມີດ. ຄັ້ງທີສາມດໍາເນີນຄະດີຕາມລະບຽບກົດໝາຍ. -ການຖືບັນຊີບໍ່ຖືກຕ້ອງຄົບຖ້ວນເຊັ່ນ:ບໍ່ປະຕິບັດມາດຕະຖານບັນ ຊີ,ບໍ່ປະຕິບັດລະບຽບການພື້ນຖານແລະຂໍ້ບັງຄັບໃນການຖືບັນຊີ: ຄັ້ງທີໜຶ່ງສຶກສາອົບຮົມໃນກໍລະນີທີ່ບໍ່ມີຄວາມເສຍຫາຍຢ່າງ ຫຼວງຫຼາຍ,ຖ້າມີຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ດໍາເນີນຄະດີຕໍ່ ຜູ້ບໍລິຫານຂອງຫົວໜ່ວຍທຸລະກິດຕາມລະບຽບກົດໝາຍແລະໃຊ້ ແທນຄ່າເສຍຫາຍ. ຄັ້ງທີສອງດໍາເນີນຄະດີຕໍ່ຜູ້ບໍລິຫານຂອງຫົວໜ່ວຍທຸລະກິດ ແລະປັບໃໝສິບຫ້າເປີເຊັນຂອງລາຍຮັບທຸລະກິດປະຈໍາປີທີ່ລະເມີດ ແລະໃຫ້ໃຊ້ແທນຄ່າເສຍຫາຍຕາມລະບຽບກົດໝາຍ. -ການເຊື່ອງອໍາຂໍ້ມູນຫຼືການປອມແປງບັນຊີ: ຄັ້ງທີໜຶ່ງປັບໃໝຊາວຫ້າເປີເຊັນຂອງລາຍຮັບທຸລະກິດປະ ຈໍາປີທີ່ລະເມີດ. ຄັ້ງທີສອງດໍາເນີນຄະດີຕໍ່ຜູ້ບໍລິຫານຂອງຫົວໜ່ວຍທຸລະກິດ ແລະປັບໃໝສາມສິບຫ້າເປີເຊັນຂອງລາຍຮັບທຸລະກິດປະຈໍາປີທີ່ລະ ເມີດ. -ການບໍ່ຖືບັນຊີ: ຄັ້ງທີໜຶ່ງ:ກ່າວເຕືອນ. ຄັ້ງທີສອງ:ປັບໃໝສິບເປີເຊັນຂອງລາຍຮັບທຸລະກິດປະຈໍາ ປີທີ່ລະເມີດ. ຄັ້ງທີສາມ:ດໍາເນີນຄະດີຕໍ່ຜູ້ບໍລິຫານຂອງຫົວໜ່ວຍທຸລະກິດ ແລະປັບໃໝສາມສິບເປີເຊັນຂອງລາຍຮັບທຸລະກິດປະຈໍາປີທີ່ລະ ເມີດ.

....ມາດຕາແປດສິບຫົກ:ມາດຕະການຕໍ່ທີ່ປຶກສາບັນຊີແລະນັກຊ່ຽວຊານບັນຊີ

ມາດຕາແປດສິບຫົກ:ມາດຕະການຕໍ່ທີ່ປຶກສາບັນຊີແລະນັກຊ່ຽວ ຊານບັນຊີ ໃນການບໍລິການການບັນຊີທີ່ປຶກສາບັນຊີຫຼືນັກຊ່ຽວຊານບັນ ຊີຜູ້ໃດຫາກໄດ້ລະເມີດຂໍ້ກໍານົດຂອງກົດໝາຍສະບັບນີ້ດ້ວຍການ ເຊື່ອງອໍາຂໍ້ມູນ,ປອມແປງບັນຊີຈະຖືກປະຕິບັດມາດຕະການດັ່ງນີ້: ຄັ້ງທີໜຶ່ງປັບໃໝຊາວເທົ່າຂອງຄ່າຈ້າງທີ່ໄດ້ຮັບໃນປີທີ່ລະ ເມີດ. ຄັ້ງທີສອງດໍາເນີນຄະດີແລະປັບໃໝຫ້າສິບເທົ່າຂອງຄ່າຈ້າງ ທີ່ໄດ້ຮັບໃນປີທີ່ລະເມີດແລະໃຫ້ຢຸດເຊົາອາຊີບທີ່ປຶກສາບັນຊີຫຼືນັກ ຊ່ຽວຊານບັນຊີໃນກໍານົດເວລາສາມປີນັບແຕ່ມື້ຄໍາຕັດສິນຂອງສານ ໃຊ້ໄດ້ຢ່າງເດັດຂາດເປັນຕົ້ນໄປ.

....ມາດຕາແປດສິບເຈັດມາດຕະການຕໍ່ຜູ້ກວດກາບັນຊີ

ມາດຕາແປດສິບເຈັດມາດຕະການຕໍ່ຜູ້ກວດກາບັນຊີ ຜູ້ກວດກາບັນຊີຫາກໄດ້ຮັບສິນບົນ,ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຊ່ວຍເຫຼືອ,ປົກປິດການກະທໍາຜິດຂອງຜູ້ຖືກກວດກາຈະຖືກດໍາ ເນີນຄະດີແລະໃຊ້ແທນຄ່າເສຍຫາຍຕາມລະບຽບກົດໝາຍ.

..ພາກທີແປດບົດບັນຍັດສຸດທ້າຍ


...ມາດຕາແປດສິບແປດການຈັດຕັ້ງປະຕິບັດ

ມາດຕາແປດສິບແປດການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດ.

...ມາດຕາແປດສິບເກົ້າຜົນສັກສິດ

ມາດຕາແປດສິບເກົ້າຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງສິບແປດເດືອນນັບ ແຕ່ວັນປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະ ກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການບັນຊີວິ ສາຫະກິດສະບັບເລກທີສິບສອງທັບເກົ້າສິບທັບສປສລົງວັນທີຊາວ ເກົ້າພະຈິກພັນເກົ້າລ້ອຍເກົ້າສິບ. ທຸກຂໍ້ກໍານົດ,ກົດລະບຽບທີ່ຂັດກັບກົດໝາຍສະບັບນີລ້ວນແຕ່ ຖືກຍົກເລີກ.