ກົດໝາຍວ່າດ້ວຍການທ່ອງທ່ຽວ 09-11-2005

From Wikisource
Jump to navigation Jump to search

.ການທ່ອງທ່ຽວ 09-11-2005


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການທ່ອງທ່ຽວ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການທ່ອງທ່ຽວ ກົດໝາຍວ່າດ້ວຍການທ່ອງທ່ຽວກໍານົດຫຼັກການ,ລະບຽບ ການແລະມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວແລະ ການຄຸ້ມຄອງການທ່ອງທ່ຽວ.ແນໃສ່ສົ່ງເສີມແລະພັດທະນາການ ທ່ອງທ່ຽວທາງດ້ານວັດທະນະທໍາ,ປະຫວັດສາດແລະທໍາມະຊາດ ໃຫ້ຂະຫຍາຍຕົວ,ຍືນຍົງກາຍເປັນອຸດສາຫະກໍາທ່ອງທ່ຽວທີ່ທັນສະ ໄໝແລະປະກອບສ່ວນເຂົ້າໃນການປົກປັກຮັກສາແລະພັດທະນາປະ ເທດຊາດ,ສົ່ງເສີມຄວາມເຂົ້າໃຈຊຶ່ງກັນແລະກັນ,ສັນຕິພາບ,ມິດຕະ ພາບແລະການຮ່ວມມືພັດທະນາກັບສາກົນ.

...ມາດຕາສອງ:ການທ່ອງທ່ຽວ

ມາດຕາສອງ:ການທ່ອງທ່ຽວ ການທ່ອງທ່ຽວແມ່ນການເດີນທາງຈາກທີ່ຢູ່ອາໄສຂອງ ຕົນໄປທ້ອງຖິ່ນອື່ນຫຼືປະເທດອື່ນເພື່ອການຢ້ຽມຢາມ,ການທ່ຽວຊົມ, ການພັກຜ່ອນ,ການມ່ວນຊື່ນ,ການແລກປ່ຽນວັດທະນະທໍາ,ການກິ ລາ,ການສົ່ງເສີມສຸຂະພາບ,ການສຶກສາຄົ້ນຄວ້າ,ການວາງສະ ແດງ,ການປະຊຸມແລະອື່ນໆໂດຍບໍ່ມີຈຸດປະສົງຊອກເຮັດວຽກ,ປະ ກອບອາຊີບເພື່ອຫາລາຍໄດ້ໃນຮູບແບບຕ່າງໆ.

...ມາດຕາສາມ:ຄໍາສັບຕ່າງໆໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້:

ມາດຕາສາມ:ຄໍາສັບຕ່າງໆໃນກົດໝາຍສະບັບນີ້ມີຄວາມໝາຍ ດັ່ງນີ້: 1 ນັກທ່ອງທ່ຽວ ໝາຍເຖິງບຸກຄົນທີ່ເດີນທາງຈາກທີ່ຢູ່ອາໄສຂອງຕົນໄປ ທ້ອງຖິ່ນອື່ນຫຼືປະເທດອື່ນເພື່ອຈຸດປະສົງທີ່ໄດ້ກໍານົດໄວ້ໃນມາດຕາ ສອງຂອງກົດໝາຍສະບັບນີ້.

2 ກິດຈະການທ່ອງທ່ຽວ ໝາຍເຖິງການຈັດຕັ້ງແລະການເຄື່ອນໄຫວຕ່າງໆເພື່ອໃຫ້ ການບໍລະການແກ່ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຊັ່ນ: ແຫຼ່ງທ່ອງທ່ຽວ,ສະຖານທີ່ພັກແຮມ,ການນໍາທ່ຽວ;

3 ທຸລະກິດທ່ອງທ່ຽວ ໝາຍເຖິງການບໍລິການຂອງຫົວໜ່ວຍທຸລະກິດທາງດ້ານ ການເດີນທາງ,ອາຫານ,ການພັກແຮມ,ການນໍາທ່ຽວແລະອື່ນໆ ໃຫ້ແກ່ນັກທ່ອງທ່ຽວ;

4 ທຸລະກິດພັກແຮມ ໝາຍເຖິງການບໍລະການຂອງຫົວໜ່ວຍທຸລະກິດໃຫ້ແກ່ນັກ ທ່ອງທ່ຽວໃນການພັກເຊົາຊົ່ວຄາວເຊັ່ນ:ພັກຢູ່ໂຮງແຮມ,ເຮືອນພັກ, ເຮືອທ່ອງທ່ຽວ,ຫ້ອງພັກແລະສະຖານທີ່ພັກເຊົາອື່ນໆທີ່ຈັດຫາໃຫ້ແກ່ ນັກທ່ອງທ່ຽວໂດຍທົ່ວໄປ.

5 ໂຮງແຮມ ໝາຍເຖິງສະຖານທີ່ພັກເຊົາຊົ່ວຄາວປະກອບດ້ວຍສິບຫ້າ ຫ້ອງນອນຂຶ້ນໄປຊຶ່ງມີສິ່ງອໍານວຍຄວາມສະດວກ,ມີອຸປະກອນເຄື່ອງ ໃຊ້ທີ່ມີຄຸນນະພາບສູງແລະການບໍລິການທີ່ມີມາດຕະຖານດີໂດຍມີ ຈຸດປະສົງດໍາເນີນທຸລະກິດບໍລິການທີ່ພັກເຊົາຊົ່ວຄາວສໍາລັບຄົນເດີນ ທາງໂດຍມີຄ່າບໍລິການ;

6 ເຮືອນພັກ ໝາຍເຖິງສະຖານທີ່ພັກແຮມ,ປະກອບດ້ວຍສິບສີ່ຫ້ອງນອນ ລົງມາແຕ່ບໍ່ໃຫ້ຫຼຸດຫ້າຫ້ອງນອນ,ຊຶ່ງມີສິ່ງອໍານວຍຄວາມສະດວກ, ມີອຸປະກອນເຄື່ອງໃຊ້ທີ່ເໝາະສົມແລະການບໍລິການທີ່ມີມາດຕະຖານ ໂດຍມີຈຸດປະສົງດໍາເນີນທຸລະກິດບໍລິການທີ່ພັກແຮມສໍາລັບຄົນເດີນ ທາງໂດຍມີຄ່າບໍລະການ;

7 ຫ້ອງພັກ ໝາຍເຖິງສະຖານທີ່ພັກເຊົາທີ່ມີຈໍານວນສີ່ຫ້ອງນອນລົງມາ ແລະມີສິ່ງອໍານວຍຄວາມສະດວກອັນຈໍາເປັນໃຫ້ແກ່ຄົນເດີນທາງ;

8 ບ່ອນພັກເຊົາຕາມແຫຼ່ງທ່ອງທ່ຽວ(ລີສອດ) ໝາຍເຖິງສະຖານທີ່ພັກເຊົາຊົ່ວຄາວສ້າງຕັ້ງຂຶ້ນຕາມແຫຼ່ງ ທ່ອງທ່ຽວທໍາມະຊາດຊຶ່ງມີສິ່ງອໍານວຍຄວາມສະດວກ,ມີອຸປະກອນ ເຄື່ອງໃຊ້ທີ່ມີຄຸນນະພາບແລະການບໍລະການທີ່ມີມາດຕະຖານດີ;


9 ບ່ອນພັກເຊົາຂອງນັກຂັບຂີ່(ໂມເຕັນ) ໝາຍເຖິງສະຖານທີ່ພັກເຊົາຊົ່ວຄາວທີ່ສ້າງຕັ້ງຂຶ້ນຕາມແຄມ ຖະໜົນຫຼວງສໍາລັບຜູ້ເດີນທາງທີ່ນໍາໃຊ້ຍານພາຫະນະຊຶ່ງມີສະຖານ ທີ່ຈອດລົດແລະສິ່ງອໍານວຍຄວາມສະດວກຂັ້ນພື້ນຖານ;

10 ບ່ອນພັກແຮມເຄື່ອນທີ່ ໝາຍເຖິງສະຖານທີ່ພັກເຊົາຊົ່ວຄາວທີ່ເຄື່ອນຍ້າຍໄປມາໄດ້, ປະກອບດ້ວຍ:ເຮືອທ່ອງທ່ຽວ,ຕູ້ລົດໄຟ,ລົດທ່ອງທ່ຽວທີ່ມີຫ້ອງນອນ ແລະອື່ນໆຊຶ່ງມີສິ່ງອໍານວຍຄວາມສະດວກແລະການບໍລິການທີ່ ເໝາະສົມ.

11 ຄ້າຍພັກແຮມ(ແຄ້ມ) ໝາຍເຖິງສະຖານທີ່ພັກເຊົາຊົ່ວຄາວຢູ່ໃນແຫຼ່ງທ່ອງທ່ຽວ ທໍາມະຊາດທີ່ສວຍງາມຊຶ່ງຈັດຂຶ້ນເພື່ອໃຫ້ນັກທ່ອງທ່ຽວເຊົ່າກາງ ຕູບຜ້າ(ເຕັ້ນ)ແລະມີສິ່ງອໍານວຍຄວາມສະດວກຂັ້ນພື້ນຖານ;


12 ພະນັກງານນໍາທ່ຽວ ໝາຍເຖິງບຸກຄົນທີ່ບໍລິການພານັກທ່ອງທ່ຽວໄປທ່ຽວຊົມສະ ຖານທີ່ທ່ອງທ່ຽວຕ່າງໆແລະມີໜ້າທີ່ອະທິບາຍ,ບັນລະຍາຍ,ໃຫ້ຂໍ້ມູນ,ຄວາມຮູ້ແກ່ນັກທ່ອງທ່ຽວກ່ຽວກັບສະຖານທີ່ນັ້ນໆຢ່າງຖືກຕ້ອງ ແລະອໍານວຍຄວາມສະດວກອື່ນໆຕາມລາຍການທີ່ກໍານົດໄວ້.

13 ຮ້ານອາຫານ ໝາຍເຖິງສະຖານທີ່ບໍລະການອາຫານແລະເຄື່ອງດື່ມຊຶ່ງຮັບ ປະກັນຄວາມງາມ,ຄວາມສະອາດຂອງສະຖານທີ່,ອາຫານມີຄຸນນະ ພາບ,ປອດໄພແລະການບໍລະການມີລະດັບແລະມາດຕະຖານທີ່ແນ່ ນອນ;

14 ຊັບພະຍາກອນທ່ອງທ່ຽວ ໝາຍເຖິງທ່າແຮງທາງດ້ານການທ່ອງທ່ຽວທີ່ເກີດຂຶ້ນໂດຍ ທໍາມະຊາດຫຼືມະນຸດສ້າງຂຶ້ນ;

15 ແຫຼ່ງທ່ອງທ່ຽວ ໝາຍເຖິງທ່າແຮງທາງດ້ານການທ່ອງທ່ຽວທີ່ໄດ້ຮັບການ ພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວຊຶ່ງສາມາດດຶງດູດນັກທ່ອງ ທ່ຽວໃຫ້ເດີນທາງມາທ່ຽວຊົມ;

16 ອຸດສາຫະກໍາທ່ອງທ່ຽວ ໝາຍເຖິງການບໍລະການແກ່ນັກທ່ອງທ່ຽວພາຍໃນແລະຕ່າງ ປະເທດຢ່າງເປັນລະບົບຄົບວົງຈອນຊຶ່ງປະກອບດ້ວຍ:ທຸລະກິດຂົນສົ່ງ ,ແຫຼ່ງທ່ອງທ່ຽວ,ນໍາທ່ຽວ,ທີ່ພັກແຮມ,ອາຫານ,ເຄື່ອງທີ່ລະນຶກ,ການ ວາງສະແດງ,ນິທັດສະການ,ເທດສະການ,ງານບຸນແລະອື່ນໆຊຶ່ງນໍາ ໃຊ້ແຮງງານ,ມີການລົງທຶນແລະວິຊາສະເພາະສູງ,ໃຊ້ເຕັກນິກທີ່ທັນ ສະໄໝ,ມີການວາງແຜນ,ການຕະຫຼາດແລະການຈັດຕັ້ງຢ່າງເປັນ ລະບົບ.


...ມາດຕາສີ່:ນະໂຍບາຍຂອງລັດກ່ຽວກັບການທ່ອງທ່ຽວ

ມາດຕາສີ່:ນະໂຍບາຍຂອງລັດກ່ຽວກັບການທ່ອງທ່ຽວ ລັດຄຸ້ມຄອງຢ່າງລວມສູນເປັນເອກະພາບໃນທົ່ວປະເທດຕໍ່ ການອະນຸລັກ,ປົກປັກຮັກສາແລະພັດທະນາການທ່ອງທ່ຽວທາງ ດ້ານວັດທະນະທໍາ,ປະຫວັດສາດແລະທໍາມະຊາດແບບຍືນຍົງໂດຍ ມີສ່ວນຮ່ວມຂອງຊຸມຊົນ.

ລັດຖືເອົາການທ່ອງທ່ຽວເປັນອົງປະກອບຂອງເສດຖະກິດ ແຫ່ງຊາດເພື່ອສົ່ງເສີມການຜະລິດ,ການບໍລິການ,ເພີ່ມທະວີການ ສົ່ງອອກກັບທີ່,ສ້າງວຽກເຮັດງານທໍາ,ສ້າງລາຍຮັບແລະປັບປຸງຊີ ວິດການເປັນຢູ່ໃຫ້ແກ່ປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ.

ລັດແລະສັງຄົມສົ່ງເສີມການໂຄສະນາກິດຈະກໍາ,ນິທັດສະ ການ,ເທດສະການ,ງານບຸນກ່ຽວກັບສິລະປະວັດທະນະທໍາ,ຮີດຄອງ ປະເພນີອັນດີງາມຂອງຊາດ,ມູນເຊື້ອພິລະອາດຫານຂອງປະຊາຊົນ ລາວບັນດາເຜົ່າເພື່ອຊຸກຍູ້ການທ່ອງທ່ຽວພາຍໃນແລະດຶງດູດນັກ ທ່ອງທ່ຽວຕ່າງປະເທດ.


ລັດເຄົາລົບ,ປົກປ້ອງສິດຜົນປະໂຫຍດອັນຊອບທໍາລວມທັງ ຮັບປະກັນຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ.

ລັດເອົາໃຈໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກແລະ ປົກປ້ອງສິດ,ຜົນປະໂຫຍດຂອງບຸກຄົນແລະການຈັດຕັ້ງທັງພາຍໃນ ແລະຕ່າງປະເທດທີ່ລົງທຶນເຂົ້າໃນການພັດທະນາແລະສົ່ງເສີມການ ທ່ອງທ່ຽວ.


...ມາດຕາຫ້າ:ພັນທະຂອງບຸກຄົນແລະການຈັດຕັ້ງ

ມາດຕາຫ້າ:ພັນທະຂອງບຸກຄົນແລະການຈັດຕັ້ງ ເພື່ອເປັນການສົ່ງເສີມການທ່ອງທ່ຽວບຸກຄົນແລະການຈັດ ຕັ້ງພາຍໃນລ້ວນແຕ່ມີພັນທະປະກອບສ່ວນເຂົ້າໃນການອະນຸລັກ,ປົກ ປັກຮັກສາ,ພັດທະນາແລະສົ່ງເສີມວັດທະນະທໍາ,ຮີດຄອງປະເພນີອັນ ດີງາມ,ສິນລະປະ,ວັນນະຄະດີ,ຫັດຖະກໍາທີ່ເປັນເອກະລັກສະເພາະ,ຊັບ ພະຍາກອນທ່ອງທ່ຽວ,ສິ່ງແວດລ້ອມອັນອະດົມຮັ່ງມີແລະສວຍງາມ ຂອງຊາດ.

ບຸກຄົນແລະການຈັດຕັ້ງຕ່າງປະເທດທີ່ເຂົ້າມາສປປລາວກໍ່ມີ ພັນທະປະກອບສ່ວນໃນການປົກປັກຮັກສາແຫຼ່ງທ່ອງທ່ຽວ,ວັດທະນະ ທໍາ,ຮີດຄອງປະເພນີອັນດີງາມຂອງລາວເຊັ່ນດຽວກັນ.

...ມາດຕາຫົກ:ການຮ່ວມມືກັບສາກົນ

ມາດຕາຫົກ:ການຮ່ວມມືກັບສາກົນ ລັກຊຸກຍູ້ການພົວພັນ,ຮ່ວມມືກັບສາກົນທາງດ້ານການທ່ອງ ທ່ຽວເພື່ອແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ກໍ່ສ້າງ,ຝຶກອົບຮົມພະ ນັກງານ,ຍາດແຍ່ງການຊ່ວຍເຫຼືອ,ສົ່ງເສີມການລົງທຶນ,ໂຄສະນາ ການທ່ອງທ່ຽວຂອງລາວເພື່ອເຮັດໃຫ້ການທ່ອງທ່ຽວໄດ້ຮັບການພັດ ທະນາແລະການບໍລະການການທ່ອງທ່ຽວໄດ້ມາດຕະຖານສາກົນ.

..ພາກທີສອງຊັບພະຍາກອນທ່ອງທ່ຽວ


...ໝວດທີໜຶ່ງປະເພດຊັບພະຍາກອນທ່ອງທ່ຽວ


....ມາດຕາເຈັດ:ປະເພດຊັບພະຍາກອນທ່ອງທ່ຽວ

ມາດຕາເຈັດ:ປະເພດຊັບພະຍາກອນທ່ອງທ່ຽວ ຊັບພະຍາກອນທ່ອງທ່ຽວແບ່ງອອກເປັນສອງປະເພດຄື: -ຊັບພະຍາກອນທ່ອງທ່ຽວຕາມທໍາມະຊາດ; -ຊັບພະຍາກອນທ່ອງທ່ຽວທີ່ມະນຸດສ້າງຂຶ້ນ.

....ມາດຕາແປດ:ຊັບພະຍາກອນທ່ອງທ່ຽວທໍາມະຊາດ

ມາດຕາແປດ:ຊັບພະຍາກອນທ່ອງທ່ຽວທໍາມະຊາດ ຊັບພະຍາກອນທ່ອງທ່ຽວຕາມທໍາມະຊາດປະກອບດ້ວຍ:ທັດ ສະນີຍະພາບ,ຜາ,ຖໍ້າ,ພູພຽງ,ພູສູງ,ພູໄຟ,ທົ່ງພຽງ,ປ່າໄມ້,ພືດພັນ, ສັດປ່າ,ສັດນໍ້າ,ແມງໄມ້,ດອກໄມ້,ແມ່ນໍ້າ,ດອນ,ຫາດຊາຍ,ໜອງ, ບຶງ,ນໍ້າຕົກຕາມ,ແກ້ງ,ບໍ່ນໍ້າຮ້ອນ,ປາກົດການທໍາມະຊາດແລະອື່ນ ໆ.

....ມາດຕາເກົ້າ:ຊັບພະຍາກອນທ່ອງທ່ຽວທີ່ມະນຸດສ້າງຂຶ້ນ

ມາດຕາເກົ້າ:ຊັບພະຍາກອນທ່ອງທ່ຽວທີ່ມະນຸດສ້າງຂຶ້ນ ຊັບພະຍາກອນທ່ອງທ່ຽວທີ່ມະນຸດສ້າງຂຶ້ນປະກອບດ້ວຍ: -ຊັບພະຍາກອນທ່ອງທ່ຽວທາງດ້ານວັດທະນະທໍາເຊັ່ນ:ສິລະ ປະກໍາ,ສະຖາປັດຕະຍະກໍາ,ປູຊະນີຍະສະຖານ,ບູຮານວັດຖຸ,ບູຮານສະ ຖານ,ວັດວາອາຮາມ,ອາຄານບ້ານເຮືອນ,ສິນລະປະວັນນະຄະດີ,ນິທັດ ສະການ,ງານບຸນແລະພິທີກໍາຕ່າງໆ,ວິຖີຊີວິດ,ສູນການຄ້າ,ສູນວາງ ສະແດງ. -ຊັບພະຍາກອນທ່ອງທ່ຽວທາງດ້ານປະຫວັດສາດເຊັ່ນ:ຫໍພິ ພິດຕະພັນ,ອະນຸສອນສະຖານ,ຫໍໂຮງ,ສະຖານທີ່ເກີດ,ອາໄສແລະເຮັດ ວຽກຂອງບຸກຄົນສໍາຄັນ,ຮ່ອງຮອຍສະໝໍລະພູມ; -ຊັບພະຍາກອນທ່ອງທ່ຽວທີ່ຄົນສ້າງຂຶ້ນຕາມແບບທໍາມະ ຊາດເຊັ່ນ:ສວນອຸທະຍານ,ສວນສະໜຸກ,ສວນສັດ,ສະຖານທີ່ຈໍາລອງ.

...ໝວດທີສອງແຫຼ່ງທ່ອງທ່ຽວ


....ມາດຕາສິບ:ການສໍາຫຼວດແລະຂຶ້ນທະບຽນແຫຼ່ງທ່ອງທ່ຽວ

ມາດຕາສິບ:ການສໍາຫຼວດແລະຂຶ້ນທະບຽນແຫຼ່ງທ່ອງທ່ຽວ ລັດສໍາຫຼວດ,ເກັບກໍາ,ຂຶ້ນທະບຽນ,ຄົ້ນຄວ້າຮຽບຮຽງປະ ຫວັດແຫຼ່ງທ່ອງທ່ຽວໃນຂອບເຂດທົ່ວປະເທດ.

....ມາດຕາສິບເອັດ:ການຈັດອັນດັບແຫຼ່ງທ່ອງທ່ຽວ

ມາດຕາສິບເອັດ:ການຈັດອັນດັບແຫຼ່ງທ່ອງທ່ຽວ ແຫຼ່ງທ່ອງທ່ຽວໃນສປປລາວແບ່ງອອກເປັນສອງລະດັບດັ່ງນີ້: -ລະດັບຊາດ; -ລະດັບທ້ອງຖິ່ນ.

....ມາດຕາສິບສອງ:ແຫຼ່ງທ່ອງທ່ຽວລະດັບຊາດ

ມາດຕາສິບສອງ:ແຫຼ່ງທ່ອງທ່ຽວລະດັບຊາດ ແຫຼ່ງທ່ອງທ່ຽວລະດັບຊາດແມ່ນແຫຼ່ງທ່ອງທ່ຽວຊຶ່ງເປັນມໍ ລະດົກລະດັບຊາດ,ພາກພື້ນຫຼືລະດັບໂລກທີ່ໄດ້ຮັບຄວາມນິຍົມສູງ, ສ້າງຄວາມສົນໃຈແລະດຶງດູດນັກທ່ອງທ່ຽວພາຍໃນແລະຕ່າງປະ ເທດເຂົ້າມາທ່ຽວຊົມເປັນຈໍານວນຫຼາຍແລະເປັນທີ່ຮູ້ຈັກຢ່າງກວ້າງ ຂວາງ,ມີພື້ນຖານໂຄງລ່າງ,ສິ່ງອໍານວຍຄວາມສະດວກແກ່ນັກທ່ອງ ທ່ຽວແລະມີຄວາມສໍາຄັນໃນການສ້າງລາຍໄດ້ໃຫ້ແກ່ການທ່ອງທ່ຽວ ເຊັ່ນ:ເມືອງຫຼວງພະບາງ,ວັດຊຽງທອງ,ພະທາດຫຼວງ,ຫໍພະແກ້ວ, ຖໍ້າເມືອງວຽງໄຊ,ວັດພູຈໍາປາສັກ,ທົ່ງໄຫຫີນ,ຄອນພະເພັງແລະອື່ນ ໆ.

....ມາດຕາສິບສາມ:ແຫຼ່ງທ່ອງທ່ຽວລະດັບທ້ອງຖິ່ນ

ມາດຕາສິບສາມ:ແຫຼ່ງທ່ອງທ່ຽວລະດັບທ້ອງຖິ່ນ ແຫຼ່ງທ່ອງທ່ຽວລະດັບທ້ອງຖິ່ນແມ່ນແຫຼ່ງທ່ອງທ່ຽວທີ່ສ້າງ ຄວາມສົນໃຈແລະດຶງດູດນັກທ່ອງທ່ຽວພາຍໃນປະເທດເປັນສ່ວນ ຫຼາຍ,ມີພື້ນທີ່ຊຶ່ງຈະສາມາດພັດທະນາໄດ້,ມີສິ່ງອໍານວຍຄວາມສະ ດວກຂັ້ນພື້ນຖານແລະມີຄວາມສໍາຄັນໃນການສ້າງລາຍໄດ້ໃຫ້ແກ່ ທ້ອງຖິ່ນ.

ແຫຼ່ງທ່ອງທ່ຽວລະດັບທ້ອງຖິ່ນກວມເອົາແຫຼ່ງທ່ອງທ່ຽວ ລະດັບແຂວງ,ເມືອງແລະລະດັບຊຸມຊົນເຊັ່ນ:ຕາດເລາະ,ຖໍ້າຈັງ, ຕາດມູນ...

..ພາກທີສາມກິດຈະການການທ່ອງທ່ຽວ


...ໝວດທີໜຶ່ງການໂຄສະນາການທ່ອງທ່ຽວ


....ມາດຕາສິບສີ່:ຈຸດປະສົງ

ມາດຕາສິບສີ່:ຈຸດປະສົງ ການໂຄສະນາມີຈຸດປະສົງເຮັດໃຫ້ພົນລະເມືອງເຂົ້າໃນຄວາມ ສໍາຄັນແລະປະກອບສ່ວນເຂົ້າໃນການປົກປັກຮັກສາແລະສົ່ງເສີມການ ທ່ອງທ່ຽວ,ເຮັດໃຫ້ນັກທ່ອງທ່ຽວພາຍໃນມີຄວາມທະນົງໃຈເດີນທາງ ໄປທ່ຽວຊົມປະເທດຕົນແລະເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດຮູ້ຈັກສ ປປລາວເປັນຈຸດທ່ອງທ່ຽວທີ່ໜ້າສົນໃຈ,ຕ້ອງການມາທ່ຽວຊົມແລະ ສຶກສາຮຽນຮູ້,ທັງເປັນການເປີດກວ້າງຕະຫຼາດການທ່ອງທ່ຽວທີ່ໜ້າ ສົນໃຈ,ຕ້ອງການມາທ່ຽວຊົມແລະສຶກສາຮຽນຮູ້,ທັງເປັນການເປີດ ກວ້າງຕະຫຼາດການທ່ອງທ່ຽວຂອງລາວໃຫ້ນັບມື້ນັບກວ້າງຂວາງ.

....ມາດຕາສິບຫ້າ:ເນື້ອໃນການໂຄສະນາ

ມາດຕາສິບຫ້າ:ເນື້ອໃນການໂຄສະນາ ການໂຄສະນາການທ່ອງທ່ຽວຕ້ອງເລັ່ນໃສ່ເຜີຍແຜ່ຄວາມ ສວຍງາມ,ຄວາມໂດດເດັ່ນຂອງຊັບພະຍາກອນແລະຜະລິດຕະພັນ ທ່ອງທ່ຽວທີ່ມີເອກະລັກຂອງຊາດທາງດ້ານວັດທະນະທໍາ,ປະຫວັດ ສາ,ທໍາມະຊາດ,ການບໍລະການທີ່ມີລັກສະນະດຶງດູດແລະສ້າງຄວາມ ປະທັບໃຈໃຫ້ແກ່ນັກທ່ອງທ່ຽວ.

ຄໍາຂວັນການທ່ອງທ່ຽວຂອງສປປລາວໃນປະຈຸບັນແມ່ນ:ປະ ເທດລາວດິນແດນອັນຍະມະນີແຫ່ງແມ່ນໍ້າຂອງ.


....ມາດຕາສິບຫົກ:ຮູບການແລະວິທີການໂຄສະນາ

ມາດຕາສິບຫົກ:ຮູບການແລະວິທີການໂຄສະນາ ການໂຄສະນາການທ່ອງທ່ຽວນໍາໃຊ້ຮູບການແລະວິທີການ ດັ່ງນີ້: -ນິທັດສະການ,ເທດສະການ,ງານບຸນ,ງານວາງສະແດງ ຕະຫຼາດນັດທ່ອງທ່ຽວລະດັບທ້ອງຖິ່ນ,ລະດັບຊາດ,ລະດັບພາກພື້ນ ຫຼືສາກົນ; -ຜ່ານລະບົບສື່ມວນຊົນພາກລັດ,ເອກະຊົນທັງພາຍໃນແລະ ຕ່າງປະເທດ; -ຜ່ານການປະຊາສໍາພັນ:ງານບຸນ,ກິດຈະກໍາສົ່ງເສີມການ ທ່ອງທ່ຽວອື່ນໆ; -ອຸປະກອນແລະສິ່ງພິມໂຄສະນາຕ່າງໆ; -ຮູບການແລະວິທີການອື່ນໆທີ່ເປັນການໂຄສະນາແລະສົ່ງ ເສີມການທ່ອງທ່ຽວລາວ.

...ໝວດທີສອງ:ການສື່ສານການທ່ອງທ່ຽວ


....ມາດຕາສິບເຈັດ:ອຸປະກອນສື່ສານ

ມາດຕາສິບເຈັດ:ອຸປະກອນສື່ສານ ລັດຊຸກຍູ້ແລະສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ ນັກທ່ອງທ່ຽວໃນການຕິດຕໍ່ສື່ສານພາຍໃນແລະຕ່າງປະເທດເຊັ່ນ: ໂທລະສັບ,ໂທລະສານ,ໂທລະພິມ,ໄປສະນີ,ອິນເຕີເນັດແລະອື່ນໆ.

....ມາດຕາສິບແປດ:ການສະໜອງຂໍ້ມູນຂ່າວສານ

ມາດຕາສິບແປດ:ການສະໜອງຂໍ້ມູນຂ່າວສານ ພາກສ່ວນທີ່ກ່ຽວຂ້ອງຕ້ອງສະໜອງຂໍ້ມູນ,ຂ່າວສານກ່ຽວ ກັບການທ່ອງທ່ຽວໃຫ້ຖືກຕ້ອງ,ທັນການແລະເປັນລະບົບທາງດ້ານ ແຫຼ່ງທ່ອງທ່ຽວ,ການເດີນທາງ,ບ່ອນພັກແຮມ,ຮ້ານອາຫານ,ສິ່ງທີ່ ຄວນແລະບໍ່ຄວນປະຕິບັດແລະອື່ນໆ.

....ມາດຕາສິບເກົ້າ:ການແນະນໍາເຕືອນໄພ

ມາດຕາສິບເກົ້າ:ການແນະນໍາເຕືອນໄພ ອົງການທີ່ກ່ຽວຂ້ອງຕ້ອງໃຫ້ຂໍ້ມູນ,ຂ່າວສານ,ຊີ້ແຈງກ່ຽວ ກັບເຫດການສຸກເສີນທີ່ເກີດຂຶ້ນແລ້ວຫຼືອາດຈະເກີດຂຶ້ນຊຶ່ງສ້າງຜົນ ກະທົບຕໍ່ນັກທ່ອງທ່ຽວ,ພາບພົດການທ່ອງທ່ຽວພ້ອມທັງໃຫ້ຄໍາແນະ ນໍາກ່ຽວກັບມາດຕະການປ້ອງກັນຄວາມປອດໄພເຊັ່ນ:ກໍລະນີແຜ່ນ ດິນໄຫວ,ນໍ້າຖ້ວມ,ໄຟຟໝ້,ລົມພາຍຸ,ພະຍາດລະບາດ.

...ໝວດທີສາມ:ການຂົນສົ່ງທ່ອງທ່ຽວ


....ມາດຕາຊາວ:ພາຫະນາຂົນສົ່ງ

ມາດຕາຊາວ:ພາຫະນາຂົນສົ່ງ ພາຫະນະຂົນສົ່ງນັກທ່ອງທ່ຽວປະກອບດ້ວຍ:ເຮືອບິນ,ລົດ, ເຮືອແລະພາຫະນະຂົນສົ່ງອື່ນໆໂດຍອີງໃສ່ຄວາມຕ້ອງການຂອງ ນັກທ່ອງທ່ຽວ.

....ມາດຕາຊາວເອັດ:ມາດຕະຖານພາຫະນະຂົນສົ່ງ

ມາດຕາຊາວເອັດ:ມາດຕະຖານພາຫະນະຂົນສົ່ງ ພາຫະນະຂົນສົ່ງນັກທ່ອງທ່ຽວຕ້ອງຮັບປະກັນທາງດ້ານ ຈໍານວນແລະມີຄຸນນະພາບດີ,ອາຍຸການນໍາໃຊ້ຖືກຕ້ອງຕາມເຕັກ ນິກທີ່ກໍານົດໄວ້,ຮັບປະກັນຄວາມປອດໄພ,ຄວາມສະອາດແລະການ ບໍລະການທີ່ດີ.

....ມາດຕາຊາວສອງ:ການບໍລະການຂົນສົ່ງ

ມາດຕາຊາວສອງ:ການບໍລະການຂົນສົ່ງ ການບໍລະການຂົນສົ່ງນັກທ່ອງທ່ຽວຕ້ອງດໍາເນີນຕາມແຜນ ການ,ເວລາຢ່າງເຂັ້ມງວດຕາມທີ່ໄດ້ກໍານົດໄວ້ໃນສັນຍາຂົນສົ່ງ;ຜູ້ ບໍລະການຂົນສົ່ງນັກທ່ອງທ່ຽວຕ້ອງມີສຸຂະພາບແຂງແຮງດີ,ມີມະ ນຸດສໍາພັນດີ,ໄດ້ຮັບການຝຶກອົບຮົມຂັ້ນພື້ນຖານກ່ຽວກັບວຽກງານ ທ່ອງທ່ຽວ,ມີຄວາມຮັບຜິດຊອບສູງແລະມີປະສົບການຢ່າງໜ້ອຍສາມ ປີຂຶ້ນໄປ.

...ໝວດທີສີ່:ສະຖານທີ່ພັກແຮມ


....ມາດຕາຊາວສາມ:ປະເພດສະຖານທີ່ພັກແຮມ

ມາດຕາຊາວສາມ:ປະເພດສະຖານທີ່ພັກແຮມ ສະຖານທີ່ພັກແຮມປະກອບດ້ວຍປະເພດດັ່ງນີ້:ໂຮງແຮມ, ເຮືອນພັກ,ບ່ອນພັກແຮມຕາມແຫຼ່ງທ່ອງທ່ຽວ(ລີສອດ),ບ່ອນພັກ ແຮມຂອງນັກຂັບຂີ່(ໂມເຕັນ),ຄ້າຍພັກແຮມ(ແຄ້ມ),ເຮືອທ່ອງທ່ຽວ, ລົດທ່ອງທ່ຽວທີ່ມີຫ້ອງນອນເຄື່ອນທີ່ແລະສະຖານທີ່ພັກແຮມອື່ນໆທີ່ ສະໜອງຫ້ອງພັກໃຫ້ແກ່ນັກທ່ອງທ່ຽວພ້ອມດ້ວຍການບໍລະການອັນ ຈໍາເປັນ.

....ມາດຕາຊາວສີ່:ລະດັບຂອງສະຖານທີ່ພັກແຮມ

ມາດຕາຊາວສີ່:ລະດັບຂອງສະຖານທີ່ພັກແຮມ ສະຖານທີ່ພັກແຮມມີຫຼາຍລະດັບ,ການຈັດລະດັບແມ່ນແນ ໃສ່ກໍານົດມາດຕະຖານແລະຄຸນນະພາບຂອງສະຖານທີ່ພັກແຮມ ເພື່ອຕອບສະໜອງໃຫ້ນັກທ່ອງທ່ຽວມີຫຼາຍທາງເລືອກ.

ການຈັດລະດັບແລະການປະດັບປະດາສະຖານທີ່ພັກແຮມ ຈະໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາຊາວຫ້າ:ການບໍລິການພັກແຮມ

ມາດຕາຊາວຫ້າ:ການບໍລິການພັກແຮມ ການບໍລະການພັກແຮມຕ້ອງຮັບປະກັນຄຸນນະພາບ,ຄວາມ ສະດວກສະບາຍ,ຄວາມປອດໄພ,ຄວາມສະອາດ.

ຜູ້ໃຫ້ບໍລະການພັກແຮມຕ້ອງໄດ້ຮັບການຝຶກອົບຮົມວິຊາສະ ເພາະດ້ານການບໍລະການພັກແຮມໃນລະດັບອັນແນ່ນອນ,ມີມະນຸດ ສໍາພັນດີ,ສຸພາບຮຽບຮ້ອຍ,ຊື່ສັດ,ຍິ້ມແຍ້ມແຈ່ມໃສແລະອື່ນໆເປັນ ທີ່ພໍໃຈໃຫ້ແກ່ນັກທ່ອງທ່ຽວ.

....ມາດຕາຊາວຫົກ:ການກໍານົດຄ່າພັກແຮມ

ມາດຕາຊາວຫົກ:ການກໍານົດຄ່າພັກແຮມ ຄ່າພັກແຮມຕ້ອງສົມເຫດສົມຜົນ,ແທດເໝາະກັບລະດັບຫຼື ມາດຕະຖານຂອງສະຖານທີ່ພັກແຮມນັ້ນໆ.ການປ່ຽນແປງຄ່າພັກ ແຮມຕ້ອງແຈ້ງລ່ວງໜ້າໃຫ້ນັກທ່ອງທ່ຽວແລະພາກສ່ວນກ່ຽວຂ້ອງ ໃນເວລາອັນເໝາະສົມພ້ອມດ້ວຍເຫດຜົນ.

...ໝວດທີຫ້າ:ອາຫານ,ເຄື່ອງດື່ມແລະການບັນເທິງ


....ມາດຕາຊາວເຈັດ:ອາຫານແລະເຄື່ອງດື່ມ

ມາດຕາຊາວເຈັດ:ອາຫານແລະເຄື່ອງດື່ມ ອາຫານແລະເຄື່ອງດື່ມທີ່ບໍລິການໃຫ້ນັກທ່ອງທ່ຽວຕ້ອງຮັບ ປະກັນຄຸນນະພາບ,ຄວາມປອດໄພ,ຄວາມສະອາດຖືກຕ້ອງຕາມຫຼັກ ອະນາໄມຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍອາຫານ.

ເພື່ອຕອບສະໜອງໃຫ້ນັກທ່ອງທ່ຽວມີຫຼາຍທາງເລືອກຕ້ອງ ມີລາຍການອາຫານແລະເຄື່ອງດື່ມພ້ອມທັງກໍານົດລາຄາ.

ຜູ້ໃຫ້ບໍລະການອາຫານແລະເຄື່ອງດື່ມຕ້ອງປະຕິບັດຕາມຫຼັກ ວິຊາການ,ມີມະນຸດສໍາພັນທີ່ດີ.

....ມາດຕາຊາວແປດ:ການບັນເທີງ

ມາດຕາຊາວແປດ:ການບັນເທີງ ການບັນເທີງປະກອບດ້ວຍ:ການສະແດງດົນຕີ,ການສະ ແດງສິນລະປະວັນນະຄະດີ,ການຟ້ອນ,ການຮ້ອງເພງ,ຂັບລໍາພື້ນ ເມືອງ,ດົນຕີສາກົນແລະອື່ນທຊຶ່ງສະແດງເຖິງເອກະລັກທາງດ້ານ ວັດທະນະທໍາ,ຮີດຄອງປະເພນີອັນດີງາມຂອງຊາດລາວ,ສິ່ງຍອດ ຍິ່ງແລະກ້າວໜ້າຂອງໂລກ.

ການບັນເທີງອາດຈະຈັດຢູ່ສະຖານທີ່ພັກແຮມ,ຮ້ານອາຫານ ຫຼືຢູ່ສະຖານທີ່ສະເພາະ.ລາຍລະອຽດກໍານົດໄວ້ໃນລະບຽບການ ຕ່າງຫາກ.

....ມາດຕາຊາວເກົ້າ:ການສົ່ງເສີມສຸຂະພາບ

ມາດຕາຊາວເກົ້າ:ການສົ່ງເສີມສຸຂະພາບ ການສົ່ງເສີມສຸຂະພາບປະກອບດ້ວຍ:ກິລາ,ກາຍະບໍລິຫານ, ນວດແຜນບູຮານ,ຮົມຢາພື້ນເມືອງ,ອາບບໍ່ນໍ້າຮ້ອນ,ອາບແດດ, ແລະອື່ນໆຕາມຄວາມເໝາະສົມ.

ການສົ່ງເສີມສຸຂະພາບອາດຈະຈັດຂຶ້ນຢູ່ສະຖານທີ່ພັກແຮມ ຫຼືຢູ່ສະຖານທີ່ອື່ນໆ.

...ໝວດທີຫົກ:ເຄື່ອງທີ່ລະນຶກ


....ມາດຕາສາມສິບ:ຄວາມສໍາຄັນຂອງເຄື່ອງທີ່ລະນຶກ

ມາດຕາສາມສິບ:ຄວາມສໍາຄັນຂອງເຄື່ອງທີ່ລະນຶກ ເຄື່ອງທີ່ລະນຶກເປັນສິ່ງໜຶ່ງທີ່ສ້າງຄວາມຊົງຈໍາອັນດີໃຫ້ແກ່ ນັກທ່ອງທ່ຽວຕໍ່ສິນລະປະ,ວັດທະນະທໍາ,ປະຫວັດສາດແລະຮີດຄອງ ປະເພນີຂອງລາວ,ສະແດງໃຫ້ເຫັນເຖິງຄວາມປານີດ,ຄວາມສວຍ ງາມແລະສີມືຂອງປະຊາຊົນລາວບັນດາເຜົ່າ.

....ມາດຕາສາມສິບເອັດ:ປະເພດເຄື່ອງທີ່ລະນຶກ

ມາດຕາສາມສິບເອັດ:ປະເພດເຄື່ອງທີ່ລະນຶກ ເຄື່ອງທີ່ລະນຶກມີຫຼາຍປະເພດເຊັ່ນ:ເຄື່ອງປະດັບເງິນຄໍາ, ເຄື່ອງຈັກສານ,ແຜນແພລາຍຈົກ,ມັດໝີ່,ຖັກແສ່ວ,ເຄື່ອງເອ້,ເຄື່ອງ ແກະສະລັກ,ຮູບແຕ້ມ,ເຄື່ອງປັ້ນດິນເຜົາ,ເຄື່ອງດົນຕີແລະອື່ນໆທີ່ມີ ຄວາມປານີດຊຶ່ສ່ອງແສງເຖິງຮີດຄອງປະເພນີ,ວັດທະນະທໍາອັນດີ ງາມແລະວິຖີຊີວິດຂອງປະຊາຊົນລາວບັນດາເຜົ່າ.

....ມາດຕາສາມສິບສອງ:ສະຖານທີ່ຈັດວາງເຄື່ອງທີ່ລະນຶກ

ມາດຕາສາມສິບສອງ:ສະຖານທີ່ຈັດວາງເຄື່ອງທີ່ລະນຶກ ເຄື່ອງທີລະນຶກໃຫ້ຈັດວາງແລະຂາຍໃນສະຖານທີ່ພັກແຮມ, ບ່ອນນັກທ່ອງທ່ຽວໄປມາທີ່ມີການຕົບແຕ່ງຢ່າງເໝາະສົມ,ມີຄວາມ ສະອາດງາມຕາ.ເຄື່ອງທີ່ລະນຶກຕ້ອງແມ່ນຜະລິດຕະພັນພາຍໃນເປັນ ສ່ວນຫຼາຍ.


...ໝວດທີເຈັດ:ຄວາມປອດໄພ


....ມາດຕາສາມສິບສາມ:ການຮັບປະກັນຄວາມປອດໄພ

ມາດຕາສາມສິບສາມ:ການຮັບປະກັນຄວາມປອດໄພ ການບໍລິການການທ່ອງທ່ຽວຕ້ອງຮັບປະກັນຄວາມປອດໄພ ທາງດ້ານຊີວິດ,ສຸຂະພາບແລະຊັບສິນຂອງນັກທ່ອງທ່ຽວ.ຜູ້ບໍລິການ ການທ່ອງທ່ຽວຕ້ອງມີມາດຕະການແລະມາດຕະຖານເຕັກນິກກ່ຽວ ກັບຄວາມປອດໄພຊຶ່ງຂະແໜງການທີ່ກ່ຽວຂ້ອງວາງອອກ.

ໃນກໍລະນີທີ່ເກີດເຫດສຸກເສີນຜູ້ບໍລິການທ່ອງທ່ຽວຫຼືຜູ້ທີ່ຮູ້ເຫັນ ເຫດການຕ້ອງໃຫ້ຄວາມຊ່ວຍເຫຼືອແກ່ນັກທ່ອງທ່ຽວຢ່າງທັນການ.

ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວລັດສ້າງ ຕັ້ງຕໍາຫຼວດທ່ອງທ່ຽວຂຶ້ນ.

....ມາດຕາສາມສິບສີ່:ການປະກັນໄພ

ມາດຕາສາມສິບສີ່:ການປະກັນໄພ ເພື່ອຮັບປະກັນການໃຊ້ແທນຄ່າເສຍຫາຍຂອງນັກທ່ອງທ່ຽວ ທີ່ອາດຈະເກີດຂຶ້ນນັ້ນຜູ້ບໍລິການທ່ອງທ່ຽວຕ້ອງມີປະກັນໄພຕາມທີ່ໄດ້ ກໍານົດໄວ້ໃນກົດໝາຍວ່າດ້ວຍການປະກັນໄພແຫ່ງສປປລາວ.

...ໝວດທີແປດ:ການບໍລິການນໍາທ່ຽວ


....ມາດຕາສາມສິບຫ້າ:ປະເພດການບໍລິການນໍາທ່ຽວ

ມາດຕາສາມສິບຫ້າ:ປະເພດການບໍລິການນໍາທ່ຽວ ການບໍລິການນໍາທ່ຽວແບ່ງອອກເປັນສາມປະເພດດັ່ງນີ້: -ການນໍາທ່ຽວລະຫວ່າງປະເທດ; -ການນໍາທ່ຽວພາຍໃນປະເທດ; -ການນໍາທ່ຽວໃນພື້ນທີ່ສະເພາະໃດໜຶ່ງ.

....ມາດຕາສາມສິບຫົກ:ການບໍລິການນໍາທ່ຽວລະຫວ່າງປະເທດ

ມາດຕາສາມສິບຫົກ:ການບໍລິການນໍາທ່ຽວລະຫວ່າງປະເທດ ການບໍລິການນໍາທ່ຽວລະຫວ່າງປະເທດແມ່ນການບໍລິການ ນໍານັກທ່ອງທ່ຽວເຂົ້າມາພາຍໃນປະເທດຫຼືນໍານັກທ່ອງທ່ຽວອອກ ນອກຕ່າງປະເທດເພື່ອຈຸດປະສົງທ່ອງທ່ຽວ.

....ມາດຕາສາມສິບເຈັດ:ການບໍລິການນໍາທ່ຽວພາຍໃນປະເທດ

ມາດຕາສາມສິບເຈັດ:ການບໍລິການນໍາທ່ຽວພາຍໃນປະເທດ ການບໍລິການນໍາທ່ຽວພາຍໃນປະເທດແມ່ນການບໍລິການ ນໍານັກທ່ອງທ່ຽວຢູ່ສປປລາວທ່ຽວຊົມພາຍໃນປະເທດ.

....ມາດຕາສາມສິບແປດ:ການບໍລິການທ່ຽວໃນພື້ນທີ່ສະເພາະໃດໜຶ່ງ

ມາດຕາສາມສິບແປດ:ການບໍລິການທ່ຽວໃນພື້ນທີ່ສະເພາະໃດໜຶ່ງ ການບໍລິການນໍາທ່ຽວໃນພື່ນທີ່ສະເພາະໃດໜຶ່ງແມ່ນການບໍ ລິການນໍາພານັກທ່ອງທ່ຽວທ່ຽວຊົມໃນສະຖານທີ່ທ່ອງທ່ຽວໃດໜຶ່ງ ຂອງສປປລາວ.

....ມາດຕາສາມສິບເກົ້າ:ການຈັດການບໍລິການນໍາທ່ຽວ

ມາດຕາສາມສິບເກົ້າ:ການຈັດການບໍລິການນໍາທ່ຽວ ການຈັດການບໍລິການນໍາທ່ຽວຕ້ອງດໍາເນີນໄປຕາມແຜນ ການ,ລາຍການ,ຕາຕະລາງເວລາ,ມາດຕະຖານແລະຄຸນນະພາບ ການນໍາທ່ຽວທີ່ໄດ້ກໍານົດໄວ້.

....ມາດຕາສີ່ສິບ:ຄ່າບໍລິການນໍາທ່ຽວ

ມາດຕາສີ່ສິບ:ຄ່າບໍລິການນໍາທ່ຽວ ຄ່າບໍລິການນໍາທ່ຽວຕ້ອງສົມເຫດສົມຜົນກັບລາຍການ,ຕາ ຕະລາງເວລາ,ມາດຕະຖານແລະຄຸນນະພາບການນໍາທ່ຽວ.ການ ປ່ຽນແຜງລາຄາຫຼືລາຍການນໍາທ່ຽວທີ່ໄດ້ຕົກລົງກັນແລ້ວດ້ວຍ ເຫດຜົນໃດໜຶ່ງຕ້ອງໄດ້ຮັບການເຫັນດີຈາກນັກທ່ອງທ່ຽວ.

...ໝວດທີເກົ້າ:ພະນັກງານນໍາທ່ຽວ


....ມາດຕາສີ່ສິບເອັດ:ປະເພດແລະລະດັບພະນັກງານນໍາທ່ຽວ

ມາດຕາສີ່ສິບເອັດ:ປະເພດແລະລະດັບພະນັກງານນໍາທ່ຽວ ພະນັກງານນໍາທ່ຽວປະກອບດ້ວຍສອງປະເພດຄື:ພະນັກ ງານນໍາທ່ຽວທີ່ສັງກັດບໍລິສັດທ່ອງທ່ຽວແລະພະນັກງານນໍາທ່ຽວ ທີ່ບໍ່ສັງກັດບໍລິສັດທ່ອງທ່ຽວ.

ພະນັກງານນໍາທ່ຽວທັງສອງປະເພດຂ້າງເທິງນີ້ປະກອບ ດ້ວຍສາມລະດັບຄື:ພະນັກງານນໍາທ່ຽວລະດັບຊາດ,ພະນັກງານ ນໍາທ່ຽວລະດັບແຂວງແລະພະນັກງານນໍາທ່ຽວລະດັບພື້ນທີ່ສະ ເພາະໃດໜຶ່ງ.

....ມາດຕາສີ່ສິບສອງ:ມາດຕະຖານພະນັກງານນໍາທ່ຽວ

ມາດຕາສີ່ສິບສອງ:ມາດຕະຖານພະນັກງານນໍາທ່ຽວ ພະນັກງານນໍາທ່ຽວຕ້ອງມີມາດຕະຖານຕົ້ນຕໍດັ່ງຕໍ່ໄປນີ້: -ເປັນພົນລະເມືອງລາວ,ມີພູມລໍາເນົາຢູ່ສປປລາວ. -ມີອາຍຸແຕ່ສິບແປດປີຂຶ້ນໄປ; -ໄດ້ຮັບການຝຶກອົບຮົມດ້ານການນໍາທ່ຽວທີ່ທາງການຮັບຮູ້ ຢ່າງຖືກຕ້ອງແລະມີບັດພະນັກງານນໍາທ່ຽວ. -ມີຄວາມຮູ້,ຄວາມສາມາດ,ປະສົບການໃນການນໍາທ່ຽວເປັນ ຕົ້ນ,ພູມສາດ,ປະຫວັດສາດ,ພາສາຕ່າງປະເທດແລະມີຄວາມຮູ້ທາງ ດ້ານການປະຖົມພະຍາບານຂັ້ນພື້ນຖານ; -ມີຄຸນສົມບັດດີ,ມະນຸດສໍາພັນດີ,ມີມາລະຍາດດີ,ສຸພາບ ຮຽບຮ້ອຍ; -ມີສຸຂະພາບແຂງແຮງດີ,ບໍ່ມີພະຍາດຕິດແປດ.

....ມາດຕາສີ່ສິບສາມ:ສິດແລະໜ້າທີ່ຂອງພະນັກງານນໍາທ່ຽວ

ມາດຕາສີ່ສິບສາມ:ສິດແລະໜ້າທີ່ຂອງພະນັກງານນໍາທ່ຽວ ພະນັກງານນໍາທ່ຽວມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: -ນໍາພານັກທ່ອງທ່ຽວຊົມຕາມສະຖານທີ່ທ່ອງທ່ຽວວັດທະນະ ທໍາ,ປະຫວັດສາດແລະທໍາມະຊາດທີ່ເປີດໃຫ້ການບໍລິການ; -ຮັບປະສັນຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ,ໃຫ້ການຊ່ວຍ ເຫຼືອແກ່ເຂົາເຈົ້າໃນກໍລະນີຈໍາເປັນ; -ເຄົາລົບນັບຖືຜູ້ໃຊ້ບໍລິການ,ລະບຽບກົດໝາຍແລະຮີດຄອງ ປະເພນີຂອງທ້ອງຖິ່ນບ່ອນທ່ຽວຊົມ; -ຊີ້ແຈງ,ອະທິບາຍປະຫວັດຄວາມເປັນມາຂອງສະຖານທີ່ ທ່ອງທ່ຽວ; -ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການປະຕິບັດໜ້າ ທີ່ຂອງຕົ້ນ; -ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

..ພາກທີສີ່ນັກທ່ອງທ່ຽວແລະການເຂົ້າອອກເມືອງ


...ໝວດທີໜຶ່ງນັກທ່ອງທ່ຽວ


....ມາດຕາສີ່ສິບສີ່:ປະເພດນັກທ່ອງທ່ຽວ

ມາດຕາສີ່ສິບສີ່:ປະເພດນັກທ່ອງທ່ຽວ ນັກທ່ອງທ່ຽວແບ່ງອອກເປັນສອງປະເພດຄື: -ນັກທ່ອງທ່ຽວພາຍໃນ; -ນັກທ່ອງທ່ຽວສາກົນ.

....ມາດຕາສີ່ສິບຫ້າ:ນັກທ່ອງທ່ຽວພາຍໃນ

ມາດຕາສີ່ສິບຫ້າ:ນັກທ່ອງທ່ຽວພາຍໃນ ນັກທ່ອງທ່ຽວພາຍໃນແມ່ນັກນທ່ອງທ່ຽວທີ່ເປັນພົນລະເມືອງ ລາວດຊາວຕ່າງດ້າວ,ຄົນບໍ່ມີສັນຊາດຫຼືຊາຍຕ່າງປະເທດທີ່ຢູ່ສປປ ລາວຊຶ່ງເດີນທາງໄປທ່ອງທ່ຽວພາຍໃນປະເທດ.

....ມາດຕາສີ່ສິບຫົກ:ນັກທ່ອງທ່ຽວສາກົນ

ມາດຕາສີ່ສິບຫົກ:ນັກທ່ອງທ່ຽວສາກົນ ນັກທ່ອງທ່ຽວສາກົນແມ່ນນັກທ່ອງທ່ຽວທີ່ເປັນຊາວຕ່າງປະ ເທດ,ພົນລະເມືອງລາວຢູ່ຕ່າງປະເທດເດີນທາງເຂົ້າມາທ່ຽວຢູ່ສປ ປລາວຫຼືພົນລະເມືອງລາວ,ຊາວຕ່າງປະເທດ,ຊາວຕ່າງດ້າວແລະ ຄົນບໍ່ມີສັນຊາດທີ່ອາໄສຢູ່ສປປລາວຊຶ່ງເດີນທາງໄປທ່ອງທ່ຽວຢູ່ ຕ່າງປະເທດ.

....ມາດຕາສີ່ສິບເຈັດ:ສິດແລະພັນທະຂອງນັກທ່ອງທ່ຽວ

ມາດຕາສີ່ສິບເຈັດ:ສິດແລະພັນທະຂອງນັກທ່ອງທ່ຽວ ນັກທ່ອງທ່ຽວມີສິດຕົ້ນຕໍດັ່ງນີ້: -ໄປທ່ອງທ່ຽວໂດຍຜ່ານການບໍລິການຂອງບໍລິສັດທ່ອງ ທ່ຽວໃດໜຶ່ງຫຼືໄປທ່ອງທ່ຽວດ້ວຍຕົນເອງ; -ເລືອກການບໍລິການຄົບວົງຈອນຫຼືສ່ວນໃດສ່ວນໜຶ່ງ ຈາກບໍລິສັດທ່ອງທ່ຽວ; -ໄດ້ຮັບຄວາມສະດວກໃນການເຂົ້າອອກປະເທດ,ການ ເດີນທາງທ່ອງທ່ຽວ; -ໄດ້ຮັບອະນຸຍາດແລະຍົກເວັ້ນພາສີຕໍ່ສິ່ງຂອງຕິດຕົວທີ່ນໍາ ເຂົ້າແລະນໍາອອກສປປລາວຕາມລະບຽບກົດໝາຍ; -ຮ້ອງທຸກຕໍ່ການກະທໍາບໍ່ຖືກຕ້ອງທີ່ກໍ່ຄວາມເສຍຫາຍແກ່ຕົນ.

ນັກທ່ອງທ່ຽວມີພັນທະຕົ້ນຕໍດັ່ງນີ້: -ເຄົາລົບລະບຽບກົດໝາຍແລະຮີດຄອງປະເພນີຂອງລາວ; -ປະຕິບັດຕາມແຜນການ,ຕາລະລາງເວລາກ່ຽວກັບການ ທ່ອງທ່ຽວຢ່າງເຂັ້ມງວດ; -ບໍ່ກໍ່ຄວາມເສຍຫາຍໃຫ້ແກ່ຊັບພະຍາກອນທ່ອງທ່ຽວແລະ ສິ່ງແວດລ້ອມທໍາມະຊາດຫຼືສັງຄົມ.

...ໝວດທີສອງການເຂົ້າອອກປະເທດຂອງນັກທ່ອງທ່ຽວ


....ມາດຕາສີ່ສິບແປດ:ການອະນຸຍາດເຂົ້າອອກປະເທດ

ມາດຕາສີ່ສິບແປດ:ການອະນຸຍາດເຂົ້າອອກປະເທດ ນັກທ່ອງທ່ຽວທີ່ຈະເດີນທາງມາທ່ຽວໃນສປປລາວຕ້ອງນໍາ ໃຊ້ໜັງສືຜ່ານແດນ(ປາສປໍ),ບັດຜ່ານແດນ(ບໍເດີພາສ)ຫຼືໜັງສື ອະນຸຍາດເດີນທາງ(ທຣາເວລເພີມິດ)ຕາມລະບຽບການຂອງ ສປປລາວ;

ເຈົ້າໜ້າທີ່ຮັບຜິດຊອບທີ່ກ່ຽວຂ້ອງຕ້ອງອໍານວຍຄວາມສະ ດວກ,ການບໍລິການຕ້ອງກະທັດຮັດແລະມີຄວາມວ່ອງໄວໃນການ ອະນຸຍາດເຂົ້າອອກປະເທດໃຫ້ແກ່ນັກທ່ອງທ່ຽວ.

....ມາດຕາສີ່ສິບເກົ້າ:ດ້ານເຂົ້າອອກປະເທດ

ມາດຕາສີ່ສິບເກົ້າ:ດ້ານເຂົ້າອອກປະເທດ ນັກທ່ອງທ່ຽວທີ່ເຂົ້າມາທ່ຽວສປປລາວຕ້ອງເຂົ້າແລະອອກ ຕາມດ່ານຕ່າງໆທີ່ໄດ້ກໍານົດໄວ້ແລະປະຕິບັດຕາມລະບຽບການເຂົ້າ ອອກໃຫ້ຖືກຕ້ອງ.

ເຈົ້າໜ້າທີ່ຮັບຜິດຊອບຢູ່ຕາມດ່ານຕ່າງໆຕ້ອງຈັດສັນສະຖານ ທີ່,ຄຸ້ມຄອງ,ກວດກາ,ປະສານງານກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃຫ້ເໝາະສົມເພື່ອອໍານວຍຄວາມສະດວກ,ບໍລິການວ່ອງໄວ,ຮັບໃຊ້ ດ້ວຍອັດທະຍາໄສໄມຕີອັນດີໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າແລະອອກປະ ເທດ.

....ມາດຕາຫ້າສິບ:ການເດີນທາງພາຍໃນປະເທດ

ມາດຕາຫ້າສິບ:ການເດີນທາງພາຍໃນປະເທດ ນັກທ່ອງທ່ຽວທີ່ຖືໜັງສືຜ່ານແດນ,ບັດຜ່ານແດນຫຼືໜັງສືອະ ນຸຍາດເດີນທາງສາມາດເດີນທາງໄປແຫ່ງຕ່າງໆພາຍໃນປະເທດ ໄດ້ຕາມລະບຽບການ.

ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງອໍານວຍຄວາມສະດວກໃຫ້ ແກ່ນັກທ່ອງທ່ຽວຢູ່ພາຍໃນປະເທດ,ປັບປຸງແກ້ໄຂລະບຽບການທີ່ ບໍ່ສອດຄ່ອງຊຶ່ງສ້າງຄວາມຫຍຸ່ງຍາກໃຫ້ແກ່ນັກທ່ອງທ່ຽວໃນການ ເດີນທາງແລະທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆ.

..ພາກທີຫ້າ:ການພັດທະນາການທ່ອງທ່ຽວ


...ໝວດທີໜຶ່ງ:ການວາງແຜນພັດທະນາການທ່ອງທ່ຽວ


....ມາດຕາຫ້າສິບເອັດ:ລະດັບແຜນພັດທະນາການທ່ອງທ່ຽວ

ມາດຕາຫ້າສິບເອັດ:ລະດັບແຜນພັດທະນາການທ່ອງທ່ຽວ ແຜນພັດທະນາການທ່ອງທ່ຽວມີແຜນໄລຍະຍາວ,ກາງແລະ ສັ້ນຊຶ່ງຈັດລະດັບດັ່ງນີ້: -ແຜນຍຸດທະສາດພັດທະນາການທ່ອງທ່ຽວແຫ່ງຊາດ; -ແຜນພັດທະນາການທ່ອງທ່ຽວລະດັບພາກ; -ແຜນພັດທະນາການທ່ອງທ່ຽວລະດັບແຂວງ; -ແຜນພັດທະນາການທ່ອງທ່ຽວລະດັບເມືອງ; -ແຜນພັດທະນາແຫຼ່ງທ່ອງທ່ຽວ;


....ມາດຕາຫ້າສິບສອງ:ຫຼັກການໃນການວາງແຜນ

ມາດຕາຫ້າສິບສອງ:ຫຼັກການໃນການວາງແຜນ ການວາງແຜນພັດທະນາການທ່ອງທ່ຽວຕ້ອງປະຕິບັດຕາມ ຫຼັກການພື້ນຖານດັ່ງນີ້: -ອີງໃສ່ທ່າແຮງບົ່ມຊ້ອນແລະສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດແລະທ້ອງຖິ່ນ; -ດໍາເນີນຕາມທິດທາງການທ່ອງທ່ຽວວັດທະນະທໍາ,ປະຫວັດ ສາດແລະທໍາມະຊາດໂດຍມີສ່ວນຮ່ວມຂອງຊຸມຊົນ; -ຮັບປະກັນລັກສະນະຍືນຍົງຕິດພັນກັບການປົກປັກຮັກສາສິ່ງ ແວດລ້ອມທໍາມະຊາດ,ສັງຄົມແລະຮີດຄອງປະເພນີອັນດີງາມຂອງ ລາວ; -ຊຸກຍູ້ແລະສົ່ງເສີມການຜະລິດພາຍໃນເພື່ອຕອບສະໜອງ ຄວາມຕ້ອງການຂອງນັກທ່ອງທ່ຽວ; -ແນ່ໃສ່ສົ່ງເສີມການທ່ອງທ່ຽວພາຍໃນແລະການທ່ອງທ່ຽວ ສາກົນ; -ເລັ່ງໃສເຂດເປົ້າໝາຍທີ່ໂດດເດັ່ນລວມທັງການສ້າງຜະລິດ ຕະພັນທ່ອງທ່ຽວໃໝ່ທີ່ມີຄວາມສາມາດແຂ່ງຂັນໃນຂັງເຂດແລະໃນ ໂລກ.

....ມາດຕາຫ້າສິບສາມ:ເນື້ອໃນການວາງແຜນພັດທະນາການທ່ອງທ່ຽວ

ມາດຕາຫ້າສິບສາມ:ເນື້ອໃນການວາງແຜນພັດທະນາການທ່ອງທ່ຽວ ແຜນພັດທະນາການທ່ອງທ່ຽວຕ້ອງກໍານົດເນື້ອໃນຕົ້ນຕໍ,ຈຸດ ປະສົງ,ຄາດໝາຍ,ເປົ້າໝາຍພັດທະນາ,ປະເມີນແລະວິເຄາະທ່າແຮງ ບົ່ມຊ້ອນ,ສະພາບການຕະຫຼາດທ່ອງທ່ຽວ,ຜົນໄດ້ຮັບ,ຜົນກະທົບຕໍ່ເສດ ຖະກິດ,ສັງຄົມ,ວັດທະນະທໍາແລະສິ່ງແວດລ້ອມພ້ອມທັງກໍານົດວິທີ ການ,ລະບຽບການແລະມາດຕະການໃນການຈັດຕັ້ງປະຕິບັດ.

...ໝວດທີສອງການພັດທະນາແຫຼ່ງທ່ອງທ່ຽວ


....ມາດຕາຫ້າສິບສີ່:ຂັ້ນຕອນການພັດທະນາແຫຼ່ງທ່ອງທ່ຽວ

ມາດຕາຫ້າສິບສີ່:ຂັ້ນຕອນການພັດທະນາແຫຼ່ງທ່ອງທ່ຽວ ຂັ້ນຕອນການພັດທະນາແຫຼ່ງທ່ອງທ່ຽວປະກອບດ້ວຍ:ການ ສໍາຫຼວດ,ວາງແຜນ,ແບ່ງເຂດ,ຈັດສັນ,ອອກແບບ,ລົງທຶນສ້າງແລະ ຮຽບຮຽງປະຫວັດແຫຼ່ງທ່ອງທ່ຽວ.

....ມາດຕາຫ້າສິບຫ້າ:ການແບ່ງເຂດພັດທະນາແຫຼ່ງທ່ອງທ່ຽວ

ມາດຕາຫ້າສິບຫ້າ:ການແບ່ງເຂດພັດທະນາແຫຼ່ງທ່ອງທ່ຽວ ການແບ່ງເຂດພັດທະນາແຫຼ່ງທ່ອງທ່ຽວຕ້ອງອີງໃສ່ທ່າ ແຮງຂອງຊັບພະຍາກອນການທ່ອງທ່ຽວແລະເງື່ອນໄຂເອື້ອອໍາ ນວຍໃຫ້ແກ່ການທ່ອງທ່ຽວ.

ການພັດທະນາແຫຼ່ງທ່ອງທ່ຽວແບ່ງເປັນສາມເຂດຄື:ເຂດ ທະນຸລັກ,ເຂດສະຫງວນແລະເຂດບໍລິການຮັບໃຊ້ນັກທ່ອງທ່ຽວ.

....ມາດຕາຫ້າສິບຫົກ:ລະບຽບການຄຸ້ມຄອງແຫຼ່ງທ່ອງທ່ຽວ

ມາດຕາຫ້າສິບຫົກ:ລະບຽບການຄຸ້ມຄອງແຫຼ່ງທ່ອງທ່ຽວ ລະບຽບການຄຸ້ມຄອງແຫຼ່ງທ່ອງທ່ຽວປະກອບດ້ວຍສອງປະ ເພດຄື:ລະບຽບການຄຸ້ມຄອງລວມແລະລະບຽບການຄຸ້ມຄອງສະ ເພາະ.

ລະບຽບການຄຸ້ມຄອງລວມມີເນື້ອໃນຕົ້ນຕໍກ່ຽວກັບການອະ ນຸລັກ,ການປົກປັກຮັກສາແຫຼ່ງທ່ອງທ່ຽວ,ສິ່ງແວດລ້ອມ,ການປ້ອງ ກັນຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ,ການນໍາໃຊ້ ທີ່ດິນແລະການປຸກສ້າງ.

ລະບຽບການຄຸ້ມຄອງສະເພາະມີເນື້ອໃນກ່ຽວກັບແຕ່ລະ ແຫຼ່ງທ່ອງທ່ຽວແລະຕ້ອງໃຫ້ສອດຄ່ອງກັບລະບຽບການຄຸ້ມຄອງ ລວມ.

...ໝວດທີສາມເມືອງທ່ອງທ່ຽວ


....ມາດຕາຫ້າສິບເຈັດ:ເງື່ອນໄຂເປັນເມືອງທ່ອງທ່ຽວ

ມາດຕາຫ້າສິບເຈັດ:ເງື່ອນໄຂເປັນເມືອງທ່ອງທ່ຽວ ເມື່ອງທ່ອງທ່ຽວເປັນເມືອງທີ່ຄົນນິຍົມໄປທ່ຽວຊົມເປັນຈໍາ ນວນຫຼາຍຊຶ່ງປະກອບດ້ວຍເງື່ອນໄຂຕົ້ນຕໍດັ່ງນີ້: -ມີຊັບພະຍາກອນທ່ອງທ່ຽວທາງດ້ານວັດທະນະທໍາ,ປະຫວັດ ສາດຫຼືທໍາມະຊາດຢູ່ພາຍໃນຫຼືບໍລິເວນນອກຕົວເມືອງທີ່ດຶງດູດໃນນັກ ທ່ອງທ່ຽວ; -ມີຄວາມເປນລະບຽບຮຽບຮ້ອຍ,ຄວາມສະຫງົບແລະຄວາມ ປອດໄພ; -ມີພື້ນຖານໂຄງຮ່າງສະດວກໂດຍພື້ນຖານແລະສາມາດພັດ ທະນາໃນຂັ້ນຕໍ່ໄປ; -ທຸລະກິດການທ່ອງທ່ຽວເປັນພາກສ່ວນສໍາຄັນໃນໂຄງປະ ກອບເສດຖະກິດຂອງເມືອງຊຶ່ງລາຍຮັບສ່ວນຫຼາຍໄດ້ມາຈາກການ ທ່ອງທ່ຽວ.

....ມາດຕາຫ້າສິບແປດ:ການພັດທະນາເມື່ອງທ່ອງທ່ຽວ

ມາດຕາຫ້າສິບແປດ:ການພັດທະນາເມື່ອງທ່ອງທ່ຽວ ໃນເມືອງທ່ອງທ່ຽວການພັດທະນາເສດຖະກິດ-ສັງຄົມຕ້ອງ ຖືເອົາການທ່ອງທ່ຽວເປັນບູລິມະສິດ. ການພັດທະນາເມືອງທ່ອງທ່ຽວຕ້ອງເລັ່ງໃສ່ການສົ່ງເສີມ ການລົງທຶນ,ສ້າງພື້ນຖານໂຄງຮ່າງ,ສິ່ງອໍານວຍຄວາມສະດວກ, ພັດທະນາຊັບພະຍາກອນມະນຸດ,ສ້າງຈິດສໍານຶກກ່ຽວກັບການທ່ອງ ທ່ຽວໃຫ້ພົນລະເມືອງແລະການນໍາໃຊ້ທີ່ດິນ,ພັດທະນາຕົວເມືອງໃຫ້ ມີຄວາມສະອາດ,ສວຍງາມ,ເປັນລະບຽບຮຽບຮ້ອຍເພື່ອດຶງດູດນັກ ທ່ອງທ່ຽວ.

....ມາດຕາຫ້າສິບເກົ້າ:ການຄຸ້ມຄອງເມືອງທ່ອງທ່ຽວ

ມາດຕາຫ້າສິບເກົ້າ:ການຄຸ້ມຄອງເມືອງທ່ອງທ່ຽວ ເມືອງທ່ອງທ່ຽວຕ້ອງມີລະບຽບການຄຸ້ມຄອງສະເພາະແນ່ ໃສ່ປົກປັກຮັກສາ,ອະນຸລັກແລະພັດທະນາຊັບພະຍາກອນທ່ອງທ່ຽວ, ສິ່ງແວດລ້ອມທາງດ້ານວັດທະນະທໍາ-ສັງຄົມແລະທໍາມະຊາດ. ສໍາລັບລະບຽບການຄຸ້ມຄອງເມືອງທ່ອງທ່ຽວໄດ້ກໍານົດໄວ້ ຕ່າງຫາກ.

...ໝວດທີສີ່:ກອງທຶນການທ່ອງທ່ຽວ


....ມາດຕາຫົກສິບ:ຈຸດປະສົງຂອງກອງທຶນການທ່ອງທ່ຽວ

ມາດຕາຫົກສິບ:ຈຸດປະສົງຂອງກອງທຶນການທ່ອງທ່ຽວ ກອງທຶນການທ່ອງທ່ຽວແຫ່ງຊາດສ້າງຂຶ້ນເພື່ອພັດທະນາ ແລະສົ່ງເສີມການທ່ອງທ່ຽວເຊັ່ນ:ພັດທະນາຊັບພະຍາກອນມະນຸດ, ພັດທະນາສິ່ງອໍານວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ,ໂຄສະ ນາສົ່ງເສີມການຕະຫຼາດແລະຄຸ້ມຄອງການທ່ອງທ່ຽວ,ປະຕິບັດພັນ ທະຕໍ່ອົງການຈັດຕັ້ງສາກົນທີ່ສປປລາວເປັນສະມາຊິກໃນວຽກງານ ທ່ອງທ່ຽວ.

....ມາດຕາຫົກສິບເອັດ:ແຫຼ່ງກອງທຶນ

ມາດຕາຫົກສິບເອັດ:ແຫຼ່ງກອງທຶນ ແຫຼ່ງກອງທຶນການທ່ອງທ່ຽວແຫ່ງຊາດໄດ້ມາຈາກ:ງົບ ປະມານຂອງລັດ,ການປະກອບສ່ວນຈາກບຸກຄົນແລະການຈັດຕັ້ງ ທັງພາຍໃນແລະຕ່າງປະເທດ,ລາຍໄດ້ຈາກການເຄື່ອງໄຫວກິດ ຈະກໍາກ່ຽວກັບການທ່ອງທ່ຽວເຊັ່ນ:ເທດສະການອາຫານ,ຕະ ຫຼາດນັດການທ່ອງທ່ຽວ,ການວາງສະແດງແລະລາຍໄດ້ອື່ນໆ.

....ມາດຕາຫົກສິບສອງ:ການຄຸ້ມຄອງແລະນໍາໃຊ້ກອງທຶນທ່ອງທ່ຽວແຫ່ງຊາດ

ມາດຕາຫົກສິບສອງ:ການຄຸ້ມຄອງແລະນໍາໃຊ້ກອງທຶນທ່ອງທ່ຽວ ແຫ່ງຊາດ ການຄຸ້ມຄອງແລະການນໍາໃຊ້ກອງທຶນການທ່ອງທ່ຽວແຫ່ງ ຊາດຕ້ອງປະຕິບັດໃຫ້ຖືກຕ້ອງຕາມຈຸດປະສົງທີ່ໄດ້ກໍານົດໄວ້ໃນມາດ ຕາຫົກສິບຂອງກົດໝາຍສະບັບນີ້. ລັດຖະບານເປັນຜູ້ອອກລະບຽບການຄຸ້ມຄອງແລະນໍາໃຊ້ເງິນ ກອງທຶນດັ່ງກ່າວ.

..ພາກທີຫົກ:ທຸລະກິດການທ່ອງທ່ຽວ


...ມາດຕາຫົກສິບສາມ:ກິດຈະການທຸລະກິດການທ່ອງທ່ຽວ

ມາດຕາຫົກສິບສາມ:ກິດຈະການທຸລະກິດການທ່ອງທ່ຽວ ມາດຕະການທຸລະກິດການທ່ອງທ່ຽວປະກອບດ້ວຍ: -ທຸລະກິດແຫຼ່ງທ່ອງທ່ຽວ. -ທຸລະກິດນໍາທ່ຽວ. -ທຸລະກິດຂົນສົ່ງນັກທ່ອງທ່ຽວ. -ທຸລະກິດພັກແຮມ. -ທຸລະກິດພັດຕະຄານ,ຮ້ານອາຫານ; -ທຸລະກິດຝຶກອົບຮົມການທ່ອງທ່ຽວ. -ທຸລະກິດທີ່ປຶກສາການທ່ອງທ່ຽວ; -ທຸລະກິດສະຖານບັນເທີງ; -ທຸລະກິດເຄື່ອງທີ່ລະນຶກແລະອື່ນໆ.

...ມາດຕາຫົກສິບສີ່:ການສ້າງຕັ້ງແລະດໍາເນີນທຸລະກິດການທ່ອງທ່ຽວ

ມາດຕາຫົກສິບສີ່:ການສ້າງຕັ້ງແລະດໍາເນີນທຸລະກິດການທ່ອງ ທ່ຽວ ບຸກຄົນຫຼືນິຕິບຸກຄົນພາຍໃນປະເທດທີ່ຈະສ້າງຕັ້ງວິສາຫະ ກິດເພື່ອດໍາເນີນທຸລະກິດການທ່ອງທ່ຽວຕ້ອງປະຕິບັດຕາມເງື່ອນ ໄຂຕົ້ນຕໍດັ່ງລຸ່ມນີ້: ກ.ບຸກຄົນ: -ເປັນພົນລະເມືອງລາວ,ຊາວຕ່າງດ້າວ,ຄົນບໍ່ມີສັນຊາດທີ່ມີ ພູມລໍາເນົາຢູ່ສປປລາວ; -ມີຄວາມສາມາດດ້ານການປະພຶດ; -ບໍ່ເຄີຍຖືກໂທດທາງອາຍາ; -ບໍ່ແມ່ນບຸກຄົນທີ່ລົ້ມລະລາຍຊຶ່ງຍັງບໍ່ທັນພົ້ນໄລຍະຫ້າມດໍາ ເນີນທຸລະກິດ. ຂ.ນິຕິບຸກຄົນ: ນິຕິບຸກຄົນພາຍໃນທີ່ເປັນຫົວໜ່ວຍທຸລະກິດ: -ມີທະບຽນທຸລະກິດຖືກຕ້ອງຕາມກົດໝາຍ; -ມີສໍານັກງານຕັ້ງຢູ່ສປປລາວ. -ປະຕິບັດພັນທະຕໍ່ລັດຕາມລະບຽບກົດໝາຍຢ່າງຖືກຕ້ອງ; ສໍາລັບນິຕິບຸກຄົນອື່ນຕ້ອງໄດ້ຮັບອະນຸຍາດສະເພາະຈາກອົງ ການທີ່ກ່ຽວຂ້ອງ.


ບຸກຄົນຫຼືຕິຕິບຸກຄົນຕ່າງປະເທດມີສິດສ້າງຕັ້ງວິສາຫະກິດ ເພື່ອດໍາເນີນທຸລະກິດການທ່ອງທ່ຽວຢູ່ສປປລາວໃນກິດຈະການ ຕ່າງໆເປັນຕົ້ນ:ໂຮງແຮມ,ລີສອດ,ຮ້ານອາຫານ,ແຫຼ່ງທ່ອງທ່ຽວ. ສໍາລັບທຸລະກິດນໍາທ່ຽວລະຫວ່າງປະເທດລັດອະນຸຍາດໃຫ້ນິຕິບຸກ ຄົນຕ່າງປະເທດລົງທຶນຮ່ວມກັບຜູ້ລົງທຶນພາຍໃນປະເທດໄດ້.

ບຸກຄົນຫຼືນິຕິບຸກຄົນຕ່າງປະເທດຈະບໍ່ໄດ້ຮັບອະນຸຍາດໃຫ້ ດໍາເນີນທຸລະກິດການທ່ອງທ່ຽວໃນບາງກິດຈະການທີ່ສະຫງວນ ໄວ້ໃຫ້ແກ່ຄົນລາວເປັນຕົ້ນ:ອາຊີບພະນັກງານນໍາທ່ຽວ,ທຸລະກິດ ນໍາທ່ຽວພາຍໃນປະເທດ,ທຸລະກິດນໍາທ່ຽວພື້ນທີ່ສະເພາະໃດໜຶ່ງ, ເຮືອນພັກ,ຫ້ອງພັກ.

ລະບຽບການລະອຽດກ່ຽວກັບການອະນຸຍາດລົງທຶນສ້າງ ຕັ້ງວິສາຫະກິດທ່ອງທ່ຽວຢູ່ສປປລາວສໍາລັບບຸກຄົນຫຼືນິຕິບຸກຄົນ ຕ່າງປະເທດໄດ້ກໍານົດໄວ້ຕ່າງຫາກ.

...ມາດຕາຫົກສິບຫ້າ:ສິດແລະພັນທະຂອງວິສາຫະກິດການທ່ອງທ່ຽວ

ມາດຕາຫົກສິບຫ້າ:ສິດແລະພັນທະຂອງວິສາຫະກິດການທ່ອງທ່ຽວ ວິສາຫະກິດການທ່ອງທ່ຽວມີສິດຕົ້ນຕໍດັ່ງນີ້: -ເຄື່ອນໄຫວດໍາເນີນທຸລະກິດຂອງຕົນຢ່າງເສລີຖືກຕ້ອງ ຕາມກົດໝາຍ; -ໄດ້ຮັບການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາ ຂອງຕົນຕາມລະບຽບກົດໝາຍ; -ເຂົ້າຮ່ວມການເຄື່ອນໄຫວຂອງສະມາຄົມທຸລະກິດການ ທ່ອງທ່ຽວ; -ກໍານົດຄ່າບໍລິການທ່ອງທ່ຽວໂດຍສອດຄ່ອງກັບເງື່ອນໄຂ ແລະມາດຕະຖານຂອງທຸລະກິດຂອງຕົນ;


ວິສາຫະກິດການທ່ອງທ່ຽວມີພັນທະຕົ້ນຕໍດັ່ງນີ້: -ເຄົາລົບແລະປະຕິບັດລະບຽບກົດໝາຍເປັນຕົ້ນລະບຽບ ກົດໝາຍກ່ຽວກັບການທ່ອງທ່ຽວຢ່າງເຂັ້ມງວດ; -ປົກປັກຮັກສາສິ່ງແວດລ້ອມທໍາມະຊາດ,ສັງຄົມ,ຮີດຄອງ ປະເພນີອັນດີງາມຂອງຊາດ,ຄວາມສະອາດ,ຄວາມປອດໄພແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; -ຖືບັນຊີວິສາຫະກິດແລະປະຕິບັດພັນທະຕໍ່ລັດຢ່າງເຂັ້ມງວດ ລວມທັງເກັບຄ່າທໍານຽມຈາກນັກທ່ອງທ່ຽວເຂົ້າກອງທຶນການ ທ່ອງທ່ຽວແຫ່ງຊາດ. ..ພາກທີເຈັດ:ຂໍ້ຫ້າມກ່ຽວກັບການທ່ອງທ່ຽວ


...ມາດຕາຫົກສິບຫົກ:ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດທ່ອງທ່ຽວ

ມາດຕາຫົກສິບຫົກ:ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດທ່ອງທ່ຽວ ຂໍ້ຫ້າມຕົ້ນຕໍສໍາລັບຜູ້ດໍາເນີນທຸລະກິດທ່ອງທ່ຽວມີດັ່ງນີ້: -ດໍາເນີນທຸລະກິດທ່ອງທ່ຽວທີ່ແຕະຕ້ອງເຖິງອໍານາດອະທິ ປະໄຕ,ຄວາມໝັ້ນຄົງ,ຄວາມສະຫງົບຂອງຊາດຫຼືຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ; -ສ້າງແລະປະຕິບັດໂຄງການທ່ອງທ່ຽວທີ່ບໍ່ສອດຄ່ອງກັບ ແຜນພັດທະນາການທ່ອງທ່ຽວຫຼືກໍ່ຄວາມເສຍຫາຍແກ່ຊັບພະຍາ ກອນການທ່ອງທ່ຽວ,ສິ່ງແວດລ້ອມຫຼືທັດສະນີຍະພາບ; -ຊອກຫາຜົນປະໂຫຍດທີ່ບໍ່ຖືກຕ້ອງຕາມກົດໝາຍຈາກນັກ ທ່ອງທ່ຽວ; -ດໍາເນີນທຸລະກິດທ່ອງທ່ຽວໂດຍບໍ່ໄດ້ຮັບອະນຸຍາດ; -ດໍາເນີນທຸລະກິດທ່ອງທ່ຽວຜິດຕໍ່ລະບຽບກົດໝາຍຫຼືຮີດຄອງ ປະເພນີອັນດີງາມຂອງຊາດ; -ໂອນຫຼືໃຫ້ເຊົ່າໃບທະບຽນທຸລະກິດທ່ອງທ່ຽວໃຫ້ແກ່ຜູ້ທີ່ບໍ່ມ ີເງື່ອນໄຂຄົບຖ້ວນ.

...ມາດຕາຫົກສິບເຈັດ:ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງ

ມາດຕາຫົກສິບເຈັດ:ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງ ຫ້າມບຸກຄົນແລະການຈັດຕັ້ງມີການກະທໍາດັ່ງນີ້: -ທໍາລາຍຊັບພະຍາກອນທ່ອງທ່ຽວ,ຄວາມສວຍງາມຂອງ ສິ່ງແວດລ້ອມທີ່ພົວພັນເຖິງການທ່ອງທ່ຽວ; -ສ້າງສິ່ງກີດຂວາງ,ຄວາມເປີເປື້ອນໃນສະຖານທີ່ທ່ອງທ່ຽວ; -ບຸກລຸກ,ຈັບຈອງຫຼືປຸກສ້າງຢູ່ໃນເຂດຊັບພະຍາກອນທ່ອງທ່ຽວ ໂດຍບໍ່ໄດ້ຮັບອະນຸຍາດ.

..ພາກທີແປດ:ການຄຸ້ມຄອງແລະການກວດກາກ່ຽວກັບການທ່ອງທ່ຽວ


...ໝວດທີໜຶ່ງ:ການຄຸ້ມຄອງ


....ມາດຕາຫົກເສິບແປດ:ອົງການຄຸ້ມຄອງການທ່ອງທ່ຽວ

ມາດຕາຫົກເສິບແປດ:ອົງການຄຸ້ມຄອງການທ່ອງທ່ຽວ ລັດຖະບານຄຸ້ມຄອງການທ່ອງທ່ຽວຢ່າງລວມສູນແລະເປັນ ເອກະພາບໃນທົ່ວປະເທດໂດຍມອບໃຫ້ອົງການທ່ອງທ່ຽວແຫ່ງຊາດ ເປັນໃຈກາງໃນການຄຸ້ມຄອງບົນພື້ນຖານການປະສານສົມທົບກັບຂະ ແໜງການແລະທ້ອງຖິ່ນທີ່ກ່ຽວຂ້ອງ.


ອົງການຄຸ້ມຄອງການທ່ອງທ່ຽວປະກອບດ້ວຍ: -ອົງການທ່ອງທ່ຽວແຫ່ງຊາດ; -ພະແນກຫຼືຫ້ອງການທ່ອງທ່ຽວປະຈໍາແຂວງ,ນະຄອນ; -ຫ້ອງການຫຼືໜ່ວຍງານທ່ອງທ່ຽວປະຈໍາເມືອງ,ເທດສະບານ.

....ມາດຕາຫົກສິບເກົ້າ:ສິດແລະໜ້າທີ່ຂອງອົງການທ່ອງທ່ຽວແຫ່ງຊາດ

ມາດຕາຫົກສິບເກົ້າ:ສິດແລະໜ້າທີ່ຂອງອົງການທ່ອງທ່ຽວແຫ່ງ ຊາດ ອົງການທ່ອງທ່ຽວແຫ່ງຊາດມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: -ຄົ້ນຄວ້ານະໂຍບາຍ,ແຜນຍຸດທະສາດ,ແຜນການແລະ ໂຄງການກ່ຽວກັບການພັດທະນາການທ່ອງທ່ຽວໃນຂອບເຂດທົ່ວ ປະເທດເພື່ອສະເໜີລັດຖະບານພິຈາລະນາ; -ສົມທົບກັບພາກສ່ວນອື່ນໆທີ່ກ່ຽວຂ້ອງເພື່ອກໍານົດແຜນປົກ ປັກຮັກສາ,ອະນຸລັກ,ບູລະນະ,ພັດທະນາແລະສົ່ງເສີມການທ່ອງທ່ຽວ ໃນຂອບເຂດທົ່ວປະເທດ; -ຄົ້ນຄວ້ານະໂຍບາຍ,ລະບຽບການກ່ຽວກັບການຄຸ້ມຄອງ, ພັດທະນາແລະສົ່ງເສີມການທ່ອງທ່ຽວນໍາສະເໜີລັດຖະບານເພື່ອ ພິຈາລະນາ; -ຊີ້ນໍາ,ຊຸກຍູ້,ຕິດຕາມການຈັດຕັ້ງປະຕິບັດນະໂຍບາຍ,ແຜນ ການ,ໂຄງການ,ລະບຽບກົດໝາຍກ່ຽວກັບການທ່ອງທ່ຽວ; -ກໍານົດເງື່ອນໄຂ,ມາດຕະຖານຂອງແຕ່ລະປະເພດທຸລະກິດ ທ່ອງທ່ຽວເພື່ອໃຫ້ເຄື່ອນໄຫວຢ່າງມີປະສິດທິຜົນ; -ກໍານົດມາດຕະຖານກ່ຽວກັບການຈັດລະດັບຂອງທຸລະກິດ ພັກແຮມ,ຮ້ານອາຫານໃຫ້ຖືກຕ້ອງຕາມຫຼັກວິຊາການແລະມາດຕະ ຖານສາກົນ; -ຈັດຕັ້ງແລະສົ່ງເສີມການກໍ່ສ້າງ,ບໍາລຸງ,ຍົກລະດັບ,ຝຶກ ອົບຮົມບຸກຄະລາກອນຂອງພາກລັດແລະເອກະຊົນທີ່ເຄື່ອນໄຫວ ໃນວຽກງານທ່ອງທ່ຽວໃຫ້ມີຄວາມສາມາດບໍລິການນັກທ່ອງທ່ຽວ ໃນລະດັບທີ່ແນ່ນອນ; -ປັບປຸງລະບົບການຈັດຕັ້ງຂອງຂະແໜງທ່ອງທ່ຽວໃຫ້ມ ີຄວາມໜັກແໜ້ນ,ຄຸ້ມຄອງແລະນໍາໃຊ້ພະນັກງານ,ລັດຖະກອນ ໂດຍຮັບປະກັນດ້ານປະລິມານ,ຄຸນນະພາບແລະປະສິດທະຜົນແນ່ ໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານໃນ ແຕ່ລະໄລຍະ; -ຄຸ້ມຄອງແລະນໍາໃຊ້ກອງທຶນການທ່ອງທ່ຽວແຫ່ງຊາດ ຢ່າງມີແຜນການແລະມີປະສິດທິຜົນ; -ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກ່ຽວກັບວຽກ ງານທ່ອງທ່ຽວເປັນຕົ້ນ:ການສໍາຫຼວດ,ການເກັບກໍາຂໍ້ມູນ,ການ ຄົ້ນຄວ້າ,ຈັດສັນແຫຼ່ງທ່ອງທ່ຽວແລະອະນຸມັດການດໍາເນີນທຸລະ ກິດທ່ອງທ່ຽວ,ອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ; -ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນຂັ້ນຂອງຕົນໃນ ການຄຸ້ມຄອງ,ຕັກເຕືອນ,ປັບໃໝ,ສັ່ງໂຈະຫຼືສະເໜີຍຸບເລີກທຸລະ ກິດທ່ອງທ່ຽວ; -ຊັນສັນຍາ,ອະນຸສັນຍາຫຼືບົດບັນທຶກການຮ່ວມມືກັບຕ່າງ ປະເທດ,ອົງການຈັດຕັ້ງສາກົນແລະຈັດຕັ້ງຫຼືເຂົ້າຮ່ວມກອງປະ ຊຸມລະດັບສາກົນກ່ຽວກັບວຽກງານທ່ອງທ່ຽວຕາມການອະນຸມັດ ຂອງລັດຖະບານ; -ລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານກ່ຽວກັບ ການຄຸ້ມຄອງ,ພັດທະນາແລະສົ່ງເສີມການທ່ອງທ່ຽວໃຫ້ແກ່ລັດ ຖະບານຮັບຊາບຢ່າງເປັນປົກກະຕິ; -ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ກໍານົດໄວ້ໃນລະບຽບ ກົດໝາຍຫຼືຕາມການມອບໝາຍຂອງລັດຖະບານ.


....ມາດຕາເຈັດສິບ:ສິດແລະໜ້າທີ່ຂອງພະແນກຫຼືຫ້ອງການທ່ອງທ່ຽວ

ມາດຕາເຈັດສິບ:ສິດແລະໜ້າທີ່ຂອງພະແນກຫຼືຫ້ອງການທ່ອງທ່ຽວ ພະແນກຫຼືຫ້ອງການທ່ອງທ່ຽວແຂວງ,ນະຄອນມີສິດແລະ ໜ້າທີ່ຕົ້ນຕໍດັ່ງນີ້: -ປະຕິບັດຕາມແຜນການ,ລະບຽບກົດໝາຍແລະຄໍາສັ່ງ ຕ່າງໆກ່ຽວກັບການຄຸ້ມຄອງແລະພັດທະນາການທ່ອງທ່ຽວທີ່ອົງ ການທ່ອງທ່ຽວແຫ່ງຊາດວາງອອກ; -ເປັນເຈົ້າການປະສານງານກັບພາກສ່ວນກ່ຽວຂ້ອງ,ລົງ ສໍາຫຼວດ,ເກັບກໍາຂໍ້ມູນແລະຂຶ້ນບັນຊີພ້ອມທັງວາງແຜນປົກປັກຮັກ ສາ,ອະນຸລັກ,ບູລະນະແລະພັດທະນາແຫຼ່ງທ່ອງທ່ຽວທາງວັດ ທະນະທໍາ,ປະຫວັດສາດແລະທໍາມະຊາດໃນຂອບເຂດທີ່ຕົນຮັບຜິດ ຊອບ; -ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄົ້ນ ຄວ້າຄໍາຮ້ອງຂໍສ້າງຕັ້ງທຸລະກິດການທ່ອງທ່ຽວທີ່ໄດ້ກໍານົດໄວ້ ໃນມາດຕາຫົກສິບສອງຂອງກົດໝາຍສະບັບນີ້ຢູ່ທ້ອງຖິ່ນຕົນແລ້ວ ນໍາສະເໜີຕໍ່ອົງການທ່ອງທ່ຽວແຫ່ງຊາດເພື່ອພິຈາລະນາຫຼືອະ ນຸຍາດດ້ວຍຕົນເອງຕາມການແບ່ງຂັ້ນຄຸ້ມຄອງ; -ຈັດຕັ້ງຝຶກອົບຮົມບຸກຄະລາກອນກ່ຽວກັບວຽກງານທ່ອງ ທ່ຽວ; -ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນຂັ້ນຂອງຕົນໃນ ການຄຸ້ມຄອງ,ຕັກເຕືອນ,ປັບໃໝ,ສັ່ງໂຈະຫຼືສະເໜີຍຸບເລີກທຸລະກິດ ທ່ອງທ່ຽວ; -ລາຍງານການປະຕິບັດໜ້າທີ່ວຽກງານກ່ຽວກັບການຄຸ້ມ ຄອງ,ພັດທະນາແລະສົ່ງເສີມການທ່ອງທ່ຽວໃຫ້ອົງການທ່ອງທ່ຽວ ແຫ່ງຊາດແລະອົງການປົກຄອງຂັ້ນແຂວງຢ່າງເປັນປົກກະຕິ; -ພົວພັນກັບຕ່າງປະເທດໃນວຽກງານທ່ອງທ່ຽວຕາມການ ມອບໝາຍຂອງຂັ້ນເທິງ; -ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ກໍານົດໄວ້ໃນລະບຽບກົດ ໝາຍຫຼືຕາມການມອບໝາຍຂອງອົງການທ່ອງທ່ຽວແຫ່ງຊາດ.


....ມາດຕາເຈັດສິບເອັດ:ສິດແລະໜ້າທີ່ຂອງຫ້ອງການຫຼືໜ່ວຍງານທ່ອງທ່ຽວ

ມາດຕາເຈັດສິບເອັດ:ສິດແລະໜ້າທີ່ຂອງຫ້ອງການຫຼືໜ່ວຍງານ ທ່ອງທ່ຽວ ຫ້ອງການຫຼືໜ່ວຍງານທ່ອງທ່ຽວປະຈໍາເມືອງ,ເທດສະ ບານມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: -ຈັດຕັ້ງປະຕິບັດແຜນການ,ລະບຽບກົດໝາຍກ່ຽວກັບການ ຄຸ້ມຄອງ,ການພັດທະນາແລະສົ່ງເສີມການທ່ອງທ່ຽວຂອງອົງການ ທ່ອງທ່ຽວແຫ່ງຊາດແລະພະແນກຫຼືຫ້ອງການທ່ອງທ່ຽວ; -ຄຸ້ມຄອງທຸລະກິດການທ່ອງທ່ຽວໃນຂອບເຂດເມືອງ,ເທດ ສະບານໃນການດໍາເນີນທຸລະກິດໃຫ້ສອດຄ່ອງກັບລະບຽບກົດໝາຍ; -ສໍາຫຼວດ,ວາງແຜນກ່ຽວກັບການອະນຸລັກ,ປົກປັກຮັກສາ,ບູລະ ນະ,ພັດທະນາ,ຄຸ້ມຄອງບັນດາແຫຼ່ງທ່ອງທ່ຽວທີ່ຢູ່ໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ; -ລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານກ່ຽວກັບ ການທ່ອງທ່ຽວໃຫ້ພະແນກຫຼືຫ້ອງການທ່ອງທ່ຽວແລະອົງການປົກ ຄອງຂັ້ນເມືອງຢ່າງເປັນປົກກະຕິ; -ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ກໍານົດໄວ້ໃນລະບຽບກົດ ໝາຍຫຼືຕາມການມອບໝາຍຂອງຂັ້ນເທິງ.

....ມາດຕາເຈັດສິບສອງ:ສິດແລະໜ້າທີ່ຂອງພາກສ່ວນອື່ນໆທີ່ກ່ຽວຂ້ອງ

ມາດຕາເຈັດສິບສອງ:ສິດແລະໜ້າທີ່ຂອງພາກສ່ວນອື່ນໆທີ່ກ່ຽວ ຂ້ອງ ຂະແໜງການແລະອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນທີ່ ກ່ຽວຂ້ອງກັບວຽກງານທ່ອງທ່ຽວມີສິດແລະໜ້າທີ່ປະສານສົມທົບ ກັບຂະແໜງການທ່ອງທ່ຽວໃນການຄຸ້ມຄອງ,ການພັດທະນາແລະ ການສົ່ງເສີມການທ່ອງທ່ຽວຕາມພາລະບົດບາດຂອງຕົນເພື່ອເຮັດ ໃຫ້ວຽກງານທ່ອງທ່ຽງຂອງສປປລາວມີການຂະຫຍາຍຕົວສາມາດ ດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໃຫ້ນັບມື້ນັບຫຼາຍ ຂຶ້ນ.

...ໝວດທີສອງ:ການກວດກາ


....ມາດຕາເຈັດສິບສາມ:ອົງການກວດກາ

ມາດຕາເຈັດສິບສາມ:ອົງການກວດກາ ອົງການກວດກາການທ່ອງທ່ຽວແມ່ນອົງການດຽວກັນກັບ ອົງການຄຸ້ມຄອງການທ່ອງທ່ຽວຕາມທີ່ໄດ້ກໍານົດໄວ້ໃນມາດຕາຫົກ ສິບແປດຂອງກົດໝາຍສະບັບນີ້.

....ມາດຕາເຈັດສິບສີ່:ສິດແລະໜ້າທີ່ຂອງອົງການກວດກາ

ມາດຕາເຈັດສິບສີ່:ສິດແລະໜ້າທີ່ຂອງອົງການກວດກາ ອົງການກວດກາການທ່ອງທ່ຽວມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: -ກວດກາການປະຕິບັດແຜນຍຸດທະສາດ,ນະໂຍບາຍ,ແຜນ ການ,ໂຄງການແລະລະບຽບກົດໝາຍກ່ຽວກັບການທ່ອງທ່ຽວ; -ກວດກາການດໍາເນີນທຸລະກິດທ່ອງທ່ຽວເປັນຕົ້ນ:ກວດກາເອ ກະສານແລະລົງກວດກາການເຄື່ອນໄຫວຕົວຈິງຢູ່ກັບທີ່; -ກວດກາການແກ້ໄຂຄໍາສະເໜີຂອງບຸກຄົນແລະການຈັດຕັ້ງ ກ່ຽວກັບວຽກງານທ່ອງທ່ຽວ; -ປະຕິບັດມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍ ກ່ຽວກັບການທ່ອງທ່ຽວ; -ປະສານສົມທົບກັບພາກສ່ວນອື່ນໆທີ່ກ່ຽວຂ້ອງໃນວຽກງານ ກວດກາກ່ຽວກັບການທ່ອງທ່ຽວ. -ຜູ້ຖືກກວດກາຕ້ອງໃຫ້ຄວາມຮ່ວມມືແລະອໍານວຍຄວາມສະ ດວກໃຫ້ແກ່ເຈົ້າໜ້າທີ່ກວດກາ.

....ມາດຕາເຈັດສິບຫ້າ:ຮູບການກວດກາ

ມາດຕາເຈັດສິບຫ້າ:ຮູບການກວດກາ ຮູບການກວດກາແບ່ງອອກເປັນສາມປະເພດດັ່ງນີ້: -ການກວດກາຕາມລະບົບປົກກະຕິ; -ການກວດກາໂດຍມີການແຈ້ງການໃຫ້ຮູ້ລ່ວງໜ້າ; -ການກວດກາແບບກະທັນຫັນ.


ການກວດກາຕາມລະບົບປົກກະຕິແມ່ນການກວດກາຕາມ ແຜນການທີ່ມີລັກຊະນະກວດກາຢ່າງເປັນປະຈໍາແລະມີກໍານົດເວ ລາອັນແນ່ນອນຊຶ່ງຕ້ອງປະຕິບັດຢ່າງໜ້ອຍໜຶ່ງເທື່ອຕໍ່ປີ; ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດ ກາເມື່ອຫາກເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ຜູ້ຮັບຜິດຊອບໃນ ການຄຸ້ມຄອງຫຼືດໍາເດີນກິດຈະການທ່ອງທ່ຽວຮູ້ລ່ວງໜ້າຢ່າງໜ້ອຍ ຊາວສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດກາໂດຍບໍ່ໄດ້ ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ.

..ພາກທີເກົ້າ:ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາເຈັດສິບຫົກ:ນະໂຍບາຍຕໍ່ຜູ້ມີຜົນງານກົດໝາຍວ່າດ້ວຍການທ່ອງທ່ຽວ 09-11-2005

ມາດຕາເຈັດສິບຫົກ:ນະໂຍບາຍຕໍ່ຜູ້ມີຜົນງານກົດໝາຍວ່າດ້ວຍ ການທ່ອງທ່ຽວ 09-11-2005 ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານໃນການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍການທ່ອງທ່ຽວຈະໄດ້ຮັບການຍ້ອງຍໍແລະນະໂຍບາຍ ຕ່າງໆຕາມຄວາມເໝາະສົມ.

...ມາດຕາເຈັດສິບເຈັດ:ມາດຕະການຕໍ່ຜູ້ລະເມີດກົດໝາຍວ່າດ້ວຍການທ່ອງທ່ຽວ 09-11-2005

ມາດຕາເຈັດສິບເຈັດ:ມາດຕະການຕໍ່ຜູ້ລະເມີດກົດໝາຍວ່າດ້ວຍ ການທ່ອງທ່ຽວ 09-11-2005 ບຸກຄົນຫຼືການຈັດຕັ້ງຫາກໄດ້ລະເມີດກົດໝາຍສະບັບນີ້ຈະ ຖືກສຶກສາອົບຮົມ,ຕັກເຕືອນ,ປັບໃໝຫຼືລົງໂທດຕາມກົດໝາຍແລ້ວ ແຕ່ກໍລະນີເບົາຫຼືໜັກ.

..ພາກທີສິບ:ບົດບັນຍັດສຸດທ້າຍ


...ມາດຕາເຈັດສິບແປດ:ການຈັດຕັ້ງປະຕິບັດ

ມາດຕາເຈັດສິບແປດ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດ.

...ມາດຕາເຈັດສິບເກົ້າ:ຜົນສັກສິດ

ມາດຕາເຈັດສິບເກົ້າ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ ວັນປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ.

ປະທານສະພາແຫ່ງຊາດ.