ກົດໝາຍວ່າດ້ວຍການຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄັອມພິວເຕີ້ 15-07-2015

From Wikisource
Jump to navigation Jump to search

ການຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄັອມພິວເຕີ້ 15-07-2015

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງ,ຕິດຕາມກວດກາວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນແນໃສ່ຕ້ານ,ສະກັດກັ້ນ,ຈໍາກັດແລະຈໍາກັດອາຊະຍາກໍາ,ປົກປ້ອງລະບົບຖານຂໍ້ມູນ,ລະບົບເຊີເວີ,ຂໍ້ມູນທາງລະບົບຄັອມພິວເຕີ້ຮັບປະກັນຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ສາມາດເຊື່ອມໂຍງກັບພາກພື້ນແລະສາກົນປະກອບສ່ວນເຂົ້າໃນການປົກປັກຮັກສາແລະພັດທະນາເສດຖະກິດສັງຄົມຂອງຊາດໃຫ້ຈະເລີນກ້າວໜ້າແລະຍືນຍົງ.

ມາດຕາ2ການຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ ອາຊະຍາກໍາທາງລະບົບຄອມພິວເຕີແມ່ນການກະທໍາຜິດທາງລະບົບຄອມພິວເຕີທີ່ສ້າງຄວາມເສຍຫາຍໃຫ້ແກ່ລັດ,ບຸກຄົນ,ນິຕິບຸກຄົນ,ການຈັດຕັ້ງແລະສັງຄົມຕາມພຶດຕິກໍາທີ່ໄດ້ກໍານົດໄວ້ໃນມາດຕາ8ຂອງກົດໝາຍສະບັບນີ້. ການຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີແມ່ນການເຄື່ອນໄຫວຈໍາກັດ,ກໍາຈັດ,ປາບປາມຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີສິດແລະໜ້າທີ່ໂດຍກົງໃນການຊອກຮູ້ແລະປະຕິບັດວຽກງານດ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີຕາມທີ່ໄດ້ກໍານົດໄວ້ໃນມາດຕາ19ແລະ24ຂອງກົດໝາຍສະບັບນີ້.

ມາດຕາ3ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1,ອາຊະຍາກໍາໝາຍເຖິງການກະທໍາຜິດທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາແລະກົດໝາຍອື່ນທີ່ກໍານົດໂທດທາງອາຍາ; 2.ລະບົບຄອມພິວເຕີ້ໝາຍເຖິງອຸປະກອນເອເລັກໂຕຼນິກຫຼືຊຸດອຸປະກອນຂອງຄັອມພິວເຕີທີ່ເຊື່ອມຕໍ່ລະບົບການປະຕິບັດການເຂົ້າດ້ວຍກັານໂດຍການການກໍານົດຄໍາສັ່ງ,ຊຸດຄໍາສັ່ງຫຼືສິ່ງອື່ນໆເພື່ອໃຫ້ອຸປະກອນເອເລັກໂຕຼນິກຫຼືຊຸດອຸປະກອນຂອງຄັອມພິວເຕີເຮັດໜ້າທີ່ປະມວນຜົນຂໍ້ມູນແບບອັດຕະໂນມັດໃນຄອມພິວເຕີ້ໜຶ່ງໜ່ວຍແລະຫຼາຍໜ່ວຍທີ່ເຊື່ອມຕໍ່ຫາກັນຜ່ານເຄືອຂ່າຍຄອມພິວເຕີແລະເຄືອຂ່າຍອິນເຕເນັດ; 3.ລະບົບເຊີເວີໝາຍເຖິງລະບົບໃຫ້ບໍລິການຜ່ານລະບົບຄອມພິວເຕີ້,ປະກອບດ້ວຍຖານຂໍ້ມູນເຊີເວີ,ເວີບເຊີເວີ,ເມວເຊີເວີ,ຟາຍເຊີເວີແລະອື່ນໆ; 4.ຂໍ້ມູນຄອມພິວເຕີໝາຍເຖິງຂໍ້ມູນ,ຂໍ້ຄວາມ,ໂປຼແກຼມຫຼືລະບົບຖານຂໍ້ມູນ,ຂໍ້ມູນສ່ວນບຸກຄົນ,ຂໍ້ມູນຈະລາຈອນທາງລະບົບຄັອມພິວເຕີໃນຮູບແບບທີ່ສາມາດປະມວນຜົນແລະເຮັດໃຫ້ລະບົບຄອມພິວເຕີເຮັດວຽກໄດ້; 5.ລະບົບຖານຂໍ້ມູນໝາຍເຖິງລະບົບຂໍ້ມູນທີ່ເກັບຮັກສາໃນຮູບແບບເອເລັກໂຕຼນິກທີ່ສາມາດຄຸ້ມຄອງ,ປັບປຸງແລະນໍາໃຊ້ໄດ້; 6.ຂໍ້ມູນສ່ວນບຸກຄົນໝາຍເຖິງຂໍ້ມູນທີ່ກ່ຽວຂ້ອງຫຼືບົ່ງບອກເຖິງລັກສະນະຫຼືຕົວຕົນ,ການເຄື່ອນໄຫວຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໂດຍທາງກົງຫຼືທາງອ້ອມ; 7.ຂ້ໍມູນຈະລາຈອນທາງລະບົບຄັອມພິວເຕີໝາຍເຖິງຂໍ້ມູນຄອມພິວເຕີທີ່ກ່ຽວຂ້ອງກັບການສື່ສານຜ່ານລະບົບຄັອມພິວເຕີຊຶ່ງຖືກສ້າງຂຶ້ນໂດຍລະບົບຄັອມພິວເຕີ້ທີ່ເປັນສ່ວນໜຶ່ງໃນຕ່ອງໂສ້ຂອງການສື່ສານທີ່ບົ່ງບອກເຖິງຜູ້ສົ່ງ,ຕົ້ນທາງ,ສື່ກາງ,ເສັ້ນທາງ,ປາຍທາງ,ວັນ,ເວລາ,ຂະໜາດ,ກໍານົດເວລາຂອງການສື່ສານ,ຊະນິດການບໍລິການແລະອື່ນໆທີ່ກ່ຽວຂ້ອງກັບການຕິດຕໍ່ສື່ສານຂອງລະບົບຄອມພິວເຕີນັ້ນ; 8.ຜູ້ໃຫ້ບໍລິການໝາຍເຖິງຜູ້ໃຫ້ບໍລິການດ້ານການສື່ສານຂໍ້ມູນຂ່າວສານຜ່ານລະບົບຄັອມພິວເຕີແລະ/ຫຼືຜູ້ໃຫ້ບໍລິການເກັບຮັກສາຂໍອມູນຄັອມພິວເຕີ້; 9.ການປະມວນຂໍ້ມູນແບບອັດຕະໂນມັດໝາຍເຖິງຂະບວນການຄໍານວນປຸງແຕ່ງຂໍ້ມູນໃຈລະບົບຄອມພິວເຕີໂດຍໂປຼຯແກຼມຄອມພິວເຕີ; 10.ໂປຼແກຼມໝາຍເຖິງລະບົບຄໍາສັ່ງຫຼືຊຸດຄໍາສັ່ງທີ່ລະບົບຄອມພິວເຕີ້ສາມາດປະຕິບັດໄດ້ເພື່ອເຮັດໃຫ້ເກີດຜົນໄດ້ຮັບຕາມທີ່ໄດ້ກໍານົດໄວ້; 11.ໄວຣັດໝາຍເຖິງໂປຼແກຼມສະເພາະທີ່ສ້າງຂຶ້ນຊຶ່ງສາມາແກ່ກະຈາຍ,ສ້າງຄວາມເສຍຫາຍແລະທໍາລາຍລະບົບຄອມພິວເຕີ,ເຄືອຂ່າຍຄອມພິວເຕີແລະຂໍ້ມູນຄອມພິວເຕີ; 12.ໂປຼແກຼມປະສົງຮ້າຍໝາຍເຖິງຊຸດຄໍາສັ່ງຄອມພິວເຕີທີ່ສ້າງຂຶ້ນເພື່ອທໍາລາຍລະບົບຄັອມພິວເຕີຫຼືລັກຂໍ້ມູນຄອມພິວເຕີ; 13.ເວບໄຊປອມໝາຍເຖິງເວບໄຊທີ່ສ້າງຂຶ້ນໃໝ່ຊຶ່ງຄ້າຍຄືກັບເວບໄຊເດີມເພື່ອຫຼອກລວງເອົາຂໍ້ມູນຜູ້ຊົມໃຊ້; 14.ຊ່ອງໂຫວ່ຂອງລະບົບຄອມພິວເຕີໝາຍເຖິງຂໍ້ບົກພ່ອງຂອງໂປຼແກຼມຫຼືຊອບແວທີ່ບໍ່ສົມບູນແລະບໍ່ໄດ້ຮັບການປັບປຸງເຮັດໃຫ້ຜູ້ປະສົງຮ້າຍສາມາດສວຍໃຊ້ເພື່ອທໍາລາຍລະບົບ,ລັກຂໍ້ມູນ,ປ່ຽນແປງຂໍ້ມູນແລະອື່ນໆ; 15.ຂໍ້ມູນຜູ້ຊົມໃຊ້ໝາຍເຖິງຂໍ້ມູນທີ່ນໍາໄປສູ່ຜູ້ຊົມໃຊ້ເປັນຕົ້ນທີ່ຢູ່ໄປສະນີ,ທີ່ຢູ່ທາງເອເລັກໂຕຼນິກ,ທີ່ຢູ່ດ້ານພູມສັນຖານ,ເລກໝາຍອິນເຕີເນັດ,ເບີໂທລະສັບຫຼືລະຫັດອື່ນທີ່ໃຊ້ເຂົ້າໃນລະບົບຄອມພິວເຕີ; 16.ມາດຕະການປ້ອງກັນສະເພາະໝາຍເຖິງການນໍາໃຊ້ເຄື່ອງມືແລະ/ຫຼືໂປຼແກຼມຄອມພິວເຕີພິເສດເພື່ອຕ້ານແລະສະກັດກັ້ນການເຂົ້າເຖິງລະບົບຄອມພິວເຕີຂອງຜູ້ຊົມໃຊ້; 17.ສື່ສັງຄົມອອນລາຍໝາຍເຖິງການສື່ສານຜ່ານລະບົບເຄືອຂ່າຍອິນເຕີເນັດເພື່ອເຜືຍແຜ່ຂໍ້ມູນຂ່າວສານສູ່ສາທາລະນະດ້ວຍການນໍາໃຊ້ວັດຖຸປະກອນຄອມພິວເຕີແລະອຸປະກອນສື່ສານອື່ນ; 18.ພາບເຄື່ອນໄຫວໝາຍເຖິງພາບທີ່ສ້າງຂຶ້ນຊຶ່ງມີການເໜັງຕີງຄ້າຍຄືກັບຕົວຈິງໂດຍຜ່ານອຸປະກອນເອເລັກໂຕຼນິກເຊັ່ນຮູບເງົາກາຕູນ.

ມາດຕາ4ນະໂຍບາຍຂອງລັດກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ ລັດສົ່ງເສີມການນໍາໃຊ້ລະບົບຄອມພິວເຕີໃຫ້ມີຄວາມປອດໄພ,ສະດວກ,ວ່ອງໄວແລະຍຸຕິທໍາພ້ອມທັງປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຜູ້ໃຫ້ບໍລິການ,ຜູ້ໃຊ້ບໍລິການລະບົບຄອມພິວເຕີແລະຂໍ້ມູນຄອມພິວເຕີ້ຕາມກົດໝາຍແລະລະບຽບການ. ລັດສ້າງເງື່ອນໄຂແລະອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄັອມພິວເຕີດ້ວຍການສະໜອງງົບປະມານ,ສ້າງ,ປະກອບບຸກຄະລາກອນ,ພາຫະນະ,ອຸປະກອນ,ຄົ້ນຄວ້ານໍາໃຊ້ເຕັກໂນໂລຊີທັນສະໄໝ,ກໍ່ສ້າງພື້ນຖານໂຄງລ່າງເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນ. ລັດຖືເອົາການຕ້ານແລະສະກັດກັ້ນອາຍະຊາກໍາທາງລະບົບຄອມພິວເຕີເປັນວຽກຕົ້ນຕໍແລະເອົາການແກ້ໄຂບັນຫາເປັນວຽກສໍາຄັນ. ລັດຊຸກຍູ້ແລະສົ່ງເສີມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດລົງທຶນເຂົ້າໃສ່ການຜະລິດເຕັກນິກແລະເຕັກໂນໂລຊີພ້ອມທັງເຂົ້າຮ່ວມໃນວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ.

ມາດຕາ5ຫຼັກການກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄັອມພິວເຕີ ໃນວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີຕ້ອງຮັບປະກັນຫຼັກການດັ່ງນີ້: 1.ຄວາມສອດຄ່ອງກັບແນວທາງນະໂຍບາຍ,ກົດໝາຍ,ແຜນຍຸດທະສາດ,ແຜນພັດທະນາເສດຖະກິດສັງຄົມຂອງຊາດ; 2.ຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມວັດທະນະທໍາແລະຮີດຄອງປະເພນີອັນດີງາມຂອງຊາດ; 3.ການຮັກສາຄວາມລັບຂອງຊາດ,ຄວາມລັບທາງລັດຖະການ,ຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງ; 4.ຄວາມເປັນເອກະພາບ,ປອດໄພ,ສະດວກ,ວ່ອງໄວແລະຍຸຕິທໍາ; 5.ການປົກປ້ອງສິແລະຜົນປະໂຫຍດອັນຊອບທໍາຂອງຜູ້ໃຫ້ບໍລິການ,ຜູ້ໃຊ້ບໍລິການລະບົບຄອມພິວເຕີ,ຂໍ້ມູນຄອມພິວເຕີຕາມກົໝາຍແລະລະບຽບການ; 6.ການມີສ່ວນຮ່ວມຂອງສັງຄົມ; 7.ການປະຕິບັດສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ມາດຕາ6ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ດໍາລົງຊີວິດ,ເຄື່ອນໄຫວ,ຄົ້ນຄວ້ານໍາໃຊ້ລະບົບຄອມພິວເຕີ້ແລະຂໍ້ມູນຄອມພິວເຕີ້ຢູ່ສປປລາວ.

ມາດຕາ7ການຮ່ວມມືສາກົນ ລັດເປີດກວ້າງແລະສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີດ້ວຍການແລກປ່ຽນບົດຮຽນ,ປະສົບການ,ຂໍ້ມູນຂ່າວສານ,ການຍົກລະດັບວິຊາສະເພາະ,ຄວາມຮູ້ແລະຄວາມສາມາດຂອງບຸກຄະລາກອນ,ການພິສູດຂໍ້ມູນແລະການຢັ້ງຢືນຂໍ້ມູນໂດຍສອດຄ່ອງກັບກົດໝາຍ,ລະບຽບການຂອງສປປລາວ,ສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ2ພຶດຕິກໍາທີ່ເປັນອາຊະຍາກໍາທາງລະບົບຄອມພິວເຕີ

ມາດຕາ8ພຶດຕິກໍາທີ່ເປັນອາຊະຍາກໍາທາງລະບົບຄອມພິວເຕີ ພຶດຕິກໍາທີ່ເປັນອາຊະຍາກໍາທາງລະບົບຄອມພິວເຕີມີດັ່ງນີ້: 1.ການເປີດເຜີຍມາດຕະການປ້ອງກັນການເຂົ້າເຖິງລະບົບຄອມພິວເຕີ; 2.ການເຂົ້າເຖິງລະບົບຄອມພິວເຕີໂດຍບໍ່ໄດ້ຮັບອຸນຍາດ; 3.ການຕັດຕໍ່ເນື້ອໃນ,ຮູບ,ພາບເຄື່ອນໄຫວ,ສຽງແລະວີດີໂອໂດຍບໍ່ໄດ້ຮັບອະນຸຍາດ; 4.ການລັດເອົາຂໍ້ມູນໃນລະບົບຄອມພິວເຕີໂດຍບໍ່ໄດ້ຮັບອະນຸຍາດ; 5.ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ; 6.ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ; 7.ການລົບກວນລະບົບຄອມພິວເຕີ; 8.ການປອມແປງຂໍູມນຄອມພິວເຕີ; 9.ການທໍາລາຍຂໍ້ມູນຄອມພິວເຕີ; 10.ການດໍາເນີນກິດຈະການກ່ຽວກັບເຄື່ອງມືອາຊະຍາກໍາທາງລະບົບຄອມພິວເຕີ.

ມາດຕາ9ການເປີດເຜີຍມາດຕະການປ້ອງກັນການເຂົ້າເຖິງລະບົບຄອມພິວເຕີ ການເປີດເຜີຍມາດຕະການປ້ອງກັນການເຂົ້າເຖິງລະບົບຄອມພິວເຕີແມ່ນການນໍາເອົາມາດຕະການປ້ອງກັນສະເພາະໄປເປີດເຜີຍໂດຍບໍ່ໄດ້ຮັບອະນຸຍາດຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ລັດ,ບຸກຄົນ,ນິຕິບຸກຄົນ,ການຈັດຕ້ງແລະສັງຄົມ.

ມາດຕາ10ການເຂົ້າເຖິງລະບົບຄອມພິວເຕີໂດຍບໍ່ໄດ້ຮັບອະນຸຍາດ ການເຂົ້າເຖິງລະບົບຄອມພິວເຕີໂດຍບໍ່ໄດ້ຮັບອະນຸຍາດແມ່ນການນໍາໃຊ້ອຸປະກອນເອເລັກໂຕຼນິກເຂົ້າໃນລະບົບຄອມພິວເຕີທີ່ມີມາດຕະການປ້ອງກັນສະເພາະຫຼືເພື່ອລັກເອົາຂໍ້ມູນທາງດ້ານການຄ້າ,ດ້ານການເງິນ,ຄວາມລັບແລະຂໍ້ມູນອື່ນຂອງບຸກຄົນ,ນິຕິບຸກຄົນ,ການຈັດຕັ້ງ.

ມາດຕາ11ການຕັດຕໍ່ເນື້ອໃນ,ຮູບ,ພາບເຄື່ອນໄຫວ,ສຽງແລະວິທີໂອໂດຍບໍ່ໄດ້ຮັບອະນຸຍາດ ການຕັດຕໍ່ເນື້ອໃນ,ຮູບ,ພາບເຄື່ອນໄຫວ,ສຽງແລະວີດີໂອໂດຍບໍ່ໄດ້ຮັບອະນຸຍາດແມ່ນການສ້າງຂຶ້ນໃໝ່,ການເພີ່ມເຕີມຫຼືການດັດແປງຈາກຕົ້ນສະບັບດ້ວຍວິທີການທາງເອເລັກໂຕຼນິກຫຼືວິທີການອື່ນເພື່ອເຜີຍແຜ່ຜ່ານລະບົບຄອມພິວເຕີຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງ.

ມາດຕາ12ການລັດເອົາຂໍ້ມູນໃນລະບົບຄອມພິວເຕີໂດຍບໍ່ໄດ້ຮັບອະນຸຍາດ ການລັດເອົາຂໍ້ມູນໃນລະບົບຄອມພິວເຕີໂດຍບໍ່ໄດ້ຮັບອະນຸຍາດແມ່ນການດັກເອົາຂໍ້ມູນທີ່ກໍາລັງຮັບຫຼືສົ່ງຜ່າລະບົບຄອມພິວເຕີດ້ວຍການນໍາໃຊ້ເຄື່ອງມືທາງດ້ານເອເລັກໂຕນິກ.

ມາດຕາ13ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍສະແດງອອກດ້ວຍການກະທໍາດັ່ງນີ້: 1.ການນໍາເອົາຂໍ້ມູນຄອມພິວເຕີທີ່ມີລັກສະນະໃສ່ຮ້າຍປ້າຍສີ,ໝິ່ນປະໝາດ,ໃຊ້ຄໍາສັບບໍ່ສຸພາບເຂົ້າສູ່ລະບົບຄອມພິວເຕີ; 2.ການນໍາເອົາຂໍ້ມູນທີ່ມີລັກສະນະໃຊ້ຄວາມຮຸນແຮງ,ຂໍ້ມູນເທັດ,ຂໍ້ມູນຫຼອກລວງ,ຂໍ້ມູນທີ່ບໍ່ເປັນຄວາມຈິງເຂົ້າສູ່ລະບົບຄອມພິວເຕີ; 3.ການນໍາເອົາຂໍ້ມູນຄັອມພິວເຕີທີ່ເປັນການທໍາລາຍຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ວັດທະນະທໍາແລະຮີດຄອງປະເພນີອັນດີງາມຂອງຊາດ; 4.ການນໍາເອົາຂໍ້ມູນຄອມພິວເຕີທີ່ມີລັກສະນະຊວນເຊື່ອ,ຍຸຍົງແລະສົ່ງເສີມປະຊາຊົນຕໍ່ຕ້ານລັດຖະບານຫຼືແບ່ງແຍກຄວາມສາມັກຄີ; 5.ການໂຄສະນາຄ້າຂາຍຢາເສບຕິດ,ອາວຸດເສິກ,ອາວຸດເຄມີ,ຄ້າມະນຸດ,ຄ້າປະເວນີ,ຄ້າໂສເພນີແລະສິ່ງທີ່ຜິດກົດໝາຍ; 6.ການເຜີຍແຜ່ຫຼືສົ່ງຕໍ່ຂໍ້ມູນຄອມພິວເຕີຕາມທີ່ໄດ້ກໍານົດໄວ້ໃນມາດຕາ11ແລະ14ຂອງກົດໝາຍສະບັບນີ້ລວມທັງຂໍ້1,2,3,4ແລະຂໍ້5ຂອງມາດຕານີ້.

ມາດຕາ14ການເຜີຍແຜ່ສິ່ງລາມົກຜ່ານລະບົບອິນເຕີເນັດ ສິ່ງລາມົກແມ່ນຂໍ້ມູນທີ່ມີເນື້ອໃນສະແດງອອກຢ່າງຈະແຈ້ງເປັນຕົ້ນຮູບ,ພາບເຄື່ອນໄຫວ,ສຽງແລະວີດີໂອກ່ຽວກັບອະໄວຍະວະເພດແລະພຶດຕິກໍາທາງເພດຂອງຕົນ. ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີແມ່ນການຊື້ຂາຍ,ການແຈກຢາຍ,ການສົ່ງຕໍ່,ການແນະນໍາແລະການເຜີຍແຜ່ຂໍ້ມູນຕາມທີ່ໄດ້ກໍານົດໄວ້ໃນວັກທີ1ເທິງນີ້.

ມາດຕາ15ການລົບກວນລະບົບຄອມພິວເຕີ້ ການລົບກວນລະບົບຄອມພິວເຕີແມ່ນການກະທໍາດັ່ງນີ້: 1.ການນໍາໃຊ້ໂປຼແກຼມຄອມພິວເຕີ,ໄວຣັດຫຼືເຄື່ອງມືອື່ນເພື່ອຂັດຂວາງຫຼືທໍາລາຍການປະຕິບັດງານຂອງລະບົບຄອມພິວເຕີ; 2.ການສົ່ງຂໍ້ມູນລະບົບຄອມພິວເຕີຫຼືຈົດໝາຍທາງເອເລັກໂຕຼນິກໂດຍມີການປົກປິດທີ່ຢູ່ຫຼືແຫຼ່ງທີ່ມາຂອງຜູ້ສົ່ງເພື່ອລົບກວນແລະ/ຫຼືທໍາລາຍການປະຕິບັດງານຂອງລະບົບຄອມພິວເຕີ.

ມາດຕາ16ການປອມແປງຂໍ້ມູນຄອມພິວເຕີ ການປອມແປງຂໍ້ມູນຄອມພິວເຕີແມ່ນການໃຊ້ຄອມພິວເຕີຫຼືລະບົບຄອມພິວເຕີແລະອຸປະກອນເອເລັກໂຕຼນິກເພື່ອປ່ຽນແປງຂໍ້ມູນຄັອມພິວເຕີດ້ວຍການກະທໍາດັ່ງນີ້: 1.ການປ້ອນຂໍ້ມູນ,ການປ່ຽນແປງຂໍ້ມູນ,ການປອມທີ່ຢູ່ທາງເອເລັກໂຕຼນິກຫຼືການລຶບຂໍ້ມູນໃນລະບົບຄັອມພິວເຕີທີ່ສົ່ງຜົນໃຫ້ຂໍ້ມູນທາງລະບົບຄັອມພິວເຕີ້ໃດໜຶ່ງປ່ຽນແປງຈາກຂໍ້ມູນເດີມໂດຍເຈດຕະນາ; 2.ການປ້ອນແລະການປ່ຽນແປງຂໍ້ມູນທຸລະກໍາທາງການເງິນ,ທາງການຄ້າ,ຄວາມລັບແລະຂໍ້ມູນອື່ນຂອງບຸກຄົນ,ນິຕິບຸກຄົນ,ການຈັດຕັ້ງໂດຍບໍ່ໄດ້ຮັບອະນຸຍາດ; 3.ການສ້າງເວບໄຊປຶມເພື່ອຫຼອກລວງ,ການຫຼອກລວງໃຫ້ຜູ້ນໍາໃຊ້ລະບົບຄອມພິວເຕີ້ຫຼືອິນເຕີເນັດປ້ອນຂໍ້ມູນບັນຊີເງິນຝາກ,ລະຫັດບັດເຄຼດິດ,ລະຫັດນໍາໃຊ້ອິນເຕີເນັດແລະຂໍ້ມູນອື່ນ.

ມາດຕາ17ການທໍາລາຍຂໍ້ມູນຄອມພິວເຕີ ການທໍາລາຍຂໍ້ມູນຄອມພິວເຕີແມ່ນການລຶບ,ການດັດແກ້ແລະ/ຫຼືການປ່ຽນແປງຂໍ້ມູນຄອມພິວເຕີຫຼືຂໍ້ມູນໃນລະບົບຄອມພິວເຕີເພື່ອເຮັດໃຫ້ຂໍ້ມູນຫຼືລະບົບຄອມພິວເຕີນັ້ນເສຍຫາຍແລະຜິດແປກຈາກຂໍ້ມູນເດີມ.

ມາດຕາ18ການດໍາເນີນກິດຈະການກ່ຽວກັບເຄື່ອງມືອາຊະຍາກໍາທາງລະບົບຄອມພິວເຕີ ການດໍາເນີນກິດຈະການກ່ຽວກັບເຄື່ອງມືອາຊະຍາກໍາທາງລະບົບຄອມພິວເຕີແມ່ນການສ້າງໂປຼແກຼມໃໝ່ສະເພາະ,ການຜະລິດ,ການນໍາເຂົ້າ,ການມີໄວ້ໃນຄອບຄອງ,ການຊື້ຂາຍ,ການຈໍາໜ່າຍ,ການໂຄສະນາເຜີຍແຜ່ຫຼືການແນະນໍາເຄື່ອງມືດັ່ງກ່າວເປັນຕົ້ນໂປຼແກຼມຄອມພິວເຕີຫຼືການອອກແບບຂໍ້ມູນຄອມພິວເຕີເພື່ອກໍ່ອາຊະຍາກໍາທາງລະບົບຄອມພິວເຕີ.

ພາກທີ3ການເຄື່ອນໄຫວຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ

ໝວດທີ1ວຽກງານຕ້ານອາຊະຍາກໍາທາງລະບົບຄອມພິວເຕີ

ມາດຕາ19ວຽກງານຕ້ານອາຊະຍາກໍາທາງລະບົບຄອມພິວເຕີ ວຽກງານຕ້ານອາຊະຍາກໍາທາງລະບົບຄອມພິວເຕີມີດັ່ງນີ້: 1.ການແຈ້ງເຕືອນ; 2.ການໃຫ້ຄໍາປຶກສາ; 3.ການແຈ້ງເຫດສຸກເສີນ; 4.ການດໍາເນີນການແກ້ໄຂ.

ມາດຕາ20ການແຈ້ງເຕືອນ ກະຊວງໄປຊະນີ,ໂທລະຄົມມະນາຄົມແລະການສື່ສານເປັນຜູ້ແຈ້ງໄປອັນຕະລາຍທີ່ເກີດຂຶ້ນໃນລະບົບຄອມພິວເຕີແລະອິນເຕີເນັດເປັນຕົ້ນການແຈ້ງເຕືອນເວບໄຊປອມ,ໂປຼແກຼມປະສົງຮ້າຍ,ການແຈ້ງຊ່ອງໂຫວ່ຂອງລະບົບຄອມພິວເຕີ້,ການຕົວະຍົວະທາງຈົດໝາຍເອເລັກໂຕຼນິກແລະອື່ນໆ. ຜູ້ໃຫ້ບໍລິການລະບົບຄອມພິວເຕີຕ້ອງແຈ້ງເຕືອນແລະກໍານົດເງື່ອນໄຂໃນການເຂົ້າຫາລະບົບຄອມພິວເຕີເພື່ອຈໍາກັດຫຼືບໍ່ອະນຸຍາດໃຫ້ຜູ້ໃຊ້ບໍລິການບາງປະເພດເຂົ້າຫາລະບົບຄອມພິວເຕີ.

ມາດຕາ21ການໃຫ້ຄໍາປຶກສາ ຂະແໜງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານເປັນຜູ້ໃຫ້ຄໍາປຶກສາແລະແນະນໍາວິທີການປ້ອງກັນແລະການແກ້ໄຂທາງດ້ານເຕັກນິກແກ່ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງເພື່ອຫຼຸດຜ່ອນການສູນເສຍຂໍ້ມູນ,ການລົບກວນຂໍ້ມູນ,ບໍ່ໃຫ້ມີການຢຸດຕິການທໍາງານຂອງລະບົບຄອມພິວເຕີ,ສະກັດກັ້ນການກະຈາຍໄວຣັດຄອມພິວເຕີແລະການເຂົ້າທໍາລາຍຂໍ້ມູນໃນລະບົບຄອມພິວເຕີ້.

ມາດຕາ22ການແຈ້ງເຫດສຸກເສີນ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ດໍາລົງຊີວິດ,ເຄື່ອນໄຫວແລະນໍາໃຊ້ລະບົບຄອມພິວເຕີແລະ/ຫຼືຂໍ້ມູນຄອມພິວເຕີຢູ່ສປປລາວຕ້ອງແຈ້ງເຫດສຸກເສີນກ່ຽວກັບອາຊະຍາກໍາທີ່ເກີດຂຶ້ນແກ່ລະບົບຄອມພິວເຕີຂອງຕົນຕໍ່ຂະແໜງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານຕາມທີ່ໄດ້ກໍານົດໄວ້ໃນມາດຕາ50ແລະ51ຂອງກົດໝາຍສະບັບນີ້. ສໍາລັບເຫດທົ່ວໄປໃຫ້ແຈ້ງຕໍ່ຂະແໜງການອື່ນທີ່ກ່ຽວຂ້ອງ. ການແຈ້ງເຫດສຸກເສີນສາມາດດໍາເນີນດ້ວຍວິທີການດັ່ງນີ້: 1.ຄໍາຮ້ອງຕາມແບບພິມ; 2.ໂທລະສັບ,ແຟັກ,ສາຍດ່ວນ; 3.ຈົດໝາຍເອເລັກໂຕຼນິກ; 4.ວິທີການອື່ນ.

ມາດຕາ23ການດໍາເນີນການແກ້ໄຂ ພາຍຫຼັງໄດ້ຮັບແຈ້ງເຫດສຸກເສີນທາງລະບົບຄອມພິວເຕີແລ້ວກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານຕ້ອງຄົ້ນຄວ້າພິຈາລະນາແລະແຈ້ງຕອບພ້ອມທັງແນະນໍາວິທີການແກ້ໄຂພາຍໃນກໍານົດເວລາຫ້າວັນລັດຖະການ. ໃນກໍລະນີຈໍາເປັນແລະຮີບດ່ວນກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານຕ້ອງດໍາເນີນການແກ້ໄຂທາງເຕັກນິວິຊາການຕາມການແຈ້ງເຫດຂອງຜູ້ກ່ຽວຂ້ອງຢ່າງທັນການ. ໃນກໍລະນີໄດ້ຮັບການແຈ້ງເຫດກ່ຽວກັບພຶດຕິກໍາທີ່ໄດ້ກໍານົດໄວ້ໃນມາດຕາ11ແລະ13ຂອງກົດໝາຍສະບັບນີ້ຊຶ່ງແຕະຕ້ອງເຖິງຄວາມໝັ້ນຄົງຂອງຊາດຫຼືກຽດສັກສີຂອງບຸກຄົນໃດໜຶ່ງນັ້ນຂະແໜງການທີ່ກ່ຽວຂ້ອງທັງສູນກາງແລະທ້ອງຖິ່ນຕ້ອງຄົ້ນຄວ້າພິຈາລະນາຕອບໂຕ້ຕາມແຕ່ລະກໍລະນີ.

ໝວດທີ2ວຽກງານສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ ວຽກງານສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີມີດັ່ງນີ້: 1.ການຈັດຕັ້ງໂຄສະນາເຜີຍແຜ່; 2.ການຝຶກອົບຮົມ; 3.ການໃຫ້ຊຄວາມຮູ້ກ່ຽວກັບຄວາມປອດໄພທາງລະບົບຄອມພິວເຕີ; 4.ການສ້າງກິຈະກໍາປ້ອງກັນຂໍ້ມູນ; 5.ການເຝົ້າລະວັງເຫດສຸກເສີນ; 6.ການເກັບກໍາສະຖິຕິ.

ມາດຕາ25ການຈັດຕັ້ງໂຄສະນາເຜີຍແຜ່ ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານເປັນຜູ້ສ້າງປຶ້ມຄູ່ມື,ສະຕິກເກີ້,ແຜ່ນໂຄສະນາ,ສື່ສິ່ງພິມແລະວີດີໂອກ່ຽວກັບການເຝົ້າລະວັງ,ປ້ອງກັນໄພທາງລະບົບຄອມພິວເຕີ,ປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໂຄສະນາເຜີຍແຜ່ໃນຂອບເຂດທົ່ວປະເທດ.

ມາດຕາ26ການຝຶກອົບຮົມ ຂະແໜງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຈັດຝຶກອົບຮົມໃຫ້ແກ່ພະນັກງານ,ເຈົ້າໜ້າທີ່ທີ່ກ່ຽວຂ້ອງກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີລວມທັງວຽກງານສືບສວນສອບສວນ.

ມາດຕາ27ການໃຫ້ຄວາມຮູ້ກ່ຽວກັບຄວາມປອດໄພທາງລະບົບຄອມພິວເຕີ ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກໍານົດມາດຕະການສະເພາະໃນການຮັກສາຄວາມປອດໄພທາງລະບົບຄອມພິວເຕີແລະໃຫ້ຄວາມຮູ້ກ່ຽວກັບມາດຕະການດັ່ງກ່າວແກ່ສັງຄົມ. ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານເປັນເຈົ້າການປະສານສົມທົບກັບກະຊວງສຶກສາທິການແລະກິລານໍາເອົາວິຊາຮຽນດ້ານຄວາມປອດໄພທາງລະບົບຄອມພິວເຕີບັນຈະເຂົ້າໃນຫຼັກສູດການຮຽນ,ການສອນແຕ່ຊັ້ນມັດທະຍົມສຶກສາຕອນຕົ້ນຂຶ້ນໄປ.

ມາດຕາ28ການສ້າງກິດຈະກໍາປ້ອງກັນຂໍ້ມູນ ເພື່ອຮັບປະກັນຄວາມປອດໄພທາງລະບົບຄອມພິວເຕີ້ແລະການປ້ອງກັນຂໍ້ມູນຄອມພິວເຕີ້ຂະແໜງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານ,ຂະແໜງການປ້ອງກັນຄວາມສະຫງົບ,ຜູ້ໃຫ້ບໍລິການແລະຜູ້ຮັກສາຂໍ້ມູນຕ້ອງສ້າງກິດຈະກໍາໃຫ້ຄວາມຮຸ້ດ້ານຄວາມປອດໄພ,ການນໍາໃຊ້ລະບົບຄອມພິວເຕີເພື່ອໃຫ້ຮູ້ເຕັກນິກແລະວິທີປ້ອງກັນຂໍ້ມູນຢູ່ຕາມອົງການຈັດຕັ້ງຂອງລັດ,ເອກະຊົນແລະສະຖານການສຶກສາ.

ມາດຕາ29ການເຝົ້າລະວັງເຫດສຸກເສີນ ຂະແໜງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານເປັນຜູ້ເຝົ້າລະວັງເຫດສຸກເສີນດ້ວຍການຕິດຕາມ,ກວດກາ,ແນະນໍາ,ແຈ້ງເຕືອນ,ປ້ອງກັນແລະຕອບໂຕ້ໄພອັນຕະລາຍທີ່ເກີດຂຶ້ນທາງລະບົບຄອມພິວເຕີ.

ມາດຕາ30ການເກັບກໍາສະຖິຕິ ຂະແໜງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານແລະຂະແໜງການປ້ອງກັນຄວາມສະຫງົບຕ້ອງເກັບກໍາສະຖິຕິແລະສ້າງຖານຂໍ້ມູນກ່ຽວກັບອາຊະຍາກໍາທາງລະບົບຄອມພິວເຕີພ້ອມທັງສຶກສາຄົ້ນຄວ້າເປັນແຕ່ລະໄລຍະເພື່ອຊອກຮູ້ເງື່ອນໄຂແລະສາເຫດທີ່ພາໃຫ້ເກີດອາຊະຍາກໍາທາງລະບົບຄອມພິວເຕີ.

ໝວດທີ3ສູນສະກັດກັ້ນແລະແກ້ໄຂເຫດສຸກເສີນທາງຄອມພິວເຕີ

ມາດຕາ31ສູນສະກັດກັ້ນແລະແກ້ໄຂເຫດສຸກເສີນທາງຄອມພິວເຕີ ເພື່ອເຮັດໃຫ້ການຄຸ້ມຄອງ,ຕິດຕາມ,ກວດກາ,ຕ້ານ,ສະກັດກັ້ນ,ຈໍາກັດແລະກໍາຈັດອາຊະຍາກໍາ,ປົກປ້ອງລະບົບຖານຂໍ້ມູນ,ລະບົບເຊີວີ,ຂໍ້ມູນຄອມພິວເຕີແລະສາມາດເຊື່ອມໂຍງກັບພາກພື້ນແລະສາກົນລັດສ້າງຕັ້ສູນສະກັດກັ້ນແລະແກ້ໄຂເຫດສຸກເສີນທາງຄອມພິວເຕີໂດຍຂຽນຫຍໍ້ວ່າ"ສກຄ". ສູນສະກັດກັ້ນແລະແກ້ໄຂເຫດສຸກເສີນທາງຄອມພິວເຕີແມ່ນການຈັດຕັ້ງໜຶ່ງມີຖານະທຽບເທົ່າກົມຊຶ່ງນອນຢູ່ໃນໂຄງປະກອບການຈັດຕັ້ງຂອງກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ,ມີພາລະບົດບາເປັນເສນາທິການໃຫ້ກະຊວງດັ່ງກ່າວໃນການສະກັດກັ້ນແລະແກ້ໄຂເຫດສຸກເສີນທາງຄອມພິວເຕີ. ການຈັດຕັ້ງແລະການເຄື່ອນໄຫວຂອງສູນສະກັດກັ້ນແລະແກ້ໄຂເຫດສຸກເສີນທາງຄອມພິວເຕີໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ32ສິດແລະໜ້າທີ່ຂອງສູນສະກັດກັ້ນແລະແກ້ໄຂເຫດສຸກເສີນທາງຄອມພິວເຕີ ສູນສະກັດກັ້ນແລະແກ້ໄຂເຫດສຸກເສີນທາງຄອມພິວເຕີມີສິດແລະນ້າທີ່ດັ່ງນີ້: 1.ຄົ້ນຄວ້າຜົນຂະຫຍາຍແຜນຍຸດທະສາດ,ນະໂຍບາຍເປັນແຜນການ,ແຜນງານແລະໂຄງການຂອງຕົນແລ້ວນໍາມາຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ; 2.ຄົ້ນຄວ້າສ້າງລະບຽບການກ່ຽວກັບການຄຸ້ມຄອງວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີແລ້ວສະເໜີກະຊວງໄອນະນີ,ໂທລະຄົມມະນາຄົມແລະການສື່ສານພິຈາລະນາ; 3.ໂຄສະນາ,ເຜີຍແຜ່ກົດໝາຍແລະລະບຽບການກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ; 4.ສ້າງ,ຝຶກອົບຮົມ,ຍົກລະດັບແລະພັດທະນາບຸກຄະລາກອນກ່ຽວກັບຄວາມປອດໄພທາງລະບົບຄອມພິວເຕີ; 5.ເຝົ້າລະວັງ,ຕິດຕາມ,ກວດກາ,ແນະນໍາ,ແຈ້ງເຕືອນແລະຕອບໂຕ້ເຫດສຸກເສີນທາງລະບົບຄອມພິວເຕີຕາມການມອບໝາຍ; 6.ຮັບແຈ້ງຄວາມ,ແຈ້ງເຫດ,ລາຍງານການກະທໍາຜິດທາງລະບົບຄອມພິວເຕີຕໍ່ຂະແໜງການທີ່ກ່ຽວຂ້ອງ; 7.ປະສານສົມທົບແລະໃສ່ການຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງໃນການດໍາເນີນຄະດີທາງລະບົບຄອມພິວເຕີ; 8.ແຈ້ງໃຫ້ຜູ້ໃຫ້ບໍລິການແລະຜູ້ຮັກສາຂໍ້ມູນອໍານວຍຄວາມສະດວກແລະສະໜອງຂໍ້ມູນກ່ຽວກັບການກະທໍາຜິດທາງລະບົບຄອມພິວເຕີ; 9.ພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີຕາມການມອບໝາຍ; 10.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານຢ່າງເປັນປົກກະຕິ; 11.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ພາກທີ4ການຮ່ວມມືສາກົນໃນການຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ

ມາດຕາ33ຫຼັກການພື້ນຖານໃນການຮ່ວມມືສາກົນ ການຮ່ວມມືສາກົນໃນການຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີລິຫວ່າງອົງການທີ່ມີສິດອໍານາດຂອງສປປລາວແລະຕ່າງປະເທດໃຫ້ປະຕິບັດຕາມຫຼັກການເຄົາລົບເອກະລາດ,ອໍານາດອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງກັນ,ບໍ່ແຊກແຊງວຽກງານພາຍໃນຂອງກັນແລະກັນ,ສະເໝີພາບ,ຕ່າງຝ່າຍຕ່າງມີຜົນປະໂຫຍດແລະສອດຄ່ອງກັບສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ມາດຕາ34ການຮ່ວມມືທາງດ້ານເຕັກນິກວິຊາການ ການຮ່ວມມືສາກົນທາງດ້ານເຕັກນິກວິຊາການໃນການສະກັດກັ້ນແລະແກ້ໄຂເຫດສຸກເສີນທາງລະບົບຄອມພິວເຕີມີເນື້ອໃນຕົ້ນຕໍດັ່ງນີ້: 1.ການແລກປ່ຽນຂໍ້ມູນຂ່າວສານທາງດ້ານເຕັກນິກວິຊາການລວມທັງການຄົ້ນຄວ້າມາດຕະການກ່ຽວກັບການຕ້ານແລະສະກັດກັ້ນເຫດການສຸກເສີນທາງລະບົບຄອມພິວເຕີ; 2.ການລະງັບຫຼືແຈ້ງໃຫ້ຢຸດເຊົາການທໍາລາຍທາງລະບົບຄອມພິວເຕີ; 3.ກາປະສານກັບຜູ້ໃຫ້ບໍລິການຢູ່ຕ່າງປະເທດກ່ຽວກັບການນໍາໃຊ້ສື່ສັງຄົມອອນລາຍທີ່ມີເນື້ອໃນຕາມທີ່ໄດ້ກໍານົດໄວ້ໃນມາດຕາ13ຂອງກົດໝາຍສະບັບນີ້; 4.ການໃຫ້ການຊ່ວຍເຫຼືອຊຶ່ງກັນແລະກັນໃນການເຝົ້າລະວັງ,ສະກັດກັ້ນແລະແກ້ໄຂເຫດສຸກເສີນທາງລະບົບຄອມພິວເຕີໃນງານສໍາຄັນເປັນຕົ້ນກອງປະຊຸມລະດັບຊາດ,ພາກພື້ນແລະສາກົນລວມທັງງານມະຫາກໍາຕ່າງໆ.

ມາດຕາ35ການຊ່ວຍເຫຼືອຊຶ່ງກັນແລະກັນທາງກົດໝາຍ ການຊ່ວຍເຫຼືອເຊິ່ງກັນແລະການທາງກົດໝາຍດໍາເນີນດ້ວຍການຮ້ອງຂໍໃຫ້ທໍາການສືບສວນສອບສວນ,ນໍາໃຊ້ມາດຕະການສະກັດກັ້ນ,ອອກຄໍາສັ່ງໃຫ້ເກັບຮັກສາແລະປ້ອງກັນຂໍ້ມູນທາງລະບົບຄອມພິວເຕີລວມລວມທັງຂໍ້ມູນຈະລາຈອນທາງລະບົບຄອມພິວເຕີ,ການຊອກຄົ້ນ,ການບົ່ງຕົວແລະຊີ້ຕົວຜູ້ກະທໍາຜິດ,ການຍຶດຫຼືການອາຍັດອຸປະອນຫຼືເຄື່ອງມືທີ່ໃຊ້ແລະພົວພັນກັບການກະທໍາຜິດ,ການຂໍຫຼັກຖານເພີ່ມເຕີມກ່ຽວກັບການກະທໍາຜິດແລະການສົ່ງຜູ້ຮ້າຍຂ້າມແດນ. ສໍາລັບກົນໄກແລະຂັ້ນຕອນຂອງການຊ່ວຍເຫຼືອເຊິ່ງກັນແລະກັນທາງກົດໝາຍນັ້ນໃຫ້ປະຕິບັດຕາມກົດໝາຍແລະລະບຽບການທີ່ກ່ຽວຂ້ອງຂອງສປປລາວ,ສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ມາດຕາ36ເນື້ອໃນຂອງການຮ້ອງຂໍການຊ່ວຍເຫຼືອຊຶ່ງກັນແລະກັນທາງກົດໝາຍ ການຮ້ອງຂໍການຊ່ວຍເຫຼືອຊຶ່ງກັນແລະກັນທາງກົດໝາຍມີເນື້ອໃນຕົ້ນຕໍດັ່ງນີ້: 1.ຈຸດປະສົງ,ຄວາມຈໍາເປັນແລະສະພາບຄວາມເປັນຈິງຂອງການຮ້ອງຂໍ; 2.ຂໍ້ມູນທີ່ສໍາຄັນສໍາລັບການຢັ້ງຢືນ,ການຕິດຕາມແລະການບົ່ງຕົວຜູ້ກະທໍາຜິດທາງລະບົບຄອມພິວເຕີ; 3.ການສະຫຼຸບຫຍໍ້ກ່ຽວກັບຂໍ້ມູນທາງລະບົບຄອມພິວເຕີຫຼືຂໍ້ມູນຈະລາຈອນທາງລະບົບຄອມພິວເຕີທີ່ຕ້ອງການເກັບຮັກສາຫຼືປ້ອງກັນສະເພາະ; 4.ບ່ອນອີງທາງດ້ານນິຕິກໍາກ່ຽວກັບການກະທໍາຂອງຜູ້ຖືກຫາ; 5.ອົງການຫຼືເຈົ້າໜ້າທີ່ທີ່ກ່ຽວຂ້ອງສາມາດຂໍຂໍ້ມູນເພີ່ມເຕີມຈາກປະເທດທີ່ຮ້ອງຂໍການຊ່ວຍເຫຼືອທາງກົດໝາຍ.

ມາດຕາ37ການຮັກສາຄວາມລັບ ອົງການທີ່ມີສິດກ່ຽວຂ້ອງຂອງສປປລາວຕ້ອງຮັກສາຄວາມລັບຂອງປະເທດທີ່ຮ້ອງຂໍການຊ່ວຍເຫຼືທາງກົດໝາຍ.

ມາດຕາ38ການປະຕິບັດການຮ້ອງຂໍ ອົງການທີ່ມີສິດກ່ຽວຂ້ອງຂອງສປປລາວອາດປະຕິເສດການຮ້ອງຂໍໃນການຊ່ວຍເຫຼືອຊຶ່ງກັນແລະກັນທາງກົດໝາຍຖ້າການຮ້ອງຂໍນັ້ນຫາກຂັດກັບຫຼັກການພື້ນຖານໃນການຮ່ວມມືສາກົນຕາມທີ່ໄດ້ກໍານົດໄວ້ໃນມາດຕາ33ຂອງກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງຂອງສປປລາວ.

ພາກທີ5ຂໍ້ຫ້າມ

ມາດຕາ39ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີພຶດຕິກໍາດັ່ງນີ້: 1.ມີພຶດຕິກໍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ8ຂອງກົດໝາຍສະບັບນີ້; 2.ໂຄສະນາທໍາລາຍລະບອບການເມືອງເພື່ອສ້າງຄວາມປັ່ນປ່ວນໃນສັງຄົມ; 3.ທໍາລາຍຫຼືສ້າງຄວາມເສຍຫາຍໃຫ້ແກ່ອຸປະກອນເອເລັກໂຕຼນິກ,ຄອມພິວເຕີແລະສິ່ງອໍານວຍຄວາມສະດວກຕ່າງໆໃນການແລກປ່ຽນຂໍ້ມູນຂ່າວສານຜ່ານລະບົບຄອມພິວເຕີ; 4.ສົມຮູ້ຮ່ວມຄິດກັບບຸກຄົນໃດໜຶ່ງເພື່ອເຜີຍແຜ່ສິ່ງລາມົກໂດຍຜ່ານສື່ສັງຄົມອອນລາຍ; 5.ທວງເອົາ,ຂໍເອົາ,ໃຫ້ແລະຮັບສິນບົນ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ40ຂໍ້ຫ້າມສໍາລັບຜູ້ໃຫ້ບໍລິການ ຫ້າມຜູ້ໃຫ້ບໍລິການມີພຶດຕິກໍາດັ່ງນີ້: 1.ລຶບຂໍ້ມູນທີ່ຈະລາຈອນທາງລະບົບຄອມພິວເຕີກ່ອນເກົ້າສິບວັນໃນກໍລະນີເຊື່ອມຕໍ່ແລະກ່ອນສາມຮ້ອຍຫົກສິບຫ້າວັນໃນກໍລະນີບໍ່ເຊື່ອມຕໍ່; 2.ລຶບຂໍ້ມູນຜູ້ຊົມໃຊ້ລະບົບຄອມພິວເຕີທີ່ສ້າງຄວາມເສຍຫາຍກ່ອນເກົ້າສິບວັນ; 3.ສະໜອງຂໍ້ມູນທີ່ບໍ່ຖືກຕ້ອງໃຫ້ເຈົ້າໜ້າທີ່ແລະພະນັກງານທີ່ກ່ຽວຂ້ອງ; 4.ເປີດເຜີຍຂໍ້ມູນຂອງຜູ້ໃຊ້ບໍລິການໂດຍບໍ່ໄດ້ຮັບອະນຸຍາດ; 5.ສ້າງເງື່ອນໄຂຫຼືອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວກໍ່ອາຊະຍາກໍາທາງລະບົບຄອມພິວເຕີ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ41ຂໍ້ຫ້າມສໍາລັບເຈົ້າໜ້າທີ່ແລະພະນັກງານທີ່ກ່ຽວຂ້ອງ ຫ້າມເຈົ້າໜ້າທີ່ແລະພະນັກງານທີ່ກ່ຽວຂ້ອງມີພຶດຕິກໍາດັ່ງນີ້: 1.ເປີດເຜີຍຄວາມລັບຂອງລັດ,ທາງລັດຖະການ,ຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຜ່ານທາງລະບົບຄອມພິວເຕີ; 2.ເປີດເຜີຍລະຫັດເຂົ້າເຖິງລະບົບຄອມພິວເຕີແລະມາດຕະການປ້ອງກັນສະເພາະຂອງຂະແໜງການຕົນ; 3.ສົ່ງມອບຂໍ້ມູນຄອມພິວເຕີ,ຂໍ້ມູນຈະລາຈອນທາງລະບົບຄອມພິວເຕີຫຼືຂໍ້ມູນຂອງຜູ້ໃຊ້ບໍລິການໃຫ້ແກ່ບຸກຄົນອື່ນຍົກເວັ້ນການສົ່ງມອບເພື່ອປະໂຫຍດໃນການດໍາເນີນຄະດີເຊັ່ນການປະຕິບັດຄໍາສັ່ງຫຼືກໍລະນີໄດ້ຮັບອະນຸຍາດຈາກອົງການດໍາເນີນຄະດີ; 4.ກົດໜ່ວງ,ຖ່ວງດຶງແລະປອມແປງເອກະສານກ່ຽວກັບຂໍ້ມູນທີ່ເປັນການກະທໍາຜິດທາງລະບົບຄອມພິວເຕີ; 5.ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຜົນປະໂຫຍດສ່ວນຕົວ,ຄອບຄົວແລະພັກພວກ; 6.ປະລະໜ້າທີ່ຄວາມຮັບຜິດຊອບທີ່ການຈັດຕັ້ງມອບໝາຍໃຫ້; 7.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ພາກທີ6ການສືບສວນສອບສວນຄະດີທາງລະບົບຄອມພິວເຕີ

ມາດຕາ42ສາເຫດທີ່ພາໃຫ້ເປີດການສືບສວນສອບສວນ ສາເຫດທີ່ພາໃຫ້ເປີດການສືບສວນສອບສວນຄະດີທາງລະບົບຄອມພິວເຕີມມີດັ່ງນີ້: 1.ມີການແຈ້ງຄວາມ,ການລາຍງານ,ການຮ້ອງຟ້ອງຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງກ່ຽວກັບພຶດຕິກໍາທີ່ເປັນອາຊະຍາກໍາທາງລະບົບຄອມພິວເຕີ; 2.ມີການເຂົ້າມອບຕົວຂອງຜູ້ກະທໍາຜິດ; 3.ພົບເຫັນຮ່ອງຮອຍ,ຂໍ້ມູນ,ຫຼັກຖານຂອງພຶດຕິກໍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ8ຂອງກົດໝາຍສະບັບນີ້.

ມາດຕາ43ຂັ້ນຕອນການສືບສວນສອບສວນຄະດີທາງລະບົບຄອມພິວເຕີ ໃນການສືບສວນສອບສວນຄະດີທາງລະບົບຄອມພິວເຕີໃຫ້ປະຕິບັດດັ່ງນີ້: 1.ການແຈ້ງຄວາມ,ການລາຍງານຫຼືການຮ້ອງຟ້ອງ; 2.ການເປີດການສືບສວນສອບສວນ; 3.ການດໍາເນີນການສືບສວນສອບສວນ; 4.ການສະຫຼຸບການສືບສວນສອບສວນແລະການປະກອບສໍານວນຄະດີ.

ມາດຕາ44ການແຈ້ງຄວາມ,ການລາຍງານຫຼືການຮ້ອງຟ້ອງ ການແຈ້ງຄວາມ,ການລາຍງານຫຼືການຮ້ອງຟ້ອງກ່ຽວກັບການກະທໍາຜິດທາງລະບົບຄອມພິວເຕີ້ໃຫ້ແຈ້ງຫຼືຍື່ນຕໍ່ອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕໍາຫຼວດຫຼືອົງການໄອຍະການປະຊາຊົນ. ອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕໍາຫຼວດຫຼືອົງການໄອຍະການປະຊາຊົນຕ້ອງພິຈາລະນາການແຈ້ງຄວາມ,ການລາຍງານຫຼືການຮ້ອງຟ້ອງບໍ່ໃຫ້ເກີນຫ້າວັນລັດຖະການນັບແຕ່ວັນໄດ້ຮັບການແຈ້ງຄວາມ,ການລາຍງານຫຼືການຮ້ອງຟ້ອງເປັນຕົ້ນໄປ.ໃນກໍລະນີມີຄວາມຫຸຍ້ງຍາກສັບສົນການພິຈາລະນາດັ່ງກ່າວແມ່ນບໍ່ໃຫ້ເກີດສິບວັນລັດຖະການ.

ມາດຕາ45ການເປີດການສືບສວນສອບສວນ ໃນກໍລະນີທີ່ມີຂໍ້ມູນໜັກແໜ້ນກ່ຽວກັບການກະທໍາຜິດທາງລະບົບຄອມພິວເຕີຫົວໜ້າອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕໍາຫຼວດຫຼືຫົວໜ້າອົງການໄອຍະການປະຊາຊົນຕ້ອງອອກຄໍາສັ່ງເປີດການສືບສວນສອບສວນໃນຂອບເຂດສິດແລະໜ້າທີ່ຂອງຕົນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. ໃນກໍລະນີຈໍາເປັນ,ຮີບດ່ວນແລະມີຂໍ້ມູນທີ່ຢັ້ງຢືນໄດ້ວ່າກໍາລັງມີການກະກຽມຫຼືກໍ່ອາຊະຍາກໍາທາງລະບົບຄອມພິວເຕີຫົວໜ້າອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕໍາຫຼວດຫຼືຫົວໜ້າອົງການໄອຍະການປະຊາຊົນຕ້ອງອອກຄໍາສັ່ງໃຫ້ເກັບຮັກສາແລະປ້ອງກັນຂໍ້ມູນທາງຄັອມພິວເຕີ້ຫຼືຂໍ້ມູນຈະລາຈອນທາງລະບົບຄອມພິວເຕີ. ຜູ້ໃຫ້ບໍລິການຫຼືພາກສ່ວນທີ່ຄຸ້ມຄອງຂໍ້ມູນມີພັນທະເກັບຮັກສາແລະປົກປ້ອງຂໍ້ມູນດັ່ງກ່າວໄວ້ເປັນຢ່າງດີຈົນກວ່າຈະສິ້ນສຸດການດໍາເນີນຄະດີເພື່ອຮັບປະກັນບໍ່ໃຫ້ຂໍ້ມູນມີການປ່ຽນແປງຫຼືເສຍຫາຍ.

ມາດຕາ46ການດໍາເນີນການສືບສວນສອບສວນ ອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕໍາຫຼວດຫຼືອົງການໄອຍະການປະຊາຊົນຕ້ອງປະສານສົມທົບກັບຂະແໜງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານແລະພາກສ່ວນທີ່ກ່ຽວຂ້ອງເພື່ອດໍາເນີນການຄົ້ນຫາຂໍ້ມູນຫຼັກຖານແລະທີ່ມາຂອງອາຊະຍາກໍາທາງລະບົບຄອມພິວເຕີເພື່ອເປັນບ່ອນອີງໃຫ້ແກ່ການສືບສວນສອບສວນ. ການດໍາເນີນການສືບສວນສອບສວນຄະດີທາງລະບົບຄອມພິວເຕີຕ້ອງນໍາໃຊ້ວິທີການສືບສວນສອບສວນ,ມາດຕະການສະກັດກັ້ນແລະກໍານົດເວລາໃນການສືບສວນສອບສວນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.

ມາດຕາ47ການສະຫຼຸບການສືບສວນສອບສວນແລະການປະກອບສໍານວນຄະດີ ພາຍຫຼັງສິ້ນສຸດການສືບສວນສອບສວນຂອງເຈົ້າໜ້າທີ່ຕໍາຫຼວດຖ້າມີຂໍ້ມູນຫຼັກຖານທີ່ໜັກແໜ້ນວ່າການລະເມີດນັ້ນເປັນການກະທໍາຜິດທາງລະບົບຄອມພິວເຕີອົງການສືບສວນສອບສວນຕ້ອງສະຫຼຸບແລະປະກອບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນພິຈາລະນາສັ່ງຟ້ອງຂຶ້ນສານ. ໃນກໍລະນີອົງການໄອຍະການປະຊາຊົນຫາກເປັນຜູ້ດໍາເນີນການສືບສວນສອບສວນກໍ່ຕ້ອງສະຫຼຸບ,ປະກອບສໍານວນຄະດີ,ອອກຄໍາສັ່ງຟ້ອງແລະຄໍາຖະແຫຼງຂຶ້ນສານເພື່ອພິຈາລະນາຕັດສິນຄະດີຕາມກົດໝາຍ.

ພາກທີ7ການຄຸ້ມຄອງແລະການກວດກາ

ໝວດທີ1ການຄຸ້ມຄອງ

ມາດຕາ48ອົງການຄຸ້ມຄອງ ລັດຖະບານເປັນຜູ້ຄຸ້ມຄອງວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານເປັນຜູ້ຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບກະຊວງປ້ອງກັນປະເທດ,ກະຊວງປ້ອງກັນຄວາມສະຫງົບ,ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ,ກະຊວງວິທະຍາສາດແລະເຕັກໂນໂລຊີ,ກະຊວງອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີປະກອບດ້ວຍ: 1.ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ; 2.ພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານແຂວງ,ນະຄອນ; 3.ຫ້ອງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານເມືອງ,ເທດສະບານ.

ມາດຕາ49ສິດແລະໜ້າທີ່ຂອງກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ ໃນການຄຸ້ມຄອງວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີກະຊວງໄປສະນີ,ໂທດລະຄົມມະນາຄົມແລະການສື່ສານມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າ,ສ້າງແຜນຍຸດທະສາດ,ນະໂຍບາຍ,ກົດໝາຍກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີເພື່ອສະເໜີລັດຖະບານພິຈາລະນາ; 2.ໂຄສະນາ,ເຜີຍແຜ່ກົດໝາຍແລະລະບຽບການກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄັອມພິວເຕີ້ໃນຂອບເຂດທົ່ວປະເທດ; 3.ຊີ້ນໍາການສ້າງ,ຝຶກອົບຮົມ,ຍົກລະດັບແລະພັດທະນາບຸກຄະລາກອນກ່ຽວກັບຄວາມປອດໄພທາງລະບົບຄອມພິວເຕີ; 4.ຊີ້ນໍາການເຝົ້າລະວັງ,ຕິດຕາມ,ກວດກາ,ແນະນໍາ,ແຈ້ງເຕືອນແລະຕອບໂຕ້ເຫດສຸກເສີນທາງລະບົບຄອມພິວເຕີ; 5.ປະສານສົມທົບກັບກະຊວງ,ອົງການອື່ນທີ່ກ່ຽວຂ້ອງໃນການເຄື່ອນໄຫວຕ້ານແລະສະກັດກັ້ນອາຊະຍາກໍາທາາງລະບົບຄອມພິວເຕີ; 6.ພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ; 7.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ລັດຖະບານຢ່າງເປັນປົກກະຕິ; 8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ50ສິດແລະໜ້າທີ່ຂອງພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ນສານແຂວງ,ນະຄອນ ໃນການຄຸ້ມຄອງວຽກງານຕ້ານແລະສະກັດກັ້ນອາຊາຍາກໍາທາງລະບົບຄອມພິວເຕີພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານແຂວງ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ໂຄສະນາເຜີຍແຜ່ແຜນຍຸດທະສາດ,ນະໂຍບາຍ,ກົດໝາຍ,ລະບຽບການກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີແລ້ວຈັດຕັ້ງປະຕິບັດ; 2.ຂຶ້ນແຜນສ້າງ,ຝຶກອົບຮົມ,ຍົກລະດັບແລະພັດທະນາບຸກຄະລາກອນກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີແລ້ວສະເໜີຕໍ່ຂັ້ນເທິງ; 3.ຮັບແຈ້ງເຫດສຸກເສີນທາງລະບົບຄອມພິວເຕີແລ້ວລາຍງານຕໍ່ສູນສະກັດກັ້ນແລະແກ້ໄຂເຫດສຸກເສີນທາງຄອມພິວເຕີ; 4.ແຈ້ງຄວາມ,ລາຍງານການກະທໍາຜິດທາງລະບົບຄອມພິວເຕີຕໍ່ອົງການສືບສວນສອບສວນແລະອົງການໄອຍະການປະຊາຊົນແຂວງ,ນະຄອນ; 5.ປະສານສົມທົບແລະໃຫ້ການຮ່ວມມືກັບອົງການສືບສວນສອບສວນແລະອົງການໄອຍະການປະຊາຊົນແຂວງ,ນະຄອນໃນການດໍາເນີນຄະດີທາງລະບົບຄອມພິວເຕີ; 6.ແຈ້ງໃຫ້ຜູ້ໃຫ້ບໍລິການ,ຜູ້ຮັກສາຂໍ້ມູນອໍານວຍຄວາມສະດວກແລະສະໜອງຂໍ້ມູນກ່ຽວກັບການກະທໍາຜິດທາງລະບົບຄອມພິວເຕີ; 7.ປະສານສົມທົບກັບພະແນກການອື່ນທີ່ກ່ຽວຂ້ອງໃນການເຄື່ອນໄຫວຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ; 8.ປະສານງານ,ຮ່ວມມືກັບສູນສະກັດກັ້ນແລະແກ້ໄຂເຫດສຸກເສີນທາງຄອມພິວເຕີຂອງກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ; 9.ເກັບກໍາສະຖິຕິກ່ຽວກັບອາຊະຍາກໍາທາງລະບົບຄອມພິວເຕີ; 10.ປະສານງານ,ພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີຕາມການມອບໝາຍ; 11.ສະຫຼຸບແລະລາຍງານການເຄື່ອນໄຫວງານຂອງຕົນຕໍ່ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານແລະອົງການປົກຄອງແຂວງ,ນະຄອນຢ່າງເປັນປົກກະຕິ; 12.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ51ສິດແລະໜ້າທີ່ຂອງຫ້ອງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີຫ້ອງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານເມືອງ,ເທດສະບານມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ເຜີຍແຜ່ແຜນຍຸດທະສາດ,ນະໂຍບາຍ,ກົດໝາຍ,ລະບຽບການກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີແລ້ວຈັດຕັ້ງປະຕິບັດ; 2.ຂຶ້ນແຜນສ້າງ,ຝຶກອົບຮົມ,ຍົກລະດັບແລະພັດທະນາບຸກຄະລາກອນກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີແລ້ວສະເໜີຕໍ່ຂັ້ນເທິງຖັດຕົນ; 3.ຮັບແຈ້ງເຫດສຸກເສີນທາງລະບົບຄອມພິວເຕີແລ້ວລາຍງານຕໍ່ພະແນກໄປສະນີໂທລະຄົມມະນາຄົມແລະການສື່ສານແຂວງ,ນະຄອນເພື່ອນໍາສະເໜີຕໍ່ສູນສະກັດກັ້ນແລະແກ້ໄຂເຫດສຸກເສີນທາງຄອມພິວເຕີ; 4.ແຈ້ງຄວາມ,ລາຍງານການກະທໍາຜິດທາງລະບົບຄອມພິວເຕີຕໍ່ອົງການສືບສວນສອບສວນຫຼືອົງການໄອຍະການປະຊາຊົນເຂດ; 5.ປະສານສົມທົບແລະໃຫ້ການຮ່ວມມືກັບອົງການສືບສວນສອບສວນຫຼືອົງການໄອຍະການປະຊາຊົນເຂດໃນການດໍາເນີນຄະດີທາງລະບົບຄອມພິວເຕີ; 6.ປະສານສົມທົບກັບຫ້ອງການອື່ນທີ່ກ່ຽວຂ້ອງໃນການເຄື່ອນໄຫວຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ; 7.ກັບກໍາສະຖິຕິກ່ຽວກັບອາຊະຍາກໍາທາງລະບົບຄອມພິວເຕີ; 8.ສະຫຼຸບແລະລາຍງານການເຄື່ອນໄຫວວຽການຂອງຕົນຕໍ່ພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານແລະອົງການປົກຄອງເມືອງ,ເທດສະບານຢ່າງເປັນປົກກະຕິ; 9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ52ສິດແລະໜ້າທີ່ຂອງຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີຂະແໜງການອື່ນທີ່ກ່ຽວຂ້ອງເປັນຕົ້ນຂະແໜງການປ້ອງກັນປະເທດ,ປ້ອງກັນຄວາມສະຫງົບ,ຖະແຫຼງຂ່າວວັດທະນະທໍາແລະທ່ອງທ່ຽວ,ວິທະຍາສາດແລະເຕັກໂນໂລຊີແລະອົງການປົກຄອງທ້ອງຖິ່ນມີສິດແລະໜ້າທີ່ເຂົ້າຮ່ວມ,ໃຫ້ການຮ່ວມມືໃນການຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ,ລາຍງານແລະສະໜອງຂໍ້ມູນກ່ຽວກັບອາຊະຍາກໍາດັ່ງກ່າວຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

ໝວດທີ2ການກວດກາ

ມາດຕາ53ອົງການກວດກາ ອົງການກວດກາວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີປະກອບດ້ວຍ; 1.ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງກນຄຸ້ມຄອງວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີຕາມທີ່ໄດ້ກໍານົດໄວ້ໃນມາດຕາ48ຂອງກົດໝາຍສະບັບນີ້; 2.ອົງການກວດກາພາຍນອກຊຶ່ງມີສະພາແຫ່ງຊາດ,ອົງການກວດສອບແຫ່ງລັດ,ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນ.

ມາດຕາ54ເນື້ອໃນການກວດກາ ເນື້ອໃນການກວດກາວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີມີດັ່ງນີ້: 1.ການປະຕິບັດແຜນຍຸດທະສາດ,ນະໂຍບາຍ,ກົດໝາຍແລະລະບຽບການກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ; 2.ການຈັດຕັ້ງແລະການເຄື່ອນໄຫວວຽກງານຂອງອົງການຄຸ້ມຄອງວຽກງານຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ; 3.ການປະຕິບັດສົນທິສັນຍາສາກົນແລະສົນທິສັນຍາກ່ຽວກັບວຽກງານຕ້ານແລະສະກັດກັ້ນອາຊະຊາກໍາທາງລະຄົມຄອມພິວເຕີ້ທີ່ສປປລາວເປັນພາຄີ.

ມາດຕາ55ຮູບການການກວດກາ ການກວດກາດໍາເນີນດ້ວຍຮູບການດັ່ງນີ້: 1.ການກວດກາຢ່າງເປັນລະບົບປົກກະຕິ; 2.ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3.ການກວດກາແບບກະທັນຫັນ. ການກວດກາຢ່າງເປັນລະບົບປົກກະຕິແມ່ນການກວດກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາໃຫ້ປະຕິບັດຖືກຕ້ອງຕາມກົດໝາຍແລະລະບຽບການຢ່າງເຂັ້ມງວດ.

ພາກທີ8ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ56ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນການລາຍງານ,ການໃຫ້ຄວາມຮ່ວມມື,ການສະໜອງຂໍ້ມູນກ່ຽວກັບພຶດຕິກໍາທີ່ເປັນອາຊະຍາກໍາທາງລະບົບຄອມພິວເຕີຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບການ.

ມາດຕາ57ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືຖືກລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ58ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຊຶ່ງເປັນການລະເມີດຄັ້ງທໍາອິດແລະກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍຈະຖືກສຶກສາອົບຮົມແລະກ່າວເຕືອນ.

ມາດຕາ59ມາດຕະການທາງວິໄນ ເຈົ້າໜ້າທີ່ແລະພະນັກງານທີ່ກ່ຽວຂ້ອງທີ່ລະເມີດກົດໝາຍສະບັບນີ້ຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກລົງວິໄນຕາມແຕ່ກໍລະນີດັ່ງນີ້: 1.ຕິຕຽນ,ກ່າວເຕືອນຄວາມຜິດລະບຽບການພ້ອມທັງບັນທຶກໄວ້ໃນປະຫວັດຂອງຜູ້ກ່ຽວ; 2.ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ; 3.ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າ; 4.ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ຖືກລົງວິໄນຕ້ອງສົ່ງຄືນຊັບສິນທີ່ຕົນໄດ້ມາຈາກການປະຕິບັດໜ້າທີ່ຂອງຕົນທີ່ບໍ່ຖືກຕ້ອງນັ້ນໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

ມາດຕາ60ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຈະຖືກປັບໃໝໃນກໍລະນີດັ່ງນີ້: 1.ສະໜອງຂໍ້ມູນທີ່ບໍ່ຖືກຕ້ອງໃຫ້ເຈົ້າໜ້າທີ່ແລະພະນັກງານທີ່ກ່ຽວຂ້ອງຊຶ່ງບໍ່ສ້າງຄວາມເສຍຫາຍໃຫ້ແກ່ຜູ້ໃດໜຶ່ງ; 2.ບໍ່ສະໜອງຂໍ້ມູນຕາມກໍານົດເວລາທີ່ເຈົ້າໜ້າທີ່ຫຼືພະນັກງານທີ່ກ່ຽວຂ້ອງແຈ້ງໃຫ້; 3.ລຶບຂໍ້ມູນໃນລະບົບຄອມພິວເຕີຫຼືຂໍ້ມູນຄອມພິວເຕີຂອງຜູ້ອື່ນທີ່ບໍ່ໄດ້ຮັບອະນຸຍາດຈາກຜູ້ກ່ຽວ; 4.ກໍລະນີອື່ນທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການກ່ຽວກັບການລະເມີດທາງບໍລິຫານ. ອັດຕາປັບໃໝແຕ່ລະກໍລະນີໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ61ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຜູ້ອື່ນຕ້ອງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ62ມາດຕະການທາງອາຍາ ບຸກຄົນທີ່ໄດ້ກະທໍາຜິດໃນສະຖານຕໍ່ໄປນີ້ຈະຖືກລົງໂທດດັ່ງນີ້: 1.ການເປີດເຜີຍມາດຕະການປ້ອງກັນການເຂົ້າເຖິງລະບົບຄອມພິວເຕີຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສີ່ລ້ານກີບ; 2.ການເຂົ້າເຖິງລະບົບຄອມພິວເຕີໂດຍບໍ່ໄດ້ຮັບອະນຸຍາດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາຫ້າລ້ານກີບ; 3.ການຕັດຕໍ່ເນື້ອໃນ,ຮູບ,ພາບເຄື່ອນໄຫວ,ສຽງແລະວີດີໂອໂດຍບໍ່ໄດ້ຮັບອະນຸຍາດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ; 4.ການລັດເອົາຂໍ້ມູນໃນລະບົບຄອມພິວເຕີໂດຍບໍ່ໄດ້ຮັບອະນຸຍາດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ສີ່ລ້ານກີບຫາຊາວລ້ານກີບ; 5.ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ສີ່ລ້ານກີບຫາຊາວລ້ານກີບ; 6.ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສາມສິບລ້ານກີບ; 7.ການລົບກວນລະບົບຄອມພິວເຕີຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສາມສິບລ້ານກີບ; 8.ການປອມແປງຂໍ້ມູນຄອມພິວເຕີຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສາມສິບລ້ານກີບ; 9.ການທໍາລາຍຂໍ້ມູນຄອມພິວເຕີຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ; 10.ການດໍາເນີນກິດຈະການກ່ຽວກັບເຄື່ອງມືອາຊະຍາກໍາທາງລະບົບຄອມພິວເຕີຈະຖືກຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ພາກທີ9ບົດບັນຍັດສຸດທ້າຍ

ມາດຕາ63ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ64ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວໄດ້ອອກດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ