ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ 19-05-2005

From Wikisource
Jump to navigation Jump to search

.ການຕ້ານການສໍ້ລາດບັງຫຼວງ 19-05-2005


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການຕ້ານການ ສໍ້ລາດບັງຫຼວງ ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງກໍານົດ ຫຼັກການ,ລະບຽບການແລະມາດຕະການໃນການສະກັດກັ້ນແລະ ຕ້ານການສໍ້ລາດບັງຫຼວງເພື່ອບໍ່ໃຫ້ຊັບຂອງລັດ,ສັງຄົມຫຼືສິດແລະ ຜົນປະໂຫຍດຂອງພົນລະເມືອງຖືກເສຍຫາຍ,ຖືກຍັກຍອກຫຼືສໍ້ໂກງ ເອົາໄປ,ນໍາເອົາຜູ້ກະທໍາຜິດມາດໍາເນີນຄະດີແລະປົກປ້ອງຜູ້ບໍລິ ສຸດ,ແນໃສ່ເຮັດໃຫ້ອົງການລັດມີຄວາມເຂັ້ມແຂງ,ໂປ່ງໃສແລະ ສາມາດກວດກາໄດ້ທຸກເວລາ,ເຮັດໃຫ້ມີສະຖຽນລະພາບທາງ ດ້ານການເມືອງ,ເສດຖະກິດຂະຫຍາຍຕົວແລະໝັ້ນຄົງ,ສັງຄົມມີ ຄວາມສະຫງົບ,ເປັນລະບຽບຮຽບຮ້ອຍແລະມີຄວາມຍຸດຕິທໍາ.


...ມາດຕາສອງ:ການສໍ້ລາດບັງຫຼວງ

ມາດຕາສອງ:ການສໍ້ລາດບັງຫຼວງ ການສໍ້ລາດບັງຫຼວງແມ່ນພຶດຕິກໍາຂອງພະນັກງານທີ່ໄດ້ ສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ຂອງຕົນເພື່ອຍັກຍອກ, ສໍ້ໂກງ,ຮັບສິນບົນແລະພຶດຕິກໍາອື່ນໆທີ່ໄດ້ກໍານົດໄວ້ໃນມາດຕາ ສິບຂອງກົດໝາຍສະບັບນີ້ເພື່ອຫາຜົນປະໂຫຍດໃຫ້ຕົນເອງ,ຄອບ ຄົວ,ຍາດພີ່ນ້ອງ,ໝູ່ຄູ່,ພັກພວກຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະ ໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດຂອງພົນລະເມືອງ. ພະນັກງານທີ່ໄດ້ກ່າວໄວ້ໃນກົດໝາຍສະບັບນີ້ໝາຍເຖິງ ພະນັກງານນໍາພາຂັ້ນຕ່າງໆ,ພະນັກງານຄຸ້ມຄອງ,ພະນັກງານ ວິຊາການ,ພະນັກງານລັດວິສາຫະກິດ,ລັດຖະກອນ,ທະຫານ,ຕໍາ ຫຼວດລວມທັງນາຍບ້ານແລະຜູ້ໄດ້ຮັບມອບສິດ,ໜ້າທີ່ໃດໜຶ່ງຈາກ ທາງການ.


...ມາດຕາສາມ:ການສະກັດກັ້ນແລະການຕ້ານການສໍ້ລາດບັງຫຼວງ

ມາດຕາສາມ:ການສະກັດກັ້ນແລະການຕ້ານການສໍ້ລາດບັງຫຼວງ ການສະກັດກັ້ນການສໍ້ລາດບັງຫຼວງແມ່ນການຈໍາກັດ,ການ ປ້ອງກັນບໍ່ໃຫ້ການສໍ້ລາດບັງຫຼວງເກີດຂຶ້ນຢູ່ໃນການຈັດຕັ້ງລັດ,ການ ເມືອງແລະສັງຄົມດ້ວຍການໂຄສະນາສຶກສາອົບຮົມ,ການແຈ້ງຊັບ ສິນ,ການກວດກາ,ການປະຕິບັດນະໂຍບາຍແລະອື່ນໆ. ການຕ້ານການສໍ້ລາດບັງຫຼວງແມ່ນການກໍາຈັດ,ປາບປາມ ແລະລົບລ້າງທຸກການກະທໍາທີ່ເປັນການສໍ້ລາດບັງຫຼວງດ້ວຍການ ກວດກາ,ການສຶກສາອົບຮົມ,ການປະຕິບັດວິໄນແລະການລົງໂທດ ຕາມກົດໝາຍ.

...ມາດຕາສີ່:ຫຼັກການຕ້ານການສໍ້ລາດບັງຫຼວງ

ມາດຕາສີ່:ຫຼັກການຕ້ານການສໍ້ລາດບັງຫຼວງ ການຕ້ານການສໍ້ລາດບັງຫຼວງຕ້ອງດໍາເນີນຕາມຫຼັກການ ດັ່ງນີ້: -ຖືເອົາການສະກັດກັ້ນເປັນຕົ້ນຕໍແລະເອົາການຕ້ານເປັນ ສໍາຄັນ; -ດໍາເນີນການກວດກາຢ່າງທັນການ,ເຂັ້ມງວດ,ເປັນເອ ກະລາດ,ພາວະວິໄສແລະຊັດເຈນຕໍ່ທຸກປາກົດການສໍ້ລາດບັງຫຼວງ; -ແກ້ໄຂຢ່າງເຂັ້ມງວດ,ທັນການແລະຍຸຕິທໍາໃນກໍລະນີທີ່ມີ ການກະທໍາຜິດ; -ຮັບປະກັນບໍ່ໃຫ້ມີການແຊກແຊງ,ຂັດຂວາງຫຼືນາບຂູ່ ຈາກບຸກຄົນຫຼືການຈັດຕັ້ງໃດໜຶ່ງ; -ບຸກຄົນແລະການຈັດຕັ້ງທີ່ຖືກກວດກາຕ້ອງໃຫ້ການຮ່ວມ ມື,ສ້າງເງື່ອນໄຂແລະອໍານວຍຄວາມສະດວກໃຫ້ແກ່ການກວດກາ; -ລັດຕ້ອງສ້າງເງື່ອນໄຂໃຫ້ພັນລະເມືອງ,ການຈັດຕັ້ງທາງ ສັງຄົມແລະສື່ມວນຊົນໄດ້ມີສ່ວນຮ່ວມໃນການສະກັດກັ້ນແລະຕ້ານ ການສໍ້ລາດບັງຫຼວງຕາມລະບຽບການ.


...ມາດຕາຫ້າ:ຄວາມຮັບຜິດຊອບຂອງອົງການຕ້ານການສໍ້ລາດບັງຫຼວງ

ມາດຕາຫ້າ:ຄວາມຮັບຜິດຊອບຂອງອົງການຕ້ານການສໍ້ລາດ ບັງຫຼວງ ອົງການຕ້ານການສໍ້ລາດບັງຫຼວງຕ້ອງປະຕິບັດໜ້າທີ່ຂອງ ຕົນຢ່າງພາວະວິໄສ,ໂປ່ງໃສ,ຖືກຕ້ອງຕາມຄວາມເປັນຈິງ,ຕາມ ສິດ,ໜ້າທີ່ແລະຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍພ້ອມທັງຮັບ ຜິດຊອບສູງຕໍ່ໜ້າກົດໝາຍກ່ຽວກັບການເຄື່ອນໄຫວຂອງຕົນແລະ ຢູ່ພາຍໃຕ້ການກວດກາຂອງສະພາແຫ່ງຊາດ.


...ມາດຕາຫົກ:ພັນທະໃນການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ

ມາດຕາຫົກ:ພັນທະໃນການສະກັດກັ້ນແລະຕ້ານການສໍ້ລາດບັງ ຫຼວງ ບັນດາອົງການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ສື່ມວນຊົນແລະ ພົນລະເມືອງທຸກຄົນມີພັນທະປະກອບສ່ວນເຂົ້າໃນການເຄື່ອນໄຫວ ສະກັດກັ້ນແລະຕ່ານການສໍ້ລາດບັງຫຼວງດ້ວຍການຮ່ວມມີ,ອໍາ ນວຍຄວາມສະດວກ,ສະໜອງຂໍ້ມູນ,ຫຼັກຖານໃຫ້ແກ່ອົງການທີ່ມ ີສິດແລະໜ້າທີ່ກ່ຽວຂ້ອງຢ່າງທັນການ.


...ມາດຕາເຈັດ:ການປົກປ້ອງ

ມາດຕາເຈັດ:ການປົກປ້ອງ ພະນັກງານທີ່ດໍາເນີນການຕ້ານການສໍ້ລາດບັງຫຼວງລວມ ທັງຜູ້ທີ່ເຂົ້າຮ່ວມໃນວຽກງານດັ່ງກ່າວເຊັ່ນ:ຜູ້ລາຍງານ,ຜູ້ໃຫ້ຂໍ້ ມູນຂ່າວສານ,ຜູ້ເສຍຫາຍ,ພະຍານ,ຊ່ຽວຊານຕ້ອງໄດ້ຮັບການ ປົກປ້ອງຈາກການແກ້ແຄ້ນ,ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ອິດສະຫຼະ ພາບ,ກຽດຊື່ສຽງຫຼືຊັບສິນ.

...ມາດຕາແປດ:ຂອບເຂດການນໍາໃຊ້ກົດໝາຍ

ມາດຕາແປດ:ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ຕໍ່ພະນັກງານຂັ້ນຕ່າງໆ,ພະນັກງານ ຄຸ້ມຄອງ,ພະນັກງານວິຊາການ,ພະນັກງານລັດວິສາຫະກິດ,ລັດຖະ ກອນ,ທະຫານ,ຕໍາຫຼວດທີ່ມີຖານະຕໍໍາແໜ່ງ,ສິດອໍານາດ,ໜ້າທີ່ຊຶ່ງ ສັງກັດຢູ່ໃນກົງຈັກການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ,ລັດວິສາຫະກິດ,ລັດວິສາຫະກິດປະສົມ, ລັດຮຸ້ນສ່ວນ,ກອງບໍລິຫານວິຊາການ,ທຸກການຈັດຕັ້ງການຜະລິດທຸ ລະກິດທີ່ລັດຈັດຕັ້ງຂຶ້ນລວມທັງນາຍບ້ານແລະຜູ້ໄດ້ຮັບມອບໝາຍ ສິດ,ໜ້າທີ່ໃດໜຶ່ງຈາກທາງການ.


...ມາດຕາເກົ້າ:ການພົວພັນແລະການຮ່ວມມືສາກົນ

ມາດຕາເກົ້າ:ການພົວພັນແລະການຮ່ວມມືສາກົນ ລັດພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາ ກົນກ່ຽວກັບວຽກງານສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງບົນ ພື້ນຖານລະບຽບກົດໝາຍຂອງສປປລາວ,ສອດຄ່ອງກັບສັນຍາ ແລະສົນທິສັນຍາທີ່ສປປລາວໄດ້ລົງນາມແລະຮ່ວມເປັນພາຄີ.


..ໝວດທີ2ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ


...ມາດຕາສິບ:ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ

ມາດຕາສິບ:ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງສະແດງອອກດັ່ງນີ້: -ການຍັກຍອກຊັບຂອງລັດຫຼືລວມໝູ່. -ການສໍ້ໂກງຊັບຂອງລັດຫຼືລວມໝູ່. -ການຮັບສິນບົນ. -ການສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເພື່ອເອົາ ຊັບຂອງລັດ,ລວມໝູ່ຫຼືບຸກຄົນ; -ການສວຍໃຊ້ຊັບຂອງລັດຫຼືລວມໝູ່; -ການໃຊ້ອໍານາດເກີນຂອບເຂດເພື່ອເອົາຊັບຂອງລັດ,ລວມ ໝູ່ຫຼືບຸກຄົນ; -ການຫຼັກໂລບ,ປອມແປງມາດຕະຖານເຕັກນິກໍ່ສ້າງ,ອອກ ແບບ,ຄິດໄລ່ແລະອື່ນໆ. -ການໂກງການປະມູນຫຼືການສໍາປະທານ; -ການເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດສ່ວນຕົວ; -ການກົດໜ່ວງ,ຖ່ວງດຶງເອກະສານ.

...ມາດຕາສິບເອັດ:ການຍັກຍອກຊັບຂອງລັດຫຼືລວມໝູ່

ມາດຕາສິບເອັດ:ການຍັກຍອກຊັບຂອງລັດຫຼືລວມໝູ່ ການຍັກຍອກຊັບຂອງລັດຫຼືລວມໝູ່ແມ່ນການສວຍໃຊ້ຄວາມ ເຊື່ອໃຈເພື່ອຫຼັກໂລບເອົາ,ຕັດຮອນເອົາຫຼືສັບປ່ຽນເອົາຊັບຂອງລັດຫຼື ລວມໝູ່ທີ່ຕົນໄດ້ຖືກມອບໝາຍໃຫ້ຮັກສາ,ຂົນສົ່ງ,ກໍ່ສ້າງ,ສ້ອມແປງ ຫຼືເຮັດວຽກໃດວຽກໜຶ່ງ.

...ມາດຕາສິບສອງ:ການສໍ້ໂກງຊັບຂອງລັດຫຼືລວມໝູ່

ມາດຕາສິບສອງ:ການສໍ້ໂກງຊັບຂອງລັດຫຼືລວມໝູ່ ການສໍ້ໂກງຊັບຂອງລັດຫຼືລວມໝູ່ແມ່ນການໃຊ້ເລ່ລ່ຽມຕົວະ ຍົວະ,ຫຼອກລວງດ້ວຍວິທີໃດກໍ່ຕາມເພື່ອເຮັດໃຫ້ຜູ້ທີ່ມີໜ້າທີ່ຮັບຜິດ ຊອບຊັບຂອງລັດຫຼືລວມໝູ່ຫຼືຜູ້ອື່ນເອົາຊັບດັ່ງກ່າວໃຫ້ຕົນ.


...ມາດຕາສິບສາມ:ການຮັບສິນບົນ

ມາດຕາສິບສາມ:ການຮັບສິນບົນ ການຮັບສິນບົນແມ່ນການຮັບເອົາ,ທວງເອົາ,ຂໍເອົາຫຼືຕົກ ລົງຮັບເອົາສິ່ງຂອງຫຼືຜົນປະໂຫຍດໃດໜຶ່ງຈາກຜູ້ອື່ນເພື່ອຜົນປະ ໂຫຍດຂອງຜູ້ໃຫ້ສິນບົນໂດຍທາງກົງຫຼືທາງອ້ອມດ້ວຍຖານະຕໍາ ແໜ່ງ,ສິດອໍານາດ,ໜ້າທີ່ຂອງຕົນ.

...ມາດຕາສິບສີ່:ການສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່

ມາດຕາສິບສີ່:ການສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ ການສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເພື່ອເອົາ ຊັບຂອງລັດ,ລວມໝູ່ຫຼືບຸກຄົນແມ່ນການອີງໃສ່ຖານະຕໍາແໜ່ງ,ສິດ ອໍານາດ,ໜ້າທີ່ຂອງຕົນເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ,ຄອບ ຄົວ,ຍາດພີ່ນ້ອງຫຼືພັກພວກຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດ ຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດຂອງພົນລະເມືອງ.

...ມາດຕາສິບຫ້າ:ການສວຍໃຊ້ຊັບຂອງລັດຫຼືລວມໝູ່

ມາດຕາສິບຫ້າ:ການສວຍໃຊ້ຊັບຂອງລັດຫຼືລວມໝູ່ ການສວຍໃຊ້ຊັບຂອງລັດຫຼືລວມໝູ່ແມ່ນການນໍາໃຊ້ຊັບ ຂອງລັດຫຼືລວມໝູ່ເພື່ອຫາຜົນປະໂຫຍດສ່ວນຕົວຊຶ່ງໄດ້ກໍ່ຄວາມ ເສຍຫາຍຢ່າງຫຼວງຫຼາຍແກ່ຜົນປະໂຫຍດຂອງລັດຫຼືລວມໝູ່.

...ມາດຕາສິບຫົກ:ການໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເກີນຂອບເຂດ

ມາດຕາສິບຫົກ:ການໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເກີນ ຂອບເຂດ ການໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເກີນຂອບເຂດ ແມ່ນການໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເກີນທີ່ລະບຽບກົດ ໝາຍໄດ້ກໍານົດໄວ້ໂດຍເຈດຕະນາເພື່ອຫາຜົນປະໂຫຍດໃຫ້ແກ່ຕົນ ເອງ,ຄອບຄົວ,ຍາດພີ່ນ້ອງຫຼືພັກພວກຊຶ່ງກໍ່ຄວາມເສຍຫາຍແກ່ຜົນ ປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດຂອງພົນລະເມືອງ.

...ມາດຕາສິບເຈັດ:ການລັກໂລບ,ປອມແປງມາດຕະຖານເຕັກນິກກໍ່ສ້າງ.

ມາດຕາສິບເຈັດ:ການລັກໂລບ,ປອມແປງມາດຕະຖານເຕັກນິກ ກໍ່ສ້າງ. ການລັກໂລບ,ປອມແປງມາດຕະຖານເຕັກນິກໍ່ສ້າງແມ່ນ ການລັກໂລບ,ປອມແປງມາດຕະຖານເຕັກນິກໃນການສໍາຫຼວດ, ອອກແບບ,ຄິດໄລ່ແລະອື່ນໆລະຫວ່າງເຈົ້າຂອງໂຄງການກັບຜູ້ ຮັບເໝົາແລະຜູ້ທີ່ກ່ຽວຂ້ອງອື່ນໆກ່ຽວກັບກິດຈະການໃດໜຶ່ງເຊັ່ນ: ການກໍ່ສ້າງ,ການສ້ອມແປງ,ການປະດັບປະດາຕົບແຕ່ງ,ການຕິດ ຕັ້ງແລະກິດຈະການອື່ນໆເພື່ອຫາຜົນປະໂຫຍດສ່ວນຕົວຊຶ່ງກໍ່ຄວາມ ເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະ ໂຫຍດຂອງພົນລະເມືອງ.

...ມາດຕາສິບແປດ:ການໂກງການປະມູນຫຼືການສໍາປະທານ

ມາດຕາສິບແປດ:ການໂກງການປະມູນຫຼືການສໍາປະທານ ການໂກງການປະມູນຫຼືການສໍາປະທານແມ່ນການຕົກລົງ ກັນລະຫວ່າງເຈົ້າໜ້າທີ່ຂອງລັດກັບບໍລິສັດຮັບເໝົາແລະຜູ້ທີ່ກ່ຽວ ຂ້ອງອື່ນໆເພື່ອສ້າງເງື່ອນໄຂໃຫ້ຊະນະການປະມູນຫຼືສໍາປະທານ ໃນກິດຈະການໃດໜຶ່ງຂອງລັດເພື່ອຫາຜົນປະໂຫຍດສ່ວນຕົວຊຶ່ງ ກໍ່ຄວາມເສຍຫາຍໃຫ້ແກ້ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະ ຜົນປະໂຫຍດຂອງພົນລະເມືອງ.

...ມາດຕາສິບເກົ້າ:ການປອມແປງເອກະສານຫຼືການໃຊ້ເອກະສານປອມ

ມາດຕາສິບເກົ້າ:ການປອມແປງເອກະສານຫຼືການໃຊ້ເອກະສານ ປອມ ການປອມແປງເອກະສານແມ່ນການປອມແປງລາຍເຊັນ, ຕາປະທັບ,ຕັດຫຼືເພີ່ມຂໍ້ຄວາມໃດໜຶ່ງໃສ່ເນື້ອໃນເອກະສານ. ການໃຊ້ເອກະສານປອມແມ່ນການນໍາໃຊ້ເອກະສານທີ່ຮູ້ ວ່າເປັນເອກະສານປອມແຕ່ນໍາໄປໃຊ້ເພື່ອຫາຜົນປະໂຫຍດສ່ວນ ຕົວຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼື ສິດແລະຜົນປະໂຫຍດຂອງພົນລະເມືອງ.

...ມາດຕາຊາວ:ການເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດສ່ວນຕົວ

ມາດຕາຊາວ:ການເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດສ່ວນ ຕົວ ການເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດສ່ວນຕົວ ແມ່ນການເປີດເຜີຍເອກະສານຫຼືຂໍ້ມູນລັບ,ການຕົກລົງຂອງລັດຫຼື ທາງລັດຖະການທີ່ລັດບໍ່ອະນຸຍາດໃຫ້ເປີດເຜີຍເພື່ອຜົນປະໂຫຍດ ສ່ວນຕົວ.

...ມາດຕາຊາວເອັດ:ການກົດໜ່ວງຖ່ວງດຶງເອກະສານ

ມາດຕາຊາວເອັດ:ການກົດໜ່ວງຖ່ວງດຶງເອກະສານ ການກົດໜ່ວງທ່ວງດຶງເອກະສານແມ່ນການກັກ,ໜ່ວງ ໜ່ຽວ,ແກ່ຍາວເວລາໃນການແກ້ໄຂເອກະສານທາງການໂດຍ ຜູ້ມີຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ຊຶ່ງກໍ່ຄວາມເສຍຫາຍໃຫ້ ແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດຂອງພົນ ລະເມືອງ.

..ໝວດທີ3ມາດຕະການສະກັດກັ້ນການສໍ້ລາດບັງຫຼວງ


...ມາດຕາຊາວສອງ:ການເປັນແບບຢ່າງຂອງພະນັກງານນໍາພາ

ມາດຕາຊາວສອງ:ການເປັນແບບຢ່າງຂອງພະນັກງານນໍາພາ ພະນັກງານທຸກຂັ້ນເປັນຕົ້ນພະນັກງານການນໍາຕ້ອງເປັນ ແບບຢ່າງໃນການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ,ດໍາລົງ ຊີວິດຢ່າງປອດໃສຂາວສະອາດ,ບໍ່ສໍ້ລາດບັງຫຼວງ.


...ມາດຕາຊາວສາມ:ຄວາມຮັບຜິດຊອບຂອງລັດ

ມາດຕາຊາວສາມ:ຄວາມຮັບຜິດຊອບຂອງລັດ ເພື່ອສະກັດກັ້ນການສໍ້ລາດບັງຫຼວງລັດມີຄວາມຮັບຜິດຊອບ ດັ່ງນີ້: ໜຶ່ງ:ສຶກສາອົບຮົມສະຕິເຄົາລົບແລະປະຕິບັດລະບຽບກົດ ໝາຍຢ່າງເຂັ້ມງວດ; ສອງ:ປັບປຸງກົນໄກການບໍລິຫານລັດໃຫ້ດີ,ມີປະສິດທິຜົນ ແລະມີຄວາມໂປ່ງໃສ; ສາມ:ກໍານົດແລະຈັດຕັ້ງປະຕິບັດນະໂຍບາຍດ້ານຕ່າງໆ ຕໍ່ພະນັກງານແຕ່ລະຂັ້ນໃຫ້ຈະແຈ້ງແລະຮັບປະກັນແກ້ໄຂຊີວິດ ການເປັນຢູ່ຢ່າງເໝາະສົມ; ສີ່:ປະຕິບັດວິໄນ,ລົງໂທດຜູ້ກະທໍາຜິດໃນສະຖານສໍ້ລາດບັງ ຫຼວງຢ່າງເຂັ້ມງວດແລະທັນການ; ຫ້າ:ສົ່ງເສີມໃຫ້ປະຊາຊົນ,ສື່ມວນຊົນແລະການຈັດຕັ້ງສັງ ຄົມຕ່າງໆມີສ່ວນຮ່ວມໃນການສະກັດກັ້ນແລະຕ່ານການສໍ້ລາດບັງ ຫຼວງຕາມລະບຽບການ.

...ມາດຕາຊາວສີ່:ຄວາມຮັບຜິດຊອບຂອງການຈັດຕັ້ງຕ່າງໆ

ມາດຕາຊາວສີ່:ຄວາມຮັບຜິດຊອບຂອງການຈັດຕັ້ງຕ່າງໆ ກາຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດ,ການຈັດຕັ້ງ ມະຫາຊົນ,ການຈັດຕັ້ງສັງຄົມທຸກຂັ້ນແຕ່ສູນກາງລົງຮອດທ້ອງຖິ່ນ ລວມທັງວິສາຫະກິດຂອງລັດຕ້ອງປະຕິບັດພາລະບົບບາດ,ສິດແລະ ໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຄົບຖ້ວນ,ເຂັ້ມງວດ,ທັນການແລະ ດໍາເນີນການສໍາຫຼວດກວດກາ,ຕໍານິສົ່ງຂ່າວຊຶ່ງກັນແລະກັນຕໍ່ການ ປະຕິບັດໜ້າທີ່ວຽກງານຂອງພະນັກງານພ້ອມທັງສຶກສາອົບຮົມ ຢ່າງເປັນປົກກະຕິ,ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອ ສະກັດກັ້ນ,ຕ່ານແລະແກ້ໄຂການສໍ້ລາດບັງຫຼວງຢູ່ໃນຄວາມຮັບ ຜິດຊອບຂອງຕົນ.


...ມາດຕາຊາວຫ້າ:ຂໍ້ຫ້າມຕໍ່ຜູ້ທີ່ມີຖານະຕໍາແໜ່ງ,ສິດອໍານາດແລະໜ້າທີ່

ມາດຕາຊາວຫ້າ:ຂໍ້ຫ້າມຕໍ່ຜູ້ທີ່ມີຖານະຕໍາແໜ່ງ,ສິດອໍານາດແລະ ໜ້າທີ່ ຫ້າມຜູ້ທີ່ມີຖານະຕໍາແໜ່ງ,ສິດອໍານາດແລະໜ້າທີ່ມີພຶດຕ ິກໍາດັ່ງນີ້: ໜຶ່ງ:ຮັບເງິນ,ວັດຖຸສິ່ງຂອງຫຼືຜົນປະໂຫຍດອື່ນຈາກບຸກຄົນ, ການຈັດຕັ້ງທີ່ກ່ຽວພັນກັບໜ້າທີ່ວຽກງານທີ່ຕົນຮັບຜິດຊອບຊຶ່ງອາດ ຈະສ້າງຄວາມເສຍຫາຍໃຫ້ແກ້ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດ ແລະຜົນປະໂຫຍດຂອງພົນລະເມືອງ. ສອງ:ສ້າງຄວາມຫຍຸ່ງຍາກ,ກົດໜ່ວງ,ຖ່ວງດຶງ,ແຊກແຊງ ໃນການແກ້ໄຂວຽກງານໃດໜຶ່ງ; ສາມ:ເປີດບັນຊີເງິນຝາກຢູ່ນອກສປປລາວໂດຍບໍ່ແຈ້ງໃຫ້ ການຈັດຕັ້ງທີ່ກ່ຽວຂ້ອງຊາບ; ສີ່:ເປັນທີ່ປຶກສາໃຫ້ແກ່ວິສາຫະກິດຂອງເອກະຊົນທີ່ພົວພັນ ເຖິງສິດຕົກລົງຂອງຕົນເພື່ອຜົນປະໂຫຍດສ່ວນຕົວ. ຫ້າ:ເປັນນາຍໜ້າໃຫ້ແກ່ບຸກຄົນຫຼືການຈັດຕັ້ງເພື່ອຫາຜົນ ປະໂຫຍດສ່ວນຕົວເຊັ່ນ:ແລ່ນຄະດີ,ແລ່ນໂຄງການ,ຂໍໂກຕາ; ຫົກ:ໃຊ້ຖານະຕໍາແໜ່ງເພື່ອກູ້ຢືມເງິນຂອງສ່ວນລວມທີ່ຢູ່ ໃນຄວາມຮັບຜິດຊອບຂອງຕົນໃຫ້ຜູ້ອື່ນຫຼືຄໍ້າປະກັນໃຫ້ຜູ້ອື່ນໄປກູ້ຢືມ ເງິນຢູ່ທະນາຄານ; ເຈັດ:ບັນຈຸ,ສັບຊ້ອນຫຼືແຕ່ງຕັ້ງເມຍຫຼືຜົວ,ລູກຫຼືຍາດໃກ້ຊິດ ຂອງຕົນເຂົ້າໃນຕໍາແໜ່ງນໍາພາໃນບາງຂົງເຂດວຽກງານທີ່ຕົນ ຮັບຜິດຊອບທີ່ຈະສ້າງເງື່ອນໄຂໃຫ້ມີການສໍ້ລາດບັງຫຼວງເຊັ່ນ:ວຽກ ງານຈັດຕັ້ງ,ວຽກງານກວດກາ,ການເງິນ-ການບັນຊີ,ຄັງເງິນ, ຮັກສາສາງ,ການຈັດຊື້-ຈັດຈ້າງ; ແປດ:ຄອບຄອງຫຼືນໍາໃຊ້ເຮືອນຫຼືທີ່ດິນຂອງລັດ,ລວມໝູ່ ໂດຍບໍ່ຖືກຕ້ອງເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ,ຄອບຄົວ, ຍາດພີ່ນ້ອງແລະພັກພວກ; ເກົ້າ:ເປີດເຜີຍຄວາມລັບຂອງລັດ,ຂອງລວມໝູ່ເພື່ອສັງ ສັນຊຸມແຊວ,ເອົາເປັນຂອງຂວັນຫຼືແບ່ງປັນໃຫ້ພະນັກງານຫຼືບຸກ ຄົນອື່ນນອກລະບຽບກົດໝາຍ. ສິບ:ນໍາໃຊ້ເງິນຫຼືຊັບຂອງລັດ,ຂອງລວມໝູ່ເພື່ອສັງສັນຊຸມ ແຊວ,ເອົາເປັນຂອງຂວັນຫຼືແບ່ງປັນໃຫ້ພະນັກງານຫຼືບຸກຄົນອື່ນ ນອກລະບຽບກົດໝາຍ; ສິບເອັດ:ປາບປາມ,ນາບຂູ່,ກົດໜ່ວງຜູ້ກ່າວຟ້ອງ,ຜູ້ຕໍານິ ສົ່ງຂ່າວແລະຜູ້ສະເໜີລາຍງານຂໍ້ມູນດ້ານຫຍໍ້ທໍ້ຕ່າງໆກ່ຽວກັບຕົນ. ພະນັກງານຜູ້ໃດຫາກໄດ້ລະເມີດຂໍ້ຫ້າມທີ່ກ່າວມາຂ້າງເທິງ ນີ້ຈະຖືກສຶກສາອົບຮົມຫຼືປະຕິບັດວິໄນ;ໃນກໍລະນີທີ່ການລະເມີດນັ້ນ ຫາກເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມກົດໝາຍ ພ້ອມທັງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາຊາວຫົກ:ການແຈ້ງຊັບສິນ

ມາດຕາຊາວຫົກ:ການແຈ້ງຊັບສິນ ຜູ້ທີ່ມີຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ຕາມທີ່ໄດ້ກໍານົດ ໄວ້ໃນມາດຕາແປດຂອງກົດໝາຍສະບັບນີ້ກ່ອນແລະຫຼັງຮັບຕໍາ ແໜ່ງ,ໜ້າທີ່ຕ້ອງແຈ້ງຊັບສິນແລະໜີ້ສິນຂອງຕົນ,ຂອງຜົວຫຼືເມຍ ແລະລູກທີ່ຢູ່ໃນການຄຸ້ມຄອງຂອງຕົນຢ່າງຊັດເຈນ,ສັດຊື່ບໍລິສຸດແລະ ມີຄວາມຮັບຜິດຊອບຕໍ່ກົດໝາຍກ່ຽວກັບເນື້ອໃນການແຈ້ງນັ້ນ. ລັດທະບານເປັນຜູ້ອອກລະບຽບການລະອຽດກ່ຽວກັບການ ແຈ້ງຊັບສິນແລະໜີ້ສິນ.

..ໝວດທີ4ການດໍາເນີນການກວດກາການສໍ້ລາດບັງຫຼວງ


...ມາດຕາຊາວເຈັດ:ສາເຫດທີ່ພາໃຫ້ມີການດໍາເນີນການກວດກາ

ມາດຕາຊາວເຈັດ:ສາເຫດທີ່ພາໃຫ້ມີການດໍາເນີນການກວດກາ ສາເຫດທີ່ພາໃຫ້ມີການດໍາເນີນການກວດກາຂອງອົງການ ຕ້ານການສໍ້ລາດບັງຫຼວງມີດັ່ງນີ້: -ເມື່ອພົບເຫັນຂໍ້ມູນ,ຫຼັກຖານທີ່ໜ້າເຊື່ອຖືໄດ້ກ່ຽວກັບການ ສໍ້ລາດບັງຫຼວງ; -ມີແຈ້ງການ,ແຈ້ງຄວາມ,ການສະເໜີ,ລາຍງານ,ຄໍາຮ້ອງ ຟ້ອງກ່ຽວກັບການສໍ້ລາດບັງຫຼວງ; -ມີປາກົດການຮັ່ງມີຜິດປົກກະຕິຂອງພະນັກງານ,ຜົວຫຼືເມຍ, ລູກທີ່ຢູ່ໃນການຄຸ້ມຄອງຂອງຕົນ;

...ມາດຕາຊາວແປດ:ຂັ້ນຕອນການດໍາເນີນການກວດກາ

ມາດຕາຊາວແປດ:ຂັ້ນຕອນການດໍາເນີນການກວດກາ ການດໍາເນີນການກວດກາການສໍ້ລາດບັງຫຼວງຕ້ອງປະຕິ ບັດຕາມຂັ້ນຕອນດັ່ງນີ້: ໜຶ່ງ:ຄົ້ນຄວ້າແຈ້ງການ,ແຈ້ງຄວາມ,ການສະເໜີ,ລາຍ ງານຫຼືຄໍາຮ້ອງຟ້ອງແລະລົງເກັບກໍາຂໍ້ມູນຖ້າເຫັນວ່າມີຄວາມຈໍາ ເປັນ; ສອງ:ກະກຽມແລະສ້າງແຜນການລົງກວດກາຕົວຈິງໂດຍ ປະສານສົມທົບກັບຂະແໜງການແລະທ້ອງຖິ່ນທີ່ກ່ຽວຂ້ອງ; ສາມ:ກວດກາເອກະສານແລະຊັບສິນຂອງບຸກຄົນຫຼືການ ຈັດຕັ້ງທີ່ກ່ຽວຂ້ອງເປັນຕົ້ນແມ່ນກວດກາການເງິນ-ການບັນຊີ, ລາຍຮັບ-ລາຍຈ່າຍ,ການໃຊ້ຈ່າຍທຶນຊ່ວຍເຫຼືອແລະເງິນກູ້ຢືມ. ສີ່:ຮຽກເຊີນຜູ້ຕາງນ້າການຈັດຕັ້ງຫຼືບຸກຄົນທີ່ກ່ຽວຂ້ອງມາ ອະທິບາຍ,ໃຫ້ຄວາມກະຈ່າງແຈ້ງ; ຫ້າ:ສະຫຼຸບ,ຕີລາຄາແລະຕົກລົງຜົນຂອງການກວດກາ.

...ມາດຕາຊາວເກົ້າ:ການຕົກລົງກ່ຽວກັບຜົນຂອງການກວດກາ

ມາດຕາຊາວເກົ້າ:ການຕົກລົງກ່ຽວກັບຜົນຂອງການກວດກາ ຜ່ານການກວດກາຖ້າມີຫຼັກຖານໜັກແໜ້ນອົງການຕ້ານ ການສໍ້ລາດບັງຫຼວງມີສິດຕົກລົງດັ່ງນີ້: -ຖ້າຫາກເປັນການກະທໍາຜິດໃນສະຖານເບົາ,ສ້າງຄວາມ ເສຍຫາຍບໍ່ຫຼາຍຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບສອງແລະ ສາມສິບສາມຂອງກົດໝາຍສະບັບນີ້ຕ້ອງສະເໜີໃຫ້ອົງການທີ່ມີສິດ, ໜ້າທີ່ກ່ຽວຂ້ອງສຶກສາອົບຮົມ,ກ່າວເຕືອນຫຼືປະຕິບັດວິໄນຕໍ່ຜູ້ທີ່ກະ ທໍາຜິດ; -ຖ້າເຫັນວ່າເປັນການກະທໍາຜິດໃນສະຖານໜັກຕາມທີ່ໄດ້ ກໍານົດໄວ້ໃນມາດຕາສາມສິບສີ່ຂອງກົດໝາຍສະບັບນີ້ຕ້ອງດໍາ ເນີນການສືບສວນ-ສອບສວນໃນກໍລະນີທີ່ມີຫຼັກຖານໜັກແໜ້ນ ແລ້ວສະຫຼຸບຄະດີສົ່ງໃຫ້ໄອຍະການປະຊາຊົນພິຈາລະນາສັ່ງຟ້ອງ ຂຶ້ນສານ.

...ມາດຕາສາມສິບ:ການປະຕິບັດຄໍາສະເໜີຂອງອົງການຕ້ານການສໍ້ລາດບັງຫຼວງ

ມາດຕາສາມສິບ:ການປະຕິບັດຄໍາສະເໜີຂອງອົງການຕ້ານການ ສໍ້ລາດບັງຫຼວງ ອົງການທີ່ໄດ້ຮັບຄໍາສະເໜີຂອງອົງການຕ້ານການສໍ້ລາດ ບັງຫຼວງຕາມທີ່ໄດ້ກໍານົດໄວ້ໃນມາດຕາຊາວເກົ້າຂອງກົດໝາຍ ສະບັບນີ້ມີພັນທະປະຕິບັດພາຍໃນກໍານົດສາມສິບວັນນັບແຕ່ວັນທີ່ ໄດ້ຮັບຄໍາສະເໜີເປັນຕົ້ນໄປ;ຖ້າຫາກບໍ່ປະຕິບັດຕາມຄໍາສະເໜີ ແລ້ວອົງການຕ້ານການສໍ້ລາດບັງຫຼວງມີສິດສະເໜີໃຫ້ຂັ້ນເທິງທີ່ ກ່ຽວຂ້ອງຖັດນັ້ນເປັນຜູ້ແກ້ໄຂ;ໃນກໍລະນີທີ່ບໍ່ປະຕິບັດຕາມຄໍາສະ ເໜີໂດຍບໍ່ມີເຫດຜົນຈະຖືວ່າເປັນການລະເມີດກົດໝາຍ.


..ໝວດທີ5ມາດຕະການຕ້ານແລະແກ້ໄຂການສໍ້ລາດບັງຫຼວງ


...ມາດຕາສາມສິບເອັດ:ມາດຕະການແກ້ໄຂ

ມາດຕາສາມສິບເອັດ:ມາດຕະການແກ້ໄຂ ການນໍາໃຊ້ມາດຕະການຕ້ານການສໍ້ລາດບັງຫຼວງຕໍ່ພະນັກ ງານທີ່ກະທໍາຜິດແມ່ນອີງຕາມການກະທໍາຜິດໃນສະຖານເບົາຫຼືໜັກ. ການກະທໍາຜິດໃນສະຖານເບົາຈະຖືກນໍາໃຊ້ມາດຕະການສຶກ ສາອົບຮົມ,ປະຕິບັດວິໄນ;ການກະທໍາຜິດໃນສະຖານໜັກຈະຖືກດໍາ ເນີນຄະດີຕາມກົດໝາຍ.

...ມາດຕາສາມສິບສອງ:ການສຶກສາອົບຮົມ

ມາດຕາສາມສິບສອງ:ການສຶກສາອົບຮົມ ຜ່ານການດໍາເນີນການກວດກາຫາກພົບເຫັນການກະທໍາ ຜິດເບົາ,ຜູ້ກະທໍາຜິດມີຄວາມຈິງໃຈລາຍງານ,ຮັບສາລະພາບການ ກະທໍາຜິດຂອງຕົນຕໍ່ການຈັດຕັ້ງແລະສົ່ງຊັບທີ່ໄດ້ເອົາໄປໂດຍບໍ່ຖືກ ຕ້ອງນັ້ນຄືນໃຫ້ຄົບຖ້ວນແລ້ວຈະໄດ້ຮັບການສຶກສາອົບຮົມແລະກ່າວ ເຕືອນ.

...ມາດຕາສາມສິບສາມ:ການປະຕິບັດວິໄນ

ມາດຕາສາມສິບສາມ:ການປະຕິບັດວິໄນ ພະນັກງານຜູ້ໃດທີ່ໄດ້ກະທໍາຜິດເບົາແຕ່ບໍ່ມີຄວາມຈິງໃຈ ລາຍງານ,ຫຼົບຫຼາກຈາກຄວາມຜິດຈະຖືກປະຕິບັດວິໄນຕາມແຕ່ ລະກໍລະນີດັ່ງນີ້: -ຕິຕຽນ,ກ່າວເຕືອນຄວາມຜິດໂດຍບັນທຶກໄວ້ໃນສໍານວນ ເອກະສານຊີວິປະຫວັດຂອງຜູ້ກ່ຽວ; -ໂຈະການເລື່ອນຊັ້ນ,ຂຶ້ນເງິນເດືອນ,ການຍ້ອງຍໍ; -ປົກຕໍາແໜ່ງຫຼືຍົກຍ້າຍໄປຮັບນ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າ ກວ່າເກົ່າ; -ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ທີ່ຖືກປະຕິບັດວິໄນຕ້ອງສົ່ງຊັບສິນທີ່ຕົນເອົາໄປໂດຍບໍ່ຖືກ ຕ້ອງນັ້ນຄືນໃຫ້ຄົບຖ້ວນ.

...ມາດຕາສາມສິບສີ່:ການດໍາເນີນຄະດີ

ມາດຕາສາມສິບສີ່:ການດໍາເນີນຄະດີ ພາຍຫຼັງທີ່ໄດ້ດໍາເນີນການກວດກາ,ສືບສວນ-ສອບສວນເຫັນ ວ່າມີຂໍ້ມູນ,ຫຼັກຖານໜັກແໜ້ນ,ຮັດກຸມແລ້ວອົງການຕ້ານການສໍ້ລາດ ບັງຫຼວງຕ້ອງສະຫຼຸບຄະດີແລະປະກອບສໍານວນສົ່ງໃຫ້ໄອຍະການປະ ຊາຊົນພິຈາລະນາສັ່ງຟ້ອງຂຶ້ນສານ. ໃນກໍລະນີທີ່ໄອຍະການປະຊາຊົນບໍ່ພິຈາລະນາສັ່ງຟ້ອງຂຶ້ນ ສານພາຍໃນສາມສິບວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປ ໂດຍບໍ່ມີເຫດຜົນອົງການຕ້ານການສໍ້ລາດບັງຫຼວງມີສິດສະເໜີໃຫ້ໄອ ຍະການປະຊາຊົນຂັ້ນເທິງຖັດນັ້ນພິຈາລະນາແກ້ໄຂ.

..ໝວດທີ6ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ


...ມາດຕາສາມສິບຫ້າ:ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາສາມສິບຫ້າ:ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຄໍາຕັດສິນຂອງສານປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດກ່ຽວ ກັບຄະດີສໍ້ລາຍບັງຫຼວງຕ້ອງນໍາມາຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຕາມກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ຫ້າມບຸກຄົນຫຼືການຈັດຕັ້ງແຊກແຊງ,ຂັດຂວາງການຈັດຕັ້ງ ປະຕິບັດຄໍາຕັດສິນຂອງສານກ່ຽວກັບການສໍ້ລາດບັງຫຼວງຢ່າງເດັດ ຂາດ.

...ມາດຕາສາມສິບຫົກ:ການກວດກາການປະຕິບັດຄໍາຕັດສິນຂອງສານ

ມາດຕາສາມສິບຫົກ:ການກວດກາການປະຕິບັດຄໍາຕັດສິນຂອງ ສານ ອົງການຕ້ານການສໍ້ລາດບັງຫຼວງແລະອົງການອື່ນໆທີ່ກ່ຽວ ຂ້ອງຕ້ອງຕິດຕາມກວດກາ,ຊຸກຍູ້,ໃຫ້ການຊ່ວຍເຫຼືອແກ່ການຈັດຕັ້ງ ປະຕິບັດຄໍາຕັດສິນຂອງສານກ່ຽວກັບຄະດີການສໍ້ລາດບັງຫຼວງຕາມ ພາລະບົດບາດ,ສິດແລະໜ້າທີ່ຂອງຕົນເພື່ອຮັບປະກັນໃຫ້ຄໍາຕັດສິນ ຂອງສານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດໃນຂອບ ເຂດທົ່ວປະເທດ.


..ໝວດທີ7ອົງການຕ້ານການສໍ້ລາດບັງຫຼວງ


...ມາດຕາສາມສິບເຈັດ:ທີ່ຕັ້ງ,ພາລະບົດບາດ

ມາດຕາສາມສິບເຈັດ:ທີ່ຕັ້ງ,ພາລະບົດບາດ ອົງການຕ້ານການສໍ້ລາດບັງຫຼວງແມ່ນອົງການລັດຊຶ່ງມີພາ ລະບົດບາດສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງໃນຂອບເຂດທົ່ວ ປະເທດໂດຍມອບໃຫ້ອົງການກວດກາແຫ່ງລັດຢູ່ຂັ້ນສູນກາງແລະ ອົງການກວດກາລັດຂັ້ນແຂວງເປັນຜູ້ຈັດຕັ້ງປະຕິບັດ. ອົງການຕ້ານການສໍ້ລາດບັງຫຼວງມີຖານະເປັນອົງການສືບ ສວນ-ສອບສວນແລະປະຕິບັດພາລະບົດບາດຂອງຕົນຢ່າງເປັນເອ ກະລາດ.

...ມາດຕາສາມສິບແປດ:ລະບົບການຈັດຕັ້ງ

ມາດຕາສາມສິບແປດ:ລະບົບການຈັດຕັ້ງ ລະບົບການຈັດຕັ້ງຂອງອົງການຕ້ານການສໍ້ລາດບັງຫຼວງ ປະກອບດ້ວຍ: -ຂັ້ນສູນກາງ; -ຂັ້ນແຂວງ. ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງມີຖານະທຽບ ເທົ່າກະຊວງ,ຫົວໜ້າອົງການດັ່ງກ່າວຖືກແຕ່ງຕັ້ງຫຼືປົດຕໍາແໜ່ງ ຕາມວິທີການດຽວກັນກັບສະມາຊິກລັດຖະບານ. ອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງມີຖານະທຽມ ເທົ່າພະແນກຂັ້ນແຂວງ,ຫົວໜ້າອົງການດັ່ງກ່າວຖືກແຕ່ງຕັ້ງຫຼື ປົດຕໍາແໜ່ງໂດຍຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນ ສູນກາງພາຍຫຼັງໄດ້ປະສານສົມທົບກັບເຈົ້າແຂວງ,ເຈົ້າຄອງນະ ຄອນຫຼືຫົວໜ້າເຂດພິເສດ. ສໍາລັບກົງຈັກຊ່ວຍວຽກແຕ່ລະຂັ້ນແມ່ນປະຕິບັດຕາມລະ ບຽບການທົ່ວໄປຂອງການບໍລິຫານລັດ.


...ມາດຕາສາມສິບເກົ້າ:ສິດແລະໜ້າທີ່ຂອງອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ

ມາດຕາສາມສິບເກົ້າ:ສິດແລະໜ້າທີ່ຂອງອົງການຕ້ານການ ສໍ້ລາດບັງຫຼວງຂັ້ນສູນກາງ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງມີສິດແລະ ໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງ:ຄົ້ນຄ້ວານະໂຍບາຍ,ທິດທາງແຜນການ,ກົດໝາຍ, ລະບຽບການແລະມາດຕະການກ່ຽວກັບການສະກັດກັ້ນແລະ ຕ້ານການສໍ້ລາດບັງຫຼວງເພື່ອສະເໜີໃຫ້ລັດຖະບານພິຈາລະນາ ຕົກລົງ; ສອງ:ຊີ້ນໍາ,ກວດກາການຈັດຕັ້ງປະຕິບັດວຽກງານກ່ຽວ ກັບການສະກັດກັ້ນແລະຕ້ານການສໍ້າລາດບັງຫຼວງໃນຂອບເຂດ ທົ່ວປະເທດ; ສາມ:ດໍາເນີນວຽກງານຕ່າງໆກ່ຽວກັບການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງໃນຖັນແຖວພະນັກງານໃນຂອບ ເຂດທົ່ວປະເທດເປັນຕົ້ນແມ່ນພະນັກງານທີ່ສູນກາງຄຸ້ມຄອງແລະ ພະນັກງານອື່ນຂອງອົງການຈັດຕັ້ງທີ່ຢູ່ອ້ອມຂ້າງສູນກາງ; ສີ່:ດໍາເນີນການສືບສວນ-ສອບສວນກ່ຽວກັບການສໍ້ລາດ ບັງຫຼວງໂດຍນໍາໃຊ້ມາດຕະການຕ່າງໆຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ; ຫ້າ:ສະເໜີງົດຕໍາແໜ່ງ,ໜ້າທີ່ຊົ່ວຄາວຫຼືບໍ່ໃຫ້ຍົກຍ້າຍ, ແຕ່ງຕັ້ງ,ສັບປ່ຽນຜູ້ຖືກກວດກາໃນເວລາການກວດກາບໍ່ທັນສິ້ນ ສຸດ. ຫົກ:ພົວພັນ,ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢູ່ ສູນກາງແລະທ້ອງຖິ່ນເພື່ອຈັດຕັ້ງປະຕິບັດສິດ,ໜ້າທີ່ຂອງຕົນ; ເຈັດ:ພິຈາລະນາ,ຕົກລົງແລະນໍາໃຊ້ມາດຕະການຕ່າງ ໆຕໍ່ຜູ້ຖືກກວດກາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; ແປດ:ສະຫຼຸບຜົນຂອງການປະຕິບັດວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງແລ້ວລາຍງານໃຫ້ນາຍົກລັດຖະ ມົນຕີແລະຄະນະປະຈໍາສະພາແຫ່ງຊາດແຕ່ລະໄລຍະ; ເກົ້າ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ.


...ມາດຕາສີ່ສິບ:ສິດແລະໜ້າທີ່ຂອງອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ

ມາດຕາສີ່ສິບ:ສິດແລະໜ້າທີ່ຂອງອົງການຕ້ານການສໍ້ລາດບັງ ຫຼວງຂັ້ນແຂວງ ອົງການຕ່ານການສໍ້ລາດບັງຫຼວງຂັ້ນແຂວງມີສິດແລະ ໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງ:ຈັດຕັ້ງປະຕິບັດນະໂຍບາຍ,ທິດທາງແຜນການ,ກົດ ໝາຍ,ລະບຽບການແລະມາດຕະການກ່ຽວກັບການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ; ສອງ:ດໍາເນີນວຽກງານຕ່າງໆກ່ຽວກັບການສະກັດກັ້ນແລະ ຕ້ານການສໍ້ລາດບັງຫຼວງໃນຖັນແຖວພະນັກງານທີ່ບໍ່ແມ່ນສູນກາງ ຄຸ້ມຄອງຢູ່ທ້ອງຖິ່ນຂອງຕົນ. ສາມ:ດໍາເນີນການສືບສວນ-ສອບສວນກ່ຽວກັບການສໍ້ລາດ ບັງຫຼວງໂດຍນໍາໃຊ້ມາດຕະການຕ່າງໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍການດໍາເນີນຄະດີອາຍາ. ສີ່:ສະເໜີງົດຕໍາແໜ່ງ,ໜ້າທີ່ຊົ່ວຄາວຫຼືບໍ່ໃຫ້ຍົກຍ້າຍ,ແຕ່ງ ຕັ້ງ,ສັບປ່ຽນຜູ້ຖືກກວດກາໃນເວລາການກວດກາບໍ່ທັນສິ້ນສຸດ; ຫ້າ:ພົວພັນ,ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອ ຈັດຕັ້ງປະຕິບັດສິດແລະໜ້າທີ່ຂອງຕົນ; ຫົກ:ພິຈາລະນາ,ຕົກລົງແລະນໍາໃຊ້ມາດຕະການຕ່າງໆຕໍ່ ຜູ້ຖືກກວດກາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; ເຈັດ:ສະຫຼຸບຜົນຂອງການປະຕິບັດວຽກງານສະກັດກັ້ນແລະ ຕ້ານການສໍ້ລາດບັງຫຼວງແລ້ວລາຍງານໃຫ້ອົງການຕ້ານການສໍ້ ລາດບັງຫຼວງຂັ້ນສູນກາງ,ເຈົ້າແຂວງ,ເຈົ້າຄອງນະຄອນຫຼືຫົວໜ້າ ເຂດພິເສດແລະຫົວໜ້າຄະນະສະມາຊິກສະພາແຫ່ງຊາດປະຈໍາ ເຂດເລືອກຕັ້ງແຕ່ລະໄລຍະ; ແປດ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ.


...ມາດຕາສີ່ສິບເອັດ:ມາດຕະຖານ,ເງື່ອນໄຂຂອງພະນັກງານຕ້ານການສໍ້ລາດບັງຫຼວງ

ມາດຕາສີ່ສິບເອັດ:ມາດຕະຖານ,ເງື່ອນໄຂຂອງພະນັກງານຕ້ານ ການສໍ້ລາດບັງຫຼວງ ພະນັກງານຕ້ານການສໍ້ລາດບັງຫຼວງມີມາດຕະຖານ,ເງື່ອນ ໄຂດັ່ງນີ້: ໜຶ່ງ:ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ,ມີຄວາມສັດ ຊື່ບໍລິສຸດ,ໂປ່ງໃສ,ບໍ່ສໍ້ລາດບັງຫຼວງ; ສອງ:ມີຄວາມຮູ້,ຄວາມສາມາດແລະລະດັບວິຊາສະເພາະ ສົມຄູ່ກັບວຽກງານທີ່ຕົນຮັບຜິດຊອບ; ສາມ:ມີຄວາມຍຸຕິທໍາ,ເບິ່ງບັນຫາເລິກເຊິ່ງ,ຮອບຄອບ,ພາ ວະວິໄສ,ບໍ່ລໍາອຽງ,ບໍ່ອະຄະຕີ,ໄຈ້ແຍກຂໍ້ມູນຢ່າງຖືກຕ້ອງ,ຊັດເຈນ ແລະກ້າຫານໃນການຕັດສິນບັນຫາ; ສີ່:ເປັນຜູ້ເຄັ່ງຄັດແລະເປັນແບບຢ່າງໃນການປະຕິບັດລະ ບຽບກົດໝາຍ,ມີສະຕິຕໍ່ການຈັດຕັ້ງສູງ,ບໍ່ປະນິປະນອມ,ເດັດດ່ຽວ ສະກັດກັ້ນແລະຕ້ານທຸກປາກົດການສໍ້ລາດບັງຫຼວງ. ສໍາລັບຜູ້ທີ່ເປັນຫົວນ້າຕ້ອງແມ່ນຜູ້ທີ່ມີຖານະການເມືອງສໍາ ຄັນ,ມີບົດບາດອິດທິພົນແລະໄດ້ຮັບຄວາມເຊື່ອຖືຈາກສັງຄົມ.


..ໝວດທີ8ພັນທະ,ຄວາມຮັບຜິດຊອບແລະສິດຂອງຜູ້ຖືກກວດກາ


...ມາດຕາສີ່ສິບສອງ:ພັນທະແລະຄວາມຮັບຜິດຊອບຂອງຜູ້ຖືກກວດກາ

ມາດຕາສີ່ສິບສອງ:ພັນທະແລະຄວາມຮັບຜິດຊອບຂອງຜູ້ຖືກກວດ ກາ ການຈັດຕັ້ງແລະບຸກຄົນທີ່ຖືກກວດກາມີພັນທະແລະຄວາມ ຮັບຜິດຊອບດັ່ງນີ້: ໜຶ່ງ:ໃຫ້ການຮ່ວມມື,ອໍານວຍຄວາມສະດວກໃຫ້ແກ່ການ ກວດກາ,ສະໜອງຂໍ້ມູນຂ່າວສານ,ເອກະສານຕ່າງໆໃຫ້ທັນເວລາ, ໃຫ້ຄໍາຊີ້ແຈງ,ອະທິບາຍຕາມການສະເໜີຂອງພະນັກງານກວດກາ; ສອງ:ປະຕິບັດຕາມຄໍາສັ່ງ,ຄໍາແນະນໍາ,ແຈ້ງການ,ຄໍາສະ ເໜີແລະຄໍາຕົກລົງຂອງອົງການຕ້ານການສໍ້ລາດບັງຫຼວງຢ່າງ ເຂັ້ມງວດແລະທັນເວລາ; ສາມ:ຫ້າມມອບ,ໂອນ,ຂາຍ,ສັບປ່ຽນຊັບສິນຕ່າງໆຂອງຕົນ ໃນເວລາການກວດກາຍັງບໍ່ທັນສໍາເລັດເວັ້ນເສຍແຕ່ໄດ້ຮັບອະນຸ ຍາດຈາກອົງການຕ້ານການສໍ້ລາດບັງຫຼວງ. ຖ້າບຸກຄົນຫຼືການຈັດຕັ້ງທີ່ຖືກກວດການັ້ນຫາກບໍ່ປະຕິບັດພັນ ທະແລະຄວາມຮັບຜິດຊອບທີ່ກ່າວມາຂ້າງເທິງນີ້ຫຼືຂັດຂວາງ,ບໍ່ໃຫ້ ມີການຮ່ວມມືໃນການກວດກາຈະຖືວ່າເປັນການລະເມີດລະບຽບ ກົດໝາຍແລະຈະຖືກກ່າວເຕືອນ,ປະຕິບັດວິໄນຫຼືຖືກປະຕິບັດຕາມ ຕະການອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.


...ມາດຕາສີ່ສິບສາມ:ສິດຂອງຜູ້ຖືກກວດກາ

ມາດຕາສີ່ສິບສາມ:ສິດຂອງຜູ້ຖືກກວດກາ ການຈັດຕັ້ງແລະບຸກຄົນທີ່ຖືກກວດກາມີສິດດ່ັງນີ້: ໜຶ່ງ:ປົກປ້ອງຕົນເອງ,ແກ້ຂໍ້ກ່າວຫາດ້ວຍການນໍາເອົາຂໍ້ ມູນ,ຫຼັກຖານມາຊີ້ແຈງ,ອະທິບາຍຕໍ່ອົງການຕ້ານການສໍ້ລາດບັງ ຫຼວງ; ສອງ:ຄ້ານຕົວພະນັກງານກວດກາທີ່ມີຂໍ້ຂັດແຍ່ງຫຼືມີອະຄະ ຕິຕໍ່ກັນມາກ່ອນ; ສາມ:ສະເໜີ,ລາຍງານຄໍາຄິດຄໍາເຫັນ,ຊີ້ແຈງເຫດຜົນຂອງ ຕົນຕໍ່ການຈັດຕັ້ງຂັ້ນເທິງເພື່ອໃຫ້ພິຈາລະນາຄືນຄໍາຕົກລົງກ່ຽວກັບ ຜົນຂອງການກວດກາຂອງອົງການຕ້ານການສໍ້ລາດບັງຫຼວງ;ການ ຈັດຕັ້ງຂັ້ນເທິງທີ່ກ່ຽວຂ້ອງນັ້ນຕ້ອງພິຈາລະນາແລະຕອບຜູ້ກ່ຽວ ພາຍໃນສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີ,ຄໍາຊີ້ແຈງເປັນຕົ້ນ ໄປ. ສີ່:ປະຕິບັດສິດອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ຜູ້ຖືກກວດກາສາມາດດໍາເນີນການປົກປ້ອງດ້ວຍຕົນເອງ, ເອົາທະນາຍຄວາມຫຼືຜູ້ປົກປ້ອງອື່ນຊ່ວຍເຫຼືອທາງດ້ານກົດໝາຍ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.


..ໝວດທີ9ນະໂຍບາຍຕໍ່ຜູ້ທີ່ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາສີ່ສິບສີ່:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາສີ່ສິບສີ່:ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດ ກົດໝາຍສະບັບນີ້ເປັນຕົ້ນແມ່ນໄດ້ໃຫ້ການຮ່ວມມື,ສະໜອງຂໍ້ມູນ ກ່ຽວກັບການສໍ້ລາດບັງຫຼວງຈະໄດ້ຮັບການປົກປ້ອງຄວາມປອດ ໄພແລະຈະໄດ້ຮັບການຍ້ອງຍໍ,ປະຕິບັດນະໂຍບາຍອື່ນທຕາມຄວາມ ເໝາະສົມ.


...ມາດຕາສີ່ສິບຫ້າ:ມາດຕະການຕໍ່ຜູ້ລະເມີດ

ມາດຕາສີ່ສິບຫ້າ:ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງຫາກໄດ້ລະເມີດກົດໝາຍສະບັບນີ້ຊຶ່ງ ກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະ ຜົນປະໂຫຍດຂອງພົນລະເມືອງຈະຖືກປະຕິບັດມາດຕະການສຶກສາ ອົບຮົມຫຼືປະຕິບັດວິໄນຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບສອງ ແລະສາມສິບສາມຂອງກົດໝາຍສະບັບນີ້ຫຼືປະຕິບັດມາດຕະການ ທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກລວມທັງໃຊ້ແທນຄ່າເສຍ ຫາຍທີ່ຕົນໄດ້ກໍ່ຂຶ້ນ.


...ມາດຕາສີ່ສິບຫົກ:ມາດຕະການທາງອາຍາ

ມາດຕາສີ່ສິບຫົກ:ມາດຕະການທາງອາຍາ ພະນັກງານຜູ້ໃດຫາກໄດ້ມີພຶດຕິກໍາທີ່ໄດ້ກໍານົດໄວ້ໃນມາດ ຕາສິບຂອງກົດໝາຍສະບັບນີ້ທີ່ເປັນການກະທໍາຜິດໜັກຈະຖືກປະຕິ ບັດມາດຕະການທາງອາຍາ. ສໍາລັບການຍັກຍອກ,ສໍ້ໂກງຊັບຂອງລັດຫຼືລວມໝູ່,ຮັບສິນ ບົນ,ສວຍໃຊ້ຖານະຕໍາແໜ່ງສິດອໍານາດໜ້າທີ່,ສວຍໃຊ້ຊັບຂອງ ລັດຫຼືລວມໝູ່,ໃຊ້ຖານະຕໍາແໜ່ງສິດອໍານາດໜ້າທີ່ເກີນຂອບເຂດ, ປອມແປງເອກະສານຫຼືໃຊ້ເອກະສານປອມຈະຖືກລົງໂທດຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍອາຍາ.


...ມາດຕາສີ່ສິບເຈັດ:ການລັກໂລບ,ການປອມແປງມາດຕະຖານເຕັກນິກກໍ່ສ້າງ,ອອກແບບ,ຄິດໄລ່

ມາດຕາສີ່ສິບເຈັດ:ການລັກໂລບ,ການປອມແປງມາດຕະຖານ ເຕັກນິກກໍ່ສ້າງ,ອອກແບບ,ຄິດໄລ່ ພະນັກງານຜູ້ໃດຫາກໄດ້ລັກໂລບ,ປອມແປງມາດຕະຖານ ເຕັກນິກກໍ່ສ້າງ,ສໍາຫຼວດ,ອອກແບບ,ຄິດໄລ່ຈະຖືກລົງໂທດຕັດອິດ ສະຫຼະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍ ຂອງມູນຄ່າທີ່ເສຍຫາຍ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການລັກໂລບ,ປອມ ແປງມາດຕະຖານເຕັກນິກໍ່ສ້າງ,ສໍາຫຼວດ,ອອກແບບ,ຄິດໄລ່ເປັນ ອາຈິນແລະມີຜົນເສຍຫາຍຫຼາຍຈະຖືກລົງໂທດຕັດອິດສະລະພາບ ແຕ່ຫ້າປີຫາສິບຫ້າປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າ ທີ່ເສຍຫາຍ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການຫຼັກໂລບ,ປອມ ແປງມາດຕະຖານເຕັກນິກກໍ່ສ້າງ,ສໍາຫຼວດ,ອອກແບບ,ຄິດໄລ່ ເປັນອາຈິນ,ມີການຈັດຕັ້ງເປັນກຸ່ມແລະມີຄວາມເສຍຫາຍຢ່າງ ຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວ ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າທີ່ເສຍຫາຍ.


...ມາດຕາສີ່ສິບແປດ:ການໂກງການປະມູນຫຼືການສໍາປະທານ

ມາດຕາສີ່ສິບແປດ:ການໂກງການປະມູນຫຼືການສໍາປະທານ ພະນັກງານຜູ້ໃດຫາກໄດ້ໂກງການປະມູນຫຼືການສໍາປະ ທານຈະຖືລົງໂທດຕັດອິດສະຫຼະພາບແລະຈະຖືກປັບໃໝຕາມທີ່ ໄດ້ກໍານົດໄວ້ໃນມາດຕາສີ່ສິບເຈັດຂອງກົດໝາຍສະບັບນີ້.

...ມາດຕາສີ່ສິບເກົ້າ:ການເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດ

ມາດຕາສີ່ສິບເກົ້າ:ການເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດ ພະນັກງານຜູ້ໃດຫາກໄດ້ເປີດເຜີຍຄວາມລັບຂອງລັດຫຼື ທາງລັດຖະການເພື່ອຫາຜົນປະໂຫຍດສ່ວນຕົວຈະຖືກລົງໂທດຕັດ ອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສອງ ລ້ານກີບຫາສິບລ້ານກີບ.

...ມາດຕາຫ້າສິບ:ການກົດໜ່ວງ,ຖ່ວງດຶງເອກະສານ

ມາດຕາຫ້າສິບ:ການກົດໜ່ວງ,ຖ່ວງດຶງເອກະສານ ພະນັກງານຜູ້ໃດຫາກໄດ້ເຈດຕະນາກົດໜ່ວງ,ຖ່ວງດຶງເອ ກະສານເພື່ອຫາຜົນປະໂຫຍດໃດໜຶ່ງຈະຖືກລົງໂທດຕັດອິດສະລະ ພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບ ຫາຫ້າລ້ານກີບ.

...ມາດຕາຫ້າສິບເອັດ:ມາດຕະການທາງແພ່ງ

ມາດຕາຫ້າສິບເອັດ:ມາດຕະການທາງແພ່ງ ພະນັກງານຜູ້ໃດຫາກໄດ້ກະທໍາຜິດໃນສະຖານສໍ້ລາດບັງ ຫຼວງຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບຂອງກົດໝາຍສະບັບນີ້ຊຶ່ງ ກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະ ຜົນປະໂຫຍດຂອງພົນລະເມືອງນອກຈາກຈະໄດ້ຮັບໂທດທາງອາ ຍາແລ້ວຍັງຈະຕ້ອງໄດ້ໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນຢ່າງ ຄົບຖ້ວນແລະຊັບສິນທີ່ໄດ້ມາຈາກການກະທໍາຜິດຈະຖືກຮິບເປັນ ຂອງລັດທັງໝົດ.


..ໝວດທີ10ບົດບັນຍັດສຸດທ້າຍ


...ມາດຕາຫ້າສິບສອງ:ການຈັດຕັ້ງປະຕິບັດ

ມາດຕາຫ້າສິບສອງ:ການຈັດຕັ້ງປະຕິບັດ ລັດຖະບານແປ່ງສປປລາວເປັນຜູ້ອອກດໍາລັດແລະຈັດຕັ້ງ ປະຕິບັດກົດໝາຍສະບັບນີ້.


...ມາດຕາຫ້າສິບສາມ:ຜົນສັກສິດ.

ມາດຕາຫ້າສິບສາມ:ຜົນສັກສິດ. ກົດໝາຍສະບັບນີ້ມີຜົນສັັກສິດພາຍຫຼັງຫົກສິບວັນນັບແຕ່ວັນ ປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ປະທານສະພາແຫ່ງຊາດ ສະໝານ ວິຍະເກດ