ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ 18-12-2012

From Wikisource
Jump to navigation Jump to search

ການຕ້ານການສໍ້ລາດບັງຫຼວງ 18-12-2012

ໝວດທີ 1 ບົດບັນຍັດທົ່ວໄປ

ມາດຕາ 1 (ປັບປຸງ) ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການໃນການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງເພື່ອບໍ່ໃຫ້ຊັບສິນຂອງລັດ,ລວມໝູ່,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຖືກເສຍຫາຍ,ຖືກຍັກຍອກຫຼືສໍ້ໂກງ,ນໍາເອົາຜູ້ກະທໍາຜິດມາດໍາເນີນຄະດີແລະປົກປ້ອງຜູ້ບໍລິສຸດແນໃສ່ເຮັດໃຫ້ອົງການລັດມີຄວາມໂປ່ງໃສ,ເຂັ້ມແຂງແລະສາມາດກວດກາໄດ້ທຸກເວລາປະກອບດສ່ວນເຮັດໃຫ້ມີສະເຖຍລະພາບທາງດ້ານການເມືອງ,ເສດຖະກິດມີການຂະຫຍາຍຕົວແລະໝັ້ນຄົງ,ສັງຄົມມີຄວາມສະຫງົບ,ມີຄວາມເປັນລະບຽບຮຽບຮ້ອຍແລະຍຸຕິທໍາ.

ມາດຕາ 2 (ປັບປຸງ) ການສໍ້ລາດບັງຫຼວງ ການສໍ້ລາດບັງຫຼວງແມ່ນພຶດຕິກໍາຂອງພະນັກງານທີ່ສວຍໃຊ້ສິດອໍານາດ,ຖານະຕໍາແໜ່ງແລະໜ້າທີ່ຂອງຕົນເພື່ອຍັກຍອກ,ສໍ້ໂກງ,ຮັບສິນບົນ,ທີ່ໃຫ້ສິນບົນແລະມີພຶດຕິກໍາອື່ນທີ່ໄດ້ກໍານົດໄວ້ໃນມາດຕາ11ຂອງກົດໝາຍສະບັບນີ້ເພື່ອຫາຜົນປະໂຫຍດໃຫ້ຕົນເອງ,ຄອບຄົວ,ຍາດພີ່ນ້ອງ,ໝູ່ຄູ່,ພັກພວກຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ລວມໝູ່,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ. ພະນັກງານທີ່ໄດ້ກ່າວໄວ້ໃນກົດໝາຍສະບັບນີ້ແມ່ນພະນັກງານຂອງລັດ,ພະນັກງານວິສາຫະກິດ,ພະນັກງານຕ່າງປະເທດແລະພະນັກງານອົງການຈັດຕັ້ງສາກົນ.

ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ ຄໍາສັບທີ່ໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ພະນັກງານຂອງລັດໝາຍເຖິງພະນັກງານນໍາພາຂັ້ນຕ່າງໆ,ພະນັກງານຄຸ້ມຄອງ,ພະນັກງານວິຊາການ,ລັດຖະກອນ,ທະຫານ,ຕໍາຫຼວດ,ພະນັກງານລັດວິສາຫະກິດດພະນັກງານລັດວິສາຫະກິດປະສົມ,ລັດຮຸ້ນສ່ວນກອງບໍລິຫານວິຊາການ,ທຸກການຈັດຕັ້ງການຜະລິດທຸລະກິດທີ່ລັດຈັດຕັ້ງຂຶ້ນລວມທັງນາຍບ້ານແລະຜູ້ໄດ້ຮັບມອບສິດ,ໜ້າທີ່ໃດໜຶ່ງຈາກທາງການ; 2.ພະນັກງານວິສາຫະກິດໝາຍເຖິງພະນັກງານວິສາຫະກິດເອກະຊົນທັງພາຍໃນແລະຕ່າງປະເທດທີ່ມາເຄື່ອນໄຫວດໍາເນີນທຸລະກິດຢູ່ສປປລາວ; 3.ພະນັກງານຕ່າງປະເທດໝາຍເຖິງພະນັກງານລັດຂອງປະເທດໃດໜຶ່ງທີ່ຖືກແຕ່ງຕັ້ງຈາກປະເທດນັ້ນໃຫ້ມາເຄື່ອນໄຫວວຍກງານຢູ່ສປປລາວ; 4.ພະນັກງານອົງການຈັດຕັ້ງສາກົນໝາຍເຖິງພະນັກງານທີ່ໄດ້ຮັບການແຕ່ງຕັ້ງຫຼືໄດ້ຮັບອະນຸຍາດຈາກອົງການຈັດຕັ້ງສາກົນໃດໜຶ່ງໃຫ້ມາເຄື່ອນໄຫວວຽກງານຢູ່ສປປລາວໃນນາມອົງການນັ້ນ.

ມາດຕາ 4 (ປັບປຸງ) ການສະກັດກັ້ນແລະການຕ້ານການສໍ້ລາດບັງຫຼວງ ການສະກັດກັ້ນການສໍ້ລາດບັງຫຼວງແມ່ນການຈໍາກັດ,ການປ້ອງກັນບໍ່ໃຫ້ການສໍ້ລາດບັງຫຼວງເກີດຂຶ້ນຢູ່ໃນການຈັດຕັ້ງລັດ,ການເມືອງແລະສັງຄົມດ້ວຍການໂຄສະນາສຶກສາອົບຮົມ,ຕິດຕາມ,ກວດກາ,ແຈ້ງຊັບສິນ,ປະຕິບັດນະໂຍບາຍແລະອື່ນໆ. ການຕ້ານການສໍ້ລາດບັງຫຼວງແມ່ນການກໍາຈັດ,ປາບປາມແລະລົບລ້າງທຸກການກະທໍາທີ່ເປັນການສໍ້ລາດບັງຫຼວງດ້ວຍການກວດກາ,ການສືບສວນສອບສວນ,ການສຶກສາອົບຮົມ,ການລົງວິໄນແລະການລົງໂທດຕາມກົດໝາຍ. ລັດຕ້ອງສ້າງເງື່ອນໄຂໃຫ້ພົນລະເມືອງ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມແລະສື່ມວນຊົນໄດ້ມີສ່ວນຮ່ວມໃນການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງຕາມລະບຽບການ.

ມາດຕາ 5 (ປັບປຸງ) ຫຼັກການຕ້ານການສໍ້ລາດບັງຫຼວງ ການຕ້ານການສໍ້ລາດບັງຫຼວງຕ້ອງດໍາເນີນຕາມຫຼັກການດັ່ງນີ້: -ຖືເອົາການສະກັດກັ້ນເປັນຕົ້ນຕໍແລະເອົາການຕ້ານເປັນສໍາຄັນ; -ດໍາເນີນການກວດກາແລະສືບສວນສອບສວນຕໍ່ທຸກປາກົດການສໍ້ລາດບັງຫຼວງຢ່າງທັນການ,ຂັ້ມງວດ,ເປັນເອກະລາດ,ພາວະວິໄສ,ຊັດເຈນແລະເປີດເຜີຍ; -ແກ້ໄຂຢ່າງທັນການ,ເຂັ້ມງວດແລະຍຸຕິທໍາໃນກໍລະນີທີ່ມີການກະທໍາຜິດ; -ຮັບປະກັນບໍ່ໃຫ້ມີການແຊກແຊງ,ຂັດຂວາງຫຼືນາບຂູ່ຈາກບຸກຄົນຫຼືການຈັດຕັ້ງໃດໜຶ່ງ; -ຕ້ອງໃຫ້ການຮ່ວມມື,ສ້າງເງື່ອນໄຂແລະອໍານວຍຄວາມສະດວກໃຫ້ແກ່ການກວດກາ.

ມາດຕາ 6 ຄວາມຮັບຜິດຊອບຂອງອົງການຕ້ານການສໍ້ລາດບັງຫຼວງ ອົງການຕ້ານການສໍ້ລາດບັງຫຼວງຕ້ອງປະຕິບັດໜ້າທີ່ຂອງຕົນຢ່າງພາວະວິໄສ,ໂປ່ງໃສ,ຍຸຕິທໍາ,ຖືກຕ້ອງຕາມຄວາມເປັນຈິງ,ຕາມສິດ,ໜ້າທີ່ແລະຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍພ້ອມທັງມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບການເຄື່ອນໄຫວຂອງຕົນແລະຢູ່ພາຍໃຕ້ການກວດກາຂອງປະຊາຊົນແລະສະພາແຫ່ງຊາດ.

ມາດຕາ 7 (ປັບປຸງ) ພັນທະໃນການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ ບັນດາອົງການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ວິສາຫະກິດ,ສະຖານທູດ,ສະຖານກົງສູນ,ອົງການຈັດຕັ້ງສາກົນ,ສື່ມວນຊົນແລະພົນລະເມືອງທຸກຄົນມີພັນທະປະກອບສ່ວນເຂົ້າໃນການເຄື່ອນໄຫວສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງດ້ວຍການຮ່ວມມື,ອໍານວຍຄວາມສະດວກ,ສະໜອງຂໍ້ມູນ,ຫຼັກຖານໃຫ້ແກ່ອົງການທີ່ມີສິດແລະໜ້າທີ່ກ່ຽວຂ້ອງຢ່າງທັນການ.

ມາດຕາ 8 ການປົກປ້ອງ ລັດປົກປ້ອງພະນັກງານທີ່ດໍາເນີນການຕ້ານການສໍ້ລາດບັງຫຼວງລວມທັງຜູ້ເຂົ້າຮ່ວມໃນວຽກງານດັ່ງກ່າວເຊັ່ນຜູ້ລາຍງານ,ຜູ້ໃຫ້ຂໍ້ມູນຂ່າວສານ,ຜູ້ຖືກເສຍຫາຍ,ພະຍານ,ຜູ້ຊ່ຽວຊານແລະຄອບຄົວຂອງພວກກ່ຽວຈາກການແກ້ແຄ້ນ,ຂົ່ມຂູ່ຕໍ່ຊີວິດ,ສູຂະພາບ,ອິດສະລະພາບ,ກຽດຊື່ສຽງຫຼືຊັບສິນ.

ມາດຕາ 9 (ປັບປຸງ) ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບພະນັກງານຂອງລັດ,ພະນັກງານວິສາຫະກິດ,ພະນັກງານຕ່າງປະເທດແລະພະນັກງານອົງການຈັດຕັ້ງສາກົນ.

ມາດຕາ 10 (ປັບປຸງ) ການຮ່ວມມືສາກົນ ລັດຊຸກຍູ້,ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ການສໍາມະນາ,ການຍົກລະດັບຄວາມຮູ້,ຄວາມສາມາດທາງດ້ານວິຊາການແລະການຍາດແຍ່ງການຊ່ວຍເຫຼືອເພື່ອພັດທະນາວຽກງານສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງບົນພື້ນຖານລະບຽບກົດໝາຍຂອງສປປລາວແລະສອດຄ່ອງກັບສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ໝວດທີ 2 ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ

ມາດຕາ 11 (ປັບປຸງ) ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງສະແດງອອກດັ່ງນີ້: -ການຍັກຍອກຊັບຂອງລັດຫຼືລວມໝູ່; -ການສໍ້ໂກງຊັບຂອງລັດຫຼືລວມໝູ່; -ການໃຫ້ສິນບົນ; -ການຮັບສິນບົນ; -ການສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເພື່ອເອົາຊັບຂອງລັດ,ລວມໝູ່ຫຼືບຸກຄົນ; -ການສວຍໃຊ້ຊັບຂອງລັດຫຼືລວມໝູ່; -ການໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເກີນຂອບເຂດເພື່ອເອົາຊັບຂອງລັດ,ລວມໝູ່ຫຼືບຸກຄົນ; -ການລັກໂລບ,ປອມແປງມາດຕະຖານເຕັກນິກໍ່ສ້າງ,ອອກແບບ,ຄິດໄລ່ແລະອື່ນໆ; -ການໂກງການປະມູນຫຼືການສໍາປະທານ; -ການປອມແປງເອກະສານຫຼືການນໍາໃຊ້ເອກະສານປອມ; -ການເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດສ່ວນຕົວ; -ການກົດໜ່ວງ,ຖ່ວງດຶງເອກະສານ.

ມາດຕາ 12 ການຍັກຍອກຊັບຂອງລັດຫຼືລວມໝູ່ ການຍັກຍອກຊັບຂອງລັດຫຼືລວມໝູ່ແມ່ນການສວຍໃຊ້ຄວາມເຊື່ອໃຈເພື່ອລັກໂລບເອົາ,ຕັດຮອນເອົາຫຼືສັບປ່ຽນເອົາຊັບຂອງລັດຫຼືລວມໝູ່ທີ່ຕົນໄດ້ຖືກມອບໝາຍໃຫ້ຮັກສາ,ນໍາໃຊ້,ຂົນສົ່ງ,ກໍ່ສ້າງ,ສ້ອມແປງຫຼືເຮັດວຽກໃດວຽກໜຶ່ງ.

ມາດຕາ 13 ການສໍ້ໂກງຊັບຂອງລັດຫຼືລວມໝູ່ ການສໍ້ໂກງຊັບຂອງລັດຫຼືລວມໝູ່ແມ່ນການໃຊ້ເລ່ລ່ຽມຕົວະຍົວະ,ຫຼອກລວງດ້ວຍວິທີໃດກໍ່ຕາມເພື່ອເຮັດໃຫ້ຜູ້ມີໜ້າທີ່ຮັບຜິດຊອບຊັບຂອງລລັດຫຼືລວມໝູ່ຫຼືຜູ້ອື່ນເອົາຊັບດັ່ງກ່າວໃຫ້ຕົນ.

ມາດຕາ14 (ໃໝ່) ການໃຫ້ສິນບົນ ການໃຫ້ສິນບົນແມ່ນການສະເໜີໃຫ້,ເອົາໃຫ້ຫຼືສັນຍາວ່າຈະໃຫ້ເງິນ,ຊັບສິ່ງຂອງຫຼືຜົນປະໂຫຍດໃດໜຶ່ງດ້ວຍຕົນເອງຫຼືຜ່ານສື່ກາງແກ່ພະນັກງານໂດຍທາງກົງຫຼືທາງອ້ອມເພື່ອໃຫ້ປະຕິບັດ,ເລືອກປະຕິບັດຫຼືລະເວັ້ນການປະຕິບັດໜ້າທີ່ຂອງພະນັກງານເພື່ອຈຸດປະສົງແລະຜົນປະໂຫຍດຂອງຜູ້ໃຫ້ສິນບົນ.

ມາດຕາ 15 ການຮັບສິນບົນ ການຮັບສິນບົນແມ່ນການທີ່ພະນັກງານຮັບເອົາ,ທວງເອົາ,ຂໍເອົາຫຼືຕົກລົງຮັບເອົາເງິນ,ຊັບສິ່ງຂອງຫຼືຜົນປະໂຫຍດໃດໜຶ່ງຈາກຜູ້ໃຫ້ສິນບົນໂດຍທາງກົງຫຼືທາງອ້ອມແລ້ວປະຕິບັດ,ເລືອກປະຕິບັດຫຼືລະເວັ້ນການປະຕິບັດໜ້າທີ່ຂອງຕົນຕາມຈຸດປະສົງແລະເພື່ອຜົນປະໂຫຍດຂອງຜູ້ໃຫ້ສິນບົນ.

ມາດຕາ 16 ການສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເພື່ອເອັາຊັບຂອງລັດ,ລວມໝູ່ຫຼືບຸກຄົນ ການສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເພື່ອເອົາຊັບຂອງລັດ,ລວມໝູ່ຫຼືບຸກຄົນແມ່ນການອີງໃສ່ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ຂອງຕົນເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ,ຄອບຄົວ,ຍາດພີ່ນ້ອງຫຼືພັກພວກຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ.

ມາດຕາ 17 ການສວຍໃຊ້ຊັບຂອງລັດຫຼືລວມໝູ່ ການສວຍໃຊ້ຊັບຂອງລັດຫຼືລວມໝູ່ແມ່ນການນໍາໃຊ້ຊັບຂອງລັດຫຼືລວມໝູ່ເພື່ອຫາຜົນປະໂຫຍດສ່ວນຕົວຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດຫຼືລວມໝູ່.

ມາດຕາ 18 ການໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເກີນຂອບເຂດເພື່ອເອົາຊັບຂອງລັດ,ລວມໝູ່ຫຼືບຸກຄົນ ການໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເກີນຂອບເຂດເພື່ອເອົາຊັບຂອງລັດ,ລວມໝູ່ຫຼືບຸກຄົນແມ່ນການໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເກີນທີ່ລະບຽບກົດໝາຍໄດ້ກໍານົດໄວ້ໂດຍເຈດຕະນາເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ,ຄອບຄົວ,ຍາດພີ່ນ້ອງຫຼືພັກພວກຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ລວມໝູຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພັນລະເມືອງ.

ມາດຕາ 19 ການລັກໂລບ,ປອມແປງມາດຕະຖານເຕັກນິກກໍ່ສ້າງ ການລັກກໂລບ,ປອມແປງມາດຕະຖານເຕັກນິກໍ່ສ້າງແມ່ນການລັກໂລບ,ປອມແປງມາດຕະຖານເຕັກນິກໃນການສໍາຫຼວດ,ອອກແບບ,ຄິດໄລ່ແລະອື່ນໆລະຫວ່າງເຈົ້າຂອງໂຄງການກັບຜູ້ຮັບເໝົາແລະຜູ້ອື່ນທີ່ກ່ຽວຂ້ອງກັບກິດຈະການໃດໜຶ່ງເຊັ່ນການກໍ່ສ້າງ,ການສ້ອມແປງ,ການປະດັບປະດາຕົບແຕ່ງ,ການຕິດຕັ້ງແລະກິດຈະການອື່ນເພື່ອຫາຜົນປະໂຫຍດສ່ວນຕົວຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ.

ມາດຕາ 20 ການໂກງການປະມູນຫຼືການສໍາປະທານ ການໂກງການປະມູນຫຼືການສໍາປະທານແມ່ນການຕົກລົງລະຫວ່າງພະນັກງານຂອງລັດກັບບໍລິສັດຮັບເໝົາແລະຜູ້ອື່ນທີ່ກ່ຽວຂ້ອງເພື່ອສ້າງເງື່ອນໄຂໃຫ້ຊະນະການປະມູນຫຼືການສໍາປະທານໃນກິດຈະການໃດໜຶ່ງຂອງລັດເພື່ອຫາຜົນປະໂຫຍດສວນຕົວຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ.

ມາດຕາ 21 ການປອມແປງເອກະສານຫຼືການນໍາໃຊ້ເອກະສານປອມ ການປອມແຜງເອກະສານແມ່ນການປອມແປງລາຍເຊັນ,ຕາປະທັບ,ຕັດຫຼືເພີ່ມຂໍ້ຄວາມໃດໜຶ່ງໃສ່ເນື້ອໃນເອກະສານ. ການນໍາໃຊ້ເອກະສານປອມແມ່ນການນໍາໃຊ້ເອກະສານທີ່ຮູ້ວ່າເປັນເອກະສານປອມແຕ່ນໍາໄປໃຊ້ເພື່ອຫາຜົນປະໂຫຍດສ່ວນຕົວຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພັນລະເມືອງ.

ມາດຕາ 22 ການເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດສ່ວນຕົວ ການເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດສ່ວນຕົວແມ່ນການເປີດເຜີຍເອກະສານຫຼືຂໍ້ມູນລັບ,ການຕົກລົງຂອງລັດຫຼືທາງລັດຖະການທີ່ລັດບໍ່ອະນຸຍາດໃຫ້ເປີດເຜີຍເພື່ອຜົນປະໂຫຍດສ່ວນຕົວ.

ມາດຕາ 23 ການກົດໜ່ວງ,ຖ່ວງດຶງເອກະສານ ການກົດໜ່ວງ,ຖ່ວງດຶງເອກະສານແມ່ນການກັກ,ໜ່ວງໜ່ຽວ,ແກ່ຍາວເວລາໃນການແກ້ໄຂເອກະສານທາງການໂດຍຜູ້ມີຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ.

ໝວດທີ 3 ມາດຕະການສະກັດກັ້ນການສໍ້ລາດບັງຫຼວງ

ມາດຕາ 24 (ປັບປຸງ) ການເປັນແບບຢ່າງຂອງພະນັກງານ ພະນັກງານທຸກຂັ້ນເປັນຕົ້ນພະນັກງານນໍາພາຂັ້ນຕ່າງໆຕ້ອງເປັນແບບຢ່າງໃນການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ,ດໍາລົງຊີວິດຢ່າງປອດໃສຂາວສະອາດ,ບໍ່ສໍ້ລາດບັງຫຼວງ.

ມາດຕາ 25 ຄວາມຮັບຜິດຊອບຂອງລັດ ເພື່ອສະກັດກັ້ນການສໍ້ລາດບັງຫຼວງລັດມີຄວາມຮັບຜິດຊອບດັ່ງນີ້: 1.ສຶກສາອົບຮົມສະຕິເຄົາລົບແລະປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ; 2.ປັບປຸງກົນໄກການບໍລິຫານລັດໃຫ້ດີ,ມີປະສິດທິຜົນແລະມີຄວາມໂປ່ງໃສ; 3.ກໍານົດແລະຈັດຕັ້ງປະຕິບັດນະໂຍບາຍດ້ານຕ່າງໆຕໍ່ພະນັກງານແຕ່ລະຂັ້ນໃຫ້ຈະແຈ້ງແລະຮັບປະກັນການແກ້ໄຂຊີວິດການເປັນຢູ່ຢ່າງເໝາະສົມ; 4.ລົງວິໄຈ,ລົງໂທດຜູ້ກະທໍາຜິດໃນສະຖານສໍ້ລາດບັງຫຼວງຢ່າງເຂັ້ມງວດແລະທັນການ; 5.ສົ່ງເສີມໃຫ້ປະຊາຊົນ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມແລະສື່ມວນຊົນມີສ່ວນຮ່ວມໃນການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງຕາມລະບຽບການ.

ມາດຕາ 26 (ປັບປຸງ) ຄວາມຮັບຜິດຊອບຂອງການຈັດຕັ້ງຕ່າງໆ. ອົງການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມແຕ່ສູນກາງລົງຮອດທ້ອງຖິ່ນລວມທັງວິສາຫະກິດຕ້ອງປະຕິບັດພາລະບົດບາດ,ສິດແລະໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຄົບຖ້ວນ,ເຂັ້ມງວດ,ທັນການແລະດໍາເນີນການຕິດຕາມ,ກວດກາ,ສໍາຫຼວດຕໍານິສົ່ງຂາວຊຶ່ງກັນແລະກັນກ່ຽວກັບການປະຕິບັດໜ້າທີ່ວຽກງານຂອງພະນັກງານພ້ອມທັງສຶກສາອົບຮົມຢ່າງເປັນປົກກະຕິແລະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອສະກັດກັ້ນ,ຕ້ານແລະແກ້ໄຂການສໍ້ລາດບັງຫຼວງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.

ມາດຕາ 27 (ປັບປຸງ) ຂໍ້ຫ້າມສໍາລັບພະນັກງານ ຫ້າມພະນັກງານມີພຶດຕິກໍາດັ່ງນີ້: 1.ຮັບເງິນ,ວັດຖຸສິ່ງຂອງຫຼືຜົນປະໂຫຍດອື່ນຈາກບຸກຄົນ,ການຈັດຕັ້ງທີ່ກ່ຽວພັນກັບໜ້າທີ່ວຽກງານທີ່ຕົນຮັບຜິດຊອບໂດຍທາງກົງຫຼືທາງອ້ອມຊຶ່ງອາດຈະສ້າງຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ; 2.ໃຫ້ເງິນ,ວັດຖຸສິ່ງຂອງຫຼືຜົນປະໂຫຍດອື່ນແກ່ບຸກຄົນ,ການຈັດຕັ້ງທີ່ກ່ຽວຂ້ອງໂດຍທາງກົງຫຼືທາງອ້ອມເພື່ອຜົນປະໂຫຍດຂອງຕົນຊຶ່ງອາດຈະສ້າງຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ; 3.ສ້າງຄວາມຫຍຸ້ງຍາກ,ກົດໜ່ວງ,ຖ່ວງດຶງ,ແຊກແຊງໃນການແກ້ໄຂວຽກງານໃດໜຶ່ງ; 4.ເປີດບັນຊີເງິນຝາກຢູ່ນອກສປປລາວໂດຍບໍ່ແຈ້ງໃຫ້ການຈັດຕັ້ງທີ່ກ່ຽວຂ້ອງຊາບ; 5.ເປັນທີ່ປຶກສາໃຫ້ແກ່ວິສາຫະກິດເອກະຊົນທີ່ພົວພັນເຖິງສິດຕົກລົງຂອງຕົນເພື່ອຜົນປະໂຫຍດສ່ວນຕົວ; 6.ເປັນນາຍໜ້າໃຫ້ແກ່ບຸກຄົນຫຼືການຈັດຕັ້ງເພື່ອຫາຜົນປະໂຫຍດສ່ວນຕົວເຊັ່ນແລ່ນຄະດີ,ແລ່ນໂຄງການ,ຂໍໂກຕາ; 7.ໃຊ້ຖານະຕໍາແໜ່ງເພື່ອກູ້ຢືມເງິນຂອງສ່ວນລວມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຜູ້ອື່ນຫຼືຄໍ້າປະກັນໃຫ້ຜູ້ອື່ນໄປກູ້ຢືມເງິນຢູ່ທະນາຄານ; 8.ບັນຈຸ,ສັບຊ້ອນຫຼືແຕ່ງຕັ້ງເມຍຫຼືຜົວ,ລູກຫຼືຍາດໃກ້ຊິດຂອງຕົນເຂົ້າໃນຕໍາແໜ່ງນໍາພາ,ຄຸ້ມຄອງໃນບາງຂົງເຂດວຽກງານທີ່ຕົນຮັບຜິດຊອບທີ່ຈະສ້າງເງື່ອນໄຂໃຫ້ມີການສໍ້ລາດບັງຫຼວງເຊັ່ນວຽກງານຈັດຕັ້ງ,ວຽກງານກວດກາ,ການເງິນ-ການບັນຊີ,ຄັງເງິນ,ການຮັກສາສາງ,ການຈັດຊື້-ຈັດຈ້າງແລະອື່ນໆ; 9.ຄອບຄອງຫຼືນໍາໃຊ້ຊັບຂອງລັດ,ລວມໝູ່ໂດຍບໍ່ຖືກຕ້ອງເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ,ຄອບຄົວ,ຍາດພີ່ນ້ອງແລະພັກພວກ; 10.ນໍາໃຊ້ເງິນຫຼືຊັບຂອງລັດ,ລວມໝູ່ເພື່ອສັງສັນຊຸມແຊວ,ເອົາເປັນຂອງຂວັນຫຼືແບ່ງປັນໃຫ້ພະນັກງານຫຼືບຸກຄົນອື່ນນອກລະບຽບກົດໝາຍ; 11.ເປີດເຜີຍຄວາມລັບຂອງລັດຫຼືຄວາມລັບທາງລັດຖະການ; 12.ປອມແປງເອກະສານ,ລັກໂລບ,ປອມແປງມາດຕະຖານເຕັກນິກ,ໂກງການປະມູນຫຼືສໍາປະທານ; 13.ປາບປາມ,ນາບຂູ່,ກົດໜ່ວງຜູ້ຮ້ອງຟ້ອງ,ຜູ້ຕໍານິສົ່ງຂ່າວແລະຜູ້ສະເໜີລາຍງານຂໍ້ມູນດ້ານຫຍໍ້ທໍ້ຕ່າງໆກ່ຽວກັບຕົນ; 14.ແອບອ້າງຊື່ສຽງ,ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ຂອງຂັ້ນເທິງຫຼືຂອງຜູ້ອື່ນເພື່ອຫາຜົນປະໂຫຍດສ່ວນຕົວ.

ມາດຕາ 28 ການແຈ້ງຊັບສິນ ຜູ້ມີຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ກ່ອນແລະຫຼັງຮັບຕໍາແໜ່ງ,ໜ້າທີ່ຕ້ອງແຈ້ງຊັບສິນແລະໜີ້ສິນຂອງຕົນ,ຂອງຜົວຫຼືເມຍແລະລູກທີ່ຢູ່ໃນການຄຸ້ມຄອງຂອງຕົນຢ່າງຊັດເຈນ,ສັດຊື່ບໍລິສຸດແລະມີຄວາມຮັບຜິດຊອບຕໍ່ກົດໝາຍກ່ຽວກັບເນື້ອໃນການແຈ້ງນັ້ນ. ລັດຖະບານເປັນຜູ້ອອກລະບຽບການລະອຽດກ່ຽວກັບການແຈ້ງຊັບສິນແລະໜີ້ສິນ.

ໝວດທີ 4 ການດໍາເນີນການກວດກາການສໍ້ລາດບັງຫຼວງ

ມາດຕາ 29 ສາເຫດທີ່ພາໃຫ້ມີການດໍາເນີນການກວດກາ ສາເຫດທີ່ພາໃຫ້ມີການດໍາເນີນການກວດກາຂອງອົງການຕ້ານການສໍ້ລາດບັງຫຼວງມີດັ່ງນີ້: -ເມື່ອພົບເຫັນຂໍ້ມູນ,ຫຼັກຖານທີ່ໜ້າເຊື່ອຖືໄດ້ກ່ຽວກັບການສໍ້ລາດບັງຫຼວງ; -ມີແຈ້ງການ,ແຈ້ງຄວາມ,ລາຍງານ,ການສະເໜີ,ຄໍາຮ້ອງຟ້ອງກ່ຽວກັບການສໍ້ລາດບັງຫຼວງ; -ມີປາກົດການຮັ່ງມີຜິດປົກກະຕິຂອງພະນັກງານ,ຜົວຫຼືເມຍ,ລູກທີ່ຢູ່ໃນການຄຸ້ມຄອງຂອງຕົນ.

ມາດຕາ 30 ຂັ້ນຕອນການດໍາເນີນການກວດກາ ການດໍາເນີນການກວດກາການສໍ້ລາດບັງຫຼວງຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້: 1.ຄົ້ນຄວ້າແຈ້ງການ,ແຈ້ງຄວາມ,ລາຍງານ,ການສະເໜີຫຼືຄໍາຮ້ອງຟ້ອງແລະລົງເກັບກໍາຂໍ້ມູນຖ້າເຫັນວ່າມີຄວາມຈໍາເປັນ; 2.ກະກຽມແລະສ້າງແຜນການລົງກວດກາຕົວຈິງໂດຍປະສານສົມທົບກັບຂະແໜງການອື່ນແລະທ້ອງຖິ່ນທີ່ກ່ຽວຂ້ອງ; 3.ກວດກາເອກະສານແລະຊັບສິນຂອງບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງເປັນຕົ້ນແມ່ນກວດກາການເງິນ-ການບັນຊີ,ລາຍຮັບລາຍຈ່າຍ,ການໃຊ້ຈ່າຍທຶນຊ່ວຍເຫຼືອແລະເງິນກູ້ຢືມ; 4.ຮຽກເຊີນຜູ້ຕາງໜ້າການຈັດຕັ້ງຫຼືບຸກຄົນທີ່ກ່ຽວຂ້ອງມາອະທິບາຍ,ໃຫ້ຄວາມກະຈ່າງແຈ້ງ; 5.ສະຫຼຸບ,ຕີລາຄາແລະລາຍງານຜົນຂອງການກວດກາ.

ມາດຕາ 31 (ໃໝ່) ກໍານົດເວລາໃນການດໍາເນີນການກວດກາ ກໍານົດເວລາໃນການດໍາເນີນການກວດກາຂອງອົງການຕ້ານການສໍ້ລາດບັງຫຼວງມີດັ່ງນີ້: -ສໍາລັບອົງການຕ້ານການສໍ້ລາດບັງຫຼວງສູນກາງບໍ່ໃຫ້ເກີນເກົ້າສິບວັນນັບແຕ່ວັນດໍາເນີນການກວດກາເປັນຕົ້ນໄປ.ຖ້າການກວດກາຫາກບໍ່ສໍາເລັດກໍ່ສາມາດດໍາເນີນຕໍ່ໄປໄດ້ຕື່ມອີກສາມສິບວັນດໃນກໍລະນີທີ່ມີຄວາມຫຍຸ້ງຍາກເປັນພິເສດຊຶ່ງພົວພັນເຖິງຫຼາຍຂະແໜງການ,ຫຼາຍທ້ອງຖິ່ນກໍ່ສາມາດຕໍ່ເວລາໄດ້ຕື່ມອີກແຕ່ທັງໝົດບໍ່ໃຫ້ເກີນໜຶ່ງຮ້ອຍແປດສິບວັນ; -ສໍາລັບອົງການຕ້ານການສໍ້ລາດບັງຫຼວງກະຊວງອົງການ,ແຂວງ,ນະຄອນບໍ່ໃຫ້ເກີນຫົກສິບວັນນັບແຕ່ວັນດໍາເນີນການກວດກາເປັນນຕົ້ນໄປ,ໃນກໍລະນີທີ່ມີຄວາມຫຍຸ້ງຍາກສັບສົນກໍ່ສາມາດຕໍ່ເວລາໄດ້ຕື່ມອີກສາມສິບວນ; -ສໍາລັບອົງການຕ້ານການສໍ້ລາດບັງຫຼວງເມືອງ,ເທດສະບານບໍ່ໃຫ້ເກີນສາມສິບວັນນັບແຕ່ວັນດໍາເນີນການກວດກາເປັນຕົ້ນໄປ,ໃນກໍລະນີທີ່ມີຄວາມຫຍຸ້ງຍາກຫຼືຢູ່ຫ່າງໄກສອກຫຼີກກໍ່ສາມາດດໍາເນີນຕໍ່ໄປໄດ້ຕື່ມອີກສິບຫ້າວັນ.

ມາດຕາ 32 ການຕົກລົງກ່ຽວກັບຜົນຂອງການກວດກາ ຜ່ານການກວດກາຖ້າມີຫຼັກຖານໜັກແໜ້ນອົງການຕ້ານການສໍ້ລາດບັງຫຼວງມີສິດຕົກລົງດັ່ງນີ້: -ສະເໜີໃຫ້ອົງການທີ່ມີສິດ,ໜ້າທີ່ກ່ຽວຂ້ອງສຶກສາອົບຮົມ,ກ່າວເຕືອນຫຼືລົງວິໄນຕໍ່ຜູ້ລະເມີດຖ້າຫາກເປັນການລະເມີດທີ່ສ້າງຄວາມເສຍຫາຍບໍ່ຫຼວງຫຼາຍຕາມທີ່ໄດ້ກໍານົດໄວ້ໃນມາດຕາ56ແລະ57ຂອງກົດໝາຍສະບັບນີ້; -ດໍາເນີນການສືບສວນສອບສວນ,ສະຫຼຸບຄະດີແລ້ວສົ່ງໃຫ້ຫົວໜ້າອົງການໄອຍະການປະຊາຊົນພິຈາລະນາສັ່ງຟ້ອງຂຶ້ນສານຖ້າຫາກເປັນການກະທໍາຜິດທາງອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ58ຫາ61ຂອງກົດໝາຍສະບັບນີ້.

ມາດຕາ 33 ການປະຕິບັດຄໍາສະເໜີຂອງອົງການຕ້ານການສໍ້ລາດບັງຫຼວງ ອົງການທີ່ໄດ້ຮັບຄໍາສະເໜີຂອງອົງການຕ້ານການສໍ້ລາດບັງຫຼວງຕາມທີ່ໄດ້ກໍານົດໄວ້ໃນມາດຕາ31ຂອງກົດໝາຍສະບັບນີ້ຕ້ອງປະຕິບັດພາຍໃນກໍານົດເວລາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ;ຖ້າຫາກບໍ່ປະຕິບັດຕາມຄໍາສະເໜີແລ້ວອົງການຕ້ານການສໍ້ລາດບັງຫຼວງມີສິດສະເໜີໃຫ້ຂັ້ນເທິງທີ່ກ່ຽວຂ້ອງຖັດນັ້ນເປັນຜູ້ແກ້ໄຂ;ໃນກໍລະນີທີ່ບໍ່ປະຕິບັດຕາມຄໍາສະເໜີໂດຍບໍ່ມີເຫດຜົນຈະຖືວ່າເປັນການລະເມີດກົດໝາຍ.

ໝວດທີ 5 ການສືບສວນສອບສວນຄະດີສໍ້ລາດບັງຫຼວງ

ມາດຕາ 34 (ໃໝ່) ສາເຫດທີ່ພາໃຫ້ເປີດການສືບສວນສອບສວນ ສາເຫດທີ່ພາໃຫ້ເປີດການສືບສວນສອບສວນຄະດີສໍ້ລາດບັງຫຼວງມີດັ່ງນີ້: -ມີຄໍາຮ້ອງຟ້ອງຫຼືການແຈ້ງຄວາມຂອງບຸກຄົນຫຼືການຈັດຕັ້ງກ່ຽວກັບພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ; -ມີການເຂົ້າມອບຕົວຂອງຜູ້ກະທໍາຜິດ; -ກວດກາພົບເຫັນຂໍ້ມູນ,ຫຼັກຖານໜັກແໜ້ນທີ່ບົ່ງບອກວ່າເປັນການສໍ້ລາດບັງຫຼວງແລະມີມູນຄ່າເສຍຫາຍເກີນກວ່າຫ້າລ້ານກີບ; -ມີອົງປະກອບຂອງການກະທໍາຜິດທາງອາຍາຢ່າງຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ.

ມາດຕາ 35 (ໃໝ່) ຂັ້ນຕອນການສືບສວນສອບສວນ ຂັ້ນຕອນການສືບສວນສອບສວນຄະດີສໍ້ລາດບັງຫຼວງມີດັ່ງນີ້: -ອອກຄໍາສັ່ງເປີດການສືບສວນສອບສວນ; -ດໍາເນີນການສືບສວນສອບສວນ; -ປະກອບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນສັ່ງຟ້ອງຂຶ້ນສານ.

ມາດຕາ 36 (ໃໝ່) ການອອກຄໍາສັ່ງເປີດການສືບສວນສອບສວນ ໃນກໍລະນີທີ່ມີຂໍ້ມູນກ່ຽວກັບການກະທໍາຜິດໃນສະຖານສໍ້ລາດບັງຫຼວງຕາມທີ່ໄດ້ກໍານົດໄວ້ໃນມາດຕາ11ຂອງກົດໝາຍສະບັບນີ້ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຕ້ອງອອກຄໍາສັ່ງເປີດການສືບສວນສອບສວນໃນຂອບເຂດສິດອໍານາດຂອງຕົນ.ເນື້ອໃນຂອງຄໍາສັ່ງນັ້ນຕ້ອງບອກວັນ,ເວລາແລະສະຖານທີ່ອອກຄໍາສັ່ງ,ຊື່ແລະນາມສະກຸນ,ໜ້າທີ່ຕໍາແໜ່ງຂອງຜູ້ອອກຄໍາສັ່ງແລະເຈົ້າໜ້າທີ່ສືບສວນສອບສວນ,ຂໍ້ມູນໃການເປີດການສືບສວນສອບສວນ,ສະຖານການກະທໍາຜິດກ່ຽວກັບການສໍ້ລາດບັງຫຼວງ. ໃນກໍລະນີທີ່ບໍ່ມີຂໍ້ມູນໜັກແໜ້ນໃຫ້ແກ່ການເປີດການສືບສວນສອບສວນຫຼືບໍ່ມີສາເຫດທີ່ພາໃຫ້ເປີດການສືບສວນສອບສວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຕ້ອງອອກຄໍາສັ່ງບໍ່ເປີດການສືບສວນສອບສວນພ້ອມທັງແຈ້ງຄໍາສັ່ງດັ່ງກ່າວໃຫ້ບຸກຄົນຫຼືການຈັດຕັ້ງທີ່ໄດ້ຮ້ອງຟ້ອງຫຼືແຈ້ງຄວາມນັ້ນຊາບ. ບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງສາມາດຂໍອຸທອນຄໍາສັ່ງບໍ່ເປີດການສືບສວນສອບສວນຂອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຕໍ່ອົງການຕ້ານການສໍ້ລາດບັງຫຼວງຂັ້ນເທິງຖັດນັ້ນພາຍໃນກໍານົດເວລາເຈັດວັນນັບແຕ່ວັນຮັບຊາດຄໍາສັ່ງນັ້ນເປັນຕົ້ນໄປ.

ມາດຕາ 37 (ໃໝ່) ການດໍາເນີນການສືບສວນສອບສວນ ໃນການດໍາເນີນການສືບສວນສອບສວນຄະດີສໍ້ລາດບັງຫຼວງຕ້ອງນໍາໃຊ້ວິທີການສືບສວນສອບສວນແລະມາດຕະການສະກັດກັ້ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.

ມາດຕາ 38 (ໃໝ່) ກໍານົດເວລາການດໍາເນີນການສືບສວນສອບສວນ ອົງການຕ້ານການສໍ້ລາດບັງຫຼວງຕ້ອງດໍາເນີນການສືບສວນສອບສວນ,ສະຫຼຸບການສືບສວນສອບສວນແລະປະກອບສໍານວນຄະດີພ້ອມດ້ວຍຂອງກາງສົ່ງໃຫ້ອົງການໄອຍະການປະຊາຊົນພາຍໃນກໍານົດເວລາສອງເດືອນສໍາລັບການກະທໍາຜິດໃນສະຖານໂທສານຸໂທດແລະສາມເດືອນໃນສະຖານຄະຣຸໂທດນັບແຕ່ວັນອອກຄໍາສັ່ງເປີດການສືບສວນສອບສວນເປັນຕົ້ນໄປ. ຖ້າເຫັນວ່າມີຄວາມຈໍາເປັນຕ້ອງສືບຕໍ່ດໍາເນີນການສືບສວນສອບສວນຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສະເໜີຂໍຕໍ່ເວລາການສືບສວນສອບສວນຈາກອົງການໄອຍະການປະຊາຊົນ,ອົງການໄອຍະການປະຊາຊົນອາດຕໍ່ເວລາການສືບສວນສອບສວນໄດ້ອີກເທື່ອລະສອງເດືອນແຕ່ລວມທັງໝົດບໍ່ໃຫ້ເກີດຫົກເດືອນສໍາລັບການກະທໍາຜິດໃນສະຖານໂທສານຸໂທດແລະເທື່ອລະສາມເດືອນແຕ່ລວມທັງໝົດບໍ່ໃຫ້ເກີນໜຶ່ງປີສໍາລັບການກະທໍາຜິດໃນສະຖານຄະຣຸໂທດ.ການສະເໜີຂໍຕໍ່ກໍານົດເວລາແຕ່ລະເທື່ອໃຫ້ດໍາເນີນສິບຫ້າວັນກ່ອນໝົດກໍານົດເວລາສືບສວນສອບສວນ. ໃນກໍລະນີທີ່ມີການສົ່ງສໍານວນຄະດີຄືນໃຫ້ອົງການຕ້ານການສໍ້ລາດບັງຫຼວງດໍາເນີນການສືບສວນສອບສວນເພີ່ມເຕີມນັ້ນກໍານົດເວລາການສືບສວນສອບສວນເພີ່ມເຕີມແມ່ນບໍ່ໃຫ້ເກີນສອງເດືອນນັບແຕ່ວັນອົງການຕ້ານການສໍ້ລາດບັງຫຼວງໄດ້ຮັບສໍານວນຄະດີເປັນຕົ້ນໄປ. ໃນກໍລະນີີ່ມີການສືບສວນສອບສວນຄືນຄະດີທີ່ຖືກໂຈະຫຼືຊັດມ້ຽນໄວ້ນັ້ນການສືບສວນສອບສວນໃຫ້ປະຕິບັດຕາມກໍານົດເວລາທີ່ໄດ້ກໍານົດໄວ້ໃນວັກ1ແລະວັກ2ຂອງມາດຕານີ້ນັບແຕ່ວັນອອກຄໍາສັ່ງໃຫ້ສືບສວນສອບສວນຄະດີຄືນເປັນຕົ້ນໄປ.

ມາດຕາ 39 (ໃໝ່) ການປະກອບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນສັ່ງຟ້ອງຂຶ້ນສານ ພາຍຫຼັງສິ້ນສຸດການສືບສວນສອບສວນແລ້ວຖ້າຫາກມີຂໍ້ມູນຫຼັກຖານໜັກແໜ້ນວ່າການກະທໍາຜິດນັ້ນເປັນການສໍ້ລາດບັງຫຼວງຊຶ່ງໄດ້ກໍ່ຄວາມເສຍຫາຍເກີນກວ່າຫ້າລ້ານກີບອົງການຕ້ານການສໍ້ລາດບັງຫຼວງຕ້ອງສະຫຼຸບຄະດີພ້ອມດ້ວຍຂອງກາງແລະຜູ້ຖືກຫາສົ່ງໃຫ້ອົງການໄອຍະການປະຊາຊົນພິຈາລະນາສັ່ງຟ້ອງຂຶ້ນສານ.

ມາດຕາ 40 (ໃໝ່) ເຈົ້າໜ້າທີ່ສືບສວນສອບສວນ ເຈົ້າໜ້າທີ່ສືບສວນສອບສວນກ່ຽວກັບຄະດີສໍ້ລາດບັງຫຼວງແມ່ນພະນັກງານສັງກັດຢູ່ອົງການຕ້ານການສໍ້ລາດບັງຫຼວງຊຶ່ງມີໜ້າທີ່ກວດກາແລະສືບສວນສອບສວນຕາມກົດໝາຍສະບັບນີ້ແລະກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. ສໍາລັບການຈັດຕັ້ງ,ການເຄື່ອນໄຫວແລະມາດຕະຖານຂອງເຈົ້າໜ້າທີ່ສືບສວນສອບສວນກ່ຽວກັບຄະດີສໍ້ລາດບັງຫຼວງໄດ້ກໍານົດໄວ້ໃນລະບຽບການສະເພາະ.

ມາດຕາ 41 (ໃໝ່) ສິດແລະໜ້າທີ່ຂອງເຈົ້າໜ້າທີ່ສືບສວນສອບສວນ ໃນການດໍາເນີນຄະດີກ່ຽວກັບການສໍ້ລາດບັງຫຼວງເຈົ້າໜ້າທີ່ສືບສວນສອບສວນມີສິດແລະໜ້າທີ່ດັ່ງນນີ້: 1.ຮັບແລະບັນທຶກການແຈ້ງຄວາມ,ການສະເໜີ,ການລາຍງານຫຼືການຮ້ອງຟ້ອງກ່ຽວກັບການສໍ້ລາດບັງຫຼວງ; 2.ສະເໜີອອກໝາຍຮຽກ,ໝາຍເຊີນ,ຄໍາສັ່ງພາຕົວ,ຄໍາສັ່ງກັກຕົວ,ຄໍາສັ່ງຄຸມຕົວຢູ່ກັບທີ່,ຄໍາສັ່ງຍຶດຫຼືອາຍັດຊັບ,ຄໍາສັ່ງປ່ອຍຕົວຜູ້ຖືກສົງໄສທີ່ຖືກກັກຕົວ,ຄໍາສັ່ງໂຈະຫຼືຊັດມ້ຽນຄະດີອາຍາ; 3.ດໍາເນີນການສືບສວນສອບສວນການຈັດຕັ້ງ,ຜູ້ຖືກຫາ,ຜູ້ຖືກເສຍຫາຍ,ພະຍານແລະບຸກຄົນອື່ນທີ່ກ່ຽວຂ້ອງ; 4.ລົງກວດກາ,ພິສູດພ້ອມທັງເກັບກໍາລວບລວມຂໍ້ມູນຫຼັກຖານຕ່າງໆກ່ຽວກັບການກະທໍາຜິດໃນສະຖານສໍ້ລາດບັງຫຼວງ; 5.ຍຶດແລະເກັບຮັກສາຂອງກາງທີ່ພົວພັນກັບການສໍ້ລາດບັງຫຼວງ; 6.ຊອກຫາ,ພາຕົວຜູ້ຖືກຫາແລະຄົ້ນຕົວບຸກຄົນ; 7.ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກວດຄົ້ນເຄຫະສະຖານ,ພາຫະນະ,ຈັບຕົວຕາມຄໍາສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນຫຼືສານປະຊາຊົນ; 8.ສະຫຼຸບແລະລາຍງານກ່ຽວກັບຜົນຂອງການສືບສວນສອບສວນຕໍ່ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ; 9.ປະຕິບັດສິດແລະໜ້າທີ່ອື່ນຕາມຄໍາສັ່ງຂອງຫົວໜ້າແລະຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ 42 (ປັບປຸງ) ການຂໍອຸທອນຂອງອົງການຕ້ານການສໍ້ລາດບັງຫຼວງ ໃນກໍລະນີທີ່ຫົວໜ້າອົງການໄອຍະການປະຊາຊົນຫາກບໍ່ສັ່ງຟ້ອງຂຶ້ນສານພາຍໃນກໍານົດເວລາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາອົງການຕ້ານການສໍ້ລາດບັງຫຼວງມີສິດຂໍອຸທອນຄໍາສັ່ງຟ້ອງຂອງຫົວໜ້າອົງການໄອຍະການປະຊາຊົນນັ້ນໄປຍັງອົງການໄອຍະການປະຊາຊົນຂັ້ນເທິງຖັດນັ້ນເພື່ອພິຈາລະນາ.

ໝວດທີ 6 ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາ 43 ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ເມື່ອຄໍາຕັດສິນຂອງສານປະຊາຊົນຫາກໃຊ້ໄດ້ຢ່າງເດັດຂາດແລ້ວຕ້ອງນໍາເອົາຄໍາຕັດສິນນັ້ນມາຈັດຕັ້ງປະຕິບັດຢ່າງເຂັ້ມງວດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ບຸກຄົນຫຼືການຈັດຕັ້ງໃດໜຶ່ງບໍ່ມີສິດເຂົ້າແຊກແຊງ,ຂັດຂວາງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານກ່ຽວກັບການສໍ້ລາດບັງຫຼວງເປັນເດັດຂາດ.

ມາດຕາ 44 ການກວດກາການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ອົງການຕ້ານການສໍາລາດບັງຫຼວງແລະອົງການອື່ນທີ່ກ່ຽວຂ້ອງຕ້ອງຕິດຕາມກວດກາດຊຸກຍູ້,ໃຫ້ການຊ່ວຍເຫຼືອແກ່ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານກ່ຽວກັບຄະດີສໍ້ລາດບັງຫຼວງຕາມພາລະບົດບາດ,ສິດແລະໜ້າທີ່ຂອງຕົນເພື່ອຮັບປະກັນໃຫ້ຄໍາຕັດສິນຂອງສານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ໝວດທີ 7 ອົງການຕ້ານການສໍ້ລາດບັງຫຼວງ

ມາດຕາ 45 (ປັບປຸງ) ທີ່ຕັ້ງ,ພາລະບົດບາດ ອົງການຕ້ານການສໍ້ລາດບັງຫຼວງແມ່ນອົງການລັດຊຶ່ງມີພາລະບົດບາດສະກັດກັ້ນແລະຕ້ານການສໍ້ລາດຫຼັງຫຼວງໃນຂອບເຂດທົ່ວປະເທດໂດຍມອບໃຫ້ອົງການກວດກາລັດແຕ່ລະຂັ້ນ,ແຕ່ລະຂະແໜງການເປັນຜູ້ຈັດຕັ້ງປະຕິບັດ. ລະບົບອົງການຕ້ານການສໍ້ລາດບັງຫຼວງປະກອບດ້ວຍ: -ອົງການຕ້ານການສໍ້ລາດບັງຫຼວງສູນກາງ; -ອົງການຕ້ານການສໍ້ລາດບັງຫຼວງກະຊວງ-ອົງການ; -ອົງການຕ້ານການສໍ້ລາດບັງຫຼວງແຂວງ,ນະຄອນ; -ອົງການຕ້ານການສໍ້ລາດບັງຫຼວງເມືອງ,ເທດສະບານ. ອົງການຕ້ານການສໍາລາດບັງຫຼວງປະຕິບັດພາລະບົດບາດຂອງຕົນຢ່າງເປັນເອກະລາດ.

ມາດຕາ 46 (ປັບປຸງ) ລະບົບການຈັດຕັ້ງແລະໂຄງປະກອບບຸກຄະລາກອນ ລະບົບການຈັດຕັ້ງຂອງອົງການຕ້ານການສໍ້ລາດບັງຫຼວງປະກອບດ້ວຍ: -ອົງການຕ້ານການສໍ້ລາດບັງຫຼວງສູນກາງ; -ອົງການຕ້ານການສໍ້ລາດບັງຫຼວງກະຊວງ-ອົງການ; -ອົງການຕ້ານການສໍ້ລາດບັງຫຼວງແຂວງ,ນະຄອນ; -ອົງການຕ້ານການສໍ້ລາດບັງຫຼວງເມືອງ,ເທດສະບານ. ໂຄງປະກອບບຸກຄະລາກອນຂອງອົງການຕ້ານການສໍ້ລາດບັງຫຼວງປະກອບດ້ວຍຫົວໜ້າ,ຮອງຫົວໜ້າຈໍານວນໜຶ່ງແລະພະນັກງານຊ່ວຍວຽກຈໍານວນໜຶ່ງ. ປະທານ,ຮອງປະທານອົງການກວດກາລັດແຕ່ລະຂັ້ນ,ແຕ່ລະຂະແໜງການເປັນທົງຫົວໜ້າ,ຮອງຫົວໜ້າອົງການຕ້ານການສໍ້ລັດບັງຫຼວງ. ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງຖືກແຕ່ງຕັ້ງຫຼືປົດຕໍາແໜ່ງຕາມວິທີການດຽວກັນກັບສະມາຊິກລັດຖະບານ. ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງກະຊວງອົງການຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍນາຍົກລັດຖະມົນຕີຕາມການສະເໜີຂອງລັດຖະມົນຕີ,ຫົວໜ້າອົງການພາຍຫຼັງໄດ້ປະສານສົມທົບກັບຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ. ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ,ນະຄອນຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງພາຍຫຼັງໄດ້ປະສານສົມທົບກັບເຈົ້າແຂວງ,ເຈົ້າຄອງນະຄອນເວັ້ນເສຍແຕ່ມີລະບຽບການກໍານົດໄວ້ຕ່າງຫາກ. ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ,ເທດສະບານຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງພາຍຫຼັງໄດ້ປະສານສົມທົບກັບເຈົ້າເມືອງ,ຫົວໜ້າເທດສະບານເວັ້ນເສຍແຕ່ມີລະບຽບການກໍານົດໄວ້ຕ່າງຫາກ. ສໍາລັບກົງຈັກແລະພະນັກງານຊ່ວຍວຽກຂອງອົງການຕ້ານການສໍ້ລາດບັງຫຼວງໃຫ້ຈັດຕັ້ງຢູ່ໃນໂຄງປະກອບກົງຈັກການຈັດຕັ້ງຂອງອົງການກວດກາລັດແຕ່ລະຂັ້ນແລະຂະແໜງການຕາມຄວາມເໝາະສົມ.

ມາດຕາ 47 (ປັບປຸງ) ສິດແລະໜ້າທີ່ຂອງອົງການຕ້ານການສໍ້ລາດບັງຫຼວງສູນກາງ ອົງການຕ້ານການສໍ້ລາດບັງຫຼວງສູນກາງມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້ານະໂຍບາຍ,ທິດທາງແຜນການ,ກົດໝາຍ,ລະບຽບການແລະມາດຕະການກ່ຽວກັບການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງເພື່ອສະເໜີໃຫ້ລັດຖະບານພິຈາລະນາ; 2.ຊີ້ນໍາ,ກວດກາການຈັດຕັ້ງປະຕິບັດວຽກງານກ່ຽວກັບການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງໃນຂອບເຂດທົ່ວປະເທດ; 3.ຮັບແລະຄົ້ນຄວ້າຄໍາຮ້ອງ,ຄໍາສະເໜີຂອງພົນລະເມືອງກ່ຽວກັບການສໍ້ລາດບັງຫຼວງໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 4.ດໍາເນີນການຕິດຕາມ,ກວດກາກ່ຽວກັບການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງໃນຖັນແຖວພະນັກງານຂັ້ນສູນກາງຄຸ້ມຄອງແລະພະນັກງານອື່ນຕາມການມອບໝາຍ; 5.ຮັບແຈ້ງແລະກວດກາຊັບສິນໃນຖັນແຖວພະນັກງານຂອງລັດຂັ້ນສູນກາງຄຸ້ມຄອງ; 6.ອອກຄໍາສັ່ງເປີດຫຼືບໍ່ເປີດການສືບສວນສອບສວນ,ພາຕົວ,ກັກຕົວ,ດໍາເນີນການສືບສວນສອບສວນແລະສະຫຼຸບຜົນຂອງການສືສວນສອບສວນພ້ອມທັງປະກອບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນສັ່ງຟ້ອງຂຶ້ນສານກ່ຽວກັບການສໍ້າລາດບັງຫຼວງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ; 7.ສະເໜີງົດຕໍາແໜ່ງ,ໜ້າທີ່ຊົ່ວຄາວຫຼືບໍ່ໃຫ້ຍົກຍ້າຍ,ແຕ່ງຕັ້ງ,ສັບປ່ຽນຜູ້ຖືກກວດກາຫຼືຖືກສືບສວນສອບສວນໃນເວລາກໍາລັງດໍາເນີນການກວດກາຫຼືສືບສວນສອບສວນຜູ້ກ່ຽວ; 8.ພົວພັນ,ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢູ່ສູນກາງແລະທ້ອງຖິ່ນເພື່ອຈັດຕັ້ງປະຕິບັດສິດ,ໜ້າທີ່ຂອງຕົນ; 9.ພິຈາລະນາ,ຕົກລົງແລະນໍາໃຊ້ມາດຕະການຕ່າງໆຕໍ່ຜູ້ຖືກກວດກາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 10.ພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ; 12.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 48 (ໃໝ່) ສິດແລະໜ້າທີ່ຂອງອົງການຕ້ານການສໍ້ລາດບັງຫຼວງກະຊວງ-ອົງການ ອົງການຕ້ານການສໍ້າລາດບັງຫຼວງກະຊວງ-ອົງການມີສິດແລະໜ້າທີ່ດັ່ງນີ້: 1.ຜັນຂະຫຍາຍແລະຈັດຕັ້ງປະຕິບັດນະໂຍບາຍ,ທິດທາງແຜນການ,ກົດໝາຍ,ລະບຽບການແລະມາດຕະການກ່ຽວກັບການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ; 2.ຮັບແລະຄົ້ນຄວ້າຄໍາຮ້ອງ,ຄໍາສະເໜີຂອງພົນລະເມືອງກ່ຽວກັບການສໍ້ລາດບັງຫຼວງໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3.ດໍາເນີນການຕິດຕາມ,ກວດກາກ່ຽວກັບການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງໃນຖັນແຖວພະນັກງານຂັ້ນກະຊວງ,ອົງການຄຸ້ມຄອງແລະພະນັກງານອື່ນຕາມການມອບໝາຍ; 4.ຮັບແຈ້ງແລະກວດກາຊັບສິນຂອງພະນັກງານລັດຂັ້ນກະຊວງ-ອົງການຄຸ້ມຄອງ; 5.ດໍາເນີນການສືບສວນ-ສອບສວນພະນັກງານທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງ-ອົງການຕົນຕາມການມອບໝາຍຂອງອົງການຕ້ານການສໍ້ລາດບັງຫຼວງສູນກາງແລະສະຫຼຸບຜົນຂອງການສືບສວນ-ສອບສວນແລ້ວລາຍງານໃຫ້ອົງການຕ້ານການສໍ້ລາດບັງຫຼວງສູນກາງເພື່ອພິຈາລະນາ; 6.ສະເໜີງົດຕໍາແໜ່ງ,ໜ້າທີ່ຊົ່ວຄາວຫຼືບໍ່ໃຫ້ຍົກຍ້າຍ,ແຕ່ງຕັ້ງ,ສັບປ່ຽນຜູ້ຖືກກວດກາຫຼືຖືກສືບສວນ-ສອບສວນໃນເວລາກໍາລັງດໍາເນີນການກວດກາຫຼືສືບສວນ-ສອບສວນຜູ້ກ່ຽວ; 7.ພົວພັນ,ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດສິດແລະໜ້າທີ່ຂອງຕົນ; 8.ສະເໜີມາດຕະການ,ວິທີການແກ້ໄຂຜົນຂອງການກວດກາ,ສືບສວນ-ສອບສວນໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງແລະຂັ້ນເທິງຂອງຕົນເພື່ອພິຈາລະນາຕົກລົງ; 9.ສະຫຼຸບຜົນຂອງການປະຕິບັດວຽກງານສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງແລ້ວລາຍງານໃຫ້ອົງການຕ້ານການສໍ້ລາດບັງຫຼວງສູນກາງ,ລັດຖະມົນຕີແລະຫົວນ້າອົງການຂອງຕົນໃນແຕ່ລະໄລຍະ; 10.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 49 (ປັບປຸງ) ສິດແລະໜ້າທີ່ຂອງອົງການຕ້ານການສໍ້ລາດບັງຫຼວງແຂວງ,ນະຄອນ ອົງການຕ້ານການສໍ້ລາດບັງຫຼວງແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1.ຜັນຂະຫຍາຍແລະຈັດຕັ້ງປະຕິບັດນະໂຍບາຍ,ທິດທາງແຜນການ,ກົດໝາຍ,ລະບຽບການແລະມາດຕະການກ່ຽວກັບການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ; 2.ຊີ້ນໍາ,ກວດກາການຈັດຕັ້ງປະຕິບັດວຽກງານກ່ຽວກັບການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3.ຮັບແລະຄົ້ນຄວ້າຄໍາຮ້ອງ,ຄໍາສະເໜີຂອງພົນລະເມືອງ,ການຈັດຕັ້ງກ່ຽວກັບການສໍ້ລາດບັງຫຼວງໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 4.ຮັບແຈ້ງແລະກວດກາຊັບສິນຂອງພະນັກງານລັດຂັ້ນຕົນຄຸ້ມຄອງ; 5.ອອກຄໍາສັ່ງເປີດຫຼືບໍ່ເປີດການສືບສວນ-ສອບສວນ,ດໍານີນການສືບສວນ-ສອບສວນແລະສະຫຼຸບຜົນຂອງການສືບສວນ-ສອບສວນກ່ຽວກັບການສໍ້ລາດບັງຫຼວງ; 6.ດໍາເນີນການສືບສວນ-ສອບສວນພະນັກງານທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງແຂວງ,ນະຄອນແລະພະນັກງານອື່ນຕາມການມອບໝາຍແລ້ວປະກອບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນເພື່ອສັ່ງຟ້ອງຂຶ້ນສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ; 7.ສະເໜີງົດຕໍາແໜ່ງ,ໜ້າທີ່ຊົ່ວຄາວຫຼືບໍ່ໃຫ້ຍົກຍ້າຍ,ແຕ່ງຕັ້ງ,ສັບປ່ຽນຜູ້ຖືກກວດກາຫຼືຖືກສືບສວນ-ສອບສວນໃນເວລາດໍາເນີນການກວດກາຫຼືສືບສວນ-ສອບສວນຜູ້ກ່ຽວ; 8.ພົວພັນ,ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດສິດແລະໜ້າທີ່ຂອງຕົນ; 9.ສະເໜີມາດຕະການ,ວິທີການແກ້ໄຂຜົນຂອງການກວດກາໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງແລະຂັ້ນເທິງຂອງຕົນເພື່ອພິຈາລະນາຕົກລົງ; 10.ສະຫຼຸບຜົນຂອງການປະຕິບັດວຽກງານສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງແລ້ວລາຍງານໃຫ້ອົງການຕ້ານການສໍ້ລາດບັງຫຼວງສູນກາງ,ເຈົ້າແຂວງ,ເຈົ້າຄອງນະຄອນແລະປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງຂອງຕົນໃນແຕ່ລະໄລຍະ; 11.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 50 (ໃໝ່) ສິດແລະໜ້າທີ່ຂອງອົງການຕ້ານການສໍ້ລາດບັງຫຼວງເມືອງ,ເທດສະບານ ອົງການຕ້ານການສໍ້ລາດບັງຫຼວງເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1.ຜັນຂະຫຍາຍແລະຈັດຕັ້ງປະຕິບັດນະໂຍບາຍ,ທິດທາງແຜນການ,ກົດໝາຍ,ລະບຽບການແລະມາດຕະການກ່ຽວກັບການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ; 2.ຮັບແລະຄົ້ນຄວ້າຄໍາຮ້ອງ,ຄໍາສະເໜີຂອງພົນລະເມືອງ,ການຈັດຕັ້ງກ່ຽວກັບການສໍ້ລາດບັງຫຼວງໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3.ດໍາເນີນການຕິດຕາມ,ກວດກາກ່ຽວກັບການສະກັດກັ້ນແລະຕ້ານການສໍິລາດບັງຫຼວງຕໍ່ພະນັກງານທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງເມືອງ,ເທດສະບານຕາມການມອບໝາຍ; 4.ຮັບແຈ້ງແລະກວດກາຊັບສິນຂອງພະນັກງານລັດຂັ້ນຕົນຄຸ້ມຄອງ; 5.ດໍາເນີນການສືບສວນສອບສວນພະນັກງານໃນຂອບເຂດຂັ້ນຕົນຄຸ້ມຄອງຕາມການມອບໝາຍຂອງອົງການຕ້ານການສໍ້ລາດບັງຫຼວງແຂວງ,ນະຄອນພິຈາລະນາ; 6.ສະເໜີງົດຕໍາແໜ່ງ,ໜ້າທີ່ຊົ່ວຄາວຫຼືບໍ່ໃຫ້ຍົກຍ້າຍ,ແຕ່ງຕັ້ງ,ສັບປ່ຽນຜູ້ຖືກກວດກາຫຼືຖືກສືບສວນສອບສວນໃນເວລາດໍາເນີນການກວດກາຫຼືສືບສວນສອບສວນຜູ້ກ່ຽວ; 7.ພົວພັນ,ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດສິດແລະໜ້າທີ່ຂອງຕົນ; 8.ສະເໜີມາດຕະການ,ວິທີການແກ້ໄຂຜົນຂອງການກວດກາ,ສືບສວນສອບສວນໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງແລະຂັ້ນເທິງຂອງຕົນເພື່ອພິຈາລະນາຕົກລົງ; 9.ສະຫຼຸບຜົນຂອງການປະຕິບັດວຽກງານສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງແລ້ວລາຍງານໃຫ້ອົງການຕ້ານການສໍ້ລາດບັງຫຼວງແຂວງ,ນະຄອນ,ເຈົ້າເມືອງ,ຫົວໜ້າເທດສະບານໃນແຕ່ລະໄລຍະ; 10.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 51 (ປັບປຸງ) ມາດຕະຖານ,ເງື່ອນໄຂຂອງພະນັກງານຕ້ານການສໍ້ລາດບັງຫຼວງ ພະນັກງານຕ້ານການສໍ້ລາດບັງຫຼວງມີມາດຕະຖານ,ເງື່ອນໄຂດັ່ງນີ້: 1.ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ,ມີຄວາມສັດຊື່ບໍລິສຸດ,ໂປ່ງໃສ,ບໍ່ສໍ້າລາດບັງຫຼວງ; 2.ເຊື່ອມຊຶມແນວທາງນະໂຍບາຍຂອງພັກແລະລະບຽບກົດໝາຍຂອງລັດ; 3.ມີຈັນຍາບັນ,ຈັນຍາທໍາ,ຄວາມຮູ້,ຄວາມສາມາດແລະລະດັບວິຊາສະເພາະທີ່ສົມຄູ່ກັບວຽກງານທີ່ຕົນຮັບຜິດຊອບ; 4.ມີຄວາມຍຸຕິທໍາ,ເບິ່ງບັນຫາເລິກເຊິ່ງ,ຮອບຄອບ,ພາວະວິໄສ,ເບິ່ງກວ້າງມອງໄກ,ບໍ່ລໍາອຽງ,ບໍ່ອະຄະຕິ,ໄຈ້ແຍກຂໍ້ມູນຢ່າງຖືກຕ້ອງ,ຊັດເຈນແລະກ້າຫານໃນການຕັດສິນບັນຫາ; 5.ເປັນຜູ້ເຄັ່ງຄັດແລະເປັນແບບຢ່າງໃນການປະຕິບັດລະບຽບກົດໝາຍ,ມີສະຕິຕໍ່ການຈັດຕັ້ງສູງ,ບໍ່ປະນີປະນອມ,ເດັດດ່ຽວສະກັດກັັ້ນແລະຕ້ານທຸກປາກົດການສໍ້ລາດບັງຫຼວງ; 6.ຮັກສາຄວາມລັບທາງດ້ານວິຊາສະເພາະ; 7.ມີສຸຂະພາບດີ. ສໍາລັບຜູ້ເປັນຫົວໜ້າຕ້ອງແມ່ນຜູ້ມີຖານະທາງການເມືອງ,ມີບົດບາດອິດທິພົນແລະໄດ້ຮັບຄວາມເຊື່ອຖືກຈາກສັງຄົມ.

ໝວດທີ 8 ສິດ,ພັນທະແລະຄວາມຮັບຜິດຊອບຂອງຜູ້ຖືກກວດກາ

ມາດຕາ 52 (ປັບປຸງ) ສິດຂອງຜູ້ຖືກກວດກາ ຜູ້ຖືກກວດກາມີສິດດັ່ງນີ້: 1.ປົກປ້ອງຕົນເອງ,ແກ້ຂໍ້ກ່າວຫາດ້ວຍການນໍາເອົາຂໍ້ມູນ,ຫຼັກຖານມາຊີ້ແຈງ,ອະທິບາຍຕໍ່ອົງການຕ້ານການສໍ້ລາດບັງຫຼວງ; 2.ຄ້ານຕົວພະນັກງານຕ້ານການສໍ້ລາດບັງຫຼວງລືເຈົ້າໜ້າທີ່ສືບສວນສອບສວນທີ່ມີຂໍ້ຂັດແຍ່ງຫຼືມີອະຄະຕິຕໍ່ຕົນມາກ່ອນ; 3.ສະເໜີ,ລາຍງານຄໍາຄິດຄໍາເຫັນ,ຊີ້ແຈງເຫດຜົນຂອງຕົນຕໍ່ການຈັດຕັ້ງຂັ້ນເທິງເພື່ອໃຫ້ພິຈາລະນາຄືນຄໍາຕົກລົງກ່ຽວກັບຜົນຂອງການກວດກາຫຼືຜົນການສືບສວນສອບສວນຂອງອົງການຕ້ານການສໍ້ລາດບັງຫຼວງ;ການຈັດຕັ້ງຂັ້ນເທິງທີ່ກ່ຽວຂ້ອງນັ້ນຕ້ອງພິຈາລະນາແລະຕອບຜູ້ກ່ຽວພາຍໃນສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີ,ຄໍາຊີ້ແຈງເປັນຕົ້ນໄປ; 4.ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຜູ້ຖືກກວດກາສາມາດດໍາເນີນການປົກປ້ອງດ້ວຍຕົນເອງ,ເອົາທະນາຍຄວາມຫຼືຜູ້ປົກປ້ອງອື່ນຊ່ວຍເຫຼືອທາງດ້ານກົດໝາຍຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.

ມາດຕາ 53 (ປັບປຸງ) ພັນທະແລະຄວາມຮັບຜິດຊອບຂອງຜູ້ຖືກກວດກາ ບຸກຄົນແລະການຈັດຕັ້ງທີ່ຖືກກວດກາມີພັນທະແລະຄວາມຮັບຜິດຊອບດ່ັງນີ້: 1.ປະຕິບັດຕາມແຈ້ງການ,ຄໍາສະເໜີ,ຄໍາສັ່ງ,ຄໍາແນະນໍາແລະຄໍາຕົກລົງຂອງອົງການຕ້ານການສໍ້ລາດບັງຫຼວງຢ່າງເຂັ້ມງວດແລະທັນເວລາ; 2.ໃຫ້ການຮ່ວມມື,ອໍານວຍຄວາມສະດວກໃຫ້ແກ່ການກວດກາ,ການສືບສວນສອບສວນ,ສະໜອງຂໍ້ມູນຂ່າວສານ,ຫຼັກຖານ,ເອກະສານຕ່າງໆໃຫ້ທັນເວລາ,ໃຫ້ຄໍາຊີ້ແຈງ,ອະທິບາຍຕາມການສະເໜີຂອງພະນັກງານຕ້ານການສໍ້ລາດບັງຫຼວງແລະເຈົ້າໜ້າທີ່ສືບສວນສອບສວນ; 3.ບໍ່ມອບ,ໂອນ,ຂາຍ,ສັບປ່ຽນ,ນໍາໄປເປັນຫຼັກຊັບຄໍ້າປະກັນຊັບສິນຕ່າງໆຂອງຕົນໃນເວລາກໍາລັງຖືກກວດກາຫຼືຖືກສືບສວນສອບສວນເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກອົງການຕ້ານການສໍ້ລາດບັງຫຼວງ; 4.ປະຕິບັດພັນທະແລະຄວາມຮັບຜິດຊອບອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຖ້າວ່າບຸກຄົນຫຼືການຈັດຕັ້ງທີ່ຖືກກວດກາຫຼືຖືກສືບສວນສອບສວນຫາກບໍ່ປະຕິບັດພັນທະແລະຄວາມຮັບຜິດຊອບທີ່ກ່າວມາເທິງນີ້ຫຼືຂັດຂວາງ,ບໍ່ໃຫ້ການຮ່ວມມືຈະຖືວ່າເປັນການລະເມີດລະບຽບກົດໝາຍແລະຈະຖືກລົງວິໄນຫຼືຖືກປະຕິບັດມາດຕະການອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ໝວດທີ 9 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ 54 (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ເປັນຕົ້ນໄດ້ໃຫ້ການຮ່ວມມື,ສະໜອງຂໍ້ມູນ,ຫຼັກຖານ,ສະເໜີ,ລາຍງານກ່ຽວກັບການສໍ້ລາດບັງຫຼວງຈະໄດ້ຮັບການປົກປ້ອງຕາມທີ່ໄດ້ກໍານົດໄວ້ໃນມາດຕາ8ຂອງກົດໝາຍສະບັບນີ້ແລະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

ມາດຕາ 55 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈະຖືກປະຕິບັດມາດຕະການສຶກສາອົບຮົມຫຼືຖືກລົງວິໄນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຫຼືຖືກປະຕິບັດມາດຕະການທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກລວມທັງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 56 (ປັບປຸງ) ມາດຕະການສຶກສາອົບຮົມ ຜ່ານການດໍາເນີນການກວດກາຫາກພົບເຫັນການກະທໍາຜິດທີ່ເປັນການສໍ້ລາດບັງຫຼວງຊຶ່ງກໍ່ຄວາມເສຍຫາຍທີ່ມີູນຄ່າບໍ່ເກີນຫ້າລ້ານກີບແລະຜູ້ກະທໍາຜິດມີຄວາມຈິງໃຈລາຍງານ,ຮັບສາລະພາບວ່າໄດ້ກະທໍາຜິດຕໍ່ການຈັດຕັ້ງແລະໄດ້ສົ່ງຊັບທີ່ເອົາໄປໂດຍບໍ່ຖືກຕ້ອງນັ້ນຄືນໃຫ້ຢ່າງຄົບຖ້ວນແລ້ວຜູ້ກ່ຽວກໍ່ຈະຖືກສຶກສາອົບຮົມແລະກ່າວເຕືອນ.

ມາດຕາ 57 (ປັບປຸງ) ມາດຕະການທາງວິໄນ ຜ່ານການດໍາເນີນການກວດກາຫາກພົບເຫັນການກະທໍາຜິດທີ່ເປັນການສໍ້ລາດບັງຫຼວງຊຶ່ງກໍ່ຄວາມເສຍຫາຍທີ່ມີມູນຄ່າບໍ່ເກີນຫ້າລ້ານກີບ,ແຕ່ຜູ້ກະທໍາຜິດບໍ່ຈິງໃຈລາຍງານຫຼືຫຼົບຫຼີກຈາກຄວາມຜິດຜູ້ກ່ຽວກໍ່ຈະຖືກລົງວິໄນຕາມແຕ່ລະກໍລະນີດັ່ງນີ້: 1.ສໍາລັບພະນັກງານຂອງລັດ -ຕິຕຽນ,ກ່າວເຕືອນຄວາມຜິດແລ້ວບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງຜູ້ກ່ຽວ; -ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນ,ການຍ້ອງຍໍແລ້ວບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງຜູ້ກ່ຽວ; -ປົດຕໍາແໜ່ງທັງໝົດແລ້ວບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງຜູ້ກ່ຽວ; -ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ຖືກລົງວິໄນຕ້ອງສົ່ງຊັບສິນທີ່ຕົນເອົາໄປໂດຍບໍ່ຖືກຕ້ອງນັ້ນຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ. 2.ສໍາລັບພະນັກງານວິສາຫະກິດ,ພະນັກງານຕ່າງປະເທດແລະພະນັກງານອົງການຈັດຕັ້ງສາກົນ -ກ່າວເຕືອນຄວາມຜິດ

ມາດຕາ 58 (ປັບປຸງ) ມາດຕະການທາງອາຍາ ພະນັກງານຜູ້ໃດຫາກມີພຶດຕິກໍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ11ຂອງກົດໝາຍສະບັບນີ້ຊຶ່ງເປັນການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍເກີນກວ່າຫ້າລ້ານກີບຈະຖືກດໍາເນີນຄະດີອາຍາຕາມກົດໝາຍ. ສໍາລັບການຍັກຍອກ,ສໍ້ໂກງຊັບຂອງລັດຫຼືລວມໝູ່ໃຫ້ສິບບົນ,ຮັບສິນບົນ,ສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່,ສວຍໃຊ້ຊັບຂອງລັດຫຼືລວມໝູ່,ໃຊ້ຖານະຕໍາແໜ່ງ,ສິດອໍານາດໜ້າທີ່ເກີນຂອບເຂດ,ປອມແປງເອກະສານຫຼືນໍາໃຊ້ເອກະສານປອມຈະຖືກລົງໂທດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ.

ມາດຕາ 59 (ປັບປຸງ) ການລັກໂລບ,ການປອມແປງມາດຕະຖານເຕັກນິກໍ່ສ້າງ,ການໂກງການປະມູນຫຼືການສໍາປະທານ ພະນັກງານຜູ້ໃດຫາກໄດ້ລັກໂລບ,ປອມແປງມາດຕະຖານເຕັກນິກກໍ່ສ້າງ,ສໍາຫຼວດ,ອອກແບບ,ຄິດໄລ່,ໂກງການປະມູນຫຼືການສໍາປະທານຊຶ່ງສ້າງຜົນເສຍຫາຍເກີນກວ່າຫ້າລ້ານກີບຫາຫ້າສິບລ້ານກີບຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າເສຍຫາຍ. ໃນກໍລະນີຜູ້ກະທໍາຜິດຫາໄດ້ເອົາການລັກໂລບ,ປອມແປງມາດຕະຖານເຕັກນິກກໍ່ສ້າງ,ສໍາຫຼວດ,ອອກແບບ,ຄິດໄລ່,ໂກງການປະມູນຫຼືການສໍາປະທານເປັນອາຈິນແລະມີຜົນເສຍຫາຍເກີນກວ່າສີ່ປີຫາສິບສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າເສຍຫາຍ. ໃນກໍລະນີຜູ້ກະທໍາຜິດຫາກໄດ້ເອົາການລັກໂລບ,ປອມແປງມາດຕະຖານເຕັກນິກກໍ່ສ້າງ,ສໍາຫຼວດ,ອອກແບບ,ຄິດໄລ່,ໂກງການປະມູນຫຼືການສໍາປະທານເປັນອາຈິນ,ມີການຈັດຕັ້ງເປັນກຸ່ມແລະມີຄວາມເສຍຫາຍເກີນກວ່າເຈັດຮ້ອຍລ້ານກີບຫາສອງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສີ່ປີຫາຊາວປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າເສຍຫາຍ. ໃນກໍລະນີຜູ້ກະທໍາຜິດຫາກໄດ້ເອົາການລັກໂລບ,ປອມແປງມາດຕະຖານເຕັກນິກກໍ່ສ້າງ,ສໍາຫຼວດ,ອອກແບບ,ຄິດໄລ່,ໂກງການປະມູນຫຼືການສໍາປະທານເປັນອາຈິນ,ມີການຈັດຕັ້ງເປັນກຸ່ມແລະມີຄວາມເສຍຫາຍເກີນກວ່າສອງພັນກີບຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າເສຍຫາຍ.

ມາດຕາ 60 ການເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດສ່ວນຕົວ ພະນັກງານຜູ້ໃດຫາກໄດ້ເປີດເຜີຍຄວາມລັບຂອງລັດຫຼືທາງລັດຖະການເພື່ອຫາຜົນປະໂຫຍດສ່ວນຕົວຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາສິບລ້ານກີບ.

ມາດຕາ 61 ການກົດໜ່ວງ,ຖ່ວງດຶງເອກະສານ ພະນັກງານຜູ້ໃດຫາກໄດ້ກົດໜ່ວງ,ຖ່ວງດຶງເອກະສານໂດຍເຈດຕະນາເພື່ອຫາຜົນປະໂຫຍດໃດໜຶ່ງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ 62 (ປັບປຸງ) ມາດຕະການທາງແພ່ງ ພະນັກງານຜູ້ໃດຫາກໄດ້ກະທໍາຜິດໃນສະຖານສໍ້ລາດບັງຫຼວງຕາມທີ່ໄດ້ກໍານົດໄວ້ໃນມາດຕາ11ຂອງກົດໝາຍສະບັບນີ້ຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງນອກຈາຈະໄດ້ຮັບໂທດທາງອາຍາແລ້ວຍັງຈະຕ້ອງໄດ້ໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນຢ່າງຄົບຖ້ວນແລະຊັບສິນທີ່ໄດ້ມາຈາກການກະທໍາຜິດນັ້ນກໍ່ຈະຖືກຮິບເປັນຂອງລັດຫຼືສົ່ງຄືນໃຫ້ເຈົ້າກໍາມະສິດຫຼືຜູ້ເປັນເຈົ້າຂອງ.

ໝວດທີ 10 ບົດບັນຍັດສຸດທ້າຍ

ມາດຕາ 64 (ປັບປຸງ) ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວ,ອົງການຕ້ານການສໍ້ລາດບັງຫຼວງ,ອົງການໄອຍະການປະຊາຊົນ,ສານປະຊາຊົນແລະອົງການອື່ນທີ່ກ່ຽວຂ້ອງເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 65 (ປັບປຸງ) ຜັນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງສະບັບເລກທີ03/ສພຊລົງວັນທີ19ພຶດສະພາ2005. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້