ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ 22-10-2004

From Wikisource
Jump to navigation Jump to search

.ການຕິດຕາມກວດກາຂອງສະພາແຫ່ງຊາດ 22-10-2004


..ພາກທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການຕິດຕາມກວດ ກາຂອງສະພາແຫ່ງຊາດ ວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດກໍານົດ ຫຼັກການ,ລະບຽບການ,ວິທີການແລະມາດຕະການກ່ຽວກັບການຕິດ ຕາມກວດກາຂອງສະພາແຫ່ງຊາດຕໍ່ການເຄື່ອນໄຫວຂອງອົງການ ບໍລິຫານ,ສານປະຊາຊົນແລະອົງການໄປຍະການປະຊາຊົນເພື່ອ ເຮັດໃຫ້ລັດຖະທໍາມະນູນ,ກົດໝາຍ,ມະຕິຕົກລົງຂອງກອງປະຊຸມສະ ພາແຫ່ງຊາດ,ແຜນພັດທະນາເສດຖະກິດ-ສັງຄົມແລະແຜນງົບ ປະມານແຫ່ງລັດໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ,ໂປ່ງ ໃສ່ແລະເປັນເອກະພາບໃນທົ່ວປະເທດ,ຮັບປະກັນເຮັດໃຫ້ລະບົບ ການເມືອງມີສະຖຽນລະພາບ,ປະເທດຊາດມີຄວາມສະຫງົບ,ເສດ ຖະກິດ-ວັດທະນະທໍາມີການຂະຫຍາຍຕົວ,ສັງຄົມມີຄວາມສີວິໄລແລະ ຍຸຕິທໍາ.


...ມາດຕາສອງ:ການຕິດຕາມກວດກາຂອງສະພາແຫ່ງຊາດ

ມາດຕາສອງ:ການຕິດຕາມກວດກາຂອງສະພາແຫ່ງຊາດ ການຕິດຕາມກວດກາຂອງສະພາແຫ່ງຊາດແມ່ນການຕິດ ຕາມ,ການພິຈາລະນາ,ການຕິລາຄາການເຄື່ອນໄຫວຂອງການຈັດ ຕັ້ງແລະບຸກຄົນທີ່ໄດ້ກໍານົດໄວ້ໃນມາດຕາເຈັດຂອງກົດໝາຍສະບັບ ນີ້ໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ມະຕິຕົກລົງ ຂອງກອງປະຊຸມສະພາແຫ່ງຊາດ,ແຜນພັດທະນາເສດຖະກິດ-ສັງ ຄົມແລະແຜງງົບປະມານແຫ່ງລັດແລະມີວິທີການ,ມາດຕະການ ແກ້ໄຂບັນຫາທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ.


...ມາຕາສາມ:ຄວາມໝາຍສໍາຄັນຂອງການຕິດຕາມກວດກາ

ມາຕາສາມ:ຄວາມໝາຍສໍາຄັນຂອງການຕິດຕາມກວດກາ ການຕິດຕາມກວດກາຂອງສະພາແຫ່ງຊາດມີຄວາມສໍາ ຄັນແລະຈໍາເປັນພາວະວິໃສໃນການສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ເຂົ້າຮ່ວມໃນການກວດກາ,ຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດ- ສັງຄົມເພື່ອໃຫ້ອໍານາດລັດ,ລັດຖະທໍາມະນູນ,ກົດໝາຍມີຄວາມສັກ ສິດ,ສະກັດກັ້ນການລະເມີດລະບຽບກົດໝາຍ,ແກ້ໄຂປາກົດການ ຫຍໍ້ທໍາໃນສັງຄົມເຊັ່ນ:ພະຍາດອາດຍາສິດ,ສໍາລາດບັງຫຼວງ, ສວຍໃຊ້ອໍານາດ,ໜ້າທີ່ຕໍາແໜ່ງ,ເມີນເສີຍຕໍ່ໜ້າທີ່;ເຮັດໃຫ້ການ ຈັດຕັ້ງແລະບຸກຄົນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນ.


...ມາດຕາສີ່:ພາລະບົດບາດຕິດຕາມກວດກາຂອງສະພາແຫ່ງຊາດ

ມາດຕາສີ່:ພາລະບົດບາດຕິດຕາມກວດກາຂອງສະພາແຫ່ງຊາດ ສະພາແຫ່ງຊາດປະຕິບັດພາລະບົດບາດຕິດຕາມກວດກາ ສູງສຸດຂອງຕົນຢູ່ໃນກອງປະຊຸມພະພາແຫ່ງຊາດບົນພື້ນຖານການ ເຄື່ອນໄຫວຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ, ກໍາມາທິການຂອງສະພາແຫ່ງຊາດ,ຄະນະສະມາຊິກສະພາແຫ່ງ ຊາດແລະຂອງສະມາຊິກສະພາແຫ່ງຊາດ.


...ມາດຕາຫ້າ:ປະເພດການຕິດຕາມກວດກາຂອງສະພາແຫ່ງຊາດ

ມາດຕາຫ້າ:ປະເພດການຕິດຕາມກວດກາຂອງສະພາແຫ່ງຊາດ ສະພາແຫ່ງຊາດຕິດຕາມກວດກາຕາມປະເພດຕົ້ນຕໍດັ່ງນີ້: -ຕິດຕາມກວດກາທົ່ວໄປ. -ຕິດຕາມກວດກາການອອກນິຕິກໍາ. -ຕິດຕາມກວດກາການແກ້ໄຂຄໍາສະເໜີແລະຄໍາຮ້ອງທຸກ ຂອງປະຊາຊົນ. -ຕິດຕາມກວດກາສະເພາະບັນຫາໃດໜຶ່ງ,ການຈັດຕັ້ງ,ບຸກ ຄົນ,ຂົງເຂດຫຼືບໍລິເວນໃດໜຶ່ງທີ່ມາປາກົດການລະເມີດລະບຽບກົດ ໝາຍ.


...ມາດຕາຫົກ:ຄວາມຮັບຜິດຊອບໃນການຕິດຕາມກວດກາຂອງສະພາແຫ່ງຊາດ

ມາດຕາຫົກ:ຄວາມຮັບຜິດຊອບໃນການຕິດຕາມກວດກາຂອງ ສະພາແຫ່ງຊາດ ການຕິດຕາມກວດກາຂອງສະພາແຫ່ງຊາດຕ້ອງດໍາ ເນີນຢ່າງເປີດເຜີຍ,ພາວະວິໄສ,ຖືກຕ້ອງກັບຄວາມເປັນຈິງ, ຕາມຂອບເຂດສິດອໍານາດຂອງຕົນແລະຂັ້ນຕອນທີ່ໄດ້ກໍານົດ ໄວ້ໃນກົດໝາຍ.ຄະນະປະຈໍາສະພາແຫ່ງຊາດ,ກໍາມາທິການ ຂອງສະພາແຫ່ງຊາດ,ຄະນະສະມາຊິກສະພາແຫ່ງຊາດແລະ ສະມາຊິກສະພາແຫ່ງຊາດຕ້ອງຮັບຜິດຊອບຕໍ່ການເຄື່ອນໄຫວ ຕິດຕາມກວດກາຂອງຕົນ. ກອງປະຊຸມສະພາແຫ່ງຊາດມີຄວາມຮັບຜິດຊອບແລະ ລາຍງານການເຄື່ອນໄຫວວຽກງານຕິດຕາມກວດກາຂອງຕົນ ຕໍ່ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ຄະນະປະຈໍາສະພາແຫ່ງຊາດມີຄວາມຮັບຜິດຊອບແລະ ລາຍງານການເຄື່ອນໄຫວວຽກງານຕິດຕາມກວດກາຂອງຕົນ ຕໍ່ກອງປະຊຸມສະພາແຫ່ງຊາດ. ກໍາມາທິການຂອງສະພາແຫ່ງຊາດແລະຄະນະສະມາຊິກ ສະພາແຫ່ງຊາດມີຄວາມຮັບຜິດຊອບແລະລາຍງານການເຄື່ອນ ໄຫວວຽກງານຕິດຕາມກວດກາຂອງຕົນຕໍ່ຄະນະປະຈໍາສະພາ ແຫ່ງຊາດ. ສະມາຊິກສະພາແຫ່ງຊາດມີຄວາມຮັບຜິດຊອບແລະລາຍ ງານການເຄື່ອນໄຫວວຽກງານຕິດຕາມກວດກາຂອງຕົນຕໍ່ຄະນະ ສະມາຊິກສະພາແຫ່ງຊາດ,ກໍາມາທິການທີ່ຕົນສັງກັດ,ຄະນະປະ ຈໍາສະພາແຫ່ງຊາດແລະຜູ້ມີສິມເລືອກຕັ້ງຢູ່ໃນທ້ອງຖິ່ນຂອງຕົນ.


...ມາດຕາເຈັດ:ການຈັດຕັ້ງແລະບຸກຄົນທີ່ຖືກຕິດຕາມກວດກາ

ມາດຕາເຈັດ:ການຈັດຕັ້ງແລະບຸກຄົນທີ່ຖືກຕິດຕາມກວດກາ ໜຶ່ງ:ການຈັດຕັ້ງແລະບຸກຄົນທີ່ຖືກຕິດຕາມກວດກາໂດຍ ກອງປະຊຸມສະພາແຫ່ງຊາດ: -ປະທານປະເທດ; -ປະທານສະພາແຫ່ງຊາດ; -ລັດຖະບານ; -ນາຍົກລັດຖະມົນຕີ; -ລັດຖະມົນຕີແລະຫົວໜ້າອົງການທຽບເທົ່າກະຊວງ; -ປະທານສານປະຊາຊົນສູງສຸດ; -ໄອຍະການປະຊາຊົນສູງສຸດ. ສອງ:ການຈັດຕັ້ງແລະບຸກຄົນທີ່ຖືກຕິດຕາມກວດກາໂດຍ ຄະນະປະຈໍາສະພາແຫ່ງຊາດ. -ລັດຖະບານ; -ນາຍົກລັດຖະມົນຕີ; -ລັດຖະມົນຕີແລະຫົວໜ້າອົງການທຽບເທົ່າກະຊວງ; -ປະທານສານປະຊາຊົນສູງສຸດ; -ໄອຍະການປະຊາຊົນສູງສຸດ; -ເຈົ້າແຂວງ,ເຈົ້າຄອງນະຄອນແລະຫົວໜ້າເຂດພິເສດ. ສາມ:ການຈັດຕັ້ງແລະບຸກຄົນທີ່ຖືກຕິດຕາມກວດກາໂດຍ ກໍາມາທິການຂອງສະພາແຫ່ງຊາດ; -ລັດຖະມົນຕີແລະຫົວໜ້າອົງການທຽບເທົ່າກະຊວງ; -ປະທານສານປະຊາຊົນຂັ້ນອຸທອນ,ປະທານສານທະຫານ ຂັ້ນສູງແລະປະທານສານທະຫານພາກ; -ໄອຍະການປະຊາຊົນຂັ້ນອຸທອນ,ໄອຍະການທະຫານຂັ້ນ ສູງແລະໄອຍະການທະຫານພາກ; ສີ່:ການຈັດຕັ້ງແລະບຸກຄົນທີ່ຖືກຕິດຕາມກວດກາໂດຍຄະ ນະສະມາຊິກສະພາແຫ່ງຊາດ -ອົງການປົກຄອງຂັ້ນແຂວງ; -ຫົວໜ້າພະແນກການຂັ້ນແຂວງ,ເຈົ້າເມືອງ,ຫົວນ້າເທດ ສະບານແລະນາຍບ້ານ. -ປະທານສານປະຊາຊົນຂັ້ນແຂວງ,ປະທານສານປະຊາ ຊົນຂັ້ນເມືອງ. -ໄອຍະການປະຊາຊົນຂັ້ນແຂວງ,ໄອຍະການປະຊາຊົນຂັ້ນ ເມືອງ, ຫ້າ:ການຈັດຕັ້ງແລະບຸກຄົນທີ່ຖືກຕິດຕາມກວດກາໂດຍ ສະມາຊິກສະພາແຫ່ງຊາດ; -ການຕັ້ງຄໍາຖາມແລະຄໍາຊັກຖາມໃນກອງປະຊຸມສະພາ ແຫ່ງຊາດ: -ຕັ້ງຄໍາຖາມຕໍ່ປະທານປະເທດ; -ຕັ້ງຄໍາຖາມຕໍ່ປະທານສະພາແຫ່ງຊາດ; -ຊັກຖາມນາຍົກລັດຖະມົນຕີ; -ຊັກຖາມລັດຖະມົນຕີແລະຫົວໜ້າອົງການທຽບເທົ່າກະ ຊວງ; -ຊັກຖາມປະທານສານປະຊາຊົນສູງສຸດ; -ຊັກຖາມໄອຍະການປະຊາຊົນສູງສຸດ; -ຜູ້ທີ່ໄດ້ກໍານົດໄວ້ໃນຂໍ້ສີ່ຂອງມາດຕານີ້. ນອກຈາກການຈັດຕັ້ງແລະບຸກຄົນທີ່ໄດ້ກໍານົດໄວໃນມາດ ຕານີ້ແລ້ວຖ້າມີຄວາມຈໍາເປັນກໍ່ສາມາດຕິດຕາມກວດກາການຈັດ ຕັ້ງແລະບຸກຄົນອື່ນໄດ້ອີກ.


...ມາດຕາແປດ:ການເຂົ້າຮ່ວມໃນການຕິດຕາມກວດກາຂອງສະພາແຫ່ງຊາດ

ມາດຕາແປດ:ການເຂົ້າຮ່ວມໃນການຕິດຕາມກວດກາຂອງສະ ພາແຫ່ງຊາດ ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການ ຈັດຕັ້ງສັງຄົມແລະປະຊາຊົນມີສິດແລະພັນທະເຂົ້າຮ່ວມໃນການ ຕິດຕາມກວດກາຂອງກອງປະຊຸມພະພາແຫ່ງຊາດ,ຄະນະປະຈໍາ ສະພາແຫ່ງຊາດ,ກໍາມາທິການຂອງສະພາແຫ່ງຊາດ,ຄະນະສະ ມາຊິກສະພາແຫ່ງຊາດແລະສະມາຊິກສະພາແຫ່ງຊາດ. ເພື່ອເຮັດໃຫ້ການຕິດຕາມກວດກາຂອງສະພາແຫ່ງຊາດ ມີຄວາມຊັດເຈນ,ການແກ້ໄຂບັນຫາຖືກຕ້ອງ,ແທດກັບຄວາມເປັນ ຈິງແລະມີປະສິດທິຜົນນັ້ນສະພາແຫ່ງຊາດປະສານສົມທົບວຽກງານ ກັບພາກສ່ວນອື່ນໆທີ່ກ່ຽວຂ້ອງເປັນຕົ້ນອົງການກວດກາລັດ,ອົງ ການກວດສອບບັນຊີແຫ່ງລັດ,ສານປະຊາຊົນແລະອົງການໄອຍະ ການປະຊາຊົນ.

...ມາດຕາເກົ້າ:ການແກ້ໄຂຜົນຂອງການຕິດຕາມກວດກາ

ມາດຕາເກົ້າ:ການແກ້ໄຂຜົນຂອງການຕິດຕາມກວດກາ ຜ່ານການຕິດຕາມກວດກາຖ້າຫາກພົບເຫັນການຈັດຕັ້ງຫຼື ບຸກຄົນມີການກະທາທີ່ເປັນການລະເມີດລະບຽບກົດໝາຍ,ກໍ່ຄວາມ ເສຍຫາຍໃຫ້ແກ່ປະເທດຊາດຫຼືສິດ,ຜົນປະໂຫຍດອັນຊອບທໍາຂອງ ປະຊາຊົນນັ້ນສະພາແຫ່ງຊາດແລະອົງການທີ່ມີສິດ,ໜ້າທີ່ທີ່ກ່ຽວ ຂ້ອງຕ້ອງມີມາດຕະການທີ່ມີປະສິດທິຜົນເພື່ອແກ້ໄຂຕາມລະບຽບ ກົດໝາຍຢ່າງເດັດຂາດແລະທັນເວລາ.


..ພາກທີ2ການຕິດຕາມກວດກາຂອງສະພາແຫ່ງຊາດ


...ໝວດທີ1ການຕິດຕາມກວດກາຂອງກອງປະຊຸມສະພາແຫ່ງຊາດ


....ມາດຕາສິບ:ເນື້ອໃນການຕິດຕາມກວດກາຂອງກອງປະຊຸມສະພາແຫ່ງຊາດ

ມາດຕາສິບ:ເນື້ອໃນການຕິດຕາມກວດກາຂອງກອງປະຊຸມສະ ພາແຫ່ງຊາດ ກອງປະຊຸມສະພາແຫ່ງຊາດເຄື່ອນໄຫວຕິດຕາມກວດ ກາຕາມເນື້ອໃນຕົ້ນຕໍດັ່ງນີ້: -ບົດລາຍງານຂອງປະທານປະເທດ,ຄະນະປະຈໍາສະພາ ແຫ່ງຊາດ,ລັດຖະບານ,ປະທານສານປະຊາຊົນສູງສຸດແລະໄອ ຍະການປະຊາຊົນສູງສຸດ; -ນິຕິກໍາຂອງປະທານປະເທດ,ຄະນະປະຈໍາສະພາແຫ່ງ ຊາດ,ລັດຖະບານ,ນາຍົກລັດຖະມົນຕີ,ປະທານສານປະຊາຊົນ ສູງສຸດ,ໄອຍະການປະຊາຊົນສູງສຸດທີ່ເຫັນວ່າຂັດກັບລັດຖະທໍາ ມະນູນ,ກົດໝາຍຫຼືມະຕິຕົກລົງຂອງກອງປະຊຸມສະພາແຫ່ງຊາດ. ສໍາລັບນິຕິກໍາຂອງປະທານສານປະຊາຊົນສູງສຸດແລະໄອຍະ ການປະຊາຊົນສູງສຸດທີ່ກ່າວມາເທິງນີ້ແມ່ນນິຕິກໍາທີ່ບໍ່ກ່ຽວກັບ ການດໍາເນີນຄະດີ. -ການຕອບຄໍາຖາມຂອງປະທານປະເທດ,ປະທານສະພາ ແຫ່ງຊາດແລະຄະນະປະຈໍາສະພາແຫ່ງຊາດ;ການຕອບຄໍາຊັກ ຖາມຂອງນາຍົກລັດຖະມົນຕີແລະສະມາຊິກລັດຖະບານ,ປະທານ ສານປະຊາຊົນສູງສຸດແລະໄອຍະການປະຊາຊົນສູງສຸດ; -ການແກ້ໄຂຄໍາສະເໜີແລະຄໍາຮ້ອງທຸກຂອງປະຊາຊົນ; -ບົດລາຍງານຂອງຄະນະກໍາມະການກວດກາຊົ່ວຄາວຊຶ່ງ ໄດ້ຮັບການຕົກລົງແຕ່ງຕັ້ງໂດຍກອງປະຊຸມສະພາແຫ່ງຊາດເພື່ອ ດໍາເນີນການຕິດຕາມກວດກາລະອຽດບັນຫາໃດໜຶ່ງ.


....ມາດຕາສິບເອັດ:ການສ້າງແຜນການຕິດຕາມກວດກາຂອງກອງປະຊຸມສະພາແຫ່ງຊາດ

ມາດຕາສິບເອັດ:ການສ້າງແຜນການຕິດຕາມກວດກາຂອງກອງ ປະຊຸມສະພາແຫ່ງຊາດ ແຜນການເຄື່ອນໄຫວຕິດຕາມກວດກາປະຈໍາປີຂອງກອງ ປະຊຸມສະພາແຫ່ງຊາດແມ່ນອີງຕາມການສະເໜີຂອງຄະນະປະ ຈໍາສະພາແຫ່ງຊາດ,ກໍາມາທິການຂອງສະພາແຫ່ງຊາດ,ຄະນະ ສະມາຊິກສະພາແຫ່ງຊາດແລະສະມາຊິກສະພາແຫ່ງຊາດ,ສູນ ກາງແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນຂັ້ນສູງກາງ ແລະອົງການຈັດຕັ້ງສົງຄົມ. ຄະນະປະຈໍາສະພາແຫ່ງຊາດເປັນຜູ້ຮ່າງແຜນການດັ່ງກ່າວ ແລະສະເໜີຕໍ່ກອງປະຊຸມສະພາແຫ່ງຊາດເພື່ອພິຈາລະນາແລະຕົກ ລົງ.ໃນກໍລະນີທີ່ຈໍາເປັນຈະດໍາເນີນການຕິດຕາມກວດການອກແຜນ ການກໍ່ໄດ້ຕາມການຕົກລົງຂອງກອງປະຊຸມສະພາແຫ່ງຊາດ.

....ມາດຕາສິບສອງ:ການພິຈາລະນາບົດລາຍງານຂອງພາກສ່ວນຕ່າງໆ

ມາດຕາສິບສອງ:ການພິຈາລະນາບົດລາຍງານຂອງພາກສ່ວນ ຕ່າງໆ ໃນກອງປະຊຸມສະໄໝສາມັນຕົ້ນປີສະພາແຫ່ງຊາດຮັບຟັງ ແລະພິຈາລະນາບົດລາຍງານຂອງນາຍົກລັດຖະມົນຕີກ່ຽວກັບການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານ ແຫ່ງລັດ;ພິຈາລະນາ,ຮັບຮອງເອົາການດັດແກ້ແຜນພັດທະນາເສດ ຖະກິດ-ສັງຄົມ,ແຜນງົບປະມານແຫ່ງລັດຫົກເດືອນຕົ້ນປີຖ້າມີ;ຮັບ ຟັງແລະພິຈາລະນາບົດລາຍງານຂອງປະທານສານປະຊາຊົນສູງ ສຸດແລະໄອຍະການປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດ ລັດຖະທໍາມະນູນແລະກົດໝາຍໃນຫົກເດືອນຕົ້ນປີ;ຮັບຟັງ,ພິຈາລະ ນາແລະຮັບຮອງເອົາບົດລາຍງານຂອງຄະນະປະຈໍາສະພາແຫ່ງ ຊາດຫົກເດືອນຕົ້ນປີ. ໃນກອງປະຊຸມສະໄໝສາມັນທ້າຍປີສະພາແຫ່ງຊາດຮັບຟັງ, ພິຈາລະນາແລະຮັບຮອງເອົາບົດລາຍງານຂອງນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈໍາປີແລະທິດທາງແຜນການພັດທະ ນາເສດຖະກິດ-ສັງຄົມແລະແຜນງົບປະມານແຫ່ງລັດໃນປີຕໍ່ໄປ;ຮັບ ຟັງແລະພິຈາລະນາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດລັດ ຖະທໍາມະນູນແລະກົດໝາຍປະຈໍາປີແລະທິດທາງວຽກງານສໍາລັບ ປີຕໍ່ໄປຂອງປະທານສານປະຊາຊົນສູງສຸດແລະໄອຍະການປະຊາຊົນ ສູງສຸດ;ຮັບຟັງ,ພິຈາລະນາແລະຮັບຮອງເອົາບົດລາຍງານການ ເຄື່ອນໄຫວວຽກງານປະຈໍາປີແລະທິດທາງໜ້າທີ່ວຽກງານໃນປີຕໍ່ ໄປຂອງສະພາແຫ່ງຊາດ. ໃນກອງປະຊຸມສະໄໝສາມັນທ້າຍອາຍຸການຂອງສະພາແຫ່ງ ຊາດກອງປະຊຸມສະພາແຫ່ງຊາດຮັບຟັງ,ພິຈາລະນາແລະຮັບຮອງ ເອົາບົດລາຍງານການເຄື່ອນໄຫວວຽກງານຕະຫຼອດອາຍຸການຂອງ ປະທານປະເທດ,ປະທານສະພາແຫ່ງຊາດ,ນາຍົກລັດຖະມົນຕີ,ປະ ທານສານປະຊາຊົນສູງສຸດແລະໄອຍະການປະຊາຊົນສູງສຸດ. ກອງປະຊຸມສະພາແຫ່ງຊາດຈະສະເໜີໃຫ້ຄະນະປະຈໍາສະພາ ແຫ່ງຊາດ,ລັດຖະບານ,ສານປະຊາຊົນສູງສຸດແລະອົງການໄອຍະ ການປະຊາຊົນສູງສຸດມາໃຫ້ຄວາມກະຈ່າງແຈ້ງກ່ຽວກັບບັນຫາໃດ ນຶ່ງສະເພາະໃນເມື່ອເຫັນວ່າມີຄວາມຈໍາເປັນ. ບົດລາຍງານທີ່ໄດ້ກໍານົດໄວ້ໃນມາດຕານີ້ຕ້ອງໄດ້ຜ່ານການ ຄົ້ນຄວ້າ,ພິຈາລະນາຂອງກໍາມາທິການທີ່ກ່ຽວຂ້ອງເສຍກ່ອນຕາມ ການມອບໝາຍຂອງຄະນະປະຈໍາສະພາແຫ່ງຊາດຍົກເວັ້ນແຕ່ບົດ ລາຍງານຂອງປະທານປະເທດ,ປະທານສະພາແຫ່ງຊາດແລະຂອງ ຄະນະປະຈໍາສະພາແຫ່ງຊາດ. ກອງປະຊຸມແຫ່ງຊາດຮັບຟັງ,ພິຈາລະນາບົດລາຍງານຕາມ ຂັ້ນຕອນດັ່ງນີ້: ໜຶ່ງ:ປະທານປະເທດ,ປະທານສະພາແຫ່ງຊາດ,ຄະນະປະຈໍາ ສະພາແຫ່ງຊາດ,ນາຍົກລັດຖະມົນຕີ,ປະທານສານປະຊາຊົນສູງສຸດ ແລະໄອຍະການປະຊາຊົນສູງສຸດສະເໜີບົດລາຍງານວຽກງານ ຂອງຕົນ. ສອງ:ຫົວໜ້າກໍາມາທິການຂອງສະພາແຫ່ງຊາດທີ່ຖືກມອບ ໝາຍໂດຍຄະນະປະຈໍາສະພາແຫ່ງຊາດປະກອບຄໍາເຫັນຕໍ່ບົດລາຍ ງານວຽກງານດັ່ງກ່າວ; ສາມ:ສະມາຊິກສະພາແຫ່ງຊາດຄົ້ນຄວ້າ,ປະກອບຄໍາເຫັນ, ອາດຈະຕັ້ງຄໍາຖາມຫຼືຄໍາຊັກຖາມ; ສີ່:ຜູ້ສະເໜີບົດລາຍງານລວມທັງລັດຖະມົນຕີ,ຫົວໜ້າອົງ ການທຽມເທົ່າກະຊວງທີ່ກ່ຽວຂ້ອງໃຫ້ຄໍາຊີ້ແຈງ,ຕອບຄໍາຖາມຫຼື ຄໍາຊັກຖາມຕໍ່ບັນຫາທີ່ກອງປະຊຸມສະພາແຫ່ງຊາດມີຄວາມສົນໃຈ; ຫ້າ:ກອງປະຊຸມສະພາແຫ່ງຊາດລົງມະຕິກ່ຽວກັບບົດລາຍ ງານ,ການໃຫ້ຄວາມກະຈ່າງແຈ້ງ,ການຕອບຄໍາຖາມຫຼືຄໍາຊັກຖາມ ນັ້ນຖ້າເຫັນວ່າມີຄວາມຈໍາເປັນ.

....ມາດຕາສິບສາມ:ການຕິດຕາມກວດການິຕິກໍາຕ່າງໆ

ມາດຕາສິບສາມ:ການຕິດຕາມກວດການິຕິກໍາຕ່າງໆ ກອງປະຊຸມສະພາແຫ່ງຊາດມີສິດຍົກເລີກບາງສ່ວນຫຼືທັງ ໝົດນິຕິກໍາຂອງປະທານປະເທດ,ຄະນະປະຈໍາສະພາແຫ່ງຊາດ,ລັດ ຖະບານ,ນາຍົກລັດຖະມົນຕີ,ປະທານສານປະຊາຊົນສູງສຸດ,ໄອຍະ ການປະຊາຊົນສູງສຸດ,ສູນກາງແນວລາວສ້າງຊາດ,ອົງການຈັດ ຕັ້ງມະຫາຊົນຂັ້ນສູນກາງທີ່ຂັດກັບລັດຖະທໍາມະນູນ,ກົດໝາຍຫຼືມະ ຕິຕົກລົງຂອງກອງປະຊຸມສະພາແຫ່ງຊາດຕາມການສະເໜີຂອງ ຄະນະປະຈໍາສະພາແຫ່ງຊາດຫຼືຕາມການສະເໜີໜຶ່ງສ່ວນສີ່ຂອງ ຈໍານວນສະມາຊິກສະພາແຫ່ງຊາດທັງໝົດຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ສິບຫ້າມາດຕາສາມຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ.ນິ ຕິກໍາຕ່າງໆທີ່ເຫັນວ່າຂັດກັບລັດຖະທໍາມະນູນ,ກົດໝາຍຫຼືມະຕິຕົກ ລົງຂອງກອງປະຊຸມສະພາແຫ່ງຊາດນັ້ນສະມາຊິກສະພາແຫ່ງຊາດ ຄົ້ນຄວ້າ,ປະກອບຄວາມເຫັນ;ຈາກນັ້ນຜູ້ອອກນິຕິກໍາດັ່ງກ່າວຊີ້ແຈງ ອະທິບາຍ.ໃນກໍລິນີທີ່ກອງປະຊຸມສະພາແຫ່ງຊາດບໍ່ເຫັນດີນໍາຄໍາຊີ້ ແຈງອະທິບາຍນັ້ນກອງປະຊຸມສະພາແຫ່ງຊາດລົງມະຕິກ່ຽວກັບ ການຍົກເລີກນິຕິກໍານັ້ນ.


....ມາດຕາສິບສີ່:ການຊັກຖາມແລະການຕອບຄໍາຊັກຖາມ

ມາດຕາສິບສີ່:ການຊັກຖາມແລະການຕອບຄໍາຊັກຖາມ ໃນກອງປະຊຸມສະພາແຫ່ງຊາດການຖາມ,ການຊັກຖາມ ແລະການຕອບຄໍາຖາມຫຼືຄໍາຊັກຖາມໃຫ້ປະຕິບັດດັ່ງລຸ່ມນີ້: ໜຶ່ງ:ສະມາຊິກສະພາແຫ່ງຊາດສົ່ງຄໍາຖາມຫຼືຄໍາຊັກຖາມ ໃຫ້ຜູ້ທີ່ຖືກຖາມຫຼືຖືກຊັກຖາມຢ່າງລະອຽດໂດຍຜ່ານປະທານກອງ ປະຊຸມສະພາແຫ່ງຊາດ. ສອງ:ການຄອບຄໍາຖາມຫຼືຄໍາຊັກຖາມໃນກອງປະຊຸມແຕ່ ລະຄັ້ງໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້: -ຜູ້ຖືກຖາມຫຼືຖືກຊັກຖາມຕ້ອງຕອບໂດຍກົງຕາມເນື້ອໃນ ຂອງບັນຫາທີ່ສະມາຊິກສະພາແຫ່ງຊາດຖາມຫຼືຊັກຖາມນັ້ນຢ່າງ ເຈາະຈົງ,ຈະແຈ້ງ,ຄົບຖ້ວນ.ໃນກໍລະນີນໍາເປັນທີ່ບໍ່ສາມາດມາ ຕອບໂດຍກົງໄດ້ກໍ່ຕ້ອງຕອບເປັນລາຍລັກອັກສອນ; -ສະມາຊິກສະພາແຫ່ງຊາດມີສິດຕັ້ງຄໍາຖາມຫຼືຄໍາຊັກຖາມ ເພີ່ມເຕີມຕໍ່ການຕອບຄໍາຖາມຫຼືຄໍາຊັກຖາມທີ່ບໍ່ທັນຈະແຈ້ງ; ສາມ:ພາຍຫຼັງການຕອບຄໍາຖາມຫຼືຄໍາຊັກຖາມແລ້ວຖ້າ ສະມາຊິກສະພາແຫ່ງຊາດຫາກບໍ່ເຫັນດີນໍາຄໍາຕອບນັ້ນກໍ່ມີສິດສະ ເໜີໃຫ້ກອງປະຊຸມສະພາແຫ່ງຊາດສືບຕໍ່ຄົ້ນຄວ້າໃນວາລະກອງ ປະຊຸມລົງມະຄິກ່ຽວກັບຕໍາແໜ່ງ,ໜ້າທີ່ຂອງຜູ້ຖືກຖາມຫຼືຖືກຊັກ ຖາມ. ສີ່:ຜູ້ທີ່ໄດ້ຕອບຄໍາຖາມຫຼືຄໍາຊັກຖາມຢູ່ໃນກອງປະຊຸມແຫ່ງ ຊາດແລ້ວນັ້ນກໍຍັງມີຄວາມຮັບຜິດຊອບລາຍງານຕໍ່ກອງປະຊຸມສະ ພາແຫ່ງຊາດໃນຄັ້ງຕໍ່ໄປກ່ຽວກັບບັນຫາທີ່ຕົນໄດ້ສັນຍາໄວ້,ສະມາ ຊິກສະພາແຫ່ງຊາດມີສິດຕັ້ງຄໍາຖາມຫຼືຄໍາຊັກຖາມຕາມທີ່ໄດ້ກໍາ ນົດໄວ້ໃນຂໍ້ສາມເທິງນີ້. ກໍານົດເວລາຂອງການຕັ້ງຄໍາຖາມຫຼືຄໍາຊັກຖາມແລະການ ຕອບຄໍາຖາມຫຼືຄໍາຊັກຖາມແມ່ນກໍານົດໄວ້ໃນລະບຽບວາລະຂອງ ກອງປະຊຸມສະພາແຫ່ງຊາດແຕ່ລະຄັ້ງ.

....ມາດຕາສິບຫ້າ:ການຕິດຕາມກວດກາກ່ຽວກັບການແກ້ໄຂຄໍາສະເໜີແລະຄໍາຮ້ອງທຸກຂອງປະຊາຊົນ

ມາດຕາສິບຫ້າ:ການຕິດຕາມກວດກາກ່ຽວກັບການແກ້ໄຂຄໍາສະ ເໜີແລະຄໍາຮ້ອງທຸກຂອງປະຊາຊົນ ກອງປະຊຸມສະພາແຫ່ງຊາດຕິດຕາມກວດກາການຈັດຕັ້ງ ປະຕິບັດລະບຽບກົດໝາຍກ່ຽວກັບການແກ້ໄຂຄໍາສະເໜີແລະຄໍາ ຮ້ອງທຸກຂອງປະຊາຊົນໂດຍຄະນະປະຈໍາສະພາແຫ່ງຊາດ,ລັດຖະ ບານ,ສານປະຊາຊົນສູງສຸດແລະອົງການໄອຍະການປະຊາຊົນສູງ ສຸດ.


....ມາດຕາສິບຫົກ:ການແຕ່ງຕັ້ງຄະນະກໍາມະການຊົ່ວຄາວຂອງສະພາແຫ່ງຊາດ

ມາດຕາສິບຫົກ:ການແຕ່ງຕັ້ງຄະນະກໍາມະການຊົ່ວຄາວຂອງສະ ພາແຫ່ງຊາດ ປະທານສະພາແຫ່ງຊາດແຕ່ງຕັ້ງຄະນະກໍາມະການຊົ່ວຄາວ ຂອງກອງປະຊຸມສະພາແຫ່ງຊາດຕາມການຕົກລົງຂອງກອງປະຊຸມ ສະພາແຫ່ງຊາດພ້ອມທັງກໍານົດສິດແລະໜ້າທີ່ຂອງຄະນະດັ່ງກ່າວ ເພື່ອຕິດຕາມກວດກາລະອຽດບັນຫາໃດໜຶ່ງທີ່ເຫັນວ່າມີຄວາມຈໍາ ເປັນຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ,ນາຍົກລັດ ຖະມົນຕີ,ກໍາມາທິການຂອງສະພາແຫ່ງຊາດ,ຄະນະສາມາຊິກສະ ພາແຫ່ງຊາດ,ສະມາຊິກສະພາແຫ່ງຊາດ,ສູນກາງແນວລາວສ້າງ ຊາດ,ອົງການຈັດຕັ້ງມະຫາຊົນຂັ້ນສູນກາງຫຼືອົງການຈັດຕັ້ງສັງຄົມ. ຄະນະກໍາມະການຊົ່ວຄາວປະກອບດ້ວຍສະມາຊິກສະພາ ແຫ່ງຊາດແລະພະນັກງານວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງແລະ ຈະຖືກຍຸບເລີກໄປໃນຕົວພາຍຫຼັງທີ່ໄດ້ປະຕິບັດສໍາເລັດໜ້າທີ່ວຽກ ງານແລ້ວ. ມະຕິແຕ່ງຕັ້ງຄະນະກໍາມະການຊົ່ວຄາວຈະຕ້ອງສົ່ງໃຫ້ການ ຈັດຕັ້ງຫຼືບຸກຄົນທີ່ຖືກຕິດຕາມກວດກາແລະອົງການທີ່ກ່ຽວຂ້ອງນັ້ນ ຊາບເຈັດວັນກ່ອນຈະດໍາເນີນການຕິດຕາມກວດກາ. ຄະນະກໍາມະການຊົ່ວຄາວມີສິດແລະໜ້າທີ່ດັ່ງທີ່ໄດ້ກໍານົດໄວ້ ໃນມາດຕາຊາວຫ້າຂອງກົດໝາຍສະບັບນີ້.

....ມາດຕາສິບເຈັດ:ການພິຈາລະນາຜົນຂອງການຕິດຕາມກວດກາ

ມາດຕາສິບເຈັດ:ການພິຈາລະນາຜົນຂອງການຕິດຕາມກວດກາ ກອງປະຊຸມສະພາແຫ່ງຊາດພິຈາລະນາຜົນການຕິດຕາມ ກວດກາຂອງຄະນະກໍາມະການຊົ່ວຄາວຕາມຂັ້ນຕອນດັ່ງນີ້: -ຫົວໜ້າຄະນະກໍາມະການຊົ່ວຄາວລາຍງານຜົນຂອງການ ຕິດຕາມກວດກາ; -ການຈັດຕັ້ງຫຼືບຸກຄົນທີ່ຖືກຕິດຕາມກວດກາຊີ້ແຈງອະທິບາຍ; -ກອງປະຊຸມສະພາແຫ່ງຊາດຄົ້ນຄວ້າ,ປະກອບຄໍາເຫັນ; -ການຈັດຕັ້ງຫຼືບຸກຄົນທີ່ຖືກຕິດຕາມກວດກາມີສິດຊີ້ແຈງອະ ທິບາຍເພີ່ມເຕີມ; -ກອງປະຊຸມສະພາແຫ່ງຊາດລົງມະຕິກ່ຽວກັບຜົນຂອງການ ຕິດຕາມກວດການັ້ນ;

....ມາດຕາສິບແປດ:ການລົງຄະແນນສຽງກ່ຽວກັບການປົດຕໍາແໜ່ງຫຼືບໍ່ໄວ້ວາງໃຈ

ມາດຕາສິບແປດ:ການລົງຄະແນນສຽງກ່ຽວກັບການປົດຕໍາ ແໜ່ງຫຼືບໍ່ໄວ້ວາງໃຈ ກອງປະຊຸມສະພາແຫ່ງຊາດມີສິດລົງຄະແນນສຽງກ່ຽວ ກັບການປົດຕໍາແໜ່ງຫຼືບໍ່ໄວ້ວາງໃຈຕໍ່ຜູ້ທີ່ກອງປະຊຸມສະພາແຫ່ງ ຊາດເປັນຜູ້ເລືອກຕັ້ງຫຼືຮັບຮອງເອົາຕາມທີ່ໄດ້ກໍານົດໄວ້ໃນມາດ ຕາຫ້າສິບສາມແລະມາດຕາເຈັດສິບສີ່ຂອງລັດຖະທໍາມະນູນ. ການອະພິປາຍແລະລົງຄະແນນສຽງກ່ຽວກັບການປົດຕໍາ ແໜ່ງຫຼືບໍ່ໄວ້ວາງໃຈຢູ່ໃນກອງປະຊຸມສະພາແຫ່ງຊາດໃຫ້ປະຕິບັດ ຕາມຂັ້ນຕອນດັ່ງນີ້: -ຜູ້ຕາງໜ້າກອງປະຊຸມຍົກບັນຫາຂຶ້ນ; -ຜູ້ທີ່ຖືກສະເໜີໃຫ້ກອງປະຊຸມສະພາແຫ່ງຊາດລົງຄະ ແນນສຽງກ່ຽວກັບການປົກຕໍາແໜ່ງຫຼືບໍ່ໄວ້ວາງໃຈຊີ້ແຈງອະ ທິບາຍ. -ກອງປະຊຸມສະພາແຫ່ງຊາດຄົ້ນຄວ້າ,ປະກອບຄໍາເຫັນ; -ຜູ້ທີ່ຖືກສະເໜີໃຫ້ສະພາແຫ່ງຊາດລົງຄະແນນສຽງກ່ຽວ ກັບການປົດຕໍາແໜ່ງຫຼືບໍ່ໄວ້ວາງໃຈມີສິດຊີ້ແຈງອະທິບາຍເພີ່ມ ເຕີມ; -ກອງປະຊຸມສະພາແຫ່ງຊາດລົງຄະແນນສຽງກ່ຽວກັບ ການປົດຕໍາແໜ່ງຫຼືບໍ່ໄວ້ວາງໃຈ. ມະຕິຕົກລົງຂອງກອງປະຊຸມສະພາແຫ່ງຊາດກ່ຽວກັບການ ປົດຕໍາແໜ່ງຂອງປະທານປະເທດຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອໄດ້ຮັບຄະ ແນນສຽງຢ່າງໜ້ອຍສອງສ່ວນສາມຂອງສະມາຊິກສະພາແຫ່ງ ຊາດທັງໝົດ,ສໍາລັບບຸກຄົນອື່ນນັ້ັນແມ່ນຕ້ອງໄດ້ຮັບຄະແນນສຽງ ຫຼາຍກວ່າເຄິ່ງໜຶ່ງຂຶ້ນໄປ. ໃນກໍລະນີທີ່ການລົງຄະແນນສຽງກ່ຽວກັບການບໍ່ໄວ້ວາງ ໃຈຕໍ່ລັດຖະບານຫຼືສະມາຊິກລັດຖະບານທ່ານໃດທ່ານໜຶ່ງຫາກໄດ້ ຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກສະພາແຫ່ງຊາດທັງ ໝົດໜັ້ນໃນໄລຍະເວລາຊາວສີ່ຊົ່ວໂມງພາຍຫຼັງທີ່ກອງປະຊຸມສະ ພາແຫ່ງຊາດໄດ້ລົງຄະແນນສຽງບໍ່ໄວ້ວາງໃຈແລ້ວປະທານປະ ເທດມີສິດສະເໜີໃຫ້ສະພາແຫ່ງຊາດພິຈາລະນາຄືນໃໝ່.ການພິ ຈາລະນາເທື່ອທີສອງຕ້ອງຫ່າງຈາກການພິຈາລະນະເທື່ອທີໜຶ່ງ ສີ່ສິບແປດຊົ່ວໂມງຖ້າວ່າການລົງມະຕິເທື່ອໃໝ່ຫາກບໍ່ໄດ້ຮັບ ຄວາມໄວ້ວາງໃຈອີກຜູ້ທີ່ຖືກລົງຄະແນນສຽງນັ້ນຕ້ອງລາອອກ. ນອກຈາກນີ້ຖ້າຫາກມີບຸກຄົນອື່ນໄດ້ກະທໍາຜິດທີ່ພົວພັນກັບ ບັນຫາດັ່ງກ່າວເທິງນີ້ແລ້ວກອງປະຊຸມສະພາແຫ່ງຊາດກໍ່ມອບໃຫ້ ອົງການທີ່ມິສິດ,ໜ້າທີ່ກ່ຽວຂ້ອງນໍາໃຊ້ມາດຕະການຕາມລະບຽບ ກົດໝາຍ. ອົງການທີ່ກ່ຽວຂ້ອງຕ້ອງຮັບຜິດຊອບປະຕິບັດຕາມມະຕິຕົກ ລົງຂອງກອງປະຊຸມສະພາແຫ່ງຊາດຢ່າງເຂັ້ມງວດແລ້ວລາຍງານ ໃຫ້ຄະນະປະຈໍາສະພາແຫ່ງຊາດຊາບພາຍໃນກໍານົດຫົກສິບວັນ.


...ໝວດທີ2ການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ


....ມາດຕາສິບເກົ້າ:ເນື້ອໃນຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ

ມາດຕາສິບເກົ້າ:ເນື້ອໃນຕິດຕາມກວດກາຂອງຄະນະປະຈໍາສະ ພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດເຄື່ອນໄຫວຕິດຕາມກວດ ກາຕາມເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງ:ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດລັດຖະທໍາ ມະນູນ,ກົດມາຍ,ມະຕິຕົກລົງຂອງກອງປະຊຸມສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແລະແຜນງົບປະມານແຫ່ງລັດຂອງລັດຖະບານ,ປະທານ ສານປະຊາຊົນສູງສຸດ,ໄອຍະການປະຊາຊົນສູງສຸດ,ຂອງເຈົ້າ ແຂວງ,ເຈົ້າຄອງນະຄອນແລະຫົວໜ້າເຂດພິເສດ. ສອງ:ນິຕິກໍາຂອງປະທານປະເທດ,ລັດຖະບານ,ນາຍົກລັດ ຖະມົນຕີ,ປະທານສານປະຊາຊົນສູງສຸດ,ໄອຍະການປະຊາຊົນສູງ ສຸດ,ເຈົ້າແຂວງ,ເຈົ້າຄອງນະຄອນແລະຫົວໜ້າເຂດພິເສດທີ່ເຫັນ ວ່າຂັດກັບລັດຖະທໍາມະນູນ,ກົດໝາຍຫຼືມະຕິຕົກລົງຂອງກອງປະ ຊຸມສະພາແຫ່ງຊາດ.ສໍາລັບນິຕິກໍາຂອງປະທານສານປະຊາຊົນ ສູງສຸດແລະໄອຍະການປະຊາຊົນສູງສຸດທີ່ກ່າວມາເທິງນີ້ແມ່ນນິ ຕິກໍາທີ່ບໍ່ກ່ຽວກັບການດໍາເນີນຄະດີ; ສາມ:ການໃຫ້ຄວາມກະຈ່າງແຈ້ງຂອງນາຍົກລັດຖະມົນ ຕີແລະສະມາຊິກລັດຖະບານ,ປະທານສານປະຊາຊົນສູງສຸດ,ໄອ ຍະການປະຊາຊົນສູງສຸດ,ເຈົ້າແຂວງ,ເຈົ້າຄອງນະຄອນແລະຫົວ ໜ້າເຂດພິເສດໃນກໍລະນີທີ່ເຫັນວ່າຈໍາເປັນ; ສີ່:ບົດລາຍງານການເຄື່ອນໄຫວວຽກງານຕິດຕາມກວດ ກາຂອງກໍາມາທິການຂອງສະພາແຫ່ງຊາດ,ຄະນະສະມາຊິກສະ ພາແຫ່ງຊາດແລະສະມາຊິກສະພາແຫ່ງຊາດ. ຫ້າ:ການແກ້ໄຂຄໍາສະເໜີແລະຄໍາຮ້ອງທຸກຂອງປະຊາຊົນ; ຫົກ:ບົດລາຍງານຂອງຄະນະສະເພາະກິດກ່ຽວກັບບັນຫາ ໃດໜຶ່ງ.


....ມາດຕາຊາວ:ການສ້າງແຜນການຕິດຕາມກວດກາ

ມາດຕາຊາວ:ການສ້າງແຜນການຕິດຕາມກວດກາ ຄະນະປະຈໍາສະພາແຫ່ງຊາດສ້າງແຜນການຕິດຕາມກວດ ກາຂອງຕົ້ນປະຈໍາຫົກເດືອນແລະໜຶ່ງປີໂດຍອີງຕາມແຜນການຕິດ ຕາມກວດກາຂອງກອງປະຊຸມສະພາແຫ່ງຊາດແລະຕາມການສະ ເໜີຂອງກໍາມາກິການຂອງສະພາແຫ່ງຊາດ,ຄະນະສະມາຊິກສະພາ ແຫ່ງຊາດ,ສະມາຊິກສະພາແຫ່ງຊາດ,ສູນກາງແນວລາວສ້າງ ຊາດ,ອົງການຈັດຕັ້ງມະຫາຊົນຂັ້ນສູງກາງແລະອົງການຈັດຕັ້ງສົງ ຄົມ. ພາຍຫຼັງທີ່ໄດ້ຮັບຮອງເອົາແຜນການນັ້ນແລ້ວຄະນະປະຈໍາ ສະພາແຫ່ງຊາດແບ່ງຄວາມຮັບຜິດຊອບໃຫ້ກໍາມະການຄະປະຈໍາ ສະພາແຫ່ງຊາດ,ກໍາມາທິການຂອງສະພາແຫ່ງຊາດ,ຄະນະສະມາ ຊິກສະພາແຫ່ງຊາດເພື່ອຈັດຕັ້ງປະຕິບັດແລ້ວລາຍງານໃຫ້ຄະນະປະ ຈໍາສະພາແຫ່ງຊາດຊາບເພື່ອມີວິທີການແລະມາດຕະການແກ້ໄຂ ຢ່າງເໝາະສົມແລະທັນເວລາ.


....ມາດຕາຊາວເອັດ:ການພິຈາລະນາການລາຍງານ

ມາດຕາຊາວເອັດ:ການພິຈາລະນາການລາຍງານ ໃນລະຫວ່າງສອງກອງປະຊຸມສະໄໝສາມັນຂອງສະພາ ແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດພິຈາລະນາການລາຍ ງານວຽກງານຂອງລັດຖະບານ,ປະທານສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ,ເຈົ້າແຂວາງ,ເຈົ້າຄອງນະຄອນ ແລະຫົວໜ້າເຂດພິເສດລວມທັງບົດລາຍງານກ່ຽວກັບການຕິດ ຕາມກວດກາຂອງກໍາມາທິການສະພາແຫ່ງຊາດແລະຄະນະ ສະມາຊິກສະພາແຫ່ງຊາດ;ຖ້າເຫັນວ່າມີຄວາມຈໍາເປັນກໍ່ເຊີນ ອົງການຫຼືບຸກຄົນເຫຼົ່ານັ້ນມາໃຫ້ຄວາມກະຈ່າງແຈ້ງກ່ຽວກັບ ບັນຫາໃດໜຶ່ງຕື່ມອີກ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດຮັບຟັງ,ພິຈາ ລະນະການລາຍງານຕາມຂັ້ນຕອນດັ່ງລຸ່ມນີ້: -ບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງລາຍງານ; -ຫົວນ້າກໍາມາທິການຂອງສະພາແຫ່ງຊາດທີ່ຖືກຕ້ອງ ມອບໝາຍສະເໜີຄວາມເຫັນ; -ຄະນະປະຈໍາສະພາແຫ່ງຊາດຄົ້ນຄວ້າ,ມີຄວາມເຫັນ; -ຜູ້ລາຍງານມີສິດຊີ້ແຈງອະທິບາຍເພີ່ມເຕີມ. -ຄະນະປະຈໍາສະພາແຫ່ງຊາດພິຈາລະນາ,ລົງມະຕິກ່ຽວ ກັບການລາຍງານນັ້ນ.

....ມາດຕາຊາວສອງ:ການຕິດຕາມກວດການິຕິກໍາ

ມາດຕາຊາວສອງ:ການຕິດຕາມກວດການິຕິກໍາ ຄະນະປະຈໍາສະພາແຫ່ງຊາດຊຸກຍູ້ໃຫ້ລັດຖະບານ,ນາຍົກ ລັດຖະມົນຕີ,ປະທານສານປະຊາຊົນສູງສຸດ,ໄອຍະການປະຊາຊົນ ສູງສຸດ,ສູນກາງແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນຂັ້ນ ສູນກາງ,ເຈົ້າແຂວງ,ເຈົ້າຄອງນະຄອນແລະຫົວໜ້າເຂດພິເສດ ອອກນິຕິກໍາເພື່ອຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ມະຕິ ຕົກລົງຂອງກອງປະຊຸມສະພາແຫ່ງຊາດ,ແຜນພັດທະນາເສດຖະ ກິດ-ສັງຄົມແລະແຜນງົບປະມານແຫ່ງລັດໃຫ້ທັນເວລາແລະຕິດ ຕາມກວດກາ,ພິຈາລະນານິຕິກໍາເຫຼົ່ານັ້ນ.ກ່ອນຈະພິຈາລະນາຄະ ນະປະຈໍາສະພາແຫ່ງຊາດມອບນິຕິກໍານັ້ນໃຫ້ກໍາມາທິການຂອງ ສະພາແຫ່ງຊາດທີ່ກ່ຽວຂ້ອງຄົ້ນຄວ້າ,ກະກຽມປະກອບຄໍາເຫັນ ເສຍກ່ອນ. ຄະນະປະຈໍາສະພາແຫ່ງຊາດມີສິດໂຈະການຈັດຕັ້ງປະຕິ ບັດນິຕິກໍາຂອງລັດຖະບານ,ນາຍົກລັດຖະມົນຕີ,ປະທານສານປະ ຊາຊົນສູງສຸດ,ໄອຊະການປະຊາຊົນສູງສຸດ,ສຸນກາງແນວລາວ ສ້າງຊາດ,ອົງການຈັດຕັ້ງມະຫາຊົນຂັ້ນສູນກາງບາງສ່ວນຫຼືືທັງ ໝົດທີ່ຂັດກັບລັດຖະທໍາມະນູນ,ກົດໝາຍຫຼືມະຕິຕົກລົງກອງປະຊຸມ ສະພາແຫ່ງຊາດແລ້ວນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ລົງມະຕິກ່ຽວກັບການຍົກເລີກນິຕິກໍານັ້ນ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດພິຈາລະນານິຕິ ກໍາຕ່າງໆຕາມຂັ້ນຕອນດັ່ງລຸ່ມນີ້: -ຫົວໜ້າກໍາມາທິການຂອງສະພາແຫ່ງຊາດທີ່ກ່ຽວຂ້ອງ ສະເໜີຄໍາເຫັນ; -ຜູ້ທີ່ອອກນິຕິກໍາດັ່ງກ່າວຊີ້ແຈງອະທິບາຍ; -ຄະນະປະຈໍາສະພາແຫ່ງຊາດຄົ້ນຄວ້າ,ມີຄໍາເຫັນ; -ຜູ້ທີ່ອອກນິຕິກໍາດັ່ງກ່າວມີສິດຊີ້ແຈງອະທິບາຍເພີ່ມເຕີມ; -ຄະນະປະຈໍາສະພາແຫ່ງຊາດພິຈາລະນາ,ລົງມະຕິກ່ຽວ ກັບນິຕິກໍານັ້ນ.

....ມາດຕາຊາວສາມ:ການຕິດຕາມກວດກາການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ມາດຕາຊາວສາມ:ການຕິດຕາມກວດກາການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດເປັນຜູ້ແຕ່ງຕັ້ງຄະນະກໍາມະ ການເລືອກຕັ້ງລະດັບຊາດແລະຕິດຕາມກວດກາການເຄື່ອນໄຫວ ວຽກງານຂອງຄະນະກໍາມະການດັ່ງກ່າວເພື່ອເຮັດໃຫ້ການເລືອກ ຕັ້ງໄດ້ດໍາເນີນໄປຢ່າງມີປະຊາທິປະໄຕ,ຖືກຕ້ອງຕາມກົດໝາຍວ່າ ດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະກົດໝາຍອື່ນໆ.


....ມາດຕາຊາວສີ່:ການຕິດຕາມກວດກາກ່ຽວກັບການແກ້ໄຂຄໍາສະເໜີແລະຄໍາຮ້ອງທຸກຂອງປະຊາຊົນ

ມາດຕາຊາວສີ່:ການຕິດຕາມກວດກາກ່ຽວກັບການແກ້ໄຂຄໍາ ສະເໜີແລະຄໍາຮ້ອງທຸກຂອງປະຊາຊົນ ຄະນະປະຈໍາສະພາແຫ່ງຊາດຕິດຕາມກວດກາລັດຖະ ບານ,ສານປະຊາຊົນສູງສຸດ,ອົງການໄອຍະການປະຊາຊົນສູງ ສຸດ,ຫ້ອງກວ່າການຂອງສະພາແຫ່ງຊາດ,ຄະນະສະມາຊິກສະ ພາແຫ່ງຊາດໃນການປະຕິບັດລະບຽບກົດໝາຍກ່ຽວກັບການ ແກ້ໄຂຄໍາສະເໜີແລະຄໍາຮ້ອງທຸກຂອງປະຊາຊົນ. ຜ່ານການຕິດຕດາມກວດກາຖ້າເຫັນວ່າການຈັດຕັ້ງແລະ ບຸກຄົນມີການລະເມີດລະບຽບກົດໝາຍ,ກໍ່ຄວາມເສຍຫາຍຕໍ່ຜົນ ປະໂຫຍດຂອງຊາດ,ສິດແລະຜົນປະໂຫຍດອັນຊອບທໍາຂອງການ ຈັດຕັ້ງຫຼືບຸກຄົນອື່ນນັ້ນຄະນະປະຈໍາສະພາແຫ່ງຊາດຈະສະເໜີໃຫ້ ການຈັດຕັ້ງຫຼືບຸກຄົນທີ່ມີສິດ,ໜ້າທີ່ທີ່ກ່ຽວຂ້ອງນໍາໃຊ້ມາດຕະການ ເພື່ອຢຸດຕິການລະເມີດນັ້ນໂດຍທັນທີພ້ອມກັນນັ້ນກໍ່ສະເໜີໃຫ້ພິຈາ ລະນາການປະຕິບັດວິໄນຫຼືນໍາໃຊ້ມາດຕະການອື່ນຕາມລະບຽບກົດ ໝາຍຕໍ່ຜູ້ທີ່ກະທໍາຜິດດັ່ງກ່າວລວມທັງໃຫ້ໃຊ້ແທນຄ່າເສຍຫາຍທີ່ຜູ້ ກ່ຽວໄດ້ກໍ່ຂຶ້ນ.ຖ້າການຈັດຕັ້ງຫຼືບຸກຄົນທີ່ມີສິດ,ໜ້າທີ່ກ່ຽວຂ້ອງນັ້ນ ຫາກແກ້ໄຂບໍ່ເໝາະສົມແລ້ວຄະນະປະຈໍາສະພາແຫ່ງຊາດຈະສະ ເໜີໃຫ້ການຈັດຕັ້ງຫຼືບຸກຄົນທີ່ມີສິດ,ໜ້າທີ່ຂັ້ນເທິງຖັດນັ້ນພິຈາລະ ນາກ່ຽວກັບການແກ້ໄຂ.ການຈັດຕັ້ງຫຼືບຸກຄົນທີ່ມີສິດ,ໜ້າທີ່ທີ່ກ່ຽວ ຂ້ອງຕ້ອງປະຕິບັດຢ່າງເຂັ້ມງວດຕາມຄໍາສະເໜີຂອງຄະນະປະຈໍາ ສະພາແຫ່ງຊາດພາຍໃນກໍານົດສາມສິບວັນນັບແຕ່ວັນໄດ້ຮັບຄໍາ ສະເໜີໃຫ້ແກ້ໄຂເປັນຕົ້ນໄປແລະຕ້ອງລາຍງານໃຫ້ຄະນະປະຈໍາ ສະພາແຫ່ງຊາດຊາບກ່ຽວກັບການແກ້ໄຂ.


....ມາດຕາຊາວຫ້າ:ການແຕ່ງຕັ້ງຄະນະສະເພາະກິດ

ມາດຕາຊາວຫ້າ:ການແຕ່ງຕັ້ງຄະນະສະເພາະກິດ ຄະນະປະຈໍາສະພາແຫ່ງຊາດແຕ່ງຕັ້ງຄະນະສະເພາະກິດ ຂອງຕົນຂຶ້ນເພື່ອຕິດຕາມກວດກາລະອຽດບັາຫາໃດໜຶ່ງທີ່ເຫັນວ່າ ມີຄວາມຈໍາເປັນຕາມການສະເໜີຂອງກໍາມາທິການຂອງສະພາ ແຫ່ງຊາດ,ຄະນະສະມາຊິກສະພາແຫ່ງຊາດ,ສະມາຊິກສະພາແຫ່ງ ຊາດ,ສູງກາງແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນຂັ້ນ ສູນກາງຫຼືອົງການຈັດຕັ້ງສັງຄົມ. ໃນມະຕິຕົກລົງແຕ່ງຕັ້ງຂອງຄະນະປະຈໍາສະພາແຫ່ງຊາດ ນັ້ນຕ້ອງກໍານົດລະອຽດເນື້ອໃນ,ສິດ,ໜ້າທີ່ລວມທັງໂຄງປະກອບບຸກ ຄະລາກອນຂອງຄະນະສະເພາະກິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ ສິບຫົກຂອງກົດໝາຍສະບັບນີ້ແລະເປົ້າໝາຍຂອງການຕິດຕາມ ກວດກາແລ້ວສົ່ງມະຕິຕົກລົງແຕ່ງຕັ້ງດັ່ງກ່າວໃຫ້ການຈັດຕັ້ງຫຼືບຸກ ຄົນທີ່ຖືກຕິດຕາມກວດກາແລະອົງການທີ່ກ່ຽວຂ້ອງຊາບລ່ວງໜ້າ ເຈັດວັນກ່ອນຈະດໍາເນີນການຕິດຕາມກວດກາ. ໃນເວລາຕິດຕາມກວດການນັ້ນຄະນະສະເພາະກິດມີສິດແລະ ໜ້າທີ່ດັ່ງນີ້: -ສະເໜີໃຫ້ການຈັດຕັ້ງ,ບຸກຄົນທີ່ຖືກຕິດຕາມກວດກາລາຍ ງານເປັນລາຍລັກອັກສອນ,ສະໜອງຂໍ້ມູນ,ເອກະສານຕ່າງໆທີ່ກ່ຽວ ຂ້ອງກັບເນື້ອໃນຕິດຕາມກວດກາ,ຊີ້ແຈງ,ອະທິບາຍບັນຫາທີ່ຄະນະ ສະເພາະກິດມີຄວາມສົນໃຈ. -ພິຈາລະນາ,ຕີລາຄາບົດລາຍງານ,ຂໍ້ມູນ,ເອກະສານຕ່າງໆ ຂອງຜູ້ຖືກຕິດຕາມກວດກາ. -ເມື່ອພົບເຫັນການຈັດຕັ້ງຫຼືບຸກຄົນມີການລະເມີດລະບຽບ ກົດໝາຍ,ກໍ່ຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຊາດ,ສິດແລະຜົນ ປະໂຫຍດອັນຊອບທໍາຂອງການຈັດຕັ້ງຫຼືບຸກຄົນນັ້ນຄະນະສະເພາະ ກິດມີສິດໃຫ້ຄໍາແນະນໍາແກ້ຜູ້ຖືກຕິດຕາມກວດກາກ່ຽວກັບການແກ້ ໄຂແລະສະເໜີຄະນະປະຈໍາສະພາແຫ່ງຊາດເພື່ອທວງໃຫ້ການຈັດ ຕັ້ງຫຼືບຸກຄົນດັ່ງກ່າວນັ້ນຢຸດຕິການລະເມີດລະບຽບກົດໝາຍແລະຟື້ນ ຟູສິດ,ຜົນປະໂຫຍດຂອງຊາດ,ສິດແລະຜົນປະໂຫຍດອັນຊອບທໍາ ຂອງການຈັດຕັ້ງແລະບຸກຄົນທີ່ຖືກລະເມີດແລະທວງໃຫ້ການຈັດ ຕັ້ງ,ບຸກຄົນທີ່ມີສິດ,ໜ້າທີ່ທີ່ກ່ຽວຂ້ອງພິຈາລະນາການປະຕິບັດວິ ໄນແລະໃຊ້ມາດຕະການອື່ນຕາມລະບຽບກົດໝາຍຕໍ່ຜູ້ທີ່ລະເມີດ. -ປະຕິບັດໃຫ້ຖືກຕ້ອງຕາມເນື້ອໃນ,ສິດ,ໜ້າທີ່ຕິດຕາມ ກວດກາທີ່ບົ່ງໄວ້ໃນມິຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະສະ ເພາະກິດ. -ຄະນະສະເພາະກິດຕ້ອງສົ່ງບົດລາຍງານກ່ຽວກັບຜົນ ຂອງການຕິດຕາມກວດກາໃຫ້ຄະນະປະຈໍາສະພາແຫ່ງຊາດພາຍ ໃນກໍານົດສິບວັນນັບແຕ່ວັນສິ້ນສຸດການຕິດຕາມກວດກາເປັນຕົ້ນ ໄປ.


....ມາດຕາຊາວຫົກ:ການພິຈາລະນາການລາຍງານຂອງຄະນະສະເພາະກິດ

ມາດຕາຊາວຫົກ:ການພິຈາລະນາການລາຍງານຂອງຄະນະ ສະເພາະກິດ ຄະນະປະຈໍາສະພາແຫ່ງຊາດພິຈາລະນາການລາຍງານ ຂອງຄະນະສະເພາະກິດຕາມຂັ້ນຕອນດັ່ງລຸ່ມນີ້: -ຫົວໜ້າຄະນະສະເພາະກິດລາຍງານ; -ການຈັດຕັ້ງຫຼືບຸກຄົນທີ່ຖືກຕິດຕາມກວດກາຊີ້ແຈງອະທິບາຍ; -ຕົວແທນຂອງການຈັດຕັ້ງທີ່ຖືກເຊີນເຂົ້າຮ່ວມກອງປະຊຸມ ມີຄໍາເຫັນ; -ກອງປະຊຸມຄະນະປະຈໍາສະພາແຫ່ງຊາດຄົ້ນຄວ້າ,ພິຈາ ລະນາ; -ການຈັດຕັ້ງຫຼືບຸກຄົນທີ່ຖືກຕິດຕາມກວດກາມີສິດຊີ້ແຈງອະ ທິບາຍເພີ່ມເຕີມ; -ຄະນະປະຈໍາສະພາແຫ່ງຊາດລົງມະຕິກ່ຽວກັບບັນຫາທີ່ຖືກ ຕິດຕາມກວດກາ.

....ມາດຕາຊາວເຈັດ:ການພິຈາລະນາ,ແກ້ໄຂຜົນຂອງການຕິດຕາມກວດກາ.

ມາດຕາຊາວເຈັດ:ການພິຈາລະນາ,ແກ້ໄຂຜົນຂອງການຕິດ ຕາມກວດກາ. ຄະນະປະຈໍາສະພາແຫ່ງຊາດມີສິດແຫ້ໄຂຜົນຂອງການ ຕິດຕາມກວດກາດັ່ງຕໍ່ໄປນີ້: ໜຶ່ງ:ທວງໃຫ້ການຈັດຕັ້ງຫຼືບຸກຄົນທີ່ມີສິດ,ໜ້າທີ່ກ່ຽວຂ້ອງ ຢູດຕິການລະເມີດລັດຖະທໍາມະນູນ,ກົດໝາຍ,ມະຕິຕົກລົງຂອງກອງ ປະຊຸມສະພາແຫ່ງຊາດ,ແຜນພັດທະນາເສດຖະກິດ-ສັງຄົມຫຼືແຜນ ງົບປະມານແຫ່ງລັດໂດຍທັນທີແລະຄົ້ນຄວ້າປະຕິບັດວິໄນຫຼືນໍາໃຊ້ ມາດຕະການອື່ນຕາມລະບຽບກົດໝາຍຕໍ່ຜູ້ທີ່ລະເມີດ,ພ້ອມກັນນັ້ນ ກໍ່ໃຫ້ຜູ້ລະເມີດຟື້ນຟູຜົນປະໂຫຍດຂອງຊາດຫຼືສິດ,ຜົນປະໂຫຍດອັນ ຊອບທໍາຂອງການຈັດຕັ້ງຫຼືບຸກຄົນທີ່ຖືກລະເມີດ. ສອງ:ໂຈະການປະຕິບັດນິຕິກໍາຂອງລັດຖະບານ,ນາຍົກລັດ ຖະມົນຕີ,ລົດຖະມົນຕີ,ຫົວໜ້າອົງການທຽບເທົ່າກະຊວງ,ປະທານ ສານປະຊາຊົນສູງສຸດ,ໄອຍະການປະຊາຊົນສູງສຸດທີ່ຂັດກັບລັດຖະ ທໍາມະນູນ,ກົດໝາຍ,ມະຕິຕົກລົງຂອງກອງປະຊຸມສະພາແຫ່ງຊາດ ຫຼືຂອງຄະນະປະຈໍາສະພາແຫ່ງຊາດແລ້ວລາຍງານໃຫ້ກອງປະຊຸມ ສະພາແຫ່ງຊາດພິຈາລະນາ,ຕົກລົງກ່ຽວກັບການຍົກເລີກນິຕິກໍາ ນັ້ນ. ສາມ:ລົງມະຕິກ່ຽວກັບການໃຫ້ຄວາມກະຈ່າງແຈ້ງບັນຫາ ໃດໜຶ່ງຂອງການຈັດຕັ້ງຫຼືບຸກຄົນທີ່ຄະນະປະຈໍາສະພາແຫ່ງຊາດ ເຊີນມາຊີ້ແຈງ,ອະທິບາຍ; ສີ່:ສະເໜີໃຫ້ກອງປະຊຸມສະພາແຫ່ງຊາດລົງມະຕິປົກຕໍາ ແໜ່ງຫຼືບໍ່ໄວ້ວາງໃຈຕໍ່ຜູ້ທີ່ດໍາລົງຕໍ່ແໜ່ງຊື່ງກອງປະຊຸມສະພາແຫ່ງ ຊາດເປັນຜູ້ເລືຶອກຮ້ອງຫຼືຮັບຮອງ.

...ໝວດທີ3ການຕິດຕາມກວດກາຂອງກໍາມາທິການຂອງສະພາແຫ່ງຊາດ


....ມາດຕາຊາວແປດ:ເນື້ອໃນຕິດຕາມກວດກາຂອງກໍາມາທິການ

ມາດຕາຊາວແປດ:ເນື້ອໃນຕິດຕາມກວດກາຂອງກໍາມາທິການ ການຕິດຕາມກວດກາຂອງກໍາມິທິການຂອງສະພາແຫ່ງ ຊາດມີເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງ:ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດລັດຖະທໍາ ມະນູນ,ກົດໝາຍ,ແຜນພັດທະນາເສດຖະກິດ-ສັງຄົມແລະແຜນ ງົບປະມານແຫ່ງລັດຂອງກະຊວງ,ອົງການທຽບເທົ່າກະຊວງ,ປະ ທານສານປະຊາຊົນຂັ້ນອຸທອນ,ປະທານສານທະຫານຂັ້ນສູງແລະ ປະທານສານທະຫານພາກ,ໄອຍະການປະຊາຊົນຂັ້ນອຸທອນ,ໄອ ຍະການທະຫານຂັ້ນສູງແລະໄອຍະການທະຫານພາກແລະຄົ້ນຄວ້າ ບົດລາຍງານອື່ນໆຕາມການມອບໝາຍຂອງຄະນະປະຈໍາສະພາ ແຫ່ງຊາດເຊັ່ນ:ບົດລາຍງານການເຄື່ອນໄຫວວຽກງານຂອງລັດ ຖະບານ,ສານປະຊາຊົນສູງສຸດ,ອົງການໄອຍະການປະຊາຊົນສູງ ສຸດ. ນອກຈາກການຕິດຕາມບົດລາຍງານແລ້ວກໍາມາທິການ ຂອງສະພາແຫ່ງຊາດຍັງມີສິດເຊີນອົງການຫຼືບຸກຄົນທີ່ກ່ຽວຂ້ອງ ມາລາຍງານບັນຫາໃດໜຶ່ງທີ່ຕົນມີຄວາມສົນໃຈ. ສອງ:ນິຕິກໍາຂອງລັດຖະມົນຕີ,ຫົວໜ້າອົງການທຽບເທົ່າ ກະຊວງ,ປະທານສານປະຊາຊົນຂັ້ນອຸທອນ,ປະທານສານທະຫານ ຂັ້ນສູງແລະປະທານສານທະຫານພາກ,ໄອຍະການປະຊາຊົນຂັ້ນ ອຸທອນ,ໄອຍະການທະຫານຂັ້ນສູງແລະໄອຍະການທະຫານພາກ ກ່ຽວກັບການຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ມະຕິຕົກ ລົງຂອງກອງປະຊຸມສະພາແຫ່ງຊາດ,ມະຕິຕົກລົງຂອງຄະນະປະ ຈໍາສະພາແຫ່ງຊາດ,ແຜນພັດທະນາເສດຖະກິດ-ສັງຄົມແລະແຜນ ງົບປະມານແຫ່ງລັດ;ຄົ້ນຄວ້ານິຕິກໍາຂອງລັດຖະບານ,ນາຍົກລັດ ຖະມົນຕີ,ປະທານສານປະຊາຊົນສູງສຸດ,ໄອຍະການປະຊາຊົນສູງ ສຸດ,ເຈົ້າາແຂວງ,ເຈົ້າຄອງນະຄອນແລະຫົວໜ້າເຂດພິເສດຕາມ ການມອບໝາຍຂອງຄະນະປະຈໍາສະພາແຫ່ງຊາດ. ການຕິດຕາມກວດການິຕິກໍາຂອງສານປະຊາຊົນແລະໄອ ຍະການປະຊາຊົນນັ້ນແມ່ນນິຕິກໍາທີ່ບໍ່ກ່ຽວຂ້ອງກັບການດໍາເນີນ ຄະດີ. ສາມ:ບົດລາຍງານຂອງໜ່ວຍງານສະເພາະກິດ.

....ມາດຕາຊາວເກົ້າ:ການສ້າງແຜນການຕິດຕາມກວດກາຂອງກໍາມາທິການ

ມາດຕາຊາວເກົ້າ:ການສ້າງແຜນການຕິດຕາມກວດກາຂອງກໍາ ມາທິການ ກໍາມາທິການຂອງສະພາແຫ່ງຊາດສ້າງແຜນການຕິດຕາມ ກວດກາຂອງຕົນເປັນແຕ່ລະໄລຍະໂດຍອີງຕາມແຜນການຕິດຕາມ ກວດກາຂອງກອງປະຊຸມສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງ ຊາດແລະຄໍາສະເໜີຂອງສະມາຊິກສະພາແຫ່ງຊາດໃນກໍາມາທິການ. ພາຍຫຼັງແຜນການໄດ້ຮັບຮອງເອົາແລ້ວກໍາມາທິການຕ້ອງແບ່ງ ຄວາມຮັບຜິດຊອບໃຫ້ສະມາຊິກສະພາແຫ່ງຊາດຢູ່ໃນກໍາມາທິການ ຂອງຕົນເພື່ອຈັດຕັ້ງປະຕິບັດ.


....ມາດຕາສາມສິບ:ການພິຈາລະນາບົດລາຍງານຂອງພາກສ່ວນຕ່າງໆ

ມາດຕາສາມສິບ:ການພິຈາລະນາບົດລາຍງານຂອງພາກສ່ວນ ຕ່າງໆ ກໍາມາທິການຂອງສະພາແຫ່ງຊາດພິຈາລະນາບົດລາຍ ງານຂອງພາກສ່ວນຕ່າງໆຕາມຂັ້ນຕອນດັ່ງນີ້: ໜຶ່ງ:ຄົ້ນຄວ້າ,ພິຈາລະນາບົດລາຍງານຂອງລັດຖະມົນຕີ, ຫົວນ້າອົງການທຽບເທົ່າກະຊວງ,ປະທານສານຂັ້ນອຸທອນ,ປະ ທານສານທະຫານຂັ້ນສູງ,ປະທານສານທະຫານພາກ,ໄອຍະການ ປະຊາຊົນຂັ້ນອຸທອນ,ໄອຍະການທະຫານຂັ້ນສູງແລະໄອຍະການ ທະຫານພາກ;ຖ້າເຫັນວ່າມີຄວາມຈໍາເປັນກໍ່ເຊີນອົງການຫຼືບຸກຄົນ ເຫຼົ່ານັ້ນມາໃຫ້ຄວາມກະຈ່າງແຈ້ງກ່ຽວກັບບັນຫາໃດໜຶ່ງ; ຖ້າເຫັນວ່າການຈັດຕັ້ງຫຼືບຸກຄົນມີການລະເມີດລະບຽບກົດ ໝາຍແລ້ວກໍາມາທິການຂອງສະພາແຫ່ງຊາດມີສິດສະເໜີໃຫ້ການ ຈັດຕັ້ງຫຼືບຸກຄົນທີ່ມີສິດໜ້າທີ່ກ່ຽວຂ້ອງແກ້ໄຂແລະແຈ້ງໃຫ້ກໍາມາ ທິການຂອງສະພາແຫ່ງຊາດຊາບພາຍໃນກໍານົດສາມສິບວັນນັບ ແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.ຖ້າຫາກບໍ່ມີການແກ້ໄຂຫຼືແກ້ ໄຂບໍ່ເໝາະສົມກໍ່ລາຍງານໃຫ້ຄະນະປະຈໍາສະພາແຫ່ງຊາດພິຈາ ລະນາແກ້ໄຂ; ສອງ:ຄົ້ນຄວ້າ,ພິຈາລະນາບົດລາຍງານຂອງລັດຖະບານ, ນາຍົກລັດຖະມົນຕີ,ລັດຖະມົນຕີ,ຫົວໜ້າອົງການທຽບເທົ່າກະຊວງ, ສານປະຊາຊົນສູງສຸດ,ໄອຍະການປະຊາຊົນສູງສຸດ,ເຈົ້າແຂວງ, ເຈົ້າຄອງນະຄອນແລະຫົວໜ້າເຂດພິເສດຕາມການມອບໝາຍຂອງ ຄະນະປະຈໍາສະພາແຫ່ງຊາດ; ສາມ:ລາຍງານຜົນຂອງການຄົ້ນຄວ້າ,ພິຈາລະນາດັ່ງກ່າວ ເທິງນີ້ໃຫ້ຄະນະປະຈໍາສະພາແຫ່ງຊາດແລະກອງປະຊຸມສະພາແຫ່ງ ຊາດ.

....ມາດຕາສາມສິບເອັດ:ການຕິດຕາມກວດການິຕິກໍາຕ່າງໆ

ມາດຕາສາມສິບເອັດ:ການຕິດຕາມກວດການິຕິກໍາຕ່າງໆ ກໍາມາທິການຂອງສະພາແຫ່ງຊາດຕິດຕາມກວດການິຕິ ກໍາຕ່າງໆໂດຍຜ່ານການເຄື່ອນໄຫວຂອງຕົນດັ່ງນີ້: ໜຶ່ງ:ຊຸກຍູ້ລັດຖະມົນຕີ,ຫົວໜ້າອົງການທຽບເທົ່າກະຊວງ, ປະທານສານຂັ້ນອຸທອນ,ປະທານສານທະຫານຂັ້ນສູງ,ປະທານສານ ທະຫານພາກ,ໄອຍະການປະຊາຊົນຂັ້ນອຸທອນ,ໄອຍະການທະຫານ ຂັ້ນສູງແລະໄອຍະການທະຫານພາກ,ສູງກາງແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງອອກນິຕິກໍາຕ່າງໆເພື່ອ ຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ມະຕິຕົກລົງຂອງກອງ ປະຊຸມສະພາແຫ່ງຊາດ,ຂອງຄະນະປະຈໍາສະພາແຫ່ງຊາດໃຫ້ທັນ ເວລາ;ລວມທັງຕິດຕາມກວດການິຕິກໍາດັ່ງກ່າວ; ສອງ:ຄົ້ນຄວ້າ,ພິຈາລະນາ,ປະກອບຄໍາເຫັນຕໍ່ນິຕິກໍາຕ່າງ ໆຂອງພາກສ່ວນທີ່ກ່ຽວຂ້ອງຕາມການມອບໝາຍຂອງຄະນະປະ ຈໍາສະພາແຫ່ງຊາດ; ສາມ:ໃນກໍລະນີທີ່ເຫັນວ່ານິຕິກໍາຕ່າງໆຂອງພາກສ່ວນທີ່ ກ່ຽວຂ້ອງທີ່ປະກາດໃຊ້ໄປແລ້ວນັ້ນຫາກຂັດກັບລັດຖະທໍາມະນູນ, ກົດໝາຍ,ມະຕິຕົກລົງຂອງກອງປະຊຸມສະພາແຫ່ງຊາດ,ຂອງຄະ ນະປະຈໍາສະພາແຫ່ງຊາດກໍາມາທິການຂອງສະພາແຫ່ງຊາດມີ ສິດສະເໜີໃຫ້ການຈັດຕັ້ງ,ບຸກຄົນທີ່ມີສິດ,ໜ້າທີ່ພິຈາລະນາປ່ຽນ ແປງ,ໂຈະການປະຕິບັດຫຼືຍົກເລີກບາງສ່ວນຫຼືທັງໝົດນິຕິກໍານັ້ນ. ພາຍໃນກໍານົດສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ ການຈັດຕັ້ງຫຼືບຸກຄົນທີ່ກ່ຽວຂ້ອງຕ້ອງແຈ້ງໃຫ້ກໍາມາທິການຂອງ ສະພາແຫ່ງຊາດຊາບກ່ຽວກັບການແກ້ໄຂ;ຖ້າບໍ່ມີການແກ້ໄຂຫຼື ການແກ້ໄຂຫາກບໍ່ເໝາະສົມແລ້ວກໍາມາທິການກໍ່ຈະສະເໜີຕໍ່ຄະ ນະປະຈໍາສະພາແຫ່ງຊາດເພື່ອພິຈາລະນາ,ແຫ້ໄຂຕາມມາດຕາ ຊາວສອງຂອງກົດໝາຍສະບັບນີ້.


....ມາດຕາສາມສິບສອງ:ການແຕ່ງຕັ້ງໜ່ວຍງານສະເພາະກິດ

ມາດຕາສາມສິບສອງ:ການແຕ່ງຕັ້ງໜ່ວຍງານສະເພາະກິດ ເມື່ອມີຄວາມຈໍາເປັນກໍາມາທິການຂອງສະພາແຫ່ງຊາດ ແຕ່ງຕັ້ງໜ່ວຍງານສະເພາະກິດຂຶ້ນຕາມຄໍາເຫັນຂອງຕົນໂດຍໄດ້ ຮັບການເຫັນດີຫຼືການມອບໝາຍຂອງຄະນະປະຈໍາສະພາແຫ່ງຊາດ ເພື່ອຕິດຕາມກວດກາລະອຽດບັນຫາໃດໜຶ່ງ. ໃນມະຕິຕົກລົງແຕ່ງຕັ້ງຂອງກໍາມາທິການຂອງສະພາແຫ່ງ ຊາດນັ້ນຕ້ອງກໍານົດເນື້ອໃນ,ສິດ,ໜ້າທີ່ລວມທັງໂຄງປະກອບບຸກ ຄະລາກອນຂອງໜ່ວຍງານສະເພາະກິດດັ່ງກ່າວຕາມທີ່ໄດ້ກໍານົດ ໄວ້ໃນມາດຕາສິບຫົກຂອງກົດໝາຍສະບັບນີ້ແລະເປົ້າໝາຍຂອງ ການຕິດຕາມກວດກາແລ້ວແຈ້ງໃຫ້ການຈັດຕັ້ງຫຼືບຸກຄົນທີ່ຖືກຕິດ ຕາມກວດກາແລະອົງການທີ່ກ່ຽວຂ້ອງຊາບລ່ວງໜ້າເຈັດວັນກ່ອນ ຈະດໍາເນີນການຕິດຕາມກວດກາ. ໃນເວລາຕິດຕາມກວດການັ້ນໜ້ວຍງານສະເພາະກິດມີສິດ ແລະໜ້າທີ່ດັ່ງນີ້: -ສະເໜີໃຫ້ການຈັດຕັ້ງຫຼືບຸກຄົນທີ່ຖືກຕິດຕາມກວດກາລາຍ ງານ,ສະໜອງຂໍ້ມູນ,ເອກະສານຕ່າງໆທີ່ກ່ຽວຂ້ອງກັບເນື້ອໃນຕິດ ຕາມກວດກາ,ຊີ້ແຈງ,ອະທິບາຍບັນຫາທີ່ໜ່ວຍງານສະເພາະກິດມ ີຄວາມສົນໃຈ. -ພິຈາລະນາ,ຕີລາຄາບົດລາຍງານ,ຂໍ້ມູນ,ເອກະສານຕ່າງ ໆຕາມຜູ້ຖືກຕິດຕາມກວດກາ; -ເມື່ອພົບເຫັນການຈັດຕັ້ງຫຼືບຸກຄົນມີການລະເມີດລະບຽບກົດ ໝາຍມີສິດໃຫ້ຄໍາແນະນໍາແກ່ຜູ້ຖືກຕິດຕາມກວດກາກ່ຽວກັບການ ແກ້ໄຂແລ້ວລາຍງານໃຫ້ກໍາມາທິການຂອງສະພາແຫ່ງຊາດຊາບ ເພື່ອພິຈາລະນາ; -ປະຕິບັດໃຫ້ຖືກຕ້ອງຕາມເນື້ອໃນ,ສິດ,ໜ້າທີ່ຂອງການ ຕິດຕາມກວດກາທີ່ໄດ້ກໍານົດໄວ້ໃນມະຕິຕົກລົງແຕ່ງຕັ້ງໜ່ວຍງານ ສະເພາະກິດ; -ສົ່ງບົດລາຍງານກ່ຽວກັບຜົນຂອງການຕິດຕາມກວດກາ ໃຫ້ກໍາມາທິການຂອງສະພາແຫ່ງຊາດພາຍໃນກໍານົດສິບວັນນັບ ແຕ່ວັນສິ່ນສຸດການຕິດຕາມກວດກາເປັນຕົ້ນໄປ.

....ມາດຕາສາມສິບສາມ:ການພິຈາລະນາແລະແກ້ໄຂຜົນຂອງການຕິດຕາມກວດກາ

ມາດຕາສາມສິບສາມ:ການພິຈາລະນາແລະແກ້ໄຂຜົນຂອງ ການຕິດຕາມກວດກາ ກໍາມາທິການຂອງສະພາແຫ່ງຊາດເປີດກອງປະຊຸມຂອງ ຕົນຂຶ້ນເພື່ອຄົ້ນຄວ້າພິຈາລະນາບົດລາຍງານຂອງໜ່ວຍງານສະ ເພາະກິດຕາມຂັ້ນຕອນດັ່ງນີ້: -ຫົວໜ້າໜ່ວຍງານສະເໜີບົດລາຍງານ; -ການຈັດຕັ້ງຫຼືບຸກຄົນທີ່ຖືກຕິດຕາມກວດກາຊີ້ແຈງ,ອະທິ ບາຍ; -ກອງປະຊຸມຄົ້ນຄວ້າ,ປະກອບຄໍາເຫັນ; -ການຈັດຕັ້ງຫຼືບຸກຄົນທີ່ຖືກຕິດຕາມກວດກາມີສິດຊີ້ແຈງ,ອະ ທິບາຍເພີ່ມເຕີມ; -ປະທານກອງປະຊຸມສະຫຼຸບ,ສະມາຊິກສະພາແຫ່ງຊາດຢູ່ໃນ ກໍາມາທິການທີ່ເຂົ້າຮ່ວມກອງປະຊຸມລົງມະຕິຖ້າເຫັນວ່າຈໍາເປັນ. ຜ່ານການຕິດຕາມກວດກາທົ່ວໄປຖ້າເຫັນວ່າມີການຈັດຕັ້ງ ຫຼືບຸກຄົນຫາກໄດ້ລະເມີດລະບຽບກົດໝາຍແລ້ວກໍມາທິການຈະພິ ຈາລະນາແກ້ໄຂຕາມີ່ໄດ້ກໍານົດໄວ້ໃນມາດຕາສາມສິບແລະມາດ ຕາສາມສິບເອັດຂອງກົດໝາຍສະບັບນີ້ຫຼືລາຍງານໃຫ້ຄະນະປະຈໍາ ສະພາແຫ່ງຊາດເພື່ອມີມາດຕະການແລະວິທີການແກ້ໄຂຖ້າວ່າບັນ ຫາດັ່ງກ່າວຫາກຢູ່ເໜືອຂອບເຂດສິດ,ໜ້າທີ່ຂອງຕົນ. ໃນກໍລະນີຜູ້ທີ່ຢູ່ໃນຕໍາແໜ່ງຊຶ່ງກອງປະຊຸມສະພາແຫ່ງຊາດ ເປັນຜູ້ແຕ່ງຕັ້ງຫຼືຮັບຮອງເອົາມີການລະເມີດລະບຽບກົດໝາຍຢ່າງ ຮ້າຍແຮງຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງຊາດ,ສິດ ແລະຜົນປະໂຫຍດອັນຊອບທໍາຂອງການຈັດຕັ້ງຫຼືບຸກຄົນນັ້ນກໍາມາ ທິການຂອງສະພາແຫ່ງຊາດມີສິດສິເໜີຕໍ່ຄະນະປະຈໍາສະພາແຫ່ງ ຊາດເພື່ອພິຈາລະນານໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດລົງ ມະຕິປົດຕໍາແໜ່ງຫຼືບໍ່ໄວ້ວາງໃຈ.


...ໝວດທີ4ການຕິດຕາມກວດກາຂອງຄະນະສະມາຊິກສະພາແຫ່ງຊາດຢູ່ເຂດເລືອກຕັ້ງ


....ມາດຕາສາມສິບສີ່:ເນື້ອໃນການຕິດຕາມກວດກາ

ມາດຕາສາມສິບສີ່:ເນື້ອໃນການຕິດຕາມກວດກາ ການຕິດຕາມກວດກາຂອງຄະນະສະມາຊິກສະພາແຫ່ງ ຊາດມີເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງ:ບົດລາຍງານຂອງອົງການປົກຄອງຂັ້ນແຂວງ,ປະ ທານສານປະຊາຊົນຂັ້ນແຂວງ,ປະທານສານປະຊາຊົນຂັ້ນເມືອງ, ໄອຍະການປະຊາຊົນຂັ້ນແຂວງ,ໄອຍະການປະຊາຊົນຂັ້ນເມືອງ ກ່ຽວກັບການຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ມະຕິຕົກ ລົງຂອງສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດ,ແຜນພັດ ທະນາເສດຖະກິດ-ສັງຄົມແລະແຜນງົບປະມານແຫ່ງລັດໃນປີຜ່ານ ມາແລະແຜນການວຽກງານໃນປີຕໍ່ໄປກໍ່ຄືການປະຕິບັດມິຕິຄໍາສັ່ງ ຂອງຂັ້ນເມິງຢູ່ໃນທ້ອງຖິ່ນຂອງຕົນ. ສອງ:ການໃຫ້ຄວາມກະຈ່າງແຈ້ງຂອງອົງການປົກຄອງ ແຂວງ,ຫົວໜ້າພະແນກການຂັ້ນແຂວງດເຈົ້າເມືອງ,ຫົວໜ້າເທດ ສະບານ,ນາຍບ້ານ,ປະທານສານປະຊາຊົນຂັ້ນແຂວງ,ປະທານ ສານປະຊາຊົນຂັ້ນເມືອງ,ໄອຍະການປະຊາຊົນຂັ້ນແຂວງຫຼືໄອຍະ ການປະຊາຊົນຂັ້ນເມືອງກ່ຽວກັບບັນຫາໃດໜຶ່ງທີ່ຄະນະສະມາຊິກ ສະພາແຫ່ງຊາດມີຄວາມສົນໃຈ; ສາມ:ນິຕິກໍາຂອງຫົວໜ້າພະແນກການຂັ້ນແຂວງ,ເຈົ້າ ເມືອງ,ຫົວໜ້າເທດສະບານ,ນາຍບ້ານລວມທັງນິຕິກໍາຂອງປະ ທານສານປະຊາຊົນຂັ້ນແຂວງ,ປະທານສານປະຊາຊົນຂັ້ນເມືອງ, ໄອຍະການປະຊາຊົນຂັ້ນແຂວງ,ໄອຍະການປະຊາຊົນຂັ້ນເມືອງ ຊຶ່ງບໍ່ກ່ຽວກັບການດໍາເນີນຄະດີ; ສີ່:ການແກ້ໄຂຄໍາສະເໜີແລະຄໍາຮ້ອງທຸກຂອງປະຊາຊົນ ຢູ່ເຂດເລືຶອກຕັ້ງຂອງຕົນ; ຫ້າ:ເມື່ອຈໍາເປັນກໍຈັດຕັ້ງໜ່ວຍງານສະເພາະກິດຫຼືມອບ ໝາຍໃຫ້ສະມາຊິກສະພາແຫ່ງຊາດລົງເກັບກໍາຂໍ້ມູນກ່ຽວກັບບັນ ຫາໃດໜຶ່ງຢູ່ທ້ອງຖິ່ນຂອງຕົນ.

....ມາດຕາສາມສິບຫ້າ:ການສ້າງແຜນການຕິດຕາມກວດກາ

ມາດຕາສາມສິບຫ້າ:ການສ້າງແຜນການຕິດຕາມກວດກາ ຄະນະສະມາຊິກສະພາແຫ່ງຊາດສ້າງແຜນການຕິດຕາມ ກວດກາຂອງຕົນປະຈໍາຫົກເດືອນແລະໜຶ່ງປີຂຶ້ນໂດຍອີງຕາມແຜນ ການຕິດຕາມກວດກາຂອງກອງປະຊຸມສະພາແຫ່ງຊາດ,ຄະນະປະ ຈໍາສະພາແຫ່ງຊາດ,ກໍາມາທິການຂອງສະພາແຫ່ງຊາດແລະສະ ພາບການຕົວຈິງຂອງທ້ອງຖິ່ນ,ຕາມການສະເໜີຂອງແນວລາວສ້າງ ຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມຂັ້ນທ້ອງຖິ່ນ ແລະຕາມການສະເໜີຂອງຜູ້ທີ່ມີສິດເລືອກຕັ້ງ.ພ້ອມກັນນັ້ນກໍ່ລາຍງານ ແຜນການຂອງຕົນໃຫ້ຄະນະປະຈໍາສະພາແຫ່ງຊາດແລະແຈ້ງໃຫ້ອົງ ການປົກຄອງແຂວງຊາບ.


....ມາດຕາສາມສິບຫົກ:ການພິຈາລະນາບົດລາຍງານຂອງພາກສ່ວນຕ່າງໆ

ມາດຕາສາມສິບຫົກ:ການພິຈາລະນາບົດລາຍງານຂອງພາກ ສ່ວນຕ່າງໆ ຄະນະສະມາຊິກສະພາແຫ່ງຊາດສະເໜີໃຫ້ອົງການປົກ ຄອງຂັ້ນແຂວງ,ປະທານສານປະຊາຊົນຂັ້ນແຂວງ,ປະທານສານ ປະຊາຊົນຂັ້ນເມືອງ,ໄອຍະການປະຊາຊົນຂັ້ນແຂວງ,ໄອຍະການ ປະຊາຊົນຂັ້ນເມືອງສົ່ງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ລັດຖະທໍາມະນູນ,ກົດໝາຍ,ແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດມາໃຫ້ຕົນເພື່ອຄົ້ນຄວ້າ,ພິຈາລະ ນາ. ຄະນະສະມາຊິກສະພາແຫ່ງຊາດເປີດກອງປະຊຸມເພື່ອຮັບ ຟັງ,ຄົ້ນຄວ້າແລະປະກອບຄໍາເຫັນຕໍ່ບົດລາຍງານດັ່ງກ່າວ.ຖ້າ ເຫັນວ່າຍັງມີບັນຫາໃດບັນຫາໜຶ່ງຫາກບໍ່ທັນຈະແຈ້ງກໍ່ມີສິດເຊີນ ການຈັດຕັ້ງແລະບຸກຄົນທີ່ກ່ຽວຂ້ອງມາຊີ້ແຈງ,ອະທິບາຍຕໍ່ຄະນະ ສະມາຊິກສະພາແຫ່ງຊາດ. ຖ້າເຫັນວ່າການຈັດຕັ້ງຫຼືບຸກຄົນມີການລະເມີດລະບຽບກົດ ໝາຍແລ້ວຄະນະສະມາຊິກສະພາແຫ່ງຊາດມີສິດສະເໜີໃຫ້ການ ຈັດຕັ້ງຫຼືບຸກຄົນທີ່ມີສິດ,ໜ້າທີ່ທີ່ກ່ຽວຂ້ອງແກ້ໄຂແລະແຈ້ງໃຫ້ຄະ ນະສະມາຊິກສະພາແຫ່ງຊາດຊາບພາຍໃນກໍານົດສາມສິບວັນ ນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.ຖ້າຫາກບໍ່ມີການແກ້ໄຂ ຫຼືມີການແກ້ໄຂທີ່ບໍ່ເໝາະສົມນັ້ນຄະນະສະມາຊິກສະພາແຫ່ງຊາດ ມີສິດສະເໜີໃຫ້ອົງການຈັດຕັ້ງຂັ້ນເທິງຖັດນັ້ນພິຈາລະນາກ່ຽວກັບ ການແກ້ໄຂ,ພ້ອມທັງລາຍງານໃຫ້ຄະນະປະຈໍາສະພາແຫ່ງຊາດ ຊາບ.


....ມາດຕາສາມສິບເຈັດ:ການຕິດຕາມກວດການນິຕິກໍາຕ່າງໆ

ມາດຕາສາມສິບເຈັດ:ການຕິດຕາມກວດການນິຕິກໍາຕ່າງໆ ຄະນະສະມາຊິກສະພາແຫ່ງຊາດຕິດຕາມກວດການິຕິກໍາ ຕ່າງໆຂອງພາກສ່ວນທີ່ກ່ຽວຂ້ອງດັ່ງນີ້; ໜຶ່ງ:ຊຸກຍູ້ອົງການປົກຄອງຂັ້ນແຂວງ,ຫົວໜ້າພະແນກ ການຂັ້ນແຂວງ,ເຈົ້າເມືອງ,ຫົວນ້າເທດສະບານ,ນາຍບ້ານ,ປະ ທານສານປະຊາຊົນຂັ້ນແຂວງ,ປະທານສານປະຊາຊົນຂັ້ນເມືອງ, ໄອຍະການປະຊາຊົນຂັ້ນແຂວງ,ໄອຍະການປະຊາຊົນຂັ້ນເມືອງ ກ່ຽວກັບການອອກນິຕິກໍາຕ່າງໆໃນການຈັດຕັ້ງປະຕິບັດລັດຖະທໍາ ມະນູນ,ກົດໝາຍ,ມະຕິ,ຄໍາສັ່ງຂ້ງຂັ້ນເທິງ,ແຜນພັດທະນາເສດຖະ ກິດ-ສັງຄົມແລະແຜນງົບປະມານແຫ່ງລັດໃນທ້ອງຖິ່ນຂອງຕົນ ລວມທັງຕິດຕາມກວດກາຄວາມຖືກຕ້ອງຂອງນິຕິກໍາດັ່ງກ່າວ; ສອງ:ໃນກໍລະນີທີ່ເຫັນວ່ານິຕິກໍາໃດໜຶ່ງຫາກຂັດກັບລັດຖະ ທໍາມະນູນ,ກົດໝາຍ,ມະຕິ,ຄໍາສັ່ງຂອງຂັ້ນເທິງຄະນະສະມາຊິກສະ ພາແຫ່ງຊາດມີສິດສະເໜີໃຫ້ການຈັດຕັ້ງຫຼືບຸກຄົນທີ່ກ່ຽວຂ້ອງໂຈະ ການຈັດຕັ້ງປະຕິແລະປັບປຸງນິຕິກໍານັ້ນແລະລາຍງານໃຫ້ຄະນະ ສະມາຊິກສະພາແຫ່ງຊາດພາຍໃຈກໍານົດສາມສິບວັນນັບແຕ່ວັນ ໄດ້ຮັບຄໍາສະເໜີໃຫ້ແກ້ໄຂເປັນຕົ້ນໄປ.ຖ້າຫາກບໍ່ມີການແກ້ໄຂຫຼື ການແກ້ໄຂບໍ່ເໝາະສົມແລ້ວຄະນະສະມາຊິກສະພາແຫ່ງຊາດມີ ສິດສະເໜີໃຫ້ອົງການຈັດຕັ້ງຂັ້ນເທິງຖັດນັ້ນໃນທ້ອງຖິ່ນຂອງຕົນພິ ຈາລະນາກ່ຽວກັບການແກ້ໄຂ,ພ້ອມທັງລາຍງານໃຫ້ຄະນະປະຈໍາ ສະພາແຫ່ງຊາດຊາບ.


....ມາດຕາສາມສິບແປດ:ການຕິດຕາມກວດກາການແກ້ໄຂຄໍາສະເໜີແລະຄໍາຮ້ອງທຸກຂອງປະຊາຊົນ

ມາດຕາສາມສິບແປດ:ການຕິດຕາມກວດກາການແກ້ໄຂຄໍາ ສະເໜີແລະຄໍາຮ້ອງທຸກຂອງປະຊາຊົນ ຄະນະສະມາຊິກສະພາແຫ່ງຊາດມີສິດ,ໜ້າທີ່ຕິດຕາມ ກວດກາການແກ້ໄຂຄໍາສະເໜີແລະຄໍາຮ້ອງທຸກຂອງປະຊາຊົນ ໃນເຂດເລືອກຕັ້ງຂອງຕົນດັ່ງນີ້: -ຕ້ອນຮັບປະຊາຊົນແລະຮັບເອົາຄໍາສະເໜີແລະຄໍາຮ້ອງ ທຸກຂອງປະຊາຊົນ; -ຄົ້ນຄວ້າ,ເກັບກໍາຂໍ້ມູນແລະປະສານສົມທົບກັບອົງການ ປຸກຄອງທ້ອງຖິ່ນແລະພາກສ່ວນກ່ຽວຂ້ອງອື່ນໆເພື່ອມີວິທີການ ແລະມາດຕະການແກ້ໄຂ; -ສະເໜີໃຫ້ການຈັດຕັ້ງຫຼືບຸກຄົນທີ່ມີສິດ,ນ້າທີ່ກ່ຽວຂ້ອງດໍາ ເນີນການແກ້ໄຂຄໍາສະເໜີແລະຄໍາຮ້ອງທຸກຂອງປະຊາຊົນຕາມ ລະບຽບກົດໝາຍແລະແຈ້ງຢ່າງເປັນລາຍລັກອັກສອນໃຫ້ຄະນະ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງຊາບກ່ຽວກັບການ ແກ້ໄຂບັນຫາດັ່ງກ່າວພາຍໃນກໍານົດສາມສິບວັນນັບແຕ່ວັນໄດ້ຮັບ ຄໍາສະເໜີເປັນຕົ້ນໄປ.ຖ້າຫາກບໍ່ມີການແກ້ໄຂຫຼືມີການແກ້ໄຂທີ່ບໍ່ ເໝາະສົມແລ້ວຄະນະສະມາຊິກສະພາແຫ່ງຊາດມີສິດສະເໜີໃຫ້ ການຈັດຕັ້ງຫຼືບຸກຄົນມີສິດ,ໜ້າທີ່ຂັ້ນເທິງຖັດນັ້ນໃນທ້ອງຖິ່ນຂອງ ຕົນພິຈາລະນາແກ້ໄຂພ້ອມທັງລາຍງານໃຫ້ຄະນະປະຈໍາສະພາ ແຫ່ງຊາດຊາບ; ໃນກໍລະນີການແກ້ໄຂບັນຫາຫາກເກີນພາລະບົດບາດ,ສິດ, ໜ້າທີ່ຂອງຕົນນັ້ນໃຫ້ລາຍງານຄະນະປະຈໍາສະພາແຫ່ງຊາດເພື່ອ ມີວິທີການແລະມາດຕະການແກ້ໄຂ.

....ມາດຕາສາມສິບເກົ້າ:ການແຕ່ງຕັ້ງໜ່ວຍງານສະເພາະກິດ

ມາດຕາສາມສິບເກົ້າ:ການແຕ່ງຕັ້ງໜ່ວຍງານສະເພາະກິດ ເມື່ອມີຄວາມຈໍາເປັນຄະນະສະມາຊິກສະພາແຫ່ງຊາດແຕ່ງ ຕັ້ງໜ່ວຍງານສະເພາະກິດຂຶ້ນຕາມຄວາມເຫັນຂອງຕົນຫຼືຕາມການ ມອບໝາຍຂອງຄະນະປະຈໍາສະພາແຫ່ງຊາດເພື່ອຕິດຕາມກວດກາ ລະອຽດບັນຫາໃດໜຶ່ງ. ໃນມະຕິຕົກລົງແຕ່ງຕັ້ງຂອງຄະນະສະມາຊິກສະພາແຫ່ງ ຊາດນັ້ນຕ້ອງກໍານົດເນື້ອໃນ,ສິດ,ໜ້າທີ່ລວມທັງໂຄງປະກອບບຸກ ຄະລາກອນຂອງໜ່ວຍງານສະເພາະກິດດັ່ງກ່າວຕາມທີ່ໄດ້ກໍານນົດ ໄວ້ໃນມາດຕາສິບຫົກຂອງກົດໝາຍສະບັບນີ້ແລະເປົ້າໝາຍຂອງ ການຕິດຕາມກວດກາແລ້ວແຈ້ງໃຫ້ການຈັດຕັ້ງຫຼືບຸກຄົນທີ່ຖືກຕິດ ຕາມກວດກາແລະອົງການທີ່ກ່ຽວຂ້ອງຊອບລ່ວງໜ້າເຈັດວັນກ່ອນ ວັນດໍາເນີນການຕິດຕາມກວດກາ. ໃນເວລາດໍາເນີນການຕິດຕາມກວດການນັ້ນໜ່ວຍງານສະ ເພາະກິດມີສິດແລະໜ້າທີ່ດັ່ງນີ້: -ສະເໜີໃຫ້ການຈັດຕັ້ງຫຼືບຸກຄົນທີ່ຖືກຕິດຕາມກວດກາລາຍ ງານ,ສະໜອງຂໍ້ມູນ,ເອກະສານຕ່າງໆທີ່ກ່ຽວຂ້ອງກັບເນື້ອໃນຕິດ ຕາມກວດກາ,ຊີ້ແຈງ,ອະທິບາຍບັນຫາທີ່ໜ່ວຍງານສະເພາະກິດມ ີຄວາມສົນໃຈ. -ພິຈາລະນາ,ຕີລາຄາບົດລາຍງານ,ຂໍ້ມູນ,ເອກະສານຕ່າງ ໆຂອງຜູ້ຖືກຕິດຕາມກວດກາ; -ເມື່ອພົບເຫັນການຈັດຕັ້ງຫຼືບຸກຄົນທີ່ມີການລະເມີດລະບຽບ ກົດໝາຍມີສິດໃຫ້ຄໍາແນະນໍາແກ່ຜູ້ຖືກຕິດຕາມກວດກາກ່ຽວກັບການ ແກ້ໄຂແລະລາຍງານໃຫ້ຄະນະສະມາຊິກສະພາແຫ່ງຊາດຊາບເພື່ອ ພິຈາລະນາ; -ປະຕິບັດໃຫ້ຖືກຕ້ອງຕາມເນື້ອໃນ,ສິດ,ໜ້າທີ່ຂອງການຕິດ ຕາມກວດກາທີ່ໄດ້ກໍານົດໄວ້ໃນມະຕິຕົກລົງແຕ່ງຕັ້ງໜ່ວຍງານສະ ເພາະກິດ; -ໜ່ວຍງານສະເພາະກິດຕ້ອງສົ່ງບົດລາຍງານກ່ຽວກັບ ຜົນຂອງການຕິດຕາມກວດກາໃຫ້ຄະນະສະມາຊິກສະພາແຫ່ງຊາດ ພາຍໃນກໍານົດສິບວັນນັບແຕ່ວັນສິ້ນສຸດການຕິດຕາມກວດກາເປັນ ຕົ້ນໄປ.

....ມາດຕາສີ່ສິບ:ການພິຈາລະນາແລະແກ້ໄຂຜົນຂອງການຕິດຕາມກວດກາ

ມາດຕາສີ່ສິບ:ການພິຈາລະນາແລະແກ້ໄຂຜົນຂອງການຕິດ ຕາມກວດກາ ຄະນະສະມາຊິກສະພາແຫ່ງຊາດເປີດກອງປະຊຸມຂອງ ຕົນຂຶ້ນເພື່ອຄົ້ນຄວ້າ,ພິຈາລະນາແລະຕົກລົງບົດລາຍງານຂອງ ໜ່ວຍງານສະເພາະກິດຕາມຂັ້ນຕອນດັ່ງນີ້: -ຫົວໜ້າໜ່ວຍງານສະເໜີບົດລາຍງານ; -ການຈັດຕັ້ງຫຼືບຸກຄົນທີ່ຖືກຕິດຕາມກາຊີ້ແຈງ,ອະທິບາຍ. -ກອງປະຊຸມຄົ້ນຄວ້າປະກອບຄໍາເຫັນ. -ການຈັດຕັ້ງຫຼືບຸກຄົນທີ່ຖືກຕິດຕາມກວດກາມີສິດຊີ້ແຈງ, ອະທິບາຍເພີ່ມເຕີມ. -ປະທານກອງປະຊຸມສະຫຼຸບ,ສະມາຊິກຂອງຄະນະສະມາຊິກ ສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມລົງມະຕິຖ້າເຫັນວ່າຈໍາເປັນ. ຜ່ານການຕິດຕາມກວດກາທົ່ວໄປຖ້າເຫັນວ່າການຈັດຕັ້ງຫຼືບຸກ ຄົນມີການລະເມີດລະບຽບກົດໝາຍຄະນະສະມາຊິກສະພາແຫ່ງຊາດ ພິຈາລະນາແກ້ໄຂຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບຫົກ,ສາມ ສິບເຈັດແລະມາດຕາສາມສິບແປດຂອງກົດໝາຍສະບັບນີ້ຫຼືລາຍງານ ໃຫ້ຄະນະປະຈໍາສະພາແຫ່ງຊາດເພື່ອມີມາດຕະການແລະວິທີການແກ້ ໄຂຖ້າວ່າບັນຫາດັ່ງກ່າວຫາກຢູ່ເໜືອຂອບເຂດສິດ,ໜ້າທີ່ຂອງຕົນ.

...ໝວດທີ5ການຕິດຕາມກວດກາຂອງສະມາຊິກສະພາແຫ່ງຊາດ


....ມາດຕາສີ່ສິບເອັດ:ເນື້ອໃນການຕິດຕາມກວດກາ

ມາດຕາສີ່ສິບເອັດ:ເນື້ອໃນການຕິດຕາມກວດກາ ສະມາຊິກສະພາແຫ່ງຊາດຕິດຕາມກວດກາຕາມເນື້ອໃນ ດັ່ງນີ້: -ບົດລາຍງານຂອງພວກສ່ວນຕ່າງໆໃນກອງປະຊຸມສະພາ ແຫ່ງຊາດ,ກອງປະຊຸມກໍາມາທິການຂອງສະພາແຫ່ງຊາດແລະໃນ ກອງປະຊຸມຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ຂອງຕົນກ່ຽວກັບກນຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ມະ ຕິຕົກລົງຂອງກອງປະຊຸມສະພາແຫ່ງຊາດ,ແຜນພັດທະນາເສດຖະ ວິດ-ສັງຄົມ,ແຜນງົບປະມານແຫ່ງລັດ,ມະຕິແລະຄໍາສັ່ງຂອງຂັ້ນ ເທິງ; -ຄັ້ງຄໍາຖາມຕໍ່ປະທານປະເທດ,ປະທານສະພາແຫ່ງຊາດ,ຄະ ນະປະຈໍາສະພາແຫ່ງຊາດຊັກຖາມນາຍົກລັດຖະມົນຕີແລະສະມາຊິກ ລັດຖະບານຜູ້ອື່ນໆ,ປະທານສານປະຊາຊົນສູງສຸດແລະໄອຍະການປະ ຊາຊົນສູງສຸດໃນກອງປະຊຸມສະພາແຫ່ງຊາດ; -ນິຕິກໍາຂອງພວກສ່ວນຕ່າງໆ. -ການແກ້ໄຂຄໍາສະເໜີແລະຄໍາຮ້ອງທຸກຂອງປະຊາຊົນ.

....ມາດຕາສີ່ສິບສອງ:ການສ້າງແລະປະຕິບັດແຜນການຕິດຕາມກວດກາ

ມາດຕາສີ່ສິບສອງ:ການສ້າງແລະປະຕິບັດແຜນການຕິດຕາມ ກວດກາ ສະມາຊິກສະພາແຫ່ງຊາດສ້າງແຜນການ,ຕາຕາລາງ ເຄື່ອນໄຫວວຽກງານ,ຕິດຕາມກວດກາຂອງຕົນໂດຍອີງຕາມ ແຜນການຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກ ຕັ້ງ,ກໍາມາທິການຂອງສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງ ຊາດແລະຂອງກອງປະຊຸມສະພາແຫ່ງຊາດ,ພ້ອມກັນນັ້ນກໍ່ສົ່ງໃຫ້ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ອງຂອງຕົນ ຊາບ. ນອກຈາກດໍາເນີນການຕິດຕາມກວດກາດ້ວຍຕົນເອງແລ້ວ ສະມາຊິກສະພາແຫ່ງຊາດກໍ່ມີສິດ,ໜ້າທີ່ເຂົ້າຮ່ວມການເຄື່ອນໄຫວ ຕິດຕາມກວດກາຂອງຄະນະສະມາຊິກສະພາແຫ່ງຊາດ,ກໍາມາທິ ການຂອງສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດແລະຂອງ ກອງປະຊຸມສະພາແຫ່ງຊາດ. ສໍາລັບສະມາຊິກສະພາແຫ່ງຊາດຜູ້ທີ່ຄວບຕໍາແໜ່ງນັ້ນກໍ່ໃຫ້ ແບ່ງເວລາເຄື່ອນໄຫວວຽກງານ,ຕິດຕາມກວດກາຂອງສະພາແຫ່ງ ຊາດຢ່າງໜ້ອຍໜຶ່ງສ່ວນສາມຂອງເວລາເຮັດວຽກທັງໝົດ.


....ມາດຕາສີ່ສິບສາມ:ການຕິດຕາມເຄື່ອນໄຫວກວດກາ

ມາດຕາສີ່ສິບສາມ:ການຕິດຕາມເຄື່ອນໄຫວກວດກາ ສະມາຊິກສະພາແຫ່ງຊາດເຄື່ອນໄຫວຕິດຕາມກວດກາດັ່ງນີ້: -ເຂົ້າຮ່ວມການຄົ້ນຄວ້າ,ປະກອບຄໍາເຫັນ,ພິຈາລະນາບົດ ລາຍງານກ່ວກັບການຈັດຕັ້ງປະຕິບັດລະບຽບກົດໝາຍ,ແຜນພັດທະ ນາເສດຖະກິດ-ສົງຄົມ,ແຜນງົບປະມານແຫ່ງລັດ,ມະຕິແລະຄໍາສັ່ງຂອງຂັ້ນເທິງໃນ ກອງປະຊຸມສະພາແຫ່ງຊາດ,ກອງປະຊຸມຄົບຄະນະຂອງກໍາມາທິ ການແລະກອງປະຊຸມຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດ ເລືອກຕັ້ງຂອງຕົນ; -ເຂົ້າຮ່ວມໃນຄະນະຕິດຕາມກວດກາສະເພາກິດຊຶ່ງແຕ່ງຕັ້ງ ໂດຍກອງປະຊຸທສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດ,ກໍາ ມາທິການຂອງສະພາແຫ່ງຊາດຫຼືຄະນະສະມາຊິກສະພາແຫ່ງຊາດ ຕາມການມອບໝາຍ. -ເຄື່ອນໄຫວຕິດຕາມກວດກາຕາມແຜນການຕິດຕາມກວດ ກາຂອງຕົນທີ່ກໍານົດໄວ້ໃນມາດຕາສີ່ສິບສອງຂອງກົດໝາຍສະບັບນີ້.

....ມາດຕາສີ່ສິບສີ່:ການຊັກຖາມຢູ່ໃນກອງປະຊຸມສະພາແຫ່ງຊາດ

ມາດຕາສີ່ສິບສີ່:ການຊັກຖາມຢູ່ໃນກອງປະຊຸມສະພາແຫ່ງຊາດ ພາຍຫຼັງທີ່ໄດ້ຮັບຟັງການລາຍງານຂອງປະທນປະເທດ, ປະທານສະພາແຫ່ງຊາດ,ນາຍົກລັດຖະມົນຕີ,ສະມາຊິກລັດຖະບານ ຜູ້ອື່ນໆ,ປະທານສານປະຊາຊົນສູງສຸດ,ໄອຍະການປະຊາຊົນສູງສຸດ ໃນກອງປະຊຸມສະພາແຫ່ງຊາດແລ້ວສະມາຊິກສະພາແຫ່ງຊາດມີ ສິດຕັ້ງຄໍາຖາມຫຼືຄໍາຊັກຖາມຕໍ່ພາກສ່ວນດັ່ງກ່າວຕາມທີ່ໄດ້ກໍານົດ ໄວ້ໃນລັດຖະທໍາມະນູນແລະກົດໝາຍວ່າດ້ວຍສະພາແຫ່ງຊາດ. ເນື້ອໃນຄໍາຖາມແລະຄໍາຊັກຖາມຕ້ອງກະທັດລັດ,ຈະແຈ້ງ, ມີບ່ອນອີງແລະຕ້ອງຕິດພັນກັບສິດ,ໜ້າທີ່,ຄວາມຮັບຜິດຊອບຂອງ ຜູ້ທີ່ຖືກຖາມຫຼືຖືກຊັກຖາມ.ຄໍາຖາມຫຼືຄໍາຊັກຖາມອາດຈະເປັນລາຍ ລັກອັກສອນຫຼືດ້ວຍວາຈາ. ບຸກຄົນທີ່ຖືກຖາມຫຼືຖືກຊັກຖາມນັ້ນຕ້ອງຕອບ,ຊີ້ແຈງຄໍາຖາມ ຫຼືຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດຢູ່ໃນກອງປະຊຸມສະ ພາແຫ່ງຊາດດ້ວຍວາຈາຫຼືເປັນລາຍລັກອັກສອນ.


....ມາດຕາສີ່ສິບຫ້າ:ການຕິດຕາມກວດການິຕິກໍາຕ່າງໆ

ມາດຕາສີ່ສິບຫ້າ:ການຕິດຕາມກວດການິຕິກໍາຕ່າງໆ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມຄົ້ນຄວ້າ,ປະກອບຄໍາ ເຫັນແລະພິຈາລະນານິຕິກໍາຕ່າງໆໃນກອງປະຊຸມສະພາແຫ່ງຊາດ, ກອງປະຊຸມຄົບຄະນະຂອງກໍາມາທິການພະພາແຫ່ງຊາດແລະກອງ ປະຊຸມຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ.


....ມາດຕາສີ່ສິບຫົກ:ການຕິດຕາມກວດກາການແກ້ໄຂຄໍາສະເໜີແລະຄໍາຮ້ອງທຸກຂອງປະຊາຊົນ

ມາດຕາສີ່ສິບຫົກ:ການຕິດຕາມກວດກາການແກ້ໄຂຄໍາສະເໜີ ແລະຄໍາຮ້ອງທຸກຂອງປະຊາຊົນ ສະມາຊິກສະພາແຫ່ງຊາດມີສິດແລະໜ້າທີ່ຮັບຕ້ອນແລະ ໃຫ້ຄໍາປຶກສາຫາລືແກ່ປະຊາຊົນ,ຮັບຄໍາສະເໜີແລະຄໍາຮ້ອງທຸກ ຂອງປະຊາຊົນເພື່ອສະເໜີໃຫ້ຄະນະສະມາຊິກສະພາແຫ່ງຊາດພິ ຈາລະນາ,ແກ້ໄຂຕາມລະບຽບການວ່າດ້ວຍການແກ້ໄຂຄໍາສະ ເໜີແລະຄໍາຮ້ອງທຸກຂອງປະຊາຊົນແລະຕິດຕາມກວດກາການ ແກ້ໄຂຄໍາສະເໜີແລະຄໍາຮ້ອງທຸກຂອງປະຊາຊົນຕາມານຕົກລົງ ຂອງຄະນະສະມາຊິກສະພາແຫ່ງຊາດ.


....ມາດຕາສີ່ສິບເຈັດ:ການລາຍງານຜົນຂອງການຕິດຕາມກວດກາ

ມາດຕາສີ່ສິບເຈັດ:ການລາຍງານຜົນຂອງການຕິດຕາມກວດກາ ພາຍຫຼັງທີ່ໄດ້ເຄື່ອນໄຫວຕິດຕາມກວດກາແລ້ວສະມາຊິກ ສະພາແຫ່ງຊາດຕ້ອງລາຍງານຜົນຂອງການຕິດຕາມກວດການັນ ໃຫ້ຄະນະສະມາຊິກສະພາແຫ່ງຊາດ,ກໍາມາທິກາຂອງສະພາແຫ່ງ ຊາດທີ່ຕົນສັງກັດຫຼືໃນກໍລະນີຈໍາເປັນກໍ່ລາຍງານໃຫ້ຄະນະປະຈໍາສະ ພາແຫ່ງຊາດເພື່ອພິຈາລະນາ,ແກ້ໄຂ.


....ມາດຕາສີ່ສິບແປດ:ການກວດກາຂອງປະຊາຊົນ

ມາດຕາສີ່ສິບແປດ:ການກວດກາຂອງປະຊາຊົນ ສະມາຊິກສະພາແຫ່ງຊາດຕ້ອງຢູ່ໃຕ້ການກວດກາຂອງປະ ຊາຊົນດ້ວຍການລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ປະ ຊາຊົນໃນເຂດເລືອກຕັ້ງຢ່າງນ້ອຍປີລະສອງເທື່ອ.


...ມາດຕາສີ່ສິບແປດ:ການກວດກາຂອງປະຊາຊົນ


....ມາດຕາສີ່ສິບເກົ້າ:ຫ້ອງວ່າການສະພາແຫ່ງຊາດແລະຫ້ອງການສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ

ມາດຕາສີ່ສິບເກົ້າ:ຫ້ອງວ່າການສະພາແຫ່ງຊາດແລະຫ້ອງການ ສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ຫ້ອງວ່າການສະພາແຫ່ງຊາດ,ຫ້ອງການສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງມີໜ້າທີ່ອໍານວນຄວາມສະດວກທາງດ້ານງົບ ປະມານ,ພາຫະນະ,ອຸປະກອນແລະຂໍມູນຂ່າວສານຕ່າງທີ່ຈໍາເປັນ ໃຫ້ກອງປະຊຸມສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດ,ກໍາ ມາທິການສະພາແຫ່ງຊາດ,ຄະນະສະມາຊິກສະພາແຫ່ງຊາດແລະ ສະມາຊິກສະພາແຫ່ງຊາດໃນການເຄື່ອນໄຫວປະຕິບັດວຽກງານຕິດ ຕາມກວດກາ.


....ມາດຕາຫ້າສິບ:ອົງການຈັດຕັ້ງແລະພົນລະເມືອງ

ມາດຕາຫ້າສິບ:ອົງການຈັດຕັ້ງແລະພົນລະເມືອງ ອົງການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດ ຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມແລະພົນລະເມືອງທຸກຄົນມີພັນ ທະປະກອບສ່ວນ,ອໍານວຍຄວາມສະດວກໃຫ້ແກ່ວຽກງານຕິດຕາມ ກວດກາຂອງສະພາແຫ່ງຊາດເຊັ່ນ:ສະໜອງຂໍ້ມູນຂ່ານສານ,ໃຫ້ ການຊ່ວຍເຫຼືອດດ້ານຕ່າງໆ.


..ພາກທີ3ພັນທະ,ຄວາມຮັບຜິດຊອບແລະສິດຂອງການຈັດຕັ້ງແລະບຸກຄົນທີ່ຖືກຕິດຕາມກວດ


...ມາດຕາຫ້າສິບເອັດ:ພັນທະແລະຄວາມຮັບຜິດຊອບ

ມາດຕາຫ້າສິບເອັດ:ພັນທະແລະຄວາມຮັບຜິດຊອບ ການຈັດຕັ້ງແລະບຸກຄົນທີ່ຖືກຕິດຕາມກວດກາມີພັນທະ ແລະຄວາມຮັບຜິດຊອບດັ່ງນີ້: ໜຶ່ງ:ໃຫ້ຄວາມຮ່ວມມືແລະອໍານວນຄວາມສະດວກແກ່ ການຕິດຕາມກວດກາດ້ວຍການສະໜອງຂໍ້ມູນຂ່າວສານ,ເອກະ ສານຕ່າງໆໃຫ້ທັນເວລາ,ໃຫ້ຄໍາຊີ້ແຈງ,ອະທິບາຍຕາມການສະ ເໜີຂອງກອງປະຊຸມສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງ ຊາດ,ກໍາມາທິການຂອງສະພາແຫ່ງຊາດ,ຄະນະສະມາຊິກສະ ພາແຫ່ງຊາດແລະສະມາຊິກສະພາແຫ່ງຊາດ; ສອງ:ສົ່ງນິຕິກໍາຂອງຕົນໃຫ້ສະພາແຫ່ງຊາດຕາມຂັ້ນທີ່ ຕົ້ນຖືກຕິດຕາມກວດກາທີ່ໄດກໍານົດໄວ້ໃນມາດຕາເຈັດຂອງກົດ ໝາຍສະບັບນີ້ພາຍໃນກໍານົດເວລາເຈັດວັນ,ນັບແຕ່ວັນລົງລາຍ ເຊັນປະກາດໃຊ້ເປັນຕົ້ນໄປ; ສາມ:ຊີ້ແຈງ,ອະທິບາຍດ້ວຍຕົນເອງກ່ຽວກັບບັນຫາທີ່ ກອງປະຊຸມສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດ,ກໍາ ມາທິການຂອງສະພາແຫ່ງຊາດ,ຄະນະສະມາຊິກສະພາແຫ່ງ ຊາດແລະສະມາຊິກສະພາແຫ່ງຊາດມີຄວາມສົນໃຈໃນກໍລະນີ ທີ່ຈະມອບສິດໃຫ້ຜູ້ອື່ນຂຶ້ນຊິ້ແຈງ,ອະທິບາຍແທນນັ້ນຕ້ອງໄດ້ຮັບ ການເຫັນດີຈາກອງປະຊຸມສະພາແຫ່ງຊາດ,ຄະນະປະຈໍາສະ ພາແຫ່ງຊາດ,ກໍາມາທິການຂອງສະພາແຫ່ງຊາດຫຼືຄະສະສະ ມາຊິກສະພາແຫ່ງຊາດເສຍກ່ອນ; ສີ່:ປະຕິບັດຄໍາແນະນໍາ,ຄໍາສະເໜີແລະມະຕິຕົກລົງກ່ຽວ ກັບວິທີການແລະມາດຕະການແກ້ໄຂຜົນຂອງການຕິດຕາມ ກວດກາຂອງກອງປະຊຸມສະພາແຫ່ງຊາດ,ຄະນະປະຈໍາສະພາ ແຫ່ງຊາດ,ກໍາມາທິການສະພາແຫ່ງຊາດຫຼືຄະນະສະມາຊິກສະ ພາແຫ່ງຊາດຢ່າງເຂັ້ມງວດແລະທັນເວລາ. ຖ້າບຸກຄົນຫຼືຫົວໜ້າການຈັດຕັ້ງທີ່ຖືກຕິດຕາມກວດການັ້ນ ຫາກບໍ່ປະຕິບັດພັນທະແລະຄວາມຮັບຜິດຊອບທີ່ກ່າວມາເທິງນີ້ ຫຼືຂັດຂວາງການຕິດຕາມກວດກາຂອງສະພາແຫ່ງຊາດຈະຖືວ່າ ເປັນການລະເມີດລະບຽບກົດໝາຍແລະຈະຖືກກາວເຕືອນ,ປະຕິ ບັດວິໄນຫຼືຖືກປະຕິບັດມາດຕະການອື່ນຕາມລະບຽບກົດໝາຍ.

...ມາດຕາຫ້າສິບສອງ:ສິດຂອງການຈັດຕັ້ງແລະບຸກຄົນທີ່ຖືກຕິດຕາມກວດກາ

ມາດຕາຫ້າສິບສອງ:ສິດຂອງການຈັດຕັ້ງແລະບຸກຄົນທີ່ຖືກຕິດ ຕາມກວດກາ ການຈັດຕັ້ງແລະບຸກຄົນທີ່ຖືກຕິດຕາມກວດກາມີສິດດັ່ງນີ້: ໜຶ່ງ:ໄດ້ຮັບການແຈ້ງການກ່ອນກ່ຽວກັບເນື້ອໃນແລະເວລາ ຂອງການຕິດຕາມກວດກາ,ຄໍາຖາມຫຼືຄໍາຊັກຖາມທີ່ຈະຕ້ອງໄດ້ຕອບ; ສອງ:ຊີ້ແຈງ,ອະທິບາຍກ່ຽວກັບບັນຫາທີ່ພົນພັນເຖິງສິດ,ໜ້າ ທີ່ແລະຄວາມຮັບຜິດຊອບຂອງຕົນ. ສາມ:ບໍ່ຕອບຄໍາຖາມຫຼືຄໍາຊັກຖາມ,ບໍ່ສະໜອງຂໍ້ມູນ,ເອກະ ສານທີ່ບໍ່ກ່ຽວຂ້ອງກັບສິດ,ໜ້າທີ່ແລະຄວາມຮັບຜິດຊອບຂອງຕົນ. ສີ່:ໃນກໍລະນີທີ່ຜູ້ຖືກຕິດຕາມກວດກາຫາກບໍ່ເຫັນດີນໍາການຕົກ ລົງໃນການຕິດຕາມກວດກາຂອງຄະນະສະມາຊິກສະພາແຫ່ງຊາດ ຫຼືຂອງກໍາມາທິການຂອງສະພາແຫ່ງຊາດນັ້ນການຈັດຕັ້ງຫຼືບຸກຄົນ ທີ່ຖືກຕິດຕາມກວດກາມີສິດສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດພິ ຈາລະນາຄືນກ່ຽວກັບບັນຫາດັ່ງກ່າວ.


..ພາກທີ4ບົດບັນຍັດສຸດທ້າຍ


...ມາດຕາຫ້າສິບສາມ:ການຈັດຕັ້ງປະຕິບັດ

ມາດຕາຫ້າສິບສາມ:ການຈັດຕັ້ງປະຕິບັດ ຄະນະປະຈໍາສະພາແຫ່ງຊາດເປັນຜູຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.


...ມາດຕາຫ້າສິບສີ່:ຜົນສັກສິດ

ມາດຕາຫ້າສິບສີ່:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະດໍາ ລັດກະກາດໃຊ້ເປັນຕົ້ນໄປ.ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍ ສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ