ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ 17-05-2004

From Wikisource
Jump to navigation Jump to search

.ການດໍາເນີນຄະດີແພ່ງ 17-05-2004


..ພາກທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການດໍາເນີນຄະດີ ແພ່ງ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງກໍານົດຫຼັກການ, ລະບຽບການແລະມາດຕະການຂອງການດໍາເນີນຄະດີເພື່ອແກ້ໄຂ ຂໍ້ຂັດແຍ່ງທາງແພ່ງ,ການຄ້າ,ຄອບຄົວ,ແລະເດັກຢ່າງລະອຽດ, ຖືກຕ້ອງຕາມຄວາມເປັນຈິງ,ຖືກຕ້ອງຕາມກົດໝາຍແລະຍຸຕິທໍາ ແນ່ໃສ່ປົກປັກຮັກສາລະບອບເສດຖະກິດແລະສັງຄົມ,ປົກປ້ອງກໍາ ມະສິດຂອງລັດ,ລວມໝູ່,ສິດແລະຜົນປະໂຫຍດອັນຊອບທໍາຂອງອົງ ການຈັດຕັ້ງ,ວິສາຫະກິດແລະພົນລະເມືອງ,ເພີ່ມທະວີນິຕິທໍາ,ກໍາຈັດ ແລະສະກັດກັ້ນການລະເມີດກົດໝາຍ,ສຶກສາອົບຮົມໃຫ້ພົນລະເມືອງ ເຄົາລົບແລະປະຕິບັດກົດໝາຍຢ່າງເຂັ້ມງວດ,ສ້າງເງື່ອນໄຂໃຫ້ ພົນລະເມືອງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມຂອງປະເທດຊາດ.


...ມາດຕາສອງ:ການດໍາເນີນຄະດີແພ່ງ.

ມາດຕາສອງ:ການດໍາເນີນຄະດີແພ່ງ. ການດໍາເນີນຄະດີແພ່ງແມ່ນການເຄື່ອນໄຫວຂອງສານແລະ ຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີເພື່ອພິຈາລະນາແກ້ໄຂຂໍ້ຂັດ ແຍ່ງທາງແພ່ງ,ການຄ້ານ,ຄອບຄົວ,ເດັກແລະຂໍ້ຂັດແຍ່ງອື່ນໆຕາມ ທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາສາມ:ສິດໃນການຮ້ອງຟ້ອງແລະການຮ້ອງຂໍຕໍ່ສານ

ມາດຕາສາມ:ສິດໃນການຮ້ອງຟ້ອງແລະການຮ້ອງຂໍຕໍ່ສານ ບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດໃດໜຶ່ງມີສິດຮ້ອງຟ້ອງ ຕໍ່ສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍເພື່ອປົກປ້ອງສິດແລະຜົນປະ ໂຫຍດຂອງຕົນທີ່ຖືກລະເມີດຫຼືຖືກໂຕ້ແຍ່ງຈາກຜູ້ອື່ນ. ບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດໃດໜຶ່ງມີສິດຮ້ອງຂໍຕໍ່ ສານເພື່ອພິຈາລະນາບັນຫາໃດໜຶ່ງຊື່ງບໍ່ເປັນຂໍ້ຂັດແຍ່ງເຊັ່ນ:ການ ປະກາດເປັນຜູ້ເສຍຊີວິດ,ການຫາຍສາບສູນແລະອື່ນໆ.

...ມາດຕາສີ່:ສາເຫດທີ່ພາໃຫ້ມີການດໍາເນີນຄະດີ

ມາດຕາສີ່:ສາເຫດທີ່ພາໃຫ້ມີການດໍາເນີນຄະດີ ສານຈະດໍາເນີນຄະດີໄດ້ກໍ່ຕໍ່ເມື່ອມີສາເຫດດັ່ງນີ້: ໜຶ່ງ:ມີຄໍາຮ້ອງຟ້ອງຂອງບຸກຄົນ,ອົງການຈັດຕັ້ງຫຼືວິສາຫະ ກິດເພື່ອປົກປ້ອງສິດແລະຜົນປະໂຫຍດຂອງຕົນ. ສອງ:ມີຄໍາຮ້ອງຂໍຂອງບຸກຄົນ,ອົງການຈັດຕັ້ງຫຼືວິສາຫະ ກິດເພື່ອພິຈາລະນາບັນຫາໃດໜຶ່ງ. ສາມ:ມີຄໍາຮ້ອງຟ້ອງຂອງອົງການຈັດຕັ້ງ,ວິສາຫະກິດຫຼື ຂອງບຸກຄົນຜູ້ໃດຜູ້ໜຶ່ງທີ່ກົດໝາຍອະນຸຍາດໃຫ້ປົກປ້ອງສິດແລະ ຜົນປະໂຫຍດຂອງຜູ້ອື່ນ. ສີ່:ມີຄໍາຮ້ອງຟ້ອງຂອງໄອຍະການປະຊາຊົນເພື່ອປົກປ້ອງ ຜົນປະໂຫຍດຂອງລັດຫຼືສັງຄົມ.


...ມາດຕາຫ້າ:ສິດແລະພັນທະຂອງສານໃນການຕັດສິນຄະດີ

ມາດຕາຫ້າ:ສິດແລະພັນທະຂອງສານໃນການຕັດສິນຄະດີ ມີແຕ່ສານເທົ່ານັ້ນຈຶ່ງມີສິດອໍານາດພິຈາລະນາຕັດສິນຄະດີ ບົນພື້ນຖານການເຄົາລົບກົດໝາຍຢ່າງເຂັ້ມງວດ. ເມື່ອມີສາເຫດຕາມທີ່ໄດ້ກໍານົດໄວ້ໃນມາຕາດສີ່ຂອງກົດ ໝາຍສະບັບນີ້ສານຕ້ອງໄດ້ພິຈາລະນະໄກ່ເກ່ຍຫຼືຕັດສິນ.


...ມາດຕາຫົກ:ຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍແລະສານ

ມາດຕາຫົກ:ຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ ແລະສານ ການດໍາເນີນຄະດີແພ່ງຕ້ອງປະຕິບັດບົນພື້ນຖານແຫ່ງ ຄວາມສະເໝີພາບຂອງພົນລະເມືອງທຸກຄົນຕໍ່ໜ້າກົດໝາຍແລະ ສານໂດຍບໍ່ຈໍາແນກເພດ,ເຊື້ອຊາດ,ຊົນເຜົ່າ,ຖານະທາງດ້ານ ເສດຖະກິດແລະສັງຄົມ,ພາສາ,ລະດັບການສຶກສາ,ອາຊີບ,ຄວາມ ເຊື່ອຖື,ພູມລໍາເນົາແລະອື່ນໆ. ສານປະຊາຊົນຕ້ອງສ້າງເງື່ອນໄຂໃຫ້ພົນລະເມືອງໂດຍ ສະເພາະຄູ່ຄວາມໃນຄະດີແພ່ງໄດ້ປະຕິບັດສິດສະເໝີພາບດັ່ງກ່າວ ເພື່ອຮັບປະກັນໃຫ້ການດໍາເນີນຄະດີມີຄວາມຖືກຕ້ອງຕາມຄວາມ ເປັນຈິງແລະພາວະວິໄສ.


...ມາດຕາເຈັດ:ການພິຈາລະນະຄະດີເປັນໝູ່ຄະນະ

ມາດຕາເຈັດ:ການພິຈາລະນະຄະດີເປັນໝູ່ຄະນະ ຄະນະສານຕັດສິນຂອງສານປະຊາຊົນສູງສຸດ,ສານອຸທອນ, ສານປະຊາຊົນແຂວງ,ນະຄອນ,ສານປະຊາຊົນເມືອງ,ເທດສະບານ ປະກອບດ້ວຍຜູ້ພິພາກສາສາມຄົນ,ໃນນັ້ນຜູ້ໜຶ່ງເປັນປະທານແລະອີກ ສອງຄົນເປັນຄະນະ. ມີແຕ່ຜູ້ພິພາກສາທີ່ຖືກແຕ່ງຕັ້ງຢ່າງຖືກຕ້ອງຕາມກົດໝາຍ ເທົ່ານັ້ນຈຶ່ງມີສິດປະກອບເຂົ້າເປັນຄະນະສານຕັດສິນໄດ້. ຄໍາຕົກລົງຂອງຄະນະສານຕ້ອງຖືເອົາຕາມສຽງສ່ວນຫຼາຍ. ການພິຈາລະນາຕັດສິນຄະດີຕ້ອງຮັບປະກັນຄວາມລັບ.

...ມາດຕາແປດ:ຄວາມເປັນເອກະລາດຂອງຜູ້ພິພາກສາ

ມາດຕາແປດ:ຄວາມເປັນເອກະລາດຂອງຜູ້ພິພາກສາ ໃນການພິຈາລະນາຕັດສິນຄະດີຜູ້ພິພາກສາຕ້ອງເປັນເອກະ ລາດແລະມີແຕ່ປະຕິບັດຕາມກົດໝາຍເທົ່ານັ້ນ.

...ມາດຕາເກົ້າ:ພາສາທີ່ໃຊ້ໃນການດໍາເນີນຄະດີ

ມາດຕາເກົ້າ:ພາສາທີ່ໃຊ້ໃນການດໍາເນີນຄະດີ ໃນການດໍາເນີນຄະດີໃຫ້ໃຊ້ພາສາລາວ. ຜູ້ເຂົ້າຮ່ວມໃນຄະດີທີ່ບໍ່ຮູ້ພາສາລາວມີສິດໃຊ້ພາສາຕົນເອງ ຫຼືພາສາອື່ນໂດຍຜ່ານການແປພາສາ.


...ມາດຕາສິບ:ການໄຕ່ສວນຄະດີໃນທີ່ປະຊຸມສານຢ່າງເປີດເຜີຍ

ມາດຕາສິບ:ການໄຕ່ສວນຄະດີໃນທີ່ປະຊຸມສານຢ່າງເປີດເຜີຍ ການໄຕ່ສວນຄະດີໃນທີ່ປະຊຸມສານຕ້ອງດໍາເນີນຢ່າງເປີດ ເຜີຍເວັ້ນເສຍແຕ່ກໍລະນີທີ່ຄະດີຫາກກ່ຽວຂ້ອງກັບຄວາມລັບຂອງ ລັດຫຼືຂອງສັງຄົມເປັນຕົ້ນສາຍພົວພັນຄອບຄົວທີ່ແຕະຕ້ອງເຖິງຊີ ວິດສ່ວນຕົວຂອງຜົວຫຼືເມຍນັ້ນຕ້ອງດໍາເນີນຢ່າງປິດລັບ. ການອ່ານຄໍາຕັດສິນຂອງສານບໍ່ວ່າໃນກໍລະນີໃດຕ້ອງດໍາ ເນີນຢ່າງເປີດເຜີຍ.


...ມາດຕາສິບເອັດ:ຜົນສັກສິດຂອງຄໍາຕົກລົງຂອງສານ

ມາດຕາສິບເອັດ:ຜົນສັກສິດຂອງຄໍາຕົກລົງຂອງສານ ສານປະຊາຊົນອອກຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາ ພິພາກສາຂອງສານໃນນາມສປປລາວ. ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານ ປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນທຸກອົງການຈັດຕັ້ງຂອງ ພັກ,ອົງການຈັດຕັ້ງຂອງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງ ມະຫາຊົນ,ອົງການຈັດຕັ້ງສັງຄົມ,ວິສາຫະກິດແລະພົນລະເມືອງ ທຸກຄົນຕ້ອງເຄົາລົບ;ບຸກຄົນແລະອົງການຈັດຕັ້ງທີ່ມີສ່ວນກ່ຽວ ຂ້ອງຕ້ອງປະຕິບັດຢ່າງເຂັ້ມງວດຕາມທີ່ໄດ້ກໍານົດໄວ້ໃນມາດຕາ ແປດສິບຫ້າຂອງລັດຖະທໍາມະນູນ. ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານ ປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນບໍ່ສາມາດປ່ຽນແປງໄດ້ ແຕ່ຢ່າງໃດເວັ້ນເສຍແຕ່ໃນກໍລະນີທີ່ມີການຮື້ຟື້ນຄະດີ.


...ມາດຕາສິບສອງ:ການບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນການພິຈາລະນາຄະດີດຽວກັນເປັນຄັ້ງທີສອງ.

ມາດຕາສິບສອງ:ການບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນການພິຈາລະ ນາຄະດີດຽວກັນເປັນຄັ້ງທີສອງ. ຜູ້ພິພາກສາທີ່ໄດ້ເຂົ້າຮ່ວມໃນການພິຈາລະນາຄະດີແພ່ງ ຄັ້ງໜຶ່ງແລ້ວຈະບໍ່ອະນຸຍາດໃຫ້ເຂົ້າຮ່ວມພິຈາລະນາຄະດີດຽວກັນ ເປັນຄັ້ງທີສອງອີກບໍ່ວ່າຢູ່ສານຂັ້ນໃດເວັ້ນເສຍແຕ່ໃນກໍລະນີທີ່ໄດ້ ກໍານົດໄວ້ໃນກົດໝາຍ.


...ມາດຕາສິບສາມ:ການດໍາເນີນຄະດີຮອບດ້ານ,ຄົບຖ້ວນແລະພາວະວິໄສ

ມາດຕາສິບສາມ:ການດໍາເນີນຄະດີຮອບດ້ານ,ຄົບຖ້ວນແລະພາ ວະວິໄສ ສານຕ້ອງນໍາໃຊ້ບັນດາມາດຕະການທີ່ໄດ້ບົ່ງໄວ້ໃນກົດ ໝາຍເພື່ອໃຫ້ການດໍາເນີນຄະດີຮອບດ້ານ,ຄົບຖ້ວນ,ພາວະວິໄສ ແນ່ໃສ່ເຮັດໃຫ້ຄະດີແຈ້ງຂາວ,ຊັດເຈນສາມາດກໍານົດເຫດການ ຂອງຄະດີໄດ້ຢ່າງຖືກຕ້ອງຕາມຄວາມເປັນຈິງແລະນໍາໃຊ້ກົດ ໝາຍໃຫ້ຖືກຕ້ອງ. ສານຕ້ອງແຈ້ງສິດແລະພັນທະຂອງຄູ່ຄວາມ,ເຕືອນແລະ ແນະນໍາໃຫ້ຄູ່ຄວາມປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາສິບສີ່:ການຂໍຖອນຕົວແລະການຄ້ານຕົວ

ມາດຕາສິບສີ່:ການຂໍຖອນຕົວແລະການຄ້ານຕົວ ຖ້າຜູ້ພິພາກສາ,ໄອຍະການປະຊາຊົນ,ຈ່າສານ,ຜູ້ຊ່ຽວຊານ ຫຼືຜູ້ແປພາສາຫາກເປັນຍາດພີ່ນ້ອງ,ມີຜົນປະໂຫຍດຫຼືມີຂໍ້ຂັດແຍ່ງກັບ ຄູ່ຄວາມຝ່າຍໃດຝ່າຍໜຶ່ງຕ້ອງຂໍຖອນຕົວອອກຈາກການດໍາເນີນຄະ ດີນັ້ນ. ຖ້າຜູ້ກ່ຽວຫາກບໍ່ຍອມຖອນຕົວອອກຄຸ່ຄວາມຝ່າຍໃດຝ່າຍໜຶ່ງ ກໍ່ມີສິດສະເໜີຄ້ານຕົວຜູ້ກ່ຽວອອກຈາກການດໍາເນີນຄະດີ.

...ມາດຕາສິບຫ້າ:ສາເຫດທີ່ພາໃຫ້ມີການຂໍຖອນຕົວຫຼືຄ້ານຕົວຜູ້ພິພາກສາ

ມາດຕາສິບຫ້າ:ສາເຫດທີ່ພາໃຫ້ມີການຂໍຖອນຕົວຫຼືຄ້ານຕົວຜູ້ພິ ພາກສາ ຜູ້ພິພາກສາຈະຕ້ອງຂໍຖອນຕົວຫຼືຈະຖືກຄ້ານຕົວໃນກໍລະນີດັ່ງ ນີ້: ໜຶ່ງ:ຖ້າຫາກໄດ້ເຂົ້າຮ່ວມໃນການດໍາເນີນຄະດີນັ້ນກ່ອນແລ້ວ ໃນຖານະເປັນພະຍານ,ຜູ້ຊ່ຽວຊານ,ໄອຍະການປະຊາຊົນ,ຈ່າສານ; ສອງ:ຖ້າຫາກເປັນຍາດພີ່ນ້ອງ,ໝູ່ຄູ່ຮັກແພງຂອງຄູ່ຄວາມໃນ ຄະດີ. ສາມ:ຖ້າຫາກມີຜົນປະໂຫຍດໃນຄະດີນັ້ນຈະແມ່ນໂດຍກົງຫຼື ທາງອ້ອມກໍ່ຕາມ; ສີ່:ຖ້າຫາກເປັນຍາດໃຫ້ຊິດກັບຄະນະສານຕັດສິນຜູ້ໃດຜູ້ໜຶ່ງ.

..ພາກທີ2ຫຼັກຖານໃນຄະດີ


...ມາດຕາສິບຫົກ:ຫຼັກຖານ.

ມາດຕາສິບຫົກ:ຫຼັກຖານ. ຫຼັກຖານໃນຄະດີແມ່ນບັນດາຂໍ້ມູນທີ່ຊ່ວຍໃຫ້ສານສາມາດ ກໍານົດເຫດການທີ່ພາໃຫ້ມີການຮ້ອງຟ້ອງ,ການແກ້ຟ້ອງຫຼືຟ້ອງແຍ່ງ ແລະເຫດການອື່ນທີ່ມີຄວາມໝາຍສໍາຄັນເພື່ອເປັນບ່ອນອີງໃຫ້ແກ່ ສານໃນການຕັດສິນຄະດີຢ່າງຖືກຕ້ອງ.


...ມາດຕາສິບເຈັດ:ປະເພດຫຼັກຖານ

ມາດຕາສິບເຈັດ:ປະເພດຫຼັກຖານ ຫຼັກຖານໃນຄະດີແພ່ງ,ການຄ້າ,ຄອບຄົວແລະເດັກປະກອບ ດ້ວຍ: -ຫຼັກຖານທາງດ້ານວັດຖຸ. -ຫຼັກຖານທາງດ້ານເອກະສານ. -ຫຼັກຖານທາງດ້ານບຸກຄົນ.

ຫຼັກຖານທາງດ້ານວັດຖຸແມ່ນໄດ້ມາຈາກວັດຖຸສິ່ງຂອງທີ່ພົວ ພັນກັບຂໍ້ຂັດແຍ່ງເຊັ່ນ:ພາຫະນະ,ຮົ່ວ,ຜົນລະປູກແລະອື່ນໆ. ຫຼັກຖານທາງດ້ານເອກະສານແມ່ນໄດ້ມາຈາກໜັງສືຢັ້ງຢືນ ກໍາມະສິດ,ສັນຍາ,ຮູບພາບ,ບັນຊີຊັບສິນແລະເອກະສານອື່ນໆທີ່ພົວ ພັນກັບຂໍ້ຂັດແຍ່ງ. ຫຼັກຖານທາງດ້ານບຸກຄົນແມ່ນໄດ້ມາຈາກຄໍາໃຫ້ການຂອງ ຄູ່ຄວາມ,ຄໍາໃຫ້ການແລະການຢັ້ງຢືນຂອງພະຍານແລະຜູ້ເຂົ້າຮ່ວມ ໃນການດໍາເນີນຄະດີອື່ນໆທີ່ພົວພັນກັບໍ້ຂັດແຍ່ງ.


...ມາດຕາສິບແປດ:ຫຼັກຖານທີ່ເປັນເອກະສານຫຼືວັດຖຸ

ມາດຕາສິບແປດ:ຫຼັກຖານທີ່ເປັນເອກະສານຫຼືວັດຖຸ ບຸກຄົນຜູ້ທີ່ສະເໜີຫຼັກຖານດ້ວຍຕົນເອງຫຼືສະເໜີໃຫ້ສານທວງ ເອົາຫຼັກຖານໃດໜຶ່ງຊຶ່ງເປັນເອກະສານຫຼືວັດຖຸນັ້ນມີພັນທະຊີ້ແຈງກ່ຽວ ກັບເຫດການຫຼືທີ່ມາຂອງຫຼັກຖານເພື່ອເປັນບ່ອນອີງໃນການພິຈາລະ ນາຄະດີຂອງສານ. ຖ້າວ່າຫຼັກຖານທາງດ້ານເອກະສານຫຼືວັດຖຸທີ່ກ່ຽວຂ້ອງກັບຄະ ດີນັ້ນຫາກໄດ້ມາຈາກບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດທີ່ບໍ່ໄດ້ເຂົ້າ ຮ່ວມໃນຄະດີແລ້ວຫຼັກຖານດັ່ງກ່າວກໍ່ຈະຖືກສົ່ງຄືນແຕ່ສານຕ້ອງໄດ້ ສໍາເນົາເອກະສານດັ່ງກ່າວໄວ້ໃນສໍານວນຄະດີ.


...ມາດຕາສິບເກົ້າ:ຄໍາໃຫການຂອງຄູ່ຄວາມແລະບຸກຄົນທີສາມ

ມາດຕາສິບເກົ້າ:ຄໍາໃຫການຂອງຄູ່ຄວາມແລະບຸກຄົນທີສາມ ຄໍາໃຫ້ການຂອງຄູ່ຄວາມແລະບຸກຄົນທີສາມທີ່ກ່ຽວຂ້ອງ ກັບຄະດີຈະຖືກກວດກາແລະຕີລາຄາພ້ອມກັນກັບຫຼັກຖານທີ່ເກັບ ກໍາໄດ້ໃນຄະດີ. ເຫດການຫຼືຂໍ້ມູນຊຶ່ງຄູ່ຄວາມອ້າງຂຶ້ນເປັນພື້ນຖານໃຫ້ແກ່ ຄໍາຮ້ອງຟ້ອງ,ຄໍາແກ້ຟ້ອງຫຼືຄໍາຟ້ອງແຍ່ງຂອງຕົນນັ້ນສານນໍາ ໃຊ້ດຸນພິນິດຂອງຕົນເພື່ອພິຈາລະນາຕາມຄວາມເປັນຈິງ.ສານ ຈະຖືວ່າເຫດການຫຼືຂໍ້ມູນນັ້ນເປັນຄວາມຈິງໄດ້ກໍ່ຕໍ່ເມື່ອສານຫາກ ເຊື່ອວ່າຄໍາກ່າວອ້າງຂອງຄູ່ຄວາມຖືກຕ້ອງຕາມເຫດການຕົວຈິງ ຂອງຄະດີ.


...ມາດຕາຊາວ:ພັນທະໃນການສະເໜີແລະການປະກອບຫຼັກຖານຂອງຄູ່ຄວາມ

ມາດຕາຊາວ:ພັນທະໃນການສະເໜີແລະການປະກອບຫຼັກຖານ ຂອງຄູ່ຄວາມ ຄູ່ຄວາມແຕ່ລະຝ່າຍມີພັນທະສະເໜີແລະປະກອບຫຼັກຖານ ໃນຄະດີ. ໂຈດມີພັນທະສະເໜີຫຼັກຖານທຸກຢ່າງເພື່ອຢັ້ງຢືນເຫດການ ຊຶ່ງເປັນພື້ນຖານໃຫ້ແກ່ຄໍາຮ້ອງຟ້ອງຂອງຕົນ. ຈໍາເລີຍມີພັນທະສະເໜີຫຼັກຖານທຸກຢ່າງເພື່ອຢັ້ງຢືນເຫດ ການຊຶ່ງເປັນພື້ນຖານໃຫ້ແກ່ຄໍາແກ້ຟ້ອງຫຼືຄໍາຟ້ອງແຍ່ງຂອງຕົນ. ກ່ອນສານຈະຮັບຄໍາຮ້ອງຟ້ອງຂອງໂຈດມາພະຈາລະນາ ນັ້ນສານຈະກວດກາເບິ່ງໂຈດມີຫຼັກຖານໜັກແໜ້ນສົມຄວນຫຼືບໍ່ຖ້າ ວ່າບໍ່ມີແລ້ວສານຈະແນະນໍາໃຫ້ໂຈດຊອກຫາຫຼັກຖານມາປະກອບ, ຖ້າຫາກບໍ່ມີຫຼັກຖານອັນໃດແລ້ວສານກໍ່ຈະບໍ່ພິຈາລະນາໃຫ້. ຖ້າວ່າຫຼັກຖານທີ່ໂຈດຫຼືຈໍາເລີຍສະເໜີນັ້ນຫາກບໍ່ພຽງພໍ ແລ້ວສານກໍ່ຈະແນະນໍາໃຫ້ຄູ່ຄວາມຊອກຫາຫຼັກຖານເພີ່ມເຕີມຫຼື ສານຈະລົງເກັບກໍາຫຼັກຖານຢູ່ຮາກຖານດ້ວຍຕົນເອງຫຼືຕາມການ ສະເໜີຂອງຄູ້ຄວາມກໍ່ໄດ້.


...ມາດຕາຊາວເອັດ:ການມອບໝາຍຂອງສານ

ມາດຕາຊາວເອັດ:ການມອບໝາຍຂອງສານ ໃນກໍລະນີທີ່ມີຄວາມຈໍາເປັນໃຫ້ແກ່ການເກັບກໍາຫຼັກຖານ ຢູ່ແຂວງ,ນະຄອນຫຼືເມືອງ,ເທດສະບານອື່ນສານທີ່ພິຈາລະນາຄະ ດີນັ້ນມີສິດມອບໝາຍໃຫ້ສານປະຊາຊົນແຂວງ,ນະຄອນຫຼືເມືອງ, ເທດສະບານອື່ນທີ່ກ່ຽວຂ້ອງເປັນຜູ້ດໍາເນີນການເກັບກໍາຫຼັກຖານ ໃຫ້ຕົນ. ໃນຄໍາສະເໜີກ່ຽວກັບການມອບໝາຍຂອງສານນັ້ນຕ້ອງ ບອກເຖິງເນື້ອໃນຂອງຄະດີໂດຍຫຍໍ້ແລະຫຼັກຖານຊຶ່ງສານທີ່ຖືກ ມອບໝາຍນັ້ນຄວນເກັບກໍາ.ຄໍາສະເໜີນີ້ມີຜົນບັງຄັບປະຕິບັດສໍາ ລັບສານທີ່ຖືກມອບໝາຍເທົ່ານັ້ນແລະໃຫ້ປະຕິບັດພາຍໃນກໍານົດ ສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີດັ່ງກ່າວເປັນຕົ້ນໄປ. ບົດບັນທຶກແລະຫຼັກຖານທີ່ເກັບກໍາໄດ້ທັງໝົດຕ້ອງສົ່ງໃຫ້ ສານທີ່ພິຈາລະນາຄະດີນັ້ນໃນທັນໃດ.


...ມາດຕາຊາວສອງ:ການກວດກາແລະຕີລາຄາຫຼັກຖານ

ມາດຕາຊາວສອງ:ການກວດກາແລະຕີລາຄາຫຼັກຖານ ສານຕ້ອງກວດກາ,ຊັ່ງຊາຕີລາຄາຫຼັກຖານດ້ວຍຄວາມ ໝັ້ນໃຈຂອງຕົນບົນພື້ນຖານການພິຈາລະນາເຫດການຂອງຄະດີ ທັງໝົດຢ່າງຮອບດ້ານ,ຄົບຖ້ວນແລະພາວະວິໄສ. ຫຼັກຖານຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອສານໄດ້ກວດກາ,ຕີລາ ຄາແລະຮັບຮູ້ແລ້ວເທົ່ານັ້ນ.


..ພາກທີ3ການເຂົ້າຮ່ວມໃນການດໍາເນີນຄະດີ


...ໝວດທີ1ຜູ້ເຂົາຮ່ວມໃນການດໍາເນີນຄະດີ


....ມາດຕາຊາວສາມ:ຜູ້ເຂົ້າຮ່ວມໃນການດໍາເນີນຄະດີ

ມາດຕາຊາວສາມ:ຜູ້ເຂົ້າຮ່ວມໃນການດໍາເນີນຄະດີ ຜູ້ເຂົ້າຮ່ວມການດໍາເນີນຄະດີມີ: -ຄູ່ຄວາມ; -ບຸກຄົນທີສາມ; -ພະຍານ; -ຜູ້ຊ່ຽວຊານ; -ຜູ້ແປພາສາ; -ທະນາຍຄວາມຫຼືຜູ້ປົກປ້ອງອື່ນ; -ໄອຍະການປະຊາຊົນ;

....ມາດຕາຊາວສີ່:ຄູ່ຄວາມໃນຄະດີ

ມາດຕາຊາວສີ່:ຄູ່ຄວາມໃນຄະດີ ຄູ່ຄວາມໃນຄະດີແມ່ນໂຈດແລະຈໍາເລີຍ. ໂຈດແມ່ນບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດທີ່ຍື່ນຄໍາ ຮ້ອງຟ້ອງຕໍ່ສານວ່າສິດຂອງຕົນໄດ້ຖືກຜູ້ອື່ນລະເມີດຫຼືໂຕ້ແຍ້ງ. ຈໍາເລີຍແມ່ນບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດທີ່ຖືກຮ້ອງ ຟ້ອງວ່າໄດ້ລະເມີດຫຼືໂຕ້ແຍ່ງສິດຂອງຜູ້ອື່ນ.


....ມາດຕາຊາວຫ້າ:ສິດແລະພັນທະຂອງຄູ່ຄວາມ

ມາດຕາຊາວຫ້າ:ສິດແລະພັນທະຂອງຄູ່ຄວາມ ຄູ່ຄວາມມີສິດເທົ່າທຽມກັນໃນການດໍາເນີນຄະດີ. ຄູ່ຄວາມມີສິດດັ່ງນີ້: ໜຶ່ງ:ຍື່ນຄໍາຮ້ອງຟ້ອງ,ຄໍາແກ້ຟ້ອງຫຼືຄໍາຟ້ອງແຍ່ງ; ສອງ:ສະເໜີຄ້ານຕົວຜູ້ພິພາກສາ,ໄອຍະການປະຊາຊົນ, ຈ່າສານ,ຜູ້ຊ່ຽວຊານແລະຜູ້ແປພາສາ; ສາມ:ສະເໜີຫຼັກຖານ,ຂໍໄກ່ເກ່ຍ,ເຂົ້າຮ່ວມຊ້ອງໜ້າໃນ ການສອບສວນແລະຄົ້ນຄວາມຫຼັກຖານ. ສີ່:ຊັກຖາມບຸກຄົນອື່ນທີ່ເຂົ້າຮ່ວມໃນຄະດີ; ຫ້າ:ຂໍເບິ່ງເອກະສານຢູ່ໃນສໍານວນຄະດີ,ອັດສໍາເນົາຫຼືກ່າຍ ເອົາເນື້ອໃນເອກະສານທີ່ຈໍາເປັນອອກຈາກສໍານວນຄະດີ. ຫົກ:ເອົາທະນາຄວາມຫຼືຜູ້ປົກປ້ອງອື່ນໃນການຕໍ່ສູ້ຄະດີ; ເຈັດ:ໃຫ້ການກ່ຽວກັບຄະດີທາງປາກເປົ່າຫຼືເປັນລາຍລັກອັກ ສອນ; ແປດ:ຂໍອຸທອນ,ຂໍລົບລ້າງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາ ພິພາກສາຂອງສານ; ເກົ້າ:ຮ້ອງທຸກຕໍ່ການກະທໍາຫຼືຄໍາສັ່ງຂອງຜູ້ພິພາກສາທີ່ຕົນ ເຫັນວ່າບໍ່ຖືກຕ້ອງ; ສິບ:ທວງໃຫ້ປະຕິບັດຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງ ສານ.

ຄູ່ຄວາມມີພັນທະດັ່ງນີ້: ໜຶ່ງ:ຕ້ອງເຂົ້າມາສະເໜີຕົວດ້ວຍຕົນເອງຫຼືໃຫ້ຜູ້ຕາງໜ້າ ເຂົ້າມາຕາມໝາຍຮຽກຂອງສານ; ສອງ:ປະຕິບັດຕາມຄໍາສັ່ງຂອງສານແລະລະບຽບໃນທີ່ປະ ຊຸມສານ; ສາມ:ນໍາໃຊ້ສິດຂອງຕົນໃນການດໍາເນີນຄະດີດ້ວຍຄວາມ ບໍລິສຸດໃຈ; ສີ່:ຕ້ອງຊອກຫາຫຼັກຖານມາຢັ້ງຢືນເຫດການຊຶ່ງຕົນຖືເປັນ ບ່ອນອີງໃນການຮ້ອງຟ້ອງ,ແກ້ຟ້ອງຫຼືຟ້ອງແຍ່ງເພື່ອທໍາການຄັດ ຄ້ານຫຼືຕອບໂຕ້ກັນ. ໃນການປົກປ້ອງສິດແລະຜົນປະໂຫຍດຂອງຄູ່ຄວາມທີ່ມີອາ ຍຸຕໍ່າກວ່າສິບແປດປີຫຼືເປັນຄົນເສຍຈິດນັ້ນຕ້ອງໃຫ້ມີຜູ້ຕາງໜ້າຕາມ ກົດໝາຍເຂົ້າຮ່ວມນໍາອີກ.


....ມາດຕາຊາວຫົກ:ການປ່ຽນແປງເປົ້າໝາຍຂອງຄໍາຮ້ອງຟ້ອງ,ການຖອນຄໍາຮ້ອງຟ້ອງ,ການຮັບຮູ້ຄໍາຮ້ອງຟ້ອງ,ການຕົກລົງກັນໂດຍດ

ມາດຕາຊາວຫົກ:ການປ່ຽນແປງເປົ້າໝາຍຂອງຄໍາຮ້ອງຟ້ອງ, ການຖອນຄໍາຮ້ອງຟ້ອງ,ການຮັບຮູ້ຄໍາຮ້ອງຟ້ອງ,ການຕົກລົງກັນ ໂດຍດີ. ໂຈດມີສິດປ່ຽນແປງເປົ້າໝາຍຂອງຄໍາຮ້ອງຟ້ອງ,ເພີ່ມຫຼື ຫຼຸດມູນຄ່າໃນຄໍາຮ້ອງຟ້ອງຫຼືຖອນຄໍາຮ້ອງຟ້ອງ.ຈໍາເລີຍມີສິດຮັບ ຮູ້ຄໍາຮ້ອງຟ້ອງ.ຄູ່ຄວາມສາມາດເຮັດໃຫ້ຄະດີສິ່ນສຸດລົງດ້ວຍການ ຕົກລົງກັນໂດຍດີ. ສານບໍ່ອະນຸຍາໃຫ້ໂຈດຖອນຄໍາຮ້ອງຟ້ອງ,ບໍ່ອະນຸຍາດໃຫ້ ຈໍາເລີຍຮັບຮູ້ຄໍາຮ້ອງຟ້ອງຂອງໂຈດແລະບໍ່ອະນຸຍາດໃຫ້ຄູ່ຄວາມ ຕົກລົງກັນໂດຍດີໄດ້ຖ້າວ່າການຖອນ,ການຮັບຮູ້ແລະການຕົກລົງ ນັ້ນຫາກຂັດກັບກົດໝາຍແລະລະເມີດຜົນປະໂຫຍດຂອງລັດຫຼືສັງ ຄົມຫຼືສິດແລະຜົນປະໂຫຍດຂອງບຸກຄົນອື່ນ. ຄໍາຮ້ອງຟ້ອງນັ້ນຈະຍື່ນດ້ວຍໂຈດຜູ້ດຽວຫຼືຮ່ວມກັນຫຼາຍຄົນ ກໍ່ໄດ້ຫຼືຈະຍື່ນຟ້ອງຈໍາເລີຍຜູ້ດຽວຫຼືຈໍາເລີຍຫຼາຍຄົນກໍ່ໄດ້.ໂຈດຫຼື ຈໍາເລີຍແຕ່ລະຄົນຕ້ອງເຂົ້າຮ່ວມໃນການດໍາເນີນຄະດີດ້ວຍຕົນ ເອງ,ໃນກໍລະນີຈໍາເປັນຈະມອບໝາຍໃຫ້ບຸກຄົນຜູ້ໃດຜູ້ໜຶ່ງເຂົ້າ ຮ່ວມແທນກໍ່ໄດ້.


....ມາດຕາຊາວເຈັດ:ການສືບຕໍ່ແທນຕົວໃນການດໍາເນີນຄະດີ

ມາດຕາຊາວເຈັດ:ການສືບຕໍ່ແທນຕົວໃນການດໍາເນີນຄະດີ ສານຈະອະນຸຍາດໃຫ້ມີການສືບຕໍ່ແທນຄູ່ຄວາມຝ່າຍໃດຝ່າຍ ໜຶ່ງໃນກໍລະນີດັ່ງນີ້: ໜຶ່ງ:ຄູ່ຄວາມໄດ້ເສຍຊີວິດ; ສອງ:ນິຕິບຸກຄົນທີ່ເປັນຄຸ່ຄວາມນັ້ນໄດ້ຖືກຍູບເລີກຫຼືລົ້ມລະລາຍ; ສາມ:ໂຈດຫຼືຈໍາເລີຍໄດ້ມອບສິດຫຼືພັນທະໃຫ້ບຸກຄົນອື່ນປະຕິບັດ ແທນຕາມີ່ໄດ້ກໍານົດໄວ້ໃນມາດຕາຊາວສາມຂອງກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ. ການສືບຕໍ່ແທນຕົວອາດຈະມີຂຶ້ນໃນທຸກຂັ້ນຕອນຂອງການດໍາ ເນີນຄະດີ. ສິດພັນທະແລະທຸກການກະທໍາຜ່ານມາຂອງຄຸ່ຄວາມໃນຄະດີ ນັ້ນມີຜົນບັງຄັບສໍາລັບຜູ້ສືບຕໍ່ແທນຕົວ.


....ມາດຕາຊາວແປດ:ບຸກຄົນທີສາມ.

ມາດຕາຊາວແປດ:ບຸກຄົນທີສາມ. ບຸກຄົນທີສາມແມ່ນບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດທີ່ ເຂົ້າຮ່ວມໃນຄະດີເພື່ອປົກປ້ອງສິດແລະຜົນປະໂຫຍດຂອງຕົນທີ່ຕິດ ພັນກັບຄະດີຊຶ່ງກໍາລັງຖືກພິຈາລະນາຢູ່ສານ. ບຸກຄົນທີສາມຈະບໍ່ແມ່ນໂຈດຫຼືຈໍາເລີຍໂດຍກົງໃນຄະດີ. ບຸກຄົນທີສາມທີ່ໄດ້ຍື່ນຄໍາຮ້ອງຟ້ອງດ້ວຍຕົນເອງສາມາດ ເຂົ້າຮ່ວມໃນຄະດີນັບແຕ່ເວລານັ້ນມາຈັນເຖິງການລົງຄໍາຕັດສິນ ຂອງສານ,ນໍາໃຊ້ສິດແລະມີພັນທະດັ່ງດຽວກັນກັບໂຈດຕາມທີ່ໄດ້ ກໍານົດໄວ້ໃນມາດຕາຊາວຫ້າຂອງກົດໝາຍສະບັບນີ້. ບຸກຄົນທີສາມທີ່ບໍ່ໄດ້ຍື່ນຄໍາຮ້ອງຟ້ອງດ້ວຍຕົນເອງ; ໜຶ່ງ:ສາມາດເຂົ້າຮ່ວມໃນຄະດີເປັນຝ່າຍໂຈດຫຼືຈໍາເລີຍ; ສອງ:ອາດຖືກນໍາມາເຂົ້າຮ່ວມໃນຄະດີຕາມຄໍາຮ້ອງຂໍຂອງ ຄູ່ຄວາມ,ຂອງໄອຍະການປະຊາຊົນຫຼືຕາມຄໍາສະເໜີຂອງສານ; ສາມ:ນໍາໃຊ້ສິດແລະມີພັນທະດັ່ງດຽວກັນກັບຄູ່ຄວາມເວັ້ນ ເສຍແຕ່ສິດໃນການປ່ຽນແປງເປົ້າໝາຍຂອງຄໍາຮ້ອງຟ້ອງ,ສິດໃນ ການເພີ່ມຫຼືຫຼຸດມູນຄ່າໃນຄໍາຮ້ອງຟ້ອງ,ສິດໃນການຖອນຄໍາຮ້ອງ ຟ້ອງ,ສິດໃນການຮັບຮູ້ຄໍາຮ້ອງຟ້ອງຫຼືຕົກລົງກັນໂດຍດີແລະສິດ ໃນການທວງໃຫ້ປະຕິບັດຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງ ສານ.


....ມາດຕາຊາວເກົ້າ:ບຸກຄົນທີສາມກ່ຽວກັບການຟື້ນຟູວຽກງານຄືນ.

ມາດຕາຊາວເກົ້າ:ບຸກຄົນທີສາມກ່ຽວກັບການຟື້ນຟູວຽກງານຄືນ. ໃນການຮ້ອງຂໍກ່ຽວກັບການຟື້ນຟູວຽກງານຄືນໃຫ້ພະນັກ ງານ,ກໍາມະກອນຫຼືຜູ້ອອກແຮງງານທີ່ຖືກໄລ່ອອກຈາກວຽກຫຼືຍົກ ຍ້າຍໂດຍບໍ່ຖືກຕ້ອງນັ້ນສານຈະໃຫ້ຜູ້ທີ່ອອກຄໍາສັ່ງໄລ່ຫຼືຍົກຍ້າຍພະ ນັກງານ,ກໍາມະກອນຫຼືຜູ້ອອກແຮງງານນັ້ນເຂົ້າຮ່ວມໃນນາມບຸກຄົນ ທີສາມ.ເມື່ອເຫັນວ່າການໄລ່ອອກຈາກວຽກຫຼືການຍົກຍ້າຍນັ້ນຫາກ ເປັນການລະເມີດກົດໝາຍແລ້ວສານຈະຕົກລົງໃຫ້ຜູ້ຖືກໄລ່ອອກຫຼືຍົກ ຍ້າຍເຂົ້າເຮັດວຽກງານຄືນພ້ອມທັງໃຫ້ຜູ້ທີ່ອອກຄໍາສັ່ງນັ້ນທົດແທນ ຄ່າເສຍຫາຍທັງໝົດແກ່ຜູ້ກ່ຽວ.


....ມາດຕາສາມສິບ:ພະຍານໃນຄະດີ

ມາດຕາສາມສິບ:ພະຍານໃນຄະດີ ພະຍານແມ່ນບຸກຄົນຜູ້ທີ່ໄດ້ຮູ້ເຫັນເຫດການຕົວຈິງຂອງຂໍ້ ຂັດແຍ່ງຫຼືສະພາບຂອງຄະດີ. ຄົນຫູໜວກປາກກືກ,ຄົນປັນຍາອ່ອນ,ເສຍຈິດ,ເດັກທີ່ຍັງບໍ່ ທັນເຖິງກະສຽນອາຍຸສິບແປດປີ,ຍາດຕິພີ່ນ້ອງໃກ້ຊິດຂອງຄູ່ຄວາມ ຝ່າຍໃດຝ່າຍໜຶ່ງອາດຈະນໍາມາໃຫ້ການເພື່ອເອົາເປັນຂໍ້ມູນແຕ່ບໍ່ ໃຫ້ຖືວ່າເປັນພະຍານ. ສິດຂອງພະຍານມີດັ່ງນີ້: ໜຶ່ງ:ໃຫ້ການ; ສອງ:ເບິ່ງບົດບັນທຶກຄໍາໃຫ້ການຂອງຕົນທີ່ໄດ້ໃຫ້ການໄປ ແລ້ວ. ສາມ:ສະເໜີດັດແປງ,ເພີ່ມເຕີມບົດບັນທຶກຄໍາໃຫ້ການຂອງ ຕົນຫຼືໃຫ້ການເພີ່ມເຕີມ. ສີ່:ຮ້ອງທຸກຕໍ່ການກະທໍາຫຼືຄໍາສັ່ງຂອງຜູ້ພິພາກສາທີ່ຕົນເຫັນ ວ່າບໍ່ຖືກຕ້ອງ; ຫ້າ:ໄດ້ຮັບການປົກປ້ອງຕາມລະບຽບກົດໝາຍຈາກການ ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບແລະຊັບສິນຍ້ອນການໃຫ້ການຂອງຕົນ.

ພັນທະຂອງພະຍານມີດັ່ງນີ້: ໜຶ່ງ:ເຂົ້າມາສະເໜີຕົວຕາມໝາຍຮຽກຂອງສານ; ສອງ:ໃຫ້ການຢ່າງຖືກຕ້ອງກັບເຫດການຕົວຈິງ; ສາມ:ຮັບຜິດຊອບຕໍ່ການໃຫ້ການເທັດຫຼືບໍ່ຍອມໃຫ້ການຕາມ ທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍຫ້າສິບສາມຂອງກົດໝາຍອາຍ າ;ສານຈະເອົາຄໍາໃຫ້ການຂອງພະຍານໃນບ່ອນຢູ່ຂອງຜູ້ກ່ຽວເອງ ກໍ່ໄດ້ໃນກໍລະນີທີ່ຜູ້ກ່ຽວຫາກເຈັບເປັນ,ເຖົ້າແກ່,ເສຍອົງຄະຫຼືບໍ່ສາ ມາດເຂົາມາສານຕາມໝາຍຮຽກຍ້ອນມີຄວາມຈໍາເປັນ. ບຸກຄົນທີ່ຮ້ອງຂໍໃຫ້ຮຽກເອົາຕົວພະຍານເຂົາມາສານນັ້ນ ຕ້ອງເລົ່າເຫດການໃນຄະດີທີ່ພົວພັນກັບພະຍານນັ້ນຕໍ່ສານໂດຍບອກ ຊື່,ນາມສະກຸນແລະບ່ອນຢູ່ຂອງພະຍານນັ້ນຢ່າງຈະແຈ້ງ.


....ມາດຕາສາມສິບເອັດ:ຜູ້ຊ່ຽວຊານ

ມາດຕາສາມສິບເອັດ:ຜູ້ຊ່ຽວຊານ ຜູ້ຊ່ຽວຊານແມ່ນບຸກຄົນທີ່ມີຄວາມຮູ້ແລະປະສົບການທາງ ດ້ານວິຊາສະເພາະໃດໜຶ່ງທີ່ຖືກຮັບຮູ້ຈາກສະຖາບັນທີ່ກ່ຽວຂ້ອງຊຶ່ງ ສາມາດໃຫ້ຄວາມກະຈ່າງແຈ້ງຕໍ່ບັນຫາທີ່ພົວພັນກັບວິຊາສະເພາະ ຂອງຕົນ. ເມື່ອເຫັນວ່າມີຄວາມຈໍາເປັນຕ້ອງທໍາການພິສູດຫຼັກຖານທີ່ມີ ການສົງໄສກ່ຽວກັບບັນຫາວິທະຍາສາດ,ເຕັກນິກ,ການຄ້າ,ບັນຊີ ແລະອື່ນໆແລ້ວສານຕ້ອງອອກຄໍາສັ່ງແຕ່ງຕັ້ງຜູ້ຊ່ຽວຊານໃຫ້ທໍາ ການພິສູດຕາມຄໍາຮ້ອງຂໍຂອງບຸກຄົນທີ່ເຂົ້າຮ່ວມໃນຄະດີຫຼືຕາມຄໍາ ເຫັນຂອງສານເອງ. ຜູ້ຊ່ຽວຊານຕ້ອງດໍາເນີນການພິສູດຫຼັກຖານນັ້ນຢູ່ໃນຂອບ ເຂດທີ່ໄດ້ກໍານົດໄວ້ໃນຄໍາສັ່ງ.ພາຍຫຼັງທີ່ໄດ້ທໍາການພິສູດແລ້ວຜູ້ ຊ່ຽວຊານຕ້ອງເຮັດບົດສະຫຼຸບໃຫ້ຄໍາເຫັນໃນນາມຂອງຕົນແລ້ວສົ່ງ ໄປໃຫ້ສານຕາມກໍານົດເວລາທີ່ໄດ້ມອບໝາຍໃຫ້ແລະຕ້ອງຮັບຜິດ ຊອບຕໍ່ຄໍາເຫັນດັ່ງກ່າວພ້ອມທັງຮັກສາຄວາມລັບໃນຄະດີ. ການພິສູດອາດຈະເຮັດໂດຍຜູ້ຊ່ຽວຊານຫຼາຍຄົນຫຼືຫຼາຍເທື່ອ ກໍ່ໄດ້. ໃນການພິສູດຄືນໃໝ່ນັ້ນຕ້ອງໃຫ້ມີຈໍານວນຜູ້ຊ່ຽວຊານຫຼາຍ ກວ່າເທື່ອຜ່ານມາ.


....ມາດຕາສາມສິບສອງ:ຜູ້ແປພາສາ

ມາດຕາສາມສິບສອງ:ຜູ້ແປພາສາ ຜູ້ແປພາສາແມ່ນບຸກຄົນທີ່ມີຄວາມຮູ້,ຄວາມສາມາດຫຼືປະ ສົບການໃນການແປພາສາໃດໜຶ່ງຂອງຜູ້ເຂົ້າຮ່ວມໃນການດໍາເນີນ ຄະດີທີ່ບໍ່ຮູ້ພາສາລາວ. ຮູ້ແປພາສາຕ້ອງຮັບຜິດຊອບຕໍ່ການແປຂອງຕົນແລະມີພັນ ທະໃນການຮັກສາຄວາມລັບໃນຄະດີ.


....ມາດຕາສາມສິບສາມ:ທະນາຍຄວາມຫຼືຜູ້ປົກປ້ອງອື່ນ

ມາດຕາສາມສິບສາມ:ທະນາຍຄວາມຫຼືຜູ້ປົກປ້ອງອື່ນ ຜູ້ປົກປ້ອງແມ່ນບຸກຄົນທີ່ເຂົ້າຮ່ວມໃນການດໍາເນີນຄະດີ ເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຄຸ່ຄວາມ; ຜູ້ປົກຄອງອາດແມ່ນທະນາຍຄວາມ,ຜູ້ຕາງໜ້າຂອງອົງ ການຈັດຕັ້ງ,ວິສາຫະກິດ,ຜົວຫຼືເມຍ,ພໍ່ແມ່,ຜູ້ປົກຄອງຫຼືຍາດພີ່ນ້ອງ ໃກ້ຊິດ; ທະນາຄວາມຫຼືຜູ້ປົກປ້ອງອື່ນມີສິດເຂົາຮ່ວມໃນການດໍາ ເນີນຄະດີໃນທຸກຂັ້ນຕອນຂອງການດໍາເນີນຄະດີ.

ສິດຂອງທະນາຄວາມຫຼືຜູ້ປົກປ້ອງອື່ນມີດັ່ງນີ້: ໜຶ່ງ:ປຶກສາຫາລືກັບຄູ່ຄວາມ; ສອງ:ຍື່ນຄໍາຮ້ອງຟ້ອງຫຼືຄໍາຮ້ອງຂໍ; ສາມ:ຂໍເບິ່ງເອກະສານຢູ່ໃນສໍານວນຄະດີ,ອັດສໍາເນົາຫຼື ກ່າຍເອົາເນື້ອໃນເອກະສານທີ່ຈໍາເປັນອອກຈາກສໍານວນຄະດີ. ສີ່:ສະເໜີຫຼັກຖານ. ຫ້າ:ເຂົ້າຮ່ວມໃນການໄຕ່ສວນຄະດີໃນທີ່ປະຊຸມສານແລະ ໃຫ້ຄໍາເຫັນ; ຫົກ:ສະເໜີຄ້ານຕົວຜູ້ພິພາກສາ,ໄອຍະການປະຊາຊົນ,ຈ່າ ສານ,ຜູ້ຊ່ຽວຊານຫຼືຜູ້ແປພາສາ; ເຈັດ:ຮ້ອງທຸກຕໍ່ການກະທໍາຫຼືຄໍາສັ່ງຂອງຜູ້ພິພາກສາທີ່ຕົນ ເຫັນວ່າບໍ່ຖືກຕ້ອງ. ແປດ:ຂໍອຸທອນ,ຂໍລົບລ້າງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼື ຄໍາພິພາກສາຂອງສານ. ເກົ້າ:ໄດ້ຮັບການປົກປ້ອງຕາມລະບຽບກົດໝາຍຈາກການ ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ອິດສະລະພາບຫຼືຊັບສິນຍ້ອນການຕໍ່ສູ້ຄະດີ ໃຫ້ລູກຄວາມຂອງຕົນ.

ພັນທະຂອງທະນາຍຄວາມຫຼືຜູ້ປົກປ້ອງອື່ນມີດັ່ງນີ້: ໜຶ່ງ:ນໍາໃຊ້ທຸກວິທີການປົກປ້ອງທີ່ໄດ້ກໍານົດໄວ້ໃນກົດມາຍ ເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຄູ່ຄວາມຜູ້ທີ່ຕົນ ປົກປ້ອງ; ສອງ:ໃຫ້ຄວາມຊ່ວຍເຫຼືອທາງດ້ານກົດໝາຍແກ່ຄູ່ຄວາມ ຜູ້ທີ່ຕົນປົກປ້ອງ; ສາມ:ປະກອບສ່ວນຊອກຫາຫຼັກຖານເພື່ອໃຫ້ການດໍາເນີນ ຄະດີຖືກຕ້ອງແລະຍຸຕິທໍາບົນພື້ນຖານການປະຕິບັດຈັນຍາທໍາຂອງ ຕົນ. ນອກຈາກນີ້ທະນາຍຄວາມຍັງຕ້ອງປະຕິບັດສິດແລະພັນທະ ອື່ນຂອງຕົນຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະຂອງສະ ພາທະນາຍຄວາມ.


...ໝວດທີ2ການຕ່າງໜ້າຢູ່ສານ


....ມາດຕາສາມສິບສີ່:ຜູ້ຕາງໜ້າຕາມກົດໝາຍ

ມາດຕາສາມສິບສີ່:ຜູ້ຕາງໜ້າຕາມກົດໝາຍ ຜູ້ຕາງໜ້າຕາມກົດໝາຍແມ່ນບຸກຄົນທີ່ມີສິດຕໍ່ສູ້ຄະດີໂດຍ ບໍ່ມີການແຕ່ງຕັ້ງແລະມອບໝາຍຈາກຜູ້ທີ່ຕົນປົກປ້ອງ. ຜູ້ຕາງໜ້າຕາມກົດໝາຍມີດ່ັງນີ້: -ຜູ້ປົກປ້ອງສິດແລະຜົນປະໂຫຍດຂອງເດັກທີ່ບໍ່ທັນເຖິງ ສິບແປດປີ,ຄົນບ້າ,ເສຍຈິດ,ຄົນປັນຍາອ່ອນ,ຄົນຫູໜວດ,ປາກກືກ ຊຶ່ງແມ່ນພໍ່ແມ່ຫຼືຜູ້ປົກຄອງ; -ຜູ້ຕາງໜ້າຂອງຜູ້ຫາຍສາບສູນຊຶ່ງແມ່ນຜູ້ປົກຄອງທີ່ຖືກ ແຕ່ງຕັ້ງໃຫ້ຮັກສາແລະຄຸ້ມຄອງຊັບສິ່ງຂອງຂອງຜູ້ຫາຍສາບສູນ; -ຜູ້ຕາງໜ້າຂອງຜູ້ສືບທອດຊຶ່ງແມ່ນຜູ້ປົກຄອງທີ່ຖືກແຕ່ງ ຕັ້ງໃຫ້ຮັກສາແລະຄຸ້ມຄອງມູນມໍລະດົກຂອງຜູ້ສືບທອດຂອງເຈົ້າ ມູນມໍລະດົກທີ່ໄດ້ເສຍຊີວິດຫຼືຖືກສານຕັດສິນວ່າເປັນຜູ້ເສຍຊີວິດຖ້າ ວ່າມູນມໍລະດົກນັ້ນຫາກຍັງບໍ່ທັນມີບຸກຄົນໃດຮັບເອົາ. ນອກຈາກນີ້ຜູ້ຄອບຄອງຊັບສິ່ງຂອງຂອງບຸກຄົນອື່ນທີ່ມອບ ໃຫ້ຕົນຮັກສານັ້ນກໍ່ຖືວ່າເປັນຜູ້ຕາງໜ້າຕາມກົດໝາຍ. ຜູ້ຕາງໜ້າຕາມກົດໝາຍມີສິດແລະພັນທະດັ່ງດຽວກັນກັບ ຄູ່ຄວາມຕາມທີ່ໄດ້ກໍານົດໄວ້ໃນມາດຕາຊາວຫ້າຂອງກົດໝາຍສະ ບັບນີ້.


....ມາດຕາສາມສິບຫ້າ:ຜູ້ຕາງໜ້າຢູ່ສານ

ມາດຕາສາມສິບຫ້າ:ຜູ້ຕາງໜ້າຢູ່ສານ ຜູ້ຕາງໜ້າຢູ່ສານແມ່ນບຸກຄົນທີ່ມີສິດຕໍ່ສູ້ຄະດີໂດຍມີການ ແຕ່ງຕັ້ງຫຼືມອບໝາຍຈາກຜູ້ທີ່ຕົນປົກປ້ອງຫຼືຈາກສານປະຊາຊົນ. ຜູ້ຕາງໜ້າຢູ່ສານມີດັ່ງນີ້: ໜຶ່ງ:ທະນາຍຄວາມ. ສອງ:ພະນັກງານຫຼືກໍາມະກອນຂອງອົງການຈັດຕັ້ງຫຼືວິສາ ຫະກິດທີ່ຖືກມອບໝາຍໃນຄະດີທີ່ກ່ຽວຂ້ອງກັບອົງການຈັດຕັ້ງຫຼືວິ ສາຫະກິດນັ້ນ. ສາມ:ບຸກຄົນທີ່ຖືກມອບໝາຍຈາກບັນດາຄຸ່ຄວາມໃນຄະດີ ດ້ວຍກັນ; ສີ່:ບຸກຄົນທີ່ສານໃຫ້ເປັນຜູ້ຕາງໜ້າໃນຄະດີທີ່ກ່ຽວຂ້ອງ.


....ມາດຕາສາມສິບຫົກການມອບສັນທະເປັນຜູ້ຕາງໜ້າ

ມາດຕາສາມສິບຫົກການມອບສັນທະເປັນຜູ້ຕາງໜ້າ ການມອບສັນທະເປັນຜູ້ຕາງໜ້າແມ່ນການມອບສິດແລະພັນ ທະຂອງຄູ່ຄວາມຫຼືບຸກຄົນທີສາມໃຫ້ບຸກຄົນໃດໜຶ່ງປະຕິບັດແທນຕົນຢູ່ ສານ.ການມອບສັນທະຕ້ອງເຮັດເປັນລາຍລັກອັກສອນໂດຍມີການຢັ້ງ ຢືນຈາກອົງການຈັດຕັ້ງໃດໜຶ່ງບ່ອນທີ່ຜູ້ມອບໝາຍສັງກັດຢູ່ເຊັ່ນ:ອົງ ການຈັດຕັ້ງຫຼືວິສາຫະກິດ,ສໍານັກງານທະບຽນສານຫຼືອົງການປົກຄອງ ບ້ານ,ສະຖາບັນ,ໂຮງຮຽນ,ໂຮງໝໍ,ຄ້າຍຄຸມຂັງແລະບ່ອນອື່ນໆ. ໃບມອບສັນທະໃນນາມນິຕິບຸກຄົນແມ່ນຕ້ອງອອກໃຫ້ໂດຍຫົວ ໜ້າອົງການຈັດຕັ້ງຫຼືວິສາຫະກິດທີ່ກ່ຽວຂ້ອງ. ...ໝວດທີ3ການເຂົ້າຮ່ວມຂອງໄອຍະການປະຊາຊົນ


....ມາດຕາສາມສິບເຈັດ:ພາລະບົດບາດຂອງໄອຍະການປະຊາຊົນໃນການດໍາເນີນຄະດີແພ່ງ

ມາດຕາສາມສິບເຈັດ:ພາລະບົດບາດຂອງໄອຍະການປະຊາຊົນໃນ ການດໍາເນີນຄະດີແພ່ງ ພາລະບົດບາດຂອງໄອຍະການປະຊາຊົນໃນການດໍາເນີນ ຄະດີແພ່ງ ໄອຍະການປະຊາຊົນເຂົ້າຮ່ວມໃນການດໍາເນີນຄະດີແພ່ງ ໃນຖານະເປັນຜູ້ຕິດຕາມກວດກາການປະຕິບັດກົດໝາຍຢູ່ສານ ແລະເປັນໂຈດໃນຄະດີແພ່ງຕາມທີ່ກົດໝາຍໄດ້ກໍານົດໄວ້ເພື່ອ ປົກປ້ອງຜົນປະໂຫຍດຂອງລັດ,ສັງຄົມຫຼືຂອງບຸກຄົນທີ່ບໍ່ມີຄວາມ ສາມາດທາງດ້ານການປະພິດຄື:ຄົນບ້າເສຍຈິດ,ເດັກທີ່ບໍ່ເຖິງກະ ສຽນອາຍຸສິບແປດປີທີ່ບໍ່ມີຜູ້ປົກປ້ອງ.


....ມາດຕາສາມສິບແປດ:ການເຂົ້າຮ່ວມຂອງໄອຍະການປະຊາຊົນໃນການຕິດຕາມກວດກາການປະຕິບັດກົດໝາຍຢູ່ສານ.

ມາດຕາສາມສິບແປດ:ການເຂົ້າຮ່ວມຂອງໄອຍະການປະຊາຊົນ ໃນການຕິດຕາມກວດກາການປະຕິບັດກົດໝາຍຢູ່ສານ. ໄອຍະການປະຊາຊົນມີສິດເຂົ້າຮ່ວມໃນການດໍາເນີນຄິດີ ແພ່ງເພື່ອຕິດຕາມກວດກາການປະຕິບັດກົດໝາຍຢູ່ສານແນໃສ່ ເຮັດໃຫ້ຄະດີຖືກດໍາເນີນໄປຢ່າງຮອບດ້ານ,ຄົບຖ້ວນ,ພາວະວິໄສ, ຖືກຕ້ອງແລະຍຸຕິທໍາ.

....ມາດຕາສາມສິບເກົ້າ:ການເຂົ້າຮ່ວມຂອງໄອຍະການປະຊາຊົນໃນຖານະເປັນໂຈດໃນການດໍາເນີນຄະດີແພ່ງ

ມາດຕາສາມສິບເກົ້າ:ການເຂົ້າຮ່ວມຂອງໄອຍະການປະຊາຊົນ ໃນຖານະເປັນໂຈດໃນການດໍາເນີນຄະດີແພ່ງ ໃນກໍລະນີທີ່ເປັນວ່າຄະດີແພ່ງນັ້ນຫາກແຕະຕ້ອງເຖິງຜົນ ປະໂຫຍດຂອງລັດຫຼືສັງຄົມແຕ່ຫາກບໍ່ມີອົງການຈັດຕັ້ງຫຼືວິສາຫະ ກິດໃດທໍາການຮ້ອງຟ້ອງໄອຍະການປະຊາຊົນກໍ່ມີສິດຍື່ນຄໍາຮ້ອງ ຟ້ອງຕໍ່ສານໃນຖານະເປັນໂຈດໃນຄະດີຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ. ໄອຍະການປະຊາຊົນທີ່ເຂົ້າຮ່ວມໃນຄະດີມີສິດເບິ່ງສໍາ ນວນຄະດີ,ສະເໜີຄ້ານຕົວຄະນະສານ,ຈ່າສານ,ຜູ້ຊ່ຽວຊານຫຼືຜູ້ ແປພາສາ,ສະເໜີຫຼັກຖານ,ເຂົ້າຮ່ວມໃນການຊອກຄົ້ນຫຼັກຖານ, ຍື່ນຄໍາຄັດຄ້ານ,ໃຫ້ຄໍາຖະແຫຼງກ່ຽວກັບບັນຫາທີ່ເກີດຂຶ້ນໃນເວ ລາໄຕ່ສວນຄະດີ.


...ໝວດທີ4ໝາຍຮຽກຂອງສານ


....ມາດຕາສີ່ສິບ:ໝາຍຮຽກແລະການສົ່ງໝາຍຮຽກ

ມາດຕາສີ່ສິບ:ໝາຍຮຽກແລະການສົ່ງໝາຍຮຽກ ໝາຍຮຽກແມ່ນໜັງສືຮຽກຕົວໂຈດ,ຈໍາເລີຍ,ບຸກຄົນທີ ສາມ,ພະຍານ,ຜູ້ຊ່ຽວຊານ,ຜູ້ແປພາສາໃຫ້ເຂົ້າມາສານຕາມວັນ ເວລາແລະສະຖານທີ່ທີ່ໄດ້ກໍານົດໄວ້ໃນໝາຍຮຽກຊຶ່ງແມ່ນສານ ເປັນຜູ້ອອກ. ໝາຍຮຽກທີ່ສົ່ງໃຫ້ຜູ້ຖືກຮຽກນັ້ນຕ້ອງໃຫ້ຜູ້ກ່ຽວເຊັນຊື່ ແລະແປະໂປ້ມືໃສ່ໝາຍຮຽກນັ້ນ.ຖ້າວ່າຜູ້ກ່ຽວຂ້ອງຫາກບໍ່ຍອມ ເຊັນຊື່ແລະແປະໂປ້ມືໃສ່ກໍ່ໃຫ້ຜູ້ນໍາສົ່ງໝາຍຮຽກນັ້ນໝາຍເຫດ ໄວ້ໃສ່ໝາຍຮຽກ. ໝາຍຮຽກອາດຈະສົ່ງໄປທີ່ບ່ອນຢູ່ຂອງຜູ້ກ່ຽວຫຼືບ່ອນທີ່ຜູ້ ກ່ຽວເຮັດວຽກກໍ່ໄດ້. ການສົ່ງໝາຍຮຽກຕ້ອງໃຫ້ຜູ້ຖືກຮຽກນັ້ນໄດ້ຮັບກ່ອນວັນ ນັດໝາຍເຂົ້າມາສານຢ່າງໜ້ອຍສາມວັນ.ໝາຍຮຽກຕ້ອງເຮັດ ເປັນສາມສະບັບໜຶ່ງສະບັບເອົາໃຫ້ຜູ້ກ່ຽວຂ້ອງ,ໜຶ່ງສະບັບເອົາ ໃຫ້ອົງການປົກຄອງບ້ານທີ່ກ່ຽວຂ້ອງແລະອີກໜຶ່ງສະບັບພາຍ ຫຼັງເຊັນຮັບຮູ້ແລ້ວເອົາກັບຄືນໄວ້ໃນສໍານວນຄະດີ.


....ມາດຕາສີ່ສິບເອັດ:ເນື້ອໃນຂອງໝາຍຮຽກ

ມາດຕາສີ່ສິບເອັດ:ເນື້ອໃນຂອງໝາຍຮຽກ ໝາຍຮຽກຕ້ອງມີເນື້ອໃນດັ່ງນີ້: ໜຶ່ງ:ຊື່ຂອງສານປະຊາຊົນ; ສອງ:ຊື່ແລະນາມສະກຸນຂອງຜູ້ຖືກຮຽກ; ສາມ:ຜູ້ຖືກຮຽກເຂົ້າມາສານພົວພັນກັບຄະດີເລື່ອງໃດ,ໃນ ຖານະແລະຈຸດປະສົງໃດ; ສີ່:ສະຖານທີ່ແລະວັນເວລາເຂົ້າມາສານ; ຫ້າ:ຂໍ້ແນະນໍາໃຫ້ຜູ້ຖືກຮຽກນັ້ນປະຕິບັດສິ່ງໃດສິ່ງໜຶ່ງ ເຊັ່ນ:ນໍາເອົາຫຼັກຖານເຂົ້າມາສານ; ຫົກ:ການເຕືອນໃຫ້ຮູ້ກ່ຽວກັບຜົນສະທ້ອນຂອງຜູ້ຖືກຮຽກ ທີ່ບໍ່ເຂົ້າມາສານ.


....ມາດຕາສີ່ສິບສອງ:ພັນທະເຂົ້າມາສານຕາມໝາຍຮຽກ

ມາດຕາສີ່ສິບສອງ:ພັນທະເຂົ້າມາສານຕາມໝາຍຮຽກ ບຸກຄົນໃດທີ່ໄດ້ຮັບໝາຍຮຽກຕ້ອງໄດ້ເຂົ້າມາສານຕາມ ວັນ,ເວລາ,ສະຖານທີ່ຕາມທີ່ກໍານົດໄວ້ໃນໝາຍຮຽກ. ຖ້າໂຈດຫຼືຜູ້ຕາງໜ້າຂອງໂຈດຫາກໄດ້ຮັບໝາຍຮຽກແລ້ວ ແຕ່ບໍ່ເຂົ້າມາສານຕາມໝາຍຮຽກແລະບໍ່ໄດ້ສະເໜີເຫດຜົນທີ່ເຊື່ອ ຖືໄດ້ເຖິງສາມຄັ້ງແລ້ວສານຈະອອກຄໍາສັ່ງຊັດມ້ຽນຄະດີໄວ້ແລະ ໃຫ້ໂຈດເສຍສິດໃນການຮ້ອງຟ້ອງຄະດີນັ້ນ. ໃນກໍລະນີທີ່ຈໍາເລີຍຫາກບໍ່ເຂົ້າມາສານຕາມໝາຍຮຽກ ຍ້ອນວ່າຜູ້ກ່ຽວຍ້າຍໜີຈາກບ່ອນຢູ່ເດີມໄປໂດຍບໍ່ແຈ້ງບ່ອນຢູ່ ໃໝ່ໃຫ້ອົງການປົກຄອງບ້ານຮູ້ນໍາແລ້ວໂຈດມີສິດຮ້ອງຂໍໃຫ້ສານ ຕັດສິນລັບຫຼັງເລີຍກໍ່ໄດ້.

....ມາດຕາສີ່ສິບສາມ:ການດໍາເນີນການເມື່ອຄູ່ຄວາມເຂົ້າມາສານຕາມໝາຍຮຽກ

ມາດຕາສີ່ສິບສາມ:ການດໍາເນີນການເມື່ອຄູ່ຄວາມເຂົ້າມາສານ ຕາມໝາຍຮຽກ ໃນເມື່ອຄູ່ຄວາມຫຼືຜູ້ຕາງໜ້າຂອງຄູ່ຄວາມຫາກໄດ້ເຂົ້າ ມາສານຕາມໝາຍຮຽກແລ້ວຜູ້ພິພາກສາຫຼືຄະນະສານຕ້ອງໄດ້ ເອົາຄໍາໃຫ້ການ,ຟັງຄໍາອະທິບາຍຫຼືເບິ່ງຫຼັກຖານຕ່າງໆໃນຄະດີ ຂອງຄູ່ຄວາມ.ໃນກໍລະນີທີ່ຈໍາເປັນກໍ່ອາດຈະມີການຖາມຊ້ອງໜ້າ ກັນກໍ່ໄດ້.


....ມາດຕາສີ່ສິບສີ່:ໝາຍພາຕົວ

ມາດຕາສີ່ສິບສີ່:ໝາຍພາຕົວ ໝາຍພາຕົວແມ່ນຄໍາສັ່ງຂອງສານໃຫ້ເຈົ້າໜ້າທີ່ຕໍາຫຼວດ ນໍາເອົາຕົວຈໍາເລີຍ,ພະຍານເຂົ້າມາສານຕາມວັນ,ເວລາ,ສະຖານ ທີ່ແລະພົບກັບພະນັກງານຂອງສານທີ່ໄດ້ກໍານົດໄວ້ໃນໝາຍພາຕົວ ນັ້ນ. ໃນກໍລະນີທີ່ຈໍາເລີຍ,ພະຍານຫາກໄດ້ຮັບໝາຍຮຽກເຖິງ ສາມຄັ້ງແຕ່ບໍ່ເຂົ້າມາສານຕາມໝາຍຮຽກໂດຍບໍ່ມີເຫດຜົນພຽງ ພໍສານຈະອອກຄໍາສັ່ງໃຫ້ພາຕົວຜູ້ກ່ຽວເຂົ້າມາສານ;ໃນການພາ ຕົວນັ້ນຕ້ອງມີການປະສານສົມທົບກັບອົງການປົກຄອງບ້ານ,ນອກ ຈາກນີ້ແລ້ວຜູ້ກ່ຽວອາດຈະຖືກດໍາເນີນຄະດີຕາມທີ່ໄດ້ກໍານົດໄວ້ ໃນມາດຕາໜຶ່ງຮ້ອຍຫົກສິບສອງຂອງກົດໝາຍອາຍາ.


..ພາກທີ4ສິດອໍານາດຂອງຄະນະສານ


...ໝວດທີ1ສິດອໍານາດຂອງຄະນະສານແພ່ງ


....ມາດຕາສີ່ສິບຫ້າ:ສິດອໍານາດຂອງຄະນະສານແພ່ງ

ມາດຕາສີ່ສິບຫ້າ:ສິດອໍານາດຂອງຄະນະສານແພ່ງ ຄະນະສານແພ່ງມີສິດອໍານາດຕັດສິນ: ໜຶ່ງ:ຄະດີກ່ຽວກັບກໍາມະສິດແລະມູນມໍລະດົກ; ສອງ:ຄະດີກ່ຽວກັບສາຍພົວພັນທາງແພ່ງເປັນຕົ້ນການ ລະເມີດສັນຍາເວັ້ນເສຍແຕ່ສັນຍາທີ່ມີລັກສະນະທຸລະກິດການຄ້າ. ສາມ:ຄະດີກ່ຽວກັບການທວງເອົາການໃຊ້ແທ້ນຄ່າເສຍຫາຍ. ສີ່:ຄະດີກ່ຽວກັບແຮງງານ. ຫ້າ:ຄະດີກ່ຽວກັບສາຍພົວພັນທາງດ້ານບໍລິຫານ.

....ມາດຕາສີ່ສິບຫົກ:ຄະດີກ່ຽວກັບແຮງງານ

ມາດຕາສີ່ສິບຫົກ:ຄະດີກ່ຽວກັບແຮງງານ ຄະດີກ່ຽວກັບແຮງງານຊຶ່ງສານຈະພິຈາລະນາຕັດສິນໄດ້ ນັ້ນກໍ່ຕໍ່ເມື່ອອົງການຄູ້ມຄອງແຮງງານຫຼືຄະນະກໍາມະການແກ້ ໄຂຂໍ້ຂັດແຍ່ງກ່ຽວກັບແຮງງານຫາກບໍ່ສາມາດແກ້ໄຂໄດ້ມີດັ່ງ ນີ້: -ຂໍ້ຂັດແຍ່ງກ່ຽວກັບກົດໝາຍເປັນຕົ້ນສັນຍາແຮງງານ, ການຮ້ອງຂໍເອົາເງິນອຸດໜູນເນື່ອງມາຈາກການຍົກເລີກສັນຍາ ແຮງງານໂດຍບໍ່ຖືກຕ້ອງຫຼືອຸປະຕິເຫດແຮງງານຫຼືພະຍາດອາ ຊີບ; -ຂໍ້ຂັດແຍ່ງແຮງງານດ້ານຜົນປະໂຫຍດເຊັ່ນ:ເງິນເດືອນຫຼື ຄ່າແຮງງານ. ລາຍລະອຽດກ່ຽວກັບຂໍ້ຂັດແຍ່ງດັ່ງກ່າວໄດ້ກໍານົດໄວ້ໃນ ກົດໝາຍແຮງງານ.


....ມາດຕາສີ່ສິບເຈັດ:ຄະດີກ່ຽວກັບສາຍພົວພັນທາງດ້ານບໍລິຫານ

ມາດຕາສີ່ສິບເຈັດ:ຄະດີກ່ຽວກັບສາຍພົວພັນທາງດ້ານບໍລິຫານ ຄະດີກ່ຽວກັບສາຍພົວພັນທາງດ້ານບໍລິຫານທີ່ບໍ່ມີອົງປະ ກອບຂອງການກະທໍາຜິດທາງອາຍາຊຶ່ງສານຈະພິຈາລະນາຕັດ ສິນມີດັ່ງນີ້: -ຄະດີກ່ຽວກັບຄວາມຜິດພາດໃນການຂຶ້ນບັນຊີຜູ້ມີສິດ ເລືອກຕັ້ງຊຶ່ງຄະນະກໍາມະການເລືອກຕັ້ງບໍ່ສາມາດແກ້ໄຂໄດ້; -ຄະດີກ່ຽວກັບການກະທໍາຂອງພະນັກງານອົງການບໍ ລິຫານກ່ຽວກັບການປັບໃໝ,ການເກັບອາກອນລາຍໄດ້ທີ່ບໍ່ຖືກ ຕ້ອງແລະອື່ນໆ. -ຄະດີກ່ຽວກັບການຮີບຊັບສິ່ງຂອງໂດຍບໍ່ຖືກຕ້ອງ. -ຄະດີກ່ຽວກັບຄວາມຜິດພາດອື່ນໃນຂົງເຂດບໍລິຫານ.


...ໝວດທີ2ສິດອໍານາດຂອງຄະນະສານການຄ້າ


....ມາດຕາສີ່ສິບແປດ:ສິດອໍານາດຂອງຄະນະສານການຄ້າ

ມາດຕາສີ່ສິບແປດ:ສິດອໍານາດຂອງຄະນະສານການຄ້າ ຄະນະສານການຄ້າມີສິດອໍານາດຕັດສິນ: ໜຶ່ງ:ຄະດີກ່ຽວກັບທຸລະກິດ,ການຄ້າ; ສອງ:ຄະດີກ່ຽວກັບສັນຍາທາງດ້ານທຸລະກິດ,ການຄ້າຫຼື ເອກະສານການຄ້າເຊັ່ນໃບສັນຍາໃຊ້ໜີ້,ພັນທະບັດແລກເງິນ, ເຊັກແລະອື່ນໆ. ສາມ:ຄະດີກ່ຽວກັບສັນຍາກູ້ຢືມທາງການຄ້າ; ສີ່:ຄະດີກ່ຽວກັບການລົ້ມລະລາຍຂອງວິສາຫະກິດແລະ ການຊໍາລະສະສາງ; ຫ້າ:ຄະດີທຸລະກິດ,ການຄ້າທີ່ພົວພັນເຖິງສິນຄ້າສົ່ງອອກ ຫຼືນໍາເຂົ້າ,ການຂົນສົ່ງສິນຄ້າ,ການປະກັນໄພ,ການບໍລິການທາງ ດ້ານທະນາຄານແລະການເງິນ,ການຕະຫຼາດແລະການເປັນຕົວ ແທນ. ຫົກ:ຄະດີທີ່ສໍານັກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດຊຶ່ງສົ່ງໃຫ້ສານພິຈາລະນາເພື່ອໃຫ້ມີຜົນບັງຄັບປະຕິບັດ. ເຈັດ:ຄະດີກ່ຽວກັບການລະເມີດລິຂະສິດແລະເຄື່ອງໝາຍ ການຄ້າ; ແປດ:ຄະດີອື່ນໆກ່ຽວກັບສາຍພົວພັນທາງດ້ານທຸລະກິດ, ການຄ້າ.


....ມາດຕາສີ່ສິບເກົ້າ:ການດໍາເນີນຄະດີຂອງຄະນະສານການຄ້າ

ມາດຕາສີ່ສິບເກົ້າ:ການດໍາເນີນຄະດີຂອງຄະນະສານການຄ້າ ມີແຕ່ສານປະຊາຊົນແຂວງ,ນະຄອນເທົ່ານັ້ນຈຶ່ງມີສິດພິຈາ ລະນະຄະດີການຄ້າເປັນຂັ້ນຕົ້ນ; ຄະນະສານການຄ້າຕ້ອງພິຈາລະນາຕັດສິນຄະດີຢ່າງຖືກ ຕ້ອງ,ວ່ອງໄວແລະຍຸຕິທໍາເພື່ອຮັບປະກັນປະສິດທິພາບແລະເວລາ ຂອງການດໍາເນີນທຸລະກິດ; ໃນການພິຈາລະນາຄະດີການຄ້າຕ້ອງຮັກສາຄວາມລັບ ຂອງບຸກຄົນ,ອົງການຈັດຕັ້ງແລະວິສາຫະກິດທີ່ເຂົ້າຮ່ວມໃນການ ດໍາເນີນຄະດີ. ການດໍາເນີນຄະດີການຄ້າແມ່ນອີງໃສ່ກົດໝາຍວ່າດ້ວຍ ທຸລະກິດ,ການຄ້າແລະກົດໝາຍອື່ນໆລວມທັງພາກປະຕິບັດທາງ ດ້ານການຄ້າພາຍໃນແລະສາກົນ. ນອກຈາກຫຼັກການທີ່ກ່າວມາເທິງນີ້ແລ້ວຄະນະສານການ ຄ້າຍັງຕ້ອງໄດ້ປະຕິບັດຕາມຫຼັກການທົ່ວໄປຂອງການດໍາເນີນຄະ ດີແພ່ງ.


....ມາດຕາຫ້າສິບ:ຫຼັກຖານໃນຄະດີການຄ້າ

ມາດຕາຫ້າສິບ:ຫຼັກຖານໃນຄະດີການຄ້າ ຫຼັກຖານໃນຄະດີການຄ້າອາດຈະແມ່ນເອກະສານ,ວັດຖຸສິ່ງ ຂອງຫຼືຂໍ້ມູນຂ່າວສານສໍາຄັນທີ່ມີຄຸນຄ່າທາງດ້ານຫຼັກຖານໃນການ ດໍາເນີນຄະດີລວມທັງຄໍາໃຫ້ການ,ເອກະສານອ້າງອີງຕ່າງໆ,ຮູບ ພາບ,ໂທລະສັບ,ໂທລະສັນຫຼືເຄື່ອງມືທາງດ້ານວິທະຍາສາດຕ່າງ ໆ.

....ມາດຕາຫ້າສິບເອັດ:ການທວງໜີ້ກ່ອນການຮ້ອງຟ້ອງ

ມາດຕາຫ້າສິບເອັດ:ການທວງໜີ້ກ່ອນການຮ້ອງຟ້ອງ ກ່ອນການຮ້ອງຟ້ອງຄະດີການຄ້າຕໍ່ສານເຈົ້າໜີ້ຈະທວງ ໃຫ້ລູກໜີ້ໃຊ້ແທນໜີ້ສິນຫຼືໄກ່ເກ່ຍກັນເສຍກ່ອນ,ຖ້າຫາກຕົກລົງ ກັນບໍ່ໄດ້ແລ້ວຈຶ່ງໃຫ້ເຈົ້າໜີ້ຮ້ອງຟ້ອງຕໍ່ສານແລ້ວສະເໜີໃຫ້ ສານແຈ້ງໃຫ້ລູກໜີ້ນໍາເອົາເອກະສານຫຼືບັນຊີຊັບສົມບັດຂອງຕົນ ມາແຈ້ງຕໍ່ສານພ້ອມທັງສະເໜີໃຫ້ສານອອກຄໍາສັ່ງຢຶດຫຼືອາຍັດ ຊັບເພື່ອຮັບປະກັນການໃຊ້ແທນໜີ້ສິນນັ້ນ.


....ມາດຕາຫ້າສິບສອງ:ການໄກ່ເກ່ຍຄະດີຢູ່ຄະນະສານການຄ້າ

ມາດຕາຫ້າສິບສອງ:ການໄກ່ເກ່ຍຄະດີຢູ່ຄະນະສານການຄ້າ ກ່ອນຈະນໍາເອົາຄະດີອອກຕັດສິນນັ້ນຄະນະສານການຄ້າ ຕ້ອງຄົ້ນຄວ້າຊອກຫາວິທີທາງເພື່ອທໍາການໄກ່ເກ່ຍໃຫ້ຄູ່ຄວາມ ຕົກລົງແກ່ໄຂຂໍ້ຂັດແຍ່ງນໍາກັນ. ເມື່ອການໄກ່ເກ່ຍຕໍ່ໜ້າຄະນະສານຫາກມີການຕົກລົງກັນ ກ່ຽວກັບການໃຊ້ແທນໜີ້ສິນແລະຫວ່າງເຈົ້າໜີ້ແລະລູກໜີ້ແລ້ວ ການຕົກລົງດັ່ງກ່າວຈະມີຜົນບັງຄັບປະຕິບັດໂດຍທັນທີ.ໃນການໃຊ້ແທນໜີ້ສິນນັ້ນໃຫ້ຊໍາລະໝົດເທື່ອດຽວຖ້າຫາກບໍ່ມີ ຄວາມສາມາດຊໍາລະໝົດເທື່ອດຽວໄດ້ກໍ່ໃຫ້ຊໍາລະເປັນງວດແຕ່ ໃນງວດທໍາອິດນັ້ນຕ້ອງຊໍາລະກ່ອນຢ່າງໜ້ອຍບໍ່ໃຫ້ຫຼຸດໜຶ່ງສ່ວນ ສາມຂອງໜີ້ສິນທັງໝົດ.


....ມາດຕາຫ້າສິບສາມ:ການພິຈາລະນາຄໍາຕົກລົງໄກ່ເກ່ຍຫຼືຄໍາຕັດສິນຂອງກໍາມະການແກ່ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາຫ້າສິບສາມ:ການພິຈາລະນາຄໍາຕົກລົງໄກ່ເກ່ຍຫຼືຄໍາຕັດ ສິນຂອງກໍາມະການແກ່ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຄໍາຕົກລົງໄກ່ເກ່ຍຫຼືຄໍາຕັດສິນຂອງກໍາມະການແກ້ໄຂຂໍ້ ຂັດແຍ່ງທາງດ້ານເສດຖະກິດທີ່ບໍ່ໄດ້ຮັບການປະຕິບັດນັ້ນຄູ່ຄວາມ ມີສິດສະເໜີຕໍ່ສານເພື່ອພິຈາລະນາ. ໃນການພິຈາລະນາຄໍາຕົກລົງໄກ່ເກ່ຍຫຼືຄໍາຕັດສິນຂອງກໍາ ມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດນັ້ນສານພຽງແຕ່ ຈະກວດກາເບິ່ງວ່າການດໍາເນີນການແກ້ໄຂຂໍ້ຂັດແຍ່ງນັ້ນໄດ້ປະ ຕິບັດຖືກຕ້ອງຕາມຂໍ້ກໍານົດກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທີ່ໄດ້ ນໍາໃຊ້ນັ້ນຫຼືບໍ່ແລະກວດກາຄວາມຖືກຕ້ອງທາງດ້ານລະບຽບກົດ ໝາຍກ່ຽວກັບຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ ຂອງສົງຄົມເທົ່ານັ້ນ.ຖ້າຫາກເຫັນວ່າຖືກຕ້ອງແລ້ວສານກໍ່ຈະຄໍາ ຕັດສິນຢັ້ງຢືນເອົາແລະຄໍາຕົກລົງຫຼືຄໍາຕັດສິນຂອງກໍາມະການ ດັ່ງກ່າວກໍ່ຈະມີຜົນບັງຄັບປະຕິບັດ.ຄູ່ຄວາມບໍ່ມີສິດຂໍອຸທອນເວັ້ນ ເສຍແຕ່ຄໍາຕັດສິນຂອງສານປະຊາຊົນນັ້ນຫາກໄດ້ຢັ້ງຢືນເອົາ ຄໍາຕົກລົງຫຼືຄໍາຕັດສິນຂອງກໍາມະການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດທີ່ຜິດພາດຫຼືຄໍາຕັດສິນຂອງສານປະຊາຊົນນັ້ນ ຫາກບໍ່ກົງກັບຄໍາຕົກລົງໄກ່ເກ່ຍຂອງຄູ່ຄວາມຫຼືຄໍາຕັດສິນຂອງ ກໍາມະການຕັດສິນ. ໃນກໍລະນີທີ່ສານເຫັນວ່າຄໍາຕົກລົງຫຼືຄໍາຕັດສິນຂອງກໍາ ມະການນັ້ນຫາກໄດ້ລະເມີດຂໍ້ກໍານົດກ່ຽວກັບການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດຫຼືລະເມີດລະບຽບກົດໝາຍກ່ຽວກັບ ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມນັ້ນ ສານກໍ່ຈະບໍ່ລົງຄໍາຕັດສິນຢັ້ງຢືນເອົາ.ຄູ່ຄວາມທີ່ບໍ່ພໍໃຈມີສິດຍື່ນ ຄໍາຮ້ອງຟ້ອງຕໍ່ສານເພື່ອພິຈາລະນາຕາມກົດໝາຍ.


....ມາດຕາຫ້າສິບສີ່:ຄະດີການຄ້າຫຼັງການຕັດສິນ

ມາດຕາຫ້າສິບສີ່:ຄະດີການຄ້າຫຼັງການຕັດສິນ ພາຍຫຼັງທີ່ສານໄດ້ຕັດສິນຄະດີການຄ້າແລ້ວຖ້າຫາກບໍ່ມີ ການຂໍອຸທອນຄໍາຕັດສິນດັ່ງກ່າວກໍ່ຈະຖືກສົ່ງໄປຍັງຫ້ອງການປະ ຕິບັດຄໍາຕັດສິນຂອງສານບ່ອນກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດໃຫ້ ສໍາເລັດໂດຍໄວ.

...ໝວດທີ3ສິດອໍານາດຂອງຄະນະສານຄອບຄົວ


....ມາດຕາຫ້າສິບຫ້າ:ສິດອໍານາດຂອງຄະນະສານຄອບຄົວ

ມາດຕາຫ້າສິບຫ້າ:ສິດອໍານາດຂອງຄະນະສານຄອບຄົວ ຄະນະສານຄອບຄົວມີສິດອໍານາດຕັດສິນ: ໜຶ່ງ:ຄະດີກ່ຽວກັບສາຍຜົວເມຍເຊັ່ນ:ການຢ່າຮ້າງ,ການ ແບ່ງປັນສິນສົມສ້າງ,ໜີ້ສິນຂອງຄູ່ຜົວເມຍ. ສອງ:ຄະດີກ່ຽວກັບການຮ້ອງຂໍເອົາຄ່າລ້ຽງດີຜົວຫຼືເມຍ ແລະລູກ; ສາມ:ຄະດີກ່ຽວກັບສາຍພົວພັນຄອບຄົວເຊັ່ນ:ການຮັບຮູ້ ການເປັນສາຍຍາດ,ການເປັນຜູ້ທີ່ບໍ່ມີຄວາມສາມາດທາງດ້ານ ການປະພຶດ,ການຫາຍສາບສູນ,ການປະກາດການເສຍຊີວິດຂອງ ບຸກຄົນໃດໜຶ່ງ. ສີ່:ຄະດີກ່ຽວກັບການຮ້ອງຂໍເອົາລູກມາຢູ່ໃນການຄຸ້ມຄອງ. ຫ້າ:ຄະດີກ່ຽວກັບການປົດສິດໃນການເປັນພໍ່,ແມ່ແລະລູກ. ຫົກ:ຂໍ້ຂັດແຍ່ງກ່ຽວກັບການເປັນລູກລ້ຽງ. ເຈັດ:ຄະດີກ່ຽວກັບການຮັບຮູ້ເດັກເປັນລູກຫຼືການຮັບຮູ້ ການເປັນພໍ່. ແປດ:ຄະດີກ່ຽວກັບຜົນປະໂຫຍດຂອງເດັກເຊັ່ນ:ການໃສ່ ຊື່,ນາມສະກຸນແລະສັນຊາດຂອງເດັກ. ເກົ້າ:ຄະດີກ່ຽວກັບຄວາມເສຍຫາຍທີ່ເນື່ອງມາຈາກການ ບໍ່ປະຕິບັດຕາມການສູ່ຂໍ,ການຮ່ວມປະເວນີກັນກ່ອນແຕ່ງດອງ, ການແຕ່ງດອງເປັນໂມຄະແລະອື່ນໆ.

....ມາດຕາຫ້າສິບຫົກ:ການໄກ່ເກ່ຍຄະດີຄອບຄົວ

ມາດຕາຫ້າສິບຫົກ:ການໄກ່ເກ່ຍຄະດີຄອບຄົວ ກ່ອນການພິຈາລະນາຕັດສິນຄະດີຢ່າຮ້າງນັ້ນສານຕ້ອງ ພະຍາຍາມທໍາການໄກ່ເກ່ຍໃຫ້ຄູ່ຜົວເມຍຄືນດີກັນໂດຍເຊີນເອົາ ພໍ່ແມ່ແລະຍາດພີ່ນ້ອງຂອງຄູ່ຄວາມນັ້ນເຂົ້າມາສານເພື່ອປຶກສາ ຫາລືຫຼືຊ່ວຍເຫຼືອສານໃນການສຶກສາອົບຮົມໄກ່ເກ່ຍໃຫ້ຄູ່ຄວາມ ໄດ້ເຂົ້າອົກເຂົ້າໃຈແລະປານີປານອມກັນກ້າວໄປເຖິງບ່ອນຢູ່ ຮ່ວມກັນ. ຖ້າຄູ່ຜົວເມຍຫາກຄືນດີກັນໄດ້ສານກໍ່ເຮັດບົດບັນທຶກໄວ້ ແລ້ວໃຫ້ຖອນຄໍາຮ້ອງຂໍຢ່າຮ້າງ. ໃນກໍລະນີທີ່ບໍ່ສາມາດຕົກລົງກັນໄດ້ສານຈະໃຫ້ເວລາໄປ ຄົ້ນຄິດຮິ່ນຕອງໃນກໍານົດບໍ່ໃຫ້ເກີນສາມເດືອນ. ຖ້າວ່າຄູ່ຜົວເມຍຫາກບໍ່ສາມາດຄືນດີກັນໄດ້ຕາມກໍານົດ ເວລາທີ່ສານໄດ້ກໍານົດໃຫ້ນັ້ນແລ້ວສານກໍ່ຈະພິຈາລະນາຕັດສິນ ກ່ຽວກັບຄໍາຮ້ອງຂໍຢ່າຮ້າງຕາມກົດໝາຍ.


....ມາດຕາຫ້າສິບເຈັດ:ການແບ່ງປັນສິນສົົມສ້າງແລະການຄຸ້ມຄອງລູກ

ມາດຕາຫ້າສິບເຈັດ:ການແບ່ງປັນສິນສົົມສ້າງແລະການຄຸ້ມ ຄອງລູກ ການແບ່ງປັນສິນສົມສ້າງຂອງຄູ່ຜົວເມຍໃຫ້ປະຕິບັດຕາມ ມາດຕາຊາວແປດຂອງກົດໝາຍຄອບຄົວ. ໃນກໍລະນີທີ່ມີການຢ່າຮ້າງກັນເດັທີ່ມີອາຍຸຕໍ່າກວ່າເຈັດປີ ສານຈະມອບໃຫ້ເດັກນັ້ນຢູ່ນໍາຜູ້ເປັນແມ່ເວັ້ນເສຍແຕ່ຜູ້ເປັນແມ່ ຫາກບໍ່ຮັບເອົາເດັກຫຼືບໍ່ມີເງື່ອນໄຂໃນການລ້ຽງດູເດັກຕໍ່ໄປ.ສໍາລັບເດັກທີ່ມີອາຍຸແຕ່ເຈັດປີຂຶ້ນໄປນັ້ນໃຫ້ຖາມຄວາມສະໝັກ ໃຈຂອງເດັກເສຍກ່ອນ. ໃນກໍລະນີທີ່ພໍ່ແລະແມ່ຫາກບໍ່ຮັບເອົາເດັກຫຼືບໍ່ເໝາະສົມ ໃນການລ້ຽງດູເດັກແລ້ວສານກໍ່ຈະພິຈາລະນາມອບເດັກໃຫ້ບຸກຄົນ ທີສາມເປັນຜູ້ຄຸ້ມຄອງລ້ຽງດູ.

....ມາດຕາຫ້າສິບແປດ:ການພິຈາລະນາຄ່າລ້ຽງດູ

ມາດຕາຫ້າສິບແປດ:ການພິຈາລະນາຄ່າລ້ຽງດູ ເມື່ອມີການຮ້ອງຂໍເອົາຄ່າລ້ຽງດູຜົວຫຼືເມຍແລະລູກໃນກໍ ລະນີມີການຢ່າຮ້າງນັ້ນຖ້າຫາກມີສິນສົມສ້າງກໍ່ໃຫ້ແບ່ງເອົາ ຈາກພູດສິນສົມສ້າງທີ່ຝ່າຍຜູ້ມີພັນທະລ້ຽງໄດ້ຮັບນັ້ນເປັນຄ່າ ລ້ຽງດູ.ໃນກໍລະນີທີ່ບໍ່ມີສິນສົມສ້າງກໍ່ໃຫ້ສານຕັດສິນໃຫ້ຜ່າຍຜູ້ ມີພັນທະລ້ຽງດູນັ້ນຈ່າຍຄ່າລ້ຽງດູເປັນແຕ່ລະເດືອນຕາມອັດຕາ ຄ່າຄອງຊີບໃນແຕ່ລະໄລຍະ.ຖ້າສິນສົມສ້າງຫາກເປັນເຮືອນທີ່ ຄອບຄົວດໍາລົງຊີວິດຢູ່ນັ້ນຜົວຫຼືເມຍທີ່ມີລູກຢູ່ນໍານັ້ນມີບຸລິມະສິດ ໃນການໄດ້ຮັບເຮືອນດັ່ງກ່າວ.ຖ້າມູນຄ່າເຮືອນຫາກສູງກວ່າພູດ ຂອງຜູ້ມີພັນທະລ້ຽງດູລູກໄດ້ຮັບນັ້ນກໍ່ໃຫ້ຜູ້ໄດ້ຮັບເຮືອນນັ້ນສົ່ງ ມູນຄ່າທີ່ເກີນໃຫ້ແກ່ອີກຝ່າຍໜຶ່ງ.


....ມາດຕາຫ້າສິບເກົ້າ:ການປົດສິດໃນການເປັນພໍ່,ແມ່ແລະລູກ

ມາດຕາຫ້າສິບເກົ້າ:ການປົດສິດໃນການເປັນພໍ່,ແມ່ແລະລູກ ການພິຈາລະນາກ່ຽວກັບການປົດສິດໃນການເປັນພໍ່, ແມ່ຂອງເດັກຕາມຄໍາສະເໜີຂອງແມ່,ພໍ່,ຍາດໃຫ້ຊິດຫຼືໄອຍະ ການປະຊາຊົນໄດ້ນັ້ນກໍ່ຕໍ່ເມື່ອຫາກລູກບໍ່ທັນເຖິງກະສຽນອາຍຸ ສິບແປດປີຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນວັດສອງມາດຕາ ສາມສິບສອງຂອງກົດໝາຍຄອບຄົວ. ການພິຈາລະນາກ່ຽວກັບການປົດສິດໃນການເປັນລູກ ນັ້ນຈະດໍາເນີນໄດ້ກໍ່ຕໍ່ເມື່ອລູກຜູ້ນັ້ນຫາກເຖິງກະສຽນອາຍຸສິບ ແປດປີແລ້ວແລະເປັນລູກເນລະຄຸນເປັນຕົ້ນ:ທໍາຮ່າຍຮ່າງກາຍ, ບັງຄັບນາບຂູ່ພໍ່ແມ່,ບໍ່ປະຕິບັດພັນທະໃນການລ້ຽງດູພໍ່ແມ່ຕາມ ຄໍາຕັດສິນຂອງສານແລະອື່ນໆ.

ຄໍາຄົ້ນ:ຕັດແມ່ຕັດລູກ,ຕັດພໍ່ຕັດລູກ,ຕັດຍາດຂາດມິດ. ...ໝວດທີ4ສິດອໍານາດຂອງຄະນະສານເດັກ


....ມາດຕາຫົກສິບ:ສິດອໍານາດຂອງຄະນະສານເດັກ

ມາດຕາຫົກສິບ:ສິດອໍານາດຂອງຄະນະສານເດັກ ຄະນະສານເດັກມີສິດອໍານາດຕັດສິນ: ໜຶ່ງ:ຄະດີກ່ຽວກັບການໃຊ້ແທນຄ່າເສຍຫາຍເນື່ອງມາຈາກ ການກະທໍາຂອງເດັກທີ່ມີອາຍຸຸຕໍ່າກວ່າສິບແປດປີລົງມາ. ສອງ:ຄະດີເດັກກ່ຽວກັບແຮງງານ. ສາມ:ຄະດີລະຫວ່າງເດັກດ້ວຍກັນ. ສີ່:ຄະດີກ່ຽວກັບການລະເມີດສິດທະຂອງເດັກ. ເມື່ອມີການພິຈາລະນາຄະດີເດັກແລ້ວເຖິງວ່າເດັກນັ້ນຈະ ມີຄວາມສາມາດທາງດ້ານການປະພຶດຫຼືມີອາຍຸຄົບສິບແປດປີແລ້ວ ກໍ່ຕາມກໍ່ໃຫ້ຄະນະສານດັ່ງກ່າວສືບຕໍ່ພິຈາລະນາຈົນກວ່າຄະດີຈະ ສໍາເລັດ.ຖ້າຫາກມີການຂໍອຸທອນແລະຂໍລົບລ້າງກໍ່ໃຫ້ຄະນະສານ ເດັກຂອງສານຂັ້ນເທິງມີສິດອໍານາດພິຈາລະນາຕໍ່ໄປ.


....ມາດຕາຫົກສິບເອັດ:ການພິຈາລະນາຄະດີເດັກ

ມາດຕາຫົກສິບເອັດ:ການພິຈາລະນາຄະດີເດັກ ໃນການພິຈາລະນາຄະດີເດັກທີ່ຍັງບໍ່ທັນເຖິງສະສຽນອາ ຍຸນັ້ນຕ້ອງໃຫ້ພໍ່ແມ່ຫຼືຜູ້ປົກຄອງເຂົ້າຮ່ວມນໍາເປັນຕົ້ນໃນກໍລະນີ ທີ່ເດັກໄດ້ກໍ່ຄວາມເສຍຫາຍໃຫ້ແກ່ບຸກຄົນອື່ນ. ສໍາລັດການພິຈາລະນາບັນຫາອື່ນໆໃນຄະດີເດັກນັ້ນໃຫ້ດໍາ ເນີນໄປຕາມລະບຽບການທົ່ວໄປແລະຕາມຂໍ້ມູນຫຼັກຖານຕົວຈິງ.


...ໝວດທີ5ຂໍ້ຂັດແຍ່ງກ່ຽວກັບສິດອໍານາດສານ


....ມາດຕາຫົກສິບສອງ:ສິດອໍານາດຂອງສານໃນການພິຈາລະນາຄະດີ

ມາດຕາຫົກສິບສອງ:ສິດອໍານາດຂອງສານໃນການພິຈາລະນາ ຄະດີ ສານປະຊາຊົນບ່ອນທີ່ເຫດການຫຼືຂໍ້ຂັດແຍ່ງໄດ້ເກີດຂຶ້ນ ຫຼືບ່ອນຊັບທີ່ເປັນພື້ນຖານຕັ້ງຢູ່ຫຼືບ່ອນທີ່ຈໍາເລີຍຢູ່ຫຼືອາໄສຢູ່ນັ້ນ ເປັນສານທີ່ມີສິດອໍານາດຕັດສິນ. ສານປະຊາຊົນເມືອງ,ເທດສະບານມີສິດອໍານາດພິຈາລະນາ ຕັດສິນຄະດີແພ່ງຊຶ່ງມີມູນຄ່າບໍ່ເກີນຊາວລ້ານກີບແລະຄະດີອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບຂອງກົດໝາຍວ່າດ້ວຍສານ ປະຊາຊົນ.ສານປະຊາຊົນແຂວງ,ນະຄອນມີສິດອໍານາດພິຈາລະນາ ຕັດສິນຄະດີແພ່ງ,ຄອບຄົວແລະເດັກທີ່ບໍ່ຂຶ້ນກັບສິດອໍານາດຂອງ ສານປະຊາຊົນເມືອງ,ເທດສະບານແລະຄະດີການຄ້າ.


....ມາດຕາຫົກສິບສາມ:ຂໍ້ຂັດແຍ່ງກ່ຽວກັບສິດອໍານາດສານ

ມາດຕາຫົກສິບສາມ:ຂໍ້ຂັດແຍ່ງກ່ຽວກັບສິດອໍານາດສານ ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນກ່ຽວກັບສິດອໍານາດໃນການພິ ຈາລະນາຄະດີລະຫວ່າງສານດ້ວຍກັນວ່າຕົນມີສິດອໍານາດພິຈາ ລະນາຄະດີຫຼືບໍ່ມີສິດອໍານາດພິຈາລະນາຄະດີນັ້ນໃຫ້ສານປະຊາ ຊົນບ່ອນໄດ້ຮັບຄໍາຮ້ອງຟ້ອງສະເໜີຂຶ້ນໄປຍັງສານປະຊາຊົນ ສູງສຸດເພື່ອພິຈາລະນາອອກຄໍາຊີ້ຂາດວ່າສານໃດມີສິດອໍານາດ ພິຈາລະນາຄະດີນັ້ນ. ສິດໃນການທວງເອົາຄະດີແລະການສະເໜີສົ່ງຄະດີໃຫ້ ປະຕິບັດຕາມມາດຕາສາມສິບເອັດແລະມາດຕາສີ່ສິບເອັດຂອງ ກົດໝາຍວ່າດ້ວຍສານປະຊາຊົນ.


....ມາດຕາຫົກສິບສີ່:ຂໍ້ຂັດແຍ່ງກ່ຽວກັບສິດອໍານາດຂອງຄະນະສານ

ມາດຕາຫົກສິບສີ່:ຂໍ້ຂັດແຍ່ງກ່ຽວກັບສິດອໍານາດຂອງຄະນະສານ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບສິດອໍານາດໃນການພິຈາ ລະນາຄະດີລະຫວ່າງຄະນະສານແພ່ງຫຼືຄະນະສານການຄ້າ,ຄະນະ ສານຄອບຄົວຫຼືຄະນະສານເດັກນັ້ນໃຫ້ປະທານສານປະຊາຊົນບ່ອນ ກ່ຽວຂ້ອງພິຈາລະນາອອກຄໍາຊີ້ຂາດວ່າຄະນະສານໃດມີສິດອໍາ ນາດພິຈາລະນາຄະດີນັ້ນ.


..ພາກທີ5ການດໍາເນີນຢູ່ສານຂັ້ນຕົ້ນ


...ມາດຕາຫົກສິບຫ້າ:ສານປະຊາຊົນທີ່ຕັດສິນເປັນຂັ້ນຕົ້ນ

ມາດຕາຫົກສິບຫ້າ:ສານປະຊາຊົນທີ່ຕັດສິນເປັນຂັ້ນຕົ້ນ ສານປະຊາຊົນເມືອງ,ເທດສະບານແລະສານປະຊາຊົນ ແຂວງ,ນະຄອນມີສິດຕັດສິນຄະດີເປັນຂັ້ນຕົ້ນຕາມຂໍ້ມູນຫຼັກຖານ ແລະຕາມກົດໝາຍ.


...ໝວດທີ1ການຍື່ນຄໍາຮ້ອງຟ້ອງ


....ມາດຕາຫົກສິບຫົກ:ຄໍາຮ້ອງຟ້ອງ

ມາດຕາຫົກສິບຫົກ:ຄໍາຮ້ອງຟ້ອງ ຄໍາຮ້ອງຟ້ອງແມ່ນເອກະສານຂອງບຸກຄົນ,ອົງການຈັດຕັ້ງ ຫຼືວິສາຫະກິດທີ່ຍື່ນຕໍ່ສານໂດຍອ້າງວ່າຕົນໄດ້ຮັບຄວາມເສຍຫາຍ ຍ້ອນຖືກຜູ້ອື່ນລະເມີດຫຼືໂຕ້ແຍ່ງສິດແລະຜົນປະໂຫຍດຂອງຕົນ. ຄໍາຮ້ອງຟ້ອງມີເນື້ອໃນຕົ້ນຕໍດັ່ງນີ້: -ຊື່ຂອງສານທີ່ຄໍາຮ້ອງຟ້ອງນັ້ນໄດ້ຍື່ນເຖິງ; -ຊື່ແລະນາມສະກຸນ,ບ່ອນຢູ່ຂອງໂຈດແລະຈໍາເລີຍ.ຖ້າວ່າ ໂຈດຫຼືຈໍາເລີຍຫາກແມ່ນນິຕິບຸກຄົນກໍ່ໃຫ້ບອກບ່ອນທີ່ສໍານັກງານ ຂອງນິຕິບຸກຄົນນັ້ນຕັ້ງຢູ່ພ້ອມທັງຊື່ແລະນາມສະກຸນແລະບ່ອນຢູ່ ຂອງຜູ້ຕາງໜ້າດ້ວຍ; -ເຫດການທີ່ເປັນສາເຫດພາໃຫ້ມີການຮ້ອງຟ້ອງແລະ ຫຼັກຖານຢັ້ງຢືນເພື່ອໃຫ້ສານຕັດສິນ; -ມູນຄ່າຂອງຄະດີ. -ການຮ້ອງຂໍຂອງໂຈດ. -ເອກະສານອື່ນໆທີ່ພົວພັນກັບຄະດີຄັດຕິດມາພ້ອມຄໍາຮ້ອງ ຟ້ອງ.

ຄໍາຮ້ອງຟ້ອງແມ່ນໃຫ້ໂຈດຫຼືຜູ້ຕາງໜ້າເຊັນຊື່ຫຼືແປະ ໂປ້ມືໃສ່,ຕິດສະແຕັມແລະໃຫ້ຈ່າຍເງິນວາງສານແລ້ວແຕ່ກໍ ລະນີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຄ່າທໍານຽມ ສານ.ສໍາລັບຜູ້ຕາງໜ້ານັ້ນຕ້ອງໃຫ້ມີໃບມອບສັນທະຢ່າງຖືກ ຕ້ອງ.

....ມາດຕາຫົກສິບເຈັດ:ຄໍາແກ້ຟ້ອງແລະຄໍາຟ້ອງແຍ່ງ

ມາດຕາຫົກສິບເຈັດ:ຄໍາແກ້ຟ້ອງແລະຄໍາຟ້ອງແຍ່ງ ຄໍາແກ້ຟ້ອງແມ່ນເອກະສານຂອງຈໍາເລີຍທີ່ຍື່ນຕໍ່ສານ ເພື່ອແກ້ຄໍາຮ້ອງຟອງຂອງໂຈດຖ້າເຫັນວ່າຄໍາຮ້ອງຟ້ອງຂອງ ໂຈດຫາກບໍ່ມີມູນຄວາມຈິງ,ໂຈດຮ້ອງຂໍເອົາຄ່າເສຍຫາຍຫຼືທວງ ເອົາຊັບສິ່ງຂອງຄືນເກີນຄວາມເປັນຈິງຫຼືຂາດເຫດການໃດໜຶ່ງ ທີ່ບໍ່ສາມາດຈະໃຫ້ສານພິຈາລະນາຕັດສິນໄດ້ຜູ້ກ່ຽວມີສິດເຮັດ ຄໍາແກ້ຟ້ອງຢ່າງມີເຫດຜົນໂດຍມີພະຍານ,ຫຼັກຖານມາຢັ້ງຢືນ. ຄໍາຟ້ອງແຍ່ງແມ່ນເອກະສານຂອງຈໍາເລີຍທີ່ຍື່ນຕໍ່ສານ ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນຖ້າຫາກເຫັນວ່າໂຈດໄດ້ ລະເມີດ,ໂຈດຍັງມີພັນທະປະຕິບັດຕໍ່ຕົນເພື່ອໃຫ້ສານພິຈາລະນາ ໄປພ້ອມດຽວກັນ.


....ມາດຕາຫົກສິບແປດ:ການຮັບຮູ້ແລະການຖອນຄໍາຮ້ອງຟ້ອງ

ມາດຕາຫົກສິບແປດ:ການຮັບຮູ້ແລະການຖອນຄໍາຮ້ອງຟ້ອງ ຈໍາເລີຍມີສິດຮັບຮູ້ຄໍາຮ້ອງຟ້ອງທັງໝົດຫຼືບາງສ່ວນຊຶ່ງ ໂຈດໄດ້ຍື່ນຟ້ອງຕົນຕໍ່ສານ.ການຮັບຮູ້ຄໍາຮ້ອງຟ້ອງນັ້ນເປັນສາ ເຫດທີ່ພາໃຫ້ສານຕັດສິນໂດຍບໍ່ມີການໄຕ່ສວນຄະດີໃນທີ່ປະຊຸມ ສານຕື່ມອີກກໍ່ໄດ້. ໂຈດມີສິດຖອນຄໍາຮ້ອງຟ້ອງທີ່ຕົນໄດ້ຍື່ນຟ້ອງຈໍາເລີຍຕໍ່ ສານແລ້ວນັ້ນຄືນທັງໝົດຫຼືບາງສ່ວນ.ໃນກໍລະນີທີ່ໂຈດຫາກໄດ້ ຖອນບາງສ່ວນແລ້ວສານຈະພິຈາລະນາຕັດສິນພຽງແຕ່ສ່ວນທີ່ ບໍ່ໄດ້ຖອນເທົ່ານັ້ນ.ຖ້າວ່າໂຈດຫາກໄດ້ຖອນທັງໝົດກໍ່ຈະພາໃຫ້ ຄະດີນັ້ນສິ້ນສຸດລົງຍົກເວັ້ນຄະດີຢ່າຮ້າງ.


....ມາດຕາຫົກສິບເກົ້າ:ການຮັບເອົາຄໍາຮ້ອງຟ້ອງມາພິຈາລະນາ

ມາດຕາຫົກສິບເກົ້າ:ການຮັບເອົາຄໍາຮ້ອງຟ້ອງມາພິຈາລະນາ ເມື່ອໂຈດຫາກໄດ້ຍື່ນຄໍາຮ້ອງຟ້ອງຕໍ່ສານແລ້ວສານຕ້ອງ ຮັບເອົາຄໍາຮ້ອງຟ້ອງນັ້ນມາພິຈາລະນາເວັ້ນເສຍແຕ່ຄໍາຮ້ອງຟ້ອງ ນັ້ນຫາກບໍ່ໄດ້ຖືກປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບ ຫົກຂອງກົດໝາຍສະບັບນີ້;ໃນກໍລະນີທນີ້ສານຕ້ອງແຈ້ງໃຫ້ໂຈດ ຊາບແລະກໍານົດເວລາໃຫ້ຜູ້ກ່ຽວເຂົ້າມາແກ້ໄຂຂໍ້ບົກພ່ອງທີ່ມີ. ຖ້າວ່າຜູ້ກ່ຽວຫາກບໍ່ເຂົ້າມາຕາມກໍານົດແລ້ວສານກໍ່ຈະສົ່ງຄໍາ ຮ້ອງຟ້ອງຄືນໃຫ້ໂຈດ. ເມື່ອໄດ້ຮັບຄໍາຮ້ອງຟ້ອງແລ້ວສານຕ້ອງຄົ້ນຄວ້າເບິ່ງວ່າ ຕົນມີສິດອໍານາດພິຈາລະນາຄະດີນັ້ນຫຼືບໍ່. ຖ້າຫາກສານເຫັນວ່າຕົນມີສິດອໍານາດພິຈາລະນາແລະ ຄໍາຮ້ອງຟ້ອງນັ້ນຖືກຕ້ອງຕາມລະບຽບກົດໝາຍແລ້ວສານຕ້ອງ ສົ່ງຄໍາຮ້ອງຟ້ອງດັ່ງກ່າວໃຫ້ຈໍາເລີຍເພື່ອທໍາການແກ້ຟ້ອງຫຼື ຟ້ອງແຍ່ງ: ໃນກໍລະນີທີ່ຄູ່ຄວາມຫາກບໍ່ມີການຕົກລົງໄກ່ເກ່ຍຢູ່ສານ ແລ້ວສານຕ້ອງດໍາເນີນຄະດີຕາມເວລາທີ່ໄດ້ກໍານົດໄວ້ໃນມາດ ຕາເຈັດສິບຂອງກົດໝາຍສະບັບນີ້,ທໍາການສອບສວນແລະປະກອບ ຫຼັກຖານແລ້ວນໍາອອກພິຈາລະນາຕັດສິນໃນທີ່ປະຊຸມສານ.


....ມາດຕາເຈັດສິບ:ກໍານົດເວລາຂອງການພິຈາລະນາຄະດີ

ມາດຕາເຈັດສິບ:ກໍານົດເວລາຂອງການພິຈາລະນາຄະດີ ເມື່ອໄດ້ຮັບຄໍາຮ້ອງຟ້ອງແລ້ວຄະນະສານຕ່າງໆຕ້ອງພິ ຈາລະນາຄະດີຕາມກໍານົດເວລາດັ່ງຕໍ່ໄປນີ້: -ຄະດີແພ່ງໃຫ້ເລີ່ມດໍາເນີນຢ່າງຊ້າຫົກສິບວັນ.ສໍາລັບຄະດີ ກ່ຽວກັບແຮງງານແລະສາຍພົວພັນທາງດ້ານບໍລິຫານນັ້ນຕ້ອງເລີ່ມ ດໍາເນີນຢ່າງຊ້າສາມສິບວັນ; -ຄະດີການຄ້າໃຫ້ເລີ່ມດໍາເນີນຢ່າງຊ້າສິບຫ້າວັນ. -ຄະດີຄອບຄົວໃຫ້ເລີ່ມດໍາເນີນຢ່າງຊ້າສາມສິບວັນ. -ຄະດີເດັກໃຫ້ເລີ່ມດໍາເນີນຢ່າງຊ້າສິບຫ້າວັນ.


....ມາດຕາເຈັດສິບເອັດ:ມາດຕະການຮັບປະກັນການຮ້ອງຟ້ອງ

ມາດຕາເຈັດສິບເອັດ:ມາດຕະການຮັບປະກັນການຮ້ອງຟ້ອງ ຖ້າຫາກເຫັນວ່າມີຄວາມຈໍາເປັນເພື່ອຮັບປະກັນການໃຊ້ ແທນໜີ້ສິນຕາມຄໍາຮ້ອງຟ້ອງສານຈະພິຈາລະນາສາງມາດຕະ ການໃດໜຶ່ງຕາມຄໍາຮ້ອງຂໍຂອງຄູ່ຄວາມໃນຄະດີຫຼືຕາມຄໍາເຫັນ ຂອງສານຖ້າຫາກແມ່ນຜົນປະໂຫຍດຂອງລັດຫຼືຂອງສັງຄົມ. ມາດຕະການຮັບປະກັນການຮ້ອງຟ້ອງແບ່ງອອກເປັນປະ ເພດດັ່ງນີ້: ໜຶ່ງ:ຢຶດຫຼືອາຍັດຊັບຂອງຈໍາເລີຍທີ່ຢູ່ນໍາຜູ້ກ່ຽວຫຼືຢູ່ນໍາ ຜູ້ອື່ນແຕ່ບໍ່ໃຫ້ເກີນມູນຄ່າໜີ້ສິນແລະດອກເບ້ຍ. ສອງ:ຫ້າມຈໍາເລີຍເຄື່ອນໄຫວວຽກງານໃດໜຶ່ງຫຼືກະທໍາ ສິ່ງໃດໜຶ່ງທີ່ກ່ຽວຂ້ອງກັບຄະດີ; ສາມ:ຫ້າມຈໍາເລີຍປະຕິບັດຂໍ້ຜູກພັນໃດໜຶ່ງທີ່ພົວພັນກັບ ຄະດີກັບຜູ້ອື່ນ. ສີ່:ອອກມາດຕະການຮັບປະກັນການຮ້ອງຟ້ອງອື່ນໆ. ການລະເມີດມາດຕະການທີ່ໄດ້ກ່າວໄວ້ເທິງນີ້ຈະຖືກດໍາ ເນີນຄະດີຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງຮ້ອຍຫົກສິບສອງ ຂອງກົດໝາຍອາຍາ.


....ມາດຕາເຈັດສິບສອງ:ການປ່ຽນແປງແລະການລົບລ້າງມາດຕະການຮັບປະກັນການຮ້ອງຟ້ອງ.

ມາດຕາເຈັດສິບສອງ:ການປ່ຽນແປງແລະການລົບລ້າງມາດ ຕະການຮັບປະກັນການຮ້ອງຟ້ອງ. ການປ່ຽນແປງປະເພດມາດຕະການຮັບປະກັນຄໍາຮ້ອງ ຟ້ອງຫຼືການລົບລ້າງມາດຕະການດັ່ງກ່າວຕ້ອງພິຈາລະນາໃນ ທີ່ປະຊຸມສານໂດຍການເຂົ້າຮ່ວມຂອງບຸກຄົນທີ່ກ່ຽວຂ້ອງໃນ ຄະດີນັ້ນແຕ່ການບໍ່ເຂົ້າຮ່ວມຂອງບຸກຄົນດັ່ງກ່າວກໍ່ຈະບໍ່ພາ ໃຫ້ເປັນອຸປະສັກຕໍ່ການພິຈາລະນານັ້ນໄດ້. ສານອາດຈະປ່ຽນແປງຫຼືລົບລ້າງມາດຕະການຮັບປະ ກັນການຮ້ອງຟ້ອງຕາມຄໍາຮ້ອງຂໍຂອງຄູ່ຄວາມຫຼືຕາມຄໍາເຫັນ ຂອງສານຖ້າຫາກແມ່ນຜົນປະໂຫຍດຂອງລັດຫຼືຂອງສັງຄົມ. ໃນກໍລະນີທີ່ສານຫາກບໍ່ໄດ້ພິຈາລະນາປ່ຽນແປງຫຼືລົບ ລ້າງຕາມຄໍາຮ້ອງຂໍແລ້ວມາດຕະການທີ່ສານວາງອອກນັ້ນກໍ່ ຈະມີຜົນບັງຄັບປະຕິບັດຈົນກວ່າຈະມີຄໍາຕັດສິນທີ່ໃຊ້ໄດ້ຢ່າງ ເດັດຂາດຂອງສານ.


...ໝວດທີ2ການສອບສວນແລະການປະກອບຫຼັກຖານໃນຄະດີ


....ມາດຕາເຈັດສິບສາມ:ການສອບສວນ.

ມາດຕາເຈັດສິບສາມ:ການສອບສວນ. ພາຍຫຼັງທີ່ໄດ້ຮັບຄໍາຮ້ອງຟ້ອງແລ້ວປະທານສານຈະມອບ ໃຫ້ຜູ້ພິພາກສາຜູ້ໃດຜູ້ໜຶ່ງກະກຽມຄະດີເພື່ອທໍາການສອບສວນ ແລະປະກອບຫຼັກຖານໃຫ້ຄົບຖ້ວນ,ຖືກຕ້ອງແລະພາວະວິໄສແລ້ວ ຈຶ່ງນໍາອອກພິຈາລະນາຕັ້ສິນໃຫ້ທັນເວລາ. ການສອບສວນຈະເຮັດຂື້ນດ້ວຍວິທີເອົາຄໍາໃຫ້ການຂອງ ຄຸ່ຄວາມ,ພະຍານ,ບຸກຄົນອື່ນທີ່ເຂົ້າຮ່ວມໃນຄະດີຫຼືທໍາການສອບ ສວນຊ້ອງໜ້າກໍ່ໄດ້.ໃນການເອົາຄໍາໃຫ້ການນັ້ນຜູ້ພິພາກສາ ເປັນຜູ້ສອບສວນ,ຈ່າສານເປັນຜູ້ເຮັດບົດບັນທຶກ.


....ມາດຕາເຈັດສິບສີ່:ບົດບັນທຶກຄໍາໃຫ້ການ.

ມາດຕາເຈັດສິບສີ່:ບົດບັນທຶກຄໍາໃຫ້ການ. ໃນບົດບັນທຶກຄໍາໃຫ້ການຕ້ອງບົ່ງບອກ:ສະຖານທີ່,ວັນ,ເວ ລາ,ຊື່ແລະນາມສະກຸນຂອງຜູ້ພິພາກສາ,ຊື່ແລະນາມສະກຸນ,ຊີ ວະປະຫວັດຫຍໍ້ຂອງຜູ້ໃຫ້ການແລະອື່ນໆຊຶ່ງໄດ້ກໍານົດໄວ້ໃນ ແບບພິມ. ເມື່ອໄດ້ເອົາຄໍາໃຫ້ການສິ່ນສຸດແລ້ວຜູ້ພິພາກສາຕ້ອງ ອ່ານເນື້ອໃນຂອງບົດບັນທຶກໃຫ້ຜູ້ໃຫ້ການຟັງຫຼືໃຫ້ຜູ້ກ່ຽວອ່ານ ເອົາເອງກໍ່ໄດ້.ຫຼັງຈາກນັ້ນບັນດາຜູ້ເຂົ້າຮ່ວມໃນການເອົາຄໍາ ໃຫ້ການຕ້ອງພ້ອມກັນລົງລາຍເຊັນແລະແປະໂປ້ມືໃສ່ແຕ່ລະ ໜ້າ.ໃນກໍລະນີທີ່ເອົາຄໍາໃຫ້ການຂອງເດັກທີ່ຍັງບໍ່ທັນເຖິງກະ ສຽນອາຍຸສິບແປດປີ,ຄົນຫູໜວກ,ປາກກືກແລະຄົນປັນຍາອ່ອນ, ເສຍຈິດຕ້ອງໃຫ້ຜູ້ປົກປ້ອງລົງລາຍເຊັນແລະແປະໂປ້ມືໃສ່ເພື່ອ ຢັ້ງຢືນຄໍາໃຫ້ການດັ່ງກ່າວ. ຖ້າຫາກມີການຂີ້ຂ້າຫຼືເພີ່ມເຕີມຂໍ້ຄວາມໃນບົດບັນທຶກ ແລ້ວຜູ້ພິພາກສາ,ຈ່າສານແລະຜູ້ໃຫ້ການຕ້ອງລົງລາຍເຊັນ ແລະແປະໂປ້ມືຢັ້ງຢືນໄວ້ຕໍ່ໜ້າແຖວບ່ອນຂີ້ຂ້າຫຼືເພີ່ມເຕີມນັ້ນ. ໃນກໍລະນີທີ່ຜູ້ໃຫ້ການຫາກບໍ່ຍອມລົງລາຍເຊັນແລະບໍ່ ຍອມແປະໂປ້ມືນັ້ນຜູ້ພິພາກສາຕ້ອງໝາຍເຫດໄວ້ໃນຕອນທ້າຍ ຂອງບົດບັນທຶກ. ບົດບັນທຶກຄໍາໃຫ້ການນັ້ນໃຫ້ເຮັດເປັນສອງສະບັບ,ສະ ບັບໜຶ່ງປະກອບໃສ່ສໍານວນຄະດີແລະອີກສະບັບໜຶ່ງມອບໃຫ້ຜູ້ ໃຫ້ການ.


....ມາດຕາເຈັດສິບຫ້າ:ການພິສູດ.

ມາດຕາເຈັດສິບຫ້າ:ການພິສູດ. ຜ່ານການດໍາເນີນຄະດີຖ້າຫາກມີຂໍ້ມູນຫຼັກຖານໃດບໍ່ຈະ ແຈ້ງແລະມີຄວາມຈໍາເປັນຕ້ອງທໍາການພິສູດເປັນຕົ້ນບັນຊີ,ຕົວ ໜັງສື,ລາຍເຊັນ,ຕາປະທັບ,ຊັບສິ່ງຂອງຫຼືສະຖານທີ່ຕ່າງໆຕາມ ຄໍາສະເໜີຂອງຄູ່ຄວາມຝ່າຍໃດຝ່າຍໜຶ່ງຫຼືຕາມຄໍາເຫັນຂອງ ສານແລ້ວສານຕ້ອງອອກຄໍາສັ່ງແຕ່ງຕັ້ງຜູ້ຊ່ຽວຊານໃຫ້ທໍາ ການພິສູດ.ໃນຄໍາສັ່ງນັ້ນຕ້ອງບົ່ງບອກບັນຫາທີ່ຈະຕ້ອງພິສູດ,ກໍາ ນົດເວລາພິສູດ,ສິດແລະພັນທະຂອງຜູ້ຊ່ຽວຊານໃນການພິສູດ ນັ້ນ. ສານຕ້ອງແຈ້ງຄໍາສັ່ງດັ່ງກ່າວໃຫ້ຄູ່ຄວາມຫຼືບຸກຄົນອື່ນ ທີ່ກ່ຽວຂ້ອງຊາບ. ການພິສູດອາດຈະເຮັດໂດຍຜູ້ຊ່ຽວຊານຜູ້ດຽວ,ຫຼາຍຄົນຫຼື ຫຼາຍເທື່ອກໍ່ໄດ້. ພາຍຫຼັງການພິສູດໄດ້ສິນສຸດລົງແລ້ວຜູ້ຊ່ຽວຊານຕ້ອງ ເຮັດບົດສະຫຼຸບໃຫ້ຄວາມເຫັນຂອງຕົນຕາມຄວາມເປັນຈິງຂອງ ການພິສູດແລ້ວສົ່ງໃຫ້ສານຕາມກໍານົດເວລາທີ່ໄດ້ມອບໝາຍ ໃຫ້. ຜູ້ຊ່ຽວຊານຈະໄດ້ຮັບຄ່າແຮງງານໃນເວລາປະຕິບັດ ວຽກງານຕາມການມອບໝາຍຂອງສານຕາມລະບຽບການສະ ເພາະ.ສໍາລັບການໃຊ້ຈ່າຍໃນການພິສູດນັ້ນໃຫ້ປະຕິບັດຕາມວັກ ໜຶ່ງມາດຕາສິບຂອງກົດໝາຍວ່າດ້ວຍຄ່າທໍານຽມສານ.


....ມາດຕາເຈັດສິບຫົກ:ການຢຶດແລະການອາຍັດຊັບ

ມາດຕາເຈັດສິບຫົກ:ການຢຶດແລະການອາຍັດຊັບ ໃນກໍລະນີທີ່ໄດ້ຮູ້ແຈ້ງກ່ຽວກັບປະເພດ,ຈໍານວນ,ບັນຊີຊັບຫຼື ສະຖານທີ່ເກັບມ້ຽນວັດຖຸສິ່ງຂອງ,ສິນຄ້າທີ່ພົວພັນກັບຄະດີ,ເປັນ ປະໂຫຍດໃຫ້ແກ່ການດໍາເນີນຄະດີຫຼືເພື່ອຮັບປະກັນການຮ້ອງຟ້ອງ ຕາມຄໍາຮ້ອງຂໍຂອງຄູ່ຄວາມຝ່າຍໃດຝ່າຍໜຶ່ງຫຼືຕາມຄໍາເຫັນຂອງ ສານຖ້າຫາກແມ່ນຜົນປະໂຫຍດຂອງລັດຫຼືຂອງສັງຄົມແລ້ວສານ ຈະອອກຄໍາສັ່ງຢຶດຫຼືອາຍັດຊັບໄວ້ຕາມແຕ່ລະກໍລະນີ.


....ມາດຕາເຈັດສິບເຈັດ:ການມອບໃຫ້ສານອື່ນສອບສວນແທນ

ມາດຕາເຈັດສິບເຈັດ:ການມອບໃຫ້ສານອື່ນສອບສວນແທນ ເມື່ອຄູ່ຄວາມ,ພະຍານຫຼືບຸກຄົນອື່ນທີ່ເຂົ້າຮ່ວມໃນຄະດີຫາກ ບໍ່ສາມາດເຂົ້າມາໃຫ້ການຕໍ່ສານເນື່ອງຈາກຢູ່ທ້ອງຖິ່ນຕ່າງກັນຫຼື ຍ້ອນສາເຫດອື່ນແລ້ວສານທີ່ດໍາເນີນຄະດີນັ້ນຈະສົ່ງປະເດັນການ ສອບສວນໃຫ້ສານທ້ອງຖິ່ນອື່ນບ່ອນທີ່ບຸກຄົນດັ່ງກ່າວຢູ່ນັ້ນດໍາເນີນ ແທນກໍ່ໄດ້,ພາຍຫຼັງທີ່ສອບສວນແລ້ວບົດບັນທຶກຫຼືຫຼັກຖານທີ່ເກັບກໍາ ໄດ້ຕ້ອງສົ່ງໃຫ້ສານທີ່ມອບໝາຍນັ້ນໃນທັນໃດ.


....ມາດຕາເຈັດສິບແປດ:ການປະກອບແລະການຕີລາຄາຫຼັກຖານ

ມາດຕາເຈັດສິບແປດ:ການປະກອບແລະການຕີລາຄາຫຼັກຖານ ພາຍຫຼັງທີ່ໄດ້ເອົາຄໍາໃຫ້ການຂອງຄູ່ຄວາມ,ພະຍານແລະ ເກັບກໍາຂໍ້ມູນຫຼັກຖານໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງແລ້ວຜູ້ພິພາກສາຕ້ອງໄຈ້ແຍກ,ຊັ່ງຊາຕີລາຄາຫຼັກຖານດັ່ງ ກ່າວເພື່ອກໍານົດເຫດການຂອງຄະດີໃຫ້ຖືກຕ້ອງຕາມຄວາມຈິງ ແລະວາງມາດຕາຂອງກົດໝາຍທີ່ກ່ຽວຂ້ອງໃສ່. ຫຼັກຖານໃດທີ່ບໍ່ເປັນພ້ືນຖານໃນຄະດີນັ້ນກໍໃຫ້ວິນິດໄສໃນ ຄໍາຕັດສິນຂອງສານ.


...ໝວດທີ3ການໄກ່ເກ່ຍຄູ່ຄວາມ


....ມາດຕາເຈັດສິບເກົ້າ:ການໄກ່ເກ່ຍຄູ່ຄວາມ.

ມາດຕາເຈັດສິບເກົ້າ:ການໄກ່ເກ່ຍຄູ່ຄວາມ. ຂໍ້ຂັດແຍ່ງເລັກນ້ອຍ,ບໍ່ມີມູນຄ່າສູງເຊັ່ນ:ສາຍພົວພັນຄອບ ຄົວ,ກໍາມະສິດກ່ຽວກັບສັດລ້ຽງ,ຂໍທາງຜ່ານແລະອື່ນໆຕ້ອງໃຫ້ ໜ່ວຍໄກ່ເກ່ຍຂັ້ນບ້ານທໍາການໄກ່ເກ່ຍເສຍກ່ອນ,ຖ້າຫາກຕົກລົງ ກັນບໍ່ໄດ້ກໍ່ໃຫ້ຫ້ອງການຍຸຕິທໍາເມືອງທໍາການສຶກສາອົບຮົມ,ປານີ ປານອມແລະໄກ່ເກ່ຍຄູ່ຄວາມຕື່ມອີກຕາມລະບຽບການຂອງໜ່ວຍ ໄກ່ເກ່ຍຂັ້ນບ້ານແລະຫ້ອງການຍຸຕິທໍາເມືອງຖ້າຫາກໄກ່ເກ່ຍກັນ ບໍ່ໄດ້ຈື່ງໃຫ້ສານພິຈາລະນາຕາມກົດໝາຍຖ້າຫາກມີຄໍາຮ້ອງ ຟ້ອງ.ເມື່ອຄໍາຮ້ອງຟ້ອງໄດ້ຍື່ນຂຶ້ນສານແລ້ວຄະນະສານຈະທໍາ ການໄກ່ເກ່ຍຄູ່ຄວາມຕື່ມອີກກໍ່ໄດ້. ສໍາລັບຂໍ້ຂັດແຍ່ງທີ່ມີມູນຄ່າສູງນັ້ນຄູ່ຄວາມກໍ່ມີສິດສະເໜີ ໃຫ້ທໍາການໄກ່ເກ່ຍຕາມທີ່ໄດ້ກໍານົດໄວ້ເທິງນີ້ຫຼືຮ້ອງຟ້ອງຕໍ່ສານ ໂດຍກົງກໍ່ໄດ້. ການໄກ່ເກ່ຍນັ້ນຈະດໍາເນີນໄດ້ກໍ່ຕໍ່ເມື່ອຫາກບໍ່ຂັດກັບ ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.


....ມາດຕາແປດສິບ:ຜົນຂອງການໄກ່ເກ່ຍຄູ່ຄວາມ

ມາດຕາແປດສິບ:ຜົນຂອງການໄກ່ເກ່ຍຄູ່ຄວາມ ເມື່ອຄູ່ຄວາມຫາກຕົກລົງກັນໄດ້ຕາມການໄກ່ເກ່ຍແລ້ວ ໜ່ວຍໄກ່ເກ່ຍຂັ້ນບ້ານ,ຫ້ອງການຍຸຕິທໍາເມືອງຕ້ອງເຮັດບົດບັນທຶກ ແລະໃຫ້ຄູ່ຄວາມນັ້ນລົງລາຍເຊັນແລະແປະໂປ້ມືໄວ້ເປັນຫຼັກຖານ, ບົດບັນທຶກກ່ຽວກັບການໄກ່ເກ່ຍດັ່ງກ່າວຈະມີຜົນໃຊ້ໄດ້ນັບແຕ່ວັນ ລົງລາຍເຊັນເປັນຕົ້ນໄປ. ໃນກໍລະນີທີ່ມີການໄກ່ເກ່ຍຢູ່ສານຄໍາຕົກລົງຂອງການໄກ່ ເກ່ຍນັ້ນຈະມີຜົນບັງຄົບປະຕິບັດຄືກັບຄໍາຕັດສິນຂອງສານທີ່ໃຊ້ໄດ້ ຢ່າງເດັດຂາດ.ຄໍາສັ່ງໃຫ້ປະຕິບັດນັ້ນຕ້ອງເຮັດຂຶ້ນພາຍໃນຫ້າວັນ ນັບແຕ່ວັນໄກ່ເກ່ຍເປັນຕົ້ນໄປ. ສານຈະບໍ່ນໍາເອົາຄະດີທີ່ຄູ່ຄວາມໄດ້ໄກ່ເກ່ຍກັນຢູ່ສານແລ້ວ ນັ້ນມາພິຈາລະນາຕື່ມອີກ.

...ໝວດທີ4ຂັ້ນຕອນການພິຈາລະນາຄະດີຂອງສານຂັ້ນຕົ້ນ


....ມາດຕາແປດສິບເອັດ:ການກະກຽມໃຫ້ແກ່ການໄຕ່ສວນຄະດີ

ມາດຕາແປດສິບເອັດ:ການກະກຽມໃຫ້ແກ່ການໄຕ່ສວນຄະດີ ໃນການກະກຽມເປີດປະຊຸມສານຕ້ອງກວດເບິ່ງວ່າຄະດີ ນັ້ນມີຫຼັກຖານພຽງພໍແລ້ວຫຼືບໍ່,ມີຄວາມພ້ອມຈະນໍາອອກຕັດສິນ ໄດ້ຫຼືບໍ່,ຄົ້ນຄວ້າແລະກວດເບິ່ງວ່າຄະນະສານທີ່ປະກອບຂຶ້ນເພື່ອ ທໍາການຕັດສິນນັ້ນມີຜູ້ໃດຈະຂໍຖອນຕົວ.ນອກຈາກນີ້ຖ້າຫາກເຫັນ ວ່າຄະດີຍັງມີສ່ວນກ່ຽວພັນກັບບຸກຄົນທີສາມແລ້ວສານຈໍາເປັນ ຕ້ອງໄດ້ນໍາຕົວບຸກຄົນດັ່ງກ່າວເຂົ້າມາດໍາເນີນດັ່ງດຽວກັນກັບ ຄູ່ຄວາມໃນຄະດີ. ການໄຕ່ສວນໃນທີ່ປະຊຸມສານຕ້ອງໃຫ້ມີການເຂົ້າຮ່ວມ ຂອງຄູ່ຄວາມໃນຄະດີເວັ້ນເສຍແຕ່ຄະດີກ່ຽວກັບຜູ້ຫາຍສາບສູນ ຫຼືຄົນເສຍຈິດຊຶ່ງບໍ່ຈໍາເປັນຈະໃຫ້ເຂົ້າມາສານ.ສໍາລັບຄະດີກ່ຽວ ກັບເດັກນັ້ນຍັງຕ້ອງໃຫ້ພໍ່ແມ່ຫຼືຜູ້ປົກຄອງເດັກເຂົ້າຮ່ວມນໍາອີກ ດ້ວຍ. ກ່ອນການເປີດປະຊຸມສານນັ້ນຈ່າສານຕ້ອງໄດ້ກວດເບິ່ງ ວ່າຄູ່ຄວາມໃນຄະດີ,ບຸກຄົນທີສາມ,ພະຍານແລະບຸກຄົນອື່ນທີ່ຖືກ ຮຽກນັ້ນມາຄົບຖ້ວນແລ້ວຫຼືບໍ່,ນອກຈາກນີ້ຈ່າສານຍັງຕ້ອງໄດ້ ປະກາດລະບຽບຂອງການປະຊຸມສານໃຫ້ບຸກຄົນເຫຼົ່ານີ້ຮັບຊາບ ແລະປະຕິບັດອີກດ້ວຍ. ລະບຽບຂອງການປະຊຸມສານຈະໄດ້ກໍານົດໄວ້ສະເພາະ.


....ມາດຕາແປດສິບສອງ:ການໄຕ່ສວນຄະດີໃນທີ່ປະຊຸມສານຂັ້ນຕົ້ນ.

ມາດຕາແປດສິບສອງ:ການໄຕ່ສວນຄະດີໃນທີ່ປະຊຸມສານຂັ້ນ ຕົ້ນ. ການໄຕ່ສວນຄະດີໃນທີ່ປະຊຸມສານຂັ້ນຕົ້ນຕ້ອງເຮັດໂດຍ ກົງ,ທາງປາກເປົ່າ,ຢ່າງເປີດເຜີຍຫຼືປິດລັບໃນບາງກໍລະນີ,ມີການ ໂຕ້ຖຽງ,ເຮັດຢ່າງຕໍ່ເນື່ອງກັນແລະໂດຍບໍ່ມີການສັບປ່ຽນຄະນະ ສານ. ປະທານຄະນະສານມີໜ້າທີ່ນໍາພາການໄຕ່ສວນຄະດີຢ່າງ ເປັນກາງໃນທີ່ປະຊຸມສານ. ພາຍຫຼັງທີ່ໄດ້ປະກາດເປີດປະຊຸມສານແລ້ວປະທານຄະນະ ສານຕ້ອງແຈ້ງລາຍຊື່ຄະນະສານ,ໄອຍະການປະຊາຊົນ,ຈ່າສານ, ຄະດີທີ່ຈະນໍາອອກພິຈາລະນາ,ແຈ້ງສິດໃນການຄ້ານຕົວຄະນະ ສານຫຼືບຸກຄົນໃດບຸກຄົນໜຶ່ງໃນຄະນະສານ,ໄອຍະຫານປະຊາຊົນ, ຈ່າສານ,ຜູ້ຊ່ຽວຊານແລະຜູ້ແປພາສາແລ້ວແຈ້ງສິດຕ່າງໆໃຫ້ຄູ່ ຄວາມແລະຜູ້ເຂົ້າຮ່ວມອື່ນໃນການດໍເນີນຄະດີີຊາບ.ຖ້າຫາກມີ ການປ່ຽນແປງບຸກຄົນດັ່ງກ່າວຍ້ອນການຄ້ານຕົວນັ້ນຄະນະສານ ກໍ່ຕ້ອງປິດການປະຊຸມສານໄວ້ຊົ່ວຄາວເພື່ອພິຈາລະນາຕົກລົງ ກ່ຽວກັບບັນຫານີ້. ການໄຕ່ສ່ວນຄະດີໃນທີ່ປະຊຸມສານຕ້ອງເລີ່ມຕົ້ນຈາກ ການລາຍງານເນື້ອໃນຄະດີຫຼັງຈາກນັ້ນໃຫ້ໂຈດແລະບຸກຄົນທີ່ ສາມທາງຝ່າຍໂຈດ(ຖ້າມີ)ຢັ້ງຢືນການຮ້ອງຟ້ອງຂອງຕົນ. ຖັດຈາກນັ້ນຈຶ່ງໃຫ້ຈໍາເລີຍມີຄໍາເຫັນວ່າຕົນຮັບຮູ້ຄໍາຮ້ອງຟ້ອງ ຂອງໂຈດນັ້ນຫຼືບໍ່.ຈາກນັ້ນກໍ່ໃຫ້ໂຈດມີຄໍາເຫັນວ່າຕົນຮັບຮູ້ຄໍາ ຟ້ອງແຍ່ງຂອງຈໍາເລີຍ(ຖ້າມີ)ນັ້ນຫຼືບໍ່. ໃນກໍລະນີທີ່ຈໍາເລີຍຫາກໄດ້ປະຕິເສດຄໍາຮ້ອງຟ້ອງຂອງ ໂຈດຫຼືໂຈດຫາກໄດ້ປະຕິເສດຄໍາຟ້ອງແຍ່ງຂອງຈໍາເລີຍແລະບໍ່ ສາມາດໄກ່ເກ່ຍກັນໄດ້ແລ້ວປະທານຄະນະສານກໍ່ເລີ່ມສອບຖາມ ໂຈດແລະບຸກຄົນທີສາມທາງຝ່າຍໂຈດ(ຖ້າມີ)ແລ້ວຈຶ່ງເອົາຈໍາ ເລີຍແລະບຸກຄົນທີສາມທາງຝ່າຍຈໍາເລີຍ(ຖ້າມີ),ພະຍານແລະຜູ້ ເຂົ້າຮ່ວມອື່ນໃນການດໍາເນີນຄະດີມາສອບຖາມໄຕ່ສວນຄືນໃໝ່.


....ມາດຕາແປດສິບສາມ:ການໂຕ້ຖຽງຂອງຄູ່ຄວາມແລະການຖະແຫຼງຂອງໄອຍະການປະຊາຊົນ

ມາດຕາແປດສິບສາມ:ການໂຕ້ຖຽງຂອງຄູ່ຄວາມແລະການຖະ ແຫຼງຂອງໄອຍະການປະຊາຊົນ ການໂຕ້ຖຽງຂອງຄູ່ຄວາມແມ່ນການອອກຄໍາຄິດຄໍາເຫັນ ທີ່ມີລັກສະນະໂຕ້ແຍ່ງຂອງໂຈດແລະຈໍາເລີຍກ່ຽວກັບຄວາມເປັນ ຈິງໃນຄະດີ. ສານນໍາເອົາບັນດາຫຼັກຖານໃນຄະດີມາສະເໜີຕໍ່ທີ່ປະຊຸມ ແລ້ວເປີດການໂຕ້ຖຽງລະຫວ່າງໂຈດແລະຈໍາເລີຍພ້ອມທັງຜູ້ປົກ ປ້ອງຂອງຜູ້ກ່ຽວ(ຖ້າມີ). ໂຈດແລະຈໍາເລີຍຕ້ອງນໍາເອົາເອກະສານຫຼືຫຼັກຖານຕ່າງ ໆທີ່ຕົນມີແລະເປັນຜົນປະໂຫຍດໃຫ້ແກ່ຕົນອອກມາສະເໜີຕໍ່ສານ ຕື່ມອີກກໍ່ໄດ້.ຄະນະສານຕ້ອງວາງຕົວເປັນກາງໃນການຊັກຖາມ ໂຈດແລະຈໍາເລີຍດ້ວຍເຫດຜົນຢ່າງມີຈຸດສຸມ. ໃນການໂຕ້ຖຽງນັ້ນຕ້ອງໃຫ້ແຕ່ລະຝ່າຍມີຄໍາເຫັນໂຕ້ ຕອບກັນເພື່ອຊອກຫາຄວາມຖືກຕ້ອງແລະຄວາມເປັນຈິງໃນຄະ ດີ. ພາຍຫຼັງທີ່ການໂຕ້ຖຽງໄດ້ສິ້ນສຸດລົງແລ້ວປະທານຄະນະ ສານກໍ່ສະເໜີໃຫ້ໄອຍະການປະຊາຊົນຂຶ້ນຖະແຫຼງກ່ຽວກັບຄະດີ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.ຈາກນັ້ນປະທານຄະນະສານກໍ່ ຈະປິດການໂຕ້ຖຽງແລະປະກາດປິດປະຊຸມສານຊົ່ວຄວາມເພື່ອພິ ຈາລະນາຕັດສິນຄະດີໃນຫ້ອງປະຊຸມລັບ.


....ມາດຕາແປດສິບສີ່:ການພິຈາລະນາຄະດີໃຫ້ຫ້ອງປະຊຸມລັບ

ມາດຕາແປດສິບສີ່:ການພິຈາລະນາຄະດີໃຫ້ຫ້ອງປະຊຸມລັບ ການພິຈາລະນາຄະດີໃນຫ້ອງປະຊຸມລັບຕ້ອງເຮັດຢ່າງລະ ອຽດ,ຮອບດ້ານ,ຄົບຖ້ວນແລະພາວະວິໄສໂດຍອີງໃສ່ຜົນຂອງການ ໄຕ່ສວນຄະດີໃນທີ່ປະຊຸມສານເປັນຕົ້ນຕໍເພື່ອໃຫ້ຄໍາຕັດສິນຖືກຕ້ອງ ແລະຍຸດຕິທໍາ. ການລົງຄໍາເຫັນຊີ້ຂາດໃນຫ້ອງປະຊຸມລັບຕ້ອງຖືເອົາຕາມ ສຽງສ່ວນຫຼາຍໂດຍໃຫ້ຄະນະສານຜູ້ທີ່ຄຸນວຸດທະຫຼຸດໝູ່ເປັນຜູ້ອອກ ຄໍາເຫັນແລະອອກສຽງກ່ອນ,ສ່ວນປະທານຄະນະສານອອກຄໍາເຫັນ ແລະອອກສຽງເປັນຜູ້ສຸດທ້າຍ. ຜູ້ບໍ່ເຫັນດີຕາມສຽງສ່ວນຫຼາຍນັ້ນກໍ່ມີສິດສະແດງຄໍາເຫັນ ຂອງຕົນເປັນລາຍລັກອັກສອນໄວ້ໃນສໍານວນຄະດີເພື່ອໃຫ້ສານຂັ້ນ ເທິງພິຈາລະນາໃນກໍລະນີມີການຂໍອຸທອນຫຼືຂໍລົບລ້າງ.


....ມາດຕາແປດສິບຫ້າ:ການອ່ານຄໍາຕັດສິນໃນທີ່ປະຊຸມສານ

ມາດຕາແປດສິບຫ້າ:ການອ່ານຄໍາຕັດສິນໃນທີ່ປະຊຸມສານ ພາຍຫຼັງທີ່ໄດ້ພິຈາລະນາຕັດສິນຄະດີໃນຫ້ອງປະຊຸມລັບ ແລ້ວປະທານພ້ອມດ້ວຍຄະນະສານຕ້ອງນໍາເອົາຄໍາຕັດສິນອອກ ມາອ່ານໃນທີ່ປະຊຸມສານຢ່າງເປີດເຜີຍພ້ອມທັງແຈ້ງສິດໃນການ ຂໍອຸທອນຄໍາຕັດສິນຂອງສານ. ຖ້າຫາກວ່າບໍ່ສາມາດອ່ານຄໍາຕັດສິນໃນມື້ນັ້ນໄດ້ກໍ່ໃຫ້ ເລື່ອນການອ່ານຄໍາຕັດສິນໄປໃສ່ມື້ໃໝ່ແຕ່ຢ່າງຊ້າບໍ່ໃຫ້ກາຍ ເຈັດວັນ.


....ມາດຕາແປດສິບຫົກ:ການບັນທຶກປຶ້ມປະຊຸມສານ

ມາດຕາແປດສິບຫົກ:ການບັນທຶກປຶ້ມປະຊຸມສານ ໃນການໄຕ່ສວນຄະດີໃນທີ່ປະຊຸມສານຕ້ອງໃຫ້ມີຈ່າສານ ນັ່ງນໍາເພື່ອຈົດບັນທຶກຄໍາໃຫ້ການແລະຄໍາເຫັນໂຕ້ຕອບກັນ.ສໍາລັບບັນຫາທີ່ສໍາຄັນປະທານຄະນະສານແນະນໍາໃຫ້ຈ່າສານ ຈັດບັນທຶກຖ້ອຍຄໍາຂອງຄູ່ຄວາມທີ່ໃຫ້ການໃນເວລາໄຕ່ສວນຄະ ດີນັ້ນໄວ້ໃນປຶ້ມປະຊຸມສານ.ໃນເວລາເລີກປະຊຸມສານແຕ່ລະຄັ້ງ ຈ່າສານຕ້ອງໃຫ້ບຸກຄົນທີ່ເຂົ້າຮ່ວມໃນທີ່ປະຊຸມສານໂດຍສະ ເພາະໂຈດ,ຈໍາເລີຍ,ພະຍານໃນຄະດີຕະຫຼອດທັງຄະນະສານ,ໄອ ຍະການປະຊາຊົນແລະຈ່າສານເອງກໍ່ລົງລາຍເຊັນແລະແປະໂປ້ ມືໃສ່ປຶ້ມປະຊຸມສານໄວ້. ເມື່ອມີການຂໍອຸທອນຄໍາຕັດສິນຂອງສານແລ້ວຈ່າສານ ຕ້ອງສໍາເນົາບັນທຶກປຶ້ມປະຊຸມສານແລ້ວປະກອບໃສ່ສໍານວນຄະ ດີເພື່ອໃຫ້ສານຂັ້ນເທິງໄດ້ກວດກາ.


....ມາດຕາແປດສິບເຈັດການໂຈະການໄຕ່ສວນຄະດີ

ມາດຕາແປດສິບເຈັດການໂຈະການໄຕ່ສວນຄະດີ ການໂຈະການໄຕ່ສວນຄະດີແມ່ນການຢຸດການປະຊຸມສານ ໄວ້ຊົ່ວຄາວຍ້ອນມີສະພາບການໃດໜຶ່ງທີ່ເປັນອຸປະສັກຕໍ່ການໄຕ່ ສວນຄະດີນັ້ນ. ການໄຕ່ສວນຄະດີໃນທີ່ປະຊຸມສານ ອາດຈະໂຈະໄວ້ໃນກໍລະ ນີທີ່ຄູ່ຄວາມຝ່າຍໃດຝ່າຍໜຶ່ງຫາກໄດ້ສູນເສຍຄວາມສາມາດທາງ ດ້ານການປະພຶດຫຼືຖືກເຈັບເປັນຢ່າງກະທັນຫັນ,ຖ້າວ່າຄູ່ຄວາມ ຝ່າຍໃດຝ່າຍໜຶ່ງຫາກໄດ້ເສຍຊີວິດ,ອົງການຈັດຕັ້ງຫຼືວິສາຫະກິດ ຫາກໄດ້ຍຸບເລີກໂດຍຄູ່ຄວາມຝ່າຍນັ້ນ,ອົງການຈັດຕັ້ງຫຼືວິສາຫະ ກິດນັ້ນຍັງມີຜູ້ສືບທອບສິດແລະພັນທະຢູ່ຫຼືຖ້າຫາກວ່າມີຄວາມຈໍາ ເປັນຕ້ອງລໍຖ້າໃຫ້ມີການພິຈາລະນາຄະດີອື່ນທີ່ພົວພັນກັບຄະດີທີ່ ກໍາລັງໄຕ່ສວນຢູ່ນີ້ກ່ອນແລະໃນກໍລະນີອື່ນໆ.

....ມາດຕາແປດສິບແປດ:ການເລື່ອນການໄຕ່ສວນຄະດີ

ມາດຕາແປດສິບແປດ:ການເລື່ອນການໄຕ່ສວນຄະດີ ການໄຕ່ສວນຄະດີໃນທີ່ປະຊຸມສານອາດຈະຖືກເລື່ອນໃນກໍລະ ນີທີ່ຄູ່ຄວາມຝ່າຍໃດຝ່າຍໜຶ່ງຫາກບໍ່ໄດ້ເຂົ້າມາຮ່ວມໃນທີ່ປະຊຸມ ສານຍ້ອນບໍ່ໄດ້ຮັບໝາຍຮຽກຫຼືມີເຫດຜົນໜັກແໜ້ນທີ່ພາໃຫ້ສານ ເຊື່ອຖືເອົາໄດ້ແລະຖ້າຫາກວ່າມີຄວາມຈໍາເປັນຕ້ອງທວງເອົາຫຼັກ ຖານໃໝ່ຫຼືຜູ້ເຂົ້າຮ່ວມໃນຄະດີຜູ້ໃດຜູ້ໜຶ່ງທີ່ມີຄວາມສໍາຄັນຕໍ່ການ ພິຈາລະນາຄະດີນັ້ນບໍ່ມາຮ່ວມໃນທີ່ປະຊຸມສານເວັ້ນເສຍແຕ່ມີການ ຕັດສິນລັບຫຼັງ. ການເລື່ອນການໄຕ່ສວນຄະດີຕ້ອງດໍາເນີນກ່ອນການປິດການ ໂຕ້ຖຽງ.


....ມາດຕາແປດສິບເກົ້າ:ການຕັດສິນຊ້ອງໜ້າແລະການຕັດສິນລັບຫຼັງ.

ມາດຕາແປດສິບເກົ້າ:ການຕັດສິນຊ້ອງໜ້າແລະການຕັດສິນ ລັບຫຼັງ. ການຕັດສິນຊ້ອງໜ້າແມ່ນການຕັດສິນຂອງສານທີ່ໂຈດ ແລະຈໍາເລີຍເຂົ້າຮ່ວມໃນການພິຈາລະນາຄະດີຍົກເວັ້ນການພິ ຈາລະນາພິພາກສາຄະດີຢູ່ສານຂັ້ນລົບລ້າງ. ໃນກໍລະນີທີ່ໂຈດຫຼືຈໍາເລີຍຫາກໄດ້ຮັບໝາຍຮຽກເຂົ້າ ມາຮ່ວມປະຊຸມສານແລ້ວແຕ່ບໍ່ໄດ້ເຂົ້າມາຮ່ວມໂດຍບໍ່ມີເຫດ ຜົນພຽງພໍຫຼືຜູ້ກ່ຽວໄດ້ສະເໜີໃຫ້ພິຈາລະນາຕັດສິນຄະດີນັ້ນ ໂລດ,ການພິຈາລະນາຕັດສິນຄະດີດັ່ງກ່າວຖືວ່າເປັນການຕັດ ສິນຊ້ອງໜ້າ:ໃນກໍລະນີນີ້ຜູ້ກ່ຽວບໍ່ມີສິດຂໍຄັ້ຄ້ານຄໍາຕັດສິນພຽງ ແຕ່ມີສິດຂໍອຸທອນເທົ່ານັ້ນ. ໃນກໍລະນີທີ່ມີຂໍ້ມູນຫຼັກຖານຄົບຖ້ວນ,ມີຄວາມຈໍາເປັນຕ້ອງ ໄດ້ຕັດສິນຄະດີແຕ່ຈໍາເລີຍຫຼົບຫຼີກການດໍາເນີນຄະດີ,ໂຈດຫຼືຈໍາ ເລີຍບໍ່ໄດ້ເຂົ້າຮ່ວມໃນທີ່ປະຊຸມສານຍ້ອນສາເຫດໃດໜຶ່ງເຊັ່ນ ໝາຍຮຽກສົ່ງບໍ່ເຖິງມືຜູ້ກ່ຽວສານກໍ່ຈະຕັດສິນລັບຫຼັງຊຶ່ງຜູ້ກ່ຽວ ມີສິດຂໍຄັດຄ້ານໄດ້ພາຍໃນກໍານົດສິບຫ້າວັນນັບແຕ່ມື້ໄດ້ຮັບຊາບ ຄໍາຕັດສິນເປັນຕົ້ນໄປ. ໃນກໍລະນີນີ້ສານຄະນະເກົ່າຕ້ອງຕັດສິນຄະດີນັ້ນຄືນໃໝ່ ໂດຍຊ້ອງໜ້າຜູ້ກ່ຽວຕາມລະບຽບການພິຈາລະນະາຄະດີຢູ່ສານ.


....ມາດຕາເກົ້າສິບ:ການບໍ່ນໍາເອົາຄະດີມາພິຈາລະນາ

ມາດຕາເກົ້າສິບ:ການບໍ່ນໍາເອົາຄະດີມາພິຈາລະນາ ການບໍ່ນໍາເອົາຄະດີມາພິຈາລະນາມີກໍລະນີດັ່ງນີ້: ໜຶ່ງ:ຄະດີທີ່ມີຄໍາຕັດສິນຂອງສານໃຊ້ໄດ້ຢ່າງເດັດຂາດ ແລ້ວ; ສອງ:ຄະດີໄດ້ຖືກໄກ່ເກ່ຍຢູ່ສານຕາມທີ່ໄດ້ກໍານົດໄວ້ໃນ ມາດຕາແປດສິບຂອງກົດໝາຍສະບັບນີ້. ສາມ:ຄະດີທີ່ໝົດອາຍຸຄວາມໃນການຮ້ອງຟ້ອງແລ້ວ; ສີ່:ຄະດີຊຶ່ງຜູ້ທີ່ບໍ່ມີຄວາມສາມາດທາງດ້ານການປະພຶດຫຼື ຜູ້ທີ່ບໍ່ມີສິດໃນການຕາງໜ້າເປັນຜູ້ຮ້ອງຟ້ອງ. ຫ້າ:ຄະດີທີ່ຄໍາຮ້ອງຟ້ອງບໍ່ໄດ້ປະຕິບັດຕາມທີ່ໄດ້ກໍານົດໄວ້ ໃນມາດຕາຫົກສິບຫົກຂອງກົດໝາຍສະບັບນີ້. ສໍາຫຼັບຂໍ້ສີ່ແລະຂໍ້ຫ້ານັ້ນຄູ່ຄວາມສາມາດແກ້ໄຂການ ຮ້ອງຟ້ອງຂອງຕົນໃຫ້ຖືກຕ້ອງຕາມກົດໝາຍເພື່ອໃຫ້ສານຮັບ ມາພິຈາລະນາ. ຄະນະສານຕ້ອງອອກຄໍາຕົກລົງກ່ຽວກັບການທີ່ບໍ່ນໍາເອົາ ຄະດີມາພິຈາລະນາ.


....ມາດຕາເກົ້າສິບເອັດ:ການຊັດມ້ຽນຄະດີ

ມາດຕາເກົ້າສິບເອັດ:ການຊັດມ້ຽນຄະດີ ການຊັດມ້ຽນຄະດີແມ່ນການຢຸດເຊົາການດໍາເນີນຄະດີ ເນື່ອງຈາກວ່າຜ່ານການຄໍາເນີນຄະດີເຫັນວ່າໂຈດໃນຄະດີນັ້ນບໍ່ ມີສິດຮ້ອງຟ້ອງກ່ຽວກັບບັນຫາທີ່ກ່ຽວຂ້ອງ,ຄະດີທີ່ທໍາການຮ້ອງ ຟ້ອງຢູ່ນັ້ນໄດ້ມີຄໍາສັ່ງຊັດມ້ຽນຫຼືມີຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດ ຂາດຂອງສານມາກ່ອນແລ້ວຫຼືຄະດີຊຶ່ງໂຈດໄດ້ຖອນຄໍາຮ້ອງຟ້ອງ ແລ້ວ. ໃນການຊັດມ້ຽນຄະດີນັ້ນໃຫ້ອອກເປັນຄໍາສັ່ງຂອງຄະນະ ສານ. ຄະດີທີ່ຖືກຊັດມ້ຽນໄວ້ແລ້ວນັ້ນຈະບໍ່ຖືກນໍາມາພິຈາລະ ນາຄືນໃໝ່ອີກ.


....ມາດຕາເກົ້າສິບສອງ:ການຄັດຄ້ານຄໍາຕັດສິນໂດຍບຸກຄົນທີສາມ.

ມາດຕາເກົ້າສິບສອງ:ການຄັດຄ້ານຄໍາຕັດສິນໂດຍບຸກຄົນທີສາມ. ບຸກຄົນທີ່ສາມມີສິດຄັດຄ້ານຄໍາຕັດສິນຂອງສານຖ້າຫາກ ວ່າ: -ຄໍາຕັດສິນຂອງສານໄດ້ແຕະຕ້ອງເຖິງສິດແລະຜົນປະ ໂຫຍດອັນຊອບທໍາຂອງຕົນໂດຍທີ່ຕົນບໍ່ແມ່ນຄູ່ຄວາມໃນຄະດີ. -ບຸກຄົນທີສາມໃນຖານະເປັນຝ່າຍໂຈດຫຼືຈໍາເລີຍໄດ້ ເຂົ້າຮ່ວມໃນການດໍາເນີນຄະດີແຕ່ໃນເວລາຕັດສິນສານບໍ່ໄດ້ ຮຽກຜູ້ກ່ຽວຫຼືຜູ້ກ່ຽວບໍ່ໄດ້ຮັບໝາຍຮຽກເຂົ້າມາຮ່ວມໃນວັນປະ ຊຸມສານ. ການຄັດຄ້ານຄໍາຕັດສິນຂອງສານໂດຍບຸກຄົນທີສາມໃຫ້ ປະຕິບັດດັ່ງກຽວກັນກັບການຕັດສິນລັບຫຼັງ.


....ມາດຕາເກົ້າສິບສາມ:ປະເພດຄໍາຕັດສິນຂອງສານຂັ້ນຕົ້ນ

ມາດຕາເກົ້າສິບສາມ:ປະເພດຄໍາຕັດສິນຂອງສານຂັ້ນຕົ້ນ ປະເພດຄໍາຕັດສິນຄະດີຂອງສານຂັ້ນຕົ້ນມີດັ່ງນີ້: ໜຶ່ງ:ຖ້າຫາກເຫັນວ່າຄໍາຮ້ອງຟ້ອງຂອງໂຈດຫຼືຄໍາ ຟ້ອງແຍ່ງຂອງຈໍາເລີຍບໍ່ມີເຫດຜົນພຽງພໍສານຕ້ອງຕັດສິນ ຍົກເລີກຄໍາຮ້ອງຟ້ອງຂອງໂຈດຫຼືຄໍາຟ້ອງແຍ່ງຂອງຈໍາເລີຍ. ສອງ:ຖ້າຫາກເຫັນວ່າຄໍາຮ້ອງຟ້ອງຂອງໂຈດຫຼືຄໍາຟ້ອງ ແຍ່ງຂອງຈໍາເລີຍມີເຫດຜົນພຽງພໍສານຕ້ອງລົງຄໍາຕັດສິນ: -ໃຫ້ຈໍາເລີຍໃຊ້ແທນຄ່າເສຍຫາຍຫຼືຄ່າປັບໃໝຫຼືຄ່າ ປ່ວຍການຊັບແກ່ໂຈດຕາມແຕ່ລະກໍລະນີຫຼືກົງກັນຂ້າມຖ້າ ຫາກແມ່ນຄໍາຟ້ອງແຍ່ງ; -ໃຫ້ຈໍາເລີຍສົ່ງຊັບສິ່ງຂອງເຊັ່ນ:ພາຫະນະ,ສັດຄືນແກ່ ໂຈດໃນກໍລະນີທີ່ແມ່ນການຢືມໄປໃຊ້ຫຼືກົງກັນຂ້າມຖ້າຫາກ ແມ່ນຄໍາຟ້ອງແຍ່ງ; -ໃຫ້ຈໍາເລີຍສົ່ງເງິນຕົ້ນທຶນພ້ອມດ້ວຍດອກເບ້ຍ(ຖ້າມີ) ຄືນແກ່ໂຈດໃນກໍລະນີທີ່ແມ່ນການກູ້ຢືມຫຼືກົງກັນຂ້າມຖ້າຫາກ ແມ່ນຄໍາຟ້ອງແຍ່ງ. -ໃຫ້ຈໍາເລີຍຍົກຍ້າຍອອກຈາກທີ່ດິນຫຼືເຮືອນຂອງໂຈດ ໃນກໍລະນີທີ່ແມ່ນການເຊົ່າຫຼືການຕົກລົງອື່ນໆຫຼືກົງກັນຂ້າມ ຖ້າຫາກແມ່ນຄໍາຟ້ອງແຍ່ງ. -ໃຫ້ໂຈດແລະຈໍາເລີຍຂາດຈາກສາຍຜົວເມຍຖ້າ ຫາກແມ່ນການຢ່າຮ້າງ; -ໃຫ້ຈໍາເລີຍຈ່າຍຄ່າລ້ຽງດູລູກ,ຄ່າປົວແປງຈິດໃຈ. -ໃຫ້ຈໍາເລີຍປະຕິບັດທາງແກ່ໂຈດກ່ອນຈໍານວນໃດໜຶ່ງ; -ແລະອື່ນໆ. ສານຂັ້ນຕົ້ນທີ່ໄດ້ຕັດສິນຄະດີແລ້ວຕ້ອງພິມຄໍາຕັດສິນ ໃຫ້ແລ້ວພາຍໃນກໍານົດຊາວວັນນັບແຕ່ວັນລົງຄໍາຕັດສິນເປັນ ຕົ້ນໄປ.


....ມາດຕາເກົ້າສິບສີ່:ການປະຕິບັດພາງ.

ມາດຕາເກົ້າສິບສີ່:ການປະຕິບັດພາງ. ການປະຕິບັດພາງແມ່ນການປະຕິບັດຄໍາຕັດສິນຂອງສານ ສ່ວນໃດສ່ວນໜຶ່ງກ່ອນຄໍາຕັດສິນນັ້ນໃຊ້ໄດ້ຢ່າງເດັດຂາດເພື່ອ ຊ່ວຍບັນເທົາຄວາມເສຍຫາຍ,ຄວາມຈໍາເປັນຮີບດ່ວນຂອງໂຈດ. ຄໍາຕັດສິນຂອງສານໃນກໍລະນີຮີບດ່ວນຫຼືຈໍາເລີຍຮັບຮູ້ການ ຮ້ອງຟ້ອງຂອງໂຈດຊຶ່ງບອກໃຫ້ຈໍາເລີຍປະຕິບັດພາງສ່ວນໃດສ່ວນ ໜຶ່ງກ່ອນນັ້ນຕ້ອງສົ່ງໄປຍັງຫ້ອງການຫຼືໜ່ວຍງານປະຕິບັດຄໍາຕັດ ສິນຂອງສານບ່ອນກ່ຽວຂ້ອງໃນທັນໃດເພື່ອຈັດຕັ້ງປະຕິບັດເຖິງວ່າ ຈະມີການຂໍອຸທອນກໍ່ຕາມ.


....ມາດຕາເກົ້າສິບຫ້າ:ຄໍາຕັດສິນເປັນຂັ້ນຕົ້ນຊຶ່ງບໍ່ຖືກຂໍອຸທອນ

ມາດຕາເກົ້າສິບຫ້າ:ຄໍາຕັດສິນເປັນຂັ້ນຕົ້ນຊຶ່ງບໍ່ຖືກຂໍອຸທອນ ຄໍາຕັດສິນເປັນຂັ້ນຕົ້ນຂອງສານປະຊາຊົນເມືອງ,ເທດສະ ບານແລະສານປະຊາຊົນແຂວງ,ນະຄອນຊຶ່ງບໍ່ຖືກຂໍອຸທອນໂດຍຄູ່ ຄວາມຫຼືບໍ່ຖືກຄັດຄ້ານໂດຍໄອຍະການປະຊາຊົນຕາມກໍານົດເວ ລາຂໍອຸທອນຫຼືຄັດຄ້ານນັ້ນໃຫ້ຖືວ່າເປັນຄໍາຕັດສິນທີ່ໃຊ້ໄດ້ຢ່າງ ເດັດຂາດຂອງສານຊຶ່ງຄູ່ຄວາມບໍມີສິດຂໍອຸທອນຫຼືໄອຍະການປະ ຊາຊົນບໍ່ມີສິດສະເໜີຄັດຄ້ານໄດ້.


..ພາກທີ6ການດໍາເນີນຄະດີຢູ່ສານຂັ້ນອຸທອນ


...ມາດຕາເກົ້າສິບຫົກ:ສານປະຊາຊົນທີ່ພິພາກສາເປັນຂັ້ນອຸທອນ

ມາດຕາເກົ້າສິບຫົກ:ສານປະຊາຊົນທີ່ພິພາກສາເປັນຂັ້ນອຸທອນ ສານປະຊາຊົນແຂວງ,ຈະຄອນແລະສານອຸທອນມີສິດພິ ພາກສາຄະດີເປັນຂັ້ນອຸທອນຕາມຂໍ້ມູນຫຼັກຖານແລະຕາມກົດ ໝາຍ.


...ໝວດທີ1ສິດໃນການຂໍອຸທອນແລະການສະເໜີຄັດຄ້ານຄໍາຕັດສິນຂອງສານ


....ມາດຕາເກົ້າສິບເຈັດ:ບຸກຄົນທີ່ມີສິດໃນການຂໍອຸທອນ

ມາດຕາເກົ້າສິບເຈັດ:ບຸກຄົນທີ່ມີສິດໃນການຂໍອຸທອນ ໂຈດ,ຈໍາເລີຍຫຼືບຸກຄົນທີສາມຂອງແຕ່ລະຝ່າຍຊຶ່ງເປັນຄູ່ ຄວາມໃນຄະດີມີສິດຂໍອຸທອນຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນ ຂອງສານ. ໄອຍະການປະຊາຊົນກໍ່ມີສິດສະເໜີຄັດຄ້ານຄໍາຕັດສິນ ຂອງສານທີ່ບໍ່ຖືກຕ້ອງຕາມກົດໝາຍຫຼືໍ່ມີເຫດຜົນພຽງພໍ.


....ມາດຕາເກົ້າສິບແປດ:ກໍານົດເວລາຂໍອຸທອນແລະສະເໜີຄັດຄ້ານ

ມາດຕາເກົ້າສິບແປດ:ກໍານົດເວລາຂໍອຸທອນແລະສະເໜີຄັດຄ້ານ ຄູ່ຄວາມມີສິດຂໍອຸທອນແລະໄອຍະການປະຊາຊົນມີສິດສະ ເໜີຄັດຄ້ານຄໍາຕັດສິນຂອງສານຂັ້ນຕົ້ນໄດ້ພາຍໃນກໍານົດຊາວ ວັນນັບແຕ່ວັນລົງຄໍາຕັດສິນ.ສໍາລັບຜູ້ຖືກສານຕັດສິນຊ້ອງໜ້າຫຼື ວັນຮັບຊາບຄໍາຕັດສິນເປັນຕົ້ນໄປສໍາລັບຜູ້ຖືກສານຕັດສິນລັບຫຼັງ ຫຼືຖືວ່າຊ້ອງໜ້າ. ສໍາລັບການຂໍອຸທອນຄໍາສັ່ງຫຼືຄໍາຊີ້ຂາດຂອງສານນັ້ນກໍາ ນົດເວລາຂໍອຸທອນແມ່ນເຈັດວັນນັບແຕ່ວັນຮັບຊາບຄໍາສັ່ງຫຼືຄໍາ ຊີ້ຂາດເປົນຕົ້ນໄປ. ຄູ່ຄວາມທີ່ຂໍອຸທອນນັ້ນໃຫ້ເສຍເງິນຄ່າຂໍອຸທອນຕາມລະ ບຽບກົດໝາຍ.


....ມາດຕາເກົ້າສິບເກົ້າ:ລະບຽບການຂໍອຸທອນຫຼືສະເໜີຄັດຄ້ານ

ມາດຕາເກົ້າສິບເກົ້າ:ລະບຽບການຂໍອຸທອນຫຼືສະເໜີຄັດຄ້ານ ໃນກໍລະນີທີ່ມີການຂໍອຸທອນຫຼືສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ ຂາດແລະຄໍາຕັດສິນຂອງສານຄູ່ຄວາມຫຼືໄອຍະການປະຊາຊົນ ຕ້ອງຍື່ນຄໍາຂໍອຸທອນຫຼືຄໍາສະເໜີຄັດຄ້ານຂອງຕົນຕໍ່ສານຂັ້ນອຸ ທອນໂດຍຜ່ານສານທີ່ໄດ້ຕັດສິນຄະດີເປັນຂັ້ນຕົ້ນນັ້ນ.ສານຂັ້ນຕົ້ນ ນັ້ນຕ້ອງແນະນໍາໃຫ້ຜູ້ຂໍອຸທອນຊາບກ່ຽວກັບກໍານົດການຂໍອຸທອນ, ການຂຽນຄໍາຮ້ອງຂໍອຸທອນ,ຄ່າທໍານຽມຂໍອຸທອນແລະສິດຕ່າງໆ ຂອງຜູ້ກ່ຽວ.ສານຂັ້ນຕົ້ນຕ້ອງຮັບຄໍາຮ້ອງຂໍອຸທອນຫຼືຄໍາສະ ເໜີຄັດຄ້ານດັ່ງກ່າວເຖິງວ່າກໍານົດເວລາຂໍອຸທອນນັ້ນຈະໝົດ ແລ້ວກໍ່ຕາມ. ພາຍຫຼັງສິ່ນສຸດກໍານົດເວລາຂໍອຸທອນຫຼືສະເໜີຄິດຄ້ານ ແລ້ວພາຍໃນກໍານົດຊາວສາມວັນສານຂັ້ນຕົ້ນຕ້ອງສົ່ງຄໍາຮ້ອງ ຂໍອຸທອນຫຼືຄໍາສະເໜີຄັດຄ້ານພ້ອມດ້ວຍສໍານວນຄະດີໄປຍັງສານ ຂັ້ນອຸທອນເພື່ອດໍາເນີນຄະດີຕໍ່ໄປ. ໃນກໍລະນີທີ່ສານຂັ້ນຕົ້ນຫາກບໍ່ຮັບຫຼືແກ່ຍາວການຮັບຄໍາ ຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຄໍາຕັດສິນຂອງສານ,ຄູ່ ຄວາມຫຼືໄອຍະການປະຊາຊົນມີສິດຂໍອຸທອນຫຼືສະເໜີຄັດຄ້ານ ໂດຍກົງຕໍ່ສານຂັ້ນອຸທອນ. ຫຼັງຈາກໍານົດອຸທອນໄດ້ສິ້ນສຸດແລ້ວຖ້າສານຂັ້ນຕົ້ນທີ່ ໄດ້ຮັບຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຫາກແກ່ຍາວເກີນ ກໍານົດເວລາໃນການສົ່ງສໍານວນຄະດີຂຶ້ນສານຂັ້ນອຸທອນຄູ່ຄວາມ ຫຼືໄອຍະການປະຊາຊົນມີສິດສະເໜີຕໍ່ສານຂັ້ນອຸທອນເພື່ອທວງ ເອົາຄະດີດັ່ງກ່າວມາພິຈາລະນາ. ສານຂັ້ນອຸທອນຕ້ອງເລີ່ມພິຈາລະນາຄະດີຢ່າງຊ້າຫົກສິບ ວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປ. ໃນກໍລະນີທີ່ມີຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຄໍາ ຕັດສິນນັ້ນຕ້ອງແຈ້ງຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານໃຫ້ ຄູ່ຄວາມອີກຝ່າຍໜຶ່ງຊາບເພື່ອໃຫ້ຜູ້ກ່ຽວເຮັດຄໍາແກ້ຄໍາຮ້ອງ ຂໍອຸທອນຫຼືຄໍາສະເໜີຄັດຄ້ານ. ກ່ອນການພິຈາລະນາພິພາກສາຄະດີຢູ່ສານຂັ້ນອຸທອນນັ້ນ ຄູ່ຄວາມແລະໄປຍະການປະຊາຊົນມີສິດໃຫ້ຄໍາອະທິບາຍເປັນລາຍ ລັກອັກສອນເພື່ອໃຫ້ເຫດຜົນເພີ່ມເຕີມຄໍ່ຄໍາຮ້ອງຂໍອຸທອນຫຼືຄໍາສະ ເໜີຄັດຄ້ານຂອງຕົນ,ໃຫ້ຂໍ້ສັງເກດກ່ຽວກັບຄໍາຮ້ອງຂໍອຸທອນຂອງ ອີກຝ່າຍໜຶ່ງຫຼືຄໍາສະເໜີຄັດຄ້ານຂອງໄອຍະການປະຊາຊົນ.


....ມາດຕາໜຶ່ງຮ້ອຍ:ສິດໃນການຖອນຄໍາຂໍອຸທອນຫຼືຄໍາສະເໜີຄັດຄ້ານ

ມາດຕາໜຶ່ງຮ້ອຍ:ສິດໃນການຖອນຄໍາຂໍອຸທອນຫຼືຄໍາສະເໜີຄັດ ຄ້ານ ກ່ອນການພິຈາລະນາພິພາກສາຄະດີຢູ່ສານຂັ້ນອຸທອນນັ້ນ ຄູ່ຄວາມແລະບຸກຄົນທີສາມໃນຄະດີຫຼືໄອຍະການປະຊາຊົນມີສິດ ຖອນຄໍາຂໍອຸທອນຫຼືຄໍາສະເໜີຄັດຄ້ານຂອງຕົນຄືນໄດ້. ໃນກໍລະນີມີການຖອນຄໍາຂໍອຸທອນຫຼືຄໍາສະເໜີຄັດຄ້ານ ແລ້ວຄູ່ຄວາມແລະບຸກຄົນທີສາມໃນຄະດີຫຼືໄອກະການປະຊາຊົນ ບໍ່ມີສິດຂໍອຸທອນຫຼືສະເໜີຄັດຄ້ານຄືນໃໝ່ອີກ. ໃນການຖອນຄໍາຂໍອຸທອນຫຼືຄໍາສະເໜີຄັດຄ້ານນັ້ນໃຫ້ອອກ ເປັນຄໍາຕົກລົງຂອງຄະນະສານ.


....ມາດຕາໜຶ່ງຮ້ອຍໜຶ່ງ:ຜົນຂອງການຍື່ນຄໍາຮ້ອງຂໍອຸທອນ

ມາດຕາໜຶ່ງຮ້ອຍໜຶ່ງ:ຜົນຂອງການຍື່ນຄໍາຮ້ອງຂໍອຸທອນ ຄໍາຮ້ອງຂໍອຸທອນຫຼືຄໍໍາສະເໜີຄັດຄ້ານທີ່ໄດ້ຍື່ນເຖິງສານ ຂັ້ນອຸທອນນັ້ນເປັນສາເຫດທີ່ພາໃຫ້ໂຈະການປະຕິບັດຄໍາຕັດສິນ ຊຶ່ງຖືກຂໍອຸທອນຫຼືຖືກສະເໜີຄັດຄ້ານນັ້ນເວັ້ນເສຍແຕ່ມີຄໍາຕັດສິນ ຂອງສານໃຫ້ປະຕິບັດພາງຕາມທີ່ໄດ້ກໍານົດໄວ້ໃນມາດຕາເກົ້າ ສິບສີ່ຂອງກົດໝາຍສະບັບນີ້.


...ໝວດທີ2ຂັ້ນຕອນການພິຈາລະນາຄະດີຂອງສານຂັ້ນອຸທອນ


....ມາດຕາໜຶ່ງຮ້ອຍສອງ:ບຸກຄົນທີ່ເຂົ້າຮ່ວມໃນທີ່ປະຊຸມສານຂອງສານຂັ້ນອຸທອນ

ມາດຕາໜຶ່ງຮ້ອຍສອງ:ບຸກຄົນທີ່ເຂົ້າຮ່ວມໃນທີ່ປະຊຸມສານຂອງ ສານຂັ້ນອຸທອນ ສານຂັ້ນອຸທອນຕ້ອງຮຽກຄູ່ຄວາມມາຮ່ວມໃນທີ່ປະຊຸມສານ. ໄອຍະການປະຊາຊົນກໍສາມາດເຂົ້າຮ່ວມໃນທີ່ປະຊຸມສານ ຂອງສານຂັ້ນອຸທອນ. ໃນສານຂັ້ນອຸທອນນັ້ນຄູ່ຄວາມກໍ່ຍັງມີສິດສະເໜີຫຼັກຖານ ໃໝ່ເພີ່ມເຕີມກ່ອນໄອຍະການປະຊາຊົນຈະຂຶ້ນຖະແຫຼງໃນທີ່ປະຊຸມ ສານ. ການເປີດປະຊຸມສານຢູ່ສານຂັ້ນອຸທອນໃຫ້ປະຕິບັດດັ່ງດຽວ ກັນກັບການເປີດປະຊຸມສານຢູ່ສານຂັ້ນຕົ້ນ.


....ມາດຕາໜຶ່ງຮ້ອຍສາມ:ລະບຽບການພິຈາລະນາຄະດີຢູ່ສານຂັ້ນອຸທອນ

ມາດຕາໜຶ່ງຮ້ອຍສາມ:ລະບຽບການພິຈາລະນາຄະດີຢູ່ສານຂັ້ນ ອຸທອນ ລະບຽບການພິຈາລະນາຄະດີຢູ່ສານຂັ້ນອຸທອນໃຫ້ປະຕິບັດ ດັ່ງດຽວກັນກັບການພິຈາລະນາຄະດີຢູ່ສານຂັ້ນຕົ້ນຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາແປດສິບເອັດຫາມາດຕາແປດສິບສອງຂອງກົດ ໝາຍສະບັບນີ້. ພາຍຫຼັງທີ່ປະທານຄະນະສານໄດ້ກ່າວເປີດປະຊຸມສານຕາມ ລະບຽບການແລະຄະນະສານຜູ້ຮັບຜິດຊອບຄະດີໄດ້ລາຍງານແລ້ວ ປະທານຄະນະສານໃຫ້ຜູ້ຂໍອຸທອນຫຼືໄອຍະການປະຊາຊົນຜູ້ສະເໜີຄັດ ຄ້ານຄໍາຕັດສິນນັ້ນໃຫ້ເຫດຜົນກ່ຽວກັບການຂໍອຸທອນຫຼືການສະເໜີ ຄັດຄ້ານຂອງຕົນ. ໃນກໍລະນີທີ່ມີການສະເໜີຫຼັກຖານໃໝ່ເພີ່ມເຕີມນັ້ນສານຕ້ອງ ແຈ້ງໃຫ້ໄອຍະການປະຊາຊົນແລະບັນດາຜູ້ເຂົ້າຮ່ວມໃນທີ່ປະຊຸມ ສານຮັບຮູ້ນໍາ.ຕໍ່ຈາກນັ້ນຈື່ງໃຫ້ຄູ່ຄວາມນັ້ນໃຫ້ຄໍາອະທິບາຍຕໍ່ສານ. ພາຍຫຼັງທີ່ສານໄດ້ຟັງຄໍາຖະແຫຼງຂອງໄອຍະການປະຊາຊົນແລ້ວ ສານຈະກ່າວປິດການໂຕ້ຖຽງແລະປະກາດປິດປະຊຸມສານຊົ່ວຄາວ ເພື່ອພິຈາລະນາພິພາກສາຄະດີໃນຫ້ອງປະຊຸມລັບ.


....ມາດຕາໜຶ່ງຮ້ອຍສີ່:ປະເພດຄໍາພິພາກສາຂອງສານຂັ້ນອຸທອນ

ມາດຕາໜຶ່ງຮ້ອຍສີ່:ປະເພດຄໍາພິພາກສາຂອງສານຂັ້ນອຸທອນ ປະເພດຄໍາພິພາກສາຂອງສານຂັ້ນອຸທອນມີດັ່ງນີ້: -ບໍ່ຮັບເອົາຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານມາພິ ຈາລະນາຖ້າຫາກປະຕິບັດບໍ່ຖືກຕ້ອງຕາມລະບຽບການຂໍອຸທອນ. -ຍົກເລີກຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານແລ້ວພິ ພາກສາຢັ້ງຢືນເອົາຕາມຄໍາຕັດສິນຂອງສານຂັ້ນຕົ້ນທັງໝົດ. -ປ່ຽນແປງຄໍາຕັດສິນຂອງສານຂັ້ນຕົ້ນບາງສ່ວນຫຼືທັງ ໝົດແລ້ວພິພາກສາໃໝ່. -ລົບລ້າງຄໍາຕັດສິນແລ້ວສົ່ງຄະດີໄປໃຫ້ສານຂັ້ນຕົ້ນຄະ ນະໃໝ່ພິຈາລະນາຄືນໃໝ່ຫຼືຄະນະເກົ່າໃນກໍລະນີທີ່ສານຄະນະ ເກົ່ານີ້ຫາກຍັງບໍ່ທັນໄດ້ພິຈາລະນາຄໍາຮ້ອງຂໍອັນໃດອັນໜຶ່ງ ຂອງຄູ່ຄວາມຫຼືຄໍາສະເໜີຂອງໄອຍະການປະຊາຊົນ. -ລົບລ້າງຄໍາຕັດສິນຂອງສານຂັ້ນຕົ້ນໂດຍບໍ່ສົ່ງໃຫ້ສານ ໃດສານໜຶ່ງພິຈາລະນາຄືນໃໝ່. ຄໍາພິພາກສາຂອງສານຂັ້ນອຸທອນເປັນຄໍາພິພາກສາຂັ້ນ ສຸດທ້າຍທາງດ້ານຂໍ້ມູນຫຼັກຖານ. ໃນກໍລະນີທີ່ສານຂັ້ນອຸທອນຫາກໄດ້ສົ່ງຄະດີຄືນໃຫ້ສານ ຂັ້ນຕົ້ນພິຈາລະນາຕັດສິນຄືນໃໝ່ແລ້ວການພິຈາລະນາຄະດີດັ່ງ ກ່າວໃຫ້ປະຕິບັດຕາມລະບຽບການທົ່ວໄປຂອງການດໍາເນີນຄະ ດີຢູ່ສານຂັ້ນຕົ້ນ. ສານຂັ້ນອຸທອນທີ່ໄດ້ພິພາກສາຄະດີແລ້ວຕ້ອງພິມຄໍາ ພິພາກສາໃຫ້ແລ້ວພາຍໃນກໍານົດສາມສິບວັນນັບແຕ່ວັນລົງຄໍາ ພິພາກສາເປັນຕົ້ນໄປ.


....ມາດຕາໜຶ່ງຮ້ອຍຫ້າ:ສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນແປງຄໍາຕັດສິນ

ມາດຕາໜຶ່ງຮ້ອຍຫ້າ:ສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນແປງ ຄໍາຕັດສິນ ສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນແປງຄໍາຕັດສິນຂອງ ສານຂັ້ນຕົ້ນມີດັ່ງນີ້: -ການອະທິບາຍເຫດການຂອງຄະດີບໍ່ຊັດເຈນ. -ການນໍາເອົາຫຼັກຖານໃນຄະດີອອກມາພິຈາລະນາບໍ່ຄົບຖ້ວນ. -ການວິນິດໄສຂອງສານບໍ່ສອດຄ່ອງກັບເຫດການຕົວຈິງ ຂອງຄະດີ. -ການນໍາໃຊ້ກົດໝາຍບໍ່ຖືກຕ້ອງ. -ການລະເມີດລະບຽບການດໍາເນີນຄະດີແພ່ງ. -ແລະອື່ນໆ.

..ພາກທີ7ການດໍາເນີນຄະດີຢູ່ສານຂັ້ນລົບລ້າງ


...ມາດຕາໜຶ່ງຮ້ອຍຫົກ:ສານປະຊາຊົນທີ່ພິພາກສາເປັນຂັ້ນລົບລ້າງ

ມາດຕາໜຶ່ງຮ້ອຍຫົກ:ສານປະຊາຊົນທີ່ພິພາກສາເປັນຂັ້ນລົບລ້າງ ມີແຕ່ສານປະຊາຊົນສູງສຸດເທົ່ານັ້ນມີສິດພິພາກສາຄະດີເປັນ ຂັ້ນລົບລ້າງແລະເປັນຂັ້ນສຸດທ້າຍທາງດ້ານກົດໝາຍ.


...ໝວດທີ1ສິດໃນການຂໍລົບລ້າງແລະການສະເໜີຄັດຄ້ານຄໍາພິພາກສາຂອງສານ


....ມາດຕາໜຶ່ງຮ້ອຍເຈັດ:ບຸກຄົນທີ່ມີສິດໃນການຂໍລົບລ້າງ

ມາດຕາໜຶ່ງຮ້ອຍເຈັດ:ບຸກຄົນທີ່ມີສິດໃນການຂໍລົບລ້າງ ໂຈດ,ຈໍາເລີຍຫຼືບຸກຄົນທີ່ສາມຊຶ່ງເປັນຄູ່ຄວາມໃນຄະດີ,ໄອ ຍະການປະຊາຊົນມີສິດຂໍລົບລ້າງຫຼືສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ ຂາດແລະຄໍາພິພາກສາຂອງສານ.ບຸກຄົນຫຼືໄອຍະການປະຊາຊົນ ທີ່ຂໍລົບລ້າງຫຼືສະເໜີຄັດຄ້ານນັ້ນຕ້ອງອະທິບາຍເຫດຜົນກ່ຽວກັບ ການຂໍລົບລ້າງຫຼືການສະເໜີຄັດຄ້ານຂອງຕົນຕໍ່ສານ. ຄໍາຕັດສິນຂອງສານຂັ້ນຕົ້ນທີ່ບໍ່ຖືກຂໍອຸທອນຫຼືບໍ່ຖືກສະເໜີ ຄັດຄ້ານນັ້ນຈະຂໍລົບລ້າງບໍ່ໄດ້. ຄໍາພິພາກສາຂອງສານຂັ້ນອຸທອນຊຶ່ງຖືກຢັ້ງຢືນໂດຍສານ ຂັ້ນລົບລ້າງນັ້ນໃຫ້ຖືວ່າເປັນຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ ຂອງສານແລະຕ້ອງນໍາມາຈັດຕັ້ງປະຕິບັດ.


....ມາດຕາໜຶ່ງຮ້ອຍແປດ:ວິທີປະຕິບັດສິດໃນການຂໍລົບລ້າງ

ມາດຕາໜຶ່ງຮ້ອຍແປດ:ວິທີປະຕິບັດສິດໃນການຂໍລົບລ້າງ ຄູ່ຄວາມມີສິດຂໍລົບລ້າງແລະໄອຍະການປະຊາຊົນມີສິດ ສະເໜີຄັດຄ້ານຄໍາພິພາກສາຂອງສານຂັ້ນອຸທອນໄດ້ພາຍໃນກໍາ ນົດຫົກສິບວັນນັບແຕ່ວັນລົງຄໍາພິພາກສາສໍາລັບຜູ້ຖືກສານຕັດ ສິນຊ້ອງໜ້າຫຼືນັບແຕ່ວັນຮັບຊາບຄໍາພິພາກສາເປັນຕົ້ນໄປສໍາ ລັບຜູ້ຖືກສານຕັດສິນລັບຫຼັງຫຼືຖືວ່າຊ້ອງໜ້າ. ຄູ່ຄວາມທີ່ຂໍລົບລ້າງນັ້ນໃຫ້ເສຍເງິນຄ່າຂໍລົບລ້າງຕາມ ລະບຽບກົດໝາຍ. ຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານນັ້ນຕ້ອງຍື່ນຕໍ່ ສານປະຊາຊົນສູງສຸດໂດຍຜ່ານສານທີ່ໄດ້ພິພາກສາຄະດີທີ່ກ່ຽວ ຂ້ອງເປັນຂັ້ນອຸທອນ.ສານຂັ້ນອຸທອນນັ້ນຕ້ອງແນະນໍາໃຫ້ຜູ້ຂໍລົບ ລ້າງຊາບກ່ຽວກັບກໍານົດການຂໍລົບລ້າງ,ການຂຽນຄໍາຮ້ອງ ຂໍລົບລ້າງ,ຄ່າທໍານຽມຂໍລົບລ້າງແລະສິດຕ່າງໆຂອງຜູ້ກ່ຽວ. ສານຂັ້ນອຸທອນຕ້ອງຮັບຄໍາຂໍລົບລ້າງເຖິງວ່າຈະກາຍກໍານົດຂໍ ລົບລ້າງແລ້ວກໍ່ຕາມ. ພາຍຫຼັງທີ່ໄດ້ຮັບຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານ ແລ້ວສານຂັ້ນອຸທອນຕ້ອງແຈ້ງໃຫ້ຄູ່ຄວາມອີກຝ່າຍໜຶ່ງຮັບຊາບ ນໍາພາຍໃນກໍານົດເຈັດວັນນັບແຕ່ວັນຮັບຊາບເປັນຕົ້ນໄປ.ຖ້າວ່າ ກໍານົດເວລາຂໍລົບລ້າງຫຼືສະເໜີຄັດຄ້ານຫາກໝົດແລ້ວສານຂັ້ນ ອຸທອນຕ້ອງສົ່ງຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານພ້ອມທັງ ສໍານວນຄະດີໄປຍັງສານປະຊາຊົນສູງສຸດພາຍໃນສາມວັນ.


...ໝວດທີ2ຂັ້ນຕອນການພິຈາລະນາຄະດີຂອງສານຂັ້ນລົບລ້າງ


....ມາດຕາໜຶ່ງຮ້ອຍເກົ້າ:ຂອບເຂດການພິຈາລະນາຄະດີຂອງສານຂັ້ນລົບລ້າງ

ມາດຕາໜຶ່ງຮ້ອຍເກົ້າ:ຂອບເຂດການພິຈາລະນາຄະດີຂອງສານຂັ້ນ ລົບລ້າງ ສານຂັ້ນລົບລ້າງພິຈາລະນາກ່ຽວກັບ: -ການປະຕິບັດກົດໝາຍວ່າດ້ວຍການດໍາເນີນຄະດີ; -ການຕິຄວາມໝາຍຂອງເຫດການ; -ການນໍາໃຊ້ມາດຕາ,ກົດໝາຍຕໍ່ເນື້ອໃນ,ເຫດການຂອງ ຄະດີ.

....ມາດຕາໜຶ່ງຮ້ອຍສິບ:ຜົນຂອງການຍື່ນຄໍາຮ້ອງຂໍລົບລ້າງ

ມາດຕາໜຶ່ງຮ້ອຍສິບ:ຜົນຂອງການຍື່ນຄໍາຮ້ອງຂໍລົບລ້າງ ຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານທີ່ໄດ້ຍື່ນເຖິງສານ ປະຊາຊົນສູງສຸດນັ້ນເປັນສາເຫດທີ່ພາໃຫ້ໂຈະການປະຕິບັດຄໍາພິ ພາກສາຊຶ່ງຖືກຂໍລົບລ້າງຫຼືຖືກສະເໜີຄັດຄ້ານເວັ້ນເສຍແຕ່ມີຄໍາ ຕັດສິນຂອງສານໃຫ້ປະຕິບັດພາງຕາມທີ່ໄດ້ກໍານົດໄວ້ໃນມາດຕາ ເກົ້າສິບສີ່ຂອງກົດໝາຍສະບັບນີ້.


....ມາດຕາໜຶ່ງຮ້ອຍສິບເອັດ:ການພິພາກສາຕາມສໍານວນຄະດີ

ມາດຕາໜຶ່ງຮ້ອຍສິບເອັດ:ການພິພາກສາຕາມສໍານວນຄະດີ ເຫດການຕ່າງໆທາງດ້ານຂໍ້ມູນຫຼັກຖານໃນເນື້ອຄະດີຊຶ່ງ ສານນັ້ນອຸທອນໄດ້ພິພາກສາລົງໄປນັ້ນໃຫ້ຖືວ່າເປັນທີ່ສິ້ນສຸດ ແລ້ວ. ສານຂັ້ນລົບລ້າງພິພາກສາຕາມສໍານວນຄະດີທາງດ້ານ ກົດໝາຍເທົ່ານັ້ນໂດຍບໍ່ທໍາການສອບສວນແລະໄຕ່ສວນຕື່ມອີກ. ໃນກໍລະນີທີ່ຈໍາເປັນສານຂັ້ນລົບລ້າງຈະຮຽກຄູ່ຄວາມເຂົ້າມາ ຮ່ວມໃນການດໍາເນີນຄະດີຢູ່ສານຂັ້ນລົບລ້າງຫຼືລົງກວດກາເຫດ ການຕົວຈິງຂອງຄະດີກໍ່ໄດ້.

....ມາດຕາໜຶ່ງຮ້ອຍສິບສອງ:ລະບຽບການພິຈາລະນາຄະດີຢູ່ສານຂັ້ນລົບລ້າງ

ມາດຕາໜຶ່ງຮ້ອຍສິບສອງ:ລະບຽບການພິຈາລະນາຄະດີຢູ່ສານ ຂັ້ນລົບລ້າງ ລະບຽບການພິຈາລະນາຄະດີຢູ່ສານຂັ້ນລົບລ້າງໃຫ້ປະຕິ ບັດຕາມມາດຕາໜຶ່ງຮ້ອຍສາມຂອງກົດໝາຍສະບັບນີ້. ສານຂັ້ນລົບລ້າງຕ້ອງເລີ່ມພິຈາລະນາຄະດີຢ່າງຊ້າຫົກ ສິບວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປ. ພາຍຫຼັງທີ່ປະທານຄະນະສານໄດ້ກ່າວເປີດດປະຊຸມສານ ຕາມລະບຽບການແລະຄະນະສານຜູ້ຮັບຜິດຊອບຄະດີໄດ້ລາຍ ງານແລ້ວປະທານຄະນະສານໃຫ້ຜູ້ຂໍລົບລ້າງຫຼືໄອຍະການປະຊາ ຊົນຜູ້ສະເໜີຄັດຄ້ານຄໍາພິພາກສານັ້ນໃຫ້ເຫດຜົນກ່ຽວກັບການ ຂໍລົບລ້າງຫຼືການສະເໜີຄັດຄ້ານຂອງຕົນໃນກໍລະນີທີ່ໄດ້ຮຽກຄູ່ ຄວາມເຂົ້າມາຮ່ວມໃນທີ່ປະຊຸມມສານ. ໃນກໍລະນີທີ່ບໍ່ໄດ້ຮຽກຄູ່ຄວາມເຂົ້າມາຮ່ວມໃນທີ່ປະຊຸມ ສານພາຍຫຼັງທີ່ຮັບຟັງການລາຍງານຂອງຜູ້ຮັບຜິດຊອບຄະດີ ແລະຄໍາຖະແຫຼງຂອງໄອຍະການປະຊາຊົນສູງສຸດແລ້ວສານຈະ ປະກາດປິດການປະຊຸມສານຊົ່ວຄາວເພື່ອພິຈາລະນາພິພາກສາ ຄະດີໃນຫ້ອງປະຊຸມລັບຫຼັງຈາກນັ້ນກໍ່ນໍາເອົາຄໍາພິພາກສາອອກ ມາອ່ານໃນທີ່ປະຊຸມສານ.


....ມາດຕາໜຶ່ງຮ້ອຍສິບສາມ:ປະເພດຄໍາພິພາກສາຂອງສານຂັ້ນລົບລ້າງ

ມາດຕາໜຶ່ງຮ້ອຍສິບສາມ:ປະເພດຄໍາພິພາກສາຂອງສານຂັ້ນ ລົບລ້າງ ປະເພດຄໍາພິພາກສາຂອງສານຂັ້ນລົບລ້າງມີດັ່ງນີ້: -ບໍ່ຮັບຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານມາພິຈາລະ ນາຖ້າຫາກປະຕິບັດບໍ່ຖືກຕ້ອງຕາມລະບຽບການຂໍລົບລ້າງ. -ຍົກເລີກຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານແລ້ວພິ ພາກສາຢັ້ງຢືນເອົາຕາມຄໍາພິພາກສາຂອງສານຂັ້ນອຸທອນທັງ ໝົດ. -ປ່ຽນແປງຄໍາພິພາກສາຂອງສານຂັ້ນອຸທອນບາງສ່ວນຫຼື ທົງໝົດແລ້ວພິພາກສາໃໝ່. -ລົບລ້າງຄໍາພິພາກສາແລ້ວສົ່ງຄະດີໄປໃຫ້ສານຂັ້ນອຸທອນ ຄະນະໃໝ່ພິຈາລະນາຄືນໃໝ່ຫຼືຄະນະເກົ່າໃນກໍລະນີທີ່ສານຄະນະ ເກົ່ານີ້ຫາກຍັງບໍ່ທັນໄດ້ພິຈາລະນາຄໍາຮ້ອງຂໍອັນໃດໜຶ່ງຂອງຄູ່ ຄວາມຫຼືຄໍາສະເໜີຂອງໄອຍະການປະຊາຊົນ. -ລົບລ້າງຄໍາພິພາກສາຂອງສານຂັ້ນອຸທອນໂດຍບໍ່ສົ່ງຄະ ດີໃຫ້ສານໃດສານໜຶ່ງພິຈາລະນາຄືນໃໝ່.


....ມາດຕາໜຶ່ງຮ້ອຍສິບສີ່:ການຕັດສິນຕາມຄໍາພິພາກສາຂອງສານຂັ້ນລົບລ້າງ

ມາດຕາໜຶ່ງຮ້ອຍສິບສີ່:ການຕັດສິນຕາມຄໍາພິພາກສາຂອງສານ ຂັ້ນລົບລ້າງ ພາຍຫຼັງທີ່ສານຂັ້ນລົບລ້າງຫາກໄດ້ລົບລ້າງຄໍາພິພາກສາ ແລ້ວສົ່ງໃຫ້ສານຂັ້ນອຸທອນພິພາກສາຄືນໃໝ່ນັ້ນການພິຈາລະນະ ຄະດີໃຫ້ປະຕິບັດຕາມລະບຽບການທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງ ຮ້ອຍສາມຂອງກົດໝາຍສະບັບນີ້. ໃນກໍລະນີຄໍາພິພາກສາຂອງສານຂັ້ນອຸທອນຄະນະໃໝ່ຫາກ ໄດ້ລົງຄໍາພິພາກສາບໍ່ກົງກັບຄໍາພິພາກສາຂອງສານຂັ້ນລົບລ້າງ ນັ້ນເມື່ອຄູູ່ຄວາມຫາກບໍ່ໄດ້ຂໍລົບລ້າງແລ້ວກໍ່ໃຫ້ໄອຍະການປະຊາ ຊົນສູງສຸດສະເໜີຄັດຄ້ານຂຶ້ນສານປະຊາຊົນສູງສຸດໂດຍໜ້າທີ່. ໃນການພິຈາລະນາຄະດີຄືນໃໝ່ນັ້ນຖ້າຫາກສານຂັ້ນລົບ ລ້າງຫາກໄດ້ພິພາກສາຄືເກົ່າແລະສົ່ງຄະດີຄືນໃຫ້ສານຂັ້ນອຸທອນ ເປັນເທື່ອທີສອງແລ້ວສານຂັ້ນອຸທອນຄະນະໃໝ່ນັ້ນຕ້ອງໄດ້ປະຕິ ບັດຕາມຄໍາພິພາກສາຂອງສານຂັ້ນລົບລ້າງນັ້ນຢ່າງເດັດຂາດ.


..ພາກທີ8ການຮື້ຟື້ນຄະດີ


...ມາດຕາໜຶ່ງຮ້ອຍສິບຫ້າ:ການຮັບເອົາຄະດີທີ່ຖືກຮື້ຟື້ນມາພິຈາລະນາ

ມາດຕາໜຶ່ງຮ້ອຍສິບຫ້າ:ການຮັບເອົາຄະດີທີ່ຖືກຮື້ຟື້ນມາພິຈາ ລະນາ ມີແຕ່ສານປະຊາຊົນສູງສຸດເທົ່ານັ້ນຈຶ່ງມີສິດອໍານາດໃນ ການພິຈາລະນາຄະດີເປັນຂັ້ນຮື້ຟື້ນ. ຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງ ເດັດຂາດແລ້ວນັ້ນສາມາດຖືກຮື້ຟື້ນໄດ້. ສານປະຊາຊົນສູງສຸດຈະຮັບເອົາຄະດີມາພິຈາລະນາເປັນ ຂັ້ນຮື້ຟື້ນໄດ້ກໍ່ຕໍ່ເມື່ອຫາກມີຄໍາສະເໜີຂອງໄອຍະການປະຊາຊົນ ສູງສຸດບົນພື້ນຖານຂໍ້ມູນຫຼັກຖານໃໝ່ເທົ່ານັ້ນ. ການຮື້ຟື້ນຄະດີແມ່ນດໍາເນີນຕາມຄໍາຮ້ອງຂໍຂອງຄູ່ຄວາມ ຫຼືໂດຍໜ້າທີ່ຂອງໄອຍະການປະຊາຊົນສູງສຸດ.ການຮື້ຟື້ນຄະດີ ໂດຍໜ້າທີ່ຂອງໄອຍະການປະຊາຊົນສູງສຸດແມ່ນເພື່ອຄວາມຖືກ ຕ້ອງຕາມກົດໝາຍ.

...ມາດຕາໜຶ່ງຮ້ອຍສິບຫົກ:ສາເຫດທີ່ພາໃຫ້ມີການຮື້ຟື້ນຄະດີ

ມາດຕາໜຶ່ງຮ້ອຍສິບຫົກ:ສາເຫດທີ່ພາໃຫ້ມີການຮື້ຟື້ນຄະດີ ສາເຫດທີ່ພາໃຫ້ມີການຮື້ຟື້ນຄະດີໃນກໍລະນີທີ່ໄດ້ພົບເຫັນ ຂໍ້ມູນຫຼືຫຼັກຖານໃໝ່ມີດັ່ງນີ້: ໜຶ່ງ:ພະຍານໃນຄະດີໄດ້ໃຫ້ການເທັດຫຼືຜູ້ຊ່ຽວຊານໄດ້ໃຫ້ ຄໍາເຫັນເທັດ,ການແປພາສາເທັດຫຼືການໃຊ້ຫຼັກຖານປອມຊຶ່ງພາ ໃຫ້ການຕັດສິນຄະດີມີຄວາມຜິດພາດ. ສອງ:ຜູ້ພິພາກສາຫຼືໄອຍະການປະຊາຊົນໄດ້ເຂົ້າຂ້າງອອກ ຂາຊຶ່ງພາໃຫ້ການຕັດສິນຄະດີມີຄວາມຜິດພາດ. ສາມ:ມີຂໍ້ມູນຫຼືຫຼັກຖານໃໝ່ກ່ຽວຂ້ອງກັບຄະດີທີ່ຍັງບໍ່ທັນ ໄດ້ສະເໜີຂຶ້ນໃນຄະດີນັ້ນແລະຜູ້ຮ້ອງຂໍຮື້ຟື້ນນັ້ນກໍ່ບໍ່ສາມາດຮູ້ໄດ້ ກ່ຽວກັບຂໍ້ມູນຫຼືຫຼັກຖານໃໝ່ໃນເວລາຕັດສິນນັ້ນ. ສີ່:ມີເຫດການອື່ນໆທີ່ຊີ້ບອກເຖິງຂໍ້ມູນຫຼັກຖານໃໝ່ຊຶ່ງ ສານບໍ່ໄດ້ຮູ້ໃນເວລາລົງຄໍາຕັດສິນຫຼືຄໍາພິພາກສານັ້ນ.

...ມາດຕາໜຶ່ງຮ້ອຍສິບເຈັດ:ການຂໍຮື້ຟື້ນຄະດີ

ມາດຕາໜຶ່ງຮ້ອຍສິບເຈັດ:ການຂໍຮື້ຟື້ນຄະດີ ຄູ່ຄວາມຫຼືບຸກຄົນທີ່ສາມມີສິດຂໍຮື້ຟື້ນຄະດີໃນກໍລະນີທີ່ໄດ້ ພົບເຫັນຂໍ້ມູນຫຼືຫຼັກຖານໃໝ່ຕໍ່ໄອຍະການປະຊາຊົນສູງສຸດພາຍ ໃນກໍານົດໜຶ່ງປິນັບແຕ່ວັນທີ່ຄໍາຕັດສິນຂອງສານໃຊ້ໄດ້ຢ່າງ ເດັດຂາດເປັນຕົ້ນໄປ. ຄູ່ຄວາມທີ່ຂໍຮື້ຟື້ນຄະດີນັ້ນໃຫ້ເສຍເງິນຄ່າຂໍຮື້ຟື້ນຕາມ ລະບຽບກົົດໝາຍ. ສານປະຊາຊົນສູງສຸດພິຈາລະນາເປັນຂັ້ນຮື້ຟື້ນໃນທີ່ປະ ຊຸມສານຕາມຄໍາສະເໜີຮື້ຟື້ນຄະດີຂອງໄອຍະການປະຊາຊົນສູງ ສຸດແລະປະຕິບັດດັ່ງດຽວກັນກັບລະບຽບການພິຈາລະນາຄະດີຢູ່ ສານຂັ້ນລົບລ້າງ.


...ມາດຕາໜຶ່ງຮ້ອຍສິບແປດ:ປະເພດຄໍາພິພາກສາຂອງການຮື້ຟື້ນຄະດີ

ມາດຕາໜຶ່ງຮ້ອຍສິບແປດ:ປະເພດຄໍາພິພາກສາຂອງການຮື້ຟື້ນ ຄະດີ ປະເພດຄໍາພິພາກສາຂອງສານປະຊາຊົນສູງສຸດທີ່ພິຈາ ລະນາເປັນຂັ້ນຮື້ຟື້ນມີດັ່ງນີ້: -ຍົກເລີກຄໍາສະເໜີຮື້ຟື້ນຂອງໄອຍະການປະຊາຊົນສູງສຸດ. -ລົບລ້າງຄໍາຕັດສິນຫຼືຄໍາພິພາກສາທີ່ໃຊ້ໄດ້ຢ່າງເດັດ ຂາດຂອງສານແລ້ວສົ່ງສໍານວນຄະດີຄືນໃຫ້ສານຂັ້ນຕົ້ນຄະນະ ໃໝ່ທີ່ມີສິດອໍານາດພິຈາລະນາຕາມລະບຽບການພິຈາລະນາຄະ ດີຢູ່ສານຂັ້ນຕົ້ນ.


..ພາກທີ9ມາດຕະການບັງຄັບຂອງສານ


...ມາດຕາໜຶ່ງຮ້ອຍສິບເກົ້າ:ການນໍາໃຊ້ມາດຕະການຮີບດ່ວນຊົ່ວຄວາມຂອງສານ.

ມາດຕາໜຶ່ງຮ້ອຍສິບເກົ້າ:ການນໍາໃຊ້ມາດຕະການຮີບດ່ວນຊົ່ວ ຄວາມຂອງສານ. ສານອາດຈະນໍາໃຊ້ມາດຕະການບັງຄັບໃດໜຶ່ງໃນກໍລະນີ ທີ່ຊັບສິ່ງຂອງຂັດແຍ່ງກັນນັ້ນຫາກຮຽກຮ້ອງໃຫ້ມີການຄຸ້ມຄອງຫຼື ຊີ້ຂາດຢ່າງຮີບດ່ວນເນື່ອງຈາກວ່າຊັບສິ່ງຂອງດັ່ງກ່າວຈະມີ ການປ່ຽນຮູບຫຼືເສື່ອມເສຍຄຸນນະພາບກ່ອນການຕັດສິນຄະດີ. ສານຈະອອກຄໍາສັ່ງມອບສິດຄຸ້ມຄອງຫຼືຊີ້ຂາດໃນຊັບສິ່ງ ຂອງນັ້ນໃຫ້ຄູ່ຄວາມຝ່າຍໃດຝ່າຍໜຶ່ງຫຼືບຸກຄົນຜູ້ໃດຜູ້ໜຶ່ງກໍ່ໄດ້.


...ມາດຕາໜຶ່ງຮ້ອຍຊາວ:ການນໍາໃຊ້ມາດຕະການຂອງສານຕໍ່ຄົນເສຍຈິດ

ມາດຕາໜຶ່ງຮ້ອຍຊາວ:ການນໍາໃຊ້ມາດຕະການຂອງສານຕໍ່ຄົນ ເສຍຈິດ ສານອາດຈະນໍາໃຊ້ມາດຕະການປິ່ນປົວຕໍ່ຜູ້ກໍ່ຄວາມເສຍ ຫາຍຫຼືຜູ້ຮັບຜິດຊອບທາງແພ່ງຫຼືຜູ້ໃຊ້ແທນຄ່າເສຍຫາຍທີ່ເປັນ ຄົນເສຍຈິດກ່ອນຫຼືພາຍຫຼັງທີ່ສານໄດ້ອອກຄໍາຕັດສິນຫຼືຄໍາພິພາກ ສາແລ້ວໂດຍໃຫ້ໄປປິ່ນປົວທີ່ໂຮງໝໍໂລກຈິດຫຼືສະຖານທີ່ປິ່ນປົວ ສະເພາະ. ພາຍຫຼັງທີ່ໄດ້ປິ່ນປົວດີແລ້ວຕ້ອງນໍາເອົາຜູ້ກໍ່ຄວາມເສຍ ຫາຍຫຼືຜູ້ຮັບຜິດຊອບທາງແພ່ງຫຼືຜູ້ໃຊ້ແທນຄ່າເສຍຫາຍນັ້ນມາ ດໍາເນີນຄະດີຫຼືນໍາມາປະຕິບັດຄໍາຕັດສິນຫຼືຄໍາພິພາກສາຂອງສານ ຕໍ່ໄປ.


...ມາດຕາໜຶ່ງຮ້ອຍຊາວເອັດ:ການນໍາໃຊ້ມາດຕະການຂອງານຕໍ່ນິຕິບຸກຄົນທີ່ຖືກຍຸບເລີກ

ມາດຕາໜຶ່ງຮ້ອຍຊາວເອັດ:ການນໍາໃຊ້ມາດຕະການຂອງານຕໍ່ນິຕິ ບຸກຄົນທີ່ຖືກຍຸບເລີກ ສານຈະນໍາໃຊ້ມາດຕະການຢຶດຫຼືອາຍັດຊັບຂອງນິຕິບຸກຄົນ ທີ່ເປັນຜູ້ຮັບຜິດຊອບທາງແພ່ງຫຼືຜູ້ໃຊ້ແທນຄ່າເສຍຫາຍຊຶ່ງໄດ້ຖືກ ຍູບເລີກກ່ອນຫຼືພາຍຫຼັງທີ່ສານໄດ້ອອກຄໍາຕັດສິນຫຼືຄໍາພິພາກສາກໍ່ ໄດ້. ເມື່ອອອກຄໍາສັ່ງຢຶດຫຼືອາຍັດຊັບໄວ້ແລ້ວຕ້ອງທໍາການແກ້ ໄຂບັນຫາດັ່ງກ່າວກັບຜູ້ທີ່ຮັບຜິດຊອບຊັບສິ່ງຂອງຂອງນິຕິບຸກຄົນທີ່ ໄດ້ຖືກຍຸບເລີກນັ້ນໃຫ້ສໍາເລັດໃນກໍານົດບໍ່ໃຫ້ເກີນສາມສິບວັນພາຍ ຫຼັງທີ່ສານໄດ້ຕັດສິນເປັນຕົ້ນໄປ. ສໍາລັບການາຊໍາລະສະສາງໜີ້ສິນໃນກໍລະນີທີ່ວິສາຫະກິດ ໄດ້ລົ້ມລະລາຍນັ້ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການລົ້ມລະ ລາຍຂອງວິສາຫະກິດ.


...ມາດຕາໜຶ່ງຮ້ອຍຊາວສອງ:ການນໍາໃຊ້ມາດຕະການຂອງສານຕໍ່ຜົວຫຼືເມຍ

ມາດຕາໜຶ່ງຮ້ອຍຊາວສອງ:ການນໍາໃຊ້ມາດຕະການຂອງສານ ຕໍ່ຜົວຫຼືເມຍ ສານອາດຈະນໍາໃຊ້ມາດຕະການດ້ວຍການອອກຄໍາສັ່ງ ຕັດເງິນເດືອນຫຼືລາຍໄດ້ຫຼືຢຶດຫຼືອາຍັດຊັບທີ່ຕົກເປັນພູດຂອງຜົວ ຫຼືເມຍເພື່ອເປັນພັນທະໃນການຈ່າຍຄ່າເບິ່ງແຍງລ້ຽງດູຜົວຫຼື ເມຍແລະລູກຜູ້ຍັງບໍ່ທັນເຖິງກະສຽນອາຍຸສິບແປດປີທີ່ຢູ່ນໍາເມຍ ຫຼືຜົວຕາມຄໍາຕັດສິນຂອງສານພາຍຫຼັງທີ່ມີການຢ່າຮ້າງກັນ.


...ມາດຕາໜຶ່ງຮ້ອຍຊາວສາມ:ການນໍາໃຊ້ມາດຕະການຂອງສານຕໍ່ເດັກ.

ມາດຕາໜຶ່ງຮ້ອຍຊາວສາມ:ການນໍາໃຊ້ມາດຕະການຂອງສານ ຕໍ່ເດັກ. ສານຈະນໍາໃຊ້ມາດຕະການດ້ວຍການອອກຄໍາສ່ັງໃຫ້ຜູ້ ປົກຄອງຂອງເດັກທີ່ມີຄະດີຊຶ່ງອາຍຸບໍ່ເຖິງສິບແປດປີຍົກເວັ້ນຜູ້ ທີ່ໄດ້ແຕ່ງດອງຢ່າງຖືກຕ້ອງຕາມກົດໝາຍແລ້ວ. -ຕິດຕາມການປະພຶດຂອງເດັກ. -ຄຸມຄອງ,ຄວບຄຸມເດັກໃນລະຫວ່າງການພິຈາລະນາຄະດີ. -ນໍາເອົາເດັກໄປກວດ,ປິ່ນປົວພະຍາດ. -ສຶກສາອົບຮົມແລະເບິ່ງແຍງດູແລເດັກໃນເວລາພິຈາລະ ນາຄະດີ. -ລາຍງານຄວາມເປັນຈິງລວມທັງໃຫ້ຄໍາເຫັນຕໍ່ສານໃນຄະ ດີເດັກ. -ບໍ່ໃຫ້ນໍາເອົາເດັກໄປເຮັດວຽກງານໜັກຫຼືວຽກອື່ນທີ່ເປັນ ອັນຕະລາຍຕໍ່ສຸຂະພາບຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແຮງງານ.

...ມາດຕາໜຶ່ງຮ້ອຍຊາວສີ່:ຜົນບັງຄັບໃຊ້ມາດຕະການຂອງສານ

ມາດຕາໜຶ່ງຮ້ອຍຊາວສີ່:ຜົນບັງຄັບໃຊ້ມາດຕະການຂອງສານ ຄໍາສັ່ງຂອງສານກ່ຽວກັບການນໍາໃຊ້ມາດຕະການຮີບດ່ວນ ຊົ່ວຄາວຫຼືມາດຕະການບັງຄັບອື່ນໆນັ້ນໃຫ້ປະຕິບັດໃນທັນໃດເວັ້ນ ເສຍແຕ່ມາດຕະການຂອງສານຕໍ່ຜົວຫຼືເມຍຊຶ່ງມີສິດອຸທອນຄໍາສັ່ງ ນັ້ນ. ຄໍາສັ່ງດັ່ງກ່າວຈະສິ້ນສຸດລົງພາຍຫຼັງທີ່ສານໄດ້ອອກຄໍາຕັດ ສິນຫຼືຄໍາພິພາກສາໃຊ້ໄດ້ຢ່າງເດັດຂາດແລ້ວ.ຊັບສິ່ງຂອງທີ່ຖືກ ຄຸ້ມຄອງຫຼືຊີ້ຂາດຫຼືຢຶດຫຼືອາຍັດຊັບດ້ວຍຄໍາສັ່ງນັ້ນແລ້ວກໍ່ຈະນໍາ ມາໃຊ້ແທນຄ່າເສຍຫາຍຕາມຄໍາຕັດສິນຫຼືຄໍາພິພາກສາຂອງສານ.


..ພາກທີ10ການຮ່ວມມືສາກົນກ່ຽວກັບການດໍາເນີນຄະດີແພ່ງ


...ມາດຕາໜຶ່ງຮ້ອຍຊາວຫ້າ:ຫຼັກການຮ່ວມມືສາກົນໃນການດໍາເນີນຄະດີແພ່ງ.

ມາດຕາໜຶ່ງຮ້ອຍຊາວຫ້າ:ຫຼັກການຮ່ວມມືສາກົນໃນການດໍາເນີນ ຄະດີແພ່ງ. ການດໍາເນີນຄະດີແພ່ງລະຫວ່າງສານປະຊາຊົນແຫ່ງສປ ປລາວກັບສານຕ່າງປະເທດຕ້ອງປະຕິບັດຕາມຫຼັກການເຄົາລົບເອ ກະລາດ,ອໍານາດອະທິປະໄຕຜືນແຜ່ນດິນອັບຄົບຖ້ວນຂອງຊາດ, ບໍ່ແຊກແຊງວຽກງານພາຍໃນຂອງກັນແລະກັນ,ສະເໝີພາບ,ຕ່າງ ຝ່າຍຕ່າງມີຜົນປະໂຫຍດແລະສອດຄ່ອງກັບສັນຍາທີ່ສປປລາວໄດ້ ເຊັນຫຼືໄດ້ເຂົ້າຮ່ວມ. ໃນກໍລະນີທີ່ສປປລາວແລະຕ່າງປະເທດບໍ່ໄດ້ເຊັນສັນຍາ ນັ້ນສປປລາວອາດຈະຮັບເອົາຄະດີມາພິຈາລະນາບົນຫຼັກການຮ່ວມ ມືຊຶ່ງກັນແລະກັນແຕ່ບໍ່ໃຫ້ຂັດກັບກົດໝາຍຂອງສປປລາວ.

...ມາດຕາໜຶ່ງຮ້ອຍຊາວຫົກ:ການດໍາເນີນຄະດີລະຫວ່າງປະເທດ

ມາດຕາໜຶ່ງຮ້ອຍຊາວຫົກ:ການດໍາເນີນຄະດີລະຫວ່າງປະເທດ ບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດຢູ່ສປປລາວທີ່ມີຈຸດ ປະສົງຢາກຮ້ອງຟ້ອງບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດຢູ່ຕ່າງ ປະເທດຫຼືບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດຢູ່ຕ່າງປະເທດທີ່ມີ ຈຸດປະສົງຢາກຮ້ອງຟ້ອງບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດຢູ່ ສປປລາວແມ່ນໃຫ້ປະຕິບັດຕາມສົນທິສັນຍາຮ່ວມມືທາງດ້ານຍຸຕິ ທໍາ.ໃນກໍລະນີທີ່ບໍ່ມີສົນທິສັນຍານັ້ນໃຫ້ຍື່ນຄໍາຮ້ອງຟ້ອງຜ່ານ ກະຊວງການຕ່າງປະເທດເພື່ອນໍາສົ່ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ຂອງປະທເດທີ່ຈໍາເລີຍອາໃສຢູ່ພິຈາລະນາຄະດີ.


..ພາກທີ11ບົດບັນຍັດສຸດທ້າຍ


...ມາດຕາຮ້ອຍຊາວແປດ:ການຈັດຕັ້ງປະຕິບັດ

ມາດຕາຮ້ອຍຊາວແປດ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ອອກລະບຽບການຈັດ ຕັ້ງປະຕິບັດກົດໝາຍສະບັບນີ້. ສານປະຊາຊົນ,ອົງການໄອຍະການປະຊາຊົນແຫ່ງສປປ ລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.


...ມາດຕາໜຶ່ງຮ້ອຍຊາວເກົ້າ:ຜົນສັກສິດ

ມາດຕາໜຶ່ງຮ້ອຍຊາວເກົ້າ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນທີ່ປະທານປະເທດ ແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການດໍາເນີນ ຄະດີແພ່ງສະບັບເລກທີສູນເກົ້າທັບເກົ້າສິບທັບສປສລົງວັນທີ່ຊາວ ເກົ້າພະຈິກປີພັນເກົ້າຮ້ອຍເກົ້າສິບ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ. ປະທານສະພາແຫ່ງຊາດ