ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ(ສະບັບປັບປຸງ) 04-07-2012

From Wikisource
Jump to navigation Jump to search

.ການດໍາເນີນຄະດີແພ່ງ(ສະບັບປັບປຸງ) 04-07-2012


..ພາກທີໜຶ່ງບົດບັນຢັດທົ່ວໄປ


...ມາດຕາໜຶ່ງ(ປັບປຸງ)ຈຸດປະສົງຂອງກົດໝາຍການດໍາເນີນຄະດີແພ່ງ(ສະບັບປັບປຸງ) 04-07-2012

ມາດຕາໜຶ່ງ(ປັບປຸງ)ຈຸດປະສົງຂອງກົດໝາຍການດໍາເນີນຄະດີ ແພ່ງ(ສະບັບປັບປຸງ) 04-07-2012 ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດ ຕະການຂອງການດໍາເນີນຄະດີເພື່ອແກ້ໄຂຂໍ້ຂັດແຍ່ງຫຼືການຮ້ອງ ຂໍທາງແພ່ງ,ການຄ້າ,ຄອບຄົວ,ເດັກແລະແຮງງານໃຫ້ຖືກຕ້ອງ ຕາມຄວາມເປັນຈິງ,ສອດຄ່ອງກັບກົດໝາຍແລະມີຄວາມຍຸດຕິທໍາ ແນໃສ່ປົກປັກຮັກສາລະບອບເສດຖະກິດ-ສັງຄົມ,ປົກປ້ອງກໍາມະ ສິດຂອງລັດ,ລວມໝູ່,ອົງການຈັດຕັ້ງ,ວິສາຫະກິດ,ສິດແລະຜົນປະ ໂຫຍດອັນຊອບທໍາຂອງຄູ່ຄວາມ,ເພີ່ມທະວີນິຕິທໍາ,ຈໍາກັດແລະສະ ກັດກັ້ນການລະເມີດກົດໝາຍ,ສຶກສາອົບຮົມສະຕິເຄົາລົບແລະປະ ຕິບັດກົດໝາຍຢ່າງເຂັ້ມງວດ,ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງປະເທດຊາດ.

...ມາດຕາສອງ(ປັບປຸງ)ການດໍາເນີນຄະດີແພ່ງ

ມາດຕາສອງ(ປັບປຸງ)ການດໍາເນີນຄະດີແພ່ງ ຄະດີແພ່ງແມ່ນຂໍ້ຂັດແຍ່ງກ່ຽວກັບສາຍພົວພັນທີ່ມີລັກສະ ນະຊັບສົມບັດເຊັ່ນກໍາມະສິດກ່ຽວກັບວັດຖຸສິ່ງຂອງ,ເງິນ,ຄໍາ,ຊັບ ສິນທາງປັນຍາແລະບາງສາຍພົວພັນສ່ວນຕົວທີ່ບໍ່ມີລັກສະນະຊັບ ສົມບັດເຊັ່ນຊື່,ນາມສະກຸນ,ກຽດສັກສີ. ການດໍາເນີນຄະດີແພ່ງແມ່ນການເຄື່ອນໄຫວຂອງສານ ແລະຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີເພື່ອພິຈາລະນາແກ້ ໄຂການຮ້ອງຟ້ອງແລະການຮ້ອງຂໍທາງແພ່ງ,ການຄ້າ,ຄອບ ຄົວ,ເດັກ,ແຮງງານແລະຂໍ້ຂັດແຍ່ງອື່ນຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ. ການດໍາເນີນຄະດີແພ່ງແມ່ນລວມທັງຄະດີການຄ້າ,ຄອບ ຄົວ,ເດັກແລະແຮງງານ. ...ມາດຕາສາມ(ໃໝ່)ການອະທິບາຍຄໍາສັບ

ມາດຕາສາມ(ໃໝ່)ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1. ການຮ້ອງຟ້ອງໝາຍເຖິງການສະເໜີໃຫ້ສານພິ ຈາລະນາແກ້ໄຂຂໍ້ຂັດແຍ່ງກ່ຽວກັບຄະດີແພ່ງ,ການຄ້າ,ຄອບ ຄົວ,ເດັກແລະແຮງງານ. 2. ການຮ້ອງຂໍໝາຍເຖິງການສະເໜີໃຫ້ສານພະ ຈາລະນາຮັບຮູ້,ຢັ້ງຢືນຫຼືປະກາດກ່ຽວກັບບັນຫາໃດໜຶ່ງທີ່ບໍ່ ເປັນຂໍ້ຂັດແຍ່ງເຊັ່ນການຮັບຮູ້ເປັນຜູ້ຫາຍສາບສູນ,ການຢັ້ງ ຢືນໃບຕາດິນເສຍຫາຍຫຼືການປະກາດເປັນຜູ້ເສຍຊີວິດ. 3. ການໂຕ້ແຍ່ງໝາຍເຖິງການຊີ້ແຈງຂອງຄູ່ ຄວາມຝ່າຍໃດຝ່າຍໜຶ່ງຕໍ່ຂໍ້ສະເໜີຫຼືຫຼັກຖານທີ່ຄູ່ຄວາມຝ່າຍ ກົງກັນຂ້າມຍົກຂຶ້ນໃນໄລຍະການດໍາເນີນຄະດີກ່ອນການເປີດ ປະຊຸມສານ. 4. ການໂຕ້ຖຽງໝາຍເຖິງການຊີ້ແຈງຂອງຄູ່ ຄວາມຝ່າຍໃດຝ່າຍໜຶ່ງຕໍ່ຂໍ້ສະເໜີຫຼືຫຼັກຖານທີ່ຄູ່ຄວາມຝ່າຍ ກົງກັນຂ້າມຍົກຂຶ້ນໃນທີ່ປະຊຸມສານ. 5. ການສອບສວນໝາຍເຖິງການສອບຖາມຫຼື ການເອົາຄໍາໃຫ້ການຂອງສານກ່ອນການເປີດປະຊຸມສານ. 6. ຄໍາໃຫ້ການໝາຍເຖິງຂໍ້ມູນທີ່ໄດ້ຈາກການສອບ ສວນຄູ່ຄວາມແລະຜູ້ທີ່ກ່ຽວຂ້ອງອື່ນ. 7. ການໄຕ່ສວນໝາຍເຖິງການສອບຖາມຂອງຄະນະ ສານໃນທີ່ປະຊຸມສານ. 8. ຄໍາຕົກລົງໝາຍເຖິງເອກະສານຂອງສານຊຶ່ງປະ ກອບດ້ວຍຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາພິພາກສາຂອງ ສານ. 9. ຄໍາສັ່ງໝາຍເຖິງຄໍາຕົກລົງປະເພດໜຶ່ງຂອງ ສານກ່ຽວກັບການດໍາເນີນຄະດີເຊັ່ນຄໍາສັ່ງຢຶດຫຼືອາຍັດ ຊັບ,ຄໍາສັ່ງຊັດມ້ຽນຄະດີ,ຄໍາສັ່ງໃຫ້ປະຕິບັດບົດບັນທຶກການ ໄກ່ເກ່ຍຂອງສານ. 10. ຄໍາຊີ້ຂາດໝາຍເຖິງຄໍາຕົກລົງປະເພດໜຶ່ງຂອງ ສານເຊັ່ນຄໍາຊີ້ຂາດກ່ຽວກັບສິດອໍານາດຂອງສານ,ຂອງ ຄະນະສານ,ການບໍ່ຮັບເອົາຄະດີມາພິຈາລະນາ,ຄໍາຕັດສິນ ປະຫານຊີວິດ. 11. ຄໍາຕັດສິນໝາຍເຖິງຄໍາຕົກລົງປະເພດໜຶ່ງຂອງ ສານທີ່ຕັດສິນເປັນຂັ້ນຕົ້ນ. 12. ຄໍາພິພາກສາໝາຍເຖິງຄໍາຕົກລົງປະເພດໜຶ່ງຂອງ ສານທີ່ຕັດສິນເປັນຂັ້ນອຸທອນຫຼືຂັ້ນລົບລ້າງ. 13. ການຂໍອຸທອນໝາຍເຖິງການຈອງຫຼືຍື່ນຄໍາຮ້ອງ ຂໍອຸທອນຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາຕັດສິນຂອງສານຂັ້ນຕົ້ນ. 14. ຄໍາຮ້ອງຂໍອຸທອນໝາຍເຖິງຄໍາຮ້ອງຂອງຄູ່ຄວາມ ຫຼືບຸກຄົນທີສາມທີ່ອ້າງເຫດຜົນໃນການບໍ່ພໍໃຈຕໍ່ຄໍາສັ່ງ,ຄໍາຊີ້ ຂາດຫຼືຄໍາຕັດສິນຂອງສານຂັ້ນຕົ້ນ. 15. ການຂໍລົບລ້າງໝາຍເຖິງການຈອງຫຼືຍື່ນຄໍາຮ້ອງ ຂໍລົບລ້າງຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂອງສາຂັ້ນອຸທອນ. 16. ຄໍາຮ້ອງຂໍລົບລ້າງໝາຍເຖິງຄໍາຮ້ອງຂອງຄູ່ຄວາມ ຫຼືບຸກຄົນທີສາມທີ່ອ້າງເຫດຜົນທາງດ້ານກົດໝາຍໃນການບໍ່ພໍ ໃຈຕໍ່ຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂອງສານຂັ້ນອຸທອນ. 17. ຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດໝາຍເຖິງຄໍາຕັດ ສິນແລະຄໍາພິພາກສາຊຶ່ງບໍ່ຖືກຂໍອຸທອນຫຼືຂໍລົບລ້າງ,ບໍ່ຖືກສະ ເໜີຄັດຄ້ານ,ຖືກຂໍອຸທອນຫຼືຂໍລົບລ້າງ,ສະເໜີຄັດຄ້ານກາຍ ກໍານົດເວລາແລະຄໍາພິພາກສາຂັ້ນລົບລ້າງຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍສະບັບນີ້. 18. ການຢຶດຊັບໝາຍເຖິງການເອົາຊັບເຄື່ອນທີ່ຊຶ່ງ ພົວພັນໃນຄະດີມາໄວ້ເປັນຂອງກາງຕາມຄໍາສັ່ງຂອງສານ. 19. ການອາຍັດຊັບໝາຍເຖິງການບໍ່ອະນຸຍາດໃຫ້ ຊື້,ຂາຍ,ມອບ,ໂອນ,ແລກປ່ຽນ,ຊວດຈໍາ,ຄໍ້າປະກັນ,ຕໍ່ເຕີມ, ສ້ອມແປງ,ທໍາລາຍຫຼືປ່ຽນແປງແລະອື່ນໆກ່ຽວກັບຊັບເຄື່ອນ ທີ່ຫຼືຊັບຄົງທີ່ລວມທັງບັນຊີເງິນຝາກຢູ່ທະນາຄານທີ່ພົວພັນກັບ ຄະດີຕາມຄໍາສັ່ງຂອງສານ. 20. ການຈໍາກັດບໍລິເວນໝາຍເຖິງການບໍ່ໃຫ້ຄູ່ຄວາມ ຝ່າຍໃດຝ່າຍໜຶ່ງເຂົ້າຫຼືອອກສະຖານທີ່ໃດໜຶ່ງຫຼືບໍ່ໃຫ້ອອກນອກ ປະເທດຕາມຄໍາສັ່ງຂອງສານ. 21. ໝາຍຮຽກໝາຍເຖິງໜັງສືຂອງສານທີ່ຮຽກຕົວ ໂຈດ,ຈໍາເລີຍ,ບຸກຄົນທີສາມແລະຜູ້ເຂົ້າຮ່ວມອື່ນໃຫ້ເຂົ້າມາ ສານ. 22. ໝາຍເຊີນໝາຍເຖິງໜັງສືຂອງສານທີ່ເຊີນຜູ້ຕ່າງ ໜ້າຂອງອົງການໄອຍະການປະຊາຊົນ,ອົງການຈັດຕັ້ງຫຼືວິສາຫະ ກິດເຂົ້າຮ່ວມໃນການດໍາເນີນຄະດີຂອງສານ. 23. ເອກະສານອື່ນຂອງສານໝາຍເຖິງເອກະສານ ທີ່ກ່ຽວຂ້ອງກັບການດໍາເນີນຄະດີເຊັ່ນໝາຍພາຕົວ,ບົດບັນທຶກ ປະຊຸມສານ,ບົດບັນທຶກຄໍາໃຫ້ການ. 24. ຂໍ້ມູນຂອງຄູ່ຄວາມໝາຍເຖິງຊື່,ນາມສະກຸນ,ອາຍຸ, ອາຊີບແລະທີ່ຢູ່ຂອງໂຈດແລະຈໍາເລີຍ. 25. ຮອບດ້ານໝາຍເຖິງການດໍາເນີນຄະດີຕ້ອງພິຈາ ລະນາທຸກຫຼັກຖານທີ່ໂຈດຮ້ອງຟ້ອງ,ຈໍາເລີຍແກ້ຟ້ອງຫຼືຟ້ອງ ແຍ່ງລວມທັງຫຼັກຖານຂອງບຸກຄົນທີສາມ. 26. ຄົບຖ້ວນໝາຍເຖິງການເກັບກໍາຂໍ້ມູນຫຼັກຖານທັງ ໝົດທີ່ກ່ຽວຂ້ອງກັບເຫດການຂອງຄະດີ. 27. ພາວະວິໄສໝາຍເຖິງການດໍາເນີນຄະດີຕ້ອງຢູ່ບົນ ພື້ນຖານຂໍ້ມູນຫຼັກຖານ,ກົດໝາຍແລະຄວາມຍຸດຕິທໍາ.

...ມາດຕາສີ່(ໃໝ່)ນະໂຍບາຍກ່ຽວກັບວຽກງານການດໍາເນີນຄະດີແພ່ງ

ມາດຕາສີ່(ໃໝ່)ນະໂຍບາຍກ່ຽວກັບວຽກງານການດໍາເນີນ ຄະດີແພ່ງ ລັດສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວດໍາ ເນີນຄະດີແພ່ງດ້ວຍການວາງນະໂຍບາຍ,ກໍານົດລະບຽບການ, ສະໜອງງົບປະມານ,ປະກອບບຸກຄະລາກອນ,ພາຫະນະແລະ ອຸປະກອນຮັບໃຊ້ເຂົ້າໃນການດໍາເນີນຄະດີເພື່ອເຮັດໃຫ້ການພິ ຈາລະນາຕັດສິນຄະດີມີຄວາມຖືກຕ້ອງແລະເປັນທໍາ. ລັດສົ່ງເສີມການໂຄສະນາ,ສຶກສາອົບຮົມກົດມາຍໃຫ້ປະ ຊາຊົນຮັບຮູ້,ເຂົ້າໃຈແລະສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າເຖິງ ຂະບວນການຍຸຕິທໍາແລະຮັບປະກັນໃຫ້ຄູ່ຄວາມໄດ້ນໍາໃຊ້ສິດ ແລະປະຕິບັດພັນທະຂອງຕົນໃນການດໍາເນີນຄະດີຢ່າງຖືກຕ້ອງ.

...ມາດຕາຫ້າ(ໃໝ່)ການປົກປ້ອງ

ມາດຕາຫ້າ(ໃໝ່)ການປົກປ້ອງ ຜູ້ພິພາກສາ,ພະນັກງານອື່ນຂອງສານລວມທັງຜູ້ເຂົ້າ ຮ່ວມໃນການດໍາເນີນຄະດີຕ້ອງໄດ້ຮັບການປົກປ້ອງຕາມລະ ບຽບກົດໝາຍຈາກການຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ກຽດ,ຊື່ສຽງ, ຊັບສິນສ່ວນຕົວຫຼືຂອງຄອບຄົວ. ...ມາດຕາຫົກ(ໃໝ່)ຂອບເຂດການນໍາໃຊ້ກົດໝາຍ

ມາດຕາຫົກ(ໃໝ່)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບການດໍາເນີນຄະດີແພ່ງ, ການຄ້າ,ຄອບຄົວ,ເດັກແລະແຮງງານທີ່ພົວພັນກັບພົນລະເມືອງ ລາຍ,ຄົນຕ່າງປະເທດ,ຄົນຕ່າງດ້າວ,ຄົນບໍ່ມີສັນຊາດທີ່ມີຂໍ້ຂັດ ແຍ່ງເກີດຂຶ້ນຢູ່ນອກດິນແດນຂອງສປປລາວແລະຂໍ້ຂັດແຍ່ງ ຂອງຄົນຕ່າງປະເທດດ້ວຍກັນທີ່ໄດ້ກໍານົດໄວ້ໃນສັນຍໃຫ້ແກ້ ໄຂຕາມຂະບວນການຍຸຕິທໍາາຂອງສປປລາວ. ...ມາດຕາເຈັດ(ໃໝ່)ການຮ່ວມມືສາກົນ

ມາດຕາເຈັດ(ໃໝ່)ການຮ່ວມມືສາກົນ ລັດສົ່ງເສີມການພັວພັນຮ່ວມມືກັບຕ່າງປະເທດ,ພາກພື້ນ ແລະສາກົນກ່ຽວກັບການດໍາເນີນຄະດີແພ່ງດ້ວຍການແລກປ່ຽນ ບົດຮຽນ,ຂໍ້ມູນຂ່າວສານ,ເຕັກໂນໂລຊີ,ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ຜູ້ພິພາກສາໂດຍສອດຄ່ອງກັບສັນຍາແລະ ສົນທິສັນຍາສາກົດທີ່ສປປລາວເປັນພາຄີ. ..ພາກທີສອງຫຼັກການພື້ນຖານໃນການດໍາເນີນຄະດີແພ່ງ


...ມາດຕາແປດ(ໃໝ່)ຫຼັກການພື້ນຖານໃນການດໍາເນີນຄະດີແພ່ງ

ມາດຕາແປດ(ໃໝ່)ຫຼັກການພື້ນຖານໃນການດໍາເນີນຄະດີແພ່ງ ການດໍາເນີນຄະດີແພ່ງຕ້ອງປະຕິບັດຕາມຫຼັກການພື້ນ ຖານດັ່ງນນີ້: - ສິດແລະພັນທະຂອງສານໃນການພິຈາລະນາຕັດສິນຄິດີ. - ຄວາມສະເໝີພາບຂອງຄູ່ຄວາມຕໍ່ໜ້າກົດໝາຍແລະສານ. - ການໂຕ້ແຍ່ງແລະການໂຕ້ຖຽງ. - ການພິຈາລະນາຄະດີເປັນໝູ່ຄະນະ. - ຄວາມເປັນເອກະລາດຂອງຜູ້ພິພາກສາ. - ພາສາທີ່ໃຊ້ໃນການດໍາເນີນຄະດີ. - ການໄຕ່ສວນຄະດີໃນທີ່ປະຊຸມສານ. - ການບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນການພິຈາລະນາຄະດີ ດຽວກັນ. - ການດໍາເນີນຄະດີຮອບດ້ານ,ຄົບຖ້ວນແລະພາວະວິໄສ. - ການໄກ່ເກ່ຍ. - ການຂໍຖອນຕົວຫຼືການຄ້ານຕົວ. - ຂອບເຂດການພິຈາລະາຄໍາຮ້ອງຟ້ອງຫຼືຄໍາຮ້ອງຂໍ. ...ມາດຕາເກົ້າ(ປັບປຸງ)ສິດແລະພັນທະຂອງສານໃນການພິຈາລະນາຕັດສິນຄະດີ

ມາດຕາເກົ້າ(ປັບປຸງ)ສິດແລະພັນທະຂອງສານໃນການພິຈາລະ ນາຕັດສິນຄະດີ ມີແຕ່ສານເທົ່ານັ້ນຈຶ່ງມີສິດອໍານາດພິຈາລະນາຕັດສິນ ຄະດີບົນພື້ນຖານການເຄົາລົບກົດໝາຍຢ່າງເຂັ້ມງວດ. ເມື່ອມີສາເຫດຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍ ຫົກສິບຫ້າຂອງກົດໝາຍສະບັບນີ້ສານມີພັນທະທໍາການໄກ່ເກ່ຍ ຫຼືພິຈາລະນາຕັດສິນພາຍຫຼັງໄດ້ເກັບກໍາ,ກວດກາ,ຊັ່ງຊາແລະ ຕິລາຄາຂໍ້ມູນຫຼັກຖານແລ້ວ. ...ມາດຕາສິບ(ປັບປຸງ)ຄວາມສະເໝີພາບຂອງຄູ່ຄວາມຕໍ່ໜ້າກົດໝາຍແລະສານ

ມາດຕາສິບ(ປັບປຸງ)ຄວາມສະເໝີພາບຂອງຄູ່ຄວາມຕໍ່ໜ້າກົດ ໝາຍແລະສານ ການດໍາເນີນຄະດີແພ່ງຕ້ອງປະຕິບັດບົນພື້ນຖານຄວາມ ສະເໝີພາບຂອງພົນລະເມືອງລາວ,ຄົນຕ່າງປະເທດ,ຄົນຕ່າງ ດ້າວ,ຄົນບໍ່ມີສັນຊາດ,ຕໍ່ໜ້າກົດໝາຍແລະສານໂດຍບໍ່ຈໍາ ແນກເພດ,ເຊື້ອຊາດ,ເຜົ່າ,ຖານະທາງດ້ານເສດຖະກິດ-ສັງຄົມ, ພາສາ,ລະດັບການສຶກສາ,ອາຊີບ,ຄວາມເຊື່ອຖື,ພູມລໍາເນົາ ແລະບັນຫາອື່ນ. ສານປະຊາຊົນອໍານວຍຄວາມສະດວກໃຫ້ພົນລະເມືອງ ລາວ,ຄົນຕ່າງປະເທດ,ຄົນຕ່າງດ້າວ,ຄົນບໍ່ມີສັນຊາດ,ໂດຍສະ ເພາະຄູ່ຄວາມໃນຄະດີໄດ້ປະຕິບັດສິດສະເໝີພາບໃນການຕໍ່ສູ້ ຄະດີດ້ວຍການສະເໜີແລະປະກອບຂໍ້ມູນຫຼັກຖານຕໍ່ສານໃຫ້ ຄົບຖ້ວນ,ຮອບດ້ານເພື່ອຮັບປະກັນການຕັດສິນຄະດີໃຫ້ມີຄວາມ ຖືກຕ້ອງຕາມຄວາມເປັນຈິງແລະກົດໝາຍ. ...ມາດຕາສິບເອັດ(ໃໝ່)ການໂຕ້ແຍ່ງແລະການໂຕ້ຖຽງ

ມາດຕາສິບເອັດ(ໃໝ່)ການໂຕ້ແຍ່ງແລະການໂຕ້ຖຽງ ໃນການດໍາເນີນຄະດີສານຕ້ອງຮັບປະກັນໃຫ້ຄູ່ຄວາມໄດ້ ມີຄໍາເຫັນຫຼືຊີ້ແຈງຂໍ້ກ່າວອ້າງຂອງຕົນຫຼືໂຕ້ແຍ່ງຕໍ່ຫຼັກຖານ ຂອງຝ່າຍກົງກັນຂ້າມ. ໃນການໄຕ່ສວນຂອງຄະນະສານຕ້ອງຮັບປະກັນໃຫ້ຄູ່ ຄວາມໄດ້ນໍາສະເໜີຫຼັກຖານແລະອະທິບາຍຊີ້ແຈງຂໍ້ມູນຫຼັກ ຖານຂອງຕົນຫຼືໂຕ້ຖຽງຕໍ່ຫຼັກຖານຂອງຝ່າຍກົງກັນຂ້າມ. ...ມາດຕາສິບສອງ(ປັບປຸງ)ການພິຈາລະນາຄະດີເປັນໝູ່ຄະນະ

ມາດຕາສິບສອງ(ປັບປຸງ)ການພິຈາລະນາຄະດີເປັນໝູ່ຄະນະ ຄະນະສານຕັດສິນຂອງສານປະຊາຊົນສູງສຸດ,ສານປະຊາ ຊົນພາກ,ສານປະຊາຊົນແຂວງ,ນະຄອນ,ສານປະຊາຊົນເຂດ ປະກອບດ້ວຍຜູ້ພິພາກສາສາມຄົນ,ໃນນັ້ນຜູ້ໜຶ່ງເປັນປະທານແລະ ອີກສອງຄົນເປັນຄະນະ. ການພິຈາລະນາຄະດີຄະນະສານຕ້ອງວາງຕົວເປັນກາງ. ຄໍາຕົກລົງຂອງຄະນະສານຕ້ອງຖືເອົາຕາມສຽງສ່ວນຫຼາຍ. ...ມາດຕາສິບສາມ(ປັບປຸງ)ຄວາມເປັນເອກະລາດຂອງຜູ້ພິພາກສາ

ມາດຕາສິບສາມ(ປັບປຸງ)ຄວາມເປັນເອກະລາດຂອງຜູ້ພິພາກສາ ໃນການໄຕ່ສວນຄະດີແລະລົງຄໍາຕັດສິນຜູ້ພິພາກສາ ຕ້ອງເປັນເອກະລາດແລະມີແຕ່ປະຕິບັດຕາມກົດໝາຍເທົ່ານັ້ນ. ...ມາດຕາສິບສີ່(ປັບປຸງ)ພາສາທີ່ໃຊ້ໃນການດໍາເນີນຄະດີ

ມາດຕາສິບສີ່(ປັບປຸງ)ພາສາທີ່ໃຊ້ໃນການດໍາເນີນຄະດີ ໃນການດໍາເນີນຄະດີໃຫ້ໃຊ້ພາສາລາວ. ຜູ້ເຂົ້າຮ່ວມໃນການດໍາເນີນຄະດີທີ່ບໍ່ຮູ້ພາສາລາວມີ ສິດໃຊ້ພາສາຕົນເອງຫຼືພາສາອື່ນໂດຍຜ່ານການແປພາສາ. ...ມາດຕາສິບຫ້າ(ປັບປຸງ)ການໄຕ່ສວນຄະດີໃນທີ່ປະຊຸມສານ

ມາດຕາສິບຫ້າ(ປັບປຸງ)ການໄຕ່ສວນຄະດີໃນທີ່ປະຊຸມສານ ການໄຕ່ສວນຄະດີໃນທີ່ປະຊຸມສານຕ້ອງດໍາເນີນຢ່າງ ເປີດເຜີຍເວັ້ນເສຍແຕ່ກໍລະນີທີ່ຄະດີຫາກກ່ຽວຂ້ອງກັບຄວາມ ລັບຂອງລັດຫຼືຂອງສັງຄົມເປັນຕົ້ນສາຍພົວພັນຄອບຄົວທີ່ແຕະ ຕ້ອງເຖິງຊີວິດສ່ວນຕົວຂອງຜົວຫຼືເມຍ,ຄະດີເດັກເຊິ່ງຕ້ອງ ດໍາເນີນຢ່າງປິດລັບ. ການອ່ານຄໍາຕັດສິນຂອງສານບໍ່ວ່າໃນກໍລະນີໃດຕ້ອງ ດໍາເນີນຢ່າງເປີດເຜີຍ. ...ມາດຕາສິບຫົກ(ປັບປຸງ)ການບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນການພິຈາລະນາຄະດີດຽວກັນ

ມາດຕາສິບຫົກ(ປັບປຸງ)ການບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນການພິຈາ ລະນາຄະດີດຽວກັນ ຜູ້ພິພາກສາທີ່ໄດ້ເຂົ້າຮ່ວມໃນການພິຈາລະນາຕັດສິນຄະ ດີຄັ້ງໜຶ່ງແລ້ວຈະບໍ່ອະນຸຍາດໃຫ້ເຂົ້າຮ່ວມພິຈາລະນາຕັດສິນ ຄະດີນັ້ນເປັນຄັ້ງທີສອງອີກບໍ່ວ່າຢູ່ສານຂັ້ນໃດເວັ້ນເສຍແຕ່ ໃນກໍລະນີທີ່ໄດ້ກໍານົດໄວ້ໃນກົດໝາຍຫຼືໄດ້ກໍານົດໄວ້ໃນຄໍາພິ ພາກສາຂອງສານຂັ້ນເທິງ. ...ມາດຕາສິບເຈັດ(ປັບປຸງ)ການດໍາເນີນຄະດີຮອບດ້ານ,ຄົບຖ້ວນແລະພາວະວິໄສ

ມາດຕາສິບເຈັດ(ປັບປຸງ)ການດໍາເນີນຄະດີຮອບດ້ານ,ຄົບຖ້ວນ ແລະພາວະວິໄສ ສານຕ້ອງນໍາໃຊ້ບັນດາມາດຕະການທີ່ໄດ້ກໍານົດໄວ້ໃນ ກົດໝາຍເພື່ອໃຫ້ການເກັບກໍາຂໍ້ມູນຫຼັກຖານທີ່ກ່ຽວຂ້ອງກັບຄະ ດີໃຫ້ຮອບດ້ານ,ຄົບຖ້ວນແລະພາວະວິໄສແນໃສ່ເຮັດໃຫ້ການ ກໍານົດເຫດການ,ປະເດັນຂັດແຍ່ງໃນຄະດີມີຄວາມແຈ້ງຂາວ, ຊັດເຈນຮັບປະກັນໃຫ້ການຕັດສິນມີຄວາມຖືກຕ້ອງແລະຍຸຕິທໍາ. ສານຕ້ອງແຈ້ງສິດແລະພັນທະຂອງຄູ່ຄວາມໃນການຕໍ່ ສູ້ຄະດີແລະປະກອບຫຼັກຖານຕໍ່ສານ,ແນະນໍາໃຫ້ຄູ່ຄວາມປະ ຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ...ມາດຕາສິບແປດ(ໃໝ່)ການໄກ່ເກ່ຍ

ມາດຕາສິບແປດ(ໃໝ່)ການໄກ່ເກ່ຍ ສານມີໜ້າທີ່ແລະຄວາມຮັບຜິດຊອບໃນການໄກ່ເກ່ຍຄູ່ ຄວາມໂດຍການຊອກທຸກເງື່ອນໄຂແລະວິທີການເພື່ອໃຫ້ຄູ່ ຄວາມສາມາດຕົກລົງກັນດ້ວຍດີຢູ່ໃນທຸກຂັ້ນຕອນຂອງການ ດໍາເນີນຄະດີແລະສານທຸກຂັ້ນ. ...ມາດຕາສິບເກົ້າ(ປັບປຸງ)ການຂໍຖອນຕົວແລະການຄ້ານຕົວ

ມາດຕາສິບເກົ້າ(ປັບປຸງ)ການຂໍຖອນຕົວແລະການຄ້ານຕົວ ຜູ້ພິພາກສາ,ຫົວໜ້າຫຼືຜູ້ທີ່ໄດ້ຮັບມອບໝາຍຈາກຫົວໜ້າ ອົງການໄປຍະການປະຊາຊົນ,ຈ່າສານ,ຜູ້ຊ່ຽວຊານຫຼືຜູ້ ແປພາສາທີ່ເປັນຍາດພີ່ນ້ອງ,ມີຜົນປະໂຫຍດຫຼືມີຂໍ້ຂັດແຍ່ງກັບ ຄູ່ຄວາມຝ່າຍໃດຝ່າຍໜຶ່ງຕ້ອງຂໍຖອນຕົວອອກຈາກການດໍາ ເນີນຄະດີນັ້ນ.ຖ້າຫາກຜູ້ກ່ຽວບໍ່ຍອມຖອນຕົວອອກຄູ່ ຄວາມຝ່າຍໃດຝ່າຍໜຶ່ງກໍ່ມີສິດສະເໜີຄ້ານຕົວຜູ້ກ່ຽວ ອອກຈາກການດໍາເນີນຄະດີ. ...ມາດຕາຊາວ(ໃໝ່)ຂອບເຂດການພິຈາລະນາຄໍາຮ້ອງຟ້ອງຫຼືຄໍາຮ້ອງຂໍ

ມາດຕາຊາວ(ໃໝ່)ຂອບເຂດການພິຈາລະນາຄໍາຮ້ອງຟ້ອງຫຼື ຄໍາຮ້ອງຂໍ ຄະນະສານຕ້ອງນໍາເອົາຄໍາຮ້ອງຟ້ອງ,ຄໍາຟ້ອງແຍ່ງຫຼື ຄໍາຮ້ອງຂໍຂອງໂຈດ,ຈໍາເລີຍຫຼືບຸກຄົນທີສາມມາພິຈາລະນາ. ບັນຫາໃດທີ່ໂຈດ,ຈໍາເລີຍຫຼືບຸກຄົນທີສາມບໍ່ໄດ້ຮ້ອງຟ້ອງ,ຟ້ອງ ແຍ່ງຫຼືຮ້ອງຂໍນັ້ນຄະນະສານຈະນໍາມາພິຈາລະນາຕັດສິນໃຫ້ບໍ່ ໄດ້ເວັ້ນເສຍແຕ່ຄະດີທີ່ພົວພັນກັບຜົນປະໂຫຍດຂອງລັດ,ສັງຄົມ ແລະເດັກ. ..ພາກທີສາມສິດແລະໜ້າທີ່ໃນການດໍາເນີນຄະດີຂອງສານ


...ໝວດທີໜຶ່ງ:ສິດແລະໜ້າທີ່ໃນການດໍາເນີນຄະດີຂອງສານປະຊາຊົນແຕ່ລະຂັ້ນ


....ມາດຕາຊາວເອັດ(ໃໝ່)ສິດແລະໜ້າທີ່ຂອງສານປະຊາຊົນເຂດ

ມາດຕາຊາວເອັດ(ໃໝ່)ສິດແລະໜ້າທີ່ຂອງສານປະຊາຊົນເຂດ ສານປະຊາຊົນເຂດມີສິດແລະໜ້າທີ່ໃນການດໍາເນີນຄະ ດີດັ່ງນີ້: 1. ສຶກສາອົບຮົບ,ໄກ່ເກ່ຍຄູ່ຄວາມໃນຄະດີເປັນ ຕົ້ນຕໍ. 2. ພິຈາລະນາຕັດສິນຄະດີເປັນຂັ້ນຕົ້ນ: - ຄະດີແພ່ງ,ຄະດີແຮງງານທີ່ມີມູນຄ່າການຮ້ອງຟ້ອງ ແລະຄະດີກ່ຽວກັບສາຍຜົວເມຍທີ່ມີຂໍ້ຂັດແຍ່ງເລື່ອງສິນສົມ ສ້າງ,ໜີ້ສິນບໍ່ເກີນສາມພັນລ້ານກີບ. - ຄະດີທີ່ບໍ່ມີມູນຄ່າຍົກເວັ້ນຄະດີການຄ້າແລະຄະດີເດັກ. - ຄະດີອື່ນທີ່ໄດ້ກໍານົດໄວ້ໃນກົດມາຍ. 3. ອອກຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາຕັດສິນເປັນຂັ້ນຕົ້ນ. 4. ສົ່ງສໍານວນຄະດີທີ່ຢູ່ໃນສິດອໍານາດຂອງຕົນໃຫ້ ສານປະຊາຊົນແຂວງ,ນະຄອນພິຈາລະນາຕັດສິນເປັນຂັ້ນຕົ້ນ ເມື່ອເຫັນວ່າຄະດີມີຄວາມສໍາຄັນແລະຫຍຸ່ງຍາກເປັນພິເສດ ພາຍລັງໄດ້ຮັບຄວາມເຫັນດີຈາກປະທານສານປະຊາຊົນດັ່ງ ກ່າວ. 5. ສົ່ງຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນທີ່ໃຊ້ໄດ້ ຢ່າງເດັດຂາດພ້ອມດ້ວຍສໍານວນຄະດີແລະຄໍາຕັດສິນໃຫ້ປະ ຕິບັດພາງໄປຍັງໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານ. 6. ສົ່ງຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນໃຫ້ ສານປະຊາຊົນຂັ້ນເທິງ,ອົງການໄອຍະການປະຊາຊົນເຂດເພື່ອ ກວດກາແລະສົ່ງໃຫ້ອົງການທີ່ກ່ຽວຂ້ອງເພື່ອຮັບຮູ້ແລະປະຕິ ບັດ. ....ມາດຕາຊາວສອງ(ໃໝ່)ສິດແລະໜ້າທີ່ຂອງສານປະຊາຊົນແຂວງ,ນະຄອນ

ມາດຕາຊາວສອງ(ໃໝ່)ສິດແລະໜ້າທີ່ຂອງສານປະຊາຊົນ ແຂວງ,ນະຄອນ ສານປະຊາຊົນແຂວງ,ນະຄອນມີສິດແລະໜ້າທີ່ໃນການດໍາເນີນຄະດີດັ່ນີ້: 1. ພິຈາລະນາຕັດສິນເປັນຂັ້ນຕົ້ນ,ຄະດີມີມູນຄ່າ ເກີນກວ່າສາມພັນລ້ານກີບແລະຄະດີບໍ່ຂຶ້ນກັບສິດອໍານາດ ຂອງສານປະຊາຊົນເຂດ. 2. ອອກຄໍາສັ່ງ,ຄໍາຊີ້ຂາດກ່ຽວກັບການດໍາເນີນ ຄະດີ. 3. ສຶກສາອົບຮົມ,ໄກ່ເກ່ຍຄູ່ຄວາມໃນຄະດີ. 4. ພິຈາລະນາພິພາກສາເປັນຂັ້ນອຸທອນຄໍາສັ່ງ,ຄໍາຊີ້ ຂາດແລະຄະດີທີ່ສານປະຊາຊົນເຂດໄດ້ຕັດສິນແລ້ວຊຶ່ງຖືກຂໍ ອຸທອນໂດຍຄູ່ຄວາມຫຼືສະເໜີຄັດຄ້ານໂດຍຫົວໜ້າອົງການໄອ ຍະການປະຊາຊົນເຂດຫຼືແຂວງ,ນະຄອນ. 5. ທວງເອົາສໍານວນຄະດີທີ່ເຫັນວ່າມີຄວາມ ສໍາຄັນຫຼືມີຄວາມຫຍຸ້ງຍາກເປັນພະເສດຈາກສານປະຊາຊົນ ເຂດມາພິຈາລະນາຕັດສິນເປັນຂັ້ນຕົ້ນດ້ວຍຕົນເອງຕາມ ການຕົກລົງຂອງຄະນະປະທານ. 6. ສົ່ງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກ ສາທີ່ໃຊ້ໄດ້ຢ່າງເດັດຂາດພ້ອມດ້ວຍສໍານວນຄະດີແລະຄໍາຕັດ ສິນຫຼືຄໍາພິພາກສາໃຫ້ປະຕິບັດພາງໄປຍັງຫ້ອງການຫຼືໜ່ວຍ ງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. 7. ສົ່ງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກ ສາໃຫ້ສານປະຊາຊົນຂັ້ນເທິງ,ອົງການໄປຍະການປະຊາຊົນ ແຂວງ,ນະຄອນເພື່ອກວດກາແລະສົ່ງໃຫ້ອົງການທີ່ກ່ຽວຂ້ອງ ເພື່ອຮັບຮູ້ແລະປະຕິບັດ. 8. ພິຈາລະນາຕັດສິນຮັບຮູ້ຄໍາຕົກລົງຫຼືຄໍາຕັດ ສິນຂອງສານືຂອງກໍາມະການຕັດສິນຕ່າງປະເທດ. 9. ຄະດີອື່ນທີ່ໄດ້ກໍານົດໄວ້ໃນກົດໝາຍ, ....ມາດຕາຊາວສາມ(ໃໝ່)ສິດແລະໜ້າທີ່ຂອງສານປະຊຊົນພາກ

ມາດຕາຊາວສາມ(ໃໝ່)ສິດແລະໜ້າທີ່ຂອງສານປະຊຊົນພາກ ສານປະຊາຊົນພາກມີສິດແລະໜ້າທີ່ໃນການດໍາເນີນຄະ ດີດັ່ງນີ້: 1. ພິຈາລະນາເປັນຂັ້ນອຸທອນຄໍາສັ່ງ,ຄໍາຊີ້ຂາດ ແລະຄໍາຕັດສິນຂອງສານປະຊາຊົນແຂວງ,ນະຄອນຊຶ່ງຖືກ ຂໍອຸທອນໂດຍຄູ່ຄວາມຫຼືສະເໜີຄັດຄ້ານໂດຍຫົວໜ້າອົງການ ໄປຍະການປະຊາຊົນແຂວງ,ນະຄອນຫຼືພາກ. 2. ພະຈາລະນາເປັນຂັ້ນລົບລ້າງທາງດ້ານກົດ ໝາຍຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານປະຊາ ຊົນແຂວງ,ນະຄອນຊຶ່ງຖືກຂໍລົບລ້າງໂດຍຄູ່ຄວາມຫຼືສະເໜີ ຄັດຄ້ານໂດຍຫົວໜ້າອົງການໄອຍະການປະຊາຊົນຂັ້ນອຸທອນ ຂອງແຂວງ,ນະຄອນຫຼືພາກ. 3. ພິຈາລະນາອອກຄໍາສັ່ງ,ຄໍາຊີ້ຂາດທີ່ພົວພັນກັບ ການດໍາເນີນຄະດີ. 4. ສົ່ງຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂັ້ນອຸທອນ ທີ່ໃຊ້ໄດ້ຢ່າງເດັດຂາດພ້ອມດ້ວຍສໍານວນຄະດີໃຫ້ສານປະຊາ ຊົນແຂວງ,ນະຄອນເພື່ອສົ່ງໃຫ້ຫ້ອງການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານ. 5. ສົ່ງຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂັ້ນລົບລ້າງ ໃຫ້ສານປະຊາຊົນເຂດເພື່ອອ່ານໃຫ້ຄູ່ຄວາມຊາບກ່ອນສົ່ງສໍາ ນວນຄະດີແລະຄໍາພິພາກສາໃຫ້ປະຕິບັດພາງໄປຍັງຫ້ອງການ ຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. 6. ສົ່ງຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາໃຫ້ ສານປະຊາຊົນສູງສຸດ,ອົງການໄອຍະການປະຊາຊົນພາກ ເພື່ອກວດກາແລະສົ່ງໃຫ້ອົງການທີ່ກ່ຽວຂ້ອງເພື່ອຮັບຮູ້ແລະ ປະຕິບັດ. ....ມາດຕາຊາວສີ່(ໃໝ່)ສິດແລະໜ້າທີ່ຂອງສານປະຊາຊົນສູງສຸດ

ມາດຕາຊາວສີ່(ໃໝ່)ສິດແລະໜ້າທີ່ຂອງສານປະຊາຊົນສູງສຸດ ສານປະຊາຊົນສູງສຸດມີສິດແລະໜ້າທີ່ໃນການດໍາເນີນ ຄະດີດັ່ງນີ້: 1. ພິຈາລະນາເປັນຂັ້ນລົບລ້າງທາງດ້ານກົດໝາຍຄໍາ ສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານປະຊາຊົນພາກຊຶ່ງ ຖືກຂໍລົບລ້າງໂດຍຄູ່ຄວາມຫຼືສະເໜີຄັດຄ້ານໂດຍຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ. 2. ພິຈາລະນາເປັນຂັ້ນຮື້ຟື້ນຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດ ສິນແລະຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ຕາມຄໍາສະເນີຮື້ຟື້ນຂອງຫົວໜ້າອົງການໄປຍະການປະຊາຊົນ ສູງສຸດ. 3. ພິຈາລະນາອອກຄໍາສັ່ງ,ຄໍາຊີ້ຂາດທີ່ພົວພັນກັບການດໍາ ເນີນຄະດີ. ....ມາດຕາຊາວຫ້າ(ປັບປຸງ)ສິດອໍານາດທາງດ້ານພື້ນທີ່

ມາດຕາຊາວຫ້າ(ປັບປຸງ)ສິດອໍານາດທາງດ້ານພື້ນທີ່ ສານປະຊາຊົນບ່ອນເຫດການຫຼືຂໍ້ຂັດແຍ່ງໄດ້ເກີດຂຶ້ນຫຼື ບ່ອນຊັບທີ່ເປັນພື້ນຖານຕັ້ງຢູ່ຫຼືບ່ອນຈໍາເລີຍຢູ່ຫຼືອາໄສຢູ່ນັ້ນເປັນ ສານທີ່ມີສິດອໍານາດຕັດສິນ. ....ມາດຕາຊາວຫົກ(ປັບປຸງ)ການຂັດແຍ່ງກ່ຽວກັບສິດອໍານາດສານ

ມາດຕາຊາວຫົກ(ປັບປຸງ)ການຂັດແຍ່ງກ່ຽວກັບສິດອໍານາດສານ ເມື່ອມີການຂັດແຍ່ງກ່ຽວກັບສິດອໍານາດໃນການພິຈາລະ ນາຄະດີລະຫວ່າງສານດ້ວຍກັນວ່າສານໃດມີສິດອໍານາດຫຼືບໍ່ມີສິດ ອໍານາດພິຈາລະນາຄະດີນັ້ນໃຫ້ສານປະຊາຊົນບ່ອນໄດ້ຮັບຄໍາຮ້ອງ ຟ້ອງສະເໜີຂຶ້ນໄປຍັງສານປະຊາຊົນສູງສຸດເພື່ອພິຈາລະນາອອກ ຄໍາຊີ້ຂາດກ່ຽວກັບສິດອໍານາດດັ່ງກ່າວ. ....ມາດຕາຊາວເຈັດ(ປັບປຸງ)ການຂັດແຍ່ງກ່ຽວກັບສິດອໍານາດຂອງຄະນະສານ

ມາດຕາຊາວເຈັດ(ປັບປຸງ)ການຂັດແຍ່ງກ່ຽວກັບສິດອໍານາດຂອງ ຄະນະສານ ໃນກໍລະນີທີ່ມີການຂັດແຍ່ງກ່ຽວກັບສິດອໍານາດໃນການພິ ຈາລະນາຄະດີລະຫວ່າງຄະນະສານດ້ວຍກັນນັ້ນໃຫ້ປະທານສານ ປະຊາຊົນບ່ອນກ່ຽວຂ້ອງພິຈາລະນາອອກຄໍາຊີ້ຂາດກ່ຽວກັບສິດ ອໍານາດດັ່ງກ່າວແລ້ວໃຫ້ລົບລ້າງຄະດີນັ້ນອອກຈາກບັນຊີການ ຂຶ້ນຟ້ອງພ້ອມທັງໂອນຄະດີນັ້ນໄປຂຶ້ນຟ້ອງຢູ່ຄະນະສານໃໝ່.

....ມາດຕາຊາວແປດ(ໃໝ່)ການໂອນຄະດີໃຫ້ສານອື່ນດໍາເນີນ

ມາດຕາຊາວແປດ(ໃໝ່)ການໂອນຄະດີໃຫ້ສານອື່ນດໍາເນີນ ເມື່ອສານປະຊາຊົນໃດໜຶ່ງຫາກໄດ້ດໍາເນີນຄະດີແລ້ວເຫັນ ວ່າຄະດີດັ່ງກ່າວບໍ່ຕົກຢູ່ໃນສິດອໍານາດຂອງຕົນສານດັ່ງກ່າວຕ້ອງ ອອກຄໍາສັ່ງຊີ້ຂາດໂອນຄະດີນັ້ນໃຫ້ສານອື່ນທີ່ມີສິດອໍານາດເປັນຜ ູ້ດໍາເນີນຕາມລະບຽບກົດໝາຍພ້ອມທັງແຈ້ງໃຫ້ຄູ່ຄວາມຊາບ ແລະໃຫ້ລົບລ້າງຄະດີດັ່ງກ່າວອອກຈາກບັນຊີການຂຶ້ນຟ້ອງແລ້ວ ສະຫຼຸບຄ່າທໍານຽມສານແລະເງິນວາງສານພ້ອມກັບສໍານວນຄະດ ີໄປຍັງສານທີ່ມີສິດອໍານາດ. ໃນກໍລະນີສານທີ່ຖືກໂອນຄະດີໃຫ້ນັ້ນບໍ່ຮັບເອົາມາພິຈາລະ ນາແລ້ວສານທີ່ໂອນຄະດີຕ້ອງສະເໜີຕໍ່ປະທານສານປະຊາຊົນສູງ ສຸດເພື່ອອກຄໍາສັ່ງຊີ້ຂາດ. ....ມາດຕາຊາວເກົ້າ(ໃໝ່)ຄະດີບໍ່ມີມູນຄ່າ

ມາດຕາຊາວເກົ້າ(ໃໝ່)ຄະດີບໍ່ມີມູນຄ່າ ຄະດີບໍ່ມີມູນຄ່າແມ່ນຄະດີກ່ຽວກັບສາຍພົວພັນທາງ ແພ່ງທີ່ບໍ່ສາມາດກໍານົດມູນຄ່າຂອງການຮ້ອງຟ້ອງເປັນຕົ້ນຄະດີ ກ່ຽວກັບການຮັບຮູ້ຄວາມເປັນພໍ່,ການຮ້ອງຂໍຍົກເລີກຫຼືລົບລ້າງ ສັນຍາ,ການຢັ້ງຢືນໃບຕາດິນເສຍຫາຍ,ການທວງໃຫ້ຍົກຍ້າຍ ອອກຈາກທີ່ດິນແລະເຮືອນ. ຄະດີບໍ່ມີມູນຄ່າຕົກຢູ່ໃນສິດອໍານາດຂອງປະຊາຊົນເຂດຍົກ ເວັ້ນຄະດີການຄ້າແລະຄະດີເດັກ. ....ມາດຕາສາມສິບ(ໃໝ່)ກໍານົດເວລາສໍາລັບການພິຈາລະນາຕັດສິນຄະດີ

ມາດຕາສາມສິບ(ໃໝ່)ກໍານົດເວລາສໍາລັບການພິຈາລະນາຕັດ ສິນຄະດີ ການຄົ້ນຄວ້າແລະຕັດສິນຄະດີຕ້ອງດໍາເນີນແລະພິ ຈາລະນາໃຫ້ສໍາເລັດພາຍໃນກໍານົດເວລາດັ່ງນີ້: ໜຶ່ງຢູ່ສານຂັ້ນຕົ້ນໃຫ້ສໍາເລັດພາຍໃນເກົ້າເດືອນນັບແຕ່ ວັນຜູ້ພິພາກສາໄດ້ຮັບສໍານວນຄະດີເປັນຕົ້ນໄປ. ສອງຢູ່ສານຂັ້ນອຸທອນໃຫ້ສໍາເລັດພາຍໃນສີ່ເດືອນນັບແຕ່ ວັນຜູ້ພິພາກສາໄດ້ຮັບສໍານວນຄະດີເປັນຕົ້ນໄປ. ສາມຢູ່ສານຂັ້ນລົບລ້າງໃຫ້ສໍາເລັດພາຍໃນສາມເດືອນ, ສໍາລັບຄະດີຂັ້ນຮື້ຟື້ນຕ້ອງໃຫ້ສໍາເລັດພາຍໃນເວລາສອງເດືອນ ນັບແຕ່ວັນຜູ້ພິພາກສາໄດ້ຮັບສໍານວນຄະດີເປັນຕົ້ນໄປ.

ໃນກໍລະນີທີ່ບໍ່ສາມາດພິຈາລະນາຕັດສິນໃຫ້ສໍາເລດຕາມ ກໍານົດເວລານັ້ນຜູ້ພິພາກສາທີ່ຮັບຜິດຊອບຄະດີດັ່ງກ່າວຕ້ອງສະ ເໜີຕໍ່ປະທານສານປະຊາຊົນບ່ອນກ່ຽວຂ້ອງເພື່ອພິຈາລະນາອອກ ຄໍາສັ່ງຕໍ່ກໍານົດເວລາຄົ້ນຄວ້າແລະຕັດສິນແຕ່ການຕໍ່ເວລານັ້ນ ແມ່ນບໍ່ໃຫ້ການສາມເດືອນຍົກເວັ້ນຄະດີທີ່ມີຄວາມຫຍຸ່້ງຍາກສັບ ສົນຕາມການຕົກລົງຂອງຄະນະປະທານສານບ່ອນກ່ຽວຂ້ອງ. ການໂຈະແລະການເລື່ອນການດໍາເນີນຄະດີບໍ່ໃຫ້ນັບເຂົ້າ ໃນເວລາຂອງການຄົ້ນຄວ້າຄະດີ. ...ໝວດທີສອງ:ສິດອໍານາດຂອງຄະນະສານແພ່ງ


....ມາດຕາສາມສິບເອັດ(ປັບປຸງ)ສິດອໍານາດຂອງຄະນະສານແພ່ງໃນການພິຈາລະນາການຮ້ອງຟ້ອງ

ມາດຕາສາມສິບເອັດ(ປັບປຸງ)ສິດອໍານາດຂອງຄະນະສານແພ່ງ ໃນການພິຈາລະນາການຮ້ອງຟ້ອງ ຄະນະສານແພ່ງມີສິດອໍານາດພິຈາລະນາຕັດສິນຄະດີດັ່ງນີ້: 1. ຂໍ້ຂັດແຍ່ງກ່ຽວກັບກໍາມະສິດແລະມຸນມໍລະດົກ. 2. ຂໍ້ຂັດແຍ່ງກ່ຽວກັບສາຍພົວພັນທາງແພ່ງຍົກເວັ້ນຂໍ້ຂັດ ແຍ່ງທາງການຄ້າທີ່ໄດ້ກໍານົດໄວ້ໃນມາດຕາສາມສິບເຈັດຂອງ ກົດໝາຍສະບັບນີ້. 3. ຂໍ້ຂັດແຍ່ງກ່ຽວກັບການທວງເອົາການໃຊ້ແທນ ຄ່າເສຍຫາຍ. 4. ຂໍ້ຂັດແຍ່ງກ່ຽວກັບສາຍພົວພັນທາງດ້ານບໍລິຫານ. ....ມາດຕາສາມສິບສອງຄະດີທາງດ້ານບໍລິຫານ

ມາດຕາສາມສິບສອງຄະດີທາງດ້ານບໍລິຫານ ຄະດີກ່ຽວກັບສາຍພົວພັນທາງດ້ານບໍລິຫານທີ່ບໍ່ມີອົງປະ ກອບຂອງການກະທໍາຜິດທາງອາຍາຊຶ່ງສານຈະພິຈາລະນາຕັດ ສິນມີດັ່ງນີ້: 1. ຄະດີກ່ຽວກັບຄວາມຜິດພາດໃນການຂຶ້ນບັນຊີຜູ້ມີສິດ ເລືອກຕັ້ງຊຶ່ງຄະນະກໍາມະການເລືອກຕັ້ງບໍ່ສາມາດແກ້ໄຂໄດ້. 2. ຄະດີກ່ຽວກັບການກະທໍາຂອງພະນັກງານບໍລິຫານກ່ຽວ ກັບການປັບໃໝ,ການເກັບອາກອນລາຍໄດ້ທີ່ບໍ່ຖືກຕ້ອງແລະອື່ນໆ. 3. ຄະດີກ່ຽວກັບການຮິບຊັບສິ່ງຂອງໂດຍບໍ່ຖືກຕ້ອງ. 4. ຄະດີກ່ຽວກັບຄວາມຜິດພາດອື່ນໃນຂົງເຂດບໍລິຫານ.

....ມາດຕາສາມສິບສາມ(ໃໝ່)ສິດອໍານາດຂອງຄະນະສານແພ່ງໃນການພິຈາລະນາການຮ້ອງຂໍ

ມາດຕາສາມສິບສາມ(ໃໝ່)ສິດອໍານາດຂອງຄະນະສານແພ່ງໃນ ການພິຈາລະນາການຮ້ອງຂໍ ຄະນະສານແພ່ງມີສິດອໍານາດພິຈາລະນາຕັດສິນກ່ຽວກັບ: 1. ການຮ້ອງຂໍໃຫ້ສານພິຈາລະນາແຕ່ງຕັ້ງເປັນຜູ້ຄຸ້ມ ຄອງຊັບຫຼືມູນມໍລະດົກ. 2. ການຮ້ອງຂໍໃຫ້ສານພະຈາລະນາຕັດສິນ,ຢັ້ງຢືນໃບ ຕາດິນເສຍຫາຍ. 3. ການຮ້ອງຂໍໃຫ້ຮິບຊັບເຊັ່ນຊັບສິ່ງຂອງທີ່ບໍ່ມີເຈົ້າ ຂອງ,ການເກັບຊັບສິ່ງຂອງທີ່ຕົກເຮ່ຍ,ການພົບພໍ່ວັດຖຸທີ່ມີຄ່າ ຫຼືວັດຖຸບູຮານ. 4. ການຮ້ອງຂໍໃຫ້ສານພິຈາລະນາຮັບຮູ້ຄໍາຕັດສິນ ຂອງສານຫຼືຂອງກໍາມະການຕັດສິນຕ່າງປະເທດກ່ຽວກັບ ຄະດີແພ່ງ. 5. ການຮ້ອງຂໍອື່ນກ່ຽວກັບຄະດີແພ່ງ. ...ໝວດທີສາມ:ສິດອໍານາດຂອງຄະນະສານແຮງງານ


....ມາດຕາສາມສິບສີ່ຄະດີກ່ຽວກັບແຮງງານ

ມາດຕາສາມສິບສີ່ຄະດີກ່ຽວກັບແຮງງານ ຄະດີກ່ຽວກັບແຮງງານຊຶ່ງສານຈະພິຈາລະນາຕັດສິນໄດ້ ນັ້ນກໍ່ຕໍ່ເມື່ອອົງການຄຸ້ມຄອງແຮງງານຫຼືຄະນະກໍາມະການແກ້ໄຂ ຂໍ້ຂັດແຍ່ງກ່ຽວກັບແຮງງານຫາກບໍ່ສາມາດແກ້ໄຂໄດ້ມີດັ່ງນີ້: 1. ຂໍ້ຂັດແຍ່ງກ່ຽວກັບສັນຍາແຮງງານ. 2. ຂໍ້ຂັດແຍ່ງກ່ຽວກັບເງິນອຸດໜູນເນື່ອງມາຈາກການ ຍົກເລີກສັນຍາແຮງງານໂດຍບໍ່ຖືກຕ້ອງ. 3. ຂໍ້ຂັດແຍ່ງກ່ຽວກັບການຮ້ອງຂໍຄ່າເສຍຫາຍຈາກອຸປະ ຕິເຫດແຮງງານຫຼືພະຍາດອາຊີບ. 4. ຂໍ້ຂັດແຍ່ງກ່ຽວກັບເງິນເດືອນຫຼືິຄ່າແຮງງານຂອງ ຜູ້ອອກແຮງງານ. 5. ຂໍ້ຂັດແຍ່ງອື່ນກ່ຽວກັບແຮງງານ. ....ມາດຕາສາມສິບຫ້າ(ໃໝ່)ການແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງງານ

ມາດຕາສາມສິບຫ້າ(ໃໝ່)ການແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງ ງານ ຂໍ້ຂັດແຍ່ງທາງດ້ານລະບຽບກົດໝາຍຫຼືທາງດ້ານ ຜົນປະໂຫຍດລະຫວ່າງຜູ້ອອກແຮງງານກັບຜູ້ໃຊ້ແຮງງານຕ້ອງ ພິຈາລະນາແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍກໍາມະບານລາວດກົດລະບຽບພາຍໃນຂອງຫົວ ໜ່ວຍແຮງງານແລະລະບຽບການອອກແຮງງານດ້ວຍການເຂົ້າ ຮ່ວມຂອງທັງສອງຝ່າຍຫຼືຜູ້ຕາງໜ້າ. ໃນກໍລະນີທີ່ສອງຝ່າຍຫາກສາມາດຕົກລົງກັນໄດ້ທັງໝົດຫ ຼືບາງສ່ວນນັ້ນແລ້ວກໍ່ໃຫ້ເຮັດບົດບັນທຶກໂດຍແຕ່ລະຝ່າຍພ້ອມດ້ວຍ ພະຍານເຊັ່ນຢັ້ງຢືນຮັບຮູ້ແລ້ວສົ່ງບົດບັນທຶກດັ່ງກ່າວໃຫ້ການຈັດ ຕັ້ງກໍາມະບານ,ອົງການຄຸ້ມຄອງແຮງງານຂັ້ນຂອງຕົນພາຍໃນ ກໍານົດຫ້າວັນນັບແຕ່ວັນໄດ້ເຊັ່ນບົດບັນທຶກດັ່ງກ່າວເປັນຕົ້ນໄປເພື່ອ ຈັດຕັ້ງປະຕິບັດ. ໃນກໍລະນີທີ່ຜູ້ອອກແຮງງານແລະຜູ້ໃຊ້ແຮງງານຫາກບໍ່ປະ ຕິບັດຕາມບົດບນັດທຶກນັ້ນກໍ່ມີສິດຮ້ອງຂໍໃຫ້ອົງການຄຸ້ມຄອງແຮງ ງານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍແຮງງານເພື່ອພິຈາ ລະນາແກ້ໄຂ. ໃນກໍລະນີທີ່ອົງການຄຸ້ມຄອງແຮງງານຫາກບໍ່ສາມາດແກ້ ໄຂໄດ້ຫຼືແກ້ໄຂໄດ້ບາງສ່ວນພາຍໃນກໍານົດສິບຫ້າວັນແລ້ວຄູ່ກໍລະ ນີທີ່ບໍ່ພໍໃຈກໍ່ມີສິດຢື່ນຄໍາຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາ ຕັດສິນ. ....ມາດຕາສາມສິບຫົກ(ໃໝ່)ການດໍາເນີນຄະດີແຮງງານ

ມາດຕາສາມສິບຫົກ(ໃໝ່)ການດໍາເນີນຄະດີແຮງງານ ສານປະຊາຊົນຕ້ອງນໍາເອົາຂໍ້ຂັດແຍ່ງກ່ຽວກັບແຮງ ງານມາຄົ້ນຄວ້າ,ໄກ່ເກ່ຍແລະຕັດສິນຕາມຂັ້ນຕອນຂອງກົດໝາຍ. ...ໝວດທີສີ່:ສິດອໍານາດຂອງຄະນະສານການຄ້າ


....ມາດຕາສາມສິບເຈັດ(ປັບປຸງ)ສິດອໍານາດຂອງຄະນະສານການຄ້າໃນການພິຈາລະນາການຮ້ອງຟ້ອງ

ມາດຕາສາມສິບເຈັດ(ປັບປຸງ)ສິດອໍານາດຂອງຄະນະສານການ ຄ້າໃນການພິຈາລະນາການຮ້ອງຟ້ອງ ຄະນະສານການຄ້າມີສິດອໍານາດພິຈາລະນາຕັດສິນ ຄະດີກ່ຽວກັບ: 1. ສັນຍາຮຸ້ນສ່ວນ. 2. ສັນຍາທາງດ້ານທຸລະກິດ,ການຄ້າຫຼືເອກະສານການຄ້າ ເຊັ່ນໃບສັນຍາໃຊ້ໜີ້,ພັນທະບັດແລກເງິນ,ເຊັກ. 3. ສັນຍາກູ້ຢືມທາງການຄ້າ. 4. ການລົ້ມລະລາຍຂອງວິສາຫະກິດແລະການຊໍາລະສະ ສາງ. 5. ການສົ່ງອອກຫຼືນໍາເຂົ້າສິນຄ້າ,ການປະກັນໄພ. 6. ຂໍ້ຂັດແຍ່ງແລະຄໍາຮ້ອງຟ້ອງກ່ຽວກັບການລະ ເມີດຊັບສິນທາງປັນຍາເປັນຕົ້ນລິຂະສິດ,ເຄື່ອງໝາຍການຄ້າ ,ສິດທິບັດແລະການກະທໍາອື່ນທີ່ພາໃຫ້ເກີດການແຂ່ງຂັນທີ່ບ ໍ່ເປັນທໍາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຊັບສິນທາງ ປັນຍາ. ....ມາດຕາສາມສິບແປດ(ໃໝ່)ສິດອໍານດາຂອງຄະນະສານການຄ້າໃນການພິຈາລະນາການຮ້ອງຂໍ

ມາດຕາສາມສິບແປດ(ໃໝ່)ສິດອໍານດາຂອງຄະນະສານການຄ້າ ໃນການພິຈາລະນາການຮ້ອງຂໍ ຄະນະສານການຄ້າມີສິດອໍານາດພິຈາລະນາຕັດສິນ ກ່ຽວກັບ: 1. ການຮ້ອງຂໍໃຫ້ຢັ້ງຢືນຫຼືບັງຄັບປະຕິບັດຄໍາຕົກ ລົງຫຼືຄໍາຕັດສິນຂອງຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ. 2. ການຮ້ອງຂໍໃຫ້ຢັ້ງຢືນຫຼືບັງຄັບປະຕິບັດຄໍາຕົກລົງຫຼືຄໍາ ຕັດສິນຂອງສານຫຼືຂອງກໍາມະການຕັດສິນຕ່າງປະເທດ,ຄໍາຕັດ ສິນຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະ ຊົນແລະສະເພາະກິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. 3. ການຮ້ອງຂໍໃຫ້ອອກຄໍາສັ່ງຢຶດ,ອາຍັດຊັບຫຼືການ ນໍາໃຊ້ມາດຕະການອື່ນຂອງກຄະນະກໍາມະການຕັດສິນຂອງ ສູນ,ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ,ອົງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນຫຼືສະ ເພາະກິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການແກ້ ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແລະກົດໝາຍວ່າດ້ວຍຊັບ ສິນທາງປັນຍາ. 4. ການຮ້ອງຂໍໃຫ້ນໍາໃຊ້ມາດຕະການຕໍ່ນິຕິບຸກຄົນທີ່ ຖືກຍຸບເລີກຫຼືລົ້ມລະລາຍ. 5. ການຮ້ອງຂໍກ່ຽວກັບການປົກປ້ອງສິດທາງດ້ານ ຊັບສິນທາງປັນຍາ. 6. ການຮ້ອງຂໍອື່ນກ່ຽວກັບຄະດີການຄ້າ. ການປົກປ້ອງສິດທາງດ້ານຊັບສິນທາງປັນຍາໄດ້ກໍາ ນົດໄວ້ໃນລະບຽບການສະເພາະ. ....ມາດຕາສາມສິບເກົ້າການດໍາເນີນຄະດີຂອງຄະນະສານການຄ້າ

ມາດຕາສາມສິບເກົ້າການດໍາເນີນຄະດີຂອງຄະນະສານການຄ້າ ມີແຕ່ສານປະຊາຊົນແຂວງ,ນະຄອນເທົ່ານັ້ນຈຶ່ງມີ ສິດພິຈາລະນາຄະດີການຄ້າເປັນຂັ້ນຕົ້ນ. ຄະນະສານການຄ້າຕ້ອງພິຈາລະນາຕັດສິນຄະດີຢ່າງຖືກ ຕ້ອງ,ວ່ອງໄວແລະຍຸຕິທໍາເພື່ອຮັບປະກັນປະສິດທິພາບຂອງການ ດໍາເນີນທຸລະກິດ. ໃນການພິຈາລະນາຄະດີການຄ້າຕ້ອງຮັກສາຄວາມລັບ ຂອງບຸກຄົນ,ອົງການຈັດຕັ້ງແລະວິສາຫະກິດທີ່ເຂົ້າຮ່ວມໃນການ ດໍາເນີນຄະດີ. ການດໍາເນີນຄະດີການຄ້າໃຫ້ອີງໃສ່ກົດໝາຍກ່ຽວກັບທ ຸລະກິດ,ການຄ້າ,ຊັບສິນທາງປັນຍາແລະລະບຽບກົດໝາຍອື່ນ ລວມທັງພາກປະຕິບັດທາງດ້ານການຄ້າພາຍໃນແລະສາກົນ. ນອກຈາກນີ້ຄະນະສານການຄ້າຍັງຕ້ອງໄດ້ປະຕິບັດຕາມ ຫຼັກການທົ່ວໄປຂອງການດໍາເນີນຄະດີແພ່ງ. ....ມາດຕາສີ່ສິບ(ປັບປຸງ)ການທວງໜີ້ກ່ອນການຮ້ອງຟ້ອງ

ມາດຕາສີ່ສິບ(ປັບປຸງ)ການທວງໜີ້ກ່ອນການຮ້ອງຟ້ອງ ກ່ອນການຮ້ອງຟ້ອງຄະດີການຄ້າຕໍ່ສານເຈົ້າໜີ້ ຕ້ອງວງໃຫ້ລູກໜີ້ໃຊ້ແທນໜີ້ສິນ,ໄລ່ລຽງໜີ້ສິນຫຼືໄກ່ເກ່ຍກັນເສຍ ກ່ອນ,ຖ້າຫາກຕົກລົງກັນບໍ່ໄດ້ຈຶ່ງຮ້ອງຟ້ອງພ້ອມທັງສະເໜີຕໍ່ສານ ເພື່ອໃຫ້ລູກໜີ້ນໍາເອົາເອກະສານຫຼືບັນຊີຊັບສົມບັດຂອງຕົນມາແຈ້ງ ຕໍ່ສານແລະສະເໜີໃຫ້ອອກຄໍາສັ່ງຢິດຫຼືອາຍັດຊັບເພື່ອຮັບປະກັນ ການໃຊ້ແທນໜີ້ສິນນັ້ນ.

....ມາດຕາສີ່ສິບເອັດ(ປັບປຸງ)ການໄກ່ເກ່ຍຄູ່ຄວາມຢູ່ຄະນະສານການຄ້າ

ມາດຕາສີ່ສິບເອັດ(ປັບປຸງ)ການໄກ່ເກ່ຍຄູ່ຄວາມຢູ່ຄະນະສານ ການຄ້າ ກ່ອນຈະນໍາເອົາຄະດີອອກຕັດສິນນັ້ນຄະນະສານການ ຄ້າຕ້ອງຄົ້ນຄວ້າຊອກຫາວິທີທາງເພື່ອທໍາການໄກ່ເກ່ຍໃຫ້ຄູ່ຄວາມ ຕົກລົງແກ້ໄຂຂໍ້ຂັດແຍ່ງນໍາກັນ. ເມື່ອມີການຕົກລົງກັນກ່ຽວກັບການໃຊ້ແທນໜີ້ສິນລະຫວ່າງ ເຈົ້າໜີ້ແລະລູກໜີ້ແລ້ວໃຫ້ອອກຄໍາສັ່ງປະຕິບັດໂດຍທັນທີ.ໃນການ ໃຊ້ແທນໜີ້ສິນນັ້ນໃຫ້ຊໍາລະໝົດເທື່ອດຽວຖ້າຫາກບໍ່ມີຄວາມສາ ມາດຊໍາລະໝົດເທື່ອດຽວໄດ້ກໍ່ໃຫ້ຊໍາລະເປັນງວດແຕ່ໃນງວດທໍາ ອິດນັ້ນຕ້ອງຊໍາລະກ່ອນຢ່າງນ້ອຍບໍ່ໃຫ້ຫຼຸດໜຶ່ງສ່ວນສາມຂອງໜີ້ ສິນທັງໝົດເວັ້ນເສຍແຕ່ມີການຕົກລົງກັນຕ່າງຫາກ.

....ມາດຕາສີ່ສິບສອງ(ປັບປຸງ)ການພິຈາລະນາຜົນການແກ້ໄຂຂອງຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາສີ່ສິບສອງ(ປັບປຸງ)ການພິຈາລະນາຜົນການແກ້ໄຂຂອງ ຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຜົນຂອງການແກ້ໄຂຂອງຄະນະກໍາະການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດເຊັ່ນຄໍາຕົກລົງຂອງການໄກ່ເກ່ຍ,ຄໍາ ຕົກລົງຂອງຄູ່ກໍລະນີກ່ອນການຕັດສິນແລະຄໍາຕັດສິນຂອງຄະນະ ກໍາມະການຕັດສິນທີ່ບໍ່ໄດ້ຮັບການປະຕິບັດນັ້ນຄູ່ກໍລະນີມີສິດຮ້ອງ ຂໍຕໍ່ສານເພື່ອພິຈາລະນາ. ເມື່ອໄດ້ຮັບຄໍາຮ້ອງຂໍຂອງຄູ່ກໍລະນີແລ້ວສານປະຊາຊົນ ຕ້ອງພິຈາລະນາອອກຄໍາຊີ້ຂາດພາຍໃນສິບຫ້າວັນນັບແຕ່ວັນໄດ້ ຮັບຄໍາຮ້ອງຂໍເປັນຕົ້ນໄປ. ໃນການພິຈາລະນາອອກຄໍາຊີ້ຂາດນັ້ນສານປະຊາຊົນຕ້ອງ ກວດເບິ່ງການດໍາເນີນການແກ້ໄຂຂໍ້ຂັດແຍ່ງນັ້ນໄດ້ປະຕິບັດຖືກ ຕ້ອງຕາມລະບຽບກົດໝາຍ,ສົນທິສັນຍາສາກົນທີ່ສປປລາວເປັນ ພາຄີ,ບໍ່ແຕະຕ້ອງເຖິງຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບ ຂອງສັງຄົມແລະສິ່ງແວດລ້ອມ.ຖ້າເຫັນວ່າຖືກຕ້ອງສານປະຊາ ຊົນຕ້ອງອອກຄໍາຊີ້ຂາດເພື່ອບັງຄັບປະຕິບັດ.ຄໍາຊີ້ຂາດຂອງສານ ປະຊາຊົນມີຜົນບັງຄັບປະຕິບັດໃນທັນໃດແລະບໍ່ສາມາດອຸທອນໄດ້. ຖ້າສານປະຊາຊົນຫາກເຫັນວ່າຜົນຂອງການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດລະເມີດລະບຽບກົດໝາຍແລ້ວສານ ປະຊາຊົນກໍ່ຈະບໍ່ລົງຄໍາຊີ້ຂາດຢັ້ງຢືນເອົາເປັນຕົ້ນໃນກໍລະນີດັ່ງນີ້: 1. ຄູ່ກໍລະນີໃດໜຶ່ງບໍ່ມີຄວາມສາມາດທາງດ້ານການປະ ພຶດ. 2. ຜົນຂອງການແກ້ໄຂຂໍ້ຂັດແຍ່ງດັ່ງກ່າວຂັດກັບກົດ ໝາຍທີ່ໃຊ້ເປັນບ່ອນອີງໃນການແກ້ໄຂຫຼືບໍ່ສອດຄ່ອງກັບກົດ ໝາຍຂອງສປປລາວ. 3. ຄູ່ກໍລະນີມີການຄັດຄ້ານຄໍາຕັດສິນຂອງຄະນະກໍາມະ ການຕັດສິນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການແກ້ ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. 4. ຄໍາຕັດສິນດັ່ງກ່າວຍັງບໍ່ມີຜົນບັງຄັບຄູ່ກໍລະນີຫຼືຖືກ ຍົກເລີກ,ຖືກໂຈະໂດຍສານຫຼືບໍ່ສອດຄ່ອງກັບກົດໝາຍຂອງປະ ເທດທີ່ໄດ້ອອກຄໍາຕົກລົງນັ້ນ. 5. ຂໍ້ຂັດແຍ່ງດັ່ງກ່າວບໍ່ສາມາດແກ້ໄຂໄດ້ດ້ວຍອົງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດພາຍໃຕ້ກົດໝາຍ ຂອງສປປລາວ.

ຄູ່ກໍ່ລະນີມີສິດຕົກລົງໃຫ້ສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດແກ້ໄຂຄືນໃໝ່ຫຼືຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສິນຕາມກົດໝາຍ. ....ມາດຕາສີ່ສິບສາມຄະດີການຄ້າຫຼັງການຕັດສິນ

ມາດຕາສີ່ສິບສາມຄະດີການຄ້າຫຼັງການຕັດສິນ ພາຍຫຼັງທີ່ສານໄດ້ຕັດສິນຄະດີການຄ້າແລ້ວຖ້າຫາກບໍ່ມີ ການຂໍອຸທອນຫຼືສະເໜີຄັດຄ້ານຄໍາຕັດສິນດັ່ງກ່າວກໍ່ຈະຖືກສົ່ງໄປ ຍັງຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານບ່ອນກ່ຽວຂ້ອງ ເພື່ອປະຕິບັດໃຫ້ສໍາເລັດໂດຍໄວ. ...ໝວດທີຫ້າສິດອໍານາດຂອງຄະນະສານຄອບຄົວ


....ມາດຕາສີ່ສິບສີ່(ປັບປຸງ)ສິດອໍານາດຂອງຄະນະສານຄອບຄົວໃນການພິຈາລະນາການຮ້ອງຟ້ອງ

ມາດຕາສີ່ສິບສີ່(ປັບປຸງ)ສິດອໍານາດຂອງຄະນະສານຄອບຄົວໃນ ການພິຈາລະນາການຮ້ອງຟ້ອງ ຄະນະສານຄອບຄົວມີສິດອໍານາດພິຈາລະນາຕັດສິນຄະ ດີກ່ຽວກັບ: 1. ສາຍຜົວເມຍເຊັ່ນການຢ່າຮ້າງ,ການແບ່ງປັນສິນ ສົມສ້າງ,ໜີ້ສິນຂອງຄູ່ຜົວເມຍ. 2. ການຮ້ອງຟ້ອງທວງເອົາຄ່າລ້ຽງດູລູກ. 3. ການຮ້ອງຟ້ອງທວງເອົາຄ່າລ້ຽງດູຜົວຫຼືເມຍ,ພໍ່ ແມ່ແລະລູກທີ່ພົ້ນກະສຽນອາຍຸແຕ່ຂາດຄວາມສາມາດໃນ ການອອກແຮງງານຫຼືເປັນບ້າເສຍຈິດ. 4. ສາວພົວພັນຄອບຄົວເປັນຕົ້ນການຮັບຮູ້ການ ເປັນສາຍຍາດ. 5. ການຮ້ອງຟ້ອງເອົາລູກມາຢູ່ໃນການຄຸ້ມຄອງ. 6. ການປົດສິດໃນການເປັນພໍ່,ແມ່ແລະລູກ. 7. ການເປັນລູກລ້ຽງ. 8. ການຮັບຮູ້ເດັກເປັນລູກຫຼືຮັບຮູ້ການເປັນພໍ່. 9. ຜົນປະໂຫຍດຂອງເດັກເຊັ່ນການໃສ່ຊື່,ນາມສະກຸນ ແລະສັນຊາດຂອງເດັກ. 10. ຄວາມເສຍຫາຍທີ່ເນື່ອງມາຈາກການບໍ່ປະຕິບັດ ຕາມການໝັ້ນໝາຍ,ການສູ່ຂໍ,ການຮ່ວມປະເວນີກັນກ່ອນການ ເປັນຜົວເມຍແລະອື່ນໆ. ....ມາດຕາສີ່ສິບຫ້າ(ໃໝ່)ສິດອໍານາດຂອງຄະນະສານຄອບຄົວ

ມາດຕາສີ່ສິບຫ້າ(ໃໝ່)ສິດອໍານາດຂອງຄະນະສານຄອບຄົວ ໃນການພິຈາລະນາການຮ້ອງຂໍຄະນະສານຄອບຄົວມີສິດ ອໍານາດພິຈາລະນາກ່ຽວກັບ. 1. ການຮ້ອງຂໍໃຫ້ລົບລ້າງການແຕ່ງດອກເປັນໂມຄະ ຫຼືຍົກເລີກການແຕ່ງດອງທີ່ບໍ່ສອດຄ່ອງກັບກົດໝາຍ. 2. ການຮ້ອງຂໍໃຫ້ສານຮັບຮູ້ການຢ່າຮ້າງດ້ວຍຄວາມ ສະໝັກໃຈ. 3. ການຮ້ອງຂໍໃຫ້ຮັບຮູ້ການແບ່ງປັນສິນສົມສ້າງພາຍ ຫຼັງການຢ່າຮ້າງດ້ວຍຄວາມສະໝັກໃຈ. 4. ການຮ້ອງຂໍໃຫ້ສານພິຈາລະນາການປ່ຽນແປງສິດ ໃນການຄຸ້ມຄອງລູກພາຍຫຼັງການຢ່າຮ້າງ. 5. ການຮ້ອງຂໍໃຫ້ສານອອກມາດຕະການຈໍາກັດສິດ ຂອງພໍ່ຫຼືແມ່ຕໍ່ເດັກ. 6. ການຮ້ອງຂໍໃຫ້ສານອອກມາດຕະການຕໍ່ພໍ່ຫຼືແມ່ໃນການ ເບິ່ງແຍງລ້ຽງດູເດັກພາຍຫຼັງການຢ່າຮ້າງ. 7. ການຮ້ອງຂໍບັນຫາອື່ນກ່ຽວກັບຄະດີຄອບຄົວ. ....ມາດຕາສີ່ສິບຫົກການໄກ່ເກ່ຍຄູ່ຄວາມຢູ່ຄະນະສານຄອບຄົວ

ມາດຕາສີ່ສິບຫົກການໄກ່ເກ່ຍຄູ່ຄວາມຢູ່ຄະນະສານຄອບຄົວ ກ່ອນການພິຈາລະນາຕັດສິນຄະດີຢ່າຮ້າງນັ້ນສານຕ້ອງ ພະຍາຍາມທໍາການໄກ່ເກ່ຍໃຫ້ຄູ່ຜົວເມຍຄືນດີກັນໂດຍເຊີນເອົາພໍ່ ແມ່ແລະຍາດພີ່ນ້ອງຂອງຄູ່ຄວາມນັ້ນເຂົ້າມາສານເພື່ອປຶກສາຫາ ລືຫຼືຊ່ວຍເຫຼືອສານໃນການສຶກສາອົບຮົມໄກ່ເກ່ຍໃຫ້ຄູ່ຄວາມໄດ້ ເຂົ້າອົກເຂົ້າໃຈແລະປະນີປະນອມກັນກ້າວໄປເຖິງໃຫ້ຄູ້ຜົວເມຍ ໄດ້ຢູ່ຮ່ວມກັນຕໍ່ໄປ. ຖ້າຄູ່ຜົວເມຍຫາກຄືນດີກັນໄດ້ສານກໍ່ເຮັດບົດບັນທຶກໄວ້ ແລ້ວໃຫ້ຖອນຄໍາຮ້ອງຂໍຢ່າຮ້າງ. ໃນກໍລະນີທີ່ບໍ່ສາມາດຕົກລົງກັນໄດ້ສານຈະໃຫ້ເວລາໄປ ຄົ້ນຄິດໃນກໍານົດສາມເດືອນ. ຖ້າວ່າຄູ່ຜົວເມຍຫາກບໍ່ສາມາດຄືນດີກັນໄດ້ຕາມກໍານົດ ເວລາທີ່ສານໄດ້ກໍານົດໃຫ້ນັ້ນແລ້ວສານກໍ່ຈະພິຈາລະນາຕັດສິນ ກ່ຽວກັບຄໍາຮ້ອງຂໍຢ່າຮ້າງຕາມກົດໝາຍ. ....ມາດຕາສີ່ສິບເຈັດການແບ່ງປັນສິນສົມສ້າງແລະການຄຸ້ມຄອງລູກ

ມາດຕາສີ່ສິບເຈັດການແບ່ງປັນສິນສົມສ້າງແລະການຄຸ້ມຄອງລູກ ການແບ່ງປັນສິນສົມສ້າງຂອງຄູ່ຜົວເມຍໃຫ້ປະຕິບັດຕາມ ກົດໝາຍວ່າດ້ວຍຄອບຄົວ. ໃນກໍລະນີທີ່ມີການຢ່າຮ້າງກັນເດັກທີ່ມີອາຍຸຕໍ່າກວ່າເຈັດ ປີສານຈະມອບໃຫ້ເດັກນັ້ນຢູ່ນໍາຜູ້ເປັນແມ່ເວັ້ນເສຍແຕ່ຜູ້ເປັນແມ່ ຫາກບໍ່ຮັບເອົາເດັກຫຼືບໍ່ມີເງື່ອນໄຂໃນການລ້ຽງດູເດັກຕໍ່ໄປ.ສໍາ ລັບເດັກທີ່ມີອາຍຸແຕ່ເຈັດປີຂຶ້ນໄປນັ້ນໃຫ້ຖາມຄວາມສະໝັກໃຈ ຂອງເດັກເສຍກ່ອນ. ໃນກໍລະນີທີ່ພໍ່ແລະແມ່ຫາກບໍ່ຮັບເອົາເດັກຫຼືບໍ່ເໝາະສົມ ໃນການລ້ຽງດູເດັກແລ້ວສານກໍ່ພິຈາລະນາມອບເດັກໃຫ້ບຸກຄົນ ທີສາມເປັນຜູ້ຄຸ້ມຄອງລ້ຽງດູ.

....ມາດຕາສີ່ສິບແປດ(ປັບປຸງ)ການພິຈາລະນາຄ່າລ້ຽງດູ

ມາດຕາສີ່ສິບແປດ(ປັບປຸງ)ການພິຈາລະນາຄ່າລ້ຽງດູ ເມື່ອມີການຮ້ອງຂໍເອົາຄ່າລ້ຽງດູລູກໃນກໍລະນີມີການຢ່າ ຮ້າງນັ້ນຖ້າຫາກມີສິນສົມສ້າງກໍ່ໃຫ້ແບ່ງເອົາໜຶ່ງສ່ວນສາມ ຂອງສິນສົມສ້າງເພື່ອເປັນຄ່າລ້ຽງດູ,ໃນກໍລະນີທີ່ສິນສົມສ້າງ ຫາກບໍ່ພຽງພໍກັບຄ່າລ້ຽງດູລູກກໍ່ໃຫ້ຜູ້ມີພັນທັນລ້ຽງດູສືບຕໍ່ຈ່າຍ ຄ່າລ້ຽງດູລູກແຕ່ລະຄົນເປັນແຕ່ລະເດືອນຕາມອັດຕາຄ່າຄອງ ຊີບໃນແຕ່ລະໄລຍະຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ຄອບຄົວ. ໃນກໍລະນີທີ່ບໍ່ມີສິນສົມສ້າງສານກໍ່ຕ້ອງຕັດສິນໃຫ້ຝ່າຍຜູ້ ມີພັນທະລ້ຽງດູນັ້ນຈ່າຍຄ່າລ້ຽງດູລູກແຕ່ລະຄົນເປັນແຕ່ລະ ເດືອນຕາມອັດຕາຄ່າຄອງຊີບໃນແຕ່ລະໄລຍະໂດຍເອົາເຄິ່ງ ໜຶ່ງຂອງເງິນເດືອນຕໍ່າສຸດຂອງພະນັກງານລັດເປັນພື້ນຖານ ຂອງການຄິດໄລ່.ຖ້າສິນສົມສ້າງຫາກເປັນເຮືອນທີ່ຄອບຄົວດໍາ ລົງຊີວິດຢູ່ນັ້ນຜົວຫຼືເມຍທີ່ມີລູກຢູ່ນໍານັ້ນມີບຸລິມະສິດໃນການໄດ້ ຮັບເຮືອນດັ່ງກ່າວ.ຖ້າມູນຄ່າເຮືອນຫາກສູງກວ່າພູດຂອງຜູ້ມີ ພັນທະລ້ຽງດູລູກໄດ້ຮັບນັ້ນກໍ່ໃຫ້ຜູ້ໄດ້ຮັບເຮືອນນັ້ນສົ່ງມູນຄ່າທີ່ ເກີນໃຫ້ກ່ອີກຝ່າຍໜຶ່ງ. ສໍາລັບການລ້ຽງດູຜົວຫຼືເມຍພາຍຫຼັງການຢ່າຮ້າງກັນ ນັ້ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຄອບຄົວ. ....ມາດຕາສີ່ສິບເກົ້າ(ປັບປຸງ)ການປົດສິດໃນການເປັນພໍ່,ແມ່ແລະລູກ

ມາດຕາສີ່ສິບເກົ້າ(ປັບປຸງ)ການປົດສິດໃນການເປັນພໍ່,ແມ່ແລະລູກ ການປົດສິດໃນການເປັນພໍ່,ແມ່ຂອງເດັກຕາມຄໍາສະ ເໜີຂອງແມ່,ພໍ່,ຍາດໃກ້ຊິດຫຼືຫົວໜ້າອົງການໄອຍະການປະຊາຊົນ ຈະດໍາເນີນໄດ້ກໍ່ຕໍ່ເມື່ອຫາກລູກບໍ່ທັນເຖິງກະສຽນອາຍຸສິບແປດປີ ຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຄອບຄົວ. ການພິຈາລະນາກ່ຽວກັບການປົດສິດໃນການເປັນລູກນັ້ນ ຈະດໍາເນີນໄດ້ກໍ່ຕໍ່ເມື່ອລູກຜູ້ນັ້ນຫາກເຖິງກະສຽນອາຍຸສິບແປດປີ ແລ້ວແລະເປັນລູກເນລະຄຸນເປັນຕົ້ນທໍາຮ້າຍຮ່າງກາຍ,ບັງຄົບ ນາບຂູ່ພໍ່,ແມ່,ບໍ່ປະຕິບັດພັນທະໃນການລ້ຽງດູພໍ່ແມ່ຕາມຄໍາຕັດສິນ ຂອງສານແລະອື່ນໆ. ....ມາດຕາຫ້າສິບ(ໃໝ່)ການພິຈາລະນາກ່ຽວກັບສາຍພົວພັນຄອບຄົວ

ມາດຕາຫ້າສິບ(ໃໝ່)ການພິຈາລະນາກ່ຽວກັບສາຍພົວພັນຄອບຄົວ ການພິຈາລະນາກ່ຽວກັບການຢ່າຮ້າງ,ການເອົາເດັກ ມາເປັນລູກລ້ຽງ,ການຮັບຮູ້ການເປັນພໍ່,ພັນທະໃນການລ້ຽງດູພໍ່ ແມ່ແລະລູກໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ຄອບຄົວ. ...ໝວດທີຫົກສິດອໍານາດຂອງຄະນະສານເດັກ


....ມາດຕາຫ້າສິບເອັດສິດອໍານາດຂອງຄະນະສານເດັກໃນການພິຈາລະນາການຮ້ອງຟ້ອງ

ມາດຕາຫ້າສິບເອັດສິດອໍານາດຂອງຄະນະສານເດັກໃນການພິ ຈາລະນາການຮ້ອງຟ້ອງ ຄະນະສານເດັກມີສິດອໍານາດພິຈາລະນາຄິດີກ່ຽວກັບ: 1. ການໃຊ້ແທນຄ່າເສຍຫາຍເນື່ອງມາຈາກການ ກະທໍາຂອງເດັກທີ່ມີອາຍຸຕໍ່າກວ່າສິບແປດປີ. 2. ແຮງງານເດັກ. 3. ການກະທໍາລະຫວ່າງເດັກດ້ວຍກັນ. 4. ການລະເມີດສິດທິຂອງເດັກ.

ໃນໄລຍະເວລາຂອງການດໍາເນີນຄະດີເດັກເຖິງວ່າ ເດັກນັ້ນຈະມີຄວາມສາມາດທາງດ້ານການປະພຶດຫຼືມີອາຍຸຄົບ ສິບແປດປີແລ້ວກໍ່ຕາມກໍ່ໃຫ້ຄະນະສານດັ່ງກ່າວສືບຕໍ່ພິຈາລະ ນາຈົນກວ່າຄະດີຈະສໍາເລັດ.ຖ້າຫາກມີການຂໍອຸທອນແລະຂໍລົບ ລ້າງກໍ່ໃຫ້ຄະນະສານເດັກຂອງສານຂັ້ນເທິງມີສິດອໍານາດພິຈາ ລະນາຕໍ່ໄປ. ....ມາດຕາຫ້າສິບສອງ(ໃໝ່)ສິດອໍານາດຂອງຄະນະສານເດັກໃນການພິຈາລະນາການຮ້ອງຂໍ

ມາດຕາຫ້າສິບສອງ(ໃໝ່)ສິດອໍານາດຂອງຄະນະສານເດັກໃນການ ພິຈາລະນາການຮ້ອງຂໍ ຄະນະສານເດັກມີສິດອໍານາດພິຈາລະນາກ່ຽວກັບ: 1. ການຮ້ອງຂໍໃຫ້ພິຈາລະນາແຕ່ງຕັ້ງຜູ້ປົກຄ້ອງເດັກ. 2. ການຮ້ອງຂໍໃຫ້ພິຈາລະນາອອກມາດຕະການຄຸ້ມ ຄອງ,ສຶກສາອົບຮົມເດັກ. 3. ການຮ້ອງຂໍໃຫ້ນໍາໃຊ້ມາດຕະການຕໍ່ເດັກທີ່ກະທໍາຜິດ. 4. ການຮ້ອງຂໍໃຫ້ແຕ່ງຕັ້ງຜູ້ຄຸ້ມຄອງຊັບສົມບັດຂອງເດັກ. 5. ການຮ້ອງຂໍໃຫ້ນໍາໃຊ້ມາດຕະການເພື່ອປົກປ້ອງສິດແລະ ຜົນປະໂຫຍດຂອງເດັກ. 6. ການຮ້ອງຂໍອື່ນກ່ຽວກັບຄະດີເດັກ. ....ມາດຕາຫ້າສິບສາມ(ປັບປຸງ)ການພິຈາລະນາຄະດີເດັກ

ມາດຕາຫ້າສິບສາມ(ປັບປຸງ)ການພິຈາລະນາຄະດີເດັກ ໃນການພິຈາລະນາຄະດີເດັກທີ່ກໍ່ຄວາມເສຍຫາຍໃຫ້ແກ່ ບຸກຄົນອື່ນຕ້ອງໃຫ້ພໍ່ແມ່ນຜູ້ປົກຄອງເຂົ້າຮ່ວມນໍາເພື່ອເປັນຜ້ຮັບ ຜິດຊອບຕໍ່ຄ່າເສຍຫາຍທາງແພ່ງ. ສໍາລັບການພິຈາລະນາບັນຫາອື່ນໃນຄະດີເດັກນັ້ນໃຫ້ດໍາ ເນີນຕາມລະບຽບການທົ່ວໄປແລະຕາມຂໍ້ມູນຫຼັກຖານຕົວຈິງ.

..ພາກທີສີ່ຜູ້ດໍາເນີນຄະດີ


...ໝວດທີໜຶ່ງຜູ້ຮັບຜິດຊອບໃນການດໍາເນີນຄະດີ


....ມາດຕາຫ້າສິບສີ່(ໃໝ່)ຜູ້ຮັບຜິດຊອບໃນການດໍາເນີນຄະດີຂອງສານປະຊາຊົນ

ມາດຕາຫ້າສິບສີ່(ໃໝ່)ຜູ້ຮັບຜິດຊອບໃນການດໍາເນີນຄະດີຂອງ ສານປະຊາຊົນ ຜູ້ຮັບຜິດຊອບໃນການດໍາເນີນຄະດີແພ່ງປະກອບດ້ວຍ: 1. ປະທານ,ບັນດາຮອງປະທານສານ. 2. ຫົວໜ້າຄະນະສານ,ຮ້ອງຫົວໜ້າຄະນະສານ. 3. ຜູ້ພິພາກສາ. 4. ຜູ້ຊ່ວຍຜູ້ພິພາກສາ. 5. ຈ່າສານ. 6. ພະນັກງານວິຊາການ. ....ມາດຕາຫ້າສິບຫ້າ(ໃໝ່)ສິດແລະໜ້າທີ່ຂອງປະທານແລະບັນດາຮອງປະທານສານ

ມາດຕາຫ້າສິບຫ້າ(ໃໝ່)ສິດແລະໜ້າທີ່ຂອງປະທານແລະບັນດາຮອງ ປະທານສານ ໃນການດໍາເນີນຄະດີປະທານແລະບັນດາຮອງປະທານ ສານມີສິດແລະໜ້າທີ່ໃນການຊຸກຍູ້ຕິິດຕາມການປະຕິບັດແຜນ ການດໍາເນີນຄະດີຂອງແຕ່ລະຄະນະສານແລະປະຕິບັດສິດ,ໜ້າ ທີ່ອື່ນໃນຂອບເຂດຄວາມຮັບຜິດຊອບຂອງຕົນຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍວ່າດ້ວຍສານປະຊາຊົນ. ປະທານແລະບັນດາຮອງປະທານສານມີສິດນັ່ງເປັນປະ ທານໃນທຸກຄະນະສານຕັດສິນຂອງສານປະຊາຊົນຂັ້ນຂອງຕົນ. ....ມາດຕາຫ້າສິບຫົກ(ໃໝ່)ສິດແລະໜ້າທີ່ຂອງຫົວໜ້າແລະຮອງຫົວໜ້າຄະນະສານ

ມາດຕາຫ້າສິບຫົກ(ໃໝ່)ສິດແລະໜ້າທີ່ຂອງຫົວໜ້າແລະຮອງຫົວ ໜ້າຄະນະສານ ຫົວໜ້າຄະນະສານມີສິດແລະໜ້າທີ່ໃນການດໍາເນີນຄະດີຄື: 1. ກວດກາແລະແຈກຢາຍສໍານວນຄະດີໃຫ້ຜູ້ພິພາກ ສາຄົ້ນຄວ້າ. 2. ຕິດຕາມ,ກວດກາແລະຊຸກຍູ້ການດໍາເນີນຄະດີໃຫ້ມີ ຄວາມວ່ອງໄວ.

ຮອງຫົວໜ້າຄະນະສານມີໜ້າທີ່ຊ່ວຍຫົວໜ້າຄະນະ ສານໃນການປະຕິບັດໜ້າທີ່ວຽກງານແລະອາດຈະໄດ້ຮັບ ໜ້າທີ່ໃດໜຶ່ງສະເພາະຕາມການມອບາຍຂອງຫົວໜ້າຄະນະ ສານ.ໃນກໍລະນີທີ່ຫົວໜ້າຄະນະສານບໍ່ຢູ່ຫຼືຕິດຂັດແມ່ນຮອງ ຫົວໜ້າຄະນະສານຜູ້ໄດ້ຮັບມອບໝາຍເປັນຜູ້ປະຕິບັດໜ້າທີ່ ແທນ. ນອກຈາກນີ້ຫົວໜ້າແລະຮອງຫົວໜ້າຄະນະສານໃນ ຖານະທີ່ເປັນຜູ້ພິພາກສາກໍ່ຍັງມີສິດແລະໜ້າທີ່ຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາຫ້າສິບເຈັດຂອງກົດໝາຍສະບັບນີ້. ....ມາດຕາຫ້າສິບເຈດ(ໃໝ່)ສິດແລະໜ້າທີ່ຂອງຜູ້ພິພາກສາ

ມາດຕາຫ້າສິບເຈດ(ໃໝ່)ສິດແລະໜ້າທີ່ຂອງຜູ້ພິພາກສາ ຜູ້ພິພາກສາມີສິດແລະໜ້າທີ່ໃນການດໍາເນີນຄະດີດັ່ງນີ້: 1. ກໍານົດແຜນການຄົ້ນຄວ້າຄະດີທີ່ຕົນຮັບຜິດຊອບ. 2. ຄົ້ນຄວ້າສໍານວນຄະດີທີ່ໄດ້ຮັບມອບໝາຍ. 3. ມອບສໍານວນຄະດີໃຫ້ຜູ້ຊ່ວຍຜູ້ພິພາກສາທໍາການ ຄົ້ນຄວ້າ. 4. ເອົາຄໍາໃຫ້ການຂອງໂຈດ,ຈໍາເລີຍແລະບຸກຄົນອື່ນທີ່ ເຂົ້າຮ່ວມໃນການດໍາເນີນຄະດີ. 5. ຮັບຟັງ,ຄົ້ນຄວ້າຄໍາສະເໜີຂອງຜູ້ເຂົ້າຮ່ວມໃນ ການດໍາເນີນຄະດີ. 6. ເກັບກໍາຂໍ້ມູນຫຼັກຖານກ່ຽວກັບຄະດີເປັນຕົ້ນລົງເກັບກໍາ ຂໍ້ມູນ,ກວດກາບັນຫາທີ່ຂັດແຍ່ງໃນຄະດີ. 7. ຄົ້ນຄວ້າການອອກຄໍາສັ່ງ,ຄໍາຊີ້ຂາດຫຼືການນໍາໃຊ້ມາດ ຕະການໃດໜຶ່ງ. 8. ຄົ້ນຄວ້າການຕົດລົງໂຈະການດໍາເນີນຄະດີ. 9. ໄກ່ເກ່ຍຫຼືທໍາການຊ້ອງໜ້າຄູ່ຄວາມໃນຄະດີ. 10. ນັ່ງເປັນຄະນະສານຕັດສິນຄະດີ. 11. ຕົກລົງໃຫ້ຈ່າສານອອກໝາຍຮຽກຄູ່ຄວາມຫຼືຜູ້ເຂົ້າ ຮ່ວມໃນການດໍາເນີນຄະດີອື່ນເຂົ້າມາໃຫ້ການ,ຊີ້ແຈງກ່ຽວກັບ ຄະດີ. 12. ຂຽນຄໍາຕັດສິນຫຼືຄໍາພິພາກສາໃນຄະດີທີ່ຕົນຮັບ ຜິດຊອບ. 13. ໄດ້ຮັບການບໍາລຸງ,ຍົກລະດັບກ່ຽວກັບວຽກງານດໍາ ເນີນຄະດີ. 14. ໄດ້ຮັບການປົກປ້ອງຕາມກົດໝາຍຈາກການຂົ່ມຂູ່ຕໍ່ຊີ ວິດ,ສຸຂະພາບ,ກຽດຊື່ສຽງແລະຊັບສິນສ່ວນຕົວຫຼືຄອບຄົວ. 15. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍ.

....ມາດຕາຫ້າສິບແປດ(ໃໝ່)ສິດແລະໜ້າທີ່ຂອງຜູ້ຊ່ວຍຜູ້ພິພາກສາ

ມາດຕາຫ້າສິບແປດ(ໃໝ່)ສິດແລະໜ້າທີ່ຂອງຜູ້ຊ່ວຍຜູ້ພິພາກສາ ຜູ້ຊ່ວຍຜູ້ພິພາກສາມີສິດແລະໜ້າທີ່ໃນການດໍາເນີນຄະ ດີດັ່ງນີ້: 1. ຊ່ວຍຜູ້ພິພາກສາໃນການຄົ້ນຄວ້າສໍານວນຄະດີ. 2. ຊ່ວຍຜູ້ພິພາກສາໃນການເອົາຄໍາໃຫ້ການຂອງຜູ້ເຂົ້າ ຮ່ວມໃນການດໍາເນີນຄະດີ. 3. ຊ່ວຍຜູ້ພິພາກສາໃນການເກັບກໍາຂໍ້ມູນຫຼັກຖານກ່ຽວ ກັບຄະດີເປັນຕົ້ນລົງເກັບກໍາຂໍ້ມູນ,ກວດກາບັນຫາທີ່ຂັດແຍ່ງ ໃນຄະດີ. 4. ເຂົ້າຮ່ວມໃນການໄກ່ເກ່ຍຫຼືທໍາການຊ້ອງໜ້າຄູ່ ຄວາມໃນຄະດີ. 5. ສະຫຼຸບລາຍງານຄະດີທີ່ຕົນຮັບຜິດຊອບຄົ້ນຄວ້າຕໍ່ຜູ້ພິ ພາກສາ. 6. ຊ່ວຍຜູ້ພິພາກສາໃນການຂຽນຄໍາຕັດສິນແລະຄໍາພິພາກ ສາຂອງສານ. 7. ໄດ້ຮັບການບໍາລຸງ,ຍົກລະດັບກ່ຽວກັບວຽກງານດໍາ ເນີນຄະດີແລະວຽກງານອື່ນທີ່ຕົນຮັບຜິດຊອບ. 8. ໄດ້ຮັບການປົກປ້ອງຕາມກົດໝາຍຈາກການຂົ່ມຂູ່ ຕໍ່ຊີວິດ,ສຸຂະພາບ,ກຽດຊື່ສຽງແລະຊັບສິນສ່ວນຕົວຫຼືຄອບຄົວ. 9. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍ.

....ມາດຕາຫ້າສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງຈ່າສານ

ມາດຕາຫ້າສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງຈ່າສານ ຈ່າສານມີສິດແລະໜ້າທີ່ໃນການດໍາເນີນຄະດີດັ່ງນີ້: 1. ຮັບແລະກວດກາຄໍາຮ້ອງຟ້ອງ,ຄໍາແກ້ຟ້ອງ,ຄໍາຟ້ອງ ແຍ່ງ,ຄໍາຮ້ອງຂໍອອຸທອນ,ຄໍາຮ້ອງຂໍລົບລ້າງແລະເອກະສານ ອື່ນທີ່ກ່ຽວຂ້ອງກັບຄະດີ. 2. ປະກອບສໍານວນ,ຂຶ້ນຟ້ອງ,ເຮັດບັນຊີຄະດີ,ຈັດລຽງເອ ກະສານໃນສໍານວນຄະດີ; 3. ອອກໝາຍຮຽກ,ໝາຍເຊີນຕາມການຕົກລົງຂອງຜູ້ ພິພາກສາ. 4. ເຂົ້າຮ່ວມບັນທຶກການເອົາຄໍາໃຫ້ການ,ການໄກ່ເກ່ຍ ແລະການໄຕ່ສວນ. 5. ກະກຽມການປະຊຸມສານ,ກວດກາຜູ້ເຂົ້າຮ່ວມ,ປະກາດ ລະບຽບປະຊຸມສານໃຫ້ຜູ້ເຂົ້າຮ່ວມໃນການດໍາເນີນຄະດີຊາບແລະ ປະຕິບັດ. 6. ອະທິບາຍ,ຊີ້ແຈງເຫດຜົນໃຫ້ຄູ່ຄວາມໃນຄະດີເຂົ້າໃຈ ກ່ຽວກັບຜົນຂອງການຕັດສິນຫຼືພະພາກສາຄະດີຂອງສານພ້ອມ ທັງແຈ້ງສິດໃນການຂໍອຸທອນຫຼືຂໍລົບລ້າງ. 7. ເຊັນຢັ້ງຢືນສໍາເນົາຄໍາຕັດສິນຫຼືຄໍາພິພາກສາແລະເອ ກະສານອື່ນຕາມລະບຽບກົດໝາຍ. 8. ເຮັດບັນຊີ,ເກັບມ້ຽນຂອງກາງຄະດີ,ເກັບ,ຄຸ້ມຄອງ ເງິນຄ່າທໍານຽມສານແລະເງິນວາງສານຕາມລະບຽບກົດໝາຍ, ສະຫຼຸບສະຖິຕິຄະດີ,ສົ່ງຄໍາຕັດສິນ,ຄໍາພິພາກສາຫຼືເອກະສານອື່ນ ຂອງສານໃຫ້ພາກສ່ວນທີ່ກ່ຽວຂ້ອງ. 9. ໄດ້ຮັບການບໍາລຸງ,ຍົກລະດັບກ່ຽວກັບວຽກງານກົດ ໝາຍແລະວຽກງານອື່ນທີ່ຕົນຮັບຜິດຊອບ. 10. ໄດ້ຮັບການປົກປ້ອງຕາມກົດໝາຍຈາກການຂົ່ມຂຸ່ຕໍ່ຊີ ວິດ,ສຸຂະພາບ,ກຽດຊື່ສຽງແລະຊັບສິນສ່ວນຕົວຫຼືຄອບຄົວ. 11. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍ. ...ໝວດທີສອງຜູ້ຮັບຜິດຊອບໃນການດໍາເນີນຄະດີຂອງອົງການໄອຍະການປະຊາຊົນ


....ມາດຕາຫົກສິບເອັດ(ໃໝ່)ຜູ້ຮັບຜິດຊອບໃນການດໍາເນີນຄະດີຂອງອົງການໄອຍະການປະຊາຊົນ

ມາດຕາຫົກສິບເອັດ(ໃໝ່)ຜູ້ຮັບຜິດຊອບໃນການດໍາເນີນຄະດີຂອງ ອົງການໄອຍະການປະຊາຊົນ ຜູ້ຮັບຊອບໃນການດໍາເນີນຄະດີແພ່ງຂອງອົງການໄອຍະ ການປະຊາຊົນປະກອບດ້ວຍ: 1. ຫົວໜ້າອົງການໄອຍະການປະຊາຊົນ,ບັນດາຮອງຫົວ ໜ້າອົງການໄອຍະການປະຊາຊົນ. 2. ພະນັກງານໄອຍະການປະຊາຊົນ. 3. ຜູ້ຊ່ວຍພະນັກງານໄອຍະການປະຊາຊົນ.

....ມາດຕາຫົກສິບສອງ(ປັບປຸງ)ພາລະບົດບາດຂອງອົງການໄອຍະການປະຊາຊົນໃນການດໍາເນີນຄະດີແພ່ງ

ມາດຕາຫົກສິບສອງ(ປັບປຸງ)ພາລະບົດບາດຂອງອົງການໄອຍະການ ປະຊາຊົນໃນການດໍາເນີນຄະດີແພ່ງ ອົງການໄອຍະການປະຊາຊົນເຂົ້າຮ່ວມໃນການດໍາ ເນີນຄະດີແພ່ງໃນຖານະເປັນຜູ້ຕິດຕາມກວດກາການປະຕິບັດກົດ ໝາຍຢູ່ສານແລະເປັນໂຈດໃນຄະດີແພ່ງຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍເພື່ອປົກປ້ອງຜົນປະໂຫຍດຂອງລັດ,ສັງຄົມຫຼືຂອງບຸກ ຄົນທີ່ບໍ່ມີຄວາມສາມາດທາງດ້ານການປະພຶດຄືຄົນບ້າເສຍຈິດ, ເດັກທີ່ບໍ່ເຖິງກະສຽນອາຍຸສິບແປດປີທີ່ບໍ່ມີຜູ້ປົກຄອງ.

....ມາດຕາຫົກສິບສາມ(ປັບປຸງ)ການຕິດຕາມກວດກາການປະຕິບັດກົດໝາຍຢູ່ສານຂອງອົງການໄອຍະການປະຊາຊົນ

ມາດຕາຫົກສິບສາມ(ປັບປຸງ)ການຕິດຕາມກວດກາການປະຕິບັດ ກົດໝາຍຢູ່ສານຂອງອົງການໄອຍະການປະຊາຊົນ ອົງອານໄອຍະການປະຊາຊົນມີສິດເຂົ້າຮ່ວມໃນການດໍາ ເນີນຄະດີແພ່ງເພື່ອຕິດຕາມກວດກາການປະຕິບັດກົດໝາຍຢູ່ສານ ແນ່ໃສ່ເຮັດໃຫ້ຄະດີຖືກດໍາເນີນຢ່າງຮອບດ້ານ,ຄົບຖ້ວນ,ພາວະວ ິໄສ,ຖືກຕ້ອງແລະຍຸດຕິທໍາ. ຫົວໜ້າອົງການໄອຍະການປະຊາຊົນອາດຈະເຂົ້າຮ່ວມ ແລະຖະແຫຼງຕໍ່ສານປະຊາຊົນໃນການດໍາເນີນຄະດີຢູ່ສານກໍ່ໄດ້. ....ມາດຕາຫົກສິບສີ່(ໃໝ່)ສິດແລະໜ້າທີ່ຂອງຫົວໜ້າ,ຮອງຫົວໜ້າອົງການໄອຍະການປະຊາຊົນໃນການຕິດຕາມກວດກາການປະຕິບັດກົດໝ

ມາດຕາຫົກສິບສີ່(ໃໝ່)ສິດແລະໜ້າທີ່ຂອງຫົວໜ້າ,ຮອງຫົວໜ້າ ອົງການໄອຍະການປະຊາຊົນໃນການຕິດຕາມກວດກາການປະຕິ ບັດກົດໝາຍຢູ່ສານ ໃນການຕິດຕາມກວດກາການປະຕິບັດກົດໝາຍ ຢູ່ສານຫົວໜ້າອົງການໄອຍະການປະຊາຊົນມີສິດແລະໜ້າທີ່ດັ່ງ ນີ້: 1. ກວດກາຂໍ້ມູນຫຼັກຖານຕາມສໍານວນຄະດີ. 2. ສະເໜີໃຫ້ສານຄົ້ນຄວ້າຄືນກ່ຽວກັບບັນຫາໃດໜຶ່ງທີ່ ບໍ່ຊັດເຈນ. 3. ເຂົ້າຮ່ວມ,ສອບຖາມຜູ້ເຂົ້າຮ່ວມໃນທີ່ປຸຊຸມສານເພື່ອພິດ ຕາມກວດກາແລະຖະແຫຼງຕໍ່ທີ່ປະຊຸມສານເມື່ອມີຄວາມຈໍາເປັນ. 4. ສະເໜີຄັດຄ້ານຄໍາຕັດສິນຫຼືຄໍາພິພາກສາຂອງສານທີ່ ເຫັນວ່າມີການລະເມີດກົດໝາຍ. 5. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍ.

ຮອງຫົວໜ້າອົງການໄອຍະການປະຊາຊົນມີໜ້າທີ່ຊ່ວຍ ຫົວໜ້າອົງການໄອຍະການປະຊາຊົນໃນການປະຕິບັດໜ້າທີ່ ວຽກງານແລະອາດຈະໄດ້ຮັບໜ້າທີ່ໃດໜຶ່ງສະເພາະຕາມການ ມອບໝາຍຂອງຫົວໜ້າອົງການໄອຍະການປະຊາຊົນ,ໃນກໍລະ ນີທີ່ຫົວໜ້າອົງການໄອຍະການປະຊາຊົນບໍ່ຢູ່ຫຼືຕິດຂັດແມ່ນຮອງ ຫົວໜ້າອົງການໄອຍະການປະຊາຊົນຜູ້ໄດ້ຮັບມອບໝາຍເປັນຜູ້ ປະຕິບັດໜ້າທີ່ແທນ. ....ມາດຕາຫົກສິບຫ້າ(ໃໝ່)ສິດແລະໜ້າທີ່ຂອງພະນັກງານໄອຍະການປະຊາຊົນໃນການຕິດຕາມກວດກາການປະຕິບັດກົດໝາຍຢູ່ສານ

ມາດຕາຫົກສິບຫ້າ(ໃໝ່)ສິດແລະໜ້າທີ່ຂອງພະນັກງານໄອຍະ ການປະຊາຊົນໃນການຕິດຕາມກວດກາການປະຕິບັດກົດໝາຍຢູ່ ສານ ໃນການປະຕິບັດກົດໝາຍຢູ່ສານໃນການຕິດຕາມກວດ ກາການປະຕິບັດກົດໝາຍຢູ່ສານພະນັກງານໄອຍະການປະຊາ ຊົນມີິສິດແລະໜ້າທີ່ດັ່ງນີ້: 1. ກວດກາຂໍ້ມູນຫຼັກຖານຕາມສໍານວນຄະດີແລະຮ່າງ ຄໍາຖະແຫຼງຂອງຫົວໜ້າອົງການໄອຍະການປະຊາຊົນ. 2. ເຂົ້າຮ່ວມ,ສອບຖາມຜູ້ເຂົ້າຮ່ວມໃນທີ່ປະຊຸມສານເພື່ອ ຕິດຕາມກວດກາແລະຖະແຫຼງຕໍ່ທີ່ປະຊຸມສານຕາມການມອບ ໝາຍ. 3. ສະເໜີຄັດຄ້ານການລະເມີດກົດໝາຍຂອງຄະນະ ສານແລະຄໍາຕັດສິນຫຼືຄໍາພິພາກສາຂອງສານ. 4. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ ້ໃນກົດໝາຍ. ....ມາດຕາຫົກສິບຫົກ(ປັບປຸງ)ສິດແລະໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາຊົນໃນຖະນະເປັນໂຈດໃນຄະດີແພ່ງ

ມາດຕາຫົກສິບຫົກ(ປັບປຸງ)ສິດແລະໜ້າທີ່ຂອງຫົວໜ້າອົງການ ໄອຍະການປະຊາຊົນໃນຖະນະເປັນໂຈດໃນຄະດີແພ່ງ ໃນກໍລະນີທີ່ເຫັນວ່າຄະດີແພ່ງນັ້ນຫາກແຕະຕ້ອງເຖິງ ຜົນປະໂຫຍດຂອງລັດຫຼືສັງຄົມແຕ່ຫາກບໍ່ມີອົງການຈັດຕັ້ງຫຼືວິ ສາຫະກິດໃດທໍາການຮ້ອງຟ້ອງຫົວໜ້າອົງການໄອຍະການປະ ຊາຊົນກໍ່ມີສິດຍື່ນຄໍາຮ້ອງຟ້ອງຕໍ່ສານໃນຖານະເປັນໂຈດໃນຄະ ດີແພ່ງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ຫົວໜ້າອົງການໄອຍະການປະຊາຊົນທີ່ເຂົ້າຮ່ວມໃນຄະ ດີໃນຖານະເປັນໂຈດປະຕິບັດສິດແລະໜ້າທີ່ດັ່ງດຽວກັນກັບຄູ່ ຄວາມໃນຄະດີ. ສໍາລັບພະນັກງານໄອຍະການປະຊາຊົນທີ່ໄດ້ຮັບມອບ ໝາຍກໍ່ມີສິດແລະໜ້າທີ່ດັ່ງດຽວກັນກັບຄູ່ຄວາມໃນຄະດີ. ....ມາດຕາຫົກສິບເຈັດ(ໃໝ່)ສິດແລະໜ້າທີ່ຂອງຜູ້ຊ່ວຍພະນັກງານໄອຍະການປະຊາຊົນ

ມາດຕາຫົກສິບເຈັດ(ໃໝ່)ສິດແລະໜ້າທີ່ຂອງຜູ້ຊ່ວຍພະນັກງານ ໄອຍະການປະຊາຊົນ ສິດແລະໜ້າທີ່ຂອງຜູ້ຊ່ວຍພະນັກງານໄອຍະການປະຊາ ຊົນໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍອົງການໄອຍະການປະຊາ ຊົນແລະລະບຽບກົດໝາຍອື່ນ.

....ມາດຕາຫົກສິບແປດ(ໃໝ່)ພັນທະແລະຄວາມຮັບຜິດຊອບຂອງອົງການໄອຍະການປະຊາຊົນໃນການດໍາເນີນຄະດີ

ມາດຕາຫົກສິບແປດ(ໃໝ່)ພັນທະແລະຄວາມຮັບຜິດຊອບຂອງອົງ ການໄອຍະການປະຊາຊົນໃນການດໍາເນີນຄະດີ ການເຂົ້າຮ່ວມໃນການຕິດຕາມກວດກາການປະຕິບັດ ກົດໝາຍຢູ່ສານແລະເປັນໂຈດໃນຄະດີແພ່ງຫົວໜ້າອົງການ ໄອຍະການປະຊາຊົນມີພັນທະແລະຄວາມຮັບຜິດຊອບດັ່ງນີ້: 1. ເຂົ້າມາສານຕາມການເຊີນຂອງສານ. 2. ສົ່ງສໍານວນຄະດີຄືນໃຫ້ສານຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍ. 3. ຮັກສາຂໍ້ມູນຫຼືຫຼັກຖານທີ່ເປັນຄວາມລັບກ່ຽວກັບ ການດໍາເນີນຄະດີ. 4. ປົກປັກຮັກສາຂອງກາງແລະທຸກເອກະສານທີ່ມີຢູ່ໃນ ສໍານວນຄະດີ. 5. ຮັບຜິດຊອບຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງຕົນໃນເວລາ ກວດກາສໍານວນຄະດີ.

..ພາກທີຫ້າການເຂົ້າຮ່ວມໃນການດໍາເນີນຄະດີ


...ໝວດທີໜຶ່ງຜູ້ເຂົ້າຮ່ວມໃນການດໍາເນີນຄະດີ


....ມາດຕາຫົກສິບເກົ້າ(ປັບປຸງ)ຜູ້ເຂົ້າຮ່ວມໃນການດໍາເນີນຄະດີ

ມາດຕາຫົກສິບເກົ້າ(ປັບປຸງ)ຜູ້ເຂົ້າຮ່ວມໃນການດໍາເນີນຄະດີ ຜູ້ເຂົ້າຮ່ວມໃນການດໍາເນີນຄະດີມີ: 1. ຄູ່ຄວາມ. 2. ບຸກຄົນທີສາມ. 3. ພະຍານ. 4. ຜູ້ຊ່ຽວຊານ. 5. ຜູ້ແປພາສາ. 6. ທະນາຍຄວາມຫຼືຜູ້ປົກຄອງອື່ນ. ....ມາດຕາເຈັດສິບ(ປັບປຸງ)ຄູ່ຄວາມໃນຄະດີ

ມາດຕາເຈັດສິບ(ປັບປຸງ)ຄູ່ຄວາມໃນຄະດີ ຄູ່ຄວາມໃນຄະດີແມ່ນໂຈດແລະຈໍາເລີຍ. ໂຈດແມ່ນບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດທີ່ຮ້ອງ ຟ້ອງຕໍ່ສານວ່າສິດແລະຜົນປະໂຫຍດຂອງຕົນໄດ້ຖືກຜູ້ອື່ນລະ ເມີດຫຼືໂຕ້ແຍ່ງຫຼືຮ້ອງຂໍໃຫ້ສານພິຈາລະນາບັນຫາໃດໜຶ່ງ. ຈໍາເລີຍແມ່ນບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດທີ່ຖືກ ຮ້ອງຟ້ອງວ່າໄດ້ລະເມີດຫຼືໂຕ້ແຍ່ງສິດຂອງຜູ້ອື່ນ. ....ມາດຕາເຈັດສິບເອັດ(ໃໝ່)ເງື່ອນໄຂການເປັນຄູ່ຄວາມ

ມາດຕາເຈັດສິບເອັດ(ໃໝ່)ເງື່ອນໄຂການເປັນຄູ່ຄວາມ ບຸກຄົນທີ່ເປັນຄູ່ຄວາມໃນຄະດີຕ້ອງແມ່ນບຸກຄົນທີ່ມີອາຍຸສິບແປດປີຂຶ້ນໄປແລະບໍ່ເປັນບ້າເສຍຈິດ,ສໍາລັບບຸກຄົນທີ່ມີອາຍຸຕໍ່າກວ່າສິບແປດປີຫຼືຜູ້ເປັນບ້າເສຍຈິດຕ້ອງໃຫ້ມີພໍ່ແມ່ຫຼືຜູ້ປົກຄອງເຂົ້າຮ່ວມເປັນຄູ່ຄວາມໃນການດໍາເນີນຄະດີ. ການຈັດຕັ້ງສາມາດເປັນຄູ່ຄວາມໃນຄະດີໄດ້ຖ້າຫາກການຈັດຕັ້ງນັ້ນໄດ້ຈົດທະບຽນເປັນນິຕິບຸກຄົນຢ່າງຖືກຕ້ອງຕາມກົດໝາຍຂອງສປປລາວຫຼືກົດໝາຍຂອງປະເທດທີ່ກ່ຽວຂ້ອງແລະຕ້ອງປະຕິບັດຕາມມາດຕາສາມລ້ອຍຫົກສິບເອັດຂອງກົດໝາຍສະບັບນີ້. ບຸກຄົນອື່ນສາມາດເຂົ້າມາເປັນຄູ່ຄວາມໃນຄະດີໃນຖານະເປັນຜູ້ຕາງໜ້າຖ້າຫາກໄດ້ຮັບການມອບໝາຍຢ່າງຖືກຕ້ອງຕາມກົດໝາຍ. ....ມາດຕາເຈັດສິບສອງ(ປັບປຸງ)ສິດແລະພັນທະຂອງຄູ່ຄວາມ

ມາດຕາເຈັດສິບສອງ(ປັບປຸງ)ສິດແລະພັນທະຂອງຄູ່ຄວາມ ຄູ່ຄວາມມີສິດເທົ່າທຽມກັນໃນການດໍາເນີນຄະດີ. ຄູ່ຄວາມມີສິດດັ່ງນີ້: 1.​ ຍື່ນຄໍາຮ້ອງຟ້ອງ,ຄໍາແກ້ຟ້ອງ,ຄໍາຟ້ອງແຍ່ງຫຼື ຄໍາຮ້ອງຂໍ. 2. ສະເໜີຄັດຄ້ານຕົວຜູ້ພິພາກສາ,ພະນັກງານໄອຍະ ການປະຊາຊົນ,ຈ່າສານ,ຜູ້ຊ່ຽວຊານແລະຜູ້ແປພາສາ. 3. ຊອກຫາແລະສະເໜີຫຼັກຖານ,ຂໍໄກ່ເກ່ຍ,ເຂົ້າຮ່ວມຊ້ອງ ໜ້າໃນການສອບສວນ. 4. ຮ້ອງຂໍໃຫ້ສານພິຈາລະນານໍາໃຊ້ມາດຕະການຮັບປະ ກັນການຮ້ອງຟ້ອງຫຼືມາດຕະການຊົ່ວຄາວ. 5. ສະເໜີໃຫ້ສານພິຈາລະນາຕັດສິນລັບຫຼັງ. 6. ຮ້ອງຂໍໃຫ້ສານເກັບກໍາຂໍ້ມູນຫຼັກຖານໃນກໍລະນີທີ່ຄູ່ ຄວາມບໍ່ສາມາດນໍາມາສະເໜີຕໍ່ສານໄດດ້ວຍຕົນເອງ,ການ ສະເໜີໃຫ້ສອບຖາມພະຍານ,ການແຕ່ງຕັ້ງຜູ້ຊ່ຽວຊານທໍາ ການພິສູດລວມທັງການຮ້ອງຂໍໃຫ້ພິສູດຄືນໃໝ່,ການລົງກວດ ກາບັນຫາທີ່ຂັດແຍ່ງແລະອື່ນໆ. 7. ຊັກຖາມບຸກຄົນອື່ນທີ່ເຂົ້າຮ່ວມໃນຄະດີ. 8. ຂໍເບິ່ງເອກະສານຢູ່ໃນສໍານວນຄະດີ,ອັດສໍາເນົາຫຼື ກ່າຍເອົາເນື້ອໃນເອກະສານທີ່ຈໍາເປັນອອກຈາກສໍານວນຄະດີ ແຕ່ຕ້ອງຮັກສາຄວາມລັບທາງດ້ານການຄ້າຫຼືຂໍ້ມູນອື່ນທີ່ເປັນ ຄວາມລັບ. 9. ເອົາທະນາຍຄວາມຫຼືຜູ້ປົກປ້ອງອື່ນໃນການຕໍ່ສູ້ຄະດີ. 10. ໃຫ້ການກ່ຽວກັບຄະດີເປັນລາຍລັກອັກສອນຫຼືທາງ ປາກເປົ່າໃນເວລາທໍາການສອບສວນແລະໃນທີ່ປະຊຸມສານ. 11. ສະເໜີໃຫ້ສານນໍາເອົາບຸກຄົນທີສາມເຂົ້າມາຮ່ວມໃນ ການດໍາເນີນຄະດີ. 12. ສະເໜີໂຈະຫຼືເລື່ອນການດໍາເນີນຄະດີ. 13. ຂໍອຸທອນ,ຂໍລົບລ້າງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼື ຄໍາພິພາກສາຂອງສານຍົກເວັ້ນຄໍາຕົກລົງຂອງສານທີ່ໄດ້ກໍານົດ ໄວ້ໃນກົດໝາຍສະບັບນີ້. 14. ຮ້ອງທຸກຕໍ່ການກະທໍາຫຼືຄໍາສັ່ງຂອງຜູ້ພິພາກສາທີ່ຕົນ ເຫັນວ່າບໍ່ຖືກຕ້ອງ. 15. ທວງໃຫ້ປະຕິບັດຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ ຂອງສານ. 16. ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ຄູ່ຄວາມມີພັນທະດັ່ງນີ້: 1. ເຂົ້າມາສະເໜີຕົວດ້ວຍຕົນເອງຫຼືໃຫ້ຜູ້ຕາງໜ້າເຂົ້າ ມາຕາມໝາຍຮຽກຂອງສານ. 2. ຊອກຫາຫຼັກຖານມາຢັ້ງຢືນເຫດການຊຶ່ງຕົນຖືເປັນ ບ່ອນອີງໃນການຮ້ອງຟ້ອງ,ແກ້ຟ້ອງ,ຟ້ອງແຍ່ງຫຼືການຮ້ອງຂໍ. 3. ເຂົ້າຮ່ວມໃນການໄຕ່ສວນຄະດີ,ປະຕິບັດຕາມຄໍາສັ່ງ ຂອງສານແລະລະບຽບການໃນທີ່ປະຊຸມສານ. 4. ນໍາໃຊ້ສິດຂອງຕົນໃນການດໍາເນີນຄະດີດ້ວຍ ຄວາມບໍລິສຸດໃຈ. 5. ນໍາເງິນມາວາງສານ,ເສຍຄ່າທໍານຽມສານທີ່ກ່ຽວ ຂ້ອງກັບການດໍາເນີນຄະດີຕາມການຄິດໄລ່ຂອງສານແລະ ເສຍອາກອນຂອງລັດຕາມຄໍາຕັດສິນຂອງສານ. 6. ປະຕິບັດຄໍາຕົກລົງຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ. 7. ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາເຈັດສິບສາມ(ປັບປຸງ)ສິດແລະພັນທະຂອງໂຈດ

ມາດຕາເຈັດສິບສາມ(ປັບປຸງ)ສິດແລະພັນທະຂອງໂຈດ ນອກຈາກສິດແລະພັນທະຕາມທີ່ໄດ້ກໍານົດໄວ້ໃນມາດຕາເຈັດສິບສອງຂອງກົດໝາຍສະບັບນີ້ແລ້ວໂຈດຍັງມີສິດປ່ຽນແປງເປົ້າໝາຍຂອງຄໍາຮ້ອງຟ້ອງ,ເພີ່ມຫຼືຫຼຸດມູນຄ່າໃນຄໍາຮ້ອງຟ້ອງຫຼືຖອນຄໍາຮ້ອງຟ້ອງແລະມີພັນທະເຂົ້າມາສານຕາມໝາຍຮຽກຂອງສານ.ຖ້າຫາກໂຈດໄດ້ຮັບໝາຍຮຽກແລ້ວແຕ່ບໍ່ເຂົ້າມາສານຕາມໝາຍຮຽກແລະບໍ່ໄດ້ສະເໜີເຫດຜົນທີ່ເຊື່ອຖືໄດ້ເຖິງສາມຄັ້ງສານຈະບໍ່ນໍາເອົາຄະດີດັ່ງກ່າວມາພິຈາລະນາແລະໃຫ້ໂຈດເສຍສິດໃນການຮ້ອງຟ້ອງຄະດີນັ້ນ. ສານບໍ່ອະນຸຍາດໃຫ້ໂຈດຖອນຄໍາຮ້ອງຟ້ອງແລະຕົກລົງກັນໂດຍດີກັບຈໍາເລີຍຖ້າວ່າການຖອນແລະການຕົກລົງນັ້ນຫາກຂັດກັບກົດໝາຍ,ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ລະເມີດສິດແລະຜົນປະໂຫຍດຂອງລັດ,ສັງຄົມຫຼືຂອງບຸກຄົນອື່ນ. ....ມາດຕາເຈັດສິບສີ່(ປັບປຸງ)ສິດແລະພັນທະຂອງຈໍາເລີຍ

ມາດຕາເຈັດສິບສີ່(ປັບປຸງ)ສິດແລະພັນທະຂອງຈໍາເລີຍ ນອກຈາກສິດແລະພັນທະຕາມທີ່ໄດ້ກໍານົດໄວ້ໃນມາດຕາ ເຈັດສິບສອງຂອງກົດໝາຍສະບັບນີ້.ຈໍາເລີຍຍັງມີສິດຮັບຮູ້ຫຼືປະ ຕິເສດຄໍາຮ້ອງຟ້ອງຂອງໂຈດທັງໝົດຫຼືບາງສ່ວນ,ຟ້ອງແຍ່ງຖ້າ ຫາກເຫັນວ່າໂຈດຍັງມີພັນທະໃດໜຶ່ງທີ່ຕ້ອງປະຕິບັດຕໍ່ຕົນແລະມີ ພັນທະເຂົ້າມາສານຕາມໝາຍຮຽກຂອງສານ.ຖ້າຫາກຈໍາເລີຍ ບໍ່ເຂົ້າມາຕາມໝາຍຮຽກຂອງສານເຖິງສາມຄັ້ງໂດຍບໍ່ມີເຫດຜົນ ສານອາດອອກໝາຍພາພົວຫຼືຕັດສິນຕາມການຮ້ອງຟ້ອງຂອງ ໂຈດ. ສານບໍ່ອະນຸຍາດໃຫ້ຈໍາເລີຍຮັບຮູ້ຄໍາຮ້ອງຟ້ອງຂອງໂຈດ ແລະບໍ່ອະນຸຍາດໃຫ້ຕົກລົງກັນໂດຍດີກັບໂຈດຖ້າວ່າການຮັບຮູ້ ແລະການຕົກລົງນັ້ນຫາກຂັດກັບກົດໝາຍ,ຄວາມສະຫງົບແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ລະເມີດສິດແລະຜົນ ປະໂຫຍດຂອງລັດ,ສັງຄົມຫຼືຂອງບຸກຄົນອື່ນ. ....ມາດຕາເຈັດສິບຫ້າ(ປັບປຸງ)ບຸກຄົນທີສາມ

ມາດຕາເຈັດສິບຫ້າ(ປັບປຸງ)ບຸກຄົນທີສາມ ບຸກຄົນທີ່ສາມແມ່ນບຸກຄົນ,ອົງການຈັດຕັ້ງຫຼືນິຕິບຸກຄົນຫຼື ວິສາຫະກິດທີ່ເຂົ້າຮ່ວມໃນຄະດີເພື່ອປົກປ້ອງສິດແລະຜົນປະໂຫຍດ ຂອງຕົນທີ່ຕິດພັນກັບຄະດີເຊິ່ງກໍາລັງຖືກພິຈາລະນາຢູ່ສານ. ບຸກຄົນທີສາມຈະບໍ່ແມ່ນໂຈດຫຼືຈໍາເລີຍໂດຍກົງໃນຄະດີແຕ່ ເຂົ້າຮ່ວມໃນການດໍາເນີນຄະດີໃນຖານະເປັນຝ່າຍໂຈດຫຼືຝ່າຍຈໍາ ເລີຍ. ....ມາດຕາເຈັດສິບຫົກ(ປັບປຸງ)ສິດແລະພັນທະຂອງບຸກຄົນທີສາມ

ມາດຕາເຈັດສິບຫົກ(ປັບປຸງ)ສິດແລະພັນທະຂອງບຸກຄົນທີສາມ ບຸກຄົນທີສາມປະກອບດ້ວຍບຸກຄົນທີສາມທີ່ຍື່ນຄໍາຮ້ອງ ຟ້ອງດ້ວຍຕົນເອງແລະບຸກຄົນທີ່ສາມທີ່ບໍ່ຍື່ນຄໍາຮ້ອງຟ້ອງດ້ວຍ ຕົນເອງ. ບຸກຄົນທີ່ສາມທີ່ໄດ້ຍື່ນຄໍາຮ້ອງຟ້ອງດ້ວຍຕົນເອງສາມາດ ເຂົ້າຮ່ວມໃນຄະດີນັບແຕ່ເວລານັ້ນມາຈົນເຖິງການລົງຄໍາຕັດສິນ ຂອງສານ,ນໍາໃຊ້ສິດແລະມີພັນທະດັ່ງດຽວກັນກັບໂຈດຕາມທີ່ໄດ ້ກໍານົດໄວ້ໃນມາດຕາເຈັດສິບສາມຂອງກົດໝາຍສະບັບນີ້. ບຸກຄົນທີ່ສາມທີ່ບໍ່ໄດ້ຍື່ນຄໍາຮ້ອງຟ້ອງດ້ວຍຕົນເອງມີສິດ ແລະພັນທະດັ່ງນີ້: 1. ສາມາດເຂົ້າຮ່ວມໃນຄະດີເປັນຝ່າຍໂຈດຫຼືຈໍາເລີຍ. 2. ອາດຖືກນໍາເຂົ້າມາເຂົ້າຮ່ວມໃນຄະດີຕາມຄໍາຮ້ອງຂໍ ຂອງຄູ່ຄວາມ,ຂອງຫົວໜ້າອົງການໄອຍະການປະຊາຊົນຫຼືຕາມ ຄໍາສະເໜີຂອງສານ. 3. ນໍາໃຊ້ສິດແລະມີພັນທະດັ່ງດຽວກັນກັບຄູ່ຄວາມເວັ້ນ ເສຍແຕ່ສິດໃນການປ່ຽນແປງເປົ້າໝາຍຂອງຄໍາຮ້ອງຟ້ອງ,ສິດ ໃນການເພີ່ມຫຼືຫຼຸດມູນຄ່າໃນຄໍາຮ້ອງຟ້ອງ,ສິດໃນການຖອນຄໍາ ຮ້ອງຟ້ອງ,ສິດໃນການຮັບຮູ້ຄໍາຮ້ອງຟ້ອງຫຼືຕົກລົງກັນໂດຍດີແລະ ສິດໃນການທວງໃຫ້ປະຕິບັດຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ ຂອງສານ. ....ມາດຕາເຈັດສິບເຈັດບຸກຄົນທີສາມກ່ຽວກັບການຟື້ນຟູວຽກງານຄືນ

ມາດຕາເຈັດສິບເຈັດບຸກຄົນທີສາມກ່ຽວກັບການຟື້ນຟູວຽກງານ ຄືນ ໃນການຮ້ອງຂໍກ່ຽວກັບການຟື້ນຟູວຽກງານຄືນໃຫ້ພະນັກ ງານ,ກໍາມະກອນຫຼືຜູ້ອອກແຮງງານທີ່ຖືກໄລ່ອອກຈາກວຽກຫຼືຍົກ ຍ້າຍໂດຍບໍ່ຖືກຕ້ອງນັ້ນສານຈະໃຫ້ຜູ້ອອກຄໍາສັ່ງໄລ່ຫຼືຍົກຍ້າຍພະ ນັກງານ,ກໍາມະກອນຫຼືຜູ້ອອກແຮງງານນັ້ນເຂົ້າຮ່ວມໃນນາມບຸກ ຄົນທີ່ສາມ,ເມື່ອເຫັນວ່າການໄລ່ອອກຈາກວຽກຫຼືການຍົກຍ້າຍ ນັ້ນຫາກເປັນການລະເມີດກົດໝາຍແລ້ວສານຈະຕົກລົງໃຫ້ຜູ້ຖືກ ໄລ່ອອກຫຼືຍົກຍ້າຍເຂົ້າເຮັດວຽກງານຄືນພ້ອມທັງໃຫ້ຜູ້ອອກຄໍາ ສັ່ງນັ້ນທົດແທນຄ່າເສຍຫາຍທັງໝົດແກ່ຜູ້ກ່ຽວ.

....ມາດຕາເຈັດສິບແປດ(ປັບປຸງ)ການສືບຕໍ່ແທນຕົວໃນການດໍາເນີນຄະດີ

ມາດຕາເຈັດສິບແປດ(ປັບປຸງ)ການສືບຕໍ່ແທນຕົວໃນການດໍາ ເນີນຄະດີ ສານຈະອະນຸຍາດໃຫ້ມີການສືບຕໍ່ແທນຄູ່ຄວາມຝ່າຍ ໃດຝ່າຍໜຶ່ງໃນກໍລະນີດັ່ງນີ້: 1. ຄູ່ຄວາມໄດ້ເສຍຊີວິດເວັ້ນເສຍແຕ່ການຮ້ອງຟ້ອງຫຼື ການຮ້ອງຂໍກ່ຽວກັບສິດສ່ວນຕົວທີ່ບໍ່ສາມາດປະຕິບັດແທນໄດ້ ເປັນຕົ້ນການປົດສິດການເປັນພໍ່ແມ່ແລະລູກ. 2. ນິຕິບຸກຄົນທີ່ເປັນຄູ່ຄວາມນັ້ນໄດ້ຖືກຍຸບເລີກຫຼືລົ້ມລະ ລາຍ. 3. ໂຈດຫຼືຈໍາເລີຍໄດ້ມອບສິດຫຼືພັນທະໃຫ້ບຸກຄົນອື່ນປະຕິ ບັດແທນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນ ຍາແລະນອກສັນຍາ.

ການສືບຕໍ່ແທນຕົວອາດຈະມີຂຶ້ນໃນທຸກຂັ້ນຕອນຂອງການ ດໍາເນີນຄະດີ. ສິດ,ພັນທະແລະທຸກການກະທໍາຜ່ານມາຂອງຄູ່ຄວາມໃນ ຄະດີນັ້ນມີຜົນບັງຄັບສໍາລັບຜູ້ສືບຕໍ່ແທນຕົວ. ....ມາດຕາເຈັດສິບເກົ້າ(ໃໝ່)ວິທີການດໍາເນີນການສືບຕໍ່ແທນຕົວໃນການດໍາເນີນຄະດີ

ມາດຕາເຈັດສິບເກົ້າ(ໃໝ່)ວິທີການດໍາເນີນການສືບຕໍ່ແທນຕົວໃນ ການດໍາເນີນຄະດີ ເມື່ອຄູ່ຄວາມຝ່າຍໃດໜຶ່ງຫາກໄດ້ເສຍຊີວິດ,ຍຸບເລີກຫຼື ລົ້ມລະລາຍຫຼືໄດ້ມອບສິດໃຜ້ຜູ້ອື່ນປະຕິບັດແທນແລ້ວຜູ້ສືບທອດຫຼື ຜູ້ໄດ້ຮັບມອບສິດຕ້ອງເຮັດໜັງສືສະເໜີພ້ອມດ້ວຍເອກະສານຢັ້ງ ຢືນກ່ຽວກັບບັນຫາດັ່ງກ່າວສະເໜີຕໍ່ສານປະຊາຊົນທີ່ພວມດໍາເນີນ ຄະດີເພື່ອພິຈາລະນາ. ສານປະຊາຊົນຕ້ອງອອກຄໍາສັ່ງໃຫ້ປ່ຽນຕົວຄູ່ຄວາມແລະ ມອບຄໍາສັ່ງນັ້ນໃຫ້ຈ່າສານເພື່ອປ່ຽນຕົວຄູ່ຄວາມໃນຄະດີຢູ່ປຶ້ມຂຶ້ນ ຟ້ອງລວມທັງເສື້ອປົກສໍານວນຄະດີແລະຄັດຕິດຄໍາສັ່ງນັ້ນໄວ້ໃນ ສໍານວນຄະດີ.

....ມາດຕາແປດສິບພະຍານ

ມາດຕາແປດສິບພະຍານ ພະຍານແມ່ນບຸກຄົນຜູ້ໄດ້ຮູ້ເຫັນເຫດການຕົວຈິງຂອງຂໍ້ ຂັດແຍ່ງຫຼືສະພາບຂອງຄະດີ. ຄົນຫຸໜວກ,ປາກກືກ,ຄົນປັນຍາອ່ອນ,ເສຍຈິດ,ເດັກທີ່ຍັງ ບໍ່ທັນເຖິງກະສຽນອາຍຸສິບແປດປີ,ຍາດພີ່ນ້ອງໃກ້ຊິດຂອງຄູ່ຄວາມ ຝ່າຍໃດຝ່າຍໜຶ່ງອາດຈະນໍາມາໃຫ້ການເພື່ອເອົາເປັນຂໍ້ມູນແຕ່ບໍ່ ໃຫ້ຖືວ່າເປັນພະຍານ.

....ມາດຕາແປດສິບເອັດ(ປັບປຸງ)ສິດແລະພັນທະຂອງພະຍານ

ມາດຕາແປດສິບເອັດ(ປັບປຸງ)ສິດແລະພັນທະຂອງພະຍານ ພະຍານມີສິດດັ່ງນີ້: 1. ໃຫ້ການຕໍ່ສານ. 2. ເບິ່ງບົດບັນທຶກຄໍາໃຫ້ການຂອງຕົນທີ່ໄດ້ໃຫ້ການ ໄປແລ້ວ. 3. ສະເໜີດັດແປງ,ເພີ່ມເຕີມບົດບັນທຶກຄໍາໃຫ້ການຂອງ ຕົນຫຼືໃຫ້ການເພີ່ມເຕີມ. 4. ຮ້ອງທຸກຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງຜູ້ພິພາກສາ. 5. ໄດ້ຮັບການປົກປ້ອງຕາມລະບຽບກົດໝາຍຈາກການ ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ກຽດ,ຊື່ສຽງແລະຊັບສິນຍ້ອນການໃຫ້ ການຂອງຕົນ.

ພະຍານມີພັນທະດັ່ງນີ້: 1. ເຂົ້າມາສະເໜີຕົວຕາມໝາຍຮຽກຂອງສານ. 2. ໃຫ້ການຢ່າງຖືກຕ້ອງກັບເຫດການຕົວຈິງ. 3. ຮັບຜິດຊອບຕາມກົດໝາຍຕໍ່ການໃຫ້ການເທັດຫຼືບໍ່ ຍອມໃຫ້ການ,ສານຈະເອົາຄໍາໃຫ້ການຂອງພະຍານໃນບ່ອນ ຢູ່ຂອງຜູ້ກ່ຽວເອງກໍ່ໄດ້ໃນກໍລະນີທີ່ຜູ້ກ່ຽວຫາກເຈັບເປັນ,ເຖົ້າ ແກ່,ເສຍອົງຄະຫຼືບໍ່ສາມາດເຂົ້າມາສານຕາມໝາຍຮຽກຍ້ອນ ມີຄວາມຈໍາເປັນ.

ບົກຄົນທີ່ຮ້ອງຂໍໃຫ້ຮຽກຕົວພະຍານເຂົ້າມາສານນັ້ນ ຕ້ອງເລົ່າເຫດການໃນຄະດີທີ່ພົວພັນກັບພະຍານນັ້ນຕໍ່ສານ ໂດຍບອກຊື່,ນາມສະກຸນແລະບ່ອນຢູ່ຂອງພະຍານນັ້ນຢ່າງ ຈະແຈ້ງພ້ອມທັງຮັບຜິດຊອບຕໍ່ຄ່າໃຊ້ຈ່າຍໃຫ້ແກ່ຜູ້ຖືກເຊີນ ເຂົ້າຮ່ວມໃນການດໍາເນີນຄະດີຕາມລະບຽບກົດໝາຍ. ....ມາດຕາແປດສິບສອງ(ປັບປຸງ)ຜູ້ຊ່ຽວຊານ

ມາດຕາແປດສິບສອງ(ປັບປຸງ)ຜູ້ຊ່ຽວຊານ ຜູ້ຊ່ຽວຊານແມ່ນບຸກຄົນທີ່ມີຄວາມຮູ້ແລະປະສົບການ ທາງດ້ານວິຊາສະເພາະໃດໜຶ່ງທີ່ຖືກຮັບຮູ້ຈາກສະຖາບັນທີ່ກ່ຽວ ຂ້ອງຊຶ່ງສາມາດໃຫ້ຄວາມກະຈ່າງແຈ້ງຕໍ່ບັນຫາທີ່ພົວພັນກັບວິ ຊາສະເພາະຂອງຕົນ. ເມື່ອເຫັນວ່າມີຄວາມຈໍາເປັນຕ້ອງເຮັດການພິສູດຫຼັກ ຖານທີ່ີການສົງໄສກ່ຽວກັບບັນຫາວິທະຍາສາດ,ເຕັກນິກ,ການ ຄ້າ,ບັນຊີແລະອື່ນໆແລ້ວສານຕ້ອງອອກຄໍາສັ່ງແຕ່ງຕັ້ງຜູ້ຊ່ຽວ ຊານໃຫ້ທໍາການພິສູດຕາມຄໍາຮ້ອງຂໍຂອງບຸກຄົນທີ່ເຂົ້າຮ່ວມໃນ ຄະດີຫຼືຕາມຄໍາເຫັນຂອງສານເອງ. ຜູ້ຊ່ຽວຊານຕ້ອງດໍາເນີນການພິສູດຫຼັກຖານນັ້ນຢູ່ໃນ ຂອບເຂດທີ່ໄດ້ກໍານົດໄວ້ໃນຄໍາສັ່ງນັ້ນ,ພາຍຫຼັງທີ່ໄດ້ທໍາການ ພິສູດແລ້ວຜູ້ຊ່ຽວຊານຕ້ອງເຮັດບົດສະຫຼຸບໃຫ້ຄໍາເຫັນໃນນາມ ຂອງຕົນແລ້ວສົ່ງໄປໃຫ້ສານຕາມກໍານົດເວລາທີ່ໄດ້ກໍານົດ ໄວ້ແລະຕ້ອງຮັບຜິດຊອບຕໍ່ຄໍາເຫັນດັ່ງກ່າວ. ການພິສູດອາດຈະເຮັດໂດຍຜູ້ຊ່ຽວຊານຫຼາຍຄົນຫຼືຫຼາຍ ເທື່ອກໍ່ໄດ້. ໃນການພິສູດຄືນໃໝ່ນັ້ນຕ້ອງໃຫ້ມີຈໍານວນຜູ້ຊ່ຽວຊານ ຫຼາຍກວ່າເທື່ອຜ່ານມາ. ໃນກໍລະນີທີ່ບໍ່ມີຜູ້ຊ່ຽວຊານອາດຈະແຕ່ງຕັ້ງຜູ້ຊໍານານ ງານດໍາເນີນການແທນກໍ່ໄດ້.

....ມາດຕາແປດສິບສາມ(ໃໝ່)ສິດແລະພັນທະຂອງຜູ້ຊ່ຽວຊານ

ມາດຕາແປດສິບສາມ(ໃໝ່)ສິດແລະພັນທະຂອງຜູ້ຊ່ຽວຊານ ຜູ້ຊ່ຽວຊານມີສິດດັ່ງນີ້: 1. ທວງເອົາຂໍ້ມູນຫຼັກຖານເພີ່ມເຕີມເພື່ອໃຫ້ການພິສູດ ມີຄວາມຖືກຕ້ອງແລະຊັດເຈນ. 2. ໄດ້ຮັບຄ່າຕອບແທນແລະຄ່າໃຊ້ຈ່າຍເຂົ້າໃນການ ພິສູດຫຼັກຖານຕາມຄໍາສັ່ງຂອງສານ. 3. ໃຫ້ການຊີ້ແຈງຕໍ່ສານກ່ຽວກັບຜົນການພິສູດ. 4. ເພີ່ມເຕີມ,ດັດແປງຜົນການພິສູດຫຼັກຖານຖ້າເຫັນ ວ່າມີຂໍ້ມູນໃໝ່ກ່ຽວກັບການພິສູດ. 5. ໄດ້ຮັບການປົກປ້ອງຕາມລະບຽບກົດໝາຍຈາກການ ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ກຽດ,ຊື່ສຽງແລະຊັບສິນທີ່ກ່ຽວຂ້ອງ ກັບການພິສູດຫຼັກຖານແລະໃນເວລາພິສູດຫຼັກຖານ.

ຜູ້ຊ່ຽວຊານມີພັນທະດັ່ງນີ້. 1. ພິສູດຫຼັກຖານແລະໃຫ້ຄໍາເຫັນຢ່າງຖືກຕ້ອງຕາມ ຫຼັກວິຊາສະເພາະ. 2. ສົ່ງບົດສະຫຼຸບຜົນການພິສູດຫຼັກຖານຕາມກໍານົດເວລາ ທີ່ໄດ້ບົ່ງໄວ້ໃນຄໍາສັ່ງຂອງສານ. 3. ເຂົ້າມາໃຫ້ການຊີ້ແຈງຕໍ່ສານຕາມການເຊີນຂອງສານ. 4. ຮັບຜິດຊອບຕໍ່ການພິສູດຂອງຕົນ. 5. ຮັກສາຄວາມລັບຕໍ່ຜົນການພິສູດຕາມຄໍາສັ່ງຂອງສານ. ....ມາດຕາແປດສິບສີ່ຜູ້ແປພາສາ

ມາດຕາແປດສິບສີ່ຜູ້ແປພາສາ ຜູ້ແປພາສາແມ່ນບຸກຄົນທີ່ມີຄວາມຮູ້,ຄວາມສາມາດຫຼື ປະສົບການໃນການແປພາສາໃດນຶ່ງຂອງຜູ້ເຂົ້າຮ່ວມໃນການ ດໍາເນີນຄະດີທີ່ບໍ່ຮູ້ພາສາລາວ. ຜູ້ແປພາສາຕ້ອງຮັບຜິດຊອບຕໍ່ການແປຂອງຕົນແລະມີ ພັນທະໃນການຮັກສາຄວາມລັບໃນຄະດີ. ....ມາດຕາແປດສິບຫ້າ(ໃໝ່)ສິດແລະພັນທະຂອງຜູ້ແປພາສາ

ມາດຕາແປດສິບຫ້າ(ໃໝ່)ສິດແລະພັນທະຂອງຜູ້ແປພາສາ ຜູ້ແປພາສາມີສິດດັ່ງນີ້: 1. ຮັບຮູ້,ສຶກສາຄົ້ນຄວ້າຂໍ້ມູນກ່າວກັບຄະດີກ່ອນການ ແປພາສາ. 2. ໄດ້ຮັບຄ່າຕອບແທນໃນການແປພາສາຕາມລະບຽບ ການ. 3. ໄດ້ຮັບການປົກປ້ອງຕາມລະບຽບກົດໝາຍຈາກການ ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ກຽດຊື່ສຽງແລະຊັບສິນທີ່ກ່ຽວຂ້ອງກັບ ການແປພາສາໃນການດໍາເນີນຄະດີ.

ຜູ້ແປພາສາມີພັນທະດັ່ງນີ້: 1.​ ແປພາສາໃຫ້ຖືກຕ້ອງຕາມເນື້ອໃນຂອງການເວົ້າແລະ ເອກະສານ. 2.​ ເຂົ້າມາແປພາສາຕາມການແຕ່ງຕັ້ງຂອງສານ. 3. ຮັບຜິດຊອບຕໍ່ການແປຂອງຕົນ. 4. ຮັກສາຄວາມລັບກ່ຽວກັບຄະດີຕາມຄໍາສັ່ງຂອງສານ. ....ມາດຕາແປດສິບຫົກທະນາຍຄວາມຫຼືຜູ້ປົກປ້ອງອື່ນ

ມາດຕາແປດສິບຫົກທະນາຍຄວາມຫຼືຜູ້ປົກປ້ອງອື່ນ ທະນາຍຄວາມຫຼືຜູ້ປົກປ້ອງອື່ນແມ່ນບຸກຄົນທີ່ເຂົ້າຮ່ວມ ໃນການດໍາເນີນຄະດີເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບ ທໍາຂອງຄູ່ຄວາມ. ຜູ້ປົກປ້ອງອື່ນອາດແມ່ນຜູ້ຕາງນ້າຂອງອົງການຈັດຕັ້ງ,ວິ ສາຫະກິດ,ຜົວຫຼືເມຍ,ພໍ່ແມ່,ຜູ້ປົກຄອງຫຼືຍາດພີ່ນ້ອງໃກ້ຊິດ. ທະນາຍຄວາມຫຼືຜູ້ປົກປ້ອງອື່ນມີສິດເຂົ້າຮ່ວມໃນການດໍາ ເນີນຄະດີໃນທຸກຂັ້ນຕອນຂອງການດໍາເນີນຄະດີ. ....ມາດຕາແປດສິບເຈັດ(ໃໝ່)ສິດແລະພັນທະຂອງທະນາຍຄວາມຫຼືຜູ້ປົກປ້ອງອື່ນ

ມາດຕາແປດສິບເຈັດ(ໃໝ່)ສິດແລະພັນທະຂອງທະນາຍຄວາມຫຼືຜູ້ ປົກປ້ອງອື່ນ ທະນາຍຄວາມຫຼືຜູ້ປົກປ້ອງມີສິດດັ່ງນີ້: 1.​ ປຶກສາຫາລືກັບຄູ່ຄວາມ. 2. ຍື່ນຄໍາຮ້ອງຟ້ອງ,ຄໍາຮ້ອງຂໍຫຼືຄໍາແກ້ຟ້ອງ,ຄໍາຟ້ອງ ແຍ່ງໃນຄະດີ. 3. ຂໍເບິ່ງເອກະສານຢູ່ໃນສໍານວນຄະດີ,ອັດສໍາເນົາຫຼືກ່າຍເອົາ ເນື້ອໃນເອກະສານທີ່ຈໍາເປັນອອກຈາກສໍານວນຄະດີແຕ່ຕ້ອງ ຮັກສາຄວາມລັບທາງດ້ານການຄ້າຫຼືຂໍ້ມູນອື່ນທີ່ເປັນຄວາມລັບ. 4. ສະເໜີແລະປະກອບຫຼັກຖານທີ່ກ່ຽວຂ້ອງກັບຄະດີຕໍ່ສານ. 5. ເຂົ້າຮ່ວມໃນການໄຕ່ສວນຄະດີແລະໃຫ້ຄໍາເຫັນໃນທີ່ ປະຊຸມສານ. 6. ສະເໜີຄ້ານຕົວຜູ້ພິພາກສາ,ພະນັກງານໄອຍະການ ປະຊາຊົນ,ຈ່າສານ,ຜູ້ຊ່ຽວຊານຫຼືຜູ້ແປພາສາ. 7. ຮ້ອງທຸກຕໍ່ການກະທໍາຫຼືຄໍາສັ່ງຂອງຜູ້ພິພາກສາທີ່ ຕົນເຫັນວ່າບໍ່ຖືກຕ້ອງ. 8. ຂໍອຸທອນ,ຂໍລົບລ້າງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາ ພິພາກສາຂອງສານຍົກເວັ້ນຄໍາຕົກລົງຂອງສານຕາມທີ່ໄດ້ກໍາ ນົດໄວ້ໃນກົດໝາຍສະບັບນີ້. 9. ໄດ້ຮັບການປົກປ້ອງຕາມລະບຽບກົດໝາຍຈາກການ ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ກຽດຊື່ສຽງຫຼືຊັບສິນຍ້ອນການຕໍ່ສູ້ຄະດີ ໃຫ້ລູກຄວາມຂອງຕົນ. 10. ປະຕິບັດສິດອື່ນຕາມລະບຽບກົດໝາຍ.

ທະນາຍຄວາມຫຼືຜູ້ປົກປ້ອງອື່ນມີພັນທະດັ່ງນີ້: 1. ນໍາໃຊ້ທຸກວິທີການປົກປ້ອງທີ່ໄດ້ກໍານົດໄວ້ໃນກົດ ໝາຍເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຄູ່ ຄວາມຜູ້ທີ່ຕົນປົກປ້ອງ. 2. ໃຫ້ຄວາມຊ່ວຍເຫຼືອທາງດ້ານກົດໝາຍແກ່ຄູ່ຄວາມຜູ້ ທີ່ຕົນປົກປ້ອງ. 3. ປະກອບສ່ວນຊອກຫາຫຼັກຖານເພື່ອໃຫ້ການດໍາເນີນ ຄະດີຖືກຕ້ອງແລະຍຸຕິທໍາບົນພື້ນຖານການປະຕິບັດຈັນຍາທໍາ ຂອງຕົນ. ...ໝວດທີສອງຜູ້ຕາງໜ້າໃນການດໍາເນີນຄະດີ


....ມາດຕາແປດສິບແປດ(ໃໝ່)ຜູ້ຕາງໜ້າໃນການດໍາເນີນຄະດີ

ມາດຕາແປດສິບແປດ(ໃໝ່)ຜູ້ຕາງໜ້າໃນການດໍາເນີນຄະດີ ຜູ້ຕາງໜ້າໃນການດໍາເນີນຄະດີແມ່ນຜູ້ປະຕິບັດສິດແລະ ໜ້າທີ່ຄູ່ຄວາມໃນເວລາດໍາເນີນຄະດີ. ຜູ້ຕາງໜ້າໃນການດໍາເນີນຄະດີປະກອບດ້ວຍຜູ້ຕາງໜ້າ ຕາມກົດໝາຍແລະຜູ້ຕາງໜ້າຕາມການມອບໝາຍ. ....ມາດຕາແປດສິບເກົ້າ(ປັບປຸງ)ຜູ້ຕາງໜ້າຕາມກົດໝາຍ

ມາດຕາແປດສິບເກົ້າ(ປັບປຸງ)ຜູ້ຕາງໜ້າຕາມກົດໝາຍ ຜູ້ຕາງໜ້າຕາມກົດໝາຍແມ່ນບຸກຄົນທີ່ມີສິດຕໍ່ສູ້ຄະດີ ໂດຍບໍ່ມີການແຕ່ງຕັ້ງຫຼືການມອບໝາຍຈາກຜູ້ທີ່ຕົນປົກປ້ອງ. ຜູ້ຕາງນ້າຕາມກົດໝາຍແມ່ນບຸກຄົນດັ່ງນີ້: 1. ຜູ້ຕາງໜ້າເພື່ອປົກປ້ອງສິດແລະຜົນປະໂຫຍດຂອງ ເດັກທີ່ບໍ່ທັນເຖິງສິບແປດປີ,ຄົນບ້າ,ເສຍຈິດ,ຄົນປັນຍາອ່ອນ,ຄົນ ຫູໜວກ,ຄົນປາກກືກຊຶ່ງແມ່ນພໍ່ແມ່ນຫຼືຜູ້ປົກຄອງຂອງຜູ້ກ່ຽວ. 2. ຜູ້ຕາງໜ້າຂອງຜູ້ຫາຍສາບສູນຊຶ່ງແມ່ນຜູ້ປົກຄອງທີ່ຖືກ ແຕ່ງຕັ້ງໃຫ້ຮັກສາແລະຄຸ້ມຄອງຊັບສິ່ງຂອງຂອງຜູ້ຫາຍສາບສູນ. 3. ຜູ້ຕາງໜ້າຂອງຜູ້ສືບທອດຊຶ່ງແມ່ນຜູ້ປົກຄອງທີ່ຖືກ ແຕ່ງຕັ້ງໃຫ້ຮັກສາແລະຄຸ້ມຄອງມູນມໍລະດົກຂອງຜູ້ສືບທອດຂອງ ເຈົ້າມູນມໍລະດົກທີ່ໄດ້ເສຍຊີວິດຫຼືຖືກສານຕັດສິນວ່າເປັນຜູ້ເສຍຊີ ວິດຖ້າວ່າມູນມໍລະດົກນັ້ນຫາກຍັງບໍ່ທັນມີບຸກຄົນໃດຮັບເອົາ. 4. ຜົມຫຼືເມຍເປັນຜູ້ຕາງໜ້າກັນກ່າວກັບສິນສົມສ້າງ ແລະໜີ້ສິນ.

ນອກຈາກນີ້ຜູ້ຄອບຄອງຊັບສິ່ງຂອງຂອງບຸກຄົນອື່ນຢ່າງ ຖືກຕ້ອງກໍ່ຖືວ່າເປັນຜູ້ຕາງໜ້າຕາມກົດໝາຍ. ....ມາດຕາເກົ້າສິບ(ໃໝ່)ສິດແລະພັນທະຂອງຜູ້ຕາງໜ້າຕາມກົດໝາຍ

ມາດຕາເກົ້າສິບ(ໃໝ່)ສິດແລະພັນທະຂອງຜູ້ຕາງໜ້າຕາມກົດ ໝາຍ ຜູ້ຕາງໜ້າຕາມກົດໝາຍມີສິດແລະພັນທະດັ່ງດຽວກັນກັບ ຄູ່ຄວາມຕາມທີ່ໄດ້ກໍານົດໄວ້ໃນມາດຕາເຈັດສິບສອງຂອງກົດ ໝາຍສະບັບນີ້. ຜູ້ຕາງໜ້າຕາມກົດໝາຍປະຕິບັດສິດແລະດັນທະແທນຄູ່ ຄວາມໃນຄະດີແລະເຮັດໃນນາມເປັນຕົວແທນຂອງຄູ່ຄວາມແຕ່ ມີສິດຊີ້ຂາດສິດໃນກໍາມະສິດເພື່ອຜົນປະໂຫຍດຂອງຜູ້ທີ່ຕົນປົກ ປ້ອງ. ....ມາດຕາເກົ້າສິບເອັດ(ປັບປຸງ)ຜູ້ຕາງໜ້າຕາມການມອບໝາຍ

ມາດຕາເກົ້າສິບເອັດ(ປັບປຸງ)ຜູ້ຕາງໜ້າຕາມການມອບໝາຍ ຜູ້ຕາງໜ້າຕາມການມອບໝາຍແມ່ນບຸກຄົນທີ່ມີສິດຕໍ່ສູ້ຄະ ດີໂດຍມີການແຕ່ງຕັ້ງຫຼືການມອບໝາຍຈາກຜູ້ທີ່ຕົນປົກປ້ອງຫຼື ຈາກສານປະຊາຊົນ. ຜູ້ຕາງໜ້າຕາມການມອບໝາຍມີດັ່ງນີ້: 1.​ ທະນາຍຄວາມ. 2.​ ພະນັກງານຫຼືກໍາມະກອນຂອງອົງການຈັດຕັ້ງຫຼືວິສາ ຫະກິດທີ່ຖືກມອບໝາຍໃນຄະດີທີ່ກ່ຽວຂ້ອງກັບອົງການຈັດຕັ້ງຫ ຼືວິສາຫະກິດນັ້ນ. 3. ບຸກຄົນທີ່ຖືກມອບໝາຍຈາກບັນດາຄູ່ຄວາມໃນຄະດີ ຝ່າຍດຽວກັນ. 4. ບຸກຄົນທີ່ສານແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າໃນຄະດີທີ່ ກ່ຽວຂ້ອງ. 5. ຍາດພີ່ນ້ອງຂອງໂຈດ,ຈໍາເລີຍຫຼືບຸກຄົນທີ່ສາມທີ່ໄດ້ຮັບ ມອບໝາຍ. ....ມາດຕາເກົ້າສິບສອງ(ໃໝ່)ສິດແລະພັນທະຂອງຜູ້ຕາງໜ້າຕາມການມອບໝາຍ

ມາດຕາເກົ້າສິບສອງ(ໃໝ່)ສິດແລະພັນທະຂອງຜູ້ຕາງໜ້າຕາມ ການມອບໝາຍ ຜູ້ຕາງໜ້າຕາມການມອບໝາຍມີສິດແລະພັນທະໃນ ຂອບເຂດຕາມທີ່ໄດ້ກໍານົດໄວ້ໃນເນື້ອໃນຂອງສົນຍາມອບໝາຍ. ຜູ້ຕາງໜ້າຕ້ອງຮັກສາຄວາມລັບຂອງຄູ່ຄວາມແລະຊອກຫາ ຂໍ້ມູນຫຼັກຖານເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ ມອບໝາຍໃຫ້ຕົນເປັນຜູ້ຕ່າງໜ້າຢູ່ສານ. ....ມາດຕາເກົ້ສິບສາມ(ປັບປູງ)ການມອບໝາຍໃຫ້ຜູ້ຕ່າງໜ້າໃນການດໍາເນີນຄະດີ

ມາດຕາເກົ້ສິບສາມ(ປັບປູງ)ການມອບໝາຍໃຫ້ຜູ້ຕ່າງໜ້າໃນການ ດໍາເນີນຄະດີ ການມອບໝາຍໃຫ້ຜູ້ຕາງໜ້າເຂົ້າຮ່ວມໃນການດໍາເນີນ ຄະດີຢູ່ສານແມ່ນການມອບສິດແລະພັນທະຂອງຄູ່ຄວາມໃຫ້ບຸກຄົນ ໃດໜຶ່ງປະຕິບັດແທນຕົນຢູ່ສານ,ການມອບໝາຍນັ້ນຕ້ອງເຮັດເປັນ ລາຍລັກອັກສອນໂດຍມີການຢັ້ງຢືນຈາກອົງການຈັດຕັ້ງບ່ອນທີ່ຜູ້ ມອບໝາຍສັງກັດຢູ່ເຊັ່ນອົງການຈັດຕັ້ງຫຼືວິສາຫະກິດ,ສໍານັກງານ ທະບຽນສານຫຼືອົງການປົກຄອງບ້ານ,ສະຖາບັນ,ໂຮງຮຽນ,ໂຮງ ໝໍ,ຄ້າຍຄຸມຂັງແລະບ່ອນອື່ນໆ. ການມອບໝາຍທີ່ເຮັດໃນນາມນິຕິບຸກຄົນຕ້ອງອອກໃຫ້ໂດຍ ຫົວໜ້າອົງການຈັດຕັ້ງຫຼືວິສາຫະກິດທີ່ກ່ຽວຂ້ອງ. ສໍາລັບການແຕ່ງຕັ້ງຜູ້ຕາງໜ້າໂດຍສານນັ້ນຈະມີຂຶ້ນໃນກໍ ລະນີທີ່ຄູ່ຄວາມຝ່າຍໃດຝ່າຍໜຶ່ງບໍ່ມີຄວາມສາມາດມອບໝາຍໃຫ້ ບຸກຄົນໃດໜຶ່ງໄດ້ເປັນຕົ້ນເປັນຜູ້ທຸກຍາກ,ຜູ້ດ້ອຍໂອກາດ. ....ມາດຕາເກົ້າສິບສີ່(ໃໝ່)ການບໍ່ອະນຸຍາດໃຫ້ເປັນຜູ້ຕາງໜ້າໃນການດໍາເນີນຄະດີ

ມາດຕາເກົ້າສິບສີ່(ໃໝ່)ການບໍ່ອະນຸຍາດໃຫ້ເປັນຜູ້ຕາງໜ້າໃນ ການດໍາເນີນຄະດີ ການບໍ່ອະນຸຍາດໃຫ້ບຸກຄົນໃດໜຶ່ງເປັນຜູ້ຕາງໜ້າໃນ ການດໍາເນີນຄະດີຢູ່ສານມີກໍລະນີດັ່ງນີ້: 1. ບຸກຄົນທີ່ໄດ້ຮັບການມອບສິດຢ່າງຖືກຕ້ອງຈາກຄູ່ຄວາມ. 2. ບຸກຄົນທີ່ເປັນຜູ້ຕາງໜ້າໃຫ້ຄູ່ຄວາມຝ່າຍໃດຝ່າຍໜຶ່ງ ແລ້ວໃນຄະດີດຽວກັນ, 3. ບຸກຄົນທີ່ບໍ່ມີຄວາມສາມາດທາງດ້ານການປະພຶດ. 4. ຜູ້ຮັບຜິດຊອບໃນການດໍາເນີນຄະດີຕາມທີ່ໄດ້ກໍານົດໄວ້ ໃນມາດຕາຫ້າສິບສີ່ແລະມາດຕາຫົກສິບເອັດຂອງກົດໝາຍສະບັບ ນີ້. ....ມາດຕາເກົ້າສິບຫ້າ(ໃໝ່)ການສິ້ນສຸດການເປັນຜູ້ຕາງໜ້າໃນການດໍາເນີນຄະດີ

ມາດຕາເກົ້າສິບຫ້າ(ໃໝ່)ການສິ້ນສຸດການເປັນຜູ້ຕາງໜ້າໃນການ ດໍາເນີນຄະດີ ຜູ້ຕາງໜ້າຕາມກົດໝາຍຈະສິ້ນສຸດລົງເມື່ອບຸກຄົນທີ່ຢູ່ພາຍ ໃຕ້ການຄຸ້ມຄອງຫາກບັນລຸນິຕິພາວະຫຼືມີອາຍຸຮອດສິບແປດປີຫຼືບຸກ ຄົນທີ່ບໍ່ມີຄວາມສາມາດທາງດ້ານການປະພຶດໄດ້ກັບຄືນສູ່ສະພາບ ເດີມແລະສາມາດເຂົ້າຮ່ວມໃນການດເໍານີນຄະດີດ້ວຍຕົນເອງໄດ້. ຜູ້ຕາງໜ້າຕາມການມອບໝາຍຈະສິ້ນສຸດລົງເມື່ອຜູ້ກ່ຽວ ໄດ້ປະຕິບັດສິດແລະໜ້າທີ່ໃນການດໍາເນີນຄະດີຕາມທີ່ໄດ້ກໍານົດ ໄວ້ໃນສັນຍາມອບໝາຍຫຼືຄູ່ຄວາມໄດ້ຍົກເລີກສັນຍາໃຫ້ຜູ້ກ່ຽວ ເປັນຜູ້ຕາງໜ້າ. ຄູ່ຄວາມຕ້ອງແຈ້ງໃຫ້ສານຢ່າງເປັນລາຍລັກອັກສອນກ່ຽວ ກັບການຍົກເລີກຜູ້ຕາງໜ້າໃນການຕໍ່ສູ້ຄະດີຢູ່ສານ. ..ພາກທີຫົກຫຼັກຖານໃນຄະດີ


...ມາດຕາເກົ້າສິບຫົກ(ປັບປຸງ)ຫຼັກຖານ

ມາດຕາເກົ້າສິບຫົກ(ປັບປຸງ)ຫຼັກຖານ ຫຼັກຖານໃນຄະດີແພ່ງແມ່ນບັນດາຂໍ້ມູນເປັນຕົ້ນວັດ ຖຸ,ເອກະສານທີ່ພົວພັນກັບຄະດີຊຶ່ງຄູ່ຄວາມຫຼືບຸກຄົນທີສາມນໍາມາ ຍື່ນຕໍ່ສານຫຼືສານລົງເກັບກໍາດ້ວຍຕົນເອງເພື່ອຊ່ວຍໃຫ້ສານສາ ມາດກໍານົດເຫດການທີ່ພາໃຫ້ມີການຮ້ອງຟ້ອງ,ການແກ້ຟ້ອງຫຼື ການຟ້ອງແຍ່ງແລະເຫດການອື່ນທີ່ມີຄວາມໝາຍສໍາຄັນເພື່ອເປັນ ບ່ອນອີງໃຫ້ແກ່ສານໃນການຕັດສິນຄະດີຢ່າງຖືກຕ້ອງ. ...ມາດຕາເກົ້າສິບເຈັດ(ໃໝ່)ທີ່ມາຂອງຫຼັກຖານ

ມາດຕາເກົ້າສິບເຈັດ(ໃໝ່)ທີ່ມາຂອງຫຼັກຖານ ຫຼັກຖານໄດ້ມາຈາກທີ່ມາດັ່ງນີ້: 1. ເອກະສານ,ວັດຖຸສິ່ງຂອງແລະສຽງ. 2. ການວາງສະແດງວັດຖຸສິ່ງຂອງຕ່າງໆ. 3. ການໃຫ້ການຂອງຄູ່ຄວາມ,ບຸກຄົນທີສາມ,ພະຍານໃນ ຄະດີ. 4. ບົດສະຫຼຸບຫຼືບົດລາຍງານຂອງຜູ້ຊ່ຽວຊານຫຼືເຈົ້າໜ້າທີ່ ກ່ຽວຂ້ອງລວມທັງຂໍ້ມູນຈາກປະເທດທີ່ສປປລາວເປັນພາຄີໃນສັນ ຍາແລະສົນທິສັນຍາສາກົນກ່ຽວກັບວຽກງານຍຸດຕິທໍາ. 5. ບົດບັນທຶກການລົງກວດກາບັນຫາທີ່ຂັດແຍ່ງ. 6. ຜົນຂອງການຕີລາຄາຊັບສົມບັດທີ່ຂັດແຍ່ງ. 7. ທີ່ມາອື່ນທີ່ຖືກຕ້ອງຕາມກົດໝາຍ. ...ມາດຕາເກົ້າສິບແປດປະເພດຫຼັກຖານ

ມາດຕາເກົ້າສິບແປດປະເພດຫຼັກຖານ ຫຼັກຖານໃນຄະດີແພ່ງ,ການຄ້າ,ຄອບຄົວ,ເດັກແລະແຮງ ງານປະກອບດ້ວຍ: 1. ຫຼັກຖານທາງດ້ານວັດຖຸ. 2. ຫຼັກຖານທາງດ້ານເອກະສານ. 3. ຫຼັກຖານທາງດ້ານບຸກຄົນ. ຫຼັກຖານທາງດ້ານວັດຖຸແມ່ນໄດ້ມາຈາກວັດຖຸສິ່ງຂອງທີ່ ພົວພັນກັບຂໍ້ຂັດແຍ່ງເຊັ່ນພາຫະນະ,ຮົ້ວ,ຜົນລະປູກແລະວັດຖຸສິ່ງ ຂອງອື່ນ. ຫຼັກຖານທາງດ້ານເອກະສານແມ່ນໄດ້ມາຈາກໜັງສືຢັ້ງ ຢືນກໍາມະສິດ,ສັນຍາ,ຮູບພາບ,ບັນຊີຊັບສິນແລະເອກະສານອື່ນທີ່ ພົວພັນກັບຂໍ້ຂັດແຍ່ງ. ຫຼັກຖານທາງດ້ານບຸກຄົນແມ່ນໄດ້ມາຈາກຄໍາໃຫ້ການຂອງ ຄູ່ຄວາມ,ຄໍາໃຫ້ການແລະການຢັ້ງຢືນຂອງພະຍານແລະຜູ້ເຂົ້າ ຮ່ວມອື່ນໃນການດໍາເນີນຄະດີທີ່ພົວພັນກັບຂໍ້ຂັດແຍ່ງ. ...ມາດຕາເກົິາສິບເກົ້າ(ປັບປຸງ)ຫຼັກຖານທີ່ເປັນວັດຖຸຫຼືເອກະສານ

ມາດຕາເກົິາສິບເກົ້າ(ປັບປຸງ)ຫຼັກຖານທີ່ເປັນວັດຖຸຫຼືເອກະສານ ບຸກຄົນຜູ້ສະເໜີຫຼັກຖານດ້ວຍຕົນເອງຫຼືສະເໜີໃຫ້ສານທວງ ເອົາຫຼັກຖານໃດໜຶ່ງຊຶ່ງເປັນວັດຖຸຫຼືເອກະສານນັ້ນມີພັນທະຊີ້ແຈງ ກ່ຽວກັບເຫດການຫຼືທີ່ມາຂອງຫຼັກຖານເພື່ອເປັນບ່ອນອີງໃນການ ພິຈາລະນາຄະດີຂອງສານ. ຖ້າວ່າຫຼັັກຖານທາງດ້ານວັດຖຸຫຼືເອກະສານທີ່ກ່ຽວຂ້ອງກັບ ຄະດີນັ້ນຫາກໄດ້ມມາຈາກບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດທີ່ບໍ່ ໄດ້ເຂົ້າຮ່ວມໃນຄະດີແລ້ວຫຼັກຖານດັ່ງກ່າວກໍ່ຈະຖືກສົ່ງຄືນແຕ່ສານ ຕ້ອງໄດ້ສໍາເນົາເອກະສານດັ່ງກ່າວໄວ້ໃນສໍານວນຄະດີ. ວັດຖຸຫຼືເອກະສານທີ່ເປັນຫຼັກຖານນັ້ນຕ້ອງໃຫ້ເບິ່ງເຫັນໄດ້, ຈັບບາຍໄດ້ຫຼືຟັງສຽງໄດ້ຫຼືອ່ານໄດ້. ...ມາດຕາໜຶ່ງລ້ອຍຫຼັກຖານທາງດ້ານບຸກຄົນ

ມາດຕາໜຶ່ງລ້ອຍຫຼັກຖານທາງດ້ານບຸກຄົນ ຄໍາໃຫ້ການຂອງຄູ່ຄວາມແລະບຸກຄົນທີ່ສາມທີ່ກ່ຽວຂ້ອງ ກັບຄະດີຈະຖືກກວດກາແລະຕີລາຄາພ້ອມກັນກັບຫຼັກຖານທີ່ເກັບ ກໍາໄດ້ໃນຄະດີ. ເຫດການຫຼືຂໍ້ມູນຊຶ່ງຄູ່ຄວາມອ້າງຂຶ້ນເປັນພື້ນຖານໃຫ້ແກ່ ຄໍາຮ້ອງຟ້ອງ,ຄໍາແກ້ຟ້ອງຫຼືຄໍາຟ້ອງແຍ່ງຂອງຕົນນັ້ນສານນໍາໃຊ້ ດຸນພິນິດຂອງຕົນເພື່ອພິຈາລະນາຕາມຄວາມເປັນຈິງ.ສານຈະຖື ວ່າເຫດການຫຼືຂໍ້ມູນນັ້ນເປັນຄວາມຈິງໄດ້ກໍຕໍ່ເມື່ອສານຫາກເຊື່ອ ວ່າຄໍາກ່າວອ້າງຂອງຄູ່ຄວາມຖືກຕ້ອງຕາມເຫດການຕົວຈິງຂອງ ຄະດີ. ...ມາດຕາໜຶ່ງລ້ອຍໜຶ່ງ(ປັບປຸງ)ຫຼັກຖານໃນຄະດີການຄ້າ

ມາດຕາໜຶ່ງລ້ອຍໜຶ່ງ(ປັບປຸງ)ຫຼັກຖານໃນຄະດີການຄ້າ ຫຼັກຖານໃນຄະດີການຄ້ານອກນາກໄດ້ກໍານົດໄວ້ໃນປະ ເພດຫຼັກຖານທົ່ວໄປແລ້ວຍັງແມ່ນເອກະສານ,ວັດຖຸສິ່ງຂອງຫຼືຂໍ້ ມູນຂ່າວສານທາງດ້ານການຄ້າໃນການດໍາເນີນຄະດີເປັນຕົ້ນເອ ກະສານທາງເອເລັກໂຕຼນິກ,ຮູບພາບ,ການຟັງໂທລະສັບ,ໂທລະ ສານ,ອິນເຕີ້ນັດຫຼືເຄື່ອງມືອື່ນທາງດ້ານວິທະຍາສາດ. ...ມາດຕາໜຶ່ງລ້ອຍສອງ(ປັບປຸງ)ພັນທະໃນການສະເໜີຫຼັກຖານຂອງຄູ່ຄວາມແລະບຸກຄົນທີສາມ

ມາດຕາໜຶ່ງລ້ອຍສອງ(ປັບປຸງ)ພັນທະໃນການສະເໜີຫຼັກຖານຂອງ ຄູ່ຄວາມແລະບຸກຄົນທີສາມ ຄູ່ຄວາມແຕ່ລະຝ່າຍແລະບຸກຄົນທີສາມມີພັນທະຊອກຫາ ຫຼັກຖານໃນຄະດີແລ້ວນໍາມາສະເໜີຕໍ່ສານປະຊາຊົນ. ໂຈດມີພັນທະສະເໜີຫຼັກຖານທຸກຢ່າງ,ເພື່ອຢັ້ງຢືນເຫດການ ຊຶ່ງເປັນພື້ນຖານໃຫ້ແກ່ຄໍາຮ້ອງຟ້ອງຂອງຕົນ. ຈໍາເລີຍມີພັນທະສະເໜີຫຼັກຖານທຸກຢ່າງເພື່ອຢັ່ງຢືນເຫດ ການຊຶ່ງເປັນພື້ນຖານໃຫ້ແກ່ຄໍາແກ້ຟ້ອງຫຼືຄໍາຟ້ອງແຍ່ງຂອງຕົນ. ບຸກຄົນທີສາມມີພັນທະສະເໜີຫຼັກຖານທຸກຢ່າງເພື່ອປົກ ປ້ອງສິດແລະຜົນປະໂຫຍດຂອງຕົນ. ກ່ອນສານຈະພິຈາລະນາຄໍາຮ້ອງຟ້ອງຂອງໂຈດນັ້ນສານ ຈະກວດກາເບິ່ງວ່າໂຈດມີຫຼັກຖານພຽງພໍຫຼືບໍ່ຖ້າວ່າບໍ່ພຽງພໍແລ້ວ ສານຈະແນະນໍາໃຫ້ໂຈດຊອກຫາຫຼັກຖານມາຕື່ມ,ຖ້າຫາກບໍ່ມີຫຼັກ ຖານອັນໃດແລ້ວສານກໍ່ຈະບໍ່ພິຈາລະນາໃຫ້. ຖ້າວ່າຫຼັກຖານທີ່ໂຈດ,ຈໍາເລີຍຫຼືບຸກຄົນທີ່ສາມສະເໜີນັ້ນ ຫາກບໍ່ພຽງພໍແລ້ວສານກໍ່ຈະແນະນໍາໃຫ້ບຸກຄົນດັ່ງກ່າວຊອກຫາ ຫຼັກຖານມາເພີ່ມເຕີມຫຼືສານຈະລົງເກັບກໍາຫຼັກຖານຕາມການສະ ເໜີຂອງບຸກຄົນນັ້ນຫຼືດ້ວຍຕົນເອງກໍ່ໄດ້. ...ມາດຕາໜຶ່ງລ້ອຍສາມ(ໃໝ່)ການຍື່ນຫຼັກຖານຕໍ່ສານ

ມາດຕາໜຶ່ງລ້ອຍສາມ(ໃໝ່)ການຍື່ນຫຼັກຖານຕໍ່ສານ ຄູ່ຄວາມສາມາດຍື່ນຫຼັກຖານທີ່ກ່ຽວຂ້ອງກັບການຮ້ອງ ຟ້ອງ,ແກ້ຟ້ອງ,ຟ້ອງແຍ່ງຫຼືການຮ້ອງຂໍຂອງຕົນຕໍ່ສານໄດ້ຕະ ຫຼອດເວລານັບແຕ່ສານໄດ້ຮັບຄໍາຮ້ອງຟ້ອງຫຼືຄໍາຮ້ອງຂໍມາພິ ຈາລະນາຈົນເຖິງການປິດການໂຕ້ຖຽງໃນທີ່ປະຊຸມສານຂອງ ສານຂັ້ນຕົ້ນເວັ້ນເສຍແຕ່ມີຂໍ້ມູນຫຼັກຖານໃໝ່. ຫຼັກຖານທາງດ້ານເອກະສານທີ່ຍື່ນຕໍ່ສານຕ້ອງເປັນຕົ້ນ ສະບັບ,ຖ້າຫາກບໍ່ມີຕົ້ນສະບັບຫຼືມີຄວາມຫຍຸ້ງຍາກໃນການນໍາ ເອົາຕົ້ນສະບັບມາສະເໜີຕໍ່ສານກໍ່ໃຫ້ມີການຢັ້ງຢືນການສໍາເນົາ, ຮູບຖ່າຍຫຼືວິທີອື່ນມາຢັ້ງຢືນຕໍ່ສານ.ສໍາລັບເອກະສານທີ່ເປັນພາ ສາທີ່ເປັນພາສາຕ່າງປະເທດຕ້ອງໄດ້ແປເປັນພາສາລາວແລະ ຢັ້ງຢືນຄວາມຖືກຕ້ອງຂອງການແປຈາກສໍານັກງານທະບຽນ ສານ. ...ມາດຕາໜຶ່ງລ້ອຍສີ່(ໃໝ່)ການມອບຮັບຫຼັກຖານ

ມາດຕາໜຶ່ງລ້ອຍສີ່(ໃໝ່)ການມອບຮັບຫຼັກຖານ ຜູ້ຍື່ນຫຼັກຖານຕໍ່ສານຕ້ອງເຮັດໃບສະເໜີໂດຍບົ່ງບອກ ລາຍການ,ລັກສະນະຂອງຫຼັກຖານ,ຈໍານວນໜ້າເອກສານແລະ ອື່ນໆ.ສານຕ້ອງກວດກາຫຼັກຖານດັ່ງກ່າວຖ້າເຫັນວ່າຖືກຕ້ອງ ຕາມລາຍການທີ່ບົ່ງໄວ້ໃນໃບສະເໜີນັ້ນແລ້ວກໍ່ໃຫ້ສານເຮັດບົດ ບັນທຶກມອບຮັບຫຼັກຖານຢ່າງຖືກຕ້ອງ. ບົດບັນທຶກມອບຮັບຫຼັກຖານຕ້ອງບົ່ງບອກວັນ,ເວລາແລະ ສະຖານທີ່ມອບຮັບຫຼັກຖານ,ຊື້ຜູ້ມອບແລະຜູ້ຮັບ,ລັກສະນະ,ປະ ເພດແລະຈໍານວນຫຼັກຖານໂດຍເຮັດເປັນສາມສະບັບແລ້ວໃຫ້ຜູ້ ມອບແລະຜູ້ຮັບລົງລາຍເຊັນຢັ້ງຢືນແລະປະທັບຕາຂອງສານ ແລ້ວມອບໃຫ້ຜູ້ຍື່ນຫຼັກຖານເກັບໄວ້ໜຶ່ງສະບັບ,ສ່ວນອີກໜຶ່ງສະ ບັບເກັບຮັກສາໄວ້ໃນສໍານວນຄະດີແລະອີກໜຶ່ງສະບັບຮັກສາໄວ້ ໃນສານຂັ້ນຕົ້ນທີ່ກ່ຽວຂ້ອງ. ...ມາດຕາໜຶ່ງລ້ອຍຫ້າ(ໃໝ່)ການໂຕ້ແຍ່ງກ່ຽວກັບຫຼັກຖານ

ມາດຕາໜຶ່ງລ້ອຍຫ້າ(ໃໝ່)ການໂຕ້ແຍ່ງກ່ຽວກັບຫຼັກຖານ ຄູ່ຄວາມຝ່າຍທີ່ໂຕ້ແຍ້ງກ່ຽວກັບຫຼັກຖານຂອງຄູ່່ຄວາມ ຝ່າຍກົງກັນຂ້າມຕ້ອງນໍາເອົາຂໍ້ມູນມາສະເໜີຫຼືມາຢັ້ງຢືນຄວາມ ເປັນຈິງຕໍ່ສານ. ທຸກຫຼັກຖານທີ່ຄູ່ຄວາມສະເໜີນັ້ນສານຕ້ອງແຈ້ງໃຫ້ຄູ່ ຄວາມຝ່າຍກົງກັນຂ້າມຮັບຊາບເພື່ອໂຕ້ແຍ່ງ. ...ມາດຕາໜຶ່ງລ້ອຍຫົກ(ໃໝ່)ວິທີການເກັບກໍາຂ້ໍມູນຫຼັກຖານ

ມາດຕາໜຶ່ງລ້ອຍຫົກ(ໃໝ່)ວິທີການເກັບກໍາຂ້ໍມູນຫຼັກຖານ ວິທີການຂອງສານໃນການເກັບກໍາຂໍ້ມູນຫຼັກຖານມີດັ່ງນີ້: 1. ຮຽກບຸກຄົນທີ່ກ່ຽວຂ້ອງມາໃຫ້ການຕໍ່ສານ. 2. ລົງກວດກາບັນຫາທີ່ຂັດແຍ່ງ. 3. ແຕ່ງຕັ້ງຜູ້ຊ່ຽວຊານທໍາການພິສູດ. 4. ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງຊີ້ແຈງຫຼືຢັ້ງຢືນຫຼືສະ ໜອງຫຼັກຖານທີ່ກ່ຽວຂ້ອງ. 5. ມອບໃຫ້ສານອື່ນເກັບກໍາຂໍ້ມູນຫຼັກຖານແລະສອບ ສວນແທນ.

...ມາດຕາໜຶ່ງລ້ອຍເຈັດ(ໃໝ່)ການເອົາຄໍາໃຫ້ການ

ມາດຕາໜຶ່ງລ້ອຍເຈັດ(ໃໝ່)ການເອົາຄໍາໃຫ້ການ ເມື່ອສານເຫັນວ່າຄູ່ຄວາມໃນຄະດີຍັງບໍ່ທັນໄດ້ຊີ້ແຈງ ບັນຫາໃດໜຶ່ງຢ່າງລະອຽດໃນຄໍາຮ້ອງຟ້ອງ,ຄໍາແກ້ຟ້ອງ,ຄໍາ ຟ້ອງແຍ່ງຫຼືຄໍາຮ້ອງຂໍແລ້ວຕ້ອງໄດ້ສອບສວນໂຈດ,ຈໍາເລີຍ, ພະຍານຫຼືບຸກຄົນອື່ນສານກໍ່ຈະຮຽກບຸກຄົນດັ່ງກ່າວທີ່ກ່ຽວຂ້ອງ ເຂົ້າມາໃຫ້ການຕໍ່ສານຕາມປະເດັນສອບສວນທີ່ໄດ້ກະກຽມໄວ້. ຄູ່ຄວາມ,ບຸກຄົນທີສາມໃນຄະດີສາມາດໃຫ້ການຊີ້ແຈງ ເພີ່ມເຕີມດ້ວຍການຂຽນຄໍາຮ້ອງຟ້ອງ,ຄໍາແກ້ຟ້ອງ,ຄໍາຟ້ອງ ແຍ່ງຫຼືຄໍາຮ້ອງຂໍເພີ່ມເຕີມມາຍື່ນຕໍ່ສານ,ຖ້າຄູ່ຄວາມບໍ່ສາ ມາດຂຽນຫຼືບໍ່ຕ້ອງການຂຽນກໍ່ສາມາດເຂົ້າມາໃຫ້ການຢູ່ສານ ໂດຍກົງ.ໃນການເອົາຄໍາໃຫ້ການຜູ້ພິພາກສາເປັນຜູ້ສອບສວນ ແລະຈ່າສານຫຼືພະນັກງານວິຊາການເປັນຜູ້ບັນທຶກ. ຜູ້ເຂົ້າຮ່ວມອື່ນໃນການດໍາເນີນຄະດີກໍ່ສາມາດໃຫ້ການ ເປັນລາຍລັກອັກສອນຫຼືເຂົ້າມາໃຫ້ການຕໍ່ສານໂດຍກົງກໍ່ໄດ້. ການເອົາຄໍາໃຫ້ການຂອງເດັດຫຼືຜູ້ບໍ່ມີຄວາມສາມາດ ທາງດ້ານການປະພຶດຕ້ອງໃຫ້ພໍ່ແມ່,ຜູ້ປົກຄອງຫຼືຜູ້ປົກປ້ອງ ຂອງຜູ້ກ່ຽວເຂົ້າຮ່ວມນໍາ. ການສອບສວນໃຫ້ດໍາເນີນຢູ່ຫ້ອງການສານປະຊາຊົນ, ຖ້າຫາກມີຄວາມຈໍາເປັນຈະລົງສອບສວນແລະບັນທຶກຄໍາໃຫ້ ການຢູ່ບ່ອນຢູ່ຂອງຜູ້ກ່ຽວຂ້ອງໃນຄະດີກໍ່ໄດ້.

...ມາດຕາໜຶ່ງລ້ອຍແປດ(ປັບປຸງ)ບັດບັນທຶກຄໍາໃຫ້ການ

ມາດຕາໜຶ່ງລ້ອຍແປດ(ປັບປຸງ)ບັດບັນທຶກຄໍາໃຫ້ການ ໃນບົດບັນທຶກຄໍາໃຫ້ການນັ້ນຕ້ອງບົ່ງບອກສະຖານທີ່, ວັນ,ເວລາ,ຊື່ແລະນາມສະກຸນຂອງຜູ້ພິພາກສາ,ຜູ້ຊ່ວຍຜູ້ພິ ພາກສາ,ຈ່າສານຫຼືພະນັກງານວິຊາການ,ຊື່ແລະນາມສະກຸນ, ຊີວະປະຫວັດຫຍໍ້ຂອງຜູ້ໃຫ້ການແລະບັນຫາອື່ນຊຶ່ງໄດ້ກໍານົດ ໄວ້ໃນແບບພິມ. ເມື່ອເອົາຄໍາໃຫ້ການສິ້ນສຸດແລ້ວຜູ້ພິພາກສາຕ້ອງ ອ່ານເນື້ອໃນຂອງບົດບັນທຶກໃຫ້ຜູ້ໃຫ້ການຟັງຫຼືໃຫ້ຜູ້ກ່ຽວ ອ່ານເອົາເອງກໍ່ໄດ້.ຫຼັງຈາກນັ້ນບັນດາຜູ້ເຂົ້າຮ່ວມໃນການ ເອົາຄໍາໃຫ້ການຕ້ອງພ້ອມກັນລົງລາຍເຊັນແລະແປະໂປ້ມື ໃສ່ແຕ່ລະໜ້າ.ໃນກໍລະນີທີ່ເອົາຄໍາໃຫ້ການຂອງເດັກທີ່ຍັງບໍ່ ທັນເຖິງກະສຽນອາຍຸສິບແປດປີ,ຄົນຫູໜວກ,ປາກກືກແລະ ຄົນປັນຍາອ່ອນ,ເສຍຈິດຕ້ອງໃຫ້ຜູ້ປົຄອງຫຼືຜູ້ປົກປ້ອງລົງ ລາຍເຊັນແລະແປະໂປ້ມືໃສ່ເພື່ອຢັ້ງຢືນຄໍາໃຫ້ການດັ່ງກ່າວ. ຖ້າມີການຂີດຂ້າ,ປ່ຽນແປງຫຼືເພີ່ມເຕີມຂໍ້ຄວາມໃນ ບົດບັນທຶກຜູ້ພິພາກສາ,ຈ່າສານຫຼືພະນັກງານວິຊາການແລະ ຜູ້ໃຫ້ການຕ້ອງລົງລາຍເຊັນແລະແປະໂປ້ມືຢັ້ງຢືນໄວ້ຕໍ່ໜ້າ ແຖວບ່ອນຂີິດຂ້າຫຼືເພີ່ມເຕີມນັ້ນ.ຖ້າຄໍາໃຫ້ການມີຫຼາຍໜ້າ ຕ້ອງໃຫ້ມີການເຊັນຢັ້ງຢືນແລະແປະໂປ້ມືຂອງຜູ້ເຂົ້າຮ່ວມ ໃສ່ແຕ່ລະໜ້າ. ໃນກໍລະນີທີ່ຜູ້ໃຫ້ການຫາກບໍ່ຍອມລົງລາຍເຊັນແລະ ບໍ່ຍອມແປະໂປ້ມືນັ້ນຜູ້ພິພາກສາຕ້ອງໝາຍເຫດໄວ້ໃນຕອນ ທ້າຍຂອງບົດບັນທຶກ. ບົດບັນທຶກຄໍາໃຫ້ການນັ້ນໃຫ້ເຮັດເປັນສອງສະບັບ,ສະ ບັບໜຶ່ງປະກອບໃສ່ສໍານວນຄະດີແລະອີກສະບັບໜຶ່ງມອບໃຫ້ຜູ້ ໃຫ້ການ. ໃນກໍລະນີຈໍາເປັນການເອົາຄໍາໃຫ້ການອາດຈະບັນທຶກ ດ້ວຍການອັດສຽງໄວ້ເພື່ອເປັນຂໍ້ມູນກໍ່ໄດ້. ...ມາດຕາໜຶ່ງລ້ອຍເກົ້າ(ໃໝ່)ການຊ້ອງໜ້າ

ມາດຕາໜຶ່ງລ້ອຍເກົ້າ(ໃໝ່)ການຊ້ອງໜ້າ ສານອາດຈະຮຽກຄູ່ຄວາມຫຼືບຸກຄົນທີ່ກ່ຽວຂ້ອງໃນຄະດີ ເຂົ້າມາຊ້ອງໜ້າກັນຢູ່ສານເພື່ອຊີ້ແຈງບັນຫາທີ່ກ່ຽວຂ້ອງຕາມ ການສະເໜີຂອງຄູ່ຄວາມຝ່າຍໃດຝ່າຍໜຶ່ງຫຼືຜ່ານການເກັບກໍາ ຂໍ້ມູນຫຼັກຖານຂອງສານເມື່ອເຫັນວ່າບັນຫາທີ່ຄູ່ຄວາມສະເໜີນັ້ນ ມີຂໍ້ສົງໄສຫຼືບໍ່ທັນເປັນເອກະພາບກັນ. ການຊ້ອງໜ້າແຕ່ລະຄັ້ງຕ້ອງເຮັດບົດບັນທຶກແລະຜູ້ເຂົ້າ ຮ່ວມແຕ່ລະຄົນຕ້ອງເຊັ່ນຢັ້ງຢືນດັ່ງດຽວກັນກັບບົດບັນທຶກຄໍາໃຫ້ ການຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍແປດຂອງກົດ ໝາຍສະບັບນີ້.

...ມາດຕາໜຶ່ງລ້ອຍສິບ(ໃໝ່)ການລົງກວດກາບັນຫາທີ່ຂັດແຍ່ງ

ມາດຕາໜຶ່ງລ້ອຍສິບ(ໃໝ່)ການລົງກວດກາບັນຫາທີ່ຂັດແຍ່ງ ສານຈະລົງກວດກາບັນຫາທີ່ຂັດແຍ່ງຕາມການສະເໜີ ຂອງຄູ່ຄວາມຝ່າຍໃດຝ່າຍໜຶ່ງຫຼືຕາມຄໍາເຫັນຂອງສານກໍ່ໄດ້ ແຕ່ຕ້ອງເຮັດຊ້ອງໜ້າຄູ່ຄວາມ,ອົງການປົກຄອງບ້ານແລະພາກ ສ່ວນທີ່ກ່ຽວຂ້ອງ. ສານຕ້ອງຄິດໄລ່ຄ່າໃຊ້ຈ່າຍກ່ຽວກັບການລົງກວດກາບັນ ຫາທີ່ຂັດແຍ່ງແລ້ວແຈ້ງໃຫ້ຜູ້ຮ້ອງຂໍຫຼືໂຈດນໍາເງິນຄ່າໃຊ້ຈ່າຍ ດັ່ງກ່າວມາມອບຕາມການຄິດໄລ່.ທຸກການໃຊ້ຈ່າຍຕ້ອງສະຫຼຸບ ເປັນລາຍລັກອັກສອນແລະໃຫ້ວິນິດໄສລົງໃນຄໍາຕັດສິນຫຼືຄໍາພິ ພາກສາ. ...ມາດຕາໜຶ່ງລ້ອຍສິບເອັດ(ໃໝ່)ບົດບັນທຶກການກວດກາບັນຫາທີ່ຂັດແຍ່ງ

ມາດຕາໜຶ່ງລ້ອຍສິບເອັດ(ໃໝ່)ບົດບັນທຶກການກວດກາບັນ ຫາທີ່ຂັດແຍ່ງ ບົດບັນທຶກການກວດກາບັນຫາທີ່ຂັດແຍ່ງຕ້ອງເຮັດ ຢ່າງລະອຽດກ່ຽວກັບລັກສະນະ,ຈຸດພິເສດຫຼືສະພາບ,ບ່ອນທີ່ ຂັດແຍ່ງແລ້ວໃຫ້ຜູ້ເຂົ້າຮ່ວມແຕ່ລະຄົນເຊັນແລະໃຫ້ນາຍບ້ານ ບ່ອນກ່ຽວຂ້ອງເຊັນແລະປະທັບຕາຢັ້ງຢືນ. ການກວດກາບັນຫາທີ່ຂັດແຍ່ງຕ້ອງໃຫ້ຈ່າສານເປັນຜູ້ ເຮັດບົດບັນທຶກຫຼືໃຫ້ພະນັກງານທີ່ກ່ຽວຂ້ອງລັດແທກ,ແຕ້ມ ແຜນວາດ,ຖ່າຍຮູບ,ຄິດໄລ່ຫຼືປະເມນລາຄາຕາມການຊີ້ນໍາ ຂອງຜູ້ພິພາກສາບົນພື້ນຖານການໃຫ້ຂໍ້ມູນ,ການຊີ້ບອກແລະ ຄໍາເຫັນຂອງຄູ່ກໍລະນີ.

...ມາດຕາໜຶ່ງລ້ອຍສິບສອງ(ປັບປຸງ)ການສົ່ງຫຼັກຖານໃຫ້ພິສູດຫຼືຢັ້ງຢືນ

ມາດຕາໜຶ່ງລ້ອຍສິບສອງ(ປັບປຸງ)ການສົ່ງຫຼັກຖານໃຫ ້ພິສູດຫຼືຢັ້ງຢືນ ຜ່ານການດໍາເນີນຄະດີຖ້າຫາກມີຂໍ້ມູນຫຼັກຖານໃດບໍ່ຈະ ແຈ້ງ,ມີຂໍ້ສົງໄສ,ຊໍ້າກັນ,ຂັດກັນຊຶ່ງມີຄວາມຈໍາເປັນຕ້ອງທໍາການ ພິສູດເປັນຕົ້ນຕົວໜັງສື,ລາຍເຊັນ,ຕາປະທັບ,ຊັບສິ່ງຂອງຫຼືສະ ຖານທີ່ຕ່າງໆຕາມຄໍາສະເໜີຂອງຄູ່ຄວາມຝ່າຍໃດຝ່າຍໜຶ່ງຫຼື ຕາມຄໍາເຫັນຂອງສານແລ້ວ,ການຕ້ອງສະເໜີຕໍ່ຂະແໜງການ ທີ່ກ່ຽວຂ້ອງເພື່ອທໍາການພິສູດຫຼືຢັ້ງຢືນພ້ອມທັງບົ່ງບອກບັນຫາ ຫຼືເປົ້າໝາຍຂອງການພິສູດຫຼືການຢັ້ງຢືນນັ້ນໃຫ້ລະອຽດ,ກໍານົດ ເວລາພິສູດຫຼືຢັ້ງຢືນພ້ອມທັງຄັດຕິດຂໍ້ມູນເອກະສານທີ່ຈະພິສູດ ນັ້ນແລະຕ້ອງແຈ້ງໃຫ້ຄູ່ຄວາມຫຼືບຸກຄົນອື່ນທີ່ກ່ຽວຂ້ອງຊາບ. ...ມາດຕາໜຶ່ງລ້ອຍສິບສາມ(ໃໝ່)ບົດສະຫຼຸບຜົນຂອງການພິສູດຫຼືການຢັ້ງຢືນ

ມາດຕາໜຶ່ງລ້ອຍສິບສາມ(ໃໝ່)ບົດສະຫຼຸບຜົນຂອງການພິສູດຫຼື ການຢັ້ງຢືນ ບົດສະຫຼຸບຜົນຂອງການພິສູດຫຼືການຢັ້ງຢືນຕ້ອງບົ່ງບອກ ລັກສະນະ,ຈຸດພິເສດ,ຂໍ້ສົງໄສຂອງຂໍ້ມູນຫຼັກຖານທີ່ພິສູດຫຼືຢັ້ງຢືນ ຕາມຫຼັກວິຊາການ.ເມື່ອທໍາການພິສູດສໍາເລັດແລ້ວຕ້ອງເຮັດບົດ ສະຫຼຸບ,ເຊັນຢັ້ງຢືນແລະປະທັບຕາແລ້ວສົ່ງໃຫ້ສານຕາມວັນເວ ລາທີ່ໄດ້ກໍານົດໄວ້. ...ມາດຕາໜຶ່ງລ້ອຍສິບສີ່(ໃໝ່)ການສະເໜີໃຫ້ສະໜອງຂໍ້ມູນຫຼັກຖານ

ມາດຕາໜຶ່ງລ້ອຍສິບສີ່(ໃໝ່)ການສະເໜີໃຫ້ສະໜອງຂໍ້ມູນຫຼັກ ຖານ ໃນການເກັບກໍາຂໍ້ມູນຫຼັກຖານຖ້າສານເຫັນວ່າຂໍ້ມູນ ຫຼັກຖານທີ່ກ່ຽວຂ້ອງກັບຄະດີຢູ່ໃນການຄຸ້ມຄອງ,ປົກປັກຮັກສາຂອງ ອົງການຈັດຕັ້ງໃດໜຶ່ງທີ່ຄູ່ຄວາມບໍ່ສາມາດນໍາມາຍື່ນຕໍ່ສານໄດ້ ສານຈະເຮັດໜັງສືສະເໜີໃຫ້ອົງການຈັດຕັ້ງນັ້ນສະໜອງຂໍ້ມູນຫຼັກ ຖານທີ່ກ່ຽວຂ້ອງໃຫ້ສານຕາມການຮ້ອງຂໍຂອງຄູ່ຄວາມຫຼືຕາມຄໍາ ເຫັນຂອງສານ. ເມື່ອຕ້ອງການເອກະສານທີ່ເປັນສະບັບເດີມສານຕ້ອງເຮັດ ບົດບັນທຶກມອບຮັບເປັນລາຍລັກອັກສອນ,ເມື່ອສານໄດ້ກວດກາ,ນໍາ ໃຊ້ຫຼັກຖານເຫຼົ່ານັ້ນແລ້ວສານຕ້ອງສົ່ງຫຼັກຖານຄືນໃຫ້ອົງການຈັດ ຕັ້ງທີ່ກ່ຽວຂ້ອງ.

...ມາດຕາໜຶ່ງລ້ອຍສິບຫ້າ(ປັບປຸງ)ການມອບໝາຍຂອງສານໃຫ້ເກັບກໍາຂໍ້ມູນຫຼັກຖານ

ມາດຕາໜຶ່ງລ້ອຍສິບຫ້າ(ປັບປຸງ)ການມອບໝາຍຂອງສານໃຫ້ເກັບ ກໍາຂໍ້ມູນຫຼັກຖານ ໃນກໍລະນີທີ່ມີຄວາມຈໍາເປັນໃຫ້ກ່ການເກັບກໍາຂໍ້ມູນຫຼັກ ຖານຢູ່ແຂວງ,ນະຄອນຫຼືເມືອງ,ເທດສະບານອື່ນສານທີ່ພິຈາລະ ນາຄະດີນັ້ນມີສິດມອບໝາຍໃຫ້ສານປະຊາຊົນແຂວງ,ນະຄອນ ຫຼືສານປະຊາຊົນເຂດອື່ນທີ່ກ່ຽວຂ້ອງເປັນຜູ້ດໍາເນີນການເກັບ ກໍາຂໍ້ມູນຫຼັກຖານໃຫ້ຕົນ. ໃນການມອບໝາຍນັ້ນຕ້ອງບອກເຖິງເນື້ອໃນຂອງຄະດີ ໂດຍຫຍໍ້ແລະຫຼັກຖານຊຶ່ງສານທີ່ຮັບມອບໝາຍນັ້ນຄວນເກັບກໍາ. ການມອບໝາຍດັ່ງກ່າວມີຜົນບັງຄັບປະຕິບັດສໍາລັບສານທີ່ຮັບ ມອບໝາຍເທົ່ານັ້ນແລະໃຫ້ປະຕິບັດພາຍໃນກໍານົດເວລາສາມ ສິບວັນນັບແຕ່ວັນໄດ້ຮັບການມອບໝາຍເປັນຕົ້ນໄປ. ບົດບັນທຶກແລະຫຼັກຖານທີ່ເກັບກໍາໄດ້ທັງໝົດຕ້ອງໃຫ້ສານ ທີ່ພິຈາລະນາຄະດີນັ້ນໃນທັນໃດ. ...ມາດຕາໜຶ່ງລ້ອຍສິບຫົກການມອບໝາຍໃຫ້ສານອື່ນເອົາຄໍາໃຫ້ການແທນ

ມາດຕາໜຶ່ງລ້ອຍສິບຫົກການມອບໝາຍໃຫ້ສານອື່ນເອົາຄໍາ ໃຫ້ການແທນ ເມື່ອຄູ່ຄວາມ,ພະຍານຫຼືບຸກຄົນອື່ນທີ່ເຂົ້າຮ່ວມໃນຄະ ດີຫາກບໍ່ສາມາດເຂົ້າມາໃຫ້ການຕໍ່ສານເນື່ອງຈາກຢູ່ທ້ອງຖິ່ນຕ່າງ ກັນຫຼືຍ້ອນສາເຫດອື່ນແລ້ວສານທີ່ດໍາເນີນຄະດີນັ້ນຈະສົ່ງປະເດັນ ການສອບສວນໃຫ້ສານທ້ອງຖິ່ນອື່ນບອ່ນທີ່ບຸກຄົນດັ່ງກ່າວຢູ່ນັ້ນເອົາ ຄໍາໃຫ້ການແທນໃນກໍານົດເວລາສິບຫ້າວັນນັບແຕ່ວັນໄດ້ຮັບປະ ເດັນການສອບສວນເປັນຕົ້ນໄປ.ພາຍລັກງສອບສວນແລ້ວບົບບັນ ທຶກຄໍາໃຫ້ການຕ້ອງສົ່ງໃຫ້ສານທີ່ມອບໝາຍັ້ນໃນທັນໃດ. ...ມາດຕາໜຶ່ງລ້ອຍສິບເຈັດ(ໃໝ່)ການຄຸ້ມຄອງຫຼັກຖານ

ມາດຕາໜຶ່ງລ້ອຍສິບເຈັດ(ໃໝ່)ການຄຸ້ມຄອງຫຼັກຖານ ເມື່ອເຫັນວ່າຂໍ້ມູນຫຼັກຖານກໍາລັງຈະຖືກທໍາລາຍ,ຢູ່ ໃນສະພາບສ່ຽງທີ່ຈະຖືກທໍາລາຍຫຼືອາດມີຄວາມຫຍຸ້ງຍາກໃນການ ເກັບກໍາໃນຕໍ່ໜ້າຄູ່ຄວາມອາດຮ້ອງຂໍຕ່ສານໃຫ້ອອກຄໍາສັ່ງໃດໜຶ່ງ ເພື່ອຄຸ້ມຄອງຫຼັກຖານດັ່ງກ່າວ.ການຄຸ້ມຄອງຫຼັກຖານອາດຈະເຮັດ ດ້ວຍຫຼາຍຮູບການເຊັ່ນການສໍາເນົາ,ການຖ່າຍຮູບ,ການບັນທຶກ ສຽງ,ການບັນທຶກຫຼັກຖານ,ການນໍາຫຼັກຖານມາຮັກສາໄວ້ທີ່ປອດ ໄພຫຼືໃຫ້ຄູ່ຄວາມຝ່າຍໃດຝ່າຍໜຶ່ງປົກປັກຮັກສາ,ຄຸ້ມຄອງຫຼັກຖານ ດັ່ງກ່າວ. ສໍາຫຼັບຫຼັກຖານທາງດ້ານບຸກຄົນເປັນຕົ້ນພະຍານທີ່ຖືກຂົ່ມຂູ່, ບັງຄັບຫຼືກົດດັນໃນຮູບການໃດໜຶ່ງທີ່ເຮັດໃຫ້ຜູ້ກ່ຽວບໍ່ສະດວກຫຼືບໍ່ສາ ມາດໃຫ້ການຕາມຄວາມເປັນຈິງຕໍ່ສານໄດ້ຈະໄດ້ຮັບການປົກປ້ອງ ຕາມກົດໝາຍ. ...ມາດຕາໜຶ່ງລ້ອຍສິບແປດ(ປັບປຸງ)ການຊັ່ງຊາຕີລາຄາຫຼັກຖານ

ມາດຕາໜຶ່ງລ້ອຍສິບແປດ(ປັບປຸງ)ການຊັ່ງຊາຕີລາຄາຫຼັກຖານ ສານຕ້ອງກວດກາ,ຊັ່ງຊາຕີລາຄາຫຼັກຖານດ້ວຍຄວາມ ໝັ້ນໃຈຂອງຕົນບົນພື້ນຖານການພິຈາລະນາເຫດການຂອງຄະດີ ທັງໝົດຢ່າງຮອບດ້ານ,ຄົບຖ້ວນແລະພາວະວິໄສ. ຫຼັກຖານຈະມີຄຸນຄ່າໃຊ້ໄດ້ກໍ່ຕໍ່ເມື່ອສານໄດ້ກວດກາ,ຕີລາ ຄາແລະຮັບຮູ້ແລ້ວເທົ່ານັ້ນ,ສານຕ້ອງເອົາການຮັບຮູ້ຫຼັກຖານທີ່ ເປັນເອກະພາບຂອງຄູ່ຄວາມເປັນຫຼັກໃນການພິຈາລະນາ. ...ມາດຕາໜຶ່ງລ້ອຍສິບເກົ້າ(ໃໝ່)ການນໍາໃຊ້ຫຼັກຖານ

ມາດຕາໜຶ່ງລ້ອຍສິບເກົ້າ(ໃໝ່)ການນໍາໃຊ້ຫຼັກຖານ ທຸກຫຼັກຖານທີ່ສານເຊື່ອຖືວ່າມີເຫດຜົນພຽງພໍສານຕ້ອງນໍາ ໃຊ້ເຂົ້າໃນການພິຈາລະນາຕັດສິນຫຼືພິພາກສາ. ຫຼັກຖານຂອງຄູ່ຄວາມທີ່ສານເຫັນວ່າມີເຫດຜົນບໍ່ມີເຫດຜົນ ກໍ່ໃຫ້ວິນິດໄສລົງໃນຄໍາຕັດສິນຫຼືຄໍາພິພາກສາຂອງສານ. ...ມາດຕາໜຶ່ງລ້ອຍຊາວ(ໃໝ່)ລະບຽບການພິຈາລະນາຂໍ້ມູນຫຼັກຖານ

ມາດຕາໜຶ່ງລ້ອຍຊາວ(ໃໝ່)ລະບຽບການພິຈາລະນາຂໍ້ມູນຫຼັກຖານ ໃນເວລາດໍາເນີນຄະດີຢູ່ສານຂັ້ນຕົ້ນນັບແຕ່ໄດ້ຮັບສໍານວນ ຄະດີຈົນເຖິງປິດການໂຕ້ຖຽງໃນທີ່ປະຊຸມສານຄະນະສານຕ້ອງຖາມ ຄູ່ຄວາມວ່າຂໍ້ມູນຫຼັກຖານທີ່ຍື່ນມານັ້ນຄົບຖ້ວນແລ້ວຫຼືບໍ່,ຖ້າຫາກບໍ່ ທັນຄົບຖ້ວນກໍ່ຈະໃຫ້ຜູ້ກ່ຽວນໍາເອົາມາສະເໜີເພີ່ມເຕີມພາຍໃນກໍາ ນົດເວລາທີ່ສານເຫັນວ່າເໝາະສົມ,ຖ້າຫາກຄົບຖ້ວນແລະພຽງພໍ ແລ້ວສານກໍ່ຈະນໍາເອົາຄະດີອອກພິຈາລະນາຕັດສິນ. ..ພາກທີເຈັດມາດຕະການຂອງສານ


...ໝວດທີໜຶ່ງມາດຕະການຮັບປະກັນການຮ້ອງຟ້ອງ


....ມາດຕາໜຶ່ງລ້ອຍຊາວເອັດ(ປັບປຸງ)ປະເພດມາດຕະການຮັບປະກັນການຮ້ອງຟ້ອງ

ມາດຕາໜຶ່ງລ້ອຍຊາວເອັດ(ປັບປຸງ)ປະເພດມາດຕະການຮັບປະ ກັນການຮ້ອງຟ້ອງ ມາດຕະການຮັບປະກັນການຮ້ອງຟ້ອງແບ່ງອອກເປັນ ປະເພດດັ່ງນີ້: 1. ຢຶດຫຼືອາຍັດຊັບຂອງຄູ່ຄວາມທີ່ຢູ່ນໍາຜູ້ກ່ຽວຫຼືຢູ່ນໍາຜູ້ອື່ນ. 2. ບໍ່ອະນຸຍາດໃຫ້ຄູ່ຄວາມເຄື່ອນໄຫວຫຼືກະທໍາສິ່ງໃດໜຶ່ງ ທີ່ກ່ຽວຂ້ອງກັບຄະດີ. 3. ບໍ່ອະນຸຍາດໃຫ້ຄູ່ຄວາມເຄື່ອນໄຫວຫຼືກະທໍາສິ່ງໃດໜຶ່ງທີ່ ກ່ຽວຂ້ອງກັບຄະດີ. 4. ອອກມາດຕະການຮັບປະກັນການຮ້ອງຟ້ອງອື່ນ.

ໃນກໍລະນີມີການຟ້ອງແຍ່ງມາດຕະການດັ່ງກ່າວນີ້ກໍ່ສາ ມາດນໍາໃຊ້ໄດ້ດັ່ງກຽວກັນ. ການລະເມີດມາດຕະການທີ່ໄດ້ກ່າວໄວ້ເທິງນີ້ຈະມີຄວາມ ຮັບຜິດຊອບຕາມລະບຽບກົດໝາຍ. ....ມາດຕາໜຶ່ງລ້ອຍຊາວສອງ(ປັບປຸງ)ການຍຶດຊັບ

ມາດຕາໜຶ່ງລ້ອຍຊາວສອງ(ປັບປຸງ)ການຍຶດຊັບ ໃນກໍລະນີທີ່ໄດ້ຮູ້ແຈ້ງກ່ຽວກັບປະເພດ,ຈໍານວນ,ບັນຊີຊັບ ຫຼືສະຖານທີ່ເກັບມ້ຽນວັດຖຸສິ່ງຂອງ,ສິນຄ້າຫຼືປະເພດສັງຫາລິມະ ຊັບອື່ນທີ່ພົວພັນກັບຄະດີ,ເປັນປະໂຫຍດໃຫ້ແກ່ການດໍາເນີນຄະດີ ຫຼືເພື່ອຮັບປະກັນການຮ້ອງຟ້ອງຫຼືການຟ້ອງແຍ່ງຕາມຄໍາຮ້ອງຂໍ ຂອງຄູ່ຄວາມຝ່າຍໃດຝ່າຍໜຶ່ງຫຼືຕາມຄວາມເຫັນຂອງສານຖ້າ ຫາກແມ່ນຜົນປະໂຫຍດຂອງລັດຫຼືຂອງສັງຄົມແລ້ວສານຈະອອກ ຄໍາສັ່ງຍຶດຊັບດັ່ງກ່າວມາຮັກສາໄວ້ໃນສະຖານທີ່ເໝາະສົມ.

....ມາດຕາໜຶ່ງລ້ອຍຊາວສາມ(ປັບປຸງ)ການອາຍັດຊັບ

ມາດຕາໜຶ່ງລ້ອຍຊາວສາມ(ປັບປຸງ)ການອາຍັດຊັບ ໃນກໍລະນີທີ່ໄດ້ຮູ້ແຈ້ງກ່ຽວກັບປະເພດ,ຈໍານວນ,ບັນຊີສັງ ຫາລິມະຊັບຫຼືອະສັງຫາລິມະຊັບທີ່ພັວພັນກັບຄະດີ,ເປັນປະໂຫຍດ ໃຫ້ແກ່ການດໍາເນີນຄະດີຫຼືເພື່ອຮັບປະກັນການຮ້ອງຟ້ອງຫຼືການ ຟ້ອງແຍ່ງຕາມຄໍາຮ້ອງຂໍຂອງຄູ່ຄວາມຝ່າຍໃດຝ່າຍໜຶ່ງຫຼືຕາມ ຄໍາເຫັນຂອງສານຖ້າຫາກແມ່ນຜົນປະໂຫຍດຂອງລັດຫຼືສັງສັງ ຄົມແລ້ວສານຈະອອກຄໍາສັ່ງອາຍັດຊັບ. ....ມາດຕາໜຶ່ງລ້ອຍຊາວສີ່(ໃໝ່)ການບໍ່ອະນຸຍາດໃຫ້ຄູ່ຄວາມເຄື່ອນໄຫວຫຼືກະທໍາສິ່ງໃດໜຶ່ງ

ມາດຕາໜຶ່ງລ້ອຍຊາວສີ່(ໃໝ່)ການບໍ່ອະນຸຍາດໃຫ້ຄູ່ຄວາມເຄື່ອນ ໄຫວຫຼືກະທໍາສິ່ງໃດໜຶ່ງ ເມື່ອເຫັນວ່າຄູ່ຄວາມຝ່າຍໃດຝ່າຍໜຶ່ງໃນຄະດີມີການ ເຄື່ອນໄຫວຫຼືກະທໍາສິ່ງໃດໜຶ່ງທີ່ບໍ່ຖືກຕ້ອງຊຶ່ງກ່ຽວຂ້ອງກັບຄະດີ ເຊັ່ນການຂົ່ມຂູ່ຄູ່ຄວາມຫຼືພະຍານ,ການທໍາລາຍຫຼັກຖານນັ້ນສານ ອາດຈະອອກຄໍາສັ່ງໃຫ້ຄູ່ຄວາມທີ່ກ່ຽວຂ້ອງຢຸດເຊົາການກະທໍາ ດັ່ງກ່າວຕາມການຮ້ອງຂໍຂອງຄູ່ຄວາມອີກຝ່າຍໜຶ່ງຫຼືຕາມຄໍາ ເຫັນຂອງສານ.

....ມາດຕາໜຶ່ງລ້ອຍຊາວຫ້າ(ໃໝ່)ການບໍ່ອະນຸຍາດໃຫ້ຄູ່ຄວາມປະຕິບັດຂໍ້ຜູກພັນໃດໜຶ່ງ

ມາດຕາໜຶ່ງລ້ອຍຊາວຫ້າ(ໃໝ່)ການບໍ່ອະນຸຍາດໃຫ້ຄູ່ຄວາມປະຕິບັດ ຂໍ້ຜູກພັນໃດໜຶ່ງ ເມື່ອເຫັນວ່າຜູ້ຄວາມຝ່າຍໃດຝ່າຍໜຶ່ງໃນຄະດີປະຕິ ບັດຂໍ້ຜູກພັນໃດໜຶ່ງທີ່ບໍ່ຖືກຕ້ອງຊຶ່ງພົວພັນໃນຄະດີກັບຜູ້ອື່ນເຊັ່ນ ການເຮັດສັນຍາຊໍ້າຊ້ອນກັນສານຈະອອກຄໍາສັ່ງໃຫ້ຄູ່ຄວາມທີ່ ກ່ຽວຂ້ອງຢຸດເຊົາການປະຕິບັດຂໍ້ຜູ້ພັນດັ່ງກ່າວຕາມການຮ້ອງຂ ໍຂອງຄູ່ຄວາມອີກຝ່າຍໜຶ່ງຫຼືຕາມຄໍາເຫັນຂອງສານ. ....ມາດຕາໜຶ່ງລ້ອຍຊາວຫົກ(ໃໝ່)ການຈໍາກັດບໍລິເວນຕໍ່ຄູ່ຄວາມ

ມາດຕາໜຶ່ງລ້ອຍຊາວຫົກ(ໃໝ່)ການຈໍາກັດບໍລິເວນຕໍ່ຄູ່ຄວາມ ເພື່ອຮັບປະກັນໃຫ້ແກ່ການດໍາເນີນຄະດີເປັນຕົ້ນການເຂົ້າ ມາໃຫ້ການຊີ້ແຈງຂໍ້ມູນຫຼັກຖານຕໍ່ສານ,ສານອາດຈະອອກມາດ ຕະການບໍ່ອະນຸຍາດຄູ່ຄວາມອອກຈາກພື້ນທີ່ໃດໜຶ່ງຫຼືອອກນອກ ປະເທດຕາມການຮ້ອງຂໍຂອງຄູ່ຄວາມອີກຝ່າຍໜຶ່ງຫຼືຕາມຄໍາເຫັນ ຂອງສານເວັ້ນເສຍແຕ່ກໍລະນີຈໍາເປັນຄູ່ຄວາມທີ່ກ່ຽວຂ້ອງຕ້ອງຊີ້ ແຈ້ງເຫດຜົນເປັນລາຍລັກອັກສອນແລະນໍາຫຼັກຊັບມາຄໍ້າປະກັນ ໄວ້ນໍາສານຕາມການກໍານົດຂອງສານ. ....ມາດຕາໜຶ່ງລ້ອຍຊາວເຈັດ(ປັບປຸງ)ໝາຍພາຕົວ

ມາດຕາໜຶ່ງລ້ອຍຊາວເຈັດ(ປັບປຸງ)ໝາຍພາຕົວ ໝາຍພາຕົວແມ່ນຄໍາສັ່ງຂອງສານເພື່ອໃຫ້ເຈົ້າໜ້າທີ່ຕໍາ ຫຼວດນໍາເອົາຕົວຈໍາເລີຍ,ພະຍານເຂົ້າມາພົບກັບຜູ້ພິພາກສາຕາມ ວັນ,ເວລາ,ສະຖານທີ່ທີ່ໄດ້ກໍານົດໄວ້ໃນໝາຍພາຕົວນັ້ນ. ໃນກໍລະນີທີ່ຈໍາເລີຍ,ບຸກຄົນທີ່ສາມຝ່າຍຈໍາເລີຍ,ພະຍານ ຫາກໄດ້ຮັບໝາຍຮຽກເຖິງສາມຄັ້ງແຕ່ບໍ່ເຂົ້າມາສານຕາມໝາຍ ຮຽກໂດຍບໍ່ມີເຫດຜົນພຽງພໍສານຈະອອກຄໍາສັ່ງໃຫ້ພາຕົວຜູ້ກ່ຽວ ເຂົ້າມາສານ.ໃນການພາຕົວນັ້ນຕ້ອງມີການປະສານສົມທົບກັບ ອົງການປົກຄອງບ້ານ,ນອກຈາກນີ້ແລ້ວຜູ້ກ່ຽວອາດຈະຖືກດໍາ ເນີນຄະດີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ. ....ມາດຕາໜຶ່ງລ້ອຍຊາວແປດ(ໃໝ່)ເນື້ອໃນຂອງຄໍາຮ້ອງຂໍໃຫ້ອອກມາດຕະການ

ມາດຕາໜຶ່ງລ້ອຍຊາວແປດ(ໃໝ່)ເນື້ອໃນຂອງຄໍາຮ້ອງຂໍໃຫ້ອອກ ມາດຕະການ ຄໍາຮ້ອງຂໍໃຫ້ອອກມາດຕະການເພື່ອຮັບປະກັນການຮ້ອງ ຟ້ອງຕ້ອງປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1. ຊື່ຂອງສານທີ່ຈະຍື່ນຄໍາຮ້ອງຂໍເຖິງ. 2. ຊື່ແລະນາມສະກຸນ,ທີ່ຢູ່,ການພັວພັນໃນຄະດີຂອງຜູ້ຍື່ນ ຄໍາຮ້ອງຂໍ. 3. ຂໍ້ມູນລະອຽດກ່ຽວກັບຊັບສິ່ງຂອງ,ຊື່ແລະນາມ ສະກຸນ,ທີ່ຢູ່,ການພົວພັນໃນຄະດີຂອງບຸກຄົນທີ່ກ່ຽວຂ້ອງກັບ ການອອກມາດຕະການ. 4. ສະຫຼຸບເຫດການໂດຍຫຍໍ້ຂອງຄະດີແລະເຫດຜົນ ຂອງການຮ້ອງຂໍ. 5. ເອກະສານທີ່ພັວພັນກັບການຮ້ອງຂໍ. 6. ວັນ,ເດືອນ,ປີທີ່ຍື່ນຄໍາຮ້ອງຂໍ. 7. ລາຍເຊັຂອງຜູ້ຮ້ອງຂໍແລະການຢັ້ງຢືນຈາກອົງການ ປົກຄອງບ້ານທີ່ກ່ຽວຂ້ອງ. ....ມາດຕາໜຶ່ງລ້ອຍຊາວເກົ້າ(ໃໝ່)ການພິຈາລະນາອອກມາດຕະການຮັບປະກັນການຮ້ອງຟ້ອງ

ມາດຕາໜຶ່ງລ້ອຍຊາວເກົ້າ(ໃໝ່)ການພິຈາລະນາອອກມາດຕະການ ຮັບປະກັນການຮ້ອງຟ້ອງ ເມື່ອໄດ້ຮັບຄໍາຮ້ອງຂໍອອກມາດຕະການຮັບປະກັນການ ຮ້ອງຟ້ອງແລ້ວສານຕ້ອງມອບໃຫ້ຜູ້ພິພາກສາທີ່ຮັບຜິດຊອບຄະດີ ນໍາເອົາຄໍາຮ້ອງຂໍພ້ອມດ້ວຍຂໍ້ມູນຫຼັກຖານທີ່ກ່ຽວຂ້ອງມາຄົ້ນຄວ້າ ພິຈາລະນາ. ການພິຈາລະນາຄໍາຮ້ອງຂໍຍຶດຫຼືອາຍັດຊັບຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາໜຶ່ງລ້ອຍຊາວສອງແລະໜຶ່ງລ້ອຍຊາວສາມ ຂອງກົດມາຍສະບັບນີ້ນອກຈາກຈະພິຈາລະນາຂໍ້ມູນຫຼັກຖານທີ່ ກ່ຽວຂ້ອງແລ້ວເມື່ອມີຄວາມຈໍາເປັນກໍ່ຕ້ອງລົງກວດກາສະຖານ ທີ່ຫຼືຊັບສິ່ງຂອງທີ່ສະເໜີຍຶດຫຼືອາຍັດນັ້ນ.ຊັບສິ່ງຂອງທີ່ຍຶດຫຼືອາ ຍັດນັ້ນຕ້ອງໃຫ້ເໝາະສົມກັບມູນຄ່າການຮ້ອງຟ້ອງ. ການອອກມາດຕະການຮັບປະກັນການຮ້ອງຟ້ອງຂອງ ສານໃຫ້ອອກເປັນຄໍາສັ່ງຂອງຄະນະສານ. ....ມາດຕາໜຶ່ງລ້ອຍສາມສິບ(ປັບປຸງ)ການປ່ຽນແປງແລະການລົບລ້າງມາດຕະການຮັບປະກັນການຮ້ອງຟ້ອງ

ມາດຕາໜຶ່ງລ້ອຍສາມສິບ(ປັບປຸງ)ການປ່ຽນແປງແລະການລົບ ລ້າງມາດຕະການຮັບປະກັນການຮ້ອງຟ້ອງ ການປ່ຽນແປງຫຼືການລົບລ້າງມາດຕະການຮັບປະ ກັນຄໍາຮ້ອງຟ້ອງປະເພດໃດໜຶ່ງຕ້ອງພິຈາລະນາໃນທີ່ປະຊຸມສານ ໂດຍມີການເຂົ້າຮ່ວມຂອງບຸກຄົນທີ່ກ່ຽວຂ້ອງໃນຄະດີນັ້ນແຕ່ການ ບໍ່ເຂົ້າຮ່ວມຂອງບຸກຄົນດັ່ງກ່າວກໍ່ຈະບໍ່ພາໃຫ້ເປັນອຸປະສັກຕໍ່ການ ພິຈາລະນານັ້ນໄດ້. ສານອາດຈະປ່ຽນແປງຫຼືລົບລ້າງມາດຕະການຮັບປະກັນ ການຮ້ອງຟ້ອງຕາມຄໍາຮ້ອງຂໍຂອງຄູ່ຄວາມຫຼືຕາມຄໍາເຫັນຂອງ ສານຖ້າຫາກແມ່ນຜົນປະໂຫຍດຂອງລັດຫຼືຂອງສັງຄົມ. ໃນກໍລະນີທີ່ສານຫາກບໍ່ໄດ້ພິຈາລະນາປ່ຽນແປງຫຼືລົບລ້າງ ຕາມຄໍາຮ້ອງຂໍແລ້ວມາດຕະການທີ່ສານວາງອອກນັ້ນກໍ່ຈະມີຜົນ ບັງຄັບປະຕິບັດຈົນກວ່າຈະມີຄໍາສັ່ງຜິດສໍານວນຄະດີ.

....ມາດຕາໜຶ່ງລ້ອຍສາມສິບເອັດ(ໃໝ່)ການຂໍອຸທອນ,ຂໍລົບລ້າງຫຼືສະເໜີຄັດຄ້ານມາດຕະການຮັບປະກັນການຮ້ອງຟ້ອງ

ມາດຕາໜຶ່ງລ້ອຍສາມສິບເອັດ(ໃໝ່)ການຂໍອຸທອນ,ຂໍລົບລ້າງຫຼືສະ ເໜີຄັດຄ້ານມາດຕະການຮັບປະກັນການຮ້ອງຟ້ອງ ຄູ່ຄວາມມີສິດຂໍອຸທອນ,ຂໍລົບລ້າງຫຼືຫົວໜ້າອົງການໄອ ຍະການປະຊາຊົນມີສິດສະເໜີຄັດຄ້ານຄໍາສັ່ງກ່ຽວກັບມາດຕະ ການຮັບປະກັນການຮ້ອງຟ້ອງພາຍໃນກໍານົດເວລາເຈັດວັນນັບ ແຕ່ວັນໄດ້ຮັບຊາບຄໍາສັ່ງໃຫ້ປະຕິບັດມາດຕະການຂອງສານ ເປັນຕົ້ນໄປ. ການຂໍອຸທອນ,ຂໍລົບລ້າງຫຼືສະເໜີຄັດຄ້ານຄໍາສັ່ງປ່ຽນ ແປງຫຼືລົບລ້າງມາດຕະການຮັບປະກັນການຮ້ອງຟ້ອງໃຫ້ຍື່ນ ຕໍ່ຄະນະສານຂັ້ນທີ່ກ່ຽວຂ້ອງເປັນຜູ້ພິຈາລະນາ. ....ມາດຕາໜຶ່ງລ້ອຍສາມສິບສອງ(ໃໝ່)ຜົນບັງຄັບຂອງຄໍາສັ່ງໃຫ້ປະຕິບັດມາດຕະການ

ມາດຕາໜຶ່ງລ້ອຍສາມສິບສອງ(ໃໝ່)ຜົນບັງຄັບຂອງຄໍາສັ່ງໃຫ້ປະ ຕິບັດມາດຕະການ ຄໍາສັ່ງຂອງຄະນະສານກ່ຽວກັບມາດຕະການຮັບ ປະກັນການຮ້ອງຟ້ອງມີຜົນບັງຄັບປະຕິບັດຄືກັນກັບຄໍາຕົກລົງອື່ນ ຂອງສານ.ບຸກຄົນ,ການຈັດຕັ້ງຫຼືວິສາຫະກິດທີ່ມີການລະເມີດເນື້ອ ໃນໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນຄໍາສັ່ງດັ່ງກ່າວຕ້ອງຮັບຜິດຊອບ ຕໍ່ກົດໝາຍແລະຜົນເສຍຫາຍທັງໝົດທີ່ຕົນໄດ້ກໍ່ຂຶ້ນ. ....ມາດຕາໜຶ່ງລ້ອຍສາມສິບສາມ(ໃໝ່)ການຈັດຕັ້ງປະຕິບັດມາດຕະການຮັບປະກັນການຮ້ອງຟ້ອງ

ມາດຕາໜຶ່ງລ້ອຍສາມສິບສາມ(ໃໝ່)ການຈັດຕັ້ງປະຕິບັດມາດ ຕະການຮັບປະກັນການຮ້ອງຟ້ອງ ໃນການຈັດຕັ້ງປະຕິບັດຄໍາສັ່ງຍຶດຫຼືອາຍັດຊັບຂອງ ສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນສານຕ້ອງຮຽກຄູ່ຄວາມເຂົ້າ ຮ່ວມເພື່ອແຈ້ງແລະຕິດຄໍາສັ່ງຂອງສານໄວ້ບ່ອນຊັບສິ່ງຂອງຕັ້ງ ຢູ່,ຫ້ອງກນປົກຄອງບ້ານ,ສານປະຊາຊົນແລະຂະແໜງການທີ່ ກ່ຽວຂ້ອງ. ໃນການຈັດຕັ້ງປະຕິບັດມາດຕະການອື່ນຂອງສານຕາມທີ່ ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍຊາວສີ່,ໜຶ່ງລ້ອຍຊາວຫ້າແລະ ໜຶ່ງລ້ອຍຊາວຫົກຂອງກົດໝາຍສະບັບນີ້ສານຕ້ອງຮຽກຄູ່ຄວາມ ມາຮັບຊາບແລະແຈ້ງຄໍາສັ່ງດັ່ງກ່າວຕໍ່ອົງການປົກຄອງທ້ອງຖິ່ນ ຫຼືພາກສ່ວນທີ່ກ່ຽວຂ້ອງ.ສໍາລັບມາດຕາໜຶ່ງລ້ອຍຊາວຫົກນັ້ນນອກ ຈາກຈະແຈ້ງຕໍ່ອົງການປົກຄອງນັ້ນແລ້ວຍັງຕ້ອງແຈ້ງໃຫ້ເຈົ້າໜ້າ ທີ່ຕໍາຫຼວດທີ່ກ່ຽວຂ້ອງເພື່ອຄຸ້ມຄອງແລະຕິດຕາມ. ສໍາລັບການຈັດຕັ້ງປະຕິບັດໝາຍພາຕົວໃຫ້ປະຕິບັດຕາມ ຂັ້ນຕອນທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍຊາວເຈັດຂອງກົດ ໝາຍສະບັບນີ້. ຜູ້ຮ້ອງຂໍໃຫ້ອກມາດຕະການຮັບປະກັນການຮ້ອງຟ້ອງຕ້ອງ ຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆກ່ຽວກັບການຈັດຕັ້ງປະຕິບັດມາດ ຕະການດັ່ງກ່າວ. ...ໝວດທີສອງມາດຕະການຮີບດ່ວນຊົ່ວຄາວຂອງສານ


....ມາດຕາໜຶ່ງລ້ອຍສາມສິບສີ່(ປັບປຸງ)ການນໍາໃຊ້ມາດຕະການຮີບດ່ວນຊົ່ວຄາວຂອງສານ

ມາດຕາໜຶ່ງລ້ອຍສາມສິບສີ່(ປັບປຸງ)ການນໍາໃຊ້ມາດຕະການຮີບ ດ່ວນຊົ່ວຄາວຂອງສານ ສານອາດຈະນໍາໃຊ້ມາດຕະການບັງຄັບໃດໜຶ່ງໃນກໍລະ ນີທີ່ຊັບສິ່ງຂອງທີ່ຂັດແຍ່ງກັນນັ້ນມີຄວາມຈໍາເປັນຕ້ອງໄດ້ມີການ ຄຸ້ມຄອງຫຼືຊີ້ຂາດຢ່າງຮີບດ່ວນເນື່ອງຈາກວ່າຊັບສິ່ງຂອງດັ່ງ ກ່າວຈະມີການປ່ຽນຮູບຫຼືເສື່ອມເສຍຄຸນນະພາບກ່ອນການຕັດສິນ ຄະດີ. ສານຈະອອກຄໍາສັ່ງມອບສິດຄຸ້ມຄອງຫຼືຊີ້ຂາດໃນຊັບສິ່ງ ຂອງນັ້ນໃຫ້ຄູ່ຄວາມຝ່າຍໃດຝ່າຍໜຶ່ງຫຼືບຸກຄົນຜູ້ໃດຜູ້ໜຶ່ງກໍ່ໄດ້. ....ມາດຕາໜຶ່ງລ້ອຍສາມສິບຫ້າການນໍາໃຊ້ມາດຕະການຂອງສານຕໍ່ົນເສຍຈິດ

ມາດຕາໜຶ່ງລ້ອຍສາມສິບຫ້າການນໍາໃຊ້ມາດຕະການຂອງ ສານຕໍ່ົນເສຍຈິດ ສານອາດຈະນໍາໃຊ້ມາດຕະການປິ່ນປົວຕໍ່ຜູ້ກໍ່ຄວາມ ເສຍຫາຍຫຼືຜູ້ຮັບຜິດຊອບທາງແພ່ງຫຼືຜູ້ໃຊ້ແທນຄ່າເສຍຫາຍທີ່ ເປັນຄົນເສຍຈິດກ່ອນຫຼືພາຍຫຼັງທີ່ສານໄດ້ອອກຄໍາຕັດສິນຫຼືຄໍາ ພິພາກສາແລ້ວດ້ວຍການອອກຄໍາສັ່ງໃຫ້ໄປປິ່ນປົວທີ່ໂຮງໝໍ ໂລກຈິດຫຼືສະຖານທີ່ປິ່ນປົວສະເພາະ. ພາຍຫຼັງທີ່ໄດ້ປິ່ນປົວດີແລ້ວຕ້ອງນໍາເອົາຜູ້ກໍ່ຄວາມເສຍ ຫາຍຫຼືຜູ້ຮັບຜິດຊອບທາງແພ່ງຫຼືຜູ້ໃຊ້ແທນຄ່າເສຍຫາຍນັ້ນມາ ດໍາເນີນຄະດີຫຼືນໍາມາປະຕິບັດຄໍາຕັດສິນຫຼືຄໍາພິພາກສາຂອງ ສານຕໍ່ໄປ. ....ມາດຕາໜຶ່ງລ້ອຍສາມສິບຫົກການນໍາໃຊ້ມາດຕະການຂອງສານຕໍ່ນິຕິບຸກຄົນທີ່ຖືກຍູບເລີກ

ມາດຕາໜຶ່ງລ້ອຍສາມສິບຫົກການນໍາໃຊ້ມາດຕະການຂອງ ສານຕໍ່ນິຕິບຸກຄົນທີ່ຖືກຍູບເລີກ ສານຈະນໍາໃຊ້ມາດຕະການຍຶດຫຼືອາຍັດຊັບຂອງນິຕິ ບຸກຄົນທີ່ເປັນຜູ້ຮັບຜິດຊອບທາງແພ່ງຫຼືຜູ້ໃຊ້ແທນຄ່າເສຍຫາຍ ຊຶ່ງໄດ້ຖືກຍຸບເລີກກ່ອນຫຼືພາຍຫຼັກງສານໄດ້ອອກຄໍາຕັດສິນຫຼື ຄໍາພິພາກສາແລ້ວດ້ວຍການອອກຄໍາສັ່ງຍຶດຫຼືອາຍັດຊັບ. ເມື່ອອອກຄໍາສັ່ງຍຶດຫຼືອາຍັດຊັບໄວ້ແລ້ວຕ້ອງທໍາການ ແກ້ໄຂບັນຫາດັ່ງກ່າວກັບຜູ້ທີ່ຮັບຜິດຊອບຫຼືຜູ້ຄຸ້ມຄອງຊັບສິນ ຂອງນິຕິບຸກຄົນທີ່ໄດ້ຖືກຍຸບເລີກນັ້ນໃຫ້ສໍາເລັດໃນກໍານົດບໍ່ໃຫ້ ເກີນສາມສິບວັນພາຍຫຼັງທີ່ສານໄດ້ຕັດສິນເປັນຕົ້ນໄປ. ສໍາລັບການຊໍາລະສະສາງໜີ້ສິນໃນກໍລະນີທີ່ວິສາຫະກິດ ໄດ້ລົ້ມລະລາຍນັ້ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການລົ້ມ ລະລາຍຂອງວິສາຫະກິດ. ....ມາດຕາໜຶ່ງລ້ອຍສາມສິບເຈັດການນໍາໃຊ້ມາດຕະການຂອງສານຕໍ່ຜົວຫຼືເມຍ

ມາດຕາໜຶ່ງລ້ອຍສາມສິບເຈັດການນໍາໃຊ້ມາດຕະການຂອງ ສານຕໍ່ຜົວຫຼືເມຍ ສານອາດຈະນໍາໃຊ້ມາດຕະການດ້ວຍການອອກ ຄໍາສັ່ງຕັດເງິນເດືອນຫຼືລາຍໄດ້ຫຼືຍຶດຫຼືອາຍັດຊັບທີ່ຕົກເປັນພູດ ຂອງຜົວຫຼືເມຍເພື່ອເປັນພັນທະໃນການຈ່າຍຄ່າເບິ່ງແຍງລ້ຽງ ດູຜົວຫຼືເມຍແລະລູກຜູ້ຍັງບໍ່ທັນເຖິງກະສຽນອາຍຸສິບແປດປີທີ່ຢູ່ ນໍາເມຍຫຼືຜົວຕາມຄໍາຕັດສິນຂອງສານພາຍຫຼັງທີ່ມີການຢ່າ ຮ້າງກັນ. ....ມາດຕາໜຶ່ງລ້ອຍສາມສິບແປດການນໍາໃຊ້ມາດຕະການຂອງສານຕໍ່ເດັກ

ມາດຕາໜຶ່ງລ້ອຍສາມສິບແປດການນໍາໃຊ້ມາດຕະການຂອງ ສານຕໍ່ເດັກ ສານຈະນໍາໃຊ້ມາດຕະການດ້ວຍການອອກຄໍາສັ່ງໃຫ້ຜູ້ ປົກຄອງຂອງເດັກທີ່ມີຄະດີເຊິ່ງອາຍຸບໍ່ທັນເຖິງສິບແປດປີດັ່ງນີ້: 1. ຕິດຕາມການປະພຶດຂອງເດັກ. 2. ຄຸ້ມຄອງ,ຄວບຄຸມເດັກໃນລະຫວ່າງການພິຈາລະນາ ຄະດີ. 3. ນໍາເອົາເດັກໄປກວດ,ປິ່ນປົວພະຍາດ. 4. ສຶກສາອົບຮົມແລະເບິ່ງແຍງດູແລເດັກໃນເວລາພິ ຈາລະນາຄະດີ. 5. ລາຍງານຄວາມເປັນຈິງລວມທັງໃຫ້ຄໍາເຫັນຕໍ່ສານ ໃນຄະດີເດັກ. 6. ບໍ່ໃຫ້ນໍາເອົາເດັກໄປເຮັດວຽກງານໜັກຫຼືວຽກອື່ນທີ່ ເປັນອັນຕະລາຍຕໍ່ສຸຂະພາບຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍແຮງງານ. ....ມາດຕາໜຶ່ງລ້ອຍສາມສິບເກົ້າ(ໃໝ່)ມາດຕະການຊົ່ວຄາວອື່ນຂອງສານ

ມາດຕາໜຶ່ງລ້ອຍສາມສິບເກົ້າ(ໃໝ່)ມາດຕະການຊົ່ວຄາວ ອື່ນຂອງສານ ນອກຈາກມາດຕະການຊົ່ວຄາວຂອງສານທີ່ໄດ້ກໍານົດ ໄວ້ໃນມາດຕາໜຶ່ງລ້ອຍສາມສິບສີ່ຫາໜຶ່ງລ້ອຍສາມສິບແປດ ຂອງກົດໝາຍສະບັບນີ້ແລ້ວເມື່ອເຫັນວ່າມີຄວາມຈໍາເປັນຕ້ອງ ຄຸ້ມຄອງຫຼືນໍາໃຊ້ຊັບສິ່ງຂອງທີ່ຂັດແຍ່ງກັນນັ້ນສານສາມາດອອກ ຄໍາສັ່ງໃຫ້ຝ່າຍໃດຝ່າຍໜຶ່ງຄຸ້ມຄອງຫຼືນໍາໃຊ້ຊັບສິ່ງຂອງດັ່ງກ່າວ ຊົ່ວຄາວກ່ອນກໍ່ໄດ້ຈົນກວ່າການດໍາເນີນຄະດີຈະສິ້ນສຸດລົງ. ....ມາດຕາໜຶ່ງລ້ອຍສີ່ສິບຜົນບັງຄັບໃຊ້ມາດຕະການຂອງສານ

ມາດຕາໜຶ່ງລ້ອຍສີ່ສິບຜົນບັງຄັບໃຊ້ມາດຕະການຂອງສານ ຄໍາສັ່ງຂອງສານກ່ຽວກັບການນໍາໃຊ້ມາດຕະການຮີບ ດ່ວນຊົ່ວຄາວນັ້ນໃຫ້ປະຕິບັດໃນທັນໃດເວັ້ນເສຍແຕ່ມາດຕະການ ຂອງສານຕໍ່ຜົວຫຼືເມຍຊຶ່ງມີສິດຂໍອຸທອນຄໍາສັ່ງນັ້ນ. ຄໍາສັ່ງດັ່ງກ່າວຈະສິ້ນສຸດລົງພາຍຫຼັງທີ່ສານໄດ້ອອກຄໍາ ຕັດສິນຫຼືຄໍາພິພາກສາທີ່ໃຊ້ແລ້ວຢ່າງເດັດຂາດແລ້ວຊັບສິ່ງຂອງ ທີ່ຖືກຄຸ້ມຄອງຫຼືຊີ້ຂາດຫຼືຍຶດຫຼືອາຍັດຊັບດ້ວຍຄໍາສັ່ງນັ້ນແລ້ວກໍ່ຈະ ມາໃຊ້ແແທນຄ່າເສຍຫາຍຕາມຄໍາຕັດສິນຫຼືຄໍາພິພາກສາຂອງ ສານ. ....ມາດຕາໜຶ່ງລ້ອຍສີ່ສິບເອັດ(ໃໝ່)ການຮ້ອງຂໍໃຫ້ອອກມາດຕະການຮີບດ່ວນຊົ່ວຄາວ

ມາດຕາໜຶ່ງລ້ອຍສີ່ສິບເອັດ(ໃໝ່)ການຮ້ອງຂໍໃຫ້ອອກມາດຕະການ ຮີບດ່ວນຊົ່ວຄາວ ຄູ່ຄວາມມີສິດຮ້ອງຂໍຕໍ່ສານໃນທຸກຂັ້ນຕອນຂອງ ການດໍາເນີນຄະດີຢູ່ສານເພື່ອໃຫ້ອອກມາດຕະການຮີບດ່ວນຊົ່ວ ຄາວຂອງສານຢ່າງດຽວຫຼືຫຼາຍຢ່າງກໍ່ໄດ້ເພື່ອປົກປ້ອງຫຼັກ ຖານ,ຄຸ້ມຄອງ,ນໍາໃຊ້ຫຼືຊີ້ຂາດຊັບທີ່ຂັດແຍ່ງໃດໜຶ່ງໂດຍບໍ່ໃຫ້ ມີຄວາມເສຍຫາຍ. ..ພາກທີແປດການອອກ,ການສົ່ງແລະການແຈ້ງໝາຍຮຽກແລະເອກະສານອື່ນຂອງສານ


...ມາດຕາໜຶ່ງລ້ອຍສີ່ສິບສອງເນື້ອໃນຂອງໝາຍຮຽກ

ມາດຕາໜຶ່ງລ້ອຍສີ່ສິບສອງເນື້ອໃນຂອງໝາຍຮຽກ ໝາຍຮຽກຕ້ອງມີເນື້ອໃນດັ່ງນີ້: 1. ຊື່ຂອງສານປະຊາຊົນ. 2. ຊື່ແລະນາມສະກຸນຂອງຜູ້ຖືກຮຽກ. 3. ຜູ້ຖືກຮຽກເຂົ້າມາສານພົວພັນກັບຄະດີເລື່ອງໃດ,ໃນຖາ ນະແລະຈຸດປະສົງໃດ. 4. ສະຖານທີ່ແລະວັນເວລາເຂົ້າມາສານ. 5. ຂໍ້ແນະນໍາໃຫ້ຜູ້ຖືກຮຽກນັ້ນປະຕິບັດສິ່ງໃດສິ່ງໜຶ່ງເຊັ່ນນໍາ ເອົາຫຼັກຖານເຂົ້າມາສານ. 6. ຄໍາເຕືອນໃຫ້ຮູ້ກ່ຽວກັບຜົນສະທ້ອນຂອງຜູ້ຖືກຮຽກທີ່ບໍ່ ເຂົ້າມາສານ.

ສໍາລັບໝາຍເຊີນກໍ່ໃຫ້ປະຕິບັດດັ່ງກຽວກັນກັບໝາຍຮຽກ.

...ມາດຕາໜຶ່ງລ້ອຍສີ່ສິບສາມ(ໃໝ່)ການຕົກລົງອອກໝາຍຮຽກ

ມາດຕາໜຶ່ງລ້ອຍສີ່ສິບສາມ(ໃໝ່)ການຕົກລົງອອກໝາຍຮຽກ ຜູ້ພິພາກສາທີ່ຮັບຜິດຊອບໃນການດໍາເນີນຄະດີເປັນຜູ້ຕົກ ລົງເປົາໝາຍຜູ້ທີ່ມາໃຫ້ການຕໍ່ສານເຊັ່ນພະຍານຕາມການຮ້ອງ ຂໍຂອງຄູ່ຄວາມພ້ອມທັງກໍານົດວັນເວລາແລະກະກຽມປະເດັນ ສອບສວນແລ້ວແນະນໍາໃຫ້ຈ່າສານອອກໝາຍຮຽກບຸກຄົນດັ່ງ ກ່າວເຂົ້າມາໃຫ້ການຕໍ່ສານ. ...ມາດຕາໜຶ່ງລ້ອຍສີ່ສິບສີ່(ໃໝ່)ການອອກໝາຍຮຽກ

ມາດຕາໜຶ່ງລ້ອຍສີ່ສິບສີ່(ໃໝ່)ການອອກໝາຍຮຽກ ຈ່າສານຂອງສານປະຊາຊົນທີ່ກ່ຽວຂ້ອງເປັນຜູ້ອອກໝາຍ ຮຽກຕາມການແນະນໍາຂອງຜູ້ພິພາກສາ. ໝາຍຮຽກຕ້ອງເຮັດເປັນສາມສະບັບຄືໜຶ່ງສະບັບເອົາໃຫ້ຜູ້ ທີ່ກ່ຽວຂ້ອງ,ໜຶ່ງສະບັບເອົາໄວ້ໃນສໍານວນຄະດີແລະອີກໜຶ່ງສະບັບ ໃຫ້ເກັບມ້ຽນໄວ້ຢູ່ສໍາເນົາຂອງຈ່າສານ. ...ມາດຕາໜຶ່ງລ້ອຍສີ່ສິບຫ້າການສົ່ງໝາຍຮຽກ

ມາດຕາໜຶ່ງລ້ອຍສີ່ສິບຫ້າການສົ່ງໝາຍຮຽກ ໝາຍຮຽກທີ່ສົ່ງໃຫ້ຜູ້ຖືກຮຽກນັ້ນຕ້ອງໃຫ້ຜູ້ກ່ຽວເຊັນຊື່ຫຼື ແປະໂປ້ມືໃສ່ປຶ້ມບັນທຶກການສົ່ງເອກະສານນັ້ນ,ຖ້າວ່າຜູ້ກ່ຽວຫາກ ບໍ່ຍອມເຊັນຊື່ຫຼືແປະໂປ້ມືໃສ່ກໍ່ໃຫ້ຜູ້ນໍາສົ່ງນັ້ນໝາຍເຫດໄວ້. ໝາຍຮຽກຕ້ອງສົ່ງໃຫ້ຜູ້ຖືກຮຽກນັ້ນໄດ້ຮັບກ່ອນວັນນັດ ໝາຍເຂົ້າມາສານຢ່າງໜ້ອຍສາມວັນ. ການສົ່ງເອກະສານອື່ນຂອງສາກໍ່ໃຫ້ປະຕິບັດດັ່ງກຽວກັນ ກັບການສົ່ງໝາຍຮຽກ.

...ມາດຕາໜຶ່ງລ້ອຍສີ່ສິບຫົກ(ໃໝ່)ຮູບການສົ່ງແລະແຈ້ງໝາຍຮຽກ

ມາດຕາໜຶ່ງລ້ອຍສີ່ສິບຫົກ(ໃໝ່)ຮູບການສົ່ງແລະແຈ້ງໝາຍຮຽກ ການສົ່ງແລະແຈ້ງໝາຍຮວກສາມາດດໍາເນີນໄດ້ດັ່ງນີ້: 1. ການສົ່ງໂດຍກົງຫາຜູ້ທີ່ກ່ຽວຂ້ອງ. 2. ການສົ່ງຜ່ານທາງໄປສະນີຫຼືໂທລະຄົມມະນາຄົມ. 3. ການສົ່ງແລະແຈ້ງດ້ວຍການຕິດປະກາດ. 4. ການສົ່ງແລະແຈ້ງຜ່ານທາງສື່ມວນຊົນ. ...ມາດຕາໜຶ່ງລ້ອຍສີ່ສິບເຈັດ(ໃໝ່)ການສົ່ງໂດຍກົງຫາຜູ້ທີ່ກ່ຽວຂ້ອງ

ມາດຕາໜຶ່ງລ້ອຍສີ່ສິບເຈັດ(ໃໝ່)ການສົ່ງໂດຍກົງຫາຜູ້ທີ່ກ່ຽວ ຂ້ອງ ໝາຍຮຽກຕ້ອງສົ່ງໂດຍກົງໃຫ້ຜູ້ທີ່ກ່ຽວຂ້ອງເອງຫຼືຜ່ານ ນາຍບ້ານບ່ອນຜູ້ກ່ຽວສັງກັດຢູ່ຕາມທີ່ຢູ່ໃນສໍານວນຄະດີ.ໃນກໍລະ ນີຜູ້ຖືກຮຽກເປັນພະນັກງານອາດຈະສົ່ງຫາອົງການຈັດຕັ້ງບອ່ນຜູ້ ກ່ຽວສັງກັດນັ້ນກໍ່ໄດ້. ການສົ່ງໂດຍກົງຕ້ອງດໍາເນີນການໂດຍພະນັກງານຂອງ ສານ. ...ມາດຕາໜຶ່ງລ້ອຍສີ່ສິບແປດ(ໃໝ່)ການສົ່ງຜ່ານທາງໄປສະນີຫຼືໂທລະຄົມມະນາຄົມ

ມາດຕາໜຶ່ງລ້ອຍສີ່ສິບແປດ(ໃໝ່)ການສົ່ງຜ່ານທາງໄປສະນີຫຼື ໂທລະຄົມມະນາຄົມ ໃນກໍລະນີທີ່ຜູ້ເຂົ້າຮ່ວມໃນການດໍາເນີນຄະດີຫາກຢູ່ ຫ່າງໄກສານອາດຈະສົ່ງເອກະສານຜ່ານທາງໄປສະນີຫຼືໂທລະຄົມ ມະນາຄົມກໍ່ໄດ້. ນັບແຕ່ວັນໄປສະນີຫຼືໂທລະຄົມມະນາຄົມໄດ້ສົ່ງເອກະສານ ດັ່ງກ່າວໃຫ້ກໍ່ຈະຖືວ່າບຸກຄົນດັ່ງກ່າວນັ້ນໄດ້ຮັບແລ້ວ. ...ມາດຕາໜຶ່ງລ້ອຍສີ່ສິບເກົ້າ(ໃໝ່)ການສົ່ງແລະແຈ້ງດ້ວຍການຕິດປະກາດ

ມາດຕາໜຶ່ງລ້ອຍສີ່ສິບເກົ້າ(ໃໝ່)ການສົ່ງແລະແຈ້ງດ້ວຍການ ຕິດປະກາດ ການສົ່ງຫຼືແຈ້ງໝາຍຮຽກຂອງສານດ້ວຍການຕິດ ປະກາດແມ່ນເຮັດຂຶ້ນໃນກໍລະນີຜູ້ຖືກຮຽກນັ້ນມີການຍ້າຍບ່ອນຢູ່ ເລື້ອຍໆຊຶ່ງມີຄວາມຫຍຸ່ງຍາກຕໍ່ການສົ່ງໝາຍຮຽກຂອງສານຫຼື ໃນກໍລະນີທີ່ການສົ່ງໂດຍກົງ,ການສົ່ງຜ່ານທາງໄປສະນີຫຼືໂທລະ ຄົມມະນາຄົມບໍ່ສາມາດດໍາເນີນການໄດ້. ການຕິດປະກາດແມ່ນໃຫ້ນໍາເອົາໝາຍຮຽກສະບັບຕົ້ນຕິດ ໄວ້ຢູ່ຫ້ອງການສານປະຊາຊົນທີ່ກ່ຽວຂ້ອງ,ຫ້ອງການປົກຄອງ ບ້ານແລະສະຖານທີ່ບ່ອນຜູ້ກ່ຽວອາໄສຢູ່ສຸດທ້າຍ. ການຕິດປະກາດຕ້ອງປະສານສົມທົບກັບອົງການປົກຄອງ ບ້ານບ່ອນຜູ້ກ່ຽວຢູ່ສຸດ້ທາຍແລະເຮັດບົດບັນທຶກການຕິດປະກາດ ໂດຍບົ່ງບອກວັນເວລາແລະຜູ້ເຂົ້າຮ່ວມໃນການຕິດປະກາດພ້ອມ ລົງລາຍເຊັນຢັ້ງຢືນ. ການຕິດປະກາດໃຫ້ໃຊ້ເວລາສາມສິບວັນນັບແຕ່ວັນຕິດ ປະກາດເປັນຕົ້ນໄປ. ...ມາດຕາໜຶ່ງລ້ອຍຫ້າສິບ(ໃໝ່)ການສົ່ງແລະແຈ້ງຜ່ານທາງສື່ມວນຊົນ

ມາດຕາໜຶ່ງລ້ອຍຫ້າສິບ(ໃໝ່)ການສົ່ງແລະແຈ້ງຜ່ານທາງສື່ ມວນຊົນ ໃນກໍລະນີຄູ່ຄວາມເປັນຕົ້ນຈໍາເລີຍເອົາຕົວຫຼົບໜີຈາກ ການດໍາເນີນຄະດີຫຼືບໍ່ຮູ້ບ່ອນຢູ່ຊຶ່ງຮູບການຕິດປະກາດບໍ່ຮັບປະ ກັນວ່າຄູ່ຄວາມຈະຮັບຊາບໝາຍຮຽກນັ້ນສານອາດຈະແຈ້ງ ຜ່ານທາງສື່ມວນຊົນກໍ່ໄດ້. ການແຈ່ງຜ່ານທາງສື່ມວນຊົນໃຫ້ໃຊ້ເວລາສາມວັນນັບ ແຕ່ວັນອອກວິທະຍຸ,ໂທລະພາບຫຼືໜັງສືພິມໃດໜຶ່ງ. ...ມາດຕາໜຶ່ງລ້ອຍຫ້າສິບເອັດ(ໃໝ່)ຄ່າໃຊ້ຈ່າຍສໍາລັບການສົ່ງແລະແຈ້ງໝາຍຮຽກ

ມາດຕາໜຶ່ງລ້ອຍຫ້າສິບເອັດ(ໃໝ່)ຄ່າໃຊ້ຈ່າຍສໍາລັບການສົ່ງ ແລະແຈ້ງໝາຍຮຽກ ຄ່າໃຊ້ຈ່າຍສໍາລັບກາສົ່ງແລະແຈ້ງໝາຍຮຽກ ຂອງສານດ້ວຍການສົ່ງຫຼືແຈ້ງດ້ວຍການຕິດປະກາດຫຼືຜ່ານ ທາງສື່ມວນຊົນແມ່ນຄວາມຮັບຜິດຊອບຂອງຜູ້ຮ້ອງຂໍ. ...ມາດຕາໜຶ່ງລ້ອຍຫາ້ສິບສອງ(ໃໝ່)ຜົນສະທ້ອນຂອງການສົ່ງແລະແຈ້ງດ້ວຍການຕິດປະກາດຫຼືຜານທາງສື່ມວນຊົນ

ມາດຕາໜຶ່ງລ້ອຍຫາ້ສິບສອງ(ໃໝ່)ຜົນສະທ້ອນຂອງການສົ່ງແລະ ແຈ້ງດ້ວຍການຕິດປະກາດຫຼືຜານທາງສື່ມວນຊົນ ພາຍຫຼັງໝົດກໍານົດຂອງການຕິດປະກາດຫຼືຜ່ານທາງສື່່ ມວນຊົນແລ້ວສານຕ້ອງນໍາເອົາຄະດີດັ່ງກ່າວອອກພິຈາລະນາຕັດ ສິນບົນພື້ນຖານຂໍ້ມູນຫຼັກຖານແລະລະບຽບກົດໝາຍ,ຫຼັງຈາກສານ ຕັດສິນແລ້ວຕ້ອງນໍາເອົາຄໍາຕັດສິນໄປຕິດປະກາດຢູ່ຫ້ອງການ ສານປະຊາຊົນທີ່ກ່ຽວຂ້ອງ,ຫ້ອງການປົກຄອງບ້ານແລະບ່ອນຢູ່ ສຸດທ້າຍຂອງຄູ່ຄວາມເປັນເວລາສາມສິບວັນນັບແຕ່ວັນຕິດປະ ກາດເປັນຕົ້ນໄປ,ເມື່ອໝົດກໍານົດເວລາດັ່ງກ່າວຖືວ່າຄໍາຕັດສິນ ນັ້ນໃຊ້ໄດ້ຢ່າງເດັດຂາດເວັ້ນເສຍແຕ່ຄູ່ຄວາມຫາກຮ້ອງຂໍອຸທອນ ຫຼືຂໍຄັດຄ້ານພາຍໃນກໍານົດເວລາຊາວວັນນັບແຕ່ວັນຮັບຊາບຫຼືຮັບ ຮູ້ຄໍາຕັດສິນແລະເຂົ້າມາສະເໜີຕົວຕໍ່ສານໃນໄລຍະເວລາຂອງ ການຕິດປະກາດນັ້ນ.

...ມາດຕາໜຶ່ງລ້ອຍຫ້າສິບສາມ(ປັບປຸງ)ພັນທະເຂົ້າມາສານຕາມໝາຍຮຽກ

ມາດຕາໜຶ່ງລ້ອຍຫ້າສິບສາມ(ປັບປຸງ)ພັນທະເຂົ້າມາສານຕາມ ໝາຍຮຽກ ບຸກຄົນທີ່ໄດ້ຮັບໝາຍຮຽກຕ້ອງໄດ້ເຂົ້າມາສານ ຕາມວັນ,ເວລາ,ສະຖານທີ່ຕາມທີ່ໄດ້ກໍານົດໄວ້ໃນໝາຍຮຽກ. ຖ້າໂຈດຫຼືຜູ້ຕາງໜ້າຫຼືບຸກຄົນທີສາມຝ່າຍໂຈດຫາກ ໄດ້ຮັບໝາຍຮຽກແລ້ວແຕ່ບໍ່ເຂົ້າມາສານຕາມໝາຍຮຽກແລະ ບໍ່ໄດ້ສະເໜີເຫດຜົນທີ່ເຊື່ອຖືໄດ້ເຖິງສາມຄັ້ງແລ້ວສານຈະອອກ ຄໍາສັ່ງຊັດມ້ຽນຄະດີແລະໃຫ້ໂຈດເສຍສິດໃນການຮ້ອງຟ້ອງຄະ ດີນັ້ນ. ໃນກໍລະນີທີ່ຈໍາເລີຍຫຼືຜູ້ຕາງໜ້າຫຼືບຸກຄົນທີສາມຝ່າຍ ຈໍາເລີຍຫາກບໍ່ເຂົ້າມາສານຕາມໝາຍຮຽກເຖິງສາມຄັ້ງໂດຍ ບໍ່ມີເຫດຜົນພຽງພໍຫຼືບໍ່ເຂົ້າມາສານຍ້ອນວ່າຜູ້ກ່ຽວຍ້າຍໜີຈາກ ບ່ອນຢູ່ເດີມໄປໂດຍບໍ່ແຈ້ງບ່ອນຢູ່ໃໝ່ໃຫ້ອົງການປົກຄອງບ້ານ ຮູ້ນໍາແລ້ວສານມີສິດອອກໝາຍພາຕົວຫຼືຕັດສິນລັບຫຼັງຈໍາເລີຍ ກໍ່ໄດ້.

...ມາດຕາໜຶ່ງລ້ອຍຫ້າສິບສີ່(ປັບປຸງ)ການດໍາເນີນການເມື່ອຄູ່ຄວາມເຂົ້າມາສານຕາມໝາຍຮຽກ

ມາດຕາໜຶ່ງລ້ອຍຫ້າສິບສີ່(ປັບປຸງ)ການດໍາເນີນການເມື່ອຄູ່ຄວາມ ເຂົ້າມາສານຕາມໝາຍຮຽກ ເມື່ອຄູ່ຄວາມຫຼືຜູ້ຕາງໜ້າຂອງຄູ່ຄວາມຫາກໄດ້ເຂົ້າ ມາສານຕາມໝາຍຮຽກແລ້ວສານຕ້ອງໄດ້ກວດກາ,ເອົາຄໍາ ໃຫ້ການ,ຟັງຄໍາອະທິບາຍ,ແນະນໍາຫຼືເບິ່ງຫຼັກຖານຕ່າງໆໃນ ຄະດີຂອງຄູ່ຄວາມ,ໃນກໍລະນີທີ່ຈໍາເປັນກໍ່ອາດຈະມີການສອບ ຖາມຊ້ອງໜ້າກັນຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍ ເກົ້າຂອງກົດໝາຍສະບັບນີ້. ..ພາກທີເກົ້າເງິນວາງສານແລະຄ່າທໍານຽມສານ


...ມາດຕາໜຶ່ງລ້ອຍຫ້າສິບຫ້າ(ໃໝ່)ເງິນວາງສານແລະຄ່າທໍານຽມສານ

ມາດຕາໜຶ່ງລ້ອຍຫ້າສິບຫ້າ(ໃໝ່)ເງິນວາງສານແລະຄ່າ ທໍານຽມສານ ເງິນວາງສານແມ່ນເງິນທີ່ຄູ່ຄວາມຫຼືບຸກຄົນທີສາມນໍາມາ ວາງໄວ້ຢູ່ສານໃນເວລາຍື່ນຄໍາຮ້ອງຟ້ອງຫຼືຄໍາຮ້ອງຂໍອຸທອນເພື່ອ ສະດວກໃນການດໍາເນີນຄະດີ. ຄ່າທໍານຽມສານແມ່ນຄ່າທໍານຽມທີ່ຄູ່ຄວາມຫຼືບຸກຄົນທີ ສາມຕ້ອງໄດ້ຈ່າຍເຂົ້າໃນການດໍາເນີນຄະດີຊຶ່ງປະກອບດ້ວຍອາ ກອນຂອງລັດ,ຄ່າໃຊ້ຈ່າຍໃນການດໍາເນີນຄະດີ,ຄ່າໃຊ້ຈ່າຍໃຫ້ ແກ່ຜູ້ຖືກເຊີນເຂົ້າຮ່ວມໃນການດໍາເນີນຄະດີແລະຄ່າເອກະສານ ຫຼືສໍາເນົາເອກະສານຕ່າງໆ. ...ມາດຕາໜຶ່ງລ້ອຍຫ້າສິບຫົກ(ໃໝ່)ການເກັບເງິນວາງສານ

ມາດຕາໜຶ່ງລ້ອຍຫ້າສິບຫົກ(ໃໝ່)ການເກັບເງິນວາງສານ ສານຈະກໍານົດໃຫ້ໂຈດໃນຄະດີແພ່ງນໍາເງິນມາວາງສານ ແຕ່ລະຄັ້ງບໍ່ໃຫ້ເກີນສອງແສນກີບ. ເງິນວາງສານຈະຖືກນໍາໃຊ້ໃນກໍລະນີດັ່ງນີ້: 1. ການສົ່ງໝາຍຮຽກ. 2. ການສົ່ງເອກະສານແລະສໍານວນຄະດີ. 3. ການໃຊ້ຈ່າຍອື່ນທີ່ເຫັນວ່າມີຄວາມຈໍາເປັນໃນການ ດໍາເນີນຄະດີແພ່ງ. ການໃຊ້ຈ່າຍເງິນວາງສານຕ້ອງເຮັດບັນຊີຕິດຕາມແລະ ສະຫຼຸບກ່ອນນໍາເອົາຄະດີຂຶ້ນໄຕ່ສວນໃນທີ່ປະຊຸມສານ,ໃນກໍລະນ ີເງິນວາງສານນັ້ນຫາກເຫຼືອຈາກການໃຊ້ຈ່າຍແລ້ວຕ້ອງສົ່ງຄືນ ໃຫ້ຜູ້ກ່ຽວ. ລະບຽບການເກັບ,ການຄຸ້ມຄອງແລະການນໍາໃຊ້ເງິນ ວາງສານໄດ້ກໍານົດໄວ້ຕ່າງຫາກ. ...ມາດຕາໜຶ່ງລ້ອຍຫ້າສິບເຈັດ(ໃໝ່)ການເກັບເງິນຄ່າທໍານຽມສານ

ມາດຕາໜຶ່ງລ້ອຍຫ້າສິບເຈັດ(ໃໝ່)ການເກັບເງິນຄ່າທໍານຽມ ສານ ນອກຈາກອາກອນຂອງລັດຊຶ່ງເປັນຄວາມຮັບຜິດຊອບ ຂອງຜູ້ເສຍຄະດີແລ້ວຄ່າໃຊ້ຈ່າຍໃນການດໍາເນີນຄະດີ,ຄ່າໃຊ້ ຈ່າຍສໍາລັບຜູ້ຖືກເຊີນເຂົ້າຮ່ວມໃນການດໍາເນີນຄະດີ,ຄ່າເອກະ ສານແລະຄ່າສໍາເນົາເອກະສານຕ່າງໆແມ່ນຜູ້ຮ້ອງຂໍໃຫ້ສານ ປະກອບຫຼັກຖານເປັນຜູ້ຈ່າຍກ່ອນ.ໃນກໍລະນີທີ່ສານເຫັນວ່າມີ ຄວາມຈໍາເປັນໃນການລົງເກັບກໍາຂໍ້ມູນ,ພິສູດຫຼັກຖານຫຼືຮຽກ ເອົາພະຍານຫຼືບຸກຄົນໃດໜຶ່ງທີ່ກ່ຽວຂ້ອງໃນຄະດີເຂົ້າມາໃຫ້ການ ນັ້ນແມ່ນໃຫ້ໂຈດເປັນຜູ້ຈ່າຍກ່ອນ. ຄູ່ຄວາມທີ່ຂໍອຸທອນຫຼືຂໍລົບລ້າງຕ້ອງຮັບຜິດຊອບຕໍ່ຄໍາຂໍອຸ ທອນຫຼືຂໍລົບລ້າງ,ສໍາລັບຄ່າໃຊ້ຈ່າຍໃນການດໍາເນີນຄະດີຢູ່ສານ ຂັ້ນອຸທອນຫຼືສານຂັ້ນລົບລ້າງແມ່ນຜູ້ຮ້ອງຂໍເປັນຜູ້ຈ່າຍກ່ອນ.ໃນ ກໍລະນີທີ່ສານເຫັນວ່າມີຄວາມຈໍາເປັນແມ່ນໃຫ້ຜູ້ຮ້ອງຂໍອຸທອນຫຼື ຂໍລົບລ້າງເປັນຜູ້ຈ່າຍກ່ອນ.

...ມາດຕາໜຶ່ງລ້ອຍຫ້າສິບແປດ(ໃໝ)ການເກັບເງິນວາງສານແລະຄ່າທໍານຽມສານຂອງສານແຕ່ລະຂັ້ນ

ມາດຕາໜຶ່ງລ້ອຍຫ້າສິບແປດ(ໃໝ)ການເກັບເງິນວາງສານແລະ ຄ່າທໍານຽມສານຂອງສານແຕ່ລະຂັ້ນ ສານຂັ້ນຕົ້ນເກັບເງິນວາງສານແລະຄ່າທໍານຽມສານ ທີ່ກ່ຽວຂ້ອງກັບການດໍາເນີນຄະດີຢູ່ສານຂັ້ນຕົນແລະຄ່າຂໍອຸທອນ. ສານຂັ້ນອຸທອນເກັບເງິນວາງສານແລະຄ່າທໍານຽມສານ ທີ່ກ່ຽວຂ້ອງກັບການດໍາເນີນຄະດີຢູ່ສານຂັ້ນອຸທອນແລະຄ່າຂໍລົບ ລ້າງ. ສານຂັ້ນລົບລ້າງເກັບຄ່າທໍານຽມສານທີ່ກ່ຽວຂ້ອງກັບການ ດໍາເນີນຄະດີຢູ່ສານຂັ້ນລົບລ້າງເມື່ອມີຄວາມຈໍາເປັນ. ການເກັບຄ່າທໍານຽມສານຕ້ອງເຮັດໃບຮັບເງິນຊຶ່ງບົ່ງ ບອກເຖິງຈໍານວນແລະເປົ້າໝາຍການນໍາໃຊ້ໂດຍມີການເຊັນຢັ້ງ ຢືນຈາກຜູ້ມອບແລະຜູ້ຮັບ. ...ມາດຕາໜຶ່ງລ້ອຍຫ້າສິບເກົ້າ(ໃໝ່)ການຄຸ້ມຄອງຄ່າທໍານຽມສານຢູ່ສານປະຊາຊົນ

ມາດຕາໜຶ່ງລ້ອຍຫ້າສິບເກົ້າ(ໃໝ່)ການຄຸ້ມຄອງຄ່າທໍານຽມສານຢູ່ ສານປະຊາຊົນ ຈ່າສານເປັນຜູ້ຄຸ້ມຄອງຄ່າທໍານຽມສານຢູ່ສານປະຊາຊົນ ຂັ້ນຂອງຕົນ. ຄ່າຂໍອຸທອນ,ຄ່າຂໍລົບລ້າງເມື່ອເກັບແລ້ວຕ້ອງເຮັດໃບມອບ- ຮັບຄັດຕິດໄວ້ໃນສໍານວນຄະດີແລະນໍາເອົາເງິນດັ່ງກ່າວມອບ ເຂົ້າງົບປະມານຂອງລັດ.

...ມາດຕາໜຶ່ງລ້ອຍຫົກສິບ(ໃໝ່)ການນໍາໃຊ້ຄ່າທໍານຽມສານ

ມາດຕາໜຶ່ງລ້ອຍຫົກສິບ(ໃໝ່)ການນໍາໃຊ້ຄ່າທໍານຽມສານ ການນໍາໃຊ້ຄ່າທໍານຽມສານເຂົ້າໃນການດໍາເນີນຄະດີ ຕ້ອງບົນພື້ນຖານລະບຽບການແລະມີການຕົກລົງຂອງຄະນະສານ ທີ່ກ່ຽວຂ້ອງ. ການນໍາໃຊ້ຄ່າທໍານຽມສານຕ້ອງມີແຜນການ,ມີເປົ້າ ໝາຍ,ມີໃບມອບ-ຮັບຢ່າງຖືກຕ້ອງແລະສະຫຼຸບເປັນລາຍລັກອັກສອນ ໃຫ້ສໍາເລັດກ່ອນການນໍາເອົາຄະດີຂຶ້ນໄຕ່ສວນໃນທີ່ປະຊຸມສານ. ຄະນະສານຕ້ອງວິນິດໄສລະອຽດກ່ຽວກັບການໃຊ້ຈ່າຍຄ່າ ທໍານຽມສານລົງໃນຄໍາຕັດສິນຫຼືຄໍາພິພາກສາ. ຜູ້ເສຍຄະດີຕ້ອງຮັບຜິດຊອບຕໍ່ເງິນວາງສານແລະຄ່າທໍາ ນຽມສານຕາມຄໍາຕັດສິນຫຼືຄໍາພິພາກສາ. ..ພາກທີສິບການດໍາເນີນຄະດີຢູ່ສານຂັ້ນຕົ້ນ


...ໝວດທີໜຶ່ງການຮ້ອງຟ້ອງແລະການຮ້ອງຂໍຕໍ່ສານ


....ມາດຕາໜຶ່ງລ້ອຍຫົກສິບເອັດ(ປັບປຸງ)ສານປະຊາຊົນທີ່ຕັດສິນເປັນຂັ້ນຕົ້ນ

ມາດຕາໜຶ່ງລ້ອຍຫົກສິບເອັດ(ປັບປຸງ)ສານປະຊາຊົນທີ່ຕັດສິນ ເປັນຂັ້ນຕົ້ນ ສານປະຊາຊົນເຂດແລະສານປະຊາຊົນແຂວງ,ນະຄອນມີ ສິດຕັດສິນຄະດີເປັນຂັ້ນຕົ້ນຕາມຂໍ້ມູນຫຼັກຖານແລະຕາມກົດໝາຍ. ....ມາດຕາໜຶ່ງລ້ອຍຫົກສິບສອງ(ໃໝ່)ການຮ້ອງຟ້ອງແລະການຮ້ອງຂໍຕໍ່ສານ

ມາດຕາໜຶ່ງລ້ອຍຫົກສິບສອງ(ໃໝ່)ການຮ້ອງຟ້ອງແລະການ ຮ້ອງຂໍຕໍ່ສານ ສານປະຊາຊົນພິຈາລະນາການຮ້ອງຟ້ອງແລະການຮ້ອງ ຂໍຂອງບຸກຄົນຫຼືການຈັດຕັ້ງຕາມແຕ່ລະກໍລະນີດັ່ງນີ້: 1. ການຮ້ອງຟ້ອງເພື່ອໃຫ້ແກ້ໄຂບັນຫາໃດໜຶ່ງທີ່ເປັນ ຂໍ້ຂັດແຍ່ງ. 2. ການຮ້ອງຂໍເພື່ອໃຫ້ຢັ້ງຢືນຫຼືຮັບຮູ້ບັນຫາໃດໜຶ່ງທີ່ບໍ່ເປັນ ຂໍ້ຂັດແຍ່ງ. ....ມາດຕາໜຶ່ງລ້ອຍຫົກສິບສາມ(ປັບປຸງ)ິດໃນການຮ້ອງຟ້ອງແລະການຮ້ອງຂໍຕໍ່ສານ

ມາດຕາໜຶ່ງລ້ອຍຫົກສິບສາມ(ປັບປຸງ)ິດໃນການຮ້ອງຟ້ອງແລະ ການຮ້ອງຂໍຕໍ່ສານ

ບຸກຄົນຫຼືການຈັດຕັ້ງມີສິດຮ້ອງຟ້ອງຕໍ່ສານຕາມທີ່ໄດ້ກໍາ ນົດໄວ້ໃນກົດໝາຍເພື່ອໃຫ້ແກ້ໄຂຂໍ້ຂັດແຍ່ງຫຼືປົກປ້ອງສິດແລະ ຜົນປະໂຫຍດຂອງຕົນທີ່ຖືກລະເມີດຫຼືຖືກໂຕ້ແຍ່ງຈາກຜູ້ອື່ນ. ບຸກົຄນຫຼືການຈັດຕັ້ງມີສິດຮ້ອງຂໍຕໍ່ສສານເພື່ອໃຫ້ພິຈາລະ ນາຢັ້ງຢືນຫຼືຮັບຮູ້ບັນຫາໃດໜຶ່ງຊຶ່ງບໍ່ເປັນຂໍ້ຂັດແຍ່ງເຊັ່ນການປະ ກາດເປັນຜູ້ເສຍຊີວິດ,ຜູ້ຫາຍສາບສູນ,ຜູ້ບໍ່ມີຄວາມສາມາດທາງ ດ້ານການປະພຶດ,ການຢັ້ງຢືນໃບຕາດິນເສຍຫາຍ,ການຮິບຊັບສິ່ງ ຂອງທີ່ບໍ່ມີຫຼືບໍ່ຮູ້ເຈົ້າຂອງມາເປັນຂອງລັດແລະບັນຫາອື່ນ. ....ມາດຕາໜຶ່ງລ້ອຍຫົກສິບສີ່(ໃໝ່)ສິດໃນການຮ້ອງຟ້ອງເພື່ອປົກປ້ອງສິດແລະຜົນປະໂຫຍດຂອງຜູ້ອື່ນ

ມາດຕາໜຶ່ງລ້ອຍຫົກສິບສີ່(ໃໝ່)ສິດໃນການຮ້ອງຟ້ອງເພື່ອປົກປ້ອງ ສິດແລະຜົນປະໂຫຍດຂອງຜູ້ອື່ນ

ອົງການໄອຍະການປະຊາຊົນຫຼືອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດມີສິດຮ້ອງຟ້ອງເພື່ອປົກປ້ອງຜົນປະໂຫຍດຂອງລັດຫຼືສັງຄົມທີ່ຖືກໂຕ້ແຍ່ງຫຼືຖືກລະເມີດໂດຍບຸກຄົນຫຼືການຈັດຕັ້ງອື່ນ. ຜູ້ຄອບຄອງຊັບສິ່ງຂອງຊຶ່ງບໍ່ແມ່ນກໍາມະສິດຂອງຕົນເຊັ່ນຜູ້ເຊົ່າ,ຜູ້ຮັກສາ,ຜູ້ຢືມກໍ່ມີສິດຮ້ອງຟ້ອງເຊັ່ນດຽວກັນກັບເຈົ້າກໍາມະສິດເພື່ອທວງເອົາຊັບສິ່ງຂອງຄືນ,ທວງໃຫ້ຢູດເຊົາການກີດຂວາງຫຼືລົບລ້າງອຸບປະສັກຫຼືການປົກປ້ອງອື່ນທີ່ມີການລະເມີດຫຼືໂຕ້ແຍ່ງຈາກບຸກຄົນຫຼືການຈັດຕັ້ງອື່ນອັນຈະສ້າງຄວາມເສຍຫາຍຢ່າງຮ້າຍແຮງຊຶ່ງເຈົ້າກໍາມະສິດບໍ່ຮູ້ຫຼືບໍ່ສາມາດຮ້ອງຟ້ອງດ້ວຍຕົນເອງໄດ້. ອົງການໄອຍະການປະຊາຊົນ,ຄະນະຊາວໜຸ່ມ,ສະຫະພັນແມ່ຍິງຫຼືຄອບຄົວມີສິດຮ້ອງຟ້ອງເພື່ອປົກປ້ອງສິດແລະຜົນປະໂຫຍດຂອງແມ່ຍິງແລະເດັກນ້ອຍຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຖ້າເຫັນວ່າບຸກຄົນນັ້ນຢູ່ໃນສະພາບທີ່ບໍ່ສາມາດດໍາເນີນການຮ້ອງຟ້ອງດ້ວຍຕົນເອງໄດ້. ....ມາດຕາໜຶ່ງລ້ອຍຫົກສິບຫ້າ(ປັບປຸງ)ສາເຫດທີ່ພາໃຫ້ມີການດໍາເນີນຄະດີແພ່ງ

ມາດຕາໜຶ່ງລ້ອຍຫົກສິບຫ້າ(ປັບປຸງ)ສາເຫດທີ່ພາໃຫ້ມີການ ດໍາເນີນຄະດີແພ່ງ

ສານຈະດໍາເນີນຄະດີໄດ້ກໍ່ຕໍ່ເມື່ອມີສາເຫດດັ່ງນີ້: 1. ມີຄໍາຮ້ອງຟ້ອງຂອງບຸກຄົນຫຼືການຈັດຕັ້ງເພື່ອໃຫ້ແກ້ ໄຂຫຼືປົກປ້ອງສິດແລະຜົນປະໂຫຍດຂອງຕົນ. 2. ມີຄໍາຮ້ອງຟ້ອງຂອງບຸກຄົນຫຼືການຈັດຕັ້ງເພື່ອໃຫ້ພິຈາ ລະນາຮັບຮູ້ບັນຫາໃດໜຶ່ງ. 3. ມີຄໍາຮ້ອງຟ້ອງຂອງບຸກຄົນຫຼືການຈັດຕັ້ງທີ່ກົດໝາຍອະ ນຸຍາດໃຫ້ປົກປ້ອງສິດແລະຜົນປະໂຫຍດຂອງຜູ້ອື່ນ. 4. ມີຄໍາຮ້ອງຟອງຂອງໄອຍະການປະຊາຊົນເພື່ອປົກປ້ອງ ຜົນປະໂຫຍດຂອງລັດຫຼືສັງຄົມ. ...ໝວດທີສອງການຮັບເອົາຄໍຮ້ອງຟ້ອງມາພິຈາລະນາ


....ມາດຕາໜຶ່ງລ້ອຍຫົກສິບຫົກ.ຄໍາຮ້ອງຟ້ອງ

ມາດຕາໜຶ່ງລ້ອຍຫົກສິບຫົກ.ຄໍາຮ້ອງຟ້ອງ ຄໍາຮ້ອງຟ້ອງແມ່ນເອກະສານຂອງບຸກຄົນຫຼືການຈັດຕັ້ງ ທີ່ຍື່ນຕໍ່ສານໂດຍອ້າງວ່າຕົນໄດ້ຮັບຄວາມເສຍຫາຍຍ້ອນຖືກຜູ້ ອື່ນລະເມີດຫຼືໂຕ້ແຍ່ງສິດແລະຜົນປະໂຫຍດຂອງຕົນ. ຄໍາຮ້ອງຟ້ອງມີເນື້ອໃນຕົ້ນຕໍດັ່ງນີ້: 1. ຊື່ຂອງສານທີ່ຄໍາຮ້ອງຟ້ອງນັ້ນໄດ້ຍື່ນເຖິງ. 2. ຊື່ແລະນາມສະກຸນ,ບ່ອນຢູ່ຂອງໂຈດແລະຈໍາເລີຍ, ຖ້າວ່າໂຈດຫຼືຈໍາເລີຍຫາກແມ່ນນິຕິບຸກຄົນກໍ່ໃຫ້ບອກບ່ອນທີ່ ສໍານັກງານຂອງນິຕິບຸກຄົນນັ້ນຕັ້ງຢູ່ພ້ອມທັງຊື່ແລະນາມສະ ກຸນແລະບ່ອນຢູ່ຂອງຜູ້ຕາງໜ້າດ້ວຍ. 3. ເຫດການທີ່ເປັນສາເຫດພາໃຫ້ມີການຮ້ອງຟ້ອງແລະ ຫຼັກຖານຢັ້ງຢືນເພື່ອໃຫ້ສານຕັດສິນ. 4. ມູນຄ່າຂອງຄະດີ. 5. ການຮ້ອງຂໍຂອງໂຈດ. 6. ເອກະສານອື່ນທີ່ພົວພັນກັບຄະດີຄັດຕິດມາພ້ອມ ຄໍາຮ້ອງຟ້ອງ.

ຄໍາຮ້ອງຟ້ອງແມ່ນໃຫ້ໂຈດຫຼືຜູ້ຕາງໜ້າເຊັ່ນຊື່ຫຼືແປະ ໂປ້ມືໃສ່,ຕິດສະແຕັມແລະໃຫ້ຈ່າຍເງິນວາງສານແລ້ວແຕ່ກໍ ລະນີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຄ່າທໍານຽມສານ ສໍາລັບຜູ້ຕາງໜ້ານັ້ນຕອງໃຫ້ມີໃບມອບສັນທະຢ່າງຖືກຕ້ອງ. ....ມາດຕາໜຶ່ງລ້ອຍຫົກສິບເຈັດ(ໃໝ່)ການຍື່ນຄໍາຮ້ອງຟ້ອງ

ມາດຕາໜຶ່ງລ້ອຍຫົກສິບເຈັດ(ໃໝ່)ການຍື່ນຄໍາຮ້ອງຟ້ອງ

ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງຮ້ອງຟ້ອງຕ້ອງຂຽນ ຄໍາຮ້ອງຟ້ອງຕາມແບບພິມຂອງສານແລະປະກອບເອກະສານ ທີ່ກ່ຽວຂ້ອງແລ້ວນໍາໄປຍື່ນຕໍ່ສານທີ່ມີສິດອໍານາດ. ຄໍາຮ້ອງຟ້ອງຕ້ອງເຮັດເປັນສອງສະບັບຄືສະບັບຕົ້ນແລະ ສະບັບສໍາເນົາ. ....ມາດຕາໜຶ່ງລ້ອຍຫົກສິບແປດ(ໃໝ່)ການກວດກາຄໍາຮ້ອງຟ້ອງແລະເອກະສານປະກອບ

ມາດຕາໜຶ່ງລ້ອຍຫົກສິບແປດ(ໃໝ່)ການກວດກາຄໍາຮ້ອງຟ້ອງ ແລະເອກະສານປະກອບ

ເມື່ອໄດ້ຮັບຄໍາຮ້ອງຟ້ອງແລ້ວສານຕ້ອງກວດກາຄໍາຮ້ອງ ຟ້ອງນັ້ນວ່າໄດ້ປະຕິບັດຕາມລະບຽບການຂອງສານໄດ້ວາງອອກ ຫຼືບໍ່ແລະເອກະສານປະກອບທີ່ຄັດຕິດມານັ້ນຄົບຖ້ວນຕາມລາຍການ ທີ່ໄດ້ກໍານົດໄວ້ຫຼືບໍ່.ເມື່ອເຫັນວ່າຖືກຕ້ອງແລະຄົບຖ້ວນແລ້ວສານ ຕ້ອງກວດກາເບິ່ງວ່າຄະດີດັ່ງກ່າວຕົກຢູ່ໃນສິດອໍານາດຂອງຕົນຫຼື ບໍ່,ຖ້າບໍ່ຕົກຢູ່ໃນສິດອໍານາດຂອງຕົນແລ້ວສານຈະສົ່ງຄືນແລະແນະ ນໍາໃຫ້ໄປຍື່ນຕໍ່ສານທີ່ມີສິດອໍານາດ.ນອກຈາກນັ້ນສານຍັງຕ້ອງ ກວດກາເບິ່ງວ່າຄະດີທີ່ຍື່ນຕໍ່ສານນັ້ນໄດ້ຜ່ານການໄກ່ເກ່ຍຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍຫຼືບໍ່,ຖ້າຫາກມີຄວາມຈໍາເປັນກໍ່ຕ້ອງ ແນະນໍາໃຫ້ຄູ່ຄວາມໄປໄກ່ເກ່ຍກັນເສຍກ່ອນຈຶ່ງຮັບເອົາມາພິຈາ ລະນາ. ....ມາດຕາໜຶ່ງລ້ອຍຫົກສິບເກົ້າ(ໃໝ່)ເອກະສານຫຼືຫຼັກຖານປະກອບ

ມາດຕາໜຶ່ງລ້ອຍຫົກສິບເກົ້າ(ໃໝ່)ເອກະສານຫຼືຫຼັກຖານປະ ກອບ

ເອກະສານຫຼືຫຼັກຖານທີ່ກ່ຽວຂ້ອງກັບຄະດີຊຶ່ງໄດ້ກ່າວ ອ້າງໃນຄໍາຮ້ອງຟ້ອງຕ້ອງຄັດຕິດມາພ້ອມກັບການຍື່ນຄໍາຮ້ອງ ຟ້ອງເພື່ອປະກອບເຂົ້າໃນສໍານວນຄະດີ,ຖ້າວ່າເອກະສານຫຼືຫຼັກ ຖານທີ່ກ່າວອ້າງມານັ້ນຫາກຍັງບໍ່ສາມາດນໍາມາໄດ້ກໍ່ໃຫ້ຮັບ ຄໍາຮ້ອງຟ້ອງນັ້ນໄວ້ກ່ອນແຕ່ສານຕ້ອງແນະນໍາໃຫ້ຜູ້ກ່ຽວນໍາ ມາປະກອບເຂົ້າໃນສໍາສວນຄະດີຕາມພາຍຫຼັງ.

....ມາດຕາໜຶ່ງລ້ອຍເຈັດສິບ(ປັບປຸງ)ການບໍ່ຮັບເອົາຄໍາຮ້ອງຟ້ອງມາພິຈາລະນາ

ມາດຕາໜຶ່ງລ້ອຍເຈັດສິບ(ປັບປຸງ)ການບໍ່ຮັບເອົາຄໍາຮ້ອງ ຟ້ອງມາພິຈາລະນາ

ສານຈະບໍ່ຮັບເອົາຄໍາຮ້ອງຟ້ອງມາພິຈາລະນາໃນກໍລະ ນີດັ່ງນີ້: 1.​ ບັນຫາທີ່ຮ້ອງຟ້ອງນັ້ນຫາກຍັງບໍ່ທັນໄດ້ໄກ່ເກ່ຍຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍ. 2. ຂໍ້ຂັດແຍ່ງທາງດ້ານການຄ້າທີ່ຍັງບໍ່ທັນໄດ້ຜ່ານການ ໄກ່ເກ່ຍຈາກສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະ ກິດຕາມທີ່ໄດ້ກໍານົດໄວ້ໃນສັນຍາ. 3. ບັນຫາທີ່ຮ້ອງຟ້ອງນັ້ນບໍ່ຕົກຢູ່ໃນສິດອໍານາດຂອງສານ ທີ່ຈະນໍາມາພິຈາລະນາ. 4. ຄໍາຮ້ອງຟ້ອງຂອງຜູ້ບໍ່ມີຄວາມສາມາດທາງດ້ານການ ປະພຶດຫຼືຜູ້ບໍ່ມີສິດເປັນຜູ້ຕາງໜ້າ. 5. ຄໍາຮ້ອງຟ້ອງບໍ່ໄດ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດ ຕາໜຶ່ງລ້ອຍຫົກສິບຫົກຂອງກົດໝາຍສະບັບນີ້.

ສໍາຫຼັບຂໍ້ສີ່ແລະຫ້ານັ້ນຄູ່ຄວາມສາມາດແກ້ໄຂຄໍາຮ້ອງ ຟ້ອງຂອງຕົນໃຫ້ຖືກຕ້ອງຕາມກົດໝາຍເພື່ອໃຫ້ສານຮັບມາພິ ຈາລະນາ. ....ມາດຕາໜຶ່ງລ້ອຍເຈັດສິບເອັດ(ປັບປຸງ)ການສະເໜີແກ້ໄຂຂໍ້ບົກພ່ອງໃນຄໍາຮ້ອງຟ້ອງ

ມາດຕາໜຶ່ງລ້ອຍເຈັດສິບເອັດ(ປັບປຸງ)ການສະເໜີແກ້ໄຂຂໍ້ ບົກພ່ອງໃນຄໍາຮ້ອງຟ້ອງ

ໃນເວລາກວດກາຄໍາຮ້ອງຟ້ອງຖ້າຫາກເຫັນວ່າຄໍາຮ້ອງ ຟ້ອງນັ້ນບໍ່ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍຫົກ ສິບຫົກຂອງກົດໝາຍສະບັບນີ້ສານຈະສົ່ງຄືນແລະແນະນໍາໃຫ້ຜູ້ ຍື່ນຄໍາຮ້ອງຟ້ອງນັ້ນແກ້ໄຂຂໍ້ບົກພ່ອງເສຍກ່ອນ,ຖ້າຫາກແກ້ໄຂ ຂໍ້ບົກຜ່ອງຄົບຖ້ວນແລ້ວຈຶ່ງຮັບເອົາຄໍາຮ້ອງຟ້ອງມາພິຈາລະນາ. ....ມາດຕາໜຶ່ງລ້ອຍເຈັດສິບສອງ(ປັບປຸງ)ການຮັບເອົາຄໍາຮ້ອງຟ້ອງມາພິຈາລະນາ

ມາດຕາໜຶ່ງລ້ອຍເຈັດສິບສອງ(ປັບປຸງ)ການຮັບເອົາຄໍາຮ້ອງຟ້ອງ ມາພິຈາລະນາ

ຄໍາຮ້ອງຟ້ອງຂອງບຸກຄົນຫຼືການຈັດຕັ້ງທີ່ໄດ້ປະຕິບັດຖືກ ຕ້ອງຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍຫົກສິບຫົກຂອງກົດ ໝາຍສະບັບນີ້ສານຕ້ອງຮັບມາພິຈາລະນາ. ....ມາດຕາໜຶ່ງລ້ອຍເຈັດສິບສາມ(ໃໝ່)ການແຈ້ງຄໍາຮ້ອງຟ້ອງໃຫ້ຜູ້ຖືກຮ້ອງຟ້ອງ

ມາດຕາໜຶ່ງລ້ອຍເຈັດສິບສາມ(ໃໝ່)ການແຈ້ງຄໍາຮ້ອງຟ້ອງໃຫ້ຜູ້ ຖືກຮ້ອງຟ້ອງ

ເມື່ອສານຮັບເອົາຄໍາຮ້ອງຟ້ອງມາພິຈາລະນາແລ້ວ ສານຕ້ອງແຈ້ງເປັນລາຍລັກອັກສອນໃຫ້ບຸກຄົນຫຼືການຈັດຕັ້ງທີ່ ຖືກຮ້ອງຟ້ອງນັ້ນມາຮັບຊາບແລະມອບສໍາເນົາຄໍາຮ້ອງຟ້ອງນັ້ນ ໃຫ້ຜູ້ກ່ຽວພ້ອມກໍານົດເວລາໃຫ້ມາຍື່ນຄໍາແກ້ຟ້ອງຕໍ່ສານ. ....ມາດຕາໜຶ່ງລ້ອຍເຈັດສິບສີ່(ປັບປຸງ)ຄໍາແກ້ຟ້ອງແລະຄໍາຟ້ອງແຍ່ງ

ມາດຕາໜຶ່ງລ້ອຍເຈັດສິບສີ່(ປັບປຸງ)ຄໍາແກ້ຟ້ອງແລະຄໍາຟ້ອງ ແຍ່ງ

ຄໍາແກ້ຟ້ອງແມ່ນເອກະສານຂອງຜູ້ຖືກຮ້ອງຟ້ອງທີ່ຍື່ນຕໍ່ ສານເພື່ອແກ້ຄໍາຮ້ອງຟ້ອງຖ້າຕົນເຫັນວ່າຄໍາຮ້ອງຟ້ອງຫາກບໍ່ມີ ມູນຄວາມຈິງຫຼືເກີນຄວາມຈິງກ່ຽວກັບການທວງເອົາການໃຊ້ ແທນຄ່າເສຍຫາຍຫຼືຊັບສິ່ງຂອງຫຼືຂາດເຫດການໃດໜຶ່ງທີ່ບໍ່ສາ ມາດຈະໃຫ້ສານພິຈາລະນາຕັດສິນໄດ້ນັ້ນຜູ້ກ່ຽວມີສິດເຮັດຄໍາແກ້ ຟ້ອງດ້ວຍເຫດຜົນພ້ອມທັງພະຍານແລະຫຼັກຖານມາຢັ້ງຢືນ. ຄໍາຟ້ອງແຍ່ງແມ່ນເອກະສານຂອງຜູ້ຖືກຮ້ອງຟ້ອງຫຼືຈໍາ ເລີຍທີ່ຍື່ນຕໍ່ສານເພື່ອປົກປ້ອງສິດແລະຜົນປະໂຫຍດຂອງຕົນຖ້າ ຫາກເຫັນວ່າຜູ້ຮ້ອງຟ້ອງຫຼືໂຈດຍັງມີພັນທະປະຕິບັດຕໍ່ຕົນເພື່ອໃຫ້ ສານພິຈາລະນາໄປພ້ອມດຽວກັນ. ....ມາດຕາໜຶ່ງລ້ອຍເຈັດສິບຫ້າ(ໃໝ່)ພັນທະແລະກໍານົດເວລາໃນການແກ້ຟ້ອງ

ມາດຕາໜຶ່ງລ້ອຍເຈັດສິບຫ້າ(ໃໝ່)ພັນທະແລະກໍານົດເວລາໃນການ ແກ້ຟ້ອງ

ຜູ້ຖືກຮ້ອງຟ້ອງມີພັນທະສົ່ງຄໍາແກ້ຟ້ອງໃຫ້ສານພາຍໃນ ກໍານົດເວລາສິບຫ້າວັນນັບແຕ່ວັນໄດ້ຮັບຄໍາຮ້ອງຟ້ອງຈາກສານ. ໃນກໍລະນີທີ່ຜູ້ຖືກຮ້ອງຟ້ອງບໍ່ສາມາດສົ່ງຄໍາແກ້ຟ້ອງຕາມເວລາ ທີ່ໄດ້ກໍານົດໄວ້ຜູ້ກ່ຽວມີສິດຮ້ອງຂໍເລື່ອນເວລາຫຼືຮ້ອງຂໍໃຫ້ສານ ບັນທຶກຄໍາໃຫ້ການຕາງການແກ້ຟ້ອງໃນເວລາຜູ້ກ່ຽວເຂົ້າມາສານ ກໍ່ໄດ້. ....ມາດຕາໜຶ່ງລ້ອຍເຈັດສິບຫົກ(ໃໝ່)ການນໍາເອົາບຸກຄົນທີສາມເຂົ້າຮ່ວມໃນການດໍາເນີນຄະດີ

ມາດຕາໜຶ່ງລ້ອຍເຈັດສິບຫົກ(ໃໝ່)ການນໍາເອົາບຸກຄົນທີສາມເຂົ້າ ຮ່ວມໃນການດໍາເນີນຄະດີ

ໃນເວລາດໍາເນີນຄະດີເມື່ອເຫັນວ່າຂໍ້ຂັດແຍ່ງນັ້ນມີສ່ວນ ພົວພັນເຖິງສິດແລະຜົນປະໂຫຍດຂອງບຸກຄົນອື່ນສານຕ້ອງນໍາ ເອົາບຸກຄົນດັ່ງກ່າວເຂົ້າຮ່ວມໃນການດໍາເນີນຄະດີເພື່ອເຮັດໃຫ້ ການດໍາເນີນຄະດີນັ້ນຄົບຖ້ວນ,ຮອບດ້ານແລະສາມາດແກ້ໄຂບັນ ຫາດັ່ງກ່າວໄປພ້ອມກັນ. ....ມາດຕາໜຶ່ງລ້ອຍເຈັດສິບເຈັດ(ປັບປຸງ)ການຮັບຮູ້ແລະການຖອນຄໍາຮ້ອງຟ້ອງຫຼືຄໍາຟ້ອງແຍ່ງ

ມາດຕາໜຶ່ງລ້ອຍເຈັດສິບເຈັດ(ປັບປຸງ)ການຮັບຮູ້ແລະການຖອນຄໍາ ຮ້ອງຟ້ອງຫຼືຄໍາຟ້ອງແຍ່ງ

ຄູ່ຄວາມມີສິດຮັບຮູ້ຄໍາຮ້ອງຟ້ອງຫຼືຄໍາຟ້ອງແຍ່ງທັງໝົດ ຫຼືບາງສ່ວນ.ການຮັບຮູ້ຄໍາຮ້ອງຟ້ອງຫຼືຄໍາຟ້ອງແຍ່ງນັ້ນເປັນສາ ເຫດທີ່ພາໃຫ້ສານຕັດສິນໂດຍບໍ່ມີການໄຕ່ສວນຄະດີໃນທີ່ປະຊຸມ ສານອີກກໍ່ໄດ້. ຄູ່ຄວາມມີສິດຖອນຄໍາຮ້ອງຟ້ອງຫຼືຄໍາຟ້ອງແຍ່ງທັງໝົດ ຫຼືບາງສ່ວນ.ໃນກໍລະນີທີ່ໄດ້ຖອນບາງສ່ວນນັ້ນສານຈະພິຈາລະ ນາຕັດສິນພຽງແຕ່ສ່ວນທີ່ບໍ່ໄດ້ຖອນເທົ່ານັ້ນ.ຖ້າຫາກວ່າໄດ້ ຖອນທັງໝົດກໍຈະພາໃຫ້ຄະດີນັ້ນສິ້ນສຸດລົງຍົກເວັ້ນຄະດີຢ່າຮ້າງ. ໃນກໍລະນີທີ່ການຖອນຄໍາຮ້ອງຟ້ອງຫຼືຄໍາຟ້ອງແຍ່ງແລະ ການຖອນດັ່ງກ່າວບໍ່ຂັດກັບຜົນປະໂຫຍດຂອງລັດຫຼືສັງຄົມແລະ ລະບຽບກົດໝາຍສານກໍ່ອອກຄໍາສັ່ງໃຫ້ຖອນຄໍາຮ້ອງຟ້ອງຫຼືຄໍາ ຟ້ອງແຍ່ງ.ໃນກໍລະນີທີ່ມີການຖອນຄໍາຮ້ອງຟ້ອງທັງໝົດແລະບໍ່ ມີຄໍາຟ້ອງແຍ່ງຂອງຈໍາເລີຍສານຈະອອກຄໍາສັ່ງຊັດມ້ຽນຄະດີ. ການຖອນຄໍາຮ້ອງຟ້ອງຫຼືຄໍາຟ້ອງແຍ່ງທັງໝົດຫຼືບາງ ສ່ວນສາມາດປະຕິບັດໄດ້ກ່ອນປິດການໂຕ້ຖຽງຢູ່ທີ່ປະຊຸມສານ ຂັ້ນຕົ້ນ. ....ມາດຕາໜຶ່ງລ້ອຍເຈັດສິບແປດ(ໃໝ່)ການດໍາເນີນການເມື່ອມີການຮັບຮູ້ຫຼືປະຕິເສດ

ມາດຕາໜຶ່ງລ້ອຍເຈັດສິບແປດ(ໃໝ່)ການດໍາເນີນການເມື່ອມີ ການຮັບຮູ້ຫຼືປະຕິເສດ

ໃນເວລາດໍາເນີນຄະດີຖ້າຫາກວ່າມີການຮັບຮູ້ຫຼືປະຕິເສດ ຄໍາຮ້ອງຟ້ອງຫຼືຄໍາຟ້ອງແຍ່ງບາງສ່ວນສານຈະກໍານົດປະເດັນຂັດ ແຍ່ງແລະສອບສວນໃນສ່ວນທີ່ຍັງບໍ່ຮັບຮູ້ຫຼືປະຕິເສດ. ບັາຫາທີ່ໂຈດແລະຈໍາເລີຍຮັບຮູ້ສໍາກັນແລ້ວສານກໍ່ບໍ່ຈໍາ ເປັນຊອກຫາຫຼັກຖານຖາຫາກການຮັບຮູ້ນັ້ນບໍ່ຂັດກັບຜົນປະໂຫຍດ ຂອງລັດຫຼືສັງຄົມແລະລະບຽບກົດໝາຍ. ໃນກໍລະນີທີ່ຄູ່ຄວາມຫາກຮັບຮູ້ທັງໝົດສານກໍ່ຈະຮຽກໂຈດ ແລະຈໍເລີຍເຂົ້າມາຊ້ອງໜ້າກັນເພື່ອເຮັດບົດບັນທຶກແລ້ວອອກຄໍາ ສັ່ງປະຕິບັດ,ຖ້າຫາກຕົກລົງກັນບໍ່ໄດ້ຈຶ່ງໃຫ້ທໍາການພິຈາລະນາ ຕັດສິນຕາມລະບຽບກົດໝາຍ. ....ມາດຕາໜຶ່ງລ້ອຍເຈັດສິບເກົ້າ(ປັບປຸງ)ກໍານົດເວລາຂອງການດໍາເນີນຄະດີ

ມາດຕາໜຶ່ງລ້ອຍເຈັດສິບເກົ້າ(ປັບປຸງ)ກໍານົດເວລາຂອງການ ດໍາເນີນຄະດີ

ເມື່ອໄດ້ຮັບຄໍາຮ້ອງຟ້ອງແລ້ວສານຕ້ອງເລີ່ມດໍາເນີຄະດີ ຕາມກໍານົດເວລາດັ່ງນີ້: 1. ຄະດີແພ່ງແລະຄະດີຄອບຄົວໃຫ້ເລີ່ມດໍາເນີນຢ່າງຊ້າ ສາມສິບວັນ. 2. ຄະດີກ່ຽວກັບແຮງງານແລະສາຍພົວພັນທາງດ້ານບໍລິ ຫານໃຫ້ເລີ່ມດໍາເນີນຢ່າງຊ້າຊາວວັນ. 3. ຄະດີການຄ້າແລະຄະດີເດັກໃຫ້ເລີ່ມດໍາເນີນຢ່າງຊ້າ ສິບຫ້າວັນ.

...ໝວດທີສາມການຮ້ອງຟ້ອງຮ່ວມກັນ


....ມາດຕາໜຶ່ງລ້ອຍແປດສິບ(ໃໝ່)ການຮ້ອງຟ້ອງຮ່ວມກັນຫຼືການໂຮມຄະດີ

ມາດຕາໜຶ່ງລ້ອຍແປດສິບ(ໃໝ່)ການຮ້ອງຟ້ອງຮ່ວມກັນ ຫຼືການໂຮມຄະດີ

ເມື່ອເຫັນວ່າມີການລະເມີດສິດແລະຜົນປະໂຫຍດຂອງ ລວມໝູ່,ຂອງຫຼາຍຄົນຫຼືຂອງສ່ວນລວມທີ່ເປັນເຫດການດຽວກັນ, ມາຈາກສາເຫດແລະການກະທໍາອັນດຽວກັນບັນດາຜູ້ຖືກເສຍ ຫາຍສາມາດຍື່ນຄໍາຮ້ອງຢ້ອງຮ່ວມກັນເພື່ອໃຫ້ສານພິຈາລະນາ, ການຍື່ນຄໍາຮ້ອງຟ້ອງຮ່ວມກັນອາດຈະເຮັດຄໍາຮ້ອງໂດຍບົ່ງບອກ ເຖິງຜົນເສຍຫາຍເປັນແຕ່ລະບຸກຄົນຫຼືລວມກັນກໍ່ໄດ້,ຖ້າຫາກເຮັດ ລວມກັນກໍ່ຕ້ອງໄຈ້ແຍກຄວາມເສຍຫາຍຂອງແຕ່ລະບຸກຄົນໃຫ້ ລະອຽດແລະຖືກຕ້ອງຕາມຄວາມເປັນຈິງ. ເມື່ອເຫັນວ່າຄະດີໃດໜຶ່ງທີ່ພວມດໍາເນີນຢູ່ນັ້ນມີເປົ້າໝາຍ ອັນດຽວແລະພົວພັນກັບຄະດີອື່ນທີ່ພວມດໍາເນີນຢູ່ນັ້ນສານອາດຈະ ໂຮມເຂົ້າເປັນຄະດີດຽວເພື່ອຄວາມສະດວກແລະຮັບປະກັນການ ນໍາໃຊ້ກົດໝາຍໃນການຕັດສິນໃຫ້ມີຄວາມຖືກຕ້ອງແລະເປັນເອ ກະພາບ. ຜູ້ຮ້ອງຟ້ອງຫຼາຍຄົນສາມາດມອບສິດເປັນລາຍລັກອັກ ສອນໃຫ້ຜູ້ໃດຜູ້ໜຶ່ງເປັນຜູ້ຕາງໜ້າຕໍ່ສູ້ຄະດີ.ການຕໍ່ສູ້ຄະດີຂອງຜູ້ ຕາງໜ້າຈະມີຜົນຄືກັນກັບຄູ່ຄວາມແຕ່ລະຄົນໄດ້ກະທໍາເອງຍົກ ເວັ້ນການກະທໍາທີ່ຮຽກຮ້ອງໃຫ້ຜູ້ຮ້ອງຢ້ອງເນັ້ນເປັນຜູ້ກະທໍາດ້ວຍ ຕົນເອງ. ....ມາດຕາໜຶ່ງລ້ອຍແປດສິບເອັດ(ໃໝ່)ການດໍາເນີນການໂຮມຄະດີ

ມາດຕາໜຶ່ງລ້ອຍແປດສິບເອັດ(ໃໝ່)ການດໍາເນີນການໂຮມຄະດີ

ການໂຮມຄະດີເປັນການຮ້ອງຟ້ອງຮ່ວມກັນໂດຍໃຫ້ຄະ ນະສານອອກຄໍາຊີ້ຂາດ.ຄໍາຊີ້ຂາດດັ່ງກ່າວຕ້ອງແຈ້ງໃຫ້ຄູ່ ຄວາມຮັບຊາບແຕ່ຄູ່ຄວາມບໍ່ມີສິດຂໍອຸທອນແຕ່ຢ່າງໃດ. ....ມາດຕາໜຶ່ງລ້ອຍແປດສິບສອງ(ໃໝ່)ການແຍກຄະດີ

ມາດຕາໜຶ່ງລ້ອຍແປດສິບສອງ(ໃໝ່)ການແຍກຄະດີ ເມື່ອເຫັນວ່າຄະດີທີ່ໂຈດຮ້ອງຢ້ອງຕໍ່ສານນັ້ນຫາກມີເປົ້າ ໝາຍ,ເງື່ອນໄຂຕ່າງກັນແລະແຕ່ລະເປົ້າໝາຍຂັດແຍ່ງນັ້ນບໍ່ ກ່ຽວຂ້ອງຫຼືພົວພັນກັນຫຼືມີຈໍາເລີຍຫຼາຍຄົນຊຶ່ງເປັນອຸປະສັກແລະ ພົບຄວາມຫຍຸ້ງຍາກຕໍ່ການເກັບກໍາຂໍ້ມູນແລ້ວສານຈະອອກຄໍາຊີ້ ຂາດໃຫ້ແຍກຄະດີດັ່ງກ່າວອອກເປັນສອງຫຼືຫຼາຍສໍານວນຄະດີກໍ່ ໄດ້.ຄໍາຊີ້ຂາດນັ້ນຕ້ອງແຈ້ງໃຫ້ຄູ່ຄວາມຮັບຊາບນໍາແຕ່ຄູ່ຄວາມ ບໍ່ມີສິດຮ້ອງຂໍອຸທອນແຕ່ຢ່າງໃດ. ....ມາດຕາໜຶ່ງລ້ອຍແປດສິບສາມ(ໃໝ່)ຜົນສະທ້ອນຂອງການໂຮມຫຼືແຍກຄະດີ

ມາດຕາໜຶ່ງລ້ອຍແປດສິບສາມ(ໃໝ່)ຜົນສະທ້ອນຂອງການໂຮມ ຫຼືແຍກຄະດີ

ເມື່ອສານມີຄໍາຊີ້ຂາດໃຫ້ໂຮມຄະດີແລ້ວຖືວ່າໂຈດທັງ ໝົດໄດ້ກາຍມາເປັນໂຈດຮ່ວມໃນຄະດີດຽວກັນຊຶ່ງສານຕ້ອງ ໄດ້ຂຶ້ນຟ້ອງເປັນຄະດີໃໝ່,ສ່ວນຄະດີເກົ່າທີ່ໄດ້ຂຶ້ນຟ້ອງໄປແລ້ວ ນັ້ນຖືວ່າໄດ້ຖືກລົບລ້າງ. ຖ້າຫາກສານປະຊາຊົນໃດໜຶ່ງໄດ້ໂອນຄະດີໄປໂຮມຢູ່ ໃນສານປະຊາຊົນອື່ນສານທີ່ກ່ຽວຂ້ອງຕ້ອງເຮັດຄໍາຊີ້ຂາດກ່ຽວ ກັບການໂອນຄະດີແລະໃຫ້ລົບບັນຊີຄະດີອອກຈາກບັນທຶກຂຶ້ນຟ້ອງ ຂອງສານນັ້ນ. ຖ້າຫາກສານໄດ້ແຍກສໍານວນຄະດີໜຶ່ງອອກເປັນຫຼາຍ ສໍານວນຄະດີກໍ່ຕ້ອງເຮັດຄໍາຊີ້ຂາດກ່ຽວກັບການແຍກຄະດີແລະ ໃຫ້ຂຶ້ນຟ້ອງຄະດີທີ່ແຍກອອກມາພ້ອມທັງແຍກຂໍ້ມູນທີ່ກ່ຽວຂ້ອງ ເຂົ້າໃນແຕ່ລະສໍານວນຄະດີ.

...ໝວດທີສີ່ການຄົ້ນຄວ້າສໍານວນຄະດີ


....ມາດຕາໜຶ່ງລ້ອຍແປດສິບສີ່(ໃໝ່)ການປະກອບສໍານວນຄະດີ

ມາດຕາໜຶ່ງລ້ອຍແປດສິບສີ່(ໃໝ່)ການປະກອບສໍານວນຄະດີ

ຖ້າວ່າຄໍາຮ້ອງຟ້ອງແລະຄໍາແກ້ຟ້ອງຫຼືຄໍາຟ້ອງແຍ່ງ ຂອງຄູ່ຄວາມທີ່ຍື່ນຕໍ່ສານນັ້ນຫາກປະຕິບັດຖືກຕ້ອງແລ້ວຕາມ ລະບຽບກົດໝາຍແລ້ວສານຕ້ອງປະກອບເປັນສໍານວນຄະດີແລະ ຂຶ້ນຟ້ອງຄະດີຕາມລະບຽບການ. ....ມາດຕາໜຶ່ງລ້ອຍແປດສິບຫ້າ(ປັບປຸງ)ການບໍ່ນໍາເອົາຄະດີມາພິຈາລະນາ

ມາດຕາໜຶ່ງລ້ອຍແປດສິບຫ້າ(ປັບປຸງ)ການບໍ່ນໍາເອົາຄະດີມາ ພິຈາລະນາ

ສານຈະບໍ່ນໍາເອົາຄະດີມາພິຈາລະນາໃນກໍລະນີດັ່ງນີ້: 1. ຄະດີທີ່ໄດ້ຖືກຖອນແລະສານໄດ້ອອກຄໍາສັ່ງໃຫ້ຖອນ ແລະຊັດມ້ຽນແລ້ວຍົກເວັ້ນຄະດີຢ່າງຮ້າງ. 2. ຄະດີທີ່ມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ. 3. ຄະດີໄດ້ຖືກໄກ້ເກ່ຍຢູ່ສານຕາມທີ່ໄດ້ກໍານົດໄວ້ໃນ ມາດຕາສອງລ້ອຍໜຶ່ງຂອງກົດໝາຍສະບັບນີ້. 4. ຄະດີທີ່ໝົດອາຍຸຄວາມໃນການຮ້ອງຟ້ອງແລ້ວ.

ໃນການບໍ່ນໍາເອົາຄະດີມາພິຈາລະນານັ້ນຕ້ອງອອກເປັນ ຄໍາຊີ້ຂາດຂອງຄະນະສານ. ....ມາດຕາໜຶ່ງລ້ອຍແແປດສິບຫົກ(ປັບປຸງ)ການຄົ້ນຄວ້າຄະດີ

ມາດຕາໜຶ່ງລ້ອຍແແປດສິບຫົກ(ປັບປຸງ)ການຄົ້ນຄວ້າຄະດີ

ພາຍຫຼັງທີ່ໄດ້ຂຶ້ນຟ້ອງເປັນຄະດີແລ້ວປະທານສານຈະ ມອບໃຫ້ຫົວໜ້າຄະນະສານທີ່ກ່ຽວຂ້ອງເພື່ອມອບໃຫ້ຜູ້ພິພາກສາ ຜູ້ໃດຜູ້ໜຶ່ງທໍາການຄົ້ນຄວ້າເພື່ອກໍານົດເຫດການຂອງຄະດີ,ປະ ເດັນທີ່ຂັດແຍ່ງໃນຄະດີແລະກໍານົດຂໍ້ມູນຫຼັກຖານເພື່ອແກ້ໄຂ ແຕ່ລະປະເດັນຂັດແຍ່ງໃນຄະດີພ້ອມກັນນັ້ນຜູ້ພິພາກສາຈະດໍາ ເນີນການສອບສວນ,ເກັບກໍາຂໍ້ມູນແລະປະກອບຫຼັກຖານໃຫ້ຖືກ ຕ້ອງ,ຄົບຖ້ວນ,ຮອບດ້ານແລະພາວະວິໄສກ່ອນນໍາເອົາຄະດີ ອອກພິຈາລະນາຕັດສິນ. ເມື່ອສານເຫັນວ່າການດໍາເນີນຄະດີຫາກມີສ່ວນພົວພັນ ກັບການດໍາເນີນຄະດີອືນຊຶ່ງຜົນການຕັດສິນຄະດີນັ້ນຈະມີຜົນກະ ທົບຫຼືເປົນຜົນປະຫຍດໃຫ້ແກ່ການພິຈາລະນາຄະດີດັ່ງກ່າວຄະ ນະສານຕ້ອງອອກຄໍາສັ່ງໂຈະການດໍາເນີນຄະດີແພ່ງທີ່ກໍາລັງ ພິຈາລະນານັ້ນໄວ້ເສຍກ່ອນເພື່ອລໍຖ້າຜົນຂອງການຕັດສິນຄະ ດີທີ່ກ່ຽວຂ້ອງນັ້ນ.

....ມາດຕາໜຶ່ງລ້ອຍແປດສິບເຈັດການຖອນຕົວແລະການຄ້ານຕົວຈາກການຄົ້ນຄວ້າຄະດີ

ມາດຕາໜຶ່ງລ້ອຍແປດສິບເຈັດການຖອນຕົວແລະການຄ້ານ ຕົວຈາກການຄົ້ນຄວ້າຄະດີ

ຖ້າຜູ້ພິພາກສາຫາກເປັນຍາດພີ່ນ້ອງ,ມີຜົນປະໂຫຍດຫຼື ມີຂໍ້ຂັດແຍ່ງກັບຄູ່ຄວາມຝ່າຍໃດຝ່າຍໜຶ່ງຕ້ອງຂໍຖອນຕົນຈາກ ການຄົ້ນຄວ້າຄະດີນັ້ນ. ຖ້າຜູ້ກ່ຽວຫາກບໍ່ຍອມຖອນຕົວແລ້ວຄູ່ຄວາມຝ່າຍໃດ ຝ່າຍໜຶ່ງກໍ່ມີສິດສະເໜີຄາດຕົວຜູ້ກ່ຽວຈາກການຄົ້ນຄວ້າຄະ ດີນັ້ນ. ....ມາດຕາໜຶ່ງລ້ອຍແປດສິບແປດສາເຫດທີ່ພາໃຫ້ມີການຖອນຫຼືຄ້ານຕົວຜູ້ພິພາກສາ

ມາດຕາໜຶ່ງລ້ອຍແປດສິບແປດສາເຫດທີ່ພາໃຫ້ມີການຖອນ ຫຼືຄ້ານຕົວຜູ້ພິພາກສາ

ຜູ້ພິພາກສາຈະຕ້ອງຂໍຖອນຕົວຫຼືຈະຖືກຄ້ານຕົວຈາກການ ຄົ້ນຄວ້າຄະດີໃນກໍລະນີດັ່ງນີ້: 1. ຖ້າຫາກໄດ້ເຂົ້າຮ່ວມໃນການດໍາເນີນຄະດີນັ້ນກ່ອນແລ້ວ ໃນຖານະເປັນພະຍານ,ຜູ້ຊ່ຽວຊານ,ພະນັກງານໄອຍະການປະຊາຊົນ ຫຼືຈ່າສານ. 2. ຖ້າຫາກເປັນຍາດພີ່ນ້ອງ,ໝູ່ຄູ່ຮັກແພງຂອງຄູ່ຄວາມ ໃນຄະດີ. 3. ຖ້າຫາກມີຜົນປະໂຫຍດໃນຄະດີນັ້ນຈະແມ່ນໂດຍກົງຫຼື ທາງອ້ອມກໍ່ຕາມ. ....ມາດຕາໜຶ່ງ້ລ້ອຍແປດສິບເກົ້າ(ໃໝ່)ລະບຽບການພິຈາລະນາເມື່ອມີການຖອນຕົນຫຼືຄ້ານຕົວ

ມາດຕາໜຶ່ງ້ລ້ອຍແປດສິບເກົ້າ(ໃໝ່)ລະບຽບການພິຈາລະນາເມື່ອມີ ການຖອນຕົນຫຼືຄ້ານຕົວ ເມື່ອມີການຖອນຕົວຫຼືຄ້ານຕົວໃນເວລາຄົ້ນຄວ້າຄະດີ ຄະນະສານຕ້ອງພິຈາລະນາສາເຫດຂອງການຖອນຕົນຫຼືຄ້ານ ຕົວດັ່ງກ່າວຖ້າຫາກມີເຫດຜົນຫົວໜ້າຄະນະສານຈະມອບຄະດີ ໃຫ້ຜູ້ພິພາກສາອື່ນເປັນຜູ້ກະທໍາການຄົ້ນຄວ້າ. ....ມາດຕາໜຶ່ງລ້ອຍເກົ້າສິບ(ໃໝ່)ການມີສ່ວນຮ່ວມໃນການຄົ້ນຄວ້າຄະດີເບື້ອງຕົ້ນ

ມາດຕາໜຶ່ງລ້ອຍເກົ້າສິບ(ໃໝ່)ການມີສ່ວນຮ່ວມໃນການຄົ້ນຄວ້າ ຄະດີເບື້ອງຕົ້ນ

ຜູ້ພິພາກສາຕ້ອງຮຽກຄູ່ຄວາມເຂົ້າມາສານເພື່ອໃຫ້ຢັ້ງ ຢືນເຫດການ,ປະເດັນຂັດແຍ່ງແລະຂໍ້ມູນທີ່ກ່ຽວຂ້ອງກັບເຫດ ການຂອງຄະດີທີ່ເປັນພື້ນຖານໃຫ້ແກ່ການຄົ້ນຄ້ວາແລະການ ປະກອບຫຼັກຖານ.ການມີສ່ວນຮ່ວມຂອງຜູ້ຄວາມໃນເບື້ອງຕົ້ນ ຕ້ອງເຮັດບົດບັນທຶກເປັນລາຍລັກອັນສອນເປັນຕົ້ນການນໍາເອົາ ຂໍ້ມູນທີ່ເປັນຜົນປະໂຫຍດໃຫ້ແກ່ຄໍາຮ້ອງຟ້ອງ,ຄໍາແກ້ຟ້ອງຫຼືຄໍາ ຟ້ອງແຍ່ງຂອງຕົນ. ....ມາດຕາໜຶ່ງລ້ອຍເກົ້າສິບເອັດ(ປັບປຸງ)ການປະກອບຫຼັກຖານ

ມາດຕາໜຶ່ງລ້ອຍເກົ້າສິບເອັດ(ປັບປຸງ)ການປະກອບຫຼັກຖານ

ຜູ້ພິພາກສາຕ້ອງປະກອບຫຼັກຖານທີ່ກ່ຽວຂ້ອງກັບຄະດີ ເພື່ອເປັນພື້ນຖານໃຫ້ແກ່ການແກ້ໄຂແຕ່ລະປະເດັດຂັດແຍ່ງໃຫ້ ແຈ້ງຂາວແລະກໍານົດເຫດການທີ່ເປັນຂໍ້ເທັດຈຶງຂອງຄະດີ. ຄູ່ຄວາມເປັນຜູ້ມີພັນທະຕົ້ນຕໍໃນການປະກອບຂໍ້ມູນໃຫ້ແກ່ ສານແຕ່ໃນກໍລະນີຈໍາເປັນສານຈະດໍາເນີນດ້ວຍຕົນເອງກໍ່ໄດ້ເປັນ ຕົ້ນການເອົາຄໍາໃຫ້ການ,ການລົງກວດກາບັນຫາທີ່ຂັດແຍ່ງ,ການ ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງສະໜອງຂໍ້ມູນໃຫ້ແກ່ສານແລະ ບັນຫາອື່ນທີ່ກ່ຽວຂ້ອງກັບຄະດີ. ....ມາດຕາໜຶ່ງລ້ອຍເກົິາສິບສອງ(ປັບປຸງ)ການກວດກາຕີລາຄາຫຼັກຖານ

ມາດຕາໜຶ່ງລ້ອຍເກົິາສິບສອງ(ປັບປຸງ)ການກວດກາຕີລາຄາ ຫຼັກຖານ

ພາຍຫຼັງທີ່ໄດ້ເອົາຄໍາໃຫ້ການຂອງຄູ່ຄວາມ,ພະຍານ ແລະເກັບກໍາຂໍ້ມູນໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລ້ວຜູ້ພິພາກສາຕ້ອງໄຈ້ແຍກ,ຊັ່ງຊາຕິລາຄາຂໍ້ມູນດັ່ງກ່າວ ໃຫ້ເປັນຫຼັກຖານເພື່ອກໍານົດເຫດການຂອງຄະດີໃຫ້ຖືກຕ້ອງຕາມ ຄວາມເປັນຈິງແລະສາມາດວາງມາດຕາຂອງກົດໝາຍທີ່ກ່ຽວ ຂ້ອງໃສ່. ການກວດກາຕີລາຄາຫຼັກຖານຕ້ອງດໍານີນເປັນແຕ່ລະ ອັນແລະທຸກຫຼັກຖານທີ່ສະເໜີຕໍ່ສານນັ້ນຕ້ອງໃຫ້ຝ່າຍກົງກັນຂ້າມ ຊີ້ແຈງແລະມີຄໍາເຫັນຕໍ່ຫຼັກຖານດັ່ງກ່າວ.ຫຼັກຖານໃດທີ່ເປັນພື້ນ ຖານຫຼືບໍ່ເປັນພື້ນຖານໃນຄະດີນັ້ນກໍ່ໃຫ້ວິນິດໄສລົງໃສ່ຄໍາຕັດສິນ ຂອງສານ. ....ມາດຕາໜຶ່ງລ້ອຍເກົິາສິບສາມ(ໃໝ່)ການສະຫຼູບຫຍໍ້ກ່ຽວກັບຄະດີ

ມາດຕາໜຶ່ງລ້ອຍເກົິາສິບສາມ(ໃໝ່)ການສະຫຼູບຫຍໍ້ກ່ຽວກັບຄະດີ

ພາຍຫຼັງທີ່ທໍາການສອບສວນແລະໄກ່ເກ່ຍຄູ່ຄວາມແລ້ວ ຜູ້ພິພາກສາທີ່ຮັບຜິດຊອບຄະດີຕ້ອງເຮັດບົດສະຫຼຸບຫຍໍ້ກ່ຽວກັບ ຄະດີຢ່າງເປັນລາຍລັກອັກສອນໂດຍສັງລວມເອົາຂັ້ນຕອນຂອງ ການດໍາເນີນ,ເຫດການຂອງຄະດີ,ປະເດັນຂັດແຍ່ງໃນຄະດີ,ຫຼັກ ຖານທີ່ປະກອບໃນແຕ່ລະປະເດັນຂັດແຍ່ງເພື່ອລາຍງານໃຫ້ອົງ ການໄອຍະການປະຊາຊົນທີ່ກ່ຽວຂ້ອງທັງເປັນຂໍ້ມູນໃຫ້ຄະນະ ສານພິຈາລະນາຕົກລົງຕາມກໍລະນີດັ່ງນີ້: 1.​ ນໍາເອົາຄະດີຂຶ້ນໄຕ່ສວນໃນທີ່ປະຊຸມສານຖ້າເຫັນວ່າມີ ຂໍ້ມູນຫຼັກຖານຄົບຖ້ວນຮອບດ້ານແລະພຽງພໍແລ້ວ. 2. ມອບໃຫ້ຜູ້ຮັບຜິດຊອບຄະດີນັ້ນນໍາໄປຄົ້ນຄວ້າແລະປະ ກອບຫຼັກຖານຕື່ມຖ້າເຫັນວ່າຂໍ້ມູນຫຼັກຖານຍັງບໍ່ທັນຄົບຖ້ວນ,ຮອບ ດ້ານແລະບໍ່ພຽງພໍ. 3. ຊັດມ້ຽນຄະດີຖ້າເຫັນວ່າໂຈດໃນຄະດີນັ້ນບໍ່ມີສິດຮ້ອງ ຟ້ອງ,ຄະດີທີ່ມີຄໍາສັ່ງຊັດມ້ຽນຫຼືຄະດີຊຶ່ງໂຈດໄດ້ຖອນຄໍາຮ້ອງຟ້ອງ ແລ້ວຫຼືມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດມາກ່ອນແລ້ວ. ...ໝວດທີຫ້າການໄກ່ເກ່ຍຄູ່ຄວາມ


....ມາດຕາໜຶ່ງລ້ອຍເກົ້າສິບສີ່ການໄກ່ເກ່ຍຄູ່ຄວາມ

ມາດຕາໜຶ່ງລ້ອຍເກົ້າສິບສີ່ການໄກ່ເກ່ຍຄູ່ຄວາມ

ຂໍ້ຂັດແຍ່ງເລັກນ້ອຍ,ບໍ່ມີມູນຄ່າສູງເຊັ່ນສາຍພົວພັນ ຄອບຄົວ,ກໍາມະສິດກ່ຽວກັບສັດລ້ຽງ,ຂໍທາງຜ່ານແລະຂໍ້ຂັດ ແຍ່ງທີ່ໄດ້ກໍານົດໄວ້ມາດຕາໜຶ່ງລ້ອຍເກົ້າສິບແປດຂອງກົດ ໝາຍສະບັບນີ້ຕ້ອງໃຫ້ໜ່ວຍໄກ່ເກ່ຍຂັ້ນບ້ານຫຼືພາກສ່ວນທີ່ກ່ຽວ ຂ້ອງທໍາການໄກ່ເກ່ຍເສຍກ່ອນ,ຖ້າຫາກຕົກລົງກັນບໍ່ໄດ້ກໍ່ໃຫ້ ຫ້ອງການຍຸຕິທໍາເມືອງເຮັດການສຶກສາອົບຮົມ,ປະນີປະນອມ ແລະໄກ່ເກ່ຍຄູ່ຄວາມຕື່ມອີກຕາມລະບຽບການຖາຫາກໄກ່ເກ່ຍ ກັນບໍ່ໄດ້ຈຶ່ງໃຫ້ສານພິຈາລະນາຕາມກົດໝາຍຖ້າຫາກມີຄໍາ ຮ້ອງຟ້ອງ.ເມື່ອຄໍາຮ້ອງຟ້ອງໄດ້ຍື່ນຂຶ້ນສານແລ້ວຄະນະສານ ຈະເຮັດການໄກ່ເກ່ຍຄູ່ຄວາມຕື່ມອີກກໍ່ໄດ້. ສໍາລັບຂໍ້ຂັດແຍ່ງທີ່ມີມູນຄ່າສູງນັ້ນຄູ່ຄວາມກໍ່ມີສິດສະ ເໜີໃຫ້ເຮັດການໄກ່ເກ່ຍຕາມທີ່ໄດ້ກໍານົດໄວ້ເທິງນີ້ຫຼືຮ້ອງຟ້ອງ ຕໍ່ສານໂດຍກົງກໍ່ໄດ້. ....ມາດຕາໜຶ່ງລ້ອຍເກົ້າສິບຫ້າ(ໃໝ່)ການໄກ່ເກ່ຍຢູ່ສານ

ມາດຕາໜຶ່ງລ້ອຍເກົ້າສິບຫ້າ(ໃໝ່)ການໄກ່ເກ່ຍຢູ່ສານ

ສານສາມາດໄກ່ເກ່ຍຄູ່ຄວາມຕາມການສະເໜີຂອງ ຄູ່ຄວາມຝ່າຍໃດຝ່າຍໜຶ່ງຫຼືຄາມຄໍາເຫັນຂອງສານເອງເມື່ອ ຫາກເຫັນວ່າຈະເປັນຜົນປະໂຫຍດແກ່ຄູ່ຄວາມແລະການດໍາ ເນີນຄະດີ.ການໄກ່ເກ່ຍຢູ່ສານຕ້ອງປະຕິບັດຕາມຫຼັກການດັ່ງນີ້: 1. ຜູ້ພິພາກສາຫຼືຄະນະສານຕ້ອງວາງຕົວເອງກາງ. 2. ການຕົກລົງກັນຕ້ອງເກີດຈາກຄວາມສະໝັກໃຈຂອງ ຄູ່ຄວາມ,ປາສະຈາກການບັງຄັບ,ນາບຂູ່ຫຼືດ້ວຍຮູບການໃດໜຶ່ງ ທີ່ເຮັດໃຫ້ຄູ່ຄວາມເຂົ້າໃຈຜິດກ່ຽວກັບການຕົກລົງບັນຫາທີ່ກ່ຽວ ຂ້ອງ. 3. ຜູ້ພິພາກສາຫຼືຄະນະສານຕ້ອງເຄົາລົບການຕັດສິນໃຈ ຂອງຄູ່ຄວາມທີ່ບໍ່ຂັດກັບຄວາມສະຫງົບ,ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມແລະລະບຽບກົດໝາຍ. 4. ການຕົກລົງຂອງຄູ່ຄວາມໃນການໄກ່ເກ່ຍຕ້ອງເຮັດບົດ ບັນທຶກແລະລົງລາຍເຊັນໃນທັນໃດ. ....ມາດຕາໜຶ່ງລ້ອຍເກົິາສິບຫົກ(ໃໝ່)ຜູ້ເຂົ້າຮ່ວມໃໃນການໄກ່ເກ່ຍຢູ່ສານ

ມາດຕາໜຶ່ງລ້ອຍເກົິາສິບຫົກ(ໃໝ່)ຜູ້ເຂົ້າຮ່ວມໃນການໄກ່ ເກ່ຍຢູ່ສານ ໃນການໄກ່ເກ່ຍຢູ່ສານຕ້ອງມີຜູ້ພິພາກສາ,ຈ່າສານ,ໂຈດ, ຈໍາເລີຍຫຼືຜູ້ຕາງໜ້າຄູ່ຄວາມໃນຄະດີເຂົ້າຮ່ວມ.ໃນກໍລະນີຈໍາເປັນ ສານອາດຈະເຊີນຜູ້ຕາງໜ້າອົງການປົກຄອງ,ຜູ້ຕາງໜ້າອົງການ ຈັດຕັ້ງຫຼືຜູ້ກ່ຽວຂ້ອງອື່ນເຂົ້າຮ່ວມນໍາກໍ່ໄດ້.

....ມາດຕາໜຶ່ງລ້ອຍເກົ້າສິບເຈັດ(ໃໝ່)ຄະດີທີ່ບໍ່ອະນຸຍາດໃຫ້ໄກ່ເກ່ຍ

ມາດຕາໜຶ່ງລ້ອຍເກົ້າສິບເຈັດ(ໃໝ່)ຄະດີທີ່ບໍ່ອະນຸຍາດໃຫ້ໄກ່ເກ່ຍ

ຄະດີທີ່ບໍ່ອະນຸຍາດໃຫ້ສານນໍາມາໄກ່ເກ່ຍມີດັ່ງນີ້: 1. ການຮ້ອງຟ້ອງທວງເອົາຊັບສົມບັດຂອງລັດຫຼືຂັດກັບ ຜົນປະໂຫຍດຂອງລັດຫຼືສັງຄົມ. 2. ການຮ້ອງຟ້ອງທວງເອາການໃຊ້ແທນຄ່າເສຍຫາຍຫຼືຊັບ ສິ່ງຂອງທີ່ບໍ່ຖືກຕ້ອງຕາມກົດໝາຍ. 3. ເປົ້າໝາຍຂັດແຍ່ງບໍ່ແມ່ນກໍາມະສິດຂອງຄູ່ຄວາມໃນຄະດີ. 4. ຂໍ້ຂັດແຍ່ງເກີດຂຶ້ນຈາກການລະເມີດສັນຍາທີ່ເປັນໂມຄະ ເດັດຂາດ. 5. ຄະດີທີ່ພົວພັນເຖິງສິດແລະຜົນປະໂຫຍດຂອງຜູ້ບໍ່ມີຄວາມ ສາມາດທາງດ້ານການປະພຶດ.

....ມາດຕາໜຶ່ງລ້ອຍເກົ້າສິບແປດ(ໃໝ່)ຄະດີທີ່ຈໍາເປັນຕ້ອງໃຫ້ມີການໄກ່ເກ່ຍ

ມາດຕາໜຶ່ງລ້ອຍເກົ້າສິບແປດ(ໃໝ່)ຄະດີທີ່ຈໍາເປັນຕ້ອງໃຫ້ ມີການໄກ່ເກ່ຍ

ຄະດີທີ່ຈໍາເປັນຕ້ອງໃຫ້ມີການໄກ່ເກ່ຍກ່ອນການຍື່ນຄໍາ ຮ້ອງຟ້ອງຕໍ່ສານມີດັ່ງນີ້: 1. ຄະດີກ່ຽວກັບກໍາມະສິດສັດ,ການຂໍທາງຜ່ານ,ສາຍ ຜົວເມຍແລະຄະດີບໍ່ມີມູນຄ່າສູງ. 2. ຄະດີກ່ຽວກັບສິດນໍາໃຊ້ທີ່ດິນ,ຄະດີການຄ້າແລະຄະ ດີເດັກ. 3. ຄະດີກ່ຽວກັບແຮງງານແລະສາຍພົວພັນທາງດ້ານ ບໍລິຫານ.

ເມື່ອທໍາການໄກ່ເກ່ຍຄູ່ຄວາມແລ້ວແຕ່ບໍ່ສາມາດຕົກລົງ ກັນໄດ້ຫຼືຕົກລົງກັນໄດ້ສ່ວນໃດສ່ວນໜຶ່ງຫຼືຕົກລົງກັນໄດ້ທັງໝົດ ຕ້ອງເຮັດບົດບັນທຶກແລ້ວຄັດຕິດໄວ້ໃນສໍານວນຄະດີ. ....ມາດຕາໜຶ່ງລ້ອຍເກົິາສິບເກົ້າ(ປັບປຸງ)ບົດບັນທຶກການໄກ່ເກ່ຍ

ມາດຕາໜຶ່ງລ້ອຍເກົິາສິບເກົ້າ(ປັບປຸງ)ບົດບັນທຶກການໄກ່ເກ່ຍ

ການໄກ່ເກ່ຍຄະດີຢູ່ໜ່ວຍໄກ່ເກ່ຍຂັ້ນບ້ານ,ຫ້ອງການ ຍຸຕິທໍາເມືອງ,ພາກສ່ວນອື່ນທີ່ກ່ຽວຂ້ອງແລະການໄກ່ເກ່ຍຄະ ດີຢູ່ສານຕ້ອງເຮັດບົດບັນທຶກແລະໃຫ້ຄູ່ຄວາມນັ້ນລົງລາຍເຊັນ ແລະແປະໂປ້ມືໄວ້ເປັນຫຼັກຖານ. ບົດບັນທຶກການໄກ່ເກ່ຍຢູ່ໜ່ວຍໄກ່ເກ່ຍຂັ້ນບ້ານ,ຫ້ອງ ການຍຸຕິທໍາເມືອງແລະພາກສ່ວນອື່ນທີ່ກ່ຽວຂ້ອງຫາກບໍ່ສາ ມາດປະຕິບັດໄດ້ຄູ່ຄວາມສາມາດນໍາເອົາຄະດີດັ່ງກ່າວມາ ຮ້ອງຟ້ອງຕໍ່ສານເພື່ອດໍາເນີນຕາມຂັ້ນຕອນຂອງກົດໝາຍ. ....ມາດຕາສອງລ້ອຍ(ປັບປຸງ)ຜົນຂອງການໄກ່ເກ່ຍຄູ່ຄວາມ

ມາດຕາສອງລ້ອຍ(ປັບປຸງ)ຜົນຂອງການໄກ່ເກ່ຍຄູ່ຄວາມ ບົດບັນທຶກຂອງໜ່ວຍໄກ່ເກ່ຍຂັ້ນບ້ານ,ຫ້ອງການຍຸດ ຕິທໍາເມືອງແລະພາກສ່ວນອື່ນທີ່ກ່ຽວຂ້ອງຈະມີຜົນໃຊ້ໄດ້ນັບ ແຕ່ວັນລົງລາຍເຊັນເປັນຕົ້ນໄປ. ....ມາດຕາສອງລ້ອຍໜຶ່ງ(ໃໝ່)ຜົນຂອງການໄກ່ເກ່ຍຢູ່ສານ

ມາດຕາສອງລ້ອຍໜຶ່ງ(ໃໝ່)ຜົນຂອງການໄກ່ເກ່ຍຢູ່ສານ

ສານຕ້ອງອອກຄໍາສັ່ງປະຕິບັດຜົນຂອງການໄກ່ເກ່ຍ ຢູ່ສານພາຍໃນກໍານົດເວລາຫ້າວັນນັບແຕ່ວັນເຮັດບົດບັນທຶກ ການໄກ່ເກ່ຍເປັນຕົ້ນໄປ.ຄໍາສັ່ງປະຕິບັດດັ່ງກ່າວມີຜົນບັງຄັບ ຄືກັນກັບຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ. ...ໝວດທີຫົກການກະກຽມໄຕ່ສວນຄະດີຂອງສານຂັ້ນຕົ້ນ


....ມາດຕາສອງລ້ອຍສອງການກະກຽມໃຫ້ແກ່ການໄຕ່ສວນຄະດີ

ມາດຕາສອງລ້ອຍສອງການກະກຽມໃຫ້ແກ່ການໄຕ່ສວນຄະດີ ໃນການກະກຽມເປີດປະຊຸມສານຕ້ອງກວດເບິ່ງວ່າຄະດີ ນັ້ນມີຫຼັກຖານພຽງພໍຫຼືບໍ່,ມີຄວາມພ້ອມຈະນໍາອອກຕັດສິນໄດ້ຫຼືບໍ່, ຄົ້ນຄວ້າແລະກວດບເບິ່ງວ່າຄະນະສານທີ່ປະກອບຂຶ້ນເພື່ອເຮັດ ການຕັດສິນນັ້ນມີຜູ້ໃດຈະຂໍຖອນຕົວ.ນອກຈາກນີ້ຖາຫາກເຫັນວ່າ ຄະດີຍັງມີສ່ວນກ່ຽວພັນກັບບຸກຄົນທີ່ສາມແລ້ວສານຈໍາເປັນຕ້ອງ ໄດ້ນໍາຕົວບຸກຄົນດັ່ງກ່າວເຂົ້າມາດໍານເດີນດັ່ງດຽວກັນກັບຄູ່ ຄວາມໃນຄະດີ. ການໄຕ່ສວນຄະດີໃນທີ່ປະຊຸມສານຕ້ອງໃຫ້ມີການເຂົ້າ ຮ່ວມຂອງຄູ່ຄວາມໃນຄະດີເວັ້ນເສຍແຕ່ຄະດີກ່ຽວກັບຜູ້ຫາຍ ສາບສູນຫຼືຄົນເສຍຈິດຊຶ່ງບໍ່ຈໍາເປັນຈະໃຫ້ເຂົ້າມາສານ.ສໍາລັບ ຄະດີກ່ຽວກັບເດັກນັ້ນຍັງຕ້ອງໃຫ້ພໍ່ແມ່ຫຼືຜູ້ປົກຄອງເດັກເຂົ້າ ຮ່ວມນໍາອີກດ້ວຍ. ກ່ອນການເປີດປະຊຸມສານນັ້ນຈ່າສານຕ້ອງໄດ້ກວດເບິ່ງ ວ່າຄູ່ຄວາມໃນຄະດີ,ບຸກຄົນທີສາມ,ພະຍານແລະບຸກຄົນອື່ນທີ່ຖືກ ຮຽກນັ້ນມາຄົບຖ້ວນແລ້ວຫຼືບໍ່,ນອກຈາກນີ້ຈ່າສານຍັງຕ້ອງໄດ້ ປະກາດລະບຽບການຂອງການປະຊຸມສານໃຫ້ບຸກຄົນເຫຼົ່ານີ້ຮັບ ຊາບແລະປະຕິບັດອີກດ້ວຍ. ລະບຽບການລວມຂອງການປະຊຸມສານໄດ້ກໍານົດໄວ້ໃນ ມາດຕາສອງລ້ອຍສິບແປດຂອງກົດໝາຍສະບັບນີ້. ....ມາດຕາສອງລ້ອຍສາມການຊັດມ້ຽນຄະດີ

ມາດຕາສອງລ້ອຍສາມການຊັດມ້ຽນຄະດີ ການຊັດມ້ຽນຄະດີແມ່ນການຢຸດເຊົາການດໍາເນີນຄະດ ີເນື່ອງຈາກວ່າຜ່ານການດໍາເນີນຄະດີເຫັນວ່າໂຈດໃນຄະດີນັ້ນບໍ່ ມີສິດຮ້ອງຟ້ອງກ່ຽວກັບບັນກາທີ່ກ່ຽວຂ້ອງ,ຄະດີທີ່ທໍການຮ້ອງ ຟ້ອງຢູ່ນັ້ນໄດ້ມີຄໍາສັ່ງຊັດມ້ຽນຫຼືຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດ ຂາດຂອງສານມາກ່ອນແລ້ວຫຼືຄະດີຊຶ່ງໂຈດໄດ້ຖອນຄໍາຮ້ອງ ຟ້ອງແລ້ວ. ໃນການຊັດມ້ຽນຄະດີນັ້ນໃຫ້ອອກເປັນຄໍາສັ່ງຂອງຄະນະ ສານ. ຄະດີທີ່ຖືກຊັດມ້ຽນໄວ້ແລ້ວນັ້ນຈະບໍ່ຖືກນໍາມາພິຈາລະ ນາຄືນໃໝ່ອີກ.

....ມາດຕາສອງລ້ອຍສີ່(ໃໝ່)ການບໍ່ນໍາເອົາຄະດີອອກມາພິຈາລະນາໃນທີ່ປະຊຸມສານ

ມາດຕາສອງລ້ອຍສີ່(ໃໝ່)ການບໍ່ນໍາເອົາຄະດີອອກມາພິຈາລະນາໃນ ທີ່ປະຊຸມສານ ຖ້າຫາກຜູ້ຮັບຜິດຊອບຄົ້ນຄວ້າຄະດີຍັງບໍ່ທັນເກັບກໍາຂໍ້ມູນ ຫຼັກຖານຢ່າງຄົບຖ້ວນ,ຮອບດ້ານແລະພຽງພໍເຮັດໃຫ້ຄະດີຍັງບໍ່ທັນ ແຈ້ງຂາວນັ້ນຄະນະສານກໍ່ຈະບໍ່ນໍາເອົາຄະດີນັ້ນອອກພິຈາລະນາ ໃນທີ່ປະຊຸມສານແລະຕ້ອງແນະນໍາໃຫ້ຜູ້ຮັບຜິດຊອບຄົ້ນຄວ້າຄະດີ ສືບຕໍ່ເກັບກໍາຂໍ້ມູນຕື່ມຕາມການຕົກລົງຂອງໝູ່ຄະນະ. ....ມາດຕາສອງລ້ອຍຫ້າ(ໃໝ່)ການຕົກລົງນໍາເອົາຄະດີອອກພິຈາລະນາໃນທີ່ປະຊຸມສານ

ມາດຕາສອງລ້ອຍຫ້າ(ໃໝ່)ການຕົກລົງນໍາເອົາຄະດີອອກພິຈາລະ ນາໃນທີ່ປະຊຸມສານ

ເມື່ອເຫັນວ່າມີຂໍ້ມູນຫຼັກຖານໃນສໍານວນຄະດີຄົບຖ້ວນ, ພຽງພໍທີ່ສາມາດເປັນພື້ນຖານໃຫ້ແກ່ການກໍານົດເຫດການຂອງ ຄະດີຢ່າງແຈ້ງຂາວແລ້ວຄະນະສານກໍ່ຈະຕົກລົງນໍາເອົາຄະດີ ອອກພິຈາລະນາໄຕ່ສວນໃນທີ່ປະຊຸມສານແລະກໍານົດຜູ້ເຂົ້າຮ່ວມ, ວັນເວລາປະຊຸມສານແລະມອບໝາຍໃຫ້ຜູ້ພິພາກສາທີ່ເປັນຄະ ນະສານຕັດສິນກະກຽມການໄຕ່ສວນໃນທີ່ປະຊຸມສານ. ການຕົກລົງນໍາເອົາຄະດີອອກພິຈາລະນາໄຕ່ສວນໃນທີ່ ປະຊຸມສານຕ້ອງເຮັດເປັນຂໍ້ຕົກລົງຂອງຄະນະສານກ່ອນວັນເປີດ ປະຊຸມສານຢ່າງນ້ອຍສາມວັນ.

..ພາກທີສິບເອັດການປະຊຸມສານ


...ໝວດທີໜຶ່ງຂໍ້ບັນຍັດທົ່ວໄປກ່ຽວກັບການໄຕ່ສວນຄະດີໃນທີ່ປະຊຸມສານຂັ້ນຕົ້ນ


....ມາດຕາສອງລ້ອຍຫົກ(ປັບປຸງ)ການໄຕ່ສວນຄະດີ

ມາດຕາສອງລ້ອຍຫົກ(ປັບປຸງ)ການໄຕ່ສວນຄະດີ ການໄຕ່ສວນໃນທີ່ປະຊຸມສານຂັ້ນຕົ້ນຕ້ອງດໍາເນີນດ້ວຍ ການຖາມ,ການຟັງຫຼືການສະເໜີຂອງຜູ້ເຂົ້າຮ່ວມໃນທີ່ປະຊຸມ ສານເພື່ອເປັນການກວດກາ,ພິສູດຂໍ້ມູນຫຼັກຖານທີ່ເປັນປະເດັນ ໃນຄະດີ. ການໄຕ່ສວນຄະດີໃນທີ່ປະຊຸມສານຂັ້ນຕົ້ນຕ້ອງເຮັດໂດຍ ກົງ,ທາງປາກເປົ່າ,ຢ່າງເປີດເຜີຍຫຼືປິດລັບໃນບາງກໍລະນີ,ມີ ການໂຕ້ຖຽງ,ເຮັດຢ່າງຕໍ່ເນື່ອງກັນ,ເປັນແຕ່ລະຄະດີໂດຍບໍ່ມີ ການສັບປ່ຽນຄະນະສານ;ຖ້າຫາກມີການສັບປ່ຽນຄະນະສານ ນັ້ນຕ້ອງດໍາເນີນການໄຕ່ສວນຄືນໄໝ່. ປະທານຄະນະສານມີໜ້າທີ່ນໍາພາການໄຕ່ສວນຄະດີຢ່າງ ເປັນກາງໃນທີ່ປະຊຸມສານ.

....ມາດຕາສອງລ້ອຍເຈັດ(ໃໝ່)ການເຂົ້າຮ່ວມຂອງຄູ່ຄວາມແລະບຸກຄົນທີສາມໃນທີ່ປະຊຸມສານ

ມາດຕາສອງລ້ອຍເຈັດ(ໃໝ່)ການເຂົ້າຮ່ວມຂອງຄູ່ຄວາມແລະບຸກ ຄົນທີສາມໃນທີ່ປະຊຸມສານ ໂຈດ,ຈໍາເລີຍຫຼືບຸກຄົນທີ່ສາມຕ້ອງເຂົ້າຮ່ວມໃນການໄຕ່ ສວນຄະດີໃນທີ່ປະຊຸມສານຕາມການຮຽນຂອງສານ,ຖ້າໂຈດຫຼື ຈໍາເລີຍຫຼືບຸກຄົນທີສາມບໍ່ສາມາດເຂົ້າຮ່ວມປະຊຸມສານໂດຍມີ ເຫດຜົນພຽງພໍສານອາດຈະເລື່ອນການໄຕ່ສວນຄະດີ,ໃນກໍລະນີ ທີ່ໂຈດຫຼືຈໍາເລີຍຫຼືບຸກຄົນທີສາມໄດ້ຮັບໝາຍຮຽກແລ້ວແຕ່ບໍ່ ເຂົ້າຮ່ວມປະຊຸມສານຕາມການຮຽກຂອງສານເຖິງສາມຄັ້ງ ໂດຍບໍ່ມີເຫດຜົນສານສາມາດຕັດສິນລັບຫຼັງຫຼືຊັດມ້ຽນຄະດີໄວ້ ຕາມແຕ່ກໍລະນີ. ການຕັດສິນລັບຫຼັງໃນກໍລະນີນີ້ໃຫ້ຖືວ່າເປັນການຊ້ອງ ໜ້າຕາມທີ່ໄດ້ກໍານົດໄວ້ໃນມາດຕາສອງລ້ອຍສິບເຈັດຂອງກົດ ໝາຍສະບັບນີ້. ....ມາດຕາສອງລ້ອຍແປດ(ໃໝ່)ການດໍາເນີນການໄຕ່ສວນໂດຍບໍ່ມີການເຂົ້າຮ່ວມຂອງຄູ່ຄວາມແລະບຸກຄົນທີ່ສາມ

ມາດຕາສອງລ້ອຍແປດ(ໃໝ່)ການດໍາເນີນການໄຕ່ສວນໂດຍບໍ່ມີ ການເຂົ້າຮ່ວມຂອງຄູ່ຄວາມແລະບຸກຄົນທີ່ສາມ ການໄຕ່ສວນໂດຍບໍ່ມີການເຂົ້າຮ່ວມຂອງໂຈດ,ຈໍາເລີຍຫຼື ບຸກຄົນທີ່ສາມສາມາດດໍາເນີນໄດ້ໃນກໍລະນີດັ່ງນີ້: 1. ໂຈດ,ຈໍາເລີຍຫຼືບຸກຄົນທີສາມທີ່ບໍ່ໄດ້ເຂົ້າມາຮ່ວມສະ ເໜີໃຫ້ສານດໍາເນີນການໄຕ່ສວນເລີຍ. 2. ໂຈດ,ຈໍາເລີຍຫຼືບຸກຄົນທີ່ສາມໄດ້ແຕ່ງຕັ້ງຫຼືມອບ ສິດໃຫ້ຜູ້ຕາງໜ້າຂອງຕົນເຂົ້າຮ່ວມແທນ. 3. ໂຈດ,ຈໍາເລີຍຫຼືບຸກຄົນທີ່ສາມໄດ້ຮັບໝາຍຮຽກແລ້ວ ແຕ່ບໍ່ເຂົ້າຮ່ວມໂດຍບໍ່ຮູ້ເຫດຜົນ. ....ມາດຕາສອງລ້ອຍເກົ້າ(ໃໝ່)ການເຂົ້າຮ່ວມຂອງທະນາຍຄວາມຫຼືຜູ້ປົກປ້ອງອື່ນ

ມາດຕາສອງລ້ອຍເກົ້າ(ໃໝ່)ການເຂົ້າຮ່ວມຂອງທະນາຍຄວາມ ຫຼືຜູ້ປົກປ້ອງອື່ນ ທະນາຍຄວາມຫຼືຜູ້ປົກປ້ອງອື່ນສາມາດເຂົ້າຮ່ວມໃນ ການໄຕ່ສວນຕາມການຮຽກຂອງສານຫຼືຕາມການມອບໝາຍ ຂອງຄູ່ຄວາມ.ການບໍ່ເຂົ້າຮ່ວມຂອງທະນາຍຄວາມຫຼືຜູ້ປົກປ້ອງ ອື່ນຈະບໍ່ເປັນອຸປະສັກຕໍ່ການໄຕ່ສວນຖ້າວ່າໂຈດ,ຈໍາເລີຍຫຼືບຸກ ຄົນທີສາມໄດ້ເຂົ້າຮ່ວມປະຊຸມສານ. ຜູ້ປົກຄອງຂອງເດັກຫຼືຜູ້ບໍ່ມີຄວາມສາມາດທາງດ້ານ ການປະພຶດຕ້ອງເຂົ້າຮ່ວມການໄຕ່ສວນໃນຖານະຜູ້ປົກປ້ອງ. ຖ້າຜູ້ປົກປ້ອງຫາກບໍ່ສາມາດເຂົ້າຮ່ວມໄດ້ກໍ່ຈະເປັນສາເຫດ ໃຫ້ສານເລື່ອນການໄຕ່ສວນ. ....ມາດຕາສອງລ້ອຍສິບ(ໃໝ່)ການເຂົ້າຮ່ວມຂອງພະຍານ

ມາດຕາສອງລ້ອຍສິບ(ໃໝ່)ການເຂົ້າຮ່ວມຂອງພະຍານ ພະຍານມີພັນທະເຂົ້າຮ່ວມປະຊຸມສານຕາມການຮຽກ ຂອງສານເພື່ອໃຫ້ການຊີ້ແຈງລາຍລະອຽດຕໍ່ທີ່ປະຊຸມສານ,ໃນ ກໍລະນີທີ່ພະຍານບໍ່ສາມາດເຂົ້າຮ່ວມໄດ້ແຕ່ບັນຫາດັ່ງກ່າວເຄີຍ ໄດ້ໃຫ້ການຫຼືໄດ້ສົ່ງຄໍາໃຫ້ການເປັນລາຍລັກອັກສອນຕໍ່ສານ ແລ້ວຄະນະສານຕ້ອງນໍາເອົາຄໍາໃຫ້ການດັ່ງກ່າວຂອງພະຍານ ນັ້ນມາແຈ້ງຕໍ່ທີ່ປະຊຸມສານ. ເມື່ອພະຍານບໍ່ສາມາດເຂົ້າຮ່ວມປະຊຸມສານຄະນະສານ ສາມາດພິຈາລະນາສືບຕໍ່ການໄຕ່ສວນຫຼືເລື່ອນຫານໄຕ່ສວນໃນ ກໍລະນີພະຍານນັ້ນຫາກມີຄວາມສໍາຄັນຕໍ່ຄະດີ. ....ມາດຕາສອງລ້ອຍສິບເອັດ(ໃໝ່)ການແຍກການໄຕ່ສວນພະຍານ

ມາດຕາສອງລ້ອຍສິບເອັດ(ໃໝ່)ການແຍກການໄຕ່ສວນພະຍານ ບົນພື້ນຖານການຮ້ອງຂໍຂອງຄູ່ຄວາມຫຼືຕາມຄໍາເຫັນຂອງ ຄະນະສານຕັດສິນທີ່ເຫັນວ່າເປັນຜົນປະໂຫຍດຕໍ່ຮູບຄະດີຄະນະ ສານຕັດສິນອາດຈະພິຈາລະນາແຍກການໄຕ່ສວນພະຍານເພື່ອ ເຂົ້າມາໃຫ້ການເປັນແຕ່ລະບຸກຄົນກໍ່ໄດ້. ເມື່ອໃຫ້ການສິ້ນສຸດແລ້ວພະຍານດັ່ງກ່າວກໍ່ສາມາດນັ່ງ ຢູ່ໃນຫ້ອງປະຊຸມສານັ້ນ,ເມື່ອມີຄວາມຈໍາເປັນຜູ້ກ່ຽວອາດຈະໃຫ້ ການເພີ່ມເຕີ່ມກ່ຽວກັບບັນຫາໃດໜຶ່ງອີກຕໍ່ຄະນະສານ. ....ມາດຕາສອງລ້ອຍສິບສອງ(ໃໝ່)ການເຂົ້າຮ່ວມຂອງຜູ້ຊ່ຽວຊານຫຼືຜູ້ແປພາສາ

ມາດຕາສອງລ້ອຍສິບສອງ(ໃໝ່)ການເຂົ້າຮ່ວມຂອງຜູ້ຊ່ຽວ ຊານຫຼືຜູ້ແປພາສາ ຜູ້ຊ່ຽວຊານຕ້ອງເຂົ້າຮ່ວມປະຊຸມສານຕາມການເຊີນ ຂອງສານເພື່ອໃຫ້ຄໍາເຫັນຊີ້ແຈງທາງດ້ານວິຊາການໃນສາ ຂາອາຊີບທີ່ກ່ຽວຂ້ອງ.ຖ້າຫາກຜູ້ຊ່ຽວຊານບໍ່ສາມາດເຂົ້າ ຮ່ວມປະຊຸມສານໄດ້ຄະນະສານສາມາດພິຈາລະນາເລື່່ອນຫຼື ສືບຕໍ່ການໄຕ່ສວນຄະດີໂດຍນໍາເອົາຄໍາເຫັນທີ່ເປັນລາຍລັກ ອັກສອນຂອງຜູ້ກ່ຍວມາແຈ້ງຕໍ່ທີ່ປະຊຸມສານ. ຜູ້ແປພາສາຕ້ອງເຂົ້າຮ່ວມປະຊຸມສານເພື່ອປະຕິບັດ ໜ້າທີ່ຕາມການແຕ່ງຕັ້ງ,ຖ້າຫາກຜູ້ແປພາສາບໍ່ສາມາດເຂົ້າ ຮ່ວມໃນທີ່ປະຊຸມສານໄດ້ຄະນະສານຕ້ອງເລື່ອນການໄຕ່ສວນ ໃນທີ່ປະຊຸມສານ. ....ມາດຕາສອງລ້ອຍສິບສາມ(ໃໝ່)ການເຂົ້າຮ່ວມຂອງຫົວໜ້າອົງການໄອຍະການປະຊາຊົນ

ມາດຕາສອງລ້ອຍສິບສາມ(ໃໝ່)ການເຂົ້າຮ່ວມຂອງຫົວໜ້າອົງ ການໄອຍະການປະຊາຊົນ ພະນັກງານໄອຍະການປະຊາຊົນທີ່ຖືກແຕ່ງຕັ້ງຈາກຫົວ ໜ້າອົງການໄອຍະການປະຊາຊົນຕ້ອງເຂົ້າຮ່ວມໃນທີ່ປະຊຸມສານ ຂັ້ນຂອງຕົນ.ຖ້າພະນັກງານໄອຍະການປະຊາຊົນທີ່ເຂົ້າຮ່ວມຫາກ ຖືກຄ້ານຕົວຫຼືບໍ່ສາມາດເຂົ້າຮ່ວມຕໍ່ໄປໄດ້ສານອາດຈະເລື່ອນ ການໄຕ່ສວນຫຼືສືບຕໍ່ການໄຕ່ສວນຕາມແຕ່ກໍລະນີ. ....ມາດຕາສອງລ້ອຍສິບສີ່(ໃໝ່)ການເຂົ້າຮ່ວມຂອງອົງການຈັດຕັ້ງແລະປະຊາຊົນ

ມາດຕາສອງລ້ອຍສິບສີ່(ໃໝ່)ການເຂົ້າຮ່ວມຂອງອົງການຈັດຕັ້ງ ແລະປະຊາຊົນ ອົງການຈັດຕັ້ງທີ່ກ່ຽວຂ້ອງສາມາດແຕ່ງຕັ້ງຜູ້ຕາງໜ້າ ເຂົ້າຮ່ວມການໄຕ່ສວນຄະດີໃນທີ່ປະຊຸມສານເພື່ອສັງເກດການ ຫຼືມີຄໍາເຫັນຕໍ່ທີ່ປະຊຸມສານໃນກໍລະນີຄະດີທີ່ພົວພັນກັບການຈັດ ຕັ້ງຫຼືພະນັກງານທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ. ປະຊາຊົນທຸກຄົນສາມາດເຂົ້າຮ່ວມໃນທີ່ປະຊຸມສານເພື່ອ ຮັບຟັງແລະສັງເກດການໄຕ່ສວນຄະດີໃນທີ່ປະຊຸມສານ. ການບໍ່ເຂົ້າຮ່ວມຂອງອົງການຈັດຕັ້ງຫຼືປະຊາຊົນຈະບໍ່ ເປັນອຸປະສັກຕໍ່ການໄຕ່ສວນຄະດີ. ....ມາດຕາສອງລ້ອຍສິບຫ້າ(ປັບປຸງ)ການເລື່ອນການໄຕ່ສວນ

ມາດຕາສອງລ້ອຍສິບຫ້າ(ປັບປຸງ)ການເລື່ອນການໄຕ່ສວນ ການໄຕ່ສວນຄະດີໃນທີ່ປະຊຸມສານອາດຈະຖືກເລື່ອນໃນ ກໍລະນີທີ່ຄູ່ຄວາມຝ່າຍໃດຝ່າຍໜຶ່ງຫາກບໍ່ໄດ້ເຂົ້າມາຮ່ວມໃນທີ່ ປະຊຸມສານຍ້ອນບໍ່ໄດ້ຮັບໝາຍຮຽກຫຼືມີເຫດຜົນໜັກແໜ້ນທີ່ພາ ໃຫ້ສານເຊື່ອຖືເອົາໄດ້ຫຼືມີຄວາມຈໍາເປັນຕ້ອງທວງເອົາຫຼັກຖານ ໃໝ່ຫຼືຜູ້ເຂົ້າຮ່ວມໃນຄະດີຜູ້ໃດຜູ້ໜຶ່ງທີ່ມີຄວາມສໍາຄັນຕໍ່ການພິ ຈາລະນາຄະດີນັ້ນບໍ່ມາຮ່ວມໃນທີ່ປະຊຸມສານເວັ້ນເສຍແຕ່ມີການ ຕັດສິນລັບຫຼັງ. ການເລື່ອນການໄຕ່ສວນຄະດີຕ້ອງດໍາເນີນກ່ອນການ ປິດການໂຕ້ຖຽງໂດຍໃຫ້ຈ່າສານບັນທຶກໄວ້ໃນປຶ້ມປະຊຸມສານ. ....ມາດຕາສອງລ້ອຍສິບຫົກ(ປັບປຸງ)ການໂຈະການໄຕ່ສວນ

ມາດຕາສອງລ້ອຍສິບຫົກ(ປັບປຸງ)ການໂຈະການໄຕ່ສວນ ການໂຈະການໄຕ່ສວນຄະດີແມ່ນການຢຸດການປະຊຸມ ສານໄວ້ຊົ່ວຄາວຍ້ອນມີສະພາບການໃດໜຶ່ງທີ່ເປັນອຸປະສັກຕໍ່ ການໄຕ່ສວນຄະດີນັ້ນ. ການໄຕ່ສວນຄະດີໃນທີ່ປະຊຸມສານອາດຈະໂຈະໄວ້ໃນກໍ ລະນີທີ່ຄູ່ຄວາມຝ່າຍໃດຝ່າຍໜຶ່ງຫາກໄດ້ສູນເສຍຄວາມສາມາດ ທາງດ້ານການປະພຶດຫຼືຖືກເຈັບເປັນຢ່າງກະທັນຫັນ,ຖ້າວ່າຄູ່ ຄວາມຝ່າຍໃດຝ່າຍໜຶ່ງຫາກໄດ້ເສຍຊີວິດ,ອົງການຈັດຕັ້ງຫຼືວິ ສາຫະກິດຫາກໄດ້ຍຸບເລີກໂດຍຄູ່ຄວາມຝ່າຍນັ້ນ,ອົງການຈັດຕັ້ງ ຫຼືວິສາຫະກິດນັ້ນຍັງມີຜູ້ສືບທອດສິດແລະພັນທະຢູ່ຫຼືຖ້າຫາກວ່າ ມີຄວາມຈໍາເປັນຕ້ອງລໍຖ້າໃຫ້ມີການພິຈາລະນາຄະດີອື່ນເປັນຕົ້ນ ຄະດີທີ່ມີການຮ້ອງຟ້ອງທາງອາຍາຊຶ່ງຜົນຂອງການຕັດສິນຄະດ ີນັ້ນຈະມີຜົນກະທົບຫຼືເປັນຜົນປະໂຫຍດໃຫ້ແກ່ຄະດີທີ່ພວກພິຈາລະ ນາຢູ່. ການໂຈະການໄຕ່ສວນຄະດີຕ້ອງດໍາເນີນກ່ອນການປິດ ການໂຕ້ຖຽງໂດຍໃຫ້ຈ່າສານບັນທຶກໄວ້ໃນປຶ້ມປະຊຸມສານ.ໄລຍະ ເວລາທີ່ໂຈະບໍ່ໃຫ້ນັບເຂົ້າກໍານົດເວລາຂອງການດໍາເນີນຄະດີ. ....ມາດຕາສອງລ້ອຍສິບເຈັດ(ປັບປຸງ)ການຕັດສິນຊ້ອງໜ້າແລະການຕັດສິນລັບຫຼັງ

ມາດຕາສອງລ້ອຍສິບເຈັດ(ປັບປຸງ)ການຕັດສິນຊ້ອງໜ້າແລະ ການຕັດສິນລັບຫຼັງ ການຕັດສິນຊ້ອງໜ້າແມ່ນການຕັດສິນຂອງສານທີ່ໂຈດ, ຈໍາເລີຍແລະບຸກຄົນທີ່ສາມເຂົ້າຮ່ວມໃນການພິຈາລະນາຄະດີຍົກ ເວັ້ນການພິຈາລະນາພິພາກສາຄະດີຢູ່ສານຂັ້ນລົບລ້າງ. ໃນກໍລະນີທີ່ໂຈດ,ຈໍາເລີຍຫຼືບຸກຄົນທີ່ສາມຫາກໄດ້ຮັບ ໝາຍຮຽກເຂົ້າມາຮ່ວມປະຊຸມສານແລ້ວແຕ່ບໍ່ໄດ້ເຂົ້າຮ່ວມ ໂດຍບໍ່ມີເຫດຜົນພຽງພໍຫຼືຜູ້ກ່ຽວໄດ້ສະເໜີໃຫ້ພິຈາລະນາຕັດສິນ ຄະດີນັ້ນໂລດ,ການພິຈາລະນາຕັດສິນຄະດີດັ່ງກ່າວຖືວ່າເປັນ ການຕັດສິນຊ້ອງໜ້າ,ໃນກໍລະນີນີ້ຜູ້ກ່ຽວບໍ່ມີສິດຂໍຄັດຄ້ານຄໍາຕັດ ສິນພຽງແຕ່ມີສິດຂໍອຸທອນເທົ່ານັ້ນ. ໃນກໍລະນີທີ່ມີຂໍ້ມູນຫຼັກຖານຄົບຖ້ວນ,ມີຄວາມຈໍາເປັນຕ້ອງ ໄດ້ຕັດສິນຄະດີແຕ່ຈໍາເລີຍຫຼົບຫຼີກການດໍາເນີນຄະດີ,ໂຈດ,ຈໍາ ເລີຍຫຼືບຸກຄົນທີ່ສາມບໍ່ໄດ້ເຂົ້າຮ່ວມໃນທີ່ປະຊຸມສານຍ້ອນສາເຫດ ໃດໜຶ່ງເຊັ່ນໝາຍຮຽກສົ່ງບໍ່ເຖິງມືຜູ້ກ່ຽວສານກໍ່ຈະຕັດສິນລັບຫຼັງ ຊຶ່ງຜູ້ກ່ຽວມີສິດຂໍຄັດຄ້ານໄດ້ພາຍໃນກໍານົດເວລາສິບຫ້າວັນນັບ ແຕ່ວັນໄດ້ຮັບຊາບຄໍາຕັດສິນເປັນຕົ້ນໄປ.ໃນກໍລະນີນີ້ຄະນະສານ ເກົ່າຕ້ອງຕັດສິນຄະດີນັ້ນຄືນໃໝ່ໂດຍຊ້ອງໜ້າຜູ້ກ່ຽວຕາມລະ ບຽບການພິຈາລະນາຄະດີຢູ່ສານ. ....ມາດຕາສອງລ້ອຍສິບແປດ(ໃໝ່)ລະບຽບການລວມຂອງການປະຊຸມສານ

ມາດຕາສອງລ້ອຍສິບແປດ(ໃໝ່)ລະບຽບການລວມຂອງການ ປະຊຸມສານ ລະບຽບການລວມຂອງການປະຊຸມສານມີດັ່ງນີ້: 1. ທຸກຄົນທີ່ຢູ່ໃນຫ້ອງປະຊຸມສານຕ້ອງເຄົາລົບຄະ ນະສານ,ປະຕິບັດຕາມລະບຽບການຂອງຫ້ອງປຸຊຸມສານແລະ ປະຕິບັດຄໍາເຕືອນຫຼືຄໍາສັ່ງຂອງປະທານຄະນະສານ. 2. ໃນເວລາຄະນະສານເຂົ້າ-ອອກຫ້ອງປະຊຸມສານທຸກຄົນ ຕ້ອງຢືນຂຶ້ນເພື່ອເຄົາລົບແລະຮັກສາຄວາມສະຫງົບ. 3. ການມີຄໍາເຫັນແຕ່ລະຄັ້ງຂອງຜູ້ເຂົ້າຮ່ວມໃນທີ່ປະຊຸມ ສານຕ້ອງໄດ້ຮັບອະນຸຍາດຈາກປະທານຄະນະສານເສຍກ່ອນ.ໃນ ກໍລະນີຜູ້ມີບັນຫາທາງດ້ານສຸຂະພາບປະທານຄະນະສານຈະອະ ນຸຍາດໃຫ້ນັ່ງມີຄໍາເຫັນຫຼືໃຫ້ການກໍ່ໄດ້. 4. ເດັກທີ່ມີອາຍຸຕໍ່າກວ່າສິບຫ້າປີບໍ່ອະນຸຍາດໃຫ້ເຂົ້າ ຮ່ວມປະຊຸມສານເວັ້ນເສຍແຕ່ຜູ້ໄດ້ຮັບອະນຸຍາດຈາກສານ. 5. ການຖ່າຍວີດີໂອ,ຖ່າຍຮູບຫຼືອັດສຽງໃນທີ່ປະຊຸມ ສານຕ້ອງໄດ້ຮັບອະນຸຍາດຈາກສານ. 6. ຜູ້ລະເມີດຄໍາເຕືອນຫຼືຄໍາສັ່ງຂອງຄະນະສານຈະຖືກ ສັ່ງໃຫ້ອອກຈາກຫ້ອງປະຊຸມສານ.

ລະບຽບການສະເພາະຂອງການປະຊຸມສານໄດ້ກໍານົດ ໄວ້ຕ່າງຫາກໂດຍແມ່ນຈ່າສານເປັນຜູ້ຈັດຕັ້ງກ່ອນການເປີດປະ ຊຸມສານ. ....ມາດຕາສອງລ້ອຍສິບເກົ້າ(ໃໝ່)ການບັນທຶກປະຊຸມສານ

ມາດຕາສອງລ້ອຍສິບເກົ້າ(ໃໝ່)ການບັນທຶກປະຊຸມສານ ໃນທີ່ປະຊຸມສານຈ່າສານຕ້ອງບັນທຶກຄໍາໃຫ້ການຫຼືຄໍາ ເຫັນຂອງຜູ້ເຂົ້າຮ່ວມ,ສໍາລັບບັນຫາທີ່ສໍາຄັນປະທານຄະນະສານ ຕ້ອງແນະນໍາໃຫ້ຈ່າສານຈັດບັນທຶກໃສ່ປຶ້ມປະຊຸມສານຢ່າງລະ ອຽດ. ພາຍຫຼັງປິດປະຊຸມສານແຕ່ລະຄັ້ງຈ່າສານຕ້ອງອ່ານ ເນື້ອໃນບົດບັນທຶກປະຊຸມສານໃຫ້ຜູ້ເຂົ້າຮ່ວມໂດຍສະເພາະໂຈດ, ຈໍາເລີຍ,ບຸກຄົນທີສາມ,ພະຍານໃນຄະດີຊາບພ້ອມທັງໃຫ້ລົງ ລາຍເຊັນແລະແປະໂປ້ໃສ່ປຶ້ມບັນທຶກປະຊຸມສານໄວ້ແລະຈ່າ ສານກໍ່ລົງລາຍເຊັນແລະປະທັບຕາໃສ່. ໃນກໍລະນີທີ່ຜູ້ເຂົ້າຮ່ວມປະຊຸມສານຫາກບໍ່ຍອມລົງລາຍ ເຊັນຫຼືແປະໂປ້ມືໃສ່ປຶ້ມປະຊຸມສານ,ຈ່າສານຕ້ອງບັນທຶກໄວ້. ບັນທຶກປຶ້ມປະຊຸມສານຕ້ອງສໍາເນົາໃສ່ສໍານວນຄະດີທີ່ ກ່ຽວຂ້ອງເພື່ອໃຫ້ສານຂັ້ນເທິງກວດກາ. ....ມາດຕາສອງລ້ອຍຊາວ(ໃໝ່)ການບໍ່ເຄົາລົບນັບຖືຄະນະສານຕັດສິນ

ມາດຕາສອງລ້ອຍຊາວ(ໃໝ່)ການບໍ່ເຄົາລົບນັບຖືຄະນະສານຕັດສິນ

ບຸກຄົນທີ່ມີການກະທໍາບໍ່ເໝາະສົມໃນທີ່ປະຊຸມສານເປັນ ຕົ້ນທໍາຮ້າຍຮ່າງກາຍກັນ,ນິນທາ,ໃສ່ຮ້າຍ,ໝິ່ນປະໝາດ,ປ້ອຍ ດ່າຄະນະສານຫຼືຜູ້ພິພາກສາໃນທີ່ປະຊຸມສານຈະຖືວ່າເປັນການ ບໍ່ເຄົາລົບນັບຖືຄະນະສານຕັດສິນ. ....ມາດຕາສອງລ້ອຍຊາວເອັດ(ໃໝ່)ຜົນສະທ້ອນຂອງການບໍ່ເຄົາລົບນັບຖືຄະນະສານຕັດສິນ

ມາດຕາສອງລ້ອຍຊາວເອັດ(ໃໝ່)ຜົນສະທ້ອນຂອງການບໍ່ເຄົາລົບ ນັບຖືຄະນະສານຕັດສິນ ບຸກຄົນທີ່ບໍ່ເຄົາລົບນັບຖືຄະນະສານຕັດສິນຈະມີຜົນສະທ້ອນ ດັ່ງນີ້: 1. ຄະນະສານອາດຈະສັ່ງໃຫ້ຜູ້ກ່ຽວອອກຈາກຫ້ອງປະຊຸມສານ ຖ້າມີການກະທໍາທີ່ບໍ່ເໝາະສົມ. 2. ຄະນະສານຈະສະເໜີກັບທີ່ຕໍ່ພະນັກງານໄອຍະການປະຊາ ຊົນທີ່ເຂົ້າຮ່ວມປະຊຸມສານເພື່ອສັ່ງຟ້ອງຜູ້ກ່ຽວຂຶ້ນສານໂດຍກົງຖ້າ ຫາກເປັນການທໍາຮ້າຍຮ່າງກາຍກັນ,ການນິນທາ,ການໃສ່ຮ້າຍ, ການໝິ່ນປະໝາດ,ການປ້ອຍດ່າຄະນະສານຫຼືຜູ້ພິພາກສາໃນທີ່ປະ ຊຸມສານ. 3. ຄະນະສານຕ້ອງລາຍງານໃຫ້ຫົວໜ້າອົງການໄອຍະ ການປະຊາຊົນທີ່ກ່ຽວຂ້ອງເພື່ອໃຫ້ດໍາເນີນຄະດີຕາມລະບຽບກົດ ໝາຍຖ້າຫາກເປັນການກະທໍາຜິດທີ່ເປັນອັນຕະລາຍຮ້າຍແຮງ. ...ໝວດທີສອງຂັ້ນຕອນການເປີດປະຊຸມສານ


....ມາດຕາສອງລ້ອຍຊາວສອງ(ປັບປຸງ)ການເລີ່ມປະຊຸມສານ

ມາດຕາສອງລ້ອຍຊາວສອງ(ປັບປຸງ)ການເລີ່ມປະຊຸມສານ ພາຍຫຼັງທີ່ຄະນະສານເຂົ້າສູ່ຫ້ອງປະຊຸມສານເປັນທີ່ຮຽບ ຮ້ອຍແລ້ວຈ່າສານຕ້ອງລາຍງານຄວາມພ້ອມໃນການດໍາເນີນ ການປະຊຸມສານເປັນຕົ້ນຄະດີເລກທີລົງວັນທີ,ກ່ຽວເລື່ອງ,ຄູ່ ຄວາມແລະຜູ້ທີ່ເຂົ້າມາຮ່ວມຫຼືບໍ່ເຂົ້າມາຮ່ວມຕາມໝາຍຮຽກ, ໝາຍເຊິນຂອງສານແລ້ວມອບສໍານວນຄະດີໃຫ້ຄະນະສານເປັນ ຜູ້ດໍາເນີນການປະຊຸມສານ. ....ມາດຕາສອງລ້ອຍຊາວສາມ(ປັບປຸງ)ການເປີດປະຊຸມສານ

ມາດຕາສອງລ້ອຍຊາວສາມ(ປັບປຸງ)ການເປີດປະຊຸມສານ ປະທານຄະນະສານເປັນຜູ້ກ່າວປະຊຸມສານຢ່າງເປັນທາງ ການແລະແຈ້ງຄະດີທີ່ຈະນໍາມາພິຈາລະນາພ້ອມແຈ້ງລາຍຊື່ຕາມ ລໍາດັບຄະປະທານ,ຄະນະສານ,ຈ່າສານ,ພະນັກງານໄອຍະການ ປະຊຸາຊົນ,ຜູ້ຊ່ຽວຊານຫຼືຜູ້ແປພາສາໃຫ້ຜູ້ເຂົ້າດຮ່ວມໃນທີ່ປະຊຸມ ສານແລະແຈ້ງສິດໃນການຄ້ານຕົວໃຫ້ຄູ່ຄວາມຮັບຊາບ. ....ມາດຕາສອງລ້ອຍຊາວສີ່(ໃໝ່)ການຄ້ານຕົວໃນທີ່ປະຊຸມສານ

ມາດຕາສອງລ້ອຍຊາວສີ່(ໃໝ່)ການຄ້ານຕົວໃນທີ່ປະຊຸມສານ ຄູ່ຄວາມໃນຄະດີມີສິດສະເໜີຄ້ານຕົວຄະນະສານຕັດສິນ,ຜູ້ ພິພາກສາໃນຄະນະສານຕັດສິນ,ຈ່າສານ,ພະນັກງານໄອຍະການ ປະຊາຊົນ,ຜູ້ຊ່ຽວຊານຫຼືຜູ້ແປພາສາ. ໃນກໍລະນີມີການສະເໜີຄ້ານຕົວຄະນະສານ,ຜູ້ພິພາກສາ ໃນຄະນະສານຕັດສິນ,ຈ່າສານແລ້ວປະທານຄະນະສານຕ້ອງປິດ ການປະຊຸມສານໄວ້ຊົ່ວຄາວເພື່ອພິຈາລະນາເຫດຜົນຂອງການ ສະເໜີຄ້ານຕົວ.ຖ້າການສະເໜີຄ້ານຕົວຫາກມີຜົນພຽງພໍຄະນະ ສານຕ້ອງປ່ຽນຕົວຜູ້ທີ່ຖືກຄ້ານຕົວນັ້ນຖ້າການສະເໜີຄ້ານຕົວ ຫາກບໍ່ມີເຫດຜົນພຽງພໍຄະນະສານດັ່ງກ່າວກໍ່ຈະສືບຕໍ່ດໍາເນີນ ປະຊຸມສານແຕ່ຕ້ອງຊີ້ແຈງເຫດຜົນຂອງການບໍ່ປ່ຽນຕົວຕໍ່ທີ່ປະ ຊຸມສານ. ໃນກໍລະນີການສະເໜີຄ້ານຕົວພະນັກງານໄອຍະການປະ ຊາຊົນ,ຜູ້ຊ່ຽວຊານຫຼືຜູ້ແປພາສາມີເຫດຜົນພຽງພໍກໍ່ຈະເປັນສາ ເຫດໃຫ້ຄະນະສານເລື່ອນຫຼືສືບຕໍ່ການໄຕ່ສວນຄະດີຕາມແຕ່ກໍລະ ນີ. ....ມາດຕາສອງລ້ອຍຊາວຫ້າ(ໃໝ່)ການແຈ້ງສິດແລະພັນທະຂອງຜູ້ເຂົ້າຮ່ວມ

ມາດຕາສອງລ້ອຍຊາວຫ້າ(ໃໝ່)ການແຈ້ງສິດແລະພັນທະຂອງຜູ້ ເຂົ້າຮ່ວມ ກ່ອນເລີ່ມການໄຕ່ສວນຄະດີໃນທີ່ປະຊຸມສານປະທານຄະ ນະສານຕັດສິນຕ້ອງແຈ້ງແລະອະທິບາຍສິດແລະພັນທະຂອງ ໂຈດ,ຈໍາເລີຍແລະຜູ້ເຂົ້າຮ່ວມໃນການດໍາເນີນຄະດີໂດຍສະ ເພາະການນໍາສະເໜີຂໍ້ມູນຫຼັກຖານແລະການຊີ້ແຈງບັນຫາຕ່າງ ໆທີ່ກ່ຽວຂ້ອງໃນຄະດີຕໍ່ທີ່ປະຊຸມສານ. ....ມາດຕາສອງລ້ອຍຊາວຫົກ(ປັບປຸງ)ການລາຍງານເນື້ອຄະດີໂດຍຫຍໍ້

ມາດຕາສອງລ້ອຍຊາວຫົກ(ປັບປຸງ)ການລາຍງານເນື້ອຄະດີໂດຍ ຫຍໍ້ ການໄຕ່ສວນຄະດີໃນທີ່ປະຊຸມສານຕ້ອງເລີ່ມຕົ້ນຈາກການ ລາຍງານເນື້ອຄະດີໂດຍຄະນະສານຜູ້ຮັບຜິດຊອບຄະດີຈາກນັ້ນ,ຈຶ່ງ ໃຫ້ໂຈດຫຼືບຸກຄົນທີສາມຝ່າຍໂຈດ(ຖ້າມີ)ຢັ້ງຢືນການຮ້ອງຟ້ອງຂອງ ຕົນ.ຖັດຈາກນັ້ນຈຶ່ງໃຫ້ຈໍາເລີຍມີຄໍາເຫັນວ່າຕົນຮັບຮູ້ຄໍາຮ້ອງຟ້ອງ ຂອງໂຈດນັ້ນຫຼືບໍ່,ຖ້າຫາກມີການຟ້ອງແຍ່ງຂອງຈໍາເລີຍກໍ່ໃຫ້ປະ ຕິບັດດັ່ງດຽວກັນ. ໃນກໍລະນີທີ່ຈໍາເລີຍຫາກໄດ້ປະຕິເສດຄໍາຮ້ອງຟ້ອງຂອງ ໂຈດຫຼືໂຈດຫາກໄດ້ປະຕິເສດຄໍາຟ້ອງແຍ່ງຂອງຈໍາເລີຍແລະບໍ່ ສາມາດໄກ່ເກ່ຍກັັນໄດ້ແລ້ວປະທານຄະນະສານກໍ່ເລີ່ມໄຕ່ສວນ ໂຈດແລະບຸກຄົນທີສາມຝ່າຍໂຈດ(ຖ້າມີ)ແລ້ວຈຶ່ງໄຕ່ສວນຈໍາເລີຍ ແລະບຸກຄົນທີສາມຝ່າຍຈໍາເລີຍ(ຖ້າມີ),ຈາກນັ້ນຈຶ່ງໄຕ່ສວນພະຍານ ແລະຜູ້ເຂົ້າຮ່ວມອື່ນຕາມລໍາດັບ. ....ມາດຕາສອງລ້ອຍຊາວເຈັດ(ປັບປຸງ)ການຮັບຮູ້ຄໍາຮ້ອງຟ້ອງຫຼືຄໍາຟ້ອງແຍ່ງ

ມາດຕາສອງລ້ອຍຊາວເຈັດ(ປັບປຸງ)ການຮັບຮູ້ຄໍາຮ້ອງຟ້ອງ ຫຼືຄໍາຟ້ອງແຍ່ງ ເມື່ອໂຈດຫຼືຈໍາເລີຍໄດ້ຢັ້ງຢືນການຮ້ອງຟ້ອງຫຼືການຟ້ອງ ແຍ່ງຂອງຕົນແລ້ວປະທານຄະນະສານຕ້ອງຖາມຈໍາເລີຍຫຼືໂຈດ ວ່າຮັບຮູ້ຫຼືປະຕິເສດການຮ້ອງຟ້ອງຂອງໂຈດຫຼືການຟ້ອງແຍ່ງ ຂອງຈໍາເລີຍທັງໝົດຫຼືບາງສ່ວນ. ເມື່ອມີການຮັບຮູ້ຄໍາຮ້ອງຟ້ອງຫຼືຄໍາຢ້ອງແຍ່ງທັງໝົດ ແລ້ວຄະນະສານຈະພິຈາລະນາຕັດສິນໂດຍບໍ່ຕ້ອງດໍາເນີນການ ໄຕ່ສວນແຕ່ຢ່າງໃດ.ຖ້າມີການຮັບຮູ້ບາງສ່ວນຄະນະສານກໍ່ຈະ ພິຈາລະນາໄຕ່ສວນໃນສ່ວນທີ່ບໍ່ຮັບຮູ້ຫຼືປະຕິເສດເທົ່ານັ້ນ. ....ມາດຕາສອງລ້ອຍຊາວແປດ(ປັບປຸງ)ສິດໃນການປ່ຽນແປງຫຼືເພີ່ມເຕີມຄໍາຮ້ອງຟ້ອງຫຼືຄໍາຟ້ອງແຍ່ງ

ມາດຕາສອງລ້ອຍຊາວແປດ(ປັບປຸງ)ສິດໃນການປ່ຽນແປງຫຼືເພີ່ມ ເຕີມຄໍາຮ້ອງຟ້ອງຫຼືຄໍາຟ້ອງແຍ່ງ ເມື່ອຄະນະສານໄດ້ລາຍງານເນື້ອຄະດີໂດຍຫຍໍ້ຕໍ່ທີ່ປະຊຸມ ສານແລ້ວຄະນະສານຕ້ອງສະເໜີໃຫ້ໂຈດຢັ້ງຢືນການຮ້ອງຟ້ອງ ຫຼືໃຫ້ຈໍາເລີຍຢັ້ງຢືນການຟ້ອງແຍ່ງແລະຂໍ້ສະເໜີທີ່ໄດ້ຂຽນໃນ ຄໍາຮ້ອງຟ້ອງຫຼືຄໍາຟ້ອງແຍ່ງນັ້ນຕໍ່ທີ່ປະຊຸມສານແຕ່ໂຈດຫຼືຈໍາ ເລີຍກໍ່ຍັງມີສິດຖອນ,ປ່ຽນແປງຫຼືເພີ່ມເຕີມຄໍາຮ້ອງຟ້ອງ,ຄໍາ ຟ້ອງແຍ່ງຂອງຕົນທັງໝົດຫຼືບາງສ່ວນກໍ່ໄດ້. ....ມາດຕາສອງລ້ອຍຊາວເກົ້າ(ໃໝ່)ການດໍາເນີນການເມື່ອມີການຖອນ,ປ່ຽນແປງຫຼືເພີ່ມເຕີມຄໍາຮ້ອງຟ້ອງຫຼືຄໍາຟ້ອງແຍ່ງ

ມາດຕາສອງລ້ອຍຊາວເກົ້າ(ໃໝ່)ການດໍາເນີນການເມື່ອມີການ ຖອນ,ປ່ຽນແປງຫຼືເພີ່ມເຕີມຄໍາຮ້ອງຟ້ອງຫຼືຄໍາຟ້ອງແຍ່ງ ເມື່ອໂຈດຫຼືຈໍາເລີຍຫາກໄດ້ຖອນຄໍາຮ້ອງຟ້ອງຫຼືຄໍາຟ້ອງ ແຍ່ງແລ້ວແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງ ລ້ອຍເຈັດສິບເຈັດຂອງກົດໝາຍສະບັບນີ້. ຖ້າໂຈດຫຼືຈໍາເລີຍຫາກໄດ້ປ່ຽນແປງຫຼືເພີ່ມເຕີມຄໍາຮ້ອງ ຟ້ອງຫຼືຄໍາຟ້ອງແຍ່ງຄະນະສານຕ້ອງພິຈາລະນາການສະເໜີປ່ຽນ ແປງຫຼືເພີ່ມເຕີມນັ້ນຕາມເຫດຜົນຕົວຈິງແລະລະບຽບກົດໝາຍ. ....ມາດຕາສອງລ້ອຍສາມສິບ(ປັບປຸງ)ການໄຕ່ສວນໂຈດແລະບຸກຄົນທີ່ສາມຝ່າຍໂຈດ

ມາດຕາສອງລ້ອຍສາມສິບ(ປັບປຸງ)ການໄຕ່ສວນໂຈດແລະບຸກ ຄົນທີ່ສາມຝ່າຍໂຈດ ໃນກໍລະນີຈໍາເລີຍຫາກປະຕິເສດຄໍາຮ້ອງຟ້ອງຂອງໂຈດ ຫຼືຫາກປະຕິເສດຄໍາຟ້ອງແຍ່ງຂອງຈໍາເລີຍແລະບໍ່ສາມາດໄກ່ ເກ່ຍກັນໄດ້ແລ້ວປະທານຄະນະສານຈະເລີ່ມໄຕ່ສວນໂຈດແລະ ບຸກຄົນທີ່ສາມຝ່າຍໂຈດ(ຖ້າມີ)ຖ້າຫາກມີໂຈດຫຼາຍຄົນປະທານຄະ ນະສານກໍ່ຈະໄຕ່ສວນເປັນແຕ່ລະຄົນ. ເມື່ອຄະນະສານໄຕ່ສວນໂຈດແລະບຸກຄົນທີ່ສາມຝ່າຍໂຈດ ສິ້ນສຸດແລ້ວກໍ່ໃຫ້ສິດແກ່ຝ່າຍຈໍາເລີຍມີຄໍາເຫັນຕໍ່ປະເດັນທີ່ຝ່າຍ ໂຈດຍັກຂຶ້ນ. ....ມາດຕາສອງລ້ອຍສາມສິບເອັດ(ປັບປຸງ)ການໄຕ່ສວນຈໍາເລີຍແລະບຸກຄົນທີສາມຝ່າຍຈໍາເລີຍ

ມາດຕາສອງລ້ອຍສາມສິບເອັດ(ປັບປຸງ)ການໄຕ່ສວນຈໍາເລີຍ ແລະບຸກຄົນທີສາມຝ່າຍຈໍາເລີຍ ເມື່ອໄຕ່ສວນຝ່າຍໂຈດແລ້ວປະທານຄະນະສານກໍ່ໄຕ່ ສວນຈໍາເລີຍແລະບຸກຄົນທີສາມຝ່າຍຈໍາເລີຍ(ຖ້າມີ)ຖ້າຫາກ ມີຈໍາເລີຍຫຼາຍຄົນຄະນະສານກໍ່ຈະໄຕ່ສວນເປັນແຕ່ລະຄົນ. ການໄຕ່ສວນຈໍາເລີຍໃຫ້ເຈາະຈົງແຕ່ບັນຫາທີ່ບໍ່ຈະແຈ້ງ ຫຼືໂຕ້ແຍ້ງໃນຄໍາແກ້ຟ້ອງແລະຄໍາໃຫ້ການຊຶ່ງຈໍາເລີຍຕ້ອງໄດ້ ຊີ້ແຈງຫຼືອະທິບາຍປະເດັນດັ່ງກ່າວ. ເມື່ອຄະນະສານໄຕ່ສວນຈໍາເລີຍແລະບຸກຄົນທີສາມຝ່າຍ ຈໍາເລີຍສິ້ນສຸດແລ້ວກໍ່ໃຫ້ສິດແກ່ຝ່າຍໂຈດມີຄໍາເຫັນຕໍ່ປະເດັນທີ່ ຝ່າຍຈໍາເລີຍຍົກຂຶ້ນ. ....ມາດຕາສອງລ້ອຍສາມສິບສອງ(ປັບປຸງ)ການໄຕ່ສວນພະຍານ

ມາດຕາສອງລ້ອຍສາມສິບສອງ(ປັບປຸງ)ການໄຕ່ສວນພະຍານ ການໄຕ່ສວນພະຍານໃຫ້ດໍາເນີນເປັນແຕ່ລະຄົນຕາມ ເປົ້າໝາຍປະເດັນຂັດແຍ່ງທີ່ກະກຽມໄວ້.ກ່ອນການໄຕ່ສວນພະ ຍານນັ້ນປະທານຄະນະສານຕ້ອງອະທິບາຍເຫດຜົນຂອງປະເດັນ ທີ່ພົວພັນກັບຄະດີພ້ອມທັງແຈ້ງຄວາມຮັບຜິດຊອບຕໍ່ການໃຫ້ການ ເທັດ. ໃໃນການໄຕ່ສວນນັ້ນພະຍານຕ້ອງລາຍງານລະອຽດ ກ່ຽວກັບເຫດການຫຼືຄະດີນັ້ນຈາກນັ້ນຄະນະສານກໍ່ຈະຖາມບັນ ຫາທີ່ຍັງບໍ່ທັນຈະແຈ້ງຫຼືໃຫ້ຊີ້ແຈງຄໍາໃຫ້ການຂອງຕົນທີ່ຂັດກັບ ຄໍາໃຫ້ການຜ່ານມາແລະບັນຫາອື່ນທີ່ພົວພັນກັບຄະດີ. ເມື່ອຄະນະສານໄຕ່ສວນແລ້ວກໍ່ຕ້ອງໃຫ້ສິດແກ່ໂຈດແລະ ຈໍາເລີຍຫຼືຜູ້ປົກປ້ອງຂອງຄູ່ຄວາມຖາມພະຍານຕື່ມອີກ. ....ມາດຕາສອງລ້ອຍສາມສິບສາມ(ໃໝ່)ການສະເໜີຫຼັກຖານທາງດ້ານວັດຖຸ

ມາດຕາສອງລ້ອຍສາມສິບສາມ(ໃໝ່)ການສະເໜີຫຼັກຖານທາງ ດ້ານວັດຖຸ ຕາມຄໍາເຫັນຂອງສານຫຼືຕາມການສະເໜີຂອງຄູ່ຄວາມ ຄະນະສານກໍ່ຈະໃຫ້ຄູ່ຄວາມນໍາເອົາຫຼັກຖານທາງດ້ານວັດຖຸມາ ສະເໜີຫຼືຢັ້ງຢືນຕໍ່ທີ່ປະຊຸມສານເພື່ອຄວາມຊັດເຈນໃນເຫດການ ຂອງຄະດີ. ....ມາດຕາສອງລ້ອຍສາມສິບສີ່(ໃໝ່)ການສະເໜີຫຼັກຖານທາງດ້ານເອກະສານ

ມາດຕາສອງລ້ອຍສາມສິບສີ່(ໃໝ່)ການສະເໜີຫຼັກຖານທາງ ດ້ານເອກະສານ ການສະເໜີຫຼັກຖານທາງດ້ານເອກະສານໃນທີ່ປະຊຸມ ສານຕ້ອງດໍາເນີນດັ່ງນີ້: 1. ຜູ້ບໍ່ໄດ້ເຂົ້າຮ່ວມໃນການໄຕ່ສວນແຕ່ຫາກມີຄໍາໃຫ້ ການມາແລ້ວຄະນະສານຕ້ອງເອົາຄໍາໃຫ້ການດັ່ງກ່າວຂອງຜູ້ ກ່ຽວມາອ່ານຕໍ່ທີ່ປະຊຸມສານ. 2. ຖ້າຫາກຄໍາໃຫ້ການໃນເວລາໄຕ່ສວນຂັດກັບ ຄໍາໃຫ້ການຜ່ານມາຄະນະສານກໍ່ຈະໃຫ້ຜູ້ກ່ຽວຊີ້ແຈງຫຼືອະ ທິບາຍ. 3. ເອກະສານທີ່ນໍາມາສະເໜີເປັນລັກຖານນັ້ນບໍ່ຈະ ແຈ້ງຫຼືມີຂໍ້ສົງໄສຊຶ່ງຕ້ອງໄດ້ຊີ້ແຈ້ງ. 4. ເອກະສານອື່ນທີ່ກ່ຽວຂ້ອງກັບຄະດີຕາມການ ຮ້ອງຂໍຂອງຄູ່ຄວາມ.

ຫຼັກຖານທາງດ້ານເອກະສານທີ່ເປັນຄວາມລັບຂອງລັດ, ທາງລັດຖະການຫຼືຂອງບຸກຄົນຈະບໍ່ຖືກນໍາອອກມາສະເໜີຕໍ່ທີ່ ປະຊຸມສານ. ການສະເໜີຫຼັກຖານທາງດ້ານເອກະສານກໍ່ຄືຫຼັກຖານ ທາງດ້ານວັດຖຸຂອງຄູ່ຄວາມໃນທີ່ປະຊຸມສານຕ້ອງໃຫ້ຍື່ນຜ່ານ ຈ່າສານ. ....ມາດຕາສອງລ້ອຍສາມສິບຫ້າ(ໃໝ່)ການສະເໜີຫຼັກຖານທາງດ້ານບຸກຄົນ

ມາດຕາສອງລ້ອຍສາມສິບຫ້າ(ໃໝ່)ການສະເໜີຫຼັກຖານທາງດ້ານ ບຸກຄົນ ໂຈດ,ຈໍາເລີຍມີສິດສະເໜີຫຼັກຖານທາງດ້ານບຸກຄົນຕໍ່ທີ່ປະ ຊຸມສານເພື່ອໃຫ້ຄະນະສານທໍາການໄຕ່ສວນຖ້າຫາກຜ່ານມາບຸກ ຄົນດັ່ງກ່າວບໍ່ໄດ້ເຂົ້າຮ່ວມໃນການດໍາເນີນຄະດີ. ການໄຕ່ສວນບຸກຄົນດັ່ງກ່າວໃຫ້ປະຕິບັດດັ່ງດຽວກັນກັບ ການໄຕ່ສວນພະຍານຕາມທີ່ໄດ້ກໍານົດໄວ້ໃນມາດຕາສອງສາມ ສອງຂອງກົດໝາຍສະບັບນີ້.

....ມາດຕາສອງລ້ອຍສາມສິບຫົກ(ໃໝ່)ການຟັງຄໍາເຫັນຂອງຜູ້ຊ່ຽວຊານຫຼືອົງການຈັດຕັ້ງທີ່ກ່ຽວຂ້ອງ

ມາດຕາສອງລ້ອຍສາມສິບຫົກ(ໃໝ່)ການຟັງຄໍາເຫັນຂອງຜູ້ຊ່ຽວ ຊານຫຼືອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການໄຕ່ສວນຄະດີເມື່ອມີຜູ້ຊ່ຽວຊານເຂົ້າຮ່ວມພາຍ ຫຼັງການສະເໜີຫຼັກຖານຕ່າງໆແລະຄະນະສານກໍ່ໃຫ້ຜູ້ຊ່ຽວຊານ ມີຄໍາເຫັນໃນປະເດັນທີ່ມີຂໍ້ສົງໄສຕໍ່ຜົນການພິສູດຕາມຫຼັກວິຊາສະ ເພາະຂອງຜູ້ຊ່ຽວຊານ. ຖ້າມີການເຂົ້າຮ່ວມຂອງຜູ້ຕາງໜ້າອົງການຈັດຕັ້ງທີ່ກ່ຽວ ຂ້ອງໃນຄະດີເພື່ອປົກປ້ອງສິດແລະຜົນປະໂຊຫດຂອງພະນັກງານ ຫຼືຜູ້ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນຄະນະສານຕ້ອງໃຫ້ຜູ້ຕາງໜ້າ ອົງການຈັດຕັ້ງດັ່ງກ່າວມີຄໍາເຫັນຕໍ່ທີ່ປະຊຸມສານ. ...ໝວດທີສາມການໂຕ້ຖຽງ


....ມາດຕາສອງລ້ອຍສາມສິບເຈັດ(ປັບປຸງ)ການໂຕ້ຖຽງຂອງຄູ່ຄວາມ

ມາດຕາສອງລ້ອຍສາມສິບເຈັດ(ປັບປຸງ)ການໂຕ້ຖຽງຂອງຄູ່ ຄວາມ ການໂຕ້ຖຽງຂອງຄູ່ຄວາມແມ່ນການອອກຄໍາຄິດເຫັນທີ່ມີ ລັກສະນະໂຕ້ແຍ້ງກັນລະຫວ່າງໂຈດກັບຈໍາເລີຍໃນທີ່ປະຊຸມສານ ກ່ຽວກັບຄວາມເປັນຈິງຂອງຄະດີ. ຄະນະສານນໍາເອົາບັນດາຫຼັກຖານໃນຄະດີມາສະເໜີຕໍ່ທີ່ ປະຊຸມສສານແລ້ວຈຶ່ງເປີດການໂຕ້ຖຽງລະຫວ່າງໂຈດກັບຈໍາ ເລີຍພ້ອມທັງຜູ້ປົກປ້ອງຂອງພວກກ່ຽວ(ຖ້າມີ). ໂຈດແລະຈໍາເລີຍຈະນໍາເອົາເອກະສານຫຼືຫຼັກຖານຕ່າງໆ ທີ່ຕົນມີແລະເປັນຜົນປະໂຫຍດໃຫ້ແກ່ຕົນອອກມາສະເໜີຕໍ່ຄະນະ ສານຕື່ມອີກກໍ່ໄດ້.ຄະນະສານຕ້ອງວາງຕົວເປັນກາງໃນການຖາມ ໂຈດແລະຈໍາເລີຍດ້ວຍເຫດຜົນຢ່າງມີຈຸດສຸມ. ໃນການໂຕ້ຖຽງນັ້ນຕ້ອງໃຫ້ແຕ່ລະຝ່າຍມີຄໍາເຫັນໂຕ້ຕອບ ກັນເພື່ອຊອກຫາຄວາມຖືກຕ້ອງແລະຄວາມເປັນຈິງໃນຄະດີ. ....ມາດຕາສອງລ້ອຍສາມສິບແປດ(ປັບປຸງ)ລໍາດັບການໂຕ້ຖຽງ

ມາດຕາສອງລ້ອຍສາມສິບແປດ(ປັບປຸງ)ລໍາດັບການໂຕ້ຖຽງ ເມື່ອສິ້ນສຸດການໄຕ່ສວນແລ້ວຄະນະສານຈະສັງລວມປະ ເດັນທີ່ຍັງມີຂໍ້ສົງໄສຫຼືຂໍ້ຂັດແຍ່ງເພື່ອຍົກຂຶ້ນມາໂຕ້ຖຽງໃນທີ່ປະ ຊຸມສານຕາມລໍາດັບຄືຝ່າຍໂຈດ,ຝ່າຍຈໍາເລີຍຫຼືບຸກຄົນທີສາມຊຶ່ງ ຕ້ອງນໍາເອົາຫຼັກຖານມາຢັ້ງຢືນຫຼືຊີ້ແຈງກ່ຽວກັບປະະເດັນທີ່ມີຂໍ້ ສົງໄສຫຼືຂັດແຍ່ງນັ້ນ. ຄະນະສານອາດຈະນໍາເອົາຂໍ້ມູນຫຼັກຖານໃດໜຶ່ງທີ່ບໍ່ທັນ ເປັນເອກະພາບກັນນັ້ນຍົກຂຶ້ນມາໂຕ້ຖຽງໃນທີ່ປະຊຸມສານຕື່ມ ອີກກໍ່ໄດ້. ....ມາດຕາສອງລ້ອຍສາມສິບເກົ້າ(ໃໝ່)ຂອບເຂດຂອງການໂຕ້ຖຽງ

ມາດຕາສອງລ້ອຍສາມສິບເກົ້າ(ໃໝ່)ຂອບເຂດຂອງການໂຕ້ຖຽງ ການໂຕ້ຖຽງແລະການຊີ້ແຈງຂອງຄູ່ຄວາມຈະບໍ່ຈໍາກັດ ເວລາແຕ່ຄະນະສານຕ້ອງຄວບຄຸມການໂຕ້ຖຽງນັ້ນໃຫ້ຢູ່ໃນຂອບ ເຂດປະເດັນທີ່ຂັດແຍ່ງກັນ,ຖ້າຫາກຄູ່ຄວາມມີຄໍາເຫັນຫຼືຍົກຫຼັກ ຖານນອກປະເດັນທີ່ບໍ່ກ່ຽວຂ້ອງກັບຄະດີແລ້ວຄະນະສານຕ້ອງ ຄວບຄຸມໃຫ້ເຂົ້າສູ່ປະເດັນຂອງຄະດີ.

....ມາດຕາສອງລ້ອຍສີ່ສິບ(ໃໝ່)ການມີຄໍາເຫັນສຸດທ້າຍຂອງຄູ່ຄວາມ

ມາດຕາສອງລ້ອຍສີ່ສິບ(ໃໝ່)ການມີຄໍາເຫັນສຸດທ້າຍຂອງຄູ່ຄວາມ ເມື່ອຄູ່ຄວາມໄດ້ຍົກຂໍ້ມູນຫຼັກຖານຄົບຖ້ວນແລະຈະແຈ້ງ ແລ້ວຄະນະສານຕ້ອງໃຫ້ຝ່າຍໂຈດແລະຈໍາເລີຍສັງລວມເອົາ ການຮ້ອງຟ້ອງແລະການແກ້ຟ້ອງຫຼືການຟ້ອງແຍ່ງຂອງຕົນແລະ ມີຄໍາເຫັນສຸດທ້າຍກ່ຽວກັບຂໍ້ມູນຫຼັກຖານທີ່ໄດ້ສະເໜີຕໍ່ສານນັ້ນວ່າ ຄົບຖ້ວນຫຼືຍັງມີຫຼັກຖານໃດຕື່ມອີກທີ່ບໍ່ທັນນໍາມາສະເໜີທັງນີ້ກໍ່ເພື່ອ ຮັບປະກັນການພິຈາລະນາຕັດສິນຂອງສານຖືກຕ້ອງແລະຍຸຕິທໍາ. ....ມາດຕາສອງລ້ອຍສີ່ສິບເອັດ(ປັບປຸງ)ການຖະແຫຼງຂອງພະນັກງານໄອຍະການປະຊາຊົນ

ມາດຕາສອງລ້ອຍສີ່ສິບເອັດ(ປັບປຸງ)ການຖະແຫຼງຂອງພະນັກ ງານໄອຍະການປະຊາຊົນ ຜ່ານການໄຕ່ສວນເມື່ອເຫັນວ່າມີຂໍ້ມູນຫຼັກຖານຄົບຖ້ວນ, ຮອບດ້ານແລ້ວຄະນະສານກໍ່ຈະປິດການໂຕ້ຖຽງຖ້າຫາກພະນັກ ງານໄອຍະການປະຊາຊົນເຂົ້າຮ່ວມກໍ່ສະເໜີໃຫ້ມີຄໍາເຫັນຫຼືຖະ ແຫຼງກ່ຽວກັບຄະດີທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຈາກນັ້ນປະ ທານຄະນະສານຕັດສິນຈຶ່ງປະກາດປິດປະຊຸມສານຊົ່ວຄາວເພື່ອ ພິຈາລະນາຕັດສິນຄະດີໃນຫ້ອງປະຊຸມລັບ. ...ໝວດທີສີ່ການພິຈາລະນາໃນຫ້ອງປະຊຸມລັບແລະການປະກາດຄໍາຕັດສິນ


....ມາດຕາສອງລ້ອຍສີ່ສິບສອງ(ປັບປຸງ)ການພິຈາລະນາໃນຫ້ອງປະຊຸມລັບ

ມາດຕາສອງລ້ອຍສີ່ສິບສອງ(ປັບປຸງ)ການພິຈາລະນາໃນຫ້ອງ ປະຊຸມລັບ ມີແຕ່ຄະນະສານຕັດສິນເທົ່ານັ້ນຈຶ່ງສາມາດເຂົ້າຮ່ວມພິ ຈາລະນາຄະດີໃນຫ້ອງປະຊຸມລັບ. ການພິຈາລະນາຄະດີໃນຫ້ອງປະຊຸມລັບຕ້ອງເຮັດຢ່າງ ລະອຽດ,ຮອບດ້ານ,ຄົບຖ້ວນແລະພາວະວິໄສໂດຍອີງໃສ່ຜົນ ຂອງການໄຕ່ສວນຄະດີໃນທີ່ປະຊຸມສານເປັນຕົ້ນຕໍເພື່ອໃຫ້ຄໍາຕັດ ສິນຖືກຕ້ອງແລະຍຸຕິທໍາ. ຄະນະສານຕ້ອງນໍາເອົາປະເດັນທີ່ຂັດແຍ່ງຫຼືຮ້ອງຟ້ອງ ຫຼືຟ້ອງແຍ່ງກັນມາພິຈາລະນາເປັນແຕ່ລະປະເດັນພ້ອມທັງນໍາ ເອົາຫຼັກຖານໃນສໍານວນຄະດີຂຶ້ນມາກວດກາຕີລາຄາດ້ວຍຄວາມ ໝັ້ນໃຈແລະເປັນເອກະລາດບົນພື້ນຖານຂໍ້ມູນຫຼັກຖານຕົວຈິງ ແລະເຫດຜົນທາງດ້ານກົດໝາຍ.

....ມາດຕາສອງລ້ອຍສີ່ສິບສາມ(ປັບປຸງ)ການລົງຄໍາເຫັນໃນຫ້ອງປະຊຸມລັບ

ມາດຕາສອງລ້ອຍສີ່ສິບສາມ(ປັບປຸງ)ການລົງຄໍາເຫັນໃນຫ້ອງປະ ຊຸມລັບ ການລົງຄໍາເຫັນຊີ້ຂາດໃນຫ້ອງປະຊຸມລັບຕ້ອງຖືເອົາ ຕາມສຽງສ່ວນຫຼາຍໂດຍໃຫ້ຄະນະສານຜູ້ທີ່ມີຄຸນວຸດທິຕໍ່າກວ່າ ເປັນຜູ້ອອກຄໍາເຫັນແລະອອກສຽງກ່ອນ,ສ່ວນປະທານຄະນະ ສານຕັດສິນອອກຄໍາເຫັນແລະອອກສຽງເປັນຜູ້ສຸດທ້າຍ. ຜູ້ທີ່ບໍ່ເຫັນດີຕາມສຽງສ່ວນຫຼາຍນັ້ນກໍ່ມີສິດສະແດງຄໍາ ເຫັນຂອງຕົນເປັນລາຍລັກອັກສອນໄວ້ໃນສໍານວນຄະດີເພື່ອໃຫ້ ສານຂັ້ນເທິງພິຈາລະນາໃນກໍລະນີມີການຂໍອຸທອນຫຼືຂໍລົບລ້າງ. ....ມາດຕາສອງລ້ອຍສີ່ສິບສີ່(ໃໝ່)ບົດບັນທຶກການພິຈາລະນາໃນຫ້ອງປະຊຸມລັບ

ມາດຕາສອງລ້ອຍສີ່ສິບສີ່(ໃໝ່)ບົດບັນທຶກການພິຈາລະນາ ໃນຫ້ອງປະຊຸມລັບ ການພິຈາລະນາໃນຫ້ອງປະຊຸມລັບຕ້ອງເຮັດບົດບັນທຶກ. ປະທານຄະນະສານມອບໃຫ້ຄະນະສານຜູ້ໃດໜຶ່ງເປັນຜູ້ບັນທຶກຄໍາ ເຫັນພ້ອມດ້ວຍເຫດຜົນແລະການລົງຄະແນນສຽງຂອງຄະນະ ສານຕັດສິນແຕ່ລະຄົນພ້ອມທັງໃຫ້ແຕ່ລະຄົນເຊັນໃສ່ບົດບັນທຶກດັ່ງ ກ່າວ. ....ມາດຕາສອງລ້ອຍສີ່ສິບຫ້າ(ໃໝ່)ຂອບເຂດການພິຈາລະນາຕັດສິນຂອງສານຂັ້ນຕົ້ນ

ມາດຕາສອງລ້ອຍສີ່ສິບຫ້າ(ໃໝ່)ຂອບເຂດການພິຈາລະນາຕັດ ສິນຂອງສານຂັ້ນຕົ້ນ ສານຂັ້ນຕົ້ນພິຈາລະນາຕັດສິນຕາມການຮ້ອງຟ້ອງຫຼືການ ຮ້ອງຂໍຂອງຄູ່ຄວາມບົນພື້ນຖານຂໍ້ມູນຫຼັກຖານແລະກົດໝາຍ.ທຸກ ບັນຫາທີ່ຄູ່ຄວາມສະເໜີຄະນະສານຕ້ອງໄດ້ນໍາມາພິຈາລະນາ,ບັນ ຫາໃດທີ່ຄູ່ຄວາມບໍ່ໄດ້ສະເໜີນັ້ນກໍ່ບໍ່ໃຫ້ຄະນະສານນໍາມາພິຈາລະ ນາຕັດສິນ. ....ມາດຕາສອງລ້ອຍສີ່ສິບຫົກ(ໃໝ່)ການຮ່າງແລະການລົງຄໍາເຫັນໃນຄໍາຕັດສິນ

ມາດຕາສອງລ້ອຍສີ່ສິບຫົກ(ໃໝ່)ການຮ່າງແລະການລົງຄໍາເຫັນ ໃນຄໍາຕັດສິນ ຜູ້ພິພາກສາທີ່ຮັບຜິດຊອບຄະດີຕ້ອງຮ່າງຄໍາຕັດສິນຕາມ ເຫດການ,ເນື້ອໃນຂອງຄະດີແລະລົງຄໍາເຫັນໃນແຕ່ລະປະເດັນທີ່ ເປັນການສະເໜີຂອງຄູ່ຄວາມ,ທຸກການສະເໜີຂອງຄູ່ຄວາມທີ່ມີ ເຫດຜົນຫຼືບໍ່ມີເຫດຜົນຄະນະສານຕ້ອງຊີ້ແຈງ,ລົງຄໍາເຫັນຫຼືວິນິດ ໄສໃຫ້ລະອຽດບົນພື້ນຖານຂໍ້ມູນຫຼັກຖານແລະວາງມາດຕາຂອງ ກົດໝາຍທີ່ກ່ຽວຂ້ອງນັ້ນໃສ່. ....ມາດຕາສອງລ້ອຍສີ່ສິບເຈັດ(ປັບປຸງ)ການປະກາດຄໍາຕັດສິນ

ມາດຕາສອງລ້ອຍສີ່ສິບເຈັດ(ປັບປຸງ)ການປະກາດຄໍາຕັດສິນ ພາຍຫຼັງທີ່ໄດ້ພິຈາລະນາຄະດີໃນຫ້ອງປະຊຸມແລ້ວຄະນະ ສານຕ້ອງນໍາເອົາຄໍາຕັດສິນອອກມາປະກາດຫຼືອ່ານໃນທີ່ປະຊຸມ ສານຢ່າງເປີດເຜີຍ. ກ່ອນການອ່ານຄໍາຕັດສິນຕ້ອງໃຫ້ຄູ່ຄວາມໃນຄະດີອອກ ມາຢືນຕໍ່ໜ້າຄະນະສານເພື່ອຟັງຄໍາຕັດສິນເວັ້ນເສຍແຕ່ຜູ້ມີສຸຂະ ພາບບໍ່ແຂັງແຮງຊຶ່ງໄດ້ຮັບອະນຸຍາດຈາກຄະນະສານເທົ່ານັ້ນ. ປະທານຄະນະສານເປັນຜູ້ຮັບຜິດຊອບອ່ານຄໍາຕັດສິນໂດຍ ເລີ່ມຈາກພາກວິນິດໄສເປັນຕົ້ນໄປ. ....ມາດຕາສອງລ້ອຍສີ່ສິບແປດ(ປັບປຸງ)ການເລື່ອນການປະກາດຄໍາຕັດສິນ

ມາດຕາສອງລ້ອຍສີ່ສິບແປດ(ປັບປຸງ)ການເລື່ອນການປະກາດ ຄໍາຕັດສິນ ຖ້າຫາກເຫັນວ່າການພິຈາລະນາຄະດີໃນຫ້ອງປະຊຸມລັບ ຈະບໍ່ສໍາເລັດຫຼືມີເຫດຜົນໃດໜຶ່ງຊຶ່ງເປັນສາເຫດທີ່ບໍ່ສາມາດປະ ກາດຄໍາຕັດສິນໃນວັນນັ້ນໄດ້ຄະນະສານກໍ່ຈະເລື່ອນໄປໃສ່ວັນໃໝ່ ແຕ່ຢ່າງຊ້າບໍ່ໃຫ້ກາຍເຈັດວັນ. ການເລື່ອນການປະກາດຄໍາຕັດສິນບໍ່ອະນຸຍາດໃຫ້ເຮັດ ພາຍຫຼັງທີ່ຄະນະສານໄດ້ນໍາເອົາຄະດີເຂົ້າພິຈາລະນາໃນຫ້ອງປະ ຊຸມລັບແລ້ວ. ....ມາດຕາສອງລ້ອຍສີ່ສິບເກົ້າ(ໃໝ່)ຄໍາຕັດສິນຂອງສານຂັ້ນຕົ້ນ

ມາດຕາສອງລ້ອຍສີ່ສິບເກົ້າ(ໃໝ່)ຄໍາຕັດສິນຂອງສານຂັ້ນຕົ້ນ ສານອອກຄໍາຕັດສິນໃນນາມສາທາລະນະລັດປະຊາທິ ປະໄຕປະຊາຊົນລາວ. ຄໍາຕັດສິນຂອງສານປະກອບດ້ວຍພາກສະເໜີ,ພາກ ເນື້ອຄະດີ,ພາກວິນິດໄສແລະພາກຕັດສິນ. ພາກສະເໜີຕ້ອງບົ່ງບອກແຂວງ,ນະຄອນຫຼືເຂດຂອງ ຄະນະສານຂັ້ນຕົ້ນ,ເລກທີຄໍາຕັດສິນ,ຊື່ແລະນາມສະກຸນຂອງ ຄະນະສານດຈ່າສານແລະພະນັກງານໄອຍະການປະຊາຊົນ, ເລກທີ,ລົງວັນທີຂອງຄະດີ,ວັນເວລາໄຕ່ສວນຄະດີໃນທີ່ປະຊຸມ ສານ,ຂໍ້ມູນຂອງຄູ່ຄວາມ,ຂໍ້ຂັດແຍ່ງຂອງຄະດີແລະສິດອໍານາດ ສານໃນການພິຈາລະນາ. ພາກເນື້ອຄະດີຕ້ອງຂຽນໂດຍສັງເຂບເນື້ອໃນຄໍາຮ້ອງ ຟ້ອງຂອງໂຈດແລະຄໍາແກ້ຟ້ອງຫຼືຄໍາຟ້ອງແຍ່ງຂອງຈໍາເລີຍ ລວມທັງຂອງບຸກຄົນທີສາມ(ຖ້າມີ)ຊຶ່ງກວມເອົາເຫດການທີ່ມີສານພົວພັນທາງດ້ານກົດໝາຍ,ການ ລະເມີດແລະການສະເໜີໃຫ້ສານພິຈາລະນາກ່ຽວກັບບັນຫາ ໃດໜຶ່ງ. ພາກວິນິດໄສຕ້ອງກໍານົດລະອຽດເຫດການທີ່ເປັນຂໍ້ເທັດ ຈິງແລະໃຫ້ເຫດຜົນຢ່າງຈະແຈ້ງໃນແຕ່ລະບັນຫາທີ່ໂຈດ,ຈໍາ ເລີຍແລະບຸກຄົນທີສາມຍົກຂຶ້ນມາໂດຍອີງໃສ່ຂໍ້ມູນຫຼັກຖານແລະ ວາງມາດຕາຂອງກົດໝາຍທີ່ກ່ຽວຂ້ອງໃສ່. ພາກຕັດສິນຕ້ອງກໍານົດການເຂົ້າຮ່ວມຫຼືບໍ່ເຂົ້າຮ່ວມຂອງ ຄູ່ຄວາມ(ຊ້ອງໜ້າຫຼືລັບຫຼັງ),ຜົນຂອງການລົງຄໍາຕັດສິນໃນແຕ່ລະ ປະເດັນ,ອາກອນຂອງລັດຫຼືຄ່າທໍານຽມສານອື່ນແລະສິດໃນການ ຂໍອຸທອນຫຼືສະເໜີຄັດຄ້ານ. ຄໍາຕັດສິນຕ້ອງເຮັດເປັນສອງສະບັບຄືສະບັບໜຶ່ງໄວ້ໃນ ສໍາເນົາ,ສ່ວນອີກສະບັບໜຶ່ງໄວ້ໃນສໍານວນຄະດີ,ຄໍາຕັດສິນທີ່ຄູ່ ຄວາມຫຼືພາກສ່ວນອື່ນຕ້ອງການນັ້ນໃຫ້ອັດສໍາເນົາໂດຍແມ່ນຈ່າ ສານເປັນຜູ້ຢັ້ງຢືນ. ....ມາດຕາສອງລ້ອຍຫ້າສິບປະເພດຄໍາຕັດສິນຂອງສານຂັ້ນຕົ້ນ

ມາດຕາສອງລ້ອຍຫ້າສິບປະເພດຄໍາຕັດສິນຂອງສານຂັ້ນຕົ້ນ ປະເພດຄໍາຕັດສິນຂອງສານຂັ້ນຕົ້ນມີດັ່ງນີ້: 1. ຖ້າຫາກເຫັນວ່າຄໍາຮ້ອງຟ້ອງຂອງໂຈດຫຼືຄໍາຟ້ອງ ແຍ່ງຂອງຈໍາເລີຍບໍ່ມີເຫດຜົນພຽງພໍສານຕ້ອງຕັດສິນຍົກເລີກ ຄໍາຮ້ອງຟ້ອງຂອງໂຈດຫຼືຄໍາຟ້ອງແຍ່ງຂອງຈໍາເລີຍ. 2. ຖ້າຫາກເຫັນວ່າຄໍາຮ້ອງຟ້ອງຂອງໂຈດຫຼືຄໍາ ຟ້ອງແຍ່ງຂອງຈໍາເລີຍມີເຫດຜົນພຽງພໍສານຕ້ອງລົງຄໍາ ຕັດສິນ: - ໃຫ້ຈໍາເລີຍໃຊ້ແທນຄ່າເສຍຫາຍຫຼືຄ່າປັບໃໝຫຼືຄ່າປ່ວຍ ການຊັບແກ່ໂຈດຕາມແຕ່ລະກໍລະນີຫຼືກົງກັນຂ້າມຖ້າຫາກແມ່ນ ຄໍາຟ້ອງແຍ່ງ. - ໃຫ້ຈໍາເລີຍສົ່ງຊັບສິ່ງຂອງເຊັ່ນພາຫະນະ,ສັດຄືນແກ່ໂຈດ ໃນກໍລະນີທີ່ແມ່ນການຢືມໄປໃຊ້ຫຼືກົງກັນຂ້າມຖ້າຫາກແມ່ນຄໍາ ຟ້ອງແຍ່ງ. - ໃຫ້ຈໍາເລີຍສົ່ງເງິນຕົ້ນທຶນພ້ອມດ້ວຍດອກເບ້ຍ(ຖ້າມີ)ຄືນ ແກ່ໂຈດໃນກໍລະນີທີ່ແມ່ນການກູ້ຢືມຫຼືກົງກັນຂ້າມຖ້າຫາກແມ່ນຄໍາ ຟ້ອງແຍ່ງ. - ໃຫ້ຈໍາເລີຍຍົກຍ້າຍອອກຈາກທີ່ດິນຫຼືເຮືອນຂອງໂຈດໃນກໍ ລະນີທີ່ແມ່ນການເຊົ່າຫຼືການຕົກລົງອື່ນຫຼືກົງກັນຂ້າມຖ້າຫາກແມ່ນ ຄໍາຟ້ອງແຍ່ງ. - ໃຫ້ໂຈດແລະຈໍາເລີຍຂາດຈາກສາຍຜົວເມຍ. - ໃຫ້ຈໍາເລີຍຈ່າຍຄ່າລ້ຽງດູລູກ,ຄ່າປົວແປງຈິດໃຈ. - ໃຫ້ຄູ່ຄວາມຝ່າຍໃດຝ່າຍໜຶ່ງປະຕິບັດພາງສ່ວນໃດສ່ວນ ໜຶ່ງກ່ອນ. - ແລະອື່ນໆ.

ສານຂັ້ນຕົ້ນທີ່ໄດ້ຕັດສິນຄະດີແລ້ວຕ້ອງພິມຄໍາຕັດສິນໃຫ້ ສໍາເລັດພາຍໃນກໍານົດຊາວວັນນັບແຕ່ວັນລົງຄໍາຕັດສິນເປັນຕົ້ນ ໄປ. ....ມາດຕາສອງລ້ອຍຫ້າສິບເອັດ(ປັບປຸງ)ການລົງຄໍາຕັດສິນໃຫ້ປະຕິບັດພາງ

ມາດຕາສອງລ້ອຍຫ້າສິບເອັດ(ປັບປຸງ)ການລົງຄໍາຕັດສິນໃຫ້ປະ ຕິບັດພາງ ການປະຕິບັດພາງແມ່ນການປະຕິບັດຄໍາຕັດສິນຂອງສານ ສ່ວນໃດສ່ວນໜຶ່ງກ່ອນຄໍາຕັດສິນນັ້ນໃຊ້ໄດ້ຢ່າງເດັດຂາດເພື່ອຊ່ວຍ ບັນເທົາຄວາມເສຍຫາຍ,ຄວາມຈໍາເປັນຮີບດ່ວນຂອງຄູ່ຄວາມ. ຄໍາຕັດສິນຂອງສານໃນກໍລະນີຮີບດ່ວນຫຼືຈໍາເລີຍຮັບຮູ້ການ ຮ້ອງຟ້ອງຂອງໂຈດຫຼືໂຈດຮັບຮູ້ການຟ້ອງແຍ່ງຂອງຈໍາເລີຍຊຶ່ງ ບອກໃຫ້ປະຕິບັດພາງສ່ວນໃດສ່ວນໜຶ່ງກ່ອນນັ້ນຕ້ອງສົ່ງໄປຍັງ ຫ້ອງການຫຼືໜ່ວຍງານປະຕິບັດຄໍາຕັດສິນຂອງສານບ່ອນກ່ຽວຂ້ອງ ໃນທັນໃດເພື່ອຈັດຕັ້ງປະຕິບັດເຖິງວ່າຈະມີການຂໍອຸທອນກໍ່ຕາມ. ....ມາດຕາສອງລ້ອຍຫ້າສິບສອງ(ໃໝ່)ການເຊັນຄໍາຕັດສິນ

ມາດຕາສອງລ້ອຍຫ້າສິບສອງ(ໃໝ່)ການເຊັນຄໍາຕັດສິນ ປະທານຄະນະສານຕັດສິນແລະຈ່າສານຕ້ອງລົງລາຍເຊັນ ໃສ່ຄໍາຕັດສິນ,ຖ້າຫາກປະທານຄະນະສານຫຼືຈ່າສານບໍ່ສາມາດເຊັນ ຄໍາຕັດສິນຍ້ອນສາເຫດທີ່ຈໍາເປັນໃດໜຶ່ງກໍ່ໃຫ້ພິມຊື່ແລະນາມສະກຸນ ຂອງຜູ້ກ່ຽວໃສ່ຄໍາຕັດສິນແລ້ວໃຫ້ຈ່າສານຜູ້ໄດ້ຮັບມອບໝາຍເປັນ ຜູ້ເຊັນຢັ້ງຢືນ. ....ມາດຕາສອງລ້ອຍຫ້າສິບສາມ(ໃໝ່)ການເຮັດປະເດັນຄໍາຕັດສິນໃຫ້ຄູ່ຄວາມ

ມາດຕາສອງລ້ອຍຫ້າສິບສາມ(ໃໝ່)ການເຮັດປະເດັນຄໍາຕັດສິນ ໃຫ້ຄູ່ຄວາມ ສານຂັ້ນຕົ້ນທີ່ໄດ້ຕັດສິນຄະດີແລ້ວຖ້າຫາກບໍ່ສາມາດພິມ ຄໍາຕັດສິນໃຫ້ສໍາເລັດຕາມກໍານົດເວລາທີ່ໄດ້ກໍານົດໄວ້ໃນມາດຕາ ສອງລ້ອຍຫ້າສິບຂອງກົດໝາຍສະບັບນີ້ຕ້ອງເຮັດປະເດັນຄໍາຕັດ ສິນຕາມທີ່ໄດ້ບັນທຶກໄວ້ໃນປຶ້ມປະຊຸມສານສົ່ງໃຫ້ຄູ່ຄວາມກ່ອນກໍ່ ໄດ້ໃນກໍລະນີມີການຮ້ອງຂໍໂດຍໃຫ້ປະທານຄະນະສານຕັດສິນເປັນ ຜູ້ເຊັນ. ....ມາດຕາສອງລ້ອຍຫ້າສິບສີ່(ໃໝ່)ການດັດແກ້ຄໍາຜິດໃນຄໍາຕັດສິນ

ມາດຕາສອງລ້ອຍຫ້າສິບສີ່(ໃໝ່)ການດັດແກ້ຄໍາຜິດໃນຄໍາຕັດສິນ ເມື່ອມີຄວາມຜິດພາດທາງດ້ານການພິມ,ການຄໍານວນຕົວ ເລກແລະທາງດ້ານເຕັກນິກອື່ນຊຶ່ງຈໍາເປັນຕ້ອງໄດ້ດັດແກ້ແຕ່ການ ດັດແກ້ນັ້ນຕ້ອງບໍ່ກະທົບເຖິງຂໍ້ເທັດຈິງໃນຄະດີແລະຜົນຂອງການ ຕັດສິນ. ການດັດແກ້ຄໍາຕັດສິນຕ້ອງເຮັດເປັນຄໍາຊີ້ຂາດຂອງປະ ທານຄະນະສານທີ່ກ່ຽວຂ້ອງແລ້ວແຈ້ງໃຫ້ຄູ່ຄວາມ,ຫົວໜ້າອົງ ການໄອຍະການປະຊາຊົນຫຼືພະນັກງານປະຕິບັດຄໍາຕັດສິນຂອງ ສານທີ່ກ່ຽວຂ້ອງໃນທັນໃດ. ....ມາດຕາສອງລ້ອຍຫ້າສິບຫ້າ(ໃໝ່)ການຮັບຊາບຄໍາຕັດສິນໃນກໍລະນີຕັດສິນລັບຫຼັງ

ມາດຕາສອງລ້ອຍຫ້າສິບຫ້າ(ໃໝ່)ການຮັບຊາບຄໍາຕັດສິນໃນກໍລະ ນີຕັດສິນລັບຫຼັງ ເມື່ອມີການຕັດສິນລັບຫຼັງສານຂັ້ນຕົ້ນຕ້ອງຮຽກຄູ່ຄວາມມາ ຮັບຊາບແລະເຮັດບົດບັນທຶກຮັບຊາບຄໍາຕັດສິນພ້ອມທັງແຈ້ງສິດ ໃນການຂໍຄັດຄ້ານແລະຂໍອຸທອນໃຫ້ຜູ້ກ່ຽວ. ໃນກໍລະນີທີ່ສານໄດ້ສົ່ງໝາຍຮຽກໃຫ້ຄູ່ຄວາມມາຮັບຊາບ ຄໍາຕັດສິນເຖິງສາມຄັ້ງແລ້ວແຕ່ຄູ່ຄວາມບໍ່ເຂົ້າມາໂດຍບໍ່ມີເຫດ ຜົນຊຶ່ງມີການຢັ້ງຢືນຈາກອົງການປົກຄອງບ້ນຫຼືການຈັດຕັ້ງທີ່ກ່ຽວ ຂ້ອງສານສາມາດສົ່ງສໍານວນດັ່ງກ່າວໄປຈັດຕັ້ງປະຕິບັດຫຼືໃຫ້ສານ ຂັ້ນອຸທອນພິຈາລະນາຕາມກົດໝາຍໃນກໍລະນີມີການຂໍອຸທອນຫຼືສະ ເໜີຄັດຄ້ານ. ໃນກໍລະນີທີ່ຄູ່ຄວາມໜີອອກຈາກບ່ອນຢູ່ປະຈໍາໂດຍມີການ ຢັ້ງຢືນຂອງອົງການປົກຄອງບ້ານສານກໍ່ຈະຕິດປະກາດທາງສາ ທາລະນະຫຼືແຈ້ງຜ່ານສື່ມວນຊົນຕາມທີ່ໄດ້ກໍານົດໄວ້ໃນມາດຕາ ໜຶ່ງລ້ອຍສີ່ສິບເກົ້າແລະໜຶ່ງລ້ອຍຫ້າສິບຂອງກົດໝາຍສະບັບນີ້. ....ມາດຕາສອງລ້ອຍຫ້າສິບຫົກ(ໃໝ່)ການດໍາເນີນການເມື່ອມີການຄັດຄ້ານການຕັດສິນລັບຫຼັງ

ມາດຕາສອງລ້ອຍຫ້າສິບຫົກ(ໃໝ່)ການດໍາເນີນການເມື່ອມີການຄັດ ຄ້ານການຕັດສິນລັບຫຼັງ ເມື່ອຄູ່ຄວາມໄດ້ຄັດຄ້ານຄໍາຕັດສິນລັບຫຼັງແລ້ວໃຫ້ສານພິ ຈາລະນາຕັດສິນຄືນໃໝ່ໂດຍຊ້ອງໜ້າຜູ້ກ່ຽວນັ້ນຄູ່ຄວາມຕ້ອງຍື່ນ ຄໍາຮ້ອງຂໍຄັດຄ້ານຕໍ່ປະທານສານບ່ອນກ່ຽວຂ້ອງເພື່ອໃຫ້ຄະນະ ສານເກົ່າພິຈາລະນາຄືນໃໝ່ໂດຍຊ້ອງໜ້າຜູ້ກ່ຽວຕາມລະບຽບ ການພິຈາລະນາຄະດີຢູ່ສານຂັ້ນຕົ້ນ. ຄໍາຕັດສິນລັບຫຼັງດັ່ງກ່າວຈະຖືກລົບລ້າງດ້ວຍຄໍາຕັດສິນ ສະບັບໃໝ່. ....ມາດຕາສອງລ້ອຍຫ້າສິບເຈັດ(ໃໝ່)ການດໍາເນີນການເມື່ອມີການຂໍອຸທອນ

ມາດຕາສອງລ້ອຍຫ້າສິບເຈັດ(ໃໝ່)ການດໍາເນີນການເມື່ອມີການ ຂໍອຸທອນ ພາຍຫຼັງທີ່ໄດ້ຮັບຊາບຄໍາຕັດສິນແລ້ວຄູ່ຄວາມໃນຄະດີມີ ສິດຂໍອຸທອນດ້ວຍການຈອງຫຼືຍື່ນຄໍາຮ້ອງຂໍອຸທອນຕໍ່ສານທີ່ຕັດສິນ ເປັນຂັ້ນຕົ້ນ. ສານຂັ້ນຕົ້ນຕ້ອງກວດກາຄໍາຮ້ອງຂໍອຸທອນຕາມຮ່າງແບບ ພິມຂອງສານພ້ອມທັງກວດກາເບິ່ງວ່າການຂໍອຸທອນດັ່ງກ່າວຖືກ ຕ້ອງຕາມກໍານົດເວລາຂໍອຸທອນຫຼືບໍ່.ຖ້າວ່າຄໍາຮ້ອງຂໍອຸທອນມີເນື້ອ ໃນບໍ່ຄົບຖ້ວນຫຼືບໍ່ຖືກຕ້ອງສານຂັ້ນຕົ້ນຕ້ອງແນະນໍາໃຫ້ຜູ້ຂໍອຸທອນ ແກ້ໄຂຂໍ້ບົກພ່ອງນັ້ນເສຍກ່ອນ.ຖ້າເຫັນວ່າຖືກຕ້ອງແລ້ວຕ້ອງຮັບ ຄໍາຮ້ອງຂໍອຸທອນແລະແຈ້ງໃຫ້ຄູ່ຄວາມຝ່າຍກົງກັນຂ້າມຊາບ. ສານຂັ້ນຕົ້ນຕ້ອງຮັບຄໍາຮ້ອງຂໍອຸທອນເຖິງວ່າກໍານົດເວ ລາຂໍອຸທອນນັ້ນຈະໝົດແລ້ວກໍ່ຕາມ.ແຕ່ສານຕ້ອງໃຫ້ຜູ້ຂໍອຸທອນ ຊີ້ແຈງເຫດຜົນຂອງການຊັກຊ້າໃນການຍື່ນຄໍາຮ້ອງຂໍອຸທອນພ້ອມ ທັງອະທິບາຍຜົນສະທ້ອນຂອງການຍື່ນຄໍາຮ້ອງຂໍອຸທອນກາຍກໍາ ນົດໃຫ້ຜູ້ກ່ຽວເຂົ້າໃຈ. ຖ້າຫາກມີການຈອງຫຼືຍື່ນຄໍາຮ້ອງຂໍອຸທອນສານຕ້ອງສົ່ງ ສໍານວນຄະດີໄປຍັງສານຂັ້ນອຸທອນພາຍໃນກໍານົດເວລາຊາວ ສາມວັນນັບແຕ່ວັນລົງຄໍາຕັດສິນຫຼືວັນຮັບຊາບຄໍາຕັດສິນເປັນຕົ້ນ ໄປ. ....ມາດຕາສອງລ້ອຍຫ້າສິບແປດ(ປັບປຸງ)ຄໍາຕັດສິນເປັນຂັ້ນຕົ້ນຊຶ່ງບໍ່ຖືກຂໍອຸທອນ

ມາດຕາສອງລ້ອຍຫ້າສິບແປດ(ປັບປຸງ)ຄໍາຕັດສິນເປັນຂັ້ນຕົ້ນຊຶ່ງບໍ່ ຖືກຂໍອຸທອນ ຄໍາຕັດສິນເປັນຂັ້ນຕົ້ນຂອງສານປະຊາຊົນເຂດແລະສານ ປະຊາຊົນແຂວງ,ນະຄອນແລະສານເດັກຊຶ່ງບໍ່ຖືກຂໍອຸທອນໂດຍ ຄູ່ຄວາມຫຼືບໍ່ຖືກສະເໜີຄັດຄ້ານໂດຍຫົວໜ້າອົງການໄປຍະການ ປະຊາຊົນຕາມກໍານົດເວລາຂໍອຸທອນຫຼືສະເໜີຄັດຄ້ານນັ້ນໃຫ້ຖືວ່າ ເປັນຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານ. ພາຍໃນກໍານົດເວລາຊາວສາມວັນນັບແຕ່ວັນລົງຄໍາຕັດ ສິນຫຼືວັນຮັບຊາບຄໍາຕັດສິນເປັນຕົ້ນໄປສານຂັ້ນຕົ້ນຕ້ອງສົ່ງສໍາ ນວນຄະດີດັ່ງກ່າວໄປຍັງໜ່ວຍງານຫຼືຫ້ອງການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານບ່ອນທີ່ກ່ຽວຂ້ອງ. ..ພາກທີສິບສອງການດໍາເນີນຄະດີຢູ່ສານຂັ້ນອຸທອນ


...ໝວດທີໜຶ່ງສິດໃນການຂໍອຸທອນແລະການສະເໜີຄັດຄ້ານຄໍາຕົກລົງຂອງສານຂັ້ນຕົ້ນ


....ມາດຕາສອງລ້ອຍຫ້າສິບເກົ້າ(ປັບປຸງ)ສານທີ່ມີສິດພິພາກສາເປັນຂັ້ນອຸທອນ

ມາດຕາສອງລ້ອຍຫ້າສິບເກົ້າ(ປັບປຸງ)ສານທີ່ມີສິດພິພາກສາ ເປັນຂັ້ນອຸທອນ ສານປະຊາຊົນແຂວງ,ນະຄອນມີສິດພິພາກສາຄະດີເປັນ ຂັ້ນອຸທອນຕາມຂໍ້ມູນຫຼັກຖານແລະຕາມກົດໝາຍຄະດີທີ່ສານປະ ຊາຊົນເຂດໄດ້ຕັດສິນເປັນຂັ້ນຕົ້ນຊຶ່ງຖືກຂໍອຸທອນໂດຍຄູ່ຄວາມຫຼື ສະເໜີຄັດຄ້ານໂດຍຫົວໜ້າອົງການໄອຍະການປະຊາຊົນ. ສານປະຊາຊົນພາກມີສິດພິພາກສາເປັນຂັ້ນອຸທອນຕາມ ຂໍ້ມູນຫຼັກຖານແລະຕາມກົດໝາຍຄະດີທີ່ສານປະຊາຊົນແຂວງ, ນະຄອນແລະສານເດັກໄດ້ຕັດສິນເປັນຂັ້ນຕົ້ນຊຶ່ງຖືກຂໍອຸທທອນ ໂດຍຄູ່ຄວາມຫຼືສະເໜີຄັດຄ້ານໂດຍຫົວໜ້າອົງການໄອຍະການ ປະຊາຊົນ.s ....ມາດຕາສອງລ້ອຍຫົກສິບ(ປັບປຸງ)ບຸກຄົນທີ່ມີສິດໃນການຂໍອຸທອນຫຼືສະເໜີຄັດຄ້ານ

ມາດຕາສອງລ້ອຍຫົກສິບ(ປັບປຸງ)ບຸກຄົນທີ່ມີສິດໃນການຂໍອຸທອນຫຼື ສະເໜີຄັດຄ້ານ ໂຈດ,ຈໍາເລີຍຫຼືບຸກຄົນທີສາມຂອງແຕ່ລະຝ່າຍຊຶ່ງເປັນ ຄູ່ຄວາມໃນຄະດີມີສິດຂໍອຸທອນຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນ ຂອງສານ. ຫົວໜ້າອົງການໄອຍະການປະຊາຊົນກໍ່ມີສິດສະເໜີຄັດ ຄ້ານຄໍາຕັດສິນຂອງສານທີ່ບໍ່ຖືກຕ້ອງຕາມກົດໝາຍຫຼືບໍ່ມີເຫດ ຜົນພຽງພໍ. ....ມາດຕາສອງລ້ອຍຫົກສິບເອັດ(ປັບປຸງ)ການຄັດຄ້ານຄໍາຕັດສິນຂອງບຸກຄົນທີສາມ

ມາດຕາສອງລ້ອຍຫົກສິບເອັດ(ປັບປຸງ)ການຄັດຄ້ານຄໍາຕັດສິນຂອງ ບຸກຄົນທີສາມ ການຄັດຄ້ານຄໍາຕັດສິນຂອງສານໂດຍບຸກຄົນທີ່ສາມໃຫ້ ປະຕິບັດດັ່ງກຽວກັນກັບການຕັດສິນລັບຫຼັງຫຼືການດໍາເນີນຄະດີທົ່ວ ໄປແລ້ວແຕ່ລະກໍລະນີ. ເມື່ອບຸກຄົນທີ່ສາມບໍ່ໄດ້ເຂົ້າຮ່ວມໃນການດໍາເນີນຄະດີ ແຕ່ເບື້ອງຕົ້ນຖ້າຫາກຄະດີພວກດໍາເນີນຂັ້ນອຸທອນຜູ້ກ່ຽວມີສິດ ສະເໜີຄັດຄ້ານໃຫ້ລົບລ້າງຄໍາຕັດສິນຂັ້ນຕົ້ນທີ່ແຕະຕ້ອງເຖິງສິດ ແລະຜົນປະໂຫຍດອັນຊອບທໍາຂອງຕົນເພື່ອໃຫ້ພິຈາລະນາຕັດ ສິນຄືນໃໝ່ໂດຍຊ້ອງໜ້າຜູ້ກ່ຽວ. ....ມາດຕາສອງລ້ອຍຫົກສິບສອງ(ປັບປຸງ)ກໍານົດເວລາຂໍອຸທອນແລະສະເໜີຄັດຄ້ານ

ມາດຕາສອງລ້ອຍຫົກສິບສອງ(ປັບປຸງ)ກໍານົດເວລາຂໍອຸທອນແລະ ສະເໜີຄັດຄ້ານ ຄູ່ຄວາມມີສິດຂໍອຸທອນແລະຫົວໜ້າອົງການໄອຍະການ ປະຊາຊົນມີສິດສະເໜີຄັດຄ້ານຄໍາຕັດສິນຂອງສານຂັ້ນຕົ້ນໄດ້ ພາຍໃນກໍານົດເວລາຊາວວັນນັບແຕ່ວັນລົງຄໍາຕັດສິນສໍາລັບຜູ້ ຖືກສານຕັດສິນຊ້ອງໜ້າຫຼືຖືວ່າຊ້ອງໜ້າຫຼືນັບແຕ່ວັນຮັບຊາບ ຄໍາຕັດສິນເປັນຕົ້ນໄປສໍາລັບຜູ້ຖືສານຕັດສິນລັບຫຼັງ. ສໍາລັບການຂໍອຸທອນຄໍາສັ່ງຫຼືຄໍາຊີ້ຂາດຂອງສານນັ້ນກໍາ ນົດເວລາຂໍອຸທອນແມ່ນເຈັດວັນນັບແຕ່ວັນຮັບຊາບຄໍາສັ່ງຫຼືຄໍາ ຊີ້ຂາດເປັນຕົ້ນໄປ. ຄູ່ຄວາມທີ່ຂໍອຸທອນນັ້ນໃຫ້ນໍາເອົາເງິນມາວາງສານແລະ ເສຍຄ່າຂໍອຸທອນຕາມລະບຽບກົດໝາຍ. ....ມາດຕາສອງລ້ອຍຫົກສິບສາມ(ໃໝ່)ການຂໍອຸທອນ

ມາດຕາສອງລ້ອຍຫົກສິບສາມ(ໃໝ່)ການຂໍອຸທອນ ການຂໍອຸທອນອາດຈະເຮັດດ້ວຍການຈອງການຂໍອຸທອນ ຫຼືຍື່ນຄໍາຮ້ອງຂໍອຸທອນຕໍ່ສານທີ່ໄດ້ຕັດສິນຄະດີດັ່ງກ່າວເປັນຂັ້ນ ຕົ້ນ. ຄູ່ຄວາມສາມາດຂໍອຸທອນບັນຫາທາງດ້ານຂໍ້ມູນຫຼັກຖານ ຫຼືກົດໝາຍຕໍ່ຄໍາຕັດສິນຂອງສານຂັ້ນຕົ້ນຊຶ່ງຕົນບໍ່ພໍໃຈຕໍ່ການຕັດ ສິນດັ່ງກ່າວຫຼືບັນຫາທີ່ຄູ່ຄວາມໄດ້ຮ້ອງຟ້ອງ,ຮ້ອງຂໍຫຼືຟ້ອງແຍ່ງ ຕໍ່ສານຂັ້ນຕົ້ນແລ້ວແຕ່ບໍ່ໄດ້ຮັບການພິຈາລະນາ.ບັນຫາໃດທີ່ຄູ່ ຄວາມບໍ່ໄດ້ຮ້ອງຟ້ອງ,ຮ້ອງຂໍຫຼືຟ້ອງແຍ່ງຕໍ່ສານຂັ້ນຕົ້ນສານຂັ້ນ ອຸທອນຈະພິຈາລະນາຫຼືບໍ່ພິຈາລະນາກໍ່ໄດ້,ໃນກໍລະນີທີ່ສານຂັ້ນອຸ ທອນເຫັນວ່າຄໍາຮ້ອງຂໍອຸທອນຕໍ່ບັນຫານັ້ນມີເຫດຜົນກໍ່ໃຫ້ພິພາກ ສາສົ່ງສໍານວນຄືນໃຫ້ສານຂັ້ນຕົ້ນພິຈາລະນາບັນຫາດັ່ງກ່າວ. ຄໍາຕັດສິນໃຫ້ປະຕິບັດພາງ,ຄໍາສັ່ງປະຕິບັດຜົນການໄກ່ ເກ່ຍ,ຄໍາສັ່ງຂອງສານກ່ຽວກັບການນໍາໃຊ້ມາດຕະການຕໍ່ຄົນ ເສຍຈິດ,ຕໍ່ນິຕິບຸກຄົນທີ່ຖືກຍຸບເລີກ,ຕໍ່ຜົວຫຼືເມຍ,ຕໍ່ເດັກແລະມາດ ຕະການຊົ່ວຄາວອື່ນຂອງສານຈະຂໍອຸທອນບໍ່ໄດ້. ....ມາດຕາສອງລ້ອຍຫົກສິບສີ່(ໃໝ່)ເນື້ອໃນຄໍາຮ້ອງຂໍອຸທອນ

ມາດຕາສອງລ້ອຍຫົກສິບສີ່(ໃໝ່)ເນື້ອໃນຄໍາຮ້ອງຂໍອຸທອນ ຄໍາຮ້ອງຂໍອຸທອນຕ້ອງປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1. ຊື່ແລະນາມສະກຸນ,ອາຍຸ,ອາຊີບແລະທີ່ຢູ່ຂອງຜູ້ຂໍອຸທອນ. 2. ເລກທີຄໍາຕັດສິນທີ່ຂໍອຸທອນ. 3. ປະເດັນທີ່ຂໍອຸທອນພ້ອມດ້ວຍເຫດຜົນແລະຫຼັກຖານຢັ້ງຢືນ. 4. ວັນ,ເດືອນ,ປີຍື່ນຄໍາຮ້ອງຂໍອຸທອນແລະລາຍເຊັນ. ....ມາດຕາສອງລ້ອຍຫົກສິບຫ້າ(ປັບປຸງ)ລະບຽບການຍື່ນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານ

ມາດຕາສອງລ້ອຍຫົກສິບຫ້າ(ປັບປຸງ)ລະບຽບການຍື່ນຄໍາຮ້ອງຂໍອຸ ທອນຫຼືຄໍາສະເໜີຄັດຄ້ານ ໃນກໍລະນີທີ່ມີການຂໍອຸທອນຫຼືສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ ຂາດແລະຄໍາຕັດສິນຄູ່ຄວາມຫຼືຫົວໜ້າອົງການໄອຍະການປະຊາ ຊົນຕ້ອງຍື່ນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຂອງຕົນຕໍ່ສານ ຂັ້ນອຸທອນໂດຍຜ່ານສານທີ່ໄດ້ຕັດສິນຄະດີເປັນຂັ້ນຕົ້ນ. ໃນກໍລະນີທີ່ສານຂັ້ນຕົ້ນຫາກບໍ່ຮັບຫຼືແກ່ຍາວການຮັບຄໍາ ຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຄໍາຕັດສິນຂອງສານ,ຄູ່ຄວາມ ຫຼືຫົວໜ້າອົງການໄອຍະການປະຊາຊົນມີສິດຍື່ນຄໍາຮ້ອງຂໍອຸທອນ ຫຼືຄໍາສະເໜີຄັດຄ້ານໂດຍກົງຕໍ່ສານຂັ້ນອຸທອນ. ຫຼັງຈາກກໍານົດຂໍອຸທອນໄດ້ສິ້ນສຸດແລ້ວຖ້າສານຂັ້ນຕົ້ນທີ່ ໄດ້ຮັບຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຫາກແກ່ຍາວເກີນ ກໍານົດເວລາໃນການສົ່ງສໍານວນຄະດີຂຶ້ນສານຂັ້ນອຸທອນ,ຄູ່ ຄວາມຫຼືຫົວໜ້າອົງການໄອຍະການປະຊາຊົນມີສິດສະເໜີຕໍ່ສານ ຂັ້ນອຸທອນເພື່ອທວງເອົາຄະດີດັ່ງກ່າວມາພິຈາລະນາ. ....ມາດຕາສອງລ້ອຍຫົກສິບຫົກ(ປັບປຸງ)ສິດໃນການຖອນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານ

ມາດຕາສອງລ້ອຍຫົກສິບຫົກ(ປັບປຸງ)ສິດໃນການຖອນຄໍາຮ້ອງຂໍອຸ ທອນຫຼືຄໍາສະເໜີຄັດຄ້ານ ກ່ອນການປິດການໂຕ້ຖຽງໃນທີ່ປະຊຸມສານຂອງສານຂັ້ນ ອຸທອນນັ້ນຄູ່ຄວາມແລະບຸກຄົນທີ່ສາມໃນຄະດີຫຼືຫົວໜ້າອົງການ ໄອຍະການປະຊາຊົນມີສິດຖອນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດ ຄ້ານຂອງຕົນທັງໝົດຫຼືບາງສ່ວນກໍ່ໄດ້. ໃນກໍລະນີມີການຖອນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດ ຄ້ານແລ້ວຄູ່ຄວາມແລະບຸກຄົນທີ່ສາມໃນຄະດີຫຼືຫົວໜ້າອົງການ ໄອຍະການປະຊາຊົນບໍ່ມີສິດຂໍອຸທອນຫຼືສະເໜີຄັດຄ້ານຄືນໃໝ່ ອີກ. ....ມາດຕາສອງລ້ອຍຫົກສິບເຈັດ(ໃໝ່)ການດໍາເນີນການເມື່ອມີການຖອນຄໍາຮ້ອງຂໍອຸທອນ

ມາດຕາສອງລ້ອຍຫົກສິບເຈັດ(ໃໝ່)ການດໍາເນີນການເມື່ອມີການ ຖອນຄໍາຮ້ອງຂໍອຸທອນ ຜູ້ຮ້ອງຂໍອຸທອນຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາຕັດສິນຂອງສານ ຂັ້ນຕົ້ນທີ່ມີຈຸດປະສົງຖອນການຂໍອຸທອນຕ້ອງຂຽນຄໍາຮ້ອງຂໍຖອນ ເປັນລາຍລັກອັກສອນຍື່ນຕໍ່ສານປະຊາຊົນທີ່ກ່ຽວຂ້ອງເພື່ອພິຈາ ລະນາເວັ້ນເສຍແຕ່ການຂໍຖອນໃນທີ່ປະຊຸມສານແມ່ນໃຫ້ຈ່າສານ ເປັນຜູ້ບັນທຶກ. ເມື່ອໄດ້ຮັບຄໍາຮ້ອງຂໍຖອນການອຸທອນສານປະຊາຊົນທີ່ ກ່ຽວຂ້ອງຕ້ອງນໍາເອົາບັນຫາດັ່ງກ່າວມາພິຈາລະນາຖ້າເຫັນ ວ່າການຂໍຖອນດັ່ງກ່າວບໍ່ຂັດກັບກົດໝາຍຫຼືຜົນປະໂຫຍດຂອງ ລັດຫຼືສັງຄົມສານຕ້ອງອອກຄໍາຊີ້ຂາດໃຫ້ຖອນຄໍາຮ້ອງຂໍອຸທອນ ດັ່ງກ່າວແລ້ວສົ່ງສໍານວນຄະດີໄປຈັດຕັ້ງປະຕິບັດຖ້າຫາກແມ່ນ ການຖອນຂໍອຸທອນທັງໝົດ. ໃນກໍລະນີການຖອນຄໍາຮ້ອງຂໍອຸທອນບາງສ່ວນສານຈະ ນໍາມາພິຈາລະນາໃນສ່ວນທີ່ບໍ່ໄດ້ຖອນ. ສໍາລັບການຖອນຄໍາຮ້ອງຂໍຄັດຄ້ານຂອງຄູ່ຄວາມກໍ່ໃຫ້ປະ ຕິບັດດັ່ງດຽວກັນກັບການຖອນຄໍາຮ້ອງຂໍອຸທອນ. ....ມາດຕາສອງລ້ອຍຫົກສິບແປດ(ປັບປຸງ)ຜົນສະທ້ອນຂອງການຂໍອຸທອນຫຼືການສະເໜີຄັດຄ້ານ

ມາດຕາສອງລ້ອຍຫົກສິບແປດ(ປັບປຸງ)ຜົນສະທ້ອນຂອງການຂໍ ອຸທອນຫຼືການສະເໜີຄັດຄ້ານ ການຂໍອຸທອນຫຼືການສະເໜີຄັດຄ້ານຄໍາຕັດສິນເປັນສາ ເຫດທີ່ພາໃຫ້ໂຈະການປະຕິບັດຄໍາຕັດສິນຊຶ່ງຖືກຂໍອຸທອນຫຼືຖືກ ສະເໜີຄັດຄ້ານ.ເວັ້ນເສຍແຕ່ມີຄໍາຕັດສິນຂອງສານໃຫ້ປະຕິບັດ ພາງຊຶ່ງຕ້ອງສົ່ງໄປຈັດຕັ້ງປະຕິບັດເຖິງຈະມີການຂໍອຸທອນຄໍາຕັດ ສິນໃນສ່ວນໃດຫຼືບັນຫາໃດກໍ່ຕາມ. ການຂໍອຸທອນຫຼືການສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ຂາດ ກ່ຽວກັບການນໍາໃຊ້ມາດຕະການຂອງສານບໍ່ເປັນສາເຫດທີ່ພາ ໃຫ້ໂຈະການດໍາເນີນຄະດີ.

...ໝວດທີສອງການພິຈາລະນາຄະດີຂອງສານຂັ້ນອຸທອນ


....ມາດຕາສອງລ້ອຍຫົກສິບເກົ້າ(ໃໝ່)ການຮັບເອົາຄະດີມາພິຈາລະນາເປັນຂັ້ນອຸທອນ

ມາດຕາສອງລ້ອຍຫົກສິບເກົ້າ(ໃໝ່)ການຮັບເອົາຄະດີມາພິຈາລະນາ ເປັນຂັ້ນອຸທອນ ເມື່ອມີການຂໍອຸທອນຫຼືການສະເໜີຄັດຄ້ານຖືກຕ້ອງຕາມກໍາ ນົດເວລາແລະປະຕິບັັດຕາມລະບຽບການຂໍອຸທອນແລ້ວສານຂັ້ນອຸ ທອນກໍ່ຈະຮັບເອົາຄະດີມາພິຈາລະນາເປັນຂັ້ນອຸທອນຕາມລະບຽບ ການ.ຫົວໜ້າຄະນະສານຈະມອບສໍານວນຄະດີໃຫ້ຜູ້ພິພາກສາຄົ້ນ ຄວ້າເພື່ອກະກຽມນໍາຂຶ້ນໄຕ່ສວນໃນທີ່ປະຊຸມສານ. ....ມາດຕາສອງລ້ອຍເຈັດສິບ(ໃໝ່)ການພິຈາລະນາຄໍາຮ້ອງຂໍອຸທອນທີ່ກາຍກໍານົດ

ມາດຕາສອງລ້ອຍເຈັດສິບ(ໃໝ່)ການພິຈາລະນາຄໍາຮ້ອງຂໍອຸ ທອນທີ່ກາຍກໍານົດ ຖ້າສານຂັ້ນອຸທອນເຫັນວ່າຄໍາຮ້ອງຂໍອຸທອນຫຼືຄໍາສະເໜີ ຄັດຄ້ານຫາກກາຍກໍານົດເວລາຂໍອຸທອນຄະນະສານຂັ້ນອຸທອນ ຕ້ອງລົງຄໍາພິພາກສາບໍ່ຮັບເອົາຄະດີດັ່ງກ່າວມາພິຈາລະນາແລ້ວ ສົ່ງສໍານວນຄະດີດັ່ງກ່າວໃຫ້ສານຂັ້ນຕົ້ນເພື່ອສົ່ງໄປຈັດຕັ້ງປະຕິ ບັດເວັ້ນເສຍແຕ່ມີການຈອງຂໍອຸທອນທີ່ຖືກຕ້ອງຕາມລະບຽບການ. ຄໍາພິພາກສາບໍ່ຮັບເອົາຄະດີມາພິຈາລະນາເນື່ອງຈາກ ກາຍກໍານົດຂໍອຸທອນຈະບໍ່ໃຫ້ສິດໃນການຂໍລົບລ້າງ. ....ມາດຕາສອງລ້ອຍເຈັດສິບເອັດ(ໃໝ່)ການຄົ້ນຄວ້າຄະດີຂອງສານຂັ້ນອຸທອນ

ມາດຕາສອງລ້ອຍເຈັດສິບເອັດ(ໃໝ່)ການຄົ້ນຄວ້າຄະດີຂອງສານ ຂັ້ນອຸທອນ ການຄົ້ນຄວ້າຄະດີຂອງສານຂັ້ນອຸທອນຕ້ອງລົງເລິກບັນ ຫາທີ່ມີການຂໍອຸທອນເປັນຕົ້ນຕໍໂດຍເລັງໃສ່ບັນຫາຂໍ້ມູນຫຼັກຖານ ແລະກົດໝາຍ. ....ມາດຕາສອງລ້ອຍເຈັດສິບສອງ(ໃໝ່)ການສະເໜີຫຼັກຖານເພີ່ມເຕີມຢູ່ສານຂັ້ນອຸທອນ

ມາດຕາສອງລ້ອຍເຈັດສິບສອງ(ໃໝ່)ການສະເໜີຫຼັກຖານເພີ່ມເຕີມ ຢູ່ສານຂັ້ນອຸທອນ ຄູ່ຄວາມມີສິດສະເໜີຫຼັກຖານເພີ່ມເຕີມຕໍ່ສານຂັ້ນອຸທອນ ຢ່າງເປັນລາຍລັກອັກສອນໂດຍໃຫ້ບອກລາຍລະອຽດກ່ຽວກັບ ສາຍພົວພັນຂອງຫຼັກຖານກັບເຫດການຂອງຄະດີພ້ອມທັງໃຫ້ເຫດ ຜົນທີ່ບໍ່ໄດ້ຍື່ນຫຼັກຖານດັ່ງກ່າວຕໍ່ສານຂັ້ນຕົ້ນ. ສານຂັ້ນອຸທອນຕ້ອງນໍາເອົາຂໍ້ມູນຫຼັກຖານດັ່ງກ່າວມາພິ ຈາລະນາຖ້າເຫັນວ່າຫຼັກຖານນັ້ນມີຄວາມສໍາຄັນສານຂັ້ນອຸທອນ ຕ້ອງພິພາກສາລົບລ້າງຄໍາຕັດສິນຂອງສານຂັ້ນຕົ້ນແລ້ວສົ່ງສໍາ ນວນຄະດີພ້ອມດ້ວຍຫຼັກຖານທີ່ສະເໜີເພີ່ມເຕີມນັ້ນຄືນໃຫ້ສານຂັ້ນ ຕົ້ນຄະນະເກົ່າພິຈາລະນາໃໝ່. ....ມາດຕາສອງລ້ອຍເຈັດສິບສາມ(ໃໝ່)ຂອບເຂດການພິຈາລະນາຂອງສານຂັ້ນອຸທອນ

ມາດຕາສອງລ້ອຍເຈັດສິບສາມ(ໃໝ່)ຂອບເຂດການພິຈາລະນາ ຂອງສານຂັ້ນອຸທອນ ສານຂັ້ນອຸທອນພິຈາລະນາບັນຫາຂໍ້ມູນຫຼັກຖານແລະກົດ ໝາຍທີ່ສານຂັ້ນຕົ້ນໄດ້ຕັດສິນຊຶ່ງຖືກຂໍອຸທອນຫຼືສະເໜີຄັດຄ້ານ. ບັນຫາໃດທີ່ສານຂັ້ນຕົ້ນຍັງບໍ່ໄດ້ພິຈລະນາຕັດສິນລືຄູ່ຄວາມ ບໍ່ໄດ້ຂໍອຸທອນສານຂັ້ນອຸທອນຈະນໍາມາພິຈາລະນາເປັນຂັ້ນອຸທອນ ແມ່ນບໍ່ໄດ້. ....ມາດຕາສອງລ້ອຍເຈັດສິບສີ່(ໃໝ່)ການສົ່ງສໍານວນຄະດີໃຫ້ອົງການໄອຍະການປະຊາຊົນ

ມາດຕາສອງລ້ອຍເຈັດສິບສີ່(ໃໝ່)ການສົ່ງສໍານວນຄະດີໃຫ້ອົງ ການໄອຍະການປະຊາຊົນ ພາຍຫຼັງສານຂັ້ນອຸທອນໄດ້ຄົ້ນຄວາມສໍານວນຄະດີຢ່າງ ລະອຽດຄົບຖ້ວນແລ້ວຕ້ອງເຮັດບົດສະຫຼຸບເຫດການຂອງຄະດ ີແລ້ວສົ່ງສໍານວນຄະດີພ້ອມທັງບົດສະຫຼຸບດັ່ງກ່າວໃຫ້ອົງການໄອ ຍະການປະຊາຊົນທີ່ກ່ຽວຂ້ອງເພື່ອຕິດຕາມກວດກາຕາມພາລະ ບົດບາດ. ພະນັກງານໄອຍະການປະຊາຊົນຕ້ອງຄົ້ນຄວ້າ,ກວດກາ ສໍານວນຄະດີໃຫ້ສໍາເລັດພາຍໃນກໍານົດເວລາສາມສິບວັນນັບແຕ່ ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປແລ້ວສົ່ງຄືນໃຫ້ສານຂັ້ນອຸ ທອນພິຈາລະນາໃນທີ່ປະຊຸມສານ. ...ໝວດທີສາມການໄຕ່ສວນຄະດີຢູ່ສານຂັ້ນອຸທອນ


....ມາດຕາສອງລ້ອຍເຈັດສິບຫ້າບຸກຄົນທີ່ເຂົ້າຮ່ວມໃນທີ່ປະຊຸມສານຂອງສານຂັ້ນອຸທອນ

ມາດຕາສອງລ້ອຍເຈັດສິບຫ້າບຸກຄົນທີ່ເຂົ້າຮ່ວມໃນທີ່ປະຊຸມສານ ຂອງສານຂັ້ນອຸທອນ ສານຂັ້ນອຸທອນຕ້ອງຮຽກຄູ່ຄວາມເຂົ້າມາຮ່ວມໃນທີ່ປະຊຸມ ສານ. ພະນັກງານໄອຍະການປະຊາຊົນມີສິດເຂົ້າຮ່ວມໃນທີ່ປະ ຊຸມສານຂອງສານຂັ້ນອຸທອນ. ຄູ່ຄວາມມີສິດສະເໜີພະຍານເຂົ້າມາໃຫ້ການໃນທີ່ປະຊຸມ ສານຫຼືສະເໜີຫຼັກຖານເພີ່ມເຕີມກ່ອນປິດການໂຕ້ຖຽງ. ....ມາດຕາສອງລ້ອຍເຈັດສິບຫົກ(ປັບປຸງ)ລະບຽບການໄຕ່ສວນຂອງສານຂັ້ນອຸທອນ

ມາດຕາສອງລ້ອຍເຈັດສິບຫົກ(ປັບປຸງ)ລະບຽບການໄຕ່ສວນຂອງ ສານຂັ້ນອຸທອນ ລະບຽບການໄຕ່ສວນຄະດີຢູ່ທີ່ປະຊຸມສານຂັ້ນອຸທອນໃຫ້ ປະຕິບັດດັ່ງກຽວກັນກັບລະບຽບການໄຕ່ສວນຢູ່ສານຂັ້ນຕົ້ນຕາມ ທີ່ໄດ້ກໍານົດໄວ້ໃນມາດຕາສອງລ້ອຍຊາວສອງຫາມາດຕາ ສອງລ້ອຍສີ່ສິບເອັດຂອງກົດໝາຍສະບັບນີ້. ພາຍຫຼັງທີ່ປະທານຄະນະສານໄດ້ກ່າວເປີດປະຊຸມສານ ຕາມລະບຽບການແລະຄະນະສານຜູ້ຮັບຜິດຊອບຄະດີໄດ້ລາຍ ງານແລ້ວປະທານຄະນະສານສະເໜີໃຫ້ຜູ້ຂໍອຸທອນຫຼືພະນັກງານ ໄອຍະການປະຊາຊົນທີ່ເຂົ້າຮ່ວມປະຊຸມສານນັ້ນໃຫ້ເຫດຜົນ ກ່ຽວກັບການຂໍອຸທອນຫຼືການສະເໜີຄັດຄ້ານຂອງຕົນຕໍ່ທີ່ປະຊຸມ ສານ. ການໄຕ່ສວນໃນທີ່ປະຊຸມສານຕ້ອງເນັ່ນໃສ່ສະເພາະບັນ ຫາທີ່ມີການຂໍອຸທອນຫຼືສະເໜີຄັດຄ້ານ. ໃນກໍລະນີທີ່ມີການສະເໜີຫຼັກຖານເພີ່ມເຕີມນັ້ນຄະນະ ສານຕ້ອງແຈ້ງໃຫ້ພະນັກງານໄອຍະການປະຊາຊົນແລະບັນດາ ຜູ້ເຂົ້າຮ່ວມໃນທີ່ປະຊຸມສານຮັບຮູ້ແລະໃຫ້ຄູ່ຄວາມອະທິບາຍ,ຊີ້ ແຈງກ່ຽວກັບຫຼັກຖານດັ່ງກ່າວ.ພາຍຫຼັງທີ່ໄດ້ປິດການໂຕ້ຖຽງ ແລະໄດ້ຟັງຄໍາຖະແຫຼງຂອງພະນັກງານໄອຍະການປະຊາຊົນ ແລ້ວປະທານຄະນະສານກໍ່ປະກາດປິດປະຊຸມສານຊົ່ວຄາວເພື່ອ ພິຈາລະນາພິພາກສາຄະດີໃນຫ້ອງປະຊຸມລັບ. ລະບຽບການພິຈາລະນາໃນຫ້ອງປະຊຸມລັບ,ການຮ່າງ ແລະລົງຄໍາເຫັນໃນຄໍາພິພາກສາ,ການເລື່ອນແລະການປະ ກາດຄໍາພິພາກສາໃນທີ່ປະຊຸມສານກໍ່ໃຫ້ປະຕິບັດດັ່ງດຽວກັນ ກັບລະບຽບການຢູ່ສານຂັ້ນຕົ້ນ. ....ມາດຕາສອງລ້ອຍເຈັດສິບເຈັດ(ໃໝ່)ຄໍາພິພາກສາຂອງສານຂັ້ນອຸທອນ

ມາດຕາສອງລ້ອຍເຈັດສິບເຈັດ(ໃໝ່)ຄໍາພິພາກສາຂອງສານຂັ້ນ ອຸທອນ ຄະນະສານຂອງສານຂັ້ນອຸທອນພິພາກສາຄະດີໃນນາມ ສປປລາວ. ຄໍາພິພາກສາຂອງສານຂັ້ນອຸທອນປະກອບດ້ວຍພາກສະ ເໜີ,ພາກເນື້ອຄະດີ,ພາກຮູບຄະດີ,ພາກວິນິດໄສແລະພາກຕັດສິນ. ເນື້ອໃນຂອງພາກສິເໜີ,ພາກເນື້ອຄະດີແລະພາກວິນິດໄສ ນັ້ນແມ່ນຄ້ານຄືກັນກັບເນື້ອໃນຂອງຄໍາຕັດສິນຂັ້ນຕົ້ນ. ສໍາລັບພາກຮູບຄະດີໃຫ້ກໍານົດຂັ້ນຕອນຂອງການດໍາເນີນ ຄະດີຜ່ານມາເປັນຕົ້ນການຕັດສິ,ການຂໍອຸທອນ.ສ່ວນພາກຕັດສິນ ໃຫ້ກໍານົດການເຂົ້າຮ່ວມຫຼືບໍ່ເຂົ້າຮ່ວມຂອງຄູ່ຄວາມ(ຊ້ອງໜ້າຫຼືລັບ ຫຼັງ),ຮູບຄະດີ,ເນື້ອຄະດີ,ຜົນຂອງການລົງຄໍາພິພາກສາໃນແຕ່ລະ ປະເດັນ,ອາກອນຂອງລັດຫຼືຄ່າທໍານຽມສານອື່ນແລະສິດໃນການຂໍ ລົບລ້າງຫຼືສະເໜີຄັດຄ້ານ. ຄໍາພິພາກສາຕ້ອງເຮັດເປັນສອງສະບັບຄືສະບັບໜຶ່ງໄວ້ໃນ ສໍາເນົາ,ສ່ວນອີກສະບັບໜຶ່ງໄວ້ໃນສໍານວນຄະດີ,ຄໍາພິພາກສາທີ່ຄູ່ ຄວາມຫຼືພາກສ່ວນອື່ນຕ້ອງການນັ້ນໃຫ້ອັດສໍາເນົາໂດຍແມ່ນຈ່າ ສານເປັນຜູ້ຢັ້ງຢືນ. ....ມາດຕາສອງລ້ອຍເຈັດສິບແປດປະເພດຄໍາພິພາກສາຂອງສານຂັ້ນອຸທອນ

ມາດຕາສອງລ້ອຍເຈັດສິບແປດປະເພດຄໍາພິພາກສາຂອງສານ ຂັ້ນອຸທອນ ປະເພດຄໍາພິພາກສາຂອງສານຂັ້ນອຸທອນມີດັ່ງນີ້: 1. ບໍ່ຮັບເອົາຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານມາພິຈາ ລະນາຖ້າຫາກປະຕິບັດບໍ່ຖືກຕ້ອງຕາມລະບຽບການຂໍອຸທອນ. 2. ຍົກເລີກຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານແລ້ວພິ ພາກສາຢັ້ງຢືນເອົາຕາມຄໍຍາຕັດສິນຂອງສານຂັ້ນຕົ້ນທັງໝົດ. 3. ປ່ຽນແປງຄໍາຕັດສິນຂອງສານຂັ້ນຕົ້ນບາງສ່ວນຫຼືທັງ ໝົດແລ້ວພິພາກສາໃໝ່. 4. ລົບລ້າງຄໍາຕັດສິນແລ້ວສົ່ງຄະດີໄປໃຫ້ສານຂັ້ນຕົ້ນຄະ ນະໃໝ່ພິຈາລະນາຄືນໃໝ່ຫຼືຄະນະເກົ່າໃນກໍລະນີທີ່ສານຄະນະ ເກົ່ານີ້ຫາກຍັງບໍ່ທັນໄດ້ພິຈາລະນາຄໍາຮ້ອງຂໍອັນໃດອັນໜຶ່ງຂອງ ຄູ່ຄວາມຫຼືຄໍາສະເໜີຂອງຫົວໜ້າອົງການໄອຍະການປະຊາຊົນ. 5. ລົບລ້າງຄໍາຕັດສິນຂອງສານຂັ້ນຕົ້ນໂດຍບໍ່ສົ່ງໃຫ້ສານ ໃດສານໜຶ່ງພິຈາລະນາຄືນໃໝ່. 6. ໃຫ້ປະຕິບັດພາງສ່ວນໃດສ່ວນໜຶ່ງເຖິງວ່າຈະມີການ ຂໍລົບລ້າງຫຼືສະເໜີຄັດຄ້ານກໍ່ຕາມ. ຄໍາພິພາກສາຂອງສານຂັ້ນອຸທອອນເປັນຄໍາພິພາກສາ ຂັ້ນສຸດທ້າຍທາງດ້ານຂໍ້ມູນຫຼັກຖານ. ສານຂັ້ນອຸທອນຕ້ອງພິມຄໍາພິພາກສາໃຫ້ສໍາເລັດພາຍ ໃນກໍານົດເວລາຊາວວັນນັບແຕ່ວັນລົງຄໍາພິພາກສາເປັນຕົ້ນໄປ. ....ມາດຕາສອງລ້ອຍເຈັດສິບເກົ້າ(ປັບປຸງ)ສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນແປງຄໍາຕັດສິນ

ມາດຕາສອງລ້ອຍເຈັດສິບເກົ້າ(ປັບປຸງ)ສາເຫດທີ່ພາໃຫ້ມີການລົບ ລ້າງຫຼືປ່ຽນແປງຄໍາຕັດສິນ ສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນແປງຄໍາຕັດສິນ ຂອງສານຂັ້ນຕົ້ນມີດັ່ງນີ້: ໜຶ່ງ:ການອະທິບາຍເຫດການຂອງຄະດີບໍ່ຊັດເຈນ. ສອງ:ການນໍາເອົາຫຼັກຖານໃນຄະດີອອກມາພິຈາລະນາບໍ່ ຄົບຖ້ວນ. ສາມ:ການວິນິດໄສຂອງສານບໍ່ສອດຄ່ອງກັບເຫດການຕົວ ຈິງຂອງຄະດີ. ສີ່:ການນໍາໃຊ້ກົດໝາຍບໍ່ຖືກຕ້ອງ. ຫ້າ:ການລະເມີດລະບຽບການດໍາເນີນຄະດີແພ່ງ. ຫົກ:ສານຂັ້ນຕົ້ນໄດ້ວິນິດໄສແລ້ວແຕ່ບໍ່ໄດ້ລົງຄໍາຕັດສິນຫຼື ບໍ່ໄດ້ພິຈາລະນາບັນຫາໃດໜຶ່ງແລະສາເຫດອື່ນ. ....ມາດຕາສອງລ້ອຍແປດສິບ(ໃໝ່)ການລົບລ້າງຄໍາຕັດສິນໂດຍບໍ່ສົ່ງໃຫ້ສານໃດພິຈາລະນາຄືນ

ມາດຕາສອງລ້ອຍແປດສິບ(ໃໝ່)ການລົບລ້າງຄໍາຕັດສິນໂດຍບໍ່ສົ່ງ ໃຫ້ສານໃດພິຈາລະນາຄືນ ສານຂັ້ນອຸທອນຈະພິພາກສາລົບລ້າງຄໍາຕັດສິນຂອງສານ ຂັ້ນຕົ້ນໂດຍບໍ່ສົ່ງໃຫ້ສານໃດພິຈາລະນາຄືນໄດ້ເມື່ອເຫັນວ່າ: 1. ຄູ່ຄວາມຝ່າຍໃດຝ່າຍໜຶ່ງໃນຄະດີເສຍຊີວິດໂດຍບໍ່ ມີຜູ້ສືບຕໍ່ແທນຕົວໃນການດໍາເນີນຄະດີ. 2. ນິຕິບຸກຄົນທີ່ເປັນຄູ່ຄວາມໃນຄະດີຫາກຖືກຍູບເລີກຫຼື ຖືກສານຕັດສິນໃຫ້ລົ້ມລະລາຍໂດຍບໍ່ມີຜູ້ສືບຕໍ່ແທນຕົວໃນການ ດໍາເນີນຄະດີ. 3. ຄະດີທີ່ໂຈດບໍ່ມີສິດຮ້ອງຟ້ອງ. 4. ຄະດີທີ່ໄດ້ຖືກຕັດສິນໄປກ່ອນແລ້ວ. 5. ຄະດີທີ່ໝົດອາຍຸຄວາມໃນການຮ້ອງຟ້ອງ. ....ມາດຕາສອງລ້ອຍແປດສິບເອັດ(ໃໝ່)ການລົບລ້າງຄໍາຕັດສິນແລ້ວສົ່ງສໍານວນຄະດີໃຫ້ສານຂັ້ນຕົ້ນພິຈາລະນາຄືນໃໝ່

ມາດຕາສອງລ້ອຍແປດສິບເອັດ(ໃໝ່)ການລົບລ້າງຄໍາຕັດສິນແລ້ວ ສົ່ງສໍານວນຄະດີໃຫ້ສານຂັ້ນຕົ້ນພິຈາລະນາຄືນໃໝ່ ສານຂັ້ນອຸທອນຈະພິພາກສາລົບລ້າງຄໍາຕັດສິນຂອງສານ ຂັ້ນຕົ້ນແລ້ວສົ່ງສໍານວນຄະດີຄືນໃຫ້ສານຂັ້ນຕົ້ນພິຈາລະນາຄືນ ໃໝ່ໄດ້ເມື່ອເຫັນວ່າ: 1. ການຕັດສິນຂອງສານຂັ້ນຕົ້ນຍັງບໍ່ໄດ້ນໍາເອົາຫຼັກຖານ ມາພິຈາລະນາຢ່າງຄົບຖ້ວນ. 2. ມີຫຼັກຖານເພີ່ມເຕີມທີ່ສໍາຄັນທີ່ຍື່ນຕໍ່ສານຂັ້ນອຸທອນຊຶ່ງ ເປັນພື້ນຖານໃນການພິຈາລະນາຕັດສິນເປັນຂັ້ນຕົ້ນ. 3. ມີຂໍ້ສະະເໜີໃດໜຶ່ງຂອງຄູ່ຄວາມຊຶ່ງສານຂັ້ນຕົ້ນມີຄວາມ ຈໍາເປັນຕ້ອງໄດ້ພິຈາລະນາ. 4. ການປະກອບຄະນະສານບໍ່ຖືກຕ້ອງ. 5. ມີການລະເມີດລະບຽບກົດໝາຍກ່ຽວກັບການດໍາເນີນ ຄະດີແພ່ງ. ....ມາດຕາສອງລ້ອຍແປດສິບສອງ(ໃໝ່)ການພິຈາລະນາຄືນໃໝ່ຂອງສານຂັ້ນຕົ້ນ

ມາດຕາສອງລ້ອຍແປດສິບສອງ(ໃໝ່)ການພິຈາລະນາຄືນໃໝ່ ຂອງສານຂັ້ນຕົ້ນ ສານຂັ້ນຕົ້ນຕ້ອງນໍາເອົາຄະດີທີ່ສານຂັ້ນອຸທອນສົ່ງຄືນມາ ພິຈາລະນາແລະລົງຄໍາຕັດສິນໃໝ່ບົນພື້ນຖານຂໍ້ມູນຫຼັກຖານແລະ ກົດໝາຍ. ສານຂັ້ນຕົ້ນຈະພິຈາລະນາຕັດສິນຕາມການວິນິດໄສຂອງ ສານຂັ້ນອຸທອນເມື່ອເຫັນວ່າມີຂໍ້ມູນຫຼັກຖານຕົວຈິງ. ....ມາດຕາສອງລ້ອຍແປດສິບສາມ(ໃໝ່)ການເຮັດປະເດັນຄໍາພິພາກສາໃຫ້ຄູ່ຄວາມ

ມາດຕາສອງລ້ອຍແປດສິບສາມ(ໃໝ່)ການເຮັດປະເດັນຄໍາພິພາກ ສາໃຫ້ຄູ່ຄວາມ ສານຂັ້ນອຸທອນທີ່ໄດ້ພິພາກສາຄະດີແລ້ວຖ້າຫາກບໍ່ສາ ມາດພິມຄໍາພິພາກສາໃຫ້ສໍາເລັດຕາມກໍານົດເວລາທີ່ໄດ້ກໍານົດ ໄວ້ໃນມາດຕາສອງລ້ອຍເຈັດສິບແປດຂອງກົດໝາຍສະບັບນີ້ ຕ້ອງເຮັດປະເດັນຄໍາພິພາກສາຕາມທີ່ໄດ້ບັນທຶກໄວ້ໃນປຶ້ມປະຊຸມ ສານສົ່ງໃຫ້ຄູ່ຄວາມກ່ອນກໍ່ໄດ້ໃນກໍລະນີມີການຮ້ອງຂໍໂດຍໃຫ້ ປະທານຄະນະສານຕັດສິນເປັນຜູ້ເຊັນ ....ມາດຕາສອງລ້ອຍແປດສິບສີ່(ໃໝ່)ການດໍາເນີນການເມື່ອບໍ່ມີການຂໍລົບລ້າງຫຼືສະເໜີຄັດຄ້ານ

ມາດຕາສອງລ້ອຍແປດສິບສີ່(ໃໝ່)ການດໍາເນີນການເມື່ອບໍ່ມີການ ຂໍລົບລ້າງຫຼືສະເໜີຄັດຄ້ານ ເມື່ອມີຄໍາພິພາກສາຂັ້ນອຸທອນບໍ່ຖືກຂໍລົບລ້າງຫຼືບໍ່ຖືກສະເໜີ ຄັດຄ້ານແລ້ວ,ສານຂັ້ນອຸທອນຕ້ອງສົ່ງຄໍາພິພາກສາພ້ອມດ້ວຍສໍາ ນວນຄະດີຄືນໃຫ້ສານປະຊາຊົນທີ່ຕັດສິນເປັນຂັ້ນຕົ້ນພາຍໃນກໍານົດ ເວລາສາມວັນຫຼັງຈາກໝົດກໍານົດຂໍລົບລ້າງ.ເພື່ອສົ່ງໃຫ້ຫ້ອງການ ຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ກ່ຽວຂ້ອງ. ....ມາດຕາສອງລ້ອຍແປດສິບຫ້າ(ໃໝ່)ການດໍາເນີນການເມື່ອມີການຂໍລົບລ້າງຫຼືສະເໜີຄັດຄ້ານ

ມາດຕາສອງລ້ອຍແປດສິບຫ້າ(ໃໝ່)ການດໍາເນີນການເມື່ອມີການ ຂໍລົບລ້າງຫຼືສະເໜີຄັດຄ້ານ ພາຍຫຼັງທີ່ໄດ້ຮັບຊາບຄໍາພິພາກສາແລ້ວຄູ່ຄວາມໃນຄະດີ ມີສິດຂໍລົບລ້າງດ້ວຍການຈອງຫຼືຍື່ນຄໍາຮ້ອງຂໍລົບລ້າງຕໍ່ສານທີ່ ໄດ້ພິພາກສາເປັນຂັ້ນອຸທອນ. ສານຂັ້ນອຸທອນຕ້ອງກວດກາຄໍາຮ້ອງຂໍລົບລ້າງຕາມຮ່າງ ແບບພິມຂອງສານພ້ອມທັງກວດກາເບິ່ງວ່າການຂໍລົບລ້າງດັ່ງ ກ່າວຖືກຕ້ອງຕາມກໍານົດເວລາຂໍລົບລ້າງຫຼືບໍ່.ຖ້າວ່າຄໍາຮ້ອງຂໍ ລົບລ້າງມີເນື້ອໃນບໍ່ຄົບຖ້ວນຫຼືບໍ່ຖືກຕ້ອງສານຂັ້ນອຸທອນຕ້ອງແນະ ນໍາໃຫ້ຜູ້ຂໍລົບລ້າງແກ້ໄຂຂໍ້ບົກພ່ອງນັ້ນເສຍກ່ອນ.ຖ້າເຫັນວ່າຖືກ ຕ້ອງແລ້ວຕ້ອງຮັບຄໍາຮ້ອງຂໍລົບລ້າງແລະແຈ້ງໃຫ້ຄູ່ຄວາມຝ່າຍ ກົງກັນຂ້າມຊາບ. ຖ້າເຫັນວ່າການຂໍລົບລ້າງບໍ່ແມ່ນບັນຫາທາງດ້ານກົດ ໝາຍຫຼືບໍ່ກ່ຽວຂ້ອງກັບຄະດີຊຶ່ງສານໄດ້ແນະນໍາໃຫ້ຄູ່ຄວາມແກ້ ໄຂແລະອະທິບາຍເຖິງສິດແລະໜ້າທີ່ຂອງສາານຂັ້ນລົບລ້າງໃຫ້ ຄູ່ຄວາມເຂົ້າໃຈແລ້ວແຕ່ຜູ້ກ່ຽວບໍ່ຍອມແກ້ໄຂແລະຍັງຢັ້ງຢືນ ຕາມການຂໍລົບລ້າງເດີມສານຂັ້ນອຸທອນຕ້ອງຮັບເອົາຄໍາຮ້ອງຂໍ ລົບລ້າງເພື່ອດໍາເນີນຕາມຂັ້ນຕອນຂອງກົດໝາຍ. ....ມາດຕາສອງລ້ອຍແປດສິບຫົກ(ໃໝ່)ການບໍ່ອະນຸຍາດໃຫ້ຂໍລົບລ້າງ

ມາດຕາສອງລ້ອຍແປດສິບຫົກ(ໃໝ່)ການບໍ່ອະນຸຍາດໃຫ້ຂໍລົບ ລ້າງ ຄໍາພິພາກສາຂອງສານຂັ້ນອຸທອນທີ່ບໍ່ອະນຸຍາດໃຫ້ຂໍລົບ ລ້າງມີດັ່ງນີ້: 1. ຄໍາພິພາກສາຂັ້ນອຸທອນທີ່ຢັ້ງຢືນເອົາຕາມຄໍາຕັດ ສິນຂອງສານຂັ້ນຕົ້ນໃນກໍລະນີທີ່ຈໍາເລີຍຮັບຮູ້ຕາມການຮ້ອງ ຟ້ອງຂອງໂຈດ. 2. ຄະດີກ່ຽວກັບກໍາມະສິດສັດ. 3. ຄະດີກ່ຽວກັບການຂໍອະນຸຍາດໃຫ້ມີທາງຜ່ານ. 4. ຄະດີທີ່ມີມູນຄ່າບໍ່ເກີນຊາວລ້ານກີບ. 5. ຄໍາພິພາກສາຂັ້ນອຸທອນທີ່ສົ່ງໃຫ້ສານຂັ້ນຕົ້ນພິຈາລະ ນາຄືນໃໝ່. 6. ຄໍາຕັດສິນຂອງສານຂັ້ນຕັ້ນທີ່ຈອງຂໍອຸທອນແຕ່ບໍ່ຍື່ນຄໍາ ຮ້ອງຂໍອຸທອນ. 7. ຄໍາພິພາກສາຂອງສານຂັ້ນອຸທອນທີ່ຢັ້ງຢືນຕາມສານ ຂັ້ນຕົ້ນທີ່ຄູ່ຄວາມຂໍອຸທອນກາຍກໍານົດເວລາ. 8. ບັນຫາທີ່ບໍ່ໄດ້ສະເໜີໃຫ້ສານຂັ້ນຕົ້ນແລະຂັ້ນອຸທອນພິຈາ ລະນາມາກ່ອນ. ..ພາກທີສິບສາມການດໍາເນີນຄະດີຢູ່ສານຂັ້ນລົບລ້າງ


...ໝວດທີໜຶ່ງສິດໃນການຂໍລົບລ້າງແລະການສະເໜີຄັດຄ້ານຄໍາພິພາກສາຂອງສານ


....ມາດຕາສອງລ້ອຍແປດສິບເຈັດ(ປັບປຸງ)ສານປະຊາຊົນທີ່ພິພາກສາເປັນຂັ້ນລົບລ້າງ

ມາດຕາສອງລ້ອຍແປດສິບເຈັດ(ປັບປຸງ)ສານປະຊາຊົນທີ່ພິພາກສາ ເປັນຂັ້ນລົບລ້າງ ສານປະຊາຊົນສູງສຸດພິພາກສາເປັນຂັ້ນລົບລ້າງແລະສຸດ ທ້າຍທາງດ້ານກົດໝາຍ.ຄະດີທີ່ສານປະຊາຊົນພິພາກສາເປັນຂັ້ນ ອຸທອນຊຶ່ງຖືກຂໍລົບລ້າງໂດຍຄູ່ຄວາມຫຼືສະເໜີຄັດຄ້ານໂດຍຫົວ ໜ້າອົງການໄອຍະການປະຊາຊົນ. ສານປະຊາຊົນພາກມີສິດພິພາກສາຄະດີເປັນຂັ້ນລົບລ້າງ ແລະເປັນຂັ້ນສຸດທ້າຍທາງດ້ານກົດໝາຍຄະດີທີ່ສານປະຊາຊົນ ແຂວງ,ນະຄອນໄດ້ພິພາກສາເປັນຂັ້ນອຸທອນຊຶ່ງຖືກຂໍລົບລ້າງໂດຍ ຄູ່ຄວາມຫຼືສະເໜີຄັດຄ້ານໂດຍຫົວໜ້າອົງການໄອຍະການປະຊາ ຊົນ. ....ມາດຕາສອງລ້ອຍແປດສິບແປດ(ປັບປຸງ)ບຸກຄົນທີ່ມີສິດໃນການຂໍລົບລ້າງ

ມາດຕາສອງລ້ອຍແປດສິບແປດ(ປັບປຸງ)ບຸກຄົນທີ່ມີສິດໃນການ ຂໍລົບລ້າງ ໂຈດ,ຈໍາເລີຍຫຼືບຸກຄົນທີສາມຊຶ່ງເປັນຄູ່ຄວາມໃນຄະດີຫຼື ຫົວໜ້າອົງການໄອຍະການປະຊາຊົນມີສິດຂໍລົບລ້າງຫຼືສະເໜີຄັດ ຄ້ານຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານ.ບຸກຄົນຫຼືຫົວ ໜ້າອົງການໄອຍະການປະຊາຊົນທີ່ຂໍລົບລ້າງຫຼືສະເໜີຄັດຄ້ານ ນັ້ນຕ້ອງອະທິບາຍເຫດຜົນກ່ຽວກັບການຂໍລົບລ້າງຫຼືການສະເໜີ ຄັດຄ້ານຂອງຕົນຕໍ່ສານ. ຄໍາຕັດສິນຂອງສານຂັ້ນຕົ້ນທີ່ບໍ່ຖືກຂໍອຸທອນຫຼືບໍ່ຖືກສະເໜີ ຄັດຄ້ານນັ້ນຈະຂໍລົບລ້າງບໍ່ໄດ້. ....ມາດຕາສອງລ້ອຍແປດສິບເກົ້າ(ໃໝ່)ການຂໍລົບລ້າງ

ມາດຕາສອງລ້ອຍແປດສິບເກົ້າ(ໃໝ່)ການຂໍລົບລ້າງ ການຂໍລົບລ້າງອາດຈະເຮັດດ້ວຍການຈອງຂໍລົບລ້າງຫຼືຍື່ນ ຄໍາຮ້ອງຂໍລົບລ້າງຕໍ່ສານທີ່ໄດ້ພິພາກສາຄະດີນັ້ນເປັນຂັ້ນອຸທອນ. ຄູ່ຄວາມມາມາດຂໍລົບລ້າງສະເພາະແຕ່ບັນຫາທາງດ້ານ ກົດໝາຍເທົ່ານັ້ນ,ສ່ວນບັນຫາເນື້ອຄະດີທີ່ຄູ່ຄວາມຂໍລົບລ້າງຂຶ້ນມາ ນັ້ນສານຂັ້ນລົບລ້າງຈະພິຈາລະນາໃຫ້ບໍ່ໄດ້. ຄໍາຮ້ອງຂໍລົບລ້າງຕ້ອງປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1. ຊື່ແລະນາມສະກຸນ,ອາຍຸ,ອາຊີບແລະທີ່ຢູ່ຂອງຜູ້ຂໍລົບລ້າງ. 2. ເລກທີຄໍາພິພາກສາທີ່ຂໍລົບລ້າງ. 3. ປະເດັນທີ່ຂໍລົບລ້າງພ້ອມດ້ວຍເຫດຜົນທາງດ້ານກົດໝາຍ. 4. ວັນ,ເດືອນ,ປີຍື່ນຄໍາຮ້ອງຂໍລົບລ້າງແລະລາຍເຊັນ. ....ມາດຕາສອງລ້ອຍເກົ້າສິບ(ປັບປຸງ)ກໍານົດເວລາໃນການຂໍລົບລ້າງ

ມາດຕາສອງລ້ອຍເກົ້າສິບ(ປັບປຸງ)ກໍານົດເວລາໃນການຂໍລົບ ລ້າງ ຄູ່ຄວາມມີສິດຂໍລົບລ້າງແລະຫົວໜ້າອົງການໄອຍະການ ປະຊາຊົນມີສິດສະເໜີຄັດຄ້ານຄໍາພິພາກສາຂອງສານຂັ້ນອຸທອນ ໄດ້ພາຍໃນກໍານົດເວລາສາມສິບວັນນັບແຕ່ວັນລົງຄໍາພິພາກສາ ສໍາລັບຜູ້ຖືກສານຕັດສິນຊ້ອງໜ້າຫຼືຖືວ່າຊ້ອງໜ້າຫຼືນັບແຕ່ວັນຮັບ ຊາບຄໍາພິພາກສາເປັນຕົ້ນໄປສໍາລັບຜູ້ຖືກສານຕັດສິນລັບຫຼັງ. ການຂໍລົບລ້າງຫຼືການສະເໜີຄັດຄ້ານຄໍາສັ່ງຫຼືຄໍາຊີ້ຂາດ ຂອງສານຂັ້ນອຸທອນໃຫ້ດໍເນີນພາຍໃນກໍານົດເວລາສິບວັນນັບແຕ່ ວັນຮັບຊາບເປັນຕົ້ນໄປ. ໃນກໍລະນີຄູ່ຄວາມໄດ້ຈອງຂໍລົບລ້າງແຕ່ບໍ່ສາມາດຍື່ນຄໍາ ຮ້ອງໃຫ້ສານຂັ້ນອຸທອນທັນກໍານົດເວລາກໍ່ສາມາດຍື່ນຄໍາຮ້ອງດັ່ງ ກ່າວຕໍ່ສານຂັ້ນລົບລ້າງກ່ອນການພິພາກສາຄະດີດັ່ງກ່າວໄດ້. ....ມາດຕາສອງລ້ອຍເກົ້າສິບເອັດ(ໃໝ່)ລະບຽບການຍື່ນຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານ

ມາດຕາສອງລ້ອຍເກົ້າສິບເອັດ(ໃໝ່)ລະບຽບການຍື່ນຄໍາຮ້ອງຂໍລົບ ລ້າງຫຼືຄໍາສະເໜີຄັດຄ້ານ ໃນກໍລະນີທີ່ມີການຂໍລົບລ້າງຫຼືສະເໜີຄັດຄ້ານຄໍາສັ່ງ,ຄໍາ ຊີ້ຂາດແລະຄໍາພິພາກສາຂັ້ນອຸທອນຄູ່ຄວາມຫຼືຫົວໜ້າອົງການໄອ ຍະການປະຊາຊົນຕ້ອງຍື່ນຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານ ຂອງຕົນຕໍ່ສານຂັ້ນລົບລ້າງໂດຍຜ່ານສານທີ່ໄດ້ພິພາກສາຄະດີ ເປັນຂັ້ນອຸທອນ. ໃນກໍລະນີທີ່ສານຂັ້ນອຸທອນຫາກບໍ່ຮັບຫຼືແກ່ຍາວການຮັບ ຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຄໍາພະພາກສາຂອງສານ, ຄູ່ຄວາມຫຼືຫົວໜ້າອົງການໄອຍະການປະຊາຊົນມີສິດຍື່ນຄໍາຮ້ອງ ຂໍລົບລ້າງລືຄໍາສະເໜີຄັດຄ້ານໂດຍກົງຕໍ່ສານຂັ້ນລົບລ້າງ. ຫຼັງຈາກກໍານົດຂໍລົບລ້າງໄດ້ສິ້ນສຸດແລ້ວຖ້າສານຂັ້ນອຸ ທອນທີ່ໄດ້ຮັບຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຫາກແກ່ ຍາວເກີນກໍານົດເວລາໃນການສົ່ງສໍານວນຄະດີຂຶ້ນສານຂັ້ນລົບ ລ້າງ,ຄູ່ຄວາມຫຼືຫົວໜ້າອົງການໄອຍະການປະຊາຊົນມີສິດສະ ເໜີຕໍ່ສານຂັ້ນລົບລ້າງເພື່ອທວງເອົາຄະດີດັ່ງກ່າວມາພິຈາລະນາ. ....ມາດຕາສອງລ້ອຍເກົ້າສິບສອງ(ປັບປຸງ)ວິທີປະຕິບັດສິດໃນການຂໍລົບລ້າງ

ມາດຕາສອງລ້ອຍເກົ້າສິບສອງ(ປັບປຸງ)ວິທີປະຕິບັດສິດໃນການຂໍ ລົບລ້າງ ຄູ່ຄວາມທີ່ຂໍລົບລ້າງນັ້ນໃຫ້ນໍາເງິນມາວາງສານແລະເສຍ ຄ່າຂໍລົບລ້າງຕາມລະບຽບກົດໝາຍ. ຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານນັ້ນຕ້ອງຍື່ນຕໍ່ສານ ປະຊາຊົນພາກຫຼືສານປະຊາຊົນສູງສຸດໂດຍຜ່ານສານທ່ໄດ້ພິພາກ ສາຄະດີດັ່ງກ່າວເປັນຂັ້ນອຸທອນ,ສານຂັ້ນອຸທອນນັ້ນຕ້ອງແນະນໍາ ໃຫ້ຜູ້ຂໍລົບລ້າງກ່ຽວກັບກໍານົດການຂໍລົບລ້າງ,ການຂຽນຄໍາຮ້ອງ ຂໍລົບລ້າງ,ຄ່າຂໍລົບລ້າງແລະສິດຕ່າງໆຂອງຜູ້ກ່ຽວ.ສານຂັ້ນອຸ ທອນຕ້ອງຮັບຄໍາຮ້ອງຂໍລົບລ້າງເຖິງວ່າຈະກາຍກໍານົດຂໍລົບລ້າງ ແລ້ວກໍ່ຕາມ. ພາຍຫຼັງທີ່ໄດ້ຮັບຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານ ແລ້ວສານຂັ້ນອຸທອນຕ້ອງແຈ້ງໃຫ້ຄູ່ຄວາມອີກຝ່າຍໜຶ່ງພາຍໃນ ກໍານົດເວລາເຈັດວັນນັບແຕ່ວັນໄດ້ຮັບຄໍາຮ້ອງຫຼືຄໍາສະເໜີນັ້ນ ເປັນຕົ້ນໄປ,ຖ້າວ່າກໍານົດເວລາຂໍລົບລ້າງຫຼືສະເໜີຄັດຄ້ານຫາກ ໝົດແລ້ວສານຂັ້ນອຸທອນຕ້ອງສົ່ງຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີ ຄັດຄ້ານພ້ອມທັງສໍານວນຄະດີໄປຍັງສານຂັ້ນລົບລ້າງພາຍໃນ ສາມວັນ. ....ມາດຕາສອງລ້ອຍເກົ້າສິບສາມ(ໃໝ່)ສິດໃນການຖອນຄໍາຮ້ອງຂໍລົບລ້າງ

ມາດຕາສອງລ້ອຍເກົ້າສິບສາມ(ໃໝ່)ສິດໃນການຖອນຄໍາຮ້ອງ ຂໍລົບລ້າງ ຄູ່ຄວາມທີ່ຍື່ນຄໍາຮ້ອງຂໍລົບລ້າງຕໍ່ສານແລ້ວມີສິດຖອນຄໍາ ຮ້ອງຂອງຕົນໄດ້. ການຂໍຖອນຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຄໍາສັ່ງ ,ຄໍາຊີ້ຂາດຫຼືຄໍາພິພາກສາຂັ້ນອຸທອນຕ້ອງເຮັດເປັນລາຍລັກອັກ ສອນແລ້ວຍື່ນຕໍ່ສານປະຊາຊົນທີ່ກ່ຽວຂ້ອງ. ຄະນະສານຂອງສານຂັ້ນລົບລ້າງຕ້ອງນໍາເອົາຄໍາຮ້ອງຂໍ ຖອນການຂໍລົບລ້າງຫຼືການສະເໜີຄັດຄ້ານມາພິຈາລະນາເມື່ອ ເຫັນວ່າການຂໍຖອນດັ່ງກ່າວບໍ່ຂັດກັບກົດໝາຍຫຼືຜົນປະໂຫຍດຂອງ ລັດຫຼືສັງຄົມແລ້ວຄະນະສານຕ້ອງອອກຄໍາຊີ້ຂາດໃຫ້ຖອນຄໍາຮ້ອງ ຂໍລົບລ້າງຫຼືຄໍາສະເໜີຄັດຄ້ານດັ່ງກ່າວແລ້ວສົ່ງສໍານວນຄະດີໄປ ຍັງຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ ກ່ຽວຂ້ອງເວັ້ນເສຍແຕ່ຍັງມີການຂໍລົບລ້າງຂອງບຸກຄົນອື່ນ. ....ມາດຕາສອງລ້ອຍເກົ້າສິບສີ່ຜົນສະທ້ອນຂອງການຍື່ນຄໍາຮ້ອງຂໍລົບລ້າງ

ມາດຕາສອງລ້ອຍເກົ້າສິບສີ່ຜົນສະທ້ອນຂອງການຍື່ນຄໍາຮ້ອງຂໍ ລົບລ້າງ ຄໍາຮ້ອງຂໍລົບລ້າງຫຼືຄໍາສະເນີຄັດຄ້ານທີ່ໄດ້ຍື່ນເຖິງສານ ຂັ້ນລົບລ້າງນັ້ນເປັນສາເຫດທີ່ພາໃຫ້ໂຈະການປະຕິບັດຄໍາພິພາກ ສາຂັ້ນອຸທອນຊຶ່ງຖືກຂໍລົບລ້າງຫຼືຖືກສະເໜີຄັດຄ້ານເວັ້ນເສຍແຕ່ ມີຄໍາພິພາກສາໃຫ້ປະຕິບັດພາງຕາມທີ່ໄດ້ກໍານົດໄວ້ໃນມາດຕາ ສອງລ້ອຍຫ້າສິບເອັດຂອງກົດໝາຍສະບັບນີ້. ...ໝວດທີສອງຂັ້ນຕອນການພິຈາລະນາຄະດີຂອງສານຂັ້ນລົ້ບລ້າງ


....ມາດຕາສອງລ້ອຍເກົ້າສິບຫ້າ(ໃໝ່)ການຮັບເອົາຄະດີມາພິຈາລະນາເປັນຂັ້ນລົບລ້າງ

ມາດຕາສອງລ້ອຍເກົ້າສິບຫ້າ(ໃໝ່)ການຮັບເອົາຄະດີມາພິຈາລະນາ ເປັນຂັ້ນລົບລ້າງ ເມື່ອສານຂັ້ນລົບລ້າງໄດ້ຮັບສໍານວນຄະດີແລ້ວປະທານຄະ ນະສານຈະມອບໃຫ້ຜູ້ພິພາກສາຜູ້ໃດຜູ້ໜຶ່ງຄົ້ນຄວ້າເພື່ອກະກຽມນໍາ ອອກພິພາກສາ. ຖ້າເຫັນວ່າຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຫາກ ກາຍກໍານົດຂອງການຂໍລົບລ້າງຄະນະສານຂັ້ນລົບລ້າງຕ້ອງລົງ ຄໍາພິພາກສາບໍ່ຮັບເອົາຄະດີດັ່ງກ່າວມາພິຈາລະນາແລ້ວສົ່ງສໍາ ນວນຄະດີນັ້ນໃຫ້ສານທີ່ຕັດສິນເປັນຂັ້ນຕົ້ນເພື່ອສົ່ງໄປຍັງຫ້ອງການ ຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ກ່ຽວຂ້ອງ. ....ມາດຕາສອງລ້ອຍເກົ້າສິບຫົກ(ໃໝ່)ການຄົ້ນຄວ້າຄະດີຂອງສານຂັ້ນລົບລ້າງ

ມາດຕາສອງລ້ອຍເກົ້າສິບຫົກ(ໃໝ່)ການຄົ້ນຄວ້າຄະດີຂອງສານ ຂັ້ນລົບລ້າງ ເມື່ອຄໍາຮ້ອງຂໍລົບລ້າງປະຕິບັດຖືກຕ້ອງຕາມກໍານົດເວ ລາສານຂັ້ນລົບລ້າງຕ້ອງນໍາເອົາຄໍາຮ້ອງຂໍລົບລ້າງດັ່ງກ່າວມາ ຄົ້ນຄວ້າພິຈາລະນາວ່າເປັນການຂໍລົບລ້າງທາງດ້ານກົດໝາຍຫຼື ບໍ່.ຖ້າຫາກເປັນການຂໍລົບລ້າງທາງດ້ານກົດໝາຍສານຂັ້ນລົບ ລ້າງຕ້ອງກວດກາການດໍາເນີນຄະດີຂອງສານຂັ້ນລຸ່ມກ່ຽວກັບ ການກໍານົດເຫດການຂອງຄະດີ,ການນໍາໃຊ້ກົດໝາຍຫຼືລະບຽບ ການດໍາເນີນຄະດີ. ຖ້າຫາກບໍ່ແມ່ນການຂໍລົບລ້າງທາງດ້ານກົດໝາຍສານ ຂັ້ນລົບລ້າງຈະພິຈາລະນາໃຫ້ບໍ່ໄດ້. ເມື່ອໄດ້ຮັບສໍານວນຄະດີແລ້ວຜູ້ພິພາກສາຕ້ອງຄົ້ນຄວ້າ ໃຫ້ສໍາເລັດພາຍໃນກໍານົດເວລາສາມເດືອນຖ້າຫາກບໍ່ສໍາເລັດ ພາຍໃນກໍານົດເວລາດັ່ງກ່າວຜູ້ພິພາກສາຕ້ອງສະເໜີຂໍຕໍ່ກໍານົດ ເວລາໃນການພິຈາລະນາຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມ ສິບຂອງກົດໝາຍສະບັບນີ້. ....ມາດຕາສອງລ້ອຍເກົ້າສິບເຈັດ(ໃໝ່)ການສົ່ງສໍານວນຄະດີໃຫ້ພະນັກງານໄອຍະການປະຊາຊົນ

ມາດຕາສອງລ້ອຍເກົ້າສິບເຈັດ(ໃໝ່)ການສົ່ງສໍານວນຄະດີໃຫ້ພະ ນັກງານໄອຍະການປະຊາຊົນ ພາຍຫຼັງສານຂັ້ນລົບລ້າງໄດ້ຄົ້ນຄວ້າສໍານວນຄະດີຢ່າງ ລະອຽດຄົບຖ້ວນແລ້ວຕ້ອງເຮັດບົດສະຫຼຸບເຫດການຂອງຄະດີ ແລ້ວສົ່ງສໍານວນຄະດີພ້ອມທັງບົດສະຫຼຸບດັ່ງກ່າວໃຫ້ອົງການໄອ ຍະການປະຊາຊົນທີ່ກ່ຽວຂ້ອງເພື່ອຕິດຕາມກວດກາຕາມພາລະ ບົດບາດ. ພະນັກງານໄອຍະການປະຊາຊົນຕ້ອງຄົ້ນຄວ້າ,ກວດກາ ສໍານວນຄະດີໃຫ້ສໍາເລັດພາຍໃນກໍານົດເວລາສາມສິບວັນນັບ ແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປແລ້ວສົ່ງຄືນໃຫ້ສານຂັ້ນ ລົບລ້າງພິຈາລະນາໃນທີ່ປະຊຸມສານ. ....ມາດຕາສອງລ້ອຍເກົ້າສິບແປດຂອບເຂດການພິຈາລະນາຄະດີຂອງສານຂັ້ນລົບລ້າງ

ມາດຕາສອງລ້ອຍເກົ້າສິບແປດຂອບເຂດການພິຈາລະນາຄະດີ ຂອງສານຂັ້ນລົບລ້າງ ສານຂັ້ນລົບລ້າງພິຈາລະນາກ່ຽວກັບ: 1. ການປະບັດກົດໝາຍວ່າດ້ວຍການດໍາເນີນຄະດີ. 2. ການຕີຄວາມໝາຍຂອງເຫດການ. 3. ການນໍາໃຊ້ມາດຕາ,ກົດໝາຍຕໍ່ເນື້ອໃນ,ເຫດການ ຂອງຄະດີ. ....ມາດຕາສອງລ້ອຍເກົ້າສິບເກົ້າການພິພາກສາໂດຍບໍ່ເປີດການໄຕ່ສວນໃນທີ່ປະຊຸມສານ

ມາດຕາສອງລ້ອຍເກົ້າສິບເກົ້າການພິພາກສາໂດຍບໍ່ເປີດການ ໄຕ່ສວນໃນທີ່ປະຊຸມສານ ເຫດການຕ່າງໆທາງດ້ານຂໍ້ມູນຫຼັກຖານໃນເນື້ອຄະດີຊຶ່ງ ສານຂັ້ນອຸທອນໄດ້ພິພາກສາລົງໄປນັ້ນໃຫ້ຖືວ່າເປັນທີ່ສິ້ນສຸດແລ້ວ. ສານຂັ້ນລົບລ້າງພິພາກສາຕາມສໍານວນຄະດີທາງດ້ານ ກົດໝາຍເທົ່ານັ້ນໂດຍບໍ່ທໍາການສອບສວນແລະໄຕ່ສວນຕື່ມອີກ. ໃນກໍລະນີທີ່ຈໍາເປັນສານຂັ້ນລົບລ້າງຈະຮຽກຄູ່ຄວາມເຂົ້າມາຮ່ວມ ໃນການດໍາເນີນຄະດີຢູ່ສານຂັ້ນລົບລ້າງຫຼືລົງກວດກາເຫດການຕົວ ຈິງຂອງຄະດີກໍ່ໄດ້.

....ມາດຕາສາມລ້ອຍລະບຽບການພິຈາລະນາຄະດີຢູ່ສານຂັ້ນລົບລ້າງ

ມາດຕາສາມລ້ອຍລະບຽບການພິຈາລະນາຄະດີຢູ່ສານຂັ້ນລົບ ລ້າງ ລະບຽບການພະຈາລະນາຄະດີຢູ່ສານຂັ້ນລົບລ້າງໃຫ້ປະ ຕິບັດຕາມມາດຕາສອງລ້ອຍເຈັດສິບຫົກຂອງກົດໝາຍສະບັບນີ້. ສານຂັ້ນລົບລ້າງຕ້ອງພິຈາລະນາຄະດີໃຫ້ສໍາເລັດພາຍໃນ ກໍານົດເວລາສາມເດືອນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນ ໄປ. ພາຍຫຼັງທີ່ປະທານຄະນະສານໄດ້ກ່າວເປີດປະຊຸມສານ ຕາມລະບຽບການແລະຄະນະສານຜູ້ຮັບຜິດຊອບຄະດີໄດ້ລາຍ ງານແລ້ວປະທານຄະນະສານໃຫ້ຜູ້ຂໍລົບລ້າງຫຼືພະນັກງານໄອ ຍະການປະຊາຊົນທີ່ເຂົ້າຮ່ວມປະຊຸມສານໃຫ້ເຫດຜົນກ່ຽວກັບ ການຂໍລົບລ້າງຫຼືການສະເໜີຄັດຄ້ານຂອງຕົນ. ໃນກໍລະນີທີ່ບໍ່ໄດ້ຮຽກຄູ່ຄວາມເຂົ້າມາຮ່ວມໃນທີ່ປະຊຸມ ສານພາຍຫຼັງທີ່ຮັບຟັງການລາຍງານຂອງຜູ້ຮັບຜິດຊອບຄະດີ ແລະຄໍາຖະແຫຼງຂອງພະນັກງານໄອຍະການປະຊາຊົນແລ້ວປະ ທານຄະນະສານກໍປະກາດປິດການປະຊຸມສານຊົ່ວຄາວເພື່ອພິ ຈາລະນາພິພາກສາຄະດີໃຫ້ຫ້ອງປະຊຸມລັບຫຼັງຈາກນັ້ນກໍ່ນໍາເອົາ ຄໍາພິພາກສາອອກມາປະກາດຫຼືອ່ານໃນທີປ່ະຊຸມສານ. ....ມາດຕາສາມລ້ອຍໜຶ່ງ(ໃໝ່)ຄໍາພິພາກສາຂອງສານຂັ້ນລົບລ້າງ

ມາດຕາສາມລ້ອຍໜຶ່ງ(ໃໝ່)ຄໍາພິພາກສາຂອງສານຂັ້ນລົບລ້າງ ຄະນະສານຂອງສານຂັ້ນລົບລ້າງພິພາກສາຄະດີໃນນາມ ສປປລາວ. ຄໍາພິພາກສາຂອງສານຂັ້ນລົບລ້າງປະກອບດ້ວຍພາກສະ ເໜີ,ພາກເນື້ອຄະດີ,ພາກຮູບຄະດີ,ພາກວິນິໄສແລະພາກຕັດສິນ. ເນື້ອໃນຂອງພາກສະເໜີ,ພາກເນື້ອຄະດີແລະພາກວິນິດ ໄສນັ້ນແມ່ນຄ້າຍຄືກັນກັບເນື້ອໃນຂອງຄໍາຕັດສິນຂັ້ນຕົ້ນ. ສໍາລັບພາກຮູບຄະດີໃຫ້ກໍານົດຂັ້ນຕອນຂອງການດໍາເນີນ ຄະດີຜ່ານມາເປັນຕົ້ນການຕັດສິນ,ການຂໍອຸທອນ,ສ່ວນພາກຕັດສິນ ໃຫ້ກໍານົດຮູບຄະດີ,ເນື້ອຄະດີ,ຜົນຂອງການລົງຄໍາພິພາກສາທາງ ດ້ານກົດໝາຍ,ອາກອນຂອງລັດຫຼືຄ່າທໍານຽມສານອື່ນແລະຜົນ ບັງຄັບປະຕິບັດຄໍາພິພາກສາທາງດ້ານກົດໝາຍ,ອາກອນຂອງລັດ ຫຼືຄ່າທໍານຽມສານອື່ນແລະຜົນບັງຄັບປະຕິບັດຄໍາພິພາກສາ. ຄໍາພິພາກສາຕ້ອງເຮັດເປັນສອງສະບັບຄືສະບັບນຶ່ງໄວ້ໃນ ສໍາເນົາ,ສ່ວນອີກສະບັບໜຶ່ງໄວ້ໃນສໍານວນຄະດີ.ຄໍາພິພກາສາທີ່ ຄູ່ຄວາມຫຼືພາກສ່ວນອື່ນຕ້ອງການນັ້ນໃຫ້ອັດສໍາເນົາໂດຍແມ່ນ ຈ່າສານເປັນຜູ້ຢັ້ງຢືນ. ....ມາດຕາສາມລ້ອຍສອງ(ປັບປຸງ)ປະເພດຄໍາພິພາກສາຂອງສານຂັ້ນລົບລ້າງ

ມາດຕາສາມລ້ອຍສອງ(ປັບປຸງ)ປະເພດຄໍາພິພາກສາຂອງ ສານຂັ້ນລົບລ້າງ ປະເພດຄໍາພິພາກສາຂອງສານຂັ້ນລົບລ້າງມີດັ່ງນີ້: 1. ບໍ່ຮັບຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານມາ ພິຈາລະນາຖ້າຫາກປະຕິບັດບໍ່ຖືກຕ້ອງຕາມລະບຽບການຂໍ ລົບລ້າງ. 2. ຍົກເລີກຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານ ແລ້ວພິພາກສາຢັ້ງຢືນເອົາຕາມຄໍາພິພາກສາຂອງສານຂັ້ນ ອຸທອນທັງໝົດ. 3. ປ່ຽນແປງຄາພິພາກສາຂອງສານຂັ້ນອຸທອນບາງ ສ່ວນຫຼືທັງໝົດທາງດ້ານກົດໝາຍແລ້ວພິພາກສາໃໝ່ບົນພື້ນ ຖານເຫດການຂອງຄະດີທີ່ສານຂັ້ນລຸ່ມໄດ້ກໍານົດຂຶ້ນ. 4. ລົບລ້າງຄໍາພິພາກສາແລ້ວສົ່ງຄະດີໄປໃຫ້ສານ ຂັ້ນອຸທອນຄະນະໃໝ່ພິຈາລະນາຄືນໃໝ່ຫຼືຄະນະເກົ່າໃນກໍລະ ນີທີ່ສານຄະນະເກົ່ານີ້ຫາກຍັງບໍ່ທັນໄດ້ພິຈາລະນາຄໍາຮ້ອງຂໍ ອັນໃດອັນໜຶ່ງຂອງຄູ່ຄວາມຫຼືຄໍາສະເໜີຂອງຫົວໜ້າອົງການ ໄອຍະການປະຊາຊົນ. 5. ລົບລ້າງຄໍາພິພາກສາຂອງສານຂັ້ນອຸທອນໂດຍ ບໍ່ສົ່ງຄະດີໃຫ້ສານໃດສານໜຶ່ງພິຈາລະນາຄືນໃໝ່. ....ມາດຕາສາມລ້ອຍສາມ(ໃໝ່)ການລົບລ້າງຄໍາພິພາກສາຂອງສານຂັ້ນອຸທອນໂດຍບໍ່ສົ່ງໃຫ້ສານໃດພິຈາລະນາຄືນ

ມາດຕາສາມລ້ອຍສາມ(ໃໝ່)ການລົບລ້າງຄໍາພິພາກສາຂອງສານ ຂັ້ນອຸທອນໂດຍບໍ່ສົ່ງໃຫ້ສານໃດພິຈາລະນາຄືນ ສານຂັ້ນລົບລ້າງສາມາດພິພາກສາລົບລ້າງຄໍາພິພາກສາ ຂອງສານຂັ້ນອຸທອນໂດຍບໍ່ສົ່ງໃຫ້ສານໃດພິຈາລະນາຄືນຕາມກໍລະ ນີທີ່ໄດ້ກໍານົດໄວ້ໃນມາດຕາສອງລ້ອຍແປດສິບຂອງກົດໝາຍສະ ບັບນີ້.

....ມາດຕາສາມລ້ອຍສີ່ການລົບລ້າງຄໍາພິພາກສາແລ້ວສົ່ງຄືນໃຫ້ສານຂັ້ນອຸທອນພິຈາລະນາຄືນໃໝ່

ມາດຕາສາມລ້ອຍສີ່ການລົບລ້າງຄໍາພິພາກສາແລ້ວສົ່ງຄືນໃຫ້ ສານຂັ້ນອຸທອນພິຈາລະນາຄືນໃໝ່ ສານຂັ້ນລົບລ້າງສາມາດພິພາກສາລົບລ້າງຄໍາພິພາກສາ ຂອງສານຂັ້ນອຸທອນແລ້ວສົ່ງສໍານວນຄະດີຄືນໃຫ້ສານຂັ້ນອຸທອນ ພິຈາລະນາຄືນໃໝ່ໃນກໍລະນີດັ່ງນີ້: 1. ການກໍານົດເຫດການຄະດີຂອງສານຂັ້ນອຸທອນບໍ່ຖືກ ຕ້ອງ. 2. ສານຂັ້ນອຸທອນບໍ່ນໍາເອົາບັນຫາໃດໜຶ່ງທີ່ຂໍອຸທອນມາພ ິຈາລະນາ. 3. ສານຂັ້ນຕົ້ນໄດ້ລະເມີດລະບຽບການດໍາເນີນຄະດີແຕ່ ສານຂັ້ນອຸທອນໄດ້ພິພາກສາຢັ້ງຢືນ. 4. ສານຂັ້ນອຸທອນນໍາໃຊ້ກົດໝາຍໃນການແກ້ໄຂຂໍ້ຂັດແຍ່ງ ໃນຄະດີບໍ່ຖືກຕ້ອງ. 5. ບັນຫາອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ....ມາດຕາສາມລ້ອຍຫ້າ(ປົບປຸງ)ການພິຈາລະນາຄືນໃໝ່ຂອງສານຂັ້ນອຸທອນ

ມາດຕາສາມລ້ອຍຫ້າ(ປົບປຸງ)ການພິຈາລະນາຄືນໃໝ່ຂອງ ສານຂັ້ນອຸທອນ ສານຂັ້ນອຸທອນຕ້ອງນໍາເອົາຄະດີທີ່ສານຂັ້ນລົບລ້າງສົ່ງ ຄືນມານັ້ນອອກພິຈາລະນາແລະລົງຄໍາພິພາກສາໃໝ່ບົນພື້ນຖານ ຂໍ້ມູນຫຼັກຖານແລະກົດໝາຍ. ສານຂັ້ນອຸທອນຈະພິຈາລະນາພິພາກສາຕາມການວິນິດ ໄສຂອງສານຂັ້ນລົບລ້າງເມື່ອເຫັນວ່າມີຂໍ້ມູນຫຼັກຖານຕົວຈິງ ແລະຖືກຕ້ອງຕາມກົດໝາຍ.

....ມາດຕາສາມລ້ອຍຫົກ(ປັບປຸງ)ການພິພາກສາຕາມຄໍາພິພາກສາຂອງສານຂັ້ນລົບລ້າງ

ມາດຕາສາມລ້ອຍຫົກ(ປັບປຸງ)ການພິພາກສາຕາມຄໍາພິພາກສາ ຂອງສານຂັ້ນລົບລ້າງ ໃນກໍລະນີຄໍາພິພາກຂອງສານຂັ້ນອຸທອນຄະນະໃໝ່ຫາກ ໄດ້ລົງຄໍາພິພາກສາບໍ່ກົງກັບຄໍາພິພາກສາຂອງສານຂັ້ນລົບລ້າງ ນັ້ນເມື່ອຄູ່ຄວາມຫາກບໍ່ໄດ້ຂໍລົບລ້າງແລ້ວກໍ່ໃຫ້ຫົວໜ້າອົງການ ໄອຍະການປະຊາຊົນທີ່ກ່ຽວຂ້ອງສະເໜີຄັດຄ້ານຂຶ້ນສານຂັ້ນລົບ ລ້າງໂດຍໜ້າທີ່. ໃນການພິຈາລະນາຄະດີຄືນໃໝ່ນັ້ນຖ້າຫາກສານຂັ້ນລົບ ລ້າງໄດ້ພິພາກສາຄືເກົ່າແລະສົ່ງຄະດີຄືນໃຫ້ສານຂັ້ນອຸທອນເປັນ ເທື່ອທີສອງແລ້ວສານຂັ້ນອຸທອນຄະນະໃໝ່ຕ້ອງໄດ້ປະຕິບັດຕາມ ຄໍາພິພາກສາຂອງສານຂັ້ນລົບລ້າງນັ້ນຢ່າງເດັດຂາດ. ..ພາກທີສິບສີ່ການປະຕິບັດຄໍາຕັດສິນຂອງສານ


...ມາດຕາສາມລ້ອຍເຈັດ(ໃໝ່)ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາສາມລ້ອຍເຈັດ(ໃໝ່)ການຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານແມ່ນການນໍາເອົາ ຄໍາຕົກລົງຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາສາມລ້ອຍແປດຂອງກົດໝາຍສະບັບນີ້ມາຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງແລະປາກົດຜົນເປັນຈິງເພື່ອຟື້ນຟູສິດແລະຜົນປະໂຫຍດ ຂອງລັດ,ລວມໝູ່ແລະພົນລະເມືອງທີ່ຖືກລະເມີດຫຼືສູນເສຍໄປ. ...ມາດຕາສາມລ້ອຍແປດ(ໃໝ່)ຄໍາຕົກລົງຂອງສານທີ່ຈະນໍາເອົາມາປະຕິບັດ

ມາດຕາສາມລ້ອຍແປດ(ໃໝ່)ຄໍາຕົກລົງຂອງສານທີ່ຈະນໍາເອົາ ມາປະຕິບັດ ຄໍາຕົກລົງຂອງສານທີ່ຈະນໍາເອົາມາປະຕິບັດມີດັ່ງນີ້: 1. ຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນຄະດີແພ່ງຂັ້ນຕົ້ນ ທີ່ໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນເຂດຫຼືສານປະຊາ ຊົນແຂວງ,ນະຄອນ. 2. ຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຄະດີແພ່ງຂັ້ນ ອຸທອນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນແຂວງ,ນະ ຄອນແລະສານປະຊາຊົນພາກ. 3. ຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຄະດີແພ່ງຂອງ ສານປະຊາຊົນສູງສຸດແລະສານປະຊາຊົນພາກຂັ້ນລົບລ້າງທີ່ ບໍ່ສົ່ງຄະດີໃຫ້ສານຂັ້ນໃດພິຈາລະນາຄືນ. 4. ຄໍາຕັດສິນຫຼືຄໍາພິພາກສາຂອງສານບອກວ່າໃຫ້ ປະຕິບັດພາງ. 5. ຄໍາສັ່ງໃຫ້ປະຕິບັດບົດບັນທຶກການໄກ່ເກ່ຍຂອງານ. 6. ຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນຂອງສານຕ່າງ ປະເທດທີ່ໃຊ້ໄດ້ຢ່າງເດັດຂາດຊຶ່ງສານປະຊາຊົນແຫ່ງສປປ ລາວຮັບຮູ້ແລະໃຫ້ຈັດຕັ້ງປະຕິບັດ. 7. ບົດບັນທຶກການໄກ່ເກ່ຍແລະຄໍາຕັດສິນຂອງຄະນະ ກໍາມະການແກ່ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດພາຍໃນ ແລະຕ່າງປະເທດຕາມສັນຍາແລະສົນທິສັນຍາສາກົນທີ່ສປປ ລາວໄດ້ເຂົ້າຮ່ວມເປັນພາຄີຊຶ່ງໄດ້ຮັບການຢັ້ງຢືນຈາກສານປະ ຊາຊົນ. ...ມາດຕາສາມລ້ອຍເກົ້າ(ໃໝ່)ຜົນສັກສິດຂອງຄໍາຕົກລົງຂອງສານ

ມາດຕາສາມລ້ອຍເກົ້າ(ໃໝ່)ຜົນສັກສິດຂອງຄໍາຕົກລົງຂອງສານ ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານ ປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດຕາມທີ່ໄດ້ກໍານົດໄວ້ໃນມາດຕາ ສາມລ້ອຍແປດຂອງກົດໝາຍສະບັບນີ້ທຸກອົງການຈັດຕັ້ງຂອງພັກ, ອົງການຈັດຕັ້ງຂອງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະ ຫາຊົນ,ອົງການຈັດຕັ້ງສັງຄົມ,ວິສາຫະກິດແລະພົນລະເມືອງທຸກ ຄົນຕ້ອງເຄົາລົບ,ບຸກຄົນແລະອົງການຈັດຕັ້ງທີ່ມີສ່ວນກ່ຽວຂ້ອງ ຕ້ອງປະຕິບັດຢ່າງເຂັ້ມງວດ. ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານ ປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນບໍ່ສາມາດປ່ຽນແປງໄດ້ ແຕ່ຢ່າງໃດເວັ້ນເສຍແຕ່ໃນກໍລະນີທີ່ມີການຮື້ຟື້ນຄະດີ. ...ມາດຕາສາມລ້ອຍສິບ(ໃໝ່)ວິທີປະຕິບັດຄໍາຕັດສິນຂອງສານ

ມາດຕາສາມລ້ອຍສິບ(ໃໝ່)ວິທີປະຕິບັດຄໍາຕັດສິນຂອງສານ ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ກ່ຽວ ຂ້ອງຈະເປັນຜູ້ຮັບຜິດຊອບຈັດຕັ້ງປະຕິບັດຄໍາຕົກລົງຂອງສານທີ່ ໃຊ້ໄດ້ຢ່າງເດັດຂາດໂດຍຄົ້ນຄວ້າແລະຮຽກເອົາຄູ່ຄວາມໃນຄະ ດີທີ່ກ່ຽວຂ້ອງເຂົ້າມາເພື່ອແຈ້ງເນື້ອໃນ,ແນະນໍາ,ປຸກລະດົມແລະ ວາງກໍານົດເວລາໃນການປະຕິບັດຄໍາຕົກລົງດັ່ງກ່າວຂອງສານ ໂດຍອີງໃສ່ເງື່ອນໄຂຕົວຈິງທາງດ້ານເສດຖະກິດຂອງຜູ້ຮັບຜິດ ຊອບທາງແພ່ງຫຼືຜູ້ໃຊ້ແທນຄ່າເສຍຫາຍ. ໃນກໍລະນີທີ່ຜູ້ຖືກປະຕິບັດບໍ່ຍອມປະຕິບັດດ້ວຍຄວາມສະ ໝັກໃຈແລ້ວພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານກໍ່ ຈະອອກຄໍາສັ່ງຕັດເງິນເດືອນຫຼືລາຍໄດ້ອື່ນຂອງຜູ້ກ່ຍວຫຼືອອກ ຄໍາສັ່ງຍຶດຫຼືອາຍັດຊັບຂອງຜູ້ກ່ຽວເພື່ອຂາຍເລຫຼັງຫຼືນໍາມາຊໍາ ລະສະສາງຕາມແຕ່ກໍລະນີ. ນອກຈາກນັ້ນພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານກໍ່ຍັງມີສິດອອກຄໍາສັ່ງອື່ນເພື່ອເຮັດໃຫ້ຄໍາຕົກລົງຂອງສານ ໄດ້ຮັບການປະຕິບັດໃນພາກຕົວຈິງ. ວິທີ,ຂັ້ນຕອນລະອຽດແມ່ນໃຫ້ປະຕິບັດຕາມກົດໝາຍວ່າ ດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ...ມາດຕາສາມລ້ອຍສິບເອັດ(ໃໝ່)ການໂຈະການປະຕິບັດຄໍາຕັດສິນຂອງສານ

ມາດຕາສາມລ້ອຍສິບເອັດ(ໃໝ່)ການໂຈະການປະຕິບັດຄໍາ ຕັດສິນຂອງສານ ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຈະໂຈະ ການປະຕິບັດຄໍາຕົກລົງຂອງສານໃນກໍລະນີດັ່ງນີ້: 1. ຜູ້ຮັບຜິດຊອບທາງແພ່ງຫຼືຜູ້ໃຊ້ແທນຄ່າເສຍຫາຍນັ້ນໄດ້ ເສຍຊີວິດແຕ່ຜູ້ກ່ຽວຫາກຍັງມີຜູ້ສືບທອດຢູ່. 2. ຜູ້ຮັບຜິດຊອບທາງແພ່ງຫຼືຜູ້ໃຊ້ແທນຄ່າເສຍຫາຍນັ້ນ ໄດ້ສູນເສຍຄວາມສາມາດທາງດ້ານການປະພຶດຫຼືເປັນຄົນເສຍຈິດ. 3. ຜູ້ຮັບຜິດຊອບທາງແພ່ງຫຼືຜູ້ໃຊ້ແທນຄ່າເສຍຫາຍນັ້ນ ໄດ້ໄປເຮັດວຽກທາງລັດຖະການຢູ່ນອກສະຖານທີ່ປະຕິບັດຫຼືໄປ ປິ່ນປົວຕົວເອງ. 4. ນິຕິບຸກຄົນທີ່ຮັບຜິດຊອບທາງແພ່ງຫຼືໃຊ້ແທນຄ່າເສຍ ຫາຍນັ້ນໄດ້ຖືກຍຸບເລີກຫຼືລົ້ມລະລາຍ. 5. ມີການຮື້ຟ້ືນຄະດີຕາມກໍານົດເວລາໄວ້ໃນກົດໝາຍ ໂດຍມີການສະເໜີໂຈະຂອງຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ. 6. ມີການສະເໜີໃຫ້ໂຈະຂອງຫົວໜ້າອົງການໄອຍະການ ປະຊາຊົນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຈັດຕັ້ງ ປະຕິບັດຄໍາຕັດສິນຂອງສານ. 7. ຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຊຶ່ງບໍ່ກົງ ກັບຕົວຈິງເຮັດໃຫ້ບໍ່ສາມາດຈັດຕັ້ງປະຕິບັດໄດ້. 8. ມີການຮ້ອງຂໍຄວາມເປັນທໍາຕໍ່ສະພາແຫ່ງຊາດພາຍ ຫຼັງທີ່ໄດ້ປະສານສົມທົບກັບຂະແໜງການຍຸຕິທໍາແລ້ວ.

ເມື່ອສາເຫດທີ່ພາໃຫ້ໂຈະການປະຕິບັດຄໍາຕັດສິນຂອງ ສານທີ່ກ່າວມາຂ້າງເທິງນີ້ຫາກໝົດໄປແລ້ວແມ່ນໃຫ້ສືບຕໍ່ຈັດ ຕັ້ງປະຕິບັດ.

...ມາດຕາສາມລ້ອຍສິບສອງ(ໃໝ່)ການສິ້ນສຸດການຈັດຕັ້ງປະຕິບັດຄໍາຕົກລົງຂອງສານ

ມາດຕາສາມລ້ອຍສິບສອງ(ໃໝ່)ການສິ້ນສຸດການຈັດຕັ້ງປະຕິ ບັດຄໍາຕົກລົງຂອງສານ ການຈັດຕັ້ງປະຕິບັດຄໍາຕົກລົງຂອງສານຈະສິ້ນສຸດລົງ ໃນກໍລະນີດັ່ງນີ້: 1. ຄໍາຕົກລົງຂອງສານໄດ້ຮັບການຈັດຕັ້ງປະຕິບັດຢ່າງ ຄົບຖ້ວນແລ້ວ. 2. ເຈົ້າໜີ້ໄດ້ສະລະສິດ,ໃນກໍລະນີທີ່ເຈົ້າໜີ້ໄດ້ຮັບໝາຍ ຮຽກສາມຄັ້ງແລ້ວແຕ່ບໍ່ເຂົ້າມາສະເໜີຕົວຕໍ່ພະນັກງານຈັດຕັ້ງ ປະຕິບັດຄໍາຕັດສິນຂອງສານໂດຍບໍ່ມີເຫດຜົນພຽງພໍກໍ່ໃຫ້ຖືວ່າ ເປັນການສະລະສິດເຊັ່ນດຽວກັນ. 3. ຜູ້ຖືກປະຕິບັດໄດ້ເສຍຊີວິດໂດຍບໍ່ມີຊັບ,ບໍ່ມີສິດຫຼືບໍ່ ມີພັນທະໃຫ້ຜູ້ອື່ນສືບທອດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. 4. ຄໍາຕັດສິນຫຼືຄໍາພິພາກສາຂອງສານໄດ້ຖືກປ່ຽນ ແປງ,ຍັກເລີກຫຼືລົບລ້າງໂດຍບໍ່ໃຫ້ຄູ່ຄວາມມີພັນທະປະຕິບັດ.

ເມື່ອການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໄດ້ສິ້ນ ສຸດແລ້ວພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕ້ອງ ສະເໜີໃຫ້ຫົວໜ້າຫ້ອງການຫຼືຫົວໜ້າໜ່ວຍງານຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານເພື່ອອອກຄໍາສັ່ງປິດສໍານວນຄະດີແລະ ແຈ້ງໃຫ້ຄູ່ຄວາມ,ພະນັກງານໄອຍະການປະຊາຊົນ,ຫ້ອງວ່າ ການສະພາແຫ່ງຊາດປະຈໍາເຂດເລືອກຕັ້ງແລະອົງການປົກ ຄອງທ້ອງຖິ່ນຊາບ. ..ພາກທີສິບຫ້າການຮື້ຟື້ນຄະດີ


...ມາດຕາສາມລ້ອຍສິບສາມການຮັບເອົາຄະດີທີ່ຖືກຮື້ຟື້ນມາພິຈາລະນາ

ມາດຕາສາມລ້ອຍສິບສາມການຮັບເອົາຄະດີທີ່ຖືກຮື້ຟື້ນມາພິຈາ ລະນາ ການຮື້ຟື້ນຄະດີແມ່ນດໍາເນີນຕາມຄໍາຮ້ອງຂໍຂອງຄູ່ຄວາມ ຫຼືໂດຍໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ການຮື້ຟື້ນຄະດີໂດຍໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາ ຊົນສູງສຸດແມ່ນເພື່ອຄວາມຖືກຕ້ອງທາງດ້ານກົດໝາຍ. ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາພິພາກສາຂອງສານທີ່ ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນສາມາດຖືກຮື້ຟື້ນໄດ້. ສານປະຊາຊົນສູງສຸດຈະຮັບເອົາສໍານວນຄະດີມາພິຈາລະ ນາເປັນຂັ້ນຮື້ຟື້ນໄດ້ກໍ່ຕໍ່ເມື່ອຫາກມີຄໍາສະເໜີຂອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດບົນພື້ນຖານຂໍ້ມູນຫຼັກຖານໃໝ່ເທົ່ານັ້ນ. ມີແຕ່ສານປະຊາຊົນສູງສຸດເທົ່ານັ້ນຈຶ່ງມີສິດອໍານາດໃນ ການພິຈາລະນາຄະດີເປັນຂັ້ນຮື້ຟື້ນ. ...ມາດຕາສາມລ້ອຍສິບສີ່(ໃໝ່)ການບໍ່ຮັບເອົາຄະດີທີ່ົຕົກລົງບໍ່ຮື້ຟື້ນມາພິຈາລະນາຄືນ

ມາດຕາສາມລ້ອຍສິບສີ່(ໃໝ່)ການບໍ່ຮັບເອົາຄະດີທີ່ົຕົກລົງບໍ່ຮື້ຟື້ນມາ ພິຈາລະນາຄືນ ຄະດີທີ່ຫົວໜ້າອົງການໄອຍະການປະຊາຊົນສູງສຸດຕົກລົງ ບໍ່ຮື້ຟື້ນຫຼືສານປະຊາຊົນສູງສຸດພິພາກສາຍົກເລີກຄໍາສະເໜີຮື້ຟື້ນ ຄະດີແລ້ວນັ້ນຄູ່ຄວາມບໍ່ສາມາດນໍາເອົາບັນຫາເກ່ົານັ້ນມາສະເໜີ ຂໍຮື້ຟື້ນຄືນໄດ້ອີກຍົກເວັ້ນກໍລະນີທີ່ໄດ້ກໍານົດໄວ້ໃນກົດໝາຍ. ...ມາດຕາສາມລ້ອຍສິບຫ້າ(ປັບປຸງ)ສາເຫດທີ່ພາໃຫ້ມີການຮື້ຟື້ນຄະດີ

ມາດຕາສາມລ້ອຍສິບຫ້າ(ປັບປຸງ)ສາເຫດທີ່ພາໃຫ້ມີການຮື້ຟື້ນ ຄະດີ ສາເຫດທີ່ພາໃຫ້ມີການຮື້ຟື້ນຄະດີໃນກໍລະນີທີ່ໄດ້ພົບເຫັນ ຂໍ້ມູນຫຼືຫຼັກຖານໃໝ່ມີດັ່ງນີ້: 1. ພະຍານໃນຄະດີໄດ້ໃຫ້ການເທັດຫຼືຜູ້ຊ່ຽວຊານໄດ້ໃຫ້ ຄໍາເຫັນເທັດ,ການແປພາສາເທັດຫຼືການໃຊ້ຫຼັກຖານປອມຊຶ່ງພາ ໃຫ້ການຕັດສິນຄະດີມີຄວາມຜິດພາດ. 2. ຜູ້ພິພາກສາຫຼືພະນັກງານໄອຍະການປະຊາຊົນໄດ້ເຂົ້າ ຂ້າງອອກຂາຊຶ່ງພາໃຫ້ການຕັດສິນຄະດີມີຄວາມຜິດພາດ. 3. ມີຂໍ້ມູນຫຼືຫຼັກຖານໃໝ່ທີ່ກ່ຽວຂ້ອງກັບຄະດີຊຶ່ງຍັງບໍ່ທັນໄດ້ ສະເໜີຂຶ້ນໃນຄະດີດັ່ງກ່າວແລະຜູ້ຮ້ອງຂໍຮື້ຟື້ນກໍ່ບໍ່ສາມາດຮູ້ໄດ້ກ່ຽວ ກັບຂໍມູນຫຼັກຖານໃໝ່ໃນເວລາຕັດສິນນັ້ນ. 4. ມີເຫດການອື່ນທີ່ຊີ້ບອກເຖິງຂໍ້ມູນຫຼັກຖານໃໝ່ຊຶ່ງສານ ບໍ່ໄດ້ຮູ້ໃນເວລາລົງຄໍາຕັດສິນຫຼືຄໍາພິພາກສານັ້ນ. 5. ມີການສະເໜີຮື້ຟື້ນຂອງບຸກຄົນທີ່ບໍ່ໄດ້ເຂົ້າຮ່ວມໃນການ ດໍາເນີນຄະດີກ່ຽວກັບຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວຊຶ່ງ ແຕະຕ້ອງເຖິງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ກ່ຽວ. ...ມາດຕາສາມລ້ອຍສິບຫົກ(ປັບປຸງ)ກໍານົດເວລາຂໍຮື້ຟື້ນຄະດີ

ມາດຕາສາມລ້ອຍສິບຫົກ(ປັບປຸງ)ກໍານົດເວລາຂໍຮື້ຟື້ນຄະດີ ຄູ່ຄວາມສາມາດສະເໜີຂໍຮື້ຟື້ນຄະດີໄດ້ພາຍໃນກໍານົດເວ ລາໜຶ່ງປີນັບແຕ່ວັນຄໍາຕັດສິນ,ຄໍາພິພາກສາຂອງສານໃຊ້ໄດ້ຢ່າງ ເດັດຂາດເປັນຕົ້ນໄປ,ກໍລະນີບຸກຄົນທີສາມທີ່ບໍ່ໄດ້ເຂົ້າຮ່ວມໃນການ ດໍາເນີນຄະດີແມ່ນໃຫ້ນັບແຕ່ວັນຮັບຊາບຄໍາຕັດສິນຫຼືຄໍາພິພາກ ສາດັ່ງກ່າວຂອງສານເປັນຕົ້ນໄປ. ຫົວໜ້າອົງການໄອຍະການປະຊາຊົນສູງສຸດມີສິດສະເໜີຮື້ ຟື້ນຄະດີເພື່ອຄວາມຖືກຕ້ອງທາງດ້ານກົດໝາໂດຍບໍ່ມີກໍານົດເວ ລາ. ...ມາດຕາສາມລ້ອຍສິບເຈັດການຍື່ນຄໍາຮ້ອງຂໍຮື້ຟື້ນຄະດີ

ມາດຕາສາມລ້ອຍສິບເຈັດການຍື່ນຄໍາຮ້ອງຂໍຮື້ຟື້ນຄະດີ ຄູ່ຄວາມຫຼືບຸກຄົນທີສາມມີສິດຍື່ນຄໍາຮ້ອງຂໍຮື້ຟື້ນຄະດີໃນ ກໍລະນີທີ່ໄດ້ພົບເຫັນຂໍ້ມູນຫຼືຫຼັກຖານໃໝ່ຕໍ່ອົງການໄອຍະການປະ ຊາຊົນສູງສຸດ.ຄູ່ຄວາມທີ່ຂໍຮື້ຟື້ນຄະດີນັ້ນໃຫ້ເສຍເງິນຄ່າຂໍຮື້ຟື້ນ ຕາມລະບຽບກົດໝາຍ. ສານປະຊາຊົນສູງສຸດພິຈາລະນາເປັນຂັ້ນຮື້ຟື້ນຕາມຄໍາສະ ເໜີຮື້ຟື້ນຄະດີຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະໃຫ້ປະຕິບັດດັ່ງກຽວກັນກັບລະບຽບການພິຈາລະນາຄະດີຢູ່ ສານຂັ້ນລົບລ້າງ. ...ມາດຕາສາມລ້ອຍສິບແປດ(ໃໝ່)ການດໍາເນີນຄະດີຂັ້ນຮື້ຟື້ນ

ມາດຕາສາມລ້ອຍສິບແປດ(ໃໝ່)ການດໍາເນີນຄະດີຂັ້ນຮື້ຟື້ນ ເມື່ອໄດ້ຮັບຄໍາຮ້ອງຂໍຮື້ຟື້ນຄະດີຂອງຄູ່ຄວາມແລ້ວອົງການ ໄອຍະການປະຊາຊົນສູງສຸດຕ້ອງຮຽກຄູ່ຄວາມ,ບຸກຄົນອື່ນທີ່ກ່ຽວ ຂ້ອງໃນຄະດີມາຮັບຊາບແລະຊີ້ແຈງເຫດຜົນຂອງຕົນກ່ຽວກັບການ ຂໍຮື້ຟື້ນຄະດີພ້ອມທັງກວດກາຂໍ້ມູນຫຼັກຖານຢ່າງລະອຽດ,ຖ້າຫາກບໍ່ ມີສາເຫດທີ່ພາໃຫ້ມີການຮື້ຟື້ນກໍ່ອອກຄໍາຕົກລົງບໍ່ຮື້ຟື້ນ,ຖ້າຫາກມີ ສາເຫດທີ່ພາໃຫ້ມີການຮື້ຟື້ນກໍ່ອອກຄໍາສະເໜີຮື້ຟື້ນຕໍ່ສານປະຊາຊົນ ສູງສຸດ. ຄໍາຕົກລົງບໍ່ຮື້ຟື້ນຫຼືຄໍາສະເໜີຮື້ຟື້ນໃຫ້ແຈ້ງຕໍ່ຄູ່ຄວາມຫຼືບຸກ ຄົນອື່ນທີ່ກ່ຽວຂ້ອງໃນຄະດີຮັບຊາບ. ເມື່ອໄດ້ຮັບຄໍາສະເໜີຮື້ຟື້ນຄະດີແລ້ວສານປະຊາຊົນສູງສຸດ ຕ້ອງໄດ້ຄົ້ນຄວ້າພິຈາລະນາຕາມສໍານວນ,ຂໍ້ມູນຫຼັກຖານຢ່າງຄົບ ຖ້ວນ,ຮອບດ້ານແລະພາວະວິໄສກ່ອນນໍາສະເໜີຕໍ່ກອງປະຊຸມສະ ພາຜູ້ພິພາກສາພິຈາລະນາ. ...ມາດຕາສາມລ້ອຍສິບເກົ້າປະເພດຄໍາພິພາກສາຂອງການຮື້ຟື້ນຄະດີ

ມາດຕາສາມລ້ອຍສິບເກົ້າປະເພດຄໍາພິພາກສາຂອງການຮື້ຟື້ນ ຄະດີ ປະເພດຄໍາພິພາກສາຂອງສານປະຊາຊົນສູງສຸດທີ່ພິຈາລະ ນາເປັນຂັ້ນຮື້ຟື້ນມີດັ່ງນີ້: 1. ຍົກເລີກຄໍາສະເໜີຮື້ຟື້ນຂອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ. 2. ລົບລ້າງຄໍາຕັດສິນຫຼືຄໍາພິພາກສາທີ່ໃຊ້ໄດ້ຢ່າງເດັດ ຂາດຂອງສານ.ແລ້ວສົ່ງສໍານວນຄະດີຄືນໃຫ້ສານຂັ້ນຕົ້ນຄະນະ ໃໝ່ພິຈາລະນາຕາມລະບຽບກົດໝາຍ. ...ມາດຕາສາມລ້ອຍຊາວ(ໃໝ່)ການດໍາເນີນການເມື່ອມີການຕົກລົງບໍ່ຮື້ຟື້ນ

ມາດຕາສາມລ້ອຍຊາວ(ໃໝ່)ການດໍາເນີນການເມື່ອມີການ ຕົກລົງບໍ່ຮື້ຟື້ນ ເມື່ອສານປະຊາຊົນສູງສຸດຄົ້ນຄວ້າເຫັນວ່າຄໍາສະເໜີຮື້ ຟື້ນຄະດີບໍ່ມີເຫດຜົນເປັນພື້ນຖານໃຫ້ແກ່ການຮື້ຟື້ນຄະດີດັ່ງກ່າວ ສານປະຊາຊົນສູງສຸດຈະລົງຄໍາພິພາກສາບໍ່ຮື້ຟື້ນຄະດີແລ້ວສົ່ງ ສໍານວນຄະດີໄປຍັງຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານທີ່ກ່ຽວຂ້ອງ. ...ມາດຕາສາມລ້ອຍຊາວເອັດ(ໃໝ່)ການດໍາເນີນການເມື່ອມີການຮື້ຟື້ນຄະດີ

ມາດຕາສາມລ້ອຍຊາວເອັດ(ໃໝ່)ການດໍາເນີນການເມື່ອມີການຮື້ ຟື້ນຄະດີ ພາຍຫຼັງສານປະຊາຊົນສູງສຸດໄດ້ລົງຄໍາພິພາກສາໃຫ້ຮື້ ຟື້ນຄະດີແລ້ວຕ້ອງສົ່ງສໍານວນຄະດີດັ່ງກ່າວໃຫ້ສານຂັ້ນຕົ້ນທີ່ ກ່ຽວຂ້ອງຄະນະໃໝ່ພິຈາລະນາຄືນຕາມຂັ້ນຕອນຂອງກົດໝາຍ. ສານຂັ້ນຕົ້ນຕ້ອງເລີ່ມດໍາເນີນຄະດີດັ່ງກ່າວຄືນໃໝ່ທັງ ໝົດຕາມລະບຽບການພິຈາລະນາຄະດີຢູ່ສານຂັ້ນຕົ້ນໂດຍໃຫ້ນໍາ ໃຊ້ຂໍ້ມູນຫຼັກຖານເກົ່າແລະຂໍ້ມູນຫຼັກຖານໃໝ່ທີ່ມີໃນສໍານວນຄະດີ. ຄໍາຕັດສິນຂອງສານຂັ້ນຕົ້ນໃນກໍລະນີດັ່ງກ່າວຕ້ອງບົ່ງ ບອກຮູບຄະດີທີ່ສານແຕ່ລະຂັ້ນໄດ້ດໍາເນີນຜ່ານມາ. ..ພາກທີສິບຫົກການດໍາເນີນຄະດີໃນກໍລະນີທີ່ມີການຮ້ອງຂໍທາງແພ່ງ


...ໝວດທີໜຶ່ງຂໍ້ບັນຍັດທົ່ວໄປສໍາລັບການຮ້ອງຂໍທາງແພ່ງ


....ມາດຕາສາມລ້ອຍຊາວສອງ(ໃໝ່)ການພິຈາລະນາການຮ້ອງຂໍທາງແພ່ງ

ມາດຕາສາມລ້ອຍຊາວສອງ(ໃໝ່)ການພິຈາລະນາການຮ້ອງຂໍ ທາງແພ່ງ ການຮ້ອງຂໍທາງແພ່ງແມ່ນບັນຫາທີ່ບໍ່ເປັນຂໍ້ຂັດແຍ່ງແຕ່ ຄູ່ຄວາມີຄວາມຈໍາເປັນຕ້ອງຮ້ອງຂໍຕໍ່ສານເພື່ອໃຫ້ສານພິຈາລະ ນາຕັດສິນຢັ້ງຢືນຫຼືຮັບຮູ້ບັນຫາໃດໜຶ່ງຊຶ່ງສານຈະດໍາເນີນໂດຍບໍ່ ມີຈໍາເລີຍຫຼືຝ່າຍກົງກັນຂ້າມເຂົ້າຮ່ວມຄືດັ່ງຄະດີທົ່ວໄປ. ....ມາດຕາສາມລ້ອຍຊາວສາມ(ໃໝ່)ຂອບເຂດການພິຈາລະນາການຮ້ອງຂໍ

ມາດຕາສາມລ້ອຍຊາວສາມ(ໃໝ່)ຂອບເຂດການພິຈາລະນາການ ຮ້ອງຂໍ ສານຈະພິຈາລະນາການຮ້ອງຂໍໄດ້ກໍ່ຕໍ່ເມື່ອການຮ້ອງຂໍນັ້ນ ຖືກຕ້ອງຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນມາດຕາສາມລ້ອຍສາມ ສິບເອັດ,ສາມລ້ອຍສາມສິບເຈັດ,ສາມລ້ອຍສີ່ສິບສາມແລະສາລ້ອຍ ຫ້າສິບເອັດຂອງກົດໝາຍສະບັບນີ້. ສານປະຊາຊົນເຂດມີສິດອໍານາດພິຈາລະນາການຮ້ອງຂໍ ທາງແພ່ງກ່ຽວກັບບັນຫາທາງແພ່ງແລະຄອບຄົວ,ສ່ວນການຮ້ອງ ຂໍກ່ຽວກັບບັນຫາການຄ້າລະເດັກແມ່ນສິດແລະໜ້າທີ່ຂອງສານ ປະຊາຊົນແຂວງ,ນະຄອນແລະສານເດັກເປັນຜູ້ພິຈາລະນາ. ....ມາດຕາສາມລ້ອຍຊາວສີ່(ໃໝ່)ຄໍາຮ້ອງຂໍໃຫ້ສານພິຈາລະນາ

ມາດຕາສາມລ້ອຍຊາວສີ່(ໃໝ່)ຄໍາຮ້ອງຂໍໃຫ້ສານພິຈາລະນາ ຄໍາຮ້ອງຂໍໃຫ້ສານພິຈາລະນາຕ້ອງເຮັດເປັນລາຍລັກອັກ ສອນແລະຍື່ນຕໍ່ສານທີ່ມີສິດອໍານາດ. ຄໍາຮ້ອງຂໍຕ້ອງປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1. ຊື່,ນາມສະກຸນ,ອາຍຸ,ອາຊີບແລະທີ່ຢູ່ຂອງຜູ້ຮ້ອງຂໍ. 2. ສາຍພົວພັນຂອງຜູ້ຮ້ອງຂໍກັບເຫດການທີ່ຮ້ອງຂໍ. 3. ເຫດການຂອງຄະດີໂດຍຫຍໍ້. 4. ບັນຫາທີ່ຮ້ອງຂໍໃຫ້ສານພິຈາລະນາ. 5. ລາຍເຊັນແລະການແປະໂປ້ມືຂອງຜູ້ຮ້ອງຂໍ.

ຜູ້ຮ້ອງຂໍຕ້ອງປະກອບເອກະສານ,ຫຼັກຖານທີ່ກ່ຽວຂ້ອງຄັດ ຕິດໄປພ້ອມກັບຄໍາຮ້ອງຂໍໂດຍຜ່ານອົງການປົກຄອງບ້ານ. ....ມາດຕາສາມລ້ອຍຊາວຫ້າ(ໃໝ່)ຜູ້ເຂົ້າຮ່ວມໃນການດໍາເນີນຄະດີ

ມາດຕາສາມລ້ອຍຊາວຫ້າ(ໃໝ່)ຜູ້ເຂົ້າຮ່ວມໃນການດໍາເນີນຄະ ດີ ຜູ້ເຂົ້າຮ່ວມໃນການດໍາເນີນຄະດີກ່ຽວກັບການຮ້ອງຂໍປະ ກອບດ້ວຍຜູ້ຮ້ອງຂໍ,ຜູ້ຕາງໜ້າອົງການປົກຄອງຫຼືອົງການຈັດຕັ້ງ, ພະຍານຫຼືບຸກຄົນອື່ນທີ່ກ່ຽວຂ້ອງ. ຜູ້ຮ້ອງຂໍຕ້ອງເຂົ້າຮ່ວມໃນການດໍາເນີນຄະດີແລະຊີ້ແຈງ ກ່ຽວກັບການຮ້ອງຂໍຕໍ່ສານ,ສານອາດຈະເຊີນຜູ້ທີ່ກ່ຽວຂ້ອງເຂົ້າ ມາຮ່ວມໃນການດໍາເນີນຄະດີເພື່ອໃຫ້ຂໍ້ມູນແລະຊີ້ແຈງກ່ຽວກັບ ປະເດັນການຮ້ອງຂໍ.ໃນກໍລະນີທີ່ການຮ້ອງຂໍພົວພັນເຖິງສິດຜົນ ປະໂຫຍດຂອງລັດ,ເດັກແລະຜູ້ບໍ່ມີຄວາມສາມາດທາງດ້ານການ ປະພຶດຕ້ອງເຊີນພະນັກງານໄອຍະການປະຊາຊົນເຂົ້າຮ່ວມ. ....ມາດຕາສາມລ້ອຍຊາວຫົກ(ໃໝ່)ການພິຈາລະນາການຮ້ອງຂໍໃນທີ່ປະຊຸມສານ

ມາດຕາສາມລ້ອຍຊາວຫົກ(ໃໝ່)ການພິຈາລະນາການຮ້ອງຂໍ ໃນທີ່ປະຊຸມສານ ສານຕ້ອງດໍາເນີນການພິຈາລະນາການຮ້ອງຂໍໃນທີ່ປະ ຊຸມສານຢ່າງເປີດເຜີຍ,ລະບຽບການເປີດປະຊຸມສານໃຫ້ປະຕິບັດ ດັ່ງດຽວກັນກັບຂັ້ນຕອນຂອງການປະຊຸມສານທົ່ວໄປຢູ່ສານຂັ້ນຕົ້ນ. ຄະນະສານສະເໜີໃຫ້ຜູ້ຮ້ອງຂໍມີຄໍາເຫັນແລະໄຕ່ສວນພະ ຍານລວມທັງບຸກຄົນອື່ນທີ່ກ່ຽວຂ້ອງ. ຄະນະສານນໍາເອົາຂໍ້ມູນຫຼັກຖານມາພິຈາລະນາໃນທີ່ປະ ຊຸມສານແລະສະເໜີໃຫ້ພະນັກງານໄອຍະການປະຊາຊົນມີຄໍາ ເຫັນກ່ອນການພິຈາລະນາໃນຫ້ອງປະຊຸມລັບ.

....ມາດຕາສາມລ້ອຍຊາວເຈັດ(ໃໝ່)ການຕົກລົງກ່ຽວກັບການຮ້ອງຂໍທາງແພ່ງ

ມາດຕາສາມລ້ອຍຊາວເຈັດ(ໃໝ່)ການຕົກລົງກ່ຽວກັບການຮ້ອງຂໍ ທາງແພ່ງ ໃນການຕົກລົງກ່ຽວກັບການຮ້ອງຂໍທາງແພ່ງສານຕ້ອງ ອອກເປັນຄໍາຕັດສິນຊຶ່ງເນື້ອໃນຄໍາຕັດສິນດັ່ງກ່າວຕ້ອງບົ່ງບອກ ເຖິງເຫດການຂອງຄະດີແລະໃຫ້ເຫດຜົນແຕ່ລະປະເດັນຢ່າງລະ ອຽດ. ຄໍາຕັດສິນກ່ຽວກັບການຮ້ອງຂໍທາງແພ່ງຕ້ອງສົ່ງໃຫ້ອົງ ການໄອຍະການປະຊາຊົນຂັ້ນຂອງຕົນເພື່ອກວດກາແລະຫ້ອງ ການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານເພື່ອຈັດຕັ້ງ ປະຕິບັດຖ້າຫາກບໍ່ມີການຂໍອຸທອນຫຼືສະເໜີຄັດຄ້ານ. ....ມາດຕາສາມລ້ອຍຊາວແປດ(ໃໝ່)ການຂໍອຸທອນຫຼືສະເໜີຄັດຄ້ານ

ມາດຕາສາມລ້ອຍຊາວແປດ(ໃໝ່)ການຂໍອຸທອນຫຼືສະເໜີຄັດ ຄ້ານ ຜູ້ຮ້ອງຂໍ,ບຸກຄົນອື່ນທີ່ກ່ຽວຂ້ອງຫຼືຫົວໜ້າອົງການໄອຍະ ການປະຊາຊົນມີສິດຂໍອຸທອນຫຼືສະເໜີຄັດຄ້ານຄໍາຕັດສິນຂອງ ສານກ່ຽວກັບການຮ້ອງຂໍທາງແພ່ງຕາມລະບຽບການຂໍອຸທອນ ທົ່ວໄປຕາມທີ່ໄດ້ກໍານົດໄວ້ໃນມາດຕາສອງລ້ອຍຫົກສິບສອງ ຂອງກົດໝາຍສະບັບນີ້. ....ມາດຕາສອງລ້ອຍຊາວເກົ້າ(ໃໝ່)ກໍານົດເວລາຂໍອຸທອນຫຼືສະເໜີຄັດຄ້ານ

ມາດຕາສອງລ້ອຍຊາວເກົ້າ(ໃໝ່)ກໍານົດເວລາຂໍອຸທອນຫຼືສະເໜີ ຄັດຄ້ານ ຜູ້ຮ້ອງຂໍ,ບຸກຄົນອື່ນທີ່ກ່ຽວຂ້ອງຫຼືຫົວໜ້າອົງການໄອຍະ ການປະຊາຊົນມີສິດຂໍອຸທອນຫຼືສະເໜີຄັດຄ້ານຄໍາຕັດສິນຂອງ ສານໃນກໍານົດເວລາຊາວວັນນັບແຕ່ວັນຮັບຊາບຄໍາຕັດສິນເປັນ ຕົ້ນໄປ.

....ມາດຕາສາມລ້ອຍສາມສິບ(ໃໝ່)ປະເພດການຮ້ອງຂໍທາງແພ່ງ

ມາດຕາສາມລ້ອຍສາມສິບ(ໃໝ່)ປະເພດການຮ້ອງຂໍທາງແພ່ງ ການຮ້ອງຂໍທາງແພ່ງແບ່ງອອກເປັນປະເພດຕົ້ນຕໍດັ່ງນີ້: 1. ການຮ້ອງຂໍໃຫ້ຮັບຮູ້ວ່າບຸກຄົນໃດໜຶ່ງເປັນຜູ້ບໍ່ມີຄວາມ ສາມາດທາງດ້ານການປະພຶດ. 2. ການຮ້ອງຂໍໃຫ້ປະກາດວ່າບຸກຄົນໃດໜຶ່ງເປັນຜູ້ຫາຍ ສາບສູນຫຼືຜູ້ເສຍຊີວິດ. 3. ການຮ້ອງຂໍໃຫ້ຢັ້ງຢືນໃບຕາດິນຫຼືເອກະສານອື່ນເສຍຫາຍ. 4. ການຮ້ອງຂໍໃຫ້ສານຕັດສິນໃນກໍລະນີລູກໜີ້ເອົາຕົວຫຼົບໜີ. ...ໝວດທີສອງການຮ້ອງຂໍໃຫ້ຮັບຮູ້ວ່າບຸກຄົນໃດໜຶ່ງເປັນຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ


....ມາດຕາສາມລ້ອຍສາມສິບເອັດ(ໃໝ່)ຄໍາຮ້ອງຂໍຮັບຮູ້ວ່າບຸກຄົນໃດໜຶ່ງເປັນຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ

ມາດຕາສາມລ້ອຍສາມສິບເອັດ(ໃໝ່)ຄໍາຮ້ອງຂໍຮັບຮູ້ວ່າບຸກຄົນ ໃດໜຶ່ງເປັນຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ ພໍ່ແມ່,ຜູ້ປົກຄອງ,ຜູ້ຕາງໜ້າໂຮງຮຽນຫຼືການຈັດຕັ້ງທີ່ ກ່ຽວຂ້ອງມີສິດຮ້ອງຂໍຕໍ່ສານໃຫ້ພິຈາລະນາຕັດສິນຮັບຮູ້ວ່າບຸກ ຄົນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນເປັນຜູ້ບໍ່ມີຄວາມສາມາດ ທາງດ້ານການປະພຶດ. ຄໍາຮ້ອງຂໍຕ້ອງເຮັດເປັນລາຍລັກອັກສອນໂດຍມີເນື້ອໃນ ຄົບຖ້ວນຕາມຮ່າງແບບພິມຂອງສານແລະປະກອບເອກະສານ ຫຼັກຖານທີ່ຢັ້ງຢືນວ່າບຸກຄົນດັ່ງກ່າວເປັນຜູ້ບໍ່ມີຄວາມສາມາດ ທາງດ້ານການປະພຶດເປັນຕົ້ນໃບຢັ້ງຢືນຂອງຄະນະແພດ. ຜູ້ຮ້ອງຂໍຫຼືຜູ້ຮັບມອບໝາຍຕ້ອງຍື່ນຄໍາຮ້ອງຂໍຕໍ່ສານຂັ້ນ ຕົ້ນທີ່ມີສິດອໍານາດ. ....ມາດຕາສາມລ້ອຍສາມສິບສອງ(ໃໝ່)ການຮັບຄໍາຮ້ອງຂໍຮັບຮູ້ວ່າບຸກຄົນໃດໜຶ່ງເປັນຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດມາ

ມາດຕາສາມລ້ອຍສາມສິບສອງ(ໃໝ່)ການຮັບຄໍາຮ້ອງຂໍຮັບຮູ້ວ່າ ບຸກຄົນໃດໜຶ່ງເປັນຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດມາພິ ຈາລະນາ ເມື່ອໄດ້ຮັບຄໍາຮ້ອງຂໍແລ້ວສານຕ້ອງນໍາມາພິຈາລະນາ ເວັ້ນເສຍແຕ່ຄໍາຮ້ອງຂໍດັ່ງກ່າວຫາກບໍ່ຖືກຕ້ອງ,ຄົບຖ້ວນຕາມທີ່ ໄດ້ກໍານົດໄວ້ໃນມາດຕາສາມລ້ອຍຊາວສີ່ຂອງກົດໝາຍສະບັບນີ້. ໃນກໍລະນີທີ່ບໍ່ຖືກຕ້ອງສານຈະແນະນໍາໃຫ້ຜູ້ຮ້ອງຂໍແກ້ໄຂຂໍ້ບົກ ພ່ອງນັ້ນເສຍກ່ອນຈຶ່ງຮັບມາພິຈາລະນາ. ເມື່ອເຫັນວ່າຄໍາຮ້ອງຂໍຖືກຕ້ອງແລ້ວສານຕ້ອງຂຶ້ນຟ້ອງ ຄະດີແລ້ວນໍາເອົາອອກມາພິຈາລະນາພາຍໃນກໍານົດເວລາສິບ ຫ້າວັນ. ....ມາດຕາສາມລ້ອຍສາມສິບສາມ(ໃໝ່)ລະບຽບການດໍາເນີນຄະດີກ່ຽວກັບການຮັບຮູ້ວ່າບຸກຄົນໃດໜຶ່ງເປັນຜູ້ບໍ່ມີຄວາມສາມາດທາງ

ມາດຕາສາມລ້ອຍສາມສິບສາມ(ໃໝ່)ລະບຽບການດໍາເນີນຄະດີ ກ່ຽວກັບການຮັບຮູ້ວ່າບຸກຄົນໃດໜຶ່ງເປັນຜູ້ບໍ່ມີຄວາມສາມາດທາງ ດ້ານການປະພຶດ ຫົວໜ້າຄະນະສານຕ້ອງມອບສໍານວນຄະດີໃຫ້ຜູ້ພິພາກ ສາຜູ້ໃດໜຶ່ງຄົ້ນຄວ້າ,ກວດກາຂໍ້ມູນຫຼັກຖານໃບຢັ້ງຢືນຂອງຄະ ນະແພດ,ສອບຖາມຜູ້ຄຸ້ມຄອງແລະພະຍານອື່ນທີ່ກ່ຽວຂ້ອງ.ເມື່ອ ເຫັນວ່າຂໍ້ມູນຫຼັກຖານຄົບຖ້ວນພຽງພໍແລ້ວຜູ້ພິພາກສາກໍ່ສະຫຼຸບ ເຫດການຂອງຄະດີເພື່ອນໍາອອກມາພິຈາລະນາຕັດສິນ. ລະບຽບການພິຈາລະນາໃນທີ່ປະຊຸມສານແມ່ນໃຫ້ປະຕິ ບັດຕາມລະບຽບການຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມລ້ອຍ ຊາວຫົກຂອງກົດໝາຍສະບັບນີ້. ໃນໄລຍະເວລາດໍາເນີນຄະດີຖ້າຜູ້ຖືກຮ້ອງຂໍໃຫ້ເປັນຜູ້ບໍ່ ມີຄວາມສາມາດທາງດ້ານການປະພຶດຫາກຄືນສູ່ສະພາບປົກກະ ຕິຕາມການຢັ້ງຢືນຂອງຄະນະແພດແລ້ວຜູ້ຮ້ອງຂໍຕ້ອງຖອນຄໍາ ຮ້ອງຂໍຂອງຕົນແລະສານຕ້ອງຊັດມ້ຽນຄະດີດັ່ງກ່າວ. ....ມາດຕາສາມລ້ອຍສາມສິບສີ່(ໃໝ່)ຄໍາຕັດສິນຮັບຮູ້ວ່າບຸກຄົນໃດໜຶ່ງເປັນຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ

ມາດຕາສາມລ້ອຍສາມສິບສີ່(ໃໝ່)ຄໍາຕັດສິນຮັບຮູ້ວ່າບຸກຄົນໃດໜຶ່ງ ເປັນຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ ສານອາດຈະລົງຄໍາຕັດສິນຮັບຮູ້ຫຼືບໍ່ຮັບຮູ້ວ່າບຸກຄົນໃດໜຶ່ງ ເປັນຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ.ໃນກໍລະນີສານລົງ ຄໍາຕັດສິນຮັບຮູ້ວ່າເປັນຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ ແລ້ວໃນຄໍາຕັດສິນນັ້ນຍັງຕ້ອງກໍານົດຜູ້ປົກຄອງຂອງຜູ້ກ່ຽວເຖິງ ຈະບໍ່ມີການຮ້ອງຂໍກໍ່ຕາມ.

....ມາດຕາສາມລ້ອຍສາມສິບຫ້າ(ໃໝ່)ຜົນສະທ້ອນຂອງຄໍາຕັດສິນຮັບຮູ້ວ່າບຸກຄົນໃດໜຶ່ງເປັນຜູ້ບໍ່ມີຄວາມສາມາດທາງດ້ານການປ

ມາດຕາສາມລ້ອຍສາມສິບຫ້າ(ໃໝ່)ຜົນສະທ້ອນຂອງຄໍາຕັດສິນຮັບ ຮູ້ວ່າບຸກຄົນໃດໜຶ່ງເປັນຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ

ເມື່ອມີຄໍາຕັດສິນຮັບຮູ້ວ່າບຸກຄົນໃດໜຶ່ງເປັນຜູ້ບໍ່ມີຄວາມສາ ມາດທາງດ້ານການປະພຶດແລ້ວການກະທໍາຂອງຜູ້ກ່ຽວຈະບໍ່ມີຜົນ ທາງດ້ານກົດໝາຍແຕ່ຢ່າງໃດເປັນຕົ້ນການເຮັດສັນຍາ. ຊັບສົມບັດຂອງຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ ຈະຢູ່ພາຍໃຕ້ການຄຸ້ມຄອງຂອງຜູ້ປົກຄອງຂອງຜູ້ກ່ຽວ.ຜູ້ປົກຄອງ ດັ່ງກ່າວມີສິດນໍາໃຊ້ຊັບສົມບັດນັ້ນເຂົ້າໃນເປົ້າໝາຍການເບິ່ງ ແຍງ,ລ້ຽງດູຜູ້ກ່ຽວຫຼືປົກປັກຮັກສາຊັ້ບສົມບັດນນັ້ນບໍ່ໃຫ້ຕົກເຮ່ຍ ເສຍຫາຍ. ....ມາດຕາສາມລ້ອຍສາມສິບຫົກ(ໃໝ່)ການລົບລ້າງຄໍາຕັດສິນທີ່ຮັບຮູ້ວ່າເປັນຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ

ມາດຕາສາມລ້ອຍສາມສິບຫົກ(ໃໝ່)ການລົບລ້າງຄໍາຕັດສິນທີ່ຮັບ ຮູ້ວ່າເປັນຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ

ເມື່ອຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດກັບຄືນສູ່ສະ ພາບປົກກະຕິຕາມການຢັ້ງຢືນຂອງຄະນະແພດແລ້ວຜູ້ຮ້ອງຂໍຫຼືຜູ້ ກ່ຽວເອງມີສິດສະເໜີຕໍ່ສານຂັ້ນຕົ້ນທີ່ກ່ຽວຂ້ອງພິຈາລະນາຕັດສິນ ລົບລ້າງຄໍາຕັດສິນທີ່ຮັບຮູ້ວ່າເປັນຜູ້ບໍ່ມີຄວາມສາມາດທາງດ້ານ ການປະພຶດນັ້ນ. ການພິຈາລະນາຄໍາຮ້ອງຂໍລົບລ້າງຄໍາຕັດສິນນັ້ນຕ້ອງໃຫ້ ສໍາເລັດພາຍໃນກໍານົດເວລາສິບຫ້າວັນ. ເມື່ອສານໄດ້ລົບລ້າງຄໍາຕັດສິນດັ່ງກ່າວແລ້ວສິດທັງໝົດ ຂອງຜູ້ກ່ຽວກໍ່ຈະຖືກຟື້ນຟູຄືນ. ...ໝວດທີສາມການຮ້ອງຂໍໃຫ້ປະກາດວ່າບຸກຄົນໃດໜຶ່ງເປັນຜູ້ຫາຍສາບສູນຫຼືຜູ້ເສຍຊີວິດ


....ມາດຕາສາມລ້ອຍສາມສິບເຈັດ(ໃໝ່)ຄໍາຮ້ອງຂໍໃຫ້ປະກາດວ່າເປັນຜູ້ຫາຍສາບສູນຫຼືຜູ້ເສຍຊີວິດ

ມາດຕາສາມລ້ອຍສາມສິບເຈັດ(ໃໝ່)ຄໍາຮ້ອງຂໍໃຫ້ປະກາດວ່າ ເປັນຜູ້ຫາຍສາບສູນຫຼືຜູ້ເສຍຊີວິດ ຜົວຫຼືເມຍ,ພໍ່,ແມ່,ຍາດພີ່ນ້ອງຫຼືການຈັດຕັ້ງທີ່ກ່ຽວຂ້ອງ ມີສິດຮ້ອງຂໍຕໍ່ສານເພື່ອໃຫ້ພິຈາລະນາຕັດສິນປະກາດວ່າບຸກຄົນ ໃດໜຶ່ງເປັນຜູ້ຫາຍສາບສູນຫຼືຜູ້ເສຍຊີວິດ;ຄໍຮ້ອງຂໍຕ້ອງຂຽນ ເປັນລາຍລັກອັກສອນແລະມີເນື້ອໃນຄົບຖ້ວນຕາມຮ່າງແບບ ພິມຂອງສານແລະປະກອບເອກະສານທີ່ຢັ້ງຢືນວ່າບຸກຄົນດັ່ງ ກ່າວເປັນຜູ້ຫາຍສາບສູນຫຼືຜູ້ເສຍຊີວິດ. ສໍາລັບຄໍາຮ້ອງຂໍໃຫ້ປະກາດວ່າບຸກຄົນໃດໜຶ່ງເປັນຜູ້ ຫາຍສາບສູນນັ້ນຍັງຕ້ອງບົ່ງບອກວ່າບຸກຄົນດັ່ງກ່າວຫາຍໄປ ຈາກຄອບຄົວໂດຍຂາດການຕິດຕໍ່ເປັນເວລາສອງປີຫຼືກໍລະນີ ເກີດອຸປະຕິເຫດຫາກບໍ່ຮູ້ຂ່າວຄາວເປັນເວລາຫົກເດືອນພ້ອມ ຄັດຕິດເອກະສານທີ່ຢັ້ງຢືນວ່າໄດ້ຊອກຫາດ້ວຍການແຈ້ງ ຄວາມ,ປະກາດຫຼືດ້ວຍວິທີການອື່ນແລ້ວ.ສ່ວນຄໍາຮ້ອງຂໍໃຫ້ ປະກາດວ່າບຸກຄົນໃດໜຶ່ງເປັນຜູ້ເສສຍຊີວິດຕ້ອງບົ່ງບອກຫຼັກ ຖານທີ່ຢັ້ງຢືນວ່າບຸກຄົນດັ່ງກ່າວໄດ້ຫາຍໄປໃນສົ່ງຄາມ,ໃນ ເວລາມີໄພພິບັດພາຍຫຼັງສິ້ນສຸດສົງຄາມຫຼືໄພພິບັດໄດ້ພະຍາ ຍາມຊອກຫາ,ຊອກຄົ້ນແຕ່ບໍ່ພົບເຫັນຊາກສົບຫຼືຮ່ອງຮອຍຊຶ່ງ ໄດ້ພະຍາຍາມຊອກຫາພາຍໃນກໍານົດເວລາສອງປີແຕ່ບໍ່ພົບ ໂດຍມີການຢັ້ງຢືນຂອງພະຍານ,ຜູ້ຊ່ຽວຊານຫຼືພະນັກງານວິ ຊາການທາງການແພດ. ຜູ້ຮ້ອງຂໍຫຼືຜູ້ຮັບມອບໝາຍຕ້ອງຍື່ນຄໍາຮ້ອງຂໍຕໍ່ສານຂັ້ນ ຕົ້ນທີ່ມີສິດອໍານາດ. ....ມາດຕາສາມລ້ອຍສາມສິບແປດ(ໃໝ່)ການຮັບຄໍາຮ້ອງຂໍໃຫ້ປະກາດວ່າບຸກຄົນໃດໜຶ່ງເປັນຜູ້ຫາຍສາບສູນຫຼືຜູ້ເສຍຊີວິດມາພິຈາ

ມາດຕາສາມລ້ອຍສາມສິບແປດ(ໃໝ່)ການຮັບຄໍາຮ້ອງຂໍໃຫ້ປະ ກາດວ່າບຸກຄົນໃດໜຶ່ງເປັນຜູ້ຫາຍສາບສູນຫຼືຜູ້ເສຍຊີວິດມາພິຈາ ລະນາ ເມື່ອໄດ້ຮັບຄໍາຮ້ອງຂໍແລ້ວສານຕ້ອງກວດກາເບິ່ງວ່າຄໍາ ຮ້ອງຂໍນັ້ນຍື່ນໂດຍບຸກຄົນທີ່ມີສິດອໍານາດຫຼືບໍ່,ຄໍາຮ້ອງຂໍດັ່ງກ່າວ ປະຕິບັດຕາມຮ່າງແບບພິມແລະມີເນື້ອໃນຄົບຖ້ວນຖືກຕ້ອງແລະ ມີຂໍ້ມູນຫຼັກຖານທີ່ພົວພັນກັບການຮ້ອງຂໍດັ່ງກ່າວພຽງພໍຫຼືບໍ່,ຖ້າ ຫາກຄໍາຮ້ອງຂໍບໍ່ຖືກຕ້ອງສານຈະແນະນໍາໃຫ້ຜູ້ຮ້ອງຂໍແກ້ໄຂຂໍ້ ບົກພ່ອງດັ່ງກ່າວເສຍກ່ອນຈຶ່ງຮັບມາພິຈາລະນາ. ເມື່ອເຫັນວ່າຄໍາຮ້ອງຂໍຖືກຕ້ອງແລ້ວສານຕ້ອງຂຶ້ນຟ້ອງ ຄະດີແລ້ວນໍາເອົາອອກມາພິຈາລະນາພາຍໃນກໍານົດເວລາສິບ ຫ້າວັນ. ....ມາດຕາສາມລ້ອຍສາມສິບເກົ້າ(ໃໝ່)ລະບຽບການດໍາເນີນຄະດີກ່ຽວກັບການປະກາດວ່າບຸກຄົນໃດໜຶ່ງເປັນຜູ້ຫາຍສາບສູນຫຼືເສຍຊ

ມາດຕາສາມລ້ອຍສາມສິບເກົ້າ(ໃໝ່)ລະບຽບການດໍາເນີນຄະດີ ກ່ຽວກັບການປະກາດວ່າບຸກຄົນໃດໜຶ່ງເປັນຜູ້ຫາຍສາບສູນຫຼືເສຍ ຊີວິດ ຫົວໜ້າຄະນະສານຕ້ອງມອບສໍານວນຄະດີໃຫ້ຜູ້ພິພາກສາ ຜູ້ໃດໜຶ່ງຄົ້ນຄວ້າ,ກວດກາຂໍ້ມູນຫຼັກຖານໃບຢັ້ງຢືນເຫດການທີ່ ແຈ້ງຄວາມ,ການຊອກຫາບຸກຄົນທີ່ກ່ຽວຂ້ອງ.ຖ້າເຫັນວ່າມີຂໍ້ມູນ ຫຼັກຖານຄົບຖ້ວນຄະນະສານຕ້ອງອອກຄໍາຕົກລົງປະກາດຫາບຸກ ຄົນດັ່ງກ່າວຜ່ານທາງສື່ມວນຊົນ,ຕິດປະກາດຢູ່ຫ້ອງການສານປະ ຊາຊົນທີ່ກ່ຽວຂ້ອງ,ຫ້ອງການປົກຄອງບ້ານແລະບ່ອນຢູ່ສຸດທ້າຍ ຂອງຜູ້ກ່ຽວໃນກໍານົດເວລາສາມເດືອນ. ເມື່ອໝົດກໍານົດເວລາຂອງການປະກາດແລ້ວຄະນະສານ ຕ້ອງນໍາເອົາຄະດີດັ່ງກ່າວອອກພິຈາລະນາຕັດສິນໃນທີ່ປະຊຸມ ສານ.ລະບຽບການພິຈາລະນາໃນທີ່ປະຊຸມສານແມ່ນປະຕິບັດດັ່ງ ດຽວກັນກັບລະບຽບການຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມ ລ້ອຍຊາວຫົກຂອງກົດໝາຍສະບັບນີ້. ໃນໄລຍະເວລາດໍາເນີນຄະດີຖ້າຫາກຜູ້ກ່ຽວກັບມາຫຼືມີ ການຖອນຄໍາຮ້ອງຂໍສານຕ້ອງຊັດມ້ຽນຄະດີດັ່ງກ່າວໄວ້. ....ມາດຕາສາມລ້ອຍສີ່ສິບ(ໃໝ່)ຄໍາຕັດສິນປະກາດວ່າບຸກຄົນໃດໜຶ່ງເປັນຜູ້ຫາຍສາບສູນຫຼືຜູ້ເສຍຊີວິດ

ມາດຕາສາມລ້ອຍສີ່ສິບ(ໃໝ່)ຄໍາຕັດສິນປະກາດວ່າບຸກຄົນໃດໜຶ່ງ ເປັນຜູ້ຫາຍສາບສູນຫຼືຜູ້ເສຍຊີວິດ ສານອາດຈະລົງຄໍາຕັດສິນປະກາດວ່າບຸກຄົນໃດໜຶ່ງເປັນ ຜູ້ຫາຍສາບສູນຫຼືຜູ້ເສຍຊີວິດຫຼືຍົກເລີກການຮ້ອງຂໍຫຼືຕັດສິນບໍ່ປະ ກາດວ່າບຸກຄົນໃດໜຶ່ງເປັນຜູ້ຫາຍສາບສູນຫຼືຜູ້ເສຍຊີວິດ,ເມື່ອ ສານລົງຄໍາຕັດສິນປະກາດວ່າບຸກຄົນໃດໜຶ່ງເປັນຜູ້ກາຍສາບ ສູນຫຼືຜູ້ເສຍຊີວິດໃນຄໍາຕັດສິນນັ້ນຕ້ອງລົງຄໍາຕັດສິນແຕ່ງຕັ້ງ ຜູ້ຄຸ້ມຄອງຊັບສິນຂອງຜູ້ກ່ຽວ. ....ມາດຕາສາມລ້ອຍສີ່ສິບເອັດ(ໃໝ່)ຜົນສະທ້ອນຂອງຄໍາຕັດສິນປະກາດວ່າບຸກຄົນໃດໜຶ່ງເປັຜູ້ຫາຍສາບສູນຫຼືຜູ້ເສຍຊີວິດ

ມາດຕາສາມລ້ອຍສີ່ສິບເອັດ(ໃໝ່)ຜົນສະທ້ອນຂອງຄໍາຕັດສິນປະ ກາດວ່າບຸກຄົນໃດໜຶ່ງເປັຜູ້ຫາຍສາບສູນຫຼືຜູ້ເສຍຊີວິດ ເມື່ອນສານໄດ້ຕັດສິນປະກາດວ່າບຸກຄົນຜູ້ໃດຜູ້ໜຶ່ງເປັນ ຜູ້ຫາຍສາບສູນຫຼືເສຍຊີວິດຖ້າຫາກຜູ້ກ່ຽວມີຊັບສົມບັດເຈົ້າໜີ້ ຂອງຜູ້ກ່ຽວມີສິດຮ້ອງຂໍຕໍ່ສານເພື່ອທວງເອົາການໃຊ້ແທນໜີ້ ສິນແລະໃຫ້ປະກາດຂາຍຊັບສົມບັດຂອງຜູ້ກ່ຽວເພື່ອໃຊ້ແທນ. ຜູ້ສືບທອດຂອງຜູ້ກ່ຽວມີສິດໄດ້ຮັບການແບ່ງປັນມູນມໍລະ ດົກຕາມກົດໝາຍ. ຜູ້ຄຸ້ມຄອງຊັບສົມບັດຂອງຜູ້ກ່ຽວມີສິດຊີ້ຂາດກ່ຽວກັບຊັບ ສົມບັດເພື່ອເປົ້າໝາຍການໃຊ້ຈ່າຍໃນການປົກປັກຮັກສາຊັບສົມ ບັດຫຼືເປັນຄ່າລ້ຽດູລູກ(ຖ້າມີ). ....ມາດຕາສາມລ້ອຍສີ່ສິບສອງ(ໃໝ່)ການຮ້ອງຂໍລົບລ້າງຄໍາຕັດສິນປະກາດວ່າເປັນຜູ້ຫາຍສາບສູນຫຼືຜູ້ເສຍຊີວິດ

ມາດຕາສາມລ້ອຍສີ່ສິບສອງ(ໃໝ່)ການຮ້ອງຂໍລົບລ້າງຄໍາຕັດສິນ ປະກາດວ່າເປັນຜູ້ຫາຍສາບສູນຫຼືຜູ້ເສຍຊີວິດ ເມື່ອເຫັນວ່າບຸກຄົນທີ່ສານໄດ້ລົງຄໍາຕັດສິນປະກາດວ່າ ເປັນຜູ້ຫາຍສາບສູນຫຼືຜູ້ເສຍຊີວິດກັບຄືນມາຫຼືມີຫຼັກຖານທີ່ເຊື່ອຖື ໄດ້ວ່າຜູ້ກ່ຽວຍັງມີຊີວິດຢູ່ຜູ້ຮ້ອງຂໍຫຼືຜູ້ກ່ຽວເອງມີສິດຮ້ອງຂໍຕໍ່ສານ ຂັ້ນຕົ້ນທີ່ກ່ຽວຂ້ອງເພື່ອພິຈາລະນາຕັດສິນລົບລ້າງຄໍາຕັດສິນທີ່ ໄດ້ປະກາດວ່າບຸກຄົນດັ່ງກ່າວເປັນຜູ້ຫາຍສາບສູນຫຼືຜູ້ເສຍຊີວິດ ນັ້ນ. ຄໍາຮ້ອງຂໍລົບລ້າງຄໍາຕັດສິນຕ້ອງຄັດຄິດເອກະສານແລະ ຫຼັກຖານທີ່ຢັ້ງຢືນວ່າຜູ້ກ່ຽວຍັງມີຊີວິດຢູ່ພ້ອມທັງໃຫ້ເຫດຜົນທີ່ບໍ່ ຕິດຕໍ່ຫາຄອບຄົວ. ການພິຈາລະນາລົບລ້າງຄໍາຕັດສິນທີ່ໄດ້ປະກາດວ່າບຸກ ຄົນໃດໜຶ່ງເປັນຜູ້ຫາຍສາບສູນຫຼືເສຍຊີວິດນັ້ນຕ້ອງໃຫ້ສໍາເລັດ ພາຍໃນກໍານົດເວລາສິບຫ້າວັນ. ເມື່ອສານໄດລົບລ້າງຄໍາຕັດສິນດັ່ງກ່າວແລ້ວສິດທັງໝົດ ຂອງຜູ້ກ່ຽວກໍ່ຈະຖືກຟື້ນຟູຄືນ,ຊັບສົມບັດທີ່ຍັງເຫຼືອຢູ່ຕ້ອງສົ່ງຄືນ ໃຫ້ຜູ້ກ່ຽວ. ...ໝວດທີສີ່ການຮ້ອງຂໍໃຫ້ຢັ້ງຢືນໃບຕາດິນເສຍຫາຍ


....ມາດຕາສີ່ລ້ອຍສີ່ສິບສາມ(ໃໝ່)ຄໍາຮ້ອງຂໍໃຫ້ຢັ້ງຢືນໃບຕາດິນເສຍຫາຍ

ມາດຕາສີ່ລ້ອຍສີ່ສິບສາມ(ໃໝ່)ຄໍາຮ້ອງຂໍໃຫ້ຢັ້ງຢືນໃບຕາດິນ ເສຍຫາຍ ຄໍາຮ້ອງຂໍໃຫ້ສານພິຈາລະນາຢັ້ງຢືນໃບຕາດິນເສຍຫາຍ ຕ້ອງຍື່ນຜ່ານອົງການທີ່ຮັບຜິດຊອບຄຸ້ມຄອງທີ່ດິນປະຈໍາເມືອງທີ່ ກ່ຽວຂ້ອງ.ຄໍາຮ້ອງຂໍຕ້ອງບົ່ງບອກປະຫວັດຄວາມເປັນມາຂອງ ທີ່ດິນ,ເຫດຜົນຂອງການເສຍຫາຍຂອງໃບຕາດິນແລະຄັດຕິດເອ ກະສານຫຼັກຖານທີ່ກ່ຽວຂ້ອງກັບທີ່ດິນດັ່ງກ່າວ(ຖ້າມີ). ....ມາດຕາສາມລ້ອຍສີ່ສິບສີ່(ໃໝ່)ການຄົ້ນຄວ້າຂອງອົງການທີ່ຮັບຜິດຊອບຄຸ້ມຄອງທີ່ດິນ

ມາດຕາສາມລ້ອຍສີ່ສິບສີ່(ໃໝ່)ການຄົ້ນຄວ້າຂອງອົງການທີ່ຮັບ ຜິດຊອບຄຸ້ມຄອງທີ່ດິນ ພາຍຫຼັງອົງການທີ່ຮັບຜິດຊອບຄຸ້ມຄອງທີ່ດິນໄດ້ຮັບຄໍາ ຮ້ອງຂໍແລ້ວຕ້ອງໄດ້ຄົ້ນຄວ້າ,ເກັບກໍາຂໍ້ມູນຫຼັກຖານແລະປະຫວັດ ຄວາມເປັນມາຂອງທີ່ດິນນັ້ນແລ້ວເຮັດບົດສະຫຼຸບພ້ອມດ້ວຍຄໍາ ເຫັນທີ່ກ່ຽວກັບເຫດການດັ່ງກ່າວເພື່ອໃຫ້ຜູ້ຮ້ອງຂໍນໍາເອົາມາຍື່ນ ຕໍ່ສານເພື່ອໃຫ້ພິຈາລະນາການເສຍຫາຍຂອງໃບຕາດິນ.

....ມາດຕາສາມລ້ອຍສີ່ສິບຫ້າ(ໃໝ່)ການຮັບປະກັນຂອງເຈົ້າຂອງສິດນໍາໃຊ້ທີ່ດິນ

ມາດຕາສາມລ້ອຍສີ່ສິບຫ້າ(ໃໝ່)ການຮັບປະກັນຂອງເຈົ້າຂອງສິດ ນໍາໃຊ້ທີ່ດິນ ເມື່ອສານໄດ້ຮັບຄໍາຮ້ອງຂໍພ້ອມດ້ວຍຂໍ້ມູນຫຼັກຖານຈາກ ອົງການທີ່ຮັບຜິດຊອບຄຸ້ມຄອງທີ່ດິນແລ້ວສານກໍ່ຕ້ອງຮຽກເຈົ້າ ຂອງສິດນໍາໃຊ້ທີ່ດິນເຂົ້າມາໃຫ້ການ,ຢັ້ງຢືນກ່ຽວກັບການໄດ້ມາ ຊຶ່ງສິດນໍາໃຊ້ທີ່ດິນຕອນດັ່ງກ່າວທັງຮັບປະກັນການເສຍຫາຍຂອງ ໃບຕາດິນນັ້ນ.

....ມາດຕາສາມລ້ອຍສີ່ສິບຫົກ(ໃໝ່)ການພິຈາລະນາາຂອງສານກ່ຽວກັບການຢັ້ງຢືນໃບຕາດິນເສຍຫາຍ

ມາດຕາສາມລ້ອຍສີ່ສິບຫົກ(ໃໝ່)ການພິຈາລະນາຂອງສານກ່ຽວ ກັບການຢັ້ງຢືນໃບຕາດິນເສຍຫາຍ ກ່ອນການພິຈາລະນາຕັດສິນຂອງສານນັ້ນຕ້ອງໄດ້ລົງ ກວດກາທີ່ດິນດັ່ງກ່າວຮ່ວມກັບອົງການປົກຄອງບ້ານແລະພາກ ສ່ວນທີ່ກ່ຽວຂ້ອງແລ້ວອອກແຈ້ງການຫຼືປະກາດທາງສື່ມວນຊົນ ກ່ຽວກັບການຮ້ອງຂໍດັ່ງກ່າວໂດຍຕິດໄວ້ຢູ່ບ່ອນທີ່ດິນຕັ້ງຢູ່,ຫ້ອງ ການປົກຄອງບ້ານບ່ອນດິນຕັ້ງຢູ່ແລະຫ້ອງການສານປະຊາຊົນທີ່ ກ່ຽວຂ້ອງໃນກໍານົດເວລາສາມສິບວັນ.ຖ້າຫາກບໍ່ມີບຸກຄົນໃດມາ ຄັດຄ້ານຫຼືທັກທ້ວງແລ້ວສານກໍ່ຈະລົງຄໍາຕັດສິນຢັ້ງຢືນການເສຍ ຫາຍຂອງໃບຕາດິນດັ່ງກ່າວ. ....ມາດຕາສາມລ້ອຍສີ່ສິບເຈັດ(ໃໝ່)ຄໍາຕັດສິນຢັ້ງຢືນໃບຕາດິນເສຍຫາຍ

ມາດຕາສາມລ້ອຍສີ່ສິບເຈັດ(ໃໝ່)ຄໍາຕັດສິນຢັ້ງຢືນໃບຕາດິນເສຍ ຫາຍ ຄໍາຕັດສິນຢັ້ງຢືນໃບຕາດິນເສຍຫາຍມີໂຄງຮ່າງສະເພາະ ຕາມການກໍານົດຂອງສານປະຊາຊົນສູງສຸດ.ຄໍາຕັດສິນຕ້ອງບົ່ງ ບອກປະຫວັດຄວາມເປັນມາຂອງຕົນແລະສາເຫດຂອງການເສຍ ຫາຍຂອງໃບຕາດິນ. ຄໍາຕັດສິນຢັ້ງຢືນໃບຕາດິນເສຍຫາຍມີຜົນບັງຄັບປະຕິບັດ ນັບແຕ່ວັນລົງຄໍາຕັດສິນເປັນຕົ້ນໄປ. ....ມາດຕາສາມລ້ອຍສີ່ສິບແປດ(ໃໝ່)ການອອກສໍາເນົາໃບຕາດິນ

ມາດຕາສາມລ້ອຍສີ່ສິບແປດ(ໃໝ່)ການອອກສໍາເນົາໃບຕາດິນ ພາຍຫຼັງທີ່ສານໄດ້ຕັດສິນແລ້ວຜູ້ຮ້ອງຂໍຕ້ອງນໍາເອົາຄໍາ ຕັດສິນດັ່ງກ່າວໄປຢັ້ງຢືນອອກສໍາເນົາໃບຕາດິນໃໝ່.ອົງການທີ່ ຮັບຜິດຊອບຄຸ້ມຄອງທີ່ດິນບ່ອນກ່ຽວຂ້ອງຕ້ອງອອກສໍາເນົາໃບ ຕາດິນໃໝ່ຕາມຄໍາຕັດສິນຂອງສານບົນພື້ນຖານການຮ້ອງຂໍຕາມ ລະບຽບການ. ....ມາດຕາສາມລ້ອຍສີ່ສິບເກົ້າ(ໃໝ່)ການຂໍອຸທອນຫຼືຂໍຄັດຄ້ານຄໍາຕັດສິນຢັ້ງຢືນໃບຕາດິນເສຍຫາຍ

ມາດຕາສາມລ້ອຍສີ່ສິບເກົ້າ(ໃໝ່)ການຂໍອຸທອນຫຼືຂໍຄັດຄ້ານຄໍາຕັດ ສິນຢັ້ງຢືນໃບຕາດິນເສຍຫາຍ ຜູ້ຮ້ອງຂໍມີສິດຂໍອຸທອນຄໍາຕັດສິນຂອງສານທີ່ບໍ່ຢັ້ງຢືນໃບ ຕາດິນເສຍຫາຍພາຍໃນກໍານົດເວລາຊາວວັນນັບແຕ່ວັນຮັບຊາບ ຄໍາຕັດສິນເປັນຕົ້ນໄປ. ໃນຂັ້ນຕອນຂອງການອອກສໍາເນົາໃບຕາດິນຂອງອົງການ ທີ່ຮັບຜິດຊອບຄຸ້ມຄອງທີ່ດິນນັ້ນຖ້າຫາກມີບຸກຄົນໃດໜຶ່ງມາຄັດຄ້ານ ຜູ້ກ່ຽວຕ້ອງຍື່ນຄໍາຮ້ອງຂໍຮ້ອງຂໍຄັດຄ້ານນັ້ນຕໍ່ສານທີ່ກ່ຽວຂ້ອງ ເພື່ອພິຈາລະນາ. ເມື່ອມີການຮ້ອງຂໍຄັດຄ້ານຄໍາຕັດສິນແລ້ວສານຕ້ອງອອກ ຄໍາສັ່ງອາຍັດການອອກສໍາເນົາໃບຕາດິນແລ້ວນໍາເອົາຄໍາຮ້ອງຂໍ ຄັດຄ້ານນັ້ນມາພິຈາລະນາຕາມກົດໝາຍ. ...ໝວດທີຫ້າການຮ້ອງຂໍໃຫ້ສານຕັດສິນໃນກໍລະນີລູກໜີ້ເອົາຕົວຫຼົບໜີ


....ມາດຕາສາມລ້ອຍສາມສິບ(ໃໝ່)ປະເພດຄະດີທີ່ສາມາດຮ້ອງຂໍໃຫ້ສານຕັດສິນໃນກໍລະນີລູກໜີ້ເອົາຕົວຫຼົກໜີ

ມາດຕາສາມລ້ອຍສາມສິບ(ໃໝ່)ປະເພດຄະດີທີ່ສາມາດຮ້ອງຂໍ ໃຫ້ສານຕັດສິນໃນກໍລະນີລູກໜີ້ເອົາຕົວຫຼົກໜີ ສານສາມາດນໍາເອົາຄະດີມາພິຈາລະນາຕັດສິນໃນກໍລະນີ ທີ່ລູກໜີ້(ຈໍາເລີຍ)ເອົາຕົວຫຼົດໜີຈາກການດໍາເນີນນຄະດີແລະ ການຕັດສິນດັ່ງກ່າວຖືກວ່າຊ້ອງໜ້າໃນກໍລະນີດັ່ງນີ້: 1. ຄະດີກ່ຽວກັບສັນຍາກູ້ຢືມທີ່ໂຈດຮ້ອງຟ້ອງທາງເອົາ ເງິນຄືນແຕ່ລູກໜີ້ໄດ້ເອົາຕົວຫຼົບໜີຈາກການດໍາເນີນຄະດີໂດຍ ບໍ່ມີເຫດຜົນຫຼືບໍ່ສາມາດຕິດຕໍ່ໄດ້ແຕ່ຫາກປະຊັບສິນໄວ້. 2. ຄະດີກ່ຽວກັບສາຍຜົວເມຍຫຼືເມຍເອົາຕົວຫຼົບໜີໂດຍ ບໍ່ມີເຫດຜົນຫຼືບໍ່ສາມາດຕິດຕໍ່ໄດ້. 3. ຄະດີອື່ນທີ່ຈໍາເລີຍເອົາຕົວຫຼົບໜີໂດຍບໍ່ມີເຫດຜົນຫຼືບໍ່ ສາມາດຕິດຕໍ່ໄດ້. ....ມາດຕາສາມລ້ອຍຫ້າສິບເອັດ(ໃໝ່)ຄໍາຮ້ອງຂໍໃຫ້ສານພິຈາລະນາໃນກໍລະນີລູກໜີ້ເອົາຕົວຫຼົບໜີ

ມາດຕາສາມລ້ອຍຫ້າສິບເອັດ(ໃໝ່)ຄໍາຮ້ອງຂໍໃຫ້ສານພິຈາລະນາ ໃນກໍລະນີລູກໜີ້ເອົາຕົວຫຼົບໜີ ເມື່ອສານບໍ່ສາມາດຮຽກລູກໜີ້(ຈໍາເລີຍ)ເຂົ້າມາແກ້ຟ້ອງໄດ້ ແລະເຈົ້າໜີ້(ໂຈດ)ກໍ່ບໍ່ຮູ້ທີ່ຢູ່ໃໝ່ຫຼືຕິດຕໍ່ກັບຈໍາເລີຍບໍ່ໄດ້ໂຈດສາມາດ ເຮັດຄໍາຮ້ອງຂໍຕໍ່ສານເພື່ອໃຫ້ພິຈາລະນາໂດຍບໍ່ມີຈໍາເລີຍເຂົ້າຮ່ວມ ແລະນໍາເອົາຄໍາຮ້ອງດັ່ງກ່າວມາພິຈາລະນາຕາມຂັ້ນຕອນທີ່ໄດ້ກໍາ ນົດໄວ້ໃນມາດຕາສາມລ້ອຍຫ້າສິບສີ່ແລະສາມລ້ອຍຫ້າສິບຫ້າຂອງ ກົດໝາຍສະບັບນີ້.

....ມາດຕາສາມລ້ອຍຫ້າສິບສອງ(ໃໝ່)ການຮັບຄໍາຮ້ອງຂໍໃນກໍລະນີຈໍາເລີຍເອົາຕົວຫຼົບໜີມາພິຈາລະນາ

ມາດຕາສາມລ້ອຍຫ້າສິບສອງ(ໃໝ່)ການຮັບຄໍາຮ້ອງຂໍໃນກໍລະນີຈໍາ ເລີຍເອົາຕົວຫຼົບໜີມາພິຈາລະນາ ເມື່ອຈໍາເລີຍເອົາຕົວຫຼົບໜີແລະໂຈດໄດ້ຍື່ນຄໍາຮ້ອງຂໍຕໍ່ ສານເພື່ອໃຫ້ພິຈາລະນາຕັດສິນໂດຍບໍ່ມີຈໍາເລີຍເຂົ້າຮ່ວມນັ້ນສານ ຕ້ອງຮັບຄໍາຮ້ອງຂໍດັ່ງກ່າວມາພິຈາລະນາ.ເວັ້ນເສຍແຕ່ບໍ່ຖືກຕ້ອງ, ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມລ້ອຍຊາວສີ່ຂອງກົດ ໝາຍສະບັບນີ້.ໃນກໍລະນີທີ່ບໍ່ຖືກຕ້ອງສານຈະແນະນໍາໃຫ້ຜູ້ຮ້ອງຂໍ ແກ້ໄຂຂໍ້ບົກພ່ອງດັ່ງກ່າວ. ເມື່ອເຫັນວ່າຄໍາຮ້ອງຂໍຖືກແລ້ວສານຕ້ອງຂຶ້ນຟ້ອງຄະດີ ແລ້ວນໍາເອົາອອກມາພິຈາລະນາ. ....ມາດຕາສາມລ້ອຍຫ້າສິບສາມ(ໃໝ່)ລະບຽບການດໍາເນີນຄະດີໃນກໍລະນີຈໍາເລີຍເອົາຕົວຫຼົບໜີ

ມາດຕາສາມລ້ອຍຫ້າສິບສາມ(ໃໝ່)ລະບຽບການດໍາເນີນຄະດີໃນ ກໍລະນີຈໍາເລີຍເອົາຕົວຫຼົບໜີ ຫົວໜ້າຄະນະສານຕ້ອງມອບສໍານວນຄະດີໃຫ້ຜູ້ພິພາກສາ ຄົ້ນຄວ້າ,ເກັບກໍາຂໍ້ມູນຫຼັກຖານຕາມການຮ້ອງຟ້ອງຂອງໂຈດພ້ອມ ທັງຮຽກຫຼືເຊີນເອົາພໍ່ແມ່,ຍາດພີ່ນ້ອງໃກ້ຊິດ,ການຈັດຕັ້ງຂອງຈໍາ ເລີຍຫຼືນາຍບ້ານທີ່ກ່ຽວຂ້ອງເຂົ້າມາໃຫ້ການຕໍ່ສານແລະຕິດປະ ກາດຫຼືແຈ້ງຜ່ານທາງສື່ມວນຊົນເພື່ອຊອກຫາຈໍາເລີຍໃຫ້ມາແກ້ ຟ້ອງກ່ອນຈະນໍາເອົາຄະດີດັ່ງກ່າວອອກພິຈາລະນາຕັດສິນ. ການພິຈາລະນາແມ່ນໃຫ້ປະຕິບັດຕາມລະບຽບການທີ່ໄດ້ ກໍານົດໄວ້ໃນມາດຕາສາມລ້ອຍຊາວຫົກຂອງກົດໝາຍສະບັດນີ້. ....ມາດຕາສາມລ້ອຍຫ້າສິບສີ່(ໃໝ່)ການຕິດປະກາດໝາຍຮຽກຂອງສານ

ມາດຕາສາມລ້ອຍຫ້າສິບສີ່(ໃໝ່)ການຕິດປະກາດໝາຍຮຽກ ຂອງສານ ເມື່ອສານໄດ້ຮັບຄໍາຮ້ອງຂໍແລະການຢັ້ງຢືນຮັບປະກັນ ຈາກໂຈດແລ້ວສານຕ້ອງປະກາດໃຫ້ຈໍາເລີຍເຂົ້າມາຮັບຊາບ ຄໍາຮ້ອງຟ້ອງແລະແກ້ຟ້ອງຕໍ່ການຮ້ອງຟ້ອງຂອງໂຈດໂດຍໃຫ້ ເອົາໝາຍຮຽກຂອງສານໄປຕິດໄວ້ຢູ່ບ່ອນຢູ່ສຸດທ້າຍຂອງຈໍາ ເລີຍ,ຫ້ອງການປົກຄອງບ້ານແລະຫ້ອງການສານປະຊາຊົນທີ່ ດໍາເນີນຄະດີດັ່ງກ່າວໃນກໍານົດເວລາສາມເດືອນ. ....ມາດຕາສາມລ້ອຍຫ້າສິບຫ້າ(ໃໝ່)ການເຂົ້າຮ່ວມຂອງຍາດພີ່ນ້ອງໃນການດໍາເນີນຄະດີ

ມາດຕາສາມລ້ອຍຫ້າສິບຫ້າ(ໃໝ່)ການເຂົ້າຮ່ວມຂອງຍາດພີ່ນ້ອງ ໃນການດໍາເນີນຄະດີ ສານຕ້ອງຮຽກພໍ່,ແມ່,ຍາດພີ່ນ້ອງໃກ້ຊິດຫຼືການຈັດຕັ້ງ ຂອງຈໍາເລີຍເຂົ້າມາໃຫ້ການກ່ຽວກັບການຫຼົບໜີ,ຊັບສົມບັດຂອງ ຈໍາເລີຍຢ່າງລະອຽດແລະບັນຫາອື່ນທີ່ກ່ຽວຂ້ອງເພື່ອເປັນຂໍ້ມູນ ໃນການພິຈາລະນາຕັດສິນ. ເມື່ອມີຄວາມຈໍາເປັນສານຕ້ອງລົງກວດກາຊັບສິນຂອງ ຈໍາເລີຍ. ....ມາດຕາສາມລ້ອຍຫ້າສິບຫົກ(ໃໝ່)ຄໍາຕັດສິນຂອງສານໃນກໍລະນີຈໍາເລີຍເອົາຕົວຫຼົບໜີ

ມາດຕາສາມລ້ອຍຫ້າສິບຫົກ(ໃໝ່)ຄໍາຕັດສິນຂອງສານໃນກໍລະນີຈໍາ ເລີຍເອົາຕົວຫຼົບໜີ ເມື່ອເຫັນວ່າຄໍາຮ້ອງຂໍຂອງໂຈດມີເຫດຜົນຫຼືບໍ່ມີເຫດຜົນ ສານກໍ່ຈະລົງຄໍາຕັດສິນຕາມທີ່ໄດ້ກໍານົດໄວ້ໃນມາດຕາສອງລ້ອຍ ຫ້າສິບຂອງກົດໝາຍສະບັບນີ້. ....ມາດຕາສາມລ້ອຍຫ້າສິບເຈັດ(ໃໝ່)ການແຈ້ງແລະການປະກາດຄໍາຕັດສິນຂອງສານໃນກໍລະນີຈໍາເລີຍເອົາຕົວຫຼົບໜີ

ມາດຕາສາມລ້ອຍຫ້າສິບເຈັດ(ໃໝ່)ການແຈ້ງແລະການປະກາດຄໍາ ຕັດສິນຂອງສານໃນກໍລະນີຈໍາເລີຍເອົາຕົວຫຼົບໜີ ພາຍລັງສານຕັດສິນຢັ້ງຢືນຕາມການຮ້ອງຂໍຂອງໂຈດແລ້ວ ສານຕ້ອງນໍາເອົາຄໍາຕັດສິນດັ່ງກ່າວແຈ້ງໃຫ້ພໍ່ແມ່,ຍາດພີ່ນ້ອງໃກ້ ຊິດ,ການຈັດຕັ້ງຫຼືນາຍບ້ານທີ່ກ່ຽວຂ້ອງເພື່ອຊາບໃນກໍລະນີທີ່ມີການ ຕັດສິນລັບຫຼັງພວກກ່ຽວ,ຈາກນນັ້ນຈຶ່ງນໍາເອົາຄໍາຕັດສິນດັ່ງກ່າວ ໄປຕິດປະກາດຢູ່ບ່ອນຊັບຕັ້ງຢູ່,ຫ້ອງການປົກຄອງບ້ານ,ອົງການທີ່ ກ່ຽວຂ້ອງແລະບ່ອນຢູ່ສຸດທ້າຍຂອງຈໍາເລີຍໃນກໍານົດເວລາສາມ ສິບວັນ. ....ມາດຕາສາມລ້ອຍຫ້າສິບແປດ(ໃໝ່)ການຂໍອຸທອນຫຼືຂໍຄັດຄ້ານຄໍາຕັດສິນໃນກໍລະນີຈໍາເລີຍເອົາຕົວຫຼົບໜີ

ມາດຕາສາມລ້ອຍຫ້າສິບແປດ(ໃໝ່)ການຂໍອຸທອນຫຼືຂໍຄັດຄ້ານຄໍາຕັດ ສິນໃນກໍລະນີຈໍາເລີຍເອົາຕົວຫຼົບໜີ ໂຈດມີສິດຂໍອຸທອນຫຼືຂໍຄັດຄ້ານຄໍາຕັດສິນພາຍໃນກໍານົດ ເວລາຊາວວັນນັບແຕ່ວັນຮັບຊາບຄໍາຕັດສິນເປັນຕົ້ນໄປ. ຈໍາເລີຍມີສິດຂໍອຸທອນຫຼືຂໍຄັດຄ້ານຄໍາຕັດສິນຂອງານພາຍ ໃນກໍານົດເວລາຂອງການຕິດປະກາດສາມສິບວັນຫຼືຊາວວັນຫຼັງ ຈາກໝົດກໍານົດເວລາຂອງການຕິດປກາດ.ຖ້າຫາກບໍ່ມີການຂໍອຸ ທອນຫຼືຂໍຄັດຄ້ານພາຍໃນກໍານົດເວລາດັ່ງກ່າວໃຫ້ຖືວ່າຄໍາຕັດສິນ ດັ່ງກ່າວເປັນຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຊຶ່ງຕ້ອງສົ່ງໄປຈັດ ຕັ້ງປະຕິບັດໃນກໍານົດເວລາສາມວັນ. ....ມາດຕາສາມລ້ອຍຫ້າສິບເກົ້າ(ໃໝ່)ການພິຈາລະນາຄືນໃໝ່ຂອງສານເມື່ອມີການຄັດຄ້ານຄໍາຕັດສິນ

ມາດຕາສາມລ້ອຍຫ້າສິບເກົ້າ(ໃໝ່)ການພິຈາລະນາຄືນໃໝ່ຂອງ ສານເມື່ອມີການຄັດຄ້ານຄໍາຕັດສິນ ເມື່ອມີການຄັດຄ້ານຄໍາຕັດສິນນັ້ນສານທີ່ກ່ຽວຂ້ອງຕ້ອງ ນໍາເອົາຄະດີດັ່ງກ່າວມາດໍາເນີນຄືນໃໝ່ໂດຍໃຫ້ຈໍາເລີຍຂຽນຄໍາ ແກ້ຟ້ອງແລະປະກອບຫຼັກຖານໃຫ້ແກ່ສານເພື່ອດໍາເນີນຕາມຂັ້ນ ຕອນຂອງກົດໝາຍ. ຄໍາໃຫ້ການ,ການລົງກວດສະຖານທີ່ຂັດແຍ່ງແລະຫຼັກຖານ ອື່ນທີ່ກ່ຽວຂ້ອງທີ່ຜ່ານມາກໍ່ໃຫ້ນໍາມາເປັນຫຼັກຖານປະກອບເຂົ້າ ໃນການຄົ້ນຄວ້າພິຈາລະນາຂອງສານຕາມລະບຽບການ. ..ພາກທີສິບເຈັດການຮ່ວມມືສາກົນກ່ຽວກັບການດໍາເນີນຄະດີແພ່ງ


...ມາດຕາສາມລ້ອຍຫົກສິບຫຼັກຖານຮ່ວມມືສາກົນໃນການດໍາເນີນຄະດີແພ່ງ

ມາດຕາສາມລ້ອຍຫົກສິບຫຼັກຖານຮ່ວມມືສາກົນໃນການດໍາເນີນ ຄະດີແພ່ງ ການດໍາເນີນຄະດແພ່ງລະຫວ່າງສານປະຊາຊົນແປ່ງສປ ປລາວກັບສານຕ່າງປະເທດຕ້ອງປະຕິບັດຕາມຫຼັກການເຄົາລົບເອ ກະລາດ,ອໍານາດອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງຊາດ,ບໍ່ ແຊກແຊງວຍກງານພາຍໃນຂອງກັນແລະກັນ,ສະເໝີພາບ,ຕ່າງ ຝ່າຍຕ່າງມີຜົນປະໂຫຍດແລະສອດຄ່ອງກັບສັນຍາແລະສົນທິສັນ ຍາສາກົນທີ່ສປປລາວເປັນພາຄີ. ໃນກໍລະນີທີ່ບໍ່ມີສັນຍາແລະສົນທິສັນຍາສາກົນກັບຕ່າງປະ ເທດນັ້ນສປປລາວອາດຈະຮັບເອົາຄະດີມາພິຈາລະນາບົນຫຼັກຖານ ຮ່ວມມືຊຶ່ງກັນແລະກັນແຕ່ບໍ່ໃຫ້ຂັດກັບລັດຖະທໍາມະນູນແລະກົດ ໝາຍຂອງສປປລາວ.

...ມາດຕາສາມລ້ອຍຫົກສິບເອັດ(ປັບປຸງ)ການດໍາເນີນຄະດີລະຫວ່າງປະເທດ

ມາດຕາສາມລ້ອຍຫົກສິບເອັດ(ປັບປຸງ)ການດໍາເນີນຄະດີລະ ຫວ່າງປະເທດ ບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດຢູ່ສປປລາວທີ່ມີຈຸດ ປະສົງຮ້ອງຟ້ອງບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດຢູ່ຕ່າງປະ ເທດຫຼືບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດຢູ່ສປປລາວແມ່ນໃຫ້ ປະຕິບັດຕາມສົນທິສັນຍາຮ່ວມມືທາງດ້ານຍຸຕິທໍາ.ໃນກໍລະນີທີ່ບໍ່ ມີສົນທິສັນຍານັ້ນກໍ່ໃຫ້ຍື່ນຄໍາຮ້ອງຟ້ອງຜ່ານກະຊວງການຕ່າງ ປະເທດເພື່ອນໍາສົ່ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຂອງປະເທດທີ່ຈໍາ ເລີຍອາໄສຢູ່ພິຈາລະນາຄະດີ. ກໍລະນີຂໍ້ຂັດແຍ່ງຂອງຄົນຕ່າງປະເທດດ້ວຍກັນທີ່ໄດ້ກໍາ ນົດໄວ້ໃນສັນຍາໃຫ້ສານແຫ່ງສປປລາວເປັນຜູ້ດໍາເນີນການແກ້ ໄຂແມ່ນໃປ້ປະຕິບັດຕາມກົດໝາຍສະບັບນີ້. ...ມາດຕາສາມລ້ອຍຫົກສິບສອງ(ປັບປຸງ)ການຮັບຮູ້ຄໍາຕັດສິນຂອງສານຕ່າງປະເທດ

ມາດຕາສາມລ້ອຍຫົກສິບສອງ(ປັບປຸງ)ການຮັບຮູ້ຄໍາຕັດສິນຂອງ ສານຕ່າງປະເທດ ສປປລາວຮັບຮູ້ແລະປະຕິບັດຄໍາຕັດສິນຂອງສານຕ່າງປະ ເທດໂດຍຜ່ານສະຖານທູດ,ກົງສູນຫຼືອົງການຕາງໜ້າຂອງສປປ ລາວຢູ່ຕ່າງປະເທດແລະໄດ້ແປເປັນພາສາລາວແລ້ວ. ສານແຫ່ງສປປລາວຈະພິຈາລະນາຕັດສິນຮັບຮູ້ໃນກໍລະນີ ດັ່ງນີ້: 1. ຄໍາຕັດສິນຂອງປະເທດທີ່ເປັນພາຄືຂອງສົນທິສັນຍາສາກົນ ຊຶ່ງສປປລາວໄດ້ເປັນພາຄີ. 2. ຄໍາຕັດສິນນັ້ນບໍ່ແຕະຕ້ອງເຖິງອະທິປະໄຕແລະບໍ່ຂັດກັບ ກົດໝາຍຂອງສປປລາວ. 3. ຄໍາຕັດສິນນັ້ນບໍ່ແຕະຕ້ອງເຖິງຄວາມສະຫງົບແລະຄວາມ ເປັນລະບຽບຮຽບຮ້ອຍຂອງສົງຄົມລາວ.

ການຮັບຮູ້ຄໍາຕັດສິນຂອງກໍາມະການຕັດສິນຕ່າງປະເທດກໍ່ ໃຫ້ປະຕິບັດດັ່ງດຽວກັນກັບການຮັບຮູ້ຄໍາຕັດສິນຂອງສານຕ່າງປະ ເທດ. ...ມາດຕາສາມລ້ອຍຫົກສິບສາມ(ໃໝ່)ຄໍາຮ້ອງຂໍໃຫ້ຮັບຮູ້ຄໍາຕັດສິນຂອງສານຕ່າງປະເທດ

ມາດຕາສາມລ້ອຍຫົກສິບສາມ(ໃໝ່)ຄໍາຮ້ອງຂໍໃຫ້ຮັບຮູ້ຄໍາຕັດສິນ ຂອງສານຕ່າງປະເທດ ຄໍາຮ້ອງຂໍເພື່ອໃຫ້ພິຈາລະນາຮັບຮູ້ຄໍາຕັດສິນຂອງສານ ຕ່າງປະເທດແລະນໍາມາຈັດຕັ້ງປະຕິບັດໃນສປປລາວຕ້ອງຍື່ນ ຜ່ານກະຊວງການຕ່າງປະເທດເພື່ອນໍາສະເໜີຕໍ່ກະຊວງຍຸຕິທໍາ ພິຈາລະນາກວດກາກ່ອນການສະເໜີຕໍ່ສານປະຊາຊົນສູງສຸດເພື່ອ ສົ່ງໃຫ້ສານທີ່ມີສິດອໍານາດພິຈາລະນາຕາມລະບຽບກົດໝາຍ. ຄໍາຮ້ອງຂໍເພື່ອໃຫ້ຮັບຮູ້ຄໍາຕັດສິນຂອງສານຕ່າງປະເທດ ຕ້ອງປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: 1. ຊື່,ນາມສະກຸນແລະທີ່ຢູ່ຂອງຜູ້ຮ້ອງຂໍ. 2. ຊື່,ນາມສະກຸນແລະທີ່ຢູ່ໃນສປປລາວຂອງບຸກຄົນທີ່ເສຍຄະ ດີຕາມຄໍາຕັດສິນຂອງສານຕ່າງປະເທດ. 3. ຄໍາຮ້ອງຂໍທີ່ບົ່ງບອກຈໍານວນໜີ້ສິນ,ຊັບສິນທີ່ຍັງຄ້າງ ປະຕິບັດ. 4. ສາຍເຊັນຂອງຜູ້ຮ້ອງຂໍ. ຄໍາຮ້ອງຂໍຕ້ອງແປເປັນພາສາລາວທີ່ມີການຢັ້ງຢືນຄວາມ ຖືກຕ້ອງຈາກສໍານັກງານທະບຽນສານ. ຄ່າໃຊ້ຈ່າຍກ່ຽວກັບການດໍາເນີນຄະດີໃນກໍລະນີນີ້ແມ່ນ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍຄ່າທໍານຽມສານ. ...ມາດຕາສາມລ້ອຍຫົກສິບສີ່(ໃໝ່)ເອກະສານທີ່ຄັດຕິດມານໍາຄໍາຮ້ອງຂໍ

ມາດຕາສາມລ້ອຍຫົກສິບສີ່(ໃໝ່)ເອກະສານທີ່ຄັດຕິດມານໍາຄໍາ ຮ້ອງຂໍ ເອກະສານທີ່ຄັດຕິດມານໍາຄໍາຮ້ອງຂໍຕ້ອງປະກອບດ້ວຍ: 1. ຄໍາຕັດສິນຂອງສານຕ່າງປະເທດທີ່ກ່ຽວຂ້ອງ. 2. ໜັງສືຢັ້ງຢືນຂອງສານຕ່າງປະເທດທີ່ກ່ຽວຂ້ອງວ່າຄໍາຕັດ ສິນດັ່ງກ່າວໃຊ້ໄດ້ຢ່າງເດັດຂາດ. 3. ສົນທິສັນຍາສາກົນທີ່ກ່ຽວຂ້ອງຊຶ່ງສປປລາວເປັນພາຄີ. 4. ເອກະສານອື່ນທີ່ກ່ຽວຂ້ອງ. ເອກະສານດັ່ງກ່າວຕ້ອງໄດ້ແປເປັນພາສາລາວໂດຍມີ ການຢັ້ງຢືນຄວາມຖືກຕ້ອງຈາກສໍານັກງານທະບຽນສານ. ...ມາດຕາສາມລ້ອຍຫົກສິບຫ້າ(ໃໝ່)ຂັ້ນຕອນການພິຈາລະນາຮັບຮູ້ຄໍາຕັດສິນຂອງສານຕ່າງປະເທດ

ມາດຕາສາມລ້ອຍຫົກສິບຫ້າ(ໃໝ່)ຂັ້ນຕອນການພິຈາລະນາຮັບຮູ້ຄໍາ ຕັດສິນຂອງສານຕ່າງປະເທດ ເມື່ອໄດ້ຮັບຄໍາຮ້ອງຂໍໃຫ້ຮັບຮູ້ຄໍາຕັດສິນຂອງສານຕ່າງປະ ເທດແລ້ວສານທີ່ກ່ຽວຂ້ອງຂອງສປປລາວຕ້ອງນໍາເອົາເອກະສານ ມາປະກອບເປັນສໍານວນຄະດີແລະຂຶ້ນຟ້ອງແລ້ວມອບໃຫ້ຜູ້ພິພາກ ສາເປົນຜູ້ຄົ້ນຄວ້າ. ສານຕ້ອງຮຽກຜ້ເສຍຄະດີຕາມຄໍາຕັດສິນຂອງສານຕ່າງ ປະເທດທີ່ອາໄສຢູ່ສປປລາວມາຮັບຊາບແລະຊີ້ແຈ້ງຕໍ່ສານ. ສານຕ້ອງນໍາເອົາຄະດີດັ່ງກ່າວອອກພິຈາລະນາຕັດສິນ ພາຍໃນກໍານົດເວລາບໍ່ໃຫ້ກາຍສາມສິບວັນ. ສານຕ້ອງເຊີນຫົວໜ້າອົງການໄອຍະການປະຊາຊົນຂັ້ນ ຂອງຕົ້ນເຂົ້າຮ່ວມໃນການພິຈາລະນາບັນຫາດັ່ງກ່າວ. ...ມາດຕາສາມລ້ອຍຫົກສິບຫົກ(ໃໝ່)ຄໍາຕັດສິນຮັບຮູ້ຫຼືບໍ່ຮັບຮູ້ຄໍາຕັດສິນຂອງສານຕ່າງປະເທດ

ມາດຕາສາມລ້ອຍຫົກສິບຫົກ(ໃໝ່)ຄໍາຕັດສິນຮັບຮູ້ຫຼືບໍ່ຮັບຮູ້ຄໍາຕັດ ສິນຂອງສານຕ່າງປະເທດ ສານອາດຈະພິຈາລະນາຕັດສິນຮັບຮູ້ຫຼືບໍ່ຮັບຮູ້ຄໍາຕັດສິນ ຂອງສານຕ່າງປະເທດທີ່ຮ້ອງຂໍມາ. ສານຈະພິຈາລະນາຕັດສິນບໍ່ຮັບຮູ້ຄໍາຕັດສິນຂອງສານຕ່າງ ປະເທດຕາມການຮ້ອງຂໍໃນກໍລະນີໃດໜຶ່ງດັ່ງນີ້: 1. ຄໍາຕັດສິນດັ່ງກ່າວຍັງຢູ່ໃນຂັ້ນຕອນຂອງການດໍາເນີນ ຄະດີຊຶ່ງຍັງບໍ່ເປັນຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ. 2. ຜູ້ເສຍຄະດີໃນຄໍາຕັດສິນຂອງານຕ່າງປະເທດນັ້ນຍັງບໍ່ ໄດ້ເຂົ້າຮ່ວມໃນການດໍາເນີນຄະດີໂດຍມີການຕັດສິນລັບຫຼັງຜູ້ກ່ຽວ. 3. ຄະດີທີ່ສານຕ່າງປະເທດດໍາເນີນນັ້ນຕົກຢູ່ໃນສິດອໍານາດ ຂອງສານແຫ່ງສປປລາວເປັນຜູ້ດໍາເນີນ. 4. ຄໍາຕັດສິນດັ່ງກ່າວຂັດກັບລັດຖະທໍາມະນູນແລະກົດໝາຍ ຂອງສປປລາວ. 5. ບັນຫາອື່ນກ່ຽວກັບຄໍາຕັດສິນຂອງສານຕ່າງປະເທດ. ...ມາດຕາສາມລ້ອຍຫົກສິບເຈັດ(ໃໝ່)ການແຈ້ງການຮັບຮູ້ຫຼືການບໍ່ຮັບຮູ້ຄໍາຕັດສິນຂອງສານຕ່າງປະເທດ

ມາດຕາສາມລ້ອຍຫົກສິບເຈັດ(ໃໝ່)ການແຈ້ງການຮັບຮູ້ຫຼືການ ບໍ່ຮັບຮູ້ຄໍາຕັດສິນຂອງສານຕ່າງປະເທດ ເມື່ອສານແຫ່ງສປປລາວໄດ້ພິຈາລະນາຕັດສິນຮັບຮູ້ລືບໍ່ ຮັບຮູ້ຄໍາຕັດສິນຂອງສານຕ່າງປະເທດແລ້ວສານດັ່ງກ່າວຕ້ອງສົ່ງ ຄໍາຕັດສິນໃຫ້ແກ່ຄູ່ຄວາມແລະຫົວໜ້າອົງການໄອຍະການປະຊາ ຊົນເພື່ອຊາບ.ໃນກໍລະນີທີ່ຄູ່ຄວາມຫາກຢູ່ຕ່າງປະເທດສານກໍ່ຈະ ສົ່ງຄໍາຕັດສິນດັ່ງກ່າວຜ່ານກະຊວງຍຸຕິທໍາເພື່ອດໍາເນີນການຕາມ ລະບຽບການ. ...ມາດຕາສາມລ້ອຍຫົກສິບແປດ(ໃໝ່)ການຂໍອຸທອນຫຼືສະເໜີຄັດຄ້ານຄໍາຕັດສິນ

ມາດຕາສາມລ້ອຍຫົກສິບແປດ(ໃໝ່)ການຂໍອຸທອນຫຼືສະເໜີຄັດ ຄ້ານຄໍາຕັດສິນ ຄູ່ຄວາມຫຼືຫົວນ້າອົງການໄອຍະການປະຊາຊົນມີສິດຂໍອຸ ທອນຫຼືສະເໜີຄັດຄ້ານຄໍາຕັດສິນຂອງສານແຫ່ງສປປລາວທີ່ຮັບ ຮູ້ຫຼືບໍ່ຮັບຮູ້ຄໍາຕັດສິນຂອງສານຕ່າງປະເທດພາຍໃນກໍານົດເວ ລາຊາວວັນນັບແຕ່ວັນຮັບຊາບຄໍາຕັດສິນເປັນຕົ້ນໄປ. ເມື່ອມີການຂໍອຸທອນຫຼືສະເໜີຄັດຄ້ານຄໍາຕັດສິນດັ່ງກ່າວ ສານທີ່ກ່ຽວຂ້ອງຕ້ອງສົ່ງສໍານວນຄະດີຂຶ້ນຫາສານຂັ້ນອຸທອນ ເພື່ອພິຈາລະນາເຫດຜົນຂອງານຂໍອຸທອນຫຼືສະເໜີຄັດຄ້ານນັ້ນ. ຄໍາພິພາກສາຂອງສານຂັ້ນອຸທອນກ່ຽວກັບບັນຫາດັ່ງ ກ່າວໃຫ້ຖືເປັນຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຊຶ່ງບໍ່ສາມາດ ຂໍລົບລ້າງໄດ້. ..ພາກທີສິບແປດບົດບັນຍັດສຸດທ້າຍ


...ມາດຕາສາມລ້ອຍຫົກສິບເກົ້າການຈັດຕັ້ງປະຕິບັດ

ມາດຕາສາມລ້ອຍຫົກສິບເກົ້າການຈັດຕັ້ງປະຕິບັດ ລັດຖະບານ,ສານປະຊາຊົນສູງສຸດ,ອົງການໄອຍະການປະ ຊາຊົນສູງສຸດແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບ ນີ້. ...ມາດຕາສາມລ້ອຍເຈັດສິບຜົນສັກສິດ

ມາດຕາສາມລ້ອຍເຈັດສິບຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດ ແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການດໍາເນີນ ຄະດີແພ່ງສະບັບເລກທີສູນສອງທັບສພຊົງວັນທີສິບເຈັດພຶດສະພາ ປີສອງພັນທີ່. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້