ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ 15-05-2004

From Wikisource
Jump to navigation Jump to search

.ການດໍາເນີນຄະດີອາຍາ 15-05-2004


..ພາກທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາກໍານົດຫຼັກການ,ລະບຽບການແລະມາດຕະການຂອງການດໍາເນີນຄະດີອາຍາແນ່ໃສ່ແກ້ໄຂຄະດີອາຍາຢ່າງຖືກຕ້ອງແລະຍຸຕິທໍາ,ກໍາຈັດແລະສະກັດກັ້ນການກະທໍາຜິດເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ,ເຮັດໃຫ້ສັງຄົມມີຄວາມສະຫງົບແລະມີຄວາມເປັນລະບຽບຮຽບຮ້ອຍ,ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າປະກອບສ່ວນເຂົ້າໃນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ. ...ມາດຕາສອງ:ການດໍາເນີນຄະດີອາຍາ

ມາດຕາສອງ:ການດໍາເນີນຄະດີອາຍາ ການດໍາເນີນຄະດີອາຍາແມ່ນການເຄື່ອນໄຫວຂອງເຈົ້າໜ້າ ທີ່ສືບສວນ-ສອບສວນ,ໄອຍະການປະຊາຊົນ,ສານປະຊາຊົນແລະຜູ້ເຂົ້າ ຮ່ວມອື່ນໆໃນການດໍາເນີນຄະດີເພື່ອຊອກໃຫ້ເຫັນການກະທໍາຜິດຢ່າງ ຮີບດ່ວນ,ຄົບຖ້ວນແລະຮອບຄອບ,ນໍາເອົາຜູ້ກະທໍາຜິດມາດໍາເນີນຄະດີ ແລະຮັບປະກັນການປະຕິບັດກົດໝາຍຢ່າງຖືກຕ້ອງ,ຍຸດຕະທໍາບໍ່ປະ ປ່ອຍໃຫ້ຜູ້ກະທໍາຜິດຫຼົບຫຼີກອອກຈາກການລົງໂທດໄປໄດ້ແລະຫຼີກເວັ້ນ ການລົງໂທດຜູ້ບໍ່ໄດ້ກະທໍາຜິດ.

...ມາດຕາສາມ:ຄວາມຈໍາເປັນຕ້ອງດໍາເນີນຄະດີີອາຍາ

ມາດຕາສາມ:ຄວາມຈໍາເປັນຕ້ອງດໍາເນີນຄະດີີອາຍາ ໃນກໍລະນີທີ່ເຈົ້າໜ້າທີ່ສືບສວນ-ສອບສວນຫຼືໄອຍະການປະ ຊາຊົນໄດ້ຊອກເຫັນຮ່ອງຮອຍຂອງການກະທໍາຜິດແລ້ວຕ້ອງເປີດ ການສືບສວນ-ສອບສວນຕາມຂອບເຂດສິດອໍານາດຂອງຕົນ, ນໍາໃຊ້ມາດຕະະການສືບສວນ-ສອບສວນແລະມາດຕະການສະກັດ ກັ້ນທີ່ກໍານົດໄວ້ໃນກົດໝາຍເພື່ອຊອກໃຫ້ເຫັນການກະທໍາຜິດແລະຜູ້ ກະທໍາຜິດແລ້ວສັ່ງຟ້ອງຂຶ້ນສານປະຊາຊົນເພື່ອຕັດສິນລົງໂທດໃສ່ຜູ້ ກ່ຽວຕາມກົດໝາຍ.


...ມາດຕາສີ່:ສາເຫດທີ່ພາໃຫ້ການດໍາເນີນຄະດີອາຍາຕົກໄປ

ມາດຕາສີ່:ສາເຫດທີ່ພາໃຫ້ການດໍາເນີນຄະດີອາຍາຕົກໄປ ສາເຫດທີ່ບໍ່ພາໃຫ້ເປີດການສືບສວນ-ສອບສວນຫຼືບໍ່ໃຫ້ສືບ ຕໍ່ການດໍາເນີນຄະດີອາຍານັ້ນມີດັ່ງນີ້: ໜຶ່ງ:ຂາດເຫດການຂອງການກະທໍາຜິດທາງອາຍາ. ສອງ:ຂາດອົງປະກອບຂອງການກະທໍາຜິດທາງອາຍາ. ສາມ:ໝົດອາຍຸຄວາມໃນການຮ້ອງຟ້ອງທາງອາຍາ. ສີ່:ມີການນິລະໂທດກໍາ. ຫ້າ:ເດັກທີ່ມີອາຍຸບໍ່ເຖິງສິບຫ້າປີມີການກະທໍາທີ່ເປັນອັນຕະ ລາຍຕໍ່ສັງຄົມ.ໃນກໍລະນີນີ້ເດັກຈະຖືກນໍາໄປສຶກສາອົບຮົມ. ຫົກ:ມີການຕົກລົງໄກ້ເກ່ຍກັນລະຫວ່າງຜູ້ຖືກເສຍຫາຍກັບຜູ້ຖືກ ຫາໃນຄະດີທີ່ການກະທໍາຜິດບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມຕາມ ທີ່ໄດ້ກໍານົດໄວ້ໃນມາດຕາຊາວສອງຂອງກົດໝາຍອາຍາ. ເຈັດ:ຂາດການຮ້ອງຟ້ອງຂອງຜູ້ຖືກເສຍຫາຍຫຼືຜູ້ຖືກເສຍຫາຍ ຖອນຄໍາຮ້ອງຟ້ອງໃນກໍລະນີທີ່ແມ່ນການກະທໍາຜິດຕາມທີ່ໄດ້ກໍານົດໄວ້ ໃນມາດຕາຊາວສອງຂອງກົດໝາຍອາຍາ. ແປດ:ຜູ້ກະທໍາຜິດໄດ້ເສຍຊີວິດ. ເກົ້າ:ມີຄໍາສັ່ງຊັດມ້ຽນຫຼືມີຄໍາຕັດສິນຂອງສານປະຊາຊົນທີ່ໃຊ້ ໄດ້ຢ່າງເດັດຂາວແລ້ວກ່ຽວກັບຄະດີດຽວກັນ.

...ມາດຕາຫ້າ:ການບໍ່ໃຫ້ລ່ວງລະເມີດສິດແລະເສລີພາບຂອງພົນລະເມືອງ

ມາດຕາຫ້າ:ການບໍ່ໃຫ້ລ່ວງລະເມີດສິດແລະເສລີພາບຂອງພົນລະ ເມືອງ ຫ້ມຈັບຕົວ,ກັກຂັງຫຼືກວດຄົ້ນເຄຫະສະຖານໂດຍບໍ່ມີຄໍາສັ່ງຂອງ ໄອຍະການປະຊາຊົນຫຼືສານປະຊາຊົນເວັ້ນເສຍແຕ່ການຈັບຕົວໃນກໍລະ ນີການກະທໍາຜິດເຊິ່ງໜ້າຫຼືໃນກໍລະນີທີ່ຮີບດ່ວນເທົ່ານັ້ນ.ໃນກໍລະນີທີ່ມີ ການຈັບຕົວ,ການກັກຂັງໂດຍບໍ່ຖືກຕ້ອງຕາມກົດໝາຍຫຼືການກັກຂັງ ເກີນກໍານົດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍຫຼືບໍ່ຖືກຕ້ອງຕາມຄໍາຕັດສິນ ຂອງສານປະຊາຊົນນັ້ນໄອຍະການປະຊາຊົນຕ້ອງອອກຄໍາສັ່ງປ່ອຍຕົວ ໃນທັນໃດ. ບຸກຄົນໃດຫາກໄດ້ທໍາການຈັດຕົວ,ກັກຂັງ,ກວດຄົ້ນເຄຫະສະ ຖານຫຼືຕົວບຸກຄົນໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກດໍາເນີນຄະດີ ແລະຮັບຜິດຊອບທາງອາຍາ.


...ມາດຕາຫົກ:ຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍແລະສານ

ມາດຕາຫົກ:ຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ ແລະສານ ການດໍາເນີນຄະດີອາຍາຕ້ອງປະຕິບັດບົນພື້ນຖານແຫ່ງຄວາມ ສະເໝີພາບຂອງພົນລະເມືອງທຸກຄົນຕໍ່ໜ້າກົດໝາຍແລະສານປະຊາ ຊົນໂດຍບໍ່ຈໍາແນກເພດ,ເຊື້ອຊາດ,ຊົນເຜົ່າ,ຖານະທາງດ້ານເສດຖະ ກິດແລະສັງຄົມ,ພາສາ,ລະດັບການສຶກສາ,ອາຊີບ,ຄວາມເຊື່ອຖື,ພູມ ລໍາເນົາແລະອື່ນໆ. ສານປະຊາຊົນຕ້ອງສ້າງເງື່ອນໄຂໃຫ້ພົນລະເມືອງໂດຍສະ ເພາະຜູ້ຖືກຫາ,ຈໍາເລີຍ,ໂຈດທາງແພ່ງໄດ້ປະຕິບັດສິດດັ່ງກ່າວເພື່ອ ຮັບປະກັນໃຫ້ການດໍາເນີນຄະດີອາຍາຖືກຕ້ອງຕາມຄວາມເປັນຈິງ ແລະພາວະວິໄສ.


...ມາດຕາເຈັດ:ການຮັບປະກັນສິດໃນການຕໍ່ສູ້ຄະດີໃຫ້ແກ່ຜູ້ຖືກຫາ.

ມາດຕາເຈັດ:ການຮັບປະກັນສິດໃນການຕໍ່ສູ້ຄະດີໃຫ້ແກ່ຜູ້ຖືກຫາ. ຜູ້ຖືກຫາມີສິດຕໍ່ສູ້ຄະດີທີ່ຕົນຖືກກ່າວຟ້ອງ.ການຕໍ່ສູ້ຄະດີສາ ມາດດໍາເນີນດ້ວຍຕົນເອງຫຼືຈະເອົາທະນາຍຄວາມຊ່ວຍເຫຼືອທາງ ດ້ານກົດໝາຍແກ່ຕົນກໍ່ໄດ້. ສານປະຊາຊົນ,ໄອຍະການປະຊາຊົນ,ພະນັກງານສອບສວນ, ເຈົ້າໜ້າທີ່ສືບສວນສອບສວນຕ້ອງຮັບປະກັນສິດໃນການຕໍ່ສູ້ຄະດີໃຫ້ ແກ່ຜູ້ຖືກຫາເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ ກ່ຽວ. ຜູ້ກ່າວຟ້ອງຕ້ອງນໍາເອົາຫຼັກຖານມາຢັ້ງຢືນຄໍາກ່າວຟ້ອງຂອງ ຕົນວ່າຜູ້ຖືກຫາຫຼືຈໍາເລີຍເປັນຜູ້ກະທໍາຜິດ,ຜູ້ຖືກຫາຫຼືຈໍາເລີຍມີສິດສະ ເໜີຫຼັກຖານເພື່ອປ້ອງກັນຕົນເອງແຕ່ຈະບໍ່ຖືກບັງຄັບໃຫ້ຊອກຫາຫຼັກ ຖານມາຢັ້ງຢືນຄວາມບໍລິສຸດຂອງຕົນ.


...ມາດຕາແປດ:ການສັນນິຖານວ່າເປັນຜູ້ບໍລະສຸດ.

ມາດຕາແປດ:ການສັນນິຖານວ່າເປັນຜູ້ບໍລະສຸດ. ໃນການດໍາເນີນຄະດີອາຍາຜູ້ຖືກຫາຫຼືຈໍາເລີຍທີ່ຍັງບໍ່ທັນມີຄໍາ ຕັດສິນຂອງສານປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດວ່າເປັນຜູ້ກະທໍາຜິດ ນັ້ນໃຫ້ຖືວ່າຜູ້ກ່ຽວຍັງເປັນຜູ້ບໍລະສຸດຢູ່ແລະຕ້ອງປະຕິບັດຕໍ່ຜູ້ກ່ຽຢ່າງ ເໝາະສົມ.


...ມາດຕາເກົ້າ:ສິດຂອງສານໃນການຕັດສິນຄະດີ

ມາດຕາເກົ້າ:ສິດຂອງສານໃນການຕັດສິນຄະດີ ມີແຕ່ສານປະຊາຊົນເທົ່ານັ້ນຈຶ່ງມີສິດອໍານາດພິຈາລະນາຕັດ ສິນຄະດີອາຍາ,ບໍ່ມີບຸກຄົນໃດຈະຖືວ່າເປັນຜູ້ກະທໍາຜິດແລະໄດ້ຮັບການ ລົງໂທດທາງອາຍາໂດຍບໍ່ມີຄໍາຕັດສິນຂອງສານປະຊາຊົນ.


...ມາດຕາສິບ:ການພິຈາລະນາຄະດີເປັນໝູ່ຄະນະ

ມາດຕາສິບ:ການພິຈາລະນາຄະດີເປັນໝູ່ຄະນະ ຄະນະສານຕັດສິນຂອງສານປະຊາຊົນສູງສຸດ,ສານອຸທອນ, ສານປະຊາຊົນແຂວງ,ນະຄອນ,ສານປະຊາຊົນເມືອງ,ເທດສະບານ ປະກອບດ້ວຍຜູ້ພິພາກສາສາມຄົນ,ໃນນັ້ນຜູ້ໜຶ່ງເປັນປະທານແລະອີກ ສອງຄົນເປັນຄະນະ. ມີແຕ່ຜູ້ພິພາກສາທີ່ຖືກແຕ່ງຕັ້ງຢ່າງຖືກຕ້ອງຕາມກົດໝາຍ ເທົ່ານັ້ນຈຶ່ງມີສິດປະກອບເຂົ້າເປັນຄະນະສານຕັດສິນໄດ້. ຄໍາຕົກລົງຂອງຄະນະສານຕ້ອງຖືເອົາຕາມສຽງສ່ວນຫຼາຍ. ການພິຈາລະນາຕັດສິນຄະດີຕ້ອງຮັບປະກັນຄວາມລັບ.


...ມາດຕາສິບເອັດ:ຄວາມເປັນເອກະລາດຂອງຜູ້ພິພາກສາ

ມາດຕາສິບເອັດ:ຄວາມເປັນເອກະລາດຂອງຜູ້ພິພາກສາ ໃນການພິຈາລະນາຕັດສິນຄະດີຜູ້ພິພາສາຕ້ອງເປັນເອກະລາດ ແລະມີແຕ່ປະຕິບັດຕາມກົດໝາຍເທົ່ານັ້ນ.

...ມາດຕາສິບສອງ:ພາສາທີ່ໃຊ້ໃນການດໍາເນີນຄະດີ

ມາດຕາສິບສອງ:ພາສາທີ່ໃຊ້ໃນການດໍາເນີນຄະດີ ໃນການດໍາເນີນຄະດີຕ້ອງໃຊ້ພາສາລາວ.ຜູ້ເຂົ້າຮ່ວມໃນການ ດໍາເນີນຄະດີທີ່ບໍ່ຮູ້ພາສາລາວມີສິດໃຊ້ພາສາຕົນເອງຫຼືພາສາອື່ນໂດຍ ຜ່ານການແປພາສາ. ...ມາດຕາສິບສາມ:ການໄຕ່ສວນຄະດີຢູ່ທີ່ປະຊຸມສານຢ່າງເປີດເຜີຍ

ມາດຕາສິບສາມ:ການໄຕ່ສວນຄະດີຢູ່ທີ່ປະຊຸມສານຢ່າງເປີດເຜີຍ ການໄຕ່ສວນຄະດີຢູ່ທີ່ປະຊຸມສານຕ້ອງດໍາເນີນຢ່າງເປີດເຜີຍ ເວັ້ນເສຍແຕ່ໃນກໍລະນີທີ່ຄະດີຫາກກ່ຽວຂ້ອງກັບຄວາມລັບຂອງລັດຫຼື ນອງສັງຄົມເປັນຕົ້ນການກະທໍາຜິດຂອງບຸກຄົນທີ່ມີອາຍຸສິບຫ້າປີຂຶ້ນ ໄປແຕ່ບໍ່ເຖິງສິບແປດປີ,ບາງການກະທໍາຜິດຕໍ່ສາຍຜົວເມຍ,ຮີດຄອງ ປະເພນີນັ້ນຕ້ອງດໍາເນີນຢ່າງປິດລັບ. ການອ່ານຄໍາຕັດສິນບໍ່ວ່າໃນກໍລະນີໃດຕ້ອງດໍາເນີນຢ່າງເປີດ ເຜີຍ.


...ມາດຕາສິບສີ່:ຜົນສັກສິດຂອງຄໍາຕົກລົງຂອງສານ

ມາດຕາສິບສີ່:ຜົນສັກສິດຂອງຄໍາຕົກລົງຂອງສານ ສານປະຊາຊົນອອກຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິ ພາກສາໃນນາມສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານປະ ຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດນັ້ນທຸກອົງການຈັດຕັ້ງຂອງພັກ,ອົງການ ຈັດຕັ້ງຂອງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງ ການຈັດຕັ້ງສັງຄົມ,ວິສາຫະກິດແລະພົນລະເມືອງທຸກຄົນຕ້ອງເຄົາລົບ; ບຸກຄົນແລະອົງການຈັດຕັ້ງທີ່ມີສ່ວນກ່ຽວຂ້ອງຕ້ອງປະຕິບັດຢ່າງເຂັ້ມ ງວດຕາມທີ່ໄດ້ກໍານົດໄວ້ໃນມາດຕາແປດສິບຫ້າຂອງລັດຖະທໍາມະ ນູນ. ຄໍາຕັດສິນຫຼືຄໍາພິພາກສາຂອງສານປະຊາຊົນທີ່ໃຊ້ໄດ້ຢ່າງ ເດັດຂາດແລ້ວນັ້ນບໍ່ສາມາດປ່ຽນແປງໄດ້ເວັ້ນເສຍແຕ່ໃນກໍລະນີທີ່ມີ ການຮື້ຟື້ນຄະດີ.

...ມາດຕາສິບຫ້າ:ການຂໍຖອນຕົວແລະການຄ້ານຕົວ.

ມາດຕາສິບຫ້າ:ການຂໍຖອນຕົວແລະການຄ້ານຕົວ. ຖ້າຜູ້ພິພາກສາ,ໄອຍະການປະຊາຊົນ,ຈ່າສານ,ພະນັກງານ ສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຜູ້ຊ່ຽວຊານຫຼືຜູ້ແປພາສາ ຫາກເປັນຍາດພີ່ນ້ອງ,ມີຜົນປະໂຫຍດຫຼືມີຂໍ້ຂັດແຍ່ງກັບຄູ່ຄວາມຝ່າຍ ໃດຝ່າຍໜຶ່ງຕ້ອງຂໍຖອນຕົວອອກຈາກການດໍາເນີນຄະດີນັ້ນ. ຖ້າຜູ້ກ່ຽວຫາກບໍ່ຍອມຖອນຕົວອອກຄູ່ຄວາມຝ່າຍໃດຝ່າຍໜຶ່ງ ກໍ່ມີສິດສະເໜີຄ້ານຕົວຜູ້ກ່ຽວອອກຈາກການດໍາເນີນຄະດີ.


...ມາດຕາສິບຫົກ:ການບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນການພິຈາລະນາຄະດີດຽວກັນເປັນຄັ້ງທີສອງ.

ມາດຕາສິບຫົກ:ການບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນການພິຈາລະນາ ຄະດີດຽວກັນເປັນຄັ້ງທີສອງ. ຜູ້ພິພາກສາທີ່ໄດ້ເຂົ້າຮ່ວມໃນການພິຈາລະນາຄະດີອາຍາຄັ້ງ ໜຶ່ງແລ້ວຈະບໍ່ອະນຸຍາດໃຫ້ເຂົ້າຮ່ວມພິຈາລະນາຄະດີດຽວກັນເປັນຄັ້ງ ທີສອງອີກບໍ່ວ່າຢູ່ສານປະຊາຊົນຂັ້ນໃດເວັ້ນເສຍແຕ່ໃນກໍລະນີທີ່ໄດ້ກໍາ ນົດໄວ້ໃນກົດໝາຍ.


...ມາດຕາສິບເຈັດ:ການດໍາເນີນຄະດີຮອບດ້ານ,ຄົບຖ້ວນແລະພາວະວິໄສ

ມາດຕາສິບເຈັດ:ການດໍາເນີນຄະດີຮອບດ້ານ,ຄົບຖ້ວນແລະພາວະ ວິໄສ ສານປະຊາຊົນ,ໄອຍະການປະຊາຊົນ,ພະນັກງານສອບສວນ, ເຈົ້າໜ້າທີ່ສືບສວນສອບສວນຕ້ອງນໍາໃຊ້ບັນດາມາດຕະການທີ່ໄດ້ກໍາ ນົດໄວ້ໃນກົດໝາຍເພື່ອເຮັດໃຫ້ການດໍາເນີນຄະດີໄດ້ເປັນໄປຢ່າງຮອບ ດ້ານ,ຄົບຖ້ວນແລະພາວະວິໄສແນໃສ່ຊອກຫາຫຼັກຖານມາຜູກມັດຫຼືຢັ້ງ ຢືນຄວາມບໍລິສຸດຂອງຜູ້ຖືກຫາຫຼືຈໍາເລີຍແລະຄົ້ນຄວ້າຫາສາເຫດທີ່ ພາໃຫ້ມີການຫຼຸດຜ່ອນຫຼືການເພີ່ມຄວາມຮັບຜິດຊອບທາງອາຍາ. ໃນການເອົາຄໍາໃຫ້ການຂອງຜູ້ຖືກຫາຫຼືຈໍາເລີຍແລະບຸກຄົນທີ່ ເຂົ້າຮ່ວມໃນຄະດີນັ້ນຫ້າມໃຊ້ຄວາມຮຸນແຮງ,ບັງຄັບ,ນາບຂູ່,ທຸບຕີຫຼື ນໍາໃຊ້ມາດຕະການອື່ນໆທີ່ບບໍ່ຖືກຕ້ອງຕາມກົດໝາຍ.


...ມາດຕາສິບແປດ:ການຮັບປະກັນສິດຮ້ອງທຸກຫຼືຮ້ອງຟ້ອງຂອງພົນລະເມືອງ.

ມາດຕາສິບແປດ:ການຮັບປະກັນສິດຮ້ອງທຸກຫຼືຮ້ອງຟ້ອງຂອງພົນ ລະເມືອງ. ພົນລະເມືອງມີສິດຮ້ອງທຸກຫຼືຮ້ອງຟ້ອງກ່ຽວກັບການປະຕິບັດ ໜ້າທີ່ໂດຍບໍ່ຖືກຕ້ອງຕາມກົດໝາຍຂອງອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ,ສານປະຊາຊົນຫຼືຕົວບຸກຄົນທີ່ສັງກັດຢູ່ ໃນອົງການຈັດຕັ້ງດັ່ງກ່າວ. ອົງການຈັດຕັ້ງທີ່ໄດ້ຮັບຄໍາຮ້ອງທຸກຫຼືຄໍາຮ້ອງຟ້ອງຕ້ອງຄົ້ນ ຄວ້າ,ພິຈາລະນາຢ່າງທັນການແລະຕ້ອງແຈ້ງຜົນການຄົ້ນຄວ້າເປັນ ລາຍລັກອັກສອນໃຫ້ແກ່ການຈັດຕັ້ງແລະເຈົ້າຂອງຄໍາຮ້ອງທຸກຫຼືຄໍາ ຮ້ອງຟ້ອງຊາບພ້ອມກັນນັ້ນກໍ່ຕ້ອງຊອກຫາວິທີການອັນເໝາະສົມເພື່ອ ແກ້ໄຂຂໍ້ຜິດພາດຂອງຕົນ. ອົງການໃດທີ່ໄດ້ດໍາເນີນການຜິດກົດໝາຍຕ້ອງປົວແປງກຽດ ສັກສີແລະທົດແທນຜົນປະໂຫຍດໃຫ້ແກ່ຜູ້ຖືກເສຍຫາຍ.ພະນັກງານຫຼື ບຸກຄົນທີ່ເຮັດຜິດກົດໝາຍນັ້ນຕ້ອງຖືກປະຕິບັດວິໄນຫຼືຖືກດໍາເນີນຄະດີ ຕາມສະຖານເບົາຫຼືໜັກ.


..ພາກທີ2ຫຼັກຖານໃນຄະດີອາຍາ


...ມາດຕາສິບເກົ້າ:ຫຼັກຖານ.

ມາດຕາສິບເກົ້າ:ຫຼັກຖານ. ຫຼັກຖານໃນຄະດີອາຍາແມ່ນຂໍ້ມູນຕົວຈິງຊຶ່ງຊີ້ບອກວ່າມີຫຼືບໍ່ມີ ພຶດຕິກໍາທີ່ເປັນອັນຕະລາຍຕໍ່ສັງຄົມ,ຄວາມຜິດຂອງບຸກຄົນທີ່ໄດ້ສ້າງ ພຶດຕິກໍານັ້ນແລະເຫດການອື່ນທີ່ເປັນປະໂຫຍດໃຫ້ແກ່ການພິຈາລະນາ ຄະດີໃຫ້ຖືກຕ້ອງ.



...ມາດຕາຊາວ:ປະເພດຫຼັກຖານ.

ມາດຕາຊາວ:ປະເພດຫຼັກຖານ. ຫຼັກຖານໃນຄະດີອາຍາປະກອບດ້ວຍ: -ຫຼັກຖານທາງດ້ານວັດຖຸ. -ຫຼັກຖານທາງດ້ານເອກະສານ. -ຫຼັກຖານທາງດ້ານບຸກຄົນ.

ຫຼັກຖານທາງດ້ານວັດຖຸແມ່ນໄດ້ມາຈາກວັດຖຸສິ່ງຂອງທີ່ພົວ ພັນການກະທໍາຜິດເຊັ່ນ:ປືນ,ມີດ,ຮອຍມື,ຄາບເລືອດແລະວັດຖຸອື່ນໆ. ຫຼັກຖານທາງດ້ານເອກະສານແມ່ນໄດ້ມາຈາກຈົດໝາຍ,ບົດບັນທຶກການສືບສວນ-ສອບສວນ,ບົດບັນທຶກການເຄື່ອນໄຫວຂອງ ສານປະຊາຊົນ,ບັນຊີ,ແຜ່ນແຕ້ມ,ແຜນວາດ,ຮູບພາບແລະເອກະ ສານອື່ນໆທີ່ພົວພັນກັບການກະທໍາຜິດ. ຫຼັກຖານທາງດ້ານບຸກຄົນແມ່ນໄດ້ມາຈາກຄໍາໃຫ້ການຂອງ ຜູ້ຖືກສົງໄສ,ຂອງຜູ້ຖືກຫາຫຼືຈໍາເລີຍ,ຂອງພະຍານ,ຂອງຜູ້ຖືກເສຍ ຫາຍ,ການຊີ້ຕົວ,ການຢັ້ງຢືນ,ຄໍາເຫັນຂອງຜູ້ຊ່ຽວຊານທີ່ພົວພັນກັັບ ການກະທໍາຜິດ. ໃນຫຼັກຖານທີ່ກ່າວມາເທິງນີ້ມີທັງຫຼັກຖານຜູກມັດຊຶ່ງເປັນ ການຢັ້ງຢືນວ່າຜູ້ຖືກຫາຫຼືຈໍາເລີຍເປັນຜູ້ກະທໍາຜິດແລະມີທັງຫຼັກຖານ ແກ້ມັດຊຶ່ງເປັນການຢັ້ງຢືນວ່າຜູ້ຖືກຫາຫຼືຈໍາເລີຍເປັນຜູ້ບໍລິສຸດ. ໃນການດໍາເນີນຄະດີອາຍານັ້ນຕ້ອງຊອກຫາທັງຫຼັກຖານຜູກ ມັດແລະຫຼັກຖານແກ້ມັດໄປພ້ອມກັນ.

...ມາດຕາຊາວເອັດ:ການກວດກາແລະຕີລາຄາຫຼັກຖານ.

ມາດຕາຊາວເອັດ:ການກວດກາແລະຕີລາຄາຫຼັກຖານ. ສານປະຊາຊົນ,ໄອຍະການປະຊາຊົນ,ພະນັກງານສອບສວນ, ເຈົ້າໜ້າທີ່ສືບສວນ-ສອບສວນຕ້ອງກວດກາ,ຊັ່ງຊາແລະຕີລາຄາ ຫຼັກຖານບົນພື້ນຖານການພິຈາລະນາຄະດີຢ່າງຮອບດ້ານ,ຄົບຖ້ວນ ແລະພາວະວິໄສດ້ວຍຄວາມໝັ້ນໃຈຂອງຕົນ. ໃນການກວດກາແລະຕີລາຄາຫຼັກຖານນັ້ນຖ້າຫາກຫຼັກຖານຍັງ ພາໃຫ້ມີຄວາມສົງໄສວ່າຜູ້ຖືກຫາຫຼືຈໍາເລີຍອາດຈະເປັນຜູ້ກະທໍາຜິດຫຼື ບໍ່ເປັນຜູ້ກະທໍາຜິດແລ້ວຄວນໃຫ້ຜູ້ກ່ຽວພົ້ນຂໍ້ກ່າວຫາໄປ. ໃນການດໍາເນີນຄະດີອາຍາບໍ່ໃຫ້ຖືເອົາການຮັບສາລະພາບ ຂອງຜູ້ຖືກຫາຫຼືຈໍາເລີຍເປັນຕົ້ນຕໍແຕ່ຕ້ອງຊອກຫາຫຼັກຖານມາຢັ້ງຢືນ ການກະທໍາຜິດຂອງຜູ້ກ່ຽວຕື່ມອີກ.ເຖິງວ່າຜູ້ຖືກຫາຫຼືຈໍາເລີຍຫາກປະ ຕິເສດຫຼືບໍ່ຮັບສາລະພາບກໍ່ຕາມແຕ່ຖ້າມີຫຼັກຖານໜັກແໜ້ນ,ຮັດກຸມ ແລ້ວກໍ່ໃຫ້ຖືວ່າຜູ້ກ່ຽວເປັນຜູ້ກະທໍາຜິດ.

..ພາກທີ3ອົງການດໍາເນີນຄະດີແລະຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ


...ໝວດທີ1ອົງການດໍາເນີນຄະດີອາຍາ


....ມາດຕາຊາວສອງ:ອົງການດໍາເນີນຄະດີອາຍາ

ມາດຕາຊາວສອງ:ອົງການດໍາເນີນຄະດີອາຍາ ອົງການດໍາເນີນຄະດີອາຍາປະກອບດ້ວຍ: -ອົງການສືບສວນ-ສອບສວນ. -ອົງການໄອຍະການປະຊາຊົນ. -ສານປະຊາຊົນ. ....ມາດຕາຊາວສາມ:ອົງການສືບສວນ-ສອບສວນ.

ມາດຕາຊາວສາມ:ອົງການສືບສວນ-ສອບສວນ. ອົງການສືບສວນ-ສອບສວນມີດັ່ງນີ້: ໜຶ່ງ:ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫຼວດ; ສອງ:ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ທະຫານ; ສາມ:ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ພາສີ່; ສີ່:ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້; ຫ້າ:ອົງການສືບສວນ-ສອບສວນຂອງພາກສ່ວນອື່ນໆທີ່ໄດ້ກໍານົດໄວ້ໃນກົດໝາຍ.

ອົງການສືບສວນ-ສອບສວນມີສິດແລະໜ້າທີ່ດັ່ງຕໍ່ໄປນີ້: ໜຶ່ງ:ຮັບແລະບັນທຶກແຈ້ງຄວາມກ່ຽວກັບການກະທໍາຜິດ. ສອງ:ລາຍງານຢ່າງທັນການໃຫ້ໄອຍະການປະຊາຊົນຊາບ ກ່ຽວກັບການກະທໍາຜິດ. ສາມ:ອອກຄໍາສັ່ງເປີດການສືບສວນ-ສອບສວນແລະສົ່ງສໍາ ເນົາຄໍາສັ່ງນັ້ນລາຍງານໃຫ້ໄອຍະການປະຊາຊົນຊາບໃນທັນໃດ. ສີ່:ດໍາເນີນການສືບສວນ-ສອບສວນ. ຫ້າ:ນໍາໃຊ້ມາດຕະການສະກັດກັ້ນທີ່ໄດ້ກໍານົດໄວ້ໃນກົດໝາຍ ລວມທັງການປ່ອຍຕົວຜູ້ຖືກສົງໄສທີ່ໄດ້ຖືກກັກຕົວແລະລາຍງານເປັນ ລາຍລັກອັກສອນໃຫ້ໄອຍະການປະຊາຊົນຊາບ. ຫົກ:ຂໍອຸທອນຄໍາສັ່ງຂອງໄອຍະການປະຊາຊົນຂັ້ນລຸ່ມຂຶ້ນຫາ ໄອຍະການປະຊາຊົນຂັ້ນເທິງ. ເຈັດ:ສະຫຼຸບການສືບສວນສອບສວນແລະປະກອບສໍານວນຄະ ດີສົ່ງໃຫ້ໄອຍະການປະຊາຊົນ. ໃນການປະຕິບັດສິດແລະໜ້າທີ່ດັ່ງກ່າວອົງການສືບສວນ- ສອບສວນຕ້ອງດໍາເນີນໄປໃນຂອບເຂດສິດອໍານາດທີ່ໄດ້ກໍານົດໄວ້ ໃນກົດໝາຍ.

....ມາດຕາຊາວສີ່:ສິດແລະໜ້າທີ່ຂອງພະນັກງານອົງການສືບສວນ-ສອບສວນ.

ມາດຕາຊາວສີ່:ສິດແລະໜ້າທີ່ຂອງພະນັກງານອົງການສືບ ສວນ-ສອບສວນ. ພະນັກງານຂອງອົງການສືບສວນ-ສອບສວນປະກອບດ້ວຍ ຫົວໜ້າ,ຮອງຫົວໜ້າແລ້ວເຈົ້າໜ້າທີ່ສືບສວນ-ສອບສວນ. ຫົວໜ້າອົງການສືບສວນ-ສອບສວນມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ຊີ້ນໍາ,ນໍາພາລວມວຽກງານຂອງອົງການສືບສວນ- ສອບສວນ; ສອງ:ອອກຄໍາສັ່ງເປີດຫຼືບໍ່ເປີດການສືບສວນ-ສອບສວນ,ຄໍາ ສັ່ງໂຈະຫຼືຊັດມ້ຽນຄະດີອາຍາ,ຄໍາສັ່ງກັກຕົວ,ຄໍາສັ່ງປ່ອຍຕົວຈາກ ການກັກຕົວ. ສາມ:ສະເໜີຕໍ່ໄອຍະການປະຊາຊົນເພື່ອອອກຄໍາສັ່ງຈັບຕົວ, ກັກຂັງພາງ,ປ່ອຍຕົວພາງ,ຕໍ່ກໍານົດການສືບສວນ-ສອບສວນແລະ ຕໍ່ກໍານົດການກັກຂັງພາງ. ສີ່:ສະຫຼຸບແລະປະກອບສໍານວນຄະດີສົ່ງໃຫ້ໄອຍະການປະ ຊາຊົນເພື່ອພິຈາລະນາພາຍຫຼັງການສືບສວນ-ສອບສວນໄດ້ສໍາ ເລັດແລ້ວ. ຫ້າ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ກົດໝາຍກໍານົດໄວ້.

ຮອງຫົວໜ້າອົງການສືບສວນ-ສອບສວນມີໜ້າທີ່ຊ່ວຍຫົວໜ້າ ໃນການປະຕິບັດວຽກງານແລະຈະໄດ້ຮັບຜິດຊອບວຽກງານໃດໜຶ່ງ ສະເພາະຕາມການມອບໝາຍຂອງຫົວໜ້າ.ໃນກໍລະນີທີ່ຫົວໜ້າຕິດ ຂັດແມ່ນຮອງຫົວໜ້າຜູ້ທີ່ໄດ້ຮັບມອບໝາຍເປັັນຜູ້ວ່າການແທນ. ເຈົ້າໜ້າທີ່ສືບສວນ-ສອບສວນມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ຮັບແລະບັນທຶກການແຈ້ງຄວາມ,ການລາຍງານຫຼືການ ຮ້ອງຟ້ອງກ່ຽວກັບການກະທໍາຜິດທາງອາຍາ; ສອງ:ເອົາຄໍາໃຫ້ການຂອງຜູ້ຖືກເສຍຫາຍ,ໂຈດທາງແພ່ງ, ຜູ້ຖືກຫາ,ພະຍານແລະບຸກຄົນທີ່ກ່ຽວຂ້ອງອື່ນໆ. ສາມ:ລົງຊັນນະສູດສະຖານທີ່ເກີດເຫດ,ຊາກສົບ,ກວດຄົ້ນ ເຄຫະສະຖານ,ຍານພາຫະນະ,ກວດຄົ້ນຕົວບຸກຄົນພ້ອມທັງເກັບກໍາ, ລວບລວມຫຼັກຖານຕ່າງໆກ່ຽວກັບການກະທໍາຜິດທາງອາຍາ. ສີ່:ຊອກຫາ,ຈັບຕົວ,ພາຕົວຜູ້ຖືກຫາຕາມຄໍາສັ່ງຂອງສານປະ ຊາຊົນຫຼືໄອຍະການປະຊາຊົນ; ຫ້າ:ປະຕິບັດຄໍາສັ່ງແລະລາຍງານສະພາບການກ່ຽວກັບການ ດໍາເນີນຄະດີອາຍາຕໍ່ຫົວໜ້າອົງການສືບສວນ-ສອບສວນ. ຫົກ:ປະຕິບັດສິດແລະໜ້າທີ່ອື່ນໆຕາມຄໍາສັ່ງຂອງຫົວໜ້າ ແລະຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ໃນການປະຕິບັດສິດແລະໜ້າທີ່ດັ່ງກ່າວພະນັກງານຂອງອົງ ການສືບສວນສອບສວນຕ້ອງດໍາເນີນໄປໃນຂອບເຂດສິດອໍານາດທີ່ ໄດ້ກໍານົດໄວ້ໃນກົດໝາຍ. ເພື່ອຮັບປະກັນການປະຕິບັດສິດແລະໜ້າທີ່ທີ່ກ່າວມາຂ້າງ ເທິງນັ້ນພະນັກງານຂອງອົງການສືບສວນ-ສອບສວນຕ້ອງເປັນ ຜູ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ,ມີຄຸນສົມບັດດີ,ມີຄວາມ ຈົງຮັກພັກດີຕໍ່ຜົນປະໂຫຍດລວມຂອງຊາດແລະຂອງປະຊາຊົນ,ມີ ຈັນຍາທໍາ,ໄດ້ຮັບການສຶກສາຫຼືບໍາລຸງວິຊາກົດໝາຍແລະວິຊາສະ ເພາະທີ່ກ່ຽວຂ້ອງກັບການສືບສວນ-ສອບສວນ.


....ມາດຕາຊາວຫ້າ:ອົງການໄອຍະການປະຊາຊົນ

ມາດຕາຊາວຫ້າ:ອົງການໄອຍະການປະຊາຊົນ ອົງການໄອຍະການປະຊາຊົນມີດັ່ງນີ້: ໜຶ່ງ:ອົງການໄອຍະການປະຊາຊົນສູງສຸດ; ສອງ:ອົງການໄປຍະການປະຊາຊົນຂັ້ນອຸທອນ. ສາມ:ອົງການໄອຍະການປະຊາຊົນແຂວງ,ນະຄອນ. ສີ່:ອົງການໄປຍະການປະຊາຊົນເມືອງ,ເທດສະບານ. ຫ້າ:ອົງການໄອຍະການທະຫານ. ສິດ,ໜ້າທີ່ແລະມາດຕະຖານຂອງໄອຍະການປະຊາຊົນແລະ ພະນັກງານສອບສວນໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍອົງການໄອ ຍະການປະຊາຊົນ.ສ່ວນສິດ,ໜ້າທີ່ແລະມາດຕະຖານຂອງໄອຍະການ ທະຫານໄດ້ກໍານົດໄວ້ໃນລັດຖະບັນຍັດວ່າດ້ວຍອົງການໄອຍະການທະ ຫານ.


....ມາດຕາຊາວຫົກ:ສານປະຊາຊົນ

ມາດຕາຊາວຫົກ:ສານປະຊາຊົນ ສານປະຊາຊົນມີດັ່ງນີ້: ໜຶ່ງ:ສານປະຊາຊົນສູງສຸດ. ສອງ:ສານອຸທອນ. ສາມ:ສານປະຊາຊົນແຂວງ,ນະຄອນ. ສີ່:ສານປະຊາຊົນເມືອງ,ເທດສະບານ. ຫ້າ:ສານທະຫານ. ສິດ,ໜ້າທີ່ຂອງສານປະຊາຊົນ,ສານທະຫານແລະມາດຕະ ຖານຂອງຜູ້ພິພາກສາໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສານປະຊາ ຊົນ.


...ໝວດທີ2ຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ


....ມາດຕາຊາວເຈັດ:ຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ.

ມາດຕາຊາວເຈັດ:ຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ. ຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາມີ: ໜຶ່ງ.ຜູ້ຖືກຫາຫຼືຈໍາເລີຍ; ສອງ.ຜູ້ຖືກເສຍຫາຍ. ສາມ.ໂຈດທາງແພ່ງ. ສີ່.ຜູ້ຮັບຜິດຊອບທາງແພ່ງ. ຫ້າ.ພະຍານ. ຫົກ.ຜູ້ຊ່າວຊານ. ເຈັດ.ຜູ້ແປພາສາ. ແປດ.ທະນາຄວາມແລະຜູ້ປົກປ້ອງອື່ນ. ....ມາດຕາຊາວແປດ:ຜູ້ຖືກຫາຫຼືຈໍາເລີຍ

ມາດຕາຊາວແປດ:ຜູ້ຖືກຫາຫຼືຈໍາເລີຍ ຜູ້ຖືກຫາແມ່ນບຸກຄົນຜູ້ທີ່ຖືກນໍາມາດໍາເນີນຄະດີໂດຍຄໍາສັ່ງ ເປີດການສືບສວນ-ສອບສວນຂອງເຈົ້າໜ້າທີ່ສືບສວນ-ສອບສວນຫຼື ໄອຍະການປະຊາຊົນເວັ້ນເສຍແຕ່ໃນກໍລະນີມີການສັ່ງຟ້ອງຂຶ້ນສານ ໂດຍກົງ. ຜູ້ຖືກຫາທີ່ຖືກສັ່ງຟ້ອງຂຶ້ນສານປະຊາຊົນແລ້ວເອີ້ນວ່າຈໍາ ເລີຍ. ຈໍາເລີຍທີ່ຖືກສານປະຊາຊົນຕັດສິນລົງໂທດແລ້ວເອີ້ນວ່ານັກ ໂທດ.

ສິດຂອງຜູ້ຖືກຫາຫຼືຈໍາເລີຍມີດັ່ງນີ້: ໜຶ່ງ.ຮັບຊາບແລະແກ້ຂໍ້ກ່າວຫາ; ສອງ.ສະເໜີຫຼັກຖານ. ສາມ.ຍື່ນຄໍາຮ້ອງຂໍ. ສີ່.ຂໍເບິ່ງເອກະສານຢູ່ໃນສໍານວນຄະດີ,ອັດສໍາເນົາຫຼືກ່າຍ ເອົາເນື້ອໃນທີ່ຈໍາເປັນອອກຈາກສໍານວນຄະດີຫຼັງຈາກການສືບສວນ -ສອບສວນໄດ້ສໍາເລັດແລ້ວ. ຫ້າ.ເອົາແລະພົບທະນາຍຄວາມຫຼືຜູ້ປົກປ້ອງອື່ນໃນການຕໍ່ສູ້ ຄະດີ. ຫົກ.ເຂົ້າຮ່ວມໃນການໄຕ່ສວນຄະດີຢູ່ທີ່ປະຊຸມສານ. ເຈັດ.ສະເໜີຄ້ານຕົວຜູ້ພິພາກສາ,ໄອຍະການປະຊາຊົນ,ພະ ນັກງານສອບສວນ,ເຈົ້າໜ້າທີ່ສືບສວນ-ສອບສວນ,ຜູ້ຊ່ຽວຊານຫຼືຜູ້ ແປພາສາ. ແປດ.ຮ້ອງທຸກຕໍ່ການກະທໍາຫຼືຄໍາສັ່ງຂອງເຈົ້າໜ້າທີ່ສືບສວນ -ສອບສວນ,ພະນັກງານສອບສວນ,ໄອຍະການປະຊາຊົນຫຼືສານປະ ຊາຊົນທີ່ຕົນເຫັນວ່າບໍ່ຖືກຕ້ອງ. ເກົ້າ.ອອກຄໍາເຫັນເປັນຜູ້ສຸດທ້າຍໃນທີ່ປະຊຸມສານ. ສິບ.ຂໍອຸທອນ,ຂໍລົບລ້າງຄໍາສັ່ງຂອງເຈົ້າໜ້າທີ່ສືບສວນ-ສອບ ສວນ,ພະນັກງານສອບສວນ,ໄອຍະການປະຊາຊົນຫຼືຄໍາສັ່ງ,ຄໍາຊີ້ ຂາດ,ຄໍາຕັດສິນຂອງສານປະຊາຊົນ.

ພັນທະຂອງຜູ້ຖືກຫາຫຼືຈໍາເລີຍມີດັ່ງນີ້: ໜຶ່ງ.ເຂົ້າມາສະເໜີຕົວຕາມຄໍາສັ່ງ,ໝາຍຮຽກຂອງເຈົ້າ ໜ້າທີ່ສືບສວນ-ສອບສວນ,ພະນັກງານສອບສວນ,ໄອຍະການປະຊາ ຊົນຫຼືສານປະຊາຊົນ. ສອງ.ໃຫ້ການຫຼືໃຫ້ຄໍາອະທິບາຍຕໍ່ຂໍ້ກ່າວຫາ. ສາມ.ປະຕິບັດຕາມລະບຽບແລະຄໍາສັ່ງຂອງສານປະຊາຊົນ ໃນທີ່ປະຊຸມສານ.

....ມາດຕາຊາວເກົ້າ:ຜູ້ຖືກເສຍຫາຍ

ມາດຕາຊາວເກົ້າ:ຜູ້ຖືກເສຍຫາຍ ຜູ້ຖືກເສຍຫາຍແມ່ນບຸກຄົນຜູ້ທີ່ໄດ້ຮັບຄວາມເສຍຫາຍທາງ ດ້ານສຸຂະພາບຫຼືຊີວິດ,ວັດຖຸຫຼືຈິດໃຈຍ້ອນການກະທໍາຜິດຂອງບຸກຄົນ ອື່ນ. ສິດຂອງຜູ້ຖືກເສຍຫາຍມີດັ່ງນີ້: ໜຶ່ງ.ໃຫ້ການກ່ຽວກັບຄະດີ. ສອງ.ສະເໜີຫຼັກຖານ. ສາມ.ຍື່ນຄໍາຮ້ອງຂໍ. ສີ່.ໄດ້ຮັບການທົດແທນຄ່າເສຍຫາຍ. ຫ້າ.ຂໍເບິ່ງເອກະສານຢູ່ໃນສໍານວນຄະດີ,ອັດສໍາເນົາຫຼືກ່າຍ ເອົາເນື້ອໃນທີ່ຈໍາເປັນອອກຈາກສໍານວນຄະດີຫຼັງຈາກການສືບສວນ -ສອບສວນໄດ້ສໍາເລັດແລ້ວ. ຫົກ.ເຂົ້າຮ່ວມການໄຕ່ສວນຄະດີໃນທີ່ປະຊຸມສານ. ເຈັດ.ສະເໜີຄ້ານຕົວຜູ້ພິພາກສາ,ໄອຍະການປະຊາຊົນ,ພະ ນັກງານສອບສວນ,ເຈົ້າໜ້າທີ່ສືບສວນ-ສອບສວນ,ຜູ້ຊ່ຽວຊານແລະ ຜູ້ແປພາສາ. ແປດ.ຮ້ອງທຸກຕໍ່ການກະທໍາຫຼືຄໍາສັ່ງຂອງເຈົ້າໜ້າທີ່ສືບສອບ -ສອບສວນ,ພະນັກງານສຶບສວນ,ໄອຍະການປະຊາຊົນຫຼືສານປະ ຊາຊົນທີ່ຕົນເຫັນວ່າບໍ່ຖືກຕ້ອງ. ເກົ້າ.ຂໍອຸທອນ,ຂໍລົບລ້າງຄໍາສັ່ງຂອງເຈົ້າໜ້າທີ່ສືບສວນ- ສອບສວນ,ພະນັກງານສອບສວນ,ໄອຍະການປະຊາຊົນຫຼືຄໍາສັ່ງ, ຄໍາຊີ້ຂາດ,ຄໍາຕັດສິນຂອງສານປະຊາຊົນ. ສິບ.ຕົກລົງໄກ້ເກ່ຍກັບຜູ້ຖືກຫາຫຼືຈໍາເລີຍໃນຄະດີທີ່ການກະ ທໍາຜິດບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ. ສິບເອັດ.ເອົາແລະພົບທະນາຍຄວາມຫຼືຜູ້ປົກປ້ອງອື່ນໃນການ ຕໍ່ສູ້ຄະດີ. ສິບສອງ.ຖອນຄໍາຮ້ອງຟ້ອງ.

ໃນກໍລະນີທີ່ຜູ້ຖືກເສຍຫາຍຫາກໄດ້ເສຍຊີວິດ,ຍາດຕິພີ່ນ້ອງ ທີ່ໃກ້ຊິດຂອງຜູ້ກ່ຽວຈະເປັນຜູ້ໃຊ້ສິດຕາມທີ່ໄດ້ກໍານົດໄວ້ໃນມາດ ຕານີ້. ພັນທະຂອງຜູ້ຖືກເສຍຫາຍມີດັ່ງນີ້: ໜຶ່ງ.ເຂົ້າມາສະເໜີຕົວຕາມຄໍາສັ່ງ,ໝາຍຮຽກຂອງເຈົ້າ ໜ້າທີ່ສືບສວນ-ສອບສວນ,ພະນັກງານສອບສວນ,ໄອຍະການປະຊາ ຊົນຫຼືສານປະຊາຊົນ. ສອງ.ຮັບຜິດຊອບຕໍ່ການປະຕິເສດບໍ່ຍອມໃຫ້ການຫຼືຕໍ່ຄໍາໃຫ້ ການເທັດຂອງຕົນ.

....ມາດຕາສາມສິບ:ໂຈດທາງແພ່ງ

ມາດຕາສາມສິບ:ໂຈດທາງແພ່ງ ໂຈດທາງແພ່ງແມ່ນບຸກຄົນທີ່ໄດ້ທໍາການຮ້ອງຟ້ອງທາງແພ່ງຕໍ່ຜູ້ຖືກຫາຫຼືນໍາເລີຍຫຼືຕໍ່ຜູ້ຮັບຜິດຊອບທາງແພ່ງເພື່ອໃຫ້ໃຊ້ແທນຄ່າເສຍຫາຍແກ່ຕົນ. ໂຈດທາງແພ່ງມີສິດແລະພັນທະດັ່ງດຽວກັນກັບຜູ້ເສຍຫາຍຊຶ່ງໄດ້ກໍານົດໄວ້ໃນມາດຕາຊາວເກົ້າຂອງກົດໝາຍສະບັບນີ້.

....ມາດຕາສາມສິບເອັດ:ຜູ້ຮັບຜິດຊອບທາງແພ່ງ

ມາດຕາສາມສິບເອັດ:ຜູ້ຮັບຜິດຊອບທາງແພ່ງ ຜູ້ຮັບຜິດຊອບທາງແພ່ງແມ່ນບຸກຄົນຫຼືການຈັດຕັ້ງທີ່ມີພັນທະໃຊ້ແທນຄ່າເສຍຫາຍທາງແພ່ງທີ່ເນື່ອງມາຈາກການກະທໍາຜິດຂອງຜູ້ຖືກຫາຫຼືຈໍາເລີຍທີ່ຢູ່ໃນການຄຸ້ມຄອງຂອງຕົນ. ຜູ້ຮັບຜິດຊອບທາງແພ່ງອາດຈະແມ່ນພໍ່ແມ່,ພໍ່ລ້ຽງແມ່ລ້ຽງ,ຜູ້ປົກຄອງ,ຜູ້ໃຊ້ວຽກ,ຜູ້ຄຸ້ມຄອງ,ການຈັດຕັ້ງຫຼືວິສາຫະກິດ.

ສິດຂອງຜູ້ຮັບຜິດຊອບທາງແພ່ງມີດັ່ງນີ້: ໜຶ່ງ.ແກ້ຄໍາຮ້ອງຟ້ອງ. ສອງ.ໃຫ້ຄໍາອະທິບາຍຕໍ່ຄໍາຮ້ອງຟ້ອງ. ສາມ.ສະເໜີຫຼັກຖານ. ສີ່.ຍື່ນຄໍາຮ້ອງຂໍ. ຫ້າ.ຂໍເບິ່ງເອກະສານຢູ່ໃນສໍານວນຄະດີ,ອັດສໍາເນົາຫຼືກ່າຍເອົາເນື້ອໃນທີ່ຈໍາເປັນອອກຈາກສໍານວນຄະດີຫຼັງຈາກການສືບສວນ-ສອບສວນໄດ້ສໍາເລັດແລ້ວ. ຫົກ.ເຂົ້າຮ່ວມການໄຕ່ສວນຄະດີໃນທີ່ປະຊຸມສານ. ເຈັດ.ສະເໜີຄ້ານຕົວຜູ້ພິພາກສາ,ໄອຍະການປະຊາຊົນ,ພະນັກງານສອບສວນ,ເຈົ້າໜ້າທີ່ສືບສວນ-ສອບສວນ,ຜູ້ຊ່ຽວຊານແລະຜູ້ແປພາສາ. ແປດ.ຮ້ອງທຸກຕໍ່ການກະທໍາຫຼືຄໍາສັ່ງຂອງເຈົ້າໜ້າທີ່ສືບສວນ-ສອບສວນ,ພະນັກງານສອບສວນ,ໄອຍະການປະຊາຊົນຫຼືສານປະຊາຊົນທີ່ຕົນເຫັນວ່າບໍ່ຖືກຕ້ອງ. ເກົ້າ.ຂໍອຸທອນ,ຂໍລົບລ້າງຄໍາສັ່ງຂອງເຈົ້າໜ້າທີ່ສືບສວນ-ສອບສວນ,ພະນັກງານສອບສວນ,ໄອຍະການປະຊາຊົນຫຼືຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຂອງສານປະຊາຊົນ. ສິບ.ເອົາທະນາຍຄວາມຫຼືຜູ້ປົກປ້ອງອື່ນໃນການຕໍ່ສູ້ຄະດີ.

ຜູ້ຮັບຜິດຊອບທາງແພ່ງມີພັນທະດັ່ງດຽວກັນກັບຜູ້ຖືກເສຍຫາຍຊຶ່ງໄດ້ກໍານົດໄວ້ໃນມາດຕາຊາວເກົ້າຂອງກົດໝາຍສະບັບນີ້. ....ມາດຕາສາມສິບສອງ:ພະຍານ.

ມາດຕາສາມສິບສອງ:ພະຍານ. ພະຍານແມ່ນບຸກຄົນຜູ້ທີ່ໄດ້ຮູ້ເຫັນເຫດການຂອງການກະທໍາ ຜິດຫຼືສະພາບຂອງຄະດີ. ຄົນຫູໜວກ,ປາກືກ,ຄົນປັນຍາອ່ອນເສຍຈິດ,ເດັກທີ່ຍັງບໍ່ທັນ ເຖິງກະສຽນອາຍຸສິບແປດປີ,ຍາດຕິພີ່ນ້ອງຂອງຄູ່ຄວາມອາດຈະນໍາ ມາໃຫ້ການເພື່ອຊອກຫາຂໍ້ມູນແຕ່ບໍ່ໃຫ້ຖືວ່າເປັນພະຍານ. ສິດຂອງພະຍານມີດັ່ງນີ້: ໜຶ່ງ.ໃຫ້ການ. ສອງ.ເບິ່ງບົດບັນທຶກຄໍາໃຫ້ການຂອງຕົນໃນຂັ້ນສືບສວນ-ສອບ ສວນ. ສາມ.ສະເໜີດັດແປງຫຼືເພີ່ມເຕີມບົດບັນທຶກຄໍາໃຫ້ການຂອງຕົນ. ສີ່.ຮ້ອງທຸກຕໍ່ການກະທໍາຫຼືຄໍາສັ່ງຂອງເຈົ້າໜ້າທີ່ສືບສວນ-ສອບ ສວນ,ພະນັກງານສອບສວນ,ໄອຍະການປະຊາຊົນຫຼືສານປະຊາຊົນທີ່ ຕົນເຫັນວ່າບໍ່ຖືກຕ້ອງ. ຫ້າ.ໄດ້ຮັບການປົກປ້ອງຕາມລະບຽບກົດໝາຍຈາກການຂົ່ມ ຂູ່ຕໍ່ຊີວິດ,ສຸຂະພາບຫຼືຊັບສິນຍ້ອນການໃຫ້ການຂອງຕົນ. ພະຍານມີພັນທະດັ່ງດຽວກັນກັບຜູ້ຖືກເສຍຫາຍຊຶ່ງໄດ້ກໍານົດ ໄວ້ໃນມາດຕາຊາວເກົ້າຂອງກົດໝາຍສະບັບນີ້. ....ມາດຕາສາມສິບສາມ:ຜູ້ຊ່ຽວຊານ.

ມາດຕາສາມສິບສາມ:ຜູ້ຊ່ຽວຊານ. ຜູ້ຊ່ຽວຊານແມ່ນບຸກຄົນທີ່ມີຄວາມຮູ້ແລະປະສົບການທາງ ດ້ານວິຊາສະເພາະໃດໜຶ່ງທີ່ຖືກຮັບຮູ້ຈາກສະຖາບັນທີ່ກ່ຽວຂ້ອງຊຶ່ງ ສາມາດໃຫ້ຄວາມກະຈ່າງແຈ້ງຕໍ່ບັນຫາທີ່ພົວພັນກັບວິຊາສະເພາະ ຂອງຕົນ. ໃນການພິສູດຫຼັກຖານເຈົ້າໜ້າທີ່ສືບສວນສອບສວນ,ພະນັກ ງານສອບສວນ,ໄອຍະການປະຊາຊົນຫຼືສານປະຊາຊົນຕ້ອງອອກຄໍາ ສັ່ງແຕ່ງຕັ້ງຜູ້ຊ່ຽວຊານ. ຜູ້ຊ່ຽວຊານຕ້ອງດໍາເນີນການພິສູດຫຼັກຖານຢູ່ໃນຂອບເຂດ ແລະກໍານົດເວລາທີ່ໄດ້ບົ່ງໄວ້ໃນຄໍາສັ່ງແຕ່ງຕັ້ງ. ຜູ້ຊ່ຽວຊານໃຫ້ຄໍາເຫັນໃນນາມຂອງຕົນແລະຮັບຜິດຊອບຕໍ່ຄໍາ ເຫັນດັ່ງກ່າວພ້ອມທັງຮັກສາຄວາມລັບໃນຄະດີ.

....ມາດຕາສາມສິບສີ່:ຜູ້ແປພາສາ.

ມາດຕາສາມສິບສີ່:ຜູ້ແປພາສາ. ຜູ້ແປພາສາແມ່ນບຸກຄົນທີ່ມີຄວາມຮູ້,ຄວາມສາມາດຫຼືປະສົບການໃນການແປພາສາໃດໜຶ່ງຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີທີ່ບໍ່ຮູ້ພາສາລາວ. ຜູ້ແປພາສາຕ້ອງຮັບຜິດຊອບຕໍ່ການແປຂອງຕົນແລະມີພັນທະໃນການຮັກສາຄວາມລັບໃນຄະດີ.

....ມາດຕາສາມສິບຫ້າ:ທະນາຍຄວາມຫຼືຜູ້ປົກປ້ອງອື່ນ

ມາດຕາສາມສິບຫ້າ:ທະນາຍຄວາມຫຼືຜູ້ປົກປ້ອງອື່ນ ຜູ້ປົກປ້ອງແມ່ນບຸກຄົນທີ່ເຂົ້າຮ່ວມໃນການດໍາເນີນຄະດີເພື່ອ ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ຖືກຫາຫຼືຈໍາເລີຍ, ຜູ້ຖືກເສຍຫາຍ,ໂຈດທາງແພ່ງຫຼືຜູ້ຮັບຜິດຊອບທາງແພ່ງ. ຜູ້ປົກປ້ອງອາດຈະແມ່ນທະນາຍຄວາມ,ຜູ້ຕາງໜ້າຂອງອົງ ການຈັດຕັ້ງ,ຜົວຫຼືເມຍ,ພໍ່ແມ່,ຜູ້ປົກຄອງຫຼືຍາດຕິພີ່ນ້ອງທີ່ໃກ້ຊິດ. ໃນກໍລະນີທີ່ຜູ້ຖືກຫາຫຼືຈໍາເລີຍຫາກແມ່ນເດັກທີ່ຍັງບໍ່ທັນເຖິງ ກະສຽນອາຍຸສິບແປດປີ,ຄົນຫູໜວກ,ປາກກືກ,ຄົນປັນຍາອ່ອນເສຍ ຈິດ,ຜູ້ທີ່ບໍ່ຮູ້ພາສາລາວແລະຜູ້ທີ່ກົດໝາຍກໍານົດໂທດປະຫານຊີວິດ ນັ້ນຈໍາເປັນຕ້ອງມີຜູ້ປົກປ້ອງ.ຖ້າວ່າຜູ້ຖືກຫາຫຼືຈໍາເລີຍຫາກບໍ່ມີຜູ້ປົກ ປ້ອງແລ້ວສານປະຊາຊົນຈະເປັນຜູ້ແຕ່ງຕັ້ງທະນາຍຄວາມໃຫ້ໂດຍ ໜ້າທີ່. ທະນາຍຄວາມຫຼືຜູ້ປົກປ້ອງອື່ນສາມາດເຂົ້າຮ່ວມໃນການດໍາ ເນີນຄະດີນັບແຕ່ໄດ້ມີຄໍາສັ່ງເປີດການສືບສວນ-ສອບສວນເປັນຕົ້ນ ໄປ.

ສິດຂອງທະນາຍຄວາມຫຼືຜູ້ປົກປ້ອງອື່ນມີດັ່ງນີ້: ໜຶ່ງ.ພົບກັບຜູ້ຖືກຫາຫຼືຈໍາເລີຍ. ສອງ.ຂໍເບິ່ງເອກະສານຢູ່ໃນສໍານວນຄະດີຫຼັງຈາກການສືບ ສວນ-ສອບສວນໄດ້ສໍາເລັດແລ້ວ. ສາມ.ສະເໜີຫຼັກຖານ. ສີ່.ຍື່ນຄໍາຮ້ອງຂໍ. ຫ້າ.ເຂົ້າຮ່ວມການໄຕ່ສວນຄະດີໃນທີ່ປະຊຸມສານແລະໃຫ້ຄໍາ ເຫັນ. ຫົກ.ສະເໜີຄ້ານຕົວຜູ້ພິພາກສາ,ໄອຍະການປະຊາຊົນ,ພະນັກ ງານສອບສວນ,ເຈົ້າໜ້າທີ່ສືບສວນ-ສອບສວນ,ຜູ້ຊ່ຽວຊານຫຼືຜູ້ແປ ພາສາ. ເຈັດ:ຮ້ອງທຸກຕໍ່ການກະທໍາຫຼືຄໍາສັ່ງຂອງເຈົ້າໜ້າທີ່ສືບສວນ- ສອບສວນ,ພະນັກງານສອບສວນ,ໄອຍະການປະຊາຊົນແລະສານປະ ຊາຊົນທີ່ຕົນເຫັນວ່າບໍ່ຖືກຕ້ອງ. ແປດ:ຂໍອຸທອນ,ຂໍລົບລ້າງຄໍາສັ່ງຂອງເຈົ້າໜ້າທີ່ສືບສວນ- ສອບສວນ,ພະນັກງານສອບສວນ,ໄອຍະການປະຊາຊົນຫຼືຄໍາສັ່ງ,ຄໍາ ຊີ້ຂາດ,ຄໍາຕັດສິນຂອງສານປະຊາຊົນ. ເກົ້າ.ໄດ້ຮັບການປົກປ້ອງຕາມລະບຽບກົດໝາຍຈາກການ ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ອິດສະລະພາບຫຼືຊັບສິນຍ້ອນການຕໍ່ສູ້ຄະດີ ໃຫ້ລູກຄວາມຂອງຕົນ.

ພັນທະຂອງທະນາຍຄວາມຫຼືຜູ້ປົກປ້ອງອື່ນມີດັ່ງນີ້: ໜຶ່ງ:ນໍາໃຊ້ທຸກວິທີການປົກປ້ອງທີ່ໄດ້ກໍານົດໄວ້ໃນກົດໝາຍ ເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ທີ່ຕົນປົກປ້ອງ. ສອງ:ໃຫ້ຄວາມຊ່ວຍເຫຼືອທາງດ້ານກົດໝາຍແກ່ຜູ້ທີ່ຕົນປົກ ປ້ອງ. ສາມ:ປະຕິບັດຈັນຍາບັນຂອງຕົນແລະປະກອບສ່ວນຊອກຫາ ຫຼັກຖານເພື່ອເຮັດໃຫ້ການດໍາເນີນຄະດີຖືກຕ້ອງແລະຍຸຕິທໍາ. ນອກຈາກນີ້ທະນາຍຄວາມຍັງຕ້ອງປະຕິບັດສິດແລະພັນທະ ອື່ນຂອງຕົນຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະຂອງສະ ພາທະນາຍຄວາມ.

..ພາກທີ4ການສືບສວນ-ສອບສວນຄະດີອາຍາ


...ໝວດທີ1ການເປີດການສືບສວນ-ສອບສວນ


....ມາດຕາສາມສິບຫົກ:ສາເຫດຂອງການເປີດການສືບສວນ-ສອບສວນ

ມາດຕາສາມສິບຫົກ:ສາເຫດຂອງການເປີດການສືບສວນ-ສອບສວນ ສາເຫດຂອງການເປີດການສືບສວນ-ສອບສວນຄະດີອາຍາມີ ດັ່ງນີ້: ໜຶ່ງ:ມີຄໍາຮ້ອງຟ້ອງຫຼືການແຈ່ງຄວາມຂອງບຸກຄົນຫຼືການຈັດ ຕັ້ງກ່ຽວກັບການກະທໍາຜິດ.ຄໍາຮ້ອງຟ້ອງຫຼືການແຈ້ງຄວາມນັ້ນໃຫ້ຍື່ນ ຫຼືແຈ້ງຕໍ່ເຈົ້າໜ້າທີ່ສືບສວນ-ສອບສວນຫຼືໄອຍະການປະຊາຊົນ. ສອງ:ມີການເຂົ້າມອບຕົວຂອງຜູ້ກະທໍາຜິດ. ສາມ:ພົບເຫັນຮ່ອງຮອຍຂອງການກະທໍາຜິດໂດຍອົງການສືບ ສວນ-ສອບສວນຫຼືໄອຍະການຊະຊາຊົນ.ໃນເວລາຄົ້ນຄວ້າ,ພິຈາລະ ນາຄະດີຖ້າຫາກສານປະຊາຊົນພົບເຫັນຫຼັກຖານໃນການກະທໍາຜິດອັນ ໃໝ່ກໍ່ມີສິດສະເໜີໃຫ້ເປີດການສືບສວນ-ສອບສວນຄະດີດັ່ງກ່າວ. ການສືບສວນ-ສອບສວນຄະດີອາຍາຈະເປີດໄດ້ກໍ່ຕໍ່ເມື່ອຫາກ ມີຂໍ້ມູນທີ່ໜັກແໜ້ນຊຶ່ງຊີ້ໃຫ້ເຫັນອົງປະກອບຂອງການກະທໍາຜິດເທົ່າ ນັ້ນ.

....ມາດຕາສາມສິບເຈັດ:ຄໍາສັ່ງເປີດການສືບສວນ-ສອບສວນ

ມາດຕາສາມສິບເຈັດ:ຄໍາສັ່ງເປີດການສືບສວນ-ສອບສວນ ໃນກໍລະນີທີ່ມີຂໍ້ມູນໜັກແໜ້ນກ່ຽວກັບການກະທໍາຜິດຫົວໜ້າ ອົງການສືບສວນ-ສອບສວນ,ໄອຍະການປະຊາຊົນຕ້ອງອອກຄໍາສັ່ງ ເປີດການສືບສວນ-ສອບສວນໃນຂອບເຂດສິດອໍານາດຂອງຕົນ.ເນື້ອ ໃນຂອງຄໍາສັ່ງນັ້ນຕ້ອງບອກວັນ,ເວລາແລະສະຖານທີ່ອອກຄໍາສັ່ງ, ຊື່ແລະນາມສະກຸນ,ໜ້າທີ່ຕໍາແໜ່ງຂອງຜູ້ອອກຄໍາສັ່ງແລະພະນັກ ງານສືບສວນ-ສອບສວນຂໍ້ມູນໃນການເປີດການສືບສວນ-ສອບສວນ, ສະຖານການກະທໍາຜິດແລະມາດຕາທີ່ກ່ຽວຂ້ອງຂອງກົດໝາຍອາ ຍາ. ໃນກໍລະນີທີ່ຫົວໜ້າອົງການສືບສວນ-ສອບສວນເປັນຜູ້ອອກ ຄໍາສັ່ງເປີດການສືບສວນ-ສອບສວນຕ້ອງລາຍງານໃຫ້ໄອຍະການ ປະຊາຊົນຊາບໃນທັນໃດ. ໃນກໍລະນີທີ່ບໍ່ມີຂໍ້ມູນໜັກແໜ້ນໃຫ້ແກ່ການເປີດການສືບສວນ- ສອບສວນຫຼືມີສາເຫດທີ່ພາໃຫ້ການດໍາເນີນຄະດີອາຍາຕົກໄປນັ້ນຫົວ ໜ້າອົງການສືບສວນ-ສອບສວນ,ໄອຍະການປະຊາຊົນຕ້ອງອອກ ຄໍາສັ່ງບໍ່ເປີດການສືບສວນ-ສອບສວນພ້ອມທັງແຈ້ງຄໍາສັ່ງດັ່ງກ່າວ ໃຫ້ບຸກຄົນຫຼືການຈັດຕັ້ງທີ່ໄດ້ຮ້ອງຟ້ອງຫຼືແຈ້ງຄວາມນັ້ນຊາບ. ຄໍາສັ່ງບໍ່ເປີດການສືບສວນ-ສອບສວນຂອງຫົວໜ້າອົງການ ສືບສວນ-ສອບສວນນັ້ນຄູ່ຄວາມຝ່າຍໂຈດແລະຈໍາເລີຍສາມາດ ຂໍອຸທອນຕໍ່ໄອຍະການປະຊາຊົນ.ຄໍາສັ່ງບໍ່ເປີດການສືບສວນ-ສອບ ສວນຂອງໄອຍະການປະຊາຊົນນັ້ນຄູ່ຄວາມຝ່າຍໂຈດແລະຈໍາເລີຍ ສາມາດຂໍອຸທອນຕໍ່ໄອຍະການປະຊາຊົນຂັ້ນເທິງຖັດນັ້ນໄດ້ພາຍໃນ ກໍານົດເຈັດວັນນັບແຕ່ມື້ຮັບຊາບຄໍາສັ່ງນັ້ນເປັນຕົ້ນໄປ.


....ມາດຕາສາມສິບແປດ:ການຕິດຕາມກວດກາໄອຍະການປະຊາຊົນໃນການເປີດການສືບສວນ-ສອບສວນ.

ມາດຕາສາມສິບແປດ:ການຕິດຕາມກວດກາໄອຍະການປະຊາຊົນ ໃນການເປີດການສືບສວນ-ສອບສວນ. ໄອຍະການປະຊາຊົນມີໜ້າທີ່ຕິດຕາມກວດກາການປະຕິບັດ ກົດໝາຍໃນການເປີດການສືບສວນ-ສອບສວນ. ໃນກໍລະນີທີ່ຫົວໜ້າອົງການສືບສວນ-ສອບສວນຫາກໄດ້ອອກ ຄໍາສັ່ງເປີດການສືບສວນ-ສອບສວນໂດຍບໍ່ມີຂໍ້ມູນໜັກແໜ້ນທາງດ້ານ ກົດໝາຍຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບເຈັດຂອງກົດໝາຍ ສະບັບນີ້ແລ້ວໄອຍະການປະຊາຊົນຕ້ອງອອກຄໍາສັ່ງລົບລ້າງແລ້ວອອກ ຄໍາສັ່ງໃຫ້ຊັດມ້ຽນຄະດີ. ໃນກໍລະນີທີ່ຫົວໜ້າອົງການສືບສວນ-ສອບສວນຫາກອອກຄໍາ ສັ່ງບໍ່ເປີດການສືບສວນ-ສອບສວນໂດຍບໍມີເຫດຜົນພຽງພໍໄອຍະ ການປະຊາຊົນຕ້ອງອອກຄໍາສັ່ງລົບລ້າງຄໍາສັ່ງບໍ່ເປີດການສືບສວນ- ສອບສວນນັ້ນແລ້ວອອກຄໍາສັ່ງເປີດການສືບສວນ-ສອບສວນດ້ວຍ ຕົນເອງ.

...ໝວດທີ2ການສືບສວນ-ສອບສວນ


....ມາດຕາສາມສິບເກົ້າ:ການເຄື່ອນໄຫວຂອງເຈົ້າໜ້າທີ່ສືບສວນ-ສອບສວນ.

ມາດຕາສາມສິບເກົ້າ:ການເຄື່ອນໄຫວຂອງເຈົ້າໜ້າທີ່ສືບສວນ- ສອບສວນ. ເມື່ອໄດ້ຮັບແຈ້ງຄວາມຢ່າງໜັກແໜ້ນກ່ຽວກັບການກະທໍາ ຜິດຫຼືພົບຮ່ອງຮອຍຂອງການກະທໍາຜິດແລ້ວເຈົ້າໜ້າທີ່ສືບສວນ-ສອບສວນຕ້ອງລາຍງານໃຫ້ໄອຍະການປະຊາຊົນຊາບພາຍໃນກໍາ ນົດຊາວສີ່ຊົ່ວໂມງ. ຖ້າຫາກເຫັນວ່າເປັນຄະດີສໍາຄັນຕ້ອງລາຍງານໃນທັນໃດ. ໃນກໍລະນີທີ່ມີຄວາມຈໍາເປັນຮີບດ່ວນຕ້ອງໄດ້ດໍາເນີນການສືບ ສວນ-ສອບສວນນັ້ນຫົວໜ້າອົງການສືບສວນ-ສອບສວນຕ້ອງອອກ ຄໍາສັ່ງເປີດການສືບສວນ-ສອບສວນຕາມມາດຕາສາມສິບເຈັດຂອງກົດໝາຍສະບັບນີ້.ພ້ອມ ດຽວກັນນັ້ນເຈົ້າໜ້າທີ່ສືບສວນ,ສອບສວນຕ້ອງນໍາໃຊ້ມາດຕະການ ສືບສວນ-ສອບສວນແລະມາດຕະການສະກັດກັ້ນທີ່ໄດ້ກໍານົດໄວ້ ໃນກົດໝາຍ. ເມື່ອການສືບສວນ-ສອບສວນໄດ້ສິ່ນສຸດແລ້ວຖ້າຫາກເຫັນ ວ່າບໍ່ມີຫຼັກຖານໜັກແໜ້ນຫຼືມີສາເຫດອື່ນທີ່ໄດ້ກໍານົດໄວ້ໃນກົດໝາຍ ຊຶ່ງພາໃຫ້ມີການຊັດມ້ຽນຫຼືໂຈະການດໍາເນີນຄະດີນັ້ນຫົວໜ້າອົງການ ສືບສວນ-ສອບສວນຕ້ອງອອກຄໍາສັ່ງຊັດມ້ຽນຄະດີຫຼືໂຈະການດໍາ ເນີນຄະດີແລ້ວລາຍງານໃຫ້ໄອຍະການປະຊາຊົນຊາບ. ຖ້າຫາກເຫັນວ່າມີຫຼັກຖານໜັກແໜ້ນວ່າຜູ້ຖືກຫາໄດ້ກະທໍາ ຜິດແລ້ວເຈົ້າໜ້າທີ່ສືບສວນ-ສອບສວນຕ້ອງສົ່ງບົດສະຫຼຸບການສືບ ສວນ-ສອບສວນພ້ອມດ້ວຍສໍານວນຄະດີແລະຂອງກາງໃຫ້ໄອຍະ ການປະຊາຊົນ.

....ມາດຕາສີ່ສິບ:ການສັ່ງຟ້ອງຂຶ້ນສານໂດຍກົງ

ມາດຕາສີ່ສິບ:ການສັ່ງຟ້ອງຂຶ້ນສານໂດຍກົງ ໃນການກະທໍາຜິດສະຖານລະຫຸໂທດຫຼືໂທສານຸໂທດທີ່ກົດໝາຍ ກໍານົດໂທດຕັດອິດສະລະພາບສູງສຸດບໍ່ເກີນສາມປີນັ້ນຖ້າຫາກມີຫຼັກ ຖານຄົບຖ້ວນແລ້ວເຈົ້າໜ້າທີ່ສືບສວນ-ສອບສວນຫຼືພະນັກງານສອບ ສວນຈະສົ່ງສໍານວນຄະດີພ້ອມດ້ວຍຂອງກາງແລະຜູ້ຕ້ອງຫາໃຫ້ໄອ ຍະການປະຊາຊົນເພື່ອທໍາການສັ່ງຟ້ອງຂຶ້ນສານໂດຍກົງໂດຍບໍ່ຕ້ອງ ເປີດການສືບສວນ-ສອບສວນກໍ່ໄດ້.

....ມາດຕາສີ່ສິບເອັດ:ກໍານົດເວລາດໍາເນີນການສືບສວນ-ສອບສວນ

ມາດຕາສີ່ສິບເອັດ:ກໍານົດເວລາດໍາເນີນການສືບສວນ-ສອບສວນ ເຈົ້າໜ້າທີ່ສືບສວນ-ສອບສວນຕ້ອງດໍາເນີນການສືບສວນ- ສອບສວນ,ສະຫຼຸບການສືບສວນ-ສອບສວນແລະປະກອບສໍານວນ ຄະດີພ້ອມດ້ວຍຂອງກາງສົ່ງໃຫ້ໄອຍະການປະຊາຊົນພາຍໃນກໍາ ນົດຫົກສິບວັນຢ່າງຊ້ານັບແຕ່ວັນອອກຄໍາສັ່ງເປີດການສືບສວນ- ສອບສວນເປັນຕົ້ນໄປ. ຖ້າວ່າມີຂໍ້ມູນ,ຮ່ອງຮອຍໜັກແໜ້ນແຕ່ການສືບສວນ-ສອບ ສວນບໍ່ທັນສິ່ນສຸດແລະມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ນັ້ນໄອຍະການ ປະຊາຊົນອາດຈະຕໍ່ກໍານົດເວລາການສືບສວນ-ສອບສວນໃຫ້ຕື່ມ ອີກເທື່ອລະສອງເດືອນກໍ່ໄດ້ຕາມການຮ້ອງຂໍຂອງອົງການສືບສວນ- ສອບສວນ. ໃນກໍລະນີທີ່ມີການສົ່ງສໍານວນຄະດີຄືນໃຫ້ອົງການສືບສວນ- ສອບສວນດໍາເນີນການສືບສວນ-ສອບສວນເພີ່ມເຕີມນັ້ນກໍານົດເວ ລາການສືບສວນ-ສອບສວນເພີ່ມເຕີມແມ່ນບໍ່ໃຫ້ເກີນຫົກສິບວັນນັບ ແຕ່ວັນອົງການສືບສວນ-ສອບສວນໄດ້ຮັບສໍານວນຄະດີເປັນຕົ້ນໄປ. ໃນກໍລະນີທີ່ມີການສືບສວນ-ສອບສວນຄືນຄະດີທີ່ຖືກໂຈະຫຼືຊັດ ມ້ຽນໄວ້ນັ້ນການສືບສວນ-ສອບສວນໃຫ້ປະຕິບັດຕາມກໍານົດເວ ລາທີ່ໄດ້ກ່າວໄວ້ໃນວັກໜຶ່ງແລະວັກສອງຂອງມາດຕານີ້ນັບແຕ່ວັນ ອອກຄໍາສັ່ງໃຫ້ສືບສວວນ-ສອບສວນຄະດີຄືນເປັນຕົ້ນໄປ. ໃນການອະນຸຍາດຫຼືບໍ່ອະນຸຍາດໃຫ້ຕໍ່ກໍານົດເວລາການສືບ ສວນ-ສອບສວນນັ້ນໄອຍະການປະຊາຊົນຕ້ອງອອກຄໍາສັ່ງເປັນລາຍ ລັກອັກສອນພ້ອມດ້ວຍເຫດຜົນພາຍໃນສີ່ສິບແປດຊົ່ວໂມງນັບແຕ່ວັນ ໄດ້ຮັບຄໍາຮ້ອງຂໍເປັນຕົ້ນໄປ.

...ໝວດທີ3ມາດຕະການສືບສວນສອບສວນ


....ມາດຕາສີ່ສິບສອງ:ປະເພດມາດຕະການສືບສວນ-ສອບສວນ

ມາດຕາສີ່ສິບສອງ:ປະເພດມາດຕະການສືບສວນ-ສອບສວນ ປະເພດມາດຕະການສືບສວນ-ສອບສວນມີດັ່ງນີ້: -ການເອົາຄໍາໃຫ້ການ; -ການສອບຖາມຊ້ອງໜ້າ; -ການຊັນນະສູດສະຖານທີ່ເກີດເຫດ; -ການຊັນນະສູ້ຊາກສົບ. -ການກວດຄົ້ນເຄຫະສະຖານ,ຍານພາຫະນະຫຼືຕົວບຸກຄົນ. -ການຢຶດແລະການອາຍັດຊັບ. -ການທົດສອບຂໍ້ມູນຄືນໃໝ່. -ການຊີ້ຕົວແລະການຢັ້ງຢືນ. ....ມາດຕາສີ່ສິບສາມ:ການເອົາຄໍາໃຫ້ການ

ມາດຕາສີ່ສິບສາມ:ການເອົາຄໍາໃຫ້ການ ການເອົາຄໍາໃຫ້ການຂອງຜູ້ຖືກຫາ: ເຈົ້າໜ້າທີ່ສືບສວນ-ສອບສວນ,ພະນັກງານສອບສວນຕ້ອງ ເອົາຄໍາໃຫ້ການຂອງຜູ້ຖືກຫາໃນທັນໃດພາຍຫຼັງທີ່ໄດ້ເປີດການສືບ ສວນ-ສອບສວນແລ້ວ,ຖ້າວ່າການເອົາຄໍາໃຫ້ການຫາກບໍ່ສາມາດ ຈະດໍາເນີນໄດ້ໃນທັນໃດກໍ່ຕ້ອງເຮັດບົດບັນທຶກພ້ອມດ້ວຍເຫດຜົນ. ໃນເບື້ອງຕົ້ນຂອງການເອົາຄໍາໃຫ້ການນັ້ນເຈົ້າໜ້າທີ່ສືບ ສວນ-ສອບສວນຫຼືພະນັກງານສອບສວນຕ້ອງແຈ້ງຂໍ້ກ່າວຫາພ້ອມ ທັງອະທິບາຍສິດແລະພັນທະຂອງຜູ້ຖືກຫາ.

ການເອົາຄໍາໃຫ້ການຂອງພະຍານ,ຜູ້ຖືກເສຍຫາຍ,ໂຈດ ທາງແພ່ງ,ຜູ້ຮັບຜິດຂອບທາງແພ່ງ: ເຈົ້າໜ້າທີ່ສືບສວນ-ສອບສວນ,ພະນັກງານສອບສວນຕ້ອງ ແຈ້ງສິດແລະພັນທະຂອງພວກກ່ຽວ,ເຕືອນໃຫ້ຮູຄວາມຮັບຜິດຊອບ ຕໍ່ຄໍາໃຫ້ການຂອງຕົນຫຼືຕໍ່ການປະຕິເສດບໍ່ຍອມໃຫ້ການ. ການເອົາຄໍາໃຫ້ການນັ້ນຕ້ອງດໍາເນີນຢູ່ຫ້ອງການຂອງເຈົ້າ ໜ້າທີ່ສືບສວນ-ສອບສວນຫຼືພະນັກງານສອບສວນແຕ່ຖ້າຫາກມີ ຄວາມຈໍາເປັນກໍອາດຈະດໍາເນີນຢູ່ບ່ອນອື່ນກໍ່ໄດ້. ໃນການເອົາຄໍາໃຫ້ການນັ້ນນອກຈາກເຈົ້າໜ້າທີ່ສືບສວນ- ສອບສວນຫຼືພະນັກງານສອບສວນແລ້ວຕ້ອງມີຜູ້ບັນທຶກເຈົ້າຮ່ວມ ນໍາອີກ.

....ມາດຕາສີ່ສິບສີ່:ການເອົາຄໍາໃຫ້ການຂອງເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸສິບແປດປີ,ຄົນຫູໜວກປາກກືກແລະຄົນປັນຍາອ່ອ

ມາດຕາສີ່ສິບສີ່:ການເອົາຄໍາໃຫ້ການຂອງເດັກທີ່ຍັງບໍ່ທັນເຖິງກະສຽນ ອາຍຸສິບແປດປີ,ຄົນຫູໜວກປາກກືກແລະຄົນປັນຍາອ່ອນເສຍຈິດ. ໃນການເອົາຄໍາໃຫ້ການຂອງເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸ ສິບແປດປີ,ຄົນຫູໜວກປາກກືກ,ຄົນປັນຍາອ່ອນເສຍຈິດຊຶ່ງບໍ່ສາມາດ ປະຕິບັດສິດຂອງຕົນໄດ້ນັ້ນຕ້ອງມີການເຂົ້າຮ່ວມຂອງຜູ້ປົກປ້ອງ,ຄູ,ພໍ່ ແມ່,ຜູ້ປົກຄອງຫຼືຜູ້ຕາງໜ້າອື່ນໆ.

....ມາດຕາສີ່ສິບຫ້າ:ບົດບັນທຶກຄໍາໃຫ້ການ

ມາດຕາສີ່ສິບຫ້າ:ບົດບັນທຶກຄໍາໃຫ້ການ ໃນການເອົາຄໍາໃຫ້ການແຕ່ລະເທື່ອນັ້ນເຈົ້າໜ້າທີ່ສືບສວນ- ສອບສວນຫຼືພະນັກງານສອບສວນຕ້ອງເຮັດບົດບັນທຶກ. ໃນບົດບັນທຶກຄໍາໃຫ້ການນັ້ນຕ້ອງບົ່ງບອກ:ສະຖານທີ່,ວັນ, ເວລາ,ຊື່ແລະນາມສະກຸນ,ຊັ້ນຕໍາແໜ່ງຂອງເຈົ້າໜ້າທີ່ສືບສວນ-ສອບສວນຫຼືພະນັກງານສອບສວນ,ຊື່ແລະນາມສະກຸນ,ຊີວິປະຫວັດ ຫຍໍ້ຂອງຜູ້ໃຫ້ການແລະອື່ນໆຊຶ່ງໄດ້ກໍາໄວ້ໃນແບບພິມ. ເມື່ອໄດ້ເອົາຄໍາໃຫ້ການສິ້ນສຸດແລ້ວເຈົ້າໜ້າທີ່ສືບສວນ- ສອບສວນຫຼືພະນັກງານສອບສວນຕ້ອງອ່ານເນື້ອໃນຂອງບົດບັນທຶກ ໃຫ້ຜູ້ໃຫ້ການຟັງຫຼືໃຫ້ຜູ້ກ່ຽວອ່ານເອົາເອງກໍ່ໄດ້.ຫຼັງຈາກນັ້ນບັນດາ ຜູ້ເຂົ້າຮ່ວມໃນການເອົາຄໍາໃຫ້ການຕ້ອງພ້ອມກັນລົງລາຍເຊັນແລະ ແປດໂປ້ມືໃສ່ແຕ່ລະໜ້າ.ໃນກໍລະນີທີ່ເອົາຄໍາໃຫ້ການຂອງເດັກທີ່ຍັງ ບໍ່ທັນເຖິງກະສຽນອາຍຸສິບແປດປີ,ຄົນຫູໜວກ,ປາກກືກແລະຄົນປັນ ຍາອ່ອນເສຍຈິດຕ້ອງໃຫ້ຜູ້ປົກປ້ອງລົງລາຍເຊັນແລະແປະໂປ້ມືໃສ່ ເພື່ອຢັ້ງຢືນຄໍາໃຫ້ການດັ່ງກ່າວ. ຖ້າຫາກມີການຂີດຂ້າຫຼືເພີ່ມເຕີມຂໍ້ຄວາມໃນບົດບັນທຶກແລ້ວ ເຈົ້າໜ້າທີ່ສືບສວນ-ສອບສວນຫຼືພະນັກງານສອບສວນ,ຜູ້ບັນທຶກແລະ ຜູ້ໃຫ້ການຕ້ອງລົງລາຍເຊັນແລະແປະໂປ້ມືຢັ້ງຢືນໄວ້ຕໍ່ໜ້າແຖວ ບ່ອນຂີດຂ້າຫຼືເພີ່ມເຕີມນັ້ນ. ໃນກໍລະນີທີ່ຜູ້ໃຫ້ການບໍ່ຍອມລົງລາຍເຊັນຫຼືບໍ່ຍອມແປະໂປ້ມື ນັ້ນເຈົ້າໜ້າທີ່ສືບສວນ-ສອບສວນຫຼືພະນັກງານສອບສວນຕ້ອງໝາຍ ເຫດໄວ້ໃນຕອນທ້າຍຂອງບົດບັນທຶກ. ບົດບັນທຶກຄໍາໃຫ້ການນັ້ນໃຫ້ເຮັດເປັນສາມສະບັບ,ສະບັບຕົ້ນ ປະກອບໃສ່ສໍານວນຄະດີ,ສະບັບໜຶ່ງໃຫ້ເຈົ້າໜ້າທີ່ສືບສວນ-ສອບ ສວນຫຼືພະນັກງານສອບສວນເກັບມ້ຽນໄວ້ແລະອີກສະບັບໜຶ່ງມອບ ໃຫ້ຜູ້ໃຫ້ການ. ....ມາດຕາສີ່ສິບຫົກ:ການສອບຖາມຊ້ອງໜ້າ

ມາດຕາສີ່ສິບຫົກ:ການສອບຖາມຊ້ອງໜ້າ ເມື່ອຄໍາໃຫ້ການຫາກບໍ່ກົງກັນເຈົ້າໜ້າທີ່ສືບສວນ-ສອບສວນຫຼື ພະນັກງານສອບສວນມີສິດທໍາການສອບຖາມຊ້ອງໜ້າລະຫວ່າງຜູ້ໃຫ້ ການດ້ວຍກັນແຕ່ການສອບຖາມຊ້ອຍໜ້າແຕ່ລະເທື່ອນັ້ນບໍ່ໃຫ້ເກີນສອງ ຄົນ.ສໍາລັບບົດບັນທຶກການສອບຖາມຊ້ອງໜ້ານັ້ນໃຫ້ປະຕິບັດຕາມມາດ ຕາສີ່ສິບຫ້າຂອງກົດໝາຍສະບັບນີ້.

....ມາດຕາສີ່ສິບເຈັດ:ການຊັນນະສູດສະຖານທີ່ເກີດເຫດ

ມາດຕາສີ່ສິບເຈັດ:ການຊັນນະສູດສະຖານທີ່ເກີດເຫດ ເພື່ອຊອກຫາຮ່ອງຮອຍຂອງການກະທໍາຜິດແລະຫຼັກຖານ ເປັນຕົ້ນຫຼັກຖານທາງດ້ານວັດຖຸແນໃສ່ເຮັດໃຫ້ສະພາບຂອງການກະ ທໍາຜິດໄດ້ແຈ້ງຂ່າວນັ້ນເຈົ້າໜ້າທີ່ສືບສວນ-ສອບສວນຫຼືພະນັກ ງານສອບສວນຕ້ອງທໍາການຊັນນະສູດສະຖານທີ່ເກີດເຫດ,ເກັບກໍາ ເອົາວັດຖຸສິ່ງຂອງ,ເອກະສານແລະອື່ນໆທີ່ພັວພັນກັບການກະທໍາຜິດ. ການຊັນນະສູດສະຖານທີ່ເກີດເຫດອາດຈະເຮັດຂຶ້ນກ່ອນຫຼືຫຼັງ ການເປີດການສືບສວນສອບສວນກໍ່ໄດ້. ການຊັນນະສູດສະຖານທີ່ເກີດເຫດຕ້ອງດໍາເນີນໃນເວລາ ກາງເວັນແຕ່ຫົກໂມງເຊົ້າຫາຫົກໂມງແລງເວັ້ນເສຍແຕ່ໃນກໍລະນີ ທີ່ມີຄວາມຈໍາເປັນແລະຮີບດ່ວນເທົ່ານັ້ນ.ໃນກໍລະນີທີ່ການຊັນນະສູດ ສະຖານທີ່ເກີດເຫດຫາກບໍ່ທັນສິ່ນສຸດກໍ່ໃຫ້ສືບຕໍ່ໄປຈົນກວ່າສໍາເລັດ. ໃນເວລາທໍາການຊັນນະສູດສະຖານທີ່ເກີດເຫດນັ້ນຕ້ອງໃຫ້ມີ ພະຍານຢ່າງໜ້ອຍສອງຄົນເຂົ້າຮ່ວມນໍາ.ໃນກໍລະນີຈໍາເປັນຕ້ອງ ເຊີນໄອຍະການປະຊາຊົນແລະຜູ້ຕາງໜ້າອົງການປົກຄອງບ້ານເຂົ້າ ຮ່ວມນໍາອີກດ້ວຍ. ເຈົ້າໜ້າທີ່ສືບສວນ-ສອບສວນຫຼືພະນັກງານສອບສວນມີ ສິດນໍາຕົວຜູ້ຖືກຫາຫຼືຜູ້ຖືກສົງໄສ,ຮຽກຜູ້ຖືກເສຍຫາຍ,ພະຍານແລະ ເຊີນຜູ້ຊ່ຽວຊານທີ່ກ່ຽວຂ້ອງເຂົ້າຮ່ວມທໍາການຊັນນະສູດສະຖານທີ່ ເກີດເຫດນໍາ. ໃນການຊັນນະສູດສະຖານທີ່ເກີດເຫດເຈົ້າໜ້າທີ່ສືບສວນ- ສອບສວນຫຼືພະນັກງານສອບສວນຕ້ອງແຕ້ມແຜນວາດສະຖານທີ່ ເກີດເຫດ,ເກັບກໍາເອົາວັດຖຸສິ່ງຂອງທີ່ພົວພັນກັບການກະທໍາຜິດ, ເອົາຮ່ອງຮອຍການກະທໍາຜິດແລະຖ່າຍຮູບໄວ້.

....ມາດຕາສີ່ສິບແປດ:ການຊັນນະສູດຊາກສົບ

ມາດຕາສີ່ສິບແປດ:ການຊັນນະສູດຊາກສົບ ເຈົ້າໜ້າທີ່ສືບສວນ-ສອບສວນຫຼືພະນັກງານສອບສວນຕ້ອງທໍາ ການຊັນນະສູດຊາກສົບຢູ່ສະຖານທີ່ເກີດເຫດໂດຍໃຫ້ມີພະຍານຢ່າງ ໜ້ອຍສອງຄົນ,ນິຕິແພດຫຼືຜູ້ຊ່ຽວຊານທີ່ກ່ຽວຂ້ອງເຂົ້າຮ່ວມນໍາ.ໃນກໍ ລະນີຈໍາເປັນຕ້ອງເຊີນໄອຍະການປະຊາຊົນແລະຜູ້ຕາງໜ້າອົງການ ປົກຄອງບ້ານເຂົ້າຮ່ວມນໍາອີກດ້ວຍ.


....ມາດຕາສີ່ສິບເກົ້າ:ບົດບັນທຶກການຊັນນະສູດ.

ມາດຕາສີ່ສິບເກົ້າ:ບົດບັນທຶກການຊັນນະສູດ. ໃນການຊັນນະສູດສະຖານທີ່ເກີດເຫດຫຼືຊາກສົບນັ້ນເຈົ້າໜ້າທີ ສືບສວນ-ສອບສວນຫຼືພະນັກງານສອບສວນຕ້ອງເຮັດບົດບັນທຶກກັບທີ່. ໃນບົດບັນທຶກຕ້ອງບົ່ງບອກ:ສະຖານທີ່.ວັນເວລາເລີ່ມຕົ້ນແລະເວລາ ສິ້ນສຸດການຊັດນະສູດ,ຊື່ແລະນາມສະກຸນ,ທີ່ຢູ່,ອາຊີບ,ໜ້າທີ່ຕໍາແໜ່ງ ຂອງເຈົ້າໜ້າທີ່ສືບສວນ-ສອບສວນຫຼືພະນັກງານສອບສວນແລະບຸກຄົນ ທີ່ເຂົ້າຮ່ວມໃນການຊັນນະສູດ,ສະພາບທີ່ພົບເຫັນຫຼືເກີດຂຶ້ນໃນຂະນະນັ້ນ ແລະວັດຖຸສິ່ງຂອງ,ສິ່ງທີ່ຖືກຢຶດໂດຍບອກປະເພດ,ຈໍານວນ,ຮູບປະພັນ, ຂະໜາດ,ນໍ້າໜັກແລະຄຸນນະພາບ. ພາຍຫຼັງທີ່ໄດ້ເຮັດບົດບັນທຶກ,ແຜນວາດແລະໄດ້ອ່ານຜ່ານກັນ ແລ້ວບຸກຄົນທີ່ເຂົ້າຮ່ວມໃນການຊັນນະສູດນັ້ນຕ້ອງພ້ອມກັນລົງລາຍ ເຊັນແລະແປະໂປ້ມືໄວ້.

....ມາດຕາຫ້າສິບ:ການແຕ່ງຕັ້ງຜູ້ຊ່ຽວຊານໃຫ້ທໍາການພິສູດ

ມາດຕາຫ້າສິບ:ການແຕ່ງຕັ້ງຜູ້ຊ່ຽວຊານໃຫ້ທໍາການພິສູດ ເມື່ອເຫັນວ່າມີຄວາມຈໍາເປັນທີ່ຈະຕ້ອງທໍາການພິສູດເປັນຕົ້ນ ໃນກໍລະນີທີ່ມີການເສຍຊີວິດໂດຍບໍ່ຮູ້ສາເຫດຈະແຈ້ງ,ການຂົ່ມຂືນທໍາ ຊໍາເລົາຫຼືມີການສົງໄສກ່ຽວກັບກະສຽນອາຍຸ,ສະຕິສໍານຶກຂອງຜູ້ຖືກ ຫານັ້ນຫົວໜ້າອົງການສືບສວນ-ສອບສວນຫຼືໄອຍະການປະຊາຊົນ ຕ້ອງອອກຄໍາສັ່ງແຕ່ງຕັ້ງນິຕິແພດຫຼືຜູ້ຊ່ຽວຊານອື່ນໆທີ່ກ່ຽວຂ້ອງໃຫ້ ທໍາການພິສູດ. ໃນຄໍາສັ່ງນັ້ນຕ້ອງບົ່ງບອກ:ຊື່ແລະນາມສະກຸນຂອງນິຕິແພດ ຫຼືຜູ້ຊ່ຽວຊານອື່ນທີ່ກ່ຽວຂ້ອງ,ບັນຫາທີ່ຈະຕ້ອງພິສູດ,ກໍານົດເວລາ ພິສູດ,ສິດແລະພັນທະຂອງຜູ້ຊ່ຽວຊານ. ເຈົ້າໜ້າທີ່ສືບສວນ-ສອບສວນຫຼືພະນັກງານສອບສວນຕ້ອງ ແຈ້ງຄໍາສັ່ງດັ່ງກ່າວໃຫ້ຜູ້ຖືກຫາ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ ແລະຜູ້ຮັບຜິດຊອບທາງແພ່ງຊາບ. ພາຍຫຼັງການພິສູດໄດ້ສິ່ນສຸດລົງແລ້ວຜູ້ຊ່ຽວຊານຕ້ອງເຮັດ ບົດສະຫຼຸບໃຫ້ຄວາມເຫັນຂອງຕົນແລ້ວສົ່ງໃຫ້ເຈົ້າໜ້າທີ່ສືບສວນ- ສອບສວນຫຼືພະນັກງານສອບສວນຕາມກໍານົດເວລາທີ່ໄດ້ມອບໝາຍ ໃຫ້. ການພິສູດອາດຈະເຮັດໂດຍຜູ້ຊ່ຽວຊານຜູ້ດຽວ,ຫຼາຍຄົນຫຼື ຫຼາຍເທື່ອກໍ່ໄດ້,ໃນການພິສູດຄືນໃໝ່ນັ້ນຕ້ອງໃຫ້ມີຜູ້ຊ່ຽວຊານຫຼາຍ ກວ່າເທື່ອຜ່ານມາ.


....ມາດຕາຫ້າສິບເອັດ:ການກວດຄົ້ນ

ມາດຕາຫ້າສິບເອັດ:ການກວດຄົ້ນ ຈະທໍາການກວດຄົ້ນໄດ້ກໍ່ຕໍ່ເມື່ອຫາກມີຄໍາສັ່ງເປັນລາຍລັກອັກ ສອນຂອງໄອຍະການປະຊາຊົນຫຼືສານປະຊາຊົນເທົ່ານັ້ນເວັ້ນເສຍແຕ່ ໃນກໍລະນີທີ່ມີຄວາມຈໍາເປັນອັນຮີບດ່ວນແຕ່ກໍ່ຕ້ອງລາຍງານໃຫ້ໄອຍະ ການປະຊາຊົນຊາບພາຍໃນກໍານົດຊາວສີ່ຊົ່ວໂມງພາຍຫຼັງທີ່ການກວດ ຄົ້ນໄດ້ສິ່ນສຸດແລ້ວ. ກ່ອນແລະພາຍຫຼັງການກວດຄົ້ນນັ້ນບຸກຄົນທີ່ເຂົ້າຮ່ວມໃນການ ກວດຄົ້ນຕ້ອງສະແດງຄວາມບໍລິສຸດຂອງຕົນຕໍ່ເຈົ້າຂອງສະຖານທີ່,ເຈົ້າ ຂອງຍານພາຫະນະຫຼືຕໍ່ບຸກຄົນທີ່ຖືກກວດຄົ້ນ.

....ມາດຕາຫ້າສິບສອງ:ການກວດຄົ້ນເຄຫະສະຖານ

ມາດຕາຫ້າສິບສອງ:ການກວດຄົ້ນເຄຫະສະຖານ ເຄຫະສະຖານໝາຍເຖິງເຮືອນຢູ່ແລະສິ່ງຕ່າງໆທີ່ຕັ້ງຢູ່ໃນບໍລິ ເວນເດີ່ນບ້ານ,ເຮືອ,ແພທີ່ໃຊ້ເປັນບ່ອນຢູ່ປະຈໍາຂອງຄອບຄົວ,ສະນັກ ງານ,ເຮືອນພັກ,ໂຮງແຮມແລະອື່ນໆ. ການກວດຄົ້ນເຄຫະສະຖານຕ້ອງເຮັດຊ້ອງໜ້າອົງການປົກຄອງ ບ້ານ,ເຈົ້າຂອງເຮືອນແລະພະຍານຢ່າງໜ້ອຍສອງຄົນ.ໃນກໍລະນີທີ່ມີ ການກວດຄົ້ນສໍານັກງານ,ອົງການ,ວິສາຫະກິດຕ້ອງເຮັດຊ້ອງໜ້າຜູ້ ຕາງໜ້າສໍານັກງານ,ອົງການ,ວິສາຫະກິດທີ່ກ່ຽວຂ້ອງ. ການກວດຄົ້ນສາສະໜາສະຖານຊຶ່ງແມ່ນເຄຫະສະຖານປະເພດ ໜຶ່ງເຊັ່ນ:ກຸຕິວິຫານ,ສິມ,ໂບດ,ຫໍຕ້ອງມີການເຂົ້າຮ່ວມຂອງເຈົ້າອະທິ ການວັດ,ຄຸນພໍ່,ຜູ້ຮັບຜິດຊອບຫຼືຜູ້ຕາງໜ້າອົງການສາສະໜາທີ່ກ່ຽວ ຂ້ອງນັ້ນ. ການກວດຄົ້ນເຄຫະສະຖານແລະສາສະໜາສະຖານໃຫ້ດໍາເນີນ ໃນເວລາກາງເວັນແຕ່ຫົກໂມງເຊົ້າຫາຫົກໂມງແລງ.ໃນກໍລະນີທີ່ການ ກວດຄົ້ນຫາກໄດ້ດໍາເນີນມາແລ້ວແຕ່ຍັງບໍ່ທັນສິ່ນສຸດນັ້ນກໍ່ໃຫ້ສືບຕໍ່ຈົນ ກວ່າຈະສໍາເລັດ. ວັດຖະສິ່ງຂອງແລະເອກະສານຕ່າງໆທີ່ຈະຢຶດເອົາເປັນຂອງ ກາງໄດ້ນັ້ນກໍ່ຕໍ່ເມື່ອສິ່ງດັ່ງກ່າວຫາກພົວພັນກັບການກະທໍາຜິດຫຼືເປັນ ສິ່ງທີ່ຜິດກົດໝາຍເທົ່ານັ້ນ. ....ມາດຕາຫ້າສິບສາມ:ການກວດຄົ້ນຍານພາຫະນະແລະຕົວບຸກຄົນ

ມາດຕາຫ້າສິບສາມ:ການກວດຄົ້ນຍານພາຫະນະແລະຕົວບຸກຄົນ ການກວດຄົ້ນຍານພາຫະນະເຊັ່ນ:ລົດ,ເຮືອຫຼືຍານພາຫະນະອື່ນ ໆທີ່ຖືກສົງໄສວ່າໄດ້ມີການຊຸກເຊື່ອງສິ່ງທີ່ຜິດກົດໝາຍຫຼືຜູ້ກະທໍາຜິດນັ້ນ ຈະດໍາເນີນເວລາໃດກໍ່ໄດ້ແຕ່ຕ້ອງດໍາເນີນໂດຍຊ້ອງໜ້າເຈົ້າຂອງຍານ ພາຫະນະນັ້ນ. ການກວດຄົ້ນຕົວບຸກຄົນທີ່ຖືກຈັບຕົວ,ກັກຂັງຫຼືທີ່ຖືກສົງໄສວ່າໄດ້ ຊຸກເຊື່ອງສິ່ງຂອງຕ່າງໆທີ່ຜິດກົດໝາຍນັ້ນຈະເຮັດຂຶ້ນໂດຍບໍ່ມີຄໍາສັ່ງກໍ່ ໄດ້. ເຈົ້າໜ້າທີ່ຜູ້ທໍາການກວດຄົ້ນຈະຕ້ອງເປັນເຈົ້າໜ້າທີ່ທີ່ເປັນເພດ ດຽວກັນກັບຜູ້ກວດຄົ້ນ. ການກວດຄົ້ນຕົວຜູ້ຍິງຕ້ອງເຮັດໃນສະຖານທີ່ກໍາບັງ.


....ມາດຕາຫ້າສິບສີ່:ບົດບັນທຶກການກວດຄົ້ນ.

ມາດຕາຫ້າສິບສີ່:ບົດບັນທຶກການກວດຄົ້ນ. ເມື່ອໄດ້ກວດຄົ້ນເຄຫະສະຖານ,ຍານພາຫະນະຫຼືຕົວບຸກຄົນສິ້ນ ສຸດແລ້ວເຈົ້າໜ້າທີ່ຜູ້ທໍາການກວດຄົ້ນຕ້ອງເຮັດບົດບັນທຶກການກວດ ຄົ້ນແລະບັນຊີຂອງກາງຕາມຮູບປະພັນ,ຈໍານວນແລະຄຸນນະພາບຢ່າງ ລະອຽດກັບທີ່. ບົດບັນທຶກການກວດຄົ້ນເຄຫະສະຖານຕ້ອງເຮັດເປັນສາມສະ ບັບແລະອ່ານຊ້ອງໜ້າຜູ້ເຂົ້າຮ່ວມໃນການກວດຄົ້ນແລ້ວມພ້ອມກັນລົງ ລາຍເຊັນແລະແປະໂປ້ມືໄວ້ເປັນຫຼັກຖານ.ບົດບັນທຶກດັ່ງກ່າວຶ້ໜຶ່ງສະ ບັບປະກອບເຂົ້າໃນສໍານວນຄະດີ,ໜຶ່ງສະບັບມອບໃຫ້ເຈົ້າຂອງເຮືອນ ຫຼືຜູ້ຕາງໜ້າສໍານັກງານ,ອົງການ,ວິສາຫະກິດທີ່ກ່ຽວຂ້ອງແລະອີກໜຶ່ງ ສະບັບມອບໃຫ້ອົງການປົກຄອງບ້ານ. ສໍາລັບບົດບັນທຶກການກວດຄົ້ນຍານພາຫະນະຫຼືຕົວບຸກຄົນກໍ່ຕ້ອງ ເຮັດເປັນສາມສະບັບເຊັ່ນກັນ,ໜຶ່ງສະບັບປະກອບເຂົ້າໃນສໍານວນຄະດີ, ໜຶ່ງສະບັບມອບໃຫ້ເຈົ້າຂອງຍານພາຫະນະຫຼືບຸກຄົນທີ່ຖືກກວດຄົ້ນແລະ ອີກໜຶ່ງສະບັບມອບໃຫ້ເຈົ້າໜ້າທີ່ເກັບມ້ຽນໄວ້.

....ມາດຕາຫ້າສິບຫ້າ:ການຢຶດແລະການອາຍັດຊັບ

ມາດຕາຫ້າສິບຫ້າ:ການຢຶດແລະການອາຍັດຊັບ ໃນກໍລະນີທີ່ໄດ້ຮູ້ແຈ້ງກ່ຽວກັບປະເພດ,ຈໍານວນແລະສະຖານ ທີ່ເກັບມ້ຽນວັດຖະສິ່ງຂອງທີ່ພົວພັນກັບການກະທໍາຜິດແລະຈະນໍາໃຊ້ ເປັນປະໂຫຍດໃນການດໍາເນີນຄະດີນັ້ນຫົວໜ້າອົງການສືບສວນ-ສອບ ສວນຫຼືໄອຍະການປະຊາຊົນຕ້ອງອອກຄໍາສັ່ງຢຶດຫຼືອາຍັດຊັບໄວ້.ສໍາ ລັບວັດຖຸສິ່ງຂອງທີ່ໂຍກຍ້າຍບໍ່ໄດ້ກໍ່ໃຫ້ອອກຄໍາສັ່ງອາຍັດຊັບ. ສໍາລັບວັດຖຸສິ່ງຂອງທີ່ຜິດກົດໝາຍເປັນຕົ້ນຢາເສບຕິດພາຍຫຼັງ ທີ່ຢຶດມາແລ້ວຫົວໜ້າອົງການທີ່ກ່ຽວຂ້ອງຕ້ອງແຕ່ງຕັ້ງຜູ້ຊ່ຽວຊານໃຫ້ ທໍາການພິສູດເບິ່ງຄຸນນະພາບ,ປະເພດແລະສ່ວນປະກອບຂອງຢາເສບ ຕິດນັ້ນໂດຍດ່ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບຂອງກົດໝາຍ ສະບັບນີ້. ວິທີການດໍາເນີນການຢຶດຫຼືການອາຍັດຊັບແລະການເຮັດບົດ ບັນທຶກການຢຶດຫຼືການອາຍັດຊັບນັ້ນໃຫ້ປະຕິບັດຕາມມາດຕາຫ້າສິບ ເອັດ,ຫ້າສິບສອງແລະມາດຕາຫ້າສິບສີ່ຂອງກົດໝາຍສະບັບນີ້.

....ມາດຕາຫ້າສິບຫົກ:ການຮັກສາຂອງກາງ

ມາດຕາຫ້າສິບຫົກ:ການຮັກສາຂອງກາງ ຂອງກາງແມ່ນວັດຖຸສິ່ງຂອງທີ່ພົວພັນກັບການກະທໍາຜິດ ໝາຍຄວາມວ່າວັດຖຸສິ່ງຂອງທີ່ຮັບໃຊ້ຫຼືຈະຮັບໃຊ້ການກະທໍາຜິດ, ທີ່ໄດ້ມາຫຼືຈະໄດ້ມາຈາກການກະທໍາຜິດ. ຂອງກາງດັ່ງກ່າວໄດ້ມາຈາກການຢຶດ,ການກວດຄົ້ນຫຼືໄດ້ ມາຈາກກການຊັນນະສູດແລະໄດ້ມາຈາກການດໍາເນີນມາດຕະການ ອື່ນໆຂອງການສືບສວນ-ສອບສວນ. ຂອງກາງຕ້ອງໄດ້ປົກປັກຮັກສາ,ຄຸ້ມຄອງໃຫ້ດີ,ເກັບມ້ຽນ ໃນສະຖານທີ່ປອດໄພແລະເໝາະສົມພ້ອມທັງຂຶ້ນບັນຊີຢ່າງລະອຽດ. ຂອງກາງທີ່ເປັນວັດຖູສິ່ງຂອງທີ່ສາມາດຫູ້ມກໍ່ໄດ້ຕ້ອງໄດ້ຫຸ້ມຫໍ່ໃສ ຖົງ,ອັດຕິດຄັ່ງ,ປະທັບຕາແລະຮັກສາໄວ້ໃຫ້ດີ.ຂອງກາງທີ່ເປັນເງິນ ຕາ,ເງິນຕາຕ່າງປະເທດ,ເຊັກຫຼືພັນທະບັດອື່ນ,ວັດຖຸມີຄ່າຕ້ອງເອົາ ໄປຝາກໄວ້ນໍາທະນາຄານຕາມລະບຽບການ.ສໍາລັດເງິນທີ່ເປັນຫຼັກ ຖານໃນການດໍາເນີນຄະດີຕ້ອງມີການຈົດເລກເງິນແຕ່ລະໃບ.ຂອງ ກາງທີ່ເປັນສິ່ງບູດເນົ່າຫຼືເສື່ອມຄຸນໄວນັ້ນຈະຕ້ອງຂາຍເພື່ອເອົາເງິນ ມາຮັກສາໄວ້. ສ່ວນຂອງກາງທີ່ເປັນຢາເສບຕິດຕ້ອງໃຫ້ເກັບມ້ຽນໄວ້ໃນ ສາງຢາເສບຕິດສະເພາະແລະມີການຮັກສາຢ່າງເຂັ້ມງວດພາຍໃຕ້ ການຄຸ້ມຄອງຂອງຂະແໜງການປ້ອງກັນຄວາມສະຫງົບ. ບຸກຄົນໃດນໍາເອົາຂອງກາງໄປໃຊ້,ເຮັດໃຫ້ເປ່ເພ,ຕົກເຮ່ຍ ເສຍຫາຍ,ສັບປ່ຽນຫຼືຍັກຍອກເອົາຈະຖືຮັບຜິດຊອບທາງອາຍາຕາມ ທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງໆສອງແລະໜຶ່ງຫ້າເຈັດຂອງກົດ ໝາຍອາຍາ. ບັນຊີຂອງກາງຄະດີຕ້ອງສົ່ງພ້ອມກັບສໍານວນຄະດີ.ເມື່ອສໍາ ນວນຄະດີຮອດຂັ້ນໃດສິດຕົກລົງກ່ຽວກັບຂອງກາງຄະດີແມ່ນຂຶ້ນກັບ ຂັ້ນນັ້ນ.


....ມາດຕາຫ້າສິບເຈັດ:ການທົດສອບຂ້ໍມູນຄືນໃໝ່.

ມາດຕາຫ້າສິບເຈັດ:ການທົດສອບຂ້ໍມູນຄືນໃໝ່. ເພື່ອກວດກາແລະຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນໃດໜຶ່ງ ເຈົ້າໜ້າທີ່ສືບສວນ-ສອບສວນ,ພະນັກງານສອບສວນຫຼືໄອຍະການປະ ຊາຊົນສາມາດທໍາການທົດສອບຂໍ້ມູນນັ້ນຄືນໃໝ່ໂດຍໃຫ້ຜູ້ຖືກຫາຫຼືຈໍາ ເລີຍສະແດງການກະທໍາຂອງຕົນຄືນໃໝ່.ໃນການທົດສອບຂໍ້ມູນຄືນໃໝ່ ອາດຈະໃຫ້ຜູ້ຖືກເສຍຫາຍຫຼືພະຍານສະແດງຄືນກໍ່ໄດ້.ການທົດສອບຂ້ໍ ມູນຄືນໃໝ່ຕ້ອງຖ່າຍຮູບ,ວັດແທກແລະແຕ້ມແຜນວາດປະກອບ. ໃນການທົດສອບຂໍ້ມູນຄືນໃໝ່ຈະຕ້ອງມີພະຍານເຂົ້າຮ່ວມນໍາ ຢ່າງໜ້ອຍສອງຄົນແລະອາດຈະມີການເຂົ້າຮ່ວມຂອງຜູ້ຖືກເສຍຫາຍ ກໍ່ໄດ້.ໃນກໍລະນີທີ່ຈໍາເປັນຕ້ອງໃຫ້ໄອຍະການປະຊາຊົນແລະຜູ້ຊ່ຽວ ຊານທີ່ກ່ຽວຂ້ອງເຂົ້າຮ່ວມນໍາ. ການທົດສອບຂໍ້ມູນຄືນໃໝ່ນັ້ນຈະເຮັດໄດ້ກໍ່ຕໍ່ເມື່ອຫາກເຫັນວ່າ ບໍ່ເປັນໄພອັນຕະລາຍຕໍ່ຊີວິດ,ສຸຂະພາບຫຼືສິ່ງແວດລ້ອມແລະທັງບໍ່ກໍ່ ຄວາມເສຍຫາຍແກ່ກຽດສັກສີຂອງມະນຸດ. ບົດບັນທຶກການທົດສອບຂໍ້ມູນຄືນໃໝ່ນັ້ນໃຫ້ປະຕິບັດຕາມມາດ ຕາຫ້າສິບສີ່ຂອງກົດໝາຍສະບັບນີ້.


....ມາດຕາຫ້າສິບແປດ:ການຊີ້ຕົວແລະການຢັ້ງຢືນ.

ມາດຕາຫ້າສິບແປດ:ການຊີ້ຕົວແລະການຢັ້ງຢືນ. ການຊີ້ຕົວແມ່ນມາດຕະການໜຶ່ງໃນການສືບສວນ-ສອບ ສວນທີ່ສະແດງອອກໂດຍໃຫ້ພະຍານຫຼືຜູ້ຖືກເສຍຫາຍເປັນຜູ້ຊີ້ຕົວຜູ້ ຖືກຫາຫຼືຈໍາເລີຍທີ່ຕົນຮູ້ເຫັນວ່າເປັນຜູ້ກະທໍາຜິດ. ການຢັ້ງຢືນແມ່ນມາດຕະການໜຶ່ງໃນການສືບສວນ-ສອບ ສວນທີ່ສະແດງອອກໂດຍໃຫ້ພະຍານຫຼືຜູ້ຖືກເສຍຫາຍຢັ້ງຢືນວັດຖຸ ສິ່ງຂອງທີ່ພົວພັນເຖິງການກະທໍາຜິດຫຼືຊາກສົບທີ່ຕົນຮູ້ເຫັນ. ໃນກໍລະນີທີ່ຈໍາເປັນເຈົ້າໜ້າທີ່ສືບສວນ-ສອບສວນ,ພະນັກ ງານສອບສວນຫຼືໄອຍະການປະຊາຊົນຕ້ອງໃຫ້ພະຍານ,ຜູ້ຖືກເສຍ ຫາຍ,ຜູ້ຖືກສົງໄສຫຼືຜູ້ຖືກຫາຊີ້ຕົວບຸກຄົນ,ຢັ້ງຢືນວັດຖຸສິ່ງຂອງຫຼື ຊາກສົບ. ກ່ອນການຊີ້ຕົວຫຼືຢັ້ງຢືນນັ້ນຜູ້ຈະຊີ້ຕົວບຸກຄົນ,ຢັ້ງຢືນວັດຖຸ ສິ່ງຂອງຫຼືຊາກສົບຕ້ອງໃຫ້ການກ່ຽວກັບສະພາບທີ່ຕົນໄດ້ພົບເຫັນ ພ້ອມທັງບອກຕໍານິ,ຮູບປະພັນ,ຈຸດພິເສດຕ່າງໆຂອງບຸກຄົນ,ວັດຖຸ ສິ່ງຂອງຫຼືຊາກສົບນັ້ນ. ໃນການຊີ້ຕົວຕ້ອງນໍາເອົາບຸກຄົນທີ່ຈະຖືກຊີ້ຕົວມາຮ່ວມກັບ ບຸກຄົນອື່ນຢ່າງໜ້ອຍສາມຄົນທີ່ມີຮູບຮ່າງຄ້າຍຄືກັນແລ້ວເອົາຜູ້ຈະ ຊີ້ຕົວນັ້ນມາດໍາເນີນການຊີ້ຕົວໂດຍຮັບປະກັນຄວາມລັບແລະຄວາມ ປອດໄພໃຫ້ຜູ້ກ່ຽວ. ໃນການຢັ້ງຢືນວັດຖຸສິ່ງຂອງນັ້ນຕ້ອງນໍາເອົາວັດຖຸສິ່ງຂອງ ທີ່ຈະຖືກຢັ້ງຢືນມາວາງລວມກັບວັດຖຸສິ່ງຂອງອື່ນໆທີ່ມີລັກສະນະ ຄ້າຍຄືກັນ,ປະເພດດຽວກັນຢ່າງໜ້ອຍສາມອັນແລ້ວເອົາຜູ້ທີ່ຈະຢັ້ງ ຢືນມາຢັ້ງຢືນວັດຖຸທີ່ກ່ຽວຂ້ອງ. ການເຮັດບົດບັນທຶກຊີ້ຕົວຫຼືການຢັ້ງຢືນນັ້ນໃຫ້ປະຕິບັດຕາມ ມາດຕາຫ້າສິບສີ່ຂອງກົດໝາຍສະບັບນີ້.


...ໝວດທີ4ມາດຕະການສະກັດກັ້ນ


....ມາດຕາຫ້າສິບເກົ້າ:ປະເພດມາດຕະການສະກັດກັ້ນ.

ມາດຕາຫ້າສິບເກົ້າ:ປະເພດມາດຕະການສະກັດກັ້ນ. ປະເພດມາດຕະການສະກັດກັ້ນມີດັ່ງນີ້: -ການພາຕົວ; -ການກັກຕົວ; -ການຈັບຕົວ; -ການກັກຂັງພາງ; -ການປ່ອຍຕົວພາງ; -ການຄຸມຕົວຢູ່ກັບທີ່; -ການງົດໜ້າທີ່ຫຼືຕໍາແໜ່ງ.

....ມາດຕາຫົກສິບ:ການພາຕົວ

ມາດຕາຫົກສິບ:ການພາຕົວ ໃນກໍລະນີທີ່ຜູ້ຖືກສົງໄສ,ຜູ້ຖືກຫາ,ພະຍານ,ໂຈດທາງແພ່ງ,ຜູ້ ຮັບຜິດຊອບທາງແພ່ງຫາກໄດ້ຮັບໝາຍຮຽກເຖິງສາມຄັ້ງແລ້ວແຕ່ບໍ່ ເຂົ້າມາຕາມໝາກຮຽກໂດຍບໍ່ມີເຫດຜົນພຽງພໍນັ້ນຫົວໜ້າອົງການສືບ ສວນສອບສວນຫຼືໄອຍະການປະຊາຊົນຈະອອກຄໍາສັ່ງໃຫ້ພາຕົວຜູ້ກ່ຽວ.

....ມາດຕາຫົກສິບເອັດ:ການກັກຕົວ.

ມາດຕາຫົກສິບເອັດ:ການກັກຕົວ. ເມື່ອໄດ້ເອົາຄໍາໃຫ້ການຂອງຜູ້ຖືກສົງໄສແລ້ວຖ້າເຫັນວ່າ ມີຂໍ້ມູນໜັກແໜ້ນສົມຄວນວ່າຜູ້ກ່ຽວໄດ້ກະທໍາຜິດທາງອາຍາທີ່ກົດ ໝາຍໄດ້ກໍານົດໂທດຕັດອິດສະລະພາບ,ຫົວໜ້າອົງການສືບສວນ- ສອບສວນຫຼືໄອຍະການປະຊາຊົນອາດຈະອອກຄໍາສັ່ງກັກຕົວຜູ້ກ່ຽວ ໄວ້ໄດ້ສີ່ສິບແປດຊົ່ວໂມງເພື່ອດໍາເນີນການສືບສວນ-ສອບສວນ ຕໍ່ແຕ່ຕ້ອງລາຍງານເປັນລາຍລັກອັກສອນໃຫ້ໄອຍະການປະຊາຊົນ ຊາບພາຍໃນກໍານົດຊາວສີ່ຊົ່ວໂມງນັບແຕ່ວັນທີ່ໄດ້ກັກຕົວເປັນຕົ້ນ ໄປ. ພາຍໃນກໍານົດສີ່ສິບແປດຊົ່ວໂມງນັ້ນເຈົ້າໜ້າທີ່ສືບສວນ- ສອບສວນຫຼືພະນັກງານສອບສວນຕ້ອງຮີບຮ້ອນເອົາຄໍາໃຫ້ການ ເບື້ອງຕົ້ນຂອງຜູ້ຖືກກັກຕົວ,ພາຍຫຼັງເອົາຄໍາໃຫ້ການແລ້ວກໍ່ຕ້ອງ ລົງຄໍາເຫັນຊີ້ຂາດດັ່ງຕໍ່ໄປນີ້: ໜຶ່ງ:ຖ້າຫາກເຫັນວ່າບໍ່ມີຂໍ້ມູນໜັກແໜ້ນທີ່ພາໃຫ້ອອກຄໍາ ສັ່ງເປີດການສືບສວນ-ສອບສວນໄດ້ນັ້ນເຈົ້າໜ້າທີ່ສືບສວນ-ສອບ ສວນຫຼືພະນັກງານສອບສວນຕ້ອງຂໍຄໍາສັ່ງປ່ອຍຕົວຈາກຫົວໜ້າອົງ ການສືບສວນ-ສອບສວນຫຼືໄອຍະການປະຊາຊົນ.ແລະປ່ອຍຕົວຜູ້ຖືກ ກັກຕົວພ້ອມທັງລາຍງານເປັນລາຍລັກອັກສອນໃຫ້ໄອຍະການປະ ຊາຊົນຊາບໃນທັນໃດ. ສອງ:ຖ້າຫາກເຫັນວ່າຂໍ້ມູນໜັກແໜ້ນທີ່ພາໃຫ້ອອກຄໍາສັ່ງ ເປີດການສືບສວນ-ສອບສວນໄດ້ແລະຖ້າຫາກເຫັນວ່າມີຄວາມຈໍາ ເປັນຕ້ອງທໍາການກັກຂັງພາງແລ້ວຫົວໜ້າອົງການສືບສວນ-ສອບ ສວນຕ້ອງອອກຄໍາສັ່ງເປີດການສືບສວນ-ສອບສວນແລະຂໍຄໍາສັ່ງກັກຂັງພາງຈາກໄອຍະການປະຊາຊົນ.ສໍາ ລັບພະນັກງານສອບສວນກໍ່ຕ້ອງຂໍຄໍາສັ່ງເປີດການສືບສວນ-ສອບ ສວນແລະຄໍາສັ່ງກັກຂັງພາງຈາກໄອຍະການປະຊາຊົນເຊັ່ນດຽວ ກັນ.

ພາຍຫຼັງທີ່ໄດ້ຮັບຄໍາສະເໜີຂໍກັກຂັງພາງຂອງຫົວໜ້າອົງ ການສືບສວນ-ສອບສວນຫຼືພະນັກງານສອບສວນແລ້ວໄອຍະການປະ ຊາຊົນຕ້ອງລົງຄໍາເຫັນຊີ້ຂາດພາຍໃນກໍານົດຊາວສີ່ຊົ່ວໂມງວ່າຈະ ປ່ອຍຕົວຫຼືຈະກັກຂັງພາງ.

....ມາດຕາຫົກສິບສອງ:ການຈັບຕົວ

ມາດຕາຫົກສິບສອງ:ການຈັບຕົວ ການຈັດຕົວບຸກຄົນຜູ້ໃດຜູ້ໜຶ່ງຕ້ອງມີຄໍາສັ່ງເປັນລາຍລັກອັກ ສອນຂອງໄອຍະການປະຊາຊົນຫຼືສານປະຊາຊົນເວັ້ນເສຍແຕ່ໃນກໍ ລະນີການກະທໍາຜິດເຊິ່ງໜ້າຫຼືຮີບດ່ວນ. ກ່ອນຈະອອກຄໍາສັ່ງຈັບຕົວນັ້ນໄອຍະການປະຊາຊົນຫຼືສານ ປະຊາຊົນຕ້ອງອີງໃສ່ເງື່ອນໄຂດັ່ງນີ້: ໜຶ່ງ:ການກະທໍາຕ້ອງແມ່ນການກະທໍາຜິດທາງອາຍາທີ່ກົດ ໝາຍໄດ້ກໍານົດໂທດຕັດອິດສະລະພາບ. ສອງ:ຫຼັກຖານໃນຄະດີຕ້ອງໜັກແໜ້ນ. ນອກຈາກນີ້ແລ້ວຍັງຕ້ອງອີງໃສ່ເງື່ອນໄຂໃດໜຶ່ງອີກເຊັ່ນ:ຜູ້ ຖືກສົງໄສອາດຈະເອົາຕົວຫຼົບໜີ,ທໍາລາຍຫຼັກຖານ,ກະທໍາຜິດໃໝ່, ທໍາຮ້າຍຜູ້ຖືກເສຍຫາຍ,ພະຍານຫຼືຜູ້ຖືກສົງໄສອາດຈະຖືກທໍາຮ້າຍ ຈາກຜູ້ຖືກເສຍຫາຍຫຼືຈາກບຸກຄົນອື່ນ. ຖ້າຫາກຈະຈັບຕົວພິດຂຸຫຼືສາມະເນນຕ້ອງແຈ້ງໃຫ້ເຈົ້າອະທິ ການວັດຫຼືຜູ້ຕ່າງໜ້າຊາບເພື່ອປົງສິກຂາບົດເສຍກ່ອນ.ໃນກໍລະນີຈັບ ນັກບວດຂອງສາສະໜາອື່ນກໍ່ຕ້ອງແຈ້ງໃຫ້ຫົວໜ້າຮັບຜິດຊອບຂອງ ອົງການສາສະໜານັ້ນຊາບແລ້ວຈຶ່ງຈັບຕົວ. ການຈັບຕົວໃນກໍລະນີທໍາມະດາກໍ່ຕ້ອງແຈ້ງຄໍາສັ່ງພ້ອມດ້ວຍ ສາເຫດຂອງການຈັດຕົວໃຫ້ຜູ້ຖືກຈັບຕົວຊາບ. ໃນທຸກກໍລະນີທີ່ພາຍຫຼັງໄດ້ຈັບຕົວຜູ້ຖືກຫາແລ້ວເຈົ້າໜ້າທີ່ສືບ ສວນ-ສອບສວນຕ້ອງລາຍງານເປັນລາຍລັກອັກສອນໃຫ້ໄອຍະການ ປະຊາຊົນຊາບພາຍໃນກໍານົດຊາວສີ່ຊົ່ວໂມງ.ການເອົາຄໍາໃຫ້ການ ຂອງຜູ້ຖືກຈັບຕົວຕ້ອງດໍາເນີນຢ່າງຊ້າພາຍໃນກໍານົດສີ່ສິບແປດຊົ່ວ ໂມງພ້ອມທັງລົງຄໍາເຫັນວ່າຈະປ່ອຍຕົວຫຼືຈະກັກຂັງພາງ. ໃນກໍລະນີທີ່ເຫັນວ່າຄວນປ່ອຍຕົວຫຼືຕ້ອງກັກຂັງພາງແລ້ວຫົວ ໜ້າອົງການສືບສວນ-ສອບສວນຫຼືພະນັກງານສອບສວນຕ້ອງຂໍຄໍາ ສັ່ງປ່ອຍຕົວຫຼືກັກຂັງພາງຈາກໄອຍະການະຊາຊົນ. ພາຍຫຼັງທີ່ໄດ້ຮັບຄໍາສະເໜີປ່ອຍຕົວຫຼືກັກຂັງພາງຂອງຫົວ ໜ້າອົງການສືບສວນ-ສອບສວນຫຼືພະນັກງານສອບສວນແລ້ວໄອຍະ ການປະຊາຊົນຕ້ອງລົງຄໍາເຫັນຊີ້ຂາດພາຍໃນກໍານົດຊາວສີ່ຊົ່ວໂມງ ວ່າຈະໃຫ້ປ່ອຍຕົວຫຼືຈະໃຫ້ກັກຂັງພາງ. ໃນກໍລະນີທີ່ບໍ່ແມ່ນເຈົ້າໜ້າທີ່ສືບສວນ-ສອບສວນໃນທັນໃດ. ສໍາລັບການຈັບຕົວຢູ່ໃນເຂດຫ່າງໄກສອກຫຼັກນັ້ນໃຫ້ນໍາຕົວຜູ້ຖືກຈັບ ຕົວໄປມອບໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນພາຍໃນກໍານົດເຈັດ ວັນນັບແຕ່ມື່ຈັບຕົວເປັນຕົ້ນໄປ. ການຈັບຕົວຕ້ອງດໍາເນີນໄປດ້ວຍວິທີແລະຮູບການອັນເໝາະ ສົມກັບລັກສະນະຂອງການກະທໍາຜິດແລະຜູ້ຖືກຈັບຕົວ. ຫ້າມທຸບຕີຫຼືທໍລະມານຜູ້ຖືກຈັບຕົວ. ການຈັບຕົວບໍ່ວ່າຈະແມ່ນໃນກໍລະນີໃດກໍ່ຕ້ອງແຈ້ງໃຫ້ຄອບ ຄົວ,ສໍານັກງານ,ອົງການຫຼືວິສາຫະກິດທີ່ຜູ້ກ່ຽວສັງກັດຢູ່ຊາບພາຍ ໃນກໍານົດຊາວສີ່ຊົ່ວໂມງຢ່າງຊ້າແລະຕ້ອງແຈ້ງສະຖານທີ່ກັກຂັງ ພ້ອມຖ້າຫາກເຫັນວ່າບໍ່ເປັນອຸປະສັກໃນການດໍາເນີນຄະດີ.

....ມາດຕາຫົກສິບສາມ:ການຈັບຕົວໃນກໍລະນີການກະທໍາຜິດເຊິ່ງໜ້າແລະໃນກໍລະນີຮີບດ່ວນ.

ມາດຕາຫົກສິບສາມ:ການຈັບຕົວໃນກໍລະນີການກະທໍາຜິດເຊິ່ງໜ້າ ແລະໃນກໍລະນີຮີບດ່ວນ. ການກະທໍາຜິດເຊິ່ງໜ້າແມ່ນການກະທໍາຜິດຂອງບຸກຄົນໃນ ກໍລະນີ້ດັ່ງນີ້: ໜຶ່ງ:ບຸກຄົນທີ່ພວກກະທໍາຜິດຢູ່ນັ້ນຫາກໍ່ສິ່ນສຸດການກະທໍາຜິດ. ສອງ:ບຸກຄົນຜູ້ທີ່ໄດ້ກະທໍາຜິດທີ່ພວກຖືກໄລ່ຕິດຕາມໄປຫຼືມີບຸກ ຄົນຊຶ່ງຜູເຫັນເຫດການຫຼືຜູ້ຖືກເສຍຫາຍໄດ້ຊີ້ຕົວວ່າເປັນຜູ້ກະທໍາຜິດ. ສາມ:ບຸກຄົນທີ່ມີຮ່ອງຮອຍຂອງການກະທໍາຜິດຢູ່ໃນຕົວຕົນ,ຢູ່ ໃນເຮືອນຫຼືບ່ອນເຮັດວຽກຂອງຜູ້ກ່ຽວໃນໄລຍະເວລາຊິ່ງການກະທໍາ ຜິດນັ້ນຫາກໍ່ໄດ້ເກີດຂຶ້ນ.

ການກະທໍາຜິດໃນກໍລະນີຮີບດ່ວນແມ່ນການກະທໍາຜິດຂອງ ບຸກຄົນໃນກໍລະນີດັ່ງນີ້: ໜຶ່ງ:ບຸກຄົນທີ່ຖືກສົງໄສວ່າໄດ້ກະທໍາຜິດຊຶ່ງມີປະຫວັດບໍ່ດີຫຼື ບ່ອນຢູ່ບໍ່ແນ່ນອນ. ສອງ:ບຸກຄົນທີ່ຖືກສົງໃສວ່າໄດ້ກະທໍາຜິດຊຶ່ງພວມຈະເອົາຕົວ ຫຼົບໜີ. ການຈັບຕົວໃນກໍລະນີການກະທໍາຜິດເຊິ່ງໜ້າແລະໃນກໍລະນີ ຮີບດ່ວນບໍ່ຈໍາເປັນຕ້ອງມີຄໍາສັ່ງຂອງໄອຍະການປະຊາຊົນຫຼືສານປະ ຊາຊົນກໍ່ໄດ້.


....ມາດຕາຫົກສິບສີ່:ບົດບັນທຶກການຈັບຕົວ.

ມາດຕາຫົກສິບສີ່:ບົດບັນທຶກການຈັບຕົວ. ໃນກໍລະນີໃດກໍ່ຕາມການຈັບຕົວຕ້ອງເຮັດບົດບັນທຶກໄວ້ເພື່ອ ເປັນຫຼັກຖານ. ໃນບົດບັນທຶກການຈັບຕົວນັ້ນຕ້ອງບອກຊື່,ນາມສະກຸນ,ຊັ້ນ, ຕໍາແໜ່ງ,ໜ້າທີ່ແລະບ່ອນປະຈໍາການຂອງເຈົ້າໜ້າທີ່ສືບສວນ- ສອບສວນພ້ອມທັງຊື່,ນາມສະກຸນ,ອາຍຸ,ອາຊີບ,ຊັ້ນ,ຕໍາແໜ່ງ,ໜ້າ ທີ່ແລະບ່ອນຢູ່ຂອງຜູ້ຖືກຈັບຕົວ,ວັນ,ເວລາແລະສະຖານທີ່ຈັບຕົວ,ຂໍ້ ກ່າວຫາ,ສາເຫດແລະຂໍ້ມູນຫຼັກຖານທີ່ພາໃຫ້ຈັບຕົວ. ໃນບົດບັນທຶກການຈັບຕົວຕ້ອງບອກແຈ້ງຊື່,ຈໍານວນ,ປະເພດ, ນໍ້າໜັກ,ຄຸນນະພາບ,ຕໍານິແລະຮູບປະພັນອື່ນໆຂອງວັດຖຸສິ່ງຂອງທີ່ ຖືກຢຶດເປັນຂອງກາງແລະວັດຖຸສິ່ງຂອງທີ່ເປັນຂອງຕິດຕົວຂອງຜູ້ຖືກ ຈັບຕົວ. ວັດຖຸສິ່ງຂອງທີ່ເປັນຂອງຕິດຕົວຂອງຜູ້ຖືກຈັບຕົວທີ່ຖືກຕ້ອງ ຕາມກົດໝາຍນັ້ນຕ້ອງມອບໃຫ້ຄອບຄົວຂອງຜູ້ກ່ຽວຄືນຢ່າງຄົບຖ້ວນ ແລະຢູ່ໃນສະພາບເດີມພ້ອມທັງເຮັດບົດບັນທຶກມອບຮັບຢ່າງຄັກແນ່ ໂດຍຊ້ອງໜ້າຜູ້ຖືກຈັບຕົວນັ້ນ.ໃນກໍລະນີທີ່ວັດຖຸສິ່ງຂອງທີ່ເປັນຂອງ ຕິດຕົວຂອງຜູ້ຖືກຈັບຕົວຫາກບໍ່ຄົບຖ້ວນຫຼືບໍ່ຢູ່ໃນສະພາບເດີມນັ້ນເຈົ້າ ໜ້າທີ່ຜູ້ປົກປັກຮັກສາວັດຖຸສິ່ງຂອງນັ້ນຈະໄດ້ຮັບຜິດຊອບທາງອາຍາ ຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງໆສອງແລະໜຶ່ງໆສາມຂອງກົດ ໝາຍອາຍາ.


....ມາດຕາຫົກສິບຫ້າ:ການກັງຂັງພາງ

ມາດຕາຫົກສິບຫ້າ:ການກັງຂັງພາງ ການກັງຂັງພາງແມ່ນການກັກຂັງຊົ່ວຄາວກ່ອນຄໍາຕັດສິນ ຂອງສານໃຊ້ໄດ້ຢ່າງເດັດຂາດເພື່ອດໍາເນີນການສືບສວນ-ສອບ ສວນ. ການກັກຂັງພາງຕ້ອງມີຄໍາສັ່ງເປັນລາຍລັກອັກສອນຂອງ ໄອຍະການປະຊາຊົນແລະຕ້ອງອີງໄສ່ເງື່ອນໄຂທີ່ໄດ້ກໍານົດໄວ້ໃນ ມາດຕາຫົກສິບສອງຂອງກົດໝາຍສະບັບນີ້. ຜູ້ຖືກຂັງພາງຕ້ອງແຍກໄປຂັງຕ່າງຫາກຈາກນັກໂທດແລະ ຕ້ອງຢູ່ໃນເງື່ອນໄຂທີ່ເໝາະສົມເພາະຍັງຖືວ່າເປັນຜູ້ບໍລະສຸດຢູ່. ກໍານົດເວລາການກັກຂັງພາງບໍ່ເກີນສາມເດືອນນັບແຕ່ມື້ ອອກຄໍາສັ່ງກັກຂັງພາງເປັນຕົ້ນໄປ.ຖ້າຫາກເຫັນວ່າມີຄວາມຈໍາ ເປັນຕ້ອງໄດ້ສືບສວນ-ສອບສວນຕໍ່ໄອຍະການປະຊາຊົນອາດຈະຕໍ່ ກໍານົດເວລາການກັກຂັງພາງໃຫ້ຕື່ມອີກໄດ້ເພື່ອລະສາມເດືອນຕາມ ຄໍາຮ້ອງຂໍຂອງຫົວໜ້າອົງການສືບສວນ-ສອບສວນແຕ່ກໍານົດເວລາ ການກັກຂັງພາງທັງໝົດນັ້ນບໍ່ໃຫ້ເກີນຫົກເດືອນສໍາລັບການກະທໍາຜິດ ໃນສະຖານໂທສານຸໂທດແລະບໍ່ໃຫ້ເກີນໜຶ່ງປີສໍາລັບການກະທໍາຜິດ ໃນສະຖານຄະລໂທດ,ຖ້າກາຍກໍານົດເວລາດັ່ງກ່າວຫາກຍັງບໍ່ທັນມີ ຫຼັກຖານພຽງພໍເພື່ອສັ່ງຟ້ອງຂຶ້ນສານປະຊາຊົນແລ້ວໄອຍະການປະ ຊາຊົນຕ້ອງອອກຄໍາສັ່ງປ່ອຍຕົວຜູ້ຖືກຫາໃນທັນໃດພ້ອມທັງສົ່ງສິ່ງ ຂອງຕິດຕົວທີ່ຖືກຕ້ອງຕາມກົດໝາຍຂອງຜູ້ກ່ຽວຄືນຢ່າງຄົບຖ້ວນ ແລະຢູ່ໃນສະພາບເດີມໂດຍເຮັດບົດບັນທຶກມອບຮັບຢ່າງຄັກແນ່. ກໍານົດເວລາການກັກຂັງພາງແມ່ນໃຫ້ນັບເຂົ້າໃນກໍານົດເວ ລາການປະຕິບັດໂທດ.


....ມາດຕາຫົກສິບຫົກ:ການປ່ອຍຕົວພາງ

ມາດຕາຫົກສິບຫົກ:ການປ່ອຍຕົວພາງ ການປ່ອຍຕົວພາງແມ່ນການປ່ອຍຕົວຊົ່ວຄາວກ່ອນຄໍາຕັດ ສິນຂອງສານໃຊ້ໄດ້ຢ່າງເດັດຂາດອອກຈາກການກັກຂັງພາງກ່ຽວ ກັບການກະທໍາຜິດທີ່ມີລັກສະນະເບົາພາຍຫຼັງທີ່ການສືບສວນ-ສອບ ສວນໄດ້ສໍາເລັດແລ້ວເພື່ອຕໍ່ສູ້ຄະດີຢູ່ຂ້າງນອກ. ການປ່ອຍຕົວພາງຕ້ອງມີຄໍາສັ່ງເປັນລາຍລັກອັກສອນຂອງ ໄອຍະການປະຊາຊົນ. ໃນເວລາດໍາເນີນຄະດີໄອຍະການປະຊາຊົນອາດຈະຕົກລົງ ປ່ອຍຕົວພາງໂດຍໜ້າທີ່ຫຼືປ່ອຍຕາມຄໍາຮ້ອງຂໍຂອງຜູ້ຖືກຫາ,ອົງ ການຈັດຕ້ອງທີ່ຜູ້ກ່ຽວສັງກັດຢູ່,ຜູ້ຕາງໜ້າ,ຜົວຫຼືເມຍ,ຜູ້ປົກຄອງ, ພໍ່ຫຼືແມ່ຫຼືຍາດຕິພີ່ນ້ອງທີ່ໃກ້ຊິດຂອງຜູ້ຖືກຫາກໍ່ໄດ້.

ການປ່ອຍຕົວພາງຕ້ອງອີງໃສ່ເງື່ອນໄຂດັ່ງນີ້: ຖ້າຫາກເຫັນວ່າຜູ້ຖືກຫາຫຼືຈໍາເລີຍຈະບໍ່ເອົາຫຼົບໜີ,ຈະບໍ່ທໍາ ລາຍຫຼັກຖານ,ຈະບໍ່ໄປກະທໍາຜິດໃໝ່ອີກ,ຈະບໍ່ໄປທໍາຮ້າຍຜູ້ຖືກເສຍ ຫາຍ,ພະຍານຫຼືຜູ້ຖືກຫາຈະບໍ່ຖືກທໍາຮ້າຍຈາກຜູ້ອື່ນ. ໃນການປ່ອຍຕົວພາງຕາມຄໍາຮ້ອງຂໍຂອງຜູ້ຖືກຫາ,ອົງການ ຈັດຕັ້ງທີ່ຜູ້ກ່ຽວສັງກັດຢູ່,ຜູ້ຕາງໜ້າ,ຜົວຫຼືເມຍ,ຜູ້ປົກຄອງ,ພໍ່ຫຼືແມ່ຫຼື ຍາດຕິພີ່ນ້ອງທີ່ໃກ້ຊິດຂອງຜູ້ຖືກຫານັ້ນອາດຈະໃຫ້ວາງຫຼັກຊັບປະກັນ ຢ່າງເໝາະສົມກໍ່ໄດ້. ຜູ້ທີ່ຖືກປ່ອຍຕົວພາງຕ້ອງເຂົ້າມາສະເໜີຕົວຕໍ່ເຈົ້າໜ້າທີ່ກ່ຽວ ຂ້ອງຕາມວັນເວລາທີ່ໄດ້ກໍານົດໃຫ້ຢ່າງໜ້ອຍໜຶ່ງເດືອນຕໍ່ເທື່ອ. ຫ້າມປ່ອຍຕົວພາງສໍາລັບການກະທໍາຜິດໃນສະຖານຄະລຸ ໂທດ.


....ມາດຕາຫົກສິບເຈັດ:ການຄຸມຕົວຢູ່ກັບທີ່

ມາດຕາຫົກສິບເຈັດ:ການຄຸມຕົວຢູ່ກັບທີ່ ຜູ້ຖືກສົງໄສຫຼືຜູ້ຖືກຫາອາດຈະຖືກຄຸມຕົວຢູ່ກັບທີ່ໂດຍບໍ່ໃຫ້ຜູ້ກ່ຽວ ອອກຈາກບ່ອນຢູ່ຫຼືສະຖານທີ່ໃດໜຶ່ງໂດຍບໍ່ໄດ້ຮັບອະນຸຍາດຈາກຫົວ ໜ້າອົງການສືບສວນ-ສອບສວນຫຼືໄອຍະການປະຊາຊົນ. ການຄຸ້ມຕົວຢູ່ກັບທີ່ຕ້ອງມີຄໍາສັ່ງຂອງຫົວໜ້າອົງການສືບສວນ- ສອບສວນຫຼືໄອຍະການປະຊາຊົນໂດຍວາງເງື່ອນໄຂໃນການປະຕິບັດ ໃຫ້ແກ່ຜູ້ຖືກຄຸມຕົວຢູ່ກັບທີ່. ໃນກໍລະນີທີ່ຜູ້ຖືກສົງໄສຫຼືຜູ້ຖືກຫາຫາກໄດ້ລະເມີດລະບຽບຂອງ ການຄຸມຕົວຢູ່ກັບທີ່ແລ້ວອາດຈະນໍາໃຊ້ມາດຕະການສະກັດກັ້ນອື່ນທີ່ໜັກ ກວ່າເກົ່າໃສ່ຜູ້ກ່ຽວກໍ່ໄດ້.

....ມາດຕາຫົກສິບແປດ:ການງົດຕໍາແໜ່ງຫຼືໜ້າທີ່

ມາດຕາຫົກສິບແປດ:ການງົດຕໍາແໜ່ງຫຼືໜ້າທີ່ ການງົດຕໍາແໜ່ງຫຼືໜ້າທີ່ແມ່ນການໂຈະຕໍາແໜ່ງຫຼືໜ້າທີ່ຂອງ ຜູ້ຖືກສົງໄສຫຼືຜູ້ຖືກຫາຍ້ອນວ່າການກະທໍາຜິດນັ້ນພົວພັນເຖິ່ງຕໍາແໜ່ງ ຫຼືໜ້າທີ່ຂອງຜູ້ກ່ຽວເພື່ອບໍ່ໃຫ້ເປັນອຸປະສັກໃນການສືບສວນ-ສອບສວນ. ການງົດຕໍາແໜ່ງຫຼືໜ້າທີ່ຕ້ອງມີຄໍາສັ່ງເປັນລາຍລັກອັກສອນ ຂອງໄອຍະການປະຊາຊົນ. ຄໍາສັ່ງງົດຕໍາແໜ່ງຫຼືໜ້າທີ່ນັ້ນຕ້ອງສົ່ງໃຫ້ອົງການຈັດຕັ້ງທີ່ຜູ້ ຖືກສົງໄສຫຼືຜູ້ຖືກຫາສັງກັດເພື່ອດໍາເນີນການງົດຕໍາແໜ່ງຫຼືໜ້າທີ່.


...ໝວດທີ5ການໂຈະການດໍາເນີນຄະດີຫຼືການຊັດມ້ຽນຄະດີ


....ມາດຕາຫົກສິບເກົ້າ:ການໂຈະການດໍາເນີນຄະດີ

ມາດຕາຫົກສິບເກົ້າ:ການໂຈະການດໍາເນີນຄະດີ ການໂຈະການດໍາເນີນຄະດີແມ່ນການຢຸດເຊົາການດໍາເນີນ ຄະດີໄວ້ຊົ່ວຄາວດ້ວຍສາເຫດດັ່ງຕໍ່ໄປນີ້: ໜຶ່ງ:ຜູ້ຖືກຫາໄດ້ລີ້ຊ່ວນ,ຫຼົບຫຼີກຈາກການດໍາເນີນຄະດີຫຼືບໍ່ຮູ້ ບ່ອນຢູ່ຂອງຜູ້ກ່ຽວ,ຫຼືຫຼັກຖານໃນຄະດີຍັງບໍ່ທັນໜັກແໜ້ນ. ສອງ:ບໍ່ສາມາດຮູ້ໄດ້ວ່າແມ່ນຜູ້ໃດເປັນຜູ້ກະທໍາຜິດໃນຄະດີ. ສາມ:ຜູ້ຖືກຫາເຈັບປ່ວຍໜັກຫຼືເປັນບ້າເສຍຈິດໂດຍມີການຢັ້ງ ຢືນຈາກຄະນະແພດ;ການໂຈະການດໍາເນີນຄະດີໃນກໍລະນີທີໜຶ່ງ ແລະສອງຈະມີໄດ້ກໍ່ຕໍ່ເມື່ອກໍານົດເວລາການດໍາເນີນການສືບສວນ- ສອບສວນຫາກໄດ້ສິ່ນສຸດແລ້ວ. ການໂຈະການດໍາເນີນຄະດີໄວ້ນັ້ນຕ້ອງມີຄໍາສັ່ງຂອງຫົວໜ້າ ອົງການສືບສວນ-ສອບສວນຫຼືໄອຍະການປະຊາຊົນ.ຄໍາສັ່ງໂຈະການ ດໍາເນີນຄະດີຂອງຫົວໜ້າອົງການສືບສວນ-ສອບສວນນັ້ນຕ້ອງ ໃຫ້ອັດສໍາເນົາແລ້ວສົ່ງລາຍງານໃຫ້ໄອຍະການປະຊາຊົນຊາບໃນ ທັນໃດ. ການໂຈະການດໍາເນີນຄະດີໃນກໍລະນີທີສາມນັ້ນຫົວໜ້າອົງ ການສືບສວນ-ສອບສວນຫຼືໄອຍະການປະຊາຊົນຕ້ອງອອກຄໍາສັ່ງສົ່ງ ຕົວຜູ້ຖືກຫາໄປປິ່ນປົວ. ຄະດີອາຍາທີ່ໄດ້ໂຈະໄວ້ນັ້ນກໍ່ຈະຖືກຊັດມ້ຽນເມື່ອຫາກໝົດ ອາຍຸຄວາມໃນການຮ້ອງຟ້ອງອາຍາ. ຄໍາສັ່ງໂຈະແລະຄໍາສັ່ງຊັດມ້ຽນຄະດີຕ້ອງແຈ້ງໃຫ້ຄູ່ຄວາມ ຊາບຊຶ່ງຜູ້ຖືກເສຍຫາຍຫຼືໂຈດທາງແພ່ງມີສິດຂໍອຸທອນພາຍໃນກໍາ ນົດເຈັດວັນນັບແຕ່ມື່ຮັບຊາບຄໍາສັ່ງນັ້ນເປັນຕົ້ນໄປ.


....ມາດຕາເຈັດສິບ:ການສືບຕໍ່ດໍາເນີນຄະດີທີ່ຖືກໂຈະໄວ້ນັ້ນຄືນໃໝ່

ມາດຕາເຈັດສິບ:ການສືບຕໍ່ດໍາເນີນຄະດີທີ່ຖືກໂຈະໄວ້ນັ້ນຄືນໃໝ່ ເມື່ອສາເຫດຂອງການໂຈະການດໍາເນີນຄະດີຫາກຕົກໄປແລະ ອາຍຸຄວາມໃນການຮ້ອງຟ້ອງຍັງບໍ່ທັນສິ້ນສຸດຫົວໜ້າອົງການສືບສວນ- ສອບສວນຫຼືໄອຍະການປະຊາຊົນຕ້ອງອອກຄໍາສັ່ງສືບຕໍ່ດໍາເນີນຄະດີທີ່ ຖືກໂຈະໄວ້ນັ້ນຄືນໃໝ່.


....ມາດຕາເຈັດສິບເອັດ:ການຊັດມ້ຽນຄະດີ

ມາດຕາເຈັດສິບເອັດ:ການຊັດມ້ຽນຄະດີ ການຊັດມ້ຽນຄະດີແມ່ນການຢຸດເຊົາການດໍາເນີນຄະດີດ້ວຍ ສາເຫດດັ່ງນີ້: ໜຶ່ງ:ເມື່ອມີສາເຫດໃດໜຶ່ງທີ່ໄດ້ກໍານົດໄວ້ໃນມາດຕາສີ່ຂອງ ກົດໝາຍສະບັບນີ້: ສອງ:ເມື່ອບໍ່ມີຫຼັກຖານພຽງພໍວ່າຜູ້ຖືກຫາໄດ້ເປັນຜູ້ກະທໍາ ຜິດ. ໃນກໍລະນີທີ່ມີການຊັດມ້ຽນຄະດີໄອຍະການປະຊາຊົນຕ້ອງ ອອກຄໍາສັ່ງປ່ອຍຕົວຜູ້ຖືກຫາໃນທັນໃດ.ເຈົ້າໜ້າທີ່ສືບສວນ-ສອບ ສວນ,ພະນັກງານສອບສວນຫຼືໄອຍະການປະຊາຊົນຕ້ອງສົ່ງສິ່ງຂອງ ຕິດຕົວທີ່ຖືກຕ້ອງຕາມກົດໝາຍລວມທັງວັດຖຸສິ່ງຂອງທີ່ໄດ້ຢຶດເປັນ ຂອງກາງຊຶ່ງເປັນກໍາມະສິດຂອງຜູ້ກ່ຽວຄືນໃນທັນໃດ.

ການຊັດມ້ຽນຄະດີມີສອງປະເພດຄື: -ການຊັດມ້ຽນຄະດີທາງດ້ານກົດໝາຍ. -ການຊັດມ້ຽນຄະດີທາງດ້ານຫຼັກຖານ.

ການຊັດມ້ຽນຄະດີທາງດ້ານກົດໝາຍແມ່ນການຊັດມ້ຽນຄະ ດີຕາມທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຂອງມາດຕານີ້. ການຊັດມ້ຽນຄະດີທາງດ້ານຫຼັກຖານແມ່ນການຊັດມ້ຽນຄະດີ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ສອງຂອງມາດຕານີ້.


....ມາດຕາເຈັດສິບສອງ:ການສືບຕໍ່ດໍາເນີນຄະດີທີ່ຖືກຊັດມ້ຽນຄືນໃໝ່

ມາດຕາເຈັດສິບສອງ:ການສືບຕໍ່ດໍາເນີນຄະດີທີ່ຖືກຊັດມ້ຽນຄືນໃໝ່ ການຊັດມ້ຽນຄະດີທາງດ້ານກົດໝາຍແມ່ນບໍ່ສາມາດສືບຕໍ່ດໍາ ເນີນຄະດີຄືນໃໝ່ໄດ້. ການຊັດມ້ຽນຄະດີທາງດ້ານຫຼັກຖານແມ່ນສາມາດສືບຕໍ່ດໍາ ເນີນຄະດີຄືນໃໝ່ໄດ້. ການສືບຕໍ່ດໍາເນີນຄະດີທີ່ຖືກຊັດມ້ຽນນັ້ນຈະດໍາເນີນໄດ້ກໍ່ຕໍ່ເມື່ອ ຫາກມີຫຼັກຖານໃໝ່ແລະອາຍຸຄວາມໃນການຮ້ອງຟ້ອງທາງອາຍາຍັງ ບໍ່ທັນໄດ້ສິ່ນສຸດເທື່ອ. ໃນການສືບຕໍ່ດໍາເນີນຄະດີທີ່ຖືກຊັດມ້ຽນຄືນໃໝ່ນັ້ນໄອຍະການ ປະຊາຊົນຕ້ອງອອກຄໍາສັ່ງລົບລ້າງຄໍາສັ່ງຊັດມ້ຽນຄະດີແລ້ວສັ່ງໃຫ້ສືບ ຕໍ່ດໍາເນີນຄະດີນັ້ນ.


...ໝວດທີ6ສິດແລະໜ້າທີ່ຂອງໄອຍະການປະຊາຊົນໃນການຕິດຕາມກວດກາການປະຕິບັດກົດໝາຍ�


....ມາດຕາເຈັດສິບສາມ:ສິດແລະໜ້າທີ່ຂອງໄອຍະການປະຊາຊົນ

ມາດຕາເຈັດສິບສາມ:ສິດແລະໜ້າທີ່ຂອງໄອຍະການປະຊາຊົນ ໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການ ສືບສວນ-ສອບສວນໄອຍະການປະຊາຊົນມີສິດແລະໜ້າທີ່ດັ່ງນີ້: ໜຶ່ງ:ຮ້ອງຟ້ອງ,ເປີດການສືບສວນ-ສອບສວນແລະສັ່ງຟ້ອງ ຜູ້ກະທໍາຜິດ,ນໍາໃຊ້ມາດຕະການເພື່ອບໍ່ໃຫ້ຜູ້ກະທໍາຜິດຫຼຸດພົ້ນອອກ ຈາກການດໍາເນີນຄະດີ. ສອງ:ຕິດຕາມກວດກາການເຄົາລົບລະບຽບການດໍາເນີນ ການສືບສວນ-ສອບສວນ. ສາມ:ຕິດຕາມກວດກາເພື່ອບໍ່ໃຫ້ບຸກຄົນໃດໜຶ່ງໄດ້ຖືກກັກຕົວ, ຈັບຕົວຫຼືກັກຂັງໂດຍບໍ່ຖືກຕ້ອງຕາມກົດໝາຍ. ສີ່:ຕິດຕາມກວດກາຢ່າງເຂັ້ມງວດເພື່ອບໍ່ໃຫ້ຜູ້ບໍ່ໄດ້ກະທໍາຜິດ ຖືກລົງໂທດ. ຫ້າ:ທວງເອົາສໍານວນຄະດີອາຍາ,ເອກະສານແລະຂໍ້ມູນຕ່າງ ໆກ່ຽວກັບການກະທໍາຜິດຈາກອົງການສືບສວນ-ສອບສວນເພື່ອທໍາ ການກວດກາ. ຫົກ:ເຂົ້າຮ່ວມການສືບສວນ-ສອບສວນຄະດີອາຍາແລະໃນກໍ ລະນີທີ່ຈໍາເປັນຈະດໍາເນີນການສືບສວນ-ສອບສວນດ້ວຍຕົນເອງກໍ່ ໄດ້. ເຈັດ:ລົບລ້າງຄໍາສັ່ງຂອງຫົວໜ້າອົງການສືບສວນ,ສອບ ສວນທີ່ບໍ່ຖືກຕ້ອງຕາມກົດໝາຍຫຼືບໍ່ມີເຫດຜົນ. ແປດ:ໃຫ້ການແນະນໍາເປັນລາຍລັກອັກສອນກ່ຽວກັບການ ສືບສວນ-ສອບສວນຄະດີອາຍາ,ການຊອກຫາຜູ້ກະທໍາຜິດ,ການຕີ ຄວາມໝາຍຂອງການກະທໍາຜິດ,ການນໍາໃຊ້ມາດຕະການສືບສວນ- ສອບສວນແລະມາດຕະການສະກັດກັ້ນ. ເກົ້າ:ອອກຄໍາສັ່ງພາຕົວ,ຈັບຕົວ,ກັກຂັງ,ກວດຄົ້ນເຄຫະສະ ຖານແລະອອກຄໍາສັ່ງປ່ອຍຕົວພາງ. ສິບ:ຕໍ່ກໍານົດເວລາການສືບສວນ-ສອບສວນແລະກໍານົດເວ ລາການກັກຂັງພາງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ສິບເອັດ:ສົ່ງສໍານວນຄະດີຄືນໃຫ້ເຈົ້າໜ້າທີ່ສືບສວນ-ສອບ ສວນຫຼືພະນັກງານສອບສວນພ້ອມດ້ວຍຄໍາແນະນໍາກ່ຽວກັບການສືບ ສວນ-ສອບສວນເພີ່ມເຕີມ. ສິບສອງ:ສັ່ງໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນຫຼືພະນັກງານ ສອບສວນທີ່ໄດ້ລະເມີດກົດໝາຍໃນເວລາດໍາເນີນຄະດີຢຸດເຊົາການ ສືບສວນ-ສອບສວນພ້ອມທັງດໍາເນີນຄະດີຖ້າຫາກເຫັນວ່າການລະ ເມີດນັ້ນເປັນການກະທໍາຜິດທາງກາຍາ. ສິບສາມ:ໂຈະການດໍາເນີນຄະດີຫຼືຊັດມ້ຽນຄະດີຕາມສາເຫດ ທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບເກົ້າແລະເຈັດສິບເອັດຂອງກົດ ໝາຍສະບັບນີ້: ສິບສີ່:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ.


....ມາດຕາເຈັດສິບສີ່:ຄວາມເຫັນຂອງໄອຍະການປະຊາຊົນ

ມາດຕາເຈັດສິບສີ່:ຄວາມເຫັນຂອງໄອຍະການປະຊາຊົນ ໄອຍະການປະຊາຊົນຕ້ອງຄົ້ນຄວ້າຄະດີທີ່ໄດ້ຮັບຈາກອົງ ການສືບສວນ-ສອບສວນຫຼືຈາກພະນັກງານສອບສວນນັ້ນຢ່າງຊ້າບໍ່ ໃຫ້ເກີນສິບຫ້າວັນນັບແຕ່ມື້ໄດ້ຮັບສໍານວນຄະດີເປັນຕົ້ນໄປແລ້ວຕ້ອງ ອອກຄໍາສັ່ງໃດໜຶ່ງດັ່ງຕໍ່ໄປນີ້: ໜຶ່ງ:ຖ້າເຫັນວ່າການສືບສວນ-ສອບສວນຄະດີຫາກຍັງບໍ່ທັນ ຄົບຖ້ວນນັ້ນໄອຍະການປະຊາຊົນຕ້ອງສົ່ງສໍານວນຄະດີຄືນໃຫ້ອົງ ການສືບສວນ-ສອບສວນຫຼືພະນັກງານສອບສວນພ້ອມດ້ວຍຄໍາແນະ ນໍາເປັນລາຍລັກອັກສອນກ່ຽວກັບການສືບສວນ-ສອບສວນເພີ່ມເຕີມ. ສອງ:ຖ້າຫາກເຫັນວ່າມີສາເຫດກ່ຽວກັບການໂຈະການດໍາ ເນີນຄະດີຕາມທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບເກົ້າຂອງກົດໝາຍ ສະບັບນີ້ແລ້ວໄອຍະການປະຊາຊົນອອກຄໍາສັ່ງໂຈະການດໍາເນີນຄະ ດີ. ສາມ:ຖ້າຫາກເຫັນວ່າມີສາເຫດທີ່ພາໃຫ້ຊັດມ້ຽນຄະດີຊຶ່ງໄດ້ ກໍານົດໄວ້ໃນມາດຕາເຈັດສິບເອັດຂອງກົດໝາຍສະບັບນີ້ແລ້ວໄອຍະ ການປະຊາຊົນຈະອອກຄໍາສັ່ງຊັດມ້ຽນຄະດີ. ສີ່:ຖ້າເຫັນວ່າມາດຕະການສືບສວນ-ສອບສວນຫຼືມາດຕະ ການສະກັດກັ້ນຊຶ່ງເຈົ້າໜ້າທີ່ສີບສວນ-ສອບສວນຫຼືພະນັກງານສອບ ສວນໄດ້ນໍາໃຊ້ນັ້ນຫາກຍັງບໍ່ທັນສອດຄ່ອງກັບສະພາບຂອງຄະດີແລ້ວ ໄອຍະການປະຊາຊົນມີສິດປ່ຽນແປງ,ຍົກເລີກຫຼືລົບລ້າງມາດຕະ ການດັ່ງກ່າວ. ຫ້າ:ຖ້າເຫັນວ່າມີຂໍ້ມູນຫຼັກຖານພຽງພໍແລ້ວໄອຍະການປະ ຊາຊົນຈະອອກຄໍາສັ່ງຟ້ອງຜູ້ຖືກຫາຂຶ້ນສານ.

..ພາກທີ5ການດໍາເນີນຄະດີຢູ່ສານ່ຂັ້ນຕົ້ນ


...ມາດຕາເຈັດສິບຫ້າ:ການຮັບເອົາຄະດີມາພິຈາລະນາ

ມາດຕາເຈັດສິບຫ້າ:ການຮັບເອົາຄະດີມາພິຈາລະນາ ສານຈະຮັບເອົາຄະດີອາຍາມາພິຈາລະນາໄດ້ກໍ່ຕໍ່ເມື່ອຫາກມີ ຄໍາສັ່ງຟ້ອງຂຶ້ນສານຂອງໄອຍະການປະຊາຊົນເທົ່ານັ້ນ.ສານຕ້ອງພິ ຈາລະນາຄະດີດັ່ງກ່າວພາຍໃນກໍານົດໜຶ່ງເດືອນນັບແຕ່ວັນໄດ້ຮັບຄໍາ ສັ່ງຟ້ອງຈາກໄອຍະການປະຊາຊົນເປັນຕົ້ນໄປ. ສໍາລັບຄະດີທີ່ສັ່ງຟ້ອງຂຶ້ນສານໂດຍກົງຕາມທີ່ໄດ້ກໍານົດໄວ້ໃນ ມາດຕາສີ່ສິບຂອງກົດໝາຍສະບັບນີ້ແລະຄະດີກ່ຽວກັບການກະທໍາຜິດ ເບົານັ້ນສານຕ້ອງໄດ້ພິຈາລະນາຕັດສິນພາຍໃນກໍານົດສິບຫ້າວັນນັບ ແຕ່ວັນໄດ້ຮັບຄໍາສັ່ງຟ້ອງຈາກໄອຍະການປະຊາຊົນເປັນຕົ້ນໄປ.


...ມາດຕາເຈັດສິບຫົກ:ການຄົ້ນຄວ້າຄະດີຂອງສານ

ມາດຕາເຈັດສິບຫົກ:ການຄົ້ນຄວ້າຄະດີຂອງສານ ພາຍຫຼັງທີ່ໄດ້ຮັບສໍານວນຄະດີຈາກໄອຍະການປະຊາຊົນແລ້ວ ປະທານສານຈະມອບໃຫ້ຜູ້ພິພາກສາຜູ້ໃດຜູ້ໜຶ່ງຄົ້ນຄວ້າແລ້ວນໍາສະເໜີ ຕໍ່ປະທານສານເພື່ອພິຈາລະນາຕາມແຕ່ລະກໍລະນີດັ່ງນີ້: ໜຶ່ງ:ສົ່ງສໍານວນຄະດີຄືນໃຫ້ໄອຍະການປະຊາຊົນເພື່ອທໍາການ ສືບສວນ-ສອບສວນເພີ່ມເຕີມຖ້າເຫັນວ່າການສືບສວນ-ສອບສວນຫາກ ຍັງບໍ່ທັນຄົບຖ້ວນ. ສອງ:ສົ່ງສໍານວນຄະດີຄືນໃຫ້ໄອຍະການປະຊາຊົນເພື່ອສັ່ງຟ້ອງ ເພີ່ມເຕີມຖ້າເຫັນວ່າຍັງມີການກະທໍາຜິດອື່ນຫຼືບຸກຄົນອື່ນທີ່ຍັງບໍ່ທັນໄດ້ ຖືກສ່ັງຟ້ອງຂຶ້ນສານ. ສາມ:ຕົກລົງເວລາແລະນໍາເອົາຄະດີອອກພິຈາລະນາໃນທີ່ປະ ຊຸມສານຖ້າເຫັນວ່າການສືບສວນ-ສອບສວນຫາກໄດ້ດໍາເນີນໄປຢ່າງ ຖືກຕ້ອງແລະຄົບຖ້ວນແລ້ວ.


...ມາດຕາເຈັດສິບເຈັດ:ມາດຕະການຂອງສານ.

ມາດຕາເຈັດສິບເຈັດ:ມາດຕະການຂອງສານ. ໃນການດໍາເນີນຄະດີຢູ່ສານ,ສານມີສິດນໍາໃຊ້ມາດຕະການສືບ ສວນ-ສອບສວນແລະມາດຕະການສະກັດກັ້ນຕາມທີ່ໄດ້ກໍານົດໄວ້ໃນ ມາດຕາສີ່ສິບສອງຫາມາດຕາຫົກສິບແປດຂອງກົດໝາຍສະບັບນີ້.


...ມາດຕາເຈັດສິບແປດ:ການໄຕ່ສວນຄະດີໃນທີ່ປະຊຸມສານຂັ້ນຕົ້ນ

ມາດຕາເຈັດສິບແປດ:ການໄຕ່ສວນຄະດີໃນທີ່ປະຊຸມສານຂັ້ນຕົ້ນ ການໄຕ່ສວນຄະດີໃນທີ່ປະຊຸມສານຂັ້ນຕົ້ນຕ້ອງເຮັດໂດຍກົງ, ທາງປາກເປົ່າ,ຢ່າງເປີດເຜີຍຫຼືປິດລັບໃນບາງກໍລະນີ,ມີການໂຕ້ ແຍ່ງ,ເຮັດຢ່າງຕໍ່ເນື່ອງກັນແລະໂດຍບໍ່ມີການສັບປ່ຽນຄະນະສານ. ປະທານຄະນະສານມີໜ້າທີ່ນໍາພາການໄຕ້ສວນຄະດີຢ່າງ ເປັນກາງໃນທີ່ປະຊຸມສານ. ພາຍຫຼັງທີ່ໄດ້ປະກາດເປີດປະຊຸມສານແລ້ວປະທານຄະນະ ສານຕ້ອງແຈ້ງລາຍຊື່ຄະນະສານ,ໄອຍະການປະຊາຊົນ,ຈ່າສານ, ຄະດີທີ່ຈະນໍາອອກພິຈາລະນາ,ສິດໃນການຄ້ານຕົວຄະນະສານຫຼືບຸກ ຄົນໃດບຸກຄົນໜຶ່ງໃນຄະນະສານ,ໄອຍະການປະຊາຊົນ,ຈ່າສານ,ຜູ້ ຊ່ຽວຊານແລະຜູ້ແປພາສາແລ້ວແຈ້ງບັນດາສິດດັ່ງກ່າວໃຫ້ຄູ່ຄວາມ ແລະຜູ້ເຂົ້າຮ່ວມໃນການດໍາເນີນຄະດີຊາບ.ຖ້າຫາກມີການປ່ຽນ ແປງຄະນະສານຍ້ອນການຄ້ານຕົວນັ້ນຄະນະສານກໍ່ຕ້ອງປິດການ ປະຊຸມສານໄວ້ຊົ່ວຄາວເພື່ອພິຈາລະນາຕົກລົງກ່ຽວກັບບັນຫານີ້. ຫຼັງຈາກນັ້ນປະທານຄະນະສານກໍ່ຖາມຊີວິປະຫວັດຂອງຈໍາ ເລີຍ,ແຈ້ງຄໍາສັ່ງຟ້ອງຂອງໄອຍະການປະຊາຊົນແລະຂໍ້ກ່າວຫາໃຫ້ ຜູ້ກ່ຽວຊາບ. ຕໍ່ຈາກນັ້ນຄະນະສານຈະຟັງຄໍາໃຫ້ການຂອງຜູ້ຖືກເສຍຫາຍ ຫຼືໂຈດທາງແພ່ງ,ຈໍາເລີຍ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມ, ພະຍານແລະຜູ້ເຂົ້າຮ່ວມອື່ນໆໃນການດໍາເນີນຄະດີ. ໃນເວລາໄຕ່ສວນຄະດີນັ້ນຄູ່ຄວາມແລະຜູ້ເຂົ້າຮ່ວມອື່ນໆໃນ ການດໍາເນີນຄະດີ,ໄອຍະການປະຊາຊົນ,ຄະນະສານມີສິດຖາມຜູ້ເຂົ້າ ຮ່ວມໃນການດໍາເນີນຄະດີເພີ່ມເຕີມໂດຍການອະນຸຍາດຂອງປະທານ ຄະນະສານ.ຄະນະສານນໍາເອົາບັນດາຂອງກາງແລະຫຼັກຖານໃນຄະ ດີມາສະເໜີຕໍ່ທີ່ປະຊຸມສານແລ້ວເປີດການຖົກຖຽງ. ເມື່ອການຖົກຖຽງໄດ້ສິ່ນສຸດລົງແລ້ວປະທານຄະນະສານກໍ່ສະ ເໜີໃຫ້ໄອຍະການປະຊາຊົນຂຶ້ນຖະແຫຼງ.ພາຍຫຼັງທີ່ຄະນະສານໄດ້ອະ ນຸຍາດໃຫ້ຈໍາເລີຍຫຼືທະນາຍຄວາມຂອງຜູ້ກ່ຽວມີຄໍາເຫັນເປັນຜູ້ສຸດ ທ້າຍແລ້ວປະທານຄະນະສານກໍ່ຈະປິດການຖົກຖຽງແລະປະກາດປິດ ປະຊຸມສາຍຊົ່ວຄາວເພື່ອພິຈາລະນາຄະດີໃນຫ້ອງປະຊຸມລັບ. ຖ້າຫາກມີການສັບປ່ຽນຄະນະສານນັ້ນຕ້ອງດໍາເນີນການໄຕ່ ສວນຄືໃໝ່.


...ມາດຕາເຈັດສິບເກົ້າ:ການພິຈາລະນາຄະດີໃນຫ້ອງປະຊຸມລັບ

ມາດຕາເຈັດສິບເກົ້າ:ການພິຈາລະນາຄະດີໃນຫ້ອງປະຊຸມລັບ ການພິຈາລະນາຕັດສິນຄະດີໃນຫ້ອງປະຊຸມລັບຕ້ອງເຮັດຢ່າງ ລະອຽດ,ຮອບດ້ານ,ຄົບຖ້ວນແລະພາວະວິໃສໂດຍອີງໃສ່ຜົນຂອງການ ໄຕ່ສວນຄະດີໃນທີ່ປະຊຸມສານເປັນຕົ້ນຕໍເພື່ອໃຫ້ຄໍາຕັດສິນຖືກຕ້ອງແລະ ຍຸຕິທໍາ. ການລົງຄໍາເຫັນຊີ້ຂາດໃນຫ້ອງປະຊຸມລັບຕ້ອງຖືເອົາຕາມສຽງ ສ່ວນຫຼາຍໂດຍໃຫ້ຄະນະສານຜູ້ທີ່ມີຄຸນວຸດທິຫຼຸດໝູ່ເປັນຜູ້ອອກຄໍາເຫັນ ແລະອອກສຽງກ່ອນສ່ວນປະທານຄະນະສານນັ້ນອອກຄໍາເຫັນແລະ ອອກສຽງເປັນຜູ້ສຸດທ້າຍ. ຜູ້ທີ່ບໍ່ເຫັນດີຕາມສຽງສ່ວນຫຼາຍນັ້ນກໍ່ມີສິດສະແດງຄໍາເຫັນຂອງ ຕົນເປັນລາຍລັກອັກສອນໄວ້ໃນສໍານວນຄະດີເພື່ອໃຫ້ສານຂັ້ນເທິງພິ ຈາລະນາໃນກໍລະນີທີ່ມີການຂໍອຸທອນຫຼືລົບລ້າງ.


...ມາດຕາແປດສິບ:ການອ່ານຄໍາຕັດສິນໃນທີ່ປະຊຸມສານ

ມາດຕາແປດສິບ:ການອ່ານຄໍາຕັດສິນໃນທີ່ປະຊຸມສານ ພາຍຫຼັງທີ່ໄດ້ພິຈາລະນາຕັດສິນຄະດີໃນຫ້ອງປະຊຸມລັບແລ້ວປະ ທານພ້ອມດ້ວຍຄະນະສານຕ້ອງນໍາເອົາຄໍາຕັດສິນອອກມາອ່ານໃນທີ່ປະ ຊຸມສານຟ່າງເປີດເຜີຍພ້ອມທັງແຈ້ງສິດໃນການຂໍອຸທອນຄໍາຕັດສິນ ຂອງສານ. ຖ້າຫາກວ່າບໍ່ສາມາດອ່ານຄໍາຕັດສິນໃນມື້ນັ້ນໄດ້ກໍ່ໃຫ້ເລື່ອນ ການອ່ານຄໍາຕັດສິນໄປໃສ່ມື້ໃໝ່ແຕ່ຢ່າງຊ້າບໍ່ໃຫ້ກາຍເຈັດວັນ.


...ມາດຕາແປດສິບເອັດ:ການໂຈະແລະການເລື່ອນການໄຕ່ສວນຄະດີ

ມາດຕາແປດສິບເອັດ:ການໂຈະແລະການເລື່ອນການໄຕ່ສວນຄະດີ ການໂຈະການໄຕ່ສວນຄະດີໃນທີ່ປະຊຸມສານແມ່ນການຢຸດເຊົາ ການປະຊຸມສານຊົ່ວຄ່າວຍ້ອນມີສະພາບການໃດໜຶ່ງທີ່ເປັນອຸປະສັກຕໍ່ ການໄຕ່ສວນຄະດີນັ້ນເປັນຕົ້ນຈໍາເລີຍຫາກຖືກເຈັບເປັນຢ່າງກະທັນຫັນ ຫຼືສູນເສຍຄວາມສາມາດທາງດ້ານການປະພຶດ. ການເລື່ອນການໄຕ່ສວນຄະດີແມ່ນການຕົກລົງເອົາຄະດີໄປໄຕ່ ສວນໃນວັນຂ້າງໜ້າຍ້ອນຄວາມຈໍາເປັນຕ້ອງທວງເອົາຫຼັກຖານໃໝ່ຫຼື ຜູ້ເຂົ້າຮ່ວມໃນຄະດີຜູ້ໃດຜູ້ໜຶ່ງທີ່ມີຄວາມສໍາຄັນຕໍ່ການພິຈາລະນາຄະດີ ນັ້ນບໍ່ມາຮ່ວມໃນທີ່ປະຊຸມສານຫຼືຍ້ອນສາເຫດອື່ນໆ.


...ມາດຕາແປດສິບສອງ:ການຕັດສິນຊ້ອງໜ້າ,ຖືວ່າຊ້ອງໜ້າແລະການຕັດສິນລັບຫຼັງ.

ມາດຕາແປດສິບສອງ:ການຕັດສິນຊ້ອງໜ້າ,ຖືວ່າຊ້ອງໜ້າແລະ ການຕັດສິນລັບຫຼັງ. ການຕັດສິນຊ້ອງໜ້າແມ່ນການຕັດສິນຂອງສານທີ່ໂຈດທາງ ແພ່ງແລະຈໍາເລີຍເຂົ້າຮ່ວມໃນການພິຈາລະນາຄະດີຍົກເວັ້ນການພິ ຈາລະນາພິພາກສາຄະດີຢູ່ສານຂັ້ນລົບລ້າງ. ການຕັດສິນຖືວ່າຊ້ອງໜ້າແມ່ນການຕັ້ສິນຂອງສານທີ່ໂຈດ ທາງແພ່ງຫຼືຈໍາເລີຍໄດ້ຮັບໝາຍຮຽກເຂົ້າມາຮ່ວມປະຊຸມສານແລ້ວ ແຕ່ຫາກບໍ່ໄດ້ເຂົ້າມາຮ່ວມໂດຍບໍ່ມີເຫດຜົນຫຼືໃນກໍລະນີທີ່ການກະທໍາ ຜິດມີລັກສະນະເບົາຊຶ່ງໂຈດທາງແພ່ງຫຼືຈໍາເລີຍສະເໜີໃຫ້ສານພິຈາ ລະນາຕັດສິນຄະດີໂດຍທີ່ຜູ້ກ່ຽວບໍ່ໄດ້ເຂົ້າຮ່ວມນໍາ.ໃນກໍລະນີນີ້ຜູ້ກ່ຽວ ບໍ່ມີສິດຄັດຄ້ານຄໍາຕັດສິນຂອງສານພຽງແຕ່ມີສິດຂໍອຸທອນເທົ່ານັ້ນ. ການຕັດສິນລັບຫຼັງແມ່ນການຕັດສິນຂອງສານທີ່ໂຈດທາງ ແພ່ງຫຼືຈໍາເລີຍບໍ່ໄດ້ເຂົ້າຮ່ວມໃນທີ່ປະຊຸມສານຊຶ່ງສານໄດ້ສົ່ງໝາຍ ຮຽກແລ້ວແລະເຈົ້າໃຈວ່າຜູ້ກ່ຽວໄດ້ຮັບໝາຍຮຽກນັ້ນແລ້ວແຕ່ຜູ້ ກ່ຽວບໍ່ໄດ້ຮັບຍ້ອນສາເຫດໃດໜຶ່ງເຊັ່ນ:ໝາຍຮຽກສົ່ງຕໍ່ບໍ່ເຖິງມືຜູ້ ກ່ຽວ,ຜູ້ກ່ຽວຫຼົບຫຼີກ.ໃນກໍລະນີດັ່ງກ່າວໂຈດທາງແພ່ງຫຼືຈໍາເລີຍມີ ສິດຄັດຄ້ານໄດ້ພາຍໃນກໍານົດຊາວວັນນັບແຕ່ມື້ໄດ້ຮັບຊາບຄໍາຕັດ ສິນນັ້ນເປັນຕົ້ນໄປ.ສານຄະນະເກົ່າຕ້ອງຕັດສິນຄະດີນັ້ນຄືນໃໝ່ໂດຍ ຊ້ອງໜ້າຜູ້ກ່ຽວຕາມລະບຽບການພິຈາລະນາຄະດີຢູ່ສານຂັ້ນຕົ້ນ.


...ມາດຕາແປດສິບສາມ:ສິດອໍານາດຂອງສານໃນການດໍາເນີນຄະດີເປັນຂັ້ນຕົ້ນ

ມາດຕາແປດສິບສາມ:ສິດອໍານາດຂອງສານໃນການດໍາເນີນຄະດີ ເປັນຂັ້ນຕົ້ນ ສານປະຊາຊົນທີ່ມີສິດອໍານາດຕັດສິນຄະດີອາຍາແມ່ນສານປະ ຊາຊົນບ່ອນເຫດການໄດ້ເກີດຂຶ້ນຫຼືບ່ອນຈໍາເລີຍຢູ່. ສານປະຊາຊົນເມືອງ,ເທດສະບານ,ສານປະຊາຊົນແຂວງ,ນະ ຄອນມີສິດອໍານາດໃນການພິຈາລະນາຄະດີເປັນຂັ້ນຕົ້ນ. ສານປະຊາຊົນເມືອງ,ເທດສະບານມີສິດອໍານາດພິຈາລະນາ ຕັດສິນຄະດີອາຍາກ່ຽວກັບການກະທໍາຜິດເບົາຕາມທີ່ໄດ້ກໍານົດໄວ້ໃນ ມາດຕາຊາວສອງຂອງກົດໝາຍອາຍາ. ສໍາລັບສານປະຊາຊົນແຂວງ,ນະຄອນມີິດອໍານາດພິຈາລະນາ ຕັດສິນຄະດີອາຍາທີ່ບໍ່ຂຶ້ນກັບສິດອໍານາດຂອງສານປະຊາຊົນເມືອງ, ເທດສະບານ.


...ມາດຕາແປດສິບສີ່:ປະເພດຄໍາຕັດສິນຂອງສານຂັ້ນຕົ້ນ

ມາດຕາແປດສິບສີ່:ປະເພດຄໍາຕັດສິນຂອງສານຂັ້ນຕົ້ນ ປະເພດຄໍາຕັດສິນຄະດີຂອງສານຂັ້ນຕົ້ນມີດັ່ງນີ້: ໜຶ່ງ:ຕັດສິນລົງໂທດ: -ຕັດອິດສະຫຼະພາບ,ປັບໃໝແລະອື່ນໆ. -ຝາກໄວ້ທັງໝົດຫຼືບາງສ່ວນ. ສອງ:ຕັດສິນໃຫ້ພົ້ນຂໍ້ກ່າວຫາ. ສານຂັ້ນຕົ້ນທີ່ໄດ້ຕັດສິນຄະດີແລ້ວຕ້ອງພິມຄໍາຕັດສິນໃຫ້ແລ້ວ ພາຍໃນກໍານົດສິບວັນນັບແຕ່ມື້ລົງຄໍາຕັດສິນເປັນຕົ້ນໄປ. ໃນກໍລະນີທີ່ບໍ່ມີການຂໍອຸທອນຫຼືສະໜີຄັດຄ້ານຄໍາຕັດສິນຂອງ ສານຂັ້ນຕົ້ນແລ້ວຖືວ່າຄໍາຕັດສິນນັ້ນໃຊ້ໄດ້ຢ່າງເດັດຂາດແລະບໍ່ມີສິດ ຂໍລົບລ້າງຄໍາຕັດສິນດັ່ງກ່າວ.


..ພາກທີ6ການດໍາເນີນຄະດີຢູ່ສານຂັ້ນອຸທອນ


...ມາດຕາແປດສິບຫ້າ:ສິດໃນການຂໍອຸທອນແລະການສະເໜີຄັດຄ້ານຄໍາຕັດສິນຂອງສານ

ມາດຕາແປດສິບຫ້າ:ສິດໃນການຂໍອຸທອນແລະການສະເໜີຄັດຄ້ານ ຄໍາຕັດສິນຂອງສານ ຈໍາເລີຍ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຈໍາເລີຍມີສິດຂໍອຸ ທອນຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນຂອງສານ. ໄອຍະການປະຊາຊົນມີສິດສະເໜີຄັດຄ້ານຕໍ່ສານຂັ້ນອຸທອນທຸກ ຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນຂອງສານຂັ້ນຕົ້ນທີ່ບໍ່ຖືກຕ້ອງຕາມກົດ ໝາຍແລະບໍ່ມີເຫດຜົນພຽງພໍ. ໂຈດທາງແພ່ງ,ຜູ້ຮັບຜິດທາງແພ່ງ,ທະນາຄວາມຫຼືຜູ້ປົກປ້ອງ ອື່ນຂອງຜູ້ກ່ຽວມີສິດຂໍອຸທອນຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນຂອງ ສານກ່ຽວກັບບັນຫາທາງແພ່ງເທົ່ານັ້ນ. ການຂໍອຸທອນຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາຕັດສິນຂອງສານຕ້ອງຍື່ນ ຕໍ່ສານເທົ່ານັ້ນ.


...ມາດຕາແປດສິບຫົກ:ກໍານົດເວລາໃນການຂໍອຸທອນແລະການສະເໜີຄັດຄ້ານຄໍາຕັດສິນຂອງສານ.

ມາດຕາແປດສິບຫົກ:ກໍານົດເວລາໃນການຂໍອຸທອນແລະການສະ ເໜີຄັດຄ້ານຄໍາຕັດສິນຂອງສານ. ສານຂັ້ນອຸທອນຈະຮັບເອົາຄະດີມາພິຈາລະນາໄດ້ກໍ່ຕໍ່ເມື່ອ ຫາກມີຄໍາຮ້ອງຂໍອຸທອນຂອງຄູ່ຄວາມຫຼືຄໍາສະເໜີຄັດຄ້ານຂອງໄອ ຍະການປະຊາຊົນເທົ່ານັ້ນ. ຄຸ່ຄວາມມີສິດຂໍອຸທອນແລະໄອຍະການປະຊາຊົນມີສິດສະ ເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ຂາດຂອງສານຂັ້ນຕົ້ນໄດ້ພາຍໃນກໍານົດ ເຈັດວັນນັບແຕ່ວັນທີ່ໄດ້ຮັບຊາບເປັນຕົ້ນໄປ.ສໍາລັບຄໍາຕັດສິນຂອງ ສານຂັ້ນຕົ້ນນັ້ນກໍ່ນົດເວລາຂໍອຸທອນຫຼືສະເໜີຄັດຄ້ານແມ່ນຊາວວັນ ນັບແຕ່ວັນອ່ານຫຼືວັນຮັບຊາບຄໍາຕັດສິນເປັນຕົ້ນໄປ.

...ມາດຕາແປດສິບເຈັດ:ລະບຽບການຂໍອຸທອນຫຼືການສະເໜີຄັດຄ້ານຄໍາຕັດສິນຂອງສານ.

ມາດຕາແປດສິບເຈັດ:ລະບຽບການຂໍອຸທອນຫຼືການສະເໜີຄັດ ຄ້ານຄໍາຕັດສິນຂອງສານ. ໃນດໍລະນີທີ່ມີການຂໍອຸທອນຫຼືການສະເໜີຄັດຄ້ານຄໍາສັ່ງ, ຄໍາຊີ້ຂາດແລະຄໍາຕັດສິນຂອງສານຄູ່ຄວາມຫຼືໄອຍະການປະຊາ ຊົນຕ້ອງຍື່ນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຂອງຕົນຕໍ່ສານ ຂັ້ນອຸທອນໂດຍຜ່ານສານທີ່ໄດ້ຕັດສິນຄະດີເປັນຂັ້ນຕົ້ນນັ້ນ.ສານ ຂັ້ນຕົ້ນຕ້ອງແນະນະໃຫ້ຜູ້ຂໍອຸທອນຊາບກ່ຽວກັບກໍານົດເວລາຂໍອຸ ທອນ,ການຂຽນຄໍາຮ້ອງຂໍອຸທອນ,ຄ່າທໍານຽມຂໍອຸທອນແລະສິດ ຕ່າງໆຂອງຜູ້ກ່ຽວ.ສານປະຊາຊົນຂັ້ນຕົ້ນຕ້ອງຮັບຄໍາຂໍອຸທອນຫຼື ຄໍາສະໜີຄັດຄ້ານຂອງໄອຍະການປະຊາຊົນເຖິງວ່າຈະກາຍກໍາ ນົດເວລາການຂໍອຸທອນຫຼືຄໍາສະເໜີຄັດຄ້ານແລ້ວກໍ່ຕາມ.ພາຍຫຼັງ ສິ່ນສຸດກໍານົດເວລາຂໍອຸທອນຫຼືສະເໜີຄັດຄ້ານແລ້ວພາຍໃຈກໍານົດ ສິບສາມວັນສານຂັ້ນຕົ້ນຕ້ອງສົ່ງຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດ ຄ້ານພ້ອມດ້ວຍສໍານວນຄະດີໄປຍັງສານຂັ້ນອຸທອນເພື່ອດໍາເນີນຄະ ດີຕໍ່ໄປ. ໃນກໍລະນີທີ່ສານຂັ້ນຕົ້ນຫາກບໍ່ຮັບຫຼືແກ່ຍາວການຮັບຄໍາຂໍ ອຸທອນຫຼືຄໍາສະເໜີຄັດຄ້ານຄໍາຕັດສິນຂອງສານ,ຄູ່ຄວາມຫຼືໄອຍະ ການປະຊາຊົນມີສິດຂໍອຸທອນຫຼືສະເໜີຄັດຄ້ານໂດຍກົງຕໍ່ສານຂັ້ນອ ຸທອນ. ຫຼັງຈາກກໍານົດຂໍອຸທອນໄດ້ສິ່ນສຸດແລ້ວຖ້າສານຂັ້ນຕົ້ນທີ່ໄດ້ ຮັບຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຫາກແກ່ຍາວເກີນກໍານົດ ເວລາໃນການສົ່ງສໍານວນຄະດີຂຶ້ນສານຂັ້ນອຸທອນຄູ່ຄວາມຫຼືໄອຍະ ການປະຊາຊົນມີສິດສະເໜີຕໍ່ສານຂັ້ນອຸທອນເພື່ອທວງເອົາຄະດີດັ່ງ ກ່າວມາພິຈາລະນາ. ສານຂັ້ນອຸທອນຕ້ອງພິຈາລະນາຄະດີພາຍໃນກໍານົດສອງ ເດືອນນັບແຕ່ມື້ໄດ້ຮັບສໍານວນຄະດີເປັນຕົ້ນໄປ. ໃນກໍລະນີທີ່ມີຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຄໍາຕັດສິນ ນັ້ນສານຂັ້ນຕົ້ນຕ້ອງແຈ້ງຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານໃຫ້ ຄູ່ຄວາມອີກຝ່າຍໜຶ່ງຊາບເພື່ອໃຫ້ຜູ້ກ່ຽວເຮັດຄໍາແກ້ຄໍາຮ້ອງຂໍອຸ ທອນຫຼືຄໍາສະເໜີຄັດຄ້ານ.ຖ້າວ່າຈໍາເລີຍຫາກຖືກກັກຂັງກໍ່ຕ້ອງ ແຈ້ງໃຫ້ຜູ້ກ່ຽວຊາບໂດຍຜ່ານເຈົ້າໜ້າທີ່ຄ້າຍຄຸມຂັງ. ກ່ອນການພິຈາລະນາພິພາກສາຄະດີຢູ່ສານຂັ້ນອຸທອນນັ້ນຄູ່ ຄວາມແລະໄອຍະການປະຊາຊົນມີສິດໃຫ້ຄໍາອະທິບາຍເປັນລາຍລັກ ອັກສອນເພື່ອໃຫ້ເຫດຜົນເພີ່ມເຕີມຕໍ່ຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດ ຄ້ານຂອງຕົນ,ໃຫ້ຂໍ້ສັງເກດກ່ຽວກັບຄໍາຮ້ອງຂໍອຸທອນຂອງອີກຝ່າຍ ໜຶ່ງຫຼືຄໍາສະເໜີຄັດຄ້ານຂອງໄອຍະການປະຊາຊົນ.


...ມາດຕາແປດສິບແປດ:ສິດໃນການຖອນຄໍາຂໍອຸທອນຫຼືຄໍາສະເໜີຄັດຄ້ານ

ມາດຕາແປດສິບແປດ:ສິດໃນການຖອນຄໍາຂໍອຸທອນຫຼືຄໍາສະເໜີຄັດ ຄ້ານ ກ່ອນການພິຈາລະນາພິພາກສາຄະດີຢູ່ສານຂັ້ນອຸທອນນັ້ນຄູ່ ຄວາມແລະບຸກຄົນອື່ນທີ່ກ່ຽວຂ້ອງໃນຄະດີຫຼືໄອຍະການປະຊາຊົນມີສິດ ຖອນຄໍາອຸທອນຫຼືຄໍາສະເໜີຄັດຄ້ານຂອງຕົນຄືນໄດ້. ໃນກໍລະນີທີ່ມິີການຖອນຄໍາຂໍອຸທອນຫຼືຄໍາສະເໜີຄັດຄ້ານແລ້ວ ຄູ່ຄວາມແລະບຸກຄົນອື່ນທີ່ກ່ຽວຂ້ອງໃນຄະດີຫຼືໄອຍະການປະຊາຊົນບໍ່ມີ ສິດຂໍອຸທອນຫຼືສະເໜີຄັດຄ້ານຄືນໃໝ່ອີກ.


...ມາດຕາແປດສິບເກົ້າ:ການສະເໜີຫຼັກຖານໃໝ່ຕໍ່ສານຂັ້ນອຸທອນ.

ມາດຕາແປດສິບເກົ້າ:ການສະເໜີຫຼັກຖານໃໝ່ຕໍ່ສານຂັ້ນອຸທອນ. ໃນສານຂັ້ນອຸທອນບຸກຄົນທີ່ກ່າວໄວ້ໃນມາດຕາແປດສິບຫ້າ ຂອງກົດໝາຍສະບັບນີ້ມີສິດສະເໜີຫຼັກຖານໃໝ່ເພີ່ມເຕີມກ່ອນໄອຍະ ການປະຊາຊົນຈະຖະແຫຼ່ງໃນທີ່ປະຊຸມສານ.


...ມາດຕາເກົ້າສິບ:ລະບຽບການພິຈາລະນາຄະດີຢູ່ສານຂັ້ນອຸທອນ

ມາດຕາເກົ້າສິບ:ລະບຽບການພິຈາລະນາຄະດີຢູ່ສານຂັ້ນອຸທອນ ລະບຽບການພິຈາລະນາຄະດີຢູ່ສານຂັ້ນອຸທອນໃຫ້ປະຕິບັດດັ່ງ ດຽວກັນກັບການພິຈາລະນາຄະດີຢູ່ສານຂັ້ນຕົ້ນຕາມທີ່ໄດ້ກໍານົດໄວ້ ໃນມາດຕາເຈັດສິບເຈັດ,ເຈັດສິບແປດ,ເຈັດສິບເກົ້າ,ແປດສິບ,ແປດ ສິບເອັດແລະມາດຕາແປດສິບສອງຂອງກົດໝາຍສະບັບນີ້. ພາຍຫຼັງທີ່ປະທານຄະນະສານໄດ້ກ່າວເປີດປະຊຸມສານຕາມ ລະບຽບການແລະຄະນະສານຜູ້ຮັບຜິດຊອບຄະດີໄດ້ລາຍງານແລ້ວ ປະທານະນະສານໃຫ້ຜູ້ຂໍອຸທອນຫຼືໄອຍະການປະຊາຊົນຂັ້ນອຸທອນໃຫ້ ເຫດຜົນກ່ຽວກັບການຂໍອຸທອນຫຼືການສະເໜີຄັດຄ້ານຂອງຕົນ. ໃນກໍລະນີທີ່ມີການສະເໜີຫຼັກຖານໃໝ່ເພີ່ມເຕີມນັ້ນສານຕ້ອງ ແຈ້ງໃຫ້ໄອຍະການປະຊາຊົນຂັ້ນອຸທອນແລະບັນດາຜູ້ເຂົ້າຮ່ວມໃນທີ່ ປະຊຸມຮູ້ນໍາ.ຕໍ່ຈາກນັ້ນຈໍາເລີຍ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງ ຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ທະນາຄວາມຫຼືຜູ້ປົກປ້ອງ ອື່ນຂອງຜູ້ກ່ຽວຈຶ່ງໃຫ້ຄໍາອະທິບາຍຕໍ່ສານ.ພາຍຫຼັງທີ່ສານໄດ້ຟັງຄໍາ ຖະແຫຼງຂອງໄອຍະການປະຊາຊົນຂັ້ນອຸທອນແລ້ວຕ້ອງໃຫ້ຈໍາເລີຍ ຫຼືຜູ້ປົກປ້ອງຂອງຜູ້ກ່ຽວມີຄໍາເຫັນເພີ່ມເຕີມເປັນຜູ້ສຸດທ້າຍແລ້ວສານ ຈະກ່າວປິດການຖົກຖຽງແລະປະກາດປິດປະຊຸມສານຊົ່ວຄາວເພື່ອພິ ຈາລະນາພິພາກສາຄະດີໃນຫ້ອງປະຊຸມລັບ.ຈາກນັ້ນກໍ່ເອົາຄໍາພິພາກ ສາອອກມາອ່ານຕໍ່ທີ່ປະຊຸມສານ.


...ມາດຕາເກົ້າສິບເອັດ:ຂອບເຂດສິດໃນການພິຈາລະນາຄະດີຂອງສານຂັ້ນອຸທອນ

ມາດຕາເກົ້າສິບເອັດ:ຂອບເຂດສິດໃນການພິຈາລະນາຄະດີຂອງ ສານຂັ້ນອຸທອນ ໃນການພິຈາລະນາຄະດີອາຍາສານຂັ້ນອຸທອນກະກວດກາຄໍາ ຕັດສິນໃນດ້ານຄວາມຖືກຕ້ອງຕາມກົດໝາຍແລະເຫດຜົນຂອງຄໍາຕັດ ສິນໂດຍອີງໃສ່ຜົນຂອງການໄຕ່ສວນຄະດີໃນທີ່ປະຊຸມສານເປັນຕົ້ນຕໍຫຼື ຫຼັກຖານໃໝ່ເພີ່ມເຕີມ.ສານຂັ້ນອຸທອນບໍ່ພຽງແຕ່ຈະພິຈາລະນາບັນ ຫາທີ່ໄດ້ຂໍອຸທອນຫຼືໄດ້ສະເໜີຄັດຄ້ານເທົ່ານັ້ນແຕ່ຫາກຍັງຕ້ອງກວດ ກາການດໍາເນີນຄະດີທັງໝົດທີ່ກ່ຽວກັບພວກຈໍາເລີຍໃນຄະດີດຽວກັນ ເຖິງວ່າຈໍາເລີຍຈໍານວນໜຶ່ງບໍ່ໄດ້ຂໍອຸທອນຫຼືໄອຍະການປະຊາຊົນບໍ່ໄດ້ ສະເໜີຄັດຄ້ານກໍ່ຕາມ. ໃນການພິຈາລະນາຄະດີສານຂັ້ນອຸທອນມີສິດພິພາກສາຜ່ອນ ໂທດໃຫ້ຈໍາເລີຍແຕ່ຫາກບໍ່ມີສິດເພີ່ມໂທດໃຫ້ຈໍາເລີຍໜັກຂຶ້ນກວ່າເກົ່າ ໄດ້ເວັ້ນເສຍແຕ່ມີຄໍາສະເໜີຄັດຄ້ານຂອງໄອຍະການປະຊາຊົນເທົ່າ ນັ້ນ.

...ມາດຕາເກົ້າສິບສອງ:ປະເພດຄໍາພິພາກສາຂອງສານຂັ້ນອຸທອນ.

ມາດຕາເກົ້າສິບສອງ:ປະເພດຄໍາພິພາກສາຂອງສານຂັ້ນອຸທອນ. ປະເພດຄໍາພິພາກສາຂອງສານຂັ້ນອຸທອນມີດ່ັງນີ້: ໜຶ່ງ:ຢັ້ງຢືນເອົາຕາມຄໍາຕັດສິນຂອງສານຂັ້ນຕົ້ນທັງໝົດ. ສອງ:ປ່ຽນແປງຄໍາຕັດສິນຂອງສານຂັ້ນຕົ້ນບາງສ່ວນຫຼືທັງ ໝົດ,ພິພາກສາເພີ່ມຫຼືຫຼຸດໂທດໃສ່ການກະທໍາຜິດທີ່ສານຂັ້ນຕົ້ນໄດ້ຕັດ ສິນມາແລ້ວ. ສາມ:ລົບລ້າງຄໍາຕັດສິນແລ້ວສົ່ງຄະດີໄປໃຫ້ສານຂັ້ນຕົ້ນຄະນະ ໃໝ່ພິຈາລະນາຄືນໃໝ່ຫຼືຄະນະເກົ່າໃນກໍລະນີທີ່ສານຄະນະເກົ່ານີ້ຫາກ ຍັງບໍ່ທັນໄດ້ພິຈາລະນາຄໍາຮ້ອງຂໍອັນໃດອັນໜຶ່ງຂອງຄູ່ຄວາມຫຼືຄໍາສະ ເໜີຂອງໄອຍະການປະຊາຊົນ. ສີ່:ລົບລ້າງຄໍາຕັດສິນຂອງສານຂັ້ນຕົ້ນແລ້ວພິພາກສາໃຫ້ຈໍາ ເລີຍພົ້ນຂໍ້ກ່າວຫາ. ຄໍາພິພາກສາຂອງສານຂັ້ນອຸທອນເປັນຄໍາພິພາກສາຂັ້ນສູດ ທ້າຍທາງດ້ານເນື້ອຄະດີ.ສານຂັ້ນອຸທອນທີ່ໄດ້ພິພາກສາຄະດີແລ້ວ ຕ້ອງພິມຄໍາພິພາກສາໃຫ້ແລ້ວພາຍໃນກໍານົດຊາວວັນນັບແຕ່ມື້ລົງ ຄໍາພິພາກສາເປັນຕົ້ນໄປ.


...ມາດຕາເກົ້າສິບສາມ:ສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນແປງຄໍາຕັດສິນ.

ມາດຕາເກົ້າສິບສາມ:ສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນແປງ ຄໍາຕັດສິນ. ສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນແປງຄໍາຕັດສິນຂອງ ສານຂັ້ນຕົ້ນມີດັ່ງນີ້: ໜຶ່ງ:ການສືບສວນ-ສອບສວນຫຼືການໄຕ່ສວນຄະດີໃນທີ່ປະຊຸມ ສານຫາກບໍ່ຮອບດ້ານ,ບໍ່ຄົບຖ້ວນຫຼືບໍ່ພາວະວິໄສ. ສອງ:ຄໍາເຫັນຂອງສານບໍ່ສອດຄ່ອງກັບເຫດການຕົວຈິງຂອງ ຄະດີ. ສາມ:ການວາງໂທດບໍ່ສອດຄ່ອງກັບລັກສະນະ,ລະດັບຄວາມ ເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດແລະບຸກຄະລິກກະພາບ ຂອງຜູ້ກະທໍາຜິດ. ສີ່:ມີການລະເມີດລະບຽບການດໍາເນີນຄະດີອາຍາຫຼືການນໍາ ໃຊ້ກົດໝາຍອາຍາບໍ່ຖືກຕ້ອງ.


...ມາດຕາເກົ້າສິບສີ່:ການພິຈາລະນາຄະດີຄືນໃໝ່ຂອງສານຂັ້ນຕົ້ນ.

ມາດຕາເກົ້າສິບສີ່:ການພິຈາລະນາຄະດີຄືນໃໝ່ຂອງສານຂັ້ນຕົ້ນ. ໃນກໍລະນີສານຂັ້ນອຸທອນຫາກໄດ້ສົ່ງຄະດີຄືນໃຫ້ສານຂັ້ນຕົ້ນພິ ຈາລະນາຄືນໃໝ່ແລ້ວການພິຈາລະນາຄະດີດັ່ງກ່າວຕ້ອງປະຕິບັດຕາມ ລະບຽບການທົ່ວໄປ. ໃນການພິຈາລະນາຄະດີຄືນໃໝ່ນັ້ນສານຂັ້ນຕົ້ນຈະເພີ່ມໂທດໄດ້ ກໍ່ຕໍ່ເມື່ອໃນການສືບສວນ-ສອບສວນຄະດີຄືນໃໝ່ນັ້ນໄດ້ຊອກເຫັນເຫດການທີ່ຢັ້ງຢືນວ່າຈໍາເລີຍ ໄດ້ມີການກະທໍາຜິດອັນໃໝ່ໂດຍມີຄໍາສັ່ງຟ້ອງເພີ່ມເຕີມຂອງໄອຍະ ການປະຊາຊົນ.

..ພາກທີ7ການດໍາເນີນຄະດີຢູ່ສານຂັ້ນລົບລ້າງ


...ມາດຕາເກົ້າສິບຫ້າ:ສິດອໍານາດຂອງສານຂັ້ນລົບລ້າງ.

ມາດຕາເກົ້າສິບຫ້າ:ສິດອໍານາດຂອງສານຂັ້ນລົບລ້າງ. ສານປະຊາຊົນສູງສຸດມີສິດພິພາກສາຄະດີເປັນຂັ້ນລົບລ້າງ ແລະຂັ້ນສຸດທ້າຍທາງດ້ານກົດໝາຍເທົ່ານັ້ນ.


...ມາດຕາເກົ້າສິບຫົກ:ການຂໍລົບລ້າງແລະການສະເໜີຄັດຄ້ານຄໍາຕັດສິນຂອງສານປະຊາຊົນ

ມາດຕາເກົ້າສິບຫົກ:ການຂໍລົບລ້າງແລະການສະເໜີຄັດຄ້ານຄໍາຕັດ ສິນຂອງສານປະຊາຊົນ ຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານຂັ້ນອຸທອນໂຈດ ທາງແພ່ງ,ຈໍາເລີຍ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນໆຂອງຝ່າຍໃດຝ່າຍ ໜຶ່ງຫຼືໄອຍະການປະຊາຊົນຂັ້ນອຸທອນມີສິດຂໍລົບລ້າງຫຼືສະເໜີຄັດຄ້ານ ຕໍ່ສານປະຊາຊົນຂັ້ນລົບລ້າງເພື່ອກວດກາຄວາມຖືກຕ້ອງຕາມກົດໝາຍ ຂອງຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສານັ້ນ. ສານຂັ້ນລົບລ້າງຈະຮັບເອົາຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກ ສາຂອງສານຂັ້ນອຸທອນມາພິຈາລະນາໄດ້ກໍ່ຕໍ່ເມື່ອຫາກໄດ້ມີຄໍາຂໍລົບ ລ້າງຂອງໂຈດທາງແພ່ງ,ຈໍາເລີຍ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງ ຝ່າຍໃດຝ່າຍໜຶ່ງຫຼືຄໍາສະເໜີຄັດຄ້ານຂອງໄອຍະການປະຊາຊົນຂັ້ນອຸ ທອນ. ໂຈດທາງແພ່ງຫຼືຈໍາເລີຍແລະໄອຍະການປະຊາຊົນຂັ້ນອຸທອນ ມີສິດຂໍລົບລ້າງຫຼືສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ຂາດຂອງສານຂັ້ນອຸທອນ ໄດ້ພາຍໃນກໍານົດເຈັດວັນນັບແຕ່ວັນທີ່ຮັບຊາບຄໍາສັ່ງ,ຄໍາຊີ້ຂາດເປັນ ຕົ້ນໄປ.ສໍາລັບຄໍາພິພາກສາຂອງສານຂັ້ນອຸທອນນັ້ນໃຫ້ຂໍລົບລ້າງຫຼືສະ ເໜີຄັດຄ້ານພາຍໃນກໍານົດສອງເດືອນນັບແຕ່ວັນອ່ານຫຼືວັນຮັບຊາບຄໍາ ພິພາກສານັ້ນເປັນຕົ້ນໄປ.


...ມາດຕາເກົ້າສິບເຈັດ:ລະບຽບການຂໍລົບລ້າງ

ມາດຕາເກົ້າສິບເຈັດ:ລະບຽບການຂໍລົບລ້າງ ໃນກໍລະນີທີ່ມີການຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຄໍາສັ່ງ,ຄໍາ ຊ້ີຂາດແລະຄໍາພິພາກສາຂອງສານຄູ່ຄວາມຫຼືໄອຍະການປະຊາຊົນ ຕ້ອງຍື່ນຄໍາຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຂອງຕົນຕໍ່ສານຂັ້ນລົບ ລ້າງໂດຍຜ່ານສານຂັ້ນອຸທອນທີ່ໄດ້ພິພາກສາຄະດີນັ້ນ.ສານຂັ້ນອຸ ທອນຕ້ອງແນະນໍາໃຫ້ຜູ້ຂໍລົບລ້າງຊາບກ່ຽວກັບກໍານົດເວລາຂໍລົບ ລ້າງ,ການຂຽນຄໍາຮ້ອງຂໍລົບລ້າງ,ຄ່າທໍານຽມຂໍລົບລ້າງແລະສິດ ຕ່າງໆຂອງຜູ້ກ່ຽວ.ສານຂັ້ນອຸທອນຕ້ອງຮັບຄໍາຂໍລົບລ້າງຫຼືສະເໜີ ຄັດຄ້ານດັ່ງກ່າວເຖິງວ່າກໍານົດເວລາຂໍລົບລ້າງນັ້ນຈະໝົດແລ້ວກໍ່ ຕາມພາຍຫຼັງສິ້ນສຸດກໍານົດເວລາຂໍລົບລ້າງຫຼືຄໍາສະເໜີຄັດຄ້ານ ແລ້ວພາຍໃນກໍານົດສາມວັນສານຂັ້ນອຸທອນຕ້ອງສົ່ງຄໍາຮ້ອງຂໍລົບ ລ້າງຫຼືຄໍາສະເໜີຄັດຄ້ານພ້ອມດ້ວຍສໍານວນຄະດີໄປຍັງສານຂັ້ນລົບ ລ້າງເພື່ອດໍາເນີນຄະດີຕໍ່ໄປ. ໃນກໍລະນີທີ່ສານຂັ້ນອຸທອນຫາກບໍ່ຮັບຫຼືແກ່ຍາວການຮັບຄໍາ ຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຄໍາພິພາກສາຂອງສານ,ຄູ່ຄວາມຫຼື ໄອຍະການປະຊາຊົນມີສິດຂໍລົບລ້າງຫຼືສະເໜີຄັດຄ້ານໂດຍກົງຕໍ່ ສານຂັ້ນລົບລ້າງ. ຫຼັງຈາກກໍານົດຂໍລົບລ້າງໄດ້ສິ່ນສຸດແລ້ວຖ້າສານຂັ້ນອຸທອນ ທີ່ໄດ້ຮັບຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຫາກແກ່ຍາວເກີນ ກໍານົດເວລາໃນການສົ່ງສໍານວນຄະດີຂຶ້ນສານຂັ້ນລົບລ້າງຄູ່ຄວາມ ຫຼືໄອຍະການປະຊາຊົນມີສິດສະເໜີຕໍ່ສານຂັ້ນລົບລ້າງເພື່ອທວງເອົາ ຄະດີດັ່ງກ່າວມາພິຈາລະນາ. ສານຂັ້ນລົບລ້າງຕ້ອງພິຈາລະນາຄະດີພາຍໃນກໍານົດສອງ ເດືອນນັບແຕ່ມື້ໄດ້ຮັບສໍານວນຄະດີເປັນຕົ້ນໄປ. ໃນກໍລະນີທີ່ມີຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຄໍາພິ ພາກສານັ້ນສານຂັ້ນອຸທອນຕ້ອງແຈ້ງຄໍາຮ້ອງຂໍລົບລ້າງຫຼືຄໍາສະ ເໜີຄັດຄ້ານໃຫ້ຄູ່ຄວາມອີກຝ່າຍໜຶ່ງຊາບເພື່ອໃຫ້ຜູ້ກ່ຽວເຮັດຄໍາ ແກ້ຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຖ້າວ່າຈໍາເລີຍຫາກຖືກ ກັກຂັງກໍ່ຕ້ອງແຈ້ງໃຫ້ຜູ້ກ່ຽວຊາບໂດຍຜ່ານເຈົ້າໜ້າທີ່ຄ້າຍຄຸມຂັງ. ກ່ອນການພິຈາລະນາພິພາກສາຄະດີຢູ່ສານຂັ້ນລົບລ້າງນັ້ນ ຄູ່ຄວາມແລະໄອຍະການປະຊາຊົນມີສິດໃຫ້ຄໍາອະທິບາຍເປັນລາຍ ລັກອັກສອນເພື່ອໃຫ້ເຫດຜົນເພີ່ມເຕີມຕໍ່ຄໍາຮ້ອງຂໍລົບລ້າງຫຼືຄໍາສະ ເໜີຄັດຄ້ອນຂອງຕົນ.ໃຫ້ຂໍ້ສັງເກດກ່ຽວກັບຄໍາຮ້ອງຂໍລົບລ້າງຂອງ ອີກຝ່າຍໜຶ່ງຫຼືຄໍາສະເໜີຄັດຄ້ານຂອງໄອຍະການປະຊາຊົນ.


...ມາດຕາເກົ້າສິບແປດ:ການພິຈາລະນາຄໍາຮ້ອງຂໍລົບລ້າງແລະຄໍາສະເໜີຄັດຄ້ານໃນສານຂັ້ນລົບລ້າງ.

ມາດຕາເກົ້າສິບແປດ:ການພິຈາລະນາຄໍາຮ້ອງຂໍລົບລ້າງແລະຄໍາ ສະເໜີຄັດຄ້ານໃນສານຂັ້ນລົບລ້າງ. ສານຂັ້ນລົບລ້າງພິຈາລະນາຄໍາຮ້ອງຂໍລົບລ້າງແລະຄໍາສະ ເໜີຄັດຄ້ານໃນທີ່ປະຊຸມສານໂດຍມີໄອຍະການປະຊາຊົນສູງສຸດເຂົ້າ ຮ່ວມນໍາເພື່ອຖະແຫຼງ. ໃນກໍລະນີທີ່ຈໍາເປັນສານຂັ້ນລົບລ້າງຈະຮຽກເອົາຜູ້ຖືກຕັດສິນ ແລະບຸກຄົນອື່ນທີ່ກ່ຽວຂ້ອງໃນຄະດີມາຮ່ວມໃນທີ່ປະຊຸມສານກໍ່ໄດ້. ພາຍຫຼັງທີ່ເປີດປະຊຸມສານແລະປະທານສານຫຼືຄະນະສານຜູ້ຮັບ ຜິດຊອບຄະດີຈະລາຍງານສະພາບຂອງຄະດີ,ລາຍງານກ່ຽວກັບຄໍາ ສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາ,ເນື້ອໃນຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີ ຄັດຄ້ານພ້ອມດ້ວຍຄໍາເຫັນຂອງຕົນກ່ຽວກັບຄະດີນັ້ນ.ຕໍ່ຈາກນັ້ນຄະນະ ສານຜູ້ອື່ນ,ໄອຍະການປະຊາຊົນສູງສຸດມີສິດຖາມຜູ້ຮັບຜິດຊອບລາຍ ງານຄະດີແລະບຸກຄົນອື່ນທີ່ກ່ຽວຂ້ອງໃນຄະດີມີສິດສະເໜີແລະໃຫ້ຄໍາ ເຫັນຂອງຕົນຕໍ່ທີ່ປະຊຸມສານກ່ຽວກັບຄະດີນັ້ນ. ພາຍຫຼັງທີ່ໄອຍະການປະຊາຊົນສູງສຸດໄດ້ຖະແຫຼງແລ້ວປະທານ ຄະນະສານກໍ່ກ່າວບົດປະຊຸມສານຊົ່ວຄາວເພື່ອພິຈາລະນາພິພາກສາຄະ ດີໃນຫ້ອງປະຊຸມລັບແລ້ວນໍາເອົາຄໍາພິພາກສາອອກມາອ່ານຕໍ່ທີ່ປະຊຸມ ສານ.


...ມາດຕາເກົ້າສິບເກົ້າ:ປະເພດຄໍາພິພາກສາຂອງສານຂັ້ນລົບລ້າງ.

ມາດຕາເກົ້າສິບເກົ້າ:ປະເພດຄໍາພິພາກສາຂອງສານຂັ້ນລົບລ້າງ. ປະເພດຄໍາພິພາກສາຂອງສານຂັ້ນລົບລ້າງມີດັ່ງນີ້: ໜຶ່ງ:ບໍ່ຮັບພິຈາລະນາຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານ ຖ້າຄູ່ຄວາມຫຼືໄອຍະການປະຊາຊົນຫາກປະຕິບັດບໍ່ຖືກຕ້ອງຕາມລະ ບຽບການຂໍລົບລ້າງຫຼືການສະເໜີຄັດຄ້ານ. ສອງ:ຍົກເລີກຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານແລ້ວພິ ພາກສາຢັ້ງຢືນເອົາຕາມຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂອງສານ ຂັ້ນອຸທອນທັງໝົດ. ສາມ:ປ່ຽນແປງຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂອງສານ ຂັ້ນອຸທອນບາງສ່ວນຫຼືທັງໝົດທີ່ມີການລະເມີດກົດໝາຍ. ສີ່:ລົບລ້າງຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂອງສານຂັ້ນອຸ ທອນທັງໝົດໂດຍບໍ່ສົ່ງຄະດີຄືນໃຫ້ສານຂັ້ນອຸທອນພິຈາລະນາແລ້ວ ໃຫ້ຈໍາເລີຍພົ້ນຂໍ້ກ່າວຫາ. ຫ້າ:ລົບລ້າງຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂອງສານຂັ້ນອຸ ທອນບາງສ່ວນຫຼືທັງໝົດແລ້ວສົ່ງຄະດີໄປຍັງສານຂັ້ນອຸທອນຄະນະ ໃໝ່ຫຼືຄະນະເກົ່າໃນກໍລະນີທີ່ສານອຸທອນຄະນະເກົ່າບໍ່ທັນໄດ້ພິຈາລະນາ ຄໍາຮ້ອງຂໍໃດໜຶ່ງ.

...ມາດຕາໜຶ່ງຮ້ອຍ:ສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນແປງຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານຂັ້ນອຸທອນ.

ມາດຕາໜຶ່ງຮ້ອຍ:ສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນແປງຄໍາ ສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານຂັ້ນອຸທອນ. ສານຂັ້ນລົບລ້າງມີສິດລົບລ້າງຫຼືປ່ຽນແປງຄໍາສັ່ງ,ຄໍາຊີ້ຂາດຫຼື ຄໍາພິພາກສາຂອງສານຂັ້ນອຸທອນບາງສ່ວນຫຼືທັງໝົດເມື່ອມີສາເຫດອັນ ໃດອັນໜຶ່ງທີ່ໄດ້ກໍານົດໄວ້ໃນຂໍ້ສາມແລະຂໍ້ສີ່ມາດຕາເກົ້າສິບສາມຂອງ ກົດໝາຍສະບັບນີ້.


...ມາດຕາໜຶ່ງຮ້ອຍໜຶ່ງ:ຂອບເຂດສິດໃນການພິຈາລະນາຄະດີຢູ່ສານຂັ້ນລົບລ້າງ.

ມາດຕາໜຶ່ງຮ້ອຍໜຶ່ງ:ຂອບເຂດສິດໃນການພິຈາລະນາຄະດີຢູ່ສານ ຂັ້ນລົບລ້າງ. ໃນການພິຈາລະນາຄໍາຮ້ອງຂໍລົບລ້າງແລະຄໍາສະເໜີຄັດຄ້ານ ນັ້ນສານຂັ້ນລົບລ້າງມີໜ້າທີ່ພິຈາລະນາບັນຫາທີ່ໄດ້ຍົກຂຶ້ນໃນຄໍາຮ້ອງ ຂໍລົບລ້າງຫຼືຄໍາສະເໜີຄັດຄ້ານທາງດ້ານກົດໝາຍເທົ່ານັ້ນແລະຈະບໍ່ ໄດ້ທໍາການໄຕ່ສວນກ່ຽວກັບເຫດການຕ່າງໆຂອງຄະດີນັ້ນອີກ. ຖ້າວ່າໃນຄະດີນັ້ນຫາກມີຜູ້ຖືກພິພາກສາລົງໂທດຫຼາຍຄົນແຕ່ ຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານພັດພຽງແຕ່ກ່ຽວຂ້ອງເຖິງຜູ້ ຖືກພິພາກສາຜູ້ໃດຜູ້ໜຶ່ງຫຼືຈໍານວນໜຶ່ງເທົ່ານັ້ນສານກໍ່ຕ້ອງພິຈາລະນາ ຄະດີກ່ຽວກັບພວກທີ່ຖືກພິພາກສາລົງໂທດທັງໝົດໃນຄະດີດຽວກັນເຖິງ ວ່າຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານນັ້ນບໍ່ໄດ້ກ່ຽວຂ້ອງເຖິງພວກ ກ່ຽວກໍ່ຕາມ. ໃນກໍລະນີທີ່ເຫັນວ່າສານຂັ້ນອຸທອນຫາກໄດ້ພິພາກສາໃຫ້ຈໍາ ເລີຍພົ້ນຂໍ້ກ່າວຫາໂດຍບໍ່ຖືກຕ້ອງຫຼືຫາກເຫັນວ່າການວາງໂທດໃສ່ຈໍາ ເລີຍບໍ່ສອດຄ່ອງກັບການກະທໍາຜິດຕົວຈິງນັ້ນສານຂັ້ນລົບລ້າງຕ້ອງລົບ ລ້າງຄໍາພິພາກສາແລ້ວສົ່ງສໍານວນຄະດີໃຫ້ສານຂັ້ນອຸທອນທີ່ກ່ຽວຂ້ອງ ພິຈາລະນາຄືນໃໝ່.


...ມາດຕາໜຶ່ງຮ້ອຍສອງ:ການພິຈາລະນາຄະດີໃໝ່ຂອງສານຂັ້ນອຸທອນ

ມາດຕາໜຶ່ງຮ້ອຍສອງ:ການພິຈາລະນາຄະດີໃໝ່ຂອງສານຂັ້ນອຸທອນ ພາຍຫຼັງທີ່ສານຂັ້ນລົບລ້າງຫາກໄດ້ລົບລ້າງຄໍາພິພາກສາແລ້ວ ສົ່ງໃຫ້ສານຂັ້ນອຸທອນພິພາກສາຄືນໃໝ່ນັ້ນການພິຈາລະນາຄະດີໃຫ້ປະ ຕິບັດຕາມລະບຽບການທີ່ໄດ້ກໍານົດໄວ້ໃນມາດຕາເກົ້າສິບຂອງກົດ ໝາຍສະບັບນີ້. ໃນກໍລະນີທີ່ຄໍາພິພາກສາຂອງສານຂັ້ນອຸທອນຄະນະໃໝ່ຫາກໄດ້ ລົງຄໍາພິພາກສາບໍ່ກົງກັບຄໍາພິພາກສາຂອງສານຂັ້ນລົບລ້າງນັ້ນຖ້າ ຫາກຈໍາເລີຍບໍ່ໄດ້ຂໍລົບລ້າງແລ້ວກໍ່ໃຫ້ໄອຍະການປະຊາຊົນສູງສຸດສະ ເໜີຄັດຄ້ານຂຶ້ນສານປະຊາຊົນສູງສຸດໂດຍໜ້າທີ່. ໃນການພິຈາລະນາຄະດີຄືນໃໝ່ນັ້ນຖ້າຫາກສານຂັ້ນລົບລ້າງ ຫາກໄດ້ພິພາກສາຄືເກົ່າແລະສົ່ງຄະດີຄືນໃຫ້ສານຂັ້ນອຸທອນເປັນເທື່ອ ທີສອງແລ້ວສານຂັ້ນອຸທອນຄະນະໃໝ່ນັ້ນຕ້ອງໄດ້ປະຕິບັດຕາມຄໍາພິ ພາກສາຂອງສານຂັ້ນລົບລ້າງນັ້ນຢ່າງເດັດຂາດ.


..ພາກທີ8ການປະຕິບັດຄໍາຕັດສິນຂອງສານ


...ມາດຕາໜຶ່ງຮ້ອຍສາມ:ຄໍາຕັດສິນຂອງສານທີ່ຈະຕ້ອງປະຕິບັດ

ມາດຕາໜຶ່ງຮ້ອຍສາມ:ຄໍາຕັດສິນຂອງສານທີ່ຈະຕ້ອງປະຕິບັດ ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານທີ່ ຈະຕ້ອງປະຕິບັດມີ: ໜຶ່ງ:ຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນຂອງສານປະຊາຊົນ ເມືອງ,ເທດສະບານທີ່ໃຊ້ໄດ້ຢ່າງເດັດຂາດ. ສອງ:ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຂອງສານຂັ້ນຕົ້ນທີ່ຈະຕ້ອງ ປະຕິບັດພາງ. ສາມ:ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຂັ້ນຕົ້ນແລະຄໍາພິພາກສາ ຂັ້ນອຸທອນຂອງສານປະຊາຊົນແຂວງ,ນະຄອນທີ່ໃຊ້ໄດ້ຢ່າງເດັດຂາດ. ສີ່:ຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານອຸທອນທີ່ໃຊ້ ໄດ້ຢ່າງເດັດຂາດ. ຫ້າ:ຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານປະຊາຊົນ ສູງສຸດ.

...ມາດຕາໜຶ່ງຮ້ອຍສີ່:ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.

ມາດຕາໜຶ່ງຮ້ອຍສີ່:ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານມີ: ໜຶ່ງ:ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຂອງພະ ແນກຍຸຕິທໍາແຂວງ,ນະຄອນແລະໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານຂອງຫ້ອງການຍຸຕິທໍາເມືອງ,ເທດສະບານກ່ຽວກັບການໃຊ້ ແທນຄ່າເສຍຫາຍທາງແພ່ງ,ການປັບໃໝ,ການຮິບຊັບແລະໂທດດັດ ສ້າງໂດຍບໍ່ຕັດອິດສະລະພາບໃນຄະດີອາຍາ. ສອງ:ຄ້າຍດັດສ້າງກ່ຽວກັບໂທດຕັດອິດສະລະພາບຊຶ່ງລາຍລະ ອຽດຈະມີລະບຽບການສະເພາະກໍານົດຕ່າງຫາກ. ສ່ວນການປະຕິບັດຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງ ສານທະຫານທີ່ໃຊ້ໄດ້ຢ່າງເດັດຂາດນັ້ນແມ່ນພະນັກງານປະຕິບັດຄໍາ ຕັດສິນຂອງສານທະຫານຈະເປັນຜູ້ຮັບຜິດຊອບຊຶ່ງລາຍລະອຽດຈະມີລະ ບຽບການສະເພາະກໍານົດຕ່າງຫາກ.


...ມາດຕາໜຶ່ງຮ້ອຍຫ້າ:ການປ່ອຍຕົວນັກໂທດ.

ມາດຕາໜຶ່ງຮ້ອຍຫ້າ:ການປ່ອຍຕົວນັກໂທດ. ເມື່ອຜູ້ກະທໍາຜິດຫາກໄດ້ປະຕິບັດໂທດຕັດອິດສະລະພາບຄົບ ຕາມກໍານົດທີ່ສານຕັດສິນແລ້ວເຈົ້າໜ້າທີ່ຄ້າຍດັດສ້າງຕ້ອງປ່ອຍຕົວ ຜູ້ກ່ຽວ,ຖ້າຜູ້ກ່ຽວຫາກຍັງບໍ່ທັນໄດ້ຖືກປ່ອຍຕົວນັ້ນໄອຍະການປະຊາ ຊົນຕ້ອງອອກຄໍາສັ່ງປ່ອຍຕົວໃນທັນໃດ. ການປ່ອຍຕົວນັກໂທດກ່ອນກໍານົດໂດຍມີເງື່ອນໄຂແມ່ນໃຫ້ປະ ຕິບັດຕາມມາດຕາສີ່ສິບເຈັດຂອງກົດໝາຍອາຍາ. ການປ່ອຍຕົວດ້ວຍການໃຫ້ອະໄພຍະໂທດຂອງປະທານປະເທດ ເນື່ອງໃນວັນສໍາຄັນຕ່າງໆຂອງຊາດນັ້ນໃຫ້ປະຕິບັດຕາມລະບຽບກ່ຽວ ກັບການໃຫ້ອະໄພຍະໂທດ. ການປ່ອຍຕົວດ້ວຍການໃຫ້ນິລະໂທດກໍາໃຫ້ປະຕິບັດຕາມມະຕິ ຕົກລົງຂອງສະພາແຫ່ງຊາດ. ການປ່ອຍຕົວຕາມກໍລະນີຕ່າງໆທີ່ກ່າວມາເທິງນັ້ນຕ້ອງປະຕິບັດ ໃນທັນໃດເຖິງວ່າໂຈດທາງແພ່ງຈະຂໍອຸທອນ,ຂໍລົບລ້າງຫຼືຜູ້ກະທໍາຜິດ ຍັງບໍ່ທັນໄດ້ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືຄ່າປັບໃໝກໍ່ຕາມ.ສໍາລັບ ການໃຊ້ແທນຄ່າເສຍຫາຍທາງແພ່ງຫຼືຄ່າປັບໃໝນັ້ນມອບໃຫ້ຫ້ອງ ການ,ໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຈັດຕັ້ງປະຕິບັດຕໍ່ ໄປ.


...ມາດຕາໜຶ່ງຮ້ອຍຫົກ:ວິທີການຈັດຕັ້ງປະຕິບັດການປ່ອຍຕົວ

ມາດຕາໜຶ່ງຮ້ອຍຫົກ:ວິທີການຈັດຕັ້ງປະຕິບັດການປ່ອຍຕົວ ການປ່ອຍຕົວໃຫ້ປະຕິບັດດັ່ງນີ້: ໜຶ່ງ:ພາຍຫຼັງທີ່ນັກໂທດໄດ້ປະຕິບັດໂທດຢ່າງຄົບຖ້ວນຕາມ ຄໍາຕັດສິນຂອງສານ,ໄດ້ຮັບການປ່ອຍຕົວກ່ອນກໍານົດຫຼືໄດ້ຮັບການ ປ່ອຍຕົວຕາມຄໍາສັ່ງຂອງໄອຍະການປະຊາຊົນແລ້ວຄະນະຮັບຜິດ ຊອບຄ້າຍດັດສ້າງຕ້ອງກະກຽມແລະນໍາເອົາບຸກຄົນທີ່ຈະຖືກປ່ອຍຕົວ ນັ້ນມາສຶກສາອົບຮົມພ້ອມທັງຂຽນໃບປະຕິຍານຕົນ.ໃນເວລາປ່ອຍ ຕົວນັ້ນໃຫ້ເຊີນອົງການປົກຄອງບ້ານແລະແຈ້ງໃຫ້ຄອບຄົວຫຼືຍາດພີ່ ນ້ອງຂອງຜູ້ກ່ຽວເຂົ້າຮ່ວມນໍາແລະມອບໃຫ້ອົງການປົກຄອງບ້ານສືບ ຕໍ່ສຶກສາອົບຮົມ. ສອງ:ເຈົ້າໜ້າທີ່ຜູ້ຮັບຜິດຊອບຮັກສາວັດຖຸສິ່ງຂອງຕິດຕົວທີ່ ຖືກຕ້ອງຕາມກົດໝາຍຂອງຜູ້ຖືກປ່ອຍຕົວຕ້ອງໄດ້ມອບສິ່ງຂອງດັ່ງ ກ່າວຄືນໃຫ້ຜູ້ກ່ຽວຢ່າງຄົບຖ້ວນແລະໃນສະພາບເດີມໂດຍໃຫ້ເຮັດ ບົດບັນທຶກມອບຮັບຢ່າງຄັກແນ່.ໃນກໍລະນີທີ່ການສົ່ງວັດຖຸສິ່ງຂອງນັ້ນ ຫາກບໍ່ຄົບຖ້ວນແລະບໍ່ຢູ່ໃນສະພາບເດີມແລ້ວເຈົ້າໜ້າທີ່ຜູ້ຮັກສາຈະ ມີຄວາມຮັບຜິດຊອບຕາມທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບສີ່ຂອງ ກົດໝາຍສະບັບນີ້. ສາມ:ໃນກໍລະນີທີ່ຜູ້ຖືກປ່ອຍຕົວຫາກບໍ່ມີຄອບຄົວຫຼືຍາດພີ່ນ້ອງ ມາຮັບເອົາຫຼືບໍ່ມີເງື່ອນໄຂຈະກັບບ້ານດ້ວຍຕົນເອງຄະນະຮັບຜິດຊອບ ຄ້າຍດັດສ້າງຕ້ອງຈັດຫາຄ່າກິນແລະຄ່າເດີນທາງຕາມເງື່ອນໄຂອັນ ເໝາະສົມໃຫ້ຜູ້ກ່ຽວພ້ອມທັງມີເອກະສານມອບໃຫ້ອົງການປົກຄອງ ບ້ານຢ່າງຄັກແນ່. ສີ່:ໃນການປ່ອຍຕົວນັ້ນຄະນະຮັບຜິດຊອບຄ້າຍດັດສ້າງຕ້ອງ ເຮັດບົດບັນທຶກການປ່ອຍຕົວຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ. ຫ້າ:ໃນກໍລະນີການປ່ອຍຕົວນັກໂທດຊຶ່ງເປັນຄົນຕ່າງປະເທດ ທີ່ຍັງບໍ່ໄດ້ໃຊ້ແທນຄ່າເສຍຫາຍທາງແພ່ງນັ້ນຕ້ອງມີມາດຕະການ ຈໍາກັດບໍ່ອະນຸຍາດໃຫ້ອອກຈາກປະເທດລາວຈົນກວ່າຈະໃຊ້ແທນຄ່າ ເສຍຫາຍຄົບຕາມຈໍານວນ.


...ມາດຕາໜຶ່ງຮ້ອຍເຈັດ:ການຈັດຕັ້ງປະຕິບັດໂທດປະຫານຊີວິດ.

ມາດຕາໜຶ່ງຮ້ອຍເຈັດ:ການຈັດຕັ້ງປະຕິບັດໂທດປະຫານຊີວິດ. ເມື່ອຄໍາຕັດສິນປະຫານຊີວິດໃຊ້ໄດ້ເດັດຂາດແລ້ວເພື່ອກວດ ກາຄວາມຖືກຕ້ອງຂອງຄໍາຕັດສິນດັ່ງກ່າວປະທານສານປະຊາຊົນສູງ ສຸດຈະອອກຄໍາສັ່ງຊີ້ຂາດກ່ຽວກັບການຈັດຕັ້ງປະຫານຊີວິດ.ຖ້າຄໍາຊີ້ ຂາດຂອງປະທານສານປະຊາຊົນສູງສຸດຫາກຢັ້ງຢືນເອົາການປະຫານ ຊີວິດຕາມຄໍາຕັດສິນຂອງສານແລ້ວຜູ້ຖືກຕັດສິນປະຫານຊີວິດມີສິດຮ້ອງ ຂໍອະໄພຍະໂທດໄປຍັງປະທານປະທດພາຍໃນກໍານົດສາມສິບວັນນັບ ແຕ່ວັນລົງຄໍາຊີ້ຂາດຫຼືວັນຮັບຊາບຄໍາຊີ້ຂາດເປັນຕົ້ນໄປ. ການຈັດຕັ້ງປະຕິບັດໂທດປະຫານຊີວິດຈະດໍາເນີນໄປພາຍຫຼັງ ໜຶ່ງປີນັບແຕ່ວັນປະທານປະເທດອອກຄໍາຕົກລົງບໍ່ໃຫ້ອະໄພຍະໂທດເປັນ ຕົ້ນໄປຫຼືນັບແຕ່ວັນສານປະຊາຊົນສູງສຸດອອກຄໍາຊີ້ຂາດເປັນຕົ້ນໄປໃນ ກໍລະນີທີ່ບໍ່ມີການຂໍອະໄພຍະໂທດ. ການຈັດຕັ້ງປະຕິບັດໂທດປະຫານຊີວິດມີລະບຽບການສະເພາະ ຕ່າງຫາກ.


..ພາກທີ9ການຮື້ຟື້ນຄະດີ


...ມາດຕາໜຶ່ງຮ້ອຍແປດ:ການຮັບເອົາຄະດີທີ່ຖືກຮື້ຟື້ນມາພິຈາລະນາ

ມາດຕາໜຶ່ງຮ້ອຍແປດ:ການຮັບເອົາຄະດີທີ່ຖືກຮື້ຟື້ນມາພິຈາລະນາ ຄໍາຕັດສິນຫຼືຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ນັ້ນສາມາດຮື້ຟື້ນໄດ້.ມີແຕ່ສານປະຊາຊົນສູງສຸດເທົ່ານັ້ນຈຶ່ງມີສິດອໍາ ນາດໃນການພິຈາລະນາຄະດີເປັນຂັ້ນຮື້ຟື້ນ. ສານປະຊາຊົນສູງສຸດຈະຮັບເອົາຄະດີອາຍາມາພິຈາລະນາ ເປັນຂັ້ນຮື້ຟື້ນໄດ້ກໍ່ຕໍ່ເມື່ອມີຄໍາສະເໜີຂອງໄອຍະການປະຊາຊົນສູງສຸດ ບົນພື້ນຖານຂໍ້ມູນຫຼັກຖານໃໝ່ເທົ່ານັ້ນ. ການຮື້ຟື້ນຄະດີແມ່ນດໍາເນີນຕາມຄໍາຮ້ອງຂໍຂອງຄູ່ຄວາມຫຼືໂດຍ ໜ້າທີ່ຂອງໄອຍະການປະຊາຊົນສູງສຸດ.ການຮື້ຟື້ນຄະດີໂດຍໜ້າທີ່ຂອງ ໄອຍະການປະຊາຊົນສູງສຸດແມ່ນເພື່ອຄວາມຖືກຕ້ອງຕາມກົດໝາຍ.


...ມາດຕາໜຶ່ງຮ້ອຍເກົ້າ:ສາເຫດທີ່ພາໃຫ້ມີການຮື້ຟື້ນຄະດີ

ມາດຕາໜຶ່ງຮ້ອຍເກົ້າ:ສາເຫດທີ່ພາໃຫ້ມີການຮື້ຟື້ນຄະດີ ສາເຫດທີ່ພາໃຫ້ມີການຮື້ຟື້ນຄະດີໃນກໍລະນີທີ່ໄດ້ພົບເຫັນຂໍ້ມູນ ຫຼືຫຼັກຖານໃໝ່ມີດັ່ງນີ້: ໜຶ່ງ:ພະຍານໃນຄະດີໄດ້ໃຫ້ການເທັດ,ຜູ້ຊ່ຽວຊານໄດ້ໃຫ້ຄໍາ ເຫັນເທັດ,ມີການແປພາສາເທັດຫຼືການໃຊ້ຫຼັກຖານປອມຊຶ່ງພາໃຫ້ການ ຕັດສິນຄະດີມີຄວາມຜິດພາດ. ສອງ:ຜູ້ພິພາກສາ,ໄອຍະການປະຊາຊົນ,ພະນັກງານສອບສວນ ຫຼືເຈົ້າໜ້າທີ່ສືບສວນ-ສອບສວນໄດ້ເຂົ້າຂ້າງອອກຂາຊຶ່ງພາໃຫ້ການຕັດສິນຄະດີມີຄວາມຜິດ ພາດ. ສາມ:ເຫດການອື່ນໆທີ່ຊີ້ບອກເຖິງຄວາມຜິດຫຼືຄວາມບໍລິສຸດ ຂອງຜູ້ຖືກຕັດສິນຊຶ່ງສານນບໍ່ໄດ້ຮູ້ໃນເວລາລົງຄໍາຕັດສິນຫຼືຄໍາພິພາກ ສານັ້ນ.


...ມາດຕາໜຶ່ງຮ້ອຍສິບ:ກໍານົດເວລາຮື້ຟື້ນຄະດີ

ມາດຕາໜຶ່ງຮ້ອຍສິບ:ກໍານົດເວລາຮື້ຟື້ນຄະດີ ການຮື້ຟື້ນຄະດີໃນກໍລະນີທີ່ໄດ້ພົບຂໍ້ມູນຫຼືຫຼັກຖານໃໝ່ຊຶ່ງມີຈຸດ ປະສົງຢາກເຮັດໃຫ້ຄວາມຮັບຜິດຊອບທາງອາຍາຂອງຜູ້ຖືກຕັດສິນໜັກ ຂຶ້ນນັ້ນຈະດໍາເນີນໄດ້ແຕ່ພາຍໃນກໍານົດໜຶ່ງປີເທົ່ານັ້ນນັບແຕ່ວ່າທີ່ຄໍາ ຕັດສິນຂອງສານໃຊ້ໄດ້ຢ່າງເດັດຂາດເປັນຕົ້ນໄປ.ສ່ວນການຮື້ຟື້ນຄະດີ ເພື່ອເຮັດໃຫ້ຄວາມຮັບຜິດຊອບທາງອາຍາຂອງຜູ້ຖືກຕັດສິນເບົາລົງຫຼື ຕົກໄປນັ້ນຈະດໍາເນີນໄດ້ໂດຍບໍ່ມີກໍານົດເວລາ. ການເສຍຊີວິດຂອງຜູ້ຖືກຕັດສິນຈະບໍ່ເປັນອຸປະສັກໃຫ້ແກ່ການ ຮື້ຟື້ນຄະດີເພື່ອຈຸດປະສົງຢາກຊອກຫາຄວາມຈິງກ່ຽວກັບການກ່າວຫາ ໃສ່ຜູ້ກ່ຽວ.


...ມາດຕາໜຶ່ງຮ້ອຍສິບເອັດ:ການສືບສວນ-ສອບສວນຄະດີອາຍາໃນກໍລະນີທີ່ພົບເຫັນສະພາບການຫຼືຫຼັກຖານໃໝ່.

ມາດຕາໜຶ່ງຮ້ອຍສິບເອັດ:ການສືບສວນ-ສອບສວນຄະດີອາຍາໃນກໍລະ ນີທີ່ພົບເຫັນສະພາບການຫຼືຫຼັກຖານໃໝ່. ບຸກຄົນຫຼືການຈັດຕັ້ງໃດທີ່ໄດ້ພົບເຫັນສະພາບການຫຼືຫຼັກຖານ ໃໝ່ກ່ຽວກັບຄະດີຊຶ່ງມີຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາພິພາກສາທີ່ໃຊ້ໄດ້ ຢ່າງເດັດຂາດແລ້ວນັ້ນຕ້ອງຍື້ນຄໍາຮ້ອງຂອງຕົນຫຼືແຈ້ງຕໍ່ໄອຍະການ ປະຊາຊົນແຂວງ,ນະຄອນ. ໃນເມື່ອມີສາເຫດໃດໜຶ່ງທີ່ກໍານົດໄວ້ໃນມາດຕາໜຶ່ງຮ້ອຍເກົ້າ ຂອງກົດໝາຍສະບັບນີ້ແລ້ວໄອຍະການປະຊາຊົນຕ້ອງອອກຄໍາສັ່ງເປີດ ການສືບສວນ-ສອບສວນກ່ຽວກັບການພົບເຫັນສະພາບການຫຼືຫຼັກຖານ ໃໝ່. ໃນກໍລະນີທີ່ໄອຍະການປະຊາຊົນຫາກເຫັນວ່າບໍ່ມີເຫດຜົນໃນ ການຮື້ຟື້ນຄະດີຄືນໃໝ່ນັ້ນໄອຍະການປະຊາຊົນຕ້ອງອອກຄໍາສັ່ງບໍ່ໃຫ ້ເປີດການສືບສວນ-ສອບສວນ.ຄໍາສັ່ງບໍ່ໃຫ້ເປີດການສືບສວນ-ສອບ ສວນຂອງໄອຍະການປະຊາຊົນນັ້ນຕ້ອງແຈ້ງໃຫ້ບຸກຄົນຫຼືອົງການຈັດ ຕັ້ງທີ່ກ່ຽວຂ້ອງຊາບແລ້ວຜູ້ກ່ຽວກໍ່ມີສິດຂໍລົບລ້າງຄໍາສັ່ງດັ່ງກ່າວຕໍ່ໄອ ຍະການປະຊາຊົນຂັ້ນເທິງ.


...ມາດຕາໜຶ່ງຮ້ອຍສິບສອງ:ການເຄື່ອນໄຫວຂອງໄອຍະການປະຊາຊົນໃນການຮື້ຟື້ນຄະດີ

ມາດຕາໜຶ່ງຮ້ອຍສິບສອງ:ການເຄື່ອນໄຫວຂອງໄອຍະການປະຊາ ຊົນໃນການຮື້ຟື້ນຄະດີ ພາຍຫຼັງທີ່ການສືບສວນ-ສອບສວນຄະດີເນື່ອງຈາກການພົບ ເຫັນສະພາບການຫຼືຫຼັກຖານໃໝ່ໄດ້ສິ້ນສຸດແລ້ວຖ້າຫາກເຫັນວ່າມີເຫດ ຜົນພຽງພໍໃນການຮື້ຟື້ນຄະດີນັ້ນໄອຍະການປະຊາຊົນຕ້ອງສົ່ງສໍານວນ ຄະດີພ້ອມດ້ວຍເອກະສານຕ່າງໆຂອງການສືບສວນ-ສອບສວນແລະ ຄໍາຖະແຫຼງຂອງຕົນໄປໃຫ້ໄອຍະການປະຊາຊົນສູງສຸດເພື່ອສະເໜີຮື້ ຟື້ນຄະດີນັ້ນຕໍ່ສານປະຊາຊົນສູງສຸດ.ແຕ່ຖ້າຫາກເຫັນວ່າບໍ່ມີເຫດຜົນ ພຽງພໍໃນການຮື້ຟື້ນຄະດີແລ້ວໄອຍະການປະຊາຊົນຕ້ອງອອກຄໍາສັ່ງ ຊັດມ້ຽນຄະດີແລ້ວແຈ້ງຄໍາສັ່ງດັ່ງກ່າວໃຫ້ບຸກຄົນຫຼືການຈັດຕັ້ງທີ່ກ່ຽວ ຂ້ອງຊາບ.


...ມາດຕາໜຶ່ງຮ້ອຍສິບສາມ:ສິດອໍານາດຂອງສານປະຊາຊົນໃນການພິຈາລະນາການຮື້ຟື້ນຄະດີຄືນໃໝ່.

ມາດຕາໜຶ່ງຮ້ອຍສິບສາມ:ສິດອໍານາດຂອງສານປະຊາຊົນໃນການ ພິຈາລະນາການຮື້ຟື້ນຄະດີຄືນໃໝ່. ໃນການພິຈາລະນາການຮື້ຟື້ນຄະດີຄືນໃໝ່ສານປະຊາຊົນສູງ ສຸດມີສິດອໍານາດດັ່ງນີ້: ໜຶ່ງ:ຍົກເລີກຄໍາສະເໜີຂອງໄອຍະການປະຊາຊົນສູງສຸດ. ສອງ:ລົບລ້າງຄໍາຕັດສິນຫຼືຄໍາພິພາກສາແລ້ວໃຫ້ຈໍາເລີຍພົ້ນ ຂໍ້ກ່າວຫາ. ສາມ:ລົບລ້າງຄໍາຕັດສິນຫຼືຄໍາພິພາກສາຂອງສານທີ່ໃຊ້ໄດ້ ຢ່າງເດັດຂາດແລ້ວສົ່ງສໍານວນຄະດີຄືນໃຫ້ສານຂັ້ນຕົ້ນຄະນະໃໝ່ພິ ຈາລະນາ. ການພິຈາລະນາຄະດີຢູ່ສານຂັ້ນຕົ້ນຄະນະໃໝ່ໃຫ້ປະຕິບັດຕາມ ລະບຽບການທົ່ວໄປຂອງການດໍາເນີນຄະດີຢູ່ສານຂັ້ນຕົ້ນ.


..ພາກທີ10ມາດຕະການກ່ຽວກັບການປິ່ນປົວ


...ມາດຕາໜຶ່ງຮ້ອຍສິບສີ່:ການນໍາໃຊ້ມາດຕະການປິ່ນປົວ

ມາດຕາໜຶ່ງຮ້ອຍສິບສີ່:ການນໍາໃຊ້ມາດຕະການປິ່ນປົວ ໃນເວລາດໍາເນີນການສືບສວນ-ສອບສວນຫຼືໃນເວລາດໍາເນີນ ຄະດີຢູ່ສານຫຼືໃນເວລາປະຕິບັດໂທດໄອຍະການປະຊາຊົນຫຼືສານປະຊາ ຊົນມີສິດນໍາໃຊ້ມາດຕະການປິ່ນປົວຕໍ່ຜູ້ຖືກກັກຂັງພາງ,ຜູ້ຖືກປະຕິບັດ ໂທດທີ່ເປັນບ້າ,ເສຍຈິດ,ເຈັບເປັນໜັກຫຼືເປັນພະຍາດຕິດແປດ,ຕິດເຫຼົ້າ ຫຼືຢາເສບຕິດໂດຍມີການຢັ້ງຢືນຈາກຄະນະແພດດ້ວຍການສົ່ງໄປປິ່ນ ປົວທີ່ໂຮງໝໍຫຼືສະຖານທີ່ປິ່ນປົວສະເພາະ.ພາຍຫຼັງທີ່ໄດ້ປິ່ນປົວດີແລ້ວ ຕ້ອງນໍາເອົາຜູ້ກ່ຽວມາດໍາເນີນຄະດີຫຼືນໍາມາປະຕິບັດໂທດຕໍ່ຖ້າຫາກ ວ່າຍັງບໍ່ທັນໝົດອາຍຸຄວາມໃນການຮ້ອງຟ້ອງຫຼືຍັງບໍ່ທັນໝົດກໍານົດ ເວລາໃນການປະຕິບັດໂທດ. ກໍານົດເວລາການປິ່ນປົວໃຫ້ນັບເຂົ້າໃນກໍານົດເວລາການປະຕິ ບັດໂທດ.


...ມາດຕາໜຶ່ງຮ້ອຍສິບຫ້າ:ການອະນຸຍາດໃຫ້ອອກປິ່ນປົວໃນກໍລະນີຮີບດ່ວນ

ມາດຕາໜຶ່ງຮ້ອຍສິບຫ້າ:ການອະນຸຍາດໃຫ້ອອກປິ່ນປົວໃນກໍລະນີ ຮີບດ່ວນ ໃນກໍລະນີຜູ້ຖືກຫາ,ຈໍາເລີຍຜູ້ປະຕິບັດໂທດຫາກເຈັບເປັນຢ່າງ ກະທັນຫັນແລະແພດປະຈໍາສະຖານທີ່ກັກຂັງບໍ່ສາມາດຈະປິ່ນປົວໄດ້ ເຈົ້າໜ້າທີ່ຮັບຜິດຊອບຄ້າຍຄຸມຂັງຕ້ອງນໍາຜູ້ເຈັບເປັນໄປປິ່ນປົວທີ່ໂຮງ ໝໍຂອງລັດແລ້ວລາຍງານໃຫ້ໄອຍະການປະຊາຊົນຫຼືສານປະຊາຊົນ ຊາບ.


...ມາດຕາໜຶ່ງຮ້ອຍສິບຫົກ:ການຄຸ້ມຄອງປ້ອງກັນຜູ້ທີ່ຖືກປິ່ນປົວ.

ມາດຕາໜຶ່ງຮ້ອຍສິບຫົກ:ການຄຸ້ມຄອງປ້ອງກັນຜູ້ທີ່ຖືກປິ່ນປົວ. ຜູ້ຖືກຫາ,ຈໍາເລີຍຫຼືນັກໂທດທີ່ຖືກນໍາໄປປິ່ນປົວນັ້ນຕ້ອງໃຫ້ໄປ ປິ່ນປົວຢູ່ໂຮງໝໍຫຼືສະຖານທີ່ປິ່ນປົວສະເພາະຂອງລັດເທົ່ານັ້ນ. ການຄຸ້ມຄອງປ້ອງກັນຜູ້ທີ່ຖືກປິ່ນປົວແມ່ນຄວາມຮັບຜິດຊອບ ຂອງເຈົ້າໜ້າທີ່ຕໍາຫຼວດເພື່ອບໍ່ໃຫ້ຜູ້ກ່ຽວໂຕນໜີຈາກການດໍາເນີນຄະ ດີຫຼືການປະຕິບັດໂທດ.ຖ້າເຈົ້າໜ້າທີ່ຫາກເຮັດໃຫ້ຜູ້ຖືກຫາຫຼືນັກໂທດທີ່ ເອົາໄປປິ່ນປົວນັ້ນໂຕນໜີຈະໄດ້ຮັບຜິດຊອບທາງອາຍາຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາໜຶ່ງຮ້ອຍຫົກສິບເອັດຂອງກົດໝາຍອາຍາ. ການໃຊ້ຈ່າຍເຂົ້າໃນການປິ່ນປົວແມ່ນຄວາມຮັບຜິດຊອບຂອງ ລັດ.


..ພາກທີ11ການຮ່ວມມືກັບສາກົນກ່ຽວກັບການດໍາເນີນຄະດີອາຍາ


...ມາດຕາໜຶ່ງຮ້ອຍສິບເຈັດ:ຫຼັກການໃນການຮ່ວມມືສາກົນກ່ຽວກັບການດໍາເນີນຄະດີອາຍາ.

ມາດຕາໜຶ່ງຮ້ອຍສິບເຈັດ:ຫຼັກການໃນການຮ່ວມມືສາກົນກ່ຽວກັບ ການດໍາເນີນຄະດີອາຍາ. ການຮ່ວມມືສາກົນໃນການດໍາເນີນຄະດີອາຍາລະຫວ່າງອົງ ການທີ່ມີສິດອໍານາດດໍາເນີນຄະດີອາຍາຂອງສປປລາວແລະຂອງຕ່າງ ປະເທດຕ້ອງປະຕິບັດບົນຫຼັກການເຄົາລົບຄວາມເປັນເອກະລາດ,ອໍາ ນາດອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ,ບໍ່ແຊກແຊງ ເຂົ້າໃນວຽກງານພາຍໃນຂອງກັນ,ສະເໝີພາບ,ຕ່າງຝ່າຍຕ່າງມີຜົນ ປະໂຫຍດ,ສອດຄ່ອງກັບລັດຖະທໍາມະນູນແຫ່ງສປປລາວແລະຫຼັກການ ພື້ນຖານຂອງກົດໝາຍສາກົນ.


...ມາດຕາໜຶ່ງຮ້ອຍສິບແປດ:ການຮ່ວມມືສາກົນໃນການດໍາເນີນຄະດີອາຍາ

ມາດຕາໜຶ່ງຮ້ອຍສິບແປດ:ການຮ່ວມມືສາກົນໃນການດໍາເນີນຄະ ດີອາຍາ ການຮ່ວມມືສາກົນໃນການດໍາເນີນຄະດີອາຍາຕ້ອງດໍາເນີນ ໃຫ້ສອດຄ່ອງກັບສັນຍາທີ່ສປປລາວໄດ້ເຊັນກັບຕ່າງປະເທດຫຼືສົນທິສັນ ຍາສາກົນທີ່ສປປລາວເຂົ້າຮ່ວມເປັນພາຄິແລະຕາມກົດໝາຍຂອງສປ ປລາວ. ໃນກໍລະນີທີ່ສປປລາວບໍ່ທັນໄດ້ເຊັນສັນຍາຫຼືບໍ່ທັນໄດ້ເຂົ້າຮ່ວມ ເປັນພາຄີໃນສົນທິສັນຍາສາກົນທີ່ພົວພັນເຖິງການດໍາເນີນຄະດີອາຍາ ນັ້ນຕ້ອງໃຫ້ດໍາເນີນຕາມຫຼັກການຮ່ວມມືຊ່ວຍເຫຼືອຊຶ່ງກັນແລະກັນແຕ່ ບໍ່ໃຫ້ຂັດກັບກົດໝາຍຂອງສປປລາວ.


...ມາດຕາໜຶ່ງຮ້ອຍສິບເກົ້າ:ການປະຕິບັດການຊ່ວຍເຫຼືອທາງດ້ານຍຸຕິທໍາ

ມາດຕາໜຶ່ງຮ້ອຍສິບເກົ້າ:ການປະຕິບັດການຊ່ວຍເຫຼືອທາງດ້ານຍຸ ຕິທໍາ ໃນກະປະຕິບັດການຊ່ວຍເຫຼືອທາງດ້ານຍຸຕິທໍາ,ອົງການທີ່ມີສິດ ອໍານາດໃນການດໍາເນີນຄະດີອາຍາຂອງສປປລາວຕ້ອງປະຕິບັດຕາມ ສັນຍາທີ່ສປປລາວໄດ້ເຊັນກັບຕ່າງປະເທດຫຼືສົນທິສັນຍາທີ່ສປປລາວ ໄດ້ເຂົ້າຮ່ວມເປັນພາຄີແລະຕ້ອງໃຫ້ສອດຄ່ອງກັບກົດໝາຍສະບັບນີ້. ການຊ່ວຍເຫຼືອທາງດ້ານຍຸດຕິທໍາອາດຈະແນໃສ່ການສົ່ງຜູ້ຮ້າຍ ຂ້າມແດນ,ການແລກປ່ຽນນັກໂທດ,ການຢຶດຫຼືການອາຍັດຊັບຂອງຜູ້ ຖືກຫາຫຼືຈໍາເລີຍ,ການປະຕິບັດຄໍາຕັດສິນຂອງສານ,ການຮ່ວມມືກັນ ຕ້ານອາດຊະຍາກໍາຂ້າມຊາດຕາມຊາຍແດນແລະອື່ນໆ.


...ມາດຕາໜຶ່ງຮ້ອຍຊາວ:ການປະຕິເສດໃນການຊ່ວຍເຫຼືອທາງດ້ານຍຸຕິທໍາ

ມາດຕາໜຶ່ງຮ້ອຍຊາວ:ການປະຕິເສດໃນການຊ່ວຍເຫຼືອທາງດ້ານ ຍຸຕິທໍາ ອົງການທີ່ມີສິດອໍານາດໃນການດໍາເນີນຄະດີອາຍາຂອງສປ ປລາວອາດຈະປະຕິເສດໃນການຊ່ວຍເຫຼືອທາງດ້ານຍຸຕິທໍາໃນກໍລະ ນີດັ່ງນີ: ໜຶ່ງ:ການສະເໜີຊ່ວຍເຫຼືອທາງດ້ານຍຸຕິທໍາທີ່ບໍ່ສອດຄ່ອງກັບ ສັນຍາທີ່ສປປລາວໄດ້ເຊັນກັບຕ່າງປະເທດ,ສົນທິສັນຍາສາກົນທີ່ສປ ປລາວໄດ້ເຂົ້າຮ່ວມເປັນພາຄີແລະກົດໝາຍຂອງສປປລາວ. ສອງ:ການປະຕິບັດການຊ່ວຍເຫຼືອທາງດ້ານຍຸດຕິທໍາທີ່ຈະ ເປັນຜົນກະທົບຕໍ່ອໍານາດອະທິປະໄຕ,ຄວາມສະຫງົບແລະຄວາມໝັ້ນ ຄົງຂອງຊາດຫຼືຜົນປະໂຫຍດອັນສໍາຄັນຂອງສປປລາວ.


..ພາກທີ12ບົດບັນຍັດສຸດທ້າຍ


...ມາດຕາໜຶ່ງຮ້ອຍຊາວເອັດ:ການຈັດຕັ້ງປະຕິບັດ

ມາດຕາໜຶ່ງຮ້ອຍຊາວເອັດ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ອອກລະບຽບການຈັດຕັ້ງ ປະຕິບັດກົດໝາຍສະບັບນີ້. ສະປະຊາຊົນ,ອົງການໄອຍະການປະຊາຊົນແລະພາກສ່ວນ ທີ່ກ່ຽວຂ້ອງອື່ນໆເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້ຢ່າງເຂັ້ມ ງວດ.


...ມາດຕາໜຶ່ງຮ້ອຍຊາວສອງ:ຜົນສັກສິດ

ມາດຕາໜຶ່ງຮ້ອຍຊາວສອງ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະດໍາລັດປະ ກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການດໍາເນີນຄະ ດີອາຍາສະບັບເລກທີສາມສິບທັບສປສລົງວັນທີຊາວສາມທັນວາປີພັນ ເກົ້າຮ້ອຍແປດສິບເກົ້າ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ.