ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ(ສະບັບປັບປຸງ) 10-07-2012

From Wikisource
Jump to navigation Jump to search

.ການດໍາເນີນຄະດີອາຍາ(ສະບັບປັບປຸງ) 10-07-2012


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງ(ປັບປຸງ)ຈຸດປະສົງ

ມາດຕາໜຶ່ງ(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການດໍາເນີນຄະດີອາຍາຢ່າງຖືກຕ້ອງຍຸຕິທໍາ,ຈໍາກັດ, ສະກັດກັ້ນການກະທໍາຜິດເພື່ອປົກປ້ອງຜົນປະໂຫຍດຂອງລັດ,ລວມໝູ່, ສິດແລະຜົນປະໂຫຍດອົນຊອບທໍາຂອງພົນລະເມືອງພ້ອມທັງສຶກສາອົບ ຮົມພົນລະເມືອງໃຫ້ເຄົາລົບແລະປະຕິບັດກົດໝາຍແນໃສ່ເຮັດໃຫ້ສັງ ຄົມມີຄວາມສະຫງົບແລະມີຄວາມເປັນລະບຽບຮຽບຮ້ອຍ,ສ້າງເງື່ອນ ໄຂໃຫ້ປະຊາຊົນບັນດາເຜົ່າປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະພັດທະນາປະເທດຊາດ.

...ມາດຕາສອງ(ປັບປຸງ)ການດໍາເນີນຄະດີອາຍາ

ມາດຕາສອງ(ປັບປຸງ)ການດໍາເນີນຄະດີອາຍາ ຄະດີອາຍາແມ່ນຄະດີກ່ຽວກັບການກະທໍາຫຼືການເມີນເສີຍທີ່ ເປັນອັນຕະລາຍຕໍ່ລະບອບການເມືອງ,ເສດຖະກິດຫຼືສັງຄົມຂອງສປປ ລາວ,ຕໍ່ກໍາມະສິດຂອງລັດ,ຂອງລວມໝູ່ແລະຂອງບຸກຄົນ,ຊີວິດ,ສຸຂະ ພາບ,ກຽວສັກສີ,ສິດ,ເສລີພາບຂອງພົນລະເມືອງ,ຄວາມສະຫງົບຂອງ ຊາດ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຊຶ່ງບົ່ງໄວ້ໃນກົດໝາຍ ອາຍາຫຼືກົດໝາຍອື່ນຂອງສປປລາວທີ່ໄດ້ກໍານົດໂທດທາງອາຍາ. ການດໍາເນີນຄະດີອາຍາແມ່ນການເຄື່ອນໄຫວຂອງອົງການສືບ ສວນສອບສວນ,ອົງການໄອຍະການ,ສານແລະຜູ້ເຂົ້າຮ່ວມອື່ນເພື່ອ ຊອກໃຫ້ເຫັນການກະທໍາຜິດຢ່າງຮີບດ່ວນ,ຄົບຖ້ວນແລະຮອບຄອບ, ນໍາເອົາຜູ້ກະທໍາຜິດມາດໍາເນີນຄະດີແລະຮັບປະກັນການປະຕິບັດກົດ ໝາຍຢ່າງຖືກຕ້ອງ,ຍຸຕິທໍາ,ຜູ້ກະທໍາຜິດຕ້ອງຖືກລົງໂທດຕາມກົດໝາຍ ,ຜູ້ບໍ່ກະທໍາຜິດຈະບໍ່ຖືກລົງໂທດ.

...ມາດຕາສາມ(ໃໝ່)ການອະທິບາຍຄໍາສັບ

ມາດຕາສາມ(ໃໝ່)ການອະທິບາຍຄໍາສັບ ຄໍາສັບທີ່ໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: ໜຶ່ງອົງການໄອຍະການໝາຍເຖິງອົງການໄອຍະການປະ ຊາຊົນແລະອົງການໄອຍະການທະຫານ. ສອງສານໝາຍເຖິງສານປະຊາຊົນແລະສານທະຫານ. ສາມຮອບດ້ານໝາຍເຖິງການດໍາເນີນຄະດີຕ້ອງຊອກຫາ ຫຼັກຖານທັງຜູກມັດແລະແກ້ມັດ. ສີ່ຄົບຖ້ວນໝາຍເຖິງການດໍາເນີນຄະດີນອກຈາມີສີ່ອົງປະ ກອບຂອງການກະທໍາຜິດແລ້ວຕ້ອງຊອກຫາສາເຫດທີ່ພາໃຫ້ມີການ ຫຼຸດຜ່ອນຫຼືເພີ່ມຄວາມຮັບຜິດຊອບທາງອາຍາຕື່ມອີກ. ຫ້າພາວະວິໄສໝາຍເຖິງການດໍາເນີນຄະດີຕ້ອງຢູ່ບົນພ້ືນ ຖານກົດໝາຍແລະຄວາມຍຸຕິທໍາຂໍ້ມູນຫຼັກຖານຕ້ອງໄດ້ມາຈາກເຫດ ການຕົວຈິງແລະບໍ່ສ້າງຂຶ້ນມາເອງ. ຫົກພົນລະເມືອງໝາຍເຖິງຄົນລາວ,ຄົນບໍ່ມີສັນຊາດ,ຄົນຕ່າງ ດ້າວແລະຄົນຕ່າງດ້າວແລະຄົນຕ່າງປະເທດ. ເຈັດສະໂານທີ່ກັກຕົວໝາຍເຖິງບ່ອນຄວບຄຸມຕົວຜູ້ຖືກສົງ ໄສພາຍໃນກໍານົດເວລາທີ່ກົດໝາຍໄດ້ບົ່ງໄວ້. ແປດສະຖານທີ່ກັກຂັງໝາຍເຖິງບ່ອນຄຸມຂັງຜູ້ຖືກຫາໃນໄລ ຍະດໍາເນີນຄະດີກ່ອນຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ. ເກົ້າສູນດັດສ້າງໝາຍເຖິງສະຖານທີ່ສຶກສາອົບຮົມ,ດັດສ້າງ ທາງດ້ານບໍລິຫານຕໍ່ຜູ້ກະທໍາຜິດທາງອາຍາໃນສະຖານເບົາ. ສິບຄ້າຍດັດສ້າງໝາຍເຖິງສະຖານທີ່ປະຕິບັດໂທດຂອງນັກ ໂທດຕາມຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ. ສິບເອັດຜູ້ຖືກສົງໄສໝາຍເຖິງບຸກຄົນທີ່ຖືກສົງໄສວ່າເປັນຜູ້ ກະທໍາຜິດທາງອາຍາຍັງບໍ່ທັນມີຄໍາສັ່ງເປີດການສືບສວນສອບສວນ. ສິບສອງຜູ້ຖືກຫາໝາຍເຖິງບຸກຄົນທີ່ຖືກນໍາມາດໍາເນີນຄະດີ ພາຍຫຼັງມີຄໍາສັ່ງເປີດການສືບສວນສອບສວນ. ສິບສາມຈໍາເລີຍໝາຍເຖິງຜູ້ຖືກສັ່ງຟ້ອງຂຶ້ນສານ. ສິບສີ່ຜູ້ກະທໍາຜິດໝາຍເຖິງຜູ້ຖືກສານຕັດສິນລົງໂທດ. ສິບຫ້ານັກໂທດໝາຍເຖິງຜູ້ຖືກຄຸມຂັງພາຍຫຼັງຖືກສານຕັດ ສິນລົງໂທດ. ສິບຫົກຫຼັກຖານໜັກແໜ້ນໝາຍເຖິງຫຼັກຖານຜູກມັດ,ຮັດກຸມ ທີ່ຢັ້ງຢືນວ່າມີການກະທໍາຜິດ. ສິບເຈັດຫຼັກການຜູກມັດໝາຍເຖິງຫຼັກຖານທີ່ຢັ້ງຢືນວ່າຜູ້ຖືກ ຫາຫຼືນໍາເລີຍໄດ້ກະທໍາຜິດ. ສິບແປດຫຼັກຖານແກ້ມັດໝາຍເຖິງຫຼັກຖານຢັ້ງຢືນວ່າຜູ້ຖືກ ຫາຫຼືຈໍາເລີຍບໍ່ໄດ້ກະທໍາຜິດ. ສິບເກົ້າການຊັນນະສູດໝາຍເຖິງການກວດກາ,ເກັບກໍາ, ທ້ອນໂຮມຂໍ້ມູນຫຼັກຖານ,ຮ່ອງຮອຍຂອງການກະທໍາຜິດ. ຊາວການພິສູດໝາຍເຖິງການນໍາໃຊ້ວິທີການທາງດ້ານເຕັກ ນິກວິທິຍາສາດ,ວິຊາການ,ສິລະປະແລະອື່ນໆເພື່ອຢັ້ງຢືນຄວາມຖືກ ຕ້ອງຫຼືບໍ່ຖືກຕ້ອງຂອງເປົ້າໝາຍໃດໜຶ່ງ. ຊາວເອັດຄໍາຕົກລົງຂອງສານໝາຍເຖິງຄໍາສັ່ງ,ຄໍາຊີ້ຂາດ, ຄໍາຕັດສິນແລະຄໍາພິພາກສາຂອງສານ. ຊາວສອງຄໍາສັ່ງຂອງສານໝາຍເຖິງຄໍາຕົກລົງປະເພດໜຶ່ງ ຂອງສານກ່ຽວກັບການດໍາເນີນຄະດີເຊັ່ນຄໍາສັ່ງຢຶດຊັບຫຼືອາຍັດຊັບ, ຄໍາສັ່ງຊັດມ້ຽນຄະດີ,ຄໍາສັ່ງຈັບຕົວແລະອື່ນໆ. ຊາວສາມຄໍາຊີ້ຂາດຂອງສານໝາຍເຖິງຄໍາຕົກລົງປະເພດ ໜຶ່ງຂອງສານກ່ຽວກັບການຊີ້ຂາດສິດອໍານາດຂອງສານ,ຂອງຄະ ນະສານ,ການບໍ່ຮັບເອົາຄະດີມາພິຈາລະນາ,ຄໍາຕັດສິນປະຫານຊີວິດ ແລະອື່ນໆ. ຊາວສີ່ຄໍາຕັດສິນຂອງສານໝາຍເຖິງຄໍາຕັດສິນຂອງສານ ຂັ້ນຕົ້ນ. ຊາວຫ້າຄໍາພິພາກສາໝາຍເຖິງຄໍາຕັດສິນຂອງສານຂັ້ນອຸ ທອນແລະຂັ້ນລົບລ້າງ. ຊາວຫົກຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດໝາຍເຖິງຄໍາຕັດ ສິນ,ຄໍາພິພາກສາຂອງສານຊຶ່ງຄູ່ຄວາມບໍ່ຂໍອຸທອນ,ຂໍລົບລ້າງຫຼືຫົວ ໜ້າອົງການໄອຍະການບໍ່ສະເໜີຄັດຄ້ານຄໍາຕັດສິນແລະຄໍາພິພາກ ສາ. ຊາວເຈັດຄໍາຕົກລົງຂອງຫົວໜ້າອົງການໄອຍະການໝາຍ ເຖິງຄໍາສະເໜີຄັດຄ້ານ,ຄໍາຕົກລົງບໍ່ຄັດຄ້ານ,ຄໍາຕົກລົງກໍ່ຮື້ຟື້ນ,ຄໍາ ຕົກລົງລົບລ້າງ. ຊາວແປດການຂໍອຸທອນໝາຍເຖິງການທີ່ຄູ່ຄວາມຫຼືອົງການ ໄອຍະການບໍ່ພໍໃຈຕໍ່ຄໍາຕັດສິນຂອງສານຂັ້ນຕົ້ນແລະໄດ້ຂໍອຸທອນຫຼືສະ ເໜີຄັດຄ້ານ. ຊາວເກົ້າການຂໍລົບລ້າງໝາຍເຖິງການທີ່ຄູ່ຄວາມຫຼືອົງການ ໄອຍະການບໍ່ພໍໃຈຕໍ່ຄໍາພິພາກສາຂອງສານຂັ້ນອຸທອນແລະໄດ້ຂໍລົບ ລ້າງຫຼືສະເໜີຄັດຄ້ານ. ສາມສິບພຶດຕິກໍາໝາຍເຖິງການກະທໍາຫຼືການເມີນເສີຍ. ສາມສິບເອັດການໂຄ້ແຍ່ງໝາຍເຖິງໝາຍເຖິງການຊີ້ແຈງ ຕໍ່ຂໍ້ກ່າວຫາຫຼືຫຼັກຖານທີ່ໄດ້ຍົກຂຶ້ນໃນໄລຍະດໍາເນີນຄະດີ. ສາມສິບສອງການໂຕ້ຖຽງໝາຍເຖິງການຊີ້ແຈງຕໍ່ຂໍ້ກ່າວ ຫາຫຼືຫຼັກຖານທີ່ໄດ້ຍົກຂຶ້ນໃນທີ່ປະຊຸມສານ. ສາມສິບສາມລະຫຸໂທດໝາຍເຖິງການກະທໍາຜິດທີ່ກົດໝາຍ ໄດ້ກໍານົດໂທດຕໍານິວິຈານຕໍ່ໜ້າມະຫາຊົນຫຼືໂທດປັບໃໝ; ສາມສິບສີ່ໂທສານຸໂທດໝາຍເຖິງການກະທໍາຜິດທີ່ກົດໝາຍ ໄດ້ກໍານົດໂທດດັດສ້າງໂດຍບໍ່ຕັດອິດສະລະພາບຫຼືໂທດຕັດອິດສະລະ ພາບແຕ່ສາມເດືອນຫາສິບປີແລະໂທດປັບໃໝ. ສາມສິບຫ້າຄະຣຸໂທດໝາຍເຖິງການກະທໍາຜິດທີ່ກົດໝາຍ ໄດ້ກໍານົດໂທດຕັດອິດສະລະພາບແຕ່ຫ້າປີຂຶ້ນໄປຫາຕະຫຼອດຊີວິດ ພ້ອມທັງໂທດປັບໃໝແລະໂທດປະຫານຊີວິດ.


...ມາດຕາສີ່(ໃໝ່)ນະໂຍບາຍກ່ຽວກັບການດໍາເນີນຄະດີອາຍາ

ມາດຕາສີ່(ໃໝ່)ນະໂຍບາຍກ່ຽວກັບການດໍາເນີນຄະດີອາຍາ ລັດສ້າງເງື່ອນໄຂສະດວກໃຫ້ແກ່ການດໍາເນີນຄະດີອາຍາດ້ວຍການວາງນະໂຍບາຍ,ກົດໝາຍ,ລະບຽບການ,ການສະໜອງງົບປະມານ,ການປະກອບບຸກຄະລາກອນ,ພາຫະນະ,ອຸປະກອນ,ເຕັກນິກແລະການກໍ່ສ້າງພື້ນຖານໂຄງລ່າງແນໃສ່ເຮັດໃຫ້ການດໍາເນີນຄະດີອາຍາມີຄວາມວ່ອງໄວ,ໂປ່ງໃສ,ຖືກຕ້ອງຕາມກົດໝາຍແລະຮັບປະກັນຄວາມຍຸຕິທໍາໃນສັງຄົມ. ລັດເອົາໃສໃສ່ໂຄສະນາ,ສຶກສາອົບຮົມກົດໝາຍໃຫ້ພົນລະເມືອງຮູ້,ເຂົ້າໃຈ,ເຄົາລົບແລະປະຕິບັດ,ປະກອບສ່ວນເຂົ້າໃນການສະກັດກັ້ນແລະຕ້ານອາຊະຍາກໍາ.

...ມາດຕາຫ້າ(ປັບປຸງ)ຄວາມຈໍາເປັນຕ້ອງດໍາເນີນຄະດີອາຍາ

ມາດຕາຫ້າ(ປັບປຸງ)ຄວາມຈໍາເປັນຕ້ອງດໍາເນີນຄະດີອາຍາ ເມື່ອມີສາເຫດໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາແປດສິບ ຫົກຂອງກົດໝາຍສະບັບນີ້ຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າ ອົງການໄອຍະການຕ້ອງອອກຄໍາສັ່ງເປີດການສືບສວນສອບສວນ,ດໍາ ເນີນການສືບສວນສອບສວນແລະນໍາໃຊ້ມາດຕະການສະກັດກັ້ນທີ່ໄດ້ ກໍານົດໄວ້ໃນກົດໝາຍແນໃສ່ຊອກໃຫ້ເຫັນການກະທໍາຜິດແລະຜູ້ກະທໍາ ຜິດເພື່ອສັ່ງຟ້ອງຂຶ້ນສານພິຈາລະນາຕັດສິນຕາມກົດໝາຍ.

...ມາດຕາຫົກ(ປັບປຸງ)ສາເຫດທີ່ພາໃຫ້ການດໍາເນີນຄະດີອາຍາຕົກໄປ

ມາດຕາຫົກ(ປັບປຸງ)ສາເຫດທີ່ພາໃຫ້ການດໍາເນີນຄະດີອາຍາຕົກໄປ ສາເຫດທີ່ພາໃຫ້ການດໍາເນີນຄະດີອາຍາຕົກໄປມີດັ່ງນີ້: ໜຶ່ງຂາດເຫດການຂອງການກະທໍາຜິດທາງອາຍາ. ສອງຂາດອົງປະກອບຂອງການກະທໍາຜິດທາງອາຍາ. ສາມໝົດອາຍຸຄວາມໃນການຮ້ອງຟ້ອງທາງອາຍາ. ສີ່ມີການນິລະໂທດກໍາ. ຫ້າມີການຕົກລົງໄກ່ເກ່ຍກັນໃນຄະດີທີ່ການກະທໍາຜິດບໍ່ເປັນ ອັນຕະລາຍຮ້າຍແຮງຕໍ່ສັງຄົມລະຫວ່າງຜູ້ຖືກເສຍຫາຍກັບຜູ້ຖືກຫາ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ. ຫົກຂາດການຮ້ອງຟ້ອງຂອງຜູ້ຖືກເສຍຫາຍຫຼືຜູ້ຖືກເສຍຫາຍ ຖອນຄໍາຮ້ອງຟ້ອງໃນກໍລະນີການກະທໍາຜິດທີ່ຈໍາເປັນຕ້ອງມີຄໍາຮ້ອງ ຟ້ອງຂອງຜູ້ຖືກເສຍຫາຍຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ. ເຈັດມີການກະທໍາຜິດທີ່ມີຜົນເສຍຫາຍທາງດ້ານວັດຖຸຕໍ່າ ກວ່າມູນຄ່າຕາມທີ່ໄດກໍານົດໄວ້ໃນກົດໝາຍອາຍາ. ແປດຜູ້ກະທໍາຜິດໄດ້ເສຍຊີວິດ,ຍົກເວັ້ນກໍລະນີການເສຍຊີວິດ ໃນເວລາດໍາເນີນຄະດີຢູ່ສານ. ເກົ້າມີຄໍາສັ່ງຊັດມ້ຽນຫຼືມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງ ເດັດຂາດແລ້ວກ່ຽວກັບຄະດີດຽວກັນ.

ສໍາລັບເດັກອາຍຸຕໍ່າກວ່າສິບຫ້າປີທີ່ມີພຶດຕິກໍາຊຶ່ງເປັນອັນຕະ ລາຍຕໍ່ສັງຄົມນັ້ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ,ກົດໝາຍອາຍາແລະກົດໝາຍອື່ນທີ່ ກ່ຽວຂ້ອງ.


...ມາດຕາເຈັດ(ໃໝ່)ການປົກປ້ອງ

ມາດຕາເຈັດ(ໃໝ່)ການປົກປ້ອງ ໃນການດໍາເນີນຄະດີອາຍາອົງການຜູ້ດໍາເນີນຄິດີອາຍາໄດ້ຮັບ ການປົກປ້ອງຕາມລະບຽບກົດໝາຍຈາກການແກ້ແຄ້ນ,ຂົ່ມຂູ່ຕໍ່ຊີວິດ, ສຸຂະພາບ,ອິດສະລະພາບ,ກຽດສັກສີ,ຊັບສິນສ່ວນລວມ,ສ່ວນຕົວຫຼືຄອບ ຄົວ. ທຸກພຶດຕິກໍາຂອງບຸກຄົນຫຼືການຈັດຕັ້ງອື່ນເຊັ່ນການບັງຄັບ,ການ ນາບຂູ່,ການໃສ່ຮ້າຍແລະການນິນທາຊຶ່ງສ້າງຄວາມເສຍຫາຍຕໍ່ອົງ ການແລະຜູ້ດໍາເນີນຄິດີອາຍາຈະຖືກລົງໂທດຕາມກົດໝາຍ. ໃນການດໍາເນີນຄິດີອາຍາພົນລະເມືອງໄດ້ຮັບການປົກປ້ອງຊີ ວິດ,ສຸຂະພາບ,ກຽດສັກສີຫຼືຊັບສິນຂອງຕົນ. ທຸກພຶດຕິກໍາຂອງອົງການແລະຜູ້ດໍາເນີນຄະດີອາຍາເຊັ່ນການ ທຸບຕີ,ການທໍລະມານ,ການບັງຄັບແລະການນາບຂູ່ຊຶ່ງສ້າງຄວາມເສຍ ຫາຍຕໍ່ພົນລະເມືອງຈະຖືກລົງໂທດຕາມກົດໝາຍ.


...ມາດຕາແປດ(ໃໝ່)ຂອບເຂດການນໍາໃຊ້ກົດໝາຍ

ມາດຕາແປດ(ໃໝ່)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບອົງການສືບສວນສອບສວນ,ອົງ ການໄອຍະການ,ສານແລະຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ ຕາມທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບສາມຂອງກົດມາຍສະບັບນີ້.

...ມາດຕາເກົ້າ(ໃໝ່)ການຮ່ວມມືສາກົນ

ມາດຕາເກົ້າ(ໃໝ່)ການຮ່ວມມືສາກົນ ລັດສົ່ງເສີມການຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນ ກ່ຽວກັບການດໍາເນີນຄະດີອາຍາດ້ວຍການປະສານງານ,ແລກປ່ຽນ ບົດຮຽນ,ຂໍ້ມູນຂ່າວສານ,ເຕັກໂນໂລຊີ,ຍົກລະດັບຄວາມຮູ້,ຄວາມສາ ມາດໃຫ້ບຸກຄະລາກອນຂອງການຈັດຕັ້ງທີ່ດໍາເນີນຄະດີອາຍາໂດຍ ສອດຄ່ອງກັບສົນທິສັນຍາສາກົນທີ່ສປປລາວເປັນພາຄີ.


..ພາກທີສອງຫຼັກການພື້ນຖານໃນການດໍາເນີນຄິດີອາຍາ


...ມາດຕາສິບ(ໃໝ່)ຫຼັກການພື້ນຖານໃນການດໍາເນີນຄະດີອາຍາ

ມາດຕາສິບ(ໃໝ່)ຫຼັກການພື້ນຖານໃນການດໍາເນີນຄະດີອາຍາ ການດໍາເນີນຄະດີອາຍາຕ້ອງປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້: ໜື່ງນິຕິທໍາ. ສອງການບໍ່ໃຫ້ລ່ວງລະເມີດສິດແລະເສລີພາບຂອງພົນລະ ເມືອງ. ສາມຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ ແລະສານ. ສີ່ການຮັບຜະກັນສິດໃນການຕໍ່ສູ້ຄະດີ. ຫ້າການສັນນິຖານວ່າເປັນຜູ້ບໍລິສຸດ. ຫົກການພິຈາລະນາຄ່າເສຍຫາຍໃນຄະດີອາຍາ. ເຈັດສິດອໍານາດໃນການຕັດສິນຄະດີ. ແປດການພິຈາລະນາຄະດີເປັນໝູ່ຄະນະ. ເກົ້າຄວາມເປັນເອກະລາດຂອງຜູ້ພິພາກສາ. ສິບພາສາທີ່ໃຊ້ໃນການດໍາເນີນຄະດີ. ສິບເອັດການໄຕ່ສວນຄະດີຢ່າງເປີດເຜີຍ. ສິບສອງການຂໍຖອນຕົວແລະການຄ້ານຕົວ. ສິບສາມການບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນການພິຈາລະນາ ຄະດີດຽວກັນ. ສິບສີ່ການດໍາເນີນຄະດີຮອບດ້ານ,ຄົບຖ້ວນແລະພາວະວິໄສ. ສິບຫ້າການຮັບປະກັນສິດໃນການຮ້ອງຟ້ອງ. ສິບຫົກການປະສານສົມທົບ.


...ມາດຕາສິບເອັດ(ໃໝ່)ນິຕິກໍາ

ມາດຕາສິບເອັດ(ໃໝ່)ນິຕິກໍາ ອົງການ,ເຈົ້າໜ້າທີ່,ຜູ້ເຂົ້າຮ່ວມທີ່ມີສິດແລະໜ້າທີ່ກ່ຽວຂ້ອງໃນ ການດໍາເນີນຄະດີອາຍາຕ້ອງເຄົາລົບ,ປະຕິບັດກົດໝາຍແລະຄໍາຕົກ ລົງຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຢ່າງເຂັ້ມງວດ.

...ມາດຕາສິບສອງ(ປັບປຸງ)ການບໍ່ໃຫ້ລ່ວງລະເມີດສິດແລະເສລີພາບຂອງພົນລະເມືອງ

ມາດຕາສິບສອງ(ປັບປຸງ)ການບໍ່ໃຫ້ລ່ວງລະເມີດສິດແລະເສລີພາບ ຂອງພົນລະເມືອງ ບໍ່ອະນຸຍາດໃຫ້ກັກຕົວບໍ່ມີຄໍາສັ່ງຂອງຫົວໜ້າອົງການສືບສວນ ສອບສວນຫຼືຫົວໜ້າອົງການໄອຍະການ. ບໍ່ອະນຸຍາດໃຫ້ຈັບຕົວ,ກັກຂັງຫຼືກວດຄົ້ນເຄຫະສະຖານໂດຍບໍ່ມີ ຄໍາສັ່ງຂອງຫົວໜ້າອົງການໄອຍະການຫຼືສານບ່ອນການກະທໍາຜິດເກີດ ຂຶ້ນເວັ້ນເສຍແຕ່ການຈັບຕົວ,ການກວດຄົ້ນເຄຫະສະຖານໃນກໍລະນີ ການກະທໍາຜິດເຊິ່ງໜ້າຫຼືໃນກໍລະນີຮີບດ່ວນເທົ່ານັ້ນ. ໃນກໍລະນີການກັກຕົວ,ຈັບຕົວ,ກັກຂັງໂດຍບໍ່ຖືກຕ້ອງຕາມກົດ ໝາຍຫຼືການກັກຂັງເກີນກໍານົດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍຫຼືບໍ່ຖືກ ຕ້ອງຕາມຄໍາຕັດສິນຂອງສານນັ້ນຫົວໜ້າອົງການໄອຍະການຕ້ອງ ອອກຄໍາສັ່ງປ່ອຍຕົວໃນທັນໃດ. ບໍ່ອະນຸຍາດໃຫ້ບັງຄັບ,ນາບຂູ່,ທຸບຕີຫຼືທໍລະມານຜູ້ຖືກສົງໄສ,ຜູ້ ຖືກຫາຫຼືຈໍາເລີຍໃນເວລາດໍາເນີນຄະດີ. ບຸກຄົນໃດຫາກໄດ້ກັກຕົວ,ຈັບຕົວ,ກັກຂັງ,ກວດຄົນເຄຫະສະ ຖານຫຼືຕົວບຸກຄົນໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກດໍາເນີນຄະດີແລະ ຮັບຜິດຊອບທາງອາຍາພ້ອມທັງໃຊ້ແທນຄ່າເສຍຫາຍທີ່ເກີດຂຶ້ນ.

...ມາດຕາສິບສາມ(ປັບປຸງ)ຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍແລະສານ

ມາດຕາສິບສາມ(ປັບປຸງ)ຄວາມສະເໝີພາບຂອງພົນລະເມືອງ ຕໍ່ໜ້າກົດໝາຍແລະສານ ການດໍາເນີນຄະດີອາຍາຕ້ອງປະຕິບັດພື້ນຖານຄວາມສະເໝີ ພາບຂອງພົນລະເມືອງທຸກຄົນຕໍ່ໜ້າກົດໝາຍແລະສານໂດຍບໍ່ຈໍາແນກ ເພດ,ເຊື້ອຊາດ,ສັນຊາດ,ເຜົ່າ,ຖານະທາງດ້ານເສດຖະກິດແລະສັງຄົມ ,ພາສາ,ລະດັບການສຶກສາ,ອາຊີບ,ຄວາມເຊື່ອຖື,ພູມລໍາເນົາແລະອື່ນ ໆ. ອົງການສືບສວນສອບສວນ,ອົງການໄອຍະການແລະສານຕ້ອງ ສ້າງເງື່ອນໄຂໃຫ້ພົນລະເມືອງໂດຍສະເພາະຜູ້ຖືກສົງໄສ,ຜູ້ຖືກຫາ,ຈໍາ ເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງໄດ້ນໍາ ໃຊ້ສິດຕາມກົດໝາຍເພື່ອຮັບປະກັນໃຫ້ການດໍາເນີນຄະດີອາຍາຖືກ ຕ້ອງຕາມຄວາມເປັນຈິງແລະພາວະວິໄສ.


...ມາດຕາສິບສີ່(ປັບປຸງ)ການຮັບປະກັນສິດໃນການນຕໍ່ສູ້ຄະດີ

ມາດຕາສິບສີ່(ປັບປຸງ)ການຮັບປະກັນສິດໃນການນຕໍ່ສູ້ຄະດີ ຜູ້ຖືກສົ່ງໄສ,ຜູ້ຖືກຫາແລະຈໍາເລີຍມີສິດຕໍ່ສູ້ຄະດິທີ່ຕົນຖືກຫາຫຼື ຖືກກ່າວຟ້ອງດ້ວຍຕົນເອງ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນເພື່ອຊ່ວຍ ເຫຼືອທາງດ້ານກົດໝາຍ. ອົງການສືບສວນສອບສວນ,ອົງການໄອຍະການແລະສານຕ້ອງ ຮັບປະກັນສິດໃນການຕໍ່ສູ້ຄະດີຂອງຜູ້ຖືກສົງໄສ,ຜູ້ຖືກຫາແລະຈໍາເລີຍ ເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງພວກກ່ຽວ. ຜູ້ຖືກສົງໄສ,ຜູ້ຖືກຫາແລະຈໍາເລີຍມີສິດໂຕ້ແຍ່ງ,ໂຕ້ຖຽງ,ສະ ເໜີຫຼັກຖານເພື່ອປົກປ້ອງຕົນເອງແລະຈະບໍ່ຖືກບັງຄັບໃຫ້ຊອກຫາຫຼັກ ຖານມາຢັ້ງຢືນຄວາມບໍລິສຸດຂອງຕົນ.

...ມາດຕາສິບຫ້າ(ປັບປຸງ)ການສັນນິຖານວ່າເປັນຜູ້ບໍລິສຸດ

ມາດຕາສິບຫ້າ(ປັບປຸງ)ການສັນນິຖານວ່າເປັນຜູ້ບໍລິສຸດ ໃນການດໍາເນີນຄິດີອາຍາຜູ້ຖືກສົງໄສ,ຜູ້ຖືກຫາແລະຈໍາເລີຍ ທີ່ຍັງບໍ່ທັນມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດວ່າເປັນຜູ້ກະ ທໍາຜິດນັ້ນໃຫ້ຖືວ່າຜູ້ກ່ຽວຍັງເປັນຜູ້ບໍລິສຸດ.

...ມາດຕາສິບຫົກ(ໃໝ່)ການພິຈາລະນາຄ່າເສຍຫາຍໃນຄະດີອາຍາ

ມາດຕາສິບຫົກ(ໃໝ່)ການພິຈາລະນາຄ່າເສຍຫາຍໃນຄະດີອາຍາ ການພິຈາລະນາການໃຊ້ແທນຄ່າເສຍຫາຍໃນຄະດີອາຍາຕ້ອງ ດໍາເນີນໄປພ້ອມກັນກັບການພິຈາລະນາຕັດສິນຄະດີອາຍາ. ໃນກໍລະນີທີ່ສານບໍ່ສາມາດກໍານົດມູນຄ່າຄວາມເສຍຫາຍໄດ້ ເຊັ່ນຄະດີອຸປະຕິເຫດແລະຄະດີອື່ນຊຶ່ງຜູ້ຖືກເສຍຫາຍຍັງຕ້ອງສືບຕໍ່ປິ່ນ ປົວສານຈະພິຈາລະນາຕັດສິນທາງອາຍາກ່ອນ,ສ່ວນການໃຊ້ແທນຄ່າ ເສຍຫາຍນັ້ນໃຫ້ດໍາເນີນການແກ້ໄຂທາງແພ່ງ. ໃນກໍລິນີທີ່ຈໍາເລີຍຫາກເສຍຊີວິດໃນກວລາດໍາເນີນຄິດີຢູ່ສານ ໃຫ້ສານທໍາການພິຈາລະນາຄິດີຂອງຜູ້ກ່ຽວຈົນເປັນທີ່ສິ້ນສຸດຕາມລະ ບຽບກົດໝາຍ.

...ມາດຕາສິບເຈັດ(ປັບປຸງ)ສິດອໍານາດໃນການຕັດສິນຄະດີ

ມາດຕາສິບເຈັດ(ປັບປຸງ)ສິດອໍານາດໃນການຕັດສິນຄະດີ ສານເທົ່ານັ້ນມີສິດອໍານາດພິຈາລະນາຕັດສິນຄະດີອາຍາ.ບຸກ ຄົນໃດໜຶ່ງຈະບໍ່ຖືກວ່າເປັນຜູ້ກະທໍາຜິດແລະຖືກລົງໂທດທາງອາຍາ ຖ້າຫາກບໍ່ມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.


...ມາດຕາສິບແປດ(ປັບປຸງ)ການພິຈາລະນາຄະດີເປັນໝູ່ຄະນະ

ມາດຕາສິບແປດ(ປັບປຸງ)ການພິຈາລະນາຄະດີເປັນໝູ່ຄະນະ ຄະນະສານຕັດສິນຂອງສານປະຊາຊົນສູງສຸດ,ສານປະຊາຊົນ ພາກ,ສານປະຊາຊົນແຂວງ,ນະຄອນ,ສານປະຊາຊົນເຂດ,ສານທະ ຫານຂັ້ນສູງ,ສານທະຫານພາກປະກອບດ້ວຍຜູ້ພິພາກສາສາມຄົນ,ໃນ ນັ້ນຜູ້ໜຶ່ງເປັນປະທານແລະອີກສອງຄົນເປັນຄະນະ. ຜູ້ພິພາກສາທີ່ຖືກແຕ່ງຕັ້ງຢ່າງຖືກຕ້ອງຕາມກົດໝາຍເທົ່ານັ້ນ ຈຶ່ງມີສິດປະກອບເຂົ້າເປັນຄະນະສານຕັດສິນໄດ້. ຄໍາຕົກລົງຂອງຄະນະສານຕ້ອງຖືເອົາຕາມສຽງສ່ວນຫຼາຍ.


...ມາດຕາສິບເກົ້າຄວາມເປັນເອກະລາດຂອງຜູ້ພິພາກສາ

ມາດຕາສິບເກົ້າຄວາມເປັນເອກະລາດຂອງຜູ້ພິພາກສາ ການພິຈາລະນາຕັດສິນຄະດີຜູ້ພິພາກສາຕ້ອງເປັນເອກະລາດ ແລະມີແຕ່ປະຕິບັດຕາມກົດໝາຍເທົ່ານັ້ນ.


...ມາດຕາຊາວພາສາທີ່ໃຊ້ໃນການດໍາເນີນຄະດີ

ມາດຕາຊາວພາສາທີ່ໃຊ້ໃນການດໍາເນີນຄະດີ ການດໍາເນີນຄະດີອາຍາຕ້ອງໃຊ້ພາສາລາວ.ຜູ້ເຂົ້າຮ່ວມໃນ ການດໍາເນີນຄະດີທີ່ບໍ່ຮູ້ພາສາລາວມີສິດໃຊ້ພາສາຕົນເອງຫຼືພາສາອື່ນ ໂດຍຜ່ານການແປພາສາ.

...ມາດຕາຊາວເອັດ(ປັບປຸງ)ການໄຕ່ສວນຄະດີຢ່າງເປີດເຜີຍ

ມາດຕາຊາວເອັດ(ປັບປຸງ)ການໄຕ່ສວນຄະດີຢ່າງເປີດເຜີຍ ການໄຕ່ສວນຄະດີອາຍາຢູ່ທີ່ປະຊຸມສານຕ້ອງດໍາເນີນຢ່າງເປີດ ເຜີຍເວັ້ນເສຍແຕ່ຄະດີກ່ຽວກັບຄວາມລັບຂອງລັດຫຼືຂອງສັງຄົມເປັນຕົ້ນ ການກະທໍາຜິດຕໍ່ສາຍຜົວເມຍ,ຮີດຄອງປະເພນີອັນດີງາມຂອງຊາດ, ເດັກ,ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຊຶ່ງຕ້ອງດໍາເນີນຢ່າງປິດລັບ. ການອ່ານຄໍາຕັດສິນບໍ່ວ່າໃນກໍລະນີໃດຕ້ອງດໍາເນີນໄປຢ່າງ ເປີດເຜີຍ.

...ມາດຕາຊາວສອງ(ປັບປຸງ)ການຂໍຖອນຕົວແລະການຄ້ານຕົວ

ມາດຕາຊາວສອງ(ປັບປຸງ)ການຂໍຖອນຕົວແລະການຄ້ານຕົວ ຜູ້ດໍາເນີນຄະດີອາຍາ,ຈ່າສານ,ຜູ້ຊ່ຽວຊານ,ຜູ້ຊໍານານງານຫຼື ຜູ້ແປພາສາທີ່ເປັນຍາດພີ່ນ້ອງ,ມີຜົນປະໂຫຍດຫຼືມີຂໍ້ຂັດແຍ່ງກັບຄູ່ ຄວາມຝ່າຍໃດຝ່າຍໜຶ່ງຕ້ອງຂໍຖອນຕົວອອກຈາກການດໍາເນີນຄະດີ ນັ້ນ. ຖ້າຜູ້ກ່ຽວຫາກບໍ່ຍອມຖອນຕົວຜູ້ຄວາມຝ່າຍໃດຝ່າຍໜຶ່ງກໍ່ມີ ສິດສະເໜີຄ້ານຕົວຜູ້ກ່ຽວອອກຈາກການດໍາເນີນຄະດີ.

...ມາດຕາຊາວສາມການບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນການພິຈາລະນາຄະດີດຽວກັນ

ມາດຕາຊາວສາມການບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນການພິຈາລະນາ ຄະດີດຽວກັນ ຜູ້ພິພາກສາທີ່ໄດ້ເຂົ້າຮ່ວມໃນການພິຈາລະນາຄະດີອາຍາຄັ້ງ ໜຶ່ງແລ້ວຈະບໍ່ອະນຸຍາດໃຫ້ເຂົ້າຮ່ວມພິຈາລະນາຄິດີດຽວກັນເປັນຄັ້ງ ທີສອງອີກບໍ່ວ່າຢູ່ສານຂັ້ນໃດເວັ້ນເສຍແຕ່ໃນກໍລະນີທີ່ໄດ້ກໍານົດໄວ້ໃນ ກົດໝາຍ.

...ມາດຕາຊາວສີ່(ປັບປຸງ)ການດໍາເນີນຄະດີຮອບດ້ານ,ຄົບຖ້ວນແລະພາວະວິໄສ

ມາດຕາຊາວສີ່(ປັບປຸງ)ການດໍາເນີນຄະດີຮອບດ້ານ,ຄົບຖ້ວນແລະພາ ວະວິໄສ ການດໍາເນີນຄະດີອາຍາຕ້ອງນໍາໃຊ້ມາດຕະການຕ່າງໆທີ່ໄດ້ ກໍານົດໄວ້ໃນກົດໝາຍສະບັບນີ້ເພື່ອເຮັດໃຫ້ການດໍາເນີນຄະດີໄດ້ເປັນ ຢ່າງຮອບດ້ານ,ຄົບຖ້ວນແລະພາວະວິໄສແນ່ໃສ່ຊອກຫາແລະຊອກໃຫ້ ເຫັນຫຼັກຖານຜູກມັດແລະຫຼັກຖານແກ້ມັດເພື່ອຢັ້ງຢືນຄວາມບໍລິສຸດຂອງ ຜູ້ຖືກສົງໄສ,ຜູ້ຖືກຫາຫຼືຈໍາເລີຍແລະຄົ້ນຄວ້າຫາສາເຫດທີ່ພາໃຫ້ມີການ ຫຼຸດຜ່ອນຫຼືການເພີ່ມຄວາມຮັບຜິດຊອບທາງອາຍາ. ໃນການເອົາຄໍາໃຫ້ການຂອງຜູ້ຖືກສົງໄສ,ຜູ້ຖືກຫາຫຼືຈໍາເລີຍ ແລະບຸກຄົນທີ່ເຂົ້າຮ່ວມໃນຄະດີນັ້ນບໍ່ອະນຸຍາດໃຫ້ໃຊ້ຄວາມຮຸນແຮງ, ບັງຄັບ,ນາບຂູ່,ທຸບຕີ,ທໍລະມານຫຼືນໍໃຊ້ມາດຕະການອື່ນທີ່ບໍ່ຖືກຕ້ອງ ຕາມກົດໝາຍ.

...ມາດຕາຊາວຫ້າ(ປັບປຸງ)ການຮັບປະກັນສິດໃນການຮ້ອງຟ້ອງ

ມາດຕາຊາວຫ້າ(ປັບປຸງ)ການຮັບປະກັນສິດໃນການຮ້ອງຟ້ອງ ບຸກຄົນຫຼືການຈັດຕັ້ງມີສິດຮ້ອງຟ້ອງອົງການສືບສວນສອບສວນ, ອົງການໄອຍະການ,ສານຫຼືບຸກຄົນທີ່ກ່ຽວຂ້ອງຊຶ່ງປະຕິບັດໜ້າທີ່ໂດຍບໍ່ ຖືກຕ້ອງຕາມກົດໝາຍ.ຄໍາຮ້ອງຟ້ອງໃຫ້ຍື່ນຕໍ່ອົງການຈັດຕັ້ງຂັ້ນເທິງ ຖັດນັ້ນຫຼືອົງການຈັດຕັ້ງທີ່ບຸກຄົນນັ້ນສັງກັດຢູ່. ອົງການຈັດຕັ້ງທີ່ໄດ້ຮັບຄໍາຮ້ອງຟ້ອງຕ້ອງຄົ້ນຄວ້າ,ພະຈາລະ ນາຢ່າງທັນການແລະຕ້ອງແຈ້ງຜົນການຄົ້ນຄ້ວາເປັນລາຍລັກອັກສອນ ໃຫ້ແກ່ບຸກຄົນຫຼືການຈັດຕັ້ງທີ່ຍື່ນຄໍາຮ້ອງຟ້ອງຊາບພາຍໃນກໍານົດສາມ ສິບວັນນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ. ອົງການຫຼືບຸກຄົນທີ່ກ່ຽວຂ້ອງທີ່ໄດ້ລະເມີດກົດໝາຍຕ້ອງປົວ ແປງກຽດສັກສີແລະທົດແທນຄ່າເສຍຫາຍໃຫ້ແກ່ຜູ້ຖືກເສຍຫາຍ.ບຸກ ຄົນທີ່ກ່ຽວຂ້ອງນັ້ນອາດຈະຖືກລົງວິໄນຫຼືຖືກດໍາເນີນຄະດີຕາມສະຖານ ເບົາຫຼືໜັກ.

...ມາດຕາຊາວຫົກ(ໃໝ່)ການປະສານສົມທົບ

ມາດຕາຊາວຫົກ(ໃໝ່)ການປະສານສົມທົບ ອົງການດໍາເນີນຄະດີອາຍາຕ້ອງປະສານສົມທົບແລະຮ່ວມມືກັບ ອົງການຈັດຕັ້ງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງ ການຈັດຕັ້ງສັງຄົມລວມທັງອົງການປົກຄອງບ້ານແລະຄອບຄົວໃນການ ສະກັດກັ້ນແລະຕ້ານອາຊະຍາກໍາ. ອົງການຈັດຕັ້ງດັ່ງກ່າວຕ້ອງໃຫ້ການຮ່ວມມືກັບອົງການດໍາເນີນ ຄະດີອາຍາກ່ຽວກັບການປະຕິບັດມາດຕະການເພື່ອສະກັດກັ້ນ,ລົບລ້າງ ສາເຫດແລະເງື່ອນໄຂທີ່ພາໃຫ້ການກະທໍາຜິດທາງອາຍາເກີດຂຶ້ນໃນ ຂອບເຂດຄວາມຮັບຜິດຊອບຂອງຕົນ.


..ພາກທີສາມຫຼັກຖານໃນຄິດີອາຍາ


...ໝວດທີໜຶ່ງຫຼັກຖານ


....ມາດຕາຊາວເຈັດ(ປັບປຸງ)ຫຼັກຖານ

ມາດຕາຊາວເຈັດ(ປັບປຸງ)ຫຼັກຖານ ຫຼັກຖານໃນຄະດີອາຍາແມ່ນຂໍ້ມູນຕົວຈິງທີ່ເກັບໂຮມໄດ້ຕາມຂັ້ນ ຕອນການດໍາເນີນຄະດີຊຶ່ງອົງການສືບສວນສອບສວນ,ອົງການໄອຍະ ການແລະສານນໍາມາຊັ່ງຊາຕີລາຄາແລະໃຊ້ເປັນພື້ນຖານໃນການກໍາ ນົດວ່າມີຫຼືບໍ່ມີພຶດຕິກໍາທີ່ເປັນອັນຕະລາຍຕໍ່ສັງຄົມ,ຄວາມຜິດຂອງບຸກ ຄົນທີ່ໄດ້ສ້າງພຶດຕິກໍານັ້ນແລະເຫດການອື່ນທີ່ເປັນປະໂຫຍດໃຫ້ແກ່ ການພິຈາລະນາແກ້ໄຂຫຼືຕັດສິນຄະດີອາຍາໃຫ້ຖືກຕ້ອງແລະເປັນທໍາ.


....ມາດຕາຊາວແປດປະເພດຫຼັກຖານ

ມາດຕາຊາວແປດປະເພດຫຼັກຖານ ຫຼັກຖານໃນຄະດີອາຍາປະກອບດ້ວຍ: ໜຶ່ງຫຼັກຖານທາງດ້ານວັດຖຸ; ສອງຫຼັກຖານທາງດ້ານເອກະສານ; ສາມຫຼັກຖານທາງດ້ານບຸກຄົນ.

ຫຼັກຖານທີ່ກ່າວມາເທິງນີ້ມີທັງຫຼັກຖານຜູກມັດຊຶ່ງເປັນຫຼັກຖານ ທີ່ຢັ້ງຢືນວ່າຜູ້ຖືກຫາຫຼືຈໍາເລີຍເປັນຜູ້ກະທໍາຜິດແລະມີທັງຫຼັກຖານແກ້ ມັດຊຶ່ງເປັນຫຼັກຖານທີ່ຢັ້ງຢືນວ່າຜູ້ຖືກຫາຫຼືຈໍາເລີຍເປັນຜູ້ບໍລິສຸດ. ການດໍາເນີີນຄະດີອາຍາຕ້ອງຊອກຫາທັງຫຼັກຖານຜູກມັດແລະ ຫຼັກຖານແກ້ມັດໄປພ້ອມກັນ.


...ໝວດທີສອງຫຼັກຖານທາງດ້ານວັດຖຸ


....ມາດຕາຊາວເກົ້າ(ໃໝ່)ຫຼັກຖານທາງດ້ານວັດຖຸ

ມາດຕາຊາວເກົ້າ(ໃໝ່)ຫຼັກຖານທາງດ້ານວັດຖຸ ຫຼັກຖານທາງດ້ານວັດຖຸແມ່ນຮ່ອງຮອຍຂອງວັດຖຸ,ວັດຖຸທີ່ໄດ້ ໃຊ້ຫຼືຈະໃຊ້ເປັນເຄື່ອງມືໃນການກະທໍາຜິດເຊັ່ນປືນ,ມີດ,ຮອຍມື,ຄາບ ເລືອດແລະວັດຖຸອື່ນທີ່ມີຄວາມໝາຍສໍາຄັນສໍາລັບຄະດີ.


....ມາດຕາສາມສິບ(ໃໝ່)ການເກັບໂຮມແລະການເກັບຮັກສາຫຼັກຖານທາງດ້ານວັດຖຸ

ມາດຕາສາມສິບ(ໃໝ່)ການເກັບໂຮມແລະການເກັບຮັກສາຫຼັກຖານ ທາງດ້ານວັດຖຸ ການເກັບໂຮງຫຼັກຖານທາງດ້ານວັດຖຸຕ້ອງດໍາເນີນໃນທັນ ໃດເມື່ອເວລາພົບເຫັນ.ການເກັບໂຮມຫຼັກຖານຕ້ອງໃຫ້ຄົບຖ້ວນ,ບັນ ທຶກກ່ຽວກັບສະພາບຂອງວັດຖຸແລະເກັບຮັກສາໄວ້ຕາມລະບຽບ ການ.ໃນກໍລະນີທີ່ບໍ່ສາມາດເກັບໂຮມເອົາຫຼັກຖານມາໄດ້ກໍ່ຕ້ອງຖ່າຍ ຮູບຫຼືຖ່າຍພາບແລ້ວເກັບຮັກສາໄວ້ຕາມລະບຽບການທາງດ້ານເຕັກ ນິກ. ຫຼັກຖານທາງດ້ານວັດຖຸໃຫ້ເກັບຮັກສາດ້ວຍເຄື່ອງຫຸ້ມຫໍ່ຫຼືໃສ່ ຖົງໄວ້. ຫຼັກຖານທາງດ້ານວັດຖຸຫຼືຂອງກາງຄະດີຕ້ອງເກັບຮັກສາໄວ້ ບໍ່ໃຫ້ມີການກະທົບ,ເສື່ອມຄຸນ,ຕົກເຮ່ຍເສຍຫາຍ,ສັບປ່ຽນ,ເປ່ເພແລະ ສັບສົນປົນເປກັນ. ການເກັບຮັກສາຫຼັກຖານທາງດ້ານວັດຖຸໃຫ້ປະຕິບັດດັ່ງນີ້: ໜຶ່ງວັດຖຸທີ່ຈໍາເປັນຕົ້ງເກັບຮັກສາໄວ້ດ້ວຍເຄື່ອງຫຸ່ມຫໍ່ຫຼືໃສ່ ຖົງແລ້ວອັດໜີບຄັ່ງໄວ້ໃນທັນໃດພາຍຫຼັງໄດ້ສິ້ນສຸດການເກັບໂຮງ ແລ້ວແລະຕ້ອງບັນທຶກໄວ້ຢ່າງລະອຽດແລະບົດບັນທຶກນັ້ນຕ້ອງເກັບ ໄວ້ໃນສໍານວນຄະດີ. ສອງວັດຖຸທີ່ເປັນເງິນ,ພັນທະບັດ,ຄໍາ,ເງິນທີ່ເປັນໂລຫະ,ເພັດ, ພອຍຫຼືວັດຖຸທີ່ມີຄ່າອື່ນໃຫ້ນໍາໄປຝາກໄວ້ທະນາຄານຕາມລະບຽບ ການ. ສາມວັດຖຸທີ່ເປັນເຄມີຕົ້ນຫຼືທາດເສບຕິດໃຫ້ທໍາການພິເສດ ແລ້ວເກັບມ້ຽນໄວ້ຕາມລະບຽບການ. ສີ່ວັດຖຸທີ່ເປັນປືນ,ທາດລະເບີດ,ທາດເຊື້ອໄຟແລະທາດທີ່ເປັນ ອັນຕະລາຍອື່ນຕ້ອງມອບໃຫ້ອົງການວິຊາສະເພາະກ່ຽວຂ້ອງເກັບ ຮັກສາພ້ອມທັງເຮັດບົດບັນທຶກໄວ້ຢ່າງລະອຽດ. ຫ້າວັດຖຸທີ່ເປັນຄາບເລືອດ,ເສັ້ນຜົມ,ຮອຍມື,ຮອຍຕີນ,ກະສອບ ລູກປືນແລະວັດຖຸອື່ນຕ້ອງເກັບຮັກສາໄວ້ໃຫ້ຖືກຕ້ອງຕາມລະບຽບຫຼັກ ການທາງດ້ານເຕັກນິກ.

ຫຼັກຖານທາງດ້ານວັດຖຸຫຼືຂອງກາງຄະດີທີ່ເກັບຮັກສາໄວ້ນັ້ນ ທີ່ມີການຕົກເຮ່ຍເສຍຫາຍ,ສັບປ່ຽນແລະເປ່ເພໂດຍບໍ່ມີເຫດຜົນພຽງ ພໍເຈົ້າໜ້າທີ່ຜູ້ປົກປັກຮັກສາວັດຖຸສິ່ງຂອງນັ້ນຈະໄດ້ຮັບຜິດຊອບທາງ ອາຍາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ.


....ມາດຕາສາມສິບເອັດ(ໃໝ່)ການແກ້ໄຂບັນຫາກ່ຽວກັບຫຼັກຖານທາງດ້ານວັດຖຸ

ມາດຕາສາມສິບເອັດ(ໃໝ່)ການແກ້ໄຂບັນຫາກ່ຽວກັບຫຼັກຖານ ທາງດ້ານວັດຖຸ ອົງການດໍາເນີນຄະດີອາຍາມີສິດແລະໜ້າທີ່ແກ້ໄຂບັນຫາກ່ຽວ ກັບຂອງກາງຄະດີທີ່ເປັນຫຼັກຖານທາງດ້ານວັດຖຸດັ່ງນີ້: ໜຶ່ງວັດຖຸທີ່ໃຊ້ຫຼືຈະໃຊ້ເຂົ້າໃນການກະທໍາຜິດຫຼືທີ່ໄດ້ມາຈາກ ການກະທໍາຜິດຊຶ່ງເປັນວັດຖຸຕ້ອງຫ້າມໃນການຄອບຄອງຫຼືການນໍາໃຊ້ ໃຫ້ຍຶດແລະຮິບເປັນຂອງລັດ. ສອງວັດຖຸສິ່ງຂອງຂອງລັດທີ່ຜູ້ກະທໍາຜິດເອົາໄປຫຼືໃຊ້ເປັນ ເຄື່ອງມືສໍາລັບການກະທໍາຜິດຕ້ອງສົ່ງຄືນໃຫ້ລັດ. ສາມວັດຖຸສິ່ງຂອງທີ່ໄດ້ມາຈາກການກະທໍາຜິດທີ່ບໍ່ຮູ້ຫຼືບໍ່ອາດຮູ້ ໄດ້ວ່າຜູ້ໃດເປັນເຈົ້າຂອງໃຫ້ຮິບເປັນຂອງລັດ. ສີ່ວັດຖຸທີ່ເສື່ອມຄຸນນະພາບແລະບູດເນົ່າງ່າຍໃຫ້ປະກາດຂາຍ ຕາມລະບຽບການແລ້ວນໍາມາປະຕິບັດຕາມຄໍາຕັດສິນຂອງສານ. ຫ້າວັດຖຸທີ່ບໍ່ມີຄຸນຄ່າຫຼືບໍ່ມີຜົນປະໂຫຍດໃນການນໍາໃຊ້ແລ້ວໃຫ້ ທໍາລາຍຖິ້ມ.

ຂໍ້ຂັດແຍ່ງກ່ຽວກັບວັດຖຸສິ່ງຂອງທີ່ເປັນຫຼັກຖານໃນຄະດີອາຍາ ໃຫ້ແກ່ໄຂຕາມລະບຽບກົດໝາຍ.

...ໝວດທີສາມຫຼັກຖານທາງດ້ານເອກະສານ


....ມາດຕາສາມສິບສອງຫຼັກຖານທາງດ້ານເອກະສານ

ມາດຕາສາມສິບສອງຫຼັກຖານທາງດ້ານເອກະສານ ຫຼັກຖານທາງດ້ານເອກະສານແມ່ນຫຼັກຖານທີ່ໄດ້ມາຈາກຈົດ ໝາຍ,ບົດບັນທຶກການສືບສວນສອບສວນ,ບົດບັນທຶກການເຄື່ອນໄຫວ ຂອງສານ,ບັນຊີ,ແຜນວາດ,ຮູບພາບແລະເອກະສານອື່ນທີ່ພັວພັນກັບ ການກະທໍາຜິດ.


....ມາດຕາສາມສິບສາມ(ໃໝ່ບົດບັນທຶກຂອງຜູ້ດໍາເນີນຄະດີ

ມາດຕາສາມສິບສາມ(ໃໝ່ບົດບັນທຶກຂອງຜູ້ດໍາເນີນຄະດີ ບົດບັນທຶກການຈັບຕົວ,ການກວດຄົ້ນ,ການຍຶດຫຼືອາຍັດຊັບ, ການຊັນນະສູດສະຖານທີ່ເກີດເຫດ,ການພິສູດຫຼັກຖານ,ການເອົາຄໍາ ໃຫ້ການ,ການສອບຖາມຊ້ອງໜ້າ,ການຢັ້ງຢືນແລະການທົດສອບຂໍ້ມູນ ຄືນໃໝ່ຂອງຜູ້ດໍາເນີນຄະດີ,ບົດບັນທຶກການປະຊຸມສານແລະບົດບັນທຶກ ອື່ນລວມທັງຈົດໝາຍ,ບັນຊີ,ແຜນວາດ,ຮູບພາບແລະເອກະສານອື່ນທີ່ ພົວພັນກັບການກະທໍາຜິດທີ່ໄດ້ມາຢ່າງຖືກຕ້ອງນັ້ນຖືເປັນຫຼັກຖານໃນ ຄະດີອາຍາ.


...ໝວດທີສີ່ຫຼັກຖານທາງດ້ານບຸກຄົນ


....ມາດຕາສາມສິບສີ່(ໃໝ່)ຫຼັກຖານທາງດ້ານບຸກຄົນ

ມາດຕາສາມສິບສີ່(ໃໝ່)ຫຼັກຖານທາງດ້ານບຸກຄົນ ຫຼັກຖານທາງດ້ານບຸກຄົນແມ່ນຫຼັກຖານທີ່ໄດ້ມາຈາກຄໍາໃຫ້ ການຂອງຜູ້ຖືກສົງໄສ,ຜູ້ຖືກຫາຫຼືຈໍາເລີຍ,ພະຍານ,ຜູ້ຖືກເສຍຫາຍ, ໂຈດທາງແພ່ງຫຼືຜູ້ຮັບຜິດຊອບທາງແພ່ງ,ການຊີ້ຕົວ,ການຢັ້ງຢືນ,ຄໍາ ເຫັນຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານທີ່ພົວພັນກັບການກະທໍາຜິດ.

....ມາດຕາສາມສິບຫ້າ(ໃໝ່)ຄໍາໃຫ້ການຂອງຜູ້ຖືກສົງໃສ

ມາດຕາສາມສິບຫ້າ(ໃໝ່)ຄໍາໃຫ້ການຂອງຜູ້ຖືກສົງໃສ ຄໍາໃຫ້ການຂອງຜູ້ຖືກສົງໄສແມ່ນການໃຫ້ຂໍ້ມູນທາງປາກເປົ່າ ຫຼືເປັນລາຍລັກອັກສອນຕໍ່ການສອບຖາມຂອງຜູ້ດໍາເນີນຄິດີອາຍາຕາມ ທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບສອງຂໍ້ໜຶ່ງແລະຂໍ້ສອງຂອງກົດໝາຍ ສະບັບນີ້. ກ່ອນຈະເອົາຄໍາໃຫ້ການຂອງຜູ້ຖືກສົງໄສຕ້ອງແຈ້ງສິດແລະ ພັນທະໃຫ້ຜູ້ກ່ຽວຊາບຕາມທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບສີ່ຂອງກົດ ໝາຍສະບັບນີ້.


....ມາດຕາສາມສິບຫົກ(ໃໝ່)ຄໍາໃຫ້ການຂອງຜູ້ຖືກຫາຫຼືຈໍາເລີຍ

ມາດຕາສາມສິບຫົກ(ໃໝ່)ຄໍາໃຫ້ການຂອງຜູ້ຖືກຫາຫຼືຈໍາເລີຍ ຄໍາໃຫ້ການຂອງຜູ້ຖືກຫາຫຼືຈໍາເລີຍແມ່ນການໃຫ້ຂໍ້ມູນຂອງຜູ້ຖືກ ຫາຫຼືຈໍາເລີຍຕໍ່ການສອບຖາມຂອງຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາຫ້າສິບສອງຂອງກົດໝາຍສະບັບນີ້. ຄໍາໃຫ້ການຮັບສາລະພາບຂອງຜູ້ຖືກຫາຫຼືຈໍາເລີຍຕໍ່ການກະທໍາ ຜິດຈະຖືເປັນຫຼັກຖານໃນຄະດີໄດ້ກໍ່ຕໍ່ເມື່ອຄໍາຮັບສາລະພາບນັ້ນໄດ້ຮັບ ການຢັ້ງຢືນດ້ວຍຫຼັກຖານຜູກມັດທີ່ໜັກແໜ້ນ. ຄໍາໃຫ້ການຮັບສາລະພາບຂອງຜູ້ຖືກຫາຫຼືຈໍາເລີຍທີ່ໄດ້ມາດ້ວຍ ການຕົວະຍົວະຫຼອກລວງ,ບັງຄັບ,ນາບຂູ່,ທຸດຕີ,ທໍລະມານຫຼືການກະທໍາ ອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍຈະໃຊ້ເປັນຫຼັກຖານໃນຄະດີບໍ່ໄດ້. ໃນກໍລະນີທີ່ຜູ້ຖືກຫາຫຼືຈໍາເລີຍຫາກບໍ່ໃຫ້ການຜູ້ດໍາເນີນຄະດີອາ ຍາຕ້ອງບັນທຶກໄວ້.


....ມາດຕາສາມສິບເຈັດ(ໃໝ່)ຄໍາໃຫ້ການຂອງຜູ້ຖືກເສຍຫາຍ

ມາດຕາສາມສິບເຈັດ(ໃໝ່)ຄໍາໃຫ້ການຂອງຜູ້ຖືກເສຍຫາຍ ຄໍາໃຫ້ການຂອງຜູ້ຖືກເສຍຫາຍແມ່ນການໃຫ້ຂໍ້ມູນກ່ຽວກັບ ຄວາມເສຍຫາຍຕໍ່ການສອບຖາມຂອງຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ ກໍານົດໄວ້ໃນມາດຕາຫ້າສິບສອງຂອງກົດໝາຍສະບັບນີ້ໃນເວລາດໍາ ເນີນການສືບສວນສອບສວນ,ການສອບສວນຫຼືການໄຕ່ສວນຄະດີໃນທີ່ ປະຊຸມສານ. ຜູ້ຖືກເສຍຫາຍອາດຈະຖືກສອບຖາມກ່ຽວກັບສະພາບການທີ່ມີ ຄວາມໝາຍສໍາຄັນສໍາລັບການປະກອບຫຼັກຖານໃນຄະດີພ້ອມທັງສາຍ ພົວພັນລະຫວ່າງຜູ້ກ່ຽວກັບຜູ້ຖືກຫາຫຼືຈໍາເລີຍ.

....ມາດຕາສາມສິບແປດ(ໃໝ່)ຄໍາໃຫ້ການຂອງໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ

ມາດຕາສາມສິບແປດ(ໃໝ່)ຄໍາໃຫ້ການຂອງໂຈດທາງແພ່ງ,ຜູ້ຮັບຜິດ ຊອບທາງແພ່ງ ຄໍາໃຫ້ການຂອງໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງແມ່ນ ການໃຫ້ຂໍ້ມູນກ່ຽວກັບຄວາມເສຍຫາຍແລະການໃຊ້ແທນຄ່າເສຍຫາຍ ຕໍ່ການສອບຖາມຂອງຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດໄວ້ໃນ ມາດຕາຫ້າສິບສອງຂອງກົດໝາຍສະບັບນີ້ໃນເວລາດໍາເນີນການສືບ ສວນສອບສວນ,ການສອບສວນຫຼືການໄຕ່ສວນຄະດີໃນທີ່ປະຊຸມສານ.


....ມາດຕາສາມສິບເກົ້າ(ໃໝ່)ຄໍາໃຫ້ການຂອງພະຍານ

ມາດຕາສາມສິບເກົ້າ(ໃໝ່)ຄໍາໃຫ້ການຂອງພະຍານ ຄໍາໃຫ້ການຂອງພະຍາດແມ່ນການໃຫ້ຂໍ້ມູນກ່ຽວກັບເຫດການ ທີ່ໄດ້ຮູ້,ໄດ້ເຫັນ,ໄດ້ຍິນຫຼືໄດ້ຍິນຈາກບຸກຄົນອື່ນຕໍ່ການສອບຖາມຂອງ ຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບສອງຂອງ ກົດໝາຍສະບັບນີ້ໃນເວລາດໍາເນີນການສືບສວນສອບສວນ,ການສອບ ສວນຫຼືການໄຕ່ສວນຄະດີໃນທີ່ປະຊຸມສານ. ພະຍານອາດຖືກສອບຖາມກ່ຽວກັບສະພາບການຫຼືເຫດການ ຂອງຄະດີທີ່ຜູ້ກ່ຽວໄດ້ຮູ້,ໄດ້ເຫັນດ້ວຍຕົນເອງລວມທັງສາຍພົວພັນລະ ຫວ່າງຜູ້ກ່ຽວກັບຜູ້ຖືກສົງໄສ,ຜູ້ຖືກຫາ,ຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດ ທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງແລະພະຍານຄົນອື່ນ.


....ມາດຕາສີ່ສິບ(ໃໝ່)ບົດສະຫຼຸບຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານ

ມາດຕາສີ່ສິບ(ໃໝ່)ບົດສະຫຼຸບຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານ ພາຍຫຼັງໄດ້ສໍາເລັດການພິສູດແລ້ວຜູ້ຊ່ຽວຊານຫຼືຜູ້ຊໍານານ ງານຕ້ອງເຮັດບົດສະຫຼຸບລາຍງານຜົນການພິສຸດຂອງຕົນເປັນລາຍ ລັກອັກສອນແລະມີຄວາມຮັບຜິດຊອບຕໍ່ບົດສະຫຼຸບຂອງຕົນ. ໃນກໍລະນີທີ່ການພິສຸດຫາກໄດ້ດໍາເນີນດ້ວຍຄະນະຜູ້ຊ່ຽວຊານ ຫຼືຄະນະຜູ້ຊໍານານງານນັ້ນບົດສະຫຼຸບລາຍງານຜົນຂອງການພິສູດ ຕ້ອງໄດ້ເຊັນໂດຍຄະນະຜູ້ຊ່ຽວຊານຫຼືຄະນະຜູ້ຊໍານານງານທັງໝົດ ທີ່ໄດ້ເຂົ້າຮ່ວມ. ໃນກໍລະນີທີ່ຄໍາເຫັນຂອງຄະນະຜູ້ຊ່ຽວຊານຫຼືຄະນະຜູ້ຊໍານານ ງານຫາກບໍ່ເປັນເອກະພາບກັນນັ້ນຜູ້ຊ່ຽວຊານຫຼືຜູ້ຊໍານານງານທີ່ບໍ່ ເຫັນດີກັບບົດສະຫຼຸບລາຍງານຜົນຂອງການພິສູດນັ້ນມີສິດລົງຄໍາເຫັນ ຂອງຕົນໃສ່ບົດສະຫຼຸບດັ່ງກ່າວ. ໃນກໍລະນີທີ່ອົງການສືບສວນສອບສວນ,ອົງການໄອຍະການ ຫຼືສານຫາກບໍ່ມີຄວາມໝັ້ນໃຈກ່ຽວກັບຜົນຂອງການພິສູດນັ້ນຕ້ອງໃຫ້ ເຫດຜົນຂອງຕົນຢ່າງລະອຽດແລະໃນກໍລະນີທີ່ຄໍາເຫັນຂອງຜູ້ຊ່ຽວ ຊານຫຼືຜູ້ຊໍານານງານນັ້ນຫາກບໍ່ຈະແຈ້ງຫຼືບໍ່ຄົບຖ້ວນກໍ່ສະເໜີໃຫ້ທໍາ ການພິສູດຄືນໃໝ່ໂດຍເພີ່ມຈໍານວນຜູ້ຊ່ຽວຊານຫຼືຜູ້ຊໍານານງານ ເຂົ້າຕື່ມຫຼືໃຫ້ຄະນະຜູ້ຊ່ຽວຊານຫຼືຄະນະຜູ້ຊໍານານງານທໍາການພິສູດ ຄືນໃໝ່ຫຼືແຕ່ງຕັ້ງຜູ້ຊ່ຽວຊານຫຼືຜູ້ຊໍານານງານຄະນະໃໝ່ທໍາການພິ ສູດກໍ່ໄດ້.


...ໝວດທີຫ້າການປະກອບຫຼັກຖານ


....ມາດຕາສີ່ສິບເອັດ(ໃໝ່)ສະພາບການທີ່ຕ້ອງຊອກຫາຄວາມຈິງ

ມາດຕາສີ່ສິບເອັດ(ໃໝ່)ສະພາບການທີ່ຕ້ອງຊອກຫາຄວາມຈິງ ໃນເວລາດໍາເນີນການສືບສວນສອບສວນ,ການສັ່ງຟ້ອງແລະ ການຕັດສິນຄະດີອົງການດໍາເນີນຄະດີອາຍາຕ້ອງຊອກຫາຄວາມຈິງ ກ່ຽວກັບສະພາບການດັ່ງນີ້: ໜຶ່ງເຫດການຂອງຄະດີ(ພຶດຕິກໍາ,ວັນ,ເວລາ,ສະຖານທີ່, ພາຫະນະ,ອຸປະກອນ,ວິທີການແລະສະພາບການອື່ນ); ສອງຄວາມຜິດຂອງຜູ້ຖືກຫາຫຼືຈໍາເລີຍ(ເຈດຕະນາຫຼືບໍ່ລະມັດ ລະວັງ)ແລະເຫດຜົນໃນການກະທໍາຜິດ. ສາມລັກສະນະແລະລະດັບຄວາມເປັນອັນຕະລາຍຂອງການກະ ທໍາຜິດພ້ອມທັງບຸກຄະລິກກະພາບຂອງຜູ້ຖືກຫາຫຼືຈໍາເລີຍ. ສີ່ລັກສະນະແລະລະດັບຄວາມເສຍຫາຍທີ່ເນື່ອງມາຈາກການ ກະທໍາຜິດ. ຫ້າສາເຫດທີ່ພາໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາຫຼື ສາເຫດທີ່ພາໃຫ້ມີຄວາມຮັບຜິດຊອບທາງອາຍາ. ຫົກສາເຫດທີ່ພາໃຫ້ຫຼຸດຜ່ອນຫຼືເພີ່ມຄວາມຮັບຜິດຊອບທາງອາ ຍາ.

....ມາດຕາສີ່ສິບສອງ(ໃໝ່)ການບໍ່ຖືກເປັນຫຼັກຖານ

ມາດຕາສີ່ສິບສອງ(ໃໝ່)ການບໍ່ຖືກເປັນຫຼັກຖານ ຂໍ້ມູນທີ່ໄດ້ມາດ້ວຍວິທີການທີ່ລະເມີດກົດໝາຍສະບັບນີ້ຈະບໍ່ ຖືກເປັນຫຼັກຖານໃນຄະດີອາຍາ. ຂໍ້ມູນທີ່ບໍ່ຖືວ່າເປັນຫຼັກຖານໄດ້ນັ້ນຈະບໍ່ມີຜົນທາງດ້ານກົດ ໝາຍແລະບໍ່ສາມາດໃຊ້ເປັນພື້ນຖານໃນການດໍາເນີນຄະດີອາຍາ.

....ມາດຕາສີ່ສິບສາມ(ໃໝ່)ການເກັບໂຮມຫຼັກຖານ

ມາດຕາສີ່ສິບສາມ(ໃໝ່)ການເກັບໂຮມຫຼັກຖານ ໃນການເກັບໂຮມຫຼັກຖານອົງການດໍາເນີນຄະດີອາຍາມີສິດ ແລະໜ້າທີ່ດັ່ງນີ້: ໜຶ່ງເອົາຄໍາໃຫ້ການຂອງຜູ້ຖືກສົງໄສ,ຜູ້ຖືກຫາ,ຈໍາເລີຍ,ຜູ້ ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງແລະພະ ຍານ. ສອງຊັນນະສູດສະໂານທີ່ເກີດເຫດ,ກວດຄົ້ນເຄຫະສະຖານ, ຍານພາຫະນະແລະຕົວບຸກຄົນ,ທົດສອບຂໍ້ມູນຄືນໃໝ່,ຢຶດຫຼືອາຍັດ ຊັບ. ສາມຮຽກບຸກຄົນທີ່ຮູ້ເຫັນເຫດການມາໃຫ້ການເປັນພະຍານ, ສອບຖາມຊ້ອງໜ້າ,ຊີ້ຕົວແລະຢັ້ງຢືນ. ສີ່ແຕ່ງຕັ້ງຜູ້ຊ່ຽວຊານ,ຜູ້ຊໍານານງານເພື່ອໃຫ້ຄໍາເຫັນ. ຫ້າທວງເອົາເອກະສານຫຼືວັດຖຸສິ່ງຂອງທີ່ເປັນຫຼັກຖານໃນ ຄະດີອາຍາຈາກບຸກຄົນຫຼືການຈັດຕັ້ງ. ຫົກໃຫ້ພິສູດຫຼັກຖານ. ເຈັດປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

ບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງຕ້ອງປະຕິບັດຕາມໝາຍ ຮຽກ,ໝາຍເຊີນ,ການທວງຫຼືການແຕ່ງຕັ້ງຂອງອົງການດໍາເນີນຄະ ດີອາຍາ. ບຸກຄົນແລະການຈັດຕັ້ງສາມາດເກັບໂຮມຫຼັກຖານໃນຄະດີ ອາຍາແລ້ວມອບໃຫ້ອົງການດໍາເນີນຄະດີອາຍາ.

....ມາດຕາສີ່ສິບສີ່(ປັບປຸງ)ການກວດກາແລະຊັ່ງຊາຕີລາຄາຫຼັກຖານ

ມາດຕາສີ່ສິບສີ່(ປັບປຸງ)ການກວດກາແລະຊັ່ງຊາຕີລາຄາຫຼັກຖານ ຫຼັກຖານທີ່ເກັບໂຮມມາໄດ້ນັ້ນຕ້ອງທໍາການກວດກາແລະຊັ່ງ ຊາຕີລາຄາກ່ຽວກັບຄວາມຖືກຕ້ອງທາງດ້ານກົດໝາຍ,ຄວາມຈິງ, ຄວາມຄົບຖ້ວນ,ການພັວພັນກັບຄະດີແລະສາມາດເປັນບ່ອນອີງໃຫ້ ແກ່ການພິຈາລະນາແກ້ໄຂຫຼືຕັດສິນຄະດີອາຍາ. ອົງການດໍາເນີນຄະດີອາຍາຕ້ອງກວດກາ,ຊັ່ງຊາຕິລາຄາຫຼັກ ຖານບົນພື້ນຖານການພິຈາລະນາຢ່າງຮອບດ້ານ,ຄົບຖ້ວນແລະພາວະ ວິໄສດ້ວຍຄວາມໝັ້ນໃຈຂອງຕົນ. ໃນການກວດກາ,ຊັ່ງຊາຕີລາຄາຫຼັກຖານນັ້ນຖ້າຫາກຍັງສົງ ໄສວ່າຜູ້ຖືກຫາຫຼືຈໍາເລີຍອາດຈະເປັນຜູ້ກະທໍາຜິດຫຼືບໍ່ເປັນຜູ້ກະທໍາຜິດ ນັ້ນແລ້ວກໍ່ຕ້ອງປ່ອຍຕົວຜູ້ກ່ຽວຫຼືໃຫ້ຜູ້ກ່ຽວພັ້ນຂໍ້ກ່າວຫາ. ການດໍາເນີນຄະດີອາຍາບໍ່ໃຫ້ຖືເອົາການຮັບສາລະພາບຂອງ ຜູ້ຖືກຫາຫຼືຈໍາເລີຍເປັນຕົ້ນຕໍແຕ່ຕ້ອງຊອກຫາຫຼັກຖານມາຢັ້ງຢືນການ ກ່າວຫາຫຼືການກະທໍາຜິດຂອງຜູ້ກ່ຽວຕື່ມອີກ. ຜູ້ຖືກຫາຫຼືຈໍາເລີຍທີ່ປະຕິເສດຫຼືບໍ່ຮັບສາລະພາບກ່ຽວກັບການ ກະທໍາຜິດຂອງຕົນແຕ່ຖ້າຫາກມີຫຼັກຖານທີ່ໜັກແໜ້ນແລ້ວກໍ່ຈະຖືວ່າຜູ້ ກ່ຽວເປັນຜູ້ກະທໍາຜິດ.


..ພາກທີສີ່ອົງການແລະຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ


...ໝວດທີໜຶ່ງອົງການແລະຜູ້ດໍາເນີນຄະດີອາຍາ


....ມາດຕາສີ່ສິບຫ້າ(ປັບປຸງ)ອົງການດໍາເນີນຄະດີອາຍາ

ມາດຕາສີ່ສິບຫ້າ(ປັບປຸງ)ອົງການດໍາເນີນຄະດີອາຍາ ອົງການດໍາເນີນຄະດີອາຍາປະກອບດ້ວຍ: -ອົງການສືບສວນສອບສວນ. -ອົງການໄອຍະການ. -ສານ.


....ມາດຕາສີ່ສິບຫົກ(ປັບປຸງ)ອົງການສືບສວນສອບສວນ

ມາດຕາສີ່ສິບຫົກ(ປັບປຸງ)ອົງການສືບສວນສອບສວນ ອົງການສືບສວນສອບສວນມີດັ່ງນີ້: ໜຶ່ງອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕໍາຫຼວດ. ສອງອົງການສືບສວນສອບສວນຂອງເຈົ້າໜ້າທີ່ທະຫານ. ສາມອົງການສືບສວນສອບສວນຂອງເຈົ້າໜ້າທີ່ພາສີ. ສີ່ອົງການສືບສວນສອບສວນຂອງເຈົ້າໜ້າທີ່ປ່າໄມ້. ຫ້າອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕ້ານການສໍ້ ລາດບັງຫຼວງ. ຫົກອົງການສືບສວນສອບສວນຂອງພາກສ່ວນອື່ນທີ່ໄດ້ກໍານົດ ໄວ້ໃນກົດໝາຍ.

....ມາດຕາສີ່ສິບເຈັດ(ປັບປຸງ)ສິດແລະໜ້າທີ່ຂອງອົງການສືບສວນສອບສວນ

ມາດຕາສີ່ສິບເຈັດ(ປັບປຸງ)ສິດແລະໜ້າທີ່ຂອງອົງການສືບສວນ ສອບສວນ ອົງການສືບສວນສອບສວນມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຮັບແລະບັນທຶກການແຈ້ງຄວາມກ່ຽວກັບການກະທໍາຜິດ. ສອງລາຍງານຢ່າງທັນການໃຫ້ຫົວໜ້າອົງການໄອຍະການ ກ່ຽວກັບການກະທໍາຜິດ. ສາມອອກຄໍາສັ່ງເປີດການສືບສວນສອບສວນແລະສົ່ງສໍາ ເນົາຄໍາສັ່ງນັ້ນລາຍງານໃຫ້ຫົວໜ້າອົງການໄອຍະການໃນທັນໃດ. ສີ່ດໍາເນີນການສືບສວນສອບສວນ. ຫ້ານໍາໃຊ້ມາດຕະການສະກັດກັ້ນທີ່ໄດ້ກໍານົດໄວ້ໃນກົດໝາຍ ລວມທັງການປ່ອຍຕົວຜູ້ຖືກສົງໄສທີ່ໄດ້ຖືກກັກຕົວແລະລາຍງານ ເປັນລາຍລັກອັກສອນໃຫ້ຫົວໜ້າອົງການໄອຍະການ. ຫົກຂໍອຸທອນຄໍາສັ່ງຂອງຫົວໜ້າອົງການໄອຍະການຂັ້ນຂອງ ຕົນຂຶ້ນຫາຫົວນ້າອົງການໄອຍະການຂັ້ນເທິງ. ເຈັດປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງ. ແປດສະຫຼຸບການສືບສວນສອບສວນແລະປະກອບສໍານວນຄະ ດີພ້ອມດ້ວຍຂອງກາງສົ່ງໃຫ້ຫົວໜ້າອົງການໄອຍະການ.

ການປະຕິບັດສິດແລະໜ້າທີ່ດັ່ງກ່າວອົງການສືບສວນສອບ ສວນຕ້ອງດໍາເນີນໃນຂອບເຂດສິດແລະໜ້າທີ່ໄດ້ກໍານົດໄວ້ໃນກົດ ໝາຍ.


....ມາດຕາສີ່ສິບແປດ(ປັບປຸງ)ອົງການໄອຍະການປະຊາຊົນ

ມາດຕາສີ່ສິບແປດ(ປັບປຸງ)ອົງການໄອຍະການປະຊາຊົນ ອົງການໄອຍະການປະຊາຊົນປະກອບດ້ວຍ: ໜຶ່ງອົງການໄອຍະການປະຊາຊົນສູງສຸດ. ສອງອົງການໄອຍະການປະຊາຊົນພາກ. ສາມອົງການໄອຍະການປະຊາຊົນແຂວງ,ນະຄອນ. ສີ່ອົງການໄອຍະການປະຊາຊົນເຂດ. ຫ້າອົງການໄອຍະການທະຫານ.


....ມາດຕາສີ່ສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງອົງການໄອຍະການ

ມາດຕາສີ່ສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງອົງການໄອຍະການ ສິດແລະໜ້າທີ່ຂອງອົງການໄອຍະການໃນການດໍາເນີນຄະ ດີອາຍາມີດັ່ງນີ້: ໜຶ່ງຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບ ສວນສອບສວນ. ສອງດໍາເນີນການສືບສວນສອບສວນຄະດີໃດໜຶ່ງເປັນບາງ ສ່ວນຫຼືທັງໝົດຕາມທີ່ກົດໝາຍໄດ້ກໍານົດໄວ້. ສາມສັ່ງຟ້ອງຜູ້ຖືກຫາຂຶ້ນສານ. ສີ່ຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນ ຄະດີຢູ່ສານ. ຫ້າຕິດຕາມກວດກາການປະຕິບັດຄໍາຕົກລົງຂອງສານທີ່ໃຊ້ ໄດ້ຢ່າງເດັດຂາດແລ້ວ. ຫົກຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກ ຕົວ,ສະຖານທີ່ກັກຂັງ,ສູນດັດສ້າງ,ຄ້າຍດັດສ້າງແລະສະຖານທີ່ປະ ຕິບັດມາດຕະການບັງຄັບອື່ນຂອງສານ. ເຈັດປະສານສົມທົບກັບອົງການສືບສວນສອບສວນແລະອົງ ການອື່ນທີ່ກ່ຽວຂ້ອງດໍາເນີນການສະກັດກັ້ນ,ຕ້ານອາຊະຍາກໍາຫຼື ການກະທໍາຜິດແລະການລະເມີດກົດໝາຍອື່ນພ້ອມທັງລົບລ້າງບັນ ດາສາເຫດແລະເງື່ອນໄຂທີ່ພາໃຫ້ການກະທໍາຜິດເກີດຂຶ້ນ. ແປດຮື້ຟື້ນຄະດີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ເກົ້າປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.


....ມາດຕາຫ້າສິບ(ປັບປຸງ)ສານປະຊາຊົນ

ມາດຕາຫ້າສິບ(ປັບປຸງ)ສານປະຊາຊົນ ສານປະຊາຊົນປະກອບດ້ວຍ: ໜຶ່ງສານປະຊາຊົນສູງສຸດ. ສອງສານປະຊາຊົນພາກ. ສາມສານປະຊາຊົນແຂວງ,ນະຄອນ. ສີ່ສານປະຊາຊົນເຂດ. ຫ້າສານທະຫານ.


....ມາດຕາຫ້າສິບເອັດ(ໃໝ່)ສິດແລະໜ້າທີ່ຂອງສານ

ມາດຕາຫ້າສິບເອັດ(ໃໝ່)ສິດແລະໜ້າທີ່ຂອງສານ ສານມີສິດແລະໜ້າທີ່ໃນການດໍາເນີນຄະດີອາຍາດັ່ງນີ້: ໜຶ່ງພິຈາລະນາຕັດສິນຄະດີອາຍາພ້ອມດ້ວຍການໃຊ້ແທນຄ່າ ເສຍຫາຍຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບຫົກຂອງກົດໝາຍສະບັບ ນີ້. ສອງນໍາໃຊ້ວິທີການສືບສວນສອບສວນແລະມາດຕະການສະ ກັດກັ້ນໃນກໍລະນີທີ່ສໍານວນຄະດີມາຮອດສານ. ສາມສຶກສາອົບຮົມຄູ່ຄວາມແລະໄກ່ເກ່ຍບັນຫາທາງແພ່ງໃນ ຄະດີອາຍາ. ສີ່ປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງ. ຫ້າປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາຫ້າສິບສອງ(ໃໝ່)ຜູ້ດໍາເນີນຄະດີອາຍາ

ມາດຕາຫ້າສິບສອງ(ໃໝ່)ຜູ້ດໍາເນີນຄະດີອາຍາ ຜູ້ດໍາເນີນຄະດີອາຍາມີດັ່ງນີ້: ໜຶ່ງຫົວໜ້າ,ຮອງຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າ ທີ່ສືບສວນສອບສວນແລະຜູ້ຊ່ວຍເຈົ້າໜ້າທີ່ສືບສວນສອບສວນ. ສອງຫົວໜ້າ,ຮອງຫົວໜ້າອົງການໄອຊະການ,ພະນັກງານໄອ ຍະການແລະຜູ້ຊ່ວຍພະນັກງານໄອຍະການ. ສາມປະທານ,ຮອງປະທານສານ,ຜູ້ພິພາກສາ,ຜູ້ຊ່ວຍຜູ້ພິພາກ ສາແລະຈ່າສານ.


....ມາດຕາຫ້າສິບສາມ(ປັບປຸງ)ສິດແລະໜ້າທີ່ຂອງຫົວໜ້າ,ຮອງຫົວໜ້າອົງການສືບສວນສອບສວນ

ມາດຕາຫ້າສິບສາມ(ປັບປຸງ)ສິດແລະໜ້າທີ່ຂອງຫົວໜ້າ,ຮອງຫົວ ໜ້າອົງການສືບສວນສອບສວນ ຫົວໜ້າອົງການສືບສວນສອບສວນມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຈັດຕັ້ງແລະຊີ້ນໍາໂດຍກົງວຽກງານສືບສວນສອບສວນ ອົງອົງການສືບສວນສອບສວນ. ສອງມອບໝາຍຫຼືປ່ຽນເຈົ້າໜ້າທີ່ສືບສວນສອບສວນດໍາເນີນ ການສືບສວນສອບສວນຄະດີອາຍາ. ສາມພິຈາລະນາປ່ຽນແປງຫຼືລົບລ້າງຄໍາສັ່ງຂອງເຈົ້າໜ້າທີ່ ສືບສວນສອບສວນທີ່ບໍ່ມີພື້ນຖານແລະບໍ່ຖືກຕ້ອງຕາມກົດໝາຍ. ສີ່ອອກຄໍາສັ່ງເປີດຫຼືບໍ່ເປີດການສືບສວນສອບສວນ,ໝາຍ ຮຽກ,ໝາຍເຊີນ,ຄໍາສັ່ງພາຕົວ,ຄໍາສັ່ງກັກຕົວ,ຄໍາສັ່ງຄຸມຕົວຢູ່ກັບທີ່, ຄໍາສັ່ງຍຶດຫຼືອາຍັດຊັບ,ຄໍາສັ່ງປ່ອຍຕົວຜູ້ຖືກສົງໄສທີ່ຖືກກັກຕົວ,ຄໍາ ສັ່ງໂຈະຫຼືຊັດມ້ຽນຄະດີອາຍາ. ຫ້າແຈ້ງຂໍ້ກ່າວຫາ,ສິດແລະພັນທະໃຫ້ຜູ້ຖືກສົງໄສ,ຜູ້ຖືກຫາ. ຫົກອອກຄໍາສັ່ງແຕ່ງຕັ້ງຜູ້ແປພາສາ,ຜູ້ຊ່ຽວຊານຫຼືຜູ້ຊໍານານ ງານ. ເຈັດຮັບເອົາການແຕ່ງຕັ້ງຫຼືສະເໜີແຕ່ງຕັ້ງທະນາຍຄວາມ. ແປດສະເໜີຂໍຄໍາສັ່ງຈັບຕົວ,ກັກຂັງພາງ,ປ່ອຍຕົວພາງ,ກວດ ຄົ້ນເຄຫະສະຖານ,ງົດໜ້າທີ່ຫຼືຕໍາແໜ່ງຕໍ່ກໍານົດເວລາການສືບສວນ ສອບສວນແລະຕໍ່ກໍານົດເວລາການກັກຂັງພາງຈາກຫົວໜ້າອົງການ ໄອຍະການ. ເກົ້າສະຫຼຸບແລະປະກອບສໍານວນຄະດີອາຍາສົ່ງໃຫ້ອົງການ ໄອຍະການເພື່ອພິຈາລະນາພາຍຫຼັງການສືບສວນສອບສວນໄດ້ສໍາ ເລັດແລ້ວ. ສິບປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

ຮອງຫົວໜ້າອົງການສືບສວນສອບສວນມີໜ້າທີ່ຊ່ວຍຫົວໜ້າ ໃນການດໍາເນີນຄະດີອາຍາຕາມການມອບໝາຍ.


....ມາດຕາຫ້າສິບສີ່(ປັບປຸງ)ສິດແລະໜ້າທີ່ຂອງເຈົ້າໜ້າທີ່ສືບສວນສອບສວນ

ມາດຕາຫ້າສິບສີ່(ປັບປຸງ)ສິດແລະໜ້າທີ່ຂອງເຈົ້າໜ້າທີ່ສືບສວນ ສອບສວນ ເຈົ້າໜ້າທີ່ສືບສວນສອບສວນທີ່ໄດ້ຮັບມອບໝາຍໃຫ້ດໍາເນີນ ການສືບສວນສອບສວນຄະດີມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຮັບແລະບັນທຶກການແຈ້ງຄວາມ,ການລາຍງານຫຼືການ ຮ້ອງຟ້ອງກ່ຽວກັບການກະທໍາຜິດທາງອາຍາ. ສອງສະເໜີອອກໝາຍຮຽກ,ໝາຍເຊີນ,ຄໍາສັ່ງພາຕົວ,ຄໍາ ສັ່ງກັກຕົວ,ຄໍາສັ່ງຄຸມຄົວຢູ່ກັບທີ່,ຄໍາສັ່ງຍຶດຫຼືອາຍັດຊັບ,ຄໍາສັ່ງປ່ອຍ ຕົວຜູ້ຖືກສົງໄສທີ່ຖືກກັກຕົວ,ຄໍາສັ່ງໂຈະຫຼືຊັດມ້ຽນຄະດີອາຍາ. ສາມເອົາຄໍາໃຫ້ການຂອງຜູ້ຖືກສົງໄສ,ຜູ້ຖືກຫາ,ຜູ້ຖືກເສຍ ຫາຍ,ໂຈດທາງແພ່ງ,ພະຍານແລະບຸກຄົນອື່ນທີ່ກ່ຽວຂ້ອງ. ສີ່ຊັນນະສູດສະຖານທີ່ເກີດເຫດ,ຊາກສົບ,ກວດຄົ້ນເຄຫະສະ ຖານ,ຍານພາຫະນະ,ກວດຄົ້ນຕົວບຸກຄົນພ້ອມທັງເກັບກໍາລວມລວມ ຫຼັກຖານຕ່າງໆກ່ຽວກັບການກະທໍາຜິດທາງອາຍາ. ຫ້າພາຕົວ,ກັກຕົວ,ປ່ອຍຕົວຜູ້ຖືກຫາຕາມຄໍາສັ່ງຂອງຫົວໜ້າ ອົງການສືບສວນສອບສວນ. ຫົກຊອກຫາ,ຈັບຕົວ,ພາຕົວ,ປ່ອຍຕົວພາງຜູ້ຖືກຫາຕາມຄໍາ ສັ່ງຂອງຫົວໜ້າອົງການໄອຍະການຫຼືສານ. ເຈັດແຈ້ງຂໍ້ກ່າວຫາ,ສິດແລະພັນທະໃຫ້ຜູ້ຖືກສົງໄສ,ຜູ້ຖືກຫາ. ແປດປະຕິບັດຄໍາສັ່ງແລະລາຍງານສະພາບການກ່ຽວກັບ ການດໍາເນີນຄະດີອາຍາຕໍ່ຫົວໜ້າອົງການສືບສວນ-ສອບສວນ. ເກົ້າເຮັດບົດສະຫຼຸບລາຍງານແລະປະກອບສໍານວນຄະດີອາ ຍາສະເໜີຕໍ່ຫົວໜ້າອົງການສືບສວນສອບສວນ. ສິບປະຕິບັດສິດແລະໜ້າທີ່ອື່ນຕາມຄໍາສັ່ງຂອງຫົວໜ້າແລະ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ໃນການດໍາເນີນຄະດີອາຍາເຈົ້າໜ້າທີ່ສືບສວນສອບສວນ ຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍແລະຫົວໜ້າອົງການສືບສວນສອບ ສວນ.


....ມາດຕາຫ້າສິບຫ້າ(ໃໝ່)ສິດແລະໜ້າທີ່ຂອງຜູ້ຊ່ວຍເຈົ້າໜ້າທີ່ສືບສວນສອບສວນ

ມາດຕາຫ້າສິບຫ້າ(ໃໝ່)ສິດແລະໜ້າທີ່ຂອງຜູ້ຊ່ວຍເຈົ້າໜ້າທີ່ສືບ ສວນສອບສວນ ຜູ້ຊ່ວຍເຈົ້າໜ້າທີ່ສືບສວນສອບສວນມີສິດແລະໜ້າທີ່ຕາມທີ່ ໄດ້ກໍານົດໄວ້ໃນມາດຕາຫ້າສິບສີ່ຂອງກົດໝາຍສະບັບນີ້ຕາມການ ມອບໝາຍຍົກເວັ້ນການສືບສວນສອບສວນ.


....ມາດຕາຫ້າສິບຫົກ(ໃໝ່)ສິດແລະໜ້າທີ່ຂອງຫົວໜ້າ,ຮອງຫົວໜ້າອົງການໄອຍະການ

ມາດຕາຫ້າສິບຫົກ(ໃໝ່)ສິດແລະໜ້າທີ່ຂອງຫົວໜ້າ,ຮອງຫົວໜ້າ ອົງການໄອຍະການ ຫົວໜ້າອົງການໄອຍະການມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຈັດຕັ້ງແລະຊີ້ນໍາໂດຍອົງການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີອາຍາ. ສອງແກ້ໄຂຄໍາຮ້ອງຟ້ອງ. ສາມອອກຄໍາສັ່ງເປີດຫຼືບໍ່ເປີດການສືບສວນສອບສວນ. ສີ່ແຈ້ງຂໍ້ກ່າວຫາ,ສິດແລະພັນທະໃຫ້ຜູ້ຖືກສົງໄສ,ຜູ້ຖືກຫາ. ຫ້າອອກຄໍາສັ່ງປ່ຽນແປງຫຼືລົບລ້າງຄໍາສັ່ງເປີດຫຼືບໍ່ເປີດການ ສືບສວນສອບສວນຂອງອົງການສືບສວນສອບສວນ. ຫົກສະເໜີໃຫ້ຫົວໜ້າອົງການສືບສວນສອບສວນປ່ຽນເຈົ້າ ໜ້າທີ່ສືບສວນສອບສວນດໍາເນີນການສືບສວນສອບສວນ. ເຈັດອອກຄໍາສັ່ງພາຕົວ,ກັກຕົວ,ຈັບຕົວ,ກັກຂັງພາງ,ປ່ອຍ ຕົວພາງ,ປ່ອຍຕົວ,ຄຸມຕົວຢູ່ກັບທີ່,ງົດໜ້າທີ່ຫຼືຕໍາແໜ່ງ,ກວດຄົ້ນ,ຍຶດ ຊັບ,ອາຍັດຊັບ,ອອກຄໍາສັ່ງໂຈະຫຼືຊັດມ້ຽນຄະດີອາຍາ. ແປດຕິດຕາມກວດກາການຈັດຕັ້ງປະຕິບັດຄໍາສັ່ງຕ່າງໆທີ່ໄດ້ ກໍານົດໄວ້ໃນຂໍ້ເຈັດເທິງນີ້. ເກົ້າລົບລ້າງຄໍາສັ່ງຂອງອົງການສືບສວນສອບສວນທີ່ບໍ່ຖືກ ຕ້ອງຕາມກົດໝາຍ. ສິບສົ່ງສໍານວນຄະດີໄປໃຫ້ອົງການທີ່ມີສິດແລະໜ້າທີ່ດໍາເນີນ ການສືບສວນສອບສວນ. ສິບເອັດອອກຄໍາສັ່ງແຕ່ງຕັງຜູ້ແປພາສາ,ຜູ້ຊ່ຽວຊານຫຼືຜູ້ຊໍາ ນານງານ. ສິບສອງເປີດການສືບສວນສອບສວນແລະດໍາເນີນການສືບ ສວນສອບສວນຄະດີອາຍາໃດໜຶ່ງເປັນບາງສ່ວນຫຼືທັງໝົດ. ສິບສາມສັ່ງຟ້ອງຜູ້ຖືກຫາຂຶ້ນສານ. ສິບສີ່ຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນ ຄະດີອາຍາຢູ່ສານ. ສິບຫ້າຕິດຕາມກວດກາການປະຕິບັດຄໍາຕົລົງຂອງສານທີ່ໃຊ້ ໄດ້ຢ່າງເດັດຂາດ. ສິບຫົກຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງ,ຄ້ານດັດສ້າງແລະສະຖານທີ່ ປະຕິບັດມາດຕະການບັງຄັບອື່ນຂອງສານ. ສິບເຈັດປະສານສົມທົບກັບອົງການສືບສວນສອບສວນແລະ ອົງການອື່ນທີ່ກ່ຽວຂ້ອງດໍາເນີນການສະກັດກັ້ນ,ຕ້ານອາຊະຍາກໍາ ພ້ອມທັງແນະນໍາໃຫ້ບຸກຄົນຫຼືອົງການຈັດຕັ້ງທີ່ກ່ຽວຂ້ອງນໍາໃຊ້ມາດ ຕະການລົບລ້າງສາເຫດແລະເງື່ອນໄຂທີ່ພາໃຫ້ການກະທໍາຜິດເກີດ ຂຶ້ນ. ສິບແປດສະເໜີການຮື້ຟື້ນຄະດີອາຍາຕາມກົດໝາຍ. ສິບເກົ້າປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ.

ຮອງຫົວໜ້າອົງການໄອຍະການມີໜ້າທີ່ຊ່ວຍຫົວໜ້າໃນການ ດໍາເນີນຄະດີອາຍາຕາມການມອບໝາຍ.


....ມາດຕາຫ້າສິບເຈັດ(ໃໝ່)ສິດແລະໜ້າທີ່ຂອງພະນັກງານໄອຍະການ

ມາດຕາຫ້າສິບເຈັດ(ໃໝ່)ສິດແລະໜ້າທີ່ຂອງພະນັກງານໄອຍະການ ພະນັກງານໄອຍະການມີສິດແລະໜ້າທີ່ຕາມການມອບໝາຍ ຂອງຫົວໜ້າອົງການໄອຍະການດັ່ງນີ້: ໜຶ່ງດໍາເນີນການສືບສວນສອບສວນຄະດີອາຍາ. ສອງແຈ້ງຂໍ້ກ່າວຫາ,ສິດແລະພັນທະໃຫ້ຜູ້ຖືກສົງໄສ,ຜູ້ຖືກຫາ. ສາມເອົາຄໍາໃຫ້ການຂອງໂຈດ,ຈໍາເລີຍແລະບຸກຄົນອື່ນທີ່ເຂົ້າ ຮ່ວມໃນການດໍາເນີນຄະດີອາຍາ. ສີ່ເກັບກໍາຂໍ້ມູນຫຼັກຖານກ່ຽວກັບຄະດີອາຍາ. ຫ້າຄົ້ນຄວ້າສະຫຼຸບສໍານວນຄະດີອາຍາ,ຮ່າງຄໍາຖະແຫຼງຫຼືຄໍາ ຕົກລົງຂອງຫົວໜ້າອົງການໄອຍະການ. ຫົກເຂົ້າຮ່ວມປະຊຸມສານອາຍາ. ເຈັດຕິດຕາມກວດກາການປະຕິບັດຄໍາຕົກລົງຂອງສານທີ່ໃຊ້ ໄດ້ຢ່າງເດັດຂາດ. ແປດຕິດຕາມກວດກາສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນ ດັດສ້າງ,ຄ້າຍດັດສ້າງ. ເກົ້າປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ....ມາດຕາຫ້າສິບແປດ(ໃໝ່)ສິດແລະໜ້າທີ່ຂອງຜູ້ຊ່ວຍພະນັກງານໄອຍະການ

ມາດຕາຫ້າສິບແປດ(ໃໝ່)ສິດແລະໜ້າທີ່ຂອງຜູ້ຊ່ວຍພະນັກງານໄອ ຍະການ ຜູ້ຊ່ວຍພະນັກງານໄອຍະການມີສິດແລະໜ້າທີ່ຕາມການມອບ ໝາຍຂອງພະນັກງານໄອຍະການດັ່ງນີ້: ໜຶ່ງເຂົ້າຮ່ວມແລະບັນທຶກການເອົາຄໍາໃຫ້ການຂອງຜູ້ເຂົ້າຮ່ວມ ໃນການດໍາເນີນຄະດີອາຍາ; ສອງຊ່ວຍຄົ້ນຄວ້າ,ສະຫຼຸບສໍານວນຄະດີອາຍາແລະຮ່າງຄໍາຖະ ແຫຼງຫຼືຄໍາຕົກລົງຂອງຫົວໜ້າອົງການໄອຍະການ. ສາມໃສ່ເລກຄະດີ,ຈັດສໍານວນຄະດີອາຍາແລະເຮັດບັນຊີເອກະ ສານ,ເກັບມ້ຽນແລະເຮັດສະຖິຕິສໍານວນຄະດີອາຍາ. ສີ່ເຮັດບັນຊີແລະຕິດຕາມການເກັບມ້ຽນຂອງກາງຄະດີອາຍາ. ຫ້າເຮັດບັນຊີແລະສະຖິຕິຜູ້ຖືກຫາ,ນັກໂທດ. ຫົກເຮັດໝາຍຮຽກ,ໝາຍເຊີນ. ເຈັດປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍ.

....ມາດຕາຫ້າສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງປະທານ,ຮອງປະທານສານ

ມາດຕາຫ້າສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງປະທານ,ຮອງປະ ທານສານ ປະທານສານມີສິດແລະໜ້າທີ່ໃນການດໍາເນີນຄະດີອາຍາດັ່ງ ນນີ້: ໜຶ່ງຊີ້ນໍາການຈັດຕັ້ງແລະການເຄື່ອນໄຫວວຽກງານຕັດສິນ ຄະດີອາຍາຂອງສານ. ສອງຕົກລົງແຕ່ງຕັ້ງຜູ້ພິພາກສາເພື່ອປະກອບເປັນຄະນະສານ ຮັບຜິດຊອບຄົ້ນຄວ້າແລະພິຈາລະນາຕັດສິນຄະດີອາຍາແລະແຕ່ງ ຕັ້ງຈ່າສານ. ສາມຕົກລົງປ່ຽນຜູ້ພິພາກສາແລະຈ່າສານກ່ອນການເປີດປະ ຊຸມສານ. ສີ່ເປັນປະທານຄະນະສານພິຈາລະນາຕັດສິນຄະດີອາຍາໃດ ໜຶ່ງ. ຫ້າອອກຄໍາສັ່ງ,ແຈ້ງການແລະຄໍາຊີ້ຂາດກ່ຽວກັບຄະດີອາ ຍາ. ຫົກປະຕິບັດສິນແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

ຮອງປະທານສານມີໜ້າທີ່ຊ່ວຍປະທານໃນການດໍາເນີນຄະດີ ອາຍາຕາມການມອບໝາຍ.

....ມາດຕາຫົກສິບ(ໃໝ່)ສິດແລະໜ້າທີ່ຂອງຜູ້ພິພາກສາ

ມາດຕາຫົກສິບ(ໃໝ່)ສິດແລະໜ້າທີ່ຂອງຜູ້ພິພາກສາ ຜູ້ພິພາກສາມີສິດແລະໜ້າທີ່ໃນການດໍາເນີນຄະດີອາຍາດັ່ງນີ້: ໜຶ່ງຄົ້ນຄວ້າສໍານວນຄະດີອາຍາທີ່ໄດ້ຮັບມອບໝາຍ. ສອງເອົາຄໍາໃຫ້ການຂອງໂຈດ,ຈໍາເລີຍແລະບຸກຄົນອື່ນທີ່ເຂົ້າ ຮ່ວມໃນການດໍາເນີນຄະດີອາຍາ. ສາມເກັບກໍາຂໍ້ມູນຫຼັກຖານເພີ່ມເຕີມກ່ຽວກັບຄະດີອາຍາ. ສີ່ໄກ່ເກ່ຍຄູ່ຄວາມໃນຄະດີອາຍາກ່ຽວກັບບັນຫາທາງແພ່ງ. ຫ້າເປັນຄະນະສານຕັດສິນຄະດີອາຍາ. ຫົກປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.


....ມາດຕາຫົກສິບເອັດ(ໃໝ່)ສິດແລະໜ້າທີ່ຂອງຜູ້ຊ່ວຍຜູ້ພິພາກສາ

ມາດຕາຫົກສິບເອັດ(ໃໝ່)ສິດແລະໜ້າທີ່ຂອງຜູ້ຊ່ວຍຜູ້ພິພາກສາ ຜູ້ຊ່ວຍຜູ້ພິພາກສາມີສິດແລະໜ້າທີ່ໃນການດໍາເນີນຄະດີອາ ຍາດັ່ງນີ້: ໜຶ່ງຊ່ວຍຜູ້ພິພາກສາໃນການຄົ້ນຄ້ວາສໍານວນຄະດີອາຍາ. ສອງຊ່ວຍຜູ້ພິພາກສາໃນການເອົາຄໍາໃຫ້ການຂອງຜູ້ເຂົ້າຮ່ວມ ໃນການດໍາເນີນຄະດີອາຍາ. ສາມເຂົ້າຮ່ວມບັນທຶກການໄກ່ເກ່ຍຄູ່ຄວາມໃນຄະດີອາຍາກ່ຽວ ກັບບັນຫາທາງແພ່ງ. ສີ່ສະຫຼຸບລາຍງານຄະດີທີ່ຕົນຮັບຜິດຊອບຄົ້ນຄວ້າພໍ່ຜູ້ພິພາກສາ. ຫ້າຊ່ວຍຜູ້ພິພາກສາໃນການຂຽນຄໍາຕົກລົງຂອງສານ. ຫົກປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍ.

....ມາດຕາຫົກສິບສອງ(ໃໝ່)ສິດແລະໜ້າທີ່ຂອງຈ່າສານ

ມາດຕາຫົກສິບສອງ(ໃໝ່)ສິດແລະໜ້າທີ່ຂອງຈ່າສານ ຈ່າສານມີສິດແລະໜ້າທີ່ໃນການດໍາເນີນຄະດີອາຍາດັ່ງນີ້: ໜຶ່ງຮັບສໍານວນຄະດີແລະຂຶ້ນຟ້ອງຄະດີອາຍາ,ຈັດລ້ຽງແລະ ເຮັດບັນຊີເອກະສານໃນສໍານວນຄະດີອາຍາ. ສອງອອກໝາຍຮຽກ,ໝາຍເຊີນຕາມການແນະນໍາຂອງຜູ້ພິ ພາກສາ. ສາມເຂົ້າຮ່ວມບັນທຶກໃນການເອົາຄໍາໃຫ້ການແລະໃນການ ໄກ່ເກ່ຍບັນຫາທາງແພ່ງໃນຄະດີອາຍາ. ສີ່ກະກຽມແລະແຈ້ງລະບຽບການປະຊຸມສານ. ຫ້າບັນທຶກການປະຊຸມສານ,ຮັບຜິດຊອບຄວາມຖືກຕ້ອງແລະ ຄົບຖ້ວນໃນການບັນທຶກການປະຊຸມສານ. ຫົກສໍາເນົາບົດບັນທຶກການປະຊຸມສານໃສ່ສໍານວນຄະດີອາ ຍາ. ເຈັດອະທິບາຍ,ຊື້ແຈງເຫດຜົນໃຫ້ຄູ່ຄວາມເຂົ້າໃຈກ່ຽວກັບ ການຕັດສິນຫຼືພິພາກສາຄະດີຂອງສານພ້ອມທັງແຈ້ງສິດໃນການຂໍ ອຸທອນຫຼືຂໍລົບລ້າງ. ແປດຮັບຄໍາຮອງຂໍອຸທອນ,ຄໍາຮ້ອງຂໍລົບລ້າງ,ອອກໃບຮັບ ການຈ່ອງຂໍອຸທອນຫຼືຂໍລົບລ້າງ. ເກົ້າເຊັນຢັ້ງຢືນຄໍາຕັດສິນຫຼືຄໍາພິພາກສາແລະເອກະສານ ອື່ນຕາມລະບຽບກົດໝາຍ. ສິບເຮັດບັນຊີແລະເກັບມ້ຽນຂອງກາງຄະດີ. ສິບເອັດສະຫຼຸບສະຖິຕິຄະດີ,ສົ່ງຄໍາຕັດສິນຫຼືຄໍາພິພາກສາໃຫ້ ສານຂັ້ນເທິງແລະອົງການໄອຍະການທີ່ກ່ຽວຂ້ອງເພື່ອຕິດຕາມກວດ ກາ. ສິບສອງເຮັດບັນຊີເອກະສານແລະສົ່ງສໍານວນຄະດີອາຍາ ໄປໃຫ້ສານທີ່ກ່ຽວຂ້ອງໃນກໍລະນີທີ່ຄໍາຮ້ອງຂໍອຸທອນຫຼືຂໍລົບລ້າງແລະ ຄໍາສະເໜີຄັດຄ້ານຂອງຫົວໜ້າອົງການໄອຍະການ. ສິບສາມປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍ.


...ໝວດທີສອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ


....ມາດຕາຫົກສິບສາມ(ປັບປຸງ)ຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ

ມາດຕາຫົກສິບສາມ(ປັບປຸງ)ຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ ຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາມີ: ໜຶ່ງຜູ້ຖືກສົງໄສ. ສອງຜູ້ຖືກຫາ. ສາມຈໍາເລີຍ. ສີ່ຜູ້ຖືກເສຍຫາຍ. ຫ້າໂຈດທາງແພ່ງ. ຫົກຜູ້ຮັບຜິດຊອບທາງແພ່ງ. ເຈັດພະຍານ. ແປດທະນາຍຄວາມຫຼືຜູ້ປົກປ້ອງອື່ນ. ເກົ້າຜູ້ຊ່ຽວຊານ. ສິບຜູ້ຊໍານານງານ. ສິບເອັດຜູ້ແປພາສາ.

....ມາດຕາຫົກສິບສີ່(ໃໝ່)ຜູ້ຖືກສົງໄສ

ມາດຕາຫົກສິບສີ່(ໃໝ່)ຜູ້ຖືກສົງໄສ ຜູ້ຖືກສົງໄສແມ່ນບຸກຄົນທີ່ສົງໄສວ່າເປັນຜູ້ກະທໍາຜິດທາງ ອາຍາແຕ່ອົງການສືບສວນສອບສວນຫຼືອົງການໄອຍະການຍັງບໍ່ ສາມາດອອກຄໍາສັ່ງເປີດການສືບສວນສອບສວນຕໍ່ຜູ້ກ່ຽວ. ຜູ້ຖືກສົງໄສມີສິດດັ່ງນີ້: ໜຶ່ງຮັບຊາບຂໍ້ສົງໄສຕໍ່ຕົນ. ສອງໄດ້ຮັບການອະທິບາຍກ່ຽວກັບສິດແລະພັນທະຂອງຕົນ. ສາມໃຫ້ຄໍາອະທິບາຍຫຼືໃຫ້ການກ່ຽວກັບຂໍ້ສົງໄສຕໍ່ຕົນ. ສີ່ສະເໜີຫຼັກຖານ. ຫ້າຮ້ອງຟ້ອງຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງອົງການສືບ ສວນ-ສອບສວນແລະອົງການໄອຍະການ. ຫົກສະເໜີປະກັນຕົວສໍາລັບການກະທໍາຜິດໃນສະຖານໂທ ສານຸໂທດທີ່ກົດໝາຍໄດ້ກໍານົດໂທດຕັດອິດສະລະພາບແຕ່ສາມປີ ລົງມາ.

ຜູ້ຖືກສົງໄສມີພັນທະດັ່ງນີ້: ໜຶ່ງເຂົ້າມາສະເໜີຕົວຕາມໝາຍຮຽກ. ສອງໃຫ້ການຮ່ວມມືແກ່ອົງການສືບສວນສອບສວນແລະ ອົງການໄອຍະການ.

....ມາດຕາຫົກສິບຫ້າ(ປັບປຸງ)ຜູ້ຖືກຫາ

ມາດຕາຫົກສິບຫ້າ(ປັບປຸງ)ຜູ້ຖືກຫາ ຜູ້ຖືກຫາແມ່ນບຸກຄົນທີ່ຖືກນໍາມາດໍາເນີນຄະດີໂດຍຄໍາສັ່ງ ເປີດການສືບສວນສອບສວນຂອງຫົວໜ້າອົງການສືບສວນສອບສວນ ຫຼືຫົວໜ້າອົງການໄອຍະການເວັ້ນເສຍແຕ່ໃນກໍລະນີມີການສັ່ງຟ້ອງ ຂຶ້ນສານໂດຍກົງ. ຜູ້ຖືກຫາມີສິດດັ່ງນີ້: ໜຶ່ງຮັບຊາບແລະແກ້ຂໍ້ກ່າວຫາ. ສອງໄດ້ຮັບການອະທິບາຍກ່ຽວກັບສິດແລະພັນທະຂອງຕົນ ໃນການຕໍ່ສູ້ຄະດີ. ສາມໃຫ້ການແລະສະໜີຫຼັກຖານ. ສີ່ສະເໜີປະກັນຕົວແລະຍື່ນຄໍາຮ້ອງຂໍອື່ນ. ຫ້າໄດ້ຮັບເອກະສານກ່ຽກວັບການເປີດການສືບສວນສອບ ສວນ,ບົດບັນທຶກຄໍາໃຫ້ການຂອງຕົນ,ຄໍາສັ່ງກ່ຽວກັບການນໍາໃຊ້, ປ່ຽນແປງຫຼືລົບລ້າງມາດຕະຖານສະກັດກັ້ນ,ຄໍາສັ່ງໂຈະ,ບົດສະຫຼຸບ ຜົນຂອງການສືບສວນສອບສວນ,ຄໍາສັ່ງຟ້ອງແລະຄໍາຖະແຫຼງຂອງ ຫົວໜ້າອົງການໄອຍະການ,ຄໍາສັ່ງຊັດມ້ຽນ,ເອກະສານແລະຄໍາສັ່ງ ອື່ນກ່ຽວກັບການດໍາເນີນຄະດີທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ຫົກເບິ່ງເອກະສານຢູ່ໃນສໍານວນຄະດີ,ສໍາເນົາຫຼືກ່າຍເອົາ ເນື້ອໃນເອກະສານ. ເຈັດເອົາແລະພົບທະນາຍຄວາມຫຼືຜູ້ປົກປ້ອງອື່ນໃນການຕໍ່ສູ້ ຄະດີ. ແປດສະເໜີຄ້ານຕົວຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດ ໄວ້ໃນມາດຕາຫ້າສິບສອງຂໍ້ໜຶ່ງແລະຂໍ້ສອງຂອງກົດໝາຍສະບັບນີ້, ຜູ້ຊ່ຽວຊານ,ຜູ້ຊໍານານງານຫຼືຜູ້ແປພາສາ. ເກົ້າຮ້ອງຟ້ອງຕໍ່ການກະທໍາຫຼືການອອກຄໍາສັ່ງຂອງຫົວໜ້າ ອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນຫົວໜ້າອົງ ການໄອຍະການຫຼືພະນັກງານໄອຍະການທີ່ເຫັນວ່າບໍ່ຖືກຕ້ອງ. ສິບຂໍອຸທອນ,ຂໍລົບລ້າງຄໍາສັ່ງຂອງຫົວໜ້າອົງການສືບສວນ ສອບສວນ,ຫົວໜ້າອົງການໄອຍະການ.

ຜູ້ຖືກຫາມີພັນທະດັ່ງນີ້: ໜຶ່ງເຂົ້າມາສະເໜີຕົວຕາມໝາຍຮຽກ,ຄໍາສັ່ງຂອງຫົວໜ້າ ອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການ. ສອງປະຕິບັດລະບຽບການສືບສວນສອບສວນ.

....ມາດຕາຫົກສິບຫົກ(ປັບປຸງ)ຈໍາເລີຍ

ມາດຕາຫົກສິບຫົກ(ປັບປຸງ)ຈໍາເລີຍ ຈໍາເລີຍແມ່ນຜູ້ຖືກຫາທີ່ຖືກສັ່ງຟ້ອງຂຶ້ນສານ. ຈໍາເລີຍມີສິດດັ່ງນີ້: ໜຶ່ງຮັບຊາບຄໍາສັ່ງຟ້ອງແລະແກ້ຂໍ້ກ່າວຫາ. ສອງໄດ້ຮັບການອະທິບາຍກ່ຽວກັບສິດແລະພັນທະຂອງຕົນ ໃນການຕໍ່ສູ້ຄະດີ. ສາມເອົາແລະພົບທະນາຍຄວາມຫຼືຜູ້ປົກປ້ອງອື່ນໃນການຕໍ່ ສູ້ຄະດີ. ສີ່ໃຫ້ການ,ແກ້ຂໍ້ກ່າວຫາແລະສະເໜີຫຼັກຖານ. ຫ້າຊີ້ແຈງແລະຕອບຄໍາຖາມໃນທີ່ປະຊຸມສານ. ຫົກເບິ່ງເອກະສານຢູ່ໃນສໍານວນຄະດີ,ສໍາເນົາຫຼືກ່າຍເອົາ ເນື້ອໃນເອກະສານ,ຍື່ນຄໍາຮ້ອງຂໍ. ເຈັດເຂົ້າຮ່ວມປະຊຸມສານ. ແປດສະເໜີຄັດຄ້ານຕົວຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາຫ້າສິບສອງຂໍ້ສອງແລະຂໍ້ສາມຂອງກົດໝາຍສະ ບັບນີ້,ຜູ້ຊ່ຽວຊານ,ຜູ້ຊໍານານງານຫຼືຜູ້ແປພາສາ. ເກົ້າໃຫ້ຄໍາເຫັນກ່ຽວກັບການໂຕ້ຖຽງແລະຄໍາເຫັນເປັນຜູ້ ສຸດທ້າຍໃນທີ່ປະຊຸມສານ. ສິບໄດ້ຮັບຄໍາຕົກລົງຂອງສານ. ສິບເອັດຂໍອຸທອນຫຼືຂໍລົບລ້າງຄໍາຕົກລົງຂອງານ. ສິບສອງປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

ຈໍາເລີຍມີພັນທະດັ່ງນີ້. ໜຶ່ງເຂົ້າສະເໜີຕົວຕາມໝາຍຮຽກຂອງສານ. ສອງປະຕິບັດຕາມລະບຽບແລະຄໍາສັ່ງຂອງສາໃນທີ່ປະຊຸມ ສານ.


....ມາດຕາຫົກສິບເຈັດ(ປັບປຸງ)ຜູ້ຖືກເສຍຫາຍ

ມາດຕາຫົກສິບເຈັດ(ປັບປຸງ)ຜູ້ຖືກເສຍຫາຍ ຜູ້ຖືກເສຍຫາຍແມ່ນບຸກຄົນທີ່ໄດ້ຮັບຄວາມເສຍຫາຍທາງ ດ້ານສຸຂະພາບຫຼືຊີວິດ,ວັດຖຸຫຼືຈິດໃຈຍ້ອນການກະທໍາຜິດຂອງບຸກ ຄົນອື່ນ. ຜູ້ຖືກເສຍຫາຍມີສິດດັ່ງນີ້: ໜຶ່ງໃຫ້ການກ່ຽວກັບຄະດີ. ສອງສະເໜີຫຼັກຖານ. ສາມຍື່ນຄໍາຮ້ອງຂໍ. ສີ່ໄດ້ຮັບການທົດແທນຄ່າເສຍຫາຍ. ຫ້າເບິ່ງເອກະສານຢູ່ໃນສໍານວນຄະດີ,ອັດສໍາເນົາຫຼືກ່າຍ ເອົາເນື້ອໃນທີ່ຈໍາເປັນອອກຈາກສໍານວນຄະດີຫຼັງຈາກສິ້ນສຸດການ ສືບສວນສອບສວນ. ຫົກເຂົ້າຮ່ວມການໄຕ່ສວນຄະດີໃນທີ່ປະຊຸມສານ. ເຈັດສະເໜີຄ້ານຕົວຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດ ໄວ້ໃນມາດຕາຫ້າສິບສອງຂອງກົດໝາຍສະບັບນີ້,ຜູ້ຊ່ຽວຊານ,ຜູ້ ຊໍານານງານແລະຜູ້ແປພາສາ. ແປດຮ້ອງຟ້ອງຕໍ່ການກະທໍາຫຼືຄໍາສັ່ງຂອງຫົວໜ້າອົງການ ສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການ ໄອຍະການ,ພະນັກງານໄອຍະການຫຼືສານທີ່ຕົນເຫັນວ່າບໍ່ຖືກຕ້ອງ. ເກົ້າຂໍອຸທອນ,ຂໍລົບລ້າງຄໍາສັ່ງຂອງຫົວໜ້າອົງການສືບ ສວນສອບສວນ,ຫົວໜ້າອົງການໄອຍະການ,ຄໍາຕົກລົງຂອງສານ. ສິບຕົກລົງໄກ່ເກ່ຍກັບຜູ້ຖືກຫາຫຼືຈໍາເລີຍໃນຄະດີທີ່ການກະ ທໍາຜິດບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ. ສິບເອັດເອົາທະນາຍຄວາມຫຼືຜູ້ປົກປ້ອງອື່່ນໃນການຕໍ່ສູ້ຄະດີ. ສິບສອງຖອນຄໍາຮ້ອງຟ້ອງ.

ໃນກໍລະນີທີ່ຜູ້ຖືກເສຍຫາຍຫາກໄດ້ເສຍຊີວິດຍາດພີ່ນ້ອງທີ່ ໃກ້ຊິດຂອງຜູ້ກ່ຽວຈະເປັນຜູ້ໃຊ້ສິດແທນຕາມທີ່ໄດ້ກໍານົດໄວ້ໃນ ມາດຕານີ້. ຜູ້ຖືກເສຍຫາຍມີພັນທະດັ່ງນີ້: ໜຶ່ງເຂົ້າມາສະເໜີຕົວຕາມໝາຍຮຽກ,ຄໍາສັ່ງຂອງຫົວໜ້າ ອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືສານ. ສອງຮັບຜິດຊອບຕໍ່ການປະຕິເສດບໍ່ຍອມໃຫ້ການຫຼືຕໍ່ຄໍາໃຫ້ ການເທັດຂອງຕົນ.


....ມາດຕາຫົກສິບແປດ(ປັບປຸງ)ໂຈດທາງແພ່ງ

ມາດຕາຫົກສິບແປດ(ປັບປຸງ)ໂຈດທາງແພ່ງ ໂຈດທາງແພ່ງແມ່ນບຸກຄົນທີ່ໄດ້ທໍາການຮ້ອງຟ້ອງທາງແພ່ງ ຕໍ່ຜູ້ຖືກຫາຫຼືຈໍາເລີຍຫຼືຕໍ່ຜູ້ຮັບຜິດຊອບທາງແພ່ງເພື່ອໃຫ້ໃຊ້ແທນຄ່າ ເສຍຫາຍແກ່ຕົນ. ໂຈດທາງແພ່ງມີສິດແລະພັນທະຄືກັນກັບສິດແລະພັນທະຂອງ ຜູ້ຖືກເສຍຫາຍຕາມທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບເຈັດຂອງກົດ ໝາຍສະບັບນີ້.


....ມາດຕາຫົກສິບເກົ້າ(ປັບປຸງ)ຜູ້ຮັບຜິດຊອບທາງແພ່ງ

ມາດຕາຫົກສິບເກົ້າ(ປັບປຸງ)ຜູ້ຮັບຜິດຊອບທາງແພ່ງ ຜູ້ຮັບຜິດຊອບທາງແພ່ງແມ່ນບຸກຄົນຫຼືການຈັດຕັ້ງທີ່ມີພັນທະ ໃຊ້ແທນຄ່າເສຍຫາຍເນື່ອງມາຈາກການກະທໍາຜິດຂອງຜູ້ຖືກຫາຫຼື ຈໍາເລີຍທີ່ຢູ່ໃນການຄຸ້ມຄອງຂອງຕົນ. ຜູ້ຮັບຜິດຊອບທາງແພ່ງອາດຈະແມ່ນພໍ່ແມ່,ພໍ່ລ້ຽງແມ່ລ້ຽງ, ຜູ້ປົກຄອງ,ຜູ້ໃຊ້ວຽກ,ຜູ້ຄຸ້ມຄອງ,ການຈັດຕັ້ງຫຼືວິສາຫະກິດ. ຜູ້ຮັບຜິດຊອບທາງແພ່ງມີສິດດັ່ງນີ້: ໜຶ່ງແກ້ຄໍາຮ້ອງຟ້ອງ. ສອງໃຫ້ຄໍາອະທິບາຍຕໍ່ຄໍາຮ້ອງຟ້ອງ. ສາມສະເໜີຫຼັກຖານ. ສີ່ຍື່ນຄໍາຮ້ອງຂໍ. ຫ້າຂໍເບິ່ງເອກະສານຢູ່ໃນສໍານວນຄະດີ,ອັດສໍາເນົາຫຼືກ່າຍ ເອົາເນື້ອໃນທີ່ຈໍາເປັນອອກຈາກສໍານວນຄະດີຫຼັງຈາກການສືບສວນ ສອບສວນໄດ້ສໍາເລັດແລ້ວ. ຫົກເຂົ້າຮ່ວມການໄຕ່ສວນຄະດີໃນທີ່ປະຊຸມສານ. ເຈັດສະເໜີຄ້ານຕົວຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດ ໄວ້ໃນມາດຕາຫ້າສິບສອງຂອງກົດໝາຍສະບັບນີ້,ຜູ້ຊ່ຽວຊານ,ຜູ້ຊໍາ ນານງານແລະຜູ້ແປພາສາ. ແປດຮ້ອງຟ້ອງຕໍ່ການກະທໍາຫຼືການອອກຄໍາສັ່ງຂອງຫົວໜ້າ ອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າ ອົງການໄອຍະການ,ພະນັກງານໄອຍະການຫຼືສານທີ່ເຫັນວ່າບໍ່ຖືກ ຕ້ອງ. ເກົ້າຂໍອຸທອນ,ຂໍລົບລ້າງຄໍາສັ່ງຂອງຫົວໜ້າອົງການສືບສວນ ສອບສວນ,ຫົວໜ້າອົງການໄອຍະການ,ຄໍາຕົກລົງຂອງສານ. ສິບເອົາທະນາຄວາມຫຼືຜູ້ປົກປ້ອງອື່ນໃນການຕໍ່ສູ້ຄະດີ.

ຜູ້ຮັບຜິດຊອບທາງແພ່ງມີພັນທະຄືກັນກັບພັນທະຂອງຜູ້ຖືກ ເສຍຫາຍຕາມທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບເຈັດຂອງກົດໝາຍ ສະບັບນີ້.


....ມາດຕາເຈັດສິບ(ປັບປຸງ)ພະຍານ

ມາດຕາເຈັດສິບ(ປັບປຸງ)ພະຍານ ພະຍານແມ່ນບຸກຄົນທີ່ໄດ້ຮູ້ເຫັນເຫດການຂອງການກະທໍາ ຜິດຫຼືສະພາບຂອງຄະດີ. ຄົນຫູໜວກ,ຕາບອດ,ປາກກືກ,ປັນຍາອ່ອນເສຍຈິດ,ເດັກທີ່ຍັງ ບໍ່ທັນເຖິງກະສຽນອາຍຸສິບແປດປີ,ຍາດພີ່ນ້ອງຂອງຄູ່ຄວາມອາດນໍາ ມາໃຫ້ການເພື່ອຊອກຫາຂໍ້ມູນແຕ່ບໍ່ໃຫ້ຖືວ່າເປັນພະຍານ. ພະຍານມີສິດດັ່ງນີ້: ໜຶ່ງໃຫ້ການ. ສອງເບິ່ງບົດບັນທຶກຄໍາໃຫ້ການຂອງຄົນໃນຂັ້ນສືບສວນສອບ ສວນ. ສາມສະເໜີປ່ຽນແຜງຫຼືເພີ່ມເຕີມບົດບັນທຶກຄໍາໃຫ້ການຂອງ ຕົນ. ສີ່ຮ້ອງຟ້ອງຕໍ່ການກະທໍາຫຼືການອອກຄໍາສັ່ງຂອງຫົວໜ້າອົງ ການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງ ການໄອຍະການ,ພະນັກງານໄອຍະການຫຼືສານທີ່ຕົນເຫັນວ່າບໍ່ຖືກ ຕ້ອງ. ຫ້າໄດ້ຮັບການປົກປ້ອງຕາມລະບຽບກົດໝາຍຈາກການຂົ່ມ ຂູ່ຕໍ່ຊີວິດ,ສຸຂະພາບ,ຊັບສິນຫຼືຈິດໃຈຍ້ອນການໃຫ້ການຂອງຕົນ.

ພະຍານມີພັນທະຄືກັນກັບພັນທະຂອງຜູ້ຖືກເສຍຫາຍຕາມທີ່ ໄດ້ກໍານົດໄວ້ໃນມາດຕາຫົກສິບເຈັດຂອງກົດໝາຍສະບັບນີ້.


....ມາດຕາເຈັດສິບເອັດ(ປັບປຸງ)ທະນາຍຄວາມຫຼືຜູ້ປົກປ້ອງອື່ນ

ມາດຕາເຈັດສິບເອັດ(ປັບປຸງ)ທະນາຍຄວາມຫຼືຜູ້ປົກປ້ອງອື່ນ ທະນາຍຄວາມແມ່ນບຸກຄົນທີ່ໄດ້ຮັບອະນຸຍາດຈາກລັດໃຫ້ ເຄື່ອນໄຫວອາຊີບອິດສະລະແລະໃຫ້ການບໍລິການທາງດ້ານກົດ ໝາຍແກ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງແລະສັງຄົມເພື່ອປົກປ້ອງ ສິດແລະຜົນປະໂຫຍດອັນຊອບທໍາຂອງລູກຄວາມຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍ. ທະນາຍຄວາມສາມາດເຂົ້າຮ່ວມໃນການດໍາເນີນຄະດີອາ ຍານັບແຕ່ວັນທີ່ຕົນໄດ້ຮັບການແຕ່ງຕັ້ງຫຼືການສະເໜີຢ່າງເປັນ ລາຍລັກອັກສອນຂອງລູກຄວາມຫຼືສະມາຊິກຄອບຄົວຫຼືການຈັດຕັ້ງ ຂອງຜູ້ກ່ຽວເປັນຕົ້ນໄປ. ທະນາຍຄວາມມີສິດແລະໜ້າທີ່ດັ່ງນີ້: ໜຶ່ງພົບກັບຜູ້ທີ່ຈະເປັນລູກຄວາມຫຼືລູກຄວາມຕາມການສະ ເໜີຂອງຜູ້ກ່ຽວພາຍຫຼັງຖືກກັກຕົວ,ຈັບຕົວຫຼືຖືກກັກຂັງ. ສອງຮັບຊາບຂໍ້ກ່າວຫາໃຫ້ລູກຄວາມແລະເຂົ້າຮ່ວມຮັບຟັງ ການເອົາຄໍາໃຫ້ການຂອງລູກຄວາມຕົນ. ສາມເບິ່ງເອກະສານຢູ່ໃນສໍານວນຄະດີ,ສໍາເນົາຫຼືກ່າຍເອົາ ເນື້ອໃນເອກະສານ. ສີ່ສະເໜີຫຼັກຖານລະພະຍານ. ຫ້າສະເໜີຄ້ານຕົວຜູ້ພິພາກສາ,ພະນັກງານໄອຍະການ,ເຈົ້າ ໜ້າທີ່ສືບສວນສອບສວນ,ຜູ້ຊ່ຽວຊານ,ຜູ້ຊໍານານງານຫຼືຜູ້ແປພາ ສາ. ຫົກໃຫ້ຄໍາເຫັນ,ສອບຖາມຜູ້ເຂົ້າຮ່ວມອື່ນໃນເວລາໄຕ່ສວນ ຄະດີໃນທີ່ປະຊຸມສານ. ເຈັດຄັດຄ້ານຫຼືຮ້ອງທຸກຕໍ່ການກະທໍາທີ່ບໍ່ຖືກຕ້ອງຫຼືບໍ່ເໝາະ ສົມຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ. ແປດຂໍອຸທອນ,ຂໍລົບລ້າງຄໍາສັ່ງຂອງຫົວໜ້າອົງການສືບ ສວນສອບສວນ,ຫົວໜ້າອົງການໄອຍະການຫຼືຄໍາຕົກລົງຂອງສານ. ເກົ້າສະເໜີປະກັນຕົວການປ່ອຍຕົວພາງລູກຄວາມຂອງຕົນ ຕາມລະບຽບກົດໝາຍ. ສິບໃຫ້ການຮ່ວມມືໃນການນໍາຕົວລູກຄວາມຂອງຕົນທີ່ຖືກ ປ່ອຍຕົວພາງເຂົ້າມາສານຫຼືອົງການໄອຍະການ. ສິບເອັດຮັບການແຕ່ງຕັ້ງເປັນທະນາຍຄວາມໃນກໍລະນີການ ກະທໍາຜິດທີ່ກົດໝາຍໄດກໍານົດໂທດປະຫານຊີວິດແລະການກະທໍາ ຜິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ສິບສອງຮັບໝາຍຮຽກໃຫ້ລູກຄວາມຂອງຄົນເຂົ້າຮ່ວມໃນ ການດໍາເນີນຄະດີ. ສິບສາມປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ.

ຜູ້ປົກປ້ອງອື່ນມີສິດຄືກັນກັບສິດຂອງທະນາຍຄວາມຕາມວັກ ເທິງນີ້ຍົກເວັ້ນຂໍ້ທີສິບເອັດ. ຜູ້ປົກປ້ອງອື່ນແມ່ນບຸກຄົນທີ່ເຂົ້າຮ່ວມໃນການດໍາເນີນຄະດີ ອາຍາເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ຖືກຫາ ຫຼືຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງຫຼືຜູ້ຮັບຜິດຊອບທາງ ແພ່ງ. ຜູ້ປົກປ້ອງອື່ນຈະເຂົ້າຮ່ວມໃນການດໍາເນີນຄະດີອາຍາໄດ້ກໍ່ ຕໍ່ເມື່ອໄດ້ຮັບການມອບສິດເທົ່ານັ້ນເວັ້ນເສຍແຕ່ຜູ້ຕາງໜ້າທີ່ຖືກຕ້ອງ ທາງດ້ານກົດໝາຍເຊັ່ນພໍ່,ແມ່,ຜົວຫຼືເມຍດລູກ,ຜູ້ປົກຄອງ.

ປົກປ້ອງອື່ນມີພັນທະດັ່ງນີ້: ໜຶ່ງນໍາໃຊ້ທຸກວະທີການປົກປ້ອງທີ່ໄດ້ກໍານົດໄວ້ໃນກົດໝາຍ ເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ທີ່ຕົນປົກປ້ອງ. ສອງເຂົ້າມາຕາມໝາຍຮຽກຂອງອົງການດໍາເນີນຄະດີ. ສາມຮັກສາຄວາມລັບໃນການດໍາເນີນຄະດີ. ສີ່ປະກອບສ່ວນຊອກຫາຫຼັກຖານເພື່ອເຮັດໃຫ້ການດໍາເນີນ ຄະດີຖືກຕ້ອງແລະຍຸຕິທໍາ.

ໃນກໍລະນີທີ່ຜູ້ຖືກຫາຫຼືຈໍາເລີຍຫາກແມ່ນເດັກທີ່ຍັງບໍ່ທັນເຖິງ ກະສຽນອາຍຸສິບແປດປີ,ຄົນຫູໜວກ,ຕາບອດ,ປາກກືກ,ຄົນປັນຍາ ອ່ອນ,ເສຍຈິດ,ຜູ້ບໍ່ຮູ້ພາສາລາວແລະຜູ້ທີ່ກົດໝາຍກໍານົດໂທດປະ ຫາກຊີວິດນັ້ນຈໍາເປັນຕ້ອງມີທະນາຍຄວາມຫຼືຜູ້ປົກປ້ອງອື່ນ.ຖ້າວ່າ ຜູ້ຖືກຫາຫຼືຈໍາເລີຍຫາກບໍ່ມີທະນາຍຄວາມຫຼືຜູ້ປົກປ້ອງອື່ນແລ້ວອົງ ການດໍາເນີນຄະດີທີ່ກ່ຽວຂ້ອງເປັນຜູ້ສະເໜີຕໍ່ສະພາທະນາຍຄວາມ ເພື່ອແຕ່ງຕັ້ງທະນາຍຄວາມໃຫ້ໂດຍໜ້າທີ່.ສະພາທະນາຍຄວາມ ຕ້ອງພິຈາລະນາແຕ່ງຕັ້ງຕາມຄໍາສະເໜີຂອງອົງການດໍາເນີນຄະ ດີອາຍາພາຍໃນກໍານົດເຈັດວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນ ໄປ.


....ມາດຕາເຈັດສິບສອງ(ປັບປຸງ)ຜູ້ຊ່ຽວຊານ

ມາດຕາເຈັດສິບສອງ(ປັບປຸງ)ຜູ້ຊ່ຽວຊານ ຜູ້ຊ່ຽວຊານແມ່ນບຸກຄົນທີ່ມີຄວາມຮູ້ແລະປະສົບການທາງ ດ້ານວິຊາສະເພາະໃດໜຶ່ງທີ່ຖືກຮັບຮູ້ຈາກສະຖາບັນທີ່ກ່ຽວຂ້ອງຊຶ່ງ ສາມາດໃຫ້ຄວາມກະຈ່າງແຈ້ງຕໍ່ບັນຫາທີ່ພົວພັນກັບວິຊາສະເພາະ ຂອງຕົນ. ໃນການພິສູດຫຼັກຖານຫົວໜ້າອົງການສືບສວນສອບສອນ, ຫົວໜ້າອົງການໄອຍະການຫຼືສານຕ້ອງອອກຄໍາສັ່ງແຕ່ງຕັ້ງຜູ້ຊ່ຽວ ຊານ. ຜູ້ຊ່ຽວຊານມີສິດແລະພັນທະດັ່ງນີ້: ໜຶ່ງໄດ້ຮັບເອກະສານແລະວັດຖຸທີ່ຕ້ອງການໃຫ້ພິສູດ. ສອງເຂົ້າຮ່ວມຟັງການເອົາຄໍາໃຫ້ການແລະຕັ້ງຄໍາຖາມ ກ່ຽວກັບບັນຫາທີ່ພົວພັນກັບເປົ້າໝາຍທີ່ຕ້ອງການພິສູດ. ສາມປະຕິເສດການພິສູດແຕ່ຕ້ອງໃຫ້ເຫດຜົນ. ສີ່ສະຫຼຸບຜົນຂອງການພິສູດ.

ຜູ້ຊ່ຽວຊານຕ້ອງດໍາເນີນການພິສູດຫຼັກຖານຢູ່ໃນຂອບເຂດ ແລະເວລາທີ່ໄດ້ກໍານົດໄວ້ໃນຄໍາສັ່ງແຕ່ງຕັ້ງ. ຜູ້ຊ່ຽວຊານໃຫ້ຄໍາເຫັນໃນນາມຂອງຕົນແລະຮັບຜິດຊອບຕໍ່ ຄໍາເຫັນດັ່ງກ່າວພ້ອມທັງຮັກສາຄວາມລັບໃນຄະດີ.


....ມາດຕາເຈັດສິບສາມ(ໃໝ່)ຜູ້ຊໍານານງານ

ມາດຕາເຈັດສິບສາມ(ໃໝ່)ຜູ້ຊໍານານງານ ຜູ້ຊໍານານງານແມ່ນບຸກຄົນທີ່ມີຄວາມຊໍານານໃນດ້ານໃດໜຶ່ງ ແລະມີຄວາມສາມາດໃຫ້ຄໍາເຫັນກ່ຽວກັບບັນຫາທີ່ອົງການດໍາເນີນຄະ ດີອາຍາໃຫ້ທໍາການພິສູດ. ໃນການພິສູດຫຼັກຖານຜູ້ຊໍານານງານໄດ້ຮັບແຕ່ງຕັ້ງຄືກັນກັບ ຜູ້ຊ່ຽວຊານ. ຜູ້ນໍານານງານມີສິດປະຕິເສດການພິສູດແຕ່ຕ້ອງໃຫ້ເຫດຜົນ. ຜູ້ຊໍານານງານໃຫ້ຄໍາເຫັນໃນນາມຂອງຄົນແລະຮັກສາຄວາມ ລັບໃນຄະດີ.

....ມາດຕາເຈັດສິບສີ່(ປັບປຸງ)ຜູ້ແປພາສາ

ມາດຕາເຈັດສິບສີ່(ປັບປຸງ)ຜູ້ແປພາສາ ຜູ້ແປພາສາແມ່ນບຸກຄົນທີ່ມີຄວາມຮູ້,ຄວາມສາມາດຫຼືປະສົບ ການໃນການແປພາສາໃດໜຶ່ງຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີ ທີ່ບໍ່ຮູ້ພາສາລາວ. ຜູ້ແປພາສາໄດ້ຮັບການແຕ່ງຕັ້ງຄືກັນກບຜູ້ຊ່ຽວຊານ. ຜູ້ແປພາສາຕ້ອງຮັບຜິດຊອບຕໍ່ການແປຂອງຕົນແລະມີພັນທະ ໃນການຮັກສາຄວາມລັບໃນຄະດີ. ຄ່າໃຊ້ຈ່າຍໃນການແປພາສາແມ່ນໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍຄ່າທໍານຽມສານ.

..ພາກທີຫ້າການດໍາເນີນການສືບສວນ-ສອບສອນ


...ໝວດທີໜຶ່ງສິດແລະໜ້າທີ່ຂອງອົງການດໍາເນີນການສືບສວນສອບສວນ


....ມາດຕາເຈັດສິບຫ້າ(ໃໝ່)ອົງການທີ່ມີສິດແລະໜ້າທີ່

ມາດຕາເຈັດສິບຫ້າ(ໃໝ່)ອົງການທີ່ມີສິດແລະໜ້າທີ່ ອົງການທີ່ມີສິດແລະໜ້າທີ່ດໍາເນີນການສືບສວນສອບສວນ ປະກອບດ້ວຍອົງການສືບສວນສອບສວນຕາມທີ່ໄດ້ກໍານົດໄວ້ໃນມາດ ຕາສີ່ສິບຫົກຂອງກົດໝາຍສະບັບນີ້ແລະອົງການໄອຍະການ.


....ມາດຕາເຈັດສິບຫົກ(ໃໝ່)ສິດແລະໜ້າທີ່ຂອງອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕໍາຫຼວດ

ມາດຕາເຈັດສິບຫົກ(ໃໝ່)ສິດແລະໜ້າທີ່ຂອງອົງການສືບສວນສອບ ສວນຂອງເຈົ້າໜ້າທີ່ຕໍາຫຼວດ ອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕໍາຫຼວດມີສິດແລະ ໜ້າທີ່ດໍາເນີນການສືບສວນສອບສວນກ່ຽວກັບທຸກການກະທໍາຜິດທີ່ຢູ່ ໃນຂອບເຂດສິດແລະໜ້າທີ່ຂອງຄົນ.

....ມາດຕາເຈັດສິບເຈັດ(ໃໝ່)ສິດແລະໜ້າທີ່ອົງການສືບສວນສອບສວນຂອງເຈົ້າໜ້າທີ່ທະຫານ

ມາດຕາເຈັດສິບເຈັດ(ໃໝ່)ສິດແລະໜ້າທີ່ອົງການສືບສວນສອບສວນ ຂອງເຈົ້າໜ້າທີ່ທະຫານ ອົງການສືບສວນສອບສວນຂອງເຈົ້າໜ້າທີ່ທະຫານມີສິດແລະ ໜ້າທີ່ດໍາເນີນການສືບສວນສອບສວນກ່ຽວກັບການກະທໍາຜິດທາງທະ ຫານໃນເວລາເຄື່ອນໄຫວປະຕິບັດໜ້າທີ່ທາງລັດທະການ,ການກະທໍາ ຜິດທີ່ເກີດຂຶ້ນຢູ່ບ່ອນຕັ້ງທັບ,ຄ້າຍ,ກົມກອງທະຫານ,ໂຮງຈັກໂຮງງານ ຫຼືສະຖານທີ່ຫາງຫ້າມຂອງກອງທັບ.


....ມາດຕາເຈັດສິບແປດ(ໃໝ່)ສິດແລະໜ້າທີ່ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ພາສີ

ມາດຕາເຈັດສິບແປດ(ໃໝ່)ສິດແລະໜ້າທີ່ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ພາສີ ອົງການສືບສວນສອບສວນຂອງເຈົ້າໜ້າທີ່ພາສີມີສິດແລະໜ້າ ທີ່ດໍາເນີນການສືບສວນສອບສວນກ່ຽວກັບການລະເມີດລະບຽບການ ກ່ຽວກັບລະບອບພາສີອາກອນຂອງລັດທີ່ໄດ້ກໍານົດໄວ້ໃນກົດໝາຍອາ ຍາ,ກົດໝາຍວ່າດ້ວຍພາສີ,ກົດໝາຍວ່າດ້ວຍສ່ວຍສາອາກອນແລະ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ.

....ມາດຕາເຈັດສິບເກົ້າ(ໃໝ່)ສິດແລະໜ້າທີ່ອົງການສືບສວນສອບສວນຂອງເຈົ້າໜ້າທີ່ປ່າໄມ້

ມາດຕາເຈັດສິບເກົ້າ(ໃໝ່)ສິດແລະໜ້າທີ່ອົງການສືບສວນສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ອົງການສືບສວນສອບສວນຂອງເຈົ້າໜ້າທີ່ປ່າໄມ້ມີສິດແລະ ໜ້າທີ່ດໍາເນີນການສືບສວນສອບສວນກ່ຽວກັບການລະເມີດກົດໝາຍ ອາຍາ,ກົດໝາຍວ່າດ້ວຍປ່າໄມ້ແລະກົດໝາຍວ່າດ້ວຍສັດນໍ້າແລະ ສັດປ່າທີ່ເປັນການກະທໍາຜິດທາງອາຍາ.

....ມາດຕາແປດສິບ(ໃໝ່)ສິດແລະໜ້າທີ່ອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕ້ານການສໍ້ລາດບັງຫຼວງ

ມາດຕາແປດສິບ(ໃໝ່)ສິດແລະໜ້າທີ່ອົງການສືບສວນສອບສວນຂອງ ເຈົ້າໜ້າທີ່ຕ້ານການສໍ້ລາດບັງຫຼວງ ອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕ້ານການສໍາລາດ ບັງຫຼວງມີສິດແລະໜ້າທີ່ດໍາເນີນການສືບສວນສອບສວນກ່ຽວກັບພຶດ ຕິກໍາທີ່ເປັນການສໍ້ລາດບັງຫຼວງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາ ຍາແລະກົດໝາຍວ່າດ້ວຍການຕ້ານອານສໍ້ລາດບັງຫຼວງ.

....ມາດຕາແປດສິບເອັດ(ໃໝ່)ສິດແລະໜ້າທີ່ອົງການສືບສວນສອບສວນຂອງພາກສ່ວນອື່ນ

ມາດຕາແປດສິບເອັດ(ໃໝ່)ສິດແລະໜ້າທີ່ອົງການສືບສວນສອບສວນ ຂອງພາກສ່ວນອື່ນ ອົງການສືບສວນສອບສວນຂອງພາກສ່ວນອື່ນມີສິດແລະໜ້າ ທີ່ດໍາເນີນການສືບສວນສອບສວນກ່ຽວກັບການຜະລິດທີ່ກ່ຽວຂ້ອງໃນ ພາກສ່ວນຂອງຕົນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາແລະກົດ ໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາແປດສິບສອງ(ໃໝ່)ສິດແລະໜ້າທີ່ຂອງອົງການໄອຍະການ

ມາດຕາແປດສິບສອງ(ໃໝ່)ສິດແລະໜ້າທີ່ຂອງອົງການໄອຍະການ ອົງການໄອຍະການມີສິດແລະໜ້າທີ່ດໍາເນີນການສືບສວນສອບ ສວນກ່ຽວກັບການກະທໍາຜິດຕາມທີ່ໄດກໍານົດໄວ້ໃນກົດໝາຍ.

....ມາດຕາແປດສິບສາມ(ໃໝ່)ສິດທາງດ້ານພື້ນທີ່

ມາດຕາແປດສິບສາມ(ໃໝ່)ສິດທາງດ້ານພື້ນທີ່ ອົງການສືບສວນສອບສວນມີສິດແລະໜ້າທີ່ດໍາເນີນການສືບ ສວນສອບສວນຄະດີອາຍາທີ່ເກີດຂຶ້ນຢູ່ໃນຂອບເຂດພື້ນທີ່ຄວາມຮັບຜິດ ຊອບຂອງຕົນຫຼືບ່ອນຢູ່ຂອງຜູ້ກະທໍາຜິດ. ອົງການສືບສວນສອບສວນຂັ້ນເມືອງມີສິດແລະໜ້າທີ່ດໍາເນີນ ການສືບສວນສອບສວນຄະດີອາຍາທີ່ເກີດຂຶ້ນພາຍໃນຂອບເຂດເມືອງ, ເທດສະບານຂອງຕົນ. ອົງການສືບສວນສອບສວນຂັ້ນແຂວງມີສິດແລະໜ້າທີ່ດໍາເນີນ ການສືບສວນສອບສວນຄະດີອາຍາທີ່ເກີດຂຶ້ນພາຍໃນຂອບເຂດແຂວງ, ນະຄອນຂອງຕົນ. ອົງການສືບສວນສອບສວນຂັ້ນສູນກາງທີ່ມີສິດແລະໜ້າທີ່ດໍາ ເນີນການສືບສວນສອບສວນຄະດີອາຍານັ້ນໄດ້ກໍານົດໄວ້ໃນລະບຽບ ການຕ່າງຫາກ. ສໍາລັບອົງການສືບສວນສອບສວນຂອງເຈົ້າໜ້າທີ່ທະຫານນັ້ນ ດໍາເນີນການສືບສວນສອບສວນທຸກການກະທໍາຜິດທາງທະຫານທີ່ເກີດ ຂຶ້ນຢູ່ບ່ອນຕັ້ງທັບ,ຄ້າຍ,ກົມກອງທະຫານ,ໂຮງຈັກໂຮງງານຫຼືສະຖານ ທີ່ຫວງຫ້າມຂອງກອງທັບ.


...ໝວດທີສອງການເປີດການສືບສວນສອບສວນ


....ມາດຕາແປດສິບສີ່(ໃໝ່)ການເປີດການສືບສວນສອບສວນ

ມາດຕາແປດສິບສີ່(ໃໝ່)ການເປີດການສືບສວນສອບສວນ ໃນກໍລະນີທີ່ມີຫຼັກຖານໜັກແໜ້ນຢັ້ງຢືນວ່າບຸກຄົນໃດໜຶ່ງໄດ້ ກະທໍາຜິດທາງອາຍາຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າ ອົງການໄອຍະການຕ້ອງອອກຄໍາສັ່ງເປີດການສືບສວນສອບສວນ ໃສ່ບຸກຄົນນັ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາເກົ້າສິບເອັດຂອງກົດ ໝາຍສະບັບນີ້. ໃນກໍລະນີທີ່ມີບຸກຄົນຖືກກ່າວຫາວ່າໄດ້ກະທໍາຜິດຫຼາຍສະ ຖານຄໍາສັ່ງຕ້ອງບອກຂໍ້ກ່າວຫາແຕ່ລະສະຖານການກະທໍາຜິດພ້ອມ ທັງມາດຕາກົດໝາຍອາຍາຫຼືກົດໝາຍອື່ນທີ່ກໍານົດໂທດທາງອາຍາ ທີ່ກ່ຽວຂ້ອງກັບແຕ່ລະຂໍ້ກ່າວຫານັ້ນ. ສໍາເນົາຄໍາສັ່ງເປີດການສືບສວນສອບສວນພ້ອມດ້ວຍບົດສະ ຫຼຸບເຫດການທີ່ເປັນພື້ນຖານໃຫ້ແກ່ການອອກຄໍາສັ່ງຂອງຫົວໜ້າອົງ ການສືບສວນສອບສວນຕ້ອງສົ່ງໃຫ້ຫົວໜ້າອົງການໄອຍະການຂັ້ນ ດຽວກັນຊາບພາຍໃນກໍານົດຊາວສີ່ຊົ່ວໂມງນັບແຕ່ເວລາອອກຄໍາ ສັ່ງເປັນຕົ້ນໄປ.ພາຍໃນກໍານົດເວລາສີ່ສິບແປດຊົ່ວໂມງພາຍຫຼັງທີ່ ໄດ້ຮັບສໍາເນົາຄໍາສັ່ງດັ່ງກ່າວແລ້ວຫົວໜ້າອົງການໄອຍະການຕ້ອງ ຕົກລົງເຫັນດີຫຼືບໍ່ເຫັນດີໃນການອອກຄໍາສັງດັ່ງກ່າວແລ້ວສົ່ງໃຫ້ຫົວ ໜ້າອົງການສືບສວນສອບສວນຊາບແລະປະຕິບັດໃນທັນໃດ. ໃນກໍລະນີຫົວໜ້າອົງການໄອຍະການຫາກເຫັນວ່າຍັງມີບຸກ ຄົນອື່ນທີ່ໄດ້ເຂົ້າຮ່ວມໃນການກະທໍາຜິດແຕ່ຍັງບໍ່ທັນໄດ້ອອກຄໍາສັ່ງ ເປີດການສືບສວນສອບສວນໃສ່ຜູ້ກ່ຽວຫົວໜ້າອົງການໄອຍະການ ຕ້ອງສະເໜີໃຫ້ຫົວໜ້າອົງການສືບສວນສອບສວນອອກຄໍາສັ່ງເປີດ ການສືບສວນສອບສວນໃສ່ບຸກຄົນນັ້ນ.

....ມາດຕາແປດສິບຫ້າ(ໃໝ່)ການປ່ຽນແປງຫຼືເພີ່ມເຕີມຄໍາສັ່ງເປີດການສືບສວນສອບສວນ

ມາດຕາແປດສິບຫ້າ(ໃໝ່)ການປ່ຽນແປງຫຼືເພີ່ມເຕີມຄໍາສັ່ງເປີດ ການສືບສວນສອບສວນ ໃນເວລາດໍາເນີນການສືບສວນສອບສວນຖ້າເຫັນວ່າຂໍ້ກ່າວ ຫາຕາມທີ່ໄດ້ກໍານົດໄວ້ໃນຄໍາສັ່ງເປີດການສືບສວນສອບສວນໃສ່ຜູ້ຖືກ ຫາຫາກບໍ່ຖືກຕາມສະຖານການກະທໍາຜິດທີ່ຜູ້ກ່ຽວໄດ້ກະທໍາຫຼືຍັງມີ ການກະທໍາຜິດໃນສະຖານອື່ນອີກທີ່ຍັງບໍ່ທັນໄດ້ກໍານົດໄວ້ໃນຄໍາສັ່ງ ເປີດສືບສວນສອບສວນຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າ ອົງການໄອຍະການຕ້ອງອອກຄໍາສັ່ງປ່ຽນແປງຫຼືເພີ່ມເຕີມຄໍາສັ່ງເປີດ ການສືບສວນສອບສວນຂອງຕົນ. ພາຍໃນກໍານົດຊາວສີ່ຊົ່ວໂມງພາຍຫຼັງອອກຄໍາສັ່ງເປີດການ ສືບສວນສອບສວນໃສ່ຜູ້ຖືກຫາແລ້ວອົງການສືບສວນສອບສວນຕ້ອງ ສົ່ງຄໍາສັ່ງນັ້ນພ້ອມດ້ວຍເອກະສານທີ່ພາໃຫ້ມີການປ່ຽນແປງຫຼືເພີ່ມ ເຕີມຄໍາສັ່ງເປີດການສືບສວນສອບສວວນລາຍງານຕໍ່ຫົວໜ້າອົງການ ໄອຍະການທີ່ກ່ຽວຂ້ອງເພື່ອພິຈາລະນາຕົກລົງເຫັນດີຫຼືບໍ່ເຫັນດີແລ້ວ ສົ່ງໃຫ້ຫົວໜ້າອົງການສືບສວນສອບສວນພາຍໃນກໍານົດຊາວສີ່ຊົ່ວ ໂມງ.


...ໝວດທີສາມລະບຽບການທົ່ວໄປກ່ຽວກັບການສືບສວນສອບສວນ


....ມາດຕາແປດສິບຫົກ(ປັບປຸງ)ສາເຫດທີ່ພາໃຫ້ເປີດການສືບສວນສອບສວນ

ມາດຕາແປດສິບຫົກ(ປັບປຸງ)ສາເຫດທີ່ພາໃຫ້ເປີດການສືບສວນ ສອບສວນ ສາເຫດທີ່ພາໃຫ້ເປີດການສືບສວນສອບສວນຄະດີອາຍາມີດັ່ງ ນີ້: ໜຶ່ງມີຄໍາຮ້ອງຟ້ອງຫຼືການແຈ້ງຄວາມຂອງບຸກຄົນຫຼືການຈັດ ຕັ້ງກ່ຽວກັບການກະທໍາຜິດ. ສອງມີການເຂົ້າມອບຕົວຂອງຜູ້ກະທໍາຜິດ. ສາມພົບເຫັນຮ່ອງຮອຍຂອງການກະທໍາຜິດໂດຍອົງການສືບ ສວນສອບສວນຫຼືອົງການໄອຍະການ.

ໃນເວລາຄົ້ນຄວ້າພິຈາລະນາຄະດີຂອງສານຖ້າຫາກພົບເຫັນ ຫຼັກຖານໃນການກະທໍາຜິດອັນໃໝ່ກໍ່ມີສິດສະເໜີໃຫ້ອົງການໄອຍະການ ເປີດການສືບສວນສອບສວນຄະດີໃໝ່.

....ມາດຕາແປດສິບເຈັດ(ໃໝ່)ຄໍາຮ້ອງຟ້ອງຫຼືການແຈ້ງຄວາມ

ມາດຕາແປດສິບເຈັດ(ໃໝ່)ຄໍາຮ້ອງຟ້ອງຫຼືການແຈ້ງຄວາມ ຄໍາຮ້ອງຟ້ອງຫຼືການແຈ້ງຄວາມກ່ຽວກັບການກະທໍາຜິດ ທາງອາຍາສາມາດແຈ້ງທາງປາກເປົ່າຫຼືເຮັດເປັນລາຍລັກອັກ ສອນແລະໃຫ້ຍື່ນຫຼືແຈ້ງຕໍ່ອົງການສືບສວນສອບສວນຫຼືອົງການໄອງຍະການຊຶ່ງຕ້ອງຮັບແລະພິຈາລະນາຕາມກໍານົດເວລາທີ່ໄດ້ກໍານົດ ໄວ້ໃນກົດໝາຍສະບັບນີ້.ສໍາລັບຄໍາຮ້ອງຟ້ອງຫຼືການແຈ້ງຄວາມ ຂອງອົງການຈັດຕັ້ງຕ້ອງເຮັດເປັນລາຍລັກອັກສອນ. ໃນກໍລະນີຄໍາຮ້ອງຟ້ອງຫຼືການແຈ້ງຄວາມຫາກເຮັດໂດຍ ທາງປາກເປົ່າເຈົ້າໜ້າທີ່ຜູ້ຮັບຄໍາຮ້ອງຫຼືການແຈ້ງຄວາມຕ້ອງເຮັດ ບົດບັນທຶກເອົາຂໍ້ມູນກ່ຽວກັບປະຫວັດ,ສໍາເນົາບັດປະຈໍາຕົວຫຼືສໍາມະ ໂນຄົວຂອງຜູ້ຮູ້ຟ້ອງຫຼືຜູ້ແຈ້ງຄວາມ,ເນື້ອໃນຂອງຄໍາຮ້ອງຟ້ອງຫຼື ການແຈ້ງຄວາມແລ້ວໃຫ້ເຈົ້າໜ້າທີ່ແລະຜູ້ຮ້ອງຟ້ອງຫຼືຜູ້ແຈ້ງ ຄວາມລົງລາຍເຊັນ.ບົດບັນທຶກດັ່ງກ່າວຕ້ອງເຮັດເປັນສອງສະບັບ ຄືສະບັບໜຶ່ງມອບໃຫ້ຜູ້ຮ້ອງຟ້ອງຫຼືຜູ້ແຈ້ງຄວາມ,ສ່ວນອີກໜຶ່ງສະ ບັບໃຫ້ເກັບໄວ້ໃນສໍານວນຄະດີ. ເຈົ້າໜ້າທີ່ຜູ້ຮັບຄໍາຮ້ອງຟ້ອງຫຼືການແຈ້ງຄວາມຕ້ອງແຈ້ງ ໃຫ້ບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງຊາບກ່ຽວກັບຄວາມຮັບຜິດຊອບ ຕາມກົດໝາຍໃນກໍລະນີທີ່ຄໍາຮ້ອງຟ້ອງຫຼືການແຈ້ງຄວາມນັ້ນຫາກ ບໍ່ມີມູນຄວາມຈິງຫຼືເປັນການເທັດ.


....ມາດຕາແປດສິບແປດ(ໃໝ່)ການເຂົ້າມອບຕົວ

ມາດຕາແປດສິບແປດ(ໃໝ່)ການເຂົ້າມອບຕົວ ການເຂົ້າມອບຕົວແມ່ນການເຂົ້າສະເໜີຕົວຂອງບຸກຄົນໃດ ໜຶ່ງດ້ວຍຄວາມສະໝັກໃຈເພື່ອລາຍງານກ່ຽວກັບການກະທໍາຂອງ ຕົນຕໍ່ອົງການສືບສວນສອບສວນຫຼືອົງການໄອຍະການ. ເຈົ້າໜ້າທີ່ຜູ້ຮັບເຂົ້າມອບຕົວນັ້ນຕ້ອງເຮັດບົດບັນທຶກກ່ຽວກັບ ຊີວະປະຫວັດແລະຄໍາໃຫ້ການຂອງຜູ້ເຂົ້າມອບຕົວ.ໃນກໍລະນີທີ່ຜູ້ກ່ຽວ ຫາກເຂົ້າມອບຕົວຕໍ່ອົງການອື່ນທີ່ບໍ່ແມ່ນອົງການດໍາເນີນຄະດີແລ້ວ ອົງການນັ້ນຕ້ອງນໍາສົ່ງບຸກຄົນດັ່ງກ່າວໃຫ້ອົງການສືບສວນສອບສວນ ຫຼືອົງການໄອຍະການທີ່ກ່ຽວຂ້ອງບ່ອນໃກ້ຄຽງໃນທັນໃດ.

....ມາດຕາແປດສິບເກົ້າ(ໃໝ່)ການພົບເຫັນຮ່ອງຮອຍຂອງການກະທໍາຜິດ

ມາດຕາແປດສິບເກົ້າ(ໃໝ່)ການພົບເຫັນຮ່ອງຮອຍຂອງການກະ ທໍາຜິດ ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບ ສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການທີ່ພົບເຫັນ ຮ່ອງຮອຍຂອງການກະທໍາຜິດຕ້ອງເຮັດບົດບັນທຶກກ່ຽວກັບສະພາບທີ່ ພົບເຫັນແລະເກັບກໍາຂໍ້ມູນໃນເບື້ອງຕົນເພື່ອໃຊ້ເປັນພື້ນຖານໃຫ້ແກ່ ການເປີດການສືບສວນສອບສວນ.

....ມາດຕາເກົ້າສິບ(ໃໝ່)ກໍານົດເວວລາໃນການພິຈາລະນາຄໍາຮ້ອງຟ້ອງຫຼືການແຈ້ງຄວາມ

ມາດຕາເກົ້າສິບ(ໃໝ່)ກໍານົດເວວລາໃນການພິຈາລະນາຄໍາຮ້ອງ ຟ້ອງຫຼືການແຈ້ງຄວາມ ອົງການສືບສວນສອບສວນ,ອົງການໄອຍະການຕ້ອງພິຈາ ລະນາຄໍາຮ້ອງຟ້ອງຫຼືການແຈ້ງຄວາມບໍ່ໃຫ້ເກີນກໍານົດຫ້າວັນນັບ ແຕ່ວັນໄດ້ຮັບຄໍາຮ້ອງຟ້ອງຫຼືການແຈ້ງຄວາມເປັນຕົ້ນໄປ.ໃນກໍລະ ນີມີຄວາມຫຍຸ່ງຍາກສັບສົນກໍານົດເວລາດັ່ງກ່າວແມ່ນບໍ່ໃຫ້ເກີນສິບ ວັນແລະຕ້ອງລົງຄໍາເຫັນໃດໜຶ່ງດັ່ງນີ້: ໜຶ່ງອອກຄໍາສັ່ງເປີດການສືບສວນສອບສວນ. ສອງອອກຄໍາສັ່ງບໍ່ເປີດການສືບສວນສອບສວນ. ສາມສົ່ງຄໍາຮ້ອງຫຼືການແຈ້ງຄວາມໄປໃຫ້ອົງການທີ່ມີສິດ ແລະໜ້າທີ່ກ່ຽວຂ້ອງພິຈາລະນາ.

ໃນການພິຈາລະນາຄໍາຮ້ອງຫຼືການແຈ້ງຄວາມນັ້ນກ່ອນຈະ ອອກຫຼືບໍ່ອອກຄໍາສັ່ງເປີດການສືບສວນສອບສວນເຈົ້າໜ້າທີ່ຜູ້ດໍາ ເນີນສາມາດທວງເອົາຂໍ້ມູນຫຼັກຖານເບື້ອງຕົ້ນແລະຟັງຄໍາອະທິ ບາຍທີ່ຈໍາເປັນກໍ່ໄດ້.

....ມາດຕາເກົ້າສິບເອັດ(ປັບປຸງ)ຄໍາສັ່ງເປີດການສືບສວນສອບສວນ

ມາດຕາເກົ້າສິບເອັດ(ປັບປຸງ)ຄໍາສັ່ງເປີດການສືບສວນສອບສວນ ໃນກໍລະນີທີ່ມີຂໍ້ມູນໜັກແໜ້ນກ່ຽວກັບການກະທໍາຜິດຫົວໜ້າ ອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການຕ້ອງອອກ ຄໍາສັ່ງເປີດການສືບສວນສອບສວນໃນຂອບເຂດສິດແລະໜ້າທີ່ຂອງ ຕົນ.ເນື້ອໃນຂອງຄໍາສັ່ງເປີດການສືບສວນສອບສວນນັ້ນຕ້ອງບອກ ວັນ,ເວລາແລະສະຖານທີ່ອອກຄໍາສັ່ງ,ຊື່ແລະນາມສະກຸນ,ໜ້າທີ່,ຕໍາ ແໜ່ງຂອງຜູ້ອອກຄໍາສັ່ງ,ເຫດຜົນແລະພືື້ນຖານທີ່ພາໃຫ້ເປີດການ ສືບສວນສອບສວນ,ສະຖານການກະທໍາຜິດແລະມາດຕາທີ່ກ່ຽວຂ້ອງ ຂອງກົດໝາຍອາຍາ. ໃນກໍລະນີທີ່ຫົວໜ້າອົງການສືບສວນສອບສວນເປັນຜູ້ອອກຄໍາ ສັ່ງເປີດການສືບສວນສອບສວນຕ້ອງລາຍງານໃຫ້ຫົວໜ້າອົງການ ໄອຍະການຊາບໃນທັນໃດພ້ອມທັງມອບໝາຍໃຫ້ເຈົ້າໜ້າທີ່ສືບສວນ ສອບສວນດໍາເນີນການສືບສວນສອບສວນ.ໃນກໍລະນີທີ່ຫົວໜ້າອົງ ການໄອຍະການຫາກເປີດການສືບສວນສອບສວນກໍ່ອາດຈະມອບ ໝາຍໃຫ້ພະນັກງານໄອຍະການຫຼືສົ່ງຄໍາສັ່ງເປີດການສືບສວນສອບ ສວນໃຫ້ຫົວໜ້າອົງການສືບສວນສອບສວນເພື່ອມອບໝາຍໃຫ້ເຈົ້າ ໜ້າທີ່ສືບສວນສອບສວນດໍາເນີນການສືບສວນສອບສວນ. ການເປີດການສືບສວນສອບສວນດໍາເນີນໄດ້ໃນສອງກໍລະນີ ຄື: ໜຶ່ງໃສ່ເຫດການຂອງການກະທໍາຜິດໃນກໍລະນີທີ່ພົບເຫັນ ຮ່ອງຮອຍຂອງການກະທໍາຜິດແຕ່ບໍ່ທັນສາມາດຮູ້ໄດ້ວ່າບຸກຄົນໃດ ເປັນຜູ້ກະທໍາຜິດ. ສອງໃສ່ບຸກຄົນທີ່ຮູ້ວ່າໄດ້ກະທໍາຜິດ. ໃນກໍລະນີການກະທໍາຜິດໃນສະຖານລະຫຸໂທດຫຼືໂທສານຸໂທດ ທີ່ກົດໝາຍໄດ້ກໍານົດໂທດຕັດອິດສະລະພາບສູງສຸດບໍ່ເກີນສາມປີຖ້າ ມີຫຼັກຖານຄົບຖ້ວນແລ້ວຫົວໜ້າອົງການສືບສວນສອບສວນຕ້ອງສະ ຫຼຸບແລ້ວສົ່ງສໍານວນຄະດີພ້ອມດ້ວຍຂອງກາງແລະຜູ້ຖືກຫາໃຫ້ອົງ ການໄອຍະການໂດຍບໍ່ຕ້ອງເປີດການສືບສວນສອບສວນກໍ່ໄດ້. ຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະ ການຕ້ອງປ່ຽນແປງຫຼືເພີ່ມເຕີມຄໍາສັ່ງເປີດການສືບສວນສອບສວນ ທີ່ໄດ້ອອກໄປແລ້ວນັ້ນຖ້າເຫັນວ່າຄໍາສັ່ງດັ່ງກ່າວຫາກບໍ່ຖືກຕ້ອງກັບ ພຶດຕິກໍາຕົວຈິງຫຼືຫາກຍັງຂາດຂໍ້ກ່າວຫາອື່ນ. ໃນກໍລະນີທີ່ອົງການສືບສວນສອບສວນຫາກໄດ້ປ່ຽນແປງຫຼື ເພີ່ມເຕີມຄໍາສັ່ງເປີດການສືບສວນສອບສວນຂອງຕົນຕ້ອງລາຍງານ ຄໍາສັ່ງດັ່ງກ່າວໃຫ້ຫົວໜ້າອົງການໄອຍະການເພື່ອຕິດຕາມກວດ ກາພາຍໃນກໍານົດຊາວສີ່ຊົ່ວໂມງນັບແຕ່ເວລາໄດ້ປ່ຽນແປງຫຼືເພີ່ມ ເຕີມເປັນຕົ້ນໄປ. ໃນກໍລະນີທີ່ຫົວໜ້າອົງການໄອຍະການຫາກໄດ້ປ່ຽນແປງຫຼື ເພີ່ມເຕີມຄໍາສັ່ງເປີດການສືບສວນສອບສວນຂອງອົງການສືບສວນ ສອບສວນນັ້ນຕ້ອງສົ່ງຄໍາສັ່ງດັ່ງກ່າວໄປໃຫ້ອົງການສືບສວນສອບ ສວນພາຍໃນກໍານົດເຊາວສີ່ຊົ່ວໂມງນັບແຕ່ເວລາໄດ້ປ່ຽນແປງຫຼື ເພີ່ມເຕີມເປັນຕົ້ນໄປ. ໃນກໍລະນີທີ່ຫົວໜ້າອົງການໄອຍະການຫາກໄດ້ປ່ຽນແປງຫຼື ເພີ່ມເຕີມຄໍາສັ່ງເປີດການສືບສວນສອບສວນຂອງຕົນຕ້ອງລາຍງານ ຄໍາສັ່ງດັ່ງກ່າວຕໍ່ອົງການໄອຍະການຂັ້ນເທິງຖັດນັ້ນພາຍໃນກໍານົດ ຊາວສີ່ຊົ່ວໂມງນັບແຕ່ເວລາໄດ້ປ່ຽນແປງຫຼືເພີ່ມເຕີມເປັນຕົ້ນໄປ.


....ມາດຕາເກົ້າສິບສອງ(ໃໝ່)ສາເຫດທີ່ບໍ່ພາໃຫ້ເປີດການສືບສວນສອບສວນ

ມາດຕາເກົ້າສິບສອງ(ໃໝ່)ສາເຫດທີ່ບໍ່ພາໃຫ້ເປີດການສືບສວນ ສອບສວນ ສາເຫດທີ່ບໍ່ພາໃຫ້ເປີດການສືບສວນສອບສວນມີດັ່ງນີ້: ໜຶ່ງບໍ່ມີຂໍ້ມູນຫຼັກຖານໜັກແໜ້ນ. ສອງມີສາເຫດໃດໜຶ່ງທີ່ໄດ້ກໍານົດໄວ້ໃນມາດຕາຫົກຂອງກົດ ໝາຍສະບັບນີ້.


....ມາດຕາເກົ້າສິບສາມ(ປັບປຸງ)ຄໍາສັ່ງບໍ່ເປີດການສືບສວນສອບສວນ

ມາດຕາເກົ້າສິບສາມ(ປັບປຸງ)ຄໍາສັ່ງບໍ່ເປີດການສືບສວນສອບສວນ ໃນກໍລະນີທີ່ມີສາເຫດໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ ເກົ້າສິບສອງຂອງກົດໝາຍສະບັບນີ້ຫົວໜ້າອົງການສືບສວນສອບສວນ ,ຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງບໍ່ເປີດການສືບສວນສອບ ສວນພ້ອມທັງແຈ້ງຄໍາສັ່ງດັ່ງກ່າວໃຫ້ບຸກຄົນຫຼືການຈັດຕັ້ງທີ່ໄດ້ຮ້ອງ ຟ້ອງຫຼືແຈ້ງຄວາມນັ້ນຊາບ. ຄູ່ຄວາມມີສິດຂໍອຸທອນຄໍາສັ່ງບໍ່ເປີດການສືບສວນສອບສວນ ຂອງຫົວໜ້າອົງການສືບສວນສອບສວນຕໍ່ຫົວໜ້າອົງການໄອຍະການ ຂັ້ນດຽວກັນແລະຄູ່ຄວາມມີສິດຂໍອຸທອນຄໍາສັ່ງບໍ່ເປີດການສືບສວນສອບ ສວນຂອງຫົວໜ້າອົງການໄອຍະການຕໍ່ຫົວໜ້າອົງການໄອຍະການຂັ້ນ ເທິງຖັດນັ້ນໄດ້ພາຍໃນກໍານົດເຈັດວັນນັບແຕ່ວັນຮັບຊາບຄໍາສັ່ງເປັນ ຕົ້ນໄປ.ຫົວໜ້າອົງການໄອຍະການຕ້ອງພິຈາລະນາຄໍາຮ້ອງຂໍອຸທອນ ຄໍາສັ່ງບໍ່ເປີດການສືບສວນສອບສວນພາຍໃນກໍານົດຫ້າວັນ.

....ມາດຕາເກົ້າສິບສີ່(ປັບປຸງ)ການຕິດຕາມກວດກາໃນການເປີດການສືບສວນສອບສວນ

ມາດຕາເກົ້າສິບສີ່(ປັບປຸງ)ການຕິດຕາມກວດກາໃນການເປີດການ ສືບສວນສອບສວນ ຫົວໜ້າອົງການໄອຍະການມີສິດແລະໜ້າທີ່ຕິດຕາມກວດກາ ການປະຕິບັດກົດໝາຍໃນການເປີດການສືບສວນສອບສວນ. ໃນກໍລະນີທີ່ຫົວໜ້າອົງການສືບສວນສອບສວນຫາກໄດ້ອອກຄໍາ ສັ່ງເປີດການສືບສວນສອບສວນໂດຍບໍ່ມີຂໍ້ມູນໜັກແໜ້ນທາງດ້ານກົດ ໝາຍຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງລົບລ້າງຄໍາສັ່ງເປີດ ການສືບສວນວສອບສວນຂອງຫົວໜ້ອາອົງການສືບສວນສອບສວນ ແລ້ວອອກຄໍາສັ່ງຊັດມ້ຽນຄະດີ. ໃນກໍລະນີທີ່ຫົວໜ້າອົງການສືບສວນສອບສວນອອກຄໍາສັ່ງບໍ່ ເປີດການສືບສວນສອບສວນໂດຍບໍ່ມີເຫດຜົນພຽງພໍຫົວໜ້າອົງການ ໄອຍະການຕ້ອງອອກຄໍາສັ່ງລົບລ້າງຄໍາສັ່ງບໍ່ເປີດການສືບສວນສອບ ສວນແລ້ວອອກຄໍາສັ່ງເປີດການສືບສວນສອບສວນດ້ວຍຕົນເອງ.

....ມາດຕາເກົ້າສິບຫ້າ(ປັບປຸງ)ການເຄື່ອນໄຫວຂອງເຈົ້າໜ້າທີ່ສືບສວນສອບສວນ

ມາດຕາເກົ້າສິບຫ້າ(ປັບປຸງ)ການເຄື່ອນໄຫວຂອງເຈົ້າໜ້າທີ່ສືບ ສວນສອບສວນ ເມື່ອໄດ້ຮັບຄໍຮ້ອງຟ້ອງຫຼືການແຈ້ງຄວາມ,ການເຂົ້າສະເໜີ ຕົວຫຼືການພົບເຫັນຮ່ອງຮອຍຂອງການກະທໍາຜິດຊຶ່ງມີພື້ນຖານຢ່າງ ໜັກແໜ້ນກ່ຽວກັບການກະທໍາຜິດແລ້ວເຈົ້າໜ້າທີ່ສືບສວນສອບສວນ ຕ້ອງລາຍງານໃຫ້ອົງການໄອຍະການຊາບພາຍໃນກໍານົດຊາວສີ່ຊົ່ວ ໂມງ. ໃນກໍລະນີທີ່ມີຄວາມຈໍາເປັນຮີບດ່ວນຕ້ອງໄດ້ດໍາເນີນການສືບ ສວນສອບສວນນັ້ນຫົວໜ້າອົງການສືບສວນສອບສວນຕ້ອງອອກຄໍາ ສັ່ງເປີດການສືບສວນສອບສວນພ້ອມທັງລາຍງານໃຫ້ຫົວໜ້າອົງການ ໄອຍະການຊາບພາຍໃນກໍານົດຊາວສີ່ຊົ່ວໂມງນັບແຕ່ເວລາອອກຄໍາ ສັ່ງເປີດການສືບສວນສອບສວນເປັນຕົ້ນໄປ. ເມື່ອອົງການສືບສວນສອບສວນໄດ້ຮັບຄໍາສັ່ງເປີດການສືບສວນ ສອບສວນແລ້ວຕ້ອງດໍາເນີນການສືບສວນສອບສວນແລະນໍາໃຊ້ວິທີ ການສືບສວນສອບສວນແລະມາດຕະການສະກັດກັ້ນຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍສະບັບນີ້.

....ມາດຕາເກົ້າສິບຫົກ(ໃໝ່)ສະຖານທີ່ດໍາເນີນການສືບສວນສອບສວນ

ມາດຕາເກົ້າສິບຫົກ(ໃໝ່)ສະຖານທີ່ດໍາເນີນການສືບສວນສອບສວນ ການສືບສວນສອບສວນໃຫ້ດໍາເນີນຢູ່ສະຖານທີ່ບ່ອນການກະ ທໍາຜິດໄດ້ເກີດຂຶ້ນ. ໃນກໍລະນີທີ່ບໍ່ສາມາດຮູ້ໄດ້ແນ່ນອນສະຖານທີ່ບ່ອນການກະທໍາ ຜິດເກີດຂຶ້ນກໍ່ໃຫ້ດໍາເນີນຢູ່ບ່ອນພົບເຫັນ,ບ່ອນຢູ່ຫຼືບ່ອນຈັບຕົວຜູ້ຖືກຫາ. ໃນກໍລະນີເຈົ້າໜ້າທີ່ສືບສວນສອບສວນຫາກໄດ້ພົບເຫັນການ ກະທໍາຜິດທີ່ບໍ່ຢູ່ໃນຄວາມຮັບຜິດຊອບຂອງຕົນກໍ່ຕ້ອງອອກຄໍາສັ່ງເປີດ ການສືບສວນສອບສວນເພື່ອເກັບໂຮມເອົາຂໍ້ມູນຫຼັກຖານທີ່ຈໍາເປັນແລະ ຮີບດ່ວນໃນເບື້ອງຕົ້ນແລ້ວສົ່ງໃຫ້ອົງການສືບສວນສອບສວນທີ່ມີສິດ ແລະໜ້າທີ່ດໍາເນີນການສືບສວນສອບສວນ.

....ມາດຕາເກົ້າສິບເຈັດ(ໃໝ່)ການກະທໍາຜິດທີ່ເກີດຂຶ້ນຢູ່ຫຼາຍສະຖານທີ່

ມາດຕາເກົ້າສິບເຈັດ(ໃໝ່)ການກະທໍາຜິດທີ່ເກີດຂຶ້ນຢູ່ຫຼາຍສະຖານທີ່ ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ກະທໍາຜິດຢູ່ຫຼາຍເຂດຫຼືຫຼາຍ ແຂວງໃຫ້ເອົາບ່ອນການກະທໍາຜິດສຸດທ້າຍເປັນບ່ອນດໍາເນີນຄະດີ. ຖ້າຫາກມີການກະທໍາຜິດຫຼາຍອັນຫຼືຫຼາຍສະຖານໃຫ້ຖືເອົາບ່ອນ ການກະທໍາຜິດທີ່ໜັກກວ່າໝູ່ນັ້ນເປັນບ່ອນດໍາເນີນຄະດີ.

....ມາດຕາເກົ້າສິບແປດ(ໃໝ່)ການມອບໝາຍໃຫ້ເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານໄອຍະການດໍາເນີນການສືບສວນສອບສວນ

ມາດຕາເກົ້າສິບແປດ(ໃໝ່)ການມອບໝາຍໃຫ້ເຈົ້າໜ້າທີ່ສືບ ສວນສອບສວນຫຼືພະນັກງານໄອຍະການດໍາເນີນການສືບສວນ ສອບສວນ ໃນການດໍາເນີນຄະດີອາຍາຫົວໜ້າອົງການສືບສວນສອບ ສວນຫຼືຫົວໜ້າອົງການໄອຍະການມີສິດມອບໝາຍໃຫ້ເຈົ້າໜ້າທີ່ ສືບສວນສອບສວນຫຼືພະນັກງານໄອຍະການຜູ້ໜຶ່ງຫຼືຫຼາຍຄົນແລ້ວ ແຕ່ກໍລະນີເພື່ອດໍາເນີນການສືບສວນສອບສວນ.

....ມາດຕາເກົິາສິບເກົ້າ(ໃໝ່)ການມອບປະເດັນການສືບສວນສອບສວນ

ມາດຕາເກົ້າສິບເກົ້າ(ໃໝ່)ການມອບປະເດັນການສືບສວນສອບສວນ ໃນກໍລະນີທີ່ມີຄວາມຈໍາເປັນຕ້ອງໄດ້ເກັບໂຮມເອົາຂໍ້ມູນຫຼັກ ຖານທີ່ຢູ່ນອກເຂດພື້ນທີ່ຄວາມຮັບຜິດຊອບຂອງຕົນຫົວໜ້າອົງການສືບ ສວນສອບສວນມີສິດໃຫ້ອົງການສືບວນສອບສວນທີ່ມີສິດແລະໜ້າທີ່ໃນ ພື້ນທີ່ກ່ຽວຂ້ອງເກັບໂຮມເອົາຂໍ້ມູນຫຼັກຖານຕາມປະເດັນແລ້ວສົ່ງໃຫ້ ຕົນກໍ່ໄດ້. ປະເດັນການສືບສວນສອບສວນຕ້ອງເຮັດເປັນລາຍລັກອັກສອນ ໃນນັ້ນຕ້ອງກໍານົດເຫດການຂອງການກະທໍາຜິດໂດຍຫຍໍ້ແລະສະເໜີ ບັນຫາແຕ່ລະຢ່າງທີ່ຕ້ອງການໃຫ້ລະອຽດຈະແຈ້ງເພື່ອໃຫ້ອົງການສືບ ສວນສອບສວນອື່ນປະຕິບັດແທນ. ອົງການສືບສວນສອບສວນທີ່ໄດ້ຮັບປະເດັນນັ້ນຕ້ອງປະຕິບັດສໍາ ເລັດແລ້ວສົ່ງໃຫ້ອົງການສືບສວນສອບສວນທີ່ໄດ້ມອບປະເດັນພາຍໃນ ກໍານົດເວລາທີ່ໄດ້ກໍານົດໄວ້ໃນປະເດັນ.

....ມາດຕາໜຶ່ງລ້ອຍ(ໃໝ່)ບົດບັນທຶກການສືບສວນສອບສວນ

ມາດຕາໜຶ່ງລ້ອຍ(ໃໝ່)ບົດບັນທຶກການສືບສວນສອບສວນ ໃນການດໍາເນີນການສືບສວນສອບສວນຫົວໜ້າອົງການສືບ ສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອ ຍະການຫຼືພະນັກງານໄອຍະການຕ້ອງເຮັດບົດບັນທຶກຢ່າງຖືກຕ້ອງ. ເນື້ອໃນບົດບັນທຶກການສືບສວນສອບສວນມີດັ່ງນີ້: ໜຶ່ງວັນທີ,ເດືອນ,ປີແລະສະຖານທີ່ດໍາເນີນການສືບສວນສອບ ສວນ,ເວລາເລີ່ມຕົ້ນແລະສິ້ນສູດການສືບສວນສອບສວນ. ສອງຊື່ແລະນາມສະກຸນ,ຕໍາແໜ່ງ,ໜ້າທີ່,ບ່ອນປະຈໍາການ ຂອງເຈົ້າໜ້າທີ່ແລະຜູ້ບັນທຶກ,ໃນກໍລະນີມີເຈົ້າໜ້າທີ່ເຂົ້າຮ່ວມຫຼາຍ ຄົນກໍ່ຕ້ອງບອກກຊື່ແລະນາມສະກຸນ,ຕໍາແໜ່ງ,ໜ້າທີ່,ບ່ອນປະຈໍາ ການຂອງແຕ່ລະຄົນ. ສາມຊື່ແລະນາມສະກຸນ,ອາຍຸ,ສັນຊາດ,ອາຊີບ,ທີ່ຢູ່ຂອງຜູ້ ເຂົ້າຮ່ວມໃນການດໍາເນີນຄະດີແຕ່ລະຄົນ,ສໍາລັບຜູ້ຖືກສົ່ງໄສ,ຜູ້ຖືກ ຫາ,ຈໍາເລີຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງນັ້ນໃຫ້ເອົາຊີ ວະປະຫວັດຂອງແຕ່ລະຄົນ. ສີ່ຂໍ້ກ່າວຫາ. ຫ້າເນື້ອໃນຂອງການສືບສວນສອບສວນ(ຄໍາໃຫ້ການ,ຜົນ ການສອບຖາມຊ້ອງໜ້າ,ການຊັນນະສູດ,ການທົດສອບຂໍ້ມູນຄືນໃໝ່, ການຊີ້ຕົວແລະການຢັ້ງຢືນ,ການກວດຄົ້ນ,ການຍືດຫຼືອາຍັດຊັບ. ຫົກຮູບຖ່າຍ,ພາບຫຼືສຽງບັນທຶກ,ຮອຍມື,ຮອຍຕີນ,ຄາບເລືອດ ແລະວັດຖຸອື່ນຖ້າຫາກມີ.

ພາຍຫຼັງທີ່ໄດ້ເຮັດບົດບັນທຶກການສືບສວນສອບສວນແລ້ວ ຕ້ອງໃຫ້ຜູ້ກ່ຽວອ່ານເອງຫຼືອ່ານໃຫ້ຜູ້ກ່ຽວຟັງພ້ອມທັງຖາມຄໍາເຫັນ ຂອງຜູ້ກ່ຽວແລ້ວຈຶ່ງໃຫ້ລົງລາຍເຊັນແລະແປະໂປ້ມືໃສ່. ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບ ສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການບໍ່ອະນຸ ຍາດໃຫ້ເພີ່ມເຕີມ,ຕັດອອກຫຼືປ່ຽນແປງບົດບັນທຶກ. ຖ້າຫາກມີການຂີດຂ້າຫຼືເພີ່ມເຕີມຂໍ້ຄວາມໃນບົດບັນທຶກການ ສືບສວນສອບສວນແລ້ວໃຫ້ລົງລາຍເຊັນຢັ້ງຢືນ,ສ່ວນຜູ້ຖືກຫານັ້ນຍັງ ຕ້ອງແປະໂປ້ມືໃສ່ຕໍ່ໜ້າແຖວບ່ອນມີການຂີດຂ້າຫຼືເພີ່ມເຕີມນັ້ນ. ຖ້າບົດບັນທຶກການສືບສວນສອບສວນຫາກມີຫຼາຍກວ່າໜຶ່ງ ໜ້າເຈ້ຍໃຫ້ຜູ້ຖືກສອບສວນເຊັ່ນແລະແປະໂປ້ມືຢັ້ງຢືນໄວ້ໃນແຕ່ລະ ໜ້າເຈ້ຍ. ໃນກໍລະນີທີ່ຜູ້ເຂົ້າຮ່ວມຫາກບໍ່ຍອມລົງລາຍເຊັນແລະແປະ ໂປ້ມືໃສ່ບົດບັນທຶກການສືບສວນສອບສວນໃຫ້ໝາຍເຫດໄວ້ໃນຕອນ ທ້າຍຂອງບົດບັນທຶກແລ້ວລົງລາຍເຊັນຢັ້ງຢືນໄວ້. ບົດບັນທຶກການສືບສວນສອບສວນໃຫ້ເຮັດເປັນສາມສະບັບຄື ສະບັບໜຶ່ງປະກອບໃສ່ສໍານວນຄະດີ,ອີກໜຶ່ງສະບັບໃຫ້ເຈົ້າໜ້າທີ່ສືບ ສວນສອບສວນທີ່ກ່ຽວຂ້ອງເກັບມ້ຽນໄວ້ແລະໜຶ່ງສະບັບອີກມອບໃຫ້ຜູ້ໃຫ້ການ.


....ມາດຕາໜຶ່ງລ້ອຍໜຶ່ງ(ໃໝ່)ການຮັກສາຄວາມລັບຂອງການສືບສວນສອບສວນ

ມາດຕາໜຶ່ງລ້ອຍໜຶ່ງ(ໃໝ່)ການຮັກສາຄວາມລັບຂອງການສືບ ສວນສອບສວນ ໃນກໍລະນີຈໍາເປັນເພື່ອຮັກສາຄວາມລັບໃນການສືບສວນ ສອບສວນຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນ ສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງ ແຈ້ງໃຫ້ຜູ້ເຂົ້າຮ່ວມໃນການດໍາເນີນຄະດີຮູ້ລ່ວງໜ້າກ່ຽວກັບການ ບໍ່ອະນຸຍາດໃຫ້ເປີດເຜີຍຄວາມລັບ,ການແຈ້ງດັ່ງກ່າວຕ້ອງບັນທຶກ ໄວ້.ຜູ້ເຂົ້າຮ່ວມທີ່ໄດ້ລະເມີດຈະມີຄວາມຮັບຜິດຊອບທາງອາຍາ.

....ມາດຕາໜຶ່ງລ້ອຍສອງ(ໃໝ່)ການພິຈາລະນາຄໍາຮ້ອງຂໍຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີ

ມາດຕາໜຶ່ງລ້ອຍສອງ(ໃໝ່)ການພິຈາລະນາຄໍາຮ້ອງຂໍຂອງຜູ້ ເຂົ້າຮ່ວມໃນການດໍາເນີນຄະດີ ໃນກໍລະນີທີ່ຜູ້ເຂົ້າຮ່ວມໃນການດໍາເນີນຄະດີຫາກໄດ້ຮ້ອງຂໍ ກ່ຽວກັບບັນຫາໃດໜຶ່ງເຊັ່ນການພິສຸດຫຼັກຖານ,ການທົດສອບຂໍ້ມູນ ຄືນໃໝ່,ການຍຶດຫຼືອາຍັດຊັບເພື່ອໃຊ້ແທນຄ່າເສຍຫາຍນັ້ນຫົວໜ້າ ອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງພິຈາ ລະນາແກ້ໄຂຄໍາຮ້ອງຂໍນັ້ນພາຍໃນກໍານົດເຈັດວັນນັບແຕ່ວັນໄດ້ຮັບ ຄໍາຮ້ອງຂໍເປັນຕົ້ນໄປແລະຕ້ອງແຈ້ງຜົນຂອງການພິຈາລະນາເປັນ ລາຍລັກອັກສອນຂອງຕົນໃຫ້ເຈົ້າຂອງຄໍາຮ້ອງນັ້ນຊາບ. ໃນກໍລະນີທີ່ຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງ ການໄອຍະການຫາກບໍ່ເຫັນດີແກ້ໄຂຫຼືບໍ່ພິຈາລະນາແກ້ໄຂພາຍໃນ ກໍານົດເຈັດວັນເຈົ້າຂອງຄໍາຮອງມີສິດຂໍອຸທອນການຕົກລົງຕໍ່ຫົວໜ້າ ອົງການໄອຍະການຂັ້ນດຽວກັນແລະຂໍອຸທອນການຕົກລົງຂອງຫົວ ໜ້າອົງການໄອຍະການຕໍ່ຫົວໜ້າອົງການໄອຍະການຂັ້ນເທິງຖັດນັ້ນ ພາຍໃນກໍານົດເຈັດວັນນັບແຕ່ວັນຮັບຊາບການຕົກລົງນັ້ນເປັນຕົ້ນ ໄປ.ການຕົກລົງຂອງຫົວໜ້າອົງການໄອຍະການຂັ້ນອຸທອນເປັນການ ຕົກລົງຂັ້ນສຸດທ້າຍ. ຫົວໜ້າອົງການໄອຍະການທີ່ໄດ້ຮັບຄໍາຮ້ອງຂໍອຸທອນນັ້ນ ຕ້ອງພິຈາລະນາແກ້ໄຂພາຍໃນກໍານົດສິບຫ້າວັນນັບແຕ່ວັນໄດ້ຮັບ ຄໍາຮ້ອງຂໍອຸທອນເປັນຕົ້ນໄປ.


....ມາດຕາໜຶ່ງລ້ອຍສາມ(ໃໝ່)ການຮ້ອງຂໍຄ່າເສຍຫາຍໃນເວລາດໍາເນີນການສືບສວນສອບສວນ

ມາດຕາໜຶ່ງລ້ອຍສາມ(ໃໝ່)ການຮ້ອງຂໍຄ່າເສຍຫາຍໃນເວລາດໍາ ເນີນການສືບສວນສອບສວນ ຜູ້ຖືກເສຍຫາຍຫຼືຜູ້ຕາງໜ້າຂອງຜູ້ກ່ຽວມີສິດຮ້ອງຂໍຄ່າເສຍ ຫາຍທີ່ເນື່ອງມາຈາກການກະທໍາຜິດທາງອາຍາໃນເວລາດໍາເນີນ ການສືບສວນສອບສວນ.ໃນກໍລະນີທີ່ຜູ້ຮ້ອງຂໍຫາກບໍ່ຮູ້ສິດດັ່ງກ່າວຫົວ ໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າ ອົງການໄອຍະການຫຼືພະນັກງານໄອຍະການຕ້ອງອະທິບາຍໃຫ້ຜູ້ກ່ຽວ ຊາບ. ການຮ້ອງຂໍຄ່າເສຍຫາຍສາມາດເຮັດທາງປາກເປົ່າຫຼືເປັນ ລາຍລັກອັກສອນກໍ່ໄດ້. ໃນກໍລະນີການຮ້ອງຂໍຄ່າເສຍຫາຍທາງປາກເປົ່າຫົວໜ້າອົງ ການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງ ການໄອຍະການຫຼືພະນັກງານໄອຍະການຕ້ອງເຮັດບົດບັນທຶກເອົາ ການຮ້ອງຂໍດັ່ງກ່າວຢ່າງລະອຽດແລະຄົບຖ້ວນ.ບົດບັນທຶກກ່ຽວກັບ ການຮ້ອງຂໍຄ່າເສຍຫາຍໃຫ້ເກັບໄວ້ໃນສໍານວນຄະດີ.

....ມາດຕາໜຶ່ງລ້ອຍສີ່(ໃໝ່)ການເປັນຜູ້ຮັບຜິດຊອບທາງແພ່ງ

ມາດຕາໜຶ່ງລ້ອຍສີ່(ໃໝ່)ການເປັນຜູ້ຮັບຜິດຊອບທາງແພ່ງ ເມື່ອມີການຮ້ອງຂໍຄ່າເສຍຫາຍຫົວໜ້າອົງການສືບສວນສອບ ສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະ ນັກງານໄອຍະການຕ້ອງໄດ້ຄົ້ນຄວ້າພິຈາລະນາກ່ຽວກັບບຸກຄົນຫຼືການ ຈັດຕັ້ງທີ່ຈະເປັນຜູ້ຮັບຜິດຊອບທາງແພ່ງ. ໃນກໍລະນີທີ່ຜູ້ຖືກຫາຫາກແມ່ນຜູ້ຮັບໃຊ້ວຽກຫຼືຜູ້ບໍ່ມີຄວາມສາມ າດທາງດ້ານການປະພຶດໃຫ້ບຸກຄົນຫຼືການຈັດຕັ້ງທີ່ໃຊ້ວຽກຫຼືຄຸ້ມຄອງ ບຸກຄົນດັ່ງກ່າວເປັນຜູ້ຮັບຜິດຊອບທາງແພ່ງ.


....ມາດຕາໜຶ່ງລ້ອຍຫ້າ(ໃໝ່)ການເຂົ້າຮ່ວມຂອງຜູ້ແປພາສາໃນການສືບສວນສອບສວນ

ມາດຕາໜຶ່ງລ້ອຍຫ້າ(ໃໝ່)ການເຂົ້າຮ່ວມຂອງຜູ້ແປພາສາໃນ ການສືບສວນສອບສວນ ໃນກໍລະນີທີ່ມີຄວາມຈໍາເປັນຕ້ອງເຊີນເອົາບຸກຄົນໃດໜຶ່ງຊຶ່ງ ຮູ້ພາສາທີ່ກ່ຽວຂ້ອງດີມາເປັນຜູ້ແປພາສາເຖິງວ່າຫົວໜ້າອົງການ ສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການ ໄອຍະການຫຼືພະນັກງານໄອຍະການຈະຮູ້ພາສາທີ່ຕ້ອງການນັ້ນເປັນ ຢ່າງດີກໍ່ຕາມ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງຕ້ອງແຈ້ງສິດແລະພັນທະລວມທັງ ຄວາມຮັບຜິດຊອບໃຫ້ຜູ້ແປພາສາແລະເຮັດບົດບັນທຶກໄວ້ໂດຍໃຫ້ ຜູ້ກ່ຽວເຊັນຢັ້ງຢືນ.


....ມາດຕາໜຶ່ງລ້ອຍຫົກ(ໃໝ່)ບຸກຄົນທີ່ບໍ່ສາມາດເປັນຜູ້ແປພາສາ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານ

ມາດຕາໜຶ່ງລ້ອຍຫົກ(ໃໝ່)ບຸກຄົນທີ່ບໍ່ສາມາດເປັນຜູ້ແປພາສາ,ຜູ້ ຊ່ຽວຊານຫຼືຜູ້ຊໍານານງານ ບຸກຄົນທີ່ບໍ່ສາມາດຖືກແຕ່ງຕັ້ງໃຫ້ເປັນຜູ້ແປພາສາ,ຜູ້ຊ່ຽວ ຊານຫຼືຜູ້ຊໍານານງານມີດັ່ງນີ້: ໜຶ່ງຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ, ຍາດທີ່ນ້ອງຂອງໂຈດທາງແພ່ງຫຼືຜູ້ຖືກຫາໃນຄະດີ. ສອງບຸກຄົນທີ່ເປັນພະຍານໃນຄະດີ,ຜູ້ປົກປ້ອງ,ຜູ້ຕາງໜ້າ ຂອງຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ຫົວ ໜ້າອົງການສືບສວນສອບວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າ ອົງການໄອຍະການຫຼືພະນັກງານໄອຍະການ. ສາມບຸກຄົນຫຼືຍາດພີ່ນ້ອງຂອງຜູ້ມີຜົນປະໂຫຍດໃນຄະດີ.

....ມາດຕາໜຶ່ງລ້ອຍເຈັດ(ໃໝ່)ການຮັບປະກັນການໃຊ້ແທນຄ່າເສຍຫາຍ

ມາດຕາໜຶ່ງລ້ອຍເຈັດ(ໃໝ່)ການຮັບປະກັນການໃຊ້ແທນຄ່າເສຍ ຫາຍ ເພື່ອຮັບປະກັນການໃຊ້ແທນຄ່າເສຍຫາຍຕາມການຮ້ອງຂໍ ຂອງຜູ້ຖືກເສຍຫາຍຫຼືຜູ້ຕາງໜ້າຂອງຜູ້ກ່ຽວຫົວໜ້າອົງການສືບ ສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງພິຈາລະນາອອກ ຄໍາສັ່ງຍຶດຫຼືອາຍັດຊັບຂອງຜູ້ຖືກຫາຫຼືຜູ້ຮັບຜິດຊອບທາງແພ່ງຕາມ ທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍຊາວແປດຂອງກົດໝາຍສະ ບັບນີ້. ໃນກໍລະນີທີ່ການກະທໍາຜິດຫາກໄດ້ສ້າງຄວາມເສຍຫາຍໃຫ້ ແກ່ອົງການລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນຫຼື ອົງການຈັດຕັ້ງສັງຄົມຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າ ອົງການໄອຍະການໂດຍໜ້າທີ່ຕ້ອງອອກຄໍາສັ່ງຍຶດຫຼືອາຍັດຊັບຂອງ ຜູ້ຖືກຫາຫຼືຜູ້ຮັບຜິດຊອບທາງແພ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ ໜຶ່ງລ້ອຍຊາວແປດຂອງກົດໝາຍສະບັບນີ້. ການຍຶດຫຼືອາຍັດຊັບເພື່ອຮັບປະກັນການໃຊ້ແທນຄ່າເສຍ ຫາຍຕ້ອງຢູ່ໃນຂອບເຂດຂອງມູນຄ່າຄວາມເສຍຫາຍ.

....ມາດຕາໜຶ່ງລ້ອຍແປດ(ປັບປຸງ)ການຍຶດຫຼືອາຍັດຊັບ,ວັດຖຸສິ່ງຂອງ

ມາດຕາໜຶ່ງລ້ອຍແປດ(ປັບປຸງ)ການຍຶດຫຼືອາຍັດຊັບ,ວັດຖຸສິ່ງຂອງ ໃນກໍລະນີທີ່ໄດ້ຮູ້ແຈ້ງກ່ຽວກັບປະເພດ,ຈໍານວນແລະສະຖານ ທີ່ເກັບມ້ຽນຊັບ,ວັດຖຸສິ່ງຂອງທີ່ພົວພັນກັບການກະທໍາຜິດແລະຈະນໍາ ໃຊ້ເປັນປະໂຫຍດໃນການດໍາເນີນຄະດີຫົວໜ້າອົງການສືບສວນສອບ ສວນຫຼືຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງຍຶດຫຼືອາຍັດຊັບ, ວັດຖຸສິ່ງຂອງນັ້ນ. ໃນກໍລະນີທີ່ຊັບ,ວັດຖຸສິ່ງຂອງທີ່ຍຶດຫຼືອາຍັດຈະເກີດຄວາມ ເສຍຫາຍຫົວໜ້າອົງການສືບສວນສອບວນຫຼືຫົວໜ້າອົງການໄອຍະ ການຕ້ອງແຕ່ງຕັ້ງຄະນະກໍາມະການເພື່ອແກ້ໄຂ. ໃນກໍລະນີທີ່ມີຫຼັກຖານຢັ້ງຢືນວ່າຊັບ,ວັດຖຸສິ່ງຂອງທີ່ຢຶດຫຼືອາ ຍາດຫາກເປັນກໍາມະສິດທີ່ຖືກຕ້ອງຂອງຜູ້ຖືກເສຍຫາຍຫໍ່ໃຫ້ສົ່ງຄືນ ແກ່ຜູ້ກ່ຽວ.

....ມາດຕາໜຶ່ງລ້ອຍເກົ້າ(ໃໝ່)ການໂຮມຫຼືແຍກຄະດີອາຍາເພື່ອດໍາເນີນການສືບສວນສອບສວນ

ມາດຕາໜຶ່ງລ້ອຍເກົ້າ(ໃໝ່)ການໂຮມຫຼືແຍກຄະດີອາຍາເພື່ອດໍາ ເນີນການສືບສວນສອບສວນ ຜູ້ຖືກຫາຜູ້ໜຶ່ງທີ່ກະທໍາຜິດຫຼາຍສະຖານຫຼືຜູ້ຖືກຫາຫຼາຍຄົນ ໄດ້ຮ່ວມກັນກະທໍາຜິດໃນສະຖານດຽວຫຼືຫຼາຍສະຖານລວມທັງຜູ້ປິດ ບັງການກະທໍາຜິດໃຫ້ດໍາເນີນການສືບສວນສອບສວນເປັນຄະດີ ດຽວ. ການສືບສວນສອບສວນຄະດີອາຍາສາມາດແຍກໄດ້ໃນກໍ ລະນີຈໍາເປັນດັ່ງນີ້: ໜຶ່ງການສືບສວນສອບສວນບໍ່ສາມາດດໍາເນີນໄດ້ຢ່າງຄົບ ຖ້ວນໃນເວລາອັນຄວນ. ສອງການສືບສວນສອບສວນບໍ່ມີຜົນກະທົບຕໍ່ຄວາມຈຶງຂອງ ຄະດີ. ສາມການກະທໍາຜິດຂອງເດັກອາຍຸບໍ່ເຖິງສິບແປດປີຮ່ວມ ກັບຜູ້ໃຫຍ່.

ໃນການໂຮມຫຼືການແຍກການສືບສວນສອບສວນຫົວໜ້າ ອົງການສືບສວນສອບສວນຕ້ອງອອກການຕົກລົງແລະແຈ້ງໃຫ້ ຫົວໜ້າອົງການໄອຍະການໃນຂັ້ນດຽວກັນພາຍໃນກໍານົດຊາວສີ່ ຊົ່ວໂມງນັບແຕ່ເວລາອອກການຕົກລົງເປັນຕົ້ນໄປ.


....ມາດຕາໜຶ່ງລ້ອຍສິບ(ປັບປຸງ)ກໍານົດເວລາການສືບສວນສອບສວນ

ມາດຕາໜຶ່ງລ້ອຍສິບ(ປັບປຸງ)ກໍານົດເວລາການສືບສວນສອບສວນ ເຈົ້າໜ້າທີ່ສືບສວນສອບສວນຕ້ອງດໍາເນີນການສືບສວນສອບ ສວນ,ສະຫຼຸບການສືບສວນສອບສວນແລະປະກອບສໍານວນຄະດີພ້ອມ ດ້ວຍຂອງກາງສົ່ງໃຫ້ອົງການໄອຍະການພາຍໃນກໍານົດສອງເດືອນ ສໍາລັບການກະທໍາຜິດໃນສະຖານໂທສານຸໂທດແລະສາມເດືອນສໍາ ລັບການກະທໍາຜິດໃນສະຖານຄະລຸໂທດນັບແຕ່ວັນອອກຄໍາສັ່ງເປີດ ການສືບສວນສອບສວນເປັນຕົ້ນໄປ. ຖ້າເຫັນວ່າມີຄວາມຈໍາເປັນຈະຕ້ອງໄດ້ສືບຕໍ່ດໍາເນີນການສືບ ສວນສອບສວນແລ້ວຫົວໜ້ອາອົງການໄອຍະການອາດຈະຕໍ່ກໍານົດ ເວລາໃນການສືບສວນສອບສວນໄດ້ອີກເທື່ອສອງເດືອນແຕ່ລວມທັງ ໝົດບໍ່ໃຫ້ເກີນຫົກເດືອນສໍາລັບການກະທໍາຜິດໃນສະຖານໂທສານຸ ໂທດແລະເທື່ອລະສາມເດືອນແຕ່ລວມທັງໝົດບໍ່ໃຫ້ເກີນໜຶ່ງປີສໍາລັບ ການກະທໍາຜິດໃນສະຖານໂທຄະລຸໂທດຕາມການສະເໜີຂອງຫົວ ໜ້າອົງການສືບສວນສອບສວນຫຼືພະນັກງານໄອຍະການ,ການສະ ເໜີຂໍຕໍ່ກໍານົດເວລາແຕ່ລະເທື່ອໃຫ້ດໍາເນີນສິບຫ້າວັນກ່ອນໝົດກໍາ ນົດການສືບສວນສອບສວນ. ໃນກໍລະນີທີ່ມີການສົ່ງສໍານວນຄະດີຄືນໃຫ້ອົງການສືບສວນ ສອບສວນດໍາເນີນການສືບສວນສອບສວນເພີ່ມເຕີມນັ້ນກໍ່ນົດເວລາ ການສືບສວນສອບສວນເພີ່ມເຕີມແມ່ນບໍ່ໃຫ້ເກີນສອງເດືອນນັບແຕ່ ວັນອົງການສືບສວນສອບສວນໄດ້ຮັບສໍານວນຄະດີເປັນຕົ້ນໄປ. ໃນກໍລະນີທີ່ມີການສືບສວນສອບສວນຄືນຄະດີທີ່ຖືກໂຈະຫຼືຊັດ ມ້ຽນໄວ້ນັ້ນການສືບສວນສອບສວນໃຫ້ປະຕິບັດຕາມກໍານົດເວລາທີ່ ໄດ້ກ່າວໄວ້ໃນວັກໜຶ່ງແລະວັກສອງຂອງມາດຕານີ້ນັບແຕ່ວັນອອກ ຄໍາສັ່ງໃຫ້ສືບສວນສອບສວນຄະດີຄືນເປັນຕົ້ນໄປ. ໃນການອະນຸຍາດຫຼືບໍ່ອະນຸຍາດໃຫ້ຕໍ່ກໍານົດເວລາການສືບ ສວນສອບສວນນັ້ນຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງເປັນ ລາຍລັກອັກສອນພ້ອມດ້ວຍເຫດຜົນພາຍໃນສີ່ສິບແປດຊົ່ວໂມງນັບ ແຕ່ເວລາໄດ້ຮັບຄໍາຮ້ອງຂໍເປັນຕົ້ນໄປ.


....ມາດຕາໜຶ່ງລ້ອຍສິບເອັດ(ປັບປຸງ)ກໍານົດເວລາການກັກຂັງພາງ

ມາດຕາໜຶ່ງລ້ອຍສິບເອັດ(ປັບປຸງ)ກໍານົດເວລາການກັກຂັງພາງ ກໍານົດເວລາກາກນັກຂັງພາງເພື່ອດໍາເນີນການສືບສວນ ສອບສວນບໍ່ໃຫ້ເກີນສອງເດືອນສໍາລັບການກະທໍາຜິດໃນສະຖານ ໂທສານຸໂທດແລະບໍ່ໃຫ້ເກີນສາມເດືອນສໍາລັບການກະທໍາຜິດໃນ ສະຖານຄະລຸໂທດນັບແຕ່ວັນອອກຄໍາສັ່ງກັກຂັງພາງເປັນຕົ້ນໄປ. ຖ້າເຫັນວ່າມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ດໍາເນີນການສືບ ສວນສອບສວນຫົວໜ້າອົງການໄອຍະການອາດຈະຕໍ່ກໍານົດເວ ລາການກັກຂັງພາງໄດ້ອີກເທື່ອລະສອງເດືອນແຕ່ທັງໝົດບໍ່ໃຫ້ ເກີນຫົກເດືອນສໍາລັບການກະທໍາຜິດໃນສະໂານໂທສາຈຸໂທດ;ສໍາ ລັບການກະທໍາຜິດໃນສະຖານຄະລຸໂທດນັ້ນສາມາດຕໍ່ໄດ້ເທື່ອລະ ສາມເດືອນແຕ່ທັງໝົດບໍ່ໃຫ້ເກີນໜຶ່ງປີຕາມການສະເໜີຂອງຫົວ ໜ້າອົງການສືບສວນສອບສວນຫຼືພະນັກງານໄອຍະການ.ການສະ ເໜີຂໍຕໍ່ກໍານົດເວລາການກັກຂັງພາງແຕ່ລະເທື່ອໃຫ້ດໍາເນີນສິບ ຫ້າວັນກ່ອນໝົດກໍານົດເວລາການກັກຂັງພາງ. ເມື່ອໝົດກໍານົດເວລາການກັກຂັງພາງແລ້ວແຕ່ຍັງບໍ່ທັນມີ ຫຼັກຖານພຽງພໍເພື່ອສະຫຼຸບການສືບສວນສອບສວນແລະປະກອບສໍາ ນວນຄະດີສົ່ງໃຫ້ອົງການໄອຍະການນັ້ນຫົວໜ້າອົງການສືບສວນ ສອບສວນຕ້ອງລາຍງານໃຫ້ຫົວໜ້າອົງການໄອຍະການຊາບພ້ອມ ທັງຂໍຄໍາສັ່ງປ່ອຍຕົວຜູ້ຖືກຫາແລ້ວສົ່ງສິ່ງຂອງຕິດຕົວທີ່ຖືກຕ້ອງຂອງ ຜູ້ກ່ຽວຄືນຢ່າງຄົບຖ້ວນແລະຢູ່ໃນສະພາບເດີມໂດຍເຮັດບົດບັນທຶກ ມອບຮັບຢ່າງຄັກແນ່.


....ມາດຕາໜຶ່ງລ້ອຍສິບສອງ(ໃໝ່)ມາດຕະການລົບລ້າງສາເຫດຫຼືເງື່ອນໄຂຂອງການກະທໍາຜິດ

ມາດຕາໜຶ່ງລ້ອຍສິບສອງ(ໃໝ່)ມາດຕະການລົບລ້າງສາເຫດຫຼື ເງື່ອນໄຂຂອງການກະທໍາຜິດ ໃນເວລາດໍາເນີນການສືບສວນສອບສວນຖ້າຫາກຮູ້ສາເຫດ ຫຼືເງື່ອນໄຂທີ່ພາໃຫ້ການກະທໍາຜິດເກີດຂຶ້ນແລ້ວຫົວໜ້າອົງການສືບ ສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງສະເໜີມາດຕະ ການໃດໜຶ່ງໃຫ້ອົງການລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງ ອະຫາຊົນ,ອົງການຈັດຕັ້ງສັງຄົມ,ວິສາຫະກິດແລະບຸກຄົນທີ່ກ່ຽວ ຂ້ອງເພື່ອພິຈາລະນາລົບລ້າງ. ບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງທີ່ໄດ້ນໍາໃຊ້ມາດຕະການລົບ ລ້າງນັ້ນແລ້ວຕ້ອງແຈ້ງໃຫ້ຫົວໜ້າອົງການສືບສວນສອບສວນຫຼືຫົວ ໜ້າອົງການໄອຍະການຊາບພາຍໃນກໍານົດສາມສິບວັນນັບແຕ່ວັນ ໄດ້ຮັບຄໍາສະເໜີເປັນຕົ້ນໄປ.

..ພາກທີຫົກວິທີການສືບສວນສອບສວນແລະມາດຕະການສະກັດກັ້ນ


...ໝວດທີໜຶ່ງການເອົາຄໍາໃຫ້ການ


....ມາດຕາໜຶ່ງລ້ອຍສິບສາມ(ໃໝ່)ໝາຍຮຽກ

ມາດຕາໜຶ່ງລ້ອຍສິບສາມ(ໃໝ່)ໝາຍຮຽກ ຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະ ການອອກໝາຍຮຽກຜູ້ຖືກຫາທີ່ບໍ່ໄດ້ຖືກກັກຂັງແລະຜູ້ຖືກສົງໄສໃຫ້ ເຂົ້າມາສະເໜີຕົວ. ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບ ສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການອອກໝາຍ ຮຽກຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງແລະພະ ຍານເພື່ອເຂົ້າມາໃຫ້ການ. ໝາຍຮຽກຕ້ອງບອກຊື່ແລະນາມສະກຸນ,ອາຍຸ,ສັນຊາດ,ອາ ຊີບແລະທີ່ຢູ່ຂອງຜູ້ຖືກຮຽກ,ເຫດຜົນຂອງການຮຽນ,ວັນເວລາສະ ຖານທີ່ໃຫ້ເຂົ້າພົບ,ຄວາມຮັບຜິດຊອບໃນກໍລະນີທີ່ບໍ່ເຂົ້າມາພົບຕາມ ໝາຍຮຽກ.

....ມາດຕາໜຶ່ງລ້ອຍສິບສີ່(ໃໝ່)ລະບຽບການຮຽກ

ມາດຕາໜຶ່ງລ້ອຍສິບສີ່(ໃໝ່)ລະບຽບການຮຽກ ໝາຍຮຽກຕ້ອງເຮັດເປັນສອງສະບັບຄືໜຶ່ງສະບັບມອບໃຫ້ ຜູ້ຖືກຫາເພື່ອໃຫ້ຜູ້ກ່ຽວຖືມາໃນເວລາເຂົ້າສະເໜີຕົວແລະອີກໜຶ່ງ ສະບັບເອົາໄວ້ສໍານວນຄະດີໂດຍໃຫ້ຜູ້ຖືກຫາຫຼືຜູ້ຮັບໝາຍຮຽກແທນ ຜູ້ກ່ຽວເຊັນຢັ້ງຢືນວ່າໄດ້ຮັບໝາຍຮຽກໂດຍບອກວັ້ນເວລາທີ່ໄດ້ຮັບ ມອບແລ້ວສົ່ງກັບຄືນໃຫ້ເຈົ້າໜ້າທີ່ສືບສວນສອບສວນທີ່ກ່ຽວຂ້ອງ. ໃນໝາຍຮຽກຕ້ອງບອກຊື່ແລະນາມສະກຸນ,ທີ່ຢູ່ຂອງຜູ້ຖືກຫາ,ຂໍ້ກ່າວ ຫາ,ສະຖານທີ່,ວັນເວລາເຂົ້າສະເໜີຕົວ,ຊື່ແລະນາມສະກຸນຂອງເຈົ້າ ໜ້າທີ່ຜູ້ຮັບການເຂົ້າສະເໜີຕົວແລະຄວາມຮັບຜິດຊອບຕາມກົດ ໝາຍໃນກໍລະນີທີ່ບໍ່ປະຕິບັດຕາມໝາຍຮຽກ. ໃນກໍລະນີທີ່ຜູ້ຖຶກຫາບໍ່ຢູ່ຕ້ອງມອບໝາຍຮຽກໃຫ້ອົງການປົກ ຄອງບ້ານບ່ອນເຮືອນຜູ້ກ່ຽວຕັ້ງຢູ່ຫຼືສໍານັກງານ,ອົງການ,ໂຮງຈັກ, ໂຮງງານບ່ອນຜູ້ກ່ຽວເຮັດວຽກເພື່ອມອບຕໍ່ໃຫ້ຜູ້ຖືກຫາ. ໃນກໍລະນີທີ່ຮຽກຜູ້ຖືກຫາທີ່ມີອາຍຸບໍ່ເຖິງສິບແປດປີຕ້ອງມອບ ໝາຍຮຽກໃຫ້ພໍ່ແມ່,ຜູ້ຕາງໜ້າຫຼືຜູ້ປົກປ້ອງອື່ນຂອງຜູ້ຖືກຫາ. ໝາຍຮຽກຕ້ອງສົ່ງໃຫ້ຜູ້ຖືກຫາສາມວັນແລະຫ້າວັນກ່ອນວັນ ນັດໝາຍໃນກໍລະນີທີ່ຜູ້ຖືກຫາຫາກຢູ່ເຂດຫ່າງໄກສອກຫຼີກ. ສໍານັກງານ,ອົງການ,ການຈັດຕັ້ງ,ໂຮງຈັກ,ໂຮງງານຕ້ອງ ອະນຸຍາດໃຫ້ຜູ້ຖືກຫາເຂົ້າສະເໜີຕົວຕໍ່ເຈົ້າໜ້າທີ່ກ່ຽວຂ້ອງຕາມ ໝາຍຮຽກ. ໃນກໍລະນີທີ່ຜູ້ຖືກຮຽກໄດ້ຮັບໝາຍຮຽກເຖິງສາມຄັ້ງແຕ່ບໍ່ ເຂົ້າມາພົບໂດຍບໍ່ມີເຫດຜົນຫົວໜ້າອົງການສືບສວນສອບສວນຫຼືຫົວ ໜ້າອົງການໄອຍະການມີສິດອອກຄໍາສັ່ງພາຕົວຜູ້ກ່ຽວຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາໜຶ່ງລ້ອຍສາມສິບເຈັດຂອງກົດໝາຍສະບັບນີ້. ສໍາລັບການຮຽກຜູ້ເຂົ້າຮ່ວມອື່ນໃນການດໍາເນີນຄະດີກໍ່ໃຫ້ປະ ຕິບັດດັ່ງດຽວກັນກັບການຮຽກຜູ້ຖືກຫາ.

....ມາດຕາໜຶ່ງລ້ອຍສິບຫ້າ(ປັບປຸງ)ການເອົາຄໍາໃຫ້ການ

ມາດຕາໜຶ່ງລ້ອຍສິບຫ້າ(ປັບປຸງ)ການເອົາຄໍາໃຫ້ການ ກ່ອນເອົາຄໍາໃຫ້ການຕ້ອງແຈ້ງສິດແລະພັນທະຂອງຜູ້ໃຫ້ ການຕາມທີ່ໄດ້ກໍານົດວໄ້ໃນມາດຕາຫົກສິບເຈັດ,ຫົກສິບແປດ,ຫົກ ສິບເກົ້າແລະເຈັດສິບຂອງກົດໝາຍສະບັບນີ້. ການເອົາຄໍາໃຫ້ການຕ້ອງດໍາເນີນຢູ່ຫ້ອງການຂອງອົງການ ສືບສວນສອບສວນຫຼືອົງການໄອຍະການແຕ່ຖ້າຫາກມີຄວາມຈໍາ ເປັນອາດຈະດໍາເນີນຢູ່ບ່ອນອື່ນທີ່ເຫັນວ່າເໝາະສົມກໍ່ໄດ້. ໃນການເອົາຄໍາໃຫ້ການນອກຈາກເຈົ້າໜ້າທີ່ສືບສວນສອບ ສວນຫຼືພະນັກງານໄອຍະການແລ້ວຕ້ອງມີພະນັກງານຜູ້ໜຶ່ງເຂົ້າ ຮ່ວມເພື່ອບັນທຶກ. ການເອົາຄໍາໃຫ້ການຕ້ອງເຮັດບົດບັນທຶກຕາມທີ່ໄດ້ກໍານົດ ໄວ້ໃນມາດຕາໜຶ່ງຮ້ອຍຂອງກົດໝາຍສະບັບນີ້.

....ມາດຕາໜຶ່ງລ້ອຍສິບຫົກ(ປັບປຸງ)ການເອົາຄໍາໃຫ້ການຂອງຜູ້ຖືກຫາ

ມາດຕາໜຶ່ງລ້ອຍສິບຫົກ(ປັບປຸງ)ການເອົາຄໍາໃຫ້ການຂອງຜູ້ຖືກ ຫາ ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບ ສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງເອົາ ຄໍາໃຫ້ການຂອງຜູ້ຖືກຫາໃນທັນໃດພາຍຫຼັງໄດ້ອອກຄໍາສັ່ງເປີດການ ສືບສວນສອບສວນໃສ່ຜູ້ກ່ຽວແລ້ວຖ້າຫາກວ່າການເອົາຄໍາໃຫ້ການ ຂອງຜູ້ຖືກຫານັ້ນຫາກບໍ່ສາມາດດໍາເນີນໄດ້ໃນທັນໃດກໍ່ຕ້ອງເຮັດບົດ ບັນທຶກພ້ອມດ້ວຍເຫດຜົນ. ກ່ອນຈະເອົາຄໍາໃຫ້ການຂອງຜູ້ຖືກຫາຕ້ອງແຈ້ງຂໍ້ກ່າວຫາ ພ້ອມທັງສິດແລະພັນທະຕາມທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບຫ້າ ຂອງກົດໝາຍສະບັບນີ້ໃຫ້ຜູ້ກ່ຽວຊາບ.ຖ້າວ່າມີຜູ້ປົກປ້ອງອື່ນຫຼືຜູ້ແປ ພາສາເຂົ້າຮ່ວມກໍ່ຕ້ອງແຈ້ງສິດແລະພັນທະໃຫ້ພວກກ່ຽວຊາບຕາມ ທີ່ໄດ້ກໍານົດໄວ້ໃນມາດຕາເຈັດສິບເອັດແລະເຈັດສິບສີ່ຂອງກົດໝາຍ ສະບັບນີ້. ຖ້າມີຜູ້ຖືກຫາຫຼາຍຄົນຕ້ອງເອົາຄໍາໃຫ້ການເທື່ອລະຄົນແລະ ຕ້ອງເຮັດບົດບັນທຶກຄໍາໃຫ້ການ.ຜູ້ຖືກຫາຈະຂຽນຄໍາໃຫ້ການດ້ວຍ ຕົນເອງກໍ່ໄດ້. ການເອົາຄໍາໃຫ້ການແຕ່ລະເທື່ອບໍ່ໃຫ້ເກີນສີ່ຊົ່ວໂມງ. ການເອົາຄໍາໃຫ້ການບໍ່ອະນຸຍາດໃນເວລາກາງຄືນເວັ້ນເສຍ ແຕ່ໃນກໍລະນີຈໍາເປັນຫຼືຮີບດ້ວນແຕ່ຕ້ອງແຈ້ງເຫດຜົນໄວ້ໃນບົດບັນ ທຶກການເອົາຄໍາໃຫ້ການ. ການເອົາຄໍາໃຫ້ການບໍ່ອະນຸຍາດໃຫ້ດໍາເນີນດ້ວຍການຕົວະ ຍົວະ,ບັງຄັບ,ນາບຂູ່,ທຸບຕີຫຼືທໍລະມານ.ຖ້າຫາກມີການລະເມີດກໍ່ຈະ ຖືກດໍາເນີນຄະດີອາຍາແລະຕ້ອງໄດ້ໃຊ້ແທນຄ່າເສຍຫາຍທີ່ເນື່ອງ ມາຈາກການລະເມີດນັ້ນຕາມລະບຽບກົດໝາຍ. ການເອົາຄໍາໃຫ້ການຂອງຜູ້ຖືກຫາຕ້ອງເຮັດບົດບັນທຶກຕາມ ທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍຂອງກົດໝາຍສະບັບນີ້.


....ມາດຕາໜຶ່ງລ້ອຍສິບເຈັດ(ປັບປຸງ)ການເອົາຄໍາໃຫ້ການຂອງເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸສິບແປດປີ,ຄົນຫູໜວກ,ຕາບອດ,

ມາດຕາໜຶ່ງລ້ອຍສິບເຈັດ(ປັບປຸງ)ການເອົາຄໍາໃຫ້ການຂອງເດັກ ທີ່ຍັງບໍ່ທັນເຖິງກະສຽນອາຍຸສິບແປດປີ,ຄົນຫູໜວກ,ຕາບອດ, ໃນການເອົາຄໍາໃຫ້ການຂອງເດັກທີ່ຍັງບໍ່ທັນເຖິງກະສຽນ ອາຍຸສິບແປດປີ,ຄົນຫູໜວກ,ຕາບອດ,ປາກກີກ,ປັນຍາອ່ອນ,ເສຍ ຈິດຊຶ່ງບໍ່ສາມາດປະຕິບັດສິດຂອງຕົນໄດ້ນັ້ນຕ້ອງມີການເຂົ້າຮ່ວມ ຂອງພໍ່ແມ່ນ,ຜູ້ປົກຄອງ,ຄູ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຕາມກົດ ໝາຍແລະເຮັດບົດບັນທຶກຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍ ຂອງກົດໝາຍສະບັບນີ້.


....ມາດຕາໜຶ່ງລ້ອຍສິບແປດ(ປັບປຸງ)ການເອົາຄໍາໃຫ້ການຂອງພະຍານ

ມາດຕາໜຶ່ງລ້ອຍສິບແປດ(ປັບປຸງ)ການເອົາຄໍາໃຫ້ການຂອງ ພະຍານ ການເອົາຄໍາໃຫ້ການຂອງພະຍານໃຫ້ປະຕິບັດຕາມມາດ ຕາໜຶ່ງລ້ອຍສິບຫ້າຂອງກົດໝາຍສະບັບນີ້. ການເອົາຄໍາໃຫ້ການຂອງພະຍານຫຼາຍຄົນໃຫ້ດໍາເນີນໄປ ເທື່ອລະຄົນແລະໃຫ້ແຍກພວກກ່ຽວຢູ່ແຕ່ລະບ່ອນພ້ອມທັງບໍ່ອະນຸ ຍາດໃຫ້ພວກກ່ຽວສົນທະນາກັນ. ໃນການເອົາຄໍາໃຫ້ການຂອງເດັກທີ່ຍັງບໍ່ທັນເຖິງກະສຽນ ອາຍຸສິບແປດປີ,ຄົນຫູໜວກ,ຕາບອດ,ປາກກືກແລະຄົນປັນຍາ ອ່ອນ,ເສຍຈິດຕ້ອງເຊີນພໍ່ແມ່,ຜູ້ປົກຄອງ,ຄູ,ທະນາຍຄວາມຫຼືຜູ້ ປົກປ້ອງອື່ນຕາມກົດໝາຍເຂົ້າຮ່ວມນໍາ.


....ມາດຕາໜຶ່ງລ້ອຍສິບເກົ້າ(ປັບປຸງ)ການສອບຖາມຊ້ອງໜ້າ

ມາດຕາໜຶ່ງລ້ອຍສິບເກົ້າ(ປັບປຸງ)ການສອບຖາມຊ້ອງໜ້າ ເມື່ອຄໍາໃຫ້ການຫາກບໍ່ກົງກັນຫົວໜ້າອົງການສືບສວນສອບ ສວນ,ເຈົ້າໜ້າທີ່ສືບສວນສອບສວນຫຼືຫົວໜ້າອົງການໄອຍະການ,ພະ ນັກງານໄອຍະການມີສິດທໍາການສອບຖາມຊ້ອງໜ້າລະຫວ່າງຜູ້ໃຫ້ ການດ້ວຍການແຕ່ການສອບຖາມຊ້ອງໜ້າແຕ່ລະເທື່ອນັ້ນບໍ່ໃຫ້ເກີນ ສອງຄົນ. ກ່ອນການສອບຖາມຊ້ອງໜ້າຕ້ອງແຈ້ງໃຫ້ຜູ້ເຂົ້າຮ່ວມນັ້ນ ຊາບກ່ຽວກັບຄວາມຮັບຜິດຊອບໃນການປະຕິເສດຫຼືການໃຫ້ການ ເທັດ,ການແຈ້ງສິດແລະພັນທະຕ້ອງບົ່ງໄວ້ໃນບົດບັນທຶກການສອບ ຖາມຊ້ອງໜ້າ. ກ່ອນເລີ່ມຕົ້ນການຊ້ອງໜ້າຕ້ອງສອບຖາມກ່ຽວກັບສາຍພົວ ພັນລະຫວ່າງຜູ້ເຂົ້າຮ່ວມການສອບຖາມຊ້ອງໜ້າດ້ວຍກັນແລະຕ້ອງ ແຈ້ງບັນຫາທີ່ຕ້ອງການຄວາມກະຈ່າງແຈ້ງໃຫ້ກັນຊາບ. ພາຍຫຼັງໄດ້ຟັງຄໍາໃຫ້ການແລ້ວອາດຈະສືບຕໍ່ສອບຖາມຜູ້ເຂົ້າ ຮ່ວມແຕ່ລະຄົນແລະບັນທຶກໄວ້ໃນບົດບັນທຶກຕາມທີ່ໄດ້ກໍານົດໄວ້ໃນ ມາດຕາໜຶ່ງລ້ອຍຂອງກົດໝາຍສະບັບນີ້.


....ມາດຕາໜ້ອງລ້ອຍຊາວ(ປັບປຸງ)ການຊີ້ຕົວແລະການຢັ້ງຢືນ

ມາດຕາໜ້ອງລ້ອຍຊາວ(ປັບປຸງ)ການຊີ້ຕົວແລະການຢັ້ງຢືນ ການຊີ້ຕົວແມ່ນວິທີການໜຶ່ງໃນການສືບສວນສອບສວນທີ່ສະ ແດງອອກໂດຍໃຫ້ພະຍານຫຼືຜູ້ຖືກເສຍຫາຍເປັນຜູ້ຊີ້ຕົວຜູ້ຖືກຫາທີ່ຕົນ ຮູ້ເຫັນວ່າເປັນຜູ້ກະທໍາຜິດ. ການຢັ້ງຢືນແມ່ນວິທີການໜຶ່ງໃນການສືບສວນສອບສວນທີ່ ສະແດງອອກໂດຍໃຫ້ພະຍານຫຼືຜູ້ຖືກເສຍຫາຍຢັ້ງຢືນວັດຖຸສິ່ງຂອງ ທີ່ພັວພັນເຖິງການກະທໍາຜິດຫຼືຊາກສົບທີ່ຕົນຮູ້ເຫັນ. ໃນກໍລະນີທີ່ຈໍາເປັນຫົວໜ້າອົງການສືບສວນສອບສວນ,ເຈົ້າ ໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານ ໄອຍະການຕ້ອງໃຫ້ພະຍານ,ຜູ້ຖືກເສຍຫາຍ,ຜູ້ຖືກສົງໄສຫຼືຜູ້ຖືກຫາ ຊີ້ຕົວບຸກຄົນ,ຢັ້ງຢືນວັດຖຸສິ່ງຂອງຫຼືຊາກສົບ. ກ່ອນທໍາການຊີ້ຕົວຫຼືຢັ້ງຢືນນັ້ນຜູ້ຈະຊີ້ຕົວບຸກຄົນ,ຢັ້ງຢືນວັດ ຖຸສິ່ງຂອງຫຼືຊາກສົບຕ້ອງໃຫ້ການກ່ຽວກັບສະພາບທີ່ຕົນໄດ້ພົບເຫັນ ພ້ອມທັງບອກຕໍານິ,ຮູບປະພັນ,ຈຸດພິເສດຕ່າງໆຂອງບຸກຄົນ,ວັດຖຸສິ່ງ ຂອງຫຼືຊາກສົບນັ້ນ. ໃນການຊີ້ຕົວຕ້ອງນໍາເອົາບຸກຄົນທີ່ຈະຖືກຊີ້ຕົວມາຮ່ວມກັບ ບຸກຄົນອື່ນຢ່າງໜ້ອຍສາມຄົນທີ່ມີຮູບຮ່າງຄ້າຍຄືກັນແລ້ວເອົາຜູ້ຈະ ຊີ້ຕົວນັ້ນມາຊີ້ຕົວໂດຍຮັບປະກັນຄວາມລັບແລະຄວາມປອດໄພໃຫ້ຜູ້ ກ່ຽວ. ໃນການຢັ້ງຢືນວັດຖຸສິ່ງຂອງຕ້ອງນໍາເອົາວັດຖຸສິ່ງຂອງທີ່ ຈະຖືກຢັ້ງຢືນນັ້ນມາວາງລວມກັນກັບວັດຖຸສິ່ງຂອງອື່ນທີ່ມີລັກສະ ນະຄ້ານຄືກັນ,ປະເພດດຽວກັນຢ່າງໜ້ອຍສາມອັນແລ້ວເອົາຜູ້ຈະ ຢັ້ງຢືນມາຢັ້ງຢືນວັດຖຸທີ່ກ່ຽວຂ້ອງ. ການຊີ້ຕົວແລະການຢັ້ງຢືນຕ້ອງເຮັດບົດບັນທຶກຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາໜຶ່ງລ້ອຍຂອງກົດໝາຍສະບັບນີ້.


...ໝວດທີສອງການກວດຄົ້ນ,ການຍຶດຫຼືການອາຍັດຊັບ


....ມາດຕາໜຶ່ງລ້ອຍຊາວເອັດ(ປັບປຸງ)ການກວດຄົ້ນ

ມາດຕາໜຶ່ງລ້ອຍຊາວເອັດ(ປັບປຸງ)ການກວດຄົ້ນ ການກວດຄົ້ນຈະດໍາເນີນໄດ້ກໍ່ຕໍ່ເມື່ອຫາກມີຄໍາສັ່ງເປັນລາຍ ລັກອັກສອນຂອງຫົວໜ້າອົງການໄອຍະການຫຼືສານເທົ່ານັ້ນເວັ້ນເສຍ ແຕ່ໃນກໍລະນີການກະທໍາຜິດເຊິ່ງໜ້າຫຼືຮີບດ່ວນແຕ່ກໍ່ຕ້ອງລາຍງານ ໃຫ້ຫົວໜ້າອົງການໄອຍະການຊາບໃນກໍານົດຊາວສີ່ຊົ່ວໂມງພາຍຫຼັງ ທີ່ການກວດຄົ້ນໄດ້ສິ້ນສຸດແລ້ວ. ຄໍາສັ່ງກວດຄົ້ນມີຜົນບັງຄັບນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະຕ້ອງຈັດຕັ້ງປະຕິບັດພາຍໃນກໍານົດຊາວສີ່ຊົ່ວໂມງກ ກ່ອນແລະຫຼັງການກວດຄົ້ນນັ້ນບຸກຄົນທີ່ເຂົ້າຮ່ວມໃນການກວດ ຄົ້ນຕ້ອງສະແດງຄວາມບໍລິສຸດຂອງຕົນຕໍ່ເຈົ້າຂອງສະຖານທີ່,ເຈົ້າຂອງ ຍານພາຫະນະຫຼືຕໍ່ບຸກຄົນທີ່ຖືກກວດຄົ້ນ.


....ມາດຕາໜຶ່ງລ້ອຍຊາວສອງ(ໃໝ່)ສາເຫດທີ່ພາໃຫ້ທໍາການກວດຄົ້ນ

ມາດຕາໜຶ່ງລ້ອຍຊາວສອງ(ໃໝ່)ສາເຫດທີ່ພາໃຫ້ທໍາການກວດຄົ້ນ ສາເຫດທີ່ພາໃຫ້ທໍາການກວດຄົ້ນເຄຫະສະຖານ,ຍານພາຫະ ນະແລະຕົວບຸກຄົນມີດັ່ງນີ້: ໜຶ່ງມີຂໍ້ມູນທີ່ເຊື່ອໄດ້ວ່າໃນເຄຫະສະຖານ,ຍານພາຫະນະຫຼືຕົວ ບຸກຄົນໄດ້ເກັບມ້ຽນຫຼືຊຸກເຊື່ອງວັດຖຸສິ່ງຂອງທີ່ຜິດກົດໝາຍຫຼືໄດ້ມາ ຈາກການກະທໍາຜິດຫຼືວັດຖຸແລະເອກະສານອື່ນທີ່ພົວພັນກັບການກະທໍາ ຜິດ. ສອງໃນກໍລະນີຈໍາເປັນເພື່ອເກັບໂຮມຫຼັກຖານທາງດ້ານເອກະ ສານແລະວັດຖຸສິ່ງຂອງທີ່ພົວພັນກັບການກະທໍາຜິດ. ການກວດຄົ້ນເຄຫະສະຖານຫຼືຍານພາຫະນະອາດຈະດໍາເນີນ ເພື່ອຊອກຫາຜູ້ກະທໍາຜິດກໍ່ໄດ້.

....ມາດຕາໜຶ່ງລ້ອຍຊາວສາມ(ປັບປຸງ)ການກວດຄົ້ນເຄຫະສະຖານ

ມາດຕາໜຶ່ງລ້ອຍຊາວສາມ(ປັບປຸງ)ການກວດຄົ້ນເຄຫະສະຖານ ເຄຫະສະຖານແມ່ນເຮືອນຢູ່ແລະສິ່ງຕ່າງໆທີ່ຕັ້ງຢູ່ໃນບໍລິ ເວນເດີ່ນບ້ານ,ເຮືອ,ແພທີ່ໃຊ້ເປັນບ່ອນຢູ່ປະຈໍາຂອງຄອບຄົວ,ສໍາ ນັກງານ,ເຮືອນພັກ,ໂຮງແຮມ,ໂຮງງານແລະເຄຫະສະຖານອື່ນ. ການກວດຄົ້ນເຄຫະສະຖານຕ້ອງເຮັດຊ້ອງໜ້າອົງການປົກ ຄອງບ້ານ,ເຈົ້າຂອງເຮືອນແລະພະຍານຢ່າງໜ້ອຍສອງຄົນ.ໃນກໍ ລະນີທີ່ມີການກວດຄົ້ນສໍານັກງານ,ອົງການ,ວິສາຫະກິດຕ້ອງເຮັດ ຊ້ອງໜ້າຜູ້ຕາງໜ້າສໍານັກງານ,ອົງການ,ວິສາຫະກິດທີ່ກ່ຽວຂ້ອງ. ການກວດຄົ້ນສາສະໜາສະຖານຊຶ່ງແມ່ນເຄຫະສະຖານປະ ເພດໜຶ່ງເຊັ່ນກຸຕິວິຫານ,ສິມ,ໂບດ,ຄຸນພໍ່,ຜູ້ຮັບຜິດຊອບຫຼືຜູ້ຕາງໜ້າ ອົງການສາສະໜາທີ່ກ່ຽວຂ້ອງນັ້ນ. ການກວດຄົ້ນເຄຫະສະຖານແລະສາສະໜາສະຖານໃຫ້ດໍາ ເນີນໃນເວລາກາງເວັ້ນແຕ່ຫົກໂມງຫາສິບແປດໂມງ.ໃນກໍລະນີທີ່ ການຄົ້ນຫາກໄດ້ດໍາເນີນມາແລ້ວແຕ່ເມື່ອຮອດສິບແປດໂມງແຕ່ ການກວດຄົ້ນຍັງບໍ່ທັນສິ້ນສຸດນັ້ນກໍ່ໃຫ້ສືບຕໍ່ຈົນກວ່າຈະສໍາເລັດ.ໃນ ເວລາທໍາການກວດຄົ້ນເຈົ້າໜ້າທີ່ທີ່ທໍາການກວດຄົ້ນມີສິດບໍ່ອະນຸ ຍາດໃຫ້ມີການຕິດຕໍ່ພົວພັນລະຫວ່າງບຸກຄົນພາຍໃນແລະພາຍນອກ ຈົນກວ່າການກວດຄົ້ນຈະສໍາເລັດ. ວັດຖຸສິ່ງຂອງແລະເອກະສານຕ່າງໆທີ່ຈະຍຶດເອົາເປັນຂອງ ກາງໃນຄະດີໄດ້ນັ້ນກໍ່ຕໍ່ເມື່ອສິ່ງດັ່ງກ່າວຫາກພົວພັນກັບການກະທໍາ ຜິດຫຼືເປັນສິ່ງທີ່ຜິດກົດໝຍເທົ່ານັ້ນ.

....ມາດຕາໜຶ່ງລ້ອຍຊາວສີ່(ປັບປຸງ)ການກວດຄົ້ນຍານພາຫະນະແລະຕົວບຸກຄົນ

ມາດຕາໜຶ່ງລ້ອຍຊາວສີ່(ປັບປຸງ)ການກວດຄົ້ນຍານພາຫະນະແລະ ຕົວບຸກຄົນ ການກວດຄົ້ນຍານພາຫະນະເຊັ່ນລົດ,ເຮືອຫຼືຍານພາຫະນະ ອື່ນທີ່ຖືກສົງໄສວ່າໄດ້ມີການຊຸກເຊື່ອງສິ່ງທີ່ຜິດກົດໝາຍຫຼືຜູ້ກະທໍາ ຜິດນັ້ນຈະດໍາເນີນເວລາໃດກໍ່ໄດ້ແຕ່ຕ້ອງດໍາເນີນໂດຍຊ້ອງໜ້າເຈົ້າ ຂອງຍານພາຫະນະນັ້ນ. ການກວດຄົ້ນຕົວບຸກຄົນທີ່ຖືກຈັບຕົວ,ກັກຂັງຫຼືທີ່ຖືກສົງໄສວ່າ ໄດ້ຊຸກເຊື່ອງສິ່ງຂອງຕ່າງໆທີ່ຜິດກົດໝາຍນັ້ນຈະເຮັດຂຶ້ນໂດຍບໍ່ມີຄໍາ ສັ່ງຂອງຫົວໜ້າອົງການໄອຍະການຫຼືສານກໍ່ໄດ້. ເຈົ້າໜ້າທີ່ຜູ້ທໍາການກວດຄົ້ນຕົວແມ່ຍິງຕ້ອງແມ່ນບຸກຄົນທີ່ເປັນ ເພດດຽວກັນແລະການກວດຄົ້ນນັ້ນຕ້ອງເຮັດໃນສະຖານທີ່ກໍາບັງ.


....ມາດຕາໜຶ່ງລ້ອຍຊາວຫ້າ(ປັບປຸງ)ບົດບັນທຶກການກວດຄົ້ນ

ມາດຕາໜຶ່ງລ້ອຍຊາວຫ້າ(ປັບປຸງ)ບົດບັນທຶກການກວດຄົ້ນ ເມື່ອໄດ້ກວດຄົ້ນເຄຫະສະຖານ,ຍານພາຫະນະຫຼືຕົວບຸກຄົນ ສໍາເລັດແລ້ວເຈົ້າໜ້າທີ່ຜູ້ທໍາການກວດຄົ້ນຕ້ອງເຮັດບົດບັນທຶກ ການກວດຄົ້ນແລະບັນຊີຂອງກາງຕາມຮູບປະພັນ,ຈໍານວນແລະ ຄຸນນະພາບຢ່າງລະອຽດກັບທີ່. ບົດບັນທຶກການກວດຄົ້ນເຄຫະສະຖານຕ້ອງເຮັດເປັນສາມ ສະບັບແລະອ່ານຊ້ອງໜ້າຜູ້ເຂົ້າຮ່ວມໃນການກວດຄົ້ນແລ້ວພ້ອມ ກັນລົງລາຍເຊັນແລະແປະໂປ້ມືໄວ້ເປັນຫຼັກຖານ.ບົດບັນທຶກດັ່ງ ກ່າວໜຶ່ງສະບັບປະກອບເຂົ້າໃນສໍານວນຄະດີ,ອີກສະບັບໜຶ່ງມອບ ໃຫ້ເຈົ້າຂອງເຮືອນຫຼືຜູ້ຕາງໜ້າສໍານັກງານ,ອົງການ,ວິສາຫະກິດ ທີ່ກ່ຽວຂ້ອງແລະອີກໜຶ່ງສະບັບມອບໃຫ້ອົງການປົກຄອງບ້ານ. ສໍາລັບບົດບັນທຶກການກວດຄົ້ນຍານພາຫະນະຫຼືຕົວບຸກຄົນ ກໍ່ຕ້ອງເຮັດເປັນສາມສະບັບເຊັ່ນດຽວກັນຄືໜຶ່ງສະບັບປະກອບເຂົ້າ ໃນສໍານວນຄະດີ,ອີກສະບັບໜຶ່ງມອບໃຫ້ເຈົ້າຂອງຍານພາຫະນະຫຼື ບຸກຄົນທີ່ຖືກກວດຄົ້ນແລະອີກໜຶ່ງສະບັບມອບໃຫ້ເຈົ້າໜ້າທີ່ເກັບ ມ້ຽນໄວ້. ການກວດຄົ້ນຕ້ອງເຮັດບົດບັນທຶກຕາມທີ່ໄດ້ກໍານົດໄວ້ໃນ ມາດຕາໜຶ່ງລ້ອຍຂອງກົດໝາຍສະບັບນີ້.

....ມາດຕາໜຶ່ງລ້ອຍຊາວຫົກ(ໃໝ່)ການຍຶດວັດຖຸສິ່ງຂອງຫຼືເອກະສານໃນເວລາກວດຄົ້ນ

ມາດຕາໜຶ່ງລ້ອຍຊາວຫົກ(ໃໝ່)ການຍຶດວັດຖຸສິ່ງຂອງຫຼືເອກະສານ ໃນເວລາກວດຄົ້ນ ໃນເວລາກວດຄົ້ນເຄຫະສະຖານ,ສະຖານທີ່ເຮັດວຽກ,ຍານ ພາຫະນະແລະຕົວບຸກຄົນນັ້ນເຈົ້າໜ້າທີ່ສືບສວນສອບສວນມີສິດຍຶດ ວັດຖຸສິ່ງຂອງຫຼືເອກະສານທີ່ເປັນຫຼັກຖານຫຼືຂອງກາງຄະດີ.ການ ເກັບມ້ຽນຊັບຫຼືເອກະສານທີ່ຍຶດໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາສາມສິບຂອງກົດໝາຍສະບັບນີ້. ການຍຶດວັດຖຸສິ່ງຂອງຫຼືເອກະສານໃນເວລາດໍາເນີນການ ກວດຄົ້ນຕ້ອງເຮັດບົບບັນທຶກ.ໃນບົດບັນທຶກນັ້ນຕ້ອງບອກແຈ້ງວັນ, ເວລາ,ສະຖານທີ່ກວດຄົ້ນ,ຊື່ແລະນາມສະກຸນ,ຕໍາແໜ່ງໜ້າທີ່ຜູ້ ເຂົ້າຮ່ວມໃນການກວດຄົ້ນ,ລາຍການວັດຖຸສິ່ງຂອງທີ່ຖືກຍຶດ.ເມື່ອ ເຮັດບົດບັນທຶກແລ້ວຕ້ອງອ່ານໃຫ້ຜູ້ເຂົ້າຮ່ວມຟັງແລ້ວໃຫ້ລົງລາຍ ເຊັນແລະແປດໂປ້ມືໄວ້. ການຍຶດວັດຖຸສິ່ງຂອງຫຼືເອກະສານຕ້ອງເຮັດບົດບັນທຶກຕາມ ທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍຂອງກົດໝາຍສະບັບນີ້.

....ມາດຕາໜຶ່ງລ້ອຍຊາວເຈັດ(ໃໝ່)ການຍຶດໄປສະນີພັນ,ວັດສະດຸໄປສະນີແລະໂທລະເລກ

ມາດຕາໜຶ່ງລ້ອຍຊາວເຈັດ(ໃໝ່)ການຍຶດໄປສະນີພັນ,ວັດສະດຸໄປ ສະນີແລະໂທລະເລກ ໃນກໍລະນີທີ່ສົງໄສວ່າໄປສະນີພັນ,ວັດສະດຸໄປສະນີແລະໂທ ລະເລກຫາກມີການພັວພັນກັບການກະທໍາຜິດຫົວໜ້າອົງການສືບ ສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງຍຶດ ຍົກເວັ້ນໃນກໍລະນີນໍາເປັນຫຼືຮີບດ່ວນແຕ່ພາຍຫຼັງໄດ້ຍຶດແລ້ວຕ້ອງ ເຮັດບົດບັນທຶກແລະລາຍງານຕໍ່ຫົວໜ້າອົງການໄອຍະການພາຍໃນ ຊາວສີ່ຊົ່ວໂມງ. ກ່ອນທໍາການຍຶດເຈົ້າໜ້າທີ່ຜູ້ປະຕິບັດຄໍາສັ່ງຍຶດຕ້ອງແຈ້ງ ໃຫ້ຜູ້ຮັບຜິດຊອບຫ້ອງການໄປສະນີທີ່ກ່ຽວຂ້ອງຊາບແລະໃຫ້ຄວາມ ຮ່ວມມືໃນການຈັດຕັ້ງປະຕິບັດຊຶ່ງຕ້ອງດໍາເນີນໂດຍຊ້ອງໜ້າຜູ້ກ່ຽວ. ບົດບັນທຶກການຍຶດໃຫ້ມີລາຍເຊັນຂອງຜູ້ຮັບຜິດຊອບຫ້ອງ ການໄປສະນີແລະໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງ ລ້ອຍຂອງກົດໝາຍສະບັບນີ້.

....ມາດຕາໜຶ່ງລ້ອຍຊາວແປດ(ໃໝ່)ການຍຶດຫຼືການອາຍັດຊັບທີ່ເປັນປະໂຫຍດໃຫ້ແກ່ການດໍາເນີນຄະດີ

ມາດຕາໜຶ່ງລ້ອຍຊາວແປດ(ໃໝ່)ການຍຶດຫຼືການອາຍັດຊັບທີ່ເປັນ ປະໂຫຍດໃຫ້ແກ່ການດໍາເນີນຄະດີ ໃນການດໍາເນີນການສືບສວນສອບສວນຫົວໜ້າອົງການສືບ ສວນສອບສວນມີສິດອອກຄໍາສັ່ງຍຶດຫຼືອາຍັດຊັບທີ່ພົວພັນກັບຄະດີ ເພື່ອຮັບປະກັນການໃຊ້ແທນຄ່າເສຍຫາຍ,ການປັບໃໝແລະຄ່າທໍາ ນຽມສານຫຼືເພື່ອຮິບເປັນຂອງລັດ. ຊັບທີ່ຍຶດຫຼືອາຍັດນັ້ນອາດມອບໃຫ້ອົງການທີ່ກ່ຽວຂ້ອງຫຼືເຈົ້າ ຂອງຊັບເປັນຜູ້ປົກປັກຮັກສາແລະຮັບຜິດຊອບຕໍ່ຊັບດັ່ງກ່າວ.ໃນກໍລະ ນີມີການລະເມີດເຊັ່ນຊື້ຂາຍ,ຊວດຈໍາ,ມອບໂອນ,ປິດບັງ,ປົກປິດເອົາ ຫຼືທໍາລາຍຜູ້ປົກປັກຮັກສາຈະມີຄວາມຮັບຜິດຊອບຕາມກົດໝາຍ. ການຍຶດຫຼືການອາຍັດຊັບຕ້ອງດໍາເນີນໂດຍຊ້ອງໜ້າເຈົ້າ ຂອງຊັບຫຼືຜູ້ຕາງໜ້າຄອບຄົວຂອງຜູ້ກ່ຽວ,ຂອງອົງການປົກຄອງ ບ້ານຫຼືຂອງອົງການຈັດຕັ້ງທີ່ກ່ຽວຂ້ອງແລະພະຍານສອງຄົນຂຶ້ນ ໄປ. ການຍຶດຫຼືອາຍັດຊັບຕ້ອງເຮັດບົດບັນທຶກຊຶ່ງໃນນັ້ນຕ້ອງບອກ ຊື່ແລະນາມສະກຸນ,ໜ້າທີ່,ຕໍາແໜ່ງຂອງເຈົ້າໜ້າທີ່ຜູ້ທໍາການຍຶດຫຼື ອາຍັດ;ຊື່ແລະນາມສະກຸນ,ອາຍຸ,ສັນຊາດ,ອາຊີບຂອງຜູ້ເຂົ້າຮ່ວມ ແຕ່ລະຄົນ;ປະເພດແລະຈໍານວນຊັບທີ່ຍຶດຫຼືອາຍັດພ້ອມດ້ວຍຂໍ້ຫ້າມ ຕ່າງໆ. ບົດບັນທຶກການຍຶດຫຼືອາຍັດຊັບຕ້ອງເຮັດດເປັນສາມສະບັບຄ ືໜຶ່ງສະບັບມອບໃຫ້ເຈົ້າຂອງຊັບທີ່ຖືກອາຍັດ,ອີກສະບັບໜຶ່ງມອບໃຫ້ ອົງການປົກຄອງບ້ານບ່ອນຊັບທີ່ຖືກຍຶດຫຼືອາຍັດນັ້ນຕັ້ງຢູ່ແລະອີກໜຶ່ງ ສະບັບປະກອບໄວ້ໃນສໍານວນຄະດີທີ່ກ່ຽວຂ້ອງ. ການຍຶດຫຼືອາຍັດຊັບຕ້ອງເຮັດບົດບັນທຶກຕາມທີ່ໄດ້ກໍານົດໄວ້ ໃນມດຕາໜຶ່ງລ້ອຍຂອງກົດໝາຍສະບັບນີ້.


...ໝວດທີສາມການຊັນນະສູດສະຖານທີ່ເກີດເຫດ,ການຊັດນນະສູດຊາກສົບ,ການແຕ່ງຕັ້ງຜູ້ຊ່ຽວຊານຫຼືຜູ້ຊໍານານງານທໍາການພິສຸ


....ມາດຕາໜຶ່ງລ້ອຍຊາວເກົ້າ(ປັບປຸງ)ການຊັນນະສຸດສະຖານທີ່ເກີດເຫດ

ມາດຕາໜຶ່ງລ້ອຍຊາວເກົ້າ(ປັບປຸງ)ການຊັນນະສຸດສະຖານທີ່ເກີດ ເຫດ ເພື່ອຊອກຫາຮ່ອງຮອຍຂອງການກະທໍາຜິດແລະຫຼັກຖານ ເປັນຕົ້ນຫຼັກຖານທາງດ້ານວັດຖຸແນໃສ່ເຮັດໃຫ້ສະພາບຂອງການ ກະທໍາຜິດໄດ້ແຈ້ງຂາວນັ້ນຫົວໜ້າອົງການສືບສວນສອບສວນ,ເຈົ້າ ໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານ ໄອຍະການຕ້ອງທໍາການຊັນນະສູດສະຖານທີ່ເກີດເຫດ,ເກັບກໍາເອົາ ວັດຖຸສິ່ງຂອງ,ເອກະສານແລະອື່ນໆທີ່ພົວພັນກັບການກະທໍາຜິດ. ການຊັນນະສູດສະຖານທີ່ເກີດເຫດອາດຈະເຮັດຂຶ້ນກ່ອນຫຼືຫຼັງ ການເປີດການສືບສວນສອບສວນກໍ່ໄດ້. ການຊັນນະສູດສະຖານທີ່ເກີດເຫດຕ້ອງດໍາເນີນໃນເວລາ ກາງເວັ້ນແຕ່ຫົກໂມງຫາສິບແປດໂມງເວັ້ນເສຍແຕ່ໃນກໍລະນີທີ່ມີ ຄວາມຈໍາເປັນແລະຮີບດ່ວນເທົ່ານັ້ນ.ໃນກໍລະນີທີ່ຮອດສິບແປດໂມງ ແລ້ວແຕ່ການຊັນນະສູດສະຖານທີ່ເກີດເຫດນັ້ນຫາກຍັງບໍ່ທັນສໍາເລັດ ກໍ່ໃຫ້ສືບຕໍ່ໄປຈົນກວ່າສໍາເລັດ. ໃນເວລາທໍາການຊັນນະສູດສະຖານທີ່ເກີດເຫດນັ້ນຕ້ອງໃຫ້ ມີພະຍານຢ່າງໜ້ອຍສອງຄົນເຂົ້າຮ່ວມນໍາ.ໃນກໍລະນີຈໍາເປັນຕົ້ງ ເຊີນພະນັກງານໄອຍະການເພື່ອເຂົ້າຮ່ວມຕິດຕາມກວດກາແລະຜູ້ ຕາງໜ້າອົງການປົກຄອງບ້ານເຂົ້າຮ່ວມນໍາອີກດ້ວຍ. ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບ ສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການມີສິດນໍາ ຕົວຜູ້ຖືກສົງໄສຫຼືຜູ້ຖືກຫາ,ຮຽກຜູ້ຖືກເສຍຫາຍ,ພະຍານແລະເຊີນຜູ້ ຊ່ຽວຊານຫຼືຜູ້ນໍານານງານທີ່ກ່ຽວຂ້ອງເຂົ້າຮ່ວມທໍາການຊັນນະສູດ ສະຖານທີ່ເກີດເຫດນໍາ. ໃນການຊັນນະສູດສະຖານທີ່ເກີດເຫດຫົວໜ້າອົງການສືບ ສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອ ຍະການຫຼືພະນັກງານໄອຍະການຕ້ອງແຕ້ມແຜນວາດສະຖານທີ່ເກີດ ເຫດ,ເກັບໂຮມເອົາວັດຖຸສິ່ງຂອງທີ່ພົວພັນກັບການກະທໍາຜິດ,ເອົາ ຮ່ອງຮອຍການກະທໍາຜິດແລະຖ່າຍຮູບໄວ້.


....ມາດຕາໜຶ່ງລ້ອຍສາມສິບ(ໃໝ່)ການກວດກາຮ່ອງຮອຍຕາມຮ່າງກາຍ

ມາດຕາໜຶ່ງລ້ອຍສາມສິບ(ໃໝ່)ການກວດກາຮ່ອງຮອຍຕາມຮ່າງ ກາຍ ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບ ສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງກວດ ກາຮ່າງກາຍຂອງຜູ້ຖືກກັກຕົວ,ຜູ້ຖືກຈັບຕົວ,ຜູ້ຖືກກັກຂັງ,ຜູ້ຖືກເສຍ ຫາຍ,ພະຍານເພື່ອຊອກຫາຮ່ອງຮອຍຂອງການກະທໍາຜິດຫຼືຮ່ອງຮອຍ ອື່ນທີ່ມີຄວາມໝາຍສໍາຄັນຕໍ່ຄະດີ. ຜູ້ກວດກາຮ່ອງຮອຍຕາມຮ່າງກາຍຕ້ອງແມ່ນເພດດຽວກັນກັບ ຜູ້ຖືກກວດກາແລະຕ້ອງມີພະຍານຢ່າງໜ້ອຍສອງຄົນທີ່ເປັນເພດດຽວ ກັນເຂົ້າຮ່ວມ.ໃນກໍລະນີຈໍາເປັນອາດຈະໃຫ້ມີແພດເຂົ້າຮ່ວມນໍາກໍ່ໄດ້. ບໍ່ອະນຸຍາດໃຫ້ລ່ວງລະເມີດກຽກສັກສີ,ສຸຂະພາບຂອງຜູ້ຖືກ ກວດກາ.

....ມາດຕາໜຶ່ງລ້ອຍສາມສິບເອັດ(ປັບປຸງ)ການຊັດນະສູດຊາກສົບ

ມາດຕາໜຶ່ງລ້ອຍສາມສິບເອັດ(ປັບປຸງ)ການຊັດນະສູດຊາກສົບ ການເສຍຊີວິດໂດຍບໍ່ຮູ້ສາເຫດຕ້ອງທໍາການຊັນນະສູດຊາກ ສົບ. ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບ ສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງທໍາ ການຊັນນະສູດຊາກສົບຢູ່ສະຖານທີ່ເກີດເຫດໂດຍໃຫ້ມີພະຍານຢ່າງ ໜ້ອຍສອງຄົນ,ນິຕິແພດ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານທີ່ກ່ຽວຂ້ອງ ເຂົ້າຮ່ວມນໍາ.ໃນກໍລະນີຈໍາເປັນກໍ່ຕ້ອງເຊີນຜູ້ຕາງໜ້າອົງການປົກ ຄອງບ້ານເຂົ້າຮ່ວມນໍາອີກດ້ວຍ. ການຜ່າຊາກສົບເພື່ອພິສູດຫຼືການຊັດນະສູດຊາກສົບທີ່ຝັງ ແລ້ວຕ້ອງມີຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນຫຼືຫົວ ໜ້າອົງການໄອຍະການ,ມີນິຕິແພດເຂົ້າຮ່ວມແລະແຈ້ງໃຫ້ຄອບ ຄົວຫຼືຍາດທີ່ນ້ອງຂອງຜູ້ເສຍຊີວິດຊາບ.ໃນກໍລະນີຈໍາເປັນຕ້ອງເຊີນ ຜູ້ຊ່ຽວຊານຫຼືຜູ້ຊໍານານງານແລະພະຍານເຂົ້າຮ່ວມນໍາ. ການຊັນນະສູດຊາກສົບຕ້ອງສະເໜີໃຫ້ຫົວໜ້າອົງການໄອຍະ ການເພື່ອເຂົ້າຮ່ວມແລະຕິດຕາມກວດກາ.

....ມາດຕາໜຶ່ງລ້ອຍສາມສິບສອງ(ປັບປຸງ)ບົດບັນທຶກການຊັນນະສູດ

ມາດຕາໜຶ່ງລ້ອຍສາມສິບສອງ(ປັບປຸງ)ບົດບັນທຶກການຊັນນະສູດ ໃນການຊັນນະສູດສະຖານທີ່ເກີດເຫດຫຼືຊາກສົບນັ້ນຫົວໜ້າອົງ ການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການ ໄອຍະການຫຼືພະນັກງານໄອຍະການຕ້ອງເຮັດບົດບັນທຶກກັບທີ່.ໃນບົດ ບັນທຶກຕ້ອງບົ່ງບອກສະຖານທີ່,ວັນ,ເວລາເລີ່ມຕົ້ນແລະເວລາສໍາເລັດ ການຊັນນະສູດ,ຊື່ແລະນາມສະກຸນ,ທີ່ຢູ່,ອາຊີບ,ໜ້າທີ່ຕໍາແໜ່ງຂອງ ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວ ໜ້າອົງການໄອຍະການຫຼືພະນັກງານໄອຍະການແລະບຸກຄົນທີ່ເຂົ້າ ຮ່ວມໃນການຊັນນະສູດ,ສະພາບທີ່ພົບເຫັນຫຼືເກີດຂຶ້ນໃນຂະນະນັ້ນແລະ ວັດຖຸສິ່ງຂອງ,ສິ່ງທີ່ຖືກຍຶດໂດຍບອກປະເພດ,ຈໍານວນ,ຮູບປະພັນ,ຂະ ໜາດ,ນໍ້າໜັກແລະຄຸນນະພາບ. ພາຍຫຼັງທີ່ໄດ້ເຮັດບົດບັນທຶກ,ແຜນວາດແລະໄດ້ອ່ານຜ່ານກັນ ແລ້ວບຸກຄົນທີ່ເຂົ້າຮ່ວມໃນການຊັນນະສູດນັ້ນຕ້ອງພ້ອມກັນລົງລາຍ ເຊັນແລະແປະໂປ້ມືໄວ້. ການຊັນນະສູດສະຖານທີ່ເກີດເຫດຫຼືຊາກສົບຕ້ອງເຮັດບົດບັນ ທຶກຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍຂອງກົດໝາຍສະບັບນີ້.

....ມາດຕາໜຶ່ງລ້ອຍສາມສິບສາມ(ປັບປຸງ)ການແຕ່ງຕັ້ງຜູ້ຊ່ຽວຊານຫຼືຜູ້ຊໍານານງານໃຫ້ທໍາການພິສູດ

ມາດຕາໜຶ່ງລ້ອຍສາມສິບສາມ(ປັບປຸງ)ການແຕ່ງຕັ້ງຜູ້ຊ່ຽວຊານຫຼື ຜູ້ຊໍານານງານໃຫ້ທໍາການພິສູດ ເມື່ອເຫັນວ່າມີຄວາມຈໍາເປັນທີ່ຕ້ອງທໍາການພິສູດເປັນຕົ້ນໃນ ກໍລະນີທີ່ມີການເສຍຊີວິດໂດຍບໍ່ຮູ້ສາເຫດ,ການຂົ່ມຂືນທໍາຊໍາເລົາຫຼືມີ ການສົງໄສກ່ຽວກັບກະສຽນອາຍຸ,ສະຕິສໍານຶກຂອງຜູ້ຖືກຫານັ້ນຫົວ ໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງ ອອກຄໍາສັ່ງແຕ່ງຕັ້ງນິຕິແພດ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານທີ່ກ່ຽວ ຂ້ອງໃຫ້ທໍາການພິສູດ. ໃນຄໍາສັ່ງນັ້ນຕ້ອງບົ່ງບອກຊື່ແລະນາມສະກູນຂອງນິຕິແພດ, ຜູ້ຊ່ຽວຊານຫຼືຜູ້ຊໍານານງານທີ່ກ່ຽວຂ້ອງ,ບັນຫາທີ່ຈະຕ້ອງພິສູດ,ກໍາ ນົດເວລາພິສູດ,ສິດແລະພັນທະຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານ. ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບ ສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງແຈ້ງ ຄໍາສັ່ງດັ່ງກ່າວໃຫ້ຜູ້ຖືກຫາ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດ ຊອບທາງແພ່ງຊາບ.ບຸກຄົນດັ່ງກ່າວມີສິດສະເໜີຄັດຄ້ານຜູ້ຊ່ຽວ ຊານຫຼືຜູ້ຊໍານານງານທີ່ຖືກແຕ່ງຕັ້ງນັ້ນໄດ້ພາຍໃນກໍານົດເຈັດວັນ ນັບແຕ່ວັນຮັບຊາບຄໍາສັ່ງແຕ່ງຕັ້ງເປັນຕົ້ນໄປ. ພາຍຫຼັງການພິສູດໄດ້ສໍາເລັດແລ້ວຜູ້ຊ່ຽວຊານຫຼືຜູ້ຊໍານານ ງານຕ້ອງເຮັດບົດສະຫຼຸບໃຫ້ຄວາມເຫັນຂອງຕົນແລ້ວສົ່ງໃຫ້ຫົວໜ້າ ອົງການສືບສວນສອບສວນຫຼືເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າ ອົງການໄອຍະການຫຼືພະນັກງານໄອຍະການຕາມກໍານົດເວລາທີ່ໄດ້ ມອບໝາຍໃຫ້. ການພິສູດອາດຈະເຮັດໂດຍຜູ້ຊ່ຽວຊານຫຼືຜູ້ຊໍານານງານຜູ້ ດຽວ,ຫຼາຍຄົນຫຼືຫຼາຍເທື່ອກໍ່ໄດ້,ໃນການພິສູດຄືນໃໝ່ນັ້ນຕ້ອງໃຫ້ມີຜູ້ ຊ່ຽວຊານຫຼືຜູ້ຊໍານານງານຫຼາຍກວ່າເທື່ອຜ່ານມາ.


....ມາດຕາໜຶ່ງລ້ອຍສາມສິບສີ່(ປັບປຸງ)ການທົດສອບຂໍ້ມູນຄືນໃໝ່

ມາດຕາໜຶ່ງລ້ອຍສາມສິບສີ່(ປັບປຸງ)ການທົດສອບຂໍ້ມູນຄືນໃໝ່ ເພື່ອກວດກາແລະຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນໃດໜຶ່ງຫົວ ໜ້າອົງການສືບສວນສອບສວນຫຼືເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າ ອົງການໄອຍະການຫຼືພະນັກງານໄອຍະການສາມາດທໍາການທົດສອບ ຂໍ້ມູນນັ້ນຄືນໃໝ່ໂດຍໃຫ້ຜູ້ຖືກຫາຫຼືຈໍາເລີຍສະແດງການກະທໍາຂອງຕົນ ຄືນໃໝ່.ໃນການທົດສອບຂໍ້ມູນຄືນໃໝ່ອາດຈະໃຫ້ຜູ້ຖືກເສຍຫາຍຫຼືພະ ຍານສະແດງຄືນກໍ່ໄດ້.ການທົດສອບຂໍ້ມູນຄືນໃໝ່ຕ້ອງຖ່າຍຮູບ,ຖ່າຍ ພາບ,ວັດແທກແລະແຕ້ມແຜນວາດປະກອບ. ໃນການທົດສອບຂໍ້ມູນຄືນໃໝ່ຈະຕ້ອງມີພະຍານເຂົ້າຮ່ວມນໍາ ຢ່າງໜ້ອຍສອງຄົນແລະອາດຈະມີການເຂົ້າຮ່ວມຂອງຜູ້ຖືກເສຍຫາຍ ກໍ່ໄດ້.ໃນກໍລະນີທີ່ຈໍາເປັນຕົ້ງໃຫ້ຫົວໜ້າອົງການໄອຍະການແລະຜູ້ຊ່ຽວ ຊານຫຼືຜູ້ຊໍານານງານທີ່ກ່ຽວຂ້ອງເຂົ້າຮ່ວມນໍາ. ການທົດສອບຂໍ້ມູນຄືນໃໝ່ຈະເຮັດໄດ້ກໍ່ຕໍ່ເມື່ອຫາກເຫັນວ່າບໍ່ ເປັນໄພອັນຕະລາຍຕໍ່ຊີວິດ,ສຸຂະພາບຫຼືສິ່ງແວດລ້ອມແລະທັງບໍ່ກໍ່ ຄວາມເສຍຫາຍແກ່ກຽດສັກສີຂອງມະນຸດ. ການທົດສອບຂໍ້ມູນຄືນໃໝ່ຕ້ອງເຮັດບົດບັນທຶກຕາມທີ່ໄດ້ກໍານົດ ໄວ້ໃນມາດຕາໜຶ່ງລ້ອຍຂອງກົດໝາຍສະບັບນີ້.


...ໝວດທີສີ່ມາດຕະການສະກັດກັ້ນ


....ມາດຕາສາມສິບຫ້າ(ໃໝ່)ພື້ນຖານທີ່ພາໃຫ້ນໍາໃຊ້ມາດຕະການສະກັດກັ້ນ

ມາດຕາສາມສິບຫ້າ(ໃໝ່)ພື້ນຖານທີ່ພາໃຫ້ນໍາໃຊ້ມາດຕະການ ສະກັດກັ້ນ ເພື່ອສະກັດກັ້ນການກະທໍາຜິດຢ່າງທັນການຫຼືເມື່ອມີພື້ນຖານ ທີ່ພາໃຫ້ເຊື່ອໝັ້ນວ່າຜູ້ຖືກຫາຫຼືຈໍາເລີຍຈະສ້າງຄວາມຫຍຸ້ງຍາກໃຫ້ ແກ່ການສືບສວນສອບສວນ,ການສັ່ງຟ້ອງຫຼືການພິຈາລະນາຕັດສິນ ຄະດີລວມທັງຮັບປະກັນການປະຕິບັດຄໍາຕັດສິນຂອງສານນັ້ນອົງການ ສືບສວນສອບສວນ,ອົງການໄອຍະການຫຼືສານມີສິດນໍາໃຊ້ມາດຕະ ການສະກັດກັ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍສາມສິບຫົກ ຂອງກົດໝາຍສະບັບນີ້.


....ມາດຕາໜຶ່ງລ້ອຍສາມສິບຫົກປະເພດມາດຕະການສະກັດກັ້ນ

ມາດຕາໜຶ່ງລ້ອຍສາມສິບຫົກປະເພດມາດຕະການສະກັດກັ້ນ ມາດຕະການສະກັດກັ້ນແບ່ງອອກເປັນປະເພດດັ່ງນີ້: ໜຶ່ງການພາຕົວ. ສອງການກັກຕົວ. ສາມການຈັບຕົວ. ສີ່ການກັກຂັງພາງ. ຫ້າການປ່ອຍຕົວພາງ. ຫົກການຄຸມຕົວຢູ່ກັບທີ່. ເຈັດການງົດໜ້າທີ່ຫຼືຕໍາແໜ່ງ.


....ມາດຕາໜຶ່ງລ້ອຍສາມສິບເຈັດ(ປັບປຸງ)ການພາຕົວ

ມາດຕາໜຶ່ງລ້ອຍສາມສິບເຈັດ(ປັບປຸງ)ການພາຕົວ ໃນກໍລະນີທີ່ຜູ້ຖືກສົງໄສ,ຜູ້ຖືກຫາທີ່ບໍ່ຖືກກັກຂັງພາງ,ພະຍານ, ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງຫາກໄດ້ຮັບໝາຍຮຽກເຖິງ ສາມຄັ້ງແລ້ວແຕ່ບໍ່ເຂົ້າມາຕາມໝາຍຮຽກໂດຍບໍ່ມີເຫດຜົນພຽງພໍນັ້ນ ຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືສານ ຈະອອກຄໍາສັ່ງໃຫ້ພາຕົວຜູ້ກ່ຽວ. ຄໍາສັ່ງພາຕົວໃຫ້ປະຕິບັດໄດ້ແຕ່ເວລາຫົກໂມງຫາສິບແປດໂມງ ເວັ້ນເສຍແຕ່ໃນກໍລະນີທີ່ຜູ້ຖືກສົງໄສຫຼືຜູ້ຖືກຫາຈະເອົາຕົວຫຼົບໜີຫຼືບໍ່ມີທີ່ ຢູ່ອັນແນ່ນອນ. ການປະຕິບັດຄໍາສັ່ງພາຕົວແມ່ນສິດແລະໜ້າທີ່ຂອງເຈົ້າໜ້າທີ່ ຕໍາຫຼວດຫຼືທະຫານສໍາລັບການກະທໍາຜິດທາງທະຫານ.ກ່ອນຈະພາຕົວ ຕ້ອງອ່ານຄໍາສັ່ງໃຫ້ຜູ້ຖືກພາຕົວຊາບ. ບໍ່ອະນຸຍາດໃຫ້ທໍາການພາຕົວແມ່ຍິງຖືພາມານຫຼືຄົນເຈັບປ່ວຍ ທີ່ບໍ່ສາມາດອອກຈາກສະຖານທີ່ຊຶ່ງໄດ້ຮັບການຢັ້ງຢືນຈາກຄະນະ ແພດ.


....ມາດຕາໜຶ່ງລ້ອຍສາມສິບແປດ(ປັບປຸງ)ການກັກຕົວ

ມາດຕາໜຶ່ງລ້ອຍສາມສິບແປດ(ປັບປຸງ)ການກັກຕົວ ເມື່ອໄດ້ເອົາຄໍາໃຫ້ການຂອງຜູ້ຖືກສົງໄສແລ້ວຖ້າຫາກມີຂໍ້ ມູນຫຼັກຖານໜັກແໜ້ນວ່າຜູ້ກ່ຽວໄດ້ກະທໍາຜິດທາງອາຍາຊຶ່ງກົດ ໝາຍໄດ້ກໍານົດໂທດຕັດອິດສະລະພາບ,ຫົວໜ້າອົງການສືບສວນ ສອບສວນຫຼືຫົວໜ້າອົງການໄອຍະການອາດຈະອອກຄໍາສັ່ງກັກຕົວ ຜູ້ກ່ຽວໄວ້ໄດ້ພາຍໃນກໍານົດສີ່ສິບແປດຊົ່ວໂມງເພື່ອດໍາເນີນການ ສືບສວນສອບສວນແຕ່ຫົວໜ້າອົງການສືບສວນສອບສວນຕ້ອງລາຍ ງານເປັນລາຍລັກອັກສອນໃຫ້ຫົວໜ້າອົງການໄອຍະການຊາບພາຍ ໃນກໍານົດຊາວສີ່ຊົ່ວໂມງນັບແຕ່ເວລາກັກຕົວເປັນຕົ້ນໄປ. ໃນການກັກຕົວເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານ ໄອຍະການຕ້ອງອ່ານຄໍາສັ່ງກັກຕົວພ້ອມທັງແຈ້ງສິດແລະພັນທະໃຫ້ ຜູ້ຖືກກັກຕົວຊາບແລ້ວແຈ້ງສະຖານທີ່ກັກຕົວໃຫ້ຄອບຄົວ,ສໍານັກ ງານ,ອົງການຫຼືວິສາຫະກິດທີ່ຜູ້ກ່ຽວສັງກັດຢູ່ຊາບພາຍໃນກໍານົດ ຊາວສີ່ຊົ່ວໂມງ. ພາຍໃນກໍານົດສີ່ສິບແປດຊົ່ວໂມງນັບແຕ່ເວລາອອກຄໍາສັ່ງ ກັກຕົວເປັນຕົ້ນໄປເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານໄອຍະ ການຕ້ອງລົງຄໍາເຫັນດັ່ງນີ້: ໜຶ່ງຖ້າເຫັນວ່າບໍ່ມີຂໍ້ມູນຫຼັກຖານໜັກແໜ້ນທີ່ພາໃຫ້ອອກຄໍາ ສັ່ງເປີດການສືບສວນສອບສວນໄດ້ນັ້ນເຈົ້າໜ້າທີ່ສືບສວນສອບສວນ ຕ້ອງຂໍຄໍາສັ່ງປ່ອຍຕົວຈາກຫົວໜ້າອົງການສືບສວນສອບສວນແລ້ວ ປ່ອຍຕົວຜູ້ຖືກກັກຕົວພ້ອມທັງລາຍງານເປັນລາຍລັກອັກສອນໃຫ້ຫົວ ໜ້າອົງການໄອຍະການຊາບໃນທັນໃດ.ສໍາລັບພະນັກງານໄອຍະ ການຕ້ອງຂໍຄໍາສັ່ງປ່ອຍຕົວຈາກຫົວໜ້າອົງການໄອຍະການ. ສອງຖ້າເຫັນວ່າມີຂໍ້ມູນຫຼັກຖານໜັກແໜ້ນທີ່ພາໃຫ້ອອກຄໍາ ສັ່ງເປີດການສືບສວນສອບສວນໄດ້ນັ້ນຫົວໜ້າອົງການສືບສວນສອບ ສວນຕ້ອງອອກຄໍາສັ່ງເປີດການສືບສວນສອບສວນ.ສໍາລັບພະນັກ ງານໄອຍະການຕ້ອງຂໍຄໍາສັ່ງເປີດການສືບສວນສອບສວນຈາກຫົວ ໜ້າອົງການໄອຍະການ. ສາມຖ້າເຫັນວ່າມີຄວາມຈໍາເປັນຕ້ອງທໍາການກັກຂັງພາງ ເພື່ອດໍາເນີນການສືບສວນສອບສວນແລ້ວຫົວໜ້າອົງການສືບສວນ ສອບສວນຕ້ອງຂໍຄໍາສັ່ງກັກຂັງພາງຈາກຫົວໜ້າອົງການໄອຍະ ການ.ສໍາລັບພະນັກງານໄອຍະການຕ້ອງຂໍຄໍາສັ່ງກັກຂັງພາງຈາກ ຫົວໜ້າອົງການໄອຍະການ.

ພາຍຫຼັງທີ່ໄດ້ຮັບຄໍາສະເໜີຂໍຄໍາສັ່ງກັກຂັງພາງຂອງຫົວໜ້າ ອົງການສືບສວນສອບສວນຫຼືພະນັກງານໄອຍະການແລ້ວຫົວໜ້າອົງ ການໄອຍະການຕ້ອງລົງຄໍາເຫັນຊີ້ຂາດພາຍໃນກໍານົດຊາວສີ່ຊົ່ວ ໂມງວ່າຈະປ່ອຍຕົວຫຼືຈະກັກຂັງພາງ.


....ມາດຕາໜຶ່ງລ້ອຍສາມສິບເກົ້າ(ປັບປຸງ)ການຈັບຕົວ

ມາດຕາໜຶ່ງລ້ອຍສາມສິບເກົ້າ(ປັບປຸງ)ການຈັບຕົວ ການຈັບຕົວບຸກຄົນໃດໜຶ່ງຕ້ອງມີຄໍາສັ່ງຈັບຕົວເປັນລາຍລັກ ອັກສອນຂອງຫົວໜ້າອົງການໄອຍະການຫຼືສານເວັ້ນເສຍແຕ່ການ ຈັບຕົວໃນກໍລະນີການກະທໍາຜິດເຊິ່ງໜ້າຫຼືຮີບດ່ວນຕາມທີ່ໄດ້ກໍານົດ ໄວ້ໃນມາດຕາໜຶ່ງລ້ອຍສີ່ສິບຂອງກົດໝາຍສະບັບນີ້. ໃນການພິຈາລະນາອອກຄໍາສັ່ງຈັບຕົວຫົວໜ້າອົງການໄອ ຍະການຫຼືສານຕ້ອງອີງໃສ່ເງື່ອນໄຂດັ່ງນີ້: ໜຶ່ງມີຄໍາສັ່ງເປີດການສືບສວນສອບສວນ. ສອງມີການກະທໍາຊຶ່ງເປັນການກະທໍາຜິດທາງອາຍາທີ່ກົດ ໝາຍໄດ້ກໍານົດໂທດຕັດອິດສະລະພາບ. ສາມມີຫຼັກຖານໃນຄະດີໜັກແໜ້ນ.

ນອກຈາກນີ້ແລ້ວຍັງຕ້ອງອີງໃສ່ເງື່ອນໄຂໃດໜຶ່ງເຊັ່ນຜູ້ຖືກ ຫາາດຈະເອົາຕົວຫຼົບໜີ,ທໍາລາຍຫຼັກຖານ,ກະທໍາຜິດໃໝ່,ທໍາຮ້າຍ ຜູ້ຖືກເສຍຫາຍ,ພະຍານຫຼືຜູ້ຖືກຫາອາດຈະຖືກທໍາຮ້າຍຈາກຜູ້ຖືກ ເສຍຫາຍຫຼືຈາກບຸກຄົນອື່ນ. ການຈັບຕົວພິກຂຸຫຼືສາມະເນນຕ້ອງແຈ້ງໃຫ້ເຈົ້າອະທິການ ວັດຫຼືຜູ້ຕາງໜ້າຊາບເພື່ອປົງສິຂາບົດເສຍກ່ອນໃນ.ກໍລະນີນຈັບນັກ ບວດຂອງສາສະໜາອື່ນກໍ່ຕ້ອງແຈ້ງໃຫ້ຫົວໜ້າຮັບຜິດຊອບຂອງອົງ ການສາສະໜານັ້ນຊາບ. ໃນການຈັບຕົວເຈົ້າໜ້າທີ່ຕ້ອງອ່ານຄໍາສັ່ງຈັບຕົວພ້ອມທັງ ແຈ້ງຂໍ້ກ່າວຫາ,ສິດແລະພັນທະໃຫ້ຜູ້ຖືກຈັບຕົວຊາບ. ພາຍຫຼັງໄດ້ຈັບຕົວຜູ້ຖືກຫາແລ້ວເຈົ້າໜ້າທີ່ສືບສວນສອບ ສວນຫຼືພະນັກງານໄອຍະການຕ້ອງເອົາຄໍາໃຫ້ການຂອງຜູ້ຖືກຈັບ ຕົວໃນທັນໃດແລະຕ້ອງລາຍງານເປັນລາຍລັກອັກສອນໃຫ້ຫົວໜ້າ ອົງການໄອຍະການຊາບພາຍໃນກໍານົດຊາວສີ່ຊົ່ວໂມງ. ພາຍໃນກໍານົດຊາວສີ່ຊົ່ວໂມງນັບແຕ່ເວລາຈັບຕົວເປັນຕົ້ນ ໄປເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານໄອຍະການຕ້ອງລົງ ຄໍາເຫັນວ່າຈະປ່ອຍຕົວຫຼືຈະກັກຂັງພາງ. ໃນກໍລະນີທີ່ເຫັນວ່າຕ້ອງປ່ອຍຕົວຫຼືມີຄວາມຈໍາເປັນຕ້ອງກັກ ຂັງພາງເພື່ອດໍາເນີນການສືບສວນສອບສວນແລ້ວຫົວໜ້າອົງການ ສືບສວນສອບສວນຫຼືພະນັກງານໄອຍະການຕ້ອງຂໍຄໍາສັ່ງປ່ອຍຕົວຫຼື ຄໍາສັ່ງກັກຂັງພາງຈາກຫົວໜ້າອົງການໄອຍະການ. ພາຍຫຼັງທີ່ໄດ້ຮັບຄໍາສະເໜີຂໍປ່ອຍຕົວຫຼືກັກຂັງພາງຂອງຫົວ ໜ້າອົງການສືບສວນສອບສວນຫຼືພະນັກງານໄອຍະການແລ້ວຫົວ ໜ້າອົງການໄອຍະການຕ້ອງລົງຄໍາເຫັນຊີ້ຂາດພາຍໃນກໍານົດຊາວ ສີ່ຊົ່ວໂມງວ່າຈະໃຫ້ປ່ອຍຕົວຫຼືຈະອອກຄໍາສັ່ງກັກຂັງພາງ. ການຈັບຕົວຕ້ອງດໍາເນີນໄປດ້ວຍວິທີແລະຮູບການອັນເໝາະ ສົມກັບລັກສະນະຂອງການກະທໍາຜິດແລະຜູ້ຖືກຈັບຕົວ. ບໍ່ອະນຸຍາດໃຫ້ທຸບຕີຫຼືທໍລະມານຜູ້ຖືກຈັບຕົວ. ການຈັບຕົວບໍ່ວ່າຈະແມ່ນໃນກໍລະນີໃດຕ້ອງແຈ້ງໃຫ້ຄອບຄົວ, ອົງການປົກຄອງບ້ານ,ສໍານັກງານ,ອົງການຫຼືວິສາຫະກິດທີ່ຜູ້ກ່ຽວ ສັງກັດຢູ່ຊາບພາຍໃນເວລາຊາວສີ່ຊົ່ວໂມງພ້ອມທັງແຈ້ງສະຖານທີ່ ກັກຂັງ.

....ມາດຕາໜຶ່ງລ້ອຍສີ່ສິບ(ປັບປຸງ)ການຈັບຕົວໃນກໍລະນີການກະທໍາຜິດເຊິ່ງໜ້າແລະໃນກໍລະນີຮີບດ່ວນ

ມາດຕາໜຶ່ງລ້ອຍສີ່ສິບ(ປັບປຸງ)ການຈັບຕົວໃນກໍລະນີການກະທໍາຜິດ ເຊິ່ງໜ້າແລະໃນກໍລະນີຮີບດ່ວນ ການກະທໍາຜິດເຊິ່ງໜ້າແມ່ນການກະທໍາຜິດຂອງບຸກຄົນໃນ ກໍລະນີດັ່ງນີ້: ໜຶ່ງບຸກຄົນທີ່ພວມກະທໍາຜິດຢູ່ຫຼືຫາກໍ່ສິ້ນສຸດການກະທໍາຜິດ. ສອງບຸກຄົນທີ່ໄດ້ກະທໍາຜິດທີ່ພວມຖືກໄລ່ຕິດຕາມໄປຫຼືມີບຸກ ຄົນຊຶ່ງຜູ້ເຫັນເຫດການຫຼືຜູ້ຖືກເສຍຫາຍໄດ້ຊີ້ຕົວວ່າເປັນຜູ້ກະທໍາ ຜິດ. ສາມບຸກຄົນທີ່ມີຮ່ອງຮອຍຂອງການກະທໍາຜິດຢູ່ໃນຕົວ,ຢູ່ໃນ ເຮືອນຫຼືບ່ອນເຮັດວຽກຂອງຜູ້ກ່ຽວໃນໄລຍະເວລາຊຶ່ງການກະທໍາ ຜິດນັ້ນຫາກໍາໄດ້ເກີດຂຶ້ນ.

ການກະທໍາຜິດໃນກໍລະນີຮີບດ່ວນແມ່ນການກະທໍາຜິດຂອງ ບຸກຄົນໃນກໍລະນີດັ່ງນີ້: ໜຶ່ງບຸກຄົນທີ່ຖືກສົງໄສວ່າໄດ້ກະທໍາຜິດຊຶ່ງມີປະຫວັດບໍ່ດີຫຼື ບ່ອນຢູ່ບໍ່ແນ່ນອນ. ສອງບຸກຄົນທີ່ຖືກສົງໄສວ່າໄດ້ກະທໍາຜິດຊຶ່ງພວມຈະເອົາຕົວ ຫຼົບໜີ.

ການຈັບຕົວໃນກໍລະນີການກະທໍາຜິດເຊິ່ງໜ້າແລະໃນກໍລະ ນີຮີບດ່ວນບໍ່ຈໍາເປັນຕ້ອງມີຄໍາສັ່ງຂອງຫົວໜ້າອົງການໄອຍະການ ຫຼືສານກໍ່ໄດ້.ແຕ່ການຈັບຕົວໃນກໍລະນີຮີບດ່ວນແມ່ນມີແຕ່ເຈົ້າໜ້າ ທີ່ສືບສວນສອບສວນເທົ່ານັ້ນຈະປະຕິບັດໄດ້. ໃນກໍລະນີທີ່ບໍ່ແມ່ນເຈົ້າໜ້າທີ່ສືບສວນສອບສວນທໍາການຈັບ ຕົວນັ້ນຕ້ອງນໍາຜູ້ຖືກຈັບຕົວໄປມອບໃຫ້ເຈົ້າໜ້າທີ່ສືບສວນສອບສວນ ໃນທັນໃດ.ສໍາລັບການຈັບຕົວຢູ່ໃນເຂດຫ່າງໄກສອກຫຼີກນັ້ນໃຫ້ນໍາ ຕົວຜູ້ຖືກຈັບຕົວໄປມອບໃຫ້ເຈົ້າໜ້າທີ່ສືບສວນສອບສວນບໍ່ໃຫ້ເກີນ ເຈັດວັນນັບແຕ່ວັນຈັບຕົວເປັນຕົ້ນໄປ.


....ມາດຕາໜຶ່ງລ້ອຍສີ່ສິບເອັດ(ປັບປຸງ)ບົດບັນທຶກການຈັບຕົວ

ມາດຕາໜຶ່ງລ້ອຍສີ່ສິບເອັດ(ປັບປຸງ)ບົດບັນທຶກການຈັບຕົວ ໃນກໍລະນີໃດກໍ່ຕາມການຈັບຕົວຕ້ອງເຮັດບົດບັນທຶກໄວ້ເປັນ ຫຼັກຖານ. ໃນບົດບັນທຶກການຈັບຕົວນັ້ນຕ້ອງບອກຊື່,ນາມສະກຸນ,ຊັ້ນ, ຕໍາແໜ່ງ,ໜ້າທີ່ແລະບ່ອນປະຈໍາການຂອງເຈົ້າໜ້າທີ່ສືບສວນສອບ ສວນພ້ອມທັງຊື່ດນາມສະກຸນ,ອາຍຸ,ອາຊີບ,ຊັ້ນ,ຕໍາແໜ່ງ,ໜ້າທີ່ ແລະບ່ອນຢູ່ຂອງຜູ້ຖືກຈັບຕົວ,ວັນ,ເວລາແລະສະຖານທີ່ຈັບຕົວ,ຂໍ້ ກ່າວຫາ,ສາເຫດແລະຂໍມູນຫຼັກຖານທີ່ພາໃຫ້ຈັບຕົວ. ໃນບົດບັນທຶກຕ້ອງບອກຊື່,ຈໍານວນ,ປະເພດ,ນໍ້າໜັກ,ຄຸນນະ ພາບ,ຕໍານິແລະຮູບປະພັນອື່ນຂອງວັດຖຸສິ່ງຂອງທີ່ຖືກຢຶດເປັນຂອງ ກາງແລະວັດຖຸສິ່ງຂອງທີ່ເປັນຂອງຕິດຕົວຂອງຜູ້ຖືກຈັບຕົວ. ວັດຖຸສິ່ງຂອງທີ່ເປັນຂອງຕິດຕົວຂອງຜູ້ຖືກຈັບຕົວທີ່ຖືກຕ້ອງ ຕາມກົດໝາຍນັ້ນຕ້ອງມອບໃຫ້ຄອບຄົວຂອງຜູ້ກ່ຽວຄືນຢ່າງຄົບຖ້ວນ ແລະຢູ່ໃນສະພາບເດີມພ້ອມທັງເຮັດບົດບັນທຶກມອບຮັບຢ່າງຄັກແນ່ ໂດຍຊ້ອງໜ້າຜູ້ຖືກຈັບຕົວນັ້ນ.ໃນກໍລະນີທີ່ວັດຖຸສິ່ງຂອງທີ່ເປັນຂອງ ຕິດຕົວຂອງຜູ້ຖືກຈັບຕົວຫາກບໍ່ຄົບຖ້ວນຫຼືບໍ່ຢູ່ໃນສະພາບເດີມນັ້ນເຈົ້າ ໜ້າທີ່ຜູ້ປົກປັກຮັກສາວັດຖຸສິ່ງຂອງນັ້ນຈະໄດ້ຮັບຜິດຊອບທາງອາ ຍາຕາມທີ່ໄດ້ກໍານົດໄວ້ໃນກົດມາຍອາຍາ. ພາຍຫຼັງໄດ້ເຮັດບົດບັນທຶກການຈັບຕົວແລ້ວຕ້ອງອ່ານໃຫ້ຜູ້ ເຂົ້າຮ່ວມໃນການຈັບຕົວຟັງແລ້ວໃຫ້ລົງລາຍເຊັນແລະແປະໂປ້ມ ືໄວ້.


....ມາດຕາໜຶ່ງລ້ອຍສີ່ສິບສອງ(ປັບປຸງ)ການກັກຂັງພາງ

ມາດຕາໜຶ່ງລ້ອຍສີ່ສິບສອງ(ປັບປຸງ)ການກັກຂັງພາງ ການກັກຂັງພາງແມ່ນການກັກຂັງຊົ່ວຄາວກ່ອນຄໍາຕັດສິນ ຂອງສານໃຊ້ໄດ້ຢ່າງເດັດຂາດ. ການກັກຂັງພາງຕ້ອງມີຄໍາສັ່ງເປັນລາຍລັກອັກສອນຂອງຫົວ ໜ້າອົງການໄອຍະການຫຼືສານແລະຕ້ອງອີງໃສ່ເງື່ອນໄຂຕາມທີ່ໄດ້ ກໍານົດໄວ້ໃນມາດຕາໜຶ່ງລ້ອຍສາມສິບເກົ້າຂອງກົດໝາຍສະບັບນີ້. ຜູ້ຖືກກັກຂັງພາງຕ້ອງນໍາໄປກັກຂັງໂດຍແຍກຕ່າງຫາກຈາກ ນັກໂທດແລະຕ້ອງຢູ່ໃນເງື່ອນໄຂທີ່ເໝາະສົມເພາະຍັງຖືວ່າເປັນຜູ້ບໍລິ ສຸດຢູ່. ກໍານົດເວລາການກັກຂັງພາງໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ ໃນມາດຕາໜຶ່ງລ້ອຍສິບເອັດຂອງກົດໝາຍສະບັບນີ້ແລະໃຫ້ນັບເຂົ້າ ໃນກໍານົດເວລາການປະຕິບັດໂທດ.

....ມາດຕາໜຶ່ງລ້ອຍສີ່ສິບສາມ(ປັບປຸງ)ການປ່ອຍຕົວພາງ

ມາດຕາໜຶ່ງລ້ອຍສີ່ສິບສາມ(ປັບປຸງ)ການປ່ອຍຕົວພາງ ການປ່ອຍຕົວພາງແມ່ນການປ່ອຍຕົວຜູ້ຖືກຫາຊົ່ວຄາວ ກ່ອນການຕັດສິນຂອງສານ. ການປ່ອຍຕົວພາງຕ້ອງມີຄໍາສັ່ງເປັນລາຍລັກອັກສອນ ຂອງຫົວໜ້າອົງການໄອຍະການຫຼືສານ. ໃນເວລາດໍາເນີນຄະດີຫົວໜ້າອົງການໄອຍະການຫຼືສານ ອາດຕົກລົງປ່ອຍຕົວພາງໂດຍໜ້າທີ່ຫຼືປ່ອຍຕາມຄໍາຮ້ອງຂໍຂອງ ຜູ້ຖືກຫາ,ອົງການຈັດຕັ້ງທີ່ຜູ້ກ່ຽວສັງກັດຢູ່,ຜູ້ຕາງໜ້າ,ຜົວຫຼືເມຍ, ຜູ້ປົກຄອງ,ພໍ່,ແມ່ຫຼືຍາດພີ່ນ້ອງໃກ້ຊິດຂອງຜູ້ຖືກຫາກໍ່ໄດ້.

ການປ່ອຍຕົວພາງຈະປະຕິບັດໄດ້ກໍ່ຕໍ່ເມື່ອມີເງື່ອນໄຂດັ່ງນີ້: ໜຶ່ງເປັນການກະທໍາຜິດໃນສະຖານໂທສານຸໂທດທີ່ກົດາຍ ກໍານົດໂທດຕັດອິດສະລະພາບແຕ່ສາມປີລົງມາຍົກເວັ້ນການກະ ທໍາຜິດທີ່ບໍ່ເຂັດຫຼາບຫຼືເປັນອາຈິນ. ສອງມີຂໍ້ມູນຫຼືພື້ນຖານທີ່ພາໃຫ້ເຊື່ອໝັ້ນວ່າຜູ້ຖືກຫາຫຼືຈໍາ ເລີຍຈະບໍ່ເອົາຕົວຫຼົບໜີ,ຈະບໍ່ທໍາລາຍຫຼັກຖານ,ຈະບໍ່ໄປກະທໍາຜິດ ໃໝ່ອີກ,ຈະບໍ່ໄປທໍາຮ້າຍຜູ້ຖືກເສຍຫາຍ,ພະຍານຫຼືຜູ້ຖືກຫາຈະບໍ່ ຖືກທໍາຮ້າຍຈາກຜູ້ອື່ນ. ໃນການປ່ອຍຕົວພາງຕາມຄໍາຮ້ອງຂໍຂອງຜູ້ຖືກຫາ,ອົງ ການຈັດຕັ້ງທີ່ຜູ້ກ່ຽວສັງກັດຢູ່,ຜູ້ຕ້າງໜ້າ,ຫົວຫຼືເມຍ,ຜູ້ປົກຄອງ, ພໍ່ຫຼືແມ່ຫຼືຍາດພີ່ນ້ອງໃຫ້ຊິດຂອງຜູ້ຖືກຫານັ້ນໃຫ້ວາງເງິນຄໍ້າປະ ກັນຕາມແຕ່ລະກໍລະນີ. ໃນກໍລະນີທີ່ຜູ້ຖືກປ່ອຍຕົວພາງຫາກເອົາຕົວຫຼົບໜີຈາກ ການດໍາເນີນຄະດີເງິນຄໍ້າປະກັນນັ້ນກໍ່ຈະນໍາໃຊ້ແທນຄ່າເສຍ ຫາຍກ່ອນຖ້າຍັງເຫຼືອໃຫ້ຮິບເປັນຂອງລັດຕາມຄໍາຕັດສິນຂອງ ສານ.ຖ້າຜູ້ກ່ຽວຫາກປະຕິບັດພັນທະຢ່າງຖືກຕ້ອງແລະຄົບຖ້ວນ ຕາມເງື່ອນໄຂການປ່ອຍຕົວພາງແລ້ວເງິນຄໍ້າປະກັນນັ້ນກໍ່ຈະ ຖືກສົ່ງຄືນໃຫ້ຜູ້ຄໍ້າປະກັນ.

....ມາດຕາໜຶ່ງລ້ອຍສີ່ສິບສີ່(ປັບປຸງ)ການຄຸມຕົວຢູ່ກັບທີ່

ມາດຕາໜຶ່ງລ້ອຍສີ່ສິບສີ່(ປັບປຸງ)ການຄຸມຕົວຢູ່ກັບທີ່ ການຄຸມຕົວຢູ່ກັບທີ່ແມ່ນການບໍ່ອະນຸຍາດໃຫ້ຜູ້ຖືກຫາຫຼືຈໍາ ເລີຍອອກຈາກສະຖານທີ່ໃດໜຶ່ງເພື່ອຮັບປະກັນການດໍາເນີນຄະດີ. ການຄຸມຕົວຢູ່ກັບທີ່ຕ້ອງມີຄໍາສັ່ງຂອງຫົວໜ້າອົງການສືບສວນ ສອບສວນ,ຫົວໜ້າອົງການໄອຍະການຫຼືສານໂດຍບໍ່ໃຫ້ຜູ້ຖືກຫາຫຼືຈໍາ ເລີຍອອກຈາກສະຖານທີ່ປະຕິບັດ. ຫົວໜ້າອົງການສືບສວນສອບສວນ,ຫົວໜ້ອາົງການໄອຍະການ ຫຼືສານຕ້ອງສົ່ງຄໍາສັ່ງຄຸມຕົວຢູ່ກັບທີ່ໃຫ້ອົງການປົກຄອງບ້ານບ່ອນຜູ້ຖືກ ຫາຫຼືຈໍາເລີຍອາໄສຢູ່ຊາບພ້ອມທັງມອບໃຫ້ອົງການປົກຄອງບ້ານນັ້ນ ເປັນຜູ້ຄຸ້ມຄອງແລະຕິດຕາມຈົນກວ່າຈະມີຄໍາສັ່ງລົບລ້າງ. ໃນກໍລະນີທີ່ຜູ້ຖືກຫາຫຼືຈໍາເລີຍຫາກໄດ້ລະເມີດຄໍາສັ່ງຄຸມຕົວຢູ່ ກັບທີ່ອາດນໍາໃຊ້ມາດຕະການສະກັດກັ້ນອື່ນທີ່ໜັກກວ່າເກົ່າໃສ່ຜູ້ກ່ຽວ.

....ມາດຕາໜຶ່ງລ້ອຍສີ່ສິບຫ້າ(ປັບປຸງ)ການງົດໜ້າທີ່ຫຼືຕໍາແໜ່ງ

ມາດຕາໜຶ່ງລ້ອຍສີ່ສິບຫ້າ(ປັບປຸງ)ການງົດໜ້າທີ່ຫຼືຕໍາແໜ່ງ ການງົດໜ້າທີ່ຫຼືຕໍາແໜ່ງແມ່ນການໂຈະໜ້າທີ່ຫຼືຕໍາແໜ່ງ ຂອງຜູ້ຖືກສົງໄສຫຼືຜູ້ຖືກຫາຍ້ອນວ່າການກະທໍາຜິດນັ້ນພົວພັນເຖິງ ໜ້າທີ່ຫຼືຕໍາແນ໋ງຂອງຜູ້ກ່ຽວເພື່ອບໍ່ໃຫ້ເປັນອຸປະສັກໃນການສືບສວນ ສອບສວນ. ການງົດໜ້າທີ່ຫຼືຕໍາແໜ່ງຕ້ອງມີຄໍາສັ່ງເປັນລາຍລັກອັກສອນ ຂອງຫົວໜ້າອົງການໄອຍະການ. ຄໍາສັ່ງງົດໜ້າທີ່ຫຼືຕໍາແໜ່ງນັ້ນຕ້ອງສົ່ງໃຫ້ອົງການຈັດຕັ້ງທີ່ຜູ້ ຖືກສົງໄສຫຼືຜູ້ຖືກຫາສັງກັດຢູ່ເພື່ອພິຈາລະນາງົດໜ້າທີ່ຫຼືຕໍາແໜ່ງ.ຜູ້ ຖືກງົດໜ້າທີ່ຫຼືຕໍາແໜ່ງຍັງມີສິດໄດ້ຮັບເງິນເດືອນຕາມປົກກະຕິ. ຫົວໜ້າອົງການໄອຍະການອາດຍົກເລີກຄໍາສັ່ງງົດໜ້າທີ່ຫຼືຕໍາ ແໜ່ງໃນກໍລະນທີ່ເຫັນວ່າບໍ່ມີຄວາມຈໍາເປັນອີກຕໍ່ໄປ.


...ໝວດທີຫ້າການໂຈະ,ການຊັດມ້ຽນແລະການສິ່ນສຸດການສືບສວນສອບສວນ


....ມາດຕາໜຶ່ງລ້ອຍສີ່ສິບຫົກ(ປັບປຸງ)ການໂຈະການສືບສວນສອບສວນ

ມາດຕາໜຶ່ງລ້ອຍສີ່ສິບຫົກ(ປັບປຸງ)ການໂຈະການສືບສວນສອບ ສວນ ການໂຈະການສືບສວນສອບສວນແມ່ນການຢຸດເຊົາການ ສືບສວນສອບສວນໄວ້ຊົ່ວຕາວດ້ວຍເຫດໃດໜຶ່ງດັ່ງນີ້: ໜຶ່ງຜູ້ຖືກຫາໄດ້ລີ້ຊ່ອນ,ຫຼົບຫຼີກຈາກການດໍາເນີນຄະດີຫຼືບໍ່ຮູ້ ບ່ອນຢູ່ຂອງຜູ້ກ່ຽວ. ສອງບໍ່ສາມາດຮູ້ໄດ້ວ່າແມ່ນຜູ້ໃດເປັນຜູ້ກະທໍາຜິດ. ສາມຜູ້ຖືກຫາເຈັບປ່ວຍໜັກຫຼືເປັນບ້າເສຍຈິດໂດຍມີການຢັ້ງ ຢືນຈາກຄະນະແພດ.

ການໂຈະການສືບສວນສອບສວນໃນສາເຫດທີໜຶ່ງແລະທີ ສອງຈະມີໄດ້ກໍ່ຕໍ່ເມື່ອກໍານົດເວລາການສືບສວນສອບສວນຫາກໄດ້ ສິ້ນສຸດແລ້ວເທົ່ານັ້ນ. ສໍາລັບການໂຈະໃນສາເຫດທີໜຶ່ງກ່ອນຈະອອກຄໍາສັ່ງໂຈະ ການສືບສວນສອບສວນຫົວໜ້າອົງການສືບສວນສອບສວນຕ້ອງຂໍ ຄໍາສັ່ງຈັບຕົວແລ້ວຕິດຕາມຫາຈັບຕົວຜູ້ຖືກຫາ. ການໂຈະໃນສາເຫດທີສາມຫົວໜ້າອົງການສືບສວນສອບ ສວນຫຼືຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງສົ່ງຜູ້ຖືກຫາໄປ ປິ່ນປົວ. ການໂຈະການສືບສວນສອບສວນນັ້ນຕ້ອງມີຄໍາສັ່ງຂອງຫົວ ໜ້າອົງການສືບສວນສອບສວນຫຼືຂອງຫົວໜ້າອົງການໄອຍະການ ໃນກໍລະນີທີ່ອົງການໄອຍະການດໍາເນີນການສືບສວນ.ຄໍາສັ່ງໂຈະ ການສືບສວນສອບສວນຂອງຫົວໜ້າອົງການສືບສວນສອບສວນນັ້ນ ຕ້ອງລາຍງານໃຫ້ຫົວໜ້າອົງການໄອຍະການຊາບພາຍໃນຊາວສີ່ ຊົ່ວໂມງ. ໃນກໍລະນີທີ່ມີຜູ້ຖືກຫາຫຼາຍຄົນແຕ່ສາເຫດທີ່ພາໃຫ້ໂຈະການ ສືບສວນສອບສວນນັ້ນບໍ່ພົວພັນກັບຜູ້ຖືກຫາທັງໝົດ,ການໂຈະການ ສືບສວນສອບສວນກໍ່ຈະປະຕິບັດແຕ່ສະເພາະຜູ້ຖືກຫາທີ່ມີສາເຫດທີ່ ພາໃຫ້ໂຈະເທົ່ານັ້ນ. ຄໍາສັ່ງໂຈະຕ້ອງແຈ້ງໃຫ້ຜູ້ຖືກເສຍຫາຍຫຼືໂຈດທາງແພ່ງທີ່ ເປັນຄູ່ຄວາມພາຍໃນກໍານົດສາມວັນທາງລັດຖະການນັບແຕ່ວັນ ອອກຄໍາສັ່ງແລະພວກກ່ຽວມີສິດຂໍອຸທອນພາຍໃນກໍານົດເຈັດວັນນັບ ແຕ່ວັນຮັບຊາບຄໍາສັ່ງນັ້ນເປັນຕົ້ນໄປ. ຄໍາສັ່ງໂຈະຂອງຫົວໜ້າອົງການສືບສວນສອບສວນຕ້ອງຂ ໍອຸທອນໄປຍັງຫົວໜ້າອົງການໄອຍະການຂັ້ນດຽວກັນ.ຄໍາສັ່ງໂຈະ ຂອງຫົວໜ້າອົງການໄອຍະການຕ້ອງຂໍອຸທອນໄປຍັງຫົວໜ້າອົງ ການໄອຍະການຂັ້ນເທິງຖັດໄປ.ໃນກໍລະນີທີ່ຍັງບໍ່ພໍໃຈກໍ່ມີສິດຂໍລົບ ລ້າງພາຍໃນກໍານົດເວລາເຈັດວັນ. ຄະດີອາຍາທີ່ໄດ້ໂຈະໄວ້ນັ້ນກໍ່ຈະຖືກຊັດມ້ຽນເມື່ອຫາກໝົດ ອາຍຸຄວາມໃນການຮ້ອງຟ້ອງທາງອາຍາ.

....ມາດຕາໜຶ່ງລ້ອຍສີ່ສິບເຈັດ(ປັບປຸງ)ການສືບຕໍ່ການສືບສວນສອບສວນທີ່ຖືກໂຈະ

ມາດຕາໜຶ່ງລ້ອຍສີ່ສິບເຈັດ(ປັບປຸງ)ການສືບຕໍ່ການສືບສວນສອບ ສວນທີ່ຖືກໂຈະ ເມື່ອສາເຫດຂອງການໂຈະການສືບສວນສອບສວນຫາກຕົກ ໄປແລະອາຍຸຄວາມໃນການຮ້ອງຟ້ອງຍັງບໍ່ທັນສິ້ນສຸດຫົວໜ້າອົງການ ສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງສືບ ຕໍ່ດໍາເນີນການສືບສວນສອບສວນທີ່ຖືກໂຈະໄວ້ນັ້ນຄືນໃໝ່.

....ມາດຕາໜຶ່ງລ້ອຍສີ່ສິບແປດ(ປັບປຸງ)ການຊັດມ້ຽນຄະດີ

ມາດຕາໜຶ່ງລ້ອຍສີ່ສິບແປດ(ປັບປຸງ)ການຊັດມ້ຽນຄະດີ ການຊັດມ້ຽນຄະດີແມ່ນການຢຸດເຊົາການດໍາເດີນຄະດີດ້ວຍ ສາເຫດດັ່ງນີ້: ໜຶ່ງເມື່ອມີສາເຫດໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາຫົກ ຂອງກົດໝາຍສະບັບນີ້. ສອງເມື່ອບໍ່ມີຫຼັກຖານພຽງພໍວ່າຜູ້ຖືກຫາໄດ້ເປັນຜູ້ກະທໍາຜິດ.

ໃນກໍລະນີທີ່ມີການຊັດມ້ຽນຄະດີນັ້ນຫົວໜ້າອົງການໄອຍະ ການຕ້ອງອອກຄໍາສັ່ງປ່ອຍຕົວຜູ້ຖືກຫາໃນທັນໃດພ້ອມທັງສົ່ງຄືນສິ່ງ ຂອງຕິດຕົວທີ່ຖືກຕ້ອງຕາມກົດໝາຍລວມທັງວັດຖຸສິ່ງຂອງທີ່ໄດ້ຍຶດ ເປັນຂອງກາງຊຶ່ງເປັນກໍາມະສິດຂອງຜູ້ກ່ຽວ. ການຊັດມ້ຽນຄະດີມີສອງປະເພດດັ່ງນີ້: ໜຶ່ງການຊັດມ້ຽນຄະດີທາງດ້ານກົດໝາຍ. ສອງການຊັດມ້ຽນຄະດີທາງດ້ານຫຼັກຖານ. ການຊັດມ້ຽນຄະດີທາງດ້ານກົດໝາຍແມ່ນການຊັດມ້ຽນຄະ ດີຕາມທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຂ້ອງມາດຕານີ້. ການຊັດມ້ຽນຄະດີທາງດ້ານຫຼັກຖານແມ່ນການຊັດແມ້ນຄະ ດີຕາມທີ່ໄດ້ກໍານົດໄວ້ໃນຂໍ້ສອງຂອງມາດຕານີ້. ຄໍາສັ່ງຊັດມ້ຽນຄະດີຕ້ອງແຈ້ງໃຫ້ຜູ້ເສຍຫາຍຫຼືໂຈດທາງ ແພ່ງທີ່ເປັນຄູ່ຄວາມພາຍໃນກໍານົດສາມວັນທາງລັດຖະການນັບແຕ່ ວັນອອກຄໍາສັ່ງແລະພວກກ່ຽວມີສິດຂໍອຸທອນພາຍໃນກໍານົດເຈັດວັນ ນັບແຕ່ວັນຮັບຊາບຄໍາສັ່ງນັ້ນເປັນຕົ້ນໄປ. ຄໍາສັ່ງຊັດມ້ຽນຄະດີຂອງຫົວໜ້າອົງການສືບສວນສອບສວນ ຕ້ອງຂໍອຸທອນໄປຍັງຫົວໜ້າອົງການໄອຍະການຂັ້ນດຽວກັນ.ຄໍາສັ່ງ ຊັດມ້ຽນຄະດີຂອງຫົວໜ້າອົງການໄອຍະການຕ້ອງຂໍອຸທອນໄປຍັງ ຫົວໜ້າອົງການໄອຍະການຂັ້ນເທິງຖັດໄປ.ໃນກໍລະນີທີ່ຍັງບໍ່ພໍໃຈກໍ່ມີ ສິດຂໍລົບລ້າງພາຍໃນກໍານົດເວລາເຈັດວັນ. ໃນກໍລະນີທີ່ມີການຊັດມ້ຽນຄະດີນັ້ນບົດສະຫຼຸບການສືບສວນ ສອບສວນຕ້ອງບອກແຈ້ງສະພາບການເຄື່ອນໄຫວດໍາເນີນການສືບ ສວນສອບສວນ,ເຫດຜົນແລະພື້ນຖານທີ່ພາໃຫ້ຊັດມ້ຽນຄະດີ.


....ມາດຕາໜຶ່ງລ້ອຍສີ່ສິບເກົ້າ(ປັບປຸງ)ການສືບຕໍ່ການສືບສວນສອບສວນຄະດີທີ່ຖືກຊັດມ້ຽນ

ມາດຕາໜຶ່ງລ້ອຍສີ່ສິບເກົ້າ(ປັບປຸງ)ການສືບຕໍ່ການສືບສວນສອບ ສວນຄະດີທີ່ຖືກຊັດມ້ຽນ ການຊັດມ້ຽນຄະດີທາງດ້ານກົດໝາຍບໍ່ສາມາດໃຫ້ສືບຕໍ່ການ ສືບສວນສອບສວນຄືນໃໝ່ໄດ້. ການຊັດມ້ຽນຄະດີທາງດ້ານຫຼັກຖານສາມາດໃຫ້ສືບຕໍ່ການສືບ ສວນສອບສວນຄືນໃໝ່ໄດ້. ການສືບຕໍ່ການສືບສວນສອບສວນຄະດີທີ່ຖືກຊັດມ້ຽນນັ້ນຈະດໍາ ເນີນໄດ້ກໍ່ຕໍ່ເມື່ອຫາກມີຫຼັກຖານໃໝ່ແລະອາຍຸຄວາມໃນການຮ້ອງຟ້ອງ ທາງອາຍາຍັງບໍ່ທັນໄດ້ສິ້ນສຸດເທື່ອ. ໃນການສືບຕໍ່ການສືບສວນສອບສວນຄະດີທີ່ຖືກຊັດມ້ຽນແລ້ວ ນັ້ນຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງລົບລ້າງຄໍາສັ່ງຊັດ ມ້ຽນຄະດີດັ່ງກ່າວແລ້ວສັ່ງໃຫ້ສືບຕໍ່ການສືບສວນສອບສວນຄືນໃໝ່.

....ມາດຕາໜຶ່ງລ້ອຍຫ້າສິບ(ໃໝ່)ການສິ້ນສຸດການສືບສວນສອບສວນ

ມາດຕາໜຶ່ງລ້ອຍຫ້າສິບ(ໃໝ່)ການສິ້ນສຸດການສືບສວນສອບສວນ ການສືບສວນສອບສວນຈະສິ້ນສຸດລົງໄດ້ກໍ່ຕໍ່ເມື່ອຫົວໜ້າອົງ ການສືບສວນສອບສວນຫຼືເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງ ການໄອຍະການຫຼືພະນັກງານໄອຍະການໄດ້ສໍາເລັດການສືບສວນ ສອບສວນແລະເຮັດບົດສະຫຼຸບຜົນຂອງການສືບສວນສອບສວນ. ບົດສະຫຼຸບຜົນຂອງການສືບສວນສອບສວນປະກອບດ້ວຍເນື້ອ ໃນດັ່ງນີ້: ໜຶ່ງເຫດການຂອງການກະທໍາຜິດ. ສອງຫຼັກຖານຢັ້ງຢືນການະທໍາຜິດ. ສາມຄໍາເຫັນກ່ຽວກັບການສືບສວນສອບສວນ. ສີ່ມາດຕະການສະກັດກັ້ນທີ່ໄດ້ປະຕິບັດຜ່ານມາ. ຫ້າຂອງກາງໃນຄະດີແລະການນໍາໃຊ້ມາດຕະການຍຶດຊັບ, ອາຍັດຊັບເພື່ອຮັບປະກັນການປະຕິບັດຄໍາຕັດສິນຂອງສານ. ຫົກເຫດຜົນແລະພື້ນຖານທີ່ພາໃຫ້ສັ່ງຟ້ອງລວມທັງຂໍ້ສະເໜີ ກ່ຽວກັບການແກ້ໄຂຄະດີ.

ຈາກນັ້ນຈຶ່ງປະກອບສໍານວນຄະດີແລ້ວສົ່ງໃຫ້ອົງອານໄອຍະ ການພ້ອມດ້ວຍຂອງກາງພາຍໃນກໍານົດສາມວັນ,ໃນກໍລະນີທີ່ອອກ ຄໍາສັ່ງຊັດມ້ຽນຄະດີຕ້ອງລາຍງານຕໍ່ອົງການໄອຍະການໃນທັນໃດ.


..ພາກທີເຈັດສິດແລະໜ້າທີ່ຂອງອົງການໄອຍະການໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນສອບສວນແລະການສັ່ງ


...ໝວດທີໜຶ່ງສິດແລະໜ້າທີ່ຂອງອົງການໄອຍະການໃນການຕິດຕາມກວວດກາການປະຕິບັດກົດໝາຍຂອງອົງການສືບສວນສອບສວນ


....ມາດຕາໜຶ່ງລ້ອຍຫ້າສິບເອັດ(ປັບປຸງ)ສິດແລະໜ້າທີ່ຂອງອົງການໄອຍະການ

ມາດຕາໜຶ່ງລ້ອຍຫ້າສິບເອັດ(ປັບປຸງ)ສິດແລະໜ້າທີ່ຂອງອົງການ ໄອຍະການ ໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງ ການສືບສວນສອບສວນອົງການໄອຍະການມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຮ້ອງຟ້ອງ,ເປີດການສືບສວນສອບສວນແລະສັ່ງຟ້ອງຜູ້ ກະທໍາຜິດ,ນໍາໃຊ້ມາດຕະການເພື່ອບໍ່ໃຫ້ຜູ້ກະທໍາຜິດຫຼຸດພົ້ນອອກຈາກ ການດໍາເນີນຄະດີ. ສອງຕິດຕາມກວດກາການເຄົາລົບລະບຽບການດໍາເນີນ ການສືບສວນສອບສວນ. ສາມຕິດຕາມກວດກາເພື່ອບໍ່ໃຫ້ບຸກຄົນໃດໜຶ່ງໄດ້ຖືກກັກຕົວ, ຈັບຕົວຫຼືກັກຂັງໂດຍບໍ່ຖືກຕ້ອງຕາມກົດໝາຍ. ສີ່ຕິດຕາມກວດກາຢ່າງເຂັ້ມງວດເພື່ອບໍ່ໃຫ້ຜູ້ບໍ່ໄດ້ກະທໍາຜິດ ຖືກລົງໂທດ. ຫ້າທວງເອົາສໍານວນຄະດີອາຍາ,ເອກະສານແລະຂໍ້ມູນຕ່າງ ໆກ່ຽວກັບການກະທໍາຜິດຈາກອົງການສືບສວນສອບສວນເພື່ອທໍາ ການກວດກາ. ຫົກເຂົ້າຮ່ວມການສືບສວນສອບສວນຄະອີອາຍາແລະໃນກໍ ລະນີທີ່ຈໍາເປັນຈະດໍາເນີນການສືບສວນສອບສວນດ້ວຍຕົວເອງກໍ່ ໄດ້. ເຈັດລົບລ້າງຄໍາສ່ັງຂອງຫົວໜ້າອົງການສືບສວນສອບສວນ ທີ່ບໍ່ຖືກຕ້ອງຕາມກົດມາຍຫຼືບໍ່ມີເຫດຜົນ. ແປດໃຫ້ການແນະນໍາເປັນລາຍລັກອັກສອນກ່ຽວກັບການສືບ ສວນສອບສວນຄະດີອາຍາ,ການຊອກຫາຜູ້ກະທໍາຜິດ.ການຕີຄວາມ ໝາຍຂອງການກະທໍາຜິດ.ການນໍາໃຊ້ມາດຕະການຕ່າງໆໃນການ ສືບສວນສອບສວນ. ເກົ້າອອກຄໍາສັ່ງພາຕົວ,ຈັບຕົວ,ກັກຂັງ,ກວດຄົ້ນເຄຫະສະ ຖານແລະອອກຄໍາສັ່ງປ່ອຍຕົວພາງ. ສິບຕໍ່ກໍານົດເວລາການສືບສວນສອບສວນແລະກໍານົດເວລາ ການກັກຂັງພາງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ສິບເອັດສົ່ງສໍານວນຄະດີຄືນໃຫ້ເຈົ້າໜ້າທີ່ສືບສວນສອບສວນ ຫຼືພະນັກງານໄອຍະການພ້ອມດ້ວຍຄໍາແນະນໍາກ່ຽວກັບການສືບ ສວນສອບສວນເພີ່ມເຕີມ. ສິບສອງສັ່ງໃຫ້ເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານ ໄອຍະການທີ່ໄດ້ລະເມີດກົດໝາຍໃນເວລາດໍາເນີນຄະດີຢຸດເຊົາ ການສືບສວນສອບສວນພ້ອມທັງດໍາເນີນຄະດີຖ້າຫາກເຫັນວ່າການ ລະເມີດນັ້ນເປັນການກະທໍາຜິດທາງອາຍາ. ສິບສາມໂຈະການດໍາເນີນຄະດີຫຼືຊັດມ້ຽນຄະດີຕາມສາເຫດ ທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍສີ່ສິບຫົກແລະໜຶ່ງລ້ອຍສີ່ສິບເຈັດ ຂອງກົດໝາຍສະບັບນີ້. ສິບສີ່ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ.


....ມາດຕາໜຶ່ງລ້ອຍຫ້າສິບສອງ(ປັບປຸງ)ກໍານົດເວລາໃນການຄົ້ນຄວ້າຄະດີແລະການລົງຄໍາເຫັນ

ມາດຕາໜຶ່ງລ້ອຍຫ້າສິບສອງ(ປັບປຸງ)ກໍານົດເວລາໃນການຄົ້ນ ຄວ້າຄະດີແລະການລົງຄໍາເຫັນ ຫົວໜ້າອົງການໄອຍະການຕ້ອງຄົ້ນຄວ້າຄະດີທີ່ໄດ້ຮັບຈາກ ອົງການສືບສວນສອບສວນຫຼືພະນັກງານໄອຍະການຢ່າງຊ້າບໍ່ໃຫ້ ເກີນສິບຫ້າວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນນຕົ້ນໄປແລ້ວຕ້ອງ ອອກຄໍາສັ່ງໃດໜຶ່ງດັ່ງນີ້: ໜຶ່ງຖ້າຫາກເຫັນວ່າການສືບສວນສອບສວນຄະດີຍັງບໍ່ທັນ ຄົບຖ້ວນນັ້ນຫົວໜ້າອົງການໄອຍະການຕ້ອງສົ່ງສໍານວນຄະດີຄືນ ໃຫ້ອົງການສືບສວນສອບສວນຫຼືພະນັກງານໄອຍະການພ້ອມດ້ວຍ ປະເດັນການສືບສວນສອບສວນເພີ່ມເຕີມ. ສອງຖ້າຫາກເຫັນວ່າມີສາເຫດທີ່ພາໃຫ້ໂຈະການສືບສວນ ສອບສວນຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍສີ່ສິບຫົກຂອງ ກົດໝາຍສະບັບນີ້ຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງໂຈະ ການດໍາເນີນຄະດີ. ສາມຖ້າຫາກເຫັນວ່າມີສາເຫດທີ່ພາໃຫ້ຊັດມ້ຽນຄະດີຕາມທີ່ ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍສີ່ສິບແປດຂອງກົດໝາຍສະບັບ ນີ້ຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງຊັດມ້ຽນຄະດີ. ສີ່ຖ້າຫາກເຫັນວ່າມາດຕະການສະກັດກັ້ນຊຶ່ງຫົວໜ້າອົງການ ສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານໄອ ຍະການໄດ້ນໍາໃຊ້ນັ້ນຍັງບໍ່ທັນສອດຄ່ອງກັບສະພາບຂອງຄະດີແລ້ວ ຫົວໜ້າອົງການໄອຍະການກໍ່ມີສິດປ່ຽນແປງ,ເພີ່ມເຕີມ,ຍົກເລີກຫຼື ລົບລ້າງມາດຕະການດັ່ງກ່າວ. ຫ້າຖ້າຫາກເຫັນວ່າມີຂໍ້ມູນລັກຖານພຽງພໍຮັດກຸມແລ້ວຫົວ ໜ້າອົງການໄອຍະການຕ້ອງອອກຄໍາສັ່ງຟ້ອງຜູ້ຖືກຫາຂຶ້ນສານ.

ພາຍຫຼັງໄດ້ລົງຄໍາເຫັນໃດໜຶ່ງຕາມທີ່ໄດ້ກ່າວມານີ້ແລ້ວຫົວ ໜ້າອົງການໄອຍະການຕ້ອງແຈ້ງໃຫ້ຜູ້ຖືກຫາ,ຜູ້ຖືກເສຍຫາຍ,ໂຈດ ທາງແພ່ງແລະຜູ້ຮັບຜິດຊອບທາງແພ່ງພາຍໃນກໍານົດເວລາສາມ ວັນທາງລັດຖະການນັບແຕ່ວັນອອກຄໍາສັ່ງເປັນຕົ້ນໄປ. ຄູ່ຄວາມມີສິດເບິ່ງສໍານວນຄະດີ,ອ່ານຄໍາສັ່ງຂອງຫົວໜ້າອົງ ການໄອຍະການ,ຈົດກ່າຍຫຼືອັດສໍາເນົາເອກະສານໃນສໍານວນຄະດີ. ອົງການໄອຍະການຕ້ອງສົ່ງຄໍາສັ່ງຟ້ອງແລະສໍານວນຄະດີ ພ້ອມດ້ວຍຂອງກາງໄປຍັງສານພາຍໃນກໍານົດສາມວັນທາງລັດຖະ ການນັບແຕ່ວັນໄດ້ອອກຄໍາສັ່ງຟ້ອງເປັນຕົ້ນໄປ. ໃນກໍລະນີທີ່ເຫັນວ່າຄະດີທີ່ກໍາລັງຄົ້ນຄວ້າພິຈາລະນາຢູ່ນັ້ນ ຫາກບໍ່ຢູ່ໃນສິດແລະໜ້າທີ່ຂອງຕົນຫົວໜ້າອົງການໄອຍະການຕ້ອງ ສົ່ງສໍານວນຄະດີໄປຍັງອົງການໄອຍະການທີ່ມີສິດແລະໜ້າທີ່ເປັນຜູ້ ດໍາເນີນ. ກໍານົດເວລາໃນການຄົ້ນຄ້ວາຄະດີແລະການລົງຄໍາເຫັນຂອງ ອົງການໄອຍະການໃນຂັ້ນອຸທອນແລະຂັ້ນລົບລ້າງແມ່ນຢ່າງຊ້າບໍ່ ໃຫ້ເກີນສາມສິບວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປ.


....ມາດຕາໜຶ່ງລ້ອຍຫ້າສິບສາມ(ໃໝ່)ການສົ່ງສໍານວນຄະດີຄືນເພື່ອໃຫ້ສືບສວນສອບສວນເພີ່ມເຕີມ

ມາດຕາໜຶ່ງລ້ອຍຫ້າສິບສາມ(ໃໝ່)ການສົ່ງສໍານວນຄະດີຄືນເພື່ອ ໃຫ້ສືບສວນສອບສວນເພີ່ມເຕີມ ພາຍຫຼັງໄດ້ຄົ້ນຄວ້າສໍານວນຄະດີແລ້ວອົງການໄອຍະການ ອາດສົ່ງສໍານວນຄະດີຄືນໃຫ້ອົງການສືບສວນສອບສວນເພື່ອສືບສວນ ສອບສວນເພີ່ມເຕີມໃນກໍລະນີດັ່ງນີ້: ໜຶ່ງປະກອບຂ້ໍມູນຫຼັກຖານຍັງບໍ່ທັນຄົບຖ້ວນຊຶ່ງອົງການໄອ ຍະການບໍ່ສາມາດດໍາເນີນການສືບສວນສອບສວນເພີ່ມເຕີມດ້ວຍຕົນ ເອງໄດ້. ສອງມີພື້ນຖານໃນການເປີດການສືບສວນສອບສວນໃສ່ຜູ້ຖືກ ຫາລືຜູ້ຮ່ວມມືອື່ນໃນຄະດີດຽວກັນທີ່ຍັງບໍ່ທັນໄດ້ນໍາຕົວມາດໍາເນີນຄະ ດີ. ສາມມີການລະເມີດກົດໝາຍວ່າດ້ວຍການດໍາເນີນຄະດີອາ ຍາ. ການການສົ່ງສໍານວນຄະດີຄືນໃຫ້ອົງການສືບສວນສອບສວນ ຫົວໜ້າອົງການໄອຍະການຕ້ອງເຮັດປະເດັນການສືບສວນສອບສວນ ເພີ່ມເຕີມ. ອົງການສືບສວນສອບສວນຕ້ອງສົ່ງສໍານວນຄະດີພ້ອມທັງບົດ ສະຫຼຸບຜົນຂອງການສືບສວນສອບສວນເພີ່ມເຕີມໄປຍັງອົງການໄອ ຍະການທີ່ກ່ຽວຂ້ອງພາຍໃນກໍານົດສາມສິບວັນນັບແຕ່ວັນໄດ້ຮັບປະ ເດັນການສືບສວນສອບສວນເພີ່ມເຕີມເປັນຕົ້ນໄປ.


...ໝວດທີສອງການສັ່ງຟ້ອງຂຶ້ນສານ


....ມາດຕາໜຶ່ງລ້ອຍຫ້າສິບສີ່(ໃໝ່)ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ

ມາດຕາໜຶ່ງລ້ອຍຫ້າສິບສີ່(ໃໝ່)ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານແມ່ນການອອກຄໍາສັ່ງໂດຍ ຫົວໜ້າອົງການໄອຍະການຊຶ່ງຕັ້ງຂໍ້ກ່າວຫາໃສ່ຜູ້ຖືກຫາເພື່ອໃຫ້ ສານພິຈາລະນາຕັດສິນ. ຄໍາສັ່ງຟ້ອງຜູ້ຖືກຫາຂຶ້ນສານຕ້ອງມີເນື້ອໃນດັ່ງນີ້: ໜຶ່ງວັນ,ເດືອນ,ປີແລະສະຖານທີ່ອອກຄໍາສັ່ງຟ້ອງ. ສອງຊື່,ນາມສະກຸນ,ໜ້າທີ່ແລະຕໍາແໜ່ງພ້ອມທັງລາຍເຊັນ ຂອງຜູ້ອອກຄໍາສັ່ງຟ້ອງ. ສາມຊື່ແລະນາມສະກຸນຂອງຜູ້ຖືກຫາ,ອາຍຸ,ສັນຊາດ,ເຜົ່າ, ອາຊີບ,ເລກບັດປະຈໍາຕົວຫຼືສໍາມະໂນຄົວ,ທີ່ຢູ່. ສີ່ຂໍ້ກ່າວຫາ,ວັນ,ເດືອນ,ປີກັກຂັງ,ປ່ອຍຕົວພາງ,ສະຖານທີ່ ກັກຂັງ,ມາດຕາກົດໝາຍອາຍາຫຼືກົດໝາຍອື່ນທີ່ກໍານົດໂທດທາງ ອາຍາ. ຫົວໜ້າອົງການໄອຍະການຕ້ອງແຈ້ງຄໍາສັ່ງຟ້ອງໃຫ້ຜູ້ຖືກ ຫາຫຼືທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຜູ້ກ່ຽວແລ້ວໃຫ້ລົງລາຍ ເຊັນຮັບຮູ້ພາຍໃນສາມວັນລັດຖະການກ່ອນການສົ່ງສໍານວນຄະດີ ໃຫ້ສານ.ໃນກໍລະນີທີ່ບໍ່ລົງລາຍເຊັນໃນຄໍາສັ່ງຟ້ອງກໍ່ໃຫ້ບັນທຶກໄວ້. ໃນການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕ້ອງສົ່ງສໍານວນຄະດີ ແລະຂອງກາງເພື່ອໃຫ້ສານພິຈາລະນາຕາມກົດມາຍ.

....ມາດຕາໜຶ່ງລ້ອຍຫ້າສິບຫ້າ(ໃໝ່)ການກະທໍາຜິດຂອງເດັກທີ່ບໍ່ສົ່ງໃຫ້ສານ

ມາດຕາໜຶ່ງລ້ອຍຫ້າສິບຫ້າ(ໃໝ່)ການກະທໍາຜິດຂອງເດັກທີ່ ບໍ່ສົ່ງໃຫ້ສານ ການກະທໍາຂອງເດັກທີ່ມີອາຍຸຕໍາກວ່າສິບແປດປີແຕ່ບໍ່ໃຫ້ຫຼຸດ ສິບຫ້າປີທີ່ເປັນການກະທໍາຜິດໃນສະຖານລະຫຸໂທດຫຼືໂທສານຸໂທດທີ່ບໍ່ ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມຊຶ່ງກົດໝາຍກໍານົດໂທດຕັດອິດສະ ລະພາບຕໍ່າກວ່າສາມປີລົງມາຈະບໍ່ສົ່ງໃຫ້ສານຕັດສິນແລະຈະຖືກແກ້ ໄຂຕາມກົດໝາຍວ່າດ້ວຍການປົກປ້ອງສິດແລະຜົນປະໂຫຍດຂອງ ເດັກແລະຕາມກົດໝາຍອາຍາ.


....ມາດຕາໜຶ່ງລ້ອຍຫ້າສິບຫົກ(ໃໝ່)ຄໍາຖະແຫຼງ

ມາດຕາໜຶ່ງລ້ອຍຫ້າສິບຫົກ(ໃໝ່)ຄໍາຖະແຫຼງ ຄໍາຖະແຫຼງແມ່ນຄໍາເຫັນຂອງຫົວໜ້າອົງການໄອຍະການ ທີ່ໄຈ້ແຍກການກະທໍາຜິດຂອງຈໍາເລີຍຕໍ່ສານໂດຍຊີ້ໃຫ້ເຫັນສີ່ອົງ ປະກອບຂອງການກະທໍາຜິດທາງອາຍາຄື:ດ້ານວັດຖຸກໍາ,ກ້ານພາ ວະວິໄສ,ດ້ານອັດຕະວິໄສແລະເຈົ້າກໍາ;ສາເຫດທີ່ພາໃຫ້ຫຼຸດຜ່ອນ ຫຼືເພີ່ມຄວາມຮັບຜິດຊອບທາງອາຍາ,ເງື່ອນໄຂອື່ນທີ່ມີຄວາມສໍາ ຄັນສໍາລັບຄະດີ,ມາດຕາກົດໝາຍອາຍາ,ກົດໝາຍອື່ນທີ່ກໍານົດ ໂທດທາງອາຍາ,ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ,ກົດ ໝາຍວ່າດ້ວຍອົງການໄອຍະການປະຊາຊົນແລະກົດໝາຍອື່ນທີ່ ກ່ຽວຂ້ອງ. ຜູ້ຖືກຫາ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຜູ້ກ່ຽວມີສິດ ອ່ານແລະຈົດກ່າຍຫຼືອັດສໍາເນົາເອົາເນື້ອໃນຄໍາຖະແຫຼງ. ຄໍາຖະແຫຼງຂອງອົງການໄອຍະການໄດ້ກໍານົດໄວ້ໃນລະ ບຽບການສະເພາະ.

...ໝວດທີສາມການສັ່ງຟ້ອງຂຶ້ນສານໂດຍກົງ


....ມາດຕາໜຶ່ງລ້ອຍຫ້າສິບເຈັດ(ໃໝ່)ການສັ່ງຟ້ອງຂຶ້ນສານໂດຍກົງ

ມາດຕາໜຶ່ງລ້ອຍຫ້າສິບເຈັດ(ໃໝ່)ການສັ່ງຟ້ອງຂຶ້ນສານໂດຍກົງ ການສັ່ງຟ້ອງຂຶ້ນສານໂດຍກົງແມ່ນການທີ່ຫົວໜ້າອົງການ ໄອຍະການສັ່ງຟ້ອງຜູ້ຖືກຫາຂຶ້ນສານໂດຍບໍ່ຕ້ອງເປີດການສືບສວນ ສອບສວນ.

....ມາດຕາໜຶ່ງລ້ອຍຫ້າສິບແປດ(ໃໝ່)ເງື່ອນໄຂການສັ່ງຟ້ອງຂຶ້ນສານໂດຍກົງ

ມາດຕາໜຶ່ງລ້ອຍຫ້າສິບແປດ(ໃໝ່)ເງື່ອນໄຂການສັ່ງຟ້ອງຂຶ້ນ ສານໂດຍກົງ ການສັ່ງຟ້ອງຂຶ້ນສານໂດຍກົງຕ້ອງມີເງື່ອນໄຂດັ່ງນີ້: ໜຶ່ງເປັນການກະທໍາຜິດໃນສະຖານລະຫຸໂທດຫຼືໂທສານຸໂທດ ທີ່ກົດໝາຍກໍານົດໂທດຕັດອິດລະນະພາບຕໍ່າກວ່າສາມປີ. ສອງມີຫຼັກຖານຄົບຖ້ວນເປັນຕົ້ນເປັນການກະທໍາຜິດເຊິ່ງໜ້າ, ມີການຮັບສາລະພາບຂອງຜູ້ຖືກຫາ.

....ມາດຕາໜຶ່ງລ້ອຍຫ້າສິບເກົ້າ(ໃໝ່)ຂັ້ນຕອນການສັ່ງຟ້ອງຂຶ້ນສານໂດຍກົງ

ມາດຕາໜຶ່ງລ້ອຍຫ້າສິບເກົ້າ(ໃໝ່)ຂັ້ນຕອນການສັ່ງຟ້ອງຂຶ້ນ ສານໂດຍກົງ ເມື່ອມີເງື່ອນໄຂຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ ໜຶ່ງລ້ອຍຫ້າສິບແປດຂອງກົດໝາຍສະບັບນີ້ຫົວໜ້າອົງການສືບ ສວນສອບສວນຫຼືພະນັກງານໄອຍະການຕ້ອງສົ່ງສໍານວນຄະດີພ້ອມ ດ້ວຍຂອງກາງຄະດີແລະຜູ້ຖືກຫາໃຫ້ອົງການໄອຍະການພາຍໃນ ກໍານົດສີ່ສິບແປດຊົ່ວໂມງ,ສໍາລັບເຂດຫ່າງໄກສອກຫຼີກນັ້ນແມ່ນ ພາຍໃນກໍານົດເຈັດວັນນັບແຕ່ວັນເກີດເຫດຫຼືວັນແຈ້ງຄວາມເປັນ ຕົ້ນໄປ. ຫົວໜ້າອົງການໄອຍະການຕ້ອງສັ່ງຟ້ອງຂຶ້ນສານໂດຍກົງ ພາຍໃນກໍານົດສີ່ສິບແປດຊົ່ວໂມງນັບແຕ່ເວລາໄດ້ຮັບສໍານວນຄະ ດີເປັນຕົ້ນໄປ.


..ພາກທີແປດການດໍາເນີນຄະດີຢູ່ສານຂັ້ນຕົ້ນ


...ໝວດທີໜຶ່ງສິດອໍານາດຂອງສານຕັດສິນຄະດີອາຍາເປັນຂັ້ນຕົ້ນ


....ມາດຕາໜຶ່ງລ້ອຍຫົກສິບ(ໃໝ່)ການທີ່ມີສິດອໍານາດໃນການຕັດສິນຄະດີອາຍາເປັນຂັ້ນຕົ້ນ

ມາດຕາໜຶ່ງລ້ອຍຫົກສິບ(ໃໝ່)ການທີ່ມີສິດອໍານາດໃນການຕັດສິນ ຄະດີອາຍາເປັນຂັ້ນຕົ້ນ ສານທີ່ມີສິດອໍານາດຕັດສິນຄະດີອາຍາເປັນຂັ້ນຕົ້ນມີດັ່ງນີ້: ໜຶ່ງສານປະຊາຊົນເຂດມີສິດອໍານາດພິຈາລະນາຕັດສິນເປັນ ຂັ້ນຕົ້ນຄະດີອາຍາທີ່ກົດໝາຍໄດ້ກໍານົດໂທດຕັດອິດສະລະພາບຕໍ່າ ກວ່າສາມປີຍົກເວັ້ນຄະດີເດັກກະທໍາຜິດ. ສອງການປະຊາຊົນແຂວງ,ນະຄອນມີສິດອໍານາດພິຈາລະ ນາຕັດສິນເປັນຂັ້ນຕົ້ນຄະດີອາຍາທີ່ບໍ່ຂຶ້ນກັບສິດອໍານາດຂອງສານ ປະຊາຊົນເຂດ. ສາມສານທະຫານພາກມີສິດອໍານາດພິຈາລະນາຕັດສິນ ເປັນຂັ້ນຕົ້ນຄະດີອາຍາກ່ຽວກັບການກະທໍາຜິດທີ່ເກີດຂຶ້ນໃນຂົງ ເຂດວຽກງານການທະຫານຫຼືໃນຂອບເຂດຕັ້ງທັບຂອງທະຫານ.

....ມາດຕາໜຶ່ງລ້ອຍຫົກສິບເອັດ(ໃໝ່)ສິດອໍານາດຂອງສານປະຊາຊົນເຂດແລະສານປະຊາຊົນແຂວງ,ນະຄອນ

ມາດຕາໜຶ່ງລ້ອຍຫົກສິບເອັດ(ໃໝ່)ສິດອໍານາດຂອງສານປະຊາ ຊົນເຂດແລະສານປະຊາຊົນແຂວງ,ນະຄອນ ໃນການພິຈາລະນາຕັດສິນຂອງສານປະຊາຊົນເຂດແລະ ສານປະຊາຊົນແຂວງ,ນະຄອນໃຫ້ປະຕິບັດດັ່ງນີ້: ໜຶ່ງທຸກການກະທໍາຜິດທາງອາຍາທີ່ຕົກຢູ່ໃນວັກໃດໜຶ່ງ ຂອງມາດຕາກົດໝາຍອາຍາຫຼືກົດໝາຍອື່ນຊຶ່ງກໍານົດໂທດຕັດອິດ ສະລະພາບຕໍ່ກວ່າສາມປີແມ່ນສິດອໍານາດຂອງສານປະຊາຊົນເຂດ. ສອງທຸກການກະທໍາຜິດທາງອາຍາທີ່ຕົກຢູ່ໃນວັກໃດໜຶ່ງ ຂອງມາດຕາກົດໝາຍອາຍາຫຼືກົດໝາຍອື່ນຊຶ່ງກໍານົດໂທດຕັດອິດ ສະລະພາບແຕ່ສາມປີຂຶ້ນໄປແລະທຸກການກະທໍາຜິດຂອງເດັກໃນ ກໍລະນີທີ່ບໍ່ມີສານເດັກແມ່ນສິດອໍານາດຂອງສານປະຊາຊົນແຂວງ, ນະຄອນ. ສາມສໍາລັບການກະທໍາຜິດທາງອາຍາຊຶ່ງມີຜູ້ກະທໍາຜິດ ຫຼາຍຄົນແຕ່ໃນນັ້ນມີບາງຄົນກົດໝາຍໄດ້ກໍານົດໂທດຕັດອິດສະ ລະພາບແຕ່ສາມປີຂຶ້ນໄປນັ້ນຄະດີດັ່ງກ່າວແມ່ນສິດອໍານາດຂອງ ສານປະຊາຊົນແຂວງ,ນະຄອນ.


....ມາດຕາໜຶ່ງລ້ອຍຫົກສິບສອງ(ໃໝ່)ສິດອໍານາດຂອງສານທາງດ້ານພື້ນທີ່

ມາດຕາໜຶ່ງລ້ອຍຫົກສິບສອງ(ໃໝ່)ສິດອໍານາດຂອງສານທາງ ດ້ານພື້ນທີ່ ສິດອໍານາດທາງດ້ານພື້ນທີ່ໃນການຕັດສິນຄະດີອາຍາ ຂອງສານປະຊາຊົນແລະສານທະຫານມີດ່ັງນີ້: ໜຶ່ງສານບ່ອນການກະທໍາຜິດໄດ້ເກີດຂຶ້ນເວັ້ນເສຍແຕ່ໃນ ກໍລະນີທີ່ຈໍາເປັນເພື່ອຮັບປະກັນຄວາມປອດໄພແລະຄວາມຍຸດຕິ ທໍາປະທານສານປະຊາຊົນສູງສຸດມີສິດຕົກລົງໃຫ້ສານບອ່ນອື່ນ ຕັດສິນກໍ່ໄດ້. ສອງສໍາລັບການກະທໍາຜິດຊຶ່ງຜູ້ດຽວໄດ້ກໍ່ຂຶ້ນຢູ່ຫຼາຍບ່ອນ ຫຼືຫຼາຍແຂວງໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາເກົ້າສິບ ເຈັດຂອງກົດໝາຍສະບັບນີ້. ສາມໃນກໍລະນີທີ່ການກະທໍາຜິດຫາກໄດ້ເກີດຂຶ້ນຢູ່ໃນເຮືອ ບິນ,ເຮືອ,ກໍາປັ່ນໂດຍສານຫຼືຂົນສົ່ງຂອງສປປລາວທີ່ກໍາລັງດໍາ ເນີນການບໍລິການຢູ່ພາຍໃນຫຼືຢູ່ຕ່າງປະເທດນັ້ນສານບ່ອນເຮືອບິນ, ເຮືອ,ກໍາປັ່ນມາຈອດຢູ່ສະໜາມບິນຫຼືທ່າເຮືອບ່ອນທໍາອິດຂອງສປ ປລາວເປັນສານທີ່ມີສິດອໍານາດ. ສີ່ຄົນລາວທີ່ໄດ້ກະທໍາຜິດຢູ່ຕ່າງປະເທດແລະໄດ້ຖືກນໍາມາ ດໍາເນີນຄະດີຢູ່ສປປລາວໃຫ້ສານປະຊາຊົນແຂວງ,ນະຄອນບ່ອນ ສຸດທ້າຍຂອງຜູ້ກ່ຽວຢູ່ສປປລາວມີສິດອໍານາດ.ຖ້າຫາກບໍ່ຮູ້ບ່ອນ ຢູ່ສຸດທ້າຍຂອງຜູ້ກ່ຽວຢູ່ສປປລາວແລ້ວກໍ່ໃຫ້ປະທານສານປະຊາ ຊົນສູງສຸດຕົກລົງໃຫ້ສານໃດໜຶ່ງມີສິດອໍານາດ.


....ມາດຕາໜຶ່ງລ້ອວຫົກສິບສາມ(ໃໝ່)ການຊີ້ຂາດກ່ຽວກັບສິດອໍານາດຂອງສານ

ມາດຕາໜຶ່ງລ້ອວຫົກສິບສາມ(ໃໝ່)ການຊີ້ຂາດກ່ຽວກັບສິດ ອໍານາດຂອງສານ ໃນກໍລະນີທີ່ມີຂໍ້ຂັດແຍ່ງໃນການຊີ້ຂາດກ່ຽວກັບສິດອໍານາດ ຂອງສານໃຫ້ປະຕິບັດດັ່ງນີ້: ໜຶ່ງການຊີ້ຂາດກ່ຽວກັບສິດອໍານາດຂອງສານປະຊາຊົນ ເຂດຢູ່ແຂວງ,ນະຄອນດຽວກັນແມ່ນປະທານສານປະຊາຊົນແຂວງ, ນະຄອນເປັນຜູ້ຕົກລົງ. ສອງການຊີ້ຂາດກ່ຽວກັບສິດອໍານາດຂອງສານປະຊາຊົນ ເຂດທີ່ຢູ່ແຂວງຕ່າງກັນແມ່ນປະທານສານປະຊາຊົນພາກເປັນຜູ້ ຕົກລົງ. ສາມການຊີ້ຂາດກ່ຽວກັບສິດອໍານາດຂອງສານປະຊາຊົນ ແຂວງ,ນະຄອນດ້ວຍການແມ່ນປະທານສານປະຊາຊົນສູງສຸດເປັນ ຜູ້ຕົກລົງ. ສີ່ການຊີ້ຂາດກ່ຽວກັບສິດອໍານາດຂອງສານປະຊາຊົນແລະ ສານທະຫານແມ່ນປະທານສານປະຊາຊົນສູງສຸດເປັນຜູ້ຕົກລົງ.

...ໝວດທີສອງການຮັບເອົາຄະດີມາພິຈາລະນາ


....ມາດຕາໜຶ່ງລ້ອຍຫົກສິບສີ່(ປັບປຸງ)ການຮັບເອົາຄະດີມາພິຈາລະນາ

ມາດຕາໜຶ່ງລ້ອຍຫົກສິບສີ່(ປັບປຸງ)ການຮັບເອົາຄະດີມາພິຈາ ລະນາ ສານຈະຮັບເອົາສໍານວນຄະດີອາຍາມາພິຈາລະນາໄດ້ກໍ່ຕໍ່ ເມື່ອຫາກມີຄໍາສັ່ງຟ້ອງຂຶ້ນສານຂອງຫົວໜຶາອົງການໄອຍະການ ເທົ່ານັ້ນ.

....ມາດຕາໜຶ່ງລ້ອຍຫົກສິບຫ້າ(ປັບປຸງ)ກໍານົດເວລາໃນການພິຈາລະນາຕັດສິນຄະດີຢູ່ສານຂັ້ນຕົ້ນ

ມາດຕາໜຶ່ງລ້ອຍຫົກສິບຫ້າ(ປັບປຸງ)ກໍານົດເວລາໃນການພິຈາລະ ນາຕັດສິນຄະດີຢູ່ສານຂັ້ນຕົ້ນ ສານປະຊົນເຂດ,ສານປະຊາຊົນແຂວງດນະຄອນຂັ້ນຕົ້ນ ແລະສານທະຫານພາກຕ້ອງພິຈາລະນາຕັດສິນຄະດີພາຍໃນກໍາ ນົດສາມສິບວັນນັບແຕ່ວັນໄດ້ຮັບຄໍາສັ່ງຟ້ອງຈາກຫົວໜ້າອົງການ ໄອຍະການເປັນຕົ້ນໄປ. ສໍາລັບຄະດີທີ່ສັ່ງຟ້ອງຂຶ້ນສານໂດຍກົງຕ້ອງພິຈາລະນາຕັດ ສິນພາຍໃນກໍານົດສີ່ສິບແປດຊົ່ວໂມງນັບແຕ່ວເລາໄດ້ຮັບຄໍາສັ່ງ ຟ້ອງໂດຍກົງຈາກຫົວໜ້າອົງການໄອຍະການເປັນຕົ້ນໄປ.ຄໍາຕັດ ສິນຂອງສານໃນກໍລະນີນີ້ສາມາດຂໍອຸທອນໄດ້ແຕ່ບໍ່ມີສິດຂໍລົບລ້າງ.


....ມາດຕາໜຶ່ງລ້ອຍຫົກສິບຫົກ(ປັບປຸງ)ມາດຕະການຂອງສານ

ມາດຕາໜຶ່ງລ້ອຍຫົກສິບຫົກ(ປັບປຸງ)ມາດຕະການຂອງສານ ໃນການດໍາເນີນຄະດີຢູ່ສານສານມີສິດນໍາໃຊ້ວິທີການສືບ ສວນສອບສວນແລະມາດຕະການສະກັດກັ້ນຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍສະບັບນີ້. ໃນກໍລະນີທີ່ມີການນໍາໃຊ້,ປ່ຽນແປງຫຼືຍົກເລີກມາດຕະການ ສະກັດກັ້ນສານຕ້ອງແຈ້ງໃຫ້ອົງການໄອຍະການຂັ້ນດຽວກັນ,ຈໍາ ເລີຍ,ໂຈດທາງແພ່ງ,ທະນາຍຄວາມ,ຜູ້ປົກປ້ອງອື່ນຫຼືສະຖານທີ່ກັກ ຂັງຈໍາເລີຍໃນທັນໃດ.

....ມາດຕາໜຶ່ງລ້ອຍຫົກສິບເຈັດ(ປັບປຸງ)ການຄົ້ວຄວ້າຄະດີຂອງສານ

ມາດຕາໜຶ່ງລ້ອຍຫົກສິບເຈັດ(ປັບປຸງ)ການຄົ້ວຄວ້າຄະດີຂອງສານ ພາຍຫຼັງທີ່ສານໄດ້ຮັບສໍານວນຄະດີຈາກອົງການໄອຍະການ ແລ້ວປະທານສານຈະມອບໃຫ້ຜູ້ພິພາກສາໃດໜຶ່ງເປັນຜູ້ຄົ້ນຄວ້າ ຄວາມຖືກຕ້ອງແລະຄົບຖ້ວນກ່ຽວກັບການດໍາເນີນຄະດີຂອງອົງ ການສືບສວນສອບສວນ,ອົງການໄອຍະການແລະຄໍາສັ່ງຟ້ອງຂອງ ຫົວໜ້າອົງການໄອຍະການຈາກນັ້ນກໍ່ນໍາສະເໜີປະທານສານເພື່ອ ພິຈາລະນາຕົກລົງຕາມແຕ່ລະກໍລະນີດັ່ງນີ້: ໜຶ່ງສົ່ງສໍານວນຄະດີຄືນໃຫ້ອົງການໄອຍະການເພື່ອທໍາການ ສືບສວນສອບສວນເພີ່ມເຕີມຖ້າເຫັນວ່າການສືບສວນສອບສວນຫາກ ຍັງບໍ່ທັນຄົບຖ້ວນ. ສອງສົ່ງສໍານວນຄະດີຄືນໃຫ້ອົງການໄອຍະການເພື່ອສັ່ງຟ້ອງ ເພີ່ມເຕີມຖ້າເຫັນວ່າຍັງມີການກະທໍາອື່ນຫຼືມີບຸກຄົນອື່ນທີ່ບໍ່ທັນໄດ້ຖືກ ສັ່ງຟ້ອງຂຶ້ນສານ. ສາມຕົກລົງວັນ,ເວລານໍາເອົາຄະດີອອກພິຈາລະນາໃນທີ່ປະ ຊຸມສານຖ້າເຫັນວ່າການສືບສວນສອບສວນຫາກໄດ້ດໍາເນີນໄປຢ່າງ ຖືກຕ້ອງແລະຄົບຖ້ວນແລ້ວ.

ພາຍຫຼັງປະທານສານໄດ້ອອກຄໍາຕົກລົງໃດນຶ່ງດັ່ງທີ່ກ່າວ ມາຂ້າງເທິງນີ້ແລ້ວກໍ່ຕ້ອງແຈ້ງໃຫ້ຈໍາເລີຍແລະຜູ້ເຂົ້າຮ່ວມອື່ນໃນ ການດໍາເນີນຄະດີຊາບພາຍໃນກໍານົດເວລາສາມວັນນັບແຕ່ວັນ ອອກຄໍາຕົກລົງເປັນຕົ້ນໄປ.


....ມາດຕາໜຶ່ງລ້ອຍຫົກສິບແປດ(ໃໝ່)ການສົ່ງສໍານວນຄະດີຄືນເພື່ອດໍາເນີນການສືບສວນສອບສວນເພີ່ມເຕີມ

ມາດຕາໜຶ່ງລ້ອຍຫົກສິບແປດ(ໃໝ່)ການສົ່ງສໍານວນຄະດີຄືນເພື່ອ ດໍາເນີນການສືບສວນສອບສວນເພີ່ມເຕີມ ປະທານສານຈະອອກຄໍາສັ່ງສົ່ງສໍານວນຄະດີໄປຍັງອົງ ການໄອຍະການເພື່ອດໍາເນີນການສືບສວນສອບສວນຫຼືສັ່ງຟ້ອງ ເພີ່ມເຕີມຕາມແຕ່ລະກໍລະນີດັ່ງນີ້: ໜຶ່ງຂາດຫຼັກຖານທີ່ສໍາຄັນ. ສອງມີພື້ນຖານທີ່ພາໃຫ້ເຊື່ອຖືໄດ້ວ່າຈໍາເລີຍຍັງມີການກະ ທໍາຜິດຫຼືມີຜູ້ກະທໍາຜິດອື່ນອີກໃນຄະດີດຽວກັນທີ່ບໍ່ທັນໄດ້ສັ່ງຟັ້ງຂຶ້ນ ສານ. ການສືບສວນສອບສວວນເພີ່ມເຕີມນັ້ນຕ້ອງເຮັດເປັນປະ ເດັນພ້ອມທັງບອກແຈ້ງບັນຫາທີ່ຕ້ອງການສືບສວນສອບສວນ. ໃນການສືບສວນສອບສວນເພີ່ມເຕີມນັ້ນຖ້າຫາກມີສາເຫດ ທີ່ພາໃຫ້ຊັດມ້ຽນຄະດີຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍສີ່ ສິບແປດຂອງກົດໝາຍສະບັບນີ້ຫົວໜ້າອົງການໄອຍະການຕ້ອງ ອອກຄໍາສັ່ງຊັດມ້ຽນຄະດີແລ້ວແຈ້ງໃຫ້ສານຊາບ. ຖ້າວ່າອົງການໄອຍະການຫາກບໍ່ສາມາດເກັບກໍຂໍ້ມູນເພີ່ມ ເຕີມຕາມຄໍາສະເໜີຂອງສານແລະຍັງຢືນຢັນຄໍາສັ່ງຟ້ອງຂອງຕົນ ສານຕ້ອງນໍາເອົາຄະດີອອກພິຈາລະນາໃນທີ່ປະຊຸມສານ.

....ມາດຕາໜຶ່ງລ້ອຍຫົກສິບເກົ້າ(ໃໝ່)ເນື້ອໃນຂອງຄໍາສັ່ງໃຫ້ນໍາເອົາຄະດີອອກພິຈາລະນາ

ມາດຕາໜຶ່ງລ້ອຍຫົກສິບເກົ້າ(ໃໝ່)ເນື້ອໃນຂອງຄໍາສັ່ງໃຫ້ນໍາເອົາ ຄະດີອອກພິຈາລະນາ ຫຼັງຈາກຜູ້ພິພາກສາໄດ້ຄົ້ນຄວ້າສໍານວນຄະດີສໍາເລັດແລ້ວ ປະທານສານຕ້ອງອອກຄໍາສັ່ງໃຫ້ນໍາເອົາຄະດີອອກພິຈາລະນາໃນ ທີ່ປະຊຸມສານ. ຄໍາສັ່ງມີເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງຊື່ແລະນາມສະກຸນ,ອາຍຸ,ສັນຊາດ,ອາຊີບ,ແລະທີ່ຢູ່ຂອງ ຈໍາເລີຍ. ສອງຂໍ້ກ່າວຫາແລະມາດຕາກົດໝາຍອາຍາຫຼືກົດໝາຍອື່ນ ທີ່ກໍານົດໂທດທາງອາຍາຕາມຄໍາສັ່ງຟ້ອງ. ສາມວັນ,ເວລາແລະສະຖານທີ່ປະຊຸມສານ.

....ມາດຕາໜຶ່ງລ້ອຍເຈັດສິບ(ໃໝ່)ການຮຽກບຸກຄົນຫຼືການຈັດຕັ້ງເຂົ້າມາໃຫ້ການ

ມາດຕາໜຶ່ງລ້ອຍເຈັດສິບ(ໃໝ່)ການຮຽກບຸກຄົນຫຼືການຈັດຕັ້ງ ເຂົ້າມາໃຫ້ການ ເພື່ອເຮັດໃຫ້ການໄຕ່ສວນຄະດີໄດ້ດໍາເນີນໄຢ່າງຮອບ ດ້ານ,ຄົບຖ້ວນແລະພາວະວິໄສນັ້ນສານຈະຮຽກບຸກຄົນຫຼືການ ຈັດຕັ້ງທີ່ກ່ຽວຂ້ອງເຂົ້າມາໃຫ້ການຫຼືນໍາຫຼັກຖານຕ່າງໆມາສະ ເໜີໃນທີ່ປະຊຸມສານຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍ ສິບສາມຂອງກົດໝາຍສະບັບນີ້.

...ໝວດທີສາມລະບຽບການລວມກ່ຽວກັບການດໍາເນີນຄະດີໃນທີ່ປະຊຸມສານ


....ມາດຕາໜຶ່ງລ້ອຍເຈັດສິບເອັດ(ໃໝ່)ຄະນະສານຂັ້ນຕົ້ນ

ມາດຕາໜຶ່ງລ້ອຍເຈັດສິບເອັດ(ໃໝ່)ຄະນະສານຂັ້ນຕົ້ນ ຄະນະສານຂັ້ນຕົ້ນປະກອບດ້ວຍຜູ້ພິພາກສາສາມຄົນໃນນັ້ນ ຜູ້ໜຶ່ງເປັນປະທານແລະອີກສອງຄົນເປັນຄະນະ. ຜູ້ພິພາກສາທີ່ເປັນປະທານຄະນະສານມີໜ້າທີ່ນໍາພາການ ໄຕ່ສວນຄະດີຢ່າງເປັນກາງໃນທີ່ປະຊຸມສານ. ຜູ້ພິພາກສາທີ່ເປັນຄະນະສານຕ້ອງເຂົ້າຮວມໄຕ່ສວນຄະດີ ໃນທີ່ປະຊຸມສານນັບແຕ່ເລີ່ມຕົ້ນຈົນສໍາເລັດ. ໃນກໍລະນີທີ່ການໄຕ່ສວນຄະດີໃນທີ່ປະຊຸມສານໄດ້ດໍາເນີນ ໄປໃນໄລຍະໜຶ່ງແລ້ວແຕ່ມີຜູ້ພິພາກສາໃດໜຶ່ງໃນຄະນະສານບໍ່ສາ ມາດສືບຕໍ່ເຂົ້າຮ່ວມປະຊຸມສານໄດ້ປະທານສານຕ້ອງແຕ່ງຕັ້ງຜູ້ພິ ພາກສາຄົນໃໝ່ປ່ຽນແທນແລະການໄຕ່ສວນຄະດີຕ້ອງເລີ່ມຄືນໃໝ່.

....ມາດຕາໜຶ່ງລ້ອຍເຈັດສິບສອງ(ໃໝ່)ລະບຽບການປະຊຸມສານ

ມາດຕາໜຶ່ງລ້ອຍເຈັດສິບສອງ(ໃໝ່)ລະບຽບການປະຊຸມສານ ກ່ອນຈະເລີ່ມປະຊຸມສານຈ່າສານຕ້ອງແຈ້ງລະບຽບການ ໃຫ້ຜູ້ເຂົ້າຮ່ວມໃນທີ່ປະຊຸມສານຊາບ. ທຸກຄົນໃນທີ່ປະຊຸມສານຕ້ອງເຄົາລົບຄະນະສານ,ປະຕິບັດ ຕາມລະບຽບການແລະຄໍາແນະນໍາຂອງປະທານຄະນະສານ. ໃນເວລາຄະນະສານເຂົ້າມາແລະອອກຈາກທີ່ປະຊຸມສານ ລວມທັງໃນເວລາອ່ານຄໍາຕັດສິນໝົດທຸກຄົນຕ້ອງຢືນຂຶ້ນເພື່ອເຄົາ ລົບສານ. ບຸກຄົນທີ່ຖືກຮຽກໃຫ້ເຂົ້າຮ່ວມໃນການໄຕ່ສວນຄະດີໃນທີ່ ປະຊຸມສານມີສິດສະເໜີຄໍາເຫັນຂອງຕົນຕໍ່ຄະນະສານພາຍຫຼັງໄດ້ ຮັບອະນຸຍາດຈາກປະທານຄະນະສານ.ຖ້າຜູ້ຖືກໄຕ່ສວນຫາກມີບັນ ຫາທາງດ້ານສຸຂະພາບປະທານຄະນະສານຈະອະນຸຍາດໃຫ້ຜູ້ກ່ຽວ ນັ່ງໃຫ້ການກໍ່ໄດ້. ເດັກທີ່ມີອາຍຸຕໍ່າກວ່າສິບແປດປີບໍ່ອະນຸຍາດໃຫ້ເຂົ້າໃນທີ່ ປະຊຸມສານຍົກເວັ້ນເດັກກະທໍາຜິດແລະເດັກຖືກເຄາະຮ້າຍ. ລະບຽບການລະອຽດກ່ຽວກັບການປະຊຸມສານໄດ້ກໍານົດ ໄວ້ຕ່າງຫາກ.


....ມາດຕາໜຶ່ງລ້ອຍເຈັດສິບສາມ(ໃໝ່)ມາດຕະການຕໍ່ຜູ້ລະເມີດລະບຽບການປະຊຸມສານ

ມາດຕາໜຶ່ງລ້ອຍເຈັດສິບສາມ(ໃໝ່)ມາດຕະການຕໍ່ຜູ້ລະເມີດ ລະບຽບການປະຊຸມສານ ບຸກຄົນທີ່ລະເມີດລະບຽບການປະຊຸມສານຕ້ອງຖືກຕັກເຕືອນ, ສັ່ງໃຫ້ອອກຫຼືນໍາຕົວອອກຈາກຫ້ອງປະຊຸມສານຫຼືຖືກດໍາເນີນຄະດີ ແລະສັ່ງຟ້ອງກັບທີ່ໃນກໍລະນີຈໍາເປັນ. ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຢູ່ທີ່ປະຊຸມສານຕ້ອງຮັກ ສາລະບຽບແລະປະຕິບັດຄໍາສັ່ງຂອງປະທານຄະນະສານຕໍ່ຜູ້ລະເມີດ.


....ມາດຕາໜຶ່ງລ້ອຍເຈັດສິບສີ່(ໃໝ່)ການເຂົ້າຮ່ວມຂອງຫົວໜ້າອົງການໄອຍະການ

ມາດຕາໜຶ່ງລ້ອຍເຈັດສິບສີ່(ໃໝ່)ການເຂົ້າຮ່ວມຂອງຫົວໜ້າອົງ ການໄອຍະການ ຫົວໜ້າອົງການໄອຍະການຕ້ອງເຂົ້າຮ່ວມການໄຕ່ສວນ ຄະດີໃນທີ່ປະຊຸມສານຂອງສານຂັ້ນດຽວກັນຫຼືອາດມອບໝາຍໃຫ້ ພະນັກງານໄອຍະການເຂົ້າຮ່ວມໃນທີ່ປະຊຸມສານແທນຕົນກໍ່ໄດ້.


....ມາດຕາໜຶ່ງລ້ອຍເຈັດສິບຫ້າ(ໃໝ່)ການເຂົ້າຮ່ວມຂອງຈໍາເລີຍ

ມາດຕາໜຶ່ງລ້ອຍເຈັດສິບຫ້າ(ໃໝ່)ການເຂົ້າຮ່ວມຂອງຈໍາເລີຍ ຈໍາເລີຍຕ້ອງເຂົ້າຮ່ວມການໄຕ່ສວນຄະດີໃນທີ່ປະຊຸມສານ ຕາມໝາຍຮຽກຂອງສານ. ໃນກໍລະນີທີ່ຈໍາເລີຍບໍ່ໄດ້ຖືກກັກຂັງຫາກບໍ່ເຂົ້າຮ່ວມໃນການ ໄຕ່ສວນຄະດີໂດຍບໍ່ມີເຫດຜົນຜູ້ກ່ຽວກໍ່ຈະຖືກພາຕົວຕາມທີ່ໄດ້ກໍານົດ ໄວ້ໃນມາດຕາໜຶ່ງລ້ອຍສາມສິບເຈັດຂອງກົດໝາຍສະບັບນີ້. ຖ້າຈໍາເລີຍຫາກບໍ່ສາມາດເຂົ້າມາຮ່ວມໃນທີ່ປະຊຸມສານ ຍ້ອນມີເຫດຜົນພຽງພໍສານກໍ່ຈະເລື່ອນການປະຊຸມສານອອກໄປ. ຖ້າຈໍາເລີຍຫາກເຈັບເປັນຢ່າງກະທັນຫັນໃນທີ່ປະຊຸມສານ ຄະນະານຕ້ອງໂຈະການໄຕ່ສວນຈົນກວ່າຈໍາເລີຍຈະເຊົາເປັນປົກ ກະຕິ. ຖ້າຈໍາເລີຍຫາກໄດ້ເອົາຕົວຫຼົບໜີຄະນະສານຕ້ອງອອກຄໍາ ສັ່ງຈັບຕົວຜູ້ກ່ຽວມາດໍາເນີນຄະດີ. ຈໍາເລີຍທີີ່ຖືກກັກຂັງພາງໃນເວລາເຂົ້າຮ່ວມໃນທີ່ປະຊຸມ ສານມີສິດພົບກັບທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຕົນເທົ່ານັ້ນ. ສ່ວນການພົວພັນກັບບຸກຄົນອື່ນກໍ່ຕ້ອງໄດ້ຮັບອະນຸຍາດຈາກປະ ທານຄະນະສານເທົ່ານັ້ນ. ຈໍາເລີຍທີ່ບໍ່ໄດ້ຖືກກັກຂັງພາງຕ້ອງເຂົ້າຮ່ວມໃນທີ່ປະຊຸມ ສານແຕ່ຕົ້ນຈົນສໍາເລັດ.


....ມາດຕາໜຶ່ງລ້ອຍເຈັດສິບຫົກ(ໃໝ່)ການເຂົ້າຮ່ວມຂອງຜູ້ຖືກເສຍຫາຍ,ໂຈດທາງແພ່ງແລະຜູ້ຮັບຜິດຊອບທາງແພ່ງ

ມາດຕາໜຶ່ງລ້ອຍເຈັດສິບຫົກ(ໃໝ່)ການເຂົ້າຮ່ວມຂອງຜູ້ຖືກເສຍ ຫາຍ,ໂຈດທາງແພ່ງແລະຜູ້ຮັບຜິດຊອບທາງແພ່ງ ຜູ້ຖືກເສຍຫາຍ,ໂຈດທາງແພ່ງແລະຜູ້ຮັບຜິດຊອບທາງ ແພ່ງຕ້ອງເຂົ້າຮ່ວມໃນທີ່ປະຊຸມສານຕາມໝາຍຮຽກຂອງສານ. ໃນກໍລະນີທີ່ຜູ້ຖືກເສຍຫາຍ,ໂຈດທາງແພ່ງຫຼືຜູ້ຮັບຜິດຊອບ ທາງແພ່ງຫາກບໍ່ໄດ້ເຂົ້າຮ່ວມໃນທີ່ປະຊຸມສານຄະນະສານຕ້ອງພິ ຈາລະນາຕາມແຕ່ລະກໍລະນີວ່າຈະເລື່ອນຫຼືຈະດໍາເນີນການໄຕ່ ສວນຄະດີໃນທີ່ປະຊຸມສານ.


....ມາດຕາໜຶ່ງລ້ອຍເຈັດສິບເຈັດ(ໃໝ່)ການເຂົ້າຮ່ວມຂອງພະຍານ

ມາດຕາໜຶ່ງລ້ອຍເຈັດສິບເຈັດ(ໃໝ່)ການເຂົ້າຮ່ວມຂອງພະຍານ ພະຍານຕ້ອງເຂົ້າຮ່ວມໃນທີ່ປະຊຸມສານເພື່ອໃຫ້ຄວາມກະ ຈ່າງແຈ້ງກ່ຽວກັບສະພາບຂອງຄະດີ. ຖ້າພະຍານຫາກບໍ່ເຂົ້າຮ່ວມໃນການໄຕ່ສວນຄະດີໂດຍບໍ່ມີ ເຫດຜົນຜູ້ກ່ຽວກໍ່ຈະຖືກພາຕົວຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງ ລ້ອຍສາມສິບເຈັດຂອງກົດໝາຍສະບັບນີ້. ຖ້າພະຍານຫາກບໍ່ສາມາດເຂົ້າຮ່ວມແຕ່ຜູ້ກ່ຽວໄດ້ໃຫ້ການ ລະອຽດກ່ຽວກັບຄະດີຕໍ່ເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານ ໄອຍະການແລ້ວສານຕ້ອງນໍາເອົາບົດບັນທຶກຄໍາໃຫ້ການຂອງຜູ້ ກ່ຽວມາອ່ານໃນທີ່ປະຊຸມສານ.ໃນກໍລະນີທີ່ສານເຫັນວ່າບັນຫາທີ່ ຍົກຂຶ້ນນັ້ນມີຄວາມສໍາຄັນແລະຈໍາເປັນຄະນະສານຕ້ອງເລື່ອນ ການໄຕ່ສວນຄະດີອອກໄປ.


....ມາດຕາໜຶ່ງລ້ອຍເຈັດສິບແປດ(ໃໝ່)ການເຂົ້າຮ່ວມຂອງທະນາຍຄວາມຫຼືຜູ້ປົກປ້ອງອື່ນ

ມາດຕາໜຶ່ງລ້ອຍເຈັດສິບແປດ(ໃໝ່)ການເຂົ້າຮ່ວມຂອງທະນາຍ ຄວາມຫຼືຜູ້ປົກປ້ອງອື່ນ ທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຈໍາເລີຍມີພັນທະເຂົ້າ ຮ່ວມການດໍາເນີນຄະດີໃນທີ່ປະຊຸມສານແລະຕ້ອງສົ່ງຄໍາຖະແຫຼງ ຂອງຕົນເປັນລາຍລັກອັກສອນໃຫ້ສານກ່ອນວັນເປີດປະຊຸມສານ. ໃນກໍລະນີຜູ້ຖືກຫາຫຼືຈໍາເລີຍຫາກແມ່ນເດັກທີ່ຍັງບໍ່ທັນເຖິງ ກະສຽນອາຍຸສິບແປດປີ,ຄົນຫູໜວກ,ຕາບອດ,ປາກກືກ,ຄົນປັນຍາ ອ່ອນເສຍຈິດແລະຜູ້ກະທໍາຜິດໃນສະຖານທີ່ກົດໝາຍກໍານົດໂທດ ປະຫານຊີວິດນັ້ນຈໍາເປັນຕ້ອງມີທະນາຍຄວາມຫຼືຜູ້ປົກປ້ອງອື່ນເຂົ້າ ຮ່ວມ. ໃນກໍລະນີທະນາຍຄວາມຫຼືຜູ້ປົກປ້ອງອື່ນບໍ່ເຂົ້າຮ່ວມໃນທີ່ ປະຊຸມສານສານຕ້ອງເປີດປະຊຸມສານເພື່ອດໍາເນີນການໄຕ່ສວນ ຄະດີຕາມລະບຽບການເວັ້ນເສຍແຕ່ທະນາຍຄວາມຫຼືຜູ້ປົກປ້ອງ ອື່ນຂອງຈໍາເລີຍມີເຫດຜົນສານຕ້ອງເລື່ອນການໄຕ່ສວນອອກໄປ.


....ມາດຕາໜຶ່ງລ້ອຍເຈັດສິບເກົ້າ(ໃໝ່)ການເຂົ້າຮ່ວມຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານ

ມາດຕາໜຶ່ງລ້ອຍເຈັດສິບເກົ້າ(ໃໝ່)ການເຂົ້າຮ່ວມຂອງຜູ້ຊ່ຽວ ຊານຫຼືຜູ້ຊໍານານງານ ຜູ້ຊ່ຽວຊານຫຼືຜູ້ຊໍານານງານຕ້ອງເຂົ້າຮ່ວມໃນທີ່ປະຊຸມ ສານເພື່ອໃຫ້ຄວາມເຫັນແລະຄໍາອະທິບາຍ. ຖ້າຜູ້ຊ່ຽວຊານຫຼືຜູ້ຊໍານານງານຫາກບໍ່ສາມາດເຂົ້າຮ່ວມ ໄດ້ຄະນະສານຕ້ອງພິຈາລະນາວ່າຈະເລື່ອນຫຼືຈະດໍາເນີນການໄຕ່ ສວນຄະດີໂດຍອີງໃສ່ຄວາມສໍາຄັນແລະຄວາມຈໍາເປັນຂອງການ ເຂົາຮ່ວມຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານນັ້ນ.


....ມາດຕາໜຶ່ງລ້ອຍແປດສິບ(ໃໝ່)ການເຂົ້າຮ່ວມຂອງຜູ້ແປພາສາ

ມາດຕາໜຶ່ງລ້ອຍແປດສິບ(ໃໝ່)ການເຂົ້າຮ່ວມຂອງຜູ້ແປພາສາ ຜູ້ແປພາສາຕ້ອງເຂົ້າຮ່ວມໃນທີ່ປະຊຸມສານເພື່ອແປພາສາ. ຖ້າຜູ້ແປພາສາຫາກບໍ່ສາມາດເຂົ້າຮ່ວມໄດ້ຄະນະສານຕ້ອງ ເລື່ອນການປະຊຸມສານອອກໄປ.


....ມາດຕາໜຶ່ງລ້ອຍແປດສິບເອັດ(ປັບປຸງ)ການໂຈະແລະການເລື່ອນການໄຕ່ສວນຄະດີໃນທີ່ປະຊຸມສານ

ມາດຕາໜຶ່ງລ້ອຍແປດສິບເອັດ(ປັບປຸງ)ການໂຈະແລະການເລື່ອນ ການໄຕ່ສວນຄະດີໃນທີ່ປະຊຸມສານ ການໂຈະການໄຕ່ສວນຄະດີໃນທີ່ປະຊຸມສານແມ່ນການຢຸດ ເຊົາການປະຊຸມສານຊົ່ວຄາວຍ້ອນມີສະພາບການໃດໜຶ່ງທີ່ເປັນອຸ ປະສັກຕໍ່ການໄຕ່ສວນຄະດີນັ້ນເປັນຕົ້ນຈໍາເລີຍເຈັບເປັນຢ່າງປະທັນ ຫັນຫຼືສູນເສຍຄວາມສາມາດທາງດ້ານການປະພຶດ. ການເລື່ອນການໄຕ່ສວນຄະດີແມ່ນການຕົກລົງເອົາຄະດີ ໄປໄຕ່ສວນໃນມື້ໜ້າຍ້ອນຄວາມຈໍາເປັນທີ່ຕ້ອງທວງເອົາຫຼັກຖານ ໃໝ່ຫຼືຜູ້ເຂົ້າຮ່ວມໃນຄະດີຜູ້ໃດຜູ້ໜຶ່ງທີ່ມີຄວາມສໍາຄັນຕໍ່ການພິຈາ ລະນາຄະດີນັ້ນບໍ່ມາຮ່ວມໃນທີ່ປະຊຸມສານຫຼືຍ້ອນເຫດສຸດວິໄສຫຼື ເຫດບັງເອີນ.


....ມາດຕາໜຶ່ງລ້ອຍແປດສິບສອງ(ໃໝ່)ກໍານົດເວລາຂອງການເລື່ອນການປະຊຸມສານ

ມາດຕາໜຶ່ງລ້ອຍແປດສິບສອງ(ໃໝ່)ກໍານົດເວລາຂອງການ ເລື່ອນການປະຊຸມສານ ຄະນະສານມີສິດຕົກລົງກໍານົດເວລາຂອງການເລື່ອນການ ປະຊຸມສານແຕ່ກໍານົດເວລາຂອງການເລື່ອນແຕ່ລະຄັ້ງສູງສຸດບໍ່ ໃຫ້ເກີນເຈັດວັນນັບແຕ່ວັນຕົກລົງເລື່ອນເປັນຕົ້ນໄປ.


....ມາດຕາໜຶ່ງລ້ອຍແປດສິບສາມ(ໃໝ່)ຂອບເຂດການພິຈາລະນາຕັດສິນຄະດີ

ມາດຕາໜຶ່ງລ້ອຍແປດສິບສາມ(ໃໝ່)ຂອບເຂດການພິຈາລະ ນາຕັດສິນຄະດີ ສານຕ້ອງນໍາເອົາຄໍາສັ່ງຟ້ອງຂອງຫົວໜ້າອົງການໄອຍະ ການແລະຄໍາຮ້ອງຂໍຂອງຄູ່ຄວາມມາພິຈາລະນາບົນພື້ນຖານຂໍ້ມູນ ຫຼັກຖານແລະຜົນຂອງການໄຕ່ສວນໃນທີ່ປະຊຸມສານເປັນຕົ້ນຕໍ.ທຸກ ຂໍ້ສະເໜີໃນຄໍາສັ່ງຟ້ອງແລະຄໍາຮ້ອງຂໍສານຕ້ອງນໍາມາພິຈາລະ ນາຕາມກົດໝາຍ.ບັນຫາໃດທີ່ອົງການໄອຍະການຫຼືຄູ່ຄວາມບໍ່ໄດ້ ສະເໜີສານຈະບໍ່ນໍາມາພິຈາລະນາ.


....ມາດຕາໜຶ່ງລ້ອຍແປດສິບສີ່(ໃໝ່)ບົດບັນທຶກປະຊຸມສານ

ມາດຕາໜຶ່ງລ້ອຍແປດສິບສີ່(ໃໝ່)ບົດບັນທຶກປະຊຸມສານ ບົດບັນທຶກະປະຊຸມສານມີເນື້ອໃນດັ່ງນີ້: ໜຶ່ງຊື່ແລະຄໍາຂວັນຂອງປະເທດ. ສອງວັນເວລາແລະສະຖານທີ່ປະຊຸມສານ. ສາມເລກທີແລະວັນທີ,ເດືອນ,ປີຂອງຄະດີ. ສີ່ຊື່ແລະນາມສະກຸນຂອງຄະນະສານ. ຫ້າຊື່ແລະນາມສະກຸນຂອງຫົວໜ້າຫຼືຜູ້ຕາງໜ້າອົງການ ໄອຍະການແລະຈ່າສານ. ຫົກຊື່ແລະນາມສະກຸນຂອງຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດ ທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມຫຼືຜູ້ປົກປ້ອງ ອື່ນ. ເຈັດຂໍ້ກ່າວຫາ,ວັນທີເດືນປີຖືກັກຕົວຫຼືຈັບຕົວ,ຖືກັກຂັງ; ສະຖານທີ່ກັກຂັງ;ວັນທີເດືອນປີປ່ອຍຕົວພາງ. ແປດການແຈ້ງສິດແລະພັນທະຜູ້ເຂົ້າຮ່ວມ. ເກົ້າຄໍາຖາມແລະຄໍາຕອບຂອງຜູ້ເຂົ້າຮ່ວມ,ຖ້າມີການ ຖ່າຍພາບຫຼືບັນທຶກສຽງກໍ່ຕ້ອງບອກແຈ້ງໃນບົດບັນທຶກ. ສິບພາກຕັດສິນຂອງສານ. ສິບເອັດການແຈ້ງສິດຂໍອຸທອນຫຼືສະໜີຄັດຄ້ານຄໍາຕັດສິນ. ສິບສອງເວລາສິ້ນສຸດປະຊຸມສານ.

ຫົວໜ້າຫຼືຜູ້ຕາງໜ້າອົງການໄອຍະການ,ຈໍາເລີຍ,ຜູ້ຖືກ ເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍ ຄວາມຫຼືຜູ້ປົກປ້ອງອື່ນມີສິດອ່ານບົດບັນທຶກປະຊຸມສານແລະມີສິດ ສະເໜີປັບປຸງຫຼືເພີ່ມເຕີມກ່ອນລົງລາຍເຊັນແລະຫຼືແປະໂປ້ມື. ໃນກໍລະນີຜູ້ໃດຜູ້ໜຶ່ງຫາກບໍ່ລົງລາຍເຊັນແລະຫຼືບໍ່ແປະ ໂປ້ມືຈ່າສານຕ້ອງບັນທຶກໄວ້. ປະທານແລະຄະນະສານຕ້ອງກວດເບິ່ງປຶ້ມປະຊຸມສານ ແລ້ວເຊັນບົດບັນທຶກປະຊຸມສານຮ່ວມກັບຈ່າສານ. ບົດບັນທຶກປະຊຸມສານຕ້ອງສໍາເນົາໄວ້ໃນສໍານວວນຄະດີ ທີ່ກ່ຽວຂ້ອງ.


...ໝວດທີສີ່ການເປີດປະຊຸມສານ


....ມາດຕາໜຶ່ງລ້ອຍແປດສິບຫ້າ(ໃໝ່)ຂັ້ນຕອນການເປີດປະຊຸມສານ

ມາດຕາໜຶ່ງລ້ອຍແປດສິບຫ້າ(ໃໝ່)ຂັ້ນຕອນການເປີດປະຊຸມສານ ການເປີດປະຊຸມສານດໍາເນີນຕາມຂັ້ນຕອນດັ່ງນີ້: ໜຶ່ງຈ່າສານແຈ້ງລະບຽບການປະຊຸມສານສູ່ທີ່ປະຊຸມສານ. ສອງຈ່າສານລາຍງານກ່ຽວກັບຜູ້ເຂົ້າຮ່ວມໃນທີ່ປະຊຸມສານ ກ່ອນຄະນະສານຈະເຂົ້າສູ່ຫ້ອງປະຊຸມສານ. ສາມຈ່າສານນໍາເອົາສໍານວນຄະດີມອບໃຫ້ຄະນະສານເພື່ອ ທໍາການໄຕ່ສວນ. ສີ່ປະທານຄະນະສານກ່າວເປີດການປະຊຸມສານແລ້ວອ່ານ ຄໍາສັ່ງໃຫ້ນໍາເອົາຄະດີອອກພິຈາລະນາໃນທີ່ປະຊຸມສານ. ຫ້າປະທານຄະນະສານຖາມຈໍາເລີຍກ່ຽວກັບການຮັບຊາບ ຂ້ໍກ່າວຫາ.


....ມາດຕາໜຶ່ງລ້ອຍແປດສິບຫົກ(ໃໝ່)ການແຈ້ງຄະດີທີ່ນໍາອອກພິຈາລະນາ

ມາດຕາໜຶ່ງລ້ອຍແປດສິບຫົກ(ໃໝ່)ການແຈ້ງຄະດີທີ່ນໍາອອກ ພິຈາລະນາ ພາຍຫຼັງທີ່ຈໍາເລີຍຮັບຊາບຂໍ້ກ່າວຫາຕາມການສັ່ງຟ້ອງ ຂຶ້ນສານຂອງຫົວໜ້າອົງການໄອຍະການແລະຄໍາສັ່ງຂອງປະທານ ສານແລ້ວປະທານຄະນະສານຕ້ອງແຈ້ງຄະດີທີ່ນໍາອອກພິຈາລະ ນາໃຫ້ຄູ່ຄວາມແລະຜູ້ເຂົ້າຮ່ວມອື່ນໃນການດໍາເນີນຄະດີ.


....ມາດຕາໜຶ່ງລ້ອຍແປດສິບເຈັດ(ໃໝ່)ການແຈ້ງຊື່ຄະນະສານ,ຈ່າສານແລະຫົວໜ້າອົງການໄອຍະການ

ມາດຕາໜຶ່ງລ້ອຍແປດສິບເຈັດ(ໃໝ່)ການແຈ້ງຊື່ຄະນະສານ,ຈ່າ ສານແລະຫົວໜ້າອົງການໄອຍະການ ປະທານຄະນະສານຕ້ອງແຈ້ງຊື່ແລະນາມສະກຸນຂອງຄະ ນະສານ,ຈ່າສານ,ຫົວໜ້າອົງການໄອຍະການໃຫ້ຜູ້ເຂົ້າຮ່ວມໃນທີ່ ປະຊຸມສານຊາບໂດຍເລີ່ມຈາກປະທານຄະນະສານ,ຄະນະສານ, ຈ່າສານແລະຫົວໜ້າອົງການໄອຍະການຫຼືຜູ້ຕາງໜ້າຫົວໜ້າອົງ ການໄອຍະການຕາມລໍາດັບ.


....ມາດຕາໜຶ່ງລ້ອຍແປດສິບແປດ(ໃໝ່)ສິດໃນການຄ້ານຕົວ

ມາດຕາໜຶ່ງລ້ອຍແປດສິບແປດ(ໃໝ່)ສິດໃນການຄ້ານຕົວ ປະທານຄະນະສານຕ້ອງແຈ້ງສິດໃນການຄ້ານຕົວຄະນະ ສານຫຼືບຸກຄົນໃດໜຶ່ງໃນຄະນະສານ,ຈ່າສານ,ຫົວໜ້າອົງການໄອ ຍະການຫຼືຜູ້ຕາງໜ້າຫົວໜ້າອົງການໄອຍະການ,ຜູ້ຊ່ຽວຊານ,ຜູ້ຊໍາ ນານງານຫຼືຜູ້ແປພາສາໃຫ້ຄູ່ຄວາມຊາບແລະຖາມຄໍາເຫັນຂອງຄູ່ ຄວາມ. ຄູ່ຄວາມມີສິດສະເໜີຄ້ານຕົວຄະນະສານ,ບຸກຄົນໃດໜຶ່ງທີ່ ໄດ້ກ່າວໄ້ວໃນວັກໜຶ່ງເທິງນີ້ຖ້າເຫັນວ່າເປັນຍາດພີ່ນ້ອງ,ມີຜົນປະ ໂຫຍດຫຼືມີຂໍ້ຂັດແຍ່ງກັບຄູ່ຄວາມຝ່າຍໃດຝ່າຍໜຶ່ງ,ໃນກໍລະນີດັ່ງ ກ່າວປະທານຄະນະສານຕ້ອງປິດການປະຊຸມສານໄວ້ຊົ່ວຄາວເພື່ອ ພິຈາລະນາຕົກລົງກ່ຽວກັບບັນຫານີ້ໃນຫ້ອງປະຊຸມລັບ.


....ມາດຕາໜຶ່ງລ້ອຍແປດສິບເກົ້າ(ໃໝ່)ຜົນຂອງການພິຈາລະນາກ່ຽວກັບການຄ້ານຕົວ

ມາດຕາໜຶ່ງລ້ອຍແປດສິບເກົ້າ(ໃໝ່)ຜົນຂອງການພິຈາລະນາກ່ຽວ ກັບການຄ້ານຕົວ ພາຍຫຼັງທີ່ໄດ້ພິຈາລະນາກ່ຽວກັບການຄ້ານຕົວໃນຫ້ອງປະ ຊຸມລັບແລ້ວຄະນະສານຈະອອກສູ່ທີ່ປະຊຸມສານຕາມລະບຽບການທີ່ ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍເຈັດສິບສອງຂອງກົດໝາຍສະບັບ ນີ້. ຖ້າວ່າຄໍາສະເໜີຄ້ານຕົວຫາກມີເຫດຜົນແລ້ວຕ້ອງມີການ ສັບປ່ຽນບຸກຄົນທີ່ຖືກຄ້ານຕົວ.ຖ້າວ່າຄໍາສະເໜີຄ້ານຕົວນັ້ນຫາກບໍ່ ມີເຫດຜົນປະທານຄະນະສານຕ້ອງຢັ້ງຢືນເອົາຄະນະສານແລະແຈ້ງ ເຫດຜົນໃນການບໍ່ສັບປ່ຽນຄະນະສານຫຼືບຸກຄົນອື່ນທີ່ຖືກຄ້ານຕົວແລ້ວ ດໍາເນີນໄຕ່ສວນຕໍ່ໄປ.


....ມາດຕາໜຶ່ງລ້ອຍເກົ້າສິບ(ໃໝ່)ການອະທິບາຍສິດແລະພັນທະຂອງຜູ້ຊ່ຽວຊານ,ຜູ້ຊໍານານງານແລະຜູ້ແປພາສາ

ມາດຕາໜຶ່ງລ້ອຍເກົ້າສິບ(ໃໝ່)ການອະທິບາຍສິດແລະພັນທະຂອງ ຜູ້ຊ່ຽວຊານ,ຜູ້ຊໍານານງານແລະຜູ້ແປພາສາ ໃນກໍລະນີທີ່ມີຜູ້ຊ່ຽວຊານ,ຜູ້ຊໍານານງານແລະຜູ້ແປພາສາ ເຂົ້າຮ່ວມໃນການປະຊຸມສານປະທານຄະນະສານຕ້ອງແຈ້ງຊື່ແລະ ນາມສະກຸນ,ອາຊີບແລະໜ້າທີ່ຮັບຜິດຊອບພ້ອມທັງອະທິບາຍສິດ ແລະພັນທະຂອງພວກກ່ຽວຕາມທີ່ໄດ້ກໍານົດໄວ້ໃນມາດຕາເຈັດສິບ ສອງ,ເຈັດສິບສາມແລະເຈັດສິບສີ່ຂອງກົດໝາຍສະບັບນີ້.


....ມາດຕານຶ່ງລ້ອຍເກົ້າສິບເອັດ(ໃໝ່)ການອະທິບາຍສິດແລະພັນທະຂອງພະຍານ

ມາດຕານຶ່ງລ້ອຍເກົ້າສິບເອັດ(ໃໝ່)ການອະທິບາຍສິດແລະພັນ ທະຂອງພະຍານ ພາຍຫຼັງໄດ້ຖາມຊື່ແລະນາມສະກຸນ,ອາຍຸ,ອາຊີບແລະທີ່ຢູ່ ຂອງພະຍານແຕ່ລະຄົນແລ້ວປະທານຄະນະສານຕ້ອງອະທິບາຍສິດ ແລະພັນທະຂອງຜູ້ກ່ຽວຕາມທີ່ໄດ້ກໍານົດໄວ້ໃນມາດຕາເຈັດສິບ ຂອງກົດໝາຍສະບັບນີ້.



...ໝວດທີຫ້າການໄຕ່ສວນຄະດີໃນທີ່ປະຊຸມສານ


....ມາດຕາໜຶ່ງລ້ອຍເກົ້າສິບສອງ(ປັບປຸງ)ລະບຽບການໄຕ່ສວນຄະດີໃນທີ່ປະຊຸມສານຂັ້ນຕົ້ນ

ມາດຕາໜຶ່ງລ້ອຍເກົ້າສິບສອງ(ປັບປຸງ)ລະບຽບການໄຕ່ສວນຄະດີ ໃນທີ່ປະຊຸມສານຂັ້ນຕົ້ນ ການໄຕ່ສວນຄະດີໃນທີ່ປະຊຸມສານຂັ້ນຕົນຕ້ອງເຮັດໂດຍກົງ, ທາງປາກເປົ່າ,ຢ່າງເປີດເຜີຍຫຼືປິດລັບໃນບາງກໍລະນີ,ມີການໂຕ້ ຖຽງ,ເຮັດຢ່າງຕໍ່ເນື່ອງກັນແລະໂດຍບໍ່ມີການສັບປ່ຽນຄະນະສານ. ໃນການໄຕ່ສວນຄະດີໃນທີ່ປະຊຸມສານຂັ້ນຕົ້ນສານຕ້ອງກໍາ ນົດເຫດການຂອງຄະດີໂດຍກົງດ້ວຍການຕັ້ງຄໍາຖາມແລະຮັບຟັງ ຄໍາໃຫ້ການຂອງຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດ ຊອບທາງແພ່ງ,ພະຍານ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານ,ການພິສູດ ຫຼັກຖານ,ການຟັງຄໍາຖະແຫຼງຂອງຫົວໜ້າອົງການໄອຍະການແລະ ຄໍາຖະແຫຼງຂອງທະນາຍຄວາມຫຼືຜູ້ປົກປ້ອງອື່ນ. ປະທານຄະນະສານມີໜ້າທີ່ນໍາພາການໄຕ່ສວນຄະດີຢ່າງ ເປັນກາງໃນທີ່ປະຊຸມສານ. ປະທານຄະນະສານຖາມຊີວະປະຫວັດຂອງຈໍາເລີຍ,ແຈ້ງ ຄໍາສັ່ງຟ້ອງຂອງຫົວໜ້າອົງການໄອຍະການແລະຂໍ້ກ່າວຫາໃຫ້ຜູ້ ກ່ຽວຊາບ. ຄະນະສານຈະຟັງຄໍາໃຫ້ການຂອງຜູ້ຖືກເສຍຫາຍຫຼືໂຈດ ທາງແພ່ງ,ຈໍາເລີຍ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມ,ພະ ຍານແລະຜູ້ເຂົ້າຮ່ວມອື່ນໃນການດໍາເນີນຄະດີ. ໃນເວລາໄຕ່ສວນຄະດີນັ້ນຫົວໜ້າອົງການໄອຍະການ,ຄະ ນະສານມີສິດຖາມຄູ່ຄວາມແລະຜູ້ເຂົ້າຮ່ວມອື່ນໃນການດໍາເນີນຄະ ດີເພີ່ມເຕີມໂດຍການອະນຸຍາດຂອງປະທານຄະນະສານ.ຄະນະສານ ນໍາເອົາບັນດາຂອງກາງແລະຫຼັກຖານໃນຄະດີມາສະເໜີຕໍ່ທີ່ປະຊຸມ ສານແລ້ວເປີດການໂຕ້ຖຽງ. ຖ້າຫາກມີການສັບປ່ຽນຄະນະສານຕ້ອງດໍາເນີນການໄຕ່ ສວນຄືນໃໝ່.


....ມາດຕາໜຶ່ງລ້ອຍເກົ້າສິບສາມ(ໃໝ່)ການອ່ານຄໍາສັ່ງຟ້ອງຜູ້ຖືກຫາ

ມາດຕາໜຶ່ງລ້ອຍເກົ້າສິບສາມ(ໃໝ່)ການອ່ານຄໍາສັ່ງຟ້ອງຜູ້ຖືກຫາ ກ່ອນທໍາການໄຕ່ສວນຄະດີປະທານຄະນະສານສະເໜີໃຫ້ຫົວ ໜ້າອົງການໄອຍະການທີ່ເຂົ້າຮ່ວມອ່ານຄໍາສັ່ງຟ້ອງຜູ້ຖືກຫາ.


....ມາດຕາໜຶ່ງລ້ອຍເກົ້າສິບສີ່(ໃໝ່)ວິທີການໄຕ່ສວນຄະດີ

ມາດຕາໜຶ່ງລ້ອຍເກົ້າສິບສີ່(ໃໝ່)ວິທີການໄຕ່ສວນຄະດີ ໃນການໄຕ່ສວນຄະດີຄະນະສານຕ້ອງຊອກຫາຫຼັກຖານເພື່ອ ກໍານົດສະພາບການຢ່າງຄົບຖ້ວນແຕ່ລະເຫດການຂອງການກະທໍາ ຜິດໃນຄະດີຕາມຂັ້ນຕອນຂອງການໄຕ່ສວນ. ໃນການໄຕ່ສວນແຕ່ລະຄົນປະທານຄະນະສານເປັນຜູ້ຖາມ ກ່ອນ,ຕໍ່ມາຄະນະສານເປັນຜູ້ຖາມຈາກນັ້ນຈຶ່ງແມ່ນຫົວໜ້າອົງການ ໄອຍະການ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນ.ຄະນະສານ,ຫົວໜ້າອົງ ການໄອຍະການ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນກ່ອນຈະຖາມຜູ້ເຂົ້າ ຮ່ວມຕ້ອງໄດ້ຮັບອະນຸດຍາດຈາກປະທານຄະນະສານ. ຜູ້ເຂົ້າຮ່ວມການໄຕ່ສວນຄະດີໃນທີ່ປະຊຸມສານມີສິດສະເໜີ ຕໍ່ປະທານຄະນະສານໃຫ້ຕັ້ງຄໍາຖາມກ່ຽວກັບສະພາບການເພື່ອ ຄວາມປະຈ່າງແຈ້ງຂອງເຫດການໃນຄະດີ. ຜູ້ຊ່ຽວຊານຫຼືຜູ້ຊໍານານງານສາມາດຕັ້ງຄໍາຖາມຕໍ່ຜູ້ເຂົ້າ ຮ່ວມກ່ຽວກັບບັນຫາທີ່ພົວພັນກັບການໃຫ້ຄໍາເຫັນຂອງຕົນ.

....ມາດຕາໜຶ່ງລ້ອຍເກົ້າສິບຫ້າ(ປັບປຸງ)ການໄຕ່ສວນຈໍາເລີຍ

ມາດຕາໜຶ່ງລ້ອຍເກົ້າສິບຫ້າ(ປັບປຸງ)ການໄຕ່ສວນຈໍາເລີຍ ປະທານຄະນະສານເລີ່ມຕົ້ນການໄຕ່ສວນຄະດີດ້ວຍການ ຖາມຈໍາເລີຍກ່ຽວກັບຊີວະປະຫວັດຂອງຜູ້ກ່ຽວ,ການຮັບຊາບຄໍາ ສັ່ງຟ້ອງແລະຂໍ້ກ່າວຫາ,ສະພາບການຂອງຄະດີ.ຫຼັງຈາກນັ້ນປະ ທານຄະນະສານຕ້ອງສືບຕໍ່ການໄຕ່ສວນກ່ຽວກັບບັນຫາທີ່ຍັງບໍ່ຈະ ແຈ້ງ,ຄົບຖ້ວນແລະບັນຫາອື່ນ. ໃນກໍລະນີທີ່ມີຈໍາເລີຍຫຼາຍຄົນຄະນະສານຕ້ອງໄຕ່ສວນເທື່ອ ລະຄົນ. ຖ້າວ່າຄໍາໃຫ້ການຂອງພວກຈໍາເລີຍຫາກຈະສົ່ງຜົນກະທົບ ຊຶ່ງກັນແລະກັນຄະນະສານຕ້ອງແຍກການໄຕ່ສວນຈໍາເລີຍ.ໃນກໍ ລະນີນີ້ຕ້ອງແຈ້ງຄໍາໃຫ້ການຂອງຈໍາເລີຍຜູ້ກ່ອນໃຫ້ຈໍາເລີຍຜູ້ຖືກ ແຍກນີ້ຊາບແລະຜູ້ກ່ຽວກໍ່ມີສິດຕັ້ງຄໍາຖາມຕໍ່ຈໍາເລີຍຜູ້ກ່ອນ. ຫົວໜ້າອົງການໄອຍະການມີສິດຖາມກ່ຽວກັບສະພາບການ ຂອງຄະດີທີ່ພົວພັນກັບຂໍ້ກ່າວຫາຕໍ່ຈໍາເລີຍ. ທະນາຍຄວາມຫຼືຜູ້ປົກປ້ອງອື່ນມີສິດຖາມແລະສະເໜີບັນຫາ ກ່ຽວກັບສະພາບການທີ່ພົວພັນກັບການປົກປ້ອງສິດແລະຜົນປະ ໂຫຍດຂອງລູກຄວາມຕົນ. ຜູ້ເຂົ້າຮ່ວມການໄຕ່ສວນຄະດີມີສິດສະເໜີຕໍ່ປະທານຄະນະ ສານເພື່ອສືບຕໍ່ຖາມກ່ຽວກັບສະພາບການທີ່ພົວພັນເຖິງຕົນເອງ. ໃນກໍລະນີທີ່ຈໍາເລີຍຫາກປະຕິເສດຕອບຄໍາຖາມຄະນະສານ ຕ້ອງສືບຕໍ່ສອບຖາມບຸກຄົນອື່ນແລະກວດກາຂໍ້ມູນຫຼັກຖານທີ່ພັວພັນ ກັບຄະດີ.

....ມາດຕາໜຶ່ງລ້ອຍເກົ້າສິບຫົກ(ໃໝ່)ການໄຕ່ສວນຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມຫຼືຜູ້ປົກ

ມາດຕາໜຶ່ງລ້ອຍເກົ້າສິບຫົກ(ໃໝ່)ການໄຕ່ສວນຜູ້ຖືກເສຍຫາຍ, ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມຫຼືຜູ້ປົກ ພາຍຫຼັງສິ້ນສຸດການໄຕ່ສວນຈໍາເລີຍແລ້ວຄະນະສານຕ້ອງ ໄຕ່ສວນຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ, ທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງພວກກ່ຽວ.ໃນກໍລະນີຍັງມີບັນ ຫາທີ່ບໍ່ທັນຄົບຖ້ວນ,ຈະແຈ້ງຫຼືຈຸດທີ່ຄໍາໃຫ້ການຂອງພວກກ່ຽວມີ ຄວາມແຕກຕ່າງກັນໃຫ້ຄະນະສານສືບຕໍ່ການໄຕ່ສວນ.

....ມາດຕາໜຶ່ງລ້ອຍເກົ້າສິບເຈັດ(ໃໝ່)ການໄຕ່ສວນພະຍານ

ມາດຕາໜຶ່ງລ້ອຍເກົ້າສິບເຈັດ(ໃໝ່)ການໄຕ່ສວນພະຍານ ຄະນະສານຕ້ອງດໍາເນີນການໄຕ່ສວນພະຍານເທື່ອລະຄົນ ໃນກໍລະນີມີຫຼາຍຄົນໂດຍແຍກພວກພະຍານອອກຈາກກັນແລະບໍ່ ໃຫ້ພວກກ່ຽວຮູ້ເນື້ອໃນຄໍາໃຫ້ການຂອງພະຍານອື່ນທີ່ກໍາລັງຖືກ ໄຕ່ສວນຢູ່. ໃນການໄຕ່ສວນພະຍານຄະນະສານຕ້ອງຖາມເພື່ອຊອກຮູ້ ກ່ຽວກັບການພົວພັນລະຫວ່າງພະຍານແລະຈໍາເລີຍຫຼືບຸກຄົນອື່ນທີ່ ກ່ຽວຂ້ອງໃນຄະດີ. ຄະນະສານສະເໜີໃຫ້ພະຍານເວົ້າແຈ້ງກ່ຽວກັບສະພາບ ຂອງຄະດີທີ່ຕົນໄດ້ຮູ້,ໄດ້ເຫັນແລະສືບຕໍ່ຖາມບັນຫາທີ່ຍັງບໍ່ທັນຄົບ ຖ້ວນຫຼືບໍ່ຈະແຈ້ງ. ພະຍານທີ່ໄດ້ຜ່ານການໄຕ່ສວນຢູ່ທີ່ປະຊຸມສານມາແລ້ວ ຕ້ອງຢູ່ໃນຫ້ອງປະຊຸມສານຕໍ່ເພື່ອສະດວກໃນການຖາມເພີ່ມເຕີມ. ໃນກໍລະນີຈໍາເປັນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ພະ ຍານຫຼືຍາດໃກ້ຊິດຂອງຜູ້ກ່ຽວຄະນະສານຕ້ອງນໍາໃຊ້ມາດຕະການ ປົກປ້ອງທີ່ຈໍາເປັນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາໜຶ່ງລ້ອຍເກົ້າສິບແປດ(ໃໝ່)ການໃຫ້ຄໍາເຫັນຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານ

ມາດຕາໜຶ່ງລ້ອຍເກົ້າສິບແປດ(ໃໝ່)ການໃຫ້ຄໍາເຫັນຂອງຜູ້ຊ່ຽວ ຊານຫຼືຜູ້ຊໍານານງານ ຜູ້ຊ່ຽວຊານຫຼືຜູ້ຊໍານານງານຕ້ອງເຂົ້າຮ່ວມປະຊຸມສານ ຕາມໝາຍເຊີນຂອງສານເພື່ອໃຫ້ຄໍາເຫັນຂອງຕົນຕໍ່ສານກ່ຽວກັບ ບັນຫາທີ່ຕົນຖືກແຕ່ງຕັ້ງໃຫ້ພິສຸດ. ໃນທີ່ປະຊຸມສານຜູ້ຊ່ຽວຊານຫຼືຜູ້ຊໍານານງານມີສິດໃຫ້ຄໍາ ອະທິບາຍເພີ່ມເຕີມກ່ຽວກັບບົດສະຫຼຸບຂອງຕົນ. ໃນກໍລະນີທີ່ຜູ້ຊ່ຽວຊານຫຼືຜູ້ຊໍານານງານຫາກບໍ່ສາມາດ ເຂົ້າມາຮ່ວມປະຊຸມສານໄດ້ປະທານຄະນະສານຕ້ອງແຈ້ງເນື້ອໃນ ບົດສະຫຼຸບຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານຕໍ່ທີ່ປະຊຸມສານ. ຫົວໜ້າອົງການໄອຍະການ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນ ຂອງຈໍາເລີຍແລະຜູ້ເຂົ້າຮ່ວມອື່ນໃນທີ່ປະຊຸມສານມີສິດໃຫ້ຄໍາເຫັນ ກ່ຽວກັບບົດສະຫຼຸບຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານແລະຖາມ ກ່ຽວກັບບັນຫາທີ່ບໍ່ຈະແຈ້ງຫຼືບໍ່ກົງກັບບົດສະຫຼຸບ. ໃນກໍລະນີຈໍາເປັນຄະນະສານສາມາດສະເໜີໃຫ້ຜູ້ຊ່ຽວຊານ ຫຼືຜູ້ຊໍານານງານທໍາການພິສູດເພີ່ມເຕີມຫຼືທໍາການພິສູດຄືນ.

....ມາດຕາໜຶ່ງລ້ອຍເກົ້າສິບເກົ້າ(ໃໝ່)ການສະແດງຫຼັກຖານ

ມາດຕາໜຶ່ງລ້ອຍເກົ້າສິບເກົ້າ(ໃໝ່)ການສະແດງຫຼັກຖານ ຫົວໜ້າອົງການໄອຍະການ,ຈໍາເລີຍ,ທະນາຍຄວາມຫຼືຜູ້ ເຂົ້າຮ່ວມອື່ນສະເໜີຄໍາເຫັນຂອງຕົນກ່ຽວກັບຫຼັກຖານທາງດ້ານ ວັດຖຸ. ຫຼັກຖານທາງດ້ານວັດຖຸ,ຮູບພາບຫຼືສຽງບັນທຶກຫຼືບົດບັນທຶກ ຕ້ອງນໍາມາສະແດງຫຼືສະເໜີຢູ່ທີ່ປະຊຸມສານ. ຫຼັກຖານຕ່າງໆທີ່ນໍາມາສະແດງຫຼືສະເໜີໃນທີ່ປະຊຸມສານຄະ ນະສານຕ້ອງກວດກາຄວາມຖືກຕ້ອງ,ຄວາມສອດຄ່ອງແລະສາຍ ກ່ຽວພັນກັບຄະດີ.

....ມາດຕາສອງລ້ອຍ(ໃໝ່)ການສິ້ນສຸດການໄຕ່ສວນ

ມາດຕາສອງລ້ອຍ(ໃໝ່)ການສິ້ນສຸດການໄຕ່ສວນ ໃນກໍລະນີທີ່ເຫັນວ່າທຸກສະພາບການຂອງຄະດີໄດ້ນໍາມາ ໄຕ່ສວນໃນທີ່ປະຊຸມສານຟ່າງຄົບຖ້ວນແລ້ວປະທານຄະນະສານ ຕ້ອງຖາມຜູ້ເຂົ້າຮ່ວມໃນທີ່ປະຊຸມສານວ່າຍັງມີຫຼັກຖານໃດທີ່ຕ້ອງ ການນໍາມາສະເໜີຫຼືຕ້ອງການໃຫ້ໄຕ່ສວນບັນຫາໃດຕື່ມ.ຖ້າຫາກ ຍັງມີການສະເໜີຫຼືການຖາມທີ່ມີເຫດຜົນຄະນະສານກໍ່ຈະສືບຕໍ່ການ ໄຕ່ສວນຈົນໃຫ້ທຸກບັນຫາມີຄວາມຈະແຈ້ງແລະຄົບຖ້ວນ. ຖ້າຫາກບໍ່ມີການສະເໜີຫຼືການຖາມຕື່ມນັ້ນໃຫ້ຖືວ່າການ ໄຕ່ສວນຄະດີໄດ້ສິ້ນສຸດລົງ.

...ໝວດທີຫົກການໂຕ້ຖຽງໃນທີ່ປະຊຸມສານ


....ມາດຕາສອງລ້ອຍໜຶ່ງ(ໃໝ່)ລະບຽບການໂຕ້ຖຽງ

ມາດຕາສອງລ້ອຍໜຶ່ງ(ໃໝ່)ລະບຽບການໂຕ້ຖຽງ ພາຍຫຼັງການໄຕ່ສວນຄະດີໃນທີ່ປະຊຸມສານສິນສຸດແລ້ວ ປະທານຄະນະສານກໍ່ເປີດການໂຕ້ຖຽງ. ການໂຕ້ຖຽງເລີ່ມຕົ້ນດ້ວຍການຊີ້ແຈ້ງຂອງຫົວໜ້າອົງ ການໄອຍະການກ່ຽວກັບຫຼັກຖານຜູກມັດແລະຄວາມຮັບຜິດຊອບ ທາງອາຍາຂອງຈໍາເລີຍ. ຈໍາເລີຍຕ້ອງມີຄໍາເຫັນປົກປ້ອງຕົນເອງເຖິງວ່າຈະມີທະ ນາຍຄວາມຫຼືຜູ້ປົກປ້ອງອື່ນກໍ່ຕາມ. ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງແລະບຸກຄົນອື່ນ ກໍ່ມີສິດສະເໜີຄໍາເຫັນເພື່ອປົກປ້ອງສິດແລະຜົນປະໂຫຍດຂອງຕົນ. ໃນກໍລະນີທີ່ບຸກຄົນດັ່ງກ່າວມີທະນາຍຄວາມຫຼືຜູ້ປົກປ້ອງອື່ນກໍ່ຈະ ແມ່ນທະນາຍຄວາມຫຼືຜູ້ປົກປ້ອງອື່ນນັ້ນເປັນຜູ້ປົກປ້ອງສິດແລະຜົນ ປະໂຫຍດຂອງຜູ້ກ່ຽວ.


....ມາດຕາສອງສູນສອງ(ໃໝ່)ການໂຕ້ຖຽງ

ມາດຕາສອງສູນສອງ(ໃໝ່)ການໂຕ້ຖຽງ ຈໍາເລີຍ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນໃຫ້ຄໍາເຫັນກ່ຽວກັບ ຂໍ້ກ່າວຫາແລ້ວປະທານຄະນະສານສະເໜີໃຫ້ຫົວໜ້າອົງການໄອຍະ ການຊີ້ແຈງຄໍາເຫັນຂອງພວກກ່ຽວ. ປະທານຄະນະສານໃຫ້ເວລາແກ່ການໂຕ້ຖຽງແລະສ້າງ ເງື່ອນໄຂໃຫ້ຜູ້ເຂົ້າຮ່ວມໄດ້ສະເໜີຄໍາເຫັນຂອງຕົນແຕ່ບໍ່ອະນຸຍາດ ໃຫ້ມີຄໍາເຫັນທີ່ບໍ່ກ່ຽວຂ້ອງກັບຄະດີ. ໂຈດທາງແພ່ງແລະຜູ້ຮັບຜິດຊອບທາງແພ່ງມີສິດສະເໜີ ກ່ຽວກັບບັນຫາທາງແພ່ງ. ຖ້າວ່າຜູ້ເຂົ້າຮ່ວມໃນການໂຕ້ຖຽງຫາກບໍ່ມີຄໍາເຫັນຫຼືຄໍາສະ ເໜີໃດແລ້ວປະທານຄະນະສານກໍ່ປະກາດປິດການໂຕ້ຖຽງຍົກເວັ້ນ ກໍລະນີທີ່ໄດກໍານົດໄວ້ໃນວັກສອງຂອງມາດຕາສອງສູນສາມຂອງ ກົດໝາຍສະບັບນີ້. ຫຼັງຈາກນັ້ນປະທານຄະນະສານສະເໜີໃຫ້ຫົວໜ້າອົງການໄອ ຍະການຖະແຫຼງ.

....ມາດຕາສອງສູນສາມ(ໃໝ່)ຄໍາເຫັນສຸດທ້າຍຂອງຈໍາເລີຍ

ມາດຕາສອງສູນສາມ(ໃໝ່)ຄໍາເຫັນສຸດທ້າຍຂອງຈໍາເລີຍ ພາຍຫຼັງທີ່ຫົວໜ້າອົງການໄດ້ຖະແຫຼງແລ້ວປະທານຄະນະ ສານຕ້ອງໃຫ້ຈໍາເລີຍມີຄໍາເຫັນເປັນຜູ້ສຸດທ້າຍ. ໃນກໍລະນີທີ່ຄໍາເຫັນສຸດທ້າຍຂອງຈໍາເລີຍຫາກມີສະພາບການ ໃໝ່ທີ່ສໍາຄັນຕໍ່ຄະດີແລະເປັນໜ້າເຊື່ອຖືກໄດ້ປະທານຄະນະສານຕ້ອງ ດໍາເນີນການໄຕ່ສວນຫຼືໂຕ້ຖຽງເພີ່ມເຕີມ.ເມື່ອບໍ່ມີສະພາບການໃດ ແລ້ວປະທານຄະນະສານກໍ່ປະກາດປິດປະຊຸມສານຊົ່ວຄາວເພື່ອນໍາ ເອົາຄະດີເຂົ້າໄປພິຈາລະນາຢູ່ຫ້ອງປະຊຸມລັບ.


...ໝວດທີເຈັດການພິຈາລະນາຄະດີໃນຫ້ອງປະຊຸມລັບແລະການອ່ານຄໍາຕັດສິນ


....ມາດຕາສອງລ້ອຍສີ່(ປັບປຸງ)ການພິຈາລະນາຄະດີໃນຫ້ອງປະຊຸມລັບ

ມາດຕາສອງລ້ອຍສີ່(ປັບປຸງ)ການພິຈາລະນາຄະດີໃນຫ້ອງປະຊຸມ ລັບ ໃນການພິຈາລະນາຄະດີໃນຫ້ອງປະຊຸມລັບຄະນະສານຕ້ອງ ເຮັດຢ່າງລະອຽດ,ຮອບດ້ານຄົບຖ້ວນແລະພາວະວິໄສໂດຍອີງໃສ່ຜົນ ຂອງການໄຕ່ສວນໃນທີ່ປະຊຸມສານເປັນຕົ້ນຕໍເພື່ອໃຫ້ຄໍາຕັດສິນຖືກ ຕ້ອງແລະຍຸດຕິທໍາ. ການລົງຄໍາເຫັນຊີ້ຂາດໃນຫ້ອງປະຊຸມລັບຕ້ອງຖືເອົາຕາມ ສຽງສ່ວນຫຼາຍໂດຍໃຫ້ຄະນະສານຜູ້ມີຄຸນວຸດທິຫຼຸດໝູ່ເປັນຜູ້ອອກຄໍາ ເຫັນແລະອອກສຽງກ່ອນ,ສ່ວນປະທານຄະນະສານນັ້ນອອກຄໍາເຫັນ ແລະອອກສຽງເປັນຜູ້ສຸດທ້າຍ.ຜູ້ບໍ່ເຫັນດີຕາມສຽງສ່ວນຫຼາຍນັ້ນກໍ່ ມີສິດສະແດງຄໍາເຫັນຂອງຕົນເປັນລາຍລັກອັກສອນໄວ້ໃນສໍານວນ ຄະດີເພື່ອໃຫ້ສານຂັ້ນເທິງພິຈາລະນາ. ຄະນະສານຕ້ອງລົງລາຍເຊັນໃສ່ຮ່າງຄໍາຕັດສິນຢູ່ຫ້ອງປະ ຊຸມລັບ.

....ມາດຕາສອງລ້ອຍຫ້າ(ໃໝ່)ຄໍາຕັດສິນ

ມາດຕາສອງລ້ອຍຫ້າ(ໃໝ່)ຄໍາຕັດສິນ ສານຕັດສິນຄະດີອາຍາໃນນາມສປປລາວ. ຄໍາຕັດສິນຄະດີອາຍາຂອງສານປະກອບດ້ວຍ: ໜຶ່ງພາກສະເໜີ. ສອງພາກເນື້ອຄະດີ. ສາມພາກວິນິດໄສ. ສີ່ພາກຕັດສິນ. ຄໍາຕັດສິນຂອງສານໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາສອງລ້ອຍຫົກ(ປັບປຸງ)ການອ່ານຄໍາຕັດສິນຂອງສານ

ມາດຕາສອງລ້ອຍຫົກ(ປັບປຸງ)ການອ່ານຄໍາຕັດສິນຂອງສານ ພາຍຫຼັງໄດ້ພິຈາລະນາຕົກລົງໃນຫ້ອງປະຊຸມແລ້ວປະທານ ຄະນະສານຕ້ອງນໍາເອົາຄໍາຕັດສິນອອກມາອ່ານໃນທີ່ປະຊຸມສານ ຢ່າງເປີດເຜີຍພ້ອມທັງແຈ້ງສິດໃນການຂໍອຸທອນຄໍາຕັດສິນຂອງ ສານ. ພາຍຫຼັງໄດ້ອ່ານຄໍາຕັດສິນແລ້ວຖ້າວ່າຈໍາເລີຍຫາກບໍ່ຮູ້ພາ ສາລາວຜູ້ແປພາສາຕ້ອງແປຄໍາຕັດສິນທັງໝົດໃຫ້ຈໍາເລີຍຟັງ.


....ມາດຕາສອງລ້ອຍເຈັດ(ປັບປຸງ)ການຕັດສິນຊ້ອງໜ້າ,ຖືວ່າຊ້ອງໜ້າແລະການຕັດສິນລັບຫຼັງ

ມາດຕາສອງລ້ອຍເຈັດ(ປັບປຸງ)ການຕັດສິນຊ້ອງໜ້າ,ຖືວ່າຊ້ອງ ໜ້າແລະການຕັດສິນລັບຫຼັງ ການຕັດສິນຊ້ອງໜ້າແມ່ນການຕັດສິນຂອງສານທີ່ໂຈດ ແລະຈໍາເລີຍເຂົ້າຮ່ວມໃນການພິຈາລະນາຄະດີຍົກເວັ້ນການພິຈາ ລະນາພິພາກສາຄະດີຢູ່ສານຂັ້ນລົບລ້າງກ ການຕັດສິນຖືວ່າຊ້ອງໜ້າແມ່ນການຕັດສິນຂອງສານທີ່ຈໍາ ເລີຍຫຼືໂຈດທາງແພ່ງໄດ້ຮັບໝາຍຮຽກເຂົ້າມາຮ່ວມປະຊຸມແລ້ວ ແຕ່ຫາກບໍ່ໄດ້ເຂົ້າມາຮ່ວມໂດຍບໍ່ມີເຫດຜົນຫຼືໃນກໍລະນີທີ່ການກະ ທໍາຜິດມີລັກສະນະເບົາເຊິ່ງຈໍາເລີຍຫຼືໂຈດທາງແພ່ງສະເໜີໃຫ້ສານ ພະຈາລະນາຕັດສິນຄະດີອຸທອນເທົ່ານັ້ນ. ການຕັດສິນລັບຫຼັງແມ່ນການຕັດສິນຂອງສານທີ່ຈໍາເລີຍ, ໂຈດທາງແພ່ງ,ຜູ້ຖືກເສຍຫາຍຫຼືຜູ້ຮັບຜິດຊອບທາງແພ່ງບໍ່ໄດ້ເຂົ້າ ຮ່ວມໃນທີ່ປະຊຸມສານຊຶ່ງສານໄດ້ສົ່ງໝາຍຮຽກແລ້ວແຕ່ຜູ້ກ່ຽວບໍ່ ໄດ້ຮັບຍ້ອນສາເຫດໃດໜຶ່ງເຊັ່ນໝາຍຮຽກສົ່ງບໍ່ເຖິງມືຜູ້ກ່ຽວ.ໃນ ກໍລະນີດັ່ງກ່າວຈໍາເລີຍ,ໂຈດທາງແພ່ງ,ຜູ້ຖືກເສຍຫາຍຫຼືຜູ້ຮັບຜິດ ຊອບທາງແພ່ງມີສິດຄັດຄ້ານໄດ້ພາຍໃນກໍານົດຊາວວັນນັບແຕ່ວັນ ໄດ້ຮັບຊາບຄໍາຕັດສິນນັ້ນເປັນຕົ້ນໄປ.ສານຄະນະເກົ່າຕ້ອງຕັດສິນ ຄະດີນັ້ນຄືນໃໝ່ໂດຍຊ້ອງໜ້າຜູ້ກ່ຽວຕາມລະບຽບການພິຈາລະນາ ຄະດີຢູ່ສານຂັ້ນຕົ້ນ.

....ມາດຕາສອງລ້ອຍແປດ(ປັບປຸງ)ປະເພດຄໍາຕັດສິນຂອງສານຂັ້ນຕົ້ນ

ມາດຕາສອງລ້ອຍແປດ(ປັບປຸງ)ປະເພດຄໍາຕັດສິນຂອງສານຂັ້ນ ຕົ້ນ ປະເພດຄໍາຕັດສິນຂອງສານຂັ້ນຕົ້ນມີດັ່ງນີ້: ໜຶ່ງຄໍາຕັດສິນລົງໂທດ: -ຕັດອິດສະລະພາບ,ປັບໃໝ,ອາດຮິບຊັບຫຼືວັດຖຸສິ່ງຂອງ ແລະໂທດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ. -ພາກໂທດທັງໝົດຫຼືບາງສ່ວນ

ສອງຄໍາຕັດສິນໃຫ້ພົ້ນຂໍ້ກ່າວຫາ ໃນກໍລະນີທີ່ຈໍາເລີຍຖືກຕັດສິດລົງໂທດຕາມທີ່ໄດ້ກໍານົດໄວ້ ໃນຂໍ້ໜຶ່ງຂອງມາດຕານີ້ແລະໄດ້ສ້າງຄວາມເສຍຫາຍຖ້າຫາກມີ ການຮ້ອງຂໍຄະນະສານຕ້ອງພິຈາລະນາກ່ຽວກັບການໃຊ້ແທນຄ່າ ເສຍຫາຍດັ່ງກ່າວແລະອາດລົງຄໍາເຫັນຊີ້ຂາດໃຫ້ມີການປະຕິບັດ ພາງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີ ແພ່ງ. ໃນກໍລະນີທີ່ບໍ່ມີການຂໍອຸທອນຫຼືສະເໜີຄັດຄ້ານຄໍາຕັດສິນ ຂອງສານຂັ້ນຕົ້ນແລ້ວຖືວ່າຄໍາຕັດສິນນັ້ນເປັນຄໍາຕັດສິນທີ່ໃຊ້ໄດ້ ຢ່າງເດັດຂາດແລະບໍ່ສາມາດຂໍອຸທອນຫຼືຂໍລົບລ້າງໄດ້.ສານຕ້ອງ ສົ່ງຄໍາຕັດສິນພ້ອມດ້ວຍສໍານວນຄະດີໄປໃຫ້ອົງການຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານເພື່ອຈັດຕັ້ງປະຕິບັດຕາມທີ່ໄດ້ກໍານົດໄວ້ ໃນພາກທີສິບເອັດຂອງກົດໝາຍສະບັບນີ້.


....ມາດຕາສອງລ້ອຍເກົ້າ(ໃໝ່)ການປ່ອຍຕົວຈໍາເລີຍ

ມາດຕາສອງລ້ອຍເກົ້າ(ໃໝ່)ການປ່ອຍຕົວຈໍາເລີຍ ໃນທີ່ປະຊຸມສານຄະນະສານອາຍາຂັ້ນຕົ້ນຕ້ອງອ່ານຄໍາຕັດ ສິນແລ້ວໃຫ້ປ່ອຍຕົວຈໍາເລີຍທີ່ຖືກກັກຂັງໃນທັນໃດໃນກໍລະນີດັ່ງນີ້: ໜຶ່ງຈໍາເລີຍຖືກຕັດສິນໃຫ້ພົ້ນຂໍ້ກ່າວຫາ. ສອງຈໍາເລີຍຖືກຕັດສິນລົງໂທດດັດສ້າງໂດຍບໍ່ຕັດອິດສະລະ ພາບ. ສາມຈໍາເລີຍຖືກຕັດສິນພາກໂທດ. ສີ່ຈໍາເລີຍຖືກຕັດສິນລົງໂທດຕັດອິດສະລະພາບເທົ່າທີ່ຜູ້ກ່ຽວ ຖືກກັກຂັງຜ່ານມາ.

....ມາດຕາສອງລ້ອຍສິບ(ໃໝ່)ການພິມແລະການມອບຄໍາຕັດສິນຂອງສານ

ມາດຕາສອງລ້ອຍສິບ(ໃໝ່)ການພິມແລະການມອບຄໍາຕັດສິນ ຂອງສານ ສານຕ້ອງພິມແລະມອບຄໍາຕັດສິນຂອງສານໃຫ້ຈໍາເລີຍ, ອົງການໄອຍະການ,ອົງການສືບສວນສອບສວນໃນຂັ້ນດຽວກັນ, ທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຈໍາເລີຍພາຍໃນກໍານົດສິບວັນ ນັບແຕ່ວັນອ່ານຄໍາຕັດສິນເປັນຕົ້ນໄປ. ໃນກໍລະນີການຕັດສິນລັບຫຼັງຈໍາເລີຍຕ້ອງສົ່ງຄໍາຕັດສິນ ຂອງສານໃຫ້ອົງການປົກຄອງບ້ານບ່ອນຈໍາເລີຍຢູ່ສຸດທ້າຍເພື່ອ ແຈ້ງໃຫ້ຜູ້ກ່ຽວຊາບກ ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ, ບຸກຄົນອື່ນທີ່ມີສິດແລະຜົນປະໂຫຍດກ່ຽວກັບຄະດີຫຼືຜູ້ຕາງໜ້າ ຂອງພວກກ່ຽວມີສິດສະເໜີຕໍ່ສານເພື່ອໃຫ້ສານອັດສໍາເນົາຄໍາຕັດ ສິນຂອງສານໃຫ້ພວກກ່ຽວ.


..ພາກທີເກົ້າການດໍາເນີນຄະດີຢູ່ສານຂັ້ນອຸທອນ


...ມາດຕາສອງລ້ອຍສິບເອັດ(ໃໝ່)ສານທີ່ມີສິດອໍານາດພິພາກສາຄະດີເປັນຂັ້ນອຸທອນ

ມາດຕາສອງລ້ອຍສິບເອັດ(ໃໝ່)ສານທີ່ມີສິດອໍານາດພິພາກສາຄະດີ ເປັນຂັ້ນອຸທອນ ສານທີ່ມີສິດອໍານາດພິພາກສາຄະດີເປັນຂັ້ນອຸທອນມີດັ່ງນີ້: ໜຶ່ງສານປະຊາຊົນແຂວງ,ນະຄອນມີສິດອໍານາດພິພາກສາ ເປັນຂັ້ນອຸທອນຄະດີອາຍາທີ່ສານປະຊາຊົນເຂດໄດ້ຕັດສິນເປັນຂັ້ນຕົ້ນ ຊຶ່ງມີການຂໍອຸທອນຫຼືສະເໜີຄັດຄ້ານ. ສອງສານປະຊາຊົນພາກ,ສານທະຫານຂັ້ນສູງມີສິດອໍານາດ ພິພາກສາເປັນຂັ້ນອຸທອນຄະດີອາຍາທີ່ສານປະຊາຊົນແຂວງ,ນະຄອນ, ສານທະຫານພາກຕັດສິນເປັນຂັ້ນຕົ້ນຊຶ່ງມີການຂໍອຸທອນຫຼືສະເໜີຄັດ ຄ້ານ.

...ມາດຕາສອງລ້ອຍສິບສອງສິດໃນການຂໍອຸທອນ

ມາດຕາສອງລ້ອຍສິບສອງສິດໃນການຂໍອຸທອນ ຈໍາເລີຍ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຈໍາເລີຍມີສິດ ຂໍອຸທອນຄໍາຕົກລົງຂອງສານ. ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມຫຼື ຜູ້ປົກຄອງອື່ນມີສິດຂໍອຸທອນຄໍາຕົກລົງຂອງສານກ່ຽວກັບບັນຫາທາງ ແພ່ງເທົ່ານັ້ນ. ການຂໍອຸທອນຄໍາຕົກລົງຂອງສານຕ້ອງຍື່ນຕໍ່ສານທີ່ໄດ້ຕັດ ສິນເປັນຂັ້ນຕົ້ນ.


...ມາດຕາສອງລ້ອຍສິບສາມ(ປັບປຸງ)ການສະເໜີຄັດຄ້ານຂອງອົງການໄອຍະການ

ມາດຕາສອງລ້ອຍສິບສາມ(ປັບປຸງ)ການສະເໜີຄັດຄ້ານຂອງອົງ ການໄອຍະການ ການສະເໜີຄັດຄ້ານຂອງອົງການໄອຍະການຕໍ່ຄໍາຕົກລົງ ຂອງສານທີ່ເຫັນວ່າບໍ່ມີເຫດຜົນໜັກແໜ້ນຫຼືບໍ່ຖືກຕ້ອງຕາມກົດໝາຍ ນັ້ນແມ່ນສິດຂອງອົງການໄອຍະການຂັ້ນດຽວກັນກັບສານແລະອົງ ການໄອຍະການຂັ້ນເທິງຖັດນນັ້ນ.


...ມາດຕາສອງລ້ອຍສິບສີ່(ປັບປຸງ)ການຂໍອຸທອນແລະການສະເໜີຄັດຄ້ານຄໍາຕັດສິນຂອງສານ

ມາດຕາສອງລ້ອຍສິບສີ່(ປັບປຸງ)ການຂໍອຸທອນແລະການສະເໜີຄັດ ຄ້ານຄໍາຕັດສິນຂອງສານ ສານຂັ້ນອຸທອນຈະຮັບເອົາຄະດີມີພິຈາລະນາໄດ້ກໍ່ຕໍ່ເມື່ອຫາກ ມີຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານເທົ່ານັ້ນ. ສິດໃນການຂໍອຸທອນແລະຂໍສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ຂາດ ຂອງສານຂັ້ນຕົ້ນໃຫ້ປະຕິບັດພາຍໃນກໍານົດເຈັດວັນນັບແຕ່ວັນໄດ້ຮັບ ຊາບເປັນຕົ້ນໄປ.ສໍາລັບຄໍາຕັດສິນຂອງສານຂັ້ນຕົ້ນນັ້ນກໍານົດເວລາ ຂໍອຸທອນຫຼືສະເໜີຄັດຄ້ານແມ່ນຊາວວັນນັບແຕ່ວັນອ່ານຫຼືວັນຮັບຊາບ ຄໍາຕັດສິນເປັນຕົ້ນໄປ. ໃນກໍລະນີມີການຈອງຂໍອຸທອນຫຼືຈອງຂໍສະເໜີຄັດຄ້ານຄໍາຕັດ ສິນຂອງສານຕ້ອງຍື່ນຄໍາຮ້ອງຂໍອຸທອນຫຼືຂໍສະເໜີຄັດຄ້ານພາຍໃນກໍາ ນົດເວລາຊາວວັນນັບແຕ່ວັນຈອງຂໍອຸທອນຫຼືຈອງຂໍສະເໜີຄັດຄ້ານ ເປັນຕົ້ນໄປ.


...ມາດຕາສອງລ້ອຍສິບຫ້າ(ປັບປຸງ)ລະບຽບການຂໍອຸທອນຫຼືຂໍສະເໜີຄັດຄ້ານຄໍາຕັດສິນຂອງສານ

ມາດຕາສອງລ້ອຍສິບຫ້າ(ປັບປຸງ)ລະບຽບການຂໍອຸທອນຫຼືຂໍສະເໜີ ຄັດຄ້ານຄໍາຕັດສິນຂອງສານ ໃນກໍລະນີທີ່ມີການຂໍອຸທອນຫຼືຂໍສະເໜີຄັດຄ້ານຄາສັ່ງ,ຄໍາ ຊີ້ຂາດແລະຫຼືຄໍາຕັດສິນຂອງສານຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດ ຄ້ານຕ້ອງຍື່ນຕໍ່ສານຂັ້ນອຸທອນໂດຍຜ່ານສານທີ່ໄດ້ຕັດສິນຄະດີເປັນ ຂັ້ນຕົ້ນ.ສານຂັ້ນຕົ້ນຕ້ອງແນະນໍາໃຫ້ຜູ້ຂໍອຸທອນຊາບກ່ຽວກັບກໍານົດ ເວລາຂໍອຸທອນ,ການຂຽນຄໍາຕ້ອງຂໍອຸທອນ,ຄ່າທໍານຽມຂໍອຸທອນ ແລະສິດຕ່າງໆຂອງຜູ້ກ່ຽວ.ສານຂັ້ນຕົ້ນຕ້ອງຮັບຄໍາຮ້ອງຂໍອຸທອນ ຫຼືຄໍາສະເໜີຄັດຄ້ານຂອງຫົວໜ້າອົງການໄອຍະການເຖິງວ່າຈະ ກາຍກໍານົດເວລາການຂໍອຸທອນຫຼືສະເໜີຄັດຄ້ານແລ້ວກໍ່ຕາມ.ພາຍ ຫຼັງສິ້ນສຸດກໍານົດເວລາຂໍອຸທອນຫຼືສະເໜີຄັດຄ້ານແລ້ວພາຍໃນກໍາ ນົດສາມວັນສານຂັ້ນຕົ້ນຕ້ອງສົ່ງຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດ ຄ້ານພ້ອມດ້ວຍສໍານວນຄະດີໄປຍັງສານຂັ້ນອຸທອນ. ສໍາລັບການຈອງຂໍອຸທອນຫຼືຂໍສະເໜີຄັດຄ້ານກໍ່ໃຫ້ປະຕິບັດ ດັ່ງດຽວກັນກັບການຂໍອຸທອນຫຼືຂໍສະເໜີຄັດຄ້ານຕາມທີ່ໄດ້ກໍານົດ ໄວ້ໃນວັກໜຶ່ງຂອງມາດຕານີ້. ໃນກໍລະນີທີ່ສານຂັ້ນຕົ້ນຫາກບໍ່ຮັບຫຼືແກ່ຍາວການຮັບຄໍາ ຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຄໍາຕັດສິນຂອງສານຜູ້ຂໍອຸທອນ ຫຼືຜູ້ສະເໜີຄັດຄ້ານມີສິດຂໍອຸທອນຫຼືຂໍສະເໜີຄັດຄ້ານໂດຍກົງຕໍ່ສານ ຂັ້ນອຸທອນ. ເມື່ອສານຂັ້ນຕົ້ນໄດ້ຮັບຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດ ຄ້ານແລ້ວແຕ່ແກ່ຍາວການສົ່ງສໍານວນຄະດີກາຍກໍານົດເວລາ ຂຶ້ນຫາສານຂັ້ນອຸທອນຜູ້ຂໍອຸທອນຫຼືຜູ້ສະເໜີຄັດຄ້ານມີສິດສະເໜີ ຕໍ່ສານຂັ້ນອຸທອນເພື່ອໃຫ້ທວງເອົາສໍານວນຄະດີດັ່ງກ່າວມາພິ ຈາລະນາ. ໃນກໍລະນີທີ່ມີຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຄໍາຕັດ ສິນສານຂັ້ນຕົນຕ້ອງແຈ້ງຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານ ໃຫ້ຄູ່ຄວາມອີກຝ່າຍໜຶ່ງຊາບເພື່ອໃຫ້ຜູ້ກ່ຽວແກ້ຄໍາຮ້ອງຂໍອຸທອນ ຫຼືຄໍາສະເໜີຄັດຄ້ານ.ຖ້າວ່າຈໍາເລີຍຫາກຖືກກັກຂັງກໍ່ຕ້ອງແຈ້ງ ໃຫ້ຜູ້ກ່ຽວຊາບໂດຍຜ່ານເຈົ້າໜ້າທີ່ຄ້າຍຄຸມຂັງ. ກ່ອນການພິຈາລະນາພິພາກສາຄະດີຢູ່ສານຂັ້ນອຸທອນນັ້ນ ຜູ້ຂໍອຸທອນຫຼືຜູ້ສະເໜີຄັດຄ້ານມີສິດໃຫ້ຄໍາອະທິບາຍເພີ່ມເຕີມຄໍາ ຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຂອງຕົນ,ໃຫ້ຄໍາເຫັນກ່ຽວກັບ ການແກ້ຄໍາຮ້ອງຂໍອຸທອນຂອງອີກຝ່າຍໜຶ່ງຫຼືຄໍາສະເໜີຄັດຄ້ານ ຂອງຫົວໜ້າອົງການໄອຍະການ.


...ມາດຕາສອງລ້ອຍສິບຫົກ(ປັບປຸງ)ກໍານົດເວລາໃນການພິຈາລະນາຄະດີຂອງສານຂັ້ນອຸທອນ

ມາດຕາສອງລ້ອຍສິບຫົກ(ປັບປຸງ)ກໍານົດເວລາໃນການພິຈາລະ ນາຄະດີຂອງສານຂັ້ນອຸທອນ ສານຂັ້ນອຸທອນຕ້ອງພິຈາລະນາພິພາກສາຄະດີພາຍໃນກໍາ ນົດສີ່ສິບຫ້າວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປ.

...ມາດຕາສອງລ້ອຍສິບເຈັດ(ປັບປຸງ)ສິດໃນການເພີ່ມເຕີມ,ປ່ຽນແປງແລະຖອນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານ

ມາດຕາສອງລ້ອຍສິບເຈັດ(ປັບປຸງ)ສິດໃນການເພີ່ມເຕີມ,ປ່ຽນແປງ ແລະຖອນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານ ກ່ອນການພິຈາລະນາຄະດີຢູ່ສານຂັ້ນອຸທອນບຸກຄົນທີ່ກ່ຽວ ຂ້ອງໃນຄະດີແລະຫົວໜ້າອົງການໄອຍະການມີສິດສະເໜີເພີ່ມເຕີມ, ປ່ຽນແປງຫຼືຖອນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຂອງຕົນໄດ້. ໃນກໍລະນີທີ່ມີການຖອນຄໍາຮ້ອງຂໍອຸທອນຫຼືຄໍາສະເນີຄັດຄ້ານ ແລ້ວບຸກຄົນທີ່ກ່ຽວຂ້ອງໃນຄະດີຫຼືຫົວໜ້າອົງການໄອຍະການບໍ່ມີສິດ ຂໍອຸທອນຫຼືສະເໜີຄັດຄ້ານຄືນໃໝ່ອີກ. ໃນກໍລະນີທີ່ມີການຖອນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານ ທັງໝົດສານຂັ້ນອຸທອນຕ້ອງຢຸດເຊົາການດໍາເນີນຄະດີແລະຄໍາຕັດ ສິນຂອງສານຂັ້ນຕົ້ນກໍ່ຈະກາຍເປັນຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ ນັບແຕ່ວັນສານຂັ້ນອຸທອນອອກຄໍາຊີ້ຂາດຢຸດເຊົາການດໍາເນີນຄະດີ ເປັນຕົ້ນໄປ.ຖ້າຫາກມີການຖອນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດ ຄ້ານບາງສ່ວນສານຂັ້ນອຸທອນຕ້ອງພິຈາລະນາໃນສ່ວນທີ່ບໍ່ໄດ້ຖອນ ເທົ່ານັ້ນ.


...ມາດຕາສອງລ້ອບສິບແປດ(ປັບປຸງ)ການສະເໜີແລະການພິຈາລະນາຫຼັກຖານເພີ່ມເຕີມຢູ່ສານຂັ້ນອຸທອນ

ມາດຕາສອງລ້ອບສິບແປດ(ປັບປຸງ)ການສະເໜີແລະການພິຈາລະນາ ຫຼັກຖານເພີ່ມເຕີມຢູ່ສານຂັ້ນອຸທອນ ກ່ອນເປີດປະຊຸມສານຫຼືໃນເວລາໄຕ່ສວນຄະດີໃນທີ່ປະຊຸມສານ ບຸກຄົນທີ່ໄດ້ກໍານົດໄວ້ໃນມາດຕາສອງລ້ອຍສິບເຈັດຂອງກົດໝາຍສະ ບັບນີ້ມີສິດສະເໜີຫຼັກຖານໃໝ່ກ່ອນຫົວໜ້າອົງການໄອຍະການຈະຖະ ແຫຼງໃນທີ່ປະຊຸມສານ. ຫຼັກຖານທີ່ໄດ້ສະເໜີມາກ່ອນແລ້ວແລະຫຼັກຖານທີ່ໄດ້ສະເໜີ ເພີ່ມເຕີມຕ້ອງໄດ້ນໍາມາພິຈາລະນາໃນທີ່ປະຊຸມສານ.ຄໍາພິພາກສາ ຂອງສານຂັ້ນອຸທອນຕ້ອງອີງໃສ່ທັງຫຼັກຖານທີ່ໄດ້ສະເໜີມາກ່ອນແລ້ວ ແລະຫຼັກຖານໃໝ່ເປັນພື້ນຖານໃນການພິຈາລະນາພິພາກສາຄະດີ.

...ມາດຕາສອງລ້ອຍສິບເກົ້າ(ປັບປຸງ)ລະບຽບການພິຈາລະນາຄະດີຢູ່ສານຂັ້ນອຸທອນ

ມາດຕາສອງລ້ອຍສິບເກົ້າ(ປັບປຸງ)ລະບຽບການພິຈາລະນາຄະດີ ຢູ່ສານຂັ້ນອຸທອນ ການພິຈາລະນາຄະດີຢູ່ສານຂັ້ນອຸທອນແມ່ນໃຫ້ປະຕິບັດຄືກັນ ກັບການພິຈາລະນາຄະດີຢູ່ສານຂັ້ນຕົ້ນຕາມທີ່ໄດ້ກໍານົດໄວ້ໃນມາດ ຕາໜຶ່ງລ້ອຍຫົກສິບເຈັດ,ໜຶ່ງລ້ອຍເຈັດສິບຫາສອງລ້ອຍເຈັດຂອງກົດ ໝາຍສະບັບນີ້. ພາຍຫຼັງທີ່ປະທານຄະນະສານໄດ້ກ່າວເປີດປະຊຸມສານແລະ ຄະນະສານຜູ້ຮັບຜິດຊອບຄະດີໄດ້ລາຍງານແລ້ວປະທານຄະນະສານ ໃຫ້ຜູ້ຂໍອຸທອນຫຼືຫົວໜ້າອົງການໄອຍະການຂັ້ນອຸທອນສະເໜີເຫດຜົນ ກ່ຽວກັບການຂໍອຸທອນຫຼືການສະເໜີຄັດຄ້ານຂອງຕົນ. ໃນກໍລະນີທີ່ມີການສະເໜີຫຼັກຖານໃໝ່ນັ້ນສານຕ້ອງແຈ້ງໃຫ້ ຫົວໜ້າອົງການໄອຍະການຂັ້ນອຸທອນແລະຜູ້ເຂົ້າຮ່ວມໃນທີ່ປະຊຸມ ສານ.ຈາກນັ້ນໃຫ້ຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ທະນາຍ ຄວາມຫຼືຜູ້ປົກປ້ອງອື່ນໃຫ້ຄໍາອະທິບາຍຕໍ່ສານ.ສ່ວນລະບຽບການໃນ ການໄຕ່ສວນ,ການໂຕ້ຖຽງແລະການພິຈາລະນາຕົກລົງໃນຫ້ອງປະ ຊຸມລັບກໍ່ໃຫ້ປະຕິບັດຄືກັນກັບຢູ່ສານຂັ້ນຕົ້ນ.


...ມາດຕາສອງລ້ອຍຊາວ(ປັບປຸງ)ຂອບເຂດສິດໃນການພິຈາລະນາຄະດີຂອງສານຂັ້ນອຸທອນ

ມາດຕາສອງລ້ອຍຊາວ(ປັບປຸງ)ຂອບເຂດສິດໃນການພິຈາລະນາຄະ ດີຂອງສານຂັ້ນອຸທອນ ໃນການພິຈາລະນາຄະດີອາຍາສານຂັ້ນອຸທອນຈະກວດກາ ຄໍາຕັດສິນໃນດ້ານຄວາມຖືກຕ້ອງຕາມກົດໝາຍແລະເຫດຜົນຂອງ ຄໍາຕັດສິນໂດຍອີງໃສ່ຜົນຂອງການໄຕ່ສວນຄະດີໃນທີ່ປະຊຸມສານ ເປັນຕົ້ນຕໍຫຼືຫຼັກຖານໃໝ່ເພີ່ມເຕີມ.ສານຂັ້ນອຸທອນບໍ່ພຽງແຕ່ຈະພິ ຈາລະນາບັນຫາທີ່ໄດ້ຂໍອຸທອນຫຼືໄດ້ສະເໜີຄັດຄ້ານເທົ່ານັ້ນແຕ່ຫາກ ຍັງຕ້ອງກວດກາການດໍາເນີນຄະດີທັງໝົດທີ່ກ່ຽວກັບພວກຈໍາເລີຍ ໃນຄະດີດຽວກັນເຖິງວ່າຈໍາເລີຍຈໍານວນໜຶ່ງບໍ່ໄດ້ຂໍອຸທອນຫຼືຫົວໜ້າ ອົງການໄອຍະການບໍ່ໄດ້ສະເໜີຄັດຄ້ານກໍ່ຕາມ. ໃນການພິຈາລະນາຄະດີສານຂັ້ນອຸທອນມີສິດພິພາກສາຜ່ອນ ໂທດໃຫ້ຈໍາເລີຍແຕ່ຫາກບໍ່ມີສິດເພີ່ມໂທດໃຫ້ຈໍາເລີຍໜັກຂຶ້ນກວ່າ ເກົ່າເວັ້ນເສຍແຕ່ມີຄໍາສະເໜີຄັດຄ້ານຂອງຫົວໜ້າອົງການໄອຍະ ການເທົ່ານັ້ນ.

...ມາດຕາສອງລ້ອຍຊາວເອັດ(ໃໝ່)ຄໍາພິພາກສາຂອງສານຂັ້ນອຸທອນ

ມາດຕາສອງລ້ອຍຊາວເອັດ(ໃໝ່)ຄໍາພິພາກສາຂອງສານຂັ້ນອຸທອນ ສານຂັ້ນອຸທອນພິພາກສາຄະດີໃນນາມສປປລາວ. ຄໍາພິພາກສາຂອງສານຂັ້ນອຸທອນປະກອບດ້ວຍ: ໜຶ່ງພາກສະເໜີ. ສອງພາກເນື້ອຄະດີ. ສາມພາກຮູບຄະດີ. ສີ່ພາກວິນິດໄສ. ຫ້າພາກຕັດສິນ. ຄໍາພິພາກສາຂອງສານຂັ້ນອຸທອນໄດ້ກໍານົດໄວ້ໃນລະບຽບ ການສະເພາະ.

...ມາດຕາສອງລ້ອຍຊາວສອງ(ປັບປຸງ)ປະເພດຄໍາພິພາກສາຂອງສານຂັ້ນອຸທອນ

ມາດຕາສອງລ້ອຍຊາວສອງ(ປັບປຸງ)ປະເພດຄໍາພິພາກສາຂອງ ສານຂັ້ນອຸທອນ ປະເພດຄໍາພິພາກສາຂອງສານຂັ້ນອຸທອນມີດັ່ງນີ້: ໜຶ່ງຢັ້ງຢືນເອົາຕາມຄໍາຕັດສິນຂອງສານຂັ້ນຕົ້ນທັງໝົດ. ສອງປ່ຽນແປງຄໍາຕັດສິນຂອງສານຂັ້ນຕົ້ນບາງສ່ວນຫຼືທັງ ໝົດ,ພິພາກສາເພີ່ມຫຼືຫຼຸດໂທດໃສ່ການກະທໍາຜິດທີ່ສານຂັ້ນຕົ້ນໄດ້ ຕັດສິນມາແລ້ວ. ສາມລົບລ້າງຄໍາຕັດສິນແລ້ວສົ່ງຄະດີໄປໃຫ້ສານຂັ້ນຕົ້ນຄະ ນະໃໝ່ພິຈາລະນາຄືນໃໝ່ຫຼືຄະນະເກົ້າໃນກໍລະນີທີ່ສານຄະນະເກົ່າ ນີ້ຫາກຍັງບໍ່ທັນໄດ້ພິຈາລະນາຄໍາຮ້ອງຂໍໃດໜຶ່ງ. ສີ່ລົບລ້າງຄໍາຕັດສິນຂອງສານຂັ້ນຕົ້ນແລ້ວພິພາກສາໃຫ້ຈໍາ ເລີຍພົ້ນຂໍ້ກ່າວຫາ.

ຄໍາພິພາກສາຂອງສານຂັ້ນອຸທອນເປັນຄໍາພິພາກສາຂັ້ນສຸດ ທ້າຍທາງດ້ານເນື້ອຄະດີ. ສານຂັ້ນອຸທອນທີ່ໄດ້ພິພາກສາຄະດີແລ້ວຕ້ອງພິມຄໍາພິພາກ ສາໃຫ້ແລ້ວພາຍໃນກໍານົດສິບວັນນັບແຕ່ວັນລົງຄໍາພິພາກສາເປັນ ຕົ້ນໄປ. ໃນກໍລະນີທີ່ບໍ່ມີການຂໍລົບລ້າງຫຼືການສະເໜີຄັດຄ້ານຄໍາພ ິພາກສາຂອງສານຂັ້ນອຸທອນແລ້ວຖືວ່າຄໍາພິພາກສານັ້ນໃຊ້ໄດ້ຢ່າງ ເດັດຂາດ.ສານຕ້ອງສົ່ງຄໍາພິພາກສາພ້ອມດ້ວຍສໍານວນຄະດີໃຫ້ອົງ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ໃນກໍລະນີທີ່ສານຂັ້ນອຸທອນໄດ້ພິພາກສາຕາມທີ່ໄດ້ກໍານົດໄວ້ ໃນຂໍອສາມຂອງມາດຕານີ້ຈໍາເລີຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບ ທາງແພ່ງ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນແລະຫົວໜ້າອົງການໄອ ຍະການບໍ່ອະນຸຍາດໃຫ້ຂໍລົບລ້າງຫຼືສະເໜີຄັດຄ້ານ.


...ມາດຕາສອງລ້ອຍຊາວສາມສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນແປງຄໍາຕັດສິນ

ມາດຕາສອງລ້ອຍຊາວສາມສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນ ແປງຄໍາຕັດສິນ ສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນແປງຄໍາຕັດສິນຂອງ ສານຂັ້ນຕົ້ນມີດັ່ງນີ້: 1.ການສືບສວນ-ສອບສວນຫຼືການໄຕ່ສວນຄະດີໃນທີ່ປະຊຸມສານຫາກບໍ່ຮອບດ້ານ,ບໍ່ຄົບ ຖ້ວນຫຼືບໍ່ພາວະວິໄສ. 2.ຄໍາເຫັນຂອງສານບໍ່ສອດຄ່ອງກັບເຫດການຕົວຈິງຂອງຄະ ດີ. 3.ການວາງໂທດບໍ່ສອດຄ່ອງກັບລັກສະນະ,ລະດັບຄວາມເປັນ ອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດແລະບຸກຄະລິກກະພາບຂອງ ຜູ້ກະທໍາຜິດ. 4.ລະບຽບການດໍາເນີນຄະດີອາຍາຖືກລະເມີດຫຼືການນໍາໃຊ້ ກົດໝາຍອາຍາບໍ່ຖືກຕ້ອງ.


...ມາດຕາສອງລ້ອຍຊາວສີ່(ປັບປຸງ)ການພິຈາລະນາຄະດີຄືນໃໝ່ຂອງສານຂັ້ນຕົ້ນ

ມາດຕາສອງລ້ອຍຊາວສີ່(ປັບປຸງ)ການພິຈາລະນາຄະດີຄືນໃໝ່ ຂອງສານຂັ້ນຕົ້ນ ໃນກໍລະນີທີ່ສານຂັ້ນອຸທອນໄດ້ສົ່ງຄະດີຄືນໃຫ້ສານຂັ້ນຕົ້ນພິ ຈາລະນາຄືນໃໝ່ແລ້ວການພິຈາລະນາຄະດີດັ່ງກ່າວຕ້ອງປະຕິບັດ ຕາມລະບຽບການທົ່ວໄປກ່ຽວກັບການດໍາເນີນຄະດີ. ໃນການພິຈາລະນາຄະດີຄືນໃໝ່ສານຂັ້ນຕົ້ນຈະເພີ່ມໂທດໄດ້ ກໍ່ຕໍ່ເມື່ອໃນການສືບສວນ-ສອບສວນຄະດີຄືນໃໝ່ນັ້ນໄດ້ຊອກເຫັນເຫດການທີ່ຢັ້ງຢືນວ່າຈໍາເລີຍ ໄດ້ມີການກະທໍາຜິດອັນໃໝ່ໂດຍມີຄໍາສັ່ງຟ້ອງເພີ່ມເຕີມຂອງຫົວໜ້າ ອົງການໄອຍະການ.


..ພາກທີສິບການດໍາເນີນຄະດີຢູ່ສານຂັ້ນລົບລ້າງ


...ມາດຕາສອງລ້ອຍຊາຍຫ້າ(ໃໝ່)ສານທີ່ມີສິດອໍານາດພິພາກສາຄະດີເປັນຂັ້ນລົບລ້າງ

ມາດຕາສອງລ້ອຍຊາຍຫ້າ(ໃໝ່)ສານທີ່ມີສິດອໍານາດພິພາກສາ ຄະດີເປັນຂັ້ນລົບລ້າງ ສານທີ່ມີສິດອໍານາດພິພາກສາຄະດີເປັນຂັ້ນລົບລ້າງມີດັ່ງນີ້: 1.ສານປະຊາຊົນພາກມີສິດອໍານາດພິພາກສາເປັນຂັ້ນລົບ ລ້າງຄະດີທີ່ສານປະຊາຊົນແຂວງ,ນະຄອນພິພາກສາເປັນຂັ້ນອຸທອນ. 2.ສານປະຊາຊົນສູງສຸດມີສິດອໍານາດພິພາກສາເປັນຂັ້ນລົບ ລ້າງຄະດີທີ່ສານປະຊາຊົນພາກ,ສານທະຫານຂັ້ນສູງພິພາກສາເປັນ ຂັ້ນອຸທອນ.


...ມາດຕາສອງລ້ອຍຊາວຫົກ(ປັບປຸງ)ການຂໍລົບລ້າງຫຼືການສະເໜີຄັດຄ້ານຄໍາພິພາກສາ

ມາດຕາສອງລ້ອຍຊາວຫົກ(ປັບປຸງ)ການຂໍລົບລ້າງຫຼືການສະເໜີ ຄັດຄ້ານຄໍາພິພາກສາ ຈໍາເລີຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍ ຄວາມຫຼືຜູ້ປົກປ້ອງອື່ນຫຼືຫົວໜ້າອົງການໄອຍະການມີສິດຂໍລົບລ້າງ ຫຼືສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂັ້ນອຸທອນຕໍ່ ສານຂັ້ນລົບລ້າງເພື່ອກວດກາຄວາມຖືກຕ້ອງທາງດ້ານກົດໝາຍ. ສານຂັ້ນລົບລ້າງຈະຮັບເອົາຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກ ສາຂອງສານຂັ້ນອຸທອນມາພິຈາລະນາໄດ້ກໍ່ຕໍ່ເມື່ອຫາກມີຄໍາຮ້ອງຂໍ ລົບລ້າງຂອງຈໍາເລີຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ທະ ນາຍຄວາມຫຼືຜູ້ປົກປ້ອງອື່ນຫຼືຄໍາສະເໜີຄັດຄ້ານຂອງຫົວໜ້າອົງການ ໄອຍະການ. ຈໍາເລີຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍ ຄວາມ,ຜູ້ປົກປ້ອງອື່ນຫຼືຫົວໜ້າອົງການໄອຍະການມີສິດຂໍລົບລ້າງ ຫຼືສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ຂາດຂອງສານຂັ້ນອຸທອນໄດ້ພາຍໃນ ກໍານົດເຈັດວັນນັບແຕ່ວັນຮັບຊາບຄໍາສັ່ງ,ຄໍາຊີ້ຂາດເປັນຕົ້ນໄປ.ສໍາ ລັບຄໍາພິພາກສາຂອງສານຂັ້ນອຸທອນນັ້ນໃຫ້ຂໍລົບລ້າງຫຼືສະເໜີຄັດ ຄ້ານພາຍໃນກໍານົດສີ່ສິບຫ້າວັນນັບແຕ່ວັນໄດ້ອ່ານຫຼືວັນຮັບຊາບຄໍາ ພິພາກສາເປັນຕົ້ນໄປ. ໃນກໍລະນີຈອງການຂໍລົບລ້າງຫຼືຈອງການຂໍສະເໜີຄັດຄ້ານ ຕ້ອງຍື່ນຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານພາຍໃນກໍານົດເວ ລາສີ່ສິບຫ້າວັນນັບແຕ່ວັນຈອງເປັນຕົ້ນໄປ.


...ມາດຕາສອງລ້ອຍຊາວເຈັດ(ປັບປຸງ)ລະບຽບການຂໍລົບລ້າງ

ມາດຕາສອງລ້ອຍຊາວເຈັດ(ປັບປຸງ)ລະບຽບການຂໍລົບລ້າງ ໃນກໍລະນີທີ່ມີການຂໍລົບລ້າງຫຼືສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ ຂາດແລະຄໍາພິພາກສາຂອງສານຜູ້ຂໍລົບລ້າງຫຼືຜູ້ສະເໜີຄັດຄ້ານ ຕ້ອງຍື່ນຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຂອງຕົນຕໍ່ສານຂັ້ນ ລົບລ້າງໂດຍຜ່ານສານຂັ້ນອຸທອນທີ່ໄດ້ພິພາກສາຄະດີນັ້ນ.ສານຂັ້ນ ອຸທອນຕ້ອງແນະນໍາກ່ຽວກັບກໍານົດເວລາ,ການຂຽນຄໍາຮ້ອງ,ຄ່າ ທໍານຽມສານແລະສິດຕ່າງໆຂອງຜູ້ກ່ຽວໃນການຂໍລົບລ້າງ.ສານ ຂັ້ນອຸທອນຕ້ອງຮັບຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານດັ່ງກ່າວ ເຖິງວ່າກໍານົດເວລາຂໍລົບລ້າງນັ້ນຈະໝົດແລ້ວກໍ່ຕາມ.ພາຍຫຼັງສິ້ນ ສຸດກໍານົດເວລາຂໍລົບລ້າງຫຼືຄໍາສະເໜີຄັດຄ້ານແລ້ວພາຍໃນກໍານົດ ສາມວັນສານຂັ້ນອຸທອນຕ້ອງສົ່ງຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດ ຄ້ານພ້ອມດ້ວຍສໍານວນຄະດີໄປຍັງສານຂັ້ນລົບລ້າງ. ສໍາລັບການຈອງຂໍລົບລ້າງຫຼືຂໍສະເໜີຄັດຄ້ານກໍ່ໃຫ້ປະຕິບັດ ດັ່ງດຽວກັນກັບການຂໍລົບລ້າງຫຼືຂໍສະເໜີຄັດຄ້ານຕາມທີ່ໄດ້ກໍານົດ ໄວ້ໃນວັກໜຶ່ງຂອງມາດຕານີ້. ໃນກໍລະນີທີ່ສານຂັ້ນອຸທອນຫາກບໍ່ຮັບຫຼືແກ່ຍາວການຮັບຄໍາ ຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຄໍາພິພາກສາຂອງສານຜູ້ຂໍລົບ ລ້າງຜູ້ຜູ້ສະເໜີຄັດຄ້ານມີສິດຂໍລົບລ້າງຫຼືສະເໜີຄັດຄ້ານໂດຍກົງຕໍ່ ສານຂັ້ນລົບລ້າງ. ຫຼັງຈາກກໍານົດຂໍລົບລ້າງໄດ້ສິ້ນສຸດແລ້ວຖ້າສານຂັ້ນອຸທອນ ທີ່ໄດ້ຮັບຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຫາກແກ່ຍາວເກີນ ກໍານົດເວລາໃນການສົ່ງສໍານວນຄະດີຂຶ້ນສານຂັ້ນລົບລ້າງ.ຜູ້ຂໍລົບ ລ້າງຫຼືຜູ້ສະເໜີຄັດຄ້ານມີສິດສະເໜີຕໍ່ສານຂັ້ນລົບລ້າງເພື່ອທວງເອົາ ຄະດີດັ່ງກ່າວມາພິຈາລະນາ. ໃນກໍລະນີທີ່ມີຄໍາຮ້ອງຂໍລົບລ້າງຫຼືຄໍາສະເນີຄັດຄ້ານຄໍາພິ ພາກສານັ້ນສານຂັ້ນອຸທອນຕ້ອງແຈ້ງຄໍາຮ້ອງຂໍລົບລ້າງຫຼືຄໍາສະ ເໜີຄັດຄ້ານໃຫ້ອີກຝ່າຍໜຶ່ງຊາບເພື່ອໃຫ້ຜູ້ກ່ຽວເຮັດຄໍາແກ້ຄໍາຮ້ອງ ຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຖ້າວ່າຈໍາເລີຍຫາກຖືກກັກຂັງກໍ່ຕ້ອງ ແຈ້ງໃຫ້ຜູ້ກ່ຽວຊາບໂດຍຜ່ານເຈົ້າໜ້າທີ່ຄ້າຍຄຸມຂັງ. ກ່ອນການພິຈາລະນາພິພາກສາຄະດີຢູ່ສານຂັ້ນລົບລ້າງນັ້ນ ຜູ້ຂໍລົບລ້າງຫຼືຜູ້ສະເໜີຄັດຄ້ານມີສິດໃຫ້ຄໍາອະທິບາຍເປັນລາຍລັກອັກ ສອນເພື່ອໃຫ້ເຫດຜົນເພີ່ມເຕີມຕໍ່ຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດ ຄ້ານຂອງຕົນ,ໃຫ້ຂໍ້ສັງເກດກ່ຽວກັບການແກ້ໄຂຄໍາຮ້ອງຂໍລົບລ້າງ ຂອງອີກຝ່າຍໜຶ່ງຫຼືຄໍາສະເໜີຄັດຄ້ານຂອງຫົວໜ້າອົງການໄອຍະ ການ.


...ມາດຕາສອງລ້ອຍຊາວແປດ(ໃໝ່)ກໍານົດເວລາໃນການພິຈາລະນາຂອງສານຂັ້ນລົບລ້າງ

ມາດຕາສອງລ້ອຍຊາວແປດ(ໃໝ່)ກໍານົດເວລາໃນການພິຈາ ລະນາຂອງສານຂັ້ນລົບລ້າງ ສານຂັ້ນລົບລ້າງຕ້ອງພິຈາລະນາພິພາກສາຄະດີພາຍໃນກໍາ ນົດສາມສິບວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປ.

...ມາດຕາສອງລ້ອຍຊາວເກົ້າ(ປັບປຸງ)ການພິຈາລະນາຄໍຮ້ອງຂໍລົບລ້າງແລະຄໍາສະເໜີຄັດຄ້ານ

ມາດຕາສອງລ້ອຍຊາວເກົ້າ(ປັບປຸງ)ການພິຈາລະນາຄໍຮ້ອງຂໍ ລົບລ້າງແລະຄໍາສະເໜີຄັດຄ້ານ ສານຂັ້ນລົບລ້າງພິຈາລະນາຄໍາຮ້ອງຂໍລົບລ້າງແລະຄໍາສະ ເໜີຄັດຄ້ານໃນທີ່ປະຊຸມສານໂດຍມີຫົວໜ້າອົງການໄອຍະການເຂົ້າ ຮ່ວມນໍາເພື່ອຖະແຫຼງ. ໃນກໍລະນີຈໍາເປັນສານຂັ້ນລົບລ້າງຈະຮຽກເອົາຜູ້ຖືກຕັດສິນ ແລະບຸກຄົນອື່ນທີ່ກ່ຽວຂ້ອງໃນຄະດີມາຮ່ວມໃນທີ່ປະຊຸມສານກໍ່ໄດ້. ພາຍຫຼັງທີ່ໄດ້ເປີດປະຊຸມສານແລ້ວປະທານຄະນະສານຫຼືຄະ ນະສານຜູ້ຮັບຜິດຊອບຄະດີລາຍງານສະພາບຂອງຄະດີ,ລາຍງານ ກ່ຽວກັບຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາ,ເນື້ອໃນຄໍາຮ້ອງຂໍລົບລ້າງ ຫຼືຄໍາສະເໜີຄັດຄ້ານພ້ອມດ້ວຍຄໍາເຫັນຂອງຕົນກ່ຽວກັບຄະດີນັ້ນ.ຕໍ່ ຈາກນັ້ນຄະນະສານຜູ້ອື່ນ,ຫົວໜ້າອົງການໄອຍະການມີສິດຖາມຜູ້ຮັບ ຜິດຊອບລາຍງານຄະດີແລະບຸກຄົນອື່ນທີ່ກ່ຽວຂ້ອງໃນຄະດີມີສິດສະ ເໜີແລະໃຫ້ຄໍາເຫັນຂອງຕົນຕໍ່ທີ່ປະຊຸມສານກ່ຽວກັບຄະດີນັ້ນ. ພາຍຫຼັງທີ່ຫົວໜ້າອົງການໄອຍະການໄດ້ຖະແຫຼງແລ້ວປະ ທານຄະນະສານກໍ່ກ່າວປິດປະຊຸມສານຊົ່ວຄາວເພື່ອພິຈາລະນາພິພາກ ສາຄະດີໃນຫ້ອງປະຊຸມລັບແລ້ວນໍາເອົາຄໍາພິພາກສາອອກມາອ່ານຕໍ່ ທີ່ປະຊຸມສານ.

...ມາດຕາສອງລ້ອຍສາມສິບ(ໃໝ່)ຄໍາພິພາກສາຂອງສານຂັ້ນລົບລ້າງ

ມາດຕາສອງລ້ອຍສາມສິບ(ໃໝ່)ຄໍາພິພາກສາຂອງສານຂັ້ນລົບ ລ້າງ ສານຂັ້ນລົບລ້າງພິພາກສາຄະດີໃນນາມສປປລາວ. ຄໍາພິພາກສາປະກອບດ້ວຍ: 1. ພາກສະເໜີ. 2. ພາກເນື້ອຄະດີ. 3. ພາກຮູບຄະດີ. 4. ພາກວິນິດໄສ. 5. ພາກຕັດສິນ. ຄໍາພິພາກສາຂອງສານຂັ້ນລົບລ້າງໄດ້ກໍານົດໄວ້ໃນລະບຽບ ການສະເພາະ.

...ມາດຕາສອງລ້ອຍສາມສິບເອັດ(ປັບປຸງ)ປະເພດຄໍາພິພາກສາຂອງສານຂັ້ນລົບລ້າງ

ມາດຕາສອງລ້ອຍສາມສິບເອັດ(ປັບປຸງ)ປະເພດຄໍາພິພາກສາຂອງ ສານຂັ້ນລົບລ້າງ ປະເພດຄໍາພິພາກສາຂອງສານຂັ້ນລົບລ້າງມີດັ່ງນີ້: 1. ບໍ່ຮັບເອົາຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານມາ ພິຈາລະນາຖ້າວ່າຈໍາເລີຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງ ແພ່ງ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຫຼືຫົວໜ້າອົງການໄອຍະການ ຫາກປະຕິບັດບໍ່ຖືກຕ້ອງຕາມລະບຽບການຂໍລົບລ້າງຫຼືຂໍສະເໜີຄັດ ຄ້ານ. 2. ຍົກເລີກຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານແລ້ວພິ ພາກສາຢັ້ງຢືນເອົາຕາມຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂອງສານ ຂັ້ນອຸທອນທັງໝົດ. 3. ລົບລ້າງຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂອງສານຂັ້ນ ອຸທອນທັງໝົດໂດຍບໍ່ສົ່ງຄະດີຄືນໃຫ້ສານຂັ້ນອຸທອນພິຈາລະນາແລ້ວ ໃຫ້ຈໍາເລີຍພົ້ນຂໍ້ກ່າວຫາ. 4. ລົບລ້າງຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂອງສານຂັ້ນ ອຸທອນບາງສ່ວນຫຼືທັງໝົດແລ້ວສົ່ງຄະດີໄປຍັງສານຂັ້ນອຸທອນຄະນະ ໃໝ່ຫຼືຄະນະເກົ່າໃນກໍລະນີທີ່ສານອຸທອນຄະນະເກົ່າບໍ່ທັນໄດ້ພິຈາລະ ນາຄໍາຮ້ອງຂໍໃດໜຶ່ງຫຼືມີການລະເມີດກົດໝາຍ.

...ມາດຕາສອງລ້ອຍສາມສິບສອງ(ປັບປຸງ)ສາເຫດທີ່ພາໃຫ້ມີການລົບລ້າງຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານຂັ້ນອຸທອນ

ມາດຕາສອງລ້ອຍສາມສິບສອງ(ປັບປຸງ)ສາເຫດທີ່ພາໃຫ້ມີການ ລົບລ້າງຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານຂັ້ນອຸທອນ ສາເຫດທີ່ພາໃຫ້ມີການລົບລ້າງຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິ ພາກສາຂອງສານຂັ້ນອຸທອນມີກໍລະນີໃດໜຶ່ງດັ່ງນີ້: 1. ການວາງໂທດບໍ່ສອດຄ່ອງກັບລັກສະນະ,ລະດັບຄວາມ ເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດແລະບຸກຄະລິກກະພາບ ຂອງຜູ້ກະທໍາຜິດ. 2. ລະບຽບການດໍາເນີນຄະດີອາຍາຖືກລະເມີດຫຼືການນໍາ ໃຊ້ກົດໝາຍອາຍາບໍ່ຖືກຕ້ອງ.

...ມາດຕາສອງລ້ອຍສາມສິບສາມ(ປັບປຸງ)ຂອບເຂດສິດໃນການພິຈາລະນາຄະດີຢູ່ສານຂັ້ນລົບລ້າງ

ມາດຕາສອງລ້ອຍສາມສິບສາມ(ປັບປຸງ)ຂອບເຂດສິດໃນການພິ ຈາລະນາຄະດີຢູ່ສານຂັ້ນລົບລ້າງ ໃນການພິຈາລະນາຄໍາຮ້ອງຂໍລົບລ້າງແລະຄໍາສະເໜີຄັດ ຄ້ານນັ້ນສານຂັ້ນລົບລ້າງມີໜ້າທີ່ພິຈາລະນາບັນຫາທີ່ໄດ້ຍົກຂຶ້ນໃນ ຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານທາງດ້ານກົດໝາຍເທົ່ານັ້ນ ແລະຈະບໍ່ໄດ້ທໍາການໄຕ່ສວນກ່ຽວກັບເຫດການຕ່າງໆຂອງຄະດີ ນັ້ນອີກ. ຖ້າວ່າໃນຄະດີນັ້ນຫາກມີຈໍາເລີຍຖືກພິພາກສາລົງໂທດຫຼາຍ ຄົນແຕ່ຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານມີແຕ່ຈໍາເລີຍຜູ້ໃດຜູ້ ໜຶ່ງຫຼືຈໍານວນໜຶ່ງເທົ່ານັ້ນສານກໍ່ຕ້ອງພິຈາລະນາຄະດີກ່ຽວກັບຈໍາ ເລີຍທີ່ຖືກພິພາກສາລົງໂທດທັງໝົດໃນຄະດີດຽວກັນເຖິງວ່າຄໍາຮ້ອງ ຂໍລົບລ້າງຫຼືຄໍາສະເນີຄັດຄ້ານນັ້ນບໍ່ໄດ້ກ່ຽວຂ້ອງເຖິງພວກກ່ຽວກໍ່ ຕາມ. ໃນກໍລະນີທີ່ເຫັນວ່າສານຂັ້ນອຸທອນຫາກໄດ້ພິພາກສາໃຫ້ຈໍາ ເລີຍພົ້ນຂໍ້ກ່າວຫາໂດຍບໍ່ຖືກຕ້ອງຫຼືຫາກເຫັນວ່າການວາງໂທດໃສ່ ຈໍາເລີຍບໍ່ສອດຄ່ອງກັບການກະທໍາຜິດຕົວຈິງນັ້ນສານຂັ້ນລົບລ້າງ ຕ້ອງລົບລ້າງຄໍາພິພາກສາແລ້ວສົ່ງສໍານວນຄະດີໃຫ້ສານຂັ້ນອຸທອນ ຄະນະໃໝ່ເພື່ອພິຈາລະນາຄືນ.

...ມາດຕາສອງລ້ອຍສາມສິບສີ່(ປັບປຸງ)ການພິຈາລະນາຄະດີຄືນໃໝ່ຂອງສານຂັ້ນອຸທອນ

ມາດຕາສອງລ້ອຍສາມສິບສີ່(ປັບປຸງ)ການພິຈາລະນາຄະດີຄືນໃໝ່ ຂອງສານຂັ້ນອຸທອນ ພາຍຫຼັງສານຂັ້ນລົບລ້າງໄດ້ລົບລ້າງຄໍາພິພາກສາແລ້ວສົ່ງ ໃຫ້ສານຂັ້ນອຸທອນພິພາກສາຄືນໃໝ່ນັ້ນການພິຈາລະນາຄະດີໃຫ້ປະ ຕິບັດຕາມລະບຽບການຕາມທີ່ໄດ້ກໍານົດໄວ້ໃນມາດຕາສອງລ້ອຍ ສິບເກົ້າຂອງກົດໝາຍສະບັບນີ້. ໃນກໍລະນີທີ່ສານຂັ້ນອຸທອນຄະນະໃໝ່ຫາກໄດ້ລົງຄໍາພິພາກ ສາບໍ່ກົງກັບຄໍາພິພາກສາຂອງສານຂັ້ນລົບລ້າງນັ້ນຖ້າວ່າຈໍາເລີຍ ຫາກບໍ່ໄດ້ຂໍລົບລ້າງແລ້ວຫົວໜ້າອົງການໄອຍະການມີສິດສະເໜີ ຄັດຄ້ານໂດຍໜ້າທີ່ຂຶ້ນຫາສານຂັ້ນລົບລ້າງ. ໃນການພິຈາລະນາຄະດີຄືນໃໝ່ນັ້ນຖ້າຫາກສານຂັ້ນລົບ ລ້າງໄດ້ພິພາກສາຄືເກົ່າແລະສົ່ງຄະດີຄືນໃຫ້ສານຂັ້ນອຸທອນເປັນ ເທື່ອທີສອງແລ້ວສານຂັ້ນອຸທອນຄະນະໃໝ່ຕ້ອງໄດ້ປະຕິບັດຕາມ ຄໍາພິພາກສາຂອງສານຂັ້ນລົບລ້າງຢ່າງເດັດຂາດ.

..ພາກທີສິບເອັດການປະຕິບັດຄໍາຕົກລົງຂອງສານ


...ໝວດທີໜຶ່ງລະບຽບການທົ່ວໄປກ່ຽວກັບການປະຕິບັດຄໍາຕົກລົງຂອງສານ


....ມາດຕາສອງລ້ອຍສາມສິບຫ້າ(ປັບປຸງ)ການປະຕິບັດຄໍາຕົກລົງຂອງສານ

ມາດຕາສອງລ້ອຍສາມສິບຫ້າ(ປັບປຸງ)ການປະຕິບັດຄໍາຕົກລົງ ຂອງສານ ຄໍາຕົກລົງຂອງສານທີ່ນໍາມາປະຕິບັດມີດັ່ງນີ້: 1. ຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນຂອງສານຂັ້ນຕົ້ນທີ່ໃຊ້ ໄດ້ຢ່າງເດັດຂາດ. 2. ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງ ສານທີ່ຕ້ອງປະຕິບັດພາງ. 3. ຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານຂັ້ນອຸ ທອນທີ່ໃຊ້ໄດ້ຢ່າງເດັດຂາດ. 4. ຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານຂັ້ນ ລົບລ້າງ.

ຄໍາຕັດສິນຫຼືຄໍາພິພາກສາທີ່ຕ້ອງນໍາມາປະຕິບັດໃນທັນໃດ ເຖິງວ່າໄດ້ມີການຂໍອຸທອນ,ການຂໍລົບລ້າງຫຼືການສະເໜີຄັດຄ້ານ ກໍ່ຕາມມີດັ່ງນີ້: 1. ຄໍາຕັດສິນຫຼືຄໍາພິພາກສາໃຫ້ຈໍາເລີຍພົ້ນຂໍ້ກ່າວຫາ. 2. ຄໍາຕັດສິນຫຼືຄໍາພິພາກສາພາກໂທດ. 3. ຄໍາຕັດສິນຫຼືຄໍາພິພາກສາລົງໂທດຕັດອິດສະລະພາບຊຶ່ງ ໂທດຕັດອິດສະລະພາບທີ່ສານໄດ້ລົງໃສ່ນັ້ນເທົ່າກັບເວລາທີ່ຈໍາເລີຍ ໄດ້ຖືກກັກຂັງພາງຜ່ານມາ.


....ມາດຕາສອງລ້ອຍສາມສິບຫົກ(ໃໝ່)ຂັ້ນຕອນການປະຕິບັດຄໍາຕົກລົງຂອງສານ

ມາດຕາສອງລ້ອຍສາມສິບຫົກ(ໃໝ່)ຂັ້ນຕອນການປະຕິບັດຄໍາ ຕົກລົງຂອງສານ ພາຍໃນກໍານົດເວລາເຈັດວັນນັບແຕ່ວັນໄດ້ຮັບຄໍາຕັດສິນຫຼື ຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດເປັນຕົ້ນໄປປະທານ ຄະນະສານທີ່ພິຈາລະນາຄະດີເປັນຂັ້ນຕົ້ນຕ້ອງອອກຄໍາສັ່ງໃຫ້ປະຕິ ບັດຄໍາຕັດສິນຫຼືຄໍາພິພາກສາຂອງສານຫຼືມອບໝາຍໃຫ້ສານອື່ນໃນ ຂັ້ນດຽວກັນອອກຄໍາສັ່ງໃຫ້ປະຕິບັດຄໍາຕັດສິນຫຼືຄໍາພິພາກສາຂອງ ສານ. ຄໍາສັ່ງໃຫ້ປະຕິບັດຄໍາຕັດສິນຂອງສານຕ້ອງບອກຊື່ແລະນາມ ສະກຸນ,ຕໍາແໜ່ງແລະໜ້າທີ່ຂອງຜູ້ອອກຄໍາສັ່ງ,ຊື່ອົງການຈັດຕັ້ງປະ ຕິບັດຄໍາຕັດສິນຂອງສານ;ຊື່ແລະນາມສະກຸນ,ວັນເກີດແລະທີ່ຢູ່ຂອງ ນັກໂທດ;ຄໍາຕັດສິນຫຼືຄໍາພິພາກສາທີ່ນັກໂທດຕ້ອງໄດ້ປະຕິບັດ. ສໍາເນົາຄໍາສັ່ງໃຫ້ປະຕິບັດຄໍາຕັດສິນແລະຄໍາຕັດສິນຂອງ ສານຕ້ອງສົ່ງໃຫ້ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ,ນັກ ໂທດແລະອົງການໄອຍະການໃນຂັ້ນດຽວກັນກັບອົງການຈັດຕັ້ງປະ ຕິບັດຄໍາຕັດສິນຂອງສານ. ໃນກໍລະນີທີ່ນັກໂທດຖືກປ່ອຍຕົວພາງ,ຄໍາສັ່ງໃຫ້ປະຕິບັດຄໍາ ຕັດສິນຕ້ອງບອກແຈ້ງວ່າໃຫ້ປະຕິບັດພາຍໃນກໍານົດເຈັດວັນນັບແຕ່ ວັນໄດ້ຮັບຄໍາສັ່ງເປັນຕົ້ນໄປແລະນັກໂທດນັ້ນຕ້ອງເຂົ້າສະເໜີຕົວຕໍ່ ຫ້ອງການຂອງເຈົ້າໜ້າທີ່ຕໍາຫຼວດຄຸມຂັງ-ດັດສ້າງເພື່ອປະຕິບັດ ຄໍາຕັດສິນຂອງສານ. ໃນກໍລະນີທີ່ນັກໂທດຊຶ່ງຖືກປ່ອຍຕົວພາງຫາກບໍ່ມາສະເໜີຕົວ ຫຼືເອົາຕົວຫຼົບໜີພາຍຫຼັງສານໄດ້ຕັດສິນລົງໂທດຜູ້ກ່ຽວແລ້ວສານ ຕ້ອງອອກຄໍາສັ່ງຈັບຕົວນັກໂທດແລ້ວໃຫ້ອົງການສືບສວນ-ສອບ ສວນຂັ້ນດຽວກັນປະຕິບັດ.


....ມາດຕາສອງລ້ອຍສາມສິບເຈັດ(ປັບປຸງ)ອົງການຈັດຕັ້ງປະຕິບັດຄໍາຕົກລົງຂອງສານ

ມາດຕາສອງລ້ອຍສາມສິບເຈັດ(ປັບປຸງ)ອົງການຈັດຕັ້ງປະຕິບັດ ຄໍາຕົກລົງຂອງສານ ອົງການຈັດຕັ້ງປະຕິບັດຄໍາຕົກລົງຂອງສານມີ: 1. ຄ້າຍດັດສ້າງຂອງກອງບັນຊາການປ້ອງກັນຄວາມ ສະຫງົບແຂວງ,ນະຄອນແລະກົມຕໍາຫຼວດຄຸມຂັງ-ດັດສ້າງທີ່ຂຶ້ນ ກັບກະຊວງປ້ອງກັນຄວາມສະຫງົບປະຕິບັດຄໍາຕັດສິນຂອງສານ ກ່ຽວກັບໂທດຕັດອິດສະລະພາບ; 2. ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທະຫານ ປະຕິບັດຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານ ທະຫານທີ່ໃຊ້ໄດ້ຢ່າງເດັດຂາດ. 3. ອົງການປົກຄອງບ້ານປະຕິບັດໜ້າທີ່ຕິດຕາມ,ສຶກສາອົບ ຮົມບຸກຄົນຊຶ່ງປະຕິບັດໂທດຈໍາກັດທີ່ຢູ່ຫຼືໂທດທີ່ພາກໄວ້; 4. ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຂອງພະ ແນກຍຸຕິທໍາແຂວງ,ນະຄອນແລະໜ່ວຍງານຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານຂອງຫ້ອງການຍຸຕິທໍາເມືອງ,ເທດສະບານກ່ຽວກັບ ການໃຊ້ແທນຄ່າເສຍຫາຍ,ການປັບໃໝ,ການຮິບຊັບແລະໂທດ ດັດສ້າງໂດຍບໍ່ຕັດອິດສະລະພາບໃນຄະດີອາຍາ.

....ມາດຕາສອງລ້ອຍສາມສິບແປດ(ປັບປຸງ)ການປ່ອຍຕົວນັກໂທດ

ມາດຕາສອງລ້ອຍສາມສິບແປດ(ປັບປຸງ)ການປ່ອຍຕົວນັກໂທດ ເມື່ອນັກໂທດໄດ້ປະຕິບັດໂທດຕັດອິດສະລະພາບຄົບຕາມກໍາ ນົດທີ່ສານຕັດສິນແລ້ວເຈົ້າໜ້າທີ່ຄ້າຍດັດສ້າງຕ້ອງລາຍງານໃຫ້ຫົວ ໜ້າກອງບັນຊາການປ້ອງກັນຄວາມສະຫງົບທ້ອງຖິ່ນທີ່ກ່ຽວຂ້ອງຫຼື ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງກ່ຽວກັບການປ່ອຍຕົວນັກ ໂທດພ້ອມທັງລາຍງານໃຫ້ຫົວໜ້າອົງການໄອຍະການຊາບ,ຖ້າ ຫາກຜູ້ກ່ຽວຍັງບໍ່ທັນໄດ້ຖືກປ່ອຍຕົວນັ້ນຫົວໜ້າອົງການໄອຍະການ ຕ້ອງອອກຄໍາສັ່ງປ່ອຍຕົວໃນທັນໃດ. ການປ່ອຍຕົວນັກໂທດກ່ອນກໍານົດໂດຍມີເງື່ອນໄຂແມ່ນໃຫ້ ປະຕິບັດຕາມກົດໝາຍອາຍາ. ການປ່ອຍຕົວນັກໂທດດ້ວຍການໃຫ້ອະໄພຍະໂທດຂອງປະ ທານປະເທດເນື່ອງໃນວັນສໍາຄັນຕ່າງໆຂອງຊາດນັ້ນໃຫ້ປະຕິບັດ ຕາມນິຕິກໍາກ່ຽວກັບການໃຫ້ອະໄພຍະໂທດ. ການປ່ອຍຕົວນັກໂທດດ້ວຍການໃຫ້ນິລະໂທດກໍາໃຫ້ປະຕິບັດ ຕາມມະຕິຕົກລົງຂອງສະພາແຫ່ງຊາດ. ການປ່ອຍຕົວນັກໂທດຕາມກໍລະນີຕ່າງໆທີ່ກ່າວມາເທິງນັ້ນ ຕ້ອງປະຕິບັດໃນທັນໃດເຖິງວ່າໂຈດທາງແພ່ງຈະຂໍອຸທອນ,ຂໍລົບ ລ້າງຫຼືນັກໂທດຍັງບໍ່ທັນໄດ້ໃຊ້ແທນຄ່າເສຍຫາຍຫຼືໂທດປັບໃໝກໍ່ ຕາມ.ສໍາລັບການໃຊ້ແທນຄ່າເສຍຫາຍຫຼືໂທດປັບໃໝນັ້ນມອບໃຫ້ ຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານເປັນຜູ້ ປະຕິບັດ.

....ມາດຕາສອງລ້ອຍສາມສິບເກົ້າ(ປັບປຸງ)ວິທີການຈັດຕັ້ງປະຕິບັດການປ່ອຍຕົວນັກໂທດ

ມາດຕາສອງລ້ອຍສາມສິບເກົ້າ(ປັບປຸງ)ວິທີການຈັດຕັ້ງປະຕິບັດ ການປ່ອຍຕົວນັກໂທດ ການປ່ອຍຕົວນັກໂທດໃຫ້ປະຕິບັດດັ່ງນີ້: 1. ພາຍຫຼັງທີ່ນັກໂທດໄດ້ປະຕິບັດໂທດຄົບຕາມກໍານົດ ທີ່ສານຕັດສິນ,ໄດ້ຮັບການປ່ອຍຕົວກ່ອນກໍານົດ,ໄດ້ຮັບການອະ ໄພຍະໂທດດ້ວຍການປ່ອຍຕົວຫຼືໄດ້ຮັບການປ່ອຍຕົວຕາມຄໍາສັ່ງ ຂອງຫົວໜ້າອົງການໄອຍະການແລ້ວ,ຫົວໜ້າຄ້າຍດັດສ້າງຕ້ອງ ກະກຽມແລະນໍາເອົາບຸກຄົນທີ່ຈະຖືກປ່ອຍຕົວນັ້ນມາສຶກສາອົບ ຮົມພ້ອມທັງຂຽນໃບປະຕິຍານຕົນ.ໃນເວລາປ່ອຍຕົວນັ້ນໃຫ້ເຊີນ ອົງການປົກຄອງບ້ານແລະແຈ້ງໃຫ້ຄອບຄົວຫຼືຍາດພີ່ນ້ອງຂອງ ຜູ້ກ່ຽວເຂົ້າຮ່ວມນໍາແລະມອບໃຫ້ອົງການປົກຄອງບ້ານສືບຕໍ່ສຶກ ສາອົບຮົມ. 2. ເຈົ້າໜ້າທີ່ຜູ້ຮັບຜິດຊອບຮັກສາວັດຖຸສິ່ງຂອງຕິດຕົວທີ່ ຖືກຕ້ອງຕາມກົດໝາຍຂອງຜູ້ຖືກປ່ອຍຕົວຕ້ອງໄດ້ມອບວັດຖຸສິ່ງ ຂອງດັ່ງກ່າວຄືນໃຫ້ຜູ້ກ່ຽວຢ່າງຄົບຖ້ວນແລະຢູ່ໃນສະພາບເດີມ ໂດຍໃຫ້ເຮັດບົດບັນທຶກມອບຮັບຢ່າງຄັກແນ່.ໃນກໍລະນີທີ່ການສົ່ງ ວັດຖຸສິ່ງຂອງນັ້ນຫາກບໍ່ຄົບຖ້ວນແລະບໍ່ຢູ່ໃນສະພາບເດີມໂດຍບໍ່ ມີເຫດຜົນແລ້ວເຈົ້າໜ້າທີ່ຜູ້ຮັກສາຕ້ອງມີຄວາມຮັບຜິດຊອບຕາມ ທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງລ້ອຍສີ່ສິບເອັດຂອງກົດໝາຍສະ ບັບນີ້. 3. ໃນການປ່ອຍຕົວນັ້ນຫົວໜ້າຄ້າຍດັດສ້າງຕ້ອງເຮັດ ບົດບັນທຶກການປ່ອຍຕົວຕາມທີ່ໄດກໍານົດໄວ້ໃນລະບຽບກົດໝາຍ. 4. ໃນກໍລະນີນັກໂທດທີ່ຖືກປ່ອຍຕົວນັ້ນຫາກບໍ່ມີຄອບຄົວ ຫຼືຍາດພີ່ນ້ອງມາຮັບເອົາຫຼືບໍ່ມີເງື່ອນໄຂຈະກັບບ້ານດ້ວຍຕົນເອງ ໄດ້ຫົວໜ້າຄ້າຍດັດສ້າງຕ້ອງຄິດໄລ່ຄ່າກິນແລະຄ່າເດີນທາງຕາມ ເງື່ອນໄຂຕົວຈິງພ້ອມທັງເອກະສານຕ່າງໆໃຫ້ຜູ້ກ່ຽວເພື່ອມອບ ໃຫ້ອົງການປົກຄອງບ້ານ. 5. ໃນກໍລະນີການປ່ອຍຕົວນັກໂທດຊຶ່ງເປັນຄົນຕ່າງປະເທດ ທີ່ຍັງບໍ່ທັນໄດ້ໃຊ້ແທນຄ່າເສຍຫາຍນັ້ນກ່ອນຈະອະນຸຍາດໃຫ້ອອກ ຈາກສປປລາວຜູ້ກ່ຽວຕ້ອງໄດ້ໃຊ້ແທນຄ່າເສຍຫາຍຢ່າງຄົບຖ້ວນ ຕາມຄໍາຕັດສິນຂອງສານ.


...ໝວດທີສອງການປະຕິບັດໂທດຕັດອິດສະລະພາບແລະໂທດອື່ນ


....ມາດຕາສອງລ້ອຍສີ່ສິບ(ໃໝ່)ການປະຕິບັດໂທດຕັດອິດສະລະພາບ

ມາດຕາສອງລ້ອຍສີ່ສິບ(ໃໝ່)ການປະຕິບັດໂທດຕັດອິດສະລະພາບ ນັກໂທດທີ່ຖືກສານຕັດສິນລົງໂທດຕັດອິດສະລະພາບນັບທັງຜູ້ ຖືກປ່ອຍຕົວພາງຫຼືບໍ່ຖືກກັກຂັງພາງກ່ອນນັ້ນຕ້ອງໄດ້ນໍາຕົວມາປະຕິ ບັດໂທດຕັດອິດສະລະພາບຢູ່ຄ້າຍດັດສ້າງ. ຫົວໜ້າສະຖານທີ່ກັກຂັງຫຼືຄ້າຍດັດສ້າງຕ້ອງແຈ້ງໃຫ້ຄອບຄົວ ນັກໂທດຊາຍກ່ຽວກັບສະຖານທີ່ບ່ອນນັກໂທດປະຕິບັດໂທດພາຍໃນກໍາ ນົດເວລາສິບຫ້າວັນນັບແຕ່ວັນໄດ້ຮັບນັກໂທດເປັນຕົ້ນໄປ. ໃນກໍລະນີທີ່ນັກໂທດຫາກຖືກກັກຂັງເຈົ້ໜ້າທີ່ສະຖານທີ່ກັກຂັງຫຼື ເຈົ້າໜ້າທີ່ຄ້າຍດັດສ້າງຕ້ອງອະນຸຍາດໃຫ້ນັກໂທດພົບກັບຍາດພີ່ນ້ອງ ຂອງຜູ້ກ່ຽວຕາມຄໍາຮ້ອງຂໍກ່ອນຈະນໍາຕົວຜູ້ກ່ຽວໄປປະຕິບັດໂທດ.

....ມາດຕາສອງລ້ອຍສີ່ສິບເອັດ(ໃໝ່)ການໂຈະການປະຕິບັດຕັດອິດສະລະພາບ

ມາດຕາສອງລ້ອຍສີ່ສິບເອັດ(ໃໝ່)ການໂຈະການປະຕິບັດຕັດ ອິດສະລະພາບ ຜູ້ຖືກສານຕັດສິນລົງໂທດຕັດອິດສະລະພາບແຕ່ຍັງບໍ່ທັນໄດ້ ຖືກກັກຂັງມີສິດຂໍໂຈະການປະຕິບັດໂທດຕັດອິດສະລະພາບນັ້ນໂດຍ ໃຫ້ຜູ້ກ່ຽວສະເໜີຕໍ່ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ,ນະຄອນຫຼືຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງທີ່ຂຶ້ນກັບກະ ຊວງປ້ອງກັນຄວາມສະຫງົບ. ພາຍໃນກໍານົດເວລາສິບວັນນັບແຕ່ວັນຮັບຄໍາຮ້ອງຂໍດັ່ງ ກ່າວເຈົ້າໜ້າທີ່ທີ່ກ່ຽວຂ້ອງຕ້ອງພິຈາລະນາ.ເມື່ອມີສາເຫດໃດ ໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາສອງລ້ອຍສີ່ສິບສອງຂອງກົດ ໝາຍສະບັບນີ້ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ,ນະຄອນຫຼືຫົວໜ້າກົມຕໍາຫຼວດຄຸ້ມຂັງ-ດັດສ້າງຕ້ອງອອກ ຄໍາສັ່ງໂຈະການປະຕິບັດໂທດຕັດອິດສະລະພາບແລ້ວສົ່ງຄໍາສັ່ງ ດັ່ງກ່າວໃຫ້ຜູ້ທີ່ຖືກຕັດສິນລົງໂທດແລະລາຍງານໃຫ້ຫົວໜ້າອົງ ການໄອຍະການເພື່ອຕິດຕາມກວດກາ. ຖ້າຫາກໝົດກໍານົດການໂຈະພາຍໃນສິບວັນແລະຜູ້ກ່ຽວ ຍັງບໍ່ໄດ້ໄປສະເໜີຕົວຕໍ່ເຈົ້າໜ້າທີ່ຕໍາຫຼວດເພື່ອປະຕິບັດໂທດ ແລະບໍ່ມີເຫດຜົນພຽງພໍເຈົ້າໜ້າທີ່ຕໍາຫຼວດຕ້ອງພາຕົວຜູ້ກ່ຽວ ມາປະຕິບັດໂທດໃນທັນທີ.


....ມາດຕາສອງລ້ອຍສີ່ສິບສອງ(ໃໝ່)ສາເຫດທີ່ພາໃຫ້ໂຈະການປະຕິບັດໂທດຕັດອິດສະລະພາບ

ມາດຕາສອງລ້ອຍສີ່ສິບສອງ(ໃໝ່)ສາເຫດທີ່ພາໃຫ້ໂຈະການປະ ຕິບັດໂທດຕັດອິດສະລະພາບ ສາເຫດທີ່ພາໃຫ້ໂຈະການປະຕິບັດໂທດຕັດອິດສະລະພາບ ມີດັ່ງນີ້: 1. ນັກໂທດທີ່ເຈັບເປັນຢ່າງໜັກໜ່ວງໂດຍມີການຢັ້ງຢືນ ຈາກຄະນະແພດພາຍຫຼັງທີ່ໄດຮັບການປິ່ນປົວດີແລ້ວໃຫ້ນໍາມາປະ ຕິບັດໂທດ. 2. ແມ່ຍິງຖືພາຫຼືມີລູກນ້ອຍທີ່ອາຍຸຕໍ່າກວ່າໜຶ່ງປີຈົນກວ່າ ລູກມີອາຍຸແຕ່ໜຶ່ງປີຂຶ້ນໄປ. 3. ໃນກໍລະນີນັກໂທດຖືກລົງໂທດຕັດອິດສະລະພາບຕໍ່າ ກວ່າສາມປີແລະເປັນແຮງງານຕົ້ນຕໍຂອງຄອບຄົວຖ້າຫາກນໍາ ໄປປະຕິບັດໂທດຈະມີຜົນກະທົບຢ່າງໜັກໜ່ວງຕໍ່ຄອບຄົວຜູ້ກ່ຽວ ມີສິດຂໍໂຈະໄດ້ໜຶ່ງປີ. 4. ກໍລະນີມີຄວາມຈໍາເປັນຕ້ອງປະຕິບັດໜ້າທີ່ທາງລັດ ຖະການໂດຍໄດ້ຮັບການຢັ້ງຢືນຈາກກອົງການຈັດຕັ້ງຂອງຜູ້ ກ່ຽວຍົກເວັ້ນການກະທໍາຜິດທີ່ເປັນອັນຕະລາຍຮ້າຍແຮງຕໍ່ສັງ ຄົມແລະຄວາມໝັ້ນຄົງຂອງຊາດຜູ້ກ່ຽວຈະມີສິດຂໍໂຈະໄດ້ໜຶ່ງ ປີ.

ໄລຍະເວລາການໂຈະການປະຕິບັດໂທດຕັດອິດສະລະ ພາບໃນກໍລະນີທີ່ກ່າວມາເທິງນີ້ຈະບໍ່ນັບເຂົ້າໃນການປະຕິບັດ ໂທດ.


....ມາດຕາສອງລ້ອຍສີ່ສິບສາມ(ໃໝ່)ການຄຸ້ມຄອງນັກໂທດທີ່ຖືກໂຈະການປະຕິບັດໂທດ

ມາດຕາສອງລ້ອຍສີ່ສິບສາມ(ໃໝ່)ການຄຸ້ມຄອງນັກໂທດທີ່ຖືກໂຈະ ການປະຕິບັດໂທດ ນັກໂທດທີ່ຖືກໂຈະການປະຕິບັດໂທດຕັດອິດສະລະພາບມອບ ໃຫ້ອົງການປົກຄອງທ້ອງຖິ່ນ,ອົງການຈັດຕັ້ງບ່ອນຜູ້ກ່ຽວອາໄສຢູ່ຫຼື ບ່ອນເຮັດວຽກເປັນຜູ້ຄຸ້ມຄອງ.ຜູ້ກ່ຽວຈະບໍ່ສາມາດຍົກຍ້າຍໄປບ່ອນ ອື່ນໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ຄຸ້ມຄອງທີ່ກ່ຽວຂ້ອງ. ໃນໄລຍະເວລາຂອງການໂຈະການປະຕິບັດໂທດຖ້ານັກໂທດ ຫາກໄດ້ກະທໍາຜິດຮ້າຍແຮງຫຼືມີຂໍ້ມູນທີ່ສາມາດເຊື່ອຖືໄດ້ວ່າຜູ້ກ່ຽວ ຈະເອົາຕົວຫຼົບໜີຫົວໜ້າກອງບັນຊາການປ້ອງການຄວາມສະຫງົບ ແຂວງ,ນະຄອນຫຼືຫົວໜ້າກົມຕໍາຫຼວດຄຸ້ມຂັງ-ດັດສ້າງທີ່ໄດ້ອອກ ຄໍາສັ່ງໂຈະການປະຕິບັດໂທດນັ້ນຕ້ອງລົບລ້າງຄໍາສັ່ງດັ່ງກ່າວແລະ ວອອກຄໍາສັ່ງພາຕົວຜູ້ກ່ຽວມາປະຕິບັດໂທດແລະສົ່ງຄໍາສັ່ງພາຕົວ ນັ້ນໃຫ້ຫົວໜ້າອົງການໄອຍະການເພື່ອຕິດຕາມກວດກາ.


....ມາດຕາສອງລ້ອຍສີ່ສິບສີ່(ໃໝ່)ການປະຕິບັດໂທດທີ່ພາກໄວ້,ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ

ມາດຕາສອງລ້ອຍສີ່ສິບສີ່(ໃໝ່)ການປະຕິບັດໂທດທີ່ພາກໄວ້, ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ ນັກໂທດທີ່ຖືກສານຕັດສິນໃຫ້ພາກໂທດມອບໃຫ້ອົງການປົກ ຄອງທ້ອງຖິ່ນ,ອົງການຈັດຕັ້ງບ່ອນຜູ້ກ່ຽວສັງກັດຢູ່ຫຼືບ່ອນເຮັດວຽກ ເພື່ອຕິດຕາມກວດກາແລະສຶກສາອົບຮົມ. ການຈັດຕັ້ງປະຕິບັດຄໍາຕັດສິນກ່ຽວກັບໂທດດັດສ້າງໂດຍບໍ່ ຕັດອິດສະລະພາບໃຫ້ປະຕິບັດຕໍ່ບຸກຄົນທີ່ມີລາຍໄດ້ເທົ່ານັ້ນ. ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕ້ອງແຈ້ງຄໍາ ຕັດສິນຂອງສານດັ່ງກ່າວໃຫ້ອົງການຈັດຕັ້ງຫຼືບ່ອນຜູ້ຖືກຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານພວມເຮັດວຽກຢູ່ເພື່ອຫັກເອົງເງິນເດືອນຫຼືຄ່າ ແຮງງານແລ້ວມອບເຂົ້າເປັນລາຍຮັບຂອງລັດ.


....ມາດຕາສອງລ້ອຍສີ່ສິບຫ້າ(ໃໝ່)ການປະຕິບັດໂທດຈໍາກັດທີ່ຢູ່

ມາດຕາສອງລ້ອຍສີ່ສິບຫ້າ(ໃໝ່)ການປະຕິບັດໂທດຈໍາກັດທີ່ຢູ່ ນັກໂທດທີ່ຖືກສານຕັດສິນລົງໂທດຈໍາກັດທີ່ຢູ່ຈະຖືກມອບໃຫ້ ອົງການປົກຄອງທ້ອງຖິ່ນ,ອົງການຈັດຕັ້ງບ່ອນຜູ້ກ່ຽວສັງກັດຢູ່ຫຼື ບ່ອນເຮັດວຽກເພື່ອປະຕິບັດໂທດຈໍາກັດທີ່ຢູ່. ນັກໂທດທີ່ຖືກຈໍາກັດທີ່ຢູ່ບໍ່ອອກຈາກສະຖານທີ່ໃດໜຶ່ງຫຼືບໍ່ໃຫ້ ເຂົ້າໄປຍັງສະຖານທີ່ໃດໜຶ່ງທີ່ໄດ້ກໍານົດໄວ້ໃນຄໍາຕັດສິນຂອງສານ.

....ມາດຕາສອງລ້ອຍສີ່ສິບຫົກ(ໃໝ່)ການປະຕິບັດໂທດປັບໃໝແລະການໃຊ້ແທນຄ່າເສຍຫາຍ

ມາດຕາສອງລ້ອຍສີ່ສິບຫົກ(ໃໝ່)ການປະຕິບັດໂທດປັບໃໝແລະ ການໃຊ້ແທນຄ່າເສຍຫາຍ ໃນການປະຕິບັດຄໍາຕັດສິນຄະດີອາຍາກ່ຽວກັບໂທດປັບໃໝ ແລະການໃຊ້ແທນຄ່າເສຍຫາຍໃຫ້ຫ້ອງການຫຼືໜ່ວຍງານຈັດຕັ້ງປະ ຕິບັດຄໍາຕັດສິນຂອງສານປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າ ດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.

....ມາດຕາສອງລ້ອຍສີ່ສິບເຈັດ(ໃໝ່)ການຈັດຕັ້ງປະຕິບັດໂທດຮິບຊັບ,ໂທດຮິບວັດຖຸສິ່ງຂອງ

ມາດຕາສອງລ້ອຍສີ່ສິບເຈັດ(ໃໝ່)ການຈັດຕັ້ງປະຕິບັດໂທດຮິບຊັບ, ໂທດຮິບວັດຖຸສິ່ງຂອງ ການຈັດຕັ້ງປະຕິບັດຄໍາຕັດສິນຄະດີອາຍາກ່ຽວກັບໂທດຮິບ ຊັບແລະຮິບວັດຖຸສິ່ງຂອງໃຫ້ຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານດໍາເນີນຕາມທີ່ໄດ້ກໍານົດໄວ້ໃນຄໍາຕັດສິນຂອງ ສານເຖິງວ່າຜູ້ຖືກຕັດສິນຍັງປະຕິບັດໂທດຢູ່,ໄດ້ຮັບການອະໄພຍະ ໂທດຫຼືພົ້ນໂທດແລ້ວກໍ່ຕາມ.

...ໝວດທີສາມການໂຍກຍ້າຍນັກໂທດ


....ມາດຕາສອງລ້ອຍສີ່ສິບແປດ(ໃໝ່)ການໂຍກຍ້າຍນັກໂທດ

ມາດຕາສອງລ້ອຍສີ່ສິບແປດ(ໃໝ່)ການໂຍກຍ້າຍນັກໂທດ ການໂຍກຍ້າຍນັກໂທດແມ່ນການນໍາເອົານັກໂທດຈາກ ຄ້າຍດັດສ້າງໜຶ່ງໄປຍັງຄ້າຍດັດສ້າງອື່ນເພື່ອສືບຕໍ່ປະຕິບັດໂທດ ຕາມຄໍາຕັດສິນຂອງສານ. ເງື່ອນໄຂການໂຍກຍ້າຍນັກໂທດໄດ້ກໍານົດໄວ້ໃນລະບຽບ ການສະເພາະ.

....ມາດຕາສອງລ້ອຍສີ່ສິບເກົ້າ(ໃໝ່)ການຍື່ນຄໍາຮ້ອງຂໍໂຍກຍ້າຍນັກໂທດ

ມາດຕາສອງລ້ອຍສີ່ສິບເກົ້າ(ໃໝ່)ການຍື່ນຄໍາຮ້ອງຂໍໂຍກຍ້າຍ ນັກໂທດ ຄໍາຮ້ອງຂໍໂຍກຍ້າຍນັກໂທດໃຫ້ຍື່ນຕໍ່ກອງບັນຊາການປ້ອງ ກັນຄວາມສະຫງົບແຂວງ,ນະຄອນຫຼືກົມຕໍາຫຼວດຄຸມຂັງ-ດັດສ້າງເພື່ອ ນໍາສະເໜີຕໍ່ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບພິຈາ ລະນາຕົກລົງແລ້ວລາຍງານໃຫ້ອົງການໄອຍະການປະຊາຊົນສູງສຸດ ເພື່ອຕິດຕາມກວດກາ.

....ມາດຕາສອງລ້ອຍຫ້າສິບ(ໃໝ່)ການພິຈາລະນາຄໍາຮ້ອງຂໍໂຍກຍ້າຍນັກໂທດ

ມາດຕາສອງລ້ອຍຫ້າສິບ(ໃໝ່)ການພິຈາລະນາຄໍາຮ້ອງຂໍໂຍກ ຍ້າຍນັກໂທດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນ ຫຼືກົມຕໍາຫຼວດຄຸມຂັງ-ດັດສ້າງຕ້ອງພິຈາລະນາຄໍາຮ້ອງຂໍໂຍກຍ້າຍ ນັກໂທດບໍ່ໃຫ້ເກີນຊາວວັນແລ້ວສະເໜີຕໍ່ກະຊວງປ້ອງກັນຄວາມສະ ຫງົບພິຈາລະນາພາຍໃນກໍານົດສິບຫ້າວັນນັບແຕ່ວັນໄດ້ຮັບຄໍາສະ ເໜີເປັນຕົ້ນໄປ. ເມື່ອກະຊວງປ້ອງກັນຄວາມສະຫງົບໄດ້ຕົກລົງເຫັນທີໃຫ້ ໂຍກຍ້າຍນັກໂທດແລ້ວກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ,ນະຄອນຫຼືກົມຕໍາຫຼວດຄຸມຂັງ-ດັດສ້າງບ່ອນນັກໂທດຢູ່ຕ້ອງ ໄດ້ເກັບກໍາຊີວະປະຫວັດ,ສຸຂະພາບ,ການປະຕິບັດໂທດແລະບັນຫາ ອື່ນ,ພ້ອມກັນນັ້ນຕ້ອງໃຫ້ຜູ້ກ່ຽວສົ່ງວັດຖຸສິ່ງຂອງທີ່ເປັນຂອງບຸກຄົນ ອື່ນຫຼືຂອງລວມໝູ່ຄືນ.ສໍາລັບວັດຖຸສິ່ງຂອງສ່ວນຕົວໃຫ້ຜູ້ກ່ຽວເອົາ ໄປນໍາແຕ່ຕ້ອງແຈ້ງໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ,ນະຄອນຫຼືກົມຕໍາຫຼວດຄຸມຂັງ-ດັດສ້າງບ່ອນຈະຮັບເອົາ ນັກໂທດໄປສືບຕໍ່ປະຕິບັດໂທດ. ການໂຍກຍ້າຍນັກໂທດຕ້ອງຮັບປະກັນຄວາມປອດໄພແລະ ໃຫ້ເຖິງຈຸດທີ່ໝາຍ. ເມື່ອການໂຍກຍ້າຍນັກໂທດໄດ້ປະຕິບັດສໍາເລັດແລ້ວຕ້ອງ ລາຍງານໃຫ້ອົງການໄອຍະການເພື່ອຕິດຕາມກວດກາ. ສໍາລັບການໂຍກຍ້າຍນັກໂທດຢູ່ຄ້ານດັດສ້າງຂອງທະຫານ ມອບໃຫ້ກະຊວງປ້ອງກັນປະເທດເປັນຜູ້ຕົກລົງ.


....ມາດຕາສອງລ້ອຍຫ້າສິບເອັດ(ໃໝ່)ຄ່າໃຊ້ຈ່າຍໃນການໂຍກຍ້າຍນັກໂທດ

ມາດຕາສອງລ້ອຍຫ້າສິບເອັດ(ໃໝ່)ຄ່າໃຊ້ຈ່າຍໃນການໂຍກຍ້າຍ ນັກໂທດ ຄ່າໃຊ້ຈ່າຍໃນການໂຍກຍ້າຍນັກໂທດຕ້ອງປະຕິບັດດັ່ງນີ້: 1. ການໂຍກຍ້າຍນັກໂທດຕາມການຮ້ອງຂໍແມ່ນຄວາມ ຮັບຜິດຊອບຂອງຜູ້ຮ້ອງຂໍ. 2. ການໂຍກຍ້າຍນັກໂທດໂດຍໜ້າທີ່ແມ່ນຄວາມຮັບຜິດຊອບ ຂອງອົງການລັດທີ່ຕົກລົງໂຍກຍ້າຍ.

...ໝວດທີສີ່ການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ


....ມາດຕາສອງລ້ອຍຫ້າສິບສອງ(ໃໝ່)ການປ່ອຍຕົວກ່ອນກໍານົດ

ມາດຕາສອງລ້ອຍຫ້າສິບສອງ(ໃໝ່)ການປ່ອຍຕົວກ່ອນກໍານົດ ການປ່ອຍຕົວກ່ອນກໍານົດແມ່ນການປ່ອຍຕົວນັກໂທດຊຶ່ງ ໄດ້ປະຕິບັດໂທດສ່ວນໃດສ່ວນໜຶ່ງມາແລ້ວ,ມີຄວາມກ້າວໜ້າ,ໄດ້ ຝຶກຝົນຫຼໍ່ຫຼອມຕົວເອງ,ເປັນແບບຢ່າງໃນການປະຕິບັດລະບຽບ ຂອງຄ້ານດັດສ້າງແລະການອອກແຮງງານ,ໄດ້ມີການປ່ຽນແປງ ທາງດ້ານທັດສະນະແນວຄິດແລະໄດ້ມີຄວາມຮູ້ສຶກນຶກກິນແໜງຕໍ່ ການກະທໍາທີ່ບໍ່ຖືກຕ້ອງຂອງຕົນໃນໄລຍະຜ່ານມາ.

....ມາດຕາສອງຫ້າສາມ(ໃໝ່)ການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ

ມາດຕາສອງຫ້າສາມ(ໃໝ່)ການປ່ອຍຕົວກ່ອນກໍານົດໂດຍມີເງື່ອນ ໄຂ ນັກໂທດທີ່ຈະໄດ້ຮັບການພິຈາລະນາປ່ອຍຕົວກ່ອນກໍານົດ ຕ້ອງແມ່ນນັກໂທດຕາມທີ່ໄດ້ກໍານົດໄວ້ໃນມາດຕາສອງລ້ອຍຫ້າສິບ ສອງຂອງກົດໝາຍສະບັບນີ້ແລະໄດ້ປະຕິບັດໂທດມາແລ້ວດັ່ງນີ້: 1. ເຄິ່ງໜຶ່ງສໍາລັບຜູ້ກະທໍາຜິດທີ່ມີອາຍຸຕໍ່າກວ່າສິບແປດປີໃນ ເວລາກະທໍາຜິດ. 2. ສອງສ່ວນສາມສໍາລັບຜູ້ກະທໍາຜິດທີ່ມີອາຍຸແຕ່ສິບແປດ ປີຂຶ້ນໄປ. 3. ສິບຫ້າປີສໍາລັບຜູ້ກະທໍາຜິດທີ່ປະຕິບັດໂທດຕັດອິດສະລະ ພາບຕະຫຼອດຊີວິດ.

ສໍາລັບຜູ້ກະທໍາຜິດທີ່ບໍ່ເຂັດຫຼາບແລະຜູ້ຖືກລົງໂທດປະຫານ ຊີວິດແລ້ວປ່ຽນມາເປັນໂທດຕັດອິດສະລະພາບນັ້ນແມ່ນບໍ່ອະນຸຍາດ ໃຫ້ປ່ອຍຕົວກ່ອນກໍານົດ.

....ມາດຕາສອງລ້ອຍຫ້າສິບສີ່(ໃໝ່)ລະບຽບການພິຈາລະນາການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ

ມາດຕາສອງລ້ອຍຫ້າສິບສີ່(ໃໝ່)ລະບຽບການພິຈາລະນາການປ່ອຍ ຕົວກ່ອນກໍານົດໂດຍມີເງື່ອນໄຂ ການພິຈາລະນາການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ ຕອງບົນພື້ນຖານການຮ້ອງຂໍຂອງນັກໂທດຫຼືຕາມການສະເໜີຂອງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼື ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ. ຄໍາຮ້ອງຂໍຂອງນັກໂທດຫຼືຄໍາສະເໜີຂອງຫົວໜ້າກອງບັນຊາ ການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼືຫົວໜ້າກົມຕໍາຫຼວດ ຄຸມຂັງ-ດັດສ້າງຕ້ອງສົ່ງໃຫ້ຫົວໜ້າອົງການໄອຍະການແຂວງ, ນະຄອນເພື່ອຖະແຫຼງຕໍ່ສານປະຊາຊົນແຂວງ,ນະຄອນບ່ອນນັກ ໂທດທີ່ກ່ຽວຂ້ອງປະຕິບັດໂທດ. ຫົວໜ້າອົງການໄອຍະການຕ້ອງຄົ້ນຄວ້າແລະອອກຄໍາຖະ ແຫຼງພາຍໃນກໍານົດສິບຫ້າວັນນັບແຕ່ວັນໄດ້ຮັບຄໍາຮ້ອງຫຼືຄໍາສະ ເໜີຂອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ນະຄອນຫຼືຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ.ຈາກນັ້ນຫົວໜ້າ ອົງການໄອຍະການຈຶ່ງສະເໜີຕໍ່ສານເພື່ອພິຈາລະນາຕັດສິນພາຍ ໃນກໍານົດສິບວັນນັບແຕ່ວັນໄດ້ຮັບຄໍາຖະແຫຼງຂອງຫົວໜ້າອົງການ ໄອຍະການເປັນຕົ້ນໄປ. ສານປະຊາຊົນແຂວງ,ນະຄອນຫຼືເທດສະບານບ່ອນປະຕິບັດ ໂທດເປັນຜູ້ພິຈາລະນາການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ ແລະວາງເງື່ອນໄຂໃຫ້ຜູ້ໄດ້ຮັບການປ່ອຍຕົວປະຕິບັດ.ຖ້າວ່າພາຍ ໃນກໍານົດຫ້າປີຜູ້ຖືກປ່ອຍຕົວກ່ອນກໍານົດຫາກໄດ້ປະຕິບັດຖືກຕ້ອງ ຕາມເງື່ອນໄຂແລະບໍ່ໄດ້ກະທໍາຜິດໃໝ່ໂທດທີ່ເຫຼືອນັ້ນກໍ່ຈະຕົກໄປ. ໃນກໍລະນີທີ່ບໍ່ໄດ້ປະຕິບັດຕາມເງື່ອນໄຂພາຍໃນກໍານົດດັ່ງກ່າວຜູ້ຖືກ ປ່ອຍຕົວກ່ອນກໍານົດຈະໄດ້ປະຕິບັດໂທດທີ່ຍັງເຫຼືອ,ໃນກໍລະນີທີ່ໄດ້ ກະທໍາຜິດໃໝ່ພາຍໃນກໍານົດດັ່ງກ່າວຜູ້ຖືກປ່ອຍຕົວກ່ອນກໍານົດຈະ ຕ້ອງປະຕິບັດໂທດໃໝ່ລວມທັງໂທດເກົ່າທີ່ຍັງເຫຼືອອີກດ້ວຍ.


...ໝວດທີຫ້າການປະຕິບັດໂທດປະຫານຊີວິດ


....ມາດຕາສອງລ້ອຍຫ້າສິບຫ້າ(ປັບປຸງ)ລະບຽບການຈັດຕັ້ງປະຕິບັດໂທດປະຫານຊີວິດ

ມາດຕາສອງລ້ອຍຫ້າສິບຫ້າ(ປັບປຸງ)ລະບຽບການຈັດຕັ້ງປະຕິບັດ ໂທດປະຫານຊີວິດ ພາຍຫຼັງຄໍາຕັດສິນຫຼືຄໍາພິພາກສາປະຫານຊີວິດໃຊ້ໄດ້ຢ່າງ ເດັດຂາດແລ້ວສານນັ້ນຕ້ອງສົ່ງຄໍາຕັດສິນຫຼືຄໍາພິພາກສາດັ່ງກ່າວ ພ້ອມດ້ວຍສໍານວນຄະດີໃຫ້ປະທານສານປະຊາຊົນສູງສຸດແລະໃຫ້ຫົວ ໜ້າອົງການໄອຍະການປະຊາຊົນສຸງສຸດໃນທັນໃດ. ພາຍໃນກໍານົດຫົກສິບວັນນັບແຕ່ວັນໄດ້ຮັບສໍານວນຄະດີ,ຄໍາ ຕັດສິນຫຼືຄໍາພິພາກສາປະທານສານປະຊາຊົນສູງສຸດພ້ອມດ້ວຍຫົວ ໜ້າອົງການໄອຍະການປະຊາຊົນສູງສຸດຕ້ອງກວດກາສໍານວນຄະດີ ຮ່ວມກັນກ່ຽວກັບຄວາມຖືກຕ້ອງຂອງຄໍາຕັດສິນຫຼືຄໍາພິພກາສາປະ ຫານຊີວິດຕາມເຫດການຕົວຈິງຂອງຄະດີແລະທາງດ້ານກົດໝາຍ. ຖ້າຫາກເຫັນວ່າຖືກຕ້ອງແລ້ວປະທານສານປະຊາຊົນສູງສຸດກໍ່ຈະ ອອກຄໍາຊີ້ຂາດຢັ້ງຢືນຄວາມຖືກຕ້ອງຂອງຄໍາຕັດສິນຫຼືຄໍາພິພາກສາ ປະຫານຊີວິດນັ້ນ.ໃນກໍລະນີທີ່ເຫັນວ່າບໍ່ຖືກຕ້ອງຫົວໜ້າອົງການໄອ ຍະການປະຊາຊົນສູງສຸດກໍ່ຈະສະເໜີຄັດຄ້ານຄໍາຕັດສິນຫຼືຄໍາພິພາກ ສາປະຫານຊີວິດນັ້ນຕາມລະບຽບການຮື້ຟື້ນຄະດີ. ຄໍາຕັດສິນຫຼືຄໍາພິພາກສາປະຫານຊີວິດຈະຖືກນໍາໄປຈັດຕັ້ງ ປະຕິບັດໄດ້ກໍ່ຕໍ່ເມື່ອມີຄໍາຊີ້ຂາດຂອງປະທານສານປະຊາຊົນສູງສຸດ ຫຼືບໍ່ຖືກສະເໜີຄັດຄ້ານຈາກຫົວໜ້າອົງການໄອຍະການປະຊາຊົນສູງ ສຸດແລະບໍ່ມີການໃຫ້ອະໄພຍະໂທດຂອງປະທານປະເທດ. ນັກໂທດທີ່ຖືກສານຕັດສິນປະຫານຊີວິດມີສິດຂໍອະໄພຍະໂທດ ຕໍ່ປະທານປະເທດພາຍໃນກໍານົດສາມສິບວັນນັບແຕ່ວັນໄດ້ຮັບຊາບ ຄໍາຊີ້ຂາດຂອງປະທານສານປະຊາຊົນສູງສຸດທີ່ຢັ້ງຢືນເອົາຄໍາຕັດສິນ ຫຼືຄໍາພິພາກສາປະຫານຊີວິດເປັນຕົ້ນໄປ. ການຈັດຕັ້ງປະຕິບັດໂທດປະຫານຊີວິດຈະດໍາເນີນໄດ້ພາຍຫຼັງ ໜຶ່ງປີນັບແຕ່ວັນປະທານປະເທດອອກຄໍາຕົກລົງບໍ່ໃຫ້ອະໄພຍະໂທດ ຫຼືນັບແຕ່ວັນສານປະຊາຊົນສູງສຸດອອກຄໍາຊີ້ຂາດເປັນຕົ້ນໄປໃນກໍລະ ນີທີ່ບໍ່ມີການຂໍອະໄພຍະໂທດ.


....ມາດຕາສອງລ້ອຍຫ້າສິບຫົກ(ໃໝ່)ການປະຕິບັດຄໍາຕັດສິນປະຫານຊີວິດ

ມາດຕາສອງລ້ອຍຫ້າສິບຫົກ(ໃໝ່)ການປະຕິບັດຄໍາຕັດສິນປະ ຫານຊີວິດ ພາຍຫຼັງໝົດກໍານົດໜຶ່ງປີຕາມທີ່ໄດ້ກໍານົດໄວ້ໃນມາດຕາ ສອງລ້ອຍຫ້າສິບຫ້າຂອງກົດໝາຍສະບັບນີ້ປະທານສານບ່ອນພິຈາ ລະນາຄະດີເປັນຂັ້ນຕົ້ນຕ້ອງອອກຄໍາສັ່ງໃຫ້ປະຕິບັດຄໍາຕັດສິນປະ ຫານຊີວິດ. ຄະນະກໍາມະການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໄດ້ ກໍານົດໄວ້ໃນລະບຽບກນສະເພາະ. ຄະນະກໍາມະການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕ້ອງ ກວດກາຊີວະປະຫວັດ,ບັດປະຈໍາຕົວຫຼືສໍາມະໂນຄົວຂອງນັກໂທດ ເພື່ອຄວາມໝັ້ນໃຈວ່າແມ່ນນັກໂທດທີ່ຖືກຕັດສິນລົງໂທດປະຫານຊີ ວິດແທ້ຕາມຄໍາຕັດສິນຂອງສານ. ໃນກໍລະນີທີ່ນັກໂທດແມ່ນແມ່ຍິງກ່ອນອອກຄໍາສັ່ງໃຫ້ຈັດຕັ້ງ ປະຕິບັດຄໍາຕັດສິນຂອງສານປະທານສານບ່ອນພິຈາລະນາຕັດສິນ ຄະດີເປັນຂັ້ນຕົ້ນຕ້ອງກວດກາວ່ານັກໂທດດັ່ງກ່າວມີສາເຫດແລະ ເງື່ອນໄຂບໍ່ໃຫ້ປະຕິບັດຄໍາຕັດສິນປະຫານຊີວິດຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍອາຍາເຊັ່ນແມ່ຍິງຖືພາຫຼືມີລູກອ່ອນອາຍຸຕໍ່າກວ່າໜຶ່ງ ປີ.ໃນກໍລະນີທີ່ມີພື້ນຖາານບໍ່ໃຫ້ປະຕິບັດໂທດປະຫານຊີວິດປະທານ ສານຕ້ອງອອກຄໍາສັ່ງເລື່ອນການປະຕິບັດໂທດປະຫານຊີວິດ. ກ່ອນປະຫານຊີວິດຄະນະກໍາມະການຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານຕ້ອງອ່ານຫຼືໃຫ້ຜູ້ກ່ຽວອ່ານເອງຄໍາສັ່ງໃຫ້ປະຕິບັດຄໍາ ຕັດສິນປະຫານຊີວິດ,ຄໍາຊີ້ຂາດຂອງປະທານສານປະຊາຊົນສູງສຸດ ແລະລັດຖະດໍາລັດຂອງປະທານປະເທດກ່ຽວກັບການບໍ່ໃຫ້ອະໄພຍະ ໂທດໃນກໍລະນີທີ່ມີການຂໍອະໄພຍະໂທດ. ການປະຕິບັດໂທດປະຫານຊີວິດໃຫ້ດໍາເນີນດ້ວຍວິທີການ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ. ການປະຕິບັດໂທດປະຫານຊີວິດຕ້ອງເຮັດບົດບັນທຶກຊຶ່ງໃນ ນັ້ນຕ້ອງບອກວ່າເອກະສານທີ່ກ່າວມາໃນວັກສີ່ຂອງມາດຕານີ້ໄດ້ ອ່ານໃຫ້ຜູ້ກ່ຽວຟັງຫຼືຜູ້ກ່ຽວໄດ້ອ່ານເອງແລ້ວ.ນອກນັ້ນໃນບົດບັນ ທຶກຍັງບົ່ງບອກຄໍາເວົ້າສຸດທ້າຍ,ຈົດໝາຍແລະວັດຖຸສິ່ງຂອງທີ່ຜູ້ຖືກ ສານຕັດສິນປະຫານຊີວິດມອບໃຫ້ຜົວຫຼືເມຍຫຼືຍາດພີ່ນ້ອງຂອງຜູ້ ກ່ຽວ. ໃນກໍລະນີຈໍາເປັນພິເສດຄະນະກໍາມະການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານຕ້ອງເລື່ອນການປະຕິບັດຄໍາຕັດສິນແລະລາຍງານ ຕໍ່ປະທານສານບ່ອນໄດ້ຕັດສິນຄະດີເປັນຂັ້ນຕົ້ນເພື່ອລາຍງານຕໍ່ປະ ທານສານປະຊາຊົນສູງສຸດ.


...ໝວດທີຫົກການຕິດຕາມກວດກາຂອງອົງການໄອຍະການກ່ຽວກັບການປະຕິບັດຄໍາຕັດສິນຂອງສານ


....ມາດຕາສອງລ້ອຍຫ້າສິບເຈັດ(ໃໝ່)ສິດແລະໜ້າທີ່ຂອງອົງການໄອຍະການໃນການຕິດຕາມກວດກາສະຖານທີ່ປະຕິບັດໂທດ

ມາດຕາສອງລ້ອຍຫ້າສິບເຈັດ(ໃໝ່)ສິດແລະໜ້າທີ່ຂອງອົງການໄອ ຍະການໃນການຕິດຕາມກວດກາສະຖານທີ່ປະຕິບັດໂທດ ໃນການຕິດຕາມກວດກາການປະຕິບັດກົດໝາຍຢູ່ຄ້າຍຄຸມຂັງ-ດັດສ້າງໃນຂອບເຂດຄວາມຮັບຜິດຊອບຂອງຕົນອົງການໄອຍະການມີສິດແລະໜ້າທີ່ດັ່ງນີ້: 1. ຊອກຮູ້ວ່າການໂຍກຍ້າຍ,ການອອກໄປປິ່ນປົວແລະ ການປ່ອຍຕົວນັກໂທດໄດ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ ຫຼືບໍ່,ຖ້າເຫັນວ່າບໍ່ຖືກຕ້ອງກໍ່ອອກມາດຕະການເພື່ອແກ້ໄຂໃຫ້ທັນ ການ. 2. ລົງກວດກາຄ້າຍຄຸມຂັງ-ດັດສ້າງແລະສະຖານທີ່ປະຕິ ບັດມາດຕະການອື່ນຂອງສານຢ່າງເປັນລະບົບຫຼືໃນເວລາກໍ່ໄດ້ ຕາມທີ່ກົດໝາຍໄດ້ກໍານົດໄວ້. 3. ກວດກາເອກະສານກ່ຽວກັບການປ່ອຍຕົວ,ການດັດ ສ້າງແລະການນໍາໃຊ້ມາດຕະການອື່ນຂອງສານ. 4. ກວດກາການຄຸ້ມຄອງຜູ້ຖືກດັດສ້າງແລະການນໍາ ໃຊ້ມາດຕະການອື່ນຂອງສານພ້ອມທັງສອບຖາມບຸກຄົນດັ່ງກ່າວ. 5. ກວດກາການກະທໍາຂອງເຈົ້າໜ້າທີ່ຕໍ່ບຸກຄົນທີ່ຖືກ ດັດສ້າງແລະການນໍາໃຊ້ມາດຕະການອື່ນຂອງສານ.ໃນກໍລະ ນີທີ່ພົບເຫັນການກະທໍາຂອງເຈົ້າໜ້າທີ່ເປັນການລະເມີດລະບຽບ ກົດໝາຍຕ້ອງຕັກເຕືອນ.ຖ້າຫາກເປັນການກະທໍາຜິດທາງອາຍາ ກໍ່ຕ້ອງດໍາເນີນຄະດີຕາມກົດໝາຍ. 6. ສັ່ງໃຫ້ປ່ອຍຕົວໃນທັນໃດບຸກຄົນທີ່ຖືກດັດສ້າງຫຼືຖືກປະ ຕິບັດມາດຕະການອື່ນຂອງສານທີ່ບໍ່ຖືກຕ້ອງຕາມກົດໝາຍ. 7. ເຂົ້າຮ່ວມ,ຄົ້ນຄວ້າ,ພິຈາລະນາ,ຄັດເລືອກ,ຈັດແບ່ງປະ ເພດແລະເຮັດບັນຊີນັກໂທດທີ່ມີເງື່ອນໄຂໄດ້ຮັບການອະໄພຍະໂທດ ແລະກວດກາການຈັດຕັ້ງປະຕິບັດການໃຫ້ອະໄພຍະໂທດຕາມລະ ຖະດໍາລັດຂອງປະທານປະເທດ. 8. ກວດບັນຊີລາຍຊື່ຜູ້ຖືກດັດສ້າງຫຼືນັກໂທດໃນຄ້າຍດັດ ສ້າງ,ຜູ້ທີ່ໄດ້ຮັບອະນຸຍາດໄປປິ່ນປົວຫຼືນັກໂທດທີ່ໄດ້ຮັບອະນຸຍາດ ໃຫ້ໂຍກຍ້າຍ. 9. ກວດກາຄໍາສັ່ງແລະລະບຽບການຕ່າງໆຂອງຄະນະ ຮັບຜິດຊອບຄ້າຍຄຸມຂອງ-ດັດສ້າງເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະໃຫ້ຄະນະຮັບຜິດຊອບດັ່ງກ່າວອະທິບາຍເຫດຜົນຂອງການລະ ເມີດກົດໝາຍ.ຄະນະຮັບຜິດຊອບຄ້າຍຄຸມຂັງ-ດັດສ້າງຕ້ອງປະຕິບັດ ຕາມຄໍາສັ່ງຂອງຫົວໜ້າອົງການໄອຍະການກ່ຽວກັບການເຄົາລົບ ລະບຽບການຄຸມຂັງ-ດັດສ້າງຕ້ອງປະຕິບັດຕາມຄໍາສັ່ງຂອງຫົວ ໜ້າອົງການໄອຍະການກ່ຽວກັບການເຄົາລົບລະບຽບການຄຸມ ຂັງ-ດັດສ້າງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. 10. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາສອງລ້ອຍຫ້າສິບແປດ(ໃໝ່)ສິດແລະໜ້າທີ່ຂອງອົງການໄອຍະການໃນການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ

ມາດຕາສອງລ້ອຍຫ້າສິບແປດ(ໃໝ່)ສິດແລະໜ້າທີ່ຂອງອົງການ ໄອຍະການໃນການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງ ສານ ໃນການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ ໃນຂອບເຂດຄວາມຮັບຜິດຊອບຂອງຕົນອົງການໄອຍະການມີສິດ ແລະໜ້າທີ່ດັ່ງນີ້: 1. ສະເໜີໃຫ້ພະນັກງານປະຕິບັດຄໍາຕັດສິນຂອງສານ: - ລາຍງານສະພາບການປະຕິບັດຄໍາຕົກລົງຂອງສານ. - ປະຕິບັດຄໍາຕົກລົງຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ແລ້ວຊຶ່ງຍັງບໍ່ທັນໄດ້ຮັບການປະຕິບັດ. 2. ກວດກາຄວາມຖືກຕ້ອງຂອງການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານເປັນຕົ້ນການປະຕິບັດກົດໝາຍ,ການໃຊ້ແທນຄ່າ ເສຍຫາຍ,ການເກັບແລະການມອບຄ່າທໍານຽມສານ,ຄ່າອາກອນ ຂອງລັດແລະຄ່າປັບໃໝເຂົ້າງົບປະມານ,ການຮິບຊັບແລະການ ຮິບວັດຖຸສິ່ງຂອງເຂົ້າເປັນຂອງລັດ,ການປະຕິບັດໂທດທາງອາ ຍາ. 3. ສະເໜີປ່ຽນແປງ,ລົບລ້າງຫຼືໂຈະການປະຕິບັດທີ່ບໍ່ຖືກ ຕ້ອງຕາມຄໍາຕົກລົງຂອງສານ.

ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕ້ອງຈັດ ຕັ້ງປະຕິບັດທຸກຄໍາສະເໜີຂອງອົງການໄອຍະການພາຍໃນສາມ ສິບວັນນັບແຕ່ວັນໄດ້ຮັບຄໍາສະເນີເປັນຕົ້ນໄປ.


..ພາກທີສິບສອງການຮື້ຟື້ນຄະດີ


...ມາດຕາສອງລ້ອຍຫ້າສິບເກົ້າ(ປັບປຸງ)ການຮັບເອົາຄະດີທີ່ຖືກຮື້ຟື້ນມາພິຈາລະນາ

ມາດຕາສອງລ້ອຍຫ້າສິບເກົ້າ(ປັບປຸງ)ການຮັບເອົາຄະດີທີ່ຖືກຮື້ຟື້ນ ມາພິຈາລະນາ ຄໍາຕັດສິນຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ແລ້ວນັ້ນສາມາດຮື້ຟື້ນໄດ້. ມີແຕ່ສານປະຊາຊົນສູງສຸດເທົ່ານັ້ນຈຶ່ງມີສິດອໍນາດໃນການ ພິຈາລະນາຄະດີເປັນຂັ້ນຮື້ຟື້ນ. ສານປະຊາຊົນສູງສຸດຈະຮັບເອົາຄະດີມາພິຈາລະນາເປັນ ຂັ້ນຮື້ຟື້ນໄດ້ກໍ່ຕໍ່ເມື່ອມີຄໍາສະເໜີຮື້ຟື້ນຂອງຫົວໜ້າອົງການໄອຍະ ການປະຊາຊົນສູງສຸດບົນພື້ນຖານຂໍ້ມູນຫຼືຫຼັກຖານໃໝ່ເທົ່ານັ້ນ. ການຮື້ຟື້ນຄະດີແມ່ນດໍາເນີນຕາມຄໍາຮ້ອງຂໍຂອງຄູ່ຄວາມ ຫຼືໂດຍໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ການຮື້ຟື້ນຄະດີໂດຍໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາ ຊົນສູງສຸດແມ່ນເພື່ອຄວາມຖືກຕ້ອງຕາມກົດໝາຍ.

...ມາດຕາສອງລ້ອຍຫົກສິບ(ປັບປຸງ)ສາເຫດທີ່ພາໃຫ້ມີການຮື້ຟື້ນຄະດີ

ມາດຕາສອງລ້ອຍຫົກສິບ(ປັບປຸງ)ສາເຫດທີ່ພາໃຫ້ມີການຮື້ຟື້ນຄະດີ ສາເຫດທີ່ພາໃຫ້ມີການຮື້ຟື້ນຄະດີໃນກໍລະນີທີ່ໄດ້ພົບເຫັນຂໍ້ມູນ ຫຼືຫຼັກຖານໃໝ່ມີດັ່ງນີ້: 1. ພະຍານໃນຄະດີໄດ້ໃຫ້ການເທັດ,ຜູ້ຊ່ຽວຊານຫຼືຜູ້ຊໍານານ ງານໄດ້ໃຫ້ຄໍາເຫັນເທັດ,ມີການແປພາສາເທັດຫຼືການໃຊ້ຫຼັກຖານ ປອມຊຶ່ງພາໃຫ້ການຕັດສິນຄະດີມີຄວາມຜິດພາດ. 2. ຜູ້ພິພາກສາ,ຫົວໜ້າອົງການໄອຍະການ,ພະນັກງານ ໄອຍະການຫຼືຫົວໜ້າອົງການສືບສວນ-ສອບສວນ,ເຈົ້າໜ້າທີ່ສືບ ສວນ-ສອບສວນໄດ້ສະຫຼຸບຄະດີບໍ່ຖືກຕ້ອງຫຼືໄດ້ເຂົ້າຂ້າງອອກຂາຊຶ່ງ ພາໃຫ້ການຕັດສິນຄະດີມີຄວາມຜິດພາດ. 3. ເຫດການອື່ນທີ່ຊີ້ບອກເຖິງຄວາມບໍລິສຸດຂອງຜູ້ຖືກຕັດສິນ ຊຶ່ງສນບໍ່ໄດ້ຮູ້ໃນເວລາລົງຄໍາຕັດສິນຫຼືຄໍາພິພາກສານັ້ນ. 4. ລະບຽບການດໍາເນີນຄະດີອາຍາຖືກລະເມີດຫຼືການນໍາໃຊ້ ກົດໝາຍບໍ່ຖືກຕ້ອງ.


...ມາດຕາສອງລ້ອຍຫົກສິບເອັດກໍານົດເວລາຮື້ຟື້ນຄະດີ

ມາດຕາສອງລ້ອຍຫົກສິບເອັດກໍານົດເວລາຮື້ຟື້ນຄະດີ ການຮື້ຟື້ນຄະດີໃນກໍລະນີທີ່ໄດ້ພົບເຫັນຂໍ້ມູນຫຼືຫຼັກຖານໃໝ່ຊຶ່ງ ມີຈຸດປະສົງເຮັດໃຫ້ຄວາມຮັບຜິດຊອບທາງອາຍາຂອງຜູ້ຖືກຕັດສິນ ໜັກຂຶ້ນນັ້ນຈະດໍາເນີນໄດ້ແຕ່ພາຍໃນກໍານົດໜຶ່ງປີເທົ່ານັ້ນນັບແຕ່ວັນ ຄໍາຕັດສິນຂອງສານໃຊ້ໄດ້ຢ່າງເດັດຂາດເປັນຕົ້ນໄປ.ສ່ວນການຮື້ຟື້ນ ຄະດີເພື່ອເຮັດໃຫ້ຄວາມຮັບຜິດຊອບທາງອາຍາຂອງຜູ້ຖືກຕັດສິນເບົາ ລົງຫຼືຕົກໄປນັ້ນຈະດໍາເນີນໄດ້ໂດຍບໍ່ມີກໍານົດເວລາ. ການເສຍຊີວິດຂອງຜູ້ຖືກຕັດສິນຈະບໍ່ເປັນອຸປະສັກໃຫ້ແກ່ການ ຮື້ຟື້ນຄະດີເພື່ອຈຸດປະສົງຊອງຫາຄວາມຈິງກ່ຽວກັບການກ່າວຫາໃສ່ ຜູ້ກ່ຽວ.


...ມາດຕາສອງລ້ອຍຫົກສິບສອງ(ປັບປຸງ)ການຍື່ນແລະການພິຈາລະນາຄໍາຮ້ອງຂໍຮື້ຟື້ນ

ມາດຕາສອງລ້ອຍຫົກສິບສອງ(ປັບປຸງ)ການຍື່ນແລະການພິຈາລະ ນາຄໍາຮ້ອງຂໍຮື້ຟື້ນ ບຸກຄົນຫຼືການຈັດຕັ້ງທີ່ໄດ້ພົບເຫັນຂໍ້ມູນຫຼືຫຼັກຖານໃໝ່ກ່ຽວ ກັບຄະດີຊຶ່ງມີຄໍາຊີ້ຂາດ,ຄໍາຕັດສິນຄໍາພິພາກສາທີ່ໃຊ້ໄດ້ຢ່າງເດັດ ຂາດແລ້ວນັ້ນຕ້ອງຍື່ນຄໍາຮ້ອງຂອງຕົນຕໍ່ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ. ໃນການພິຈາລະນາຄໍາຮ້ອງຂໍຮື້ຟື້ນຄະດີເມື່ອມີສາເຫດໃດ ໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາສອງລ້ອຍຫົກສິບຂໍ້ໜຶ່ງ,ສອງ ແລະສາມຂອງກົດໝາຍສະບັບນີ້ຫົວໜ້າອົງການໄອຍະການປະ ຊາຊົນສູງສຸດຕ້ອງສົ່ງຄໍາຮ້ອງຂໍຮື້ຟື້ນໄປຍັງຫົວໜ້າອົງການໄອ ຍະການບ່ອນດໍາເນີນຄະດີເປັນຂັ້ນຕົ້ນເພື່ອອອກຄໍາສັ່ງເປີດການ ສືບສວນ-ສອບສວນກ່ຽວກັບການພົບເຫັນຂໍ້ມູນຫຼືຫຼັກຖານໃໝ່.ໃນ ກໍລະນີທີ່ມີສາເຫດຕາມທີ່ໄດ້ກໍານົດໄວ້ໃນມາດຕາສອງລ້ອຍຫົກ ສິບຂໍ້ສີ່ຂອງກົດໝາຍສະບັບນີ້ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດຕ້ອງອອກຄໍາຕົກລົງສະເໜີຮື້ຟື້ນຄະດີຕາມຄໍາຮ້ອງຂໍຫຼື ໂດຍໜ້າທີ່. ໃນກໍລະນີທີ່ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫາກເຫັນວ່າບໍ່ມີສາເຫດໃນການຮື້ຟື້ນຄະດີຄືນໃໝ່ນັ້ນກໍ່ຕ້ອງຕົົກ ລົງບໍ່ຮື້ຟື້ນຄະດີແລ້ວແຈ້ງໃຫ້ບຸກຄົນຫຼືອົງການຈັດຕັ້ງທີ່ກ່ຽວຂ້ອງ ຊາບ.

...ມາດຕາສອງລ້ອຍຫົກສິບສາມ(ປັບປຸງ)ການຮື້ຟື້ນຄະດີຂອງຫົວໜ້າອົງການໄອຍະການ

ມາດຕາສອງລ້ອຍຫົກສິບສາມ(ປັບປຸງ)ການຮື້ຟື້ນຄະດີຂອງຫົວ ໜ້າອົງການໄອຍະການ ພາຍຫຼັງການສືບສວນ-ສອບສວນຄະດີເນື່ອງຈາກການພົບ ເຫັນຂໍ້ມູນຫຼືຫຼັກຖານໃໝ່ໄດ້ສິ້ນສຸດແລ້ວຖ້າເຫັນວ່າມີສາເຫດໃນການ ຮື້ຟື້ນຄະດີນັ້ນຫົວໜ້າອົງການໄອຍະການທີ່ດໍາເນີນຄະດີເປັນຂັ້ນຕົ້ນ ຕ້ອງສົ່ງສໍານວນຄະດີພ້ອມດ້ວຍເອກະສານຕ່າງໆຂອງການສືບ ສວນ-ສອບສວນແລະຄໍາເຫັນຂອງຕົນໃຫ້ຫົວໜ້າອົງການໄອຍະການ ໄອຍະການປະຊາຊົນສູງສຸດເພື່ອສະເໜີຮື້ຟື້ນຄະດີຕໍ່ສານປະຊາຊົນ ສູງສຸດ.ແຕ່ຖ້າເຫັນວ່າບໍ່ມີສາເຫດໃນການຮື້ຟື້ນຄະດີແລ້ວຫົວໜ້າ ອົງການໄອຍະການທີ່ກ່ຽວຂ້ອງຕ້ອງລາຍງານຕໍ່ຫົວໜ້າອົງການ ໄອຍະການປະຊາຊົນສູງສຸດເພື່ອຕົກລົງບໍ່ຮື້ຟື້ນຄະດີ.


...ມາດຕາສອງລ້ອຍຫົກສິບສີ່(ປັບປຸງ)ສິດອໍານາດກ່ຽວກັບການຮື້ຟື້ນຄະດີຂອງສານປະຊາຊົນສູງສຸດ

ມາດຕາສອງລ້ອຍຫົກສິບສີ່(ປັບປຸງ)ສິດອໍານາດກ່ຽວກັບການຮື້ຟື້ນ ຄະດີຂອງສານປະຊາຊົນສູງສຸດ ໃນການພິຈາລະນາກ່ຽວກັບການຮື້ຟື້ນຄະດີສານປະຊາຊົນ ສູງສຸດມີສິດອໍານາດດັ່ງນີ້: 1. ຍົກເລີກການສະເໜີຮື້ຟື້ນຄະດີຂອງຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ. 2. ລົບລ້າງຄໍາຕັດສິນຫຼືຄໍາພິພາກສາແລ້ວໃຫ້ຈໍາເລີຍພົ້ນ ຂໍ້ກ່າວຫາ. 3. ລົບລ້າງຄໍາຕັດສິນຫຼືຄໍາພິພາກສາແລ້ວສົ່ງສໍານວນຄະດີ ຄືນໃຫ້ສານຂັ້ນຕົ້ນຄະນະໃໝ່ພິຈາລະນາ.

ການພິຈາລະນາຄະດີຢູ່ສານຂັ້ນຕົ້ນຄະນະໃໝ່ໃຫ້ປະຕິບັດ ຕາມລະບຽບການທົ່ວໄປຂອງການດໍາເນີນຄະດີຢູ່ສານຂັ້ນຕົ້ນ.


..ພາກທີສິບສາມມາດຕາການປິ່ນປົວ


...ມາດຕາສອງລ້ອຍຫົກສິບຫ້າ(ໃໝ່)ມາດຕະການປິ່ນປົວ

ມາດຕາສອງລ້ອຍຫົກສິບຫ້າ(ໃໝ່)ມາດຕະການປິ່ນປົວ ມາດຕະການປິ່ນປົວແມ່ນການປະຕິບັດນະໂຍບາຍມະນຸດສະ ທໍາຕໍ່ຜູ້ຖືກກັກຕົວ,ຜູ້ຖືກຫາ,ຈໍາເລີຍແລະນັກໂທດທີ່ຢູ່ໃນຄ້າຍຄຸມຂັງ- ດັດສ້າງເມື່ອເປັນບ້າເສຍຈິດ,ມີການເຈັບປ່ວຍ,ເປັນພະຍາດຕິດແປດ ແລະອື່ນໆອອກໄປທໍການປິ່ນປົວຢູ່ສະຖານທີ່ປິ່ນປົວໃດໜຶ່ງຕາມລະບຽບ ການ.

...ມາດຕາສອງລ້ອຍຫົກສິບຫົກ(ປັບປຸງ)ການນໍາໃຊ້ມາດຕະການປິ່ນປົວ

ມາດຕາສອງລ້ອຍຫົກສິບຫົກ(ປັບປຸງ)ການນໍາໃຊ້ມາດຕະການປິ່ນ ປົວ ໃນເວລາດໍາເນີນການສືບສວນ-ສອບສວນຫຼືໃນເວລາດໍາເນີນ ຄະດີຢູ່ສານຫົວໜ້າອົງການໄອຍະການຫຼືປະທານສານມີສິດນໍາໃຊ້ມາດ ຕະການປິ່ນປົວຕໍ່ຜູ້ຖືກກັກຂັງພາງທີ່ເປັນບ້າເສຍຈິດ,ເຈັບປ່ວຍໜັກ, ເປັນພະຍາດຕິດແປດ,ຕິດເຫຼົ້າຫຼືຢາເສບຕິດໂດຍມີການຢັ້ງຢືນຈາກຄະ ນະແພດດ້ວຍການສົ່ງໄປປິ່ນປົວທີ່ໂຮງໝໍລັດຫຼືສະຖານທີ່ປິ່ນປົວສະ ເພາະ.ພາຍຫຼັງທີ່ໄດ້ປິ່ນປົວດີແລ້ວຕ້ອງນໍາເອົາຜູ້ກ່ຽວມາດໍາເນີນຄະ ດີຫຼືນໍາມາສືບຕໍ່ປະຕິບັດໂທດຖ້າຫາກວ່າຍັງບໍ່ທັນໝົດອາຍຸຄວາມໃນ ການຮ້ອງຟ້ອງຫຼືຍັງບໍ່ທັນໝົດກໍານົດເວລາໃນການປະຕິບັດໂທດ.ໃນ ກໍລະນີປະຕິບັດໂທດຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ,ນະຄອນ,ຫຼືກົມຕໍາຫຼວດຄຸມຂັງ-ດັດສ້າງມີສິດນໍາໃຊ້ມາດ ຕະການປິ່ນປົວຕໍ່ຜູ້ຖືກປະຕິບັດໂທດແຕ່ຕ້ອງລາຍງານໃຫ້ຫົວໜ້າ ອົງການໄອຍະການພາຍໃນກໍານົດຊາວສີ່ຊົ່ວໂມງເພື່ອຕິດຕາມກວດ ກາ. ກໍານົດເວລາການປິ່ນປົວໃຫ້ນັບເຂົ້າໃນກໍານົດເວລາການປະ ຕິບັດໂທດ.

...ມາດຕາສອງລ້ອຍຫົກສິບເຈັດ(ໃໝ່)ປະເພດມາດຕະປິ່ນປົວ

ມາດຕາສອງລ້ອຍຫົກສິບເຈັດ(ໃໝ່)ປະເພດມາດຕະປິ່ນປົວ ປະເພດມາດຕະການປິ່ນປົວມີດັ່ງນີ້: 1. ການປິ່ນປົວໃນກໍລະນີຮີບດ່ວນ. 2. ການຄຸ້ມຄອງປ້ອງກັນຜູ້ຖືກປິ່ນປົວ.

...ມາດຕາສອງລ້ອຍຫົກສິບແປດ(ປັບປຸງ)ການປິ່ນປົວໃນກໍລະນີຮີບດ່ວນ

ມາດຕາສອງລ້ອຍຫົກສິບແປດ(ປັບປຸງ)ການປິ່ນປົວໃນກໍລະນີ ຮີບດ່ວນ ໃນກໍລະນີຜູ້ຖືກກັກຕົວ,ຜູ້ຖືກຫາ,ຈໍາເລີຍແລະນັກໂທດທີ່ຢູ່ ໃນຄ້າຍຄຸມຂັງ-ດັດສ້າງຫາກເຈັບເປັນຢ່າງກະທັນຫັນແລະແພດປະ ຈໍາຄ້າຍຄຸມຂັງ-ດັດສ້າງບໍ່ສາມາດປິ່ນປົວໄດ້ຫົວໜ້າຄ້ານຄຸມຂັງ- ດັດສ້າງຕ້ອງນໍາຜູ້ເຈັບເປັນໄປປິ່ນປົວທີ່ໂຮງໝໍຂອງລັດແລ້ວລາຍ ງານໃຫ້ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ເທດສະບານຫຼືຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ,ນະຄອນຫຼືຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ,ຫົວໜ້າອົງ ການໄອຍະການຫຼືປະທານສານພາຍໃນກໍານົດເວລາຊາວສີ່ຊົ່ວ ໂມງ.

...ມາດຕາສອງລ້ອຍຫົກສິບເກົ້າການຄຸ້ມຄອງປ້ອງກັນຜູ້ຖືກປິ່ນປົວ

ມາດຕາສອງລ້ອຍຫົກສິບເກົ້າການຄຸ້ມຄອງປ້ອງກັນຜູ້ຖືກປິ່ນປົວ ຜູ້ຖືກກັກຕົວ,ຜູ້ຖືກຫາ,ຈໍາເລີຍແລະນັກໂທດທີ່ຢູ່ໃນຄ້າຍຄຸມ ຂັງ-ດັດສ້າງຕ້ອງຖືກນໍາໄປປິ່ນປົວຢູ່ໂຮງໝໍຫຼືສະຖານທີ່ປິ່ນປົວສະ ເພາະຂອງລັດເທົ່ານັ້ນ. ການຄຸ້ມຄອງປ້ອງກັນຜູ້ຖືກປິ່ນປົວແມ່ນຄວາມຮັບຜິດຊອບ ຂອງເຈົ້າໜ້າທີ່ຕໍາຫຼວດ.ຖ້າເຈົ້າໜ້າທີ່ຕໍາຫຼວດຫາກເຮັດໃຫ້ຜູ້ຖືກ ກັກຕົວ,ຜູ້ຖືກຫາ,ຈໍາເລີຍແລະນັກໂທດດັ່ງກ່າວທີ່ເອົາໄປປິ່ນປົວນັ້ນ ໂຕນໜີຈະມີຄວາມຮັບຜິດຊອບທາງອາຍາຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ.


..ພາກທີສິບສີ່ການຮ່ວມມືກັບສາກົນກ່ຽວກັບການດໍາເນີນຄະດີອາຍາ


...ມາດຕາສອງລ້ອຍເຈັດສິບຫຼັກການໃນການຮ່ວມມືສາກົນກ່ຽວກັບການດໍາເນີນຄະດີອາຍາ

ມາດຕາສອງລ້ອຍເຈັດສິບຫຼັກການໃນການຮ່ວມມືສາກົນກ່ຽວ ກັບການດໍາເນີນຄະດີອາຍາ ການຮ່ວມມືສາກົນໃນການດໍາເນີນຄະດີອາຍາລະຫວ່າງ ອົງການທີ່ມີສິດອໍານາດດໍາເນີນຄະດີອາຍາຂອງສປປລາວແລະ ຂອງຕ່າງປະເທດຕ້ອງປະຕິບັດບົນຫຼັກການເຄົາລົບຄວາມເປັນເອ ກະລາດ,ອະທິປະໄຕ,ຜືນແຜ່ນດິນອັນຄົບຖ້ວນຂອງກັນ,ສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທັງສອດຄ່ອງກັບລັດຖະທໍາມະ ນູນແຫ່ງສປປລາວແລະຫຼັກການພື້ນຖານຂອງກົດໝາຍສາກົນ.


...ມາດຕາສອງລ້ອຍເຈັດສິບເອັດການຮ່ວມມືສາກົນໃນການດໍາເນີນຄະດີອາຍາ

ມາດຕາສອງລ້ອຍເຈັດສິບເອັດການຮ່ວມມືສາກົນໃນການດໍາເນີນຄະດີອາຍາ ການຮ່ວມມືສາກົນໃນການດໍາເນີນຄະດີອາຍາຕ້ອງດໍາເນີນ ໃຫ້ສອດຄ່ອງກັບສັນຍາທີ່ສປປລາວໄດ້ເຊັນກັບຕ່າງປະເທດຫຼືສົນທິສັນ ຍາສາກົນທີ່ສປປລາວເຂົ້າຮ່ວມເປັນພາຄີແລະຕາມກົດໝາຍຂອງສປ ປລາວ. ໃນກໍລະນີທີ່ສປປລາວບໍ່ທັນໄດ້ເຊັນສັນຍາຫຼືບໍ່ທັນໄດ້ເຂົ້າຮ່ວມ ເປັນພາຄີໃນສົນທິສັນຍາສາກົນທີ່ພົວພັນເຖິງການດໍາເນີນຄະດີອາຍາ ນັ້ນໃຫ້ດໍາເນີນຕາມຫຼັກການຮ່ວມມືຊ່ວຍເຫຼືອຊຶ່ງກັນແລະກັນແຕ່ບໍ່ໃຫ້ ຂັດກັບລັດຖະທໍາມະນູນແລະກົດໝາຍຂອງສປປລາວ.

...ມາດຕາສອງລ້ອວເຈັດສິບສອງ(ປັບປຸງ)ການປະຕິບັດການຊ່ວຍເຫຼືອທາງດ້ານຍຸຕິທໍາ

ມາດຕາສອງລ້ອວເຈັດສິບສອງ(ປັບປຸງ)ການປະຕິບັດການຊ່ວຍ ເຫຼືອທາງດ້ານຍຸຕິທໍາ ໃນການປະຕິບັດການຊ່ວຍເຫຼືອທາງດ້ານຍຸຕິທໍາອົງການທີ່ ມີສິດອໍານາດໃນການດໍາເນີນຄະດີອາຍາຂອງສປປລາວຕ້ອງປະ ຕິບັດຕາມສົນທິສັນຍາສາກົນທີ່ສປປລາວເປັນພາຄີແລະຕ້ອງໃຫ້ ສອດຄ່ອງກັບກົດມາຍສະບັບນີ້. ການຊ່ວຍເຫຼືອທາງດ້ານຍຸຕິທໍາອາດຈະແນໃສ່ການສົ່ງຜູ້ ຮ້າຍຂ້າມແດນ,ການຍຶດຫຼືການອາຍັດຊັບຂອງຜູ້ຖືກຫາຫຼືຈໍາເລີຍ, ການສະໜອງຂໍ້ມູນຂ່າວສານທາງດ້ານອາຊະຍາກໍາ,ຂໍ້ມູນແລະ ວັດຖຸສິ່ງຂອງທີ່ພົວພັນກັບຄະດີ,ການປະຕິບັດຄໍາຕັດສິນຂອງສານ, ການຮ່ວມມືດ້ານອາຊະຍາກໍາຂ້າມຊາດແລະອື່ນໆ.

...ມາດຕາສອງລ້ອຍເຈັດສິບສາມການປະຕິເສດການຊ່ວຍເຫຼືອທາງດ້ານຍຸຕິທໍາ

ມາດຕາສອງລ້ອຍເຈັດສິບສາມການປະຕິເສດການຊ່ວຍເຫຼືອ ທາງດ້ານຍຸຕິທໍາ ອົງການທີ່ມີສິດອໍານາດໃນການດໍາເນີນຄະດີອາຍາຂອງສ ປປລາວອາດຈະປະຕິເສດການຊ່ວຍເຫຼືອທາງດ້ານຍຸດຕິທໍາໃນກໍລະ ນີດັ່ງນີ້: 1. ການສະເໜີຂໍການຊ່ວຍເຫຼືອທາງດ້ານຍຸຕິທໍາບໍ່ສອດ ຄ່ອງກັບສົນທິສັນຍາສາກົນທີ່ສປປລາວເປັນພາຄີແລະກົດໝາຍ ຂອງສປປລາວ. 2. ການປະຕິບັດການຊ່ວຍເຫຼືອທາງດ້ານຍຸຕິທໍາຈະເປັນຜົນ ກະທົບຕໍ່ອະທິປະໄຕ,ຄວາມສະຫງົບ,ຄວາມໝັ້ນຄົງຂອງຊາດຫຼືຜົນ ປະໂຫຍດອັນສໍາຄັນຂອງສປປລາວ.

..ພາກທີສິບຫ້າບົດບັກຍັດສຸດທ້າຍ


...ມາດຕາສອງລ້ອຍເຈັດສິບສີ່ການຈັດຕັ້ງປະຕິບັດ

ລັດຖະບານແຫ່ງສປປລາວ,ສານປະຊາຊົນສູງສຸດ,ອົງການໄອຍະການປະຊາຊົນສູງສຸດແລະອົງການອື່ນທີ່ກ່ຽວຂ້ອງເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາສອງລ້ອຍເຈັດສິບຫ້າຜົນສັກສິດ

ມາດຕາສອງລ້ອຍເຈັດສິບຫ້າຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດ ແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການດໍາເນີນ ຄະດີອາຍາສະບັບເລກທີສູນໜຶ່ງທັບສພຊ,ລົງວັນທີສິບຫ້າເດືອນພຶດ ສະພາປີສອງພັນສີ່.