ກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ(ສະບັບປັບປຸງ) 25-07-2008

From Wikisource
Jump to navigation Jump to search

.ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ(ສະບັບປັບປຸງ) 25-07-2008


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ ກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານກໍາ ນົດຫຼັກການ,ລະບຽບການ,ວິທີການແລະມາດຕະການກ່ຽວກັບການຈັດ ຕັ້ງປະຕິບັດຄໍາຕັດສິນຂອງສານທາງແພ່ງ;ກໍານົດທີ່ຕັ້ງ,ພາລະບົດບາດ ,ສິດແລະໜ້າທີ່ຂອງອົງການຄຸ້ມຄອງແລະອົງການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານແຕ່ສູນກາງລົງຮອດທ້ອງຖິ່ນລວມທັງສິດແລະໜ້າທີ່ ຂອງພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານແນໃສ່ເຮັດໃຫ້ຄໍາ ຕັດສິນຂອງສານໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ,ຖືກຕ້ອງ, ວ່ອງໄວແລະເປັນເອກະພາບໃນທົ່ວປະເທດ;ເພີ່ມທະວີຄວາມສັກສິດ ຂອງອໍານາດລັດແລະຂອງກົດໝາຍ;ປົກປ້ອງສິດ,ຜົນປະໂຫຍດຂອງ ລັດ,ສິດຜົນປະໂຫຍດອັນຊອບທໍາຂອງລວມໝູ່ແລະຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ,ມີຄວາມເປັນລະບຽບຮຽບຮ້ອຍແລະມ ີຄວາມຍຸດຕິທໍາ.

...ມາດຕາສອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາສອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານແມ່ນການນໍາເອົາຄໍາ ສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງ ເດັດຂາດແລະນິຕິກໍາອື່ນຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າ(ໃໝ່) ຂອງກົດໝາຍສະບັບນີ້ມາຈັດຕັ້ງປະຕິບັດໃຫ້ຖືກຕ້ອງແລະປາກົດຜົນ ເປັນຈິງເພື່ອຟື້ນຟູສິດແລະຜົນປະໂຫຍດຂອງລັດ,ລວມໝູ່ແລະພົນລະ ເມືອງທີ່ຖືກລະເມີດຫຼືສູນເສຍໄປ.

...ມາດຕາສາມ(ໃໝ່)ການອະທິບາຍຄໍາສັບ

ມາດຕາສາມ(ໃໝ່)ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍ ດັ່ງນີ້: ໜຶ່ງຄໍາສັ່ງໝາຍເຖິງນິຕິກໍາທີ່ມີລັກສະນະບໍລິຫານຂອງສານ ເຊັ່ນ:ຄໍາສັ່ງໃຫ້ປະຕິບັດບົດບັນທຶກການໄກ່ເກ່ຍຂອງສານ,ຄໍາສັ່ງອາ ຍັດຊັບຫຼືຍຶດຊັບ. ສອງຄໍາຊີ້ຂາດໝາຍເຖິງນິຕິກໍາຂອງສານປະຊາຊົນທີ່ມີລັກ ສະນະຕຸລາການຊຶ່ງຄະນະສານຕົກລົງກ່ອນການຕັດສິນໃນເນື້ອຄະດີ ເຊັ່ນ:ຄໍາຊີ້ຂາດກ່ຽວກັບການຂໍຄ່າໃຊ້ຈ່າຍໃນການປິ່ນປົວກ່ອນການ ໃຊ້ແທນຄ່າເສຍຫາຍໃນເນື້ອຄະດີ,ຄໍາຊີ້ຂາດໃຫ້ປະຕິບັດກ່ຽວກັບ ການຢັ້ງຢືນເອກະສານຂອງສໍານັກງານທະບຽນສານ. ສາມຄໍາຕັດສິນໝາຍເຖິງຄໍາຕົກລົງຂອງຄະນະສານຂອງ ສານປະຊາຊົນເມືອງ,ເທດສະບານແລະສານປະຊາຊົນແຂວງ,ນະ ຄອນເປັນຂັ້ນຕົ້ນ. ສີ່ຄໍາພິພາກສາໝາຍເຖິງຄໍາຕັດສິນຂອງສານປະຊາຊົນ ແຂວງ,ນະຄອນເປັນຂັ້ນອຸທອນ,ຂອງສານອຸທອນແລະຂາງສານ ປະຊາຊົນສູງສຸດເປັນຂັ້ນລົບລ້າງ. ຫ້າບົດບັນທຶກການໄກ່ເກ່ຍຂອງສານໝາຍເຖິງເອກະສານ ຢັ້ງຢືນຜົນຂອງການໄກ່ເກ່ຍຂອງສານຄໍາຕົກລົງຂອງການໄກ່ເກ່ຍ ນີ້ແມ່ນມີຜົນບັງຄັບປະຕິບັດຄືກັບຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງ ເດັດຂາດ. ຫົກບົດບັນທຶກການໄກ່ເກ່ຍຂອງຄະນະກໍາມະການແກ້ໄຂຂໍ້ ຂັດແຍ່ງທາງດ້ານເສດຖະກິດໝາຍເຖິງເອກະສານຢັ້ງຢືນຜົນຂອງ ການໄກ່ເກ່ຍຂອງຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດ. ເຈັດຄໍາຕັດສິນຂອງຄະນະກໍາມະການແກ້ໄຂຂໍ້ຂດແຍ່ງທາງ ດ້ານເສດຖະກິດໝາຍເຖິງຄໍາຕົກລົງຂອງຄະນະກໍາມະການແກ້ໄຂ ຂໍ້ຂັດແຍ່ງທາງດ້ານເສດຖະກິດ. ແປດຄໍາຂໍອຸທອນໝາຍເຖິງການຈອງຂໍອຸທອນຕາມກໍານົດ ເວລາຊາວວັນນັບແຕ່ວັນສານລົງຄໍາຕັດສິນຊ້ອງໜ້າຫຼືວັນຄູ່ຄວາມ ຮັບຊາບຄໍາຕັດສິນເປັນຕົ້ນໄປໃນກໍລະນີທີ່ຄູ່ຄວາມບໍ່ໄດ້ມາຮ່ວມໃນ ວັນສານຕັດສິນຄະດີ. ເກົ້າຄໍາຮ້ອງຂໍອຸທອນໝາຍເຖິງຄໍາຮ້ອງຂອງຄູ່ຄວາມຫຼືບຸກ ຄົນທີສາມທີ່ສະແດງເຫດຜົນໃນການຂໍອຸທອນ. ສິບຄໍາຂໍລົບລ້າງໝາຍເຖິງການຈອງຂໍລົບລ້າງຕາມກໍານົດ ເວລາຫົກສິບວັນນັບແຕ່ວັນສານລົງຄໍາພິພາກສາຊ້ອງໜ້າຫຼືວັນຄູ່ ຄວາມຮັບຊາບຄໍາພິພາກສາເປັນຕົ້ນໄປໃນກໍລະນີຄູ່ຄວາມບໍ່ໄດ້ມາ ຮ່ວມໃນວັນສານພິພາກສາຄະດີ. ສິບເອັດຄໍາຮ້ອງຂໍລົບລ້າງໝາຍເຖິງຄໍາຮ້ອງຂອງຄູ່ຄວາມ ຫຼືບຸກຄົນທີ່ສາມທີ່ສະແດງເຫດຜົນໃນການຂໍລົບລ້າງ. ສິບສອງຄໍາສະເໜີຄັດຄ້ານໝາຍເຖິງຄໍາຂໍອຸທອນຫຼືຂໍລົບລ້າງ ຂອງໄອຍະການປະຊາຊົນ. ສິບສາມຄູ່ຄວາມໃນຄະດີໝາຍເຖິງໂຈດແລະຈໍາເລີຍ; -ໂຈດໝາຍເຖິງບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດທີ່ຍື່ນ ຄໍາຮ້ອງຟ້ອງຕໍ່ສານວ່າສິດຂອງຕົນໄດ້ຖືກຜູ້ອື່ນລະເມີດຫຼືໂຕ້ແຍ່ງ. -ຈໍາເລີຍໝາຍເຖິງບຸກຄົນ,ອົງການຈັດຕັ້ງຫຼືວິສາຫະກິດທີ່ ຖືກຮ້ອງຟ້ອງວ່າໄດ້ລະເມີດຫຼືໂຕ້ແຍ່ງສິດຂອງຜູ້ອື່ນ. ສິບສີ່ບຸກຄົນທີສາມໝາຍເຖິງຜູ້ທີ່ພົວພັນໃນຄະດີແຕ່ບໍ່ແມ່ນ ໂຈດຫຼືຈໍາເລີຍຊຶ່ງສານຮຽກເຂົ້າມາຫຼືຜູ້ກ່ຽວສະເໜີເຂົ້າມາຮ່ວມໃນ ການດໍາເນີນຄະດີເພື່ອປົກປ້ອງສິດແລະຜົນປະໂຫຍດຂອງຕົນ. ສິບຫ້າການຍຶດຊັບໝາຍເຖິງການເອົາຊັບເຄື່ອນທີ່ຂອງຄູ່ ຄວາມມາຮັກສາໄວ້ໃນການຄຸ້ມຄອງຂອງເຈົ້າໜ້າທີ່ເພື່ອຮັບປະກັນ ໃນການດໍາເນີນຄະດີແລະການໃຊ້ແທນຄ່າເສຍຫາຍ. ສິບຫົກການອາຍັດຊັບໝາຍເຖິງການອອກຄໍາສັ່ງຂອງໄອ ຍະການປະຊາຊົນ,ສານປະຊາຊົນ,ແລະອົງການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານກ່ຽວກັບຊັບຄົງທີ່,ຊັບເຄື່ອນທີ່ລວມທັງບັນຊີເງິນ ຝາກເພື່ອບໍ່ໃຫ້ມີການຊື້,ຂາຍ,ມອບ,ແລກປ່ຽນ,ຊວດຈໍາ,ຄໍ້າປະກັນ, ຕໍ່ເຕີມ,ທໍາລາຍຫຼືປ່ຽນແປງຊັບດັ່ງກ່າວ. ສິບເຈັດການຮິບຊັບໝາຍເຖິງການເອົາຊັບທັງໝົດຫຼືສ່ວນ ໃດສ່ວນໜຶ່ງທີ່ເປັນກໍາມະສິດຂອງຜູ້ກະທໍາຜິດມາເປັນຂອງລັດຕາມ ຄໍາຕັດສິນຂອງສານໂດຍບໍ່ມີການໃຊ້ແທນ.ການຮິບຊັບມີຂໍ້ຫ້າມ ຕາມບັນຊີຊ້ອນທ້າຍຂອງກົດໝາຍອາຍາ. ສິບແປດການຮິບວັດຖຸສິ່ງຂອງໝາຍເຖິງການເອົາຊັບ,ວັດ ຖຸສິ່ງຂອງທີ່ພົວພັນກັບການກະທໍາຜິດ,ນໍາໃຊ້ໃນການກະທໍາຜິດຫຼືໄດ ້ມາຈາກການກະທໍາຜິດມາເປັນຂອງລັດຕາມຄໍາຕັດສິນຂອງສານ. ສິບເກົ້າການໂຈະໝາຍເຖິງການຢຸດການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານໄວ້ຊົ່ວຄາວເມື່ອໝົດສາເຫດຂອງການໂຈະແລ້ວກໍ່ ຕ້ອງສືບຕໍ່ຈັດຕັ້ງປະຕິບັດ. ຊາວການປ່ຽນແປງໝາຍເຖິງການປ່ຽນແປງການຈັດຕັ້ງ ປະຕິບັດຄໍາຕັດສິນຂອງສານສ່ວນໃດສ່ວນໜຶ່ງຫຼືທັງໝົດຂອງພະນັກ ງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ເຫັນວ່າບໍ່ຖືກຕ້ອງ,ບໍ່ສອດ ຄ່ອງກັບຄໍາຕັດສິນຂອງສານຫຼືລະບຽບກົດໝາຍ. ຊາວເອັດການຍົກເລີກໝາຍເຖິງການຢຸດເຊົາໂດຍບໍ່ໃຫ້ສືບ ຕໍ່ຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ຊາວສອງການລົບລ້າງໝາຍເຖິງການຍົກເລີກທັງໝົດການ ຈັດຕັ້ງປະຕິບັດຄໍາຕັດສິນຂອງສານຜ່ານມາແຕ່ຕົ້ນຕະຫຼອດປາຍ. ຊາວສາມການຖອນຕົວໝາຍເຖິງການສະເໜີຂອງພະນັກ ງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານເພື່ອບໍ່ເຂົ້າຮ່ວມໃນການຈັດ ຕັ້ງປະຕິບັດຄະດີໃດໜຶ່ງທີ່ເຫັນວ່າຕົນມີສ່ວນພົວພັນ. ຊາວສີ່ການຄ້ານຕົວໝາຍເຖິງການສະເໜີຂອງຄູ່ຄວາມຫຼື ບຸກຄົນທີສາມກ່ຽວກັບພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານທີ່ມີສ່ວນພົວພັນກັບຄະດີເພື່ອບໍ່ໃຫ້ເຂົ້າຮ່ວມໃນການຈັດຕັ້ງປະ ຕິບັດຄໍາຕັດສິນຄະດີດັ່ງກ່າວ; ຊາວຫ້າການປະຕິບັດພາງໝາຍເຖິງການປະຕິບັດຄໍາຕັດ ສິນຂອງສານຂັ້ນຕົ້ນຫຼືຂັ້ນອຸທອນສ່ວນໃດສ່ວນໜຶ່ງທີ່ເຫັນວ່າມີຄວາມ ຈໍາເປັນຮີບດ່ວນກ່ອນຄໍາຕັດສິນຫຼືຄໍາພິພາກສານັ້ນໃຊ້ໄດ້ຢ່າງເດັດ ຂາດ. ຊາວຫົກການເລືອກຕັ້ງປະຕິບັດໝາຍເຖິງການຈັດຕັ້ງປະຕ ິບັດຄໍາຕັດສິນຂອງສານໂດຍເຫັນແກ່ໝູ່ຄູ່,ພັກພວກ,ຜົນປະໂຫຍດ ເພື່ອມາປະຕິບັດກ່ອນຫຼືໃຫ້ຜົນປະໂຫຍດແກ່ຄູ່ຄວາມຝ່າຍໃດຝ່າຍໜຶ່ງ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ. ຊາວເຈັດໝາຍພາຕົວໝາຍເຖິງຄໍາສັ່ງຂອງອົງການສືບ ສວນ-ສອບສວນ,ອົງການໄປຍະການປະຊາຊົນ,ສານປະຊາຊົນແລະ ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານເພື່ອໃຫ້ເຈົ້າໜ້າທີ່ຕໍາ ຫຼວດນໍາເອົາຕົວບຸກຄົນໃດໜຶ່ງເຂົ້າມາຫາອົງການທີ່ອອກຄໍາສັ່ງດັ່ງ ກ່າວຕາມລະບຽບກົດໝາຍ. ...ມາດຕາສີ່(ໃໝ່)ຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂ

ມາດຕາສີ່(ໃໝ່)ຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແມ່ນຄໍາຕັດສິນ ຂອງສານຊຶ່ງຄູ່ຄວາມ,ບຸກຄົນທີສາມບໍ່ໄດ້ຂໍອຸທອນ,ບໍ່ໄດ້ຂໍລົບລ້າງຫຼື ໄອຍະການປະຊາຊົນບໍ່ໄດ້ສະເໜີຄັດຄ້ານຫຼືຄໍາພະພາກສາຂອງສານ ປະຊາຊົນສູງສຸດ. ຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນມີຜົນບັງ ຄັບປະຕິບັດ. ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາທີ່ໃຊ້ໄດ້ຢ່າງ ເດັດຂາດຂອງສານແຕ່ລະຂັ້ນມີດັ່ງນີ້: ໜຶ່ງຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນຂັ້ນຕົ້ນຂອງສານປະຊາ ຊົນເມືອງ,ເທດສະບານຊຶ່ງຄູ່ຄວາມ,ບຸກຄົນທີສາມບໍ່ໄດ້ຂໍອຸທອນຫຼືໄອ ຍະການປະຊາຊົນບໍ່ໄດ້ສະເໜີຄັດຄ້ານ. ສອງຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນຂັ້ນຕົ້ນຂອງສານປະ ຊົນແຂວງ,ນະຄອນຊຶ່ງຄູ່ຄວາມ,ບຸກຄົນທີສາມບໍ່ໄດ້ຂໍອຸທອນຫຼືໄອຍະ ການປະຊາຊົນບໍ່ໄດ້ສະເໜີຄັດຄ້ານ. ສາມຄໍາສັ່ງ,ຄໍາຊີ້ຂາດ,ຄໍາພິພາກສາຂັ້ນອຸທອນຂອງສານປະ ຊາຊົນແຂວງ,ນະຄອນແລະຄໍາພິພາກສາຂອງສານອຸທອນຊຶ່ງຄູ່ ຄວາມ,ບຸກຄົນທີສາມບໍ່ໄດ້ຂໍລົບລ້າງຫຼືໄອຍະການປະຊາຊົນບໍ່ໄດ້ສະ ເໜີຄັດຄ້ານ. ສີ່ຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານປະຊາຊົນ ສູງສຸດ.

...ມາດຕາຫ້າ(ໃໝ່)ຄໍາຕັດສິນຂອງສານແລະນິຕິກໍາອື່ນທີ່ນໍາມາຈັດຕັ້ງປະຕິບັດ

ມາດຕາຫ້າ(ໃໝ່)ຄໍາຕັດສິນຂອງສານແລະນິຕິກໍາອື່ນທີ່ນໍາມາຈັດ ຕັ້ງປະຕິບັດ ຄໍາຕັດສິນຂອງສານແລະນິຕິກໍາອື່ນໆືີ່ພະນັງານຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານນໍາມາຈັດຕັ້ງປະຕິບັດມີດັ່ງນີ້: ໜຶ່ງຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນຄະດີແພ່ງຂັ້ນຕົ້ນທີ່ໃຊ ້ໄດ້ຢ່າງເດັດຂາດຂອງສານປະຊາຊົນເມືອງ,ເທດສະບານ,ສານປະ ຊາຊົນແຂວງ,ນະຄອນ. ສອງຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນຄະດີອາຍາຂັ້ນຕົ້ນທີ່ ໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນເມືອງ,ເທດສະບານ,ສານ ປະຊາຊົນແຂວງ,ນະຄອນກ່ຽວກັບການໃຊ້ໃຊ້ແທນຄ່າເສຍຫາຍ ທາງແພ່ງ,ໂທດປັບໃໝ,ໂທດຮິບຊັບ,ໂທດຮິບວັດຖຸສິ່ງຂອງແລະ ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ. ສາມຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຄະດີແພ່ງຂັ້ນອຸ ທອນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນແຂວງ,ນະຄອນ ແລະສານອຸທອນ. ສີ່ຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຄະດີອາຍາຂັ້ນອຸທອນ ທີ່ໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນແຂວງ,ນະຄອນແລະ ສານອຸທອນກ່ຽວກັບການໃຊ້ແທນຄ່າເສຍຫາຍທາງແພ່ງ,ໂທດປັບ ໃໝ,ໂທດຮິບຊັບ,ໂທດຮິບວັດຖຸສິ່ງຂອງແລະໂທດດັດສ້າງໂດຍບໍ່ຕັດ ອິດສະລະພາບ. ຫ້າຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຄະດີແພ່ງຂອງ ສານປະຊາຊົນສູງສຸດທີ່ບໍ່ສົ່ງຄະດີໃຫ້ສານຂັ້ນລຸ່ມພິຈາລະນາຄືນ ໃໝ່. ຫົກຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຄະດີອາຍາຂອງ ສານປະຊາຊົນສູງສຸດທີ່ບໍ່ສົ່ງຄະດີໃຫ້ສານຂັ້ນລຸ່ມພິຈາລະນາຄືນໃໝ່ ກ່ຽວກັບການໃຊ້ແທນຄ່າເສຍຫາຍທາງແພ່ງ,ໂທດປັບໃໝ,ໂທດຮິບ ຊັບ,ໂທດຮິບວັດຖຸສິ່ງຂອງແລະໂທດດັດສ້າງໂດຍບໍ່ຕັດອິດສະລະ ພາບ. ເຈັດຄໍາຕັດສິນຫຼືຄໍາພິພາກສາຂອງສານບອກວ່າໃຫ້ປະຕິບັດ ພາງ. ແປດຄໍາສັ່ງໃຫ້ປະຕິບັດບົດບັນທຶກການໄກ່ເກ່ຍຂອງສານ. ເກົ້າຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນຂອງສານຕ່າງປະເທດ ທີ່ໃຊ້ໄດ້ຢ່າງເດັດຂາດຊຶ່ງສານປະຊາຊົນແຫ່ງສປປລາວຮັບຮູ້ແລະ ໃຫ້ຈັດຕັ້ງປະຕິບັດ. ສິບບົດບັນທຶກການໄກ່ເກ່ຍແລະຄໍາຕັດສິນຂອງຄະນະກໍາມະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດພາຍໃນແລະຕ່າງປະ ເທດຕາມສົນທິສັນຍາລະຫວ່າງປະເທດທີ່ສປປລາວໄດ້ເຂົ້າຮ່ວມ ເປັນພາຄີຊຶ່ງໄດ້ຮັບການຢັ້ງຢືນຈາກສານປະຊາຊົນ. ...ມາດຕາຫົກຜົນບັງຄັບປະຕິບັດຄໍາຕັດສິນຂອງສານ

ມາດຕາຫົກຜົນບັງຄັບປະຕິບັດຄໍາຕັດສິນຂອງສານ ຄໍາຕັດສິນຂອງສານແລະນິຕິກໍາອື່ນທີ່ໄດ້ກໍານົດໄວ້ໃນມາດຕາ ຫ້າ(ໃໝ່)ຂອງກົດໝາຍສະບັບນີ້ມີຜົນບັງຄັບຕໍ່ບຸກຄົນແລະອົງການຈັດ ຕັ້ງທີ່ກ່ຽວຂ້ອງຊຶ່ງຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ. ທຸກອົງການຈັດຕັ້ງພັກ,ອົງການຈັດຕັ້ງລັດ,ແນວລາວສ້າງຊາດ ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ວິສາຫະກິດແລະພົນ ລະເມືອງທຸກຄົນຕ້ອງເຄົາລົບພ້ອມກັນນັ້ນກໍ່ມີພັນທະໃຫ້ມີການຮ່ວມມື, ຊ່ວຍເຫຼືອອັນຈໍາເປັນແກ່ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານ.

...ມາດຕາເຈັດ(ໃໝ່)ຫຼັກການໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາເຈັດ(ໃໝ່)ຫຼັກການໃນການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານ ຫຼັກການໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານມີດັ່ງນີ້: ໜຶ່ງຖືກຕ້ອງຕາມຄໍາຕັດສິນຂອງສານ. ສອງສະເໝີພາບ. ສາມສຶກສາອົບຮົມ. ສີ່ເຂັ້ມງວດ,ວ່ອງໄວແລະຍຸຕິທໍາ. ຫ້າປະສານສົມທົບ. ຫົກໂປ່ງໃສ. ...ມາດຕາແປດ(ໃໝ່)ການຖອນຕົວແລະການຄ້ານຕົວ

ມາດຕາແປດ(ໃໝ່)ການຖອນຕົວແລະການຄ້ານຕົວ ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ເປັນຍາດພີ່ ນ້ອງ,ມີຜົນປະໂຫຍດຫຼືມີຂໍ້ຂັດແຍ່ງກັບຄູ່ຄວາມຝ່າຍໃດຝ່າຍໜຶ່ງຕ້ອງ ຂໍຖອນຕົວອອກຈາກການຈັດຕັ້ງປະຕິບັດຄໍາຕັດສິນນັ້ນ;ຖ້າຜູ້ກ່ຽວຫາກ ບໍ່ຖອນຕົວອອກຄູ່ຄວາມຝ່າຍໃດຝ່າຍໜຶ່ງກໍ່ມີສິດຄ້ານຕົວຜູ້ກ່ຽວຕໍ່ຫົວ ໜ້າພະແນກຍຸຕິທໍາແຂວງ,ນະຄອນໃນກໍລະນີຫາກແມ່ນພະນັກງານ ຂອງຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ;ຕໍ່ຫົວໜ້າຫ້ອງການ ຍຸຕິທໍາເມືອງ,ເທດສະບານໃນກໍລະນີຫາກແມ່ນພະນັກງານຂອງໜ່ວຍ ງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານເພື່ອໃຫ້ຜູ້ກ່ຽວຖອນຕົວອອກ ຈາກການຈັດຕັ້ງປະຕິບັດຄໍາຕັດສິນຂອງສານນັ້ນ.

..ພາກທີສອງອົງການຄຸ້ມຄອງແລະອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ


...ໝວດທີໜຶ່ງອົງການຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ


....ມາດຕາເກົ້າລະບົບອົງການຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາເກົ້າລະບົບອົງການຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານ ລະບົບອົງການຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານປະກອບດ້ວຍ: -ກະຊວງຍຸດຕິທໍາ. -ພະແນກຍຸດຕິທໍາແຂວງ,ນະຄອນ. -ຫ້ອງການຍຸຕິທໍາເມືອງ,ເທດສະບານ. ....ມາດຕາສິບ(ໃໝ່)ສິດແລະໜ້າທີ່ຂອງກະຊວງຍຸດຕິທໍາ

ມາດຕາສິບ(ໃໝ່)ສິດແລະໜ້າທີ່ຂອງກະຊວງຍຸດຕິທໍາ ໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານກະຊວງຍຸດຕິທໍາ ໃນຖານະເປັນເສນາທິການໃຫ້ແກ່ລັດຖະບານມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄວ້ານະໂຍບາຍ,ລະບຽບກົດໝາຍກ່ຽວກັບວຽກງານ ຈັດຕັ້ງປະຕິບັດຄໍາຕັດສິນຂອງສານແລ້ວສະເໜີລັດຖະບານພິຈາລະ ນາຮັບຮອງເອົາ. ສອງໂຄສະນາເຜີຍແຜ່ແລະສຶກສາອົບຮົມກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານແລະລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງໃຫ້ແກ່ປະຊາຊົນ,ຊັ້ນຄົນຕ່າງໆເຂົ້າໃຈແລະຕືນຕົວປະຕິ ບັດທັງປະກອບຄໍາເຫັນກ່ຽວກັບວຽກງານການຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານດ້ວຍວິທີການຕ່າງໆ. ສາມຊີ້ນໍາ,ຄຸ້ມຄອງແລະກວດກາດ້ານວິຊາການກ່ຽວກັບ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໃນຂອບເຂດທົ່ວປະເທດ. ສີ່ຄົ້ນຄວ້າວິໄຈສາເຫດຂອງຄໍາຕັດສິນຂອງສານທີ່ບໍ່ສາມາດ ຈັດຕັ້ງປະຕິບັດໄດ້ແລ້ວສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງເພື່ອຄົນຄວ້າ ຊອກຫາວິທີແກ້ໄຂ. ຫ້າປ່ຽນແປງ,ໂຈະ,ຍົກເລີກຫຼືລົບລ້າງຄໍາສັ່ງຂອງຫ້ອງການ ແລະໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ບໍ່ຖືກຕ້ອງຕາມ ກົດໝາຍຫຼືສະເໜີໃຫ້ຂະແໜງການອື່ນລົບລ້າງນິຕິກໍາຂອງຕົນທີ່ບໍ່ ສອດຄ່ອງກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຫຼືລະບຽບກົດ ໝາຍ,ພ້ອມກັນນັ້ນກໍ່ໃຫ້ຄໍາແນະນໍາເພື່ອຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານໃຫ້ຖືກຕ້ອງ. ຫົກແຕ່ງຕັ້ງ,ຍົກຍ້າຍຫຼືປົກຕໍາແໜ່ງຫົວໜ້າ,ຮອງຫົວໜ້າ ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕາມການສະເໜີຂອງ ພະແນກຍຸດຕິທໍາແຂວງ,ນະຄອນໂດຍປະສານສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງ. ເຈັດກໍ່ສ້າງ,ຍົກລະດັບບຸກຄະລະກອນທີ່ຮັບຜິດຊອບວຽກງານ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທາງດ້ານການເມືອງ-ແນວ ຄິດ,ຄຸນສົມບົດ,ຈັດຍາທໍາແລະວິຊາສະເພາະ. ແປດປະສານສົມທົບກັບອົງການປົກຄອງທ້ອງຖິ່ນແລະພາກ ສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານ. ເກົ້າພົວພັນຮ່ວມມືກັບຕ່າງປະເທດກ່ຽວກັບການຄຸ້ມຄອງ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ສິບລາຍງານສະພາບການກ່ຽວກັບການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານໃນຂອບເຂດທົ່ວປະເທດໃຫ້ລັດຖະບານຊາບຢ່າງ ເປັນປົກກະຕິ. ສິບເອັດປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບການຈັດຕັ້ງປະຕ ິບັດຄໍາຕັດສິນຂອງສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ....ມາດຕາສິບເອັດ(ໃໝ່)ສິດແລະໜ້າທີ່ຂອງພະແນກຍຸຕິທໍາແຂວງ,ນະຄອນ

ມາດຕາສິບເອັດ(ໃໝ່)ສິດແລະໜ້າທີ່ຂອງພະແນກຍຸຕິທໍາແຂວງ, ນະຄອນ ໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານພະແນກຍຸຕິທໍາ ແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຊີ້ນໍາການຈັດຕັ້ງປະຕິບັດກົດໝາຍຢ່າງຖືກຕ້ອງແລະ ເປັນເອກະພາບກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນໃນທ້ອງຖິ່ນ ຂອງຕົນ. ສອງຄຸ້ມຄອງທາງດ້ານການຈັດຕັ້ງ,ງົບປະມານແລະກວດ ກາການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຫ້ອງການຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານ. ສາມສະເໜີຕໍ່ກະຊວງຍຸດຕິທໍາກ່ຽວກັບການສ້າງຕັ້ງແລະປັບ ປຸງຫ້ອງການ,ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າ,ຮອງ ຫົວໜ້າຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໂດຍໄດ້ຮັບ ການເຫັນດີຈາກອົງການປົກຄອງແຂວງ,ນະຄອນ. ສີ່ສະເໜີຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນກ່ຽວກັບການແຕ່ງ ຕັ້ງ,ຍົກຍ້າຍຫຼືຫົດຕໍາແໜ່ງຫົວໜ້າ,ຮອງຫົວໜ້າໜ່ວຍງານຈັດຕັ້ງ ປະຕິບັດຄໍາຕັດສິນຂອງສານແລະພະນັກງານຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານຕາມການສະເໜີຂອງຫ້ອງການຍຸດຕິທໍາເມືອງ,ເທດ ສະບານ. ຫ້າໂຄສະນາເຜີຍແຜ່ແລະສຶກສາອົບຮົມກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານແລະລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງໃຫ້ແກ່ປະຊາຊົນ,ຊັ້ນຄົນຕ່າງໆເຂົ້າໃຈແລະຕື່ນຕົວປະຕ ິບັດທັງປະກອບຄໍາເຫັນກ່ຽວກັບວຽກງານການຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານດ້ວຍວິທີການຕ່າງໆ. ຫົກປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມ ຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ເຈັດພົວພັນຮ່ວມມືກັບຕ່າງປະເທດກ່ຽວກັບການຄຸ້ມຄອງ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕາມການມອບໝາຍຂອງ ກະຊວງຍຸຕິທໍາ. ແປດຄຸ້ມຄອງລາຍຮັບ-ລາຍຈ່າຍກ່ຽວກັບການຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານ. ເກົ້າລາຍງານກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານໃຫ້ກະຊວງຍຸດຕິທໍາແລະອົງການປົກຄອງແຂວງ,ນະຄອນ. ສິບປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາສິບສອງ(ໃໝ່)ສິດແລະໜ້າທີ່ຂອງຫ້ອງການຍຸຕິທໍາເມືອງ,ເທດສະບານ

ມາດຕາສິບສອງ(ໃໝ່)ສິດແລະໜ້າທີ່ຂອງຫ້ອງການຍຸຕິທໍາເມືອງ, ເທດສະບານ ໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຫ້ອງການຍຸຕິ ທໍາເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄຸ້ມຄອງທາງດ້ານການຈັດຕັ້ງ,ງົບປະມານແລະກວດ ກາການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງໜ່ວຍງານຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານ. ສອງສະເໜີຕໍ່ພະແນກຍຸຕິທໍາແຂວງ,ນະຄອນເພື່ອໃຫ້ຄໍາສະ ເໜີຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນກ່ຽວກັບການສ້າງຕັ້ງແລະປັບ ປຸງໜ່ວຍງານ,ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າ,ຮອງ ຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານແລະພະນັກ ງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານໂດຍໄດ້ຮັບການເຫັນດີຈາກ ອົງການປົກຄອງເມືອງ,ເທດສະບານ. ສາມໂຄສະນາເຜີຍແຜ່ແລະສຶກສາອົບຮົມກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານແລະລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງໃຫ້ແກ່ປະຊາຊົນ,ຊັ້ນຄົນຕ່າງໆເຂົ້າໃຈແລະຕື່ນຕົວປະຕ ິບັດທັງປະກອບຄໍາເຫັນກ່ຽວກັບວຽກງານການຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານດ້ວຍວິທີການຕ່າງໆ. ສີ່ຍົກລະດັບບຸກຄະລາກອນທີ່ຮັບຜິດຊອບວຽກງານການຈັດ ຕັ້ງປະຕິບັດຄໍາຕັດສິນຂອງສານທາງດ້ານການເມືອງແນວຄິດ,ຄຸນ ສົມບັດ,ຈັນຍາທໍາ,ຄວາມຮູ້ແລະຄວາມສາມາດ; ຫ້າປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມ ຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ຫົກຄຸ້ມຄອງລາຍຮັບ-ລາຍຈ່າຍກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ເຈັດລາຍງານກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານໃຫ້ພະແນກຍຸຕິທໍາແລະອົງການປົກຄອງເມືອງ,ເທດສະບານ. ແປດປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ໝວດທີສອງອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ


....ມາດຕາສິບສາມລະບົບອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາສິບສາມລະບົບອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ລະບົບອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານປະກອບ ດ້ວຍ: -ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. -ໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ....ມາດຕາສິບສີ່ທີ່ຕັ້ງແລະພາລະບົດບາດຂອງຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາສິບສີ່ທີ່ຕັ້ງແລະພາລະບົດບາດຂອງຫ້ອງການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານ ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານແມ່ນການຈັດຕັ້ງ ໜຶ່ງຂອງພະແນກຍຸຕິທໍາແຂວງ,ນະຄອນມີພາລະບົດບາດຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານແລະນິຕິກໍາອື່ນຕາມທີ່ໄດ້ກໍານົດໄວ້ໃນມາດ ຕາຫ້າ(ໃໝ່)ຂອງກົດໝາຍສະບັບນີ້ທີ່ຢູ່ໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ.

....ມາດຕາສິບຫ້າ(ໃໝ່)ໂຄງປະກອບບຸກຄະລາກອນ

ມາດຕາສິບຫ້າ(ໃໝ່)ໂຄງປະກອບບຸກຄະລາກອນ ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານປະກອບດ້ວຍ: -ຫົວໜ້າ. -ຮອງຫົວໜ້າ. -ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ,ວິຊາ ການແລະພະນັກງານບໍລິຫານຈໍານວນໜຶ່ງ. ຫົວໜ້າຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານແມ່ນ ຮອງຫົວໜ້າພະແນກຍຸຕິທໍາແຂວງ,ນະຄອນໂດຍຕໍາແໜ່ງ.

....ມາດຕາສິບຫົກ(ໃໝ່)ສິດແລະໜ້າທີ່ຂອງຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາສິບຫົກ(ໃໝ່)ສິດແລະໜ້າທີ່ຂອງຫ້ອງການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານ ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານມີສິດແລະໜ້າ ທີ່ດັ່ງນີ້: ໜຶ່ງຄົ້ນຄວ້າຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລະ ນິຕິກໍາອື່ນເພື່ອກະກຽມຈັດຕັ້ງປະຕິບັດ;ທວງເອົາຂອງກາງຄະດີລວມ ທັງບົດບັນທຶກການຍຶດ,ການອາຍັດຂອງກາງຄະດີດັ່ງກ່າວທີ່ຄ້າງ ຄາຈາກພາກສ່ວນທີ່ກ່ຽວຂ້ອງເພື່ອນໍາມາຈັດຕັ້ງປະຕິບັດ. ສອງສະເໜີໃຫ້ສານທີ່ໄດ້ລົງຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ ນັ້ນອະທິບາຍຢ່າງເປັນລາຍລັກອັກສອນກ່ຽວກັບບັນຫາໃດບັນຫາ ໜຶ່ງທີ່ຍັງບໍ່ທັນຈະແຈ້ງ. ສາມສະເໜີຕໍ່ເຈົ້າໜ້າທີ່ຕໍາຫຼວດມີມາດຕະການຕໍ່ຜູ້ຖືກປະຕິ ບັດຄໍາຕັດສິນຂອງສານທີ່ມີເຈດຕະນາຫຼົບຫຼີກການປະຕິບັດຄໍາຕັດສິນ ຂອງສານໂດຍສະເພາະການອອກນອກປະເທດ. ສີ່ອອກໝາຍຮຽກຄູ່ຄວາມເພື່ອຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານ. ຫ້າອອກຄໍາສັ່ງອາຍັດ,ຄໍາສັ່ງຍຶດຊັບ,ຄໍາສັ່ງຍົກຍ້າຍ,ຄໍາສັ່ງ ໃຫ້ພາຕົວ,ຄໍາສັ່ງປັບໃໝແລະຄໍາສັ່ງອື່ນກ່ຽວກັບການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານ. ຫົກປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພືອຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານ. ເຈັດສະເໜີຂໍຄໍາເຫັນນໍາຂັ້ນເທິງຂອງຕົນໃນການຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານທີ່ຫຍຸ້ງຍາກສັບສົນ. ແປດຊີ້ນໍາທາງດ້ານວິຊາການແລະກວດກາການຈັດຕັ້ງປະຕິ ບັດວຽກງານຂອງໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ຢູ່ ໃນຄວາມຮັບຜິດຊອບຂອງຕົນ. ເກົ້າປ່ຽນແປງ,ໂຈະ,ຍົກເລີກຫຼືລົບລ້າງຄໍາສັ່ງຂອງໜ່ວຍ ງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ບໍ່ຖືກຕ້ອງຕາມກົດໝາຍ ຫຼືສະເໜີໃຫ້ລົບລ້າງນິຕິກໍາຂອງຂະແໜງການອື່ນກ່ຽວກັບການຈັດ ຕັ້ງປະຕິບັດຄໍາຕັດສິນຂອງສານທີ່ຂັດກັບຄໍາຕັດສິນຂອງສານຫຼືລະ ບຽບກົດໝາຍ,ພ້ອມກັນນັ້ນກໍ່ຕ້ອງໃຫ້ຄໍາແນະນໍາເພື່ອຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານໃຫ້ຖືກຕ້ອງ. ສິບລາຍງານການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໃຫ້ໄອ ຍະການປະຊາຊົນຂັ້ນຂອງຕົນຢ່າງເປັນປົກກະຕິຫຼືຕາມການສະເໜີ. ສິບເອັດລາຍງານກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກ ງານຂອງຕົນໃຫ້ພະແນກຍຸຕິທໍາແຂວງ,ນະຄອນແລະກະຊວງຍຸຕິທໍາ ຢ່າງເປັນປົກກະຕິ. ສິບສອງປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບການຈັດຕັ້ງປະຕ ິບັດຄໍາຕັດສິນຂອງສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ....ມາດຕາສິບເຈັດ(ໃໝ່)ທີ່ຕັ້ງແລະພາລະບົດບາດຂອງໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາສິບເຈັດ(ໃໝ່)ທີ່ຕັ້ງແລະພາລະບົດບາດຂອງໜ່ວຍງານຈັດຕັ້ງ ປະຕິບັດຄໍາຕັດສິນຂອງສານ ໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຊຶ່ງສ້າງຕັ້ງຂຶ້ນ ຢູ່ແຕ່ລະເມືອງ,ເທດສະບານແມ່ນການຈັດຕັ້ງໜຶ່ງຂອງຫ້ອງການຍຸດ ຕິທໍາເມືອງ,ເທດສະບານມີພາລະບົດບາດຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານແລະນິຕິກໍາອື່ນຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າ(ໃໝ່) ຂອງກົດໝາຍສະບັບນີ້ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

....ມາດຕາສິບແປດ(ໃໝ່)ໂຄງປະກອບບຸກຄະລາກອນ

ມາດຕາສິບແປດ(ໃໝ່)ໂຄງປະກອບບຸກຄະລາກອນ ໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານປະກອບດ້ວຍ: -ຫົວໜ້າ. -ຮອງຫົວໜ້າ. -ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ,ວິຊາການ ແລະພະນັກງານບໍລິຫານຈໍານວນໜຶ່ງ.

ຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານແມ່ນ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ,ເທດສະບານໂດຍຕໍາແໜ່ງ.

....ມາດຕາສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງໜ່ວຍງານຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານ ໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານມີສິດແລະໜ້າ ທີ່ດັ່ງນີ້: ໜຶ່ງຄົ້ນຄວ້າຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລະ ນິຕິກໍາອື່ນເພື່ອກະກຽມຈັດຕັ້ງປະຕິບັດ;ທວງເອົາຂອງກາງທີ່ມີຢູ່ໃນ ຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃນກໍລະນີທີ່ຍັງບໍ່ທັນໄດ້ ຮັບ. ສອງສະເໜີໃຫ້ສານທີ່ໄດ້ລົງຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ ນັ້ນອະທິບາຍຢ່າງເປັນລາຍລັກອັກສອນກ່ຽວກັບບັນຫາໃດບັນຫາ ໜຶ່ງທີ່ຍັງບໍ່ທັນຈະແຈ້ງ. ສາມສະເໜີຕໍ່ເຈົ້າໜ້າທີ່ຕໍາຫຼວດມີມາດຕະຖານຕໍ່ຜູ້ຖືກປະຕິ ບັດຄໍາຕັດສິນຂອງສານທີ່ມີເຈດຕະນາຫຼົບຫຼີກການປະຕິບັດຄໍາຕັດສິນ ຂອງສານໂດຍສະເພາະການອອກນອກປະເທດ. ສີ່ອອກໝາຍຮຽກຄູ່ຄວາມເພື່ອຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານ. ຫ້າອອກຄໍາສັ່ງອາຍັດ,ຄໍາສັ່ງຍຶດຊັບ,ຄໍາສັ່ງຍົກຍ້າຍ,ຄໍາສັ່ງ ໃຫ້ພາຕົວ,ຄໍາສັ່ງປັບໃໝແລະຄໍາສັ່ງອື່ນກ່ຽວກັບການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານ. ຫົກປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນໜ່ວຍ ໄກ່ເກ່ຍຂັ້ນບ້ານເພື່ອຊ່ວຍໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານ. ເຈັດສະເໜີຂໍຄໍາເຫັນນໍາຂັ້ນເທິງຂອງຕົນໃນການຈັດຕັ້ງປະ ຕິບັດຄໍາຕັດສິນຂອງສານທີ່ຫຍຸ່ງຍາກສັບສົນ. ແປດລາຍງານການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໃຫ້ ໄອຍະການປະຊາຊົນຂັ້ນຂອງຕົນຢ່າງເປັນປົກກະຕິຫຼືຕາມການສະ ເໜີ. ເກົ້າລາຍງານກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງຕົນໃຫ້ຫ້ອງການຍຸຕິທໍາເມືອງ,ເທດສະບານແລະຫ້ອງການຈັດ ຕັ້ງປະຕິບັດຄໍາຕັດສິນຂອງສານຢ່າງເປັນປົກກະຕິ. ສິບປະຕິບັດສິດແລະໜ້າທີ່ອື່ນກ່ຽວກັບການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາຊາວສິດແລະໜ້າທີ່ຂອງຫົວໜ້າ,ຮອງຫົວໜ້າຫ້ອງການແລະໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາຊາວສິດແລະໜ້າທີ່ຂອງຫົວໜ້າ,ຮອງຫົວໜ້າຫ້ອງການແລະ ໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຫົວໜ້າຫ້ອງການແລະຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານມີສິດແລະໜ້າທີ່ໃນການຊີ້ນໍາ,ນໍາພາແລະກວດກາການ ເຄື່ອນໄຫວວຽກງານຂອງຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານ.ພ້ອມກັນນັ້ນກໍ່ມີໜ້າທີ່ຮັບຜິດຊອບຕໍ່ພະແນກຍຸຕິທໍາ ແຂວງ,ນະຄອນຫຼືຫ້ອງການຍຸຕິທໍາເມືອງ,ເທດສະບານກ່ຽວກັບການ ຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບ ຫົກ(ໃໝ່)ແລະມາດຕາສິບເກົ້າ(ໃໝ່)ຂອງກົດໝາຍສະບັບນີ້. ຮອງຫົວໜ້າຫ້ອງການແລະຮອງຫົວໜ້າໜ່ວຍງານຈັັດຕັ້ງປະຕ ິບັດຄໍາຕັດສິນຂອງສານເປັນຜູ້ຊ່ວຍວຽກຫົວໜ້າແລະຮັບຜິດຊອບວຽກ ງານໃດໜຶ່ງຕາມການມອບໝາຍຂອງຫົວໜ້າ.ໃນກໍລະນີຫົວໜ້າຕິດຂັດ ຍ້ອນເຫດຜົນໃດໜຶ່ງຮອງຫົວໜ້າຜູ້ທີ່ໄດ້ຮັບມອບໝາຍນັ້ນເປັນຢູ່ວ່າ ການແທນ. ....ມາດຕາຊາວເອັດ(ໃໝ່)ສິດແລະໜ້າທີ່ຂອງພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາຊາວເອັດ(ໃໝ່)ສິດແລະໜ້າທີ່ຂອງພະນັກງານຈັດຕັ້ງປະ ຕິບັດຄໍາຕັດສິນຂອງສານ ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານມີສິດແລະ ໜ້າທີ່ດັ່ງນີ້: ໜຶ່ງຄົນຄວ້າຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ແລະນິຕິກໍາອື່ນເພື່ອກະກຽມຈັດຕັ້ງປະຕິບັດ.ໃນການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມເນື້ອໃນຄໍາຕັດສິນຂອງສານ,ຕາມລະ ບຽບການແລະຂັ້ນຕອນຂອງກົດໝາຍສະບັບນີ້: ສອງສະເໜີຫົວໜ້າຫ້ອງການຫຼືຫົວໜ້າໜ່ວຍງານຈັດຕັັ້ງປະ ຕິບັດຄໍາຕັດສິນຂອງສານເພື່ອໃຫ້ສານທີ່ໄດ້ລົງຄໍາຕັດສິນທີ່ໃຊ້ໄດ້ ຢ່າງເດັດຂາດນັ້ນອະທິບາຍຢ່າງເປັນລາຍລັກອັກສອນກ່ຽວກັບບັນ ຫາໃດບັນຫາໜຶ່ງທີ່ຍັງບໍ່ທັນຈະແຈ້ງ. ສາມອອກໝາຍຮຽກຄູ່ຄວາມເພື່ອແຈ້ງເນື້ອໃນຄໍາຕັດສິນ ຂອງສານໃຫ້ຊາດພ້ອມທັງແນະນໍາ,ສຶກສາອົບຮົມແລະຊຸກຍູ້ໃຫ້ປະ ຕິບັດ. ສີ່ເກັບກໍາຂໍ້ມູນກ່ຽວກັບຊັບສິນແລະເງື່ອນໄຂຕ່າງໆຂອງຜູ້ ຖືກປະຕິບັດຄໍາຕັດສິນຂອງສານເພື່ອຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານ. ຫ້າປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະ ຕິບັດຄໍາຕັດສິນຂອງສານ. ຫົກສະເໜີໃຫ້ຫົວໜ້າຫ້ອງການຫຼືຫົວໜ້າໜ່ວຍງານຈັດຕັ້ງ ປະຕິບັດຄໍາຕັດສິນຂອງສານອອກຄໍາສັ່ງອາຍັດ,ຄໍາສັ່ງຍຶດຊັບ,ຄໍາ ສັ່ງຍົກຍ້າຍ,ຄໍາສັ່ງໃຫ້ພາຕົວ,ຄໍາສັ່ງປັບໃໝຫຼືສະເໜີຕໍ່ເຈົ້າໜ້າທີ່ ຕໍາຫຼວດມີມາດຕະການຕໍ່ຜູ້ຖືກປະຕິບັດຄໍາຕັດສິນຂອງສານທີ່ມີເຈດ ຕະນາຫຼົບຫຼີກການປະຕິບັດຄໍາຕັດສິນຂອງສານນັ້ນບໍ່ໃຫ້ອອກນອກ ປະເທດແລະຄໍາສັ່ງອື່ນກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານ. ເຈັດລາຍງານກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານທີ່ຕົນໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດນັ້ນຕໍ່ຫົວໜ້າຫ້ອງ ການຫຼືຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ແປດປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບການຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ....ມາດຕາຊາວສອງ(ໃໝ່)ມາດຕະຖານແລະເງື່ອນໄຂຂອງພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາຊາວສອງ(ໃໝ່)ມາດຕະຖານແລະເງື່ອນໄຂຂອງພະນັກ ງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕ້ອງມີມາດ ຕະຖານແລະເງື່ອນໄຂດັ່ງນີ້: ໜຶ່ງເປັນພົນລະເມືອງລາວທີ່ມີອາຍຸແຕ່ຊາວຫ້າປີຂຶ້ນໄປ. ສອງມີທັດສະນະຫຼັກໝັ້ນຊົນຊັ້ນແລະມີຄວາມໜັກແໜ້ນທາງ ດ້ານການເມືອງ. ສາມມີຄຸນສົມບັດຈັນຍາບັນ,ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກ ງານ,ມີຄວາມສັດຊື່ບໍລິສຸດຕໍ່ປະເທດຊາດ,ຕໍ່ຜົນປະໂຫຍດຂອງລັດ, ລວມໝູ່ແລະຂອງພົນລະເມືອງ,ມີມະນຸດສໍາພັນດີ. ສີ່ມີຄວາມຮູ້,ມີນໍ້າໃຈກ້າຫານ,ອົດທົນ,ມີຄວາມສາມາດຊວນ ເຊື່ອໃຫ້ຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ຫ້າຈົບການສຶກສາວິຊາກົດໝາຍຊັ້ນກາງຂຶ້ນໄປຫຼືໄດ້ຮັບ ການບໍລຸງວິຊາກົດໝາຍແລະໄດ້ຮັບການຝຶກອົບຮົມກ່ຽວກັບວຽກ ງານການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ຫົກມີປະສົບການກ່ຽວກັບວຽກງານການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານຢ່າງໜ້ອຍສອງປີ. ເຈັດມີສຸຂະພາບສົມບູນດີ.

ສໍາລັບພະນັກງານຜູ້ທີ່ຈະເປັນຫົວນ້າຫ້ອງການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານນອກຈາກມີມາດຕະຖານ,ເງື່ອນໄຂດັ່ງທີ່ໄດ້ ກ່າວມາຂ້າງເທິງນີ້ແລ້ວຍັງຕ້ອງເປັນຜູ້ທີ່ມີແບບແຜນວິທີເຮັດວຽກ ດີ,ມີປະສົບການກ່ຽວກັບວຽກງານການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານຢ່າງໜ້ອຍຫ້າປີແລະມີລະດັບວິຊາສະເພາະກົດໝາຍຊັ້ນ ສູງຂຶ້ນໄປ;ສ່ວນຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານຕ້ອງມີປະສົບການຢ່າງໜ້ອຍສາມປີແລະມີລະດັບວິຊາສະເພາະ ກົດໝາຍຊັ້ນກາງຂຶ້ນໄປ. ..ພາກທີສາມການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ


...ໝວດທີໜຶ່ງຂັ້ນຕອນໃນການຈັດຕັ້ງປະຕິບັດຄໍາຕັດສິນຄະດີແພ່ງ


....ມາດຕາຊາວສາມ(ໃໝ່)ການສົ່ງຄໍາຕັດສິນໃຫ້ຈັດຕັ້ງປະຕິບັດ

ມາດຕາຊາວສາມ(ໃໝ່)ການສົ່ງຄໍາຕັດສິນໃຫ້ຈັດຕັ້ງປະຕິບັດ ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາທີ່ໃຊ້ໄດ້ຢ່າງ ເດັດຂາດຕ້ອງສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຢ່າງຊ້າບໍ່ ໃຫ້ເກີນສາມສິບວັນນັບແຕ່ວັນຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິ ພາກສາໃຫ້ໄດ້ຢ່າງເດັດຂາດຫຼືວັນຄູ່ຄວາມຮັບຊາບເປັນຕົ້ນໄປ. ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາທີ່ໃຊ້ໄດ້ຢ່າງ ເດັດຂາດນັ້ນຕ້ອງສົ່ງໃຫ້ໄອຍະການປະຊາຊົນເພື່ອຕິດຕາມການຈັດ ຕັ້ງປະຕິບັດໃຫ້ໄດ້ຮັບຜົນ.

....ມາດຕາຊາວສີ່(ໃໝ່)ບ່ອນຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາຊາວສີ່(ໃໝ່)ບ່ອນຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ບ່ອນຈັດຕັ້ງປະຕິບັດຄໍາຕັດສິນຂອງສານມີດັ່ງນີ້: -ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານສໍາລັບ ຄໍາຕັດສິນຂອງສານປະຊາຊົນແຂວງ,ນະຄອນທີ່ຕັດສິນເປັນຂັ້ນຕົ້ນ. -ໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານສໍາລັບຄໍາ ຕັດສິນຂອງສານປະຊາຊົນເມືອງ,ເທດສະບານແລະຄໍາພິພາກສາ ຂອງສານປະຊາຊົນແຂວງ,ນະຄອນເປັນຂັ້ນອຸທອນ.

ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານສາມາດຈັດຕັ້ງ ປະຕິບັດຄໍາຕັດສິນຂອງສານຂອງສານປະຊາຊົນເມືອງ,ເທດສະບານ ໃນກໍລະນີທີ່ບໍ່ມີໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຫຼືຕາມ ການສະເໜີຂອງໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.

....ມາດຕາຊາວຫ້າຂັ້ນຕອນໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາຊາວຫ້າຂັ້ນຕອນໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານມີສີ່ຂັ້ນຕອນດັ່ງນີ້: ໜຶ່ງຄົ້ນຄວ້າຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລະ ນິຕິກໍາອື່ນເພື່ອກະກຽມຈັດຕັ້ງປະຕິບັດ. ສອງຮຽນຄູ່ຄວາມເຂົ້າມາເພື່ອແຈ້ງເນື້ອໃນຄໍາຕັດສິນຂອງ ສານໃຫ້ຊາບພ້ອມທັງແນະນໍາແລະປຸກລະດົມໃຫ້ປະຕິບັດ. ສາມຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕົວຈິງ. ສີ່ສິ້ນສຸດການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.

....ມາດຕາຊາວຫົກການຄົ້ນຄວ້າຄໍາຕັດສິນຂອງສານແລະນິຕິກໍາອື່ນ

ມາດຕາຊາວຫົກການຄົ້ນຄວ້າຄໍາຕັດສິນຂອງສານແລະນິຕິກໍາອື່ນ ພາຍຫຼັງໄດ້ຮັບຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລະ ນິຕິກໍາອື່ນແລ້ວພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕ້ອງຄົ້ນ ຄວ້າຄໍາຕັດສິນຫຼືນິຕິກໍານັ້ນໃຫ້ລະອຽດ,ເຂົ້າໃຈພ້ອມກັນນັ້ນກໍ່ກະກຽມ ເງື່ອນໄຂຕ່າງໆເພື່ອຈັດຕັ້ງປະຕິບັດ. ....ມາດຕາຊາວເຈັດ(ໃໝ່)ການຮຽນຄູ່ຄວາມ

ມາດຕາຊາວເຈັດ(ໃໝ່)ການຮຽນຄູ່ຄວາມ ພາຍໃນກໍານົດສິບວັນນັບແຕ່ວັນໄດ້ຮັບຄໍາຕັດສິນຂອງສານທີ່ ໃຊ້ໄດ້ຢ່າງເດັດຂາດເປັນຕົ້ນໄປແລະໄດ້ກະກຽມເງື່ອນໄຂຕ່າງໆເພື່ອ ຈັດຕັ້ງປະຕິບັດແລ້ວພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຕ້ອງຮຽກເອົາຄູ່ຄວາມໃນຄະດີເຂົ້າມາຫ້ອງການຫຼືໜ່ວຍງານຈັດຕັ້ງ ປະຕິບັດຄໍາຕັດສິນຂອງສານເພື່ອແຈ້ງກ່ຽວກັບການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານໃຫ້ຊາບ,ພ້ອມກັນນັ້ນກໍ່ແນະນໍາ,ຊຸກຍູ້ໃຫ້ປະຕິບັດພາຍ ໃນກໍານົດເວລາຫົກສິບວັນ. ໃນກໍານົດເວລາດັ່ງກ່າວພະນັກງານຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານຕ້ອງຕິດຕາມການປະຕິບັດຄໍາຕັດສິນຂອງສານຂອງຜູ້ຖືກປະ ຕິບັດ,ຖ້າຫາກເຫັນວ່າມີຄວາມຈໍາເປັນເຊັ່ນ:ຜູ້ຖືກປະຕິບັດຄໍາຕັດສິນ ຂອງສານມີເຈດຕະນາຫຼົບຫຼີກບໍ່ຢາກປະຕິບັດຄໍາຕັດສິນນັ້ນກໍ່ສາມາດ ຂຶ້ນບັນຊີຊັບສິນຂອງຜູ້ກ່ຽວທີ່ສານຍັງບໍ່ທັນໄດ້ອອກຄໍາສັ່ງອາຍັດຊັບຫຼື ຍຶດຊັບແລ້ວສະເໜີໃຫ້ຫົວໜ້າຫ້ອງການຫຼືຫົວໜ້າໜ່ວຍງານຈັດຕັ້ງປະ ຕິບັດຄໍາຕັດສິນຂອງສານອອກຄໍາສັ່ງອາຍັດຫຼືຍຶດຊັບກໍ່ໄດ້.

....ມາດຕາຊາວແປດ(ໃໝ່)ການຈັດຕັ້ງປະຕິບັດຕົວຈິງ

ມາດຕາຊາວແປດ(ໃໝ່)ການຈັດຕັ້ງປະຕິບັດຕົວຈິງ ພາຍໃນຫົກສິບວັນຖ້າຜູ້ຖືກປະຕິບັດຄໍາຕັດສິນຂອງສານຫາກ ໄດ້ປະຕິບັດຕາມຄໍາຕັດສິນຂອງສານຢ່າງຄົບຖ້ວນແລ້ວກໍ່ຖືວ່າການ ຈັດຕັ້ງປະຕິບັດຄໍາຕັດສິນຂອງສານນັ້ນໄດ້ສິ້ນສຸດລົງ.ຖ້າວ່າພາຍໃນ ກໍານົດດັ່ງກ່າວຄໍາຕັດສິນຂອງສານຫາກບໍ່ໄດ້ຮັບການປະຕິບັດຫຼືປະ ຕິບັດແຕ່ຫາກຍັງບໍ່ທັນໄດ້ຄົບຖ້ວນຫ້ອງການຫຼືໜ່ວຍງານຈັດຕັ້ງປະ ຕິບັດຄໍາຕັດສິນຂອງສານຕ້ອງກວດກາ,ຂຶ້ນບັນຊີຊັບສິນ,ອອກຄໍາສັ່ງ ອາຍັດຊັບຫຼືຍຶດຊັບຖ້າວ່າມາດຕະການດັ່ງກ່າວຫາກຍັງບໍ່ທັນໄດ້ນໍາ ໃຊ້ມາກ່ອນ.ພ້ອມກັນນັ້ນກໍ່ອາດຈະອອກຄໍາສັ່ງຍົກຍ້າຍ,ຄໍາສັ່ງປັບ ໃໝຜູ້ຖືກປະຕິບັດຄໍາຕັດສິນຂອງສານນັ້ນແລ້ວແຕ່ລະກໍລະນີ. ໃນເວລາກວດກາຊັບ,ອາຍັດຊັບຫຼືຍຶດຊັບແລະຍົກຍ້າຍຜູ້ຖືກ ປະຕິບັດຄໍາຕັດສິນຂອງສານຕ້ອງປະສານສົມທົບກັບອົງການປົກ ຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງ.ສ່ວນການຍຶດຊັບນັ້ນ ຕ້ອງໃຫ້ຜູຄຸ້ມຄອງຊັບໃນເວລາຍຶດເຂົ້າຮ່ວມນໍາ,ໃນກໍລະນີທີ່ຜູ້ຄຸ້ມ ຄອງຊັບຫາກບໍ່ແມ່ນເຈົ້າຂອງຊັບພາຍຫຼັງຍຶດແລ້ວຕ້ອງແຈ້ງໃຫ້ ເຈົ້າຂອງຊັບຊາບໃນທັນໃດ.ຊັບທີ່ຍຸດຫຼືອາຍັດນັ້ນຕ້ອງຕີລາຄາແລະ ປະກາດຂາຍເພື່ອໃຫ້ແທນໜີ້ສິນ.ກ່ອນການປະກາດຂາຍຕ້ອງຈັດ ຕັ້ງຄະນະກໍາມະການຕີລາຄາໂດຍແມ່ນເຈົ້າແຂວງ,ເຈົ້າຄອງນະ ຄອນຫຼືເຈົ້າເມືອງ,ຫົວໜ້າເທດສະບານເປັນຜູ້ແຕ່ງຕັ້ງໄວ້ເພື່ອຕີລາ ຄາຊັບສິນທີ່ໄດ້ອາຍັດຫຼືຍຶດທີ່ມີມູນຄ່າສູງໃນຄະດີຕ່າງໆທີ່ເກີດຂຶ້ນ; ພາຍຫຼັງທີ່ໄດ້ຕີລາຄາແລ້ວຈຶ່ງປະກາດຂາຍຊັບສິນດັ່ງກ່າວໃຫ້ມວນ ຊົນຊາບຢ່າງກວ້າງຂວາງເພື່ອປະມູນຂາຍຕາມລະບຽບການ. ໃນກໍລະນີທີ່ຜູ້ຖືກປະຕິບັດຄໍາຕັດສິນຂອງສານຫາກຍົກຍ້າຍ ໄປຢູ່ບ່ອນອື່ນກ່ອນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຫຼືການ ປະຕິບັດຍັງບໍ່ທັນສິ້ນສຸດນັ້ນຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານທີ່ກ່ຽວຂ້ອງມີສິດໂອນການຈັດຕັ້ງປະຕິບັດຄໍາຕັດ ສິນດັ່ງກ່າວໄປໃຫ້ຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານບ່ອນຜູ້ຖືກປະຕິບັດຄໍາຕັດສິນຂອງສານຍ້າຍໄປຢູ່ນັ້ນເປັນ ຜູ້ຈັດຕັ້ງປະຕິບັດແທນ. ຖ້າວ່າຜູ້ຖືກປະຕິບັດຄໍາຕັດສິນຂອງສານຫາກມີຊັບຢູ່ຫຼາຍ ເມືອງຫຼືຢູ່ຫຼາຍແຂວງຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານທີ່ຮັບຜິດຊອບຈັດຕັ້ງປະຕິບັດຄໍາຕັດສິນດັ່ງກ່າວຈະສະ ເໜີໃຫ້ຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງານບ່ອນ ມີຊັບຢູ່ນັ້ນຈັດຕັ້ງປະຕິບັດແທນຕົນກໍ່ໄດ້ຈົນກວ່າຈະຄົບຈໍານວນໜີ້ສິນ ຕາມຄໍາຕັດສິນຂອງສານ.

....ມາດຕາຊາວເກົ້າ(ໃໝ່)ການສິ້ນສຸດການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາຊາວເກົ້າ(ໃໝ່)ການສິ້ນສຸດການຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຈະສິ້ນສຸດລົງໃນກໍ ລະນີດັ່ງນີ້: ໜຶ່ງຜູ້ຖືກປະຕິບັດໄດ້ປະຕິບັດຕາມຄໍາຕັດສິນຂອງສານຢ່າງ ຄົບຖ້ວນແລ້ວ. ສອງເຈົ້າໜີ້ໄດ້ສະລະສິດ.ໃນກໍລະນີທີ່ເຈົ້າໜີ້ໄດ້ຮັບໝາຍ ຮຽກສາມຄັ້ງແລ້ວແຕ່ບໍ່ເຂົ້າມາສະເໜີຕົວຕໍ່ພະນັກງານຈັດຕັ້ງປະ ຕິບັດຄໍາຕັດສິນຂອງສານໂດຍບໍ່ມີເຫດຜົນພຽງພໍກໍ່ໃຫ້ຖືວ່າເປັນການ ສະລະສິດເຊັ່ນດຽວກັນ. ສາມຜູ້ຖືກປະຕິບັດໄດ້ເສຍຊີວິດໂດຍບໍ່ມີຊັບ,ບໍ່ມີສິດຫຼືບໍ່ມີພັນ ທະໃຫ້ຜູ້ອື່ນສືບທອດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ສີ່ຄໍາຕັດສິນຫຼືຄໍາພິພາກສາຂອງສານໄດ້ຖືກປ່ຽນແປງ,ຍົກ ເລີກຫຼືລົບລ້າງໂດຍບໍ່ໃຫ້ຄູ່ຄວາມມີພັນທະປະຕິບັດ.

ເມື່ອການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໄດ້ສິ້ນສຸດແລ້ວ ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕ້ອງສະເໜີໃຫ້ຫົວ ໜ້າຫ້ອງການຫຼືຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານເພື່ອອອກຄໍາສັ່ງປິດສໍານວນຄະດີແລະແຈ້ງໃຫ້ຄູ່ຄວາມ,ໄອ ຍະການປະຊາຊົນ,ຫ້ອງວ່າການຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງແລະອົງການປົກຄອງທ້ອງຖິ່ນຊາບ.

...ໝວດທີສອງມາດຕະການໃນການຈັດຕັ້ງປະຕິບັດຄໍາຕັດສິນຄະດີແພ່ງ


....ມາດຕາສາມສິບການອອກຄໍາສັ່ງຂອງອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາສາມສິບການອອກຄໍາສັ່ງຂອງອົງການຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານ ເພື່ອຮັບປະກັນໃຫ້ຄໍາຕັດສິນຂອງສານໄດ້ຮັບການປະຕິບັດຢ່າງ ສໍາເລັດຜົນນັ້ນຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານຈະອອກຄໍາສັ່ງໃຫ້ພາຕົວ,ຄໍາສັ່ງຍຶດຫຼືອາຍັດຊັບ,ຍົກຍ້າຍ,ປັບໃໝ ແລະຄໍາສັ່ງອື່ນທີ່ເຫັນວ່າຈໍາເປັນແຕ່ບໍ່ໃຫ້ອອກຄໍາສັ່ງກັກຕົວຫຼືກັກຂັງ ເພື່ອເລັ່ງໜີ້. ໃນກໍລະນີຊັບສິ່ງຂອງທີ່ຖືກອາຍັດຫຼືຍຶດນັ້ນຫາກມີຄວາມຈໍາເປັນ ຕ້ອງມີການຄຸ້ມຄອງຫຼືແກ້ໄຂຢ່າງຮີບດ່ວນເນື່ອງຈາກວ່າຊັບສິ່ງຂອງ ດັ່ງກ່າວຈະມີການປ່ຽນຮູບຫຼືເສຍຄຸນນະພາບ,ຫ້ອງການຫຼືໜ່ວຍງານ ຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕ້ອງຄຸ້ມຄອງ,ປົກປັກຮັກສາຫຼືຂາຍ ເອົາເງິນມາໄວ້ເພື່ອປະຕິບັດຄໍາຕັດສິນຂອງສານໃນຂັ້ນຕໍ່ໄປ. ໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານກ່ຽວກັບການມອບ ຫຼືການສົ່ງຊັບຄົງທີ່ຄືນນັ້ນຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານຕ້ອງອອກຄໍາສັ່ງໃຫ້ຜູ້ຄອບຄອງຊັບດັ່ງກ່າວຍົກຍ້າຍອອກ ຈາກສະຖານທີ່ຫຼືທີ່ພັກອາໄສທີ່ຕ້ອງໄດ້ມອບຫຼືສົ່ງພາຍໃນກໍານົດເວລາ ບໍ່ໃຫ້ເກີນເກົ້າສິບວັນນັບແຕ່ວັນໄດ້ຮັບຄໍາສັ່ງເປັນຕົ້ນໄປ. ມາດຕະການທີ່ໄດ້ກໍານົດວໄ້ໃນວັກທີສາມຂອງມາດຕານີ້ກໍ່ສາ ມາດນໍາໃຊ້ຕໍ່ຫຼັກຊັບຄໍ້າປະກັນຂອງຂໍ້ຜູກພັນໃນສັນຍາເຊັ່ນດຽວກັນ.

....ມາດຕາສາມສິບເອັດຜົນບັງຄັບປະຕິບັດຂອງຄໍາສັ່ງຂອງອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາສາມສິບເອັດຜົນບັງຄັບປະຕິບັດຂອງຄໍາສັ່ງຂອງອົງການຈັດ ຕັ້ງປະຕິບັດຄໍາຕັດສິນຂອງສານ ຄໍາສັ່ງຂອງອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ອອກ ຢ່າງຖືກຕ້ອງໃນຂອບເຂດສິດແລະໜ້າທີ່ຂອງຕົນເພື່ອຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານແລະນິຕິກໍາອື່ນທີ່ໄດ້ກໍານົດໄວ້ໃນມາດຕາຫ້າ (ໃໝ່)ຂອງກົດໝາຍສະບັບນີ້ໃຫ້ຖືຄືກັນກັບຄໍາສັ່ງຂອງສານແລະມີຜົນ ບັງຄັບປະຕິບັດສໍາລັບບຸກຄົນແລະອົງການຈັດຕັ້ງດັ່ງທີ່ກໍານົດໄວ້ໃນ ມາດຕາຫົກຂອງກົດໝາຍສະບັບນີ້. ການຫຼີກລ້ຽງບໍ່ຍອມປະຕິບັດຄໍາສັ່ງດັ່ງກ່າວໂດຍເຈະຕະນາຫຼື ຂັດຂວາງການປະຕິບັດໜ້າທີ່ຂອງພະນັກງານຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານຫຼືບຸກຄົນອື່ນທີ່ເຂົ້າຮ່ວມໃນການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານດ້ວຍການນາບຂູ່,ໃຊ້ຄວາມຮຸນແຮງຫຼືດ້ວຍຮູບການອື່ນຖື ວ່າເປັນການກະທໍາຜິດທາງອາຍາແລະຈະຖືກລົງໂທດຕາມມາດຕາ ໜຶ່ງຮ້ອຍຫ້າສິບແປດ,ໜຶ່ງຮ້ອຍເຈັດສິບສາມແລະມາດຕາອື່ນຂັງກົດ ໝາຍອາຍາ.

....ມາດຕາສາມສິບສອງຊັບທີ່ຫ້າມອາຍັດຫຼືຍຶດ

ມາດຕາສາມສິບສອງຊັບທີ່ຫ້າມອາຍັດຫຼືຍຶດ ຊັບສິ່ງຂອງທີ່ຈະບໍ່ຖືກອາຍັດຫຼືຍຶດມາໃຊ້ແທນໜີ້ສິນມີດັ່ງນີ້: ໜຶ່ງສິ່ງສັກກາລະບູຊາຂອງລູກໜີ້. ສອງອາຫານສໍາລັບກິນປະຈໍາວັນແລະຢາປົວພະຍາດຂອງ ລູກໜີ້. ສາມວັດຖຸສິ່ງຂອງທີ່ໃຊ້ເປັນປະຈໍາຂອງລູກໜີ້ແລະຂອງບຸກ ຄົນຊຶ່ງຢູ່ພາຍໃຕ້ການເບິ່ງແຍງລ້ຽງດູຂອງລູກໜີ້ເຊັ່ນ:ເຄື່ອງນຸ່ງຫົ່ມ, ເຄື່ອງນອນ,ເຄື່ອງຄົວກິນແລະເຄື່ອງຫຼິ້ນເດັກນ້ອຍ. ສີ່ວັດຖຸສິ່ງຂອງທີ່ຈໍາເປັນສໍາລັບການປະກອບອາຊີບຂະໜາດ ນ້ອຍຂອງລູກໜີ້.

....ມາດຕາສາມສິບສາມມາດຕະການຕໍ່ຜູ້ບໍ່ຍອມປະຕິບັດຄໍາຕັດສິນຂອງສານ

ມາດຕາສາມສິບສາມມາດຕະການຕໍ່ຜູ້ບໍ່ຍອມປະຕິບັດຄໍາຕັດສິນ ຂອງສານ ພາຍຫຼັງຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານໄດ້ອອກຄໍາສັ່ງອາຍັດຊັບ,ຍຶດຊັບຫຼືອອກຄໍາສັ່ງຍົກຍ້າຍ ແລ້ວແຕ່ລູກໜີ້ບໍ່ຍອມປະຕິບັດຕາມຄໍາຕັດສິນຂອງສານທັງໆທີ່ມີ ຄວາມສາມາດໃຊ້ແທນໄດ້ແຕ່ມີເຈດຕະນາບໍ່ປະຕິບັດຊຶ່ງແກ່ຍາວ ກາຍກໍານົດຫົກສິບວັນນັ້ນພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານຈະປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າທີ່ຍັງບໍ່ທັນໄດ້ໃຊ້ແທນນັບ ແຕ່ມື້ໄດ້ແຈ້ງໃຫ້ປະຕິບັດຄໍາຕັດສິນຂອງສານເປັນຕົ້ນໄປ. ໃນກໍລະນີທີ່ບໍ່ແມ່ນໜີ້ສິນສໍາລັບຊັບສິ່ງຂອງທີ່ສາມາດຕີມູນ ຄ່າໄດ້ເຊັ່ນ:ການທວງໃຫ້ອອກຈາກທີ່ດິນ,ເຮືອນ,ການແບ່ງປັນມູນ ມໍລະດົກ,ສິນສົມສ້າງ,ຄ່າລ້ຽງດູ,ຖ້າວ່າຊັບສິ່ງຂອງນັ້ນຫາກມີມູນ ຄ່າຕໍ່າກວ່າຫ້າຮ້ອຍລ້ານກີບຈະປັບໃໝຄັ້ງທີໜຶ່ງຫ້າແສນກີບ,ຄັ້ງທີ ສອງສອງລ້ານກີບ;ສໍາລັບຊັບສິ່ງຂອງທີ່ມີມູນຄ່າສູງກວ່າຫ້າຮ້ອຍ ລ້ານກີບຂຶ້ນໄປຈະປັບໃໝຄັ້ງທີໜຶ່ງສອງລ້ານກີບ,ຄັ້ງທີສອງຫ້າ ລ້ານກີບ. ສໍາລັບສິ່ງທີ່ບໍ່ສາມາດຕີເປັນມູນຄ່າໄດ້ເຊັ່ນ:ການທວງເອົາ ເອກະສານ,ການທວງເອົາເດັກນ້ອຍຈະປັບໃໝຄັ້ງທີໜຶ່ງຫ້າແສນ ກີບ,ຄັ້ງທີສອງໜຶ່ງລ້ານກີບ. ເງິນຄ່າປັບໃໝກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານທັງໝົດໃຫ້ມອບເຂົ້າເປັນລາຍໄດ້ຂອງລັດ. ຖ້າວ່າການນໍາໃຊ້ມາດຕະການຕ່າງໆທີ່ກ່າວມາຂ້າງເທິງນີ້ ຫາກຍັງບໍ່ໄດ້ຮັບຜົນພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ກໍ່ມີສິດສະເໜີໃຫ້ນໍາໃຊ້ມາດຕາໜຶ່ງຮ້ອຍເຈັດສິບສາມຂອງກົດໝາຍ ອາຍາ,ແຕ່ຜູ້ຖືກປະຕິບັດຄໍາຕັດສິນຂອງສານຍັງຕ້ອງໄດ້ປະຕິບັດ ຕາມຄໍາຕັດສິນຂອງສານແລະມາດຕະການຕ່າງໆທີ່ພະນັກງານຈັດ ຕັ້ງປະຕິບັດຄໍາຕັດສິນຂອງສານໄດ້ວາງໃສ່. ....ມາດຕາສາມສິບສີ່ການນໍາໃຊ້ມາດຕະການຕໍ່ນິຕິບຸກຄົນ

ມາດຕາສາມສິບສີ່ການນໍາໃຊ້ມາດຕະການຕໍ່ນິຕິບຸກຄົນ ມາດຕະການຕ່າງໆທີ່ໄດ້ກໍານົດໄວ້ໃນມາດຕາສາມສິບ,ສາມ ສິບເອັດແລະມາດຕາສາມສິບສາມຂອງກົດໝາຍສະບັບນີ້ສາມາດນໍາ ໃຊ້ຕໍ່ນິຕິບຸກຄົນຫຼືບໍລິສັດທີ່ເປັນລູກໜີ້ທີ່ພວມດໍາເນີນກິດຈະການຢູ່ຫຼືຖືກ ຍຸບເລີກຍົກເວັ້ນວັກສຸດທ້າຍຂອງມາດຕາສາມສິບສາມຂອງກົດໝາຍ ສະບັບນີ້.ສໍາລັບບໍລິສັດທີ່ສານຕັດສິນໃຫ້ລົ້ມລະລາຍນັ້ນໃຫ້ປະຕິບັດຕາມ ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ.

....ມາດຕາສາມສິບຫ້າ(ໃໝ່)ຄ່າໃຊ້ຈ່າຍໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາສາມສິບຫ້າ(ໃໝ່)ຄ່າໃຊ້ຈ່າຍໃນການຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານ ຄ່າໃຊ້ຈ່າຍໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານແມ່ນ ຄ່າສິ້ນເປືອງໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານເຊັ່ນ:ຄ່າຮື້ ຖອນ,ຄ່າຂົນສົ່ງຊັບສິ່ງຂອງອອກຈາກສະຖານທີ່,ຄ່າປົກປັກຮັກສາ ຊັບ...ຄ່າໃຊ້ຈ່າຍໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານແມ່ນຕົກ ຢູ່ໃນຄວາມຮັບຜິດຊອບຂອງຜູ້ເສຍຄະດີແລະໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍຄ່າທໍານຽມສານ. ...ໝວດທີສາມຂັ້ນຕອນແລະມາດຕະການ


....ມາດຕາສາມສິບຫົກການຈັດຕັ້ງປະຕິບັດຄໍາຕັດສິນຄະດີອາຍາກ່ຽວກັບການໃຊ້ແທນຄ່າເສຍຫາຍທາງແພ່ງແລະໂທດປັບໃໝ

ມາດຕາສາມສິບຫົກການຈັດຕັ້ງປະຕິບັດຄໍາຕັດສິນຄະດີອາຍາກ່ຽວ ກັບການໃຊ້ແທນຄ່າເສຍຫາຍທາງແພ່ງແລະໂທດປັບໃໝ ຂັ້ນຕອນແລະມາດຕະການໃນການຈັດຕັ້ງປະຕິບັດຄໍາຕັດສິນ ຂອນຄະດີອາຍາກ່ຽວກັບການໃຊ້ແທນຄ່າເສຍຫາຍທາງແພ່ງແລະ ໂທດປັບໃໝຕາມຄໍາຕັດສິນຂອງສານໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ ໃນມາດຕາຊາວຫ້າຫາມາດຕາສາມສິບສີ່ຂອງກົດມາຍສະບັບນີ້. ສໍາລັບຜູ້ທີ່ຍັງປະຕິບັດໂທດຢູ່,ຜູ້ທີ່ໄດ້ຮັບການປະໄພຍະໂທດຫຼື ພົ້ນໂທດແລ້ວກໍ່ຕ້ອງປະຕິບັດຄໍາຕັດສິນຂອງສານກ່ຽວກັບການໃຊ້ ແທນຄ່າເສຍຫາຍທາງແພ່ງແລະໂທດປັບໃໝເຊັ່ນດຽວກັນ. ....ມາດຕາສາມສິບເຈັດການຈັດຕັ້ງປະຕິບັດໂທດຮິບຊັບແລະຮິບວັດຖຸສິ່ງຂອງ

ມາດຕາສາມສິບເຈັດການຈັດຕັ້ງປະຕິບັດໂທດຮິບຊັບແລະຮິບວັດຖຸ ສິ່ງຂອງ ການຈັດຕັ້ງປະຕິບັດຄໍາຕັດສິນຄະດີອາຍາກ່ຽວກັບໂທດຮິບຊັບ ແລະຮິບວັດຖຸສິ່ງຂອງໃຫ້ດໍາເນີນຕາມທີ່ໄດ້ກໍານົດໄວ້ໃນຄໍາຕັດສິນທີ່ ກ່ຽວຂ້ອງນັ້ນທຸກປະການເຖິງວ່າຜູ້ຖືກຕັດສິນຍັງປະຕິບັດໂທດຢູ່,ໄດ້ ຮັບການອະໄພຍະໂທດຫຼືພົ້ນໂທດແລ້ວກໍ່ຕາມ.

....ມາດຕາສາມສິບແປດການຈັດຕັ້ງປະຕິບັດໂທດດັດສ້າງໂດຍບໍ່ຕັດອິດສະລະພາບ

ມາດຕາສາມສິບແປດການຈັດຕັ້ງປະຕິບັດໂທດດັດສ້າງໂດຍບໍ່ຕັດອິດ ສະລະພາບ ການຈັດຕັ້ງປະຕິບັດຄໍາຕັດສິນຄະດີອາຍາກ່ຽວກັບໂທດດັດ ສ້າງໂດຍບໍ່ຕັດອິດສະລະພາບໃຫ້ປະຕິບັດຕໍ່ພະນັກງານຫຼືບຸກຄົນທີ່ມີ ລາຍໄດ້ເທົ່ານັ້ນ. ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕ້ອງແຈ້ງໃຫ້ ຄໍາຕັດສິນຂອງສານດັ່ງກ່າວໄປຍັງອົງການປົກຄອງຫຼືບອ່ນທີ່ຜູ້ຖືກປະ ຕິບັດຄໍາຕັດສິນຂອງສານພວມເຮັດວຽກຢູ່ເພື່ອຫັກເອົາເງິນຄ່າແຮງ ງານແລ້ວມອບເຂົ້າເປັນລາຍໄດ້ຂອງລັດ,ນອກຈາກນີ້ຜູ້ກ່ຽວຍັງຈະ ຕ້ອງໃຊ້ແທນຄ່າເສຍຫາຍທາງແພ່ງຕາມຄໍາຕັດສິນຂອງສານອີກ. ....ມາດຕາສາມສິບເກົ້າບຸລິມະສິດໃນການໃຊ້ແທນຄ່າເສຍຫາຍທາງແພ່ງ,ໂທດປັບໃໝ,ໂທດຮິບຊັບຫຼືຮິບວັດຖຸສິ່ງຂອງ

ມາດຕາສາມສິບເກົ້າບຸລິມະສິດໃນການໃຊ້ແທນຄ່າເສຍຫາຍທາງ ແພ່ງ,ໂທດປັບໃໝ,ໂທດຮິບຊັບຫຼືຮິບວັດຖຸສິ່ງຂອງ ໃນການປະຕິບັດຄໍາຕັດສິນຄະດີອາຍາກ່ຽວກັບການໃຊ້ແທນ ຄ່າເສຍຫາຍທາງແພ່ງ,ໂທດປັບໃໝ,ໂທດຮິບຊັບ,ໂທດຮິບວັດຖຸສິ່ງ ຂອງນັ້ນຖ້າຜູ້ຖືກປະຕິບັດຄໍາຕັດສິນຂອງສານຫາກບໍ່ສາມາດໃຊ້ແທນ ຄ່າເສຍຫາຍທາງແພ່ງ,ໂທດປັບໃໝ,ໂທດຮິບຊັບແລະໂທດຮິບວັດຖຸ ສິ່ງຂອງພ້ອມກັນໄດ້ນັ້ນແມ່ນໃຫ້ປະຕິບັດການໃຊ້ແທນຄ່າເສຍຫາຍ ທາງແພ່ງກ່ອນແລ້ວຈຶ່ງປະຕິບັດໂທດປັບໃໝ,ໂທດຮິບຊັບ,ໂທດຮິບວັດ ຖຸສິ່ງຂອງຕາມຫຼັງ. ....ມາດຕາສີ່ສິບການຈັດຕັ້ງປະຕິບັດຄໍາຕັດສິນຄະດີອາຍາກ່ຽວກັບໂທດຕັດອິດສະລະພາບ

ມາດຕາສີ່ສິບການຈັດຕັ້ງປະຕິບັດຄໍາຕັດສິນຄະດີອາຍາກ່ຽວກັບໂທດ ຕັດອິດສະລະພາບ ຫຼັກການ,ລະບຽບການ,ວິທີການແລະມາດຕະການໃນການຈັດ ຕັ້ງປະຕິບັດຄໍາຕັດສິນຄະດີອາຍາກ່ຽວກັບໂທດຕັດອິດສະລະພາບໄດ້ ກໍານົດໄວ້ໃນກົດໝາຍອື່ນຕ່າງຫາກ.

...ໝວດທີສີ່ການໂຈະ,ການປ່ຽນແປງ,ການຍົກເລີກແລະການລົບລ້າງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ


....ມາດຕາສີ່ສິບເອັດ(ໃໝ່)ສາເຫດທີ່ພາໃຫ້ໂຈະການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາສີ່ສິບເອັດ(ໃໝ່)ສາເຫດທີ່ພາໃຫ້ໂຈະການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານ ການດໍາເນີນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໂດຍ ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຈະຖືກໂຈະໄວ້ຊົ່ວ ຄາວໃນກໍລະນີໃດໜຶ່ງດັ່ງນີ້: ໜຶ່ງຜູ້ຖືກປະຕິບັດຄໍາຕັດສິນຂອງສານໄດ້ເປັນນຄົນບ້າເສຍ ຈິດຫຼືຕົກຢູ່ໃນສະພາບຈໍາເປັນເຊັ່ນ:ເຈັບປ່ວຍໜັກໂດຍມີການຢັ້ງຢືນ ຈາກຄະນະແພດຂັ້ນເມືອງຂຶ້ນໄປ; ສອງມີການຮື້ຟື້ນຄະດີຕາມກໍານົດເວລາທີ່ໄດ້ກໍານົດໄວ້ໃນ ກົດໝາຍໂດຍການສະເໜີໂຈະຂອງໄອຍະການປະຊາຊົນສູງສຸດ. ສາມຜູ້ຖືກປະຕິບັດຄໍາຕັດສິນຂອງສານໄດ້ອອກຈາກທ້ອງ ຖິ່ນສະຖານທີ່ຢູ່ອາໄສໄປກ່ອນແລ້ວໂດຍບໍ່ຮູ້ບ່ອນຢູ່ທີ່ແນ່ນອນຊຶ່ງມ ີການຢັ້ງຢືນຢ່າງຖືກຕ້ອງ. ສີ່ຜູ້ຖືກປະຕິບັດຄໍາຕັດສິນຂອງສານໄດ້ເສຍຊີວິດແຄ່ຜູ້ກ່ຽວ ຍັງມີຜູ້ສືບທອດຢູ່. ຫ້າມີການຈະເໜີໃຫ້ໂຈະຂອງໄອຍະການປະຊາຊົນຕາມທີ່ ໄດ້ກໍານົດໄວ້ໃນມາດຕາສີ່ສິບເກົ້າ(ໃໝ່)ຂໍ້ສີ່ຂອງກົດໝາຍສະບັບນີ້: ຫົກຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຊຶ່ງບໍ່ກົງກັບ ຕົວຈິງເຮັດໃຫ້ບໍ່ສາມາດຈັດຕັ້ງປະຕິບັດໄດ້.

ເມື່ອສາເຫດທີ່ພາໃຫ້ໂຈະການຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານທີ່ກ່າວມາຂ້າງເທິງນີ້ຫາກໝົດໄປແລ້ວແມ່ນໃຫ້ສືບຕໍ່ຈັດຕັ້ງປະ ຕິບັດ.

....ມາດຕາສີ່ສິບສອງສາເຫດທີ່ພາໃຫ້ມີການປ່ຽນແປງ,ຍົກເລີກຫຼືລົບລ້າງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາສີ່ສິບສອງສາເຫດທີ່ພາໃຫ້ມີການປ່ຽນແປງ,ຍົກເລີກຫຼືລົບ ລ້າງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ສາເຫດທີ່ພາໃຫ້ມີການປ່ຽນແປງ,ຍົກເລີກຫຼືລົບລ້າງການຈັດ ຕັ້ງປະຕິບັດຄໍາຕັດສິນຂອງສານມີດັ່ງນີ້: ໜຶ່ງປະຕິບັດບໍ່ຖືກຕ້ອງຕາມຄໍາຕັດສິນຂອງສານ. ສອງລະເມີດວິທີການຫຼືຂັ້ນຕອນການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຫຼືລະເມີດລະບຽບ ກົດໝາຍອື່ນ.

ໃນກໍລະນີທີ່ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຫາກຖືກ ປ່ຽນແປງ,ຍົກເລີກຫຼືລົບລ້າງແລ້ວສິ່ງທີ່ໄດ້ປະຕິບັດຕໍ່ກັນແລ້ວນັ້ນຕ້ອງ ໄດ້ສົ່ງຄືນ,ຟື້ນຟູ,ໃຊ້ແທນຫຼືແກ້ໄຂຄືນໃຫ້ຖືກຕ້ອງຕາມສະພາບຄວາມ ເປັນຈິງກ່ອນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ....ມາດຕາສີ່ສິບສາມ(ໃໝ່)ວິທີການໂຈະ,ການປ່ຽນແປງ,ການຍົກເລີກແລະການລົບລ້າງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາສີ່ສິບສາມ(ໃໝ່)ວິທີການໂຈະ,ການປ່ຽນແປງ,ການຍົກເລີກ ແລະການລົບລ້າງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ເມື່ອກະຊວງຍຸຕິທໍາຫຼືຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານໄດ້ຮັບຄໍາຮ້ອງກ່ຽວກັບການໂຈະ,ການປ່ຽນແປງ,ການ ຍົກເລີກຫຼືການລົບລ້າງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແລ້ວຕ້ອງໄດ້ພິຈາລະນາແລະຄົ້ນຄວ້າ;ຖ້າເຫັນວ່າມີເຫດຜົນຕາມ ທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບເອັດ(ໃໝ່)ແລະສີ່ສິບສອງຂອງ ກົດໝາຍສະບັບນີ້ກະຊວງຍຸຕິທໍາຫຼືຫ້ອງການຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານກໍ່ຕ້ອງອອກຄໍາສັ່ງໂຈະ,ປ່ຽນແປງ,ຍົກເລີກຫຼືລົບລ້າງ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານແລ້ວແຈ້ງໃຫ້ຂັ້ນລຸ່ມຂອງ ຕົນ,ໄອຍະການປະຊາຊົນແລະຄູ່ຄວາມຊາບພາຍໃນກໍານົດສາມສິບ ວັນນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ. ໃນກໍລະນີທີ່ເຫັນວ່າຄໍາຮ້ອງນັ້ນບໍ່ມີເຫດຜົນຕາມທີ່ໄດ້ກໍານົດ ໄວ້ໃນມາດຕາສີ່ສິບເອັດ(ໃໝ່)ແລະສີ່ສິບສອງຂອງກົດໝາຍ ສະບັບນີ້ແລ້ວກະຊວງຍຸຕິທໍາຫຼືຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານຕ້ອງແຈ້ງໃຫ້ຂັ້ນລຸ່ມຂອງຕົນ,ໄອຍະການປະຊາຊົນແລະ ຄູ່ຄວາມຊາບພາຍໃນກໍານົດສາມສິວັນເຊັ່ນດຽວກັນແລະໃຫ້ສືບຕໍ່ ຈັດຕັ້ງປະຕິບັດຄໍາຕັດສິນດັ່ງກ່າວ. ອົງການຈັດຕັ້ງຂອງພັກ,ຂອງລັດ,ແນວລາວສ້າງຊາດ,ອົງ ການຈັດຕັ້ງມະຫາຊົນຫຼືບຸກຄົນນັ້ນບໍ່ມີສິດສັ່ງໃຫ້ປ່ຽນແປງ,ໂຈະ,ຍົກ ເລີກ,ລົບລ້າງຫຼືຂັດຂວາງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.

....ມາດຕາສີ່ສິບສີ່ການຮັກສາສໍານວນຄະດີ

ມາດຕາສີ່ສິບສີ່ການຮັກສາສໍານວນຄະດີ ສໍານວນຄະດີທີ່ໄດ້ຈັດຕັ້ງປະຕິບັດຄໍາຕັດສິນຂອງສານສິ້ນສຸດ ແລ້ວໃຫ້ຮັກສາໄວ້ຊາວປີນັບແຕ່ວັນອອກຄໍາສັ່ງປິດສໍານວນຄະດີເປັນ ຕົ້ນໄປ,ຫຼັງຈາກນັ້ນຈຶ່ງທໍາລາຍຖິ້ມ. ..ພາກທີສີ່ການກວດກາການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ


...ໝວດທີໜຶ່ງອົງການກວດກາພາຍໃນ


....ມາດຕາສີ່ສິບຫ້າ(ໃໝ່)ອົງການກວດກາພາຍໃນ

ມາດຕາສີ່ສິບຫ້າ(ໃໝ່)ອົງການກວດກາພາຍໃນ ອົງການກວດກາພາຍໃນມີດັ່ງນີ້: -ກະຊວງຍຸຕິທໍາ. -ພະແນກຍຸດຕິທໍາແຂວງ,ນະຄອນ. -ຫ້ອງການການຍຸຕິທໍາເມືອງ,ເທດສະບານ. ....ມາດຕາສີ່ສິບຫົກ(ໃໝ່)ສິດແລະໜ້ທີ່ຂອງອົງການກວດກາພາຍໃນ

ມາດຕາສີ່ສິບຫົກ(ໃໝ່)ສິດແລະໜ້ທີ່ຂອງອົງການກວດກາພາຍໃນ ສິດແລະໜ້າທີ່ຕົ້ນຕໍຂອງອົງການກວດກາພາຍໃນມີດັ່ງນນີ້: ໜຶ່ງກວດກາການຈັດຕັ້ງແລະການເຄື່ອນໄຫວປະຕິບັດໜ້າທີ່ ວຽກງານຂອງພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ສອງກວດກາຄວາມຮັບຜິດຊອບ,ການປະພຶດແລະແບບແຜນ ວິທີເຮັດວຽກຂອງພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ສາມກວດກາການຄຸ້ມຄອງແລະການນໍາໃຊ້ລາຍຮັບລາຍຈ່າຍ ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ...ໝວດທີສອງອົງການກວດກາພາຍນອກ


....ມາດຕາສີ່ສິບເຈັດ(ໃໝ່)ອົງການກວດກາພາຍນອກ

ມາດຕາສີ່ສິບເຈັດ(ໃໝ່)ອົງການກວດກາພາຍນອກ ອົງການກວດກາພາຍນອກມີດັ່ງນີ້: -ສະພາແຫ່ງຊາດດ້ວຍກການເຂົ້າຮ່ວມຂອງປະຊາຊົນ. -ອົງການໄອຍະການປະຊາຊົນ. ....ມາດຕາສີ່ສິບແປດ(ໃໝ່)ສິດແລະໜ້າທີ່ຂອງສະພາແຫ່ງຊາດໃນການກວດກາ

ມາດຕາສີ່ສິບແປດ(ໃໝ່)ສິດແລະໜ້າທີ່ຂອງສະພາແຫ່ງຊາດໃນການ ກວດກາ ສະພາແຫ່ງຊາດດໍາເນີນການກວດກາການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຕິດ ຕາມກວດກາຂອງສະພາແຫ່ງຊາດ.

....ມາດຕາສີ່ສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນໃນການກວດກາ

ມາດຕາສີ່ສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງອົງການໄອຍະການປະ ຊາຊົນໃນການກວດກາ ໃນການຕິດຕາມການຈັດຕັ້ງປະຕິບັດຄໍາຕັດສິນຂອງສານອົງ ການໄອຍະການປະຊາຊົນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງສະເໜີໃຫ້ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຂັ້ນ ຂອງຕົນລາຍງານສະພາບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ສອງສະເໜີໃຫ້ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຂັ້ນຕົ້ນຂອງຕົນຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດ ຂາດຊຶ່ງແກ່ຍາວຫຼືຄ້າງຄາໃນການຈັດຕັ້ງປະຕິບັດເພື່ອໃຫ້ຈັດຕັ້ງ ປະຕິບັດແລະປະສານສົມທົບກັນໃນການແກ້ໄຂ; ສາມກວດກາຄວາມຖືກຕ້ອງຂອງການຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານເປັນຕົ້ນການປະຕິບັດກົດໝາຍ,ການຊໍາລະທາງແພ່ງ, ການເກັບແລະມອບຄ່າທໍານຽມສານ,ຄ່າອາກອນແລະຄ່າປັບໃໝ ເຂົ້າງົບປະມານ,ການຮິບຊັບເຂົ້າເປັນຂອງລັດ; ສີ່ສະເໜີໃຫ້ກະຊວງຍຸດຕິທໍາຫຼືຫ້ອງການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານໂຈະ,ປ່ຽນແປງ,ຍົກເລີກຫຼືລົບລ້າງການຈັດຕັ້ງປະ ຕິບັດຄໍາຕັດສິນຂອງສານຕາມທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບສາມ (ໃໝ່)ຂອງກົດໝາຍສະບັບນີ້. ຫ້າສັ່ງຟ້ອງຜູ້ບໍ່ປະຕິບັດຕາມຄໍາຕັດສິນຂອງສານແລະຜູ້ລະ ເມີດກົດໝາຍອື່ນກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໃຫ້ສານປະຊາຊົນພິຈາລະນາຕັດສິນຕາມມາດຕາໜຶ່ງຮ້ອຍເຈັດສິບ ສາມແລະມາດຕາອື່ນຂອງກົດໝາຍອາຍາເມື່ອອົງການຈັດຕັ້ງປະ ຕິບັດຄໍາຕັດສິນຂອງສານໄດ້ລາຍງານໃຫ້ອົງການໄອຍະການປະ ຊາຊົນແລ້ວ.

..ພາກທີຫ້າ(ໃໝ່)ຂໍ້ຫ້າມ


...ມາດຕາຫ້າສິບ(ໃໝ່)ຂໍ້ຫ້າມສໍາລັບພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ມາດຕາຫ້າສິບ(ໃໝ່)ຂໍ້ຫ້າມສໍາລັບພະນັກງານຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານ ຫ້າມພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານກະທໍາດັ່ງ ນີ້: ໜຶ່ງກົດໜ່ວງຖ່ວງດຶງ,ເຂົ້າຂ້າງອອກຂາ,ເລືອກຈັດຕັ້ງປະຕິ ບັດຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານທີ່ໃຊ້ໄດ້ ຢ່າງເດັດຂາດ. ສອງເມີນເສີຍ,ລະເຫຼີງແລະຂາດຄວາມຮັບຜິດຊອບໃນການປະ ຕິບັດໜ້າທີ່ວຽກງານ; ສາມໃຊ້ທ່າທີບໍ່ເໝາະສົມໃນການຈັດຕັ້ງປະຕິບັດໜ້າທີ່ວຽກ ງານ. ສີ່ສວຍໃຊ້ອໍານາດ,ຕໍາແໜ່ງ,ໜ້າທີ່ເພື່ອຫາຜົນປະໂຫຍດສ່ວນ ຕົວ. ຫ້າຮັບສິນບົນ. ...ມາດຕາຫາສິບເອັດ(ໃໝ່)ຂໍ້ຫ້າມສໍາລັບຄູ່ຄວາມ

ມາດຕາຫາສິບເອັດ(ໃໝ່)ຂໍ້ຫ້າມສໍາລັບຄູ່ຄວາມ ຫ້າມຄູ່ຄວາມກະທໍາດັ່ງນີ້: ໜຶ່ງຫຼົບຫຼີກການປະຕິບັດຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາ ພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ; ສອງຊຸກເຊື່ອງ,ມອບໂອນຊັບສິນເພື່ອຫຼີກລ້ຽງການປະຕິບັດຄໍາ ຕັດສິນຂອງສານ. ສາມແອບອ້າງບຸກຄົນທີ່ມີສິດອໍານາດເພື່ອຂົ່ມຂູ່,ຖ່ວງດຶງແກ່ ຍາວເວລາໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ສີ່ໃຫ້ສິນບົນແກ່ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ຫ້າຂົ່ມຂູ່,ຂັດຂວາງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ຫົກງັດແງະ,ມ້າງເພແລະທໍາລາຍຊັບສິນທີ່ຖືກອາຍັດຫຼືຍຶດ. ເຈັດທໍາຮ້າຍ,ໃສ່ຮ້າຍປ້າຍສີພະນັກງານຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານ. ...ມາດຕາຫ້າສິບສອງ(ໃໝ່)ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາຫ້າສິບສອງ(ໃໝ່)ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນກະທໍາດັ່ງນີ້: ໜຶ່ງຍຸຍົງຄູ່ຄວາມບໍ່ໃຫ້ຈັດຕັ້ງປະຕິບັດຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດ ສິນແລະຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ. ສອງຂັດຂວາງໃນການຈັດຕັ້ງປະຕິບັດຄໍາສັ່ງ,ຄໍາຊີ້ຂາດ,ຄໍາ ຕັດສິນແລະຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ. ສາມເປັນສື່ກາງໃນການໃຫ້ແລະຮັບສິນບົນແກ່ພະນັກງານຈັດ ຕັ້ງປະຕິບັດຄໍາຕັດສິນຂອງສານ. ສີ່ຮັບໂອນຊັບສິນທີ່ຕົນຮູ້ຫຼືຄວນຮູ້ວ່າຊັບສິນດັ່ງກ່າວຈະນໍາໃຊ້ ເຂົ້າໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ..ພາກທີຫົກນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາຫ້າສິບສາມ(ໃໝ່)ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາຫ້າສິບສາມ(ໃໝ່)ນະໂຍບາຍຕໍ່ຜູ້ມີຜົນງານ ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ມີຜົນງານດີ ເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ລວມທັງບຸກຄົນແລະອົງ ການຈັດຕັ້ງອື່ນທີ່ໄດ້ໃຫ້ການຮ່ວມມືແລະປະກອບສ່ວນເຂົ້າໃນວຽກ ງານການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຈະໄດ້ຮັບການຍ້ອງຍໍຫຼື ນະໂຍບາຍອື່ນຕາມລະບຽບການ.

...ມາດຕາຫ້າສິບສີ່(ໃໝ່)ມາດຕະການຕໍ່ຜູ້ລະເມີດ

ມາດຕາຫ້າສິບສີ່(ໃໝ່)ມາດຕະການຕໍ່ຜູ້ລະເມີດ ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ,ຄູ່ຄວາມ,ບຸກ ຄົນຫຼືການຈັດຕັ້ງອື່ນທີ່ໄດ້ລະເມີດຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນມາດ ຕາຫ້າສິບ(ໃໝ່),ຫ້າສິບເອັດ(ໃໝ່)ແລະຫ້າສິບສອງ(ໃໝ່)ຂອງກົດ ໝາຍສະບັບນີ້ຈະຖືກສຶກສາອົບຮົມ,ປະຕິບັດວິໄນ,ມາດຕະການທາງ ແພ່ງແລະມາດຕະການທາງອາຍາຕາມກໍລະນີເບົາຫຼືໜັກ.

...ມາດຕາຫ້າສິບຫ້າ(ໃໝ່)ມາດຕະການສຶກສາອົບຮົມ

ມາດຕາຫ້າສິບຫ້າ(ໃໝ່)ມາດຕະການສຶກສາອົບຮົມ ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ,ຄູ່ຄວາມ,ບຸກ ຄົນຫຼືການຈັດຕັ້ງອື່ນທີ່ລະເມີດກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານຊຶ່ງມີລັກສະນະເບົາຈະຖືກຕັກເຕືອນແລະສຶກສາອົບ ຮົມ. ...ມາດຕາຫ້າສິບຫົກ(ໃໝ່)ມາດຕະການທາງວິໄນ

ມາດຕາຫ້າສິບຫົກ(ໃໝ່)ມາດຕະການທາງວິໄນ ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ລະເມີດກົດ ໝາຍວ່າດ້າຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຊຶ່ງບໍ່ເປັນການ ກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າຫ້າ ແສນກີບແຕ່ບໍ່ມີຄວາມຈິງໃຈ,ຫຼົບຫຼີກຈາກຄວາມຜິດຂອງຕົນຈະຖືກປະ ຕິບັດວິໄນຕາມແຕ່ລະກໍລະນີດັ່ງນີ້: ໜຶ່ງຕິຕຽນ,ກ່າວເຕືອນຄວາມຜິດໂດຍບັນທຶກໄວ້ໃນສໍານວນ ເອກະສານ,ຊີວະປະຫວັດຂອງຜູ້ກ່ຽວ. ສອງໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນ,ການຍ້ອງຍໍ. ສາມປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າ ກວ່າເກົ້າ. ສີ່ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ຜູ້ຖືກປະຕິບັດວິໄນຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງ ນັ້ນຄືນຢ່າງຄົບຖ້ວນ. ...ມາດຕາຫ້າສິບເຈັດ(ໃໝ່)ມາດຕະການທາງແພ່ງ

ມາດຕາຫ້າສິບເຈັດ(ໃໝ່)ມາດຕະການທາງແພ່ງ ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ,ຄູ່ຄວາມ,ບຸກ ຄົນຫຼືການຈັດຕັ້ງອື່ນທີ່ລະເມີດກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນເນື່ອງມາຈາກ ການກະທໍາທີ່ບໍ່ຖືກຕ້ອງຂອງຕົນກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານຈະຕ້ອງໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາຫ້າສິບແປດ(ໃໝ່)ມາດຕະການທາງອາຍາ

ມາດຕາຫ້າສິບແປດ(ໃໝ່)ມາດຕະການທາງອາຍາ ພະນັງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ,ຄູ່ຄວາມ,ບຸກຄົນ ອື່ນທີ່ລະເມີດກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ເປັນການກະທໍາຜິດທາງອາຍາເປັນຕົ້ນ:ການສວຍໃຊ້ອໍານາດ,ການ ຮັບສິນບົນແລະການໃຫ້ສິນບົນ,ການຂັດຂວາງການປະຕິບັດວຽກງານ ຂອງເຈົ້າໜ້າທີ່ແລະການບໍ່ປະຕິບັດຄໍາຕັດສິນຫຼືຄໍາສັ່ງຂອງສານຈະຖືກ ລົງໂທດທາງອາຍາຕາມມາດຕາໜຶ່ງຮ້ອຍຫ້າສິບສາມ,ໜຶ່ງຮ້ອຍຫ້າ ສິບເຈັດ,ໜຶ່ງຮ້ອຍຫ້າສິບແປດ,ໜຶ່ງຮ້ອຍເຈັດສິບສາມແລະມາດຕາອື່ນ ທີ່ກ່ຽວຂ້ອງຂອງກົດໝາຍອາຍາ. ..ພາກທີເຈັດງົບປະມານ,ເຄື່ອງແບບ,ເຄື່ອງໝາຍແລະຕາປະທັບ


...ມາດຕາຫ້າສິບເກົ້າ(ໃໝ່)ງົບປະມານ

ມາດຕາຫ້າສິບເກົ້າ(ໃໝ່)ງົບປະມານ ອົງການຄຸ້ມຄອງແລະອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານແມ່ນນໍາໃຊ້ງົບປະມານຂອງລັດ,ເພື່ອຮັບປະກັນໃຫ້ແກ່ການປະຕິ ບັດໜ້າທີ່ວຽກງານຂອງອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ລັດຕ້ອງສະໜອງງົບປະມານຢ່າງສົມເຫດສົມຜົນ.

...ມາດຕາຫົກສິບ(ໃໝ່)ການຄຸ້ມຄອງແລະນໍາໃຊ້ງົບປະມານ

ມາດຕາຫົກສິບ(ໃໝ່)ການຄຸ້ມຄອງແລະນໍາໃຊ້ງົບປະມານ ງົບປະມານຂອງອົງການຄຸ້ມຄອງແລະອົງການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານແມ່ນນໍາໃຊ້ເຂົ້າໃນການເຄື່ອນໄຫວຊີ້ນໍາ,ຊຸກຍູ້, ກວດກາແລະຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ການຄຸ້ມຄອງແລະນໍາໃຊ້ງົບປະມານຕ້ອງໃຫ້ສອດຄ່ອງກັບລະ ບຽບກົດໝາຍກ່ຽວກັບງົບປະມານແຫ່ງລັດ.

...ມາດຕາຫົກສິບເອັດເຄື່ອງແບບແລະເຄື່ອງໝາຍ

ມາດຕາຫົກສິບເອັດເຄື່ອງແບບແລະເຄື່ອງໝາຍ ເຄື່ອງແບບແລະເຄື່ອງໝາຍຂອງພະນັກງານຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານແມ່ນລັດຖະມົນຕີວ່າການກະຊວງຍຸຕິທໍາເປັນຜູ້ ສະເໜີຕໍ່ລັດຖະບານເພື່ອພິຈາລະນາຕົກລົງ.

...ມາດຕາຫົກສິບສອງຕາປະທັບ

ມາດຕາຫົກສິບສອງຕາປະທັບ ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານມີຕາປະທັບເພື່ອ ນໍາໃຊ້ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນ. ຕາປະທັບຂອງຫ້ອງການແລະໜ່ວຍງານຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານໄດ້ກໍານົດໄວ້ໃນລະບຽບການສະເພາະ.

..ພາກທີແປດບົດບັນຍັດສຸດທ້າຍ


...ມາດຕາຫົກສິບສາມການຈັດຕັ້ງປະຕິບັດ

ມາດຕາຫົກສິບສາມການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້. ...ມາດຕາຫົກສິບສີ່(ໃໝ່)ຜົນສັກສິດ

ມາດຕາຫົກສິບສີ່(ໃໝ່)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ບັນດາມາດຕາທີ່ໄດ້ປັບປຸງໃນກົດໝາຍສະບັບນີ້ມີຜົນສັກສິດ ພາຍຫຼັງສາມສິບວັນນັບແຕ່ວັນປະທານປະເທດແຫ່ງສປປລາວອອກ ລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ.