ກົດໝາຍວ່າດ້ວຍການຈະລາຈອນທາງບົກ 08-04-2000

From Wikisource
Jump to navigation Jump to search

.ການຈະລາຈອນທາງບົກ 08-04-2000


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍການຈະລາຈອນທາງບົກ.

ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍການຈະລາຈອນທາງບົກ. ກົດໝາຍວ່າດ້ວຍການຈະລາຈອນທາງບົກມີໜ້າທີ່ກໍານົດຫຼັກ ການ,ລະບຽບການແລະມາດຕະການກ່ຽວກັບການຈັດຕັ້ງ,ການ ເຄື່ອນໄຫວ,ການຄຸ້ມຄອງການຈະລາຈອນທາງບົກເພື່ອອໍານວຍຄວບ ຄຸມການເຄື່ອນໄຫວໄປ-ມາຂອງຄົນແລະການນໍາໃຊ້ຍານພາຫະນະ ຊະນິດຕ່າງໆຕາມເສັ້ນທາງຄົມມະນາຄົມຂົນສົ່ງທາງບົກໃຫ້ມີຄວາມ ສະດວກ,ມີຄວາມປອດໄພແລະມີຄວາມເປັນລະບຽບຮຽບຮ້ອຍປະ ກອບສ່ວນເຂົ້າໃນການປົກປັກຮັກສາ,ບູລະນະເສັ້ນທາງ,ສິ່ງແວດ ລ້ອມຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະໃນ ການຕິດຕໍ່ກັບສາກົນ.

...ມາດຕາສອງ:ນິຍາມຄໍາສັບ

ມາດຕາສອງ:ນິຍາມຄໍາສັບ ໜຶ່ງ:ການຈະລາຈອນທາງບົກແມ່ນການສັນຈອນໄປ-ມາຂອງ ຄົນຫຼືການນໍາໃຊ້ຍານພາຫະນະຊະນິດຕ່າງໆຕາມເສັ້ນທາງຄົມມະນາ ຄົມຂົນສົ່ງທາງບົກຢູ່ພາຍໃນປະເທດ. ສອງ:ກົດລະບຽບການຈະລາຈອນແມ່ນລະບຽບການລະອຽດ ທີ່ບັງຄັບໃຫ້ຜູ້ສັນຈອນໄປ-ມາຕາມເສັ້ນທາງປະຕິບັດຢ່າງເຂັ້ມງວດ. ສາມ:ລະບົບສັນຍານການຈະລາຈອນແມ່ນປ້າຍການຈະລາ ຈອນ,ການສັນຍານຈະລະຈອນ,ເຄື່ອງໝາຍການຈະລາຈອນ. -ປ້າຍການຈະລາຈອນແມ່ນເຄື່ອງໝາຍຊີ້ບອກການປະຕິ ບັດລະບຽບການຈະລາຈອນຕາມເສັ່ນທາງ. -ການສັນຍານຈະລາຈອນແມ່ນການຊີ້ບອກລະບຽບການ ຈະລາຈອນຕາມເສັ້ນທາງດ້ວຍແສງ,ສີ,ສຽງ,ຄົນຫຼືຫຸ່ນຈໍາລອງ. -ເຄື່ອງໝາຍການຈະລາຈອນແມ່ນເຄື່ອງໝາຍຕ່າງໆ ທີ່ຕິດຕັ້ງ,ຂີດ,ຂຽນ,ແຕ້ມໄວ້ຕາມນ້າທາງ,ບ່າທາງ,ແຄມທາງ,ເທິງ ທາງ,ເພື່ອເຕືອນແລະອໍານວຍຄວາມສະດວກໃຫ້ແກ່ການຈະລາ ຈອນ. ...ມາດຕາສາມ:ການສົ່ງເສີມການພັດທະນາລະບົບການຈະລາຈອນທາງບົກ.

ມາດຕາສາມ:ການສົ່ງເສີມການພັດທະນາລະບົບການຈະລາ ຈອນທາງບົກ. ລັດສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດທັງພາຍໃນແລະຕ່າງ ປະເທດປະກອບສ່ວນໃນການພັດທະນາ,ການກໍ່ສ້າງ,ການບູລະນະ, ການຕິດຕັ້ງແລະການປົກປັກຮັກສາລະບົບການຈະລາຈອນທາງບົກ ດ້ວຍນະໂຍບາຍທີ່ເໝາະສົມ.

...ມາດຕາສີ່:ພັນທະຂອງຜູ້ສັນຈອນ

ມາດຕາສີ່:ພັນທະຂອງຜູ້ສັນຈອນ ພັນລະເມືອງລາວ,ຄົນຕ່າງດ້າວ,ຄົນບໍມີສັນຊາດແລະຄົນ ຕ່າງປະເທດທຸກຄົນທີ່ສັນຈອນໄປມາຕາມເສັ້ນທາງຢູ່ໃນດິນແດນ ສປປລາວຕ້ອງເຄົາລົບແລະປະຕິບັດຕາມກົດໝາຍວ່າດ້ວຍການ ຈະລາຈອນທາງບົກ,ກົດລະບຽບການຈະລາຈອນຢ່າງເຂັ້ມງວດ ແລະມີພັນທະປະກອບສ່ວນໃນການປົກປັກຮັກສາບູລະນະເສັ້ນທາງ. ..ໝວດທີ2ລະບຽບການຈະລາຈອນຕາມເສັ້ນທາງ


...ມາດຕາຫ້າ:ລະບຽບການທົ່ວໄປ.

ມາດຕາຫ້າ:ລະບຽບການທົ່ວໄປ. ການຈະລາຈອນຕາມເສັ້ນທາງໃນສປປລາວແມ່ນໃຫ້ໃຊ້ກໍາ ຂວາ.ຜູ້ນໍາໃຊ້ເສັ້ນທາງຕ້ອງປະຕິບັດຕາມກົດໝາຍວ່າດ້ວຍການຈະ ລາຈອນທາງບົກແລະກົດລະບຽບການຈະລາຈອນຢ່າງເຂັ້ມງວດ. ຫ້າມບຸກຄົນຫຼືການຈັດຕັ້ງສ້າງສິ່ງກີດຂວາງຫຼືສິ່ງທີ່ອາດຈະພາໃຫ້ ເກີດອຸປະຕິເຫດ,ທໍາລາຍຊັບສົມບັດສາທາລະນະຫຼືລະບົບສັນຍານ ການຈະລາຈອນຕ່າງໆຕາມເສັ້ນທາງ. ລະບຽບການຈະລາຈອນຕາມເສັ້ນທາງຕ້ອງໄດ້ຈັດເຂົ້າໃນ ຫຼັກສູດການຮຽນ-ການສອນໃນແຕ່ລະຊັ້ນຮຽນຕາມຄວາມເໝາະ ສົມ. ...ມາດຕາຫົກ:ເຈົ້າໜ້າທີ່ຄວບຄຸມການຈະລາຈອນ.

ມາດຕາຫົກ:ເຈົ້າໜ້າທີ່ຄວບຄຸມການຈະລາຈອນ. ເຈົ້າໜ້າທີ່ຄວບຄຸມການຈະລາຈອນຕາມເສັ້ນທາງປະກອບ ດ້ວຍ: ໜຶ່ງ:ຕໍາຫຼວດທາງຫຼວງຊຶ່ງມີໜ້າທີ່ກວດກາການຂົນສົ່ງທາງ ບົກຕາມເສັ້ນທາງຫຼວງ. ສອງ:ຕໍ່ຫຼວດຈະລາຈອນຊຶ່ງມີໜ້າທີ່ອໍານວຍຄວາມສະດວກ ແລະຄວບຄຸມການຈະລາຈອນຢູ່ໃນຕົວເມືອງຫຼືເທດສະບານ. ສາມ:ຜູ້ທີ່ຖືກມອບໝາຍຈາກທາງການ. ໃນເວລາປະຕິບັດໜ້າທີ່ເຈົ້າໜ້າທີ່ຄວບຄຸມການຈະລາຈອນ ຕ້ອງນຸ່ງເຄື່ອງແບບ,ຕິດເຄື່ອງໝາຍ,ປະຈໍາການຢູ່ບ່ອນທີ່ແນມເຫັນ ງ່າຍແລະມີທ່າທີສຸພາບ. ໃນກໍລະນີຢູ່ຕອນທາງໃດໜຶ່ງຫາກມີການສັນຈອນສັບສົນ,ມີ ສິ່ງກີດຂວາງ,ມີອຸປະຕິເຫດຫຼືມີການສັນຈອນພິເສດເຈົ້າໜ້າທີ່ຄວບ ຄຸມການຈະລາຈອນຕ້ອງແກ້ໄຂຢ່າງທັນການ.ການຊີ້ບອກ,ການ ເຕືອນແລະການແນະນໍາຂອງເຈົ້າໜ້າທີ່ຄວບຄຸມການຈະລາຈອນມີ ອໍານາດສູງກວ່າປ້າຍແລະເຄື່ອງໝາຍການຈະລາຈອນທີ່ຕິດຕັ້ງຢູ່ ໃນບໍລິເວນນັ້ນຜູ້ສັນຈອນໄປ-ມາຕາມເສັ້ນທາງຕ້ອງປະຕິບັດຕາມ ການຊີ້ບອກ,ການເຕືອນແລະການແນະນໍາຂອງເຈົ້າໜ້າທີ່ຄວບຄຸມ ການຈະລາຈອນ. ...ມາດຕາເຈັດ:ຍານພາຫະນະທີ່ແລ່ນດ້ວຍເຄື່ອງຈັກ.

ມາດຕາເຈັດ:ຍານພາຫະນະທີ່ແລ່ນດ້ວຍເຄື່ອງຈັກ. ຍານພາຫະນະທຸກປະເພດທີ່ແລ່ນດ້ວຍເຄື່ອງຈັກຕ້ອງມີ ໂຄງປະກອບສ້າງຖືກຕ້ອງຕາມມາດຕະຖານເຕັກນິກຂອງໂຮງ ງານທີ່ຜະລິດແລະລະບຽບການທີ່ກະຊວງຄົມມະນາຄົມຂົນສົ່ງ ໄປສະນີແລະກໍ່ສ້າງໄດ້ກໍານົດໄວ້ເຊັ່ນ: -ມີອຸປະກອນປ້ອງກັນຄວາມປອດໄພ. -ມີຫ້າມລໍ້. -ມີໄຟເຍືອງໜ້າແລະຫຼັງ. -ມີໄຟສັນຍານຄົບຊຸດ. -ມີແວ່ນສ່ອງຫຼັງ. -ມີແກທີ່ດັງບໍ່ເກີນມາດຕະຖານ. -ມີທໍາອາຍເສຍທີ່ຮັບປະກັນບໍ່ປ່ອຍສຽງດັງຫຼືຄວັນດໍາເກີນມາດຕະ ຖານຊຶ່ງຈະສ້າງມົນລະພິດຕໍ່ສິ່ງແວດລ້ອມ. ຍານພາຫະນະທຸກປະເພດທີ່ຂັບເຄື່ອນໄປມາຕາມເສັ້ນທາງ ຕ້ອງມີປ້າຍທະບຽນ,ມີເອກະສານຄົບຖ້ວນຕິດໄປນໍາແລະຕ້ອງມີ ປະກັນໄພຕາມມາດຕາສິບເຈັດຂອງກົດໝາຍວ່າດ້ວຍການຂົນສົ່ງ ທາງບົກ. ສໍາລັບລົດໄຖນາເດີນຕາມທີ່ແກ່ລ້ໍ,ລົດຕັອກໆ,ລົດພ່ວງຕ້ອງ ມີໄຟໜ້າ,ໄຟທ້າຍແລະຕິດແຜນສະທ້ອນແສງໃສ່ທາງດ້ານໜ້າ ແລະດ້ານຫຼັງຕາມລະບຽບການທີ່ກະຊວງຄົມມະນາຄົມຂົນສົ່ງໄປ ສະນີແລະກໍ່ສ້າງວາງອອກ.

ຄໍາຄົ້ນຫາ: ລົດຕ້ອງມີປະກັນໄພ ...ມາດຕາແປດ:ຍານພາຫະນະທີ່ບໍ່ແລ່ນດ້ວຍເຄື່ອງຈັກ

ມາດຕາແປດ:ຍານພາຫະນະທີ່ບໍ່ແລ່ນດ້ວຍເຄື່ອງຈັກ ຍານພາຫະນະທີ່ບໍ່ແລ່ນດ້ວຍເຄື່ອງຈັກທຸກຊະນິດເຊັ່ນ:ລົດຖີບ,ກວຽນ,ລໍ້ແລະອື່ນໆທີ່ລາກແກ່,ຊຸກ,ຍູ້ດ້ວຍຄົນຫຼືສັດໃນເວລາເຄື່ອນ ໄຫວຕາມເສັ້ນທາງຕ້ອງປະຕິບັດຕາມກົດລະບຽບການຈະລາຈອນ ຢ່າງເຂັ້າງວດເຊັ່ນດຽວກັນ.ສໍາລັບລົດຖີບສອງລໍ້ຫຼືສາມລໍ້ຕ້ອງມີຫ້າມ ລໍ້,ໄຟຕານ້າ,ໄຟທ້າຍແລະຕ້ອງຕິດແຜ່ນສະທ້ອນແສງໃສ່ທາງໜ້າ, ທາງຫຼັງແລະທາງຂ້າງ.

...ມາດຕາເກົ້າ:ສັດລ້ຽງ

ມາດຕາເກົ້າ:ສັດລ້ຽງ ຫ້າມລ້ຽງສັດຫຼືປ່ອຍສັດທຸກຊະນິດຕາມເສັ້ນທາງ.ການເຄື່ອນຍ້າຍສັດຕາມເສັ້ນທາງຈະຕ້ອງມີຜູ້ຄວບຄຸມແລະປະຕິບັດຕາມກົດລະບຽບການຈະລາຈອນ. ໃນກໍລະນີເກີດອຸບັດຍ້ອນສັດລ້ຽງເຈັ້າຂອງຫຼືຜູ້ຄອບຄອງສັດຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ສັດລ້ຽງຂອງຕົນໄດ້ກໍ່ຂຶ້ນຍ້ອນຄວາມຜິດຂອງເຈົ້າຂອງຫຼືຜູ້ຄອບຄອງສັດນັ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບສອງຂອງກົດໝາຍວ່າດ້ວຍຂໍ້ຜູກພັນນອກສັນຍາ.

ຄໍາຄົ້ນຫາ:ລົດຕໍາສັດ,ເກີດອຸບັດເຫດເພາະສັດ,ເຈົ້າຂອງສັດຕ້ອງຮັບຜິດຊອບ.

..ໝວດທີ3ຜູ້ຂັບຂີ່ຍານພາຫະນະ


...ມາດຕາສິບ:ອາຍຸຂອງຜູ້ຂັບຂີ່ລົດ.

ມາດຕາສິບ:ອາຍຸຂອງຜູ້ຂັບຂີ່ລົດ. -ຜູ້ຂັບຂີ່ລົດຖີບຕ້ອງມີອາຍຸບໍ່ຕໍ່າກວ່າສິບສອງປີ. -ຜູ້ຂັບຂີ່ລົດຈັກຕ້ອງມີອາຍຸແຕ່ສິບຫ້າປີຂຶ້ນໄປ.ສໍາລັບຜູ້ທີ່ມີ ອາຍຸແຕ່ສິບຫ້າປີຂຶ້ນໄປແຕ່ບໍ່ເຖິງສິບແປດປີອະນຸຍາດໃຫ້ຂັບຂີ່ໄດ້ ສະເພາະລົດຈັກຂະໜາດຮ້ອຍສິບເຊເຊລົງມາ. -ຜູ້ຂັບຂີ່ລົດສາມລໍ້,ລົດໄຖນາເດີນຕາມ,ລົດຕັອກໆລະລົດສີ່ລໍ້ ຂຶ້ນໄປທີ່ແລ່ນດ້ວຍເຄື່ອງຈັກຕ້ອງມີອາຍຸແຕ່ສິບແປດປີຂຶ້ນໄປ. -ຜູ້ຂັບຂີ່ລົດຂົນສົ່ງໂດຍສານຕ້ອງມີອາຍຸແຕ່ຊາວຫ້າປີຂຶ້ນໄປ.

...ມາດຕາສິບເອັດ:ໃບຂັບຂີ່

ມາດຕາສິບເອັດ:ໃບຂັບຂີ່ ຜູ້ຂັບຂີ່ຍານພາຫະນະທີ່ແລ່ນດ້ວຍເຄື່ອງຈັກຕ້ອງມີໃບຂັບຂີ່. ການສອບເສັງແລະການອອກໃບຂັບຂີ່ນັ້ນຕ້ອງປະຕິບັດຢ່າງ ເຂັ້ມງວດຕາມລະບຽບການທີ່ກະຊວງຄົມມະນາຄົມຂົນສົ່ງໄປສະນີ ແລະກໍ່ສ້າງວາງອອກ. ຜູ້ທີ່ຈະໄດ້ໃບຂັບຂີ່ນັ້ນຕ້ອງໄດ້ຜ່ານການສອບເສັງຕາມຫຼັກ ສູດການຮຽນການສອນຂັບລົດຢ່າງຄົບຖ້ວນ. ໃບຂັບຂີ່ມີອາຍຸຫ້າປີແລະສາມາດຕໍ່ໄດ້ພາຍຫຼັງໝົດອາຍຸແຕ່ ລັຄັ້ງ.ຜູ້ສະເໜີຂໍຕໍ່ໃບຂັບຂີ່ຕ້ອງມີສຸຂະພາບສົມບູນໂດຍມີໃບຢັ້ງຢືນສຸ ຂະພາບຈາກແພດຢ່າງຖືກຕ້ອງ. ຜູ້ຂັບຂີ່ຕ່າງປະເທດທີ່ປະຈໍາການຢູ່ສປປລາວລວມທັງນັກການ ທູດ,ນັກຊ່ຽວຊານ,ພະນັກງານຂອງອົງການຈັດຕັ້ງສາກົນຕ້ອງໃຊ້ໃບ ຂັບຂີ່ຂອງສປປລາວ.ໃບຂັບຂີ່ທີ່ອອກໂດຍປະເທດອື່ນສາມາດປ່ຽນ ເອົາໃບຂັບຂີ່ຂອງສປປລາວໄດ້.ສໍາລັບຜູ້ຂັບຂີ່ຕ່າງປະເທດທີ່ເປັນພົນ ລະເມືອງຂອງບັນດາປະເພດພາຄີຂອງສົນທິສັນຍາຫຼືສັນຍາສາກົນ ກ່ຽວກັບການຮັບຮູ້ໃບຂັບຂີ່ເຊິ່ງກັນແລະກັນທີ່ສປປລາວໄດ້ເຂົ້າຮ່ວມ ນັ້ນສາມາດນໍາໃຊ້ໃບຂັບຂີ່ຂອງຕົນໂດຍບໍ່ຕ້ອງປ່ຽນເປັນໃບຂັບຂີ່ຂອງ ສປປລາວ. ...ມາດຕາສິບສອງ:ເງື່ອນໄຂຂອງຜູ້ຂັບຂີ່

ມາດຕາສິບສອງ:ເງື່ອນໄຂຂອງຜູ້ຂັບຂີ່ ຜູ້ຂັບຂີ່ຕ້ອງມີເງື່ອນໄຂດັ່ງນີ້: -ມີໃບຂັບຂີ່ຖືກຕ້ອງຕາມລະບຽບການ; -ມີສຸຂະພາບສົມບູນ; -ປະຕິບັດຕາມກົດລະບຽບການຈະລາຈອນຢ່າງເຂັ້ມງວດ; -ຂັບຂີ່ບໍ່ໃຫ້ເກີນກໍານົດເວລາທີ່ລະບຽບການວາງອອກ; -ບໍ່ຂັບລົດໃນເວລາມຶນເມົາແລະບໍ່ເປັນຜູ້ເສດຢາເສບຕິດ.

...ມາດຕາສິບສາມ:ລະບຽບການຂັບຂີ່ແລະການບັນທຸກ

ມາດຕາສິບສາມ:ລະບຽບການຂັບຂີ່ແລະການບັນທຸກ ຜູ້ຂັບຂີ່ຍານພາຫະນະທຸກປະເພດຕ້ອງປະຕິບັດຕາມກົດລະ ບຽບການຈະລາຈອນຢ່າງເຂັ້ມງວດເຊັ່ນ: -ສໍາລັບລົດຖີບອະນຸຍາດໃຫ້ຂີ່ໄດ້ບໍ່ເກີນສອງຄົນ. -ສໍາລັບລົດຈັກອະນຸຍາດໃຫ້ຜູ້ໃຫຍ່ຊ່ອນໄດ້ໜຶ່ງຄົນແລະ ເດັກນ້ອຍອີກໜຶ່ງຄົນອາຍຸບໍ່ເກີນສິບເອັດປີ. -ສໍາລັບລົດສາມລໍ້ຖີມແແລະສາມລໍ້ລົດຈັກຕິດຂ້າງອະນຸ ຍາດໃຫ້ຂີ່ໄດ້ສາມຄົນລວມທັງຜູ້ຂັບ. -ສໍາລັບລົດປະເພດສາມລໍ້ແລະສີ່ລໍ້ຂຶ້ນໄປທີ່ແລ່ນດ້ວຍເຄື່ອງຈັກອະນຸຍາດໃຫ້ບັນທຸກໄດ້ຕາມທີ່ໄດ້ກໍານົດໄວ້ໃນມາດຕາເກົ້າຂອງກົດໝາຍວ່າດ້ວຍການຂົນສົ່ງທາງບົກແລະລະບຽບການຂອງກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ. -ຜູ້ຂັບຂີ່ລົດຈັກທຸກຄົນຕ້ອງໃສ່ໝວກກັນກະທົບທີ່ໄດ້ມາດຕະຖານ. -ຫ້າມຜູ້ຂັບຂີ່ລົດຈັກຫຼືລົດຖີບທຸກຊະນິດຂີ່ຮຽງກັນນັບແຕ່ສອງຄັນຂຶ້ນໄປ. -ຫ້າມຂັບລົດໄວເກີນກໍານົດ. -ຫ້າມຈອດລົດບ່ອນທີ່ມີເຄື່ອງໝາຍຫ້າມຈອດແລະຕ້ອງຈອດລົດຢ່າງເປັນລະບຽບ. -ຫ້າມບັນທຸກສິນຄ້າຫຼືຜູ້ໂດຍສານເກີນນໍ້າໜັກຫຼືຈໍານວນທີ່ກໍານົດໄວ້. -ຫ້າມຜູ້ຂັບຂີ່ລົດໃຊ້ໂທລະສັບຫຼືເບິ່ງໂທລະພາບໃນເວລາຂັບລົດ. -ຫ້າມບັນທຸກວັດຖຸອັນຕະລາຍໂດຍບໍ່ໄດ້ຮັບອະນຸຍາດຕາມທີ່ໄດ້ກໍານົດໄວ້ໃນມາດຕາຊາວສາມຂອງກົດໝາຍວ່າດ້ວຍການຂົນສົ່ງທາງບົກ. ໃນກໍລະນີທີ່ພົບອຸປະຕິເຫດມີຄົນເຈັບຕ້ງຊ່ວຍນໍາສົ່ງຄົນເຈັບໄປໂຮງໝໍແລະແຈ້ງໃຫ້ເຈົ້າໜ້າທີ່ຕໍາຫຼວດຈະລາຈອນຫຼືຕໍາຫຼວດທາງຫຼວງຊາບ.

..ໝວດທີ4ການຄຸ້ມຄອງຍານພາຫະນະ


...ມາດຕາສິບສີ່:ການຂຶ້ນທະບຽນຍານພາຫະນະຂອງພົນລະເຮືອນ.

ມາດຕາສິບສີ່:ການຂຶ້ນທະບຽນຍານພາຫະນະຂອງພົນລະ ເຮືອນ. ຍານພາຫະນະຂອງພົນລະເຮືອນທຸກປະເພດທີ່ແລ່ນດ້ວຍເຄື່ອງ ຈັກລວມທັງພາຫະນະກົນຈັກໜັກເຊັ່ນ:ລົດດຸດ,ລົດຈັກ,ລົດກວາດ,ລົດ ໂລແລະກົນຈັກໜັກຕ່າງໆຕ້ອງຂຶ້ນທະບຽນແລະມີປ້າຍທີ່ຖືກຕ້ອງຕາມ ລະບຽບການທີ່ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງວາງ ອອກ. ມີແຕ່ອົງການຈັດຕັ້ງຂອງລັດທີ່ໄດ້ຮັບອະນຸຍາດເທົ່ານັ້ນຈຶ່ງ ສາມາດຜະລິດແລະອອກໃບຂັບຂີ່,ໃບທະບຽນແລະປ້າຍລົດໄດ້. ...ມາດຕາສິບຫ້າ:ການຂຶ້ນທະບຽນຍານພາຫະນະຂອງກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບ.

ມາດຕາສິບຫ້າ:ການຂຶ້ນທະບຽນຍານພາຫະນະຂອງກໍາລັງ ປ້ອງກັນຊາດປ້ອງກັນຄວາມສະຫງົບ. ຍານພາຫະນະທີ່ແລ່ນດ້ວຍເຄື່ອງຈັກຊຶ່ງຮັບໃຊ້ວຽກງານປ້ອງ ກັນຊາດຫຼືປ້ອງກັນຄວາມສະຫງົບໂດຍກົງແມ່ນຂຶ້ນທະບຽນແລະຕິດ ປ້າຍຢູ່ນໍາກະຊວງປ້ອງກັນປະເທດຫຼືກະຊວງພາຍໃນ. ສໍາລັບຍານພາຫະນະທີ່ແລ່ນດ້ວຍເຄື່ອງຈັກຊຶ່ງຮັບໃຊ້ວຽກ ງານບໍລິຫານແລະວຽກງານບໍລິການອື່ນໆຂອງກະຊວງປ້ອງກັນປະ ເທດຫຼືກະຊວງພາຍໃນຕ້ອງຂຶ້ນທະບຽນແລະຕິດປ້າຍຕາມລະບຽບ ການກ່ຽວກັບຍານພາຫະນະຂອງພົນລະເຮືອນ. ...ມາດຕາສິບຫົກ:ການນໍາເຂົ້າຍານພາຫະນະ

ມາດຕາສິບຫົກ:ການນໍາເຂົ້າຍານພາຫະນະ ຍານພາຫະນະທຸກປະເພດທີ່ແລ່ນດ້ວຍເຄື່ອງຈັກຊຶ່ງນໍາເຂົ້າ ເພື່ອຂຶ້ນທະບຽນນໍາໃຊ້ຢ່າງຖາວອນຢູ່ສປປລາວຕ້ອງມີໂຄງປະກອບ ສ້າງທີ່ຖືກຕາມມາດຕະຖານເຕັກນິກຂອງໂຮງງານທີ່ຜະລິດ,ຕ້ອງມີ ພວງມະໄລຊ້າຍແລະມີຄຸນນະພາບທີ່ຖືກຕ້ອງຕາມມາດຕະຖານເຕັກ ນິກທີ່ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງໄດ້ກໍານົດໄວ້. ...ມາດຕາສິບເຈັດ:ການປະກອບແລະການດັດແປງຍານພາຫະນະ

ມາດຕາສິບເຈັດ:ການປະກອບແລະການດັດແປງຍານພາ ຫະນະ ການປະກອບຫຼືການດັດແປງຍານພາຫະນະທີ່ແລ່ນດ້ວຍ ເຄື່ອງຈັກຕ້ອງໄດ້ຕາມມາດຕະຖານທີ່ໂຮງງານກໍານົດໄວ້ແລະໃຫ້ ຖືກຕ້ອງຕາມມາດຕະຖານເຕັກນິກທີ່ກະຊວງຄົມມະນາຄົມຂົນສົ່ງໄປ ສະນີແລະກໍ່ສ້າງວາງອອກ.

...ມາດຕາສິບແປດ:ການສ້ອມແປງຍານພາຫະນະ

ມາດຕາສິບແປດ:ການສ້ອມແປງຍານພາຫະນະ ການສ້ອມແປງຍານພາຫະນະຕ້ອງຮັບປະກັນຄວາມປອດໄພ ແລະຖືກຕ້ອງຕາມມາດຕະຖານເຕັກນິກທີ່ກະຊວງຄົມມະນາຄົມຂົນສົ່ງ ໄປສະນີແລະກໍ່ສ້າງວາງອອກ.

...ມາດຕາສິບເກົ້າ:ການກວດກາສະພາບເຕັກນິກຂອງຍານພາຫະນະ

ມາດຕາສິບເກົ້າ:ການກວດກາສະພາບເຕັກນິກຂອງຍານ ພາຫະນະ ຍານພາຫະນະທີ່ແລ່ນດ້ວຍເຄື່ອງຈັກທຸກຊະນິດຕ້ອງໄດ້ຜ່ານ ການກວດກາເຕັກນິກຕາມລະບຽບການທີ່ກະຊວງຄົມມະນາຄົມຂົນ ສົ່ງໄປສະນີແລະກໍ່ສ້າງວາງອອກ.

...ມາດຕາຊາວ:ການຍົກຍ້າຍພາຫະນະກົນຈັກໜັກ

ມາດຕາຊາວ:ການຍົກຍ້າຍພາຫະນະກົນຈັກໜັກ ການຍົກຍ້າຍພາຫະນະກົນຈັກໜັກຕ້ອງໃຊ້ລົດລາກແກ່ຫຼືລົດ ຂົນສົ່ງທີ່ຖືກ້ອງຕາມເຕັກນິກເພື່ອບັນທຸກໄປ.

..ໝວດທີ5ການຄຸ້ມຄອງຕໍາຫຼວດທາງຫຼວງແລະຕໍາຫຼວດຈະລາຈອນ


...ມາດຕາຊາວເອັດ:ການຄູ້ມຄອງຕໍາຫຼວດທາງຫຼວງແລະຕໍາຫຼວດຈະລາຈອນ.

ມາດຕາຊາວເອັດ:ການຄູ້ມຄອງຕໍາຫຼວດທາງຫຼວງແລະຕໍາ ຫຼວດຈະລາຈອນ. ຕໍາຫຼວດທາງຫຼວງແລະຕໍາຫຼວດຈະລາຈອນແມ່ນຂຶ້ນກັບການ ຄູ້ມຄອງຂອງກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງແລະ ກະຊວງພາຍໃນ.

...ມາດຕາຊາວສອງ:ການຄູ້ມຄອງຂອງກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ.

ມາດຕາຊາວສອງ:ການຄູ້ມຄອງຂອງກະຊວງຄົມມະນາຄົມ ຂົນສົ່ງໄປສະນີແລະກໍ່ສ້າງ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ຄຸ້ມ ຄອງຕໍາຫຼວດທາງຫຼວງແລະຕໍາຫຼວດຈະລາຈອນໃນດ້ານຕ່າງໆດັ່ງ ນີ້: -ກໍ່ສ້າງແລະບໍາລຸງທາງດ້ານການເມືອງ,ແນວຄິດ,ວິຊາ ການຈະລາຈອນແລະການຂັນສົ່ງທາງບົກ. -ສະເໜີຕໍ່ກະຊວງພາຍໃນກ່ຽວກັບການເລື່ອນຊັ້ນ,ຍົກຍ້າຍ, ຍ້ອງຍໍແລະປະຕິບັດວິໄນຕ່າງໆ. -ປະກອບພາຫະນະຮັບໃຊ້ທີ່ຈໍາເປັນໃນການປະຕິບັດໜ້າທີ່. -ຂຶ້ນແຜນງົບປະມານການເງິນ,ການໃຊ້ຈ່າຍບໍລິຫານ, ເງິນເດືອນ,ເງິນບໍາເນັດແລະການປະຕິບັດນະໂຍບາຍຕ່າງໆ. -ຊີ້ນໍາ,ບັນຊາໂດຍກົງຕໍາຫຼວດທາງຫຼວງແລະຕໍາຫຼວດຈະ ລາຈອນໃນການຈັດຕັ້ງປະຕິບັດໜ້າທີ່ກວດກາການຂົນສົ່ງແລະການ ຈະລາຈອນທາງບົກໃນຂອບເຂດທົ່ວປະເທດ.

...ມາດຕາຊາວສາມ:ການຄູ້ມຄອງຂອງກະຊວງພາຍໃນ.

ມາດຕາຊາວສາມ:ການຄູ້ມຄອງຂອງກະຊວງພາຍໃນ. ກະຊວງພາຍໃນເປັນຜູ້ຄຸ້ມຄອງຕໍາຫຼວດທາງຫຼວງແລະຕໍາ ຫຼວດຈະລາຈອນທາງດ້ານຕ່າງໆດັ່ງນີ້: -ກໍ່ສ້າງແລະບໍາລຸງທາງດ້ານວິຊາການຕໍາຫຼວດ. -ປະດັບຊັ້ນ,ເລື່ອນຊັ້ນ,ຍົກຍ້າຍ,ຍ້ອງຍໍແລະປະຕິບັດ ວິໄນຕ່າງໆ. -ປະກອບເຄື່ອງແບບ,ອາວຸແລະອຸປະກອນທີ່ຈໍາເປັນຕ່າງໆ. -ກໍານົດເງິນເດືອນແລະເງິນນະໂຍບາຍຕ່າງໆ.

..ໝວດທີ6ການຄວບຄຸມການຈະລາຈອນ


...ມາດຕາຊາວສີ່:ສິດແລະໜ້າທີ່ຂອງຕໍາຫຼວດທາງຫຼວງແລະຕໍາຫຼວດຈະລາຈອນ.

ມາດຕາຊາວສີ່:ສິດແລະໜ້າທີ່ຂອງຕໍາຫຼວດທາງຫຼວງແລະ ຕໍາຫຼວດຈະລາຈອນ. ຕໍາຫຼວດທາງຫຼວງແລະຕໍາຫຼວດຈະລາຈອນມີໜ້າທີ່ອໍານວຍ ຄວາມສະດວກ,ຄວບຄຸມການຈະລາຈອນແລະກວດກາການເຄົາລົບ ກົດໝາຍວ່າດ້ວຍການຈະລາຈອນທາງບົກ,ກົດໝາຍວ່າດ້ວຍການ ຂົນສົ່ງທາງບົກ,ກົດໝາຍວ່າດ້ວຍທາງຫຼວງ,ກົດລະບຽບການຈະລາ ຈອນແລະມີສິດກວດກາເອກະສານຂອງຍານພາຫະນະແລະຂອງຜູ້ຂັບ ຂີ່,ສຶກສາອົບຮົມ,ປັບໃໝຜູ້ລະເມີແລະບັງຄັບໃຫ້ປະຕິບັດຕາມກົດໝາຍ ແລະລະບຽບການທີ່ໄດ້ກ່າວໄວ້ຢູ່ຂ້າງເທິງນີ້. ໃນກໍລະນີຈໍາເປັນທີ່ໄດ້ກັກຄົນ,ຢຶດຫຼືກັກຍານພາຫະນະທີ່ລະ ເມີດກົດໝາຍວ່າດ້ວຍການຈະລາຈອນທາງບົກ,ກົດໝາຍວ່າດ້ວຍ ການຂົນສົ່ງທາງບົກ,ກົດໝມາຍວ່າດ້ວຍທາງຫຼວງແລະກົດລະບຽບ ຈະລາຈອນເພື່ອທໍາການດໍາເນີນຄະດີຢູ່ນັ້ນເຈົ້າໜ້າທີ່ຕໍາຫຼວດທາງ ຫຼວງແລະຕໍາຫຼວດຈະລາຈອນຕ້ອງປົກປັກຮັກສາພາຫະນະແລະອຸປະ ກອນປະກອບຂອງຍານພາຫະນະນັ້ນໃຫ້ຢູ່ໃນສະພາບເດີມ.ຫ້າມນໍາ ໃຊ້ຍານພາຫະນະທີ່ໄດ້ຢຶດຫຼືກັກ,ທໍາລາຍຫຼັກຖານ,ຍັກຍອກຂອງກາງ ຫຼືເຮັດໃຫ້ຍານພາຫະນະແລະອຸປະກອນປະກອບຂອງຍານພາຫະນະ ນັ້ນເປ່ເພຫຼືເສຍຫາຍຢ່າງເດັດຂາດ. ...ມາດຕາຊາວຫ້າ:ສິດແລະໜ້າທີ່ຂອງເຈົ້າໜ້າທີ່ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ.

ມາດຕາຊາວຫ້າ:ສິດແລະໜ້າທີ່ຂອງເຈົ້າໜ້າທີ່ກະຊວງຄົມ ມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ. ເຈົ້າໜ້າທີ່ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ ທັງຂັ້ນສູນກາງແລະທ້ອງຖິ່ນມີສິດແລະໜ້າທີ່ປະສານສົມທົບກັບເຈົ້າ ໜ້າທີ່ຕໍາຫຼວດທາງຫຼວງແລະຕໍາຫຼວດຈະລາຈອນໃນການຄວບຄຸມ ແລະກວດກາການບັນທຸກນໍ້າໜັກຂອງລົດຂົນສົ່ງສິນຄ້າແລະຜູ້ໂດຍ ສານຕາມກົດໝາຍວ່າດ້ວຍການຈະລາຈອນທາງບົກ,ກົດໝາຍວ່າ ດ້ວຍການຂົນສົ່ງທາງບົກ,ກົດໝາຍວ່າດ້ວຍທາງຫຼວງແລະກົດລະ ບຽບການຈະລາຈອນ.

...ມາດຕາຊາວຫົກ:ການກວດກາແລະການແກ້ໄຂອຸປະຕິເຫດ

ມາດຕາຊາວຫົກ:ການກວດກາແລະການແກ້ໄຂອຸປະຕິເຫດ ໃນເມື່ອເກີດອຸປະຕິເຫດຢູ່ບ່ອນໃດບ່ອນໜຶ່ງຕ້ອງແມ່ນຕໍາຫຼວດ ຈະລາຈອນຫຼືຕໍາຫຼວດທາງຫຼວງເປັນຜູ້ດໍາເນີນການກວດກາ,ການບັນ ທຶກ,ການປະກອບເອກະສານສືບສວນ,ສອບສວນແລະປະກອບຂໍ້ມູນ ຫຼັກຖານຕົວຈິງເພື່ອດໍາເນີນຄະດີຄາມລະບຽບກົດໝາຍ. ໃນກໍລະນີທີ່ຍານພາຫະນະຕິດຂັດເປ່ເພເສຍຫາຍຢູ່ຕາມເສັ້ນ ທາງຜູ້ຂັບຂີ່ຕ້ອງຮັບຜິດຊອບຕໍ່ການຍົກຍ້າຍອອກຈາກຊ່ອງທາງການ ຈະລາຈອນ.

...ມາດຕາຊາວເຈັດ:ການກວດກາເອກະສານແລະກວດກາຜູ້ຂັບຂີ່

ມາດຕາຊາວເຈັດ:ການກວດກາເອກະສານແລະກວດກາຜູ້ ຂັບຂີ່ ເຈົ້າໜ້າທີ່ຄວບຄຸມການຈະລາຈອນມີສິດແລະໜ້າທີ່ກວດກາ ເອກະສານຂອງຍານພາຫະນະແລະຜູ້ຂັບຂີ່ຕາມເສັ້ນທາງຕາມຈຸດ ກວດຢູ່ເຂດຊຸມຊົນໃດໜຶ່ງທີ່ເໝາະສົມ. ການດໍາເນີນການກວດກາແຕ່ລະຄັ້ງຕ້ອງມີເຈົ້າໜ້າທີ່ຢ່າງ ໜ້ອຍສອງຄົນຂຶ້ນໄປ. ..ໝວດທີ7ການຄຸ້ມຄອງການຈະລາຈອນທາງບົກ


...ມາດຕາຊາວແປດ:ອົງການຄຸ້ມຄອງການຈະລາຈອນທາງບົກ

ມາດຕາຊາວແປດ:ອົງການຄຸ້ມຄອງການຈະລາຈອນທາງ ບົກ ອົງການຄຸມຄອງການຈະລາຈອນທາງບົກປະກອບດ້ວຍສອງ ຂັ້ນດັ່ງນີ້: -ຂັ້ນສູນກາງມີ:ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະ ກໍ່ສ້າງແລະກະຊວງພາຍໃນ. -ຂັ້ນທ້ອງຖິ່ນມີ:ພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ ສ້າງແຂວງ,ກໍາແພງນະຄອນແລະເຂດພິເສດແລະຫ້ອງການຄົມມະ ນາຄົມຂົນສົ່ງໄປສະນີແລະກໍ່ສ້າງເມືອງ. ...ມາດຕາຊາວເກົ້າ:ສິດແລະໜ້າທີ່ຂອງກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ.

ມາດຕາຊາວເກົ້າ:ສິດແລະໜ້າທີ່ຂອງກະຊວງຄົມມະນາ ຄົມຂົນສົ່ງໄປສະນີແລະກໍ່ສ້າງ. ໃນການຄຸ້ມຄອງການຈະລາຈອນທາງບົກ,ກະຊວງຄົມມະ ນາຄົມຂົນສົ່ງໄປສະນີແລະກໍ່ສ້າງມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: -ສ້າງແຜນການຍຸດທະສາດກ່ຽວກັບການພັດທະນາ ການຈະລາຈອນທາງບົກໄລຍະສັ້ນ,ໄລຍະກາງແລະໄລຍະ ຍາວເພື່ອນໍາສະເໜີລັດຖະບານ. -ວາງລະບຽບການຄຸ້ມຄອງການຈະລາຈອນໃນຂອບ ເຂດທົ່ວປະເທດ,ຕິດຕາມກວດກາແລະປະເມີນຜົນກ່ຽວກັບການ ຈັດຕັັ້ງປະຕິບັດລະບຽບກົດໝາຍວ່າດ້ວຍການຈະລາຈອນທາງ ບົກ,ກົດໝາຍວ່າດ້ວຍການຂົນສົ່ງທາງບົກ,ກົດໝາຍວ່າດ້ວຍ ທາງຫຼວງແລະກົດລະບຽບການຈະລາຈອນໂດຍປະສານສົມທົບ ກັບກະຊວງພາຍໃນ. -ຄຸ້ມຄອງ,ກວດກາໃບທະບຽບລົດ,ປ້າຍລົດແລະໃບຂັບ ຂີ່ໃນຂອດເຂດທົ່ວປະເທດ. -ຄົ້ນຄວ້າແລະວິໄຈສະຖິຕິອຸປະຕິເຫດແລະປະລິມານການ ສັນຈອນໃນຂອບເຂດທົ່ວປະເທດ. -ຮ່ວມມືກັບສາກົນແລະຊອກຫາແຫຼ່ງທຶນເພື່ອພັດທະນາ ການຈະລາຈອນທາງບົກ. -ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂອງ ລັດຖະບານ.

...ມາດຕາສາມສິບ:ສິດແລະໜ້າທີ່ຂອງກະຊວງພາຍໃນ

ມາດຕາສາມສິບ:ສິດແລະໜ້າທີ່ຂອງກະຊວງພາຍໃນ ໃນການຄຸ້ມຄອງການຈະລາຈອນທາງບົກກະຊວງພາຍໃນມີ ສິດແລະໜ້າທີ່ຕົ້ນຕໍດັ່ງນີ້: -ຂຶ້ນແຜນງົບປະມານໃນການກໍ່ສ້າງແລະບໍາລຸງຕໍາຫຼວດ ຈະລາຈອນແລະຕໍາຫຼວດທາງຫຼວງທາງດ້ານວິຊາການຕໍາຫຼວດ. -ປະສານສົບທົບກັບກະຊວງຄົມມະນາຄົມຂົນສົ່ງໄປສະນີ ແລະກໍ່ສ້າງໃນການແກ້ໄຂບັນຫາຕ່າງໆກ່ຽວກັບການຄູ້ມຄອງການ ຈະລາຈອນ,ໃນການວາງລະບຽບການກ່ຽວກັບການກວດກາ,ຄວບ ຄຸມການປະຕິບັດລະບຽບກົດໝາຍວ່າດ້ວຍການຈະລາຈອນທາງບົກ, ກົດໝາຍວ່າດ້ວຍການຂົນສົ່ງທາງບົກ,ກົດໝາຍວ່າດ້ວຍທາງຫຼວງ ແລະກົດລະບຽບການຈະລາຈອນແລະສັງລວມສະຖິຕິອຸປະຕິເຫດຕາມ ເສັ້ນທາງໃນຂອບເຂດທົ່ວປະເທດ. -ຕິດຕາມກວດກາແລະປະເມີນຜົນກ່ຽວກັບການຈັດຕັ້ງປະຕິ ບັດລະບຽບກົດໝາຍທີ່ກ່າວມາຂ້າງເທິງນີ້: -ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂອງ ລັດຖະບານ.

...ມາດຕາສາມສິບເອັດ:ສິດແລະໜ້າທີ່ຂອງພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ.

ມາດຕາສາມສິບເອັດ:ສິດແລະໜ້າທີ່ຂອງພະແນກຄົມມະ ນາຄົມຂົນສົ່ງໄປສະນີແລະກໍ່ສ້າງ. ໃນການຄຸ້ມຄອງການຈະລາຈອນທາງບົກພະແນກຄົມມະ ນາຄົມຂົນສົ່ງໄປສະນີແລະໍ່ສ້າງແຂວງ,ກໍາແພງນະຄອນແລະເຂດ ພິເສດມີສິແແລະໜ້າທີ່ຕົ້ນຕໍດັ່ງນີ້: -ຜັນຂະຫຍາຍແຜນການຍຸດທະສາດແລະແຜນແມ່ບົດ ກ່ຽວກັບການພັດທະນາການຈະລາຈອນທາງບົກມາເປັນແຜນ ງານລະອຽດເພື່ອຈັດຕັ້ງປະຕິບັດ. -ຄຸ້ມຄອງການຈະລາຈອນທາງບົກຊຶ່ງປະກອບດ້ວຍ ວຽກຕົ້ນຕໍຄື: ຈັດສັນຄວາມເປັນລະບຽບໃນການຈະລາຈອນທາງບົກ. ຕິດຕັ້ງແລະຄຸ້ມຄອງປ້າຍ,ເຄື່ອງໝາຍຈະລາຈອນທາງ ບົກເພື່ອເຮັດໃຫ້ການຈະລາຈອນມີຄວາມສະດວກແລະປອດໄພ. ສັງລວມສະຖິຕິອຸປະຕິເຫດແລະປະລິມານການສັນຈອນ. ຈັດຕັ້ງອົບຮົມແລະສອບເສັງໃບຂັບຂີ່. ກວດກາແລະອອກໃບເຕັກນິກລົດ. ອອກທະບຽນລົດ,ໃບຂັບຂີ່ແລະປ້າຍລົດຕາມການມອບ ໝາຍຂອງກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ. ສຶກສາອົບຮົມໂຄສະນາເຜີຍແຜ່ລະບຽບກົດໝາຍວ່າດ້ວຍ ການຈະລາຈອນທາງບົກ,ກົດໝາຍວ່າດ້ວຍການຂົນສົ່ງທາງບົກ, ກົດໝາຍວ່າດ້ວຍທາງຫຼວງແລະກົດລະບຽບການຈະລາຈອນ. ຄົ້ນຄວ້າປະກອບຄໍາເຫັນກ່ຽວກັບການຮ່າງກົດລະບຽບ ການຈະລາຈອນແລະສ້າງສະຖານທີ່ຈອດລົດຕ່າງໆ. ຄຸ້ມຄອງແລະຊີ້ນໍາໂດຍກົງຕໍາຫຼວດທາງຫຼວງແລະຕໍາຫຼວດ ຈະລາຈອນໃນການຈັດຕັ້ງປະຕິບັດໜ້າທີ່ກວດກາການຂົນສົ່ງທາງ ບົກແລະການຈະລາຈອນໃນທ້ອງຖິ່ນຂອງຕົນ. -ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂອງ ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ.

...ມາດຕາສາມສິບສອງ:ສິດແລະໜ້າທີ່ຂອງຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເມືອງ.

ມາດຕາສາມສິບສອງ:ສິດແລະໜ້າທີ່ຂອງຫ້ອງການຄົມມະ ນາຄົມຂົນສົ່ງໄປສະນີແລະກໍ່ສ້າງເມືອງ. ໃນການຄຸ້ມຄອງການຈະລາຈອນທາງບົກຫ້ອງການຄົມມະ ນາຄົມຂົນສົ່ງໄປສະນີແລະກໍ່ສ້າງເມືອງມີສິດແລະໜ້າທີ່ດັ່ງນີ້: -ສຶກສາອົບຮົມ,ໂຄສະນາເຜີຍແຜ່ລະບຽບກົດໝາຍວ່າ ດ້ວຍການຈະລາຈອນທາງບົກ,ກົດໝາຍວ່າດ້ວຍການຂົນສົ່ງທາງ ບົກ,ກົດໝາຍວ່າດ້ວຍທາງຫຼວງແລະກົດລະບຽບການຈະລາຈອນ. -ປົກປັກຮັກສາລະບົບປ້າຍສັນຈອນ,ເຄື່ອງໝາຍການ ຈະລາຈອນ. -ເຂົ້າຮ່ວມໃນການແກ້ໄຂອຸປະຕິເຫດທີ່ເກີດຂຶ້ນໃນຂອບ ເຂດເມືອງຂອງຕົນ. -ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂອງ ພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງແຂວງ,ກໍາແພງ ນະຄອນແລະເຂດພິເສດ. ..ໝວດທີ8ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາສາມສິບສາມ:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາສາມສິບສາມ:ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ເຂົ້າຮ່ວມໃນການຄຸ້ມຄອງການຈະລາ ຈອນທາງບົກຢ່າງມີປະສິດທິຜົນ,ຮັບປະກັນຄວາມປອດໄພ,ຄວາມ ເປັນລະບຽບຮຽບຮ້ອຍ,ປົກປັກຮັກສາຄວາມສະອາດ,ສິ່ງແວດລ້ອມ, ລະບົບສັນຍານການຈະລາຈອນ,ຊັບສົມບັດຂອງລັດແລະບຸກຄົນຕາມ ເສັ້ນທາງໄດ້ດີຈະໄດ້ຮັບການຍ້ອງຍໍແລະການປະຕິບັດນະໂຍບາຍ ຕາມຄວາມເໝາະສົມຊຶ່ງລັດຖະບານເປັນຜູ້ກໍານົດລະອຽດ. ...ມາດຕາສາມສິບສີ່:ມາດຕະການຕໍ່ຜູ້ລະເມີດ

ມາດຕາສາມສິບສີ່:ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດບົດບັນຍັດໃດໜຶ່ງຂອງກົດ ໝາຍສະບັບນີ້,ໄດ້ກໍ່ຄວາມເສຍຫາຍໃຫ້ແກ່ສາທາລະນະ,ຊີວິດ,ສຸຂະ ພາບ,ຊັບສິນຂອງຜູ້ອື່ນ,ຄວາມສະອາດຫຼືສິ່ງແວດລ້ອມຈະຖືກສຶກສາ ອົບຮົມ,ປັບໃໝຫຼືຖືກລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ. ...ມາດຕາສາມສິບຫ້າ:ມາດຕະການສຶກສາອົບຮົມ

ມາດຕາສາມສິບຫ້າ:ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດບົດບັນຍັດໃດໜຶ່ງຂອງກົດ ໝາຍສະບັບນີ້ໃນສະຖານເບົາເຊັ່ນ: ລືມໃບຂັບຂີ່ຫຼືເອກະສານລົດ,ເອກະສານລົດໝົດກໍານົດ,ເປິ ເປື້ອນ,ປ້າຍລົດແຕກຫັກ,ອ່ານບໍ່ອອກຫຼືຕິດບໍ່ຖືກບ່ອນຈະຖືກສຶກສາ ອົບຮົມຕາມລະບຽບການ.

...ມາດຕາສາມສິບຫົກ:ມາດຕະການປັບໃໝ

ມາດຕາສາມສິບຫົກ:ມາດຕະການປັບໃໝ ບຸກຄົນຫຼືການຈັດຕັ້ງຫາກໄດ້ລະເມີດບົດບັນຍັດໃດໜຶ່ງ ຂອງກົດໝາຍສະບັບນີ້ເຊັ່ນ: -ລະເມີດໄຟອໍານາດ. -ລະເມີດປ້າຍສັນຍານການຈະລາຈອນ. -ບໍ່ມີໃບຂັບຂີ່,ບໍ່ມີເອກະສານລົດ. -ແລ່ນຜິດທາງທີ່ກໍານົດໄວ້. -ຂັບລົດໃນສະພາບມຶນເມົາ. -ແລ່ນລົດມີສຽງດັງເກີນມາດຕະຖານ. -ໄຕ້ໄປສູງບໍ່ຖືກຕາມລະບຽບການ. -ບໍ່ໄຕ້ໄຟໃນຍາມກາງຄືນ. -ໄຕ້ໄຟຕາດຽວ(ສໍາຫຼັບລົດສີ່ລໍ້ຂຶ້ນໄປ) -ບໍ່ໄຕ້ໄຟຕາດຽວໃນຍາມກາງເວັນເວລາສະພາບອາ ການມືດມົວເຊັ່ນ:ຝົນຕົກແຮງຫຼືໝອກລົງໜາ. -ຄວັນດໍາເກີນມາດຕະຖານ. -ລົດບໍ່ມີຫ້າມລໍ້. -ສ້າງຄວາມເປິເປື້ອນແລະສິ່ງກີດຂວາງຕາມເສັ້ນທາງ. -ບໍ່ມີແວ່ນສ່ອງຫຼັງ. -ບໍ່ໃສ່ໝວກກັນກະທົບທີ່ໄດ້ມາດຕະຖານໃນເວລາຂີ່ລົດຈັກ. -ບັນທຸກເກີນກໍານົດ. -ຍານພາຫະນະຂາດເຄື່ອງປະກອບຄົບຊຸດທີ່ຈໍາເປັນທີ່ຢູ່ ໃນສະພາບໃຊ້ງານໄດ້ຕາມມາດຕະຖານເຕັກນິກກ່ຽວກັບຄວາມ ປອດໄພແລະການລະເມີດກົດລະບຽບການຈະລາຈອນອື່ນໆຈະ ຖືກປັບໃໝຕາມລະບຽບການ. ມອບໃຫ້ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ ຄົ້ນຄວ້າຮ່າງລະບຽບການກ່ຽວກັບການລະເມີດແລະອັດຕາປັບ ໃໝ່ເພື່ອນໍາສະເໜີລັດຖະບານເປັນຜູ້ຕົກລົງ.

...ມາດຕາສາມສິບເຈັດ:ມາດຕະການທາງອາຍາ.

ມາດຕາສາມສິບເຈັດ:ມາດຕະການທາງອາຍາ. ບຸກຄົນໃດຫາກໄດ້ກະທໍາຜິດທາງອາຍາເຊັ່ນ: -ການກະທໍາຜິດຕໍ່ຄວາມປອດໄພຂອງການຈະລາຈອນ. -ປອດແປງໃບຂັບຂີ່,ເອກະສານ,ປ້າຍ,ເລກຈັກຫຼືເລກຖັງ ຂອງລົດ. -ລັກຫຼືທໍາລາຍປ້າຍ,ຫຼັກໝາຍ,ເຄື່ອງໝາຍຈະລາຈອນຫຼື ທໍາລາຍທາງ. -ມີການປະພຶດເປັນນັກເລງອັນທະພານໃນການຈະລາຈອນ. -ລະເມີດກົດໝາຍວ່າດ້ວຍການຈະລາຈອນທາງບົກ,ກົດ ໝາຍວ່າດ້ວຍການຂົນສົ່ງທາງບົກ,ກົດໝາຍວ່າດ້ວຍທາງຫຼວງ ຫຼືກົດລະບຽບການຈະລາຈອນພາໃຫ້ເກີດອຸປະຕິເຫດເຮັດໃຫ້ມີຜູ້ ບາດເຈັບ,ເສຍອົງຄະຫຼືເສຍຊີວິດຈະຖືກລົງໂທດທາງອາຍາ.

...ມາດຕາສາມສິບແປດ:ມາດຕະການໂທດເພີ່ມ.

ມາດຕາສາມສິບແປດ:ມາດຕະການໂທດເພີ່ມ. ນອກຈາກໂທດຕົ້ນຕໍທີ່ກໍານົດໄວ້ໃນມາດຕາສາມສິບຫ້າ, ມາດຕາສາມສິບຫົກແລະມາດຕາສາມສິບເຈັດຂອງກົດໝາຍສະ ບັບນີ້ແລ້ວຜູ້ກະທໍາຜິດຍັງຈະໄດ້ຮັບໂທດເພີ່ມອີກເຊັ່ນ:ຖືກງົດ,ຖອນ ໃບອະນຸຍາດຕ່າງໆທີ່ກ່ຽວຂ້ອງກັບການຈະລາຈອນ,ຢຶດຫຼືຮິບພາ ຫະນະທີ່ໃຊ້ເຂົ້າໃນການກະທໍາຜິດ. ..ໝວດທີ9ບົດບັນຍັດສຸດທ້າຍ


...ມາດຕາສາມສິບເກົ້າ:ການຈັດຕັ້ງປະຕິບັດ

ມາດຕາສາມສິບເກົ້າ:ການຈັດຕັ້ງປະຕິບັດ ມອບໃຫ້ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະ ຊາຊົນລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້. ...ມາດຕາສີ່ສິບ:ຜົນສັກສິດ

ມາດຕາສີ່ສິບ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ມື້ ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ບັນດາຂໍ້ກໍານົດແລະບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ. ວຽງຈັນ,ວັນທີແປດເມສາປີສອງພັນ ປະທານສະພາແຫ່ງຊາດ ສະໝານ ວິຍະເກດ